Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ຄຸນສົມບັດສຶກສາ ປ.1 (MEG1 TG)

ຄຸນສົມບັດສຶກສາ ປ.1 (MEG1 TG)

Published by ltmd7471, 2020-09-23 04:38:37

Description: Moral Education grade1 TG

Search

Read the Text Version

44ກ່ຽວ ກັບ ວິ ທີ ການ ສອນ ສໍາ ລັບຫຼັກ ສູດ ສະບັບປັບປຸງ ຫຼັກ​ສູດສະບັບ​ນີ້​ສົ່ງ​ເສີມ​ການ​ຮຽນ​ການ​ສອນ​ແບບ​​ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ​(Active​Learning)​​ການ​ພັດ​ທະ​ນາ​ສະ​ມັດ​ຖະ​ພາບ​ຂອງ​ນັກ​ຮຽນ​ໃນ​ບົດ​ຮຽນ​ຕ່າງໆ​ຢ່າງ​ຖືກ​ຕ້ອງແທ້​ຈິງນັ້ນ,​ນັກຮຽນຕ້ອງ​ໄດ້ເຂົ້າ​ຮ່ວມ​​ໃນ​ຂະ​ບວນ​ການ​ຂອງ​ການ​ຮຽນ.​ນັກ​ຮຽນຈະ​ໄດ້​ນໍາໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ມາ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ກິດ​ຈະ​ກໍາຕ່າງໆ​​ຂອງບົດ​ຮຽນ.​ ຄູ​ຄວນ​ນໍາໃຊ້​ຂັ້ນຕອນການ​ສິດ​ສອນ​ແບບ​ເອົາ​ການ​ຮຽນທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ​ຊຶ່ງມີຂັ້ນຕອນດັ່ງລຸ່ມນີ້.ຂັ້ນນໍາເຂົ້າສູ່ບົດຮຽນ ຂັ້ນຈັດກິດຈະກໍາການຮຽນຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຂັ້ນສະຫຼຸບບົດຮຽນແຕ່ລະບົດໃນຄູ່ມືຄູນີ້​ແມ່ນໄດ້ປະຕິບັດຕາມຂັ້ນຕອນຂ້າງເທິງນີ້.​ກ່ອນຈະນໍາເຂົ້າສູ່ບົດຮຽນໃໝ່,​ຈະມີການ​ທວນຄືນບົດຮຽນທີ່ຜ່ານມາ​ໂດຍສະເພາະແມ່ນຈຸດທີ່​ກ່ຽວຂ້ອງກັບບົດຮຽນໃໝ່.ຂັ້ນນໍາເຂົ້າສູ່ບົດຮຽນໃນ​ຂັ້ນນໍາເຂົ້າສູ່ບົດຮຽນ​ຄູ​ຄວນ​ແນະ​ນໍາເນື້ອ​ໃນ​ບົດ​ຮຽນ​ໃໝ່​ຢ່າງ​ຈະ​ແຈ້ງ,​ມີ​ຄວາມ​ໝາຍ​ແລະ​ມີ​ສິ່ງ​ຈູງ​ໃຈ​ເຮັດ​ໃຫ້​ນັກ​ຮຽນຢາກ​ຮຽນ.​ເພື່ອ​ເຮັດ​ໃຫ້​ຂັ້ນນໍາເຂົ້າສູ່ບົດຮຽນ​ມີ​ປະ​ສິດ​ທິ​ພາບ​ຄູ​ຄວນ​ພິ​ຈາ​ລະ​ນາ​ເລືອກ​ເອົາວິ​ທີ​ການ​ດັ່ງ​​ລຸ່ມນີ້​ເພື່ອໃຫ້ສາມາດນໍາເຂົ້າສູ່ບົດຮຽນໄດ້ຢ່າງມີປະສິດທິພາບ:-​ ການຖາມ​ຄໍາຖາມເພື່ອໃຫ້​ຮູ້ກ່ຽວກັບ​ຄວາມ​ຮູ້​ແລະ​ປະ​ສົບ​ການ​ຂອງນັກຮຽນທີ່ກ່ຽວຂ້ອງ​ກັບ​ເນື້ອ​ໃນ​ຂອງ​ບົ​ດ​ຮ​ຽນ​ເຊັ່ນ:​ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​…?​ມີ​ໃຜ​ເຄີຍ​….?​ມີໃຜ​ຮູ້​​ກ່ຽວກັບ​…?​ວິທີການນີ້ເປັນການກະຕຸ້ນໃຫ້​ນັກຮຽນສົນໃຈກັບບົດຮຽນໃໝ່.-​ ການໃຊ້​ວັດ​ຖຸ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​ຫຼື​ສະ​ພາບ​ການ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​(ຖ້າ​ຈໍາ​ເປັນ,​ໃຊ້​ຮູບ​ພາບ​ທີ່​ສື່​ຄວາມ​​ໝາຍ​ໄດ້)​ເພື່ອ​ສະ​ເໜີ​ຄວາມ​ໝາຍ​ແລະ​ແນວ​ຄວາມ​ຄິດກ່ຽວກັບບົດຮຽນໃໝ່.-​ ນໍາສະ​ເໜີບົດຮຽນໃໝ່ໃນຮູບແບບທີ່ນັກ​ຮຽນຈະ​ສາ​ມາດ​ເຂົ້າ​ໃຈ​ເຖິງ​ຄຸນ​ປະ​ໂຫຍດ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ຮຽນ​ເພື່ອ​ນໍາໄປໃຊ້​ໃນ​ຊີ​ວິດ​ຕົວ​ຈິງຢູ່ນອກ​ຫ້ອງ​ຮຽນ.-​ ແນ​ ະ​ນໍາຄໍາສັບ​ທີ່​ພົວ​ພັນ​ກັບ​ສິ່ງ​ທີ່ຈະ​ຮຽນໃນບົດຮຽນ​ໃໝ່ທີ່​ຈະ​ໃຊ້​ໃນການ​ສົນ​ທະ​ນາກ່ຽວກັບເລື່ອງດັ່ງກ່າວ,​(ແລະ​ສໍາລັບນັກຮຽນຊົນເຜົ່າ​ແມ່ນ​ໃຫ້ຄູສະ​ໜັບ​ສະ​ໜູນເຂົາ​ເຈົ້າ​ຝຶກໃຊ້​ຄໍາສັບ​ເຫຼົ່ານັ້ນຢ່າງ​ມີ​ຄວາມ​ໝາຍ).-​ ສາ​ ທິດ​ວິ​ທີການ​ປັບໃຊ້​ບົດຮຽນ​​ໃໝ່​(ທີ່ເຊື່ອມ​ໂຍງ​ກັບ​ບໍ​ລິ​ບົດ​ຂອງ​ທ້ອງ​ຖິ່ນ).ຖ້າຈຸດປະສົງຢູ່ໃນວິຊາຄຸນສົມບັດສຶກສາເວົ້າວ່າ:ໃຫ້ນັກຮຽນສາມາດ:​-​ ຮູ້ກ່ຽວກັບການປະພຶດທີ່ສະແດງເຖິງການເຄົາລົບສະຖານທີ່ໃນເຮືອນ​ເຊັ່ນ:​ເຮືອນຄົວ,​ຫ້ອງນອນ,​ຫ້ອງ​​​​​​​​​​​​​ຮັບແຂກ,​ລະບຽງໜ້າເຮືອນ​ແລະ​ການນົບໄຫວ້.໔໔ສ ວ ສສະຫງວນລິຂະສິດ

45-​ ສາມາດອະທິບາຍໃຫ້ໝູ່ຄູ່ຮູ້ກ່ຽວກັບການເຄົາລົບສະຖານທີ່ຢູ່ໃນເຮືອນຂອງພວກເຂົາ.ໃນບົດຮຽນດັ່ງກ່າວນີ້,​ຄູສາມາດນໍາເຂົ້າສູ່ບົດຮຽນດ້ວຍການກະຕຸກຊຸກຍູ້ໃຫ້ນັກຮຽນແບ່ງປັນຄວາມຮູ້​​ແລະ​ປະສບການ​ສ່ວນຕົວຂອງພວກເຂົາດ້ວຍການຖາມຄໍາຖາມທີ່ກ່ຽວຂ້ອງກັບສ່ວນຕ່າງໆຂອງເຮືອນ​ແລະ​ວິທີການ​ົເບິ່ງແຍງຮັກສາ​ແລະ​ການປະພຶດທີ່ເໝາະສົມຢູ່ພາຍໃນເຮືອນຂອງຕົນ.ຄູສອນສາມາດເລົ່ານິທານກ່ຽວກັບສ່ວນຕ່າງໆຂອງເຮືອນ;​ບ່ອນທີ່ພວກນັກຮຽນອາໄສຢູ່,​ບ່ອນຫິ້ຼນ,​ບ່ອນນອນ​ແລະ​ບ່ອນກິນເຂົ້າ​ແລະ​ເລົ່າກ່ຽວກັບເຫດການທີ່ເກີດຂຶ້ນໃນເຮືອນ​ທີ່ສະແດງອອກເຖິງການປະພຶດທີ່ຖືກຕ້ອງ​ແລະ​ບໍ່ຖືກຕ້ອງການນໍາໃຊ້ເລື່ອງເລົ່າດັ່ງກ່າວນີ້​ຈະເປັນການແນະນໍາໃຫ້ນັກຮຽນຮູ້ກ່ຽວກັບການປະພຶດຢູ່ໃນເຮືອນທີ່ເໝາະສົມ​ແລະ​ບໍ່ເໝາະສົມ​ແລະ​ຍັງເປັນການແນະນໍາໃຫ້ນັກຮຽນຮູ້ກ່ຽວກັບຄໍາສັບຕ່າງໆທີ່ນໍາໃຊ້ຢູ່ໃນບົດຮຽນດັ່ງກ່າວ.ຂັ້ນຈັດ ກິດ ຈະ ກໍາການຮຽນຂັ້ນຈັດກິດ​ຈະ​ກໍາການຮຽນ​ແມ່ນຄູຈະເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້​ແລະ​ນໍາໃຊ້ຄວາມຮູ້​ແລະ​ທັກສະທີ່ຄູ​ໄດ້ນໍາສະເໜີຕອນຢູ່ຂັ້ນນໍາເຂົ້າສູ່ບົດຮຽນ​ໂດຍການຊ່ວຍເຫຼືອຂອງຄູ.ກິດຈະກໍາຕ່າງໆທີ່ຢູ່ໃນຂັ້ນຕອນນ​ແມ່ນຄູຈະເປັນຜູ້ນໍາພາປະຕິບັດ,​ເປັນກິດຈະກໍາຂອງຫ້ອງຮຽນໂດຍໃຫຄວາມ​ີ້້ຊ່ວຍເຫຼືອ​ແລະ​ໃຫ້ຄໍາແນະນໍານັກຮຽນຜູ້ທີ່ຍັງປະຕິບັດບໍ່ໄດ້​ຫຼື​ບໍ່ເຂົ້າໃຈ.​ວິທີການນີ້ເປັນການກະກຽມຄວາມພ້ອມ​ໃຫ້ນັກຮຽນເພື່ອເຂົ້າສູ່ບົດຮຽນໃນຂັ້ນຕໍ່ໄປ.ໃນ​ໄລ​ຍະ​ດໍາເນີນຂັ້ນຈັດກິດ​ຈະ​ກໍາການຮຽນນີ້​ຄູ​ຖາມ​ຄໍາຖາມ​ເພື່ອ​ຊ່ວຍ​ໃຫ້​ນັກ​ຮຽນ​ເຂົ້າໃຈເນື້ອໃນບົດຮຽນ​ແລະ​ທັກສະໃໝ່.​ສໍາລັບຄໍາຖາມທີ່ຕັ້ງໄວ້ໃນກິດຈະກໍາ​ສັງເກດຮູບພາບ​ແມ່ນໄດ້ແນະນໍາລະອຽດຈະແຈ້ງໃນປຶ້ມຄູ່ມືຄູ​ແຕ່ລະບົດ.​ສະນັ້ນ,​ໃນເວລາສອນຕົວຈິງຄູສອນຈະຕັ້ງຄໍາຖາມຕາມປຶ້ມຄູ່ມືຄູ​ຫຼື​ຕາມປຶ້ມແບບຮຽນກໍໄດ້​ເພາະລັກສະນະຄໍາຖາມກໍຄ້າຍຄືກັນ​ແລ້ວແຕ່ຄວາມເໝາະສົມ.​ຄູ​ອາດຈະຕ້ອງໄດ້ຊ່ວຍເຫຼືອນັກຮຽນຊົນເຜົ່າເປັນ​ພິເສດເພື່ອ​ໃຫ້​ເຂົາ​ເຈົ້າ​ໃຊ້​ພາ​ສາ​ລາວ​ເຂົ້າ​ໃນ​ການສື່​ສານ.ຖ້າຈຸດປະສົງຢູ່ໃນວິຊາຄຸນສົມບັດສຶກສາເວົ້າວ່າ:ໃຫ້ນັກຮຽນສາມາດ:​ຮູ້ກ່ຽວກັບການປະພຶດທີ່ສະແດງອອກເຖິງການເບິ່ງແຍງຮັກສາສະຖານທີ່ຕ່າງໆໃນເຮືອນ​ເຊັ່ນ:​ເຮືອນຄົວ,​ຫ້ອງນອນ,​ຫ້ອງຮັບແຂກ,​ຫ້ອງນັ່ງຫຼິ້ນລະບຽງຄູສາມາດຈັດກິດຈະກໍາການຮຽນໄດ້ດັ່ງນີ້:-​ ຈັດກຸ່ມປຶກສາຫາລືກ່ຽວກັບຮູບໃນປຶ້ມແບບຮຽນວິຊາຄຸນສົມບັດສຶກສາ.-​ ນັກຮຽນກໍານົດກ່ຽວກັບການປະພຶດທີ່ເໝາະສົມ​ແລະ​ບໍ່ເໝາະສົມດ້ວຍການຊີ້ໄປຍັງຮູບຢ່າງຖືກຕ້ອງ​ໄດ້.-​ ຈາກນ້ນ,​ກໍໃຫ້ນັກຮຽນນໍາສະເໜີກ່ຽວກັບຜົນໄດ້ຮັບດ່ງກ່າວໃຫ້ແກ່ນັກຮຽນຄົນອ່ນໆໃນຫ້ອງຮຽນ​ແລະ​ຄູຈະ​ັັືບັນທຶກຜົນໄດ້ຮັບດັ່ງກ່າວໃສ່ໃນຕາຕະລາງຂອງຄູສອນທີ່ຢູ່ເທິງກະດານດໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ກິດຈະກໍາຢູ່ຂັ້ນຕອນນີ້​ແມ່ນນັກຮຽນຈະໄດ້ນໍາໃຊ້ຄວາມຮູ້​ແລະ​ທັກສະດ້ວຍຕົນເອງຕາມທີ່ຄູໄດ້ແນະນໍາໃນ​ບາງວິຊາອາດຈະຈັດກິດຈະກໍາເປັນຄູ່​ຫຼື​ເປັນກຸ່ມຕາມຄວາມເໝາະສົມ.ຕົວຢ່າງກິດຈະກໍາຂອງຂັ້ນຝຶກປະຕິບັດ​ແລະ​ນໍາໃຊ້ໃນວິຊາຄຸນສົມບັດສຶກສາແມ່ນນັກຮຽນສາມາດນໍາໃຊ້ຄວາມຮູ້ຂອງພວກເຂົາຜ່ານທາງການສະແດງບົດບາດສົມມຸດ.ນັກຮຽນນໍາສະເໜີການປະພຶດຜ່ານທາງການກະທໍາ​ແລະ​ຄໍາເວົ້າກ່ຽວກັບສິ່ງທີ່ພວກເຂົາປະພຶດຢູ່ໃນແຕ່ລະຫ້ອງຂອງເຮືອນໃນເວລາທີ່ພວກເຂົາໄປຢາມບ້ານໝູ່ຄູ່ຂອງຕົນ.ນັກຮຽນເລືອກເອົາການປະພຶດທີ່ຖືກຕ້ອງ​ຜ່ານທາງກິດຈະກໍາການຫຼິ້ນເກມ​ຖືກ​ຫຼື​ຜິດ.ຂັ້ນສະຫຼຸບ ໂດຍ​ທົ່ວ​ໄປຢູ່​ພາກນີ້​ຂອງ​ບົດ​ຮຽນ​ແມ່ນຄູຈະ​ເປັນ​ຜູ້​ດໍາເນີນການ,​ເປັນກິດຈະກໍາສໍາລັບນັກຮຽນໃນຫ້ອງຮຽນ​ໝົດທຸກຄົນ.​ຄູ​ໃຫ້​ນັກ​ຮຽນທັງໝົດ​ກັບ​ມາ​ລວມ​ກັນ​​ເປົ້າ​ໝາຍ​ຂອງ​ຂັ້ນ​ສະຫຼຸບ​ແມ່ນ​ເພື່ອຢໍ້າ​ຄືນ​ຈຸດ​ສໍາ​ຄັນ​ທີ່​ນັກ​ຮຽນ​.໔໕

46ຄວນ​ເຂົ້າ​ໃຈ​ຢູ່ໃນບົດ​ຮຽນ.ປົກກະຕິແລ້ວ​ຄູຈະປະ​ເມີນ​ນັກ​ຮຽນ​ສ່ວນຫຼາຍຕອນຢູ່​ຂັ້ນຝຶກປະຕິບັດ​ແລະ​ນໍາໃຊ້ຂອງ​ບົດ​ຮຽນ​ເພື່ອປະເມີນວ່າ:​​ ​​ນັກ​ຮຽນ​ບັນລຸ​ຫຼື​ເຮັດໄດ້​ຕາມ​ຈຸດ​ປະ​ສົງຂອງບົດຮຽນ​ທ​ວາງ​ໄວ້​ຫຼື​ບໍ່?​ແລະ​ນັກຮຽນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ເພີ່ມຕື່ມ​ີ່​ໃນ​ເວ​ລາ​ທີ່​ຕ້ອງ​ການແລ້ວບໍ່.​ເຖິງຢ່າງ​ໃດ​ກໍຕາມ,​ໃນ​ລະຫວ່າງທີ່ສະຫຼຸບບົດຮຽນຄູກໍຍັງ​ສາ​ມາດ​ປະເມີນການຮຽນ​ຮູ້ຂອງນັກຮຽນໄດ້ເຊັ່ນດຽວກັນ.​ປົກ​ກະ​ຕິແລ້ວ​ຄູ​ຈະໃຊ້​ຂັ້ນຕອນນີ້ເພື່ອ​ປະ​ເມ​ີນ​ນັກ​ຮຽນ​ຜູ້​ທີ່​ຄູຍັງ​ບໍ່​ມີ​ໂອ​ກາດ​ໄດ້​ສັງ​ເກດ​​​ຕອນນັກຮຽນເຮັດກິດຈະກໍາຢູ່ຂັ້ນຝຶກປະຕິບັດ​ແລະ​ນໍາໃຊ້.ຕົວຢ່າງ​ການສະຫຼຸບບົດຮຽນບົດທ​24​ການເຄົາລົບສະຖານທີ່ໃນເຮືອນ,​ຄູສອນຈະໃຫ້ນັກຮຽນສະຫຼຸບສັງລວມກ່ຽວກັບ​​ີສິ່ງທີ່ພວກເຂົາໄດ້ຮຽນຮູ້ກ່ຽວກັບການເຄາລບສະຖານທໃນເຮອນ.​ຄູສອນຕ້ອງຕັ້ງຄໍາຖາມທີ່ເປັນການກະຕຸ້ນໃຫ້ນັກຮຽນ​ົົີ່ືໄດ້ຄົ້ນຄິດກ່ຽວກັບວິທີການນໍາໃຊ້ຄວາມຮູ້ໃໝ່ໆເຂົ້າໃນຊີວິດປະຈໍາວັນຂອງພວກເຂົາ​ໂດຍສະເພາະກໍແມ່ນໃນຕອນທີ່ພວກເຂົາໄປຢາມເຮືອນໝູ່ຂອງຕົນ.ການ ນໍາໃຊ້ຫຼັກສູດ ທ້ອງ ຖິ່ນ ຫຼັກສູດ​ທ້ອງ​ຖິ່ນ​ເປັນການເປີດໂອ​ກາດໃຫ້​ຄູ​ໄດ້ນໍາໃຊ້ຫຼັກສູດແຫ່ງຊາດໃຫ້ມີຄວາມສົມບູນຂຶ້ນໂດຍການຄໍານຶງ​ແລະ​ຕອບສະໜອງບໍລິບົດທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນນັ້ນໆ.​​ ການເຊື່ອມ​ໂຍ​ງ​ບົດ​ຮຽນ​ໃນຫຼັກ​ສູດ​ແຫ່ງ​ຊາດ​ກັບ​ບໍ​ລິ​ບົດຂອງ​ທ້ອງ​ຖິ່ນ​ຂອງ​ນັກ​ຮຽນ​ຈະ​ເຮັດ​ໃຫ້​ຄູ​ປະ​ສົບ​ຜົນ​ສໍາ​​ເລັດ​ຕາມຈຸດປະສົງ​ແລະ​ບົດ​ຮຽນ​ຈະ​ເປັນ​ໜ້າ​ສົນ​ໃຈ​ຫຼາຍ​ຂຶ້ນ.​ຄູ​ຄວນເຊື່ອມ​ໂຍງ​ເນື້ອ​ໃນ​ບົດ​ຮຽນ​ກັບ​ສິ່ງ​ທີ່​ນັກ​ຮຽນ​ຮູ້​ຫຼື​​ ​ມີ​ ປະ​ສົບ​ການ​ມາ​ແລ້ວ​ແລະ​ພັດ​ທະ​ນາ​ກາ​ນ​ຮຽນ​ຮູ້​​ສິ່ງໃໝ່​ຈາກ​ປະ​ສົບ​ການ​ເຫຼົ່າ​ນັ້ນ.​ຄູ​ຄວນດັດ​ປັບ​ບົດ​ຮຽນ​ໃຫ້​ເໝາະ​ສົມ​ເພື່ອ​ສົ່ງ​ເສີມ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທໍາຮີດຄອງປະເພນີ​ຂອງ​ນັກ​ຮຽນພູມປັນຍາ​ທ້ອງ​ຖິ່ນ​ເສີມ​ ຂະ​ຫຍາຍ​ຄວາມ​ຮູ້​ແລະ​ຄ່າ​ນິ​ຍົມ​​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ຂອງ​ທ້ອງ​ຖິ່ນ​ຕົນ​(ລັ​ກ​ສະ​ນະ​ຈຸດ​ເດັ່ນ​ຂອງ​ທໍາ​ມະ​ຊາດ,​​ສັງ​ຄົມ,​ເຕັກໂນ​ໂລ​ຊີ​ແລະ​ອຸດ​ສາຫະ​ກໍາຂອງ​ທ້ອງ​ຖິ່ນ).ໃນວິຊາຄຸນສົມບັດສຶກສາ,​ຕົວຢ່າງການນໍາໃຊ້ຫຼັກສູດທ້ອງຖິ່ນອາດຈະແມ່ນ:1.​ ນໍາໃຊ້ຕົວຢ່າງຂອງສິ່ງຕ່າງໆໃນເຮືອນ,​ການນຸ່ງຖື​ແລະ​ບັນດາຕົວແທນຂອງຊຸມຊົນ​ທີ່ກ່ຽວຂ້ອງກັບຊຸມຊົນ​ໃນທ້ອງຖິ່ນຂອງຕົນ.​2.​ ນໍາໃຊ້ຕົວຢ່າງພາສາທ້ອງຖິ່ນ​ເພື່ອອະທິບາຍກ່ຽວກັບຄໍາສັບ​ແລະ​ແນວຄວາມຄິດທີ່ສໍາຄັນ​ຖ້າເຫັນວ່າຈໍາເປັນ.​ມີໝາຍເຫດຢູ່ໃນຄໍາແນະນໍາ​ທີ່ບອກໃຫ້ຮູ້ວ່າ​ບ່ອນໃດທີ່ສາມາດດັດປັບ​ຫຼື​ວິທີການດັດປັບບົດຮຽນ​ໂດຍນໍາໃຊ້​ຫຼັກສູດທ້ອງຖິ່ນ.ການ ນໍາໃຊ້ກິດ ຈະ ກໍາເສີມ ​ ຢູ່ໃນຫຼັກສູດແຫ່ງຊາດ ແຕ່ລະວິຊາ​ໄດ້​ອະ​ທິ​ບາຍ​ມາດຕະຖານຂັ້ນຕໍ່າ​ທີ່​ນັກ​ຮຽນທຸກຄົນ​ຕ້ອງ​ໄດ້​ຮຽນ.​ຄູສາມາດ​ຕອບສະໜອງຄວາມຕ້ອງການຂອງຜູ້ຮຽນ​ ໄດ້ໂດຍການດັດປັບກິດຈະກໍາການຮຽນການສອນຂອງຕົນໄດ້​​ເພື່ອໃຫ້ນັກຮຽນແຕ່ລະຄົນສາມາດເຂົ້າໃຈເນື້ອໃນບົດຮຽນໄດ​ແລະ​ຮູ້ໄດ້ເຖິງຄວາມທ້າທາຍແຕ່ເປັນສິ່ງທີ່ເຮັດໄດ​ໂດຍການໃຊ້​ກິດ​້້ຈະ​ກາ​ ​ທີ່​ໜ້າ​ສົນ​ໃຈ​ແລະ​ມີຄວາມມ່ວນຊື່ນ​ຫຼື​ເອີ້ນວ່າກິດຈະກໍາເສີມ.ໍກິດຈະກໍາເສີມສາມາດເຮັດໄດ້ໃນຫຼາຍຮູບແບບດັ່ງນີ້:1.​ ກິດ​ຈະ​ກໍາເສີມ​ສາ​ມາດ​ສ້າງ​ຂຶ້ນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮຽນຢູ່ໃນບົດຮຽນແຕ່ລະບົດ​​ຈະມີກ່ອງຄໍາແນະນໍາການວັດ​ແລະ​ປະເມີນຜົນ​ແລະ​ຢູ່ໃນບາງກ່ອງຈະມີຄໍາແນະນໍາ​ໃຫ້ຄູວ່າ​ຢູ່ໃນຂັ້ນ​ຕອນໃດທີ່ຄູຄວນຕິດຕາມເບິ່ງວ່ານັກຮຽນເຂົ້າໃຈບົດຮຽນນັ້ນບໍ່​ແລະ​ຈະເຮັດວິທີໃດຖ້າມີນັກຮຽນບາງຄົນ​ຫຼື​ທັງໝົດຍັງຕ້ອງການຄວາມຊ່ວຍເຫຼືອຕື່ມ.​2.​ ກິດ​ ຈະ​ກໍາເສີມ​ສາ​ມາດ​ສ້າງ​ຂຶ້ນ​ ​ເພື່ອໃຫ້ບົດຮຽນ​ຫຼື​ກິດຈະກໍາຕ່າງໆມີຄວາມທ້າທາຍຂຶ້ນສໍາລັບນັກຮຽນທີ່​ເຮັດກິດຈະກໍາແລ້ວກ່ອນໝູ່.​​໔໖ສ ວ ສສະຫງວນລິຂະສິດ

473.​ ໃນວິຊາຄຸນສົມບັດສຶກສາ,​ກິດຈະກໍາເສີມອາດປະກອບດ້ວຍກິດຈະກໍາແຕ້ມຮູບຫ້ອງໃດໜຶ່ງໃນເຮືອນ​ທີ່ສະແດງໃຫ້ເຫັນ​ແລະ​ອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນໃນຫ້ອງດັ່ງກ່າວ.4.​ ກິດຈະກໍາການຫຼິ້ນເກມ​ຖືກ​ຫຼື​ຜິດ​ເພື່ອເລືອກເອົາຄໍາຕອບທີ່ຖືກຕ້ອງ.ກ່ຽວ ກັບ ການ ສອນ ນັກ ຮຽນຊົນເຜົ່າຢູ່ໃນແຕ່​ລະ​ບົດ​ຮຽນຂອງແຕ່ລະວິຊາສ່ວນຫຼາຍ​ຈະມີ​ຄໍາແນະນໍາ​ກ່ຽວກັບ​ການ​ດັດ​ປັບ​ກິດ​ຈະ​ກໍາຕ່າງໆໃຫ້​ມີ​​ຄວາມເໝາະ​ສົມ​ຫຼາ​ຍ​ຂຶ້ນກັບນັກ​ຮຽນ​ຜູ້​ທີ່ເວົ້າ​ພາ​ສາ​ລາວບໍ່​ໄດ້​ດີ.​ທ່ານຈະເຫັນຂໍ້ຄວາມຂຽນວ່າ:​ ‘ສໍາລັບນັກຮຽນ ຊົນເຜົ່າ’.2. ກ່ຽວ ກັບ ການ ຮຽນ ການ ສອນ ວິ ຊາຄຸນສົມບັດສຶກສາ ການສອນວິຊາຄຸນສົມບັດສຶກສາ​ແມ່ນການຊ່ວຍໃຫ້ນັກຮຽນມີພັດທະນາການກ່ຽວກັບ:-​ ຄວາມຮູ້ກ່ຽວກັບເນ້ອໃນຂອງວິຊາດ່ງກ່າວທ່ກ່ຽວຂ້ອງກັບລະບຽບການ,​ຄວາມຮັບຜິດຊອບ,​ການເຄົາລົບນບຖ​ແລະ​ືັີັືຄວາມເມດຕາຕໍ່ກັບຕົວເອງ​ແລະ​ຕໍ່ກັບຄອບຄົວ,​ໂຮງຮຽນ​ແລະ​ຊຸມຊົນ.​ກິດຈະກໍາທີ່ນໍາໃຊ້ປະກອບດ້ວຍ:​ການເລົ່າເລື່ອງ,​ການຕັ້ງຄໍາຖາມ,​ໃຊ້ຮູບພາບໃນປຶ້ມແບບຮຽນ​ເພື່ອອະທິບາຍ​ແລະ​ກໍານົດກ່ຽວກັບການ​ປະພຶດທີ່ຖືກຕ້ອງເໝາະສົມ.-​ ການປະພຶດທີ່ຖືກຕ້ອງເໝາະສົມ​ເພື່ອສະແດງອອກເຖິງການເຄົາລົບນັບຖືຕົນເອງ,​ໝູ່ເພື່ອນ,​ຄອບຄົວ​ແລະ​ຊຸມຊົນ,​ເຮືອນຊານຂອງພວກເຂົາ​ແລະ​ສະຖານທີ່ສາທາລະນະ;​ລວມທັງການປະພຶດທີ່ສະແດງອອກເຖິງ​ຄວາມເມດຕາ​ຕໍ່ກັບໝູ່ຄູ່,​ເພື່ອນບ້ານ​ແລະ​ຄອບຄົວ.​ກິດຈະກໍາທີ່ນໍາໃຊ້ຈະຊ່ວຍໃຫ້ນັກຮຽນໄດ້ຝຶກແອບນໍາໃຊ້ພາສາ​ແລະ​ການກະທໍາທີ່ຖືກຕ້ອງຢູ່ໃນສັງຄົມການສະແດງບົດບາດສົມມຸດ​ຈະເປັນການເປີດໂອກາດໃຫ້ພວກເຂົາໄດ້ຝຶກແອບທັກສະຕ່າງໆ.ທັກສະໃນການຕັດສິນໃຈເປັນການເປີດໂອກາດໃຫ້ນັກຮຽນໄດ້ເລືອກພຶດຕິກໍາທີ່ຖືກຕ້ອງ​ແລະ​ບໍ່ຖືກຕ້ອງຜ່ານທາງການຍົກຕົວຢ່າງ​ຫຼາຍໆ​ອັນມີປະໂຫຍກຄໍາເວົ້າແບບຖືກ​ຫຼື​ຜິດ​ເພື່ອໃຫ້ນັກຮຽນເລືອກວ່າອັນໃດແມ່ນການປະພຶດທີ່ຖືກຕ້ອງ​ໂດຍອີງ​ໃສ່ສິ່ງທີ່ໄດ້ຮຽນຮູ້ຈາກບົດຮຽນ.​ເພື່ອໃຫ້ສາມາດຕັດສິນໃຈເລືອກໄດ້ເມື່ອພົບກັບບັນຫາ.​ວິຊາຄຸນສົມບັດສຶກສາຈະປະສົບຜົນສໍາເລັດໄດ້ນັ້ນ​ບົດຮຽນຕ່າງໆ​ຕ້ອງສາມາດສະແດງອອກວ່າ​ນັກຮຽນ​​​​​ສາມາດພັດທະນາທັກສະເຫຼົ່ານີ້ໄດ້ທັງໝົດ.ຄູຄວນວາງແຜນ/ແຕ່ງບົດສອນເພື່ອ-​ ຊ່ວຍໃຫ້ນັກຮຽນ​ໄດ້ຄົ້ນຄິດ​ແລະ​ສະແດງອອກກ່ຽວກັບສິ່ງທີ່ພວກເຂົາຮູ້​ແລະ​ເຂົ້າໃຈໂດຍຜ່ານການ​ຕັ້ງຄໍາຖາມໂດຍກົງ.-​ ສະໜອງໂອກາດໃຫ້ແກ່ນັກຮຽນ​ໄດ້ແບ່ງປັນແນວຄິດຂອງພວກເຂົາກັບໝູ່ຄູ່ໃນເວລາເຮັດວຽກເປັນກຸ່ມ​ແລະ​ກັບໝົດທຸກຄົນໃນຫ້ອງຮຽນ.-​ ກະຕຸກຊຸກຍູ້ໃຫ້ນັກຮຽນໄດ້ຝຶກແອບກ່ຽວກັບສິ່ງທີ່ໄດ້ຮຽນມາດ້ວຍການຝຶກແອບທັກສະຕ່າງໆ​ເພື່ອສ້າງ​ຄວາມໝັ້ນໃຈໃນຕົວເອງ​ແລະ​ສ້າງຄວາມກ້າຫານໃນການທົດລອງນໍາໃຊ້ທັກສະໃໝ່ໆ.-​ ຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ສ່ງໃໝ່ໆ​ໃນແວດລ້ອມຫ້ອງຮຽນທ່ນັກຮຽນສາມາດຊ່ວຍເຫືອກັນ​ເພ່ອຮຽນຮູ້ທກສະ​ິີຼືັໃໝ່ໆ,​ມີການຍ້ອງຍໍຊົມເຊີຍເຊິ່ງກັນ​ແລະ​ກັນ​ແລະ​ໃຫ້ການຊ່ວຍເຫຼືອກັນໃນການສະແດງບົດບາດສົມມຸດ​ແລະ​ໃນເວລາເຮັດກິດຈະກໍາກຸ່ມ.​-​ ແນະນໍາກ່ຽວກັບແນວຄວາມຄິດ​ແລະ​ຄໍາສັບທີ່ສໍາຄັນ​ແລະ​ຍັງເປັນການຮັບປະກັນວ່າ​ນັກຮຽນຈະມີ​ຄວາມເຂົ້າໃຈທີ່ດີຂຶ້ນ​ສຸດທ້າຍ,​ວິຊາຄຸນສົມບັດສຶກສາເປັນວິຊາທີ່ໃຫ້ໂອກາດໃນການທົບທວນ​ແລະ​ນໍາໃຊ້ຄວາມຮູ້​ແລະ​ພາສາທີ່ໄດ້ຮຽນຢູ່ໃນວິຊາອື່ນໆໃນຫຼັກສູດຊັ້ນປະຖົມສຶກສາອີກດ້ວຍ.໔໗

48ເຕັກນິກການຮຽນການສອນທີ່ສໍາຄັນສໍາລັບ ຂັ້ນ ປ.1ເຕັກນິກການຮຽນການສອນທີ່ສໍາຄັນສໍາລັບວິຊາຄຸນສົມບັດສຶກສາມີດັ່ງນີ້:1.​ ຄູ​ແບ່ງປັນປະສົບການ​ແລະ​ທໍາການຄາດເດົາກ່ຽວກັບການປະພຶດ​ແລະ​ຄວາມຮັບຜິດຊອບຕ່າງໆ.​ຄູສອນສະແດງໃຫ້ເບິ່ງເປັນແບບຢ່າງ​ແລະ​ແບ່ງປັນຜົນງານທີ່ກະກຽມໄວ້.​2.​ ນັກຮຽນຮຽນແບບ​ແລະ​ປະຕິບັດຕາມຄູ.3.​ ນັກຮຽນຝຶກເຕັກນິກເຫຼົ່ານັ້ນ​ຜ່ານທາງການສະແດງບົດບາດສົມມຸດ,​ການແຕ້ມຮູບ​ແລະ​ການຕັດສິນໃຈ​ເພື່ອເລືອກເອົາຮູບພາບທີ່ຖືກຕ້ອງ.ຕາຕະລາງການສອນປະຈໍາອາທິດສໍາລັບວິຊາຄຸນສົມບັດສຶກສາວິຊາຄຸນສົມບັດສຶກສາ​ສໍາລັບຫ້ອງ​ປ.1​ແມ່ນມີ​1​ຊົ່ວໂມງຕໍ່ອາທິດ.​ແຕ່ລະບົດແມ່ນຈະໃຊ້ເວລາ​1​ຊົ່ວໂມງ​ອາທິດທໍາອິດຂອງສົກຮຽນໃນຊັ້ນ​ປ.1​ແມ່ນຈະເປັນການແນະນໍາວິຊາຮຽນ.ສື່ການຮຽນການສອນສໍາລັບວິຊາຄຸນສົມບັດສຶກສານອກຈາກປຶ້ມຄູ່ມືຄູແລ້ວ​ມັນຍັງມີຄວາມຈໍາເປັນທີ່ຈະຕ້ອງມີສື່ການຮຽນການສອນເຂົ້າໃນການສອນວິຊາຄຸນສົມບັດສຶກສາອີກດ້ວຍ.ສື່ການຮຽນການສອນສໍາລັບວິຊາຄຸນສົມບັດສຶກສາມີດັ່ງນີ້:-​ ປຶ້ມແບບຮຽນ​ແລະ​ຄູ່ມືຄູ.-​ ເຈ້ຍ.-​ ຮູບແຕ້ມແບບງ່າຍດາຍ​ເພື່ອອະທິບາຍຄໍາສັບ.-​ ຕົວຢ່າງ:​ຮູບຄອບຄົວ,​ເຄື່ອງໃຊ້,​ເຄື່ອງນຸ່ງ​ແລະ​ອື່ນໆ.-​ ປຶ້ມເລື່ອງ​ທີ່ກ່ຽວຂ້ອງກັບການແບ່ງປັນ​ແລະ​ການສະແດງຄວາມເຄົາລົບນັບຖືຕໍ່ກັບຄອບຄົວ,​ໝູ່ເພື່ອນ​ແລະ​ຊຸມຊົນ.-​ ໂປສະເຕີ​ແລະ​ປຶ້ມເລື່ອງທີ່ກ່ຽວຂ້ອງກັບການຮັກສາສິ່ງແວດລ້ອມ.-​ ສະມາຊິກຊຸມຊົນຢູ່ໃນທ້ອງຖິ່ນທີ່ອາດຈະມາຢ້ຽມຢາມຫ້ອງຮຽນ​ແລະ​ສາທິດໃຫ້ເບິ່ງກ່ຽວກັບສິ່ງທີ່ພວກເຂົາເຮັດໃນຊຸມຊົນ.-​ ຕາຕະລາງກົດລະບຽບຂອງຫ້ອງ.​ຂະໜາດເທົ່າກັບເຈ້ຍແຜ່ນໃຫຍ່ໜຶ່ງແຜ່ນ.​ໃຊ້ຮູບທີ່ແນະນໍາໄວ້ໃນ​ເອກະສານອາທິດແນະນໍາເບື້ອງຕົ້ນ.​​ຖ້າບໍ່ມີອຸປະກອນທີ່ກ່າວມາຂ້າງເທິງ​ໃຫ້ເບິ່ງຄໍາແນະນໍາກ່ຽວກັບອຸປະກອນທາງເລືອກດັ່ງລຸ່ມນີ້:-​ ແຕ່ງເລື່ອງເລົ່າຂອງທ່ານເອງ​ໂດຍໃຊ້ຮູບແຕ້ມທີ່ນັກຮຽນແຕ້ມ​ເພື່ອສ້າງເປັນປຶ້ມເລື່ອງ.-​ ຕັດຮູບພາບຈາກວາລະສານຕ່າງໆເພື່ອສ້າງເປັນປຶ້ມລວມກ່ຽວກັບຫົວຂໍ້ຕ່າງໆເຊັ່ນ:​ກ່ຽວກັບເຮືອນ,​ໝູ່ບ້ານ​ແລະ​ເມືອງຕ່າງໆ.ການ ສົ່ງເສີມຄວາມ ຮູ້ ໜັງ ສື ໂດຍ ຜ່ານ ວິ ຊາຄຸນສົມບັດສຶກສາ ​ ຢູ່ໃນວິ​ຊາຄຸນສົມບັດສຶກສາ​ແລະ​ບົດ​ຮຽນຕ່າງໆໃນແຕ່ລະວິຊາ​​ແມ່ນໄດ້ເປີດໂອ​ກາດ​ໃຫ້​ນັກ​ຮຽນ​ໄດ້​ຝຶກ​ອ່ານ​​​ແລະ​ຂຽນ​ແລະ​ມີການແນະ​ນໍາຄໍາສັບ​ໃໝ່ໆ​ພ້ອມກັບຂຽນໃຫ້ນັກຮຽນເບິ່ງ.​ຄູຄວນ​ໃຊ້​ໂອ​ກາດເຫຼົ່ານີ້​ເພື່ອສົ່ງເສີມການ​ຮຽນໜັງສືຂອງນັກຮຽນ. ຕົວ ຢ່າງ ຖ້າ​ ຄູແນະນໍາ​ຄໍາສັບ​ດ້ວຍການ​ຂຽນ,​ກ່ອນທີ່ຈະບອກ​ຄໍາສັບ​ນັ້ນ​ໃຫ້​ແກ່​ນັກ​ຮຽນຄູຄວນ:​-​ ຖາ​ມ​ນັກ​ຮຽນວ່າເຂົາ​ເຈົ້າ​ຮູ້​ວິ​ທີ​ອ່ານ​ຄໍາສັບ​ນັ້ນ​ແລ້ວບໍ່,​ຖ້າ​ຮູ້ໃຫ້​ເຂົາ​ເຈົ້າ​ອ່ານ​ກ່ອນ.-​ ຖາ​ ມ​ນັກ​ຮຽນວ່າເຂົາ​ເຈົ້າຮູ້​ຕົວ​ອັກ​ສອນ​ໃນ​ຄໍາສັບ​ນັ້ນ​ບໍ່​ແລະ​ໃຫ້​ເຂົາ​ເຈົ້າ​ບອກ​​ຊື່ຂອງແຕ່ລະ​ຕົວ​ອັກ​ສອນ.໔໘ສ ວ ສສະຫງວນລິຂະສິດ

49-​ ຖາ​ມ​ນັກ​ຮຽນເຂົາ​ເຈົ້າ​ສາ​ມາດ​ຄາດ​ເດົາ​ວ່າຄໍາສັບ​ໃດ​ທີ່​​ເ​ຂົ້າ​ຄູ່​ກັບ​ສຽງ​ຂອງ​ຄໍາສັບ​ທີ່​ພົວ​ພັນ​ກັບ​ຫົວ​ຂໍ້​ຂອງ​ບົດ​ຮຽນ.​ຖ້າ ຄູ ຈະຂຽນ ຄໍາສັບກ່ອນຈະ ຂຽນຄູຄວນ:-​ ໃຫ້ຄູເອົາຮູບພາບທີ່ກ່ຽວກັບເນື້ອໃນຕົ້ນຕໍຂອງບົດຮຽນໃຫ້ນັກຮຽນເບິ່ງ​ພ້ອມກັບຊື່ຂອງຮູບພາບເຫຼົ່ານັ້ນ.-​ ໃນຂະນະທີ່ນັກຮຽນອ່ານຄໍາສັບເຫຼົ່ານັ້ນ​ຖ້ານັກຮຽນຢາກກ່າຍຄໍາສັບເຫຼົ່ານັ້ນໄວ້​ຄູກໍໃຫ້ນັກຮຽນກ່າຍໃສ່​ປຶ້ມຂຽນ.​​3. ກ່ຽວ ກັບ ການວັດ ແລະ ປະເມີນຜົນການ​ວັດ​ແລະ​ປະ​ເມີນ​ຜົນ​ຄວາມ​ຄືບ​ໜ້າ​ການ​ຮຽນ​ຂອງນັກ​ຮຽນແມ່ນເປັນສິ່ງທີ່ສໍາຄັນຢ່າງຍິ່ງ.​ການວັດ​ແລະ​ປະເມີນຜົນມີສອງຮູບແບບດັ່ງລຸ່ມນີ້:1. ການວັດ ແລະ ປະເມີນຜົນໃນລະຫວ່າງການຮຽນການສອນ.ການວັດ​ແລະ​ປະເມີນຜົນລັກສະນະນີ້​ແມ່ນຈະໃຊ້ໃນຂະນະທີ່ກໍາລັງດໍາເນີນການຮຽນການສອນ​ເພື່ອຊ່ວຍ​​ໃຫ້ຄູສາມາດຮູ້ໄດ້ເຖິງຄວາມຫຍຸ້ງຍາກຂອງນັກຮຽນໃນຂະນະທີ່ຮຽນ​ແລະ​ຄູຈະໃຫ້ຄວາມຊ່ວຍເຫຼືອເພີ່ມຕື່ມແບບໃດ​​ເພື່ອຈະຊ່ວຍໃຫ້ນັກຮຽນສາມາດບັນລຸຕາມຈຸດປະສົງຂອງບົດຮຽນໄດ້.​ວິທີການປະເມີນໃນຂະນະທີ່ຮຽນນີ້ມີສອງແບບຫຼັກດ້ວຍກັນຄື:​ການຖາມຄໍາຖາມຕ່າງໆ​ເພື່ອທົດສອບຄວາມ​ເຂົ້າໃຈ​ແລະ​ການສັງເກດນັກຮຽນໃນຂະນະທີ່ກໍາລັງຝຶກປະຕິບັດ​ຫຼື​ກໍາລັງນໍາໃຊ້ສິ່ງທີ່ໄດ້ຮຽນ.ກ່ອງການວັດ​ແລະ​ປະເມີນຜົນຈະປະກອບດ້ວຍຄໍາແນະນໍາຢູ່ໃນແຕ່ລະບົດ​ແລະ​ມີລູກສອນຊີ້ໃສ່ກິດຈະກໍາ​ຕ່າງໆ​ຂອງບົດຮຽນເພື່ອຊີ້ບອກວ່າຈຸດໃດທີ່ຄວນມີການວັດໃນຮູບແບບດັ່ງກ່າວນີ້.ເບິ່ງຕົວຢ່າງກ່ອງການວັດ​ແລະ​ປະເມີນຜົນໃນລະຫວ່າງການຮຽນການສອນບົດທີ​24​ການຄົາລົບສະຖານທີ່ໃນ​ເຮືອນ​ຂອງວິຊາຄຸນສົມບັດດັ່ງລຸ່ມນີ້:ການວັດ ແລະ ປະເມີນຜົນຄູຟັງຄໍາຕອບຂອງນັກຮຽນແຕ່ລະຄົນ, ທໍາການຈົດບັນທຶກພ້ອມທັງໃຫ້ຄໍາແນະນໍາ. ຄູຍ່າງໄປມາ​ເພື່ອຟັງຄໍາຕອບຂອງນັກຮຽນ.​ຖາມຄໍາຖາມນັກຮຽນ​ເພື່ອກວດເບິ່ງວ່າ​ນັກຮຽນມີຄວາມເຂົ້າໃຈ​ທຖກຕອງ​ກ່ຽວກັບການປະພຶດທີ່ສໍາຄັນ​ເວລາຢູ່ໃນແຕ່ລະຫ້ອງໃນເຮືອນ.​ີ່ື້2. ການວັດ ແລະ ປະເມີນຜົນໃນຕອນທ້າຍບົດຮຽນການປະເມີນຜົນໃນຕອນທ້າຍບົດຮຽນແມ່ນໃຊ້ເພື່ອປະເມີນເບິ່ງວ່າເມື່ອຮອດທ້າຍບົດຮຽນນັ້ນແລ້ວ​ນັກຮຽນ​ແຕ່ລະຄົນບັນລຸຕາມຈຸດປະສົງຂອງບົດຮຽນແລ້ວບໍ່.​ການປະເມີນຜົນທ້າຍບົດຮຽນ​ສາມາດເຮັດໄດ້ໃນຫຼາຍຮູບແບບ​ທີ່ແຕກຕ່າງກັນໃນແຕ່ລະວິຊາ.​ປົກກະຕິແລ້ວ​ການປະເມີນນີ້​ຈະໃຊ້ຢູ່ຂັ້ນຝຶກປະຕິບັດ​ແລະ​ນໍາໃຊ້ບົດຮຽນ.​ສ່ວນຢູ່​ຂັ້ນສະຫຼຸບກໍຍັງເປັນໂອກາດອີກອັນໜຶ່ງທີ່ສາມາດໃຊ້ການປະເມີນນີ້ປະເມີນວ່າ​ນັກຮຽນບັນລຸຕາມຈຸດປະສົງຂອງ​ບົດຮຽນໄດ້ແທ້ບໍ່.ກ່ອງການວັດ​ແລະ​ປະເມີນຜົນ​1​ອັນ​ຈະມີຄໍາແນະນໍາຢູ່ໃນແຕ່ລະບົດເພື່ອຊີ້ບອກວ່າ​ການປະເມີນແບບນີ້​ຄວນ​ປະເມີນຢູ່ໃນຂັ້ນຕອນໃດຂອງບົດຮຽນ.​ໝາຍຄວາມວ່າ​ການປະເມີນຜົນນີ້ແມ່ນໃຫ້ອີງໃສ່ເກນການໃຫ້ຄະແນນທີ່ຢູ່ໃນພາກການວັດ​ແລະ​ປະເມີນຜົນດ້ານໜ້າຂອງບົດຮຽນ.ຕົວຢ່າງຈາກບົດຮຽນຂອງວິຊາຄຸນສົມບັດບົດທີ​24​ການເຄົາລົບສະຖານທີ່ໃນເຮືອນ.ໃນເວລາທີ່ນັກຮຽນທໍາການສາທິດຢູ່ນັ້ນ,​ຄູສອນຈະຈົດບັນທຶກຜົນການຮຽນຂອງນັກຮຽນແຕ່ລະຄົນ.​ຈາກນັ້ນ,​ກໍໃຫ້ຄໍາແນະນໍາ​ແລະ​ອະທິບາຍເພີ່ມເຕີມແກ່ນັກຮຽນທີ່ເຮັດບໍ່ໄດ້ດີ.ສັງເກດເບິ່ງນັກຮຽນ​ທີ່ສາທິດການປະຕິບັດງານທີ່ຖືກຕ້ອງກ່ຽວກັບການເບິ່ງແຍງຮັກສາຫ້ອງຕ່າງໆຢູ່ໃນເຮືອນ.​໔໙

50ນໍາໃຊ້ເກນການໃຫ້ຄະແນນ​ເພື່ອຈົດບັນທຶກກ່ຽວກັບຄວາມຮູ້ຂອງນັກຮຽນ.ການໃຊ້ເກນການໃຫ້ຄະແນນເພື່ອປະເມີນໃນຕອນທ້າຍບົດຮຽນ.ເພື່ອເຮັດໃຫ້ແທດເໝາະ​ແລະ​ມີຄວາມເໝາະສົມກັບວິທີການຮຽນແບບເນັ້ນໃຫ້ນັກຮຽນປະຕິບັດຕົວຈິງ​​(Active​Learning)​ຢູ່ໃນຫຼັກສູດໃໝ່ຂອງຊັ້ນປະຖົມສຶກສາ,​ຈຶ່ງຢາກຂໍຄວາມຮ່ວມມືຈາກຄູທຸກຄົນໃຫ້ນໍາໃຊ້ເກນການໃຫ້​ຄະແນນ​ເພື່ອປະເມີນວ່າ​ນັກຮຽນແຕ່ລະຄົນບັນລຸຕາມຈຸດປະສົງຂອງບົດຮຽນໄດ້ບໍ່ແທນການກວດກາແບບທີ່ເຄີຍ​ປະຕິບັດຜ່ານມາ.​ຢູ່ໃນເກນການໃຫ້ຄະແນນຈະມີລາຍລະອຽດກ່ຽວກັບການບັນລຸຈຸດປະສົງຂອງບົດຮຽນແຕ່ລະບົດ​ໃນລະດັບທີ່ແຕກຕ່າງກັນ.​ເກນການໃຫ້ຄະແນນແມ່ນຈະຢູ່ພາກຖັດຈາກຈຸດປະສົງຂອງບົດຮຽນແຕ່ລະບົດໃນປື້ມຄູ່ມືນີ້.ການປະເມີນແບບນໍາໃຊ້ເກນການໃຫ້ຄະແນນ​ແມ່ນເປັນວິທີປະເມີນສະມັດຖະພາບການຮຽນຂອງນັກຮຽນໄດ້ດີກວ່າການກວດກາແບບທີ່ເຄີຍປະຕິບັດມາ.​ເພາະວິທີນີ້ຈະເຮັດໃຫ້ຄູສາມາດໃຫ້ຄະແນນນັກຮຽນໄດ້ໂດຍອີງຕາມ​ຄວາມສາມາດໃນການນໍາໃຊ້ຄວາມຮູ້​ແລະ​ທັກສະທີ່ເຂົາເຈົ້າໄດ້ຮຽນມາ.​ລະດັບເກນການໃຫ້ຄະແນນສູງສຸດແມ່ນບໍ່​ເກີນ​2,​3,​4​ຫຼື​5​ຄະແນນ.ຕົວຢ່າງເກນການໃຫ້ຄະແນນສໍາລັບບົດທີ​24​ຂອງວິຊາຄຸນສົມບັດສຶກສາ.ນັກຮຽນສາມາດສາທິດໃຫ້ໝູ່ຄູ່ເຫັນກ່ຽວກັບການປະພຶດທີ່ຖືກຕ້ອງເວລາຢູ່ໃນແຕ່ລະຫ້ອງ​ຂອງເຮືອນ:3ນັກຮຽນສາມາດສາທິດໃຫ້ໝູ່ຄູ່ເຫັນກ່ຽວກັບການປະພຶດທີ່ຖືກຕ້ອງເວລາຢູ່ໃນແຕ່ລະຫ້ອງຂອງ​ເຮືອນເຊັ່ນ:​ການເຂົ້າມາໃນເຮືອນ,​ການເຂົ້າຫ້ອງນອນ,​ເຮືອນຄົວ,​ຫ້ອງນັ່ງຫຼິ້ນ,​ລະບຽງ.​2ນັກຮຽນສາມາດສາທິດການປະພຶດທີ່ຖືກຕ້ອງຢູ່ໃນຫ້ອງຕ່າງໆໃນເຮືອນຢ່າງໜ້ອຍ​2​ຫ້ອງ.1ນັກຮຽນສາມາດສາທິດການປະພຶດທີ່ຖືກຕ້ອງຢູ່ໃນຫ້ອງຕ່າງໆໃນເຮືອນຢ່າງໜ້ອຍ​1​ຫ້ອງ.​​ການບັນທຶກຄະແນນການບັນທຶກຄະແນນທີ່ປະຕິບັດກັນຢູ່ໃນປັດຈຸບັນແມ່ນໃຫ້ຄະແນນເຕັມ​10​ແລະ​ມີການໃຫ້ຄະແນນຫຼາຍໆຄັ້ງໃນແຕ່ລະເດືອນ.​ຈາກນັ້ນ,​ຈະມີການລວມຄະແນນຂອງແຕ່ລະວິຊາ​ເພື່ອໃຊ້ເປັນຄະແນນສະເລ່ຍປະຈໍາເດືອນ​ແລະ​ຄະແນນສະເລ່ຍປະຈໍາພາກຂອງແຕ່ລະວິຊາ​ຈະຖືກໃຊ້ເປັນຄະແນນສະເລ່ຍລວມໃນທ້າຍສົກຮຽນຂອງແຕ່ລະຊັ້ນ​ຮຽນ.​ສະນັ້ນ,​ມັນຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງນໍາໃຊ້​ເກນການໃຫ້ຄະແນນເພື່ອເປັນຄະແນນສະເລ່ຍໃນແຕ່ລະເດືອນ.ລາຍລະອຽດລຸ່ມນີ້ແມ່ນສູດການຄິດໄລ່ເພື່ອໃຫ້ຄູ​ສາມາດປ່ຽນຄະແນນຈາກເກນການໃຫ້ຄະແນນມາເປັນຄະ​ແນນສ່ວນ​10.ວິທີການຄິດໄລ່ມາເປັນຄະແນນສ່ວນ​10​ມີຄືດັ່ງຕໍ່ໄປນີ້:(ຄະແນນນັກຮຽນທີ່ໄດ້ຢູ່ໃນເກນການໃຫ້ຄະແນນ​​ ຄະແນນສູງສຸດທີ່ຢູ່ໃນເກນການໃຫ້ຄະແນນ)​ 10​÷x =​ຄະແນນຕົວຈິງສໍາລັບບົດຮຽນນັ້ນຕໍ່ໄປນີ້ແມ່ນບາງຕົວຢ່າງຂອງການຄໍານວນຂອງສູດນີ້:໕໐ສ ວ ສສະຫງວນລິຂະສິດ

51ຕົວຢ່າງທີ​1:ຖ້ານັກຮຽນໄດ້​2​ຄະແນນຂອງເກນການໃຫ້ຄະແນນ​ເຊິ່ງຄະແນນ​3​ເປັນຄະແນນສູງສຸດການຄິດໄລ່ກໍຈະໄດ້​ຄືດັ່ງລຸ່ມນີ້:(2​÷ 3) x 10 7 (7/10)ຕົວຢ່າງທີ​2:​ຖ້ານັກຮຽນໄດ້​3​ຄະແນນຂອງເກນການໃຫ້ຄະແນນ​ເຊິ່ງຄະແນນ​3​ເປັນຄະແນນສູງສຸດ​ການຄິດໄລ່ກໍຈະໄດ້ຄືດັ່ງລຸ່ມນີ້:(3​÷ 3) x 10 10 (10/10)໕໑

52໕໒ສ ວ ສສະຫງວນລິຂະສິດ

53III. ແນະນຳ ການສອນແຕ່ລະບົດ53໕໓

54໕໔ສ ວ ສສະຫງວນລິຂະສິດ

55ບົດທີ 1: ການຍ່າງຕາມຂອບທາງຢ່າງຖືກຕ້ອງເວລາ 1 ຊົ່ວໂມງ1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ສະແດງອອກກ່ຽວກັບຍ່າງຕາມຂອບທາງຢ່າງຖືກຕ້ອງ ເຊັ່ນ: ຍ່າງ ເປັນ ແຖວ ຊື່ (ບໍ່ຍ່າງ ຂວາງ ທາງ), ເບິ່ງ ໄປ ຂ້າງ ໜ້າ ແລະ ຍ່າງ ຢ່າງ ມີ ສະ ຕິ.2. ນໍາໃຊ້ຂອບທາງຍ່າງຢ່າງຖືກຕ້ອງຕາມກົດຈາລະຈອນ.3. ຈໍາແນກບັນ ດາ ຄວາມ ສ່ຽງ ຕ່າງໆ ຕາມ ທ້ອງ ຖະ ໜົນເຊັ່ນ: ລົດ ຈັກ, ລົດ ບັນ ທຸກ ແລະ ຄົນ ຍ່າງຕາມ ທາງ ລົດ ແລ່ນ.II. ການວັດ ແລະ ປະເມີນຜົນ 1. ສັງ ເກດ ນັກ ຮຽນ ສົນ ທະ ນາ ແລະ ຕອບ ຄໍາ ຖາມ ຢ່າງ ຖືກ ຕ້ອງ ກ່ຽວ ກັບ ການ ຍ່າງ ຕາມ ຂອບ ທາງ.2. ນໍາ ໃຊ້ ເກນ ຄະ ແນນ ຂ້າງ ລຸ່ມ ເພື່ອ ໃຫ້ ຄະ ແນນ ນັກ ຮຽນ:ຄະແນນສາ ທິດ ການ ຍ່າງ ຕາມ ຂອບ ທາງ ທີ່ ຖືກ ຕ້ອງ .3ສາ ທິດ ການ ຍ່າງ ຕາມ ຂອບ ທາງ ທີ່ ຖືກ ຕ້ອງ ເປັນ ຕົ້ນ ແມ່ນ: ຍ່າງ ເປັນ ແຖວ ຊື່ (ບໍ່ຍ່າງ ຂວາງ ທາງ), ເບິ່ງ ໄປ ຂ້າງ ໜ້າ, ຍ່າງ ຢ່າງ ມີ ສະ ຕິ, ແລະ ບໍ່ ໄລ່ ຢອກ ກັນ.2ສາ ທິດ ການ ຍ່າງ ຕາມ ຂອບ ທາງ ທີ່ ຖືກ ຕ້ອງ ໄດ້ 2 ຢ່າງ ຕາມຕົວ ຢ່າງ ໃນ ເກນ ທີ 3.1ສາ ທິດ ການ ຍ່າງ ຕາມ ຂອບ ທາງ ທີ່ ຖືກ ຕ້ອງ ໄດ້ 1 ຢ່າງ ຕາມຕົວ ຢ່າງ ໃນ ເກນ ທີ 3.0ບໍ່ເຮັດຫຍັງ.III. ເນື້ອໃນຕົ້ນຕໍ1. ຍ່າງຕາມຂອບທາງໃຫ້ຖືກຕາມກົດຈາລະຈອນຄື: ຍ່າງຕາມຂອບທາງເບື້ອງສວນທາງກັບລົດແລ່ນ (ເບື້ອງ ຊ້າຍມື).2. ຍ່າງຕາມຂອບທາງດ້ວຍຄວາມລະມັດລະວັງເຊັ່ນ: ບໍ່ໄລ່ຢອກກັນ, ຍ່າງຢ່າງມີສະຕິ, ລ້ຽວ ຊ້າຍ, ລ້ຽວຂວາ ຕ້ອງ ລະ ມັດ ລະ ວັງ.3. ຍ່າງຕາມຂອບທາງຍ່າງຖືກຕ້ອງເຊັ່ນ: ຍ່າງຕໍ່ແຖວ, ບໍ່ຍ່າງຂວາງທາງລົດ, ບໍ່ຍ່າງເປັນແພລຽນກັນ. 4. ນັກຮຽນ ຕ້ອງມີສະຕິລະວັງຕົວຢູ່ສະເໝີໃນເວລາຈະຂ້າມທາງເຊັ່ນ: ແນມເບິ່ງ ເສັ້ນ ທາງ ຍ່າງ, ຟັງ ສຽງສິ່ງ ອ້ອມ ຂ້າງ, ການງວາກ ຊ້າຍ ງວາກ ຂວາ ເມື່ອ ໄດ້ ຍິນ ສຽງ, ຕາ ແນມ ໄປ ຂ້າງ ໜ້າ ແລະ ລະ ມັດລະ ວັງ ສິ່ງ ທີ່ ຈະ ມາ ທາງຫຼັງ.5. ນັກຮຽນຫ້ອງປ.1 ຕ້ອງມີຜູ້ປົກຄອງ ຫຼື ຜູ້ໃຫຍ່ພາຂ້າມທາງທຸກໆຄັ້ງ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດຊັ້ນປະຖົມສຶກສາປີທີ 1.2. ເສັ້ນທາງທີ່ມີຢູ່ທ້ອງຖິ່ນ (ຕາມຄວາມເໝາະສົມ).3. ຮູບ ພາບ ຫົນ ທາງ ທີ່ ໜາ ແໜ້ນ ດ້ວຍ ລົດ (ຖ້າ ມີ).໕໕

56V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ສົນທະນາຖາມ-ຕອບ1) ຄູຕັ້ງຄໍາຖາມສົນທະນາ:- ມື້ນີ້, ນັກຮຽນມາຮຽນດ້ວຍ ວິທີໃດ? (ຍ່າງ, ຂີ່ ລົດ ຖີບ, ຂີ່ ລົດ ຈັກ ນໍາ ພໍ່...) - ເວລາຍ່າງຕາມເສັ້ນທາງ ນັກຮຽນຍ່າງແບບໃດ? (ຕາມ ຂອບ ທາງ ຍ່າງ ຫຼື ຂອບ ທາງລົດ) ພວກ ເພິ່ນ ເຮັດ ຫຍັງ ເພື່ອ ພວກ ເຮົາ ແດ່?2) ຄູສະຫຼຸບ ແລະ ແນະນໍາເພີ່ມຕື່ມ.3) ຄູພາລ້ຽວເຂົ້າບົດໃໝ່: ມື້ ນີ້, ພວກ ເຮົາ ຈະ ຮຽນ ກ່ຽວ ກັບການຍ່າງຕາມທາງຢ່າງຖືກຕ້ອງ ແລະ ປອດ ໄພ.ຂັ້ນຈັັດກິດຈະກໍາການຮຽນ (20 ນາທີ)2. ສົນທະນາຕາມຮູບກ່ຽວກັບການຍ່າງຕາມຂອບທາງຢ່າງຖືກຕ້ອງ1) ນັກຮຽນສັງ ເກດ ແລະ ຄົ້ນ ຄ້ ວາສົນ ທະ ນາ ເປັ ນ ຄູ່ ຕາມ ຮູບ ພາບ 1-4 ໃນປຶ້ມແບບຮຽນ.2) ນັກ ຮຽນ ສັງ ເກດ ຮູບ ພາບທີ 1 ແລະ ຄູຕັ້ງຄໍາຖາມວ່າ:- ໃນ ຮູບ ພາບທີ 1, ເດັກນ້ອຍກໍາລັງເຮັດຫຍັງ?- ພວກ ເຂົາ ກໍາ ລັງ ຍ່າງ ຢູ່ ໃສ?- ມີຫຍັງແລ່ນ ມາ ທາງ ດ້ານ ໜ້າ ຫຼື ດ້ານຫຼັງ ຂອງ ເດັກ?3) ຄູແນະ ນໍາ ວ່າ: ໃນ ຮູບ ພາບທີ 1: ການຍ່າງຕາມຂອບທາງດ້ວຍຄວາມລະມັດລະວັງ, ການມີສະຕິໃນເວລາຍ່າງ ກໍຄວນເບິ່ງຊ້າຍ, ເບິ່ງຂວາ ແລະ ເບິ່ງທາງທີ່ຈະໄປເພື່ອຄວາມປອດໄພ. ຄູ ເນັ້ນ ໃຫ້ ນັກ ຮຽນ ຮັບ ຮູ້ ການຍ່າງ, ບໍ່ ແມ່ນ ແລ່ນ ຕາມ ທາງ. ແນມ ເບິ່ງ ເສັ້ ນ ທາງ ໄປ ຂ້າງ ໜ້າ, ບໍ່ ກົ້ມ ເບິ່ງ ໂທ ລະ ສັບ, ບໍ່ຫຼິ້ນ ເກມ ຫຼື ເຕະ ບານ ໃນ ຂະ ນະ ທີ່ ຍ່າງ.4) ນັກ ຮຽນ ສັງ ເກດ ຮູບ ພາບທີ 2: ຍ່າງຕໍ່ແຖວແມ່ນການຍ່າງຕາມຂອບທາງແບບລຽນແຖວກັນໄປ.) ຄູ ຖາມ ວ່າ:5- ເດັກ ນ້ອຍ ກໍາ ລັງ ຍ່າງ ຕາມ ທາງ ແບບ ໃດ?- ຖືກ ຕ້ອງ ແລະ ປອດ ໄພແລ້ວ ບໍ່?6) ຄູ ອ ະທິ ບາຍ ຕື່ມ ວ່າ: ການ ຍ່າງ ຕໍ່ ແຖວ ຕາມ ຂອບ ທາງ ເປັນ ສິ່ງ ທີ່ ສໍາ ຄັນ ເພາະ ວ່າ ມັນ ຈະ ເປັນ ການ ຈົ່ງ ທາງ ໃຫ້ ຜູ້ ອື່ນ ໄດ້ ຍ່າງ ອອກກ ່ອນ ຫຼື ເປັນ ການ ຈົ່ງ ທາງ ໄວ້ ໃຫ້ ລົດ ແລ່ນ ໄດ້ ສະ ດວກ (ສໍາ ລັບ ເສັ້ນ ທາງ ທີ່ ບໍ່ ມີ ຂອບທາງ ຍ່າງ). 7) ນັກ ຮຽນ ສັງ ເກດ ຮູບ ພາບທີ 3: ໄລ່ຢອກກັນຕາມຂອບທາງ ແມ່ນການຍ່າງໂດຍບໍ່ຄໍານຶງເຖິງຄວາມປອດໄພ.8) ຄູ ຖາມ ນັກ ຮຽນ :- ເດັກ ໃນ ຮູບ ພາບກໍາ ລັງ ເຮ ັດ ຫຍັງ?- ພວກ ເຂົາ ຄວນ ເຮັດ ຫຍັງຈຶ່ງຈະ ຖືກ ຕ້ອງ?- ຈະ ເກີດ ຫຍັງ ຂຶ້ນ ຖ້າ ພວກ ເຂົາ ໄລ່ ຢອກ ກັນ ຕາມ ທາງ?9) ຄູ ແນະ ນໍາ ຕື່ມ: ການ ໄລ່ ຢອກ ກັນ ຕາມ ທາງ ເປັນ ສິ່ງ ທີ່ ບໍ່ ດີ ແລະ ເປັນ ອັນ ຕະ ລາຍ ຕໍ່ ຕົນ ເອງ ແລະ ຜູ້ ອື່ນ ໄດ້. ຖ້າ ພວກ ເຂົາ ໄລ່ ຢອກ ກັນ ຕາມ ທາງ ອາດ ເກີດ ອຸ ບັດ ຕິ ເຫດ ລົດ ຕໍາ ຕົນ ເອງ ຫຼື ໝູ່ ຄູ່.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນກໍາລັງຕອບ ຄູຄວນ ເຂົ້າໄປໃຫ້ຄວາມຊ່ວຍເຫຼືອຕື່ມສໍາລັບຜູ້ທີ່ບໍ່ທັນເຂົ້າໃຈ.໕໖ສ ວ ສສະຫງວນລິຂະສິດ

5710) ນັກ ຮຽນ ສັງ ເກດ ຮູບ ພາບທີ 4: ຕໍາຫຼວດຈະລາຈອນກໍາລັງຊ່ວຍນັກຮຽນຂ້າມທາງມ້າລາຍ.11) ຄູ ຖາມ ນັກ ຮຽນ : ພວກ ເຮົາ ຄວນ ເລືອກ ປະ ຕິ ບັດ ຕາມ ຮູບໃດ ແດ່? ຍ້ອນ ຫຍັງ?12) ຄູ ຊົມ ເຊີຍ ແລະ ສະຫຼຸບ : ນັກຮຽນຄວນເອົາເປັນແບບຢ່າງຮູບ 1, 2 ແລະ 4 ຍ້ອນວ່າເປັນການຍ່າງຕາມ ຂອບທາງຢ່າງຖືກຕ້ອງ ແລະ ປອ ດ ໄພ.13) ສ່ວນຮູບພາບທີ 3 ແມ່ນການຍ່າງບໍ່ຖືກຕ້ອງ ເພາະເດັກໃນຮູບໄລ່ຢອກກັນອາດຈະເກີດອຸບັດເຫດຂຶ້ນ, ນັກຮຽນ ບໍ່ຄວນປະຕິບັດຕາມ.ສໍາລັບນັກຮຽນຊົນເຜົ່າ: ສໍາລັບນັກຮຽນຊົນເຜົ່າ: ຄູຄວນໃຊ້ພາສາທ້ອງຖິ່ນຂອງນັກຮຽນຊ່ວຍໃນການອະທິບາຍບາງຄໍາສັບ ທີ່ເຫັນນັກຮຽນ ບໍ່ເຂົ້າໃຈເຊັ່ນ: ກົດຈາລະຈອນ, ຂອບທາງ, ຍ່າງຕໍ່ແຖວ, ບໍ່ໄລ່ຢອກກັນ, ມີສະຕິ ລະມັດລະວັງຕົວ ແລະ ຄໍາສັບອື່ນໆ ທີ່ເຫັນວ່ານັກຮຽນເຂົ້້າໃຈຍາກ.ຄວາມຮູ້ທ້ອງຖິ່ນ: ຄູຄວນຍົກຕົວຢ່າງເສັ້ນທາງທີ່ມີຢູ່ໃນທ້ອງຖິ່ນ ແລະ ສິ່ງເຂົາເຈົ້າເຄີຍຍ່າງຕາມຂອບທາງທີ່ຖືກຕ້ອງ.3. ປະຕິບັດການຍ່າງຕາມຂອບທາງທີ່ຖືກຕ້ອງ 1) ຄູ ນໍາ ພາ ນັກ ຮຽນ ອອກ ມາ ເຮັດ ກິດ ຈະ ກໍາ ໃນ ເດີ່ນ ໂຮງ ຮຽນ.2) ຄູ ແຕ້ມ ຫົນ ທາງຈໍາ ລອງ ແລະ ກໍາ ນົດ ຂອບ ເຂດ ຫົນ ທາງ ໃສ່ ພື້ນເດີ່ ນ ໂຮງ ຮຽນໃຫ້ ຖືກ ຕ້ອງ ເພື່ອ ໃຫ້ ນັກ ຮຽນ ປະ ຕິ ບັດ ການ ຍ່າງ ຕາມ ຂອບ ທາງ ຢ່າງ ຖືກ ຕ້ອງ.3) ຄູ ແນະ ນໍາ ແລະ ນໍາ ພານັກ ຮຽນ ອອກມາ 3-4 ຄົນ ຍ່າງ ຕາມ ຂອບ ທາງ ທີ່ແຕ້ມ ນັ້ນ ຢ່າງ ຖືກ ຕ້ອງ.4) ນັກ ຮຽນ ເທື່ອ ລະ 3-4 ຄົນ ປະ ຕິ ບັດ ຕາມ ຄໍາ ແນະ ນໍາ ຂອງ ຄູ ຈົນ ກວ່າ ນັກ ຮຽນ ໝົດ ທຸກ ຄົນ ໄດ້ ປະ ຕິ ບັດ.5) ຄູ ສະຫຼຸບ ແລະ ຊົມ ເຊີຍ ນັກ ຮຽນ ທີ່ ຍ່າງ ຕາມ ທາງ ຢ່າງ ຖືກ ຕ້ອງ ແລະ ແນະ ນໍາເພີ່ມ ຕໍ່ ຜູ້ ທີ່ ຍັງປະ ຕິ ບັດ ບໍ່ ຖືກ.ສໍາລັບນັກຮຽນຊົນເຜົ່າ: ຄູຄວນແນະນໍາໃຫ້ນັກຮຽນຜູ້ທີ່ຍ່າງຖືກຕ້ອງອະທິບາຍ, ແນະນໍາ ຫຼື ນໍາພາຜູ້ທີ່ຍັງເຮັດບໍ່ໄດ້ດີຕື່ມອີກ.ຄວາມຮູ້ທ້ອງຖິ່ນ: ຄູແນະນໍາໃຫ້ນັກຮຽນນໍາເອົາການສາທິດນີ້ໄປນໍາໃຊ້ເຂົ້າໃນການຍ່າງຕາມຂອບທາງໃນຊີວິດປະຈໍາວັນເພື່ອທຸກຄົນຈະ ໄດ້ຮັບຄວາມປອດໄພ ແລະ ປະຕິບັດຖືກຕາມກົດຈະລາຈອນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 4. ປະຕິບັດຕົວຈິງກ່ຽວກັບການຍ່າງຕາມຂອບທາງທີ່ຖືກຕ້ອງຕາມເສັ້ນທາງ1) ຄູ ກະ ຕວງ ຄວາມ ປອດ ໄພ ໃນ ການ ນໍາ ພາ ນັກ ຮຽນ ໃນການ ຍ່າງ ຕາມ ຫົນ ທາງ ຕ ົວຈິງ. ຖ້າ ຫົນ ທາງ ໜ້າ ໂຮງ ຮຽນ ມີ ລົດຫຼາຍ ຄວນ ສືບ ຕໍ່ ການ ປະ ຕິ ບັດ ໃນ ເດີ່ນ ໂຮງ ຮຽນ.2) ຄູ: ແບ່ງນັກຮຽນອອກເປັນ 2 ກຸ່ມໃຫ່ຍ- ກຸ່ມທີ 1: ຍ່າງຕາມຂອບທາງດ້ວຍຄວາມລະມັດລະວັງ (ໄປປະມານ 10 ແມັດ).- ກຸ່ມທີ 2: ຕໍ່ແຖວຍ່າງຕາມຂອບທາງ (ໄປ 10 ແມັດ).3) ກຸ່ມທີ 1 ປະຕິບັດກ່ອນ.4) ກຸ່ມທີ 2 ປະຕິບັດຕາມຫຼັງ. ແຕ່ ລະ ກຸ່ມ ປະ ຕິ ບັດ ດ້ ວຍ ຕົນ ເອງ.5) ຫຼັງຈາກປະຕິບັດແລ້ວ, ຄູຖາມ:- ກຸ່ມທີ 1 ມີໃຜແດ່ປະຕິບັດບໍ່ຖືກຕ້ອງ? ຍ້ອນຫຍັງການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນປະຕິບັດຕົວຈິງ ຄູໝາຍໃສ່ແບບປະເມີນ. ຫຼັງຈາກນັ້ນໃຫ້ຄວາມຊ່ວຍເຫຼືອຜູ້ທີ່ຍັງບໍ່ເຂົ້າໃຈ ແລະ ໃຫ້ຄໍາແນະນໍາພ້ອມ.໕໗

58- ກຸ່ມທີ 2 ມີໃຜແດ່ປະຕິບັດບໍ່ຖືກຕ້ອງ? ຍ້ອນຫຍັງ?6) ນັກ ຮຽນຜູ້ທີ່ຢ່າງບໍ່ຖືກຕ້ອງ ອອກມາຢ່າງຕື່ມອີກຈົນກວ່າທຸກຄົນປະຕິບັດໄດ້ທັງໝົດ.ກິດ ຈະ ກຳ ເສີມ: ຖ້າ ນໍາ ພາ ນັກ ຮຽນ ປະ ຕິ ບັດ ໃນ ຫົນ ທາງ ຕົວ ຈິງ, ຄູ ແນະ ນໍານັກ ຮຽນ ໃຫ້ ຍ່າງລະ ມັດ ລະ ວັງ ເຊັ່ນ: ຢືນ ໃນ ຈຸ ດທີ່ ປອດ ໄພ ຂ້າງ ທາງ, ສັງ ເກດ ການ ສັນ ຈອນ ຕາມ ທ້ອງ ຖະ ໜົນ, ຟັງ ສຽງ ລົດ ທີ່ ກໍາ ລັງ ແລ່ນ ມາ ທາງ ດ້ານ ໃດ ຂອງ ເຮົາ ແລະ ຝຶກ ການ ງວາກ ຊ້າຍ ແລະ ຂວາ ເຫັນ ສິ່ງ ໃດ ແດ່. ຂັ້ນສະຫຼຸບ (5 ນາທີ)1) ຄູຖາມນັກຮຽນຄືນ:- ພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?2) ຄູແນະນໍານັກຮຽນທຸກຄົນເວລາຍ່າງຕາມຖະໜົນຄວນພາກັນຍ່າງຕາມຂອບທາງ, ຍ່າງດ້ວຍຄວາມລະມັດ ລະວັງ, ບໍ່ໄລ່ຢອກກັນ ແລະ ຍ່າງໃຫ້ຖືກຕາມກົດຈາລະຈອນເພື່ອຄວາມປອດໄພຂອງນັກຮຽນທຸກຄົນ.໕໘ສ ວ ສສະຫງວນລິຂະສິດ

59ບົດທີ 2: ໂຮງຮຽນຂອງພວກເຮົາເວເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກຄຸນປະໂຫຍດຂອງໂຮງຮຽນ.2. ບອກຊື່, ໜ້າທີ່ຂອງຄູທີ່ສອນຕົນເອງ ແລະ ຜູ້ອ�ານວຍການໂຮງຮຽນ.3. ສະແດງຄວາມຮູ້ບຸນຄຸນຕ່ຄູ ແລະ ພະນັກງານໃນໂຮງຮຽນ.�II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນຈາກການສະແດງຄວາມຮູ້ບຸນຄຸນຕ່ຄູ ແລະ ພະນັກງານໃນໂຮງຮຽນ.�2. ນ�າໃຊ້ເກນການໃຫ້ຄະແນນຂ້າງລຸ່ມເພື່ອໃຫ້ຄະແນນນັກຮຽນ:ຄະແນນສະແດງຄວາມຮູ້ບຸນຄຸນຕ�່ຄູ ແລະ ພະນັກງານໃນໂຮງຮຽນ.3ມອບດອກໄມ້ຖືກຕາມວິທີເຊັ່ນ: ກົ້ມຫົວເຄົາລົບ, ຍື່ນດອກໄມ້ໃຫ້ຄູ, ສີໜ້າທ່າທາງຍິ້ມແຍ້ມແຈ່ມໃສ.2ສະແດງໄດ້ 2 ຢ່າງ ກ່ຽວກັບວິທີມອບດອກໄມ້.1ສະແດງໄດ້ 1 ຢ່າງກ່ຽວກັບວິທີມອບດອກໄມ້.0ບ່ສະແດງໄດ້.�III. ເນື້ອໃນຕົ້ນຕໍ1. ໂຮງຮຽນແມ່ນບ່ອນຮຽນໜັງສື, ເພື່ອໃຫ້ນັກຮຽນມີຄວາມຮູ້, ຄວາມສາມາດ, ຮູ້ອ່ານ, ຂຽນ, ຄິດໄລ່ເລກ ແລະ ເຄື່ອນໄຫວກິດຈະກ�າຕ່າງໆ.2. ຄູ ແລະ ຜູ້ອ�ານວຍການໂຮງຮຽນເປັນຜູ້ສິດສອນນັກຮຽນທຸກຄົນໃຫ້ເປັນຄົນດີມີຄວາມຮູ້, ມີມາລະຍາດ, ເຄົາລົບນັບຖືລະບຽບວິໄນ. ຮູ້ຮັກແພງສາມັກຄີກັບໝູ່ເພື່ອນ, ຮັກສາສິ່ງຂອງສ່ວນລວມ ແລະ ຮູ້ຮັກສາ ຄວາມສະອາດ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນປ.1.2. ໂປສເຕີຮູບພາບໂຮງຮຽນ, ການມອບດອກໄມ້ອວຍພອນຄູ (ຖ້າມີ).3. ຮູບພາບຂອງຄູ ແລະ ຜູ້ອ�ານວຍການໂຮງຮຽນ ຫຼື ຮູບຂອງຄູທີ່ຕິດໃນໂຄງຮ່າງການຈັດຕັ້ງ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ1) ຄູຕັ້ງຄ�າຖາມ:- ນັກຮຽນໄດ້ຮຽນຫຍັງແດ່ຢູ່ໂຮງຮຽນ? (ຄ�າຕອບທີ່ເໝາະສົມ: ຮຽນອ່ານ, ຂຽນໜັງສື, ວິທີຄິດໄລ່ເລກ).- ນັກຮຽນຄວນສະແດງຄວາມຮູ້ບຸນຄຸນແນວໃດຕ່ຄູຢູ່ໃນໂຮງຮຽນ? (ຖາມສະບາຍດີ, ຊ່ວຍຫິ້ວເຄື່ອງ, ເອົາ �ນ�້າໃຫ້ດື່ມ).໕໙

602) ມື້ນີ້ພວກເຮົາຈະມາຮຽນກ່ຽວກັບໂຮງຮຽນຂອງພວກເຮົາເຊັ່ນ: ຄຸນປະໂຫຍດຂອງໂຮງຮຽນ, ຊື່ ແລະ ໜ້າທີ່ ຂອງຄູ ແລະ ຜູ້ອ�ານວຍການ. ນອກຈາກນີ້ ຍັງໄດ້ຮຽນຮູ້ກ່ຽວກັບການສະແດງຄວາມຮູ້ບຸນຄຸນຕ່ຄູໃນໂອກາດ �ວັນຄູ.ຂັ້ນຈັັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາກ່ຽວກັບໂຮງຮຽນ1) ຄູຕັ້ງຄ�າຖາມສົນທະນາກັບນັກຮຽນໝົດຫ້ອງ- ຍ້ອນຫຍັງພວກຫຼານຈຶ່ງມາໂຮງຮຽນ?- ພວກຫຼານມາໂຮງຮຽນໄດ້ຮູ້ຈັກກັບໃຜແດ່?- ກິດຈະກ�າຫຍັງແດ່ທີ່ພວກຫຼານມັກເວລາຄູນ�າພາຢູ່ ໂຮງຮຽນ?2) ຄູບອກໃຫ້ນັກຮຽນສະແດງຕາມຄ�າສັ່ງທີ່ຄູບອກ (ຄູສາມາດຖາມກ່ຽວກັບກິດຈະກ�ານອກໂຮງຮຽນຕື່ມ ອີກທີ່ນັກຮຽນມັກຫຼິ້ນເຊັ່ນ: ເຕັ້ນຢາງ, ຕີຄີ, ເຕັ້ນເຊືອກ, ເຕະບານ…)- ຮຽນວິຊາເລກມັກບ�່ (ໃຜມັກລຸກຂຶ້ນ, ໃຜບ່ມັກນັ່ງລົງ)�- ຮຽນວິຊາພາສາລາວ (ໃຜມັກລຸກຂຶ້ນ, ໃຜບ�່ມັກນັ່ງລົງ)- ຮຽນວິຊາຄຸນສົມບັດ (ໃຜມັກລຸກຂຶ້ນ, ໃຜບ�່ມັກນັ່ງລົງ)- ຮຽນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ (ໃຜມັກລຸກຂຶ້ນ, ໃຜບ່ມັກນັ່ງລົງ)�3) ຄູຍ້ອງຍຊົມເຊີຍນັກຮຽນ�4) ຄູບອກນັກຮຽນເບິ່ງຮູບພາບໃນປຶ້ມແລ້ວຖາມ:- ແຕ່ລະຮູບພາບສະແດງເຖິງວິຊາໃດ?- ນັກຮຽນໄດ້ຮຽນວິຊານີ້ແລ້ວບ່?�- ໃຫ້ນັກຮຽນບອກ ແລະ ຊີ້ຮູບທີ່ສະແດງເຖິງຄຸນປະໂຫຍດຂອງໂຮງຮຽນ? (ຄູແນະນ�າໃຫ້ນັກຮຽນເບິ່ງຮູບໃນ ບົດອື່ນໄດ້ທີ່ກ່ຽວຂ້ອງກັບຄຸນປະໂຫຍດຂອງໂຮງຮຽນ).5) ຄູສະຫຼຸບຕາມຮູບພາບ- ຮູບພາບທີ 1 ໂຮງຮຽນຂອງພວກເຮົາ- ຮູບພາບທີ 2 ຮຽນວິຊາຄະນິດສາດ- ຮູບພາບທີ 3 ຮຽນວິຊາພະລະສຶກສາ- ຮູບພາບທີ 4 ອວຍພອນວັນຄູ3. ສົນທະນາກ່ຽວກັບໜ້າທີ່ຂອງ ຄູ ແລະ ຜູ້ອໍານວຍການ1) ຄູຖາມນັກຮຽນ:- ຄູມີໜ້າທີ່ຫຍັງແດ່ ຫຼື ຄູເຮັດຫຍັງແດ່?? - ນັກຮຽນຮູ້ຊື່ຄູຜູ້ໃດແດ່?2) ຄູແນະນ�າໃຫ້ນັກຮຽນຮູ້ ຊື່ ແລະ ເຮັດໜ້າທີ່ຂອງຜູ້ອ�ານວຍການ.3) ຄູເອົາຮູບພາບໂຄງຮ່າງການຈັດຕັ້ງຂອງໂຮງຮຽນໃຫ້ນັກຮຽນເບິ່ງຮູບ ຫຼື ພາໄປເບິ່ງຢູ່ຫ້ອງການຕົວຈິງໃນໂຮງຮຽນ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນສົນທະນາກັນຄູຍ່າງອ້ອມ ສັງ ເກດ ການສົນທະນາ ແລະ ຕອບ ຄຳຖາມຂອງນັກຮຽນ ຖ້ານັກຮຽນ ຕອບ ບ່ຖືກຄູ ແນະນຳ ຕື່ມ �.໖໐ສ ວ ສສະຫງວນລິຂະສິດ

61ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ) 4. ມອບຊໍ່ດອກໄມ້ (ດອກໄມ້)1) ຄູແນະນ�ານັກຮຽນກ່ຽວກັບວັນຄູແຫ່ງຊາດໃຫ້ນັກຮຽນຟັງ2) ໃຫ້ນັກຮຽນສັງເກດຮູບພາບທີ 4 ໃນປຶ້ມ ແລ້ວຖາມ:- ນັກຮຽນໃນຮູບພາບກ�າລັງເຮັດຫຍັງ?3) ຄູໃຫ້ນັກຮຽນສາທິດການມອບຊ�່ດອກໄມ້ໃຫ້ຄູຄືກັບໃນຮູບພາບ ແລະ ເວົ້າຄ�າອວຍພອນໃຫ້ຄູເຊັ່ນ: ຂໃຫ້ຄູມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດຄອບຄົວ�.4) ນັກຮຽນອອກມາຢືນຢູ່ໜ້າກະດານ 5-6 ຄົນ ກຽມດອກໄມ້ມອບໃຫ້ຄູແຕ່ລະຄົນຄືຮູບພາບທີ 45) ນັກຮຽນປະຕິບັດຕົວຈິງ 1-2 ຄັ້ງ ແລະ ໃຫ້ສັບປ່ຽນກັນເປັນຄູ່ ຫຼື ບຸກຄົນ.6) ນັກຮຽນທີ່ເຫຼືອສັງເກດເບິ່ງ ແລະ ປ່ຽນກັນຈົນຄົບທຸກຄົນ.ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບບົດຮຽນດ້ວຍການຖາມນັກຮຽນ:- ພວກເຮົາໄດ້ຮຽນຫຍັງແດ່ໃນໂຮງຮຽນ?- ພວກເຮົາໄດ້ເຮັດກິດຈະກ�າຫຍັງແດ່ໃນໂຮງຮຽນ?- ຄູ ແລະ ຜູ້ອ�ານວຍການຊື່ຫຍັງ?2) ຄູແນະນ�າຕື່ມ: ໂຮງຮຽນມີຄຸນປະໂຫຍດຫຼາຍສ�າລັບທຸກຄົນເຊັ່ນ: ເປັນບ່ອນຮຽນໜັງສື, ບ່ອນປະຕິບັດ ກິດຈະກ�າ ກິລາ, ສິລະປະ ແລະ ເປັນບ່ອນອົບຮົມສັ່ງສອນໃຫ້ນັກຮຽນທຸກຄົນເປັນຄົນດີ, ທຸກຄົນຕ້ອງຮັກ ແລະ ປົກປັກຮັກສາໂຮງຮຽນໃຫ້ສະອາດຈົບງາມ.3) ກ່ອນຈະໝົດຊົ່ວໂມງ ຫຼື ເລີກຫຼິ້ນ, ຄູໃຫ້ນັກຮຽນລຸກຂຶ້ນ ແລະ ເວົ້າພ້ອມກັນວ່າ: ຂອບໃຈນາຍຄູ.ການວັດ ແລະ ປະເມີນຜົນຄູສັງເກດແຕ່ລະຄົນມອບຊ່ດອກໄມ້ໃຫ້�ຖືກວິທີຕາມເກນໃຫ້ຄະແນນຂ້າງເທິງ.໖໑

62ບົດທີ 3: ການປະຕິບັດລະບຽບວິໄນຂອງໂຮງຮຽນເວລາ 1 ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຮູ້ກົດລະບຽບຂອງຫ້ອງຮຽນ. 2. ເຂົ້າໃຈກົດລະບຽບຂອງໂຮງຮຽນ 3 ຢ່າງ.3. ເຂົ້າໃຈກົດລະບຽບຂອງຫ້ອງຮຽນ 6 ຢ່າງ.II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນຝຶກປະຕິບັດກົດລະບຽບຂອງຫ້ອງຮຽນ.2. ສັງເກດການຕອບຄໍາຖາມຂອງນັກຮຽນ ແລະ ສັງເກດຄວາມເຂົ້າໃຈກ່ຽວກັບການປະພຶດທີ່ຖືກລະບຽບໃນ ຂອງຫ້ອງຮຽນທີ່ສື່ໃນກິດຈະກໍາຮູບ ແລະ ໂຄງຮ່າງກົດລະບຽບຂອງຫ້ອງຮຽນ.3. ນໍາໃຊ້ເກນຄະແນນຂ້າງລຸ່ມເພື່ອໃຫ້ຄະແນນນັກຮຽນ:ຄະແນນເຂົ້າໃຈກົດລະບຽບຂອງຫ້ອງຮຽນ 6 ຢ່າງ.3ສາທິດກົດລະບຽບຂອງຫ້ອງຮຽນໄດ້ ຢ່າງໜ້ອຍ 3 ຢ່າງເຊັ່ນ: ຕັ້ງໃຈຟັງ, ຍ່າງຄ່ອຍໆໃນຫ້ອງຮຽນ ແລະ ຍົກມືຂຶ້ນເມື່ອຕອບ ຫຼື ຖາມຄໍາຖາມ.2ສາທິດກົດລະບຽບຂອງຫ້ອງຮຽນໄດ້ ຢ່າງໜ້ອຍ 2 ຢ່າງ.1ສາທິດກົດລະບຽບຂອງຫ້ອງຮຽນໄດ້ ຢ່າງໜ້ອຍ 1 ຢ່າງ.0ບໍ່ສາມາດກໍານົດການປະພຶດທີ່ຖືກຕ້ອງຕາມກົດລະບຽບຂອງຫ້ອງຮຽນ.III. ເນື້ອໃນຕົ້ນຕໍ1. ລະບຽບຂອງຫ້ອງຮຽນ ແລະ ໂຮງຮຽນວາງອອກເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນຮັກສາໂຮງຮຽນໃຫ້ມີຄວາມປອດໄພ, ມີສະພາບແວດລ້ອມທີ່ສະຫງົບສໍາລັບໝົດທຸກຄົນ. ນອກຈາກນີ້ຍັງສະແດງເຖິງການເຄົາລົບນັບຖື ແລະ ໃຫ້ກຽດຄູອີກດ້ວຍ.2. ກົດລະບຽບໃນໂຮງຮຽນ ແມ່ນນັກຮຽນໝົດທຸກຄົນຕ້ອງໄດ້ຝຶກ ແລະ ປະຕິບັດຕາມຢ່າງຕໍ່ເນື່ອງ ແລະ ຖືກ ຕ້ອງ ໂດຍຄູເປັນຜູ້ນໍາພາ ແລະ ແນະນໍາຕັກເຕືອນໃຫ້ນັກຮຽນປະຕິບັດຢ່າງຖືກຕ້ອງ. 3. ຄູນໍາໃຊ້ໂຄງຮ່າງການປະຕິບັດກົດລະບຽບຂອງຫ້ອງທີ່ປະກອບມີຮູບພາບ ທີ່ໃຫ້ນັກຮຽນຈົດຈໍາໄດ້ງ່າຍເພື່ອ ຕິດໃສ່ຝາຂອງຫ້ອງຮຽນ. 4. ຕົວຢ່າງບາງກົດລະບຽບຂອງຫ້ອງຮຽນ ແລະ ໂຮງຮຽນປະກອບມີດັ່ງນີ້:- ມາໂຮງຮຽນ: ນັກຮຽນມາໂຮງຮຽນທຸກມື້ແຕ່ວັນຈັນເຖິງວັນສຸກ ແລະ ມາໃຫ້ຕົງເວລາ.- ການນຸ່ງຖື: ໃສ່ຊຸດນັກຮຽນໃຫ້ເປັນລະບຽບ, ຫວີຜົມໃຫ້ເປັນລະບຽບ, ນັກຮຽນຊາຍຕ້ອງຕັດຜົມສັ້ນ ແລະ ນັກຮຽນຍິງມັດຜົມໃຫ້ຮຽບຮ້ອຍ, ເລັບມື ແລະ ເລັບຕີນຕ້ອງສັ້ນ.- ເຄົາລົບນັບຖືສ່ງຂອງສ່ວນລວມໃນໂຮງຮຽນ: ຮັກສາປ້ມແບບຮຽນໃຫ້ສະອາດຈົບງາມ, ບ່ພັບ, ບ່ຈີກ ຫື ຂີດຂຽນ ິື ້ໍໍຼໃສ່ປຶ້ມແບບຮຽນ, ບໍ່ຂີດຂຽນໃສ່ຝາຫ້ອງ,ໂຕະຕັ່ງ, ມືຕ້ອງສະອາດກ່ອນຈັບປື້້ມແບບຮຽນ (ລ້າງມືຫັຼງຈາກ ຫຼິ້ນເປື້ອນ) ຊ່ວຍກັນເຮັດອະນາໄມໂຮງຮຽນເປັນປະຈໍາ.໖໒ສ ວ ສສະຫງວນລິຂະສິດ

63- ເຄົາລົບນັບຖືຄູອາຈານ: ຕັ້ງໃຈຟັງ ແລະ ປະຕິບັດຕາມຄູແນະນໍາ, ຍົກມືຂຶ້ນກ່ອນຂໍອະນຸຍາດຖາມ ຫຼື ຕອບ ຄໍາຖາມ.- ເຄົາລົບຮັກແພງໝູ່ເພື່ອນ: ໃຊ້ຄໍາເວົ້າທີ່ສຸພາບອ່ອນໂຍນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແກ້ບົດຝຶກຫັດຂອງ ໃຜລາວຖ້າເຮັດບໍ່ໄດ້ໃຫ້ຖາມຄູ, ບໍ່ລັກເຄື່ອງຂອງຄົນອື່ນ, ບໍ່ຜິດຖຽງໝູ່ຄູ່, ລະວັງການໃຊ້ມື ແລະ ຕີນເຊັ່ນ: ບໍ່ເຕະ, ບໍ່ຕີກັນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຂັ້ນ ປ.1.2. ກົດລະບຽບຂອງຫ້ອງຮຽນ ທີ່ຢູ່ໃນບົດແນະນໍາເບື້ອງຕົ້ນໃນປື້້ມຄູ່ມືຄູ. 3. ໂຄງຮ່າງກົດລະບຽບຂອງຫ້ອງຮຽນ ທີ່ຄູກຽມມາ.4. ຮູບພາບບັດກົດລະບຽບໃນຫ້ອງຮຽນຂະໜາດ 2x6 ຊັງຕີແມັດ ທີ່ຄູກຽມມາ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ1) ຄູທວນຄືນບົດຮຽນທີ 2 ການນຸ່ງເຄື່ອງເປັນລະບຽບ. 2) ຄູຖາມນັກຮຽນ:- ນັກຮຽນຄວນນຸ່ງເຄື່ອງແນວໃດ ມາໂຮງຮຽນ?- ນັກຮຽນຄວນຫວີຜົມແນວໃດມາໂຮງຮຽນ? ໃບໜ້າ, ມື ແລະ ເກີບຄວນເຮັດແນວໃດ?3) ຄູໃຫ້ນັກຮຽນແຕ່ລະຄົນສໍາຫຼວດຕົນເອງ ແລະ ໝູ່ຄູ່ວ່ານຸ່ງເຄື່ອງເປັນລະບຽບຮຽບຮ້ອຍ.4) ຄູແນະນໍານັກຮຽນວ່າ: ນີ້ແມ່ນການນຸ່ງເຄື່ອງທີ່ຖືກຕ້ອງຕາມລະບຽບຂອງໂຮງຮຽນ ແລະ ທຸກຄົນຕ້ອງໄດ້ ປະຕິບັດຢ່າງຖືກຕ້ອງ.5) ຄູແນະນໍານັກຮຽນຕື່ມວ່າ: ມື້ນີ້້, ພວກເຮົາຈະຮຽນຝຶກ ແລະ ປະຕິບັດຕາມກົດລະບຽບຂອງຫ້ອງຮຽນຢ່າງ ຖືກຕ້ອງ.ຂັ້ນຈັັດກິດຈະກໍາການຮຽນ (25 ນາທີ)2. ສັງເກດ ແລະ ສົນທະນາຕາມຮູບພາບ1) ນັກຮຽນສັງເກດ ແລະ ສົນທະນາໃນໂຕະຕາມຮູບ 1- 6 ໃນປຶ້ມແບບຮຽນ.2) ຄູຕັ້ ງຄ ໍ າຖາມກ ່ ຽວກ ັ ບການກະທ ໍ າຕ ່ າງໆຕາມຮູບ:- ຮູບພາບທີ 1: ນັກຮຽນກໍາລັງເຮັດຫຍັງ? (ຢືນລຽນແຖວເປັນລະບຽບ, ວາງມືເປັນລະບຽບ, ບໍ່ວົນແຊວໃນແຖວ ແລະ ຕາແນມເບິ່ງຄູ).- ຮູບພາບທີ 2: ນັກຮຽນກໍາລັງເຮັດຫຍັງ? (ນັ່ງເປັນລະບຽບ), ພວກເຂົາກໍາລັງແນມເບິ່ງຫຍັງ? (ເບິ່ງປຶ້ມຂອງໃຜລາວ ແລະ ບໍ່ວົນແຊວ).- ຮູບພາບທີ 3: ນັກຮຽນກໍາລັງເຮັດຫຍັງ? (ນັກຮຽນຈີກປຶ້ມຫຼິ້ນຊະຊາຍ) ຖ້າເຫັນຄົນອື່ນຈີກປຶ້ມ ນັກຮຽນຈະເຮັດແນວໃດ? (ຫ້າມບໍ່ໃຫ້ເຮັດ).- ຮູບພາບທີ 4: ນັກຮຽນກຸ່ມໃດແດ່ທີ່ກໍາລັງຕັ້ງໃຈຮຽນ? ນັກຮຽນກຸ່ມ 2 ກໍາລັງເຮັດຫຍັງ? ຖ້າຫ້ອງວົນແຊວຫຼາຍ ນັກຮຽນຈະເປັນແນວໃດ? ການກິນເຂົ້າໜົມໃນຫ້ອງຮຽນ ນັກຮຽນຄວນເອົາເປັນແບບຢ່າງບໍ່? ຖ້າຄູເຫັນ ຈະເປັນແນວໃດ?.ການວັດ ແລະ ປະເມີນຜົນສັງເກດນັກຮຽນປະຕິບັດຕາມກົດລະບຽບ ໃຫ້ຖືກຕ້ອງ.໖໓

64- ຮູບພາບທີ 5-6: ນັກຮຽນຄວນປະຕິບັດຕາມບໍ່? ເພາະເຫດໃດ?3) ຄູໃຫ້ນັກຮຽນຕອບຄໍາຖາມຕາມຄວາມຄິດຂອງແຕ່ລະຄົນ.4) ຄູອະທິບາຍຄືນແຕ່ລະຄໍາຖາມເພື່ອໃຫ້ນັກຮຽນເຂົ້າໃຈເປັນເອກະພາບ ແລະ ແນະນໍາຮູບພາບທີ່ຄວນປະຕິບັດ ແລະ ບໍ່ຄວນປະຕິບັດຕາມ.5) ຄູສະຫຼຸບຮູບພາບຄື: - ຮູບພາບທີ 1 ຈັດແຖວເຂົ້າຫ້ອງ- ຮູບພາບທີ 2 ນັກຮຽນຕັ້ງໃຈຮຽນໜັງສືໃນຫ້ອງ- ຮູບພາບທີ 3 ຫ້າມໝູ່ບໍ່ໃຫ້ຈີກເຈ້ຍພັບຍົນ- ຮູບພາບທີ 4 ລົມກັນ ແລະ ກິນເຂົ້າໜົມເວລາເຮັດວຽກເປັນກຸ່ມ- ຮູບພາບທີ 5 ອອກແຮງງານລວມ- ຮູບພາບທີ 6 ແຕ້ມຮູບໃສ່ໂຕະ ແລະ ຝາຫ້ອງຮຽນ3. ຝຶກປະຕິບັດກົດລະບຽບຂອງຫ້ອງຮຽນ1) ຄູແນະນໍານັກຮຽນປະຕິບັດກົດລະບຽບຂອງຫ້ອງຮຽນ 5-6 ຢ່າງ (ຄູເລືອກເອົາກົດລະບຽບທີ່ເຫັນວ່າເໝາະສົມ ສໍາລັບຫ້ອງຮຽນຂອງຕົນ).2) ບອກນັກຮຽນສັງເກດເບິ່ງຮູບພາບທີ່ມີໃນປຶ້ມແບບຮຽນທີ່ສະແດງເຖິງກົດລະບຽບໃນຫ້ອງຮຽນ.3) ຄູສາທິດໃຫ້ນັກຮຽນສັງເກດ ແລະ ໃຫ້ນັກຮຽນບອກ ຫຼື ຊີ້ໃສ່ໂຄງຮ່າງກົດລະບຽບວ່າແມ່ນກົດລະບຽບຂໍ້ໃດ.4) ນັກຮຽນປະຕິບັດແຕ່ລະກົດລະບຽບຕາມຄູຄືນ:- ຍົກມືຂຶ້ນກ່ອນຕອບ ຫຼື ຖາມ: ກ່ອນຕອບ ຫຼື ຖາມນັກຮຽນຕ້ອງຂໍອະນຸຍາດດ້ວຍການຍົກມືຂຶ້ນ ແລະ ລໍຖ້າ ໃຫ້ຄູເອີ້ນຊື່ ແລ້ວຈຶ່ງຕອບ ຫຼື ຖາມ.- ນັ່ງເປັນລະບຽບມືວາງເທິງໜ້າໂຕະໃນເວລາຮຽນ.- ຍ່າງຄ່ອຍໆໃນຫ້ອງຮຽນ.- ຂໍອະນຸຍາດກ່ອນອອກຈາກຫ້ອງ ຫຼື ກ່ອນເຂົ້າຫ້ອງ- ແກ້ບົດຝຶກຫັດຂອງໃຜລາວ.- ໃຫ້ນັກຮຽນປະຕິບັດຕາມແຕ່ລະກົດລະບຽບດ້ວຍຕົນເອງ ໂດຍຄູຊີ້ໃສ່ແຕ່ລະຂໍ້ແລ້ວໃຫ້ນັກຮຽນປະຕິບັດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ) 4. ຝຶກປະຕິບັດກົດລະບຽບຈາກບັດຂໍ້ຄວາມ1) ນັກຮຽນອອກມາຢືນອ້ອມກັນເປັນວົງມົນໜຶ່ງ.2) ຄູຖາມນັກຮຽນຄືນ ມີກົດລະບຽບໃດແດ່ທີ່ພວກ ເຮົາຄວນປະຕິບັດເຊັ່ນ: ການຍ່າງໃນຫ້ອງຮຽນ, ເຄື່ອນໄຫວກິດຈະກໍາໂດຍບໍ່ໃຊ້ສຽງວົນແຊວ.3) ຄູເອົາບັດກົດລະບຽບ 12 ໃບທີ່ມີ 6 ກົດລະບຽບທີ່ກຽມໄວ້ຢາຍໃຫ້ນັກຮຽນເພື່ອສົ່ງຕໍ່ກັນພາຍໃນວົງມົນນັ້ນ.4) ຄູບອກໃຫ້ຢຸດ (ຫຼື ນໍາພານັກຮຽນຮ້ອງເພງ ແລ້ວບອກໃຫ້ຢຸດ) ເພື່ອໃຫ້ນັກຮຽນຢຸດການສົ່ງຕໍ່ບັດຮູບພາບ ແລ້ວໃຫ້ນັກຮຽນຍົກບັດຂຶ້ນ.5) ນັກຮຽນທີ່ມີບັດໃຫ້ຍ່າງໄປຊອກຫາຄູ່ຂອງຕົນທີ່ມີບັດຄືກັນນັ້ນ. ນັກຮຽນຄູ່ນັ້ນອ່ານ ຫຼື ສາທິດການປະຕິບັດກົດລະບຽບຕາມຮູບພາບ ແລ້ວໃຫ້ນັກຮຽນຜູ້ອື່ນປະຕິບັດຕາມ.ການວັດ ແລະ ປະເມີນຜົນສັງເກດການປະຕິບັດຂອງນັກຮຽນຖືກຕ້ອງ ຕາມແຕ່ລະກົດລະບຽບແນະນໍາແລະ ຊ່ວຍນັກ ຮຽນຜູ້ທີ່ປະຕິບັດກົດລະບຽບບໍ່ໄດ້ດີ ແລະ ໃຫ້ ນັກຮຽນປະຕິບັດຄືນຈົນກວ່າຈະປະຕິບັດຖືກຕ້ອງ. ນຳໃຊ້ເກນຄະແນນຂ້າງເທິງປະເມີນ ຄວາມເຂົ້າໃຈຂອງນັກຮຽນໃນການປະຕິບັດ ກົດລະບຽບ. ໖໔ສ ວ ສສະຫງວນລິຂະສິດ

65ກິດ ຈະ ກໍາ ເສີມ: ຄູໃຫ້ນັກຮຽນປຽບທຽບການປະຕິບັດລະບຽບຢູ່ໃນເຮືອນ ແລະ ຢູ່ໂຮງຮຽນ: ຢູ່ໃນເຮືອນມີຜູ້ໃດປະຕິບັດລະບຽບຕາມ ກົດລະບຽບ ແລະ ມີກົດລະບຽບໃດແດ່ພາຍໃນເຮືອນ?ຂັ້ນສະຫຼຸບ (5 ນາທີ) 1) ໃຫ້ນັກຮຽນສັງເກດໂຄງຮ່າງກົດລະບຽບຂອງຫ້ອງຄືນ.2) ຄູຊີ້ໄປຍັງກົດລະບຽບແຕ່ລະຂໍ້ ເພື່ອໃຫ້ນັກຮຽນປະຕິບັດ.3) ຄູຖາມນັກຮຽນວ່າ: ໃນຫ້ອງຂອງພວກເຮົານີ້ ມີນັກຮຽນໃດທີ່ປະຕິບັດຕາມກົດລະບຽບໄດ້ດີ? ຍ້ອນຫຍັງ?4) ຄູຊົມເຊີຍພ ້ ອມທັງໃຫ ້ ນ ັ ກຮຽນຜູ ້ ອື ່ນເອົາເປັນແບບຢ ່ າງ.໖໕

66ບົດທີ 4: ການຮັກສາຄວາມສະອາດໃນໂຮງຮຽນ ເວລາ 1ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ອະທິບາຍຄວາມສ�າຄັນຂອງການທາຄວາມສະອາດບ່ອນນັ່ງ ແລະ ຫ້ອງຮຽນຂອງພວກເຂົາ.�2. ສາທິດວິທີການປັດກວາດ ແລະ ທາຄວາມສະອາດບ່ອນນັ່ງຂອງຕົນເອງ.�3. ໃຫ້ຕົວຢ່າງກຽ່ວກັບວິທີການທ�າຄວາມສະອາດເດີ່ນໂຮງຮຽນໃຫ້ສະອາດງາມຕາ.4. ຮູ້ການົດດ້ວຍຕົນເອງວ່າບ່ອນໃດເປື້ອນ ຫຼື ບ່ອນໃດສະອາດ.�II. ການວັດ ແລະ ປະເມີນຜົນ 1. ສັງເກດນັກຮຽນປະຕິບັດການຮັກສາຄວາມສະອາດບ່ອນນັ່ງ, ຫ້ອງຮຽນ ແລະ ໂຮງຮຽນ.2. ນາໃຊ້ເກນໃຫ້ຄະແນນລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ.�ຄະແນນສາທິດວິທີການປັດກວາດ ແລະ ທ�າຄວາມສະອາດບ່ອນນັ່ງຂອງຕົນເອງ2ເລືອກອຸປະກອນ ແລະ ທາຄວາມສະອາດ, ຈັດບ່ອນນັ່ງ, ໂຕະ, ຕັ່ງ, ກະເປົາ, ພື້ນໄດ້ເປັນລະລະບຽບ �ຮຽບຮ້ອຍ ຢ່າງມີອິດສະຫຼະ.1ເລືອກອຸປະກອນ ແລະ ທ�າຄວາມສະອາດ, ຈັດບ່ອນນັ່ງໃຫ້ເປັນລະບຽບຮຽບຮ້ອຍ ໂດຍໄດ້ຮັບ ແນະນ�າຈາກຄູ.0ບ�່ສາມາດທາຄວາມສະອາດຫ້ອງຮຽນ ແລະ ຈັດບ່ອນນັ່ງໃຫ້ເປັນລະບຽບຮຽບຮ້ອຍ.�III. ເນື້ອໃນຕົ້ນຕໍ1. ການຮັກສາຄວາມສະອາດຂອງໂຮງຮຽນ, ຫ້ອງຮຽນແມ່ນມີຄວາມສາຄັນຫຼາຍ ແລະ ເປັນໜ້າທີ່ຂອງ �ພວກເຮົາໝົດທຸກຄົນ ເພາະເປັນສະຖານທີ່ຂອງນັກຮຽນໃຊ້ເປັນບ່ອນຮຽນຮູ້.2. ການທ�າຄວາມສະອາດແມ່ນໃ�ຊ້ ຟອຍກວາດ, ໃຊ້ຖັງຂີ້ເຫຍື້ອໃສ່ຂີ້ເຫຍື້ອ ແລະ ໃຊ້ແພປັດຂີ້ຝຸ່ນ, ຂີ້ເຫຍື້ອ ແລະ ຮອຍເປື້ອນຕ່າງໆ.3. ການຈັດບ່ອນນັ່ງໃຫ້ເປັນລະບຽບຮຽບຮ້ອຍ ເຮົາຕ້ອງມ້ຽນຖົງປື້ມ, ວາງປື້ມ, ສ ໄວ້ບ່ອນມ້ຽນໃຫ້ເໝາະສົມ.�4. ການຮັກສາຄວາມສະອາດໃນເດີ່ນໂຮງຮຽນ ແລະ ອະນາໄມສະຖານທີ່ໃຫ້ເປັນລະບຽບຮຽບຮ້ອຍ ກວາດເດີ່ນ, ເກັບໃບໄມ້ ແລະ ຖິ້ມຂີ້ເຫຍື້ອໃສ່ຖັງ, ປັດຂີ້ຝຸ່ນທີ່ຕິດກັບດອກໄມ້, ຫົດນ�້າຕົ້ນໄມ້ໃຫ້ສະໝ�່າສະເໝີ.IV. ສື່ການຮຽນການສອນ1. ປື້ມແບບຮຽນ ແລະ ປື້ມຄູ່ມື ວິຊາຄຸນສົມບັດສຶກສາຊັ້ນ ປ.1.2. ອຸປະກອນເຊັ່ນ: ສ�, ສສີ, ເຫຼັກຄີບຂີ້ເຫຍື້ອ, ກະຕ່າຂີ້ເຫຍື້ອ, ຖົງຢາງ, ຟອຍ, ກະໂລງຊ້ວນຂີ້ເຫຍື້ອ, ຜ້າເຊັດ �ໂຕະຕັ່ງ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) ໖໖ສ ວ ສສະຫງວນລິຂະສິດ

671. ສັງເກດ ແລະ ສົນທະນາ1) ຄູ: ຍົກຕົວຢ່າງໃຫ້ນັກຮຽນເບິ່ງ ລະຫວ່າງໂຕະທີ່ເປັນລະບຽບ, ສະອາດ (ໂຕະທີ 1) ແລະ ໂຕະທີ່ບ່ເປັນລະບຽບ �ບ່ສະອາດ (ໂຕະທີ 2). �2) ຄູຖາມ:- ນັກຮຽນເຫັນຫຍັງແດ່? ມັນສະອາດບ່?�- ໂຕະທີ 1 ເປັນແບບໃດ? - ໂຕະທີ 2 ເປັນແບບໃດ?3) ຄູຖາມ: - ພວກເຮົາຄວນເຮັດແນວໃດເພື່ອເຮັດໃຫ້ຫ້ອງຮຽນມີຄວາມສະອາດ ແລະ ຈັດບ່ອນນັ່ງໃຫ້ເປັນລະບຽບ ຮຽບຮ້ອຍ?- ຍ້ອນຫຍັງການທາຄວາມສະອາດຫ້ອງຮຽນ ແລະ ຈັດບ່ອນນັ່ງໃຫ້ເປັນລະບຽບຈຶ່ງມີຄວາມສ�າຄັນ?�4) ຄູບອກນັກຮຽນ: ມື້ນີ້ເຮົາຈະມາຮຽນກ່ຽວກັບການຮັກສາຄວາມສະອາດໃນໂຮງຮຽນ.ຂັ້ນຈັັດກິດຈະກໍາການຮຽນ (15 ນາທີ)2. ສັງເກດຮູບຖາມ-ຕອບຕາມຮູບພາບ1) ຄູໃຫ້ນັກຮຽນຈັບຄູ່ກັນສັງເກດ ແລະ ສົນທະນາ.2) ຄູຖາມແຕ່ລະຮູບພາບ.- ນັກຮຽນເຫັນຫຍັງແດ່ໃນຮູບຫ້ອງຮຽນ? (ຮູບພາບທີ 1). - ເກີດຫຍັງຂຶ້ນໃນຫ້ອງຮຽນນີ້? (ຮູບພາບທີ 2)- ນັກຮຽນໃນຮູບນີ້ໃຊ້ອຸປະກອນຫຍັງແດ່ ໃນການອະນາໄມ? (ຮູບພາບທີ 3)3) ຄູໃຫ້ເວລານັກຮຽນສົນທະນາກັນ ກ່ອນຕອບຄ�າຖາມຂອງຄູ.4) ຄູໃຫ້ນັກຮຽນແຕ່ລະຄູ່ປ່ຽນກັນຕອບ.5) ຄູແນະນາ ເພີ່ມຕື່ມເພື່ອໃຫ້ນັກຮຽນເຂົ້າໃຈຕາມຮູບໃຫ້ເປັນເອກະພາບກັນ.�- ຮູບພາບທີ 1 ຫ້ອງຮຽນສະອາດ.- ຮູບພາບທີ 2 ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຂີດຂຽນໃສ່ຝາຫ້ອງຮຽນ, ໂຮງຮຽນ.- ຮູບພາບທີ 3 ອະນາໄມຫ້ອງຮຽນ.- ຮູບພາບທີ 4 ໂຮງຮຽນສະອາດ.- ຮູບພາບທີ 5 ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນທີ່ຈັດສັນໄວ້.- ຮູບພາບທີ 6 ອະນາໄມເດີ່ນໂຮງຮຽນ.6) ຄູໃຫ້ນັກຮຽນສັງເກດເບິ່ງຫ້ອງຮຽນຂອງຕົນເອງ ແລ້ວຖາມວ່າ:- ຫ້ອງຮຽນເຮົາສະອາດແລ້ວບ່? �- ຈະເຮັດແນວໃດໃຫ້ມັນສະອາດຂຶ້ນຕື່ມ.7) ຄູແນະນາ:�- ຫ້ອງຮຽນນີ້ເປັນຂອງພວກເຮົາໝົດທຸກຄົນ.- ທຸກຄົນຕ້ອງຊ່ວຍກັນອະນາໄມໃຫ້ຫ້ອງຮຽນສະອາດງາມຕາ ແລະ ຈັດໂຕະຕັ່ງຫ້ອງຮຽນໃຫ້ເປັນລະບຽບ ຮຽບຮ້ອຍ, ຖິ້ມເສດເຈ້ຍ, ຖົງເຂົ້າໝົມໃສ່ຖັງຂີ້ເຫຍື້ອ.- ນັກຮຽນດີຕ້ອງຮູ້ຈັກອະນາໄມຫ້ອງຮຽນ ທຸກເຊົ້າ-ແລງ , ປົກປັກຮັກສາ, ຈັດບ່ອນນັ່ງໃຫ້ເປັນລະບຽບ ຮຽບຮ້ອຍ, ຮັກໂຮງຮຽນຄືກັບເຮືອນຂອງຕົນເອງ.ການວັດ ແລະ ປະເມີນຜົນຄູສັງເກດຈາກການສົນທະນາຄວາມສາມັກຄີ ພາຍໃນຫ້ອງຄວາມສົນໃຈຂອງນັກຮຽນ, ສັງເກດການເລືອກຮູບພາບ ພ້ອມທັງບອກເຫດຜົນ, ການຕອບຄາຖາມຂອງຄູ.�໖໗

68ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)3. ຈັດບ່ອນນັ່ງ ແລະ ທໍາຄວາມສະອາດຫ້ອງຮຽນ1) ຄູ ແລະ ນັກຮຽນ ຈັດ ແລະ ອະນາໄມຫ້ອງຮຽນນາກັນ.�2) ຄູແນະນາ ແລະ ສາທິດການມ້ຽນບ່ອນນັ່ງ, �ໄວ້ກະເປົາໃຫ້ເປັນລະບຽບ.3) ຄູສາທິດການເກັບເສດເຈ້ຍ, ຂີ້ເຫຍື້ອຖິ້ມໃສ່ຖັງຂີ້ເຫຍື້ອ.4) ຄູຂ�ອາສາສະໜັກ 2 ຄົນ ອອກມາເຊັດກະດານໃຫ້ໝູ່ເບິ່ງ.5) ນັກຮຽນຢືນຂຶ້ນ ມ້ຽນກະເປົາ ແລະ ບ່ອນນັ່ງຂອງ ຕົນເອງໃຫ້ເປັນລະບຽບຮຽບຮ້ອຍ (ໃຫ້ປະຕິບັດ ຊ້າຫຼາຍໆຄັ້ງ ເພື່ອໃຫ້ນັກຮຽນຈື່ຈ�າ ແລະ ເຮັດເປັນ).�6) ຄູຕ້ອງບອກທຸກຂັ້ນຕອນໃຫ້ນັກຮຽນເປັນຜູ້ປະຕິບັດ.4. ອະນາໄມໜ້າຫ້ອງຮຽນ ແລະ ເດີ່ນໂຮງຮຽນ1) ຄູພານັກຮຽນທັງໝົດອອກມານອກຫ້ອງເພື່ອທ�າຄວາມສະອາດ.2) ນັກຮຽນສັງເກດບລິເວນອ້້ອມຮອບໜ້າຫ້ອງຮຽນ, ເດີ່ນໂຮງຮຽນເຊັ່ນ: ເສດເຈ້ຍ, ຂີ້ເຫຍື້ອ, ຖົງຢາງ, �ກະປ໋ອງນ້າ, ຕຸກນ�້າ....�3) ນັກຮຽນເກັບເສດເຈ້ຍ, ຂີ້ເຫຍື້ອ, ຖົງຢາງ, ກະປ໋ອງນ�້າ, ຕຸກນ�້າ... ໃສ່ຖັງຂີ້ເຫຍື້ອໃຫ້ຖືກຕ້ອງ.4) ໃຫ້ນັກຮຽນສັງເກດເບິ່ງເສດຂີ້ເຫຍື້ອທີ່ເກັບໄດ້ໃນຖັງຂີ້ເຫຍື້ອ ວ່າມີຫຼາຍປານໃດ.5) ຄູໃຫ້ນັກຮຽນສັງເກດເບິ່ງບ�ລິເວນໜ້າຫ້ອງຮຽນ ແລະ ເດີ່ນໂຮງຮຽນ ພ້ອມທັງຖາມວ່າ: ສະອາດດີແລ້ວບ່? �(ຖ້າຍັງບ່ສະອາດ ແນະນາໃຫ້ນັກຮຽນໄປເກັບຂີ້ເຫຍື້ອຕື່ມ).��6) ຄູແນະນ�າ: ຫຼັງຈາກອະນາໄມເກັບຂີ້ເຫຍື້ອແລ້ວ, ໃຫ້ນັກຮຽນລ້າງມືກ່ອນຈະກັບເຂົ້າຫ້ອງຮຽນ.ຂັ້ນສະຫຼຸບ (5 ນາທີ)1) ຄູແນະນ�າ: ການທາຄວາມສະອາດໂຮງຮຽນ, ຫ້ອງຮຽນເປັນໜ້າທີ່ຂອງພວກເຮົາໝົດທຸກຄົນ.�2) ຄູຖາມ: ນັກຮຽນຈະເຮັດແນວໃດເພື່ອໃຫ້ໂຮງຮຽນ, ຫ້ອງຮຽນສະອາດຈົບງາມ.3) ຄູເວົ້າຕ່ມ: ທຸກໆຄົນຕ້ອງມ້ຽນຖົງປ້ມ, ຈັດບ່ອນນ່ງຂອງຕົນເອງໃຫ້ເປັນລະບຽບ ແລະ ທາຄວາມສະອາດຫ້ອງຮຽນ ືຶັ�ທຸກໆມ້ ເພາະໂຮງຮຽນເປັນບ່ອນໃຫ້ຄວາມຮູ້. ສະນ້ນ ພວກເຮົາທຸກຄົນຕ້ອງຮັກໂຮງຮຽນຄືກັບຮັກເຮືອນຂອງຕົນືັເອງ. ການວັດ ແລະ ປະເມີນຜົນຄູສັງເກດ ແລະ ແນະນາຊ່ວຍເຫຼືອ �ໃຫ້ມ້ຽນກະເປົາ/ຈັດບ່ອນນັ່ງຂອງ ຕົນເອງ ແລະ ເກັບມ້ຽນຂີ້ເຫຍື້ອໃຫ້ ຖືກບ່ອນຄູຍ້ອງຍ�ນັກຮຽນທີ່ປະຕິບັດ ໄດ້ດີ ໂດຍສັງເກດ ວັດ ແລະ ປະເມີນ ຜົນຕາມເກນໃຫ້ຄະແນນຂ້າງເທິງ.໖໘ສ ວ ສສະຫງວນລິຂະສິດ

69ບົດທີ 5: ມາລະຍາດຕໍ່ຄູລາ 1 ຊົ່ວໂມງ1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ສາ​ທິດ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​ເຊັ່ນ:​ຍໍ​ມື​ນົບ​ແລະ​ຖາມ​ສະ​ບາຍ​ດີ...​​2. ເຂົ້າ​ໃ​ຈ​ແລະ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ຫ້ອງ​ຮຽນ​1​ຢ່າງ​​ເຊັ່ນ:​ການ​ຢຸດ​ແລະ​ເບິ່ງ​ຄູ​ເມື່ອ​ຄູ​ບອກ​ໃຫ້​ຢຸດ.​II. ການວັດ ແລະ ປະເມີນຜົນ 1. ສັງ​ເກດ​ການ​ສົນ​ທະ​ນາ​ແລະ​ປະເມີນຕໍ່ເນື່ອງ:​ສັງເກດ​ແລະ​ຕັ້ງຄໍາຖາມລະຫວ່າງກິດຈະກໍາຂອງນັກຮຽນ.2. ນໍາ​ໃຊ້​ເກນ​ຄະ​ແນນ​ຂ້​າງ​ລຸ່ມ​ເພື່ອ​ໃຫ້​ຄະ​ແນນນັກ​ຮຽນ:ຄະແນນສາ​ທິດ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​​ເຊັ່ນ:​ການ​ທັກ​ທາຍ​ທີ່​ຖືກ​ຕ້ອງ,​ຂໍ​ອະ​ນຸ​ຍາດ​ກ່ອນ​ເຂົ້າ​ຫ້ອງ​ແລະ​ກ່ອນ​ອອກ​​ຈາກ​ຫ້ອງ​ແລະ​ຕັ້ງ​ໃຈ​ຟັງ​ຄູ​ສອນ.3ສາ​ທິດ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​3​ຢ່າງ​ເຊັ່ນ:​ການ​ທັກ​ທາຍ​ທີ່​ຖືກ​ຕ້ອງ,​ຂໍ​ອະ​ນຸ​ຍາດ​ກ່ອນ​ເຂົ້າ​ຫ້ອງ​ແລະ​​ກ່ອນ​ອອກ​ຈາກ​ຫ້ອງ​ແລະ​ຕັ້ງ​ໃຈ​ຟັງ​ຄູ​ສອນ.2ສາ​ທິດ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​2​ຢ່າງ​ເຊັ່ນ:​ການ​ທັກ​ທາຍ​ທີ່​ຖື​ກຕ້ອງຂໍ​ອະ​ນຸ​ຍາດ​ກ່ອນ​ເຂົ້າ​ຫ້ອງ​ແລະ​ກ່ອນ​ອອກ​ຈາກ​ຫ້ອງ​ແລະ​ຕັ້ງ​ໃຈ​ຟັງ​ຄູ​ສອນ.1ສາ​ທິດ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​1​ຢ່າງ​ເຊັ່ນ:​ການ​ທັກ​ທາຍ​ທີ່​ຖືກ​ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ເຂົ້າ​ຫ້ອງ​ແລະ​​ກ່ອນ​ອອກ​ຈາກ​ຫ້ອງ​ແລະ​ຕັ້ງ​ໃຈ​ຟັງ​ຄູ​ສອນ.0ບໍ່ເວົ້າຫຍັງ?III. ເນື້ອໃນຕົ້ນຕໍ1. ທຸກຄົນເວລາພົບເຫັນຄູຕ້ອງໃຫ້ກຽດເພິ່ນ​ແລະ​ໃຫ້ຄວາມເຄົາລົບນັບຖື.2. ທຸກຄົນເວລາພົບເຫັນຄູຕ້ອງສະແດງທ່າທາງເຊັ່ນ:​ຍົກມືຂຶ້ນນົບພ້ອມທັງຖາມສະບາຍດີດ້ວຍໃບໜ້າເບີກ​ບານ,​ຖະໝອມຖ່ອມຕົວ,​ຍ່າງກາຍໜ້າຕ້ອງຂໍອະນຸຍາດແລ້ວກົ້ມຫົວລົງໜ້ອຍໜຶ່ງ.3. ການເວົ້້າຈາຕ້ອງສຸພາບເຊັ່ນ:​ເຈົ້້າ,​ໂດຍ,​ຫຼານ,​ນ້ອງ,​ລູກຕ້ອງເວົ້າຄໍາເຫຼົ່ານີ້ເປັນຕົ້ນເວລາເວົ້າກັບຄູ​ບໍ່ໃຊ້ຄໍາເວົ້າທີ່ບໍ່ສຸພາບ.4. ໃຫ້ກຽດຄູເວລາເພິ່ນສອນບົດຮຽນເຊັ່ນ:​ບໍ່​ລົມ​ກັນໃນ​ຂະ​ນະ​ຄູ​ເວົ້າ,​ບໍ່ວົນແຊວ,​ບໍ່ຢອກໝູ່​ເວລາອອກຫ້ອງ​ເຂົ້າຫ້ອງ​ຕ້ອງຂໍອະນຸຍາດ,​ຍົກມືຖາມ​ຫຼື​ຕອບບົດຮຽນ,​ຕັ້ງໃຈຮຽນ.5. ເຄົາລົບນັບຖືຄູບໍ່ວ່າຢູ່ໃນ​ຫຼື​ນອກໂຮງຮຽນ,​ໃຫ້ຄວາມຊ່ວຍເຫຼືອຄູ,​ເບິ່ງແຍງເວລາເຈັບເປັນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ​ແລະ​ຄູ່ມືຄູວິຊາຄຸນສົມບັດຊັ້ນປະຖົມສຶກສາປີທີ​1.2. ບັດຂໍ້ຄວາມ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ໖໙

701) ຄູຕັ້ງຄໍາຖາມ:- ຜ່ານມາເວລານັກຮຽນພົບຄູ​ຫຼື​ຍ່າງຜ່ານນັກຮຽນເຮັດແນວໃດ?​ຍ້ອນຫຍັງ?- ເວລາເວົ້າກັບຄູຄວນໃຊ້ຄໍາ​ເວົ້າແບບໃດ?​ເພື່ອຫຍັງ?2) ນັກຮຽນ​3-4​ຄົນ​ຕອບ.3) ຄູສະຫຼຸບ:​ເວລານັກຮຽນພົບຄູຕ້ອງຍົກມືຂຶ້ນນົບພ້ອມທັງຖາມສະບາຍດີເພິ່ນດ້ວຍໃບໜ້າເບີກບານ,​ນັກຮຽນ​ທຸກຄົນຕ້ອງປະຕິບັດຕໍ່ຄູເພາະມັນເປັນມາລະຍາດທີ່ດີ​ແລະ​ເວລາເວົ້າກັບຄູຕ້ອງໃຊ້ຄໍາເວົ້າທີ່ສຸພາບອ່ອນ​ໂຍນເຊັ່ນ:​ເວົ້າໂດຍ,​​ເວົ້າລູກ-ຫຼານ-ນ້ອງແທນ​ການ​ເອີ້ນ​ຊື່​ຕົນ​ເອງ​ເພື່ອເປັນການໃຫ້ກຽດຕໍ່ເພິ່ນ.4) ຄູ​ບອກ​ນັກ​ຮຽນ​​ມື້​ນີ້,​ພວກ​ເຮົາ​ຈະ​ມາ​ຮຽນ​ການ​ສະ​ແດງ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ​ແລະ​ຝຶກ​ປະຕິບັດການ​ຕັ້ງ​ໃຈ​ຟັງ​:ຕາມ​ທີ່​ຄູ​ບອກນໍາ​ກັນ.ຂັ້ນຈັັດກິດຈະກໍາການຮຽນ (20 ນາທີ)2. ສົນທະນາຕາມຮູບພາບ1) ຄູ​ ແນະ​ນໍາ​ນັກ​ຮຽນສັງເກດ,​ສົນທະນາ​ແລະ​ປະ​ຕິ​ບັດ​ໄປ​ຕາມ​ຮູບ​1-3.2) ແບ່ງ​ນັກ​ຮຽນ​ອອກ​ເປັນ​ຄູ່.3) ນັກ​ຮຽນ​ສັງ​ເກດ​ຮູບ​ທີ​1:​ຍົກມືຂຶ້ນນົບຄູ​ພ້ອມທັງຖາມສະບາຍດີ.4) ຄູ​ຖາມ​ນັກ​ຮຽນ​ວ່າ:- ມີ​ໃຜ​ແດ່​ໃນ​ຮູບ?​ພວກ​ເຂົາ​ກໍາ​ລັງ​ເຮັດ​ຫຍັງ?5) ຄູ​ ແນະ​ນໍາ​ນັກ​ຮຽນ​ວ່າ:​ເມື່ອ​ພົບ​ຄູ​ນັກ​ຮຽນ​ຄວນ​ຍົກ​ມື​ຂື້ນ​ແລະ​ຖາມ​ສະ​ບາຍ​ດີ​ດ້ວຍ​ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ.6) ຄູ​ ບອກ​ນັກ​ຮຽນ​ລຸກ​ຂຶ້ນ​ແລະ​ນໍາ​ພາ​ປະ​ຕິ​ບັດ​ການ​ຍໍ​ມື​ນົບ​ສະ​ບາຍ​ດີ​ຄູ.7) ຄູ​ ເລືອກ​ເອົາ​ນັກ​ຮຽນ​2-3​ຄົນ​ທີ່​ນົບ​ຖືກວິທີອອກມານົບ​ເພ​ື່ອ​ໃຫ້​ນັກ​ຮຽນ​ສັງ​ເກດ.8) ຄູ​ສືບ​ຕ່​ໃຫ້​ນັກ​ຮຽນ​ສັງ​ເກດ​ຮູບ​2-3​ຄົນ​ແລ້ວຄູຕ້ງ​ຄໍາ​ຖາມ​ຕາມ​ຮູບ​ພາບ​ແລະ​ໃຫ້ນັກຮຽນປະ​ຕິ​ບັດ​ຕາມ​ຮູບພາບ​ໍັ2-3.- ຮູບທີ​2​ຍ່າງກາຍໜ້າຄູກົ້ມຫົວລົງໜ້ອຍໜຶ່ງ.- ຮູບທີ​3​ຍົກມືຂຶ້ນຂໍອະນຸຍາດອອກຫ້ອງ,​ເຂົ້າຫ້ອງ​ແລະ​ຍົກມືຂຶ້ນຖາມ​ຫຼື​ຕອບບົດຮຽນ​(ຂໍອະນຸຍາດ​ຄູກ່ອນ).9) ​ ຄູ​ບອກນັກ​ຮຽນ​ສັງ​ເກດ​ຮູບ​ພາບທີ​4:​ຊ່ວຍເຫຼືອຄູ​ແລະ​ເບິ່ງແຍງເວລາ​ເຈັບເປັນ​​ແລະ​ ​ຕັ້ງ​ຄໍາ​ຖາມ​ຕາມ​ຮູບ​ພາບ.10) ຄູ​ແນະ​ນໍາ​ຕື່ມ​ວ່າ:​ຮູບ​ພາບທີ​4​​ຊ່ວຍ​ຄູ​ຖື​ເຄື່ອງ​ແມ່ນ​ການ​ສະ​ແດງ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູ.11) ຄູຕັ້ງ​ ຄໍາ​ຖາມ:​- ເດັກ​ ນັກ​ຮຽນໃນ​ຮູບ​ພາບກໍາ​ລັງ​ເຮັດ​ຫຍັງ?​- ເປັນ​ ຫຍັງ​ເຮົາ​ຕ້ອງ​ຕັ້ງ​ໃຈ​ຟັງ​ເວ​ລາ​ຄູ​ອະ​ທິ​ບາຍ​ບົດ​ຮຽນ?12) ຄູ​ສະຫຼຸບ​ແລະ​ແນະ​ນໍາ​ເພີ່ມ​ຕື່ມ.3. ຝຶກການປະ ຕິ ບັດ ກົດ ລະ ບຽບ (ຢຸດ ເມື່ອ ຄູ ບອກ ໃຫ້ ຢຸດ) 1) ຄູ​ແຕ່​ລະ​ຄົນ​ມີ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ດຶງ​ຄວາມ​ສົນ​ໃຈ​ຂອງ​ນັກ​ຮຽນ​ເກມ​ຂ້າງ​ລ່ມນີ້​ແມ່ນ​2​ວິ​ທີ​ທີ່​ສາ​ມາດ​ນໍາ​​​ມາ​ໃຊ້​ເພື່ອ​ໃຫ້​ນັກ​ຮຽນ​ຢຸດ​ແລະ​ປີ່ນ​ມາ​ແນມ​ເບິ່ງ​ຄູ:ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນສົນທະນາຄໍາຖາມ​ແລະ​ຕອບນັ້ນ,​​ຄູຍ່າງ​ເລາະ​ຫາ​ນັກ​ຮຽນ​ທຸກ​ຄົນ​ເພື່ອ​ສັງ​ເກດ​ແລະ​ໃຫ້ຄວາມຊ່ວຍເຫຼືອຖ້າຈໍາເປັນພ້ອມທັງ​ແນະນໍາກຸ່ມທີ່ບໍ່ທັນເຂົ້າໃຈຕື່ມໃນການຕອບຄໍາຖາມ.໗໐ສ ວ ສສະຫງວນລິຂະສິດ

71- ເກມ​ທີ​1:​ຄູ​ກຽມ​ກະ​ຕຸກນາ​ເປົ່າ​ແລ້ວ​ເອົາ​ແກ່ນ​ໝາກ​ຂາມ​ຫຼື​ກ້ອນ​ຫີນ​ນ້ອຍໆ​ໃສ່​ເພື່ອ​ເຮັດ​ໃຫ້​ເກີດ​ສຽງ​ເມື່ອ​ໍ ້ເຮົາ​ສັ່ນ​ຕຸກ​ນາ​ນັ້ນ.​ຄູ​ໃຫ້​ນັກ​ຮຽນອອກມາ​ຢືນ​ເປັນ​ວົງ​ມົນ​ແລະ​ຫ້ອງ​ເພງ​ນໍາ​ກັນ.​​ຖ້າຄູ​ສັ່ນ​ກະ​ຕຸກ​ນາ,​ນັກ​ໍ ້​ໍ ້ຮຽນ​ຕ້ອງ​ຢຸດຮ້ອງ​ເພງ​ແລະ​ປິ່ນ​ມາ​ເບິ່ງ​ຄູ.​ຜູ້​ທີ່​ຢຸດ​ຊ້າກວ່າ​ໝູ່​ແມ່ນ​ຈະ​ອອກ​ຈາກ​ການຫຼິ້ນ​ກິດ​ຈະ​ກໍາ​ນີ້.- ເກມ​ທີ​2:​​ຄູ​ນໍາ​ພາ​ນັກ​ຮຽນ​ຮ້ອງ​ເພງ​ນໍາ​ກັນ.​ຖ້າ​ຄູ​ຍົກ​ແຂນເບື້ອງ​ຂວາ​ຂຶ້ນ​ແລະ​ເອົາ​ນິ້ວຊີ້​ຈຸ​ໃສ່​ສົບ​ແມ່ນ​ໃຫ້​ນັກ​ຮຽນ​ຢຸດ​ຮ້ອງ​ເພງ​ແລ້ວ​ປິ່ນ​ມາ​ເບິ່ງ​ຄູ.​ຜູ້​ທີ່​ຢຸດ​ຊ້າກວ່າ​ໝູ່​ແມ່ນ​ຈະ​ອອກ​ຈາກ​ການຫຼິ້ນ​ກິດ​ຈະ​ກໍາ​ນີ້.2) ຄູ​ອະ​ທິ​ບາຍ​ການຫຼິ້ນ​ເກມ​ທີ​1​ໃຫ້​ນັກ​ຮຽນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ອນ​ນໍາ​ພາ​ປະ​ຕິ​ບັດ.3) ຄູ​ແລະ​ນັກ​ຮຽນ​ປະ​ຕິ​ບັດ​ເກມ​ທີ​1​ນໍາ​ກັນ.4) ຄູ​ອະ​ທິ​ບາຍ​ການຫຼິ້ນ​ເກມ​ທີ​2​ໃຫ້​ນັກ​ຮຽນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ອນ​ນໍາ​ພາ​ປະ​ຕິ​ບັດ.5) ຄູ​ແລະ​ນັກ​ຮຽນ​ປະ​ຕິ​ບັດ​ເກມ​ທັງ​2​ນໍາ​ກັນ.6) ຄູ​ຖາມ​ນັກ​ຮຽນ​​ລະ​ຫວ່າງ​2​ເກມ​ນີ້​ນັກ​ຮຽນ​ມັກ​ອັນ​ໃດຫຼາຍກວ່າ?​ຈະ​ເລືອກເອົາ​ກິດ​ຈະ​ກໍາ​ໃດ​ເພື່ອ​ນໍາ​ໃຊ້​ເປັນ​:ກົດ​ລະ​ບຽບ​ຂອງ​ຫ້ອງ​ໃນທຸກໆ​ຊົ່ວ​ໂມງ?7) ນັກ​ຮຽນ​ໝົດ​ທຸກ​ຄົນຍົກມື​ລົງ​ຄະແນນສຽງ​ເພື່ອ​ເລືອກ​ເອົາ​ເກມ​ກະ​ຕຸກ​ນໍາ​ຫຼື​ເກມ​ຄວາມ​ງຽບເປັນ​ກົດ​ລະ​ບຽບ​້ຂອງ​ຫ້ອງ.8) ຄູ​ສະຫຼຸບ​ຄືນ​ແລະ​ເນັ້ນ​ໜັກ​ໃຫ້​ນັກ​ຮຽນ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ນັ້ນ.ສໍາລັບນັກຮຽນຊົນເຜົ່າ: ຄູຄວນໃຊ້ພາສາທ້ອງຖິ່ນຂອງນັກຮຽນຊ່ວຍໃນການອະທິບາຍຄໍາສັບບາງຄໍາທີ່ເຫັນນັກຮຽນບໍ່ເຂົ້າໃຈເຊັ່ນ:​ມາລະຍາດ,​ນົບ,​ຢອກໝູ່,​ເຄົາລົບ,​ສຸພາບຮຽບຮ້ອຍ,​ຜູ້ອາວຸໂສ​ແລະ​ຄໍາສັບອື່ນ.ຄວາມຮູ້ທ້ອງຖິ່ນ: ຄູຄວນຍົກຕົວຢ່າງສິ່ງທີ່ນັກຮຽນເຄີຍປະຕິບັດຢູ່ໃນຄອບຄົວເຂົາເຈົ້າມາຍົກຕົວຢ່າງ​ກ່ຽວກັບມາລະຍາດໃນການ​ຮັບແຂກມາເຮືອນ,​ການເວົ້້າຈາກັບພໍ່ເຖົ້າ,​ແມ່ເຖົ້າ,​ພໍ່,​ແມ່,​ເອື້ອຍ,​ອ້າຍ,​ນ້ອງ​ແລະ​ການທັກທາຍ,​ປະກອບ​ທ່າທີໃສ່ຕື່ມຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 4. ຖາມ-ຕອບປະໂຫຍກຄໍາຖາມກ່ຽວກັບມາລະຍາດ 1) ຄູ​ຂຽນ​ມາ​ລະ​ຍາດ​ທີ່​ດີ​ໃສ່​ກະ​ດານ​ເບື້ອງ​ຂວາ​ແລະ​ມາ​ລະ​ຍາດ​ທີ່​ບໍ່​ດີໃສ່​ກະ​ດານ​ເບື້ອງ​ຊ້າຍ.2) ນັກ​ຮຽນ​ໝົດ​ທຸກ​ຄົນ​ຢືນລຽນ​ແຖວ​ຢູ່​ລະ​ຫວ່າງ​ກາງ​ຂອງ​ກະ​ດານ.3) ຄູ​ແນະ​ນໍາ​ນັກ​ຮຽນ​​ຄູ​ອ່ານ​ຂໍ້​ຄວາມ​ອອກ​ໄປ​ເມື່ອ​ນັກ​ຮຽນ​ໄດ້​ຟັງ​ແລ້ວ​ຄິດ​ວ່າ​ມັນ​ເປັນ​ມາ​ລະ​ຍາດ​ທີ່ດີ​ແມ່ນ​ໃຫ້​:​​ຍ່າງ​ໄປ​ຢູ່​ກະ​ດານ​ເບື້ອງ​ຂວາ.​ຖ້າ​ມັນ​ເປັນ​ມາ​ລະ​ຍາດ​ທີ່​ບໍ່​ດີ​ແມ່ນ​ໃຫ້​ຍ່າງ​ໄປ​ຢືນ​ຢູ່​ກະ​ດານ​ເບື້ອງ​ຊ້າຍ.4) ຄູ​ອ່ານ​ຂໍ້​ຄວາມ​ດ້ານ​ລຸ່ມ​ເທື່ອ​ລະ​ຂໍ້​ເພື່ອ​ໃຫ້​ນັກ​ຮຽນ​ປະ​ຕິ​ບັດ​ການ​ເຄື່ອນ​ຍ້າຍ:- ນາງ​ມາລີ​ເຫັນຄູຍ່າງກາຍມາ​ລາວຍົກມືຂຶ້ນນົບພ້ອມທັງຖາມສະບາຍດີນາຍຄູດ້ວຍໃບໜ້າຍິ້ມແຍ້ມ.- ໃນະຂະນະທີ່ຄູກໍາລັງສອນບົດຮຽນຢູ່​ທ້າວ​ສີອໍາໄພ​ຍ່າງເຂົ້້າຫ້ອງ​ໂດຍບໍ່ຂໍອະນຸຍາດຈາກຄູ.- ຄູບອກ​ນາງ​ສົມສີ​ໃຫ້ແກ້ບົດຝຶກຫັດແຕ່ລາວຕອບຄູວ່າ:​ບໍ່!- ເວລາທີ່ຄູກໍາລັງສອນບົດຮຽນ​ທ້າວ​ດີ​ແລະ​ນາງ​ນ້ອຍ​ຢອກກັນ,​ບໍ່ຕັ້ງໃຈຮຽນ.​- ນາງ​ສໍສີ​ກໍາລັງຍ່າງກາຍໜ້າຄູ​ລາວບໍ່ຂໍອະນຸຍາດ​ແລະ​ຍ່າງບໍ່ກົ້້ມຫົວ.- ໃນະຂະນະທີ່ຄູກໍາລັງຍ່າງໄປຫ້ອງການໃນມືຖືປຶ້ມ​ແລະ​ເຄື່ອງຂອງຈໍານວນໜຶ່ງ​ທ້າວ​ໄກ່​ເຫັນລາວຮີບ​ຟ້າວເຂົ້າໄປຊ່ວຍຄູຖືເຄື່ອງ.ການວັດ ແລະ ປະເມີນຜົນສັງ​ເກດ​ນັກ​ຮຽນ​ປະ​ຕິ​ບັດ​ກິດ​ຈະ​ກໍາ.​ຄູ​ບັນ​ທຶກ​ແລະ​ປະ​ເມີນ​ຕາມ​ເກນ​ຄະ​ແນນ​ຂ້າງ​ເທິງ.໗໑

725) ຄູ​ແນະ​ນໍາ​ເພີ່ມ​ຕື່ມ​ຖ້າ​ນັກ​ຮຽນ​ຢືນ​ໃນ​ຕໍາ​ແໜ່ງ​ທີ່​ບໍ່​ຖືກ​ຕ້ອງ.ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບ​ບົດ​ຮຽນຄືນ​ດ້ວຍ​ຄໍາ​ຖາມ:- ພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?- ພວກ​ເຮົາ​ຈະ​ສະ​ແດງ​ມາ​ລະ​ຍາດ​ທີ່​ດີ​ຕໍ່​ຄູໄດ້​ແນວ​ໃດ?2) ຄູແນະນໍາ​ແລະ​ສຶກສາອົບຮົມໃຫ້ນັກຮຽນຝຶກປະຕິບັດຕື່ມກ່ຽວກັບມາລະຍາດຕໍ່ກັບຄູ​ເພາະຢູ່ໃນສັງຄົມ​ຕ້ອງການຄົນທີ່ມາລະຍາດທີ່​ດີ,​​ມີຄຸນສົມບັດທີ່ດີຈຶ່ງເອີ້ນວ່າ​ເປັນຄົນດີ.໗໒ສ ວ ສສະຫງວນລິຂະສິດ

73ບົດທີ 6: ການຂອບ ໃຈ ແລະ ຂໍ ໂທດ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຮູ້​ວ່າ​ການ​ກ່າວ​ຄໍາ​ຂອບ​ໃຈ​ແລະ​ຂໍ​ໂທດ​ແມ່ນ​ມາ​ລະ​ຍາດ​ທີ່​ດີ.2. ຮູ້ຈັກ​ກາ​ລະ​ເທ​ສະ​ທີ່​ຄວນ​ກ່າວ​ຄໍາຂອບໃຈ​ແລະ​ຂໍໂທດ.II. ການວັດ ແລະ ປະເມີນຜົນ 1. ສັງ​ເກດ​ນັກ​ຮຽນສົນ​ທະ​ນາ​​ແລະ​ຕອບ​ຄໍາ​ຖາມ​ໃນກິດ​ຈະ​ກໍາສັງ​ເກດ​ຮູບ​ພາບ​ແລະ​ການ​ສົນ​ທະ​ນາ.​​2. ນໍາ​ໃຊ້​ເກນ​ການ​ໃຫ້​ຄະ​ແນນ​ລຸ່ມນີ້​ເພື່ອ​ໃຫ້​ຄະ​ແນນ​ນັກ​ຮຽນ:ຄະແນນຮູ້​ກໍານົດ​ເວ​ລາ​ທີ່​ຄວນ​ກ່າວ​ຄໍາ​ຂອບ​ໃຈ​ຫຼື​ຂໍ​ໂທດ.2ຍົກ​2​​ຕົວ​ຢ່າງ​​ທີ່​ຄວນ​ກ່າວຄໍາ​ຂອບ​ໃຈ​ແລະ​​ເວົ້າ​ຂໍ​ໂທດ​ເຊັ່ນ:​ກ່າວຄໍາວ່າຂອບໃຈເວລາ​ໝູ່ເພື່ອນຊ່ວຍຖືເຄື່ອງຂອງ,​ເຮັດປຶ້ມໝູ່ເພື່ອນຕົກແລ້ວກ່າວຄໍາວ່າຂໍໂທດ.1ຍົກ​1​​ຕົວ​ຢ່າງ​​ທີ່​ຄວນ​ກ່າວ​ຄໍາຂອບ​ໃຈ​ຫຼື​ຍົກ​1​ຕົວ​ຢ່າງ​ທີ່​ຄວນ​ເວົ້າ​ຂໍ​ໂທດ.0ບໍ່​ສາ​ມາດ​ກໍານົດ​ໄດ້​ວ່າ​ຕອນ​ໃດຄວນ​ເວົ້າ​ຂອບ​ໃຈ​ຫຼື​ຂໍ​ໂທດ​​.III. ເນື້ອໃນຕົ້ນຕໍ1. ການກ່າວຂອບໃຈ​ແມ່ນມາລະຍາດໜຶ່ງທີ່ໃຊ້ເພື່ອ​ສະ​ແດງ​ເຖິງຄວາມ​ມີ​ນາ​ໃຈ​ເຊິ່ງ​ກັນ​​ແລະ​ກັນ.ໍ ້​2. ການກ່າວຄໍາຂອບໃຈ​ແມ່ນມາລະຍາດທີ່ສະແດງອອກທາງດ້ານນາ​ໃຈຂອງຜູ້ທີ່ໄດ້ຮັບ​ແລະ​ຜູ້ໃຫ້​ເຊັ່ນ:​ໍ ້ເມື່ອໄດ້ຮັບສິ່ງຂອງ,​ຄໍາຕັກເຕືອນ,​ຄວາມຊ່ວຍເຫຼືອ.3. ການກ່າວຄໍາຂໍໂທດແມ່ນມາລະຍາດທີ່ດີເຮົາທຸກຄົນຕ້ອງປະຕິບັດຕໍ່ກັນ​ເມື່ອ​ມີ​ການຫຼົງ​ກະ​ທໍາ​ຜິດ​ຫຼື​ແຕະຕ້ອງ​ຈິດໃຈຄົນອື່ນທາງດ້ານຄໍາເວົ້າ​ເຊັ່ນ:​ຄໍາເວົ້າຮ້າຍ​ດ່າ​ທີ່ທໍາລາຍຈິດໃຈຜູ້​ອື່ນ,​ຄໍາ​ເວົ້າບໍ່ສຸພາບ,​​ການທໍາລາຍສິ່ງຂອງ,​​ການທໍາຮ້າຍຮ່າງກາຍ.​ທັງໝົດເຫຼົ່ານີ້ເມື່ອກະທໍາໄປແລ້ວ​ຕ້ອງຮູ້ສໍານຶກຜິດ,​ຮູ້ກ່າວຄໍາວ່າຂໍໂທດ​ແລະ​ແກ້​ໄຂ​ສິ່ງ​ຕົນ​ເອງ​ໄດ້​ກະ​ທໍາ​ຜິດ​ນັ້ນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ​ແລະ​ຄູ່ມືຄູວິຊາຄຸນສົມບັດສຶກສາປີທີ​1.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ສົນ ທະ ນາ ກ່ອນ ເຂົ້າ ສູ່ ບົດ ຮຽນ1) ຄູ​ເລົ່າ​ເລື່ອງ​ໃຫ້​ນັກ​ຮຽນ​ຟັງ:- ນາງ​ຜ່ອງ​ແລະ​ນາງ​ນ້ອຍ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ.​ນາງ​ຜ່ອງ​ຊ່ວຍ​ນາງ​ນ້ອຍ​ມ້ຽນ​ຖົງໃສ່ປຶ້ມເຂົ້າກ້ອງໂຕະນາງ​ນ້ອຍ​ໄດ້ບອກນາງ​ຜ່ອງວ່າ:​​ຂອບ​ໃຈເດີ​ທີ່ຊ່ວຍມ້ຽນຖົງໃຫ້ຂ້ອຍ.2) ຄູຖາມ​ນັກ​ຮຽນ​ວ່າ:- ນາງ​ຜ່ອງ​ໄດ້​ເຮັດ​ຫຍັງ​ໃຫ້ນາງ​ນ້ອຍ?໗໓

74- ​ ນາງ​ນ້ອຍ​ໄດ້​ເວົ້າ​ຫຍັງ​ຕອບ?- ນັກຮຽນເຄີຍເຮັດຫຍັງແດ່ຊ່ວຍໝູ່ເພື່ອນ​ແລ້ວໝູ່ເພື່ອນຕອບວ່າແນວໃດ?3) ຄູ​ ເລົ່າ​ເລື່ອງ​ໃຫ້​ນັກ​ຮຽນ​ຟັງ:- ນາງ​ນ້ອຍ​ກໍາລັງຫຼິ້ນ​ເຕັ້ນ​ເຊືອກ​ຢູ່,​ນາງ​ຜ່ອງ​ໄດ້​ຍ່າງ​ເຂົ້າ​ມາ​ຫາ​ແລະ​ຂໍຫຼິ້ນ​ນໍາ.​ແຕ່​ນາງ​ນ້ອຍ​ຕອບ​ວ່າ:​ບໍ່!​ນາງ​ຜ່ອງ​ຄຽດ​ແລະ​​ຍ່າງ​ໜີ.​ເມື່ອ​ນາງ​ນ້ອຍ​ເຫັນ​ນາງ​ຜ່ອງ​ເສຍ​ໃຈ​ນາງ​ນ້ອຍ​ເລີຍ​ຍ່າງ​ເຂົ້າ​ໄປ​ຫາ​ແລະ​ເວົ້າ​​​ວ່າ:​ນ້ອຍ,​ຂ້ອຍ​ຂໍ​ໂທດ​ເ​ດີ​ທີ່​ເຮັດ​ໃຫ້​ເຈົ້າ​ເສຍ​ໃຈ,​ເຈົ້າ​ມາ​ເຕັ້ນ​ເຊືອກ​ນໍາ​ຂ້ອຍ​ກໍ​ໄດ້.4) ຄູຖາມ​ນັກ​ຮຽນ​:- ນາງ​ ນ້ອຍ​ໄດ້​ເວົ້າ​ຫຍັງ​ໃຫ້​ນາງ​ຜ່ອງ?​- ແລ້ວ​ນາງ​ຜ່ອງ​ເປັນ​ແນວ​ໃດ?- ນາງ​ນ້ອຍ​ເຮັດ​ແນວ​ໃດ​ເມື່ອ​ເຫັນ​ນາງ​ຜ່ອງ​ເສຍ​ໃຈ?5) ຄູ​ສະຫຼຸບ​ແລະ​ແນະ​ນໍາ​ເພີ່ມ​ຕື່ມ.6) ຄູບອກ​ນັກ​ຮຽນ​​​ມື້​ນີ້,​ພວກ​ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ການ​ກ່າວ​ຄໍາ​ຂອບ​ໃຈ​ແລະ​ຂໍ​ໂທດ.:ຂັ້ນຈັັດກິດຈະກໍາການຮຽນ (15 ນາທີ)2. ສົນ ທະ ນາ ຕາມ ຮູບ ພາບ1) ຄູ​ແນະນໍາໃຫ້ນັກຮຽນສັງເກດຮູບໃນປຶ້ມແບບຮຽນ.- ຮູບພາບທີ​1​ໝູ່ເພື່ອນອະທິບາຍບົດຮຽນສູ່ຟັງແລ້ວກ່າວຄໍາວ່າຂອບໃຈ.- ຮູບພາບທີ​2​ກ່າວ​ຄໍາວ່າຂອບໃຈເວລາໝູ່ເພື່ອນຊ່ວຍຖືເຄື່ອງຂອງ.- ຮູບພາບທີ​3​ເຮັດປຶ້ມໝູ່ເພື່ອນຕົກແລ້ວກ່າວຄໍາວ່າຂໍໂທດ.- ຮູບພາບທີ​4​ເວົ້າຈາບໍ່ສຸພາບຕໍ່ໝູ່ເພື່ຶອນແລ້ວກ່າວຄໍາວ່າຂໍໂທດ.2) ຄູໃຫ້ນັກຮຽນສົນທະນາເປັນກຸ່ມ​(ໂດຍໃຫ້ນັກຮຽນປິ່ນໜ້າໃສ່ກັນ​ເຊິ່ງຜູ້ຢູ່ໂຕະໜ້າໃຫ້ອ່ວຍຫາໝູ່ໂຕະຫຼັງ).3) ຄູຕັ້ງຄໍາຖາມ:- ນັກຮຽນມັກຮູບໃດ?​ຍ້ອນຫຍັງ?- ຮູບພາບທີ​1-4​ພວກ​ເຂົາ​ກໍາລັງເຮັດຫຍັງ?.- ຜ່ານມານັກຮຽນເຄີຍປະຕິບັດຕາມຮູບໃດ?​ຍ້ອນຫຍັງ?4) ຄູໃຫ້ຕາງໜ້າແຕ່ລະກຸ່ມຂຶ້ນລາຍງານ​ ສິ່ງ​ທີ່​ນັກ​ຮຽນ​ສົນ​ທະ​ນາ​ພາຍ​ໃນ​ກຸ່ມ​ຂອງ​ຕົນ.ສໍາລັບນັກຮຽນຊົນເຜົ່າ:ຄູຄວນໃຊ້ພາສາທ້ອງຖິ່ນຂອງນັກຮຽນຊ່ວຍໃນການອະທິບາຍບາງຄໍາສັບທີ່​ນັກຮຽນບໍ່ເຂົ້າໃຈເຊັ່ນ:​ຄໍາວ່າຂໍໂທດ,​ຂອບໃຈ,​ຄໍາເວົ້າບໍ່ສຸພາບ,​ທໍາລາຍສິ່ງຂອງ,​ທໍາຮ້າຍຮ່າງກາຍ….​ຄວາມຮູ້ທ້ອງຖິ່ນ: ​​​​ຄູຄວນຍົກຕົວຢ່າ​ງຕື່ມອີກກ່ຽວກັບສິ່ງທີ່ນັກຮຽນເຄີຍປະຕິບັດຢູ່ໃນຄອບຄົວ​ແລະ​ຊຸມຊົນຂອງ​ຕົນ​ເອງ.3. ຖາມ-ຕອບກ່ຽວກັບປະໂຫຍກ1) ນັກ​ ຮຽນ​ເຮັດ​ວຽກ​ເປັນ​ຄູ່​ຫຼື​ເປັນ​ກຸ່ມ​ກຸ່ມ​ລະ​ບໍ່​ເກີນ​4​ຄົນ.2) ຄູ​ອ່ານ​ຄໍາ​ຖາມເທື່ອ​ລະ​ຂໍ້​ແລ້ວ​ໃຫ້ນັກ​ຮຽນ​ສົນ​ທະ​ນາ​ກັນ​ກ່ອນ​ຕອບ​ນາຍ​ຄູ:- ເວລານັກຮຽນໄດ້ຮັບເຄື່ອງຂອງຈາກຄົນອື່ນແລ້ວນັກຮຽນຄວນເຮັດແນວໃດ?- ເວລານັກຮຽນເຮັດຜິດ​ແລ້ວໝູ່ເພື່ອນຕັກເຕືອນໄປທາງທີ່ດີນັກຮຽນຄວນເຮັດແນວໃດ?ການວັດ ແລະ ປະເມີນຜົນຄູສັງເກດເບິ່ງການສົນທະນາຂອງນັກຮຽນ​ພາຍໃນກຸ່ມ​ແລະ​ການຕອບຄໍາຖາມຂອງ​ນັກຮຽນພ້ອມທັງໃຫ້ຄໍາຊ່ວຍເຫຼືອກຸ່ມໃດ​ທີ່ຍັງບໍ່ທັນເຂົ້າໃຈ.໗໔ສ ວ ສສະຫງວນລິຂະສິດ

75- ເວລາອ້າຍອະທິບາຍບົດຮຽນສູ່ນັກຮຽນຟັງແລ້ວ​ນັກຮຽນຄວນເຮັດແນວໃດ?- ເວລາໝູ່ເພື່ອນຊ່ວຍນັກຮຽນອະນາໄມຫ້ອງແລ້ວ​ນັກຮຽນຄວນເຮັດແບບໃດ?- ໝູ່ເພື່ອນແບ່ງເຂົ້າໜົມໃຫ້ນັກຮຽນຄວນເຮັດ​ແນວໃດ?- ເມື່ອນັກຮຽນເຮັດປຶ້ມໝູ່ເພື່ອນຕົກ​ນັກຮຽນຄວນ​ເຮັດແນວໃດ?​- ເມື່ອນັກຮຽນເວົ້າບໍ່ສຸພາບຕໍ່ໝູ່ເພື່ອນນັກຮຽນຄວນ​ເຮັດແບບໃດ?- ເມື່ອນັກຮຽນຍ່າງໄປຕໍາໝູ່ເພື່ອນລົ້ມ​ນັກຮຽນຄວນ​ເຮັດແບບໃດ?- ເມື່ອນັກຮຽນຈີກປຶ້ມໝູ່ຂາດ​ນັກຮຽນຄວນເຮັດແບບໃດ?- ເມື່ອນັກຮຽນເອົາບິກ​ຫຼື​ສໍ​ໄປຂີດໃສ່ປຶ້ມໝູ່ເພື່ອນແລ້ວ​ນັກຮຽນຄວນເຮັດແບບໃດ?3) ຄູຊົມເຊີຍ​ແລະ​​ແນະ​ນໍາ​ເພີ່ມ​ຕື່ມ​ເພື່ອ​ໃຫ້​ໄດ້​ຄໍາ​ຕອບ​ທີ່​ຖືກ​ຕ້ອງ​​ແລະ​​ຊັດ​ເຈນ​ເຊັ່ນ:- ເວລານັກຮຽນໄດ້ຮັບເຄື່ອງຂອງຈາກຄົນອື່ນແລ້ວ​ນັກຮຽນຄວນຍົກມືຂຶ້ນນົບພ້ອມທັງກ່າວຄໍາ​ວ່າຂອບໃຈດ້ວຍໃບໜ້າຍິ້ມແຍ້ມ.- ເວລານັກຮຽນເຮັດຜິດ​ແລ້ວໝູ່ເພື່ອນຕັກເຕືອນໄປທາງທີ່ດີນັກຮຽນຄວນກ່າວຄໍາວ່າຂອບໃຈ.- ເມື່ອນັກຮຽນເຮັດປຶ້ມໝູ່ເພື່ອນຕົກ​ນັກຮຽນຄວນຈັບເອົາປຶ້ມຂຶ້ນມາໃຫ້ໝູ່ພ້ອມທັງກ່າວຄໍາ​ວ່າຂໍໂທດ.​- ເມື່ອນັກຮຽນເວົ້າຈາບໍ່ສຸພາບຕໍ່ໝູ່ເພື່ອນ​ນັກຮຽນຄວນຂໍໂທດ​ແລ້ວ​ໃຊ້​ຄໍາ​ເວົ້າ​ທີ່​ສຸ​ພາບ​ແທນ.- ເມື່ອນັກຮຽນຍ່າງໄປຕໍາໝູ່ເພື່ອນໂດຍ​ບັງ​ເ​ອີນ​ແລ້ວ​ລາວລົ້ມ​ນັກຮຽນຄວນຊ່ວຍ​ລາວ​ລຸກ​ຂຶ້ນຢືນພ້ອມທັງກ່າວຄໍາວ່າຂໍໂທດ.- ເມື່ອນັກຮຽນເອົາບິກ​ຫຼື​ສໍ​ໄປຂີດໃສ່ປຶ້ມໝູ່ເພື່ອນແລ້ວ​ນັກຮຽນບໍ່ຄວນເຮັດອີກ​ແລະ​ກ່າວ​ຄໍາວ່າຂໍໂທດ..ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 1) ຄູ​ແບ່ງ​ກະ​ດານ​ອອກ​ເປັນ​2​ຟາກ.​2) ແຕ້ມ​ຫຼື​ຂຽນ​ຄໍາ​ວ່າ:​ຂອບ​ໃຈ​ໃສ່​ກະ​ດານ​ເບື້ອງ​ຂວາ​ແລະ​ຂໍ​ໂທດ​ໃສ່ເບື້ອງຊ້າຍ.3) ​ ອະ​ທິ​ບາຍ​ກະ​ດານ​ແຕ່​ລະ​ຟາກ​ໃຫ້​ນັກ​ຮຽນ​ເຂົ້າ​ໃຈ.​4) ນັກ​ຮຽນ​ຢືນ​ຢູ່​ທາງ​ກາງ​ຫ້ອງ.5) ຄູ​ແນະ​ນໍາ​ນັກ​ຮຽນ​ວ່າ:​ຄູ​ຈະ​ອ່ານຄໍາ​ຖາມ​ຖ້າ​ນັກ​ຮຽນ​ຄິດ​ວ່າ​ເຮົາ​ຄວນ​ຈະຕອບ​ດ້ວຍ​ການ​ເວົ້າ​ຂອບ​ໃຈ​ແມ່ນ​ໃຫ້​ຍ້າຍ​ໄປ​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ກະ​ດານ,​ຖ້າ​ພວກ​ເຮົາ​ຄວນ​ເວົ້າ​ຂໍ​ໂທດ​ແມ່ນ​ໃຫ້​ຢືນ​ຢູ່​ເບື້ອງ​ຊ້າຍ​.6) ຄູ​ອ່ານຄໍາ​ຖາມ​ເທື່ອ​ລະ​ຂໍ້​ພ້ອມ​ທັງ​ໃຫ້​ເວ​ລາ​ນັກ​ຮຽນ​ຄິດ​ກ່ອນ​ບອກໃຫ້​ພວກ​ເຂົາ​ເຄື່ອນ​ຍ​້າຍ​ໄປ:- ເວລານັກຮຽນໄດ້ຮັບເຄື່ອງຂອງຈາກຄົນອື່ນແລ້ວ​ນັກຮຽນຄວນເຮັດແນວໃດ?- ເວລານັກຮຽນເຮັດຜິດ​ແລ້ວໝູ່ເພື່ອນຕັກເຕືອນໄປທາງທີ່ດີນັກຮຽນຄວນເຮັດແນວໃດ?- ເວລາອ້າຍອະທິບາຍບົດຮຽນສູ່ນັກຮຽນຟັງແລ້ວນັກຮຽນຄວນເຮັດແນວໃດ?- ເວລາໝູ່ເພື່ອນຊ່ວຍນັກຮຽນອະນາໄມຫ້ອງແລ້ວ​ນັກຮຽນຄວນເຮັດແບບໃດ?- ໝູ່ເພື່ອນແບ່ງເຂົ້າໜົມໃຫ້​ນັກຮຽນຄວນ​ເຮັດແນວໃດ?- ເມື່ອນັກຮຽນເຮັດປຶ້ມໝູ່ເພື່ອນຕົກ​ນັກຮຽນຄວນເຮັດແນວໃດ?​- ເມື່ອນັກຮຽນເວົ້າບໍ່ສຸພາບຕໍ່ໝູ່ເພື່ອນ​ນັກຮຽນຄວນເຮັດແບບໃດ?ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນກໍາລັງຫຼິ້ນເກມ​ເຄື່ອນ​ຍ້າຍນັ້ນ,​ຄູໃຫ້ຄວາມຊ່ວຍເຫຼືອຕື່ມສໍາລັບຜູ້ທີ່ບໍ່ທັນເຂົ້າໃຈ​ແລະ​ໃຫ້​ຝຶກ​ປະ​ຕິ​ບັດ​ຕື່ມ​ຈົນ​ກວ່າ​ຈະ​ຖືກ​ຕ້ອງ​ຄົບ​ຖ້ວນ.ການວັດ ແລະ ປະເມີນຜົນໃນຂະນະນັ້ນຄູສັງເກດເບິ່ງການ​ຕອບ​ຄໍາຖາມຂອງນັກຮຽນ​ພ້ອມທັງໃຫ້ຄໍາຊ່ວຍ​ເຫຼືອກຸ່ມໃດທີ່ຍັງບໍ່ທັນເຂົ້າໃຈ.​ປະ​ເມີນ​ແລະ​ບັນ​ທຶກ​ການ​ຕາມ​ເກນ​ປະ​ເມີນ​ຂ້າງ​ເທິງ.໗໕

76- ເມື່ອນັກຮຽນຍ່າງໄປຕໍາໝູ່ເພື່ອນລົ້ມ​ນັກຮຽນຄວນເຮັດແບບໃດ?- ເມື່ອນັກຮຽນຈີກປຶ້ມໝູ່ຂາດ​ນັກຮຽນຄວນເຮັດແບບໃດ?- ເມື່ອນັກຮຽນເອົາບິກ​ຫຼື​ສໍ​ໄປຂີດໃສ່ປຶ້ມໝູ່ເພື່ອນແລ້ວ​ນັກຮຽນຄວນເຮັດແບບໃດ?ຂັ້ນສະຫຼຸບ (5 ນາທີ)1) ຄູຖາມນັກຮຽນຄືນ:- ພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?2) ຄູແນະນໍາ​ແລະ​ສຶກສາອົບຮົມໃຫ້ນັກຮຽນຝຶກປະຕິບັດຕື່ມ.​3) ຄູ​ບອກ​ນັກ​ຮຽນ​ຕື່ມ​​ນັກຮຽນທຸກ​ຄົນ​ຕ້ອງ​ຮູ້ຂອບໃຈ​ແລະ​ຂໍໂທດ​ເພາະມັນເປັນມາລະຍາດໜຶ່ງທີ່ທຸກຄົນ​ຕ້ອງ:ປະຕິບັດເປັນການໃຫ້ກຽດເຊິ່ງກັນ​ແລະ​ກັນ.໗໖ສ ວ ສສະຫງວນລິຂະສິດ

77ບົດທີ 7: ຄວາມຮັກແພງໝູ່ເພື່ອນໃນໂຮງຮຽນເວ1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ພັນລະນາ ຫຼື ຍົກ ຕົວ ຢ່າງຄວາມຮັກແພງທີ່ມີຕໍ່ໝູ່ເພື່ອນໃນໂຮງຮຽນ.2. ບອກການປະພຶດທີ່ ສະ ແດງ ຄວາມຮັກແພງຕໍ່ໝູ່ເພື່ອນໃນໂຮງຮຽນ.3. ຈໍາແນກສິ່ງ ທີ່ຄວນ ແລະ ບໍ່ຄວນ ເຮັດໃນ ການ ສະແດງຄວາມຮັກແພງຕໍ່ໝູ່ ເພື່ອນ ໃນ ໂຮງ ຮຽນ.II. ການວັດ ແລະ ປະເມີນຜົນ 1. ສັງ ເກດ ນັກ ຮຽນ ສົນ ທະ ນາ ແລະ ຕອບ ຄໍາ ຖາມ ຕາມ ກິດ ຈະ ກໍາ ການ ຮຽນ.2. ນໍາໃຊ້ເກນຄະແນນລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ:ຄະແນນບອກ ການ ກະ ຄໍາທີ່ ສະ ແດງ ເຖິງ ຄວາມ ຮັກ ແພງ ແລະ ການ ກະ ຄໍາທີ່ ບໍ່ ຮັກ ແພງ ຕໍ່ ໝູ່ ເພື່ອນ.3ບອກ ການ ກະ ທໍາ 3 ຢ່າງ ທີ່ ສະ ແດງ ເຖິງ ຄວາມ ຮັກ ແພງ ແລະ ການ ກະ ຄໍາທີ່ ບໍ່ ຮັກ ແພງ ຕໍ່ ໝູ່ ເພື່ອນ.2ບອກ ການ ກະ ທໍາ 2 ຢ່າງ ທີ່ ສະ ແດງ ເຖິງ ຄວາມ ຮັກ ແພງ ແລະ ການ ກະ ຄໍາທີ່ ບໍ່ ຮັກ ແພງ ຕໍ່ ໝູ່ ເພື່ອນ.1ບອກ ການ ກະ ທໍາ 1 ຢ່າງ ທີ່ ສະ ແດງ ເຖິງ ຄວາມ ຮັກ ແພງ ແລະ ການ ກະ ຄໍາທີ່ ບໍ່ ຮັກ ແພງ ຕໍ່ ໝູ່ ເພື່ອນ.0ບໍ່ ເວົ້າ ຫຍັງ.III. ເນື້ອໃນຕົ້ນຕໍ1. ທຸກຄົນຕ້ອງມີນາໃຈຊ່ວຍເຫຼືອ ແລະ ສະແດງຄວາມຮັກແພງຕໍ່ໝູ່ເພື່ອນໃນໂຮງຮຽນ.ໍ ້2. ຄວາມຮັກແພງໝູ່ເພື່ອນໃນໂຮງຮຽນຕ້ອງສະແດງອອກເຊັ່ນ: ມີນໍ້າໃຈ ແບ່ງປັນສິ່ງຂອງ, ໃຫ້ກຽດ ແລະ ຊ່ວຍເຫຼືອກັນ, ບໍ່ເອົາສິ່ງຂອງໝູ່ເພື່ອນ ໂດຍບໍ່ໄດ້ຮັບ ອະນຸຍາດ ແລະ ບໍ່ໃຊ້ຄໍາເວົ້າທີ່ບໍ່ສຸພາບ.3. ຄວາມຮັກແພງໝູ່ເພື່ອນໃນໂຮງຮຽນ ແມ່ນ ສິ່ງ ທີ່ທຸກຄົນຕ້ອງໄດ້ປະຕິບັດຕໍ່ກັນເວລາຢູ່ຮ່ວມກັນ ເພາະວ່າ ເປັນສິ່ງທີ່ດີ ແລະ ຫຼາຍຄົນປາດຖະໜາ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ປີທີ 1.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ສົນ ທະ ນາ1) ຄູຕັ້ງຄໍາຖາມ:- ນັກຮຽນຄິດວ່າຄວາມຮັກ ແພງ ສະ ແດງ ເຖິງຫຍັງແດ່?- ຜ່ານມານັກຮຽນເຄີຍໃຫ້ຄວາມຮັກແພງກັບໃຜແດ່? ເຮັດແບບໃດ?- ຜ່ານມານັກ ຮຽນ ເຄີຍ ປະ ຕິ ບັດ ຄວາມ ຮັກ ແພງ ຕໍ່ ໝູ່ ເພື່ອນ ບໍ່? ເຮັດ ແນວ ໃດ? 2) ສະຫຼຸບຄືນ ຄໍາ ຕອບ ຂອງ ນັກ ຮຽນ: ຖ້າບຸກຄົນໃດປະຕິບັດຖືກຕ້ອງໃຫ້ສືບຕໍ່ ທຸກຄົນຄວນເອົາເປັນແບບຢ່າງ ແຕ່, ໗໗

78ຖ້ານັກຮຽນຜູ້ໃດຍັງເຄີຍປະຕິບັດຜ່ານມາບໍ່ຖືກຕ້ອງຄູໃຫ້ຄໍາແນະນໍາເພີ່ມຕື່ມ.3) ຄູ ແນະນໍານັກ ຮຽນ : ສະ ນັ້ນ , ຕ້ອງມີຄວາມຮັກແພງຊຶ່ງກັນ ແລະ ກັນ. ມື້ນີ້, ພວກເຮົາຈະ ມາ ຮຽນ ກ່ຽວ ກັບ ການ ຮັກ ແພງ ໝູ່ ເພື່ອນ.ຂັ້ນຈັັດກິດຈະກໍາການຮຽນ (20 ນາທີ)2. ສົນທະນາຕາມຮູບກ່ຽວກັບການຮັກແພງໝູ່ເພື່ອນໃນໂຮງຮຽນ1) ຄູແບ່ງນັກຮຽນອອກເປັນ 4 ກຸ່ມ ຫຼື ຕາມຄວາມເໝາະສົມ.- ກຸ່ມທີ 1: ສັງເກດ ແລະ ສົນທະນາຕາມຮູບພາບ 3.- ກຸ່ມທີ 2: ສັງເກດ ແລະ ສົນທະນາຕາມຮູບພາບ 2.- ກຸ່ມທີ 3: ສັງເກດ ແລະ ສົນທະນາຕາມຮູບພາບ 1.- ກຸ່ມທີ 4: ສັງເກດ ແລະ ສົນທະນາຕາມຮູບພາບ 4.2) ຄູແນະນໍານັກຮຽນແຕ່ລະກຸ່ມ ຈົ່ງພ້ອມກັນສັງເກດ ແລະ ສົນທະນາຕາມຫົວຂໍ້ທີ່ກຸ່ມຕົນເອງໄດ້ຮັບຜິດຊອບ.3) ຄູໃຫ້ຕາງໜ້າກຸ່ມ ກຸ່ມລະ 2 ຄົນ (ຍິງ ແລະ ຊາຍ) ຂຶ້ນມາອະທິບາຍຕາມ ທີ່ ກຸ່ມ ຂອງ ຕົນ ສົນ ທະ ນາ ກັນ.4) ຄູຕັ້ງຄໍາຖາມເຈາະຈີ້ມຕື່ມ ເຊັ່ນ:- ຄົນໃນຮູບພາບກໍາລັງເຮັດຫຍັງ ແມ່ນຮູບ? ພາບຫຍັງ?- ພຶດຕິກໍາຕົວລະຄອນໃນຮູບສະແດງໃຫ້ເຮົາຮູ້ເຖິງ ຫຍັງແດ່? ຍ້ອນຫຍັງ?- ຜ່ານມານັກຮຽນເຄີຍປະຕິບັດຄືກັບພຶດຕິກໍາໃນຮູບພາບບໍ່? ຍ້ອນຫຍັງ?5) ຄູສະຫຼຸບ ໃຫ້ ຄໍາ ຕອບ ຂອງ ນັກ ຮຽນ ຖືກ ຕ້ອງ ແລະ ຄົບ ຖ້ວນເຊັ່ນ:- ການ ກະ ຄໍາຂອງ ຕົວ ລະຄອນ ໃນ ຮູບ ພາບສະ ແດງ ເຖິງການ ຮັກ ແພງໝູ່ ເພື່ອນເຊັ່ນ: ມີ ນາ ໃຈ ແບ່ງ ປັນ ສິ່ງ ຂອງ, ໍ ້ອະທິບາຍ ບົດຮຽນ, ຊ່ວຍ ເຫຼືອເຊິ່ງ ກັນ ແລະ ກັນ.- ການ ກະ ຄໍາຂອງຕົວ ລະຄອນ ໃນ ຮູບ ພາບສະ ແດງ ເຖິງຄວາມບໍ່ ຮັກ ແພງໝູ່ ເພື່ອນເຊັ່ນ: ເອົາ ເຄື່ອງ ຂອງ ໝູ່ ເພື່ອນໂດຍ ບໍ່ໄດ້ບອກ.6) ຄູສະຫຼຸບ ຕາມຮູບ- ຮູບພາບທີ 1 ນໍ້າໃຈແບ່ງປັນສິ່ງຂອງ.- ຮູບພາບທີ 2 ອະທິບາຍບົດຮຽນ.- ຮູບພາບທີ 3 ຊ່ວຍເຫຼືອໝູ່ເພື່ອນ.- ຮູບພາບທີ 4 ລັກເຄື່ອງໝູ່ເພື່ອນ.ສໍາລັບນັກຮຽນຊົນເຜົ່າ:ຄູຄວນໃຊ້ພາສາທ້ອງຖິ່ນຂອງນັກຮຽນຊ່ວຍໃນການອະທິບາຍຄໍາສັບບາງຄໍາທີ່ເຫັນນັກຮຽນບໍ່ເຂົ້າໃຈເຊັ່ນ: ແບ່ງປັນ, ຊ່ວຍ ເຫຼືອ, ລັກ ເຄື່ອງ ແລະ ຄໍາສັບອື່ນທີ່ເຫັນວ່ານັກຮຽນເຂົ້້າໃຈຍາກ.ຄວາມຮູ້ທ້ອງຖິ່ນ: ຄູຄວນຍົກຕົວຢ່າ ງການຮັກ ແພງ ຄອບຄົວ ແລະ ຍາດຕິ ພີ່ນ້ອງ, ໝູ່ ເພື່ອນ ຢູ່ ບ້ານທີ່ ນັກຮຽນ ເຄີຍ ປະຕິບັດ ມາ ສົມທຽບ ແລະ ຍົກ ຕົວຢ່າງ ໃສ່ ຕື່ມ.3. ເລົ່າ ປະສົບ ການ1) ແບ່ງນັກຮຽນອອກເປັນກຸ່ມ ກຸ່ມ ລະ 4 ຄົນ ຫຼື ຕາມຄວາມເໝາະສົມ.ການວັດ ແລະ ປະເມີນຜົນຄູສັງເກດການສົນ ທະ ນາ, ການຕອບ ຄໍາຖາມ, ຈໍາແນກການ ກະ ທໍາທີ່ ຄວນ ແລະ ບໍ່ ຄວນເຮັດຕາມ ຮູບພາບ. ຖ້າ ນັກ ຮຽນ ຄົນ ໃດ ບໍ່ ທັນ ເຂົ້າ ໃຈ ຄູ ຕ້ອງ ໃຫ້ ຄວາມ ຊ່ວຍ ເຫຼືອ.໗໘ສ ວ ສສະຫງວນລິຂະສິດ

792) ຄູຖາມນັກຮຽນ: ພວກນ້ອງໄດ້ເຮັດຫຍັງຊ່ວຍໝູ່ ເພື່ອນໃນອາທິດນີ້?3) ຄູຍົກຕົວຢ່າງ ໃຫ້ນັກຮຽນສັງ ເກດ ແລະ ເປັນຕົວຢ່າງໃນການເລົ່າປະສົບການ:- ຂ້ອຍຊ່ວຍ ນາງ ນ້ອຍ ລຸກຂຶ້ນເມື່ອລາວລົ້ມ.- ຂ້ອຍຊ່ວຍ ທ້າວ ພັນ ຂຽນ ພະຍັນຊະນະ ກ.4) ນັກຮຽນສົນທະນາພາຍໃນກຸ່ມ ແລະ ນັກ ຮຽນ ທຸກ ຄົນ ຕ້ອງ ໄດ້ ເວົ້າ ກ່ຽວ ກັບ ສິ່ງ ທີ່ ຕົນເອງ ເຮັດ.5) ອາສາສະໝັກ ຫຼື ຕາງໜ້າແຕ່ ລະ ກຸ່ມຂຶ້ນມາເລົ່າໃຫ້ ທຸກ ຄົນ ໃນ ຫ້ອງ ຟັງ.6) ຄູ ສະຫຼຸບ ແລະ ຄູ ແນະນໍາສິ່ງ ທີ່ ຄວນ ສືບ ຕໍ່ ປະຕິ ບັດ ແລະ ເອົາເປັນ ແບບຢ່າງ, ແລະ ສິ່ງ ທີ່ບໍ່ ຖືກຕ້ອງ ຄວນ ໄດ້ ປັບປຸງ ແລະ ປ່ຽນ ແປງ.ກິດ ຈະ ກໍາເສີມ: ຄູ ແນະນໍາໃຫ້ ນັກ ຮຽນ ແຕ້ມ ຮູ ບ ໃສ່ເຈ້ຍ ຫຼື ກະ ດານ ນ້ອຍ ຂອງ ຕົນ ເອງ:7) ນັກ ຮຽນ ແຕ້ມ ສິ່ງໃດ ໜຶ່ງ ທີ່ ນັກ ຮຽນ ໄດ້ ເຮັດ ແລະ ສື່ ເຖິງ ການ ຮັກ ແພງ ໝູ່ ເພື່ອນ ເຊັ່ນ: ຮູບ ໝາກ ບານ.8) ນັກ ຮຽນ ອະ ທິ ບາຍ ຮູບ ພາບທີ່ ຕົນ ເອງ ແຕ້ມ: ບອກ ຄວາມ ໝາຍ ຂອງ ຮູບ ພາບນັ້ນ, ຮູບ ແບບ ແລະ ການ ກະ ທໍາທີ່ ສື່ ເຖິງຄວາມ ຮັກ ແພງ ໝູ່ ເພື່ອນ ເຊັ່ນ: ຮູບ ໝາກ ບານ ນີ້ ສະ ແດງ ເຫດ ການ ທີ່ ນ້ອງ ໄດ້ ຊວນ ທ້າວ ສອນ ມາ ເຕະ ບານນໍາກັນ ຫຼັງ ຈາກ ເລີກ ໂຮງ ຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 4. ຈໍາແນກສິ່ງທີ່ຄວນ ແລະ ບ່ໍຄວນ1) ຄູກະກຽມຂໍ້ຄວາມຕໍ່ໄປນີ້ເພື່ອໃຫ້ນັກຮຽນຈໍາແນກຄວນບໍ່ຄວນ- ຊວນໝູ່ຫຼິ້ນ ໍາກັນ ນ - ບໍ່ຊວນໝູ່ຫຼິ້ນນໍາ- ຊ່ວຍໝູ່ເພື່ອນອະນາໄມຫ້ອງ - ຍ່າງຕໍາໝູ່ເພື່ອນລົ້ມ- ເວລາເຫັນໝູ່ເພື່ອນເສຍໃຈເຂົ້າໄປໃຫ້ກໍາລັງໃຈ- ບໍ່ເວົ້າຄໍາຫຍາບຄາຍຕໍ່ໝູ່ເພື່ອນ- ເວລາເຫັນໝູ່ເພື່ອນລົ້ມເຂົ້າໄປຊ່ວຍເອົາລຸກຂຶ້ນ- ຈີ້ກປື້ມຂຽນໝູ່ເພື່ອນ- ແບ່ງປັນເຄື່ອງຮຽນເຊັ່ນ: ສໍ, ປິກ, ບັນທັດໃຫ້ໝູ່ເພື່ອນ- ເວລາເຫັນໝູ່ເພື່ອນລົ້ມຍ່າງກາຍເສີຍ- ເວລາເຫັນໝູ່ເພື່ອນອ່ານໜັງສືບໍ່ໄດ້ຊ່ວຍອ່ານໃຫ້ໝູ່ຟັງ - ໝູ່ເພື່ອນຖາມຢືມສໍຂຽນບໍ່ໃຫ້2) ຄູແບ່ງ ກະ ດານ ອອກ ເປັນ 2 ຟາກ ແລ້ວ ໝາຍເຄື່ອງ ໝາຍ ຖືກ ຕ້ອງ ແລະ ກາ ກະ ບາດ ເພື່ອ ສື່ ເຖງ ສິ່ງ ທີ່ ິຄວນ ປະ ຕິ ບັດ ແລະ ບໍ່ ຄວນ ປະ ຕິ ບັດ ຕໍ່ ໝູ່ ເພື່ອນ. 3) ຄູແນະນໍານັກຮຽນຢືນ ຢູ່ ລະຫວ່າງ ກາງ 2 ຟາກ ນັ້ນ ແລະ ແນະນໍາວ່າ ກະ ດານ ເບື້ອງ ທີ່ ມີ ເຄື່ອງ ໝາຍ ຖືກ ຕ້ອງ ແມ່ນ ສງ ທີ່ເຮົາ ຄວນ ປະ ຕິ ບັດ ຕໍ່ ໝູ່ ແລະ ກະ ິ່ດານ ເບື້ອງ ກາ ກະ ບາດ ແມ່ນ ສິ່ງ ທີ່ ເຮົາ ບໍ່ ຄວນ ປະ ຕິ ບັດ ກັບ ໝູ່ ເພື່ອນ. 4) ຄູ ແນະນໍານັກ ຮຽນ ຕື່ມ ວ່າ: ຄູ ຈະ ອ່ານ ຂໍ້ ຄວາມ ນີ້ ຖ້າ ນັກ ຮຽນ ຄິດ ວ່າ ເຮົາ ຄວນ ປະ ຕິ ບັດ ແມ່ນ ໃຫ້ ຍ່າງ ໄປ ຢືນ ຕາມ ຕໍາ ແໜ່ງ ທີ່ ຖືກ ຕ້ອງ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນກຳລັງສົນທະນາ ຄູຍ່າງ ແລະ ສັງ ເກດເບິ່ງ ການ ສົນ ທະ ນາ ພາບ ໃນ ກຸ່ມ, ພ້ອມທັງໃຫ້ຄວາມຊ່ວຍເຫຼືອ ແລະ ແນະນໍາກ່ຽວ ກັບ ການ ເລົ່າ ປະ ສົບ ການ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນປະຕິບັດຄູປະ ເມີນ ແລະ ບັນ ທຶກ ຕາມ ຕາ ຕະ ລາງເກນ ປະເມີນຜົນ. ຄູ ໃຫ້ຄວາມຊ່ວຍເຫຼືອຜູ້ທີ່ຍັງ ບໍ່ເຂົ້າໃຈ ແລະ ໃຫ້ຄໍາແນະນໍາພ້ອມ.໗໙

805) ຄູອ່ານຂໍ້ຄວາມທີ່ຄູກະກຽມມາໃຫ້ນັກຮຽນເທື່ອລະຂໍ້ ແລະ ສະຫຼັບກັນລະຫວ່າງສິ່ງທີຄວນ ແລະ ບໍ່ຄວນ ່ປະຕິບັດຕໍ່ ໝູ່ ຄູ່.6) ຄູສະຫຼຸບ ແລະ ແນະນໍາເພີ່ມ ຕື່ມ ເພື່ອ ໃຫ້ ນັກ ຮຽນ ຢືນ ຖືກ ຕ້ອງ ຕ າມ ຕໍາ ແໜ່ງ ແລະ ຝຶກ ປະ ຕິ ບັດ ຈົນ ກວ່າ ນັກ ຮຽນ ຈະ ຢືນ ຖືກ ຕ້ອງ.7) ຄູອ່ານ ແລະ ນັກ ຮຽນ ປະ ຕິ ບັດຈົນ ໝົດ ທຸກ ຂໍ້ ຄວາມ. 8) ຄູ ຖາມ ນັກ ຮຽນ ເພື່ອ ທວນ ຄື ນ ຄວາມ ຈໍາ:- ການກະ ທໍາທີ່ຄວນປະ ຕິ ບັດທີ່ຄູອ່ານໄປມີຫຍັງແດ່?- ການກະ ທໍາທີ່ບໍ່ຄວນເຮັດທີ່ຄູອ່ານໄປນັ້ນມີຫຍັງແດ່?ສໍາລັບນັກຮຽນຊົນເຜົ່າ: ຄູຄວນໃຊ້ພາສາທ້ອງຖິ່ນຂອງນັກຮຽນຊ່ວຍໃນການອະທິບາຍຄໍາສັບບາງຄໍາທີ່ເຫັນນັກຮຽນບໍ່ເຂົ້າໃຈເຊັ່ນ ຈີກປຶ້ມ, : ລົ້ມ, ອະນຸຍາດ ເສຍໃຈ ແລະ ຄໍາສັບອື່ນທີ່ເຫັນວ່ານັກຮຽນເຂົ້້າໃຈຍາກ., ຂັ້ນສະຫຼຸບ (5 ນາທີ)1) ຄູສະຫຼຸບ ບົດ ຮຽນ ຄືນ ດ້ວຍ ການ ຕງຄໍາ ຖາມ:ັ້- ນັກ ຮຽນ ໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?- ນັກ ຮຽນ ຈະ ເຮັດ ຫຍັງແດ່ ເພື່ອ ສະ ແດງ ເຖິງການຮັກ ແພງຕໍ່ ໝູ່ ເພື່ອນ ໃນ ມື້ ອື່ນ?2) ຄູ ບອກ ນັກ ຮຽນ ວ່າ: ນັກຮຽນທຸກ ຄົນ ຕ້ອງ ມີ ນາ ໃຈ ຮັກ ແພງ ຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ , ໃຫ້ກຽດກັນ, ໍ ້ແບ່ງປັນສິ່ງຂອງ ເຊິ່ງ ເປັນ ມາ ລະ ຍາດ ທີ່ ດີ ໃນ ການ ຢູ່ ຮ່ວມ ກັນ.) 3ຄູແນະນໍາ ແລະ ສຶກສາອົບຮົມໃຫ້ນັກຮຽນຝກປະຕິບັດຕື່ມ ແລະ ເຮັດ ເປັນ ປະ ຈໍາ.ຶ໘໐ສ ວ ສສະຫງວນລິຂະສິດ

81ບົດທີ 8: ການເຄົາລົບທຸງຊາດເວເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກລັກສະນະຂອງທຸງຊາດລາວ. 2. ຮູ້ຄວາມໝາຍຂອງສີໃນທຸງຊາດ.3. ປຽບທຽບພຶດຕິກ�າທີ່ຖືກຕ້ອງ ແລະ ບ່ຖືກຕ້ອງໃນເວລາເຄົາລົບທຸງຊາດ.�4. ສະແດງການກະທ�າທີ່ຖືກຕ້ອງໃນເວລາເຄົາລົບທຸງຊາດ.II. ການວັດ ແລະ ປະເມີນຜົນ 1. ນັກຮຽນສະແດງການເຄົາລົບທຸງຊາດທີ່ຖືກຕ້ອງ2. ນ�າໃຊ້ເກນການໃຫ້ຄະແນນຕາມຕາລາງຂ້າງລຸ່ມນີ້:ຄະແນນສະແດງ ແລະ ບອກການກະທາທີ່ຖືກຕ້ອງໃນເວລາເຄົາລົບທຸງຊາດ�3ສະແດງ ແລະ ບອກການກະທ�າທີ່ຖືກຕ້ອງໃນເວລາເຄົາລົບທຸງຊາດໄດ້ 3 ຢ່າງຄື: ນຸ່ງເຄື່ອງ ເປັນລະບຽບ, ຢືນກົງສາຍຕາແນມເບິ່ງຜືນທຸງ ແລະ ຮ້ອງເພງຊາດ.2ສະແດງ ແລະ ບອກການກະທ�າທີ່ຖືກຕ້ອງໃນເວລາເຄົາລົບທຸງຊາດໄດ້ 2 ຢ່າງຄື: ນຸ່ງເຄື່ອງ ເປັນລະບຽບ, ຢືນກົງສາຍຕາແນມເບິ່ງຜືນທຸງ ແລະ ຮ້ອງເພງຊາດ.1ສະແດງ ແລະ ບອກການກະທ�າທີ່ຖືກຕ້ອງໃນເວລາເຄົາລົບທຸງຊາດໄດ້ 1 ຢ່າງຄື: ນຸ່ງເຄື່ອງ ເປັນລະບຽບ, ຢືນກົງສາຍຕາແນມເບິ່ງຜືນທຸງ ແລະ ຮ້ອງເພງຊາດ.0ບ່ຮ້ອງ ຫຼື ຮ້ອງບ່ໄດ້.��III. ເນື້ອໃນຕົ້ນຕໍ1. ທຸງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວມີລັກສະນະເປັນຮູບ 4 ລ່ຽມຍາວ, ປະກອບດ້ວຍ 3 ສີ, ມີສີແດງ 2 ແຖບ, ສີຟ້າ 1 ແຖບ ແລະ ວົງເດືອນສີຂາວຢູ່ກາງຂອງແຖບສີຟ້າ.2. ຄວາມໝາຍຂອງແຕ່ລະສີ.- ສີແດງໝາຍເຖິງເລືອດນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຕ່ສູ້ ແລະ ເສຍສະລະເພື່ອຄວາມ �ເປັນເອກະລາດຂອງຊາດ.- ສີຟ້າໝາຍເຖິງຄວາມອຸດົມສົມບູນດ້ານຊັບພະຍາກອນທາມະຊາດຂອງລາວ�.- ວົງເດືອນສີຂາວໝາຍເຖິງນ�້າໃຈບລິສຸດຜຸດຜ່ອງ, ຮັກຫອມສັນຕິພາບ ແລະ ສິດເສລີພາບ.�3. ການເຄົາລົບທຸງຊາດໃຫ້ຖືກຕ້ອງຄື:- ກ່ອນເຄົາລົບທຸງຊາດໃຫ້ປົດໝວກ (ໝວກທີ່ບ່ແມ່ນໝວກເຍົາວະຊົນ).�- ນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ (ເອົາເສື້ອເຂົ້າໃນສິ້ນ ຫຼື ໂສ້ງ).- ເວລາເຄົາລົບທຸງໃຫ້ຢືນກົງ, ສາຍຕາແນມເບິ່ງທຸງຊາດ.- ທຸກຄົນຮ້ອງເພງໄປພ້ອມກັນ, ບ່ວົນແຊວ ແລະ ບ່ເໜັງຕີງ.��4. ເຮົາເປັນຄົນລາວຕ້ອງຮັກຊາດລາວ, ພາກພູມໃຈໃນຄວາມເປັນຊາດລາວ.໘໑

82IV. ສື່ການຮຽນການສອນ1. ຮູບທຸງຊາດລາວ2. ຮູບພາບທີ່ສະແດງເຖິງການເຄົາລົບທຸງຊາດໃນປຶ້ມແບບຮຽນ.3. ສີ (ແດງ, ຟ້າ), ອຸປະກອນປະກອບການແຕ້ມທຸງຊາດ.4. ເຈ້ຍ, ສ�, ກັບສສີ, ການເຮັດວົງມົນໃຫ້ງາມຄວນໃຊ້ກົມປາ ຫຼື ແບບພິມວົງມົນເຊັ່ນ: ຝາຕຸກນ�້າ�.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ສັງເກດ ແລະ ສົນທະນາ1) ຄູເອົາຮູບທຸງຊາດໃຫ້ນັກຮຽນສັງເກດພ້ອມທັງຖາມນັກຮຽນວ່າ:- ອັນນີ້ແມ່ນຫຍັງ?2) ຄູແນະນ�າວ່າອັນນີ້ແມ່ນຮູບທຸງຊາດ ແລ້ວຖາມຕ່ວ່າ:�- ນັກຮຽນເຄີຍເຫັນບ�່? ເຄີຍເຫັນຢູ່ໃສ?3) ຄູແນນ�າວ່າ ມື້ນີ້ພວກເຮົາຈະມາຮຽນກ່ຽວກັບທຸງຊາດ ແລະ ການເຄົາລົບທຸງຊາດໃຫ້ຖືກຕ້ອງ.ຂັ້ນຈັັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາຖາມ-ຕອບຕາມຮູບ1) ຄູໃຫ້ນັກຮຽນສັງເກດຮູບພາບທີ່ມີໃນປຶ້ມແບບຮຽນ2) ຄູຕັ້ງຄ�າຖາມ: ນັກຮຽນເຫັນຫຍັງແດ່ໃນຮູບພາບຫ້ອງຮຽນ? (ຮູບພາບທີ 1). - ທຸງຊາດມີຈັກສີຄືສີໃດແດ່?- ກ່ອນຈະເຄົາທຸງຊາດເຮົາຕ້ອງເຮັດແນວໃດ?- ນັກຮຽນເຫັນຫຍັງແດ່ໃນຮູບ? (ຮູບພາບທີ 2)- ຮູບພາບໃດແມ່ນຮູບທີ່ສະແດງເຖິງການເຄົາລົບທຸງຊາດທີ່ຖືກຕ້ອງ?- ຮູບພາບໃດແມ່ນຮູບທີ່ສະແດງເຖິງການເຄົາລົບທຸງຊາດທີ່ບ່ຖືກຕ້ອງ? ຍ້ອນຫຍັງ?�3) ຄູໃຫ້ນັກຮຽນສະຫຼຸບກ່ອນ ໂດຍອງຕາມຄ�າຕອບຂອງນັກຮຽນ ຫຼັງຈາກນັ້ນຄູຈຶ່ງສະຫຼຸບຄືີ:- ກ່ອນເຄົາລົບທຸງຊາດໃຫ້ປົດໝວກ (ໝວກທີ່ບ່ແມ່ນໝວກເຍົາວະຊົນ)�.- ນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ (ເອົາເສື້ອເຂົ້າໃນສິ້ນ ຫຼື ໂສ້ງ).- ເວລາເຄົາລົບທຸງໃຫ້ຢືນກົງ ສາຍຕາແນມເບິ່ງທຸງຊາດ, .- ທຸງຊາດມີ 3 ສີຄື: ສີແດງ, ສີຟ້າ ແລະ ສີຂາວ.- ທຸກຄົນຮ້ອງເພງໄປພ້ອມກັນ, ບ່ບົນແຊວ ແລະ ບ່ເໜັງຕີງ.��4) ຄູສະຫຼຸບຮູບພາບ- ຮູບພາບທີ 1 ທຸງຊາດລາວ.- ຮູບພາບທີ 2 ຢືນກົງເຄົາລົບທຸງຊາດ.- ຮູບພາບທີ 3 ຮຽນຮ້ອງເພງຊາດ.- ຮູບພາບທີ 4 ຢອກກັນໃນເວລາເຄົາລົບທຸງຊາດ.- ຮູບພາບທີ 5 ມາຊ້າບ�່ທັນເຄົາລົບທຸງຊາດ.- ຮູບພາບທີ 6 ບ�່ເຂົ້າແຖວໃນເວລາເຄົາລົບທຸງຊາດ.ການວັດ ແລະ ປະເມີນຜົນຄູສັງເກດການຕອບຄາຖາມຢູ່ໃນ �ຮູບພາບ ແລະ ຍ່າງເລາະເບິ່ງແລ້ວໃຫ້ການຊ່ວຍເຫຼືອ.໘໒ສ ວ ສສະຫງວນລິຂະສິດ

833. ຮ້ອງເພງຊາດ1) ຄູສາທິດວິທີເຄົາລົບທຸງຊາດໃຫ້ນັກຮຽນສັງເກດ.2) ຄູນ�າພານັກຮຽນຮ້ອງເພງຊາດ ແລະ ເຄົາລົບທຸງຊາດຢ່າງຖືກຕ້ອງ.3) ນັກຮຽນຮ້ອງເພງຊາດ.ເພງຊາດຊາດລາວຕັ້ງແຕ່ໃດມາ ລາວທຸກທົ່ວໜ້າເຊີດຊູສຸດໃຈຮ່ວມແຮງຮ່ວມຈິດຮ່ວມໃຈ ສາມັກຄີກັນເປັນກາລັງດຽວ�ເດັດດ່ຽວພ້ອມກັນກ້າວໜ້າ ບູຊາຊູກຽດຂອງລາວສົ່ງເສີມໃຊ້ສິດເປັນເຈົ້າ ລາວທຸກຊົນເຜົ່າສະເໝີພາບກັນບ່ໃຫ້ ພວກຈັກກະພັດ ແລະ ພວກຂາຍຊາດເຂົ້າມາລົບກວນ�ລາວທັງມວນຊູເອກະລາດ ອິດສະຫຼະພາບຂອງຊາດລາວໄວ້ຕັດສິນໃຈສູ້ຊີງເອົາໄຊ ພາຊາດກ້າວໄປສູ່ຄວາມວັດທະນາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ປະຕິບັດຕົວຈິງການແຕ້ມທຸງຊາດ1) ຄູແຕ້ມຮູບພາບໃສ່ກະດານຕາມສັດສ່ວນຂອງລັດຖະທາມະນູນກ�ານົດໄວ້.�2) ຮູບພາບນີ້ເປັນພຽງການຄິດໄລ່ສັດສ່ວນໃຫ້ຄູຮັບຮູ້ ແລະ ໝູນໃຊ້ເຂົ້າໃນກິດຈະກ�າເທົ່ານັ້ນ, ຄູບ່ຄວນຢຶດຖືຕາຍຕົວ.�3) ນັກຮຽນແຕ່ລະຄົນແຕ້ມຮູບທຸງຊາດໃສ່ເຈ້ຍຂອງຕົນເອງ, ຫຼັງຈາກສ�າເລັດແລ້ວ.ຂັ້ນສະຫຼຸບ (5 ນາທີ)1) ຄູຖາມນັກຮຽນພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?2) ນັກຮຽນອອກມາເວົ້າຄືນບົດຮຽນທີ່ໄດ້ຮຽນຜ່ານມາ.3) ຄູໃຫ້ຜູ້ອື່ນເພີ່ມເຕີມບາງຈຸດທີ່ຍັງບ�່ທັນຄົບຖ້ວນ.4) ຄູແນະນ�າໃຫ້ນັກຮຽນປະຕິບັດການເຄົາລົບທຸງຊາດ ແລະ ຮ້ອງເພງຊາດໃຫ້ໄດ້ ແລະ ຖືກຕ້ອງ. ການວັດ ແລະ ປະເມີນຜົນຄູສັງເກດການຮ້ອງເພງຊາດຂອງ ນັກຮຽນ ແລະ ທ່າຢືນກົງ.ການວັດ ແລະ ປະເມີນຜົນການແຕ້ມຮູບ ແລະ ໃສ່ສີທຸງ.໘໓

84ບົດທີ 9: ການຮັກສາເຄື່ອງຮຽນ ແລະ ເຄື່ອງໃຊ້ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ກຽມອຸປະກອນການຮຽນ ແລະ ປຶ້ມຕ່າງໆໃຫ້ຄົບຄໍາລັບການຮຽນແຕ່ລະວັນ.2. ຍົກຕົວຢ່າງໃນການຮັກສາອຸປະກອນການຮຽນໃຫ້ສະອາດ ແລະ ນໍາໃຊ້ໄດ້ດົນ.3. ບອກຂັ້ນຕອນການຫໍ່ປຶ້ມ.4. ສາທິດການແຫຼມສໍໄດ້.II. ການວັດ ແລະ ປະເມີນຜົນ 1. ຄູສັງເກດນັກຮຽນຈາກການຊີ້ໃສ່ຮູບ ແລະ ບອກ 3 ວິທີໃນການຮັກສາປຶ້ມ ແລະ ອຸປະກອນການຮຽນຢູ່ ຮູບພາບທີ 1-3 ໃນປຶ້ມແບບຮຽນ.2. ຄູນໍາໃຊ້ເກນການປະເມີນຕາມຕາລະຕາງຂ້າງລຸ່ມນີ້ ເພື່ອໃຫ້ຄະແນນນັກຮຽນ.ຄະ ແນນກຽມອຸປະກອນການຮຽນ ແລະ ປຶ້ມຕ່າງໆໃຫ້ຄົບສໍາລັບການຮຽນແຕ່ລະວັນ.3ຊີ້ໃສ່ຮູບພາບ ແລະ ບອກໄດ້ 3 ວິທີ ໃນການຮັກສາເຄື່ອງຮຽນ ແລະ ເຄື່ອງໃຊ້.2ຊີ້ໃສ່ຮູບພາບ ແລະ ບອກໄດ້ 2 ວິທີໃນການຮັກສາເຄື່ອງຮຽນ ແລະ ເຄື່ອງໃຊ້.1ຊີ້ໃສ່ຮູບພາບ ແລະ ບອກໄດ້ 1 ວິທີໃນການຮັກສາເຄື່ອງຮຽນ ແລະ ເຄື່ອງໃຊ້.0ບໍ່ເວົ້າຫຍັງ ຫຼື ເວົ້າບໍ່ຖືກ. III. ເນື້ອໃນຕົ້ນຕໍ1. ຮັກສາເຄື່ອງຮຽນ, ເຄື່ອງໃຊ້ແມ່ນເຮັດໃຫ້ມີຄວາມສະອາດຈົບງາມ ແລະ ນໍາໃຊ້ໄດ້ດົນນານ.2. ການຫໍ່ປຶ້ມຂຽນ-ປຶ້ມອ່ານ ແລະ ເກັບຮັກສາສໍດໍາ, ຢາງລຶບ, ບັນທັດ, ຖົງໃສ່ປຶ້ມແມ່ນໜ້າທີ່ຂອງນັກຮຽນ ແຕ່ລະຄົນ.3. ການແຫຼມສໍແມ່ນສິ່ງທີ່ຕ້ອງໄດ້ປະຕິບັດໃນແຕ່ລະມື້ຂອງນັກຮຽນ ເພື່ອກຽມຄວາມພ້ອມສໍາລັບການຂີດຂຽນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄຸນສົມບັດສຶກສາ ຊັ້ນ ປ.1.2. ມີດຕັດ, ເຈ້ຍຫໍ່ປຶ້ມ, ກາວຕິດເຈ້ຍ ແລະ ໂຮງແຫຼມສໍ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (3 ນາທີ) 1. ລະດົມສະໝອງ1) ຄູຕັ້ງຄໍາຖາມ: ມື້ນີ້, ພວກຫຼານກຽມຫຍັງແດ່ມາໂຮງຮຽນ?2) ຄູແນະນໍາວ່າ: ມື້ນີ້ພວກເຮົາຈະມາຮຽນກ່ຽວກັບການກຽມອຸປະກອນຄໍາລັບການຮຽນໃນແຕ່ລະມື້ ແລະ ການເກັບຮັກສາໃຫ້ໃຊ້ໄດ້ດົນ.໘໔ສ ວ ສສະຫງວນລິຂະສິດ

85ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ສົນ ທະ ນາ ໝົດ ຫ້ອງ 1) ຄູຕັ້ງຄໍາຖາມ:- ອຸປະກອນການຮຽນມີຫຍັງແດ່?- ປຶ້ມແບບຮຽນມີຈັກວິຊາ, ວິຊາໃດແດ່?2) ນັກຮຽນສົນທະນາ ແລະ ຊອກຫາຄໍາຕອບນໍາກັນ.3) ຄູແນະນໍາເວລາເວົ້າຊື່ອຸປະກອນແຕ່ລະປະເພດໃຫ້ນັກຮຽນຈັບ ແລະ ຍົກຂຶ້ນ.ເວົ້າຄືນອຸປະກອນການຮຽນປະກອບມີ: ສໍດໍາ, ຢາງລຶບ, ໄມ້ບັນທັດ, ສໍສີ, ຖົງປຶ້ມ, ໂຮງແຫຼມສໍ, ປຶ້ມແບບຮຽນມີພາສາລາວ, ຄະນິດສາດ, ຄຸນສົມບັດສຶກສາ, ວິທະຍາສາດ ແລະ ສິ່ງແວດລ້ອມ, ປຶ້ມຂຽນ.3. ສົນ ທະ ນາ ກ່ຽວກັບ ຮ ູບ ພາບໃນ ປຶ້ມ ແບບ ຮ ຽນ1) ນັກຮຽນສັງເກດ ແລະ ສົນທະນາຮູບພາບກັບໝູ່ນັ່ງຂ້າງ.2) ຄູຕັ້ງຄໍາຖາມ:- ນັກຮຽນເຫັນຫຍັງແດ່ຢູ່ເທິງໂຕະໃນຮູບພາບ 1? - ໃນຮູບ 2 ເດັກນ້ອຍຍິງກໍາລັງເຮັດຫຍັງ?- ນັກຮຽນເບິ່ງຮູບພາບ 3 ແລະ 4 ແມ່ນການຮັກສາ ເຄື່ອງຮຽນບໍ່?- ຖ້າຢາກຮັກສາເຄື່ອງຮຽນຕ້ອງປະຕິບັດຕາມຮູບພາບໃດ? - ໃນຮູບພາບນັ້ນມີອຸປະກອນຫຍັງແດ່?3) ຄູອະທີບາຍຄືນແຕ່ລະຮູບພາບໃຫ້ນັກຮຽນແຕ່ລະຄົນເອກະພາບ.- ຮູບພາບທີ 1 ເດັກຊາຍກໍາລັງເກັບມ້ຽນເຄື່ອງຮຽນ.- ຮູບພາບທີ 2 ເດັກຍິງກໍາລັງຫໍ່ປຶ້ມ.- ຮູບພາບທີ 3 ແລະ 4 ບໍ່ແມ່ນການຮັກສາເຄື່ອງຮຽນເພາະວ່າ:- ຮູບພາບທີ 3 ມີນັກຮຽນສອງຄົນບໍ່ມີຖົງໃສ່ປຶ້ມ, ປຶ້ມສີກຂາດ, ເປິເປື້ອນ, ແຈປຶ້ມຍູ້.- ຮູບພາບທີ 4 ນັກຮຽນຊາຍ-ຍິງເອົາປຶ້ມກັ້ງຝົນເຮັດໃຫ້ປຶ້ມປຽກເປິເປື້ອນ.4) ຄູສະຫຼຸບ: ການຮັກສາເຄື່ອງຮຽນ, ເຄື່ອງໃຊ້ແມ່ນເພື່ອໃຫ້ມີຄວາມສະອາດຈົບງາມ ແລະ ນໍາໃຊ້ໄດ້ດົນ, ນັກຮຽນຄວນຫໍ່ປຶ້ມຂຽນ, ປຶ້ມແບບຮຽນ ແລະ ເກັບຮັກສາສໍດໍາ, ຢາງລຶບ, ບັນທັດ, ຖົງໃສ່ປຶ້ມໃຫ້ເປັນລະບຽບ.ສໍາລັບນັກຮຽນຊົນເຜົ່າ:ຄູຍົກອຸປະກອນຂຶ້ນພ້ອມທັງອະທິບາຍ ໃຫ້ນັກຮຽນຟັງຫຼາຍຄັ້ງ ຫຼື ໃຫ້ນັກຮຽນຜູ້ທີ່ເຂົ້າໃຈບົດຮຽນດີໃນຫ້ອງອະທິບາຍ ເປັນພາສາທ້ອງຖິ່ນກ່ຽວກັບອຸປະກອນການຮຽນ.ຄວາມຮູ້ທ້ອງຖິ່ນ: ຄູຄວນແນະນໍາການຮັກສາກ່ຽວກັບອຸປະກອນ ການຮຽນເຊັ່ນ: ສໍດຳ, ຢາງລຶບ, ໄມ້ບັນທັດ, ສໍສີ, ຖົງປຶ້ມ, ປຶ້ມແບບຮຽນ ແລະ ປຶ້ມຂຽນໃຫ້ເຂົ້າກັບສະພາບຄວາມເປັນຈິງຂອງນັກຮຽນໃນແຕ່ລະທ້ອງຖິ່ນ.ການສອນຫ້ອງຄວບ: ຄູຄວນໃຫ້ຄໍາຖາມຫ້ອງໜຶ່ງຄົ້ນຄວ້າເປັນກຸ່ມ ແລະ ຄູປະຕິບັດກິດຈະກໍາກັບ ນັກຮຽນອີກຫ້ອງໜຶ່ງໄປພ້ອມກັນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ຫໍ່ປຶ້ມ ແລະ ແຫຼມສໍ1) ຄູອະທິບາຍອຸປະກອນຫໍ່ປຶ້ມ ແລະ ແຫຼມສໍ.ການວັດ ແລະ ປະເມີນຜົນຄູປະເມີນນັກຮຽນຕາມຕາຕະລາງ ການປະເມີນຜົນຂ້າງເທິງ ເພື່ອເບິ່ງວ່າ ນັກຮຽນສາມາດຊື້ ແລະ ບອກວິທີຮັກສາ ອຸປະກອນການຮຽນໃຫ້ຖືກຕ້ອງ.໘໕

86- ເຈ້ຍຫໍ່ປຶ້ມ, ກາວຕິດ ຫຼື ກະລັບເຟີ, ມີດຕັດເຈ້ຍ ຫຼື ອຸປະກອນທີ່ມີ ແລະ ເຄີຍໃຊ້ໃນທ້ອງຖິ່ນ.- ໂຮງແຫຼມສໍ (ອຸປະກອນແຫຼມສໍ).2) ຄູສາທິດຂັ້ນຕອນການຫໍ່ປຶ້ມໃຫ້ນັກຮຽນເບິ່ງ ພ້ອມທັງແນະນໍາໃຫ້ນັກຮຽນຫໍ່ປຶ້ມຢູ່ເຮືອນ ຫຼື ຈະເຮັດຢູ່ໃນ ຫ້ອງຮຽນ (ຖ້າມີເວລາ).3) ຄູສາທິດຂັ້ນຕອນການແຫຼມສໍໃຫ້ນັກຮຽນ.4) ນັກຮຽນປະຕິບັດການແຫຼມສໍ (ສໍາລັບກິດຈະກໍານີ້ຄູສາມາດເຮັດເປັນກຸ່ມໄດ້ ຖ້າມີໂຮງແຫຼມສໍພຽງພໍ).ສໍາລັບນັກຮຽນຊົນເຜົ່າ:ຄູຄວນແນະນໍາ ຫຼື ໃຫ້ນັກຮຽນຜູ້ທີ່ເຂົ້າໃຈບົດຮຽນດີໃນຫ້ອງແນະນໍາການກຽມອຸປະກອນ ປຶ້ມ ແລະ ວິທີການ ປຶ້ມ ຫໍ່ຫໍ່ເປັນພາສາທ້ອງຖິ່ນ ເພື່ອໃຫ້ເຂົ້າໃຈຂັ້ນຕອນການ ປຶ້ມ.ຫໍ່ຂັ້ນສະຫຼຸບ (2 ນາທີ)ຄູແນະນໍານັກຮຽນທຸກຄົນຄວນມີຖົງໃສ່ປຶ້ມ ແລະ ກັບໃສ່ອຸປະກອນການຮຽນ ເພື່ອຮັກສາສໍດໍາ, ສໍສີ, ຢາງລຶບ ແລະ ບັນທັດພ້ອມດຽວກັນນັ້ນຄູເນັ້ນໃຫ້ນັກຮຽນຫໍ່ປຶ້ມຂອງຕົນເອງ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນກໍາລັງຫໍ່ປຶ້ມ ຫຼື ແຫຼມສໍຄູຍ່າງອ້ອມໄປຫານັກຮຽນ ທຸກຄົນ ແລະ ໃຫ້ການຊ່ວຍເຫຼືອ.໘໖ສ ວ ສສະຫງວນລິຂະສິດ

87ບົດທີ 10: ການນຸ່ງ ເຄື່ອງ ເປັນ ລະບຽບ ແລະ ສຸພາບເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ນຸ່ງເຄື່ອງເປັນ​ລະບຽບຮຽບຮ້ອຍໃນໂຮງຮຽນ​.2. ປຽບທຽບການນຸ່ງ​ເຄື່ອງ​ເປັນ​ລະບຽບ.3. ຈໍາແນ​ກການ​ນຸ່ງ​ເຄື່ອງ​ໃຫ້​ຖືກ​ຕາມ​ກາລະ​ເທສະ​​ແລະ​ສະຖານ​ທີ່.​II. ການວັດ ແລະ ປະເມີນຜົນ 1. ຄູສັງເກດນັກຮຽນສະແດງການນຸ່ງເຄື່ອງຖືກລະບຽບ​ແລະ​ບໍ່ຖືກລະບຽບ​ແລະ​ຕອບຄໍາຖາມລະຫວ່າງ​ປະຕິບັດເຮັດກິດຈະກໍາ​(ຂໍ້ທີ​4).2. ຄູນໍາໃຊ້ເກນການປະເມີນຕາມຕາລະຕາງຂ້າງລຸ່ມນີ້​ເພື່ອໃຫ້ຄະແນນນັກຮຽນ.ຄະແນນນຸ່ງເຄື່ອງເປັນ​ລະບຽບຮຽບຮ້ອຍໃນໂຮງຮຽນ​.3ສະແດງການນຸ່ງເຄື່ອງເປັນລະບຽບຮຽບຮ້ອຍໄດ້​3​ຢ່າງ:​ໃສ່ກະດຸມຖືກຕ້ອງຄົບຖ້ວນ,​ເອົາເສື້ອເຂົ້າໃນສິ້ນ​ຫຼື​ໂສ້ງ​ແລະ​ເຄື່ອງນຸ່ງສະອາດ.2ສະແດງການນຸ່ງເຄື່ອງຖືກລະບຽບໄດ້​2​ຢ່າງ1ສະແດງການນຸ່ງເຄື່ອງຖືກລະບຽບໄດ້​1​ຢ່່າງ0ນັກຮຽນບໍ່ເຮັດຫຍັງ.III. ເນື້ອໃນຕົ້ນຕໍ1. ການນຸ່ງ​ເຄື່ອງເປັນ​ລະບຽບ:- ຜູ້ຍິງ:​ນຸ່ງ​ສິ້ນ​ມີ​ຫົວ,​ມີ​ຕີນ​​ແລະ​ບໍ່​ນຸ່ງ​ເຂີນ,​ນຸ່ງ​ເສື້ອ​ສຸພາບ​ເອົາ​ເສື້ອ​ເຂົ້າ​ໃນ.- ຜູ້ຊາຍ:​ນຸ່ງ​ໂສ້ງ​ຂາ​ຍາວ,​ນຸ່ງ​ເສື້ອສຸພາບ​​ແລະ​​ເອົາ​ເສື້ອ​ເຂົ້າ​ໃນ.2. ການນຸ່ງ​ເຄື່ອງຖືກ​ຕາມ​ກາລະ​ເທສະ​ຫຼື​​ຕາມສະຖານ​ທີ່.​- ຜູ້ຍິງ:​ໄປວັດ:,​ໄປໂຮງຮຽນ,​ຮັບແຂກ:+​ ໄປວັດ:​ເກົ້າຜົມ,​ບ່ຽງ​ແພ,​ນຸ່ງ​ສິ້ນມີ​ຫົວ,​ມີ​ຕີນ​​ແລະ​ບໍ່​ນຸ່ງ​ເຂີນ,​ເສື້ອ​ສຸພາບ​ເຊັ່ນ:​ຄໍ​ເສີດ,​ຄໍ​ມົນ,​ເສື້ອ​ໄໝ.​+​ ໄປໂຮງຮຽນ:​ນຸ່ງ​ສິ້ນມີ​ຫົວ,​ມີ​ຕີນຜືນສີດຳ,​ບໍ່​ນຸ່ງ​ເຂີນ,​ນຸ່ງ​ເສື້ອ​ຂາວ​ຄໍ​ເສີດ​ແຂນ​ສັ້ນ​ຫຼື​​ແຂນ​ຍາວ,​​​​​ເອົາ​ເສື້ອ​ເຂົ້າ​ໃນ,​​ໃສ່​ສາຍ​ແອວ,​​ໃສ່​ເກີບສຸພາບ.+​ ຮັບແຂກ:​ນຸ່ງ​ສິ້ນມີ​ຫົວ​ມີ​ຕີນ​​​ແລະ​​ເສື້ອ​ຍືດທຳ​ມະດາທີ່​ສຸພາບ​ຮຽບຮ້ອຍ.- ຜູ້ຊາຍ:​ໄປວັດ,​​ໄປໂຮງຮຽນ,​ຮັບແຂກ​+​ ໄປວັດ:​ໃສ່​ໂສ້ງ​ຂາ​ຍາວ​​​ເສື້ອ​ຄໍ​ເສີດ​ຫຼື​ຄໍ​ມົນ,​ບ່ຽງ​ແພ.,+​ ໄປໂຮງຮຽນ:​​ໃສ່​ໂສ້ງ​ຂາ​ຍາວຜືນສີດຳ,​​ເສື້ອ​ຂາວ​ຄໍເຊີດ​ແຂນ​ສັ້ນ​ຫຼື​ແຂນ​ຍາວ,​ເອົາ​ເສື້ອ​ເຂົ້າ​ໃນ,​​​ ໃສ່​ສາຍ​ແອວ,​ໃສ່​ເກີບ​​.+​ ຮັບແຂກ:​ໃສ່​ໂສ້ງ​ຂາ​ຍາວ,​ເສື້ອ​ຂາວ​ຄໍ​ເຊີດ​ແຂນ​ສັ້ນ​ຫຼື​ແຂນ​ຍາວແບບ​ສຸພາບ​ຮຽບຮ້ອຍ.​໘໗

88IV. ສື່ການຮຽນການສອນ1. ປຶ້ມແບບຮຽນ​ແລະ​ຄູ່ມືຄູວິຊາຄຸນສົມບັດສຶກສາ​ຊັ້ນ​ປ.1.2. ຮູບພາບທີ່ກ່ຽວຂ້ອງກັບບົດຮຽນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ1)​ຄູຕັ້ງຄໍາຖາມ:​- ນັກຮຽນນຸ່ງເຄື່ອງແບບໃດມາໂຮງຮຽນ?​- ການ​ນຸ່ງ​ເຄື່ອງ​ເປັນ​ລະບຽບມາໂຮງຮຽນຕ້ອງນຸ່ງແບບໃດ?2)​ນັກຮຽນຕອບ​2-​3​ຄົນ3)​ຄູແນະນໍາມື້ນີ້ຄູຈະພາຮຽນກ່ຽວກັບການນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)2. ສົນ ທະ ນາ ຖາມຕອບກ່ຽວກັບຮູບ1)​ຄູ​ແນະນໍາໃຫ້​ນັກຮຽນ​ສັງ​ເກດ​ຮູບ​ພາບທີ​1-4​​ໃນ​ປຶ້ມ​ແບບຮຽນ​ພ້ອມທັງຖາມກ່ຽວກັບແຕ່ລະຮູບພາບຕາມຄໍາ​ ​ຖາມ​ຂ້າງລຸ່ມນີ້:- ຄົນໃນຮູບພາບນຸ່ງເຄື່ອງເປັນລະບຽບບໍ່?- ໃຫ້ນັກຮຽນຊີ້ໃສ່ເຄື່ອງນຸ່ງຂອງຄົນຢູ່ໃນຮູບເຊັ່ນ:​ເສື້ອ,​ສິ້ນ,​ໂສ້ງ​ແລະ​ອື່ນໆ.​- ໃຫ້ນັກຮຽນຊີ້ໃສ່ຮູບພາບທີ່ສະແດງເຖິງການນຸ່ງເຄື່ອງ​ເປັນລະບຽບ.- ໃຫ້ນັກຮຽນຊີ້ໃສ່ຮູບພາບທີ່ສະແດງເຖິງການນຸ່ງເຄື່ອງ​ບໍ່ເປັນລະບຽບ.2)​ຄູສະຫຼຸບຕາມແຕ່ລະຮູບ- ຮູບ​ພາບທີ​1​​ເດັກ​ຍິງ​ນຸ່ງ​ສິ້​ນມີ​ຫົວ​ມີ​ຕີນ​​ແລະ​​ເດັກ​ຊາຍ​ນຸ່ງ​ໂສ້ງ,​​ເສື້ອ​ສຸພາບ​ເອົາ​ເສື້ອເຂົ້ົາ​ໃນ.​- ຮູບ​ພາບທີ​2​​ເບື້ອງຊ້າຍ:​ເດັກ​ຍິງ,​​ເດັກ​ຊາຍ​ນຸ່ງ​ເຄື່ອງເປັນລະບຽບ​ແລະ​ກໍາລັງໃສ່ເກີບກຽມ​ໄປ​ໂຮງຮຽນ.- ຮູບ​ພາບທີ​2​​ເບື້ອງຂວາ:​ນັກຮຽນນຸ່ງເຄື່ອງບໍ່ເປັນລະບຽບ.- ຮູບ​ພາບທີ​3​​ເດັກຍິງ,​​ເດັກ​ຊາຍນຸ່ງ​ເຄື່ອງກຽມ​ໄປ​ໃສ່​ບາດ​ນໍາ​ພໍ່,​​ແມ່.- ຮູບ​ ພາບທີ​4​​ເດັກ​ຍິງ​​ແລະ​​ເດັກ​ຊາຍ​ນຸ່ງ​ເຄື່ອງ​ສຸພາບ​ຮຽບຮ້ອຍ​ຮັບ​ແຂກ.ສໍາລັບນັກຮຽນຊົນເຜົ່າ:ຄູຄວນໃຊ້ພາສາທ້ອງຖິ່ນອະທິບາຍຄໍາສັບບາງຄໍາທີ່​ນັກຮຽນບໍ່ເຂົ້າໃຈເຊັ່ນ:​ກາລະ​ເທສະ,​ເສື້ອຄໍ​ເສີດ,​ບ່ຽງ​ແພ,​ວັດ,​ຮັບ​ແຂ​ກ,​ສະຖານ​ທີ່​ແລະ​ອື່ນໆ.ຄວາມຮູ້ທ້ອງຖິ່ນ:ຄູຄວນຍົກຕົວຢ່າງສິ່ງທີ່ນັກຮຽນເຄີຍປະຕິບັດການນຸ່ງຖືຢູ່ໃນຄອບຄົວເຂົາເຈົ້າເຊັ່ນ:​ການ​ນຸ່ງ​ຖື​ຂອງ​ແຕ່ລະຊົນເຜົ່າ​ຢູ່​ທ້ອງ​ຖິ່ນ​ນັ້ນ.ການວັດ ແລະ ປະເມີນຜົນຄູຍ່າງໄປຫານັກຮຽນເພື່ອຊ່ວຍນັກຮຽນ​ໃນການຊີ້ບອກຮູບທີ່ສະແດງເຖິງການນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ,​ຄູສັງເກດເບິ່ງນັກຮຽນຜູ້ໃດທີ່ເຂົ້າໃຈບົດຮຽນ​ແລະ​ໃຫ້ການຊ່ວຍເຫຼືອ​ຖ້າຈຳເປັນ.​ນໍາໃຊ້ຕາຕະລາງຂ້າງເທິງສຳລັບການປະເມີນຜົນ.໘໘ສ ວ ສສະຫງວນລິຂະສິດ

893. ເລົ່າປະສົບການສິ່ງທີ່ເຄີຍປະຕີບັດຜ່ານມາກ່ຽວກັບການນຸ່ງເຄື່ອງ (5 ນາທີ)1)​ຄູ​ຕັ້ງຄໍາຖາມ- ນັກຮຽນ​ເຄີຍ​ນຸ່ງ​ເຄື່ອງ​ແບບ​ໃດຜ່ານ​ມາ?​- ເວລາ​ມີ​ແຂກ​ມາ​ຢາມ,​​ໄປ​ໃສ່​ບາດ,​ໄປ​​ໂຮງຮຽນນັກຮຽນນຸ່ງ​ເຄື່ອງ​ແບບໃດ?.​- ນັກຮຽນອອກ​ມາ​ເລົ່າ​ຕາມ​ຄໍາ​ຖາມ​ທີ່​ຕັ້ງ​ໄວ້​3-4​ຄົນ​ຫຼື​ຕາມ​ຄວາມ​ເໝາະ​ສົມ.2)​ຄູສະ​ຫຼຸບການ​ເລົ່າ​ປະ​ສົບ​ການ​ຂອງ​ນັກຮຽນ​ພ້ອມ​ທັງ​ແນະນໍາ​ຜູ້​ທີ່​ນຸ່ງຖື​ຜ່ານ​ມາ​ບໍ່​ເປັນລະບຽບ​​ແລະ​​ແນະນໍາ​ໃຫ້​ເອົາ​ແບບຢ່າງ​ຜູ້​ທີ່ນຸ່ງຖື​ຖືກຕ້ອງ​​ແລະ​ພ້ອມ​ທັງ​ຊົມ​ເຊີຍ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ສະແດງບົດບາດສົມມຸດກ່ຽວກັບການນຸ່ງເຄື່ອງເປັນລະບຽບ ແລະ ບໍ່ເປັນລະບຽບ1)​ຄູບອກໃຫ້ນັກຮຽນໝົດຫ້ອງຢືນຂຶ້ນ​ແລະ​ຫຍັບອອກຈາກໂຕະໜ້ອຍໜຶ່ງພໍທີ່ຈະເຮັດກິດຈະກໍາໄດ້.2)​ຄູບອກນັກຮຽນວ່າ:​ພວກເຮົາຈະມາເຮັດກິດຈະກໍາກ່ຽວກັບ​ການນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ.3)​ຄູບອກນັກຮຽນໃຫ້ສາທິດການນຸ່ງເຄື່ອງບໍ່ເປັນລະບຽບ.​4)​ຄູຖາມຄືນວ່າ:​ການນຸ່ງເຄື່ອງບໍ່ເປັນລະບຽບເຮັດ​ແນວໃດແດ່?- ນັກຮຽນອາດຕອບວ່າ ເອົາເສື້ອອອກນອກ, ບໍ່ໃສ່ກະດຸມຄົບຖ້ວນ ແລະ ເຮັດຜົມຫຍຸ້ງ.: 5)​ຄູບອກນັກຮຽນໃຫ້ສາທິດການນຸ່ງເຄື່ອງເປັນລະບຽບເຮັດແນວໃດ?6)​ຄູຖາມຄືນວ່າ:​ການນຸ່ງເຄື່ອງເປັນລະບຽບເຮັດແນວໃດ?- ນັກຮຽນອາດຕອບວ່າ:​ເອົາເສື້ອເຂົ້າໃນສິ້ນ​ຫຼື​ໂສ້ງ,​ໃສ່ກະດຸມຖືກຕ້ອງຄົບຖ້ວນ,​ເຄື່ອງນຸ່ງສະອາດ​ແລະ​ໃສ່ເກີບພ້ອມ.7)​​ຄູ​ສະຫຼຸບ​​- ຄູຊົມເຊີຍການສະແດງບົດບາດສົມມຸດການນຸ່ງເຄື່ອງເປັນລະບຽບຂອງນັກຮຽນ​ແລະ​ແນະນໍາຜູ້ທີ່ປະຕິບັດ​ບໍ່ທັນຖືກຕ້ອງ.​- ການ​ນຸ່ງ​ເຄື່ອງ​ເປັນ​ລະບຽບ​​ແລະ​ສຸພາບ​ຮຽບຮ້ອຍ​ເປັນ​ສິ່ງ​ທີ່​ດີ,​ນັກຮຽນທຸກຄົນຕ້ອງປະຕິບັດ.ສໍາລັບນັກຮຽນຊົນເຜົ່າ:ຄູຄວນແນະນໍາໃຫ້ນັກຮຽນຜູ້ທີ່ເຂົ້າໃຈບົດຮຽນດີຊ່ວຍອະທິບາຍການນຸ່ງເຄື່ອງເປັນພາສາທ້ອງຖິ່ນ,​ຖ້າຄູສາມາດ​ເວົ້າພາສາທ້ອງຖິ່ນໄດ້​ຍິ່ງເປັນການດີ.ຂັ້ນສະຫຼຸບ (5 ນາທີ)1)​ຄູຖາມນັກຮຽນຄືນພວກເຮົາໄດ້ຮຽນຫຍັງແດ່ໃນຊົ່ວໂມງນີ້?2)​ຄູໃຫ້ນັກຮຽນອອກມາເວົ້າຄືນບົດຮຽນທີ່ໄດ້ຮຽນຜ່ານມາ.3)​ຄູອະທິບາຍເພີ່ມເຕີມບາງຈຸດທີ່ຍັງບໍ່ທັນຄົບຖ້ວນ.ການວັດ ແລະ ປະເມີນຜົນຄູສັງເກດ​ແລະ​ບັນທຶກນັກຮຽນຜູ້ທີ່ສາ​ມາດນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ​​ໄດ້ດີຕາມຕາຕະລາງຂ້າງເທິງ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນກໍາລັງ​ເລົ່າ​ປະສົບ​ການຂອງນັກຮຽນ​​ຄູຕ້ອງ​ມີ​ການ​ບັນທຶກ​ຜູ້ທີ່ຍັງ​ບໍ່ປະຕິບັດ​ໄດ້ໝາຍ​ໄວ້​ຫຼັງ​ຈາກ​ນັ້ນ​​ຄູຄວນ​ແນະນໍາ​ຕື່ມ​​ນັກຮຽນເລົ່າ​ປະ​ສົບ​.ການ​ຕາມ​ໃຈ.໘໙

90ບົດທີ 11: ນັກຮຽນດຸໝັ່ນເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຍົກຕົວຢ່າງຄວາມດຸໝັ່ນຂອງນັກຮຽນໃນຫ້ອງຮຽນ.2. ຈ�າແນກການທີ່ເປັນຄົນດຸໝັ່ນ ແລະ ຄົນຂີ້ຄ້ານ.3. ບອກການກະທາທີ່ສະແດງເຖິງຄວາມດຸໝັ່ນຂອງນັກຮຽນ.�4. ເລົ່າປະສົບການ ກ່ຽວ ກັບຄວາມດຸໝັ່ນຂອງຕົນເອງ.II. ການວັດ ແລະ ປະເມີນຜົນ 1. ສັງເກດການຕອບຄາຖາມຂອງນັກຮຽນ.�2. ນ�າໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອໃຫ້ຄະແນນນັກຮຽນ.ຄະແນນບອກ ການ ກະ ທາທີ່ ສະ ແດງ ເຖິງຄວາມດຸໝັ່ນ ຂອງ ນັກ ຮຽນ.�3ບອກ ການ ກະ ທ�າທີ່ ສະ ແດງ ເຖິງຄວາມດຸໝັ່ນ ຂອງ ນັກ ຮຽນ ໄດ້ ຢ່າງ ໜ້ອຍ 3 ຢ່າງ ເຊັ່ນ: ຕັ້ງໃຈຟັງຄູ ອະທິບາຍບົດຮຽນ, ໝັ່ນແກ້ບົດເຝິກຫັດ, ຫັດຂຽນ, ຫັດອ່ານ, ມາໂຮງຮຽນບ�່ຂາດ ແລະ ໃຫ້ທັນເວລາ.2ບອກ ການ ກະ ທາທີ່ ສະ ແດງ ເຖິງຄວາມດຸໝັ່ນ ຂອງ ນັກ ຮຽນໄດ້ 2 ຢ່າງ.�1ບອກ ການ ກະ ທ�າທີ່ ສະ ແດງ ເຖິງຄວາມດຸໝັ່ນ ຂອງ ນັກ ຮຽນໄດ້ 1 ຢ່າງ.0ຕອບບ�່ໄດ້.III. ເນື້ອໃນຕົ້ນຕໍ1. ຄວາມດຸໜັ່ນແມ່ນຄວາມຫ້າວຫັນ, ຄວາມຕັ້ງໃຈເອົາໃຈໃສ່ ຄວາມພະຍາຍາມທີ່ຢາກເຮັດສິ່ງໃດໜຶ່ງ ໃຫ້ສ�າເລັດ.2. ການດຸໝັ່ນຂອງນັກຮຽນສະແດງອອກເຊັ່ນ: ຕ້ອງຕັ້ງໃຈຮ�່າຮຽນ, ຕັ້ງໃຈຟັງເວລາຄູອະທິບາຍບົດຮຽນ, ໝັ່ນ ແກ້ບົດຝຶກຫັດ, ຫັດຂຽນ, ຫັດອ່ານ, ມາໂຮງຮຽນບ່ຂາດ ແລະ ທັນເວລາ, ຝຶກຝົນຕົນເອງຮຽນໜັງສືໃຫ້ເກັ່ງ �ແລະ ອື່ນໆ...IV. ສື່ການຮຽນການສອນ1. ປື້ມແບບຮຽນ ແລະ ປື້ມຄູ່ມື ວິຊາຄຸນສົມບັດສຶກສາຊັ້ນ ປ1.2. ຮູບພາບຕ່າງໆທີ່ສະແດງເຖິງ ຄວາມດຸໝັ່ນ.V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ1) ຄູເລົ່າເລື່ອງສັ້ນ ຄວາມດຸໜັ່ນ:໙໐ສ ວ ສສະຫງວນລິຂະສິດ

912) ທ້າວໄຂ່ ເປັນນັກຮຽນດີ. ທຸກໆມື້, ລາວໄປໂຮງຮຽນແຕ່ເຊົ້າໆ ແລະ ບ່ເຄີຍຂາດໂຮງຮຽນ, ທ້າວໄຂ່ເປັນຄົນ �ຕັ້ງໃຈຮຽນໜັງສື, ຟັງຄູອະທິບາຍບົດຮຽນ ແລະ ແກ້ບົດຝຶກຫັດທຸກໆມື້ຕາມທີ່ຄູບອກ. ສະນັ້ນ, ຄູຈຶ່ງຍ້ອງວ່າ: ທ້າວ ໄຂ່ ເປັນນັກຮຽນດຸໝັ່ນ ແລະ ເປັນນັກຮຽນເກັ່ງຂອງໂຮງຮຽນ.3) ຄູ ບອກ ນັກ ຮຽນ : ເລື່ອງນີ້ ສອນ ໃຫ້ ຮູ້ ວ່າ: ທ້າວ ໄຂ່ ເປັນນັກ ຮຽນດຸໜັ່ນ.4) ຄູ ບອກ ນັກ ຮຽນ : ເຮົາ ຈະ ມາ ຫຼິ້ນ ເກມ, ຄູ ຈະ ອ່ານ ຂ ຄວາມ ລຸ່ມ ນີ້ ຖ້າ ຂ້ໃດ ສະ ແດງ ເຖິງ ຄວາມ ດຸ ໝັ່ນ ແມ່ນ ໃຫ້ ນັກ � ້�ຮຽນ ຍົກ ນີ້ວ ໂປ້ ຂຶ້ນ ແລະ ຖ້າ ຂ ໃດ ສະ ແດງ ເຖິງ ຄວາມ ບ ດຸ ໝັ່ນ ໃຫ້ ກອດ ເອີກ ຕົນ ເອງ.� ້� ່- ຕັ້ງ ໃຈ ຟັງ ຄູ ອະ ທິ ບາຍ ບົດ ຮຽນ.- ຍົກ ມື ຂຶ້ນ ກ່ອນ ຕອບ ຄ�າ ຖາມ ຂອງ ຄູ.- ບ່ມັກແກ້ບົດຝຶກຫັດ.�- ມາໂຮງຮຽນທຸກໆມື້.- ມາ ໂຮງ ຮຽນ ທັນ ເວ ລາ.- ສົນ ທະ ນາ ກັບໝູ່ ເພື່ອນ ໃນ ຂະ ນະ ທີ່ ຄູ ອະ ທິ ບາຍ ບົດ ຮຽນ.- ຕັ້ງໃຈຮຽນໜັງສື.- ບ່ມັກແກ້ວຽກ ບ້ານ.�5) ຄູບອກນັກຮຽນ: ມື້ນີ້ເຮົາຈະມາຮຽນກ່ຽວກັບນັກຮຽນດຸໝັ່ນ.ກິດຈະກໍາເສີມ:ຄູ ກະ ກຽມ ໂຄງ ຮ່າງ ຮູບ ພາບ ກົດ ລະ ບຽບ ໃນ ຫ້ອງ ຮຽນ ທີ່ ສື່ ເຖິງ ຄວາມ ດຸ ໝັ່ນ ໃນ ການ ຮ່າຮຽນເພື່ ອເປັນ ສື່ ໃນ ການ ຮຽນ �ການ ສອນ ແລະ ຕິດ ໃສ່ ຝາ ຫ້ອງ ຮຽນເພື່ອ ເຕືອນ ຄວາມຈາ ນັກ ຮຽນ ເຊັ່ນ: ຕັ້ງ ໃຈ ຟັງ ຄູ ອະ ທິ ບາຍ ບົດ ຮຽນ, ຍົກ ມື ຂຶ້ນ �ກ່ອນ ຕອບ ຄາ ຖາມ ຂອງ ຄູ, ບ່ມັກແກ້ບົດຝຶກຫັດ, ມາໂຮງຮຽນທຸກໆມື້, ມາ ໂຮງ ຮຽນ ທັນ ເວ ລາ, ສົນ ທະ ນາ ກັບໝູ່ ເພື່ອນ ��ໃນ ຂະ ນະ ທີ່ ຄູ ອະ ທິ ບາຍ ບົດ ຮຽນ, ຕັ້ງໃຈຮຽນໜັງສື, ບ່ມັກແກ້ວຽກ ບ້ານ.�ຂັ້ນຈັັດກິດຈະກໍາການຮຽນ (15 ນາທີ)2. ສົນທະນາຖາມຕອບຮູບພາບ1) ແບ່ງ ນັກ ຮຽນ ອອກ ເປັນ ກຸ່ມ ກຸ່ມ ລະ 4 ຄົນ ຫຼື ຕາມ ຄວາມ ເໝາະ ສົມ.2) ແຕ່ລະກຸ່ມ ສັງ ເກດ ແລະ ສົນທະນາກັນຕາມຮູບພາບ 1-6 ໃນປື້ມແບບຮຽນ.3) ຄູຕັ້ງຄາຖາມ ຕາມ ແຕ່ ລະ ຮູບ ເຊັ່ນ:�- ຄົນ ໃນ ຮູບພາບ ກາ ລັງ ພາ ກັນເຮັດ ຫຍັງ?�- ຮູບ ພາບໃດ ທີ່ ສະ ແດງ ເຖິງ ຄວາມ ດຸ ໝັ່ນ?- ການ ກະ ທ�າຮູບ ໃດ ທີ່ ສະ ແດງ ເຖິງ ຄວາມ ດຸ ໝັ່ນ?- ຄວນເອົາເປັນແບບຢ່າງບ�່?4) ນັກຮຽນແຕ່ລະກຸ່ມປ່ຽນ ກັນຕອບ ຄູອະທິບາຍເພີ່ມ ຕື່ມ ເພື່ອ ໃຫ້ ຄ�າ ຕອບ ຖືກ ຕ້ອງ ເປັນ ເອ ກະ ພາບ ກັນ.- ຮູບພາບທີ 1: ນັກຮຽນຕັ້ງໃຈຟັງຄູອະທິບາຍບົດຮຽນ.- ຮູບພາບທີ 2 ນັກຮຽນບ່ຕັ້ງໃຈຟັງຄູອະທິບາຍບົດຮຽນ.�- ຮູບພາບທີ 3: ນັກຮຽນຍົກມືຕອບຄາຖາມຂອງຄູ�- ຮູບພາບທີ 4: ນັກຮຽນຊ່ວຍກັນແກ້ບົດຝຶກຫັດ.- ຮູບພາບທີ 5: ນັກຮຽນກາລັງຕັ້ງໃຈຟັງຄູອ່ານໜັງສື.�- ຮູບພາບທີ 6: ເດັກຊາຍບ�່ແກ້ບົດຝຶກຫັດ.ການວັດ ແລະ ປະເມີນຜົນໃນຂະນະທີ່ນັກຮຽນສົນທະນາກັນຄູຍ່າງ ອ້ອມ ສັງ ເກດ ການສົນທະນາ ແລະ ຕອບ ຄາຖາມຂອງນັກຮຽນ ຖ້ານັກຮຽນກຸ່ມໃດ �ຕອບ ບ່ຖືກ ຄູແນະນາ ຕື່ມ . ປະ ເມີນ ຜົນ ການ ��ຮຽນ ຕາມ ຕາ ຕະ ລາງ ປະ ເມີນ ຂ້າງ ເທິງ.໙໑

925) ຄູແນະນ�າ:ນັກຮຽນດຸໝັ່ນ ຕ້ອງຕັ້ງໃຈຮຽນ, ຟັງຄູອະທິບາຍບົດຮຽນ, ຫັດອ່ານ, ຫັດຂຽນ, ແກ້ບົດຝຶກຫັດຕາມຄູບອກ, ຊ່ວຍເຫຼືອໝຖາໝບເຂາໃຈບດຮຽນ, ບວົນແຊວເວລາຄູສອນມາໂຮງຮຽນທຸກໆມື້ ແລະ ຟັງຄາສັ່ງສອນຂອງຄູ.ູ ູ່້ ່� ່ົ ້ົ�່�ກິດຈະກ�າເສີມ: ຫຼິ້ນເກມຄວນ ແລະ ບ່ຄວນ ກ່ຽວ ກັບນັກຮຽນດຸໝັ່ນ.�- ຄູແບ່ງກະດານອອກເປັນ 2 ສ່ວນ ແລ້ວບອກ ນັກ ຮຽນວ່າ ດ້ານຂວາແມ່ນສິ່ງທີ່ພວກ ເຮົາຄວນເຮັດ, ດ້ານຊ້າຍ ແມ່ນສິ່ງທີ່ບ່ຄວນເຮັດ. �- ບອກ ນັກ ຮຽນ ຕື່ມ ວ່າ: ຄູ ຈະ ອ່ານ ຂ� ້ຄວາມ ນີ້ ຖ ້າ ພວກ ນ້ອງ ຄິດ ວ່າ ພວກ ເຮົາ ຄວນ ປະ ຕິ ບັດ ແມ່ນ ໃຫ້ ນັກ ຮຽນ ໄປ ຢືນ ຢູ່ ກະ ດານ ເບື້ອງຂວາ, ຖ້ານັກຮຽນວ່າ ບ່ຄວນປະຕິບັດ ແມ່ນໃຫ້ໄປຢືນຢູ່ກະດານເບື້ອງຊ້າຍ.�- ຄູອ່ານຂ້ຄວາມຕາມຮູບພາບ 1-6 ແລ້ວ ໃຫ້ ນັກ ຮຽນ ປະ ຕິບັດ ການ ຢືນ ໃນ ຕ�າ ແໜ່ງ ທີ່ ຖືກ ຕ້ອງ.�- ຕົວ ຢ່າງ: ຮູບພາບທີ 1 ນັກຮຽນບ�່ຕັ້ງໃຈຟັງຄູອະທິບາຍບົດຮຽນ. ພວກຫຼານຈະໄປຢືນຢູ່ເບື້ອງໃດ (ເບື້ອງຊ້າຍ ຂອງກະດານ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ) 3. ເລົ່າປະສົບການ1) ນັກ ຮຽນ ຢືນ ອ້ອມ ກັນ ເປັນ ວົງ ມົນ ດຽວ.2) ຄູ ແນະ ນ�າ ການຫຼິ້ນ ເກມ : ຄູ ເອົາໝາກ ບານ (ຫຼື ໝອນ ລຶບ ກະ ດານ) ນີ້ ໃຫ້ ນັກ ຮຽນ ສົ່ງ ຕ ໄປ ຫາ ໝູ່ ທາງ ຂ້າງ, ຄູ ນັບ � ່1, 2, 3, 4, ຢຸດ! ຖ້າ ໝາກ ບານ ຢຸດ ຢູ່ ນ�າ ໃຜ ແມ່ນ ໃຫ້ ນັກ ຮຽນ ຜູ້ນັ້ນ ເວົ້າ ສິ່ງ ທີ່ ຕົນ ເອງ ໄດ້ ເຮັດ ໃນ ມື້ ນີ້ ທີ່ ສະ ແດງ ເຖິງ ຄວາມ ດຸ ໝັ່ນ ຢູ່ ໃນ ຫ້ອງ ຮຽນ ຫຼື ໃນ ເຮືອນ.3) ຄູເວົ້າໃຫ້ນັກຮຽນຟັງ (ເລົ່າປະສົບການ).- ມື້ ນີ້, ຂ້ອຍ ມາ ໂຮງ ຮຽນ ທັນ ເວ ລາ ແລະ ຂ້ອຍ ຢູ່ ໂຮງ ຮຽນ ໝົດ ມື້.- ມື້ ນີ້ ຂ້ອຍ ເຫັນ ນາງ ນ້ອຍ ຊ່ວຍ ທ້າວ ສອນແກ້ ບົດ ຝຶກ ຫັດ.4) ຄູ ນ�າ ພາ ການຫຼິ້ນ ເກມ: ຄູ ເລີ່ມນັບຊ້າໆ 1, 2, 3, 4, ຢຸດ! ໃຫ້ ນັກ ຮຽນ ຜູ້ ຖື ໝາກບານ ເລົ່າສິ່ງທີ່ຕົນເອງເຮັດ.5) ຄູເລີ່ມນັບຊ້າໆອີກ 3-4 ຄັ້ງ. ນັກ ຮຽນ ສົ່ງ ຕ� ່ໝາກ ບານ ແລະ ຢຸດການຫຼິ້ນເກມ ເມື່ອ ທຸກ ຄົນ ໄດ້ ຕອບ.ກິດ ຈະ ກໍາ ເສີມ: ນັກ ຮຽນ ສາ ມາດ ບອກ ສິ່ງ ທີ່ ພວກ ເຂົາ ເຫັນ ໝູ່ ເພື່ອນ ຫຼື ອ້າຍ ເອື້ອຍ ນ້ອງປະ ຕິ ບັດ ເປັນ ປະ ຈາທີ່ ສະແດງອອກ ເຖິງ �ຄວາມ ດຸ ໝັ່ນ.ສ�າລັບ ນັກ ຮຽນ ຊົນ ເຜົ່າ: ນັກ ຮຽນ ສາ ມາດບອກ ສິ່ງ ທີ່ ເຂົາ ໄດ້ ເຮັດ ດ້ວຍ ການ ສະ ແດງ ທ່ າ ທາງ ປະ ກອບ. ຄູ ສາ ມາດ ໃຊ້ຮູບ ແຕ້ມ ງ່າຍໆ ທີ່ ສະແດງ ເຖິງ ການ ຮຽນ ຢູ່ ໃນ ພາກ ສະ ເໜີ ເບື້ອງ ຕົ້ນ ໃນ ປື້ມ ຄູ່ ມື ຄູນີ້.ຂັ້ນສະຫຼຸບ (5 ນາທີ)1) ຄູ ແນະ ນ�າ ນັກ ຮຽນ ວ່າ: ອາ ທິດນີ້ ພວກ ເຮົາ ຈະ ປະ ຕິ ບັດ ຕາມ ກົດ ລະ ບຽບ ຂອງ ຫ້ອງ ຮຽນ ເພື່ອ ໃຫ້ ນັກ ຮຽນໝົດ ທຸກ ຄົນ ດຸ ໝັ່ນ ແລະ ຫ້າວ ຫັນ ໃນ ການ ຮຽນ. ຕົວຢ່າງລຸ່ມ ນີ ້:2) ຄູ ນ�າ ພາ ນັກ ຮຽນ ປະ ຕິ ບັດ ກິດຈະກ�າດຸ ໝັ່ນ ໃນ ການ ຮຽນ ຕາມ ແຕ່ ລະ ຮູບ.3) ຄູ ບອກ ນັກ ຮຽນ : ໃນ ອາ ທິດນີ້, ຄູ ຈະ ສັງ ເກດ ວ່າ ໃຜ ຈະ ປະ ຕິ ບັດ ຕາມ ລະ ບຽບ ນີ້ ໄດ້ ດີ ເພື່ອ ໃຫ້ ເປັນແບບຢ່າງ ນັ ກຮຽນ ດຸ ໝັ່ນ.ການວັດ ແລະ ປະເມີນຜົນຄູ ສັງ ເກດ ການຕອບ ຄາຖາມ ຂອງນັກຮຽນ �ຖ້ານັກຮຽນບ� ່ເຂົ້າ ໃຈ ວິ ທີ ການ ປະ ຕິ ບັດ ກິດ ຈະ ກາ ຄູ ແນະ ນາ ການຫຼິ້ນ ຕື່ມ. ຄູປະ ເມີນ ແລະ ��ບັນ ທຶກ ຜົນ ການ ຮຽນ ຕາມ ຕາ ຕະ ລາງ ປະ ເມີນ ຂ້າງ ເທິງ.໙໒ສ ວ ສສະຫງວນລິຂະສິດ

93ບົດທີ 12: ຄວາມສັດຊື່ຕໍ່ການຮຽນ ເວລາ 1 ເວລາ 1 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ຮູ້ການກະທ�າທີ່ເຮັດໃຫ້ເປັນນັກຮຽນສັດຊື່ ເຊັ່ນ: ການບອກຄວາມຈິງ, ເຮັດວຽກບ້ານດ້ວຍຕົນເອງ, ບ�່ລັກເອົາ ເຄື່ອງຂອງຜູ້ອື່ນ ແລະ ບ່ເອົາເຄື່ອງໃຫ້ຜູ້ອື່ນເພື່ອໃຫ້ເຂົາເຈົ້າເຮັດວຽກໃຫ້ຕົນ.�2. ຈ�າແນກການປະພຶດທີ່ສັດຊື່ ແລະ ບ່ສັດຊື່ໃນໂຮງຮຽນ.�3. ສາທິດການຂຄວາມຊ່ວຍເຫຼືອຈາກຄູຢ່າງຖືກຕ້ອງ.�II. ການວັດ ແລະ ປະເມີນຜົນ 1. ສັງເກດການຕອບຄາຖາມຂອງນັກຮຽນ ແລະ ການການົດພຶດຕິກາທ່ສັດຊ່ຕ່ການຮຽນໃນກິດຈະກາສົນທະນາຮູບ.���ີື��2. ນ�າໃຊ້ເກນຄະແນນຂ້າງລຸ່ມເພື່ອໃຫ້ຄະແນນ:ຄະແນນບອກການປະພຶດທີ່ສັດຊື່ຕ່ການຮຽນ.�3ຍົກ 3 ຕົວຢ່າງກ່ຽວກັບການປະພຶດທີ່ສັດຊື່ ແລະ ບ່ສັດຊື່ຕ່ການຮຽນ.��2ຍົກ 2 ຕົວຢ່າງກ່ຽວກັບການປະພຶດທີ່ສັດຊື່ ແລະ ບ່ສັດຊື່ຕ່ການຮຽນ.��1ຍົກ 1 ຕົວຢ່າງກ່ຽວກັບການປະພຶດທີ່ສັດຊື່ ແລະ ບ່ສັດຊື່ຕ່ການຮຽນ.��0ບໍ່ໍ່ເວົ້າຫຍັງIII. ເນື້ອໃນຕົ້ນຕໍ1. ນັກຮຽນຈະເວົ້າຄວາມຈິງ (ບ່ຂີ້ຕົວະ), ການທີ່ເວົ້າແຕ່ຄວາມຈິງເຮັດໃຫ້ທຸກຄົນຮັກແພງ ໄວ້ວາງໃຈ ແລະ�, ໄດ້ຮັບການຍອມຮັບຈາກຜູ້ອື່ນ.2. ນັກຮຽນຈະເຄົາລົບສິ່ງຂອງຂອງຜູ້ອື່ນ. ການທີ່ເອົາເຄື່ອງຂອງຄົນອື່ນ ເປັນສິ່ງບ່ຖືກຕ້ອງ, ບ່ມີຄວາມຈິງໃຈ ��ຕ່ຄົນອື່ນ, ເຮັດຫຍັງຫວັງສິ່ງຕອບແທນ, ບ່ມີໃຜຢາກເປັນໝູ່ນ�າ, ບ່ມີຄວາມກ້າວໜ້າໃນການຮຽນ.���3. ເຮັດບົດຝຶກຫັດ ຫຼື ແກ້ວຽກບ້ານດ້ວຍຕົນເອງ. ການກ່າຍວຽກບ້ານນ�າຄົນອື່ນ ຫຼື ໃຫ້ໝູ່ແກ້ວຽກບ້ານໃຫ້ ແມ່ນຄວາມບ່ສັດຊື່. ຄູຈະບ່ຮູ້ວ່ານັກຮຽນໄດ້ຮຽນຮູ້ຫຍັງແດ່. ຖ້ານັກຮຽນບ�່ເຂົ້າໃຈບົດຮຽນ ຫຼື ແກ້ບົດຝຶກຫັດ ��ບ່ໄດ້ ຄວນຂຄວາມຊ່ວຍເຫຼືອຈາກຄູເພື່ອຕອບຄ�າຖາມ.��IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄຸນສົມບັດຊັ້ນປະຖົມສຶກສາ ປີທີ 1.2. ປຶ້ມບົດເລື່ອງສັ້ນການສັດຊື່ (ຖ້າມີ).V. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ລະດົມສະໝອງ1) ຄູບອກນັກຮຽນວ່າ: ມື້້ນີ້, ພວກເຮົາຈະຮຽນກ່ຽວກັບຄວາມສັດຊື່ຕ�່ການຮຽນ.2) ຄູຢ່ງຄວາມຮູ້ຂອງນັກຮຽນ ດ້ວຍການອ່ານຂ້ຄວາມລ່ມນ້ ແລ້ວໃຫ້ນັກຮຽນຕົບມື 1 ຄ້ງ ຖ້າສະແດງເຖິງ ຄວາມສັດຊ ັ�ຸີັື ່໙໓


Like this book? You can publish your book online for free in a few minutes!
Create your own flipbook