໔໕ມາຮຽນກ່ຽວກັບຮ່າງກາຍຂອງສັດນໍາກັນເທາະ 1ລັກສະນະພາຍນອກຂອງສັດແຕ່ລະຊະນິດຄືກັນ ແລະ ຕ່າງກັນແນວໃດ?ສັດຊະນິດຕ່າງໆລັກສະນະພາຍນອກຂອງສັດບົດທີ11ສັດແຕ່ລະຊະນິດມີຮູບຮ່າງ ແລະ ລັກສະນະແຕກຕ່າງກັນ45
໔໖ສັດແຕ່ລະຊະນິດມີຮູບຮ່າງທີ່ແຕກຕ່າງກັນ ເຊັ່ນ: ຊ້າງມີຂະໜາດ ໃຫຍ່, ສູງ, ມີ 4 ຂາ, ມີຫາງຍາວ; ໄກ່ມີຂະໜາດນ້ອຍ, ຕໍ່າ, ມີ 2 ຂາ; ງູມີຂະໜາດລໍາໂຕຍາວ ແລະ ບໍ່ມີຂາ.ມາປຽບທຽບຮູບຮ່າງຂອງສັດຊະນິດຕ່າງໆ 2ນັກຮຽນເຄີຍເຫັນສັດເຫຼົ່ານີ້ບໍ່? ສັດມີຮູບຮ່າງລັກສະນະພາຍນອກຄືກັນແນວໃດ?ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 6ຮູບທີ 7ຮູບທີ 8ຮູບທີ 946ສ ວ ສສະຫງວນລິຂະສິດ
໔໗3ມາສັງເກດຄວາມແຕກຕ່າງຂອງສັດໂຕຜູ້ ແລະ ໂຕແມ່ສັດເຫຼົ່ານີ້ໂຕໃດເປັນໂຕຜູ້ ແລະ ໂຕໃດເປັນໂຕແມ່? ເຮົາຈະຮູ້ໄດ້ແນວໃດນໍ? ສັດບາງຊະນິດໂຕຜູ້ ແລະ ໂຕແມ່ມີລັກສະນະພາຍນອກທີ່ແຕກຕ່າງກັນ ເຊັ່ນ: ທາງດ້ານຮູບຮ່າງ, ຂະໜາດ, ສີສັນ... ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 647
໔໘4 ມາຈໍາແນກສັດມີຂາ, ບໍ່ມີຂາ, ມີປີກ ແລະ ບໍ່ມີປີກ• ໃຊ້ກ້ອນຫີນ ຫຼື ຝາຕຸກນໍ້າວາງໃສ່ໃນຫ້ອງຕາຕະລາງ ເພື່ອໃຫ້ຖືກກັບລັກສະນະພາຍນອກຂອງສັດແຕ່ລະຊະນິດ.• ລັກສະນະພາຍນອກຂອງສັດເຫຼົ່ານີ້ເປັນແນວໃດ?ຊື່ຂອງສັດລັກສະນະພາຍນອກຂອງສັດມີຂາບໍ່ມີຂາມີປີກບໍ່ມີປີກຄວາຍເປັດໝູງູນົກປາໄກ່ອ່ຽນ48ສ ວ ສສະຫງວນລິຂະສິດ
ການເຕີບໃຫຍ່ຂອງສັດບົດທີ12ມາຮຽນຮູ້ການເຕີບໃຫຍ່ຂອງສັດນໍາກັນ 1ສັດຕ້ອງການຫຍັງແດ່ເພື່ອການເຕີບໃຫຍ່?໔໙49
ອາຫານ ແລະ ທີ່ຢູ່ອາໄສປອດໄພເພ່ືອການເຕີບໃຫຍ່ຂອງສັດ 2ສັດແຕ່ລະຊະນິດກິນອາຫານ ແລະ ອາໄສຢູ່ບ່ອນທີິ່ແຕກຕ່າງກັນ.ສັດລຸ່ມນີ້ກິນຫຍັງເປັນອາຫານ ແລະ ອາໄສຢູ່ໃສແດ່?໕໐ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 6ຮູບທີ 7ຮູບທີ 8ຮູບທີ 950ສ ວ ສສະຫງວນລິຂະສິດ
3 ສິ່ງຈໍາເປັນທີ່ເຮັດໃຫ້ສັດມີການເຕີບໃຫຍ່ໂດຍໃຊ້ກ້ອນຫີນ ແລະ ແກ່ນໝາກໄມ້ ວາງໃສ່ສິ່ງທີ່ສັດຕ້ອງການໃຫ້ຖືກຕ້ອງສັດພືດຊີ້ນແມງໄມ້ອາກາດແສງແດດຢູ່ນໍ້າຢູ່ບົກ໕໑ ສັດແຕ່ລະຊະນິດຕ້ອງການສິ່ງຈໍາເປັນເພື່ອການເຕີບໃຫຍ່ຄື: ອາກາດ, ອາຫານ, ທີ່ຢູ່ອາໄສທີ່ປອດໄພ ແລະ ຄວາມອົບອຸ່ນ.51
4 ການວັດແທກ ແລະ ປຽບທຽບຂະໜາດຂອງສັດວັດແທກລວງຍາວ1.................ຊັງຕີແມັດ.................ຊັງຕີແມັດ2.................ຊັງຕີແມັດ.................ຊັງຕີແມັດ3.................ຊັງຕີແມັດ.................ຊັງຕີແມັດ໕໒ພວກເຮົາຮູ້ໄດ້ແນວໃດວ່າສັດມີການເຕີບໃຫຍ່?52ສ ວ ສສະຫງວນລິຂະສິດ
໕໓ການເກີດລູກຂອງສັດບົດທີ13ມາຮູ້ຈັກການເກີດລູກຂອງສັດນໍາກັນ 1ສັດຈໍາພວກນີ້ມີການເກີດລູກຄືກັນ ແລະ ຕ່າງກັນແນວໃດ?ສັດຊະນິດຕ່າງໆ53
໕໔• ສັດຊະນິດໃດແດ່ທີ່ເກີດລູກເປັນໂຕ?• ສັດຊະນິດໃດແດ່ເກີດລູກເປັນໄຂ່?ສັດເກີດລູກເປັນໂຕ ມີ: ງົວ, ໝາ, ຊ້າງ, ແມວ ແລະ ສັດ ອື່ນໆ.ສັດເກີດລູກເປັນໄຂ່ ມີ: ເປັດ, ໄກ່, ນົກ, ເຕົ່າ, ແຂ້ ແລະ ສັດອື່ນໆ.ມາຮູ້ຈັກສັດທີ່ເກີດລູກເປັນໄຂ່ ແລະ ສັດທີ່ເກີດລູກເປັນໂຕ 2ຮູບທີ 3ຮູບທີ 5ຮູບທີ 6ຮູບທີ 1ຮູບທີ 2ຮູບທີ 4ຮູບທີ 8ຮູບທີ 9ຮູບທີ 754ສ ວ ສສະຫງວນລິຂະສິດ
໕໕3 ມາຈັດກຸ່ມສັດຈໍາພວກນີ້້ຕາມລັກສະນະການເກີດລູກນໍາກັນ ໃນຮູບລຸ່ມນີ້ມີສັດຊະນິດໃດເກີດລູກເປັນໂຕ ແລະ ສັດຊະນິດໃດເກີດລູກເປັນໄຂ່?ໃຫ້ນັກຮຽນບອກວ່າ ມີສັດຢູ່ໂຕເລກໃດແດ່ທີ່ອອກລູກເປັນໂຕ ແລະ ມີສັດຢູ່ ໂຕເລກໃດແດ່ທີ່ອອກລູກເປັນໄຂ່.ເກີດລູກເປັນໂຕເກີດລູກເປັນໄຂ່1234567855
໕໖4 ຄວາມຄືກັນ ແລະ ຕ່າງກັນລະຫວ່າງພໍ່ແມ່ສັດກັບລູກຂອງມັນ. ສັດບາງຊະນິດ ເມື່ອລູກເກີດອອກມາຈະມີລັກສະນະຄ້າຍຄືພໍ່ແມ່ ແລະ ສັດບາງຊະນິດຈະແຕກຕ່າງຈາກພໍ່ແມ່ ເປັນຕົ້ນ ແມ່ນ ທາງດ້ານສີສັນ ແລະ ການເຕີບໃຫຍ່.ຈົ່ງສັງເກດຮູບລຸ່ມນີ້ ລູກມີສິ່ງໃດຄືກັນ ແລະ ຕ່າງກັນກັບພໍ່ແມ່?ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 456ສ ວ ສສະຫງວນລິຂະສິດ
ຮາກ, ລໍາ ແລະ ໃບ ບົດທີ14ມາຮຽນກ່ຽວກັບສ່ວນປະກອບຂອງພືດນໍາກັນເທາະ 1ສັງເກດຕົ້ນກ້ວຍປະກອບມີຫຍັງແດ່? ຕົ້ນໄມ້ອື່ນໆອີກມີຄືກັນບໍ່?ຕົ້ນກ້ວຍ໕໗57
2 ມາຮຽນກ່ຽວກັບຮາກຂອງພືດນໍາກັນພືດແຕ່ລະຊະນິດມີຮາກແຕກຕ່າງກັນ ເຊັ່ນ: ບາງຊະນິດມີຮາກຂະໜາດ ໃຫຍ່ ແລະ ແຂງແຮງດີ, ບາງຊະນິດມີຮາກຂະໜາດນ້ອຍ ແລະ ບາງຊະນິດ ມີຮາກເປັນຫົວ. ຮາກມີໜ້າທີ່ໃນການດູດຊຶມທາດອາຫານ ແລະ ຊ່ວຍຄໍ້າຊູ ຫ ຍຶດຕົ້ນພືດໄວ້ກັບດິນ ຫຼື ບ່ອນທີ່ມີພືດອາໄສຢູ່. ຮາກຂອງພືດມີຄຸນປະ ຼືໂຫຍດຫຼາຍຢ່າງ ເຊັ່ນ: ເປັນອາຫານ, ເປັນຢາ ແລະ ບາງຊະນິດກໍນໍາມາ ປະດັບເອ້.• ພືດແຕ່ລະຊະນິດມີຮາກຄືກັນ ຫຼື ຕ່າງກັນແນວໃດ? • ຮາກຂອງພືດມີໜ້າທີ່ເຮັດຫຍັງ?ຮາກຂອງຕົ້ນມ່ວງຮາກຂອງຕົ້ນໝາກເຜັດຮາກຂອງຕົ້ນສາລີຫົວມັນດ້າງຮາກຂອງຫອມບົ່ວຮາກຂອງຕົ້ນເຂົ້າ໕໘58ສ ວ ສສະຫງວນລິຂະສິດ
3 ມາຮຽນກ່ຽວກັບລໍາຕົ້ນຂອງພືດນໍາກັນ ລໍາຕົ້ນຂອງພືດມີລັກສະນະແນວໃດ? ລໍາຕົ້ນຂອງ ພືດມີໜ້າທີ່ເຮັດຫຍັງ? ພືດແຕ່ລະຊະນິດມີລໍາຕົ້ນແຕກຕ່າງກັນ ເຊັ່ນ: ລໍາຊື່, ເຄືອ, ປ້ອງ. ລໍາຕົ້ນ ມີໜ້າທີ່ໃນການຄໍ້າຊູພາກສ່ວນຕ່າງໆຂອງພືດ ສະສົມທາດອາຫານເພື່ອ ,ລາລຽງໄປຫາພາກສວນຕາງໆ. ລໍາຕົ້ນຂອງພືດແຕ່ລະຊະນິດມີຄຸນປະໂຫຍດໍ່່ແຕກຕ່າງກັນ, ບາງຊະນິດເປັນອາຫານ, ບາງຊະນິດໃຊ້ໄວ້ປຸກສ້າງ, ບາງ ຊະນິດໃຊ້ເປັນເຄື່ອງໃຊ້ ແລະ ບາງຊະນິດໃຊ້ໄວ້ເປັນຢາ.໕໙ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 659
4 ມາຮຽນກ່ຽວກັບໃບຂອງພືດນໍາກັນ ພືດແຕ່ລະຊະນິດມີໃບແຕກຕ່າງກັນ ຄື: ບາງຊະນິດມົນ, ຈວຍ, ຍາວ, ບາງ ຊະນິດເປັນໜາມ, ບາງຊະນິດກ້ຽງ, ຊາ ແລະ ຂະໜາດຂອງໃບກໍແຕກຕ່າງກັນ ຄື: ໃບໃຫຍ່,ໃບນ້ອຍ.ໃບຂອງພືດມີໜ້າທີ່ຮັບເອົາແສງແດດ ເພື່ອໃຊ້ໃນການ ປຸງແຕ່ງອາຫານຂອງພືດ. ໃບພືດມີຄຸນປະໂຫຍດຫຼາຍຢ່າງ ເຊັ່ນ: ໃຊ້ເປັນອາຫານ, ໃຊ້ຫໍ່ເຄື່ອງ, ໃຊ້ມຸງຫຼັງຄາ ແລະ ໃຊ້ເປັນຢາປົວພະຍາດ.ພືດແຕ່ລະຊະນິດມີໃບຄືກັນບໍ? ໃບຂອງພືດມີໜ້າທີ່ເຮັດຫຍັງ?໖໐ຮູບທີ 9ຮູບທີ 8ຮູບທີ 7ຮູບທີ 6ຮູບທີ 5ຮູບທີ 4ຮູບທີ 3ຮູບທີ 2ຮູບທີ 160ສ ວ ສສະຫງວນລິຂະສິດ
ດອກ ແລະ ໝາກ ບົດທີ15ມາຮູ້ຈັກດອກ ແລະ ໝາກໄມ້ນໍາກັນ 1ສັງເກດດອກຕາເວັນ ແລະ ໝາກອຶປະກອບມີ ຫຍັງແດ່? ດອກ ແລະ ໝາກອື່ນໆ ກໍຄືກັນບໍ່?໖໑ດອກຕາເວັນໝາກອຶ61
2 ມາຮຽນກ່ຽວກັບດອກຂອງພືດນໍາກັນດອກຂອງພືດຊະນິດຕ່າງໆມີລັກສະນະທີ່ແຕກຕ່າງກັນ ເຊັ່ນ: ດອກໃຫຍ່, ດອກນ້ອຍ, ສີຂາວ, ສີແດງ, ດອກເປັນພົ້ວ, ດອກດ່ຽວ...ດອກບົວດອກຄູນດອກໝາກອຶ• ຈົ່ງສັງເກດໃນຮູບນີ້ມີດອກຫຍັງແດ່ນໍ?• ດອກຂອງພືດຊະນິດຕ່າງໆນີ້ຄືກັນ ແລະ ຕ່າງກັນແນວໃດ?ດອກຈຳປາດອກດາວເຮືອງດອກຕາເວັນ໖໒62ສ ວ ສສະຫງວນລິຂະສິດ
3 ມາຮຽນກ່ຽວກັບໝາກຂອງພືດນໍາກັນ ໝາກຂອງພືດ ມີລັກສະນະທີ່ແຕກຕ່າງກັນ ເຊັ່ນ: ໝາກໃຫຍ່, ໝາກນ້ອຍ; ບາງຊະນິດມີຮູບຮ່າງມົນກົມ, ຍາວ; ເປັນຫວີ, ບາງຊະນິດເປັນພົ້ວ.ໃນຮູບນີ້ມີໝາກຫຍັງແດ່ນໍ?ໝາກໄມ້ຊະນິດຕ່າງໆນີ້ມີລັກສະນະຄືກັນ ແລະ ຕ່າງກັນແນວໃດ?ໝາກກ້ວຍໝາກອຶໝາກເຜັດໝາກລໍາໄຍໝາກຫຸ່ງໝາກມ່ວງ໖໓63
4 ມາຮູ້ຈັກດອກ ແລະ ໝາກທີ່ຄົນເຮົາກິນໄດ້ ແລະ ກິນບໍ່ໄດ້ນໍາກັນ• ສັງເກດຮູບພາບ ແລ້ວເອົາກ້ອນຫີນວາງໃສ່ຫ້ອງທີ່ກິນໄດ້ ແລະ ກິນບໍ່ໄດ້.• ມີຮູບໃດແດ່ທີ່ຄົນເຮົາສາມາດກິນ? ມີຮູບໃດແດ່ທີ່ຄົນເຮົາບໍ່ສາມາດກິນໄດ້?ດອກ ແລະ ໝາກກິນໄດ້ກິນບໍ່ໄດ້໖໔ດອກຄູນໝາກເຍົາໝາກອຶດອກກຸຫຼາບໝາກກ້ວຍດອກໝາກອຶ64ສ ວ ສສະຫງວນລິຂະສິດ
ແນວພືດບົດທີ16ມາຮູ້ຈັກແນວພືດນໍາກັນ 1໖໕65
2 ຈໍາແນກແນວພືດຊະນິດຕ່າງໆນໍາກັນແນວພືດແມ່ນໄດ້ມາຈາກແກ່ນ, ລໍາຕົ້ນ, ໜໍ່ ແລະ ຫົວ ເຊັ່ນ: ແກ່ນໝາກເຜັດ, ຫົວຜັກບົ່ວ, ລໍາອ້ອຍ, ໜໍ່ກ້ວຍ.ແນວພືດທີ່ຄົນເຮົາປູກໄດ້ມາຈາກສ່ວນໃດຂອງມັນ? (ໃຫ້ເອົາມືຊີ້ເພື່ອຈັບຄູ່)໖໖ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 6ຮູບທີ 7ຮູບທີ 866ສ ວ ສສະຫງວນລິຂະສິດ
໖໗3 ຈຳແນກພາກສ່ວນຕ່າງໆຂອງພືດທີ່ສາມາດນໍາໄປປູກ ແນວພືດທີ່ຄົນເຮົານໍາເອົາໄປປູກຕໍ່ ສ່ວນ ຫຼາຍແມ່ນແກ່ນຂອງພືດ ນອກຈາກນັ້ນ, ເພິ່ນຍັງ ສາມາດຕັດເອົາກິ່ງ, ງ່າ, ລໍາ, ຫົວຂອງພືດ ເຊັ່ນ: ມັນຕົ້ນ, ຕົ້ນອ້ອຍ, ດອກຈໍາປາ ແລະ ອື່ນໆ.ພວກເຮົາຈະເອົາພາກສ່ວນ ໃດຂອງພືດໄປປູກ? ຈະປູກ ແນວໃດ?ນັກຮຽນຄົ້ນຫາແນວພືດທີ່ປູກດ້ວຍແກ່ນ, ລໍາຕົ້ນ ແລະ ຫົວ ທີ່ນັກຮຽນຮູ້ຈັກ ແລ້ວເອົາ ໃບໄມ້ ຫຼື ງ່າໄມ້ນ້ອຍວ່າງໃສ່ໃນຫ້ອງຕາມແນວພືດແຕ່ລະຊະນິດທີ່ຈະເອົາໄປປູກໄດ້ ດັ່ງຕາຕະລາງລຸ່ມນີ້:ລ/ດຊື່ພືດແກ່ນລໍາຕົ້ນຫົວ1ໝາກຖົ່ວ2ເຜືອກ3ໝາກອຶ4ຕົ້ນດອກຈໍາປາ5ຂ່າ67
໖໘4 ມາຮູ້ການຮັກສາແນວພືດນໍາກັນແນວພືດທີ່ຈະນໍາໄປປູກຕໍ່ເພື່ອໃຫ້ໄດ້ຮັບຜົນດີ ຕ້ອງຕາກແດດໃຫ້ແຫ້ງດີ, ຄັດເລືອກແກ່ນທີ່ສົມບູນໃສ່ຖົງຢາງ ຫຼື ກວດ ປິດຝາໃຫ້ແໜ້ນ (ຂຽນຊື່ໃສ່ດ້ານ ນອກຂອງຖົງ ຫຼື ກວດ) ແລະ ເກັບຮັກສາໄວ້ບ່ອນທີ່ມີອາກາດໂລ່ງດີ. ເຮົາຈະມີວິທີການຮັກສາແນວພືດຕ່າງໆແນວໃດ? ຫົວຜັກກະທຽມສາລີຮັກສາແນວພືດໄວ້ໃນຖົງຢາງຮັກສາແນວພືດໄວ້ໃນກວດ68ສ ວ ສສະຫງວນລິຂະສິດ
ການປູກພືດບົດທີ17ມາປູກພືດນໍາກັນເທາະ 1໖໙ແນວເຂົ້າປູກ ຄົນເຮົາໄດ້ມາຈາກໃສ? ຕົ້ນເຂົ້າເມັດເຂົ້າຫວ່ານກ້າດໍານາ ຫຼົກກ້າ69
2 ພືດທີ່ຄົນເຮົາປູກເຄີຍເຫັນເພິ່ນປູກພືດຫຍັງແດ່? ໗໐ພືດທີ່ຄົນເຮົາປູກ ພືດທີ່ຄົນເຮົາປູກມີຫຼາຍຢ່າງ ເຊັ່ນ: ເຂົ້າ, ກ້ວຍ, ອ້ອຍ, ເຜືອກ, ຫອມບ່ົວ, ສາລີ ແລະ ອື່ນໆ.ຕົ້ນອ້ອຍ ຕົ້ນກ້ວຍ ຕົ້ນເຂົ້າເຜືອກ ຕົ້ນສາລີ ຫອມບົ່ວ 70ສ ວ ສສະຫງວນລິຂະສິດ
3 ການກະກຽມກ່ອນປູກ໗໑ ກ່ອນຈະປູກພືດຕ້ອງກຽມແນວພືດ, ດິນ, ໜານ ຫຼື ໂຖ, ຈົກ, ສຽມ, ນໍ້າ ແລະ ອຸປະກອນທີ່ຈໍາເປັນໃຊ້ສໍາລັບການປູກ.ຮູບທີ 1ຮູບທີ 2ຮູບທີ 371
4 ການປົກປັກຮັກສາພືດ໗໒ຫົດນໍ້າເຊົ້າ-ແລງໃຫ້ດິນຊຸ່ມ ແລະ ຕິດຕາມພືດທີ່ເຮົາປູກບໍ່ໃຫ້ບົ້ງມາກິນໃບ, ຖ້າປູກໃສ່ຖັງ ໃຫ້ເອົາໄປໄວ້ໃນບ່ອນມີແສງແດດ, ໃສ່ຝຸ່ນຄອກເພື່ອໃຫ້ພືດຈະເລີນເຕີບໃຫຍ່, ເມື່ອພືດໃຫຍ່ເຕັມທີ ກໍສາມາດເກັບກ່ຽວຜົນໄດ້.ຮູບທີ 1ຮູບທີ 2ຮູບທີ 372ສ ວ ສສະຫງວນລິຂະສິດ
ວັດຖຸບົດທີ18໗໓ສະແດງການປ່ຽນແປງຂອງນໍ້າກ້ອນ 1 ຄວາມຮ້ອນເຮັດໃຫ້ນໍ້າກ້ອນປ່ຽນແປງພາວະຈາກນໍ້າກ້ອນເປື່ອຍເປັນນໍ້າ, ຖ້ານໍ້າໄດ້ຮັບຄວາມຮ້ອນເພີ່ມຂຶ້ນກໍປ່ຽນເປັນອາຍ. ນໍ້າກ້ອນອາຍນໍ້າຄວາມຮ້ອນເພີ່ມຂຶ້ນນໍ້າກ້ອນ73
໗໔2ຄວາມຮ້ອນ ແລະ ຄວາມເຢັນສາມາດເຮັດໃຫ້ວັດຖຸປ່ຽນຮູບຮ່າງໄດ້ບໍ່?• ນ້ໍາກ້ອນຈະປ່ຽນເປັນຫຍັງ ເມືີ່ອຖືກຄວາມຮ້ອນ? • ນໍ້າຈະປ່ຽນເປັນຫຍັງ ເມຶື່ອຖືຶກຄວາມຮ້ອນເພີ່ມຂຶ້ນອີກ?ນໍ້າກ້ອນນໍ້າອາຍຄວາມເຢັນ• ອາຍຈະປ່ຽນເປັນຫຍັງ ເມື່ອຖືກຄວາມເຢັນ?• ນໍ້າຈະປ່ຽນເປັນຫຍັງ ເມື່ອຖືກຄວາມເຢັນເພີ່ມຂຶ້ນອີກ?ນໍ້າກ້ອນນໍ້າຄວາມຮ້ອນອາຍຄວາມເຢັນຄວາມຮ້ອນ74ສ ວ ສສະຫງວນລິຂະສິດ
໗໕3 ສັງເກດ ແລະ ຈຳແນກວັດຖຸວັດຖຸໃດໃນຮູບລຸ່ມນີ້ແມ່ນວັດຖຸແຂງ, ແຫຼວ ແລະ ອາຍ? ເກີບກາ ເຟຮ້ອນຕັ່ງລົມພັດເສື້ອໝວກຄັນຮົ່ມເກີບ, ຕັ່ງ, ເສື້ອ, ໝວກ, ຄັນຮົ່ມ ແມ່ນວັດຖຸແຂງ.75
໗໖4 ຝຶກຈັດກຸ່ມ ແລະ ຈໍາແນກວັດຖຸແຂງ, ແຫຼວ ແລະ ອາຍຮູບພາບອັນໃດແມ່ນວັດຖຸແຂງ?ນໍ້າກ້ອນບານສູບແລ້ວໝວກກັນກະທົບນໍ້າໝາກພ້າວນໍ້າດື່ມຫົວກາຣົດຮັງນົກຄວັນລົດດອກໄມ້ນໍ້າຊານໍ້າສີປຶ້ມວັດຖຸແຂງມີ: ໝວກກັນກະທົບ, ຫົວກາຣົດ, ຮັງນົກ, ດອກໄມ້, ປຶ້ມ...76ສ ວ ສສະຫງວນລິຂະສິດ
ວັດຖຸແຂງບົດທີ19ສັງເກດຮູບພາບ 1ວັດຖຸຄົງຕົວຢູ່ໃນ 3 ພາວະຄື: ວັດຖຸແຂງ, ວັດຖຸແຫຼວ ແລະ ທາດອາຍ.໗໗ຮູບພາບໃດແມ່ນ:ວັດຖຸແຫຼວ?ວັດຖຸແຂງ?ທາດອາຍ?ຮູບທີ 1ຮູບທີ 2ຮູບທີ 3ນໍ້າສາມາດກາຍເປັນ ……….., ຫຼື ………..........., ຫຼື …………...........77
2ສັງເກດ ແລະ ຈໍາແນກວັດຖຸແຂງ໗໘ ເຫັນມີວັດຖຸແຂງໃນຮູບພາບລຸ່ມນີ້ບໍ່? ເຫັນມີທາດອາຍໃນຮູບພາບລຸ່ມນີ້ບໍ່? ສັງເກດເບິ່ງຮູບພາບ ເຫັນມີວັດຖຸແຂງຢູ່ໃສແດ່?78ສ ວ ສສະຫງວນລິຂະສິດ
3ນໍ້າ ແລະ ຫີນມີຄວາມແຕກຕ່າງກັນແນວໃດ?໗໙ເຈົ້າວ່າ ນໍ້າ ແລະ ຫີນຕ່າງ ກັນບໍໍໍ່? ຍ້ອນຫຍັງ?ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 479
4ຄຸນລັກສະນະຂອງວັດຖຸແຂງ໘໐1. ເຈົ້າສາມາດເຮັດໃຫ້ຮູບຮ່າງຂອງກ້ອນຫີນນີ້ປ່ຽນແປງໄດ້ບໍ່?2. ເຈົ້າສາມາດເຮັດໃຫ້ບໍລິມາດຂອງກ້ອນຫີນປ່ຽນແປງໄດ້ບໍ່?3. ກ້ອນຫີນແຂງ ຫຼື ອ່ອນ?1. ເຈົ້າສາມາດເຮັດໃຫ້ຮູບຮ່າງຂອງນໍ້າປ່ຽນແປງໄດ້ບໍ່?2. ເຈົ້າສາມາດເຮັດໃຫ້ບໍລິມາດຂອງນໍ້າປ່ຽນແປງໄດ້ບໍ່?3. ນໍ້າມີລັກສະນະແຂງແກ່ນ ແລະ ອ່ອນບໍ່?ຈົ່ງບອກຄຸນລັກສະນະຂອງວັດຖຸໃຫ້ຖືກຕ້ອງ ໂດຍເອົາມືຊີ້ໃສ່ຕາຕະລາງລຸ່ມນີ້.ລ/ດຄຸນລັກສະນະຂອງວັດຖຸວັດຖຸແຂງວັດຖຸແຫຼວ1ຮູບຮ່າງປ່ຽນແປງບໍ່?2ບໍລິມາດປ່ຽນແປງບໍ່?3ມັນແຂງແກ່ນຫຼາຍບໍ່? ກ້ອນຫີນ ນໍ້າວັດຖຸແຂງຈະມີຂະໜາດ ແລະ ຮູບຮ່າງທີ່ແນ່ນອນ.80ສ ວ ສສະຫງວນລິຂະສິດ
ວັດຖຸແຫຼວບົດທີ20໘໑ສໍາຫຼວດວັດຖຸ 1ວັດຖຸໃດແມ່ນວັດຖຸແຂງ, ແຫຼວ ແລະ ທາດອາຍ? ຕຸກກະຕາໝີໝາກປຸ່ມເປົ້າ ນໍ້ານົມສົດ ນໍ້າໃນຈອກຕັ່ງອີ້ ອາຍນໍ້າຄວັນລົດນໍ້າໝາກໄມ້ ນໍ້າມັນພືດໝາຍເຫດ: ລູກສອນ ( ) ໝາຍເຖິງສິ່ງທີ່ຢູ່ດ້ານໃນ ຫຼື ຈຸດສັງເກດ81
໘໒2 ຈັບຄູ່ຮູບພາບ ຈົ່ງຈັບຄູ່ຮູບພາບດ້ານຊ້າຍກັບດ້ານຂວາ ໂດຍໃຊ້ມືຊີ້ຕາມລັກສະນະຂອງວັດຖຸ ນໍ້າໝາກປຸ່ມເປົ້າອາຍນໍ້ານໍ້າກ້ອນສໍດຳນໍ້າຝົນ82ສ ວ ສສະຫງວນລິຂະສິດ
໘໓3 ທົດລອງຮູບຮ່າງຂອງນໍ້າໃນພາຊະນະເປັນແນວໃດ? ບັນທຶກຜົນການທົດລອງລ/ດສິ່ງທີ່ສັງເກດຜົນການທົດລອງ1ຮູບຮ່າງຂອງນໍ້າໃນ ພາຊະນະ?2ບໍລິມາດຂອງນໍ້າໃນຈອກ?ຄາດເດົາ ບໍລິມາດຂອງນໍ້າຈະມີການປ່ຽນແປງບໍ່ ຖ້າປ່ຽນຈອກ? ວິທີທົດລອງ: ຖອກນໍ້າໃສ່ຈອກ 1 ແລ້ວໝາຍລະດັບນໍ້າໄວ້. 1) ເອົານໍ້າຢູ່ຈອກທີ 1 ໄປຖອກໃສ່ຈອກທີ 2 ໃຫ້ໝົດ ແລ້ວໝາຍລະດັບນໍ້າໃນຈອກ. 2) ເອົານໍ້າຢູ່ຈອກທີ 2 ຖອກໃສ່ຈອກທີ 3 ໃຫ້ໝົດ ແລ້ວໝາຍລະດັບນໍ້າໃນຈອກ. 3) ສຸດທ້າຍເອົານໍ້າໃນຈອກທີ 3 ກັບມາຖອກໃສ່ຈອກທີ 1 ໃຫ້ໝົດ. ລະດັບນໍ້າຍັງເທົ່າເກົ່າ ຫຼື ປ່ຽນແປງ?ໝາຍເຫດ: ບັນທຶກຜົນການທົດລອງໃສ່ຕາຕະລາງເທິງ.1 2 3ລະດັບນໍ້າ83
໘໔4 ວັດແທກປະລິມານນໍ້າ1) ພວກເຮົາຕ້ອງການນໍ້າບ່ວງໃຫຍ່ ຫຼື ບ່ວງນ້ອຍ ເພື່ອເຮັດໃຫ້ຊາມເຕັມ?2) ພວກເຮົາຕ້ອງການຈັກບ່ວງ?ບ່ວງມີຂະໜາດແຕກຕ່າງກັນ. ເພາະສະນັ້ນ, ພວກ ເຮົາຕ້ອງມາວັດແທກນໍ້ານໍາກັນ.ພວກເຮົາວັດແທກນໍ້າດ້ວຍການໃຊ້ກະຕິກໃນ ນີ້ພວກເຮົາຈະໃຊ້ເຄື່ອງໝາຍລິດ ຫຼື ມີລີລິດ.ຕົວຢ່າງ: ບ່ວງນ້ອຍ = 10 ມີລິລິດ ບ່ວງໃຫຍ່ = 100 ມີລິລິດ84ສ ວ ສສະຫງວນລິຂະສິດ
ທາດອາຍບົດທີ21໘໕ມາຮູ້ຈັກທາດອາຍນໍາກັນ 1ອາກາດມີຢູ່ໃສແດ່? ອາກາດມີຢູ່ອ້ອມຕົວເຮົາ ແລະ ອາກາດກໍແມ່ນທາດອາຍຊະນິດໜຶ່ງ.85
໘໖2 ສໍາຫຼວດທາດອາຍຊະນິດຕ່າງໆ ວັດຖຸໃດແດ່ທີ່ເປັນທາດອາຍ? ທາດອາຍມີຫຼາຍຊະນິດເຊັ່ນ: ອາກາດ, ອົກຊີແຊນ, ຄວັນລົດ, ຄວັນໄຟ, ອາຍນໍ້າ, ອາຍແກັດມອດໄຟ, ອາຍແກັດຫຸງຕົ້ມ ແລະ ອື່ນໆ.ຄວັນລົດອົກຊີແຊນຢູ່ໃນຖັງຄວັນໄຟອາຍອາກາດຢູ່ໃນອາຍແກັດມອດໄຟອາຍແກັດຫຸງຕົ້ມ86ສ ວ ສສະຫງວນລິຂະສິດ
໘໗3 ສັງເກດ ແລະ ຈໍາແນກວັດຖຸວັດຖຸໃດລຸ່ມນີ້ແມ່ນທາດອາຍ? ໂດຍໃຊ້ມືຊີ້ໃສ່ຮູບ ຮູບລຸ່ມນີ້ພາກສ່ວນໃດແມ່ນວັດຖຸແຂງ, ແຫຼວ ແລະ ທາດອາຍ? (ໃຫ້ຂຽນຕື່ມໃສ່ບ໋ອກ)ອາຍນໍ້າໂອວັນຕິນຈອກດິນ........................................87
໘໘4 ມາສັງເກດຄຸນລັກສະນະຂອງທາດອາຍທາດອາຍມີຮູບຮ່າງບໍ່ແນ່ນອນ, ເຄື່ອນທີ່ໄປມາຢູ່ເລື້ອຍໆ, ແຜ່ກະຈາຍ, ສາມາດຫົດຢືດໄດ້ ແລະ ມີແຮງດັນ.• ຮູບຮ່າງຂອງທາດອາຍໃນພາຊະນະບັນຈຸທັງສອງເປັນແນວໃດ?• ອາກາດໃນກວດເປົ່າທີ່ອັດຝາແຈບ• ກິິ່ນມາຈາກການປຸງແຕ່ງອາຫານ88ສ ວ ສສະຫງວນລິຂະສິດ
ດິນ ແລະ ຫີນບົດທີ22໘໙ມາຮຽນກ່ຽວກັບດິນ ແລະ ຫີນນໍາກັນ 1ສວນດອກໄມ້89
໙໐2 ມາຮູ້ຈັກລັກສະນະຂອງດິນແຕ່ລະຊະນິດນໍາກັນດິນແຕ່ລະຊະນິດມີລັກສະນະທີ່ແຕກຕ່າງກັນ ເຊິ່ງເພິ່ນໄດ້ແບ່ງອອກເປັນ 3 ປະເພດ ຄື: ດິນໜຽວ, ດິນຜຸຜຸ່ຍ ຫຼື ດິນຮ່ວນ ແລະ ດິນຊາຍ.ດິນແຕ່ລະຊະນິດມີຄວາມແຕກຕ່າງກັນຄືແນວໃດ?3 ມາທົດລອງການຊຶມຜ່ານຂອງນໍ້າໃນດິນປະເພດຕ່າງໆນຳກັນດິນໜຽວດິນຜຸຜຸ່ຍດິນຊາຍດິນໜຽວດິນຜຸຜຸ່ຍດິນຊາຍ90ສ ວ ສສະຫງວນລິຂະສິດ
໙໑4 ມາຮູ້ຈັກຄຸນປະໂຫຍດຂອງດິນປະເພດຕ່າງໆນໍາກັນດິນແຕ່ລະປະເພດມີຄຸນປະໂຫຍດຫຍັງແດ່?ດິນແຕ່ລະປະເພດມີຄຸນປະໂຫຍດທີ່ແຕກຕ່າງກັນ ເຊັ່ນ: ດິນໜຽວ ມີຄວາມ ເໝາະສົມໃນການປັ້ນ: ຈອກ, ຖ້ວຍ, ຈານ, ໝໍ້, ດິນຈີ່...; ດິນຜຸຜຸ່ຍເໝາະສົມ ກັບການປູກພືດ ແລະ ດິນຊາຍ ເໝາະສົມກັບການປູກພືດທີ່ຕ້ອງການນໍ້າໜ້ອຍ ແລະ ໃຊ້ປະສົມກັບປູນເພື່ອກໍ່ສ້າງ.ເຄື່ອງປັ້ນດິນເຜົາປູກຜັກໃຊ້ສໍາລັບກໍ່ສ້າງ91
໙໒5 ມາຮູ້ຈັກລັກສະນະ ແລະ ຄຸນປະໂຫຍດຂອງຫີນປະເພດຕ່າງໆນໍາກັນລັກສະນະຂອງຫີນຊະນິດຕ່າງໆການນໍາໃຊ້ຫີນພວກເຮົານໍາໃຊ້ຫີນເຮັດຫຍັງແດ່? ຫີນມີຂະໜາດ ແລະ ຮູບຮ່າງທີ່ແຕກຕ່າງກັນ ເຊັ່ນ: ມົນ, ກົມ, ຍາວ; ມີສີຂາວ, ສີແດງ, ສີດຳ, ສີເຫຼືອງ... ຫີນມີຄຸນປະໂຫຍດຫຼາຍຢ່າງ ເຊັ່ນ: ເປັນເຄື່ອງໃຊ້: ໂຕະ, ຕັ່ງ, ຄົກ, ສາກ, ຫີນຝົນພ້າ...; ເຄື່ອງປະດັບ: ແຫວນ, ສາຍແຂນ, ສາຍຄໍ, ຕຸ້ມຫູ...; ກໍ່ສ້າງ: ເຮືອນ, ຫົນທາງ, ຂົວ....92ສ ວ ສສະຫງວນລິຂະສິດ
ດວງອາທິດບົດທີ23໙໓ມາຮູ້ຈັກດວງອາທິດ 1ດວງອາທິດໃຫ້ຄຸນປະໂຫຍດຫຍັງແດ່ແກ່ພວກເຮົາ?93
໙໔2 ມາຮູ້ຈັກຄຸນປະໂຫຍດຂອງດວງອາທິດດວງອາທິດໃຫ້ຫຍັງແກ່ສິ່ງມີຊີວິດ? ແສງສະຫວ່າງຈາກດວງອາທິດ ຊ່ວຍໃຫ້ຄົນ ແລະ ສັດເບິ່ງເຫັນສິ່ງຕ່າງໆ. ຄວາມຮ້ອນຈາກດວງອາທິດເຮັດໃຫ້ຄົນ, ສັດອົບອຸ່ນ, ຕາກສິ່ງຂອງ. ນອກຈາກ ນັ້ນ, ແສງຈາກດວງອາທິດຍັງຊ່ວຍໃຫ້ການສ້າງອາຫານຂອງພືດ. ຖາບມດວງອາທດ ້ໍ່ີິໂລກນີ້ກໍຈະມືດ ແລະ ເຢັນ, ສິ່ງມີຊີວິດທັງຫຼາຍກໍຈະຂາດອາຫານ ແລະ ຕາຍໝົດ.ຮູບທີ 1ຮູບທີ 2ຮູບທີ 394ສ ວ ສສະຫງວນລິຂະສິດ
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128