ຄູ່ມືຄູຄຸນສົມບັດສຶກສາຊັ້ນປະຖົມສຶກສາກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ປີທີ2ຫ້າມຂາຍ
ສ ວ ສສະຫງວນລິຂະສິດ
ຄູ່ມືຄູຄຸນສົມບັດສຶກສາຊັ້ນປະຖົມສຶກສາ ປີທີ 2ຮຽບຮຽງໂດຍ:ພັນສອນ ທັນນະວົງມີໄຊສະຫວັດ ແສງສະຫວ່າງພຸດທະວັນ ພິມມະທອງສາຍຄໍາ ແກ້ວສະໝອນກວດແກ້ໂດຍ:ອ່ອນແກ້ວ ນວນນະວົງ ແສງເງິນ ໄວຍະກອນເຂົ້າໜ້າໂດຍ:ສີວິໄລ ແກ້ວມະນີວັນແຕ້ມຮູບໂດຍ: ນີວົງ ແສງສະກຸນອຸ່ນຫຼ້າ ສັນຕິກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020
ດ້ວຍການຮ່ວມມືກວດຜ່ານ ແລະ ປະກອບຄໍາເຫັນຈາກ:ບົວໄຂ ພົມມມະຈັນຄໍາຜິວ ນາມລໍາມູນບຸນມີ ຈັນທະອຸດົມສຸກສະຫວັນ ອິນຄະວິໄລໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບWith technical support from the Australian Government and the European Union ສ ວ ສສະຫງວນລິຂະສິດ
ຄໍານໍາປຶ້ມຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ.2 ສະບັບນີ້ໄດ້ຮັບການປັບປຸງ ແລະ ຮຽບຮຽງຕາມຫຼັກສູດຊັ້ນປະຖົມ ສຶກສາ ສະບັບປັບປຸງ ປີ 2016. ປຶ້ມຄູ່ມືຄູແມ່ນເອກະສານປະກອບການສອນທີ່ສໍາຄັນຢ່າງຍິ່ງສໍາລັບຄູ ໃນການວາງແຜນ ແລະ ແຕ່ງບົດສອນ, ກະກຽມອຸປະກອນ, ການວັດ ແລະ ປະເມີນຜົນ ສໍາລັບການສອນຂອງຕົນ ເພື່ອໃຫ້ມີຄວາມ ສອດຄ່ອງກັບ ສະມັດຖະພາບຂອງວິຊາຮຽນ ແລະ ແທດເໝາະກັບນັກຮຽນໃນແຕ່ລະທ້ອງຖິ່ນ. ນອກຈາກນີ້ ຍັງໄດ້ແນະ ນໍາລະອຽດຢູ່ໃນກິດຈະກໍາການຮຽນການສອນຄື: ຂັ້ນນໍາເຂົ້າສູ່ບົດຮຽນ, ຂັ້ນຈັດກິດຈະກໍາການຮຽນ, ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ ແລະ ຂັ້ນສະຫຼຸບ.ປຶ້ມຄູ່ມືຄູນີ້ ປະກອບດ້ວຍບົດຮຽນ 30 ບົດ ລວມທັງບົດເປີດຫົວເລື່ອງ ໂດຍເນັ້ນໃສ່ເນື້ອໃນສໍາຄັນຂອງວິຊາຄຸນສົມບັດສຶກສາ ຂັ້ນ ປ.2 ດັ່ງນີ້:ດ້ານການປະພຶດ: ນັກຮຽນຈະໄດ້ຮຽນກ່ຽວກັບການເຄົາລົບນັບຖື, ມີຄວາມຮັບຜິດຊອບຕ່ຄອບຄົວ, ມີຄວາມສັດຊ່, ໍືມີຄວາມເມດຕາຕໍ່ໝູ່ ແລະ ຄົນໃນຄອບຄົວ, ເຄົານັບຖືໝູ່ເພື່ອນ, ຊ່ວຍເຫຼືອເພື່ອນບ້ານ ແລະ ອື່ນໆ.ດ້ານສິດທິ ແລະ ກົດລະບຽບ: ນັກຮຽນຈະໄດ້ຮຽນກ່ຽວກັບລະບຽບການນຸ່ງຖື, ການນໍາໃຊ້ຖະໜົນຢ່າງປອດໄພ ແລະ ກົດລະບຽບທີ່ຈະຕ້ອງໄດ້ປະຕິບັດເປັນປະຈໍາຢູ່ໃນໂຮງຮຽນ.ດ້ານຄວາມຮັບຜິດຊອບ: ນັກຮຽນຈະໄດ້ຮຽນກ່ຽວກັບຄວາມຮັບຜິດຊອບຕໍ່ສິ່ງຂອງຕົນເອງ, ຄອບຄົວ ແລະ ສ່ວນ ລວມ. ນອກຈາກນີ້ຍັງເຂົ້າໃຈເຖິງຄວາມສໍາຄັນຂອງການປະຢັດ ແລະ ອື່ນໆ.ເຖິງຢ່າງໃດກໍຕາມ, ການຮຽບຮຽງປຶ້ມຄູ່ມືຄູເຫຼັ້ມນີ້ບໍ່ປາສະຈາກໄດ້ຂໍ້ຂາດຕົກບົກພ່ອງບາງປະການ. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍໃຫ້ສົ່ງຄໍາຄິດຄໍາເຫັນຂອງທ່ານມາຍັງສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ. ພ້ອມດຽວກັນນີ້, ຄະນະຮັບຜິດຊອບໃນການປັບປຸງ ແລະ ຮຽບຮຽງປຶ້ມຄູ່ມືຄູສະບັບນີ້ມີຄວາມຍິນດີ ເປັນຢ່າງຍິ່ງ ທີ່ຈະຮັບເອົາທຸກຄໍາຄິດຄໍາເຫັນຂອງບັນດາທ່ານ ເພື່ອປັບປຸງປຶ້ມດັ່ງກ່າວໃຫ້ມີຄຸນນະພາບດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະແກນບ່ອນນີ້ສໍາລັບການຮຽນການສອນເພີ່ມເຕີມ
ສາລະບານI. ແນະນໍາລວມສໍາລັບວິຊາຄຸນສົມບັດສຶກສາ ຂັ້ນ ປ.2 ............................................................ 1II. ແນະນໍາການສອນແຕ່ລະບົດ........................................................................................ 7ບົດເປີດຫົວເລື່ອງ ............................................................................................................. 7ບົດທີ 1 ການນໍາໃຊ້ທາງຍ່າງທີ່ຖືກຕ້ອງ ........................................................................... 12ບົດທີ 2 ການເຄົາລົບນັບຖືຄູໃນໂຮງຮຽນ ......................................................................... 15ບົດທີ 3 ການປະຕິບັດກົດລະບຽບຂອງຫ້ອງຮຽນ .............................................................. 18ບົດທີ 4 ດຸໝັ່ນໃນການອະນາໄມຫ້ອງຮຽນ ....................................................................... 21ບົດທີ 5 ຮູ້ບຸນຄຸນຄູ ..................................................................................................... 25 ບົດທີ 6 ການໃຊ້ຄໍາເວົ້າທີ່ສຸພາບ .................................................................................... 28ບົດທີ 7 ການຊ່ວຍເຫຼືອໝູ່ເພື່ອນ .................................................................................... 32ບົດທີ 8 ການຮັກສາທຸງຊາດ ......................................................................................... 35ບົດທີ 9 ການຮັກສາອຸປະກອນການຮຽນ .......................................................................... 38ບົດທີ 10 ການນຸ່ງເຄື່ອງໃຫ້ຖືກສະຖານທີ່ ........................................................................... 41ບົດທີ 11 ດຸໝັ່ນຕໍ່ການຮຽນ ............................................................................................ 44ບົດທີ 12 ຄວາມຮັບຜິດຊອບຕໍ່ການຮຽນ ........................................................................... 47ບົດທີ 13 ຄວາມສັດຊື່ຕໍ່ໝູ່ເພື່ອນ ..................................................................................... 50ບົດທີ 14 ກ້າເວົ້າຄວາມຈິງຕໍ່ຄົນໃນຄອບຄົວ ...................................................................... 54ບົດທີ 15 ການຮັບເອົາສິ່ງຂອງທີ່ບໍ່ຖືກຕ້ອງ ......................................................................... 57ບົດທີ 16 ການເປັນແບບຢ່າງໃຫ້ໝູ່ເພື່ອນ ແລະ ນ້ອງ… ....................................................... 61ບົດທີ 17 ກ້າຫານໃນການຕອບບົດຮຽນ ............................................................................ 65ບົດທີ 18 ການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນ ....................................................................... 69ບົດທີ 19 ການປະຢັດເຄື່ອງຮຽນຊ່ວຍຄອບຄົວ .................................................................... 73ບົດທີ 20 ມາລະຍາດທີ່ດີຕໍ່ໝູ່ເພື່ອນ ................................................................................. 77ບົດທີ 21 ການປະຢັດສິ່ງຂອງໃນຄອບຄົວ ......................................................................... 81ບົດທີ 22 ການສະແດງຄວາມຮັກຕໍ່ຄົນໃນຄອບຄົວ .............................................................. 84ບົດທີ 23 ຮູ້ບຸນຄຸນຕໍ່ຄົນໃນຄອບຄົວ ................................................................................. 88ບົດທີ 24 ຄວາມຮັບຜິດຊອບຢູ່ໃນເຮືອນ ........................................................................... 91ບົດທີ 25 ຄວາມເມດຕາຕໍ່ໝູ່ເພື່ອນ .................................................................................. 95ບົດທີ 26 ການເຄົາລົບສະຖານທີ່ສໍາຄັນ ............................................................................ 99ບົດທີ 27 ຄວາມຮັບຜິດຊອບຕໍ່່ວັດຖຸສິ່ງຂອງສ່ວນລວມ ........................................................102ບົດທີ 28 ການຊ່ວຍເຫຼືອເພື່ອນບ້ານ ................................................................................105ບົດທີ 29 ການຮັກສາສິ່ງແວດລ້ອມໃນຊຸມຊົນ ....................................................................109ເອກະສານຊ້ອນທ້າຍ ......................................................................................................113ສ ວ ສສະຫງວນລິຂະສິດ
1I. ແນະນ�ຳລວມສ�ຳລັບວິຊຳຄຸນສົມບັດສຶກສຳ ຂັ້ນ ປ.21. ກ່ຽວກັບຫຼັກສູດວິຊຳຄຸນສົມບັດສຶກສຳຫຼັກສູດສະບັບປັບປຸງ ປີ 2016 ເປັນຫຼັກສູດທີ່ອີງໃສ່ສະມັດຖະພາບການຮຽນ. ສະມັດຖະພາບ ໝາຍເຖິງຄວາມ ສາມາດຂອງນັກຮຽນໃນການໝູນໃຊ້ຄວາມຮູ້, ທັກສະ ແລະ ທັດສະນະຄະຕິ ໄດ້ຢ່າງກົມກຽວ. ບົດຮຽນແຕ່ລະບົດຄວນ ຈະພັດທະນາສະມັດຖະພາບທີ່ຢູ່ໃນຫຼັກສູດໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ. ຈຸດປະສົງຂອງບົດຮຽນຄວນເນັ້ນໜັກໃສ່ການພັດທະນາສະມັດຖະພາບໃຫ້ແກ່ນັກຮຽນ.ຫຼັກສູດວິຊາ ຄຸນສົມບັດສຶກສາ ຂັ້ນ ປ. 2 ຈະພັດທະນາຄວາມຮູ້, ທັກສະ ແລະ ຄວາມຮູ້ທີ່ໄດ້ຮຽນຢູ່ ຂັ້ນ ປ.1. ສໍາລັບຂັ້ນ ປ.2 ແມ່ນຈະຮຽນຢູ່ໃນ 3 ພາກໃຫຍ່ ດັ່ງນີ້: ພຳກທີ ພຶດຕິກ�ຳI1. ພຶດຕິກໍາທີ່ກ່ຽວພັນກັບມາລະຍາດ, ຄວາມເຄົາລົບ ແລະ ຄວາມຮູ້ບຸນຄຸນ.2. ພຶດຕິກໍາທີ່ກ່ຽວພັນກັບຄວາມສາມັກຄີ, ຄວາມເມດຕາ ແລະ ຄວາມຄວາມຮັກແພງຕໍ່ຄົນອື່ນ.3. ພຶດຕິກໍາທີ່ກ່ຽວພັນກັບຄວາມກ້າຫານ, ຄວາມສັດຊື່ ແລະ ການມີລະບຽບວິໄນ.ພຳກທີ ກົດລະບຽບ ແລະ ສິດທິຕ່ຳງໆIIຄວາມຮູ້ກ່ຽວກັບກົດລະບຽບໃນການນຸ່ງຖື ແລະ ກົດລະບຽບໃນໂຮງຮຽນ.ພຳກທີ III ຄວຳມຮັບຜິດຊອບ1. ຄວາມຮັບຜິດຊອບຕໍ່ສິ່ງຂອງສ່ວນຕົວ ແລະ ສິ່ງແວດລ້ອມ.2. ຄວາມຮັບຜິດຊອບຕໍ່ວຽກງານ, ການຮຽນ ແລະ ການເປັນຢູ່ຂອງຄົນອື່ນ ມາດຕະຖານຄວາມສໍາເລັດຂັ້ນຕໍ່າສໍາລັບວິຊາຄຸນສົມບັດສຶກສາ ຂັ້ນ ປ.2 ແມ່ນມີລາຍລະອຽດລຸ່ມນີ້:ເມື່ອຮຽນຈົບ ຂັ້ນ ປ.2 ນັກຮຽນສາມາດ:• ອະທິບາຍຄວາມສໍາພັນກ່ຽວກັບມາລະຍາດ, ຄວາມເຄົາລົບ, ຄວາມຮູ້ບຸນຄຸນ, ຄວາມເມດຕາ ແລະ ຄວາມຮັກ ແພງ.• ຄາດເດົາຄວາມຮູ້ສຶກ ແລະ ພຶດຕິກໍາຂອງຄົນອື່ນທີ່ເປັນຜົນມາຈາກມາລະຍາດ, ຄວາມເຄົາລົບ, ຄວາມຮູ້ບຸນຄຸນ, ຄວາມເມດຕາ ແລະ ຄວາມຮັກແພງ.• ຄາດເດົາຜົນຕາມມາຂັ້ນພື້ນຖານໃນການມີຄວາມກ້າຫານ, ຄວາມສັດຊື່ ແລະ ການມີລະບຽບວິໄນໃນສະຖານະ ການປະຈໍາວັນ.• ສະແດງຄຸນຄ່າເຫຼົ່ານີ້ຢູ່ສະຖານະການປະຈໍາວັນຢູ່ໃນເຮືອນ ແລະ ໂຮງຮຽນ.• ປຽບທຽບພຶດຕິກໍາທີ່ດີ ແລະ ບໍ່ດີທີ່ພົວພັນກັບການນຸ່ງຖື, ຄວາມປອດໄພໃນຖະໜົນ ແລະ ກິດຈະວັດປະຈໍາວັນຢູ່ໃນ ໂຮງຮຽນ ແລະ ປະຕິບັດຕາມກົດລະບຽບພື້ນຖານຢູ່ໃນໂຮງຮຽນ ແລະ ເຮືອນ.• ສະແດງຄວາມຮັບຜິດຊອບຕ່ສ່ງຂອງສ່ວນລວມໂດຍການປົກປ້ອງ, ເຮັດອະນາໄມ ແລະ ປົກປັກຮັກສາແບບງ່າຍດາຍ.ໍິ• ສະແດງຄວາມດຸໝັ່ນ ແລະ ຄວາມສາມັກຄີຢູ່ໃນເຮືອນ ແລະ ໂຮງຮຽນດ້ວຍຄວາມຕື່ນຕົວບໍ່ຕ້ອງໃຫ້ບອກ.2. ກ່ຽວກັບກຳນສອນວິຊຳຄຸນສົມບັດສຶກສຳ ການຮຽນການສອນວິຊາຄຸນສົມບັດສຶກສາສ່ວນຫຼາຍຈະກ່ຽວຂ້ອງກັບການພັດທະນາທັກສະດ້ານ:- ທັກສະ ແລະ ຄວາມຮູ້ທາງດ້ານສັງຄົມ ແລະ ວັດທະນະທໍາ. - ພຶດຕິກໍາທີ່ຖືກຕ້ອງ ແລະ ເໝາະສົມຢູ່ໃນເຮືອນ, ໂຮງຮຽນ ແລະ ສັງຄົມ.- ທັກສະໃນການຕັດສິນໃຈ. ໑
2ຄູຄວນສ່ງເສີມໃຫ້ນັກຮຽນເຂ້າຮ່ວມໃນການສົນທະນາຕ່າງໆຢ່ໃນຫ້ອງຮຽນ.ບັນຍາກາດຢ່ໃນຫ້ອງຮຽນກໍຄວນ ົົູູເອື້ອອໍານວຍແກ່ການຮຽນ. ຫຼັກສູດສະບັບປັບປຸງໃໝ່ນີ້ຊຸກຍູ້ໃຫ້ຄູນໍາໃຊ້ເຕັກນິກການຮຽນແບບປະຕິບັດຕົວຈິງ ເພື່ອ ເຮັດໃຫ້ນັກຮຽນສາມາດຖາມ ແລະ ຕອບຄໍາຖາມ ພ້ອມທັງຝຶກປະຕິບັດ ແລະ ນໍາໃຊ້ການຮຽນໃໝ່ດັ່ງກ່າວ. ການສອນວິຊາຄຸນສົມບັດສຶກສາຄວນນໍາໃຊ້ຕົວຢ່າງທີ່ກ່ຽວ ຂ້ອງກັບປະສົບການຢູ່ໃນຫ້ອງ ແລະ ນອກຫ້ອງຂອງນັກຮຽນ.ຄູຄວນຊຸກຍູ້ໃຫ້ນັກຮຽນປະຕິບັດກິດຈະກໍາເປັນຄູ່ ແລະ ເປັນກຸ່ມ. ຄູຄວນສະໜັບສະໜູນນັກຮຽນໃຫ້ກ້າຕອບຄໍາ ຖາມ ແລະ ສະແດງບົດບາດສົມມຸດຢູ່ໜ້າກະດານຢູ່ໃນຫ້ອງ. ຄູຄວນຊຸກຍູ້ນັກຮຽນໃຫ້ສະໜັບສະໜູນເພື່ອນຮ່ວມຫ້ອງຂອງຕົນເອງໃຫ້ສໍາເລັດກິດຈະກໍາຕ່າງໆ. 3. ເຕັກນິກກຳນຮຽນກຳນສອນວິຊຳຄຸນສົມບັດສຶກສຳເຕັກນິກການຮຽນການສອນທີ່ສໍາຄັນສໍາລັບ ວິຊາຄຸນສົມບັດສຶກສາ ມີດັ່ງລຸ່ມນີ້.ເຕັກນິກໃນຂັ້ນນໍາເຂົ້າສູ່ບົດຮຽນຄູຈະໃຊ້:- ເຕັກນິກການຖາມເພື່ອແນະນໍາຫົວບົດ: ຄູຕັ້ງຄໍາຖາມ ແລະ ນັກຮຽນຕອບ.- ເຕັກນິກການຖາມແລ້ວໃຫ້ນັກຮຽນສົນທະນາແນວຄິດກັບຄູ່ຂອງຕົນເອງ ແລະ ຫຼັງຈາກນັ້ນອອກມາຕອບຢູ່ ໜ້າກະດານ (ເຕັກນິກ: ຄົ້ນຄິດ, ສົນທະນາ ແລະ ຕອບ).- ໃຊ້ຮູບພາບເພື່ອກະຕຸ້ນນັກຮຽນ ແລະ ຫຼັງຈາກນັ້ນຕັ້ງຄໍາຖາມໃຫ້ນັກຮຽນຕອບ.- ໃຊ້ເຫດການ ແລະ ຕົວຢ່າງຈາກປະສົບການຂອງນັກຮຽນເອງ ແລະ ເຫດການທີ່ຈະສົນທະນາ.- ອ່ານປະໂຫຍກທີ່ຖືກ ຫຼື ຜິດ ຊຶ່ງເປັນເຕັກນິກທີ່ນັກຮຽນຕ້ອງຕັດສິນໃຈວ່າປະໂຫຍກໃດຖືກ ຫຼື ຜິດ. ຫຼັງຈາກ ນັ້ນ, ຄູຈະໃຫ້ນັກຮຽນອະທິບາຍເຫດຜົນສໍາລັບຄໍາຕອບຂອງພວກເຂົາ.- ໃຊ້ການເລົ່າເລື່ອງທີ່ກ່ຽວຂ້ອງກັບຫົວບົດເພື່ອກະຕຸ້ນນັກຮຽນ.ເຕັກນິກທີ່ໃຊ້ຢູ່ໃນກິດຈະກໍາການຮຽນການສອນລວມມີດັ່ງນີ້.- ຄູນໍາໃຊ້ຮູບພາບທີ່ມີຢູ່ໃນປຶ້ມແບບຮຽນເພື່ອຊ່ວຍເຫຼືອນັກຮຽນໃນການຈໍາແນກການຮຽນທີ່ສໍາຄັນ. ຄູອາດຈະ ເລືອກຖາມສໍາລັບຮູບພາບດັ່ງກ່າວ.- ຄູຖາມໃຫ້ນັກຮຽນເລືອກເອົາພຶດຕິກໍາ ແລະ ທັດສະນະຄະຕິທີ່ຖືກ ແລະ ຜິດ. ຄູໃຫ້ນັກຮຽນໃຊ້ກ້ອນຫີນນ້ອຍ ຫຼື ຝາກະຕຸກນາດື່ມຢອງໃສ່ຄໍາຕອບພຶດຕິກໍາ ແລະ ທັດສະນະຄະຕິ ທີ່ຖືກ ຫຼື ຜິດ.ໍ ້- ຄູເລົ່ານິທານ ຫຼື ເລື່ອງທີ່ມີຢູ່ໃນປຶ້ມແບບຮຽນ ແລະ ຄູ່ມືຄູ. ໃນນິທານ ຫຼື ເລື່ອງ ຈະມີຮູບພາບປະກອບຢູ່ໃນປຶ້ມ ແບບຮຽນເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈບົດເລື່ອງໄດ້ດີຂຶ້ນ. ໃນການເລົ່າເລື່ອງ ຫຼື ນິທານຄູຕ້ອງໃຊ້ທ່າທາງປະ ກອບໄປນໍາໃນຂະນະດຽວກັນນັກຮຽນຈະສັງເກດເບິ່ງຮູບຢູ່ໃນປຶ້ມແບບຮຽນເພື່ອໃຫ້ເຂົ້າໃຈບົດຮຽນໄດ້ດີຂຶ້ນ.- ການນໍາໃຊ້ການສັງເກດຢູ່ໃນຫ້ອງ ແລະ ນອກຫ້ອງ: ຄູຈະຕັ້ງຄໍາຖາມໃຫ້ນັກຮຽນ ເຊັ່ນ: ໃຫ້ສັງເກດເບິ່ງຂີ້ເຫຍື້ອ ຢູ່ໃນເດີ່ນໂຮງຮຽນ. ນັກຮຽນເຮັດການສັງເກດຢູ່ໃນເດີ່ນໂຮງຮຽນ ແລະ ຢູ່ໃນຫ້ອງຮຽນແລ້ວຫຼັງຈາກນັ້ນໃຫ້ ລາຍງານຄືນ. ນັກຮຽນອາດຈະເຮັດການສັງເກດເປັນກຸ່ມ ຫຼື ເປັນຄູ່. ການເຮັດກິດຈະກໍານອກຫ້ອງທຸກປະເພດຄູຕ້ອງຮັບປະກັນໃຫ້ນັກຮຽນໝົດທຸກຄົນມີຄວາມປອດໄພ.ເຕັກນິກທີ່ຄູໃຊ້ເພື່ອຊ່ວຍໃຫ້ນັກຮຽນປະຕິບັດ ແລະ ນໍາໃຊ້ຄວາມຮູ້ ແລະ ທັກສະມີດັ່ງລຸ່ມນີ້: - ການສະແດງບົດບາດສົມມຸດ: ຄູຈັດນັກຮຽນເປັນກຸ່ມ. ຄູໃຫ້ນັກຮຽນສະແດງບົດບາດສົມມຸດຕາມເຫດການ ແລະ ຄູສັງເກດເບິ່ງທ່າທາງ, ພາສາ ແລະ ລະດັບສຽງຂອງນັກຮຽນ. ຄູຕ້ອງປ່ອຍໃຫ້ນັກຮຽນສະແດງບົດບາດ ສົມມຸດດ້ວຍຕົນເອງ. ຄູອາດຈະຊ່ວຍເຫຼືອນັກຮຽນໃນການສະແດງດ້ວຍການຕັ້ງຄໍາຖາມເຈາະຈີ້ມກ່ຽວກັບສິ່ງທີ່ນັກຮຽນກໍາລັງ ເຮັດແທນທີ່ຈະບອກໃຫ້ນັກຮຽນເຮັດແບບນັ້ນ ຫຼື ແບບນີ້.- ກິດຈະກໍາເລືອກເອົາຄໍາຕອບ ແລະ ຈັດລຽງຄໍາຕອບໃຫ້ຖືກຕ້ອງ: ຢ່ໃນປ້ມແບບຮຽນຈະມີຮູບພາບປະກອບນໍາ, ູຶນັກຮຽນຈະຕ້ອງຕັດສິນໃຈວ່າພວກເຂົາຈະເລືອກຈັບຄູ່ຮູບພາບໃສ່ຄໍາຕອບໃນແຕ່ລະເຫດການແນວໃດ. ແຕ່ໃນບາງບົດຮຽນກໍອາດຈະເປັນກິດຈະກໍາທີ່ຕ້ອງການໃຫ້ນັກຮຽນຂຽນ ຫຼື ບັນທຶກຄໍາຕອບຂອງພວກເຂົາໃສ່ໃນ ໒ສ ວ ສສະຫງວນລິຂະສິດ
3ປຶ້ມຂຽນ. ຄູຄວນສົ່ງເສີມໃຫ້ນັກຮຽນນໍາໃຊ້ຄວາມຮູ້ທີ່ຕົນເອງໄດ້ຮຽນມາ ເພື່ອຕອບຄໍາຖາມດ້ວຍການຂຽນຄໍາ ເວົ້າແບບງ່າຍດາຍ.- ກິດຈະກໍາວາງແຜນ: ຄູບອກໃຫ້ນັກຮຽນວາງແຜນກ່ຽວກັບການກະທໍາທ່ພວກເຂົາຈະປະພຶດເມ່ອປະເຊີນີືໜ້າກັບເຫດການໃໝ່ກັບໝູ່, ຄູ, ຄົນໃນຄອບຄົວ ແລະ ສັງຄົມ. ຄູຕັ້ງຄໍາຖາມຕາມຄໍາອະທິບາຍທີ່ລະບຸໄວ້ຢູ່ ໃນປຶ້ມຄູ່ມືຄູ. ນັກຮຽນອາດຈະເຮັດວຽກເປັນຄູ່ ຫຼື ເປັນກຸ່ມ. ຄູສັງເກດເບິ່ງນັກຮຽນພ້ອມທັງໃຫ້ການຊ່ວຍເຫຼືອ ພວກເຂົາດ້ວຍການຕັ້ງຄໍາຖາມເຈາະຈິ້ມກ່ຽວກັບແຜນຂອງພວກເຂົາ. ກິດຈະກໍາວາງແຜນນີ້ອາດຈະກ່ຽວຂ້ອງກັບການຂຽນ ແລະ ການກ່າຍຄໍາຕອບຂອງນັກຮຽນໂດຍການຕື່ມໃສ່ໃນຕາຕະລາງແບບງ່າຍດາຍ.- ລາຍງານໃຫ້ຄູຟັງຢູ່ໃນຫ້ອງ: ຄູບອກໃຫ້ນັກຮຽນລາຍງານຄືນກ່ຽວກັບຄໍາຕອບຂອງພວກເຂົາ. ຄູຕ້ອງສົ່ງເສີມ ນັກຮຽນໃນການລາຍງານຄໍາຕອບຢູ່ຫ້ອງພ້ອມທັງໃຫ້ນັກຮຽນຢູ່ໃນຫ້ອງຮັບຟັງດ້ວຍດີ ແລະ ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນ.- ການປະເມີນຕົນເອງ: ຄູຖາມໃຫ້ນັກຮຽນປະເມີນພຶດຕິກໍາຂອງຕົວເອງ ເຊັ່ນ: ນັກຮຽນຕ້ອງປະເມີນວິທີການທີ່ ພວກເຂົາຮັກສາອຸປະກອນການຮຽນຂອງພວກເຂົາ. ຄູຈະບອກໃຫ້ນັກຮຽນບັນທຶກຄໍາຕອບຂອງພວກເຂົາໃສ່ ຕາຕະລາງແບບງ່າຍດາຍ.ເຕັກນິກທີ່ຄູໃຊ້ໃນຂັ້ນສະຫຼຸບບົດຮຽນ.- ການຕັ້ງຄໍາຖາມເຈາະຈິ້ມ: ຄູຖາມໃຫ້ນັກຮຽນລາຍງານຄືນກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຢູ່ໃນບົດຮຽນ.- ການຕັ້ງຄໍາຖາມຜິດ ຫຼື ຖືກ: ຄູຄວນຖາມຄໍາຖາມແບບນີ້ເພື່ອກວດເບິ່ງຄວາມເຂົ້າໃຈຂອງນັກຮຽນ.- ຫຼິ້ນເກມເດົາສິ່ງທີ່ຜິດ: ຄູຫຼິ້ນບົດບາດສົມມຸດແຕ່ເປັນການສະແດງທີ່ຜິດໃຫ້ນັກຮຽນເບິ່ງ ແລະ ນັກຮຽນຄວນ ຈໍາແນກວ່າແມ່ນຫຍັງຜິດ.- ການອ່ານເລື່ອງທີ່ງ່າຍດາຍ: ບອກໃຫ້ນັກຮຽນໄຈ້ແຍກວ່າບົດເລື່ອງເຊື່ອມໂຍງກັບສິ່ງທີ່ພວກເຂົາໄດ້ຮຽນຢູ່ ໃນບົດຮຽນແນວໃດ. 4. ສື່ກຳນຮຽນກຳນສອນສ�ຳລັບວິຊຳຄຸນສົມບັດສຶກສຳ ຂັ້ນ ປ.2ນອກຈາກປຶ້ມຄູ່ມືຄູ ແລະ ປຶ້ມແບບຮຽນ, ພວກເຮົາຍັງສະໜອງຮູບພາບຫຼາກຫຼາຍເຫດການເຊິ່ງສາມາດນໍາໃຊ້ ເພື່ອສ້າງຄວາມສົນໃຈ ແລະ ລວບລວມຄວາມຮູ້ທີ່ໄດ້ຮຽນຢູ່ໃນບົດຮຽນ.ເພື່ອຊ່ວຍນັກຮຽນນໍາໃຊ້ຄວາມຮູ້, ສື່ການສອນເພີ່ມຕື່ມອາດຈະສ້າງຄວາມສົນໃຈເພີ່ມຕື່ມໃຫ້ກັບນັກຮຽນ ຊຶ່ງສື່ ການຮຽນການສອນເຫຼົ່ານີ້ຄູອາດຈະຕ້ອງກະກຽມ ຫຼື ສ້າງຂຶ້ນດ້ວຍຕົນເອງ. ສື່ການຮຽນການສອນສໍາລັບວິຊາຄຸນສົມບັດສຶກສາມີຄືດັ່ງນີ້: - ແຜນວາດກົດລະບຽບ (ເບິ່ງເອກະສານຊ້ອນທ້າຍທີ 1) ນໍາໃຊ້ ຫຼື ສໍາເນົາຮູບທີ່ສະໜອງໃຫ້. - ຈຸໜ່ວຍປ່ຽນຜຽນອະນາໄມຫ້ອງຮຽນ (ນໍາໃຊ້ຮູບພາບອະທິບາຍກ່ຽວກັບໜ້າວຽກໃນການເຮັດອະນາໄມຫ້ອງ ຮຽນ ແລະ ອຸປະກອນສໍາລັບການອະນາໄມ ເຊັ່ນ: ຟອຍ, ຊວ້ານຕັກຂີ້ເຫຍື້ອ, ຖັງຂີ້ເຫຍື້ອ ແລະ ອື່ນໆ).- ຕົວຢ່າງຂອງເຄື່ອງນຸ່ງສໍາລັບງານເທດສະການທີ່ພິເສດ: ເຄື່ອງຂອງຊົນເຜົ່າລາວລຸ່ມ ແລະ ຊົນເຜົ່າອື່ນໆ. - ອຸປະກອນສໍາລັບບົດຮຽນ ເຊັ່ນ: ຈານ, ເຈ້ຍ, ສໍດໍາ ແລະ ຈອກ ເພື່ອນໍາເອົາມາສະແດງເປັນຕົວຢ່າງໃນການ ແບ່ງປັນ, ຜັດປ່ຽນກັນຝຶກປະຕິບັດໃຊ້ມາລະຍາດທີ່ສຸພາບ.- ບົດເລື່ອງໃນປຶ້ມແບບຮຽນກ່ຽວກັບກັບຄອບຄົວ, ໂຮງຮຽນ, ສິ່ງແວດລ້ອມ, ບົດເລື່ອງກ່ຽວກັບຄຸນສົມບັດ ແລະ ອ່ືນໆ. ນອກຈາກນັ້ນ, ຄູຍັງສາມາດຫາເຫດການຈາກໜັງສືພິມ ແລະ ວາລະສານເພື່ອປະກອບເຂົ້າໃນການ ສອນ.- ຮູບເສີມຄູສາມາດຊອກຈາກ ວາລະສານ, ປະຕິທິນ ແລະ ໜັງສືພິມເກົ່າເພື່ອໃຊ້ສອນ.- ກະດານຂ່າວ (ໃຫ້ເບິ່ງຕົວຢ່າງຂ້າງລຸ່ມນີ້). ຄູສາມາດສ້າງແຜ່ນກະດານແບບຖາວອນສໍາລັບແຜນວາດຂໍ້ມູນ ຂ່າວສານດັ່ງກ່າວ.ໃຫ້ສັງເກດເບິ່ງຄໍາສັບທີ່ໄດ້ຂຽນໃສ່ທີ່ເປັນຕົວໜັງສືສີເຂັ້ມດ້ານລຸ່ມນີ້. ໃນແຕ່ລະອາທິດໃຫ້ ຂຽນສິ່ງທີ່ໄດ້ຮຽນໃສ່ເຈ້ຍ ຫຼື ບັດແລ້ວນໍາເອົາໄປຕິດໃສ່ກະດານຂ່າວ ແລະ ຫຼັງຈາກນັ້ນໃຫ້ປ່ຽນ ແລະ ຕິດຫົວ ໓
4ຂໍ້ໃໝ່ທີ່ໄດ້ຮຽນໃໝ່ໃນແຕ່ລະອາທິດ. ຄູສາມາດໃຊ້ສັນຍະລັກດາວ ຫຼື ສັນຍະລັກອື່ນໆທີ່ນັກຮຽນມັກ ເຊັ່ນ: ດອກໄມ້, ແມງກະເບື້ອ ແລະ ອື່ນໆ ເພື່ອໃຫ້ເປັນລາງວັນສໍາລັບນັກຮຽນທີ່ສະແດງໄດ້ດີໃນອາທິດນັ້ນໆ. ນອກ ຈາກນັ້ນ, ຄູຍັງສາມາດຕັດເຈ້ຍເປັນຮູບດາວແບບງ່າຍດາຍ ເພື່ອເຮັດເປັນບັດລາງວັນໄປຕິດໃສ່ກະດານຂໍ້ມູນ ຂ່າວສານດັ່ງກ່າວ. ໃນມື້ສຸດທ້າຍຂອງອາທິດ, ນັກຮຽນສາມາດນໍາເອົາບັດຮູບດາວດັ່ງກ່າວກັບບ້ານໄດ້. ໃນບັດ ຮູບດາວສາມາດມີຊື່ຂອງນັກຮຽນນໍາ. - ຕົວຢ່າງກະດານຂ່າວສໍາລັບວິຊາຄຸນສົມບັດສຶກສາແບບງ່າຍດາຍ.ສິ່ງທີ່ພວກເຮົຳຈະຮຽນໃນວິຊຳຄຸນສົມບັດສຶກສຳໃນອຳທິດນີ້: ພວກເຮົຳຈະຮຽນກ່ຽວກັບກຳນແບ່ງປັນສິ່ງຂອງ ນັກຮຽນເຄີຍເຫັນກ່ຽວກັບກຳນແບ່ງປັນ ຕົວຢ່ຳງ: ຂຽນຊື່ຂອງນັກຮຽນ ແລະ ສິ່ງທີ່ພວກເຂົາ ໄດ້ເຮັດໃສ່ໃນຮູບດາວ? 5. ກ່ຽວກັບກຳນວັດ ແລະ ປະເມີນຜົນສ�ຳລັບວິຊຳຄຸນສົມບັດສຶກສຳລາຍລະອຽດກ່ຽວກັບການປະເມີນຢູ່ໃນຫຼັກສູດສະບັບປັບປຸງໃໝ່ ແມ່ນໃຫ້ອ່ານຢູ່ພາກແນະນໍາລວມຢູ່ປຶ້ມຄູ່ມືຄູວິຊາພາສາລາວຂັ້ນ ປ.2.ເກນການໃຫ້ຄະແນນແບບຣູບຣິກໃນວິຊາຄຸນສົມບັດສຶກສາ ມີເກນການໃຫ້ຄະແນນ 4 ລະດັບຄື: 0 1 2 3.ການປະເມີນສໍາລັບ ວິຊາຄຸນສົມບັດສຶກສາ, ຄູຈະຕ້ອງ ໄດ້ສັງເກດນັກຮຽນ ຢ່າງລະອຽດໃນຂະນະທີ່ນັກຮຽນກໍາ ລັງຝຶກ ແລະ ນໍາໃຊ້ທັກສະໃໝ່. ການທີ່ຈະປະຕິບັດໄດ້ ຄູຕ້ອງກຽມຊື່ນັກຮຽນແຕ່ລະຄົນ, ອ່ານລາຍລະອຽດເກນການ ໃຫ້ຄະແນນ ແລະ ຈື່ໄວ້ ແລ້ວໃຫ້ຄະແນນນັກຮຽນຕາມການສັງເກດຂອງຄູ. ຢູ່ໃນບາງບົດສໍາລັບວິຊາຄຸນສົມບັດສຶກ ສາຄູຍັງສາມາດປະເມີນການຮຽນບາງຈໍານວນ ພາຍຫຼັງທີ່ໄດ້ເຮັດການສອນແລ້ວໂດຍການໝາຍຢູ່ໃນປຶ້ມແບບຮຽນ ຂອງນັກຮຽນ.6. ຕຳຕະລຳງກຳນສອນປະຈ�ຳອຳທິດ ສ�ຳລັບວິຊຳຄຸນສົມບັດສຶກສຳໃນຂັ້ນ ປ.2 ສໍາລັບວິຊາຄຸນສົມບັດສຶກສາຈະມີຊົ່ວໂມງຮຽນ 1 ຊົ່ວໂມງຕໍ່ອາທິດ.ບົດທໍາອິດໃນຂັ້ນ ປ.2 ເອີ້ນວ່າບົດເປີດຫົວເລື່ອງ ຊຶ່ງເປັນບົດທີ່ຈະຊ່ວຍໃຫ້ນັກຮຽນທົບທວນຄືນກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຈາກຂັ້ນ ປ.1 ແລະ ກຽມພ້ອມກ່ຽວກັບສິ່ງທີ່ນັກຮຽນຈະຮຽນໃນ ຂັ້ນ ປ.2.ນາງພົງ!ນາງພົງໄດ້ແບ່ງປັນສໍສີ ຂອງລາວໃຫ້ ທ້າວພັນ ໔ສ ວ ສສະຫງວນລິຂະສິດ
5ຄູຄວນສາທິດ ຫຼື ເປັນແບບຢ່າງໃຫ້ນັກຮຽນກ່ຽວກັບເນື້ອໃນ ແລະ ທັກສະຢູ່ໃນວິຊາຄຸນສົມບັດສຶກສາຕະຫຼອດ ທັງອາທິດໃນຂະນະທີ່ກໍາລັງສອນວິຊາອື່ນຢູ່. ທັກສະຕ່າງໆ ເຊັ່ນ: ການແບ່ງປັນ, ຄວາມດຸໝັ່ນໃນການຮໍ່າຮຽນ ແລະ ເຮັດວຽກ, ປະຕິບັດຕາມກົດລະບຽບຂອງຫ້ອງຮຽນ, ສະແດງຄວາມເຄົາລົບຕໍ່ຄູ ແລະ ເພື່ອນຮ່ວມຫ້ອງ, ພ້ອມທັງສິ່ງ ຂອງສ່ວນຕົວ ແລະ ສິ່ງຂອງສາທາລະນະແມ່ນພຶດຕິກໍາທີ່ນັກຮຽນຄວນນໍາໃຊ້ຢູ່ໃນທຸກວິຊາຮຽນ. ເພາະສະນັ້ນ, ຄູຄວນ ແນະນໍານັກຮຽນໃຫ້ນໍາໃຊ້ພຶດຕິກໍາເຫຼົ່ານີ້ຕະຫຼອດທັງອາທິດຂອງການສອນ.ກະດານຂ່າວສໍາລັບວິຊາຄຸນສົມບັດສຶກສາສາມາດສະແດງການຮຽນພາຍໃນອາທິດຢູ່ໃນວິຊາຄຸນສົມບັດສຶກສາ.7. ກຳນສອນວິຊຳຄຸນສົມບັດສຶກສຳສ�ຳລັບຫ້ອງຄວບການສອນວິຊາຄຸນສົມບັດສຶກສາສໍາລັບຫ້ອງຄວບຄວນປະຕິບັດຕາມຮ່າງທ່ໄດ້ແນະນໍາຢ່ໃນພາກແນະນໍາລວມ ີູຂອງຂັ້ນ ປ.2 (ໃນຄູ່ມືຄູວິຊາພາສາລາວ).ກະລຸນາເບິ່ງຕາຕະລາງສົມທຽບລາຍຊື່ບົດຮຽນ ຂັ້ນ ປ.1 ແລະ ປ.2 ເພື່ອຄວາມສະດວກໃນການວາງແຜນການ ສອນດັ່ງນີ້:ຂັ້ນ ປ.1ອຳທິດຂັ້ນ ປ.2ອາທິດແນະນໍາເບື້ອງຕົ້ນ1ບົດເປີດຫົວເລື່ອງ ບົດທີ 1 ການຍ່າງຕາມຂອບທາງທີ່ຖືກຕ້ອງ2ບົດທີ 1 ການນໍາໃຊ້ທາງຍ່າງທີ່ຖືກຕ້ອງບົດທີ 2 ໂຮງຮຽນຂອງພວກເຮົາ3ບົດທີ 2 ການເຄົາລົບນັບຖືຄູໃນໂຮງຮຽນບົດທີ 3 ການປະຕິບັດລະບຽບວິໄນຂອງໂຮງຮຽນ4ບົດທີ 3 ການປະຕິບັດກົດລະບຽບຂອງຫ້ອງຮຽນບົດທີ 4 ການຮັກສາຄວາມສະອາດ5ບົດທີ 4 ດຸໝັ່ນໃນການອະນາໄມໂຮງຮຽນບົດທີ 5 ມາລະຍາດຕໍ່ຄູ6ບົດທີ 5 ຮູ້ບຸນຄຸນຄູບົດທີ 6 ຂອບໃຈ ແລະ ຂໍໂທດ7ບົດທີ 6 ການໃຊ້ຄໍາເວົ້າທີ່ສຸພາບບົດທີ 7 ການຮັກແພງໝູ່ເພື່ອນໃນໂຮງຮຽນ8ບົດທີ 7 ການຊ່ວຍເຫຼືອໝູ່ເພື່ອນບົດທີ 8 ເຄົາລົບທຸງຊາດ9ບົດທີ 8 ການຮັກສາທຸງຊາດບົດທີ 9 ການຮັກສາເຄື່ອງຮຽນເຄື່ອງໃຊ້10ບົດທີ 9 ການຮັກສາອຸປະກອນການຮຽນ ບົດທີ 10 ນຸ່ງເຄື່ອງເປັນລະບຽບ ແລະ ສຸພາບ11ບົດທີ 10 ການນຸ່ງເຄື່ອງໃຫ້ຖືກສະຖານທີ່ບົດທີ 11 ນັກຮຽນດຸໝັ່ນ12ບົດທີ 11 ດຸໝັ່ນຕໍ່ການຮຽນບົດທີ 12 ຄວາມສັດຊື່ຕໍ່ການຮຽນ13ບົດທີ 12 ຄວາມຮັບຜິດຊອບຕໍ່ການຮຽນບົດທີ 13 ຄວາມສັດຊື່ຕໍ່ຕົນເອງ14ບົດທີ 13 ຄວາມສັດຊື່ຕໍ່ໝູ່ເພື່ອນບົດທີ 14 ກ້າຮັບຜິດ ແລະ ປ່ຽນແປງ15ບົດທີ 14 ກ້າເວົ້າຄວາມຈິງຕໍ່ຄົນໃນຄອບຄົວບົດທີ 15 ກາານໃຫ້ ແລະ ການຮັບທີ່ບໍ່ຖືກຕ້ອງ16ບົດທີ 15 ການຮັບເອົາສິ່ງຂອງທີ່ບໍ່ຖືກຕ້ອງບົດທີ 16 ການເປັນແບບຢ່າງໃຫ້ນ້ອງ17ບົດທີ 16 ການເປັນແບບຢ່າງໃຫ້ໝູ່ເພື່ອນ ແລະ ນ້ອງບົດທີ 17 ຄວາມກ້າຫານ18ບົດທີ 17 ກ້າຫານໃນການຕອບບົດຮຽນ໕
6ບົດທີ 18 ການແບ່ງປັນສິ່ງຂອງ19ບົດທີ 18 ການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນບົດທີ 19 ຄອບຄົວຂອງຂ້ອຍ20ບົດທີ 19 ການປະຢັດເຄື່ອງຮຽນຊ່ວຍຄອບຄົວບົດທີ 20 ມາລະຍາດຕໍ່ຄອບຄົວ21ບົດທີ 20 ມາລະຍາດທີ່ດີຕໍ່ໝູ່ເພື່ອນບົດທີ 21 ການຊ່ວຍວຽກຄອບຄົວ22ບົດທີ 21 ການປະຢັດສິ່ງຂອງໃນຄອບຄົວ ບົດທີ 22 ຄວາມເມດຕາຕໍ່ຄົນໃນຄອບຄົວ23ບົດທີ 22 ການສະແດງຄວາມຮັກຕໍ່ຄົນໃນຄອບຄົວບົດທີ 23 ຄວາມກະຕັນຍູຕໍ່ຄົນໃນຄອບຄົວ24ບົດທີ 23 ຮູ້ບຸນຄຸນຕໍ່ຄົນໃນຄອບຄົວບົດທີ 24 ການເຄົາລົບສະຖານທີ່ໃນເຮືອນ25ບົດທີ 24 ຄວາມຮັບຜິດຊອບໃນຄອບຄົວບົດທີ 25 ການເຄົາລົບນັບຖືຜູ້ອາວຸໂສ26ບົດທີ 25 ຄວາມເມດຕາຕໍ່ໝູ່ເພື່ອນບົດທີ 26 ມາລະຍາດໃນທີ່ສາທາລະນະ27ບົດທີ 26 ການເຄົາລົບສະຖານທີ່ສໍາຄັນບົດທີ 27 ການຮັກສາສິ່ງຂອງສ່ວນລວມ28ບົດທີ 27 ຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງສ່ວນລວມບົດທີ 28 ການຮັກແພງເພື່ອນບ້ານດຽວກັນ29ບົດທີ 28 ການຊ່ວຍເຫຼືອເພື່ອນບ້ານບົດທີ 29 ເຄົາລົບນັບຖືຄົນໃນຊຸມຊົນ30ບົດທີ 29 ການຮັກສາສິ່ງແວດລ້ອມໃນຊຸມຊົນບົດທີ 30 ກ່ອນປິດສົກຮຽນ31໖ສ ວ ສສະຫງວນລິຂະສິດ
7II. ແນະນໍາການສອນແຕ່ລະບົດບົດເປີດຫົວເລື່ອງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ເພື່ອໃຫ້ນັກຮຽນທົບທວນ ແລະ ຈື່ບົດຮຽນທີ່ຜ່ານມາໃນ ຂັ້ນ ປ.1.2. ເພ່ອໃຫ້ນັກຮຽນເຫັນພາບລວມຂອງບົດຮຽນໃນ ຂ້ນ ປ.2.ືັ3. ເພ່ອຝຶກປະຕິບັດກົດລະບຽບຂອງຫ້ອງຮຽນໃນແຕ່ລະວັນ ເຊ່ນ: ການຟັງ, ການປະຕິບັດຕາມຄໍາແນະນໍາ, ການຍ່າງ ືັເຂ້າຫ້ອງ, ການຖາມ ແລະ ຕອບຄໍາຖາມ.ົII. ການວັດ ແລະ ປະເມີນຜົນ1. ຄູຕິດຕາມຄໍາຕອບຂອງນັກຮຽນ ແລະ ຖາມເຈາະຈິ້ມ ເພື່ອຊ່ວຍໃຫ້ນັກຮຽນຈື່ບົດຮຽນຕ່າງໆ ໃນ ຂັ້ນ ປ.1.2. ຄູບັນທຶກຄໍາຕອບຂອງນັກຮຽນໃສ່ກະດານ ເພື່ອໃຫ້ນັກຮຽນຜູ້ທີ່ຮັບຮູ້ຊ້າໄດ້ເຫັນຄໍາຕອບຂອງຜູ້ອື່ນ ແລະ ຊ່ວຍໃນການຈື່ຈໍາ ນອກຈາກນີ້, ຄູຕ້ອງຈັດໃຫ້ເຂົາເຈົ້າໄປນັ່ງກັບນັກຮຽນຜູ້ທີ່ຮັບຮູ້ໄວ ເພື່ອໃຫ້ເຂົາເຂົ້າໃຈ ວິທີການຫຼິ້ນເກມໄດ້ໄວຂຶ້ນ.3. ຕິດຕາມການປະຕິບັດຕາມກົດລະບຽບຕ່າງໆ (ລະບຽບ 7 ຢ່າງ) ແລະ ໃຫ້ການຊ່ວຍເຫຼືອ ຖ້ານັກຮຽນຍັງບໍ່ ທັນເຂົ້າໃຈ ຫຼື ປະຕິບັດບໍ່ທັນໄດ້ດີ.III. ເນື້ອໃນຕົ້ນຕໍ1. ນັກຮຽນໄດ້ພັກຮຽນໃນໄລຍະພັກແລ້ງ, ບົດນີ້ຈະເປັນບົດທີ່ທົບທວນຄວາມຈື່ຈໍາຂອງນັກຮຽນກ່ຽວກັບວິຊາ ຄຸນສົມບັດສຶກສາ, ພ້ອມກັນນັ້ນ ຍັງເປັນການແນະນໍານັກຮຽນເຂົ້າສູ່ເນື້ອໃນບົດຮຽນໃໝ່ຂອງ ຂັ້ນ ປ.2. 2. ໃນ ຂັ້ນ ປ.2 ຈະມີບົດເລື່ອງ ແລະ ກິດຈະກໍາທີ່ຫຼາກຫຼາຍຂຶ້ນ, ນັກຮຽນຈະໄດ້ວາງແຜນຂອງຕົນເອງກ່ຽວກັບການປະຕິບັດກົດລະບຽບຂອງໂຮງຮຽນ, ການສະແດງມາລະຍາດ, ການເຄົາລົບໝູ່ເພື່ອນ, ຝຶກນິດໄສຕົນ ເອງໃຫ້ມີຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງ, ສັດຊື່, ດຸໝັ່ນ, ກ້າຫານໃນການຮຽນ ແລະ ເຂົ້້າຮ່ວມກິດຈະ ກໍາຕ່າງໆ.3. ບົດນີ້ໄດ້ອອກແບບມາເພື່ອຊ່ວຍໃຫ້ນັກຮຽນທົບທວນຄືນກິດຈະວັດປະຈໍາວັນ ແລະ ກົດລະບຽບໃນຫ້ອງຮຽນ ເພື່ອຮັບປະກັນໃຫ້ນັກຮຽນກັບມາມີຄວາມຄຸ້ນເຄີຍກັບກົດລະບຽບຂອງໂຮງຮຽນ ເຊັ່ນ:- ສັງເກດເບິ່ງຄູ.- ຟັງຄູອະທິບາຍບົດຮຽນ.- ຍົກມືຂຶ້ນກ່ອນຖາມ ແລະ ຕອບຄໍາຖາມ.- ວາງມື ແລະ ຕີນໄວ້ເປັນລະບຽບໃຫ້ເໝາະສົມ.- ຍ່າງເຂົ້າຫ້ອງດ້ວຍສຽງເບົາໆ.- ແກ້ວຽກບ້ານ ແລະ ບົດຝຶກຫັດໃຫ້ສໍາເລັດ.4. ຢູ່ໃນບົດນີ້ຈະມີການທົບທວນກົດລະບຽບຕ່າງໆ ໂດຍຜ່ານການຫຼິ້ນເກມຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນຝຶກທັກ ສະ ເຊັ່ນ: ການຟັງຄູອະທິບາຍບົດຮຽນ, ປ່ຽນຜຽນກັນອະນາໄມ, ຈື່ຈໍາ ແລະ ປະຕິບັດຕາມຄໍາແນະນໍາ.5. ຄູຄວນເລືອກເອົາເກມໃດໜຶ່ງທີ່ເຫັນວ່າເໝາະສົມກັບນັກຮຽນຂອງຕົນໃນການຫຼິ້ນ. ເກມເຫຼົ່ານີ້ສາມາດຫຼິ້ນ ຈົນໝົດອາທິດທໍາອິດ ເພື່ອຝຶກທັກສະການຮຽນຮູ້ໃນຫ້ອງຮຽນ ຊຶ່ງບໍ່ສະເພາະແຕ່ຊົ່ວໂມງວິຊາຄຸນສົມບັດ ເທົ່ານັ້ນ, ຄູຍັງສາມາດນໍາໄປໃຊ້ໃນວິຊາອື່ນກໍໄດ້.໗
8IV. ສື່ການຮຽນການສອນ1. ປຶ້ມແບບຮຽນວິຊາຄຸນສົມບັດສຶກສາ ຂັ້ນ ປ.1.2. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.3. ຮູບກົດລະບຽບໃນຫ້ອງຮຽນ (7 ຮູບພາບ) ໃນປຶ້ມແບບຮຽນວິຊາຄຸນສົມບັດສຶກສາ ຂັ້ນ ປ.1, ໜ້າທີ 8.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)1. ເບິ່ງບົດຮຽນໃນປຶ້ມແບບຮຽນ1) ຄູຍົກຮູບພາບທ່ມີໃນປ້ມແບບຮຽນ ປ.1 ໃຫ້ນັກຮຽນເບ່ງ ໂດຍສະເພາະແມ່ນຮູບກ່ຽວກັບກົດລະບຽບໃນຫ້ອງຮຽນ ີຶິ(7 ຮູບພາບທີ່ຢູ່ໃນໜ້າທີ 8).2) ຄູໃຫ້ເວລານັກຮຽນໃນການສັງເກດ.3) ຄູຖາມນັກຮຽນວ່າ: ມີຮູບຫຍັງແດ່? ແຕ່ລະຮູບມີຄວາມໝາຍວ່າແນວໃດ?4) ຄູສະຫຼຸບ: ໃນບົດຮຽນຜ່ານມາໃນ ຂັ້ນ ປ.1 ນັກຮຽນໄດ້ຮູ້ຫຼາຍຢ່າງກ່ຽວກັບກົດລະບຽບຂອງໂຮງຮຽນທີ່ນັກຮຽນໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນ, ມາລະຍາດທີ່ດີຕໍ່ຄູ ແລະ ໝູ່ເພື່ອນ, ການສະແດງຄວາມເຄົາລົບນັບຖືຕໍ່ຄູ, ໝູ່ເພື່ອນ ແລະ ຜູ້ອື່ນໆ. ນອກຈາກນີ້ຍັງໄດ້ເວົ້າເຖິງການຮັກສາເຄື່ອງຮຽນເຄື່ອງໃຊ້, ການຍ່າງຕາມທາງຢ່າງຖືກ ຕ້ອງ, ຄວາມສັດຊື່ຕໍ່ຕົນເອງ ແລະ ຄົນອື່ນ, ຄວາມເມດຕາ, ຮັກແພງ ແລະ ການຮັກສາຄວາມສະອາດເປັນຕົ້ນ. 5) ຄູຖາມນັກຮຽນວ່າ:- ນັກຮຽນມັກກິດຈະກໍາໃດຫຼາຍທີ່ສຸດ?- ຕົວຢ່າງ: ການສະແດງບົດບາດສົມມຸດ, ຫຼິ້ນເກມ, ເບິ່ງຮູບພາບ, ຟັງນິທານ, ແບ່ງປັນປະສົບການ ແລະ ອື່ນໆ.2. ພາບລວມຂອງບົດຮຽນໃນຂັ້ນ ປ.21) ຄູບອກວ່າ: ໃນ ຂັ້ນ ປ.2 ຈະມີກິດຈະກໍາໃໝ່ໆ, ບົດເລື່ອງທີ່ຫຼາກຫຼາຍ ແລະ ນັກຮຽນຈະໄດ້ວາງແຜນຕົນເອງໃນ ການປະຕິບັດກົດລະບຽບ.2) ຄູເວົ້າວ່າ: ສໍາລັບຂັ້ນຮຽນ ປ.2 ນີ້ ນັກຮຽນກໍຈະໄດ້ຮຽນໃນລັກສະນະຄ້າຍຄືກັນກັບ ປ.1 ແຕ່ລະດັບຄວາມຮັບ ຮູ້ກໍຈະສູງຂຶ້ນຈາກ ປ.1 ເຊິ່ງບົດຮຽນກໍປະກອບມີການມີລະບຽບວິໄນໃນໂຮງຮຽນ, ມາລະຍາດ ແລະ ການເຄົາ ລົບນັບຖືຕໍ່ໝູ່ເພື່ອນ, ຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງ, ຄວາມສັດຊື່, ຄວາມດຸໝັ່ນ ໃນການຮໍ່າຮຽນ ແລະ ອອກແຮງງານ. 3) ຄູເອົາກົດລະບຽບ 7 ຢ່າງມາຕິດໃສ່ກະດານ ໂດຍບໍ່ໃຫ້ນັກຮຽນເຫັນຮູບນັ້ນເທື່ອ, ຄູເວົ້າວ່າ: ມື້ນີ້ພວກເຮົາຈະ ມາຮຽນກ່ຽວກັບກົດລະບຽບໃນຫ້ອງຮຽນນໍາກັນ.4) ຄູຕັ້ງຄໍາຖາມ: ກົດລະບຽບໃນຫ້ອງຮຽນຂອງພວກເຮົາມີຫຍັງແດ່?5) ເມື່ອນັກຮຽນຕອບໝົດທຸກພາບ ແລ້ວຄູຈຶ່ງເປີດຮູບພາບກ່ຽວກັບກົດລະບຽບໃຫ້ນັກຮຽນເບິ່ງ.6) ຄູໃຫ້ນັກຮຽນປະຕິບັດຕາມຮູບນັ້ນ. ຕົວຢ່າງ: ຍົກມືຂຶ້ນເວລາຖາມ ຫຼື ຕອບຄໍາຖາມ ແລະ ໃຫ້ນັກຮຽນປະຕິບັດຕາມແຕ່ລະກົດລະບຽບຈົນຄົບ.໘ສ ວ ສສະຫງວນລິຂະສິດ
97) ຫຼັງຈາກນັກຮຽນສະແດງຄົບແລ້ວ, ຄູຖາມນັກຮຽນວ່າ: ເປັນຫຍັງພວກເຮົາຈຶ່ງຕ້ອງຮຽນກົດລະບຽບເຫຼົ່ານີ້.8) ຄູໃຫ້ເວລານັກຮຽນຕອບ ແລ້ວຄູກໍສະຫຼຸບຄໍາຕອບຂອງນັກຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (30 ນາທີ)3. ແນະນໍາວິທີຫຼິ້ນເກມ1) ຄູຄວນເລືອກເກມທີ່ຄິດວ່າ ເໝາະສົມກັບນັກຮຽນ ແລະ ສະພາບແວດລ້ອມຂອງຫ້ອງຮຽນ. 2) ຫຼັງຈາກຫຼິ້ນເກມ ແຕ່ລະເກມແລ້ວຄູກໍຖາມນັກຮຽນດັ່ງນີ້:- ມີກົດລະບຽບໃດແດ່ທີ່ນັກຮຽນຈະຕ້ອງໄດ້ປະຕິບັດ.- ຈະມີຫຍັງເກີດຂຶ້ນ ຖ້ານັກຮຽນບໍ່ປະຕິບັດຕາມກົດລະບຽບເຫຼົ່ານີ້?- ກົດລະບຽບໃດ ທີ່ນັກຮຽນປະຕິບັດໄດ້ດີ?- ກົດລະບຽບໃດ ທີ່ນັກຮຽນບໍ່ສາມາດປະຕິບັດໄດ້ດີ?3) ຄູແນະນໍາໃຫ້ນັກຮຽນເບິ່ງປຶ້ມແບບຮຽນ.4) ຄູຕັ້ງຄໍາຖາມ:- ນັກຮຽນສາມາດຈື່ຫຍັງໄດ້ແດ່ໃນບົດຮຽນ ຂັ້ນ ປ.1 ຜ່ານມາ.- ເມື່ອພວກເຮົາໄດ້ເຮັດສິ່ງທີ່ຖືກຕ້ອງ ຈະເຮັດໃຫ້ຕົນເອງ, ຄູ ແລະ ໝູ່ເພື່ອນມີຄວາມຮູ້ສຶກແນວໃດ?- ເມື່ອພວກເຮົາໄດ້ເຮັດສິ່ງທີ່ບໍ່ຖືກຕ້ອງ ຈະເຮັດໃຫ້ຕົນເອງ, ຄູ ແລະ ໝູ່ເພື່ອນມີຄວາມຮູ້ສຶກແນວໃດ?5) ຄູນໍາພານັກຮຽນເຂົ້າສູ່ການຫຼິ້ນເກມ.4. ຫຼິ້ນເກມ:ເກມທີ 1: ກ່ຽວກັບກົດລະບຽບຈຸດປະສົງ:ເພື່ອໃຫ້ນັກຮຽນຈື່ຈໍາກົດລະບຽບ ແລະ ເຂົ້າໃຈກົດລະບຽບຂ້າງລຸ່ມນີ້:- ຟັງຄູອະທິບາຍບົດຮຽນ.- ຝຶກປະຕິບັດການຍ່າງເຂົ້າຫ້ອງ.1) ຄູກະກຽມຮູບພາບກ່ຽວກັບກົດລະບຽບທີ່ໄດ້ຮຽນຜ່ານມາໃນ ຂັ້ນ ປ.1 (7 ຮູບ).2) ຄູເອົາຮູບນັ້ນຕິດໃສ່ກະດານ ແລ້ວຄູໃຫ້ນັກຮຽນຢືນລຽນກັນເປັນ 4 ແຖວ, ແຖວລະ 3-4 ຄົນ ຫຼື ຕາມຄວາມ ເໝາະສົມ, ໂດຍໃຫ້ຫ່າງຈາກກະດານປະມານ 1,5 ແມັດ.3) ຄູເວົ້າວ່າ: ໃນເວລານັກຮຽນຈະຕອບຄໍາຖາມຂອງຄູ ຫຼື ນັກຮຽນມີຄໍາຖາມຈະຖາມຄູ ກໍໃຫ້ຍົກມືຂຶ້ນກ່ອນ.4) ວິທີການຫຼິ້ນ: - ຄູເອົາຮູບກົດລະບຽບຕິດໃສ່ກະດານຕາມຈໍານວນແຖວນັກຮຽນ.- ໃຫ້ນັກຮຽນທີ່ຢູ່ຫົວແຖວແຕ່ລະແຖວຍ່າງອອກກະດານ ແລະ ຊີ້ໃສ່ຮູບພາບທີ່ຄູຖາມ.- ຖ້າໃຜຕອບຖືກກ່ອນ ແລະ ໄວ ຈະໄດ້ 1 ຄະແນນ, ຫຼັງຈາກນັ້ນກໍໃຫ້ຜູ້ທີ 2 ອອກໄປຕອບຕາມລໍາດັບ, ສ່ວນຜູ້ທີ່ຕອບແລ້ວກໍໃຫ້ໄປຕໍ່ທາງຫຼັງ.໙
10- ຫຼັງຈາກຫຼິ້ນເກມແລ້ວ ຄູແນະນໍາໃຫ້ນັກຮຽນຈື່ ແລະ ປະຕິບັດຕາມກົດລະບຽບຕ່າງໆນັ້ນໃຫ້ໄດ້ ເພາະຈະ ຕ້ອງໄດ້ປະຕິບັດທຸກໆມື້ໃນເວລາຮຽນ.5) ນັກຮຽນປະຕິບັດຫຍັງໄດ້ດີທີ່ສຸດໃນເກມນີ້ ແລ້ວຄູກໍສະຫຼຸບຄໍາຕອບ ແລະ ຊົມເຊີຍນັກຮຽນ.ເກມທີ 2: ເກມ “ວຽງບອກໃຫ້ ” (ໃຫ້ຄູຍົກເອົາຊື່ຂອງນັກຮຽນມາເວົ້າແທນ “ວຽງ” )ຈຸດປະສົງ: ຝຶກຟັງຄໍາສັບທີ່ສໍາຄັນ1) ຄູນໍາພານັກຮຽນອອກໄປນອກຫ້ອງຮຽນບ່ອນໂລ່ງໆ ຫຼື ກາງແຈ້ງ (ຖ້າເປັນໄປໄດ້ໃຫ້ນັກຮຽນໝົດຫ້ອງຢືນ ເປັນວົງມົນ).2) ຂັ້ນຕອນ- ຄູອອກຄໍາສັ່ງໃຫ້ປະຕິບັດ, ໂດຍເລີ່ມທຸກຄັ້ງວ່າ: “ວຽງບອກໃຫ້”. ຕົວຢ່າງ: - ວຽງບອກໃຫ້ເອົາມືໃສ່ເທິງຫົວ. - ວຽງບອກໃຫ້ໂດດ 2 ຄັ້ງ.- ວຽງບອກໃຫ້ເອົາມືໃສ່ບ່າ.- ວຽງບອກໃຫ້ເອົາມືໃສ່ເຂົ່າ.3) ຄູປະຕິບັດໃຫ້ນັກຮຽນເບິ່ງເປັນຕົວຢ່າງ ແລະ ນັກຮຽນເຮັດຕາມຄໍາສັ່ງແຕ່ລະຂໍ້.4) ເມື່ອຈົບແຕ່ລະຂໍ້ແລ້ວ, ຄູກໍເລີ່ມຫຼິ້ນເກມຄືນອີກເທື່ອໜຶ່ງ ແຕ່ເທື່ອນີ້ຄູຈະບໍ່ເວົ້າຄໍາວ່າ: “ວຽງບອກໃຫ້”.5) ຕົວຢ່າງ: ຄູເຮັດເປັນຕົວຢ່າງໃຫ້ນັກຮຽນເບິ່ງ ໂດຍຄູຍົກມືເບື້ອງຂວາຂຶ້ນ.6) ຄູບອກນັກຮຽນວ່າ ຄູຈະເປັນຜູ້ເວົ້າ ແລ້ວໃຫ້ນັກຮຽນປະຕິບັດຕາມມືຄູເວົ້າ ໂດຍເອົາມືໄປວາງໃສ່ຕາມອະໄວ ຍະວະທີ່ຄູບອກ (ຄໍາສັບທີ່ຄູບອກນັກຮຽນໃຫ້ຢູ່ໃນຄວາມສຸພາບ ແລະ ເໝາະສົມ).7) ນັກຮຽນຕ້ອງຈື່ວ່າ: ຖ້າຄູເລີ່ມຕົ້ນຄໍາສັ່ງ ໂດຍບໍ່ເວົ້າ “ວຽງບອກໃຫ້” ນັກຮຽນຕ້ອງບໍ່ເຮັດຕາມຄໍາສັ່ງແຕ່ຢ່າງໃດ. ເຂົາເຈົ້າຕ້ອງລໍຖ້າຄໍາສັ່ງຕໍ່ໄປທີ່ມີຄໍາວ່າ: “ວຽງບອກໃຫ້” ຈຶ່ງເຮັດຕາມ ແຕ່ຖ້ານັກຮຽນບໍ່ເຮັດຕາມຄໍາສັ່ງເຂົາ ເຈົ້າຈະຖືກໃຫ້ອອກຈາກການຫຼິ້ນເກມ.8) ອອກຄໍາສັ່ງໄວຂຶ້ນ ເພື່ອໃຫ້ຜູ້ຫຼິ້ນເຮັດຜິດໄດ້ງ່າຍຂຶ້ນ ແລະ ຈໍານວນຜູ້ຫຼິ້ນກໍຈະຄ່ອຍຫຼຸດລົງເລື້ອຍໆ.9) ນັກຮຽນຈະສືບຕໍ່ຫຼິ້ນໄປເລື້ອຍໆ ຈົນກວ່າຈະເຫຼືອຜູ້ຫຼິ້ນພຽງຄົນດຽວ.10) ເມື່ອນັກຮຽນຮູ້ວິທີຫຼິ້ນເກມແລ້ວ, ເຂົາເຈົ້າສາມາດຫຼິ້ນເກມໂດຍບໍ່ຈໍາເປັນມີຄູນໍາພາ.11) ຄູສະຫຼຸບ ແລະ ຊົມເຊີຍຜູ້ທີ່ຊະນະ.໑໐ສ ວ ສສະຫງວນລິຂະສິດ
11ເກມທີ 3: ແຕະປາທູຈຸດປະສົງ: ຝຶກການຍ່າງເຂົ້າຫ້ອງຢ່າງງຽບໆ1) ຄູບອກໃຫ້ນັກຮຽນຢືນອ້ອມເປັນວົງມົນໃຫຍ່ (ໝົດຫ້ອງ).2) ຄູແນະນໍາວ່າບໍ່ໃຫ້ສົ່ງສຽງດັງລົບກວນຄົນອື່ນ.3) ຄູເວົ້າເປັນຕົວເລກ ແລ້ວໃຫ້ນັກຮຽນເຂົ້າຫາກັນເປັນກຸ່ມຕາມຕົວເລກທີ່ຄູເວົ້າ.4) ວິທີການຫຼິ້ນ: - ຄູບອກວ່າແຕະປາທູມີ 3 ໂຕ, ນັກຮຽນກໍເຂົ້າກຸ່ມກັນເປັນ 3 ຄົນ.- ຄູບອກວ່າ: ແຕະປາທູມີ 2 ໂຕ, ແຕະປາທູມີ 4 ໂຕ...- ແຕ່ລະເທື່ອທີ່ຄູເວົ້າ ຖ້ານັກຮຽນຄົນໃດເຂົ້າກຸ່ມບໍ່ທັນໝູ່ຖືວ່າໃຫ້ອອກຈາກເກມ.- ຄູປະຕິບັດສືບຕໍ່ໄປເລື້ອຍໆ ຈົນຍັງເຫຼືອຄົນຄົນດຽວ ຫຼື ກຸ່ມດຽວຈຶ່ງເປັນຜູ້ຊະນະ.5) ຄວາມໝາຍຂອງເກມນີ້ ແມ່ນຄວາມສາມັກຄີ, ທັກສະການຟັງ ແລະ ທັກສະໃນການເຄື່ອນໄຫວຂອງຮ່າງກາຍເກມທີ 4: ຊິ່ມໃສ່ຫູຈຸດປະສົງ: ທັກສະການຟັງຂໍ້ມູນຂ່າວສານ ແລະ ການເຮັດວຽກເປັນທີມ1) ຄູໃຫ້ນັກຮຽນອອກມາຢືນລຽນກັນເປັນ 2 ແຖວ ຫຼື ຫຼາຍກວ່ານັ້ນ ຕາມຄວາມເໝາະສົມ ແລະ ປິ່ນໜ້າໃສ່ກະ ດານ.2) ຄູໃຫ້ນັກຮຽນປຶກສາກັນວ່າ ຜູ້ໃດຈະຢູ່ທາງໜ້າແຖວ ເພື່ອຈະເປັນຜູ້ສຸດທ້າຍແລ້ວອອກໄປຂຽນຂໍ້ຄວາມທີ່ໄດ້ ຍິນໃສ່ກະດານ.3) ວິທີການຫຼິ້ນ: - ຄູຂຽນຂໍ້ຄວາມໃສ່ເຈ້ຍ ຫຼື ຄູຈະເປັນຜູ້ເວົ້າຂໍ້ຄວາມໃຫ້ນັກຮຽນຜູ້ຢູ່ສຸດທ້າຍຟັງ ປະມານ 3-4 ເທື່ອ.- ຈາກນັ້ນກໍໃຫ້ນັກຮຽນຜູ້ນັ້ນຊິ່ມໃສ່ຫູໝູ່ຕໍ່ກັນໄປຈົນຮອດຄົນສຸດທ້າຍ.- ເມື່ອຄົນສຸດທ້າຍທີ່ຢູ່ຫົວແຖວ ແລ້ວໃຫ້ນັກຮຽນຜູ້ນັ້ນໄປຂຽນຂໍ້ຄວາມໃສ່ກະດານ.- ຄູກໍກວດຂໍ້ຄວາມຖ້າຖືກຕ້ອງຄູຊົມເຊີຍ ແຕ່ຖ້າມີຂໍ້ຄວາມບໍ່ຄົບຄູຕ້ອງນໍາວ່າຂາດຢູ່ບ່ອນໃດ, ຂາດນໍາໃຜ.4) ຄວາມໝາຍຂອງເກມແມ່ນທັກສະການຟັງ ແລະ ການຈັບໃຈຄວາມທີ່ຖືກຕ້ອງ ແລະ ຍັງເວົ້າເຖິງການມີລະ ບຽບວິໄນຂອງນັກຮຽນໃນ ຂັ້ນ ປ.1 ແລະ ນັກຮຽນຈະໄດ້ປະຕິບັດສືບຕໍ່ໄປໃນ ຂັ້ນ ປ.2.5) ການນໍາພານັກຮຽນຫຼິ້ນເກມ ຄູບໍ່ຈໍາເປັນຈະເອົາໝົດທຸກເກມ, ຄູຄວນເລືອກເອົາເກມທີ່ເໝາະສົມກັບເວລາ ແລະ ສະຖານທີ່.ຂັ້ນສະຫຼຸບ (5 ນາທີ)1) ຄູຖາມນັກຮຽນ- ກົດລະບຽບໃດ ໃນ ຂັ້ນ ປ.1 ທີ່ນັກຮຽນຄິດວ່າປະຕິບັດໄດ້ງ່າຍ?- ກົດລະບຽບໃດ ໃນ ຂັ້ນ ປ.1 ທີ່ນັກຮຽນຄິດວ່າປະຕິບັດໄດ້ຍາກ?2) ຄູແນະນໍານັກຮຽນໃຫ້ປະຕິບັດຕາມກົດລະບຽບນີ້ທຸກໆມື້ ແລະ ສັງເກດເບິ່ງວ່າຕົນເອງໄດ້ປະຕິບັດຕາມກົດລະ ບຽບນີ້ທຸກມື້ແລ້ວບໍ່ ແລະ ປະຕິບັດຖືກຕ້ອງບໍ່.3) ຄູບອກນັກຮຽນວ່າ: ໃນບົດທີ 3 ຂອງ ຂັ້ນ ປ.2 ພວກເຮົາຈະໄດ້ຮຽນກ່ຽວກັບກົດລະບຽບ ເພື່ອເຮັດໃຫ້ການຮຽນ ມີຄວາມມ່ວນຊື່ນ ແລະ ນັກຮຽນກໍສາມາດຮຽນໄດ້ດີຂຶ້ນ.4) ຄູສຶກສາອົບຮົມແນວຄິດນັກຮຽນຕາມບົດສອນໃນທ້າຍຊົ່ວໂມງຮຽນແຕ່ລະບົດ.໑໑
12ບົດທີ 1: ການນ�າໃຊ້ທາງຍ່າງທີ່ຖືກຕ້ອງເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຈໍາແນກໄດ້ກ່ຽວກັບສິ່ງທີ່ຈະເປັນອັນຕະລາຍ ແລະ ບໍ່ເປັນອັນຕະລາຍ ໃນເວລາຍ່າງຕາມທາງຍ່າງ.. 2ປຽບທຽບທາງຍ່າງທີ່ມີຄວາມປອດໄພ ແລະ ບໍ່ມີຄວາມປອດໄພໃນເວລາຍ່າງຕາມທາງຍ່າງ.II. ການວັດ ແລະ ປະເມີນຜົນ. 1ສັງເກດການສົນທະນາ ແລະ ຕອບຄໍາຖາມຢ່າງຖືກຕ້ອງກ່ຽວກັບການຍ່າງຕາມທາງຍ່າງ.2. ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນຈໍາແນກ 3 ສິ່ງທີ່ເປັນອັນຕະລາຍ ແລະ ບໍ່ເປັນອັນຕະລາຍ3ນັກຮຽນຈໍາແນກ 3 ສິ່ງທີ່ເປັນອັນຕະລາຍ ແລະ 3 ສິ່ງທີ່ປອດໄພໃນຂະນະທີ່ກໍາລັງຍ່າງຕາມທາງຍ່າງ. 2ນັກຮຽນຈໍາແນກ 2 ສິ່ງທີ່ເປັນອັນຕະລາຍ ແລະ 2 ສິ່ງທີ່ປອດໄພໃນຂະນະທີ່ກໍາລັງຍ່າງຕາມທາງຍ່າງ. 1ນັກຮຽນຈໍາແນກ 1 ສິ່ງທີ່ເປັນອັນຕະລາຍ ແລະ 1 ສິ່ງທີ່ປອດໄພໃນຂະນະທີ່ກໍາລັງຍ່າງຕາມທາງຍ່າງ.0ນັກຮຽນບໍ່ສາມາດຈໍາແນກຫຍັງໄດ້.III. ເນື້ອໃນຕົ້ນຕ�. 1ການນໍາໃຊ້ທາງຍ່າງໄດ້ຢ່າງຖືກຕ້ອງແມ່ນການຫຼີກລ່ຽງຈາກສິ່ງທີ່ກີດກັ້ນຕາມທາງຍ່າງ ເຊັ່ນ: ລົດທີ່ກໍາລັງ ຈອດຢູ່, ຂາຍເຄື່ອງຕາມທາງຍ່າງ, ຕາກເຄື່ອງ, ສັດລ້ຽງ ແລະ ອື່ນໆ.. 2ການນໍາໃຊ້ທາງຍ່າງຢ່າງຖືກຕ້ອງແມ່ນການຍ່າງດ້ວຍຄວາມລະມັດລະວັງ ເຊ່ນ: ຫ້າມແລ່ນຢອກກັນຢ່ຕາມ ັູຂອບທາງຍ່າງ, ສັງເກດເບິ່ງທາງໜ້າ, ທາງຫຼັງ, ທາງຊ້າຍ, ທາງຂວາ, ທາງຂ້າງ ແລະ ຟັງສຽງທີ່ຕົນເອງໄດ້ ຍິນ ແລ້ວສັງເກດສິ່ງທີ່ຈະເປັນອັນຕະລາຍໃນຂະນະທີ່ກໍາລັງຍ່າງ.. 3ແນະນໍາຄົນອື່ນໃນເວລາຍ່າງຕາມທາງຍ່າງ ເຊັ່ນ: ບໍ່ນັ່ງຫຼິ້ນ, ບໍ່ຂາຍເຄື່ອງ, ບໍ່ຕາກເຄື່ອງປູກ, ເຄື່ອງນຸ່ງ, ບໍ່ຖິ້ມ ຂີ້ເຫຍື້ອ, ບໍ່ຈອດລົດ, ບໍ່ປ່ອຍສັດລ້ຽງ ແລະ ອື່ນໆຕາມທາງຍ່າງ.IV. ສື່ການຮຽນການສອນ. 1ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.. 2ຮູບພາບຖະໜົນທີ່ມີຢູ່ຕາມທ້ອງຖິ່ນທີ່ເໝາະສົມ.. 3ຮູບພາບຖະໜົນທີ່ໜາແໜ້ນດ້ວຍລົດ ຫຼື ຖະໜົນທີ່ມີສິ່ງກີດກັ້ນ (ຖ້າມີ).V. ກິດຈະກ�າການຮຽນການສອນຂັ້ນນ�າເຂົ້າສູ່ບົດຮຽນ (5 ນາທີ). ສົນທະນາຖາມ-ຕອບ1) ຄູຕັ້ງຄໍາຖາມ1- ມື້ນີ້ນັກຮຽນມາໂຮງຮຽນແນວໃດ? (ຍ່າງ, ຂີ່ລົດຈັກ, ພໍ່, ແມ່ ມາສົ່ງ…).໑໒ສ ວ ສສະຫງວນລິຂະສິດ
13) ຄູໃຫ້ນັກຮຽນປະຕິບັດຕົວຈິງຄື: 2- ຢືນຂຶ້ນຖ້ານັກຮຽນຍ່າງມາໂຮງຮຽນ.- ຢືນຂຶ້ນຖ້ານັກຮຽນມາໂຮງຮຽນດ້ວຍລົດຖີບ.- ຢືນຂຶ້ນຖ້ານັກຮຽນມາໂຮງຮຽນດ້ວຍລົດໂດຍ ສານ.- ຢືນຂຶ້ນຖ້ານັກຮຽນມາໂຮງຮຽນດ້ວຍລົດຈັກ.) ຄູຕັ້ງຄໍາຖາມທວນຄືນ:3- ເວລານັກຮຽນຍ່າງມາໂຮງຮຽນ ຫຼື ຍ່າງກັບເມືອເຮືອນ ນັກຮຽນຄວນຍ່າງບ່ອນໃດຂອງເສັ້ນທາງຈຶ່ງຖືກຕ້ອງ?- ເປັນຫຍັງພວກເຮົາຈຶ່ງຄວນຍ່າງຕາມທາງຍ່າງ ຫຼື ແຄມທາງ?) ຄູເປີດເພງຂອງວິຊາສິລະປະດົນຕີ ບົດທີ 4 ຫຼື ເຮັດສຽງຂອງການຈະລາຈອນ (ລົດບັນທຸກ, ລົດຈັກ, ລົດຕໍາ 4ຫຼວດ, ລົດຕຸກໆ ແລະ ລົດອື່ນໆ), ເພື່ອໃຫ້ນັກຮຽນຄາດເດົາສຽງທີ່ມາແຕ່ໄກ ແລະ ໃກ້. ຄູສາມາດເລືອກປະ ຕິບັດ ຫຼື ບໍ່ປະຕິບັດກໍໄດ້ ໂດຍອີງຕາມເວລາຕົວຈິງ.5) ຄູແນະນໍານັກຮຽນວ່າ: ມື້ນີ້ນັກຮຽນຈະໄດ້ບອກຊື່ສິ່ງຂອງຢູ່ຕາມທາງຍ່າງທີ່ເປັນອັນຕະລາຍ ຊຶ່ງບໍ່ມີຄວາມ ປອດໄພໃນເວລາຍ່າງມາໂຮງຮຽນ ແລະ ຍ່າງກັບບ້ານ ແລະ ພວກເຮົາຕ້ອງຮູ້ວ່າ ຈະເຮັດແນວໃດ ເວລາພວກ ເຮົາພົບເຫັນສິ່ງຂອງເຫຼົ່ານີ້.ຂັ້ນຈັດກິດຈະກ�າການຮຽນ (20 ນາທີ)2. ສັງເກດ ແລະ ສົນທະນາຕາມຮູບພາບ1) ຄູແບ່ງກຸ່ມນັກຮຽນ ຫຼື ຈັບຄູ່ກັນ.2) ຄູໃຫ້ນັກຮຽນເບິ່ງຮູບທີ 1-6 ໃນປຶ້ມແບບຮຽນ.3) ຄູຕັ້ງຄໍາຖາມ:- ສິ່ງໃດທີ່ກີດຂວາງການຍ່າງຕາມທາງຍ່າງ?- ຈະເກີດຫຍັງຂຶ້ນ ຖ້ານັກຮຽນພະຍາຍາມຍ່າງຕາມທາງຍ່າງທີ່ບໍ່ປອດໄພ?- ນັກຮຽນໄດ້ຍິນສຽງຫຍັງແດ່ ເມື່ອຍ່າງຕາມທາງຍ່າງ?- ນັກຮຽນສາມາດເຮັດຫຍັງໄດ້ແດ່ຖ້ານັກຮຽນພົບເຫັນສິ່ງກີດຂວາງຢູ່ຕາມທາງຍ່າງ?- ຮູບພາບໃດທີ່ເປັນບັນຫາໃນເວລາຍ່າງຕາມທາງຍ່າງ?- ຮູບພາບໃດທີ່ເປັນທາງເລືອກທີ່ດີທີ່ສຸດໃນເວລາຍ່າງຕາມທາງທີ່ຖືກຕ້ອງ ແລະ ປອດໄພ?) ຄູໃຫ້ເວລານັກຮຽນຄິດ ແລະ ຄົ້ນຄວ້າກ່ຽວກັບຄໍາຕອບ.4) ຄູຈັດນັກຮຽນອອກເປັນຄູ່ ເພື່ອນັບສິ່ງທີ່ເປັນອັນຕະລາຍ.5) ຄູນໍາພານັກຮຽນຕອບຄໍາຖາມໃນປຶ້ມແບບຮຽນ ໂດຍໃຫ້ນັກຮຽນບັນທຶກໃສ່ປຶ້ມຂຽນຂອງຕົນເອງ 6(ປຶ້ມແບບຮຽນໜ້າທີ ).57) ຄູສະຫຼຸບຕາມຮູບພາບດັ່ງນີ້: - ຮູບພາບທີ 1: ຕາກຜົນລະປູກຢູ່ຕາມທາງຍ່າງ.- ຮູບພາບທີ 2: ຂາຍເຄື່ອງຢູ່ຕາມທາງຍ່າງ.- ຮູບພາບທີ 3: ຖິ້ມຂີ້ເຫຍື້ອຕາມທາງຍ່າງ.- ຮູບພາບທີ 4: ຈອດລົດຢູ່ຕາມທາງຍ່າງ.- ຮູບພາບທີ 5: ຫຼິ້ນໝາກບີ່ ແລະ ໂຍນໝາກບານ ຢູ່ຕາມທາງຍ່າງ.- ຮູບພາບທີ 6: ຕາກເຄື່ອງນຸ່ງ ແລະ ຈູງສັດລ້ຽງຢູ່ຕາມທາງຍ່າງ.ການວັດ ແລະ ປະເມີນຜົນຄູສັງເກດນັກຮຽນຈາກການຕອບຄໍາຖາມກ່ຽວ ກັບການມາໂຮງຮຽນຂອງນັກຮຽນ ແລະ ໃຫ້ ນັກຮຽນອະທິບາຍຄືນ ຖ້າຈໍາເປັນ.ການວັດ ແລະ ປະເມີນຜົນຄູສັງເກດນັກຮຽນຈາກການຕອບຄໍາຖາມກ່ຽວກັບຮູບພາບ ແລະ ໃຫ້ນັກຮຽນອະທິບາຍກຽວ່ກັບອຸປະສັກ ແລະ ສິ່ງທີ່ພວກເຂົາຈະ ເຮັດເມື່ອພົບກັບອຸປະສັກ.໑໓
14ຂັ້ນຝຶກປະຕິບັດ ແລະ ນ�າໃຊ້ (15 ນາທີ)3. ປະຕິບັດຕົວຈິງ) ຄູນໍາພານັກຮຽນອອກໄປສັງເກດທາງຍ່າງຢູ່ໃກ້ 1ໂຮງຮຽນ ແລ້ວໃຫ້ນັກຮຽນບັນທຶກສິ່ງທີ່ຕົນເອງສັງ ເກດເຫັນຢູ່ຕາມຖະໜົນ ແລະ ທາງຍ່າງ.) ນັກຮຽນລາຍງານສິ່ງທີ່ໄດ້ເຫັນໃນການລົງໄປສັງ 2ເກດຕົວຈິງ.) ນັກຮຽນປຽບທຽບສິ່ງທີ່ເຫັນຢູ່ຕາມຖະໜົນ ແລະ 3ທາງຍ່າງກັບສິ່ງທີ່ເຫັນໃນຮູບພາບຢູ່ໃນກຸ່ມໂຕະຂອງຕົນເອງ. ໝາຍເຫດ: ຖ້າສອນບົດນີ້ໃນຫ້ອງຄວບ, ຄູອາດຈະຕ້ອງການກິດຈະກໍາທີ່ສະເພາະສໍາລັບທັງສອງຂັ້ນຮຽນ ແລະ ນໍາໃຊ້ການ ວັດ ແລະ ປະເມີນຜົນນັກຮຽນແບບ ຣູບຣິກ (Rubric) ຖ້ານຳພານັກຮຽນອອກໄປປະຕິບັດຢູ່ໃນເດີ່ນ, ຄູຄວນກໍານົດກົດ ລະບຽບເພື່ອຮັບມືກັບພຶດຕິກໍາຂອງນັກຮຽນ ເພື່ອຄວາມປອດໄພ.ຂັ້ນສະຫຼຸບ (5 ນາທີ)) ໃຫ້ນັກຮຽນບອກອຸປະສັກ/ສິ່ງກີດຂວາງໜຶ່ງຢ່າງທີ່ພວກເຂົາເຫັນຕາມທາງຍ່າງກັບບ້ານ, ພ້ອມກັບແນະນໍາ 1ນັກຮຽນໃຫ້ເບິ່ງ ແລະ ຟັງສິ່ງຕ່າງໆຢູ່ອ້ອມຂ້າງໃນຂະນະທີ່ພວກເຂົາກໍາລັງຍ່າງກັບບ້ານ.2) ຖ້າບໍ່ສາມາດນໍາພານັກຮຽນອອກໄປນອກສະຖານທີ່ໄດ້ກໍໃຫ້ນໍາໃຊ້ກິດຈະກໍາໃນປຶ້ມແບບຮຽນ (ອາດຈະໃສ່ ຄໍາສັບທີ່ສໍາຄັນ/ຫຼັກ ຢູ່ທາງໜ້າຂອງພຶດຕິກໍາທີ່ປອດໄພ ແລະ ບໍ່ປອດໄພສໍາລັບຮູບພາບທີ 7 ແລະ ຮູບພາບ ທີ 8) ຄື: - ຮູບພາບທີ 7: ຍ່າງຕາມທາງຍ່າງຢູ່ເຂດຕົວເມືອງ.- ຮູບພາບທີ 8: ຍ່າງຕາມທາງຍ່າງຢູ່ເຂດຊົນນະບົດ.) ຊອກສິ່ງທີ່ເປັນອັນຕະລາຍ ແລະ ສິ່ງທີ່ບໍ່ເປັນອັນຕະລາຍ ແລ້ວໃຫ້ນັກຮຽນຂຽນໃສ່ປຶ້ນຂຽນຂອງຕົນ. 3ການວັດ ແລະ ປະເມີນຜົນຄູສັງເກດການປະຕິບັດຕົວຈິງຂອງນັກຮຽນ, ພ້ອມທັງແນະນໍາເພີ່ມຕື່ມ ສໍາລັບຜູ້ທີ່ບໍ່ທັນເຂົ້າໃຈ.໑໔ສ ວ ສສະຫງວນລິຂະສິດ
15ບົດທີ 2: ການເຄົາລົບນັບຖືຄູູໃນໂຮງຮຽນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຈໍາແນກມາລະຍາດທີ່ສະແດງເຖິງການເຄົາລົບນັບຖືຄູ ແລະ ຜູ້ໃຫຍ່ຢູ່ໃນໂຮງຮຽນໄດ້.2. ສະແດງພຶດຕິກໍາຕອບຮັບດ້ວຍຮ້ອຍຍິ້ມເມື່ອສະແດງຄວາມເຄົາລົບ.II. ການວັດ ແລະ ປະເມີນຜົນ ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນຈໍາແນກມາລະຍາດທີ່ສະແດງເຖິງການເຄົາລົບນັບຖືຕໍ່ຄູ ແລະ ຜູ້ໃຫຍ່ ຢູ່ໃນໂຮງຮຽນໄດ້ຢ່າງຖືກຕ້ອງ3ນັກຮຽນຈໍາແນກການສະແດງຄວາມເຄົາລົບ 3 ຢ່າງຕໍ່ຄູ ແລະ ຜູ້ໃຫຍ່ ຢູ່ໃນໂຮງຮຽນໄດ້ຢ່າງຖືກຕ້ອງ. 2ນັກຮຽນຈໍາແນກການສະແດງຄວາມເຄົາລົບ 2 ຢ່າງຕໍ່ຄູ ແລະ ຜູ້ໃຫຍ່ ຢູ່ໃນໂຮງຮຽນໄດ້ຢ່າງຖືກຕ້ອງ.1ນັກຮຽນຈໍາແນກການສະແດງຄວາມເຄົາລົບ 1 ຢ່າງຕໍ່ຄູ ແລະ ຜູ້ໃຫຍ່ ຢູ່ໃນໂຮງຮຽນໄດ້ຢ່າງຖືກຕ້ອງ.0ນັກຮຽນບໍ່ສາມາດຈໍາແນກການສະແດງຄວາມເຄົາລົບຕໍ່ຄູ ແລະ ຜູ້ໃຫຍ່ ຢູ່ໃນໂຮງຮຽນໄດ້ຢ່າງຖືກຕ້ອງ.III. ເນື້ອໃນຕົ້ນຕໍ1. ການເຄົາລົບນັບຖືຄູ ແມ່ນການສະແດງເຖິງມາລະຍາດ ແລະ ຄວາມຮູ້ບຸນຄຸນຕໍ່ຄູ ເພາະວ່າເພິ່ນສອນຄວາມຮູ້ໃຫ້ກັບພວກເຮົາ ແລະ ໃຫ້ການຊ່ວຍເຫຼືອພວກເຮົາໃນການຮຽນໜັງສື. 2. ການເຄົາລົບຄູສາມາດສະແດງອອກດ້ວຍພຶດຕິກໍາ ຫຼື ການມີມາລະຍາດທີ່ດີ ຕົວຢ່າງ: ນັກຮຽນຄວນກົ້ມຫົວລົງເລັກໜ້ອຍເມື່ອຍ່າງຜ່ານຄູ, ຍໍມືນົບແລ້ວຖາມສະບາຍດີໃນ ເວລາຄູຂຶ້ນຫ້ອງ ເພື່ອສະແດງຄວາມເຄົາລົບ, ເວົ້າຈາກັບຄູດ້ວຍນໍ້າສຽງທີ່ສຸພາບອ່ອນໂຍນ, ເວົ້າຂອບໃຈເມື່ອເລີກຮຽນ, ຢືນຕໍ່ແຖວໃນເວລາສົ່ງ ຫຼື ຮັບວຽກ ບ້ານ/ບົດຝຶກຫັດ, ຟັງເມື່ອເວລາຄູ/ຄົນອື່ນເວົ້າ/ອະທິບາຍບົດຮຽນ.3. ຊ່ວຍເຫຼືອຄູ, ປະຕິບັດຕາມຄໍາສັ່ງສອນຂອງຄູ, ດຸໝັ່ນຕໍ່ການຮຽນ ແລະ ຮຽນໃຫ້ເກັ່ງ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບໃນປຶ້ມແບບຮຽນ.3. ປຶ້ມຂຽນ.4. ຝາກະຕຸກນາ ຫຼື ກ້ອນຫີນນ້ອຍ.ໍ ້V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ). ສົນທະນາຖາມ-ຕອບ1) 1ຄູຕັ້ງຄໍາຖາມດັ່ງຕໍ່ໄປນີ້:- ມີໃຜແດ່ທີ່ເຮັດວຽກຢູ່ໃນໂຮງຮຽນຂອງພວກເຮົາ?໑໕
16- ມີໃຜແດ່ມາຢ້ຽມຢາມໂຮງຮຽນຂອງພວກເຮົາ? ຄໍາຕອບທີ່ອາດຈະເປັນໄປໄດ້: (ຜູ້ອໍານວຍການໂຮງຮຽນ, ຄູ, ນັກຮຽນ, ຜູ້ຮັກສາຄວາມສະອາດ, ຜູ້ຮັກສາຄວາມປອດໄພ, ພໍ່ແມ່ ແລະ ຄົນໃນຊຸມຊົນ).- ນັກຮຽນຄວນປະຕິບັດຕົນແນວໃດ ເມື່ອພົບກັບຄົນເຫຼົ່ານີ້? 2) ຄູໃຫ້ເວລານັກຮຽນສົນທະນາຮ່ວມກັນ ແລ້ວຕອບຄໍາຖາມ.3) ຄູໃຫ້ນັກຮຽນອອກມາສະແດງ/ສາທິດ ກ່ຽວກັບການທັກທາຍຕໍ່ຜູ້ມາຢ້ຽມຢາມໃຫ້ໝູ່ເບິ່ງ.4) ນັກຮຽນປະຕິບັດການນົບ ແລະ ການທັກທາຍ.5) ຄູອະທິບາຍວ່າ: ການເຄົາລົບແມ່ນຄວາມຮູ້ສຶກທີ່ ພວກເຮົາມີຢູ່ໃນໃຈຕໍ່ຜູ້ໃດ ຜູ້ໜຶ່ງ ຫຼື ບາງສິ່ງບາງຢ່າງ ສິ່ງນີ້ເກີດຂຶ້ນ ເມື່ອພວກເຮົາຮູ້ ບຸນຄຸນ ຫຼື ສະແດງ ຄວາມຮູ້ບຸນຄຸນຕໍ່ບຸກຄົນໃດໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ ຕົວຢ່າງ: ຄູ ຫຼື ຜູ້ອໍານວຍການໂຮງຮຽນ ແລະ ຜູ້ອື່ນໆ. 6) ມື້ນີ້ພວກເຮົາຈະມາຮຽນກ່ຽວກັບການສະແດງຄວາມເຄົາລົບຕໍ່ຄູ ແລະ ຜູ້ເຂົ້າມາຢ້ຽມຢາມຢູ່ໃນໂຮງຮຽນ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ຄູຕັ້ງຄໍາຖາມສົນທະນາ1) ຄູຖາມວ່າ: ຄູເຮັດຫຍັງແດ່ໃຫ້ພວກເຮົາ? 2) ໃຫ້ນັກຮຽນຕອບຕາມຄວາມເຂົ້າໃຈ.3) ຄູສັງລວມຄືນຄໍາຕອບຂອງນັກຮຽນ.3. ສົນທະນາເປັນຄູ່1) ຄູແນະນໍາໃຫ້ນັກຮຽນຈັບຄູ່ ເພື່ອສັງເກດຮູບພາບຢູ່ໃນປຶ້ມແບບຮຽນ.2) ຄູຖາມຄໍາຖາມທີ່ເຊື່ອມໂຍງກັບຮູບພາບ 1-4. ຄໍາຖາມ ຈະຕ້ອງຊ່ວຍນັກຮຽນຈໍາແນກພຶດຕິກໍາທີ່ຖືກຕ້ອງ ທັງເຊື່ອມໂຍງກັບຄວາມເຄົາລົບ ແລະ ຄວາມຮູ້ສຶກ.3) ຄູຕັ້ງຄໍາຖາມ.- ຮູບພາບໃດນັກຮຽນຄິດວ່າແມ່ນການສະແດງຄວາມເຄົາລົບຕໍ່ຄູ?- ນັກຮຽນຢູ່ໃນຮູບພາບກໍາລັງເຮັດຫຍັງ? (ຮູພາບທີ 2 ແລະ ຮູບພາບທີ 3).- ເມື່ອຍ່າງຜ່ານໜ້າຄູນັກຮຽນຄວນເຮັດແນວໃດ? (ຮູບພາບທີ 3).- ເມື່ອເຫັນຄູ ຫຼື ຜູ້ໃຫຍ່ນັກຮຽນຄວນສະແດງຄວາມເຄົາລົບແນວໃດ? (ຮູບພາບທີ 2).- ຮູບພາບໃດນັກຮຽນຄິດວ່າຄົນຢູ່ໃນຮູບພາບບໍ່ສະແດງຄວາມເຄົາລົບຕໍ່ຄູ? ຄົນຢູ່ໃນຮູບກໍາລັງເຮັດຫຍັງ? (ຮູບພາບທີ 1 ແລະ ຮູບພາບທີ 4).- ນັກຮຽນຄິດວ່າຄູຈະຮູ້ສຶກແນວໃດກ່ຽວກັບພຶດຕິກໍາໃນຮູພາບທີ 1 ແລະ ຮູບພາບທີ 4?- ຖ້ານັກຮຽນປະພຶດຄືກັບຮູບພາບທີ 1 ແລະ ຮູບພາບທີ 4, ນັກຮຽນຈະເປັນຄົນແນວໃດ?- ນັກຮຽນຄວນເອົາແບບຢ່າງຈາກຮູບພາບໃດ? ຍ້ອນຫຍັງ?ລາຍລະອຽດຂອງຮູບພາບ:- ຮູບພາບທີ 1: ບໍ່ລຽນແຖວສົ່ງວຽກບ້ານໃຫ້ຄູ. - ຮູບພາບທີ 2: ຍໍມືນົບ ແລະ ຖາມສະບາຍດີຄູ.- ຮູບພາບທີ 3: ຍ່າງຜ່ານໜ້າຄູຕ້ອງກົ້ມຫົວລົງໜ້ອຍໜຶ່ງ.- ຮູບພາບທີ 4: ບໍ່ຄວນແລ່ນໄລ່ຢອກກັນຢູ່ຕໍ່ໜ້າຄູ.ການວັດ ແລະ ປະເມີນຜົນຄູຄວນປະເມີນຄວາມຮູ້ຂອງນັກຮຽນທ່ຜ່ານີມາກ່ຽວກັບການເຄົາລົບ ແລະ ມາລະຍາດໃນ ການນົບ, ຖາມສະບາຍດີ ໃຫ້ກົງກັບຄໍາຖາມ.໑໖ສ ວ ສສະຫງວນລິຂະສິດ
174) ພາຍຫຼັງທີ່ໄດ້ສົນທະນາກັນແລ້ວ, ຄູໃຫ້ນັກຮຽນ ນໍາເອົາກ້ອນຫີນ ຫຼື ຝາກະຕຸກນາດື່ມວາງໃສ່ຮູບພາບ ໍ ້ທີ່ສະແດງເຖິງພຶດຕິກໍາທີ່ຖືກຕ້ອງ.) 5ຄູອະທິບາຍເພີ່ມວ່າ: ນັກຮຽນເຄົາລົບຄູ, ເພາະຄູ ສອນຄວາມຮູ້ ແລະ ຊ່ວຍນັກຮຽນໃນການຮຽນ ຮູ້ທັກສະໃໝ່. ສໍາລັບນັກຮຽນຊົນເຜົ່າ: ຄູນໍາໃຊ້ຮູບພາບທີ່ກ່ຽວຂ້ອງ ເພື່ອອະທບາຍເພມຕມ.ິີ່ື່ສໍາລັບຄວາມຮູ້ທ້ອງຖິ່ນ: ຄູຄວນອະທິບາຍຄວາມສໍາຄັນຂອງການເຄົາລົບນັບຖືໃນທ້ອງຖິ່ນທີ່ປະຊາຊົນປະຕິບັດຢູ່ໃນຊຸມຊົນ ເພື່ອປຽບ ທຽບໃຫ້ນັກຮຽນເບິ່ງ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 4. ຈັບຄູ່ຮູບພາບໃສ່ກັບຄໍາເວົ້າ1) ຄູແຕ້ມຕາຕະລາງທີ່ງ່າຍດາຍດັ່ງລຸ່ມນີ້ໃສ່ກະດານ. 2) ຄູບອກໃຫ້ນັກຮຽນກ່າຍເອົາຕາຕະລາງໃສ່ໃນປຶ້ມຂຽນ.ສິ່ງທີ່ນັກຮຽນຄວນເຮັດເພື່ອສະແດງຄວາມເຄົາລົບຮູບພາບຄໍາຕອບຮູບພາບທີ 5ຮູບພາບທີ 6ຮູບພາບທີ 7ຮູບພາບທີ 83) ຄູໃຫ້ນັກຮຽນສັງເກດເບິ່ງຮູບພາບ 5-9 ຢູ່ໃນປຶ້ມແບບຮຽນ. ຫຼັງຈາກນັ້ນ, ໃຫ້ນັກຮຽນຂຽນຄໍາຕອບຂອງຕົນເອງ ໃສ່ໃນປ້ມຂຽນໂດຍໃຊ້ຂ້ຄວາມທ່ຢ່ກ້ອງຮູບພາບ, ຖ້ານັກຮຽນຍັງຂຽນບ່ໄດ້ດີຄູບອກໃຫ້ນັກຮຽນກ່າຍເອົາຕົວອັກ ຶໍີູໍສອນຂອງຮູບພາບ ເຊັ່ນ: ກ, ຂ, ຄ ແລະ ງ ເພື່ອຕອບຄໍາຖາມໃນຕາຕະລາງຂ້າງເທິງນີ້. 4) ຄູແນະນໍາ: ໃຫ້ນັກຮຽນຈົດບັນທຶກຄໍາຕອບເຫຼົ່ານັ້ນໃສ່ປຶ້ມຂຽນຂອງຕົນ ແລະ ບອກໃຫ້ນັກຮຽນນໍາໃຊ້ຄໍາສັບ ເຫຼົ່ານີ້ ເພື່ອຊ່ວຍໃນການຕອບຄໍາຖາມ.ຂັ້ນສະຫຼຸບ (5 ນາທີ)1) ຄູສັງລວມ ແລະ ສະຫຼຸບຄໍາຕອບທີ່ຖືກຕ້ອງໃຫ້ນັກຮຽນ.2) ຄູບອກໃຫ້ນັກຮຽນວາງແຜນວ່າຈະເຮັດຫຍັງເພື່ອສະແດງຄວາມເຄົາລົບຕໍ່ຄູ ຫຼື ຜູ້ໃຫຍ່ໃນອາທິດໜ້າ.3) ຄູສະຫຼຸບຈຸດສໍາຄັນຂອງກິດຈະກໍາ ແລະ ເບິ່ງຢູ່ເນື້ອໃນຕົ້ນຕໍຕື່ມ.ການວັດ ແລະ ປະເມີນຜົນຄູກວດເບ່ງຄວາມເຂ້າໃຈຂອງນັກຮຽນໂດຍິົການສັງເກດເບ່ງການຢອງກ້ອນຫີນຂອງນັກ ິຮຽນຢູ່ເທິງຮູບພາບ.ການວັດ ແລະ ປະເມີນຜົນຄູຄວນກວດເບ່ງສ່ງນັກຮຽນຕອບໃສ່ປ້ມຂຽນິິຶຂອງຕົນເອງ ແລະ ໃຫ້ຄໍາແນະນໍາເພີ່ມຕື່ມ.໑໗
18ບົດທີ 3: ການປະຕິບັດກົດລະບຽບຂອງຫ້ອງຮຽນເວລາ 1 ຊົ່ວໂມງ.I. ຈຸດປະສົງໃຫ້ນັກຮຽນສາມາດ:1. ປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ຢ່າງຖືກຕ້ອງ.2. ບອກພຶດຕິກໍາທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ ກ່ຽວກັບການປະຕິບັດກົດລະບຽບຂອງຫ້ອງຮຽນ. II. ການວັດ ແລະ ປະເມີນຜົນ1. ສັງເກດຄວາມເຂົ້າໃຈ ຂອງນັກຮຽນໃນການປະຕິບັດກົດລະບຽບຂອງຫ້ອງຮຽນ.2. ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ຢ່າງຖືກຕ້ອງ3ນັກຮຽນປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ 3 ຂໍ້.2ນັກຮຽນປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ 2 ຂໍ້.1ນັກຮຽນປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ 1 ຂໍ້.0ນັກຮຽນປະຕິບັດກົດລະບຽບຂອງຫ້ອງຮຽນບໍ່ໄດ້ຈັກຂໍ້.III. ເນື້ອໃນຕົ້ນຕໍ- ນັກຮຽນມາໂຮງຮຽນ 5 ມື້ຕໍ່ອາທິດບໍ່ໃຫ້ຂາດ.- ນັກຮຽນໄດ້ເຂົ້າຮຽນທັງຕອນເຊົ້າ ແລະ ຕອນແລງ ເພື່ອພັດທະນາຄວາມຮູ້ ແລະ ທັກສະຂອງຕົນເອງ.- ກົດລະບຽບຂອງຫ້ອງຮຽນມີຄື:- ຂໍ້ທີ 1: ນັກຮຽນຄວນຮູ້ສຽງກະແຫຼ່ງເຂົ້າຫ້ອງ, ເລີກຫຼິ້ນ ແລະ ເລີກເມືອເຮືອນ.- ຂໍ້ທີ 2: ນັກຮຽນຕ້ອງຢຸດຫຼິ້ນເມື່ອເວລາສຽງກະແຫຼ່ງດັງ ແລະ ຍ່າງເຂົ້າຫ້ອງ.- ຂໍ້ທີ 3: ນັກຮຽນຕ້ອງລຽນແຖວເຂົ້າຫ້ອງເປັນລະບຽບຢ່າງງຽບໆ. - ຂໍ້ທີ 4: ນັກຮຽນຕ້ອງຍ່າງຕໍ່ແຖວອອກຫ້ອງເປັນລະບຽບກ່ອນເລີກເມືອເຮືອນ ຄູເປັນຜູ້ອະນຸຍາດ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ກົດລະບຽບຈາກ ຂັ້ນ ປ.1 ໃນບົດທີ 3. 3. ກະໂປະໝາກພ້າວ, ກະປ໋ອງ ແລະ ກ້ອນຫີນນ້ອຍ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ລະດົມສະໝອງ1) ຄູເອົາກົດລະບຽບທີ່ເຄີຍຮຽນໃນ ຂັ້ນ ປ.1 ບົດທີ 3 ມາໃຫ້ນັກຮຽນເບິ່ງ ຫຼື ຄູອ່ານໃຫ້ຟັງ.2) ຄູຖາມວ່າມີໃຜຈື່ແດ່. ຖ້າຍັງຈື່ແມ່ນຍົກໂປ້ຂຶ້ນ/ບໍ່ຈື່ແມ່ນຍົກໂປ້ລົງ.໑໘ສ ວ ສສະຫງວນລິຂະສິດ
193) ຄູເອົາແຜ່ນກົດລະບຽບຕິດໃສ່ຝາຫ້ອງ ຮຽນ, ຄູຊີ້ໃສ່ກົດລະບຽບແຕ່ລະຂໍ້ແລ້ວໃຫ້ ນັກຮຽນສະແດງທ່າທາງ. ຄູຖາມຕື່ມວ່າ: ພວກເຮົາປະຕິບັດແບບນີ້ໃນເວລາໃດ?4) ຄູສະຫຼຸບ: ຊົມເຊີຍນັກຮຽນທີ່ສະແດງຖືກຕ້ອງ ແລະ ເຮັດໄດ້ດີ.5) ຄູເຮັດສຽງກະແຫຼ່ງ ແລ້ວຖາມນັກຮຽນວ່າສຽງຫຍັງ? ຢູ່ໂຮງຮຽນເຄີຍໄດ້ຍິນສຽງນີ້ບໍ່?6) ຄູແນະນໍາຕື່ມວ່າ: ມື້ນີ້, ພວກເຮົາມາຮຽນການປະຕິບັດໂມງເວລາຂອງໂຮງຮຽນໃນການໄປມາ, ເລີກຫຼິ້ນ ແລະ ເລີກເມືອເຮືອນທີ່ຖືກຕ້ອງ.7) ຄູເອົາກົດລະບຽບທີ່ກຽມມາໃຫ້ນັກຮຽນເບິ່ງ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສົນທະນາກ່ຽວກັບຮູບພາບ 1-12 ນັກຮຽນສົນທະນາກັນເປັນຄູ່1. ນັກຮຽນສັງເກດຮູບພາບ ແລະ ເລືອກການກະທໍາທີ່ຖືກຕ້ອງຕາມກົດລະບຽບໃນປຶ້ມແບບຮຽນຈາກນັ້ນໃຫ້ ວາງກ້ອນຫີນນ້ອຍໃສ່ຮູບພາບ.- ຮູບພາບທີ 1: ນັກຮຽນມາຊ້າຈະບໍ່ເຂົ້າໃຈບົດຮຽນ.- ຮູບພາບທີ 2: ນັກຮຽນເຂົ້າຫ້ອງຮຽນທັນເວລາ.- ຮູບພາບທີ 3: ລຽນແຖວເຂົ້າຫ້ອງບໍ່ເປັນລະບຽບ. - ຮູບພາບທີ 4: ລຽນແຖວເຂົ້າຫ້ອງເປັນລະບຽບດີ.- ຮູບພາບທີ 5: ລຽນແຖວອອກຫ້ອງເປັນລະບຽບດີ. - ຮູບພາບທ 6: ລຽນແຖວອອກຫ້ອງບ່ເປັນລະບຽບ.ີໍ- ຮູບພາບທີ 7: ເມື່ອໄດ້ຍິນສຽງກະແຫຼ່ງດັງນັກຮຽນຢຸດຫຼິ້ນ, ລຽນແຖວເຂົ້າຫ້ອງເປັນລະບຽບ.- ຮູບພາບທີ 8: ເມື່ອໄດ້ຍິນສຽງກະແຫຼ່ງນັກຮຽນບໍ່ຢຸດຫຼິ້ນ, ບໍ່ເຂົ້າຫ້ອງຮຽນ.- ຮູບພາບທີ 9: ຕັ້ງໃຈຮຽນ ຈົນໄດ້ຍິນສຽງກະແຫຼ່ງພັກຜ່ອນ, ບໍ່ອອກຫ້ອງກ່ອນເວລາ.- ຮູບພາບທີ 10: ອອກຫ້ອງຮຽນກ່ອນເວລາເລີກ.- ຮູບພາບທີ 11: ຮຽນເຕັມຊົ່ວໂມງປະຕິບັດລະບຽບໄດ້ດີ.- ຮູບພາບທີ 12: ຂໍອະນຸຍາດກັບບ້ານ ໂດຍຄູເປັນຄົນອະນຸຍາດ.3. ຄູໃຫ້ນັກຮຽນຈັບຄູ່ກັນ: ເລືອກຮູບພາບທີ່ຖືກຕ້ອງ ແລະ ສົນທະນາຕາມຮູບພາບ 1-10ຄໍາຖາມຮູບພາບ: ທີ 1-10: ຄູສາມາດນໍາໃຊ້ຄໍາຖາມລຸ່ມນີ້ ຫຼື ຄູສາມາດຕັ້ງຄໍາຖາມເອງ ເພື່ອຊ່ວຍໃຫ້ນັກຮຽນ ເຂົ້າໃຈໄດ້ດີຂຶ້ນຕື່ມ. ຄູເນັ້ນ:1) ໃນຮູບພາບນີ້ນັກຮຽນສັງເກດເຫັນຫຍັງແດ່?2) ນັກຮຽນໃນແຕ່ລະຮູບພາບກໍາລັງເຮັດຫຍັງ?3) ສອງຮູບພາບມີຫຍັງທີ່ແຕກຕ່າງກັນບໍ່? ມີອັນໃດແດ່?4) ຈະມີຫຍັງເກີດຂຶ້ນ, ຖ້ານັກຮຽນເຮັດພຶດຕິກໍາຄືກັບ ຮູບພາບ?5) ຖ້ານັກຮຽນບໍ່ປະພຶດ/ປະພຶດຄືກັບຮູບພາບຈະມີຜົນ ແນວໃດ?ການວັດ ແລະ ປະເມີນຜົນຄກວດເບງຄວາມຮ/ການສະແດງຂອງນກ ູິູ່້ັຮຽນກ່ຽວກັບກົດລະບຽບໃນຫ້ອງ ປ.1 ແລະ ໃຫ້ ເວລານັກຮຽນຝກກົດລະບຽບເຫ່ານນຄນຖ້າຶຼ ົັ ້ືຈຳເປັນ.ການວັດ ແລະ ປະເມີນຜົນຄູກວດວ່ານັກຮຽນວ່ານັກຮຽນເຂົ້າໃຈຄວາມ ແຕກຕ່າງກ່ຽວກັບ ພຶດຕິກໍາຂອງນັກຮຽນໃນ ແຕ່ລະຊຸດຂອງຮູບພາບພ້ອມທັງແນະນໍາຜູ້ທີ່ຍັງບໍ່ເຂົ້າໃຈ.໑໙
206) ນັກຮຽນຈະສ້າງເປັນກົດລະບຽບໃນຫ້ອງຂອງພວກເຮົາແນວໃດຕ່ືມ?7) ຄູອະທິບາຍວ່າ, ຖ້ານັກຮຽນມາໂຮງຮຽນຊ້າ ຫຼື ຍັງຫຼິ້ນຢູ່ໃນເດີ່ນເວລາເຂົ້າຫ້ອງແມ່ນບໍ່ດີຕໍ່ການຮຽນຂອງຕົນ ເອງທັງຈະເຮັດໃຫ້ຄູ ແລະ ໝູ່ເພື່ອນເສຍເວລານໍາອີກ. ຄູແນະນໍາເພີ່ມຕື່ມ: ເມ່ອຕີກະແຫ່ງຄ້ງທີ 1 ນັກຮຽນຕ້ອງກຽມລຽນແຖວເຂ້າຫ້ອງ ແລະ ນ່ງໃຫ້ຖືກບ່ອນຂອງຕົນເອງບ່ວົນແຊວ, ເມອຕ ືຼັົັໍື ່ີກະແຫຼ່ງຄັ້ງທີ 2 ເລີກຫຼິ້ນພັກຜ່ອນ ແລ້ວກັບມາຫ້ອງຮຽນໃຫ້ທັນເວລາ ບໍ່ແລ່ນຫຼິ້ນວົນແຊວໝູ່ ແລະ ຈະເຮັດໃຫ້ໝູ່ຮຽນ ໜັງສືບໍ່ໄດ້. ການມາໂຮງຮຽນທັນເວລາແມ່ນການປະຕິບັດລະບຽບວິໄນໄດ້ດີ.ເມື່ອຕີກະແຫຼ່ງຄັ້ງທີ 3 ອອກຫ້ອງກັບບ້ານ, ບໍ່ອອກກ່ອນເວລາ, ການເລີກເມືອກ່ອນເວລາຈະເຮັດໃຫ້ນັກຮຽນ ເຂົ້າໃຈບົດຮຽນບໍ່ທັນໝູ່.ຝຶກປະຕິບັດກົດລະບຽບຂອງຫ້ອງຮຽນຄູແນະນໍາໃຫ້ນັກຮຽນເບິ່ງ ແລະ ສັງເກດໂຄງຮ່າງກົດລະບຽບການປະຕິບັດໂມງເວລາໃນຫ້ອງຮຽນໃນປຶ້ມແບບ ຮຽນ ແລ້ວໃຫ້ນັກຮຽນປະຕິບັດແຕ່ລະກົດລະບຽບຕາມຄູຄືນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (ເວລາ 15 ນາທີ)ຝຶກປະຕິບັດຕົວຈິງໃນການປະຕິບັດໂມງເວລາຂອງຫ້ອງຮຽນ 1) ຄູນໍາໃຊ້ກະໂປະໝາກພ້າວ ຫຼື ກະປ໋ອງຕີ/ເຄາະ ເພື່ອເຮັດເປັນສຽງກະແຫຼ່ງໃນການຝຶກປະຕິບັດໂມງເວລາຂອງຫ້ອງຮຽນ.2) ຄູນໍາພານັກຮຽນຝຶກປະຕິບັດຕາມສຽງກະແຫຼ່ງຄື: ເມື່ອໄດ້ຍິນສຽງກະແຫຼ່ງແມ່ນຢຸດຫຼິ້ນ ແລະ ຍ່າງເຂົ້າຫ້ອງ ຫຼື ລຽນແຖວເຂົ້າຫ້ອງ. 3) ຄູນໍາພານັກກຮຽນຝຶກປະຕິບັດການລຽນແຖວ, ລຽນແຖວຍ່າງເຂົ້າຫ້ອງ ແລະ ລຽນແຖວຍ່າງອອກຫ້ອງ. ແນະນໍາ ໃຫ້ນໍາພານັກຮຽນຝຶກປະຕິບັດຈົນກວ່ານັກຮຽນສາມາດປະຕິບັດກົດລະບຽບໃໝ່ນ້ໄດ້ດີ.ີຂັ້ນສະຫຼຸບ (ເວລາ 5 ນາທີ)1. ຄູຖາມ: ພວກເຮົາໄດ້ຮຽນຫຍັງແດ່? - ການປະຕິບັດໂມງ, ເຂົ້າຫ້ອງ, ເລີກຫຼິ້ນ, ເລີກຖືກຕາມເວລາເປັນຜົນດີບໍ່? 2. ໃຫ້ນັກຮຽນອະທິບາຍຄືນຕາມຄວາມເຂົ້າໃຈ.3. ຄູຢໍ້າຄືນນັກຮຽນຜູ້ທີ່ບໍ່ປະຕິບັດກົດລະບຽບ ຄວນວາງແຜນວ່າຕົນເອງຈະເຮັດແນວໃດ ຈຶ່ງຈະມາໂຮງຮຽນທັນ ເວລາ?ການວັດ ແລະ ປະເມີນຜົນຄູກວດເບິ່ງນັກຮຽນຝຶກປະຕິບັດ, ກົດລະບຽບໃໝ່ພ້ອມທັງຝຶກຫຼາຍໆຄັ້ງຕາມເວລາເໝາະສົມ ຈົນກວ່ານັກຮຽນຈະເຮັດໄດ້ດີ.໒໐ສ ວ ສສະຫງວນລິຂະສິດ
21ບົດທີ 4: ດຸໝັ່ນໃນການອະນາໄມຫ້ອງຮຽນ ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງກ່ຽວກັບຄວາມຮັບຜິດຊອບໃນການອະນາໄມຫ້ອງຮຽນ.2. ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຮັດວຽກເປັນທີມ ຫຼື ໜ່ວຍໃນຫ້ອງຮຽນ.II. ການວັດ ແລະ ປະເມີນຜົົນ ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນຍົກຕົວຢ່າງກ່ຽວກັບຄວາມຮັບຜິດຊອບໃນການອະນາໄມຫ້ອງຮຽນ3ນັກຮຽນຍົກ 3 ຕົວຢ່າງກ່ຽວກັບຄວາມຮັບຜິດຊອບໃນການອະນາໄມຫ້ອງຮຽນ.2ນັກຮຽນຍົກ 2 ຕົວຢ່າງກ່ຽວກັບຄວາມຮັບຜິດຊອບໃນການອະນາໄມຫ້ອງຮຽນ.1ນັກຮຽນຍົກ 1 ຕົວຢ່າງກ່ຽວກັບຄວມຮັບຜິດຊອບໃນການອະນາໄມຫ້ອງຮຽນ.0ນັກຮຽນບໍ່ສາມາດຍົກຕົວຢ່າງກ່ຽວກັບຄວາມຮັບຜິດຊອບໃນການອະນາໄມຫ້ອງໄດ້.III. ເນື້ອໃນຕົ້ນຕໍ1. ຫ້ອງຮຽນແມ່ນບ່ອນນັກຮຽນມາຢູ່ຮ່ວມກັນເພື່ອຮຽນໜັງສື. ແຕ່ລະຄົນຕ້ອງຮູ້ເຮັດຕາມໜ້າທີ່ ແລະ ຄວາມຮັບຜິດຊອບໃນການຮັກສາຄວາມສະອາດຫ້ອງຮຽນ.2. ນັກຮຽນໝົດທຸກຄົນຕ້ອງໄດ້ຮັບການມອບໝາຍໜ້າທີ່ໃນການອະນາໄມຫ້ອງຮຽນ ເຊັ່ນ: ເຊັດຖູໂຕະຕັ່ງ, ເຊັດ ກະດານ ແລະ ນໍາເອົາເຈ້ຍເສດ ຫື ຂ້ເຫຍ້ອໄປຖ້ມ. ນັກຮຽນຄວນເຂ້າໃຈເຫດຜົນທ່ຕົນເອງເຮັດວຽກອະນາໄມ ຼີືິົີຮ່ວມກັນ ເພື່ອເຮັດໃຫ້ຫ້ອງຮຽນຕົນເອງມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍເພື່ອ:- ຊອກຫາອຸປະກອນ ຫຼື ສື່ການຮຽນໄດ້ງ່າຍ.- ເຮັດໃຫ້ປຶ້ມແບບຮຽນມີຄວາມສະອາດ ແລະ ສາມາດເອົາມານໍາໃຊ້ໃນເວລາຮຽນໄດ້ຫຼາຍສົກຮຽນ.- ເຮັດໃຫ້ຫ້ອງຮຽນມີຄວາມສະອາດ (ປະສະຈາກເຊື້ອພະຍາດ, ແມງໄມ້, ຂີ້ເຫຍື້ອ, ສັດ ແລະ ອື່ນໆ).- ການເຮັດວຽກເປັນທີມ ຫຼື ຈຸຢູ່ໃນຫ້ອງ ເຮັດໃຫ້ມີຄວາມສາມັກຄີ.- ພາກພູມໃຈໃນເວລາອະນາໄມມີຜົນສໍາເລັດ.- ທຸກຄົນຕ້ອງມີຄວາມອົດທົນໃນການອະນາໄມທີ່ໄດ້ຮັບມອບໝາຍ.- ນັກຮຽນຄວນຮູ້ວິທີໃນການນໍາໃຊ້ຟອຍ, ເຊັດຖູ, ກວາດພື້ນ ແລະ ອື່ນໆ.- ໃຫ້ນັກຮຽນມີນິດໄສຮັກຄວາມສະອາດຈົບງາມ ແລະ ບໍ່ເອົາປຽບເຊິ່ງກັນ ແລະ ກັນ.- ວາງລະບຽບວິໄນໃຫ້ຕົນເອງ ສາມາດອະນາໄມໃຫ້ສໍາເລັດໂດຍບໍ່ໃຫ້ໃຜບອກ. IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ເຈ້ຍສີຂາວ, ສີຂຽວ ແລະ ສີແດງ.3. ຮູບພາບກ່ຽວກັບການອະນາໄມ.໒໑
22V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາຖາມ ຕອບ-1) ຄູບອກໃຫ້ນັກຮຽນສັງເກດເບິ່ງແຈໃນຫ້ອງຮຽນ ແລະ ຕອບຄໍາຖາມລຸ່ມນີ້.- ນັກຮຽນຄິດວ່າມີຫຍັງແດ່ຢູ່ໃນຫ້ອງທີ່ພວກເຮົາຕ້ອງທໍາຄວາມສະອາດ?- ພວກເຮົາຈະອະນາໄມແນວໃດແດ່? - ເປັນຫຍັງພວກເຮົາຈຶ່ງອະນາໄມຫ້ອງຮຽນ?2) ຄູໃຫ້ເວລານັກຮຽນຕອບ.3) ຄູເວົ້າວ່າ, ມື້ນີ້ພວກເຮົາຈະມາຕອບ 3 ຄໍາຖາມດັ່ງລຸ່ມນີ້.- ນັກຮຽນຄວນເຮັດຫຍັງແດ່ເພື່ອອະນາໄມຫ້ອງຮຽນ?- ເປັນຫຍັງສະມາຊິກພາຍໃນໜ່ວຍຈຶ່ງອະນາໄມຫ້ອງຮຽນຮ່ວມກັນໝົດທຸກຄົນ?- ນັກຮຽນຮູ້ໄດ້ແນວໃດວ່າໜ່ວຍຂອງຕົນໄດ້ອະນາໄມຫ້ອງຮຽນສະອາດດີ?ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາເປັນຄູ່ ຫຼື ບຸກຄົນ1) ຄູບອກໃຫ້ນັກຮຽນເປີດປຶ້ມແບບຮຽນ ແລະ ສັງເກດເບິ່ງຮູບພາບປະກອບໄປນໍາກັນ.2) ກ່ອນທີ່ຄູຈະອ່ານບົດເລື່ອງໃຫ້ນັກຮຽນຟັງ, ຄູຄວນບອກໃຫ້ນັກຮຽນຕັ້ງໃຈຟັງ ພ້ອມກັບສັງເກດຮູບພາບໄປພ້ອມ ແລະ ໃຫ້ນັກຮຽນຄິດກ່ຽວກັບວິທີຕ່າງໆທີ່ນັກຮຽນໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຮັດອະນາໄມຫ້ອງ ຮຽນຮ່ວມກັນ.ບົດເລື່ອງກ່ຽວກັບການອະນາໄມຫ້ອງຮຽນຮູບພາບທີ 1: ມື້ໜຶ່ງ, ມັນເປັນມື້ທີ່ໜ່ວຍ ກ ຕ້ອງໄດ້ອະນາໄມຫ້ອງຮຽນ. ຫ້ອງຮຽນເປື້ອນເປິ ບໍ່ສະອາດ, ມີ ເຈ້ຍເສດຢູ່ເທິງພື້ນ, ໂຕະບໍ່ຊື່, ກະດານດໍາກະຍັງບໍ່ໄດ້ເຊັດ. ສະມາຊິກໜ່ວຍ ກ ທຸກຄົນກໍເລີຍ ຊ່ວຍເຫຼືອກັນອະນາໄມ. ພວກເຂົາປັດກວາດ ແລະ ເຊັດ.ຮູບພາບທີ 2: ນັກຮຽນຊາຍຄົນໜຶ່ງໄດ້ກວາດພື້ນ, ນັກຮຽນຍິງຄົນໜຶ່ງໄດ້ເຊັດໂຕະ ແລະ ຈັດໂຕະໃຫ້ຊື່.ຮູບພາບທີ 3: ຫຼັງຈາກນັ້ນບໍ່ດົນໝົດທຸກຄົນຢູ່ໃນໜ່ວຍຊ່ວຍກັນອະນາໄມ, ເອົາຂີ້ເຫຍື້ອໃນຖັງໄປຖິ້ມ, ປູຜ້າ ປູໂຕະໃຫ້ງາມ ແລະ ເຊັດກະດານ.ຮູບພາບທີ 4: ພາຍຫຼັງທີ່ອະນາໄມສໍາເລັດ, ຫ້ອງຮຽນກໍມີຄວາມສະອາດ, ຄູ ແລະ ນັກຮຽນກໍມີຄວາມມ່ວນຊື່ນ.3) ຄູເວົ້າວ່າ: ໜ່ວຍ ກ ເຮັດອະນາໄມໄດ້ດີຫຼາຍ.4) ຄູຊົມເຊີຍໝົດທຸກຄົນໃນໜ່ວຍນີ້ ແລະ ດຽວນີ້ທຸກ ຄົນສາມາດຮຽນຢູ່ໃນຫ້ອງທີ່ສະອາດ ໂດຍມີການຈັດ ໂຕະຕັ່ງຖືກບ່ອນທັງເປັນລະບຽບດີ.5) ຄູຖາມເພື່ອສົນທະນາກັບນັກຮຽນ: - ນັກຮຽນຢູ່ໃນແຕ່ລະຮູບພາບເຮັດຫຍັງແດ່ຊ່ວຍກັນ? ພວກເຂົາເຮັດແນວໃດແດ່? - ພວກເຂົາໄດ້ເຮັດວຽກອັນດຽວກັນບໍ່?- ສະມາຊິກໜ່ວຍ ກ ຮູ້ສຶກແນວໃດ?- ຄູຮູ້ສຶກແນວໃດເມື່ອເຫັນສະມາຊິກໜ່ວຍ ກ ພ້ອມພຽງກັນອະນາໄມ?- ເພື່ອນຮ່ວມຫ້ອງຮູ້ສຶກແນວໃດ?ການວັດ ແລະ ປະເມີນຜົນໃຫ້ຄູສັງເກດເບ່ງວ່ານັກຮຽນໄດ້ເລາະກວດ ິເບິ່ງແຕ່ລະມຸມຂອງຫ້ອງຮຽນແລ້ວບໍ່?ການວັດ ແລະ ປະເມີນຜົນຄູຄວນຮັບປະກັນວ່າຄໍາຕອບຂອງນັກຮຽນ ປະກອບມລາຍການຂອງວຽກອະນາໄມ ີແລະ ອະນາໄມຊ່ວຍກັນ. ຄູຄວນຖາມເພີ່ມສໍາລັບນັກຮຽນທີ່ຍັງບໍ່ເຂົ້າໃຈໄດ້ດີ.໒໒ສ ວ ສສະຫງວນລິຂະສິດ
23- ຖ້ານັກຮຽນເປັນສະມາຊິກຂອງໜ່ວຍ ກ ນັກຮຽນຈະຮູ້ສຶກແນວໃດ?6) ຄູອ່ານບົດເລື່ອງກ່ຽວກັບໜ່ວຍ ຂ ໃຫ້ນັກຮຽນຟັງຕໍ່:- ຮູບພາບທີ 1: ໃນມື້ຕໍ່ມາແມ່ນຜຽນຂອງໜ່ວຍ ຂທ່ຈະຕ້ອງອະນາໄມຫ້ອງຮຽນ ແຕ່ວ່າີສະມາຊິກຂອງໜ່ວຍສ່ວນຫຼາຍພາ ກັນອອກໄປນອກຫ້ອງ ແລະ ຫນ ຼ ິ ້ຢູ່ໃນເດີ່ນ.- ຮູບພາບທີ 2: ຍັງເຫຼືອແຕ່ ທ້າວພົນເທົ່ານັ້ນ ທີ່ເຮັດອະນາໄມຫ້ອງຄົນດຽວ. ລາວໄດ້ພະຍາຍາມເຮັດແຕ່ບໍ່ສໍາ ເລັດ, ເພາະມັນເປັນວຽກທີ່ໜັກຫຼາຍສໍາລັບຄົນໜຶ່ງທີ່ເຮັດໄດ້.- ຮູບພາບທີ 3: ຄູບໍ່ມີຄວາມພໍໃຈ ແລະ ໄດ້ບອກໃຫ້ສະມາຊິກຂອງໜ່ວຍ ຂ ກັບເຂົ້າມາໃນຫ້ອງ.- ຮູບພາບທີ 4: ທ້າວພົນເວົ້າວ່າ: ເບ່ງແມ້ພວກເຈ້າປະໃຫ້ຂ້ອຍເຮັດອະນາໄມຄົນດຽວ. ຂ້ອຍບ່ສາມາດເຮັດຄົນ ິົໍດຽວໄດ້. ຫັງຈາກນ້ນຄູໄດ້ຕັກເຕືອນໜ່ວຍ ຂ. ຼັ- ຮູບພາບທີ 5: ຄູຍ້ອງຍໍຊົມເຊີຍນັກຮຽນໜ່ວຍທີ່ເຮັດໄດ້ດີ ແລະ ມີຄວາມຮັບຜິດຊອບ. ຄູເວົ້າວ່າ ບໍ່ຄວນ ປ່ອຍໃຫ້ໝູ່ເຮັດຄົນດຽວ. ນັກຮຽນທຸກຄົນຕ້ອງມີການຊ່ວຍເຫຼືອກັນໃນການເຮັດອະນາໄມ ຈຶ່ງຈະເຮັດໃຫ້ຫ້ອງຮຽນຂອງພວກເຮົາສະອາດຈົບງາມ.7) ຄູຖາມຄໍາຖາມກ່ຽວກັບໜ່ວຍ ຂ ດັ່ງຕໍ່ໄປນີ້:- ເປັນຫຍັງຫ້ອງຮຽນຈຶ່ງບໍ່ສະອາດ?- ຍັງມີອັນໃດແດ່ຢູ່ໃນຫ້ອງຮຽນທີ່ຈະຕ້ອງອະນາໄມ? (ໃຫ້ນັກຮຽນຈັດລຽງລໍາດັບ).- ຈະມີຫຍັງເກີດຂຶ້ນຖ້າຫ້ອງຮຽນບໍ່ສະອາດ?- ນັກຮຽນ ຄິດວ່າ ທ້າວພົນ ຮູ້ສຶກແນວໃດ?- ຖ້າ ນັກຮຽນແມ່ນ ທ້າວພົນ, ນັກຮຽນຈະເວົ້າແນວໃດກັບສະມາຊິກຂອງໜ່ວຍ?- ສະມາຊິກໃນໜ່ວຍ ຂ ຄວນເຮັດຫຍັງໃຫ້ສໍາເລັດຢູ່ໃນຫ້ອງຮຽນ?8) ຄູສະຫຸຼບຮູບພາບດັ່ງນີ້:ໜ່ວຍ ກ - ຮູບພາບທີ 1: ຫ້ອງຮຽນຢູ່ໃນສະພາບເປື້ອນເປິ.- ຮູບພາບທີ 2: ສະມາຊິກໜ່ວຍ ກ ລົງມືອະນາໄມ.- ຮູບພາບທີ 3: ໜ່ວຍ ກ ເຮັດອະນາໄມຊ່ວຍກັນໝົດທຸກຄົນ.- ຮູບພາບທີ 4: ໜ່ວຍ ກ ອະນາໄມຫ້ອງໄດ້ດີຫຼາຍ ຄູຈຶ່ງຍ້ອງຍໍຊົມເຊີຍ.ໜ່ວຍ ຂ - ຮູບພາບທີ 1: ສະມາຊິກໜ່ວຍ ຂ ພາກັນຫຼິ້ນຢູ່ນອກຫ້ອງ ແລະ ບໍ່ອະນາໄມຫ້ອງ.- ຮູບພາບທີ 2: ທ້າວພົນ ອະນາໄມຫ້ອງຮຽນຄົນດຽວ.- ຮູບພາບທີ 3: ຄູມາກວາດເບິ່ງຫ້ອງ, ຫ້ອງຍັງເປື້ອນເປິ ຄູຈຶ່ງຕັກເຕືອນໜ່ວຍ ຂ.- ຮູບພາບທີ 4: ເວົ້າວ່າບໍ່ຄວນປ່ອຍໃຫ້ໝູ່ເຮັດຄົນດຽວ.- ຮູບພາບທີ 5: ຄູຍ້ອງຍໍຊົມເຊີຍໜ່ວຍທ່ເຮັດໄດ້ດີ ແລະ ມີຄວາມຮັບຜິດຊອບ. ຄູຕັກເຕືອນໜ່ວຍທ່ເຮັດບ່ໄດ້ດີ.ີີໍຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)1) ຄູໃຫ້ນັກຮຽນຄິດກ່ຽວກັບຫ້ອງຮຽນຂອງຕົນເອງວ່າ: ຄວນເຮັດຫຍັງເພື່ອອະນາໄມຫ້ອງໃຫ້ສະອາດ ແລະ ເປັນ ລະບຽບຮຽບຮ້ອຍ?2) ຄູແນະນໍາໃຫ້ນັກຮຽນເຮັດດ້ວຍຕົນເອງ ໂດຍຈົດບັນທຶກຄໍາຕອບໃສ່ປຶ້ມຂຽນ.3) ຄູໃຫ້ນັກຮຽນເລືອກເອົາ 3 ວິທີ ທີ່ສະແດງເຖິງຄວາມຮັບຜິດຊອບ ໃນການອະນາໄມຫ້ອງຮຽນຂອງຕົນເອງ.ການວັດ ແລະ ປະເມີນຜົນຄູຄວນຊຸກຍ້ນັກຮຽນໃຫ້ບອກຊ່ຂອງໜ້າວຽກູືອະນາໄມຫ້ອງຮຽນທີ່ໄດ້ດີ ແລະ ສະອາດ.໒໓
244) ຄູຂຽນຫົວນີ້ໃສ່ໃນກະດານດໍາ. “ສິ່ງທີ່ຂ້ອຍສາມາດເຮັດ ເພື່ອໃຫ້ຫ້ອງຮຽນສະອາດ”:ຂ້ອຍສາມາດເຮັດ............................ຂ້ອຍສາມາດເຮັດ............................ຂ້ອຍສາມາດເຮັດ............................5) ນັກຮຽນສາມາດຂຽນຄໍາຕອບໃສ່ໃນປຶ້ມຂຽນເປັນຄໍາສັບ ຫຼື ແຕ້ມຮູບ.6) ຄູຄວນຊຸກຍູ້ໃຫ້ນັກຮຽນອະທິບາຍເພີ່ມຕື່ມກ່ຽວກັບ ຄໍາຕອບຂອງພວກເຂົາ. ຄໍາຕອບທີ່ອາດເປັນໄປໄດ້: (ຂ້ອຍສາມາດຊ່ວຍໜ່ວຍຂອງຂ້ອຍ..., ເອົາຂີ້ເຫຍື້ອໄປຖິ້ມ, ເກັບເອົາເຈ້ຍເສດໄປ ຖິ້ມ, ຖິ້ມຂີ້ເຫຍື້ອ ຫຼື ເຈ້ຍເສດໃສ່ຖັງ, ເກັບມ້ຽນປຶ້ມ ແລະ ບໍ່ຖິ້ມສິ່ງຂອງຊະຊາຍ ແລະ ອື່ນໆ...).ຂັ້ນສະຫຼຸບ (5 ນາທີ)1) ຄູຖາມຄໍາຖາມນັກຮຽນຕໍ່ໄປນີ້:- ເປັນຫຍັງນັກຮຽນຈຶ່ງອະນາໄມຫ້ອງຮຽນ?- ເປັນຫຍັງຈຶ່ງຕ້ອງອະນາໄມຊ່ວຍກັນ?- ຫຼັງຈາກອະນາໄມແລ້ວ ນັກຮຽນຈະຮູ້ໄດ້ແນວໃດວ່າໜ່ວຍຂອງຕົນເອງເຮັດໄດ້ດີ?2) ຄູບອກໃຫ້ນັກຮຽນຄົ້ນຄິດ ຫຼື ສົນທະນາເປັນຄູ່ເພື່ອຕອບຄໍາຖາມດັ່ງກ່າວໃຫ້ໝູ່ໃນຫ້ອງຟັງ.3) ຄູແນະນໍາ: ການອະນາໄມຫ້ອງຮຽນໃຫ້ສະອາດແມ່ນໜ້າທີ່ຂອງນັກຮຽນໝົດທຸກຄົນ. ເມື່ອຮອດຮອບວຽນໃນ ການອະນາໄມ, ນັກຮຽນແຕ່ລະຄົນຢູ່ໃນໜ່ວຍດັ່ງກ່າວຄວນຊ່ວຍກັນອະນາໄມຫ້ອງຮຽນໃຫ້ສະອາດ. ) ຄູບອກນັກຮຽນວ່ານັກຮຽນຄວນຮູ້ວິທີອະນາໄມ ເພື່ອຝຶກຕົນເອງໃຫ້ມີນິດໄສເປັນຄົນດຸໝັ່ນຢູ່ໃນຫ້ອງຮຽນ, 4ຄອບຄົວ ແລະ ຢູ່ໃນຊຸມຊົນຂອງຕົນເອງ.໒໔ການວັດ ແລະ ປະເມີນຜົນຄູຄວນກວດຄືນກ່ຽວກັບສິ່ງທີ່ນັກຮຽນຕອບ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ບໍ່ທັນເຂົ້າໃຈ.ສ ວ ສສະຫງວນລິຂະສິດ
25ບົດທີ 5: ຮູ້ບຸນຄຸນຄູເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງກ່ຽວກັບວິທີການຊ່ວຍເຫຼືອ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄູ.2. ໄຈ້ແຍກໄດ້ວ່າຄົນອື່ນຮູ້ສຶກແນວໃດເມື່ອພວກເຂົາໄດ້ຮັບຄວາມເມດຕາ ແລະ ຄວາມຮູ້ບຸນຄຸນ.II. ການວັດ ແລະ ປະເມີນຜົົນ ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນຍົກຕົວຢ່າງວິທີຂອງການຊ່ວຍເຫຼືອຄູຢູ່ໃນໂຮງຮຽນໄດ້3ນັກຮຽນຍົກຕົວຢ່າງວິທີຂອງການຊ່ວຍເຫຼືອຄູຢູ່ໃນໂຮງຮຽນໄດ້ 3 ວິທີ.2ນັກຮຽນຍົກຕົວຢ່າງວິທີຂອງການຊ່ວຍເຫຼືອຄູຢູ່ໃນໂຮງຮຽນໄດ້ 2 ວິທີ.1ນັກຮຽນຍົກຕົວຢ່າງວິທີຂອງການຊ່ວຍເຫຼືອຄູຢູ່ໃນໂຮງຮຽນໄດ້ 1 ວິທີ.0ນັກຮຽນບໍ່ສາມາດຍົກຕົວຢ່າງການຊ່ວຍເຫຼືອຄູຢູ່ໃນໂຮງຮຽນໄດ້.III. ເນື້ອໃນຕົ້ນຕໍ 1. ການສະແດງຄວາມຮູ້ບຸນຄຸນ ຕໍ່ຄູແມ່ນຄວາມກະຕັນຍູທີ່ນັກຮຽນຕ້ອງໄດ້ປະຕິບັດ ເພາະວ່າຄູເປັນຜູ້ໃຫ້ ຄວາມຮູ້ ແລະ ອົບຮົມສັ່ງສອນໃຫ້ແກ່ນັກຮຽນອ່ານອອກຂຽນໄດ້ ຊ່ວຍອົບຮົມບົ່ມສອນນິດໄສໃຫ້ເປັນຄົນ,ດີຂອງສັງຄົມ, ຄູຈຶ່ງປຽບເໝືອນພໍ່ແມ່ຜູ້ທີ 2 ຂອງພວກເຮົາ. ດັ່ງນັ້ນ ນັກຮຽນຕ້ອງຮູ້ຈັກຕອບແທນຄຸນງາມ ຄວາມດີຂອງຄູ. 2. ການຮູ້ບຸນຄຸນຄູສາມາດປະຕິບັດໄດ້ຫຼາຍຢ່າງເຊັ່ນ: ຟັງຄໍາຕັກເຕືອນສັ່ງສອນ, ຕັ້ງໃຈຮຽນໜັງສື, ຊ່ວຍຫິ້ວ ສິ່ງຂອງຕ່າງໆ ໄປຢ້ຽມຢາມເວລາເພິ່ນເຈັບປ່ວຍ ແລະ ຍໍມືນົບສະບາຍດີດ້ວຍຮອຍຍິ້ມ ແລະ ອື່ນໆ...,IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບທີ່ພົວພັນເຖິງການເຄົາລົບນັບຖືຄູ.3. ປຶ້ມຂຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສະແດງບົດບາດສົມມຸດ1) ຄູສະແດງບົດບາດສົມມຸດກ່ຽວກັບການສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນໃຫ້ນັກຮຽນເບິ່ງ.2) ຄູເວົ້າກັບນັກຮຽນທີ່ແກ້ວຽກບ້ານ: ຂອບໃຈທີ່ເຮັດວຽກບ້ານເດີ.- ໃນຂະນະທີ່ຄູສະແດງບົດບາດສົມມຸດຢູ່ນັ້ນຄູຄວນຍິ້ມແຍ້ມແຈ່ມໃສ, ໃຊ້ນໍາສຽງທີ່ນຸ້ມນວນ ແລະ ກ່າວຄໍາ ້ຂອບໃຈຕໍ່ສິ່ງທີ່ນັກຮຽນເຮັດພ້ອມທັງກ່າວຊື່ຂອງນັກຮຽນ.3) ຄູຖາມນັກຮຽນຜູ້ທີ່ໄດ້ສະແດງຄວາມຮູ້ບຸນຄຸນວ່າ: ຮູ້ສຶກແນວໃດພາຍຫຼັງທີ່ໄດ້ຍິນຄໍາຂອບໃຈ.໒໕
264) ຄູນໍາພາເຂົ້າສູ່ບົດຮຽນ: ມື້ນີ້ພວກເຮົາຈະມາຮູ້ຈັກກັບວິທີສະແດງຄວາມຮູ້ບຸນຄຸນຕໍ່ຄູ ແລະ ຜູ້ໃຫຍ່ຢູ່ໃນໂຮງຮຽນ ຂອງພວກເຮົາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາຖາມຕອບ1) ຄູຕັ້ງຄໍາຖາມສົນທະນາ: - ແຕ່ລະມື້, ຄູເຮັດຫຍັງໃຫ້ພວກເຮົາ?- ເມື່ອໃດນັກຮຽນຄວນກ່າວຄໍາຂອບໃຈຕໍ່ຄູ?2) ນັກຮຽນຕອບ (ຕາມຄວາມເຂົ້າໃຈ).3. ຂຽນກ່ຽວກັບລັກສະນະທ່າທາງ ແລະ ຄວາມຮູ້ສຶກຈາກການສະແດງບົດບາດສົມມຸດ1) ຄູຂີດຕາຕະລາງໃສ່ກະດານ. ຄູໃຊ້ຕົວຢ່າງຈາກການສະແດງບົດບາດສົມມຸດ ຈາກຂັ້ນນໍາເຂົ້າສູ່ບົດຮຽນກ່ຽວ ກັບການໃຊ້ຄໍາເວົ້າ (ຂອບໃຈ) ກັບນັກຮຽນ. ຖາມຄໍາຖາມນັກຮຽນ ແລະ ຕື່ມຄໍາຕອບໃສ່ຕາຕະລາງທີ່ວ່າງໃຫ້ ຄົບໂດຍນໍາໃຊ້ຄໍາຕອບຈາກນັກຮຽນ (ຂອບໃຈ).ຕົວຢ່າງ ຕາຕະລາງ: ຄໍາເວົ້າ ຫຼື ການ ສະແດງອອກລັກສະນະທ່າທາງຄວາມຮູ້ສຶກຂອບໃຈສີໜ້າຍິ້ມແຍ້ມ,ກົ້ມຫົວລົງເລັກ ນ້ອຍ...ນໍ້າສຽງນຸ້ມ ນວນ, ຂອບໃຈ (ຊື່...).ມີຄວາມພໍໃຈ, ມີຄວາມພາກພູມໃຈ, ເປັນຄົນທີ່ມີຄວາມ ເມດຕາ ແລະ ເວົ້າຈາ ສຸພາບ...4. ສັງເກດຮູບພາບເປັນຄູ່ ຫຼື ເປັນກຸ່ມ1) ຄູໃຫ້ນັກຮຽນສັງເກດຮູບພາບທີ 1-4 ແລ້ວຖາມນັກຮຽນດັ່ງຕໍ່ໄປນີ້:- ນັກຮຽນຢູ່ໃນແຕ່ລະຮູບພາບກໍາລັງເຮັດຫຍັງ?2) ຄູໃຫ້ນັກຮຽນຂຽນຄໍາ ຫຼື ໝາຍໃສ່ປຶ້ມຂຽນຂອງຕົນເອງ. ຫຼັງຈາກນັ້ນໃຫ້ນັກຮຽນສົນທະນາຮູບພາບທີ 3-4.3) ຄູສະຫຼຸບຂໍ້ຄວາມສໍາຄັນຂອງແຕ່ລະຮູບພາບເພື່ອ ໃຫ້ນັກຮຽນບັນທຶກໃສ່ປຶ້ມຂອງຕົນ.- ຮູບພາບທີ 1: ນັກຮຽນກໍາລັງຕັ້ງໃຈຮຽນ.- ຮູບພາບທີ 2: ນັກຮຽນກໍາລັງຊ່ວຍເຫຼືອຄູ.- ຮູບພາບທີ 3: ໄປຢ້ຽມຢາມຄູໃນເວລາຄູບໍ່ສະບາຍ.- ຮູບພາບທີ 4: ນັກຮຽນມອບຂອງຂວັນໃຫ້ຄູ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ) 5. ສະແດງບົດບາດສົມມຸດກ່ຽວກັບການຊ່ວຍເຫຼືອຄູ.1) ຄູແນະນໍາໃຫ້ນັກຮຽນຈັດເປັນກຸ່ມ, ກຸ່ມລະ 3 ຄົນເພື່ອອອກມາສະແດງບົດບາດສົມມຸດເປັນຕົວຢ່າງ.2) ຄູແນະນໍານັກຮຽນ 3 ຄົນທີ່ອອກມາ, ນັກຮຽນຍິງ 1 ຄົນສາທິດເປັນຄູຈັບປຶ້ມຫຼາຍຫົວຍ່າງມາ, ນັກຮຽນ 2 ຄົນ ເວົ້າກັບຄູວ່າ: ພວກຫຼານຈະຊ່ວຍຈັບປຶ້ມໄປສົ່ງຢູ່ຫ້ອງການ (ຄູອະທິບາຍເພີ່ມຕື່ມ).3) ຄູຖາມນັກຮຽນ 3 ຄົນເຂົ້າໃຈການສະແດງບໍ່? ຖ້າເຂົ້າໃຈໃຫ້ເລີ່ມສະແດງຕາມການແນະນໍາ 3-5 ຄັ້ງ ຫຼື ຄູອາດຈະໃຫ້ນັກຮຽນສາທິດວິທີອື່ນກໍໄດ້ (ທີ່ກ່ຽວພັນກັບຄວາມຮູ້ບຸນຄຸນ).ການວັດ ແລະ ປະເມີນຜົນຄູກວດເບິ່ງການສັງເກດ ແລະ ສົນທະນາ ກ່ຽວກັບຮູບພາບຂອງນັກຮຽນ ເພື່ອໃຫ້ນັກ ຮຽນເຂົ້າໃຈກ່ຽວກັບການຮູ້ບຸນຄຸນ ແລະ ໃຫ້ ການແນະນໍາຕື່ມ.ການວັດ ແລະ ປະເມີນຜົນສັງເກດການຕອບຄໍາຖາມຂອງນັກຮຽນ.ການວັດ ແລະ ປະເມີນຜົນສັງເກດການສົນທະນາຂອງນັກຮຽນ.໒໖ສ ວ ສສະຫງວນລິຂະສິດ
274) ຄູຖາມນັກຮຽນທີ່ບໍ່ໄດ້ອອກມາສາທິດວ່າເຂົ້າໃຈ ແລະ ສາມາດນໍາໄປປະຕິບັດໄດ້ບໍ່? (ຖ້າບໍ່ໄດ້ໃຫ້ຜູ້ນັ້ນອອກ ມາກະດານຄູແນະນໍາຕື່ມເພື່ອໃຫ້ນັກຮຽນສາມາດນໍາເອົາໄປປະຕິບັດໄດ້).5) ຄູສະຫຼຸບ: ຊົມເຊີຍ 3 ຄົນທີ່ອອກມາສະແດງເປັນຕົວຢ່າງ, ຖ້ານັກຮຽນຜູ້ອື່ນຢາກອອກມາເຮັດສາທິດອີກກໍໄດ້ ຖ້າມີເວລາພຽງພໍ, ຖ້າບໍ່ມີຜູ້ສະແດງຕື່ມ ໃຫ້ນັກຮຽນທຸກຄົນນໍາເອົາວິທີການສາທິດນີ້ໄປປະຕິບັດຕໍ່ຄູປະຈໍາ ຫ້ອງ ແລະ ຄູທີ່ສອນຢູ່ຫ້ອງອື່ນ. ການຊ່ວຍເຫຼືອຄູສະແດງເຖິງການຮູ້ບຸນຄຸນຄູ.ກິດຈະກໍາເສີມ: ໃຫ້ນັກຮຽນວາງແຜນ 3 ຢ່າງ ກ່ຽວກັບສິ່ງທີ່ພວກເຂົາຈະເຮັດ ເພື່ອສະແດງຄວາມ ຮູ້ບຸນຄຸນຕໍ່ຄູ ໂດຍນໍາໃຊ້ຂໍ້ຄວາມ ໃນປຶ້ມແບບຮຽນ.- ກ່າວຄໍາຂອບໃຈທຸກຄັ້ງ.- ເຮັດໃນສິ່ງທີ່ຄູບອກ.- ເຮັດໃຫ້ດີທີ່ສຸດ.ຄວາມຮູ້ທ້ອງຖິ່ນ: ຄູຄວນແນະນໍາ ໃຫ້ນັກຮຽນປະຕິບັດການສະແດງຄວາມຮູ້ບຸນຄຸນ ໄປພ້ອມກັບວັດທະນະທໍາ, ປະເພນີທີ່ເຄີຍ ປະຕິບັດຢູ່ໃນຄອບຄົວ ແລະ ບ້ານຂອງຕົນ.ສໍາລັບນັກຮຽນຊົນເຜົ່າ: ຄູຄວນອະທິບາຍກ່ຽວກັບການຮູ້ບຸນຄຸນຄູຫຼາຍຄັ້ງ ຫຼື ໃຫ້ນັກຮຽນສັງເກດຮູບພາບກ່ຽວກັບການຊ່ວຍເຫຼືອຄູຂອງນັກຮຽນໃນຮູບພາບ ແລະ ອາດຈະໃຫ້ນັກຮຽນຜູ້ທີ່ເຂົ້າໃຈບົດຮຽນອະທິບາຍເພີ່ມຕື່ມ.ຂັ້ນສະຫຼຸບ (5 ນາທີ)1) ໃຫ້ນັກຮຽນເດົາເອົາຄໍາຕອບຈາກເຫດການຂອງນາງສົມສີ.2) ຄູອ່ານເຫດການດັ່ງຕໍ່ໄປນີ້ໃຫ້ນັກຮຽນຟັງ 2-3 ຄັ້ງ ແລ້ວບອກໃຫ້ນັກຮຽນຄິດຫາວິທີທີ່ຈະສະແດງຄວາມຮູ້ບຸນ ຄຸນທີ່ເໝາະສົມ.- ນາງ ສົມສີ ກໍາລັງຍ່າງໄປຫ້ອງສະໝຸດ, ໃນຂະນະທີ່ລາວກໍາລັງຍ່າງຢູ່ນັ້ນ ລາວເຫັນຄູຄໍາແກ້ວກໍາລັງຍ່າງ ສວນທາງພ້ອມກັບຖືເຄື່ອງຫຼາຍໆອັນ.ຈາກສະຖານະການຂ້າງເທິງນີ້, ນາງສົມສີຄວນເຮັດແນວໃດ?ກ. ຍ່າງເຂົ້າໄປຫາຄູຄໍາແກ້ວ ແລະ ຊ່ວຍເພິ່ນຖືເຄື່ອງທັນທີ.ຂ. ຍໍມືຂຶ້ນນົບ ຖາມສະບາຍດີ ດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ.ຄ. ນາງ ສົມສີ ຫຼີກທາງໃຫ້ຄູຄໍາແກ້ວ ແລະ ຍ່າງໄປທາງອື່ນ.3) ຄູສະຫຼຸບ: ຢູ່ໃນເຫດການນີ້ ນາງສົມສີຄວນປະຕິບັດແນວໃດ ເພື່ອສະແດງເຖິງການມີຈິດໃຈທີ່ເມດຕາ ເພື່ອ ຊ່ວຍເຫຼືອຄູ ຊຶ່ງສະແດງເຖິງຄວາມຮູ້ບຸນຄຸນຕໍ່ຄູ. 4) ຄູແນະນໍາເພີ່ມກ່ຽວກັບການສະແດງ ຄວາມຮູ້ບຸນຄຸນຕໍ່ຄູແມ່ນສາມາດປະຕິບັດໄດ້ຫຼາຍຢ່າງ (ຄູເບິ່ງຢູ່ເນື້ອໃນ ຕົ້ນຕໍມາອະທິບາຍເພີ່ມຖ້ານັກຮຽນຍັງບໍ່ເຂົ້າໃຈ).໒໗
28ບົດທີ 6: ການໃຊ້ຄໍາເວົ້າທີ່ສຸພາບເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ສາທິດທ່າທາງໃນການໃຊ້ຄໍາສັບທີ່ສຸພາບໄດ້ຢ່າງຖືກຕ້ອງ.2. ກໍານົດຄວາມຮູ້ສຶກຂອງຄົນອື່ນເມື່ອໃຊ້ຄໍາເວົ້າທີ່ສຸພາບ.II. ການວັດ ແລະ ປະເມີນຜົນນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ແນນນັກຮຽນ:ຄະແນນ ສາທິດທ່າທາງໃນການໃຊ້ຄໍາສັບທີ່ສຸພາບໄດ້ຢ່າງຖືກຕ້ອງ3ນັກຮຽນສາທິດທ່າທາງໃນການໃຊ້ 3 ຄໍາສັບ ທີ່ສຸພາບໄດ້ຢ່າງຖືກຕ້ອງ.2ນັກຮຽນສາທິດທ່າທາງໃນການໃຊ້ 2 ຄໍາສັບ ທີ່ສຸພາບໄດ້ຢ່າງຖືກຕ້ອງ.1ນັກຮຽນສາທິດທ່າທາງໃນການໃຊ້ 1 ຄໍາສັບ ທີ່ສຸພາບໄດ້ຢ່າງຖືກຕ້ອງ.0ນັກຮຽນບໍ່ສາມາດສາທິດການໃຊ້ຄໍາເວົ້າທີ່ສຸພາບໄດ້ຈັກຢ່າງ.III. ເນື້ອໃນຕົ້ນຕໍ1. ການໃຊ້ຄໍາເວົ້າທີ່ສຸພາບໃນການສົນທະນາກັບໝູ່ເພື່ອນ ຫຼື ຄົນອື່ນໃນທຸກສະຖານທີ່ສະແດງເຖິງການມີມາ ລະຍາດທີ່ດີ, ຄົນຟັງມີຄວາມດີໃຈ ແລະ ຮູ້ສຶກດີທີ່ໄດ້ຍິນຄໍາເວົ້າເຫຼົ່ານັ້ນ. 2. ຄົນທີ່ໃຊ້ຄໍາເວົ້າທີ່ບໍ່ສຸພາບ ແລະ ທ່າທາງທີ່ບໍ່ເໝາະສົມໃນເວລາສົນທະນາກັບຄົນອື່ນສະແດງເຖິງການບໍ່ມີມາລະຍາດ ໝູ່ເພື່ອນບໍ່ໃຫ້ຄວາມນັບຖື ແລະ ກາຍເປັນບຸກຄົນບໍ່ດີ ໃນເວລາທີ່ເຮົາເວົ້າຄໍາສຸພາບ, ພວກເຮົາ .ຄວນໃຊ້ສຽງໃຫ້ຊັດເຈນ/ອ່ອນໂຍນ ແລະ ຮູ້ລັກສະນະທ່າທາງໃນການວາງໂຕແບບໃດຄວນໃຊ້ສາຍຕາແນວໃດກັບຜູ້ໃຫຍ່.3. ຄໍາເວົ້າສຸພາບທີ່ສອນຢູ່ໃນບົດຮຽນນີ້ປະກອບມີດັ່ງລຸ່ມນີ້: 1) ເວົ້າ: ສະບາຍດີ ທັກທາຍ ໝູ່ເພື່ອນ ແລະ ຜູ້ໃຫຍ່ ຫຼື ບຸກຄົນທົ່ວໄປ.2) ເວົ້າ: ເຈົ້າ, ທ່ານ, ຂ້ອຍ ຫຼື ໃຊ້ຊື່ຕົນເອງແທນຄໍາວ່າຂ້ອຍ, ຫຼານ ໃນເວລາສົນທະນາ.3) ເວົ້າ: ໂດຍ ເມື່ອຕອບຄໍາຖາມ ຫຼື ເຫັນດີ.4) ໃຊ້ຄໍາເວົ້າຂໍອະນຸຍາດກ່ອນທີ່ຈະຕອບຄໍາຖາມ, ຂໍປະກອບຄໍາເຫັນໃນເມື່ອສົນທະນາ.5) ໃຊ້ຄໍາເວົ້າປະຕິເສດແບບສຸພາບ: ບໍ່ໄດ້ເດີ, ຂໍໂທດເດີ ຂ້ອຍບໍ່ສາມາດໃຫ້ສິ່ງນັ້ນກັບເຈົ້າໄດ້. IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ.V. ກິດຈະກໍາການຮຽນການສອນ ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາຖາມ-ຕອບ1) ຄູເວົ້າວ່າ: ສະບາຍດີນັກຮຽນປະຖົມສຶກສາ ຂັ້ນ ປ. 2. - ນັກຮຽນເວົ້າວ່າ: ສະບາຍດີນາຍຄູ.໒໘ສ ວ ສສະຫງວນລິຂະສິດ
292) ຄູຖາມວ່າ: ນັກຮຽນຮູ້ສຶກແນວໃດເວລາຄູຖາມສະບາຍດີ?3) ຄູແຕ້ມສີໜ້າ, ທ່າທາງຕ່າງໆໃສ່ກະດານ, ຊີ້ໃຫ້ເຫັນສີໜ້າທີ່ໄດ້ແຕ້ມໃສ່ກະດານໃຫ້ນັກຮຽນເບິ່ງ ຈາກນັ້ນໃຫ້ ນັກຮຽນຈັບຄູ່ກັນສົນທະນາ.- ຄໍາຕອບ: ເມື່ອເວລາມີໃຜທັກທາຍເວົ້າວ່າ ສະບາຍດີ, ພວກເຮົາຮູ້ສຶກດີໃຈ ແລະ ມີຄວາມສຸກ.- ທົບທວນຄືນບົດຮຽນຂັ້ນ ປ.1 ກ່ຽວກັບຄໍາ ຂອບໃຈ ແລະ ຂໍໂທດ.4) ຄູຖາມ: ນັກຮຽນຈະໃຊ້ຄໍາເວົ້າແບບໃດເວລາມີໃຜຄົນໜຶ່ງເອົາສິ່ງຂອງໃຫ້? 5) ຄູເອົາສໍໃຫ້ນັກຮຽນ 3 ຄົນ ນັກຮຽນ ຕ້ອງຍໍມືນົບ ໜ້າຕາຍິ້ມແຍ້ມແລ້ວຕອບວ່າຂອບໃຈນາຍຄູ. .6) ຄູຖາມວ່າ: ນັກຮຽນຈື່ບໍ່ວ່າຄວນເວົ້າແບບໃດເມື່ອ ຢາກຂໍຮ້ອງສິ່ງໃດໜຶ່ງ? ຄູຈັບອຸປະກອນຂຶ້ນມາໃຫ້ນັກ ຮຽນເຫັນເຊັ່ນ: ສໍ, ປຶ້ມ ຢາງລຶບ, ຄູບອກນັກຮຽນໃຫ້ ,ໃຊ້ຄໍາເວົ້າທີ່ສຸພາບໃນການຮ້ອງຂໍນັກຮຽນຕອບ: - ນາຍຄູ ຫຼານຂໍອະນຸຍາດຂໍສໍກ້ານໜຶ່ງ? 7) ຄູບອກວ່າ ເມື່ອເວລາທີ່ນັກຮຽນໃຊ້ຄໍາເວົ້າ (ຂໍ) ທີ່ສຸພາບ, ຄູຮູ້ສຶກດີໃຈ ແລະ ຄູຄິດວ່າ ນັກຮຽນໄດ້ສະແດງຄວາມເຄົາລົບນັບຖືຄູ ແລະ ມີລັກສະນະຄຸນສົມບັດ ທີ່ດີ. ມື້ນີ້ພວກເຮົາຈະຮຽນຮູ້ກ່ຽວກັບຄໍາເວົ້າທີ່ສຸພາບໃໝ່ໆ.ຂັ້ນຈັດກິດຈະກໍາການຮຽນ (ເວລາ 20 ນາທີ)2. ສົນທະນາຖາມຕອບຕາມຮູບພາບ1) ຄູບອກໃຫ້ນັກຮຽນເບິ່ງຮູບພາບທີ 1-6 ດັ່ງນີ້: - ຮູບພາບທີ 1: ຢູ່ໃນປຶ້ມແບບຮຽນ (ຄົນໃນຄອບຄົວ). 2) ຄູຕັ້ງຄໍາຖາມ: ພວກເຮົາຈະຈັດລຽງບຸກຄົນເຫຼົ່ານີ້ແນວໃດ? ຄົນຢູ່ໃນຄອບຄົວມີໃຜແດ່.3) ຄູບອກນັກຮຽນຝຶກປະຕິບັດຕົວຈິງເປັນຄູ່ ໃນການສະແດງຄໍາເວົ້າ ຄວາມຍິນດີທີ່ຖືກຕ້ອງ: ນັກຮຽນຜູ້ໜຶ່ງຊີ້ໄປ ໃສ່ຮູບພາບ ແລະ ນັກຮຽນຫຼາຍຄົນຕອບ.4) ຄູຊີ້ໄປໃສ່ຮູບພາບທີ່ສະແດງຄວາມຮູ້ສຶກຢູ່ໃນກະດານ ແລ້ວຖາມນັກຮຽນຄິດວ່າຄົນໃນຄອບຄົວເຮົາຈະຮູ້ສຶກ ແນວໃດຖ້າເຮົາໃຊ້ຄໍາເວົ້າທີ່ຖືກຕ້ອງ?5) ຄູເບິ່ງຮູບພາບຢູ່ໃນປຶ້ມແບບຮຽນ ພ້ອມທັງອະທິບາຍຄວາມໝາຍ.- ຮູບພາບທີ: 2 ປ້າຄໍາຍ່າງຜ່ານນາງແກ້ວ ຜູ້ທີ່ຢືນຢູ່ທາງໜ້າເຮືອນ, ປ້າຄໍາໄດ້ຖາມວ່າ: ນາງແກ້ວ ແມ່ຂອງຫຼານຢູ່ເຮືອນບໍ່? ນາງ ແກ້ວ ຕອບວ່າ: ແມ່ຫຼານບໍ່ຢູ່ເຮືອນ; ແມ່ຫຼານໄປວຽກ. 6) ຄູຖາມຕໍ່ໄປ: ຄໍາສັບທີ່ນາງແກ້ວເວົ້າເປັນຄໍາສັບສຸພາບບໍ່? ເວົ້າຄໍາສັບ “ຫຼານ” ເປັນຮູບແບບທີ່ສຸພາບບໍ່? ນັກຮຽນຄິດວ່າ ປ້າຄໍາ ຮູ້ສຶກແນວໃດຕໍ່ນາງແກ້ວ? 7) ຄູໃຫ້ນັກຮຽນຕອບ...8) ຄູແນະນໍານັກຮຽນໃຫ້ຟັງຄໍາເວົ້າ ຫຼານຊາຍ/ຫຼານສາວ: ຄໍາຕອບຂອງນາງຄໍາແມ່ນສຸພາບ ເພາະວ່າລາວໃຊ້ ຄໍາເວົ້າ: ແມ່ຂອງຫຼານ. - ຮູບພາບທີ 3: ທ້າວນ້ອຍ ຢາກຢືມໝາກບານນໍາຄູຂອງລາວ ແຕ່ຄູຂອງລາວກໍາລັງເວົ້າກັບຄູອີກຜູ້ໜຶ່ງ. ລາວເຄາະປະຕູ ລໍຖ້າ ,ແລະ ເວົ້າວ່າ: ຂໍໂທດນາຍຄູ, ຫຼານຂໍອະນຸຍາດຢືມໝາກບານແດ່.- ທ້າວນ້ອຍໄດ້ໃຊ້ຄໍາເວົ້າແນວໃດ?ການວັດ ແລະ ປະເມີນຜົນຄູສັງເກດການຈັດລຽງຮູບພາບພ້ອມທັງສັງເກດການສະແດງຄໍາເວົ້າທີ່ສຸພາບ, ຖ້ານັກຮຽນເວົ້າບໍ່ຖືກຄູຊ່ວຍອະທິບາຍເພີ່ມຕື່ມ.໒໙
30- ຄູຈະມີຄວາມຮູ້ສຶກຕໍ່ທ້າວ ນ້ອຍແນວໃດ? - ເປັນຫຍັງຄູຈຶ່ງມີຄວາມຮູ້ສຶກແນວນັ້ນ? - ຮູບພາບທີ 4:ທ້າວກິ ຕ້ອງການຢືມໝາກບານນໍາຄູຂອງລາວ ແຕ່ຄູຂອງລາວກໍາລັງຄາວຽກລົມກັບຜູ້ອໍານວຍການ, ລາວແລ່ນ ເຂົ້າໄປແລ້ວຈັບເອົາໝາກບານເລີຍ.- ພຶດຕິກໍາຂອງທ້າວກິ ເປັນແນວໃດ?- ຄໍາສັບແນວໃດທີ່ທ້າວກິ ລືມໃຊ້?- ຄູຮູ້ສຶກແນວໃດຕໍ່ພຶດຕິກໍາຂອງທ້າວກິ?- ຮູບພາບທີ 5:ການຢືມ: ທ້າວນົງ ຢາກຢືມປຶ້ມແບບຮຽນຂອງ ນາງສົມໃຈ ແຕ່ວ່າ ນາງສົມໃຈ ຍັງອ່ານປຶ້ມຢູ່, ທ້າວນົງ ດຶງ ເອົາປຶ້ມນາງສົມໃຈ ໂດຍບໍ່ໄດ້ບອກ, ນາງສົມໃຈ ດຶງເອົາປຶ້ມຄືນ. - ນາງສົມໃຈ ຄວນເວົ້າແນວໃດ?- ຈະມີຫຍັງເກີດຂຶ້ນ ຖ້ານັກຮຽນເຮັດຄືໃນຮູບພາບ? ນັກຮຽນຈະຮູ້ສຶກແນວໃດ ຖ້າສິ່ງນີ້ເກີດຂຶ້ນກັບນັກຮຽນເອງ?- ຮູບພາບທີ 6:ທ້າວນົງ ເວົ້າກັບ ນາງສົມໃຈວ່າ: ຂ້ອຍຂໍຢືມປື້ມແບບຮຽນຂອງເຈົ້າແດ່ໄດ້ບໍ່? ນາງສົມໃຈ ເວົ້າວ່າ: ໄດ້ຖ້າບຶດ ໜຶ່ງໃຫ້ຂ້ອຍອ່ານແລ້ວກ່ອນເດີ້ ແລ້ວຂ້ອຍຈະເອົາໃຫ້ຢືມ.- ນັກຮຽນຄິດວ່າຄໍາເວົ້າຂອງ ນາງສົມໃຈ ຖືກຕ້ອງເໝາະສົມແລ້ວບໍ່? 9) ຄູກວດຄືນຮູບແບບຄໍາເວົ້າທີ່ເໝາະສົມ.- ຄູແນະນໍາ: ການນໍາໃຊ້ຄໍາເວົ້າທີ່ສຸພາບ ຈະຊ່ວຍໃຫ້ເຮົາໃຈເຢັນລົງ ຟັງແລ້ວຮູ້ສຶກດີ ພ້ອມທັງສະແດງເຖິງ ການເປັນຄົນທີ່ມີມາລະຍາດດີ, ຈິດໃຈດີ ແລະ ເປັນຄໍາເວົ້າທີ່ໜ້າຟັງ.10) ຄູສະຫຸຼບຕາມຮູບພາບ.- ຮູບພາບທີ 1: ຄົນໃນຄອບຄົວ.- ຮູບພາບທີ 2: ເວົ້າກັບຜູ້ໃຫຍ່ຢ່າງສຸພາບ.- ຮູບພາບທີ 3: ຄວນຂໍອະນຸຍາດເມື່ອເວລາຂໍສິ່ງໃດໜຶ່ງຈາກຄູ.- ຮູບພາບທີ 4: ບໍ່ຄວນແລ່ນຕັດໜາ້ຄູ ຫຼື ຄົນອື່ນ. - ຮູບພາບທີ 5: ບໍ່ຄວນຍາດເອົາສິ່ງຂອງຄົນອື່ນ ຖ້າບໍ່ໄດ້ຮັບອະນຸຍາດ.- ຮູບພາບທີ 6: ຖ້າເຈົ້າຂອງກໍາລັງໃຊ້ປຶ້ມ ຫຼື ສິ່ງຂອງເຮົາຄວນລໍຖ້າ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 3. ສະແດງບົດບາດສົມມຸດຄູໃຫ້ນັກຮຽນຈັດກຸ່ມ 3-4 ຄົນ ນັກຮຽນເບິ່ງຮູບພາບຢູ່ໃນປຶ້ມແບບຮຽນ ແລະ ສະແດງບົດບາດສົມມຸດ 3 ເຫດການ. ການວັດ ແລະ ປະເມີນຜົນສັງເກດການສົນທະນາ.໓໐ສ ວ ສສະຫງວນລິຂະສິດ
31- ເຫດການທີ 1 ການໃຊ້ຄໍາເວົ້າທີ່ສຸພາບຕໍ່ຜູ້ອາວຸໂສ.- ເຫດການທີ 2 ການຍ່າງເຂົ້າໄປໃນຫ້ອງຮຽນ.- ເຫດການທີ 3 ການຂໍຢືມເຄື່ອງຮຽນ.ສໍາລັບນັກຮຽນຊົນເຜົ່າ:ຄູຕ້ອງໄດ້ໃຫ້ຄໍາສັບຕົວຢ່າງ ທີ່ນໍາໃຊ້ໃນແຕ່ລະຕອນສະແດງບົດບາດສົມມຸດ. ຖ້ານັກຮຽນຕ້ອງການເວລາຫຼາຍ ຂຶ້ນໃນການຝຶກປະຕິບັດ ຄູຕ້ອງໄດ້ຫຼຸດຈໍານວນຮູບໃນການສົນທະນາ. ຄວາມຮູ້ທ້ອງຖິ່ນ: ຄູໃຊ້ຄໍາສັບທີ່ສຸພາບ ແລະ ບໍ່ສຸພາບໃນທ້ອງຖິ່ນມາເປັນຕົວຢ່າງ.ຂັ້ນສະຫຼຸບ (5 ນາທີ)ຄູບອກນັກຮຽນໃຫ້ຢືນເປັນວົງມົນ1) ຄູຕົບມື, ແລ້ວຄູໂຍນບານໄປຮອບໆ ວົງມົນຂອງນັກຮຽນ, ເມື່ອຄູຢຸດຕົບມື. ນັກຮຽນຜູ້ໃດຖື ໝາກບານຕ້ອງໄດ້ ເວົ້າໜຶ່ງຄໍາສັບທີ່ສຸພາບ: ຄູຕົບມືຕໍ່ໄປ ແລະ ນັກຮຽນໂຍນໝາກບານໄປອ້ອມຮອບວົງມົນ ສືບຕໍ່ຫຼິ້ນກິດຈະກໍາ ໄປຈົນກວ່ານັກຮຽນຫຼາຍຄົນໄດ້ປ່ຽນກັນເວົ້າຄໍາທີ່ສຸພາບ.2) ຄູສະຫຼຸບສັງລວມບົດຮຽນ ດ້ວຍການແນະນໍານັກຮຽນໃຫ້ພະຍາຍາມນໍາໃຊ້ບົດຮຽນ ແລະ ໃຊ້ຄໍາສັບທີ່ໄດ້ຮຽນ ມື້ນີ້. ການວັດ ແລະ ປະເມີນຜົນຄູສັງເກດການຫ້ນເກມພ້ອມທັງສັງເກດ ຼ ິການເວົ້າທີ່ສຸພາບ, ຖ້ານັກຮຽນເວົ້າບໍ່ຖືກຄູຊ່ວຍອະທິບາຍເພີ່ມຕື່ມ.໓໑
32ບົດທີ 7: ການຊ່ວຍເຫຼືອໝູ່ເພື່ອນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກວິທີຕ່າງໆທີ່ນັກຮຽນສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ. 2. ວາງແຜນໃນສິ່ງທີ່ນັກຮຽນຈະຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ກາຍເປັນໝູ່ເພື່ອນທີ່ດີຕໍ່ກັນ.II. ການວັດ ແລະ ປະເມີນຜົົນ ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນບອກວິທີຕ່າງໆທີ່ນັກຮຽນຈະຊ່ວຍໝູ່ເພື່ອນໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ3ນັກຮຽນບອກ 3 ວິທີທີ່ນັກຮຽນຈະຊ່ວຍໝູ່ເພື່ອນໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ.2ນັກຮຽນບອກ 2 ວິທີທີ່ນັກຮຽນຈະຊ່ວຍໝູ່ເພື່ອນໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ.1ນັກຮຽນບອກ 1 ວິທີທີ່ນັກຮຽນຈະຊ່ວຍໝູ່ເພື່ອນໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ.0ນັກຮຽນບໍ່ສາມາດບອກວິທີທີ່ຈະຊ່ວຍໝູ່ເພື່ອນໃຫ້ກາຍເປັນໝູ່ທີ່ດີຕໍ່ກັນໄດ້.III. ເນື້ອໃນຕົ້ນຕໍ 1. ແຕ່ລະຄົນມີຄວາມແຕກຕ່າງ ແລະ ລັກສະນະເປັນຂອງຕົນເອງ, ທຸກຄົນມີຄວາມສໍາຄັນ ແລະ ທຸກຄົນມີ ຄວາມເທົ່າທຽມກັນ. 2. ທຸກໆຄົນຄວນມີຈິດໃຈດີ, ມີເມດຕາ, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການຊ່ວຍເຫຼືອສາມາດປະຕິບັດ ໄດ້ຫຼາຍດ້ານ ເຊັ່ນ: ດ້ານການຮຽນ, ອອກແຮງງານ, ໃຫ້ກໍາລັງໃຈໃນເວລາທີ່ໝູ່ບໍ່ສະບາຍ ຫຼື ທໍ້ຖອຍ, ຊ່ວຍໝູ່ພິການ: ຫີ້ວຖົງປຶ້ມ ພາຂ້າມທາງດ້ວຍຄວາມລະມັດລະວັງ ແລະ ຊັກຊວນພວກເຂົາໃນການເຂົ້າຮ່ວມກິດ ,ຈະກໍາຕ່າງໆ. ນອກຈາກນັ້ນ, ຍັງຊ່ວຍຕັກເຕືອນເມື່ອໝູ່ເຮັດໃນສິ່ງທີ່ບໍ່ຖືກຕ້ອງ. 3. ພວກເຮົາໝົດທຸກຄົນຄວນຊ່ວຍເຫຼືອໝູ່ເພື່ອນ ຫຼື ເພື່ອນຮ່ວມຫ້ອງ ໃນເວລາທີ່ພວກເຂົາຕ້ອງການຄວາມ ຊ່ວຍເຫຼືອ. ການຊ່ວຍເຫຼືອໝູ່ເພື່ອນມີຄວາມສໍາຄັນ ເພາະວ່າຈະນໍາໄປສູ່ຄວາມສຸກ ແລະ ຄວາມສາມັກຄີ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບໃນປຶ້ມແບບຮຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ລະດົມສະໝອງ1) ຄູແນະນໍາສະມາຊິກໃໝ່ (ໂດຍນໍາໃຊ້ຕຸກກະຕາເວົ້າໄດ້ ຄູເປັນຄົນເວົ້າ) ຫຼື ໃຊ້ຮູບພາບຕາມຄວາມເໝາະສົມ. 2) ຄູເວົ້າກັບນັກຮຽນໝົດທຸກຄົນວ່າມື້ນີ້ພວກເຮົາມີສະມາຊິກໃໝ່. ລາວມີຊື່ວ່າ ທ້າວ ສົມໃຈ.3) ທ້າວ ສົມໃຈ ເປັນນັກຮຽນໃໝ່ລາວຍັງບໍ່ມີໝູ່ເພື່ອນ. ລາວບໍ່ຮູ້ວ່າໝູ່ແມ່ນໃຜ? ໃນບົດນີ້ ພວກເຮົາຈະຮຽນກ່ຽວກັບວິທີການເປັນໝູ່ທີ່ດີຕໍ່ກັນ.4) ຄູຕັ້ງຄໍາຖາມ:- ນັກຮຽນມີໝູ່ບໍ່?- ແມ່ນໃຜແດ່ເປັນໝູ່ຂອງນັກຮຽນ? ການວັດ ແລະ ປະເມີນຜົນໃຫ້ຄູສັງເກດການຕອບຄໍາຖາມຂອງນັກ ຮຽນ, ຖ້ານັກຮຽນຍັງບໍ່ເຂົ້າໃຈໃຫ້ຄູອະທິບາຍເພີ່ມຕື່ມ.໓໒ສ ວ ສສະຫງວນລິຂະສິດ
33- ໝູ່ຂອງນັກຮຽນມີອາຍຸສາກັນບໍ່? ຫຼື ມີອາຍຸໜ້ອຍ ໍ ່ກວ່າ ຫຼື ມີອາຍຸຫຼາຍກວ່າ?- ນັກຮຽນສ້າງໝູ່ໃໝ່ແນວໃດ?- ນັກຮຽນເຮັດຫຍັງແດ່ໃຫ້ໝູ່ຂອງຕົນ?- ພວກເຮົາສາມາດເຮັດຫຍັງເພື່ອຊ່ວຍໃຫ້ ທ້າວ ສົມໃຈ ມີໝູ່?- ທ້າວສົມໃຈ ສາມາດເປັນໝູ່ທີ່ດີໄດ້ແນວໃດ? 5) ຄູໃຫ້ເວລານັກຮຽນສົນທະນາ.6) ຄູບັນທຶກເອົາຄໍາຕອບຈາກນັກຮຽນ ໂດຍການຂຽນໃສ່ກະດານ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາກ່ຽວກັບຮູບພາບ1) ຄູໃຫ້ນັກຮຽນຈັດເປັນກຸ່ມ, ກຸ່ມລະ 4 ຄົນ ຫຼື ຈັບຄູ່ກໍໄດ້ ເພື່ອສັງເກດຮູບພາບໃນປຶ້ມແບບຮຽນ ແລະ ຕອບຄໍາ ຖາມດັ່ງລຸ່ມນີ້.2) ຄໍາຖາມ:- ມີເຫດການຫຍັງເກີດຂຶ້ນໃນແຕ່ລະຮູບພາບ?- ຈົ່ງບອກວິທີຕ່າງໆທີ່ນັກຮຽນກໍາລັງຊ່ວຍເຫຼືອໝູ່ຂອງພວກເຂົາ?- ນັກຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອຫຍັງ?- ຖ້ານັກຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈະມີຜົນດີບໍ່?- ຖ້ານັກຮຽນບໍ່ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນເປັນແນວໃດ?- ນັກຮຽນມີຄວາມຄິດທີ່ຈະຊ່ວຍ ທ້າວ ສົມໃຈ ຫາໝູ່ເພີ່ມຕື່ມບໍ່?3) ຄູສະຫຸຼບຕາມຮູບພາບ:- ຮູບພາບທີ 1: ຊ່ວຍເຫຼືອໝູ່ເພື່ອນໃນເວລາໝູ່ບໍ່ສະບາຍ.- ຮູບພາບທີ 2: ຊ່ວຍກັນຈັດໂຕະ, ຕັ່ງ ໃຫ້ໝູ່ເພື່ອນທີ່ພິການ.- ຮູບພາບທີ 3: ຊ່ວຍກັນອະນາໄມ, ຫົດນໍ້າຕົ້ນໄມ້.- ຮູບພາບທີ 4: ຊ່ວຍເຫຼືອໝູ່ເພື່ອນທີ່ພິການ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)3. ກິດຈະກໍາປຶ້ມແບບຮຽນ1) ຄູໃຫ້ນັກຮຽນຂຽນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ 3 ຢ່າງໃສ່ປຶ້ມຂຽນ.2) ຄູໃຫ້ນັກຮຽນສັງເກດເບິ່ງໝົດທຸກຮູບພາບ ແລະ ເລືອກເອົາ 3 ວິທີທີ່ນັກຮຽນຈະຊ່ວຍໝູ່ຂອງຕົນ ແລະ 3 ວິທີທີ່ນັກຮຽນ ຢາກໃຫ້ໝູ່ຊ່ວຍເຫຼືອຕົນ. ສັງເກດຮູບພາບ1-10ໃນປຶ້ມແບບຮຽນ.3) ໃຫ້ນັກຮຽນເລືອກສິ່ງທີ່ຕ້ອງການຢາກໃຫ້ໝູ່ ຂອງຕົນເອງເຮັດໃຫ້.4) ໃຫ້ນັກຮຽນເລືອກສິ່ງທີ່ຕົນເອງຈະເຮັດກັບໝູ່ເພື່ອນເພື່ອໃຫ້ກາຍເປັນໝູ່ທີ່ດີຕໍ່ກັນ.5) ຄູໃຫ້ນັກຮຽນຂຽນຕົວເລກອັນດັບທີຂອງຮູບໃສ່ຕາຕະລາງແບບງ່າຍດາຍ. 6) ຄູຂີດຕາຕະລາງໃສ່ກະດານດັ່ງລຸ່ມນີ້.ການວັດ ແລະ ປະເມີນຜົນສັງເກດເບິ່ງວ່ານັກຮຽນກໍາລັງຕອບກ່ຽວກັບ ພຶດຕິກໍາທີ່ພວກເຂົາເຮັດເພື່ອຊ່ວຍເຫຼືອໝູ່ເພື່ອນ, ແບ່ງປັນ, ເວົ້າຈາສຸພາບ ແລະ ອື່ນໆ...ໃຫ້ນັກຮຽນສັງເກດເບິ່ງສີໜ້າຂອງຕົວລະຄອນຢູ່ໃນຮູບ, ຊຶ່ງຄູອາດຈະຕ້ອງໄດ້ອະທິ ບາຍຄືນ.ການວັດ ແລະ ປະເມີນຜົນຄູສັງເກດເບິ່ງຖ້າວ່ານັກຮຽນມີຄວາມຫຍຸ້ງຍາກໃນການຂຽນຄໍາສັບ, ພວກເຂົາສາ ມາດຂຽນຕົວເລກອັນດັບທີຂອງຮູບພາບ ຫຼື ແຕ້ມພຶດຕິກໍາທີ່ມີຄວາມເມດຕາທີ່ໄດ້ ກໍານົດໄວ້ຢູ່ໃນເກນການໃຫ້ຄະແນນ.໓໓
34ຕົວຢ່າງ:ສິ່ງທີ່ຂ້ອຍຢາກໃຫ້ໝູ່ຂ້ອຍເຮັດສິ່ງທີ່ຂ້ອຍຄວນເຮັດສິ່ງທີ່ຂ້ອຍຢາກໃຫ້ໝູ່ຂອງຂ້ອຍເຮັດນໍາຂ້ອຍ ເພື່ອ ໃຫ້ກາຍເປັນມິດທີ່ດີຕໍ່ກັນສິ່ງທີ່ຂ້ອຍສາມາດເຮັດໃຫ້ໝູ່ຂອງຂ້ອຍ ເພື່ອໃຫ້ກາຍເປັນ ມິດທີ່ດີຕໍ່ກັນ1) ໃຫ້ຂ້ອຍຢືມປຶ້ມ.2) ຊ່ວຍຂ້ອຍແຕ້ມຮູບ.3) ຊ່ວຍສ້ອມແປງວັດຖຸສິ່ງຂອງໃຫ້ຂ້ອຍ.1) ໃຫ້ການຊ່ວຍເຫຼືອໃນຍາມໝູ່ບໍ່ສະບາຍ.2) ຫຼິ້ນນໍາໝູ່.3) ຊ່ວຍອະທິບາຍບົດຮຽນ.7) ຄູສະຫຸຼບຕາມຮູບພາບ.- ຮູບພາບທີ 5: ໃຫ້ຢືມປຶ້ມ: ແບ່ງປັນ.- ຮູບພາບທີ 6: ສັງເກດເບິ່ງວ່າມີຄົນຕ້ອງການຄວາມຊ່ວຍເຫຼືອ: ໄຂປະຕູ.- ຮູບພາບທີ 7: ຫຼິ້ນນໍາກັນ.- ຮູບພາບທີ 8: ຊ່ວຍໝູ່ສ້ອມແປງເຄື່ອງ/ອຸປະກອນ.- ຮູບພາບທີ 9: ຊ່ວຍອະທິບາຍບົດຮຽນໃຫ້ໝູ່.- ຮູບພາບທີ 10: ຕັກເຕືອນໝູ່ໃຫ້ເຊົາເຮັດສິ່ງທີ່ບໍ່ຖືກຕ້ອງ.ກິດຈະກໍາເສີມ: ຫຼິ້ນເກມປິງໂກກ່ຽວກັບມິດຕະພາບ. ວິທີການຫຼິ້ນ: ຄູໃຫ້ນັກຮຽນແຕ່ລະຄົນຂຽນ 2 ວິທີ ກ່ຽວກັບການເປັນໝູ່ທີ່ດີຕໍ່ກັນ ໂດຍນໍາໃຊ້ຕົວຢ່າງຈາກປຶ້ມແບບຮຽນ, ຄູອ່ານ ຄໍາສັບຕ່າງໆໃຫ້ນັກຮຽນຟັງ ເຊັ່ນ: ຊ່ວຍເຫຼືອໝູ່, ຟັງໝູ່ເວົ້າ, ແບ່ງປັນສິ່ງຂອງ, ແລະ ຫຼິ້ນນໍາໝູ່.1) ໃຫ້ຄູຂີດຕາຕະລາງໃສ່ກະດານດໍາ ແລະ ຂຽນຄໍາສັບໃສ່ດັ່ງນີ້. ແບ່ງປັນສິ່ງຂອງຟັງໝູ່ເວົ້າຫຼິ້ນນໍາໝູ່ຊ່ວຍເຫຼືອໝູ່2) ຄູໃຫ້ນັກຮຽນກ່າຍເອົາແຕ່ 2 ຄໍາສັບຈາກກະດານໃສ່ປຶ້ມຂຽນຂອງຕົນ, ຕົວຢ່າງ: ຫຼິ້ນນໍາໝູ່, ຊ່ວຍເຫຼືອໝູ່…3) ຄູອ່ານຄໍາສັບຢູ່ໃນຕາຕະລາງໃຫ້ນັກຮຽນຟັງ, ໃນຂະນະທີ່ຄູກໍາລັງອ່ານຄໍາສັບໃຫ້ນັກຮຽນຟັງ, ຖ້າມີຄໍາສັບທີ່ກົງກັບຄໍາສັບທີ່ຕົນເອງໄດ້ຂຽນໃຫ້ນັກຮຽນຂີດລຶບອອກ.4) ເມື່ອນັກຮຽນໄດ້ຍິນຄູອ່ານຄໍາສັບຄົບທັງສອງຄໍາທີ່ກົງກັບຄໍາສັບຂອງຕົນເອງກ່າຍໄວ້ໃຫ້ນັກຮຽນຍົກມືຂຶ້ນ ພ້ອມກັບເວົ້າວ່າ ປິງໂກ ກ່ອນໝູ່ ແມ່ນຜູ້ຊະນະ.ຂັ້ນສະຫຼຸບ (10 ນາທີ) 1) ຄູບອກໃຫ້ນັກຮຽນປະກອບຄໍາຄິດຄໍາເຫັນໃສ່ແຜນຂອງຕົນເອງ2) ນັກຮຽນປະກອບຄໍາຄິດຄໍາເຫັນໃສ່ແຜນທີ່ຕົນເອງຈະຊ່ວຍເຫຼືອໝູ່ເພື່ອນ.3) ຄູອະທິບາຍວິທີທ່ງ່າຍທ່ສຸດທ່ຈະຮູ້ວ່າມີຄວາມເມດຕາ ແລະ ດີຕ່ເຮົາແມ່ນປະຕິບັດກັບຄົນອ່ນຄືກັບທ່ຢາກໃຫ ີີີໍືີ້ຄົນອ່ນປະຕິບັດກັບເຮົາ. ເພາະວ່າ, ການເຮັດແບບນ້ນແມ່ນຈະເຮັດໃຫ້ທຸກຄົນມີຄວາມສຸກ. ພວກເຮົາຍັງສາມາດ ືັຮຽນນໍາກັນດ້ວຍການເຮັດວຽກຊ່ວຍກັນ ແລະ ຊ່ວຍແກ້ໄຂບັນຫາເມື່ອມີການຖົກຖຽງກັນ.4) ຄູແນະນໍາໃຫ້ນັກຮຽນນໍາໃຊ້ບົດຮຽນນີ້ໄປປະຕິບັດຕໍ່ໝູ່ເພື່ອນຮຸ່ນອ້າຍ, ຮຸ່ນນ້ອງ ແລະ ຮຸ່ນດຽວກັນ ຫຼື ຊ່ວຍເຫຼືອ ພໍ່ແມ່. ອາທິດໜ້າຄູໃຫ້ແຕ່ລະຄົນລາຍງານຕໍ່ຄູວ່າໄດ້ຊ່ວຍເຫຼືອໝູ່ເພື່ອນຂອງຕົນເອງແນວໃດແດ່.໓໔ສ ວ ສສະຫງວນລິຂະສິດ
35ບົດທີ 8: ການຮັກສາທຸງຊາດເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງການຮັກສາທຸງຊາດລາວໃຫ້ຖືກຕ້ອງ. 2. ປຽບທຽບພຶດຕິກ�າທີ່ຖືກຕ້ອງ ແລະ ບ່ຖືກຕ້ອງໃນການນາໃຊ້ທຸງຊາດ.��II. ການວັດ ແລະ ປະເມີນຜົນ1. ສັງເກດການສົນທະນາ ແລະ ຕອບຄ�າຖາມຢ່າງຖືກຕ້ອງກ່ຽວກັບການຮັກສາທຸງຊາດ.2. ນ�າໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນຍົກຕົວຢ່າງການຮັກສາທຸງຊາດໄດ້ 3ນັກຮຽນຍົກຕົວຢ່າງການຮັກສາທຸງຊາດໄດ້ 3 ຢ່າງ. 2ນັກຮຽນຍົກຕົວຢ່າງການຮັກສາທຸງຊາດໄດ້ 2 ຢ່າງ.1ນັກຮຽນຍົກຕົວຢ່າງການຮັກສາທຸງຊາດໄດ້ 1 ຢ່າງ.0ນັກຮຽນບ່ເຮັດຫຍັງ.�III. ເນື້ອໃນຕົ້ນຕໍ1. ການຮັກສາທຸງຊາດເປັນສິ່ງທີ່ສາຄັນ ເພາະທຸງຊາດແມ່ນສັນຍະລັກປະຈາຊາດຂອງລາວ, ນອກຈາກນີ້ຍັງ ��ສະແດງເຖິງຄວາມເປັນຊາດລາວ, ຄົນລາວ ແລະ ເປັນຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ.2. ການຮັກສາທຸງຊາດໃຫ້ຖືກຕ້ອງຄື: ຊັກໃຫ້ສະອາດ, ເກັບມ້ຽນໃຫ້ເປັນລະບຽບໃຊ້ໃຫ້ຖືກວິທີ, ຖືກເວລາ ແລະ ສະຖານທີ່. ນອກຈາກນີ້ການຮັກສາທຸງຊາດຍັງສະແດງອອກດ້ວຍການໃຫ້ຄວາມເຄົາລົບຢູ່ສະເໝີ.IV. ສື່ການຮຽນການສອນ1. ຜືນທຸງຊາດລາວ.2. ຮູບພາບທຸງຊາດລາວ.3. ຮູບພາບທີ່ສະແດງເຖິງການຮັກສາທຸງຊາດລາວ.4. ສີ (ແດງ, ຟ້າ, ຂາວ), ອຸປະກອນປະກອບການແຕ້ມສີທຸງຊາດ (ເຈ້ຍ, ສ, ກັບສີ, ກາວຕິດ).�5. ເຈ້ຍແຜ່ນໃຫຍ່ສາລັບເອົາສິ້ນສ່ວນຂອງທຸງມາແປະໃສ່.�V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ລະດົມສະໝອງ1) ຄູຕັ້ງຄ�າຖາມ:- ມີໃຜເຄີຍຊັກທຸງຊາດບ່?�- ມີໃຜເຄີຍເອົາທຸງຊາດໄປເກັບມ້ຽນບ່? ເກັບມ້ຽນບ່ອນໃດ?�- ໃນຕອນແລງຂອງທຸກໆວັນສຸກ ເຮົາຄວນເຮັດແນວໃດກັບທຸງຊາດ?໓໕
36- ທຸກໆວັນຈັນຕອນເຊົ້າ ເຮົາຄວນເອົາທຸງຊາດມານາໃຊ້ແນວໃດ?�- ນັກຮຽນຈະເຮັດແນວໃດຖ້າເຫັນນັກຮຽນຄົນອື່ນບ່ຮັກສາທຸງຊາດ ຫຼື ບ່ເຄົາລົບທຸງຊາດ?��2) ນັກຮຽນຕອບ.3) ຄູໃຫ້ນັກຮຽນຮ້ອງເພງຊາດລວມກັນທັງໝົດຫ້ອງ ເພື່ອທົບທວນບົດຮຽນຢູ່ ຂັ້ນ ປ.1 (ຮ້ອງປະມານ 2 ເທື່ອ).ເພງຊາດ:ຊາດລາວຕັ້ງແຕ່ໃດມາ ລາວທຸກທົ່ວໜ້າເຊີດຊູສຸດໃຈຮ່ວມແຮງຮ່ວມຈິດຮ່ວມໃຈ ສາມັກຄີກັນເປັນກາລັງດຽວ�ເດັດດ່ຽວພ້ອມກັນກ້າວໜ້າ ບູຊາຊູກຽດຂອງລາວສົ່ງເສີມໃຊ້ສິດເປັນເຈົ້າ ລາວທຸກຊົນເຜົ່າສະເໝີພາບກັນບ�່ໃຫ້ພວກຈັກກະພັດ ແລະ ພວກຂາຍຊາດເຂົ້າມາລົບກວນລາວທັງມວນຊູເອກະລາດ ອິດສະຫຼະພາບຂອງຊາດລາວໄວ້ຕັດສິນໃຈສູ້ຊິງເອົາໄຊ ພາຊາດກ້າວໄປສູ່ຄວາມວັດທະນາ ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສັງເກດຮູບພາບ1) ສົນທະນາຖາມ-ຕອບ ຮູບພາບກ່ຽວກັບການຮັກສາທຸງຊາດທີ່ຖືກຕ້ອງ ແລະ ບ່ຖືກຕ້ອງ. �2) ຄູໃຫ້ນັກຮຽນສັງເກດຮູບພາບທີ່ມີໃນປຶ້ມແບບຮຽນ.3) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ແລ້ວໃຫ້ນັກຮຽນຄົ້ນຄວ້າຕາມຮູບພາບ ແລະ ຕາມຄ�າຖາມ ລຸ່ມນີ້:- ນັກຮຽນເຫັນຫຍັງແດ່ໃນແຕ່ລະຮູບພາບ?- ຢູ່ໃນຮູບພາບການຮັກສາທຸງຊາດເຮົາຕ້ອງເຮັດແນວໃດ?- ຮູບພາບໃດທີ່ສະແດງເຖິງການຮັກສາທຸງຊາດທີ່ຖືກຕ້ອງ?- ຮູບພາບໃດທີ່ສະແດງເຖິງການບ�່ຮັກສາທຸງຊາດ?- ເຫັນຄົນອື່ນບ່ຮັກສາທຸງຊາດນັກຮຽນຈະເຮັດແນວໃດ?�4) ຄູໃຫ້ນັກຮຽນສະຫຼຸບກ່ອນຕາມແຕ່ລະກຸ່ມຄື: ກຸ່ມໃດຕອບຖືກ ແລະ ກຸ່ມໃດຕອບບ່ທັນຄົບຖ້ວນ. �5) ຄູຍ້ອງຍ�ຊົມເຊີຍ ແລະ ສະຫຼຸບເພື່ອຄວາມເອກະພາບ.6) ຄູສະຫຼຸບຕາມຮູບພາບ.- ຮູບພາບທີ 1: ທຸງຊາດລາວ.- ຮູບພາບທີ 2: ກ�າລັງຊັກທຸງຊາດ.- ຮູບພາບທີ 3: ເກັບມ້ຽນທຸງຊາດ.- ຮູບພາບທີ 4: ໄລ່ຢອກກັນຍາດທຸງຊາດ.- ຮູບພາບທີ 5: ແກວ່ງທຸງຊາດໃສ່ກັນ.- ຮູບພາບທີ 6: ເອົາແພທຸງຊາດກັ້ງຝົນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 3. ປະຕິບັດຕົວຈິງ1) ຕັ້ງໂຈດຄ�າຖາມໃຫ້ນັກຮຽນ ຂັ້ນ ປ.2 ສອນນັກຮຽນ ຂັ້ນ ປ.1 ກ່ຽວກັບການຮັກສາທຸງຊາດ.- ນັກຮຽນຈະບອກຫຍັງໃຫ້ນັກຮຽນ ຂັ້ນ ປ.1?ການວັດ ແລະ ປະເມີນຜົນຄູສັງເກດການຕອບຄໍາຖາມ ແລະ ຮ້ອງເພງຊາດຂອງນັກຮຽນ. ການວັດ ແລະ ປະເມີນຜົນຄູສັງເກດການຕອບຄາຖາມ�ຢູ່ໃນຮູບພາບ ແລະ ຍ່າງເລາະເບິ່ງ ແລ້ວໃຫ້ການຊ່ວຍເຫຼືອ.໓໖ສ ວ ສສະຫງວນລິຂະສິດ
37- ໃຫ້ນັກຮຽນແຕ້ມສິ່ງທີ່ພວກເຂົາຈະເຮັດ?2) ນັກຮຽນແຕ້ມກ່ຽວກັບວິທີຮັກສາທຸງຊາດ ແລະ ອະທິບາຍກ່ຽວ ກັບຮູບພາບທີ່ພວກເຂົາໄດ້ແຕ້ມໃຫ້ກຸ່ມຟັງ. 3) ຮູບທີ່ແຕ້ມຄວນປະກອບມີ: ສີທຸງຊາດ, ຫຼັກທຸງຊາດ, ທຸງຊາດ ກາລັງຂຶ້ນສູ່ເສົາທຸງ, ນັກຮຽນຢືນແຖວຊື່ເຄົາລົບທຸງຢ່າງເປັນ �ລະບຽບຮຽບຮ້ອຍ.4) ສ�າລັບເກນການໃຫ້ຄະແນນ: ໃຫ້ນັກຮຽນແຕ້ມ 3 ຢ່າງ ທີ່ສະແດງ ໃຫ້ເຫັນພຶດຕິກ�າທີ່ຖືກຕ້ອງໃນການເຄົາລົບທຸງຊາດ. ຂັ້ນສະຫຼຸບ (5 ນາທີ)1) ຄູເອົາທຸງຊາດທີ່ປະສົມປະສານໃຫ້ນັກຮຽນເບິ່ງ.2) ໃຫ້ນັກຮຽນນາເອົາທຸງຊາດປະກອບເຂົ້າໃສ່ກັນໃຫ້ຖືກຕາມລາດັບ.��3) ຖືກ ຫຼື ຜິດ ຖ້າພວກເຮົາປະຕິບັດຕາມຂ້ຄວາມຂ້າງລຸ່ມນີ້:�- ພວກເຮົາເຄົາລົບທຸງໃນທຸກໆວັນຈັນ.- ພວກເຮົາຈະຕ້ອງໄດ້ຢືນເມື່ອເຄົາລົບທຸງ.- ພວກເຮົາຊັກທຸງລົງໃນຕອນແລງວັນສຸກ.- ທຸງຊາດມີ 3 ສີ.4) ຄູສະຫຼຸບເນື້ອໃນຕາມປຶ້ມແບບຮຽນ.ການວັດ ແລະ ປະເມີນຜົນສັງເກດການລະບາຍສີທຸງ, ການ ປະກອບສິ້ນສ່ວນໃສ່ເຈ້ຍແຜ່ນ ໃຫຍ່ ແລະ ການນາສະເໜີຜົນ�ງານຕິດໃສ່ຝາຫ້ອງຮຽນ.໓໗
38ບົດທີ 9: ການຮັກສາອຸປະກອນການຮຽນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ໄດ້. . 2ປຽບທຽບສື່ການຮຽນ ແລະ ອຸປະກອນການໃຊ້ທີ່ສະອາດ ແລະ ບໍ່ສະອາດໄດ້.II. ການວັດ ແລະ ປະເມີນຜົນນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ໄດ້3ນັກຮຽນບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ໄດ້ 3 ຢ່າງ.2ນັກຮຽນບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ໄດ້ 2 ຢ່າງ.1ນັກຮຽນບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ໄດ້ 1 ຢ່າງ.0ນັກຮຽນບອກວິທີການເກັບຮັກສາ ແລະ ເບິ່ງແຍງອຸປະກອນການຮຽນ ແລະ ເຄື່ອງໃຊ້ບໍ່ໄດ້ຈັກຢ່າງ.III. ເນື້ອໃນຕົ້ນຕໍ ການຮັກສາເຄື່ອງຮຽນ ແມ່ນການປະຢັດເງິນຊ່ວຍ ພໍ່, ແມ່. ຄູຄວນແນະນໍາໃຫ້ນັກຮຽນໝັ່ນຮັກສາອຸປະກອນການ ຮຽນຂອງນັກຮຽນໃຫ້ຢູ່ໃນສະພາບທີ່ດີ ເຊັ່ນ: ຫໍ່ປຶ້ມແບບຮຽນ, ປຶ້ມຂຽນ, ປຶ້ມບົດຝຶກຫັດ, ຮັກສາຢາງລຶບ, ໄມ້ບັນທັດ, ສໍ, ບິກ ແລະ ສໍສີ ໃຫ້ຢູ່ໃນສະພາບທີ່ດີ ແລະ ສະອາດ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ 2.2. ຕົວຢ່າງປຶ້ມທີ່ຫໍ່ແລ້ວ, ຖົງປຶ້ມທີ່ສະອາດ ແລະ ປຶ້ມຂຽນທີ່ມີສະພາບດີ.3. ຄູຄວນກະກຽມຕາຕະລາງໃສ່ກະດານ (ໃຫ້ເບິ່ງຂັ້ນຝຶກປະຕິບັດ ແລະ ນໍາໃຊ້) ກ່ອນຈະເຂົ້າຂັ້ນນໍາເຂົ້າສູ ່ບົດຮຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ລະດົມສະໝອງ1) ຄູຖາມໃນບົດຮຽນມື້ກ່ອນນັກຮຽນຍັງຈື່ບໍ່ວ່າ ຮຽນກ່ຽວກັບຫຍັງ?2) ນັກຮຽນຕອບ.3) ຄູເອົາອຸປະກອນການຮຽນທີ່ຢູ່ໃນສະພາບທີ່ດີໃຫ້ນັກຮຽນສັງເກດເບິ່ງ ເຊັ່ນ: ປຶ້ມແບບຮຽນ ແລະ ປຶ້ມຂຽນທີ່ມີ ການຫຸ້ມຫໍ່, ບິກ, ສໍ ແລະ ຖົງປຶ້ມທີ່ມີສະພາບດີ ແລະ ສະອາດ.4) ຄູຖາມນັກຮຽນວ່າ: ມີອຸປະກອນການຮຽນອັນໃດແດ່ທີ່ເປັນຂອງໂຮງຮຽນ? ມີອຸປະກອນການຮຽນອັນໃດແດ່ທີ່ ເປັນຂອງນັກຮຽນ?5) ມື້ນີ້ພວກເຮົາຈະມາຮຽນກ່ຽວກັບວິທີການຮັກສາປຶ້ມ ແລະ ເຮັດການຕັດສິນໃຈວ່າຈະຮັກສາປຶ້ມແບບໃດເພື່ອ ໃຫ້ປຶ້ມຂອງນັກຮຽນສາມາດນໍາໃຊ້ໄດ້ດົນ?໓໘ສ ວ ສສະຫງວນລິຂະສິດ
39ຂັ້ນກິດຈະກໍາການຮຽນ (ເວລາ 20 ນາທີ)2. ສົນທະນາເປັນຄູ່1) ຄູບອກໃຫ້ນັກຮຽນເປີດປຶ້ມແບບຮຽນວິຊາຄຸນສົມບັດສຶກສາໄປໜ້າປົກສຸດທ້າຍ.2) ຄູໃຫ້ນັກຮຽນຈັບຄູ່ ແລະ ສັງເກດເບິ່ງຮູບພາບ (ໃນປຶ້ມແບບຮຽນ):- ຫໍ່ປຶ້ມດ້ວຍເຈ້ຍ ຫຼື ແຜ່ນຢ່າງ.- ຖ້າປຶ້ມຈີກຂາດໃຫ້ສ້ອມແປງຄືນ.- ຖ້າປຶ້ມເສຍໃຫ້ລາຍງານຄູ.- ຈົ່ງເກັບປຶ້ມໄວ້ທີ່ແຫ້ງ ແລະ ເໝາະສົມ.- ຫ້າມໃຊ້ປ້ມແທນຄັນຮົ່ມໃນເວລາຝົນຕົກ, ແດດຮ້ອນຶ.- ບໍ່ຄວນຂຽນ ແລະ ເຮັດແນວເປື້ອນໃສ່ປຶ້ມ.3) ຄູຖາມນັກຮຽນວ່າ: - ນັກຮຽນຈະຮັກສາປຶ້ມແບບຮຽນໃຫ້ສະອາດໄດ້ແນວໃດ?- ນັກຮຽນຈະຮັກສາປຶ້ມຂຽນໃຫ້ສະອາດໄດ້ແນວໃດ?- ຈະເກີດຫຍັງຂຶ້ນ ຖ້ານັກຮຽນບໍ່ຮັກສາປຶ້ມແບບຮຽນ ແລະ ປຶ້ມຂຽນຂອງຕົນເອງ, ?4) ຄູອະທິບາຍໃຫ້ນັກຮຽນເຂົ້າໃຈວ່າ ປຶ້ມແບບຮຽນທີ່ນັກຮຽນໃຊ້ຮຽນເປັນຊັບສິນຂອງໂຮງຮຽນ ປຶ້ມເຫຼົ່ານີ້ຈະໄດ້. ນໍາເອົາໃຫ້ນັກຮຽນຮຸ່ນນ້ອງໃຊ້ນໍາອີກ, ແຕ່ຖ້າຫາກປຶ້ມຈີກຂາດນັກຮຽນຮຸ່ນນ້ອງຈະບໍ່ສາມາດນໍາໃຊ້ຄືນໄດ້.3. ສົນທະນາກ່ຽວກັບຮູບພາບ1) ຄູໃຫ້ນັກຮຽນສັງເກດຮູບພາບ ແລະ ຕອບຄໍາຖາມ.- ການຮັກສາອຸປະກອນການຮຽນເປັນສິ່ງທີ່ດີບໍ່? ນັກຮຽນຈະມີວິທີແນວໃດເພື່ອຮັກສາອຸປະກອນການຮຽນ?- ເປັນຫຍັງນັກຮຽນຈຶ່ງຫໍ່ປຶ້ມ?- ປຶ້ມຂອງນັກຮຽນເປື້ອນເປິ ແລະ ຈີກຂາດຍ້ອນຫຍັງ- ນັກຮຽນຈະເຮັດແນວໃດຖ້າປຶ້ມຂອງນັກຮຽນຫາກເປື້ອນເປິ, ຈີກຂາດ ແລະ ເສຍ?- ຍ້ອນຫຍັງນັກຮຽນຢູ່ໃນຮູບພາບ ຈຶ່ງຕ້ອງຊື້ປຶ້ມຫົວໃໝ່?- ພໍ່ແມ່ຂອງນັກຮຽນຈະຮູ້ສຶກແນວໃດ, ຖ້ານັກຮຽນບໍ່ຮັກສາອຸປະກອນການຮຽນ?- ຍ້ອນຫຍັງພໍ່ແມ່ຂອງນັກຮຽນຈຶ່ງຮູ້ສຶກແບບນັ້ນ?2) ຄູສະຫຼຸບຮູບພາບ ແລະ ແນະນໍານັກຮຽນກ່ຽວກັບວິທີການຮັກສາອຸປະກອນການຮຽນຫຼັງຈາກເລີກຮຽນແລ້ວ ລາຍລະອຽດຂອງຮູບ:- ຮູບພາບທີ 1: ຫໍ່ປຶ້ມຂຽນ ແລະ ປຶ້ມແບບຮຽນ.- ຮູບພາບທີ 2: ບໍ່ຮັກສາປຶ້ມແບບຮຽນ.- ຮູບພາບທີ 3: ຍົກປຶ້ມທີ່ຮັກສາສະອາດດີໃຫ້ໝູ່ ເບິ່ງ ເພື່ອເປັນແບບຢ່າງ.- ຮູບພາບທີ 4: ເສຍເງິນຊື້ປຶ້ມໃໝ່.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (ເວລາ 15 ນາທີ)4. ສົນທະນາເປັນກຸ່ມ1) ຄູໃຫ້ນັກຮຽນເຮັດວຽກເປັນກຸ່ມ, ກຸ່ມລະ 4-5 ຄົນ. ຄູແນະນໍາແຕ່ລະຄົນເອົາຖົງໃສ່ປຶ້ມຂອງຕົນເອງຂຶ້ນມາເທິງໂຕະ ແລະ ເອົາປຶ້ມແຕ່ລະວິຊາ, ປຶ້ມຂຽນ, ບິກ, ສໍ ອອກມາໄວ້ດ້ານຂ້າງຖົງປຶ້ມ. ຄູໃຫ້ນັກຮຽນອອກ ມາສັງເກດເບິ່ງຖົງໃສ່ປຶ້ມ ແລະ ປຶ້ມຂອງແຕ່ລະຄົນ.2) ຄູຕັ້ງຄໍາຖາມ: - ຖົງປຶ້ມຂອງໃຜແດ່ສະອາດ?ການວັດ ແລະ ປະເມີນຜົນຄູຄວນຄໍາຕ້ງຖາມກັບນັກຮຽນເພ່ອຊ່ວຍໃຫັື້ນັກຮຽນເຂ້າໃຈເຖິງເນ້ອໃນທ່ແທ້ຈິງຂອງຮູບົືີພາບ.ການວັດ ແລະ ປະເມີນຜົນສັງເກດເບ່ິງຄວາມສົນໃຈ ແລະ ຄວາມເຂົ້າ ໃຈຂອງນັກຮຽນ.໓໙
40- ຖົງຂອງໃຜແດ່ບໍ່ສະອາດ?- ປຶ້ມແບບຮຽນ ແລະ ປຶ້ມຂຽນຂອງໃຜແດ່ສະອາດ ໄດ້ຮັບການຫຸ້ມຫໍ່, ສະອາດ ແລະ ບໍ່ຈີກຂາດ?- ປຶ້ມຂອງໃຜແດ່ບໍ່ໄດ້ຫໍ່, ເປື້ອນ ແລະ ຈີກຂາດ?- ຖ້າຖົງໃສ່ປຶ້ມບໍ່ສະອາດ, ປຶ້ມແບບຮຽນ, ປຶ້ມຂຽນ, ປຶ້ມບົດຝຶກຫັດຈີກຂາດ, ເປື້ອນເປິຈະເຮັດແນວໃດ?3) ຄູຖາມນັກຮຽນວ່າ: ນັກຮຽນສາມາດເຮັດຫຍັງແດ່ ເພື່ອຮັກສາປຶ້ມ ຫຼື ສ້ອມແປງປຶ້ມຂອງຕົນເອງ?4) ນັກຮຽນສາມາດແຕ້ມແນວຄິດ 3 ຢ່າງໃນການຮັກສາປຶ້ມຂອງຕົນເອງ, ນັກຮຽນຍັງສາມາດເລືອກເອົາແນວຄິດ ການຮັກສາປຶ້ມຢູ່ໃນໜ້າປົກດ້ານຫຼັງຂອງປ ຶ້ມແບບຮຽນວິຊາຄຸນສົມບັດສຶກສາ ຂັ້ນ ປ.2 ເພື່ອຄິດຫາ 3 ວິທີໃນ ການຮັກສາຖົງປຶ້ມ.ກິດຈະກໍາເສີມ: ກິດຈະກໍານີ້ອາດຈະເປັນກິດຈະກໍາປະຈໍາວັນສໍາລັບນັກຮຽນ, ຊຶ່ງຄູອາດຈະດໍາເນີນການກວດອຸປະກອນການ ຮຽນຂອງນັກຮຽນໜຶ່ງຄັ້ງຕໍ່ອາທິດ. ຄູບອກໃຫ້ນັກຮຽນກ່າຍຕາຕະລາງລຸ່ມນີ້ໃສ່ປຶ້ມຂຽນຂອງຕົນເອງ ແລະ ຕື່ມຂໍ້ມູນ ໃສ່ໃນຕາຕະລາງໃຫ້ຄົບຖ້ວນ.ຕະຕະລາງບັນຊີລາຍການກວດອຸປະກອນການຮຽນຂອງຂ້ອຍ-ກວດໜຶ່ງຄັ້ງຕໍ່ອາທິດ (ອາດຈະເປັນວັນສຸກ).ອຸປະກອນການຮຽນຢູ່ໃນສະພາບດີຢູ່ໃນສະພາບທີ່ບໍ່ດີນັກຮຽນໃຫ້ຄະແນນດ້ວຍຕົນເອງຖົງປຶ້ມ10X10ປຶ້ມຂຽນບິກ ແລະ ສໍປຶ້ມແບບຮຽນຫຼື ນັກຮຽນສາມາດແຕ້ມສີໜ້າທີ່ມີຄວາມສຸກ ແລະ ບໍ່ມີຄວາມສຸກໃສ່ຕາຕະລາງ.ນັກຮຽນຊົນເຜົ່າ: ຄູຄວນອະທິບາຍການເກັບຮັກສາສື່ການຮຽນການສອນຂອງຕົນເອງໃຫ້ຫຼາຍຄັ້ງ ຫຼື ໃຫ້ນັກຮຽນຜູ້ທີ່ເຂົ້າໃຈບົດ ຮຽນດີອະທິບາຍເປັນພາສາທ້ອງຖິ່ນຕື່ມ.ການນໍາໃຊ້ຄວາມຮູ້ທ້ອງຖິ່ນ: ຄູອະທິບາຍຄໍາສັບ, ການເກັບຮັກສາສື່ການຮຽນການສອນ, ເຄື່ອງໃຊ້ ເປັນພາສາທ້ອງຖິ່ນ ຫຼື ຍົກຕົວຢ່າງໃສ່ຕື່ມ.ຂັ້ນສະຫຼຸບ (5 ນາທີ)1) ຄູຖາມນັກຮຽນວ່າ: ນັກຮຽນຄວນຈະເຮັດຫຍັງແດ່ເພື່ອຮັກສາອຸປະກອນການຮຽນຂອງຕົນເອງ?2) ຄູໃຫ້ເວລານັກຮຽນຕອບ…3) ຄູແນະນໍາຖ້າຖົງໃສ່ປຶ້ມຜູ້ໃດບໍ່ສະອາດແມ່ນໃຫ້ຊັກ ຫຼື ເຊັດຖູໃຫ້ສະອາດ. ຖ້າປຶ້ມຜູ້ໃດຂາດ, ເປື້ອນແມ່ນໃຫ້ຫໍ່ ຫຼື ຕິດຄືນໃຫ້ດີ.4) ຄູສະຫຼຸບບົດຮຽນຄືນໃຫ້ນັກຮຽນວ່າ: ການເກັບຮັກສາສື່ການຮຽນການສອນແມ່ນສິ່ງທີ່ສໍາຄັນສໍາລັບນັກຮຽນ, ສະນັ້ນ, ນັກຮຽນຕ້ອງມີຄວາມຮັບຜິດຊອບ, ຮັກສາໃຫ້ເປັນລະບຽບ ບໍ່ເຮັດເປື້ອນໃສ່ປຶ້ມ, ບໍ່ເຮັດໃຫ້ປຶ້ມຈີກ, ກະເປົາ ຫຼື ຖົງໃສ່ປຶ້ມ ຕ້ອງສະອາດ ຈົບງາມ, ຢາງລຶບ, ບັນທັດ, ບິກ, ສໍດໍາຄວນເກັບມ້ຽນໃຫ້ເປັນລະບຽບ.ການວັດ ແລະ ປະເມີນຜົນ- ສັງເກດການມີສ່ວນຮ່ວມໃນການປະຕິບັດ ກິດຈະກໍາ.- ຄູຖາມເພີ່ມຕື່ມ ຖ້ານັກຮຽນບໍ່ເຂົ້າໃຈ.໔໐ສ ວ ສສະຫງວນລິຂະສິດ
41ບົດທີ 10: ການນຸ່ງເຄື່ອງໃຫ້ຖືກສະຖານທີ່ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຈໍາແນກການນຸ່ງເຄື່ອງໃຫ້ຖືກກັບສະຖານທີ່ຕ່າງໆໄດ້.2. ອະທິບາຍວິທີການນຸ່ງເຄື່ອງທີ່ຖືກຕ້ອງກັບສະຖານທີ່ຕ່າງໆໄດ້.II. ການວັດ ແລະ ປະເມີນຜົົນ ນໍາໃຊ້ເກນການໃຫ້ຄະແນນຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນ ຈໍາແນກການນຸ່ງເຄື່ອງໃຫ້ຖືກກັບສະຖານທີ່ຕ່າງໆໄດ້3ນັກຮຽນຈໍາແນກການນຸ່ງເຄື່ອງໃຫ້ຖືກກັບສະຖານທີ່ຕ່າງໆໄດ້ 3 ຢ່າງ ເຊັ່ນ: ໄປງານແຕ່ງດອງ, ໄປວັດ ແລະ ສະຖານທີ່ລັດຖະການ.2ນັກຮຽນຈໍາແນກການນຸ່ງເຄື່ອງໃຫ້ຖືກກັບສະຖານທີ່ຕ່າງໆໄດ້ 2 ຢ່າງ ເຊັ່ນ: ໄປງານແຕ່ງດອງ, ໄປວັດ ແລະ ສະຖານທີ່ລັດຖະການ.1ນັກຮຽນຈໍາແນກການນຸ່ງເຄື່ອງໃຫ້ຖືກກັບສະຖານທີ່ຕ່າງໆໄດ້ 1 ຢ່າງ ເຊັ່ນ: ໄປງານແຕ່ງດອງ, ໄປວັດ ແລະ ສະຖານທີ່ລັດຖະການ. 0ນັກຮຽນບໍ່ເວົ້າຫຍັງ.III. ເນື້ອໃນ 1. ການນຸ່ງເຄື່ອງໃຫ້ຖືກສະຖານທີ່ແມ່ນການນຸ່ງເຄື່ອງໃຫ້ຖືກກັບເວລາ ແລະ ບ່ອນທີ່ກໍານົດໄວ້ ເຊັ່ນ: ສະຖານທີ່ ລັດຖະການ, ວັດ, ງານບຸນຕ່າງໆ, ສະຖານທີ່ທ່ອງທ່ຽວ, ງານແຕ່ງດອງ, ໄປໂຮງຮຽນ ແລະ ຢູ່ເຮືອນເປັນຕົ້ນ.2. ການນຸ່ງເຄື່ອງໃຫ້ຖືກສະຖານທີ່ຍັງສະແດງເຖິງການໃຫ້ກຽດເຈົ້າຂອງງານ ແລະ ຄົນຢູ່ສະຖານທີ່ນັ້ນ ແມ່ຍິງ ລາວຕ້ອງນຸ່ງສິ້ນ ເພາະເປັນການສືບທອດວັດທະນະທໍາອັນດີງາມຂອງຊາດອີກດ້ວຍ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດສຶກສາ ຂັ້ນ ປ.2.2. ຮູບພາບກ່ຽວຂ້ອງກັບເນື້ອໃນບົດຮຽນ.3. ຮູບພາບກ່ຽວກັບແມ່ຍິງແຕ່ງກາຍໄປໃນສະຖານທີ່ຕ່າງໆ (ຖ້າມີ).4. ບັດຄໍາທີ່ມີຊື່ຂອງສະຖານທີ່ຕ່າງໆໃນທ້ອງຖິ່ນ ຫຼື ກ່ຽວກັບງານບຸນໃດໜຶ່ງ.5. ຄູສາມາດນໍາໃຊ້ວັດຖຸ ຫຼື ຮູບພາບທີ່ມີໃນທ້ອງຖິ່ນ (ປະເພດເຄື່ອງນຸ່ງ).V. ກິດຈະກ�າການຮຽນການສອນຂັ້ນນ�າເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາຖາມ-ຕອບ1) ຄູຍົກຮູບພາບການນຸ່ງເຄື່ອງຕາມສະຖານທີ່ຕ່າງໆ (ຮູບພາບຈິງ) ໃຫ້ນັກຮຽນເບິ່ງ ເຊັ່ນ:- ຄົນນຸ່ງເຄື່ອງໄປຮ່ວມງານດອງ (ຍິງ-ຊາຍ).໔໑
42- ຄົນນຸ່ງເຄື່ອງໄປຮ່ວມງານບຸນປະເພນີຢູ່ຕາມວັດ (ຍິງ-ຊາຍ).- ຄົນນຸ່ງເຄື່ອງໄປວຽກ ຫຼື ພົວພັນວຽກຕາມສະຖານທີ່ລັດຖະການ (ຍິງ-ຊາຍ).- ຄົນນຸ່ງເຄື່ອງໄປທ່ອງທ່ຽວ (ຍິງ-ຊາຍ).- ນັກຮຽນນຸ່ງເຄື່ອງໄປໂຮງຮຽນ (ຍິງ-ຊາຍ).- ການນຸ່ງເຄື່ອງຢູ່ກັບເຮືອນ (ຍິງ-ຊາຍ).2) ຄູຕັ້ງຄໍາຖາມ:- ຄົນໃນຮູບພາບນຸ່ງເຄື່ອງແບບໃດ?- ເຂົາເຈົ້ານຸ່ງເຄື່ອງໄປຮ່ວມງານຫຍັງ?- ເຂົາເຈົ້ານຸ່ງເຄື່ອງໄປສະຖານທີ່ໃດ?- ເຂົາເຈົ້ານຸ່ງເຄື່ອງຖືກຕ້ອງ ແລະ ເໝາະສົມບໍ່?3) ຄູສະຫຼຸບຕາມຄໍາຕອບຂອງນັກຮຽນ.4) ຄູແນະນໍາວ່າ ມື້ນີ້ພວກເຮົາຈະມາຮຽນກ່ຽວກັບການນຸ່ງເຄື່ອງໃນຖານສະຖານທີ່ຕ່າງໆໃຫ້ຖືກຕ້ອງ ແລະ ເໝາະສົມກັບເວລາ ແລະ ສະຖານທີ່.ຂັ້ນຈັດກິດຈະກ�າການຮຽນ (15 ນາທີ)2. ສົນທະນາເປັນກຸ່ມ1) ຄູໃຫ້ນັກຮຽນສັງເກດຮູບພາບໃນປຶ້ມແບບຮຽນ (ຮູບພາບ 1-6).2) ຄູແບ່ງກຸ່ມ (3 ກຸ່ມ) ຫຼື ຕາມຄວາມເໝາະສົມ.3) ຄູໃຫ້ນັັກຮຽນຄົ້ນຄວ້າຕາມຮູບພາບ, ຫຼັງຈາກນັ້ນໃຫ້ຕາງໜ້າກຸ່ມລາຍງານ.4) ຄູໃຫ້ນັກຮຽນສະຫຼຸບ, ຫຼັງຈາກນັ້ນຄູເພີ່ມຕື່ມບາງຈຸດທີ່ຍັງບໍ່ຄົບຖ້ວນ.3. ສົນທະນາ ແລະ ຕອບຄາຖາມ�- ຄົນໃນຮູບພາບນຸ່ງເຄື່ອງແບບໃດ?- ເຂົາເຈົ້ານຸ່ງເຄື່ອງໄປຮ່ວມງານຫຍັງ?- ເຂົາເຈົ້ານຸ່ງເຄື່ອງໄປສະຖານທີ່ໃດ?- ເຂົາເຈົ້ານຸ່ງເຄື່ອງຖືກຕ້ອງ ແລະ ເໝາະສົມບໍ່?- ຮູບໃດທີ່ສະແດງເຖິງການນຸ່ງເຄື່ອງທີ່ບໍ່ເໝາະສົມ?4. ຄູສະຫຼຸບຕາມຮູບພາບ- ຮູບພາບທີ 1: ການນຸ່ງເຄື່ອງໄປຮ່ວມງານດອງ (ຍິງ-ຊາຍ).- ຮູບພາບທີ 2: ການນຸ່ງເຄື່ອງໄປຮ່ວມງານບຸນປະເພນີ (ຍິງ-ຊາຍ).- ຮູບພາບທີ 3: ການນຸ່ງເຄື່ອງໄປສະຖານທີ່ລັດຖະການ (ຍິງ-ຊາຍ).- ຮູບພາບທີ 4: ການນຸ່ງເຄື່ອງບໍ່ເໝາະສົມ ໄປສະຖານທີ່ລັດຖະການ (ຍິງ-ຊາຍ).- ຮູບພາບທີ 5: ການນຸ່ງເຄື່ອງໄປໂຮງຮຽນ (ຍິງ-ຊາຍ).- ຮູບພາບທີ 6: ການນຸ່ງເຄື່ອງຢູ່ເຮືອນ.ຂັ້ນຝຶກປະຕິບັດ ແລະ ນ�າໃຊ້ (20 ນາທີ)5. ຫຼິ້ນເກມຈັບຄູ່1) ຄູນໍາຮູບພາບເຄື່ອງນຸ່ງຫຼາຍປະເພດ ພ້ອມທັງຂຽນຊື່ເຄື່ອງເຫຼົ່ານັ້ນໃສ່ບ່ອນເຄື່ອງນຸ່ງນັ້ນ ເຊັ່ນ: ສິ້ນ, ເສື້ອ, ກະ ໂປ່ງ, ເຄື່ອງນຸ່ງໄປງານດອງ, ໄປສະຖານທີ່ລັດຖະການ, ໄປວັດ, ໄປໂຮງຮຽນ, ໄປທ່ອງທ່ຽວ ຫຼື ຢູ່ເຮືອນ ແລະ ອື່ນໆ.2) ຄູຂຽນຊື່ຂອງເຄື່ອງນຸ່ງເຫຼົ່ານັ້ນໃສ່ກ້ອງຮູບພາບ, ແລ້ວໃຫ້ນັກຮຽນຊອກຂີດໃສ່ກັນ.ການວັດ ແລະ ປະເມີນຜົນສັງເກດການຕອບຄໍາຖາມກ່ຽວກັບການສົນ ທະນາຖາມ-ຕອບ,ໂດຍການຊ່ວຍເຫືອ ຼຂອງຄູຖ້າຈໍາເປັນ.ການວັດ ແລະ ປະເມີນຜົນສັງເກດການຕອບຄໍາຖາມກ່ຽວກັບຮູບພາບ, ໂດຍການຊ່ວຍເຫຼືອຂອງຄູ ຖ້າຈໍາເປັນ.໔໒ສ ວ ສສະຫງວນລິຂະສິດ
43ຕົວຢ່າງ: ຊຸດນັກຮຽນ ໂຮງຮຽນຊຸດສຸພາບ ງານດອງຊຸດເຜົ່າມົ້ງ ບຸນກິນຈຽງຊຸດເຜົ່າກຶມມຸ ບຸນເກຣິ............................3) ຄູສາມາດເອົາບັດຄໍາສັບຂອງສະຖານທີ່ຕ່າງໆໃຫ້ນັກຮຽນເບິ່ງ ເປັນຮູບພາບທີ່ງ່າຍດາຍທີ່ຈະສາມາດຊ່ວຍໃຫ້ ນັກຮຽນຜູ້ທີ່ຍັງບໍ່ສາມາດອ່ານໜັງສືໄດ້. ແນະນາສາລັບຄູ: ��1. ກິດຈະກາເສີມ: �- ຄູໃຫ້ນັກຮຽນເລືອກງານບຸນໃດໜຶ່ງທີ່ຕົນເອງຮູ້ ແລະ ແຕ້ມຮູບພາບກ່ຽວກັບງານບຸນນັ້ນ (ແຕ້ມໃສ່ປຶ້ມຂຽນ ຂອງຕົນເອງ).2. ຄວາມຮູ້ທ້ອງຖິ່ນ:- ຄູຍົກໃຫ້ນັກຮຽນເຫັນການນຸ່ງເຄື່ອງຂອງຊົນເຜົ່າທີ່ມີໃນທ້ອງຖິ່ນຕົນ (ຍິງ-ຊາຍ).- ສະຖານທີ່ສໍາຄັນ ຫຼື ຊົນເຜົ່າ.3. ສາລັບນັກຮຽນຊົນເຜົ່າ:�ຄູນໍາໃຊ້ເຄື່ອງນຸ່ງຊົນເຜົ່າໃຫ້ຫຼາຍໃນການສອນ ເພື່ອໃຫ້ນັກຮຽນເຂົ້າໃຈ.ຂັ້ນສະຫຼຸບ (5 ນາທີ)1) ຄູຖາມວ່າ: ພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?2) ຄູໃຫ້ນັກຮຽນອອກມາເວົ້າຄືນບົດຮຽນທີ່ໄດ້ຮຽນຜ່ານມາ.3) ຄູໃຫ້ຜູ້ອື່ນເພີ່ມຕື່ມບາງຈຸດທີ່ຍັງບໍ່ທັນຄົບຖ້ວນ.4) ຄູສະຫຼຸບເນື້ອໃນຕາມປຶ້ມແບບຮຽນ.ການວັດ ແລະ ປະເມີນສັງເກດການຫ້ນເກມຈັບຄ່ຂອງນັກຮຽນ ຼ ິູໂດຍຄູໃຫ້ການຊ່ວຍເຫຼືອ ຖ້າຈໍາເປັນ.໔໓
44ບົດທີ 11: ດຸໝັ່ນຕໍ່ການຮຽນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ກ�ຳນົດ 3 ພຶດຕິກ�ຳ ທີ່ຖືກຕ້ອງໃນກຳນເປັນນັກຮຽນດຸໝັ່ນຕ່ກຳນຮຽນ.�2. ອະທິບຳຍຜົນດີ ແລະ ຜົນບ�່ດີຂອງກຳນເປັນນັກຮຽນດຸໝັ່ນຕ�່ກຳນຮຽນ.3. ຈ�ຳແນກຜົນກະທົບຕ່ຕົນເອງ ຖ້ຳບ�່ຕັ້ງໃຈຮຽນ.�II. ການວັດ ແລະ ປະເມີນຜົນ1. ນັກຮຽນສຳມຳດອະທິບຳຍຜົນດີຂອງກຳນເປັນນັກຮຽນດຸໝັ່ນຕ່ກຳນຮຽນໄດ້ຢ່ຳງຖືກຕ້ອງ.�2. ຄູນ�ຳໃຊ້ເກນກຳນໃຫ້ຄະແນນຂ້ຳງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ:ຄະແນນອະທິບຳຍຜົນດີຂອງກຳນເປັນນັກຮຽນດຸໝັັ່ນ3ນັກຮຽນອະທິບຳຍຜົນດີ ຂອງກຳນເປັນນັກຮຽນດຸໝັັ່ນໄດ້ 3 ຢ່ຳງ.2ນັກຮຽນອະທິບຳຍຜົນດີ ຂອງກຳນເປັນນັກຮຽນດຸໝັັ່ນໄດ້ 2 ຢ່ຳງ.1ນັກຮຽນອະທິບຳຍຜົນດີ ຂອງກຳນເປັນນັກຮຽນດຸໝັັ່ນໄດ້ 1 ຢ່ຳງ.0ນັກຮຽນອະທິບຳຍບ�່ໄດ້ຈັກຢ່ຳງ.III. ເນື້ອໃນຕົ້ນຕໍ1) ຄວຳມດຸໝັ່ນຕ່ກຳນຮຽນແມ່ນສິ່ງທີ່ດີເປັນໜ້ຳທີ່ຂອງນັກຮຽນໝົດທຸກຄົນ ທັງເປັນກຳນສະແດງເຖິງສິດໃນກຳນ�ຮຽນຂອງແຕ່ລະຄົນ.2) ດຸໝັ່ນຕ�່ກຳນຮຽນ ຍັງສະແດງອອກດັ່ງນີ້ ເຊັ່ນ:- ຕັ້ງໃຈຮຽນ.- ຖຳມເວລຳບ�່ເຂົ້ຳໃຈບົດຮຽນ ແລະ ຕອບຄ�ຳຖຳມຄູເວລຳຄູຖຳມ.- ແກ້ວຽກບ້ຳນເວລຳຄູມອບໃຫ້ຕ້ອງຕັ້ງໃຈເຮັດໃຫ້ສ�ຳເລັດ.ຄູຊ່ວຍແນະນໍາເພີ່ມຕື່ມ:1. ຕັ້ງໃຈຮໍ່າຮຽນຜົນດີຜົນບ່ດີ�- ເສັງຂຶ້ນຫ້ອງຜ່ຳນໄດ້.- ເຂົ້ຳໃຈບົດຮຽນໄດ້ດີ.- ຊ່ວຍເຫຼືອໝູ່ໄດ້.- ໝັ່ນໃຈຕົນເອງ.- ເສັງຕົກ.- ບ�່ເຂົ້ຳໃຈບົດຮຽນ.- ຊ່ວຍເຫຼື່ອໝູ່ບ�່ໄດ້.- ຂຳດຄວຳມໝັ້ນໃຈໃນຕົນເອງ.2. ຖາມຄໍາຖາມ/ຕອບຄໍາຖາມຄູຜົນດີຜົນບ່ດີ�- ເຂົ້ຳໃຈເນື້ອໃນບົດຮຽນທີ່ກ�ຳລັງຮຽນໄດ້ດີ.- ຈື່ຈ�ຳບົດຮຽນໄດ້ດີ.- ແກ້ບົດຝຶກຫັດໄດ້ງ່ຳຍ.- ບ່ເຂົ້ຳໃຈບົດຮຽນທີ່ກ�ຳລັງຮຽນ.�- ຈື່ບົດຮຽນບ່ໄດ້.�- ບ່ສຳມຳດແກ້ບົດຝຶກຫັດໄດ້ດ້ວຍຕົນເອງ.�໔໔ສ ວ ສສະຫງວນລິຂະສິດ
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124