໔໖ພືດຕ້ອງການຫຍັງນໍເພື່ອເຕີບໃຫຍ່?ຮູບທີ 1 ສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່ ແລະ ແຂງແຮງ (1) (2) (3) (4) (5) (6) ສິ່ງທີ່ພືດຕ້ອງການເຕີບໃຫຍ່ຄື: ດິນ, ນໍ້າ, ຝຸ່ນ ແລະ ແສງແດດ.ມາຮູ້ຈັກສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່246ສ ວ ສສະຫງວນລິຂະສິດ
໖໔໗3 ມາຊ່ວຍກັນດູແລຮັກສາຜັກ ແລະ ດອກໄມ້ເປັນຫຍັງຈຶ່ງຕ້ອງບົວລະບັດຮັກສາສວນ, ພືດມີປະໂຫຍດຫຍັງແດ່ຕໍ່ຄົນເຮົາ? ສວນຜັກ ແລະ ດອກໄມ້ໃນໂຮງຮຽນຂອງພວກເຮົາຂຽວງາມດີ ເພາະໄດ້ເອົາໃຈໃສ່ບົວລະບັດຮັກສາດ້ວຍການຫົດນໍ້າ, ໃສ່ຝຸ່ນ ແລະ ເສຍຫຍ້າເປັນປົກກະຕິ.ຈົ່ງສັງເກດຮູບລຸ່ມນີ້ ນັກຮຽນເຫັນຫຍັງແດ່?ຮູບທີ 2 ຫົດນໍ້າດອກໄມ້ ຮູບທີ 3 ຫົດນໍ້າຜັກ ຮູບທີ 4 ເສຍຫຍ້າ, ຂຸດດິນ, ໃສ່ຝຸ່ນ ແລະ ພູນດິນ ຮູບທີ 5 ຜັກຂຽວງາມດີ ແລະ ມີຮົ້ວອ້ອມ47
໔໘4 ຜົນເສຍຈາກການບໍ່ດູແລຮັກສາພືດຮູບທີ 6 ຕົ້ນໝາກມ່ວງມີໃບບໍ່ງາມ ແລະ ໝາກໜ້ອຍ ພືດໃຫ້ອາຫານ, ທີ່ຢູ່ອາໄສແກ່ຄົນ ແລະ ສັດ, ຖ້າບໍ່ຮັກສາພືດ ກໍຈະບໍ່ໄດ້ຮັບຜົນດີ ແລະ ດົນໄປກໍຈະຫ່ຽວແຫ້ງຕາຍໄປ. ສະນັ້ນ, ພວກເຮົາຕ້ອງຮູ້ຈັກບົວລະບັດຮັກສາພືດ ໂດຍການໝັ່ນຫົດນໍ້າ, ໃສ່ ຝຸ່ນ, ພູນດິນ, ຫຼົກຫຍ້າ ແລະ ເຮັດຮົ້ວອ້ອມ ເພື່ອໃຫ້ພືດເຕີບໃຫຍ່ ແລະ ແຂງແຮງ.ຮູບທີ 7 ຕົ້ນໝາກມ່ວງມີໃບງາມ ແລະ ມີໝາກຫຼາຍຖ້າບໍ່ບົວລະບັດຮັກສາພືດຈະເປັນແນວໃດ?48ສ ວ ສສະຫງວນລິຂະສິດ
ອາຫານເພື່ອສຸຂະພາບບົດທີ13ການກິນອາຫານແຕ່ລະວັນ 1 ຄົນເຮົາກໍແມ່ນສິ່ງທີ່ມີຊີວິດເຊັ່ນດຽວກັນກັບພືດ ແລະ ສັດ ເຊິ່ງຕ້ອງໄດ້ກິນອາຫານເພື່ອໃຫ້ຮ່າງກາຍເຕີບໃຫຍ່ ແລະ ແຂງ ແຮງ. ເປັນຫຍັງເຮົາຈຶ່ງຕ້ອງໄດ້ກິນອາຫານໃນແຕ່ລະວັນ?໔໙49
3 ມາຮຽນຮູ້ປະໂຫຍດຂອງອາຫານ2 ມາຮູ້ຈັກອາຫານທີ່ພວກເຮົາໄດ້ກິນແຕ່ລະຄາບອາຫານທີ່ໄດ້ມາຈາກພືດມີຫຍັງແດ່? ອາຫານທີ່ໄດ້ມາຈາກສັດມີຫຍັງແດ່? ພວກເຮົາຕ້ອງກິນອາຫານເພື່ອໃຫ້ຮ່າງກາຍຂອງເຮົາເຕີບໃຫຍ່, ແຂງແຮງ ແລະ ປ້ອງກັນບໍ່ໃຫ້ພະຍາດເຂົ້າສູ່ຮ່າງກາຍ.ກິນອາຫານແລ້ວຮ່າງກາຍເຮົາປ່ຽນແປງແນວໃດ?໔໐50ສ ວ ສສະຫງວນລິຂະສິດ
4 ກິນອາຫານທີ່ດີເພື່ອການເຄື່ອນໄຫວເມື່ອພວກເຮົາຫຼິ້ນກິລາດົນ ເຮົາຈະຮູ້ສຶກແນວໃດ? ກິນອາຫານເພື່ອໃຫ້ມີພະລັງງານໃນການເຄື່ອນ ໄຫວ ແລະ ມີສຸຂະພາບແຂງແຮງ.໕໑51
5 ກິນອາຫານຈັກຄາບເພື່ອໃຫ້ຮ່າງກາຍເຕີບໃຫຍ່ ແລະ ແຂງແຮງ? ແຕ່ລະມື້ພວກເຮົາຄວນໄດ້ກິນອາຫານ 3 ຄາບຄື: ຄາບເຊົ້າ, ສວາຍ, ແລງ. ໃນແຕ່ລະຄາບຕ້ອງກິນອາຫານໃຫ້ຖືກເວລາ ແລະ ກິນຫຼາຍຢ່າງ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານຄົບຖ້ວນ. ອາ ຫານທີ່ຄວນ ກິນ ຕ້ອງສະອາດ ແລະ ປຸງແຕ່ງສຸກດີ.ຄາບເຊົ້າຄາບສວາຍຄາບແລງ໕໒52ສ ວ ສສະຫງວນລິຂະສິດ
໕໓ອາຫານຂອງສັດບົດທີ14ມາຮຽນຮູ້ອາຫານຂອງສັດນໍາກັນ 153
໕໔ສັດເຫຼົ່ານີ້ກິນຫຍັງເປັນອາຫານ?ສັດຊະນິດຕ່າງໆກິນອາຫານແຕກຕ່າງກັນຄື: ງົວ ກິນຫຍ້າ, ນໍ້າ ແລະ ອື່ນໆ. ນົກ ກິນໝາກໄມ້, ແມງໄມ້ ແລະ ອື່ນໆ. ໄກ່ ກິນເຂົ້າເປືອກ, ສາລີ, ຮໍາ ແລະ ອື່ນໆ. ຕັກແຕນ ກິນໃບສາລີ, ໃບເຂົ້າ ແລະ ອື່ນໆ. ແມວ ກິນປາ, ຊີ້ນ ແລະ ອື່ນໆ. ປາ ກິນແມງໄມ້ ແລະ ອື່ນໆ.ມາສັງເກດອາຫານຂອງສັດນໍາກັນ 254ສ ວ ສສະຫງວນລິຂະສິດ
໕໕3 ຈັບຄູ່ອາຫານສັດຈົ່ງຈັບຄູ່ຮູບສັດເຫຼົ່ານີ້ກັບອາຫານຂອງພວກມັນ ຄວາຍ ກິນຫຍ້າ ແມວ ກິນປາ ງູ ກິນຂຽດຂຽດຄວາຍແມວປາຫຍ້າງູ55
໕໖4 ມາສັງເກດການກິນອາຫານຂອງສັດນໍາກັນສັດເຫຼົ່ານີ້ ພວກມັນ ມີວິທີກິນອາຫານ ຄືແນວໃດ? ສັດຊະນິດຕ່າງໆມີວິທີກິນອາຫານແຕກຕ່າງກັນ ເຊັ່ນ: ກັດກິນ, ຫຍໍ້າກິນ, ສັບກິນ, ຕອດກິນ ແລະ ອື່ນໆ.56ສ ວ ສສະຫງວນລິຂະສິດ
ອາຫານສໍາລັບພືດບົດທີ15ມາທົບທວນໂຄງປະກອບສ້າງພາຍນອກຂອງພືດ 1ຕົ້ນໄມ້ປະກອບມີຫຍັງແດ່? ຕົ້ນໄມ້ແຕ່ລະຊະນິດມີຄວາມແຕກຕ່າງກັນແຕ່ໂຄງປະ ກອບສ້າງຫຼັກພາຍນອກມີຄືກັນ ເຊັ່ນ: ຮາກ, ລໍາຕົ້ນ ແລະໃບ.໕໗57
2 ມາຮູ້ຈັກການເຕີບໃຫຍ່ຂອງພືດນໍາກັນອາຫານຂອງພືດມີຫຍັງແດ່? ອາຫານຂອງພືດປະກອບມີ: ນໍ້າ, ຝຸ່ນຄອກ, ອາກາດ ແລະ ແສງແດດ.3 ມາຮູ້ຈັກການເຕີບໃຫຍ່ຂອງພືດນໍາກັນ ພືດກິນອາຫານໂດຍໃຊ້ຮາກດູດເອົານໍ້າ ແລະ ແຮ່ທາດທີ່ ຊຶມຢູ່ຕາມພື້້ນດິນຂຶ້ນມາສູ່ໃບ ແລະ ປຸງແຕ່ງເປັນອາຫານ ເພື່ອ ໄປລ້ຽງສ່ວນຕ່າງໆຂອງຕົ້ນໄມ້.໕໘58ສ ວ ສສະຫງວນລິຂະສິດ
4 ພືດ, ສັດ ແລະ ຄົນ ກິນອາຫານຄືກັນ ແລະ ຕ່າງກັນແນວໃດ? ຕົ້ນໄມ້ບໍ່ສາມາດເຄື່ອນທີ່ໄປຊອກຫາອາຫານກິນໄດ້. ຕົ້ນ ໄມ້ ມີແຕ່ໄດ້ຮັບອາຫານຕາມບ່ອນຢູ່ຂອງມັນເອງ. ສ່ວນຄົນ ແລະ ສັດສາມາດຊອກຫາໄດ້ຈາກຫຼາຍແຫຼ່ງຕາມຄວາມມັກ.໕໙59
5 ມາແຕ້ມຮູບຕົ້ນໄມ້ຕາມໃຈ ພ້ອມລະບາຍສີຕົ້ນໄມ້ຖ້າຂາດສ່ວນໃດສ່ວນໜຶ່ງໄປຈະບໍ່ສາມາດມີຊີວິດໄດ້ເຊັ່ນ: ຕົ້ນໄມ້ບໍ່ມີໃບ ຈະບໍ່ມີອາຫານໄປລ້ຽງລໍາຕົ້ນ, ບໍ່ສາມາດປຸ່ງແຕ່ງດັດ ແປງເປັນອາຫານໄດ້ ແລະ ຕົ້ນໄມ້ຈະຕາຍ. ຕົ້ນໄມ້ບໍ່ມີຮາກຈະບໍ່ມີພາກສ່ວນຊ່ວຍຢຶດລໍາຕົ້ນ, ຕົ້ນລົ້ມງ່າຍ, ບໍ່ມີສ່ວນທີ່ດູດນໍ້າ ແລະ ແຮ່ທາດ. ບໍ່ມີນໍ້າ ແລະ ອາຫານໄປລ້ຽງ ລໍາຕົ້ນ ແລະ ໃບ ໃນທີ່ສຸດຕົ້ນໄມ້ກໍຈະຕາຍ. ຕົ້ນໄມ້ຕ້ອງການແສງແດດ, ນໍ້າ ແລະ ຝຸ່ນຄອກ ເພື່ອເຕີບໃຫຍ່ ແລະ ແຂງແຮງ.໖໐60ສ ວ ສສະຫງວນລິຂະສິດ
ດິນໃນທ້ອງຖິ່ນບົດທີ16ສັງເກດເບິ່ງລັກສະນະຂອງດິນໃນບ່ອນຕ່າງໆ 1ມາສັງເກດເບິ່ງດິນມີສີຫຍັງແດ່ ແລະ ລັກສະນະເປັນແນວໃດ? ຮູບທີ 2 ສັງເກດດິນ ບໍລິເວນໃກ້ກັບໂຮງຮຽນຮູບທີ 1 ສັງເກດດິນ ບໍລິເວນໂຮງຮຽນ໖໑61
ສັງເກດຮູບພາບລັກສະນະຂອງດິນ 2ດິນມີລັກສະນະແນວໃດ?(1) ດິນສີດໍາ ຫຼື ນໍ້າຕານ(2) ດິນສີສົ້ມ ຫຼື ເຫຼືອງ(3) ດິນກ້ອນນ້ອຍ(4) ດິນກ້ອນໃຫຍ່(5) ກ້ອນດິນໜຽວ (6) ກ້ອນດິນແຂງຮູບທີ 3 ລັກສະນະຂອງດິນຕ່າງໆ໖໒62ສ ວ ສສະຫງວນລິຂະສິດ
3 ດິນທີ່ເໝາະສົມ ແລະ ບໍ່ເໝາະສົມສໍາລັບການປູກພືດດິນມີລັກສະນະແນວໃດ ຈຶ່ງປູກພືດສວນຄົວຂຽວງາມ?ດິນມີລັກສະນະແນວໃດ ຈຶ່ງເຮັດໃຫ້ຕົ້ນສາລີຂະຫຍາຍຕົວຊ້າ?ຮູບທີ 4 ດິນທີ່ເໝາະສົມສໍາລັບປູກພືດດິນສີດໍາ, ອ່ອນ, ກ້ອນດິນນ້ອຍຮູບທີ 5 ດິນທີ່ບໍ່ເໝາະສົມສໍາລັບປູກພືດດິນສີສົ້ມ, ແຂງ, ກ້ອນດິນໃຫຍ່໖໓63
4 ທົດລອງສ່ວນປະກອບຂອງດິນ ດິນບາງທ້ອງຖິ່ນມີລັກສະນະຄ້າຍຄືກັນ ຫຼື ແຕກຕ່າງກັນ, ດິນມີ ສີດໍາ ຫຼື ສີນໍ້າຕານ ຫຼື ສີແດງ. ລັກສະນະຂອງເນື້ອດິນບາງບ່ອນອ່ອນ, ແຂງ, ກ້ອນໃຫຍ່, ນ້ອຍ, ປັ້ນໄດ້, ປັ້ນບໍ່ໄດ້... ສ່ວນປະກອບຂອງດິນ ມີ: ເສດຫີນ, ເສດໃບໄມ້, ຊາກສັດ.ໃນດິນມີສ່ວນປະກອບຫຍັງແດ່ນໍ?ຮູບທີ 6 ການທົດລອງກ່ຽວກັບສ່ວນປະກອບຂອງດິນ ຈອກທີ 1 ຈອກທີ 2 ຈອກທີ 3໖໔ຮູບທີ 7 ສ່ວນປະກອບຕ່າງໆຂອງດິນໃນດິນມີຫີນໃນດິນມີເສດໃບໄມ້64ສ ວ ສສະຫງວນລິຂະສິດ
ເຮືອນຂອງເຮົາບົດທີ17ມາຮູ້ຈັກທີ່ຢູ່ອາໄສຂອງຄົນນໍາກັນ 1ເຮືອນຂອງເຈົ້າມີລັກສະນະແບບໃດ?໖໕ເຮືອນປະເພດຕ່າງໆ65
2 ມາຮຽນຮູ້ວັດສະດຸທີ່ນໍາມາປຸກສ້າງເຮືອນ ເຮືອນສ້າງມາຈາກວັດສະດຸຫຼາຍຢ່າງ ເຊັ່ນ: ໄມ້ແປຮູບ, ເຫຼັກ, ດິນ, ຫີນ, ຊີມັງ, ສັງກະສີ, ຫຍ້າ ແລະ ອື່ນໆ.ເພິ່ນໃຊ້ວັດສະດຸຫຍັງແດ່ມາເຮັດເຮືອນ?໖໖66ສ ວ ສສະຫງວນລິຂະສິດ
3 ເຮົາມາຮຽນຮູ້ເຮືອນແຕ່ລະປະເພດນໍາກັນ ເຮືອນມີຫຼາຍປະເພດແຕກຕ່າງກັນ ເຊັ່ນ: ເຮືອນ ຮ້ານ, ເຮືອນກໍ່ຊັ້ນດຽວ ຫຼື ຫຼາຍຊັ້ນ.໖໗67
4 ແຕ້ມຮູບເຮືອນຕາມໃຈ ພ້ອມລະບາຍສີ ເຮືອນເປັນບ່ອນຢູ່ອາໄສຂອງຄົນເຮົາ, ການປຸກເຮືອນ ມີຫຼາຍລັກສະນະຕາມເອກະລັກຂອງຊົນເຜົ່າ ແລະ ພູມສັນ ຖານໃນປະເທດລາວ.໖໘68ສ ວ ສສະຫງວນລິຂະສິດ
ທີ່ຢູ່ຂອງສັດບົດທີ18ມາຮູ້ຈັກທີ່ຢູ່ຂອງສັດນໍາກັນ1໖໙69
2 ເຮົາມາສັງເກດ ທີ່ຢູ່ອາໄສຂອງສັດນໍາກັນເທິງຕົ້ນໄມ້: ນົກ, ກະຮອກ, ລີງ ແລະ ສັດອື່ນໆ. ເທິງໜ້າດິນ: ໄກ່, ໝາ, ກະຕ່າຍ, ແບ້ ແລະ ສັດອື່ນໆ. ໃນນໍ້າ: ປູ, ປາ, ກຸ້ງ, ຫອຍ ແລະ ສັດອື່ນໆ.ສັດເຫຼົ່ານີ້ພວກມັນອາໄສຢູ່ໃສແດ່?໗໐70ສ ວ ສສະຫງວນລິຂະສິດ
3 ເຮົາມາຮຽນຮູ້ສັດ ທີ່ອາ ໄສ ຢູ່ເທິງບົກນໍາກັນສັດທີ່ອາໄສຢູ່ເທິງບົກມີສັດຫຍັງແດ່? ສັດທີ່ອາໄສຢູ່ເທິງບົກມີ: ນົກ, ແບ້, ງູ, ຊ້າງ, ເປັດ, ໄກ່, ໝາ, ກະຕ່າຍ, ງົວ, ຄວາຍ, ແມວ ແລະ ສັດ ອື່ນໆ.໗໑71
4 ສັດ ທີ່ ອາ ໄສ ຢູ່ ໃນນໍ້າ5 ສັດ ທີ່ອາໄສຢູ່ເທິງບົກ ແລະ ໃນນໍ້າສັດທີ່ອາໄສຢູ່ໃນ ນໍ້າມີສັດໃດນໍ...!ສັດທີ່ອາໄສຢູ່ໃນນໍ້າມີ: ປາ, ຫອຍ, ກຸ້ງ, ປູ... ແຕ່ສັດບາງຊະນິດ ສາມາດອາໄສຢູ່ເທິງບົກ ແລະ ຢູ່ນໍ້າໄດ້ມີ: ກົບ, ຂຽດ, ຄັນຄາກ໗໒72ສ ວ ສສະຫງວນລິຂະສິດ
ພວກເຮົາມາສໍາຫຼວດເບິ່ງພືດມີຢູ່ໃສແດ່?໗໓ທີ່ຢູ່ຂອງພືດ ບົດທີ19ໄປສໍາຫຼວດທີ່ຢູ່ຂອງພືດນໍາກັນ 1ພືດຢູ່ໃນບ່ອນຕ່າງໆ73
ພືດຊະນິດຕ່າງໆພືດບົກພືດນໍ້າ1. ຕົ້ນສາລີ2. ຈອກ ແໜ3. ກາຝາກ4. ຜັກຕົບ5. ຕົ້ນບົວ໗໔2 ມາຈໍາແນກພືດບົກ ແລະ ພືດນໍ້ານໍາກັນຈົ່ງສັງເກດຮູບໃນຕາຕະລາງແລ້ວໝາຍ ຫຼື ວາງກ້ອນຫີນໃສ່ຫ້ອງ “ພືດບົກ” ຫຼື “ພືດນໍ້າ” ຢູ່ໃນຕາຕາລາງໃຫ້ຖືກຕ້ອງຕາມທີ່ຢູ່ຂອງພືດແຕ່ລະຊະນິດ.74ສ ວ ສສະຫງວນລິຂະສິດ
6. ຜັກຕໍານິນ7. ດອກເຜິ້ງ8. ດອກກຸຫຼາບ9. ຜັກກະເສດ10. ຜັກບົ້ງ໗໕75
ບ່ອນຢູ່ຂອງພືດພືດນໍ້າພືດບົກ໗໖3 ແຕ້ມແຜນວາດພືດມີທີ່ຢູ່ແຕກຕ່າງກັນຄື ຢູ່ບົກ ແລະ ຢູ່ນໍ້າ ພືດຢູ່ບົກ: ຕົ້ນໝາກມ່ວງ, ຕົ້ນໝາກພ້າວ, ຕົ້ນກ້ວຍ, ສາລີ, ຕົ້ນກາຝາກ… ພືດຢູ່ນໍ້າ: ຜັກຕົບ, ຕົ້ນບົວ, ແໜ… ພືດບາງຊະນິດທີ່ຢູ່ໄດ້ທັງບົກ ແລະ ຢູ່ນໍ້າ ຕົວຢ່າງ: ຜັກບົ້ງ, ຜັກກະເສດ.76ສ ວ ສສະຫງວນລິຂະສິດ
ພືດທີ່ຄົນເຮົານໍາໃຊ້ ບົດທີ20ມາຮູ້ຈັກພືດທີ່ຄົນເຮົານໍາໃຊ້ເປັນແນວໃດ? 1 ພືດທຸກຊະນິດແມ່ນເກີດຂຶ້ນຢູ່ໃນສະຖານທີ່ ທີ່ແຕກຕ່າງກັນ. ພືດບາງ ປະເພດແມ່ນຄົນເຮົາປູກ ແລະ ບາງປະເພດແມ່ນເກີດຂຶ້ນເອງ. ຄົນເຮົາ ນໍາໃຊ້ພືດຕາມຄວາມຕ້ອງການເຊັ່ນ: ເພື່ອປະດັບ, ໃຫ້ຮົ່ມ, ໃຊ້ເປັນອາ ຫານ, ປຸກສ້າງ ແລະ ອື່ນໆ.໗໗77
2 ມາຮຽນຮູ້ກ່ຽວກັບພືດທີ່ຄົນເຮົາປູກນໍາກັນ ຄົນເຮົາມັກປູກພືດຢູ່ອ້ອມເຮືອນ, ໂຮງຮຽນ ແລະ ປູກຢູ່ຕາມສະຖານທີ່ຕ່າງໆ.໗໘78ສ ວ ສສະຫງວນລິຂະສິດ
3 ມາຮູ້ຈັກກັບພືດທີ່ເກີດຂຶ້ນຢູ່ປ່ານໍາກັນ ພືດທີ່ເກີດຂຶ້ນຢູ່ປ່າ ແມ່ນພືດທີ່ຄົນເຮົາບໍ່ໄດ້ປູກ. ຄົນເຮົາອາໄສປ່າ ເພື່ອຊອກເກັບຜັກ, ໝາກໄມ້, ໜໍ່ໄມ້ເປັນອາຫານ. ນອກຈາກນີ້, ຄົນເຮົາ ຍັງນໍາໃຊ້ຕົ້ນໄມ້ມາປຸກສ້າງທີ່ຢູ່ອາໄສ ແລະ ເຮັດເປັນເຄື່ອງໃຊ້ສອຍ.໗໙79
4 ມາຈັບຄູ່ຮູບພາບໂດຍໃຊ້ກິ່ງໄມ້ນ້ອຍ ຫຼື ສາຍເຊືອກຟາງມາວາງໃສ່ຮູບເບື້ອງຂວາມື ແລະ ດຶງໄປຫາຮູບທີ່ເປັນເຄື່ອງໃຊ້ຢູ່ດ້ານຊ້າຍມື໘໐ພືຶດທີ່ເປັນອາຫານພືດທີ່ໃຊ້ປະດັບໄມ້ແປ້ນພືດທີ່ໃຫ້ຮົ່ມຕົ້ນໄມ້ໂຕະຕັ່ງສວນດອກໄມ້ພືຶດສວນຄົວ80ສ ວ ສສະຫງວນລິຂະສິດ
ການຢູ່ຮ່ວມກັນຂອງຄົນ, ສັດ ແລະ ພືດ ບົດທີ21ມາຮຽນຮູ້ຈັກກັບການຢູ່ຮ່ວມກັນຂອງຄົນ, ສັດ ແລະ ພືດ 1 ຄົນ, ສັດ ແລະ ພືດ ມີການພົວພັນທາງດ້ານສິ່ງແວດລ້ອມ ແລະ ອາໄສເຊິ່ງກັນ ແລະ ກັນ. ຕົ້ນໄມ້ແມ່ນມີປະໂຫຍດຫຼາຍຕໍ່ກັບຄົນ ແລະ ສັດ. ຄົນເຮົາຕ້ອງປົກປັກຮັກສາພືດໃຫ້ເຕີບໃຫຍ່ຢູ່ໃນສະພາບ ແວດລ້ອມທີ່ດີ.ຍ້ອນຫຍັງຄົນເຮົາ, ສັດ ແລະ ພືດຈຶ່ງຢູ່ຮ່ວມກັນ?໘໑81
2ຕົ້ນໄມ້ສາມາດຊ່ວຍຄົນເຮົາ ແລະ ສັດໄດ້ຫຍັງແດ່? ຕົ້ນໄມ້ສາມາດເອົາມາສ້າງເປັນໂຕະ, ຕັ່ງ ແລະ ທີ່ຢູ່ອາໄສແກ່ຄົນ ແລະ ສັດ. ຕົ້ນໄມ້ໃຫຍ່ ແລະ ປ່າໄມ້ເປັນທີ່ຢູ່ອາໄສຂອງສັດປ່າ ແລະ ໃຫ້ຮົ່ມແກ່ຄົນ, ສັດໃນເວລາມີແສງແດດ. ໘໒82ສ ວ ສສະຫງວນລິຂະສິດ
3 ການປົກປັກຮັກສາຕົ້ນໄມ້. ການປູກຕົ້ນໄມ້ໃຫ້ເຕີບໃຫຍ່ແມ່ນໃຊ້ເວລາຫຼາຍປີຄົນເຮົາ ຕ້ອງຊ່ວຍກັນປົກປັກຮັກສາຕົ້ນໄມ້ ເພາະມັນແມ່ນຊັບສົມບັດ ຂອງພວກເຮົາທຸກຄົນ. ຕົ້ນໄມ້ມີຄວາມສໍາຄັນຄືແນວໃດ?ຈະມີຫຍັງເກີດຂຶ້ນຖ້າບໍ່່ມີຕົ້ນໄມ້?໘໓83
4 ຄຸນປະໂຫຍດທີ່ໄດ້ມາຈາກພືດ.ຈົ່ງບອກວ່າຮູບໃດແດ່ທີ່ສະແດງໃຫ້ເຫັນຄຸນປະໂຫຍດຕໍ່ຄົນ ແລະ ສັດ?໘໔84ສ ວ ສສະຫງວນລິຂະສິດ
໘໕ເຄື່ອງຫຼິ້ນບົດທີ22ມາຮູ້ຈັກກັບເຄ່ືອງຫຼິ້ນນໍາກັນ1ສິ່ງເຫຼົ່ານີ້ແມ່ນຫຍັງ?85
໘໖2 ມາຮູ້ຈັກຊ່ືຂອງເຄ່ືອງຫຼິ້ນນໍາກັນເຄ່ືອງຫຼິ້ນເຫ່ົຼານີ້ມີຊ່ືວ່າແນວໃດແດ່?1. ຕຸກກະຕາໝີ2. ໝາກປຸມເປົ້າ3. ເປັດ4. ລົດ86ສ ວ ສສະຫງວນລິຂະສິດ
໘໗5. ເຄື່ອງປະກອບຮູບ6. ໝາ7. ໄກ່8. ໝາ9. ຕະລູດ10. ໝາກບ່ີ87
໘໘3 ປະໂຫຍດຂອງເຄື່ອງຫຼິ້ນການຫຼິ້ນເຄື່ອງຫຼິ້ນຊ່ວຍໃຫ້ເກີດການຮຽນຮູ້ ແລະ ການມ່ວນຊື່ນຈາກການຫຼິ້ນ.ພວກເຮົາໄດ້ຮຽນຮູ້ຫຍັງແດ່ຈາກການຫຼິ້ນເຄ່ືອງຫຼິ້ນ?88ສ ວ ສສະຫງວນລິຂະສິດ
ເຄື່ອງໃຊ້ໃນຄອບຄົວບົດທີ23ມາຮູ້ຈັກເຄ່ືອງໃຊ້ໃນຄອບຄົວນໍາກັນ 1 ໃນແຕ່ລະຄອບຄົວມີເຄື່ອງໃຊ້ທີ່ຈໍາເປັນພາຍໃນເຮືອນ ເຊັ່ນ: ໂຕະ, ຕັ່ງ, ຕູ້, ຕຽງ, ເສື້ອຜ້າ, ໂທລະທັດ, ພັດລົມ, ຕູ້ເຢັນ, ຈອກ, ຊາມ, ໝໍ້, ຖ້ວຍ, ຈານ, ບ່ວງ ແລະ ອື່ນໆ.ສັງເກດເຄ່ືອງໃຊ້ໃນເຮືອນມີຫຍັງແດ່?໘໙89
2 ມາຮູ້ຈັກຊ່ືເຄ່ືອງໃຊ້ປະເພດຕ່າງໆນໍາກັນເຄ່ືອງໃຊ້ແຕ່ລະອັນເຮັດມາຈາກຫຍັງແດ່? ມີຊື່ວ່າແນວໃດ?ຈອກຂຽງເສື່ອ ແລະ ໝອນບ່ວງຜ້າຫົ່ມກະຕ່າຖ້ວຍຕັ່ງອີ້ພ້າຫວີຄົກເຕົາລີດ໙໐90ສ ວ ສສະຫງວນລິຂະສິດ
ເຄື່ອງໃຊ້ໃນຄອບຄົວເຮັດມາຈາກວັດສະດຸຫຼາຍປະເພດເຊັ່ນ: ດິນເຜົາ, ໄມ້, ແກ້ວ, ໂລຫະ, ປລາສະຕິກ, ຜ້າ ແລະ ອື່ນໆ. ໝໍ້ໂມງພັດລົມໂທລະທັດຕູ້ຕູ້ເຢັນ໙໑91
3 ມາຮູ້ຈັກການອະນາໄມ ແລະ ເກັບມ້ຽນເຄ່ືອງໃຊ້ນໍາກັນ ພວກເຮົາຕ້ອງໝັ່ນອະນາໄມເຄື່ອງໃຊ້ໃຫ້ສະອາດ ແລະ ເກັບມ້ຽນໃຫ້ເປັນລະບຽບຈົບງາມ.ພວກເຮົາຄວນເກັບມ້ຽນເຄື່ອງໃຊ້ຕ່າງໆຄືແນວໃດ?໙໒92ສ ວ ສສະຫງວນລິຂະສິດ
ຄວາມປອດໄພເມື່ອຢູ່ເຮີືອນບົດທີ24ມາຮຽນຮູ້ສິ່ງທີ່ພາໃຫ້ເກີດອັນຕະລາຍເມີ່ືອຢູ່ເຮິືຶຶອນ1 ອຸບັດເຫດສາມາດເກີດຂຶ້ນໄດ້ຕະຫຼອດເວລາ ຖ້າພວກເຮົາບໍ່ມີ ຄວາມລະມັດລະວັງເວລາຢູ່ເຮິືອນ, ເມື່ອເກີດອຸປະຕິເຫດເຮັດໃຫ້ ເກີດບາດເຈັບ ຫຼື ເປັນບາດແຜໄດ້. ສະນັ້ນ, ຕ້ອງໄປບອກຜູ້ໃຫຍ່ ຮັບຮູ້. ໙໓93
ມາຮູ້ຈັກສາເຫດທີ່ພາໃຫ້ເກີດການບາດເຈັບໄດ້ 2໙໔ການສະດຸດລົ້ມ ແລະ ມື່ນພະລາດ ການບາດເຈັບສາມາດເກີດຂຶ້ນໄດ້ເມື່ອຢູ່ເຮືອນເຊັ່ນ: ສະດຸດລົ້ມ, ມື່ນພະລາດລົ້ມ, ຕົກຈາກບ່ອນສູງ ເຫດການນີ້ແມ່ນເກີດຂຶ້ນເລື້ອຍໆ ເພາະຖິ້ມເຄື່ອງຫຼິ້ນ ແລະ ອຸປະກອນຊະຊາຍຕາມພື້ນເຮືອນ.123494ສ ວ ສສະຫງວນລິຂະສິດ
3 ມາຮຽນຮູ້ບ່ອນທີ່ສ່ຽງຈະເກີດອັນຕະລາຍມີຫຼາຍສິ່ງຫຼາຍຢ່າງທີ່ເປັນອັນຕະລາຍຫາກພວກເຮົາໃຊ້ມັນບໍ່ລະມັດລະວັງ ໙໕ ສິ່ງທີ່ເປັນອັນຕະລາຍມີຫຼາຍຢ່າງເຊັ່ນ: ປີນຂຶ້ນບ່ອນສູງ, ຫຼິ້ນຂອງ ແຫຼມຄົມ, ໃກ້ກອງໄຟ ຫຼື ບ່ອນແຕ່ງກິນທີ່ມີຄວາມຮ້ອນຫຼາຍ, ຫຼິ້ນ ປັກສຽບໄຟຟ້າ ແລະ ອື່ນໆ ເຊິ່ງຈະພາໃຫ້ບາດເຈັບ ຫຼື ເກີດອັນຕະ ລາຍໄດ້.95
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127