Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ພາສາລາວ ປ.1 ເຫຼັ້ມ 1 (LaoG1 Tg1)

ພາສາລາວ ປ.1 ເຫຼັ້ມ 1 (LaoG1 Tg1)

Published by ltmd7471, 2020-09-22 21:55:16

Description: Lao Language grade1 TG1

Search

Read the Text Version

194໑໙໑໙໔ສ ວ ສສະຫງວນລິຂະສິດ

195III. ພາກຜະໜວກກິດຈະກໍາການສອນສໍາລັບວິຊາພາສາລາວ ຂັ້ນ ປ.1ໃນການເປັນຄົນທີ່ຮູ້ໜັງສື, ກ່ອນອື່ນໝົດນັກຮຽນຕ້ອງສາມາດສື່ສານດ້ວຍພາສາທີ່ເຂົາເຈົ້າອ່ານ ແລະ ຂຽນ, ຟັງ ແລະ ເວົ້າ ໄດ້ເປັນຢ່າງດີ. ຫຼັງຈາກນັ້ນ, ຄວາມສາມາດເລື່ອງໜັງສືກໍຈະພັດທະນາຈາກທັກສະການເວົ້າພາສາຄື: ຄວາມ ສາມາດໃນການໃຊ້ສຽງ, ອັກສອນ, ຄໍາ ແລະ ສໍານວນ. ໃນແຕ່ລະອາທິດ ນັກຮຽນຕ້ອງມີໂອກາດໄດ້ສ້າງທັກສະ ເຫຼົ່ານີ້ໃນເວລາເຮັດກິດຈະກໍາພາກປະຕິບັດພາກຝຶກຫັດທີ່ກ່ຽວຂ້ອງກັບສິ່ງໃໝ່ໆທີ່ເຂົາເຈົ້າໄດ້ໃນບົດຮຽນ.ການອະທິບາຍກິດຈະກໍາເຫຼົ່ານີ້ ແມ່ນເພື່ອໃຫ້ນໍາໃຊ້ໃນບົດຮຽນວິຊາພາສາລາວຫ້ອງ ປ.1 ແຕ່ວ່າກໍສາມາດ ປັບ ປ່ຽນ ເພື່ອໄປໃຊ້ໃນບົດຮຽນວິຊາພາສາອັງກິດຫ້ອງ ປ.3 ເຊັ່ນດຽວກັນ.ກິດຈະກໍາການເວົ້າ ແລະ ຟັງ1. ແມ່ນຫຍັງທີ່ຂາດຫາຍໄປ?ຈຸດປະສົງ:ເພື່ອໃຫ້ນັກຮຽນຝຶກການຈື່ຈໍາ ແລະ ອອກສຽງຄໍາສັບໃໝ່ທີ່ໄດ້ຮຽນ ຕົວຢ່າງ: ຊື່ສິ່ງຂອງ (ຕົວຢ່າງ ອຸປະກອນການ ຮຽນ: ສໍ, ປຶ້ມ, ຢາງລຶບ, ໂຮງແຫຼມສໍ, ໄມ້ບັນທັດ) ປະເພດສັດຕ່າງໆ, ປະເພດໝາກໄມ້ຕ່າງໆ ແລະ ອື່ນໆ.ການກະກຽມ: ຄູຮີບໂຮມສິ່ງຂອງ ຫຼື ຮູບສິ່ງຂອງໃສ່ກະຕ່າ ເພື່ອໃຫ້ນັກຮຽນເວົ້າຊື່ (ຫຼື ວາງສະແດງໃສ່ພາຖາດ).ຂັ້ນຕອນ- ຄູຢາຍສິ່ງຂອງ (ຫຼື ຮູບສິ່ງຂອງ) ໃສ່ພາຖາດ ແລ້ວຊີ້ໃສ່ແຕ່ລະອັນ ເພື່ອໃຫ້ນັກຮຽນບອກຊື່ແຕ່ລະອັນ.- ຄູອະທິບາຍເກມ “ອັນໃດຂາດຫາຍໄປ?”, ແລະ ຄວາມໝາຍຄໍາວ່າ “ມືນຕາ”.- ນັກຮຽນຫຼັບຕາ, ແລະ ໃນຂະນະນັ້ນ, ຄູເອົາສິ່ງຂອງໜຶ່ງອອກຈາກພາຖາດ ແລ້ວເຊື່ອງໄວ້. ຫຼັງຈາກນັ້ນ, ຄູບອກໃຫ້ນັກຮຽນ “ມືນຕາ”.- ນັກຮຽນມືນຕາເບິ່ງ ແລະ ຍົກມືຂຶ້ນຖ້າເຂົາເຈົ້າຮູ້ວ່າ ສິ່ງຂອງໃດຂາດຫາຍໄປ. ນັກຮຽນທີ່ຖືກເອີ້ນຊື່ ຈຶ່ງບອກ ຄູວ່າ ອັນໃດທີ່ຂາດຫາຍໄປ.- ຄູຖາມນັກຮຽນຜູ້ອື່ນໆໃນຫ້ອງວ່າ “ລາວຕອບຖືກບໍ່?” ນ ັກຮຽນຕອບ.- ຫຼິ້ນເປັນຄູ່ ຫຼື ກຸ່ມນ້ອຍໆ ແຕ່ລະກຸ່ມຈະມີສິ່ງຂອງ ຫຼື ຮູບເປັນຂອງຕົນເອງ. ນັກຮຽນຫຼິ້ນເກມ “ອັນໃດທີ່ຂາດ ຫາຍໄປ?” ນັກຮຽນແຕ່ລະຄົນຈະປ່ຽນຜຽນກັນເປັນ ຫົວໜ້ານໍາພາຫຼິ້ນເກມ.2. ອັນໃດຖືກຍ້າຍໄປບ່ອນໃໝ່?ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກການຈື່ຈໍາ ແລະ ອອກສຽງຄໍາສັບໃໝ່ທີ່ໄດ້ຮຽນ ຕົວຢ່າງ: ຊື່ສິ່ງຂອງ (ອຸປະກອນການ ຮຽນ: ສໍ, ປຶ້ມ, ຢາງລຶບ, ໂຮງແຫຼມສໍ, ໄມ້ບັນທັດ) ປະເພດສັດຕ່າງໆ, ປະເພດໝາກໄມ້ຕ່າງໆ ແລະ ອື່ນໆ.ການກະກຽມ: ຄູຮີບໂຮມສິ່ງຂອງ ຫຼື ຮູບສິ່ງຂອງໃສ່ກະຕ່າ ເພື່ອໃຫ້ນັກຮຽນເວົ້າຊື່ (ຫຼື ວາງສະແດງໃສ່ພາຖາດ).ຂັ້ນຕອນ- ຄູຢາຍສິ່ງຂອງ (ຫຼື ຮູບສິ່ງຂອງ) ໃສ່ພາຖາດ ແລ້ວຊີ້ໃສ່ແຕ່ລະອັນ ເພື່ອໃຫ້ນັກຮຽນບອກຊື່ຂອງສິ່ງຂອງເຫຼົ່າ ນັ້ນ.- ຄູອະທິບາຍເກມ “ອັນໃດຖືກຍ້າຍໄປບ່ອນໃໝ່?” ແລະ ຄວາມໝາຍຄໍາວ່າ “ມືນຕາ”.- ນັກຮຽນຫຼັບຕາ, ແລະ ໃນຂະນະນັ້ນ, ຄູເອົາເຄື່ອນຍ້າຍສິ່ງຂອງສອງອັນໃນພາຖາດ. ຫຼັງຈາກນັ້ນ, ບອກໃຫ້ ໑໙໕໔

196໑໙ນັກຮຽນ “ມືນຕາ”.- ນັກຮຽນມືນຕາ ແລະ ຍົກມືຂຶ້ນ ຖ້າເຂົາເຈົ້າຮູ້ວ່າ ສອງສິ່ງຂອງໃດຖືກຍ້າຍໄປບ່ອນໃໝ່. ນັກຮຽນທີ່ຖືກເອີ້ນຊື່ ຈຶ່ງບອກຄູວ່າ ສອງສິ່ງຂອງໃດຖືກຍ້າຍບ່ອນ.- ຄູຖາມນັກຮຽນຜູ້ອື່ນໆໃນຫ້ອງວ່າ “ລາວຕອບຖືກບໍ່?” ເຂົາເຈົ້າຈຶ່ງຕອບ.- ຫຼິ້ນເປັນຄູ່ ຫຼື ກຸ່ມນ້ອຍໆ, ແຕ່ລະກຸ່ມຈະມີສິ່ງຂອງ ຫຼື ຮູບເປັນຂອງຕົນເອງ. ຈາກນັ້ນ, ນັກຮຽນຫຼິ້ນເກມ “ອັນ ໃດຖືກຍ້າຍໄປບ່ອນໃໝ່?” ນັກຮຽນແຕ່ລະຄົນຈະປ່ຽນຜຽນກັນເປັນຫົວໜ້ານໍາພາຫຼິ້ນເກມ.3. ຮັບ ແລະ ບອກຈຸດປະສົງ:ເພື່ອໃຫ້ນັກຮຽນ ຝຶກການຈື່ຈໍາ ແລະ ອອກສຽງຄໍາສັບໃໝ່ຕົວຢ່າງ: ຊື່ສິ່ງຂອງ (ອຸປະກອນການຮຽນ, ສໍ, ປຶ້ມ, ຢາງລຶບ, ໂຮງແຫຼມສໍ, ໄມ້ບັນທັດ) ປະເພດສັດຕ່າງໆ, ປະເພດໝາກໄມ້ຕ່າງໆ ແລະ ອື່ນໆ.ການກະກຽມ: ຕ້ອງການໝາກບານຂັ້ນຕອນ- ຄູບອກນັກຮຽນປະເພດຄໍາສັບທີ່ນັກຮຽນຈະຕ້ອງໄດ້ໃຊ້ ຕົວຢ່າງ: ອາຫານ ຫຼື ພາກສ່ວນຂອງຮ່າງກາຍ.- ຄູແກວ່ງໝາກບານໄປຫານັກຮຽນຜູ້ໜຶ່ງຜູ້ທີ່ຈະຮັບໝາກບານ ແລະ ເວົ້າຊື່ສິ່ງຂອງຕາມປະເພດຄໍາສັບທີ່ຄູ ໄດ້ເລືອກ ຕົວຢ່າງ: ເຂົ້າ ຫຼື ຫົວ.- ນັກຮຽນຜູ້ນີ້ແກວ່ງໝາກບານໄປໃຫ້ນັກຮຽນອີກຜູ້ໜຶ່ງ ຜູ້ທີ່ຈະຮັບໝາກບານ ແລະ ເວົ້າຊື່ສິ່ງຂອງຕາມປະ ເພດຄໍາສັບທີ່ຄູໄດ້ເລືອກ ຕົວຢ່າງ: ໝູ ຫຼື ນິ້ວມື.- ຫຼັງຈາກນັ້ນ, ນັກຮຽນຜູ້ນີ້ແກວ່ງໝາກບານໄປໃຫ້ນັກຮຽນອີກຜູ້ໜຶ່ງ ແລະ ສຶບຕໍ່ປະຕິບັດໄປຄືເກົ່າຈົນກວ່າ ມີນັກຮຽນຜູ້ໜຶ່ງເຮັດຜິດພາດ, (ເວົ້າຊື່ທີ່ບໍ່ຖືກກັບປະເພດຄໍາສັບ ຫຼື ເວົ້າຊ້ໍາຄໍາສັບທີ່ນັກຮຽນຜູ້ອື່ນໄດ້ເວົ້າ ແລ້ວ) ຫຼື ນັກຮຽນຄຶດຫາຄໍາສັບທີ່ຖືກຕ້ອງບໍ່ອອກ.ໝາຍເຫດ: ເກມນີ້ຍັງສາມາດຫຼິ້ນ ໂດຍໃຫ້ນັກຮຽນແຕ່ລະຄົນເວົ້າຄໍາສັບ ເພື່ອຕື່ມຕໍ່ໃຫ້ເປັນນິທານ. ຕົວຢ່າງ: ຄູເລີ່ມນິ ທານ (ໃນມື້ໜຶ່ງເດັກຍິງຜູ້ໜຶ່ງພົບເຫັນໄຂ່ຢູ່ແຄມນ້ໍາ) ແລະ ຄູແກວ່ງບານໄປຫານັກຮຽນ. ນັັກຮຽນຜູ້ທີ່ຮັບບານໄດ້ ເພີ່ມປະໂຫຍກ ເພື່ອຕໍ່ນິທານ ຕົວຢ່າງ: ລາວເອົາໄຂ່ກັບເມືອບ້ານ ແລະ ຮັກສາມັນໃຫ້ມີຄວາມອົບອຸ່ນ ແລະ ແກວ່ງບານ ໄປໃຫ້ນັກຮຽນຜູ້ອື່ນຕໍ່. ເຂົາເຈົ້າເຮັດແບບນີ້ຕໍ່ໆໄປຈົນນິທານຈົບ.4. ການແຂ່ງຂັນແຕ່ງປະໂຫຍກ/ຄໍາກ່າວຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກໃຊ້ຄໍາສັບ ທີ່ໄດ້ຮຽນມາຈາກຫົວຂໍ້ບົດຮຽນ ເພື່ອ ສື່ສານຂໍ້ມູນ ແລະ ຄວາມຮູ້ສຶກ.ການກະກຽມ: ຄູເລືອກຮູບແບບປະໂຫຍກທີ່ງ່າຍດາຍ ແລະ ເປັນປະໂຫຍກທີ່ກ່ຽວຂ້ອງກັບຫົວຂໍ້ບົດຮຽນຈາກວິຊາຮຽນ, ເພງ, ບົດກອນ ຫຼື ປະໂຫຍກ/ຄໍາກ່າວທີ່ຈະເປັນປະໂຫຍດນໍາໃຊ້ໄດ້ຢູ່ນອກຫ້ອງຮຽນ.ຕົວຢ່າງ: 1.ຖ້າຮຽນເລື່ອງຄວາມຮູ້ສຶກ, ສະແດງຄວາມຮູ້ສຶກຂອງຕົນເອງ. ຂ້ອຍ ................ (ເມືື່ອຍ, ຫິວ, ດີໃຈ, ໜາວ, ອື່ນໆ).ຕົວຢ່າງ: 2. ຖ້າຮຽນຫົວຂໍ້ກ່ຽວກັບອາກາດ, ເລົ່າກ່ຽວກັບອາກາດມື້ນີ້ອາກາດ .......... (ມີລົມ, ຮ້ອນ, ມີຝົນຕົກ, ອື່ນໆ)ຕົວຢ່າງ: 3. ຖ້າຮຽນຄໍໍາສັບກ່ຽວກັບສະຖານທີ່, ເລົ່າກ່ຽວກັບສະຖານທີ່ ບ່ອນໃດໜຶ່ງ ຜູ້/ໂຕ .....ຢູ່ .........ຫຼັງ/ຫງ່າ/ຄັນ (ຊາຍ, ໃນ, ເຮືອນ/ນົກ, ເທິງ, ໄມ້/ໝາ, ກ້ອງ, ລົດ/ອື່ນໆ)໑໙໖ສ ວ ສສະຫງວນລິຂະສິດ

197ຕົວຢ່າງ: 4. ຖ້າຮຽນກ່ຽວກັບເຮືອນ/ບ່ອນຢູ່ສັດຕ່າງໆ ........ແມ່ນເຮືອນຂອງ ............ (ຮັງ, ນົກ/ແມ່ນ້ໍາ, ປາ/ໝູ, ຄອກ/ປ່າ, ເສືອ/ອື່ນໆ).ອຸປະກອນ ບໍ່ມີ: ຂັ້ນຕອນ:- ຄູຈັດນັກຮຽນເປັນກຸ່ມ. (ນັກຮຽນ 4 ຫາ ຄົນຕໍ່ກຸ່ມ/ເອົາໃຈໃສ່ຈັດໃຫ້ມີນັກຮຽນເກັ່ງ ແລະ ອ່ອນປົນກັນຢ່າງ6ສະໝ່ໍາສະເໝີໃນແຕ່ລະກຸ່ມ).- ຄູສອນຮູບແບບປະໂຫຍກ/ຄໍາກ່າວ ແລະ ວິທີການຕ່ມຄໍາສັບ (ໃຫ້ສອງຕົວຢ່າງ, ລວມທັງນັກຮຽນ ເວົ້າຕາມ ຄູ).ື- ຄູຊ່ວຍນັກຮຽນແຕ່ລະກຸ່ມມີເວລາ 3 ນາທີ ເພື່ອວາງແຜນສ້າງປະໂຫຍກໃຫ້ໄດ້ຫຼາຍທີ່ສຸດທີ່ເຂົ້າກັບຮູບ ແບບປະໂຫຍກ, ແລ້ວຄິດຫາວິທີສະແດງຄວາມໝາຍຂອງປະໂຫຍກດັ່ງກ່າວ.- ຫຼັງຈາກນັ້ນ, ແຕ່ລະກຸ່ມປ່ຽນຜຽນກັນບອກປະໂຫຍກຂອງຕົນເອງ. (ສະມາຊິກໃນກຸ່ມຈະເວົ້າພ້ອມກັນ). ຖ້າເວົ້າຖືກກຸ່ມເຂົາເຈົ້າກໍຈະໄດ້ໜຶ່ງຄະແນນ.- ແຕ່ເຂົາເຈົ້າບໍ່ສາມາດເວົ້າຄືນປະໂຫຍກຄໍາກ່າວທີ່ກຸ່ມອື່ນ ຫຼື ກຸ່ມຕົນເອງໄດ້ເວົ້າແລ້ວ.- ຖ້າກຸ່ມໃດຫາກຄິດປະໂຫຍກຄໍາກ່າວໃໝ່ບໍ່ອອກ ເວລາຮອດຜຽນຕົນ, ເຂົາເຈົ້າຈະເວົ້າ “ຜ່ານ”.- ການແຂ່ງຂັນຈະດໍາເນີນໄປເລື້ອຍໆ ຈົນກວ່າທຸກໆກຸ່ມໄດ້ເວົ້າ 4 ຮອບ ຫຼື ທຸກໆກຸ່ມໄດ້ເວົ້າ “ຜ່ານ”.5. ການແຂ່ງຂັນຖາມ ແລະ ຕອບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກເວົ້າ ເພື່ອພົວພັນໃນສະຖານະການທີ່ແຕກຕ່າງກັນ ແລະ ການນໍາໃຊ້ຄໍາສັບທີ່ເໝາະສົມກັບສະຖານະການຕ່າງໆ.ການກະກຽມ: ຄູເລືອກສະຖານະການສໍາລັບຄໍາຖາມ ແລະ ຄໍາຕອບ.ຕົວຢ່າງ: 1. ການເສີບອາຫານ ແລະ ນ້ໍາໃຫ້ແກ່ແຂກ:ທ່ານຢາກນັ່ງບໍ່? ເຈົ້າ. ຂອບໃຈ. ທ່ານຢາກກິນຫຍັງບໍ່? ເຈົ້າ. ຂອບໃຈ. ທ່ານຈະເອົາເຂົ້າໜຽວ ຫຼື ເຂົ້າຈ້າວ? ເອົາເຂົ້າໜຽວ ຂອບໃຈ. ທ່ານຈະເອົານ້ໍາດື່ມ ຫຼື ນໍ້າຊາ? ອື່ນໆຕົວຢ່າງ: 2. ການພົບປະກັບ ຄົນຜູ້ໜຶ່ງເປັນຄັ້ງທໍາອິດເຈົ້າຊື່ຫຍັງ? ຄໍາສິງ. ເຈົ້າອາຍຸຈັກປີ? ຂ້ອຍອາຍຸ 8 ປີ. ອັນນີ້ບ້ານເຈົ້າບໍ່? ແມ່ນ. ຄອບຄົວຂອງຂ້ອຍຫາກໍຍ້າຍ ມາຢູ່ໃໝ່ໆ. ເຈົ້າມັກຫຼິ້ນກິລາບໍ່? ມັກ. ຂ້ອຍມັກເຕະບານ ແລະ ອື່ນໆ.ຕົວຢ່າງ: 3. ການເລາະຊື້ເຄື່ອງນຸ່ງ:ເຈົ້າຢາກໄດ້ຫຍັງ? ຂ້ອຍຢາກໄດ້ເສື້ອ. ເສື້ອແນວໃດ? ເສື້ອຍືດ. ເຈົ້າຢາກໄດ້ເສື້ອຂະໜາດໃດ? ຂ້ອຍຢາກ ໄດ້ເສື້ອຂະໜາດກາງ ແລະ ອື່ນໆ.ຕົວຢ່າງ: 4. ໄປຫາໝໍ:ເຈົ້າບໍ່ສະບາຍເຈັບບ່ອນໃດ? ຂ້ອຍເຈັບຫູ. ເຈົ້າເຈັບມາໄດ້ດົນຊ່ໍາໃດແລ້ວ? 3 ມື້ແລ້ວ. ເຈົ້າຮູ້ບໍ່ວ່າເຈົ້າເຈັບຫູຍ້ອນຫຍັງ? ບໍ່ ແລະ ອື່ນໆອຸປະກອນ: ບໍ່ມີຂັ້ນຕອນ:- ຈັດນັກຮຽນເປັນກຸ່ມ. (ນັກຮຽນ 4 ຫາ ຄົນຕໍ່ກຸ່ມ/ເອົາໃຈໃສ່ໃຫ້ມີນັກຮຽນເກັ່ງ ແລະ ອ່ອນປົນກັນຢ່າງສະໝ່ໍາ 6ສະເໝີໃນແຕ່ລະກຸ່ມ).- ໃຫ້ແຕ່ລະກຸ່ມລຽນແຖວຕາມລໍາດັບຄໍາຖາມ ແລະ ຄໍາຕອບຂອງແຕ່ລະຄົນ.- ຄູບອກນັກຮຽນກ່ຽວກັບສະຖານະການທີ່ນັກຮຽນຈະຕ້ອງຕັ້ງຄໍາຖາມ, ຕອບ, ແລະ ບອກວ່າກຸ່ມໃດຈະຫຼິ້ນ ບົດບາດໃດ.(ສໍາລັບຕົວຢ່າງ 1 ຂ້າງເທິງ: ກ່ມໃດຈະຕ້ງຄໍາຖາມໃນນາມເຈ້າຂອງບ້ານ ແລະ ກ່ມໃດຈະເປັນແຂກຜ້ຕອບຄໍາຖາມ)ຸັົຸູ໑໙໗໖

198໑໙- ແຕ່ລະກຸ່ມມີເວລາ 1 ນາທີ ເພື່ອກະກຽມ ຄໍາຖາມ ແລະ ຄໍາຕອບຂອງຕົນ.- ຫຼັງຈາກນັ້ນ, ແຕ່ລະກຸ່ມປ່ຽນຜຽນກັນ ຕັ້ງຄໍາຖາມ ແລະ ຕອບ ໂດຍເລີ່ມຈາກຜູ້ຕັ້ງຄໍາຖາມ (ກຸ່ມ 1 ກ ຕັ້ງຄໍາ ຖາມ ກຸ່ມ1ຂ. ຫຼັ້ງຈາກນັ້ນ, ກຸ່ມ2ກ ຖາມ ກຸ່ມ2ຂ ແລະ ຕໍ່ໆໄປ. ນັກຮຽນແຕ່ລະຄົນຕ້ອງໄດ້ເວົ້າພາຍໃນ 3 ວິນາທີຕໍ່ໄປຈົນເຖິງ ຜູ້ເວົ້າຜູ້ສຸດທ້າຍ.- ນັກຮຽນເຮັດດັ່ງນີ້ຕໍ່ໄປເລື້ອຍໆຈົນກວ່າມີສະມາຊິກໃນກຸ່ມເວົ້າຜິດ, ໃຊ້ເວລາດົນໂພດໃນການຕອບ ຫຼື ຄິດ ຄໍາຖາມບໍ່ອອກ/ຄິດຄໍາຕອບຕໍ່ຄໍາຖາມບໍ່ອອກ. 6. ເກມ “ວຽງບອກໃຫ້”ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກໃຊ້ຄໍາກໍາມະ ແລະ ຄໍາເຊື່ອມ ການຕັ້ງໃຈຟັງ ແລະ ການເຮັດຕາມຄໍາສັ່ງ., ການກະກຽມ: ຄູນໍາພານັກຮຽນອອກໄປນອກຫ້ອງຮຽນບ່ອນໂລ່ງ (ຖ້າເປັນໄປໄດ້ໃຫ້ນັກຮຽນໝົດຫ້ອງຢືນເປັນວົງມົນ).ອຸປະກອນ: ບໍ່ມີຂັ້ນຕອນ:- ຄູອອກຄໍາສັ່ງໃຫ້ປະຕິບັດ, ໂດຍເລີ່ມທຸກຄັ້ງວ່າ “ວຽງບອກໃຫ້” ຕົວຢ່າງ “ວຽງບອກໃຫ້ເອົາມືໃສ່ເທິງຫົວ” “ວຽງບອກໃຫ້ເອົາມືລົງ” “ວຽງບອກໃຫ້ໂດດ 2 ຄັ້ງ” ແລະ ອື່ນໆ. ຄູເຮັດໃຫ້ນັກຮຽນເບິ່ງເປັນແບບຢ່າງ.- ນັກຮຽນເຮັດຕາມຄໍາສັ່ງແຕ່ລະຂໍ້. ຫຼັງຈາກນັ້ນ, ຄູຈະອອກຄໍາສັ່ງ ໂດຍບໍ່ເວົ້າ “ວຽງບອກໃຫ້”. ຕົວຢ່າງ “ຍົກມືເບື້ອງຂວາຂຶ້ນ” ຄູເຮັດໃຫ້ນັກຮຽນເບິ່ງເປັນແບບຢ່າງ.- ນັກຮຽນຕ້ອງຈື່ວ່າ ຖ້າຄູເລີ່ມຕົ້ນຄໍາສັ່ງໂດຍບໍ່ເວົ້າ “ວຽງບອກໃຫ້” ນັກຮຽນຕ້ອງບໍ່ເຮັດຕາມຄໍາສັ່ງແຕ່ຢ່າງໃດ. ເຂົາເຈົ້າຕ້ອງລໍຖ້າ ຄໍາສັ່ງຕໍ່ໆໄປທີ່ມີຄໍາວ່າ “ວຽງບອກໃຫ້” ຖ້ານັກຮຽນບໍ່ເຮັດຕາມຄໍາສັ່ງເຂົາເຈົ້າຈະຖືກປົດອອກຈາກການຫຼິ້ນເກມ.- ໃນຂະນະທ່ຈໍານວນນັກຮຽນໃນເກມຈະໜ້ອຍລົງເລ້ອຍໆ, ຄູອອກຄໍາສ່ງໄວຂ້ນ ເພ່ອໃຫ້ນັກຮຽນຜ້ທ່ຍັງເຫືອ ີືັຶືູີຼໃນເກມເຮັດຜິດງ່າຍຂຶ້ນ.- ເຂົ້າເຈົ້າຈະຫຼິ້ນດັ່ງນັ້ນໄປເລື້ອຍໆ ຈົນກວ່າຈະເຫຼືອນັກຮຽນພຽງຜູ້ດຽວໃນເກມ.ໝາຍເຫດ: ເມື່ອນັກຮຽນຮູ້ວິທີການຫຼິ້ນເກມແລ້ວ ເຂົາເຈົ້າສາມາດນໍາພາການຫຼິ້ນເກມເອງ ໂດຍບໍ່ຈໍາເປັນໃຫ້ຄູນໍາພາ.7. ຂ້ອຍແມ່ນຫຍັງ? ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກການພັນລະນາ.ການກະກຽມ: ຄູເລືອກຫົວຂໍ້ວ່າ ຈະໃຫ້ນັກຮຽນພັນລະນາກ່ຽວກັບຫຍັງ.ອຸປະກອນ: ບໍ່ມີຂັ້ນຕອນ:- ຄູບອກນັກຮຽນສົມມຸດວ່າຕົນເປັນສິ່ງໃດໜຶ່ງ ຕົວຢ່າງ ຂ້ອຍເປັນສັດ, ຂ້ອຍເປັນໝາກໄມ້ປະເພດໜຶ່ງ, ຂ້ອຍ ເປັນຄົນມີຊື່ສຽງຜູ້ໜຶ່ງ, ຂ້ອຍເປັນນິທານ.- ຄູເວົ້າ 3 4 ປະໂຫຍກ ເພື່ອໃບ້ໃຫ້ນັກຮຽນທວາຍວ່າ ແມ່ນຫຍັງ? ບ້ານຢູ່ໃສ? ມີຮູບຮ່າງສາລິລະແນວໃດ? -ກິນຫຍັງ ຫຼື ປະພຶດຕົນດີບໍ່? ຕົວຢ່າງ: ບ້ານຂ້ອຍຢູ່ໜອງ. ຂ້ອຍມີ 4 ຂາ. ຂ້ອຍມີລີ້ນຍາວ. ຂ້ອຍກິນແມງໄມ້. ຂ້ອຍແມ່ນຫຍັງ?.- ຫຼັງຈາກນັ້ນ, ນັກຮຽນຍົກມື້ຂຶ້ນຖ້າວ່າ ເຂົາເຈົ້າສາມາດເດົາຄໍາຕອບ ຫຼື ຕ້ອງການຖາມຄໍາຖາມເພີ່ມຕື່ມ ເພື່ອ ໃບ້ຄໍາຕອບ ຕ້ອງເປັນຄໍາຖາມທີ່ສາມາດຕອບດ້ວຍ “ແມ່ນ” ຫຼື “ບໍ່ແມ່ນ” ເທົ່ານັ້ນ ຕົວຢ່າງ. ເຈົ້າຮ້ອງສົ່ງສຽງ ບໍ່ຫຼັງຈາກທີ່ຝົນເຊົາຕົກ? “ແມ່ນ” ເຈົ້າແມ່ນໂຕກົບບໍ່? “ແມ່ນ”.- ນັກຮຽນຜູ້ທີ່ເດົາຖືກຈະເປັນຜູ້ນໍາພາເກມຕໍ່ໄປ.໑໙໘ສ ວ ສສະຫງວນລິຂະສິດ

1998. ເກມປິດຕາຈຸດປະສົງ: ເພື່ອໃຫ້ນັກຮຽນ ຝຶກເລົ່າ ແລະ ເຮັດຕາມຄໍາສັ່ງການກະກຽມ: ຄູນໍາພານັກຮຽນອອກໄປນອກຫ້ອງ ບ່ອນໂລ່ງ (ຖ້າເປັນໄປໄດ້ໃຫ້ນັກຮຽນໝົດຫ້ອງຢືນເປັນວົງມົນ)ອຸປະກອນ: ແພມັດຕາ, ອຸ ປະ ກອນ (ສິ່ງຂອງທີ່ສາມາດຫາເຫັນ ໂດຍນັກຮຽນຜູ້ທີ່ຖືກປິດຕາ ຟອຍປັດຂີ້ຝຸ່ນ ຫຼື ສິ່ງຂອງ ຄ້າຍຄຽງ)ຂັ້ນຕອນ:- ຄູເອົາອຸປະກອນໃຫ້ນັກຮຽນເບິ່ງ ແລ້ວເລືອກ ນັກຮຽນຜູ້ທີ່ຈະຕ້ອງໄດ້ປິດຕາ. ນັກຮຽນ ປິດຕາ.- ຄູວາງອຸປະກອນໄວ້ຢູ່ພື້ນຢູ່ກາງວົງມົນ.- ນັກຮຽນຜູ້ທີ່ປິດຕາຖືກຈູງໄປກາງວົງມົນ ແລ້ວໃຫ້ປິ່ນຕົວ 2 ຮອບ.- ຫຼັງຈາກນັ້ນ, ນັກຮຽນຜູ້ທີ່ຢືນອ້ອມວົງມົນປ່ຽນຜຽນກັນອອກຄໍາສັ່ງໃຫ້ແກ່ຜູ້ທີ່ຖືກປິດຕາ ເພື່ອຊ່ວຍເຂົາເຈົ້າ ຫ າອຸປະກອນ ຕົວຢ່າງ: ປິ່ນໄປເບື້ອງຊ້າຍ. ຍ່າງໄປທາງໜ້າສາມກ້າວ. ຍ່າງໄປທາງຫຼັງເຄິ່ງກ້າວ. ປິ່ນໄປ ເບື້ອງຂວາໜ້ອຍໜຶ່ງ. ຈັບເບິ່ງພື້ນໃກ້ຕິນຊ້າຍຂອງເຈົ້າ. ເອົາມືໄປໄກໆຈາກຕີນເຈົ້າອີກ.ໝາຍເຫດ: ເກມນີ້ສາມາດຫຼິ້ນ ໂດຍບໍ່ມີອຸປະກອນກໍໄດ້ ແຕ່ຜູ້ທີ່ຖືກປິດຕາອາດຖືກຊີ້ແຈງ (ຢ່າງປອດໄພ) ໃຫ້ຍ່າງໄປ ຫາໂຕະເຂົາເຈົ້າ ຫຼື ປະຕູຫ້ອງຮຽນ ຫຼື ປະຕູຮົ້ວ.9. ການສະແດງລະຄອນຕາຫຼົກຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອອກສຽງຄໍາສັບ ແລະ ປະໂຫຍກກ່ຽວກັບຫົວຂໍ້ບົດຮຽນ ແລະ ນໍາໃຊ້ຄວາມໝາຍຂອງ ຫົວຂໍ້ດັ່ງກ່າວ.ການກະກຽມ: ຄູແຕ່ງບົດເລື່ອງຕາຫຼົກອີງຕາມຫົວຂໍ້ທີ່ນັກຮຽນພວມຮຽນຢູ່.ອຸປະກອນ: ບໍ່ມີຂັ້ນຕອນ:- ຄູສະແດງບົດເລື່ອງໄປຈົນສຸດກ່ອນ (ໂດຍສະແດງໃຫ້ເກີນຈິງເພື່ອໃຫ້ມັນຕາຫຼົກ)- ນັກຮຽນ ແລະ ຄູເວົ້າ ແລ້ວສະແດງບົດເລື່ອງໄປຈົນສຸດນໍາກັນ.- ນັກຮຽນເວົ້າ ແລະ ສະແດງເອງ (ໂດຍມີຄູຊ່ວຍເລັກໜ້ອຍ).ຕົວຢ່າງທີ 1 ເມື່ອຂ້ອຍຮຽນກ່ຽວກັບ ລະດູ1) ຂ້ອຍຍ່າງຕາກຝົນ (ສະແດງໄປພ້ອມ ໂດຍການກັ້ງຄັນຮົ່ມຍ່າງ).2) ຢຸດ. ມັນມີຂຸມຂີ້ຕົມ. ຍ່າງຂ້າມມັນ. (ສະແດງໄປພ້ອມດ້ວຍການຍ່າງຂ້າມຂຸມຂີ້ຕົມໃຫຍ່ໆ, ອື່ນໆ).3) ໂອ! ຝົນເຊົາແລ້ວ. ປິດຄັນຮົ່ມ.4) ມັນມີຂີ້ຕົມ.5) ມື່ນຂີ້ຕົມ.6) ລົ້ມລົງ.7) ລຸກຂຶ້ນແລ້ວເບິ່ງຕົວເອງ. ເຈົ້າເປື້ອນຂີ້ຕົມໝົດ.8) ຍ່າງກັບຄືນໄປຫາຂຸມຂີ້ຕົມ.9) ກ້າວຂາລົງຂຸມຂີ້ຕົມ.10) ໂດດຂຶ້ນ ໂດດລົງ.ຕົວຢ່າງທີ 2 ເມື່ອຮຽນຫົວຂໍ້ກ່ຽວກັບ ກະສິກໍາ1) ຂ້ອຍຍ່າງໄປສວນຂ້ອຍ.2) ຂ້ອຍຖືຈົກໄປນໍາ.3) ຂ້ອຍມາຮອດສວນຂ້ອຍ.4) ຂ້ອຍເລີ່ມຂຸດດິນ.໑໙໙໘

200໒໐5) ເຫັນງູ. ເຕັ້ນກັບຫຼັງ!6) ມັນເລືອມາຫາຂ້ອຍ. 7) ຂ້ອຍເອົາຈົກຕີມັນ.8) ມັນຍັງເລືອມາຫາຂ້ອຍອີກ. 9) ຕີມັນອີກເທື່ອໜຶ່ງ!10) ແລະ ອີກເທື່ອໜຶ່ງ!11) ໄດ້ລະ. ມັນຕາຍແລ້ວບາດນີ້ນະ. ກັບໄປເຮັດວຽກຄືນ.ກິດຈະກໍາກ່ຽວກັບສຽງ1. ການທ່ອງ, ຟັງ ແລະ ອອກສຽງທີ່ຮຽນໃໝ່ຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກ ແລະ ອອກສຽງທີ່ເຂົາເຈົ້າພວມຮຽນໃນບົດຮຽນການກະກຽມ: ຄູ ກະກຽມບົດຄໍາຄ່ອງເພື່ອອອກສຽງເປັນປະໂຫຍກສັ້ນໆ, ຕົວຢ່າງ: ເພື່ອສອນຮ້ອງສຽງສະຫຼະ ອີ ຮ້ອງ “ລີ່ລ່ີ ມີກ້ອນຫີນ” ເພື່ອສອນຮ້ອງສຽງໂຕ “ບ” “ບົວ ບານໃນບຶງ”.ຂັ້ນຕອນ:- ຄູທ່ອງບົດຄໍາຄ່ອງອອກສຽງໃນຂະນະທີ່ນັກຮຽນຟັງ.- ຄູບອກນັກຮຽນທ່ອງຕາມ ແລະ ທ່ອງອີກ 2 ຫຼື 3 ຄັ້ງ.- ຄູຖາມນັກຮຽນວ່າ ເຂົາເຈົ້າໄດ້ຍິນສຽງໃດຫຼາຍກວ່າໝູ່.- ຄູສອນສຽງໃໝ່ ແລະ ນັກຮຽນອອກສຽງຕາມ.- ນັກຮຽນບອກຄໍາສັບໃນບົດຄໍາຄ່ອງທີ່ປະກອບດ້ວຍສຽງດັ່ງກ່າວ (ຄູຊ່ວຍ).- ຄູ ແລະ ນັກຮຽນທ່ອງບົດຄໍາຄ່ອງອີກຄັ້ງໜຶ່ງ.2. ການຈໍາແນກສຽງທີ່ຄືກັນດຽວກັນໃນຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກວ່າມີສຽງໃດທີ່ເຂົາເຈົ້າພວມຮຽນໃນບົດຮຽນ.ການກະກຽມ: ຄູວາງແຜນວ່າຈະໃຊ້ຄໍາສັບໃດແດ່ກ່ອນເລີ່ມບົດຮຽນ.ຂັ້ນຕອນ:- ຄູເວົ້າ 2 ຫຼື 3 ຄໍາສັບທີ່ປະກອບດ້ວຍສຽງດຽວກັນ (ເລືອກຄໍາສັບທີ່ສັ້ນ: ເວລາສອນພະຍັນຊະນະໃໝ່ໃຫ້ ເລືອກຄໍາສັບທີ່ເລີ່ມດ້ວຍພະຍັນຊະນະນັ້ນ, ເວລາສອນສະຫຼະໃໝ່ ໃຫ້ເລືອກຄໍາສັບທີ່ປະກອບດ້ວຍສະຫຼະນັ້ນ ແລະ ອື່ນໆ).- ຄູບອກໃຫ້ນັກຮຽນເບິ່ງປາກຂອງຄູເວລາລາວເວົ້າຄໍາສັບ ແລະ ເວົ້າຄໍາສັບນັ້ນຕາມຄູ.- ຄູເວົ້າຄໍາສັບຢ່າງຊ້າໆ.- ຄູຖາມນັກຮຽນວ່າມີສຽງໃດທີ່ຄືກັນໃນແຕ່ລະຄໍາສັບ.3. ການຈໍາແນກຄໍາ ສັບທີ່ມີສຽງທີ່ຮຽນຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກລະຫວ່າງສຽງຂອງຄໍາສັບໃໝ່ທີ່ພວມຮຽນ ແລະ ສຽງອື່ນໆ.ການກະກຽມ: ຄູວາງແຜນວ່າຈະໃຊ້ຄໍາສັບໃດແດ່ກ່ອນເລີ່ມບົດຮຽນ.ຂັ້ນຕອນ:- ຄູເວົ້າ 2 ຫຼື 3 ຄໍາສັບ ຊ່ງໃນນ້ນຈະມີພຽງຄໍາສັບດຽວທ່ປະກອບດ້ວຍສຽງທ່ໄດ້ຮຽນໃໝ່ (ເລືອກຄໍາສັບທ່ສ້ນ: ຶັີີີັເວລາສອນພະຍັນຊະນະໃໝ່ ໃຫ້ເລືອກຄໍາສັບທ່ເລ່ມດ້ວຍພະຍັນຊະນະນ້ນ, ເວລາສອນສະຫຼະໃໝ່ໃຫ້ເລືອກ ີີັຄໍາສັບທີ່ປະກອບດ້ວຍສະຫຼະນັ້ນ ແລະ ອື່ນໆ).- ຄູບອກໃຫ້ນັກຮຽນເບິ່ງປາກຂອງຄູເວລາລາວເວົ້າຄໍາສັບ ແລະ ເວົ້າຄໍາສັບນັ້ນຕາມຄູ.໒໐໐ສ ວ ສສະຫງວນລິຂະສິດ

201- ຄູເວົ້າຄໍາສັບຢ່າງຊ້າໆ.- ຄູຖາມນັກຮຽນວ່າ ຄໍາສັບໃດປະກອບດ້ວຍສຽງທີ່ໄດ້ຮຽນ.4. ການຈໍາແນກຄໍາສັບທີ່ມີ ແລະ ບໍ່ມີສຽງທີ່ຮຽນ ຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກລະຫວ່າງສຽງຂອງຄໍາສັບໃໝ່ທີ່ພວມຮຽນ ແລະ ສຽງອື່ນໆ.ການກະກຽມ: ຄູວາງແຜນວ່າຈະໃຊ້ຄໍາສັບໃດແດ່ ກ່ອນເລີ່ມບົດຮຽນ.ຂັ້ນຕອນ- ຄູເວົ້າ 2 ຫຼື 3 ຄໍາສັບ ຊຶ່ງໃນນັ້ນຈະມີພຽງ 2 ຄໍາສັບທີ່ປະກອບດ້ວຍສຽງທີ່ໄດ້ຮຽນໃໝ່ (ເລືອກຄໍາສັບທີ່ສັ້ນ: ເວລ າສອນພະຍັນຊະນະໃໝ່ໃຫ້ເລືອກຄໍາສັບທ່ເລ່ມດ້ວຍພະຍັນຊະນະນ້ນ, ເວລາສອນສະຫຼະໃໝ່ ໃຫ້ເລືອກ ີີັຄໍາສັບທີ່ປະກອບດ້ວຍສະຫຼະນັ້ນ, ອື່ນໆ).- ຄູບອກໃຫ້ນັກຮຽນເບິ່ງປາກຂອງຄູເວລາລາວເວົ້າຄໍາສັບ ແລະ ເວົ້າຄໍາສັບນັ້ນຕາມຄູ.- ຄູເວົ້າຄໍາສັບຢ່າງຊ້າໆ.- ຄູຖາມນັກຮຽນວ່າຄໍາສັບໃດທີ່ມີສຽງທີ່ໄດ້ຮຽນ.5. ການຈໍາແນກຄໍາສັບທີ່ຮູ້ ຊຶ່ງມີສຽງທີ່ຮຽນຈຸດປະສົງ: ເພື່ອໃຫ້ນັກຮຽນເຊື່ອມໂຍງສຽງທີ່ຮຽນໃໝ່ກັບຊື່ຂອງສິ່ງຂອງຕ່າງໆ ຫຼື ຄໍາສັບອື່ນໆທີ່ເຂົາເຈົ້າຮູ້ຢູ່ແລ້ວ.ການກະກຽມ: ບໍ່ມີຂັ້ນຕອນ- ຄູໃຫ້ນັກຮຽນອອກສຽງທີ່ເຂົາເຈົ້າພວມຮຽນ ແລະ ບອກວ່າຄໍາສັບໃດທີ່ເຂົາເຈົ້າໄດ້ຮຽນມາມີສຽງດັ່ງກ່າວ (ຈາກກິດຈະກໍາ 4 1).-- ຄູຖາມນັກຮຽນວ່າເຂົາເຈົ້າຮູ້ຊື່ຂອງສິ່ງໃດແດ່ ຫຼື ຄໍາສັບອື່ນໆບໍ່ທີ່ມີສຽງດັ່ງກ່າວ (ເມື່ອຮຽນພະຍັນຊະນະໃໝ່ ໃຫ້ນັກຮຽນ ຈໍາແນກຄໍາສັບທີ່ເລີ່ມຈາກສຽງດັ່ງກ່າວ).- ນັກຮຽນບອກຄວາມເຫັນຂອງຕົນ.6. ການຈໍາແນກຮູບຂອງສິ່ງຂອງຕ່າງໆທີ່ມີສຽງທີ່ຮຽນ ຈຸດປະສົງ: ເພື່ອໃຫ້ນັກຮຽນເຊື່ອມໂຍງສຽງທີ່ຮຽນໃໝ່ກັບຊື່ຂອງສິ່ງຂອງຕ່າງໆ ຫຼື ຄໍາສັບອື່ນໆທີ່ເຂົາເຈົ້າຮູ້ຢູ່ແລ້ວ.ການກະກຽມ: ຄູຮີບໂຮມຊຸດບັດ ແຕ່ລະຊຸດມີສິ່ງຂອງປະມານ 8-10 ຢ່າງ (ຫຼື ຮູບຂອງສິ່ງຂອງ) ທີ່ນັກຮຽນຮູ້ຊື່ ຢູ່ແລ້ວ.ຂັ້ນຕອນ- ຄູໃຫ້ນັກຮຽນບອກສຽງທີ່ເຂົາເຈົ້າພວມຮຽນ ແລະ ບອກວ່າຄໍາສັບໃດທີ່ເຂົາເຈົ້າໄດ້ຮຽນມາມີສຽງດັ່ງກ່າວ (ຈາກກິດຈະກໍາ 3 1).-- ຄູຊີ້ໃສ່ສິ່ງຂອງທີ່ວາງສະແດງຢູ່ (ຫຼື ຮູບສິ່ງຂອງ) ແລ້ວໃຫ້ນັກຮຽນບອກຊື່ແຕ່ລະອັນ.- ຄູບອກໃຫ້ນັກຮຽນຍົກມືຂຶ້ນຖ້າເຂົາເຈົ້າສາມາດເວົ້າຊື່ຂອງສິ່ງຂອງໜຶ່ງທີ່ມີສຽງທີ່ພວມຮຽນຢູ່ (ເມື່ອຮຽນພະຍັນຊະນະໃໝ່ໃຫ້ຖາມນັກຮຽນຈໍາແນກຄໍາສັບທີ່ເລີ່ມຈາກສຽງດັ່ງກ່າວ).- ຄູເລືອກເອົານັກຮຽນໃຫ້ຕອບຖ້າຕອບຖືກ, ເຂົາເຈົ້າຈະໄປຈັບເອົາສິ່ງຂອງ ຫຼື ຮູບໜຶ່ງ ແລ້ວເອົາໄປວາງ ໄວ້ບ່ອນໃໝ່ເພື່ອຈັດກຸ່ມຊື່ສິ່ງຂອງທີ່ມີສຽງດຽວກັນ.(ກິດຈະກໍານີ້ສາມາດເຮັດເປັນກຸ່ມຖ້າຄູສາມາດສະໜອງຊຸດບັດສິ່ງຂອງ ຫຼື ຮູບໃຫ້ແຕ່ລະກຸ່ມ: ຫຼັງຈາກນັ້ນ, ກໍສາມາດຫຼິ້ນເປັນເກມແຂ່ງກັນ. ແຕ່ລະກຸ່ມຈະແຂ່ງກັນຈໍາແນກ ແລະ ຈັດກຸ່ມຊື່ຂອງສິ່ງຂອງທີ່ມີສຽງທີ່ຮຽນ. ສະມາຊິກ ໃນກຸ່ມຈະປ່ຽນຜຽນກັນຈໍາແນກ ແລະ ຈັດກຸ່ມຊື່ຂອງສິ່ງຂອງ. ເວລາທຸກຄົນໃນກຸ່ມໄດ້ເຮັດໝົດທຸກຄົນ ເຂົາເຈົ້າຈະລຸກ ຂຶ້ນພ້ອມກັນເພື່ອສະແດງໃຫ້ຮູ້ວ່າເຂົາເຈົ້າເຮັດແລ້ວໆ. ຫຼັງຈາກນັ້ນ, ໝູ່ໃນຫ້ອງກວດເບິ່ງວ່າຜົນງານຂອງກຸ່ມທີ່ເຮັດ ແລ້ວກ່ອນນັ້ນຖືກຕ້ອງບໍ່).໒໐໑໐

202໒໐7. ການສ້າງຕາຕະລາງສິ່ງຂອງທີ່ມີສຽງທີ່ຮຽນຈຸດປະສົງ: ເພື່ອໃຫ້ນັກຮຽນບັນທຶກຄວາມຮູ້ກ່ຽວກັບຄໍາສັບສັບທີ່ມີສຽງທີ່ຮຽນໃໝ່.ການກະກຽມ: ຕ້ອງມີເຈ້ຍຕາຕະລາງ ເຈ້ຍນ້ອຍ ແລະ ກາວ., ຂັ້ນຕອນ- ຄູໃຫ້ນັກຮຽນບອກຄໍາສັບທີ່ເຂົາເຈົ້າຮູ້ທີ່ມີສຽງທີ່ຮຽນ (ເມື່ອຮຽນພະຍັນຊະນະໃໝ່ໃຫ້ຖາມນັກຮຽນຈໍາແນກຄໍາສັບທີ່ເລີ່ມຈາກສຽງດັ່ງກ່າວ) (ຈາກກິດຈະກໍາ 1).5-- ຄູຢາຍເຈ້ຍນ້ອຍໃຫ້ນັກຮຽນແຕ່ລະຄົນ ແລະ ບອກໃຫ້ເຂົາເຈົ້າແຕ້ມ 1 ຫຼື 2 ສິ່ງທີ່ຕົນເອງໄດ້ເວົ້າອອກມາທີ່ມີສຽງທີ່ຮຽນ.- ເມື່ອເຂົາເຈົ້າແຕ້ມສໍາເລັດ ເຂົາເຈົ້າເອົາໃຫ້ຄູເບິ່ງ ແລະ ບອກຊື່ສິ່ງຂອງດັ່ງກ່າວ. ຄູຊ່ວຍເຂົາເຈົ້າຕິດຮູບໃສ່ ຕາຕະລາງ.ໝາຍເຫດ: ເວລາເຮັດກິດຈະກໍາ “ຕົວອັກສອນ” ແມ່ນສາມາດຂຽນຕົວອັກສອນໃສ່ຕາຕະລາງນີ້ໄດ້.8. ແມ່ນໃຜຢູ່ໃນກຸ່ມຂ້ອຍ (ກ່ຽວກັບສຽງ)ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກຈໍາແນກ ແລະ ອອກສຽງທີ່ເຂົາເຈົ້າໄດ້ຮຽນມາ (ກິດຈະກໍານີ້ເໝາະສົມທີ່ສຸດສໍາລັບສຽງ ພະຍັນຊະນະ ແຕ່ກໍສາມາດນໍາໃຊ້ກັບສຽງສະຫຼະໄດ້ເຊັ່ນກັນ).ການກະກຽມ: ບັດຮູບສໍາລັບຄໍາສັບທີ່ສັ້ນທີ່ມີສຽງທີ່ໄດ້ຮຽນ ໂດຍໃຫ້ມີຫຼາຍໆຮູບສໍາລັບແຕ່ລະສຽງ.ຂັ້ນຕອນ- ຄູສະເໜີເທື່ອລະບັດ ແລ້ວໃຫ້ນັກຮຽນບອກຊື່ສິ່ງຂອງໃນບັດນັ້ນ ແລະ ສຽງທີ່ໄດ້ຮຽນໃນຄໍາສັບດັ່ງກ່າວ ຕົວຢ່າງ: ຖ້າແມ່ນຮູບແມວ ສຽງແມ່ນສຽງ “ມ”.- ຄູເລືອກນັກຮຽນຫຼາຍໆຄົນໃຫ້ເທົ່າກັບຈໍານວນບັດທີ່ມີ. ຄູບວກເຂົາເຈົ້າໄປຢູ່ບ່ອນທີ່ເປີດກວ້າງ ບ່ອນທີ່ເຂົາ ເຈົ້າສາມາດຍ່າງອ້ອມໄປມາໄດ້ງ່າຍ (ນັກຮຽນທຸກຄົນໄດ້ປະກອບສ່ວນ).- ຄູສະຫຼັບລໍາດັບບັດ ແລະ ຢາຍບັດໃຫ້ນັກຮຽນແຕ່ລະຄົນ.- ຄູສັ່ງໃຫ້ນັກຮຽນຍ່າງອ້ອມ ໂດຍອອກສຽງສິ່ງຂອງທີ່ຢູ່ໃນບັດຕົນ. ໃນຂະນະທີ່ຍ່າງອອກສຽງຢູ່ນັ້ນເຂົາເຈົ້າ ຄ ວນຟັງເບິ່ງວ່າມີນັກຮຽນຜູ້ໃດທີ່ອອກສຽງຄືກັນກັບຕົນເອງ. ເຂົາເຈົ້າຄວນຈັດກຸ່ມກັບນັກຮຽນອືື່ນໆທີ່ອອກ ສຽງດຽວກັນ.- ນັກຮຽນສືບຕໍ່ຍ່າງອ້ອມຈົນແນ່ໃຈໄດ້ວ່າຕົນເອງໄດ້ພົບເຫັນທຸກຄົນທີ່ຢູ່ໃນກຸ່ມດຽວກັນ.- ເມື່ອນັກຮຽນທຸກຄົນເຮັດແລ້ວ ນັກຮຽນຜູ້ອື່ນໆຈະກວດກາການຈັດກຸ່ມຂອງແຕ່ລະກຸ່ມ.9. ຂ້ອຍເຫັນຫຍັງ?ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກຈໍາແນກສຽງເລີ່ມຕົ້ນ ຫຼື ສຽງສະຫຼະຢູ່ໃນຄໍາສັບທີ່ຕົນເອງຮູ້.ການກະກຽມ: ບໍ່ມີຂັ້ນຕອນ- ຄູເບິ່ງອ້ອມຫ້ອງ ແລະ ເລືອກສິ່ງຂອງບາງຢ່າງທີ່ຕົນເອງເຫັນ ເພື່ອໃຫ້ນັກຮຽນຄາດເດົາ. (ຕົວຢ່າງ: ປຶ້ມ) ຄູ ເວົ້າຂ້ອຍເຫັນບາງຢ່າງທີ່ເລີ່ມຕົ້ນດ້ວຍສຽງ “ປ”. ຂ້ອຍເຫັນຫຍັງ?- ນັກຮຽນຜູ້ທີ່ຄິດວ່າຕົນເອງຮູ້ວ່າສິ່ງຂອງນັ້ນແມ່ນຫຍັງຈະຍົກມືຂຶ້ນ ແລ້ວຕອບ. (ຕົວຢ່າງ : ນັກຮຽນ:1. ປາ, ນັກຮຽນ: 2. ປະຕູ, ນັກຮຽນ: 3. ດອກໄມ້, ນັກຮຽນ: 4. ປຶ້ມ).- ຄູບອກເຂົາເຈົ້າວ່າ ແມ່ນ ຫຼື ບໍ່ແມ່ນ:ສໍາລັບ ນັກຮຽນ: 1. “ບໍ່ແມ່ນ. ປາເລີ່ມຕົ້ນດ້ວຍສຽງ ປ, ແຕ່ບໍ່ແມ່ນສິ່ງທີ່ຂ້ອຍເຫັນ”.ສໍາລັບ ນັກຮຽນ: 2. “ບໍ່ແມ່ນ. ປະຕູເລີ່ມຕົ້ນດ້ວຍສຽງ ປ, ແຕ່ບໍ່ແມ່ນສິ່ງທີ່ຂ້ອຍເຫັນ”.ສໍາລັບ ນັກຮຽນ: 3. “ບໍ່ແມ່ນ. ດອກໄມ້ເລີ່ມຕົ້ນດ້ວຍສຽງ ດ, ບໍ່ແມ່ນສຽງ ປ”.ສໍາລັບ ນັກຮຽນ: 4. “ແມ່ນ. ຖືກຕ້ອງແລ້ວ. ຂ້ອຍເຫັນປຶ້ມ”.໒໐໒ສ ວ ສສະຫງວນລິຂະສິດ

203- ເມ່ອນັກຮຽນຮູ້ວິທີຫ້ນແລ້ວ, ຜ້ທ່ຄາດເດົາຄໍາສັບທ່ຄູເອົາໃຫ້ສາມາດນໍາພາເກມຕ່ໄປ. ເຂົາເຈ້າອາດຈະເລືອກ ືຼ ິູີີໍົເອົາສິ່ງຂອງທີ່ຕົນເຫັນ ແລະ ເວົ້າຂ້ອຍເຫັນບາງຢ່າງທີ່ເລີ່ມຕົ້ນດ້ວຍສຽງ “...” ຂ້ອຍເຫັນຫຍັງ?ວີທີອື່ນໃນການຫຼິ້ນເກມນີ້:- ແທນທ່ຈະບອກສຽງເລ່ມຕ້ນ, ໃຫ້ບອກສຽງສະຫຼະ. ຕົວຢ່າງ: ຂ້ອຍເຫັນບາງຢ່າງທ່ມີສຽງ “ອູ”. ຂ້ອຍເຫັນຫຍັງ? ີີົີູ(ສະບູ).ກິດຈະກໍາກ່ຽວກັບຕົວອັກສອນ1. ການຈໍາແນກຕົວອັກສອນທີ່ອອກສຽງໃນບົດຮຽນຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກວ່າຕົວອັກສອນໃດ ຫຼື ສັນຍະລັກໃດທີ່ຂຽນ ແລະ ອອກສຽງຕາມທີ່ໄດ້ຮຽນມາ.ການກະກຽມ: ຄູເລືອກເອົາຄໍາສັບສັ້ນໆງ່າຍໆທີ່ມີສຽງທີ່ຂຽນໄວ້ຢູ່ກະດານປະມານ 3-5 ຄໍາ. ຖ້າເປັນໄປໄດ້ຄູເອົາຮູບ ພາບຕິດໃສ່ໃກ້ຄໍາສັບທີ່ຈັບຄູ່ກັນແຕ່ລະຄໍາຢູ່ກະດານ.ຂັ້ນຕອນ:- ຄູອະທິບາຍວ່າ ລາວຈະຂຽນຄໍາສັບຈໍານວນໜຶ່ງໃສ່ກະດານ ແລ້ວຄູຈະອ່ານອອກສຽງແຕ່ລະຄໍາ ແລະ ໃຫ້ ນັກຮຽນເວົ້າຕາມຫຼັງ.- ຄູທົບທວນສຽງທີ່ນັກຮຽນໄດ້ຮຽນໃໝ່ ແລະ ບອກໃຫ້ເຂົາເຈົ້າຟັງໃນຂະນະທີ່ຄູອ່ານຄໍາສັບອີກຄັ້ງໜຶ່ງ ເພື່ອ ຟັງເບິ່ງວ່າຄໍາສັບໃດທີ່ມີສຽງທີ່ຮຽນໃນບົດຮຽນ (ຖ້າອອກສຽງພະຍັນຊະນະ, ຄໍາສັບກໍຄວນເລີ່ມດ້ວຍພະຍັນ ຊະນະ).- ຄູອ່ານແຕ່ລະຄໍາສັບອີກຄັ້ງໜຶ່ງ ແລະ ຖາມວ່າ ຄໍາທີ່ມີສຽງທີ່ຮຽນ ຫຼື ບໍ່. ນັກຮຽນຈໍາແນກທຸກຄໍາສັບທີ່ມີສຽງດັ່ງກ່າວ.- ຄູໃຫ້ນັກຮຽນເບິ່ງຄໍາສັບຕ່າງໆ ເພື່ອຊອກເບິ່ງວ່າທຸກຄໍາສັບມີຕົວອັກສອນ ຫຼື ສັນຍະລັກຄືກັນບໍ່.- ນັກຮຽນຜູ້ທີ່ສາມາດຈໍາແນກສຽງຂອງຕົວອັກສອນ ຫຼື ສັນຍະລັກທີ່ໄດ້ຮຽນໃດ້ຍົກມືຂຶ້ນ. ຄູເລືອກນັກຮຽນຄົນ ໜຶ່ງ ໃຫ້ຂຶ້ນມາກະດານ ແລະ ສະເໜີໜຶ່ງຕົວຢ່າງຂອງສຽງຂອງຕົວອັກສອນ ຫຼື ສັນຍະລັກໃນຄໍາສັບ.- ຄູຂຽນຕົວອັກສອນ ຫຼື ສັນຍະລັກຕ່າງຫາກໃສ່ກະດານ ແລະ ໃຫ້ນັກຮຽນບອກຊື່ຕົວອັກສອນ ແລະ ອອກ ສຽງດັ່ງກ່າວ.- ຄູເລືອກເອົານັກຮຽນໃຫ້ຂຶ້ນໄປກະດານ ແລະ ຊີ້ໃສ່ຕົວອັກສອນທີ່ຄືກັນໃນຄໍາ.1. ການຈັບຄູ່ຕົວອັກສອນ ຫຼື ສັນຍະລັກໃໝ່ໃສ່ກັບສື່ຕ່າງໆທີ່ວາງສະແດງຢູ່ໃນຫ້ອງຮຽນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກການຈື່ຈໍາຕົວອັກສອນ ຫຼື ສັນຍະລັກ.ການກະກຽມ: ຄູກຽມບັດຕົວອັກສອນ ຫຼື ສັນຍະລັກໃໝ່. ຄູຮັບປະກັນໃຫ້ມີຕົວຢ່າງຂອງຕົວອັກສອນດັ່ງກ່າວທີ່ຫາໄດ້ ໃນແຜ່ນພູມຕົວອັກສອນ, ໜ້າປົກປຶ້ມ, ປ້າຍ ຫຼື ຕາຕະລາງຕ່າງໆໃນຫ້ອງຮຽນ.ຂັ້ນຕອນ:- ຄູສະແດງບັດຕົວອັກສອນ ແລະ ໃຫ້ນັກຮຽນບອກຊື່ ແລະ ສຽງຂອງຕົວອັກສອນດັ່ງກ່າວ.- ຄູໃຫ້ນັກຮຽນບອກຊື່ຂອງສິ່ງຂອງຈໍານວນໜຶ່ງ ແລະ ຄໍາສັບອື່ນໆທີ່ມີສຽງ ແລະ ຕົວຂຽນຂອງຕົວອັກສອນ ຫຼື ສັນຍະລັກດັ່ງກ່າວ.- ຄູເອ້ນເອົາຜ້ໜຶ່ງໃຫ້ເອົາບັດຕົວອັກສອນ ແລະ ໄປຊອກຕົວຢ່າງ ຕົວອັກສອນດ່ງກ່າວທ່ສະແດງໄວ້ຢ່ໃນຫ້ອງ ີູັີູຮຽນ.- ເມື່ອນັກຮຽນພົບເຫັນຕົວຢ່າງ ຄູບອກໃຫ້ນັກຮຽນວາງບັດໃກ້ກັບຕົວອັກສອນທີ່ຕົນພົບເຫັນ ເພື່ອສົມທຽບວ່າ ມັນແມ່ນຕົວດຽວກັນແທ້ບໍ່.- ຄູໃຫ້ນັກຮຽນທຸກຄົນໃນຫ້ອງໃຫ້ຕັດສິນໃຈວ່າ ນັກຮຽນຜູ້ນັ້ນເລືອກຕົວຢ່າງຖືກຕ້ອງແລ້ວ ຫຼື ບໍ່.- ຖ້າຖືກຕ້ອງນັກຮຽນທຸກຄົນໃນຫ້ອງຕົບມືໃຫ້. ຫຼັງຈາກນັ້ນ, ໃຫ້ນັກຮຽນຜູ້ອື່ນປ່ຽນຜຽນໄປຫາຕົວອັກສອນຢູ່ ບ່ອນໃໝ່.໒໐໓

204໒໐ໝາຍເຫດ: ກິດຈະກໍານີ້ສາມາດເຮັດໄດ້ ໂດຍມີນັກຮຽນສອງຄົນແຂ່ງຂັນ. ນັກຮຽນແຕ່ລະຄົນຄວນມີບັດຕົວອັກສອນ. ຖ້ານັກຮຽນຮູ້ຕົວອັກສອນຫຼາຍຕົວແລ້ວ, ກິດຈະກໍານີ້ແມ່ນສາມາດເຮັດເປັນກຸ່ມ ໂດຍນໍາໃຊ້ບັດຄໍາອັກສອນອອກສຽງ ທີ່ໄດ້ຮຽນມາແລ້ວ. ນັກຮຽນແຕ່ລະຄົນໃນກຸ່ມຈະປ່ຽນຜຽນກັນ ເອົາຕົວອັກສອນໃດໜຶ່ງໃນບັດ ແລະ ແຂ່ງກັນໄປຊອກ ຫາຄູ່ຂອງມັນ.3. ການແຂ່ງຂັນຊອກຫາຕົວອັກສອນ ຫຼື ສັນຍະລັກຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກການຈື່ຈໍາຕົວອັກສອນ ຫຼື ສັນຍະລັກໃໝ່.ການກະກຽມ: ບັດຄໍາ, ຕົວອັກສອນ ຫຼື ສັນຍະລັກໃໝ່ໃຫ້ແຕ່ລະກຸ່ມ. ປຶ້ມ ຫຼື ບົດເລື່ອງ (ປະໂຫຍກຈໍານວນໜຶ່ງ) ທີ່ປະ ກອບດ້ວຍຫຼາຍຕົວຢ່າງຂອງຕົວອັກສອນໃໝ່.ຂັ້ນຕອນ- ຄູຈັດນັກຮຽນເປັນກຸ່ມ ແລະ ເອົາບົດເລື່ອງ ຫຼື ປຶ້ມນິທານ ແລະ ບັດຕົວອັກສອນໃຫ້ແຕ່ລະກຸ່ມ.- ຄູສະແດງບັດຕົວອັກສອນ ແລະ ໃຫ້ນັກຮຽນບອກຊື່ ແລະ ສຽງຂອງຕົວອັກສອນ.- ຄູໃຫ້ນັກຮຽນປ່ຽນຜຽນກັນເບິ່ງນິທານ ຫຼື ປຶ້ມບົດເລື່ອງ ແລະ ພະຍາຍາມຊອກຫາຕົວຢ່າງຂອງຕົວອັກສອນ ຢູ່ໃນນັ້ນ.- ຄູເລືອກເອົານັກຮຽນໃຫ້ຈັບເອົາບັດຄໍາ ແລະ ໄປຊອກຕົວຢ່າງຕົວອັກສອນດັ່ງກ່າວທີ່ມີຢູ່ຕາມສື່ຕ່າງໆໃນ ຫ້ອງຮຽນ.- ເມື່ອນັກຮຽນຊອກເຫັນຕົວຢ່າງ ຄູບອກໃຫ້ເຂົາເຈົ້າວາງບັດໃກ້ກັບຕົວອັກສອນທີ່ຕົນເອງເຫັນ ເພື່ອສົມທຽບ ວ່າມັນຄືກັນບໍ່.- ຄູຖາມນັກຮຽນທຸກຄົນໃນຫ້ອງໃຫ້ຕັດສິນວ່າ ນັກຮຽນເລືອກຕົວອັກສອນຖືກ ຫຼື ບໍ່.- ຖ້ານັກຮຽນເຮັດຖືກນັກຮຽນທຸກຄົນໃນຫ້ອງຕົບມືໃຫ້. ຫຼັງຈາກນັ້ນ, ນັກຮຽນຜູ້ອື່ນກໍປ່ຽນຜຽນໄປຊອກຫາຕົວອັກສອນຢູ່ບ່ອນໃໝ່.4. ການຢຸດສົ່ງຕໍ່ບັດຕົວອັກສອນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານ ແລະ ເວົ້າຊື່ຕົວອັກສອນ (ສໍາລັບການຫຼິ້ນເກມແມ່ນເວລານັກຮຽນຮູ້ຕົວອັກສອນຫຼື ສັນຍະລັກຈໍານວນໜຶ່ງແລ້ວ).ການກະກຽມ: ຊຸດບັດຕົວອັກສອນທີ່ນັກຮຽນຮູ້ຊຶ່ງມີປະມານ 4-5 ບັດໃນແຕ່ລະຊຸດ ແລະ ມີພໍໃຫ້ກຸ່ມລະ 1 ຊຸດ.ຂັ້ນຕອນ:- ຄູສະເໜີແຕ່ລະບັດໃນຊຸດບັດໃຫ້ນັກຮຽນໃນຫ້ອງເບິ່ງ ແລະ ໃຫ້ເຂົາເຈົ້າບອກຊື່ຕົວອັກສອນ.- ຄູເລືອກນັກຮຽນ 8 ຄົນໃຫ້ຂຶ້ນມາ ສາທິດການຫຼິ້ນເກມ.-6- ນັກຮຽນຢືນເປັນວົງມົນ ໂດຍມີຄູເປັນຫົວໜ້ານໍາພາ ແລະ ຖືບັດທຸກໃບ.- ຫົວໜ້ານໍາພາ (ຄູ) ອ່ານຕົວບັດອັກສອນໜຶ່ງບັດ ແລະ ສົ່ງຕໍ່ໃຫ້ນັກຮຽນຜູ້ຢູ່ທາງເບື້ອງຂວາ.- ນັກຮຽນຜູ້ນີ້ອ່ານບັດຕົວອັກສອນດັ່ງກ່າວ ແລະ ສົ່ງຕໍ່ໃຫ້ນັກຮຽນຜູ້ທີ່ຢູ່ທາງເບື້ອງຂວາ ແລ້ວກໍເຮັດແບບນີ້ ໄປເລື້ອຍໆ. ນັກຮຽນແຕ່ລະຄົນທີ່ໄດ້ຮັບບັດຈະເບິ່ງ ແລະ ເວົ້າຊື່ຕົວອັກສອນໃນບັດ ແລະ ຍື່ນຕໍ່ໆໄປ.- ໃນຂະນະທີ່ບັດທໍາອິດໄດ້ສົ່ງອອກໄປ, ຫົວໜ້ານໍາພາ (ຄູ) ອ່ານບັດທີ 2 ແລ້ວສົ່ງຕໍ່ໃຫ້ນັກຮຽນຜູ້ຢູ່ທາງເບື້ອງ ຂວາ.- ບັດທີ 2 ກໍສົ່ງອອກໄປຄືກັນກັບບັດທີທໍາອິດ, ແຕ່ນັກຮຽນພະຍາຍາມອ່ານ ແລະ ສົ່ງຕໍ່ໄປໄວໆ ເພື່ອໃຫ້ມັນ ທັນກັບບັດທໍາອິດ.- ຖ້າມີນັກຮຽນຜູ້ໃດທີ່ຖື 2 ບັດໃນມື, ຜູ້ນັ້ນຕ້ອງຮ້ອງບອກວ່າ “ຢຸດສົ່ງ”.- ຫຼັງຈາກນັ້ນ, ນັກຮຽນຜູ້ອື່ນໃນກຸ່ມຈະເລືອກວິທີການລົງໂທດນັກຮຽນຜູ້ນັ້ນ. ຕົວຢ່າງ: ໃຫ້ຍ່າງເປັນທ່າເປັດ, ເຕັ້ນ ຫຼື ເຮັດໜ້າຕາຫຼົກ ແລະ ອື່ນໆ.໒໐໔ສ ວ ສສະຫງວນລິຂະສິດ

205- ຫຼັງຈາກການລົງໂທດແລ້ວ, ໃຫ້ເລີ່ມເກມໃໝ່: ເທື່ອນີ້, ຫົວໜ້ານໍາພາ (ຄູ) ຜ່ານບັດໄປທາງເບື້ອງຊ້າຍ.- ເມື່ອນັກຮຽນຮູ້ວິທີການຫຼິ້ນເກມເປັນຢ່າງດີ, ຫົວໜ້ານໍາພາ (ຄູ) ຈະສົ່ງ 3 ຫຼື 4 ບັດອອກໄປ.ໝາຍເຫດ: ເມື່ອທັງຫ້ອງຮູ້ວີທີຫຼິ້ນເກມ, ນັກຮຽນສາມາດຈັດກັນຫຼິ້ນເປັນກຸ່ມ. ນັກຮຽນປ່ຽນຜຽນກັນເປັນຫົວໜ້ານໍາພາ ອ່ານ ແລະ ສົ່ງຕໍ່ບັດ. ເກມນີ້ຍັງສາມາດຫຼິ້ນກັບບັດຄໍາໄດ້ເຊັ່ນດຽວກັນ.5. ເກມບິງໂກດ້ວຍການໃຊ້ຕົວອັກສອນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານ ແລະ ເວົ້າຊື່ຕົວອັກສອນ (ສໍາລັບການຫຼິ້ນເກມແມ່ນເວລານັກຮຽນຮູ້ຕົວອັກສອນຫຼື ສັນຍະລັກຢ່າງຕ່ໍາ6ຕົວ).ການກະກຽມ: ບັດຕົວອັກສອນ 6-10 ຕົວໃສ່ໄວ້ໃນກັບ (ທາງເລືອກ ເອົາກ້ອນຫີນນ້ອຍໆໃຫ້ແຕ່ລະກຸ່ມ ເພື່ອໃຫ້ນັກ . : ຮຽນວາງໃສ່ຫ້ອງຂອງຕົວອັກສອນທີ່ຈັບຄູ່ກັບຕົວໜັງສືທີ່ຄູດຶງອອກມາ).ຂັ້ນຕອນ- ຄູໃຫ້ນັກຮຽນຂີດຫ້ອງ (4 ຫ້ອງ) ໃສ່ປຶ້ມຂຽນຂອງເຂົາເຈົ້າ.- ຄູຕິດຕົວອັກສອນ 10 ຕົວ ໃສ່ກະດານ.-6- ນັກຮຽນອ່ານ ແລະ ອອກສຽງຕົວອັກສອນແຕ່ລະຕົວ.- ນັກຮຽນເລືອກເອົາຕົວອັກສອນ 4 ຕົວແລ້ວຂຽນໃສ່ແຕ່ລະຫ້ອງທີ່ຂີດໄວ້.- ຫຼັງຈາກນັ້ນ, ຄູເອົາບັດຕົວອັກສອນທັງໝົດໃສ່ໃນກັບໄວ້.- ຄູດຶງເອົາບັດອອກມາເທື່ອລະບັດແລ້ວເອົາໄປຕິດໃສ່ກະດານຄືນ.- ນັກຮຽນເວົ້າຊື່ຕົວອັກສອນ ແລະ ຖ້າເຂົາເຈົ້າມີອັກສອນດັ່ງກ່າວໃນຫ້ອງທີ່ເຂົາເຈົ້າຂີດໄວ້ນັ້ນໃຫ້ໝາຍຂ້າຕົວອັກສອນດັ່ງກ່າວ (ຫຼື ວາງກ້ອນຫີນໃສ່).- ຄູສືບຕ່ດຶງຕົວອັກສອນອອກຈາກກັບເທ່ອລະບັດ ແລ້ວເອົາໄປຕິດໃສ່ກະດານ ແລະ ນັກ ໍືຮຽນສືບຕໍ່ໝາຍຂ້າຕົວອັກສອນທີ່ຕົນມີໃນຫ້ອງທີ່ຂີດໄວ້ (ຫຼື ວາງກ້ອນຫີນໃສ່ແຕ່ລະຕົວ ອັກສອນ) ເມ່ອນັກຮຽນໝາຍຂ້າທຸກຕົວອັກສອນທ່ເຂົາເຈົ້າຂຽນໄວ້ໃນຫ້ອງທ່ຂີດໄວ້ໃຫ ືີີ້ຮ້ອງຂຶ້ນວ່າ “ບິງໂກ”. ແລ້ວເຂົາເຈົ້າກໍເປັນຜູ້ຊະນະ.- ນັກຮຽນຜູ້ນັ່ງໃກ້ເປັນຜູ້ກວດເບິ່ງວ່າຕົວອັກສອນທີ່ໝາຍຂ້ານັ້ນຖືກ ຫຼື ບໍ່.ໝາຍເຫດ: ເມື່ອນັກຮຽນໝົດຫ້ອງຮູ້ວິທີຫຼິ້ນເກມນີ້ແລ້ວ, ນັກຮຽນສາມາດຈັດກັນຫຼິ້ນເປັນກຸ່ມ ແລະ ຄູຢາຍຊຸດບັດໃຫ້ ແຕ່ລະກຸ່ມ. ນັກຮຽນປ່ຽນຜຽນກັນເປັນຫົວໜ້ານໍາພາ ເປັນຜູ້ດຶງບັດອອກມາ ແລ້ວອ່ານບັດ. ເກມນີ້ຍັງສາມາດຫຼິ້ນກັບບັດ ຄໍາໄດ້ເຊັ່ນດຽວກັນ.6. ການນັບຕົວອັກສອນຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກຕົວອັກສອນທີ່ຮຽນໃນບົດເລື່ອງ ຫຼື ຝຶກການຈໍາແນກຕົວອັກສອນທີ່ໄດ້ຮຽນມາແລ້ວ.ການກະກຽມ: ຄູເລືອກໜຶ່ງໜ້າໃນປຶ້ມຮຽນເພື່ອໃຫ້ນັກຮຽນຊອກຕົວອັກສອນ (ໜ້າທີ່ມີຫຼາຍປະໂຫຍກພໍສົມຄວນ).ຂັ້ນຕອນ- ນັກຮຽນສາມາດຫຼິ້ນຜູ້ດຽວ ຫຼື ເປັນຄູ່; ນັກຮຽນທຸກຄົນມີປຶ້ມແບບຮຽນຂອງຕົນ.- ຄູບອກໃຫ້ນັກຮຽນທຸກຄົນເປີດໄປໜ້າປຶ້ມທີ່ຄູເລືອກໄວ້.- ຄູອະທິບາຍວ່າຄູຈະບອກຊື່ຂອງສະຫຼະ ຫຼື ພະຍັນຊະນະ ເພື່ອໃຫ້ນັກຮຽນຊອກຫາວ່າຈະມີຈັກຕົວໃນໜ້າ ປຶ້ມດັ່ງກ່າວ.- ຄູອະທິບາຍອີກວ່າ ເມ່ອນັກຮຽນຮູ້ວ່າຕົນເອງຊອກເຫັນຕົວອັກສອນດ່ງກ່າວມີຈັກຕົວໃນໜ້າປ້ມນ້ນແລ້ວ ໃຫ ືັຶັ້ນັກຮຽນເອົາມືທັງສອງເບື້ອງໃສ່ຫົວ ເພື່ອສະແດງໃຫ້ຮູ້ວ່າເຂົາເຈົ້າແລ້ວໆ.- ຫຼັງຈາກນັ້ນ, ຄູເວົ້າຊື່ຕົວອັກສອນ ແລະ ນັກຮຽນຊອກ ແລະ ນັບວ່າມີຈັກຕົວ.- ເມື່ອນັກຮຽນສ່ວນຫຼາຍເອົາມືໃສ່ຫົວແລ້ວ, ຄູຖາມນັກຮຽນຄົນໜຶ່ງວ່າ ຜູ້ກ່ຽວນັບໄດ້ຈັກຕົວ.໒໐໕໔

206໒໐- ນັກຮຽນຜູ້ອື່ນເວົ້າວ່າ ເຂົາເຈົ້າເຫັນດີນໍາ ຫຼື ບໍ່.- ຫຼັງຈາກນັ້ນ, ໝົດຫ້ອງພາກັນກວດເບິ່ງໜ້າເຈ້ຍແລ້ວນັບນໍາກັນ.- ຄູເຮັດຂັ້ນຕອນຄືກັນກັບຂ້າງເທິງຄືນອີກຄັ້ງ ໂດຍໃຊ້ຕົວອັກສອນອື່ນ.7. ການເນັ້ ນຕົວອັກສອນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານພະຍັນຊະນະ, ສະຫຼະ ແລະ ເຄື່ອງໝາຍອື່ນໆທີ່ໄດ້ຮຽນຜ່ານມາ.ການກະກຽມ: ຊຸດບັດຕົວອັກສອນ ແລະ ເຄື່ອງໝາຍສໍາລັບແຕ່ລະກຸ່ມ (ປະມານ 10-20 ບັດ 2 ບັດສໍາລັບຕົວອັກສອນ ; ແຕ່ລະຕົວ).ຂັ້ນຕອນ:- ນັກຮຽນຫຼິ້ນເປັນກຸ່ມເຂົາເຈົ້ານັ່ງເປັນວົງມົນ ໂດຍມີຊຸດບັດຕົວອັກສອນຂວໍ້າໜ້າປົນກັນຢູ່ທາງກາງ.- ນັກຮຽນແຕ່ລະຄົນປ່ຽນຜຽນກັນປີ້ນ 2 ບັດຂຶ້ນ ຖ້າບັດຈັບຄູ່ກັນ (ອັກສອນດຽວກັນທັງ 2 ບັດ), ນັກຮຽນເວົ້າ ຊື່ຕັວອັກສອນດັ່ງກ່າວ ແລ້ວຮັກສາບັດໄວ້. (ຖ້າເຂົາເຈົ້າອ່ານບັດບໍ່ໄດ້, ເຂົາເຈົ້າກໍບໍ່ສາມາດຮັກສາບັດໄວ້. ເຂົາເຈົ້າຂວໍ້າໜ້າບັດລົງມ້ຽນຄືນ).- ຖ້າບັດມີຕົວອັກສອນຕ່າງກັນ, ນັກຮຽນຂວໍ້າໜ້າບັດລົງຄືນຄືເກົ່າ. ຫຼັງຈາກນັ້ນ, ປ່ຽນຜຽນໃຫ້ນັກຮຽນຜູ້ຕໍ່ໄປປີ້ນບັດຂຶ້ນ. ແລ້ວນັກຮຽນຜູ້ຕໍ່ໄປ ແລະ ຕໍ່ໆໄປ.- ເຂົາເຈົ້າຈະປ່ຽນຜຽນກັນຕາມລໍາດັບຈົນກວ່າຈະໄດ້ທຸກໆບັດທີ່ຈັບຄູ່ກັນ.- ເ ມື່ອຈັບຄູ່ບັດໄດ້ທັງໝົດ, ນັກຮຽນແຕ່ລະຄົນຈະນັບວ່າຕົນເອງມີຈັກບັດ. ຜູ້ທີ່ມີບັດຫຼາຍກວ່າໝູ່ຈະເປັນຜູ້ ຊະນະ.ວິທີການອື່ນໆໃນການຫຼິ້ນເກມນີ້:- ໃ ຫ້ບັດເຄິ່ງໜຶ່ງເປັນບັດຮູບ ແລະ ອີກເຄິ່ງໜຶ່ງເປັນບັດພະຍັນຊະນະທີ່ຂຶ້ນຕົ້ນຂອງຄໍາສັບ ທີ່ເປັນຊື່ຂອງຮູບ ພາບ.ໝາຍເຫດ: ຄູຄວນສາທິດການຫຼິ້ນເກມໃນກຸ່ມເສຍກ່ອນ ເພື່ອໃຫ້ທຸກຄົນຮູ້ວິທີຫຼິ້ນ.ກິດຈະກໍາຄໍາ (ການອ່ານ ແລະ ການຂຽນ)1. ການຈັດຄໍາສັບເປັນກຸ່ມໂດຍອີງຕາມສຽງຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບທີ່ໄດ້ຮຽນ.ການກະກຽມ: ຊຸດບັດຄໍາສໍາລັບນັກຮຽນແຕ່ລະກຸ່ມ (ຄໍາສັບທີ່ເຂົາເຈົ້າໄດ້ຮຽນ).ຂັ້ນຕອນ:- ຄູແນະນໍາວິທີການຈັດກຸ່ມບັດຄໍາໃຫ້ນັກຮຽນຕົວຢ່າງ: ອີງຕາມສຽງທີ່ຂຶ້ນຕົ້ນ ຫຼື ສຽງທໍາອິດ, ອີງຕາມສຽງ ສະຫຼະ, ອີງຕາມສຽງທີ່ລົງທ້າຍ.- ນັກຮຽນຈັດຄໍາສັບອີງຕາມວິທີທີ່ຄູແນະນໍາ.- ຫຼັງຈາກນັ້ນ, ເຂົາເຈົ້າອ່ານແຕ່ລະຄໍາສັບພ້ອມກັນ.2. ການປະກອບຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຈໍາແນກຄໍາສັບ ຫຼື ສະຫຼະທີ່ຕ້ອງການໃນການປະກອບຄໍາສັບໃນບົດຮຽນການກະກຽມ:ຄູຂີດຫ້ອງຕາຕະລາງໃສ່ທາງຂ້າງກະດານແລະຂຽນພະຍັນຊະນະ ສະຫຼະແລະສຽງທີ່ຕ້ອງການໃນການ , ປະກອບຄໍາສັບທີ່ນັກຮຽນຮູ້ຈໍານວນໜຶ່ງ ຄໍາສັບດັ່ງກ່າວຈະຂຽນສັບປົນກັນ (ຄໍາສັບ ທີ່ຮຽນໃໝ່ໃນບົດຮຽນປັດຈຸບັນ ຫຼື . . ການທວນຄໍາສັບຈາກບົດຮຽນກ່ອນ).໒໐໖ສ ວ ສສະຫງວນລິຂະສິດ

207ມແ xx າx ້x ືອປນx ່ຕົວຢ່າງ: ຖ້າຄໍາສັບທີ່ຮຽນແມ່ນ: “ແມ່”, “ມື”, “ປຶ້ມ”, “ມ້າ”, “ອ່ານ” ຕາຕະລາງຈະເປັນຄືດັ່ງຫ້ອງ ເບື້ອງຊ້າຍນີ້:ຂັ້ນຕອນ:- ຄູຂຽນຄໍາສັບໜຶ່ງທີ່ໄດ້ຮຽນໃສ່ກະດານໃກ້ກັບຫ້ອງຕາຕະລາງທີ່ຂີດໄວ້ ແລ້ວບອກໃຫ້ນັກຮຽນອ່ານ.- ຄູບອກໃຫ້ນັກຮຽນຜູ້ໜຶ່ງຂຶ້ນມາກະດານ.- ຄູບອກໃຫ້ນັກຮຽນຊີ້ໃສ່ຕົວອັກສອນທີ່ໃຊ້ໃນການສະກົດຄໍາດັ່ງກ່າວ ຕົວຢ່າງ: ສໍາລັບແມ່ຈະມີ ມ, ແx, x. ່ໃນຂະນະທີ່ຊີ້ ເຂົາເຈົ້າຈະເວົ້າຊື່ຕົວອັກສອນ ແລະ ເວົ້າເປັນຄໍາສັບນໍາ.- ຄູໃຫ້ນັກຮຽນທຸກຄົນເວົ້າຊື່ຕົວອັກສອນທັງໝົດທີ່ຕ້ອງການໃນການສະກົດຄໍາສັບ ແລ້ວເວົ້າຄໍາສັບດັ່ງ ກ່າວ.- ຄູຂຽນອີກໜຶ່ງຄໍາສັບໃສ່ກະດານ ໃກ້ກັບຫ້ອງຕາຕະລາງ ແລ້ວບອກໃຫ້ນັກຮຽນຊີ້ໃສ່ຕົວອັກສອນໃນຕາຕະ ລາງ, ເວົ້າຊື່ຕົວອັກສອນ ແລະ ເວົ້າເປັນຄໍາສັບ.- ຄູເຮັດຄືນຈົນກວ່າທຸກໆຕົວອັກສອນຖືກສະກົດເປັນຄໍາສັບ.ວິທີການອື່ນໆໃນການຫຼິ້ນເກມນີ້:- ຄູເວົ້າຄໍາສັບ ແລະ ນັກຮຽນຊີ້ ແລ້ວເວົ້າຕົວອັກສອນຈາກຕາຕະລາງທີ່ປະກອບເປັນຄໍາສັບ.- ຄູຊ້ໃສ່ຕົວອັກສອນໃນຕາຕະລາງ ແລະ ຖາມນັກຮຽນວ່າ ຕົວອັກສອນດ່ງກ່າວອ່ານອອກເປັນຄໍາສັບໃດ ໄດ້ແດ່.ີັ- ນັກຮຽນເບິ່ງຕົວອັກສອນໃນຕາຕະລາງ ແລະ ບອກວ່າ ສາມາດປະກອບເປັນຄໍາສັບໃດໄດ້ແດ່ ຈາກຕົວອັກ ສອນເຫຼົ່ານັ້ນ.- ນັກຮຽນເຮັດກິດຈະກາເປນກມ ເພອຂຽນຄໍາສບທ່ສາມາດປະກອບໄດຈາກຕວອກສອນໃນຕາຕະລາງໃຫໄດ ໍັຸ ່ື ່ັີ້ົັ້້ຫຼາຍຄໍາສັບເທົ່າທີ່ຂຽນໄດ້ (ຫຼັງຈາກ 3 ນາທີ, ຄູຮ້ອງສັ່ງວ່າ “ຢຸດ”. ແຕ່ລະກຸ່ມນັບວ່າ ຕົນຂຽນໄດ້ຈັກຄໍາສັບ ແລະ ບອກໝູ່ວ່າໄດ້ເທົ່າໃດຄໍາ. ເຂົາເຈົ້າອ່ານຄໍາສັບເຫຼົ່ານັ້ນໃຫ້ໝູ່ຟັງ ແລະ ນັກຮຽນໃນຫ້ອງກວດເບິ່ງວ່າ ຄໍາສັບເຫຼົ່ານັ້ນຖືກ ຫຼື ບໍ່. ຈາກຕາຕະລາງຕົວຢ່າງຂ້າງເທິງຍັງສາມາດຂຽນຄໍາສັບອື່ນໄດ້ອີກ ເຊັ່ນ ມາ, ນາ, ປາ, ອື່ນໆ).3. ແມ່ນໃຜຢູ່ໃນກຸ່ມຂ້ອຍ (ກ່ຽວກັບຄໍາສັບ)ຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບທີ່ເຂົາເຈົ້າຮຽນ.ການກະກຽມ: ບັດຄໍາໃຫ້ມີພໍໜຶ່ງບັດຕໍ່ນັກຮຽນຜູ້ທີ່ຫຼິ້ນເກມ ໃຫ້ມີຫຼາຍໆຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງດຽວກັນ (ຫຼື ໃຫ້ມີ : ສຽງສະຫຼະຫຼັກ).ຂັ້ນຕອນ:- ຄູເປີດບັດຄໍາໃຫ້ນັກຮຽນເບິ່ງເທື່ອລະໃບ, ໃຫ້ນັກຮຽນອ່ານແຕ່ລະບັດ ແລ້ວບອກວ່າມັນຂຶ້ນຕົ້ນດ້ວຍສຽງພະຍັນຊະນະໃດ (ຫຼື ສຽງສະຫຼະໃດ).- ຄູພານັກຮຽນມາບ່ອນແປນກວ້າງບ່ອນທີ່ສາມາດຍ່າງໄປມາໄດ້ຢ່າງສະບາຍ. ຄູເລືອກເອົານັກຮຽນຜູ້ທີ່ຈະມາຫຼິ້ນເກມ. (ນັກຮຽນຜູ້ໃດທີ່ບໍ່ທັນໄດ້ຫຼິ້ນໃຫ້ເບິ່ງໝູ່).- ຄູສະຫຼັບບັດ ແລ້ວຢາຍບັດໜຶ່ງໃຫ້ນັກຮຽນແຕ່ລະຄົນຜູ້ທີ່ຈະຫຼິ້ນເກມ.- ຄູສັ່ງໃຫ້ນັກຮຽນຍ່າງອ້ອມພ້ອມທັງອ່ານຄໍາສັບຂອງຕົນດັງໆ. ໃນຂະນະທີ່ເຂົາເຈົ້າອ່ານບັດຂອງຕົນເອງນັ້ນ ເ ຂົາເຈົ້າຕ້ອງຟັງໝູ່ຜູ້ອື່ນ ເພື່ອຊອກຫາຜູ້ທີ່ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງພະຍັນຊະນະ (ຫຼື ສຽງສະຫຼະ) ຄື ກັນ. ນັກຮຽນເຫຼົ່ານີ້ຕ້ອງຈັບກຸ່ມກັນ.໒໐໗໖

208໒໐- ນັກຮຽນຍ່າງໄປເລື້ອຍໆຈົນກວ່າຈະແນ່ໃຈວ່າພົບທຸກຄົນທີ່ຢູ່ໃນກຸ່ມດຽວກັນ.- ເມື່ອນັກຮຽນທຸກຄົນທີ່ຫຼິ້ນເກມນີ້ແລ້ວໆ ນັກຮຽນທີ່ເຫຼືອກໍກວດກາເບິ່ງແຕ່ລະກຸ່ມວ່າເຮັດຖືກບໍ່4. ການເນັ້ນຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບທີ່ຕົນໄດ້ຮຽນ.ການກະກຽມ: ຊຸດບັດຄໍາສໍາລັບແຕ່ລະກຸ່ມ (ປະມານ 10-20 ບັດ 2 ບັດສໍາລັບແຕ່ລະຄໍາສັບ); .ຂັ້ນຕອນ- ນັກຮຽນຫຼິ້ນເກມເປັນກຸ່ມເຂົາເຈົ້ານັ່ງເປັນວົງມົນ ໂດຍມີບັດຂວໍ້າໜ້າລົງປົນກັນຢູ່ທາງກາງ.- ນັກຮຽນປ່ຽນຜຽນກັນປີ້ນ 2 ບັດຂຶ້ນ.ຖ້າບັດຈັບຄູ່ກັນ (ຄໍາດຽວກັນ), ນັກຮຽນອ່ານຄໍາສັບແລ້ວຮັກສາບັດໄວ້. (ຖ້າເຂົາເຈົ້າອ່ານບໍ່ໄດ້ກໍບໍ່ສາມາດ ຮັກສາບັດໄວ້ໄດ້. ເຂົາເຈົ້າຂວໍ້າໜ້າບັດລົງໄວ້ຄືນ) ຖ້າບັດບໍ່ຈັບຄູ່, ນັກຮຽນຂວໍ້າໜ້າບັດລົງຄືນຫຼັງຈາກນັ້ນ ປ່ຽນຜຽນໃຫ້ນັກຮຽນຜູ້ຕໍ່ໄປ.- ແລ້ວນັກຮຽນຜູ້ຕໍ່ໄປ ແລະ ຕໍ່ໆໄປ.- ເຂົາເຈົ້າຈະປ່ຽນຜຽນກັນຕາມລໍາດັບ ຈົນກວ່າຈະໄດ້ທຸກໆບັດທີ່ຈັບຄູ່ກັນ.- ເ ມື່ອຈັບຄູ່ບັດໄດ້ທັງໝົດ, ນັກຮຽນແຕ່ລະຄົນຈະນັບວ່າຕົນເອງມີຈັກບັດ. ຜູ້ທີ່ມີບັດຫຼາຍກວ່າໝູ່ ຈະເປັນຜູ້ ຊະນະ.ໝາຍເຫດ: ຄູສາທິດເກມໃນກຸ່ມເສຍກ່ອນ ເພື່ອໃຫ້ທຸກຄົນຮູ້ວິທີຫຼິ້ນ.5. ການຈັບຄູ່ຄໍາສັບໃສ່ກັບຮູບພາບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບ.ການກະກຽມ: ຊຸດບັດຄໍາ ແລະ ບັດຮູບພາບທີ່ຈັບຄູ່ກັບບັດຄໍາ ໃຫ້ແຕ່ລະກຸ່ມ (ປະມານ 8-10 ຄໍາ) ແລ້ວປົນກັນໄວ້.ຂັ້ນຕອນ:- ຄູອະທິບາຍວ່າແຕ່ລະກຸ່ມຄວນຢາຍບັດຄໍາ ແລະ ບັດຮູບອອກ ແລ້ວສະມາຊິກໃນກຸ່ມປ່ຽນກັນຈັບຄູ່ຄໍາສັບ ໃຫ້ເຂົ້າກັບບັດຮູບ ພາບ.- ເວລາປ່ຽນຜຽນກັນ, ນັກຮຽນເອົາບັດຄໍາສອດໃສ່ກ້ອງບັດຮູບ ພາບທີ່ຈັບຄູ່ກັນ. ຫຼັງຈາກນັ້ນ, ນັກຮຽນທຸກຄົນ ໃນກຸ່ມພາກັນອ່ານຄໍາສັບ.- ນັກຮຽນປ່ຽນຜຽນກັນໄປເລື້ອຍໆຈົນກວ່າຈະສາມາດຈັບຄູ່ຄໍາສັບ ແລະ ຮູບຖືກກັນໄດ້ໝົດ.6. ການແຂ່ງກັນປະກອບຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກສະກົດ ແລະ ຂຽນຄໍາສັບ.ການກະກຽມ: ຊຸດບັດຕົວອັກສອນສໍາລັບແຕ່ລະກຸ່ມ ປະມານ 10-15 ຄໍາສັບທີ່ນັກຮຽນຮູ້: .ຂັ້ນຕອນ:- ຄູອະທິບາຍວ່າ ແຕ່ລະກ່ມຕ້ອງປະກອບຄໍາສັບຈາກບັດຕ່າງໆ. ເຂົາເຈົ້າຂຽນທຸກໆຄໍາສັບທ່ປະກອບໄດ້ ແລະ ຸີເຂົາເຈົ້າສາມາດນໍາໃຊ້ບັດຕົວອັກສອນໄດ້ຄືນໃໝ່ເພື່ອປະກອບເປັນຄໍາສັບອື່ນໆ.- ຄູເວົ້າ “ໄປ” ແລະ ນັກຮຽນກໍເລີ່ມ.- ກຸ່ມແຂ່ງກັນຂຽນຄໍາໃຫ້ໄດ້ຫຼາຍເທົ່າທີ່ຫຼາຍໄດ້.- ຫຼັງຈາກໄດ້ປະມານ 3 ນາທີ ຄູ ຮ້ອງສັ່ງວ່າ “ຢຸດ”.- ແລ້ວແຕ່ລະກຸ່ມນັບ ແລະ ບອກວ່າກຸ່ມຕົນຂຽນໄດ້ຈັກຄໍາສັບ.- ກຸ່ມທີ່ຂຽນໄດ້ຫຼາຍທີ່ສຸດ ຕ້ອງອ່ານຄໍາສັບດັ່ງກ່າວໃຫ້ໝູ່ໃນຫ້ອງຟັງ ແລະ ກວດວ່າສາມາດຂຽນດ້ວຍຕົວອັກສອນດັ່ງກ່າວໄດ້ບໍ່.໒໐໘ສ ວ ສສະຫງວນລິຂະສິດ

2097. ເກມບິງໂກຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານ ແລະ ຂຽນຄໍາສັບທີ່ໄດ້ຮຽນ (ຫຼິ້ນເມື່ອນັກຮຽນຮູ້ຢ່າງຕໍ່າຄໍາສັບ6ຕົວ).ການກະກຽມ: ບັດຄໍາ 6-10 ບັດ ໃນກັບ.ຂັ້ນຕອນ- ຄູໃຫ້ນັກຮຽນຂີດຫ້ອງຕາຕະລາງໃສ່ປຶ້ມຂອງເຂົາເຈົ້າ (ມີ 4 ຫຼື ຫ້ອງ).6- ຄູຕິດ ບັດຄໍາ 10 ບັດ ໃສ່ກະດານ.-6- ນັກຮຽນອ່ານແຕ່ລະຄໍາສັບ.- ນັກຮຽນເລືອກຄໍາສັບ 4 (ຫຼື ) ຄໍາແລ້ວຂຽນໃສ່ແຕ່ລະຫ້ອງຂອງຕາຕະລາງ.6- ຄູ ເກັບໂຮມບັດ ແລະ ສັບປົນບັດ ແລ້ວເອົາເຂົ້າໃສ່ກັບ. ຫຼັງຈາກນັ້ນ, ເກມນີ້ແມ່ນຫຼິ້ນວິທີດຽວກັນກັບ ເກມບິງໂກຕົວອັກສອນ8. ການແຂ່ງແຕະຄໍາສັບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບທີ່ໄດ້ຮຽນ.ການກະກຽມ: ຄໍາສັບທີ່ໄດ້ຮຽນ 6-10 ຄໍາຂຽນໃສ່ບັດຄໍາ ຫຼື ຂຽນໃສ່ກະດານ.ຂັ້ນຕອນ:- ຄູຈັດນັກຮຽນເປັນ 2 ກຸ່ມ (ປະມານ 6-3 ຄົນໃນແຕ່ລະກຸ່ມ) ນັກຮຽນທີ່ເຫຼືອໃນຫ້ອງ ໃຫ້ເບິ່ງໝູ່.- ກຸ່ມລຽງແຖວກັນຕໍ່ໜ້າຄໍາສັບທີ່ວາງສະ ແ ດງຢູ່ ໂດຍນັກຮຽນຜູ້ທໍາອິດໃນແຖວໃຫ້ຢູ່ຫ່າງຄໍາສັບປະມານ 2 ແມັດ.- ຄູຮ້ອງບອກໜຶ່ງຄໍາສັບ ແລະ ນັກຮຽນຜູ້ທໍາ ອິດໃນແຖວຈະແລ່ນແຂ່ງກັນໄປຈັບຄໍາສັບ ດັ່ງກ່າວ.- ນັກຮຽນຜູ້ໃດທີ່ໄປຈັບຄໍາສັບກ່ອນຈະໄດ້ໜຶ່ງຄະແນນໃຫ້ກຸ່ມຂອງເຂົາເຈົ້າ.- ຫຼັງຈາກທີ່ໄດ້ຫຼິ້ນຜຽນຂອງຕົນເອງແລ້ວ, ນັກຮຽນທັງສອງຍ່າງໄປຢູ່ທາງຫຼັງສຸດຂອງແຖວ. ນັກຮຽນຜູ້ຕໍ່ໄປຈະ ແລ່ນໄປຫາຄໍາສັບທີ່ຄູຮ້ອງບອກ.- ຫຼັງຈາກທີ່ຄູໄດ້ຮ້ອງບອກຄໍາສັບທຸກໆບັດໝົດແລ້ວ, ແຕ່ລະກຸ່ມບວກຄະແນນເຂົ້າກັນ ເພື່ອຊອກຫາຜູ້ຊະນະ ເລີດ.- ຈັດກຸ່ມນັກຮຽນໃໝ່ ເພື່ອຫຼິ້ນເກມກັບບັດຄໍາໃໝ່.ໝາຍເຫດ: ເມື່ອນັກຮຽນຮູ້ວິທີຫຼິ້ນແລ້ວ, ເຂົາເຈົ້າສາມາດຫຼິ້ນເປັນກຸ່ມນ້ອຍ 7 ຄົນ: 2 ກຸ່ມ, ແຕ່ລະກຸ່ມມີ 3 ຄົນ ແລະ ນັກ ຮຽນຜູ້ໜຶ່ງຮັບໜ້າທີ່ຂອງຄູເປັນຜູ້ອ່ານບັດຄໍາ.9. ການຢຸດສົ່ງຕໍ່ບັດຄໍາຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາສັບ.ການກະກຽມ: ບັດຄໍາ 4-5 ບັດ.ຂັ້ນຕອນ:- ຄູເອົາແຕ່ລະບັດໃນຊຸດອອກມາໃຫ້ນັກຮຽນໃນຫ້ອງເບິ່ງ ແລະ ອ່ານຄໍາສັບໃຫ້ເຂົາເຈົ້າຟັງ.- ຄູເລືອກນັກຮຽນ 8 ຄົນໃຫ້ຂຶ້ນມາ ສາທິດ ການ ຫຼິ້ນເກມ.-6ບັດຄໍາກຸ່ມ ກກຸ່ມ ຂກຸ່ມ ກ ກຸ່ມ ຂ໒໐໙໘

210໒໑- ນັກຮຽນຢືນເປັນວົງມົນໂດຍມີຄູເປັນຫົວໜ້ານໍາພາ ແລະ ຖືບັດທຸກໃບ.- ຫົວໜ້ານໍາພາຄູອ່ານບັດຄໍາໜຶ່ງ ແລະ ຍື່ນຕໍ່ໃຫ້ນັກຮຽນຜູ້ຢູ່ທາງເບື້ອງຂວາຂອງລາວ.- ນັກຮຽນຜູ້ນີ້ອ່ານບັດຄໍາດັ່ງກ່າວ ແລະ ຍື່ນຕໍ່ໃຫ້ໝູ່ ຜູ້ຢູ່ເບື້ອງຂວາຂອງລາວ ແລ້ວກໍເຮັດແບບນີ້ໄປເລື້ອຍໆ. ນັກຮຽນແຕ່ລະຄົນທີ່ໄດ້ຮັບບັດຈະເບິ່ງ ແລະ ເວົ້າຊື່ຄໍາສັບໃນບັດ ແລະ ຍື່ນຕໍ່ໆໄປ.- ໃ ນຂະນະທີ່ມີການຜ່ານຕໍ່ໆກັນບັດທໍາອິດ, ຫົວໜ້ານໍາພາ ຄູຈະອ່ານບັດທີ 2 ແລ້ວຍື່ນຕໍ່ໃຫ້ນັກຮຽນຜູ້ຢູ່ ທາງເບື້ອງຂວາ.- ບັດທີ 2 ຈະຖືກຍື່ນຕໍ່ໆກັນໄປຄືກັນກັບບັດທໍາອິດ, ແຕ່ນັກຮຽນຈະພະຍາຍາມອ່ານ ແລະ ຍື່ນຕໍ່ໄປໄວໆ ເພື່ອໃຫ້ມັນທັນກັບບັດທໍາອິດ.- ຖ້ານັກຮຽນຜູ້ໃດຖື 2 ບັດໃນມື, ຜູ້ນັ້ນຕ້ອງຮ້ອງບອກວ່າ “ຢຸດສົ່ງ”.- ຫຼັງຈາກນັ້ນ, ນັກຮຽນຜູ້ອື່ນໃນກຸ່ມຈະເລືອກວິທີການລົງໂທດນັກຮຽນຜູ້ນັ້ນ. ຕົວຢ່າງ: ໃຫ້ຍ່າງເປັນທ່າເປັດ, ເຕັ້ນ ຫຼື ເຮັດໜ້າຕາຫຼົກ, ອື່ນໆ.- ຫຼັງຈາກການລົງໂທດແລ້ວ, ໃຫ້ເລີ່ມເກມໃໝ່: ເທື່ອນີ້, ຫົວໜ້ານໍາພາ (ຄູ) ຜ່ານບັດໄປທາງເບື້ອງຊ້າຍຂອງ ລາວ.- ເມື່ອນັກຮຽນຮູ້ວິທີການຫຼິ້ນເກມເປັນຢ່າງດີ, ຫົວໜ້ານໍາພາ (ຄູ) ຈະສົ່ງ 3 ຫຼື 4 ບັດອອກໄປ.ໝາຍເຫດ: ເມື່ອທັງຫ້ອງຮູ້ວິທີຫຼິ້ນເກມ, ນັກຮຽນສາມາດຈັດກັນຫຼິ້ນເປັນກຸ່ມ. ນັກຮຽນປ່ຽນຜຽນກັນເປັນຫົວໜ້ານໍາພາ ອ່ານ ແລະ ສົ່ງຕໍ່ບັດ.10. ການຄາດເດົາຄໍາສັບຈດປະສົງຸ: ເພື່ອໃຫ້ນັກຮຽນຄາດເດົາຄໍາສັບອີງຕາມຕົວອັກສອນຕົວທໍາອິດ (ອັນນີ້ຈະຊ່ວຍໃຫ້ເຂົາເຈົ້າກາຍເປັນນັກອ່ານ ທີ່ຄ່ອງແຄ້ວ).ການກະກຽມ: ຄໍາສັບທີ່ໄດ້ຮຽນ 6-10 ຄໍາໃນບັດຄໍາ.ຂັ້ນຕອນ:- ຄູຈະບໍ່ໃຫ້ນັກຮຽນເຫັນບັດຄໍາທີ່ຈະໃຫ້ນັກຮຽນຄາດເດົາ.- ຄູເອົາບັດຄໍາໜຶ່ງອອກມາແລ້ວໃຊ້ເຈ້ຍບັງໄວ້ ແລະ ໃຫ້ເຫັນແຕ່ ຕົວອັກສອນຕົວທໍາອິດ ຫຼື ສັນຍະລັກທໍາອິດຂອງຄໍາສັບນັ້ນໃຫ້ ນັກຮຽນເບິ່ງ.- ຄູໃຫ້ນັກຮຽນຄາດເດົາວ່າ ຈະແມ່ນຄໍາໃດ. ນັກຮຽນເດົາ ແລະ ັຄູຖາມຕ່ເຊ່ນ: “ຫຼານເດົາຖືກ, ຕົວອັກສອນຕໄປຈະແມນຫຍງ?”ໍັໍ ່່ັ- ຄູເປີດຕົວອັກສອນ ຫຼື ເຄື່ອງໝາຍທີ່ສອງ ແລະ ບອກໃຫ້ນັກຮຽນ ເ ດົາຕໍ່ວ່າ ຈະແມ່ນຄໍາໃດ?. ຄູຖາມນັກຮຽນຜູ້ທີ່ເດົາກ່ອນໜ້າ ນ້ວ່າ ເຂົາເຈົ້າຍັງຄິດວ່າ ຄໍາຕອບທ່ໄດ້ໃຫ້ຍັງຖືກຢ່ບ່ ຫື ວ່າເຂົາເຈ້າຕ້ອງການປ່ຽນສ່ງທ່ໄດ້ເດົາໄວ້. ຄູຖາມວ່າ ີີູໍຼົິີເຂົາເຈົ້າເດົາຖືກບໍ່ ແລະ ຖາມວ່າ ຕົວອັກສອນຕໍ່ໄປຈະແມ່ນຫຍັງ.- ຄູເປີດຕົວອັກສອນ/ເຄື່ອງໝາຍຕໍ່ໄປ, ແລະ ເຮັດໄປເລື້ອຍໆຈົນກວ່າໄດ້ຕົວອັກສອນຄົບເປັນຄໍາສັບ.- ຫຼັງຈາກນັ້ນ, ຄູເຮັດຕາມຂັ້ນຕອນດຽວກັນກັບຄໍາສັບອື່ນໆ.11. ການຂຽນທວາຍການສະກົດຄໍາຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນການສະກົດຄໍາການກະກຽມ: ຄູເລືອກ 3-4 ຄໍາທີ່ໄດ້ຮຽນ.ຂັ້ນຕອນ:- ຄູໃຫ້ນັກຮຽນເປີດປຶ້ມຂຽນໄປໜ້າໃໝ່ ແລະ ກຽມຂຽນຄໍາສັບທີ່ອ່ານຢ່າງ ແລະ ສະອາດ.໒໑໐ສ ວ ສສະຫງວນລິຂະສິດ

211- ຄູອະທິບາຍວ່າ ນັກຮຽນຄວນຂຽນເອງບໍ່ໃຫ້ກ່າຍນັກຮຽນຜູ້ທີ່ນັ່ງຢູ່ໃກ້.- ຄູອ່ານຄໍາສັບທໍາອິດ, 2 3 ຄັ້ງ ໂດຍໃຫ້ເວລານັກຮຽນຂຽນ.-- ຈາກນັ້ນ, ຄູອ່ານຄໍາສັບອື່ນໆດ້ວຍວິທີການດຽວກັນ.- ເມື່ອນັກຮຽນຂຽນແລ້ວເຂົາເຈົ້າຈະປ່ຽນປຶ້ມກັນ ເພື່ອກວດການສະກົດຄໍາສັບຂອງກັນ ແລະ ກັນ. ຄູກໍກວດ ເຊັ່ນກັນ.12. ແມ່ນຄໍາສັບໃດຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານຄໍາ ສັບການກະກຽມ: ຄູເລືອກເອົານັກຮຽນຄົນໜຶ່ງຂຶ້ນມາຫຼິ້ນເກມ ແລະ ເລືອກໜຶ່ງຄໍາສັບມາໃຊ້.ຂັ້ນຕອນ:- ຄູໃຫ້ນັກຮຽນອອກມາທາງໜ້າ ແລ້ວຢືນຫັນໜ້າໄປຫາໝູ່ ແລະ ຫັນຫຼັງໃສ່ກະດານ.- ຄູຂຽນຄໍາ ສັບໜຶ່ງໃສ່ກະດານ, ຕົວຢ່າງ: ໂຕແຂ້.- ນັກຮຽນຜູ້ອື່ນໆອ່ານຄໍາສັບໃນໃຈ ແລະ ພະຍາຍາມໃບ້ຄໍາຕອບໃຫ້ແກ່ນັກຮຽນຜູ້ທີ່ຢືນຢູ່ໜ້າກະດານ ຕົວຢ່າງ: ມັນອາໄສຢູ່ໃນນ້ໍາ, ມີແຂ້ວແຫຼມ, ມັນອັນຕະລາຍ.- ນັກຮຽນຜູ້ຢູ່ທາງໜ້າຫ້ອງຟັງຄໍາໝູ່ໃບ້ໃຫ້ ແລະ ສາມາດຖາມໄດ້ 3 ຄໍາຖາມກ່ອນທີ່ຈະຄາດເດົາວ່າ ຄໍາ ນັ້ນແມ່ນຫຍັງ? ຕົວຢ່າງ: ມັນມີ 4 ຂາບໍ່? ມັນດັງຍາວບໍ່?- ຈາກນັ້ນກໍເດົາຄໍາ (ມັນແມ່ນໂຕແຂ້ບໍ່?)13. ຕົວອັກສອນປົນເປຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກການສະກົດຄໍາທີ່ໄດ້ຮຽນ.ການກະກຽມ: ຄູເລືອກເອົາ5ຄໍາ ສັບທີ່ໄດ້ຮຽນ ແລະ ເອົາບັດອັກສອນມາສັບປົນເປກັນສໍາລັບແຕ່ລະຄໍາ ຫຼື ຂຽນຕົວອັກສອນທີ່ບໍ່ລຽງຕາມລໍາດັບໃສ່ກະດານ.ຂັ້ນຕອນ:ຄູໃຫ້ນັກຮຽນຈັດລຽງຕົວອັກສອນໃຫ້ເປັນຄໍາ ແລ້ວຂຽນຄໍາດັ່ງກ່າວອອກມາ. ຕົວຢ່າງ: ຕົວອັກສອນທີ່ສັບປົນກັນ ສໍາລັບຄໍາໜຶ່ງອາດມີ: “x, ມ, ແx”. ນັກ ຮຽນຈັດລໍາດັບຄືນ ແລ້ວຂຽນ “ແມ່” (ເຂົາເຈົ້າຕ້ອງໃຊ້ທຸກໆຄໍາໃນຊຸດບັດດັ່ງ ກ່າວ).14. ຄໍາທີ່ມີການພົວພັນກັນ ຈຸດປະສົງ: ເພື່ອໃຫ້ນັກຮຽນຂະຫຍາຍຄວາມຮູ້ດ້ານຄໍາສັບ ແລະ ຮຽນຄໍາສັບໃໝ່ທີ່ອາດໄດ້ອ່ານໃນບົດຮຽນໃໝ່.ການກະກຽມ: ນັກຮຽນຂຽນຊື່ຫົວຂໍ້ບົດຮຽນໃໝ່ໃສ່ກະດານ ຕົວຢ່າງ: ສັດ, ສີ, ຮູບຮ່າງ, ອາຫານ, ໂຮງຮຽນ, ບ້ານ, ການ ເຈັບປ່ວຍ, ການເລາະຊື້ເຄື່ອງ, ອື່ນໆ.ຂັ້ນຕອນ:- ຄູໃຫ້ນັກຮຽນຄິດຫາທຸກໆຄໍາສັບທີ່ຄິດອອກທີ່ມີການພົວພັນກັບບົດຮຽນ. ຕົວຢ່າງ: ສໍາລັບຫົວຂໍ້ “ຮູບຮ່າງ” ຄໍາອາດແມ່ນ: ວົງມົນ, ສາມແຈ, ສີ່ແຈ, ຮູບລູກສອນ, ແຄບ, ກວ້າງ, ມົນ, ໃຫຍ່, ນ້ອຍ, ອື່ນໆ. ສໍາລັບ ຫົວຂໍ້ “ການເຈັບເປັນ” ຄໍາອາດແມ່ນ: ໝໍ, ໂຮງໝໍ, ໄຂ້, ຢາ, ພັກຜ່ອນ, ຂາດວຽກ, ຂາດຮຽນ ແລະ ອ່ນໆ).ື- ໃນຂະນະທີ່ນັກຮຽນແນະນໍາຄໍາ ສັບ, ຄູຂຽນຄໍາດັ່ງກ່າວໃສ່ກະດານ.- ຄູ ແລະ ນັກຮຽນອ່ານຄໍາ ສັບຕາມລໍາດັບ (ອາດຈະປະຄໍາທ່ຂຽນໄວ້ໃຫ້ນັກຮຽນເບ່ງໃນຊ່ວໂມງຮຽນຕ່ໄປ).ີິົໍ15. ເບິ່ງ, ປິດ, ຂຽນ ແລະ ກວດຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນສະກົດ ແລະ ຈື່ຄໍາ ສັບ.ການກະກຽມ: ຄູມີບັດຄໍາ 4-5 ບັດສໍາລັບຄໍາ ສັບທີ່ໄດ້ຮຽນ (ຄູສາມາດຂຽນຄໍາດັ່ງກ່າວໃສ່ກະດານ ແຕ່ຕ້ອງສາມາດປິດ, ບັງໄດ້ເວລາເຮັດກິດຈະກໍາ).໒໑໑

212໒໑ຂັ້ນຕອນ:- ຄູເອົາບັດຄໍາໜຶ່ງໃຫ້ນັກຮຽນເບິ່ງ.- ນັກຮຽນອ່ານບັດ.- ຄູອະທິບາຍວ່າ ຂັ້ນຕອນຂອງການປະຕິບັດກິດຈະກໍາ:ເບິ່ງ: ນັກຮຽນຕັ້ງໃຈເບິ່ງຄໍາສັບ ແລະ ພະຍາຍາມຈື່ຄໍາສັບດັ່ງກ່າວ.ປິດ: ຄູປິດ (ຫຼື ບັງ) ຄໍາສັບ ເພື່ອບໍ່ໃຫ້ນັກຮຽນເຫັນ.ຂຽນ: ນັກຮຽນພະຍາຍາມຂຽນຄໍາສັບຕາມທີ່ຈື່ໄດ້.ກວດ: ຄູເອົາຄໍາສັບໃຫ້ນັກຮຽນເບິ່ງອີກຄັ້ງ. ນັກຮຽນກວດການສະກົດຄໍາສັບຂອງຕົນ ແລະ ກວດແກ້ ຕາມທີ່ເຮັດຜິດ.- ເຂົາເຈົ້າເຮັດຕາມຂັ້ນຕອນຂ້າງເທິງຄືນສໍາລັບທຸກໆຄໍາສັບ.ກິດຈະກໍາສໍາລັບບົດເລື່ອງ (ການສ້າງຄວາມຄ່ອງແຄ້ວ ແລະ ຄວາມເຂົ້າໃຈ)1. ການຂຽນທວາຍປະໂຫຍກ ຫຼື ບົດຂຽນຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນວິທີການໃຊ້ເຄື່ອງໝາຍວັກຕອນ (ແລະ ການສະກົດຄໍາ)ການກະກຽມ: ຄູເລືອກ 1-3 ປະໂຫຍກທີ່ປະກອບດ້ວຍ ເຄື່ອງໝາຍວັກຕອນທີ່ນັກຮຽນໄດ້ຮຽນຜ່ານມາຂັ້ນຕອນ:- ຄູໃຫ້ນັກຮຽນເປີດປຶ້ມຂຽນໜ້າໃໝ່ ແລະ ກະກຽມການຂຽນປະໂຫຍກທີ່ຄູອ່ານ ພ້ອມດ້ວຍການໃສ່ເຄື່ອງ ໝາຍວັກຕອນໃຫ້ຖືກຕ້ອງ.- ຄູອະທິບາຍວ່າ ນັກຮຽນຄວນຂຽນເອງບໍ່ໃຫ້ກ່າຍນັກຮຽນຜູ້ນັ່ງຢູ່ໃກ້.- ຄູອ່ານສ່ວນທໍາອິດຂອງປະໂຫຍກ ຫຼື ອ່ານໝົດປະໂຫຍກ, 2 3 ຄັ້ງ, ໂດຍໃຫ້ເວລານັັກຮຽນຂຽນ (ຖ້າປະ -ໂຫຍກສັ້ນ, ຄູອ່ານໝົດປະໂຫຍກ. ຖ້າແມ່ນປະໂຫຍກຍາວ ແລະ ມີຄໍາເຊື່ອມຄູຈະອ່ານແຕ່ພາກສ່ວນທໍາ ອິດຂອງປະໂຫຍກກ່ອນ).- ຈາກນັ້ນ, ຄູອ່ານພາກສ່ວນທີ່ເຫຼືອຂອງປະໂຫຍກ ຫຼື ປະໂຫຍກຕໍ່ໄປດ້ວຍວິທີການດຽວກັນ.- ເມື່ອນັກຮຽນຂຽນແລ້ວ ຄູໃຫ້ເຂົາເຈົ້າອ່ານຄືນ ແລະ ກວດການໃຊ້ເຄື່ອງໝາຍວັກຕອນ.- ຫຼັງຈາກນັ້ນ, ນັກຮຽນປ່ຽນປຶ້ມກັນ ເພື່ອກວດບົດຝຶກຫັດຂອງກັນ ແລະ ກັນ. ຄູກໍກວດເຊັ່ນດຽວກັນ.2. ຕື່ມໃສ່ບ່ອນວ່າງໃນປະໂຫຍກຈຸດປະສົງ: ເພື່ອໃຫ້ນັກຮຽນອ່ານ ແລະ ເຂົ້າໃຈຄວາມໝາຍ ແລະ ພັດທະນາທັກສະການຄາດເດົາຄໍາສັບ ເພື່ອໃຫ້ການ ອ່ານມີຄວາມຄ່ອງແຄ້ວ.ການກະກຽມ: ຄູຂຽນປະໂຫຍກທີ່ມີວ່າງໃສ່ກະດານ (ທາງເລືອກ ຄູຂຽນຄໍາສັບຕ່າງໆທີ່ນັກຮຽນສາມາດໃຊ້ຕື່ມໃສ່ບ່ອນ . : ວ່າງໄດ້).ຂັ້ນຕອນ:- ຄູໃຫ້ນັກຮຽນອ່ານປະໂຫຍກທີ່ມີບ່ອນວ່າງ ແລະ ຕັດສິນໃຈວ່າຈະເລືອກເອົາຄໍາໃດມາຕື່ມໃສ່ ເພື່ອເຮັດ ໃຫ້ປະໂຫຍກມີຄວາມໝາຍ.- ນັກຮຽນອ່ານ ແລະ ເລືອກເອົາຄໍາສັບທີ່ຖືກຕ້ອງ.- ນັກຮຽນເລືອກຂຽນແຕ່ຄໍາສັບເທົ່ານັ້ນ ຫຼື ຂຽນໝົດປະໂຫຍກ.3. ປະໂຫຍກປົນເປຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນວິທີການແຕ່ງປະໂຫຍກຈາກຄໍາສັບ ແລະ ຝຶກອ່ານໃຫ້ເຂົ້າໃຈຄວາມໝາຍ.ການກະກຽມ: ຄູເລືອກເອົາປະໂຫຍກຈໍານວນໜຶ່ງ ເພື່ອໃຫ້ນັກຮຽນແຕ່ງ. ຄູກຽມບັດຄໍາທີ່ຈໍາເປັນຕ້ອງໃຊ້ໃນການແຕ່ງ ແຕ່ລະປະໂຫຍກ.໒໑໒ສ ວ ສສະຫງວນລິຂະສິດ

213ໝາຍເຫດ: ຄູສາມາດເອົາປະໂຫຍກທີ່ກັນ ຫຼື ຕ່າງກັນໃຫ້ແຕ່ລະກຸ່ມ. ເມື່ອນັກຮຽນຈັດລຽນປະ ໂຫຍກ ຖືກແລ້ວ, ຄູສາມາດໝູນວຽນອຸປະກອນດັ່ງກ່າວໄປໃຫ້ກຸ່ມອື່ນຕໍ່.ຕົວຢ່າງ. ຊຸດບັດຄໍາໜຶ່ງອາດມີ ແມ່ແລະພໍ່ໄປນາ.ຂັ້ນຕອນ:- ຄູຢາຍໜຶ່ງປະໂຫຍກໃຫ້ແຕ່ລະກຸ່ມ ແລະ ອະທິບາຍວ່ານັກຮຽນຕ້ອງໃຊ້ທຸກໆຄໍາສັບ ເພື່ອແຕ່ງໃຫ້ເປັນປະ ໂຫຍກ.- ໂດຍເຮັດກິດຈະກໍາເປັນກຸ່ມ ນັກຮຽນພາກັນແຕ່ງປະໂຫຍກໂດຍນໍາໃຊ້ທຸກໆຄໍາສັບ.- ເຂົາເຈົ້າພາກັນອ່ານປະໂຫຍກ ແລະ ຄູກວດປະໂຫຍກຂອງເຂົາເຈົ້າ.- ຖ້າຍັງມີເວລາເຫຼືອໃຫ້ນັກຮຽນຂຽນປະໂຫຍກໃສ່ປຶ້ມຂຽນຂອງເຂົາເຈົ້າ.- ກຸ່ມເກັບບັດມ້ຽນ ຫຼື ສັບປົນບັດຄືນໃໝ່ຖ້າຈະເອົາໄປໃຫ້ກຸ່ມອື່ນແຕ່ງຕໍ່.4. ພະຍາງ ແລະ ຕົວອັກສອນ ປົນເປຈຸດປະສົງ: ເພື່ອໃຫ້ນັກຮຽນຮຽນການປະກອບຄໍາສັບ ແລະ ແຕ່ງປະໂຫຍກ ໂດຍໃຊ້ຄວາມຮູດ້ານຕົວອັກສອນຂອງເຂົາເຈົ້າ.ການກະກຽມ: ຄູເລືອກເອົາ 2 ຫຼື 3 ປະໂຫຍກໃຫ້ນັກຮຽນແຕ່ງ ຄູກຽມຊຸດບັດພະຍາງ ແລະ ຕົວອັກສອນທີ່ຕ້ອງການໃນ. ການແຕ່ງແຕ່ລະປະໂຫຍກແຕ່ລະກຸ່ມໃຫ້ຊຸດໜຶ່ງຄູສັບປົນບັດໃນແຕ່ລະຊຸດ.ຕົວຢ່າງ: ຊຸດໜຶ່ງອາດມີ ນາງຄໍາໄຫວເວົ້າຕົວະໝູ່ຂອງລາວ.ຫຼືນ.....າງຄໍາໄຫວເວົ້າຕົວະໝູ່ຂ....ອງລ....າວ.ຂັ້ນຕອນ:- ຄູຢາຍຊຸດທໍາອິດສໍາລັບປະໂຫຍກທໍາອິດໃຫ້ແຕ່ລະກຸ່ມ.- ຄູເວົ້າປະໂຫຍກດັ່ງກ່າວ 2 ຫຼື 3 ຄັ້ງ.- ສະມາຊິກໃນກຸ່ມຊ່ວຍກັນແຕ່ງປະໂຫຍກ ໂດຍນໍາໃຊ້ ບັດພະຍາງ ແລະ ບັດຕົວອັກສອນ.- ນັກຮຽນອ່ານປະໂຫຍກທີ່ຕົນໄດ້ແຕ່ງ. ຄູຈະກວດວຽກຂອງນັກຮຽນ.- ນັກຮຽນໂຮມບັດມ້ຽນ.- ຈາກນັ້ນ, ຄູຢາຍບັດທີ່ສັບປົນກັນສໍາລັບປະໂຫຍກຕໍ່ໄປ.(ຖ້າຍັງມີເວລາ, ນັກຮຽນສາມາດຂຽນແຕ່ລະປະໂຫຍກທີ່ຕົນໄດ້ແຕ່ງ).5. ບົດອ່ານປົນເປຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນອ່ານເພື່ອເຂົ້າໃຈຄວາມໝາຍ.ການກະກຽມ: ຄູກຽມຊຸດອຸປະກອນໃຫ້ແຕ່ລະກຸ່ມ ອຸປະກອນມີ ປະໂຫຍກຈາກບົດອ່ານທີ່ຂຽນໃສ່ເຈ້ຍນ້ອຍ ແລະ ປະ ໂຫຍກໃຫ້ສັບປົນກັນ.ຂັ້ນຕອນ- ຄູບອກໃຫ້ນັກຮຽນຢາຍເຈ້ຍປະໂຫຍກທີ່ສັບປົນກັນດັ່ງກ່າວ ເພື່ອໃຫ້ເຂົາເຈົ້າສາມາດອ່ານໄດ້.- ຈ າກນ້ນ, ນັກຮຽນຊອກຫາປະໂຫຍກທໍາອິດຂອງບົດອ່ານ ແລະ ວາງໃສ່ບ່ອນທ່ເຂົາເຈ້າຈັດລຽງໃນບົດ ັີົເລື່ອງ.- ຫຼັງຈາກນັ້ນ, ນັກຮຽນສືບຕໍ່ຊອກຫາປະໂຫຍກຕໍ່ໄປ ແລ້ວວາງແຕ່ລະປະໂຫຍກຕາມລໍາດັບ.- ເມື່ອແຕ່ລະກຸ່ມສໍາເລັດການຈັດລຽງລໍາດັບຂອງບົດອ່ານແລ້ວ ເຂົາເຈົ້າອ່ານບົດດັ່ງກ່າວ.໒໑໓

214໒໑6. ການຈັບຄູ່ປະໂຫຍກໃສ່ກັບຮູບພາບຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານປະໂຫຍກໃຫ້ເຂົ້າໃຈຄວາມໝາຍ.ການກະກຽມ: ຄູກຽມປະໂຫຍກຈາກນິທານ (ໃສ່ເຈ້ຍນ້ອຍ) ແລະ ຮູບພາບ (ຖ້ານິທານມີຫຼາຍກວ່າໜຶ່ງປະໂຫຍກສໍາລັບແຕ່ລະຮູບ ໃຫ້ເອົາປະໂຫຍກເຫຼົ່ານັ້ນໃສ່ໃນເຈ້ຍນ້ອຍດຽວກັນ. ລໍາດັບປະໂຫຍກຈະສັບປົນກັນ).ຂັ້ນຕອນ:- ຄູຢາຍຮູບ ແລະ ປະໂຫຍກທີ່ມີລໍາດັບສັບປົນກັນ.- ຄູໃຫ້ນັກຮຽນອອກໄປຫາບ່ອນທ່ມີຮູບໄດ້ຢາຍໄວ້ ເພ່ອມາຈໍາແນກວ່າ ຮູບໃດແມ່ນຕອນເລ່ມຕ້ນກ່ອນ ແລະ ີືີົຮູບໃດຈະແມ່ນຮູບຕໍ່ໄປຈົນກວ່າຮູບຢູ່ຕາມລໍາດັບທີ່ຖືກຕ້ອງ.- ຈາກນັ້ນ, ເລືອກເອົານັກຮຽນຜູ້ໃໝ່ອອກໄປຫາບ່ອນທີ່ມີປະໂຫຍກໄດ້ຢາຍໄວ້ ແລະ ຊອກຫາປະໂຫຍກທໍາ ອິດ. ເຂົາເຈົ້າອ່ານປະໂຫຍກດັ່ງກ່າວ ແລ້ວວາງໃສ່ກ້ອງຮູບທໍາອິດ.- ເລືອກເອົານັກຮຽນໃຫ້ສືບຕໍ່ເຮັດຈົນກວ່າ ຮູບ ແລະ ປະໂຫຍກຈັບຄູ່ກັນໝົດ.- ຫຼັງຈາກນັ້ນ, ໝົດຫ້ອງອ່ານນິທານພ້ອມກັນ.7. ການຈັບຄູ່ປະໂຫຍກເລີ່ມຕົ້ນໃສ່ກັບປະໂຫຍກສຸດທ້າຍຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກອ່ານປະໂຫຍກໃຫ້ເຂົ້າໃຈຄວາມໝາຍ.ການກະກຽມ: ຄູກຽມຊຸດປະໂຫຍກນິທານ ແຕ່ລະປະໂຫຍກຕັດເປັນສອງພາກສ່ວນແລ້ວຢາຍຊຸດໜຶ່ງຕໍ່ກຸ່ມ.ຂັ້ນຕອນ:- ຄູໃຫ້ນັກຮຽນຢາຍແຕ່ລະພາກສ່ວນຂອງປະໂຫຍກ.- ນັກຮຽນປ່ຽນຜຽນກັນຊອກຫາຕອນຕົ້ນປະໂຫຍກ ແລະ ຕອນປາຍປະໂຫຍກທີ່ເຂົ້າກັນ. ເຂົາເຈົ້າເອົາປະ ໂຫຍກເຫຼົ່ານັ້ນເຂົ້າກັນ ແລ້ວອ່ານໃຫ້ໝູ່ໃນກຸ່ມຟັງ.ຖ້າຍັງມີເວລາ, ໃຫ້ນັກຮຽນຂຽນປະໂຫຍກທີ່ເຂົາເຈົ້າຈັບຄູ່ໄດ້ໃສ່ປຶ້ມຂຽນ ພ້ອມທັງແຕ້ມຮູບທີ່ສອດຄ່ອງກັບປະ ໂຫຍກ ດັ່ງກ່າວ ຖ້າທຸກໆປະໂຫຍກຈາກບົດອ່ານໄດ້ຖືກນໍາໃຊ້ແລ້ວ, ນັກຮຽນສາມາດຈັດໃຫ້ຖືກຕາມລໍາດັບ ແລະ ອ່ານ ບົດອ່ານດັ່ງກ່າວ.8. ຄໍາສັບທີ່ໃຊ້ທົດແທນເພື່ອແຕ່ງປະໂຫຍກໃໝ່ຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນການແຕ່ງປະໂຫຍກ.ການກະກຽມ: ຄູນໍາໃຊ້ປະໂຫຍກຈາກບົດອ່ານທີ່ມີໂຄງສ້າງປະໂຫຍກທີ່ເໝາະສົມໃຫ້ແກ່ການໃຊ້ຄໍາສັບທົດແທນ ຫຼື ຄູນໍາໃຊ້ປະໂຫຍກໃດທີ່ຕົນຕ້ອງການທີ່ເໝາະສົມໃຫ້ນັກຮຽນອ່ານ ຄູຂຽນຄໍາສັບໃສ່ກະດານ ຫຼື ກຽມບັດຄໍາ. .ຕົວຢ່າງ: ແບ້ໄປຫາພູ ຄູຍັງກຽມບັດຄໍາຈໍານວນໜຶ່ງທີ່ເໝາະສົມໃຫ້ນັກຮຽນເອົາໄປໃຊ້ແທນຄໍາສັບໃນປະໂຫຍກທີ່ຖືກ ເລືອກອອກ ເຊັ່ນ: ໄກ່ ມ້າ ກົບ ເສືອ ປ່າ ໜອງ ມາແຕ່ ຢູ່ທີ່., , , , , , , ຂັ້ນຕອນ- ຄູເອົາປະໂຫຍກໃຫ້ນັກຮຽນເບິ່ງ ແລະ ໃຫ້ເຂົາເຈົ້າອ່ານ.- ຄູເອົາຄໍາສັບທີ່ໃຊ້ທົດແທນໃຫ້ນັກຮຽນເບິ່ງ ແລະ ໃຫ້ເຂົາເຈົ້າອ່ານ.- ຄູເອົາຄໍາສັບໜຶ່ງອອກຈາກປະໂຫຍກ ແລະ ເລືອກນັກຮຽນໃຫ້ຂຶ້ນມາກະດານ ເພື່ອເລືອກຄໍາສັບທີ່ໃຊ້ແທນ ມາໃສ່ແທນບ່ອນທີ່ເອົາຄໍາສັບອອກ ຕົວຢ່າງ: “ແບ້ ໄປ .........” ປ່ຽນແທນດ້ວຍ “ນາ”.- ເອົາຄໍາສັບທີ່ໃຊ້ແທນໃສ່ແທນບ່ອນທີ່ເອົາຄໍາສັບອອກໃນປະໂຫຍກ ແລະ ນັກຮຽນໝົດຫ້ອງພາກັນອ່ານປະໂຫຍກໃໝ່.- ຄູຖາມຄໍາເຫັນຂອງນັກຮຽນຜູ້ອື່ນໆວ່າ ຍັງມີຄໍາສັບອື່ນອີກບໍ່ທີ່ອາດຈະເໝາະສົມໃສ່ກັບບ່ອນວ່າງ.- ຫຼັງຈາກນັ້ນ, ຄູເອົາຄໍາສັບປະເພດອື່ນໆອອກມາຈາກປະໂຫຍກ ຕົວຢ່າງ: “ແບ້ ...... ນາ” ແລະ ເຮັດຄືນຕາມ ຂັ້ນຕອນຕ່າງໆ ເພື່ອໃຫ້ນັກຮຽນແຕ່ງປະໂຫຍກໃໝ່ ຕົວຢ່າງ: “ແບ້ ມາແຕ່ ນາ”.໒໑໔ສ ວ ສສະຫງວນລິຂະສິດ

215- ເຂົາເຈ້າສຶບຕ່ເຮັດກິດຈະກໍາແບບນ້ຈົນກວ່າຈະສາມາດແຕ່ງປະໂຫຍກທ່ແຕກຕ່າງກັນ ໃຫ້ຫຼາຍເທ່າທ່ຈະຫຼາຍ ົໍີີົີໄດ້ ຕົວຢ່າງ: “ກົບ ຢູ່ທີ່ ໜອງ”.- ຈາກນ້ນ, ຄູໃຫ້ນັກຮຽນຕັດສິນໃຈວ່າຄໍາສັບໃດຄວນເອົາມາແທນ. ຄູເລືອກເອົານັກຮຽນອອກໄປກະດານເພ່ອ ັືເອົາຄໍາສັບໃດໜຶ່ງອອກ ແລະ ເອົາຄໍາອື່ນມາແທນບ່ອນ. ນັກຮຽນໃນຫ້ອງພາກັນອ່ານປະໂຫຍກພ້ອມກັນ.- ຄູຍັງສາມາດປະວ່າງໃນປະໂຫຍກ ແລ້ວໃຫ້ນັກຮຽນເລືອກເອົາຄໍາສັບມາໃສ່ບ່ອນວ່າງ ແລະ ຂຽນໃສ່ປຶ້ມຂຽນ ຂອງເຂົາເຈົ້າ ແລ້ວແຕ້ມຮູບ ຕົວຢ່າງ: ນາງ/ທ້າວ ....ຢູ່ທີ່.....9. ການແຕ່ງປະໂຫຍກໂດຍການໃຊ້ບັດຄໍາ (ເລືອກຈາກຫຼາຍໆບັດ)ຈຸດປະສົງ: ເພື່ອໃຫ້ນັກຮຽນ ຮຽນແຕ່ງປະໂຫຍກ.ການກະກຽມ: ຄູກຽມຊຸດບັດຄໍາ ໂດຍເລືອກຄໍາສັບຕ່າງໆທີ່ສາມາດສ້າງເປັນປະໂຫຍກ (ລວມທັງປະເພດຄໍາສັບຕາງໆ: ່ຄໍານາມ, ຄໍາກໍາມະ, ຄຸນນາມ, ຄໍາບຸດພາບົດ, ອື່ນໆ ແລະ ເຄື່ອງໝາຍວັກຕອນ) ຊຸດໜຶ່ງໃຫ້ແຕ່ລະກຸ່ມ ເວລານັກຮຽນ ເລີ່ມຮຽນແຕ່ງປະໂຫຍກເປັນຄັ້ງທໍາອິດນັ້ນ, ມັນຈະເປັນການດີ ຖ້າມີຮູບໃຫ້ເຂົາເຈົ້າແຕ່ງປະໂຫຍກໃຫ້ປິ່ນອ້ອມຮູບ ດງ ັ ່ກ່າວ. ຕົວຢ່າງ: ປາໂຕໃຫຍ່ໆພວມລອຍນ້ໍາໃນແມ່ນ້ໍາ.ຂັ້ນຕອນ:- ສ ະມາຊິກໃນກຸ່ມຢາຍບັດທັງໝົດອອກ ແລະ ເລືອກແຕ່ລະໃບເພື່ອ ແຕ່ງປະໂຫຍກ.- ເຂົາເຈົ້າອ່ານປະໂຫຍກ.- ຫັງຈາກນ້ນ, ເຂົາເຈ້າໂຮມບັດຄໍາເຂ້າກັບບັດອ່ນ ຼັົົືແລ້ວແຕ່ງປະໂຫຍກໃໝ່.ໝາຍເຫດ: ເມື່ອນັກຮຽນສາມາດຂຽນໄດ້ຢ່າງວ່ອງໄວ, ກຸ່ມກໍສາມາດບັນທຶກແຕ່ລະປະໂຫຍກທີ່ເຂົາເຈົ້າສາມາດແຕ່ງ. 10. ການກວດແກ້ປະໂຫຍກຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກກວດແກ້ ແລະ ຮຽນນໍາໃຊ້ເຄື່ອງໝາຍວັກຕອນຢ່າງຖືກຕ້ອງ ແລະ ອື່ນໆ.ການກະກຽມ: ຄູຂຽນປະໂຫຍກຈໍານວນໜຶ່ງທີ່ມີຄວາມຜິດພາດໃສ່ກະດານ (ຄູເລືອກຂໍ້ຜິດພາດທີ່ນັກຮຽນມັກເຮັດ ຫຼື ໃຊ້ ປະໂຫຍກທີ່ສາທິດບົດທີ່ນັກຮຽນພວມຮຽນຢູ່ ຕົວຢ່າງ ຄວາຍ ມາ ແມ່ນ້ໍາ ຫຼື ແມ່ “ເວົ້າວ່າ ລ້າງມືຂອງລູກແດ່”).. : ຂັ້ນຕອນ:ຄູບອກໃຫ້ນັກຮຽນກວດແກ້ຂໍ້ຜິດພາດ ແລະ ຂຽນປະໂຫຍກທີ່ຖືກຕ້ອງໃສ່ປຶ້ມຂຽນຂອງຕົນເອງ.ໝາຍເຫດ: ເວລາຝຶກໃຫ້ນັກຮຽນເຮັດກິດຈະກໍານີ້, ຄູຄວນເຮັດເປັນຕົວຢ່າງໜຶ່ງ ຫຼື ສອງຂໍ້ໃສ່ກະດານໃຫ້ນັກຮຽນເບິ່ງ ກ່ອນຈະໃຫ້ນັກຮຽນແຕ່ລະຄົນເຮັດດ້ວຍຕົນເອງ.11. ເພີ່ມຄໍາສັບ ເພື່ອເຮັດໃຫ້ປະໂຫຍກສົມບູນຂຶ້ນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກນໍາໃຊ້ຄໍາຄຸນນາມ ຫຼື ຄໍາອື່ນໆ ທີ່ ເສີມຂະຫຍາຍຄວາມໝາຍຂອງປະໂຫຍກການກະກຽມ: ຄູຂຽນປະໂຫຍກງ່າຍໆໃສ່ກະດານ ແລ້ວຂຽນຄໍາສັບ ຫຼື ວະລີທີ່ສາມາດເພີ່ມໃສ່ປະໂຫຍກດ້ວຍການສັບ ປົນກັນໄວ້. ຕົວຢ່າງ: ໝານອນຢູ່ໃນຮົ່ມ. ເລິກ ກໍາມະກອນຢູ່ຟາມພວມເກັບກ່ຽວເຂົ້າ. ເຖົ້າ, ດໍາ ປາລອຍນ້ໍາໃນແມ່ນ້ໍາ ໃນອາກາດຮ້ອນເອົ້າຂັ້ນຕອນ:ນັກຮຽນເລືອກເອົາຄໍາສັບ ຫຼື ວະລີທີ່ເໝາະສົມສໍາລັບແຕ່ລະປະໂຫຍກ, ແລ້ວຂຽນປະໂຫຍກໃໝ່ໃສ່ປຶ້ມຂອງຕົນ.໒໑໕

21612. ການປ່ຽນບ່ອນຄໍາສັບ ເພື່ດເຮັດໃຫ້ປະໂຫຍກສົມບູນຂຶ້ນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກໃຊ້ຄໍາສະເພາະຈະແຈ້ງ ຫຼື ຄໍາສັບທີ່ໃຊ້ບັນລະຍາຍໃນປະໂຫຍກ.ການກະກຽມ: ຄູຂຽນປະໂຫຍກງ່າຍໆ ທີ່ນໍາໃຊ້ຄໍາສັບທົ່ວໄປແທນທີ່ຈະເປັນຄໍາສັບທີ່ສະເພາະເຈາະຈົງໃສ່ກະດານ. ຄູ ຂຽນຄໍາສັບ ສະເພາະ ຫຼື ວະລີທີ່ສາມາດເພີ່ມໃສ່ປະໂຫຍກທີ່ສັບປົນກັນໃສ່ກະດານ. ຕົວຢ່າງ: ຄໍາກໍາມະສຸ້ຍຕັດໝາກເລັ່ນສໍາລັບເຮັດສະລັດ. ເລືອງູເຄື່ອນຍ້າຍຜ່ານຫຍ້າ ຫອບມ້າແລ່ນຜ່ານຖົ່ງນາ ຊອຍ ຕົວຢ່າງ: ຄໍານາມຄົນເກັບກ່ຽວເຂົ້າ. ອຸປະກອນການຮຽນລູກກົບໄດ້ອອກມາຈາກໄຂ່. ກໍາມະກອນໃນຟາມນ້ອງສາວ ເອົາເຄື່ອງເຂົ້າຖົງລາວ. ຮວກຂັ້ນຕອນ:ຄູໃຫ້ນັກຮຽນປ່ຽນແທນຄໍາສັບທີ່ສະເພາະເຈາະຈົງໃສ່ບ່ອນທີ່ເໝາະສົມໃນປະໂຫຍກ ແລະ ຂຽນປະໂຫຍກໃໝ່.13. ແຕ່ງປະໂຫຍກດ້ວຍຄໍາສັບທີ່ໄດ້ຮຽນມາ ແລ້ວຂຽນໃສ່ປຶ້ມຂຽນຈຸດປະສົງ: ເພື່ອໃຫ້ນັກຮຽນຝຶກໃຊ້ຄໍາສັບໃໝ່ໆ.ການກະກຽມ: ຄູຂຽນຄໍາສັບຕ່າງໆທີ່ໄດ້ຮຽນໃໝ່ໃສ່ກະດານ.ຂັ້ນຕອນ: ຄູໃຫ້ນັກຮຽນແຕ່ງປະໂຫຍກດ້ວຍຕົນເອງ ໂດຍໃຫ້ມີຄໍາສັບທີ່ຮຽນມາ ແລ້ວຂຽນໃສ່ປຶ້ມຂຽນ.໒໑໖ສ ວ ສສະຫງວນລິຂະສິດ

ຄູ່ມືຄູ ພາສາລາວ ຊັ້ນປະຖົມສຶກສາ ປີທີ 1ເຫຼັ້ມ 1ສະໜັບສະໜູນ​ການສ້າງຕົ້ນສະບັບໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດສະ​ຫງວນ​ລິ​ຂະ​ສິດ(ເພື່ອຂາຍ)ພິມທີ່​ບໍ​ລິ​ສັດ​ລັດວິສາຫະກິດໂຮງພິມສຶກສາຕາມທະບຽນພິມ...............ຈຳນວນພິມ​1.000​ຫົວຂະໜາດ​21​x​29,7​​cmISBN...................


Like this book? You can publish your book online for free in a few minutes!
Create your own flipbook