Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ຄຸນສົມບັດສຶກສາ ປ.1 (MEG1 TG)

ຄຸນສົມບັດສຶກສາ ປ.1 (MEG1 TG)

Published by ltmd7471, 2020-09-23 04:38:37

Description: Moral Education grade1 TG

Search

Read the Text Version

144ບົດທີ 28: ການຮັກແພງເພື່ອນບ້ານດຽວກັນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງການສະແດງຄວາມຮັກແພງຕໍ່ເພື່ອນບ້ານດຽວກັນໄດ້.2. ບອກຜົນດີຂອງການຮັກແພງເພື່ອນບ້ານດຽວກັນ ແລະ ຜົນເສຍຂອງການບໍ່ຮັກແພງເພື່ອນບ້ານ.3. ຮູ້ຈັກຮັບຜິດຊອບ ແລະ ກ່າວຂໍໂທດ.II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນເຮັດກິດຈະກໍາຕ່າງໆ.2. ຕັ້ງຄໍາຖາມເພື່ອປະເມີນຄວາມເຂົ້າໃຈຂອງນັກຮຽນ.3. ນໍາໃຊ້ເກນຄະແນນຂ້າງລຸ່ມເພື່ອໃຫ້ຄະແນນນັກຮຽນ:ຄະ ແນນພັນລະນາການຮັກແພງເພື່ອນບ້ານດຽວກັນ.3ບອກວິທີສະແດງຄວາມຮັກແພງຕໍ່ເພື່ອນບ້ານຢ່າງໜ້ອຍ 3 ແບບ ເຊັ່ນ: ເວົ້າຈາສຸພາບ, ສາມັກຄີ ຫຼິ້ນຮ່ວມກັນ, ຊ່ວຍເຫຼືອກັນ, ແບ່ງປັນສິ່ງຂອງ, ແລະ ກ່າວຂໍໂທດເມື່ອໄດ້ກະທຳຜິດ.2ບອກວິທີສະແດງຄວາມຮັກແພງຕໍ່ເພື່ອນບ້ານຢ່າງໜ້ອຍ 2 ແບບ..1ບອກວິທີສະແດງຄວາມຮັກແພງຕໍ່ເພື່ອນບ້ານຢ່າງໜ້ອຍ 1 ແບບ.0ນັກຮຽນບໍ່ເວົ້າຫຍັງ.III. ເນື້ອໃນຕົ້ນຕໍ1. ເພື່ອນບ້ານແມ່ນໝູ່ເພື່ອນ ແລະ ອ້າຍ, ເອື້ອຍ, ນ້ອງ ທີ່ຢູ່ບ້ານດຽວກັນ, ທຸກຄົນຮັກແພງສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ຫຼິ້ນມ່ວນຊື່ນຮ່ວມກັນຢ່າງມີຄວາມສຸກ.2. ການສະແດງຄວາມຮັກແພງເພື່ອນບ້ານມີຫຼາຍວິທີ ເຊັ່ນ: ການແບ່ງປັນສິ່ງຂອງ ຫຼື ອາຫານໃຫ້ກັນ, ການເວົ້້າຈາທີ່ສຸພາບອ່ອນໂຍນນໍາກັນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ສິ່ງທີ່ສໍາຄັນແມ່ນການຮູ້ຮັບຜິດຊອບ ແລະ ກ່າວຄໍາຂໍໂທດຕໍ່ເພື່ອນບ້ານ ເມື່ອຕົນໄດ້ກະທໍາຜິດໄປແລ້ວນັ້ນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນວິຊາຄຸນສົມບັດສຶກສາ ຊັ້ນປະຖົມປີທີ 1.. 2ເຈ້ຍບັດຄໍາສີຂາວ ຫຼື ສີແດງໃຫ້ແຕ່ລະກຸ່ມ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ສົນທະນາຖາມ-ຕອບ1) ຄູຖາມນັກຮຽນວ່າ:- ນັກຮຽນມີໝູ່ເພື່ອນຫຼິ້ນຢູ່ບ້ານດຽວກັນບໍ່? ມີຈັກຄົນ?- ໝູ່ເພື່ອນທີ່ນັກຮຽນມັກຫຼິ້ນນໍາຫຼາຍທີ່ສຸດຊື່ຫຍັງ?໑໔໔ສ ວ ສສະຫງວນລິຂະສິດ

1452) ນັກຮຽນຍິງ ແລະ ຊາຍຕອບ.3) ຄູສະຫຼຸບວ່າ: ນັກຮຽນທຸກຄົນນອກຈາກມີໝູ່ເພື່ອນຢູ່ໃນຫ້ອງຮຽນແລ້ວແຕ່ລະຄົນຍັງມີໝູ່ເພື່ອນຮັກແພງກັນຢູ່ ໃນບ້ານດຽວກັນອີກ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສັງເກດ ແລະ ສົນທະນາຕາມຮູບພາບ1) ນັກຮຽນສັງເກດຮູບໃນປຶ້ມແບບຮຽນເປັນຄູ່ກັບໝູ່ນັ່ງຂ້າງ.2) ຄູຕັ້ງຄໍາຖາມ: - ນັກຮຽນສັງເກດເຫັນເດັກນ້ອຍຮູບໃດທີ່ເປັນການຮັກ ແພງກັນ?- ພຶດຕິກໍາເດັກນ້ອຍໃນຮູບໃດນັກຮຽນມັກທີ່ສຸດ?- ນັກຮຽນເຄີຍຮັກແພງໝູ່ເພື່ອນຄືແນວໃດ?3) ຄູອະທິບາຍແຕ່ລະຮູບໃນປຶ້ມແບບຮຽນໃຫ້ເປັນເອກະພາບກັນ.- ຮູບພາບທີ 1 ຊວນໝູ່ໄປຫຼິ້ນນໍາ.- ຮູບພາບທີ 2 ຢ້ຽມຢາມໝູ່ເຈັບ.- ຮູບພາບທີ 3 ແບ່ງປັນໝາກກ້ວຍ.- ຮູບພາບທີ 4 ບໍ່່ຫຼິ້ນນໍາກັນ.4) ຄູສະຫຸບ: ຮູບພາບ 1, 2, 3, ສະແດງເຖິງຮັກແພງສາມັກຄີກັນ, ນັກຮຽນຄວນປະຕິບັດຕາມ. ສ່ວນຮູບພາບທີ 4, ຼບໍ່ຮັກແພງ ສາມັກຄີ, ນັກຮຽນບໍ່ຄວນເອົາເປັນແບບຢ່າງ.5) ຄູອະທິບາຍເພີ່ມຕື່ມວ່າ: ການຮັກແພງເພື່ອນບ້ານສະແດງອອກເປັນຕົ້ນແມ່ນ ການເວົ້າຈາທີ່ນິ້ມນວນ ອ່ອນຫວານ, ການຊ່ວຍເຫຼືອກັນ, ຫຼິ້ນຮ່ວມກັນ, ແບ່ງປັນສິ່ງຂອງ, ຢ້ຽມຢາມໃນເວລາເຈັບປ່ວຍ.3. ຫຼິ້ນເກມ: ຖືກ (ບັດສີຂາວ) ແລະ ຜິດ (ບັດສີແດງ)1) ຄູໃຫ້ນັກຮຽນແບ່ງ 3-4 ກຸ່ມ ຫຼື ຕາມຄວາມເໝາະສົມ.2) ຄູຢາຍບັດເຈ້ຍສີຂາວ ແລະ ສີແດງໃຫ້ແຕ່ລະກຸ່ມ, ກຸ່ມລະ 2 ບັດ.3) ຄູແນະນໍາ: ຫຼັງຈາກຄູອ່ານຂໍ້ຄວາມ, ຂໍ້ໃດແມ່ນການຮັກແພງເພື່ອນບ້ານໃຫ້ຍົກບັດສີຂາວຂຶ້ນ, ຖ້າບໍ່ແມ່ນ ໃຫ້ຍົກບັດສີແດງຂຶ້ນ. 4) ຄູອ່ານຂໍ້ຄວາມລຸ່ມນີ້ຊ້າໆ ເທື່ອລະຂໍ້ພ້ອມທັງສັງເກດການຍົກບັດຂອງນັກຮຽນຖືກ ຫຼື ບໍ່:- ຫຼິ້ນຮ່ວມກັນ - ຜິດຖຽງກັນ- ເຊື່ອງເອົາຂອງຫຼິ້ນ - ຊ່ວຍເຫຼືອກັນ- ແບ່ງປັນສິ່ງຂອງ - ບໍ່ຫຼິ້ນນໍາກັນ - ບໍ່ໃຫ້ໝູ່ຫຼິ້ນເກມນໍາ - ເວົ້ານໍາກັນສຸພາບ - ບໍ່ເວົ້ານໍາກັນ - ບໍ່ແບ່ງເຂົ້າໝົມໃຫ້ໝູ່ກິນ 5) ຄູສັງເກດການຍົກບັດຂອງແຕ່ລະກຸ່ມຖືກຕ້ອງເພື່ອເບິ່ງ ຄວາມຖືກຕ້ອງ.6) ຄູສືບຕໍ່ຕັ້ງຄໍາຖາມໃຫ້ນັກຮຽນຕອບ:- ຖ້ານັກຮຽນໄດ້ເຮັດຜິດຕໍ່ໝູ່ເພື່ອນ (ເຊັ່ນ: ຕີໝູ່) ນັກຮຽນຄວນປ່ຽນແປງພຶດຕິກໍານັ້ນບໍ່?- ຖ້າເຮັດຜິດຕໍ່ໝູ່ເພື່ອນເລື້້ອຍໆ ນັກຮຽນຄິດວ່າຈະມີຄົນຫຼິ້ນນໍາບໍ່? - ນັກຮຽນຄວນເຮັດຫຍັງ ຖ້າວ່າໄດ້ເຮັດຜິດໄປແລ້ວ?7) ຄູສະຫຼຸບ: ຖ້ານັກຮຽນຜູ້ໃດໄດ້ເຮັດຜິດໄປແລ້ວ ນັກຮຽນຜູ້ນັັ້ນຕ້ອງຮັບຜິດຊອບ ແລະ ປັບປ່ຽນພຶດຕິກໍາຂອງ ຕົນເອງ, ພ້ອມທັງສະແດງຄວາມເສຍໃຈ ແລະ ຂໍໂທດນໍາໝູ່ດ້ວຍຄວາມຈິງໃຈ ນັກຮຽນບໍ່ຄວນເມີນເສີຍຕໍ່ການ ການວັດ ແລະ ປະເມີນຜົນຄູສັງເກດການປຽບທຽບຮູບ ແລະ ການມີສ່ວນຮ່ວມຕອບຄໍາຖາມຂອງແຕ່ລະຄົນ.ການວັດ ແລະ ປະເມີນຜົນຄູສັງເກດກຸ່ມໃດໝາຍຖຶກ, ກຸ່ມໃດ ໝາຍຜິດ, ຄູບັນທຶກໃສ່ເຈ້ຍ. ຄູສະຫຼຸບ ກິດຈະກໍາຍ້ອງຍໍຊົມເຊີຍກຸ່ມທີ່ເຂົ້າໃຈ ປະຕິບັດໄດ້ດີ ແລະ ຖືກຕ້ອງ.໑໔໕

146ກະທໍາທີ່ບໍ່ຖືກຕ້ອງຂອງຕົນເອງ, ນັກຮຽນຕ້ອງປັບປຸງຕົນເອງໃຫ້ເປັນຄົນທີ່ມີນິໄສດີ ເພື່ອໃຫ້ເປັນທີ່ຮັກ ແລະ ໄດ້ຮັບການເຄົາລົບຈາກໝູ່ເພື່ອນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ເລົ່າປະສົບການຮັກແພງເພື່ອນບ້ານດຽວກັນ1) ນັກຮຽນຢືນອ້ອມກັນເປັນວົງມົນໜຶ່ງ ແລ້ວສົ່ງຕໍ່ໝາກບານ ຫຼື ໝອນລຶບກະດານ, ຖ້ານັກຮຽນຜູ້ໃດຈັບໝອນ ແມ່ນໃຫ້ເວົ້າປະສົບການຂອງຕົນເອງທີ່ໄດ້ສະແດງຄວາມຮັກແພງຕໍ່ເພື່ອນບ້ານ. ຖ້ານັກຮຽນຜູ້ໃດຍັງຄິດບໍ່ອອກ ສາມາດສົ່ງໝາກບານຕໍ່ໃຫ້ໝູ່. 2) ຄູຕັ້ງຄໍາຖາມເພື່ອໃຫ້ນັກຮຽນຄົ້ນຄິດກ່ຽວກັບເລື່ອງກ່ອນຈະເລົ່າປະສົບການເຊັ່ນ: ເພື່ອນບ້ານຂອງນັກຮຽນມີຊື່ ຫຍັງແດ່? ແລະ ມັກຫຼິ້ນເກມຫຍັງນໍາກັນ?3) ຄູສາທິດການເລົ່າປະສົບການ ເພື່ອນບ້ານຂອງຂ້ອຍມີນາງສຸກ ແລະ ຂ້ອຍມັກຫຼິ້ນເຕັ້ນຢາງ ແລະ ແຕ້ມຮູບ ນໍາລາວ. ພວກເຮົາສາມັກຄີຫຼິ້ນເກມຮ່ວມກັນ.4) ປະຕິບັດການສົ່ງຕໍ່ໝາກບານເພື່ອໃຫ້ນັກຮຽນໝົດທຸກຄົນໄດ້ຕອບ.5) ຄູຕັ້ງຄໍາຖາມ: - ນັກຮຽນຈະເຮັດຫຍັງ? - ເມື່ອຕົນໄດ້ເຮັດແນວບໍ່ດີ ຫຼື ເວົ້າຮ້າຍໃສ່ໝູ່?6) ນັກຮຽນຕອບ. ຕົວຢ່າງ: ຂ້ອຍຖຽງກັບທ້າວກິ, ລາວບໍ່ແບ່ງຂອງຫຼິ້ນໃຫ້ຂ້ອຍຫຼິ້ນ.7) ຄູຖາມເຈາະຈີ້ມຕື່ມຕາມຄວາມເໝາະສົມ: ແລ້ວເກີດ ຫຍັງຂຶ້ນຫຼັງຈາກຜິດຖຽງກັນ? ເຈົ້າຮູ້ສຶກແນວໃດ?8) ສືບຕໍ່ໃຫ້ນັກຮຽນຜູ້ນັ້ນຕອບ ແລະ ສົ່ງຕໍ່ໝາກບານຈົນໃຫ້ນັກຮຽນທັງໝົດໄດ້ຕອບ. ກິດຈະກໍາເສີມ: ຫງຈາກການແລກປຽນປະສົບການໃນວົງມົນແລ້ວ, ໃຫ້ນັກຮຽນກັບເຂົ້າມາບ່ອນຕົນເອງ ແລະ ແຕ້ມຮູບເພື່ອບົ່ງບອກການຼັ່ສະແດງຄວາມຮັກແພງຕໍ່ເພື່ອນບ້ານດຽວກັນ ເຊັ່ນ: ການແຕ້ມໝາກກ້ວຍ ເພື່ອສະແດງເຖິງການແບ່ງປັນໝາກກ້ວຍ.ຄູສາມາດນໍາໃຊ້ຂໍ້ຄວາມທີ່ຊຸມຊົນປະຕິບັດເປັນຢ່າງດີໃນທ້ອງຖິ່ນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ກັນ.ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບດ້ວຍການຕັ້ງຄໍາຖາມ:- ນັກຮຽນຮູ້ສຶກແນວໃດເມື່ອມີໝູ່ (ເພື່ອນບ້ານ) ຫຼິ້ນນໍາ?- ນັກຮຽນຮູ້ສືກແນວໃດເມື່ອຜິດຖຽງ ຫຼື ເຮັດແນວບໍ່ດີຕໍ່ເພື່ອນບ້ານ?- ນັກຮຽນຈະເຮັດແນວໃດເພື່ອການຢູ່ຮ່ວມກັນກັບເພື່ອນບ້ານຢ່າງມີຄວາມສຸກ?2) ຄູຢາຕື່ມວ່າ: ການເວົ້າຈາທີ່ນິ້ມນວນອ່ອນຫວານ, ການຊ່ວຍເຫຼືອກັນ, ຫຼ້ນຮ່ວມກັນ, ແບ່ງປັນສິ່ງຂອງ, ຢ້ຽມຢາມ ໍ ້ິໃນເວລາເຈັບປ່ວຍ ແມ່ນການສະແດງອອກເຖິງຄວາມຮັກແພງຕໍ່ເພື່ອນບ້ານ.3) ເພື່ອນບ້ານດຽວກັນແມ່ນມີຄວາມສໍາຄັນທີ່ສຸດ ເພາະວ່າແຕ່ລະຄົນຈະໄດ້ເພິ່ງພາອາໄສກັນ ເພື່ອຄົ້ນຄວ້າ ຮໍາຮຽນ, ອອກແຮງງານ, ຫຼິ້ນຮ່ວມກັນຢ່າງສະໜຸກສະໜານ່.ການວັດ ແລະ ປະເມີນຜົນຄູສັງເກດການຕອບຄໍາຖາມຂອງ ນັກຮຽນ ແລະ ນຳໃຊ້ເກນຄະແນນຂ້າງເທິງເພື່ອໃຫ້ຄະແນນ.໑໔໖ສ ວ ສສະຫງວນລິຂະສິດ

147ບົດທີ 29: ການເຄົາລົບ ນັບຖື ຄົນ ໃນ ຊຸມ ຊົນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຮູ້ກໍານົດບຸກຄົນໃນຊຸມຊົນທີ່ຊ່ວຍເຫຼືອນັກຮຽນ.2. ຮູ້ຈໍາແນກສິ່ງ​ທີ່​ຄວນ​​ແລະ​ບໍ່​ຄວນ​ປະພຶດ​ຕໍ່​ຄົນ​ໃນ​ຊຸມ​ຊົນ​ກ່ຽວກັບ​ການ​ເຄົາລົບ​ນັບຖື.​3. ຮູ້ກໍານົດການປະພຶດທີ່ຖືກຕ້ອງ​ແລະ​ເໝາະສົມຕໍ່ບຸກຄົນໃນຊຸມຊົນ.II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນຈໍາແນກສິ່ງ​ທີ່​ຄວນ​​ແລະ​ບໍ່​ຄວນ​ປະຕິບັດ​ຕໍ່ບຸກ​ຄົນ​ຕ່າງໆໃນ​ຊຸມ​ຊົນ​.2. ນໍາໃຊ້ເກນຄະແນນຂ້າງລຸ່ມເພື່ອໃຫ້ຄະແນນນັກຮຽນ:ຄະ​ແນນກໍານົດບຸກຄົນຕ່າງໆທີ່ຢູ່ໃນຊຸມຊົນ​ແລະ​ວິທີປະພຶດຕົນທີ່ຖືກຕ້ອງ​ແລະ​ເໝາະສົມຕໍ່ບຸກຄົນນັ້ນໆ.3ຮູ້ບອກບຸກຄົນໃນຊຸມຊົນ​3​ທ່ານ​ແລະ​ບອກ​3​ວິທີໃນການປະຕິບັດຕໍ່ບຸກຄົນເຫຼົ່ານັ້ນຢ່າງເໝາະສົມ​ເຊັ່ນ:​ຕໍາຫຼວດ,​ແພດໝໍ,​ການທັກທາຍທີ່ຖືກຕ້ອງ,​ການວາງຕົວໃຫ້ຖືກກາລະເທສະ,​ການຮັບຕ້ອນແຂກທີ່ມາຢ້ຽມຢາມໂຮງຮຽນ.2ຮູ້ບອກບຸກຄົນໃນຊຸມຊົນ​2​ທ່ານ​ແລະ​ບອກ​2​ວິທີໃນການປະຕິບັດຕໍ່ເພິ່ນຢ່າງຖືກຕ້ອງ.1ຮູ້ບອກບຸກຄົນໃນຊຸມຊົນ​1​ທ່ານ​ແລະ​ບອກ​1​ວິທີໃນການປະຕິບັດຕໍ່ເພິ່ນຢ່າງຖືກຕ້ອງ.0ນັກຮຽນບໍ່ເວົ້າຫຍັງ.III. ເນື້ອໃນຕົ້ນຕໍ1. ບຸກຄົນໃນຊຸມຊົນແມ່ນບັນດາຜ້ຄົນຕ່າງໆທ່ຢ່ຮ່ວມກັນໃນຊຸມຊົນ​ເພ່ນເຮັດວຽກສ້າງສາໃຫ້ຊຸມຊົນເປັນໜ້າຢ​ູີູ ່ ູິູ່(ບຸກຄົນໃນຊຸມຊົນເປັນຕົ້ນແມ່ນ​ນາຍບ້ານ,​ຄະນະປົກຄອງຂັ້ນບ້ານ​ຫຼື​ແນວໂຮມ,​ກອງຫຼອນ,​ຕໍາຫຼວດ,​ແພດ​ປະຈໍາບ້ານ​ແລະ​ຄູອາຈານ).2. ​ ການເຄົາລົບ​ນັບຖື​ຄົນ​ໃນ​ຊຸມ​ຊົນ​​ແມ່ນການ​ໃຫ້ກຽດ​ກັນ​ທາງ​ດ້ານ​ການ​ປະພຶດ.​ການ​ປະຕິບັດຂອງ​ແຕ່​ລະ​ຄົນ​ເຊິ່ງແມ່ນ​ມາ​ລະຍາດ​ໜຶ່ງ​ທີ່​ຕ້ອງ​ໄດ້​ປະຕິບັດ.3. ການ​ເຄົາລົບ​ນັບຖື​ຄົນ​ໃນ​ຊຸມ​ຊົນ​ສະ​ແດງ​ອອກ​ທາງ​ດ້ານ​ການ​ປະພຶດ​ເຊັ່ນ:​ການ​ໄປ-ມາ,​ການ​ເວົ້າ​ຈາ,​ການ​​ ​ນຸ່ງ​ຖື,​ການ​ກິນ,​ການທັກ​ທາຍ​ສະບາຍດີ​ດ້ວຍ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ.4. ​ ການເຄົາລົບ​ນັບ​ຖື​ຄົນ​ໃນ​ຊຸຸມຊົນ​​ແມ່ນ​ສິ່ງ​ທີ່ທຸກ​ຄົນ​ຕ້ອງ​ປະຕິບັດ​ຕໍ່​ກັນໃຫ້ເໝາະສົມ​​ເຊັ່ນ:​ການວາງ​ຕົວ​ໃຫ້​​ຖືກ​ກັບ​ກາລະ​ເທສະ,​ການວາງຕົວໃຫ້ເໝາະສົມເມື່ອມີຄົນມາຢ້ຽມຢາມໂຮງຮຽນ,​ການ​ປັບ​ຕົວ​ກັບ​ສະພາບ​ແວດ​ລ້ອມ,​ການ​ໃຫ້ກຽດ​ກັນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ​ແລະ​ຄູ່ມືຄູວິຊາຄຸນສົມບັດຊັ້ນປະຖົມສຶກສາປີທີ​1.2. ເຊີນບຸກຄົນໃນຊຸມຊົນ​ເຊັ່ນ:​ທ່ານໝໍ,​ນາຍບ້ານ...​ເພື່ອມາຢ້ຽມຢາມຫ້ອງຮຽນ​ແລະ​ໃຫ້ນັກຮຽນປະຕິບັດ​ຢ່າງເໝາະສົມ​(ກິດຈະກໍາທາງເລືອກ).໑໔໗

148V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ທວນບົດຮຽນຄືນ1)​ຄູພານັກຮຽນທວນຄືນບົດຮຽນ​ມາລະຍາດໃນທີ່ສາທາລະນະ.2)​ຄູໃຫ້ນັກຮຽນຊີ້ບອກວ່າຮູບໃດສະແດງເຖິງມາລະຍາດທີ່ດີ​ພ້ອມທັງໃຫ້ນັກຮຽນອະທິບາຍຕື່ມ.3)​ນັກຮຽນ​2-3​ຄົນລຸກຂຶ້ນຕອບ.4)​ຄູບອກນັກຮຽນວ່າ:​ມື້ນີ້,​ພວກເຮົາຈະຮຽນກ່ຽວກັບການເຄົາລົບນັບຖືຄົນໃນຊຸມຊົນຂອງພວກເຮົາ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສົນທະນາຖາມຕອບ1)​ຄູຖາມນັກຮຽນ:-​ ມີບຸກຄົນໃດແດ່ທີ່ອາໄສຢູ່ຊຸມຊົນຂອງພວກເຮົາ?-​ ມີບຸກຄົນໃດແດ່ທ່ເຂ້າມາຢ້ຽມຢາມໝ່ບ້ານຂອງພວກເຮົາ?ີົູ-​ ນັກຮຽນເຄີຍເຫັນຜູ້ໃດມາຢ້ຽມຢາມໂຮງຮຽນຂອງພວກເຮົາບໍ່?-​ ເວລານັກຮຽນເຫັນບຸກຄົນທີ່ມາຢ້ຽມຢາມໂຮງຮຽນ​ນັກຮຽນປະຕິບັດຕໍ່ເພິ່ນແນວໃດ?ສໍາລັບນັກຮຽນຊົນເຜົ່າ: 1)​ນັກຮຽນຕອບ2)​ ຄູນໍາໃຊ້ຮູບບັນດາບຸກຄົນຕ່າງໆເພື່ອອະທິບາຍໃຫ້ນັກຮຽນເຂົ້າໃຈຕື່ມເຊັ່ນ:​ຮູບທ່ານໝໍ,​ຮູບຕໍາຫຼວດ​...​3)​ຄູບັນທຶກຄໍາຕອບຂອງນັກຮຽນໃສ່ກະດານ​ດ້ວຍການຂຽນຄໍາສັບ​ຫຼື​ແຕ້ມຮູບທີ່ງ່າຍດາຍ.4)​ຄູບອກນັກຮຽນວ່າ:​ມື້ນີ້ຈະມີບຸກຄົນທີ່ສໍາຄັນຕໍ່ຊຸມຊົນມາຢ້ຽມຢາມໂຮງຮຽນຂອງພວກເຮົາ.​(ຖ້າບໍ່ມີແຂກມາ​ຢາມ​ຄູບອກນັກຮຽນວ່າ:​ພວກເຮົາສະແດງບົດບາດສົມມຸດການປະຕິບັດທີ່ເໝາະສົມເມື່ອມີແຂກມາຢາມ​ໂຮງຮຽນ).5)​ຄູແນະນໍາ​ແລະ​ນໍາພານັກຮຽນປະຕິບັດການປະພຶດຕ່າງໆທີ່ເໝາະສົມຕໍ່ແຂກທີ່ມາຢ້ຽມຢາມໂຮງຮຽນເຊັ່ນ:-​ ການທັກທາຍທີ່ຖືກຕ້ອງຕໍ່ແຂກທີ່ມາຢາມ.-​ ແນະນໍາແຂກທີ່ມາຢາມໂຮງຮຽນໃຫ້ຮູ້ຈັກຫ້ອງການຂອງໂຮງຮຽນ​ຫຼື​ຫ້ອງພັກຄູ.-​ ເອົານໍ້າໃຫ້ແຂກດື່ມ.-​ ນຸ່ງເຄື່ອງນັກຮຽນໃຫ້ເປັນລະບຽບຮຽບຮ້ອຍເຊັ່ນ:​ເອົາເສື້້ອເຂົ້້າໃນ,​ມັດຜົມ​ຫຼື​ຫວີຜົມໃຫ້ຮຽບຮ້ອຍ.-​ ບໍ່ແລ່່ນຢອກກັນໃກ້ເຂດຫ້ອງການ​ຫຼື​ບ່ອນທີ່ມີແຂກມາຢາມ.6)​ຄູເຕືອນນັກຮຽນໃຫ້ປະຕິບັດຕາມກົດລະບຽບຂອງໂຮງຮຽນຢ່າງຖືກຕ້ອງ​ເມື່ອມີແຂກມາຢາມໂຮງຮຽນ.7)​ນັກຮຽນປະຕິບັດຕາມຄູເທື່ອລະຂໍ້.3. ສົນທະນາຕາມຮູບພາບ1)​ ຄູ​ແບ່ງນັກຮຽນເປັນ​4​ກຸ່ມ​ຫຼ​ຕາມຄວາມເໝາະສົມ.ື2)​ ຄູໃຫ້ນັກຮຽນແຕ່ລະກຸ່ມສັງເກດ​ແລະ​ສົນທະນາຕາມຮູບພາບ​1-4​ໃນປຶ້ມແບບຮຽນຕາມ​ຄູແບ່ງໃຫ້ແຕ່ລະກຸ່ມ.​3)​ຄູຕັ້ງຄໍາຖາມວ່າ:-​ ໃນຮູບພາບທີ​1-4​ນັກຮຽນເຫັນຫຍັງແດ່?​(ຄູຖາມເຈາະຈິ້ມຕື່ມ).ການວັດ ແລະ ປະເມີນຜົນຄູຕັ້ງຄໍາຖາມເຈາະຈີ້ມ​ເພື່ອໃຫ້​ນັກຮຽນສາມາດກໍານົດບຸກຄົນຕ່າງໆ​ໃນຊຸມຊົນ.​ຄູສາມາດນໍາໃຊ້ຮູບ​ເຊັ່ນ:​ຮູບຕໍາຫຼວດ,​ຮູບແພດໝໍ...​ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈງ່າຍ.ການວັດ ແລະ ປະເມີນຜົນຄູສັງເກດເບິ່ງການສົນທະນາຂອງນັກຮຽນ​ພາຍໃນກຸ່ມ​ແລະ​ຕັ້ງຄໍາຖາມເຈາະຈີ້ມເພື່ອ​​​ຊ່ວຍໃຫ້ນັກຮຽນເຂົ້າໃຈພຶດຕິກໍາທີ່ເໝາະສົມ,​ໃຫ້​ນັກຮຽນຊີ້ບອກການປະພຶດທີ່ເໝາະສົມ​​​ພ້ອມທັງໃຫ້ຄໍາແນະນໍາຊ່ວຍເຫຼືອເມື່ອຈໍາເປັນ.໑໑໔໘ສ ວ ສສະຫງວນລິຂະສິດ

149-​ ຜ່ານມານັກຮຽນເຄີຍປະຕິບັດຕາມຮູບພາບໃດ?​ຍ້ອນຫຍັງ?-​ ໃນຮູບພາບທີ​3​ຖ້ານັກຮຽນບໍ່ລຽນແຖວກັນຂື້້ນ​ຫຼື​ລົງລົດເມຈະມີຫຍັງເກີດຂຶ້ນ?-​ ໃນຮູບພາບທີ​2,​ຖ້າມີແພດໝໍມາເຜີຍແຜ່ຄວາມຮູ້ໃຫ້ຊຸມຊົນນັກຮຽນຈະປະຕິບັດຕົນແນວໃດ?4)​​ຕາງໜ້າແຕ່ລະກຸ່ມຂື້ນລາຍງານສູ່ໝູ່ຟັງ.​5)​ຄູຊົມເຊີຍ​ພ້ອມທັງສະຫຼຸບ:-​ ຮູບພາບທີ​1: ສະແດງຄວາມເຄົາລົບນາຍບ້ານ​ແລະ​ແຂກທີ່ມາຢ້ຽມຢາມ.-​ ຮູບພາບທີ​2:​ຮັບຟັງການໃຫ້ຂໍ້ມູນຢ່າງຕັ້ງໃຈ.-​ ຮູບພາບທີ​3:​ເວລາລົງລົດເມຕ້ອງຍ່າງຕໍ່ແຖວ.-​ ຮູບ​ພາບທີ​4:​ກົ້ມຫົວລົງຢ່າງສຸພາບເວລາຍ່າງກາຍໜ້າຜູ້ໃຫ່ຍ.ສຳລັບນັກຮຽນຊົນເຜົ່າ: ຖ້າຄູ​ຫຼື​ນັກຮຽນໃດທີ່ສາມາດເວົ້າພາສາທ້ອງຖິ່ນ​ຄວນໃຫ້ຊ່ວຍອະທິບາຍບາງຄຳສັບເປັນພາສາທ້ອງຖິ່ນ​ເຊັ່ນ:​ສວນສາທາລະນະ,​ການປະພຶດ,​ການກະທຳ,​ການເຜີຍແຜ່,​ການທັກທາຍ,​ກາລະເທສະ.ຄວາມຮູ້ທ້ອງຖິ່ນ:ຄູສາມາດຍົກຕົວຢ່າງເພີ່ມຕື່ມບັນດາເຫດການຕ່າງໆທີ່ແທດເໝາະກັບສະພາບທ້ອງຖິ່ນຂອງນັກຮຽນ​ທີ່ມີບຸກຄົນໃນ​ຊຸມຊົນມີສ່ວນຮ່ວມຢ່າງຫ້າວຫັນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ສະແດງການປະພຶດທ່ຖືກຕ້ອງ ແລະ ເໝາະສົມີ1)​ຖ້າເປັນໄປໄດ້ຄູອາດເຊີນບຸກຄົນທີ່ເປັນຕົວແທນໃຫ້ຊຸມຊົນ​ໃຫ້ມີສ່ວນຮ່ວມໃນການສອນຊົ່ວໂມງນີ້ເຊັ່ນ:​ນາຍບ້ານ,​ຕໍາຫຼວດ,​ແພດໝໍ​ຫຼື​ອໍານວຍການໂຮງຮຽນ.2)​ແຂກທີ່ມາຢ້ຽມຢາມໂຮງຮຽນແນະນໍາຕົນເອງ​ພ້ອມທັງບອກນັກຮຽນ:​ເມື່ອພວກຫຼານໄດ້ຮຽນກ່ຽວກັບມາ​ລະຍາດດີຕ່ຄົນໃນຊຸມຊົນແລ້ວ,​ໃຫ້ແຕ່ລະຄົນອອກມາປະຕິບັດມາລະຍາດທ່ເໝາະສົມຕ່ແຂກທ່ມາຢ້ຽມຢາມ​ໍີໍີໂຮງຮຽນ.3)​ເມື່ອມີແຂກມາຢາມໂຮງຮຽນ​ນັກຮຽນຄວນປະຕິບັດເຊັ່ນ:​ການທັກທາຍ,​ເອົານໍ້າໃຫ້ດື່ມ.-​ ​ແນະນໍາສະຖານທີ່ໃນໂຮງຮຽນ​ຫຼື​ແນະນໍາໃຫ້ຮູ້ຈັກ​ຄູປະຈໍາຫ້ອງ,​ຄະນະຫ້ອງ...4)​ຄູອ່ານຂໍ້ຄວາມລຸ່ມນີ້ໃຫ້ນັກຮຽນຟັງ​ແລ້ວບອກນັກຮຽນວ່າ:​-​ ຂໍ້ຄວາມໃດຄວນປະຕິບັດໃຫ້ນັກຮຽນລຸກຂຶ້ນ,​ຂໍ້ຄວາມໃດ​ບໍ່ຄວນປະຕິບັດບໍ່ລຸກຂຶ້ນ.-​ ພວກເຮົາຕ້ອງຍ່າງກົ້ມຫົວລົງເລັກໜ້ອຍ​ເມື່ອຍ່າງກາຍໜ້າຜູ້ໃຫຍ່.​(ລຸກຂຶ້ນ)-​ ພວກເຮົາຕ້ອງຍ່າງແຂ່ງກັນລົງຈາກລົດເມກ່ອນ​(ບໍ່ລຸກ)-​ ພວກເຮົາບໍ່ຕ້ອງຟັງການເຜີຍແຜ່ຂໍ້ມູນຂ່າວສານ​(ບໍ່ລຸກ)ຂັ້ນສະຫຼຸບ (5 ນາທີ)1)​ນັກຮຽນໝົດທຸກຄົນລຸກຂຶ້ນ​ແລະ​ກ່າວຂອບໃຈແຂກທີ່ມາຢ້ຽມຢາມໂຮງຮຽນ.2)​ຄູຖາມນັກຮຽນຄືນ:​ພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?​ພວກເຮົາເຮັດຫຍັງໄດ້ແດ່ໃນຊົ່ວໂມງນີ້?3)​ນັກຮຽນຕອບ​ເຊັ່ນ:​ການທັກທາຍທີ່ເໝາະສົມ,​ການແນະນໍາໃຫ້ຮູ້ຈັກສະຖານທີ່ໃນໂຮງຮຽນ...4)​ຄູແນະນໍາ​ແລະ​ສຶກສາອົບຮົມໃຫ້ນັກຮຽນຝຶກປະຕິບັດຕື່ມ.​ນັກຮຽນທຸກ​ຄົນ​ຕ້ອງ​ຮູ້ຈັກ​ເຄົາລົບ​ເຊິ່ງກັນ​​ແລະ​​ກັນ​ເພາະ​ເປັນ​ມາລະ​ຍາດ​ອັນ​ໜຶ່ງ​ທີ່​ທຸກ​ຄົນ​ຕ້ອງ​ໄດ້​ປະຕິບັດ​ຕໍ່​ກັນ.​ການວັດ ແລະ ປະເມີນຜົນຄູສັງເກດນັກຮຽນຕອບຄໍາຖາມ​ແລະ​​ປະຕິບັດການປະພຶດທີ່ຖືກຕ້ອງຕໍ່ແຂກທີ່ມາຢາມໂຮງຮຽນ,​ພ້ອມທັງບັນທຶກ​ແລະ​ໃຫ້ຄະແນນຕາມເກນຄະແນນຂ້າງເທິງ.໑໔໙໘

150ບົດທີ 30: ກ່ອນປິດສົກຮຽນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຮູ້ຈັກມາລະຍາດຕໍ່ຄົນໃນຄອບຄົວ, ຊຸມຊົນ ແລະ ຕໍ່ທີ່ສາທາລະນະທີ່ຄວນປະຕິບັດໃນຊ່ວງພັກໂຮງຮຽນ.2. ຍົກຕົວຢ່າງການສະແດງຄວາມເຄົາລົບນັບຖື ແລະ ຄວາມຮັກແພງຕໍ່ຄົນໃນຄອບຄົວ, ນາຍຄູ ແລະ ເພື່ອນ ບ້ານດຽວກັນໃນໄລຍະພັກໂຮງຮຽນ.II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນສົນທະນາ ແລະ ຕອບຄໍາຖາມໃນກິດຈະກໍາຕ່າງໆ.2. ຕັ້ງຄໍາຖາມໃຫ້ນັກຮຽນກ່ຽວກັບເຫດຜົນທີ່ນັກຮຽນເລືອກປະຕິບັດ.3. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະ ແນນຍົກຕົວຢ່າງການສະແດງຄວາມເຄົາລົບ ແລະ ຮັກແພງໃນໄລຍະພັກໂຮງຮຽນ.3ຍົກ 3 ຕົວຢ່າງການສະແດງຄວາມເຄົາລົບ ແລະ ຮັກແພງຕໍ່ຄົນໃນຄອບຄົວ, ຄົນໃນຊຸມຊົນ ແລະ ສະຖານທີ່ສາລະນະໃນໄລຍະພັກໂຮງຮຽນ (ຄຳຕອບຢູ່ໃນເນື້ອໃນຕົ້ນຕໍ)2ຍົກ 2 ຕົວຢ່າງການສະແດງຄວາມເຄົາລົບ ແລະ ຮັກແພງຕໍ່ຄົນໃນຄອບຄົວ, ຄົນໃນຊຸມຊົນ ແລະ ສະຖານທີ່ ສາທາລະນະໃນໄລຍະພັກໂຮງຮຽນ.1ຍົກ 1 ຕົວຢ່າງການສະແດງຄວາມເຄົາລົບ ແລະ ຮັກແພງຕໍ່ຄອບຄົວ, ຄົນໃນຊຸມຊົນ ແລະ ສະຖານທີ່ ສາທາລະນະໃນໄລຍະພັກໂຮງຮຽນ.0ບໍ່ສາມາດຍົກຕົວຢ່າງໄດ້.III. ເນື້ອໃນຕົ້ນຕໍ1. ການປະພຶດທາງດ້ານມາລະຍາດ, ການເຄົາລົບ ແລະ ຄວາມກະຕັນຍູ: ໃນໄລຍະພັກ ໂຮງຮຽນ, ນັກຮຽນສາມາດນໍາໃຊ້ຄວາມຮູ້ກ່ຽວກັບມາລະຍາດຕ່າງໆໃຫ້ເໝາະສົມຕາມທ່ສາທາລະນະ ແລະ ການສະແດງຄວາມ ີເຄົາລົບຕໍ່ຄົນໃນສັງຄົມ. 2. ການປະພຶດທີ່ກ່ຽວຂ້ອງກັບຄວາມສະມັກຄີ, ຄວາມມີນາໃຈ ແລະ ຄວາມຮັກແພງຕໍ່ຜູ້ອື່ນ: ນັກຮຽນຕ້ອງສາໍ ້ມັກຄີຫຼິ້ນກັບໝູ່ເພື່ອນ, ແບ່ງປັນສິ່ງຂອງໃຫ້ກັນ, ໃຊ້ຄໍາເວົ້າ ແລະ ການກະທໍາທີ່ດີ. ນັກຮຽນບໍ່ຄວນຕີກັນ ຫຼື ຜິດຖຽງກັນ.3. ການສະແດງຄວາມກ້າຫານ, ຄວາມສັດຊື່ ແລະ ການມີລະບຽບວິໄນ: ນັກຮຽນຕ້ອງຕັ້ງໃຈຟັງຄໍາສັ່ງສອນ ຂອງ ພໍ່, ແມ່ ແລະ ຊ່ວຍວຽກພໍ່, ແມ່. ຖ້ານັກຮຽນໄດ້ເຮັດຜິດນັກຮຽນຕ້ອງກ້າຮັບຜິດຊອບ, ຂໍໂທດ ແລະ ພະຍາຍາມແກ້ໄຂສິ່ງທີ່ຕົນໄດ້ເຮັດຜິດ.4. ການປະຕິບັດຕໍ່ກັບກົດລະບຽບຕ່າງໆ ໂດຍສະເພາະແມ່ນການຍ່າງຕາມຖະໜົນຫົນທາງ: ນັກຮຽນຕ້ອງຍ່າງ ໃຫ້ຖືກເບ້ອງຕາມຫົນທາງ ແລະ ບ່ຫ້ນໃກ້ແຄມທາງ. ນັກຮຽນບ່ຄວນຍ່າງຕັນທາງ, ຕ້ອງຍ່າງເປັນແຖວຊ່ ແລະ ື ້ໍຼິໍືສັງເກດເບ່ງລົດຖີບ, ລົດຈັກ, ລົດໃຫຍ່ແລ່ນໄປມາຕາມທາງ. ນັກຮຽນຄວນຍ່າງເປັນໝ່ ຫື ມີ ຜ້ໃຫຍ່ຍ່າງນໍາ.ິູຼູIV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນປ. 1.2. ຝາຕຸກນໍາ ຫຼື ກ້ອນຫີນນ້ອຍ ເພື່ອໃຊ້ໝາຍຮູບພາບໃນປຶ້ມແບບຮຽນ.້໑໕໐໑ສ ວ ສສະຫງວນລິຂະສິດ

151V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ຟັງ ແລະ ສົນທະນາ1) ຄູບອກນັກຮຽນ: ບໍ່ພໍເທົ່າໃດມື້ ໂຮງຮຽນກໍ່ຈະໄດ້ປິດສົກຮຽນແລ້ວ, ນັກຮຽນຈະເຮັດຫຍັງແດ່ໃນໄລຍະພັກ ໂຮງຮຽນ?2) ນັກຮຽນຕອບ.3) ຄູແນະນໍານັກຮຽນວ່າ: ມື້້ນີ້ ພວກເຮົາຈະທົບທວນບົດຮຽນ ເພື່ອໃຫ້ນັກຮຽນເລືອກປະຕິບັດຕົນເອງໃຫ້ເປັນຄົນ ຄໍາຮູ້ຂອງຄອບຄົວໃນໄລຍະພັກໂຮງຮຽນນີ້.ຂັ້ນຈັດກິດຈະກໍາການຮຽນການສອນ (20 ນາທີ)2. ສັງເກດຕາມຮູບພາບ1) ຄູອ່ານຂໍ້ຄວາມຂ້າງລຸ່ມເພື່ອທວນບົດຮຽນຄືນ.2) ຄູບອກນັກຮຽນສັງເກດຮູບພາບໃນປຶ້ມແບບຮຽນ ແລະ ຊີ້ໃສ່ຮູບພາບທີ່ສະແດງເຖິງການປະພຶດທີ່ຖືກຕ້ອງ.3) ນັກຮຽນສັງເກດຮູບພາບ ແລະ ສົນທະນາເພື່ອເລືອກຮູບພາບໃຫ້ຖືກຕ້ອງຕາມຮູບພາບແຕ່ລະຊຸດດັ່ັງລຸ່ມນີ້: - ຊຸດທີ 1 ມີຮູບພາບລົງຈາກລົດເມ, ຍ່າງຕາມຂອບທາງ, ໄລ່ຍອກກັນຕາມທາງ ແລະ ສິ່ງທີ່ບໍ່ຄວນເຮັດໃນ ເວລາ ຂຶ້ນລົດເມ. ຄູບອກນັກຮຽນວ່າ: ນີ້້ແມ່ນອາທິດສຸດທ້າຍຂອງສົກຮຽນນີ້ແລ້ວ, ໂຮງຮຽນຈະໄດ້ປິດ, ທຸງຊາດ ກໍ່ຈະຖືກເອົາລົງ ແລະ ຈະເອົາຂຶ້ນຫຼັກທຸງອີກຄັ້ງໃນສົກຮຽນໜ້າ, ນັກຮຽນຈະໄດ້ພັກຜ່ອນຢູ່ເຮືອນ ຫຼື ໄປທ່ຽວ ກັບຄອບຄົວ. ຄູໃຫ້ນັກຮຽນເລືອກຮູບທີ່ສະແດງເຖິງການປະພຶດທີ່ຖືກຕ້ອງ. - ຊຸດທີ 2 ມີຮູບແລ່ນຢອກກັນໃນເຮືອນ, ແລ່ນກາຍໜ້າຜູ້ໃຫຍ່, ເວົ້າຈາຢ່າງອ່ອນໂຍນຕໍ່ຜູ້ໃຫຍ່ ແລະ ສະແດງ ຄວາມເຄົາລົບນາຍບ້ານ ແລະ ແຂກທີ່ມາຢ້ຽມຢາມ. ຄູບອກນັກຮຽນວ່າ: ນັກຮຽນຈະພົບປະຫຼາຍໆຄົນໃນ ໄລຍະພັກໂຮງຮຽນ. ຄູໃຫ້ນັກຮຽນເລືອກຮູບທ່ສະແດງເຖິງມາລະຍາດທ່ເໝາະສົມເມ່ອພົບປະກັບຄົນໃນຊຸມຊົນ.ີີື- ຊຸດທີ 3 ມີຮູບຖິ້ມຂີ້ເຫຍື້ອຊະຊາຍ, ເຄື່ອງຂອງໃນເຮືອນຊະຊາຍ, ໂຍນໝາກບານຖືກປ່ອງຢ້ຽມເຮືອນ ແລະ ໄປຫຼິ້ນບຸນກັບຄອບຄົວ. ຄູບອກນັກຮຽນວ່າ: ນັກຮຽນອາດຈະໄດ້ໄປສະຖານທີ່ຕ່າງໆ ຫຼື ຢ້ຽມຢາມຍາດພີ່ ນ້ອງໃນໄລຍະພັກຮຽນ. ຄູໃຫ້ນັກຮຽນເລືອກການປະພຶດທີ່ຖືກຕ້ອງ ແລະ ເໝາະສົມຕາມແຕ່ລະສະຖານທີ່. - ຊຸດທີ 4 ມີຮູບເບິ່ງແຍງນ້ອງ, ເອື້້ອຍ ແລະ ນ້ອງຍາດປຶ້ມກັນ, ຊ່ວຍວຽກເຮືອນ ແລະ ພະລາດມື່ນລົ້ມ. ຄູບອກນັກຮຽນວ່າ: ການສະແດງຄວາມມີນາໃຈ ແລະ ຄວາມຮັກແພງຕໍ່ສະມາຊິກຄອບຄົວແມ່ນສິ່ງທີ່ດີງາມ. ໍ ້ຄູໃຫ້ນັກຮຽນເລືອກການປະພຶດທີ່ ສະແດງເຖິງຄວາມມີນາໃຈສາມັກຄີຕໍ່ອ້າຍເອື້ອຍນ້ອງ ແລະ ພໍ່ແມ່).ໍ ້3. ເລືອກຮູບພາບ ແລະ ບອກເຫດຜົນ1) ແບ່ງນັກຮຽນອອກເປັນກຸ່ມ ກຸ່ມລະ 4 ຄົນ.2) ຄູຢາຍຝາຕຸກນາ ຫຼື ກ້ອນຫີນນ້ອຍ 1 ອັນໃຫ້ ນັກຮຽນແຕ່ລະຄົນເພື່ອໃຊ້ໝາຍຮູບ.ໍ ້3) ນັກຮຽນວາງຝາຕຸກນາ ຫຼື ກ້ອນຫີນໃສ່ຮູບ ໍ ້ທີ່ສະແດງເຖິງການປະພຶດທີ່ຖືກຕ້ອງ.4) ຄູຖາມນັກຮຽນແຕ່ລະຄົນວ່າ: ເປັນຫຍັງຮູບພາບນີ້ ຈຶ່ງສະແດງເຖິງການປະພຶດທີ່ຖືກຕ້ອງ? 5) ນັກຮຽນລຸກຂິຶ້ນຕອບ ຕົວຢ່າງ: ເພື່ອຄວາມປອດໄພໃນການຍ່າງຕາມທາງພວກເຮົາບໍ່ຄວນຍ່າງຂວາງ ທາງ, ບໍ່ດັ່ງນັ້ນລົດອາດຕໍາເຮົາໄດ້.6) ຄູສືບຕໍ່ຖາມຈົນໝົດທຸກຄົນພ້ອມທັງໃຫ້ຄໍາແນະນໍາສໍາລັບນັກຮຽນຕອບບໍ່ຖືກ.ການວັດ ແລະ ປະເມີນຜົນຄູຕັ້ງຄຳຖາມເຈາະຈິ້ມຕາມຮູບ ເພື່ອໃຫ້ນັກຮຽນບອກເຫດຜົນທີ່ເລືອກຮູບດັ່ງກ່າວ ເຊັ່ນ: ຍ້ອນສາເຫດໃດນັກຮຽນຈຶ່ງຄິດວ່າມັນເປັນຮູບທີ່ຖືກຕ້ອງ? ຈະເກີດຫຍັງຂຶ້ນກັບຜູ້ອື່ນ ຖ້ານັກຮຽນເຮັດຄືຮູບ? ຄູສັງເກດການວາງ ຝາຕຸກນ້ຳຂອງນັກຮຽນໃຫ້ຖືກຕ້ອງ.໐໑໕໑

152ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ເລົ່າເລື່ອງຕາມຮູບພາບ1) ນັກຮຽນເຮັດວຽກເປັນກຸ່ມ ກຸ່ມລະ 4 ຄົນ.2) ຄູບອກນັກຮຽນຈັດລຽງຮູບຄືນໃໝ່ໃຫ້ຖືກຕ້ອງຕາມລໍາດັບ ເພື່ອເລົ່າໃຫ້ເປັນເລື່ອງສັ້ນກ່ຽວກັບການເລີກ ໂຮງຮຽນ ແລະ ການເລີ່ມພັກໂຮງຮຽນ . 3) ລໍາດັບທີ່ຖືກຕ້ອງແມ່ນ 3, 1, 2, 4.4) ຄູບອກໃຫ້ນັກຮຽນແຕ່ລະກຸ່ມຂຶ້ນເລົ່າເລື່ອງ ຕາມຮູບທີ່ກຸ່ມຈັດລຽງ. ສະມາຊິກແຕ່ລະຄົນໃນກຸ່ມ ຈະເລົ່າເລື່ອງຕາມຮູບພາບຂອງຕົນ (ຕົວຢ່າງ: ນັກຮຽນຜູ້ທີ 1 ເລົ່າເລື່ອງຕາມຮູບພາບທີ 1; ນັກຮຽນຜູ້ທີ 2 ເລົ່າເລື່ອງຕາມຮູບພາບທີ 2 ແລະ ຕໍ່ໆໄປ).5) ຄູຊົມເຊີຍ ແລະ ແນະນໍາຕາມຄວາມເໝາະສົມ.ກິດຈະກຳເສີມ: ນັກຮຽນຂຽນລຳດັບຮູບໃສ່ໃນປຶ້ມຂຽນຂອງຕົນເອງ.ຂັ້ນສະຫຼຸບ (5 ນາທີ)1) ຄູອ່ານຂໍ້ຄວາມຂ້າງລຸ່ມນີ້ເພື່ອກວດກາຄວາມເຂົ້າໃຈຂອງນັກຮຽນ ພ້ອມທັງໃຫ້ນັກຮຽນຕົບມື 1 ຄັ້ງຖ້າຕອບວ່າແມ່ນການປະພຶດທີ່ຖືກຕ້ອງ ຫຼື ເອົາມືວາງເທິງຫົວຕົນເອງຖ້າຕອບວ່າມັນບໍ່ແມ່ນການປະພຶດທີ່ດີ:- ຖິ້ມຂີ້ເຫຍື້ອຊະຊາຍໃນສວນສາທາລະນະ. (ເອົາມືວາງເທິງຫົວ)- ຖິ້ມຂີ້ເຫຍື້ອໃສ່ຖັງຂີ້ເຫຍື້ອ. (ຕົບມື 1 ຄັ້ງ)- ຍ່າງຕາມທາງຍ່າງ ຫຼື ຂອບທາງ. (ຕົບມື 1 ຄັ້ງ)- ຫຼິ້ນໝາກບານໃກ້ຫົນທາງ. (ເອົາມືວາງເທິງຫົວ)- ເຮັດວຽກເຮືອນຊ່ວຍພໍ່, ແມ່. (ຕົບມື 1 ຄັ້ງ)- ຫຼິ້ນຕາມໃຈຕົນເອງ (ເອົາມືວາງເທິງຫົວ)2) ນັກຮຽນປະຕິບັດຕາມເທື່ອລະຂໍ້.3) ຄູຊົມເຊີຍນັກຮຽນໝົດທຸກຄົນ ແລະ ແນະນໍາໃຫ້ນັກຮຽນຮັກສາສຸຂະພາບ ແລະ ຊ່ວຍວຽກຄອບຄົວຕາມຄວາມສາມາດຂອງຕົນ.ສຳລັບນັກຮຽນຊົນເຜົ່າ: ຄູສາມາດຍົກຕົວຢ່າງການກະທຳຕ່າງໆທີ່ແທດເໝາະກັບເຫດການໃນຊຸມຊົນຕົນເອງ, ຫຼື ຖາມນັກຮຽນໃຫ້ແລກປ່ຽນ ປະສົບການສິ່ງທີ່ນັກຮຽນເຮັດໃນໄລຍະພັກໂຮງຮຽນ.ການວັດ ແລະ ປະເມີນຜົນຄູສັງເກດຄຳຕອບຂອງນັກຮຽນ, ບັນທຶກ ແລະ ປະເມີນຕາມເກນຄະແນນຂ້າງເທິງ.໑໕໒ສ ວ ສສະຫງວນລິຂະສິດ

ຄູ່ມືຄູ ຄຸນສົມບັດສຶກສາ ຊັ້ນປະຖົມສຶກສາ ປີທີ 1ສະໜັບສະໜູນ​ການສ້າງຕົ້ນສະບັບໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດສະ​ຫງວນ​ລິ​ຂະ​ສິດ(ເພື່ອຂາຍ)ພິມທີ່​ບໍ​ລິ​ສັດ​ລັດວິສາຫະກິດໂຮງພິມສຶກສາຕາມທະບຽນພິມ...............ຈຳນວນພິມ​1.000​ຫົວຂະໜາດ​21​x​29,7​​cmISBN...................


Like this book? You can publish your book online for free in a few minutes!
Create your own flipbook