Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ຄຸນສົມບັດສຶກສາ ປ.1 (MEG1 TG)

ຄຸນສົມບັດສຶກສາ ປ.1 (MEG1 TG)

Published by ltmd7471, 2020-09-23 04:38:37

Description: Moral Education grade1 TG

Search

Read the Text Version

ຄູ່ມືຄູຄຸນສົມບັດສຶກສາຊັ້ນປະຖົມສຶກສາກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ປີທີ1

ສ ວ ສສະຫງວນລິຂະສິດ

ສ ວ ສສະຫງວນລິຂະສິດ

ຄູ່ມືຄູຄຸນສົມ​ບັດ​ສຶກ​ສາຊັ້ນປະຖົມສຶກສາ​ປີທີ​1ຮຽບຮຽງໂດຍ:ພັນສອນ ທັນນະວົງ​​ ມີໄຊສະຫວັດ ແສງສະຫວ່າງພຸດທະວັນ ພິມມະທອງສາຍຄໍາ ແກ້ວສະໝອນກວດແກ້ໂດຍ:ອ່ອນແກ້ວ ນວນນະວົງແສງເງິນ ໄວຍະກອນແຕ້ມຮູບໂດຍ:​ນີ ວົງ ແສງ ສະ ກຸນອຸ່ນຫຼ້າ ສັນຕິ​ ພິມເຂົ້າໜ້າໂດຍ:ດ ວງ ມາ ລາ ນາກ ບຸນຕາກະຊວງສຶກສາທິການ​ແລະ​ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2019

ດ້ວຍການຮ່ວມມືກວດຜ່ານ​ແລະ ປະກອບຄໍາເຫັນຈາກ:​​ບົວໄຂ ພົມມະຈັນບຸນມີ ຈັນທະອຸດົມຄໍາຜິວ ນາມລໍາມູນຄໍາເຄນ ຈັນທະວົງ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ​ແລະ​ສະ​ຫະ​ພາບ​ເອີ​ຣົບWith technical support from the Australian Government and the European Unionສ ວ ສສະຫງວນລິຂະສິດ

ຄໍານໍາ ປຶ້ມຄູ່ມືຄູ ວິຊາຄຸນສົມບັດສຶກສາ ສະບັບນີ້ໄດ້ຮຽບຮຽງຂຶ້ນຕາມຫຼັກສູດຊັ້ນປະຖົມສຶກສາສະ ບັບ ປັບ ປຸງ ປີ 2016. ຢູ່ໃນຄູ່ມືຄູ ປະກອບມີຈຸດປະສົງ, ການວັດ ແລະ ປະເມີນຜົນ, ສື່ການຮຽນການສອນ ແລະ ກິດຈະກໍາ ການຮຽນ ການສອນສໍາລັບ ແຕ່ລະບົດ. ປຶ້ມຄູ່ມືຄູແມ່ນເອກະສານປະກອບການສອນທີ່ສໍາຄັນຢ່າງຍິ່ງສໍາລັບຄູໃນການວາງແຜນ ແລະ ແຕ່ງບົດສອນ, ກະກຽມອຸປະກອນ ແລະ ການວັດ ແລະ ປະເມີນຜົນສໍາລັບການສອນຂອງຕົນ ເພື່ອໃຫ້ມີຄວາມສອດຄ່ອງກັບສະມັດ ຖະພາບຂອງວິຊາຮຽນ ແລະ ແທດເໝາະກັບນັກຮຽນໃນແຕ່ລະທ້ອງຖິ່ນ. ປຶ້ມຄູ່ມືຄູຂອງວິຊາຄຸນສົມບັດສຶກສາສະບັບນີ້ແມ່ນໄດ້ແບ່ງອອກເປັນ 3 ພາກໃຫຍ່ດັ່ງນີ້:ພາກທີ I ແນະນໍາເບື້ອງຕົ້ນພາກທີ II ແນະນໍາລວມ ພາກທີ II ແນະນໍາການສອນແຕ່ລະບົດ ເຖິງຢ່າງໃດກໍຕາມ, ການຮຽບຮຽງປຶ້ມຄູ່ມືຄູເຫຼັ້ມນີ້ ກໍຄົງບໍ່ປາສະຈາກໄດ້ຂໍ້ຂາດຕົກບົກພ່ອງບາງປະການ ສະນັ້ນ, ຖາທານພົບເຫັນຈຸດບົກ ພ່ອງ ຫຼື ຈຸດຜິດພາດຂໍໃຫ້້ສົ່ງຄໍາຄິດເຫັນຂອງທ່ານ ມາຍັງສະຖາບັນຄົ້ນຄວ້າວິທະຍາສາດ ້່ການສຶກສາ. ພ້ອມດຽວກັນນີ້ຄະນະຮັບຜິດຊອບໃນການປັບປຸງ ແລະ ຮຽບຮຽງປຶ້ມຄູ່ມືຄູສະບັບນີ້ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະຮັບເອົາທຸກຄໍາຄິດເຫັນຂອງບັນດາທ່ານ ເພື່ອປັບປຸງປຶ້ມດັ່ງກ່າວໃຫ້ມີຄຸນນະພາບດີຂຶ້ນ.ສະແກນບ່ອນນີ້ສຳລັບສື່ການຮຽນການສອນເພີ່ມຕື່ມ

ສາລະບານI. ແນະນຳເບື້ອງຕົ້ນ .....................................................................................................1II. ແນະນໍາລວມ ..........................................................................................................41III. ແນະນຳການສອນແຕ່ລະບົດ ......................................................................................53ບົດທີ 1 ການຍ່າງຕາມຂອບທາງຢ່າງຖືກຕ້ອງ ..................................................................55ບົດທີ 2 ໂຮງຮຽນຂອງພວກເຮົາ ....................................................................................59ບົດທີ 3 ການປະຕິບັດລະບຽບວິໄນຂອງໂຮງຮຽນ .............................................................62ບົດທີ 4 ການຮັກສາຄວາມສະອາດໃນໂຮງຮຽນ ...............................................................66ບົດທີ 5 ມາລະຍາດຕໍ່ຄູ ..............................................................................................69ບົດທີ 6 ການຂອບ ໃຈ ແລະ ຂໍ ໂທດ ..............................................................................73ບົດທີ 7 ຄວາມຮັກແພງໝູ່ເພື່ອນໃນໂຮງຮຽນ ...................................................................77ບົດທີ 8 ການເຄົາລົບທຸງຊາດ .......................................................................................81ບົດທີ 9 ການຮັກສາເຄື່ອງຮຽນ ແລະ ເຄື່ອງໃຊ້ .................................................................84ບົດທີ 10 ການນຸ່ງ ເຄື່ອງ ເປັນ ລະບຽບ ແລະ ສຸພາບ ..............................................................87ບົດທີ 11 ນັກຮຽນດຸໝັ່ນ ...............................................................................................90ບົດທີ 12 ຄວາມສັດຊື່ຕໍ່ການຮຽນ ...................................................................................93ບົດທີ 13 ຄວາມສັດຊື່ຕໍ່ຕົນເອງ ......................................................................................96ບົດທີ 14 ກ້າຮັບຜິດ ແລະ ປ່ຽນ ແປງ ................................................................................99ບົດທີ 15 ການໃຫ້ ແລະ ການຮັບທີ່ບໍ່ຖືກຕ້ອງ ....................................................................102ບົດທີ 16 ການເປັນແບບຢ່າງໃຫ້ນ້ອງ ..............................................................................106ບົດທີ 17 ຄວາມກ້າຫານ ..............................................................................................109 ບົດທີ 18 ການແບ່ງປັນສິ່ງຂອງ ......................................................................................112ບົດທີ 19 ຄອບຄົວຂອງຂ້ອຍ .........................................................................................115ບົດທີ 20 ມາລະຍາດຕໍ່ຄອບຄົວ .....................................................................................117ບົດທີ 21 ການຊ່ວຍວຽກຄອບຄົວ ...................................................................................121ບົດທີ 22 ຄວາມເມດຕາຕໍ່ຄົນໃນຄອບຄົວ ........................................................................124ບົດທີ 23 ຄວາມກະຕັນຍູຕໍ່ຄອບຄົວ ................................................................................127ບົດທີ 24 ການເຄົາລົບສະຖານທີ່ໃນເຮືອນ ........................................................................130ບົດທີ 25 ການເຄົາລົບນັບຖືຜູ້ອາວຸໂສ .............................................................................134ບົດທີ 26 ມາລະຍາດໃນທີ່ສາທາລະນະ ...........................................................................137ບົດທີ 27 ການຮັກສາສິ່ງຂອງສ່ວນລວມ ...........................................................................141ບົດທີ 28 ການຮັກແພງເພື່ອນບ້ານດຽວກັນ .......................................................................144ບົດທີ 29 ການເຄົາລົບ ນັບຖືຄົນ ໃນ ຊຸມ ຊົນ ........................................................................147ບົດທີ 30 ກ່ອນປິດສົກຮຽນ ............................................................................................150ສ ວ ສສະຫງວນລິຂະສິດ

1 1I. ແນະນຳເບື້ອງຕົ້ນ(ສຳ ລັບ ອາ ທິດແນະນຳເບື້ອງຕົ້ນ)໑

2໒ສ ວ ສສະຫງວນລິຂະສິດ

3I.ແນະນໍາເບື້ອງຕົ້ນການເປີດສົກຮຽນອາທິດທໍາອິດສໍາລັບຂັ້ນ ປ.1 ອາທິດນີ້ແມ່ນອາທິດແນະນໍາເບື້ອງຕົ້ນ. ນີ້ແມ່ນໄລຍະ ເວລາທໍາອິດທີ່ເດັກນ້ອຍອາຍຸ 6 ປີໄດ້ເຂົ້າໂຮງຮຽນປະຖົມປີທີ 1 ຢ່າງເປັນທາງການ ແລະ ຈຸດປະສົງຂອງການແນະນໍາ ໃນອາທິດທໍາອິດ ເພື່ອໃຫ້ນັກຮຽນຄຸ້ນເຄີຍກັບສະພາບແວດລ້ອມພາຍໃນໂຮງຮຽນ ແລະ ຫ້ອງຮຽນບໍ່ວ່າຈະເປັນຕາ ຕະລາງການຮຽນການສອນ ຫຼື ກິດຈະກໍາປະຈໍາວັນພາຍໃນໂຮງຮຽນ. ພ້ອມກັນນັ້ນ, ກໍໍຕ້ອງຮັບປະກັນໃຫ້ນັກຮຽນ ໝົດທຸກຄົນມີຄວາມມ່ວນຊື່ນ ແລະ ຫ້າວຫັນຕໍ່ການຮຽນທຸກໆມື້, ມີຄວາມໝັ້ນໃຈ ແລະ ມີຄວາມພ້ອມໃນການ ປະຕິບັດ ກິດຈະກໍາປະຈໍາວັນ ແລະ ກິດຈະກໍາພາຍໃນໂຮງຮຽນ ແລະ ຫ້ອງຮຽນ ແລະ ມີຄວາມສົນໃຈ ທີ່ຈະຮຽນ ຕາມຫຼັກສູດຂອງຂັ້ນ ປ.1 ເຊິ່ງຈະໄດ້ເລີ່ມໃນອາທິດທີ 2 ຂອງສົກຮຽນ.ຈຸດປະສົງ ຈຸດປະສົງຂອງອາທິດແນະນໍາເບື້ອງຕົ້ນແມ່ນເພື່ອເຮັດໃຫ້:1. ນັກຮຽນຄຸ້ນເຄີຍກິດຈະກໍາປະຈໍາວັນພາຍໃນຫ້ອງຮຽນ ແລະ ໂຄງຮ່າງການຮຽນຂອງແຕ່ລະມື້ຮຽນ.2. ນັກຮຽນຄຸ້ນເຄີຍກັບສະຖານທີ່ຕ່າງໆພາຍໃນໂຮງຮຽນ.3. ນັກຮຽນຮູ້ຈັກວິທີການປະພຶດໃຫ້ເໝາະສົມໃນຫ້ອງຮຽນ ແລະ ການສ້າງສາຍສໍາພັນກັບໝູ່ເພື່ອນ.4. ນັກຮຽນຮູ້ຈັກການປະຕິບັດກິດຈະກໍາແບບລົງມືປະຕິບັດຕົວຈິງ ຊຶ່ງເປັນວິທີການຮຽນທີ່ຈະຖືກນໍາໃຊ້ຕະຫຼອດໄລຍະການການຮຽນຂັ້ນ ປ.15. ນັກຮຽນຮູ້ຈັກກິດຈະກໍາ ແລະ ທັກສະຫຼັກທີ່ໃຊ້ໃນການຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດ, ຄຸນສົມບັດສຶກສາ, ສິລະປະກໍາ ແລະ ຫັດຖະກໍາ, ສິລະປະດົນຕີ ແລະ ພະລະສຶກສາ.6. ນັກຮຽນໄດ້ຮັບການສົ່ງເສີມການພັດທະນາທັກສະການເວົ້າ ແລະ ການຟັງ.7. ນັກຮຽນໄດ້ຮຽນຮູ້ບັນດາທັກສະພື້ນຖານທີ່ສໍາຄັນທີ່ໃຊ້ການຂຽນ ແລະ ການອ່ານ.ລາຍລະອຽດກ່ຽວກັບເນື້ອໃນຂອງອາທິດແນະນໍາເບື້ອງຕົ້ນແມ່ນໃຫ້ເບິ່ງຕາຕະລາງໃນ ໜ້າທີ4ລຸ່ມນີ້.ການຈັດຕັ້ງປະຕິບັດອາທິດແນະນໍາເບື້ອງຕົ້ນ ນັກຮຽນຈະໄດ້ຮັບການສິດສອນຢ່າງພິເສດ ຊຶ່ງຄູຕ້ອງໄດ້ນໍາໃຊ້ຄູ່ມືຄູສະບັບນີ້ໃນ ການແນະນໍາສໍາລັບທຸກໆບົດ (ຍົກເວັັ້ນວິຊາຄະນິດສາດ).ແຕ່ລະມື້, ຄູຕ້ອງໄດ້ໃຊ້ໂຄງຮ່າງທີ່ລະບຸໄວ້ໃນປຶ້ມຄູ່ມືຄູ ສໍາລັບຊົ່ວໂມງທີ 1, 2, 3, 4 ແລະ ຊົ່ວໂມງທີ 5. ສໍາລັບການ ສອນວິຊາຄະນິດສາດ ຄູຕ້ອງໄດ້ໃຊ້ຄໍາແນະນໍາໃນອາທິດ ທໍາອິດຂອງ ຄູ່ມືຄູ ແລະ ໃນຊົ່ວໂມງທີ 3 ຂອງປຶ້ມແບບ ຮຽນຂອງວິຊາຄະນິດສາດ. ຕາຕະລາງຂ້າງລຸ່ມສະແດງເຖິງແຜນກິດຈະກໍາປະຈໍາວັນທີ່ຄູຕ້ອງໄດ້ປະຕິບັດຕາມໃນ ອາທິດແນະນໍາເບື້ອງຕົ້ນ.໓

4ຕາຕະລາງປະຈໍາວັນສໍາລັບອາທິດແນະນໍາເບື້ອງຕົ້ນຊົ່ວໂມງທີ 1ນໍາໃຊ້ຊົ່ວໂມງທີ 1 ຂອງພາກແນະນໍາເບື້ອງຕົ້ນຊົ່ວໂມງທີ 2ນໍາໃຊ້ຊົ່ວໂມງທີ 2 ຂອງພາກແນະນໍາເບື້ອງຕົ້ນຊົ່ວໂມງທີ 3ນໍາໃຊ້ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູວິຊາຄະນິດສາດຊົ່ວໂມງທີ 4ນໍາໃຊ້ຊົ່ວໂມງທີ 3 ຂອງພາກແນະນໍາເບື້ອງຕົ້ນຊົ່ວໂມງທີ 5ນໍາໃຊ້ຊົ່ວໂມງທີ 4 ຂອງພາກແນະນໍາເບື້ອງຕົ້ນສື່ການຮຽນການສອນລາຍລະອຽດສໍາລັບສື່ການຮຽນການສອນແມ່ນໄດ້ລະບຸເນື້ອໃນຂອງແຕ່ລະບົດສອນ. ຄູຄວນໄດ້ອ່ານເນື້ອໃນບົດສອນກ່ອນໜຶ່ງອາທິດ ເພື່ອເປັນການກຽມຄວາມພ້ອມ ແລະ ກະກຽມສື່ການຮຽນຕ່າງໆທີ່ສໍາຄັນສໍາລັບການສອນ ຊົ່ວໂມງນັ້ນ.ສິ່ງທີ່ທ່ານຄວນມີໃນການແນະນໍາເບື້ອງຕົ້ນ:1. ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູສໍາລັບອາທິດແນະນໍາເບື້ອງຕົ້ນ. - ປຶ້ມຄູ່ມືວິຊາຄຸນສົມບັດສຶກສາມີພາກແນະນໍາເບື້ອງຕົ້ນ.- ປຶ້ມແບບຮຽນວິຊາຄຸນສົມບັດສຶກສາ.- ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູວິຊາຄະນິດສາດ.2. ອຸປະກອນໃນກ່ອງສື່ການຮຽນການສອນຂອງຂັ້ນປ.1.- ປຶ້ມນິທານ.- ບັດຄໍາກ່ຽວກັບສັດ ແລະ ວັດຖຸສິ່ງຂອງໃນຊຸດຮູບບັດຄໍາຂອງວິຊາພາສາລາວ.- ຢູເອສບີ (USB) ເພງສໍາລັບອາທິດແນະນໍາເບື້ອງຕົ້ນ.3. ສິ່ງທີ່ທ່ານຄວນກຽມດ້ວຍຕົນເອງນອກຈາກບັນດາສິ່ງທີ່ໄດ້ເວົ້າມາຂ້າງເທິງນັ້ນ, ທ່ານຈໍາເປັນຕ້ອງໄດ້ປະດິດ ຫຼື ກຽມສື່ການຮຽນການສອນ ດ້ວຍ ຕົນເອງ ເຊິ່ງລວມມີ: 4. ອຸປະກອນທີ່ຄວນກະກຽມ- ອຸປະກອນຕ່າງໆໃຊ້ໃນຫ້ອງຮຽນເຊັ່ນ: ສໍດໍາ, ສໍສີ, ຢ່າງລຶບ, ປຶ້ມ.- ພາຖາດ ຫຼື ສິ່ງທີ່ໃຊ້ຮອງໃນການນໍາສະເໜີຜົນງານ. ຕາຕະລາງການລົງທະບຽນນັກຮຽນທີ່ຕ້ອງໄດ້ນໍາໃຊ້ທຸກໆວັນ ຄວນຕິດໃສ່ຝາຫ້ອງຮຽນໄວ້ ເບິ່ງຮູບຂ້າງລຸ່ມນີ້:¾໔ສ ວ ສສະຫງວນລິຂະສິດ

5ວັນທິດວັນພັກຮຽນວັນເສົາວັນສຸກວັນມາຮຽນວັນພະຫັດວັນພຸດວັນຄານວັນຈັນຊື່ນັກຮຽນ1. ນ. ຄໍາ2. ນ. ຫຼ້າ3. ນ. ວຽງ4. ທ. ແອ5. ທ. ກິ໕

6 ໂປສະເຕີກົດລະບຽບໃນຫ້ອງຮຽນຈະໄດ້ນໍາໃຊ້ທຸກໆວັນ ຄວນຕິດໃສ່ຝາຫ້ອງຮຽນໄວ້ເບິ່ງຮູບຂ້າງລຸ່ມນີ້:¾ ລະບຽບໃນຫ້ອງຮຽນ ສໍາລັບ ຂັ້ນ ປ.1ຕາແນມເບິ່ງກະດານ/ຄູມິດ/ບໍ່ໃຫ້ລົມກັນຫູຕັ້ງໃຈຟັງນັ່ງເປັນລະບຽບ (ວາງ ມື ແລະ ຕີນເປັນລະບຽບ)ຍົກມືຂຶ້ນເພື່ອຂໍອະນຸຍາດຕອບການຍ່າງໃນບໍລິເວນຫ້ອງຮຽນເຮັດບົດຝຶກຫັດດ້ວຍຕົນເອງ໖ສ ວ ສສະຫງວນລິຂະສິດ

7 ເຈ້ຍບັດທີ່ມີຂະໜາດ 30 ຊັງຕີແມັດ X 10 ຊັງຕີແມັດ ໃຊ້ຂຽນຊື່ນັກຮຽນໃຫ້ເຕັມໜ້າເຈ້ຍ, ຕ້ອງໄດ້ນໍາໃຊ້ ¾ທຸກໆວັນ. ຕົວຢ່າງ:ຫຸມພັນ ເຈ້ຍບັດທີ່ມີຂະໜາດ 10 ຊັງຕີແມັດ X 10 ຊັງຕີແມັດ ທີ່ມີຮູບວົງມົນຂ້າງໃນ, ໃຊ້ທຸກໆວັນ ແລະ ຕ້ອງກຽມ ¾ໃຫ້ຄົບຕາມຈໍານວນນັກຮຽນ. ເຈ້ຍບັດທີ່ເປັນຮູບວົງມົນ 4 ໃບທີ່ມີສີແຕກຕ່າງກັນ (ເຊ່ັນ: ສີແດງ, ຂຽວ, ເຫຼືອງ ແລະ ຟ້າ) ແລະ ເຈ້ຍສີ່ຫຼ່ຽມ ¾12 ໃບ (4 ໃບເປັນສີແດງ, ສີ່ໃບເປັນສີຂຽວ, ສີ່ໃບເປັນສີເຫຼືອງ ແລະ ສີ່ໃບເປັນສີຟ້າ) ໃຊ້ສະເພາະມື້ທີ 2, ຊົ່ວໂມງທີ 5 ເຈ້ຍບັດທີ່ມີຂະໜາດ 30 ຊັງຕີແມັດ X 10 ຊັງຕີແມັດ ໃຊ້ຂຽນພະຍັນຊະນະໂຕທໍາອິດຂອງຊື່ ນັກຮຽນ ¾ຂຽນໃຫ້ເຕັມໜ້າເຈ້ຍ.ພ໗

8ຂໍ້ມູນເພີ່ມຕື່ມສໍາລັບການຈັດຕັ້ງປະຕິບັດ1. ການມີສ່ວນຮ່ວມຂອງນັກຮຽນ.- ນັກຮຽນອາດຈະເຂີນອາຍ ແລະ ບໍ່ກ້າມີສ່ວນຮ່ວມໃນຕອນຕົ້ນຂອງອາທິດທໍາອິດຂອງການຮຽນ.- ຮັບປະກັນໃຫ້ນັກຮຽນແຕ່ລະຄົນໄດ້ມີໂອກາດເຂົ້າຮ່ວມກິດຈະກໍາຕ່າງໆ, ແຕ່ບໍ່ໃຫ້ບັງຄັບນັກຮຽນຜູ້ທີ່ຍັງບໍ່ ທັນພ້ອມ.- ຊົມເຊີຍນັກຮຽນທຸກຄົນທີ່ໄດ້ປະກອບສ່ວນໃນການຮຽນ ຫຼື ການເຮັດກິດຈະກໍາຕ່າງໆ ເຖິງວ່າພວກເຂົາ ຕອບບໍ່ຖືກກໍຕາມ.2. ການເຮັດວຽກເປັນຄູ່ ຫຼື ເປັນກຸ່ມ.- ແນະນໍາຂັ້ນຕອນການເຮັດວຽກເປັນຄູ່ ຫຼື ເປັນກຸ່ມຢ່າງລະອຽດ ແລະ ກວດເບິ່ງຄືນວ່າພວກເຂົາຮູ້ວ່າຈະເຮັດ ວຽກກັບຜູ້ໃດ.- ຊຸກຍູ້ໃຫ້ນັກຮຽນທຸກຄົນໄດ້ປ່ຽນຜຽນກັນປະຕິບັດກິດຈະກໍາ ແລະ ການແບ່ງປັນສິ່ງຂອງເຊິ່ງກັນ ແລະ ກັນ.- ຊຸກຍູ້ໃຫ້ນັກຮຽນທຸກຄົນໄດ້ມີສ່ວນຮ່ວມໃນການເຮັດວຽກເທົ່າທຽມກັນ.- ຖ້າກຸ່ມໃດຍັງບໍ່ທັນເຂົ້າໃຈດີ, ຄູຄວນແນະນໍາ ແລະ ສາທິດການປະຕິບັດກິດຈະກໍາພາຍໃນກຸ່ມນັ້ນຄືນ.3. ຂໍ້ແນະນໍາເພີ່ມຕື່ມໃນການສອນນັກຮຽນທີ່ບໍ່ເວົ້າພາສາລາວ.ນັກຮຽນບາງຄົນຍັງບໍ່ເວົ້າພາສາລາວເທື່ອ ຂ້າງລຸ່ມນີ້ແມ່ນບາງຈຸດສໍາຄັນທີ່ຄວນຄໍານຶງເຖິງ:- ໃຊ້ຄໍາເວົ້າທີ່ງ່າຍ, ເວົ້າຊ້າໆ ແລະ ຊັດເຈນ.- ເວົ້າຄືນຄໍາສັບ ແລະ ຈຸດຂໍ້ຄວາມທີ່ສໍາຄັນ ໂດຍການເນັ້ນໜັກການອອກສຽງທີ່ຊັດເຈນ ແລະ ໃຫ້ນັກຮຽນ ເວົ້າຄືນຫຼາຍໆຄັ້ງ.- ໃຊ້ທ່າທາງປະກອບ ແລະ ແຕ້ມສັນຍະລັກທີ່ງ່າຍດາຍໃສ່ກະດານ ຖ້າຈໍາເປັນ.- ຖ້າຄູຮູ້ພາສາທີ່ນັກຮຽນໃຊ້ເວົ້າໃນເຮືອນ ຄູຄວນໃຊ້ພາສານັ້ນແນະນໍາຕື່ມ. ຖ້າເປັນໄປໄດ້ ໃຫ້ພໍ່ແມ່ນັກຮຽນທີ່ຮູ້ພາສານັ້ນຊ່ວຍຄູໃນອາທິດທໍາອິດຂອງສົກຮຽນໜຶ່ງ.- ໃຊ້ເວລາໃນການສອນໃຫ້ພຽງພໍ ເພື່ອຮັບປະກັນວ່ານັກຮຽນເຂົ້າໃຈສິ່ງທີ່ຄູສອນ ແລະ ສິ່ງທີ່ນັກຮຽນ ຄວນປະຕິບັດໃນການເຮັດວຽກເປັນຄູ່ ຫຼື ເປັນກຸ່ມ.- ຖ້ານັກຮຽນຜູ້ໃດບໍ່ສື່ສານດ້ວຍການເວົ້າໃນການເຮັດວຽກເປັນກຸ່ມ, ອະນຸຍາດໃຫ້ພວກເຂົານໍາໃຊ້ທ່າທາງທີ່ ເໝາະສົມ ຫຼື ການຊີ້ໃສ່ຮູບພາບໃນປຶ້ມແບບຮຽນ ເພື່ອສື່ສານກັນພາຍໃນກຸ່ມ.ສິ່ງທີ່ຄວນເລີ່ມປະຕິບັດໃນມື້ທໍາອິດຄໍາແນະນໍາສໍາລັບການຮຽນການສອນໃນຊົ່ວໂມງທໍາອິດຂອງມື້ທໍາອິດມີຄືດັ່ງນີ້:- ເມື່ອນັກຮຽນ ແລະ ພໍ່ແມ່ນັກຮຽນມາເຖິງໂຮງຮຽນ, ພົບປະ ແລະ ທັກທາຍນັກຮຽນທຸກໆຄົນ ແລະ ແນະນໍາໃຫ້ນັກຮຽນເຂົ້າຫ້ອງຮຽນ.- ແນະນໍາບ່ອນນັ່ງໃຫ້ນັກຮຽນ.- ແຈກຢາຍກະດານດໍານ້ອຍ ແລະ ສໍຂຽນກະດານໃຫ້ນັກຮຽນແຕ່ລະຄົນ, ພ້ອມທັງແນະນໍາໃຫ້ແຕ້ມຮູບພາບ ເມື່ອນັກຮຽນທຸກຄົນເຂົ້າຫ້ອງຄົບທຸກຄົນແລ້ວ.໘ສ ວ ສສະຫງວນລິຂະສິດ

9ພາກສະເໜີເບື້ອງຕົ້ນໃນໂຮງຮຽນ/ຫ້ອງຮຽນພາກສະເໜີເບື້ອງຕົ້ນດ້ານການເວົ້າ ແລະ ການຟັງພາກສະເໜີເບື້ອງຕົ້ນດ້ານການອ່ານ ແລະ ການຂຽນມາລະຍາດyການກ່າວທັກທາຍ ແລະ ບອກລາyການຂໍອະນຸຍາດyສະແດງຄວາມເຄົາລົບກ່ອນເຂົ້້າ ແລະ ອອກຫ້ອງຮຽນyສະແດງຄວາມເຄົາລົບຕໍ່ໝູ່ເພື່ອນກິດຈະວັດປະຈໍາວັນyຕາຕະລາງການຮຽນປະຈໍາວັນ ແລະ ປະຈໍາອາທິດyການຢືນລຽນແຖວyການຮຽນ ແລະ ການສອນໃນ ແລະ ນອກໂມງຮຽນyຕອນຕົ້ນ ແລະ ຕອນທ້າຍຊົ່ວໂມງຮຽນການບອກຊື່ສິ່ງຕ່າງໆyອຸປະກອນໃນຫ້ອງຮຽນyເຄື່ອງເຟີນີເຈີ້ຕ່າງໆໃນຫ້ອງຮຽນyສິ່ງຕ່າງໆໃນເດີ່ນໂຮງຮຽນການນໍາໃຊ້ສິ່ງຂອງ:yຫ້ອງນໍ້າ, ນໍ້າດື່ມ, ບ່ອນລ້າງມືyປຶ້ມແບບຮຽນ, ປຶ້ມບົດຝຶກຫັດ, ປຶ້ມນິທານການເປັນນັກຮຽນດີ:yຕັ້ງໃຈຮໍ່າຮຽນyປະຕິບັດຕາມຄໍາແນະນໍາສັ່ງສອນyການເຮັດວຽກຮ່ວມກັບຜູ້ອື່ນ (ເຮັດວຽກເປັນຄູ່ ຫຼື ເປັນກຸ່ມ)ເກມຕ່າງໆyປະຕິບັດການເວົ້າ ແລະ ການຟັງໃນກິດຈະກຳ ຕ່າງໆການຮ້ອງເພງyຮ້ອງເພງຕ່າງໆຕາມບົດຮຽນໃນອາທິດແນະນໍາເບື້ອງຕົ້ນສົນທະນາກ່ຽວກັບສິ່ງຂອງyເລົ່າເລື່ອງສັ້ນໃນປຶ້ມຄູ່ມືຄູyບອກ ຫຼື ເລົ່າກ່ຽວກັບສິ່ງທີ່ນັກຮຽນເຫັນyການຕອບຄໍາຖາມຂອງນັກຮຽນyການນໍາສະເໜີຜົນງານຂອງນັກຮຽນyການສົມທຽບບັນດາສິ່ງຂອງຕ່າງໆການຮັບຮູ້ ແລະ ນໍາໃຊ້ຄໍາສັບyກິດຈະກໍາປະຈໍາວັນໃນໂຮງຮຽນ ແລະ ຫ້ອງຮຽນ ແລະ ສິ່ງຂອງຕ່າງໆໃນຫ້ອງຮຽນyການເອີ້ນຊື່ ແລະ ການທັກທາຍyຄໍາສັບກ່ຽວກັບສີyຄໍາສັບກ່ຽວກັບສັດyພາກສ່ວນຕ່າງໆຂອງຮ່າງກາຍການນໍາໃຊ້ປຶ້ມນິທານ ແລະ ປຶ້ມແບບຮຽນyມີຄວາມຄຸ້ນເຄີຍໃນການເປີດປຶ້ມໜ້າໄປຫຼັງ ແລະ ຈາກຊ້າຍໄປຂວາyການນໍາສະເໜີກ່ຽວກັບນິທານ ຫຼື ເລື່ອງສັ້ນຕ່າງໆyການເຊື່ອມໂຍງຮູບພາບເປັນເລື່ອງເລົ່າyການສະແດງຄວາມຄິດເຫັນຕໍ່ເລື່ອງສັ້ນyນໍາໃຊ້ຮູບພາບເພື່ອຄາດເດົາເນື້ອເລື່ອງຄຸ້ນເຄີຍກັບຕົວອັກສອນyຄຸ້ນເຄີຍການອ່ານ-ການຂຽນຂອງຄູyລັກສະນະຮູບຮ່າງຕ່າງໆຂອງຕົວອັກສອນyຮູ້ອັກສອນທີ່ໃຊ້ຂຽນຊື່ຕົນເອງyຫັດຂຽນຊື່ຕົນເອງການຟັງyຈໍາແນກສຽງສູງ ແລະ ສຽງຕໍ່າyຈໍາແນກຕົວອັກສອນໃນການຟ້ອງສຽງການນໍາໃຊ້ອຸປະກອນໃນການຂຽນ (ຫັດຂຽນ)yການຈັບສໍດໍາ ຫຼື ສໍຂາວyການຄວບຄຸມມືໃນການຂຽນyກ່າຍ ແລະ ຫັດແຕ້ມຮູບຮ່າງຕ່າງໆການບອກ ຫຼື ແລກປ່ຽນຄວາມຄິດ (ຫັດຂຽນ)yການແຕ້ມຮູບຮ່າງຕ່າງໆyການແຕ້ມຕາມຈິນຕະນາການ໙

10ແນະນໍາການສອນແຕ່ລະບົດມື້ທີ 1ຊົ່ວໂມງທີ 1I. ຈຸດປະສົງໃຫ້ນັກຮຽນສາມາດ:- ນໍາໃຊ້ຄໍາສັບ ‘ຊື່’, ‘ຄູ’, ‘ສະບາຍດີ’ ຢ່າງມີຄວາມໝາຍ.- ຖາມ ແລະ ຕອບຄໍາຖາມ ກ່ຽວກັບຊື່ຂອງເຂົາເຈົ້າ “ເຈົ້າຊື່ຫຍັງ?” “ຂ້ອຍຊື່ຕິກ’” ຫຼື “ຊື່ຂ້ອຍແມ່ນຕິກ”.- ທັກທາຍ ຄູ ແລະ ນັກຮຽນຜູ້ອື່ນ.- ຮູ້ວ່າ ຄວນນັ່ງຢູ່ບ່ອນໃດ ແລະ ວາງຖົງປຶ້ມໄວ້ບ່ອນໃດ.II. ສື່ການຮຽນການສອນ- ກຽມເຈ້ຍທີ່ເປັນຮູບຈະຕຸລັດພ້ອມກັບແຕ້ມຮູບວົງມົນໃສ່ ເຄິ່ງກາງສໍາລັບນັກຮຽນທຸກໆຄົນ (ເບິ່ງຂໍ້ແນະນໍາ ວິທີການເຮັດເຈ້ຍດັ່ງກ່າວ ຢູ່ໜ້າ7ຂ້າງເທິງ.- ໄມ້ (ໄມ້ 1 ອັນສໍາລັບນັກຮຽນແຕ່ລະຄົນໃນຫ້ອງ).- ສະກ໋ອດ- ຄູກຽມຕຸກກະຕາເຈ້ຍ 2 ໂຕ ວິທີເຮັດຕຸກກະຕາລຸ່ມນີ້.- ຕາຕະລາງການລົງທະບຽນ (ເບິ່ງໜ້າທີ 5 ຂອງເອກະສານອາທິດແນະນໍາເບື້ອງຕົ້ນ).ຄໍາ ແນະ ນໍາ ໃນ ການ ເຮັດ ຕຸກ ກະ ຕາ ເຈ້ຍແຕ້ມ ວົງມົນໃສ່ ເຈ້ຍ ແລະ ໃຫ້ ນັກ ຮຽນ ເພີ່ມ ຕາ, ຫູ, ປາກ, ດັງ, ແລະ ຜົມ. ກວ້າງ 10 ຊັງ ຕີ ແມັດ ມົນ ທົນ. ຕັດ ຮູບ ສີ່ ແຈ . ຄູຕິດ ຮູບ ສີ່ ແຈ ໃສ່ ໄມ້ ໃຫ້ ນັກ ຮຽນ ຖື. III. ກິ ດ ຈະ ກຳ ການ ຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູ ກວດ ກາ ເບິ່ງວ່າ ນັກ ຮຽນ ທຸກ ຄົນ ຮູ້ ບ່ອນ ນັ່ງ ແລະ ບ່ອນ ວາງ ກະ ເປົາ ຂອງ ເຂົາ ເຈົ້າ.- ຄູ ນໍາ ໃຊ້ຕຸກ ກະ ຕາ ເຈ້ຍ 1 ອັນ ທີ່ ຕົນ ໄດ້ ກະກຽມໄວ້ ເພື່ອ ແນະ ນໍາ ຕົວ ເອງ, ໂດຍ ເວົ້າ ຄໍາ ວ່າ ນາຍຄູ ແລະ ຊື່ ຂອງ ຕົວ ເອງ ໃຫ້ ຊັດ ເຈນ. ຕົວ ຢ່າງ: “ ສະ ບາຍ ດີ, ນາຍຄູ ຊື່ ວ່າ.... …..”(ເວົ້າ ຊື່ ຕົນເອງ).- ຄູ ເອົາ ຕຸກ ກະ ເຈ້ຍ ອີກ ໂຕໜຶ່ງ ໃຫ້ ນັກ ຮຽນ ຜູ້ ໜຶ່ງ. ຄູທັກ ທາຍນັກ ຮຽນ ຄົນ ໜຶ່ງ ໂດຍ ໃຊ້ ຕຸກ ກະ ຕາ ເຈ້ຍ ຂອງ ຕົນ ແລະ ເວົ້າ ວ່າ:“ ສະ ບາຍ ດີ, ນາຍຄູ ຊື່ ວ່າ.... …..”(ເວົ້າ ຊື່ ຕົນເອງ). ຄູຊ່ວຍ ນັກ ຮຽນ ນໍາ ໃຊ້ຕຸກ ກະ ຕາ ເຈ້ຍ ຂອງ ຕົນ ແລະ ເວົ້າ ວ່າ: “ສະ ບາຍ ດີ, ຂ້ອຍ ຊື່ ວ່າ .(ຊື່ ຂອງ ນັກ ຮຽນ).”- ຄູ ສືບ ຕໍ່ ຍ່າງ ອ້ອມ ຫ້ອງ ແນະ ນໍາ ຕົວ ເອງ ໂດຍ ນໍາ ໃຊ້ ຕຸກ ກະ ຕາ ເຈ້ຍ ແລະ ເອົາ ອີກ ຕຸກ ກະ ຕາ ເຈ້ຍ ໃຫ້ ນັກ ຮຽນ ຜູ້ອື່ນໆຕໍ່ ເພື່ອ ໃຫ້ ເຂົາ ເຈົ້າ ແນະ ນໍາ ຕົວຕໍ່ ກັບນັກ ຮຽນ ຄົນ ອື່ນ.໑໐ສ ວ ສສະຫງວນລິຂະສິດ

11- ຄູ ແລະ ນັກ ຮຽນ ຝຶກ ຄັ້ງຕໍ່ໄປ ໂດຍ ບໍ່ ນໍາ ໃຊ້ ຕຸກ ກະ ຕາ ເຈ້ຍ.- ຄູ ນໍາ ໃຊ້ ຕຸກ ກະ ຕາ ເຈ້ຍ ຂອງ ຕົນ ເພື່ອສາ ທິດ ການ ຕັ້ງ ຄໍາ ຖາມ: “ເຈົ້າ ຊື່ ຫ ຍັງ?” ຕໍ່ ກັບ ນັກ ຮຽນ ຜູ້ ໜຶ່ງ ຜູ້ ທີ່ ພວມ ຖື ຕຸກ ກະ ຕາ ເຈ້ຍ ຂອງ ຕົນ. ນັກ ຮຽນ ຄວນບອກ ຊື່ ຂອງ ຕົນ ເອງ ໂດຍ ເວົ້າ ວ່າ: “ ຂ້ອຍ ຊື່ …(ຊື່ ຂອງ ນັກ ຮຽນ)” ຫຼື “ຊື່ ຂອງ ຂ້ອຍ ແມ່ນ ….. (ຊື່ ຂອງ ນັກ ຮຽນ)”.- ຄູ ຖາມ ນັກ ຮຽນ ແຕ່ ລະ ຄົນ ວ່າ “ນ້ອງ/ຫຼານ/ເຈົ້າ ຊື່ ຫ ຍັງ?” ໂດຍ ບໍ່ ນໍາ ໃຊ້ ຕຸກ ກະ ຕາ ເຈ້ຍ ແລະ ນັກ ຮຽນ ແຕ່ ລະ ຄົນ ຕອບ. ຂັ້ນຈັດກິດ ຈະ ກໍາ ການ ຮຽນ: ການ ເຮັດ ຕຸກ ກະ ຕາ ເຈ້ຍ. (20 ນາ ທີ)- ຄູ ບອກ ນັກ ຮຽນ ວ່າ ຕົ ນ ຈະ ເຮັດ ຕຸກ ກະ ຕາເຈ້ຍ. ຄູ ແຕ້ມ ຮູບ ໄຂ່ ໃສ່ ກະ ດານ ແລະ ສາ ທິດວິ ທີ ການ ເພີ່ມ ຕາ, ປາກ, ດັງ, ຫູ ແລະ ຜົມ. - ຄູ ເອົາ ເຈ້ຍ ສີ່ ແຈພ້ອມ ຮູບ ໄຂ່ ທີ່ ຕົນ ໄດ້ ກຽມ ໄວ້ ໃຫ້ ນັກ ຮຽນ ແລະ ອະ ທິ ບາຍ ວ່າ ຕົນເອງຈະ ເພີ່ມ ຮູບ ອັນໃດໃສ່ຮູບນີ້ ໃຫ້ເປັນຮູບໜ້າທີ່ຈົບງາມ .- ຄູ ຈັບ ສໍ ດໍາຂຶ້ນ ມາ ໃຫ້ ນັກ ຮຽນ ເບິ່ງ ແລະ ເວົ້າ ວ່າ: “ໃຫ້ ທຸກຄົນ ເອົາ ສໍ ດໍາຂຶ້ນ ມາ”. (ສາ ທິດ ການ ຊອກ ຫາ ສໍ ດໍາໃນ ຖົງປຶ້ມ. ເອົາ ສໍ ດໍາອອກ ມາ ແລະ ເອົາ ຖົງປຶ້ມໄວ້ ກ້ອງ ໂຕະ).- ຄູ ສາທິດວິ ທີ ຈັບ ສໍ ດໍາເພື່ອ ແຕ້ມ ຮູບໃຫ້ ນັກ ຮຽນ ເບິ່ງ. ນັກ ຮຽນ ຈັບ ສໍ ດໍາຢ່າງ ຖືກ ຕ້ອງຕາມ ຄູ- ນັກ ຮຽນແ ຕ້ມ ເພີ່ມຕາ, ປາກ, ດັງ, ຫູ ແລະ ຜົມ ໃສ່ ບັດ ເຈ້ຍຂອງ ຕົນ.- ຄູ ຊ່ວຍ ນັກ ຮຽນ ແຕ່ ລະ ຄົນ ເອົາ ໄມ້ ຕິດ ກັບ ເຈ້ຍ ທີ່ ຕັດ ເພື່ອ ເຮັດ ເປັນ ຕຸກ ກະ ຕາ ເຈ້ຍ ແລະ ຂຽນ ຊື່ ນັກ ຮຽນ ໃສ່ ທາງຫຼັງ ຂອງ ບັດ ແລະ ໃຫ້ນັກຮຽນຈື່ຊື່ຕົນເອງ. ເມື່ອ ນັກ ຮຽນ ທຸກ ຄົນ ຂຽນແລ້ວໆ ຄູ ໃຫ້ ນັກ ຮຽນ ຍົກ ຕຸກ ກະ ຕາ ເຈ້ຍ ຂອງ ຕົນ ຂຶ້ນ ໃຫ້ ໝູ່ ເບິ່ງ ແລະ ຊົມເຊີຍ ໂດຍໃຫ້ນັກຮຽນຕົບມື. .ຂັ້ນຝຶກປະ ຕິ ບັດ ແລະ ນໍາໃຊ້ (10 ນາ ທີ) - ຄູ ສາ ທິດ ການນໍາ ໃຊ້ ຕຸກ ກະ ຕາ ເຈ້ຍ 2 ໂຕ (ຜູ້ ຊາຍ ແລະ ຜູ້ ຍິງ). ຄູ ໃຫ້ ຕຸກ ກະ ຕາ ໂຕທໍາ ອິດ ຖາມ ຕຸກກະຕາອີກໂຕໜຶ່ງວ່າ “ເຈົ້າ ຊື່ ຫ ຍັງ?” ແລະ ໃຫ້ ຕຸກ ກະ ຕາ ໂຕ ທີ 2 ຕອບ “ຂ້ອຍ ຊື່ ນົກ. ເຈົ້າ ເດ ຊື່ ຫ ຍັງ?” ຕຸກ ກະ ຕາ ໂຕທໍາ ອິດ ຕອບ “ຂ້ອຍ ຊື່ ຕິກ”.- ຄູ ສາ ທິດ ການ ຖາມ ແລະ ຕອບ ອີກ ຄັ້ງໜຶ່ງ. ເທື່ອ ນີ້ ຄູ ຖື ຕຸກ ກະ ຕາ ໂຕ ໜຶ່ງ ຂຶ້ນ ແລະ ໃຫ້ ນັກ ຮຽນ ຍົກ ຕຸກ ກະ ຕາ ຂອງ ຕົນ ຂຶ້ນ ມາ ແລະ ຖາມ ພ້ອມ ກັນໂດຍ ໃຊ້ ຕຸກ ກະ ຕາ ຂອງ ຕົນ.- ຄູ ສາ ທິດ ອີກ ເທື່ອ ໜຶ່ງ ແລະ ໃຫ້ ນັກ ຮຽນ ທຸກ ຄົນຝຶກເວົ້າ ຄໍາ ຖາມ ແລະ ຄໍາ ຕອບຄືນ.- ຄູ ແບ່ງນັກ ຮຽນ ເປັນ ຄູ່ ແລະ ໃຫ້ ເຂົາ ເຈົ້າ ນໍາ ໃຊ້ ຕຸກ ກະ ຕາ ຂອງ ຕົນເພື່ອ ຖາມ ແລະ ຕອບ. ຂັ້ນສະ ຫຼຸບ (5 ນາ ທີ)- ຄູ ສະ ຫຼຸບ ໂດຍ ໃຫ້ນັກ ຮຽນ ເທື່ອ ລະ ຄົນ ຕອບ ຄໍາ ຖາມ : ຕຸກກະເຈ້ຍໃຊ້ໄວ້ເຮັດຫຍັງ?- ຄູ ຊົມເຊີຍນັກ ຮຽນ ແລະ ເກັບ ຕຸກ ກະ ຕາຄືນ ເພື່ອ ນໍາ ໃຊ້ ໃນ ບົດ ຮຽນ ອື່ນ.໑໑

12ຊົ່ວ ໂມງ ທີ 2 ຈຸດ ປະ ສົງ I . ໃຫ້ນັກ ຮຽນ ສາ ມາດ:- ຮູ້ຊື່ສະຖານທີ່ ຕ່າງໆພາຍ ໃນ ໂຮງ ຮຽນ.- ຮູ້ ວ່າ ຕ້ອງ ປະ ພຶດ ຕົນ ແນວ ໃດ ໃນ ຫ້ອງ ຮຽນ.- ສື່ ສານບອກ ຄວາມ ຈໍາ ເປັນ ຂອງ ຕົນ ໃນ ການ ອອກ ຈາກ ຫ້ອງ ຮຽນ.- ສື່ ສານບອກວ່າ ເຂົາ ເຈົ້າ ຕ້ອງ ການ ຖາມ ຫຼື ຕອບ ຄໍາ ຖາມ.- ຈັບ ສໍ ຂາວ/ສໍ ດໍາ ຢ່າງ ຖືກ ຕ້ອງ.- ກ່າຍ ຮູບ ແບບ ທີ່ ໄດ້ ກຽມ ໄວ້.- ຮ້ອງ ເພງ “ ເຈົ້າຊື່ ຫ ຍັງ?”.II. ສື່ການຮຽນການສອນ- ໂປສະເຕີກ່ຽວ ກັບກົດ ລະບຽບຂອງ ຫ້ອງ ຮຽນ ເພື່ອ ຕິດ ໃສ່ ຝາ ຫ້ອງ ຮຽນ (ເບິ່ງໜ້າທີ 6 ຂອງເອກະສານແນະນໍາ ວິຊາຮຽນ).- ຮູບ ກພາບການ ລຽນ ແຖວ (ຢູ່ປຶ້ມ ແບບຮຽນວິຊາຄຸນສົມບັດສຶກສາບົດ ຮຽນ ທີ 5).- ສະ ບູ ລ້າງ ມື, ແພ ເຊັດມື, ມີ ນໍ້າ ໃຊ້. III. ກິດ ຈະ ກຳ ການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາ ທີ) - ຄູ ທັກ ທາຍ ນັກ ຮຽນ ແລະ ເວົ້າວ່າ: ສະ ບາຍ ດີ. “ ເຈົ້າຊື່ ຫ ຍັງ?” ຂ້ອຍ ຊື່. ຈາກນັ້ນ, ຄູໃຫ້ ນັກ ຮຽນທັກ ທາຍ ກັນເປັນຄູ່ ໂດຍໃຊ້ຕຸກກະຕາຈົນຄົບໝົດທຸກຄົນ. - ຄູ ບອກ ນັກ ຮຽ ນ ວ່າ: ຄູຈະພານັກຮຽນຮ້ອງເພງ.ເພງເຈົ້າຊື່ຫຍັງຊື່ຂອງເຈົ້າ ຂ້ອຍບໍ່ຮູ້ຈັກຄູຖາມທັກ ນັກຮຽນເຂົ້າໃໝ່ຊື່ຂອງເຈົ້າ ຂ້ອຍຈື່ບໍ່ໄດ້ຊື່ຈັ່ງໃດ ຂໍໃຫ້ບອກມາຊື່ຈັ່ງໃດ ຂໍໃຫ້ບອກມາ- ຄູ ເປີດ ເພງ ທີ່ ອັດໄວ້ໃນ ແມັມໜ່ວຍຄວາມຈໍາ ຫຼື ຢູ ເອັ ສ ບີໃຫ້ນັກຮຽນຟັງ.- ຄູຮ້ອງ ເພງ ເຈົ້າຊື່ຫຍັງໃຫ້ນັກຮຽນຟັງ.- ນັກ ຮຽນ ຮ້ອງເພງ ເຈົ້າຊື່ຫຍັງຕາມ ຫຼັງ ຄູ.- ຄູ ແລະ ນັກ ຮຽນ ຮ້ອງ ເພງ ພ້ອມກັນ 2 ຄັ້ງເປັນຢ່າງຕໍ່າ.ຂັ້ນຈັດກິດ ຈະ ກໍາ ການ ຮຽນ (15 ນາ ທີ) ການ ແນະນໍາສະຖານທີ່ໃນ ໂຮງ ຮຽນ (10 ນາ ທີ)- ຄູອະ ທິ ບາຍ ກ່ຽວ ກັບ ການອອກໄປສັງເກດອ້ອມ ໂຮງ ຮຽນ ເພື່ອ ເບິ່ງບ່ອນລ້າງມື, ຫ້ອງ ນໍ້າ, ບ່ອນຫຼ້ນ ແລະ ອື່ນໆ.ິ- ນັກ ຮຽນ ລຽນ ແຖວ ຢູ່ ໜ້າປະ ຕູຫ້ອງຮຽນໃຫ້ເປັນຄູ່ຍິງຊາຍ.໑໒ສ ວ ສສະຫງວນລິຂະສິດ

13- ຄູພາ ນັກ ຮຽນ ຍ່າງ ອ້ອມ ສໍາຫຼວດໂຮງ ຮຽນ ແລະ ບອກ ເຂົາ ເຈົ້າ ກ່ຽວ ກັບສະ ຖານ ທີ່ ສໍາ ຄັນ ຕ່າງໆ ທີ່ ເຂົາ ເຈົ້າ ຕ້ອງນໍາໃຊ້ ຫຼື ຫຼິ້ນ ໄດ້. - ຄູ ບອກ ນັກ ຮຽນ ຊື່ ສະ ຖານ ທີ່ ຕ່າງໆ ແລະ ນັກ ຮຽນ ເວົ້າ ຕາມ ຄູ. - ຄູ ອະ ທິ ບາຍ ກ່ຽວ ກັບຊົ່ວ ໂມງ ພັກຜ່ອນ ແລະ ຊົ່ວ ໂມງ ກິນເຂົ້າສວຍ ແລະ ບອກ ນັກ ຮຽນ ວ່າ ເຂົາ ເຈົ້າ ສາ ມາດ ໄປ ໃສ ໄດ້ ແດ່ໃນ ຊ່ວງ ນີ້.ການ ແນະນໍາກ່ຽວ ກັບ ລະບຽບໃນ ຫ້ອງ ຮຽນ (15 ນາ ທີ)- ຄູ ແລະ ນັກ ຮຽນ ຮ່ວມກັນສັງເກດໂປສເຕີລະບຽບວິໄນຫ້ອງຮຽນ.- ຄູ ບອກນັກ ຮຽນ ເບິ່ງ ແລະ ຟັງ ໂດຍ ນໍາ ໃຊ້ ທ່າ ທາງ ແລະ ຊີ້ ໃສ່ ເຄື່ອງ ໝາຍ ຕ່າງໆ ໃນໂປສເຕີີ. - ຄູ ບອກນັກຮຽນ (ໂດຍນໍາ ໃຊ້ ທ່າ ທາງ) ວ່າ ນັກ ຮຽນ ຕ້ອງ ຍົກ ມື ຂຶ້ນ ເວ ລາ ຕ້ອງ ການ ຖາມ ຫຼື ຕອບ ຄໍາ ຖາມ, ໄປ ຫ້ອງ ນໍ້າ ແລະ ຊີ້ ໃສ່ ເຄື່ອງ ໝາຍ ຢູ່ ເທິງ ໂປສະເຕີ. - ຄູ ຖາມ ຕາມຮູບພາບລະບຽບໃນຫ້ອງຮຽນ ແລະ ໃຫ້ນັກຮຽນອອກມາຊີ້ໃສ່ຮູບພາບຕາມຄໍາຖາມ. ຂັ້ນສະ ຫຼຸບ (5 ນ າ ທີ) - ຄູ ແລະ ນັກຮຽນພ້ອມກັນຮ້ອງເພງ ເຈົ້າຊື່ຫຍັງ. ຊົ່ວ ໂມງ ທີ 3 ນໍາ ໃຊ້ຊົ່ວ ໂມງທໍາ ອິດຂອງຄູ່ ມື ຄູ ແລະ ປຶ້ມ ແບບ ຮຽນວິ ຊາຄະນິດສາດ ປ. 1.ຊົ່ວໂມງທີ 4I. ຈຸດປະສົງໃຫ້ນັກຮຽນສາມາດ:- ປະຕິບັດຕາມກົດລະບຽບຂອງຫ້ອງຮຽນໃນການຍົກມືຂຶ້ນ.- ນໍາໃຊ້ປຶ້ມແບບຮຽນໄດ້ຢ່າງຖືກຕ້ອງ (ເປີດ ແລະ ປິດປຶ້ມແບບຮຽນ, ເປີດໃຫ້ຖືກໜ້າ).- ຈັບສໍຂາວ/ສໍດໍາໄດ້ຢ່າງຖືກຕ້ອງ.- ກ່າຍຕາມຮອຍຂອງເສັ້ນໄດ້.- ຕອບຄໍາຖາມກ່ຽວກັບການຮັກສາປຶ້ມແບບຮຽນໄດ້.- ຮ້ອງເພງທີ່ງ່າຍໂດຍໃຊ້ຕຸກກະຕາ.- ປະຕິບັດຕາມຄໍາແນະນໍາຂອງຄູກ່ຽວກັບການເຄື່ອນໄຫວໄປມາ.II. ສື່ການຮຽນການສອນ ປຶ້ມແບບຮຽນຊັ້ນປະຖົມປີທີ 1 (ປຶ້ມແບບຮຽນວິຊາຄຸນສົມບັດສຶກສາ).y- ສະບູ ແລະ ນໍ້າສະອາດ.- ແພເຊັດໂຕະ.- ກະດານດໍານ້ອຍ ຫຼື ປຶ້້ມຂຽນ.- ສໍດໍາ ຫຼື ສໍຂາວ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ) ທວນຄືນກ່ຽວກັບການລ້າງມື໑໓

14ຄູບອກໃຫ້ນັກຮຽນລຽນແຖວ ແລ້ວຍ່າງໄປບ່ອນລ້າງມື.ຄູສະແດງ 7 ຂັ້ນຕອນຂອງການລ້າງມື ແລະ ນັກຮຽນແຕ່ລະຄົນລ້າງມືຂອງຕົນເອງ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)- ຄູແນະນໍາໃຫ້ນັກຮຽນຮູ້ຈັກປຶ້ມແບບຮຽນວິຊາຄຸນສົມບັດ ຊັ້ນປະຖົມສຶກສາປີທີ 1 ແລະ ອະທິບາຍວ່າ ນັກຮຽນຈະໄດ້ຮຽນທຸກບົດຮຽນ ໃນປຶ້ມຫົວນີ້ຢູ່ ຂັ້ນ ປ.1. ຄູອະທິບາຍວ່າ ນັກຮຽນຕ້ອງນໍາໃຊ້ປຶ້ມແບບຮຽນ ຢ່າງລະມັດລະວັງ ເພື່ອຮັກສາປຶ້ມໃຫ້ຢູ່ໃນສະພາບທີ່ດີສໍາລັບຕົນເອງ ແລະ ສໍາລັບນ້ອງນັກຮຽນ ປ.1 ຮຸ່ນຕໍ່ໄປ.- ຄູຢາຍປຶ້ມແບບຮຽນວິຊາຄຸນສົມບັດໃຫ້ນັກຮຽນ. ຄູຄວນວາງປຶ້ມແບບຮຽນໄວ້ເທິງໂຕະນັກຮຽນບ່ອນທີ່ຮາບ ພຽງດີ ແລະ ສາທິດການເປີດປຶ້ມໂດຍການຈັບ ແຈເທິງດ້ານຂວາມື ໃນການເປີດແຕ່ລະໜ້າ. ນັກຮຽນເປີດ ປຶ້ມແບບຮຽນຕາມຄູຢ່າງຊ້າໆ.- ຄູສາທິດການເປີດປຶ້ມແບບຮຽນ ແລະ ເປີດໄປໜ້າສຸດທ້າຍຂອງບົດຮຽນ ແລະ ໃຫ້ນັກຮຽນເປີດຊອກຫາໜ້າ ເຈ້ຍດຽວກັນກັບຄູ. - ຄູບອກໃຫ້ນັກຮຽນເບິ່ງຮູບພາບ ແລະ ອະທິບາຍວ່າ ຮູບພາບເຫຼົ່ານັ້ນສະແດງເຖິງການຮັກສາປຶ້ມແບບຮຽນ. ຄູບອກໃຫ້ນັກຮຽນຊີ້ໃສ່ຮູບພາບທີ່ສະແດງສິ່ງທີ່ນັກຮຽນຄວນປະຕິບັດ. - ຄູອະທິບາຍ ແລະ ສາທິດໄປຕາມແຕ່ລະຮູບພາບ ໂດຍການນໍາໃຊ້ຄໍາແນະນໍາໃນກ່ອງລ່ມນ້ ແລະ ບອກໃຫ ຸີ້ນັກຮຽນຝຶກຊ້ອມ ຕາມລະບຽບຂັ້ນຕອນແຕ່ລະຂໍ້. ວິທີການນໍາໃຊ້ປຶ້ມແບບຮຽນວິທີ ທີ 1 ວາງປຶ້ມແບບຮຽນໄວ້ບ່ອນທີ່ສະອາດ ແລະ ແຫ້ງດີ (ຄູສາທິດການເຊັດໂຕະຄູເພື່ອໃຫ້ແນ່ໃຈວ່າສະອາດ . ແທ້).ວິທີ ທີ 2. ວາງປຶ້ມແບບຮຽນໃຫ້ຊື່ພຽງດີ (ຄູສາທິດເພື່ອໃຫ້ແນ່ໃຈວ່າປຶ້ມຊື່ພຽງດີ).ວິທີ ທີ 3. ຫ້າມຂຽນໃສ່ປຶ້ມແບບຮຽນ (ຄູເອົາປຶ້ມບົດຝຶກຫັດ ຫຼື ກະດານນ້ອຍໃຫ້ນັກຮຽນເບິ່ງ ແລະ ອະທິບາຍວ່າ ການຂີດຂຽນທັງໝົດແມ່ນໃຫ້ຂຽນໃສ່ອຸປະກອນເຫຼົ່ານີ້).ວິທີ ທີ 4. ມືຕ້ອງສະອາດ ແລະ ແຫ້ງດີ (ຄູເອົາມືທີ່ສະອາດ ແລະ ແຫ້ງດີໃຫ້ນັກຮຽນເບິ່ງ ແລະ ສາທິດ ການເຊັດມືໃຫ້ແຫ້ງ).ວິທີ ທີ 5. ນໍາໃຊ້ປຶ້ມຢ່າງລະມັດລະວັງ (ຄູສາທິດການເອົາປຶ້ມແບບຮຽນອອກຈາກຖົງຢ່າງລະມັດລະວັງ, ການວາງ ປຶ້ມໄວ້ເທິງໂຕະ ແລະ ການເປີດປຶ້ມໄປແຕ່ລະໜ້າຢ່າງລະມັດລະວັງ).- ຄູບອກໃຫ້ນັກຮຽນເປີດປຶ້ມແບບຮຽນຂອງຕົນຢ່າງລະມັດລະວັງ ແລະ ໃຫ້ຊອກຫາຮູບພາບທີ່ມີເຮືອນໜຶ່ງຫຼັງ ແລະ ໂຮງຮຽນໜຶ່ງຫຼັງ. ໃຫ້ນັກຮຽນຍົກມືຂຶ້ນ ຖ້າວ່າຊອກຮູບພາບນີ້ເຫັນແລ້ວ. - ຄູເກັບປຶ້ມແບບຮຽນຄຸນສົມບັດທັງໝົດຄືນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ຄູກວດເບິ່ງວ່າ ນັກຮຽນໄດ້ຮັບອຸປະກອນສໍາລັບກິດຈະກໍາຫັດ ຂຽນ (ປຶ້ມຂຽນ ແລະ ສໍ ຫຼື ກະດານດໍານ້ອຍ ແລະ ສໍຂາວ).໑໔ສ ວ ສສະຫງວນລິຂະສິດ

15- ຄູສາທິດການຈັບສໍ ແລະ ແຕ້ມເປັນລາຍໃສ່ກະດານທີ່ມີ ສອງເສັ້ນນອນຂະໜານກັນ (ເບິ່ງຕາມຮູບ).- ຄູເນັ້ນການແຕ້ມເສັ້ນຊື່ ເຊິ່ງເລີ່ມແຕ່ເສັ້ນລຸ່ມຂີດຮອດເສັ້ນເທິງ ຕາມລວງຕັ້ງ.- ນັກຮຽນກ່າຍຕາມລາຍຢູ່ເທິງກະດານໃສ່ປຶ້ມຂຽນຈົນສຸດແຖວ. ຂັ້ນສະຫຼຸບ (5 ນາທີ) ຄູ ແລະ ນັກຮຽນ ຮ້ອງເພງທີ່ມີຊື່ວ່າ “ເຈົ້າຊື່ຫຍັງ?” ນໍາກັນ. ຊົ່ວໂມງທີ 5I. ຈຸດປະສົງໃຫ້ນັກຮຽນສາມາດ:- ຟັງຄູອ່ານນິທານເລື່ອງສັ້ນ ມີເນື້ອໃນເຂົ້າໃຈງ່າຍ ແລະ ສັງເກດເບິ່ງຮູບພາບໃນແຕ່ລະໜ້າ.- ຕອບຄໍາຖາມທກ່ຽວກັບເລື່ອງທີ່ໄດ້ຟັງ ແລະ ຖາມຄໍາກ່ຽວກັບຮູບພາບໃນເລື່ອງ ໂດຍຄໍາຖາມນີ້ແມ່ນຫຍັງ? ນີ້ແມ່ນໃຜ? ລາວກໍາລັງເຮັດຫຍັງ? ຕໍ່ໄປຊິເກີດຫຍັງຂຶ້ນ?- ນັກຮຽນເຂົ້າຮ່ວມໃນການຫຼິ້ນບົດບາດສົມມຸດຕາມເລື່ອງ.II. ສື່ການຮຽນການສອນ- ນິທານເລື່ອງ ເຮັດນາໃນຊຸດປຶ້ມນິທານ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູບອກນັກຮຽນວ່າ ພວກເຮົາຈະໄດ້ຟັງນິທານເລື່ອງໜຶ່ງ. ຖ້າເປັນໄປໄດ້ໃຫ້ນັກຮຽນນັ່ງສາດເພື່ອຟັງນິທານ. ຫຼື ວ່າ, ໃຫ້ນັກຮຽນນັ່ງຢູ່ບອນຂອງເຂົາເຈົ້າເອງກໍໄດ້.- ຄູສາທິດການຈັບປຶ້ມ, ປິ່ນປຶ້ມໃຫ້ຖືກລວງ ແລະ ເອົາຮູບໜ້າປົກປຶ້ມນິທານໃຫ້ນັກຮຽນເບິ່ງ.- ຄູເອົາຮູບໜ້າປົກຂອງປຶ້ມໃຫ້ນັກຮຽນເບິ່ງ ແລະ ຖາມຄໍາຖາມ: ນິີ້ແມ່ນຫຍັງ? ນິທານນີ້ຊື່ວ່າແນວໃດ?ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູສະເໜີຊື່ປຶ້ມນິທານເລື່ອງ: ເຮັດນາ.- ຄູອ່ານນິທານຢ່າງຊ້າໆ ຄູເນັ້ນຄືນຄວາມໝາຍຂອງເນື້ອໃນເລື່ອງ ແລະ ໃຫ້ນັກຮຽນຊີ້ໃສ່ຮູບພາບເພື່ອກວດ ,ເບິ່ງຄວາມເຂົ້າໃຈຂອງນັກຮຽນ ແລະ ກ່ອນຈະເປີດໜ້າຕໍ່ໄປໃຫ້ຖາມນັກຮຽນວ່າ ຕໍ່ໄປຈະມີຫຍັງເກີດຂຶ້ນ?- ຄູໃຫ້ນັກຮຽນເລົ່າເລື່ອງຕອນຕໍ່ໄປກ່ອນຄູຈະອ່ານໃນໜ້າຕໍ່ໄປ.- ຄູເລົ່ານິທານ ພ້ອມທັງສາທິດທ່າທາງຂອງຕົວລະຄອນ ແລະ ໃຫ້ນັກຮຽນເຮັດໄປພ້ອມ..ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)- ຄູເລົ່າຄືນນິທານ ແລະ ໃຫ້ນັກຮຽນສະແດງທ່າທາງໄປພ້ອມກັນ.- ຄູໃຫ້ນັກຮຽນຜັດປ່ຽນກັນສະແດງບົດບາດສົມມຸດຕາມຕົວລະຄອນ.ຂັ້ນສະຫຼຸບ (5 ນາທີ)ໃຫ້ນັກຮຽນມ້ຽນຖົງປຶ້ມຂອງຕົນເອງ ແລ້ວລຽນແຖວ ແລະ ຍໍມືນົບພ້ອມທັງເວົ້າວ່າ: ນາຍຄູຂະນ້ອຍຂໍລາ ເມືອເຮືອນ, ຂອບໃຈນາຍຄູ ແລະ ຍ່າງອອກຈາກຫ້ອງຊ້າໆ.໑໕

16ມື້ທີ 2ຊົ່ວໂມງທີ 1I. ຈຸດປະສົງໃຫ້ນັກຮຽນສາມາດ- ຈັບສໍຂາວ, ສໍດໍາໄດ້ຢ່າງຖືກຕ້ອງ.- ກ່າຍຕາມຮູບແບບຂອງເສັ້ນໄດ້.- ຮູ້ຈັກອ່ານຊື່ຂອງຕົນເອງ.- ຮູ້ຈັກໃຊ້ສໍດໍາ, ສໍຂາວຂຽນຊື່ຂອງຕົນເອງ.II. ສື່ການຮຽນການສອນ- ບັດ ຫຼື ເຈ້ຍນ້ອຍທີ່ມີຊື່ນັກຮຽນມັກໃຫ້ຖືກເອີ້ນ ຫຼື ຊື່ຫຼິ້ນຂອງນັກຮຽນຂຽນຢູ່; 30 ຊັງຕີແມັດ x10 ຊັງຕີແມັດ- ໂປສະເຕີກົດລະບຽບຫ້ອງຮຽນ.- ຕາຕະລາງລົງທະບຽນນັກຮຽນ.- ປຶ້ມຂຽນ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນລະບຽບຫ້ອງຮຽນ- ຄູກ່າວທັກທາຍນັກຮຽນນັກຮຽນ.- ຄູກວດເບິ່ງວ່ານັກຮຽນນັ່ງຕາມບ່ອນ ແລະ ມ້ຽນຖົງປຶ້ມໄວ້ກ້ອງໂຕະຂອງຕົນເອງ.- ຄູຊີ້ໃສ່ໂປສເຕີກົດລະບຽບໃນຫ້ອງຮຽນ ເຊັ່ນ: ມິດ ບໍ່ໃຫ້ລົມກັນ, ໃຫ້ນັກຮຽນສັງເກດທ່າທາງຄູ ເອົາມືປິດ ຮີມປາກ, ຄູສືບຕໍ່ຊີ້ໃສ່ຮູບ ແລະ ສະແດງທ່າທາງ ເຊັ່ນ: ນັ່ງເປັນລະບຽບ, ຫູຕັ້ງໃຈຟັງ... ໃຫ້ນັກຮຽນ ປະຕິບັດຕາມ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູກະກຽມອຸປະກອນສໍາລັບການຂຽນ.- ຄູສາທິດການຈັບສໍຂາວ ແລະ ຂີດຮອຍເສັ້ນເນີ້ງຂະໜານກັນໃນລະຫວ່າງເສັ້ນນອນ 2 ເສັ້ນ. ຄູຢໍ້າຄືນ ກ່ຽວກັບການແຕ້ມເສັ້ນເນີ້ງແຕ່ເສັ້ນນອນເທິງ ຂີດຫາເສັ້ນນອນລຸ່ມ.- ນັກຮຽນແຕ້ມຕາມຮູບເສັ້ນດ່ັງກ່າວໃສ່ກະດານດໍານ້ອຍຂອງຕົນເອງ ຫຼື ໃສ່ປຶ້ມຂຽນຂອງຕົນລະຫວ່າງເສັ້ນ ນອນໃນປຶ້ມ (ໝາຍເຫດ: ຖ້ານັກຮຽນໃຊ້ປຶ້ມບົດຂຽນ, ໃຫ້ຄູສອນໃຫ້ນັກຮຽນຊອກຫາໜ້າທໍາອິດຄືນອີກ ແລະ ຂຽນຕໍ່ກ້ອງແຖວໜັງສືທີ່ໄດ້ຂຽນຜ່ານມາ).- ຄູກວດວ່ານັກຮຽນຈັບສໍດໍາ, ສໍຂາວຖືກຕ້ອງແລ້ວບໍ ແລະ ຊ່ວຍ ແນະນໍາທ່ານັ່ງ ແລະ ການວາງອຸປະກອນ ການຮຽນໃຫ້ເປັນລະບຽບ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູບອກນັກຮຽນວ່າ ຄູໄດ້ຂຽນຊື່ຂອງນັກຮຽນແຕ່ລະຄົນລົງໃສ່ບັດເຈ້ຍ/ເຈ້ຍນ້ອຍ. - ຄູສະແດງບັດເຈ້ຍແຕ່ລະໃບໃຫ້ນັກຮຽນເບິ່ງ ແລະ ຖາມວ່ານັກຮຽນວ່າແຕ່ລະຄົນຈື່ຊື່ຂອງຕົນເອງໄດ້ບໍ່.ແລ້ວຄູກໍຢາຍບັດ ນັ້ນໃຫ້ນັກຮຽນຕາມຊື່ຂອງແຕ່ລະຄົນຈົນຄົບທຸກຄົນ. - ຄູບອກນັກຮຽນໃຊ້ນິ້ວມືຂອງຕົນເອງ ຂີດຕາມຕົວອັກສອນຊື່ຂອງຕົນເອງ. ຄູສາທິດການໃຊ້ນິ້ວມືຂີດຕາມຊື່ໜຶ່ງເປັນຕົວຢ່າງ.໑໖ສ ວ ສສະຫງວນລິຂະສິດ

17ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ຫຼິ້ນເກມຊອກຫາຊື່ຂອງຕົນເອງ- ຄູແບ່ງນັກຮຽນອອກເປັນ 4 ກຸ່ມ.- ຄູໃຫ້ນັກຮຽນແຕ່ລະຄົນເອົາຊື່ຂອງຕົນ ໃຫ້ສະມາຊິກພາຍໃນກຸ່ມເບິ່ງ ແລະ ໃຫ້ພວກເຂົາປຽບທຽບວ່າຕົວອັກສອນຂອງຊື່ນັກຮຽນແຕ່ລະຄົນຄືກັນ ແລະ ແຕກຕ່າງກັນແນວໃດ.- ຫຼັງຈາກນັ້ນໃຫ້ນັກຮຽນຂວໍ້າບັດຊື່, ເຈ້ຍນ້ອຍລົງ (ເພື່ອບໍ່ໃຫ້ເຫັນຊື່) ຢູ່ພາຍໃນກຸ່ມຂອງຕົນເອງ ແລ້ວສັບປົນບັດຊື່ກັນ.- ຫຼັງຈາກນັ້ນໃຫ້ນັກຮຽນປິ້ນບັດເຈ້ຍກັບຄືນ ເພື່ອໃຫ້ເຫັນລາຍຊື່ ແລະ ໃຫ້ນັກຮຽນຊອກຫາຊື່ຂອງຕົນເອງ. ໃຫ້ນັກຮຽນແຕ່ລະຄົນຈັບເອົາບັດຊື່ຂອງຕົນເອງ (ໃຫ້ຄູກວດຄືນວ່າ ນັກຮຽນເລືອຊື່ຕົນເອງຖືກຕ້ອງແລ້ວບໍ).- ໃຫ້ນັກຮຽນຫຼິ້ນເກມຊອກຫາຊືຶ່ຂອງຕົນເອງຄືນອີກຫຼາຍໆຮອບຈົນກວ່າພວກເຂົາຈະສາມາດຊອກຫາຊືຶ່ຂອງຕົນເອງໄດ້ຢ່າງຖືກຕ້ອງ.ຂີດຕາມຊືຶ່ຂອງຕົນເອງ- ຄູໃຫ້ນັກຮຽນຂີດຕາມຮອຍຊື່ຂອງຕົນເອງເບົາໆເລີ່ມແຕ່ຂີດເບົາໆແຕ່ ເບື້ອງຊ້າຍໄປຕາມຊື່ຂອງຕົນ- ຄູກວດເບິ່ງວ່່ານັກຮຽນແຕ່ລະຄົນຈັບສໍດໍາຢ່າງຖືກຕ້ອງແລ້ວບໍ.ຂັ້ນສະຫຼຸບ (10 ນາທີ)- ຄູບອກໃຫ້ນັກຮຽນສະແດງບັດຊື່ຂອງຕົນ. ຄູອ່ານຊືີ່ຂອງນັກຮຽນແຕ່ລະຄົນ ແລ້ວໃຫ້ນັກຮຽນແຕ່ລະຄົນອອກ ມາຊອກຫາຊ່ຂອງຕົນຢ່ຕາຕະລາງລົງທະບຽນທ່ຕິດໄວ້ຢູຝາຫ້ອງຮຽນ ແລະ ໃຫ້ນັກຮຽນລະບາຍສີໃສ່ໃນຫ້ອງ ືູີ່ຕາຕະລາງລົງທະບຽນປະຈໍາວັນຕາມລາຍຊື່ຂອງຕົນ ເພື່ອສະແດງວ່ານັກຮຽນຜູ້ນັ້ນໄດ້ມາໂຮງຮຽນໃນມື້ນີ້.- ຄູຊົມເຊີຍນັກຮຽນ ແລະ ເກັບບັດຊື່ືທັງໝົດຄືນ (ບັດຊື່ນັກຮຽນຈະຖືກນໍາໃຊ້ໃນຊົ່ວໂມງຕໍ່ໆໄປ).ຊົ່ວໂມງທີ 2I. ຈຸດປະສົງໃຫ້ນັກຮຽນສາມາດ- ປະຕິບັດຕາມຄໍາແນະນໍາໃນຫ້ອງຮຽນ.- ບອກຊືີ່ອຸປະກອນການຮຽນທົ່ວໄປຂອງນັກຮຽນ ຫຼື ອຸປະກອນຢູ່ໃນຫ້ອງຮຽນ.- ການຖາມຕອບ ນີ້ແມ່ນຫຍັງ? ນີ້ແມ່ນ ....( ຕົວຢ່າງ ສໍດໍາ) ຫຼື ມັນແມ່ນ ...... (ສໍດໍາ)- ຕົບມືຕາມຈໍານວນພະຍາງຂອງຊື່ອຸປະກອນຫ້ອງຮຽນ 5 ຢ່າງ.- ຄູແນະນໍາໃຫ້ນັກຮຽນຍົກມືຂຶ້ນເພື່ອຕ້ອງການຕອບຄໍາຖາມ.II. ສຶື່ການຮຽນການສອນ- ນໍາເອົາອຸປະກອນຢູ່ໃນຫ້ອງຮຽນ 7 ຢ່າງໃສ່ຖາດອັນໜຶ່ງ.ເຊັ່ນ: ຖົງປຶ້ມ, ສໍດໍາ, ສໍຂາວ, ອັນລຶບສໍຂາວ, ຢາງລຶບ, ອັນແຫຼມສໍດໍາ, ໄມ້ບັນທັດ, ປຶ້ມ, ສໍດໍາ, ກະດານດໍານ້ອຍ, ຮູບໂຕະໜ່ວຍໜຶ່ງ ແລະ ຕັ່ງໜ່ວຍໜຶ່ງ ທີ່ຢູ່ໃນຊຸດອຸປະກອນຂອງວິຊາພາສາລາວ. ຄູຄວນເລືອກເອົາວັດຖຸທີ່ມີຊື່ ຫຼາຍພະຍາງທີ່ແຕກຕ່າງກັນເຊັ່ນ: ໂຕະມີພະຍາງດຽວ, ສໍດໍາມີ 2 ພະຍາງ ແລະ ອັນແຫຼມສໍດໍາ ມີ 4 ພະຍາງ. ໝາຍເຫດ: ຖ້າ ນັກຮຽນ ຫາກໍເລີ່ມຮຽນພາສາລາວໃຫ້ເລືອກໃຊ້ອຸປະກອນ 5 ຢ່າງກໍພໍ.- ໃຊ້ຖາດ ຫຼື ອັນໃສ່ເຄື່ອງ ເພື່ອບັນຈຸອຸປະກອນເຊັ່ນ: ແຜນເຈ້ຍທີ່ແຂງ ແລະ ໃຫຍ່ພຽງພໍສໍາລັບໃສ່ອຸປະກອນເຫຼົ່ານີ້.- ປຶ້ມແບບຮຽນວິຊາຄຸນສົມບັດສຶກສາ.໑໗

18III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູຢາຍປຶ້ມແບບຮຽນວິຊາຄຸນສົມບັດໃຫ້ນັກຮຽນແຕ່ລະຄົນ ແລະ ໃຫ້ນັກຮຽນເປີດປຶ້ມແບບຮຽນ (ທວນຄືນວິທີເປີດປຶ້ມ).- ຄູບອກໃຫ້ນັກຮຽນຊອກຫາຮູບພາບກ່ຽວກັບບ່ອນທີ່ຄວນວາງປຶ້ມແບບຮຽນ.- ນັກຮຽນຄວນຊີ້ໃສ່ຮູບພາບ ແລະ ຍົກມື້ຂຶ້ນເພື່ອບອກວ່າຄວນວາງປຶ້ມແບບຮຽນໃສ່ບ່ອນໃດ.- ຄູບອກໃຫ້ນັກຮຽນທຸກຄົນວາງປຶ້ມແບບຮຽນລົງໃຫ້ຖືກບ່ອນ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)ຮຽນຮູ້ຊື່ຂອງອຸປະກອນຕ່າງໆໃນຫ້ອງຮຽນ- ຄູສະແດງສິ່ງຂອງໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນບອກຊື່. ຄູບອກຊື່ຂອງວັດຖຸຸທີ່ນັກຮຽນບໍ່ຮູ້ນັ້ນໃຫ້ນັກຮຽນໄດ້ຮູ້ ແລະ ບອກໃຫ້ນັກຮຽນເວົ້າຄືນຫຼາຍໆຄັ້ງ.- ຄູຖາມວ່າ ‘ນີ້ແມ່ນຫຍັງ?’ ແລະ ຊ່ວຍນັກຮຽນຕອບໂດຍເວົ້າວ່າ ‘ມັນແມ່ນ ....’ ຫຼັງຈາກນັກຮຽນຕອບແລ້ວ ໃຫ້ນັກຮຽນເວົ້າຊື່ຂອງວັດຖຸນັ້ນຄືນອີກ.- ຄູຕົບມືຕາມຈໍານວນພະຍາງຂອງຊ່ວັດຖຸແຕ່ລະຄໍາ ແລ້ວບອກໃຫ້ນັກຮຽນຕົບມືຕາມແຕ່ລະພະຍາງໃນຂະນະ ືທີ່ພວກເຂົາເວົ້າຊື່ຂອງວັດຖຸເຫົ່ຼານັ້ນ (ເຊັ່ນ ສໍດໍາ, ຕົບມື 2 ຄັ້ງ, ປຶ້ມ, ຕົບມື 1 ຄັ້ງ).ເກມແມ່ນຫຍັງຖືກເອົາອອກໄປ- ຄູຊີ້ໃສ່ອຸປະກອນເທິງໜ້າໂຕະຄູແຕ່ລະອັນ ແລະ ໃຫ້ນັກຮຽນບອກຊື່ອຸປະກອນແຕ່ລະອັນຄືນອີກ.- ຄູບອກນັກຮຽນວ່າ ພວກເຂົາຈະຫຼິ້ນເກມທີ່ມີຊື່ວ່າ ‘ແມ່ນຫຍັງຖືກເອົາອອກໄປ?’ ຄູໃຫ້ນັກຮຽນ ‘ຫຼັບຕາ’ ແລະ ‘ມືນຕາ’. ໃຫ້ນັກຮຽນຝຶກ ຫຼັບຕາ ແລະ ມືນຕາ ຫຼາຍໆເທື່ອຕາມຄໍາສັ່ງຂອງຄູ.- ຄູເວົ້າວ່າ: ຫຼັບຕາ ອີກເທື່ອໜຶ່ງ ແລະ ກວດເບິ່ງວ່ານັກຮຽນທຸກຄົນຫຼັບຕາແລ້ວບໍ. ແລ້ວຄູກໍຈັບເອົາອຸປະກອນໃດໜຶ່ງອອກຈາກແກັັດ ແລະ ເຊື່ອງໄວ້.- ຄູເວົ້າວ່າ: ມືນຕາ ໃຫ້ນັກຮຽນມືນຕາ ແລະ ໃຫ້ນັກຮຽນຍົກມືຂຶ້ນຖ້າວ່າສາມາດຕອບໄດ້ວ່າ ແມ່ນອຸປະກອນ ໂຕໃດທີ່ຖືກເອົາອອກໄປ. ໃຫ້ຄູບົ່ງຊື່ນັກຮຽນໃຫ້ຕອບວ່າ ແມ່ນອຸປະກອນໂຕໃດ ທີ່ຖືກເອົາອອກໄປ ຫຼື ຂາດ ຫາຍໄປ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ໃຫ້ນັກຮຽນຝຶກຊ້ອມຫຼິ້ນເກມຄືນອີກເປັນກຸ່ມນ້ອຍດ້ວຍຕົນເອງໂດຍໃຊ້ອຸປະກອນ ຫຼື ຮູບພາບ (ເຊິ່ງເປັນອຸປະກອນຂອງນັກຮຽນເອງ ຫຼື ຄູເອົາໃຫ້).- ນັກຮຽນຫຼິ້ນເກມ “ແມ່ນຫຍັງທີ່ຂາດຫາຍໄປ?” ໂດຍໃຫ້ນັກຮຽນພາຍໃນກຸ່ມພັດປ່ຽນກັນເປັນຜູ້ນໍາພາຫຼິ້ນ ເກມ.ຂັ້ນສະຫຼຸບ (5 ນາທີ)- ຄູສະແດງອຸປະກອນ 3 ຫຼື 4 ຢ່າງ ແລະ ຕົບມືຕາມຈໍານວນພະຍາງ ແລ້ວໃຫ້ນັກຮຽນເຮັດຕາມ.- ຄູບອກຊື່ຂອງອຸປະກອນແຕ່ລະອັນຄືນອີກ ແລະ ໃຫ້ນັກຮຽນຜູ້ສະໝັກໃຈຕົບມືຕາມຈໍານວນພະຍາງຂອງຊື່ ອຸປະກອນນັ້ນ.໑໘ສ ວ ສສະຫງວນລິຂະສິດ

19- ຄູ ແລະ ນັກຮຽນເວົ້າຊື່ຂອງອຸປະກອນນັ້ນນໍາກັນ ແລະ ຕົບມືຕາມຈໍານວນພະຍາງຂອງຊື່ນັ້ນ.ຊົ່ວໂມງທີ 3ນໍາໃຊ້ຊົ່ວໂມງທີ 2 ຂອງປຶ້ມຄູ່ມືຄູ ແລະ ປຶ້ມແບບຮຽນວິຊາຄະນິດສາດ ຊັ້ນປະຖົມປີທີ 1.ຊົ່ວໂມງທີ 4I. ຈຸດປະສົງໃຫ້ນັກຮຽນສາມາດ:- ທວນຄືນບົດຮຽນທີ່ໄດ້ຮຽນຜ່ານມາ: ການຖາມສະບາຍດີ, ການບອກຊື່ຂອງຕົນເອງ, ບອກຊ່ອຸປະກອນໃນຫ້ອງຮຽນ ທ່ໃຊ້ຫ້ນເກມ ແລະ ກິດຈະກໍາ ປະຕິບັດຕາມລະບຽບໃນຫອງຮຽນ.ືີຼ ິ້- ຮ້ອງເພງ ແລະ ສະແດງທ່າທາງປະກອບ (ເພງຢືນຂຶ້ນ, ນັ່ງລົງ).- ຮູ້ຈັບສໍຂາວ, ສໍດໍາໄດ້ຢ່າງຖືກຕ້ອງ.- ກ່າຍຕາມຮູບແບບຂອງເສັ້ນໄດ້.- ໃຊ້ສໍດໍາ, ສໍຂາວຂີດຕາມແບບການຂຽນຊື່.II. ສື່ການຮຽນການສອນ- ບັດຊື່.- ເພງທີ່ບັນທຶກໄວ້ໃນແມັມໜ່ວຍຄວາມຈໍາ ຫຼື ໃສ່ໃນຢູເອສບີ USB.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນວ່າ ນັກຮຽນຈະໄດ້ຮຽນຮ້ອງເພງທີ່ມີຊືີ່ວ່າ ຢືນຂຶ້ນ ແລະ ນັ່ງລົງ. ເພງລຸກຂຶ້ນນັ່ງລົງພວກຫຼານ ຈື່ໄວ້ໃຫ້ດີທ່າທີ ລຸກຂຶ້ນນັ່ງລົງລຸກຂຶ້ນ ແລ້ວຍ່າງໄປມາເມື່ອຍຂາ ແລ້ວກໍນັ່ງລົງລຸກຂຶ້ນ ນັ່ງລົງ ລຸກຂຶ້ນ! ນັ່ງລົງ!- ຄູເປິດເພງທີ່ອັດໃສ່ແມັມໜ່ວຍຄວາມຈໍາ ຫຼື ຢູເອສບີ USB ໃຫ້ນັກຮຽນຟັງ.- ໃຫ້ຄູຮ້ອງເນື້ອເພງແຕ່ລະແຖວ ແຕ່ລະວັກໃຫ້ຖືກຕ້ອງຕາມຈັງຫວະ ແລະ ທໍານອງ.- ໃຫ້ນັກຮຽນເວົ້າເນື້ອເພງຕາມຄູ.- ຄູ ແລະ ນັກຮຽນເວົ້າເນື້ອເພງຄືນ ແລະ ສະແດງທ່າທາງປະກອບນໍາກັນຢ່າງໜ້ອຍ 2 ເທື່ອ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູແນະນໍານັກຮຽນກະກຽມອຸປະກອນສໍາລັບກິດຈະກໍາຫັດຂຽນ. - ຄູສາທິດການຈັບສໍຂາວ ແລະ ແຕ້ມຮູບແບບຂອງເສັ້ນເນີ້ງນີ້ ຢູ່ລະຫວ່າງສອງເສັ້ນນອນຂະໜານກັນ. ຄູເນັ້ນການແຕ້ມແຕ່ລະເສັ້ນ ໂດຍເລີ່ມຂີດຈາກເສັ້ນນອນທາງເທິງ ແລະ ຂີດເນີ້ງໄປທາງດ້ານຊ້າຍມື ລົງໄປຕໍ່ໃສ່ເສັ້ນນອນທາງລຸ່ມ. ໑໙

20- ນັກຮຽນແຕ້ມຕາມຮູບຂອງເສັ້ນທັງໝົດນີ້ໃສ່ກະດານດໍານ້ອຍ ຫຼື ປຶ້ມຂຽນ (ໝາຍເຫດ: ຖ້ານັກຮຽນໃຊ້ ປຶ້ມຂຽນ, ໃຫ້ຄູສອນຂຽນລົງໃສ່ຕໍ່ຈາກແຖວທີສອງ ຢູ່ກ້ອງການຊຽນໃນຊົ່ວໂມງຜ່ານມາ). - ຄູກວດວ່ານັກຮຽນຈັບສໍດໍາຖືກຕ້ອງບໍ່, ລັກສະນະການນັ່ງ ແລະ ການວາງອຸປະກອນຕ່າງໆຖືກຕ້ອງແລ້ວບໍ່.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູວາງບັດຊື່ຂອງນັກຮຽນໄວ້ເທິງໂຕະຄູ ແລະ ໃຫ້ນັກຮຽນມາຊອກຊື່ຂອງຕົນເອງ ໂດຍຄູໃຫ້ການຊ່ວຍເຫຼືອ ຖ້າຈໍາເປັນ.- ຄູຕົບມືຕາມພະຍາງຂອງຊື່ນັກຮຽນ 5 ຄົນ ຕົວຢ່າງ: ອາ-ລັນ-ຍາ (ຕົບມື 3 ເທື່ອ). - ນັກຮຽນຟັງຄູຕົບມື. - ຄູ ແລະ ນັກຮຽນຕົບມື ແລະ ເວົ້າພະຍາງນໍາກັນ ອາ-ລັນ-ຍາ (ຕົບມື 3 ເທື່ອ) - ຄູສືບຕໍ່ຕົບມືຕາມຈໍານວນພະຍາງຂອງຊື່ນັກຮຽນ ແຕ່ລະຄົນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ນັກຮຽນເຮັດກິດຈະກໍາເປັນກຸ່ມນ້ອຍ, ນັກຮຽນແຕ່ລະຄົນເວົ້າຊື່ຂອງຕົນເອງ ແລະ ພະຍາຍາມຕົບມືຕາມຈໍານວນພະຍາງຂອງຊື່ຕົນເອງ. - ຄູຕິດຕາມ ແລະ ຊ່ວຍເຫຼືອ. - ຄູໃຫ້ອາສາສະໝັກເວົ້າຊື່ຂອງຕົນເອງ ແລະ ຕົບມືເປັນຈັງຫວະຕາມຈໍານວນພະຍາງຂອງຊື່ຕົນເອງ.- ຄູໃຫ້ນັກຮຽນຜູ້ສະໝັກໃຈເວົ້າຊື່ຂອງຕົນເອງ ແລະ ຕົບມືຕາມຈໍານວນພະຍາງຂອງຊື່ນັກຮຽນແຕ່ລະຄົນ (ຄູສັງເກດການຈັບສໍດໍາ ແລະ ຊ່ວຍເຫຼືອນັກຮຽນໃນການຝຶກຂຽນນີ້). ຂັ້ນສະຫຼຸບ (10 ນາທີ)- ຄູ ແລະ ນັກຮຽນຮ້ອງເພງ ‘ລຸກຂຶ້ນ ແລະ ນັ່ງລົງ’ ອີກເທື່ອໜຶ່ງ ແລະ ສະແດງທ່າທາງປະກອບ. ຄູເວົ້າຊື່ຂອງ ນັກຮຽນແຕ່ລະຄົນ ແລະ ຕົບມືຕາມຈໍານວນພະຍາງຂອງຊື່ນັກຮຽນ. ນັກຮຽນລຽນແຖວຕາມລໍາດັບທີ່ຄູຮ້ອງຊື່ເພື່ອອອກໄປຫຼິ້ນກິດຈະກໍາຢູ່ນອກຫ້ອງຮຽນ.ຊົ່ວໂມງທີ 5 I. ຈຸດປະສົງໃຫ້ນັກຮຽນສາມາດ:- ຈັບຄູ່ສີ 4 ສີ: ເຫຼືອງ, ຟ້າ, ຂຽວ, ແດງໄດ້.- ເຂົ້າໃຈຄໍາແນະນໍາ ຟັງ, ເບິ່ງ, ໄປ, ຖ້າ.- ຫຼິ້ນເກມຢູ່ເດີ່ນໂຮງຮຽນໄດ້ຢ່າງປອດໄພ.- ຮ້ອງເພງວົງມົນ ແລະ ສະແດງທ່າທາງປະກອບ. II. ສື່ການຮຽນການສອນ - ກະກຽມຮູບວົງມົນທີ່ເປັນສີ (ແດງ, ຟ້າ, ຂຽວ ແລະ ເຫຼືອງ ສີລະ 1 ອັນ) ແລະ ຮູບຈະຕຸລັດ (ແດງ, ຂຽວ, ເຫຼືອງ ແລະ ຟ້າ ສີລະ 4 ອັນ) (ເບິ່ງພາກອຸປະກອນຢູ່ໜ້າທີ 7ຂອງເອກະສານອາທິດແນະນໍາເບື້ອງຕົ້ນ).- ເພງທີ່ອັດໄວ້ໃນແມັມໜ່ວຍຄວາມຈໍາ ຫຼື ຢູເອສະບີ USB.໒໐ສ ວ ສສະຫງວນລິຂະສິດ

21III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູໃຫ້ນັກຮຽນຢືນລຽນແຖວ ແລະ ໃຫ້ຍ່າງຕາມເດີ່ນໂຮງຮຽນເປັນຄູ່.- ຄູໃຫ້ນັກຮຽນຢືນອ້ອມກັນເປັນວົງມົນ ແລະ ບອກນັກຮຽນວ່າ ເຮົາຈະມາຮຽນເພງໃໝ່ນໍາກັນ. ເພງວົງມົນວົງມົນ ວົງມົນ ວົງມົນ ເຮົາທຸກຄົນມາເຮັດວົງມົນພວກຫຼານ ຢ່າສົນລະວົນ (ຊໍ້າ)ຈັບມືເປັນວົງມົນ ໃຫ້ມັນມົນໆກຽມ! ຈັບເປັນວົງມົນໃຫຍ່ ຍັບເຂົ້າໄປເປັນວົງມົນນ້ອຍ- ຄູຫຼິ້ນເພງທີ່ອັດໄວ້ໃນແມັມໜ່ວຍຄວາມຈໍາ ຫຼື ຢູເອສະບີ USB.- ຫຼັງຈາກນັ້ນໃຫ້ຄູອ່ານເນື້ອເພງເທື່ອລະແຖວຕາມຈັງຫວະ ແລະ ທໍານອງໃຫ້ຖືກຕ້ອງ. - ນັກຮຽນຮ້ອງເພງຕາມຄູ.- ຄູ ແລະ ນັກຮຽນຮ້ອງເນື້ອເພງຄືນອີກຄັ້ງໜຶ່ງ ແລະ ສະແດງທ່າທາງປະກອບພ້ອມກັນຢ່າງໜ້ອຍ 2 ເທື່ອ.- ຄູບອກໃຫ້ນັກຮຽນປິດຮີມສົບ, ວາງມືຊື່ກົງແນບກັບລໍາຕົວ, ຕາຕັ້ງໃຈເບິ່ງ ແລະ ຫູຕັ້ງໃຈຟັງ. - ຄູເອົາວົງມົນ 4 ອັນໃຫ້ນັກຮຽນເບິ່ງ.- ຄູເວົ້າຊື່ຂອງແຕ່ລະສີ.- ນັກຮຽນເວົ້າຊື່ແຕ່ລະສີຄືນ. ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)- ຄູເອົາບັດທີ່ເປັນຮູບຈະຕຸລັດທີ່ມີ 12 ສີ ໃຫ້ນັກຮຽນເບິ່ງ ແລະ ຢາຍອ້ອມວົງມົນ ແລະ ຢາຍແບບສະຫຼັບສີ. ນັກຮຽນເບິ່ງແລ້ວເອົາໃຫ້ນັກຮຽນຜູ້ຕໍ່ໄປເບິ່ງ. ຄູເວົ້າວ່າ: “ນີ້ແມ່ນສີຟ້າ”, “ນີ້ແມ່ນສີຂຽວ”, “ນີ້ແມ່ນສີແດງ”, “ນີ້ແມ່ນສີເຫຼືອງ” ເວົ້າຊໍ້າກັນຈົນຄົບທັງ 12 ໃບ ຢູ່ໃນວົງມົນ. ເມື່ອນັກຮຽນເອົາບັດໃຫ້ນັກຮຽນຜູ້ຕໍ່ໄປນັກຮຽນກໍຄວນເວົ້າແບບດຽວກັບຄູ “ນີ້ແມ່ນສີ... (ຕາມສີຂອງບັດ)”. - ເມື່ອຄູເວົ້າວ່າ “ຢຸດ”, ໃຫ້ນັກຮຽນຢຸດ.- ຄູຍ້າຍໄປຢືນຢູ່ເຄິ່ງກາງຂອງວົງມົນ ແລະ ໃຫ້ນັກຮຽນຖອຍຫຼັງອອກ 1 ກ້າວ. ຄູເອົາວົງມົນ 4 ອັນ ວາງໄວ້ຕາມຈຸດຕ່າງໆໃນວົງມົນ.- ຄູບອກນັກຮຽນວ່າ ຖ້ານັກຮຽນມີບັດສີແດງ ໃຫ້ນັກຮຽນຟ້າວ ເອົາໄປໄວ້ໃນວົງມົນທີ່ເປັນສີແດງ. - ຄູເວົ້າຄືນຈົນກວ່ານັກຮຽນທຸກຄົນວາງບັດຂອງຕົນເອງໄວ້ໃຫ້ຖືກຕ້ອງຕາມສີຂອງວົງມົນ. - ຄູຊົມເຊີຍນັກຮຽນຜູ້ທີ່ວາງສີໄດ້ຖືກຕ້ອງ. - ຄູເກັບເອົາບັດທີ່ເປັນຮູບຈະຕຸລັດທັງໝົດຄືນ ແລະ ຢາຍໃຫ້ນັກຮຽນອີກ ແລ້ວໃຫ້ນັກຮຽນເວົ້າສີຂອງບັດຮູບ ຈະຕຸລັດ, ໃນຂະນະທີ່ມອບຕໍ່ໃຫ້ນັກຮຽນຜູ້ອື່ນ. ຫຼັງຈາກນັ້ນ ໃຫ້ນັກຮຽນວາງບັດຂອງຕົນເອງ ໃສ່ໃນ ວົງມົນໃຫ້ຖືກຕ້ອງຕາມສີ ແລະ ຟັງຄໍາແນະນໍາຂອງຄູ. ຫຼິ້ນເກມຊໍ້າຄືນ 3-4 ເທື່ອ ເພື່ອຮັບປະກັນໃຫ້ນັກຮຽນໄດ້ປ່ຽນ ກັນ ແລະ ຝຶກຊ້ອມສີຕ່າງໆ. ໒໑

22ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ) - ຄູແບ່ງນັກຮຽນເປັນກຸ່ມນ້ອຍ ກຸ່ມລະ 3 ຫຼື 4 ຄົນ. ຢາຍບັດສີແດງ, ຂຽວ, ເຫຼືອງ ແລະ ຟ້າໃຫ້ນັກຮຽນ ແຕ່ລະກຸ່ມ. - ຄູບອກນັກຮຽນວ່າ ນັກຮຽນຈະຕ້ອງຍ່າງອ້ອມເດີ່ນໂຮງຮຽນ ເພື່ອຊອກຫາບາງສິ່ງບາງຢ່າງທີ່ໃຫ້ກົງກັບສີບັດທີ່ນັກຮຽນຖືຢູ່ (ສີຟ້າ, ແດງ, ເຫຼືອງ ແລະ ຂຽວ). - ຄູສາທິດການຍ່າງຊອກຫາບາງສິ່ງບາງຢ່າງທີ່ເປັນສີແດງ, ຫຼັງຈາກນັ້ນຊອກຫາບາງສິ່ງບາງຢ່າງທີ່ເປັນສີຂຽວ, ສີເຫຼືອງ ແລະ ສີຟ້າ.- ຄູໃຫ້ນັກຮຽນໄປຊອກເບິ່ງຢູ່ເດີ່ນແລ່ນຫຼິ້ນ. ຄູອະທິບາຍວ່າ ເມື່ອຄູຕົບມື ໃຫ້ນັກຮຽນທັງໝົດກັບເຂົ້າມາຫາຄູ ທນທ. (ໃຫ້ເວລາ 5 ນາທີເພ່ອຊອກຫາວັດຖຸ ແລະ ຫັງຈາກນ້ນໃຫ້ຄູຕົບມືໃຫ້ສັນຍານນັກຮຽນກັບມາລວມກັນ). ັີືຼັ- ໝາຍເຫດ: ຮັບປະກັນໃຫ້ນັກຮຽນມີຄວາມປອດໄພ ແລະ ຄູສາມາດແນມເຫັນນັກຮຽນໄດ້ຕະຫຼອດເວລາ. ຈໍາກັດ ພື້ນທີ່ທີ່ນັກຮຽນສາມາດແລ່ນໃນເດີ່ນແລ່ນຫຼິ້ນ.ຖ້າບໍ່ສາມາດຫາສີວັດຖຸຕ່າງໆທີ່ຄືກັບສີຂອງນັກຮຽນ, ໃຫ້ຄູຫາສິ່ງຂອງມາວາງໃສ່ເດີ່ນກ່ອນທີ່ຈະເລີ່ມຊົ່ວໂມງທີ 5.- ຫຼັງຈາກ 5 ນາທີ, ຄູຕົບມື ແລະ ເອີ້ນນັກຮຽນມາຢືນລຽນກັນເປັນວົງມົນອີກເທື່ອໜຶ່ງ. - ຄູວາງຮູບວົງມົນທີ່ເປັນສີຢູ່ກາງວົງມົນອີກເທື່ອໜຶ່ງ ແລະ ໃຫ້ນັກຮຽນແຕ່ລະກຸ່ມວາງສິ່ງຂອງທີ່ຫາມາໄດ້ໃສ່ ໃນວົງມົນ ໂດຍໃຫ້ຖືກຕ້ອງຕາມສີຂອງຮູບວົງມົນ. ຂັ້ນສະຫຼຸບ (10 ນາທີ) - ໃຫ້ນັກຮຽນລ້າງມືໃຫ້ສະອາດ. ຄູພານັກຮຽນກັບເຂົ້າຫ້ອງຮຽນ. - ຄູຊົມເຊີຍນັກຮຽນ ແລະ ໃຫ້ນັກຮຽນມ້ຽນເຄື່ອງ ແລ້ວລຽນແຖວໃຫ້ເປັນລະບຽບໂດຍບໍ່ໃຫ້ມີສຽງດັງ ເພື່ອກຽມພ້ອມກັບບ້ານ.ມື້ທີ 3ຊົ່ວໂມງທີ 1I. ຈຸດປະສົງໃຫ້ນັກຮຽນສາມາດ (ໂດຍການຊ່ວຍເຫຼືອຈາກຄູ)- ຮ້ອງເພງ “ເຈົ້າຊື່ຫຍັງ?” ແລະ ສະແດງທ່າທາງປະກອບ.- ຮູ້ຊື່ສະຖານທີ່ຕ່າງໆຢູ່ພາຍໃນເຂດໂຮງຮຽນ.- ຮູ້ວ່າຄວນເຮັດແນວໃດເມື່ອຢູ່ໃນກໍລະນີສຸກເສີນ ຫຼື ໃນເວລາມີໄພອັນຕະລາຍຢູ່ໂຮງຮຽນ.- ທວນຄືນກ່ຽວກັບສີຕ່າງໆ.II. ສື່ການຮຽນການສອນ- ອຸປະກອນການຂຽນ.- ບັດເຈ້ຍສີເປັນຮູບວົງມົນ (ສີແດງ, ສີຟ້າ, ສີຂຽວ ແລະ ສີເຫຼືອງ).- ເຄື່ອງໃຊ້ສໍາລັບລ້າງມືຄືກັບມື້ທີ 1.- ບັນທຶກເພງ “ເຈົ້າຊື່ຫຍັງ?” ໃສ່ແມັມໜ່ວຍຄວາມຈໍາ ຫຼື USB.໒໒ສ ວ ສສະຫງວນລິຂະສິດ

23III .ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູ ແລະ ນັກຮຽນຮ້ອງເພງ “ເຈົ້າຊື່ຫຍັງ?” - ຄູສອນທ່າປະກອບຂອງເພງດັ່ງລຸ່ມນີ້.- ຄູ ແລະ ນັກຮຽນຮ້ອງເພງ ພ້ອມກັບສະແດງທ່າທາງປະກອບຫຼາຍໆເທື່ອ.ເພງ ເຈົ້າຊື່ຫຍັງເນື້ອເພງທ່າປະກອບຊື່ຂອງເຈົ້າ ຂ້ອຍບໍ່ຮູ້ຈັກ ຍົກນິ້ວຊີ້ທັງສອງເບື້ອງຊີ້ໃສ່ເດັກຄູຖາມທັກ ນັກຮຽນເຂົ້າໃໝ່ ຍົກນິ້ວຊີ້ທັງສອງເບື້ອງຊີ້ໃສ່ເດັກຊື່ຂອງເຈົ້າ ຂ້ອຍຈື່ບໍ່ໄດ້ ໂບກມືທັງສອງເບື້ອງຢູ່ພຽງເອິກຊື່ຈັ່ງໃດ ຂໍໃຫ້ບອກມາ ຍົກນິ້ວຊີ້ທັງສອງເບື້ອງຊີ້ໃສ່ເດັກຊື່ຈັ່ງໃດ ຂໍໃຫ້ບອກມາ ຍົກນິ້ວຊີ້ທັງສອງເບື້ອງຊີ້ໃສ່ເດັກ- ຄູບອກໃຫ້ນັກຮຽນວ່າ ພວກເຮົາຈະອອກໄປນອກຫ້ອງ ແລະ ໃຫ້ນັກຮຽນລຽນແຖວໜ້າປະຕູຫ້ອງຮຽນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)- ຄູພານັກຮຽນໄປເດີ່ນໂຮງຮຽນ ແລະ ພາໄປສະຖານທີ່ທີ່ພວກເຂົາເຄີຍໄປ ໃນຊົ່ວໂມງທີ 2 ຂອງມື້ທີ 1. - ຄູຖາມນັກຮຽນວ່າພວກເຂົາຈື່ຊື່ຂອງສະຖານທີ່ເຫຼົ່ານີ້ບໍ່ (ຫ້ອງນໍ້າ, ບ່ອນລ້າງມື, ບ່ອນເອົານໍ້າ, ບ່ອນຫຼິ້ນ)- ຄູອະທິບາຍກົດລະບຽບຂອງແຕ່ລະສະຖານທີ່.- ຄູພານັກຮຽນໄປເບິ່ງຫ້ອງການຄູ ແລະ ບອກວ່າ ຖ້ານັກຮຽນມີບັນຫາຫຍັງໃນຊົ່ວໂມງພັກຜ່ອນ ນັກຮຽນສາ ມາດມາຂໍຄວາມຊ່ວຍເຫຼືອຢູ່ນີ້ໄດ້.- ນັກຮຽນພາກັນລ້າງມື.- ນັກຮຽນລຽນແຖວ ແລະ ກັບຄືນຫ້ອງຮຽນ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນເລົ່າກົດລະບຽບສໍາລັບສະຖານທີ່ຕ່າງໆທີ່ໄດ້ໄປເບິ່ງໃນກິດຈະກໍາທີ່່ຜ່ານມາ. ຄູຕັ້ງຄໍາຖາມຕ່າງໆເພື່ອຊ່ວຍໃຫ້ນັກຮຽນສາມາດບອກໄດ້.- ຄູອະທິບາຍບາງບັນຫາທີ່ນັກຮຽນອາດຈະໄດ້ພົບ (ຕົວຢ່າງ ມີນັກຮຽນໄດ້ຮັບບາດເຈັບ ແລະ ມີພຶດຕິກໍາທີ່ບໍ່ ເປັນທີ່ຍອມຮັບເຊັ່ນ: ຕີກັນ, ຂົ່ມເຫັງກັນ ຫຼື ການທໍາລາຍເຄື່ອງຂອງ) ແລະ ເຕືອນນັກຮຽນວ່າຖ້າມີເຫດການດັ່ງກ່າວເກີດຂຶ້ນນອກຫ້ອງຮຽນໃຫ້ນັກຮຽນລາຍງານຄູ.- ຄູກວດເບິ່ງວ່ານັກຮຽນຮູ້ຈັກແລ້ວວ່າຈະຊອກຫາຄູໄດ້ຢູໃສ (ໃນຫ້ອງພັກຄູ) ຄູເປີດໂອກາດໃຫ້ນັກຮຽນຖາມ ຄໍາຖາມ.- ຄູບອກໃຫ້ນັກຮຽນຮູ້ວ່າ ເຫດການອັນຕະລາຍອາດຈະເກີດຂຶ້ນໄດ້ຍາກ, ແຕ່ວ່າມັນມີຄວາມສໍາຄັນຄື ໃນເມື່ອ ເຫດການນັ້ນເກີດຂຶ້ນນັກຮຽນຕ້ອງຮູ້ວ່າຄວນເຮັດແນວໃດ.໒໓

24ຂັ້ນສະຫຼຸບ (10 ນາທີ)- ຄູສະແດງບັດສີຈາກຊົ່ວໂມງທີ 5 ຂອງມື້ທີ 2 ໃຫ້ນັກຮຽນເບິ່ງ.- ຄູບອກໃຫ້ນັກຮຽນບອກຊື່ຂອງສີຕ່າງໆ.- ຄູບອກໃຫ້ນັກຮຽນສັງເກດເບິ່ງພາຍໃນຫ້ອງຮຽນ ແລະ ໃຫ້ຊອກຫາສິ່ງຂອງທີ່ມີສີແດງ. ໃຫ້ນັກຮຽນຍົກມືຂຶ້ນ ເມື່ອນັກຮຽນຢາກຕອບ. ຄູບອກໃຫ້ນັກຮຽນຄົນນັ້ນຊີ້ ຫຼື ສະແດງສິ່ງຂອງທີ່ເປັນສີນັ້ນຕາມທີ່ນັກຮຽນເວົ້າ.- ຄູສືບຕໍ່ດໍາເນີນກິດຈະກໍາຖາມ-ຕອບແບບນີ້ອີກ ສໍາລັບ ສີເຫຼືອງ, ສີຂຽວ ແລະ ສີຟ້າ.ຊົ່ວໂມງທີ 2 I. ຈຸດປະສົງໃຫ້ນັກຮຽນສາມາດ:- ທວນຄືນກົດລະບຽບໃນຫ້ອງຮຽນໄດ້.- ບອກສຽງຂຶ້ນຕົ້ນຊື່ຂອງຕົນເອງໄດ້.- ຈັບສໍຂາວ, ສໍດໍາໄດ້ຢ່າງຖືກຕ້ອງ.- ກ່າຍຕາມຮູບແບບຂອງເສັ້ນການຫັດຂຽນໄດ້.II. ສື່ການຮຽນການສອນ- ປຶ້ມແບບຮຽນ.- ບັດຊື່ຂອງນັກຮຽນທີ່ຖືກຈັດເປັນກຸ່ມຕາມສຽງຂຶ້ນຕົ້ນຂອງຊື່ (ລາຍຊື່ທັງໝົດທີ່ຂຶ້ນຕົ້ນດ້ວຍສຽງ ຮ, ກ, ພ ແລະ ອື່ນໆ).III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູທັກທາຍນັກຮຽນ ແລະ ທວນຄືນກົດລະບຽບຫ້ອງຮຽນ - ແລະ ບອກໃຫ້ນັກຮຽນເຮັດທ່າທາງສໍາລັບກົດລະບຽບແຕ່ລະຂໍ້. - ຄູບອກໃຫ້ນັກຮຽນກຽມຕັ້ງໃຈຟັງ.- ຄູຢາຍຕຸກກະຕາທີ່ນັກຮຽນໄດ້ປະດິດໃນຊົ່ວໂມງທີ 1 ຂອງມື້ທີ 1.- ຄູເອົາຕຸກກະຕາຂອງຄູ ແລະ ເວົ້າວ່າ: ສະບາຍດີ, ຂ້ອຍຊື່ຄູ….. (ແລະ ໃຫ້ເວົ້າຊື່ຄູໃສ່) ໂດຍການເນັ້ນສຽງ ພະຍັນຊະນະທໍາອິດຂອງຊື່ (ຕົວຢ່າງ ບົວສະຫວັນ).- ຄູຖາມຕຸກກະຕາຂອງນັກຮຽນຜູ້ໜຶ່ງ: “ເຈົ້າຊື່ຫຍັງ?” ແລະ ນັກຮຽນຄວນໃຊ້ຕຸກກະຕາຕອບວ່າ: ຂ້ອຍຊື່..... (ແລະ ໃຫ້ເວົ້າຊື່ຂອງຕົນເອງ) ໂດຍການເນັ້ນສຽງພະຍັນຊະນະທໍາອິດຂອງຊື່ຕົນເອງ.- ຄູສືບຕໍ່ຖາມຈົນກວ່ານັກຮຽນທຸກຄົນໄດ້ຕອບຊື່ຂອງຕົນເອງ ແລະ ເນັ້ນສຽງພະຍັນຊະນະທໍາອິດຂອງຊື່ ພວກເຂົາ. (ຕົວຢ່າງ ອະລັນຍາ ຫຼື ພັນ).ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູໃຊ້ບັດຊື່ນັກຮຽນ ແລະ ອ່ານຊື່ນັກຮຽນ 2 3 ຊື່ໂດຍເນັ້ນສຽງຂຶ້ນຕົ້ນຂອງຊື່.–- ຄູຄວນເນັ້ນການອອກສຽງຂຶ້ນຕົ້ນຂອງຊື່ ຕົວຢ່າງ: ພ - ພົງ, .ພ- ພູວາ ແລະ ຜ-ຜົ້ງສາລີ - ໃຫ້ນັກຮຽນອອກສຽງຂຶ້ນຕົ້ນຂອງຊື່ຄືນອີກ.- ຄູຖາມນັກຮຽນ: “ນັກຮຽນໄດ້ຍິນສຽງຂຶ້ນຕົ້ນຊື່ເຫຼົ່ານີ້ວ່າແນວໃດ?” ເນັ້ນສຽງ ພ ເພື່ອໃຫ້ນັກຮຽນ ໄດ້ຍິນ. ໃຫ້ຄູເຮັດຄືນອີກ 2 3 ຊື່ທີ່ມີສຽງຂຶ້ນຕົ້ນຄືກັນ ເຊັ່ນ: ອ -ອະລັນຍາ ອ-ອານຸສອນ ອ ອັກສອນ ແລະ ທ - –-ທອງສີ ແລະ ທ - ທ່ຽງ . ໒໔ສ ວ ສສະຫງວນລິຂະສິດ

25- ຄູເວົ້າຊື່ນັກຮຽນໂດຍການເນັ້ນສຽງຂຶ້ນຕົ້ນຂອງຊື່ ແລະ ໃຫ້ນັກຮຽນເວົ້າຕາມຄູ ໂດຍເນັ້ນສຽງພະຍັນຊະນະ ທໍາອິດຊື່ຂອງນັກຮຽນ. - ຄູສືບຕໍ່ເຮັດກິດຈະກໍາຄືນອີກຈົນກວ່ານັກຮຽນສາມາດອອກສຽງຂຶ້ນຕົ້ນຂອງຊື່ຕົນເອງໄດ້ຢ່າງຖືກຕ້ອງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ຄູບອກນັກຮຽນວ່າພວກເຮົາຈະຫຼິ້ນເກມນໍາກັນ. - ຄູເວົ້າ “ສຽງຂຶ້ນຕົ້ນໃດໜຶ່ງ” ແລ້ວຍ່າງໄປຈັບບ່າຂອງນັກຮຽນຜູ້ນັ້ນ ແລະ ເວົ້າສຽງຂຶ້ນຕົ້ນຂອງຊື່ນັກຮຽນ ຜູ້ນັ້ນ ໃຫ້ນັກຮຽນຜູ້ທີ່ມີຊື່ຂຶ້ນຕົ້ນດ້ວຍສຽງດຽວກັນກັບນັກຮຽນຜູ້ນີ້ມາໂຮມເປັນກຸ່ມດຽວກັນ. ຄູກວດເບິ່ງຄືນ ໂດຍ ການໃຫ້ນັກຮຽນເວົ້າຊື່ຂອງຕົນເອງໂດຍເນັ້ນສຽງຂຶ້ນຕົ້ນຂອງຊື່. ຖ້າວ່າມີນັກຮຽນຜູ້ໃດຢືນຜິດກຸ່ມໃຫ້ນັກຮຽນຜູ້ນັ້ນໄປເຂົ້າກຸ່ມນໍານັກຮຽນຜູ້ອື່ນໆທີ່ຍັງບໍ່ຖືກຈັດເປັນກຸ່ມເທື່ອ.- ຄູສືບຕໍ່ເຮັດກິດຈະກໍາຈົນກວ່ານັກຮຽນທັງໝົດມີກຸ່ມຂອງຕົນເອງ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູແນະນໍາໃຫ້ນັກຮຽນກະກຽມອຸປະກອນສໍາລັບກິດຈະກໍາຫັດຂຽນ.- ຄູສາທິດການຈັບສໍຂາວ ແລະ ແຕ້ມເສັ້ນໂຄ້ງຈໍານວນໜຶ່ງລະຫວ່າງ ສອງເສັ້ນນອນ ໂດຍເລີ່ມຂີດຈາກເສັ້ນນອນດ້ານລຸ່ມ ແລ້ວລາກຂຶ້ນຈົນຈໍາເສັ້ນນອນດ້ານເທິງ ແລະ ຂີດໂຄ້ງລົງມາໃສ່ເສັ້ນ ນອນດ້ານລຸ່ມ.- ໃຫ້ນັກຮຽນກ່າຍຕາມລາຍແບບນັ້ນໃສ່ກະດານດໍານ້ອຍ ຫຼື ໃສ່ປຶ້ມບົດຝຶກຫັດຂອງນັກຮຽນຈົນເຕັມກະດານ ຫຼື ເຕັມໜ້າເຈ້ຍ. (ໝາຍເຫດ: ຖ້າວ່ານັກຮຽນໃຊ້ປຶ້ມບົດຝຶກຫັດ, ໃຫ້ຄູກວດເບິ່ງວ່ານັກຮຽນເປີດປຶ້ມໄປໜ້າ ທໍາອິດແນວໃດ ແລະ ໃຫ້ຂຽນໃນແຖວຕໍ່ໄປ ຕໍ່ຈາກກິດຈະກໍາທີ່ນັກຮຽນໄດ້ຂຽນໃນກິດຈະກໍາຂອງມື້ທີ 1 ແລະ ມື້ທີ 2 ແລ້ວ.- ຄູກວດເບິ່ງວ່ານັກຮຽນຈັບສໍດໍາ, ສໍຂາວໄດ້ຖືກຕ້ອງແລ້ວບໍ່.ຂັ້ນສະຫຼຸບ (5 ນາທີ)- ຄູເວົ້າຊື່ຂອງນັກຮຽນ 3 ຄົນ ທີ່ມີສຽງຂຶ້ນຕົ້ນຂອງຊື່ຄືກັນ. ໃຫ້ນັກຮຽນ 3 ຄົນນີ້ພະຍາຍາມຊອກຫາ ຊື່ຂອງ ພວກເຂົາຢ່ຕາຕະລາງການລົງທະບຽນ ແລະ ລະບາຍສີໃສ່ໃນຫ້ອງຕາຕະລາງປະຈໍາວັນ ເພ່ອສະແດງວ່າ ູືພວກເຂົາໄດ້ມາໂຮງຮຽນໃນມື້ນັ້ນ.- ຄູສືບຕໍ່ເວົ້າສຽງຂຶ້ນຕົ້ນໄປເລື້ອຍໆ ຈົນກວ່ານັກຮຽນທຸກຄົນໄດ້ອອກມາລະບາຍສີໃສ່ໃນຫ້ອງຕາຕະລາງ ປະຈໍາວັນຕາມຊື່ຂອງຕົນ- ຄູຊົມເຊີຍນັກຮຽນທີ່ຕັ້ງໃຈຟັງການເອີ້ນຊື່ຂອງຕົນເອງໄດ້ດີ ແລະ ເກັບມ້ຽນຕຸກກະຕາໃຫ້ເປັນລະບຽບ.ຊົ່ວໂມງທີ 3ນໍາໃຊ້ຊົ່ວໂມງທີ 3 ຂອງປຶ້ມຄູ່ມືຄູ ແລະ ປຶ້ມແບບຮຽນວິຊາຄະນິດສາດ ຊັ້ນປະຖົມປີທີ 1.ຊົ່ວໂມງທີ 4I. ຈຸດປະສົງໃຫ້ນັກຮຽນສາມາດ:- ບອກຊື່ພາກສ່ວນຕ່າງໆຂອງຮ່າງກາຍ, ມື, ຂາ, ແຂນ, ຫົວ, ຂາ.- ປະຕິບັດຕາມຄໍາສັ່ງທີ່ງ່າຍຂອງຄູ.໒໕

26- ຝຶກການຍົກມືຂຶ້ນກ່ອນທີ່ຈະເວົ້າ.- ຝຶກການເຮັດວຽກເປັນຄູ່.II. ສື່ການຮຽນການສອນ- ເດີ່ນໂຮງຮຽນ.- ບັນທຶກເພງ “ຢືນຂຶ້ນ, ນັ່ງລົງ” ແລະ ເພງວົງມົນ ໃນແມັມໜ່ວຍຄວາມຈໍາ ຫຼື ຢູເອສບີ USB.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູບອກນັກຮຽນວ່າເຮົາຈະທວນຄືນເພງ “ຢືນຂຶ້ນ, ນັ່ງລົງ”.(ເບິ່ງເນື້ອເພງຢູ່ມື້ທີ 2 ຊົ່ວໂມງທີ 4).- ຄູຮ້ອງເພງ ແລະ ສະແດງທ່າທາງປະກອບ ແລ້ວໃຫ້ນັກຮຽນ ແລະ ຄູຮ້ອງເພງພ້ອມກັນຫຼາຍໆຄັ້ງ. - ຄູບອກນັກຮຽນວ່າພວກເຮົາຈະອອກໄປເຮັດກິດຈະກໍາຢູ່ນອກຫ້ອງ ແລະ ໃຫ້ນັກຮຽນລຽນແຖວຢູ່ໜ້າຫ້ອງ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)- ຄູ ແລະ ນັກຮຽນຮ້ອງເພງ ວົງມົນ ສອງເທື່ອ ແລະ ລຽນເປັນວົງມົນຢູ່ເດີ່ນຫຼິ້ນ. - ໃຫ້ຄູຢືນຢູ່ເຄິ່ງກາງວົງມົນ ແລ້ວຊີ້ໃສ່ຂາຂອງຄູເອງ ແລະ ເວົ້າວ່າ: “ຂາ”. ແລ້ວ ໃຫ້ຄູສັ່ນຂາຂອງຕົນເອງ. - ໃຫ້ນັກຮຽນເຮັດຕາມຄູ (ຄູເວົ້າວ່າ “ຂາ” ແລ້ວໃຫ້ນັກຮຽນແຕ່ລະຄົນສັ່ນຂາ). - ຄູຊີ້ໃສ່ມືຂອງຄູເອງ, ເວົ້າວ່າ “ມື” ແລະ ສັ່ນມືທັງສອງ. ໃຫ້ນັກຮຽນເວົ້າຕາມຄູ ແລະ ສັ່ນມືຂອງຕົນ. - ຄູຊີ້ໃສ່ຫົວ ແລະ ເວົ້າວ່າ “ຫົວ”(ແລະ ແກວ່ງຫົວໄປມາ) ແລະ ໃຫ້ນັກຮຽນເຮັດຕາມ.- ຄູຊີ້ໃສ່ຕີນ ແລະ ເວົ້າວ່າ “ຕີນ” ແລ້ວກະທືບຕີນໄປມາ ແລະ ໃຫ້ນັກຮຽນເຮັດຕາມ.- ຄູສະຫຼຸບກິດຈະກໍາທັງໝົດ ໂດຍຄູເວົ້າຊື່ແຕ່ລະພາກສ່ວນຂອງຮ່າງກາຍຢ່າງຊ້າໆ. - ຄູສາທິດໃຫ້ເບິ່ງຄືນ ແລະ ໃຫ້ນັກຮຽນປະຕິບັດໄປພ້ອມກັນ. - ຄູສາທິດໃຫ້ເບິ່ງຄືີຈົນກວ່ານັກຮຽນທຸກຄົນຈະມີຄວາມໝັ້ນໃຈ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) - ຄູບອກໃຫ້ນັກຮຽນຊອກຫາຄູ່ຂອງຕົນ. - ຄູອະທິບາຍວ່າ ໃຫ້ນັກຮຽນຜູ້ໜຶ່ງເປັນຜູ້ນໍາພາ ແລະ ປະຕິບັດທ່າໃດໜຶ່ງ ແລະ ໃນຂະນະດຽວກັນໃຫ້ນັກຮຽນ ອີກຜູ້ໜຶ່ງປະຕິບັດຕາມທ່ານັ້ນພ້ອມກັນ. - ຄູໃຫ້ນັກຮຽນຜູ້ໜຶ່ງມາສາທິດພ້ອມກັບຄູເພື່ອໃຫ້ນັກຮຽນຄົນອື່ນເບິ່ງເປັນຕົວຢ່າງ. - ໃຫ້ນັກຮຽນຝຶກຊ້ອມນໍາກັນເປັນຄູ່ ໂດຍໃຫ້ຄົນໜຶ່ງເປັນຜູ້ພາເຮັດ ແລະ ອີກຄົນໜຶ່ງປະຕິບັດຕາມ.- ຄູໃຫ້ສັນຍານດ້ວຍການຕົບມື ແລະ ໃຫ້ນັກຮຽນຜັດປ່ຽນກັນ (ໃຫ້ຜູ້ປະຕິບັດຕາມມາເປັນຜູ້ພາເຮັດ).- ນັກຮຽນສືບຕໍ່ຫຼິ້ນກິດຈະກໍານີ້. - ນັກຮຽນລ້າງມື ແລ້ວກັບເຂົ້າຫ້ອງຮຽນ.ຂັ້ນສະຫຼຸບ (5 ນາທີ)- ຄູເຄື່ອນໄຫວຮ່າງກາຍແຕ່ລະພາກສ່ວນ ແລະ ບອກໃຫ້ນັກຮຽນຍົກມື້ຂຶ້ນຖ້າວ່າຜູ້ໃດຮູ້ພາກສ່ວນນັ້ນ. ຄູຮັບຟັງຄໍາຕອບຂອງນັກຮຽນ.- ຄູຊົມເຊີຍນັກຮຽນທີ່ຕັ້ງໃຈຟັງ ແລະ ຕັ້ງໃຈເບິ່ງ. ໒໖ສ ວ ສສະຫງວນລິຂະສິດ

27ຊົ່ວໂມງທີ 5 I. ຈຸດປະສົງໃຫ້ນັກຮຽນສາມາດ: - ອ່ານປຶ້ມນິທານໂດຍການເບິ່ງຮູບພາບນິທານ, ເທື່ອລະໜ້າ, ເລີ່ມແຕ່ໜ້າທໍາອິດຮອດໜ້າສຸດທ້າຍ.- ແຕ້ມຮູບເພື່ອສະແດງເຫດການຈາກປຶ້ມນິທານ.- ອະທິບາຍກ່ຽວກັບຮູບແຕ້ມຂອງຕົນເອງ.II. ສື່ການຮຽນການສອນ- ປ້ມນິທານຫຼາຍກວ່າ 10 ຫົວ ແມ່ນມີຮູບແຕ້ມທ່ງາມ (ຊຸດປ້ມນິທານແມ່ນຢ່ໃນຊຸດອຸປະກອນການຮຽນການ ຶີຶູສອນທ່ໄດ້ແຈກຢາຍໃຫ້ຊ້ນປະຖົມສຶກສາ ປີທີ 1).ີັ- ອຸປະກອນການແຕ້ມຮູບ (ເຈ້ຍ ແລະ ສໍສີ) ຫຼື ຖ້າບໍ່ມີໃຫ້ໃຊ້ກະດານດໍາ ແລະ ສໍຂາວ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ) - ຄູເອົາປຶ້ມນິທານທີ່ໄດ້ອ່ານໃຫ້ນັກຮຽນຟັງໃນມື້ທີ 1ໃຫ້ນັກຮຽນເບິ່ງ ແລະ ຖາມນັກຮຽນວ່າ ນັກຮຽນຈື່ບໍ່ວ່າ ແມ່ນນິທານກ່ຽວກັບຫຍັງ. ຄູຖາມນັກຮຽນດ້ວຍຄໍາຖາມຕ່າງໆເພ່ອຊ່ວຍໃຫ້ນັກຮຽນຈ່ໄດ້ໂດຍໃຊ້ຮູບໃນປ້ມນືືຶິທານ ແລ້ວຖາມນັກຮຽນວ່າ “ຕໍ່ໄປຊິເປັນແນວໃດ?”.- ຄູບອກນັກຮຽນວ່າ ມື້ນີ້ເຮົາຈະມາຮຽນນິທານເລື່ອງໃໝ່ອີກ.- ຄູສາທິດວິທີການຈັບປຶ້ມທີ່ຖືກຕ້ອງ.- ຄູບອກໃຫ້ນັກຮຽນຮູ້ວ່າ ປຶ້ມນິທານມ້ຽນໄວ້ຢູ່ໃສ ຫຼື ຖ້າວ່າບໍ່ມີບ່ອນມ້ຽນສະເພາະ, ໃຫ້ເອົາປຶ້ມນິທານມ້ຽນໄວ້ເທິງໜ້າໂຕະຄູ ແລະ ຢາຍປຶ້ມນິທານອອກເພື່ອໃຫ້ນັກຮຽນເຫັນໜ້າປົກຂອງປຶ້ມ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)ຊົ່ວໂມງອ່ານປຶ້ມນິທານ- ຄູແບ່ງນັກຮຽນອອກເປັນຄູ່ ຫຼື ເປັນກຸ່ມນ້ອຍ ແລະ ຖາມນັກຮຽນຕາງໜ້າຈາກແຕ່ລະກຸ່ມຂຶ້ນເລືອກປຶ້ມນິທານຢູ່ໜ້າໂຕະຄູ ຫຼື ຈາກບ່ອນມ້ຽນປຶ້ມນິທານໃນຫ້ອງຮຽນ. - ນັກຮຽນເປີດເບິ່ງປຶ້ມນິທານທີ່ເລືອກຈາກບ່ອນມ້ຽນປຶ້ມນິທານໃນຫ້ອງຮຽນ: ເລີ່ມແຕ່ໜ້າປົກ ແລະ ເປີດໄປເທື່ອລະໜ້າ ຈົນຈົບປຶ້ມນິທານເຫຼັ້ມນັ້ນ.- ຄູຕິດຕາມ ແລະ ຊຸກຍູ້ໃຫ້ນັກຮຽນຜູ້ອື່ນໆ ໃນກຸ່ມສົນທະນາກ່ຽວກັບສິ່ງທີ່ນັກຮຽນໄດ້ເຫັນແລະ ນັກຮຽນຄິດ ວ່າຕໍ່ໄປຈະເປັນແນວໃດ.- ຫັງຈາກເບ່ງປ້ມນິທານເລ່ອງໜຶ່ງຈົບແລ້ວ ໃຫ້ນັກຮຽນປ່ຽນເບ່ງປ້ມນິທານຫົວໃໝ່. ໃຫ້ແຕ່ລະກ່ມເບ່ງປ້ມນິທານ ຼິຶືິຶຸິຶປະມານ 3 ຫົວ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)- ຄູບອກໃຫ້ນັກຮຽນແຕ້ມຮູບຈາກປຶ້ມນິທານຫົວໃດຫົວໜຶ່ງ (ເຊັ່ນ ຕົວລະຄອນ ຫຼື ແຕ້ມສິ່ງທີ່ນັກຮຽນມັກ). ຂັ້ນສະຫຼຸບ (10 ນາທີ)- ນັກຮຽນແຕ່ລະຄົນເອົາຮູບແຕ້ມໃຫ້ກັນເບ່ງ ແລະ ຄູຊຸກຍ້ໃຫ້ນັກຮຽນອະທິບາຍໃນສ່ງທ່ນັກຮຽນແຕ້ມ ແລະ ຄ ົິູິີູອາດຈະໄດ້ຊ່ວຍນັກຮຽນໃນບາງຄໍາສັບຖ້າຈໍາເປັນ. - ຄູຊົມເຊີຍນັກຮຽນທີ່ຮັກສາປຶ້ມນິທານໄດ້ດີ. ຕົວຢ່າງ: ຄູອາດຈະເວົ້າວ່າ: “ຄູເຫັນ (ເວົ້າຊື່ຂອງນັກຮຽນ) ເປີດ ໒໗

28ປຶ້ມແຕ່ລະໜ້າຢ່າງລະມັດລະວັງ”. ຊົມເຊີຍນັກຮຽນທີ່ຕັ້ງໃຈເບິ່ງປຶ້ມແຕ່ລະໜ້າ, ນັກຮຽນແບ່ງປັນກັນເບິ່ງ ແລະ ລົມກັນຄ່ອຍໆ.ມື້ທີ 4ຊົ່ວໂມງທີ 1 II. ຈຸດປະສົງໃຫ້ນັກຮຽນສາມາດ- ຮ້ອງເພງໃໝ່ທີ່ງ່າຍພ້ອມກັບປະກອບທ່າທາງ (ແຂນ ແລະ ຂາ).- ອອກຄໍາສັ່ງ ແລະ ປະຕິບັດຕາມຄໍາສັ່ງຕ່າງໆໃນການຫຼິ້ນເກມ.- ຈັບສໍາຂາວ/ສໍດໍາໄດ້ຢ່າງຖືກຕ້ອງ.- ກ່າຍຕາມຮູບແບບຂອງເສັ້ນການຫັດຂຽນໄດ້.II. ສື່ການຮຽນການສອນ- ອຸປະກອນສໍາລັບຂຽນ.- ບັນທຶກເພງວົງມົນ ແລະ ເພງແຂນ ແລະ ຂາ ໃສ່ແມັມໜ່ວຍຄວາມຈໍາ ຫຼື ຢູເອສບີ USB.- ຕຸກກະຕາໂຕໃໝ່ທີ່ຈະແນະນໍາໃຫ້ນັກຮຽນ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ) - ຄູບອກໃຫ້ນັກຮຽນຢືນຂຶ້ນ ແລະ ຊີ້ໃສ່ຫົວ, ແຂນ, ມື, ຂາ, ແລະ ຕີນ. ຄູຊ່ວຍນັກຮຽນຜູ້ທີ່ຍັງຈື່ບໍ່ໄດ້ ແລະ ເຮັດ ຄືນໃໝ່ອີກເທື່ອໜຶ່ງ.- ແລ້ວໃຫ້ນັກຮຽນລຽນແຖວ ແລະ ອອກໄປນອກ.- ຄູ ແລະ ນັກຮຽນຮ້ອງເພງວົງມົນ (ໃຫ້ເບິ່ງເນື້ອເພງໃນມື້ທີ 2 ຊົ່ວໂມງທີ 5 ແລະ ລຽນເປັນວົງມົນ).- ຄູຮ້ອງເພງ “ແຂນ ແລະ ຂາ.”- ຄູຮ້ອງໄປແຕ່ລະແຖວ ແລະ ແນະນໍາທ່າປະກອບຂອງເພງ. ຄູສືບຕໍ່ເຮັດຈົນກວ່າຈະຈົບທຸກແຖວ (ໃຫ້ເບິ່ງ ເນື້ອເພງ ແລະ ທ່າປະກອບລຸ່ມນີ້).- ຄູ ແລະ ນັກຮຽນຮ້ອງເພງນີ້ ແລະ ເຮັດທ່າປະກອບ ຫຼາຍໆເທື່ອ.໒໘ສ ວ ສສະຫງວນລິຂະສິດ

29 ເພງແຂນ ແລະ ຂາເນື້ອເພງ ທ່າປະກອບແຂນຂອງຂ້ອຍ ນັ້ນມີສອງເບື້ອງ ຍົກແຂນຊ້າຍ ແລະ ແຂນຂວາຂຶ້ນມືຂອງຂ້ອຍ ນັ້ນມີສອງເບື້ອງ ມືສອງເບື້ອງເດ່ໄປທາງໜ້າ, ຂວໍ້າມື ແລະ ຫງາຍມືມີສອງເບື້ອງ ມີສອງເບື້ອງເອົາໄວ້ຈັບດີໆ ມືສອງເບື້ອງເດ່ໄປທາງໜ້າ, ຂວໍ້າມື ແລະ ຫງາຍມື ຈາກນັ້ນກໍາມືເຂົ້າ ແລະ ແບມືອອກ (ລັກສະນະຈັບ ແລະ ວາງຫຼາຍໆຄັ້ງ ຕາມຈັງຫວະເພງ)ຂາຂອງຂ້ອຍ ນັ້ນມີສອງເບື້ອງ ມືສອງເບື້ອງຕົບຂາຢ້ອນເປັນຈັງຫວະຕີນຂອງຂ້ອຍ ນັ້ນມີສອງເບື້ອງ ຢໍ່າເທົ້າຢູ່ກັບທີ່ມີສອງເບື້ອງ ມີສອງເບື້ອງເອົາໄວ້ຍ່າງດີໆ ຍົກນິ້ວມືສອງນິ້ວທັງສອງເບື້ອງເດ່ໄປທາງໜ້າ, ຍ່າງໄປທາງ ໜ້າຕາມຈັງຫວະເພງ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ) - ຄູເອົາຕຸກກະຕາທີ່ຄູໄດ້ເຮັດໃໝ່ ແລະ ແນະນໍາຕຸກກະຕາໃຫ້ນັກຮຽນຮູ້ ໂດຍເວົ້າວ່າ: “ສະບາຍດີ, ຂ້ອຍຊື່ວ່່າ ຄູດາວ.- ນັກຮຽນສະບາຍດີຄູດາວ.- ຄູບອກນັກຮຽນວ່າ ມື້ນີ້ພວກເຮົາຈະມາຫຼິ້ນເກມທີ່ມີຊື່ວ່າ: “ຄູດາວເວົ້າວ່າ...”. - ຄູບອກນັກຮຽນຮູ້ວ່າເວລາຄູດາວສັ່ງໃຫ້ເຮັດຫຍັງ ນັກຮຽນຕ້ອງປະຕິບັດຕາມຄໍາສັ່ງຂອງຄູດາວ.- ຄູອອກຄໍາສັ່ງ: “ຄູດາວບອກໃຫ້ນັກຮຽນເອົາມືທອງສອງເບື້ອງວາງໄວ້ເທິງຂາ” ແລະ ຄູກວດເບິ່ງວ່າ ນັກຮຽນ ທຸກຄົນປະຕິບັດຕາມຄໍາສັ່ງແລ້ວບໍ. ຄູສືບຕໍ່ເກມຄູດາວ ໂດຍນໍາໃຊ້ພາກສ່ວນ່າຕ່າງໆຂອງຮ່າງ ກາຍ ແລະ ທ່າປະກອບທີ່ນັກຮຽນໄດ້ຮຽນໃນມື້ທີ 3. ຕົວຢ່າງ “ຄູດາວເວົ້າວ່າແກວ່ງຫົວ” ຫຼື ຄູດາວເວົ້າວ່າ “ກະທືບຕີນ”.- ຄູອະທິບາຍວ່າ ຖາຄໍາສັ່ງທີ່ບໍ່ໄດ້ຂນຕົ້ນດ້ວຍ “ຄູດາວເວົ້າວ່າ” ປະໂຫຍກ, ນັກຮຽນບໍ່ຕ້ອງປະຕິບັດຕາມ. ້ຶ້ຄູໃຫ້ຕົວຢ່າງວ່າ “ນັກຮຽນຍົກມື້ຂຶ້ນ”. ຖ້າວ່າມີນັກຮຽນຜູ້ໃດເຮັດຕາມຄໍາສັ່ງນີ້ ແມ່ນຜິດກະຕິກາ ແລະ ໃຫ້ ນັກຮຽນຜູ້ນັ້ນອອກຈາກເກມໄປເຊຍໝູ່.- ຄູ ແລະ ນັກຮຽນຊ້ອມຫຼິ້ນເກມນໍາກັນ. ບາງເທື່ອຕຸກກະຕາກໍເວົ້າວ່າ “ຄູດາວເວົ້າວ່າ: ເອົາມືໄວ້ເທິງຫົວ” ຫຼື ບາງເທື່ອກໍເວົ້າວ່າ “ໃຫ້ນັກຮຽນເອົາມືໄວ້ເທິງຫົວ”. ຄູກວດເບິ່ງວ່ານັກຮຽນເຂົ້າໃຈຄວາມແຕກຕ່າງ ລະຫວ່າງສອງຄໍາສັ່ງນີ້ແລ້ວບໍ່ ໂດຍການຊ້ອມຫຼາຍໆເທື່ອ.- ຫຼັງຈາກນັ້ນ ຄູເລີ່ມຫຼິ້ນເກມ. ໃຫ້ຄູອອກຄໍາສັ່ງໄວຂຶ້ນ ເມື່ອເກມໄດ້ດໍາເນີນໄປແລ້ວ. ຄູອອກຄໍາສັ່ງຫຼິ້ນເກມຕໍ່ ໄປຈົນກວ່າຈະໄດ້ນັກຮຽນຜູ້ຊະນະເລີດ. ໃຫ້ນັກຮຽນຜູ້ທີ່ອອກຈາກເກມໃຫ້ເປັນເປັນກໍາມະການເບິ່ງຊ່ວຍຄູ.ໝາຍເຫດ: ຖ້າວ່າຍັງມີເວລາ, ໃຫ້ນັກຮຽນຫຼິ້ນເກມຄືນອີກເປັນກຸ່ມນ້ອຍໆ ໂດຍມີນັກຮຽນຜູ້ໜຶ່ງ ເປັນຜູ້ອອກຄໍາສັ່ງ. - ນັກຮຽນລ້າງມື, ລຽນແຖວ ແລະ ກັບຄືນຫ້ອງຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ຄູແນະນໍາໃຫ້ນັກຮຽນກະກຽມອຸປະກອນສໍາລັບກິດຂະກໍາຫັດຂຽນ.- ຄູສາທິດການຈັບສໍຂາວ ແລະ ແຕ້ມຕາມຮູບເສັ້ນນີ້ໃສ່ກະດານຢູ່ລະຫວ່າງ ສອງເສັ້ນນອນ. ຄູເນັ້ນວ່າ ເວລາຂີດເສັ້ນເນີ້ງ ແຕ່ລະເສັ້ນແມ່ນໃຫ້ເລີ່ມຂີດແຕ່ເສັ້ນນອນເທິງອຽງລົງເສັ້ນນອນທາງເທິງຫາເສັ້ນນອນ ທາງລຸ່ມ. ໂດຍຂີດເສັ້ນເນີ້ງລົງໄປທາງຊ້າຍ ແລະ ຂວາ.໒໙

30- ນັກຮຽນກ່າຍຮູບແບບເສັ້ນນີ້ໃສ່ກະດານດໍານ້ອຍ ຫຼື ໃສ່ປຶ້ມຂຽນຈົນເຕັມກະດານ ຫຼື ເຕັມໜ້າເຈ້ຍ. - ຄູກວດເບິ່ງວ່ານັກຮຽນຈັບສໍດໍາ/ສໍຂາວຖືກຕ້ອງແລ້ວບໍ.ຂັ້ນສະຫຼຸບ (5 ນາທີ)- ຄູເວົ້າຊື່ຂອງນັກຮຽນແຕ່ລະຄົນ ແລະ ໃຫ້ນັກຮຽນແລ່ນໄປຕາຕະລາງລາຍຊື່, ຊອກຫາຊື່ຂອງຕົນ (ຖ້າຈໍາເປັນ ແມ່ນໃຫ້ຄູຊ່ວຍບອກ) ແລະ ລະບາຍສີໃສ່ໃນຫ້ອງຕາຕະລາງປະຈໍາວັນເພື່ອສະແດງວ່ານັກຮຽນຜູ້ນັ້ນໄປມາໂຮງຮຽນໃນມື້ນັ້ນ.ຊົ່ວໂມງທີ 2 I. ຈຸດປະສົງໃຫ້ນັກຮຽນສາມາດ:- ບອກຊື່ສັດທີ່ພົບເຫັນທົ່ວໄປໄດ້.- ບອກຊື່ຂອງສັດທີ່ມີສຽງຂຶ້ນຕົ້ນຄືກັນ.- ຝຶກການຈັບສໍດໍາ.- ແຕ້ມຮູບສັດ 2 ຊະນິດ.II. ສື່ການຮຽນການສອນ- ບັດຮູບໂຕສັດ ຕິດໃສ່ກະດານດໍາ. (ມ້າ, ໝາ, ເສືອ, ຊ້າງ, ໄກ່ ແລະ ກົບ) ບັດຮູບໂຕສັດ ສ່ວນຫຼາຍມີຢູ່ນໍາຊຸດ ບັດຄໍາຂອງວິຊາພາສາລາວ, ແຕ່ວ່າ ຄູກໍສາມາດແຕ້ມຮູບສັດໃສ່ເຈ້ຍ ແລ້ວຕິດໃສ່ກະດານດໍາ.- ປຶ້ມ ຂຽນ ແລະ ສໍດໍາ.- ຕາຕະລາງກົດລະບຽບຫ້ອງຮຽນ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູສະແດງທ່າທາງ ແລະ ໃຫ້ນັກຮຽນຍົກມືຂຶ້ນ ຖ້າວ່ານັກຮຽນຄົນໃດຮູ້ວ່າ ແມ່ນທ່າໃດຂອງກົດລະບຽບ ຫ້ອງຮຽນ.- ຄູບອກໃຫ້ນັກຮຽນຜູ້ໄປເບິ່ງຢູ່ໂປສເຕີກົດລະບຽບຫ້ອງຮຽນ ແລ້ວຊີ້ໃສ່ວ່າແມ່ນກົດລະບຽບຂໍ້ໃດ, ຄູຖາມ ນັກຮຽນຜູ້ອື່ນໆວ່າເຫັນດີນໍາບໍ່.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)- ຄູຕິດຮູບພາບໂຕສັດໃສ່ເທິງກະດານດໍາ.- ຄູຈັດລຽງຮູບພາບໂຕສັດເປັນຄູ່ຕາມສຽງພະຍັນຊະນະທີ່ຂຶ້ນຕົ້ນຄືກັນ (ມ້າ ແລະ ໝາ; ເສືອ ແລະ ຊ້າງ; ໄກ່ ແລະ ກົບ). - ຄູໃຫ້ນັກຮຽນເບິ່ງກະດານດໍາ ແລະ ບອກຊື່ສັດຕາມຮູບພາບ. ພ້ອມທັງໃຫ້ນັກຮຽນຝຶກເວົ້າຄໍາສັບນັ້ນ ຫຼາຍໆເທື່ອ.- ຄູ່ ແລະ ນັກຮຽນເວົ້າຊື່ຂອງສັດແຕ່ລະໂຕຊ້າໆ ແລະ ໃຫ້ຄິດວ່າຂຶ້ນຕົ້ນດ້ວຍສຽງຫຍັງ.- ຄູເວົ້າຊື່ຂອງສັດອີກ ໂດຍເນັ້ນສຽງໃສ່ຄໍາຂຶ້ນຕົ້ນ. ຄູຖາມນັກຮຽນວ່າ: “ຂຶ້ນຕົ້ນດ້ວຍສຽງຫຍັງ?” ແລ້ວໃຫ້ ນັກຮຽນຕອບ.- ຄູຖາມນັກຮຽນວ່າໃນສັດຮູບພາບໃດທີ່ມີສຽງຊື່ຂຶ້ນຕົ້ນຄືກັນ. ຖ້ານັກຮຽນບໍ່ສາມາດຕອບໄດ້, ໃຫ້ຄູບອກຊື່ນັ້ນ ໃຫ້ນັກຮຽນຕັ້ງໃຈຟັງດີໆ ແລະ ສັງເກດເບິ່ງປາກຂອງຄູເວລາອອກສຽງແຕ່ລະຄໍາ. ໃຫ້ນັກຮຽນສັງເກດເບິ່ງ ການອອກສຽງຂຶ້ນຕົ້ນນັ້ນ ມີການອ້າປາກ ແລະໃຊ້ແຂ້ວພ້ອມກັນບໍ ຫຼື ໃຊ້ຮິມສົບທາງເທິງ ແລະ ລຸ່ມອອກ ສຽງຂຶ້ນຕົ້ນພ້ອມກັນ.໓໐ສ ວ ສສະຫງວນລິຂະສິດ

31- ຄູສືບຕໍ່ເຮັດກິດຈະກໍານີ້ຈົນກວ່ານັກຮຽນສາມາດຈໍາແນກການອອກສຽງຂຶ້ນຕົ້ນທີ່ແຕກຕ່າງກັນໄດ້.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) ເກມສຽງຂຶ້ນຕົ້ນ- ຄູເອົາຮູບສັດອອກຈາກກະດານ ແລ້ວຕິດໃສ່ບ່ອນອື່ນຂອງຫ້ອງຮຽນ. ໃນຂະນະທີ່ຄູຍ້າຍໄປຕິດໃສ່ບ່ອນອື່ນຢູ່ນັ້ນໃຫ້ຄູເວົ້າຊື່ສັດແໃນຕ່ລະຊະນິດໂດຍເນັ້ນສຽງຂຶ້ນຕົ້ນ.- ຄູບອກໃຫ້ນັກຮຽນຢືນຂຶ້ນ.- ຄູເວົ້າສຽງຂຶ້ນຕົ້ນຂອງສັດໃດໜຶ່ງ ແລະ ໃຫ້ນັກຮຽນຍ່າງໄປຫາຮູບພາບຂອງສັດທີ່ມີ ສຽງຊື່ຂຶ້ນຕົ້ນດ້ວຍສຽງ ດຽວກັນກັບຄູ່ເວົ້າ. ອາດຈະເປັນໄປໄດ້ວ່າ 3 ຮູບພາບທີ່ມີສຽງຂຶ້ນຕົ້ນຄືກັນ. ຄູເຕືອນໃຫ້ນັກຮຽນລຸກຍ່າງຢູ່ໃນ ຫ້ອງຮຽນ.- ນັກຮຽນຍ່າງໄປຫາຮູບສັດທີ່ມີສຽງຂຶ້ນຕົ້ນຊື່ຄືກັນກັບທີ່ຄູເວົ້າ.- ຄູຕິດຕາມເບ່ງວ່ານັກຮຽນຍ່າງໄປຫາຮູບພາບຕາມສຽງນ້ນຖືກຕ້ອງແລ້ວບ່. ຖ້າວ່ານັກຮຽນຍ່າງໄປຫາຮູບພາບ ິັໍທີ່ຜິດໃຫ້ຄູບອກໃຫ້ນັກຮຽນຍ່າງໄປຫາຮູບທີ່ຖືກຕ້ອງ.- ໃຫ້ນັກຮຽນເວົ້າຊື່ຂອງໂຕສັດ ແລະ ສຽງຂຶ້ນຕົ້ນຂອງຊື່ນັ້ນຄື.- ໃຫ້ນັກຮຽນກັບໄປບ່ອນນັ່ງຂອງຕົນເອງ.- ຄູສືບຕໍ່ເຮັດກິດຈະກໍາໂດຍໃຊ້ຮູບສັດກຸ່ມທີສອງທີ່ມີສຽງຂຶ້ນຕົ້ນຊື່ຄືກັນ ແລະ ສືບຕໍ່ຫຼິ້ນກຸ່ມຮູບພາບສັດທີ 3 ຕໍ່ໄປ.ກິດຈະກໍາແຕ້ມຮູບ- ຄູບອກໃຫ້ນັກຮຽນເລືອກຂຽນລະຫວ່າງສັດສອງຊະນິດທ່ມີສຽງຂ້ນຕ້ນຊ່ຄືກັນໃສ່ກະດານດໍານ້ອຍ. ຄູຕິດຕາມ ີຶົືແລະ ໃຫ້ຄວາມຊ່ວຍເຫຼືອຕາມຄວາມເໝາະສົມ.ຂັ້ນສະຫຼຸບ (10 ນາທີ) - ຄູໃຫ້ນັກຮຽນ 4 ຫຼື 5 ຄົນຍົກກະດານດໍານ້ອຍຂຶ້ນ ແລ້ວໃຫ້ນັກຮຽນເວົ້າຊື່ສັດທີ່ນັກຮຽນແຕ້ມ.- ຄູຖາມນັກຮຽນວ່າສັດເຫຼົ່ານີ້ມີສຽງຂຶ້ນຕົ້ນຄືກັນບໍ່ ແລະ ໃຫ້ຄໍາຄິດເຫັນ ແລະ ໃຫ້ຄວາມຊ່ວຍເຫຼືອ ຕາມຄວາມເໝາະສົມ.- ຄູຊົມເຊີຍຜົນງານຂອງນັກຮຽນທຸກຄົນ ແລະ ບອກໃຫ້ນັກຮຽນອະນາໄມກະດານດໍານ້ອຍ ແລະ ມ້ຽນອຸປະກອນ ຕ່າງໆ.ຊົ່ວໂມງທີ 3ໃຫ້ນໍາໃຊ້ຊົ່ວໂມງທີ 4 ຂອງປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູວິຊາຄະນິດສາດ ຊັ້ນປະຖົມ ປີທີ 1.ຊົ່ວໂມງທີ 4I. ຈຸດປະສົງໃຫ້ນັກຮຽນສາມາດ:- ຮ້ອງເພງ “ຕາ ແລະ ຫູ” ແລະ ສະແດງທ່າທາງປະກອບໄດ້.- ບອກຊື່: ປາກ, ດັງ, ຫູ, ຜົມ, ຕາໄດ້.- ປະຕິບັດຕາມຄໍາສັ່ງໄດ້.໓໑

32- ໃຊ້ກະດານດໍາ ແລະ ສໍຂາວ.II. ສື່ການຮຽນການສອນ- ກະດານດໍາ ແລະ ສໍຂາວ.- ບັນທຶກເພງ “ຫູ ແລະ ຕາ” ໃສ່ແມັມໜ່ວຍຄວາມຈໍາ ຫຼື ຢູເອສບີ USB.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູແຕ້ມຮູບໄຂ່ໃສ່ກະດານດໍາໃຫ່ຍ. - ຄູແຕ້ມຕາໃສ່ໃນຮູບໄຂ່ ແລ້ວເວົ້າຄໍາວ່າ ຕາ. ໃຫ້ນັກຮຽນເວົ້າຄໍາວ່າ ຕາ ຕາມຄູ.- ຄູແຕ້ມຮູບໃສ່ກະດານ ແລະ ເວົ້າວ່າ ຫູ, ປາກ, ດັງ ແລະ ຜົມ ແລະ ໃຫ້ນັກຮຽນເວົ້າແຕ່ລະຄໍາຕາມຄູ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ) ເກມຊີ້ບອກພາກສ່ວນຕ່າງໆຂອງຮ່າງກາຍ− ຄູຊີ້ໃສ່ຕາທີ່ແຕ້ມໄວ້ ແລະ ເວົ້າຄໍາວ່າ ຕາ ອີກ. ໃຫ້ນັກຮຽນເວົ້າຕາມ ແລະ ຊີ້ໃສ່ຕາຂອງນັກຮຽນເອງ.- ຄູຊີ້ໃສ່ພາກສ່ວນອື່ນໆເທື່ອລະອັນ (ຫູ, ດັງ, ປາກ ແລະ ຜົມ) ແລະ ໃຫ້ນັກຮຽນຊີ້ໃສ່ຂອງຕົນເອງເທື່ອລະອັນ.- ຄູ ແລະ ນັກຮຽນຫຼິ້ນເກມ. ຄູເວົ້າພາກສ່ວນໃດໜຶ່ງຂອງໃບໜ້າ ແລະ ໃຫ້ນັກຮຽນຊີ້ໃສ່ພາກສ່ວນທີ່ເວົ້າ.- ຄູ ແລະ ນັກຮຽນສືບຕໍ່ຝຶກຊ້ອມ. ຄູໃຫ້ນັກຮຽນຜູ້ໜຶ່ງອອກມາເວົ້າ ແລ້ວໃຫ້ນັກຮຽນຜູ້ອື່ນປະຕິບັດຕາມ.ເກມຄູເວົ້າວ່າ- ໃຫ້ຄູ ແລະ ນັກຮຽນຢືນຂຶ້ນ.- ຄູບອກນັກຮຽນວ່າ ນັກຮຽນຈະໄດ້ຫຼິ້ນເກມ ຄູດາວອີກເທື່ອງໜຶ່ງ ແລ້ວໃຫ້ນັກຮຽນເອົາຕຸກກະຕາໃຫ້ຄູດາວ ເບິ່ງ.- ຄູຈັບຕຸກກະຕາ ແລະ ເວົ້າວ່າ: “ຄູດາວເວົ້າວ່າ ເອົາມືຈັບຫູ” ໃຫ້ນັກຮຽນເອົາມືຈັບຫູ ແລະ ຄໍາສັ່ງຕໍ່ໄປ ໃຫ້ເວົ້າຄືກັນສໍາລັບ (ຜົມ, ຕາ, ປາກ ແລະ ດັງ).- ຝຶກຊ້ອມ 2 3 ເທື່ອ. ຄູຄວນເລີ່ມຫຼິ້ນກິດຈະກໍານີ້ໂດຍການເວົ້າຊ້າໆ ແລ້ວຈຶ່ງເວົ້າໄວຂຶ້ນ.–- ຄູຢໍ້າບອກໃຫ້ນັກຮຽນຮູ້ວ່າ ນັກຮຽນສາມາດເຄື່ອນໄຫວໄດ້ສະເພາະເວລາທີ່ນັກຮຽນໄດ້ຍິນ “ຄູດາວເເວົ້າວ່າ ..”. ຖ້ານັກຮຽນໄດ້ຍິນຄໍາປະໂຫຍກສັ່ງທີ່ບໍ່ຂຶ້ນຕົ້ນດ້ວຍ “ຄູດາວເວົ້າວ່າ…” ແມ່ນບໍ່ໃຫ້ນັກຮຽນເຄື່ອນໄຫວ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ຄູແນະນໍາໃຫ້ນັກຮຽນກະກຽມອຸປະກອນສໍາລັບກິດຈະກໍາຫັດຂຽນ.- ຄູສາທິດການຈັບສໍຂາວ ແລະ ຂີດເສັ້ນໂຄ້ງໃສ່ລະຫວ່າງສອງເສັ້ນນອນ ເຊິ່ງເລີ່ມຂີດແຕ່ເສັ້ນນອນເທິງໂຄ້ງ ໃສ່ເສັ້ນນອນລຸ່ມ.- ໃຫ້ນັກຮຽນກ່າຍຮູບແບບຂອງເສັ້ນນີ້ ໃສ່ກະດານດໍານ້ອຍ ຫຼື ປຶ້ມຂຽນຂອງນັກຮຽນຈົນເຕັມໜ້າ. ຂັ້ນສະຫຼຸບ (5 ນາທີ)- ຄູແຕ້ມຮູບໄຂ່ໃສ່ກະດານດໍາ ແລ້ວ ຕື່ມຕາ ແລະ ປາກໃສ່. ຄູບອກໃຫ້ນັກຮຽນບອກຄູວ່າ ແມ່ນຫຍັງທີ່ຫາຍ ໄປ ໂດຍໃຫ້ຍົກມືຂຶ້ນກ່ອນຈະເວົ້າ.ຄູຕື່ມດັງ, ຫູ ແລະ ຜົມ ຕາມຄໍາຕອບທີ່ນັກຮຽນຕອບຂອງນັກຮຽນ.- ຄູຊົມເຊີຍຜົນງານຂອງນັກຮຽນ.໓໒ສ ວ ສສະຫງວນລິຂະສິດ

33ຊົ່ວໂມງທີ 5I. ຈຸດປະສົງໃຫ້ນັກຮຽນສາມາດ:- ຟັງຄູອ່ານປຶ້ມນິທານສັ້ນ ແລະ ງ່າຍ ແລະ ສັງເກດຮູບແຕ້ມໃນແຕ່ລະໜ້າ.- ຕອບຄໍາຖາມງ່າຍໆ ກ່ຽວກັບນິທານເມື່ອຄູໄດ້ອ່ານເປັນຄັ້ງທີສອງ ແລະ ຖາມຄໍາຖາມກ່ຽວກັບຮູບພາບ ເຊັ່ນ: ນີ້ແມ່ນຫຍັງ/ນີ້ແມ່ນໃຜ? ມັນ/ລາວກໍາລັງເຮັດຫຍັງ? ແມ່ນຫຍັງຈະເກີດຂຶ້ນຕໍ່ໄປ?- ມີສ່ວນຮ່ວມໃນການຫຼິ້ນບົດບາດສົມມຸດຕາມນິທານ.II. ສື່ການຮຽນການສອນ- ປຶ້ມນິທານ ເລື່ອງໄຂ່ຢາກມີຂາຈາກຊຸດປຶ້ມ ນິທານ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູໃຫ້ນັກຮຽນນັ່ງສາດ ເພື່ອຟັງນິທານ ຫຼື ວ່າ ໃຫ້ນັກຮຽນນັ່ງຢູ່ບ່ອນຂອງຕົນເອງ.- ຄູສາທິດການຈັບປຶ້ມ ແລະ ປິ່ນປຶ້ມໃຫ້ຖືກລວງ ແລະ ສະແດງໜ້າປົກປຶ້ມໃຫ້ນັກຮຽນເບິ່ງ.- ຄູສະແດງໜ້າປົກປຶ້ມ ແລະ ຖາມນັກຮຽນວ່າ: ນັກຮຽນເຫັນຫຍັງແດ່? ນັກຮຽນຄິດວ່າແມ່ນເລື່ອງກ່ຽວກັບ ຫຍັງ? ຈະມີເຫດການຫຍັງແດ່ເກີດຂຶ້ນໃນເລື່ອງ?- ຄູສາທິດການເປິີດປຶ້ມແຕ່ລະໜ້າ ແລະ ອ່ານເນື້ອເລື່ອງໃນແຕ່ລະໜ້າ. ໃນຕອນທ້າຍຂອງເລື່ອງ, ຄູຖາມວ່າ: ນັກຮຽນມັກນິທານເລື່ອງນີ້ບໍ່? ນັກຮຽນມັກຕອນໃດຫຼາຍທີ່ສຸດ? ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)ອ່ານນິທານຄືນ- ຄູອ່ານນິທານຄືນຊ້າໆ. ກ່ອນຈະເປີດໜ້າຕໍ່ໄປ, ໃຫ້ຄູເນັ້ນຄວາມໝາຍຂອງນິທານ, ໃຫ້ນັກຮຽນຊີ້ໃສ່ຮູບ ເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນ ແລະ ກ່ອນຈະເປີດໜ້າຕໍ່ໄປໃຫ້ຖາມນັກຮຽນວ່າ ຕໍ່ໄປຈະເກີດຫຍັງ ຂຶ້ນ?- ໃຫ້ນັກຮຽນພະຍາຍາມເວົ້າກ່ຽວກັບຕອນຕໍ່ໄປຂອງເລື່ອງກ່ອນທີ່ຄູຈະອ່ານໜ້າຕໍ່ໄປ.ການຫຼິ້ນບົດບາດສົມມຸດ- ຄູແບ່ງນັກຮຽນເພື່ອຫຼິ້ນບົດບາດສົມມຸດຕາມນິທານເລື່ອງທີ່ໄດ້ອ່ານໄປ. ຫຼິ້ນບົດບາດສົມມຸດຫຼາຍໆຄັ້ງ ໂດຍ ໃຫ້ນັກຮຽນສະແດງບົດບາດຕ່າງໆໃນແຕ່ລະຄັ້ງ ແລະ ຄູເປັນຜູ້ນດໍາເນີນເລື່ອງ. ຖ້າວ່ານັກຮຽນມີຄວາມ ໝ້ນໃຈແລ້ວ, ໃຫ້ຄູຊຸກຍ້ໃຫ້ນັກຮຽນສ້າງບົດສົນທະນາຂ້ນເອງຕາມຄວາມເໝາະສົມກັບເວລາທຕາມບົດັູຶີ ່ບາດຂອງເປັນຕົວລະຄອນໃນເລື່ອງນັ້ນ.ຂັ້ນສະຫຼຸບ (5 ນາທີ)ນັກຮຽນມ້ຽນກະເປົາ ແລະ ໃຫ້ຄູເວົ້າຊື່ຂອງນັກຮຽນແຕ່ລະຄົນເພື່ອໃຫ້ນັກຮຽນລຽນແຖວ ແລ້ວຈຶ່ງຍ່າງອອກ ຫ້ອງຮຽນ.໓໓

34ມື້ທີ 5ຊົ່ວໂມງທີ 1I. ຈຸດປະສົງໃຫ້ນັກຮຽນສາມາດ:- ຮ້ອງເພງ “ຕາ ແລະ ຫູ”ແລະ ສະແດງທ່າທາງປະກອບ.- ບອກຊື່ຂອງສັດ ແລະ ການເຄື່ອນໄຫວຂອງມັນ ແລະ ພັນລະນາການເຄື່ອນໄຫວຂອງສັດ.- ຫຼິ້ນເກມ ແລະ ປະຕິບັດຕາມຄໍາສັ່ງ.II. ສື່ການຮຽນການສອນ ບັນທຶກເພງ “ຕາ ແລະ ຫູ” ໃສ່ໃນແມັມໜ່ວຍຄວາມຈໍາ ຫຼື ຢູເອສບີ USB.yIII. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນຍົກແຂນ ແລະ ມື, ແລ້ວຄູກໍບອກໃຫ້ນັກຮຽນຍົກຂາ ແລະ ຕີນ. ຄູບອກໃຫ້ນັກຮຽນຍົກມື ຂຶ້ນຖ້າວ່ານັກຮຽນຄົນໃດຈື່ທ່າທາງທີ່ໄດ້ຮຽນໃນບົດຮຽນກ່ອນກ່ຽວກັບແຂນ ແລະ ຂາ ແລະ ມື ແລະ ຕີນບໍ່.- ຄູ ແລະ ນັກຮຽນຮ້ອງເພງ ແຂນ ແລະ ຂາທີ່ໄດ້ຮຽນໃນມື້ທີ 4 ຊົ່ວໂມງທີ 1 ແລະ ສະແດງທ່າທາງເວລາ ຮ້ອງເພງ.- ຄູແຕ້ມຊົງຮູບໄຂ່ໃສ່ເທິງກະດານ. ຄູເວົ້າວ່ານີ້ແມ່ນໃບໜ້າ ແລະ ຖາມນັກຮຽນວ່າ ມີຫຍັງແດ່ທີ່ຂາດຫາຍໄປ ເພື່ອໃຫ້ຄູແຕ້ມໃສ່ (ຄູຟັງຄໍາຕອບຂອງນັກຮຽນ ແລ້ວແຕ້ມ ປາກ, ດັງ, ຫູ, ຕາ ແລະ ຜົມ).- ຄູບອກໃຫ້ນັກຮຽນຊີ້ໃສ່ຕາ ແລະ ຫູ ຂອງນັກຮຽນເອງ ແລະ ເວົ້າວ່ານັກຮຽນຈະໄດ້ຮຽນເພງໃໝ່ກ່ຽວກັບຕາ ແລະ ຫູ ແລະ ທ່າປະກອບ (ໃຫ້ເບິ່ງເນື້ອເພງ ແລະ ທ່າປະກອບລຸ່ມນີ້). ເພງຕາ ແລະ ຫູເນື້ອເພງທ່າປະກອບຕາຂອງຂ້ອຍ ມີສອງໜ່ວຍ ເອົານິ້ວຊີ້ທັງສອງເບື້ອງຊີ້ໃສ່ຕາ ແລະ ໂອນເອນຕົວໄປມາມີສອງໜ່ວຍ ມີສອງໜ່ວຍ ຊີ້ນິ້ວມືທັງສອງເບື້ອງໄປທາງໜ້າຕາຂອງຂ້ອຍ ນັ້ນມີສອງໜ່ວຍ ເອົາໄວ້ເບິ່ງດີໆ ເອົານິ້ວຊີ້ທັງສອງເບື້ອງຊີ້ໃສ່ຕາ ແລະ ໂອນເອນຕົວໄປມາຫູຂອງຂ້ອຍ ນັ້ນມີສອງເບື້ອງ ເອົານິ້ວຊີ້ທັງສອງເບື້ອງຊີ້ໃສ່ຫູ ແລະ ໂອນເອນຕົວໄປມາມີສອງເບື້ອງ ມີສອງເບື້ອງ ຊີ້ນິ້ວມືທັງສອງເບື້ອງໃສ່ຕາ ແລະ ໂອນເອນຕົວໄປມາຫູຂອງຂ້ອຍ ມີສອງເບື້ອງ ເອົາໄວ້ຟັງດີໆ ເອົານິ້ວຊີ້ທັງສອງເບື້ອງຊີ້ໃສ່ຫູ ແລະ ໂອນເອນຕົວໄປມາ- ຄູເປີດເພງ “ຕາ ແລະ ຫູ” ແລ້ວຮ້ອງເພງໄປແຕ່ລະວັກ ແລະ ສະແດງທ່າທາງປະກອບໃຫ້ນັກຮຽນເບິ່ງ. ໃຫ້ນັກຮຽນເຮັດຕາມຄູ.- ຄູ ແລະ ນັກຮຽນຮ້ອງເພງ ແລະ ສະແດງທ່າທາງປະກອບຫຼາຍໆຄັ້ງ.໓໔ສ ວ ສສະຫງວນລິຂະສິດ

35ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)- ຄູບອກໃຫ້ນັກຮຽນລຽນແຖວ ແລະ ອອກໄປນອກຫ້ອງ.- ຄູ ແລະ ນັກຮຽນລຽນແຖວເປັນວົງມົນ (ໂດຍໃຊ້ເພງວົງມົນ ໃຫ້ເບິ່ງມື້ທີ 2 ຊົ່ວໂມງທີ 5)., - ຄູບອກໃຫ້ນັກຮຽນຍົກຂາ ແລະ ອະທິບາຍວ່ານັກຮຽນສາມາດເຄື່ອນໄຫວດ້ວຍການໃຊ້ຂາໄວ້ຍ່າງ ຫຼື ແລ່ນ.- ຄູບອກໃຫ້ນັກຮຽນຍ່າງໄປໜ້າສອງກ້າວ ແລະ ຍ່າງກັບຫຼັງສອງກ້າວ ເພື່ອໃຫ້ນັກຮຽນໄດ້ກັບຄືນສູ່ບ່ອນເກົ່າ ໃນແຖວວົງມົນ. - ຄູເອົາຮູບ ຊ້າງ, ແມວ, ງູ, ນົກ, ກົບ ແລະ ແມງກະເບ້ອໃຫ້ນັກຮຽນເບ່ງ ແລ້ວຖາມນັກຮຽນວ່າ ແມ່ນສັດຊະນິດ ືິໃດ. ຄູຊ່ວຍນັກຮຽນຜູ້ທີ່ບໍ່ຮູ້ ແລະ ໃຫ້ນັກຮຽນຝຶກເວົ້າຄໍາສັບໃໝ່ຫຼາຍໆເທ່ຶອ. ຄູບອກໃຫ້ນັກຮຽນສະແດງ ທ່າທາງຂອງສັດແຕ່ລະຊະນິດເຄື່ອນໄຫວ ໂດຍນໍາໃຊ້ຄໍາແນະນໍາດັ່ງລຸ່ມນີ້: ຊ້າງ¾ຍ່າງແຮງ, ແກວ່ງງວງໄປມາ (ນັກຮຽນສາມາດໃຊ້ມືສະແດງເປັນງວງຊ້າງ). ຄູ ແລະ ນັກຮຽນ ສະແດງທ່າທາງເປັນຊ້າງນໍາກັນ. ແມວ ¾ຍ່າງລະມັດລະວັງ (ແຢ່ງຢີ້) ແລະ ຊີ້ຫາງຂຶ້ນເທິງ (ນັກຮຽນສາມາດໃຊ້ມືສະແດງເປັນຫາງຂອງ ແມວ). ນົກ¾ ເຄື່ອນໄຫວໂດຍໃຊ້ປີກບິນ (ນັກຮຽນສາມາດວາແຂນອອກເຮັດຄືປີກນົກ). ແມງກະເບື້ອ¾ ໃຊ້ປີກນ້ອຍໆບິນ (ນັກຮຽນສາມາດໃຊ້ມືເຮັດເປັນປີກແມງກະເບື້ອ). ງູ ¾ເລືອ (ນັກຮຽນສາມາດໃຊ້ແຂນເພື່ອສະແດງການເຄື່ອນໄຫວຂອງງູ). ກົບ ¾ໂດດ (ນັກຮຽນສາມາດພັບຂາເຂົ້າເບື້ອງໃດໜຶ່ງຂຶ້ນ ແລະ ເຕັ້ນຄືກົບ).- ໃຫ້ນັກຮຽນທຸກຄົນຝຶກຊ້ອມສະແດງທ່າທາງເຄື່ອນໄຫວຂອງສັດແຕ່ລະຊະນິດ.- ຄູອະທິບາຍໃຫ້ນັກຮຽນຟັງວ່າ ສັດບາງຊະນິດເຄື່ອນໄຫວໂດຍການຍ່າງ, ບິນ, ໂດດ, ເລືອ ແລະ ລອຍນໍ້າ.- ຄູບອກໃຫ້ນັກຮຽນສະແດງທ່າທາງການເຄື່ອນໄຫວຂອງສັດ ຕາມຊະນິດທີ່ຄູເວົ້າ. ຄູບອກໃຫ້ນັກຮຽນສະແດງ ທ່າທາງການເຄື່ອນໄຫວຂອງສັດທີ່ບິນໄດ້ (ນັກຮຽນຄວນສະແດງທ່າທາງການເຄື່ອນໄຫວຂອງແມງກະເບື້ອ ຫຼື ນົກ) - ຄູຕິດຕາມ ແລະ ໃຫ້ນັກຮຽນບອກຊື່ຂອງສັດທີ່ນັກຮຽນກໍາລັງສະແດງທ່າທາງເຄື່ອນໄຫວນັ້ນ.- ຄູເຮັດແບບເກົ່າຄືນອີກ ບອກໃຫ້ນັກຮຽນສະແດງທ່າທາງການເຄື່ອນໄຫວຂອງສັດທີ່ຍ່າງ (ຊ້າງ ຫຼື ແມວ), ລອຍນໍ້າ (ປາ ຫຼື ງູ ຫຼື ກົບ), ເລືອ (ງູ), ໂດດ (ກົບ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)- ໃຫ້ນັກຮຽນແບ່ງອອກເປັນກຸ່ມນ້ອຍ ເພື່ອສະແດງເປັນສັດຊະນິດໃດໜຶ່ງ ແລະ ໃຫ້ໝູ່ໃນກຸ່ມນ້ອຍບອກວ່າ ນັກຮຽນຜູ້ນັ້ນກໍາລັງ ສະແດງເປັນສັດຊະນິດໃດ. ຄູຕິດຕາມ ແລະ ໃຫ້ຄວາມຊ່ວຍເຫຼືອ.- ນັກຮຽນລ້າງມື ແລະ ກັບເຂົ້າຫ້ອງຮຽນ.ຂັ້ນສະຫຼຸບ (10 ນາທີ)- ຄູກໍານົດສັດໜຶ່ງໃນສີ່ຊະນິດໃຫ້ນັກຮຽນແຕ່ລະຄົນ ເຊັ່ນ: ຊ້າງ, ງູ, ກົບ ຫຼື ນົກ ແລະ ບອກໃຫ້ນັກຮຽນທີ່ເປັນ ຊ້າງທຸກຄົນໄປຫາຕາຕະລາງລົງທະບຽນ, ຊອກຫາຊື່ຂອງຕົນເອງ ແລະ ລະບາຍສີໃສ່ໃນຮູບຈະຕຸລັດເພື່ອ ສະແດງວ່ານັກຮຽນໄດ້ມາໂຮງຮຽນມື້ນັ້ນ. ແລ້ວໃຫ້ກຸ່ມໂຕສັດຊະນິດຕໍ່ໄປ ໄປຫາຕາຕະລາງລາຍຊື່ ເພື່ອ ໃສ່ສີໃສ່ຮູບຈະຕຸລັດ ແລ້ວພັດປ່ຽນກຸ່ມຕໍ່ໆໄປ.໓໕

36ຊົ່ວໂມງທີ 2I. ຈຸດປະສົງໃຫ້ນັກຮຽນສາມາດ:- ຈື່ ແລະ ນໍາໃຊ້ຄໍາສັບໃໝ່ກ່ຽວກັບອຸປະກອນໃນຫ້ອງຮຽນດ້ວຍຄວາມໝັ້ນໃຈ.- ປະຕິບັດຕາມຄໍາສັ່ງເວລາເຮັດກິດຈະກໍາເປັນກຸ່ມນ້ອຍ.- ກ່າຍຕາມຮູບແບບຂອງເສັ້ນI. ສື່ການຮຽນການສອນ- ຖາດ ຫຼື ວັດຖຸທີ່ຄ້າຍຄືຖາດ ເພື່ອບັນຈຸວັດຖຸ (ເຊັ່ນ ແກັດເຈ້ຍ). - ອຸປະກອນໃນຫ້ອງຮຽນ 7 ອັນ ແລະ ບັດຮູບ ທີ່ນັກຮຽນເຄີຍໃຊ້ມາກ່ອນ. ອາດຈະເປັນວັດຖຸທີ່ຄືກັນກັບທີ່ ນໍາໃຊ້ໃນກິດຈະກໍາມື້ທີ 2 ຊົ່ວໂມງທີ 2 ແຕ່ຄູກໍສາມາດນໍາເອົາວັດຖຸອື່ນໆມາຕື່ມໃສ່ກໍໄດ້. III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)- ຄູເອົາວັດຖຸທີ່ຢູ່ໃນຫ້ອງຮຽນ 7 ອັນ ວາງໄວ້ເທິງໂຕະ ແລະ ຍົກຂຶ້ນມາ ເທື່ອລະອັນ.- ຄູເອົາວັດຖຸອັນໜຶ່ງຂຶ້ນມາ (ເຊັ່ນ ໄມ້ບັນທັດ) ແລະ ຖາມວ່າ “ນີ້ແມ່ນຫຍັງ? ແລ້ວຄູກໍບອກວ່າ: ມັນແມ່ນໄມ້ ບັນທັດ” ແລະ ຕົບມືຕາມຈໍານວນພະຍາງຂອງຄໍາວ່າ ໄມ້ບັນທັດ.- ຄູຈັບເອົາວັດຖຸຕໍ່ໄປຂຶ້ນມາ ໃຫ້ນັກຮຽນເບິ່ງ ແລະ ຖາມ ຄໍາຖາມແບບເກົ່າ. ໃຫ້ນັກຮຽນຍົກມືຂຶ້ນ ຖ້າວ່ານັກຮຽນຮູ້ຊື່ຂອງ ວັດຖຸນັ້ນ ແລະ ໃຊ້ໂຄງປະໂຫຍກ: “ມັນແມ່ນ…….” ແລະ ຕົບມືຕາມຈໍານວນ ພະຍາງຂອງຄໍາສັບນັ້ນ.- ຄູໃຫ້ນັກຮຽນຄົນໜຶ່ງຖາມຄໍາຖາມ ແລະ ພ້ອມກັບຍົກວັດຖຸນັ້ນຂຶ້ນ. ໃຫ້ນັກຮຽນຜູ້ນີ້ເລືອກເອົານັກຮຽນຄົນອື່ນຂຶ້ນຕອບ ແລະ ໃຫ້ຕົບມືຕາມຈໍານວນພະຍາງຂອງຄໍາສັບນັ້ນ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູເອົາແກັດເຈ້ຍທີ່ມີວັດຖຸ 7 ອັນໃຫ້ນັກຮຽນກໍາລັງຮຽນຈື່ຊື່ຢູ່ ໃຫ້ນັກຮຽນເບິ່ງ. ຄູຢໍ້າຄືນໃຫ້ນັກຮຽນ ຮູ້ວ່າ ນັກຮຽນໄດ້ ຫຼິ້ນເກມກ່ຽວກັບການນໍາໃຊ້ຖາດໃນມື້ທີ 2 ຂອງອາທິດການແນະນໍາເບື້ອງຕົ້ນ.- ຄູໃຫ້ນັກຮຽນອາສາສະໝັກມາອະທິບາຍ ຫຼື ສາທິດທ່າທາງວ່າແມ່ນເກມຫຍັງ. (ເກມມີຊື່ວ່າ “ແມ່ນ ຫຍັງຫາຍໄປ”).- ຄູບອກໃຫ້ນັກຮຽນວ່າມື້ນີ້ນັກຮຽນຈະໄດ້ຫຼິ້ນເກມທີ່ມີຊື່ວ່າ “ແມ່ນຫຍັງຖືກຍ້າຍບ່ອນ?” ແລະ ແທນການຖືກ ເອົາອອກໄປ, ໃນຂະນະທີ່ນັກຮຽນຫຼັບຕາຢູ່, ໃຫ້ຄູຍ້າຍວັດຖຸທີ່ຢູ່ແກັດເຈ້ຍ (ເພື່ອສະຫຼັບປ່ຽນບ່ອນຂອງວັດຖຸ 2 ອັນ).- ໃນຂະນະທີ່ນັກຮຽນຫຼັບຕາຢູ່ນັ້ນ ໃຫ້ຄູສະຫຼັບບ່ອນຂອງ 2 ວັດຖຸທີ່ຢູ່ແກັດເຈ້ຍ, ແລ້ວເວົ້າວ່າ ‘ມືນຕາໄດ້’. ໓໖ສ ວ ສສະຫງວນລິຂະສິດ

37- ຄູບອກນັກຮຽນໃຫ້ເອົາວັດຖຸແຕ່ລະອັນໄວ້ເທິງໜ້າໂຕະ: ສໍດໍາ, ປຶ້ມ, ກະດານດໍານ້ອຍ, ກະເປົາ, ໄມ້ບັນທັດ ແລະ ປຶ້ມແບບຮຽນ.- ເມື່ອນັກຮຽນມືນຕາຂຶ້ນ ແລະ ໃຫ້ນັກຮຽນຜູ້ທີ່ຮູ້ຊື່ຂອງວັດຖຸທີ່ຖືກຍ້າຍສະຫຼັບບ່ອນກັນ ໃຫ້ຍົກມືຂຶ້ນຕອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ). - ນັກຮຽນຫຼິ້ນເກມນີ້ເປັນກຸ່ມນ້ອຍໂດຍນໍາໃຊ້ວັດຖຸຂອງນັກຮຽນເອງ ຫຼື ບັດຮູບພາບ.- ນັກຮຽນຫຼິ້ນເກມ ແມ່ນຫຍັງຖືກຍ້າຍບ່ອນ, ປ່ຽນຜຽນກັນເປັນຫົວໜ້າເກມ (ນັກຮຽນຍິງ-ຊາຍ).- ຄູຈັດໃຫ້ນັກຮຽນມີອຸປະກອນການຂຽນ.- ຄູສາທິດການຈັບສໍຂາວ ແລະ ຂີດເສັ້ນໂຄ້ງ ເລີ່ມຂີດແຕ່ກ້ອງເສັ້ນນອນເທິງ ໂຄ້ງຂຶ້ນຫາເສັ້ນນອນເທິງ ແລ້ວ ຂີດລົງຊື່ຫາເສັ້ນນອນລຸ່ມ.- ໃຫ້ນັກຮຽນກ່າຍລາຍແບບນັ້ນໃສ່ກະດານດໍານ້ອຍ/ປຶ້ມບົດຝຶກຫັດຈົນເຕັມ ແຖວໜຶ່ງ. ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນກະກຽມອຸປະກອນກ່ອນຈະເລີ່ມກິດຈະກໍາການຂຽນ.- ຄູສາທິດການຈັບສໍຂາວ ແລະ ຂີດເປັນເສັ້ນໂຄ້ງ ໂດຍເລີ່ມຂີດແຕ່ກ້ອງເສັ້ນນອນດ້ານເທິງເປັນເສັ້ນໂຄ້ງ ແລ້ວຂີດຊື່ລົງຫາເສັ້ນນອນດ້ານລຸ່ມ. - ໃຫ້ນັກຮຽນກ່າຍລາຍແບບນີ້ ໃສ່ກະດານດໍານ້ອຍ/ປຶ້ມຂຽນຈົນເຕັມແຖວໜຶ່ງ.ຂັ້ນສະຫຼຸບ (10 ນາທີ)- ຄູ ແລະ ນັກຮຽນຫຼິ້ນເກມທົດສອບຄວາມຈື່ຈໍາ. - ຄູບອກໃຫ້ນັກຮຽນບອກລາຍຊື່ຂອງອຸປະກອນທີ່ນັກຮຽນອາດຈະໄດ້ເອົາໃສ່ໃນກະເປົາທຸກມື້ທີ່ມາໂຮງຮຽນ. - ຄູເອົາກະເປົາໜ່ວຍໜຶ່ງໃຫ້ນັກຮຽນເບິ່ງ ແລ້ວເວົ້າວ່າ: ຄູມາໂຮງຮຽນ ແລະ ຄູເອົາ ສໍດໍາໜຶ່ງກ້ານມານໍາ (ແລະ ເອົາສໍດໍາໃສ່ໃນກະເປົາ. ແລ້ວຄູໃຫ້ນັກຮຽນຜູ້ໜຶ່ງເວົ້າຕາມປະໂຫຍກທີ່ຄູເວົ້າ ແລະ ເວົ້້າຊື່ວັດຖຸອີກອັນໜຶ່ງເພີ່ມໃສ່ໃນລາຍການອຸປະກອນການຮຽນນັ້ນ ເຊັ່ນ: ຫຼານມາໂຮງຮຽນ ແລະ ຫຼານເອົາສໍດໍາໜຶ່ງກ້ານ ແລະ ປຶ້ມຂຽນໜຶ່ງຫົວມານໍາ. ແລ້ວນັກຮຽນຜູ້ນັ້ນກໍເອົາປຶ້ມບົດຝຶກຫັດໃສ່ໃນກະເປົາ.- ຄູສືບຕ່ຫ້ນເກມ ໂດຍໃຫ້ນັກຮຽນຜ້ອ່ນເອົາອຸປະກອນອ່ນໃສ່ອີກ ເຊ່ນ ສໍສີ, ໄມ້ບັນທັດ, ຢາງລຶບ, ອັນແຫຼມ ໍຼ ິູືືັສໍດໍາ, ປຶ້ມນິທານ. ຖ້າວ່ານັກຮຽນຄົນໃດບໍ່ສາມາດຈື່ໄດ້ວ່າ ໃນກະເປົາມີອຸປະກອນຫຍັງແດ່, ໃຫ້ນັກຮຽນຜູ້ອື່ນຊ່ວຍບອກຊ່ວຍ ແລະ ຈາກນັ້ນ, ໃຫ້ຄູເປີດກະເປົາ ຫຼື ຖົງ ເພື່ອໃຫ້ນັກຮຽນເບິ່ງວ່າໃນກະເປົາມີຫຍັງແດ່.ຊົ່ວໂມງທີ 3ໃຫ້ນໍາໃຊ້ຊົ່ວໂມງທີ 5 ຈາກປຶ້ມຄູ່ມືຄູ ແລະ ປຶ້ມແບບຮຽນວິຊາຄະນິດສາດ ຊັ້ນປະຖົມປິທີ 1.ຊົ່ວໂມງທີ 4I. ຈຸດປະສົງໃຫ້ນັກຮຽນສາມາດ:- ຈໍາແນກສຽງພະຍັນຊະນະທໍາອິດຂອງຊື່ຕົນເອງໄດ້.໓໗

38- ບອກຕົວອັກສອນທໍາອິດຂອງຊື່ຕົນເອງໄດ້.- ຕົບແຕ່ງຜ້າພັນຫົວໂດຍນໍາໃຊ້ການຂຽນຕາມແບບພະຍັນຊະນະ. - ບອກຊື່ຂອງສີ ທີ່ໃຊ້ລະບາຍຢູ່ເຈ້ຍພັນຫົວ.II. ສື່ການຮຽນການສອນ:- ເຈ້ຍພັນຫົວສໍາລັບນັກຮຽນແຕ່ລະຄົນ: ຍາວ 30 ຊັງຕີແມັດ x ກວ້າງ 10 ຊັງຕີແມັດ ຂຽນຕົວພະຍັນຊະນະ ທໍາອິດຂອງຊື່ນັກຮຽນໃສ່ກາງເຈ້ຍພັນຫົວ. ແຕ້ມຂອບອ້ອມຕົວພະຍັນຊະນະນັ້ນ. (ໃຫ້ເບິ່ງໜ້າທີ 7 ຂອງພາກອາທິດ ແນະນໍາເບື້ອງຕົ້ນ). ພ- ສໍສີ.- ສໍດໍາ.- ສະກ໊ອດໄວ້ຕິດເຈ້ຍພັນຫົວ.- ບັດຊື່ນັກຮຽນ.III. ກິດຈະກໍາການຮຽນການສອນ.ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນຢືນຂຶ້ນ ແລະ ຄິດເຖິງສຽງຂຶ້ນຕົ້ນຂອງຊື່ນັກຮຽນ.- ຄູເວົ້າສຽງໂຕ ‘ຮ’ ແລະ ບອກໃຫ້ນັກຮຽນຜູ້ທີ່ຄິດວ່າ ຊື່ຂອງຕົນຂຶ້ນຕົ້ນດ້ວຍສຽງນັ້ນ ຢືນຂຶ້ນ. ຄູບອກໃຫ້ນັກຮຽນເວົ້າສຽງໂຕ “ຮ” ແລະ ເວົ້າຊື່ຂອງຕົນເອງ. ຖ້າວ່ານັກຮຽນຕອບຖືກ ໃຫ້ນັກຮຽນນັ່ງລົງໄດ້.- ຄູໃຫ້ຄວາມຊ່ວຍເຫຼືອ ແລະ ສືບຕໍ່ເວົ້າສຽງຂຶ້ນຕົ້ນຂອງນັກຮຽນກຸ່ມຕໍ່ໄປ. - ຄູສືບຕໍ່ເຮັດກິດຈະກໍາເວົ້າສຽງຂຶ້ນຕົ້ນທໍາອິດຂອງຊື່ນັກຮຽນທົ່ວໝົດທຸກຄົນ ແລະ ບອກໃຫ້ນັກຮຽນເວົ້າສຽງ ຂຶ້ນຕົ້ນ ແລະ ຊື່ຂອງນັກຮຽນຄືນອີກ. ຄູສືບຕໍ່ເຮັດກິດຈະກໍານີ້ຈົນກວ່ານັກຮຽນໝົດທຸກຄົນໄດ້ນັ່ງລົງ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)- ຄູບອກໃຫ້ນັກຮຽນຊອກບັດທີ່ມີຊື່ຂອງຕົນເອງ. - ຄູກຽມເຈ້ຍພັນຫົວໄວ້ເທິງໜ້າໂຕະຄູ ແລະ ບອກໃຫ້ນັກຮຽນເອົາເຈ້ຍພັນຫົວຜູ້ລະອັນ ເຊິ່ງມີຕົວອັກສອນ ຂ້ນຕ້ນຂອງຊ່ນັກຮຽນຢ່ເທິງເຈ້ຍ. ຄູໃຫ້ເວລານັກຮຽນຊອກຫາເຈ້ຍພັນຫົວຂອງຕົນເອງ ແລະ ເປັນກໍາລັງໃຈ ຶົືູໃຫ້ນັກຮຽນໃນການຈັບຄູ່ກັນລະຫວ່າງ ຕົວພະຍັນຊະນະຂຶ້ນຕົ້ນຢູ່ບັດຊື່ຂອງນັກຮຽນ ແລະ ຕົວອັກສອນ ຢູ່ເຈ້ຍພັນຫົວ.- ຄູບອກວ່າ ນັກຮຽນຈະໄດ້ເຮັດເຈ້ຍພັນຫົວ ໂດຍຄູນໍາເອົາເຈ້ຍພັນຫົວທີ່ຄູໄດ້ກະກຽມໄວ້ໃຫ້ນັກຮຽນເບິ່ງວ່າມັນ ເປັນຄືແນວໃດ ແລະ ຄູເອົາພັນໃສ່ຫົວຂອງຄູ. - ຄູບອກວ່ານັກຮຽນຈະໄດ້ລະບາຍສີໃສ່ເຈ້ຍພັນຫົວຂອງຕົນເອງ ໂດຍໃຊ້ລາຍເສັ້ນຕ່າງໆທີ່ນັກຮຽນໄດ້ຮຽນ ມາໃນອາທິດນີ້. (ຄູບອກໃຫ້ນັກຮຽນເບິ່ງປຶ້ມຂຽນຂອງນັກຮຽນຄືນ ທີ່ນັກຮຽນໄດ້ຝຶກຊ້ອມແຕ້ມຕາມເສັ້ນ ແລະ ໄດ້ແຕ້ມໃສ່ເທິງກະດານດໍາ ເພື່ອເປັນການຊ່ວຍໃຫ້ນັກຮຽນຈື່ໄດ້ວ່າມີລາຍແບບໃດແດ່?໓໘ສ ວ ສສະຫງວນລິຂະສິດ

39ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)- ຄູແບ່ງນັກຮຽນອອກເປັນກຸ່ມນ້ອຍ ແລ້ວຢາຍສໍສີໃຫ້ກຸ່ມລະກັບ ແລະ ບອກໃຫ້ນັກຮຽນໃຊ້ສໍສີຕົບແຕ່ງເຈ້ຍ ພັນຫົວຂອງຕົນເອງ.- ບອກໃຫ້ນັກຮຽນນໍາໃຊ້ສີທີ່ນັກຮຽນໄດ້ຮຽນມາໃນອາທິດນີ້ (ແດງ, ຂຽວ, ເຫຼືອງ ແລະ ຟ້າ).- ຄູສັງເກດ ແລະ ຕິດຕາມນັກຮຽນ. ຄູຖາມນັກຮຽນວ່າ ນັກຮຽນກໍາລັງໃຊ້ສີຫຍັງທາ. ໃຫ້ພະຍາຍາມໃຫ້ ນັກຮຽນແບ່ງປັນສີນໍາກັນ ແລະ ຊົມເຊີຍນັກຮຽນຜູ້ທີ່ແບ່ງປັນໃຫ້ໝູ່ໃຊ້ນໍາ. - ຄູຊ່ວຍນັກຮຽນແຕ່ລະຄົນເຮັດເຈ້ຍພັນຫົວໂດຍນໍາໃຊ້ສະກ໊ອດຕິດ ຫຼັງຈາກນັກຮຽນລະບາຍສີສໍາເລັດແລ້ວ. - ນັກຮຽນເອົາເຈ້ຍພັນຫົວ ມາພັນອ້ອມຫົວຂອງຕົນເອງ. ຂັ້ນສະຫຼຸບ (5 ນາທີ) - ນັກຮຽນຢືນຂຶ້ນ ແລະ ຮ້ອງເພງ “ເຈົ້າຊື່ຫຍັງ?” ໂດຍປະຕິບັດຕາມຂັ້ນຕອນການຮ້ອງ ແລະ ສະແດງທ່າທາງ ປະກອບທີ່ໄດ້ຮຽນໃນມື້ທີ 3 ຊົ່ວໂມງທີ 1. ຊົ່ວໂມງທີ 5 I. ຈຸດປະສົງໃຫ້ນັກຮຽນສາມາດ:- ຟັງຄູອ່ານປຶ້ມນິທານທີ່ງ່າຍ ແລະ ສັ້ນ ແລະ ສັງເກດຮູບແຕ້ມໃນແຕ່ລະໜ້າຂອງປຶ້ມນິທານ.- ຕອບຄໍາຖາມງ່າຍໆກ່ຽວກັບເລື່ອງທີ່ຄູກໍາລັງອ່ານຄືນອີກ ແລະ ຖາມກ່ຽວກັບຮູບແຕ້ມ (ນີ້ແມ່ນຫຍັງ/ໃຜ? ມັນ/ລາວກໍາລັງເຮັດຫຍັງ? ຕໍ່ໄປຈະມີຫຍັງເກີດຂຶ້ນ?).- ມີສ່ວນຮ່ວມໃນການຫຼິິ້ບົດບາດສົມມຸດຕາມນິທານ.II. ສື່ການຮຽນການສອນ- ປຶ້ມນິທານ ເລື່ອງໂຕໜູ ຈາກຊຸດປື້ມນິທານ.III. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)- ໃຫ້ຄູເຕົ້າໂຮມນັກຮຽນໄປນັ່ງຢູ່ສາດເພື່ອຟັງນິທານ ຫຼື ນັ່ງຟັງຢູ່ໂຕະຂອງຕົນເອງກໍໄດ້.- ຄູສາທິດການນໍາໃຊ້ປຶ້ມ, ປິ່ນປຶ້ມເພື່ອໃຫ້ປຶ້ມຕັ້ງຖືກລວງ, ແລະ ເອົາໜ້າປົກປຶ້ມນິທານໃຫ້ນັກຮຽນເບິ່ງ. - ຄູ ເອົາໜ້າປົກຂອງປຶ້ມນິທານໃຫ້ນັກຮຽນເບິ່ງ ແລະ ຖາມນັກຮຽນ ຕາມຄໍາຖາມຕໍ່ໄປນີ້: - ນັກຮຽນເຫັນຫຍັງແດ່? ນັກຮຽນຄິດວ່າ ເລື່ອງກ່ຽວກັບຫຍັງ? ແມ່ນຫຍັງອາດຈະເກີດຂຶ້ນຢູ່ໃນເລື່ອງ? - ຄູ ສາທິດການເປີດໜ້າເຈ້ຍແຕ່ລະໜ້າ ແລະ ອ່ານເລື່ອງຢູ່ແຕ່ລະໜ້າ. ໃນຕອນທ້າຍຂອງເລື່ອງ ໃຫ້ຄູຖາມ: ນັກຮຽນມັກນິທານເລື່ອງນີ້ບໍ່? ນັກຮຽນມັກຕອນໃດຫຼາຍທີ່ສຸດ? ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)ອ່ານນິທານຄືນ- ຄູ ອ່ານນິທານຄືນອີກເທື່ອໜຶ່ງຢ່າງຊ້າໆ. ກ່ອນທີ່ຈະເປີດໜ້າຕໍ່ໄປແຕ່ລະຄັ້ງ, ຄູ ເນັ້ນໃສ່ຄວາມໝາຍຂອງເລື່ອງ, ໃຫ້ນັກຮຽນຊີ້ໃສ່ຮູບພາບ ເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນ ແລະ ກ່ອນທີ່ຈະເປີດໜ້າຕໍ່ໄປ ໃຫ້ຄູຖາມ: ຕໍ່ໄປຈະເກີດຫຍັງຂຶ້ນ? - ໃຫ້ນັກຮຽນ ລອງເລົ່າວ່າໜ້າຕໍ່ໄປຈະເກີດຫຍັງຂຶ້ນ ກ່ອນທີ່ຄູອ່ານຕໍ່ໄປ. ໓໙

40ການສະແດງບົດບາດສົມມຸດ- ຄູແບ່ງນັກຮຽນເພື່ອຫຼິ້ນບົດບາດສົມມຸດຕາມນິທານເລື່ອງທີ່ໄດ້ອ່ານໄປ. ຫຼິ້ນບົດບາດສົມມຸດຫຼາຍໆຄັ້ງ ໂດຍໃຫ້ນັກຮຽນສະແດງບົດບາດຕ່າງໆໃນແຕ່ລະຄັ້ງ ແລະ ຄູເປັນຜູ້ດໍາເນີນເລື່ອງ. ຖ້າວ່ານັກຮຽນມີຄວາມ ໝັ້ນໃຈແລ້ວ, ໃຫ້ຄູຊຸກຍູ້ໃຫ້ນັກຮຽນສ້າງບົດສົນທະນາຂຶ້ນເອງຕາມຄວາມເໝາະສົມຕາມບົດບາດຂອງຕົວ ລະຄອນໃນເລື່ອງນັ້ນ. ຂັ້ນສະຫຼຸບ (5 ນາທີ)- ນັກຮຽນມ້ຽນກະເປົາ/ຖົງປຶ້ມ. ຄູສົ່ງຕຸກກະຕາ ແລະ ຜ້າພັນຫົວຄືນໃຫ້ນັກຮຽນແຕ່ລະຄົນ ແລະ ຊົມເຊີຍຜົນ ງານຂອງນັກຮຽນທີ່ໄດ້ເຮັດໃນອາທິດນີ້.- ຄູກວດເບິ່ງຕາຕະລາງລາຍຊື່ ແລະ ເອົາຕາຕະລາງລາຍຊື່ໃຫ້ນັກຮຽນເບິ່ງວ່າ ນັກຮຽນໄດ້ມາໂຮງຮຽນເປັນ ເວລາ 1 ອາທິດແລ້ວ. ຄູກ່າວຄໍາອໍາລາ: “ລາກ່ອນ” ໃຫ້ນັກຮຽນແຕ່ລະຄົນ ແລະ ເວົ້າວ່າ “ອາທິດໜ້າ ພົບກັນໃໝ່!”- ໃຫ້ນັກຮຽນເອົາຜ້າພັນຫົວ ແລະ ໃຫ້ຄູເອີ້ນຊື່ນັກຮຽນແຕ່ລະຄົນລຽນແຖວຍ່າງອອກຫ້ອງຮຽນ.໔໐ສ ວ ສສະຫງວນລິຂະສິດ

II. ແນະນຳລວມ41໔໑(ວິ ຊາ ຄຸນ ສົມ ບັດ ສຶກ ສາ)

42໔໒ສ ວ ສສະຫງວນລິຂະສິດ

43II. ແນະນໍາລວມປຶ້ມ​ຄູ່​ມື​ຄູ​ເຫຼັ້ມ​ນີ້​ໄດ້​ສ້າງ​ຂຶ້ນ​ ເພື່ອ​ຊ່ວຍ​ຄູ​ໃນ​ການປະ​ຕິ​ບັດ​ການ​ຮຽນ​ການ​ສອນ​ ວິຊາຄຸນສົມບັດສຶກສາ​ ຂັ້ນ​ ປ.1​​ສະບັບປັບປຸງ.​ ຖ້າສົມ​ທຽບ​ໃສ່ຄູ່​ມື​ຄູ​ທິີ່ຜ່ານ​ມາ,​ ຈະ​ເຫັນ​ໄດ້​ວ່າບົດ​ຮຽນຫຼາຍ​ບົດ​ໃນຄູ່​ມື​ຄູ​ເຫຼັ້ມ​ນີ້​ມີລາຍລະອຽດຫຼາຍຂຶ້ນ​ກວ່າ​ເກົ່າຫຼາຍ.​ລາຍລະອຽດເຫຼົ່ານີ້ແມ່ນເປັນບົດຮຽນ​ແບບ​ຢ່າງ​ຊຶ່ງ​ຈະ​ຊ່ວຍໃຫ້​ຄູ​ປັບປຸງວິ​ທີ​ການສິດ​ສອນ​ຂອງ​ຕົນ,​ດັ່ງ​​ນັ້ນ​ນັກ​ຮຽນ​ຈະ​ໄດ້ຮຽນ​ຢ່າງ​ມີ​ສ່ວນ​ຮ່ວມ​ແລະ​ຮຽນ​ໄດ້​ດີ.​1. ກ່ຽວ ກັບຫຼັກ ສູດຫຼັກ​ສູດ​ສະບັບປັບປຸງໃໝ່ເປັນຫຼັກສູດທີ່ອີງໃສ່ສະມັດຖະພາບການຮຽນ.​ສະມັດຖະພາບໝາຍ​ເຖິງ​ຄວາມ​ສາ​ມາດ​ຂອງນັກ​ຮຽນ​ໃນການ​ໝູນ​ໃຊ້​ຄວາມ​ຮູ້,​​ທັກ​ສະ​ແລະ​ທັດ​ສະ​ນະ​ຄະ​ຕິໄດ້​ຢ່າງ​ກົມກຽວ.​​ບົດຮຽນແຕ​່ລະບົດ​ຄວນ​ຈະ​​​ພັດທະນາສະ​ມັດ​ຖະ​ພາບ​​ທີ່ຢູ່ໃນຫຼັກ​ສູດໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ​​ສະນັ້ນ,​ຈຸດ​ປະ​ສົງ​ຂອງ​ບົດ​ຮຽນ​ຄວນ​​ .ເນັ້ນ​ໃສ່​ການ​ພັດ​ທະ​ນາສະ​ມັດ​ຖະ​ພາບ​ໃຫ້​ແກ່​ນັກ​ຮຽນ.​ຫຼັກສູດຂອງແຕ່ລະວິຊາແມ່ນໄດ້ຖືກຂຽນໃນຮູບແບບຜົນໄດ້ຮັບທາງດ້ານການຮຽນ​ຊຶ່ງຈະອະທິບາຍຄວາມສາມາດ​ຂັ້ນຕໍ່າທີ່ນັກຮຽນຄວນຈະຮູ້​ແລະ​ສາມາດເຮັດຫຍັງໄດ້​ເມື່ອເຂົາເຈົ້າຮຽນຈົບແຕ່ລະ​ຂັ້ນຮຽນ.​ຜົນໄດ້ຮັບທາງດ້ານ​ການຮຽນຂອງວິຊາຄຸນສົມບັດສຶກສາ​ຂັ້ນ​ປ.1​ມີລາຍລະອຽດດັ່ງລຸ່ມນີ້:1. ຂັ້ນ ປ.1ເມື່ອຈົບຊັ້ນ​ປ.1​ນັກຮຽນສາມາດ:​-​ ຍົກຕົວຢ່າງຂອງການມີມາລະຍາດທີ່ດີ,​ການໃຫ້ຄວາມເຄົາລົບນັບຖື,​ຄວາມກະຕັນຍູຮູ້ຄຸນ,​ຄວາມເມດຕາ,​ຄວາມຮັກ,​ຄວາມກ້າຫານ,​ຄວາມສື່ຊັດ​ແລະ​ວິໄນ.-​ ສະແດງມາລະຍາດທີ່ດີ,​ການໃຫ້ຄວາມເຄົາລົບນັບຖື,​ຄວາມກະຕັນຍູຮູ້ຄຸນ,​ຄວາມເມດຕາ,​ຄວາມຮັກ,​ຄວາມກ້າຫານ,​ຄວາມສັດຊື່​ແລະ​ການມີວິໄນ​ໃນຂະນະຫຼິ້ນບົດບາດສົມມຸດ.-​ ສະແດງມາລະຍາດທີ່ດີ,​ການໃຫ້ຄວາມເຄົາລົບນັບຖື,​ຄວາມກະຕັນຍູຮູ້ຄຸນ,​ຄວາມເມດຕາ,​ຄວາມຮັກ,​ຄວາມກ້າຫານ,​ຄວາມສັດຊື່​ແລະ​ການມີວິໄນຢູ່ໂຮງຮຽນ​ຫຼື​ຢູ່ເຮືອນ.-​ ສະແດງຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງຂອງຕົນດ້ວຍການຮັກສາ,​ອະນາໄມ​ແລະ​ການປະຢັດ.-​ ສະແດງຄວາມດຸໝັ່ນ​ແລະ​ຄວາມສາມັກຄີຢູ່ໃນເຮືອນ​ຫຼື​ໂຮງຮຽນ.​໔໓


Like this book? You can publish your book online for free in a few minutes!
Create your own flipbook