ກະຊວງສຶກສາທິການແລະກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຊັ້ນປະຖົມສຶກສາປີທີ2ວິທະຍາສາດແລະສິ່ງແວດລ້ອມແບບຮຽນຫ້າມຂາຍ
ສ ວ ສສະຫງວນລິຂະສິດ
ແບບຮຽນວິທະຍາສາດ ແລະ ສິ່ງແວດລ້ອມຊັ້ນປະຖົມສຶກສາ ປີທີ 2ຮຽບຮຽງໂດຍ:ຫຸມພັນ ຂັນທະວີບຸນຜົງ ສີລາເດດແສງສຸກ ສີປະເສີດກວດແກ້ໂດຍ:ປາກຽນ ຫຼວງໄຊຊະນະເພັດສະໝອນ ສີບຸນເຮືອງແຕ້ມຮູບໂດຍ:ວົງສະຫວັນ ດໍາລົງສຸກພິມເຂົ້າໜ້າໂດຍ:ທາ ສອນເພັດກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020
ຄໍານໍາປຶ້ມແບບຮຽນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ສະບັບນີ້ໄດ້ຮຽບຮຽງຂຶ້ນຕາມຫຼັກສູດ ຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ປີ 2016 ແລະ ເປັນປຶ້ມປະກອບການຮຽນການສອນ ເພື່ອສົ່ງເສີມໃຫ້ນັກຮຽນໄດ້ຮຽນກ່ຽວກັບຄວາມຮູ້ ແລະ ທັກສະທີ່ສໍາຄັນໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.ປຶ້ມແບບຮຽນນີ້ປະກອບມີທັງໝົດ 29 ບົດ, ມີບົດເປີດຫົວເລື່ອງເພື່ອແນະນໍາ ສໍາລັບທວນຄືນ ແລະ ນໍາສະເໜີສິ່ງໃໝ່ທີ່ຈະໄດ້ຮຽນຕື່ມອີກ ໂດຍເນັ້ນໃສ່ເນື້ອໃນທີ່ສໍາຄັນຂອງວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.2 ດັ່ງນີ້:ວິທະຍາສາດ:ຮຽນກ່ຽວກັບອະໄວຍະວະຮັບຄວາມຮູ້ສຶກຂອງຄົນ, ໜ້າທີ່ຂອງອະໄວຍະວະ ຕ່າງໆ, ອາຫານ ແລະ ເຄື່ອງດື່ມ. ຮຽນກ່ຽວກັບການພົວພັນຂອງສິ່ງທີ່ມີຊີວິດ, ການເຕີບໃຫຍ່ຂອງ ສັດ ແລະ ການເກີດລູກຂອງສັດ. ໜ້າທີ່ຂອງຮາກ, ລໍາ, ໃບ, ດອກ, ໝາກຂອງພືດ, ແນວພືດ ແລະ ວິທີການປູກພືດ, ການຊືມຜ່ານຂອງນໍ້າໃນດິນຊະນິດຕ່າງໆ ແລະ ຄຸນປະໂຫຍດຂອງຫີນ, ຄຸນລັກສະນະຂອງວັດຖຸແຂງ, ແຫຼວ ແລະ ທາດອາຍ. ນອກຈາກນັ້ນ, ຍັງຮຽນກ່ຽວກັບແຫຼ່ງກໍາ ເນີດຂອງແສງ, ການເຄື່ອນທີ່ຂອງດວງອາທິດ ແລະ ຄຸນປະໂຫຍດຂອງດວງອາທິດທີ່ມີຕໍ່ສິ່ງທີ່ມີຊີວິດ.ສິ່ງແວດລ້ອມ: ຮຽນຮູ້ກ່ຽວກັບການແຍກຖິ້ມຂີ້ເຫຍື້ອ ແລະ ການຮັກສາອາກາດໃຫ້ບໍລິສຸດ. ການນໍາໃຊ້ນໍ້າ ແລະ ການໄຫຼຂອງນໍ້າ, ການລາຍງານສະພາບອາກາດ, ວິທີປ້ອງກັນ ຈາກສະ ພາບອາກາດ. ນອກຈາກນັ້ນ, ຍັງໄດ້ຮຽນກ່ຽວກັບໄພອັນຕະລາຍໃກ້ຕົວ ແລະ ການປ້ອງກັນ, ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການປະຖົມພະຍາບານຂັ້ນພື້ນຖານ ເມື່ອຖືກແມງໄມ້ກັດຕອດ ແລະ ການຂໍຄວາມຊ່ວຍເຫຼືອເມື່ອເກີດອຸບັດຕິເຫດຕ່າງໆ.ເຖິງຢ່າງໃດກໍຕາມ, ການຮຽບຮຽງປຶ້ມແບບຮຽນເຫຼັ້ມນີ້ກໍຄົງບໍ່ປາສະຈາກໄດ້ຂໍ້ຂາດຕົກບົກພ່ອງບາງປະການ. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍໃຫ້ສົ່ງຄໍາຄິດເຫັນຂອງ ທ່ານມາຍັງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ພ້ອມດຽວກັນນີ້ ຄະນະຮັບຜິດຊອບໃນ ການປັບປຸງ ແລະ ຮຽບຮຽງປຶ້ມແບບຮຽນສະບັບນີ້ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະຮັບເອົາທຸກຄໍາ ຄິດເຫັນຂອງບັນດາທ່ານ ເພື່ອປັບປຸງປຶ້ມດັ່ງກ່າວ ໃຫ້ມີຄຸນນະພາບດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສ ວ ສສະຫງວນລິຂະສິດ
ສາລະບານບົດເປີດຫົວເລື່ອງ .............................................................................................................1ບົດທີ 1 ໄພອັນຕະລາຍໃກ້ຕົວ ............................................................................................5ບົດທີ 2 ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ .................................................................9ບົດທີ 3 ອຸບັດຕິເຫດຈາກສັດກັດຕອດ.................................................................................13ບົດທີ 4 ຄວາມສໍາຄັນຂອງສິ່ງແວດລ້ອມ .............................................................................17ບົດທີ 5 ການທໍາລາຍສິ່ງແວດລ້ອມ ...................................................................................21ບົດທີ 6 ການພົວພັນລະຫວ່າງສິ່ງທີ່ມີຊີວິດ ..........................................................................25ບົດທີ 7 ປາກ ແລະ ດັງ ...................................................................................................29ບົດທີ 8 ຫູ ແລະ ຕາ .......................................................................................................33ບົດທີ 9 ຜິວໜັງຂອງຄົນເຮົາ .............................................................................................37ບົດທີ 10 ອາຫານ ແລະ ເຄື່ອງດື່ມ .....................................................................................41ບົດທີ 11 ລັກສະນະພາຍນອກຂອງສັດ ...............................................................................45ບົດທີ 12 ການເຕີບໃຫຍ່ຂອງສັດ.......................................................................................49ບົດທີ 13 ການເກີດລູກຂອງສັດ ........................................................................................53ບົດທີ 14 ຮາກ, ລໍາ ແລະ ໃບ ...........................................................................................57ບົດທີ 15 ດອກ ແລະ ໝາກ .............................................................................................61ບົດທີ 16 ແນວພືດ .........................................................................................................65ບົດທີ 17 ການປູກພືດ .....................................................................................................69ບົດທີ 18 ວັດຖຸ ..............................................................................................................73ບົດທີ 19 ວັດຖຸແຂງ .......................................................................................................77ບົດທີ 20 ວັດຖຸແຫຼວ .......................................................................................................81ບົດທີ 21 ທາດອາຍ .......................................................................................................85ບົດທີ 22 ດິນ ແລະ ຫີນ ..................................................................................................89ບົດທີ 23 ດວງອາທິດ .....................................................................................................93ບົດທີ 24 ແສງສະຫວ່າງ ..................................................................................................97ບົດທີ 25 ການໄຫຼຂອງນໍ້າ .............................................................................................101ບົດທີ 26 ການໃຊ້ນໍ້າຢ່າງປະຢັດ .....................................................................................105ບົດທີ 27 ສະພາບອາກາດໂຮງຮຽນຂອງຂ້ອຍ ....................................................................109ບົດທີ 28 ການເກັບມ້ຽນຂີ້ເຫຍື້ອ .....................................................................................113ບົດທີ 29 ອາກາດບໍລິສຸດ ...............................................................................................117
ສ ວ ສສະຫງວນລິຂະສິດ
ບົດເປີດຫົວເລື່ອງເລືອກຫົວຂ້ໍເພື່ອທວນຄືນ 1໑ສິ່ງທີ່ໄດ້ຮຽນຢູ່ໃນຂັ້ນ ປ.1 ມີຄືີ: ຄົນ, ສັດ, ພືດ, ວັດຖຸຕ່າງໆ (ເຄື່ອງຫຼິ້ນ, ເຄື່ອງໃຊ້, ວັດຖຸຈົມ, ວັດຖຸຟູ, ວັດຖຸອັນຕະລາຍ), ດິນ, ດວງອາທິດ, ສະພາບອາກາດ ແລະ ຄວາມປອດໄພ. ວັດຖຸຕ່າງໆຄົນສັດພືດຊະນິດຕ່າງໆ1
2 ຈໍາແນກວັດຖຸແຂງ, ແຫຼວ ແລະ ກາສ3 ການທົດລອງທີ 1: ມາຍາກົນນໍ້າສິ່ງທີ່ໄດ້ຮຽນຢູ່ໃນຂັ້ນ ປ.2 ມີຄື: ຄວາມປອດໄພ , ສິ່ງແວດລ້ອມ, ການ ພົວພັນຂອງສິ່ງມີຊີວິດ, ອະໄວຍະວະຮັບຄວາມຮູ້ສຶກ, ອາຫານ ແລະ ເຄື່ອງດື່ມ, ສັດ, ພືດ, ວັດຖຸແຂງ, ແຫຼວ, ທາດອາຍ, ດິນ, ຫີນ, ດວງອາທິດ, ແສງ, ນໍ້າ, ເກັບມ້ຽນຂີ້ເຫຍື້ອ ແລະ ສະພາບອາກາດ.໒ອຸປະກອນ:ຈອກແກ້ວ, ນໍ້າ ແລະ ເຈ້ຍແຜ່ນນ້ອຍທີ່ກ້ຽງ ແລະ ພຽງ.ຄາດເດົາ:ຈະເກີດຫຍັງຂຶ້ນ ຖ້າວ່າເຮົາຂວໍ້າຈອກທີ່ມີນໍ້າລົງ? ວິທີທົດລອງ1) ເອົານໍ້າໃສ່ຈອກປະມານ 2 ຂ້ໍມື.2) ເອົາເຈ້ຍນ້ອຍຢອງເທິງຈອກແກ້ວ ແລະ ເອົາມືແຕະເພື່ອໃຫ້ເຈ້ຍຕິດກັບປາກຈອກ. 3) ຂວໍ້າຈອກໄວໆ ແລະ ຍັງຈັບເຈ້ຍໃຫ້ຕິດກັບປາກຈອກຢູ່ ຫຼັງຈາກນັ້ນ ເອົາມືອອກ.4) ອະທິບາຍສິ່ງທີ່ເກີດຂຶ້ນ.ຮູບ 4ຮູບ 2ຮູບ 1ຮູບ 32ສ ວ ສສະຫງວນລິຂະສິດ
໓ສະຫຼຸບ:ນີ້ແມ່ນສ່ວນໜຶ່ງຂອງວິທະຍາສາດ. ສິ່ງທ ີ່ເກີດ ຍ້ອນວ່າອາກາດໃນຈອກສ້າງແຮງດູດເຈ້ຍຂຶ້ນ. 4ການທົດລອງທີ 2: ພວກເຮົາສາມາດເຮັດໃຫ້ຮູບແຕ້ມເໜັງຕີງໄດ້ອຸປະກອນ:ບິກເຟິດສໍາລັບຂຽນກະດານຂາວ, ຈານ ແລະ ນໍ້າ.ວິທີທົດລອງ1) ໃຫ້ນັກຮຽນຜູ້ໜຶ່ງ ແຕ້ມຮູບຄົນນ້ອຍໃສ່ທາງກາງ ຂອງຈານ. 2) ບອກນັກຮຽນໃນຫ້ອງວ່ານີ້ແມ່ນຮູບຂອງຂ້ອຍ “ຊື່ຂອງ ນັກຮຽນ” ແລ້ວໃຫ້ນັກຮຽນຄາດເດົາ ວ່າ ຈະເກີດຫຍັງຂຶ້ນ ຖ້າວ່າຖອກນໍ້າໃສ່ຈານ. 3) ແລ້ວໃຫ້ຕັ້ງໃຈເບິ່ງ ແລະ ຄ່ອຍໆຖອກນໍ້າໃສ່ຈານ. ສິ່ງທີ່ເກີດຂຶ້ນ ຍ້ອນວ່າ ນໍ້າລະລາຍທາດເຄມີຢູ່ໃນນໍ້າມຶກ ເຊິ່ງເຮັດ ໃຫ້ສີບໍ່ຕິດໃສ່ກັບຈານ. ສະນັ້ນ, ເມື່ອທາດເຄມີນັ້ນລະລາຍ ເຮັດໃຫ້ສີ ລອກອອກຈາກຈານ.12343
໔5ໃຫ້ນັກຮຽນພັບຮູບເຮືອບິນຕາມຂັ້ນຕອນອຸປະກອນ:ເຈ້ຍ A 4 ໜຶ່ງແຜ່ນ (ຫຼື ເຈ້ຍຢູ່ໃນປຶ້ມຂຽນ) ຮູບວິທີພັບເລີ່ມພັບຮູບສີ່ແຈຈະຕຸລັດ ແລ້ວພັບທາງເສັ້ນ ເນັ່ງຈອມ ເພື່ອເຮັດເປັນຮູບສາມແຈ.ພັບຮູບສາມແຈເຄິ່ງໜຶ່ງ, ຈາກມຸມໜຶ່ງຫາອີກ ມຸມໜຶ່ງ ເພື່ອພັບເປັນຮູບສາມແຈນ້ອຍ.ແບຮູບສາມແຈນ້ອຍອອກ ເພື່ອເປັນສາມແຈ ໃຫຍ່. ພັບທາງຂ້າງເຂົ້າໃຫ້ຄືຮູບວ່າວ.ພັບຂອບທາງໃນອອກນອກ ຄືໃນຮູບ ຫງາຍເຈ້ຍຂຶ້ນ ແລະ ເປົ່າເບື້ອງທີ່ເປີດອອກ. ເຮືອບິນຂອງເຈົ້າກໍຈະໄປ.ຕໍ່ໄປໃຫ້ນັກຮຽນທົດສອບເບິ່ງວ່າ ເຮືອບິນຂອງໃຜຈະໄປໄດ້ໄວທີ່ສຸດ? ວິທີທົດສອບ1) ເປົ່າອາກາດໃສ່ດ້ານລຸ່ມຂອງເຮືອບິນ ບາດດຽວ 2) ນັກຮຽນຜູ້ດຽວເປົ່າເຮືອບິນຫຼາຍໆລໍາ ເພາະວ່າ ນັກຮຽນຫຼາຍຄົນເປົ່າຕ່າງກັນ.ມັນບິນໄດ້ ຍ້ອນວ່າເຮົາເປົ່າອາກາດໃສ່ດ້ານລຸ່ມຂອງມັນ ເຮັດໃຫ້ມັນບິນໄດ້. 4ສ ວ ສສະຫງວນລິຂະສິດ
ໄພອັນຕະລາຍໃກ້ຕົວບົດທີ1ມາຮູ້ໄພອັນຕະລາຍຕ່າງໆຢູ່ໃກ້ຕົວເຮົາ 1ໄພອັນຕະລາຍທີ່ຢູ່ໃກ້ຕົວເຮົາ໕5
2 ໄພອັນຕະລາຍຕ່າງໆຢູ່ໃກ້ຕົວເຮົາມີຫຍັງແດ່?ໄພອັນຕະລາຍມີຢູ່ໃກ້ຕົວເຮົາເຊັ່ນ:ປີນຕົ້ນໄມ້ຫຼືບ່ອນສູງ,ໄປຫຼິ້ນບ່ອນປ່າຫຍ້າຮົກ,ເອົາສິ່ງຂອງຍັດໃສ່ຮູດັງ,ຍາດສິ່ງຂອງກັນ,ຫຼິ້ນປັກສຽບໄຟຟ້າແລະອື່ນໆ.໖ຮູບທີ1ຮູບທີ2ຮູບທີ3ຮູບທີ4ຮູບທີ5ຮູບທີ66ສ ວ ສສະຫງວນລິຂະສິດ
3ຈຳແນກຮູບພາບສິ່ງທີ່ເປັນໄພອັນຕະລາຍຮູບພາບໃດເປັນໄພອັນຕະລາຍແລະບໍ່ເປັນໄພອັນຕະລາຍ?໗ຮູບທີ1ຮູບທີ2ຮູບທີ3ຮູບທີ4ຮູບທີ5ຮູບທີ6ຮູບທີ7ຮູບທີ8ຮູບທີ97
4ມາຮູ້ວິທີປ້ອງກັນໄພອັນຕະລາຍໃກ້ຕົວສິ່ງຕ່າງໆທີ່ຢູ່ໃກ້ຕົວບາງຢ່າງກໍເປັນໄພອັນຕະລາຍເຊັ່ນ:ສິ່ງຂອງຄາຄໍຫຼືຍັດສິ່ງຂອງເຂົ້າຮູດັງ,ປີນຕົ້ນໄມ້,ຫຼິ້ນບ່ອນສູງ,ແລ່ນຫຼິ້ນໄລ່ຢອກກັນແລະບໍ່ຢູ່ສະຖານທີ່ທີ່ຄິດວ່າບໍ່ມີຄວາມປອດໄພ.ດັ່ງນັ້ນ, ພວກເຮົາທຸກຄົນຕ້ອງມີຄວາມລະມັດລະວັງຢູ່ສະເໝີ ເພາະວ່າສິ່ງທີ່ເປັນໄພອັນຕະລາຍໃກ້ຕົວສາມາດເກີດຂຶ້ນໄດ້ທຸກເວລາ.ພວກເຮົາຈະເຮັດແນວໃດເພື່ອບໍ່ໃຫ້ໄດ້ຮັບບາດເຈັບ?໘ຮູບທີ1ຮູບທີ2ຮູບທີ3ຮູບທີ48ສ ວ ສສະຫງວນລິຂະສິດ
ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງບົດທີ2ທີ່ມາຂອງລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ 1ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດລາວແມ່ນມາຈາກຍົນຖມ ິ ້ລະເບີດ ແລະ ການຍິງຕໍ່ສູ້ກັນຢູ່ເທິງໜ້າດິນໃນສະໄໝສົງຄາມກ່ອນປີ 1975. ຍ້ອນຫຍັງຈຶ່ງມີລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດລາວ?ຍິງປືນໃຫຍ່ຍົນຖິ້ມລະເບີດ໙9
2ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງຈາກການສູ້ຮົບທາງອາກາດມີ: ບົມບີ, ບົມໃຫຍ່ ແລະ ຈາກການສູ້ຮົບເທິງໜ້າດິນມີ: ລະເບີດມື, ມິນ ແລະ ລູກ ປືນຊະນິດຕ່າງໆ.ບົມບີບົມໃຫຍ່ລະເບີດມືມິນລູກປືນຊະນິດຕ່າງໆລະເບີດ ແລະ ລູກປືນມີອັນໃດແດ່?໑໐10ສ ວ ສສະຫງວນລິຂະສິດ
3ສາເຫດ ແລະ ຜົນກະທົບຈາກລະເບີດ ລະເບີດບໍ່ທັນແຕກທີ່ຕົກຄ້າງຈະຢູ່ໃນສະພາບໃດກໍຕາມ ຖ້າຄົນ ເຮົາໄປແຕະຕ້ອງ, ຈັບບາຍ, ເຄື່ອນຍ້າຍ ແລະໂຍນຫຼິ້ນ ມັນຈະແຕກຂຶ້ນ ໄດ້ທຸກເວລາ ພາໃຫ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ.ຜົນກະທົບຈາກລະເບີດສາເຫດທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກລະເບີດ ຂຸດດິນດັງໄຟ ທັບມ້າງຖາງຫຍ້າ໑໑ຮູບທີ 1ຮູບທີ 4ຮູບທີ 211
4ການຫຼີກເວັ້ນອຸບັດຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງສິ່ງທີ່ຄວນເຮັດໃນບ່ອນທີ່ມີຄວາມສ່ຽງຈາກລະເບີດຂຸດດິນຕ້ອງໃຊ້ຊວ້ານຄູນດິນຂຶ້ນກ່ອນດັງໄຟຖາງຫຍ້າສູງຈາກພື້ນດິນປ້າຍຫ້າມເຂດມີລະເບີດ ໑໒ຫ້າມແຕະຕ້ອງລະເບີດເມື່ອເຫັນລະເບີດຫ້າມແຕະຕ້ອງເດັດຂາດ ເພາະມັນສາມາດແຕກໄດ້ທຸກເວລາ, ບໍ່ເຂົ້າໄປໃກ້ປ້າຍຫ້າມລະວັງລະເບີດ (ເຂດມີລະເບີດ), ຄູນດິນຂຶ້ນກ່ອນດັງໄຟ, ຂຸດດິນ ຕ້ອງໃຊ້ຊວ້ານ ແລະ ຖາງຫຍ້າໃຫ້ສູງຫ່າງຈາກໜ້າດິນ.12ສ ວ ສສະຫງວນລິຂະສິດ
ອຸບັດຕິເຫດຈາກສັດກັດຕອດບົດທີ31 ສັດຊະນິດຕ່າງໆແມງກະເບື້ອເຜິ້ງແມງມ້າງູແມງເຕົ່າທອງມົດຂີ້ເຂັບແມງງອດຕັກແຕນແມງບົ້ງແຕນໝາແມງປໍຫອຍແມງມຸມແມວສັດຊະນິດໃດອັນຕະລາຍ ແລະ ມີພິດ?ສະພາບແວດລ້ອມທີ່ພວກເຮົາອາໄສຢູ່ມີສັດ, ແມງໄມ້ບາງຊະນິດເປັນ ອັນຕະລາຍ ແລະ ມີພິດ ຖ້າຄົນໄປແຕະຕ້ອງພວກມັນແມ່ນມີຄວາມສ່ຽງທີ່ ໄດ້ຮັບບາດເຈັບ ຫຼື ຕາຍ.໑໓13
2 ການຮັກສາເບື້ອງຕົ້ນເມື່ອຖືກແມງໄມ້ກັດ ຫຼື ຕອດ ຖ້າເຜິ້ງ, ແຕນ, ຕໍ່ ແລະ ແມງໄມ້ກັດ ຫຼື ຕອດ ແມ່ນໃຫ້ຟ້າວເອົາໄລອອກ, ລ້າງບາດແຜໃຫ້ສະອາດ ເຊັດໃຫ້ແຫ້ງ ແລ້ວທາຢາຂ້າເຊື້ອ ຫຼື ມົດກັດໃຫ້ເອົາ ຢາມ່ອງທາໃສ່ ຖ້າເຈັບປວດແຮງໃຫ້ເອົາຜ້າເຢັນ ຫຼື ນໍ້າກ້ອນປົກຫຸ້ມ ເພື່ອຫຼຸດ ອາການເຈັບປວດ. ຖ້າຖືກເຜິ້ງ, ຕໍ່ຕອດຫຼາຍໂຕໃຫ້ສົ່ງຄົນເຈັບໄປໂຮງໝໍດ່ວນ.ຂັ້ນຕອນຂອງການຮັກສາແມງໄມ້ກັດ ຫຼື ຕອດ ຕ້ອງເຮັດແນວໃດ? ໑໔ແມງໄມ້ກັດ/ຕອດບອກຜູ້ໃຫຍ່ລ້າງບາດແຜໃຫ້ ສະອາດທາຢາຂ້າເຊື້ອ ຫຼື ຜ້າພັນໄວ້14ສ ວ ສສະຫງວນລິຂະສິດ
3 ການຮັກສາເບື້ອງຕົ້ນ ເມື່ອຖືກງູກັດ ຖ້າຖືກງູກັດຕ້ອງເຮັດແນວໃດ? ງູກັດ ຫຼື ຕອດ ພະຍາຍາມສັງເກດເບິ່ງແມ່ນງູຊະນິດໃດ, ມັດເທິງບາດ ແຜ ແລະ ຮ້ອງຫາຜູ້ໃຫຍ່ ເພື່ອມາຊ່ວຍເຫຼືອ, ບໍ່ຕ້ອງເຄື່ອນຍ້າຍຄົນເຈັບ ເພາະວ່າ ນໍ້າພິດອາດຈະແຜ່ກະຈາຍໄປທົ່ວຕົນຕົວ, ຕ້ອງລ້າງບາດແຜທີ່ງູ ກັດແລ້ວສົ່ງ ຄົນເຈັບໄປໂຮງໝໍ.ງູກັດມັດເທິງບາດແຜລ້າງບາດແຜໃຫ້ສະອາດສົ່ງຄົນເຈັບໄປໂຮງໝໍ໑໕15
4 ການຮັກສາເບຶື້ອງຕົ້ນເມື່ອຖືກໝາ ຫຼື ແມວກັດໝາ ຫຼື ແມວກັດ ໃຫ້ລ້າງບາດແຜດ້ວຍນໍ້າສະອາດ ແລະ ສະບ, ູເຊັດບາດແຜໃຫ້ແຫ້ງແລ້ວລ້າງບາດແຜດ້ວຍຢາຂ້າເຊື້ອ ຫຼື ນໍ້າເຫາ ຼ ົ້ແລະ ສົ່ງຄົນເຈັບໄປໂຮງໝໍ.ໝາ ຫຼື ແມວກັດບອກຜູ້ໃຫຍ່ລ້າງບາດແຜໃຫ້ສະອາດສົ່ງຄົນເຈັບໄປໂຮງໝໍເມື່ອຖືກໝາ ຫຼື ແມວກັດຈະເຮັດໃດ?໑໖16ສ ວ ສສະຫງວນລິຂະສິດ
ຄວາມສໍາຄັນຂອງສິ່ງແວດລ້ອມບົດທີ4ມາຮູ້ຈັກຄວາມສໍາຄັນຂອງສິ່ງແວດລ້ອມນໍາກັນ 1 ສິິ່ງແວດລ້ອມມີຄວາມສໍາຄັນຄື: ສະໜອງອາຫານ, ນໍ້າ, ອາກາດ, ທີ່ຢູ່ອາໄສ ໃຫ້ແກ່ສິ່ງທີ່ມີຊີວິດ.ສິ່ງແວດລ້ອມມີຄວາມສໍາຄັນແນວໃດຕໍ່ສິ່ງທີ່ມີຊີວິດ?໑໗17
2 ສິ່ງແວດລ້ອມໃຫ້ອາຫານແກ່ຄົນ ແລະ ສັດຈົ່ງສັງເກດຮູບຄົນ ແລະ ສັດ ໄດ້ອາຫານຫຍັງແດ່ຈາກສິ່ງແວດລ້ອມ? ຄົນ, ສັດ, ໄດ້ອາຫານມາຈາກສິ່ງແວດລ້ອມທໍາມະຊາດທີ່ອຸດົມສົມບູນ ເຊັ່ນ: ແບ້ກິນຫຍ້າ, ນົກກິນໝາກໄມ້, ປາກິນແມງໄມ້ ແລະ ພືດ.໑໘ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 5ແບ້ກິນຫຍ້າຮູບທີ 4ຮູບທີ 318ສ ວ ສສະຫງວນລິຂະສິດ
3 ສິ່ງແວດລ້ອມໃຫ້ທີ່ຢູ່ອາໄສແກ່ຄົນ ແລະ ສັດສັດເຫຼົ່ານີ້ອາໄສຢູ່ໃສ? ໂດຍໃຊ້ກ້ອນຫີນ ຫຼື ສາຍເຊືອກເຊື່ອມຕໍ່ໃສ່ກັນ໑໙19
ໃຊ້ກ້ອນຫີນ ຫຼື ຝາກວດນໍ້າວາງໃສ່ກໍໄດ້ ເພື່ອບອກວ່າ:• ທີ່ຢູ່ອາໄສຂອງສັດ ແມ່ນບ່່ອນທີ່ສັດຢູ່.• ປະເພດອາຫານຂອງສັດ4 ຈໍາແນກທີ່ຢູ່ອາໄສ ແລະ ປະເພດອາຫານຂອງສັດ. ສັດທີ່ຢູ່ອາໄສປະເພດອາຫານບ້ານ1ທົ່ງນາ2ນໍ້າ3ປ່າ4ພືດ5ຊີ້ນ6ຊ່ວຍກັນຄິດວ່າສັດເຫ່ານ້ອາໄສຢ່ໃສ ຼ ົີູແລະ ກິນພືດ ຫຼື ສັດເປັນອາຫານ?໒໐20ສ ວ ສສະຫງວນລິຂະສິດ
ການທໍາລາຍສິ່ງແວດລ້ອມບົດທີ5ມາຮູ້ຈັກສິ່ງແວດລ້ອມຖືກທໍາລາຍ? 1ສິ່ງແວດລ້ອມຖືກທໍາລາຍຍ້ອນການກະທໍາຂອງຄົນ໒໑ໃຜເປັນຜູ້ທໍາລາຍສິ່ງແວດລ້ອມ?21
ຜົນກະທົບຂອງການທໍາລາຍສິ່ງແວດລ້ອມ 2໒໒ຮູບທີ 1ຖ້າພວກເຮົາທໍາລາຍສິ່ງແວດລ້ອມ ມັນຈະເກີດຫຍັງຂຶ້ນ?ຮູບທີ 2ຮູບທີ 3ຮູບທີ 422ສ ວ ສສະຫງວນລິຂະສິດ
3 ສາເຫດທີ່ເຮັດໃຫ້ສັດປ່າ ແລະ ສັດນໍ້າຕາຍ ຫຼື ໜີໄປທາງອື່ນສິ່ງແວດລ້ອມຖືກທໍາລາຍ ມີສາ ເຫດ ມາ ຈາກຄົນ ເຮົາ ເປັນ ຜູ້ ທໍາລາຍ ເຊັ່ນ: ຈູດປ່າ, ຖາງ ປ່າ, ລ່າ ສັດ, ປຸກ ສ້າງ ເຮືອນ ຊານ ຫຼື ສ້າງ ຖະໜົນ ຫົນ ທາງ, ຖິ້ມ ສິ່ງ ເສດ ເຫຼືອ ລົງ ແຫຼ່ງ ນໍ້າ ພາໃຫ້ສັດຂາດອາ ຫານ ແລະ ບໍ່ ມີ ບ່ອນຢູ່ອາໄສ ຈຶ່ງເຮັດ ໃຫ້ສັດຕາຍ ຫຼື ໜີໄປຢູ່ບ່ອນອື່ນ.໒໓ຖ້າໜອງນໍ້າ, ດິນ, ປ່າໄມ້ຖືກທໍາລາຍ ສັດເຫຼົ່ານີ້ຈະເປັນແນວໃດ?23
4 ສັງເກດ ແລະ ຈໍາແນກຮູບພາບຮູບພາບຮູບ ທີ່ ສະ ແດງ ເຖິງ ສິ່ງ ແວດ ລ້ອມ ທີ່ ອຸ ດົມ ສົມ ບູນຮູບ ທີ່ ສະ ແດງ ເຖິງສິ່ງ ແວດ ລ້ອມ ຖືກ ທໍາລາຍໃຫ້ນັກຮຽນສັງ ເກດ ຮູບພາບ ແລ້ວໃຊ້ກ້ອນຫີນ ວາງໃສ່ຫ້ອງ ທີ່ ສະ ແດງ ເຖິງ ສິ່ງ ແວດ ລ້ອມ ທີ່ ອຸ ດົມ ສົມ ບູນ ແລະ ໃຊ້ຝາກະຕຸກນໍ້າດື່ມວາງໃສ່ຫ້ອງທີ່ສະແດງເຖິງສິ່ງແວດລ້ອມຖືກທຳລາຍ.໒໔24ສ ວ ສສະຫງວນລິຂະສິດ
ການພົວພັນລະຫວ່າງສິ່ງທີ່ມີຊີວິດບົດທີ6ສິ່ງທີ່ມີຊີວິດຕ້ອງການອາຫານ 1ຮູບທີ 1 ເຜິ້ງດູດນໍ້າຫວານດອກໄມ້໒໕ຮູບທີ 2 ຕົ້ນໄມ້ ແລະ ກາຝາກຮູບທີ 3 ຍຸງດູດກິນເລືອດຄົນ25
ການພົວພັນທາງດ້ານອາຫານຂອງສິ່ງທີ່ມີຊີວິດ 2ສິ່ງມີຊີວິດທັງຫຼາຍອາໄສຢູ່ໃນສະພາບແວດລ້ອມມີການພົວພັນເຊິ່ງກັນ ແລະ ກັນທາງດ້ານອາຫານ ແລະ ທີ່ຢູ່ອາໄສ ເຊັ່ນ: ຄົນກິນຜັກ, ງູກິນກົບ, ເຜິ້ງດູດກິນນໍ້າຫວານ, ຄວາຍກິນຫຍ້າ ແລະ ອື່ນໆ. ຄົນ, ສັດເຫຼົ່ານີ້ແມ່ນຕ້ອງການກິນຫຍັງ? ໃຫ້ໃຊ້ງ່າ ຫຼື ກິ່ງໄມ້ນ້ອຍຕໍ່ໃສ່ກັນລະຫວ່າງແຕ່ລະຮູບ ເພື່ອສະແດງເຖິງການ ພົວພັນທາງດ້ານອາຫານ໒໖ຮູບທີ 1ຮູບທີ 2ຮູບທີ 3ຮູບທີ 4ຮູບທີ 5ຮູບທີ 6ຮູບທີ 7ຮູບທີ 8ຮູບທີ 926ສ ວ ສສະຫງວນລິຂະສິດ
3 ການປັບຕົວ ແລະ ການຢູ່ລອດຂອງສິ່ງທີ່ມີຊີວິດສິ່ງທີ່ມີຊີວິດມີການປັບຕົວໃຫ້ເຂົ້າສະພາບແວດລ້ອມທີ່ຢູ່ອາໄສ ເພື່ອຊອກຫາອາຫານ ແລະ ຄວາມປອດໄພໃນການຢູ່ລອດ.ນັກຮຽນສາມາດເຫັນສັດເຫຼົ່ານີ້ບໍ່? ຍ້ອນຫຍັງສີຂອງພວກມັນຈຶ່ງຄ້າຍຄືກັບບ່ອນມັນອາໄສຢູ່?ເປັນຫຍັງກວາງມີຂາຍາວແທ້?ສັດເຫຼົ່ານີ້ກໍາລັງເຮັດຫຍັງ?໒໗27
໒໘ຍ້ອນຫຍັງໂຕໝີໃຫຍ່ແທ້?ຍ້ອນຫຍັງໂຕຍຸງນ້ອຍແທ້?28ສ ວ ສສະຫງວນລິຂະສິດ
ປາກ ແລະ ດັງບົດທີ7ອະໄວຍະວະຮັບຄວາມຮູ້ສຶກ 1ພວກເຮົາໃຊ້ຫູ, ຕາ, ດັງ, ຜິວໜັງ ແລະ ລີ້ນ ເພື່ອສໍາຜັດ ແລະ ທໍາຄວາມ ເຂົ້າໃຈກັບສິ່ງຕ່າງໆ ອະໄວຍະວະເຫຼົ່ານີ້ແມ່ນ ອະໄວຍະວະຮັບຄວາມຮູ້ສຶກ.ໂອ! ອະໄວຍະວະຮັບຄວາມຮູ້ສຶກມີ ຫູ, ຕາ, ດັງ, ຜິວໜັງ ແລະ ລີ້ນ.ອະໄວຍະວະຮັບຄວາມ ຮູ້ສຶກມີຫຍັງແດ່? ໒໙29
2 ໜ້າທີ່ຂອງປາກ ແລະ ດັງ ໃນປາກມີແຂ້ວ ແລະ ລີ້ນ, ແຂ້ວເຮັດໜ້າທີ່ຫຍໍ້າອາຫານໃຫ້ແຫຼກກ່ອນລົງສູ່ກະເພາະອາຫານ. ລີ້ນມີໜ້າທີ່ຮັບລົດຊາດຂອງອາຫານ, ຊ່ວຍຍູ້ອາຫານໃຫ້ໄດ້ຮັບ ການຫຍໍ້າຢ່າງທົ່ວເຖິງ ແລະ ຊ່ວຍໃນການເວົ້າໃຫ້ຊັດເຈນ. ດັງໃຊ້ໄວ້ຫາຍໃຈ ແລະ ຊ່ວຍໃຫ້ເຮົາຮັບຮູ້ກິ່ນຕ່າງໆ. ລີ້ນ ດັງ ແຂ້ວດົມດອກໄມ້ຫອມດົມກິ່ນອາຫານດັງຫາຍໃຈໃນປາກມີຫຍັງແດ່? ພວກມັນມີໜ້າທີ່ຕົ້ນຕໍເຮັດຫຍັງ? ລົມກັນກິນອາຫານເປົ່າແຄນດັງມີໜ້າທີ່ເຮັດຫຍັງ? ໓໐30ສ ວ ສສະຫງວນລິຂະສິດ
3 ການຮັກສາປາກ ແລະ ດັງ ການຮັກສາປາກແມ່ນຖູແຂ້ວຫຼັງກິນອາຫານ, ບໍ່ກິນອາຫານຮ້ອນ, ບໍ່ກິນ ຂອງຫວານຫຼາຍ, ຖູແຂ້ວເປັນປະຈໍາເຊົ້າ-ແລງ. ການຮັກສາດັງແມ່ນບໍ່ສັ່ງຂີ້ມູກ ແຮງ, ໃຊ້ຜ້າປົກດັງ ເພື່ອປ້ອງກັນຂີ້ຝຸ່ນ ແລະ ກິ່ນເໝັນ.ຖູແຂ້ວສັ່ງຂີ້ມູກໃສ່ຜ້າ ໃສ່ຜ້າປົກດັງປ້ອງກັນຂີ້ຝຸ່ນ ໃຊ້ຜ້າອັດປາກເວລາໄອ/ຈາມການຮັກສາປາກໃຫ້ສະອາດແມ່ນເຮັດແນວໃດ?ການຮັກສາດັງໃຫ້ສະອາດແມ່ນເຮັດແນວໃດ?໓໑31
4 ຈັບຄູ່ຄໍາສັບກັບຄໍາສັບ ໂດຍໃຊ້ມືຊີ້ກິ່ນກິ່ນຟັງຟັງສຳຜັດສຳຜັດຊີມຊີມເຫັນເຫັນຕາ ຕາດັງດັງຫູ ຫູລີ້ນລີ້ນຜິວໜັງຜິວໜັງຕົວຢ່າງ: “ເຫັນ” ຄູ່ກັບ “ຕາ”໓໒32ສ ວ ສສະຫງວນລິຂະສິດ
໓໓ຫູ ແລະ ຕາບົດທີ8ມາຮຽນກ່ຽວກັບຫູ ແລະ ຕານໍາກັນ 1ຈົ່ງສັງເກດຮູບລຸ່ມນີ້ຮ້ອງຊອກຫາກັນໃຜຮ້ອງຫາຂ້ອຍ!33
໓໔ມາຮຽນກ່ຽວກັບໜ້າທີ່, ຄວາມສໍາຄັນຂອງຫູ ແລະ ຕານໍາກັນ 2ຈົ່ງໄຈ້ແຍກຮູບຕໍ່ໄປນີ້ ຮູບໃດແມ່ນໜ້າທີ່ຂອງຫູ? ຮູບໃດແມ່ນໜ້າທີ່ຂອງຕາ?ກ. ລົມໂທລະສັບຂ. ເບິ່ງໂທລະພາບຄ. ຟັງພໍ່ແມ່ບອກສອນ34ສ ວ ສສະຫງວນລິຂະສິດ
໓໕ຫູ ມີໜ້າທີ່ ແລະ ຄວາມສໍາຄັນຊ່ວຍໃນການໄດ້ຍິນສຽງຕ່າງໆ ເຊັ່ນ: ສຽງລົມກັນ, ສຽງເພງ, ສຽງສັດຮ້ອງ ແລະ ສຽງວັດຖຸອື່ນໆ. ຕາ ມີໜ້າທີ່ ແລະ ຄວາມສໍາຄັນຊ່ວຍໃນການເບິ່ງເຫັນວັດຖຸສິ່ງຂອງຕ່າງໆ ເຊັ່ນ: ການອ່ານໜັງສື, ເບິ່ງກະດານ, ເບິ່ງໂທລະທັດ, ເບິ່ງຫົນທາງ ແລະ ອື່ນໆ. ງ. ເບິ່ງບົດຮຽນຢູ່ກະດານຈ. ຟັງຄູອະທິບາຍສ. ອ່ານໜັງສືຊ. ເບິ່ງຫົນທາງຍ. ຟັງໂທລະໂຄ່ງ35
໓໖3 ມາຮຽນວິທີປ້ອງກັນ ແລະ ການບົວລະບັດຮັກສາຫູ ແລະ ຕານໍາກັນ ຫູ ແລະ ຕາມີຄວາມສຳຄັນຫຼາຍ. ດັ່ງນັ້ນ, ພວກເຮົາຄວນຮັກສາຫູ ແລະ ຕາ ບໍ່ໃຫ້ໄດ້ຮັບຜົນກະທົບ. ການຮັກສາຫູ: ບໍ່ໃຫ້ແມງໄມ້ເຂົ້າຫູ, ບໍ່ໃຫ້ນໍ້າເຂົ້າຫູ, ບໍ່ເອົາໄມ້ແຍ່ຫູ ແລະ ເວລາຢູ່ໃກ້ສຽງດັງແຮງຄວນເອົາມືອັດຫູ.ການຮັກສາຕາ: ບໍ່ຄວນເອົາມືສີຕາ, ມືນຕາໃສ່ນໍ້າສະອາດໃນເວລາທີ່ມີຂີ້ຝຸ່ນ ຫຼື ແມງໄມ້ເຂົ້າຕາ; ບໍ່ຄວນເບິ່ງແສງເຫຼື້ອມ ຫຼື ດວງອາທິດໂດຍກົງ; ອ່ານໜັງສືຢ ູ່ບ່ອນທີ່ມີແສງສະຫວ່າງພຽງພໍ ແລະ ບໍ່ນັ່ງເບິ່ງໂທລະທັດຢູ່ໃກ້.ເພື່ອຫຼີກເວັ້ນບໍ່ໃຫ້ເຈັບຫູ ແລະ ເຈັບຕາ ພວກເຮົາຄວນເຮັດແນວໃດ?ບໍ່ນັ່ງເບິ່ງໂທລະທັດໃກ້ຫຼາຍມືນຕາໃສ່ນໍ້າໃນເວລາມີ ຂີ້ຝຸ່ນ ຫຼື ແມງໄມ້ເຂົ້າຕາບໍ່ຄວນເອົາມືສີຕາເຊັດຫູໃຫ້ແຫ້ງບໍ່ໃຫ້ແມງໄມ້ເຂົ້າຫູບໍ່ຢູ່ໃກ້ສຽງດັງເກີນໄປ36ສ ວ ສສະຫງວນລິຂະສິດ
ຜິວໜັງຂອງຄົນເຮົາບົດທີ9ສິ່ງທີ່ປົກຫຸ້ມຮ່າງກາຍຂອງຄົນເຮົາ 1 ສິ່ງທີ່ປົກຫຸ້ມຮ່າງກາຍແມ່ນຜິວໜັງ ແລະ ຜິວໜັງ ເປັນອະໄວຍະວະຮັບຄວາມຮູ້ສຶກໜຶ່ງ. ສິ່ງທີ່ປົກຫຸ້ມຮ່າງກາຍຂອງ ພວກເຮົາແມ່ນຫຍັງ?໓໗37
2 ຄວາມຮູ້ສຶກຂອງຜິວໜັງ ເມື່ອຜິວໜັງຈຸດໃດໜຶ່ງຂອງຮ່າງກາຍໄດ້ຮັບຄວາມຮ້ອນ, ຄວາມເຢັນ, ຖືກໜາມປັກ ແລະ ຖືກຂົນບົ້ງ ເຮັດໃຫ້ເຮົາມີຄວາມຮູ້ສຶກໄດ້ທັນທີເຊັ່ນ: ເຈັບປວດ, ຮ້ອນ ແລະ ຄັນຄາຍ ເຊິ່ງອາການຕ່າງໆມັນຂຶ້ນກັບສິ່ງທີ່ມາກະ ທົບໃສ່ຜິວໜັງ. ໂອຍ! ຮ້ອນເດໂອຍເຈັບ! ໜາມປັກຕີນໂອຍ! ນໍ້າເຢັນດີໂອຍ! ຄັນຜິວໜັງເດ ໓໘38ສ ວ ສສະຫງວນລິຂະສິດ
3 ພະຍາດທີ່ມັກເກີດຂຶ້ນກັບຜິວໜັງຂອງຄົນເຮົາພະຍາດຜິວໜັງເກີດຂຶ້ນໄດ້ແນວໃດ? ຖ້າຜູ້ໃດບໍ່ມັກອາບນໍ້າ, ລ້າງມື ແລະ ນຸ່ງເຄື່ອງບໍ່ຊັກສະອາດ ຈະເຮັດໃຫ້ຜິວ ໜັງເກີດເປັນຂີ້ກ້ຽນ, ຂີ້ກາກ, ຂີ້ຫິດ, ໝາກສຸກໝາກໃສ, ຕຸ່ມຄັນຄາຍ, ເຈັບ ແລະ ຢູ່ບໍ່ເປັນສຸກ.ບໍ່ມັກອາບນໍ້າ, ລ້າງມື ແລະ ນຸ່ງເຄື່ອງເປື້ອນຄົນເປັນຂີ້ກ້ຽນຄົນເປັນຂີ້ກາກຄົນເປັນຕຸ່ມຄົນເປັນຂີ້ຫິດ໓໙39
4 ການຮັກສາຜິວໜັງໃຫ້ສະອາດ ແລະ ສວຍງາມຈະຮັກສາຜິວໜັງໃຫ້ສະອາດ ແລະ ສວຍງາມໄດ້ແນວໃດ? ການຮັກສາຜິວໜັງໃຫ້ສະອາດ, ສວຍງາມແມ່ນເອົາໃຈໃສ່ລ້າງມື, ລ້າງຕີນ ແລະ ອາບນໍ້າ. ນຸ່ງເສື້ອແຂນຍາວ ຫຼື ກັ້ງຄັນຮົ່ມ, ໃສ່ໝວກ, ໃສ່ຖົງມື ແລະ ທາ ຄີມກັນແດດ ເມື່ອອອກເຄື່ອນໄຫວຢູ່ກາງແຈ້ງ.ການຮັກສາຜິວໜັງ ໃຫ້ສະອາດ ແລະ ປ້ອງກັນພະຍາດ໔໐40ສ ວ ສສະຫງວນລິຂະສິດ
ອາຫານ ແລະ ເຄື່ອງດື່ມບົດທີ10ອາຫານດີຕໍ່ສຸຂະພາບ 1ອາຫານທີ່ດີຕໍ່ສຸຂະພາບເຊັ່ນ:ອາຫານສຸກດີ,ຮ້ອນ,ຜັກແລະໝາກໄມ້ສົດແລະດື່ມນໍ້າຕົ້ມສຸກສະອາດ.໔໑41
ອາຫານທີ່ຄວນກິນ ແລະ ອາຫານທີ່ບໍ່ຄວນກິນ 21.ລາບດິບ2.ໄຂ່ຕົ້ມສຸກ3.ປາປິ້ງສຸກ4.ຕໍາໝາກຮຸ່ງທີ່ເຜັດ5.ເອາະຫຼາມ6.ອາຫານມີແມງວັນຕອມ7.ນົມສົດ8.ນໍ້າຫວານນີ້ແມ່ນຮູບຫຍັງ?ອາຫານໃດຄວນກິນຫຼືບໍ່ຄວນກິນ?໔໒42ສ ວ ສສະຫງວນລິຂະສິດ
3ປະຕິບັດການກິນອາຫານທີ່ຖືກຕ້ອງຕາມຫຼັກອະນາໄມອະນາໄມຫ້ອງຄົວ,ລ້າງຖ້ວຍ,ບ່ວງ,ຈານທີ່ໃຊ້ແລ້ວໃຫ້ສະອາດພ້ອມເກັບມ້ຽນເພື່ອນໍາໃຊ້ຄັ້ງຕໍ່ໄປ.ກິນອາຫານໃຫ້ຫຼາກຫຼາຍຊະນິດ ແລະ ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ.ກິນອາຫານທີ່ປຸງແຕ່ງສຸກດີ,ສົດແລະສະອາດຖືກຫຼັກອະນາໄມ.ອາຫານປົກປິດບໍ່ມີແມງວັນຕອມ,ລ້າງຜັກແລະໝາກໄມ້ໃຫ້ສະອາດກ່ອນກິນ ຫຼື ປຸງແຕ່ງ. ໃຊ້ບ່ວງກາງຕັກອາຫານໃນເວລາກິນຮ່ວມກັນຫຼາຍຄົນ,ດື່ມນ້ໍາສະອາດຫຼືນໍ້າຕົ້ມສຸກທຸກຄັ້ງ.ຫຼັກການອະນາໄມມີຫຍັງແດ່?1.ຫ້ອງຄົວທີ່ສະອາດ2.ລ້າງຖ້ວຍ,ບ່ວງ,ຈານໃຫ້ສະອາດ3.ລ້າງມືໃຫ້ສະອາດກ່ອນແລະຫຼັງກິນອາຫານ4.ກິນອາຫານທີ່ສຸກ5.ກິນໝາກໄມ້ສົດແລະສະອາດ6.ປົກປິດອາຫານໄວ້ຮ້ອນແລະປຸງແຕ່ງໃໝ່໔໓43
4ສັງເກດ ແລະ ສົນທະນາຕາມຮູບແມງວັນຈະບິນໄປຕອມຫຍັງແດ່?2123431໔໔44ສ ວ ສສະຫງວນລິຂະສິດ
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128