Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ວິທະຍາສາດ ແລະ ສິ່ງແວດລ້ອມ ປ.2 (SEG2 TB)

ວິທະຍາສາດ ແລະ ສິ່ງແວດລ້ອມ ປ.2 (SEG2 TB)

Published by ltmd7471, 2020-09-25 05:30:35

Description: Science and Environment Textbook grade2

Search

Read the Text Version

໙໕3 ການເຄື່ອນທີ່ຂອງເງົາດວງອາທິດສາມາດໃຊ້ເງົາຂອງດວງອາທິດ ເພື່ອບອກເວລາໂມງດວງອາທິດຕົວຢ່າງ: ຮູບດ້ານຂ້າງເງົາຂອງດວງ ອາທິດຊີ້ບອກເວລາ 7 ໂມງ. ເງົາ95

໙໖4 ສັງເກດເງົາຂອງແຕ່ລະເສົາແຕ່ລະຮູບເວລາຈັກໂມງ? ແຕ້ມໃສ່ປຶ້ມ ຂອງນັກຮຽນເງົາເງົາເງົາເງົາເງົາເງົາ96ສ ວ ສສະຫງວນລິຂະສິດ

ແສງສະຫວ່າງບົດທີ24໙໗ມາຮູ້ຈັກແສງສະຫວ່າງ (ແສງ) ທີ່ເກີດຈາກທໍາມະຊາດນໍາກັນ 1ແສງສະຫວ່າງທີ່ເກີດຈາກທໍາມະຊາດ ເຊັ່ນ: ແສງຈາກດວງອາທິດ, ດວງຈັນ, ດາວຕ່າງໆ, ແມງຫິ່ງຫ້ອຍ, ແສງຟ້າເຫຼື້ອມ ແລະ ອື່ນໆ.ແສງຈາກດວງອາທດ ິແສງຈາກດວງຈັນແສງຈາກຟາເຫອມ ້ຼ ື ້ແສງຈາກແມງຫງຫອຍ ່ ິ້97

໙໘2 ມາຮູ້ຈັກກັບແສງທີ່ເກີດຈາກຄົນສ້າງຂຶ້ນນໍາກັນແສງສະຫວ່າງທີ່ເກີດຈາກຄົນສ້າງຂຶ້ນເຊັ່ນ: ແສງຂອງຕະກຽງ, ໄຟ, ທຽນໄຂ, ດອກໄຟຟ້າ, ກ່ອງໄຟສາຍ, ໂທລະທັດ ແລະ ອື່ນໆ. ແສງທີ່່ເກີດຈາກຄົນ ສ້າງຂຶ້ນມີອັນໃດແດ່?98ສ ວ ສສະຫງວນລິຂະສິດ

໙໙3 ແຫຼ່ງແສງຈາກຄົນສ້າງຂຶ້ນ ແລະ ເກີດຕາມທໍາມະຊາດຈົ່ງຈຳແນກແສງທີ່ຄົນສ້າງຂຶ້ນ ແລະ ແສງທີ່ເກີດຈາກທໍາມະຊາດຮູບ ທີ 1 ໄຟສາຍຮູບ ທີ 2 ແມງ ຫ່ິງ ຫ້ອຍຮູບ ທີ 3 ຟ້າ ເຫຼື້ອມຮູບ ທີ 4 ແຍງ ແວ່ນຮູບ ທີ 5 ດວງ ອາທິດຮູບ ທີ 6 ທຽນ ໄຂຮູບ ທີ 7 ດອກ ໄຟຮູບ ທີ 8 ຕາຮູບ ທີ 9 ດວງ ຈັນ ແລະ ດວງ ດາວ99

໑໐໐4 ການທົດລອງສາຍຕາພວກເຮົາສາມາດເບິ່ງເຫັນໄດ້ດີທີ່ ສຸດ ແມ່ນຢູ່ບ່ອນທີ່ມືດ ຫຼື ບ່ອນມີແສງສະຫວ່າງ?- ໃຫ້ນັກຮຽນບອກໂຕເລກທີ່ສາມາດເບິ່ງເຫັນໃນເວລາຢູ່ບ່ອນມີແສງ ແລະ ບ່ອນມືດ.ທົດສອບຕົວເລກທີ່ເຫັນຢູ່ບ່ອນ ແສງສະຫວ່າງຕົວເລກທີ່ເຫັນຢູ່ບ່ອນມືດ123 8 2 5 1 3 4 2 1 7 9 ຕົວຢ່າງ: ຕົວເລກສໍາລັບການຝຶກແອບວັດແທກສາຍຕາຮູບ ທີ 1 ໄລຍະໄກຮູບ ທີ 2 ໄລຍະໃກ້100ສ ວ ສສະຫງວນລິຂະສິດ

ການໄຫຼຂອງນໍ້າບົດທີ25໑໐໑ເປັນຫຍັງນໍ້າຈຶ່ງໄຫຼ? 1ນໍ້າເປັນວັດຖຸແຫຼວ, ນໍ້າໃນທໍາມະຊາດແມ່ນໄຫຼຈາກບ່ອນສູງຫາບ່ອນຕໍ່າສະເໝີ. ນໍ້າຈະໄຫຼຄ່ອຍ ຫຼື ແຮງ ຂຶ້ນກັບຄວາມສູງ ແລະ ຄວາມຊັນຕ່າງກັນ.101

໑໐໒2 ຄຸນປະໂຫຍດການໄຫຼຂອງນໍ້າຮູບພາບໃດປະຢັດແຮງງານຄົນເຮົາໃນການເອົານໍ້າມາໃຊ້? ການໄຫຼຂອງນໍ້າມັນມີຄຸນປະໂຫຍດ ເພື່ອຫຼຸດຜ່ອນແຮງງານຄົນ ແລະ ເວລາ; ເພິ່ນໄດ້ສ້າງລະບົບນໍ້າລິນ ຫຼື ນໍ້າປະປາຊຸມຊົນຂຶ້ນຫຼາຍແຫຼ່ງ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ປະຊາຊົນໄດ້ນໍາໃຊ້ນໍ້າ ໂດຍອີງຕາມການໄຫຼຂອງນໍ້າ ຈາກບ່ອນສູງຫາບ່ອນຕໍ່າ.ຫາບນໍ້າຕັກນໍ້າສ້າງ ນໍ້າລິນ ແລະ ນໍ້າປະປາຊຸມຊົນ102ສ ວ ສສະຫງວນລິຂະສິດ

໑໐໓3 ໄພອັນຕະລາຍຂອງນໍ້າໄຫຼເມື່ອເກີດມີຝົນຕົກໜັກ ເຮັດໃຫ້ນໍ້າໃນຫ້ວຍ, ໜອງ, ຄອງບຶງເພີ່ມຂຶ້ນ ແລະ ພາໃຫ້ນໍ້າໄຫຼແຮງ ເຊິ່ງເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ, ບ້ານເຮືອນເປເພ ເສຍຫາຍ, ຖະໜົນຫົນທາງຂາດການໄປມາລໍາບາກ.ນໍ້າໄຫຼຖ້ວມທາງນໍ້າໄຫຼຊຸເຮືອນ 103

໑໐໔4 ການປ້ອງກັນ ແລະ ຫຼຸດຜ່ອນໄພອັນຕະລາຍ ເພື່ອປ້ອງກັນ ແລະ ຫຼຸດຜ່ອນໄພອັນຕະລາຍຈາກນໍ້າໄຫຼແຮງ, ແລະ ນໍ້າຖ້ວມ ພວກເຮົາຕ້ອງຊ່ວຍກັນປົກປັກຮັກສາຕົ້ນໄມ້, ປູກໄມ້ ແລະ ເກັບຂີ້ເຫຍື້ອອອກ ຮ່ອງລະບາຍນໍ້າ ແລະ ແມ່ນໍ້າ. ເວລານໍ້າຖ້ວມ ຫຼື ໄຫຼແຮງບ່ໍໍຄວນລົງຫຼິ້ນນໍ້າ ລະມັດລະວັງໃນການເດີນທາງ, ຂ້າມນໍ້າ, ເວລາຂີ່ເຮືອໃຫ້ໃສ່ເສື້ອຊູຊີບ ເພາະ ມີຄວາມສ່ຽງອັນຕະລາຍໃນການຕົກນໍ້າ ແລະ ໄຫຼນໍ້າ.ພວກເຮົາຄວນເຮັດແນວໃດ ເພື່ອປ້ອງກັ່ນ ແລະ ຫຼຸດຜ່ອນໄພອັນຕະລາຍຈາກນໍ້າໄຫຼແຮງ?ຂີ່ເຮືອຕ້ອງໃສ່ເສື້ອຊູຊີບເກັບຂີ້ເຫຍື້ອອອກຈາກແມ່ນໍ້າ/ຮ່ອງນໍ້າປູກຕົ້ນໄມ້ລະວັງເວລາຂ້າມນໍ້າ104ສ ວ ສສະຫງວນລິຂະສິດ

ການໃຊ້ນໍ້າຢ່າງປະຢັດບົດທີ26໑໐໕ນໍ້າທີ່ໃຊ້ປະຈໍາວັນໄດ້ມາຈາກໃສແດ່? 1ແຫຼ່ງນໍ້າປະເພດຕ່າງໆຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4105

໑໐໖2 ຄວາມສໍາຄັນຂອງນໍ້າຕໍ່ກັບການດໍາລົງຊີວິດຂອງຄົນເຮົາ• ໃນແຕ່ລະວັນນັກຮຽນໄດ້ໃຊ້ນໍ້າເຮັດຫຍັງແດ່?• ນໍ້າມີຄວາມສໍາຄັນແນວໃດຕໍ່ກັບສິ່ງທີ່ມີຊີວິດ? ນໍ້າແມ່ນສິ່ງຈໍາເປັນທີ່ສຸດຕໍ່ການດໍາລົງຊີວິດ ເຊັ່ນ: ໃຊ້ດື່ມ, ອາບ, ປຸງແຕ່ງ ອາຫານ, ຊັກ, ລ້າງສິ່ງຕ່າງໆ, ໃຊ້ໃນການປູກຝັງ, ເຮັດເຂື່ອນໄຟຟ້າ. ຖ້າຂາດ ນໍ້າ ສິ່ງມີຊີວິດຈະບໍ່ສາມາດຢູ່ໄດ້.ດື່ມນ້ຳດື່ມນໍ້າຫົດຕົ້ນໄມ້ການເດີນເຮືອປູກເຂົ້າ (ດໍານາ)ເຂື່ອນໄຟຟ້າດື່ມນ້ຳອາບນໍ້າດື່ມນ້ຳ106ສ ວ ສສະຫງວນລິຂະສິດ

໑໐໗3 ມາຮຽນວິທີໃຊ້ນໍ້າຢ່າງປະຢັດນໍາກັນເຮົາທຸກຄົນຕ້ອງຊ່ວຍກັນປະຢັດນໍ້າ ຄື: ໃນເວລາລ້າງຖ້ວຍ ຫຼື ອື່ນໆ ຄວນ ໂຕ່ງນໍ້າໃສ່ພາຊະນະກ່ອນແລ້ວຈຶ່ງລ້າງ, ຖ້າໃຊ້ນໍ້າປະປາກໍຄວນຮູ້ປະຢັດ ໂດຍ ບໍ່ເປີດກັອກປ່ອຍນໍ້າປະຖິ້ມໄວ້.ນໍ້າມີຄວາມສຳຄັນຫຼາຍຢ່າງ ພວກເຮົາມີວິທີການປະຢັດນໍ້າແນວໃດ?ບໍ່ເປີດນໍ້າປະໄວ້ໃຊ້ໂອຕັກເວລາຖູແຂ້ວລ້າງຜັກ ແລະ ຖ້ວຍໃສ່ຊາມໂຕ່ງນໍ້າໃສ່ຊາມລ້າງລົດຈັກ107

໑໐໘4 ສຳຫຼວດການດື່ມນໍ້າຂອງນັກຮຽນ• ໃນມື້ໜຶ່ງນັກຮຽນດື່ມນໍ້າຈັກຄັ້ງ?• ໃຫ້ນັກຮຽນເອົາມືຊີ້ໃສ່ໂຕເລກໃນຕາຕະລາງທີ່ກົງກັບຕົນເອງໄດ້ປະຕິບັດ ຫຼື ຕື່ມ.ຈໍານວນຄັ້ງຊື່ນັກຮຽນທ. ກ...................................................................54321 ຫຼັງຈາກນັ້ນໃຫ້ນັກຮຽນນໍາເອົາຂໍ້ມູນທີ່ສໍາຫຼວດໄດ້ມາແຕ້ມເສັ້ນສະແດງຮູບພາບ ໃສ່ປຶ້ມຂຽນຂອງນັກຮຽນແຕ່ລະຄົນ (ໂດຍໃຫ້ແຕ້ມເປັນຮູບຈອກ, ຮູບຈອກ 1 ຈອກ ເທົ່າກັບ ດື່ມນ້ໍາ 1 ຄັ້ງ) ຕາມຂໍ້ມູນຈິງ. ຈາກເສັ້ນສະແດງຮູບພາບນີ້ ນັກຮຽນເຫັນວ່າໃຜດື່ມນໍ້າຫຼາຍກວ່າໝູ່ ແລະ ໃຜດື່ມ ນໍ້າໜ້ອຍກວ່າໝູ່.54321ຈໍານວນທ. ກ........... ............. ............. ............. .............ຊື່ນັກຮຽນ 108ສ ວ ສສະຫງວນລິຂະສິດ

໑໐໙ສະພາບອາກາດໂຮງຮຽນຂອງຂ້ອຍບົດທີ27ມາຮູ້ຈັກສະພາບອາກາດໃນວັນນີ້ 1ອາກາດວັນນີ້ເປັນແນວໃດ?ສະພາບອາກາດນອກຫ້ອງຮຽນຂອງພວກຂ້ອຍໃນຕອນເຊົ້າ ສັງເກດເຫັນ ທ້ອງຟ້າມີກ້ອນເມກສີຂາວຢູ່ເປັນກຸ່ມ ເຄື່ອງວັດແທກອຸນຫະພູມຊີ້ 28 ອົງສາ; ສະນັ້ນ, ສາມາດເວົ້າໄດ້ວ່າ ສະພາບອາກາດວັນນີ້ ບໍລິເວນໂຮງຮຽນຂອງພວກຂ້ອຍແມ່ນເຢັນສະບາຍ. 109

໑໑໐2 ສະພາບອາກາດມີການປ່ຽນແປງອາກາດມີການປ່ຽນແປງຕະຫຼອດເວລາ ແຕ່ລະມື້ອາກາດມີສະພາບ ບໍ່ຄືກັນເຊັ່ນ: ບາງມື້ຕອນເຊົ້າມີຝົນຕົກ, ຕອນສວາຍມີແດດ. ບາງມື້ອາກາດ ຮ້ອນເອົ້າ ແລະ ບາງມື້ກໍມີລົມພັດ. ສະນັ້ນ, ພວກເຮົາຕ້ອງກຽມຄວາມພ້ອມ ຮັບມືກັບສະພາບອາກາດຕ່າງໆ.ຮູບທີ 3 ອາກາດໜາວ ແລະ ມີໝອກຕົກຮູບທີ 4 ຝົນຕົກເຈົ້າມັກສະພາບອາກາດແບບໃດ? ຍ້ອນຫຍັງ?ຮູບທີ 1 ລົມແຮງຮູບທີ 2 ແສງແດດ 110ສ ວ ສສະຫງວນລິຂະສິດ

໑໑໑3 ຈັບຄູ່ຄໍາສັບໃສ່ຮູບພາບໃຫ້ຖືກຕ້ອງຕົວຢ່າງ: ການຈັບຄູ່ແມ່ນໃຊ້ມືຊ້າຍຊີ້ຄໍາສັບ ແລະ ມືຂວາຊີ້ຮູບພາບໝອກຕົກ ຄູ່ກັບ ກ້ອນເມກດວງອາທິດລົມຝົນຕົກໝອກຕົກຟ້າເຫຼື້ອມ....................................... ........................................................................ ........................................................................ .................................111

໑໑໒4 ແຕ້ມສະແດງ ລາຍງານສະພາບອາກາດປະຈໍາວັນສັງເກດທ້ອງຟ້າ, ແຕ້ມສິ່ງທີ່ສັງ ເກດເຫັນ ຫຼື ໃຊ້ສັນຍະລັກທີ່ມີແລ້ວກໍ ໄດ້ ແລະ ຈົດບັກທຶກອຸນຫະພູມຈາກ ເຄື່ອງວັດແທກອຸນຫະພູມ. ວັນຈັນວັນທີ.... ວັນອັງຄານວັນທີ......ວັນພຸດວັນທີ.......ວັນພະຫັດວັນທີ.......ວັນສຸກວັນທີ........ ຕົວຢ່າງ 1: ການບັນທຶກສະພາບອາກາດປະຈໍາວັນ ມີເມກແດດອອກຟ້າເຫຼື້ອມຝົນຕົກຝົນຕົກວັນນີ້ ວັນທີ.....ມື້ອື່ນ ວັນທີ........ ມື້ຮື ວັນທີ........ ຕົວຢ່າງ 2: ຄາດເດົາສະພາບອາກາດ ມີເມກແດດອອກຝົນຕົກ28 Co26 Co38 Co112ສ ວ ສສະຫງວນລິຂະສິດ

ການເກັບມ້ຽນຂີ້ເຫຍື້ອບົດທີ28ມາຮູ້ຈັກການມ້ຽນຂີ້ເຫຍື້ອ 1ຂີ້ເຫຍື້ອເກີດມາຈາກໃສ?ຮູບທີ 1 ຖິ້ມຂີ້ເຫຍື້ອຊະຊາຍຂີ້ເຫຍື້ອ ແມ່ນສິ່ງເສດເຫຼືອທີ່ຄົນເຮົາຖິ້ມມາຈາກເຮືອນຄົວ, ຮ້ານອາຫານ, ຕະຫຼາດ, ໂຮງຈັກ, ໂຮງງານ, ໂຮງໝໍ, ໂຮງຮຽນ ແລະ ອື່ນໆ.ຮູບທີ 2 ຖິ້ມຂີ້ເຫຍື້ອໃສ່ກະຕ່າ ຫຼື ຖັງທີ່ເພິ່ນກໍານົດ໑໑໓113

2 ມາຮູ້ຈັກຜົນກະທົບຂອງຂີ້ເຫຍື້ອຂີ້ເຫຍື້ອຫຼາຍມີຜົນກະທົບຕໍ່ສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມ ເຊັ່ນ: ເປິະເປື້ອນ, ບໍ່ສວຍງາມ, ມີກິ່ນເໝັນ, ອາກາດເປັນພິດ ແລະ ນໍ້າເປື້ອນ ເຮັດໃຫ້ສິ່ງທີ່ມີຊີວິດທີ່ ອາໄສຢູ່ໃນນໍ້າຕາຍ.ຮູບທີ 1 ຈູດທໍາລາຍຂີ້ເຫຍື້ອຮູບທີ 2 ຂີ້ເຫຍື້ອໄຫຼນໍ້າຮູບທີ 3 ຖິ້ມຂີ້ເຫຍື້ອໃສ່ແຄມທາງຂີ້ເຫຍື້ອມີຜົນກະທົບຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມແນວໃດ?ເໝັນຂີ້ເຫຍື້ອ໑໑໔114ສ ວ ສສະຫງວນລິຂະສິດ

3 ມາຮູ້ຈັກການແຍກ ແລະ ເກັບມ້ຽນຂີ້ເຫຍື້ອພວກເຮົາຄວນຖິ້ມຂີ້ເຫຍື້ອໃສ່ບ່ອນໃດ? ຕ້ອງຮູ້ຈັກການແຍກ ແລະ ເກັບຂີ້ເຫຍື້ອໃຫ້ຖືກບ່ອນ ເຊັ່ນ: ແຍກຖິ້ມຂີ້ເຫຍື້ອ ໃສ່ກະຕ່າ ຫຼື ຖັງ 4 ປະເພດຄື: ຂີ້ເຫຍື້ອທົ່ວໄປ, ຂີ້ເຫຍື້ອທີ່ກັບມາໃຊ້ຄືນໄດ້, ຂີ້ເຫຍື້ອຍ່ອຍສະລາຍໄດ້ ແລະ ຂີ້ເຫຍື້ອທີ່ເປັນພິດ (ອັນຕະລາຍ).ສິ່ງໃດສາມາດນໍາໃຊ້ຄືນໃໝ່ໄດ້?ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 1ຮູບທີ 2໑໑໕115

4 ຊ່ວຍກັນຮັກສາສິ່ງແວດລ້ອມພວກເຮົາຄວນມີສ່ວນຮ່ວມໃນການຮັກສາສິ່ງແວດ ລ້ອມແນວໃດ?ອະນາໄມແຄມທາງອະນາໄມເດີ່ນໂຮງຮຽນພວກເຮົາທຸກຄົນຕ້ອງຊ່ວຍກັນຮັກສາສິ່ງແວດລ້ອມໃຫ້ສວຍງາມດ້ວຍການຖິ້ມຂີ້ເຫຍື້ອໃສ່ກະຕ່າ ຫຼື ຖັງ, ບໍ່ຈູດຂີ້ເຫຍື້ອຊະຊາຍ, ອະນາໄມເດີ່ນໂຮງຮຽນ, ແຄມທາງ, ທີ່ຢູ່ອາໄສໃຫ້ສະອາດຢູ່ສະເໝີ, ເວລາເດີນທາງ ແລະ ທ່ອງທ່ຽວຕາມສະຖານທີ່ຕ່າງໆ ຕ້ອງຖິ້ມເສດອາຫານໃສ່ຖັງທີ່ເພິ່ນກໍານົດ.໑໑໖116ສ ວ ສສະຫງວນລິຂະສິດ

ອາກາດບໍລິສຸດບົດທີ29ມາຮຽນກ່ຽວກັບອາກາດບໍລິສຸດນໍາກັນ 1ອາກາດບໍລິສຸດເປັນແນວໃດ?ທໍາມະຊາດທີ່ສະອາດຫາຍໃຈໂລ່ງດີນໍ໑໑໗117

2 ມາຮຽນກ່ຽວກັບຄວາມສໍາຄັນຂອງອາກາດບໍລິສຸດນໍາກັນໂຮງຮຽນເຮົາສະອາດງາມຕາ, ມີຕົ້ນໄມ້ຂຽວງາມເຮັດໃຫ້ອາກາດບໍລິສຸດ ຊຶ່ງມັນມີຄວາມຈໍາເປັນຕໍ່ສິ່ງທີ່ມີຊີວິດ. ຄົນເຮົາຫາຍໃຈເພື່ອດູດເອົາອາກາດ. ອາກາດສົດ ຫຼື ອາກາດບໍລິສຸດ ເປັນອາກາດທີ່ບໍ່ມີຂີ້ຝຸ່ນ, ບໍ່ມີກິ່ນ ແລະ ບໍ່ມີ ທາດພິດ. ອາກາດບໍລິສຸດມີຄຸນປະໂຫຍດຫຼາຍຢ່າງ ເຊັ່ນ: ເຮັດໃຫ້ສະພາບ ອາກາດດີ, ການຫາຍໃຈສະດວກ ແລະ ມີສຸຂະພາບດີ.ອາກາດບໍລິສຸດມີຄວາມສຳຄັນຕໍ່ສິ່ງທີ່ມີຊີວິດແນວໃດ?ຖ້າບໍ່ມີອາກາດບໍລິສຸດຄົນເຮົາຈະເປັນແນວໃດ?ເດີ່ນໂຮງຮຽນທີ່ສະອາດດີ໑໑໘118ສ ວ ສສະຫງວນລິຂະສິດ

3 ມາຮູ້ຈັກສາເຫດທີ່ພາໃຫ້ອາກາດເປັນພິດນໍາກັນ ອາກາດເປັນພິດເກີດຈາກຫຼາຍສາເຫດ ເຊັ່ນ: ການຈູດຂີ້ເຫຍື້ອ ຫຼື ຈູດປ່າ, ຖິ້ມຂີ້ເຫຍື້ອຊະຊາຍ, ຄອກສັດຢູ່ໃກ້ເຮືອນ, ຄວັນລົດ ແລະ ອື່ນໆ.ອາກາດເປັນພິດແມ່ນຫຍັງ?ນັກຮຽນຮູ້ບໍ່ວ່າອາກາດເປັນພິດເກີດມາຈາກໃສ?໑໑໙ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4119

4 ມາຮູ້ວິທີການຮັກສາອາກາດໃຫ້ບໍລິສຸດນໍາກັນພວກເຮົາຈະມີວິທີຊ່ວຍໃຫ້ອາກາດບໍລິສຸດໄດ້ແນວໃດນໍ?ການຮັກສາໃຫ້ອາກາດບໍລິສຸດນັ້ນ ພວກເຮົາຄວນປູກຕົ້ນໄມ້ໃຫ້ຫຼາຍ, ອະນາໄມທໍາຄວາມສະອາດສິ່ງແວດລ້ອມໃກ້ຕົວ ບໍ່ຖ່າຍຊະຊາຍ ຖ່າຍ ໃສ່ວິດ, ລ້າງຫ້ອງນໍ້າ, ເກັບຂີ້ເຫຍື້ອ, ບໍ່ລ້ຽງສັດໃກ້ບ້ານ, ບໍ່ຈູດຂີ້ເຫຍື້ອ ແລະ ບໍ່ຕັດໄມ້ທໍາລາຍປ່າ.ປູກຕົ້ນໄມ້ອະນາໄມເດີ່ນໂຮງຮຽນ ລ້າງຫ້ອງນໍ້າບໍ່ຕັດໄມ້ທໍາລາຍປ່າ໑໒໐120ສ ວ ສສະຫງວນລິຂະສິດ

ຮູບນີ້ໄດ້ມາຈາກໂປສະເຕີວິທີຮັກສາປຶ້ມ​ທີ່ຜະລິດໂດຍ​ກະຊວງສຶກສາທິການ​ແລະ​ກິລາ​ຮ່ວມກັບ​ອົງການ​ອຸຍນີເຊັບ​(UNICEF)ກ່ອນຈະຈັບປື້ມມືຕ້ອງສະອາດຫໍ່ປື້ມດ້ວຍເຈ້ຍ​ຫຼື​ແຜ່ນຢາງແລະ​ຖ້າປື້ມຈີກຂາດໃຫ້ສ້ອມແປງຄືນຈົ່ງເກັບປຶ້ມໄວ້ບ່ອນແຫ້ງ​ແລະ​ປອດໄພບໍ່ໃຊ້ປຶ້ມແທນຄັນຮົ່ມເວລາຝົນຕົກ,​​ແດດຮ້ອນຖ້າປຶ້ມເສຍໃຫ້ລາຍງານຄູບໍ່ຄວນພັບໜ້າປຶ້ມເມື່ອຕ້ອງການໝາຍໜ້າໃດໜຶ່ງ​​ຈົ່ງໃຊ້ສິ່ງຂອງບາງຢ່າງຂັ້ນໄວ້ທຸກເທື່ອບໍ່ຄວນຂຽນໃສ່ຫຼັງປົກປຶ້ມ,​ໜ້າປຶ້ມ,​ບໍ່ຕັດຮູບພາບ​​ແລະ​ບໍ່ຈີກປຶ້ມສ ວ ສສະຫງວນລິຂະສິດ

ສະໜັບສະໜູນ​ໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດISBN​978-9932-00-261-0ສະ​ຫງວນ​ລິ​ຂະ​ສິດພິມທີ່ໂຮງພິມ​ບໍລິສັດສິຣິວັດທະນາອິນເຕີພິນຈໍາກັດມະຫາຊົນຕາມ​ທະ​ບຽນ​ພິມ​096ພຈ07012020​ຈໍານວນ​188.250​ຫົວຂະ​ໜາດ​18​x​25​cm​​


Like this book? You can publish your book online for free in a few minutes!
Create your own flipbook