9461 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູນໍາພາທວນຄືນຄໍາສັບທີ່ນັກຮຽນຮູ້ແຕ່ຍັງບໍ່ໄດ້ຮຽນໃນບົດທີ 5.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ຮູບພາບທີ່ຂຶ້ນຕົ້ນດ້ວຍສຽງ ງ ຈການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາ: ງາ, ຈີກ, ຈີ່, ງ່າ, ງ່າມ, ຈີ່ໂກະ1ພາສາລາວສໍາລັບນັກຮຽນຊົນເຜົ່າ: ເອົາໃຈໃສ່ໃຫ້ນັກຮຽນອອກສຽງ ງ ຈ ໄດ້ຢ່າງຖືກຕ້ອງ.2ເວົ້າຊື່ ແລະ ຂີດຕາມຮອຍຕົວ ງ ຈການສອນໃຫ້ນໍາໃຊ້ເຕັກນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)11 ເກມຊອກຫາພະຍັນຊະນະ ງ ແລະ ຈ ໃນແຜ່ນພູມຕົວອັກສອນຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.21 ເກມຊອກຫາພະຍັນຊະນະ ງ ແລະ ຈ ໃນຊຸດບັດຕົວອັກສອນຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກສອນເກມໃດໜຶ່ງກໍໄດ້.3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ນັກຮຽນເລືອກ ແລະ ແຕ້ມຮູບໃດໜຶ່ງທີ່ອອກສຽງ ງ ຫຼື ຈ.ທວນຄືນການອອກສຽງ (5 ນາທີ)ຄູແນະນໍານັກຮຽນນໍາໃຊ້ຂໍ້ທີ 4 ແລະ 5 ໃຫ້ນັກຮຽນອອກສຽງຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ງ ຈ.4ຟັງ ແລະ ເວົ້າ ຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ງ ຈການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ງ: ງາ, ງ່າ, ໄງ່1ຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ຈ: ຈ່າ, ຈ້າ, ໃຈ, ຈີ່, ຈີ້1 5ເບິ່ງ, ຊອກ, ຊີ້ ແລະ ອອກສຽງຕົວ ງ ຈການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.໙໔ສ ວ ສສະຫງວນລິຂະສິດ
956ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ງ່າໄມ້ ດີໃຈການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.ຄູອະທິບາຍຄໍາສັບ: ງ່າໄມ້ ແມ່ນພາກສ່ວນທີ່ແຍກອອກຈາກລໍາຂອງຕົ້ນໄມ້.ດີໃຈ ແມ່ນການສະແດງອອກເຖິງຄວມມ່ວນຊື່ນ ຄວາມພໍໃຈ.7ອ່ານຟ້ອງສຽງ ແລະ ຜັນສຽງຄໍາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ : ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະ ງ ຈ ຫຼື ສະຫຼະ ໃx xາ ເປັນບັດອື່ນໃຫ້ເປັນຄໍາສັບ ຕ່າງໆເຊັ່ນ: ດາ, ປ່າ, ໃນ, ໃບ, ຈະ, ຈີ່, ຈີ້111ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (10 ນາທີ)ເກມປະກອບຄໍາສັບ1) ຄູເອົາຊຸດບັດຕົວອັກສອນປະກອບມີ: ງ, ຈ, ປ, ບ, ດ, ນ, xະ, xາ, ໃx, ໄx, xີ, x່, x້ ໃຫ້ນັກຮຽນ.2) ຄູເວົ້າໄປເທື່ອລະຄໍາ ນັກຮຽນຊ່ວຍກັນປະກອບຈົນຄົບ (ງາ, ງ່າ, ປ່າ, ດາ, ໃນ, ໃບ, ຈະ, ຈີ່, ຈີ້...) ຂັ້ນຕອນການສອນປະຕິບັດຄືບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ (10 ນາທີ )8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາໃດໜຶ່ງ3ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ ຊົ່ວໂມງທີ່ຜ່ານມາ.2 ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູແນະນໍາບົດກາບ ດັ່ງລຸ່ມນີ້:“ນົກຈອກ ແລະ ງູ”ນົກຈອກນ້ອຍ ເປັນໝູ່ກັບງູງູຢູ່ຮູ ນົກຈັບງ່າໄມ້ງູເລືອໄລ່ ຂຽດຢູ່ກາງນານົກບິນມາ ຫາກິນແມງບົ້ງ1. ຄູເວົ້າຄໍາຄ່ອງໃຫ້ນັກຮຽນຟັງ 1-2 ຄັ້ງ ນັກຮຽນເວົ້າຕາມຫຼັງຄູ 2-3 ຄັ້ງ.2. ນັກຮຽນບອກວ່າ ອາທິດທີ່ຜ່ານມາເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່?3. ນັກຮຽນຕອບຕາມຄວາມເຂົ້າໃຈ.4. ນັກຮຽນບອກກ່ຽວກັບຊື່ຄົນ, ຊື່ສັດ ແລະ ສິ່ງຂອງທີ່ອອກສຽງ ງ, ຈ ຕື່ມອີກ.5. ຄູເວົ້າທວນຄືນຄໍາສັບທີ່ມີສຽງຂຶ້ນຕົ້ນດ້ວຍພະຍັນຊະນະ ງ ຈ ຕົວຢ່າງ: ງູ ເງົາ ຈີ່ ໃຈ… ແລະ ສຽງທີ່ມີສະຫຼະ xຸ xູ ຕົວຢ່າງ: ຄຸ ໜູ...2) ຄູທວນຄືນຕາມຂໍ້ທີ 2 1໙໕
966 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ຄໍາສັບ: ບິ, ບີ່, ງາ, ມາໄດ້, ປາ, ກີ້, ກະປິ, ດີໃຈ1ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຊື່ຮູບພາບທີ່ມີສຽງ x ຫຼື xູຸການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ ກຸ້ງ, ທຸງ, ຄູ, ພູ1: ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູພານັກຮຽນອອກສຽງ xຸ xູ ໃຫ້ຖືກຕ້ອງ.11ເວົ້າຊື່ ແລະ ຂີດຕາມຮອຍ xູx ຸການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາສະຫຼະ x ແລະ xູຸການສອນຫ້ນເກມໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບການສອນຫ້ນເກມຊອກຫາພະຍັນຊະນະ ໃນຊ່ວໂມງຼິຼ ິງ ຈົທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ທວນຄືນການອອກສຽງ (10 ນາທີ)13ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ x xູຸການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.14ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ x xູຸການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)15ເວົ້າ ແລະ ຂີດຕາມຮອຍຄໍາ ບຸປ່າ ປູ່1ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນປະຕິບັດຄືບົດທີ 3 ຊົ່ວໂມງທີ 2.(ຄູນໍາໃຊ້ພະຍັນຊະນະ ແລະ ສະຫຼະທີ່ຮຽນມາ ຫຼື ກໍາລັງຮຽນຢູ່)ກິດຈະກໍາເສີມການອ່ານ (10 ນາທີ)ເກມທວາຍຄໍາໂດຍໃຊ້ບັດຄໍາ11) ຄູໃຊ້ບັດຄໍາເພື່ອຫຼິ້ນເກມທວາຍຄໍາສັບ.2) ຄູໃຊ້ບັດເປົ່າປິດຄໍາສັບຢູ່ບັດຄໍາໄວ້ ແລະ ເປີດໃຫ້ເຫັນຕົວອັກສອນ ເທື່ອລະຕົວຈາກຕົວທໍາອິດຫາຕົວສຸດທ້າຍ.໙໖ສ ວ ສສະຫງວນລິຂະສິດ
9763) ນັກຮຽນຄາດເດົາ ແລະ ເວົ້າຄໍາສັບ ໂດຍອີງໃສ່ຕົວອັກສອນ.ຕົວຢ່າງ:ໄໄປກກະກະປິດດີໃດີໃຈຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນທ່ອງບົດກາບ “ນົກກະຈອກ ແລະ ງູ” ໃນຊົ່ວໂມງທີ 3 ພ້ອມທ່າທາງປະກອບ. ຈາກນັ້ນ, ທວນຄືນຂໍ້ 4 9 13 , , ທີ່ ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ຈີ່, ປູ, ປູ່, ກະປູ, ກິນ111ວະລີ: ຈີ່ກະປູ, ບິກະປູ, ກິນກະປູ11118ອ່ານປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ )19ອ່ານຕາມຫຼັງຄູ, ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຕອບ: 11 ກະປູ 21 ປ້າປີ 31 ປູ່1ກິດຈະກໍາເສີມການຂຽນ (10 ນາທີ )ຫຼິ້ນເກມບິງໂກ1) ຄູຈັດນັກຮຽນເປັນກຸ່ມ ແລ້ວຢາຍບັດຄໍາແຜ່ນນ້ອຍກ່ຽວກັບຄໍາສັບທີ່ໄດ້ຮຽນພາຍໃນອາທິດນີ້ເຊັ່ນ: ງູ, ປູ, ບຸ, ຈະ, ງ່າ, ງາ, ດີໃຈ, ຈີ້, ຈີ່ ໃຫ້ແຕ່ລະກຸ່ມ.2) ຄູເອົາບັດຄໍາແຜ່ນໃຫຍ່ໃສ່ໄວ້ໃນແກັດ ຫຼື ກັບ.3) ຄູອະທິບາຍວິທີຫຼິ້ນເກມ “ບິງໂກ”14) ນັກຮຽນແຕ່ລະກຸ່ມເລືອກເອົາບັດຄໍາ 4 ບັດ ແລະ ເອົາວາງຫງາຍໄວ້ກາງໜ້າໂຕະ (ສ່ວນບັດທີ່ເຫຼືອຂວ້ໍາໄວ້).5) ຄູຈົກເອົາບັດໜຶ່ງອອກຈາກກັບ ແລະ ໃຫ້ນັກຮຽນໝົດຫ້ອງອ່ານ.6) ນັກຮຽນກຸ່ມໃດທີ່ມີບັດຖືກກັບຄໍາສັບທີ່ຄູຈົກອອກນັ້ນໃຫ້ຂວ້ໍາບັດນັ້ນໄວ້.ການວັດ ແລະ ປະເມີນຜົນຄູປະເມີນເບ່ງຄວາມສາມາດໃນການ ິຕອບຄໍາຖາມ ໂດຍໃຊ້ເກນການປະ ເມີນຂໍ້ທີ 10.໙໗
9867) ຄູສືບຕໍ່ຈົກເອົາບັດໃໝ່ມາໃຫ້ນັກຮຽນອ່ານຈົນກຸ່ມໃດໜຶ່ງມີທັງໝົດ 4 ບັດຂວ້ໍາລົງ ແລ້ວຮ້ອງຂຶ້ນວ່າ:“ບິງໂກ້” ແລະ ກຸ່ມນັ້ນໄດ້ຮັບໄຊຊະນະ.8) ນັກຮຽນກຸ່ມອື່ນກວດເບິ່ງວ່າ ຄໍາສັບທັງ 4 ຄຳຂອງກຸ່ມທີ່ຮ້ອງ: ບິງໂກ ນັ້ນຖືກກັບບັດທີ່ຄູຈົກໄດ້ທັງໝົດ ຫຼື ບໍ່?ພາກ 1 ເລື່ອງ ຢູ່ບ້ານເຮົາ ເຮົາໄດ້ງິນສຽງ (40 ນາທີ)ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິທານຢູ່ບົດທີ 1 ພາກ 1.ໝາຍເຫດ: ເລືອກເອົາປຶ້ມນິທານທີ່ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ, ເປັນໜ້າສົນໃຈສໍາລັບນັກຮຽນ ແລະ ນັກຮຽນເຂົ້າໃຈງ່າຍ.ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ “ປູກັບປາ” ພ້ອມທັງໃຊ້ທ່າທາງປະກອບ.ເພງ “ປູກັບປາ”ປ ອາ ປາ ປ ອູ ປູປາກັບປູ ມັກຢູ່ໃນນ້ໍາປາມັກລອຍນ້ໍາ ປູມັກໄຕ່ໄປລອຍໄປ ໄຕ່ໄປ (ຊໍ້າ)2) ຄູຖາມວ່າມື້ຜ່ານມາຮຽນກ່ຽວກັບຫຍັງແດ່?3) ນັກຮຽນຕອບຕາມຄວາມຈື່ຈໍາ.4) ຄູໃຊ້ຂໍ້ທີ 18 ອ່ານປະໂຍກເພື່ອທວນຄືນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.21ອ່ານປະໂຫຍກ ແລ້ວຈັບຄູ່ໃສ່ກັບຮູບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13 ຢູ່ໃນພາກແນະນໍາ.ຄໍາຕອບ: ປະໂຫຍກ 1 ຈັບຄູ່ຮູບພາບທີ 3, ປະໂຫຍກ 2 ຈັບຄູ່ຮູບພາບທີ 1, ປະໂຫຍກ 3 ຈັບຄູ່ຮູບພາບທີ 2.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)22ເລືອກ x ຫຼື xູ ຕື່ມໃສ່ບ່ອນວ່າງຸການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 11 ຄູ, 21 ກຸ້ງ, 31 ໜູ1໙໘ສ ວ ສສະຫງວນລິຂະສິດ
996ກິດຈະກໍາເສີມການອ່ານ (10 ນາທີ)ເກມຄຸບຄໍາ ໂດຍໃຊ້ບັດຄໍາການສອນໃຫ້ນໍາໃຊ້ວິທີການຫຼິ້ນເກມການອ່ານໃນກິດຈະກໍາເສີມຊົ່ວໂມງທີ 4.1) ຄູຂຽນຄໍາສັບທີ່ຈະຫຼິ້ນເກມໃສ່ບັດຄໍາ 5-6 ບັດ (ງ່າ ດີໃຈ ຄຸ ຄູ ກະປູ ປູ່) ແລ້ວເອົາໄປຕິດໃສ່ກະດານ.2) ຄູໃຫ້ນັກຮຽນ 2-3 ຄົນຂຶ້ນມາໜ້າກະດານ.3) ຄູອ່ານຄໍາສັບໃດໜຶ່ງຢູ່ກະດານ ແລະ ນັກຮຽນແຂ່ງຂັນກັນຄຸບຄໍານັ້ນໆ. ຖ້າຜູ້ໃດຄຸບໄດ້ໃຫ້ອ່ານດັງໆ.ໃນເວລາ ອ່ານໃຫ້ຈັບເອົາບັດນັ້ນປິ່ນໄປໃຫ້ໝູ່ໃນຫ້ອງເບິ່ງ ແລະ ອ່ານໃຫ້ໝູ່ຟັງ 1-2 ຄັ້ງ. ສ່ວນນັກຮຽນຜູ້ທີ່ບໍ່ໄດ້ອອກ ມາຫຼິ້ນເກມກໍໃຫ້ອ່ານພ້ອມກັນ.4) ຄູອ່ານຄໍາສັບໃໝ່ໄປເລື້ອຍໆຈົນຄົບໝົດທຸກຄໍາ ແລ້ວໃຫ້ນັກຮຽນຊຸດໃໝ່ປ່ຽນຜຽນກັນອອກມາຫຼິ້ນໃຫ້ຄົບໝດົທຸກຄົນ.ທວນຄືນຕົວອັກສອນ ແລະ ຄໍາ (5 ນາທີ)ນໍາໃຊ້ຄໍາສັບໃນຂໍ້ທີ 23 ເພື່ອທວນຄືນ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 4.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງຟັງ ແລະ ເວົ້າຕາມຄູການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.1) ຄູຖາມວ່າ: ຫົວຂໍ້ບົດເລື່ອງນີ້ແມ່ນເວົ້າກ່ຽວກັບຫຍັງ?2) ນັກຮຽນຕອບຕາມຄວາມເຂົ້າໃຈ.3) ຄູອ່ານຫົວຂໍ້ຂອງບົດເລື່ອງ ແລະ ຊີ້ໃສ່ບ້ວງຄໍາໃນບົດເລື່ອງ ພ້ອມທັງບອກຊື່ຂອງເດັກນ້ອຍແຕ່ລະຄົນຢູ່ໃນ ບົດເລື່ອງວ່າ: ນີ້ແມ່ນນາງຕິກ, ທ້າວຕູ່ ແລະ ນາງແອນ້ອຍ ພວມສົນທະນາກັນ ໃຫ້ນັກຮຽນຄາດເດົາວ່າເຂົາ ເຈົ້າຈະສົນທະນາກ່ຽວກັບຫຍັງ? ຄູໃຫ້ນັກຮຽນບອກວ່າ ເຂົາເຈົ້າເຫັນຫຍັງແດ່ຢູ່ໃນຮູບ ແລະ ໃຫ້ນັກຮຽນ ຄາດເດົາວ່າ ຈະມີຄໍາສັບໃດແດ່ຢູ່ໃນບົດເລື່ອງ.4) ຄູອ່ານປະໂຫຍກທໍາອິດທີ່ນາງຕິກເວົ້າ ຢູ່ໃນບົດເລື່ອງໃນຂະນະທີ່ອ່ານໃຫ້ຊີ້ໃສ່ແຕ່ລະຄໍາສັບພ້ອມທັງສະແດງ ຮູບໃຫ້ນັກຮຽນເບິ່ງ. ຈາກນັ້ນ, ຄູສືບຕໍ່ປະຕິບັດແບບດຽວກັນຈົນໝົດບົດເລື່ອງ.5) ຄູອ່ານບົດເລື່ອງຄືນໃຫ້ນັກຮຽນເວົ້າໄປພ້ອມ ຫຼື ຕາມຫຼັງ. ຈາກນັ້ນ, ຄູຖາມຄໍາຖາມກ່ຽວກັບອາຫານທີ່ຕິກ, ຕູ່ ມັກ ແລະ ບໍ່ມັກ.6) ຄູຖາມວ່າ: ຖ້າແອນ້ອຍມັກກິນໝົດທຸກຢ່າງຄືກັນກັບເອື້ອຍ ແລະ ອ້າຍ ແອນ້ອຍຈະໃຊ້ຄໍາສັບແນວໃດ.7) ນັກຮຽນຕອບພ້ອມທັງບອກເຫດຜົນເຊັ່ນ: ຂ້ອຍກໍມັກຄືກັນ.8) ນັກຮຽນບອກອາຫານທີ່ຕົນມັກ ແລະ ບໍ່ມັກ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)1) ຄຈດນກຮຽນອອກເປນກມ ເພອສນທະນາກຽວກບອາຫານທເຂາ ູັັັຸ ່ື ່ົ່ັີ ່ົເຈົ້າມັກ ແລະ ບໍ່ມັກ.2) ນັກຮຽນປ່ຽນຜຽນກັນເລົ່າເຖິງອາຫານທີ່ເຂົາເຈົ້າມັກ ແລະ ບໍ່ມັກ ໃນເວລາທີ່ນັກຮຽນຄົນໜຶ່ງເວົ້າ ນັກຮຽນຜູ້ອື່ນສາມາດເວົ້າວ່າ: ຂ້ອຍ ມັກຄືກັນ ຖ້ານັກຮຽນຄົນທີ່ພວມເວົ້າກ່າວເຖິງອາຫານທີ່ຕົນມັກ.ກິດຈະກໍາເສີມການເວົ້າ (10 ນາທີ)ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ແລະ ການ ຟັງຄໍາສັບ ໂດຍໃຊ້ເກນການປະ ເມີນຂໍ້ທີ 2.໙໙
10061) ຄູໃຫ້ນັກຮຽນເລືອກແຕ້ມຮູບອາຫານທີ່ຕົນເອງມັກ ແລະ ບໍ່ມັກຢ່າງລະຮູບ ແລະ ແນະນໍາໃຫ້ເຂົາເຈົ້າຂຽນບາງ ຄໍາສັບໃນບົດເລື່ອງໃສ່ໃນຮູບເຊັ່ນ: ຄໍາວ່າມັກໃສ່ຮູບອາຫານທີ່ຕົນມັກ ແລະ ຄໍາວ່າ ບໍ່ມັກໃສ່ຮູບອາຫານທີ່ ຕົນບໍ່ມັກ.2) ນັກຮຽນແຕ້ມຮູບອາຫານທີ່ຕົນມັກ ແລະ ບໍ່ມັກ ພ້ອມທັງຂຽນຄໍາສັບມັກ ແລະ ບໍ່ມັກໃສ່ຮູບທີ່ຕົນເອງແຕ້ມ.ຂັ້ນສະຫຼຸບ (5 ນາທີ )ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ທວນຄືນ (5 ນາທີ)ນັກຮຽນຮ້ອງເພງ “ປູກັບປາ” ພ້ອມທັງໃຊ້ທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (35 ນາທີ)ປະເມີນການຟ້ອງສຽງ ແລະ ຜັນສຽງຄູນໍາໃຊ້ບັດຕົວອັກສອນ ງ ຈ ບ ປ ຄ xຸ xູ ໃx xາ, ວັນນະຍຸດ x່ x້ ໃຫ້ນັກຮຽນອ່ານອອກສຽງຕົວອັກສອນແຕ່ລະຕົວ. ຫງຈາກນນ, ຟອງ ຼັັ້້ສຽງ ແລະ ຜັນສຽງຄໍາສັບ: ງາ, ງ່າ, ງູ, ໃຈ, ບຸ, ຈີ່, ປູ, ປູ່, ຄຸ ວິທີສອນ ຟ້ອງສຽງ ແລະ ຜັນສຽງແມ່ນປະຕິບັດຄືກັນກັບຂໍ້ທີ 7 ແລະ 16 1ປະເມີນຄໍາສັບ, ວະລີ ແລະ ປະໂຫຍກປະເມີນຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການປະເມີນຄໍາສັບ ແລະ ວະລີຢູ່ບົດທີ 3 ຊົ່ວໂມງທີ 9.ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 17 ແລະ 20 ໃນປຶ້ມແບບຮຽນ.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການປະເມີນປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9.ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 18 ແລະ 21 ໃນປຶ້ມແບບຮຽນ. ປະເມີນການນໍາໃຊ້ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 19 1ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3.ປະເມີນການຂຽນ ຂຽນທວາຍຄູເວົ້າຄໍາສັບ ທີ່ຮຽນພາຍໃນອາທິດນີ້ 3-4 ຄໍາເຊັ່ນ: ງູ, ໃຈ, ບຸ, ງ່າ, ຄຸ, ໃຫ້ນັກຮຽນຂຽນ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 2 ຊົ່ວໂມງທີ 9.ພາກ 2 ເລື່ອງ ຢູ່ບ້ານເຮົາ ເຮົາໄດ້ງິນສຽງ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 2 ຢູ່ໃນພາກ ແນະນໍາ ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ, ການຈໍາ ແນກ ແລະ ບອກສຽງຕົວອັກສອນ ໂດຍໃຊ້ເກນການປະເມີນຂໍ້ທີ 6.ການວັດ ແລະ ປະເມີນຜົນຄູປະເມີນການຂຽນທວາຍ ໂດຍ ໃຊ້ເກນການປະເມີນຂໍ້ທີ 13ກ.ການວັດ ແລະ ປະເມີນຜົນຄູປະເມີນການແຕ້ມ ແລະ ການ ເລົ່າ ໂດຍໃຊ້ເກນການປະເມີນຂໍ້ ທີ 17ກ.໑໐໐ສ ວ ສສະຫງວນລິຂະສິດ
1017ບົດທີ 7 ຕ ພ ເxະ ເxເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1) ບອກຊື່ ພະຍັນຊະນະ ຕ ພ ແລະ ສະຫຼະ ເxະ ເx, ຈໍາແນກ ແລະ ບອກສຽງຕົວອັກສອນ ຕ ພ ເxະ ເx.2) ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ຕ ພ ເxະ ເx.3) ຂຽນພະຍັນຊະນະ ຕ ພ ແລະ ສະຫຼະ ເxະ ເx ໃຫ້ຖືກຕາມຮູບແບບ.4) ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.5) ຈໍາແນກການສະກົດພະຍາງ ຫຼື ຄໍາສັບທີ່ນໍາໃຊ້ສະຫຼະ ເxະ ເx ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກ ສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.6) ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.7) ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາສັບຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການ ຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:. ການຟັງ ແລະ ເວົ້າ: ໃຊ້ເກນການປະເມີນ ຂໍ້ທີ 3 ຢູ່ທ້າຍຊົ່ວໂມງທີ 8.1. ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ຂໍ້ທີ 5ກ ຢູ່ໃນຊົ່ວໂມງທີ 9.2. ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ ຂໍ້ທີ 7ຂ ແລະ 9ກ ຢູ່ໃນຊົ່ວໂມງທີ 2, 5.3. ຫັດຂຽນ: ໃຊ້ເກນການປະເມີນ ຂໍ້ທີ 12 ແລະ 14ກ ຢູ່ໃນຊົ່ວໂມງທີ 1, 4.4. ນິທານ: ໃຊ້ເກນການປະເມີນ ຂໍ້ທີ 19ກ ຢູ່ໃນຊົ່ວໂມງທີ 10.5III. ເນື້ອໃນຕົ້ນຕໍ1 ພະຍັນຊະນະ ຕ ພ1- ພະຍັນຊະນະ ປະກອບມີຄໍາສັບ: ຕຕາ, ຕີ, ໄຕ່, ໃຕ້, ຕະປູ, ກະຕ່າ, ຕາກ້າ1- ພະຍັນຊະນະ ປະກອບມີຄໍາສັບ: ພພະ, ພ້າ, ພີ, ພູ, ພູ່, ເພ11 ສະຫຼະ ເxະ ເx2- ສະຫຼະ ເxະ ປະກອບມີຄໍາສັບ: ເຕະ.- ສະຫຼະ ປະກອບມີຄໍາສັບ: ເxເປ, ເດ່, ເພ11 ພັັນລະນາກ່ຽວກັບຮູບຄົນໃນຄອບຄົວຂອງນາງລີ31 ນິທານ4IV. ສື່ການຮຽນການສອນ. ປຶ້ມແບບຮຽນ.1. ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.2. ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດສໍາລັບກິດຈະກໍາຈັບຄູ່.3. ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.4໑໐໑
1027. ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.5. ປຶ້ມນິທານ.6V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນທວນຄືບົດກາບ: “ນົກຈອກ ແລະ ງູ”.ຄູນໍາພາທວນຄືນຄໍາສັບໃໝ່ ແລະ ຄໍາສັບທີ່ນັກຮຽນຮູ້ແຕ່ຍັງບໍ່ໄດ້ຮຽນໃນບົດທີ 6.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ຮູບພາບທີ່ຂຶ້ນຕົ້ນດ້ວຍສຽງ ຕ ພການສອນໃຫ້ນໍາໃຊ້ເຕັກນິກການສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ:ເອົາໃຈໃສ່ນັກຮຽນທີ່ຟ້ອງສຽງ ພ ເປັນ ຟ ໃຫ້ຄູອະທິບາຍການຟ້ອງສຽງທັງ ສອງສຽງ ແລະ ຟ້ອງສຽງ ຕ ພ ໄດ້ຢ່າງຖືກຕ້ອງ.2ເວົ້າຊື່ ແລະ ຂີດຕາມຮອຍຕົວ ຕ ພການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)11 ເກມຊອກຫາພະຍັນຊະນະ ຕ ແລະ ພ ໃນແຜ່ນພູມຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.21 ເກມຊອກຫາພະຍັນຊະນະ ຕ ແລະ ພ ໃນຊຸດບັດຕົວອັກສອນຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກເກມໃດໜຶ່ງກໍໄດ້.3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກນິກການສອນທີ 3 ຢູ່ໃນພາກແນະນໍານັກຮຽນເລືອກ ແລະ ແຕ້ມຮູບສິ່ງໃດໜຶ່ງທີ່ມີສຽງຂຶ້ນຕົ້ນ ດ້ວຍສຽງ ຕ ຫຼື ພ.ທວນຄືນການອອກສຽງ (5 ນາທີ)4ຟັງ ແລະ ເວົ້າ ຄໍາສັບທີ່ຂຶ້ນຕົ້ນ ແລະ ບໍ່ຂຶ້ນຕົ້ນດ້ວຍສຽງ ຕ ພການສອນໃຫ້ນໍາໃຊ້ເຕັກນິກການສອນທີ 4 ຢູ່ໃນພາກແນະນໍາ. 5ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງຕົວ ຕ ພການສອນໃຫ້ນໍາໃຊ້ເຕັກນິກການສອນທີ 5 ຢູ່ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍໃຊ້ເກນການ ປະເມີນຂໍ້ທີ 12.໑໐໒ສ ວ ສສະຫງວນລິຂະສິດ
1037ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ຕາກ້າ ພ້າການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ພາກແນະນໍາຄໍາສັບ ກ້າ ພ້າ ກໍໃຫ້ດໍາເນີນການຮຽນການສອນຄືກັບຕາ.ຄູອະທິບາຍຄໍາສັບ “ຕາກ້າ” ແມ່ນ ໄຮ່ນາບ່ອນຫວ່ານກ້າບ່ອນຫວ່ານເຂົ້າປູກ “ພ້າ” ມີດໃຫຍ່ສັນໜາປາຍຕັດ. 7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະ ຕ ພ ເປັນບັດຄໍາພະຍັນຊະນະອື່ນທີ່ໄດ້ຮຽນ ມາ ເພື່ອໃຫ້ໄດ້ເປັນຄໍາສັບອື່ນເຊັ່ນ: ກາ, ປາ, ປ້າ, ມ້າ, ຕີ, ໃຕ້, ພະພູ, ກະຕ່າ, ຕະປູ111ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (10 ນາທີ)ເກມປະກອບຄໍາສັບ 1) ຄູເອົາຊຸດບັດຕົວອັກສອນປະກອບມີ ຕ, ປ, ມ, ດ, ງ, ຈ, ພ, xະ, xາ, xີ, ໄx, xຸ, ໃx, x່, x້, xູ, ເx ໃຫ້ນັກຮຽນ.2) ຄູເວົ້າໄປເທື່ອລະຄໍາ ນັກຮຽນໃນກຸ່ມຊ່ວຍກັນປະກອບຄໍາຕາມຄູເວົ້າຈົນຄົບ. (ຕີ, ໃຕ້, ພະ, ພູ, ກະຕ່າ,ຕະປູ...) ຂັ້ນຕອນການສອນປະຕິບັດຄືບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ (10 ນາທີ)8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມ3ຄໍາສັບໃດໜຶ່ງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງ ທຜານມາ.ີ່່ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນຮ້ອງເພງ ຍິນດີ ເພງ “ຍິນດີ”ຍິນດີ ທີ່ຮູ້ຈັກເພື່ອນຮັກ ຂໍເຊີນຮ່ວມຈິດເຮົາຮັກກັນ ສັນມິດຮັກສະໜິດ ດັ່ງພີ່ນ້ອງກັນ (ຊໍ້າ)ຄູທວນຕາມຂໍ້ທີ 2 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູສັງເກດເບິ່ງວ່າ ນັກຮຽນຜູ້ໃດສາມາດອ່ານ, ຂຽນ ແລະ ແຕ້ມຮູບທີ່ເຂົາເຈົ້າເລືອກໄດ້ ໂດຍໃຊ້ເກນການປະເມີນຂໍ້ທີ 7ຂ.໑໐໓
1047ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຊື່ຮູບພາບທີ່ມີສຽງ ເxະ ຫຼື ເxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.1) ຄູອະທິບາຍຄວາມແຕກຕ່າງລະຫວ່າງຄໍາວ່າ: ເມກ.ສະຫຼະ ເx ທີ່ຢູ່ທາງໜ້າພະຍັນຊະນະ ມ ເມື່ອຕົວສະກົດ xກ ,ບໍ່ອອກສຽງ ເx ອອກສຽງ ເxກ (ເອກ).2) ຄູເວົ້າຄືນຮູບພາບທີ່ມີສຽງ ເxະ, ຮູບພາບທີ່ມີສຽງ ເx (ເທ).ພາສາລາວສໍາລັບນັກຮຽນຊົນເຜົ່າ:ອາດມີຄວາມຈໍາເປັນ ຄູເອົາຮູບຕົວຢ່າງຈໍານວນໜຶ່ງໃຫ້ເລືອກ ຫຼື ບອກຕົວ ຢ່າງອື່ນໆໃຫ້.11ເວົ້າຊື່ ແລະ ຂີດຕາມຮອຍ ເxະ ຫຼື ເxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາສະຫຼະ ເxະ ເxຂັ້ນຕອນການສອນຫຼິ້ນເກມໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບການສອນຫຼິ້ນເກມຊອກຫາພະຍັນຊະນະ ຕ ພ ໃນຊົ່ວໂມງທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ທວນຄືນການອອກສຽງ (5 ນາທີ)13ຟັງ ແລະ ເວົ້າ ຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ ເxະ ເxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.14ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງ ເxະ ເxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)15ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ເຕະ ເດ່ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.ຄູອະທິບາຍຄວາມໝາຍຂອງຄໍາວ່າ ເດ່: ໝາຍເຖິງເດ່ມືອອກ ຫຼື ຍືນມືໄປຮັບເອົາສິ່ງໃດໜຶ່ງຈາກຄົນອື່ນໆ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ຄູແນະນໍາກ່ຽວກັບຄໍາສັບ ເxະ ເx ຈະປະກອບຢູ່ກັບຫຼາຍຄໍາສັບເຊັ່ນ: ເພງ, ເຮັດ ແຕ່ຄໍາສັບເຫຼົ່ານີ້ມີສຽງຂອງແມ່ ສະກົດແຕ່ນັກຮຽນຍັງບໍ່ທັນໄດ້ຮຽນຕົວສະກົດເທື່ອເຖິງຢ່າງໃດກໍຕາມນັກຮຽນຈໍາເປັນຕ້ອງຮຽນຮູ້ວິທີການຜັນສຽງ ແລະ ອ່ານຄໍາສັບເຫຼົ່ານີ້. ຕົວຢ່າງ: ຄໍາສັບເພງແມ່ນສະຫຼະ ເx ປະສົມຕົວສະກົດ ງ (ເxງ) ຄໍໍໍໍາສັບເຮັດແມ່ນສະຫຼະ ເxະ ປະ ສົມຕົວສະກົດ ດ ເມື່ອປະສົມສະກົດ ດ ສະຫຼະ xະ ຈະປ່ຽນເປັນ xັ (ເxັດ).ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນປະຕິບັດຄືບົດທີ 3 ຊົ່ວໂມງທີ 2.(ຄູນໍາໃຊ້ພະຍັນຊະນະ ແລະ ສະຫຼະ ທີ່ຮຽນມາ ຫຼື ກໍາລັງຮຽນຢູ່)ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍການໃຊ້ເກນ ການປະເມີນຂໍ້ທີ 14ກ.໑໐໔ສ ວ ສສະຫງວນລິຂະສິດ
1057ກິດຈະກໍາເສີມການອ່ານ (10 ນາທີ)ເກມທວາຍຄໍາ ໂດຍໃຊ້ບັດຄໍາ1ຂັ້ນຕອນການສອນປະຕິບັດຄືບົດທີ 6 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ ເພງ “ໂຮງຮຽນ”ໂຮງຮຽນ ໂຮງຮຽນເປັນບ່ອນຮຽນ ຂອງເຮົາທຸກຄົນເຮົາຮັກໂຮງຮຽນ ເຫຼືອລົ້ນເຮົາທຸກຄົນ ຕ້ອງມາໂຮງຮຽນ.1) ຄູຮ້ອງເພງໃຫ້ນັກຮຽນ ຟັງ 1-2 ຄັ້ງ ແລ້ວໃຫ້ນັກຮຽນຮ້ອງຕາມຄູ 2 ຄັ້ງ.2) ນັກຮຽນທວນຄືນຂໍ້ທີ 4 9 13 ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ປູວະລີ: ຕະປູ18ອ່ານປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຄູແນະນໍາເຄື່ອງໝາຍ (“ ”) ເອີ້ນວ່າວົງຢືມ, ໃຊ້ໝາຍບອກໄວ້ໃຫ້ຮູ້ວ່າຂໍ້ຄວາມໃນວົງນີ້ ແມ່ນຢືມມາ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (10 ນາທີ)19ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຕອບ: 11 ຕະປູ, 21 ດີ່ດີ່, 31 ໄປໄກໄກ1ກິດຈະກໍາເສີມການຂຽນ (10 ນາທີ)ຫຼີ້ນເກມ ບິງໂກ້ພາກ 1 ເລື່ອງ ການຫາປາຢູ່ບ້ານຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິທານຢູ່ໃນບົດທີ 1 ພາກທີ 1.ໝາຍເຫດ: ເລືອກເອົາປຶ້ມນິ ທານທີ່ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ ເປັນໜ້າສົນໃຈສໍາລັບນັກຮຽນ ,ແລະ ນັກຮຽນເຂົ້າໃຈງ່າຍ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ແລະ ວະ ລີ ໂດຍໃຊ້ເກນການປະເມີນຂໍ້ທີ 7ຂ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 9ກ.໑໐໕
1067ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 1 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ ບົດກາບ “ພໍ່”ພໍ່ຕື່ນເຊົ້າ ຟ້າວຂຶ້ນລົດເມບໍ່ລັ່ງເລ ຖືຖົງຫໍ່ເຂົ້າໄປການເຊົ້າ ໃຫ້ທັນເວລາເລີກກັບມາ ຊ່ວຍວຽກຄອບຄົວ1) ຄູທ່ອງບົດກາບໃຫ້ນັກຮຽນຟັງ 1-2 ຄັ້ງ ແລ້ວໃຫ້ນັກຮຽນເວົ້າຕາມຄູ 2 ຄັ້ງ.2) ຄູຂຽນປະໂຫຍກເຊັ່ນ: ປູ່ຕີຕະປູ, ດີ່ດີ່ມາໃກ້, ໄປໄກໄກ ໃສ່ກະດານ.3) ຄູອ່ານເທື່ອລະປະໂຫຍກໃຫ້ນັກຮຽນຟັງກ່ອນ 1-2 ຄັ້ງ.4) ນັກຮຽນອ່ານປະໂຫຍກດ້ວຍຕົນເອງ, ອ່ານເປັນໂຕະ, ອ່ານພ້ອມກັນໝົດຫ້ອງ ແລະ ອ່ານເປັນບຸກຄົນ(ຖ້ານັກຮຽນອ່ານບໍ່ໄດ້ຄູຊ່ວຍເຫຼືອນັກຮຽນ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ຂ ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນເບິ່ງຮູບໃນພາບຂໍ້ທີ 20 ເທື່ອລະຮູບ ແລະ ໃຫ້ ນັກຮຽນເວົ້າປະໂຫຍກຕາມສິ່ງທີ່ເຫັນ.2) ນັກຮຽນສັງເກດຮູບພາບເທື່ອລະຮູບ ແລະ ເວົ້າຕາມຄວາມ ເຂົ້າໃຈ.3) ນັກຮຽນຈັບຄູ່ຊອກຄໍາທີ່ເຂົາເຈົ້າຮູ້ຈັກ ແລະ ຂຽນມາແລ້ວ ນັ້ນມາເວົ້າເປັນປະໂຫຍກໃສ່ຮູບ. ນັກຮຽນສາມາດຊອກຄໍາໃນປຶ້ມແບບຮຽນໄດ້.4) ນັກຮຽນຈັບຄູ່ກັນຂຽນປະໂຫຍກໃສ່ແຕ່ລະຮູບ.5) ຄູຕິດຕາມ ແລະ ຊ່ວຍເຫຼືອຜູ້ທີ່ຍັງບໍ່ທັນປະຕິບັດໄດ້.6) ນັກຮຽນປ່ຽນຜຽນກັນອ່ານປະໂຫຍກຂອງຕົນໃຫ້ໝູ່ ແລະ ຄູຟັງ.ຄໍາຕອບ: ງູມາໃກ້ປູ່1 ປູ່ຕີງູ1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)21ເລືອກ ເxະ ຫຼື ເx ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 11 ເພ , 21 ເຕະ , 31 ເມກກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາ ໂດຍໃຊ້ບັດຄໍາການສອນໃຫ້ນໍາໃຊ້ວິທີການຫຼິ້ນເກມການອ່ານໃນກິດຈະກໍາເສີມຊົ່ວໂມງທີ 4 ຫຼື ຫຼິ້ນເກມບິງໂກ ຊົ່ວໂມງທີ 5.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າຄໍາສັບ ແລະ ປະ ໂຫຍກ ໂດຍໃຊ້ເກນການປະເມີນຂໍ້ ທີ 7ຂ.໑໐໖ສ ວ ສສະຫງວນລິຂະສິດ
1077ທວນຄືນຕົວອັກສອນ ແລະ ຄໍາສັບ (5 ນາທີ)ນໍາໃຊ້ຄໍາສັບຂໍ້ທີ 22 ເພື່ອທວນຄືນ.1) ນັກຮຽນສັງເກດເບິ່ງຄໍາສັບຢູ່ໃນ ເລື່ອງ “ຄອບຄົວຂອງຂ້ອຍ”.2) ນັກຮຽນບອກຄໍາສັບ ແລະ ຕົວອັກສອນທີ່ເຂົາເຈົ້າຮູ້ຈັກຕາມຄວາມເຂົ້າໃຈ.3) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ. ຈາກນັ້ນ, ໃຫ້ຂຽນຄໍາສັບ ແລະ ຕົວອັກສອນທີ່ເຂົາເຈົ້າຮູ້ ໃສ່ເຈ້ຍ ຫຼື ເອົາກ້ອນຫີນວາງໃສ່ເທິງຄໍາສັບເຫຼົ່ານັ້ນ.4) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກສິ່ງທີ່ເຂົາເຈົ້າຮູ້ໃຫ້ໝູ່ ແລະ ຄູຮູ້ນໍາ ຕົວຢ່າງ: ປ້າ ປູ່ ...ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)22ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.1) ຄູອ່ານຫົວຂໍ້ຂອງເລື່ອງທັງຊີ້ຊື່ຄົນ ຕາມຮູບພາບໃຫ້ນັກຮຽນ ຟັງ ແລະ ເບິ່ງ.2) ນັກຮຽນຕິດຕາມເບິ່ງ ແລະ ຟັງຄູ.3) ຄູຖາມນັກຮຽນວ່າ: ຊື່ໃດທີ່ເຂົາເຈົ້າສາມາດອ່ານໄດ້. (ຂ້ອຍ, ແມ່, ປ້າ, ນ້າ, ປູ່) ແລະ ໃຫ້ນັກຮຽນຄາດເດົາວ່າຊື່ຕໍ່ໄປທີ່ຕິດຢູ່ນໍາຮູບຈະແມ່ນຫຍັງ?4) ນັກຮຽນຄາດເດົາຊື່ທີ່ໄດ້ເຫັນຕາມຄວາມເຂົ້າໃຈ.5) ຄູອ່ານປະໂຫຍກທີ 1 ຊີ້ໃສ່ຄໍາສັບໃນຂະນະທີ່ອ່ານແລ້ວສືບຕໍ່ປະຕິບັດແບບດຽວກັນຈົນໝົດບົດເລື່ອງ.6) ນັກຮຽນເວົ້າປະໂຫຍກໄປພ້ອມ ຫຼື ຕາມຫຼັງຄູ 1-2 ຄັ້ງ.7) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.8) ນັກຮຽນແຕ່ລະກຸ່ມຄິດຫາຄໍາຖາມທີ່ສາມາດໃຊ້ຖາມພາຍໃນກຸ່ມຂອງຕົນເຊັ່ນ: ນ້ອງຊາຍເຈົ້າອາຍຸຈັກປີ?ອ້າຍ, ເອື້ອຍເດໄປຮຽນບ່ອນດຽວກັບເຈົ້າບໍ່?ເຈົ້າຮຽນຢູ່ຊັ້ນໃດ?ພໍ່ເຮັດວຽກຫຍັງ? ແມ່ເດ?9) ນັກຮຽນຕອບຄໍາຖາມຢູ່ໃນກຸ່ມຂອງຕົນຕາມຕົວຈິງຂອງຄອບຄົວເຂົາເຈົ້າເອງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)1) ຄູແຕ້ມຮູບໂຄງຮ່າງຄົນຂຶ້ນກະດານ.2) ຄູໃຫ້ນັກຮຽນແຕ້ມຮູບຄອບຄົວຂອງຕົນເອງ (ໂດຍໃຊ້ຮູບແຕ້ມທີ່ຂີດເປັນໂຄງຮ່າງຂອງຄົນ).3) ຄູຕິດຕາມການແຕ້ມຂອງນັກຮຽນທົ່ວຫ້ອງ ແລະ ຖາມນັກຮຽນໄປນໍາດັ່ງລຸ່ມນີ້:ຮູບນີ້ແມ່ນເຈົ້າບໍ່ ຮູບໃດແມ່ນພໍ່, ແມ່. ຄອບຄົວຫຼານມີຈັກຄົນ ຊາຍຈັກຄົນ ຍິງຈັກຄົນ ໃຫ້ນັກຮຽນຂຽນ ?? ? ? ບອກຊື່ໃສ່ຮູບຂອງແຕ່ລະຄົນ.(ພໍ່, ແມ່, ນ້ອງຊາຍ, ນ້ອງສາວ, ເອື້ອຍ, ອ້າຍ........)ການວັດ ແລະ ປະເມີນຜົນຄູສັງເກດຈາກການຕອບຄໍາຖາມ, ການ ບອກຊື່ຄົນໃນຄອບຄົວ ແລະ ການແຕ້ມ ຮູບ ໂດຍໃຊ້ເກນການປະເມີນຂໍ້ທີ 3.໑໐໗໖
1087ກິດຈະກໍາເສີມການເວົ້າ (10 ນາທີ)1) ຄູແນະນໍາໃຫ້ນັກຮຽນຈັດກຸ່ມລະ 3 ຄົນ ເພື່ອສະເໜີຮູບພາບທີ່ຕົນແຕ້ມ ແລະ ເລົ່າກ່ຽວກັບຄອບຄົວຂອງຕົນໃຫ້ໝູ່ຟັງ.2) ນັກຮຽນປ່ຽນຜຽນກັນເລົ່າ, ປ່ຽນຜຽນກັນຕັ້ງຄໍາຖາມ.3) ຄູສັງລວມຄືນກິດຈະກໍາທີ່ນັກຮຽນປະຕິບັດ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນຶື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ທວນຄືນ (5 ນາທີ)ແນະນໍານັກຮຽນທວນຄືນ ເວົ້າບົດກາບ “ພໍ່” ພ້ອມທັງໃຊ້ທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາການສອນໃຫ້ນໍາໃຊ້ວິທີການຄືກັນກັບການປະເມີນປະສົມ ແລະ ແຍກຄໍາຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນການປະກອບຄໍາ ແລະ ແຍກຄໍາ.ຕ - x າ -ຕາ ຕາ າ ຕxພ - າ ພ້າ x x້ ພ້າ x x ້າ ພຕ ເ ະ ເຕະx ເຕະ ເ ະ ຕ x ດ ເx x່ ເດ່ ເດ່ ເ ດx່ xປະເມີນການອ່ານຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການປະເມີນຄໍາສັບ ແລະ ວະລີ ຢູ່ບົດທີ 3 ຊົ່ວໂມງທີ 9.ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 2 11 , ແລະ 17 ໃນປຶ້ມແບບຮຽນ.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການປະເມີນປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9.ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 18 ແລະ 19 ໃນປຶ້ມແບບຮຽນ. ປະເມີນການນໍາໃຊ້ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 6 .ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3.ປະເມີນການຂຽນຄູເວົ້າປະໂຫຍກ: ປະຕູເພ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 2 ຊົ່ວໂມງທີ 9.ການວັດ ແລະ ປະເມີນຜົນຄູປະເມີນການຈື່ຕົວອັກສອນ ແລະ ການ ປະກອບຄໍາ ໂດຍໃຊ້ເກນການປະເມີນຂໍ້ ທີ 5ກ.໑໐໘ສ ວ ສສະຫງວນລິຂະສິດ
1097ພາກ 2 ເລື່ອງ ການຫາປາຢູ່ບ້ານຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 2 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບ ການສອນນິທານຢູ່ບົດທີ 1 ພາກທີ 2.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການແຕ້ມ ແລະ ເລົ່ານິທານ ຄືນ ໂດຍໃຊ້ເກນການປະເມີນຂໍ້ທີ 19ກ.໑໐໙໘
1108ບົດທີ ລ ສ ແ ະ ແ8xxເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່ພະຍັນຊະນະ ລ ສ ແລະ ສະຫຼະ ແxະ ແx, ຈໍາແນກ ແລະ ບອກສຽງຕົວອັກສອນ ລ ສ ແxະ ແx11 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ລ ສ ແxະ ແx11 3ຂຽນພະຍັນຊະນະ ລ ສ ແລະ ສະຫຼະ ແxະ ແ x ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດຄໍາສັບທີ່ໃຊ້ສະຫຼະ ແ xະ ແx ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກສອນ ເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາເວົ້າຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ, ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ເວົ້າ: ໃຊ້ເກນການປະເມີນ ຂໍ້ທີ ຢູ່ທ້າຍຊົ່ວໂມງທີ 3811 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ຂໍ້ທີ ຢູ່ຊົ່ວໂມງທີ 6911 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນຂໍ້ທີ 14ກ ຢູ່ຊົ່ວໂມງທີ 511 4ຫັດຂຽນ: ໃຊ້ເກນການປະເມີນ ຂໍ້ທີ 10 ຢູ່ທ້າຍຊົ່ວໂມງທີ 511 5ຂຽນທວາຍ: ໃຊ້ເກນການປະເມີນ ຂໍ້ທີ 13ກ ຢູ່ຊົ່ວໂມງທີ 911 6ນິທານ: ໃຊ້ເກນການປະເມີນຂໍ້ທີ 15 ຢູ່ຊົ່ວໂມງທີ 61III. ເນື້ອໃນຕົ້ນຕໍ1 ພະຍັນຊະນະ ລ ສ1- ພະຍັນຊະນະ ປະກອບມີຄໍາສັບ: ລແລ່ນ, ລົດ, ລະຄັງ, ລີງ, ລາ, ລີ້, ໄລ່, ລະ, ລາ, ລ່າ1- ພະຍັນຊະນະ ປະກອບມີຄໍາສັບ: ສສໍ, ສອງ, ສາມ, ສີ່, ສວນ, ເສືອ, ສະບູ, ສໍສີ, ເສື້ອ, ໃສ, ໃສ່11 ສະຫຼະ ແxະ ແx2- ສະຫຼະະ ແxະ ປະກອບມີຄໍາສັບ: ແກະ, ແຕະ1- ສະຫຼະ ແx ປະກອບມີຄໍາສັບ: ແມ່, ແສ້, ແບ້, ສີແດງ, ແຈ, ຊ່ວຍແດ່, ປາແດກ, ແລ່ນ, ມາແຕ່11 ພັນລະນາກ່ຽວກັບອາຫານທີ່ມັກ ແລະ ບໍ່ມັກ ໃນປຶ້ມແບບຮຽນ131 ນິທານ4IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.໑໑໐ສ ວ ສສະຫງວນລິຂະສິດ
11181 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ. 1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ..V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນ ຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ. ຂັ້ນຕອນການສອນໃຫ້ປະຕິບັດຄືບົດຜ່ານມາ.2) ຄູນໍາພາທວນຄືນຄໍາສັບໃໝ່ ແລະ ຄໍາສັບທີ່ນັກຮຽນຮູ້ແຕ່ຍັງບໍ່ໄດ້ຮຽນໃນບົດທີ 7 ດ້ວຍການຫຼິ້້ນເກມບິງໂກ ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 6 ຊົ່ວໂມງທີ 5. ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ຮູບພາບທີ່ຂຶ້ນຕົ້ນດ້ວຍສຽງ ລ ສການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ແລ່ນ, ລົດ, ລະຄັງ, ສອງ, ສາມ, ສີ່, ສໍ, ສວນ1ພາສາລາວສໍາລັບນັກຮຽນຊົນເຜົ່າ: ເອົາໃຈໃສ່ໃຫ້ນັກຮຽນອອກສຽງ ລ ສ ໄດ້ຢ່າງຖືກຕ້ອງ.2ເວົ້າຊື່ ແລະ ຂີດຕາມຮອຍຕົວ ລ ສການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)11 ເກມຊອກຫາພະຍັນຊະນະ ລ ແລະ ສ ໃນແຜ່ນພູມຕົວອັກສອນລາວຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.ຄູອະທິບາຍວ່າ ວ ແລະ ລ ຕ່າງກັນ ເພາະ ວ ຂອດຫົວເຂົ້າໃນ ສ່ວນ ລ ຂອດຫົວອອກນອກ.21 ເກມຊອກຫາພະຍັນຊະນະ ລ ແລະ ສ ໃນຊຸດບັດຕົວອັກສອນຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກສອນເກມໃດໜຶ່ງກໍໄດ້.3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ນັກຮຽນເລືອກ ແລະ ແຕ້ມຮູບໃດໜຶ່ງທີ່ອອກສຽງ ລ ຫຼື ສ.ທວນຄືນການອອກສຽງ (10 ນາທີ)ຄູແນະນໍານັກຮຽນນໍາໃຊ້ຂໍ້ທີ 4 ແລະ 5 ໃຫ້ນັກຮຽນອອກສຽງຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ລ ສ.4ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນ ແລະ ບໍ່ຂຶ້ນຕົ້ນດ້ວຍສຽງ ລ ສການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍໃຊ້ເກນການ ປະເມີນຂໍ້ທີ 12.໑໑໑
1128ຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ລ: ລາ, ລີ້, ໄລ່.ຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ສ: ສະບູ, ສໍສີ, ເສື້ອ. 5ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ ລ ສການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ໄລ່ ໃສ່ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະ ເພື່ອໃຫ້ນັກຮຽນປະກອບຄໍາສັບ: ລາ, ໃສ, ໃສ່, ສະ, ສີ, ສີ່, ລີ້.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ )ເກມປະກອບຄໍາສັບຊຸດຕົວອັກສອນປະກອບມີ: ກ ບ ນ ຈ ລ ສ ໄx ໃx xີ xາ x່ x້.ຄໍາສັບປະກອບມີ: ລາ, ໃສ, ໃສ່, ສະ, ສີ, ສີ່, ລີ້...ຈົນຄົບໝົດທຸກຄໍາ.ຂັ້ນຕອນການສອນປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ (10 ນາທີ)8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ3ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ ຊົ່ວໂມງທີ່ຜ່ານມາ.2ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນທ່ອງບົດກາບ “ໄກ່ແມ່ຕື່ນແບ້” ພ້ອມທັງຕົບມືເປັນຈັງຫວະ ຫຼື ສະແດງທ່າທາງປະກອບ.ກາບ “ໄກ່ແມ່ຕື່ນແບ້”ແບ້ຍ່າງມາ ຫາກິນໜໍ່ໄລ່ແບ້ເຫັນໄກ່ ຮ້ອງໃສ່ ແບ້ ແບ້ສ່ວນໄກ່ແມ່ ຕື່ນແບ້ຕົກໃຈເລີຍຮ້ອງໄປ ກະຕາກ ກະຕາກ2) ຄູນໍາໃຊ້ຂໍ້ 2 ເພື່ອທວນຄືນການອອກສຽງຄໍາສັບ.໑໑໒ສ ວ ສສະຫງວນລິຂະສິດ
1138 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບ ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ຄໍາສັບ: ໃນ, ພ້າ, ດີໃຈ, ເຕະ, ເດ່, ບຸ, ງູ, ປາ, ສະບູ1ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຊື່ຮູບພາບທີ່ມີສຽງ ແxະ ຫຼື ແxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ແກະ, ແກະ, ແມ່, ແສ້ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູພານັກຮຽນອອກສຽງ ແx ະແx ໃຫ້ຖືກຕ້ອງ ສໍາລັບຄໍາສັບທີ່ນັກຮຽນບໍ່ເຂົ້າ .ໃຈຄວາມໝາຍ ຄູອາດຈະເອົາຮູບ ຫຼື ວັດຖຸຈິງມາໃຫ້ນັກຮຽນເບິ່ງ ຖ້າຄູຮູ້ພາສາຊົນເຜົ່າສາມາດໃຊ້ພາສາເຜົ່າບອກ ບາງຈຸດທີ່ນັກຮຽນບໍ່ເຂົ້າໃຈຖ້າຈໍາເປັນ.11ເວົ້າຊື່ ແລະ ຂີດຕາມຮອຍ ແxະ ແxການສອນໃຫ້ນໍາໃຊ້ວິທີການສິດສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາຕົວອັກສອນເກມຊອກຫາສະຫຼະ ແxະ ແລະ ແxຂັ້ນຕອນການສອນຫຼິ້ນເກມໃຫ້ຄູປະຕິບັດກິດຈະກໍາການຮຽນການສອນຄືກັນກັບການສອນເກມຊອກຫາພະຍັນຊະນະ ລ ສ ໃນຊົ່ວໂມງທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ທວນຄືນການອອກສຽງ (5 ນາທີ)13ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ ແxະ ແxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ຄໍາສັບທີ່ມີສຽງ ແxະ ແx: ແຕະ, ແຈ, ຊ່ວຍແດ່, ແປະ, ແລ່ນ.ຄໍາສັບທີ່ບໍ່ມີສຽງ ແxະ ແx: ສີຟ້າ.14ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ ແxະ ແxການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)15ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ແກະ ມາແຕ່ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.ຄູອະທິບາຍຄວາມໝາຍຂອງຄໍາສັບ: ແກະ ແມ່ນການໃຊ້ມືເປີດ ຫຼື ຜີ່ ສິ່ງໃດໜຶ່ງອອກເຊັ່ນ: ແກະຫໍ່ຂອງຂວັນ ແກະກາບໄມ້ ນອກຈາກນີ້ ແກະ ໝາຍເຖິງຊື່ຂອງສັດລ້ຽງຊະນິດໜຶ່ງ. ມາແຕ່ ໝາຍເຖິງມາຈາກເຊັ່ນ: ມາແຕ່ນາ, ມາ ແຕ່ໂຮງຮຽນ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.໑໑໓
1148(ຖ້າມີເວລາພຽງພໍ ນອກຈາກຟ້ອງສຽງຄໍາວ່າ ແກະ ແລະ ຜັນສຽງຄໍາວ່າ ແຕ່ ແລ້ວຄູສອນການປະກອບເປັນຄໍາວ່າ ແລະ ແຕະ ແຈ ແມ່ ແສ້ ແບ້ ແດ່ ຕື່ມອີກ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາສັບ ໂດຍໃຊ້ບັດຄໍາ1ຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ທ້າຍຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນທ່ອງກາບ ໄກ່ແມ່ຕື່ນແບ້ ພ້ອມທ່າທາງປະກອບ.“”2) ຄູນໍາພານັກຮຽນເລືອກທວນຄືນຂໍ້ທີ 4 9 13 , , ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ຕະຫຼາດ, ມາ, ແຕ່, ໃສ, ແມ່1ວະລີ: ປູ່ລີ, ເວົ້າວ່າ, ມາແຕ່ໃສ118ອ່ານປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)19ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.ຄູອະທິບາຍຄໍາວ່າ: ຫຍັງ, ໃຜ ໝາຍເຖິງການຖາມ ເພື່ອ ໃຫ້ມີຄໍາຕອບ, ສ່ວນຄໍາວ່າ: ນໍາ ແມ່ນສະແດງເຖິງການເຮັດພ້ອມ ກັນຄໍານີ້ຈະໃຊ້ໃນເວລາຢາກສະແດງເຖິງສອງຄົນຂຶ້້ນໄປເຮັດອັນ ໃດອັນໜຶ່ງພ້ອມກັນເຊັ່ນ: ໄປນໍາກັນ, ຢູ່ນໍາກັນ, ມານໍາກັນ, ກິນນໍາ ກັນ, ຮຽນນໍາກັນ ດັ່ງນີ້ເປັນຕົ້ນ.ຄໍາຕອບ: 1. ກິ 2. ກິມາແຕ່ໃສ?ກິດຈະກໍາເສີມການຂຽນ (10 ນາທີ) ຫຼິ້ນເກມບິງໂກ ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 6 ຊົ່ວໂມງທີ 5.ການວັດ ແລະ ປະເມີນຜົນຄູປະເມີນເບ່ງຄວາມສາມາດໃນ ິການຕອບຄໍາຖາມ ໂດຍໃຊ້ເກນການ ປະເມີນຂໍ້ທີ 10.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ, ວະລີ ແລະປະໂຫຍກ ໂດຍໃຊ້ເກນການປະເມີນ ຂໍ້ທີ 14ກ.໑໑໔ສ ວ ສສະຫງວນລິຂະສິດ
1158ພາກ 1 ເລື່ອງ ແມວນ້ອຍຫຼິ້ນສີ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັບການສອນນິທານຢູ່ບົດທີ 1 ພາກ 1.ໝາຍເຫດ: ເລືອກເອົາປຶ້ມນິທານທີ່ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ, ເປັນໜ້າສົນໃຈສໍາລັບນັກຮຽນ ແລະ ນັກຮຽນເຂົ້າໃຈງ່າຍ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ “ແບ້ຫຼົງທາງ” ພ້ອມທັງໃຊ້ທ່າທາງປະກອບ.2) ຄູໃຊ້ຂໍ້ທີ 18 ອ່ານປະໂຫຍກ ເພື່ອທວນຄືນ. ເພງ “ແບ້ຫຼົງທາງ”ແບ້ຫຼົງທາງ ຍ່າງໄປຍ່າງມາແບ້ຊອກຫາ ທາງເມືອຫາແມ່ຍ່າງຕາມທາງ ຮ້ອງດັງ ແບ້ ແບ້ພໍເຫັນແມ່ ແບ້ແສນດີໃຈຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.21ອ່ານປະໂຫຍກ, ແລ້ວເລືອກເອົາຄໍາສັບ ຫຼື ວະລີຈາກຂໍ້ 20 ຕື່ມໃສ່ບ່ອນວ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ຄ ຢູ່ໃນພາກແນະນໍາ.ຄໍາຕອບ: 11 ມາແຕ່ 21 ສະບູ 31 ແຈ1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)22ເລືອກ ແxະ ຫຼື ແx ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 1. ແກະ, 2. ແສ້, 3. ແດ່.ກິດຈະກໍາເສີມການອ່ານ (10 ນາທີ)ຫຼິ້ນເກມອ່ານຄໍາສັບໂດຍໃຊ້ບັດຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ທ້າຍຊົ່ວໂມງທີ 4.ການວັດ ແລະ ປະເມີນຜົນຄູປະເມີນການຄາດເດົາ ໂດຍໃຊ້ເກນ ການປະເມີນຂໍ້ທີ 15.ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ແລະ ຈັບຄູ່ ໂດຍ ໃຊ້ເກນການປະເມີນຂໍ້ທີ 11.໑໑໕
1168ທວນຄືນຕົວອັກສອນ ແລະ ຄໍາ (5 ນາທີ)ນໍາໃຊ້ຄໍາສັບໃນຂໍ້ທີ 23 ເພື່ອທວນຄືນ.1) ນັກຮຽນເບິ່ງບົດເລື່ອງ ແລ້ວບອກຕົວອັກສອນ ແລະ ຄໍາສັບທີ່ເຂົາເຈົ້າຮູ້ຈັກ.2) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ. ຈາກນັ້ນ, ນັກຮຽນ ຂຽນຄໍາສັບ ແລະ ຕົວອັກສອນທີ່ເຂົາ ເຈົ້າຮູ້ໃສ່ເຈ້ຍ ຫຼື ເອົາກ້ອນຫີນວາງໃສ່ເທິງຄໍາສັບ.3) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກຕົວອັກສອນ, ຄໍາສັບໃຫ້ໝູ່ ແລະ ຄູຟັງ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງຟັງ ແລະ ເວົ້າຕາມຄູການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.1) ຄູຖາມວ່າ ຫົວຂໍ້ບົດເລື່ອງນີ້ແມ່ນເວົ້າກ່ຽວກັບຫຍັງ?2) ນັກຮຽນຕອບຕາມຄວາມເຂົ້າໃຈ. 3) ຄູອ່ານຫົວຂໍ້ຂອງບົດເລື່ອງ ແລະ ຊີ້ໃສ່ຮູບເດັກນ້ອຍຢູ່ ໃນບົດເລື່ອງພ້ອມທັງບອກວ່າ: ນີ້ແມ່ນທ້າວຄໍາ ແລະ ໝູ່ຂອງລາວໃຫ້ນັກຮຽນຄາດເດົາວ່າ ເຂົາເຈົ້າພວມເຮັດ ຫຍັງ ຄູໃຫ້ນັກຮຽນບອກວ່າເຂົາເຈົ້າເຫັນຫຍັງແດ່ຢູ່ໃນ ຮູບພາບ ແລະ ໃຫ້ນັກຮຽນຄາດເດົາວ່າຈະມີຄໍາສັບໃດແດ ່ຢູ່ໃນບົດເລື່ອງ.4) ຄູອ່ານປະໂຫຍກທໍາອິດຢູ່ໃນບົດເລື່ອງໃນຂະນະທີ່ອ່ານໃຫ້ຊີ້ໃສ່ແຕ່ລະຄໍາສັບພ້ອມທັງສະແດງຮູບພາບໃຫ້ ນັກຮຽນເບິ່ງ. ຈາກນັ້ນ, ຄູສືບຕໍ່ອ່ານຈົນໝົດບົດເລື່ອງ.5) ຄູອ່ານບົດເລື່ອງຄືນໃຫ້ນັກຮຽນເວົ້າໄປພ້ອມ ຫຼື ຕາມຫຼັງ. ຈາກນັ້ນ, ຄູຖາມວ່າ ທ້າວຄໍາຈະໄປຊອກໝູ່ຢູ່ໃສອີກ?6) ນັກຮຽນຕອບພ້ອມທັງບອກເຫດຜົນເຊັ່ນ ຟຸ່ມໄມ້, ທາງຫຼັງຕົ້ນໄມ້, ໃນປ່າກ້ວຍ...7) ຄູແນະນໍາວິທີໃຊ້ຄໍາ ທາງຫຼັງ, ໃນ... ຖ້ານັກຮຽນໃຊ້ບໍ່ຖືກ ແລະ ແນະນໍາວ່ານັກຮຽນສາມາດໃຊ້ຄໍາ: ເທິງ, ກ້ອງ, ລະຫວ່າງ...ຕື່ມອີກ.8) ຄູໃຫ້ນັກຮຽນບອກວ່າ ຖ້າແມ່ນເຂົາເຈົ້າເດເຂົາເຈົ້າຈະລີ້ຢູ່ໃສ?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ແຕ່ງເລື່ອງປາກເປົ່າຕາມໂຄງສ້າງຂອງປະໂຫຍກ1) ຄູຈັດນັກຮຽນອອກເປັນກຸ່ມເພື່ອສົນທະນາກ່ຽວກັບບ່ອນຕ່າງໆ ໃນເດີ່ນໂຮງຮຽນ ທີ່ເຂົາເຈົ້າສາມາດລີ້.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເລົ່າເຖິງບ່ອນຕ່າງໆ ທີ່ເຂົາເຈົ້າສາມາດລີ້ໄດ້.3) ຄູຂຽນສິ່ງທີ່ນັກຮຽນເວົ້າໃສ່ກະດານເຊັ່ນ: ລະຫວ່າງຟຸ່ມໄມ້, ທາງຫຼັງຕົ້ນໄມ້...ກິດຈະກໍາເສີມການເວົ້າ (10 ນາທີ)1) ຄູໃຫ້ນັກຮຽນເລືອກແຕ້ມຮູບຂອງເຂົາເຈົ້າພວມລີ້ຢູ່ບ່ອນຕ່າງໆທີ່ເຂົາເຈົ້າ ອາດຈະເລືອກເປັນບ່ອນ ຫຼິ້ນໝາກລ “ີ້”ຢູ່ ບ້ານຂອງເຂົາເຈົ້າ.2) ນັກຮຽນແຕ້ມຮູບຂອງເຂົາເຈົ້າພວມລີ້ຢູ່ບ່ອນໃດບ່ອນໜຶ່ງ ພ້ອມທັງຂຽນຄໍາທີ່ກ່ຽວກັບຮູບ ແລະ ຊື່ຕົນເອງ ໃສ່ຮູບທີ່ຕົນເອງແຕ້ມ.3) ນັກຮຽນແຕ່ລະຄົນສະເໜີຮູບພາບ ແລະ ບອກກ່ຽວກັບສະຖານທີ່ລີ້ຂອງຕົນເອງໃຫ້ໝູ່ ແລະ ຄູຟັງ. ຖ້າຈໍາເປັນຄູຊ່ວຍແນະນໍາການເລົ່າໃຫ້ນັກຮຽນ.ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າຄໍາ ສັບ ແລະ ວະລີ ໂດຍໃຊ້ເກນການປະ ເມີນຂໍ້ທີ 3.໑໑໖ສ ວ ສສະຫງວນລິຂະສິດ
1178ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ນັກຮຽນຮ້ອງເພງ “ແບ້ຫຼົງທາງ” ພ້ອມທັງໃຊ້ທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມສຽງ ແລະ ແຍກຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ບົດທີ 3 ຊົ່ວໂມງທີ 9.1) ຄູເອົາຊຸດບັດຄໍາ ເສືອ, ລີງ, ລົດ, ສໍ, ສອງ, ລາ, ໄລ່, ເສື້ອ, ສໍສີ, ໃສ່, ແຕະ, ແກະ, ແລະ, ແບ້, ແຈ, ແດງ, ມາແຕ່, ແກ່. ໃຫ້ນັກຮຽນກຸ່ມລະຊຸດ ເພື່ອໃຫ້ນັກຮຽນແຍກບັດຄໍາອອກເປັນສີ່ໝວດຄື: 1. ໝວດຄໍາທີ່ ຂຶ້ນຕົ້ນດ້ວຍສຽງ ລ. 2. ໝວດຄໍາທີ່ຂຶ້ນຕົ້ນດ້ວຍສຽງ ສ. 3. ໝວດຄໍາທີ່ມີສຽງ ແxະ. 4. ໝວດຄໍາທີ່ ມີສຽງ ແx.2) ນັກຮຽນໃນກຸ່ມສົນທະນາ ເພື່ອແຍກໝວດຄໍາສັບ ແລ້ວຂຽນຄໍາຕອບໃສ່ເຈ້ຍ ຫຼື ກະດານນ້ອຍ.3) ນັກຮຽນອ່ານຟ້ອງສຽງຄໍາສັບເຫຼົ່ານັ້ນ.ປະເມີນຄໍາສັບ, ວະລີ ແລະ ປະໂຫຍກປະເມີນຄໍາສັບ ແລະ ວະລີຄູປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ຢູ່ບົດທີ 3 ຊົ່ວໂມງທີ 9.ຄໍາສັບ ແລະ ວະລີໃຫ້ເລືອກຢູ່ຂໍ້ທີ 17 ແລະ 20 ໃນປຶ້ມແບບຮຽນ.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນປະໂຫຍກ ຢູ່ບົດທີ 3 ຊົ່ວໂມງທີ 9.ປະໂຫຍກ: ໃຫ້ເລືອກເອົາຢູ່ຂໍ້ທີ 18 ແລະ 21 ໃນປຶ້ມແບບຮຽນ.ປະເມີນການນໍາໃຊ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 2 ແລະ 16 1ປະເມີນການຂຽນຂຽນທວາຍການສອນໃຫ້ປະຕິບັດຄືກັນກັບປະເມີນຂຽນທວາຍຢູ່ບົດທີ 3 ຊົ່ວໂມງທີ 9.ຄໍາສັບ: ແກະ, ແຕະ, ແບ້, ມາແຕ່1ພາກ 2 ເລື່ອງ ແມວນ້ອຍຫຼິ້ນສີ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 2 ຢູ່ໃນພາກ ແນະນໍາ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິ ທານຢູ່ບົດທີ 1 ພາກທີ 2.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນທວາຍ ໂດຍໃຊ້ ເກນການປະເມີນຂໍ້ທີ 13ກ.ການວັດ ແລະ ປະເມີນຜົນຄູປະເມີນການແຕ້ມ ແລະການເລົ່າ ໂດຍໃຊ້ເກນການປະເມີນຂໍ້ທີ 17ກ.໑໑໗
1189ບົດທີ 9 ອ ວ xໍາ ເxົາເວລາ 10 ຊົ່ວໂມງI. ຈຸດປະສົງລວມໃຫ້ນັກຮຽນສາມາດ:1 1ບອກຊື່ ພະຍັນຊະນະ ອ ວ ແລະ ສະຫຼະ xໍາ ເxົາ, ຈໍາແນກ ແລະ ບອກສຽງຕົວອັກສອນ ອ ວ xໍາ ເxົາ.1 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ອ ວ xໍາ ເxົາ.1 3ຂຽນພະຍັນຊະນະ ອ ວ ແລະ ສະຫຼະ xໍາ ເxົາ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດພະຍາງທີ່ນໍາໃຊ້ສະຫຼະ xໍາ ເxົາ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງຕື່ມໃສ່ບ່ອນວ່າງດ້ວຍຄໍາເວົ້າຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1) ຟັງ ແລະ ການເວົ້າ: ໃຊ້ເກນການປະເມີນ ຂໍ້ທີ 1 ຢູ່ທ້າຍຊົ່ວໂມງທີ 8.2) ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ຂໍ້ທີ 7ຂ ຢູ່ຊົ່ວໂມງທີ 2, 5 ແລະ 7.3) ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ ຂໍ້ທີ 12 ຢູ່ທ້າຍຊົ່ວໂມງທີ 1, 2 ແລະ 3.4) ຫັດຂຽນ: ໃຊ້ເກນການປະເມີນ ຂໍ້ທີ 12ກ ຢູຊົ່ວໂມງທີ 1, 2 ແລະ 3.5) ຂຽນທວາຍ: ໃຊ້ເກນການປະເມີນ ຂໍ້ທີ 14ກ ຢູ່ທ້າຍຊົ່ວໂມງທີ 5.6) ນິທານ: ໃຊ້ເກນການປະເມີນ ຂໍ້ທີ 16ກ ຢູ່ຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ. ພະຍັນຊະນະ ອ ວ1- ພະຍັນຊະນະ ປະກອບມີຄໍາສັບ: ອື່ງ, ໂອ, ອ່ານ, ໝາກອຶ, ອາບ, ອອກໄປ, ອູ່, ອ້າ, ເອ້.ອ- ພະຍັນຊະນະ ປະກອບມີຄໍາສັບ: ວ່າວ, ວີ, ເວົ້າ, ວົງມົນ, ແວ່ນ, ວີ, ໄວ, ວ່າ, ແວ່. ວ. ສະຫຼະ xໍາ ເxົາ2- ສະຫຼະ xໍາ ປະກອບມີຄໍາສັບ: ນ້ໍາ, ການ້ໍາ, ນໍາ, ດໍາ, ຄໍາ, ຫຍ້ໍາ, ຕໍາ.- ສະຫຼະ ເxົາ ປະກອບມີຄໍາສັບ ເຕົ່າ, ກະເປົາ, ເຂົ້າ, ເຂົາ, ເວົ້າ, ເຊົ້າ, ເອົາ, ເປົາ, ເຈົ້າ.:. ພັັນລະນາກ່ຽວກັບຮູບພາບໜຶ່ງອາທິດຂອງອໍາພາ.3. ນິທານ.4IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.໑໑໘ສ ວ ສສະຫງວນລິຂະສິດ
11991 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບຕ່າງໆ., 1 5ຊຸດບັດພະຍັນຊະນະ ສະຫຼະ ວັນນະຍຸດຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ., , 1 6ປຶ້ມນິທານ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.ຂັ້ນຕອນການສອນໃຫ້ປະຕິບັດຄືບົດທີ່ຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ຮູບພາບທີ່ຂຶ້ນຕົ້ນດ້ວຍສຽງ ອ ວການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ເອົາໃຈໃສ່ໃຫ້ນັກຮຽນອອກສຽງ ອ ວ ໄດ້ຢ່າງຖືກຕ້ອງ.2ເວົ້າຊື່ ແລະ ຂີດຕາມຮອຍຕົວ ອ ວການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1. ເກມຊອກຫາພະຍັນຊະນະ ອ ແລະ ວ ໃນແຜ່ນພູມຕົວອັກສອນລາວຂັ້ນຕອນການສອນຫຼິ້ນເກມໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບບົດທີ 3 ຢູ່ໃນພາກແນະນໍາ. 2. ເກມຊອກຫາພະຍັນຊະນະ ອ ແລະ ວ ໃນຊຸດບັດຕົວອັກສອນຂັ້ນຕອນການສອນຫຼິ້ນເກມໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບບົດທີ 3 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກສອນເກມໃດໜຶ່ງກໍໄດ້.3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍານັກຮຽນເລືອກ ແລະ ແຕ້ມຮູບໃດໜຶ່ງທີ່ອອກສຽງ ອ ຫຼື ວ.ທວນຄືນການອອກສຽງ (10 ນາທີ)ຄູແນະນໍານັກຮຽນ ເບິ່ງຮູບໃນປຶ້ມແບບຮຽນ ຂໍ້ທີ 4. ໃຫ້ນັກຮຽນຮູ້ຄໍາທີ່ຂຶ້ນຕົ້ນດ້ວຍສຽງສຽງ ອ ວ ໂດຍ ການຟອງ ້ສຽງ ແລະ ຜັນສຽງເຊັ່ນ: ວ່າງ, ໝາກອຶ, ວົງມົນ, ອາບ, ແວ່ນ, ອອກໄປ ເພື່ອໃຫ້ນັກຮຽນສັງເກດເບິ່ງປາກເວລາ ຟອງສຽງ ້ແລະ ຜັນສຽງ.4ຟັງ ແລະ ເວົ້າ ຄໍາທີ່ຂຶ້ນຕົ້ນດ້ວຍສຽງ ອ ວການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍໃຊ້ເກນການ ປະເມີນຂໍ້ທີ 12.໑໑໙
1209 5ເບິ່ງ, ຊອກ, ຊີ້ ແລະເວົ້າອອກສຽງ ອ ວການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ອູ່ ວີໄວໄວການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະ ນະ ອ ວ ເປັນບັດອື່ນ ເພື່ອໃຫ້ໄດ້ຄໍາ ໄປ, ໄກ, ປູ່, ພູ່ ຫຼື ຄໍາອື່ນໆ..ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຊຸດບັດຕົວອັກສອນປະກອບມີ: x່ x້.ຄູເວົ້າໄປເທື່ອລະຄໍານັກຮຽນຊ່ວຍກັນປະກອບຈົນຄົບ (ໄວ ອູ່).ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ກິດຈະກໍາເສີມການຂຽນ (10 ນາທີ)8ອ່ານ, ເລືອກຂຽນ ຄໍາ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ3ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນຮ້ອງເພງ “ອື່ງອ່າງບໍ່ໃຊ້ວີ” ພ້ອມທັງສະແດງທ່າທາງປະກອບ.ບົດເພງ “ອື່ງອ່າງບໍ່ໃຊ້ວີ”ອື່ງອ່າງ ອື່ງອ່າງ ມັນຮ້ອງຍາມຝົນຮ້ອງດົນດົນ ອື່ງອ່າງ ອື່ງອ່າງບໍ່ໃຊ້ວີ ເຢັນດີທຸກຢ່າງ (ຊ້ໍາ)ເພາະອື່ງອ່າງ ອາບນ້ໍາໃນໜອງ (ຊ້ໍາ) 9ຈັດຕົວອັກສອນໃຫ້ຖືກກັບຮູບພາບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ ແລະ ຜັນສຽງ ໂດຍໃຊ້ເກນການປະເມີນຂໍ້ທີ 6.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບໂດຍໃຊ້ ເກນການປະເມີນຂໍ້ທີ 7ຂ.໑໒໐ສ ວ ສສະຫງວນລິຂະສິດ
1219ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຊື່ຮູ້ບພາບທີ່ມີສຽງ xໍາ ຫຼື ເxົາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູພານັກຮຽນອອກສຽງ xໍາ, ເxົາ ໃຫ້ຖືກຕ້ອງ.11ເວົ້າຊື່ ແລະ ຂີດຕາມຮອຍ xໍາ ເxົາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້້ (15 ນາທີ )ເກມຊອກຫາສະຫຼະ xໍາ ເxົາຂັ້ນຕອນການສອນຫຼິ້ນເກມໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບການສອນຫຼິ້ນເກມຊອກຫາພະຍັນຊະນະ ຕ ພ ໃນ ຊົ່ວໂມງທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ທວນຄືນການອອກສຽງ (5 ນາທີ)13ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ xໍາ ເxົາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.14ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ xໍາ ເxົາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)15ເວົ້າຊື່ ແລະ ຂີດຕາມຮອຍຄໍາ ນ້ໍາ ເອົາມາການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະ ອ ນ ເປັນບັດອື່ນເພື່ອໃຫ້ໄດ້ຄໍາເຊັ່ນ: ເລົ່າ, ເວົ້າ, ເປົາ, ເຕົ່າ, ເກົ່າ ຫຼື ຄໍາອື່ນໆ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້້ (10 ນາທີ)ການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 7 ໃນຊົ່ວໂມງທີ 2.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາ ໂດຍໃຊ້ບັດຄໍາການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 3 ໃນຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໑໒໑
1229ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນຮ້ອງເພງ “ອື່ງອ່າງບໍ່ໃຊ້ວີ”ພ້ອມທ່າທາງປະກອບ. ຈາກນັ້ນ, ຄູທວນຄືນຂໍ້ທີ 4, 13, 9 ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາ: ນາງຕຸກ, ກະເປົາ, ແລວ, ບໍ່.ວະລີ: ກະເປົາສີດໍາ, ສີດໍາ, ຢູ່ໃນ.18ອ່ານປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຕອບ: ແມ່ເວົ້າ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)19ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຕອບ: 1. ສີດໍາ, 2. ມີ, 3. ໄວໄວ.ກິດຈະກໍາເສີມການຂຽນ (10 ນາທີ)1) ຄູຂີດແບ່ງກະດານເປັນສອງສ່ວນແລ້ວຂຽນຂໍ້ຄວາມຕໍ່ໄປນີ້.ລີ່ລີ່ໄປ.........ແຕ່ເຊົ້າ. ເຕົ່າໄປບໍ່ໄວ ເຕົ່າໄປ........ ຄູກວດປຶ້ມ.........ລີ່ລີ່. ຊ້າ, ຂອງ, ໂຮງຮຽນ2) ຄູຈັດນັກຮຽນອອກເປັນກຸ່ມ ເພື່ອເລືອກເອົາຄໍາສັບຢູ່ເບື້ອງຂວາມືຂຽນໃສ່ບ່ອນວ່າງຢູ່ເບື້ອງຊ້າຍ.3) ນັກຮຽນສົນທະນາໃນກຸ່ມ ແລ້ວເລືອກເອົາຄໍາຢູ່ເບື້ອງຂວາມືຕື່ມໃສ່ບ່ອນວ່າງຢູ່ເບື້ອງຊ້າຍ ແລະ ຂຽນໃສ່ ກະດານນ້ອຍ ຫຼື ເຈ້ຍທີ່ຄູເອົາໃຫ້.4) ນັກຮຽນກຸ່ມທີ່ແລ້ວກ່ອນອອກໄປຂຽນຄໍາຕອບໃສ່ກະດານ ກຸ່ມອື່ນກວດເບິ່ງວ່າຖືກຕ້ອງແລ້ວບໍ່ ຖ້າກຸ່ມໃດເຫັນ ວ່າບໍ່ຖືກ ໃຫ້ອອກໄປຂຽນຄໍາຕອບຂອງກຸ່ມຕົນ ແລະ ສົນທະນາເພື່ອເລືອກເອົາຄໍາຕອບທີ່ຖືກຕ້ອງ.ຄໍາຕອບ: ລີ່ລີ່ໄປໂຮງຮຽນແຕ່ເຊົ້າ.ເຕົ່າໄປບໍ່ໄວ ເຕົ່າໄປຊ້າ1ຄູກວດປຶ້ມຂອງລ່ີລີ່. ພາກ 1 ເລື່ອງ ການເດີນທາງຂອງເກາະນ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກນິກການສອນທີ 16 ພາກທີ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິທານຢູ່ບົດທີ 1 ພາກທີ 1.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ແລະ ວະ ລ ໂດຍໃຊ້ເກນການປະເມີນຂໍ້ທີ 7ຂ.ີການວັດ ແລະ ປະເມີນຜົນຄູປະເມີນການອ່ານປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 9ກ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນການປະເມີນ ຂໍ້ທີ 14ກ.ການວັດ ແລະ ປະເມີນຜົນຄູປະເມີນຜົນທັກສະການຄາດເດົາ-ອີງຕາມບົດພາກ 1 ໂດຍໃຊ້ເກນການ ປະເມີນຂໍ້ 14ກ.໑໒໒ສ ວ ສສະຫງວນລິຂະສິດ
1239ໝາຍເຫດ: ເລືອກເອົາປຶ້ມນິທານທີ່ ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ ເປັນໜ້າສົນໃຈສໍາລັບນັກຮຽນ , ແລະ ນັກຮຽນເຂົ້າໃຈງ່າຍ.ຂັ້ນສະຫຼຸບ (5 ນາທີ )ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນເລົ່າບົດກາບທີ່ໄດ້ຮຽນຜ່ານມາພ້ອມທັງຕົບມື ຫຼື ໃຊ້ທ່າທາງປະກອບ.2) ຄູທວນຄືນບົດຮຽນເກົ່າ ໂດຍນໍາໃຊ້ຂໍ້ທີ 18 1ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.21ອ່ານປະໂຫຍກ ແລະ ຈັດໃຫ້ຖືກກັບຮູບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ງ ຢູ່ໃນພາກແນະນໍາ.ຄໍາຕອບ: ປະໂຫຍກ 1 ຈັບຄູ່ຮູບທີ 3, ປະໂຫຍກ 2 ຈັບຄູ່ຮູບທີ 1, ປະໂຫຍກ 3 ຈັບຄູ່ຮູບພາບທີ 2.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)22ເລືອກ xໍາ ຫຼື ເxົາ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: ເກົ້າ, ຕໍາ, ເວົ້າ.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາ ໂດຍໃຊ້ບັດຄໍາການສອນໃຫ້ປະຕິບັດຄືກັນກັບການຫຼິ້ນເກມການອ່ານໃນກິດຈະກໍາເສີມຊົ່ວໂມງທີ 4.ທວນຄືນຕົວອັກສອນ ແລະ ຄໍາ (5 ນາທີ)ນໍາໃຊ້ຄໍາຂໍ້ 23 ຟັງ ແລະ ເວົ້າຕາມຄູ ແລ້ວ ແຕ່ງເລື່ອງປາກເປົ່າຕາມໂຄງສ້າງຂອງປະໂຫຍກ.1) ຄູໃຫ້ນັກຮຽນສັງເກດເບິ່ງຄໍາສັບຢູ່ໃນບົດເລື່ອງ ແລ້ວບອກຕົວອັກສອນ ແລະ ຄໍາສັບ ທີ່ເຂົາເຈົ້າຮູ້ຈັກ.2) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ. ຈາກນັ້ນ, ຂຽນຄໍາສັບ ແລະ ຕົວອັກສອນທີ່ເຂົາເຈົ້າຮູ້ໃສ່ ເຈ້ຍ ຫຼື ເອົາກ້ອນຫີນວາງໃສ່ເທິງຄໍາສັບ.3) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກຕົວອັກສອນ, ຄໍາສັບໃຫ້ໝູ່ ແລະ ຄູຟັງເຊັ່ນ: ໂຮງຮຽນ, ແມ່, ເອົາ, ໄປ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຫຼັງຄູ ແລ້ວແຕ່ງປະໂຫຍກຕົວຢ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.ຟັງ ແລະ ເວົ້າຕາມຄູ1) ຄູຖາມວ່າ ຫົວຂໍ້ບົດເລື່ອງນີ້ແມ່ນເວົ້າກ່ຽວກັບຫຍັງ? ໂດຍໃຫ້ນັກຮຽນຕອບຕາມຄວາມເຂົ້າໃຈ.2) ຄູຖາມນັກຮຽນອີກວ່າ ເນື້ອໃນຂອງບົດເລື່ອງຈະເວົ້າເຖິງຫຍັງ? 3) ນັກຮຽນຄາດເດົາເນື້ອໃນຂອງບົດເລື່ອງ ຈາກຫົວຂໍ້ທີ່ຄູອ່ານ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ແລະ ວະ ລີ ໂດຍໃຊ້ເກນການປະເມີນ 7ຂ.໑໒໓
12494) ຄູແນະນໍາໃຫ້ນັກຮຽນສັງເກດເບິ່ງຮູບພາບໃນບົດເລື່ອງ ແລ້ວໃຫ້ນັກຮຽນບອກວ່າເຂົາເຈົ້າເຫັນຫຍັງແດ່ຢູ່ແຕ່ລະຮູບ.5) ນັກຮຽນບອກສິ່ງທີ່ເຂົາເຈົ້າເຫັນຢູ່ໃນແຕ່ລະຮູບ.6) ຄູບອກຄວາມໝາຍຂອງອາທິດ ແມ່ນໄລຍະເວລາທີ່ປະກອບດ້ວຍ 7 ວັນ (ຈັນ, ອັງຄານ, ພຸດ, ພະຫັດ, ສຸກ, ເສົາ, ອາທິດ) .ຈາກນັ້ນ, ໃຫ້ນັກຮຽນເວົ້າອອກສຽງຊື່ຂອງແຕ່ລະວັນໃນໜຶ່ງອາທິດ.7) ຄູອ່ານແຕ່ລະປະໂຫຍກຢູ່ໃນບົດເລື່ອງ ໃນຂະນະທີ່ອ່ານໃຫ້ຊີ້ໃສ່ແຕ່ລະຄໍາພ້ອມທັງສະແດງຮູບພາບໃຫ້ ນັກຮຽນເບິ່ງ.8) ຄູອ່ານຄືນໃຫ້ນັກຮຽນເວົ້າໄປພ້ອມ ຫຼື ຕາມຫຼັງ. ຈາກນັ້ນ, ຖາມວ່າ ວັນສຸກ ນາງອໍາພາບໍ່ໄປໂຮງຮຽນ? ລາວ ໄປໃສ ແລະ ເອົາຫຍັງໄປນໍາ?9) ຄູໃຫ້ນັກຮຽນແຕ່ງຂໍ້ຄວາມຕື່ມໃສບ່ອນວ່າງ ຕາມໂຄງສ້າງຂອງປະໂຫຍກໃນບົດເລື່ອງ “ລາວໄປ.......ນໍາ .........ລາວເອົາ......ໄປນໍາ” ຕົວຢ່າງ: ລາວໄປເຮືອນປ້ານໍາເອື້ອຍ, ລາວເອົາໝາກສາລີໄປນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້້ (10 ນາທີ)ແຕ່ງເລື່ອງປາກເປົ່າ1) ຄູໃຫ້ນັກຮຽນສົນທະນາເປັນຄູ່ກ່ຽວກັບສິ່ງທີ່ນາງອໍາພາ ຈະໄປໃສ.2) ກັບໃຜ, ເອົາຫຍັງໄປນໍາໃນວັນສຸກ.3) ນັກຮຽນອາສາສະໝັກອອກໄປເວົ້າຕາມຄວາມເຂົ້າໃຈຂອງເຂົາເຈົ້າ.4) ນັກຮຽນແຕ່ລະຄູ່ແຕ່ງເລື່ອງ ໂດຍອີງຕາມໂຄງສ້າງຂອງປະໂຫຍກວ່າ ນາງອໍາພາຈະໄປໃສກັບໃຜ ແລະ ເອົາ ຫຍັງໄປນໍາຕົວຢ່າງ: ລາວໄປສວນກັບນ້ອງ, ລາວເອົາບົວໄປນໍາ.5) ນັກຮຽນຕາງໜ້າແຕ່ລະຄູ່ບອກປະໂຫຍກທີ່ເຂົາເຈົ້າໄດ້ແຕ່ງ ແລະ ຄູຂຽນໃສ່ກະດານ.6) ນັກຮຽນໝົດຫ້ອງສົນທະນາ ແລະ ບອກວ່າປະໂຫຍກໃດທີ່ເຂົາເຈົ້າມັກທີ່ສຸດ.ກິດຈະກໍາເສີມການເວົ້າ (10 ນາທີ)1) ຄູໃຫ້ນັກຮຽນບອກເຫດຜົນວ່າ ຈະຈົບເລື່ອງສໍາລັບວັນອາທິດແນວໃດ. ຄູເລືອກເອົານັກຮຽນຈໍານວນໜຶ່ງເລົ່າ ກ່ຽວກັບອໍາພາໄປໃສ, ລາວໄປນໍາໃຜ ແລະ ເອົາຫຍັງໄປນໍາ.2) ນັກຮຽນເປັນບຸກຄົນເລືອກເອົາເຫດຜົນຂອງເລື່ອງສໍາລັບວັນອາທິດວ່າ ນາງອໍາພາຈະໄປໃສ, ໄປກັບໃຜ, ເອົາ ຫຍັງໄປນໍາ ແລະ ແຕ້ມຮູບກ່ຽວກັບຕອນດັ່ງກ່າວຂອງເລື່ອງໃສ່ປຶ້ມຂຽນ.3) ນັກຮຽນແຕ່ລະຄົນສະເໜີຮູບພາບ ແລະ ເລົ່າເລື່ອງຂອງເຂົາເຈົ້າໃຫ້ໝູ່ຟັງ. (ຄູຟັງ ແລະ ຊ່ວຍປັບປຸງການ ເລົ່າຂອງ ນັກຮຽນໃນເວລາຈໍາເປັນ).ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າ ໂດຍໃຊ້ເກນການປະເມີນຂໍ້ທີ 1. ໑໒໔ສ ວ ສສະຫງວນລິຂະສິດ
1259ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ນັກຮຽນເລົ່າບົດກາບທີ່ໄດ້ຮຽນຜ່ານມາ ພ້ອມທັງຕົບມື ຫຼື ສະແດງທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກ ຄໍາຢູ່ໃນບົດທີ 3 ຊົ່ວໂມງທີ 9.ປະເມີນຄໍາ ແລະ ວະລີການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ໃນບົດທີ 3 ຊົ່ວໂມງທີ 9ຄໍາ: ນາງ, ກະຕຸກ, ແລວ, ໂຮງຮຽນ, ກະເປົາ, ສີດໍາ, ບໍ່.ວະລີ: ກະເປົາສີດໍາ, ຢູ່ໃນ.ປະເມີນປະໂຫຍກການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ໃນບົດທີ 3 ຊົ່ວໂມງທີ 9.ປະໂຫຍກຂໍ້ທີ 18 ຫຼື 21 1ປະເມີນການນໍາໃຊ້ຄູປະຕິບັດການສອນຕາມການຫຼິ້ນເກມການນໍາໃຊ້ຂໍ້ທີ 19 1ປະເມີນການຂຽນ (10 ນາທີ)ຂຽນທວາຍການສອນໃຫ້ປະຕິບັດຄືກັນກັບປະເມີນຂຽນທວາຍຢູ່ບົດທີ 3 ຊົ່ວໂມງທີ 9ຄໍາ: ວີ, ໄວ, ເຂົ້າ, ຄໍາ.ພາກ 2 ເລື່ອງ ການເດີນທາງຂອງເກາະນ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 2 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິທານຢູ່ບົດທີ 1 ພາກທີ 2.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ, ອ່ານ ແລະ ບອກຊື່ຕົວອັກສອນ ໂດຍໃຊ້ເກນການ ປະເມີນຂໍ້ທີ 5ກການວັດ ແລະ ປະເມີນຜົນຄູປະເມີນການແຕ້ມຮູບ ແລະ ການ ເລົ່າ ໂດຍໃຊ້ເກນການປະເມີນຂໍ້ທີ 16ກ.໑໒໕
12610ບົດທີ 10 ທວນຄືນເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ທົບທວນ ແລະ ສາທິດ ຄວາມສາມາດໃນການບອກຊື່, ອອກສຽງ ແລະ ຜັນສຽງທຸກສຽງທີ່ຮຽນໃນບົດທີ 6-9.1 2ທົບທວນ ແລະ ສາທິດ ຄວາມສາມາດໃນການອ່ານ ທຸກຕົວອັກສອນ ແລະ ຄໍາສັບທີ່ຮຽນໃນບົດທີ 6-9.1 3ທົບທວນ ແລະ ສາທິດ ຄວາມສາມາດໃນການສ້າງເປັນພະຍາງ ຫຼື ຄໍາສັບດ້ວຍບັດຕົວອັກສອນ ຫຼື ຂຽນທຸກ ຕົວອັກສອນທີ່ຮຽນໃນບົດທີ 6-9 ເວລາຕ້ອງການໃນການປະຕິບັດກິດຈະກໍາ.1 4ທົບທວນບົດກ່ຽວກັບການເວົ້າ ຈາກບົດທີ 8 (ໝາຍເຖິງຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນຕົວອັກສອນ ເຫຼົ່ານັ້ນເທື່ອ).1 5ນໍາໃຊ້ຄວາມຮູ້ກ່ຽວກັບຄໍາທີ່ຄຸ້ນເຄີຍບາງຄໍາສັບຈາກຂໍ້ທີ 7-10 ເຂົ້າໃນກິດຈະກໍາການເວົ້າ.1 6ນໍາໃຊ້ຄວາມຮູ້ກ່ຽວກັບຕົວອັກສອນ, ຄໍາສັບ ແລະ ຮູບພາບເພື່ອຈໍາແນກຫົວຂໍ້ ຫຼື ບົດນິທານ.1 7ນໍາໃຊ້ຄວາມຮູ້ກ່ຽວກັບຕົວອັກສອນ, ຮູບພາບ ແລະ ຄໍາສັບທີ່ຮູ້ແລ້ວເພື່ອຄາດເດົາຫົວຂໍ້ ແລະ ເນື້ອໃນ ຂອງບົດນິທານ.1 8ສາທິດຄວາມເຂົ້າໃຈເນື້ອໃນຄວາມໝາຍຂອງນິທານດ້ວຍການສະແດງບົດບາດສົມມຸດ, ການແຕ້ມຮູບ ແລະ ການອະທິບາຍກ່ຽວກັບເຫດການໃດໜຶ່ງຂອງນິທານ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການ ຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ການເວົ້າ: ໃຊ້ເກນການປະເມີນ ຂໍ້ທີ 4ກ ຢູ່ທ້າຍຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ຂໍ້ທີ 5ຂ ຢູຊົ່ວໂມງທີ 1.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ ຂໍ້ທີ 7ຂ ຢູ່ຊົ່ວໂມງທີ 3 ແລະ ຂໍ້ທີ 8 ໃນຊົ່ວໂມງທີ 9.1 4ຂຽນຄໍາສັບ ແລະ ວະລີ: ໃຊ້ເກນການປະເມີນ ຂໍ້ທີ 14ກ ຢູ່ຊົ່ວໂມງທີ 3 ແລະ 5.1 5ຂຽນທວາຍ: ໃຊ້ເກນການປະເມີນ ຂໍ້ທີ 13ກ ຢູ່ທ້າຍຊົ່ວໂມງທີ 9.1 6ນິທານ: ໃຊ້ເກນການປະເມີນ ຂໍ້ທີ 17ກ ຢູ່ຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 1ຕົວອັກສອນທີ່ໄດ້ຮຽນຈາກບົດທີ 6-9: ງ ຈ ຕ ພ ລ ສ ອ ວ x xູ ເxະ ເx ແxະ ແx xໍາ ເxົາ.ຸ1 2ຄໍາທີ່ຄຸ້ນເຄີຍແຕ່ບໍ່ທັນໄດ້ຮຽນ ຫຼິ້ນ ໝາກລີ້ ໝູ່ຄູ່ ຂອງລາວ ແລ່ນ ຊອກຫາ ໃຜຜູ້ໜຶ່ງ ສາດ ເຫັນ ທາງຫຼັງ ໄຫນ້ໍາ ອີກຜູ້ໜຶ່ງ ເທິງ ຕົ້ນໄມ້ ລາວ ພວກເຂົາ ພໍ່ ອ້າຍ ດອກໄມ້ ມັນດ້າງ ຄຸ ຜ້າເຊັດໂຕະ.. ນິທານ.3IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ ແລະ ຄູ່ມືຄູພາສາລາວ ປ 1111 2ບັດຄໍາທີ່ຮຽນໃນບົດທີ 6-9 (ເບິ່ງກິດຈະກໍາ )3 11 3ບັດຄໍາ ທີ່ຮູ້ແຕ່ຍັງບໍ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (ເບິ່ງກິດຈະກໍາ 7 ແລະ 10)11 4ຊຸດບັດແຜ່ນນ້ອຍທີ່ປະກອບດ້ວຍພະຍັນຊະນະ, ສະຫຼະ (ກຸ່ມລະຊຸດບັດດັ່ງກ່າວ ສາມາດເຮັດດ້ວຍເຈ້ຍ ທີ່ບໍ່ໄດ້ໃຊ້).໑໒໖ສ ວ ສສະຫງວນລິຂະສິດ
127101 5ເຈ້ຍທີ່ບໍ່ໄດ້ໃຊ້ໃຫ້ແຕ່ລະກຸ່ມເພື່ອໃຊ້ໃນການບັນທຶກກິດຈະກໍາຂອງກຸ່ມ.1 6ບັດຕົວພະຍັນຊະນະທຸກຕົວ ທີ່ໄດ້ຮຽນມາແລ້ວ.1 7ກ້ອນຫີນນ້ອຍ.1 8ປຶ້ມນິທານ ຫຼື ປຶ້ມອ່ານຕ່າງໆ.1 9ເຈ້ຍ ແລະ ສໍດໍາສໍາລັບແຕ້ມຮູບ (ຫຼື ກະດານນ້ອຍ ຫຼື ປຶ້ມຂຽນ).V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ທວນຄືນ (5 ນາທີ)1) ຄູນໍາພານັກຮຽນຮ້ອງເພງ “ຄອບຄົວຂອງຂ້ອຍ” 2-3 ຄັ້ງ ຫຼື ອາດຈະຮ້ອງເພງອື່ນກໍໄດ້.ເພງ “ຄອບຄົວຂອງຂ້ອຍ”ຄອບຄົວຂອງຂ້ອຍ ຢູ່ນໍາກັນມ່ວນຫຼາຍມີເອື້ອຍອ້າຍ ມີພໍ່ແມ່ ນ້ອງສາວນ້ອງຊາຍພວກເຮົາ ຢູ່ນໍາກັນມ່ວນຫຼາຍ (ຊໍ້າ)ທຸກຄົນສະບາຍ ມ່ວນຊື່ນມ່ວນໃຈ (ຊ້ໍາ)2) ຄູຂຽນຄໍາສັບໃນອາທິດທີ 9 ໃສ່ກະດານ ແລ້ວພານັກຮຽນອ່ານ 2-3 ຄັ້ງ.ສີດໍາເຈົ້ານໍາອາກະເປົານໍ້າເອົາໄວ້ເອົາມາການໍ້າມາໄວເວົ້າວ່າຄູຊີ້ສະຫຼັບໄປມາ 2-3 ຄັ້ງ ນັກຮຽນພ້ອມກັນອ່ານຕາມທີ່ຄູຊີ້.ທວນຄືນການອ່ານຕົວອັກສອນ (15 ນາທີ) 1ບອກຊື່, ອອກສຽງ ແລະ ຊອກຫາຄໍາສັບທີ່ຂຶ້ນຕົ້ນດ້ວຍພະຍັນຊະນະລຸ່ມນີ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 1 ບົດທີ 5.1) ຄູໃຫ້ນັກຮຽນເບິ່ງພະຍັນຊະນະຢູ່ໃນປຶ້ມແບບຮຽນຂໍ້ທີ 1.2) ຄູຊີ້ໃສ່ພະຍັນຊະນະ ງ ແລ້ວຖາມ ນີ້ແມ່ນພະຍັນຊະນະ ຫຍັງ? ນັກຮຽນລອງອອກສຽງດັງໆ.3) ນັກຮຽນບອກຊື່ ແລະ ອອກສຽງພ້ອມກັນ.4) ຄູສະຫຼຸບນີ້ແມ່ນຕົວ ງ ຄູອອກສຽງດັງໆ ແລະ ໃຫ້ນັກຮຽນ ເບິ່ງປາກຂອງຄູ.5) ນັກຮຽນເບິ່ງ ແລະ ອອກສຽງພ້ອມຄູ.6) ຄູບອກວ່າ ນີ້ແມ່ນ ງ ສຽງຂອງມັນ ເງິ ຄູອອກສຽງໄປມາ 2-3 ຄັ້ງ.7) ຄູຖາມນັກຮຽນຕື່ມວ່າ ມີຄໍາສັບໃດແດ່ທີ່ມີສຽງຂຶ້ນຕົ້ນດ້ວຍພະຍັນຊະນະ ງ.8) ນັກຮຽນຊອກຫາ ແລະ ຕອບຄູ.9) ຄູຂຽນຄໍາຕອບຂອງນັກຮຽນໃສ່ກະດານ ແລະ ໃຫ້ນັກຮຽນຊ່ວຍກັນກວດວ່າຖືກຕ້ອງຕາມທີ່ໄດ້ຮຽນມາ ຫຼື ບໍ່.10) ຄູສະຫຼຸບຄືນຄໍາທີ່ມີສຽງຂຶ້ນຕົ້ນດ້ວຍຕົວ ງ ມີຄື: ງ່າໄມ້, ງູ, ງ້ຽງ...ສ່ວນພະຍັນຊະນະ ຈ ຕ...ວ ໃຫ້ປະຕິບັດການ ຮຽນການສອນຄືກັນກັບການສອນພະຍັນຊະນະ ງ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງພະຍັນຊະນະ ງ ຈ ສ ໄດ້ຢ່າງຖືກຕ້ອງ.ການວັດ ແລະ ປະເມີນຜົນຄູປະເມີນການອອກສຽງພະຍັນຊະ ນະທີ່ໄດ້ຮຽນມາໃນບົດທີ 1-4 ໂດຍ ໃຊ້ເກນການປະເມີນ 5ຂ.໑໒໗
12810ທວນຄືນການອ່ານສະຫຼະ (15 ນາທີ) 2ບອກຊື່, ອອກສຽງ ແລະ ຊອກຫາຄໍາສັບທີ່ມີສະຫຼະລຸ່ມນີ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 2 ບົດທີ 5.1) ຄູໃຫ້ນັກຮຽນເບິ່ງສະຫຼະຢູ່ໃນປຶ້ມແບບຮຽນຂໍ້ທີ 2.2) ຄູຊີ້ໃສ່ສະຫຼະອຸ (xຸ) ແລະ ຖາມ ນີ້ແມ່ນສະຫຼະຫຍັງ? ນັກ ຮຽນລອງອອກສຽງດັງໆ.3) ນັກຮຽນບອກຊື່ ແລະ ອອກສຽງພ້ອມກັນ.4) ຄູສະຫຼຸບໃຫ້ນັກຮຽນຟັງວ່າ ນີ້ແມ່ນສະຫຼະອຸ (xຸ).5) ນັກຮຽນອອກສຽງພ້ອມຄູ 2-3 ຄັ້ງ.6) ຄູຖາມນັກຮຽນມີຄໍາໃດແດ່ທີ່ມີສຽງສະຫຼະອຸ (xຸ).7) ນັກຮຽນຊອກຫາ ແລະ ຕອບ.8) ຄູຂຽນຄໍາຕອບຂອງນັກຮຽນໃສ່ກະດານ ແລະ ໃຫ້ນັກຮຽນຊ່ວຍກັນກວດວ່າຖືກຕ້ອງຕາມທີ່ໄດ້ຮຽນມາຫຼືບໍ່.9) ຄູສະຫຼຸບຄືນ ຄໍາທີ່ມີສຽງສະຫຼະ xຸ ມີຄື: ຄຸ, ດຸໝັ່ນ, ຈຸ, ສຸສະບູ... ສ່ວນສະຫຼະ xູ ເxະ...ເxົາ ໃຫ້ປະຕິບັດການຮຽນການສອນຄືກັນກັບການສອນສະຫຼະ xຸ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງສະຫຼະ ໄດ້ຢ່າງຖືກຕ້ອງທວນຄືນການອ່ານຄໍາທີ່ມີວັນນະຍຸດ ການຂຽນຕົວອັກສອນ (10 ນາທີ)/1) ຄູຂຽນຄໍາສັບໃສ່ກະດານ: ງ່າ ງາ; ປູ່ ປູ; ລີ້ ລີ; ນໍາ ນໍ້າ; ຈີ່ ຈີ້.2) ຄູອ່ານໃຫ້ນັກຮຽນຟັງ 2-3 ຄັ້ງ. ຄູໃຫ້ນັກຮຽນອອກມານໍາພາໝູ່ໃນຫ້ອງອ່ານ 2-3 ຄົນ.3) ຄູໃຫ້ນັກຮຽນຈັບຄູ່ກັນຜັນສຽງແຕ່ລະຄໍາສັບເຊັ່ນ: ຜູ້ທີ 1 ອ່ານ ງ່າ ຜູ້ທີ 2 ອ່ານ ງາ. ສ່ວນຄໍາອື່ນກໍປະຕິບັດແບບ ດຽວກັນ.3ອ່ານຄໍາສັບ1) ຄູໃຫ້ນັກຮຽນເບິ່ງຄໍາສັບຢູ່ໃນປຶ້ມແບບຮຽນຂໍ້ທີ 3.2) ຄູສັງເກດເບິ່ງວ່າຄໍາສັບໃດທີ່ນັກຮຽນອ່ານຖືກຕ້ອງ ແລະ ຕົວໃດທີ່ເຂົາເຈົ້າຍັງມີບັນຫາເລື່ອງສຽງ ເພື່ອຄູຈະໄດ້ ສືບຕໍ່ສອນຄໍານັ້ນອີກ.3) ຄູເລືອກເອົາຕົວອັກສອນທີ່ໄດ້ຮຽນໃນບົດທີ 6-9 ໃຫ້ນັກຮຽນຂຽນທວາຍ (ງ ຈ xຸ xູ ຕ ພ ເxະ ເx ລ ສ ແxະ ແx ອ ວ xໍາ ເxົາ). ສ່ວນຂັ້ນຕອນການສອນຂຽນທວາຍໃຫ້ປະຕິບັດຄືບົດຜ່ານມາ.ທວນຄືນການເວົ້າ/ການອ່ານຄໍາທີ່ຄຸ້ນເຄີຍແຕ່ບໍ່ທັນໄດ້ຮຽນ (15 ນາທີ) 1) ຄູຂຽນບົດຫັດອ່ານຈາກບົດທີ 8 ຂໍ້ທີ 23 (ຫຼິ້ນໝາກລີ້) ໃສ່ກະດານ.2) ຄູແນະນໍານັກຮຽນເບິ່ງປຶ້ມແບບຮຽນບົດທີ 8 ຂໍ້ທີ 23 13) ຄູໃຫ້ນັກຮຽນເລົ່າຄືນວ່າມີຫຍັງເກີດຂຶ້ນແດ່?4) ນັກຮຽນເລົ່າຕາມທີ່ຕົນເອງຈື່ໄດ້.5) ຄູໃຫ້ນັກຮຽນຈໍາແນກຕົວອັກສອນ ແລະ ຄໍາສັບທີ່ນັກຮຽນໄດ້ຮຽນມາ ແລະ ບໍ່ທັນຮຽນເຊັ່ນ: ລີ້, ໄປ, ຊ້າ, ຂອງ, ຂ້ອຍ, ໃຕ້, ເຈົ້າ, ນໍ້າ, ກະຕ່າ, ໃນ, ແລ້ວ, ໃສ...6) ຄູຊ່ວຍນັກຮຽນຈໍາແນກຄໍາສັບ (ຫຼິ້ນ, ໝາກ) ທີ່ຢູ່ໃນຫົວຂໍ້.7) ຄູອະທິບາຍວ່າ: ຄໍາສັບ (ຫຼິ້ນ) ປະກອບມີ 4 ພາກສ່ວນຄື: ພະຍັນຊະນະປະສົມຕົວ ຫຼ, ສະຫຼະ xິ ວັນນະຍຸດໂທ (x້) ແລະ ແມ່ສະກົດ ນ ອ່ານວ່າ ຫຼິ້ນ. ສ່ວນຄໍາວ່າ (ໝາກ) ມີ 3 ພາກສ່ວນຄື: ພະຍັນຊະນະປະສົມ ໝ ສະຫຼະ xາ ແມ່ສະກົດ ກ ອ່ານວ່າ ໝາກ.8) ນັກຮຽນອ່ານຕາມຄູ.ການວັດ ແລະ ປະເມີນຜົນຄປະເມນການອອກສຽງສະຫະທ ູີຼີ່ໄດ້ຮຽນມາໃນບົດທີ 6-9 ໂດຍໃຊ້ເກນ ການປະເມີນ 5ຂ.໑໒໘ສ ວ ສສະຫງວນລິຂະສິດ
129109) ຄູຂຽນຄໍາສັບ ຫຼິ້ນ ໝາກ ເພີ່ມໃສ່ຄໍາສັບທີ່ມີຢູ່ກະດານ. ນັກຮຽນອ່ານຕາມຄວາມຈື່ຈໍາ.10) ຄູຊ່ວຍນັກຮຽນຈໍາແນກຄໍາສັບຢູ່ໃນບົດເຊັ່ນວ່າ ໝູ່, ລາວ, ແລ່ນ, ຊອກ, ໃຜຜູ້ໜຶ່ງ, ສາດ, ເຫັນ, ທາງຫຼັງ, ໄຫນໍ້າ, ອີກ.11) ຄູລຶບຄໍາໃນບົດອ່ານອອກ ແຕ່ຈົ່ງໄວ້ສະເພາະຄໍາສັບທີ່ກ່າວມາຂ້າງເທິງນັ້ນໄວ້.12) ຄູ ແລະ ນັກຮຽນອ່ານຄໍາສັບເຫຼົ່ານັ້ນ.13) ຄູລຶບຕົວອັກສອນຢູ່ໃນຄໍາສັບໃດໜຶ່ງອອກ ແລະ ໃຫ້ນັກຮຽນໄປຂຽນຕື່ມໃສ່ຕາມຄວາມຈື່ຈໍາ.ຕົວຢ່າງ: ຫຼິ້ນ ຄູລຶບພະຍັນຊະນະ ນ ອອກ. ສ່ວນຄໍາອື່ນອາດຈະລຶບພະຍັນຊະນະ, ສະຫຼະ, ວັນນະຍຸດ ຫຼື ແມ່ ສະກົດໃດໜຶ່ງອອກກໍໄດ້ ແລ້ວໃຫ້ນັກຮຽນໄປຂຽນຕື່ມໃສ່ຄືນຄືກັບຄໍາສັບຫຼິ້ນ.ທວນຄືນການເວົ້າ/ການອ່ານ (10 ນາທີ)1) ຄູລຶບບາງຄໍາສັບໃນບົດອ່ານຫຼິ້ນໝາກລີ້ຢູ່ກະດານອອກຈົ່ງໄວ້ແຕ່:- ຂ້ອຍເຫັນຜູ້ໜຶ່ງ............... “ເຫັນເຈົ້າແລ້ວ!”12) ຄູອະທິບາຍເຄື່ອງໝາຍທ້ວງ (!) ໃຊ້ໃຫ້ຮູ້ວ່າ ຄວາມເວົ້າທີ່ຢູ່ໜ້າເຄື່ອງໝາຍນີ້ແມ່ນສະແດງຄວາມທັກທ້ວງ, ອັດສະຈັນ, ຄວາມປະຫຼາດໃຈ, ຄວາມຕື່ນເຕັ້ນຕົກໃຈ...ໃນເວລາເຫັນເຄື່ອງໝາຍນີ້ຢູ່ໃນບົດຫຼິ້ນໝາກລີ້ ໃຫ້ ນັກຮຽນອອກສຽງຄໍາເວົ້າທີ່ຢູ່ໜ້າເຄື່ອງໝາຍນີ້ດັງໆ.ຕົວຢ່າງ: ເຫັນເຈົ້າແລ້ວ! (ສຽງຕ້ອງຂຶ້ນສູງ).1) ຄູໃຫ້ນັກຮຽນເລົ່າເລື່ອງກ່ຽວກັບເກມ (ຫຼິ້ນໝາກລີ້).2) ນັກຮຽນປ່ຽນຜຽນກັນອອກໄປກະດານເພື່ອຊີ້ຄໍາສັບທີ່ເໝາະສົມກັບຕອນໜຶ່ງຂອງເລື່ອງ ລວມທັງຄໍາສັບທີ່ຈະຕ້ອງຕື່ມໃສ່ບ່ອນວ່າງ ໂດຍການເລືອກເອົາຈາກຄໍາສັບທີ່ຂຽນໄວ້ຢູ່ກະດານ.3) ຄູຖາມເດັກນ້ອຍຜູ້ສຸດທ້າຍຈະລີ້ຢູ່ໃສ?4) ນັກຮຽນຕອບແບບຄາດເດົາຕາມຄວາມເຂົ້າໃຈ.5) ຄູຂຽນຄໍາຕອບຂອງນັກຮຽນໃສ່ກະດານເຊັ່ນ: ຢູ່ໃນຕົ້ນໄມ້, ຢູ່ເທິງຕົ້ນໄມ້, ຢູ່ປາຍໄມ້...6) ຄູຖາມນັກຮຽນວ່າ: ພວກນ້ອງເຫັນຄໍາສັບ (ຢູ່ເທິງ) ຢູ່ກະດານບໍ່?7) ນັກຮຽນຊ່ວຍກັນຕອບ.8) ຄູຂຽນຄໍາຕອບໃສ່ກະດານຕົວຢ່າງ: ຢູ່ເທິງຕົ້ນໄມ້.9) ຄູໃຫ້ນັກຮຽນອອກໄປຊີ້ຄໍາສັບ (ຢູ່ເທິງ). ຈາກນັ້ນ, ໃຫ້ຊີ້ຄໍາສັບ (ຕົ້ນໄມ້) ຄໍາລະ 2-3 ຄົນ.10) ຄູສືບຕໍ່ປະຕິບັດກິດຈະກໍານີ້ຈົນນັກຮຽນບໍ່ມີຄໍາຄິດເຫັນອື່ນ.ທວນຄືນຄໍາທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (10 ນາທີ) 1) ຄູອະທິບາຍຄໍາສັບທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ ໝາຍເຖິງຄໍາສັບທີ່ໃຊ້ໃນການອ່ານ ແລະ ຈື່ເອົາ ໂດຍບໍ່ຈໍາເປັນຕ້ອງຮູ້ຕົວອັກສອນແຕ່ລະຕົວໃນຄໍາສັບເຫຼົ່ານັ້ນ.2) ຄູຖາມນັກຮຽນວ່າ ເຂົາເຈົ້າອ່ານຄໍາສັບໃໝ່ຢູ່ໃນບົດອ່ານນີ້ໄດ້ແນວໃດ? ດ້ວຍວິທີໃດ?3) ນັກຮຽນບອກວິທີອ່ານທີ່ເຂົາເຈົ້າໃຊ້ໃນການຄາດເດົາເຊັ່ນ: ສາມາດຄາດເດົາໄດ້ໃນປະໂຫຍກທີ່ມີຄໍາສັບທີ່ ເຂາເຈົ້າອ່ານໄດ້ແລ້ວປົນຢູ່ນໍາ, ເຫັນຄໍາສັບທີ່ມີສຽງ ແລະ ສັນຍະລັກຂອງສະຫຼະ ເx ແລ້ວ, ແລ່ນນັກຮຽນຮູ້ ົລ ແລະ ແx.4) ຄູບອກນັກຮຽນວ່າ ເຂົາເຈົ້າຈະໄດ້ຮຽນຕົວອັກສອນໝົດທຸກຕົວໃນຊົ່ວໂມງຕໍ່ໆໄປແຕ່ວ່ານັກຮຽນສາມາດລອງຂຽນໄດ້ ຖ້ານັກຮຽນຕ້ອງການໃຊ້ຄໍາສັບເຫຼົ່ານັ້ນ.ທວນຄືນຄໍາທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (5 ນາທີ) ຄູໃຫ້ນັກຮຽນຈັບຄູ່ກັນ ແລະ ຊ່ວຍກັນຊອກຄໍາສັບຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນແຕ່ຕົນເອງຮູ້ຈັກໃນບົດທີ 6-9 ແລະ ບອກວ່າຢູ່ໜ້າທີ່ເທົ່າໃດຂອງປຶ້ມແບບຮຽນ ແລະ ຢູ່ໃນຂໍ້ທີເທົ່າໃດຂອງບົດນັ້ນ.໑໒໙
13010ຊົ່ວໂມງທີ 3-4 (90 ນາທີ)ທວນຄືນ (10 ນາທີ)1) ຄູນໍາພານັກຮຽນຮ້ອງເພງທີ່ໄດ້ຮຽນໃນຊົ່ວໂມງທີ 1.2) ຄູຂຽນພະຍັນຊະນະ ແລະ ສະຫຼະ ທີ່ນັກຮຽນຍັງອ່ານບໍ່ໄດ້ໃນມື້ຜ່ານມາໃສ່ກະດານ. ພານັກຮຽນອ່ານຄືນ 2-3 ຄັ້ງ.ທວນຄືນຂໍ້ທີ 3 ນັກຮຽນອ່ານແຕ່ລະຄໍາສັບຄູໃຫ້ນັກຮຽນອ່ານ ຄໍາສັບ ຈີ່ ບຸ ງູ…ການ້ໍາຄໍາລະ 2-3 ຄັ້ງ.ທວນຄືນການປະກອບຄໍາສັບ (15 ນາທີ)1) ຄູນໍາໃຊ້ບັດຄໍາທີ່ໄດ້ຮຽນຜ່ານມາ ໃນບົດທີ 6-9 ປະມານ 6-7 ຄໍາ ແລະ ເພີ່ມບັດຄໍາທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນເຂົ້າໄປອີກປະມານ 5-10 ບັດທີ່ໄດ້ຮຽນໃນມື້ຜ່ານມາ.2) ຄູແບ່ງນັກຮຽນອອກເປັນກຸ່ມ ແລະ ຢາຍບັດຕົວອັກສອນທີ່ຈະປະກອບເປັນຄໍາສັບເຫຼົ່ານັ້ນກຸ່ມລະ 1 ຊຸດ. ໃຫ້ ເວລາ 5-10 ນາທີ ເພື່ອປະກອບຕົວອັກສອນເຫຼົ່ານັ້ນໃຫ້ເປັນຄໍາສັບ ແລະ ຂຽນຄໍາສັບດັ່ງກ່າວໃສ່ກະດານນ້ອຍ. ເມື່ອໝົດເວລາໃຫ້ແຕ່ລະກຸ່ມຢຸດ ຄູເລາະເບິ່ງກຸ່ມໃດປະກອບໄດ້ຫຼາຍ ແລະ ຂຽນຖືກຕ້ອງຖືວ່າເປັນຜູ້ຊະນະ. ສໍາລັບຄະແນນແມ່ນໃຫ້ບັດຄໍາລະ1 ຄະແນນ.ທວນຄືນການປະກອບຄໍາສັບ (10 ນາທີ)1) ຄູໃຊ້ບັດຕົວອັກສອນຄືກັນກັບກິດຈະກໍາທີ່ຜ່ານມາ.2) ຄູບອກຄໍາສັບທີ່ໄດ້ຮຽນໃນບົດທີ 6-9 ປະມານ 7 ຄໍາເຊັ່ນ: ຈີ່ ກະປູ ເພ… ແຕ່ລະກຸ່ມໃຊ້ບັດຕົວອັກສອນ ເພື່ອ ປະກອບເປັນຄໍາສັບ.3) ຄູອ່ານເທື່ອລະຄໍາຈົນຄົບທຸກຄໍາສັບ ໃຫ້ນັກຮຽນປະກອບ ແລະ ກວດໄປແຕ່ລະກຸ່ມ ຫຼື ໃຫ້ແຕ່ລະກຸ່ມກວດ ໃຫ້ກັນກ່ອນຈະບອກຄໍາສັບຕໍ່ໄປ.ທວນຄືນປະໂຫຍກ (10 ນາທີ) 4ເລືອກເອົາຄໍາສັບຈາກຂໍ້ທີ ຕື່ມໃສ່ບ່ອນວ່າງ, ກ່າຍປະໂຫຍກໃສ່ປຶ້ມຂຽນ ແລ້ວແຕ້ມຮູບຕາມປະໂຫຍກ3ການສອນໃຫ້ນໍາໃຊ້ເຕັກນິກການສອນ 13ຄ ຢູ່ໃນພາກແນະນໍາ.1) ຄູສາທິດການແຕ່ງປະໂຫຍກ ດ້ວຍການຂຽນປະໂຫຍກທີ 1 ໃສ່ກະດານ: (1) ແມ່……….ວ່າ ກິ! ໄປນໍາອາ“” 12) ຄູໃຫ້ນັກຮຽນຊອກເອົາຄໍາສັບຢູ່ໃນຂໍ້ທີ 3 ມາຕື່ມໃສ່ບ່ອນ ຈໍ້າເມັດໃຫ້ເປັນປະໂຫຍກທີ່ສົມບູນ.ຖ້ານັກຮຽນຕື່ມແນະນໍາໃຫ້ນັກຮຽນກ່າຍເອົາຄໍາເວົ້າ ຕື່ມໃສ່ບ່ອນຈໍ້າເມັດ.3) ຄູຖາມນັກຮຽນວ່າ: ໃຜເວົ້າວ່າ ກິ! ໄປນໍາອາ? ນັກຮຽນ ຕອບ: ແມ່.4) ຄູຂຽນໝົດປະໂຫຍກໃສ່ກະດານ. ແມ່ເວົ້າວ່າ ກິ! ໄປນໍາອາ“” 15) ຄູພານັກຮຽນອ່ານ 1-2 ຄັ້ງ. ນັກຮຽນອ່ານດ້ວຍຕົນເອງ 2-3 ຄັ້ງ. ສ່ວນປະໂຫຍກທີ 2 ແລະ 3 ກໍໃຫ້ປະຕິບັດການຮຽນການສອນຄືກັບປະໂຫຍກທີ 1.6) ຄູຂຽນຄໍາຕອບແຕ່ລະຂໍ້ໃສ່ກະດານ.ຄໍາຕອບ: 1.ເວົ້າ, 2. ກະເປົາ, 3. ເອົາ.7) ຄູໃຫ້ນັກຮຽນກ່າຍຄໍາຕອບໃສ່ປຶ້ມຂຽນຂອງຕົນເອງ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍໃຊ້ ເກນການປະເມີນຂໍ້ທີ 7ຂ.ການວັດ ແລະ ປະເມີນຜົນຄູປະເມີນການແຕ່ງປະໂຫຍກ ໂດຍ ໃຊ້ເກນການປະເມີນ 14ຂ.໑໓໐ສ ວ ສສະຫງວນລິຂະສິດ
131108) ຄູໃຫ້ນັກຮຽນເລືອກແຕ້ມ 1 ຮູບທີ່ສື່ຄວາມໝາຍຂອງປະໂຫຍກໃດໜຶ່ງ.ທວນຄືນການເວົ້າ (15 ນາທີ)1) ຄູໃຫ້ນັກຮຽນເປີດປຶ້ມໄປຫາບົດທີ 8, ຂໍ້ທີ 23.2) ຄູໃຫ້ນັກຮຽນສົນທະນາເປັນຄູ່ກ່ຽວກັບການຫຼິ້ນໝາກລີ້. ຈາກນັ້ນ, ໃຫ້ນັກຮຽນປ່ຽນຜຽນກັນເລົ່າ.3) ຄູບອກນັກຮຽນວ່າຕໍ່ໄປພວກນັກຮຽນຈະໄດ້ຫຼິ້ນໝາກລີ້.ນັກຮຽນຄິດວ່າໃນຫ້ອງຮຽນນີ້ພວກເຮົາສາມາດລີ້ໄດ້ຢູ່ບ່ອນໃດແດ່?4) ນັກຮຽນ ຊ່ວຍກັນຕອບຕາມຄວາມເຂົ້າໃຈເຊັ່ນ: ລີ້ຢູ່ກ້ອງໂຕະ, ລີ້ຢູ່ແຈຫ້ອງ...ຄູຖາມອີກ:ນັກຮຽນຜູ້ຫຼ້າສຸດຈະລີ້ຢູ່ໃສ? ຄູໃຫ້ນັກຮຽນຕັດສິນໃຈວ່າຈະແຕ່ງເກມໝາກລີ້ຂອງເຂົາເຈົ້າແນວໃດ?5) ຄູແບ່ງນັກຮຽນອອກເປັນກຸ່ມລະ 5 ຄົນ ເພື່ອຫຼິ້ນບົດບາດສົມມຸດກ່ຽວກັບເກມການຫຼິ້ນໝາກລີ້.6) ຄູເລືອກເອົານັກຮຽນ 1 ຄົນເປັນຜູ້ພາກ ຫຼື ຜູ້ບັນຍາຍ. ຕົວລະຄອນທ້າວຄໍາຈະເປັນຜູ້ເວົ້າໃນເກມ.(ຖ້າມີເວລາຄູໃຫ້ນັກຮຽນຫຼາຍຄົນໄດ້ອອກໄປຫຼິ້ນ).ທວນຄືນການເວົ້າ/ການອ່ານ (15 ນາທີ)1) ຄູໃຫ້ນັກຮຽນເລົ່າກ່ຽວກັບເກມການຫຼິ້ນໝາກລີ້ແຕ່ຕົ້ນຈົນຈົບ.2) ຄູຍາຍບັດຄໍາເຊັ່ນ: ຢູ່, ຂ້ອຍ, ເຫັນ, ກ້ອງ, ສາດ, ຜູ້ໜຶ່ງ, ທາງຫຼັງ, ໄຫນໍ້າ, ໃນ, ກະຕ່າ… ແລະ ເຄື່ອງໝາຍ ວັກຕອນ (ໝາຍທ້ວງ! ໝາຍຖາມ?) ໃຫ້ນັກຮຽນກຸ່ມລະ 1 ຊຸດ.3) ຄູເວົ້າຄໍາທໍາອິດ ຂ້ອຍ ໃຫ້ນັກຮຽນຊອກຫາຄໍາສັບ ຂ້ອຍ. ຄູຖາມຕໍ່ ຕໍ່ຈາກຄໍາວ່າຂ້ອຍແມ່ນຫຍັງ ນັກຮຽນຊ່ວຍ ກັນຕອບວ່າ ເຫັນ ໃຫ້ນັກຮຽນຊ່ວຍກັນຊອກຫາບັດຄໍາ ເຫັນ ແລ້ວຖາມຕໍ່ ຕໍ່ໄປແມ່ນຄໍາຫຍັງ4) ນັກຮຽນຕອບ ເຫັນ ນັກຮຽນຊ່ວຍກັນຊອກຫາບັດຄໍາ ເຫັນ ຄູເວົ້າຄໍາສັບຕໍ່ໄປຈົນຄົບ (ຂ້ອຍເຫັນຜູ້ໜຶ່ງຢູ່ ກ້ອງສາດ).5) ນັກຮຽນຊ່ວຍກັນອ່ານປະໂຫຍກ ຂ້ອຍເຫັນຜູ້ໜຶ່ງຢູ່ກ້ອງສາດ.6) ຄູຖາມຕໍ່ຈາກນັ້ນແມ່ນຫຍັງຈະເກີດຂຶ້ນ.7) ນັກຮຽນຊ່ວຍກັນບອກວ່າ (ຂ້ອຍເຫັນຜູ້ໜຶ່ງຢູ່ທາງຫຼັງໄຫນ້ໍາແລ້ວ).8) ຄູໃຫ້ນັກຮຽນສືບຕໍ່ປະກອບຄໍາສັບໄປເລື້ອຍໆຈົນຮອດ (ອີກຜູ້ໜຶ່ງຢູ່ໃສນໍ).ທວນຄືນການຂຽນ (10 ນາທີ)1) ຄູໃຫ້ນັກຮຽນແຕ້ມຮູບກ່ຽວກັບສະຖານທີ່ທີ່ເດັກນ້ອຍຜູ້ສຸດທ້າຍລີ້.2) ຄູໃຫ້ນັກຮຽນຂຽນຊື່ຕົນເອງ ຫຼື ຊື່ສະຖານທີ່ ທີ່ເດັກນ້ອຍລີ້ ແລະ ຊື່ສິ່ງຂອງທີ່ຕົນເອງແຕ້ມ.ທວນຄືນການອ່ານການເວົ້າ (10 ນາທີ)ຄູໃຫ້ນັກຮຽນປ່ຽນຜຽນກັນສະເໜີຮູບພາບ ແລະ ການຂຽນຂອງຕົນເອງໃຫ້ໝູ່ເບິ່ງ ແລະ ເລົ່າກ່ຽວກັບເຫດການທີ່ ເກິດຂຶ້ນໃນຮູບພາບນັ້ນ, ແລ້ວອ່ານສິ່ງທີ່ໄດ້ຂຽນ.ຊົ່ວໂມງທີ 5-6 (90 ນາທີ)ທວນຄືນ (10 ນາທີ)1) ນັກຮຽນທ່ອງຄໍາຄ່ອງທີ່່ໄດ້ຮຽນຜ່ານມາ.2) ຄູຂຽນພະຍັນຊະນະ ແລະ ສະຫຼະທີ່ນັກຮຽນຍັງອ່ານບໍ່ໄດ້ໃນສອງມື້ຜ່ານມາໃສ່ກະດານ.3) ຄູໃຫ້ນັກຮຽນ ບອກຊື່ ແລະ ອອກສຽງຂອງຕົວອັກສອນເຫຼົ່ານັ້ນ.4) ຄູຂຽນຄໍາສັບທີ່ນັກຮຽນຍັງບໍ່ໄດ້ໃນມື້ຜ່ານມາໃສ່ກະດານ.5) ຄູໃຫ້ນັກຮຽນອ່ານຄໍາສັບເຫຼົ່ານັ້ນ.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າຂອງນັກຮຽນ ໂດຍ ໃຊ້ເກນການປະເມີນ 4ກ.໑໓໑
13210ທວນຄືນການປະກອບຄໍາສັບ (10 ນາທີ)ການສອນປະກອບຄໍາສັບໃຫ້ປະຕິບັດການຮຽນການສອນຄືກັບມື້ຜ່ານມາ.ທວນຄືນການແຕ່ງປະໂຫຍກ (15 ນາທີ) 5ແຕ່ງປະໂຫຍກຕາມຮູບພາບ ແລ້ວຂຽນໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນ 13ຂ ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນເບິ່ງຮູບໃນປຶ້ມແບບຮຽນຂໍ້ທີ 5 ແລະ ສົນທະນາເປັນຄູ່ວ່າ ຈະສາມາດແຕ່ງປະໂຫຍກ ຫຍັງໄດ້ແດ່?2) ນັກຮຽນສົນທະນາເປັນຄູ່ ແລະ ແຕ່ງປະໂຫຍກ.3) ຄູໃຫ້ນັກຮຽນຂຽນປະໂຫຍກທີ່ເຂົາເຈົ້າແຕ່ງໃສ່ ປຶ້ມຂຽນໃຫ້ສະອາດຮຽບຮ້ອຍ.ຕົວຢ່າງ: ງູລີ້ຢູ່ເປົາເຂົ້າ, ງູມີຫົວ ແລະ ຫາງ, ພໍ່ເຖົ້າຈີ່ກະປູ…ທວນຄືນຕົວອັກສອນ (10 ນາທີ)1) ຄູຢາຍກັບກ້ອນຫີນນ້ອຍ ຫຼື ເມັດສາລີໃຫ້ແຕ່ລະກຸ່ມ.2) ຄູສ້າງບັດຕົວອັກສອນທຸກຕົວໃນຂໍ້ທີ 1. ຄູຄົນບັດຕົວອັກສອນ ແລະ ເອົາໄປໃສ່ໃນກັບໄວ້.3) ຄູນໍາພານັກຮຽນຫຼິ້ນເກມບິງໂກ: ຂັ້ນຕອນການຫຼິ້ນໃຫ້ປະຕິບັດຄືບົດຜ່ານມາ.ພາກ 1 ເລື່ອງ ສຽງເພງຂອງຈັກຈັ່ນນ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັບບົດທີ 1 ພາກ 1.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ທວນຄືນ (10 ນາທີ)1) ຄູນໍາພານັກຮຽນທ່ອງກາບ ພ້ອມຕົບມືເປັນຈັງຫວະ.ກາບ “ນົກຈອກນ້ອຍ”ນົກຈອກນ້ອຍ ເຕັ້ນໄຕ່ໄປມາເລາະລຽບຫາ ອາຫານແລງເຊົ້າເກັບກິນເຂົ້າ ທີ່ເຮ່ຍໃນລານມັນກ້າຫານ ບິນສູງກໍໄດ້.2) ຄູທວນຄືນການອ່ານຕົວອັັກສອນ ຫຼື ຄໍາທີ່ນັກຮຽນຍັງຮຽນບໍ່ໄດ້. ຈາກນັ້ນ, ໃຫ້ຈັດຕັ້ງການຫຼິ້ນເກມການ ອ່ານດ້ວຍການໃຊ້ບັດຄໍາ.ທວນຄືນການແຕ່ງປະໂຫຍກ (15 ນາທີ) 6ຈັດລຽນຄໍາສັບໃຫ້ເປັນປະໂຫຍກ ແລ້ວຂຽນໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ງ ໃນພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນປະໂຫຍກ ໂດຍໃຊເກນ ້ການປະເມີນຂໍ້ທີ 14ກ.ການວັດ ແລະ ປະເມີນຜົນຄູປະເມີນທັກສະການອ່ານນິທານ ໂດຍໃຊ ້ເກນການປະເມີນຂໍ້ທີ 16ກ.໑໓໒ສ ວ ສສະຫງວນລິຂະສິດ
13310ຄໍາຕອບ: ອາໄລ່ແບ້ມາແຕ່ນາ.ປູ່ເອົາຕະປູມາ.ດີ່ດ່ີ ມາໃກ້ປະຕູ.ທວນຄືນການອ່ານ (10 ນາທີ) 7ອ່ານຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ໃນພາກແນະນໍາ.1) ນັກຮຽນອ່ານຄໍາສັບ ທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ ຢູ່ໃນປຶ້ມແບບຮຽນຂໍ້ທີ 7 12) ຄູອ່ານໃຫ້ນັກຮຽນຟັງ 2-3 ຄັ້ງ.3) ນັກຮຽນອ່ານຕາມຄູ ແລະ ອ່ານດ້ວຍຕົນເອງ 2-3 ຄັ້ງ.4) ຄູໃຫ້ນັກຮຽນອ່ານບົດເກມຫຼິ້ນໝາກລີ້ດ້ວຍຕົນເອງ 1-2 ຄັ້ງ (ໂດຍອີງໃສ່ຄໍາສັບທີ່ນັກຮຽນຮູ້ແຕ່ຍັງບໍ່ທັນໄດ້ຮຽນ).5) ຄູອ່ານໃຫ້ນັກຮຽນຟັງ ແລະ ນັກຮຽນອ່ານພ້ອມຄູ 1-2 ຄັ້ງ.ທວນຄືນການອ່ານຄູໃຫ້ນັກຮຽນອ່ານຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນໃນວັນຈັນຜ່ານມາເຊັ່ນ: ຊ້າ, ຂອງ, ຂ້ອຍ, ແລ້ວ, ຫຼິ້ນ, ໝາກ, ໝູ່, ລາວ…ອີກ ໃຫ້ນັກຮຽນຝຶກອ່ານດ້ວຍຕົນເອງ. 8ອ່ານຂໍ້ຄວາມການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ໃນພາກແນະນໍາ.1) ໃຫ້ນັກຮຽນອ່ານບົດເລື່ອງໂດຍອີງໃສ່ຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນຕາມຄູ 2-3 ຄັ້ງ.2) ຄູອ່ານໃຫ້ນັກຮຽນຟັງ 1-2 ຄັ້ງ. ນັກຮຽນອ່ານຕາມຫຼັງຄູ 1-3 ຄັ້ງ.ທວນຄືນຄວາມເຂົ້າໃຈຈາກການອ່ານ (10 ນາທີ) 9ຕອບຄໍາຖາມຕາມຂໍ້ທີ 8 ແລ້ວຂຽນໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ໃນພາກແນະນໍາ.1) ຄູກ່າຍຄໍາຖາມໃສ່ກະດານ.2) ນັກຮຽນອ່ານຄໍາຖາມຕາມຄູ3) ຄູໃຫ້ນັກຮຽນຕອບຄໍາຖາມຂໍ້ທີ 1 ຄູບັນທຶກຄໍາຕອບໃສ່ກະດານ.ສ່ວນຄໍາຖາມທີ 2 ຄູກໍເຮັດແບບດຽວກັນ. ຫຼັງຈາກນັ້ນໃຫ້ນັກຮຽນກ່າຍຄໍາຖາມ ແລະ ຄໍາຕອບໃສ່ປຶ້ມຂຽນ.ຄໍາຕອບ: 1. ໃນກະຕ່າ, 2 ຍັງບໍ່ເຫັນ.ທວນຄືນການເວົ້າການຂຽນຮ່ວມກັນ (10 ນາທີ)ກ່ອນເຂົ້າບົດຮຽນຄູຂຽນບົດອ່ານຈາກບົດທີ 9 ຂໍ້ທີ 23 ໃສ່ກະດານ.1) ຄູໃຫ້ນັກຮຽນເບິ່ງຮູບ ແລະ ເລົ່າຄືນກ່ຽວກັບສິ່ງທີ່ເກີດຂຶ້ນ.2) ຄູອ່ານຫົວຂໍ້ ແລະ ຕໍ່ດ້ວຍເນື້ອໃນຂອງບົດເລື່ອງຢູ່ກະດານ.3) ຄູໃຫ້ນັກຮຽນຊອກຫາຕົວອັກສອນ ແລະ ຄໍາສັບທີ່ເຂົາເຈົ້າຮູ້ເຊັ່ນ: ໄປ, ໂຮງຮຽນ, ກັບ, ເອົາໄປ, ແພ, ບໍ່, ນາ, ນ້ໍາ, ຂອງ.4) ຄູຊີ້ໃສ່ຫົວຂໍ້ ແລະ ໃຫ້ນັກຮຽນບອກ.5) ຄູໃຫ້ນັກຮຽນຊອກຫາ ຫຼື ຄາດເດົາຄໍາສັບ (ອໍາພາ ອາທິດ).6) ນັກຮຽນຊ່ວຍກັນຊອກ ແລະ ບອກຄູ.7) ຄູຂຽນທັງສອງຄໍາສັບຕື່ມໃສ່ຄໍາທີ່ໄດ້ຂຽນໄວ້ກ່ອນໜ້ານີ້.8) ຄູຊີ້ໃສ່ປະໂຫຍກຕ່າງໆຢູ່ໃນບົດອ່ານ ແລະ ຖາມ: ນັກຮຽນຈື່ປະໂຫຍກໃດໄດ້ແດ່? ນັກຮຽນຕອບຄູ.໑໓໓
134109) ຄູໃຫ້ນັກຮຽນຈໍາແນກຊື່ຂອງວັນພາຍໃນອາທິດໜຶ່ງຢູ່ໃນບົດ ແລະ ບອກວ່າເຂົາເຈົ້າຮູ້ຄໍາສັບເຫຼົ່ານັ້ນໄດ້ແນວໃດ?10) ຄູຖາມວ່າມີຄໍາສັບໃດທີ່ເວົ້າລຶ້ມຄືນໃນແຕ່ລະວັນ: “…(ວັນ) ….. ອໍາພາໄປໂຮງຮຽນກັບ……ລາວ/ເຂົາ ເອົາ…”11) ຄູ ແລະ ນັກຮຽນສືບຕໍ່ປະຕິບັດແບບດຽວກັນຈົນໝົດບົດ.12) ຄູຂຽນຄໍາສັບໃສ່ກະດານ ແລະ ໃຫ້ນັກຮຽນຈໍາແນກ ເຊັ່ນ: ລາວ, ພວກເຂົາ, ພໍ່, ອ້າຍ, ດອກໄມ້, ມັນດ້າງ, ຄຸ, ແພເຊັດໂຕະ, ອຸປະກອນ.ທວນຄືນການເວົ້າການອ່ານຄໍາສັບ (15 ນາທີ)1) ຄູລຶບບົດເລື່ອງຢູ່ກະດານ, ຈົ່ງໄວ້ແຕ່: “…ອໍາພາໄປໂຮງຮຽນ…….ລາວ/ເຂົາ ເອົາ….”.ພວກເຂົາເອົາ……………. ໄປນໍາ.2) ຄູນໍາພານັກຮຽນອ່ານຢ່າງລ່ຽນໄຫຼ 1-2 ຄັ້ງ.3) ຄູບອກນັກຮຽນວ່າ ຄູຈະແຕ່ງປະໂຫຍກກ່ຽວກັບຄູເອງ.4) ຄູຂຽນ ວັນພະຫັດ ໃສ່ບ່ອນວ່າງທໍາອິດ, ແລ້ວລຶບອໍາພາອອກ ແລະ ຂຽນຄໍາວ່າ ຄູ ໃສ່ແທນ.5) ຄູບອກວ່າ ມື້ນີ້ແມ່ນວັນພະຫັດ ແລະ ມື້ນີ້ລາວມາໂຮງຮຽນກັບ (ໝູ່, ຜົວ, ລູກ, ອ້າຍ…) ແລະ ລາວເອົາ (ກະເປົາ, ປຶ້ມ, ປິກ, ສໍ…) ມານໍາ.6) ຄູຕື່ມປະໂຫຍກກ່ຽວກັບລາວເອງ. ຫຼັງຈາກນັກຮຽນອ່ານພ້ອມຄູ 1-2 ຄັ້ງ.7) ຄູອະທິບາຍຕື່ມວ່າ: ດຽວນີ້ພວກເຮົາຢູ່ໂຮງຮຽນ. ສະນັ້ນ, ຄໍາວ່າ “ໄປ” ເຮົາຄວນປ່ຽນເປັນ “ມາ” ຈະຖືກກວ່າ. 8) ຄູລຶບຄໍາ “ໄປ” ອອກ ແລ້ວຂຽນ “ມາ” ໃສ່ແທນ ຈາກນັ້ນ ຄູ ແລະ ນັກຮຽນອ່ານປະໂຫຍກນັ້ນຄືນຕື່ມ.. 9) ຄູລຶບຂໍ້ມູນກ່ຽວກັບຕົນເອງອອກ ແລະ ໃຫ້ນັກຮຽນອາສາສະໝັກເລົ່າກ່ຽວກັບຕົວເອງວ່າແຕ່ລະຄົນມາໂຮງ ຮຽນກັບໃຜ ແລະ ເອົາຫຍັງມານໍາແດ່? ອາດຈະເລົ່າກ່ຽວກັບວັນພະຫັດ ຫຼື ມື້ໃດກໍໄດ້ພາຍໃນອາທິດນີ້.10) ຄູຕື່ມປະໂຫຍກທີ 2 ຕໍ່ ໂດຍໃຊ້ຂໍ້ມູນທີ່ໄດ້ຈາກນັກຮຽນ.11) ຄູ ແລະ ນັກຮຽນແຕ້ມຮູບຂອງເຂົາເຈົ້າມາໂຮງຮຽນ ໃນອາທິດນີ້ມື້ໃດກໍໄດ້ໃສ່ເຈ້ຍຄົນລະແຜ່ນ, ປຶ້ມຂຽນ ຫຼື ກະດານ (ໃນຮູບນັ້ນຕ້ອງສະແດງໃຫ້ເຫັນວ່າ ຕົນເອງມາໂຮງຮຽນກັບໃຜ ແລະ ເອົາຫຍັງມານໍາ) ຫຼັງຈາກ ແຕ້ມແລ້ວ ໃຫ້ນັກຮຽນແຕ່ລະຄົນຂຽນຊື່ຕົນເອງໃສ່ຮູບ ແລະ ຂຽນຊື່ສິ່ງຂອງທີ່ແຕ້ມ (ຖ້ານັກຮຽນສາມາດຂຽນເປັນປະໂຫຍກອະທິບາຍກ່ຽວກັບຮູບໄດ້ຍິ່ງເປັນການດີ). ສິ່ງທີ່ຄວນເອົາໃຈໃສ່: ຮູບພາບທີ່ແຕ້ມບໍ່ຈໍາເປັນຕ້ອງເປັນຮູບທີ່ງົດງາມ, ອາດຈະເປັນຮູບລາຍເສັ້ນ ຫຼື ຮູບຄົນທີ່ແຕ້ມ ແບບງ່າຍໆກໍໄດ້ຂໍພຽງແຕ່ສື່ຄວາມໝາຍໄດ້.ທວນຄືນ ການເວົ້າການອ່ານ (10 ນາທີ)1) ຄູໃຫ້ນັກຮຽນປະຕິບັດກິດຈະກໍາເປັນຄູ່ ຫຼື 3 ຄົນກໍ ໄດ້ ອີງຕາມຄວາມເໝາະສົມຂອງນັກຮຽນ.2) ຄູໃຫ້ແຕ່ລະຄົນຜັດປ່ຽນກັນສະເໜີຮູບຂອງ ຕົນເອງໃຫ້ໝູ່ຟັງ ແລະ ອ່ານສິ່ງທີ່ຕົນເອງໄດ້ຂຽນ ກ່ຽວກັບຮູບດັ່ງກ່າວ.ທວນຄືນການອ່ານຄໍາທີ່ນັກຮຽນຄຸ້ນເຄີຍແຕ່ບໍ່ທັນໄດ້ຮຽນ (5 ນາທີ)1) ຄູອະທິບາຍໃຫ້ນັັກຮຽນອີກວ່າ ເຂົາເຈົ້າຈະໄດ້ອ່ານຄໍາທີ່ບໍ່ທັນໄດ້ຮຽນ.2) ຄູຖາມວ່າ: ເຂົາເຈົ້າສາມາດອ່ານຄໍາສັບເຫຼົ່ານີ້ໄດ້ດ້ວຍວິທີໃດ. ນັກຮຽນໃຫ້ເຫດຜົນ. ຄໍາຕອບຂອງນັກຮຽນ ອາດຈະແຕກຕ່າງກັນເຊັ່ນ: ບາງຄົນອາດຈະເວົ້າວ່າ ອີງໃສ່ທີ່ຕັ້ງຂອງຄໍາສັບໃນປະໂຫຍກ, ການຈັບຄູ່ຂອງສຽງ ໃນຄໍາສັບກັບຕົວອັກສອນທີ່ເຂົາເຈົ້າຮູ້ ແລະ ຈື່ຈໍາຮູບຮ່າງລັກສະນະຂອງຄໍາສັບນັ້ນໄດ້.3) ຄູບອກນັກຮຽນວ່າ: ນັກຮຽນສ່ວນຫຼາຍຍັງບໍ່ຮູ້ວິທີຂຽນທີ່ຖືກຕ້ອງຕໍ່ການຂຽນຄໍາສັບທີ່ຢູ່ກະດານຫຼາຍຄໍາເທື່ອ ແຕ່ຖ້າເຂົາເຈົ້າຕ້ອງການໃຊ້ຄໍາສັບເຫຼົ່ານັ້ນໃນບົດເລື່ອງ ຫຼື ບົດຂຽນປະເພດຕ່າງໆ ນັກຮຽນສາມາດລອງຂຽນ ເບິ່ງໄດ້.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ໂດຍໃຊ້ເກນການປະ ເມີນຂໍ້ທີ 4ກ.໑໓໔ສ ວ ສສະຫງວນລິຂະສິດ
13510ຊົ່ວໂມງທີ 9-10 (90 ນາທີ)ກິດຈະກໍາການວັດ ແລະ ປະເມີນຜົນ (10 ນາທີ)1) ຄູນໍາພານັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາພ້ອມທ່າທາງປະກອບ.2) ຄູປະເມີນຄວາມຮັບຮູ້ກ່ຽວກັບສຽງຂອງຕົວອັກສອນ ແລະ ຄໍາຕ່າງໆທີ່ໄດ້ຮຽນຜ່ານມາ.ທວນຄືນການອ່ານ (15 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ໃນພາກແນະນໍາ.1) ຄູໃຫ້ນັກຮຽນອ່ານຄໍາສັບທີ່ຄຸ້ນເຄີຍແຕ່ບໍ່ທັນໄດ້ຮຽນໃນຊົ່ວໂມງທີ 8 2-3 ຄັ້ງ.(ລາວ, ພວກເຂົາ, ພໍ່, ອ້າຍ, ດອກໄມ້, ມັນດ້າງ, ຄຸ, ແພເຊັດໂຕະ, ອຸປະກອນ)2) ຄູອ່ານໃຫ້ນັກຮຽນຟັງ 1-2 ຄັ້ງ. ນັກຮຽນອ່ານພ້ອມຄູ 2-3 ຄັ້ງ.10ອ່ານຄໍາສັບນັກຮຽນອ່ານຄໍາສັບຂໍ້ທີ 10 ດ້ວຍຕົນເອງ ຫຼື ດ້ວຍການ ຊ່ວຍເຫຼືອຂອງຄູ 2-3 ຄັ້ງ.(ລາວ, ພວກເຂົາ, ພໍ່, ອ້າຍ…ຜ້າເຊັດໂຕະ) ດ້ວຍຕົນ ເອງ ຫຼື ດ້ວຍການຊ່ວຍເຫຼືອຂອງຄູ 2-3 ຄັ້ງ.11ບອກສິ່ງທີ່ເຫັນ, ຈາກນັ້ນເລືອກເອົາຄໍາສັບຢູ່ເບື້ອງຂວາມືຕື່ມໃສ່ບ່ອນວ່າງ1) ຄູຖາມວ່ານັກຮຽນສາມາດລີ້ໄດ້ຢູ່ໃສແດ່?2) ນັກຮຽນຕອບຕາມຄວາມເຂົ້າໃຈ.3) ຄູເລືອກເອົານັກຮຽນ 1-2 ຄົນອອກມາໜ້າກະດານ ແລະ ເລົ່າກ່ຽວກັບຮູບພາບທີ່ເດັກນ້ອຍຜູ້ທີ 1 ລີ້ຢູ່. ຈາກນັ້ນ, ໃຫ້ນັກຮຽນໝົດຫ້ອງອ່ານຄໍາສັບທີ່ຢູ່ກ້ອງຮູບພາບ.4) ຄູໃຫ້ນັກຮຽນເບິ່ງຮູບພາບ, ເວົ້າປະໂຫຍກ ແລະ ເລືອກເອົາຄໍາສັບທີ່ເຂົາເຈົ້າຕ້ອງການ ເພື່ອແຕ່ງປະໂຫຍກ ຕາມໂຄງສ້າງ.5) ຄູໃຫ້ນັກຮຽນປະຕິບັດກິດຈະກໍາແບບດຽວກັນເປັນຄູ່ຈົນຄົບເດັກນ້ອຍທຸກຄົນທີ່ລີ້ຢູ່ແຕ່ລະບ່ອນ ແຕ່ລະຄູທັງ ເວົ້າປະໂຫຍກ ແລະ ຊີ້ໃສ່ຄໍາສັບທີ່ຕ້ອງການຂຽນ. ໃນຂະນະທີ່ນັກຮຽນປະຕິບັດກິດຈະກໍາໃຫ້ຄູຍ່າງໄປມາ ທົ່ວຫ້ອງ ເພື່ອຟັງ ແລະ ຊ່ວຍນັກຮຽນບາງຄົນທີ່ຕ້ອງການຄວາມຊ່ວຍເຫຼືອ.6) ຄູເລືອກເອົານັກຮຽນຄູ່ທີ 1 ອ່ານປະໂຫຍກທີ່ເຂົາເຈົ້າແຕ່ງກ່ຽວກັບເດັກນ້ອຍຫຼິ້ນໝາກລີ້ ແລະ ໃຫ້ຄູ່ອື່ນເວົ້າຕໍ່ໄປຈົນຄົບໝົດທຸກຄູ່.ທວນຄືນການອ່ານ (10 ນາທີ)1) ນໍາພານັກຮຽນຫຼິ້ນເກມຄາດເດົາຄໍາສັບ.2) ຄູຂຽນຄໍາທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນຈໍານວນໜຶ່ງ ທີ່ໄດ້ຮຽນໃນອາທິດນີ້ໃສ່ບັດຄໍາ ໂດຍຈົ່ງວ່າງປະ ບາງບ່ອນຂອງຕົວອັກສອນໄວ້.ຕົວຢ່າງ:ຫຼິ້1111ໃຜ111111ໜຶ່ງຕົ້ນ ມ້111ທາງຫຼັ1111ເຫັ1111ຂອງ1111າວຊອກ1111111ໝູ່111111ໝາກ111111113) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ. ໃຫ້ຕາງໜ້າແຕ່ລະກຸ່ມອອກມາຈົກເອົາບັດ 2 ບັດ. ເອົາບັດ ທີ່ຈົກນັ້ນກັບໄປຫາກຸ່ມແລ້ວຊ່ວຍຊອກຫາຕົວອັກສອນ ຫຼື ຄໍາມາຕື່ມໃສ່ບ່ອນວ່າງ. ກຸ່ມໃດຄາດເດົາຖືກຫຼາຍ ກວ່າໝູ່ກຸ່ມນັ້ນເປັນຜູ້ຊະນະ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍໃຊ້ເກນ ການປະເມີນຂໍ້ທີ 8.໑໓໕
13610ກິດຈະກໍາ ການວັດ ແລະ ປະເມີນຜົນ (10 ນາທີ)ຄູໃຫ້ນັກຮຽນຂຽນທວາຍ: ຕາກ້າ ປະຕູເພ.ຂັ້ນຕອນການສອນຂຽນທວາຍໃຫ້ປະຕິບັດຄືບົດຜ່ານມາ.ພາກ 2 ເລື່ອງ ສຽງເພງຂອງຈັ່ກຈັນນ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັບບົດທີ 1 ພາກ 1.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານ ມາ ແລະ ໝົດບົດ..ການວັດ ແລະ ປະເມີນຜົນຄູປະເມີນການຂຽນທວາຍຂອງນັກຮຽນ ໂດຍໃຊ້ເກນການປະເມີນຂໍ້ທີ 13ກ.ການວັດ ແລະ ປະເມີນຜົນຄູປະເມີນທັກສະການອ່ານນິທານ ໂດຍ ໃຊ້ເກນການປະເມີນຂໍ້ທີ 16ກ.ການວັດ ແລະ ປະເມີນຜົນຄູປະເມີນທັກສະການອ່ານນິທານ ໂດຍ ໃຊ້ເກນການປະເມີນຂໍ້ທີ 17ກ.໑໓໖ສ ວ ສສະຫງວນລິຂະສິດ
13711ບົດທີ 11 ຂ ຄ ເxາະ xໍເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນຈະສາມາດ:1 1ບອກຊື່ ພະຍັນຊະນະ ຂ ຄ ແລະ ສະຫຼະ ເxາະ xໍ11 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ຂ ຄ ເxາະ xໍ11 3ຂຽນພະຍັນຊະນະ ຂ ຄ ແລະ ສະຫຼະ ເxາະ xໍ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດພະຍາງທີ່ນໍາໃຊ້ສະຫຼະ ເxາະ xໍ ໃຫ້ຖືກຕ້ອງ ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກ ສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາເວົ້າຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດ ແລະ ປະເມິນຜົນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ, ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 1 ຢູໃນຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 6 ຢູ່ໃນຊົ່ວໂມງທີ 9.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນຂໍ້ທີ 10 ແລະ 11 ຢູ່ໃນຊົ່ວໂມງທີ 5 ແລະ 7.1 4ຫັດຂຽນ: ໃຊ້ເກນການປະເມີນຂໍ້ທີ 13ກ ແລະ 14ກ ຢູ່ໃນຊົ່ວໂມງທີ 5 ແລະ 9.1 5ນິທານ: ໃຊ້ເກນການປະເມີນຂໍ້ທີ 18ກ ຢູ່ໃນຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 ພະຍັນຊະນະ ຂ ຄ 1- ພະຍັນຊະນະ ຂ ປະກອບມີຄໍາສັບ: ເຂົ້າ, ຂາວ, ຂຽນ, ໄຂ່, ຂີ່, ແຂ້, ຂັບ, ຂ້ອຍ1- ພະຍັນຊະນະ ຄ ປະກອບມີຄໍາສັບ: ແຄນ, ຄີມ, ຄໍາ, ຄູ, ເຄ, ໄຄ່, ເຄາະ, ຄໍ, ຄອບຄົວ11 ສະຫຼະ ເxາະ xໍ2- ສະຫຼະ ເxາະ ປະກອບມີຄໍາສັບ: ເຄາະ, ເບາະ, ເພາະ1- ສະຫຼະ xໍ ປະກອບມີຄໍາສັບ: ຄໍ, ສໍ, ຊໍ, ພໍ່, ບໍ່, ໝໍ11 ພັັນລະນາກ່ຽວກັບຮູບເຈົ້າຈະຂັບຫຍັງ?31 ນິທານ4IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ11 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.໑໓໗
138111 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ.V. ກິດຈະກໍາການຮຽນການສອນຊົ່ວໂມງ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນຄູແນະນໍາບົດກາບລຸ່ມນີ້:“ຄູຂອງຂ້ອຍ”ຄູຂອງຂ້ອຍ ຊື່ວ່າຄໍາໄຂສິດຄົນໃດ ກໍຊົມເຊີຍຍ້ອງຄູມັກຮ້ອງ ເພງກ່ອນການສອນສຽງອອນຊອນ ເສາະໃສມ່ວນຊື່ນນໍາໃຊ້ເກມທວນຄືນຄໍາສັບທີ່ນັກຮຽນຮູ້ແຕ່ຍັງບໍ່ທັນໄດ້ຮຽນໃນບົດທີ 10 ດ້ວຍການໃຊ້ເກມອ່ານຄໍາສັບ ໂດຍໃຊບດ ້ັຄໍາສັບ (ຂັ້ນຕອນການຫຼິ້ນເກມໃຫ້ເບິ່ງຢູ່ບົດທີ 3 ຊົ່ວໂມງທີ 4).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ຮູບພາບທີ່ຂຶ້ນຕົ້ນດ້ວຍສຽງ ຂ ຄການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ໄຂ່, ຂາ, ແຂນ, ຄາງ, ຄໍ, ຄິ້ວ, ຄຸ1ພາສາລາວສໍາລັບນັກຮຽນຊົນເຜົ່າ: ເອົາໃຈໃສ່ໃຫ້ນັກຮຽນອອກສຽງ ຂ ຄ ໄດ້ຢ່າງຖືກຕ້ອງ.2ເວົ້າຊື່ ແລະ ຂີດຕາມຮອຍຕົວ ຂ ຄການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)11 ເກມຊອກຫາ ຂ ຄ ໃນແຜ່ນພູມຕົວອັກສອນ1ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1.21 ເກມຊອກຫາພະຍັນຊະນະ ຂ ຄ ໃນຊຸດບັດຕົວອັກສອນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັນກັບບົດທີ 1ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກສອນເກມໜຶ່ງກໍໄດ້.3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນ (10 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ1) ຄູສາທິດວິທີການແຕ້ມຮູບ ແຂນ, ຂາ, ຄາງ, ຄິ້ວ ແລະ ຄຸ ແບບງ່າຍດາຍ.2) ນັກຮຽນເລືອກ ແລະ ແຕ້ມຮູບໃດໜຶ່ງທີ່ອອກສຽງ ຂ ຄ.໑໓໘ສ ວ ສສະຫງວນລິຂະສິດ
13911ທວນຄືນການອອກສຽງ (5 ນາທີ)ນັກຮຽນເບິ່ງຮູບພາບໃນປຶ້ມແບບຮຽນຂໍ້ທີ 4 ໃຫ້ນັກຮຽນຮູ້ຄໍາທີ່ຂຶ້ນຕົ້ນດ້ວຍສຽງ ຂ ຄ ໂດຍການຟ້ອງສຽງ ແລະ ຜັນສຽງເຊັ່ນ: ເຂົາ, ແຄນ, ຂາວ, ຄໍ, ຂຽນ ແລະ ຄີມ ເພື່ອໃຫ້ນັກຮຽນສັງເກດເບິ່ງປາກເວລາຟ້ອງສຽງ ແລະ ຜັນສຽງ.4ຟັງ ແລະ ເວົ້າ ຄໍາສັບທີ່ຂຶ້ນຕົ້ນ ແລະ ບໍ່ຂຶ້ນຕົ້ນດ້ວຍສຽງ ລ ສການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ. 5ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ ຂ ຄການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາ ເຂົ້າ ຄູການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.1) ຄູບອກຄວາມໝາຍຂອງຄໍາວ່າ ເຂົ້າ ແມ່ນອາຫານຫຼັກທີ່ຄົນເຮົາກິນທຸກວັນ ເພື່ອໃຫ້ຮ່າງກາຍແຂງແຮງສ່ວນ ຄໍາວ່າ ຄູ ແມ່ນຜູ້ສິດສອນ ແລະ ຖ່າຍທອດຄວາມຮູ້ຄວາມສາມາດໃຫ້ແກ່ຄົນທົ່ວໄປ.7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ຕົວຢ່າງໝາຍເຫດ: ຖ້າຍັງມີເວລາພຽງພໍ ຄູອາດປ່ຽນບັດພະຍັນຊະນະ ຂ ຄ ຫຼື ເxາະ xໍ. ເປັນບັດພະຍັນຊະນະອື່ນທີ່ໄດ້ ຮຽນມາເປັນຄໍາຕ່າງໆເຊັ່ນ: ເຈົ້າ, ເກົ້າ, ເວົ້າ, ປູ, ງູ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 2.ຊຸດຕົວອັກສອນປະກອບມີ: ຂ, ຄ, ຕ, ປ, ມ, ດ, ງ, ຈ, ພ, xະ, xາ, xີ, ໄx, xຸ, ໃx, x່ , x້, ເxະ, ເx, ເxົາ, xູ.ຄໍາສັບປະກອບມີ: ເປົາ, ໄປ, ມີ, ດາ, ງາ, ຈະ, ຈີ່, ພູ, ໄຕ້, ຄູ, ປູ...ກິດຈະກໍາເສີມການຂຽນ (10 ນາທີ)8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ3ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນໍາພານັກຮຽນຮ້ອງເພງ “ໂຕກະຕ່າຍ” ໂດຍໃຊ້ທ່າທາງປະກອບໂຕກະຕ່າຍ ໂຕຂາວໆຫູຍາວໆຫາງປ້ອມໆນັ່ງຄ້ອມມ້ອມ ກິນຫຍ້າຂຽວອ່ອນນ້ອງຫຼຽວເບິ່ງ ເປັນຕາໜ້າຮັກພວກນ້ອງຮັກ ໂຕກະຕ່າຍແທ້ເອີຍ ໜ່ອຍໆໆໆໆໆໆ2) ຄູທວນຄືນຕາມຂໍ້ທີ 2໑໓໙
14011 9ຈັດຕົວອັກສອນໃຫ້ຖືກກັບຮູບພາບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຊື່ຮູບພາບທີ່ມີສຽງ ເxາະ ຫຼື xໍການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນເວົ້າສຽງ ເxາະ xໍ ໃຫ້ໄດ້ຢ່າງຖືກຕ້ອງ ແລະ ອະທິບາຍ ວ່າມັນຕ່າງສະຫຼະສຽງອື່ນທີ່ໄດ້ຮຽນຜ່ານມາ.11ເວົ້າຊື່ ແລະ ຂີດຕາມຮອຍ ເxາະ ຫຼື xໍການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 2 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາສະຫຼະ ເxາະ xໍການສອນຫຼິ້ນເກມໃຫ້ນໍາໃຊ້ວິທີຄືກັນກັບການສອນຫຼິ້ນເກມຊອກຫາພະຍັນຊະນະ ຂ ຄ ໃນຊົ່ວໂມງທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.ທວນຄືນການອອກສຽງ (5 ນາທີ)13ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ ເxາະ xໍການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ຄໍາສັບທີ່ມີສຽງ ເxາະ xໍ: ຄໍ, ເບາະ, ສໍ, ຊໍຄໍາສັບທີ່ບໍ່ມີສຽງ ເxາະ x: ໂຕະ, ຄອບຄົວ14ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ ເxາະ xໍການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 5 ຢູ່ໃນພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)15ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ເບາະ ພໍ່ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 6 ຢູ່ໃນພາກແນະນໍາ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະສົມຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບກິດຈະກໍາເສີມຢູ່ໃນບົດທີ 3 ຊົ່ວໂມງທີ 4.ຄູນໍາໃຊ້ພະຍັນຊະນະ ແລະ ສະຫຼະ ທີ່ຮຽນມາ ແລະ ກໍາລັງຮຽນໃນອາທິດ.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາສັບ ໂດຍໃຊ້ບັດຄໍາ1ການສອນໃຫ້ນໍາໃຊ້ເຕັກ ນິກການສອນຄືກັນກັບກິດຈະກໍາເສີມຢູ່ໃນບົດທີ 3 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໑໔໐ສ ວ ສສະຫງວນລິຂະສິດ
14111ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ ເພງ ຕື່ນເຊົ້າຕື່ນແຕ່ເຊົ້າ ປັດກວາດເຮືອນຊານເອົານ້ອງນ້ອຍ ໜຶ້ງເຂົ້້າເປົ່າໄຟໄປຫົດຜັກ ເກືອເປັດເກືອໄກ່ປູກດອກໄມ້ໃຫ້ຫຼາຍໆ ເອົາໄປຕ້ອນອ້າຍ, ເອື້ອຍຄູ (ຊໍ້າ)ຄູນໍາພານັກຮຽນທວນຄືນຂໍ້ທີ 4 13 , , 9 ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ລົດຈັກ, ຕະຫຼາດ, ເຫັນ, ຊື້ໃຫ້, ມາໃຫ້, ພໍ່, ຂີ່1ວະລີ: ເວົ້າວ່າ, ຕີປະຕູ, ປະຕູເພ118ອ່ານປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)19ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຕອບ: 1. ກີ້ຄໍາ, 2. ແມ່.ກິດຈະກໍາເສີມການຂຽນ (10 ນາທີ) ຫຼິ້ນເກມບິງໂກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 6 ຊົ່ວໂມງທີ 5.ພາກ 1 ເລື່ອງ ຕາກຽງນ້ອຍຂອງທ້າວຄໍາ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກທີ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນນິທານຢູ່ບົດທີ 1 ພາກທີ 1.ໝາຍເຫດ: ເລືອກເອົາປຶ້ມນິທານທີ່ ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ, ເປັນໜ້າສົນໃຈສໍາລັບນັກຮຽນ ແລະ ນັກຮຽນເຂົ້າໃຈງ່າຍ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ “ຕື່ນເຊົ້າ” ຄືນ ໂດຍໃຊ້ທ່າທາງປະກອບ.2) ຄູນໍາພານັກຮຽນ ທວນການອ່ານໂດຍໃຊ້ຂໍ້ທີ 18 1ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ແລະ ວະ ລີ ໂດຍໃຊ້ເກນການປະເມີນຂໍ້ທີ 10.ການວັດ ແລະ ປະເມີນຜົນຄູປະເມີນການອ່ານປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 10.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ ແລະ ວະ ລີ ໂດຍໃຊ້ເກນການປະເມີນຂໍ້ທີ 14ກ.໑໔໑
14211ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.1) ຄູອະທິບາຍການໃຊ້ຄໍາວ່າ ໂຕ: ໝາຍເຖິງບຸກຄົນທີ່ເຮົາກໍາລັງເວົ້ານໍາ ຫຼື ອີກຢ່າງໃຊ້ໃນການນັບຈໍານວນຂອງສັດ ຕົວຢ່າງ: ໂຕຊິໄປໃສ?, ເຮົາລ້ຽງໄກ່ 10 ໂຕ12) ຄໍາວ່າ: ເພາະວ່າ ແມ່ນການອ້າງເຫດຜົນຂອງສິ່ງໃດໜຶ່ງຕົວຢ່າງ: ເຮົາຂາດຮຽນເພາະວ່າ ເຝົ້າແມ່ເປັນໄຂ້, (ອາດຈະຍົກຕົວຢ່າງອື່ນໆກໍໄດ້).21ອ່ານປະໂຫຍກ ແລ້ວເລືອກເອົາຄໍາສັບຕື່ມໃສ່ບ່ອນວ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ຄ ຢູ່ໃນພາກແນະນໍາ.ຄໍາຕອບ: ເຈົ້າ ບໍ່ ແມ່ນແຂ້ ເພາະວ່າແຂ້ບໍ່ມີ ຄີ ແລະ ໂຕບໍ່ເປັນສີ ຄໍາ ເຈົ້າແມ່ນ ປາຄໍາ1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)22ເລືອກ ເxາະ ຫຼື xໍ ໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 11 ໝໍ 21 ເຄາະ 31 ຄໍນັກຮຽນແຕ້ມຮູບແຕ່ລະຄໍາຕອບ (ແຕ້ມແບບຂີດເສັ້ນງ່າຍດາຍ).ກິດຈະກໍາເສີມການອ່ານ (5 ນາທີ)ເກມການອ່ານຄໍາສັບ ໂດຍໃຊ້ບັດຄໍາການສອນໃຫ້ນໍາໃຊ້ຄືກັນກັບການຫຼິ້ນເກມການອ່ານໃນກິດຈະກໍາເສີມຊົ່ວໂມງທີ 4ທວນຄືນຕົວອັກສອນ ແລະ ຄໍາສັບ (5 ນາທີ) ນໍາໃຊ້ຄໍາຂໍ້ທີ 23 ເພື່ອທວນຄືນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ່ຜ່ານມາ. ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນສັງເກດຮູບໃນປຶ້ມແບບຮຽນຂໍ້ທີ 23 ແລ້ວຖາມວ່ານັກຮຽນເຫັນຮູບຫຍັງແດ່?2) ນັກຮຽນຊ່ວຍກັນຕອບຕາມຄວາມເຂົ້າໃຈ.3) ນັກຮຽນຄາດເດົາຫົວຂໍ້ຕາມຄວາມເຂົ້າໃຈ ໂດຍອີງໃສ່ຄໍາສັບ ແລະ ຮູບພາບທີ່ນັກຮຽນຮູ້ຈັກ ແລະ ເຄີຍຮຽນ ມາແລ້ວ.4) ຄູອ່ານຫົວຂໍ້ຂອງບົດເລື່ອງ ແລະ ຖາມວ່າຫົວຂໍ້ມີຄວາມໝາຍແນວໃດ?5) ນັກຮຽນບອກຄວາມໝາຍ ແລະ ເຫດຜົນຂອງຫົວຂໍ້.6) ຄູແນະນໍາຕອນໜຶ່ງຂອງບົດ ແລະ ຖາມນັກຮຽນວ່າ: ຄວາມແຕກຕ່າງແຕ່ລະຮູບແມ່ນຫຍັງ? (ລົດ, ເຮືອ).7) ນັກຮຽນຕອບຕາມຄວາມເຂົ້າໃຈ.8) ຄູອ່ານປະໂຫຍກທີ 1 ຊີ້ໃສ່ຄໍາສັບໃນຂະນະທີ່ອ່ານ (ປະໂຫຍກຕໍ່ໄປກໍປະຕິບັດເຊັ່ນກັນ).9) ນັກຮຽນຕິດຕາມເບິ່ງ ແລະ ຟັງຄູແຕ່ເລີ່ມຕົ້ນຈົນໝົດທຸກປະໂຫຍກໃນຂໍ້ທີ່ 23.10) ຄູຖາມນັກຮຽນວ່າ ຄໍາວ່າ ຂັບ ກັບ ຂີ່ ມີຄວາມໝາຍຕ່າງກັນແນວໃດ?ການວັດ ແລະ ປະເມີນຜົນການອ່ານປະໂຫຍກ ໂດຍໃຊ້ເກນ ການປະເມີນຂໍ້ທີ 11.໑໔໒ສ ວ ສສະຫງວນລິຂະສິດ
1431111) ນັກຮຽນຕອບຕາມຄວາມເຂົ້າໃຈ (ຄູອະທິບາຍເພີ່ມຖ້າຈໍາເປັນ).12) ຄູອ່ານຄືນໃຫ້ນັກຮຽນເວົ້າປະໂຫຍກໄປພ້ອມຄູ 1-2 ຄັ້ງ (ໝົດທຸກປະໂຫຍກ).13) ນັກຮຽນບອກຄວາມໝາຍຂອງຄໍາສັບ: ອ້ອມ, ລ່ອງ, ທົ່ວ, ຕາມ, ຜ່ານ ແລະ ອື່ນໆ.14) ຄູຍົກຕົວຢ່າງການໃຊ້ຄໍາສັບອ້ອມ: ຂ້ອຍຂີ່ລົດອ້ອມວົງວຽນ. ລ່ອງ: ຂ້ອຍເຫັນເຮືອລ່ອງຕາມລໍານໍ້າ, ຕາມ: ຂ້ອຍຍ່າງຕາມທາງ, ຜ່ານ: ຂ້ອຍຍ່າງຜ່ານທົ່ງນາ.15) ນັກຮຽນເວົ້າຕາມຄູ 1-2 ຄັ້ງ.16) ຄູສົນທະນາໃຫ້ນັກຮຽນບອກເຫດຜົນເພື່ອຕອບຄໍາຖາມຢູ່ທ້າຍບົດ (ໃຜຢາກມານໍາບໍ່?).17) ນັກຮຽນຕອບຄໍາຖາມ ແລະ ບອກເຫດຜົນຕາມຄວາມເຂົ້າໃຈ ຂອງຕົວເອງ.18) ຄູໃຫ້ນັກຮຽນເອົາຄໍາວ່າ: ຂັບ ແລະ ຂີ່ແຕ່ງເປັນປະໂຫຍກຜູ້ລະ 1 ປະໂຫຍກ (ຄູຕິດຕາມພ້ອມທັງແນະນໍາຕື່ມ).ຂັ້ນຝຶກປະຕິບັດ ແລະ ນໍໍາໃຊ້ (10 ນາທີ)ແຕ່ງເລື່ອງປາກເປົ່າ1) ຄູແບ່ງນັກຮຽນເປັນກຸ່ມໃຫ້ທຸກຄົນໃນກຸ່ມສົນທະນາ ແລະ ບອກວ່າ:- ເຂົາເຈົ້າຢາກຂັບ ຫຼື ຂີ່ລົດ.- ເຂົາເຈົ້າຈະຂັບ ຫຼື ຂີ່ລົດໄປໃສ? ໃຫ້ໃຊ້ຄໍາສັບບອກສະຖານທີ່ໂດຍນໍາໃຊ້ຄໍາສັບ: ອ້ອມ, ລ່ອງ, ທົ່ວ, ຕາມ ແລະ ຜ່ານ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເວົ້າ ແລະ ໃຫ້ເຫດຜົນຕາມໂຄງຮ່າງຂອງປະໂຫຍກໃນບົດຂ້າງເທິງ: ຂ້ອຍຂັບ........ ຂ້ອຍຂັບໄປ.......... ໃຜຢາກໄປນໍາບໍ່?ກິດຈະກໍາເສີມການເວົ້າ (10 ນາທີ)1) ນັກຮຽນແຕ້ມຮູບກ່ຽວກັບເຫດຜົນທີ່ເຂົາເຈົ້າຢາກຂັບ ແລະ ຂີ່ຢູ່ໃນ.....ແລະ ຢາກໄປໃສ?2) ນັກຮຽນແຕ້ມຕາມຄູແນະນໍາໃສ່ເຈ້ຍ ຫຼື ກະດານນ້ອຍພ້ອມທັງຂຽນຄໍາສັບ ຫຼື ປະໂຫຍກໃສ່ພ້ອມ.3) ຄູຕິດຕາມການແຕ້ມຂອງນັກຮຽນທົ່ວຫ້ອງ.4) ນັກຮຽນແຕ່ລະຄົນສະເໜີຮູບຂອງຕົນຕໍ່ຄູ ແລະ ໝູ່ຄູ່ພ້ອມກັບບອກຄໍາສັບ ຫຼື ປະໂຫຍກກ່ຽວກັບຮູບພາບ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ1ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນການວັດ ແລະ ປະເມີນຜົນຄູສັງເກດຈາກການບອກຕົວອັກສອນປະກອບເປັນຄໍາ ແລະ ກວດຜົນງານຈາກການແຕ້ມຮູບ ໂດຍໃຊ້ເກນການປະເມີນຂໍ້ທີ 1.໑໔໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156
- 157
- 158
- 159
- 160
- 161
- 162
- 163
- 164
- 165
- 166
- 167
- 168
- 169
- 170
- 171
- 172
- 173
- 174
- 175
- 176
- 177
- 178
- 179
- 180
- 181
- 182
- 183
- 184
- 185
- 186
- 187
- 188
- 189
- 190
- 191
- 192
- 193
- 194
- 195
- 196
- 197
- 198
- 199
- 200
- 201
- 202
- 203
- 204
- 205
- 206
- 207
- 208
- 209
- 210
- 211
- 212
- 213
- 214
- 215
- 216
- 217
- 218
- 219
- 220
- 221
- 222
- 223
- 224