Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ສັງຄົມສຶກສາ ປ.4 (Soc_4)

ສັງຄົມສຶກສາ ປ.4 (Soc_4)

Published by ltmd7471, 2023-01-18 09:15:32

Description: ປຶ້ມແບບຮຽນ ວິຊາສັງຄົມສຶກສາ ປ.4

Search

Read the Text Version

ແບບຮຽນ ສັງຄມົ ສຶກສາ ຊ້ນັ ປະຖມົ ສຶກສາປີທີ 4 ຮຽບຮຽງໂດຍ: ຄາໍ ມະນີ ສຸລເິ ດດ ຊ່ເໍ ນງັ່ ຢົງເນງັ່ ຊົງ ເມດັ ​ແກ້ວ ພ​ ົມວົງສ​ າ ລັດດາວັນ ຈດິ ຕະວົງ ກວດແກໂ້ ດຍ: ອ່ອນແກວ້ ນວນນະວງົ ແສງເງນິ ໄວຍາກອນ ຊເໍ່ ນງ່ັ ຢົງເນງ່ັ ຊົງ ພມິ ເຂາົ້ ໜ້າໂດຍ: ລດັ ດາວັນ ຈດິ ຕະວົງ ກະຊວງສກຶ ສາທິການ ແລະ ກລິ າ ສະຖາບນັ ຄນ້ົ ຄວາ້ ວທິ ະຍາສາດການສກຶ ສາ 2022

ຄາໍ ນໍາ ປ້ຶມແບບຮຽນ ວິຊາສງັ ຄົມສກຶ ສາ ຊນ້ັ ປະຖມົ ສກຶ ສາປີທີ 4 ສະບບັ ນໄີ້ ດຮ້ ບັ ການຮຽບ ຮຽງຂ້ນຶ ຕາມຫັກຼ ສດູ ຊ້ັນປະຖົມສກຶ ສາສະບັບປັບປຸງ ປີ 2016 ເພອ່ື ສ່ງົ ເສີມໃຫນ້ ກັ ຮຽນໄດ້ຮຽນ ກ່ຽວກັບຄວາມຮູ້ ແລະ ທັກສະທີ່ສໍາຄນັ ໃນວິຊາສງັ ຄົມສກຶ ສາ. ປຶມ້ ແບບຮຽນເຫັຼມ້ ນີ້ ປະກອບດວ້ ຍບົດເປດີ ຫົວເລ່ືອງ ແລະ ບົດຮຽນ 29 ບົດ ຊ່ງຶ ມີ ເນ້ອື ໃນສາໍ ຄນັ ເຊ່ັນ: ຄວາມຮພູ້ ື້ນຖານກຽ່ ວກັບສັງຄມົ ສຶກສາ, ທອ້ ງຖິນ່ ຂອງຂອ້ ຍ, ພມູ ສາດ ພາກເໜອື , ພມູ ສາດພາກກາງ, ພູມສາດພາກໃຕ,້ ຊາດລາວ ແລະ ອານາຈກັ ລາວລາ້ ນຊາ້ ງ, ມລໍ ະດກົ ວັດທະນະທໍາລາວ ແລະ ເສດຖະກດິ . ເຖງິ ຢາ່ ງໃດກຕໍ າມ, ການຮຽບຮຽງປ້ມຶ ແບບຮຽນເຫຼ້ມັ ນກີ້ ບໍ ປໍ່ າສະຈາກໄດຂ້ ້ຂໍ າດຕກົ ບົກພ່ອງບາງປະການ. ສະນ້ນັ , ຖ້າທາ່ ນພົບເຫັນຈຸດຜິດພາດທາງດ້ານເນອ້ື ໃນ ຫືຼ ຮູບພາບ ກະລນຸ າສ່ົງຄວາມຄິດເຫນັ ຂອງທ່ານມາຍງັ ສະຖາບນັ ຄ້ນົ ຄວ້າວທິ ະຍາສາດການສກຶ ສາ. ຄະນະ ຮບັ ຜິດຊອບໃນການປັບປຸງ ແລະ ຮຽບຮຽງປຶມ້ ແບບຮຽນສະບັບນ້ີ ມຄີ ວາມຍິນດີເປນັ ຢ່າງຍິງ່ ທ່ີ ຈະຮັບເອາົ ຄາໍ ຄິດເຫັນຂອງບັນດາທ່ານເພອື່ ປັບປຸງໃຫມ້ ີຄຸນນະພາບດີຂຶນ້ . ສະຖາບນັ ຄນ້ົ ຄວ້າວິທະຍາສາດການສກຶ ສາ ສວສ ສະຫງວນລິຂະສິດ

ສາລະບານ ບົດເປດິ ຫວົ ເລ່ອື ງ................................................................................................. 1 ພາກທີ I ຄວາມຮພູ້ ືນ້ ຖານກ່ຽວກັບສັງຄົມສກຶ ສາ.................................................... 4 ບດົ ທ1ີ ແຜນຜັງ, ແຜນທ່ີ, ແຜນພູມ ແລະ ປະຕທິ ິນ.............................................. 4 ພາກທີ II ທ້ອງຖິ່ນຂອງຂ້ອຍ............................................................................11 ບດົ ທີ 2 ບ້ານຂອງຂ້ອຍ.................................................................................. 11 ບົດທີ 3 ເມືອງຂອງຂອ້ ຍ.................................................................................15 ບດົ ທີ 4 ແຂວງຂອງຂອ້ ຍ................................................................................ 19 ພາກທີ III ພມູ ສາດພາກເໜອື .............................................................................24 ບົດທີ 5 ທາໍ ມະຊາດພາກເໜືອ......................................................................... 24 ບົດທີ 6 ເສດຖະກດິ ພາກເໜືອ......................................................................... 32 ບົດທີ 7 ສັງຄມົ ແລະ ວດັ ທະນະທາໍ ພາກເໜືອ..................................................... 38 ບດົ ທີ 8 ການທອ່ ງທ່ຽວພາກເໜືອ..................................................................... 44 ພາກທີ IV ພມູ ສາດພາກກາງ..............................................................................49 ບດົ ທີ 9 ທໍາມະຊາດພາກກາງ.......................................................................... 49 ບດົ ທີ 10 ເສດຖະກດິ ພາກກາງ.......................................................................... 55 ບດົ ທີ 11 ສັງຄົມ ແລະ ວັດທະນະທາໍ ພາກກາງ...................................................... 61 ບດົ ທີ 12 ການທ່ອງທຽ່ ວພາກກາງ...................................................................... 66 ພາກທີ V ພມູ ສາດພາກໃຕ.້ ...............................................................................71 ບດົ ທີ 13 ທາໍ ມະຊາດພາກໃຕ້............................................................................71 ບດົ ທີ 14 ເສດຖະກິດພາກໃຕ້............................................................................ 78 ບດົ ທີ 15 ສງັ ຄມົ ແລະ ວັດທະນະທາໍ ພາກໃຕ.້ ...................................................... 83 ບດົ ທີ 16 ການທ່ອງທ່ຽວພາກໃຕ.້ ....................................................................... 88 ພາກ VI ຊາດລາວ ແລະ ອານາຈກັ ລາວລາ້ ນຊ້າງ................................................ 93 ບົດທີ 17 ຊາດລາວ.........................................................................................93 ບດົ ທີ 18 ເມອື ງລາວບູຮານ............................................................................... 96 ບດົ ທີ 19 ການທ້ອນໂຮມແຜ່ນດນິ ລາວລ້ານຊາ້ ງ................................................... 99

ບົດທີ 20 ພະຍາສາມແສນໄທ ແລະ ເຈົ້າໂພທສິ າລະລາດ.................................... 103 ບົດທີ 21 ເຈົາ້ ໄຊຍະເຊດຖາທລິ າດ...................................................................109 ບົດທີ 22 ເຈົ້າສຸລຍິ ະວົງສາ............................................................................. 113 ບົດທີ 23 ອານາຈັກລາວລາ້ ນຊາ້ ງພາຍຫັງຼ ລດັ ຊະການຂອງເຈົ້າສລຸ ຍິ ະວົງສາ..............116 ບົດທີ 24 ເຈາ້ົ ອະນຸວົງ....................................................................................120 ພາກທີ VII ມລໍ ະດົກ-ວັດທະນະທໍາລາວ.............................................................. 124 ບດົ ທີ 25 ມລໍ ະດກົ ທາງວດັ ທະນະທາໍ .................................................................124 ບດົ ທີ 26 ຮ່ອງຮອຍວັດທະນະທາໍ ລາວ...............................................................130 ບົດທີ 27 ເອກະລກັ ທາງວັດທະນະທາໍ ຂອງຊາດລາວ............................................ 135 ພາກທີ VIII ເສດຖະກດິ .....................................................................................139 ບດົ ທີ 28 ສນິ ຄ້າ ແລະ ການບໍລກິ ານ................................................................. 139 ບົດທີ 29 ການຊ-ື້ ຂາຍ................................................................................... 144 ສວສ ສະຫງວນລິຂະສິດ

ບົດເປີດຫົວເລື່ອງ 1 ຄວາມໝາຍ ແລະ ຄວາມສາໍ ຄັນຂອງວິຊາສງັ ຄົມສກຶ ສາ ອາ່ ນເນອື້ ໃນ ແລະ ຕອບຄໍາຖາມ ວິຊາສງັ ຄົມສຶກສາເປັນວຊິ າຄວາມຮທູ້ າງສັງຄມົ ສາດ ແລະ ມະນດຸ ສາດ ທີຮ່ ຽນຮູກ້ ່ຽວ ກັບສັງຄມົ ມະນດຸ ໂດຍສະເພາະແມ່ນການດໍາລົງຊີວິດ, ການພວົ ພນັ ຂອງຄນົ ໃນສງັ ຄມົ ແລະ ເສດຖະກດິ , ການຕງ້ັ ຖນ່ິ ຖານພມູ ລາໍ ເນາົ ຢໃູ່ ນທອ້ ງຖນ່ິ ໃດໜງ່ຶ , ການສບື ທອດວດັ ທະນະທາໍ ອນັ ດີ ງາມຈາກຮນຸ່ ຄົນຕໍ່ຮຸນ່ ຄົນ, ພ້ອມທັງຮຽນຮ້ກູ ານດໍາລງົ ຊວີ ດິ ຮ່ວມກັບສງ່ິ ທີ່ມຊີ ີວດິ ອືນ່ ໆທ່ີຢູ່ອອ້ ມ ຕົວເຮາົ ຊຶງ່ ລວ້ ນແຕມ່ ີການກາໍ ເນີດ, ຂະຫຍາຍຕວົ ແລະ ມກີ ານເພ່ິງພາອາໄສຊງ່ຶ ກັນ ແລະ ກນັ . ວຊິ າສັງຄົມສຶກສາມຄີ ວາມສາໍ ຄນັ ໃນການສງົ່ ເສມີ ໃຫ້ຜຮູ້ ຽນມີຄວາມຮູ້ ແລະ ເຂ້າົ ໃຈ ກຽ່ ວກບັ ລະບບົ ສງັ ຄມົ -ວດັ ທະນະທໍາທແີ່ ຕກຕ່າງກັນ. ຍ້ອນວ່າສັງຄົມມະນດຸ ມລີ ະດບັ ການພດັ ທະນາ, ມກີ ານກາໍ ນດົ ແບບແຜນຄວາມສໍາພັນອນັ ດີງາມຂອງມະນດຸ ໃຫ້ສາມາດຕອບສະໜອງ ຄວາມຕອ້ ງການຂັ້ນພ້ນື ຖານທີ່ດຂີ ້ຶນ. ການຮຽນວຊິ າສງັ ຄົມສກຶ ສາຊ່ວຍໃຫ້ພວກເຮົາຮູ້ການພົວ ພັນລະຫວາ່ ງຄນົ , ວດັ ທະນະທາໍ ແລະ ທໍາມະຊາດ ທມ່ີ ີການປຽ່ ນແປງໄປຕາມກາລະເວລາ. ສະນັນ້ , ເພ່ືອໃຫກ້ ານຮຽນວິຊາສງັ ຄມົ ສກຶ ສາໄດງ້ າ່ ຍຂນ້ຶ ຜູຮ້ ຽນຈາໍ ຕອ້ ງໄດຮ້ ຽນຮູ້ພື້ນຖານທາງ ດ້ານພູມສາດ, ປະຫວດັ ສາດ, ວັດທະນະທໍາ ແລະ ເສດຖະກິດ ຊງ່ຶ ຈະເປນັ ການສົ່ງເສມີ ໃຫ້ ສາມາດຮຽນຮ້ປູ າກດົ ການຕາ່ ງໆ ຕະຫອຼ ດເຖິງວຖິ ີຊວີ ິດຂອງຄນົ ໃນສງັ ຄມົ ແລວ້ ນໍາຄວາມຮູ້ມາ ປັບໃຊ້ໃນຊີວິດປະຈາໍ ວັນໄດ.້ ຄໍາຖາມ: 1. ວິຊາສັງຄມົ ສກຶ ສາມຄີ ວາມໝາຍແນວໃດ? 2. ວຊິ າສັງຄມົ ສຶກສາມີຄວາມສາໍ ຄນັ ແນວໃດ? 2 ຄວາມຮກູ້ ຽ່ ວກັບວຊິ າສງັ ຄມົ ສຶກສາ ອ່ານເນອ້ື ໃນ ແລ້ວສັງລວມເປັນແຜນວາດຊ່ວຍຈື່ ວຊິ າສງັ ຄົມສຶກສາຈະກວມເອົາຄວາມຮກູ້ ່ຽວກັບປະຫວດັ ສາດ, ພູມສາດ, ວັດທະນະ ທໍາຂອງຊາດລາວ ແລະ ເສດຖະກດິ . ໑1

ສວສ ສະຫງວນລິຂະສິດຄວາມຮທູ້ າງດາ້ ນປະຫວດັ ສາດ: ການຮຽນປະຫວດັ ສາດຊວ່ ຍໃຫພ້ ວກເຮາົ ຮບັ ຮູ້ ແລະ ເຂົາ້ ໃຈເຖງິ ປະຫວດັ ຄວາມເປນັ ມາຂອງສັງຄມົ ມະນດຸ , ຊາດ, ບນັ ດາເຜົາ່ ແລະ ປຍູ່ ່າຕາຍາຍ... ໂດຍຜ່ານຂະບວນການອອກແຮງງານ ແລະ ການຕໍ່ສຕູ້ ່າງໆ ຈຶງ່ ສາມາດສາ້ ງສາພດັ ທະນາປະ ເທດຊາດໃຫ້ເປນັ ປກຶ ແຜນ່ ແໜ້ນໜາຈົນເທົ່າທຸກວັນນ.ີ້ ການຮຽນປະຫວດັ ສາດ ແມນ່ ການຮຽນເອາົ ຄວາມຮ້ທູ ີ່ເປນັ ບດົ ຮຽນໃນອະດີດ ເພືອ່ ມານາໍ ໃຊໃ້ ນປດັ ຈບຸ ັນ ແລະ ວາງແຜນໄປສູ່ອະນາຄົດ ຍ້ອນວາ່ ມນັ ໄດຊ້ ວ່ ຍໃຫພ້ ວກເຮົາຮບັ ຮູ້ ແລະ ເຂາ້ົ ໃຈຢ່າງຖືກຕອ້ ງເຖິງປາກົດການ, ເຫດຜນົ ຂອງບນັ ຫາທເີ່ ກີດຂ້ຶນໃນສັງຄົມ ແລະ ສາຍ ພົວພນັ ຊງ່ຶ ກນັ ແລະ ກນັ ລະຫວ່າງປາກົດການເຫາົ່ຼ ນ້ັນ ໂດຍຜາ່ ນຂະບວນການອອກແຮງງານ ແລະ ການຕໍສ່ ້ຕູ າ່ ງໆ. ຈາກນັນ້ , ມນັ ໄດ້ສະໜອງບດົ ຮຽນທ່ີຖອດຖອນໄດ້ ເພອື່ ມາປບັ ປງຸ , ແກໄ້ ຂ ໃນການພດັ ທະນາປະເທດຊາດ ແລະ ຊີວດິ ການເປັນຢໃູ່ ຫ້ນັບມ້ືດຂີ ນ້ຶ . ຄວາມຮູ້ທາງດ້ານພມູ ສາດ: ການຮຽນພູມສາດຊ່ວຍໃຫ້ພວກເຮາົ ຮູ້ ແລະ ເຂົ້າໃຈກຽ່ ວ ກບັ ປາກດົ ການທາງທາໍ ມະຊາດ, ສັງຄມົ ແລະ ເສດຖະກິດຂອງປະເທດລາວ, ເປນັ ການສກຶ ສາ ສາຍພົວພັນຊ່ິງຶ ກນັ ແລະ ກນັ ລະຫວາ່ ງຄນົ ກັບທາໍ ມະຊາດ, ການຈດັ ສນັ ພນ້ື ທ່ີ ແລະ ການເຄ່ືອນ ໄຫວຂອງມະນດຸ ບນົ ພນ້ື ທດ່ີ ັ່ງກ່າວ. ເພິນ່ ນໍາໃຊ້ແຜນທ່,ີ ແຜນວາດ, ຕາຕະລາງ ແລະ ຮບູ ພາບ ຕ່າງໆ ເພື່ອອະທິບາຍປາກົດການຕາ່ ງໆໄດ້ຢ່າງຊັດເຈນ. ການຮຽນວຊິ າພມູ ສາດມຄີ ວາມສາໍ ຄັນຫຼາຍຢາ່ ງທຊີ່ ່ວຍໃຫ້ເຮາົ ຮູເ້ ລືອ່ ງລາວ ແລະ ສະ ຖານທີຕ່ ່າງໆຂອງໂລກ; ຮຮູ້ ັກທາໍ ມະຊາດ, ຮັກຊາດ ແລະ ບາ້ ນເກດີ ເມືອງນອນຂອງຕນົ ເອງ; ເຂາ້ົ ໃຈການພັດທະນາເສດຖະກດິ -ສັງຄົມ ແລະ ການຮ່ວມມືລະຫວ່າງປະເທດຕ່າງໆ. ນອກ ນ້ີ, ຄວາມຮູ້ພື້ນຖານທາງດ້ານພູມສາດ ຍັງຊ່ວຍສງ່ົ ເສີມຄວາມເຂາົ້ ໃຈໃນການຮຽນວິຊາອນື່ ໃຫ້ ຫຼາຍຂນ້ຶ . ຄວາມຮດູ້ າ້ ນວດັ ທະນະທໍາ: ການຮຽນວັດທະນະທາໍ ຊ່ວຍໃຫເ້ ຮົາເຂ້ົາໃຈເຖງິ ຄວາມ ຈະເລີນສວຍງາມຂອງຊາດໃນທກຸ ດາ້ ນເຊນ່ັ : ຂະນົບທາໍ ນຽມ, ຮີດຄອງປະເພນີ, ຄວາມເຊ່ືອຖ,ື ພາສາ, ຕົວໜັງສື ແລະ ສລິ ະປະທກຸ ປະເພດ. ພ້ອມນັນ້ , ຍັງຊວ່ ຍໃຫ້ຜູ້ຮຽນມີຄວາມພມູ ໃຈຕ່ໍວັດ ທະນະທາໍ ຂອງຕນົ , ຮຮູ້ ັກ, ຫວງແຫນ ແລະ ປກົ ປກັ ຮັກສາວດັ ທະນະທໍາຂອງຊາດ. ສປປ ລາວ ມວີ ດັ ທະນະທໍາທີຫ່ ຼາກຫາຼ ຍປະກອບມພີ າສາ, ຮດີ ຄອງປະເພນີ, ການດາໍ ລົງຊວີ ິດ, ການປະກອບອາຊບີ ແລະ ງານບນຸ ປະເພນຕີ ່າງໆທີເ່ ປັນເອກະລັກຂອງຊາດ. ຄວາມຮດູ້ າ້ ນເສດຖະກດິ : ດາ້ ນເສດຖະກດິ ໄດຮ້ ຽນຮກູ້ ຽ່ ວກບັ ເສດຖະກດິ ພນ້ື ຖານທງ່ີ າ່ ຍ ດາຍທ່ເີ ຮົາພົບເຫັນ ແລະ ໄດໝ້ ູນໃຊໃ້ ນຊີວດິ ປະຈໍາວັນເຊັ່ນ: ສິນຄ້າ, ບລໍ ກິ ານ, ການຊື້ ແລະ ການຂາຍ. 2໒

ບົດຝກຶ ຫັດ: ນັກຮຽນແຕ້ມແຜນວາດຊວ່ ຍຈື່ເພ່ອື ສັງລວມເນ້ືອໃນດວ້ ຍຕົນເອງດງັ່ ນີ້: ພມູ ສາດ ວັດທະນະ ທາໍ ວິຊາສງັ ຄົມສຶກສາ ປະຫວັດ ເສດຖະ ສາດ ກິດ ວຊິ າສງັ ຄມົ ສກຶ ສາເປັນວຊິ າຄວາມຮ້ທູ າງສງັ ຄົມສາດ ແລະ ມະນຸດສາດ ທ່ີ ຮຽນຮ້ກູ ່ຽວກບັ ສງັ ຄົມມະນຸດ. ວຊິ າສັງຄົມສຶກສາມີຄວາມສໍາຄັນໃນການສົງ່ ເສມີ ໃຫຜ້ ູຮ້ ຽນມີຄວາມຮູ້ ແລະ ເຂາົ້ ໃຈ ກຽ່ ວກັບລະບບົ ສງັ ຄມົ -ວດັ ທະນະທາໍ ທແ່ີ ຕກຕາ່ ງກນັ . ພາກພູມສາດ: ຊວ່ ຍໃຫ້ເຂົ້າໃຈກ່ຽວກັບທໍາມະຊາດ, ສັງຄມົ ແລະ ເສດຖະກດິ ຂອງປະ ເທດລາວ. ປະຫວັດສາດ: ເຂົາ້ ໃຈເຖງິ ປະຫວັດຄວາມເປັນມາຂອງສງັ ຄົມມະນຸດ. ວດັ ທະນະ ທາໍ : ເຂາ້ົ ໃຈຄວາມຈະເລນີ ສວຍງາມຂອງຊາດທກຸ ດາ້ ນ, ມຄີ ວາມພມູ ໃຈ, ຮກັ , ຫວງແຫນ ແລະ ປກົ ປກັ ຮກັ ສາວດັ ທະນະທາໍ ຂອງຊາດ. ເສດຖະກດິ : ມຄີ ວາມຮພູ້ ນ້ຶ ຖານດາ້ ນເສດຖະກດິ ທງ່ີ າຍ່ ດາຍ. ໓3

ພາກທີ I ຄວາມຮູພ້ ືນ້ ຖານກຽ່ ວກັບສງັ ຄົມສກຶ ສາ ບົດທີ 1 ແຜນຜັງ, ແຜນທ,່ີ ແຜນພມູ ແລະ ປະຕທິ ນິ 1 ແຜນຜັງ ແລະ ແຜນທ່ີ ອາ່ ນເນືອ້ ໃນ, ຕອບຄາໍ ຖາມ ແລະ ຕມ່ື ຂມ້ໍ ູນໃສຮ່ ່າງຂໍ້ຄວາມ 1) ຄວາມໝາຍຂອງແຜນຜັງ ແຜນຜງັ ແມນ່ ຮບູ ແຕມ້ ຂອງສະຖານທໃ່ີ ດໜງ່ຶ ທສ່ີ ະແດງໃຫເ້ ຮາົ ເຫນັ ສະຖານທນ່ີ ນ້ັ ໆ ເທງິ ໜາ້ ພຽງ ໂດຍມີຂອບເຂດທ່ຕີ ງ້ັ ຂອງສະຖານທ່ີນ້ັນໆ. 1 ສັນຍະລັກແຜນຜັງແມ່ນການຈັດວາງເຄື່ອງໝາຍທີ່ມີຮູບຮ່າງແຕກຕ່າງກັນເພ່ືອງ່າຍ ໃນການນໍາໃຊ້ ແລະ ຊອກຫາຈດຸ ເປາ້ົ ໝາຍທີເ່ ຮົາຕອ້ ງການ. 2) ວິທີແຕ້ມແຜນຜັງ ການແຕມ້ ແຜນຜັງໃດໜຶ່ງ ກ່ອນອືນ່ ໃຫສ້ ັງເກດເບງິ່ ຮບູ ຮ່າງຂອງສງ່ິ ນນ້ັ ໆຕາມທີ່ຕອ້ ງ ການ ແລ້ວແທກຂະໜາດຕາ່ ງໆ, ຈາກນນ້ັ , ຈິ່ງແຕມ້ ລງົ ໃສ່ແຜນ່ ເຈຍ້ ໂດຍຫຍໍ້ເຂົ້າຕາມມາດຕາ ສ່ວນທກີ່ າໍ ນົດ. ມາດຕາສວ່ ນ: ແມ່ນອດັ ຕາສ່ວນລະຫວາ່ ງຄວາມຍາວຂອງຮບູ ທຈີ່ ະແຕມ້ ຫານໃຫ້ ຄວາມຍາວຕົວຈິງ. ມາດຕາສ່ວນຊ່ວຍໃຫ້ເຮົາຮໄູ້ ດ້ວ່າ ຂະໜາດໃນຮູບຈະນອ້ ຍກວ່າຕວົ ຈິງ ຫຼາຍເທອື່ , ພຽງແຕສ່ ະແດງໃຫ້ເຮົາເຫັນຄ:ື 1:1.000 ມຄີ ວາມໝາຍວາ່ : 1 ຊງັ ຕແີ ມດັ ໃນຮູບເທາ່ົ ກບັ 1.000 ຊັງຕແີ ມດັ ຕົວຈິງ. ສວສ ສະຫງວນລິຂະສິດ ແຜນຜັງວດັ ສີສະເກດ 4໔

3) ຄວາມໝາຍ ແລະ ຄວາມສາໍ ຄນັ ຂອງແຜນທ່ີ ແຜນທ່ີ ແມນ່ ການຫຍ້ຂໍ ອງພືນ້ ທີໃ່ ດໜ່ຶງຢູ່ເທງິ ໜ້າໂລກ ຕາມມາດຕາສວ່ ນອນັ ແນ່ ນອນ. ການແຕມ້ ແຜນທຂ່ີ ອງພນ້ື ທໃ່ີ ດໜງ່ຶ ສາມາດນາໍ ໃຊຮ້ ບູ ຖາ່ ຍຈາກບອ່ ນສງູ ເພອ່ື ສກຶ ສາທຕ່ີ ງ້ັ ຂອງສະຖານທ່ີຕາ່ ງໆ ແລວ້ ຄດິ ໄລ່ໄລຍະຫາ່ ງນນ້ັ ໃຫ້ຖືກຕາມຕວົ ຈິງ. ຫັງຼ ຈາກນນັ້ ຈງ່ຶ ຫຍ້ໍເຂ້າົ ຕາມມາດຕາສວ່ ນທກີ່ າໍ ນົດໄວ້ ແລະ ໃຊ້ສັນຍະລັກແທນສະຖານທ່ນີ ນ້ັ ໆໃຫ້ເໝາະສົມ. 1 ແຜນທີ່ ປະເທດລາວ 4) ອົງປະກອບຂອງແຜນທີ່ ແຜນທ່ີແຕລ່ ະຊະນິດຈະມີຊ່ື ແລະ ສນັ ຍະລກັ ແຕກຕາ່ ງກນັ ເຖງິ ຢ່າງໃດກຕໍ າມແຜນທີ່ ໕5

ແມ່ນຊບ້ີ ອກໃຫເ້ ຮາົ ຮູ້ຂອບເຂດ, ທ່ີຕງ້ັ , ທດິ ທາງ ແລະ ຂ້ມໍ ນູ ຕນົ້ ຕໍຂອງສະຖານທ່ນີ ້ນັ ໆ. ນອກ ນັນ້ , ສ,ີ ເສ້ັນໃນແຜນທີຍ່ ງັ ເປັນສງ່ິ ທີ່ໃຊແ້ ທນລກັ ສະນະທາງກາຍະພາບທ່ເີ ກດີ ຂຶ້ນຢູ່ໃນໂລກ ແລະ ຍງັ ມສີ ັນຍະລັກຕາ່ ງໆທສ່ີ ໍາຄນັ ເພ່ອື ບ່ງົ ບອກສະຖານທີ່ຕ່າງໆ. 5) ການນໍາໃຊ້ແຜນທີ່ ແຜນທ່ມີ ຫີ າຼ ຍປະເພດແຕ່ລະປະເພດມີຂໍ້ມນູ ແຕກຕ່າງກນັ , ເພືອ່ ຢາກນາໍ ໃຊ້ແຜນທີ່ ໃຫຖ້ ືກຕອ້ ງເຮາົ ຄວນອາ່ ນຊ່ືແຜນທ່ີນນ້ັ ເພອື່ ໃຫຮ້ ວູ້ າ່ ແມ່ນແຜນທ່ີຫຍັງ ແລ້ວຈງ່ຶ ມາສຶກສາເບງິ່ ສນັ ຍະລກັ ໃນແຜນທ່ີ ແລະ ຈ່ງຶ ຊອກຫາເປົາ້ ໝາຍໃນການຄ້ົນຄວ້າຂມ້ໍ ູນ. 1 ຄາໍ ຖາມ: 1. ແຜນຜງັ ແມ່ນຫຍັງ? ຖ້າຢາກສ້າງແຜນຜງັ ຄວນເຮັດແນວໃດ? ສວສ ສະຫງວນລິຂະສິດ 2. ແຜນທີແ່ ມ່ນຫຍງັ ? ມອີ ງົ ປະກອບຫຍງັ ແດ່? ໃຫ້ນກັ ຮຽນສງັ ເກດນອກຫ້ອງຮຽນ ແລະ ຕ່ືມຂຄ້ໍ ວາມໃສ່ຮ່າງລ່ມຸ ນີ້: ໂຮງຮຽນຊ…ື່ …………..............................…… ທິດເໜອື ຕິດກບັ …………………………........... ທດິ ໃຕ້ຕດິ ກບັ ................................................... ທດິ ຕາເວນັ ອອກຕິດກບັ …....................………… ທດິ ຕາເວນັ ຕົກຕດິ ກັບ……...................…........... 2 ແຜນພູມ ແລະ ປະຕທິ ນິ ອ່ານເນື້ອໃນ, ຕອບຄາໍ ຖາມ ແລະ ຕື່ມຂ້ມໍ ູນໃສ່ແຜນພູມ 1) ຄວາມໝາຍຂອງແຜນພູມ ແຜນພູມໝາຍເຖງິ ການສະແດງລາຍລະອຽດຂອງຂມ້ໍ ູນຕ່າງໆ ເພ່ືອໃຫ້ເຂົາ້ ໃຈງາ່ ຍ ຂ້ນຶ ໂດຍການນໍາສະເໜໃີ ນຮບູ ແບບໃດໜຶງ່ . ເຮາົ ສາມາດນາໍ ຂມ້ໍ ນູ ຕາ່ ງໆທຊ່ີ ັບຊ້ອນເຊ່ັນ: ຍອດ ຂາຍສນິ ຄ້າ, ສະຖຕິ ນິ ັກຮຽນ, ລາຍໄດຂ້ ອງປະຊາກອນ… ມາສະແດງໃຫຢ້ ໃູ່ ນຮບູ ຂອງແຜນພມູ ປຽບທຽບຂມ້ໍ ນູ ໄດ.້    2) ຮູບແບບ ແລະ ການນໍາໃຊ້ແຜນພູມ ແຜນພມູ ມີຫຼາຍຮູບແບບເຊັ່ນ: ແບບແທ່ງ, ແບບວງົ ມົນ, ແບບເສ້ນັ ສະແດງ... ຊງຶ່ ມີ ລັກສະນະການໃຊ້ງານແຕກຕ່າງກັນ. ດັງ່ ນ້ັນ, ຜ້ໃູ ຊຈ້ ະຕ້ອງພິຈາລະນາຢາ່ ງລະອຽດວາ່ ແຜນພມູ ແບບໃດເໝາະສມົ ກບັ ຂມ້ໍ ູນໃດ. ແຜນພູມໄດນ້ ໍາໃຊ້ໂດຍທວ່ົ ໄປ ໃນບົດລາຍງານຕາ່ ງໆເພ່ອື ສະແດງໃຫຜ້ ້ອູ ່ານ, ຜູຟ້ ັງ ສາມາດເຂາົ້ ໃຈ ແລະ ຈຂື່ ໍມ້ ນູ ໄດ້ດີ. ນອກນນັ້ , ຍັງເປນັ ທາງເລອື ກທີດ່ ີໃນການສົ່ງຂມ້ໍ ນູ ຕ່າງໆໄດ້ 6໖

ຢ່າງໄວວາ ແລະ ງາ່ ຍກວາ່ ການໃຊ້ຕາຕະລາງ. 1 3) ຄວາມໝາຍ ແລະ ຄວາມສໍາຄັນຂອງປະຕິທິນ  ປະຕທິ ິນ ແມນ່ ລະບົບທີ່ໃຊໃ້ ນການເອີນ້ ຊໄ່ື ລຍະເວລາ ເຊ່ັນ: ວັນ ເປນັ ຕ້ນົ . ມື້ຈະຂນຶ້ ຢູ່ ກບັ ການໝູນປິ່ນຂອງໜ່ວຍໂລກອ້ອມຕວົ ມັນເອງໜຶ່ງຮອບເທົ່າກບັ ໜ່ງຶ ມ້.ື ເຮົາສາມາດສະແດງ ປະຕທິ ນິ ໄດຫ້ າຼ ຍຮູບແບບ ເຊ່ນັ : ແບບຈີກເປັນລາຍວນັ , ແບບແຂວນຝາ, ແບບຕ້ັງໂຕະເປນັ ຕົນ້ . ປະຕທິ ນິ ມີຄວາມສາໍ ຄນັ ຕ່ກໍ ານໃຊໃ້ ນຊວີ ດິ ປະຈາໍ ວັນ ຍ້ອນວາ່ ຄນົ ເຮົາເຮດັ ວຽກພາຍ ໃຕ້ການກາໍ ນດົ ເວລາ, ການຈດົ ບນັ ທກຶ ເຊ່ນັ : ວນັ , ເດືອນ, ປີ ກ່ຽວກັບເລ່ືອງຕາ່ ງໆທ່ີເກດີ ຂ້ນຶ ໃນ ອະດດີ , ປດັ ຈຸບນັ , ຄາດຄະເນອະນາຄດົ ແລະ ການນດັ ໝາຍຕາ່ ງໆ. 4) ວິທີອ່ານປະຕິທິນ ປະຕທິ ນິ ປະກອບມີສນັ ຍະລກັ ຕ່າງໆທ່ີຊ້ີບອກວັນ, ເດອື ນ, ປ,ີ ເດືອນຂຶນ້ , ເດືອນແຮມ ແລະ ວັນສາໍ ຄນັ ປະຈໍາປ.ີ ປະຕິທນິ ມີ 2 ຮູບແບບຄື: ແບບສລຸ ິຍະຄະຕິ ແລະ ຈນັ ທະລະຄະຕິ. 1. ແບບສຸລິຍະຄະຕິ ແມນ່ ວທິ ີການນັບວັນໂດຍຖືເອົາການໂຄຈອນຂອງດວງຕາເວນັ ເປັນຫກັຼ ຊ່ຶງກໍານດົ ປໜີ ່ງຶ ມີ 365 ວນັ ກບັ ເສດ 6 ຊົວ່ ໂມງ, ເມອ່ື ເຖິງ 4 ປີ ລວມໄດ້ 24 ຊົ່ວໂມງ ຈຶ່ງເປນັ ມື້ໜ່ຶງ ແລວ້ ເພ່ມີ ໃຫເ້ ດອື ນທີ 2 ມີ 29 ວນັ ເອີນ້ ເປັນປອີ ະທິກະສລຸ ະທິນ. ເພິ່ນໄດ້ແບງ່ ວນັ ຕາມແບບສລຸ ຍິ ະຄະຕິມີ 7 ວນັ ນັບເປັນ 1 ອາທິດ, ນບັ ແຕວ່ ນັ ຈັນຫາວັນອາທດິ ແລະ ມີ 12 ເດືອນນບັ ແຕ່ ເດອື ນມັງກອນ ຫາເດືອນທນັ ວາ. ສລຸ ຍິ ະຄະຕແິ ມນ່ ປີທ່ີເອີ້ນຕາມຊທື່ າງສາກນົ ມີ 12 ເດືອນ. ເດືອນ ສຸລິຍະຄະຕິ ວັນ ເດືອນ ສຸລິຍະຄະຕິ ວັນ 31 31 1 ມັງກອນ 28-29 7 ກໍລະກົດ 31 2 ກຸມພາ 31 8 ສິງຫາ 30 30 31 3 ມີນາ 9 ກັນຍາ 4 ເມສາ 31 10 ຕຸລາ 30 30 31 5 ພຶດສະພາ 11 ພະຈິກ 6 ມິຖຸນາ 12 ທັນວາ 2. ແບບຈັນທະຄະຕິ ແມນ່ ວິທນີ ັບວນັ ຕາມທາງໂຄຈອນຂອງດວງເດອື ນ ຄ:ື ນບັ ຂ້າງ ຂນຶ້ ແລະ ຂ້າງແຮມ ເຊ່ັນ: ເດືອນຂນຶ້ 1 ຄໍາ່ ຫາ 15 ຄາໍ່ (ເດອື ນເພງັ ) ແລະ ເດອື ນແຮມ 1 ຄ່ໍາ ຫາ15 ຄ່າໍ (ເດືອນດບັ ). ຕາມວທິ ກີ ານນບັ ນ້ີ ປໜີ ່ຶງມີ 364 ວນັ . ດງັ່ ນັນ້ ໃນຮອບຄບົ 4 ປໃີ ດ ຈຶງ່ ຕມື່ ອກີ ເດືອນໜຶງ່ ເອ້ນີ ວາ່ ປອີ ະທິກະມາດ (ແປດສອງເທ່ອື ). ໗7

ຈັນທະລະຄະຕິແມ່ນປທີ ່ີເອນີ້ ຕາມຊເື່ ດອື ນລາວ ມີ 12-13 ເດືອນ ເດືອນ ເດືອນ ອ້າຍ (ຈຽງ) 7 ສອງ (ຍີ່) 8-8 39 4 10 5 11 1 6 12 ສວສ ສະຫງວນລິຂະສິດ ເພິ່ນນໍາໃຊ້ປະຕິທິນເຂົ້າໃນການເຄື່ອນໄຫວຊີວິດປະຈໍາວັນ ເຊັ່ນ: ການວາງແຜນ ວຽກງານໃດໜຶ່ງ, ການຈົດບັນທຶກ, ການນັດໝາຍຕ່າງໆ ເປັນຕົ້ນ. ຄໍາຖາມ: 1. ແຜນພມູ ແມ່ນຫຍັງ? ມີຮບູ ແບບ ແລະ ການນາໍ ໃຊ້ແນວໃດ? 2. ປະຕທິ ິນແມ່ນຫຍັງ? ປະຕິທິນມີຄວາມສໍາຄັນຄືແນວໃດ? 3. ປະຕິທນິ ແບບສລຸ ຍິ ະຄະຕິ ແລະ ຈນັ ທະລະຄະຕຕິ າ່ ງກັນຄືແນວໃດ? ບົດຝຶກຫດັ : 1. ຕ່ມື ຊໃື່ ສ່ສນັ ຍະລກັ ຮາ່ ງແຜນຜງັ 8໘

2. ຕືມ່ ຊື່ສນັ ຍະລກັ ໃສແ່ ຜນທ່ີ ຂຽນຄວາມໝາຍຂອງສັນຍະລັກທີ່ມີຢູ່ໃນແຜນທີ່ 1 3. ຕມ່ື ຂມ້ໍ ນູ ໃສແ່ ຜນພມູ ກຽ່ ວກບັ ຈາໍ ນວນນກັ ຮຽນ ຕົວຢາ່ ງຈາໍ ນວນສະຖິຕນິ ກັ ຮຽນ: ນກັ ຮຽນຫ້ອງ ປ.4 ກ ມນີ ກັ ຮຽນຊາຍ 33 ຄົນ, ນກັ ຮຽນຍິງ 17 ຄົນ ແລະ ນກັ ຮຽນ ຫອ້ ງ ປ.4 ຂ ມີນກັ ຮຽນ ຊາຍ 20 ຄົນ, ນກັ ຮຽນຍິງ 30 ຄົນ. ໙9

ສວສ ສະຫງວນລິຂະສິດ1 4. ອາ່ ນປະຕທິ ນິ ແບບສລຸ ຍິ ະຄະຕິ ແລະ ຈນັ ທະລະຄະຕິ ໃຫ້ນັກຮຽນຈໍາແນກປະຕິທິນແບບສຸລິຍະຄະຕິ ແລະ ຈັນທະລະຄະຕິແລ້ວຕອບຄໍາຖາມ: 1) ອ່ານວັນທີ 1 ໃນປະຕິທິນເປັນແບບສຸລິຍະຄະຕິ 2) ອ່ານວັນທີ 1 ໃນປະຕິທິນເປັນແບບຈັນທະລະຄະຕິ ແຜນຜງັ ແມນ່ ຮບູ ແຕມ້ ຂອງສະຖານທໃ່ີ ດໜງ່ຶ ທສ່ີ ະແດງໃຫເ້ ຮາົ ເຫນັ ສະຖານທ່ີ ນນ້ັ ໆເທິງໜ້າພຽງ ໂດຍມີຂອບເຂດທ່ີຕງ້ັ ຂອງສະຖານທນີ່ ັ້ນໆ. ແຜນທີ່ ແມນ່ ການຫຍຂໍ້ ອງພືນ້ ທ່ໃີ ດໜ່ງຶ ຢ່ເູ ທງິ ໜ້າໂລກ ຕາມມາດຕາສ່ວນອັນແນ່ນອນ. ແຜນທ່ແີ ຕລ່ ະຊະນດິ ຈະມຊີ ່ື ແລະ ສນັ ຍະລັກແຕກຕ່າງກນັ ເຖິງຢ່າງໃດກຕໍ າມແຜນທ່ແີ ມ່ນຊີ້ ບອກໃຫເ້ ຮາົ ຮ້ຂູ ອບເຂດ, ທຕີ່ ້ັງ, ທິດທາງ, ຂມ້ໍ ູນ, ສ,ີ ເສ້ນັ ແລະ ສນັ ຍະລກັ ຕາ່ ງໆ. ແຜນພູມໝາຍເຖງິ ການສະແດງລາຍລະອຽດຂອງຂມໍ້ ູນຕາ່ ງໆ ເພ່ືອໃຫ້ເຂ້າົ ໃຈງາ່ ຍຂຶນ້ ໂດຍການນາໍ ສະເໜີໃນຮູບແບບໃດໜ່ຶງ. ແຜນພມູ ມຫີ າຼ ຍຮູບແບບເຊນັ່ : ແບບແທງ່ , ແບບວງົ ມົນ, ແບບເສນ້ັ ສະແດງ... ປະຕິທິນ ແມນ່ ລະບບົ ທ່ີໃຊ້ໃນການເອນີ້ ຊຊື່ ່ວງໄລຍະເວລາເຊ່ນັ : ວັນ ເປນັ ຕນົ້ . 10 ໑໐

ພາກທີ II ທ້ອງຖິ່ນຂອງຂ້ອຍ ບົດທີ 2 ບ້ານຂອງຂ້ອຍ 1 ຄວາມໝາຍຂອງບ້ານ ອ່ານເນື້ອໃນ ແລະ ຕອບຄໍາຖາມ 2 ບ້ານຂອງຂ້ອຍ ບາ້ ນແມນ່ ເຂດການປກົ ຄອງທ້ອງຖນິ່ ຂ້ນັ ຮາກຖານທ່ີຂນ້ຶ ກັບເມືອງ ຫຼື ເທດສະບານ. ບາ້ ນໜຶງ່ ປະກອບດວ້ ຍຫາຼ ຍຫຼັງຄາເຮືອນ, ມຫີ າຼ ຍຄອບຄົວອາໄສຢຮູ່ ວ່ ມກນັ ແລະ ມເີ ຂດບ້ານ ແດນດນິ ທີ່ລັດມອບສດິ ໃຫ້ປົກປກັ ຮກັ ສານາໍ ໃຊ້ເພື່ອພດັ ທະນາ. ຄໍາຖາມ: ບ້ານມີຄວາມໝາຍຄືແນວໃດ? ໑໑ 11

ສວສ ສະຫງວນລິຂະສິດ2 ທີ່ຕ້ງັ ຂອງບ້ານ ອ່ານເນອ້ື ໃນ ແລະ ເຮັດບດົ ຝຶກຫັດ 2 ທີ່ຕັ້ງຂອງບ້ານ ທີ່ຕັ້ງຂອງບ້ານແມ່ນມີຄວາມແຕກຕ່າງກັນຂຶ້ນກັບຫຼາຍປັດໄຈເພື່ອສະດວກແກ່ການ ປົກຄອງ. ໃນບ້ານໜຶ່ງປະກອບດ້ວຍທີ່ຕັ້ງ, ເນື້ອທີ່, ຂອບເຂດ, ຊາຍແດນທີ່ແນ່ນອນ ແລະ ປະ ຊາກອນ. ຕົວຢາ່ ງ: ບາ້ ນສເີ ມອື ງຕັ້ງຢູ່ໃຈກາງເມືອງຂອງນະຄອນຫຼວງວຽງຈັນ, ມເີ ນື້ອທີ່ 70.502 ຕາແມັດ, ຂຶ້ນກັບເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ທິດເໜືອຕິດກັບບ້ານເກົ້າຍອດ, ທິດໃຕ້ຕິດກັບບ້ານພະໂພ, ທິດຕາເວັນອອກຕິດກັບບ້ານໜອງຈັນ, ທິດຕາເວັນຕົກຕິດກັບ ບ້ານເພຍວັດ. ບ້ານສີເມືອງມີປະຊາກອນທງໝົດ 1.365 ຄົນ (ປີ 2021), ຍິງ 710 ຄົນ, ມີ 209 ຫຼັງຄາເຮືອນ, ມີ 234 ຄອບຄົວ. ບດົ ຝຶກຫັດ: 1) ໃຫນ້ ກັ ຮຽນຕມ່ື ຂມ້ໍ ນູ ໃສຮ່ າ່ ງຂຄ້ໍ ວາມລມຸ່ ນ:້ີ ທ່ີຕງັ້ ຂອງໂຮງຮຽນ………………………….....… 12 ໑໒

ມີຊາຍແດນທິດເໜືອຕິດກັບ……………………… ທດິ ໃຕຕ້ ິດກບັ …………………………...........… ທດິ ຕາເວນັ ອອກຕດິ ກບັ ……………………..…… ທດິ ຕາເວນັ ຕກົ ຕດິ ກບັ ……………………….…… 3 ປະຫວດັ ຄວາມເປນັ ມາ ແລະ ວດັ ທະນະທາໍ ຂອງບາ້ ນ ອ່ານເນ້ືອໃນ ແລະ ເຮັດບດົ ຝຶກຫັດ 2 ບ້ານ ຫືຼ ຊືບ່ ້ານຈະມປີ ະຫວດັ ຄວາມເປັນມາແຕກຕ່າງກນັ ໂດຍອີງໃສ່ສະພາບທາງ ດ້ານພມູ ສາດ, ປະຫວັດສາດ ແລະ ວັດທະນະທໍາ ຈງ່ຶ ເຮດັ ໃຫ້ມກີ ານໃສຊ່ ືບ່ າ້ ນແຕກຕ່າງກນັ . ຕວົ ຢາ່ ງ: ບາ້ ນສະພງັ ເມກິ ເປນັ ບ້ານທີ່ເກ່າົ ແກບ່ າ້ ນໜຶ່ງໃນເຂດເມືອງໄຊທານີ. ຕາມ ການບອກເລົາ່ ຂອງຜູ້ອາວໂຸ ສພາຍໃນບາ້ ນສະພງັ ເມກິ ໃຫຮ້ ວູ້ າ່ : ຊາວບາ້ ນສະພງັ ເມິກມີເຄ້ົາມາ ຈາກຊາວເມອື ງພວນອຊ້ໍ ຽງຂວາງທ່ແີ ຕກເສິກຫ້ໍ ແລ້ວໄດ້ພາກນັ ຍາ້ ຍມາຢູ່ເຂດໂພນໂຮງແຂວງ ວຽງຈນັ . ຕ່ໍມາໄລຍະໜງຶ່ ໄດ້ຍາ້ ຍຈາກແຂວງວຽງຈັນລງົ ມານະຄອນຫວຼ ງວຽງຈັນ ແລະ ໄດ້ມາ ພບົ ພ້ໍສະຖານທ່ີທີມ່ ີໜອງນ້ໍາ, ວັງປາ ເໝາະສມົ ສໍາລັບຊາວໄຮ່ຊາວນາ. ພຕໍ່ ູ້ໃຫຍ່ ຫືຼ ຊຽງພົມ ໄດຕ້ ັດສນິ ໃຈສ້າງເປັນບ້ານຂນຶ້ ໃນປີ 1890, ພຕ່ໍ ູ້ໃຫຍ່ ແລະ ຕູ້ຈ້ໍາ ຈ່ງຶ ຕັ້ງຊ່ຕື າມໜອງສະພງັ ມຶກ ເອນ້ີ ວາ່ ບ້ານສະພງັ ມຶກ ແຕ່ພາຍລນຸ ມາຊື່ຖືກພຽ້ ນໄປເປັນສະພັງເມິກ. ໃນເບອື້ ງຕນົ້ ມພີ ຽງ 5 ຄອບຄົວທມີ່ າຕ້ງັ ຖິນ່ ຖານຢ່ບູ ້ານສະພັງເມິກ. ປີ 1950 ເປນັ ຕນ້ົ ມາການປກົ ຄອງຈງ່ຶ ເປນັ ຮູບເປນັ ຮ່າງ. ພາຍຫຼງັ ປະເທດຊາດໄດ້ຮບັ ການປົດປອ່ ຍ ປີ 1975 ບາ້ ນສະພັງເມິກຈຶງ່ ມີການພດັ ທະນາ ຕາມແນວທາງນະໂຍບາຍໃໝ່ຂອງພັກ. ວັດທະນະທໍາຂອງບ້ານ ແມ່ນຂະນົບທາໍ ນຽມອັນດງີ າມຂອງປະຊາຊົນໄດ້ຍຶດຖືປະຕິ ບັດໄປຄຽງຄູ່ກບັ ການພັດທະນາປະເທດຊາດໃນແຕ່ລະຍຸກສະໄໝ. ມີຮີດຄອງປະເພນີທບ່ີ ັນພະ ບູລດຸ ໄດ້ປະຕບິ ັດສືບທອດກັນມາແຕ່ບູຮານ ແລະ ຍັງມີມູນເຊື້ອອນັ ດີງາມທສີ່ ່ອງແສງໃຫ້ເຫນັ ເຖງິ ການດໍາລົງຊີວິດຂອງປະຊາຊົນລາວໃນແຕລ່ ະຍຸກ, ແຕລ່ ະສະໄໝ. ນອກນນ້ັ , ປະຊາຊນົ ພາຍໃນບາ້ ນຍງັ ມວີ ັດທະນະທາໍ ທເີ່ ປັນເອກະລັກສະເພາະຊິຶງ່ ໄດປ້ ະຕບິ ດັ ໃນແຕ່ລະປີ. ບົດຝຶກຫດັ : 1) ໃຫນ້ ກັ ຮຽນຕມ່ື ຂມ້ໍ ນູ ຕາມຮາ່ ງລມຸ່ ນ:້ີ ຊ່ບື າ້ ນ........... 1. ທຕ່ີ ງ້ັ ບາ້ ນຕ້ງັ ຢູ່…………………................…............. ໑໓ 13

ສວສ ສະຫງວນລິຂະສິດມຊີ າຍແດນທດິ ເໜືອຕິດກັບ……................…..…. ທິດໃຕຕ້ ດິ ກບັ …….……….............................…. ທດິ ຕາເວນັ ອອກຕິດກັບ………..............………… ທິດຕາເວັນຕກົ ຕິດກບັ ……………...................… 2. ປະຫວດັ ຄວາມເປນັ ມາ ................................................................................................................................ ...................................................................................................................................... ...................................................................................................................................... 2 3. ບຸນປະເພນີຂອງບາ້ ນ - ຊື່່�ບຸນຸ ປະເພນີີແມ່ນ່ ຫຍັງັ ? - ຈັັດຂຶ້້�ນເວລາໃດ? - ມີີກິິດຈະກໍໍາຫຍັັງແດ່?່ ບາ້ ນແມນ່ ເຂດການປກົ ຄອງທອ້ ງຖນ່ິ ຂນ້ັ ຮາກຖານທຂ່ີ ນ້ຶ ກບັ ເມອື ງ ຫືຼ ເທດສະບານ. ທ່ີຕັ້ງຂອງບ້ານແມ່ນມີຄວາມແຕກຕ່າງກັນຂຶ້ນກັບຫຼາຍປັດໄຈເພື່ອສະດວກແກ່ການ ປົກຄອງ. ໃນບາ້ ນໜຶ່ງປະກອບດ້ວຍທຕີ່ ງ້ັ , ເນອື້ ທ່,ີ ຂອບເຂດ, ຊາຍແດນທ່ີແນ່ນອນ ແລະ ປະຊາກອນ. ບາ້ ນ ຫືຼ ຊບ່ື າ້ ນຈະມີປະຫວັດຄວາມເປັນມາແຕກຕ່າງກັນໂດຍອງີ ໃສ່ສະພາບທາງດ້ານ ພມູ ສາດ, ປະຫວັດສາດ ແລະ ວັດທະນະທໍາ ຈ່ງຶ ເຮດັ ໃຫມ້ ກີ ານໃສ່ຊ່ືບາ້ ນແຕກຕ່າງກັນ. 14 ໑໔

ບດົ ທີ 3 ເມອຶື ງຂອງຂອ້ ຍ 1 ຄວາມໝາຍຂອງເມືອງ 3 ອ່ານເນື້ອໃນ ແລະ ຕອບຄາໍ ຖາມ ເມອື ງແມ່ນເຂດການປົກຄອງທ້ອງຖິ່ນ, ກວມເອາົ ທັງພືນ້ ທີຕ່ ົວເມືອງ ແລະ ຊົນນະບດົ ຊ່ຶງປະກອບດ້ວຍຫຼາຍບ້ານ. ຕວົ ເມອື ງໝາຍເຖິງບລໍ ເິ ວນພນ້ື ທີ່ ທມ່ີ ີປະຊາກອນໄດຕ້ ້ັງຖິ່ນຖານພມູ ລາໍ ເນາົ ຢູ່ຮວ່ ມ ກນັ ຢ່າງໜາແໜ້ນ, ເປນັ ສູນກາງດ້ານການຄ້າ, ການຜະລດິ ອຸດສາຫະກາໍ , ດ້ານການທະຫານ, ດ້ານການເມືອງ-ການປົກຄອງ ຊງຶ່ ປະຊາກອນສ່ວນໃຫຍປ່ ະກອບອາຊບີ ກ່ຽວກັບອຸດສາຫະກໍາ, ຫດັ ຖະກໍາ, ການຄ້າຂາຍ, ການບໍລກິ ານ ແລະ ການທ່ອງທ່ຽວ. ຕົວເມືອງຊາໍ ເໜອື ແຂວງຫວົ ພນັ ຄໍາຖາມ: ເມືອງແມນ່ ຫຍັງ? 2 ທ່ີຕງັ້ ຂອງເມອື ງ ອ່ານເນອ້ື ໃນ ແລະ ຕື່ມຂໍມ້ ູນໃສ່ຮາ່ ງຂ້ມໍ ນູ ທຕ່ີ ງ້ັ ຂອງເມອື ງແ​ ມນ່ ມ​ ​ຄີ ວາມແ​ ຕກຕ​ າ່ ງ​ກນັ ​ຊງ່ຶ ຂນ້ຶ ​ກບັ ​ຫາຼ ຍປ​ ດັ ໄ​ ຈ ເຊນ່ັ : ທຕ່ີ ງ້ັ ພມູ ສາດ, ໑໕ 15

ປະຫວດັ ຄວາມເປນັ ມາທເ່ີ ໝາະສມົ ໃນການປກົ ຄອງ. ເມອື ງໜງ່ຶ ປະກອບດວ້ ຍທຕ່ີ ງ້ັ , ເນອ້ື ທ,່ີ ຂອບ ເຂດ ແລະ ຊາຍແດນທ່ແີ ນ່ນອນ. ຕົວຢາ່ ງ: ເມືອງຫາດຊາຍຟອງ ຕັ້ງຢທູ່ ິດຕາເວນັ ອອກສ່ຽງໃຕຂ້ ອງນະຄອນຫຼວງວຽງ ຈນັ ນອນໃນທ່ງົ ພຽງວຽງຈັນ, ລັກສະນະສ່ວນໃຫຍ່ເປນັ ທງົ່ ພຽງ, ທາງທດິ ໃຕ້ມລີ ັກສະນະຄອ້ ຍ ຕ່ໍາລງົ ຫາແມ່ນ້ໍາຂອງ, ສ່ວນທດິ ເໜືອ ແລະ ທິດຕາເວນັ ອອກແມ່ນຂ້ອນຂ້າງມີລັກສະນະເປນັ ຫບຸຼ ໂນນ, ເຂດພືນ້ ທີ່ທຕ່ີ ິດແມ່ນໍ້າຂອງມີໜອງນໍ້າແຈກຢາຍຢູ່ທົ່ວໄປ. ເມືອງຫາດຊາຍຟອງ ມຊີ າຍແດນແຕລ່ ະທິດດັງ່ ນີ:້ 3 - ທດິ ເໜືອຕດິ ກບັ ເມືອງໄຊທານີ ແລະ ເມອື ງໄຊເຊດຖາ. - ທດິ ໃຕຕ້ ິດກບັ ແມນ່ າ້ໍ ຂອງ (50 ກິໂລແມັດ) ຊ່ຶງເປັນຊາຍແດນຂັ້ນລະຫວາ່ ງ ສວສ ສະຫງວນລິຂະສິດ ປະເທດລາວກບັ ປະເທດໄທ. - ທິດຕາເວນັ ອອກຕິດກັບເມືອງປາກງ່ມື . - ທດິ ຕາເວັນຕົກຕດິ ກັບເມອື ງສສີ ັດຕະນາກ. ແຜນທີ່ເມືອງຫາດຊາຍຟອງ ໑໖ ນກັ ຮຽນຕື່ມຂມໍ້ ນູ ໃສ່ຮາ່ ງຂ້ຄໍ ວາມລຸ່ມນ:ີ້ ເມອື ງທ່ເີ ຮົາອາໄສຢ່ປູ ດັ ຈຸບນັ ຊ…ື່ ………………..... ຕ້ງັ ຢແູ່ ຂວງໃດ? ………………........................... ທິດເໜອື ຕິດກັບ….........................................…. 16

ທດິ ໃຕ້ຕິດກັບ.......……............................…..…. ທດິ ຕາເວັນອອກຕິດກັບ….................................... ທິດຕາເວນັ ຕົກຕດິ ກັບ………............................... 3 ປ​ ະຫວັດຄວາມເປັນມາ ແລະ ວດັ ທະນະທໍາຂອງເມອື ງ 3 ຂຽນບົດລາຍງານກຽ່ ວກບັ ປະຫວັດຄວາມເປນັ ມາ ແລະ ວດັ ທະນະທາໍ ຂອງຕນົ ເອງ ເມືອງຈະມີປະຫວັດຄວາມເປັນມາແຕກຕ່າງກັນໂດຍອີງໃສ່ສະພາບທາງດ້ານພູມ ສາດ, ປະຫວັດສາດ ແລະ ການພັດທະນາເສດຖະກິດ-ສັງຄົມ ຈຶ່ງເຮັດໃຫ້ມີການໃສ່ຊື່ເມືອງ ແຕກຕ່າງກັນ. ຕວົ ຢາ່ ງ: ເມືອງຫາດຊາຍຟອງໃນເມື່ອກອ່ ນມຊີ ່ືເດີມວາ່ : ເມືອງຊາຍຟອງ ໂດຍມີ 5 ຕາແສງທຂີ່ ຶ້ນກບັ ເມອື ງນຄ້ີ ື: ຕາແສງບໍ່ໂອ, ຕາແສງໂພສ,ີ ຕາແສງບ້ານຫ້ອມ, ຕາແສງສຖີ ານໃຕ້ ແລະ ຕາແສງສາລາຄໍາ ຊຶ່ງຜເູ້ ປນັ ເຈ້ົາເມອື ງໃນໄລຍະນັນ້ ແມ່ນທ່ານ ອ່ນຸ ສີສດັ ຕະນະກຸນ ຕໍມ່ າ ໃນປີ ຄສ 1975 ໄດ້ລວມເອົາເມືອງອທຸ ຸມພອນທີ່ມີ 6 ຕາແສງຄື: ຕາແສງທາ່ ມ່ວງ, ຕາແສງທາ່ ເດືອ່ , ຕາແສງທ່າພະ, ຕາແສງສິມມະໂນ, ຕາແສງດງົ ກະລມຶ , ຕາແສງບາ້ ນໂດນເຂາ້ົ ນໍາ ແລວ້ ໄດປ້ ຽ່ ນຊ່ຈື າກເມອື ງຊາຍຟອງມາເປນັ ເມືອງຫາດຊາຍຟອງຈົນມາເຖິງປັດຈຸບນັ ນ້.ີ ປີ ຄສ 1994 ຈງ່ຶ ໄດມ້ ອບຕາແສງດງົ ກະລຶມ ແລະ ຕາແສງບ້ານໂດນໃຫ້ຂນ້ຶ ກັບເມອື ງປາກງ່ມື . ປະຊາຊົນມມີ ູນເຊອື້ ວັດທະນະທໍາອນັ ດີງາມ, ສ່ວນຫຼາຍແມນ່ ນັບຖສື າສະໜາພຸດ, ມີ ວັດເປນັ ບອ່ ນເພງ່ິ ທາງດ້ານຈດິ ໃຈ; ມເ​ີ ອກະລັກທ​ າງດ້ານວດັ ທະນະທໍາທ່ເີ ດນັ່ ແລະ ສະຖານທ່ີ ທອ່ ງທຽ່ ວຫາຼ ຍແຫງ່ ເຊນ່ັ : ວັດຊຽງຄວນ, ສວນວັດທະນະທໍາ, ວດັ ທົ່ງທາດເປນັ ຕ້ນົ . ​ ວັດຊຽງຄວນ 17 ໑໗

ໃຫ້ນັກຮຽນຂຽນບດົ ລາຍງານກ່ຽວກບັ ທຕ່ີ ງັ້ , ຄວາມເປັນມາ, ວັດທະນະທາໍ ຂອງເມອື ງ ຕນົ ເອງຕາມຮ່າງລ່ມຸ ນ້:ີ ຊເ່ື ມືອງ.............................................................. 1. ທຕີ່ ້ັງຂອງເມອື ງ.............................................. ທດິ ເໜອື ຕດິ ກັບ………...................................…. ທດິ ໃຕ້ຕດິ ກບັ …….………..............................…. ທິດຕາເວັນອອກຕດິ ກບັ …………...................…… 3 ທິດຕາເວັນຕກົ ຕດິ ກບັ ………...............……......… 2. ປະຫວັດຄວາມເປັນມາຂອງເມອື ງ ສວສ ສະຫງວນລິຂະສິດ ................................................................................................................................ ...................................................................................................................................... ...................................................................................................................................... 3. ບນຸ ປະເພນຂີ ອງເມືອງ - ມີີບຸນຸ ປະເພນີີໃດແດ່?່ - ຈັັດຂຶ້້�ນເວລາໃດ? - ມີກີ ິດິ ຈະກໍໍາຫຍັງັ ແດ່່? ເມອື ງແມນ່ ເຂດການປກົ ຄອງທ້ອງຖນິ່ , ກວມເອາົ ທງັ ພນື້ ທຕ່ີ ວົ ເມືອງ ແລະ ຊນົ ນະບດົ ຊຶງ່ ປະກອບດວ້ ຍຫຼາຍບ້ານ. ທຕ່ີ ງ້ັ ຂອງເມອື ງ​ແມນ່ ​ມ​ຄີ ວາມ​ແຕກຕ​ າ່ ງ​ກນັ ຊ​ ງ່ຶ ຂນ້ຶ ​ກບັ ​ຫາຼ ຍ​ປດັ ​ໄຈ ເຊນ່ັ : ທຕ່ີ ງ້ັ ພມູ ສາດ, ປະຫວດັ ຄວາມເປນັ ມາທີເ່ ໝາະສມົ ໃນການປົກຄອງ. ເມືອງໜງຶ່ ປະກອບດ້ວຍທຕີ່ ້ັງ, ເນອື້ ທີ່, ຂອບເຂດ ແລະ ຊາຍແດນທີແ່ ນນ່ ອນ. ເມືອງຈະມີປະຫວັດຄວາມເປັນມາແຕກຕ່າງກັນໂດຍອີງໃສ່ສະພາບທາງດ້ານພູມ ສາດ, ປະຫວດັ ສາດ ແລະ ການພັດທະນາເສດຖະກິດ-ສງັ ຄົມ ຈ່ງຶ ເຮດັ ໃຫ້ມກີ ານໃສ່ຊ່ືເມອື ງ ແຕກຕ່າງກັນ. 18 ໑໘

ບົດທີ 4 ແຂວງຂອງຂ້ອຍ 1 ຄວາມໝາຍຂອງແຂວງ ແລະ ນະຄອນຫວຼ ງ ອາ່ ນເນືອ້ ໃນ ແລະ ຕອບຄໍາຖາມ 4 ແຂວງແມນ່ ເຂດການປກົ ຄອງທອ້ ງຖນ່ິ ທປ່ີ ະກອບດວ້ ຍຫາຼ ຍເມອື ງ, ເທດສະບານ, ນະ ຄອນ. ອງົ ການປົກຄອງແຂວງແມ່ນອົງການບໍລິຫານລດັ ຂ້ນັ ແຂວງ ຊຶງ່ ມພີ າລະບົດບາດຄຸ້ມຄອງ ບໍລຫິ ານລັດທາງດາ້ ນການເມອື ງ, ການປົກຄອງ, ເສດຖະກິດ, ວດັ ທະນະທໍາ-ສັງຄົມ, ການ ປ້ອງກນັ ຊາດ-ປ້ອງກນັ ຄວາມສະຫງົບ ແລະ ວຽກງານການຕ່າງປະເທດ, ສ້າງ ແລະ ນາໍ ໃຊ້ ຊັບພະຍາກອນມະນດຸ , ປົກປັກຮກັ ສາ ແລະ ນາໍ ໃຊຊ້ ບັ ພະຍາກອນທາໍ ມະຊາດ, ສງິ່ ແວດລອ້ ມ ແລະ ຊັບພະຍາກອນອ່ືນໆໃນທອ້ ງຖິນ່ , ຊ້ນີ ໍາ, ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດ ການພັດທະນາເມືອງ, ເທດສະບານ, ນະຄອນໃນຂອບເຂດການຄມຸ້ ຄອງຂອງຕົນ, ປະຕິບັດມະ ຕິກອງປະຊຸມສະພາປະຊາຊນົ ຂ້ັນແຂວງ. ນະຄອນຫຼວງແມ່ນເມືອງເອກຂອງປະເທດຊ່ຶງເປັນຕົວເມືອງໃຫຍ່ທ່ີມີປະຊາກອນ ເຂາົ້ ມາອາໄສຢ່ໜູ າແໜນ້ ທງັ ເປັນສນູ ກາງບໍລຫິ ານ, ການເມອື ງ-ການປົກຄອງ, ເສດຖະກິດ, ສັງຄົມ-ວັດທະນະທາໍ ແລະ ການບໍລກິ ານຕາ່ ງໆທມີ່ ີບດົ ບາດຊກຸ ຍູ້ການພດັ ທະນາທຸກດາ້ ນຂອງ ຊາດ. ພ້ອມກັນນີຍ້ ງັ ເປັນທ່ຕີ ັ້ງຂອງອງົ ການ ແລະ ສໍານັກງານສາກນົ ຕ່າງໆ. ນະຄອນຫຼວງມີ ພາລະບດົ ບາດໃນການບໍລຫິ ານຄາ້ ຍຄກື ັບແຂວງ. ສໍານກັ ງານປົກຄອງນະຄອນຫວຼ ງວຽງຈັນ 19 ຄາໍ ຖາມ: ແຂວງ, ນະຄອນຫຼວງ ມີຄວາມໝາຍແນວໃດ? ໑໙

ສວສ ສະຫງວນລິຂະສິດ2 ທຕ່ີ ້ັງຂອງແຂວງ ອ່ານເນື້ອໃນ ແລະ ເຮັດບດົ ຝກຶ ຫັດ ທຕີ່ ້ັງຂອງແຂວງແມນ່ ມຄີ ວາມແຕກຕາ່ ງກັນ ຊງ່ຶ ຂ້ຶນກບັ ຫາຼ ຍປັດໄຈເຊນ່ັ : ທ່ຕີ ັງ້ ພມູ ສາດ, ປະຫວັດຄວາມເປັນມາ, ການພັດທະນາເສດຖະກດິ , ສງັ ຄມົ ແລະ ວັດທະນະທໍາ. ແຕລ່ ະ ແຂວງປະກອບດວ້ ຍທ່ີຕ້ັງ, ເນື້ອທ,່ີ ຂອບເຂດ ແລະ ຊາຍແດນທ່ແີ ນ່ນອນ. 4 ແຜນທນີ່ ະຄອນຫວຼ ງວຽງຈັນ ຕົວຢາ່ ງ: ນະຄອນຫຼວງວຽງຈັນແມນ່ ເມອື ງເອກຂອງ ສປປ ລາວ, ຕງ້ັ ຢູ່ພາກກາງຂອງ ປະເທດ, ມເີ ນື້ອທີ່ແຄບ ຖາ້ ທຽບໃສແ່ ຂວງອນື່ ແຕ່ປະກອບດວ້ ຍ 9 ຕົວເມອື ງ. ນະຄອນຫວຼ ງມີ 20 ໒໐

ຂອບເຂດຊາຍແດນຕດິ ກັບປະເທດໃກ້ຄຽງ ແລະ ແຂວງອ່ນື ໆດັ່ງລມຸ່ ນ:ີ້ 4 ທດິ ເໜືອຕດິ ກັບແຂວງວຽງຈັນ. ທິດໃຕຕ້ ິດກບັ ປະເທດໄທ. ທິດຕາເວນັ ອອກຕິດກັບແຂວງບໍລິຄາໍ ໄຊ. ທດິ ຕາເວັນຕົກຕິດກັບແຂວງວຽງຈັນ ແລະ ປະເທດໄທ. ບດົ ຝກຶ ຫັດ: ໃຫນ້ ກັ ຮຽນຕ່ືມຂ້ໍມນູ ໃສ່ ຮາ່ ງຂໍຄ້ ວາມລມຸ່ ນ:້ີ ແຂວງທ່ີພວກເຮາົ ຢູປ່ ະຈບຸ ັນຊື່………………......… ຕງ້ັ ຢູ່ພາກ…………...............................……..... ທດິ ເໜອື ຕດິ ກບັ ………..................................… ທິດໃຕຕ້ ິດກບັ …………...................................... ທິດຕາເວັນອອກຕິດກັບ….................................... ທດິ ຕາເວັນຕົກຕດິ ກັບ………............................... 3 ປະຫວດັ ຄວາມເປັນມາ ແລະ ວັດທະນະທາໍ ຂອງແຂວງ ອ່ານເນອ້ື ໃນ ແລະ ເຮັດບົດຝກຶ ຫັດ ບັນດາແຂວງຕ່າງໆຈະມີປະຫວັດຄວາມເປັນມາແຕກຕ່າງກັນໂດຍອີງໃສ່ສະພາບ ທາງດ້ານພູມສາດ, ປະຫວັດສາດ ແລະ ການພັດທະນາເສດຖະກິດ-ສັງຄົມ. ຕວົ ຢາ່ ງ: ນະຄອນຫວຼ ງວຽງຈນັ ໃນປະຫວດັ ສາດເມອື ງວຽງຈນັ ແມນ່ ເມອື ງເກາ່ົ ແກແ່ ຫງ່ ໜຶງ່ ຊຶງ່ິ ມີການຕດິ ພັນກັບປະຫວດັ ການຂະຫຍາຍຕົວອັນຍາວນານຂອງຊາດລາວ. ປະຫວັດ ຂອງເມືອງນເີ້ ລມ່ີ ຕນ້ົ ປາກົດອອກຢ່າງຈະແຈ້ງນບັ ແຕ່ປີ 1560 ເປນັ ຕ້ົນມາ ຊ່ຶິງແມນ່ ປີທ່ເີ ຈ້າົ ໄຊ ຍະເຊດຖາທລິ າດໄດ້ປບັ ປຸງ ແລະ ກ່ສໍ າ້ ງຕົວເມອື ງດງ່ັ ກາ່ ວຂຶນ້ ເປັນນະຄອນຫວຼ ງຂອງອານາຈກັ ລາວລ້ານຊ້າງ ໂດຍໄດ້ສ້າງຫໍໂຮງ ເຊ່ັນ: ຫໍພະແກ້ວ, ຫພໍ ະແຊກຄາໍ , ພະທາດຫວຼ ງ, ຫໍ່ພຼ ະພຸດ ທະຮບູ ຂະໜາດໃຫຍດ່ ວ້ ຍທອງສໍາລິດ ເຊນັ່ : ພະອົງຕ,້ື ພະສກຸ , ພະເສມີ , ພະໃສເປນັ ຕົນ້ . ໃນ ສະໄໝນໄ້ີ ດມ້ ກີ ານສ້າງສາ ແລະ ສອ້ ມແປງວັດວາຕາ່ ງໆຫຼາຍແຫ່ງ, ລວມທງັ ສາ້ ງກາໍ ແພງເມືອງ ທີກ່ ດ່ໍ ວ້ ຍດິນຈ່ີ ແລະ ດິນໜຽວ. ພາຍຫັງຼ ທີປ່ ະເທດຊາດໄດຮ້ ັບການປົດປ່ອຍ ເມອື ງນີກ້ ໍໄດ້ຮັບການສະຖາປະນາຂຶນ້ ເປນັ ນະຄອນຫວຼ ງຂອງສາທາລະນະລັດ ປະຊາທປິ ະໄຕ ປະຊາຊົນລາວ ນັບຕັ້ງແຕປ່ ີ 1975 ເປັນ ຕນ້ົ ມາໃນນາມເປັນກາໍ ແພງນະຄອນວຽງຈນັ , ມາຮອດປີ 2003 ໄດ້ປ່ຽນຊ່ມື າເປນັ ນະຄອນຫຼວງ ວຽງຈັນ, ນະຄອນຫວຼ ງວຽງຈນັ ມເີ ນືອ້ ທີ່ 3.920 km2, ມີປະຊາກອນ 948.000 ຄນົ (ປີ 2020), ໒໑ 21

ປະກອບມີ 9 ຕວົ ເມືອງຄ:ື ເມອື ງຈນັ ທະບລູ ,ີ ສີໂຄດຕະບອງ, ໄຊເຊດຖາ, ສີສັດຕະນາກ, ນາ ຊາຍທອງ, ໄຊທານ,ີ ຫາດຊາຍຟອງ, ສງັ ທອງ ແລະ ປາກງື່ມ. ນະຄອນຫວຼ ງວຽງຈນັ ປະກອບດວ້ ຍຫຼາຍຊົນຊາດຊນົ ເຜ່າົ ທອີ່ າໄສຢ່ຮູ ວ່ ມກັນ. ສະ ນັນ້ , ຈຶ່ງມີລັກສະນະຫາຼ ກຫາຼ ຍທາງດ້ານວັດທະນະທາໍ ແລະ ຮີດຄອງປະເພນີ ເຊນ່ັ : ບນຸ ນະມັດ ສະການພະທາດຫວຼ ງ, ບນຸ ຊ່ວງເຮອື ທາ່ ວດັ ຈັນ... ທ່ີເຄຍີ ປະຕບິ ດັ ສບື ທອດກັນມາ. 4 ບຸນທາດຫຼວງ ສວສ ສະຫງວນລິຂະສິດ ບຸນຊ່ວງເຮອື 22 ໒໒

ບດົ ຝຶກຫັດ: 4 ໃຫນ້ ກັ ຮຽນຂຽນບດົ ລາຍງານກ່ຽວກບັ ທີ່ຕ້ັງ, ປະຫວັດຄວາມເປັນມາ ແລະ ວດັ ທະນະ ທໍາໃນແຂວງຂອງຕນົ ເອງ. ຊື່ແຂວງ/ນະຄອນຫວຼ ງ........................................ 1) ທຕ່ີ ງ້ັ ຂອງແຂວງ/ນະຄອນຫວຼ ງ......................... ທດິ ເໜືອຕດິ ກບັ ................................................. ທິດໃຕ້ຕດິ ກບັ .................................................... ທິດຕາເວນັ ອອກຕດິ ກບັ ....................................... ທິດຕາເວນັ ຕກົ ຕດິ ກບັ ......................................... 2) ປະຫວດັ ຄວາມເປນັ ມາຂອງແຂວງ/ນະຄອນຫວຼ ງ ................................................................................................................................ ...................................................................................................................................... ...................................................................................................................................... 3) ວດັ ທະນະທາໍ ແລະ ຮດີ ຄອງປະເພນຂີ ອງແຂວງ/ນະຄອນຫວຼ ງ - ມີບີ ຸຸນປະເພນີີໃດແດ່່? - ຈັດັ ຂຶ້້�ນເວລາໃດ? - ຍົກົ ຕົວົ ຢ່່າງກິດິ ຈະກໍາໍ ທີ່່�ເດັ່່�ນ. ແຂວງແມນ່ ເຂດການປກົ ຄອງທ້ອງຖນ່ິ ທປີ່ ະກອບດ້ວຍຫຼາຍເມອື ງ, ເທດສະ ບານ, ນະຄອນ. ທຕີ່ ້ັງຂອງແຂວງ​ແມ່ນມ​ ​ຄີ ວາມແ​ ຕກ​ຕ່າງ​ກັນ. ແຕລ່ ະແຂວງປະກອບດວ້ ຍທຕ່ີ ້ງັ , ເນືອ້ ທ,ີ່ ຂອບເຂດ ແລະ ຊາຍແດນທີ່ແນນ່ ອນ. ບັນດາແຂວງຕ່າງໆຈະມີປະຫວັດຄວາມເປັນມາແຕກຕ່າງກັນໂດຍອີງໃສ່ສະພາບທາງ ດ້ານພູມສາດ, ປະຫວັດສາດ ແລະ ການພດັ ທະນາເສດຖະກດິ -ສງັ ຄມົ . ນະຄອນຫວຼ ງແມນ່ ມີພາລະບົດບາດໃນການບລໍ ິຫານຄາ້ ຍຄກື ັບແຂວງ. ໒໓ 23

ພາກທີ III ພູມສາດພາກເໜືອ ບົດທີ 5 ທໍາມະຊາດພາກເໜືອ 1 ທີ່ຕ້ງັ , ຂອບເຂດຊາຍແດນ ແລະ ເນື້ອທພ່ີ າກເໜືອ ອ່ານເນື້ອໃນ ແລະ ຕອບຄໍາຖາມ 5 ສວສ ສະຫງວນລິຂະສິດ ແຜນທີ່ການປກົ ຄອງພາກເໜືອ 24 ໒໔

1) ຈຸດພິເສດດ້ານທີ່ຕັ້ງ ພ້ືນທ່ີພມູ ປີ ະເທດທາງພາກເໜອື ມລີ ັກສະນະສງູ ຊັນ, ພມູ ອາກາດໜາວເຢັນ ແລະ ຊບັ ພະຍາກອນທໍາມະຊາດອຸດມົ ສມົ ບນູ . ພາກເໜືອຂອງລາວປະກອບມີ 8 ແຂວງຄ:ື ແຂວງຜງ້ົ ສາລີ, ຫຼວງນາ້ໍ ທາ, ບ່ໍແກວ້ , ອດຸ ົມໄຊ, ຫຼວງພະບາງ, ຫົວພນັ , ຊຽງຂວາງ ແລະ ໄຊຍະບູລ.ີ 2) ຂອບເຂດຊາຍແດນ 5 ພາກເໜືອມຊີ າຍແດນຕິດກັບບັນດາແຂວງ ແລະ ປະເທດໃກ້ຄຽງຄ:ື - ພາກເໜືອຕິດກບັ ສປ ຈນີ . - ພາກຕາເວັນອອກຕິດກບັ ສສ ຫວຽດນາມ. - ພາກຕາເວັນຕົກຕດິ ກັບປະເທດໄທ ແລະ ມຽນມາ. - ພາກໃຕຕ້ ິດກັບແຂວງໄຊສົມບນູ , ແຂວງວຽງຈັນ ແລະ ບໍລິຄາໍ ໄຊ. 3) ເນື້ອທີ່ພາກເໜືອ ອງີ ຕາມຮບູ ຮາ່ ງພນ້ື ທີພ່ າກເໜອື ຂອງປະເທດລາວແມນ່ ແຫມຼ ຕອນເທງິ ແລະ ກວາ້ ງ ທາງຕອນລມຸ່ , ບອ່ ນກວາ້ ງທສ່ີ ດຸ ແມ່ນຢເູ່ ສນ້ັ ຂະໜານທີ 20 ອົງສາ, ຄຕື ັ້ງແຕທ່ ິດຕາເວັນຕກົ ຫາຕາເວນັ ອອກກວ້າງປະມານ 500 km. ເນ້ືອທ່ີຂອງແຕລ່ ະແຂວງລວມເຂົາ້ ກັນມີປະມານ 111.676 km2 ກວມເອົາ 47% ຂອງເນອື້ ທ່ທີ ວ່ົ ປະເທດ. ຕາຕະລາງ: ຊື່ແຂວງ, ເນ້ືອທ່ີຂອງພາກເໜອື (ປີ 2020) ລ/ດ ຊແ່ື ຂວງ ເນື້ອທີ່ (km2) 1 ຜົ້ງສາລີ 16.270 2 ຫວຼ ງນ້ໍາທາ 9.325 3 ບ່ແໍ ກ້ວ 6.196 4 ອດຸ ມົ ໄຊ 15.370 5 ຫຼວງພະບາງ 16.875 6 ຫົວພັນ 16.500 7 ຊຽງຂວາງ 14.751 8 ໄຊຍະບລູ ີ 16.389 ລວມ 111.676 ຄາໍ ຖາມ: ພາກເໜືອມີຈຸດພິເສດດາ້ ນທີ່ຕັ້ງ, ຂອບເຂດ ແລະ ຊາຍແດນເປັນຄແື ນວໃດ? ໒໕ 25

2 ພູມສນັ ຖານ, ພມູ ອາກາດ, ແມ່ນາໍ້ ລໍາເຊ, ຊັບພະຍາກອນພາກເໜອື ອ່ານເນອື້ ໃນ ແລະ ຕອບຄໍາຖາມ 1) ພູມສັນຖານ ຈດຸ ພເິ ສດຂອງພູມສນັ ຖານພາກເໜອື ເປັນລະບບົ ສາຍພສູ ູງສະຫບັຼ ດວ້ ຍພູພຽງ ແລະ ພຕູ ່າໍ , ເລ່ມີ ຕ້ງັ ແຕເ່ ສນ້ັ ຂະໜານທີ 19 ໍເໜອື ຂນ້ຶ ໄປ ຊງຶ່ ປະກອບມີພສູ ງູ , ຮອ່ ມເຫວເລກິ , ເຂດ ທລຸ ະກນັ ດານ. ພູສູງທ່ີສາໍ ຄນັ ແມ່ນ ພຊູ າວ ຢູ່ແຂວງຊຽງຂວາງ ສງູ 2.690 ແມັດ; ພຫູ ວດ ຢູ່ ແຂວງຫົວພນັ ສງູ 2.452 ແມັດ; ພູລາວປີ ຢູ່ແຂວງຫຼວງພະບາງ ສງູ 2.075 ແມັດ; ພູນາແມວ 5 ຢແູ່ ຂວງອດຸ ົມໄຊ ສູງ 1.937 ແມັດ; ພຈູ າປາເຕາົ ຢູ່ແຂວງຫຼວງນໍາ້ ທາ ສູງ 1.588 ແມັດ ແລະ ພູດອຍຈີ່ ຢູ່ແຂວງຜ້ງົ ສາລີ ສງູ 1.842 ແມດັ . ສວ່ ນທົ່ງພຽງມໜີ ອ້ ຍແຕກ່ ຍໍ ງັ ແມນ່ ທ່ົງພຽງສູງ ຊຶ່ງ ປາກດົ ຢູ່ລຽບຕາມແຄມແມ່ນໍາ້ , ຕີນພູ ແລະ ຮ່ອມພ.ູ ສວສ ສະຫງວນລິຂະສິດ ແຜນທີ່ພູມສັນຖານພາກເໜອື ໒໖ ຄໍາຖ​ າມ: ພູມສັນຖານທາງພາກເໜືອມລີ ັກສະນະຄແື ນວໃດ? 26

2) ພູມອາກາດ ພາກເໜືອເປັນເຂດທ່ີມພີ ຜູ າສງູ ແລະ ໄດ້ຮບັ ອິດທພິ ົນຂອງມວນອາກາດຊີເບຣຫີ າຼ ຍ ກວາ່ , ລກັ ສະນະພມູ ອາກາດພາກເໜືອໂດຍທົ່ວໄປມອີ ຸນຫະພູມຕໍ່າ ຄືໃນລະດແູ ລ້ງອາກາດ ໜາວເຢັນເປນັ ເວລາ 2-3 ເດອື ນ ຊງ່ຶ ບາງເທອື່ ກຕໍ ໍາ່ ລົງເຖິງ 0 Cໍ ຫືຼ ຕ່ໍາກວາ່ ນ້ັນອີກເຊ່ນັ ຢ່ວູ ຽງ ໄຊ, ໜອງແຮດ, ໜອງຄາ້ ງ... ອນຸ ຫະພມູ ສະເລ່ຍໝົດປີ 23 ໍC, ລັກສະນະຂອງອາກາດແມນ່ ອາກາດໜາວເຢນັ ແລະ ແຫງ້ . ໃນບາງພນື້ ທ່ີກໍມນີ ໍາ້ ໝອກຂຸນ້ , ບາງເທືອ່ ກໍເປນັ ນ້ໍາກ້າມໃນຕອນ ກາງຄືນ. ປະລິມານນໍ້າຝນົ ສະເລຍ່ ແຕ່ 1.300-2.000 mm/ປ.ີ 5 ສະພາບພູມອາກາດພາກເໜອື ຄາໍ ຖາມ: ລັກສະນະຂອງພມູ ອາກາດພາກເໜອື ເປັນຄືແນວໃດ ? 3) ແມ່ນ້ໍາລໍາເຊ ອງີ ຕາມຈດຸ ພເິ ສດຂອງພມູ ສນັ ຖານ, ລະບບົ ການໄຫຂຼ ອງແມນ່ າ້ໍ ທາງພາກເໜອື ມີ 2 ລະບບົ ຄ:ື - ລະບົບຂອງແມ່ນໍ້າທ່ີໄຫຼຕາມທິດຕາເວັນອອກສ່ຽງເໜືອຫາທິດຕາເວັນຕົກສ່ຽງໃຕ້ ແລະ ທດິ ໃຕ້ປ່ອງໃສແ່ ມນ່ າໍ້ ຂອງຄ:ື ນໍາ້ ທາ, ນ້າໍ ອ,ູ ນໍາ້ ແບງ, ນໍ້າຄານ, ນ້ໍາເຊືອງ. - ລະບົບໄຫໄຼ ປປອ່ ງໃສທ່ ະເລຫວຽດນາມຄື: ນາ້ໍ ມາ້ , ນາ້ໍ ແອດ, ນໍ້າເນນີ , ນ້າໍ ຊໍາ. ໒໗ 27

ສວສ ສະຫງວນລິຂະສິດບັນດາແມ່ນໍ້າເຫົຼ່ານ້ີມີຄວາມສໍາຄັນຫຼາຍຕໍ່ການດໍາລົງຊີວິດຂອງປະຊາຊົນມາຕັ້ງແຕ່ ດຶກດາໍ ບັນ ທັງເປນັ ແຫງ່ຼ ອາຫານ, ການທາໍ ມາຫາກນິ ເພ່ືອດໍາລງົ ຊີວດິ ແລະ ເປັນເສ້ນັ ທາງຄົມ ມະນາຄົມ-ຂົນສ່ົງລະຫວາ່ ງທອ້ ງຖນ່ິ . ໃນປດັ ຈບຸ ນັ ແມ່ນໍ້າຫຼາຍສາຍໄດກ້ າຍເປນັ ແຫ່ງຼ ຜະລດິ ພະ ລງັ ງານໄຟຟ້ານໍາ້ ຕົກທ່ີສໍາຄນັ ຂອງຊາດ. 5 ແຜນທ່ີແມ່ນ້າໍ ພາກເໜອື 28 ໒໘

5 ສວ່ ນໜຶ່ງຂອງນໍາ້ ເຊອື ງ ຄາໍ ຖາມ: ລກັ ສະນະການໄຫຂຼ ອງແມນ່ າ້ໍ ທາງພາກເໜືອເປັນແນວໃດ? 4) ຊັບພະຍາກອນທໍາມະຊາດ ພາກເໜອື ຍັງມີຊັບພະຍາກອນດິນ ຊ່ິງຶ ສວ່ ນຫາຼ ຍເປັນດນິ ພດູ ອຍ (ດນິ ແດງ), ດິນສນັ ດອນຢູ່ລຽບຕາມແຄມແມນ່ າໍ້ ແລະ ເຂດຮອ່ ມພ;ູ ມີປ່າໄມສ້ ່ວນຫຼາຍເປັນປ່າປະສມົ (ໄມ້ປອ່ ງ, ໄມເ້ ນ້ືອແຂງ, ໄມ້ເນ້ືອອ່ອນ), ທງົ່ ຫຍາ້ ແລະ ຍັງມີໄມພ້ ເິ ສດຫຼາຍຊະນດິ ເຊ່ັນ: ໄມ້ຄາໍ ພີ, ໄມ້ ໂລ່ງເລ່ງ, ໄມ້ດູ່, ໄມແ້ ຕຂ້ າ່ ...; ມີສັດປາ່ ນາໆຊະນດິ ອາໄສຢູ່ ເຊນັ່ : ກວາງ, ຟານ, ໝ,ູ ເສືອໂຄງ່ , ເສືອດາວ, ກະທງິ , ແຮດ... ນອກນ້ັນ ກໍຍງັ ມີປະເພດສັດເລອື ຄານ ແລະ ປະເພດສັດປີກເປນັ ຈາໍ ນວນຫວຼ ງຫຼາຍ. ສ່ວນຢູໃ່ ຕ້ດິນກມໍ ແີ ຮທ່ າດທ່ີສໍາຄັນ ເຊ່ນັ : ເຫັຼກ, ທອງ, ຄໍາ, ເງິນ, ເກືອ, ແກ້ວ ປະເສີດ, ນາໍ້ ມນັ , ຖ່ານຫນີ ອັງຕຣາຊດິ ແລະ ອື່ນໆ. ໒໙ 29

5 ເສອື ກວາງ ສວສ ສະຫງວນລິຂະສິດນົກຍູງ ລ່ິນ ຄາໍ ຖາມ:. ພາກເໜືອມຊີ ບັ ພະຍາກອນທາໍ ມະຊາດທສ່ີ ໍາຄັນອັນໃດແດ?່ ບົດຝກຶ ຫັດ: 1. ຕືມ່ ຊແ່ື ຂວງໃສ່ຮ່າງແຜນທເ່ີ ປາ່ົ 30 ໓໐

2. ແຕມ້ ແຜນວາດຊວ່ ຍຈື່ກ່ຽວກັບເງ່ອື ນໄຂທໍາມະຊາດພາກເໜອື 5 ພືນ້ ທີພ່ ມູ ີປະເທດພາກເໜອື ມີລກັ ສະນະສູງຊັນ, ມຊີ າຍແດນຕດິ ກບັ ບນັ ດາ ແຂວງ ແລະ ປະເທດໃກຄ້ ຽງ. ພມູ ສັນຖານມພີ ູສງູ , ພູພຽງ ແລະ ພູຕໍາ່ . ລກັ ສະນະຂອງອາກາດ ໜາວເຢນັ ແລະ ແຫ້ງ. ລະບບົ ການໄຫຼຂອງແມ່ນາ້ໍ ລໍາເຊມສີ ອງລະບບົ ຄ:ື ໄຫປຼ ່ອງໃສແ່ ມນ່ ້ໍາ ຂອງ ແລະ ທະເລຫວຽດນາມ; ມີຊັບພະຍາກອນດນິ , ປາ່ ໄມ້ ແລະ ບໍແ່ ຮອ່ ດຸ ົມສົມບູນ. ໓໑ 31

ບົດທີ 6 ເສດຖະກິດພາກເໜືອ 1 ສະພາບລວມເສດຖະກດິ ພາກເໜືອ ອາ່ ນເນືອ້ ໃນ ແລະ ຕອບຄໍາຖາມ ພື້ນຖານເສດຖະກິດພາກເໜືອແມນ່ ກະສິກາໍ -ປາ່ ໄມຄ້ ຽງຄູ່ກບັ ຫດັ ຖະກາໍ , ສ່ວນອດຸ ສາຫະກໍາໄດຮ້ ບັ ການພັດທະນາພາຍຫັງຼ ປະເທດຊາດໄດ້ຮບັ ການປດົ ປອ່ ຍເປັນຕນ້ົ ມາ. ການຂະ ຫຍາຍຕົວເສດຖະກດິ ພາກເໜືອຢູໃ່ ນລະດັບສະເລ່ຍ 8,33% ໂດຍສະເພາະແມນ່ ຈາກປດັ ໄຈ 6 ຍ້ໜູ ູນການລົງທນຶ ຂອງເອກະຊນົ ພາຍໃນ ແລະ ການລົງທຶນຈາກຕາ່ ງປະເທດໃນຂະແໜງພະ ລັງງານໄຟຟ້າ, ອດຸ ສາຫະກາໍ ປງຸ ແຕງ່ , ການກະເສດສຸມ, ການບໍລກິ ານດ້ານການຄ້າ ແລະ ການ ທ່ອງທ່ຽວ. ໂດຍອງີ ໃສ່ມນູ ເຊ້ືອການຜະລດິ ຂອງປະຊາຊນົ ແລະ ສະພາບທໍາມະຊາດທອ່ີ ຸດົມ ສມົ ບູນ ຊ່ຶງສາມາດດາໍ ເນີນການຜະລດິ ທສ່ີ ໍາຄັນໄດ້ຫຼາຍຂະແໜງການ. ຄາໍ ຖາມ: ເສດຖະກິດພືນ້ ຖານພາກເໜອື ມີຫຍັງແດ່? 2 ການພັດທະນາເສດຖະກິດໃນແຕລ່ ະຂະແໜງການ ອາ່ ນເນືອ້ ໃນ ແລະ ຕອບຄໍາຖາມ 1) ກະສິກໍາ ສວສ ສະຫງວນລິຂະສິດ ການລ້ຽງງົວຢູ່ແຂວງອດຸ ົມໄຊ 32 ໓໒

ການປກູ ຝງັ ກໍມກີ ານລຽ້ ງຄ່ງັ , ປູກຍານ, ປູກມອນລຽ້ ງມອ້ ນ, ປກູ ຜກັ ບວ່ົ , ຜັກທຽມ, ໝາກກວ້ ຍ, ໝາກກຽ້ ງ, ໝາກນັດ, ໝາກຈອງ, ໝາກຄາຍ ແລະ ອື່ນໆ ຊງ່ຶ ເປນັ ຜະລດິ ຕະພັນທ່ີ ເປັນສນິ ຄ້າສ່ງົ ອອກຂາຍຢພູ່ າຍໃນ ແລະ ຕ່າງປະເທດ. ການລຽ້ ງສັດ ກໍມກີ ານລ້ຽງງວົ , ຄວາຍ, ແກະ, ແບ,້ ມ້າ, ຊ້າງ ແລະ ອນ່ື ໆ ຊ່ຶງລຽ້ ງເພອື່ ບໍລິໂພກ ທງັ ເປັນສນິ ຄ້າສົງ່ ອອກຂາຍຢພູ່ າຍໃນ ແລະ ຕ່າງປະເທດ. 2) ຫັດຖະກໍາ 6 ງານສະແດງສິນຄ້າຫດັ ຖະກາໍ ແຂວງຫວົ ພັນ ຫັດຖະກາໍ ຈກັ ສານ ເມືອງສົບເບົາ 33 ໓໓

ສວສ ສະຫງວນລິຂະສິດລັກສະນະເດນັ່ ຂອງວຽກງານຫດັ ຖະກາໍ ພາກເໜືອແມ່ນ ການຕໍ່າຫກູ -ທໄໍ ໝ, ຈກັ ສານ, ຕີເຫກຼັ , ຕີເງນິ -ຄໍາ, ຜະລດິ ເຈຍ້ , ປນ້ັ ໝ,້ໍ ຄວັດແກະສະຫຼັກ ເປັນຕນົ້ . ອັດຕາການຂະຫຍາຍຕົວ ສະເລ່ຍດາ້ ນນ້ີແມ່ນຢູ່ໃນລະດບັ 6,3%. 3) ອຸດສາຫະກໍາ ພາກເໜືອມີຄວາມສາມາດສູງໃນການຂະຫຍາຍອຸດສາຫະກໍາພະລັງງານໄຟຟ້ານໍ້າ ຕກົ , ອດຸ ສາຫະກາໍ ຂດຸ ຄ້ົນແຮ່ທາດ, ອດຸ ສາຫະກໍາໄມ້, ອຸດສາຫະກໍາຜະລດິ ສະບຽງອາຫານ ແລະ ເຄືອ່ ງໃຊສ້ ອຍຕາ່ ງໆ ຊງຶ່ ອດັ ຕາການຂະຫຍາຍຕວົ ສະເລ່ຍດ້ານອຸດສາຫະກາໍ ແມນ່ 7,8% 6 (ປີ 2020). ເຂອ່ື ນໄຟຟາ້ ນາໍ້ ອູ 4) ການຄ້າ ແລະ ບໍລິການ ພາກເໜືອເປັນພາກທ່ີມີຊາຍແດນຕິດກັບຫຼາຍປະເທດມີເສ້ັນທາງຄົມມະນາຄົມ-ຂົນ ສ່ົງຫາຼ ຍສາຍ, ມຜີ ະລດິ ຕະພນັ ທີ່ເປັນສິນຄ້າຫາຼ ຍຊະນິດທ່ສີ າໍ ຄນັ ຊິງຶ່ ທງັ ພາຍໃນ ແລະ ຕ່າງປະ ເທດມີຄວາມຕ້ອງການ ໂດຍສະເພາະແມນ່ ການພວົ ພນັ ແລກປຽ່ ນສນິ ຄ້າກັບຈນີ , ຫວຽດນາມ, ມຽນມາ ແລະ ໄທ ນບັ ມຂ້ື ະຫຍາຍຕົວ. ສນິ ຄ້ານາໍ ເຂາ້ົ ຂອງແຂວງພາກເໜອື ສວ່ ນຫາຼ ຍແມ່ນ ເຄື່ອງໃຊສ້ ອຍປະຈາໍ ວນັ , ເຄ່ອື ງອປຸ ະໂພກ-ບໍລິໂພກ, ວັດຖຸດິບ, ເຄ່ອື ງກນົ ຈັກການກະສກິ າໍ ເປນັ ຕ້ນົ . ສນິ ຄາ້ ສງ່ົ ອອກສວ່ ນຫຼາຍກແໍ ມນ່ ຜະລດິ ຕະພນັ ກະສກິ ໍາ, ເຄ່ອື ງປ່າຂອງດງົ , ຜະລດິ ຕະພນັ 34 ໓໔

ຫັດຖະກາໍ , ແຮ່ທາດ... (ປີ 2020). ດາ້ ນການບລໍ ກິ ານພາກເໜືອກໍມກີ ານຂະຫຍາຍຕົວຄ:ື ມກີ ານບໍລກິ ານດ້ານສຸຂະພາບ ລະດັບແຂວງເພາະພາກເໜືອກໍມີໂຮງໝໍໃຫຍ່ລະດັບແຂວງໄວ້ໃຫ້ປະຊາຊົນທຸກຄົນສາມາດ ເຂາ້ົ ໃຊບ້ ລໍ ິການໄດ.້ ນອກນັນ້ ຍງັ ການບລໍ ກິ ານນໍາທ່ຽວເພອ່ື ສຸຂະພາບ, ສຶກສາຮ່ອງຮອຍວັດທະ ນະທໍາ ແລະ ປະຫວັດສາດ, ມເີ ຮອື ນພກັ , ໂຮງແຮມ, ຮ້ານອາຫານ, ຮາ້ ນບນັ ເທີງ ແລະ ອື່ນໆ. 5) ການຄົມມະນາຄົມ ແລະ ການສື່ສານ 6 ໃນພາກເໜອື ມເີ ສນ້ັ ທາງຄມົ ມະນາຄມົ ທາງບກົ ທສ່ີ າໍ ຄນັ ຄ:ື ເສນ້ັ ທາງເລກ 13 ເໜອື ທ່ີ ເຊອ່ື ມຕກ່ໍ ບັ ເສນ້ັ ທາງເລກ 1 ທແ່ີ ຂວງອດຸ ມົ ໄຊ, ເສນ້ັ ທາງລດົ ໄຟລາວ-ຈນີ , ເສນ້ັ ທາງ R3 ... ບນັ ດາແຂວງຕາ່ ງໆໃນພາກເໜອື ສາມາດພວົ ພນັ ແລກປຽ່ ນສນິ ຄາ້ ກນັ ໄດ້ ໂດຍມທີ າງເຮອື ຕາມລາໍ ແມນ່ າ້ໍ ຂອງ. ນອກນນ້ັ , ບນັ ດາແຂວງຕາ່ ງໆທມ່ີ ຊີ າຍແດນຕດິ ກບັ ປະເທດໃກຄ້ ຽງ ເຊນ່ັ : ໄທ, ມຽນ ມາ, ຈນີ ແລະ ຫວຽດນາມ ກຍໍ ງັ ມກີ ານພວົ ພນັ ແລກປຽ່ ນສນິ ຄາ້ ອກີ . ລດົ ໄຟລາວ-ຈີນ ພາກເໜອື ມສີ ນູ ກາງຂອງການສສ່ື ານ, ທຕ່ີ ງ້ັ ຂອງພະແນກເຕກັ ໂນໂລຊີ ແລະ ການສ່ື ສານລະດບັ ແຂວງ ເຮັດໃຫສ້ າມາດຕິດຕ່ໍສື່ສານກບັ ສູນກາງ ແລະ ບັນດາແຂວງຕ່າງໆໄດຢ້ າ່ ງ ສະດວກ. ຄໍາຖາມ: 1. ການພດັ ທະນາເສດຖະກິດພືນ້ ຖານພາກເໜືອມຂີ ະແໜງໃດແດ?່ 2. ການພັດທະນາເສດຖະກດິ ແຕລ່ ະຂະແໜງການພາກເໜອື ເປັນຄືແນວໃດ? ໓໕ 35

3 ຜະລິດຕະພນັ ທ່ີພ້ນົ ເດັ່ນຂອງພາກເໜອື ອ່ານເນື້ອໃນ ແລະ ເຮັດບດົ ຝຶກຫັດ ຜະລິດຕະພນັ ທີພ່ ົ້ນເດ່ັນຂອງພາກເໜືອມີຫຼາຍປະເພດ ເຊັນ່ : ເຫ້າົຼ ຂຽວ, ຊາສີ່ຮ້ອຍປ,ີ ເຂາ້ົ ຊອຍ, ແຈວ່ ປາບາໍ້ , ແຈ່ວບອງ, ໄຄແຜນ່ , ສນ້ິ ໄໝມອ້ ນ... ຊ່ຶງລວ້ ນແຕແ່ ມ່ນຜະລິດຕະພັນ ພູມປັນຍາຂອງທອ້ ງຖນ່ິ ທີເ່ ປັນສນິ ຄາ້ ສ່ງົ ຂາຍທັງພາຍໃນ ແລະ ຕາ່ ງປະເທດ. . 6 ສວສ ສະຫງວນລິຂະສິດເຫາ້ຼົ ຂຽວແຂວງຜງົ້ ສາລີ ຕົ້ນຊາສີ່ຮອ້ ຍປີ ແຂວງຜົ້ງສາລີ ເຂ້ົາຊອຍ ໜາ້ ເຂາ້ົ ຊອຍ ຊາສາໍ ເລັດຮບູ ແຈວ່ ບອງ ແຂວງຫວຼ ງພະບາງ ໄຄແຜນ່ ຫຼວງພະບາງ 36 ໓໖

ບົດຝຶກຫດັ : ໃຫ້ນກັ ຮຽນຈດັ ປະເພດຄໍາສັບລມຸ່ ນີ້ໃສ່ຕາຕະລາງ ໃຫສ້ ອດຄອ່ ງກບັ ແຕ່ລະຂະແໜງ ເສດຖະກິດ. ຊາ 400 ປ,ີ ເຂົາ້ ຊອຍ, ແຈ່ວປາບ້າໍ , ແຈວ່ ບອງ, ໄຄແຜ່ນ, ສ້ິນໄໝມອ້ ນ, ຕບິ ເຂົາ້ , ກະຕ່າ, ໄຫ, ໄຟຟ້າ, ໝາກຈອງ ແລະ ໝາກນັດ. ລ/ດ ຂະແໜງ ຊຜ່ື ະລດິ ຕະພັນ 1 ກະສິກາໍ 2 ຫດັ ຖະກໍາ 6 3 ອຸດສາຫະກາໍ ສະພາບລວມເສດຖະກດິ ພາກເໜອື ແມນ່ ການຜະລດິ ດາ້ ນກະສກິ ໍາ, ຫດັ ຖະກາໍ ແລະ ອຸດສາຫະກາໍ . ດາ້ ນກະສິກໍາມີການປູກຝງັ ແລະ ລຽ້ ງສັດ; ດ້ານຫດັ ຖະກາໍ ມີການຕໍ່າແຜ່ນແພ, ຈັກ ສານ, ແກະສະຫັກຼ , ປ້ັນໝ້ຫໍ ່ໍຼໄຫ... ດ້ານອດຸ ສາຫະກາໍ ມກີ ານຂຸດຄົນ້ ແຮ່ທາດ,ໄມ້ ແລະ ພະ ລັງງານໄຟຟາ້ ນໍາ້ ຕກົ ... ດາ້ ນການຄ້າ ແລະ ບລໍ ກິ ານກມໍ ີການຊຂ້ື າຍແລກປ່ຽນເຄ່ອື ງອຸປະ ໂພກບລໍ ິໂພກ, ຜະລິດຕະພນັ ຫັດຖະກາໍ , ແຮທ່ າດຕ່າງໆ. ໓໗ 37

ບົດທີ 7 ສັງຄົມ ແລະ ວັດທະນະທໍາພາກເໜືອ 1 ສັງຄມົ ພາກເໜືອ ອ່ານເນ້ອື ໃນ, ຕອບຄໍາຖາມ ແລະ ເຮດັ ບດົ ຝກຶ ຫັດ 1) ປະຊາກອນ ພາກເໜອື ລວມມີ 8 ແຂວງ, ມີປະຊາກອນທັງໝດົ 2.408.000 ຄນົ (2020), ໃນນ້ີ ມີຍງິ 1.194.000 ຄົນ ແລະ ເພດຊາຍມີ 1.214.000 ຄົນ. ເວົາ້ ລວມແລວ້ ທັງສອງເພດນ້ມີ ີສດັ 7 ສວ່ ນເກືອບສະເໝກີ ນັ . ລກັ ສະນະການແຈກຢາຍປະຊາກອນບໍ່ສະໝາ່ໍ ສະເໝີກັນ ຊ່ງິຶ ສະແດງ ອອກລະດບັ ຄວາມໜາແໜນ້ ຂອງປະຊາກອນຕ່ໍາ ຄືຄວາມໜາແໜນ້ ທວົ່ ພາກເໜອື ແມ່ນ 22 ຄນົ /km2, ແຂວງທໜີ່ າແໜ້ນກວາ່ ໝູ່ແມ່ນແຂວງບແ່ໍ ກວ້ (33 ຄົນ/km2), ຖັດລົງມາແມນ່ ແຂວງ ຫວຼ ງພະບາງ (28 ຄົນ/ km2), ຈາກນ້ນັ ກຢໍ ລູ່ ະຫວ່າງ 21-26 ຄົນ/km2) ແລະ ຕາ່ໍ ກວາ່ ໝູ່ແມນ່ ແຂວງຜົ້ງສາລີ (12 ຄນົ /km2) ຕາຕະລາງ: ຊແ່ື ຂວງ, ປະຊາກອນ ແລະ ຄວາມໜາແໜນ້ ຂອງປະຊາກອນພາກເໜອື (ປີ 2020) ສວສ ສະຫງວນລິຂະສິດ ລ/ດ ຊື່ແຂວງ ປະຊາກອນ (ຄນົ ) ຍິງ (ຄົນ) ຄວາມໜາແໜ້ນ (ຄົນ/km2) 1 ຜົ້ງສາລີ 193.000 95.000 12 2 ຫວຼ ງນ້າໍ ທາ 199.000 100.000 21 3 ບແໍ່ ກວ້ 203.000 102.000 33 4 ອຸດົມໄຊ 345.000 172.000 22 5 ຫຼວງພະບາງ 467.000 232.000 28 6 ຫວົ ພນັ 311.000 153.000 19 7 ຊຽງຂວາງ 267.000 132.000 18 8 ໄຊຍະບລູ ີ 423.000 208.000 26 2.408.000 1.194.000 22 ລວມ 2) ຊົນເຜົ່າ ພາກເໜືອເປັນເຂດທປ່ີ ະກອບດວ້ ຍປະຊາກອນຫຼາຍເຜ່ົາກວ່າເຂດອນື່ ເຊັ່ນ: ເຜາົ່ 38 ໓໘

ລາວ, ອາຄາ, ພູນ້ອຍ, ກຶມມ,ຸ ຢາ້ ວ, ມ້ົງ, ໄຕແດງ, ລື້, ຍວນ, ໄຕດໍາ, ລະເມດ, ຫໍ,້ ໄຕເໜອື ແລະ ອນ່ື ໆ. . ເຜ່ົາພນູ ້ອຍ ເຜ່າົ ລ້ື ເຜົ່າຍວນ 7 ເຜົ່າໄຕດໍາ ເຜົາ່ ລະເມດ ເຜົ່າມົ້ງ ເຜົ່າໄຕເໜອື ເຜົ່າກມຶ ມຸ ຄໍາຖາມ: 1. ລັກສະນະການແຈກຢາຍຂອງປະຊາກອນມີຄແື ນວໃດ? 2. ພາກເໜືອມີເຜາົ່ ໃດແດ່? ບດົ ຝກຶ ຫດັ : ໃຫ້ນັກຮຽນຕ່ມື ຂ້ໍມູນໃສ່ຕາຕະລາງດງ່ັ ນີ້: ລ/ດ ຊືແ່ ຂວງ ຊາຍ (ຄນົ ) ຍິງ (ຄນົ ) 1 ຜງ້ົ ສາລີ ໓໙ 39

2 ຫຼວງນ້ໍາທາ 3 ບໍ່ແກ້ວ 4 ອຸດົມໄຊ 5 ຫຼວງພະບາງ 6 ຫວົ ພັນ 7 7 ຊຽງຂວາງ 8 ໄຊຍະບລູ ີ ສວສ ສະຫງວນລິຂະສິດ 2 ວດັ ທະນະທາໍ ພາກເໜືອ ອາ່ ນເນືອ້ ໃນ ແລະ ຕອບຄໍາຖາມ ການນງຸ່ ຖ:ື ປະຊາຊົນພາກເໜືອໃນປັດຈບຸ ັນ ສ່ວນຫຼາຍການນງຸ່ ຖແື ມນ່ ໄປຕາມຍກຸ ສະ ໄໝໃໝ,່ ແຕ່ລະຊົນເຜ່າົ ມກີ ານນງຸ່ ຖືທີແ່ ຕກຕ່າງກນັ . ຕົວຢາ່ ງ: ເຜາົ່ ອາຄາໃສ່ເສືອ້ ສັ້ນ, ກະໂປງ່ ສ້ັນ, ມຜີ ້າມດັ ແອວ ແລະ ຜ້າພັນຂາ, ໃສສ່ າຍຄໍລູກປດັ , ມຈີ ຸດເດ່ັນແມ່ນໝວກ ປະດັບດ້ວຍລກູ ປດັ ຫາຼ ຍສ,ີ ຄວາມແຕກຕ່າງຂອງໝວກຜຍູ້ ິງໄວໜຸ່ມ ໃສ່ໝວກຊົງສູງ, ຜູ້ຊາຍໃສເ່ ສອ້ື ຄໍກົມແຂນຍາວ, ໂສ້ງຂາສວ້ ຍສີ ດຽວກນັ . ສ່ວນຫາຼ ຍຈະນ່ງຸ ສະເພາະແຕ່ໃນງານບນຸ ປະເພນີ ແລະ ວັນສາໍ ຄນັ , ສ່ວນໃນວັນທາໍ ມະດາ ກນໍ ິຍມົ ນງຸ່ ເຄື່ອງທ່ີຫາຊໄ້ື ດທ້ ່ົວໄປ ຕາມທອ້ ງຕະຫຼາດ. ທ່ີຢູອ່ າໄສຂອງຊນົ ເຜາ່ົ ພາກເໜືອ: ອາໄສຢູ່ຕາມທງ່ົ ພຽງ ນອ້ ຍແຄມແມ່ນາ້ໍ ຫືຼ ຫ້ວຍ, ຕີນພ,ູ ຮ່ອມພູ. ຈໍານວນໜຶງ່ ກໍອາໄສຢູ່ ການນງຸ່ ຖເື ຜາ່ົ ອາຄາ ຈອມພູສູງ, ພູຕໍາ່ , ຈ້າຍ ຫຼື ເນີນພ.ູ .. ແຕລ່ ະເຜ່ົາມີການເລືອກພມູ ລາໍ ເນົາທສີ່ ອດຄອ່ ງກບັ ແບບວິທກີ ານຜະລິດ ແລະ ວາດດໍາລງົ ຊີວິດ ຂອງຕົນມາແຕດ່ ຶກດໍາບນັ . ເຮືອນສວ່ ນຫາຼ ຍເປັນເຮອື ນຮາ້ ນສງູ ມີ ຕະລ່າງ ເພອ່ື ໃຊ້ໄວເ້ ປນັ ບ່ອນພັກຜອ່ ນ, ດາໍ ເນີນວຽກງານຫດັ ຖະກາໍ ຫືຼ ບາງຫຼງັ ກໍໃຊໄ້ ວ້ລຽ້ ງສັດໂດຍສະເພາະແມນ່ ເປັດ, ໄກ່ ເປນັ ຕນົ້ . 40 ໔໐

. 7 ທີຢ່ ູ່ອາໄສຂອງຊນົ ເຜາ່ົ ພາກເໜອື ອາຫານຂອງພາກເໜອື : ພາກເໜອື ມອີ າຫານຫາຼ ຍຊະນດິ ທແ່ີ ຕກຕາ່ ງກນັ ຂນ້ຶ ກບັ ຄວາມ ນຍິ ມົ ຂອງແຕລ່ ະເຜາົ່ ສວ່ ນຫຼາຍຈະເປນັ ອາຫານທີ່ໄດຈ້ າກທາໍ ມະຊາດເປັນຫກັຼ ເຊ່ນັ : ລາບ, ແກງ, ປ້ງີ , ເອາະຫາຼ ມ, ແຈ່ວປາບໍ້າ, ນົກແອ່ນຕ້ງຸ , ໄຄແຜ່ນ, ເຂົ້າຊອຍ, ໜງັ ຍາໍ ແລະ ອນ່ື ໆ. ໔໑ 41

7 ໜງັ ຍໍາ ນົກແອ່ນຕງຸ້ ສວສ ສະຫງວນລິຂະສິດ ບນຸ ປະເພນທີ ່ີສໍາຄນັ : ບຸນປະເພນີທ່ສີ າໍ ຄນັ ທາງພາກເໜືອມີບນຸ ປີໃໝ່ລາວ, ບຸນຊາ້ ງ, ບຸນເກຣ,ິ ບຸນກິນຈຽງ, ບນຸ ຊ່ວງເຮອື ແລະ ອ່ືນໆ. ບຸນເກຣິ ຂອງເຜາົ່ ກຶມມຸ 42 ໔໒

7 ບນຸ ຊາ້ ງ ແຂວງໄຊຍະບລູ ີ ຄໍາຖາມ: ເອກະລັກວັດທະນະທໍາທາງເໜືອມຫີ ຍັງແດ່? ບດົ ຝຶກຫັດ: ໃຫນ້ ກັ ຮຽນເລາ່ົ ກຽ່ ວກັບວດັ ທະນະທໍາຂອງເຜ່ົາຕົນເອງ: ຊົນເຜົ່າ (ເຄ່ອື ງນ່ງຸ ຫມ່ົ , ອາ ຫານ, ທຢ່ີ ອູ່ າໄສ ແລະ ບຸນປະເພນ)ີ . ຕວົ ຢາ່ ງ: - ຊົນົ ເຜົ່່�າຫຍັັງ? (ລາວ) - ເຄື່່�ອງນຸ່່�ງຫົ່່�ມນຸ່່�ງແນວໃດ? (ນຸ່່�ງສິ້້�ນ, ເກົ້້�າຜົົມ, ບ່ຽ່ ງແພ). - ອາຫານຫຼັັ�ກຂອງເຜົ່່�າແມ່ນ່ ຫຍັງັ ? (ອາຫານແມ່່ນເຂົ້້�າໜຽວ ແລະ ລາບຊີ້້�ນ). - ທີ່່�ຢູ່່�ອາໄສເປັັນຄືແື ນວໃດ? (ເຮືືອນແມ່ນ່ ຕັ້້�ງຢູ່່�ແຄມແມ່່ນໍ້້�າ). - ມີບີ ຸຸນປະເພນີຫີ ຍັງັ ແດ່່? (ບຸຸນສົງົ ການ). ປະຊາກອນແຕ່ລະແຂວງຢູພ່ າກເໜອື ມີບັນດາຊົນເຜາົ່ ທອ່ີ າໄສຢ່ຫູ ຼາຍເຊັ່ນ: ເຜາ່ົ ລາວ, ອາຄາ, ພູນ້ອຍ, ກມຶ ມຸ, ຢາ້ ວ, ມ້ົງ, ໄຕແດງ, ລື້, ຍວນ, ໄຕດໍາ, ລະເມດ, ຫ,້ໍ ໄຕເໜອື ແລະ ອ່ນື ໆ. ແຕລ່ ະເຜາ່ົ ກໍໄດມ້ ີວັດທະນະທາໍ ການນງຸ່ ຖື ແລະ ທຢີ່ ູອ່ າໄສແຕກຕາ່ ງກັນ. ທາງພາກເໜອື ມີບນຸ ປະເພນີທສີ່ າໍ ຄນັ ເຊນັ່ : ບນຸ ປີໃໝລ່ າວ, ບຸນຊ້າງ, ບຸນເກຣິ, ບຸນກິນ ຈຽງ, ບນຸ ຊວ່ ງເຮືອ ແລະ ອື່ນໆ. ໔໓ 43

ສວສ ສະຫງວນລິຂະສິດບົດທີ 8 ການທ່ອງທ່ຽວພາກເໜືອ 1 ຄວາມໝາຍ ຄວາມສໍາຄັນຂອງການທອ່ ງທຽ່ ວ ອາ່ ນເນອ້ື ໃນ ແລະ ຕອບຄໍາຖາມ ການທອ່ ງທຽ່ ວໝາຍເຖິງການເດີນທາງຈາກທ່ຢີ ອູ່ າໄສຂອງຕນົ ໄປຍງັ ທ້ອງຖນ່ິ ອນ່ື ຫືຼ ປະເທດອນ່ື ເພອື່ ການຢ້ຽມຢາມ, ການທຽ່ ວຊົມ, ການພັກຜອ່ ນ, ການມ່ວນຊນ່ື , ການແລກປ່ຽນ ທາງດ້ານວັດທະນະທໍາ ແລະ ອ່ືນໆ ໂດຍບ່ໍມຈີ ດຸ ປະສົງເພື່ອການໄປຊອກຫາວຽກເຮັດງານທາໍ 8 ຫືຼ ການໄປປະກອບອາຊີບເພ່ືອຫາລາຍໄດ້ໃນຮູບແບບຕ່າງໆ. ຄໍາຖາມ: ການທ່ອງທຽ່ ວແມ່ນຫຍັງ? 2 ສະພາບການທ່ອງທ່ຽວພາກເໜືອ ອ່ານເນ້ືອໃນ ແລະ ຕອບຄໍາຖາມ ພາກເໜືອເປັນພາກໜງ່ຶ ຊງຶ່ ມີຮອ່ ງຮອຍທາງປະຫວດັ ສາດ, ວດັ ທະນະທາໍ , ຮີດຄອງ ປະເພນ,ີ ບຮູ ານສະຖານ, ມີທິວທັດທາໍ ມະຊາດທີ່ສວຍສົດງົດງາມໄດກ້ າຍເປັນສງ່ິ ດຶງດດູ ຈງູ ໃຈ ເອາົ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຂ້ຶນໄປທ່ຽວພາກເໜືອນັບມຫື້ ຼາຍຂນຶ້ ແລະ ເປັນ ທ່າແຮງອັນສໍາຄນັ ໃນການສາ້ ງລາຍຮັບໃຫແ້ ກ່ປະຊາຊົນອີກດວ້ ຍ. ປະຊາຊນົ ມີລາຍໄດຈ້ າກ ການທອ່ ງທຽ່ ວນັບມ້ຫື ຼາຍຂ້ນຶ ສາມາດແກໄ້ ຂຊີວດິ ການເປນັ ຢດູ່ ີຂຶນ້ ໂດຍສະເພາະແມນ່ ຄອບຄົວ ທດີ່ ໍາເນນີ ທຸລະກິດຕ່າງໆທກ່ີ ່ຽວຂ້ອງກບັ ການທອ່ ງທ່ຽວ ເຊັ່ນ: ເຮືອນພັກ, ຮ້ານອາຫານ, ການ ຂນົ ສງົ່ , ການນໍາທຽ່ ວ, ລສີ ອດ, ການຄ້າ, ການຜະລິດເຄື່ອງທລ່ີ ະນກຶ , ຮາ້ ນເສມີ ສວຍ, ຮາ້ ນບັນ ເທງີ ເປັນຕນ້ົ . ຄໍາຖາມ: ສະພາບການທອ່ ງທຽ່ ວພາກເໜືອເປນັ ຄແື ນວໃດ? 3 ແຫ່ຼງທ່ອງທ່ຽວພາກເໜືອ ອ່ານເນອ້ື ໃນ, ຕອບຄໍາຖາມ ແລະ ເຮັດບດົ ຝຶກຫດັ ແຫ່ງຼ ທອ່ ງທຽ່ ວພາກເໜອື ປະກອບມແີ ຫຼງ່ ທອ່ ງທ່ຽວວດັ ທະນະທາໍ , ທໍາມະຊາດ ແລະ ແຫຼ່ງທ່ອງທຽ່ ວປະຫວັດສາດ. 1) ແຫຼ່ງທ່ອງທ່ຽວວັດທະນະທໍາ. ແຫຼ່ງທ່ອງທ່ຽວທາງວັດທະນະທໍາເປັນແຫຼ່ງທ່ອງທ່ຽວທີ່ມະນຸດສ້າງຂຶ້ນໃນຮູບແບບ ການດາໍ ລງົ ຊວີ ດິ ຂອງຄົນໃນສັງຄມົ ຊ່ງຶ ມີລັກສະນະແຕກຕ່າງກນັ ຕາມແຕ່ລະສງັ ຄົມ, ຊົນເຜົາ່ ໃນແຕ່ລະແຫງ່ ຕາມສະພາບແວດລອ້ ມທາງທໍາມະຊາດ ແລະ ການດາໍ ລົງຊີວິດຂອງແຕ່ລະກມຸ່ 44 ໔໔

ຊົນເຜ່ົາ ຊຶ່ິງສະແດງອອກໃນລກັ ສະນະຂອງພທິ ກີ າໍ , ບນຸ ປະເພນີ, ວິຖກີ ານເປນັ ຢູ່, ສລິ ະປະວດັ ທະນະທາໍ ແລະ ກິດຈະກໍາຕ່າງໆ. ແຫຼ່ງທ່ອງທ່ຽວວັດທະນະທໍາພາກເໜືອປະກອບດ້ວຍວັດວາອາຮາມຕ່າງໆທ່ີເກ່ົາແກ່, ບນຸ ປະເພນີທີ່ເຄຍີ ປະຕບິ ັດສບື ທອດກນັ ມາເຖງິ ປດັ ຈຸບນັ ນີ້ ເຊນ່ັ : ຕວົ ເມອື ງມໍລະດກົ ໂລກ, ບນຸ ປໃີ ໝລ່ າວ, ບນຸ ຊວ່ ງເຮອື , ວັດພະເຈົ້າສງິ ຄາໍ (ອດຸ ມົ ໄຊ), ວັດອົງຕືສ້ ີບຸນເຮອື ງໄຊຍາຣາມ (ຫວົ ພັນ), ບນຸ ຊາ້ ງ, ບຸນກອງເຂ້າົ ໃຫຍ່ (ໄຊຍະບລູ ີ) ແລະ ອືນ່ ໆ. 8 ວດັ ພະເຈາ້ົ ສິງຄາໍ ອດຸ ົມໄຊ ວັດອົງຕ້ສື ບີ ຸນເຮອື ງໄຊຍາຣາມ ຫົວພນັ ຫພໍ ະບາງ ຫຼວງພະບາງ ບຸນກອງເຂົາ້ ໃຫຍ່ ໄຊຍະບລູ ີ 2) ແຫຼ່ງທ່ອງທ່ຽວທໍາມະຊາດ ແຫຼ່ງທ່ອງທ່ຽວທໍາມະຊາດເປັນແຫງ່ຼ ທອ່ ງທຽ່ ວທເ່ີ ກີດຂຶ້ນເອງຕາມທໍາມະຊາດ ໂດຍ ເກີດຈາກສະພາບທາງກາຍະພາບຕາມທໍາມະຊາດທ່ີສວຍງາມ ແລະ ໜ້າສົນໃຈຕ່ກໍ ານເຂາ້ົ ໄປ ທ່ຽວຊົມ ເຊັນ່ : ຍອດພສູ ູງ, ສນັ ພ,ູ ໜາ້ ຜາ, ຮ່ອມຜາທ່ເີ ລິກທັງມີນໍາ້ ຕົກຕາດ, ບໍ່ນ້າໍ ຮອ້ ນ, ທະເລ ໝອກ, ສວນຊາສຮີ່ ອ້ ຍປີ; ຄວາມງາມຄວາມອຸດົມສົມບູນຂອງທາໍ ມະຊາດ, ນໍ້າຕກົ ຕາດ, ທ່ຽວ ປ່າ; ນາ້ໍ ກດັ ຢໍລາປາ, ທໍາມະຊາດພຫູ ີນປູນ, ນາໍ້ ຕກົ ຕາດກວາງຊີ, ຕາດແສ້, ຖ້ໍາຕິງ່ , ຖ້ໍາລອດ (ແຂວງໄຊຍະບູລ)ີ . ໔໕ 45


Like this book? You can publish your book online for free in a few minutes!
Create your own flipbook