ພາສາລາວກະຊວງສຶກສາທິການແລະກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຊັ້ນປະຖົມສຶກສາປີທີ2ແບບຮຽນເຫຼັ້ມ2ຫ້າມຂາຍ
ສ ວ ສສະຫງວນລິຂະສິດ
ແບບຮຽນພາສາລາວຊັ້ນປະຖົມສຶກສາ ປີທີ ເຫຼັ້ມ 2(ສໍາລັບພາກຮຽນທີ II)ຮຽບຮຽງໂດຍ:ຄໍາສິງ ທະວີສຸກໂອທອງ ຄໍາອິນຊູ ຄູນວິໄລ ເຄນກິຕິສັກ ໄກ່ທອງ ມະວົງສາ ວັນວິສາ ຄໍາມະວົງ ກວດແກ້ໂດຍ:ອ່ອນແກ້ວ ນວນນະວົງແສງເງິນ ໄວຍະກອນ ພອນສິຣິ ອຸໄທວັນແຕ້ມຮູບໂດຍ:ຈົງຄໍາ ພອນແກ້ວພິມເຂົ້າໜ້າໂດຍ:ລັດດາວັນ ຈິດຕະວົງ ກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ20202
ສັນຍະລັກທີ່ນໍາໃຊ້ໃນປຶ້ມໝາຍເຖິງ ການອ່ານປຶ້ມນິທານໝາຍເຖິງ ການອ່ານປຶ້ມອ່ານເສີມໝາຍເຖິງສະຫຼະທີ່ບໍ່ສາມາດປະກອບກັບຕົວສະກົດບາງຕົວ (ມ, ຍ ແລະ ວ)ສ ວ ສສະຫງວນລິຂະສິດ
ຄໍານໍາປຶ້ມແບບຮຽນພາສາລາວຊັ້ນປະຖົມສຶກສາປີທີ 2 ເຫຼັ້ມນີ້ຮຽບຮຽງຂຶ້ນຕາມ ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງປີ 2016 ເພື່ອເປັນສື່ການຮຽນການສອນ ພາສາລາວ ແລະ ເພື່ອໃຫ້ຄູນໍາໃຊ້ຄວບຄູ່ກັບປຶ້ມຄູ່ມືຄູໃນການແນະນໍານັກຮຽນ ປະຕິບັດກິດຈະກໍາໃນແຕ່ລະບົດໃນຊັ້ນປະຖົມສຶກສາປີທີສອງ.ກ່ອນໜ້ານີ້ປຶ້ມແບບຮຽນພາສາລາວຊັ້ນປະຖົມສຶກສາປີທີ 2 ໄດ້ຈັດພິມ ເປັນ ເຫຼັ້ມດຽວ, ແຕ່ການພັດທະນາປັບປຸງໃໝ່ໃນເທື່ອນີ້ ໄດ້ແຍກປຶ້ມແບບຮຽນອອກ ເປັນສອງເຫຼັ້ມ ເພື່ອຄວາມສະດວກໃນການນໍາໃຊ້. ປຶ້ມແບບຮຽນພາສາລາວ ປ.2 ໄດ້ສະໜອງຄວາມຮູ້ດ້ານການຝຶກທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນພາສາລາວທີ່ຫຼາກຫຼາຍ ໂດຍຜ່ານບົດອະທິບາຍ, ບົດພັນລະນາ, ບົດສະແດງຄວາມຄິດ ເຫັນ, ບົດວິທີການ, ບົດເລົ່າຄືນ, ບົດຈິນຕະນາການ ແລະ ຂໍ້ຄວາມ.ເຖງຢ່າງໃດກໍຕາມການຮຽບຮຽງປມແບບຮຽນເຫ້ມນກຄງບປາສະຈາກຂ ິຶ ້ຼ ັີ ້ໍົໍ ່ໍ ້ຂາດຕົກບົກພ່ອງບາງປະການໄດ້. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດ ຜິດພາດຂໍຄວາມຮ່ວມມືມາຍັງທ່ານສ່ງຄໍາຄິດເຫັນມາຍັງສະຖາບັນຄ້ນຄວ້າວິທະົົຍາສາດການສຶກສາ ເພື່ອຈະໄດ້ນໍາໄປເປັນຂໍ້ມູນໃນການປັບປຸງແກ້ໄຂເຮັດໃຫການ້ຈັດພິມຄັ້ງຕໍ່ໄປມີຄຸນນະພາບດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
ສາລະບານໜ້າບົດທີ 18 ບົດເລົ່າຄືນ ........................................................................ 1ບົດທີ 19 ບົດເລົ່າຄືນ (ຕໍ່) ................................................................... 8ບົດທີ 20 ບົດວິທີການ ..................................................................... 14ບົດທີ 21 ບົດວິທີການ (ຕໍ່) ................................................................ 20ບົດທີ 22 ທວນຄືນ .......................................................................... 26ບົດທີ 23 ບົດຈິນຕະນາການ ............................................................. 29ບົດທີ 24 ບົດຈິນຕະນາການ (ຕໍ່) ....................................................... 35ບົດທີ 25 ບົດພັນລະນາ ................................................................... 42ບົດທີ 26 ບົດພັນລະນາ (ຕໍ່) .............................................................. 49ບົດທີ 27 ທວນ ຄືນ .......................................................................... 56ບົດທີ 28 ບົດສະແດງຄວາມຄິດເຫັນ .................................................. 59ບົດທີ 29 ບົດສະແດງຄວາມຄິດເຫັນ (ຕໍ່) ............................................. 67ນິທານ ...................................................................................... 73ຕາຕະລາງ ພະຍັນຊະນະ .................................................................. 86ຕາຕະລາງ ສະຫຼະ ........................................................................... 88ສ ວ ສສະຫງວນລິຂະສິດ
181໑ບົດເລົ່າຄືນບົດທີ18ເບິ່ງ ແລະ ບອກວ່າມີຫຍັງເກີດຂຶ້ນໃນຮູບພາບເຫຼົ່ານີ້1123465
218໒ ອ່ານຄໍາສັບ ແລະ ວະລີ2ອ່ານບົດເລື່ອງ3ກະເປົາເງິນທໍາອິດຫຼັງຈາກນັ້ນຕໍ່ມາຄຶດສັດຊື່ຊົມເຊີຍພູມໃຈຕອນເຊົ້ານີ້ ໃນຂະນະທີ່ຂ້ອຍພວມຍ່າງໄປໂຮງຮຽນ, ຂ້ອຍ ເຫັນເຫດການໜຶ່ງເກີດຂຶ້ນ.ເກັບກະເປົາເງິນເຮ່ຍຕອນເຊົ້ານີ້ເກີດຂຶ້ນຢູ່ທີ່ສີ່ແຍກໄປຮອດເຮືອນການສົ່ງເຄື່ອງຂະນະທີ່ລາວກາຍໄປດີໃຈເມື່ອຂ້ອຍກ່ອນພັກກິນເຂົ້າທ່ຽງ1ສ ວ ສສະຫງວນລິຂະສິດ
318 ໓ມີຜູ້ຊາຍຄົນໜຶ່ງຂີ່ລົດຈັກກາຍຂ້ອຍໄປຢູ່ທາງສີ່ແຍກ. ໃນຂະ ນະທີ່ລາວກາຍຂ້ອຍໄປນັ້ນ ກະເປົາເງິນຂອງລາວໄດ້ຕົກອອກຈາກ ຖົງໂສ້ງ.ຂ້ອຍເກັບເອົາກະເປົາເງິນຂຶ້ນມາ. ຂ້ອຍເຫັນເງິນຈໍານວນຫຼາຍ ຢູ່ໃນກະເປົານັ້ນ. ທໍາອິດຂ້ອຍຄຶດວ່າ: “ໂຊກດີແລ້ວ! ຂ້ອຍຈະ ເອົາເງິນນີ້ໄປໃຫ້ແມ່”. ແຕ່ແມ່ຂອງຂ້ອຍສອນຕະຫຼອດວ່າ “ຕ້ອງ ເປັນຄົນສັດຊື່”.ຫຼັງຈາກນັ້ນ, ຂ້ອຍກໍຄຶດຫາຜູ້ຊາຍຜູ້ທີ່ເຮັດກະເປົາເງິນເຮ່ຍ. ໂອຍ! ດຽວນີ້ລາວຕ້ອງເສຍໃຈຫຼາຍ ເພາະວ່າລາວບໍ່ສາມາດຊື້ສິ່ງທີ່ລາວຕ້ອງການໄດ້. ຕໍ່ມາຂ້ອຍຮູ້ວ່າຄວນເຮັດແນວໃດ.ເມື່ອຂ້ອຍໄປຮອດໂຮງຮຽນ ຂ້ອຍໄດ້ເລົ່າເຫດການທີ່ເກີດຂຶ້ນ ໃຫ້ນາຍຄູຟັງ. ພວກເຮົາບອກຂ່າວນີ້ໃຫ້ຄົນທີ່ຢູ່ໃກ້ໂຮງຮຽນຮູ້້ ແລະ ເຂົາເຈົ້າກໍໄປຊອກຫາຜູ້ຊາຍຄົນນັ້ນ.ກ່ອນພັກກິນເຂົ້າທ່ຽງ ຜູ້ຊາຍຄົນນັ້ນເຂົ້າມາໃນຫ້ອງຮຽນຂອງ ພວກເຮົາ. ເມື່ອຂ້ອຍເອົົາກະເປົາເງິນຄືນໃຫ້ລາວ, ລາວດີໃຈຫຼາຍ. ນາຍຄູ ແລະ ຜູ້ຊາຍຄົນນັ້ນກໍພາກັນຊົມເຊີຍຂ້ອຍ.ເມື່ອຂ້ອຍເລີກຮຽນກັບຮອດເຮືອນ, ຂ້ອຍກໍເລົ່າເຫດການທີ່ ເກີດຂຶ້ນໃຫ້ແມ່ຂ້ອຍຟັງ. ແມ່ເວົ້າວ່າ “ແມ່ພູມໃຈນໍາລູກຫຼາຍ”.234567
418໔ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ໃຜເປັນຜູ້ເລົ່າກ່ຽວກັບເຫດການທີ່ເກີດຂຶ້ນ?2. ເດັກຊາຍເຮັດແນວໃດກ່ຽວກັບກະເປົາເງິນທີ່ລາວເກັບໄດ້?3. ເປັນຫຍັງ ການເປັນຄົນສັດຊື່ ຈຶ່ງດີກວ່າ?ຕອບຄໍາຖາມຕາມເນື້ອໃນບົດເລື່ອງ ແລະ ບອກວ່າຄໍາຕອບນັ້ນຢູ່ວັກຕອນໃດ5ເຫດການເກີດຂຶ້ນເວລາໃດ? ມັນເກີດຂຶ້ນກັບໃຜ? ມັນເກີດຂຶ້ນຢູ່ໃສ? ທໍາອິດ ມີຫຍັງເກີດຂຶ້ນ? ຫຼັງຈາກນັ້ນ ມີຫຍັງເກີດຂຶ້ນ? ເຫດການໄດ້ຈົບລົງ, ຢູ່ໃສ, ເວລາໃດ ແລະ ດ້ວຍວິທີໃດ?123456ສ ວ ສສະຫງວນລິຂະສິດ
518໕ຕອນເຊົ້ານີ້ພວມຍ່າງ.ໃນຂະນະທີ່ລາວໂຮງຮຽນຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກຄໍາຕອບ6ຕົວຢ່າງ: ເດັກຊາຍເກັບກະເປົາເງິນທີ່ເຮ່ຍຢູ່ຫົນທາງເວລາໃດ? 1. ທໍາອິດເດັກຊາຍຄຶດແນວໃດກ່ຽວກັບກະເປົາເງິນ?ລາວ ຈະ ຄຶດວ່າແມ່ ຂ້ອຍ ເອົາໄປໃຫ້ ໂຊກດີແລ້ວ!.ໄປຕອນເຊົ້ານ ໃນຂະນະທີ່ ລາວ ພວມຍ່າງ ໄປ ໂຮງຮຽນ .ີ້
618໖໗2. ໃຜບອກໃຫ້້ຜູ້ຊາຍຄົນນັ້ນເຂົ້າມາໃນຫ້ອງຮຽນ?3. ເດັກຊາຍເລົ່າເຫດການທີ່ເກີດຂຶ້ນໃຫ້ແມ່ລາວຟັງເວລາໃດ?ຜູ້ຄົນ ລາວເປັນຜູ້ .ບອກ ໄປລາວ ແມ່ ເຮືອນຮຽນ .ລາວ ເລີກບອກ ກັບ ຮອດເມື່ອຫັດຂຽນງາມ 7ົກະ ເ າ ເ ນເິ່ຮ ຍເລື່ອງ ແມ່ກົບຊອກລູກງສ ວ ສສະຫງວນລິຂະສິດ
718໗ອ່ານ ແລະ ເລືອກເອົາ 5 ປະໂຫຍກເພື່ອລຽງລໍາດັບຂອງເຫດການໃຫ້ເປັນບົດ ເລົ່າຄືນ81. ປູ່ໃຫ້ພວກເຮົາເຂົ້າໄປໃນເຮືອນ ໃນຂະນະທີ່ລາວຊອກຫາມັນ.2. ຈົ່ງລ້າງມືຂອງເຈົ້າໃຫ້ສະອາດກ່ອນກິນເຂົ້າ.3. ໄລຍະພັກຮຽນຂ້ອຍ ແລະ ອ້າຍໄດ້ໄປຢູ່ເຮືອນປູ່ຂອງຂ້ອຍ.4. ເຂົ້າໜຽວ ແລະ ປີ້ງໄກ່ ແມ່ນອາຫານທີ່ຂ້ອຍມັກທີ່ສຸດ ເພາະວ່າມັນແຊບຫຼາຍ. 5. ຫຼັງຈາກໜຶ່ງຊົ່ວໂມງຜ່ານໄປ, ປູ່ໄດ້ຊອກເຫັນມັນແລ້ວກໍໄລ່ມັນໜີ.6. ຕອນສວາຍມື້ໜຶ່ງ, ພວກເຮົາໄດ້ເຫັນງູຢູ່ໃນສວນ.7. ສໍດໍາມີໄສ້ຢູ່ໃຈກາງ ແລະ ມີໄມ້ໂອບຢູ່ນອກ.8. ປູ່ຖືໄມ້ຄ້ອນແລ່ນໄປຫາງູ ແຕ່ມັນເຂົ້າໄປລີ້ຢູ່ກ້ອງກອງຟືນ.ເລື່ອງ ລີງກັບແຂ້1234568 7
19ບົດເລົ່າຄືນ (ຕໍ່)ບົດທີ19ເບິ່ງ ແລະ ບອກວ່າມີຫຍັງເກີດຂຶ້ນຢູ່ໃນຮູບພາບເຫຼົ່ານີ້ 11234658໘ ໙ສ ວ ສສະຫງວນລິຂະສິດ
ອ່ານຄໍາສັບ ແລະ ວະລີ2ອ່ານບົດເລື່ອງ3ບຸນພາຍສັນຍານທີມຄູ່ຊົມເຊີຍອາທິດແລ້ວນີ້ ຢູ່ໃນບ້ານຂອງຂ້ອຍເຮັດບຸນຊ່ວງເຮືອ. ໃນ ຕອນທ່ຽງ ຂ້ອຍ ແລະ ນາງດາລາໄດ້ໄປແຄມແມ່ນໍ້າບ່ອນທີ່ເຕັມ ໄປດ້ວຍຝູງຄົນເພື່ອໄປເບິ່ງຊ່ວງເຮືອ.ບຸນຊ່ວງເຮືອ1ອາທິດແລ້ວນີ້ກຽມພ້ອມຕອນທ່ຽງສົ່ງສຽງເຊຍຝູງຄົນໃຫ້ກໍາລັງໃຈແຊງຂຶ້ນໜ້າທັນໃດນັ້ນ199໙
ອ້າຍຂອງຂ້ອຍ ແລະ ອ້າຍຂອງດາລາຢູ່ທີມດຽວກັນ. ພໍຮອດ ຮອບທີ່ເຂົາເຈົ້າຊ່ວງ, ພວກເຮົາໄດ້ບຸໄປທາງໜ້າເພື່ອໃຫ້ເຫັນແຈ້ງ.ພວກເຮົາໄດ້ເຫັນເຮືອສອງລໍາຢູ່ກາງແມ່ນໍ້າ, ເຮືອຂອງພວກ ອ້າຍໃສ່ເສື້ອສີແດງ ແລະ ອີກທີມໜຶ່ງໃສ່ສີຂຽວ. ສີພາຍໝົດທຸກ ຄົນໃນທີມນັ່ງເປັນຄູ່, ຈັບໄມ້ພາຍກຽມພ້ອມຊ່ວງກັນ.ຕໍ່ມາສຽງສັນຍານດັງຂຶ້ນ ແລະ ເຂົາເຈົ້າກໍເລີ່ມຊ່ວງ. ເຮືອແຕ່ລະລໍາພຸ່ງອອກດ້ວຍຄວາມໄວສຸດຂີດ. ຝູງຄົນຜູ້ຊົມສົ່ງສຽງໃຫ້ກໍາ ລັງໃຈແຕ່ລະທີມ.ເຮືອທັງສອງລໍາພາຍຊ່ວງຊີງກັນໄປຕະຫຼອດທາງ ແຕ່ໃກ້ຈະ ຮອດຫຼັກໄຊທີມຂອງພວກອ້າຍໄດ້ແຊງຂຶ້ນໜ້າໄປໜ້ອຍໜຶ່ງ ແລະ ໄດ້ໄຊຊະນະ.ທັນໃດນັ້ນ, ສີພາຍໄດ້ຍົກໄມ້ພາຍຂຶ້ນສູງ ແລະ ຮ້ອງໂຮດ້ວຍ ຄວາມດີໃຈ. ຜູ້ຊົມທຸກຄົນກໍສົ່ງສຽງເຊຍ. ດາລາ ແລະ ຂ້ອຍເຕັ້ນ ຂຶ້ນແລ້ວຕົບມືພ້ອມກັບຮ້ອງຊົມເຊີຍອ້າຍຂອງພວກເຮົາດັງໆ.ພວກເຮົາໄດ້ເບິ່ງການຊ່ວງເຮືອຫຼາຍຄູ່ ແຕ່ຄູ່ຂອງອ້າຍພວກ ເຮົາແມ່ນຊະນະເລີດ.2345671910໑o ສ ວ ສສະຫງວນລິຂະສິດ
ກ່ຽວກັບເລົ່າຄືນບຸນຊ່ວງເຮືອຜູ້ໜຶ່ງ.ຕົວຢ່າງ: ໃຜເລົ່າຄືນກ່ຽວກັບບຸນຊ່ວງເຮືອ? ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ເຫດການຂອງບົດເລົ່າຄືນນີ້ແມ່ນກ່ຽວກັບຫຍັງ?2. ເປັນຫຍັງຝູງຄົນຈຶ່ງສົ່ງສຽງເຊຍ ແລະ ບັນດາເດັກຍິງຈຶ່ງເຕັ້ນຂຶ້ຶ້ນແລ້ວຕົບມື?3. ເປັນຫຍັງບັນດາເດັກຍິງຈຶ່ງມັກຊ່ວງເຮືອຫຼາຍທີ່ສຸດ?ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກຄໍາຕອບ5ເດັກຍິງ ຜູ້ໜຶ່ງບຸນຊ່ວງເຮືອ ກ່ຽວກັບ ເລົ່າຄືນ.ເດັກຍິງ1911 ໑໑
1. ບຸນຊ່ວງເຮືອຈັດຂຶ້ນເວລາໃດແລະ ຢູ່ໃສ?ບຸນຊ່ວງເຮືອ ບ້ານ ຈັດຂຶ້ນຂອງລາວ ອາທິດແລ້ວນີ້.ຢູ່ໃນ2. ເດັກຍິງໄປບຸນຊ່ວງເຮືອນໍາໃຜ?3. ເປັນຫຍັງພວກເດັກຍິງຈຶ່ງບຸໄປທາງໜ້າຂອງຝູງຄົນ?ລາວ ນາງດາລາ ກັບໄປ .ຍ້ອນວ່າ ເຂົາເຈົ້າຊ່ວງເຮືອ ທີມຂອງອ້າຍ. ຢາກເຫັນ1912໑ ໒໑ສ ວ ສສະຫງວນລິຂະສິດ
ຫັດຂຽນງາມ 6ົພວກ ເຮາ ບ ົຕືມ ັດໆເລື່ອງ ແມ່ກົບຊອກລູກ (ຕໍ່) ເລື່ອງ ແກ່ນຫຍັງນໍ້? ງ1913໑ ໓
20ບົດວິທີການ ບົດທີ20ເບິ່ງ ແລະ ບອກວິທີການໃຊ້ຮູບພາບເຫຼົ່ານີ້ 1123414໑໔ ສ ວ ສສະຫງວນລິຂະສິດ
1. ແຕ້ມຮູບໃສ່ແຜ່ນເຈ້ຍ.ອ່ານຄໍາສັບ ແລະ ວະລີ2ອ່ານບົດເລື່ອງ3ຕໍ່ຮູບພາບເຈ້ຍແຜ່ນສໍດໍາແຕ້ມພັບຈີກວິທີການສ້າງເກມຕໍ່ຮູບສິ່ງທີ່ຕ້ອງການ •ເຈ້ຍໜຶ່ງແຜ່ນ•ສໍດໍາໜຶ່ງກ້ານຂັ້ນຕອນ2. ພັບແຜ່ນເຈ້ຍໃຫ້ສອງເບື້ອງເທົ່າກັນ.ປິ່ນທາງຂ້າງສັບປົນກັນເປີດໄປຢ່າງລະວັງເຮັດຄືນປິ່ນໜ້າຂຶ້ນປິ່ນຫົວກັບ2015໑໕
3. ພັບເຄິ່ງແຜ່ນເຈ້ຍຕື່ມອີກ.4. ຈີກຕາມຮອຍພັບຢ່າງລະວັງ.5. ວາງຫງາຍແຜ່ນເຈ້ຍທີ່ຈີກໄວ້ເທິງໂຕະ.6. ສັບປົນແຜ່ນຮູບເຫຼົ່ານັ້ນແລ້ວປິ່ນທາງຂ້າງ ຫຼື ປິ່ນຫົວກັບ.7. ໃຫ້ໝູ່ຂອງເຈົ້າພະຍາຍາມຕໍ່ຄືນໃຫ້ເປັນຄືຮູບເດີມ.ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ເຈົ້າຕ້ອງການຫຍັງແດ່ເພື່ອສ້າງເກມຕໍ່ຮູບພາບ?2. ຂັ້ນຕອນທີ່ຍາກແມ່ນຂັ້ນຕອນໃດ? ຍ້ອນຫຍັງ?3. ເຈົ້າຄິດວ່າໝູ່ຂອງເຈົ້າຈະມັກເກມຕໍ່ຮູບພາບຂອງເຈົ້າບໍ່?2016໑໖ ສ ວ ສສະຫງວນລິຂະສິດ
.ຕົວຢ່າງ: ຮູບແບບໃດທີ່ຈະເໝາະສົມທີ່ສຸດສໍາລັບເກມຕໍ່ຮູບ? 1. ຮູບນີ້ເໝາະສົມສໍາລັບເກມຕໍ່ຮູບພາບບໍ່?ບໍ່ຫຼາຍ ເຈ້ຍ .ຍ້ອນວ່າ ຍັງມີບ່ອນວ່າງຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກແລ້ວຂຽນຄໍາຕອບ5ຮູບໃຫຍ່ທີ່ເຕັມໜ້າເຈ້ຍ.ໃຫຍ່ຮູບໜ້າເຈ້ຍທີ່ເຕັມ2017໑໗
2. ຮູບນີ້ເໝາະສົມກວ່າບໍ່?3. ຂ້ອຍຈະເຮັດຫຍັງດຽວນີ້?ແມ່ນແລ້ວ ເໝາະສົມ..ສໍາລັບຕໍ່ຮູບເບິ່ງລອງ.ໃຫ້ໝູ່ ມາເກມຕໍ່ຮູບພາບຫັດຂຽນງາມ 6ັພບ ຈຍເ້ກອນຈ ຈກ່ຶ່ີງ2018໑໘ ສ ວ ສສະຫງວນລິຂະສິດ
ອ່ານ ແລະ ເລືອກເອົາ 4 ປະໂຫຍກເພື່ອລຽງຕາມລໍາດັບຂອງເຫດການໃນບົດວິທີການ7ລູບຢາສະຜົມໃຫ້ທົ່ວຜົມ. ແມ່ເວົ້າວ່າ “ມາເດີ ອາຫານທ່ຽງແລ້ວໆ”. ກ່ອນອື່ນໝົດເອົານໍ້າໃສ່ຜົມໃຫ້ປຽກ. ມື້ຄືນນີ້ ອ້າຍຂອງຂ້ອຍເລົ່ານິທານຕະຫຼົກໃຫ້ຂ້ອຍຟັງ. ລ້າງຢາສະຜົມອອກໃຫ້ໝົດ. ບີບຢາສະຜົມໃສ່ອົ້ງມື. ງູມີເກັດຫຸ້ມລໍາໂຕຂອງມັນ. ຂ້ອຍມັກຢາສະຜົມ ເພາະວ່າມັນເຮັດໃຫ້ຜົມຂອງຂ້ອຍນຸ້ມ ແລະ ສະອາດ.ເລື່ອງ ໜູຊິງເລື່ອງ ເຂົ້າຫຼາມ 123456782019໑໙
21ບົດວິທີການ (ຕໍ່)ບົດທີ21ເບິ່ງ ແລະ ບອກກ່ຽວກັບຮູບພາບເຫຼົ່ານີ້ 112346520໒o ສ ວ ສສະຫງວນລິຂະສິດ
ອ່ານຄໍາສັບ ແລະ ວະລີ2ອ່ານບົດເລື່ອງ3ລະບຽບເປັນໄຂ້ເອົາໃຈໃສ່ຢູ່ໃສກໍຕາມມີສັດຫຼາຍຊະນິດທີ່ສາມາດກັດ ຫຼື ຕອດເຮົາໄດ້. ການກັດ ຫຼື ຕອດຂອງສັດເຫຼົ່ານັ້ນ ມັນສາມາດເຮັດໃຫ້ເຮົາເຈັບປວດ ຫຼື ເປັນໄຂ້ໄດ້.ກັດ ຫຼື ຕອດ1ຕອດຫຼີກເວັ້ນກັດພືດເຈັບປວດ2121໒໑
ສິ່ງທີ່ຄວນຫຼີກເວັ້ນຈາກການກັດ ຫຼື ຕອດຂອງສັດມີດັ່ງຕໍ່ໄປ ນີ້:ສິ່ງທີ່ບໍ່ຄວນເຮັດ• ຢ່າຈັບເອົາສິ່ງຂອງໂດຍທີ່ເຮົາບໍ່ເຫັນແຈ້ງ.• ຢ່າເອົາມືແຫຍ່ເຂົ້າໃນໂກນໄມ້ ແລະ ຮູຕ່າງໆ.• ຢ່າຍ່າງໄປຕາມທາງທີ່ມີຫຍ້າຮົກ.• ຢ່າເອົາເຄື່ອງທີ່ປະໄວ້ຊະຊາຍມານຸ່ງ.• ຢ່າຈັບສັດປ່າທີ່ສາມາດກັດ ຫຼື ຕອດ.• ຢ່າໄປຢູ່ໃກ້ຮັງຂອງສັດທີ່ສາມາດກັດ ຫຼື ຕອດ.2ສິ່ງທີ່ຄວນເຮັດ• ໃຫ້ເອົາໃຈໃສ່ເບິ່ງສິ່ງທີ່ຢູ່ອ້ອມຕົວເຮົາ.3ພວກເຮົາຈະມີຄວາມປອດໄພຫຼາຍຂຶ້ນ ຖ້າພວກເຮົາປະຕິບັດຕາມສິ່ງທີ່ຄວນຫຼີກເວັ້ນ ແລະ ສິ່ງທີ່ຄວນເຮັດເຫຼົ່ານີ້.4ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ເປັນຫຍັງຜູ້ຂຽນຈຶ່ງຂຽນເລື່ອງນີ້?2. ສິ່ງທີ່ຄວນເຮັດສຸດທ້າຍມີຄວາມໝາຍແນວໃດ?3. ເຈົ້າຈະປະຕິບັດຕາມສິ່ງທີ່ຄວນຫຼີກເວັ້ນ ແລະສິ່ງທີ່ຄວນເຮັດເຫຼົ່ານີ້ບໍ່? ຍ້ອນຫຍັງ?2122໒ ໒໒ສ ວ ສສະຫງວນລິຂະສິດ
ປຶ້ມແບບຮຽນໃນການໃຊ້ມີລະບຽບພວກເຮົາເຈົ້າ.ຕົວຢ່າງ: ເຈົ້າມີລະບຽບໃນການໃຊ້ປຶ້ມແບບຮຽນບໍ່? ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກຄໍາຕອບ5ເຈົ້າ. ພວກເຮົາ ມີ ລະບຽບ ໃນການໃຊ້ ປຶ້ມແບບຮຽນ ..1. ລະບຽບຂໍ້ທີໜຶ່ງແມ່ນຫຍັງ?ຢ່າ ປຶ້ມແບບຮຽນ. ໃສ່ ຂຽນ2123໒ ໓
2. ລະບຽບຂໍ້ທີ 2 ແມ່ນຫຍັງ?3. ຍັງມີລະບຽບຂໍ້ອື່ນອີກບໍ່?ຢ່າ ປຽກເຮັດໃຫ້ .ຫຼືປຶ້ມເປື້ອນບໍ່ໃຫ້ ເຈົ້າຍັງມີອີກຂໍ້ໜຶ່ງ ຮັກສາປຶ້ມ .ມັນຫຍໍ່ແລະ ຍັງມີຂໍ້ໜຶ່ງອີກ: ຮຽນດ້ວຍຄວາມມ່ວນຊື່ນ.ຫັດຂຽນງາມ 6ຄວນລະວສດ າຍຮັັ້ງ2124໒໔໒ສ ວ ສສະຫງວນລິຂະສິດ
ເບິ່ງ ແລະ ຂຽນສິ່ງທີ່ບໍ່ຄວນເຮັດຕາມຮູບພາບລຸ່ມນີ້7123465ເລື່ອງ ໜູຊິງ (ຕໍ່)ເລື່ອງ ຄິດຢ້ານເກີນໄປ2125໒ ໕
22ທວນຄືນບົດທີ22ບອກຊື່ ແລະ ອອກສຽງສະຫຼະທີ່ມີຕົວສະກົດ 1ອ່ານຄໍາສັບ ແລະ ວະລີ2ອວຍເ ືອນອໂ ມອອ ັງອ ຽງອ ູກແ ວ ອເ ັດອອອມແ ັງອອ ົບອຽກອ ຸດບຸນຫຼີກເວັ້ນກົດລະບຽບພັບເມືອເພາະວ່າເຈັບປວດທຽບຕ່ອນຈີກລະວັງທັນໃດນັ້ນຫຼັງຈາກນັ້ນຈາກນັ້ນປິ່ນຫົວກັບກຽມພ້ອມຕອນເຊົ້ານີ້ອາທິດແລ້ວນີ້26໒໖ ສ ວ ສສະຫງວນລິຂະສິດ
ເລືອກຄໍາສັບ ແລະ ວະລີຈາກຂໍ້ 2 ຕື່ມໃສ່ບ່ອນວ່າງ ແລະ ຂຽນປະໂຫຍກໃສ່ປຶ້ມ ຂຽນ ແລ້ວແຕ້ມຮູບກ່ຽວກັບປະໂຫຍກໃດໜຶ່ງ 3ເບິ່ງ ແລະ ບອກວ່າຮູບໃດບໍ່ຄວນເຮັດ412341. ....... ອາກາດຮ້ອນຫຼາຍ, ........ ຝົນໄດ້ຕົກລົງມາ. ດັ່ງນັ້ນ, ດຽວນີ້ອາກາດຈຶ່ງເຢັນລົງແລ້ວ 2. .......ພວກເຮົາມີ........ ບ້ານ ທຸກຄົນໄດ້ເຂົ້າຮ່ວມ 3. ໝານ້ອຍ........ ເຈ້ຍເປັນ .......4. ຫຼັງຈາກຂ້ອຍລົ້ມ ແຂນຂອງຂ້ອຍບໍ່ໄດ້ເຈັບ ......., ແຕ່ຕໍ່ມາມັນ .......5. ເວລານາຍຄູໃຫ້ເຄົາລົບທຸງພວກເຮົາຕ້ອງເອົາໃຈໃສ່.ເພາະວ່າມັນແມ່ນ ............ .2227໒໗
ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກ ແລ້ວຈັບຄູ່ປະໂຫຍກໃສ່ຮູບພາບໃນຂໍ້ທີ 4 5ເບິ່ງຮູບ ແລ້ວເລົ່າຄືນເຫດການທີ່ເກີດຂຶ້ນ ແລະ ສອນເວົ້າສິ່ງທີ່ພໍ່ບອກ.61. ຢ່າ ຂີ້ຕົມ ຫຼິ້ນ . 2. ໃສ່ ຢ່າ ຝາເຮືອນ ແຕ້ມ . 3. ຈົ່ງໃຊ້ປຶ້ມ ເທົ່ານັ້ນ ສໍາລັບ . ອ່ານ ເອົາໄປຫຼິ້ນ ບໍ່ໃຫ້ 4. ບ່ອນ ປອດໄພ ຈົ່ງມ້ຽນຢາ ຫ່າງໄກຈາກ ໄວ້ ເດັກນ້ອຍ .1234ເລື່ອງ ແມ່ນຫຍັງເລື່ອງ ສຽງແຄນຂອງກະໂຕ້ນ2228໒໘ສ ວ ສສະຫງວນລິຂະສິດ
23ບົດຈິນຕະນາການ ບົດທີ23ເບິ່ງ ແລະ ຈິນຕະນາການກ່ຽວກັບຮູບພາບເຫຼົ່ານີ້1ອ່ານຄໍາສັບ ແລະ ວະລີ 2ວິເສດທັນທີຄວາມຜິດສຸດທ້າຍທໍາອິດຈົນເຖິງຖ້າວ່າເລີ່ມຕົ້ນເປັນຫ່ວງມື້ຕໍ່ມາໜ້າສົນໃຈແຕ່ລະມື້ຄວາມຄິດທີ່ດີຍັງເທື່ອແຕ່ຕໍ່ມາຍ້ອນແນວນີ້ຕັ້ງແຕ່ນັ້ນມາເຫຼັ້ມຕໍ່ເຫຼັ້ມ123429໒໙
4ອ່ານບົດເລື່ອງ3ຄັ້ງໜຶຶ່ງຍັງມີນັກຮຽນຫ້ອງ ປ.2 ຜູ້ໜຶ່ງຊື່ວ່າ ທ້າວເດດ. ລາວ ອ່ານຍັງບໍ່ໄດ້ດີ. ທັງອ່ານຊ້າ ແລະ ອ່ານຜິດຫຼາຍ. ຍ້ອນແນວນີ້ ລາວ ຈຶ່ງບໍ່ມັກການອ່ານ.ມື້ໜຶ່ງ, ທ້າວເດດເວົ້າກັບແມ່ຂອງລາວວ່າ: “ລູກບໍ່ຢາກອ່ານ ປຶ້ມອີກແລ້ວ”. ທໍາອິດ ແມ່ຂອງລາວເປັນຫ່ວງຫຼາຍແຕ່ຕໍ່ມາລາວ ມີຄວາມຄິດທີ່ດີໃຫ້ລູກລາວ.ມື້ຕໍ່ມາ, ແມ່ເອົາແກັດປຶ້ມນິທານມາໃຫ້ທ້າວເດດ. ແມ່ເວົ້າ ວ່າ: “ມີປຶ້ມວິເສດຢູ່ໃນແກັດນີ້. ຖ້າລູກໄດ້ອ່ານປຶ້ມເຫຼັ້ມນັ້ນລູກກໍ ຈະອ່ານໄດ້ເກັ່ງ”. “ມັນແມ່ນເຫຼັ້ມໃດ?” ທ້າວເດດຖາມແມ່. ແມ່ ຍັງບອກບໍ່ໄດ້ແມ່ຕອບວ່າ: “ລູກຕ້ອງຊອກຫາເອງມັນຈຶ່ງເກີດຄວາມວິເສດ”.ທ້າວເດດຮູ້ສຶກຕື່ນເຕັ້ນຫຼາຍ. ລາວເລີ່ມອ່ານປຶ້ມນິທານເຫຼັ້ມ ຕ່ເຫ້ມທຸກມ້ຈົນປ້ມຍັງເຫືອແຕ່ສອງເຫ້ມສຸດທ້າຍທ່ລາວບ່ທັນໄດ້ ໍຼ ັືຶຼຼ ັີໍອ່ານ.ປຶ້ມວິເສດ1233023໓ o ສ ວ ສສະຫງວນລິຂະສິດ
ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ເປັນຫຍັງທ້າວເດດຈຶ່ງບໍ່ມັກອ່ານ?2. ເປັນຫຍັງທ້າວເດດຈຶ່ງອ່ານປຶ້ມນິທານເຫຼັ້ມຕໍ່ເຫຼັ້ມ?3. ມີປຶ້ຶ້ມນິທານວິເສດບໍ່?56ທ້າວເດດຈັບເອົາປຶ້ມເຫຼັ້ມໜຶ່ງຂຶ້ນມາ ແລ້ວກໍເລີ່ມຕົ້ນອ່ານ. ລາວຮູ້ສຶກວ່າສາມາດອ່ານນິທານໄດ້ລ່ຽນໄຫຼຂຶ້ນ. ລາວຮ້ອງແມ່ ແລະ ເອົາປຶ້ມໃຫ້ແມ່ເບິ່ງ ແລ້ວເວົ້າວ່າ: ‘‘ແມ່, ເບິ່ງແມ໋. ໃນທີ່ ສຸດ! ລູກກໍຊອກເຫັນປຶ້ມວິເສດແລ້ວ’’.ຕັ້ງແຕ່ນັ້ນມາ, ທ້າວເດດກໍສາມາດອ່ານໄດ້ຢ່າງລ່ຽນໄຫຼ ແລະ ຍັງມັກອ່ານອີກດ້ວຍ.ຕອບຄໍາຖາມຕາມເນື້ອໃນບົດເລື່ອງ ແລະ ບອກວ່າຄໍາຕອບນັ້ນຢູ່ວັກຕອນໃດ51. ນິທານເວົ້າກ່ຽວກັບໃຜ?2. ບັນຫາທີ່ເກີດຂຶ້ນແມ່ນຫຍັງ?3. ບັນຫາດັ່ງກ່າວໄດ້ແກ້ໄຂດ້ວຍວິທີໃດ?4. ສຸດທ້າຍການອ່ານຂອງທ້າວເດດ ເປັນແນວໃດ?3123໓໑
ຊ້າອ່ານ.ມີຄວາມຜິດຫຼາຍລາວແລະ ຕົວຢ່າງ: ການອ່ານຂອງທ້າວເດດ ເວລາເລີ່ມຕົ້ນອ່ານນິທານເປັນແນວໃດ?ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກຄໍາຕອບ6ລາວ ອ່ານຊ້າ ແລະ ມີຄວາມຜິດ ຫຼາຍ .1. ແມ່ໄດ້ເອົາຫຍັງໃຫ້ທ້າວເດດ?ລາວ ນິທານ.ແກັດປຶ້ມ ເອົາ ໃຫ້ທ້າວເດດ3223໓໒ ສ ວ ສສະຫງວນລິຂະສິດ
3. ເປັນຫຍັງປຶ້ມເຫຼັ້ມນີ້ຈຶ່ງແມ່ນປຶ້ມວິເສດ?ລາວ ປຶ້ມວິເສດຊອກຫາ.ອ່ານໄດ້ ສາມາດ ຢ່າງ ທ້າວເດດ ລ່ຽນໄຫຼ.ຍ້ອນວ່າຫັດຂຽນງາມ 72. ທ້າວເດດຊອກຫາປຶ້ມເຫຼັ້ມໃດ?ຂອຍອ ນາມ ເ ວສ ດ້່ຶຶ້ິ3323໓໓
ອ່ານ ແລະ ເລືອກເອົາ 4 ປະໂຫຍກ ເພື່ອລຽງລໍາດັບຂອງເຫດການໃນບົດຈິນຕະ ນາການ8ຄັ້ງໜຶ່ງເດັກຊາຍຄົນໜຶ່ງໄດ້ໄປຫາປານໍາພໍ່ຂອງລາວ.ຂຸດຂຸມແລ້ວເອົາແກ່ນພືດລົງໃສ່. ຕັ້ງແຕ່ນັ້ນມາ ເດັກຊາຍ ແລະ ພໍ່ຂອງລາວກໍປົກປ້ອງປາຂ່າທຸກ ໂຕ.ມ້າມີ 4 ຂາ ແລະ ໜຶ່ງຫາງ. ບອກແມ່ຂອງເຈົ້າແດ່ເດີວ່າ ຂ້ອຍຈະມາຫາລາວເວລາ 6 ໂມງ.ເວລາເຮືອຕໍາກ້ອນຫີນ ໃນທັນໃດນັ້ນເດັກຊາຍຄົນນັ້ນ ກໍຕົກລົງ ນໍ້າ.ຂ້ອຍມັກນົກແກ້ວ ເພາະວ່າ ມັນຮ້ອງດັງ ແລະ ມີຫຼາຍສີ. ມີປາຂ່າໃຫຍ່ໂຕໜຶ່ງໄດ້ຊ່ວຍເດັກຍິງຄົນນັ້ນຂຶ້ນຈາກນໍ້າ ແລ້ວພາລາວໄປຫາເຮືອ.12345678ເລື່ອງ ແມ່ນຫຍັງ (ຕໍ່)ເລື່ອງ ຫົງວິເສດ3423໓໔ສ ວ ສສະຫງວນລິຂະສິດ
24ບົດຈິນຕະນາການ (ຕໍ່) ບົດທີ24ເບິ່ງ ແລະ ຈິນຕະນາການກ່ຽວກັບຮູບພາບເຫຼົ່ານີ້113465235໓໕
ອ່ານຄໍາສັບ ແລະ ວະລີ2ອ່ານບົດເລື່ອງ3ປາຂ່າເລື້ອຍໆລົດຊາດຕະຫຼອດກ້ອງບາງຄັ້ງປົກປ້ອງກະແສນໍ້າປາໂລມາເຖິງແມ່ນວ່າພາຍເຮືອແຮງໂພດຢື້ເຖິງທີ່ຢ້ານກົວຮູ້ບຸນຄຸນເອົາຂຶ້ນຄັ້ງໜຶ່ງ ຍັງມີເດັກຊາຍຜູ້ໜຶ່ງຊື່ວ່າ ທ້າວຄໍາແພງ. ລາວໄປຫາ ປານໍາພໍ່ຂອງລາວເລື້ອຍໆ. ລາວພາຍເຮືອໃນຂະນະທີ່ພໍ່ຂອງ ລາວຫວ່ານແຫ. ຄໍາແພງມັກຊ່ວຍພໍ່ຍ້ອນວ່າພໍ່ມັກເລົ່າເລື່ອງກ່ຽວກັບປາໂລມາໃຫ້ຟັງຕະຫຼອດ.ປາຂ່າ12436໓ ໖ສ ວ ສສະຫງວນລິຂະສິດ
ພໍ່ເລົ່າວ່າ: “ປາໂລມາ ຍັງມີເຫຼືອຈໍານວນໜ້ອຍໂຕແລ້ວ. ດັ່ງ ນັ້ນ, ເພິ່ນຈຶ່ງປົກປ້ອງມັນ. ເຖິງແມ່ນວ່າຜ່ານມາຜູ້ຄົນຈະຕຶກໄດ້ກໍ ຕ້ອງປ່ອຍ. ປາໂລມາອາໄສຢູ່ໃນທະເລ, ແຕ່ວ່າໃນແມ່ນໍ້າຂອງກໍມີ ປາໂລມາ ຊຶ່ງມີຄົນເຄີຍຈັບໄດ້ ແລະ ກໍເອົາມາກິນ ລົດຊາດຂອງປາ ໂລມາຄ້າຍຄືກັນກັບຂ່າ. ຍ້ອນແນວນັ້ນ, ຄົນທັງຫຼາຍຈຶ່ງເອີ້ນມັນ ວ່າປາຂ່າ”.ມີມື້ໜຶ່ງ, ພໍ່ໄດ້ຫວ່ານແຫແຮງໂພດ ຈຶ່ງເຮັດໃຫ້ເຮືອຕໍາໃສ່ ກ້ອນຫີນຢ່າງກະທັນຫັນ. ທ້າວຄໍາແພງຕົກລົງນໍ້າ ແລະ ກະແສນໍ້າ ພັດເອົາລາວອອກໄປໄກຈາກເຮືອ. ພໍ່ຂອງຄໍາແພງຟ້າວພາຍເຮືອ ອອກໄປຫາລູກ.ພໍ່ຢ້ານຫຼາຍເວລາລາວເຫັນປາຂ່າໂຕໃຫຍ່ລອຍເຂົ້າໄປຫາຄໍາແພງ. ປາຂ່າລອຍຢູ່ກ້ອງຄໍາແພງ ແລ້ວເອົາຫຼັງຂອງມັນຊູເອົາ ລາວຂຶ້ນ ແລ້ວລອຍໄປຫາເຮືອ. ເມື່ອພໍ່ເຫັນກໍຮີບຢື້ມືດຶງເອົາຄໍາແພງຂຶ້ນເຮືອຄືນ.ໃນຂະນະທີ່ປາຂ່າລອຍຈາກໄປນັ້ນທັງພໍ່ ແລະ ລູກຊາຍມີ ຄວາມຮູ້ສຶກຕື້ນຕັນໃຈຫຼາຍ. ຄໍາແພງຈຶ່ງເວົ້າຂຶ້ນວ່າ: “ພວກເຮົາ ພາກັນປົກປ້ອງປາຂ່າເທາະ”.23452437໓໗
.ເວົ້ານິທານແລະ ຄໍາແພງກ່ຽວກັບພໍ່ຕົວຢ່າງ: ນິທານເວົ້າກ່ຽວກັບຫຍັງ?ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ເປັນຫຍັງທ້າວຄໍາແພງຈຶ່ງມັກໄປຫາປານໍາພໍ່ຂອງລາວ?2. ເປັນຫຍັງທ້າວຄໍາແພງຈຶ່ງຕົກເຮືອ?3. ເປັນຫຍັງທ້າວຄໍາແພງ ແລະ ພໍ່ຈຶ່ງປົກປ້ອງປາຂ່າ?ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກ ແລ້ວຂຽນຄໍາຕອບ5ເວົ້າ ກ່ຽວກັບ ພໍ່ ນິທານແລະ ຄໍາແພງ.2438໓ ໘ສ ວ ສສະຫງວນລິຂະສິດ
1. ມີບັນຫາຫຍັງເກີດຂຶ້ນ?ຄໍາແພງ ນໍ້າ .ຕົກລົງ2. ບັນຫາໄດ້ແກ້ໄຂດ້ວຍວິທີໃດ?3. ມີຫຍັງເກີດຂຶ້ນຢູ່ຕອນຈົບຂອງນິທານ?ປາຂ່າ ພາ ເຮືອ ກັບຄືນຄໍາແພງ .ຮູ້ສຶກ ຕື້ນຕັນໃຈພໍ ຫຼາຍ. ຄໍາແພງ ແລະ່2439໓໙
ຫັດຂຽນງາມ 6ເບິ່ງ ແລະ ບອກວ່າມີຫຍັງເກີດຂຶ້ນກັບເດັກຊາຍ ແລ້ວເລົ່າເຫດການທີ່ອາດຈະ ເກີດຂຶ້ນໃນຮູບທີ່ຍັງວ່າງ 71234່ຫາມລາ າຂາ່້ເລື່ອງ ເສືອກັບສິງ2440໔oສ ວ ສສະຫງວນລິຂະສິດ
ຈົ່ງເລືອກເອົາສັດໂຕໜຶ່ງເພື່ອຊ່ວຍເດັກຊາຍ.ເລື່ອງ ປຶ້ມມະຫັດສະຈັນ2441໔໑
25ບົດພັນລະນາ ບົດທີ25ເບິ່ງ ແລະ ພັນລະນາຮູບພາບເຫຼົ່ານີ້ 1123442໔໒ ສ ວ ສສະຫງວນລິຂະສິດ
ອ່ານບົດເລື່ອງ3ຕົ້ນໄມ້ໃຫຍ່ ແລະ ສູງແມ່ນຕົ້ນທີ່ແກ່. ຕົ້ນໄມ້ແກ່ແມ່ນຕົ້ນ ໄມ້ທີ່ມີຄວາມສໍາຄັນ.ຕົ້ນໄມ້ແກ່ອ່ານຄໍາສັບ ແລະ ວະລີ2ສິ່ງທີ່ມີຊີວິດຍັງທົດແທນຕະຫຼອດການທີ່ປອດໄພສູງທີ່ສຸດສໍາຄັນທີ່ສຸດໃຫຍ່ກວ່າໃບດົກທີ່ມີຄຸນຄ່າທີ່ແຂງແຮງ2ຕົ້ນໄມ້ສ່ວນຫຼາຍມີດອກ, ໝາກ ແລະ ແກ່ນ ສັດຕ່າງໆມັກ ກິນໄດ້. ຕົ້ນໄມ້ແກ່ມີເປືອກໜາ, ງ່າໃຫຍ່, ໃບດກ ມນເປັນບ່ອນ ົັອາໄສຂອງສັດຕ່າງໆ.12543໔໓
ອ່ານ ແລະ ຕອບຄໍາຖາມ ແລ້ວຂຽນຄໍາຕອບ 41. ບົດເລື່ອງຂ້າງເທິງນີ້ເວົ້າກ່ຽວກັບຫຍັງ?2. ຕົ້ນໄມ້ທີ່ແກ່ແຕກຕ່າງຈາກຕົ້ນໄມ້ອ່ອນແນວໃດ?3. ຕົ້ນໄມ້ແກ່ຜະລິດອາກາດສົດບໍ່?4. ຖ້າຕ້ອງການໃຊ້ໄມ້. ພວກເຮົາຄວນຕັດຕົ້ນໄມ້ທີ່ແກ່ມາໃຊ້ບໍ່?ຕົ້ນໄມ້ທີ່ແກ່ຍັງມີຄວາມສໍາຄັນຕໍ່ຄົນເຊັ່ນດຽວກັນ. ຕົ້ນໄມ້ ທຸກຕົ້ນໃຫ້ອາກາດສົດທີ່ພວກເຮົາຫາຍໃຈເອົາ ແລະ ປ່າໄມ້ທີ່ອຸ ດົມສົມບູນແມ່ນບ່ອນຜະລິດອາກາດສົດ. ແຕ່ປ່າໄມ້ຈະອຸດົມສົມ ບູນໄດ້ກໍຕໍ່ເມື່ອມັນມີຕົ້ນໄມ້ທີ່ແກ່ຫຼາຍຕົ້ນ.ຕົ້ນໄມ້ແກ່ອາດມີອາຍຸເປັນພັນປີ. ຖ້າພວກເຮົາຕັດຕົ້ນໄມ້ທີ່ ແກ່ ພວກເຮົາຈະສູນເສຍຜົນປະໂຫຍດເປັນເວລາຍາວນານ. ຕົ້ນ ໄມ້ແກ່ໄດ້ຖືກທໍາລາຍເພື່ອເຮັດເປັນບ່ອນປູກຝັງ ຫຼື ສ້າງເປັນສະ ຖານທີ່ຢູ່ອາໄສ. ຕົ້ນໄມ້ຈໍານວນຫຼາຍຍັງຖືກຕັດເພື່ອເອົາໄມ້.ຕົ້ນໄມ້ແກ່ທີ່ຍັງເຫຼືອຢູ່ໃນປ່າປັດຈຸບັນມີຄຸນຄ່າຫຼາຍ.3542544໔໔ສ ວ ສສະຫງວນລິຂະສິດ
Search