Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ວິທະຍາສາດ ແລະ ສິ່ງແວດລ້ອມ ປ.1 (SEG1 TB)

ວິທະຍາສາດ ແລະ ສິ່ງແວດລ້ອມ ປ.1 (SEG1 TB)

Published by ltmd7471, 2020-09-21 02:42:52

Description: Science and Environment grade1 Textbook

Search

Read the Text Version

4 ມາຮຽນຮູ້ການຂໍຄວາມຊ່ວຍເຫຼືອເມື່ອມີອຸປະຕິເຫດ ເມື່ອເກີດອຸປະຕິເຫດ, ມື່ນລົ້ມ, ບາດເຈັບ, ໄຟໄໝ້, ນໍ້າຮ້ອນລວກ ເຮົາ ຕ້ອງຮູ້ຈັກຮ້ອງຂໍຄວາມຊ່ວຍເຫຼືອໄດ້ທັນທີເຊັ່ນ: ຊ່ວຍແດ່! ຊ່ວຍແດ່! ຊ່ວຍ ແດ່!.ເພື່ອປ້ອງກັນຕົນເອງຈາກອຸປະຕິເຫດເຮົາຕ້ອງເກັບມ້ຽນເຄື່ອງຫຼິ້ນ, ເຄື່ອງໃຊ້ ໃຫ້ເປັນລະບຽບຮຽບຮ້ອຍ ແລະ ບໍ່ຄວນປີນໂຕະຕັ່ງ ເພາະຈະເຮັດ ໃຫ້ເກີດອັນຕະລາຍກັບຕົວເອງໄດ້.໙໖96ສ ວ ສສະຫງວນລິຂະສິດ

ອັນຕະລາຍຈາກພາຍນອກ ບົດທີ25ມາຮຽນຮູ້ຈັກກັບວັດຖຸ ແລະ ສິ່ງແວດລ້ອມທີ່ເປັນອັນຕະລາຍນໍາກັນ 1໙໗ພວກນັກຮຽນສັງເກດເຫັນຫຍັງແດ່ຢູ່ໃນຮູບພາບນີີິ້? ລູກລະເບີດທີ່ໄດ້ຕົກຄ້າງຢູ່ທົ່ວທຸກບ່ອນ97

2 ມາຮູ້ຈັກສິ່ງວັດຖຸທີ່ເປັນອັນຕະລາຍແກ່ພວກເຮົາສິ່ງວັດຖຸທີ່ເປັນອັນຕະລາຍມີຫຼາຍຢ່າງດັ່ງລຸ່ມນີິ້:  ວັດຖຸແຫຼມຄົມ: ມີດ, ຈົກ, ເຫຼັກຕະປູ ແລະ ອື່ນໆ. ທາດເບື່ອ: ຢາສີດຍຸງ, ນໍ້າມັນເຊື້ອໄຟ ແລະ ອື່ນໆ. ສິ່ງຂອງທີ່ແຕກຫັກ: ແກ້ວ, ກະເບືິ້ອງ ແລະ ອື່ນໆ.໙໘ມີດຢາສີດຍຸງ ຈົກເສດກະເບື້ອງແຕກເຫຼັກຕະປູແກ້ວແຕກສັງກະສີ98ສ ວ ສສະຫງວນລິຂະສິດ

3 ມາຮູ້ຈັກສະຖານທີ່ມີຄວາມສ່ຽງເກີດອັນຕະລາຍ ຫຼື ອຸປະຕິເຫດມີຫຼາຍສະຖານທີ່ ແລະ ສະຖານະການທີ່ທຸກຄົນຕ້ອງໃຊ້ຄວາມລະ ມັດລະວັງສູງໃນການຫຼິ້ນ ແລະ ການໄປມາ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງຮູ້ການຮັກສາຄວາມປອດໄພຈາກອັນຕະລາຍພາຍນອກ.໙໙99

4 ມາຮູ້ຈັກກັບວິທີປ້ອງກັນຕົວເອງເພື່ອບໍ່ໃຫ້ເກີດອັນຕະລາຍ໑໐໐ປ້າຍນ້ີມີຄວາມໝາຍວ່າ ອັນຕະລາຍ.ຖ້າເຫັນປ້າຍ ຫຼື ສັນຍະລັກແບບນີ້ ແມ່ນໃຫ້ຢຸດທັນທີ, ບໍ່ເຂົ້າໄປໃກ້ ແລະ ພະຍາຍາມອອກຈາກສະຖານ ທີ່ນັ້ນໄປໃຫ້ໄກໆ.ເມື່ອໄປຫຼິ້ນຢູ່ນ້ໍາ ຫຼື ເດີນທາງ ທາງນໍ້າຕ້ອງໃຊ້ເສື້ອຊູຊີບ (ເສືິ້ອທີ່ຟູ) ໂດຍສະເພາະຜູ້ທີ່ລອຍນໍ້າບໍ່ເປັນ ແລະ ຕ້ອງຢູ່ໃກ້ຜູ້ໃຫຍ່ ຟັງຄໍາ ເຕືອນຂອງພໍ່ແມ່. ເມື່ອນັ່ງຢູ່ໃກ້ກອງໄຟ, ຕ້ອງໃຫ້ໝັ້ນໃຈວ່າບໍ່ມີວັດຖຸອັນຕະລາຍຝັງຢູ່ໃຕ້ດິນ ຫຼື ປະປົນຢູ່ ແລະ ບໍ່ຄວນຢູ່ໃກ້ກັບແປວໄຟ.ເມື່ອໃຊ້ວັດຖຸແຫຼມຄົມ, ການຂຸດ ແລະ ຕັດຫຍ້າ ແມ່ນໃຫ້ເອົາວັດຖຸ ນັ້ນວາງໃຫ້ໄກຕົວເຮົາເທົ່າທີ່ເຮັດໄດ້.100ສ ວ ສສະຫງວນລິຂະສິດ

ການຈົມ ແລະ ການຟູຂອງວັດຖຸບົດທີ26ມາຮຽນຮູ້ກ່ຽວກັບການຈົມ ແລະ ການຟູຂອງວັດຖຸນໍາກັນ 1ວັດຖຸເຫຼົ່ານີ້ຟູເທິງໜ້ານໍ້າໄດ້ແນວໃດ?ຮູບທີ 1 ເຮືອຈັກຮູບທີ 2 ເຮືອພາຍ໑໐໑101

2 ວັດຖຸໃດລຸ່ມນີ້ ສາມາດຈົມ ແລະ ຟູໃນນໍ້າໄດ້?ຕາຕະລາງ ຄາດເດົາ ແລະ ບັນທຶກຜົນການທົດລອງລ/ດຊື່ວັດຖຸຮູບຄາດເດົາກວດສອບຟູຈົມຟູຈົມ1ໃບໄມ້2ຝາຂວດເຫຼັກ3ຂົນໄກ່4ລູກກະແຈ5ໄມ້ແຫ້ງ6ກ້ອນຫີນ7ເຫຼັກຄັດເຈ້ຍ8ສໍດໍາ9ຝານໍ້າດື່ມ10ຫວີ11ສໍສີ12ບ່ວງ໑໐໒102ສ ວ ສສະຫງວນລິຂະສິດ

3 ກວດສອບດິນນໍ້າມັນ ກ. ປັ້ນດິນນໍ້າມັນເປັນກ້ອນ1. ດິນນໍ້າມັນ2. ປັ້ນເປັນກ້ອນກວດສອບດິນນໍ້າມັນຈະຈົມ ຫຼື ຟູ ເມື່ອຢູ່ໃນນໍ້າ? ຂ. ປັ້ນດິນນໍ້າມັນເປັນຮູບຄືເຮືອ ຫຼື ຖ້ວຍກວດສອບດິນນໍ້າມັນຈະຈົມ ຫຼື ຟູ ເມື່ອຢູ່ໃນນໍ້າ? ໑໐໓103

4 ເກມແຂ່ງຂັນຜະລິດເຮືອອຸປະກອນ: ດິນນໍ້າມັນ, ເຫຼັກຄັດເຈ້ຍ ຫຼື ໜ່ວຍກົມ, ອ່າງບັນຈຸນໍ້າ.ວິທີການ: 1. ປັ້ນດິນນໍ້າມັນ ເຮັດເປັນຮູບຄ້າຍຄືຖ້ວຍ ແລ້ວເອົາລົງໃສ່ນໍ້າ.2. ສັງເກດ ເຮືອລໍາໃດຈະບັນທຸກເຫຼັກຄັດເຈ້ຍ ຫຼື ໜ່ວຍກົມໄດ້ຫຼາຍກວ່າກັນ.3. ວິທີບັນທຶກໝາຍເຫດ: ເຮືອລໍາໃດບັນທຸກໄດ້ຫຼາຍ ແລະ ບໍ່ຈົມ ແມ່ນລໍານັ້ນຊະນະ.ກະດານດໍາ໑໐໔104ສ ວ ສສະຫງວນລິຂະສິດ

ທ້ອງຟ້າບົດທີ27ມາສັງເກດທ້ອງຟ້ານໍາກັນ 1ເຈົ້າເຫັນຫຍັງແດ່ຢູ່ເທິງທ້ອງຟ້າ?໑໐໕ຮູບທີ 1 ທ້ອງຟ້າໃນຍາມກາງເວັນ ແລະ ກາງຄືນ105

2 ການເຄື່ອນໄຫວຂອງສິ່ງທີ່ມີຊີວິດໃນກາງເວັນຮູບທີ 2 ເດີ່ນບ້ານ໑໐໖106ສ ວ ສສະຫງວນລິຂະສິດ

ກາງເວັນມີແສງສະຫວ່າງຈາກດວງອາທິດເຮັດໃຫ້ພວກເຮົາ ເບິ່ງເຫັນສິ່ງຕ່າງໆ, ສາມາດຫຼິ້ນກິລາ, ເຄື່ອນໄຫວໄປມາ ແລະ ເຮັດ ວຽກງານໄດ້ສະດວກ. ຮູບທີ 3 ສວນດອກໄມ້໑໐໗107

3 ການເຄື່ອນໄຫວຂອງສິ່ງທີ່ມີຊີວິດຕອນກາງຄືນຮູບທີ 5 ເດີ່ນບ້ານຕອນກາງຄືນຮູບທີ 6 ສວນດອກໄມ້ຕອນກາງຄືນ ກາງຄືນພວກເຮົານອນຫຼັບພັກຜ່ອນ ແຕ່ກໍມີສັດຈໍານວນ ໜຶ່ງ ອອກຫາກິນ ແລະ ແລ່ນຫຼິ້ນ.໑໐໘108ສ ວ ສສະຫງວນລິຂະສິດ

ດວງອາທິດ ບົດທີ28 ດວງອາທິດມີແສງສະຫວ່າງໃນຕົວເອງ, ມີການເຄື່ອນທີ່, ດວງອາທິດຂຶ້ນໃນຕອນເຊົ້າ ແລະ ຕົກໃນຕອນແລງ ແບບນີ້ ທຸກວັນ.ມາຮູ້ຈັກດວງອາທິດນໍາກັນ 1໑໐໙109

ຮູບທີ 1 ດວງອາທິດຂຶ້ນຮູບທີ 3 ດວງອາທິດໃນຕອນແລງ3 ມາຮູ້ຈັກຄຸນປະໂຫຍດຂອງດວງອາທິດນໍາກັນດວງອາທິດໃຫ້ແສງສະຫວ່າງ ເຮັດໃຫ້ຄົນ, ສັດໄດ້ຮັບຄວາມອົບ ອຸ່ນ, ເຫັນໄດ້ສິ່ງຕ່າງໆ, ເຮັດໃຫ້ພືດຂຽວງາມ ແລະ ອອກດອກ.ມາສັງເກດດວງອາທິດນໍາກັນ 2ໃນຕອນເຊົ້າພວກເຮົາເຫັນດວງອາທິດຂຶ້ນຈາກຂອບຟ້າ ດ້ານນີ້. ໂອ! ດວງອາທິດໃນຕອນແລງ, ດວງອາທິດຕໍ່າລົງຮູບທີ 4 ນັ່ງຝີງແດດຍາມເຊົ້າຮູບທີ 2 ດວງອາທິດ ໃນຕອນທ່ຽງໂອ! ດວງອາທິດໃນຕອນທ່ຽງຢູ່ເທິງຫົວເຮົານໍ ຖ້າທຽບ ໃສ່ຕອນເຊົ້າ ແລະ ຈຸດເຮົາສັງເກດ. ໑໑໐110ສ ວ ສສະຫງວນລິຂະສິດ

4 ມາຮູ້ຈັກປ້ອງກັນຕົນເອງຈາກແສງແດດ ເວລາໄປໂຮງຮຽນ, ເຮັດວຽກກາງແຈ້ງທີ່ມີແສງແດດ ຮ້ອນ ເຮົາຕ້ອງໃສ່ໝວກ, ກັ້ງຄັນຮົ່ມ, ໃສ່ເສື້ອ, ໂສ້ງທີ່ໜາ ແລະ ຍາວ ເພື່ອບໍ່ໃຫ້ແສງແດດຖືກຜິວໜັງ.ຮູບທີ 5 ກັ້ງຄັນຮົ່ມ ແລະ ໃສ່ໝວກຮູບທີ 6 ໃສ່ກຸບເວລາອອກແຮງງານ໑໑໑111

5 ຈົ່ງເອົາກ້ອນຫີນນ້ອຍວາງໃສ່ຮູບ ສິ່ງທີ່ຕ້ອງການໃຊ້ 5 ຢ່າງເພື່ອ ປ້ອງກັນຕົວເອງ ເມື່ອເຮັດວຽກຢູ່ບ່ອນມີແສງແດດຮ້ອນ໑໑໒112ສ ວ ສສະຫງວນລິຂະສິດ

ອາກາດບົດທີ29ມາຮູ້ຈັກສະພາບອາກາດບ້ານເຮົາ 1 ສະພາບອາກາດມີການປ່ຽນແປງຕະຫຼອດເວລາ. ສະນັ້ນ, ພວກ ເຮົາທຸກຄົນຕ້ອງໄດ້ມີການປັບຕົວ ແລະ ກຽມຄວາມພ້ອມ ເມື່ອເກີດ ມີຝົນຕົກ, ຟ້າລົມ, ອາກາດຮ້ອນ ແລະ ອາກາດໜາວ. ໑໑໓113

2 ມາຮຽນຮູ້ຈັກຄໍາສັບກ່ຽວກັບສະພາບອາກາດນໍາກັນ ຄໍາສັບກ່ຽວອາກາດມີຫຍັງແດ່? ກ້ອນເມກຝົນຕົກດວງອາທິດຫິມະຕົກອາກາດຮ້ອນອາກາດໜາວຟ້າລົມຟ້າເຫຼື້ອມ໑໑໔114ສ ວ ສສະຫງວນລິຂະສິດ

3 ມາກະກຽມຄວາມພ້ອມເມື່ອມີຝົນຕົກ ແລະ ຟ້າລົມ ຖ້າເກີດມີຝົນຕົກ ແລະ ຟ້າລົມແຮງ ຕ້ອງເຂົ້າຢູ່ໃນເຮືອນ ແລະ ອດ ັປະຕູປ່ອງຢຽ້ມ. ປິດເຄື່ອງໃຊ້ໄຟຟ້າທຸກຊະນິດເຊັ່ນ: ໂທລະທັດ, ວິ ທະຍຸ, ໂທລະສັບ ແລະ ບໍ່ຢູ່ກ້ອງຕົ້ນໄມ້ໃຫຍ່. ຝົນຕົກເຮົາຄວນຢູ່ໃສ? ປະຕິບັດຕົນແນວໃດ?ຝົນຕົກຟ້າລົມ໑໑໕115

4 ມາຮູ້ຈັກກຽມຄວາມພ້ອມເຂົ້າສູ່ອາກາດໜາວອາກາດໜາວ, ອາກາດເຢັນພວກເຮົາຄວນນຸ່ງເຄື່ອງແບບໃດ? ອາກາດໜາວເຮົາຕ້ອງນຸ່ງເສື້ອກັນໜາວ, ນຸ່ງໂສ້ງຂາຍາວ, ໃສ່ຖົງຕີນ, ເກີບຜ້າ, ດື່ມນໍ້າອຸ່ນ, ບໍ່ອອກໄປຫຼິ້ນຕາກໝອກ. ອາກາດໜາວ໑໑໖116ສ ວ ສສະຫງວນລິຂະສິດ

ອາກາດ (ຕໍ່)ບົດທີ30ມາຮຽນຮູ້ກ່ຽວກັບການປ່ຽນແປງຂອງອາກາດ 1໑໑໗™ປາກົດການຢູ່ທ້ອງຟ້າທີ່ຊ່ວຍໃຫ້ເຮົາສາມາດຮັບຮູ້ສະພາບອາກາດໄດ້ມີອັນ ໃດແດ່?™ມີລົມແຮງບໍ່? ມີເມກດໍາບໍ່? ຝົນໃກ້ຈະຕົກແລ້ວບໍ່?117

2 ມາຮຽນຮູ້ການວາງແຜນເຮັດກິດຈະກໍາປະຈໍາວັນນໍາກັນ.ອາກາດແບບໃດເໝາະສົມດີສໍາລັບການເຮັດກິດຈະກໍາເຫຼົ່ານີ້?໑໑໘ ເມື່ອພວກເຮົາຈະວາງແຜນເຮັດກິດຈະກໍາໃດໜຶ່ງຢູ່ເຮືອນ ຫຼື ຢູ່ໂຮງຮຽນຕ້ອງ ຄໍານຶງເຖິງສະພາບຂອງອາກາດສາກ່ອນ.  ມັນເປັນມື້ທີ່ເໝາະສົມແລ້ວບໍ່ທີ່ຈະຕາກເຄ່ືອງ? ມັນເປັນມື້ທີ່ີີ່ດີແລ້ວບໍ່ທີ່ເຮົາຈະອອກໄປທ່ຽວຫຼິ້ນນອກບ້ານກັບຄອບຄົວ? ມັນເປັນມື້ທີ່ດີແລ້ວບໍ່ທີ່ພວກເຮົາຈະປຶກສາຫາລືກັນຢູ່ກາງແຈ້ງ? ຊັກ ແລະ ຕາກເຄື່ອງກວາດໃບໄມ້ຫຼິ້ນກິລາການປະຊຸມ ປຶກສາຫາລືກາງແຈ້ງໄປທ່ຽວງານບຸນ118ສ ວ ສສະຫງວນລິຂະສິດ

3 ມາຮຽນຮູ້ອາກາດຮ້ອນ ແລະ ອາກາດໜາວ ເສ້ືອຜ້າສາມາດປ້ອງກັນຄວາມຮ້ອນຈາກແສງແດດ, ໜາວ ແລະ ຝົນຕົກ. ຖາພວກ ້ເຮົາຮູ້ຈັກການນຸ່ງເຄື່ອງໃຫ້ເໝາະກັບສະພາບອາກາດ ມັນຈະເຮັດໃຫ້ພວກເຮົາຮູ້ສຶກ ສະບາຍຂຶ້ນ. ພວກເຮົາຕ້ອງທໍາຄວາມເຂົ້າໃຈກັບປາກົດການຂອງດິນຟ້າອາກາດ ເພື່ອສາມາດກຽມຄວາມພ້ອມຮັບມື ແລະ ເລືອກນຸ່ງເຄື່ອງໃຫ້ເໝາະສົມກັບມື້ນັ້ນ.ໃຫ້ເອົາເຈ້ຍສີນ້ອຍ ຫຼື ກ້ອນຫີນນ້ອຍມາຈັດວາງໃສ່ແຕ່ລະຮູບທີ່ບົ່ງບອກເຖິງອາກາດໜາວ໑໑໙119

4 ມາຮຽນຮູ້ການກະກຽມຄວາມພ້ອມເພື່ອຮັບມືກັບມື້ທີ່ມີລົມ, ຝົນຕົກ ແລະ ອາກາດຮ້ອນ.ພວກເຮົາຄວນຄາດຄະເນ ແລະ ສຶກສາສະພາບອາກາດກ່ອນຕັດສິນໃຈທີ່ຈະເຮັດກິດຈະກໍາໃນມ້ືນັ້ນ ແລະ ວາງແຜນເຮັດກິດຈະກໍາໃນອະນາຄົດ.ພວກເຮົາສາມາດນໍາໃຊ້ອຸປະກອນຊ່ວຍວັດແທກສະພາບຂອງ ອາກາດໄດ້. ພວກເຮົາຕ້ອງເຮັດແຜນຜັງຂອງອາກາດໄວ້ ເຊິ່ງມັນສາມາດລາຍງານສະພາບການປ່ຽນແປງຂອງອາກາດໃຫ້ພວກເຮົາຮູ້. ໑໒໐ຈະມີຫຍັງເກີດຂຶ້ນຫາກພວກເຮົາຕົກຢູ່ໃນສະຖານະການທີ່ມີລົມພັດແຮງ, ຝົນຕົກແຮງ ແລະ ຮ້ອນຫຼາຍ?120ສ ວ ສສະຫງວນລິຂະສິດ

ຮູບນີ້ໄດ້ມາຈາກໂປສະເຕີວິທີຮັກສາປຶ້ມ​ທີ່ຜະລິດໂດຍ​ກະຊວງສຶກສາທິການແລະ​ກິລາ​ຮ່ວມກັບ​ອົງການ​ອຸຍນີເຊັບ​(UNICEF)ຫໍ່ປຶ້ມດ້ວຍເຈ້ຍ​ຫຼື​ແຜ່ນຢາງຖ້າປຶ້ມຈີກຂາດໃຫ້ສ້ອມແປງຄືນຈົ່ງເກັບປຶ້ມໄວ້ບ່ອນທີ່ແຫ້ງ​ແລະ​ເໝາະສົມບໍ່ໃຊ້ປຶ້ມແທນຄັນຮົ່ມເວລາຝົນຕົກ,​ແດດຮ້ອນຖ້າປຶ້ມເສຍໃຫ້ລາຍງານຄູບໍ່ຄວນພັບໜ້າປຶ້ມເມື່ອຕ້ອງການໝາຍໜ້າໃດໜຶ່ງ​ຈົ່ງໃຊ້ສິ່ງຂອງບາງຢ່າງຂັ້ນໄວ້ທຸກເທື່ອບໍ່ຄວນຂຽນໃສ່ຫຼັງປົກປຶ້ມ,​ໜ້າປຶ້ມ,​ບໍ່ຕັດຮູບພາບ​ແລະ​ບໍ່ຈີກປຶ້ມສ ວ ສສະຫງວນລິຂະສິດ

ແບບ​ຮຽນ​ວິທະຍາສາດ​ແລະ​ສິ່ງແວດລ້ອມ​ຊັ້ນປະຖົມສຶກສາ​ປີທີ​1ສະໜັບສະໜູນ​ການສ້າງຕົ້ນສະບັບໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດຈັດພິມ​ຈຳ​ໜ່າຍ​ໂດຍ​​ບໍ​ລິ​ສັດ​ລັດວິສາຫະກິດໂຮງພິມສຶກສາ​(ພິມ​ຄັ້ງ​ທີ​2)ຕາມທະບຽນພິມ...............ຈຳນວນພິມ​30.000​ຫົວຂະໜາດ​18​x​25​​cmISBN...................ສະ​ຫງວນ​ລິ​ຂະ​ສິດ


Like this book? You can publish your book online for free in a few minutes!
Create your own flipbook