Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ຄຸນສົມບັດສຶກສາ ປ. 2 (MEG2 TG)

ຄຸນສົມບັດສຶກສາ ປ. 2 (MEG2 TG)

Published by ltmd7471, 2020-10-02 02:00:07

Description: Moral Education grade2 TG

Search

Read the Text Version

95ບົດທີ 25: ຄວາມເມດຕາຕໍ່ໝູ່ເພື່ອນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຈໍາແນກພຶດຕິກໍາທີ່ມີຄວາມເມດຕາ ແລະ ຄວາມບໍ່ມີຄວາມເມດຕາຕໍ່ໝູ່ເພື່ອນ.2. ບອກຜົນກະທົບຂອງຄວາມບໍ່ມີຄວາມເມດຕາຕໍ່ໝູ່ເພື່ອນ.3. ຝຶກນິໄສຕົນເອງໃຫ້ເປັນຄົນມີຄວາມເມດຕາຕໍ່ໝູ່ເພື່ອນ.II. ການວັດ ແລະ ປະເມີນຜົນ1. ສັງເກດການສົນທະນາ ແລະ ການຕອບຄໍາຖາມຂອງນັກຮຽນ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອໃຫ້ຄະແນນ:ຄະແນນບອກພຶດຕິກໍາທີ່ມີຄວາມເມດຕາຕໍ່ໝູ່ເພື່ອນ 3ນັກຮຽນບອກພຶດຕິກໍາທີ່ມີຄວາມເມດຕາຕໍ່ໝູ່ເພື່ອນໄດ້ 3 ຢ່າງ.2ນັກຮຽນບອກພຶດຕິກໍາທີ່ມີຄວາມເມດຕາຕໍ່ໝູ່ເພື່ອນໄດ້ 2 ຢ່າງ.1ນັກຮຽນບອກພຶດຕິກໍາທີ່ມີຄວາມເມດຕາຕໍ່ໝູ່ເພື່ອນໄດ້ 1 ຢ່າງ.0ນັກຮຽນບອກບໍ່ໄດ້ຈັກຢ່າງ.III. ເນື້ອໃນຕົ້ນຕໍ 1. ຄວາມເມດຕາຕໍ່ໝູ່ເພື່ອນແມ່ນຄວາມເຫັນອົກເຫັນໃຈ, ມີຄວາມສົງສານຢາກຊວ່ຍເຫຼືອໝູ່ເພື່ອນ, ໃຫ້ຄວາມ ອົບອຸ່ນຊ່ວຍເຫຼືອຕາມຄວາມສາມາດຂອງແຕ່ລະຄົນ, ສິ່ງສໍາຄັນພວກເຮົາທຸກຄົນບໍ່ຄວນຈໍາແນກຖານະ, ເພດ, ມິ່ນປະມາດ ແລະ ເວົ້າສຽດສີໝູ່ເພື່ອນ...2. ຄວາມເມດຕາສະແດງອອກເຊັ່ນ: ຍາມໝູ່ເສຍໃຈໃຫ້ກໍາລັງໃຈໝູ່, ເມດຕາຊ່ວຍເຫຼືອໝູ່ເປັນພິການ, ຢ້ຽມ ຢາມໝູ່ໃນເວລາເຈັບເປັນ, ເວລາເຮັດກິດຈະກໍາຕ່າງໆ ຫຼື ເວລາໝູ່ພົບຄວາມຫຍຸ້ງຍາກຕາມຄວາມສາມາດຂອງຕົນເອງ.3. ຜົນກະທົບຈາກຄົນບໍ່ມີຄວາມເມດຕາ: ເຮັດໃຫ້ໝູ່ບໍ່ຢາກຫຼິ້ນນໍາ, ຂາດຄວາມສາມັກຄີຕໍ່ໝູ່ ແລະ ສ້າງນິດໄສ ເປັນຄົນບໍ່ມີນໍ້າໃຈ, ເຫັນແກ່ຕົນເອງ ເປັນທີ່ລັງກຽດຂອງໝູ່ເພື່ອນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບທີ່ສະແດງເຖິງຄວາມເມດຕາໝູ່ເພື່ອນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.3. ປຶ້ມຂຽນ, ມີດຕັດ, ກາວ, ສໍສີຖ້າມີ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ຄູຕັ້ງຄໍາຖາມສົນທະນາ1) ຄູໃຫ້ນັກຮຽນຢືນລຽນແຖວເປັນຮູບວົງມົນ. 2) ຖາມນັກຮຽນວ່າ: ໝູ່ຂອງນັກຮຽນຊື່ຫຍັງແດ່? 3) ຄູໃຫ້ນັກຮຽນບອກຊື່ໝູ່ຂອງຕົນເອງພ້ອມທັງບອກກິດຈະກໍາທີ່ໄດ້ເຮັດກັບໝູ່.໙໕

964) ຄູຖາມນັກຮຽນເຄີຍຊວ່ຍເຫຼື່ອໝູ່ເພື່ອນບໍ່? ຊ່ວຍແບບໃດແດ່?5) ຄວາມເມດຕາໝູ່ເພື່ອນນັກຮຽນຮູ້ ຫຼື ຍັງ ວ່າຄວນເຮັດແບບໃດຕໍ່ໝູ່ແດ່? ມື້ນີ້ເຮົາຈະມາຮຽນກ່ຽວກັບຄວາມເມດຕາຕໍ່່ໝູ່ເພື່ອນ.ຂັ້ນຈັດກິດຈະກໍາການຮຽນ (ເວລາ 20 ນາທີ)2. ສົນທະນາຕາມບົດເລື່ອງສັ້ນ: ທ້າວຫຼ້າ ແລະ ທ້າວກິ1) ຄູເລົ່າເລື່ອງສັ້ນຄວາມເມດຕາຄວາມເມດຕາໝູ່ເພື່ອນ (ສາມາດແຕ່ງເລື່ອງສັ້ນທີ່ສະແດງເຖິງຄວາມເມດຕາ ຕາມໃຈໄດ້) ໃຫ້ນັກຮຽນຟັງ: - ໃນວັນຈັນ-ສຸກ ຫຼັງຈາກທ້າວຫຼ້າ ເລີກຮຽນໜັງສື ລາວຕ້ອງໄດ້ມາຢືນຖ້າແມ່ລາວເລີກວຽກ ບາງມື້ກໍຈົນຕາ ເວັນຕົກດິນ, ຍາມນີ້ແມ່ນລະດູຝົນ ອາກາດມື້ນີ້ກໍຟ້າບົດ ຝົນຄືຈະຕົກ!- ທ້າວກິ ເລີກຮຽນ ລາວຮຽນເພີ່ມວິຊາເລກຕໍ່ ຫຼັງຈາກເລີກຮຽນເພີ່ມລາວກໍຮີບຟ້າວໄປເອົາລົດຖີບຈະຖີບເມືອ ເພື່ອຢ້ານຝົນຈະຕົກລັດທາງກັບບ້ານ, ໃນທັນໃດກໍແນມໄປເຫັນທ້າວຫຼ້າ ຍັງຢືນຖ້າແມ່ຈົນມືດແມ່ລາວກໍຍັງບໍ່ມາຮັບ ທ້າວກິ ຈຶ່ງຊວນທ້າວຫຼ້າ ເມືອນໍາ ແລະ ອາສາໄປສົ່ງລາວຢູ່ເຮືອນ.2) ຄູຕັ້ງຄໍາຖາມ:- ທ້າວກິ ລາວເປັນຄົນແນວໃດ? - ລາວມີຄວາມເມດຕາຊ່ວຍເຫຼື່ອໝູ່ເພື່ອນແບບໃດ? - ທ້າວກິ ໄດ້ເຮັດຫຍັງເພື່ອສະແດງຄວາມເມດຕາ?- ຄວນເອົາເປັນແບບຢ່າງຄືທ້າວກິ ບໍ່?- ໝູ່ທຸກຄົນຢາກຫຼິ້ນກັບທ້າວກິ ບໍ່?- ຜ່ານມານັກຮຽນເຄີຍໄດ້ຊ່ວຍເຫຼືອໝູ່ເພື່ອນແນວໃດແດ່?3) ນັກຮຽນຕອບ..........4) ຄູສະຫຼຸບຄືນ: ການຊ່ວຍເຫຼືອໝູ່ເພື່ອນ ແມ່ນສະແດງເຖິງຄວາມສາມັກຄີຮັກແພງ ແລະ ມີຄວາມເມດຕາຕໍ່ກັນ.3. ສົນທະນາຕາມຮູບພາບ1) ຄູໃຫ້ນັກຮຽນຈັບຄູ່ກັນ ສັງເກດຮູບພາບ 1-6 ໃນປຶ້ມແບບຮຽນ - ຮູບພາບທີ 1: ອ່ານນິທານໃຫ້ໝູ່ທີ່ພິການທາງສາຍຕາຟັງ.- ຮູບພາບທີ 2: ຊວນໝູ່ຂຶ້ນລົດຖີບເມືອນໍາ.- ຮູບພາບທີ 3: ບໍ່ຊ່ວຍເຫຼືອໝູ່ແປງລົດຖີບ.- ຮູບພາບທີ 4: ໄປຢາມໝູ່ບໍ່ສະບາຍຢູ່ໂຮງໝໍ.- ຮູບພາບທີ 5: ຊ່ວຍກັນໂຈມໝູ່ລົ້ມລຸກຂຶ້ນ.- ຮູບພາບທີ 6: ບໍ່ໃຫ້ໝູ່ຢືມສໍ.- ຮູບພາບທີ 7 ເອົາສໍຂຽນໃຫ້ໝູ່ຢືມ.- ຮູບພາບທີ 8: ໃຫ້ກໍາລັງໃຈໝູ່ເວລາໝູ່ພົບບັນຫາ.- ຮູບພາບທີ 9:ໃຫ້ໝູ່ເບິ່ງປຶ້ມແບບຮຽນນໍາ.2) ຄູຖາມນັກຮຽນ ຜ່ານມານັກຮຽນເຄີຍປະຕິບັດຄວາມເມດຕາຕໍ່ໝູ່ຄືຮູບໃດ? ຍ້ອນຫຍັງ?- ພຶດຕິກໍາໃດໃນຮູບພາບທີ່ສະແດງເຖິງຄວາມເມດຕາຕໍ່ໝູ່ເພື່ອນ.- ຮູບພາບ 1-6 ແມ່ນພຶດຕິກໍາໃດທີ່ສະແດງເຖິງບໍ່ມີຄວາມເມດຕາ.3) ຄູສະຫຼຸບຕື່ມ:- ຮູບພາບທີ 1, 2, 4, 5, 6, 7, 8 ແມ່ນພຶດຕິກໍາທີ່ດີຄວນເອົາເປັນແບບຢ່າງ.- ຮູບພາບທີ 3 ແລະ ຮູບພາບທີ 6 ແມ່ນພຶດຕິກໍາທີ່ບໍ່ດີບໍ່ຄວນເອົາເປັນແບບຢ່າງ.໙໖ສ ວ ສສະຫງວນລິຂະສິດ

97ນັກຮຽນທຸກຄົນຕ້ອງຮູ້ຮັກແພງຊ່ວຍເຫຼືອໝູ່ເພື່ອນ, ມີຄວາມເມດຕາ, ສົງສານກັນ ບໍ່ຈໍາແນກເພດຍິງ-ຊາຍ ຫຼື ຄົນ ທີ່ເປັນພິການ ທຸກຄົນລວ້ນແລ້ວແຕ່ເທົ່າທຽມກັນໝົດ ຖ້ານັກຮຽນມີຄວາມເມດຕາໃຜກໍຢາກຫຼິ້ນນໍາ, ເວົ້ານໍານັກຮຽນ ທຸກຄົນຄວນເອົາເປັນແບບຢ່າງ ແລະ ນໍາໄປປະຕິບັດຄືຕົວຢ່າງໃນຮູບພາບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ເລົ່າປະສົບການ1) ຄູຕັດເຈ້ຍເປັນຮູບດາວໃຫ້ນັກຮຽນຄົນລະ 3 ດວງ.2) ຄູໃຫ້ນັກຮຽນແຕ້ມ ຫຼື ຂຽນກ່ຽວກັບສິ່ງທີ່ໝູ່ເພື່ອນໄດ້ເຮັດໃຫ້ຕົນເອງໃສ່ໃນເຈ້ຍທີ່ເປັນຮູບກາດາວ. 3) ຄູໃຫ້ນັກຮຽນຢືນເປັນຮູບວົງມົນ ແລະ ອ່ານຂໍ້ຄວາມທີ່ຕົນເອງຂຽນຂໍ້ຄວາມຢູ່ໃນຮູບດາວໃຫ້ໝູ່ຟັງ.ຄໍາແນະນໍາ: ຖ້າມີເວລາຄູໃຫ້ນັກຮຽນແຕ້ມ ແລະ ປະດັບປະດາລະບາຍສີໃສ່ນໍາ ຄູເລືອກເອົາການກະທໍາທີ່ດີຕິດໃສ່ເຈ້ຍ ຫຼັງຈາກ ນັ້ນຕິດໃສ່ຝາຫ້ອງຮຽນ.ຕົວຢ່າງ:ກິດຈະກໍາເສີມ: ຄູໃຫ້ນັກຮຽນເລືອກເອົາການກະທໍາທີ່ດີສະແດງການເປັນໝູ່ທີ່ດີຕໍ່ກັນ.ພຶດຕິກໍາທີ່ດີ ທີ່ມີເມດຕາຕໍ່ໝູ່ເພື່ອນຖືກຜິດ• ເປັນຄົນສັດຊື່່• ຢູ່ໃນເຮືອນຫຼັງດຽວກັນ• ເປັນຜູ້ຟັງທີ່ດີ• ເຮັດໃນສິ່ງທີ່ຂ້ອຍບອກ• ມີເຄື່ອງຫຼິ້ນຫຼາຍໆ• ໃສ່ເສື້ອຜ້າງາມ• ໃຈດີ• ລົມໄດ້ແຕ່ກັບຂ້ອຍຄົນດຽວ• ເຂົົ້າກັບໝູ່ຄົນອື່ນໄດ້• ໃຫ້ອະໄພເວລາໝູ່ເຮັດຜິດ• ສົນໃຈເລື່ອງຂອງຄົນອື່ນ• ມີເງິນຫຼາຍໆ• ຈິງໃຈຕໍ່ໝູ່ເພື່ອນ• ພາໝູ່ເຮັດໃນສິ່ງທີ່ຖືກຕ້ອງ໙໗

98ສໍາລັບນັກຮຽນຊົນເຜົ່າ:ຄູຝຶກແອບເລື້ອຍໆໃນການເວົ້າຄໍາສັບຄວາມເມດຕາ ເພື່ອໃຫ້ນັກຮຽນຄຸ້ນເຄີຍ ແລະ ສາມາດເວົ້າໄດ້.ສໍາລັບຄວາມຮູ້ທ້ອງຖິ່ນ: ຄູນໍາເອົາບົດເລື່ອງ ຄວາມເມດຕາໃນທ້ອງຖິ່ນຂອງຕົນເອງມາເລົ່າໃຫ້ນັກຮຽນຟັງຖ້າມີ.ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບຈຸດສໍາຄັນຂອງການກະທໍາທີ່ມີຄວາມເມດຕາ.2) ຄູຖາມນັກຮຽນວ່າ: ຈະເປັນແນວໃດຖ້ານັກຮຽນບໍ່ມີໝູ່ເພື່ອນ?3) ຄູສະຫຸຼບເນື້ອໃນຕາມປຶ້ມແບບຮຽນ.໙໘ສ ວ ສສະຫງວນລິຂະສິດ

99ບົດທີ 26: ການເຄົາລົບສະຖານທີ່ສໍາຄັນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ອະທິບາຍພຶດຕິກໍາທີ່ສະແດງເຖິງການເຄົາລົບຕໍ່ສະຖານທີ່ສໍາຄັນໄດ້.2. ສະແດງຄວາມຄິດເຫັນໃນເຫດການເພື່ອແກ້ໄຂບັນຫາ.II. ການວັດ ແລະ ປະເມີນຜົນນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນອະທິບາຍພຶດຕິກໍາທີ່ສະແດງເຖິງການເຄົາລົບຕໍ່ສະຖານທີ່ສໍາຄັນໄດ້3ນັກຮຽນອະທິບາຍພຶດຕິກໍາທີ່ສະແດງເຖິງການເຄົາລົບຕໍ່ສະຖານທີ່ສໍາຄັນ 3 ຢ່າງ.2ນັກຮຽນອະທິບາຍພຶດຕິກໍາທີ່ສະແດງເຖິງການເຄົາລົບຕໍ່ສະຖານທີ່ສໍາຄັນ 2 ຢ່າງ.1ນັກຮຽນອະທິບາຍພຶດຕິກໍາທີ່ສະແດງເຖິງການເຄົາລົບຕໍ່ສະຖານທີ່ສໍາຄັນ 1 ຢ່າງ.0ນັກຮຽນເວົ້າບໍ່ຫຍັງ.III. ເນື້ອໃນຕົ້ນຕໍ1. ສະຖານທີ່ສໍາຄັນແມ່ນບ່ອນທີ່ໝົດທຸກຄົນຕ້ອງໄດ້ເຄົາລົບນັບຖື ແລະ ບູຊາ.2. ສະຖານທີ່ສໍາຄັນມີຫຼາຍບ່ອນ ເຊັ່ນ: ອານຸສາວະລີຂອງບັນດາທ່ານຜູ້ນໍາ, ທາດຫຼວງວຽງຈັນ, ຫໍພະແກ້ວ, ຫໍວັດທະນະທໍາ ແລະ ວັດວາອາລາມຕ່າງໆ.3. ການເຄົາລົບຕໍ່ສະຖານທີ່ສໍາຄັນສະແດງອອກດັ່ງນີ້: ຍໍມືນົບຂຶ້ນກາບໄຫວ້, ປົດເກີບກ່ອນເຂົ້າໄປຂ້າງໃນ, ບໍ່ເວົ້າສຽງດັງ, ຕັ້ງໃຈຟັງການແນະນໍາ, ບໍ່ແລ່ນໄລ່ຢອກກັນ, ບໍ່ຖິ້ມຂີ້ເຫຍື້ອ, ບໍ່ຖົ່ມນ້ໍາລາຍທົ່ວຖີບ ແລະ ອື່ນໆ.IV. ສື່ການຮຽນການສອນ1. ປຶ້ມຄູ່ມື ແລະ ແບບຮຽນວິຊາຄຸນສົມບັດສຶກສາ ຂັ້ນ ປ 2.2. ຮູບພາບທີ່ກ່ຽວຂ້ອງກັບບົດຮຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ຄູທວນຄືນບົດຮຽນເກົ່າທີ່ຜ່ານມາ.2. ນັກຮຽນຕອບ 2-3 ຄົນ.3. ຄູອະທິບາຍຕື່ມພ້ອມແນະນໍາການປະຕິບັດຕາມບົດຮຽນເກົ່າ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ສົນທະນາໝົດຫ້ອງກ່ຽວກັບສະຖານທີ່ສໍາຄັນພາຍໃນບ້ານ1) ຄູແນະນໍາສະຖານທີ່ສໍາຄັນແມ່ນບ່ອນທຸກຄົນພ້ອມກັນຮັກສາ ແລະ ເຄົາລົບບູຊາ.2) ຄູຕັ້ງຄໍາຖາມ:໙໙

100- ໃນບ້ານຂອງພວກຫຼານມີສະຖານທີ່ໃດແດ່ສໍາຄັນທີ່ປະຊາຊົນເຄົາລົບບູຊາ?- ການເຄົາລົບບູຊາສະຖານທີ່ສໍາຄັນຂອງປະຊາຊົນເພິ່ນເຮັດແນວໃດ?- ຖ້າມີໝູ່ເພື່ອນກິນອາຫານໃນສະຖານທີ່ສໍາຄັນແລ້ວຖິ້ມຊະຊາຍລົງພື້ນ, ຫຼານຈະເວົ້າແນວໃດ ເພື່ອໃຫ້ໝູ່ຜູ້ ນັ້ນເກັບຂີ້ເຫຍື້ອຄືນໄປຖິ້ມລົງຖັງຂີ້ເຫຍື້ອ?- ຖ້າມີໝູ່ໄລ່ຢອກກັນ ແລະ ໃຊ້ສຽງດັງໃນສະຖານທີ່ສໍາຄັນຈົນຜູ້ໃຫຍ່ຫຼຽວມາເບິ່ງ, ຫຼານຈະມີວິທີເວົ້າແນວໃດ ກັບໝູ່ເພື່ອນເຫຼົ່ານັ້ນໃຫ້ຢຸດເຊົາ?3) ນັກຮຽນຕອບ...4) ຄູສະຫຼຸບຄືນພ້ອມທັງແນະນໍາເພີ່ມຕື່ມ: ຢູ່ໃນບ້ານມີສະຖານທີ່ສໍາຄັນຫຼາຍແຫ່ງ ເຊິ່ງທຸກ ຄົນລ້ວນແຕ່ເຄົາລົບບູຊາ ເຊັ່ນ: ສະຖານທີ່....; ການເຄົາລົບບູຊາສະຖານທີ່ຕ່າງໆຂອງພໍ່, ແມ່ ປະຊາຊົນ ແມ່ນລະນຶກເຖິງຄຸນງາມຄວາມດີ, ກາບໄຫວ້, ຈັດກິດຈະກໍາ ແລະ ຮັກສາຄວາມ ສະອາດ...; ຖ້າເຫັນໝູ່ເພື່ອນຖິ້ມເສດອາຫານລົງພື້ນຕ້ອງບອກໝູ່ເກັບຄືນໄປຖິ້ມໃສ່ຖັງຂີ້ເຫຍື້ອພ້ອມທັງແນະນໍາ ບໍ່ຄວນຖິ້ມເສດອາຫານຊະຊາຍ...; ຖ້າມີໝູ່ໄລ່ຢອກກັນໃນສະຖານທີ່ສໍາຄັນ ກໍຄວນບອກ ໝູ່ບໍ່ໃຊ້ສຽງດັງ.2. ສັງເກດຮູບພາບໃນປຶ້ມແບບຮຽນເປັນຄູ່ກັບໝູ່ນັ່ງຂ້າງ1) ຄູແນະນໍາໃຫ້ແຕ່ລະຄູ່ສັງເກດຮູບພາບ 1-4 (ໃນປຶ້ມແບບຮຽນ). - ຮູບພາບທີ 1: ຍືນໄວ້ອາໄລຕໍ່ໜ້າອານຸສາວະລີ ປະທານ ໄກສອນ ພົມວິຫານ.- ຮູບພາບທີ 2: ຖິ້ມຂີ້ເຫຍື້ອໃສ່ເຂດສາທາລະນະ.- ຮູບພາບທີ 3: ຮ້ອງສຽງດັງໃນເຂດໂຮງໝໍ.- ຮູບພາບທີ 4: ນັ່ງຢູ່ເດີ່ນຫຍ້າໃນເຂດສາທາລະນະທີ່ຫວງຫ້າມ.2) ຄູອ່ານຄໍາຖາມໃຫ້ຄົ້ນຄວ້າ - ນັກຮຽນໃນຮູບພາບທີ 1 ພວກເຂົາກໍາລັງເຮັດ ຫຍັງ? - ເປັນຫຍັງສະຖານທີ່ເຫຼົ່ານີ້ຈຶ່ງສໍາຄັນ?- ໃຫ້ນັກຮຽນຊີ້ໃສ່ຮູບພາບທີ່ເປັນພຶດຕິກໍາທີ່ດີທີ່ສະແດງເຖິງການເຄົາລົບສະຖານທີ່?- ສະຖານທີ່ດັ່ງກ່າວມີຄວາມສໍາຄັນ ຫຼື ບໍ່?- ການປະພຶດຂອງນັກຮຽນໃນຮູບຖືກຕ້ອງແລ້ວບໍ່?- ຖິ້ມຂີ້ເຫຍື້ອຊະຊາຍຄືຮູບພາບທີ 2 ແມ່ນການເຄົາລົບສະຖານທີ່່ ຫຼື ບໍ່?- ເດັກໃນຮູບພາບທີ 3 ໄລ່ຢອກກັນໃຊ້ສຽງດັງໃນເຂດໂຮງໝໍແມ່ນພຶດຕິກໍາທີ່ຖືກ ຫຼື ຜິດ?- ພຶດຕິກໍາຂອງເດັກໃນຮູບພາບທີ 4 ແມ່ນການເຄົາລົບສະຖານທີ່ ຫຼື ບໍ່? 3) ນັກຮຽນຕອບຄໍາຖາມ- ຄູສະຫຼຸບຄືນດັ່ງນີ້: - ຮູບພາບທີ 1 ນັກຮຽນໄປທັດສະນະສຶກສາພ້ອມທັງຢືນໄວ້ອາໄລຢູ່ອານຸສອນສະຖານຂອງປະທານ ໄກສອນ ພົມວິຫານ, ສະຖານທີ່ດັ່ງກ່າວມີຄວາມສໍາຄັນຕໍ່ທຸກຄົນ, ການຖິ້ມຂີ້ເຫຍື້ອຊະຊາຍຂອງເດັກໃນຮູບພາບທີ 2 ແມ່ນການບໍ່ເຄົາລົບຕໍ່ສະຖານທີ່, ທັງເປັນການສ້າງຄວາມບໍ່ສະອາດໃຫ້ແກ່ສະຖານທີ່ທ່ອງທ່ຽວ, ການໃຊ້ສຽງການວັດ ແລະ ປະເມີນຜົນ- ສັງເກດການຕອບຄໍາຖາມ.- ຄູຄວນຖາມຄໍາຖາມອື່ນ ເພື່ອກະຕຸ້ນໃຫ້ ນັກຮຽນຄິດ ແລະ ຕອບຄໍາຖາມໂດ້ຖືກ ຕ້ອງ.ການວັດ ແລະ ປະເມີນຜົນຄູຄວນຖາມເຈາະຈິ້ມຕື່ມ ເພື່ອໃຫ້ນັກຮຽນສັງເກດຮູບພາບຖືກຕາມພຶດຕິກໍາ, ພ້ອມທັງກະ ຕຸ້ນໃຫ້ນັກຮຽນມີຄວາມມ່ວນຊຶ່ນຕໍ່ການຮຽນ.໑໐໐ສ ວ ສສະຫງວນລິຂະສິດ

101ດັງ ແລະ ໄລ່ຢອກກັນຢູ່ເຂດໂຮງໝໍແມ່ນພຶດຕິກໍາທີ່ບໍ່ຖືກຕ້ອງ, ຢຽບຫຍ້າ ຫຼື ນັ່ງຕາມເດີ່ນຫຍ້າແມ່ນການບໍ່ ເຄົາລົບຕໍ່ສະຖານທີ່, ທັງເປັນການບໍ່ເຄົາລົບກົດລະບຽບ, ເດີ່ນຫຍ້າໃນເຂດສາທາລະນະແມ່ນເຂດຫ້າມຢຽບ ຫຼື ຫ້າມເຂົ້າໄປນັ່ງຫຼິ້ນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)3. ສ້າງກົດລະບຽບໃສ່ແຕ່ລະສະຖານທີ່1) ຄູກຽມຮູບພາບທີ່ສະແດງເຖິງສະຖານທີ່ທີ່ສໍາຄັນ ເຊັ່ນ: ຖະໜົນ, ສວນສາທາລະນະ ແລະ ໂຮງໝໍ ຫຼື ນໍາໃຊ້ຮູບພາບຈາກຂັ້ນຈັດກິດຈະກໍາການ ຮຽນການສອນ. ຄູຍົກຮູບພາບໃຫ້ນັກຮຽນເບິ່ງ ຫຼື ຕິດໃສ່ກະດານ. 2) ຄູອະທິບາຍໃຫ້ນັກຮຽນແຕ່ລະຄົນສ້າງກົດລະບຽບ ໃສ່ແຕ່ລະສະຖານທີ່ທີ່ເປັນຮູບພາບ 3 ຂໍ້.3) ຄູຖາມນັກຮຽນວ່າ: ຮູບພາບນີ້ແມ່ນຫຍັງ?4) ໃຫ້ນັກຮຽນສ້າງ 3 ກົດລະບຽບສໍາລັບຮູບພາບນີ້.5) ຕົວຢ່າງ: ກົດລະບຽບໃນການນໍາໃຊ້ທາງຫຼວງ.- ຫ້າມຖິ້ມຂີ້ເຫຍື້ອລົງກາງທາງ.- ຫ້າມຂຸດດິນໃນທາງ ຫຼື ແຄມທາງ.- ຫ້າມຕາກເຄື່ອງໃສ່ໃນທາງຄົນຍ່າງ.- ຮູບພາບທີ 2 ແມ່ນຫຍັງ? ໃຫ້ນັກຮຽນສ້າງກົດລະບຽບ 3 ຂໍ້.- ຮູບພາບທີ 3 ແມ່ນຫຍັງ? ໃຫ້ນັກຮຽນສ້າງກົດລະບຽບ 3 ຂໍ້.ຂັ້ນສະຫຼຸບ (5 ນາທີ) 1) ຄູສະຫຼຸບຄືນຂັ້ນຮຽນໃນແຕ່ລະກິດຈະກໍາ ພ້ອມທັງແນະນໍາໃຫ້ນັກຮຽນແຕ່ລະຄົນຄວນເຄົາລົບສະຖານທີ່ພາຍໃນເຮືອນ ແລະ ສະຖານທີ່ຕ່າງໆພາຍໃນບ້ານຂອງຕົນເອງ ຫຼື ສະຖານທີ່ໃນບ້ານອື່ນໆ ຊຶ່ງທຸກບ່ອນລ້ວນແຕ່ ມີຄວາມສໍາຄັນຄວນເຄົາລົບນັບຖື.2) ຄູສະຫຼຸບເນື້ອໃນຕາມປຶ້ມແບບຮຽນ.ການວັດ ແລະ ປະເມີນຜົນ- ສັງເກດການເຮັດກິດຈະກໍາ, ຄູຄວນກະຕຸ້ນ ໃຫ້ນັກຮຽນແຕ່ລະຄົນຄິດຄໍາຕອບໄດ້ຢ່າງຖືກຕ້ອງ.- ຄູອາດຈະຖາມຄໍາຖາມອື່ນອີກ ຖ້ານັກຮຽນ ບໍ່ເຂົ້າໃຈ.໑໐໑

102ບົດທີ 27: ຄວາມຮັບຜິດຊອບຕໍ່່ວັດຖຸສິ່ງຂອງສ່ວນລວມເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ໄຈ້ແຍກວິທີຕ່າງໆທີ່ນັກຮຽນສາມາດຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ເປັນລະບຽບຮຽບ ຮ້ອຍຢູ່ໃນໂຮງຮຽນ. 2. ອະທິບາຍເຖິງຜົນກະທົບຂອງການບໍ່ຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ບໍ່ເປັນລະບຽບຮຽບ ຮ້ອຍຢູ່ໃນໂຮງຮຽນ.II. ການວັດ ແລະ ປະເມີນຜົນ1. ສັງເກດການສົນທະນາ ແລະ ຕອບຄໍາຖາມຢ່າງຖືກຕ້ອງ ກ່ຽວກັບການຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ມີ ຄວາມສະອາດ ແລະ ການບໍ່ຮັກສາຄວາມສະອາດຢູ່ໃນໂຮງຮຽນ.2. ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນອະທິບາຍເຖິງຜົນກະທົບຂອງການບໍ່ຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ບໍ່ເປັນລະບຽບ ຮຽບຮ້ອຍຢູ່ໃນໂຮງຮຽນ3ນກຮຽນສາມາດອະທບາຍໄດ 3 ຜນກະທບຂອງການບໍ່ຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ັິ້ົົບໍ່ເປັນລະບຽບຮຽບຮ້ອຍຢູ່ໃນໂຮງຮຽນ.2ນກຮຽນສາມາດອະທບາຍໄດ 2 ຜນກະທບຂອງການບໍ່ຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ັິ້ົົບໍ່ເປັນລະບຽບຮຽບຮ້ອຍຢູ່ໃນໂຮງຮຽນ.1ນັກຮຽນສາມາດອະທບາຍໄດ 1 ຜນກະທບຂອງການບໍ່ຮັກສາວັດຖຸສິ່ງຂອງສ່ວນລວມໃຫ້ສະອາດ ແລະ ິ້ົົບໍ່ເປັນລະບຽບຮຽບຮ້ອຍຢູ່ໃນໂຮງຮຽນ.0ນັກຮຽນບໍ່ເຮັດຫຍັງ.III. ເນື້ອໃນຕົ້ນຕໍ1. ສິ່ງຂອງທີ່ເປັນຂອງສ່ວນລວມປະກອບມີ: ເດີ່ນໂຮງຮຽນ, ຫ້ອງນໍ້າ, ສວນດອກໄມ້, ໂຕະ, ຕັ່ງ, ກະດານດໍາ, ຫ້ອງຮຽນ ແລະ ເຄື່ອງໃຊ້ຕ່າງໆໃນໂຮງຮຽນແມ່ນສິ່ງທີ່ສໍາຄັນ ແລະ ມີຄຸນຄ່າ. ສະນັ້ນ, ພວກເຮົາຕ້ອງປົກປັກຮັກສາໃຫ້ມີຄວາມສະອາດ ແລະ ມ້ຽນໃຫ້ເປັນລະບຽບຮຽບຮ້ອຍ.2. ສະຖານທີ່ສ່ວນລວມໃນໂຮງຮຽນເປັນບ່ອນທີ່ໃຫ້ຄວາມຮູ້ ແລະ ຄວາມສະດວກສະບາຍໃນເວລາມາໂຮງ ຮຽນ. ສະນັ້ນ, ເມື່ອໃຊ້ແລ້ວຕ້ອງຮັກສາຄວາມສະອາດ ແລະ ເກັບມ້ຽນໃຫ້ເປັນລະບຽບຮຽບຮ້ອຍ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ບັດຄໍາສັບກ່ຽວກັບພຶດຕິກໍາ. V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາຖາມ-ຕອບ1) ຄູເປັນຄົນເວົ້າວັດຖຸສິ່ງຂອງໃນຫ້ອງຮຽນ ໂດຍໃຫ້ນັກຮຽນເປັນຄົນຊີ້ໃສ່ວັດຖຸສິ່ງຂອງນັ້ນ, ຫຼັງຈາກນັ້ນແມ່ນໃຫ້ ນັກຮຽນແຍກວ່າສິ່ງຂອງ ຫຼື ວັດຖຸໃດເປັນຂອງສ່ວນຕົວ ແລະ ສິ່ງຂອງໃດເປັນຂອງສ່ວນລວມ.໑໐໒ສ ວ ສສະຫງວນລິຂະສິດ

103ການວັດ ແລະ ປະເມີນຜົນສັງເກດນັກຮຽນຈາກການຕອບຄໍາຖາມກຽວກັບສິ່ງຂອງທີ່ເປັນສ່ວນລວມ ແລະ ່ສ່ວນຕົວ ແລະ ຄູອະທິບາຍຄືນຖ້າຈໍາເປັນ.2) ຄູໃຫ້ນັກຮຽນຍົກໂປ້ມືຂຶ້ນ ຖ້າສິ່ງຂອງ ຫຼື ສະຖານທີ່ນັ້ນເປັນຂອງສ່ວນລວມ ແລະ ຍົກໂປ້ຂວ້ໍາລົງຖ້າວັດຖຸ ສິ່ງຂອງ ຫຼື ສະຖານທີ່ນັ້ນບໍ່ແມ່ນຂອງສ່ວນລວມ (ຖືກ ຫຼື ຜິດ).ຕົວຢ່າງ: - ເດີ່ນໂຮງຮຽນເປັນຂອງສ່ວນລວມ.- ເດ່ນໂຮງຮຽນຂອງພວກເຮົາມີຄວາມສະອາດຈົບງາມ.ີ- ເດີ່ນໂຮງຮຽນຂອງພວກເຮົາເຕັມໄປດ້ວຍເຈ້ຍເສດ, ຕຸກນາດື່ມ ແລະ ຂີ້ເຫຍື້ອ.ໍ ້- ໂຕະຮຽນໜັງສືຂອງພວກເຮົາມີຮອຍຂູດ.- ຫ້ອງຮຽນຂອງພວກເຮົາບໍ່ສະອາດ ແລະ ມີຂີ້ເຫຍື້ອເຕັມໄປໝົດ.- ຫ້ອງຮຽນຂອງພວກເຮົາສວຍງາມ ແລະ ອື່ນໆ.3) ຄູຖາມຕື່ມວ່າ: - ນັກຮຽນຈະເຮັດແນວໃດ ຫຼັງຈາກຫຼິ້ນຢູ່ເດີ່ນໂຮງຮຽນແລ້ວ?- ໂຕະແມ່ນສິ່ງຂອງສ່ວນລວມບໍ່?- ໂຕະມີຄວາມສະອາດແລ້ວບໍ່?- ມີໂຕະໜ່ວຍໃດເປ່ເພບໍ່?- ມີໂຕະໜ່ວຍໃດ ມີຮອຍຂີດບໍ່?4) ຄູເວົ້າວ່າ: ມື້ນີ້ນັກຮຽນຈະໄດ້ບອກຊື່ສິ່ງຂອງທີ່ເປັນຂອງສ່ວນລວມ ແລະ ຮູ້ວິທີປົກປັກຮັກສາ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ອອກໄປນອກຫ້ອງຮຽນ1) ຄູນໍາພານັກຮຽນອອກໄປຍ່າງຂ້າງນອກຂອງໂຮງຮຽນ ແລະ ບອກໃຫ້ນັກຮຽນສັງເກດສິ່ງຂອງສ່ວນລວມ ເຊັ່ນ: ເດີ່ນໂຮງຮຽນ, ຫ້ອງຮຽນ, ຫ້ອງນໍ້າ, ຫ້ອງອາຫານ, ສະໂມສອນ, ຫ້ອງປະຊຸມ, ເດີ່ນກິລາ ແລະ ອື່ນໆ.2) ຄູໃຫ້ນັກຮຽນລາຍງານສິ່ງທີ່ເຂົາເຫັນຢູ່ໃນເດີ່ນ.3. ສັງເກດຮູບພາບ1) ຄູໃຫ້ນັກຮຽນເປີດປຶ້ມແບບຮຽນ ແລະ ສັງເກດເບິ່ງຮູບພາບທີ່ສື່ເຖິງສະຖານທີ່ສ່ວນລວມ.2) ສໍາລັບການສັງເກດຮູບພາບນີ້ຄູຍັງບໍ່ທັນໃຫ້ນັກຮຽນເຫັນຮູບພາບໃນປຶ້ມແບບຮຽນເທື່ອ ໂດຍຄູຈະເອົາເຈ້ຍໄປບັງຄໍາເວົ້າທີ່ຢູ່ກ້ອງຮູບພາບໄວ້ ແລ້ວຄູຂຽນຊື່ຮູບພາບໄວ້ເທິງກະດານ ແລ້ວຄູໃຫ້ນັກຮຽນຂີດຄໍາສັບໃສ່ກັບຮູບພາບຕາມທີ່ໄດ້ຂຽນໄວ້ຂ້າງລຸ່ມນີ້: - ຮູບພາບທີ 1 ຕັ່ງທີ່ເປ່ເພ.- ຮູບພາບທີ 2 ໂຕະທີ່ມີຮອຍຂູດ ແລະ ຂີດຂຽນ.- ຮູບພາບທີ 3 ສວນດອກໄມ້ທີ່ຮົກເຮື້ອ ແລະ ແຫ້ງຕາຍ.- ຮູບພາບທີ 4 ຮອຍເກີບເທິງຝາຫ້ອງຮຽນ.- ຮູບພາບທີ 5 ຫ້ອງນໍ້າທີ່ເປື້ອນເປິ.- ຮູບພາບທີ 6 ເດີ່ນໂຮງຮຽນທີ່ເປື້ອນເປິ.3) ຄູສະຫຼຸບຕາມຮູບພາບດັ່ງນີ້: - ຮູບພາບທີ 1: ເດີ່ນໂຮງຮຽນທີ່ເປື້ອນເປິ.- ຮູບພາບທີ 2: ຮອຍເກີບເທິງຝາຫ້ອງຮຽນ.໑໐໓

104- ຮູບພາບທີ 3: ສວນດອກໄມ້ທີ່ຮົກເຮື້ອ ແລະ ແຫ້ງຕາຍ.- ຮູບພາບທີ 4: ໂຕະທີ່ມີຮອຍຂູດ ແລະ ຂີດຂຽນ.- ຮູບພາບທີ 5: ຫ້ອງນໍ້າທີ່ເປື້ອນເປິ.- ຮູບພາບທີ 6: ຕັ່ງທີ່ເປ່ເພ.4) ຕັ້ງຄໍາຖາມທວນຄືນ:- ເວລານັກຮຽນນໍາໃຊ້ສິ່ງຂອງສ່ວນລວມ ແລະ ສ່ວນຕົວແລ້ວ ນັກຮຽນຄວນເຮັດແນວໃດ?- ເປັນຫຍັງພວກເຮົາຈຶ່ງຄວນປົກປັກຮັກສາສິ່ງຂອງສ່ວນລວມ ແລະ ສ່ວນຕົວ?- ຖ້າພວກເຮົາບໍ່ປົກປັກຮັກສາສິ່ງຂອງສ່ວນລວມ ແລະ ສ່ວນຕົວ ຈະເປັນແນວໃດ?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ຈັບຄູ່ຂໍ້ຄວາມ1) ຄູນໍາເອົາບັດຂໍ້ຄວາມຂອງພຶດຕິກໍາຕ່າງໆມາຕິດໄວ້ເທິງກະດານ ຫຼື ໜ້າໂຕະຫ້ອງຮຽນ.2) ຄູຢາຍບັດຂໍ້ຄວາມຂອງບັນຫາທີ່ເກີດຂຶ້ນຈາກພຶດຕິກໍາໃຫ້ແຕ່ລະຄົນຊອກຫາຜົນຂອງການກະທໍາທີ່ຕົນເອງ ໄດ້ຮັບ.3) ຕົວຢ່າງ: ບໍ່ຮັກສາປຶ້ມແບບຮຽນ ຜົນແມ່ນ ປຶ້ມແບບຮຽນເປື້ອນເປິ ແລະ ຈີກຂາດ.ພຶດຕິກໍາ ຜົນໄດ້ຮັບ- ໂຍນຖົງຢາງຖິ້ມ - ເປື້ອນເປິ- ຖິ້ມຂີ້ເຫຍື້ອໃສ່ຖັງຂີ້ເຫຍື້ອ - ສະອາດ ເປັນລະບຽບ- ໃຊ້ຕຸກນໍ້າດື່ມມາເຮັດກັບໃສ່ບິກ - ແນວຄິດທີ່ດີ- ໃຊ້ໂອໃນຫ້ອງນໍ້າ - ປະຢັດນໍ້າ- ເອົາເກີບເປື້ອນຂີ້ຕົມໄວ້ນອກ - ຮັກສາຄວາມສະອາດ - ຈັດໂຕະໃນຫ້ອງຮຽນ - ຄວາມເປັນລະບຽບ- ເກັບຖົງຢາງບໍລິເວນເດີ່ນໂຮງຮຽນ - ສະອາດງາມຕາ4) ຫຼັງຈາກໄດ້ຄູ່ແລ້ວໃຫ້ທັງສອງຄົນອະທິບາຍສິ່ງທີ່ຕົນເອງໄດ້ເຮັດ ແລະ ບອກວິທີແກ້ໄຂບັນຫານັ້ນ.ຂັ້ນສະຫຼຸບ (5 ນາທີ)1) ບອກໃຫ້ນັກຮຽນລາຍງານຄືນກ່ຽວກັບວິທີຕ່າງໆທີ່ນັກຮຽນສາມາດຮັກສາສິ່ງຂອງ ແລະ ສະຖານທີ່ສາທາລະນະຕ່າງໆຢູ່ໃນໂຮງຮຽນໃຫ້ສະອາດຈົບງາມ ເຊັ່ນ: ເດີ່ນໂຮງຮຽນ, ຫ້ອງນໍາ, ລະບຽງ ແລະ ສິ່ງຂອງອື່ນໆທີ່ເປັນ ້ຂອງໂຮງຮຽນ.2) ຄູສະຫຼຸບຈຸດທີ່ສໍາຄັນຂອງບົດນີ້ ເພື່ອໃຫ້ນັກຮຽນສາມາດນໍາເອົາໄປໃຊ້ໃນຊີວິດປະຈໍາວັນໄດ້ ໂດຍເບິ່ງຈາກ ເນື້ອໃນຢູ່ທ້າຍຂອງປຶ້ມແບບຮຽນ.ການວັດ ແລະ ປະເມີນຜົນສັງເກດນັກຮຽນຈາກການຈັບຄ່ຮູບພາບ ູແລະ ໃຫ້ນັກຮຽນອະທິບາຍຄືນຖ້າຈໍາເປັນ.ການວັດ ແລະ ປະເມີນຜົນສັງເກດນັກຮຽນຈາກການຈັບຄູ່ ຂໍ້ຄວາມ ແລະ ໃຫ້ນັກຮຽນອະທິ ບາຍຄືນຖ້າຈໍາເປັນ.໑໐໔ສ ວ ສສະຫງວນລິຂະສິດ

105ບົດທີ 28: ການຊ່ວຍເຫຼືອເພື່ອນບ້ານເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງພຶດຕິກໍາທີ່ດີ ແລະ ມີປະໂຫຍດເມື່ອໄປຢ້ຽມຢາມເພື່ອນບ້ານ.2. ຮູ້ຜົນດີຂອງການຊ່ວຍເຫຼືອເພື່ອນບ້ານ ແລະ ຜົນກະທົບຂອງການບໍ່ຊ່ວຍເຫຼືອເພື່ອນບ້ານ.II. ການວັດ ແລະ ປະເມີນຜົນ1. ສັງເກດການສົນທະນາ ແລະ ຕອບຄໍາຖາມຢ່າງຖືກຕ້ອງກ່ຽວກັບການຊ່ວຍເຫຼືອເພື່ອນບ້ານ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນ ຍົກຕົວຢ່າງພຶດຕິກໍາທີ່ດີ ແລະ ມີປະໂຫຍດເມື່ອໄປຢ້ຽມຢາມເພື່ອນບ້ານ3ນັກຮຽນຍົກຕົວຢ່າງພຶດຕິກໍາທີ່ດີ ແລະ ມີປະໂຫຍດເມື່ອໄປຢ້ຽມຢາມເພື່ອນບ້ານໄດ້ 3 ຢ່າງ.2ນັກຮຽນຍົກຕົວຢ່າງພຶດຕິກໍາທີ່ດີ ແລະ ມີປະໂຫຍດເມື່ອໄປຢ້ຽມຢາມເພື່ອນບ້ານໄດ້ 2 ຢ່າງ.1ນັກຮຽນຍົກຕົວຢ່າງພຶດຕິກໍາທີ່ດີ ແລະ ມີປະໂຫຍດເມື່ອໄປຢ້ຽມຢາມເພື່ອນບ້ານໄດ້ 1 ຢ່າງ.0ນັກຮຽນບໍ່ເຮັດຫຍັງ.III. ເນື້ອໃນຕົ້ນຕໍ1. ເພື່ອນບ້ານແມ່ນໝູ່ເພື່ອນທີ່ດໍາລົງຊີວິດຢູ່ຮ່ວມກັນແມ່ນໝູ່ເພື່ອນ, ອ້າຍ, ເອື້ອຍ ແລະ ນ້ອງ ທີ່ຢູ່ບ້ານດຽວກັນ ຫຼື ບ້ານໃກ້ຄຽງ ຫຼື ປະເທດໃກ້ຄຽງ ກໍສາມາດເປັນເພື່ອນບ້ານກັນໄດ້, ທຸກຄົນຮັກແພງສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ຫຼິ້ນມ່ວນຊື່ນຮ່ວມກັນຢ່າງມີຄວາມສຸກ, ບໍ່ລົບກວນຄົນອື່ນ ເຊັ່ນ: ຮັກສາຄວາມສະອາດ, ລະມັດລະວັງ, ຂໍອະນຸຍາດກ່ອນຈັບບາຍສິ່ງຂອງ, ເກັບມ້ຽນເມື່ອເວລາຫຼິ້ນແລ້ວ ແລະ ເກັບຂີ້ເຫຍື້ອໃສ່ຖັງ ຂີ້ເຫຍື້ອ.2. ການຊ່ວຍເຫືອເພ່ອນບ້ານມີຫຼາຍວິທີ ເຊ່ນ: ການແບ່ງປັນສ່ງຂອງ ຫື ອາຫານ, ການເວົ້າຈາທ່ສຸພາບອ່ອນໂຍນ ຼືັິຼີນໍາກັນ, ຊ່ວຍເຫືອກັນດ້ວຍຄວາມຈິງໃຈ ໂດຍບ່ຫວັງສ່ງຕອບແທນ. ນັກຮຽນຍັງສາມາດຊ່ວຍເຫືອເພ່ອນບ້ານ ຼໍິຼືດ້ວຍວິທີອື່ນໆອີກ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ເຈ້ຍບັດຄໍາສີຕ່າງໆໃຫ້ແຕ່ລະກຸ່ມ.3. ຮູບພາບທີ່ກ່ຽວຂ້ອງກັບບົດຮຽນ (ຖ້າມີ).4. ປຶ້ມຂຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາຖາມ-ຕອບ1) ຄູນໍາເອົາຮູບພາບໝູ່ບ້ານ/ບ້ານໃຫ້ນັກຮຽນສັງເກດເບິ່ງ.2) ຄູຊີ້ໃສ່ຮູບໂປສະເຕີ ແລະ ສົມມຸດເຮືອນຫຼັງໃດໜຶ່ງເປັນເຮືອນຂອງນັກຮຽນ ພ້ອມທັງອະທິບາຍວ່າເຮືອນທີ່ຢູ່ໃກ້ຄຽງແມ່ນເຮືອນຂອງເພື່ອນບ້ານນັກຮຽນ.໑໐໕

1063) ຄູບອກໃຫ້ນັກຮຽນຟັງປະໂຫຍກດັ່ງຕໍ່ໄປນີ້ ແລະ ບອກໃຫ້ນັກຮຽນລຸກຂຶ້ນຖ້າວ່າຖືກຕ້ອງ ແລະ ຖ້າບໍ່ຖືກກໍໃຫ້ ນັ່ງລົງ ຫຼື ບໍ່ລຸກຂຶ້ນ.4) ຄູໃຊ້ຕົວຢ່າງຄໍາຖາມ- ເຮືອນຂອງນັກຮຽນຢູ່ໃກ້ກັບເຮືອນຂອງເພື່ອນ ບ້ານບໍ່?- ນັກຮຽນຮູ້ຈັກກັບເດັກໄວດຽວກັນທີ່ຢູ່ເຮືອນໃກ້ບໍ່?- ນັກຮຽນໄປຫຼິ້ນກັບເດັກໄວດຽວກັນທີ່ຢູ່ເຮືອນໃກ້ບໍ່?- ນັກຮຽນເຄີຍແບ່ງປັນສິ່ງຂອງໃຫ້ເພື່ອນບ້ານບໍ່?- ຄອບຄົວຂອງນັກຮຽນແບ່ງປັນສິ່ງຂອງກັບເພື່ອນ ບ້ານບໍ່?- ເພື່ອນບ້ານໄດ້ແບ່ງປັນສິ່ງຂອງກັບຄອບຄົວຂອງນັກຮຽນບໍ່?- ຄອບຄົວຂອງນັກຮຽນໃຫ້ການຊ່ວຍເຫຼືອເພື່ອນບ້ານບໍ່?- ຄອບຄົວຂອງເພື່ອນບ້ານໃຫ້ການຊ່ວຍເຫຼືອນັກຮຽນບໍ່?- ເວລາຫຼິ້ນກັບເພື່ອນແລ້ວ ນັກຮຽນໄດ້ຮັກສາຄວາມສະອາດບໍ່?- ເວລາຈະກັບນັກຮຽນໄດ້ເກັບມ້ຽນສະຖານທີ່ ຫຼື ສິ່ງຂອງໃນເຮືອນຂອງເພື່ອນບ້ານບໍ່?5) ມື້ນີ້ພວກເຮົາຈະມາຮຽນກ່ຽວກັບວິທີການປະພຶດທີ່ດີເມື່ອນັກຮຽນໄປຢ້ຽມຢາມເຮືອນ ຫຼື ສວນຂອງເພື່ອນ ບ້ານຂອງນັກຮຽນ. ນອກຈາກນັ້ນ ພວກເຮົາຍັງຈະຄົ້ນຄິດກ່ຽວກັບພຶດຕິກໍາທີ່ດີ ເພື່ອຊ່ວຍໃຫ້ທຸກຄົນມີຄວາມ ສຸກ ແລະ ສາມາດຢູ່ນໍາກັນໄດ້ຢ່າງມີຄວາມສຸກ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສັງເກດຮູບພາບ1) ຄູໃຫ້ນັກຮຽນເປີດປຶ້ມແບບຮຽນ ແລະ ສັງເກດເບິ່ງຮູບພາບທີ່ສື່ເຖິງການຊ່ວຍເຫຼືອເພື່ອນບ້ານດຽວກັນ.2) ຄູຕັ້ງຄໍາຖາມ:- ຮູບໃດທີ່ສະແດງເຖິງການຊ່ວຍເຫຼືອເພື່ອນບ້ານ?- ຮູບໃດທີ່ສະແດງເຖິງການບໍ່ຊ່ວຍເຫຼືອເພື່ອນບ້ານ?- ນັກຮຽນເຄີຍເຫັນພໍ່, ແມ່ ຫຼື ຜູ້ອື່ນໃນບ້ານໃຫ້ການ ຊ່ວຍເຫຼືອເພື່ອນບ້ານແນວໃດແດ່?- ນັກຮຽນເຄີຍຊ່ວຍເຫຼືອເພື່ອນບ້ານແນວໃດ?- ເປັນຫຍັງ ພວກເຮົາຈຶ່ງຄວນຊ່ວຍເຫຼືອເພື່ອນບ້ານ?- ຖ້າພວກເຮົາບໍ່ຊ່ວຍເຫຼືອເພື່ອນບ້ານຈະເກີດຫຍັງຂຶ້ນ? 3) ຄູອາດຈະຕັ້ງຄໍາຖາມທີ່ມີໃນປຶ້ມແບບຮຽນກໍໄດ້ ຫຼື ຄູອາດຈະຕັ້ງຄໍາຖາມອື່ນທີ່ເຫັນວ່ານັກຮຽນສາມາດເຂົ້າໃຈ ໄດ້ດີກວ່າການຕັ້ງຄໍາຖາມທີ່ມີໃນປຶ້ມແບບຮຽນ ແລະ ຄູ່ມືຄູ.4) ຄູແນະນໍາໃຫ້ນັກຮຽນສັງເກດຮູບ 3 ເຫດການໃນປຶ້ມແບບຮຽນ ພ້ອມທັງໃຫ້ນັກຮຽນເລືອກຮູບພາບທີ່ຖືກຕ້ອງ.5) ຄູສະຫຼຸບ ແລະ ອະທິບາຍຮູບພາບໃຫ້ເປັນເອກະພາບກັນ.- ຮູບພາບທີ 1: ຊ່ວຍເຫຼືອເພື່ອນບ້ານຕາມຄວາມສາມາດ.- ຮູບພາບທີ 2: ບໍ່ຊ່ວຍລຸງຫີ້ວເຄື່ອງ.- ຮູບພາບທີ 3: ສົ່ງສຽງລົບກວນເພື່ອນບ້ານ.- ຮູບພາບທີ 4: ເບ່ິງແຍງແມ່ປ້າ.6) ຄູອະທິບາຍວ່າ: ຮູບພາບທີ 1, 3 ສະແດງເຖິງການຊ່ວຍເຫຼືອເພື່ອນບ້ານ, ນັກຮຽນຄວນປະຕິບັດຕາມ, ສ່ວນຮູບ ພາບທີ 2 ແລະ 4 ສະແດງອອກເຖິງຄວາມບ່ມີນ້າໃຈຊ່ວຍເຫືອເພ່ອນບ້ານ, ນັກຮຽນບ່ຄວນເອົາເປັນແບບຢ່າງ.ໍໍຼືໍການວັດ ແລະ ປະເມີນຜົນສັງເກດນັກຮຽນຈາກການຕອບຄໍາຖາມກ່ຽວ ກັບການຊ່ວຍເຫຼືອເພື່ອນບ້ານ ຄູໃຫ້ການຊ່ວຍ ເຫຼືອຖ້າຈໍາເປັນ.ການວັດ ແລະ ປະເມີນຜົນຄູຖາມຄໍາຖາມເພີ່ມຕື່ມ ເພື່ອໃຫ້ນັກຮຽນ ເຂົ້າໃຈຕໍ່ວິທີປະຕິບັດຖືກຕ້ອງ.໑໐໖ສ ວ ສສະຫງວນລິຂະສິດ

1077) ນອກຈາກນີ້ ການຊ່ວຍເຫຼືອເພື່ອນບ້ານຍັງສະແດງອອກ ເຊັ່ນ: ການເວົ້າຈານິ້ມນວນອ່ອນຫວານ, ການຊ່ວຍ ເຫຼືອກັນ, ຫຼິ້ນຮ່ວມກັນ ແລະ ແບ່ງປັນສິ່ງຂອງໃຫ້ກັນຕາມຄວາມສາມາດ ແລະ ເໝາະສົມ.3. ຫຼິ້ນເກມ 1) ຄູແບ່ງນັກຮຽນອອກເປັນ 2 ກຸ່ມຕາມຄວາມເໝາະສົມ (ປະມານ 4-6 ຄົນຕາມບັດຂໍ້ຄວາມ).2) ຄູກຽມບັດຂໍ້ຄວາມ ແລະ ຂຽນເນື້ອໃນໃສ່ໃນບັດທີ 1 ວ່າ: “ຄວນປະຕິບັດ”, ແລ້ວຂຽນເລກ 1 ໃສ່ທາງຫຼັງ ຫຼື ອີກຟາກໜຶ່ງຂອງບັດຂໍ້ຄວາມ ແລະ ຂຽນຄໍາວ່າ: “ ບໍ່ຄວນປະຕິບັດ” ໃສ່ບັດທີ 2, ແລ້ວຂຽນເລກ 2 ໃສ່ທາງຫຼັງ ຫຼື ອີກຟາກໜຶ່ງຂອງບັດຂໍ້ຄວາມ.3) ຄູແບ່ງກະດານອອກເປັນ 2 ຟາກ, ແລ້ວຄູເອົາບັດຂໍ້ຄວາມທີ່ກຽມໄວ້ 2 ບັດນັ້ນຕິດໃສ່ກະດານ ໂດຍຕິດເບື້ອງທີ່ມີຕົວເລກໄວ້ທາງຫຼັງ ແລະ ປິ່ນໜ້າຂໍ້ຄວາມອອກມາທາງໜ້າໃຫ້ນັກຮຽນເຫັນ.4) ກ່ອນຈະຕິດຂໍ້ຄວາມ ຄູອະທິບາຍວ່າ: ບັດຂໍ້ຄວາມທີ່ຄວນປະຕິບັດແມ່ນມີເຄື່ອງໝາຍແມ່ນເລກ 1 ແລະ ບັດຂໍ້ຄວາມທີ່ບໍ່ຄວນປະຕິບັດແມ່ນໝາຍເລກ 2, ຂໍໃຫ້ນັກຮຽນຈື່ໄວ້ໃຫ້ດີ ເພາະວ່າແຕ່ລະບັດ ຫຼື ແຕ່ລະຂໍ້ຄວາມ ຈະມີຕົວເລກ 1 ແລະ 2 ເປັນສັນຍະລັກຢູ່ອີກຂ້າງໜຶ່ງຂອງຂໍ້ຄວາມ.5) ຄູກະກຽມຂໍ້ຄວາມລຸ່ມນີ້: ຂໍ້ຄວາມທີ່ຄວນປະຕິບັດ (1) ຂໍ້ຄວາມທີ່ບໍ່ຄວນປະຕິບັດ (2)- ຫຼິ້ນຮ່ວມກັນ - ບໍ່ເວົ້ານໍາກັນ- ຊ່ວຍເຫຼືອກັນ - ຜິດຖຽງກັນ- ແບ່ງປັນສິ່ງຂອງ - ບໍ່ຊ່ວຍເຫຼືອກັນ- ເວົ້າຈາສຸພາບ - ບໍ່ແບ່ງປັນສິ່ງຂອງ- ຮັກແພງເພອນບານ ື ່້- ເຊື່ອງເອົາເຄື່ອງຫຼິ້ນ ເພື່ອນບ້ານ- ໄປຢາມເພື່ອນບ້ານ - ບໍ່ຫຼິ້ນກັບເພື່ອນບ້ານ6) ຄູວາງບັດຂໍ້ຄວາມເຫຼົ່ານີ້ໄວ້ກະດານ. ຈາກນັ້ນ, ຄູໃຫ້ຕາງໜ້າກຸ່ມອອກມາເລືອກເອົາບັດຂໍ້ຄວາມເທື່ອລະຄົນ ແລ້ວກໍເອົາບັດຂໍ້ຄວາມນັ້ນເຂົ້າໄປປຶກສາກັບໝູ່ໃນກຸ່ມ ແລ້ວຈຶ່ງເອົາໄປຕິດໃສ່ກະດານຕາມຂໍ້ຄວາມທີ່ຄູໄດ້ຕິດໄວ້ກະດານນັ້ນ.7) ເມື່ອຜູ້ທີ 1 ປະຕິບັດໄປແລ້ວກໍໃຫ້ຜູ້ທີ 2 ອອກໄປເລືອກ ແລະ ປະຕິບັດຄືກັນຈົນຄົບໝົດທຸກຄົນ, ສ່ວນນັກຮຽນທີ່ເຫຼືອກໍໃຫ້ເປັນຜູ້ສັງເກດ ແລະ ເປັນກອງເຊຍຊ່ວຍກັນວ່າໃຜຈະແລ້ວໄວກ່ອນ ແລະ ໄດ້ຄະແນນຫຼາຍກ່ອນ.8) ຄູບັນທຶກຄະແນນ ໂດຍເບິ່ງຈາກຈໍານວນບັດ (1 ຄະແນນ/ຂໍ້ຄວາມທີ່ຖືກຕ້ອງ).9) ຄູສະຫຼຸບຄວາມໝາຍຂອງເກມນີ້ວ່າ: ຢາກໃຫ້ນັກຮຽນກໍາໄດ້ສິ່ງທີ່ຄວນປະຕິບັດ ແລະ ບໍ່ຄວນປະຕິບັດຕໍ່ເພື່ອນ ບ້ານ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ສະແດງບົດບາດສົມມຸດ1) ຄູອາດຈະຕັ້ງຄໍາຖາມໃຫ້ນັກຮຽນຄິດກ່ຽວກັບສິ່ງທີ່ນັກຮຽນເຄີຍປະຕິບັດຜ່ານມາກັບເພື່ອນບ້ານໃນໄວດຽວກັນ.2) ຄູຖາມ: - ເມື່ອໄປຮອດເຮືອນຂອງເພື່ອນບ້ານນັກຮຽນຄວນເຮັດ ຫຍັງກ່ອນ? - ເວລາຫຼິ້ນກັບໝູ່ນັກຮຽນເຮັດຫຍັງແດ່?- ນັກຮຽນໄດ້ນໍາໃຊ້ຫຍັງແດ່? ການວັດ ແລະ ປະເມີນຜົນສັງເກດຈາກການມີສ່ວນຮ່ວມໃນ ການຫຼິ້ນເກມ ແລະ ຄູອະທິບາຍຄືນ ຖ້າຈໍາເປັນ.ການວັດ ແລະ ປະເມີນຜົນສັງເກດນັກຮຽນຈາກການສະແດງບົດບາດສົມມຸດ. ຄູໃຫ້ການຊ່ວຍເຫຼືອ ຖ້າຈໍາເປັນ.໑໐໗

108- ນັກຮຽນໄດ້ແບ່ງປັນສິ່ງຂອງຫຍັງແດ່ນໍາໝູ່?- ກ່ອນຈະກັບບ້ານເດນັກຮຽນຄວນເຮັດຫຍັງ?3) ຄູໃຫ້ນັກຮຽນສະແດງບົດບາດສົມມຸດ ກ່ຽວກັບຄໍາຕອບຂອງຄໍາຖາມຂ້າງເທິງນີ້. 4) ຄູໃຫ້ນັກຮຽນສະແດງບົດບາດສົມມຸດ ຊຶ່ງຕົວລະຄອນປະກອບມີຄື:5) ຄູແບ່ງນັກຮຽນອອກເທື່ອລະ 2 ກຸ່ມ, ກຸ່ມລະ 4 ຄົນຄື: - ກຸ່ມທີ 1 ຜູ້ໜຶ່ງ ເປັນແມ່, ຜູ້ໜຶ່ງເປັນພໍ່, ຜູ້ໜຶ່ງເປັນລູກ (ຊາຍ), ກຸ່ມນີ້ ສະແດງເປັນເຈົ້າຂອງເຮືອນ.- ກຸ່ມທີ 2 ຜູ້ໜຶ່ງເປັນແມ່, ຜູ້ໜຶ່ງເປັນພໍ່, ຜູ້ໜຶ່ງເປັນລູກ (ຍິງ), ກຸ່ມນີ້ສະແດງເປັນຜູ້ໄປຢ້ຽມຢາມເພື່ອນບ້ານ.6) ວິທີການຫຼິ້ນ: ກຸ່ມທີ່ໄປຢາມເພື່ອນບ້ານເວລາໄປຮອດເຮືອນຄວນເຮັດຄື: ຂໍອະນຸຍາດກ່ອນເຂົ້າເຮືອນ, ກິນເຂົ້າ ໜົມນໍາກັນຄວນເອົາຂີ້ເຫຍື້ອໄປຖິ້ມໃສ່ຖັງ ແລະ ເກັບມ້ຽນເຄື່ອງຫຼິ້ນເມື່ອຫຼິ້ນແລ້ວ ແລະ ຄອບລາກ່ອນຈະກັບ ບ້ານ. ຫຼັງຈາກນັ້ນກໍໃຫ້ປ່ຽນກັນກຸ່ມທີ່ໄປຢ້ຽມຢາມກໍໃຫ້ສະແດງເປັນເຈົ້າຂອງເຮືອນ.ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບ ໂດຍການຕັ້ງຄໍາຖາມ.- ນັກຮຽນຮູ້ສຶກແນວໃດ ເມື່ອສະແດງພຶດຕິກໍາທີ່ດີຕໍ່ເພື່ອນບ້ານ?- ຖ້າວ່ານັກຮຽນເປັນຜູ້ຢ້ຽມຢາມທີ່ດີ. ນັກຮຽນຄິດວ່າເພື່ອນບ້ານຈະເວົ້າຫຍັງແດ່?- ນັກຮຽນຮູ້ສຶກແນວໃດ ເມື່ອເຫັນຄົນອື່ນບໍ່ສະແດງພຶດຕິກໍາທີ່ດີຕໍ່ເພື່ອນບ້ານ?- ນັກຮຽນຄວນຊ່ວຍເຫຼືອເພື່ອນບ້ານຂອງຕົນເອງແນວໃດ?2) ຄູສະຫຼຸບຕາມເນື້ອໃນປຶ້ມແບບຮຽນ.໑໐໘ສ ວ ສສະຫງວນລິຂະສິດ

109ບົດທີ 29: ການຮັກສາສິ່ງແວດລ້ອມໃນຊຸມຊົນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຈ�ຳແນກຜົນກະທົບຂອງກຳນຮັກສຳສິ່ງແວດລ້ອມ ແລະ ບ�່ຮັກສຳສິ່ງແວດລ້ອມໃນຊຸມຊົນ.2. ບອກວິທີຮັກສຳສິ່ງແວດລ້ອມໃນຊຸມຊົນ.II. ການວັດ ແລະ ປະເມີນຜົນນ�ຳໃຊ້ເກນກຳນໃຫ້ຄະແນນລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນບອກວິທີຮັກສຳສິ່ງແວດລ້ອມໃນຊຸມຊົນ.3ນັກຮຽນບອກ 3 ວິທີຮັກສຳສິ່ງແວດລ້ອມໃນຊຸມຊົນ.2ນັກຮຽນບອກ 2 ວິທີຮັກສຳສິ່ງແວດລ້ອມໃນຊຸມຊົນ.1ນັກຮຽນບອກ 1 ວິທີຮັກສຳສິ່ງແວດລ້ອມໃນຊຸມຊົນ.0ນັກຮຽນບ່ສຳມຳດບອກໄດ້ຈັກວິທີ.�III. ເນື້ອໃນຕົ້ນຕໍ 1. ກຳນຮັກສຳສິ່ງແວດລ້ອມໃນຊຸມຊົນ ແມ່ນໜ້ຳທີ່ຂອງພວກເຮົຳໝົດທຸກຄົນຕ້ອງຊ່ວຍກັນປົກປັກຮັກສຳເພຳະ ເປັນບ່ອນອຳໄສ ແລະ ໄດ້ປະໂຫຍດຈຳກສິ່ງແວດລ້ອມ.2. ນັກຮຽນສຳມຳດມີສ່ວນຮ່ວມໃນກຳນປົກປັກຮັກສຳສິ່ງແວດລ້ອມໄດ້ ເຊັ່ນ: ເປັນແບບຢ່ຳງໃນກຳນຮັກສຳ ຄວຳມສະອຳດ, ຫຼຸດຜ່ອນກຳນນ�ຳໃຊ້ຖົງຢຳງປລຳສຕິກ, ຄວນໃຊ້ຖົງເຈ້ຍ ຫຼື ໃບຕອງ ເພື່ອບ່ເປັນກຳນທ�ຳ �ລຳຍສິ່ງແວດລ້ອມ ແລະ ອື່ນໆ.3. ສິ່ງແວດລ້ອມໃນຊຸມຊົນແບ່ງອອກເປັນ 2 ສ່ວນຄື:- ສິ່ງແວດລ້ອມທີ່ເກີດຂຶ້ນຈຳກທ�ຳມະຊຳດ ເຊັ່ນ: ອຳກຳດ, ແມ່ນຳ, ດິນ, ພູຜຳ, ປ່ຳໄມ້, ສັດ ແລະ ອື່ນໆ...� ້- ສິ່ງແວດລ້ອມທີ່ມະນຸດສ້ຳງຂຶ້ນ ເຊັ່ນ: ເຮືອນ, ໂຮງຮຽນ, ຖະໜົນ, ເຂື່ອນໄຟຟ້ຳ, ຕຶກອຳຄຳນ...ຜົນດີຂອງກຳນຮັກສຳສິ່ງແວດລ້ອມໃນຊຸມຊົນປູກຕົ້ນໄມ້.ຊ່ວຍໃຫ້ທ�ຳມະຊຳດອຸດົມສົມບູນມີອຳກຳດສົດຊື່ນ.ຮັກສຳແຫຼ່ງນຳ.� ້ຊ່ວຍໃຫ້ມີນຳເຫຼືອກິນ, ເຫຼືອໃຊ້ ແລະ ຮັກສຳໃຫ້ຊັບພະຍຳກອນ � ້ນຳສະອຳດ.� ້ຖິ້ມ ແລະ ແຍກເສດຂີ້ເຫຍື້ອໃຫ້ຖືກບ່ອນ.ຫຼຸດຜ່ອນອຳກຳດເປັນພິດ ແລະ ຫຼຸດຜ່ອນບັນຫຳຂີ້ເຫຍື້ອສຳມຳດນ�ຳເອົຳຕຸກຢຳງ, ຖົງຢຳງກັບຄືນມຳໃຊ້ໄດ້.ຮັກສຳຄອງນຳ.� ້ລະບຳຍນຳໄດ້ດີຫຼຸດຜ່ອນບັນຫຳນຳຖ້ວມຂັງ, ຮ່ອງນຳເນຳເໝັນ.�້�້�້ົ່ຮັກສຳບົວລະບັດເຮືອນຊຳນ, ຖະໜົນຫົນທຳງ, ສຳງໃຫ້ມີສະຖຳນທີ່ທີ່ສະອຳດປຳສະຈຳກເຊື້ອໂລກ, ຍຸງ ແລະ ໜູ.ໂຮງຮຽນ, ຕຶກອຳຄຳນ.້ຮັກສຳ ແລະ ອະນຳໄມລົດໃຫຍ່ ຫຼື ລົດຈັກ.ຊ່ວຍຫຼຸດຜ່ອນກຳນເກີດມົນລະພິດທຳງອຳກຳດ.໑໐໙

110ຜົນເສຍຂອງກຳນບ່ຮັກສຳສິ່ງແວດລ້ອມໃນຊຸມຊົນ.�ຕັດຕົ້ນໄມ້ທ�ຳລຳຍປ່ຳໄມ້.ເຮັດໃຫ້ອຳກຳດຮ້ອນ ທ�ຳມະຊຳດແຫ້ງແລ້ງ, ເຮັດໃຫ້ຝົນບ�່ ຕົກຕຳມລະດູກຳນ.ທ�ຳລຳຍແຫຼ່ງນຳ.� ້ຂຳດແຄນນຳກິນ, ໃຊ້ ແລະ ນ�ຳທີ່ບ່ສະອຳດ.� ້້�ບ�່ຮັກສຳຄອງນຳ. � ້ຄອງນຳບ່ລະບຳຍ ບັນຫຳນຳຖ້ວມຂັງ ເກີດກິ່ນເໝັນ ແລະ � ້�� ້ທ�ຳລຳຍສຸຂະພຳບ. ບ�່ຮັກສຳເຮືອນຊຳນ, ຖະໜົນ, ໂຮງຮຽນ, ຕຶກອຳ ມີຜົນກະທົບທີ່ບ�່ດີຕ�່ສຸຂະພຳບ ແລະ ໄດ້ຮັບເຊື້ອໂລກ.ຄຳນ, ລົດ ແລະ ອື່ນໆ.IV. ສື່ການຮຽນການສອນ. 1ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊຳຄຸນສົມບັດສຶກສຳ ຂັ້ນ ປ.2.2. ຮູບພຳບອື່ນໆທີ່ກ່ຽວຂ້ອງກັບກຳນຮັກສຳສິ່ງແວດລ້ອມ ແລະ ບ�່ຮັກສຳສິ່ງແວດລ້ອມ.3. ປຶ້ມຂຽນ.4. ວັດຖຸສິ່ງຂອງທີ່ຈ�ຳເປັນ: ຖົງຢຳງປລຳສຕິກ, ກະປ໋ອງ, ກະຕຸກນ�້ຳດື່ມ, ກ່ອງໃສ່ອຳຫຳນ, ເຄື່ອງເກົ່ຳ ຕົວຢ່ຳງ: ບ່ອນເກັບບິກສ�ທີ່ເຮັດຈຳກກ່ອງປລຳສຕິກ, ນ�ຳໃຊ້ກະຕຸກນ�້ຳດື່ມເຮັດເປັນບ່ອນປູກດອກໄມ້ ເຊັ່ນ: ເອົຳເຈ້ຍ ຫຼື ເຈ້ຍໜັງສືພິມມຳປະດິດເປັນຖົງໃຊ້ແທນຖົງຢຳງ, ຂຽນໜັງສືໃຫ້ເຕັມໜ້ຳປຶ້ມ.5. ຄູແນະນ�ຳກຳນໃຊ້ຖັງຂີ້ເຫຍື້ອແຍກສີເປັນສັນຍະລັກ ເຊັ່ນ: ຖັງຂີ້ເຫຍື້ອສີຂຽວສ�ຳລັບໃຊ້ຄືນໄດ້, ຖັງຂີ້ເຫຍື້ອສີແດງສ�ຳລັບວັດຖຸທີ່ເປັນສິ່ງເສດເຫຼືອ ແລະ ອື່ນໆ ເພື່ອໃຫ້ນັກຮຽນຝຶກປະຕິບັດໃຫ້ມີຄວຳມສິ້ນເຄີຍ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ລະດົມສະໝອງ1) ຄູນ�ຳຖົງຢຳງທີ່ໃຊ້ແລ້ວມຳລ້ຳງແລ້ວສຳທິດໃຫ້ນັກຮຽນເບິ່ງ. 2) ຄູຖຳມນັກຮຽນວ່ຳ: ຖົງຢຳງທີ່ເຮົຳໃຊ້ແລ້ວ ເຮົຳສຳມຳດນ�ຳກັບມຳໃຊ້ອີກໄດ້ບ່?�3) ຄູໃຫ້ນັກຮຽນລຸກຢືນຂຶ້ນຕອບຖ້ຳວ່ຳໄດ້ ແລະ ບ່ລຸກຂຶ້ນຖ້ຳຕອບວ່ຳບ່ໄດ້.��4) ຄູຖຳມ: ໃຜແດ່ເຄີຍເອົຳຖົງຢຳງທີ່ໃຊ້ແລ້ວນ�ຳກັບມຳໃຊ້ອີກ ຄູໃຫ້ນັກຮຽນຍົກໂປ້ຂຶ້ນຖ້ຳຕອບເຄີຍ ແລະ ໃຫ້ ຂວ�ຳໂປ້ລົງ ຖ້ຳບ່ເຄີຍ.້�5) ຄູເວົ້ຳວ່ຳ: ມື້ນີ້ເຮົຳຈະມຳຮຽນກ່ຽວກັບກຳນຮັກສຳສິ່ງແວດລ້ອມໃນຊຸມຊົນ. ນັກຮຽນໄດ້ຮຽນກ່ຽວກັບຂີ້ເຫຍື້ອ ໃນບົດທີ 10 ຂອງວິຊຳວິທະຍຳສຳດ ແລະ ສິ່ງແວດລ້ອມ, ແຕ່ໃນຊົ່ວໂມງນີ້ໃຫ້ນັກຮຽນຄົ້ນຄິດກ່ຽວກັບສິ່ງທີ່ ຕົນເອງສຳມຳດເຮັດຫຍັງໄດ້ແດ່ ເພື່ອເຮັດໃຫ້ສິ່ງແວດລ້ອມຢູ່ເຮືອນເຮົຳມີຄວຳມສະອຳດ ແລະ ຈົບງຳມ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)2. ສັງເກດ ແລະ ສົນທະນາຕາມຮູບພາບ1) ຄູໃຫ້ນັກຮຽນແບ່ງກຸ່ມ ຫຼື ຈັບຄູ່ກັນ ສັງເກດ 2 ຮູບພຳບ ໃນປຶ້ມແບບຮຽນ. 2) ຄູຖຳມນັກຮຽນວ່ຳ: - ນັກຮຽນສັງເກດເຫັນພຶດຕິກ�ຳອັນໃດແດ່ຢູ່ໃນຮູບພຳບທີ່ສະແດງເຖິງກຳນຮັກສຳສິ່ງແວດລ້ອມ?- ນັກຮຽນຄິດວ່ຳພຶດຕິກ�ຳເຫຼົ່ຳນັ້ນແມ່ນພຶດຕິກ�ຳທີ່ດີບ່?�໑໑໐ສ ວ ສສະຫງວນລິຂະສິດ

111- ນັກຮຽນຢູ່ໃນຮູບພຳບໄດ້ປົກປັກຮັກສຳສິ່ງແວດລ້ອມແນວໃດແດ່?- ຄົນຢູ່ໃນຮູບພຳບກ�ຳລັງທ�ຳລຳຍສິ່ງແວດລ້ອມດ້ວຍວິທີໃດແດ່?- ກຳນຮັກສຳສິ່ງແວດລ້ອມມີຜົນດີຕ່ນັກຮຽນແນວໃດແດ່?�3) ຄູຕັ້ງຄ�ຳຖຳມ: ຮູບທີ່ບ່ຮັກສຳສິ່ງແວດລ້ອມ.�- ນັກຮຽນເຫັນພຶດຕິກ�ຳຫຍັງແດ່ໃນຮູບພຳບ? ຄິດວ່ຳເປັນພຶດຕິກ�ຳທີ່ດີບ່? �- ມັນໄດ້ທ�ຳລຳຍສິ່່ງແວດລ້ອມ ແລະ ຜົນສະທ້ອນໃຫ້ພວກເຮົຳແນວໃດແດ່?- ນັກຮຽນສຳມຳດເຮັດຫຍັງໄດ້ແດ່ ຖ້ຳນັກຮຽນພົບເຫັນສິ່ງເຫຼົ່ຳນີ້ຢູ່ຕ່ໜ້ຳນັກຮຽນ?�- ຖ້ຳມີໃຜຄົນໜຶ່ງກ�ຳລັງເຮັດພຶດຕິກ�ຳແບບໃນຮູບບ່ຮັກສຳສິ່ງແວດລ້ອມ ນັກຮຽນຈະບອກ ແລະ ຊ່ວຍເຫຼື່ອ/�ແນະນ�ຳພວກເຂົຳແບບໃດ?- ຕົວຢ່ຳງ: ນັກຮຽນເຫັນໝູ່ຖິ້ມຂີ້ເຫຍື້ອຍຊະຊຳຍ ຈະ ຊ່ວຍແນະນ�ຳໝູ່ຖິ້ມຂີ້ເຫຍື້ອຍໃສ່ຖັງ ໃຫ້ຖືກຕ້ອງ.- ຄູຊີ້ໃສ່ຮູບຕ່ໆໄປ ແລ້ວໃຫ້ນັກຮຽນຕອບ�- ນັກຮຽນຈະ.............................................- ນັກຮຽນຈະ..........................................4) ຄູສະຫຼຸບຮູບພຳບ: ພຶດຕິກ�ຳທີ່ດີ ແລະ ບ່ດີ �ໃນກຳນຮັກສຳສິ່ງແວດລ້ອມ.ພຶດຕິກ�ຳທີ່ດີ (ຮູບພຳບທີ 1)ກຳນຮັກສຳສິ່ງແວດລ້ອມໃນຊຸມຊົນພຶດຕິກ�ຳທີ່ບ່ດີ (ຮູບພຳບທີ 2)�ກຳນບ່ຮັກສຳ ແລະ ທ�ຳລຳຍສິ່ງແວດລ້ອມໃນຊຸມຊົນ�ເກັບອຳຫຳນໃສ່ກ່ອງອຳຫຳນ, ບ່ໃສ່ຖົງຢຳງ �ປລຳສຕິກ (ເປັນກຳນຫຼຸດຜ່ອນສິ່ງເສດເຫຼືອ).ຖິ້ມຂີ້ເຫຍື້ອຊະຊຳຍ. ຖິ້ມຂີ້ເຫຍື້ອຈຳກເຮືອນໃສ່ຖະໜົນ.ແຍກຂີ້ເຫຍື້ອໃສ່ໄດ້ຢ່ຳງຖືກຕ້ອງ.ຂຶ້ນຢືນຢູ່ເທິງໂຕະ ແລະ ຕັ່ງຢູ່ໃນສຳທຳລະນະ.ບ່ຂຶ້ນຢືນເທິງໂຕະ ແລະ ຕັ່ງ ສັງເກດເບິ່ງວ່ຳຢູ່ພື້ນ �ມີຂີ້ເຫຍື້ອບ່, ຖ້ຳມີໃຫ້ເກັບ ແລະ ໄປຖິ້ມລົງຖັງທີ່ �ຖືກຕ້ອງ.ບ່ຊ່ວຍໝູ່ເຮັດອະນຳໄມເພື່ອເຮັດໃຫ້ສະຖຳນທີ່ສະອຳດ �(ເຫັນຂີ້ເຫຍື້ອຢູ່ພື້ນແຕ່ບ່ເກັບມ້ຽນ ແລະ ເອົຳໄປຖິ້ມ)�ເດັດດອກໄມ້ບ່ອນທີ່ມີປ້ຳຍຫ້ຳມ ຄວັນຈຳກລົດໃຫຍ່ ແລະ ຄວັນຈຳກກຳນຈູດຂີ້ເຫຍື້ອເຮັດ ໃຫ້ອຳກຳດເກີດມົນລະພິດບ່ເກັບ/ເດັດເອົຳດອກໄມ້ຈຳກບ່ອນທີ່ຫ້ຳມ.�ທ�ຳລຳຍຊັບສິນສຳທຳລະນະ ແລະ ຊຸມຊົນ, ຂວ່ຳງກ້ອນຫີນ ໃສ່ປ້ຳຍບ່ອນຖ້ຳລົດເມ ແລະ ສັດ.ບ່ຖິ້ມຂີ້ເຫຍື້ອໃສ່ກຳງທຳງ.�ຖີ້ມຂີ້ຕົມ, ຂີ້ເຫຍື້ອ, ງ່ຳໄມ້ໃສ່ຫ້ອງລະບຳຍນ້�ຳເປື້ອນ ແລະ ເຮັດໃຫ້ນ້�ຳຂັງ.ໃຊ້ຖົງເຈ້ຍແທນຖົງປລຳສຕິກ.ໃຊ້ຖົງຢຳງປລຳສຕິກຫຼຳຍເກີນໄປພຳໃຫ້ເກີດພຳວະໂລກ ຮ້ອນ ແລະ ບ່ຮັກສຳສິ່ງແວດລ້ອມ.�ກິດຈະກໍາເສີມ: ຄູນ�ຳເອົຳວັດຖຸ ແລະ ຮູບພຳບມຳວຳງສະແດງ ຫຼື ແຕ້ມໃສ່ກະດຳນໃຫ້ນັກຮຽນເບິ່ງ ພ້ອມທັງອະທິບຳຍ. ຄູໃຫ້ນັກ ຮຽນເລືອກວັດຖຸທີ່ສຳມຳດນ�ຳເອົຳກັບມຳໃຊ້ໄດ້ ໂດຍກຳນໝຳຍຕິກໃສ່ຕຳຕະລຳງ.ການວັດ ແລະ ປະເມີນຜົນຄູຖຳມນັກຮຽນເພ່ມຕ່ມເພ່ອເຮັດໃຫ້ນັກ ີືືຮຽນສຳມຳດຈ�ຳແນກເອຳພຶດຕິກ�ຳໃນຮູບົພຳບກຽວກບກຳນຮັກສຳສງແວດລອມທ ່ັິ ່້ີ ່ຖືກຕ້ອງ.໑໑໑

112ວັດຖຸທີ່ສາມາດນໍາເອົາມາໃຊ້ໄດ້ຄືນ• ແກ້ວ• ຖົງຢຳງປລຳສຕິກ• ນຳ/ກະຕຸກນຳ� ້� ້• ເຈ້ຍ• ກະປ໋ອງເຫຼັກ• ເຄື່ອງນຸ່ງຄູແນະນໍາຕື່ມ: 1. ນັກຮຽນຄວນເກັບອຳຫຳນໃສ່ໃນກ່ອງອຳຫຳນ ໃນເວລຳໄປໂຮງຮຽນ ແລະ ຫີກເວັ້ນກຳນໃຊ້ຖົງຢຳງປລຳສຕິກ ຼເພື່ອຫຼຸດຜ່ອນຂີ້ເຫຍື້ອຢູ່ໃນໂຮງຮຽນ ແລະ ຊຸມຊົນ.2. ກະຕຸກນ�້ຳດື່ມ ແລະ ໄມ້ ສຳມຳດນ�ຳມຳເຮັດເປັນບ່ອນເກັບມ້ຽນອຸປະກອນກຳນຮຽນໄດ້.3. ເວລຳໄປຊື້ເຄື່ອງນັກຮຽນຄວນເອົຳຖົງຜ້ຳ ທີ່ບ່ແມ່ນຖົງຢຳງປລຳສຕິກໄປນ�ຳ.�4. ເຄື່ອງນຸ່ງທີ່ເກົ່ຳ ຫຼື ບ�່ນຸ່ງແລ້ວ, ນັກຮຽນສຳມຳດເອົຳໄປບລິຈຳກໄດ້ ຫຼື ເຮັດເປັນຜ້ຳເຊັດມືໄດ້.�ສໍາລັບນັກຮຽນຊົນເຜົ່າ: ຄູຝຶກແອບເລື້ອຍໆໃນກຳນເວົ້ຳຄ�ຳສັບ ແລະ ອະທິບຳຍຄວຳມໝຳຍໂດຍຜ່ຳນຮູບພຳບ ເຊັ່ນ: ຊຸມຊົນ, ປລຳສຕິກ, ອຳຍຄວັນ, ຕຶກອຳຄຳນ, ແຫຼ່ງນຳ...� ້ສໍາລັບຄວາມຮູ້ທ້ອງຖິ່ນ: ຄູສຳມຳດຍົກເອົຳຕົວຢ່ຳງເພີ່ມຕື່ມ ທີ່ເໝຳະກັບສະພຳບທ້ອງຖິ່ນຂອງນັກຮຽນ ທີ່ມີສະພຳບແວດລ້ອມທີ່ດີ ແລະ ກຳນບ່ຮັກສຳສະພຳບແວດລ້ອມໃນຊຸມຊົນ.�ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (ເວລາ 20 ນາທີ)3. ສາທິດ ແລະ ນໍາໃຊ້ໃຫ້ນັກຮຽນເລືອກເອົຳວັດຖຸ 3 ຢ່ຳງທີ່ນັກຮຽນສຳມຳດເອົຳມຳປະດິດໃຊ້ຄືນ ແລະ ຄົ້ນຄິດຫຳວິທີຕ່ຳງໆທີ່ນັກຮຽນ ສຳມຳດນ�ຳເອົຳໃຊ້ຄືນໄດ້ ຕົວຢ່ຳງ ເຊັ່ນ: ຕຸກນຳຢຳງປລຳສຕິກ, ກະປ໋ອງ, ປຶ້ມ, ເຈ້ຍ ແລະ ອື່ນໆ.� ້ຄູແນະນໍາ:ນັກຮຽນຄວນເອົຳອຳຫຳນໃສ່ກ່ອງ ຫຼື ປິນໂຕ ແທນກຳນໃຊ້ຖົງຢຳງປລຳສຕິກ ເພື່ອຫຼຸດຜ່ອນສິ່ງເສດເຫຼືອຢູ່ໃນ ໂຮງຮຽນ ແລະ ຊຸມຊົນ ກະຕຸກນ�ຳດື່ມ ຫຼື ໄມ້ເຮົຳສຳມຳດມຳປະດິດເຮັດເປັນກັບໃສ່ບິກ, ສ ຫ້ຳມໃຊ້ຖົງຢຳງປລຳສຕິກ ້�ເວລຳໄປຊື້ເຄື່ອງໃຫ້ໃຊ້ຖົງຜ້ຳ ຫຼື ກະຕ່ຳຢຳງຢູ່ເຮືອນໄປນ�ຳ.ຂັ້ນສະຫຼຸບ (ເວລາ 5 ນາທີ) 1. ໃນມື້ນີ້ພວກເຮົຳໄດ້ຮຽນຫຍັງແດ່? 2. ຄູແນະນ�ຳໃຫ້ນັກຮຽນກັບເມືອເຮືອນ ໃຫ້ໄປສັງເກດວ່ຳໃນບ�ລິເວນຂອບເຂດ ເຮືອນຍັງມີຫຍັງແດ່ທີ່ສຳມຳດ ລ້ຳງ ແລະ ເອົຳກັບມຳໃຊ້ຄືນໄດ້ ບລິເວນໃດທີ່ມີນ�ຳຂັງ, �້ເປື້ອນໃຫ້ອະນຳໄມໃຫ້ສະອຳດ.3. ທວນຄືນສິ່ງທີ່ນັກຮຽນຈະປັບປຸງສິ່ງແວດລ້ອມຂອງໂຮງຮຽນ.ການວັດ ແລະ ປະເມີນຜົນສັງເກດເບິ່ງຄວຳມເຂຳໃຈຂອງນັກຮຽນ ແລະ ົ້ຖຳມຄ�ຳຖຳມ ໂດຍໃຊ້ເກນຄະແນນຂຳງເທິງ ້ໃນກຳນວັດ ແລະ ປະເມີນຜົນ.໑໑໒ສ ວ ສສະຫງວນລິຂະສິດ

113ເອກະສານຊ້ອນທ້າຍ: ຄໍາແນະນໍາ ຄູຄວນກະກຽມບັດສໍາລັບກິດຈະກໍາເກມ ແລະ ແຜນພູມກົດລະບຽບຫ້ອງຮຽນ: ຍົກມືເພື່ອຂໍອະນຸຍາດຖາມ ແລະ ຕອບຕາແນມເບິ່ງຄູ/ກະດານ໑໑໓

114ແກ້ບົດຝຶກຫັດດ້ວຍຕົນເອງນັ່ງເປັນລະບຽບ (ວາງມື ແລະ ຕີນເປັນລະບຽບ)໑໑໔ສ ວ ສສະຫງວນລິຂະສິດ

115ມິດ (ບໍ່ໃຫ້ລົມກັນ)ເວລາອອກ ຫຼື ເຂົ້າຫ້ອງໃຫ້ຄອຍໆຍ່າງ! (ບໍ່ໃຫ້ແລ່ນ)໑໑໕

116ຫູໃຫ້ຕັ້ງໃຈຟັງ໑໑໖ສ ວ ສສະຫງວນລິຂະສິດ

117ກົດລະບຽບຫ້ອງຮຽນໃນຂັ້ນ ປ.2: ໃຫ້ຄູສໍາເນົາ ຫຼື ແຕ້ມເພື່ອເອົາໄປສ້າງເປັນແຜນວາດກົດລະບຽບໂຮງຮຽນເລີ່ມເຂົ້າໃນເວລາ 8 ໂມງ໑໑໗

ສະໜັບສະໜູນ​ໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດISBN​978-9932-00-266-5ສະ​ຫງວນ​ລິ​ຂະ​ສິດພິມທີ່ໂຮງພິມ​​ບໍລິສັດ​ເທບປັນຍາ​ການພິມ​ຈໍາກັດ​ຜູ້​ດຽວຕາມທະບຽນພິມ​101ພຈ07012020​ຈໍານວນພິມ​14.300​ຫົວຂະໜາດ​21​x​29,7​​cm


Like this book? You can publish your book online for free in a few minutes!
Create your own flipbook