Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ວິທະຍາສາດ ແລະ ສິ່ງແວດລ້ອມ ປ.1 (SEG1 TB)

ວິທະຍາສາດ ແລະ ສິ່ງແວດລ້ອມ ປ.1 (SEG1 TB)

Published by ltmd7471, 2020-09-21 02:42:52

Description: Science and Environment grade1 Textbook

Search

Read the Text Version

ກະຊວງສຶກສາທິການ​ແລະ​ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຊັ້ນປະຖົມສຶກສາປີທີ1ແບບ​ຮຽນ​ວິທະຍາສາດ​ແລະ​ສິ່ງແວດລ້ອມ​ຊັ້ນປະຖົມສຶກສາ​ປີທີ​1ວິທະຍາສາດແລະສິ່ງແວດລ້ອມແບບ​ຮຽນ

ແບບຮຽນວິທະຍາສາດ ແລະ ສິ່ງແວດລ້ອມຊັ້ນປະຖົມສຶກສາ ປີທີ 1ຮຽບຮຽງໂດຍ:ຫຸມພັນ ຂັນທະວີຄໍາດີ ສິດທິສັກທາ ສອນເພັດບານໃຈ ມາລາວົງກວດແກ້ໂດຍ:ປາກຽນ ຫຼວງໄຊຊະນະເພັດສະໝອນ ສີບຸນເຮືອງແຕ້ມຮູບໂດຍ:ວົງສະຫວັນ ດໍາລົງສຸກນີວົງ ແສງສະກຸນພິມເຂົ້າໜ້າໂດຍ:ທາ ສອນເພັດກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2019

ຄຳນໍາປຶ້ມແບຮຽນ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ສະບັບນີ້ໄດ້ຮຽບຮຽງຂຶ້ນຕາມຫຼັກສູດ ຊັ້ນປະຖົມສຶກສາ ປີ 2016 ແລະ ເປັນປຶ້ມປະກອບການຮຽນເພື່ອສົ່ງເສີມໃຫ້ນັກຮຽນໄດ້ຮຽນກຽວ່ກັບຄວາມຮູ້ ແລະ ທັກສະທີ່ສໍາຄັນໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.ປຶ້ມແບບຮຽນນີ້ປະກອບມີ 30 ບົດ ໂດຍເນັ້ນໃສ່ເນື້ອໃນທີ່ສໍາຄັນຂອງວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.1 ດັ່ງນີ້:ວິທະຍາສາດ: ຮຽນກ່ຽວກັບພາກສ່ວນຕ່າງໆໃນຮ່າງກາຍຂອງຄົນ, ໜ້າທີ່ຂອງອະໄວຍະວະ ຕ່າງໆ ແລະ ການຮັກສາສຸຂະພາບ. ຮຽນກ່ຽວກັບສັດຊະນິດຕ່າງໆ (ລວມທັງສັດປ່າ ແລະ ສັດ ລ້ຽງ, ໜ້າທີ່ຂອງມັນ) ແລະ ວິທີການດູແລຮັກສາສັດ. ຮຽນກ່ຽວກັບພາກສ່ວນຕ່າງໆຂອງພືດ; ທີ່ຢູ່ຂອງພືດ ແລະ ວິທີການດູແລຮັກສາພືດ. ຮຽນກ່ຽວກັບອົງປະກອບຕ່າງໆຂອງດິນ ແລະ ການເຮັດໜ້າທີ່ສະໜອງສານອາຫານ; ອະທິບາຍຂະໜາດ, ຮູບຮ່າງ ແລະ ສີຂອງວັດຖຸທົ່ວໄປ ທີ່ໃຊ້ຢູ່ໃນຊີວິດປະຈໍາວັນ. ນອກຈາກນັ້ນ, ຍັງຮຽນຮູ້ສິ່ງທີ່ນຳມາຜະລິດເປັນວັດຖຸ, ເຄື່ອງຫຼິ້ນ, ເຄື່ອງໃຊ້ຕ່າງໆ. ຮຽນກ່ຽວກັບທ້ອງຟ້າ, ດວງອາທິດ, ດວງຈັນ; ການພົວພັນລະຫວ່າງດວງອາທິດ, ກາງເວັນ ແລະ ກາງຄືນ.ສິ່ງແວດລ້ອມ: ຮຽນກ່ຽວກັບການນໍາໃຊ້ນໍ້າ ແລະ ຄວາມສໍາຄັນຂອງນໍ້າສະອາດ. ຮຽນກ່ຽວ ກັບລັກສະນະຂອງສະພາບອາກາດ (ຝົນຕົກ ແລະ ແດດອອກ), ວິທີປ້ອງກັນຈາກສະພາບອາກາດ ດັ່ງກ່າວ. ຮຽນກ່ຽວກັບຄວາມປອດໄພໃນການດຳລົງຊີວິດ; ວິທີຫຼີກເວັ້ນການເກີດອຸບັດເຫດ ແລະ ການຂໍຄວາມຊ່ວຍເຫຼືອ.ເຖິງຢ່າງໃດກໍຕາມ, ການຮຽບຮຽງປຶ້ມແບບຮຽນເຫຼັ້ມນີ້ກໍຄົງບໍ່ປາສະຈາກໄດ້ຂໍ້ຂາດຕົກບົກຜ່ອງບາງປະການ. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພອງ ຫຼື ຈຸດຜິດພາດ ຂໍໃຫ້ສົ່ງຄໍາຄິດເຫັນຂອງ ທ່ານມາຍັງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ພ້ອມດຽວກັນນີ້ ຄະນະຮັບຜິດຊອບໃນ ການປັບປຸງ ແລະ ຮຽບຮຽງປຶ້ມແບບຮຽນສະບັບນີ້ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະຮັບເອົາທຸກຄໍາ ຄິດເຫັນຂອງບັນດາທ່ານ ເພື່ອປັບປຸງປຶ້ມດັ່ງກ່າວ ໃຫ້ມີຄຸນນະພາບດີຂຶ້ນ. ສ ວ ສສະຫງວນລິຂະສິດ

ສາລະບານບົດທີ 1 ສິ່ງແວດລ້ອມອ້ອມຕົວ ...........................................................................................1ບົດທີ 2 ຮ່າງກາຍຂອງເຮົາ .................................................................................................5ບົດທີ 3 ຮ່າງກາຍຂອງສັດ .................................................................................................9ບົດທີ 4 ພືດ ..................................................................................................................13ບົດທີ 5 ວັດຖຸໃກ້ຕົວ .......................................................................................................17ບົດທີ 6 ການນໍາໃຊ້ນໍ້າໃນແຕ່ລະວັນ ..................................................................................21ບົດທີ 7 ການອະນາໄມຮ່າງກາຍ .......................................................................................25ບົດທີ 8 ການຮັກສາອະນາໄມແຂ້ວ ....................................................................................29ບົດທີ 9 ການນໍາໃຊ້ຫ້ອງນໍ້າ .............................................................................................33ບົດທີ 10 ສັດລ້ຽງ ແລະ ສັດປ່າ .........................................................................................37ບົດທີ 11 ການດູແລຮັກສາສັດ ..........................................................................................41ບົດທີ 12 ການດູແລຮັກສາພືດ ..........................................................................................45ບົດທີ 13 ອາຫານເພື່ອສຸຂະພາບ ......................................................................................49ບົດທີ 14 ອາ ຫານ ຂອງສັດ ...............................................................................................53ບົດທີ 15 ອາ ຫານ ສຳລັບພືດ ............................................................................................57ບົດທີ 16 ດິນໃນທ້ອງຖິ່ນ .................................................................................................61ບົດທີ 17 ເຮືອນຂອງເຮົາ .................................................................................................65ບົດທີ 18 ທີ່ຢູ່ຂອງສັດ .....................................................................................................69ບົດທີ 19 ທີ່ຢູ່ຂອງພືດ .....................................................................................................73ບົດທີ 20 ພືດທີ່ຄົນເຮົານຳໃຊ້ ...........................................................................................77ບົດທີ 21 ການຢູ່ຮ່ວມກັນຂອງຄົນ, ສັດ ແລະ ພືດ .................................................................81ບົດທີ 22 ເຄື່ອງຫຼິ້ນ ........................................................................................................85ບົດທີ 23 ເຄື່ອງໃຊ້ໃນຄອບຄົວ .........................................................................................89ບົດທີ 24 ຄວາມປອດໄພເມື່ອຢູ່ເຮືອນ ................................................................................93ບົດທີ 25 ອັນຕະລາຍຈາກພາຍນອກ .................................................................................97ບົດທີ 26 ການຈົມ ແລະ ການຟູຂອງວັດຖຸ .........................................................................101ບົດທີ 27 ທ້ອງຟ້າ ........................................................................................................105ບົດທີ 28 ດວງອາທິດ ...................................................................................................109ບົດທີ 29 ອາກາດ ........................................................................................................113ບົດທີ 30 ອາກາດ (ຕໍ່) ..................................................................................................117

ສ ວ ສສະຫງວນລິຂະສິດ

ສິ່ງແວດລ້ອມອ້ອມຕົວບົດທີ1ມາຊ່ວຍກັນສັງເກດສິ່ງອ້ອມຕົວນອກຫ້ອງຮຽນນໍາກັນ 1ເຈົ້າພົບເຫັນຫຍັງແດ່? ພວກມັນຢູ່ໃສ? ມີຊື່ວ່າແນວໃດ? ຈາກການສັງເກດນອກຫ້ອງຮຽນຈະເຫັນສິ່ງຕ່າງໆຢູ່ອ້ອມ ຕວເຮົາມີຫຼາຍຢ່າງ ເຊັ່ນ: ຕົ້ນໄມ້, ນົກ, ດອກໄມ້, ຄົນ ແລະ ອື່ນໆ.ົສິ່ງທີ່ເຫັນມີ..................ພວກເຮົາເຫັນຫຼາຍ ຢ່າງຕ່າງກັນ.໑1

໒ມາສັງເກດນໍາກັນອັນໃດເກີດຂຶ້ນເອງຕາມທໍາມະຊາດ ແລະ ຄົນສ້າງຂຶ້ນ?ກົບຕົ້ນ ໄມ້ສວນຜັກຕັກ ແຕນດອກ ໄມ້ນົກ ຈາກການສັງເກດສິ່ງຕ່າງໆຢູ່ອ້ອມຕົວເຮົາເຫັນວ່າສິ່ງທີ່ເກີດຂຶ້ນຕາມທໍາມະຊາດສ່ວນຫຼາຍ ສາມາດຈັດເປັນ 3 ໝວດຄື: ສັດ, ພືດ ແລະ ຄົນ.2ສ ວ ສສະຫງວນລິຂະສິດ

໓2 ຈົ່ງສັງເກດສິ່ງແວດລ້ອມໃນຫ້ອງຮຽນສິ່ງອ້ອມຕົວໃນຫ້ອງຮຽນມີຫຍັງແດ່? ຖົງຕັ່ງໂຕະ ສິ່ງແວດລ້ອມໃນຫ້ອງຮຽນມີຫຼາຍຢ່າງເປັນສິ່ງທີ່ຄົນເຮົາສ້າງຂຶ້ນເຊັ່ນ: ໂຕະ, ຕັ່ງ, ປຶ້ມຂຽນ, ກະດານ, ໝວກ, ຄັນຮົ່ມ ແລະ ອື່ນໆ.ກະ ດານປຶ້ມສ ດຳໍຄັນຮົ່ມໝວກຕຸກນໍ້າດື່ມ3

໔3 ສິ່ງຕ່າງໆຢູ່ອ້ອມຕົວເຮົາ ສິ່ງອ້ອມຕົວເຮົາຈະມີທັງສິ່ງທີ່ເກີດຂຶ້ນຈາກທໍາມະຊາດ ແລະ ຄົນສ້າງຂຶ້ນ ເຮົາເອີ້ນສິ່ງຕ່າງໆອ້ອມຕົວວ່າ ສິ່ງແວດລ້ອມ.ພວກເຮົາມາຊ່ວຍກັນ ຈັດກຸ່ມວັດຖຸຈະໄດ້ ຈັກກຸ່ມ? 4ສ ວ ສສະຫງວນລິຂະສິດ

ຮ່າງກາຍຂອງເຮົາບົດທີ2ມາສັງເກດຮ່າງກາຍພາຍນອກນໍາກັນ 1ອະໄວຍະວະສ່ວນ ໃດເຄື່ອນເໜັງໄດ້?ຮ່າງກາຍມີຈັກພາກ ສ່ວນນໍ? ແລະ ມີອະ ໄວຍະວະໃດແດ່? ຮ່າງກາຍຂອງຄົນເຮົາແບ່ງອອກເປັນ 3 ພາກສ່ວນຄື: ຫົວ, ເລົາຄີງ ແລະ ແຂນຂາ. ອະໄວຍະວະພາຍນອກມີ: ຕາ, ດັງ, ປາກ, ຫູ, ມື ແລະ ຕີນ.  ອະໄວຍະວະທີ່ສາມາດເຄື່ອນເໜັງໄດ້ມີ: ຫົວ, ແອວ, ແຂນ ແລະ ຂາ.໕5

2ມາຊ່ວຍກັນຄິດຫາໜ້າທີ່ຂອງແຕ່ລະອະໄວຍະວະ ຕາ, ຫູ, ດັງ, ປາກ, ມື ແລະ ຕີນໃຊ້ໄວ້ເຮັດຫຍັງ? ຕາ............ຫູ.........ດັງ..............ປາກ......ຕີນ.........ມື........ ແຕ່ລະອະໄວຍະວະມີໜ້າທີ່ສໍາຄັນທີ່ສຸດ: ຕາໃຊ້ໄວ້ເບິ່ງສິ່ງຂອງ ຕ່າງໆ, ຫູໃຊ້ໄວ້ຟັງສຽງ, ດັງໃຊ້ໄວ້ຫາຍໃຈ, ດົມກິ່ນ, ມືໃຊ້ຢິບຈັບ, ຫິ້ວສິ່ງຂອງຕ່າງໆ, ຕີນໃຊ້ໄວ້ຍ່າງ ແລະ ເຄື່ອນໄຫວ.໖໗6ສ ວ ສສະຫງວນລິຂະສິດ

3ມາຊອກຮູ້ວິທີຮັກສາອະໄວຍະວະຕ່າງໆນໍາກັນ ລ້າງມື, ຕັດເລັບ ແລະ ລ້າງຕີນເວລາໃດ? ລ້າງມືໃສ່ສະບູທຸກຄັ້ງກ່ອນ ແລະ ຫຼັງກິນອາຫານ, ຫຼັງຈັບບາຍ ສິ່ງເປິເປື້ອນ, ລ້າງຕີນ, ອາບນໍ້າ, ຖູແຂ້້ວທຸກໆມື້, ຕັດເລັບຕີນ, ເລັບມື ໃຫ້ສັ້ນຢູ່ສະເໝີ, ຍ່າງ ແລະ ຫຼິ້ນກິລາຕ້ອງໃສ່ເກີບ.ເປັນຫຍັງຈຶ່ງຖູແຂ້ວ, ອາບນໍ້າ ແລະ ໃສ່ເກີບ? ບໍ່ໃຊ້ວັດຖຸແຂງຄວັດຫູບໍ່ສີຕາບໍ່ຮ້ອງສຽງດັງມີຫຍັງແດ່ເຮົາບໍ່ຄວນເຮັດ?໗7

4ມາສັງເກດ ແລະ ຈັບຄູ່ຮູບພາບນໍາກັນ ຕົວຢ່າງ: ໝວກຄູ່ກັບຫຍັງ? ນັກຮຽນເອົາມືຊີ້ໃສ່ໝວກ ແລະ ຫົວ. ວັດຖຸອະໄວຍະວະ ໝວກ ແວ່ນຕາ ຖົງຕີນ ຫວີ ຖົງມື ມີດຕັດເລັບ ເສື້ອ ເກີບ ແພເຊັດຢາຖູແຂ້ວ໘8ສ ວ ສສະຫງວນລິຂະສິດ

ຮ່າງກາຍຂອງສັດບົດທີ3 ເວລາມາສັງເກດບໍລິເວນໂຮງຮຽນ ໄດ້ພົບເຫັນສັດຫຍັງແດ່? ຈົ່ງຊ່ວຍກັນ ບອກຊື່ ແລະ ອະໄວຍະວະພາຍນອກ ຂອງພວກມັນ.1 ມາຮຽນຮູ້ພາກສ່ວນພາຍນອກຂອງສັດຕ່າງໆນໍາກັນ໙9

2 ມາສັງເກດໂຄງສ້າງພາຍນອກຂອງສັດນໍາກັນ ອະໄວຍະວະພາຍນອກຂອງໝາມີ ຫຍັງແດ່? ແລະ ອະໄວຍະວະດັ່ງກ່າວ ມັນມີໜ້າທີ່ຫຍັງແດ່? ອະໄວຍະວະພາຍນອກຂອງໝາມີ:1. ຫົວ; 2. ຫູ; 3. ຕາ; 4. ດັງ; 5. ຫາງ; 6. ປາກ; 7. ເລົາຄີງ; 8. ຂາ; 9 ຕີນ.໑໐12497385610ສ ວ ສສະຫງວນລິຂະສິດ

ແມວງົວແມງກະເບື້ອປູປາໄກ່ງູແບ້ນົກ3 ມາຮູ້ຈັກກັບສັດຊະນິດຕ່າງໆນໍາກັນສັດເຫຼົ່ານີ້ໃຊ້ຫຍັງໃນການເຄື່ອນທີ່?ສັດຊະນິດຕ່າງໆເຄື່ອນທີ່ແຕກຕ່າງກັນຄື:  ສັດທີ່ເຄື່ອນທີ່ດ້ວຍການຍ່າງ (ໃຊ້ຕີນ) ມີ: ແມວ, ງົວ, ປູ, ແບ້, ໄກ່,... ສັດທີ່ເຄື່ອນທີ່ດ້ວຍການບິນ (ໃຊ້ປີກ) ມີ: ນົກ, ແມງກະເບື້ອ,... ສັດທີ່ເຄື່ອນທີ່ດ້ວຍການເລືອ (ໃຊ້ຕົນໂຕ) ມີ: ງູ, ຂີ້ກະເດືອນ,... ສັດທີ່ເຄື່ອນທີ່ດ້ວຍການລອຍ (ໃຊ້ຄີ) ມີ: ປາ,...໑໑11

4 ມາສະແດງການເຄື່ອນທີ່ຂອງສັດຕ່າງໆນໍາກັນ ສັດຊະນິດຕ່າງໆເຄື່ອນທີ່ໂດຍໃຊ້ອະໄວຍະວະ ແຕກຕ່າງກັນເຊັ່ນ: ເຕົ່າໃຊ້ຂາ (ຍ່າງ); ປາໃຊ້ຄີ, ຫາງ (ລອຍ); ກົບໃຊ້ຂາ (ກະໂດດ); ນົກໃຊ້ປີກ (ບິນ), ແບ້ ໃຊ້ຂາ (ຍ່າງ).ສັດເຫຼົ່ານີ້ພວກມັນ ໃຊ້ອະໄວຍະວະ ສ່ວນໃດເຄື່ອນທີ່?໑໒12ສ ວ ສສະຫງວນລິຂະສິດ

ພືດບົດທີ4ມາສັງເກດພືດໃນບໍລິເວນເດີ່ນໂຮງຮຽນນໍາກັນ 1 ພືດແມ່ນສິ່ງທີ່ມີຊີວິດຊະນິດໜິຶ່ງທີ່ເຕີບໃຫຍ່ ແຕ່ບໍ່ສາມາດເຄື່ອນທີ່ດ້ວຍໂຕເອງໄດ້.  ພືດມີຫຼາຍຊະນິດ ເຊິ່ງມີຂະໜາດ, ຮູບຮ່າງ ແລະ ສີແຕກຕ່າງກັນ.໑໓13

ດອກໝາກໃບລໍາຕົ້ນຮາກ2 ມາສັງເກດໂຄງປະກອບສ້າງພາຍນອກຂອງພືດນໍາກັນ ໂດຍທົ່ວໄປໂຄງປະກອບສ້າງພາຍນອກຂອງພືດປະ ກອບດ້ວຍ: ຮາກ, ລໍາຕົ້ນ, ໃບ, ດອກ ແລະ ໝາກ.໑໔14ສ ວ ສສະຫງວນລິຂະສິດ

3 ໂຄງປະກອບສ້າງຂອງພືດແຕ່ລະຊະນິດ໑໕15

ຕົ້ນໄມ້ແຕ່ລະຊະນິດມີປະໂຫຍດຫຍັງແດ່?4 ຄຸນປະໂຫຍດຂອງພືດ໑໖16ສ ວ ສສະຫງວນລິຂະສິດ

ວັດຖຸໃກ້ຕົວບົດທີ5ມາຮູ້ຊື່ ແລະ ສີຂອງວັດຖຸນໍາກັນ 1ວັດຖຸເຫຼົ່ານີ້ມີຊື່ວ່າແນວໃດ? ສີຫຍັງ? ຈະຕຸລັດສາມແຈວົງມົນສີ່ແຈສາກ໑໗17

ຮູບທີ 1 .............ຮູບທີ 2 ........ຮູບທີ 3 ........ຮູບທີ 4 ...........ຮູບທີ 5 ............ຮູບທີ 6 ............ຮູບທີ 7 ............ຮູບທີ 8.............ຮູບທີ 9.............ວັດຖຸເຫຼົ່ານີ້ເຮັດມາຈາກຫຍັງ? 2໑໘18ສ ວ ສສະຫງວນລິຂະສິດ

3 ມາແຍກວັດຖຸນໍາກັນສັງເກດເບິ່ງວັດຖຸເຫຼົ່ານີ້ມີຫຍັງແດ່? ວັດຖຸທີ່ເຮັດດ້ວຍແກ້ວ, ດິນ, ໄມ້, ຫີນ ແລະ ຢາງມີຈັກອັນ?ຢາງ ..............................ອັນ ແກ້ວ .................ອັນ ເຫຼັກ.............................. ອັນ ໄມ້ ...................ອັນເຈ້ຍ ..............................ອັນ ຜ້າ ....................ອັນ ສະຫຼຸບ:໑໙19

4 ມາຈັດກຸ່ມວັດຖຸຕາມຮູບຮ່າງ ແລະ ສີນໍາກັນ....................................................................................................................................................................ສັງເກດເບິ່ງວັດຖຸເຫຼົ່ານີ້ມີຮູບຮ່າງເປັນແນວໃດ? ໒໐20ສ ວ ສສະຫງວນລິຂະສິດ

ການນໍາໃຊ້ນໍ້າໃນແຕ່ລະວັນບົດທີ6 ນໍ້າທີ່ນໍາໃຊ້ໃນແຕ່ລະວັນໄດ້ມາ ຈາກໃສແດ່?໒໑21

ນໍ້າປະປາ/ນໍ້າລິນມາຮູ້ຈັກກັບແຫຼ່ງນໍ້າທີ່ໃຊ້ໃນຊີວິດປະຈໍາວັນ1ນໍ້າສ້າງແມ່ນໍ້າ ນໍ້າທີ່ເຮົານໍາໃຊ້ໃນແຕ່ລະວັນໄດ້ມາຈາກນໍ້າສ້າງ, ນໍ້າປະປາ, ນໍ້າຫ້ວຍ ແລະ ນໍ້າລິນ...ເຮົາຄວນຮັກສາແຫຼ່ງນໍ້າໂດຍການບໍ່ຖິ້ມຂີ້ເຫຍື້ອລົງໃສ່ນໍ້າ.໒໒22ສ ວ ສສະຫງວນລິຂະສິດ

2 ມາຊ່ວຍກັນຄົ້ນຫາການນໍາໃຊ້ນໍ້າໃນແຕ່ລະວັນນໍາກັນ ໃນແຕ່ລະວັນພວກເຮົານໍາໃຊ້ນໍ້າເພື່ອອາບ, ລ້າງຖ້ວຍ, ບ່ວງ, ດື່ມ, ຊັກເຄື່ອງ, ຫົດຕົ້ນໄມ້ ແລະ ອື່ນໆ.ຫົດຕົ້ນໄມ້ລ້າງຖ້ວຍ-ບ່ວງອາບນໍ້າດື່ມນໍ້າ ພວກເຮົາໃຊ້ນໍ້າໃນແຕ່ລະວັນເພື່ອ ເຮັດຫຍັງແດ່?໒໓23

3 ມາຮູ້ຈັກກັບວິທີປະຢັດນໍ້ານໍາກັນ ປິດນໍ້າທຸກຄັ້ງຫຼັງຈາກໃຊ້ແລ້ວ ເຊັ່ນ: ເວລາຖູແຂ້ວ, ລ້າງ ໜ້າ, ສະຜົມ, ຖູສະບູ... ສ່ວນນໍ້າທີ່ໃຊ້ແລ້ວຈາກການລ້າງ ຖ້ວຍບ່ວງ, ຊັກເຄື່ອງ ແມ່ນນໍາໄປຫົດຕົ້ນໄມ້.ການປະຢັດນໍ້າ ເຮົາຄວນເຮັດ ແນວໃດ? ໒໔24ສ ວ ສສະຫງວນລິຂະສິດ

ການອະນາໄມຮ່າງກາຍບົດທີ7ມາຮູ້ຈັກການອະນາໄມຮ່າງກາຍຂອງເຮົານໍາກັນ 1ອາບນໍ້າ ແລະ ສະຜົມຖູແຂ້ວໃນແຕ່ລະວັນນັກຮຽນໄດ້ອະນາໄມຮ່າງກາຍຫຍັງແດ່? ໃນແຕ່ລະວັນເຮົາຄວນອະນາໄມຮ່າງກາຍໃຫ້ສະອາດຢູ່ສະເໝີ ເພື່ອໃຫ້ຮ່າງກາຍສົດຊື່ນ ແລະ ປາສະຈາກພະຍາດ ໂດຍການອາບນໍ້າ, ລ້າງໜ້າ, ຖູແຂ້ວ, ຕັດເລັບ, ລ້າງມືທຸກຄັ້ງ ຫຼັງ ຈາກອອກຫ້ອງນໍ້າ ແລະ ຈັບເຄື່ອງຫຼິ້ນ ທີ່ເປື້ອນ.໒໕25

2 ເຮົາມາລ້າງມືໃຫ້ສະອາດພ້ອມກັນ ລ້າງມືທຸກຄັ້ງກ່ອນ ແລະ ຫັຼັງກິນອາຫານ, ຫຼັງຈາກຈັບ ສິ່ງເປື້ອນເປິ ແລະ ຫຼັງຈາກອອກຈາກຫ້ອງນໍ້າ ເພື່ອປ້ອງກັນ ບໍ່ໃຫ້ພະຍາດເຂົ້າສູ່ຮ່າງກາຍ.ເຮົາຈະລ້າງມື ແນວໃດ?ເປັນຫຍັງຈຶ່ງຕ້ອງລ້າງມື ໃຫ້ສະອາດ?ຂ້ອຍຮູ້ສຶກວ່າມືຂ້ອຍສະອາດ1 2 3 4 5 6 7໒໖26ສ ວ ສສະຫງວນລິຂະສິດ

3 ມາຮຽນຮູ້ການອາບນໍ້າໃຫ້ສະອາດນໍາກັນເປັນຫຍັງຈຶ່ງອາບນໍ້າ?ເຮົາຈະອາບນໍ້າແນວໃດ?1. ອາບນໍ້າ2. ເຊັດຕົນໂຕ໒໖໒໗ ການອາບນໍ້າ ແມ່ນໃຊ້ນໍ້າສະອາດ ຫຼັງຈາກນັ້ນໃຊ້ສະບູຮຸກຖູຕົນໂຕ ແລະ ລ້າງດ້ວຍນໍ້າສະອາດ ແລ້ວເອົາຜ້າແພທີ່ແຫ້ງ ແລະ ສະອາດມາເຊັດ ໂຕໃຫ້ແຫ້ງແລ້ວຈຶ່ງນຸ່ງເຄື່ອງທີ່ຊັກສະອາດ. 27

4 ມາຮຽນຮູ້ການສະຜົມໃຫ້ສະອາດ໒໘ ສະຜົມດ້ວຍຢາສະຜົມ ແລ້ວລ້າງດ້ວຍນໍ້າສະອາດ ແລະ ເຊັດໃຫ້ ແຫ້ງ ແລ້ວຫວີຜົມເພື່ອໃຫ້ຜົມລຽບງາມ.28ສ ວ ສສະຫງວນລິຂະສິດ

ການຮັກສາອະນາໄມແຂ້ວບົດທີ8ມາຮຽນຮູ້ກ່ຽວກັບໜ້າທີ່ຂອງແຂ້ວນໍາກັນ 1ແຂ້ວໃຊ້ໄວ້ເຮັດຫຍັງ? ມີຄຸນປະໂຫຍດຫຍັງແດ່?ຮູບທີ 1 ຖູແຂ້ວຮູບທີ 2 ກິນໝາກໄມ້ ແຂ້ວມີີໜ້າທີ່ໃນການຈີກ, ຫຍໍ້າອາຫານ ແລະ ມີສ່ວນສໍາຄັນໃນການປາກເວົ້າອອກສຽງ.໒໙29

2 ມາກຽມອຸປະກອນທີ່ຈໍາເປັນສໍາລັບຖູແຂ້ວນໍາກັນຈົ່ງໝາຍ ໃສ່ອຸປະກອນທີ່ໃຊ້ຖູແຂ້ວມີອັນໃດແດ່?໓໐30ສ ວ ສສະຫງວນລິຂະສິດ

ຖ້າເຈັບແຂ້ວຈະເຮັດແນວໃດ? ປຶກສາຜູ້ໃດ?ບໍ່ເຈັບ! ບໍ່ເຈັບ!ຮູບທີ 3 ທ່ານໝໍກວດແຂ້ວ ສາເຫດຂອງການເຈັບແຂ້ວ ແລະ ເປັນແຂ້ວແມງ ຍ້ອນວ່າກິນເຂົ້າໜົມຫວານ, ກັດ ຫຼື ຫຍໍ້າ ຖືກ ອາຫານ ແຂງ, ດື່ມນໍ້າຫວານ ແລະ ບໍ່ມັກຖູແຂ້ວ.3 ມາຊອກຫາສາເຫດຂອງການເຈັບແຂ້ວນໍາກັນເປັນຫຍັງຂ້ອຍຄືມັກເຈັບແຂ້ວແທ້? ຊ່ວຍຂ້ອຍແດ່?ເຈົ້າເປັນຫຍັງ?ຂ້ອຍເຈັບແຂ້ວໂອຍເຈັບ...໓໑31

4 ມາຝຶກການຖູແຂ້ວນໍາກັນ ຂັ້ນຕອນຖູແຂ້ວເຮັດແນວໃດ? ຖູແຂ້ວເວລາໃດ? ຂັ້ນຕອນທີ 1 ບີບຢາຖູແຂ້ວໃສ່ແປງຖູແຂ້ວຂັ້ນຕອນທີ 2 ຖູແຂ້ວດ້ານເທິງຂັ້ນຕອນທີ 3 ຖູແຂ້ວດ້ານລຸ່ມຂັ້ນຕອນທີ 4 ຖູແຂ້ວດ້ານໃນປາກຂັ້ນຕອນທີ 5 ບ້ວນປາກດ້ວຍນໍ້າສະອາດ໓໒32ສ ວ ສສະຫງວນລິຂະສິດ

ການນໍາໃຊ້ຫ້ອງນໍ້າບົດທີ9ມາຮູ້ຈັກວິດຖ່າຍແບບຕ່າງໆ 1ຮູບທີ 1 ວິດແຫ້ງຮູບທີ 2 ວິດຊຶມແບບຢຽບ໓໓ຮູບທີ 3 ວິດຊຶມແບບຊັກໂຄກ ວິດຖ່າຍມີ 2 ແບບ: ວິດແຫ້ງ ແລະ ວິດຊຶມ. ວິດຊຶມມີທັງແບບຢຽບ ແລະ ແບບນັ່ງ/ຊັກໂຄກທີ່ລ້າງດ້ວຍນໍ້າ.33

2 ມາຮຽນຮູ້ວິທີການນໍາໃຊ້ວິດຖ່າຍນໍາກັນ ການນໍາໃຊ້ວິດຖ່າຍແມ່ນເອົານໍ້າລ້າງຫົວວິດກ່ອນ, ຖ້າແບບຊະນິດຢຽບ ກໍໃຊ້ຕີນສອງຂ້າງຂຶ້ນຢຽບບ່ອນຢຽບ, ຖ້າເປັນຊັກໂຄກກໍເປີດຝາຂຶ້ນ, ແລ້ວນັ່ງ ຝາຮອງນັ່ງ, ພາຍຫຼັງຖ່າຍແລ້ວຕ້ອງໃຊ້ນ້ໍາລ້າງ ຫຼື ກົດນໍ້າລ້າງ ແລະ ເຈ້ຍທີ່ ເຊັດກົ້ນແລ້ວໃຫ້ຖິ້ມໃສ່ກະຕ່າຂີ້ເຫຍື້ອ, ກວດເບິ່ງວ່າມີຫຍັງເຫຼືອຄ້າງຢູ່ຫົວວິດບໍ່ ແລະ ລ້າງມືຂອງຕົນເອງດ້ວຍສະບູ.ຂັ້ນຕອນການນໍາໃຊ້ວິດຊຶມແບບຊັກໂຄກ12345ຂັ້ນຕອນການນໍາໃຊ້ວິດຊຶມແບບຢຽບ໓໔34ສ ວ ສສະຫງວນລິຂະສິດ

໓໕3 ມາຮຽນຮູ້ຜົນເສຍຂອງການຖ່າຍຊະຊາຍ ການອະນາໄມວິດຖ່າຍ: ຖິ້ມເຈ້ຍທີ່ເຊັດກົ້ນໃສ່ກະຕ່າຂີ້ເຫຍື້ອ, ຖ່າຍແລ້ວເອົານໍ້າລ້າງຫົວວິດຖ່າຍ ແລະ ໝັ່ນທໍາຄວາມສະອາດ ພື້ນຫ້ອງນໍ້າດ້ວຍນໍ້າຢາຂ້າເຊື້ອ. ເພື່ອຈະຊ່ວຍປ້ອງກັນການແຜ່ຂະຫຍາຍຂອງພະຍາດ, ຫ້າມຖິ້ມເຈ້ຍລົງວິດຖ່າຍ ເພາະຈະເຮັດ ໃຫ້ຮູວິດຕັນ.  ພວກເຮົາທຸກຄົນຕ້ອງຖ່າຍໃສ່ວິດ ເປັນວິທີຊ່ວຍປ້ອງກັນພະ ຍາດເຂົ້າສູ່ຮ່າງກາຍຄົນເຮົາ ແລະ ເພື່ອບໍ່ໃຫ້ພະຍາດແຜ່ກະ ຈາຍໄປຫາສັດອື່ນໆ.35

໓໖4 ມາຮູ້ຈັກການຮັກສາອະນາໄມວິດຖ່າຍນໍາກັນລ້າງຫ້ອງນໍ້າຊ່ວຍກັນຖິ້ມຂີ້ເຫຍື້ອໃສ່ກະຕ່າຂໍໂທດ ຂ້ອຍລືມ36ສ ວ ສສະຫງວນລິຂະສິດ

ສັດລ້ຽງ ແລະ ສັດປ່າບົດທີ10ພວກເຮົາມາຮູ້ຈັກຊື່ຂອງສັດນໍາກັນ 1 ສັດແມ່ນສິ່ງມີຊີວິດທີ່ສາມາດເຄື່ອນທີ່ໄດ້ເອງ ເຊິ່ງ ເຮົາພົບເຫັນໄດ້ຕາມບ້ານເຮືອນ, ສວນສັດ ແລະ ໃນປ່າ. ສັດຊະນິດໃດແດ່ທີ່ນັກຮຽນຮູ້ຈັກ?໓໗37

2 ມາຮູ້ຈັກຊື່ຂອງສັດນໍາກັນ ເຈົ້າຮູ້ຈັກຊື່ຂອງສັດເຫຼົ່ານີ້ບໍ່?ເຕົ່າງົວຊ້າງເສືອໄກ່ໝາຄວາຍລີງ໓໘38ສ ວ ສສະຫງວນລິຂະສິດ

3 ຈໍາແນກສັດລ້ຽງ ແລະ ສັດປ່າ ສັດປ່າເປັນສັດບໍ່ຄຸ້ນເຄີຍກັບຄົນ ພວກມັນອາໄສຢູ່ໃນປ່າ ເຊັ່ນ: ເສືອ, ຊ້າງ, ກວາງ, ຟານ, ລີງ, ໝີ, ນົກ ແລະ ອື່ນໆ. ສັດລ້ຽງເປັນສັດທີ່ຄຸ້ນເຄີຍກັບຄົນ, ອາໄສຢູ່ກັບຄົນປະກອບມີ: ຄວາຍ, ງົວ, ໝູ, ໝາ, ແມວ, ເປັດ, ໄກ່, ແບ້ ແລະ ອື່ນໆ.ສັດເຫຼົ່ານີ້ອາໄສຢູ່ໃສແດ່?໓໙39

ສັດລ້ຽງສັດປ່າ4 ມາຈັດກຸ່ມສັດລ້ຽງ ແລະ ສັດປ່ານໍາກັນເຈົ້າຮູ້ບໍ່ວ່າໂຕໃດແມ່ນສັດບ້ານ? ໂຕໃດແມ່ນສັດປ່າ?໔໐40ສ ວ ສສະຫງວນລິຂະສິດ

ການດູແລຮັກສາສັດບົດທີ11ມາຮູ້ຈັກການດູແລຮັກສາສັດລ້ຽງ ແລະ ສັດປ່ານໍາກັນ 1ຈະດູແລຮັກສາສັດລ້ຽງ ແລະ ສັດປ່າຄືແນວໃດພວກມັນຈຶ່ງມີສຸຂະພາບແຂງແຮງດີີ?໔໑41

2 ມາຮຽນຮູ້ການດູແລຮັກສາສັດລ້ຽງນໍາກັນ ເພື່ອໃຫ້ສັດລ້ຽງຂອງພວກເຮົາມີສຸຂະພາບແຂງແຮງດີເຮົາ ຕອງໃຫ້ອາຫານສັດລ້ຽງຢ່າງເໝາະສົມ ແລະ ພຽງພໍ, ຮັກສາຄວາມ ້ສະອາດທີ່ຢູ່ ແລະ ຮ່າງກາຍຂອງສັດລ້ຽງໃຫ້ສະອາດຢູ່ສະເໝີ, ໃຫ້ ຄວາມຮັກແກ່ສັດ, ຫຼິ້ນຮ່ວມກັບສັດ, ບໍ່ຮ້າຍ ແລະ ບໍ່ຕີສັດ.ພວກເຮົາຈະດູແລຮັກສາສັດລ້ຽງຄືແນວໃດພວກມັນຈຶ່ງແຂງແຮງ?໔໒42ສ ວ ສສະຫງວນລິຂະສິດ

3 ສັກ ຢາ ປ້ອງກັນ ແລະ ປີ່ນ ປົວພະ ຍາດ ຕ່າງໆເວລາສັດລ້ຽງບໍ່ສະບາຍ ຫຼື ເຈັບເປັນເຮົາຕ້ອງ ເຮັດແນວໃດ? ເວລາສັດລ້ຽງຂອງພວກເຮົາບໍ່ສະບາຍ ຫຼື ເຈັບເປັນພວກເຮົາຕ້ອງເອົາໄປຫາໝໍປົວສັດ (ສັດຕະວະແພດ).໔໓43

4 ມາພ້ອມກັນປົກ ປັກ ຮັກ ສາ ທີ່ ຢູ່ ອາໄສຂອງ ສັດ ນໍາກັນ ພວກເຮົາຈົ່ງຊ່ວຍກັນຮັກສາສັດໂດຍບໍ່ໄປທໍາລາຍມັນ, ຮັກ ສາແຫຼ່ງນໍ້າໃຫ້ສະອາດ, ບໍ່ຖິ້ມຂີ້ເຫຍື້ອ ແລະ ສິ່ງຂອງເປິເປື້ອນ ຕ່າງໆລົງແມ່ນໍ້າ, ປູກຕົ້ນໄມ້ເພື່ອຮັກສາທີ່ຢູ່ຂອງພວກມັນ, ຫ້າມ ຕັດໄມ້ທໍາລາຍປ່າ ແລະ ບໍ່ຈູດປ່າຊະຊາຍ.ພວກເຮົາຈະປົກປັກຮັກສາສັດຄືແນວໃດແດ່?໔໔44ສ ວ ສສະຫງວນລິຂະສິດ

໔໕ການດູແລຮັກສາພືດບົດທີ12ມາດູແລຮັກສາພືດນໍາກັນ 1ຈະດູແລຮັກສາພືດເພື່ອໃຫ້ພືດເຕີບໃຫຍ່ຄືແນວໃດ?45


Like this book? You can publish your book online for free in a few minutes!
Create your own flipbook