9423໙ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນຄູແນະນໍາ ເພງທີ່ຮູ້ຈັກຮ້ອງໃຫ້ນັກຮຽນຟັງພ້ອມທ່າທາງປະກອບ ຫຼື ໃຫ້ນັກຮຽນເລືອກເພງເອງ.ຄູສາມາດເລືອກເອົາຂໍ້ໃດໜຶ່ງໃນ 6 , 9 , 15 ທີ່ໄດ້ຮຽນຜ່ານມາ ເພື່ອທວນຄືນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ແຊບ, ດິບ, ຊອກ, ສຸກ, ຊີມ, ປອກ, ຖາມ, ຕອບ, ຕ້ອງການ, ໜ່ວຍ.ວະລີ: ຊື້ໝາກກ້ວຍ, ຊີມໝາກນັດ, ຢູ່ຕະຫຼາດ.18ອ່ານປະໂຫຍກການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນບອກວ່າເຂົາເຈົ້າເຫັນເຄື່ອງໝາຍວັກຕອນຫຍັງແດ່? ຢູ່ໃນບົດເລື່ອງ.2) ນັກຮຽນຕອບ ບົດເລື່ອງສ່ວຍຫຼາຍແມ່ນປະໂຫຍກທໍາມະດາພ້ອມກັບມີບົດສົນທະນາຢູ່ຕອນທ້າຍຂອງເລື່ອງ.3) ນັກຮຽນອ່ານດ້ວຍຕົນເອງ. ຄູອ່ານເປັນແບບຢ່າງ. ຈາກນັ້ນ, ຄູ ແລະ ນັກຮຽນພ້ອມກັນອ່ານໝົດຫ້ອງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວກ່າຍຄໍາຕອບໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ. ຄໍາຕອບ: 1. ໝາກກ້ວຍ, 2. ມີແຕ່ກ້ວຍດິບ (ບໍ່ທັນສຸກ), 3. ໝາກນັດ 2 ໜ່ວຍ.ກິດຈະກໍາເສີມການຂຽນ ຫຼຼິ້ນເກມຂຽນຄໍາສັບຄູໃຫ້ນັກຮຽນຫຼິ້ນເກມຄໍາສັບ ດ້ວຍການໃຊ້ຄໍາສັບໃໝ່ທີ່ໄດ້ຮຽນໃນອາທິດນີ້ ພ້ອມດ້ວຍຄໍາສັບທີ່ນັກຮຽນຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ.ແຕ່ຍັງບໍ່ທັນໄດ້ຮຽນ.ພາກ 1 ເລື່ອງ ບັນຍາກາດບ້ານຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນນິທານໃຫ້ຄູປະຕິບັດຄືກັບບົດທີ 17.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູພາຮ້ອງເພງທີ່ໄດ້ຮຽນຜ່ານມາພ້ອມທ່າທາງປະກອບ ຫຼື ໃຫ້ນັກຮຽນເລືອກເພງເອງ.ການວັດ ແລະ ປະເມີນຜົນຄູປະເມີນການອ່າປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 11.ການວັດ ແລະ ປະເມີນຜົນຄູປະເມີນການອ່ານປ້ມນິທານ ຶໂດຍໃຊ້ເກນtການປະເມີນຂ້ທີ ໍ19ຂ.໙໔ສ ວ ສສະຫງວນລິຂະສິດ
95232) ຄູພານັກຮຽນທວນຄືນຂໍ້ທີ 18 (ອ່ານ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ເລືອກສະຫຼະທີ່ມີຕົວສະກົດ ຕື່ມໃສ່ບ່ອນຈໍາ ເມັດ້ການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 1. ຄຶດ, ໝາກນອຍ, 3. ໝາກຖົ່ວຍາວ, 4. ຮັບ.21ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ. ຄໍາສັບ: ຊື່, ແຖວ, ມົດ, ຂົນ, ນັບ, ດາວ, ດອກໄມ້, ສອງ, ສາມ, ເຕັ້ນ, ຮ້ອງ.ວະລີ: ຟ້າແດດ, ພັກຜ່ອນ, ຝົນຝອຍ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (20 ນາທີ)22ອ່ານ, ເລືອກຄໍາສັບຢູ່ຂໍ້ທີ 21 ຕື່ມໃສ່ບ່ອນ ວ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13 ຄ ຢູ່ໃນພາກແນະນໍາ.ຄໍາຕອບ: 1. ມົດ, ແຖວ, ຂົນ 2. ດອກໄມ້, ດາວ 3. ເຕັ້ນ, ຮ້ອງກິດຈະກໍາເສີມ ການຂຽນ ຫຼຼິ້ນເກມຂຽນຄໍາສັບ1) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຫ້ເຂົາເຈົ້າສາມາດໃຊ້ໃນການ ແຕ່ງປະໂຫຍກຕ່າງໆໄດ້.2) ນັກຮຽນແຕ່ງໜຶ່ງປະໂຫຍກດ້ວຍການໃຊ້ບັດເຫຼົ່ານັ້ນ. ຈາກນັ້ນ, ຂຽນປະໂຫຍກດັ່ງກ່າວ.3) ຄູຊຸກຍູ້ໃຫ້ນັກຮຽນແຕ່ລະກຸ່ມ ພະຍາຍາມແຕ່ງປະໂຫຍກໃຫ້ຍາວກວ່າກຸ່ມອື່ນ ແຕ່ລະກຸ່ມອ່ານປະໂຫຍກທີ່ຕົນ ເອງແຕ່ງ.ທວນຄືນ (10 ນາທີ)1) ນໍາໃຊ້ຂໍ້ທີ 23 ເພື່ອທວນຄືນ.2) ແບ່ງນັກຮຽນເປັນກຸ່ມຕາມຄວາມເໝາະສົມເພື່ອເບິ່ງ ແລະ ບອກຄໍາສັບທີ່ເຂົາເຈົ້າຮູ້ ຫຼື ຍັງບໍ່ທັນຮູ້ຢູ່ໃນບົດເລື່ອງ.3) ນັກຮຽນແຕ່ລະກຸ່ມເອົາກ້ອນຫີນຢອງໃສ່ ຄໍາສັບທີ່ເຂົາເຈົ້າຍັງບໍ່ຮູ້. ນັກຮຽນຂຽນແຕ່ລະຄໍາດັ່ງກ່າວອອກໃສ່ເຈ້ຍ ຕົວຢ່າງ: ອາກາດ, ເຕະບານ, ຟ້າລົມ, ຟ້າແດດ, ຂີ້ຝຸ່ນ ແລະ ອື່ນໆ.4) ແຕ່ລະກຸ່ມຂຽນຄໍາສັບທີ່ເຂົາເຈົ້າຍັງບໍ່ຮູ້ໃສ່ກະດານ (ກ່າຍຈາກຄໍາສັບທີ່ກຸ່ມຕົນເອງຂຽນໄວ້ໃນເຈ້ຍ).5) ນັກຮຽນຜູ້ອື່ນບອກຄໍາສັບຖ້າເຂົາເຈົ້າຮູ້ ຫຼື ຊ່ວຍໃນການອ່ານແຕ່ລະຄໍາສັບທີ່ໄດ້ຂຽນໄວ້ຢູ່ກະດານ.ໝາຍເຫດ: ນັກຮຽນອາດມີຄວາມສາມາດອ່ານບົດອ່ານດ້ວຍຕົນເອງໄດ້ເກືອບໝົດທຸຸກບົດແລ້ວ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງ ປະ ໂຫຍກ ຕາມ ຕົວ ຢ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 15 ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນອ່ານ ຫຼື ຄາດເດົາຫົວຂໍ້. ຄູອ່ານຫົວຂໍ້ ແລະ ໃຫ້ນັກຮຽນບອກຄວາມໝາຍຂອງຄໍາສັບ. ນັກຮຽນ ບອກເຫດຜົນ.2) ຄູໃຫ້ນັກຮຽນຄາດເດົາວ່າ ເລື່ອງຈະເປັນແນວໃດ.3) ນັກຮຽນໃຫ້ເຫດຜົນ (ໂດຍອີງໃສ່ຮູບພາບ ແລະ ຄໍາສັບທີ່ເຂົາເຈົ້າ ສາມາດອ່ານໄດ້).4) ຄູແນະນໍາວ່່າຢູ່ໃນບົດເລື່ອງຈະເວົ້າກ່ຽວກັບວ່າຈະນຸ່ງຫຍັງ ຫຼື ຈະໃຊ້ຫຍັງຢູ່ໃນອາກາດ ແລະ ກິດຈະກໍາທີ່ແຕກ ຕ່າງກັນ. ຄູໃຫ້ນັກຮຽນເວົ້າກ່ຽວກັບອາກາດໃນມື້ນີ້ ແລະ ຄໍາສັບທີ່ໃຊ້ພັນລະນາກ່ຽວກັບອາກາດ. ຄູູຖາມນັກ ໙໕
9623໙ຮຽນວ່າເຂົາເຈົ້ານຸ່ງຫຍັງ ຫຼື ເອົາຫຍັງມາເປັນພິເສດຍ້ອນອາກາດມື້ນີ້ບໍ.5) ນັກຮຽນຕອບ6) ຄູອ່ານບົດນັກຮຽນຕິດຕາມ ແລະ ອ່ານງຽບໆໄປພ້ອມເມື່ອຮອດວັກທີ່ຍັງມີບ່ອນວ່າງ ຄູຢຸດອ່ານ ແລະ ໃຫ້ນັກຮຽນບອກເຫດຜົນເພື່ອເອົາຕື່ມໃສ່ບ່ອນວ່າງນັ້ນ. 7) ນັກຮຽນບອກເຫດຜົນທີ່ເໝາະສົມກັບປະໂຫຍກໃນບົດເລື່ອງ.8) ນັກຮຽນອ່ານປະໂຫຍກທີ່ສົມບູນ ແຕ່ຄູບອກນັກຮຽນວ່າ ເຂົາເຈົ້າຈະໄດ້ສົນທະນາ ແລະ ຕອບຄໍາຖາມເທື່ອໜ້າ.9) ຄູອ່ານບົດຄືນ ໂດຍໃຫ້ນັກຮຽນອ່ານໄປພ້ອມຖ້າພວກເຂົາມີຄວາມສາມາດ. ເມື່ອຮອດບ່ອນຕື່ມໃສ່ບ່ອນວ່າງ, ຄູໃຫ້ນັກຮຽນເວົ້າລື້ມຄືນຄໍາແນະນໍາຂອງເຂົາເຈົ້າ ເພື່ອເອົາຕື່ມໃສ່ບ່ອນວ່າງໃນວັກຕ່າງໆຂອງບົດ.10) ຄູ ແລະ ນັກຮຽນສົນທະນາເພາະວ່າ ຄໍາສັບທີ່ຕ້ອງການນັ້ນບໍ່ແມ່ນມາຈາກອາກາດໝົດ ຕົວຢ່າງ: ຂີ້ຝຸ່ນ ແລະ ຟ້າລົມເວລາເດີນທາງດ້ວຍລົດບັນທຸກ ຫຼື ຢູ່ໃກ້ແມ່ນໍ້າ ແລະ ຕ້ອງການລອຍ ແມ່ນສາມາດໃຊ້ໄດ້ທັງສອງຫົວ ຂໍ້ບໍ່ແມ່ນອາກາດຢ່າງດຽວ.11) ຄູໃຫ້ນັກຮຽນເລົ່າຂໍ້ມູນຈາກແຕ່ລະວັກຂອງບົດເລື່ອງ: ອາກາດ (ຫຼື ສະພາບການ) ເປັນຄືແນວໃດ ແລະ ສິ່ງຂອງແບບໃດທີ່ຕ້ອງການສໍາລັບອາກາດ ຫຼື ສະພາບການດັ່ງກ່າວ. ຄູຂຽນລາຍຊື່ຄໍາສັບຕ່າງໆໃສ່ໃຕ້ຫົວຂໍ້ອາກາດ ຫຼື ສະພາບການ, ການນຸ່ງເຄື່ອງ, ການເອົາ ຫຼື ຖືສິ່ງຂອງໄປນໍາ.12) ຄູຊີ້ໃສ່ອາກາດ ຫຼື ສະພາບການແຕ່ລະປະເພດ ແລະ ຖາມນັກຮຽນວ່າ ເຂົາເຈົ້າເຮັດຫຍັງ ຫຼື ໃຊ້ຫຍັງຢູ່ໃນປະ ເພດຕ່າງໆຂອງອາກາດ ຫຼື ສະພາບການດັ່ງກ່າວເຊັ່ນ: ໃນກໍລະນີທີ່ເຂົາເຈົ້າລືມເອົາໝວກ, ຄັນຮົ່ມໄປນໍາ ຫຼື ບໍ່ມີໝວກ, ຄັນຮົ່ມໃນມື້ແດດຮ້ອນ, ເຂົາເຈົ້າຈະເຮັດຫຍັງແທນ?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ຫຼິ້ນເກມ1) ຄູຈັດນັກຮຽນເປັນກຸ່ມ ກຸ່ມລະປະມານ 4 ຄົນ ເພື່ອແລກປ່ຽນຂໍ້ມູນແລ້ວຕອບຄໍາຖາມຂໍ້ທີ 21.2) ຄູກວດໄປແຕ່ລະກຸ່ມ ຊ່ວຍນັກຮຽນເມື່ອເຂົາເຈົ້າຕ້ອງການ. ຈາກນັ້ນ, ໃຫ້ນັກຮຽນແຕ່ລະກຸ່ມເລືອກເອົາຕາງໜ້າກຸ່ມຜູ້ໜຶ່ງ ອອກໄປເລົ່າກ່ຽວກັບຄວາມຝັນ ແລະ ຄວາມຮູ້ສຶກສູ່ໝູ່ໃນຫ້ອງຟັງ.ກິດຈະກໍາເສີມ1) ຄູຈັດໃຫ້ນັກຮຽນແຕ້ມຮູບ ກ່ຽວກັບກິດຈະກໍາທີ່ເຂົາເຈົ້າຈະເຮັດທ້າຍອາທິດໜ້າ ແລະ ແຕ່ງປະໂຫຍກກ່ຽວກັບກິດຈະກໍາດັ່ງກ່າວເພື່ອຕອບຄໍາຖາມຢູ່ທ້າຍບົດຂອງ ກິດຈະກໍາ 21.2) ນັກຮຽນແຕ້ມຮູບ ແລະ ແຕ່ງປະໂຫຍກດ້ວຍຕົນເອງ. ໃນຂະນະທີ່ນັກຮຽນແຕ້ມຮູບ ຄູຍ່າງໄປມາຫານັກຮຽນ ແລະ ຖາມເຂົາເຈົ້າວ່າເຂົາເຈົ້າແຕ້ມ ແລະ ຂຽນຫຍັງ. 3) ນັກຮຽນແຕ່ລະຄົນສະເໜີຮູບພາບຂອງຕົນເອງ, ອ່ານສິ່ງທີ່ຕົນເອງໄດ້ຂຽນ. ຈາກນັ້ນ, ໃຫ້ເວົ້າ/ອະທິບາຍ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູແນະນໍາເພງທີ່ຮູ້ຈັກຮ້ອງໃຫ້ນັກຮຽນຟັງພ້ອມທ່າທາງປະກອບ ຫຼື ໃຫ້ນັກຮຽນເລືອກເພງເອງ.2) ຄູໃຫ້ນັກຮຽນຂຽນບອກຄໍາສັບຕ່າງໆ ທີ່ຍັງມີບັນຫາໃນການຟ້ອງສຽງ ແລະ ຜັນສຽງ.3) ຄູຊ່ວຍນັກຮຽນໃນການຟ້ອງສຽງ ແລະ ຜັນສຽງຄໍາສັບທີ່ນັກຮຽນຍົກຂຶ້ນມາ.໙໖ສ ວ ສສະຫງວນລິຂະສິດ
9723ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)ປະເມີນການອ່ານຟ້ອງສຽງ ແລະ ຜັນສຽງຂັ້ນຕອນການສອນໃຫ້ຄູປະຕິບັດຄືກັນກັບບົດທີ 17 ຊົ່ວໂມງທີ 9.ຄໍາສັບໃຫ້ນໍາເອົາຄໍາສັບທີ່ນັກຮຽນຍັງມີບັນຫາໃນການຟ້ອງສຽງ ແລະ ຜັນສຽງ.ການປະເມີນ ຄໍາສັບ, ວະລີ ແລະ ປະໂຫຍກຂັ້ນຕອນການສອນ ໃຫ້ຄູປະຕິບັດຄືກັນກັບບົດທີ 17 ຊົ່ວໂມງທີ 9.1) ຄູເລືອກເອົາຄໍາສັບ ແລະ ວະລີ ຢູ່ຂໍ້ທີ 17 ໃນປຶ້ມແບບຮຽນ.2) ຄູເລືອກເອົາປະໂຫຍກຢູ່ຂໍ້ທີ 18 ໃນປຶ້ມແບບຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ປະເມີນການນໍາໃຊ້ຂັ້ນຕອນການສອນ ໃຫ້ຄູປະຕິບັດຄືກັນກັບບົດທີ 17 ຊົ່ວໂມງທີ 9.ຄູປະຕິບັດຄືກັນກັບຂໍ້ທີ 22 ແລະ 23 1ປະເມີນການຂຽນຄູໃຫ້ນັກຮຽນຂຽນທວາຍ (ທ້າວແກ້ວຊື້ກ້ວຍສຸກ)ຂັ້ນຕອນການສອນຂຽນທວາຍໃຫ້ປະຕິບັດຄືບົດຜ່ານມາຂັ້ນຕອນການສອນຂຽນທວາຍໃຫ້ປະຕິບັດຄືບົດຜ່ານມາ: ເລື່ອງ ເຕົ່າມາຊ້າ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ. ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຟ້ອງສຽງ ແລະ ຕົວອັກສອນ ໂດຍ ໃຊ້ເກນການປະເມີນຂໍ້ທີ 5ກ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນທວາຍຂອງ ນັກຮຽນ ໂດຍໃຊ້ເກນການປະເມີນ 13ຂການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ ເກນການປະເມີນ 19ຂ.໙໗
9824ບົດທີ 24 ບົດຝຶກຫັດເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ຈໍາແນກສຽງຄໍາສັບ, ແຍກສຽງຄໍາສັບ ແລະ ປະສົມສຽງເປັນຄໍາສັບ.1 2ຂຽນຄໍາສັບໃຫຖືກຕາມຮູບແບບ.1 3ອ່ານຄໍາສັບ, ວະລີ ແລະ ປະໂຫຍກພ້ອມທັງບອກຄວາມໝາຍໄດ້.1 4ສ້າງປະໂຫຍກຕາມຂັ້ນຕອນຕ່າງໆຂອງບົດເລື່ອງ.1 5ນໍາໃຊ້ຄວາມຮູ້ກ່ຽວກັບຮູບ, ຕົວອັກສອນເພ່ອຄາດເດົາຄໍາສັບ, ບອກຫົວຂ້ແລະເຫດການຂອງບົດນິທານ.ືໍ1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີແລະປະໂຫຍກ.II. ການວັດຜົນ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະ ການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ 4ຂ ໃນຊົ່ວໂມງທີ 4.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 2ຂ ໃນຊົ່ວໂມງທີ 8.1 3ອ່ານ: ໃຊ້ເກນການປະເມີນຂໍ້ທີ 9ຄ ໃນຊົ່ວໂມງທີ 4.1 4ຫັດຂຽນ:ໃຊ້ເກນການປະເມີນຂໍ້ທີ 14ຄ ໃນຊົ່ວໂມງທີ 5.1 5ນິທານ: ໃຊ້ເກນການປະເມີນຂໍ້ທີ 18ຂ ໃນຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 1ການແຍກສຽງຄໍາສັບ: ຕະຫຼາດ, ຂ້ອຍ, ຂຽນ, ແລ້ວ, ກັນ, ເປັນ, ຂອງ, ຄົນ ແລະ ຮຽນ.1 2ປະກອບສຽງເປັນຄໍາ: ງາມ, ຄອກ, ຕົນໂຕ, ຄວາຍ, ວ່າວ, ມີດ, ເຮືອນ ແລະ ເຕັມ.1 3ຂຽນຄໍາ: ບ້ານ, ກິນ, ໜຶ່ງ, ຫິວ, ເຂົ້າໜຽວ ແລະ ລອຍນ້ໍາ.1 4ອ່ານ ແລະ ຊອກຫາຄວາມໝາຍຂອງຄໍາສັບ ແລະ ວະ ລີ.1 5ພັນລະນາກ່ຽວກັບຮັງນົກ ແລະ ການຈັດລຽງຮູບ ພາບ.1 6ນິທານ IV. ສື່ການຮຽນການສອນ1 1ປຶ້ມແບບຮຽນເຈ້ຍ1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນ໙໘໙ສ ວ ສສະຫງວນລິຂະສິດ
9924໘ຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ຮູ້ຈັກ ໂດຍໃຊ້ທ່າທາງປະກອບ.2) ນັກຮຽນບອກວ່າອາທິດທີ່ຜ່ານມາເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່?3) ຫຼິ້ນເກມບິງໂກໂດຍນໍາໃຊ້ຄໍາສັບຈາກບົດທີ 23 (ຄໍາສັບປະກອບດ້ວຍສະຫຼະທີ່ມີຕົວສະກົດ ມ ວ ຍ ກ ດ ບ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1) ຄູໃຫ້ນັກຮຽນເບິ່ງຕາຕະລາງຕົວອັກສອນຢູ່ທາງຫຼັງປຶ້ມຮຽນ ແລະ ຄູອະທິບາຍວ່າພະຍັນຊະນະຢູ່ຕາຕະລາງ ນັ້ນໄດ້ຮຽງຕາມລໍາດັບຂອງຕົວອັກສອນ, ພະຍັນຊະນະດັ່ງກ່າວໄດ້ຈັດເປັນກຸ່ມສີຕ່າງກັນໂດຍອີງໃສ່ສຽງ.2) ຄູບອກວ່າພະຍັນຊະນະປະສົມປົກກະຕິຈະບໍ່ໄດ້ຈັດເຂົ້າຕາຕະລາງຕົວອັກສອນ, ພະຍັນຊະນະປະສົມ. ແມ່ນ ພະຍັນຊະນະທີ່ມີສຽງສູງ. ພະຍັນຊະນະຄວບກໍບໍ່ໄດ້ຈັດເຂົ້າຕາຕະລາງຕົວອັກສອນ, ຄູທວນຄືນຄວາມຈໍາໃຫ້ ນັກຮຽນຮູ້ວ່າເຂົາເຈົ້າໄດ້ຮຽນມາແລ້ວ ແລະ ໃຫ້ຮູ້ວ່າສຽງພະຍັນຊະນະຄວບຈະອອກສຽງພະຍັນຊະນະຕົວທໍາ ອິດບໍ່ແມ່ນຕົວ ວ.3) ຄູຈັດໃຫ້ນັກຮຽນຊີ້ໃສ່ແຕ່ລະຕົວອັກສອນໝວດອັກສອນກາງ ແລະ ອ່ານ (ເລີ່ມອ່ານແຕ່ແຖວເທິງສຸດໃນຕາຕະ ລາງ, ອ່ານແຕ່ຊ້າຍຫາຂວາ ຈາກເທີງລົງລຸ່ມ). ຈາກນັ້ນ, ໃຫ້ປະຕິບັດເຊັ່ນດຽວກັນກັບໝວດອັກສອນສູງ ແລະ ໝວດອັກສອນຕ່ໍາ.4) ຄູໃຫ້ຮຽນຊີ້ໃສ່ແຕ່ລະຕົວອັກສອນໃນຕາຕະລາງຕາມລໍາດັບແຕ່ຕົວທໍາອິດຈົນເຖິງຕົວສຸດທ້າຍ.5) ຄູໃຫ້ນັກຮຽນເວົ້າຊື່ພະຍັນຊະນະ 3 ຕົວທໍາອິດ ແລະ ຟັງຄວາມແຕກຕ່າງຂອງລະດັບສຽງໃນແຕ່ລະຕົວ. ຈາກນັ້ນ, ໃຫ້ນັກຮຽນເວົ້າອັກສອນກາງຫຼາຍຕົວ ແລະ ຟັງສຽງຂອງຕົວອັກສອນດັ່ງກ່າວວ່າໝົດທຸກຕົວມີລະດັບສຽງຄືກັນ, ຄູໃຫ້ນັກຮຽນປະຕິບັດກັບອັກສອນສູງ ແລະ ຕ່ໍາແບບດຽວກັນ.6) ຄູໃຫ້ນັກຮຽນເບິ່ງສະຫຼະ ແລະ ບອກວ່າສະຫຼະທີ່ຈັດໄວ້ໃນຕາຕະລາງນັ້ນໄດ້ຮຽງຕາມລໍາດັບຂອງຕົວອັກສອນ. ສະຫຼະທີ່ຈັດໄວ້ສາມສີຕ່າງກັນນັ້ນໝາຍເຖິງສະຫຼະສຽງສັ້ນ, ສະຫຼະສຽງຍາວ ແລະ ສະຫຼະພິເສດ. ຮູບຮ່າງຂອງ ສະຫຼະໃນຄໍາສັບສະຫຼະທີ່ມີແມ່ສະກົດໄດ້ຈັດໄວ້ນໍາສະຫຼະແຕ່ລະຕົວ (x ສີຂຽວສະແດງເຖິງພະຍັນຊະນະທີ່ຢູ່ ທ້າຍຄໍາສັບ (ຕົວສະກົດ).7) ຄູໃຫ້ນັກຮຽນຊີ້ໃສ່ສະຫຼະສຽງສັ້ນແຕ່ລະຕົວ ແລະ ອ່ານ (ແຕ່ຊ້າຍຫາຂວາ, ແຕ່ເທິງລົງລຸ່ມ). ຈາກນັ້ນ, ໃຫ້ປະຕິບັດເຊັ່ນດຽວກັນກັບສະຫຼະສຽງຍາວ ແລະ ສະຫຼະພິເສດ.8) ຄູໃຫ້ນັກຮຽນຊີ້ໃສ່ສະຫຼະສຽງສັ້ນແຕ່ລະຕົວ ແລະ ອ່ານ (ແຕ່ຊ້າຍຫາຂວາ, ແຕ່ເທິງລົງລຸ່ມ).9) ຄູຂຽນຄໍາສັບທີ່ມີຕົວສະກົດໃສ່ກະດານ ຕົວຢ່າງ: ຕີນ, ຕັດ, ລາວ, ກົບ, ນັກຮຽນ, ນ້ອຍ ແລະ ໃຫ້ນັກຮຽນໃຊ້ ຂໍ້ມູນໃນຕາຕະລາງເພື່ອກໍານົດວ່າແມ່ນສຽງຂອງສະຫຼະໃດທີ່ຢູ່ໃນຄໍາສັບນັ້ນ. ສໍາລັບແຕ່ລະສະຫຼະ ນັກຮຽນ ອ່ານຄໍາສັບ ແລະ ຊີ້ໃສ່ສະຫຼະ.10) ຄູບອກວ່າຖ້ານັກຮຽນບໍ່ຈື່ວິທີການປ່ຽນແປງຂອງສະຫຼະເວລາປະກອບກັບຕົວສະກົດນັ້ນ ນັກຮຽນສາມາດໃຊ້ ຕາຕະລາງຕົວອັກສອນ (ເວລາໃດກໍໄດ້ໄລຍະຮຽນໃນເວລາທີ່ນັກຮຽນພະຍາຍາມອ່ານ ຫຼື ຂຽນຄໍາສັບທີ່ມີຕົວ ສະກົດຢູ່ທ້າຍ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 1ອ່ານຕົວຢ່າງ ແລ້ວແຍກສຽງຄໍາສັບ1) ຄູເວົ້າຄໍາສັບ “ຕະຫຼາດ” ແລະ ໃຫ້ນັກຮຽນບອກແຕ່ລະສຽງທີ່ຢູ່ໃນຄໍາສັບດັ່ງກ່າວ ແລະ ໃຫ້ບອກຕົວອັກສອນທີ່ຕ້ອງການເພື່ອການສະກົດສຽງດັ່ງກ່າວ.2) ນັກຮຽນເປີດປຶ້ມແບບຮຽນເພຶ່ອສົມທຽບກັບຕົວອັກສອນທີ່ເຂົາເຈົ້າໄດ້ບອກໄວ້.໙໙
100243) ນັກຮຽນອ່ານຄໍາສັບຕົວຢ່າງ ແລະ ສຶກສາວິທີຂຽນສຽງເວລາປະກອບໃນຄໍາສັບ ແລະ ສຽງທີ່ເປັນຕົວອັກສອນ ດ່ຽວ.4) ນັກຮຽນແຍກ 6 ຄໍາສັບ: ແລ້ວ, ກັນ, ເປັນ, ຂອງ, ຄົນ, ຮຽນ ອອກໃຫ້ເປັນສຽງ (ນໍາໃຊ້ຕາຕະລາງຕົວອັກສອນ ຖ້າຈໍາເປັນ).5) ນັກຮຽນຂຽນຄໍາຕອບຢ່າງຮຽບຮ້ອຍ ແລະ ສະອາດ.ຄໍາຕອບ:1. ແລ້ວ: ລ-ແxວ, x້ . 2. ກັນ: ກ-xັນ. 3. ເປັນ: ປ-ເxັນ.4. ຂອງ: ຂ-xອງ. 5. ຄົນ: ຄ-xົນ. 6. ຮຽນ: ຮ-xຽນ.6) ນັກຮຽນສາມາດຝຶກການຂຽນຫັດຂຽນງາມໃນເວລາດຽວກັນ (ບໍ່ຈໍາເປັນໃຊ້ສີທີ່ແຕກຕ່າງກັນ).ທັກສະການຂຽນ (10 ນາທີ)1) ໃຫ້ເບິ່ງຢູ່ຂ້າງເທິງ.2) ນັກຮຽນປ່ຽນປຶ້ມກັບໝູ່ ເພື່ອກວດໃຫ້ກັນ (ກວດຄໍາຕອບ, ກວດຫັດຂຽນງາມ) ຜູ້ກວດໄດ້ສະແດງໃຫ້ຜູ້ຂຽນຮູ້ ບ່ອນທີ່ຜິດ ຊຶ່ງຈະຕ້ອງໄດ້ແກ້ໄຂ.ທວນຄືນ (10 ນາທີ)1) ນັກຮຽນໄດ້ກວດແກ້ຄວາມຜິດຂອງຕົນເອງ ຢູ່ກິດຈະກໍາ 1 ແລ້ວ.2) ຄູໃຫ້ຕົວຢ່າງຢູ່ກະດານ ດ້ວຍການເລືອກເອົານັກຮຽນອອກໄປຂຽນແຕ່ລະຄໍາຕອບໃສ່ກະດານ.3) ນັກຮຽນຊອກຫາແຕ່ລະສະຫຼະຢູ່ຕາຕະລາງຕົວອັກສອນ ແລະ ກວດເບິ່ງວ່າຮູບຮ່າງຂອງສະຫຼະທີ່ໃຊ້ນັ້ນຖືກ ຕ້ອງແລ້ວບໍ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ) 2ອ່ານຕົວຢ່າງ ແລ້ວປະກອບສຽງເປັນຄໍາສັບ1) ຄູອະທິບາຍຕົວຢ່າງທີ່ໃຫ້ເຊັ່ນ: ງາ, ຄໍ, ແລະ ໂຕະ ແມ່ນຄໍາສັບທີ່ມີຄວາມໝາຍຄົບຖ້ວນໃນຕົວມັນເອງ. ເມື່ອ ພວກເຮົາປະກອບ ຕົວສະກົດໃສ່ (ກ, ດ, ບ, ງ, ນ, ມ, ຍ ຫຼື ວ) ໃສ່ທ້າຍຂອງຄໍາສັບເຫຼົ່ານີ້ ພວກເຮົາຈະໄດ້ຄໍາ ສັບໃໝ່ເຊັ່ນ: ງາມ, ຄອກ,ຕົນ. ເມື່ອພວກເຮົາປະກອບສຽງໃໝ່ພວກເຮົາຄໍາເປັນຕ້ອງໃຊ້ສະຫຼະທີ່ມີຕົວສະກົດ ເພື່ອຂຽນເປັນຄໍາສັບໃໝ່.2) ຄູອະທິບາຍວ່າ ນັກຮຽນຈະໄດ້ອ່ານ 5 ຄໍາສັບໃນກິດຈະກໍາ 2. ຈາກນັ້ນ, ໃຫ້ເລືອກເອົາຕົວສະກົດ ທີ່ເປັນສີຂຽວ ໜຶ່ງຕົວເພື່ອປະກອບເປັນຄໍາສັບໃໝ່ ຊຶ່ງຖືກກັບຮູບ ພາບໃດໜຶ່ງໃນກິດຈະກໍານີ້.3) ນັກຮຽນຂຽນຄໍາສັບໃໝ່ໃສ່ປຶ້ມຂຽນດ້ວຍການໃຊ້ສະຫຼະທີ່ມີຕົວສະກົດຢູ່ນໍາ.ເກມການນໍາໃຊ້ໃຫ້ເບິ່ງກິດຈະກໍາຢູ່ຂ້າງເທິງ.ຫຼັງຈາກນັກຮຽນປະຕິບັດກິດຈະກໍາຢູ່ຂໍ້ທີ 2 ສໍາເລັດ ເຂົາເຈົ້າປ່ຽນປຶ້ມກວດໃຫ້ກັນ (ກວດຄໍາຕອບ, ກວດຫັດ ຂຽນງາມ) ຜູ້ກວດໄດ້ສະແດງຊີ້ໃຫ້ຜູ້ຂຽນຮູ້ບ່ອນທີ່ຜິດ ຊຶ່ງຈະຕ້ອງໄດ້ແປງໃຫ້ຖືກ.ຄໍາຕອບ: 1. ເຮືອນ, 2. ວ່າວ, 3. ເຕັມ, 4. ມີດ, 5. ຄວາຍ.ກິດຈະກໍາເສີມ (10 ນາທີ)ຫຼິ້ນເກມການອ່ານ ຕົວຢ່າງເກມແຂ່ງຂັນກັນຈັບເອົາບັດຄໍາ, ຄໍາ ສັບໃດທີ່ໄດ້ເອົາອອກ?, ທວາຍຄໍາສັບ, ບິງໂກ, ແລະ ອື່ນໆ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໑໐໐ ໑໐ສ ວ ສສະຫງວນລິຂະສິດ
10124໐໐ ໑໐໑ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ນັກຮຽນຮ້ອງເພງ ພ້ອມທັງສະແດງທ່າທາງປະກອບ.2) ຄູໃຊ້ບັດຄໍາທີ່ໄດ້ຮຽນໃນມື້ຜ່ານມາ ເພື່ອຫຼິ້ນເກມການອ່ານຄໍາສັບ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)1) ຄູວາງບັດຕົວອັກສອນ ຊຶ່ງຈະໃຊ້ປະກອບເປັນຄໍາສັບທີ່ໃຊ້ໂດຍທົ່ວໄປຄໍາສັບທີ່ມີສຽງຂອງ 2 ວັນນະຍຸດ. ສໍາລັບສະຫຼະທີ່ມີການປ່ຽນແປງເວລາຢູ່ໃນສະຫຼະປະສົມ, ຄູຂຽນສັນຍະລັກຂອງສະຫຼະດັ່ງກ່າວໃສ່ທາງຫຼັງຂອງ ບັດສະຫຼະ ຕົວຢ່າງ: ກ, ງ, ຟ, ມ, ນ, ວ, ຂ, ລ, ອ, ຜ, ຮ, ໝ, . xະ/xັ, xາ, ໄx. xໍ/ອx, ແx, xຶ, xິ, xີ, x, x.2) ຄູເວົ້າຄໍາສັບ ແລະ ເລືອກເອົານັກຮຽນອອກທາງໜ້າຫ້ອງ ເພື່ອປະກອບຄໍາສັບດັ່ງກ່າວດ້ວຍບັດຕົວອັັກສອນ ຕົວຢ່າງ: ຂ້ອຍ, ຜັກ, ອ່ານ, ຮຽນ, ຟັງ, ຂຶ້ນ, ກວ້າງ, ຫຼິ້ນ, ແມວ. 3ຂຽນຊື່ຮູບ ພາບຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາການຫັດຂຽນຂ້າງເທິງ1) ຄູໃຫ້ນັກຮຽນບອກວ່າ ແຕ່ລະຮູບສະແດງເຖິງຫຍັງແດ່?. ຄູກວດ ແລະ ຝຶກການຜັນສຽງ.2) ນັກຮຽນຂຽນຄໍາສັບທີ່ຈັບຄູ່ກັບຮູບ ພາບໃສ່ປຶ້ມຂຽນດ້ວຍຕົນເອງເຊັ່ນ: ບ້ານ, ກິນ, ໜຶ່ງ, ຫິວ, ເຂົ້າໜຽວ, ລອຍ ນໍ້າ (ນັກຮຽນສາມາດໃຊ້ຕາຕະລາງຕົວອັກສອນຢູ່ທາງຫຼັງຂອງປຶ້ມແບບຮຽນ).ທັກສະການຂຽນນັກຮຽນຂຽນຢ່າງຮຽບຮ້ອຍ ແລະ ສະອາດ. ດັ່ງນັ້ນ, ການຂຽນຂອງເຂົາເຈົ້າສາມາດກວດທັກສະການຫັດຂຽນງາມໄດ້.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)1) ຄູເລືອກເອົານັກຮຽນອອກໄປກະດານ ແລະ ຂຽນຄໍາສັບໜຶ່ງ ຄໍາໃນຈໍານວນຫຼາຍໆຄໍາ. ນັກຮຽນຜູ້ອື່ນໃນຫ້ອງ ແລະ ຄູກວດການສະກົດຄໍາສັບທີ່ນັກຮຽນຂຽນ.2) ນັກຮຽນປ່ຽນຜຽນກັນບອກຄໍາສັບໃຫ້ກັນຂຽນ. (ຄໍາສັບທີ່ເລືອກມານັ້ນສາມາດຊອກເຫັນໃນປຶ້ມແບບຮຽນ ຊຶ່ງ ສາມາດໃຊ້ໃນການກວດການສະກົດໄດ້).3) ນັກຮຽນເກັ່ງເຂົາເຈົ້າສາມາດປະຕິບັດກິດຈະກໍານີ້ເປັນຄູ່. ສໍາລັບນັກຮຽນຜູ້ທີ່ຍັງມີຄວາມຫຍຸ້ງຍາກໃນການປະຕິບັດກິດຈະກໍານີ້ ຄູເລືອກເອົານັກຮຽນອອກໄປກະດານ ເພື່ອຂຽນຄໍາສັບ ແລະ ເລືອກເອົານັກຮຽນອີກຜູ້ໜຶ່ງ ບອກຄໍາສັບໃຫ້ຂຽນ.(ນັກຮຽນໝົດຫ້ອງບອກການສະກົດທີ່ຖືກຕ້ອງຖ້າຈໍາເປັນ).ຫັດຂຽນຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາການຫັດຂຽນຂ້າງເທິງ. 4ອ່ານ ແລ້ວສົນທະນາ ເພື່ອຊອກຫາຄວາມໝາຍການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ. 5ອ່ານ, ເລືອກເອົາຄໍາສັບຢູ່ຂໍ້ທີ 4 ຕື່ມໃສ່ບ່ອນວ່າງ ແລະ ແຕ່ງເລື່ອງຕາມຄວາມເຂົ້າໃຈແລ້ວແຕ້ມຮູບປະກອບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ແລະ 15 ຢູ່ໃນພາກແນະນໍາ.
10224ຮູບພາບປະກອບ1) ນັກຮຽນເປັນກຸ່ມເບິ່ງຮູບຂອງບົດເລື່ອງ ແລະ ພະຍາຍາມອ່ານໝົດບົດເລື່ອງດ້ວຍຕົນເອງ. (ນັກຮຽນສາມາດປ່ຽນຜຽນກັນອ່ານແຕ່ລະວັກ).2) ນັກຮຽນສົນທະນາວ່າຮູບສຸດທ້າຍຂອງບົດເລື່ອງຈະແມ່ນຫຍັງ?ພ້ອມທັງສົນທະນາວ່າ ບົດເລື່ອງ ແລະ ຮູບພາບສໍາລັບບ່ອນວ່າງ 2 ຫ້ອງຢູ່ລຸ່ມສຸດຂອງບົດຈະແມ່ນຫຍັງ?ເກມການນໍາໃຊ້ ການເວົ້າ1) ນັກຮຽນເປັນກຸ່ມສົນທະນາອີກວ່າຈະລົງທ້້າຍບົດເລື່ອງແນວໃດ ແລະ ໃຫ້ຕັດສິນໃຈວ່າ 2 ຮູບ ສຸດທ້າຍນັ້ນຈະແມ່ນຫຍັງ?2) ນັກຮຽນແຕ່ລະກຸ່ມແຕ້ມຮູບຕອນສຸດທ້າຍຂອງບົດເລື່ອງ (ໃສ່ເຈ້ຍ).3) ນັກຮຽນຝຶກການເລົ່າເລື່ອງສໍາລັບຮູບພາບສຸດທ້າຍຂອງບົດເລື່ອງ ຢູ່ປຶ້ມແບບຮຽນ ແລະ ອີກ 2 ຮູບທີ່ເຂົາເຈົ້າແຕ້ມ.ກິດຈະກໍາເສີມການເວົ້າ (10 ນາທີ)ນັກຮຽນແຕ່ລະກຸ່ມສະເໜີຮູບພ້ອມທັງບອກປະໂຫຍກກ່ຽວກັບ ຮູບສຸດທ້າຍຂອງບົດເລື່ອງ ຢູ່ປຶ້ມແບບຮຽນ ແລະ ອີກ 2 ຮູບທີ່ເຂົາເຈົ້າແຕ້ມເອງໃຫ້ໝູ່ເບິ່ງ.ຮູບພາບນັ້ນຈະໄດ້ເອົາວາງສະແດງໄວ້ (ເຂົາເຈົ້າຈະໄດ້ໃຊ້ອີກໃນມື້ຕໍ່ໄປ)ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງພ້ອມທັງສະແດງທ່າທາງປະກອບ.2) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ແລະ ຢາຍບັດຕົວອັກສອນໃຫ້ກຸ່ມລະ 1 ຊຸດ.3) ຄູເວົ້າຄໍາສັບ, ນັກຮຽນປະກອບຄໍາສັບດັ່ງກ່າວດ້ວຍບັດຕົວອັກສອນ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ) 6ອ່ານ ແລ້ວສົນທະນາ ເພື່ອຊອກຫາຄວາມໝາຍການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ຫຼິ້ນເກມການນໍາໃຊ້ການແຕ່ງປະໂຫຍກ1) ນັກຮຽນເປັນກຸ່ມແຕ່ງປະໂຫຍກໃສ່ບົດເລື່ອງຂອງກຸ່ມເຂົາເຈົ້າ. ນັກຮຽນແຕ່ງປະໂຫຍກໜຶ່ງ ຫຼື ຫຼາຍປະໂຫຍກສໍາລັບຮູບພາບສຸດທ້າຍຂອງຂໍ້ທີ 5 ໃນປຶ້ມແບບຮຽນ, ແລະ ສໍາລັບຮູບພາບຂອງ ກຸ່ມເຂົາເຈົ້າເອງ.2) ນັກຮຽນຈະຕ້ອງຄາດເດົາການສະກົດຄໍາສັບທີ່ເຂົາເຈົ້າຕ້ອງການໃຊ້, ການສະກົດຄໍາສັບທີ່ໃຊ້ຫຼາຍ ໂດຍທົ່ວ ໄປຈາກຄວາມຈື່ຈໍາ ແລະ ຊອກຫາຄໍາສັບອື່ນທີ່ເຂົາເຈົ້າຕ້ອງການໃຊ້ໃນປຶ້ມແບບຮຽນ.3) ນັກຮຽນແຕ່ງປະໂຫຍກ, ຄູຍ່າງໄປຫານັກຮຽນແຕ່ລະກຸ່ມເພື່ອກວດ ແລະ ຊ່ວຍຖ້າຈໍາເປັນ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານບົດເລ່ອງ ືໂດຍໃຊ້ເກນການປະເມີນຂໍ້ທີ 9ຄ.ການວັດ ແລະ ປະເມີນຜົນຄູປະເມນການນາສະເໜີຄວາມ ີໍເຫັນຂອງກຸ່ມ ໂດຍໃຊ້ເກນການປະ ເມີນຂໍ້ທີ 4ຂ.໑໐໒ ໑໐ສ ວ ສສະຫງວນລິຂະສິດ
10324໐໒ ໑໐໓4) ນັກຮຽນແຕ່ລະກຸ່ມແຕ່ງປະໂຫຍກແລ້ວ ເຂົາເຈົ້າອ່ານປະໂຫຍກເຫຼົ່ານັ້ນເພື່ອກວດ. ໃຫ້ນັກຮຽນກວດແກ້ຖ້າ ຈໍາເປັນ.ກິດຈະກໍາສົ່ງເສີມການຂຽນ (10 ນາທີ)ການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 13ຄ ແລະ 13ງ ຢູ່ໃນພາກແນະນໍາ. 1) ນັກຮຽນບາງກຸ່ມທີ່ແຕ່ງປະໂຫຍກ ແລ້ວກ່ອນເວລາ, ພວກເຂົາສາມາດປ່ຽນປຶ້ມກັບກຸ່ມອື່ນ (ໃນນັ້ນຮວມເອົາ ຮູບພາບຂອງເຂົາເຈົ້ານໍາ) ເພື່ອໃຫ້ກຸ່ມອື່ນອ່ານບົດເລື່ອງ ຂອງຕົນເອງດ້ວຍຄວາມມ່ວນຊື່ນ.2) ນັກຮຽນອື່ນທີ່ເຫັນຄວາມຜິດໃນການສະກົດ ແລະ ຫຼັກ ໄວຍາກອນ, ເຂົາເຈົ້າສະແດງຊີ້ໃຫ້ກຸ່ມທີ່ຂຽນເຫັນ ແລະ ຊ່ວຍເຂົາເຈົ້າແປງ.3) ນັກຮຽນແຕ່ລະກຸ່ມສະແດງວຽກ/ບົດເລື່ອງຂອງຕົນເອງ (ບົດເລື່ອງດັ່ງກ່າວຈະໄດ້ໃຊ້ອີກໃນວັນຕໍ່ໄປ).ນັກຮຽນແຕ່ລະກຸ່ມສະແດງວຽກ/ບົດເລື່ອງຂອງຕົນເອງ (ບົດເລື່ອງດັ່ງກ່າວຈະໄດ້ໃຊ້ອີກໃນວັນຕໍ່ໄປ).ພາກ 2 ເລື່ອງ ບັນຍາກາດບ້ານຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 16 ພາກ 2 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນປຶ້ມນິທານໃຫ້ປະຕິບັດຕາມຄໍາແນະນໍາຢູ່ບົດທີ 18.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ ໂດຍໃຊ້ທ່າທາງປະກອບ.2) ຄູໃຫ້ຄູທວນຄືນຂໍ້ທີ 5 (ອ່ານເລືອກເອົາຄໍາສັບຢູ່ຂໍ້ທີ 4 ຕື່ມໃສ່ບ່ອນວ່າງ, ແຕ່ງເລື່ອງຕາມຄວາມເຂົ້າໃຈ ແລ້ວແຕ້ມຮູບປະກອບ).ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)1) ນັກຮຽນແຕ່ລະກຸ່ມສົ່ງວຽກທີ່ຕົນເອງໄດ້ເຮັດແລ້ວໃນວັນຜ່ານມາ (ຮູບ ແລະ ບົດເລື່ອງ) ໃຫ້ກຸ່ມອື່ນທີ່ຍັງບໍ່ທັນ ໄດ້ອ່ານເທື່ອ.2) ນັກຮຽນແຕ່ລະກຸ່ມອ່ານບົດເລື່ອງຂອງກຸ່ມອື່ນ ແລະ ກວດວ່າ ປະໂຫຍກໃນບົດເລື່ອງຖືກຕ້ອງຕາມຫຼັກໄວຍາ ກອນ, ການສະກົດ ແລະ ການໃຊ້ເຄື່ອງໝາຍວັກຕອນແລ້ວບໍ? ຖ້າກຸ່ມໃດຊອກເຫັນ ຄວາມຜິດ, ບອກຄວາມ ຜິດໃຫ້ກຸ່ມທີ່ຂຽນຮູ້ ແລະ ຊ່ວຍເຂົາເຈົ້າແປງ.3) ຄູຍ່າງໄປຫາແຕ່ລະກຸ່ມ ເພື່ອຊ່ວຍໃນການກວດ ແລະ ແປງຄວາມຜິດ.4) ນັກຮຽນແຕ່ລະກຸ່ມສົ່ງບົດທີ່ຕົນເອງກວດໃຫ້ເຈົ້າຂອງ (ກຸ່ມທີ່ຂຽນ) ແລະ ໃຫ້ວາງສະແດງຮູບພາບ ແລະ ບົດ ເລື່ອງ ຂອງເຂົາເຈົ້າໄວ້.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (15 ນາທີ)1) ຄູໃຊ້ບົດເລື່ອງໃນຂໍ້ທີ 5 ໃຫ້ນັກຮຽນເປັນຄູ່ ຫຼື ເປັນກຸ່ມຈໍາແນກຄໍາສັບທີ່ມີພະຍັນຊະນະຢູ່ທ້າຍ.2) ນັກຮຽນຂຽນຄໍາສັບເຫຼົ່ານັ້ນໃສ່ເຈ້ຍ ຕົວຢ່າງ: ນົກ, ຮັງ, ໜຶ່ງ ແລະ ອື່ນໆ3) ຄູໃຫ້ເວລາ 5 ນາທີ ສໍາລັບປະຕິບັດກິດຈະກໍາ. ຈາກນັ້ນ, ໃຫ້ຄູເວົ້າວ່າ: “ຢຸດ” ຕໍ່ຈາກນັ້ນແຕ່ລະກຸ່ມນັບຄໍາສັບ ວ່າຂຽນໄດ້ຈັກຄໍາ. ໃຫ້ກຸ່ມທີ່ຂຽນຄໍາສັບໄດ້ຫຼາຍກ່ວາໝູ່ໝົດອ່ານນັກຮຽນກຸ່ມອື່ນສາມາດຕິດຕາມກວດໄດ້.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາ ສັບ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນການປະເມີນ ຂໍ້ທີ 14ຄ.
10424ກິດຈະກໍາເສີມ (10 ນາທີ)1) ຄູເລືອກ 5 ຄໍາສັບທີ່ໃຊ້ຫຼາຍ ໂດຍທົ່ວໄປຈາກກິດຈະກໍາທີ່ຜ່ານມາ ແລະ ຂຽນຄໍາສັບໃສ່ກະດານ.2) ນັກຮຽນອ່ານຄໍາສັບ, ບອກຄວາມໝາຍ ແລະ ສະເໜີຮູບພາບກ່ຽວກັບບົດເລື່ອງ.3) ນັກຮຽນເລືອກເອົາ 3 ຄໍາສັບແລ້ວແຕ່ງ 3 ປະໂຫຍກຈາກຄໍາສັບເຫຼົ່ານັ້ນດ້ວຍຕົນເອງ.4) ນັກຮຽນຂຽນປະໂຫຍກຢ່າງຮຽບຮ້ອຍ ແລະ ສະອາດເພື່ອເປັນການຫັດຂຽນງາມ.5) ຄູຍ່າງໄປມາຫານັກຮຽນທົ່ວຫ້ອງ ເພື່ອກວດ ແລະ ຊ່ວຍເຂົາເຈົ້າ.ທວນຄືນ (10 ນາທີ)1) ຄູເລືອກນັກຮຽນອ່ານປະໂຫຍກຂອງເຂົາເຈົ້າຈາກກິດຈະກໍາທີ່ຜ່ານມາ.2) ນັກຮຽນອ່ານປະໂຫຍກ. ຜູ້ອື່ນກວດໃຫ້ວ່າການໃຊ້ຄໍາສັບໃນປະໂຫຍກນັ້ນຖືກ ຫຼື ບໍ່ (ຄູກວດໃຫ້ໃນເວລາຈໍາ ເປັນ).ຂັ້ນຈັດກິດຈະກໍາການຮຽນ (10 ນາທີ) 7ຈັດລຽງຮູບໃຫ້ຖືກຕ້ອງຕາມລໍາດັບ1) ຄູແນະນໍານັກຮຽນວ່ານີ້ແມ່ນຮູບ ພາບກ່ຽວກັບບົດເລື່ອງ ແຕ່ຮູບພາບເຫຼົ່ານັ້ນບໍ່ໄດ້ລຽງຕາມລໍາດັບນັກຮຽນຈະໄດ້ຈັດລຽງຮູບພາບເຫຼົ່ານີ້ໃຫ້ຖືກຕ້ອງ.2) ນັກຮຽນສົນທະນາເປັນກຸ່ມ (3-4 ຄົນ) ເພື່ອລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ. ແລ້ວຂຽນເລກລໍາດັບໃສ່ຮູບພາບຕາມລໍາດັບໃສ່ປຶ້ມຂຽນ.3) ນັກຮຽນແຕ່ກຸ່ມສົນທະນາ ເພື່ອເລົ່າເລື່ອງຈາກຮູບພາບ ເຊິ່ງສະມາຊິກໃນແຕ່ລະກຸ່ມປ່ຽນຜຽນກັນເລົ່າເລື່ອງສໍາລັບຮູບໜຶ່ງ.4) ຄູໄປຫາແຕ່ລະກຸ່ມເພື່ອກວດ ແລະ ຊ່ວຍເວລາເຂົາເຈົ້າຕ້ອງການ.5) ຄູຈັດໃຫ້ນັກຮຽນສົມທຽບການຈັດລຽງຮູບນໍາກັນ ເມື່ອເວລາແຕ່ລະກຸ່ມສໍາເລັດການ ປະຕິບັດກິດຈະກໍາແລ້ວ.6) ຄູຕັ້ງຄໍາຖາມກ່ຽວກັບລໍາດັບຂອງແຕ່ລະຮູບໃນບົດເລື່ອງ. ດັ່ງນັ້ນ, ນັກຮຽນຈະໄດ້ເລົ່ານິທານຄືນອີກ.7) ຄູຂຽນຄໍາສັບໃໝ່ ຫຼື ຄໍາສັບພິເສດໃສ່ກະດານ ເພື່ອໃຫ້ນັກຮຽນໄດ້ຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມອ່ານຄໍາສັບຄູໃຊ້ບັດຄໍາສັບ (ຮວມເອົາຄໍາສັບທີ່ລົງທ້າຍດ້ວຍພະຍັນຊະນະທີ່ໄດ້ຮຽນໃນອາທິດນີ້ ແລະ ອາທິດທີ່ຜ່ານມາ) ເພື່ອ ຫຼິ້ນເກມການອ່ານ ຕົວຢ່າງ: ເກມແຂ່ງຂັນກັນຈັບເອົາບັດຄໍາ, ຄໍາສັບໃດທີ່ໄດ້ເອົາອອກ, ທວາຍຄໍາສັບ, ບິງໂກ ແລະ ອື່ນໆ.ກິດຈະກໍາເສີມ (10 ນາທີ)1) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຫ້ເຂົາເຈົ້າສາມາດໃຊ້ໃນການແຕ່ງ ປະໂຫຍກຕ່າງໆໄດ້.2) ນັກຮຽນແຕ່ງໜຶ່ງປະໂຫຍກດ້ວຍການໃຊ້ບັດເຫຼົ່ານັ້ນ. ຈາກນັ້ນ ຂຽນປະໂຫຍກດັ່ງກ່າວ.3) ຄູຊຸກຍູ້ໃຫ້ນັກຮຽນແຕ່ລະກຸ່ມພະຍາຍາມແຕ່ງປະໂຫຍກໃຫ້ຍາວ ກວ່າກຸ່ມອື່ນ.4) ນັກຮຽນແຕ່ລະກຸ່ມອ່ານປະໂຫຍກທີ່ຕົນເອງແຕ່ງ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າ ໂດຍ ການໃຊ້ເກນການປະເມີນຂໍ້ ທີ 2.໑໐໔ ໑໐ສ ວ ສສະຫງວນລິຂະສິດ
10524໐໔ ໑໐໕ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນນັກຮຽນທ່ອງບົດກາບ ໂດຍໃຊ້ທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມສຽງ ແລະ ແຍກຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາສັບຢູ່ບົດທີ 12 ຊົ່ວໂມງທີ 9.ຕົວອັກສອນ: ຂ xອຍ x້ ກ xັນ ຂ xອງ ຄ xາບ ມ xີ.ບັດຄໍາ: ຂ້ອຍ, ກັນ, ຂອງ, ຄາບ, ມີ.ປະເມີນການອ່ານ ຄໍາສັບ, ວະລີ ແລະ ປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບ ປະເມີນຄໍາສັບ, ວະລີ ແລະ ປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9. ຄໍາສັບ: ງາມ, ຕົນໂຕ,ເຮືອ, ຄອກ, ວ່າ.ວະລີ: ປ່ຽນຜຽນກັນ, ເຮັດໃຫ້, ຟັກໄຂ່, ຊອກຫາອາຫານ, ເມື່ອສ້າງ.ປະໂຫຍກ: ແມ່ນົກ ແລະ ພໍ່ນົກໄດ້ເກັບເອົາກິ່ງໄມ້ໃບຫຍ້າ, ພວກມັນສ້າງຮັງນໍາກັນ.ປະເມີນການນໍາໃຊ້ຄູປະຕິບັດຄືກັນກັບຂໍ້ທີ 1 ແລະ 5.ປະເມີນການຂຽນຂຽນທວາຍຄູເວົ້າປະໂຫຍກໜຶ່ງ ຫຼື ຫຼາຍປະໂຫຍກທີ່ສັ້ນໃຫ້ນັກຮຽນຂຽນ ໃນນັ້ນໃຫ້ຂຽນເຄື່ອງໝາຍວັກຕອນທີ່ຖືກຕ້ອງໃສ່ນໍາ.ປະໂຫຍກ: ພວກມັນສ້າງຮັງນໍາກັນ.: ເລື່ອງ ແກະແປງກະຕ່າ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ ເກນການປະເມີນຂໍ້ທີ 18ຂ.
10625ບົດທີ 25 ບົດຝຶກຫັດເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ1 1ຈໍາແນກສຽງຄໍາສັບ, ແຍກສຽງຄໍາສັບ ແລະ ປະສົມສຽງເປັນຄໍາສັບ1 2ຂຽນຄໍາສັບໃຫຖືກຕາມຮູບແບບ.1 3ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 4ສ້າງປະໂຫຍກຕາມຂັ້ນຕອນຕ່າງໆຂອງບົດເລື່ອງ1 5ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງວະລີ ແລະ ປະໂຫຍກ. II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 4ຂ, 2 ຢູ່ທ້າຍຊົ່ວໂມງທີ 4, 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 6 ຢູ່ຕົ້ນຊົ່ວໂມງທີ 1.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນຂໍ້ທີ 9ຄ, 14ຄ ແລະ ຢູ່ທ້າຍຊົ່ວໂມງທີ 4.1 4ນິທານ: ໃຊ້ເກນການປະເມີນຂໍ້ທີ 16ຂ ຢູ່ທ້າຍຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1 1ການແຍກສຽງຄໍາສັບ: ເບື້ອງ, ເປັດ, ດ້ວຍ, ຕື່ນ, ມົດ, ແນວ, ວຽກ, ເກັ່ງ, ອອກ.1 2ການປະກອບສຽງຄໍາສັບ: ແຂ້, ຫາ, ອາ, ບົວ, ໝໍ ແລະ ການນໍາໃຊ້ຕົວາກົດ ກ ດ ງ ວ ບ.1 3ຄວາມໝາຍຂອງຄໍາສັບ ແລະ ວະລີ : ທຸກມຶ້, ຄວນ, ລ້າງ, ຖູ, ບ້ວນ, ຟອຍຖູແຂ້ວ, ຢາຖູແຂ້ວ, ສະອາດ, ເບື້ອງເທິງ, ເບື້ອງລຸ່ມ, ທາງໃນ, ທາງນອກ.1 4ພັນລະນາກ່ຽວກັບຂັ້ນຕອນການຖູແຂ້ວ, ການອາບນ້ໍາ ແລະ ການເຮັດເກີບກະໂປະ.1 5ນິທານ.1 6ປຶ້ມອ່ານເສີມ.IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.໑໐໖ ໑໐ສ ວ ສສະຫງວນລິຂະສິດ
10725໐໖ ໑໐໗V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູ ຖາມວ່າ ອາທິດທີ່ຜ່ານມາໄດ້ຮຽນກ່ຽວກັບຫຍັງແດ່?3) ນັກຮຽນບອກວ່າອາທິດທີ່ຜ່ານມາເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່?4) ຄູເອົາບັດຄໍາສັບ: ຖູ, ລ້າງ, ຕື່ນ, ເທິງ, ລຸ່ມ, ຊ້າຍ, ຂວາ, ບ້ວນ, ຂາວ, ຍິ້ມ, ງາມ... ວາງຂວ້ໍາໃສ່ໜ້າໂຕະ.5) ນັກຮຽນຜັດປ່ຽນກັນອອກມາຈັບເອົາບັດຄໍາ ຖ້ານັກຮຽນຈັບໄດ້ບັດໃດໃຫ້ອ່ານອອກສຽງແຮງໆພ້ອມທັງຍົກບັດໃຫ້ໝູ່ເບິ່ງ ແລ້ວຂຽນຄໍາສັບນັ້ນໃສ່ກະດານໃຫ້ທຸກຄົນໃນຫ້ອງອ່ານ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ ( 25 ນາທີ) 1ອ່ານຕົວຢ່າງ ແລ້ວແຍກສຽງຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືທີຂໍ້ທີ 1 ບົດທີ 24.1) ຄູພານັກຮຽນແຍກຄໍາສັບ: ເບື້ອງ, ເປັດ, ດ້ວຍ.2) ນັກຮຽນແຍກສຽງຄໍາສັບ: ຕື່ນ, ມົດ, ແນວ, ວຽກ, ເກັ່ງ, ອອກ ດ້ວຍຕົນເອງ.ຝືກການຂຽນ1) ຄູໃຫ້ນັກຮຽນຈັບຄູ່ກັນເພື່ອປ່ຽນປຶ້ມກັນກວດຄໍາຕອບຂອງຂໍ້ທີ 1 12) ນັກຮຽນກວດຄໍາຕອບໃນປຶ້ມໃຫ້ກັນ ແລະ ສົນທະນາກັນກ່ຽວກັບບ່ອນຜິດ ແລະ ແນະນໍາວິທີແກ້ໄຂ ແລ້ວ ສົ່ງປຶ້ມຄືນໃຫ້ກັນ ແລະ ແຕ່ລະຄົນແກ້ໄຂບ່ອນຜິດຕາມຄໍາແນະນໍາຂອງໝູ່.3) ຄູເລືອກເອົານັກຮຽນອອກໄປຂຽນຄໍາຕອບຂອງຂໍ້ທີ 1 ໃສ່ກະດານ.4) ນັກຮຽນອອກໄປຂຽນຄໍາຕອບໃສ່ກະດານຄົນລະຄໍາສັບ ແລ້ວໃຫ້ນັກຮຽນທັງໝົດຊ່ວຍກັນກວດວ່າຖືກຕ້ອງ ຫຼື ບໍ່.5) ຄູກວດເບິ່ງຄໍາຕອບທີ່ນັກຮຽນຂຽນໃສ່ກະດານ ເມື່ອເຫັນວ່າຖືກຕ້ອງແລ້ວ ໃຫ້ນັກຮຽນທັງໝົດກວດຄໍາຕອບ ໃນປຶ້ມຂອງຕົນໃຫ້ຖືກຕ້ອງ. ຄໍາຕອບ:1. ຕື່ນ: ຕ-xື-ນ-x່.2. ມົດ: ມ-xົດ.3. ແນວ: ນ-ແx-ວ.4. ວຽກ: ວ-xຽກ.5. ເກັ່ງ: ກ-ເxັງ-x່.6. ອອກ: ອ-xອກ.ທັກສະການຂຽນ (10 ນາທີ)1) ຄູໃຫ້ນັກຮຽນແຕ່ລະຄົນເລືອກເອົາ 2 ຄໍາສັບຈາກຂໍ້ທີ 1 ຂ້າງເທິງ ເພື່ອແຕ່ງປະໂຫຍກ.2) ນັກຮຽນເລືອກເອົາຄໍາສັບ ແລະ ແຕ່ງປະໂຫຍກດ້ວຍຄໍາສັບທີ່ຕົນເລືອກ.ທວນຄືນ (10 ນາທີ)ຄູຈັດນັກຮຽນອອກເປັນກຸ່ມນ້ອຍ ແລະ ໃຫ້ນັກຮຽນອ່ານບົດເລື່ອງຢູ່ຂໍ້ທີ 5 ບົດທີ 24.ນັກຮຽນປ່ຽນຜຽນກັນອ່ານແຕ່ລະວັກຢູ່ໃນກຸ່ມ. ຫຼັງຈາກນັ້ນ, ບອກຕອນຈົບຂອງເລື່ອງດ້ວຍຕົນເອງ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ, ຈໍາແນກຕວອັກສອນ ໂດຍການໃຊ້ເກນການົປະເມີນຂໍ້ທີ 6.
10825ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (20 ນາທີ) 2ອ່ານຕົວຢ່າງ ແລ້ວປະກອບສຽງເປັນຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັບຂໍ້ທີ 2 ບົດທີ 24.1) ຄູພານັກຮຽນປະກອບສຽງເປັນຄໍາສັບ: ບິນ, ຍ່າງ, ບວຍ.2) ນັກຮຽນປະກອບສຽງເປັນຄໍາສັບ: ແຂ້ວ, ຫາງ, ອາບ, ບວກ, ໝອກ ດ້ວຍຕົນເອງ.ຝຶກການຂຽນຂັ້ນຕອນການສອນໃຫ້ປະຕິບັດຄືກັບຂໍ້ທີ 1 ບົດທີ 24.ຄໍາຕອບ: 1. ແຂ້ວ, 2. ຫາງ, 3. ອາບ, 4. ບວກ, 5. ໝອກກິດຈະກໍາເສີມການອ່ານ (10 ນາທີ) 1) ຄູເອົາບັດຄໍາ: ເບື້ອງ, ເປັດ, ດ້ວຍ, ຕື່ນ, ວຽກ, ມົດ, ເກັ່ງ, ແນວ, ອອກ, ບິນ, ຍ່າງ, ບວຍ, ແຂ້ວ, ຫາງ, ອາບ, ບວກ ແລະ ໝໍ ຂວ້ໍາໃສ່ໜ້າໂຕະ.2) ຄູໃຫ້ນັກຮຽນປ່ຽນຜຽນກັນອອກມາຈັບເອົາບັດຄໍາ.3) ນັກຮຽນປ່ຽນຜຽນກັນຈັບເອົາບັດຄໍາ ແລ້ວຍົກໃຫ້ໝູ່ໃນຫ້ອງເບິ່ງ ພ້ອມທັງອ່ານຄໍາສັບນັ້ນດັງໆ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ “ແຂ້ວສະອາດ” ພ້ອມທັງສະແດງທ່າທາງປະກອບ.ແຂ້ວສະອາດ ແຂ້ວສະອາດ ຍ້ອນເຮົາຮັກສາມາ ມາ ມາ ຖູແຂ້ວໄວໄວຖູທາງນອກ ແລ້ວຖູທາງໃນແລ້ວຕໍ່ໄປ ຖູໃສບອກມາ ແຂ້ວສະອາດ ຍ້ອນເຮົາຂະຫຍັນທຸກທຸກວັນ ຖູແຂ້ວເຖີດໜາຖູເບື້ອງຊ້າຍ ແລ້ວຖູເບື້ອງຂວາຍິ້ມອອກມາ ແຂ້ວຂາວງາມດີ (ຊ້ໍາ)2) ຄູນໍາໃຊ້ບັດຄໍາຈາກກິດຈະກໍາເສີມໃນມື້ຜ່ານມາວາງຂວ້ໍາໃສ່ໜ້າໂຕະ.3) ຄູໃຫ້ນັກຮຽນປ່ຽນຜຽນກັນອອກມາຈັບເອົາບັດຄໍາ ແລ້ວແຍກສຽງຄໍາສັບທີ່ຕົນຈັບໄດ້.4) ນັກຮຽນຈັບເອົາບັດຄໍາຂຶ້ນມາຍົກໃຫ້ໝູ່ເບິ່ງ .ຫຼັງຈາກນັ້ນ, ອອກສຽງຕ່າງໆທີ່ປະກອບຢູ່ໃນຄໍາສັບນັ້ນ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (35 ນາທີ)1) ຄູເອົາບັດຕົວອັກສອນ ທີ່ຈະປະກອບເປັນຄໍາສັບ: ເອື້ອຍ, ອ້າຍ, ລ້ຽງ, ອາກາດ, ອາທິດ, ປະ, ດາວ, ເບິ່ງ, ດອກໄມ້, ແມງມຸມດ້ວຍ...ຢາຍໃສ່ໜ້າໂຕະ (ສໍາລັບສະຫຼະທີ່ປ່ຽນຮູບໃນເມື່ອມີຕົວສະກົດ ແມ່ນໃຫ້ຂຽນສະ ຫຼະທີ່ປ່ຽນຮູບແລ້ວ ແຕ່ຢູ່ທາງຫຼັງຂອງບັດດັ່ງກ່າວໃຫ້ຂຽນສັນຍະລັກຂອງສະຫຼະເດີມກໍາກັບໄວ້ເຊັ່ນ: ດ-xວ/xົວ-ຍ-x້-ບ, ເxືອ-ງ-x້-ວ-xຽ/ເxຍ-ກ-ກ, ເxັ/ເxະ-ງ-x່-ລ-xາ-ງ-x້-ຂ-ແx-ວ-x້-ມ-xົ/ໂxະ-ດ-ອ-ອ/xໍ-ກ).໑໐໘ ໑໐ສ ວ ສສະຫງວນລິຂະສິດ
10925໐໘ ໑໐໙2) ຄູເວົ້າເທື່ອລະຄໍາສັບ ແລະ ໃຫ້ນັກຮຽນອອກມາເລືອກເອົາບັດຕົວອັກສອນ ເພື່ອປະກອບເປັນຄໍາສັບດັ່ງກ່າວ.(ສໍາລັບຄໍາທີ່ນໍາມາໃຊ້ຄູສາມາດເລືອກເອົາຢູ່ໃນບົດທີ່ ຮຽນ ຜ່ານມາໄດ້) 3ຂຽນຊື່ຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືຂໍ້ທີ 3 ບົດທີ 24.ຄໍາຕອບ: ເຜີ້ງ, ປຶ້ມ, ສີເຫຼືອງ, ໝວກ, ຕຽງ, ແຫວນ.(ຖ້າຈໍາເປັນຄູອະນຸຍາດໃຫ້ນັກຮຽນໃຊ້ຕາຕະລາງຕົວອັກສອນຢູ່ທາງຫຼັງປຶ້ມແບບຮຽນໄດ້).ທັກສະການຂຽນຄູແນະນໍາໃຫ້ນັກຮຽນຂຽນຄໍາຕອບໃສ່ປຶ້ມຂຽນໃຫ້ຮຽບຮ້ອຍ, ສະອາດ ແລະ ຖືກຕາມຮູບແບບ.ເກມຂຽນຄໍາສັບ1) ຄູເວົ້າຄໍາສັບ ແລ້ວເລືອກເອົານັກຮຽນອອກໄປຂຽນຄໍາສັບນັ້ນໃສ່ກະດານ.2) ນັກຮຽນອອກໄປຂຽນຄໍາທີ່ຄູເວົ້າໃຫ້ໝູ່ໃນຫ້ອງ ແລະ ຄູກວດເບິ່ງການສະກົດຄໍາວ່າຖືກຕ້ອງ ຫຼື ບໍ່.3) ນັກຮຽນປ່ຽນຜຽນກັນເວົ້າຄໍາສັບໃຫ້ກັນຂຽນ (ຄໍາສັບທີ່ເວົ້າ ແລະ ຂຽນນັ້ນແມ່ນມີຢູ່ໃນປຶ້ມແບບຮຽນ ແລະ ມີ ຢູ່ໃນຫ້ອງຮຽນ ເຊິ່ງສາມາດກວດການສະກົດຄໍາທີ່ຖືກຕ້ອງໄດ້). ສໍາລັບນັກຮຽນເກັ່ງຄູສາມາດປ່ອຍໃຫ້ເຂົາ ເຂົ້າປະຕິບັດກິດຈະກໍາເປັນຄູ່ ສ່ວນຄູແມ່ນເອົາໃຈໃສ່ນັກຮຽນທີ່ຍັງມີຄວາມຫຍຸ້ງຍາກໃນການປະຕິບັດກິດຈະ ກໍາ ໂດຍຄູເລືອກເອົານັກຮຽນອອກໄປກະດານ ເພື່ອຂຽນຄໍາສັບ ແລະ ເລືອກເອົານັກຮຽນອີກຜູ້ໜຶ່ງເປັນຜູ້ເວົ້າ ຄໍາສັບ ແລະ ໃຫ້ນັກຮຽນໃນຫ້ອງຊ່ວຍບອກການສະກົດຄໍາສັບ.ທັກສະການຂຽນນັກຮຽນຂຽນຄໍາໃສ່ປຶ້ມຂຽນໃຫ້ຮຽບຮ້ອຍ, ສະອາດ ແລະ ຖືກຕ້ອງຕາມຮູບແບບ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 4ອ່ານ ແລ້ວສົນທະນາເພື່ອຊອກຫາຄວາມໝາຍຂັ້ນຕອນການສອນໃຫ້ປະຕິບັດຄືວິທີການສິດສອນທີ 10 ຢູ່ໃນພາກແນະນໍາ.ຄວາມໝາຍຂອງຄໍາສັບ ແລະ ວະລີ:ຄໍາສັບທຸກມື້: ບໍ່ເວັ້ນຈັກມື້, ຊູ່ມື້.ຄວນ: ຖືຕ້ອງ, ເໝາະສົມ.ລ້າງ: ເຮັດໃຫ້ສະອາດດ້ວຍນ້ໍາ.ຖູ: ສີ, ຜັດ, ເຮັດໃຫ້ສິ່ງເປື້ອນອອກ.ບ້ວນ: ລ້າງທາງໃນປາກດ້ວຍການອົມນ້ໍາ.ຟອຍຖູແຂ້ວ: ແປງສໍາລັບຜັດແຂ້ວໃຫ້ສະອາດ.ຢາຖູແຂ້ວ: ຢາທີ່ໃຊ້ຖູແຂ້ວໃຫ້ສະອາດ.ສະອາດ: ບໍລິສຸດ, ເສາະໃສ, ບໍ່ເປື້ອນ.ວະລີເບື້ອງເທິງ: ດ້ານທີ່ຢູ່ສູງກວ່າ, ທາງເໜືອ.ເບື້ອງລຸ່ມ: ດ້ານທີ່ຢູ່ຕ່ໍາກວ່າ, ທາງກ້ອງ, ທາງໃຕ້. ທາງໃນ: ດ້ານທີ່ຢູ່ເລິກເຂົ້າໄປ.ທາງນອກ: ດ້ານທີ່ຢູ່ເປີດແປນ.(ບາງຄໍາສັບທີ່ເປັນຄໍານາມຄູອາດນໍາເອົາວັດຖຸຈິງມາໃຫ້ນັກຮຽນເບິ່ງ ຫຼື ຊີ້ໃຫ້ນັກຮຽນເຫັນ ສ່ວນຄໍາສັບທີ່ເປັນ
11025ຄໍາກໍາມະ ຄູກໍອາດຈະໃຫ້ນັກຮຽນສະແດງບົດບາດສົມມຸດໄປພ້ອມ). 5ອ່ານບົດເລື່ອງຂັ້ນຕອນການສອນໃຫ້ປະຕິບັດຄືວິທີການສິດສອນທີ 11 ຢູ່ໃນພາກແນະນໍາ.1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.2) ຄູໃຫ້ນັກຮຽນແຕ່ລະກຸ່ມ ສັງເກດຮູບພາບ ແລະ ສົນທະນາວ່າເລື່ອງຈະເວົ້າເຖິງຫຍັງ.3) ນັກຮຽນພະຍາຍາມຊ່ວຍກັນອ່ານບົດດ້ວຍຕົນເອງຢູ່ໃນກຸ່ມ.ການອ່ານ/ການເວົ້າ1) ຄູ ແລະ ນັກຮຽນອ່ານບົດເລື່ອງໃນກິດຈະກໍາ 5 ພ້ອມກັນ.2) ຄູອະທິບາຍວ່າບົດເລື່ອງນີ້ ແມ່ນເວົ້າກ່ຽວກັບວິທີການຖູແຂ້ວໃຫ້ສະອາດ ຊຶ່ງບົດປະເພດນີ້ຈະມີຂັ້ນຕອນທີ່ ແຕກຕ່າງຈາກບົດເລື່ອງທົ່ວໄປ.3) ຄູໃຫ້ນັກຮຽນໃນກຸ່ມປ່ຽນຜຽນກັນອ່ານບົດເລື່ອງເທື່ອລະຂັ້ນຕອນເປັນແຕ່ລະປະໂຫຍກດ້ວຍຕົນເອງ.4) ຄູເລືອກເອົານັກຮຽນຜູ້ໜຶ່ງ ສະຫຼຸບເນື້ອໃນຂອງບົດດ້ວຍຄໍາສັບຂອງຕົນເອງ.5) ຄູຖາມນັກຮຽນວ່າ ເຂົາເຈົ້າໄດ້ຖູແຂ້ວດ້ວຍວິທີດຽວກັບໃນບົດເລື່ອງ ຫຼື ບໍ່.6) ນັກຮຽນບອກວິທີການຖູແຂ້ວຂອງຕົນວ່າຄື ຫຼື ແຕກຕ່າງກັບບົດເລື່ອງແນວໃດ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (15 ນາທີ)1) ຄູບອກນັກຮຽນວ່າເຂົາເຈົ້າຈະໄດ້ເວົ້າກ່ຽວກັບຂັ້ນຕອນການອາບນ້ໍາ2) ຄູຊີ້ໃສ່ຫົວຂໍ້ຂອງກິດຈະກໍາ 5 ແລ້ວຖາມວ່າ ຖ້າພວກເຮົາປ່ຽນຫົວຂໍ້ນີ້ເປັນວິທີການອາບນ້ໍາ ເຮົາຈະຕ້ອງປ່ຽນ ວ່າແນວໃດ?3) ນັກຮຽນຕອບ ແລະ ຄູຂຽນວິທີການອາບນ້ໍາໃສ່ກະດານ.4) ຄູຊີ້ໃສ່ວັກທີໜຶ່ງຂອງບົດເລື່ອງ ແລ້ວໃຫ້ນັກຮຽນບອກວ່າ ຈະປ່ຽນຈາກການຖູແຂ້ວເປັນການອາບນ້ໍາໄດ້ແນວ ໃດ?5) ນັກຮຽນອາດເວົ້າວ່າ ອາບນ້ໍາມື້ລະເທື່ອກ່ອນນອນຕອນຄ່ໍາ, ອາບນ້ໍາມື້ລະສອງເທື່ອ ຫຼື ອາບນ້ໍາເວລາຮ່າງກາຍ ເປິເປື້ອນ ແລະ ອາບນ້ໍາເມື່ອຮູ້ສຶກຮ້ອນ.6) ຄູນໍາໃຊ້ເຫດຜົນທີ່ນັກຮຽນສ່ວນຫຼາຍເຫັນດີ ເພື່ອແຕ່ງເປັນປະໂຫຍກ.7) ຄູເວົ້າຄືນປະໂຫຍກທີ່ນັກຮຽນສ່ວນຫຼາຍເຫັນດີ ແລະ ຂຽນໜຶ່ງ ຫຼື ສອງປະໂຫຍກໃສ່ກະດານຕົວຢ່າງ: ຄວນອາບນ້ໍາ...ໃນແຕ່ລະມື້8) ຄູຊີ້ໃສ່ວັກຕໍ່ໄປ ແລະ ຂຽນ: ນີ້ແມ່ນວິທີອາບນ້ໍາ ເຈົ້າຕ້ອງ...9) ນັກຮຽນອ່ານແຕ່ຫົວຂໍ້ ຈົນເຖິງ ເຈົ້າຕ້ອງ...10) ຄູໃຫ້ນັກຮຽນບອກສິ່ງທີ່ຕ້ອງການເມື່ອຈະອາບນ້ໍາເຊັ່ນ: ສະບູ, ຜ້າເຊັດໂຕ, ເຄື່ອງນຸ່ງທີ່ສະອາດ, ໂອຕັກນ້ໍາ, ນ້ໍາ... ແລ້ວຄູຂຽນໃສ່ກະດານ.ກິດຈະກໍາເສີມການເວົ້າ (10 ນາທີ)1) ຄູຈັດນັກຮຽນເປັນກຸ່ມເພື່ອສົນທະນາກັນກ່ຽວກັບຂັ້ນຕອນການອາບນ້ໍາ.2) ນັກຮຽນຄົ້ນຄິດຫາຂັ້ນຕອນການອາບນ້ໍາວ່າ ມີຂັ້ນຕອນໃດແດ່ ພ້ອມທັງຈັດ ຄຳ ສັບລໍາດັບກ່ອນ ຫຼື ຫຼັງ ແລະ ໃສ່ເລກລໍາດັບໃຫ້ແຕ່ລະຂັ້ນຕອນ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ໂດຍໃຊ້ເກນ ການໃຫ້ຄະແນນຂໍ້ທີ 9ຄ.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ແລະ ການຟັງ ການນໍາສະເໜີຄວາມເຫັນຂອງກ່ມ ຸໂດຍໃຊ້ເກນການປະເມີນຂໍ້ທີ 4ຂ.໑໑໐໑໑ສ ວ ສສະຫງວນລິຂະສິດ
11125໑໐3) ຄູຂຽນເລກລໍາດັບ 1, 2, 3, 4, 5 ໃສ່ກະດານໃຫ້ນັກຮຽນ ບອກວ່າ ຂັ້ນຕອນທີ 1 ຂອງການອາບນ້ໍາແມ່ນຫຍັງ.4) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກແຕ່ລະຂັ້ນຕອນ ແລະ ສົນທະນາຕົກລົງກັນກ່ຽວກັບຂັ້ນຕອນທີ 1.5) ຄູຂຽນຄໍາກໍາມະວະລີ ເພື່ອໃຫ້ຮູ້ວ່າເຮັດຫຍັງ ຕໍ່ໃສ່ໝາຍເລກ 1 ເຊັ່ນ: ແກ້ເຄື່ອງນຸ່ງອອກ. 6) ນັກຮຽນສົນທະນາ ເພື່ອພິຈາລະນາຫາຂັ້ນຕອນທີ 2 ແລ້ວເວົ້າອອກມາໃຫ້ຄູຂຽນຕໍ່ໃສ່ໝາຍເລກ 2 ເຊັ່ນ: ຫົດ ນ້ໍາໃສ່.7) ນັກຮຽນສືບຕໍ່ສົນທະນາຫາຂັ້ນຕອນຕໍ່ໄປຈົນຄົບທຸກຂັ້ນຕອນຂອງການອາບນ້ໍາຈົນຮອດ: ນຸ່ງເຄື່ອງ ຊຶ່ງອາດ ຈະມີປະມານ 5-7 ຂັ້ນຕອນ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງ ແຂ້ວສະອາດ ພ້ອມທັງສະແດງທ່າທາງປະກອບ.2) ຄູຈັດນັກຮຽນອອກເປັນກຸ່ມ ແລ້ວຢາຍບັດຕົວອັກສອນໃຫ້ກຸ່ມລະຊຸດ.3) ຄູເວົ້າຄໍາໃຫ້ນັກຮຽນໃຊ້ບັດຕົວອັກສອນປະກອບເປັນຄໍາສັບ ເຊັ່ນ: ຄູເວົ້າວ່າ ອາບ ນັກຮຽນກໍຈະປະກອບ ຄໍາສັບນັ້ນດ້ວຍບັດຕົວອັກສອນ ອ-xາ ແລະ ບ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (25 ນາທີ) 6ບອກ ແລ້ວຂຽນຂັ້ນຕອນການອາບນໍ້າຕາມຮູບພາບ1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 6.2) ຄູແນະນໍານັກຮຽນວ່າຮູບທັງໝົດນັ້ນແມ່ນສະແດງເຖິງຂັ້ນຕອນການອາບນ້ໍາ ແລະ ຂຽນຫົວຂໍ້ ວິທີການອາບນ້ໍາ ໃສ່ກະດານ ແລະ ຂຽນຫົວຂໍ້ຍ່ອຍວ່າ ອຸປະກອນທີ່ຕ້ອງການໃສ່ລຸ່ມລົງໄປ.3) ນັກຮຽນອ່ານຫົວຂໍ້ທັງສອງ.4) ນັກຮຽນບອກສິ່ງຂອງທີ່ຕ້ອງການສໍາລັບການອາບນ້ໍາ.5) ຄູຂຽນຊື່ອຸປະກອນທີ່ນັກຮຽນບອກໃສ່ກະດານເຊັ່ນ: ໂອ ຫຼື ບວຍຕັກນ້ໍ້າ, ນ້ໍາ, ສະບູ, ຜ້າເຊັດໂຕ, ເຄື່ອນຸ່ງທີ່ ສະອາດ.6) ຄູຂຽນອີກຫົວຂໍ້ໜຶ່ງວ່າ: ຂັ້ນຕອນການອາບນ້ໍາ ຢູ່ລຸ່ມລົງມາອີກ ແລະ ຢູ່ກ້ອງຫົວຂໍ້ນີ້ ຄູຂຽນເລກລໍາດັບ 1, 2, 3, 4, 5, 6 ຕາມແຖວຕັ້ງລົງໄປ.7) ຄູບອກນັກຮຽນສັງເກດຮູບວ່າ ມີທ່າໃດແດ່ຢູ່ໃນຂັ້ນຕອນການອາບນ້ໍາ.8) ນັກຮຽນສົນທະນາໃນກຸ່ມ ເພື່ອເລືອກເອົາທ່າທາງຂອງຮູບພາບ 1 ໃນ 6.9) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກຄໍາ ຫຼື ວະລີ ທີ່ກ່ຽວກັບທ່າຂອງການອາບນ້ໍາ ໃຫ້ກຸ່ມອື່ນຟັງ ແລະ ມີ ຄໍາເຫັນ ຖ້າກຸ່ມອື່ນບໍ່ມັກນໍາໃຫ້ສົນທະນາ ເພື່ອຊອກຫາຄໍາສັບທີ່ເໝາະສົມກວ່າໃຫ້ແຕ່ລະຮູບພາບ.10) ຄູຂຽນຄໍາສັບກ່ຽວກັບທ່າຂອງການອາບນ້ໍາຕໍ່ໃສ່ເລກລໍາດັບທີ່ຂຽນໄວ້ກ່ອນເຊັ່ນ: 1. ແກ້ເຄື່ອງນຸ່ງອອກ. ຖອກ/ຫດ. 3. ຖູ. 4. ລ້າງ. 5. ເຊັດໂຕໃຫ້ແຫ້ງ. 6. ນຸ່ງເຄື່ອງ.ົ11) ຄູບອກວ່ານັກຮຽນຈະໄດ້ຂຽນຂັ້ນຕອນການອາບນ້ໍາເປັນກຸ່ມ.ການນໍາໃຊ້1) ນັກຮຽນສົນທະນາໃນກຸ່ມເພື່ອນໍາໃຊ້ຄໍາສັບ ຫຼື ວະລີຢູ່ກະ ດານແຕ່ງເປັນປະໂຫຍກສໍາລັບແຕ່ລະຮູບ ທີ່ເວົ້າກ່ຽວກັບ ການອາບນ້ໍາໃສ່ເຈ້ຍ.ການວັດ ແລະ ປະເມີນຜົນຄູປະເມີນຄວາມການຂຽນຄໍາສັບ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນ ການປະເມີນຂໍ້ທີ 14ຄ.໑໑໑
112252) ຄູ ຍ່າງໄປເບິ່ງແຕ່ລະກຸ່ມ ເພື່ອກວດ ແລະ ໃຫ້ການຊ່ວຍເຫຼືອ ເມື່ອຈໍາເປັນ (ຖ້າຄູສັງເກດເຫັນວ່າກິດຈະກໍານີ້ຍາກເກີນໄປສໍາລັບນັກຮຽນຄູສາມາດເຮັດ 3 ປະໂຫຍກ ເພື່ອເປັນແບບຢ່າງ ໃຫ້ນັກຮຽນທັງໝົດໃນຫ້ອງຈາກນັ້ນ, ຈຶ່ງໃຫ້ແຕ່ລະກຸ່ມແຕ່ງປະໂຫຍກໃສ່ຂັ້ນຕອນທີ 4, 5, 6) ນັກຮຽນແຕ່ລະກຸ່ມອ່ານ ປະໂຫຍກທີ່ກຸ່ມຕົນແຕ່ງ ເພື່ອໃຫ້ກຸ່ມອື່ນກວດຊ່ວຍຖ້າຈໍາເປັນ.ກິດຈະກໍາເສີມການຂຽນ (10 ນາທີ)1) ຄູໃຫ້ນັກຮຽນບາງກຸ່ມທີ່ແຕ່ງປະໂຫຍກແລ້ວກ່ອນເວລາປ່ຽນປຶ້ມກັບກຸ່ມອື່ນ ເພື່ອໃຫ້ເຂົາເຈົ້າໄດ້ອ່ານບົດຂອງກັນ ແລະ ກັນດ້ວຍຄວາມມ່ວນຊື່ນ.2) ນັກຮຽນອ່ານບົດເລື່ອງ ແລະ ກວດຄວາມຜິດໄປນໍາ ຖ້າຫາກເຫັນຄວາມຜິດໃນການສະກົດ ແລະ ຫຼັກໄວຍາ ກອນ ເຂົາເຈົ້າຈະແນະນໍາໃຫ້ກຸ່ມທີ່ເປັນຜູ້ຂຽນເຫັນ ແລະ ຊ່ວຍແປງຄໍາຜິດດັ່ງກ່າວ.3) ນັກຮຽນແຕ່ລະກຸ່ມສະເໜີບົດເລື່ອງຂອງຕົນໃຫ້ກຸ່ມອື່ນ ແລະ ຄູໄດ້ມີໂອກາດໃຫ້ຄໍາແນະນໍາ ແລະ ຊ່ວຍແກ້ໄຂ ຄວາມຜິດທີ່ອາດຈະມີຢູ່ໃນບົດ.ຄວາມຜິດທີ່ອາດຈະມີຢູ່ໃນບົດ.ພາກ 1 ເລື່ອງ ກິນດີມີປະໂຫຍດ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 17. ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນເລົ່າບົດກາບ “ອາບນ້ໍາ” ພ້ອມທັງຕົບມືເປັນຈັງຫວະ ຫຼື ສະແດງທ່າທີປະກອບຕາມການແນະນໍາ ຂອງຄູ.ອາບນ້ໍາແກ້ເຄື່ອງອອກ ຖອກນ້ໍາໃສ່ກາຍແລ້ວຈຶ່ງບາຍ ສະບູຖູໃສ່ຕ້ອງຖູໃຫ້ ມັນເກີດຟອງຂາວແລ້ວຈຶ່ງເອົາ ນ້ໍາລ້າງຄືນໃໝ່ແລ້ວເຊັດໃຫ້ ຮ່າງກາຍແຫ້ງດີໃນທັນທີ ຈຶ່ງນຸ່ງເຄື່ອງໃໝ່ອາບນ້ໍາໃຫ້ ເຢັນຊື່ນກາຍາ2) ຄູທວນຄືນການອ່ານຄືກັນກັບຂໍ້ທີ 5 1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 7ຈັດລຽງຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືວິທີການສິດສອນທີ 13ງ ຢູ່ໃນພາກແນະນໍາ.1) ຄູຈັດນັກຮຽນອອກເປັນກຸ່ມ ແລະ ບອກນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 7 12) ຄູອະທິບາຍວ່າ ນັກຮຽນຈະໄດ້ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກທີ່ຖືກຕ້ອງ ຊຶ່ງທັງສີ່ປະໂຫຍກນີ້ ແມ່ນຈັບຄູ່ກັບຮູບພາບທີ່ຢູ່ທາງຂ້າງ ແຕ່ຄໍາສັບ ແລະ ວະລີຍັງປົນເປກັນຢູ່ ນັກຮຽນຕ້ອງຈັດລຽງຄໍາສັບ ແລະ ວະລີເຫຼົ່ານັ້ນໃຫ້ສາມາດອ່ານຕໍ່ເນື່ອງກັນເປັນປະໂຫຍກ.ການວັດ ແລະ ປະເມີນຜົນຄູປະເມີນທັກສະການຄາດເດົາ ອີງຕາມບົດ ໂດຍການໃຊ້ເກນການ ປະເມີນຂໍ້ທີ 16ຂ.໑໑໒໑໑ສ ວ ສສະຫງວນລິຂະສິດ
11325໑໒3) ຄູເອົາບັດຄໍາ ແລະ ບັດວະລີຕາມປະໂຫຍກທີໜຶ່ງມອບໃຫ້ນັກຮຽນແຕ່ລະກຸ່ມ.4) ນັກຮຽນໃນກຸ່ມຊ່ວຍກັນຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກທີ່ຖືກຕ້ອງ.5) ຄູຕິດຕາມໃຫ້ຄໍາແນະນໍາ ແລະ ກວດເບິ່ງ ແລ້ວໃຫ້ນັກຮຽນແຕ່ລະຄົນຂຽນໃສ່ປຶ້ມຂຽນຂອງຕົນ.6) ຄູສືບຕໍ່ມອບບັດຄໍາ ແລະ ບັດວະລີຂໍ້ຕໍ່ໄປໃຫ້ນັກຮຽນແຕ່ລະກຸ່ມເຮັດຈົນຄົບທັງ 4 ຂໍ້.ການນໍາໃຊ້1) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນອ່ານປະໂຫຍກທີ່ກຸ່ມໄດ້ຈັດລຽງ.2) ຄູຂຽນປະໂຫຍກທີ່ນັກຮຽນອ່ານໃສ່ກະດານ ແລະ ຖາມນັກຮຽນກຸ່ມອື່ນວ່າຖືກຕ້ອງແລ້ວບໍ່ ຖ້າກຸ່ມໃດບໍ່ທັນ ເຫັນດີນໍາໃຫ້ເຂົາເຈົ້າອ່ານສູ່ໝູ່ຟັງວ່າກຸ່ມເຂົາເຈົ້າຈັດລຽງຄືແນວໃດ.3) ຄູຂຽນປະໂຫຍກທີ່ເຂົາເຈົ້າອ່ານໃສ່ກະດານ.4) ນັກຮຽນໝົດຫ້ອງສົນທະນາກັນເພື່ອເລືອກເອົາປະໂຫຍກທີ່ຖືກຕ້ອງ.5) ຄູລຶບປະໂຫຍກທີ່ບໍ່ຖືກອອກ.6) ນັກຮຽນອ່ານສີ່ປະໂຫຍກທີ່ຢູ່ກະດານ.ຄໍາຕອບ:1. ຫຼານຄວນຖູແຂ້ວໃຫ້ສະອາດທຸກມື້.2. ຫວີຜົມໃຫ້ເປັນລະບຽບ.3. ທອງມີຊັກເຄື່ອງນຸ່ງຂອງລາວ.4. ນາງຄໍາຫຼ້າມ້ຽນບ່ອນນອນທຸກມື້.ກິດຈະກໍາເສີມ (10 ນາທີ)1) ຄູອະທິບາຍວ່າ ທັງສີ່ປະໂຫຍກແມ່ນເວົ້າເຖິງສິ່ງທີ່ພວກເຮົາຕ້ອງໄດ້ປະຕິບັດໃນແຕ່ລະມື້.2) ຄູໃຫ້ນັກຮຽນແນະນໍາປະໂຫຍກທີ່ພວກເຂົາຈະຕ້ອງໄດ້ປະຕິບັດໃນແຕ່ລະມື້ ພ້ອມບອກທັງເຫດຜົນວ່າເປັນ ຫຍັງຈຶ່ງຕ້ອງປະຕິບັດ.3) ນັກຮຽນເວົ້າປະໂຫຍກທີ່ຕົນເອງຕ້ອງປະຕິບັດ ພ້ອມກັບບອກເຫດຜົນ.4) ຄູຖາມວ່າ: ປະໂຫຍກດັ່ງກ່າວຂຽນແນວໃດ? ແລ້ວຄູຂຽນຕາມນັກຮຽນບອກໃສ່ກະດານ.5) ນັກຮຽນອ່ານແຕ່ລະປະໂຫຍກຢູ່ກະດານ.ຕົວຢ່າງ: ຕ້ອງລ້າງມືຂອງເຈົ້າກ່ອນກິນເຂົ້າ, ຕ້ອງເຮັດວຽກບ້ານແລ້ວກ່ອນຈຶ່ງຫຼິ້ນ.ທວນຄືນ (10 ນາທີ)1) ຄູແນະນໍານັກຮຽນເບິ່ງປຶ້ມແບບຮຽນຂໍ້ທີ 5 ຄືນ ແລະ ບອກກ່ຽວກັບປະເພດຂອງຂໍ້ມູນທີ່ເປັນທີໜຶ່ງ, ທີສອງ, ຫຼັງຈາກນັ້ນ.ຕົວຢ່າງ: ບອກເວລາໃດທີ່ຕ້ອງປະຕິບັດ, ບອກອຸປະກອນທີ່ຕ້ອງການ, ບອກຂັ້ນຕອນຕ່າງໆ.2) ຄູອະທິບາຍວ່າ: ບົດເລື່ອງນີ້ແມ່ນເວົ້າກ່ຽວກັບການປະຕິບັດສິ່ງໃດສິ່ງໜຶ່ງ.3) ຄູຖາມວ່າ: ພວກເຮົາຢາກເວົ້າກ່ຽວກັບວິທີການປະຕິບັດສິ່ງໃດອີກ.4) ນັກຮຽນຕອບພ້ອມທັງໃຫ້ເຫດຜົນ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (20 ນາທີ) 8ຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບຂອງເຫດການຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 7 ບົດທີ 24.1) ຄູຈັດນັກຮຽນອອກເປັນກຸ່ມລະ 4 ຄົນ ແລະ ບອກນັກຮຽນເບິ່ງຮູບພາບ ໃນປຶ້ມແບບຮຽນໄປຫາຂໍ້ທີ 8 12) ຄູອະທິບາຍວ່າ: ນີ້ແມ່ນຮູບທີ່ເລົ່າກ່ຽວກັບວິທີເຮັດສິ່ງໃດສິ່ງໜຶ່ງ ແຕ່ວ່າຮູບພາບເຫຼົ່ານັ້ນຍັງລຽງບໍ່ຖືກຕາມ໑໑໓
11425ລໍາດັບ ນັກຮຽນຈະຕ້ອງຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບໂດຍຂຽນໝາຍເລກຮູບພາບໃສ່ປຶ້ມຂຽນຕາມລໍາດັບທີ່ຖືກຕ້ອງວ່າແມ່ນໝາຍເລກໃດກ່ອນ ຫຼື ຫຼັງ.3) ນັກຮຽນໃນກຸ່ມສີ່ຄົນສົນທະນາເພື່ອເລືອກເອົາຫົວຂໍ້ວ່າຮູບເຫຼົ່ານັ້ນ ແມ່ນວິທີການເຮັດຫຍັງ ຈະຕ້ອງເຮັດແນວໃດກ່ອນ ແລ້ວ ເລືອກເບິ່ງວ່າ ໝາຍເລກໃດເປັນຮູບທີໜຶ່ງ, ທີສອງ, ທີສາມ ແລະ ທີສີ່.4) ນັກຮຽນໃນແຕ່ລະກຸ່ມປ່ຽນຜຽນກັນລາຍງານການຈັດລຽງຮູບທີ່ເຂົາເຈົ້າໄດ້ຂຽນໄວ້ໃຫ້ໝູ່ຟັງ ຖ້າມີກຸ່ມໃດບໍ່ ເຫັນດີ ໃຫ້ກຸ່ມດັ່ງກ່າວສະເໜີຄໍາຕອບຂອງກຸ່ມຕົນ ແລະ ທຸກຄົນສົນທະນາສົມທຽບໃສ່ການລຽງລໍາດັບໃນບົດ ເລື່ອງຂໍ້ທີ 5 ເພື່ອຊອກຫາຄໍາຕອບທີ່ຖືກຕ້ອງ.ຄໍາຕອບ: 4. ອຸປະກອນທີ່ຕ້ອງການ. 1. ສອດເຊືອກໃສ່ຮູຂອງກະໂປະ. 3. ມັດໄມ້ໃສ່ເຊືອກທັງສອງສົ້ນ. 2. ໃຊ້ ຫຼື ໃສ່.5) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນລາຍງານກ່ຽວກັບຫົວຂໍ້ທີ່ກຸ່ມຕົນເລືອກ ແລະ ສົນທະນາຫາຫົວຂໍ້ທີ່ເໝາະສົມ ເຊັ່ນ: ວິທີເຮັດເກີບກະໂປະໝາກພ້າວ.6) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເວົ້າປະໂຫຍກຂອງແຕ່ລະຂັ້ນຕອນໃຫ້ກັນຟັງ ໂດຍທີ່ກຸ່ມອື່ນອາດຈະເຫັນດີນໍາ ຫຼື ບໍ່ເຫັນດີນໍາ ຖ້າກຸ່ມໃດບໍ່ເຫັນດີກໍສາມາດນໍາສະເໜີປະໂຫຍກຂອງກຸ່ມຕົນເອງ.7) ນັກຮຽນສົນທະນາເພື່ອເລືອກເອົາປະໂຫຍກທີ່ເໝາະສົມທີ່ສຸດ.8) ນັກຮຽນເວົ້າປະໂຫຍກຄືນຕາມຄູ.9) ຄູຂຽນຄໍາສັບໃໝ່ທີ່ໄດ້ຈາກປະໂຫຍກເຫຼົ່ານັ້ນໃສ່ກະດານໃຫ້ນັກຮຽນໄດ້ຮຽນ.ເກມຊອກຄໍາສັບ1) ຄູເອົາບັດບັດຄໍາ ຊຶ່ງແມ່ນຄໍາສັບທີ່ເລືອກມາຈາກກິດຈະກໍາຂ້າງເທິງ(ຄໍາສັບເຫຼົ່ານັ້ນຄູຕ້ອງມີບັນຊີໄວ້ແລ້ວ) ວາງຫງາຍຢາຍໃສ່ໜ້າໂຕະ ແລ້ວໃຫ້ນັກຮຽນສັງເກດເບິ່ງວ່າມີຄໍາໃດແດ່ ແຕ່ລະຄໍາວາງຢູ່ຈຸດໃດ.2) ຄູເວົ້າຄໍາສັບ ແລ້ວໃຫ້ນັກຮຽນຜູ້ໜຶ່ງຈັບເອົາບັດຄໍາສັບທີ່ຄູເວົ້າ, ຍົກໃຫ້ໝູ່ເບິ່ງວ່າຖືກບໍ່ ຖ້າບໍ່ຖືກຕ້ອງໃຫ້ຈັບ ໃໝ່ຈົນໄດ້ບັດທີ່ຖືກຕ້ອງ ແລ້ວຄູເວົ້າຄໍາສັບໃໝ່ປ່ຽນໃຫ້ນັກຮຽນຄົນຕໍ່ໄປມາຈັບເອົາບັດຄໍາທີ່ຄູເວົ້າ.3) ຄູຂວ້ໍາບັດຄໍາທັງໝົດລົງ.4) ຄູເວົ້າຄໍາສັບ ແລ້ວໃຫ້ນັກຮຽນຄົນອື່ນມາຈັບເອົາບັດຂຶ້ນມາເບິ່ງເທື່ອລະບັດ ຈົນແນ່ໃຈວ່າຈັບໄດ້ບັດທີ່ກົງກັບຄໍາທີ່ຄູເວົ້າຈຶ່ງຍົກໃຫ້ໝູ່ເບິ່ງວ່າຖືກຕ້ອງ ຫຼື ບໍ່ ຖ້າບໍ່ຖືກໃຫ້ວາງລົງ ແລ້ວຈົກໃໝ່ຈົນພົບບັດທີ່ຖືກຕ້ອງ.ກິດຈະກໍາເສີມ (10 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ເພື່ອແຂ່ງຂັນໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນແຕ່ງ ປະໂຫຍກ.2) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຫ້ເຂົາເຈົ້ານໍາໃຊ້ໃນການຈັດລຽງ ເປັນປະໂຫຍກຕ່າງໆ.3) ນັກຮຽນແຕ່ລະກຸ່ມໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນຈັດລຽງເປັນປະໂຫຍກໜຶ່ງ ແລ້ວຂຽນປະໂຫຍກ ດັ່ງກ່າວໃສປຶ້ມຂຽນ.4) ນັກຮຽນພະຍາຍາມສືບຕໍ່ໃຊ້ບັດຄໍາແຕ່ງປະໂຫຍກໃໝ່ຕື່ມອີກໃຫ້ໄດ້ຫຼາຍປະໂຫຍກເທົ່າໃດຍິ່ງດີ.5) ນັກຮຽນແຕ່ລະກຸ່ມອ່ານປະໂຫຍກທັງໝົດທີ່ກຸ່ມຕົນແຕ່ງໄດ້ກຸ່ມໃດແຕ່ງໄດ້ຫຼາຍກວ່າເປັນກຸ່ມຊະນະ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ແລະ ການຟັງ ຄວາມສາມາດໃຫ້ຂ້ມູນກ່ຽວກັບຫົວ ໍຂໍ້ໃນບົດຮຽນ ໂດຍໃຊ້ເກນການປະ ເມີນຂໍ້ທີ 2.໑໑໔໑໑ສ ວ ສສະຫງວນລິຂະສິດ
11525໑໔ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນ1) ນັກຮຽນທ່ອງບົດກາບ ອາບນ້ໍາ ພ້ອມທັງຕົບມີເປັນຈັງຫວະ ຫຼື ສະແດງທ່າທາງປະກອບ.2) ຄູທວນຄືນການຟ້ອງສຽງ ແລະ ຜັນສຽງຄໍາສັບ ໂດຍເນັ້ນໃສ່ຄໍາສັບທີ່ນັກຮຽນຍັງມີບັນຫາຢູ່. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາສັບຢູ່ບົດທີ 17 ຊົ່ວໂມງທີ 9.ຄໍາສັບ: ຕື່ນ, ມົດ, ແນວ, ວຽກ, ເກັ່ງ, ອອກ, ແຂ້, ຫາ, ອາ, ບົວ, ໝໍ.ປະເມີນຜົນການອ່ານຄໍາສັບ, ວະລີ ແລະ ປະໂຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ຢູ່ບົດທີ 17 ຊົ່ວໂມງທີ 9.ຄໍາສັບ: ຄວນ, ລ້າງ, ຖູ, ບ້ວນ, ຟອຍຖູແຂ້ວ, ຢາຖູແຂ້ວ, ສະອາດວະລີ: ທຸກມື້, ເບື້ອງເທິງ, ເບື້ອງລຸ່ມ, ທາງໃນ, ທາງນອກປະໂຫຍກ:- ຫຼານຄວນຖູແຂ້ວໃຫ້ສະອາດທຸກມື້.- ຫວີຜົມໃຫ້ເປັນລະບຽບ.- ທອງມີຊັກເຄື່ອງນຸ່ງຂອງລາວ.- ນາງຄໍາຫຼ້າມ້ຽນບ່ອນນອນທຸກມື້.ປະເມີນຜົນການນໍາໃຊ້ຄູປະຕິບັດຕາມການນໍາໃຊ້ໃນຂໍ້ທີ 6. ປະເມີນຜົນການຂຽນ1) ຄູເວົ້າປະໂຫຍກສັ້ນທີ່ປະກອບດ້ວຍຄໍາສັບທີ່ໄດ້ຮຽນຜ່ານມາແລ້ວເທື່ອລະປະໂຫຍກ ໃຫ້ນັກຮຽນຂຽນ ແລະ ໃສ່ເຄື່ອງໝາຍວັກໃຫ້ຖືກຕ້ອງ.: ເລື່ອງ ແບ້ນ້ອຍຂີ້ດື້ (40 ນາທີ)ຂັ້ນຕອນການສອນໃຫ້ປະຕິບັດຕາມຄໍາແນະນໍາຢູ່ພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.໑໑໕
11626ບົດທີ 26 ບົດຝຶກຫັດເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ອ່ານອອກສຽງ ແລະ ເຂົ້າໃຈຄວາມໝາຍຂອງຄໍາສັບ ແລະ ວະລີ1 2ຂຽນງາມຕາມຮູບແບບ1 3ຈໍາແນກ ແລະ ສ້າງປະໂຫຍກຕາມຂັ້ນຕອນຕ່າງໆຂອງບົດເລື່ອງ1 4ນໍາໃຊ້ຄໍາສັບຂອງຕົນເອງເພ່ອຕອບຄໍາຖາມ ແລະ ສ້າງປະໂຫຍກໃໝ່ຕາມໂຄງສ້າງ ຂອງປະໂຫຍກທ່ໄດ້ຮຽນືີ1 5ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງເປັນວະລີ ແລະ ປະໂຫຍກ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍ ຜ່ານການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ເວົ້າ: ໃຊ້ເກນປະເມີນຂໍ້ທີ 4ຂ, 2 ໃນ ຊົ່ວໂມງທີ 3 ແລະ 7.1 2ອ່ານ: ໃຊ້ເກນປະເມີນຂໍ້ທີ 9ຄ ໃນຊົ່ວໂມງທີ 4.1 3ຂຽນ: ໃຊ້ເກນປະເມີນຂໍ້ທີ14ຄ ໃນຊົ່ວໂມງທີ 5.1 4ນິທານ: ໃຊ້ເກນປະເມີນຂໍ້ທີ18ຂ ໃນຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1 1ອ່ານຄໍາສັບ ແລະ ວະລີ ພ້ອມທັງຊອກຫາຄວາມໝາຍຂອງຄໍາສັບ ແລະ ນໍາໃຊ້ເຂົ້າໃນປະໂຫຍກ.1 2ການຈັດລຽງຮູບພາບ ຫຼືເຫດການໃຫ້ຖືກຕ້ອງຕາມລໍາດັບ.1 3ແຕ່ງເລື່ອງຕາມໂຄງສ້າງ ແລະ ແຕ້ມຮູບປະກອບ1 4ຕອບຄໍາຖາມຕາມບົດເລື່ອງ ແລະຕາມຄວາມເປັນຈິງ1 5ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກ.1 6ນິທານ1 7ປຶ້ມອ່ານເສີມIV. ສື່ການຮຽນການສອນ:1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.໑໑໖໑໑ສ ວ ສສະຫງວນລິຂະສິດ
11726໑໖V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1 -2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູນໍາໃຊ້ບັດຄໍາສັບຈາກບົດທີ 25 ເພື່ອທວນຄືນການອ່ານຄໍາສັບ.3) ຄູຍົກບັດຄໍາໃຫ້ນັກຮຽນອ່ານເທື່ອລະບັດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 1ອ່ານຕົວຢ່າງ ແລ້ວແຍກສຽງຄໍາສັບ1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 1 ຂອງບົດທີ 26.2) ນັກຮຽນແຕ່ລະຄົນອ່ານຄໍາສັບໃນປຶ້ມແບບຮຽນ.3) ນັກຮຽນໝົດຫ້ອງອ່ານຄໍາສັບພ້ອມກັນ.4) ຄູອະທິບາຍວ່າຄໍາສັບຈໍານວນໜຶ່ງມີຄວາມໝາຍໃຫ້ຄຽງກັນ ຫຼື ພົວພັນກັນ ແລະ ຄໍາສັບຈໍານວນໜຶ່ງມີຄວາມ ໝາຍກົງກັນຂ້າມກັນ.5) ຄູໃຫ້ນັກຮຽນຈັບຄູ່ກັນແຕ່ງປະໂຫຍກດ້ວຍການນໍາໃຊ້ຄໍາສັບ ທີ່ໄດ້ອ່ານ.6) ນັກຮຽນແຕ່ລະຄູ່ປ່ຽນຜຽນກັນແຕ່ງປະໂຫຍກດ້ວຍຄໍາສັບດັ່ງກ່າວ.7) ຄູໃຫ້ນັກຮຽນຄົນໜຶ່ງບອກປະໂຫຍກທີ່ໃຊ້ແຕ່ລະຄໍາແຕ່ງ 3 ປະໂຫຍກຕໍ່ 1 ຄໍາສັບ ໃຫ້ຄູຂຽນໃສ່ກພດານ.8) ນັກຮຽນຜູ້ອື່ນກວດເບິ່ງປະໂຫຍກວ່າຖືກຕ້ອງແລ້ວ ຫຼື ຍັງ.9) ຄູກວດປະໂຫຍກ ແລະ ແກ້ໄຂໃຫ້ສົມບູນ ເພື່ອເປັນແບບຢ່າງ ພ້ອມທັງອະທິບາຍໃຫ້ນັກຮຽນເຂົ້າໃຈເຖິງການນໍາໃຊ້ຄໍາສັບເຂົ້າໃນການແຕ່ງປະໂຫຍກ. 2ອ່ານ, ເລືອກເອົາຄໍາສັບ ແລະ ວະລີຈາກຂໍ້ທີ 1 ຕື່ມໃສ່ບ່ອນວ່າງ1) ນັກຮຽນເບິ່ງປຶ້ມແບບຮຽນຂໍ້ທີ 2 ຂອງບົດທີ 26.2) ຄູໃຫ້ຈັດນັກຮຽນເປັນຄູ່ ປ່ຽນຜຽນກັນອ່ານ ໃຫ້ເວົ້າວ່າ “ຕິກຕັອກ” ເວລາອ່ານອ່ານຮອດບ່ອນວ່າງ.3) ນັກຮຽນອ່ານເປັນຄູ່ຕາມຄໍາແນະນໍາຂອງຄູ.4) ນັກຮຽນໝົດຫ້ອງອ່ານ ແລະ ເວົ້າວ່າ “ຕິກຕັອກ” ເມື່ອອ່ານຮອດບ່ອນວ່າງ.5) ຄູແນະນໍາໃຫ້ນັກຮຽນກ່າຍປະໂຫຍກທີ່ບໍ່ທັນສົມບູນລົງໃສ່ປຶ້ມຂຽນ ແລ້ວເລືອກເອົາຄໍາສັບ ຫຼື ວະລີຈາກຂໍ້ທີ 1 (ບາງຄໍາສັບ ຫຼື ວະລີແມ່ນສາມາດໃຊ້ໄດ້ຫຼາຍເທື່ອ) ຕື່ມໃສ່ບ່ອນວ່າງໃຫ້ຮຽບຮ້ອຍສະອາດ ເພື່ອເປັນ ການຝຶກທັກສະໃນການຂຽນຫັດຂຽນງາມໄປພ້ອມ.ການນໍາໃຊ້1) ນັກຮຽນຕື່ມຄໍາສັບ ຫຼື ວະລີໃສ່ບ່ອນວ່າງດ້ວຍການຂຽນໃສ່ປຶ້ມ.2) ຄູຍ່າງໄປຫານັກຮຽນແຕ່ລະຄົນເພື່ອກວດກາ ແລະ ຊ່ວຍເຫຼືອເຂົາເຈົ້າເມື່ອຈໍາເປັນ ໃນຂັ້ນຕອນນີ້ຄູຕ້ອງກວດ ກາການຂຽນງາມໄປພ້ອມ.3) ຄູເລືອກເອົານັກຮຽນປ່ຽນຜຽນກັນອ່ານປະໂຫຍກທີ່ໄດ້ຕື່ມຄໍາສັບ ຫຼື ວະລີໃສ່ ແລ້ວໃຫ້ນັກຮຽນຄົນອື່ນກວດກາ ເບິ່ງວ່າປະໂຫຍກນັ້ນຄືກັນ ຫຼື ບໍ່ ຖ້າເຂົາເຈົ້າເຫັນວ່າຍັງບໍ່ເປັນເອກະພາບກັນ.4) ນັກຮຽນທັງໝົດສົນທະນາ ແລະ ເລືອກເອົາປະໂຫຍກທີ່ເໝາະສົມທີ່ສຸດ ພ້ອມທັງບອກເຫດຜົນວ່າ ຍ້ອນຫຍັງຈຶ່ງເລືອກປະໂຫຍກດັ່ງກ່າວ.5) ຄູຂຽນປະໂຫຍກທີ່ຖືກຕ້ອງໃສ່ກະດານ.໑໑໗
11826ຄໍາຕອບ1. ໄດ້ຮັບ. 2. ເອົາ, ມາ. 3. ພາ, ໄປ. 4. ເອົາ, ໄປ. 5. ຖື. 6. ຂົນ. 7. ເອົາ, ໃຫ້.ທັກສະການຂຽນ ແລະ ຂຽນທວາຍ (10 ນາທີ)1) ຄູເລືອກເວົ້າປະໂຫຍກທີ່ສັ້ນຈໍານວນໜຶ່ງ ໃຫ້ນັກຮຽນຂຽນພ້ອມທັງໃສ່ເຄື່ອງໝາຍວັກຕອນໃຫ້ຖືກຕ້ອງ.2) ນັກຮຽນຂຽນປະໂຫຍກທີ່ຄູເວົ້າໃສ່ປຶ້ມຂຽນໃຫ້ຖືກຕ້ອງສະອາດ ແລະ ຈົບງາມ.ທວນຄືນ (10 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມນ້ອຍ ແລະ ໃຫ້ນັກຮຽນອ່ານບົດເລື່ອງຢູ່ຂໍ້ທີ 5 ບົດທີ 24. 2) ນັກຮຽນປ່ຽນຜຽນກັນອ່ານແຕ່ລະວັກຢູ່ໃນກຸ່ມ.3) ນັກຮຽນໝົດຫ້ອງອ່ານຂັ້ນຕອນໜຶ່ງ ຫຼື ວັກໜຶຶ່ງຂອງບົດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)3ຈັດລຽງປະໂຫຍກລຸ່ມນີ້ໃຫ້ຖືກຕ້ອງຕາມລໍາດັບຂອງບົດເລື່ອງ1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 3 ຂອງບົດທີ 26.2) ຄູອະທິຍາຍວ່າປະໂຫຍກເຫຼົ່ານີ້ຄືກັບປະໂຫຍກຢູ່ໃນບົດ ເລື່ອງຂອງບົດທີ 24 ແຕ່ມັນສັ້ນກວ່າ ຊຶ່ງອັນນີ້ເອີ້້ນ ວ່າ ບົດສະຫຼຸບຫຍໍ້ ແຕ່ປະໂຫຍກທີ່ຢູ່ໃນບົດສະຫຼຸບນີ້ຍັງບໍ່ໄດ້ລຽງຕາມລໍາດັບຂອງບົດເລື່ອງ. ດັ່ງນັ້ນ, ນັກຮຽນ ຈະໄດ້ຈັດລຽງປະໂຫຍກທີ່ຢູ່ໃນບົດສະຫຼຸບໃຫ້ຖືກຕ້ອງຕາມລໍາດັບ.3) ຄູອະທິບາຍວິທີເຮັດກິດຈະກໍານີ້ວ່າ ນັກຮຽນຕ້ອງອ່ານປະໂຫຍກທັງໝົດ ແລ້ວຊອກຫາປະໂຫຍກທໍາອິດໃຫ້ ໄດ້. ຈາກນັ້ນ, ຂຽນໝາຍເລກຂອງປະໂຫຍກນັ້ນໃສ່ປຶ້ມຂຽນຕໍ່ມາຈຶ່ງຊອກຫາປະໂຫຍກທີ 2 ແລະ ຂຽນໝາຍ ເລກຂອງປະໂຫຍກ ແລະ ຊອກຫາປະໂຫຍກຕາມລໍາດັບຈົນຮອດປະໂຫຍກທີ 4.4) ຄູຈັດໃຫ້ນັກຮຽນອ່ານປະໂຫຍກເປັນຄູ່ ແລະ ສົນທະນາເພື່ອຊອກຫາປະໂຫຍກທໍາອິດ ຖ້າຄູ່ໃດຊອກໄດ້ກ່ອນ ໃຫ້ສະເໜີໃຫ້ຄູ່ອື່ນຟັງພ້ອມດ້ວຍເຫດຜົນ.5) ນັກຮຽນຄູ່ອື່ນບອກວ່າເຂົາເຈົ້າເຫັນດີ ຫຼື ບໍ່ເຫັນດີ ຖ້າທຸກຄົນເຫັນດີແລ້ວ ຄູຖາມນັກຮຽນວ່າເຮົາຈະຮູ້ໄດ້ແນວ ໃດວ່າປະໂຫຍກນັ້ນແມ່ນປະໂຫຍກທໍາອິດ.6) ນັກຮຽນຕອບຕາມຕາມຄວາມເຂົ້າໃຈເຊັ່ນ: ມັນແມ່ນສິ່ງທີ່ເກີດຂຶ້ນກ່ອນໝູ່ໃນເລື່ອງ ຊຶ່ງສ່ວນຫຼາຍຈະເລີ່ມ ຕົ້ນດ້ວຍມື້ໜຶ່ງ ແລະ ເຫດຜົນອື່ນໆ.7) ຄູຂຽນຄໍາຕອບໃສ່ກະດານ ແລະ ປະບ່ອນວ່າງໄວ້ສໍາລັບຄໍາຕອບຕໍ່ໄປ:3........,.........,.........ການນໍາໃຊ້ການເວົ້າ1) ຄູເລືອກເອົານັກຮຽນເພື່ອຕອບຄໍາຖາມທີ່ຍັງເຫຼືອ ເມື່ອນັກຮຽນຕອບໃຫ້ຄູຖາມນັກຮຽນວ່າ: ຍ້ອນຫຍັງເຂົາເຈົ້າຈຶ່ງຄິດວ່າປະໂຫຍກນັ້ນ ແມ່ນຄໍາຕອບຂອງຂໍ້ຕໍ່ໄປ ແລະ ບອກໃຫ້ນັກຮຽນຄົນອື່ນຜູ້ອື່ນມີຄວາມຄິດເຫັນວ່າ ແມ່ນຄໍາຕອບທີ່ຖືກຕ້ອງແລ້ວບໍ.2) ຄູຂຽນຄໍາຕອບທີ່ຖືກຕ້ອງໃສ່ກະດານ: 3, 4, 1, 2.ກິດຈະກໍາເສີມ (10 ນາທີ)1) ຄູເອົາບັດຄໍາສັບ: ເອົາ, ມາ, ໄປ, ໃຫ້, ໄດ້, ຮັບ, ພາ,ຖື, ຂົນ, ຈາກ,ໃສ່, ສອງ, ອອກ, ເບາະ... ຂວ້ໍາໄວ້ໜ້າໂຕະ.2) ຄູໃຫ້ນັກຮຽນຜັດປ່ຽນກັນອອກມາຈົກເອົາບັດຄໍາສັບ.3) ນັກຮຽນຜັດປ່ຽນກັນຈົກເອົາບັດຄໍາສັບ ແລ້ວຍົກໃຫ້ໝູ່ໃນຫ້ອງເບິ່ງ ພ້ອມທັງອ່ານຄໍາສັບນັ້ນດັງໆ ແລະ ສະແດງ ບົດບາດສົມມຸດຕາມຄວາມໝາຍຂອງຄໍາສັບ. (ຄູສາມາດນໍາໃຊ້ບັດຄໍາສັບ ເພື່ອຫຼິ້ນເກມການອ່ານຄໍາອື່ນໆ ຕາມຫົວຄິດປະດິດສ້າງຂອງຄູກໍໄດ້).໑໑໘໑໑ສ ວ ສສະຫງວນລິຂະສິດ
11926໑໘ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູພານັກຮຽນເລົ່າບົດກາບ “ນັບນົກ” ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ. ກາບ “ນັບນົກ”ມີນົກນ້ອຍ ງອຍງ່າຈໍາປາເຕັ້ນໄປມາ ສອງໂຕເປັນຄູ່ແລ້ວມີໝູ່ ມາຕື່ມອີກສາມຖ້າໄລ່ຕາມ ວິທີເລກບວກ ເກີນສະດວກ ຕອບໄດ້ທັນທີວ່ານົກມີ ຮວມກັນເປັນຫ້າ2) ຄູເອົາບັດຄໍາທີ່ຄັດເລືອກຈາກກິດຈະກໍາ 1-3 ໃສ່ແກັດ ຫຼື ວາງຂວ້ໍາປົນກັນເທິງໜ້າໂຕະ. (ຄໍາສັບທັງໝົດຄູຈະມີບັນຊີຢູ່ໃນມື)3) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.4) ນັກຮຽນແຕ່ລະຄົນໃນກຸ່ມອອກມາຈົກເອົາບັດຄໍາຄົນລະບັດແລ້ວກັບໄປນັ່ງໃນກຸ່ມ.5) ຄູເວົ້າຄໍາສັບ ແລະ ຂຽນໃສ່ກະດານໄປເລື້ອຍໆ.6) ນັກຮຽນໃນກຸ່ມຕິດຕາມຟັງຄູ ຖ້າຄູເວົ້າຄໍາທີ່ກຸ່ມຂອງຕົນມີໃຫ້ໝາຍໄວ້ ຖ້າກຸ່ມໃດມີຄໍາສັບທີ່ຄູເວົ້າຮອດ 3 ຄໍາ ໃຫ້ຮ້ອງຂຶ້ນວ່າ ບິງໂກ ແລະ ຍົກບັດຄໍາເຫຼົ່ານັ້ນໃຫ້ຄູ ແລະ ໝູ່ເບິ່ງ.7) ຄູສືບຕໍ່ເວົ້າ ແລະ ຂຽນຄໍາສັບຈົນເຖິງກຸ່ມສຸດທ້າຍຮ້ອງວ່າ ບິງໂກ.8) ນັກຮຽນໝົດຫ້ອງອ່ານຄໍາສັບໃນກະດານ.ຂັ້ນຈັດກິດຈະກໍາການຮຽນ (35 ນາທີ) 4ອ່ານ ແລະ ສົນທະນາ ເພື່ອຊອກຫາຄວາມໝາຍຂອງຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄວາມໝາຍຂອງຄໍາສັບ ແລະ ວະລີ:ຄໍາສັບ:ໝາກມ່ວງ: ຊື່ຂອງໝາກໄມ້ຊະນິດໜຶ່ງທີ່ຄົນລາວມັກປູກ.ສຸກ: ໝາກໄມ້ທີ່ແກ່ຈົນຖ້ວນ ແລະ ຫຼັງຈາກເຫີ່ມແລ້ວຈະສຸກເກັບ: ຈັບເອົາ, ປິດເອົາ, ເອົາມ້ຽນໄວ້.ສໍາລັບ: ເພື່ອ.ພົບ: ພໍ້, ເຫັນ.ວະລີ:ດຽວນີ້: ເວລາທີ່ພວມດໍາເນີນຢູ່, ເວລາປັດຈຸບັນພຽງແຕ່: ເທົ່ານັ້ນ, ບັນຫາທີ່ຂັດຂ້ອງບໍ່ເປັນໄປຕາມປົກກະຕິ.ມາຮອດ: ມາເຖິງ.໑໑໙
12026ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 5ອ່ານ, ແຕ່ງເລື່ອງຕາມໂຄງສ້າງ ແລ້ວແຕ້ມຮູບປະກອບ ການສອນໃຫ້ນຳ ໃຊ້ ເຕັກ ນິກ ການສອນທີ 11 ຢູ່ໃນພາກແນະນໍາ.1) ນັກຮຽນເປັນກຸ່ມ ເບິ່ງຮູບຂອງບົດເລື່ອງ ແລ້ວພະຍາຍາມອ່ານ ບົດເລື່ອງດ້ວຍຕົນເອງ ເຊິ່ງນັກຮຽນອາດຈະປ່ຽນຜຽນກັນອ່ານ ແຕ່ລະປະໂຫຍກ ແລະ ແຕ່ລະວັກ.ການນໍາໃຊ້ ການເວົ້າ2) ຄູ ແລະ ນັກຮຽນອ່ານບົດເລື່ອງນໍາກັນ.3) ຄູເລືອກເອົານັກຮຽນເພື່ອສະຫຼຸບເນື້ອໃນຂອງບົດເລື່ອງ.4) ນັກຮຽນສົນທະນາເປັນກຸ່ມວ່າຈະເອົາຮູບຫຍັງມາຕື່ມໃສ່ບ່ອນຂອບສີ່ລ່ຽມທີ່ຍັງວ່າງຢູ່, ຈະເອົາຄໍາສັບໃດມາຕື່ມໃສ່ບ່ອນວ່າງ ແລະ ຈະແຕ່ງບົດເລື່ອງໃຫ້ຈົບແນວໃດ.5) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນນໍາສະເໜີຄວາມຄິດເຫັນ ແລະ ເຫດຜົນເພື່ອແຕ່ງບົດເລື່ອງຕໍ່ໃຫ້ຈົບ.6) ຄູບອກນັກຮຽນວ່າ ເຂົາເຈົ້າຈະຕ້ອງໄດ້ຫາຄໍາສັບມາຕື່ມໃສ່ບ່ອນວ່າງໃນສອງວັກຂອງບົດເລື່ອງ ແລະ ຖາມ ນັກຮຽນວ່າ ຄໍາສັບໃດທີ່ເຂົາເຈົ້າຈະຕ້ອງໄດ້ຂຽນຕໍ່ ເພື່ອໃຫ້ບົດເລື່ອງຈົບລົງ.7) ນັກຮຽນຕອບພ້ອມທັງບອກເຫດຜົນ.8) ຄູໃຫ້ນັກຮຽນເວົ້າເຖິງການສະກົດຄໍາທີ່ຈະເອົາມາຕື່ມໃສ່ບ່ອນວ່າງ ແລະ ແຕ່ງບົດເລື່ອງໃຫ້ຈົບ ຊຶ່ງນັກຮຽນສາ ມາດນໍາໃຊ້ຕາຕະລາງຕົວອັກສອນຢູ່ທາງຫຼັງປຶ້ມແບບຮຽນ.9) ຄູຂຽນສິ່ງທີ່ນັກຮຽນເວົ້າໃສ່ກະດານ ແລະ ໃຫ້ນັກຮຽນຜູ້ອື່ນມີຄວາມເຫັນວ່າຖືກ ຫຼື ບໍ່.10) ຄູຊ່ວຍອະທິບາຍໃຫ້ນັກຮຽນເຂົ້າໃຈກ່ຽວກັບການສະກົດຄໍາ ສັບທີ່ຖືກຕ້ອງວ່າ ຄວນໃຊ້ຕົວອັກສອນໃດແດ່ ແລະ ຍ້ອນຫຍັງ.ການນໍາໃຊ້ການຂຽນ1) ນັກຮຽນຕື່ມຄໍາສັບໃສ່ບ່ອນວ່າງໃນສອງວັກຂອງບົດເລື່ອງໃຫ້ຄົບຖ້ວນ. ຖ້າມີເວລາພໍໃຫ້ນັກຮຽນແຕ້ມຮູບໃສ່ພ້ອມ.2) ຄູຍ່າງໄປຫານັກຮຽນແຕ່ລະຄົນໃນເວລາທີ່ນັກຮຽນພວມເຮັດກິດຈະກໍາ ເພື່ອກວດກາ ແລະ ຊ່ວຍເຂົາເຈົ້າຖ້າ ຈໍາເປັນ.ການນໍາໃຊ້ ການອ່ານ1) ນັກຮຽນອ່ານວັກທີ່ເຂົາເຈົ້າຕື່ມຄໍາສັບໃສ່ນັ້ນ ເພື່ອກວດແກ້ເມື່ອເຫັນວ່າຍັງບໍ່ທັນຖືກຕ້ອງ.2) ນັກຮຽນປ່ຽນປຶ້ມກັນ ເພື່ອອ່ານວັກດັ່ງກ່າວ ຖ້າເຂົາເຈົ້າຊອກເຫັນຄວາມຜິດໃຫ້ສົນທະນາກັບຜູ້ທີ່ເປັນເຈົ້າຂອງ ປຶ້ມ ແລະ ຊ່ວຍກັນແປງຄວາມຜິດດັ່ງກ່າວ.ເກມປະກອບຄໍາສັບຄູຢາຍບັດຕົວອັກສອນ ແລະ ບັດວັນນະຍຸດ ທີ່ຈະໃຊ້ປະກອບເປັນຄໍາສັບ (ສໍາລັບສະຫຼະທີ່ປ່ຽນຮູບເວລາຢູ່ກັບ ຕົວສະກົດນັ້ນ ຄູຕ້ອງຂຽນສັນຍະລັກສະຫຼະດັ່ງກ່າວ ໃສ່ທາງຫຼັງຂອງບັດສະຫຼະ) ເຊັ່ນ: ຄ, ກ, ມ, ຊ, ຍ, ລ, ດ, ຈ, ບ, ງ, ນ, ວ, ຫຼ, xະ, xາ, xື, xໍ/ອ, ເxົາ, ເx, xີ, xຽ/ເxຍ, ແx, x່, x້...ຄູເວົ້າຄໍາສັບ ແລະ ເລືອກເອົານັກຮຽນອອກໄປກະດານ ເພື່ອປະກອບຄໍາສັບດ້ວຍບັດຕົວອັກສອນເຊັ່ນ: ດຽວນີ້, ຫຼັງຈາກ, ກ່ອນ, ຕອນເຊົ້າ, ຕອນສວາຍ, ຕອນແລງ, ຕອນກາງເວັນ, ຕອນກາງຄືນ...ກິດຈະກໍາເສີມ (15 ນາທີ)ຄູໃຊ້ບັດຄໍາສັບເພື່ອຫຼິ້ນເກມການອ່ານເຊັ່ນ: ການແຂ່ງຂັນຈັບເອົາບັດຄໍາ, ທວາຍຄໍາ, ບິງໂກ ແລະ ເກມອື່ນໆ ຕາມຫົວຄິດປະດິດສ້າງຂອງຄູ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານບົດເລື່ອງ ໂດຍ ໃຊ້ເກນການປະເມີນຂໍ້ທີ 9ຄ.ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າ ໂດຍໃຊ້ເກນການປະເມີນຂໍ້ທີ 4ຂ.໑໒໐໑໒ສ ວ ສສະຫງວນລິຂະສິດ
12126໒໐ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນເລົ່າບົດກາບ ນັບນົກ ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ.2) ຄູຈັດນັກຮຽນອອກເປັນກຸ່ມ ແລ້ວຢາຍບັດຕົວອັກສອນໃຫ້ກຸ່ມລະຊຸດ.3) ຄູເວົ້າຄໍາສັບໃຫ້ນັກຮຽນໃຊ້ບັດຕົວອັກສອນປະກອບເປັນຄໍາສັບເຊັ່ນ: ຄູເວົ້າວ່າ, ສໍດໍາ, ນັກຮຽນກໍຈະປະກອບ ຄໍາສັບນັ້ນດ້ວຍບັດ ຕົວອັກສອນ ສ, xໍ, ດ, xໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 6ອ່ານ ແລະ ຕອບຄໍາຖາມຕາມຂໍ້ທີ 5 ແລ້ວຕອບຕາມຄວາມເປັນຈິງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ.1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 6 ໃນບົດທີ 26.2) ຄູແນະນັກຮຽນວ່າ ນັກຮຽນຈະໄດ້ຕອບຄໍາຖາມດ້ວຍການຂຽນ ເປັນປະໂຫຍກທີ່ສົມບູນ.3) ຄູໃຫ້ນັກຮຽນອ່ານຄໍາຖາມທັງໝົດ.4) ຄູ ແລະ ນັກຮຽນອ່ານຄໍາຖາມທີ 1 ແລະ ສົນທະນາວິທີການ ຕອບດ້ວຍການຂຽນເປັນປະໂຫຍກເຊັ່ນ: ຕິກປິດໝາກມ່ວງ 4 ໜ່ວຍ ເພື່ອຈະໃຫ້ຄູ.5) ຄູ ແລະ ນັກຮຽນອ່ານຄໍາຖາມອື່ນນໍາກັນ ແລ້ວຄູບອກວ່າ ນັກຮຽນຕ້ອງຕອບຄໍາຖາມທີ່ຍັງເຫຼືອນີ້ດ້ວຍການໃຊ້ຄໍາສັບຂອງຕົນເອງ ໂດຍການນໍາໃຊ້ເນື້ອໃນຂອງບົດເລື່ອງໃນຂໍ້ທີ 5 ມາເປັນຄໍາຕອບ.6) ຄູບອກນັກຮຽນເບິ່ງຂໍ້ທີ 5 ແລະ ຊີ້ໃສ່ບ່ອນຂອງຮູບທີ່ຍັງວ່າງຢູ່ ແລະ ອະທິບາຍວ່າ: ເຂົາເຈົ້າອາດຈະມີຄໍາ ຕອບທີ່ຕ່າງກັນສໍາລັບ ຄໍາຖາມທີ່ວ່າ: ລາວເອົາໝາກມ່ວງໜ່ວຍທີ 3 ໃຫ້ໃຜ?7) ຄູແນະນໍາຕື່ມຄໍາຖາມທີ່ວ່າ ພວກຫຼານເຄີຍເອົາໝາກມ່ວງໃຫ້ໃຜແດ່? ນັກຮຽນຈະຕ້ອງຕອບຕາມຄວາມເປັນຈິງຂອງແຕ່ລະຄົນ.8) ຄູແນະນໍາໃຫ້ນັກຮຽນຂຽນຢ່າງສະອາດຮຽບຮ້ອຍ ແລະ ຂຽນໃຫ້ຖືກຕາມຮູບແບບ ເພື່ອຝຶກການຂຽນງາມໄປ ພ້ອມ.9) ນັກຮຽນຕອບຄໍາຖາມ 4 ຂໍ້ທີ່ຍັງເຫຼືອດ້ວຍການຂຽນເປັນ 4 ປະໂຫຍກທີ່ເໝາະສົມ.ການນໍາໃຊ້1) ຄູເລືອກເອົານັກຮຽນອ່ານຄໍາຕອບທີ່ເຂົາເຈົ້າຂຽນ ແຕ່ຂໍ້ 2-5 (ແຕ່ລະຂໍ້ໃຫ້ອ່ານ 3 ຄົນ).2) ນັກຮຽນທີ່ບໍ່ໄດ້ອ່ານຟັງເຂົ້າເຈົ້າ ວ່າຕອບຄືກັນ ຫຼື ຕ່າງກັນ ແລ້ວສົນທະນາກ່ຽວກັບຄໍາຕອບເຫຼົ່ານັ້ນນັ້ນວ່າ ຖືກໝົດບໍ່ ຫຼື ມີຄໍາຕອບໃດທີ່ຜິດ ແລະ ຄໍາຕອບໃດທີ່ເໝາະສົມທີ່ສຸດ.ຄໍາຕອບ:1. ທ້າວຕິກປິດໝາກມ່ວງ 4 ໜ່ວຍ ເພື່ອຈະໃຫ້ຄູ.2. ລາວເອົາໝາກມ່ວງໃຫ້ນາຍຄູ 1 ໜ່ວຍ.3. ຕິກເອົາໝາກມ່ວງໃຫ້ຜູ້ອື່ນ 3 ໜ່ວຍ.4. ລາວເອົາໝາກມ່ວງໜ່ວຍທີ 3 ໃຫ້ (ແມ່ຕູ້, ເດັກພິການ ຫຼື ອື່ນໆ).5. ພວກຫຼານເຄີຍເອົາໝາກມ່ວງໃຫ້ (ພໍ່, ແມ່, ນ້ອງ, ປ້າ, ລຸງ, ຕໍາຫຼວດ....).ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນການ ປະເມີນຂໍ້ທີ 14ຄ.໑໒໑
12226ກິດຈະກໍາເສີມ (10 ນາທີ)ຄູໃຊ້ຄໍາທີ່ເລືອກມາຈາກຄໍາຕອບໃນຂໍ້ທີ 6 ສ້າງເປັນບັດຄໍາ ເພື່ອຫຼິ້ນເກມການອ່ານຕົວຢ່າງ: ເກມແຂ່ງຂັນກັນຈັບເອົາບັດຄໍາ, ທວາຍຄໍາ, ບິງໂກ, ແຕະຄໍາ ຫຼື ເກມອື່ນໆຕາມການປະດິດສ້າງ ຂອງຄູ.ຕົວຢ່າງ: ເກມແຂ່ງຂັນກັນຈັບເອົາບັດຄໍາ, ທວາຍຄໍາ, ບິງໂກ, ແຕະຄໍາ ຫຼື ເກມອື່ນໆຕາມການປະດິດສ້າງ ຂອງຄູ.ພາກ 2 ເລື່ອງ ກິນດີມີປະໂຫຍດ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 2 ຢູ່ໃນພາກແນະນໍາ.ໃຊ້ນິທານເລື່ອງດຽວກັນກັບຊົ່ວໂມງທີ 6 ບົດທີ 25.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນເລົ່າບົດກາບ “ໝາກມ່ວງແກ້ວ” ພ້ອມທັງຕົບມືໃສ່ເປັນຈັງຫວະ ຫຼື ປະກອບທ່າທາງໃສ່.ໝາກມ່ວງແກ້ວຕົ້ນໝາກມ່ວງ ຂອງຂ້ອຍສູງດີຈັ່ງແມ່ນມີ ໝາກຫຼາຍແທ້ໆໝູ່ມາແວ່ ມາຫຼິ້ນມາຢາມລ້ວນຄໍາຖາມ ດ້ວຍຄວາມຢາກຮູ້ຊຸມພວກໝູ່ ຖາມວ່າມ່ວງຫຍັງຂ້ອຍຕອບດັງ ວ່າໝາກມ່ວງແກ້ວຄັນສຸກແລ້ວ ກິນແຊບຫວານດີ2) ຄູທວນຄືນການອ່ານຕາມຂໍ້ທີ 5 1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 7ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືຂໍ້ທີ 7 ບົດທີ 25.ຄໍາຕອບ1. ຄອບຄົວທ້າວຕິກມີສວນໝາກມ່ວງ.2. ແມ່ເຖົ້າເຈົ້າຢາກໄດ້ໝາກມ່ວງບໍ່?3. ນາຍຄູເວົ້າວ່າ: ຂອບໃຈເດີຕິກ.4. ໝາກມ່ວງສຸກແຊບຫຼາຍ.ກິດຈະກໍາເສີມ (10 ນາທີ)1) ຄູອະທິບາຍວ່າທັງສີ່ປະໂຫຍກແມ່ນເວົ້າກ່ຽວກັບໝາກມ່ວງ.2) ຄູໃຫ້ນັກຮຽນແນະນໍາປະໂຫຍກທີ່ເວົ້າກ່ຽວກັບໝາກມ່ວງ (ເວົ້າສິ່ງໃດທີ່ເຂົາເຈົ້າຮູ້ ຫຼື ຄິດກ່ຽວກັບໝາກມ່ວງ ເຊັ່ນ: ຕົ້ນໝາກມ່ວງສູງຫຼາຍ. ມີຮັງນົກຢູ່ເທິງຕົ້ນໝາກມ່ວງຂອງເຮົາ. ຂ້ອຍຄິດວ່າໝາກມ່ວງດິບແຊບກວ່າໝາກ ມ່ວງສຸກ).3) ນັກຮຽນສະເໜີປະໂຫຍກ ແລະ ບອກເຫດຜົນກ່ຽວກັບປະໂຫຍກເຫຼົ່ານັ້ນ.ການວັດ ແລະ ປະເມີນຜົນຄູປະເມີນການຕອບກ່ຽວກັບນິທານ ການຂຽນປະໂຫຍກ ໂດຍໃຊ້ເກນ ການປະເມີນຂໍ້ 18ຂ.໑໒໒໑໒ສ ວ ສສະຫງວນລິຂະສິດ
12326໒໒4) ຄູຂຽນປະໂຫຍກທີ່ບອກໃສ່ກະດານ ໂດຍຈະຖາມນັກຮຽນກ່ຽວກັບການສະກົດບາງຄໍາສັບໃນປະໂຫຍກໄປນໍາ ເຊັ່ນຄໍາວ່າ ສູງ, ຂອງ, ພວກເຮົາ, ດິບ ສະກົດແນວໃດ? ດັ່ງນີ້ເປັນຕົ້ນ).5) ນັກຮຽນອ່ານແຕ່ລະປະໂຫຍກຢູ່ກະດານ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (30 ນາທີ) 8ຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ ແລ້ວເລົ່າເຫດການທີ່ເກີດຂຶ້ນຢູ່ໃນບົດເລື່ອງຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 8 ຂອງບົດທີ 26.2) ຄູຈັດນັກຮຽນອອກເປັນກຸ່ມ 4 ຄົນ ແລະ ໃຫ້ເຂົາເຈົ້າສັງເກດເບິ່ງຮູບ ພາບ.3) ຄູອະທິບາຍວ່າ ແມ່ນຮູບ ພາບກ່ຽວກັບວິທີເຮັດສິ່ງໃດໜຶ່ງ ແຕ່ຮູບ ພາບເຫຼົ່ານັ້ນບໍ່ໄດ້ລຽງຕາມລໍາດັບ ນັກຮຽນຈະຕ້ອງໄດ້ສົນທະນາເປັນກຸ່ມເພື່ອຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ.4) ນັກຮຽນຂຽນໝາຍເລກຂອງຮູບ ໃສ່ປຶ້ມຂຽນຕາມລໍາດັບ.5) ນັກຮຽນແຕ່ລະກຸ່ມລາຍງານການຈັດລຽງຮູບພາບທີ່ເຂົາເຈົ້າຂຽນໄວ້ໃນປຶ້ມຂຽນໃຫ້ກຸ່ມອື່ນຟັງ ຖ້າກຸ່ມອື່ນບໍ່ເຫັນດີນໍາ ໃຫ້ທຸກຄົນສົນທະນາ ແລະ ຕົກລົງນໍາກັນ. ການຈັດລຽງທີ່ຖືກຕ້ອງແມ່ນ: 3, 2, 4, 1.ເລົ່າເຫດການທີ່ເກີດຂຶ້ນໃນເລື່ອງ1) ນັກຮຽນສົນທະນາໃນກຸ່ມເພື່ອເລືອກເອົາຫົວຂໍ້ຂອງຮູບພາບທີ່ໄດ້ຈັດລຽງຕາມລໍາດັບ ວ່າແມ່ນເລື່ອງກ່ຽວກັບ ວິທີການເຮັດຫຍັງ ແລະ ເວົ້າກ່ຽວກັບການ ເຮັດສິ່ງໃດໜຶ່ງໃນແຕ່ລະຮູບ.2) ນັກຮຽນແຕ່ລະກຸ່ມລາຍງານກ່ຽວກັບຫົວຂໍ້ທີ່ກຸ່ມ ຕົນເຫັນດີເລືອກ ເອົາວິທີການແກ້ໄຂບັນຫາ ຫຼື ວິທີການຖືຊາມ.3) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເລົ່າເລື່ອງຕາມຮູບພາບ.4) ນັກຮຽນກຸ່ມອື່ນສະແດງຄວາມຄິດຄວາມເຫັນ ຫຼື ນໍາສະເໜີປະໂຫຍກທີ່ແຕກຕ່າງ ແລ້ວສົນທະນາກັນເພື່ອ ເລືອກເອົາການເວົ້າກ່ຽວກັບເລື່ອງເໝາະສົມທີ່ສຸດ.5) ຄູເວົ້າປະໂຫຍກທີ່ນັກຮຽນເລືອກໃຫ້ນັກຮຽນທັງໝົດເວົ້າຕາມຫຼັງຄູ.6) ຄູຂຽນບາງຄໍາສັບທີ່ເຫັນວ່າຍາກ ຫຼື ບໍ່ຄຸ້ນເຄີຍໃສ່ກະດານ ເພື່ອໃຫ້ຄໍາແນະນໍານັກຮຽນຕື່ມ.ເກມຊອກຄໍາສັບ1) ຄູເອົາບັດບັດຄໍາ ຊຶ່ງແມ່ນຄໍາສັບທີ່ເລືອກມາຈາກກິດຈະກໍາຂ້າງເທິງ (ຄໍາສັບເຫຼົ່ານັ້ນຄູຕ້ອງມີບັນຊີໄວ້ແລ້ວ)ວາງຂວ້ໍາຢາຍໃສ່ໜ້າໂຕະ ແລ້ວໃຫ້ນັກຮຽນສັງເກດເບິ່ງວ່າມີຄໍາໃດແດ່ ແລະ ແຕ່ລະຄໍາວາງຢູ່ຈຸດໃດ.2) ຄູເວົ້າຄໍາສັບ ແລ້ວໃຫ້ນັກຮຽນຜູ້ໜຶ່ງຈັບເອົາບັດຄໍາສັບທີ່ຄູເວົ້າ, ຍົກໃຫ້ໝູ່ເບິ່ງວ່າຖືກບໍ່ ຖ້າບໍ່ຖືກຕ້ອງຈັບໃໝ່ ຈົນໄດ້ບັດທີ່ຖືກຕ້ອງ ແລ້ວຄູເວົ້າຄໍາສັບໃໝ່ ປ່ຽນໃຫ້ນັກຮຽນຄົນຕໍ່ໄປມາຈັບ ເອົາບັດຄໍາທີ່ຄູເວົ້າ.ສໍາລັບກິດຈະກໍານີ້ ຄູສາມາດນໍາໃຊ້ບັດຄໍາເພື່ອຫຼິ້ນເກມການອ່ານໄດ້ຫຼາຍແບບຕາມການປະດິດສ້າງຂອງຄູ.ກິດຈະກໍາເສີມ ການແຕ່ງປະໂຫຍກ (10 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມເພື່ອແຂ່ງຂັນ ໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນແຕ່ງ ປະໂຫຍກ.2) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຫ້ເຂົາເຈົ້ານໍາໃຊ້ໃນການຈັດລຽງເປນັປະໂຫຍກຕ່າງໆ.3) ນັກຮຽນແຕ່ລະກຸ່ມໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນຈັດລຽງເປັນປະໂຫຍກໜຶ່ງ ແລ້ວຂຽນປະໂຫຍກ ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ແລະ ການຟັງ ໂດຍໃຊ້ເກນການປະເມີນຂໍ້ທີ 2.໑໒໓
12426ດັ່ງກ່າວໃສປຶ້ມຂຽນ.4) ນັກຮຽນພະຍາຍາມສືບຕໍ່ໃຊ້ບັດຄໍາແຕ່ງປະໂຫຍກໃໝ່ຕື່ມອີກໃຫ້ໄດ້ຫຼາຍປະໂຫຍກເທົ່າໃດຍິ່ງດີ.5) ນັກຮຽນແຕ່ລະກຸ່ມອ່ານປະໂຫຍກທັງໝົດທີ່ກຸ່ມຕົນແຕ່ງໄດ້ ກຸ່ມໃດແຕ່ງໄດ້ຫຼາຍກວ່າ ແລະ ຖືກຕ້ອງເປັນກຸ່ມ ຊະນະ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນທ່ອງບົດກາບ ໝາກມ່ວງແກ້ວ ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ.2) ຄູທວນຄືນການຟ້ອງສຽງ ແລະ ຜັນສຽງຄໍາສັບ ໂດຍເນັ້ນໃສ່ຄໍາສັບທີ່ນັກຮຽນຍັງມີບັນຫາຢູ່. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (35ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ບົດທີ 17 ຊົ່ວໂມງທີ 9.ຄໍາ: ເອົາ, ມາ, ໄປ, ໃຫ້, ພາ, ຖື, ຂົນ.ປະເມີນການອ່ານ ຄໍາສັບ, ວະລີ ແລະ ປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ແລະ ປະໂຫຍກ ຢູ່ບົດທີ 17 ຊົ່ວໂມງທີ 9.ຄໍາສັບ: ໝາກມ່ວງ, ສຸກ, ເກັບ, ສໍາລັບ, ພົບ.ວະລີ: ມາຮອດ, ເລີ່ມຍ່າງ, ຖົງໝາກມ່ວງ, ພຽງແຕ່.ປະໂຫຍກ:- ພວກມັນຮັກສາໄຂ່ໃຫ້ອຸ່ນ.- ຕໍ່ມາລູກນົກສອງໂຕໄດ້ເບາະອອກຈາກໄຂ່.- ມື້ໜຶ່ງ ພໍ່ ແລະ ແມ່ນົກໄດ້ເຮັດຮັງ.- ແມ່ນົກໄດ້ຟັກໄຂ່ສອງໜ່ວຍ.ປະເມີນຜົນການນໍາໃຊ້ ໃຫ້ປະເມີນໂດຍການອ່ານຄໍາຖາມຂໍ້ທີ 6 ແລ້ວຂຽນຄໍາຕອບໃສ່ປຶ້ມຂຽນ.ປະເມີນຜົນການຂຽນຄູເວົ້າປະໂຫຍກສັ້ນທີ່ປະກອບດ້ວຍຄໍາສັບທີ່ໄດ້ຮຽນຜ່ານມາໃນບົດນີ້ ເທື່ອລະປະໂຫຍກ ໃຫ້ນັກຮຽນຂຽນທວາຍ ແລະ ໃສ່ເຄື່ອງໝາຍວັກໃຫ້ຖືກຕ້ອງ. ເລື່ອງ ຫຼານຂອງປ້ານີ (40 ນາທີ) ຂັ້ນຕອນການສອນ ໃຫ້ປະຕິບັດຕາມຄໍາແນະນໍາຢູ່ພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸ ບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.໑໒໔ສ ວ ສສະຫງວນລິຂະສິດ
12527ບົດທີ 27 ບົດຝຶກຫັດເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ອ່ານອອກສຽງ ແລະ ເຂົ້າໃຈຄວາມໝາຍຂອງຄໍາສັບ ແລະ ວະລີ1 2ຂຽນງາມຕາມຮູບແບບ1 3ຈໍາແນກ ແລະ ສ້າງປະໂຫຍກຕາມຂັ້ນຕອນຕ່າງໆຂອງບົດເລື່ອງ1 4ນໍາໃຊ້ຄໍາເວົ້າຂອງຕົນເອງເພ່ອຕອບຄໍາຖາມ ແລະ ສ້າງປະໂຫຍກໃໝ່ຕາມໂຄງສ້າງຂອງປະໂຫຍກທ່ໄດ້ຮຽນ.ືີ1 5ນໍາໃຊ້ຄວາມຮູ້ກ່ຽວກັບຮູບ ພາບ, ຕົວອັກສອນເພ່ອຄາດເດົາຄໍາສັບ, ບອກຫົວຂ້ ແລະ ເຫດການຂອງບົດນິທານ.ືໍ1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງເປັນວະລີ ແລະ ປະໂຫຍກ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:ການປະເມີນຜົນ.- ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ ຂ, ຂໍ້ , ໃນຊົ່ວໂມງທີ 42 831- ການອ່ານ: ໃຊ້ເກນການປະເມີນຂໍ້ທີ ຄ, ໃນຊົ່ວໂມງທີ 5941- ການຂຽນ: ໃຊ້ເກນການປະເມີນຂໍ້ທີ 14ຄ ໃນຊົ່ວໂມງທີ 51- ການຂຽນທວາຍ: ໃຊ້ເກນການປະເມີນຂໍ້ທີ 13 ກ ໃນຊົ່ວໂມງທີ 11- ນິທານ: ໃຊ້ເກນການປະເມີນຂໍ້ທີ 17ຂ ໃນຊົ່ວໂມງທີ 101III. ເນື້ອໃນຕົ້ນຕໍ1 1ອ່ານຄໍາສັບ ແລະ ວະລີ ພ້ອມທັງຊອກຫາຄວາມໝາຍຂອງຄໍາສັບ ແລະ ນໍາໃຊ້ເຂົ້າໃນປະໂຫຍກ.1 2ຕອບຄໍາຖາມຕາມບົດເລື່ອງ ດ້ວນການຕື່ມຄໍາສັບ ແລະ ວະລີ ໃສ່ບ່ອນວ່າງ.1 3ຈັດລຽງຄໍາສັບ ແລະ ວະລີໃຫ້ເປັນປະໂຫຍກ.1 4ແຕ່ງເລື່ອງຕາມໂຄງສ້າງ ແລະ ແຕ້ມຮູບປະກອບ1 5ນິທານIV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບ ພາບຕ່າງໆ. 1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.໑໒໕
12627໑໒V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.1) ຄູໃຫ້ນັກຮຽນບອກວ່າອາທິດທີ່ຜ່ານມາເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່?2) ຄູໃຫ້ນັກຮຽນເວົ້າຄໍາສັບທີ່ເຂົາເຈົ້າໄດ້ຮຽນໃນບົດຜ່ານມາ ແລ້ວຄູເອົາຄໍາສັບເຫຼົ່ານັ້ນສ້າງເປັນບັດຄໍາ.3) ຄູຍົກບັດຄໍາໃຫ້ນັກຮຽນອ່ານເທື່ອລະບັດ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (35 ນາທີ) 1ອ່ານ, ເລືອກເອົາຄໍາສັບ ແລະ ວະລີ ແລ້ວແຕ່ງປະໂຫຍກປາກເປົ່າ ຂັ້ນ ຕອນການສອນປະຕິບັດຄືກັບຂໍ້ທີ 1 ບົດທີ 26.ຄໍາສັບ: ຫຼາຍ, ຈໍານວນ.ວະລີ: ໜ້ອຍໜຶ່ງ, ຈັກຄົນ, ບໍ່ເຫຼືອ, ຄືກັນ, ຕ່າງກັນ. 2ອ່ານ, ເລືອກເອົາຄໍາສັບ ແລະ ວະລີ ຈາກຂໍ້ທີ 1 ຕື່ມໃສ່ບ່ອນວ່າງຂັ້ນ ຕອນການສອນປະຕິບັດຄືກັບຂໍ້ທີ 2 ບົດທີ 26.ຄໍາຕອບ: 1) ບໍ່ເຫຼືອ, 2) ຕ່າງກັນ, 3) ຫຼາຍ, 4) ຄືກັນ, 5) ໜ້ອງໜຶ່ງ, 6) ຈໍານວນ, 7) ຈັກຄົນ.ການນໍາໃຊ້-ການອ່ານ/ການຂຽນ/ຫັດຂຽນຂັ້ນ ຕອນການສອນປະຕິບັດຄືກັບຂໍ້ທີ 2 ບົດທີ 26.ຄູຂຽນຄໍາຕອບທີ່ຖືກຕ້ອງໃສ່ກະດານ:1. ບໍ່ເຫຼືອ. 2. ຕ່າງກັນ. 3. ຫຼາຍ. 4. ຄືກັນ. 5. ໜ້ອຍໜຶ່ງ. 6. ຈໍານວນ. 7. ຈັກຄົນ.ການຂຽນທວາຍຄູເລືອກເວົ້າປະໂຫຍກທີ່ສັ້ນຈໍານວນໜຶ່ງ ໃຫ້ນັກຮຽນຂຽນພ້ອມທັງໃສ່ເຄື່ອງໝາຍວັກຕອນໃຫ້ຖືກຕ້ອງ.ນັກຮຽນຂຽນປະໂຫຍກທີ່ຄູເວົ້າໃສ່ປຶ້ມຂຽນໃຫ້ຖືກຕ້ອງສະອາດ ແລະ ຈົບງາມ.ທວນຄືນ (5 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມນ້ອຍ ແລະ ໃຫ້ນັກຮຽນອ່ານບົດເລື່ອງຢູ່ຂໍ້ທີ 5 ບົດທີ 26.2) ນັກຮຽນແຕ່ລະຄົນປ່ຽນຜຽນກັນອ່ານແຕ່ລະວັກຢູ່ໃນກຸ່ມ.3) ນັກຮຽນໝົດຫ້ອງປ່ຽນຜຽນກັນອ່ານກຸ່ມລະຕອນໜຶ່ງ ຫຼື ວັກໜຶຶ່ງຂອງບົດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 3ຈັດລຽງປະໂຫຍກລຸ່ມນີ້ໃຫ້ຖືກຕ້ອງຕາມລໍາດັບຂອງບົດເລື່ອງຂັ້ນຕອນການສອນໃຫ້ປະຕິບັດຄືກັບຂໍ້ທີ 3 ບົດທີ 26.1) ຄູອະບາຍວ່າປະໂຫຍກຢູ່ໃນກິດຈະກໍານີ້ຄືກັນກັບປະໂຫຍກຢູ່ໃນເລື່ອງຢູ່ຂໍ້ທີ 5 ບົດທີ 24, ແຕ່ມັນສັ້ນ ກວ່ານີ້ເອີ້ນວ່າບົດສະຫຼຸບ. ຄູອະທິບາຍວ່າ ປະໂຫຍກທີ່ຢູ່ໃນບົດສະຫຼຸບນັ້ນບໍ່ໄດ້ລຽງຕາມລໍາດັບຂອງເລື່ອງ. ນັກຮຽນຕ້ອງອ່ານປະໂຫຍກ ແລະ ຊອກຫາປະໂຫຍກທໍາອິດຂອງເລື່ອງ. ຈາກນັ້ນ, ໃຫ້ຂຽນນັ້ນນໍ້າເບີຂອງປະ ການວັດ ແລະ ປະເມີນຜົນຄປະເມນການຂຽນທວາຍຂອງນກ ູີັຮຽນ ໂດຍໃຊ້ເກນການປະເມີນຂໍ້ ທີ 13ກ.໑໒໖ສ ວ ສສະຫງວນລິຂະສິດ
12727ໂຫຍກໃສ່ປຶ້ມຂຽນ. ຈາກນັ້ນ, ໃຫ້ຊອກຫາປະໂຫຍກທີ 2 ແລະ ຂຽນນ້ໍາເບີຂອງປະໂຫຍກ ແລະ ຕໍ່ໄປຈົນຮອດ ປະໂຫຍກທີ 4.2) ຄູຂຽນຄໍາຕອບໃສ່ກະດານປະໂຫຍກທີ 1. ແມ່ນຫຼານຄວນຖູແຂ້ວຕອນເຊົ້າ ແລະ ກ່ອນນອນ. 2. ເອົາຢາຖູ ແຂ້ວໃສ່ຟອຍຖູແຂ້ວ. ສ່ວນປະໂຫຍກທີ 3-4 ໃຫ້ນັກຮຽນປະຕິບັດດ້ວຍຕົນເອງ.ການເວົ້າ1) ຄູເລືອກເອົານັກຮຽນເພື່ອຕອບຄໍາຖາມຂໍ້ທີ 3-4 ທີ່ຍັງເຫຼືອ ເມື່ອນັກຮຽນຕອບໃຫ້ຄູຖາມນັກຮຽນວ່າ ຍ້ອນຫຍັງ ເຂົາເຈົ້າ ຈຶ່ງຄິດວ່າປະໂຫຍກນັ້ນແມ່ນຄໍາຕອບຂອງຂໍ້ຕໍ່ໄປ ແລະ ບອກໃຫ້ນັກຮຽນຜູ້ອື່ນມີຄວາມຄິດເຫັນວ່າ ແມ່ນຄໍາຕອບທີ່ຖືກຕ້ອງແລ້ວບໍ.2) ຄູຂຽນຄໍາຕອບທີ່ຖືກຕ້ອງ 3. ຖູໄປທົ່ວແຂ້ວ 4. ຖົ່ມຢາຖູແຂ້ວອອກ ແລະ ບ້ວນປາກ. ລໍາດັບຄໍາຕອບທີ່ຖືກ ຕ້ອງແມ່ນ 4, 2, 3, 1.ກິດຈະກໍາເສີມ (10 ນາທີ)3) ຄູເອົາບັດຄໍາ: ຖົ່ມ, ຢາຖູແຂ້ວ, ອອກ, ບ້ວນ, ປາກ, ເອົາ, ໃສ່, ຟອຍຖູແຂ້ວ, ໄປ, ທົ່ວ, ຄວນ, ຕອນ, ເຊົ້າ, ກ່ອນ, ນອນ... ຂວໍ້າໄວ້ໜ້າໂຕະ.4) ຄູໃຫ້ນັກຮຽນຜັດປ່ຽນກັນອອກມາຈົກເອົາບັດຄໍາ.5) ນັກຮຽນຜັດປ່ຽນກັນຈົກເອົາບັດຄໍາ ແລ້ວຍົກໃຫ້ໝູ່ໃນຫ້ອງເບິ່ງ ພ້ອມທັງອ່ານຄໍານັ້ນດັງໆ.(ນອກຈາກວິທີນີ້ແລ້ວ ຄູສາມາດນໍາໃຊ້ບັດຄໍາເພື່ອຫຼິ້ນເກມການອ່ານຄໍາສັບອື່ນໆ ຕາມຫົວຄິດປະດິດສ້າງຂອງຄູກໍໄດ້).ຂັ້ນສະຫຼຸບ (5 ນາທີ)ຄູ ແລະ ນັກຮຽນຮ່ວມກັນສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນໍາພານັກຮຽນເລົ່າບົດກາບ “ບົ້ງສີຂຽວ” ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ.ກາບ “ບົ້ງສີຂຽວ”ບົ້ງສີຂຽວ ຈັບຢູ່ໃບໄມ້ເລີຍເຮັດໃຫ້ ເຮົາເບິ່ງບໍ່ເຫັນສີບົ້ງເປັນ ຄືສີໃບໄມ້ບົ້ງມັນໃຊ້ ຮູບຮ່າງ ແລະ ສີເພື່ອຫຼີກໜີ ແສງຕານົກນ້ອຍ2) ຄູເອົາບັດຄໍາທີ່ຄັດເລືອກຈາກກິດຈະກໍາ 1-3 ໃສ່ແກັດ ຫຼື ວາງຂວ້ໍາປົນກັນເທິງໜ້າໂຕະ. (ຄໍາສັບທັງໝົດຄູຈະມີບັນຊີຢູ່ໃນມື)3) ນັກຮຽນປ່ຽນຜຽນກັນອອກມາຈົກເອົາບັດຄໍາ, ຍົກໃຫ້ໝູ່ເບິ່ງ ພ້ອມທັງອ່ານຄໍາສັບນັ້ນດັງໆ.4) ຄູຂຽນຄໍາສັບທີ່ນັກຮຽນຈົກໄດ້ໃສ່ກະດານ.5) ນັກຮຽນໝົດຫ້ອງອ່ານຄໍາສັບໃນກະດານ.ຂັ້ນຈັດກິດຈະກໍາການຮຽນ (35 ນາທີ)1) ຄູຖາມນັກຮຽນວ່າ: ເຄີຍເຫັນຊຸດເຄື່ອງແບບຂອງທະຫານທີ່ມີລາຍສີຂຽວບໍ່ເປັນຫຍັງຜ້າລາຍແບບນີ້ ຈຶ່ງໄດ້ຮັບການອອກ ແບບມານໍາໃຊ້ໃນກໍລະນີນີ້.ການວັດ ແລະ ປະເມີນຜົນຄູປະເມີນການເວົ້າ ແລະ ການຟັງ ໂດຍໃຊ້ເກນການປະເມີນຂໍ້ທີ 4ຂ.໑໒໗
12827໑໒2) ນັກຮຽນຕອບຕົວຢ່າງ: ເພື່ອໃຫ້ສີຂອງມັນກົມກືນກັບປ່າພາໃຫ້ສັງເກດເຫັນໄດ້ຍາກ.3) ຄູອະທິບາຍວ່າ ທະຫານຢູ່ໃນຫຼາຍໆປະເທດໃຊ້ຊຸດທີ່ມີລາຍແບບນັ້ນ ເພື່ອອໍາພາງຕົວ ຊຶ່ງລາຍນີ້ ຄົນເຮົາໄດ້ ຄວາມຄິດມາຈາກລາຍຂອງເສືອ. ດັ່ງນັ້ນ, ນັກຮຽນຈະໄດ້ອ່ານບົດເລື່ອງກ່ຽວກັບການອໍາພາງໂຕຂອງສັດຕ່າງໆ.4) ຄູຂຽນການອໍາພາງໂຕໃສ່ກະດານ ແລະ ບອກນັກຮຽນອ່ານ.5) ນັກຮຽນອ່ານພ້ອມກັນ. 4ອ່ານ ແລະ ສົນທະນາ ເພື່ອຊອກຫາຄວາມໝາຍຂອງຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາຄູອະທິບາຍຄວາມໝາຍຂອງຄໍາສັບ ແລະ ວະລີໃຫ້ນັກຮຽນ ຄູໃຫ້ຄໍາແນະນໍາຖ້າຈໍາເປັນ.ຄໍາສັບງ່າຍ: ສະດວກ, ບໍ່ຂັດຂ້ອງ, ບໍ່ຍາກຮູບຮ່າງ: ລັກສະນະຂອງຮ່າງກາຍຮູບແບບ: ຮູບທີ່ກໍານົດຂຶ້ນເປັນຫຼັກ ຫຼື ເປັນແບບຢ່າງລາຍ: ມີຫຼາຍສີປົນກັນ, ບໍ່ມີສີດຽວມົວ: ຈາງ, ບໍ່ແຈ້ງນົກເຄົ້າ: ນົກຊະນິິດໜຶ່ງມັກຫາກິນກາງຄືນງູເຫຼືອມ: ງູຊະນິດໜຶ່ງໂຕໃຫຍ່ ບໍ່ມີພິດແຕ່ສາມາດກິນສັດໃຫຍ່ ຫຼື ຄົນໄດ້ສີຂຽວ: ສີຄືໃບໄມ້ທົ່ວໄປ, ສີທີ່ໄດ້ຈາກການປະສົມລະຫວ່າງສີຟ້າກັບສີເຫຼືອງສີໝົ່ນ: ສີເທົາ, ສີຂີ້ເຖົ່າສີຕັບໝູ: ສີຄ້າຍຄືສີໃບໄມ້ແຫ້ງ, ສີດໍາແດງ, ສີນ້ໍາຕານໄໝ້ວະລີການອໍາພາງໂຕ: ການປິດບັງຕົນເອງລາຍຈຸດ: ລາຍຈ້ໍາເປັນເມັດ 5ອ່ານບົດເລື່ອງ ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ.ຄູເລືອກເອົານັກຮຽນເພື່ອສະຫຼຸບເນື້ອໃນກ່ຽວກັບການອໍາພາງໂຕ ຈາກບົດເລື່ອງ. ຕົວຢ່າງ: ສັດຫຼາຍປະເພດໃຊ້ການອໍາພາງໂຕເພື່ອລີ້. ການອໍາ ພາງໂຕຍັງຊ່ວຍໃຫ້ພວກມັນຫາອາຫານ, ລ່າເນື້ອ ແລະ ລີ້ຈາກ ການລ່າຂອງນາຍພານ. ຮູບຮ່າງ ແລະ ສີຂອງສັດ ຊ່ວຍໃຫ້ມັນປົກປິດຕົນເອງໄດ້.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ)1) ຄູໃຫ້ນັກຮຽນສົນທະນາເປັນກຸ່ມກ່ຽວກັບສັດ ຫຼື ແມງໄມ້ທີ່ອໍາພາງໂຕໄດ້ທີ່ເຂົາຮູ້ຈັກ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກກ່ຽວກັບສັດທີ່ອໍາພາງໂຕເຊັ່ນ: ນົກນ້ອຍທີ່ມີສີໝົ່ນ ຫຼື ສີຕັບໝູອາໄສຢູ່ ໃນປ່າເຮັດໃຫ້ແນມເຫັນໄດ້ຍາກ, ນົກຈອກສັບກິນອາຫານຢູ່ພື້ນດິນທີ່ມີສີດຽວກັບຂົນຂອງມັນ, ແມງກະເບື້ອຈັບຢູ່ງ່າໄມ້ທີ່ມີສີຕັບໝູ ຫຼື ສີດໍາ, ແມງມຸມຈັບຢູ່ກ້ອງກາບໄມ້ທີ່ມີສີຕັບໝູ, ບົ້ງຢູ່ນໍາຜັກທີ່ມີສີດຽວກັບໃບຜັກຊຶ່ງ ຍາກທີ່ຈະເບິ່ງເຫັນ ແລະ ເອົາອອກໄດ້, ຈີ່ໂກະ ແລະ ກົບມີສີດຽວກັບທໍາມະຊາດບ່ອນມັນຢູ່.3) ຄູພານັກຮຽນອອກໄປນອກຫ້ອງຮຽນເພື່ອຫາບ່ອນທີ່ມີຕົ້ນໄມ້, ສວນ ຫຼື ພືດຕ່າງໆ ເພື່ອຊອກຫາຕົວຢ່າງຂອງ ການອໍາພາງໂຕ.4) ນັກຮຽນຊອກຫາຕົວຢ່າງການອໍາພາງໂຕ ແລະ ຖ້າເຂົາພົບແລ້ວໃຫ້ບອກວິທີອໍາພາງໂຕ ແລະ ເຫດຜົນວ່າ ການວັດ ແລະ ປະເມີນຜົນຄູປະເມີນການອ່ານບົດເລື່ອງ ໂດຍ ໃຊ້ເກນການປະເມີນຂໍ້ ທີ 9ຄ.໑໒໘ສ ວ ສສະຫງວນລິຂະສິດ
12927ເປັນຫຍັງມັນຈຶ່ງຊອກເຫັນຍາກຕົວຢ່າງ: ຍ້ອນສີ, ຮູບຮ່າງ, ລາຍທີ່ກົມກືນກັບສະພາບແວດລ້ອມທີ່ມັນຢູ່.5) ຄູພານັກຮຽນກັບເຂົ້າຫ້ອງຮຽນ.6) ນັກຮຽນລາຍງານກ່ຽວກັບສິ່ງທີ່ເຂົາເຈົ້າພົບ ຖ້ານັກຮຽນຄົນໃດບໍ່ເຫັນຫຍັງໃນເວລາໄປຊອກຫາຕົວຢ່າງກໍໃຫ້ ເລົ່າກ່ຽວກັບສັດທີ່ຢູ່ອ້ອມເຮືອນທີ່ເຂົາເຈົ້າເຄີຍເຫັນຜ່ານມາ.7) ຄູໃຫ້ນັກຮຽນບອກວິທີການສະກົດຄໍາສັບຕົ້ນຕໍທີ່ພົວພັນເຖິງການອໍາພາງໂຕ. ເຊັ່ນ: ຮູບຮ່າງ, ສີ, ລາຍ,ແມງມຸມ, ຈີ່ໂກະ, ແມງຄັບ, ບົ້ງ ແລະ ອື່ນໆ.ເກມປະກອບຄໍາສັບ (10 ນາທີ)1) ຄູຢາຍບັດຕົວອັກສອນ ແລະ ບັດວັນນະຍຸດ ທີ່ຈະໃຊ້ປະກອບເປັນຄໍາສັບທີ່ເວົ້າເຖິງສີຕ່າງໆ (ສໍາລັບສະຫຼະທີ່ປ່ຽນຮູບເວລາຢູ່ກັບຕົວສະກົດນັ້ນ ຄູຕ້ອງຂຽນສັນຍະລັກສະຫຼະດັ່ງກ່າວ ໃສ່ທາງຫຼັງຂອງບັດສະຫຼະ) ເຊັ່ນ: ສ, ສ, ອ, ກ, ມ, ຂ, ຕ, ພ, ທ, ດ, ຖ, ຟ, ງ, ນ, ນ, ວ, ບ, xູ, ໝ, ຫຼ, xິ, xີ, xື, ເxົາ, xໍາ, xະ, xາ, ເxິ, xວ/xົວ, xອ/xໍ, ເxືອ, xຽ/ເxຍ, ແx, xູ, x່, x້...2) ຄູເວົ້າຄໍາສັບ ແລະ ເລືອກເອົານັກຮຽນອອກໄປກະດານ ເພື່ອປະກອບຄໍາສັບດ້ວຍບັດຕົວອັກສອນເຊັ່ນ: ສີດໍາ, ສີຂາວ, ສີແດງ, ສີສົ້ມ, ສີເຫຼືອງ, ສີຂຽວ, ສີຟ້າ, ສີອິດ, ສີອອນ, ສີຂີ້ເຖົ່າ, ສີຕັບໝູ...ກິດຈະກໍາເສີມ (5 ນາທີ)ຄູໃຊ້ບັດຄໍາສັບເພື່ອຫຼິ້ນເກມການອ່ານເຊັ່ນ: ການແຂ່ງຂັນຈັບເອົາບັດຄໍາສັບ, ທວາຍຄໍາສັບ, ບິງໂກ ຫຼື ເກມອື່ນໆ ຕາມຫົວຄິດປະດິດສ້າງຂອງຄູ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນັກຮຽນເລົ່າບົດກາບ ນັບນົກ ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ.2) ຄູຈັດນັກຮຽນອອກເປັນກຸ່ມ ແລ້ວຢາຍບັດຕົວອັກສອນ ແລະ ບັດວັນນະຍຸດໃຫ້ກຸ່ມລະຊຸດ.3) ຄູເວົ້າຄໍາສັບໃຫ້ນັກຮຽນໃຊ້ບັດຕົວອັກສອນປະກອບເປັນຄໍາສັບເຊັ່ນ ຄູເວົ້າວ່າ ສີເຫຼືອງ ນັກຮຽນກໍຈະປະກອບຄໍາສັບນັ້ນດ້ວຍບັດຕົວອັກສອນ ສ, xີ, ຫຼ, ເxືອ , ງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 6ອ່ານຄໍາຖາມ ແລ້ວຂຽນຄໍາຕອບຕື່ມໃສ່ບ່ອນວ່າງການສອນໃຫ້ນໍາໃຊ້ເຕັກ ນິກການສອນ ທີ 13ຄ ຢູ່ໃນພາກແນະນໍາ.ຄໍາຕອບ:1. ການອໍາພາງໂຕແມ່ນການໃຊ້ສີ ແລະ ຮູບຮ່າງ ເພື່ອລີ້.2. ແມງໄມ້ຈໍານວນໜຶ່ງມີຮູບຮ່າງຄືໄມ້ ໃບໄມ້ ແລະ ດອກໄມ້.3. ສັດທີ່ອໍາພາງໂຕທີ່ຂ້ອຍຮູ້ມີ..., ..., ..., .... ແລະ.....ກິດຈະກໍາເສີມ ( 10 ນາທີ)ຄູໃຊ້ຄໍາສັບກ່ຽວກັບການອໍາພາງໂຕ ສ້າງເປັນບັດຄໍາ ເພື່ອຫຼິ້ນເກມການອ່ານຕົວຢ່າງ ເກມແຂ່ງຂັນກັນຈັບເອົາບັດຄໍາ, ທວາຍຄໍາສັບ, ບິງໂກ, ແຕະຄໍາ ຫຼື ເກມອື່ນໆຕາມການປະດິດສ້າງ ຂອງຄູ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນການ ປະເມີນຂໍ້ທີ 14ຄ.໑໒໙
13027໑໓ພາກ 1 ເລື່ອງ ຍາດຕິພີນ້ອງຂອງຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 1 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 17.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນເລົ່າບົດກາບ “ເສືອ” ພ້ອມທັງຕົບມືໃສ່ເປັນຈັງຫວະ ຫຼື ສະແດງທ່າທາງປະກອບ ກາບ “ເສືອ”ເສືອໂຕໃຫຍ່ ມີລາຍເຫຼືອງດໍາມັກຢູ່ນໍາ ດົງດອນແດນປ່າຖ້າຫາກວ່າ ມັນຫິວອາຫານມັນຄ່ອຍຄານ ຈອບຫາສັດໃຫຍ່ແລ້ວແລ່ນໄລ່ ຄຸບເອົາທັນທີຍ້ອນເສືອມີ ແຂ້ວແຫຼມເລັບໃຫຍ່ຈຶ່ງຄາບໄດ້ ຮອດງົວຮອດຄວາຍ2) ຄູທວນຄືນການອ່ານຕາມຂໍ້ 4 1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ) 7ຈັດລຽງຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັບຂໍ້ທີ 7 ບົດທີ 25.1) ຄູໃຫ້ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນອ່ານປະໂຫຍກ ທີ່ກຸ່ມໄດ້ຈັດລຽງໃຫ້ຖືກຕ້ອງແລ້ວ.2) ຄູຂຽນປະໂຫຍກທີ່ນັກຮຽນອ່ານໃສ່ກະດານ ແລະ ຖາມນັກຮຽນກຸ່ມອື່ນວ່າຖືກຕ້ອງແລ້ວບໍ່ ຖ້າກຸ່ມໃດບໍ່ທັນ ເຫັນດີນໍາ ໃຫ້ເຂົາເຈົ້າອ່ານສູ່ໝູ່ຟັງວ່າກຸ່ມເຂົາເຈົ້າຈັດລຽງຄືແນວໃດ ແລະ ຄູຂຽນປະໂຫຍກທີ່ເຂົາເຈົ້າອ່ານ ໃສ່ກະດານ.3) ນັກຮຽນໝົດຫ້ອງສົນທະນາກັນເພື່ອເລືອກເອົາປະໂຫຍກທີ່ຖືກຕ້ອງ.4) ຄູລຶບປະໂຫຍກທີ່ບໍ່ຖືກອອກ. 5) ນັກຮຽນອ່ານສີ່ປະໂຫຍກທີ່ຢູ່ກະດານ.1. ແມງໄມ້ທີ່ອາໄສຢູ່ເປືອກໄມ້ເປັນສີຂີ້ເຖົ່າ ຫຼື ສີຕັບໝູ.2. ລາຍຈຸດຂອງນົກເຄົ້າເຮັດໃຫ້ມັນລີ້ໃກ້ງ່າໄມ້ໄດ້.3. ສັດຈໍານວນໜຶ່ງສາມາດປ່ຽນສີໃຫ້ເຂົ້າກັບບ່ອນໃດກໍໄດ້.4. ຄົນກໍສາມາດໃຊ້ການອໍາພາງຕົວໄດ້.ກິດຈະກໍາເສີມ (10 ນາທີ)1) ຄູອະທິບາຍວ່າທັງສີ່ປະໂຫຍກແມ່ນເວົ້າກ່ຽວການອໍາພາງໂຕ.2) ຄູໃຫ້ນັກຮຽນແນະນໍາປະໂຫຍກທີ່ເວົ້າກ່ຽວກັບການອໍາພາງຕົວ ເວົ້າສິ່ງໃດທີ່ເຂົາເຈົ້າຮູ້ ຫຼື ຄິດກ່ຽວກັບການ ອໍາພາງໂຕເຊັ່ນ: ທະຫານໃຊ້ການອໍາພາງຕົວເວລາເຂົາເຈົ້າຢູ່ໃນປ່າ. ຂ້ອຍຕ້ອງການຊື້ເສື້ອຍືດທີ່ເປັນລາຍອໍາ ພາງໂຕ. ຂ້ອຍເຫັນແມງມຸມສີຂາວຈັບຢູ່ດອກໄມ້ສີຂາວ ແລະ ກາຍເປັນສີຂຽວເວລາມັນຢູ່ເທິງໃບໄມ້.໑໓໐ສ ວ ສສະຫງວນລິຂະສິດ
131273) ນັກຮຽນສະເໜີປະໂຫຍກ ແລະ ບອກເຫດຜົນກ່ຽວກັບປະໂຫຍກເຫຼົ່ານັ້ນ.4) ຄູຂຽນປະໂຫຍກທີ່ນັກຮຽນບອກໃສ່ກະດານ ໂດຍຈະຖາມນັກຮຽນກ່ຽວກັບການສະກົດບາງຄໍາໃນປະໂຫຍກ ໄປ ນໍາ ເຊັ່ນຄໍາວ່າ ທະຫານ, ຊື້, ເສື້ອຍືດ, ແມງມຸມ...5) ນັກຮຽນອ່ານແຕ່ລະປະໂຫຍກຢູ່ກະດານ.ຂັ້ນຈັດກິດຈະກໍາການຮຽນ (25 ນາທີ) 8ນໍາໃຊ້ຄໍາຖາມສົນທະນາກ່ຽວກັບເສືອ ແລ້ວສົນທະນາກ່ຽວກັບນົກເປັດນ້ໍາ1) ນັກຮຽນເປີດປຶ້ມແບບຮຽນໄປຫາຂໍ້ທີ 8 ຂອງບົດທີ 27.2) ຄູຈັດນັກຮຽນອອກເປັນກຸ່ມ 4 ຄົນ ແລະ ໃຫ້ເຂົາເຈົ້າສັງເກດ ເບິ່ງຮູບພາບ.3) ຄູອະທິບາຍວ່າ ແມ່ນຮູບ ພາບທີ່ໃຫ້ຂໍ້ມູນກ່ຽວກັບເສືອ. ແຕ່ລະ ຮູບຈະມີຄໍາຖາມໜຶ່ງກ່ຽວກັບຂໍ້ມູນກ່ຽວກັບເສືອ ຊຶ່ງຄໍາຕອບຈະ ຈັບຄູ່ກັບຮູບພາບ.4) ຄູ ແລະ ນັກຮຽນອ່ານຄໍາຖາມນໍາກັນໄປເທື່ອລະຄໍາຖາມ ໂດຍແຕ່ລະຄໍາຖາມຄູໃຫ້ນັກຮຽນບອກຄໍາສັບທີ່ອາດ ຈະໃຊ້ເຂົ້າໃນຄໍາຕອບ. ຕົວຢ່າງ: 1. ເສືອ, ປ່າ. 2. ແມວ, ໃຫຍ່, ລາຍ. 3. ແຂ້ວ, ເລັບ. 4. ລ່າ, ເນື້ອ.5) ຄູໃຫ້ນັກຮຽນສົນທະນາເປັນກຸ່ມ 4 ຄົນ ເພື່ອຊອກຫາປະໂຫຍກທີ່ສາມາດເປັນຄໍາຕອບຂອງແຕ່ລະຄໍາຖາມ.6) ຄູອ່ານຄໍາຖາມຄືນ ແລະ ເອົານັກຮຽນກຸ່ມໜຶ່ງໃຫ້ບອກຄໍາຕອບຂອງເຂົາເຈົ້າ.7) ນັກຮຽນກຸ່ມໜຶ່ງລາຍງານກຸ່ມອື່ນສະແດງຄວາມຄິດເຫັນ ຫຼື ບອກປະໂຫຍກທີ່ແຕກຕ່າງຂອງກຸ່ມຕົນ ແລ້ວສົນ ທະນາ ເພື່ອເລືອກເອົາປະໂຫຍກທີ່ເໝາສົມທີ່ສຸດ.8) ຄູເວົ້າປະໂຫຍກທີ່ນັກຮຽນເລືອກ ແລະ ນັກຮຽນທັງໝົດເວົ້າຕາມຫຼັງ.9) ຄູຂຽນຄໍາສັບໃໝ່ ຫຼື ຄໍາສັບພິເສດໃສ່ກະດານ ເພື່ອໃຫ້ນັກຮຽນໄດ້ຮຽນ.10) ຄູຊີ້ໃສ່ຮູບນົກເປັດນ້ໍາ ແລ້ວເວົ້າຄໍາຖາມດຽວກັນກັບຄໍາຖາມທີ່ໃຊ້ກັບຮູບເສືອຕາມໝາຍເລກຂອງຮູບ.11) ຄູໃຫ້ນັກຮຽນແນະນໍາຄໍາສັບທີ່ອາດຈະໃຊ້ໃນແຕ່ລະຮູບເຊັ່ນ: 1. ນົກເປັດນ້ໍາ, ໜອງນ້ໍາ. 2. ນ້ອຍ. 3.ປີກ, ສອງຂາ, ສີຕັບໝູ, ສົບ, ຕີນເປັນແຜ່ນ. 4. ດໍານ້ໍາ, ຊອກຫາ.12) ຄູຂຽນບາງຄໍາສັບທີ່ເຫັນວ່າຍາກ ຫຼື ບໍ່ຄຸ້ນເຄີຍໃສ່ກະດານ ເພື່ອໃຫ້ຄໍາແນະນໍານັກຮຽນຕື່ມ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)1) ຄູໃຫ້ນັກຮຽນສົນທະນາໃນກຸ່ມ 4 ຄົນ ເພື່ອເລືອກເອົາປະໂຫຍກໜຶ່ງ ຫຼື ຫຼາຍປະໂຫຍກທີ່ເປັນຄໍາຕອບໃຫ້ ແກ່ຄໍາຖາມເຫຼົ່ານັ້ນ. 2) ຄູອ່ານຄໍາຖາມຄືນ ແລະ ເລືອກເອົານັກຮຽນກຸ່ມໜຶ່ງໃຫ້ບອກ ຄໍາຕອບຂອງເຂົາເຈົ້າ.3) ນັກຮຽນກຸ່ມໜຶ່ງລາຍງານຄໍາຕອບຂອງເຂົາເຈົ້າ ແລ້ວນັກຮຽນກຸ່ມອື່ນສະແດງຄວາມເຫັນດີນໍາ ຫຼື ບອກປະ ໂຫຍກທີ່ແຕກຕ່າງ.4) ນັກຮຽນທັງໝົດສົນທະນາ ແລະ ເລືອກເອົາການເວົ້າກ່ຽວກັບເລື່ອງທີ່ເໝາະສົມທີ່ສຸດ.5) ຄູເວົ້າປະໂຫຍກທີ່ນັກຮຽນເລືອກ ແລະ ນັກຮຽນທັງໝົດເວົ້າຕາມຫຼັງ.6) ຄູຂຽນຄໍາສັບໃໝ່ ຫຼື ຄໍາສັບພິເສດໃສ່ກະດານ ເພື່ອໃຫ້ນັກຮຽນໄດ້ຮຽນ. (ເມື່ອເວົ້າກ່ຽວກັບນົກເປັດນໍ້າແລ້ວ ຖ້າມີເວລາເຫຼືອຄູໃຫ້ນັກຮຽນເວົ້າກ່ຽວກັບສັດໂຕອື່ນໆອີກ).ກິດຈະກໍາເສີມ (5 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ເພື່ອແຂ່ງຂັນໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນແຕ່ງ ປະໂຫຍກ.ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ເວົ້າ ໂດຍ ໃຊ້ເກນການປະເມີນຂໍ້ທີ 2.໑໓໑
132272) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຫ້ເຂົາເຈົ້ານໍາໃຊ້ໃນການຈັດລຽງເປນັປະໂຫຍກຕ່າງໆ.3) ນັກຮຽນແຕ່ລະກຸ່ມໃຊ້ບັດຄໍາ ແລະ ບັດເຄື່ອງໝາຍວັກຕອນ ຈັດລຽງເປັນປະໂຫຍກໜຶ່ງ ແລ້ວຂຽນປະໂຫຍກ ດັ່ງກ່າວໃສ່ປຶ້ມຂຽນ.4) ຄູຊຸກຍູ້ໃຫ້ນັກຮຽນແຕ່ລະກຸ່ມ ເພື່ອແຕ່ງໃຫ້ໄດ້ປະໂຫຍກຍາວ ແລະ ຫຼາຍປະໂຫຍກກວ່າກຸ່ມອື່ນ.5) ນັກຮຽນໃນກຸ່ມພະຍາຍາມສືບຕໍ່ໃຊ້ບັດຄໍາແຕ່ງປະໂຫຍກໃໝ່ຕື່ມອີກ ໃຫ້ໄດ້ຫຼາຍປະໂຫຍກເທົ່າໃດຍິ່ງດີ.6) ນັກຮຽນແຕ່ລະກຸ່ມອ່ານປະໂຫຍກທັງໝົດທີ່ກຸ່ມຕົນແຕ່ງໄດ້ ກຸ່ມໃດແຕ່ງໄດ້ຫຼາຍກວ່າເປັນກຸ່ມຊະນະ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ) ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນທ່ອງບົດກາບ ເສືອ ພ້ອມທັງຕົບມືເປັນຈັງຫວະ ຫຼື ປະກອບທ່າທາງ.2) ຄູປະເມີນຄວາມຮັບຮູ້ກ່ຽວກັບຜັນສຽງຕ່າງໆ. (ຄູເລືອກເອົາຄໍາສັບໂດຍເນັ້ນໃສ່ຄໍາທີ່ນັກຮຽນຍັງມີບັນຫາຢູ່)ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (35 ນາທີ)ປະເມີນຜົນ ການອ່ານ (15 ນາທີ)ໃຫ້ປະເມີນການອ່ານຕົວອັກສອນ, ຄໍາສັບ, ວະລີ ແລະປະໂຫຍກ ທີ່ໄດ້ຮຽນຢູ່ໃນບົດ.ປະເມີນຜົນການນໍາໃຊ້ (10 ນາທີ)ໃຫ້ປະເມີນໂດຍການນໍາໃຊ້ ຊຶ່ງມີການແຕ່ງປະໂຫຍກ ແລະ ການຂຽນ.ປະເມີນຜົນການໃຊ້ເຄື່ອງໝາຍວັກຕອນ (10 ນາທີ)ຄູເວົ້າປະໂຫຍກສັ້ນທີ່ປະກອບດ້ວຍຄໍາສັບທີ່ໄດ້ຮຽນຜ່ານມາແລ້ວເທື່ອລະປະໂຫຍກ ໃຫ້ນັກຮຽນຂຽນ ແລະ ໃສ່ ເຄື່ອງໝາຍວັກຕອນໃຫ້ຖືກຕ້ອງ. ເລື່ອງ ແມ່ກວາງກັບແມ່ແຂ້ (40 ນາທີ)ຂັ້ນຕອນການສອນໃຫ້ປະຕິບັດຕາມຄໍາແນະນໍາຢູ່ພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດການວັດ ແລະ ປະເມີນຜົນຄູປະເມີນການຕອບຄໍາຖາມກ່ຽວ ກັບນິທານ ໂດຍການໃຊ້ເກນການ ປະເມີນຂໍ້ທີ 17ຂ.໑໓໒ສ ວ ສສະຫງວນລິຂະສິດ
13328ບົດທີ 28 ບົດຝຶກຫັດເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ນໍາສະເໜີຄວາມເຫັນຂອງກຸ່ມໃຫ້ແກ່ໝູ່ໃນຫ້ອງໄດ້.1 2ອ່ານບົດເລື່ອງໃໝ່ໃນບົດຮຽນໄດ້ຢ່າງຖືກຕ້ອງ.1 3ຂຽນຄໍາສັບ, ວະລີ ແລະ ປະໂຫຍກ ໃນພາກປະຕິບັດກິດຈະກໍາການນໍາໃຊ້ໄດ້.1 4ຕອບກ່ຽວກັບນິທານ ແລະ ແຕ່ງປະໂຫຍກໄດ້ດ້ວຍຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 4ຂ ແລະ 2 ຢູ່ທ້າຍຊົ່ວໂມງທີ 3 ແລະ 8.1 2ອ່ານ: ໃຊ້ເກນການປະເມີນຂໍ້ທີ 9ຄ ຢູ່ຊົ່ວໂມງທີ 3.1 3ຫັດຂຽນ: ໃຊ້ເກນການປະເມີນຂໍ້ທີ 14ຄ ຢູ່ທ້າຍຊົ່ວໂມງທີ 5.1 4ນິທານ: ໃຊ້ເກນການປະເມີນຂໍ້ທີ 18ຂ ຢູ່ຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1 1ຄໍາສັບໃນບົດຕ່າງໆທີ່ໄດ້ຮຽນຜ່ານມາ: ເວົ້າວ່າ, ບອກ, ເວົ້າ, ເລົ່າ, ສົນທະນາ, ຖາມ, ຕອບ, ຂໍ້ຄວາມ, ຂ່າວດີ, ພາກສ່ວນ, ເວລາ, ກໍາລັງ, ກ່ຽວກັບ, ຜ່ານ.1 2ນິທານIV. ສື່ການຮຽນການສອນ1 1ປຶ້ມແບບຮຽນ, ເຈ້ຍ ແລະ ກະດານນ້ອຍ.1 2ບັດຄໍາສັບ ແລະ ບັດວະລີ.1 3ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 4ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ. ຂັ້ນຕອນການສອນໃຫ້ປະຕິບັດຄືບົດຜ່ານມາ.2) ຄູນໍາພາທວນຄືນຄໍາສັບໃໝ່ໃນບົດທີ 27 ດ້ວຍການຫຼິ້ນເກມອ່ານຄໍາໂດຍໃຊ້ບັດຄໍາ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 4.໑໓໓
13428໑໓ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ອ່ານ ເລືອກເອົາຄໍາສັບ ແລະ ວະລີ ແລ້ວແຕ່ງປະໂຫຍກປາກເປົ່າຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 1 ບົດທີ 26.ຄໍາສັບ: ເວົ້າວ່າ, ບອກ, ເວົ້າ, ເລົ່າ, ສົນທະນາ, ຖາມ, ຕອບ.ຄູອະທິບາຍວ່າ ຄໍາສັບຈໍານວນໜຶ່ງມີຄວາມໝາຍຄືກັນ ຫຼື ພົວພັນກັນ. ຄໍາສັບຈໍານວນໜຶ່ງມີການພົວພັນກັນຍ້ອນ ວ່າມັນມີຄວາມໝາຍກົງກັນຂ້າມກັນ ຄູທົບທວນຄວາມຈື່ຈໍາໃຫ້ນັກຮຽນກ່ຽວກັບຄວາມໝາຍກົງກັນຂ້າມດ້ວຍການໃຫ້ຕາມຢ່າງເຊັ່ນ: ດໍາ-ຂາວ, ຫິວ-ອີ່ມ, ເປີດ-ປິດ... 2ອ່ານ, ເລືອກເອົາຄໍາສັບ ແລະ ວະລີ ຈາກຂໍ້ທີ 1 ຕື່ມໃສ່ບ່ອນວ່າງຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 2 ບົດທີ 26.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂັ້ນຝຶກປະຕິບັດ ແລະ ນໍາໃຊ້ບົດທີ 26 ຊົ່ວໂມງທີ 1.ຄໍາຕອບ: 1. ເວົ້າວ່າ 2. ຖາມ 3. ຕອບ4. ເລົ່າ 5. ສົນທະນາ 6. ບອກ 7. ເວົ້າຂຽນທວາຍ1) ຄູເວົ້າປະໂຫຍກໜຶ່ງ ຫຼື ຫຼາຍປະໂຫຍກທີ່ສັ້ນ. 2) ນັກຮຽນຂຽນພ້ອມທັງໃສ່ເຄື່ອງໝາຍວັກຕອນໃຫ້ຖືກຕ້ອງ.ທວນຄືນການອອກສຽງ (10 ນາທີ)1) ນັກຮຽນເປັນກຸ່ມນ້ອຍອ່ານບົດເລື່ອງຈາກບົດທີ 27 ຂໍ້ທີ 5 ຢູ່ໃນກຸ່ມນັກຮຽນປ່ຽນຜຽນກັນອ່ານແຕ່ລະວັກ.2) ນັກຮຽນໝົດຫ້ອງອ່ານພ້ອມກັນແຕ່ລະວັກຂອງບົດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (30 ນາທີ) 3ຈັດລຽງປະໂຫຍກໃຫ້ຖືກຕ້ອງຕາມລໍາດັບເຫດການຂອງບົດເລື່ອງການຝຶກອ່ານຄູອະທິບາຍວ່າ ປະໂຫຍກຢູ່ໃນຂໍ້ນີ້ ຄືກັນກັບປະໂຫຍກຢູ່ໃນເລື່ອງຂອງບົດທີ 27 ຂໍ້ທີ 3 , ແຕ່ມັນສັ້ນກວ່າ. ນີ້ເອີ້ນວ່າ ບົດສະຫຼຸບ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນການຝຶກອ່ານຂໍ້ທີ 3 ບົດທີ 26.ການຝຶກເວົ້າຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນການຝຶກເວົ້າຂໍ້ທີ 3 ບົດທີ 26.ຄູຂຽນຄໍາຕອບໃສ່ບ່ອນວ່າງຢູ່ກະດານ: 4, 1, 5, 3, 2. ຄໍາຕອບນີ້ແມ່ນ ຖືກຕາມລໍາດັບຕອບຂອງບົດເລື່ອງ ຢູ່ບົດທີ 27, ແຕ່ຄໍາຕອບຕາມລໍາດັບຕໍ່ໄປນີ້ກໍເໝາະສົມເຊັ່ນດຽວກັນ: 4, 2, 3, 5, 1. ຢູ່ໃນປະເພດບົດຂໍ້ມູນ ຂໍ້ 4 ຕ້ອງ ຢູ່ລໍາດັບທໍາອິດ ແລະ ຂໍ້ທີ 2 ຕ້ອງຢູ່ລໍາດັບທີ 2 ຫຼື ສຸດທ້າຍ. ສ່ວນຂໍ້ທີ 1, 3, ແລະ 5 ຕ້ອງລຽງກັນໄປຈະເອົາຂໍ້ໃດຂຶ້ນ ກ່ອນກໍໄດ້.ກິດຈະກໍາເສີມການອ່ານຫຼິ້ນເກມອ່ານຄໍາສັບ ໂດຍໃຊ້ບັດຄໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໑໓໔ສ ວ ສສະຫງວນລິຂະສິດ
13528ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູນໍາພາທວນຄືນຄໍາສັບໃໝ່ໃນບົດທີຜ່ານມາ ດ້ວຍການຫຼິ້ນເກມອ່ານຄໍາສັບໂດຍໃຊ້ບັດຄໍາ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 4.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1) ຄູບອກຕົວຢ່າງກ່ຽວກັບເວລາໃຜຜູ້ໜຶ່ງເອົາຂໍ້ຄວາມໃຫ້ລາວສົ່ງຕໍ່.2) ຄູຖາມນັກຮຽນວ່າ ເຂົາເຈົ້າເຄີຍມີຄົນຝາກຂໍ້ຄວາມເພື່ອສົ່ງຕໍ່ບໍ່?3) ນັກຮຽນບອກຕົວຢ່າງ.4) ຄູບອກນັກຮຽນວ່າ ເຂົາເຈົ້າຈະໄດ້ອ່ານກ່ຽວກັບການສົ່ງຂໍ້ຄວາມ. 4ອ່ານ ແລ້ວສົນທະນາ ເພື່ອຊອກຫາຄວາມໝາຍຂອງຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 10 ຢູ່ໃນພາກແນະນໍາ.ຄວາມໝາຍຂອງຄໍາສັບ ແລະ ວະລີຄໍາສັບ:ຂໍ້ຄວາມ: ຄໍາເວົ້າທີ່ເວົ້າ ຫຼື ຂຽນອອກມາ.ພາກສ່ວນ: ສ່ວນທີ່ແບ່ງອອກ.ເວລາ: ຄາວ, ຄັ້ງ, ສະໄໝ, ເທື່ອ, ຊົ່ວໂມງ, ໂອກາດ, ຍາມ, ວັນ, ເດືອນ, ປີ.ກໍາລັງ: ພວມກ່ຽວກັບ: ຜູກພັນກັນ, ພົວພັນກັນ, ຕິດຕໍ່ກັນ.ຜ່ານ: ລັດໄປ, ຂ້າມໄປ, ກາຍໄປ.ວະລີ:ຂ່າວດີ: ຄໍາກ່າວທີ່ດີ, ຄໍາເລົ່າລືທີ່ດີ, ຄໍາບອກເລົ່າທີ່ດີ. 5ອ່ານບົດເລື່ອງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 11 ຢູ່ໃນພາກແນະນໍາ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (35 ນາທີ )ການຝຶກອ່ານ1) ຄູ ແລະ ນັກຮຽນອ່ານໝົດບົດເລື່ອງນໍາກັນ.2) ຄູເລືອກເອົານັກຮຽນ ເພື່ອສະຫຼຸບເອົາໃຈຄວາມກ່ຽວກັບສິ່ງທີ່ເກີດຂຶ້ນ ແລະ ຂໍ້ຄວາມແມ່ນກ່ຽວກັບຫຍັງ3) ນັກຮຽນສະຫຼຸບໃຈຄວາມໃນບົດເລື່ອງ ແລະ ບອກກ່ຽວກັບຂໍ້ຄວາມ.ການຝຶກເວົ້າ1) ຄູສົນທະນາກັບນັກຮຽນເປັນກຸ່ມກ່ຽວກັບ “ຂ່າວດີ” ໃນບົດເລື່ອງ ແມ່ນຈະເວົ້າເຖິງຫຍັງ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນບອກເຫດຜົນ.3) ຄູໃຫ້ນັກຮຽນເບິ່ງວິທີທີ່ ນາງສົມໃຈ ຈື່ຈໍາຂໍ້ຄວາມໃນບົດເລື່ອງ ໂດຍການແຍກຂໍ້ຄວາມດັ່ງກ່າວເປັນຕອນໆ, ເປັນສ່ວນໆ ແລະ ເອົານໍ້າເບີໃສ່ແຕ່ລະຕອນ, ແຕ່ລະສ່ວນ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ໂດຍໃຊ້ເກນ ການປະເມີນຂໍ້ທີ 9ຄ.ການວັດ ແລະ ປະເມີນຜົນຄູປະເມີນການເວ້າຂ້ຄວາມຢ່ໃນ ົໍູບົດເລື່ອງ ໂດຍໃຊ້ເກນການປະ ເມີນຂໍ້ທີ 4ຂ.໑໓໕
13628໑໓4) ຄູເວົ້າຂໍ້ຄວາມນັ້ນໃຫ້ນັກຮຽນຟັງ ແລະ ນັກຮຽນຕ້ອງພະຍາຍາມບອກວ່າຂໍ້ຄວາມນັ້ນມີຈັກຕອນ, ຈັກສ່ວນ.5) ຄູບອກຕົວຢ່າງຂອງຂໍ້ຄວາມເຊັ່ນ:1. ດີ່ດີ່: ບອກ ພອນແດ່ ວ່າໃຫ້ເຊົາລົມກັນ ແລະ ປິ່ນໜ້າມາກະດານ.2. ຕິກ: ບອກນ້ອຍແດ່ ວ່າໃຫ້ເອົາບົດຂຽນຂອງລາວໄປໃຫ້ຄູ.3. ຫວັນ: ໄປຫາຄູຫ້ອງ ປ. 3 ແດ່ ແລະ ບອກເພ່ນວ່າສໍຂາວຄູໝົດ. ຖາມລາວວ່າ ຄູຂໍຢືມເສ້ນໜຶ່ງໄດ້ບ່. ຖາ ິັໍ້ໄດ້ຄູຈະເອົາມາໄຊ້ແທນໃຫ້ຈໍານວນໜຶ່ງອາທິດໜ້າ.4. ມື້ນີ້ພໍ່ຂອງ ກິ ມາໂຮງຮຽນ ເພື່ອເອົາຂໍ້ຄວາມຂອງ ກິ ມາບອກ: ສະບາຍດີ ໝູ່ໝົດທຸກຄົນ. ຂ້ອຍຍັງບໍ່ສະ ບາຍແຕ່ກໍດີຂຶ້ນແດ່ແລ້ວ. ຂ້ອຍຄິດວ່າຈະມາໂຮງຮຽນອາທິດໜ້າ. ຄິດຮອດໝູ່ໝົດທຸກຄົນ.ທວນຄືນການອອກສຽງ (10 ນາທີ)ການນໍາໃຊ້ການເວົ້າຄູສືບຕໍ່ກິດຈະກໍາແບບຢູ່ຂ້າງເທິງ.ໝາຍເຫດ: ຖ້າມີເວລາເຫຼືອ ໃຫ້ນັກຮຽນຫຼິ້ນບົດບາດສົມມຸດເປັນຕົວລະຄອນ ນາງສົມໃຈ ແລະ ພໍ່ ແມ່ ຂອງລາວ. ຈາກນັ້ນ, ສະແດງການສົ່ງຕົວຢ່າງຂໍ້ຄວາມຢ່າງອື່ນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (30 ນາທີ)ເກມເວົ້າຊື່ມກັນ1) ຄູບອກວ່າ ນັກຮຽນຈະໄດ້ຫຼິ້ນເກມເວົ້າຊື່ມກັນ ເພື່ອເບິ່ງວ່ານັກຮຽນຜູ້ໃດຈະເປັນຜູ້ສົ່ງຂໍ້ຄວາມທີ່ດີ.2) ຄູເລືອກເອົານັກຮຽນ 5-6 ຄົນ ໃຫ້ຢືນລຽງແຖວຢູ່ໜ້າຫ້ອງຮຽນ.3) ຄູອະທິບາຍວ່າ ຄູຈະບອກຂໍ້ຄວາມໃຫ້ຜູ້ທີ 1 ເພື່ອສົ່ງຂໍ້ຄວາມຕໍ່ໃຫ້ໝູ່.4) ນັກຮຽນຜູ້ທີ 1 ເວົ້າຊື່ມໃສ່ຜູ້ທີ 2, ຜູ້ທີ 2 ເວົ້າຊື່ມໃສ່ຜູ້ທີ 3 ແລະ ຕໍ່ໆໄປ. ນັກຮຽນຜູ້ສຸດທ້າຍ ຈະໄດ້ເລົ່າຂໍ້ຄວາມ ນັ້ນໃຫ້ໝູ່ໃນຫ້ອງຟັງ. ຈາກນັ້ນ, ຄູຈະບອກຂໍ້ຄວາມທີ່ຄູເວົ້າແຕ່ເລີ່ມຕົ້ນ ເພື່ອກວດຄືນວ່າຂໍ້ຄວາມທີ່ນັກຮຽນ ລາຍງານນັ້ນຄືກັນບໍ່.ຕົວຢ່າງ: ຂໍ້ຄວາມ ຫຼັງຝົນຕົກ ກົບຮ້ອງ. ຂ້ອຍນອນບໍ່ຫຼັບ. ມັນຟົດ ຫຼື ນັນຫຼາຍ.ກິດຈະກໍານີ້ ຄູສາມາດເຮັດລື້ມຄືນກັບນັກຮຽນຫຼາຍຄົນ ດ້ວຍການໃຊ້ປະໂຫຍກທີ່ຍາກຂຶ້ນກ່ວາເກົ່າຕົວຢ່າງ: ຄືນນີ້ ເດືອນ ແລະ ດາວຈະສົ່ງແສງແຈ້ງສະຫວ່າງໄປທົ່ວ. ຂ້ອຍສາມາດຍ່າງພາຍໃຕ້ແສງສະຫວ່າງນັ້ນແຕ່ຂ້ອຍບໍ່ສາ ມາດອ່ານໜັງສືໄດ້. ຜູ້ຂັບລົດສ່ວນຫຼາຍຂັບລົດໄວຫຼາຍ. ຢ່າຫຼິ້ນຢູ່ຫົນທາງ. ລົດອາດຈະຕໍາເຈົ້າ.1) ນັກຮຽນເປັນກຸ່ມ 5-6 ຄົນ ຫຼິ້ນເກມຊື່ມໃສ່ກັນ.2) ນັກຮຽນປ່ຽນຜຽນກັນເປັນຜູ້ບອກຂໍ້ຄວາມ.ກິດຈະກໍາເສີມການອ່ານເກມອ່ານຄໍາສັບ ໂດຍໃຊ້ບັດຄໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູຈັດນັກຮຽນເປັນກຸ່ມຕາມຄວາມເໝາະສົມ.໑໓໖ສ ວ ສສະຫງວນລິຂະສິດ
137283) ນັກຮຽນແຕ່ລະກຸ່ມມີບັດຕົວອັກສອນ. 4) ຄູເວົ້າຄໍາສັບ.5) ນັກຮຽນປະກອບຄໍາສັບດັ່ງກ່າວດ້ວຍບັດຕົວອັກສອນ. ຖ້າຜູ້ໃດແລ້ວກ່ອນໃຫ້ຍົກມືຂຶ້ນ ແລ້ວເວົ້າຄໍາສັບນັ້ນ ດັງໆ.6) ຄູຕິດຕາມຊ່ວຍເຫຼືອນັກຮຽນຜູ້ທີ່ປະກອບເປັນຄໍາສັບບໍ່ໄດ້.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 6ອ່ານ ແລ້ວຕອບຄໍາຖາມການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 12 ຢູ່ໃນພາກແນະນໍາ11) ຄູ ແລະ ນັກຮຽນອ່ານຄໍາຖາມທີ 1 ແລະ ສົນທະນາວິທີການຕອບ ດ້ວຍການໃຊ້ໝົດປະໂຫຍກ ຕົວຢ່າງ: 1. ແມ່ໃຫ້ສົມໃຈໄປບອກ ກັບພໍ່ວ່າ: ໃຫ້ກັບບ້ານເວລາ 5 ໂມງ. ເພາະລຸງຈະມາຫາ ແລະ ຈະ ບອກຂ່າວດີໃຫ້ພໍ່ຮູ້.2) ຄູ ແລະ ນັກຮຽນອ່ານຄໍາຖາມອື່ນ.3) ຄູອະທິບາຍວ່າ: ຄໍາຖາມຂໍ້ສຸດທ້າຍ ແມ່ເຄີຍໃຫ້ພວກຫຼານໄປບອກກັບພໍ່ ຫຼື ຄົນອື່ນແນວໃດ? ນັກຮຽນຕ້ອງ ຕອບຄໍາຖາມສຸດທ້າຍດ້ວຍການໃຊ້ຂໍ້ມູນຂອງເຂົາເຈົ້າເອງ.4) ຄູໃຫ້ນັກຮຽນຂຽນຢ່າງຮຽບຮ້ອຍ ແລະ ສະອາດ ເພື່ອຝຶກທັກສະການຂຽນ.5) ນັກຮຽນຂຽນ 4 ປະໂຫຍກ ເພື່ອຕອບຄໍາຖາມ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1) ຄູເລືອກເອົານັກຮຽນ ອ່ານຄໍາຕອບ ສໍາລັບແຕ່ລະຄໍາຖາມ (3 ຄົນຕໍ່ຄໍາຖາມໜຶ່ງ).2) ນັກຮຽນຜູ້ອື່ນຟັງ ແລະ ກວດເບິ່ງຄໍາຕອບຂອງເຂົາເຈົ້າວ່າຕອບຄືກັນ ຫຼື ຕ່າງກັນ.3) ນັກຮຽນສົນທະນາກ່ຽວກັບຄໍາຕອບທີ່ຕ່າງກັນ ແລະ ໃຫ້ເຫັນດີນໍາກັນວ່າຄໍາຕອບນັ້ນຖືກໝົດ ຫຼື ມີຄໍາຕອບໃດໜຶ່ງທີ່ເໝາະສົມກວ່າໝູ່ໝົດ.ຄໍາຕອບ:1. ແມ່ໃຫ້ສົມໃຈໄປບອກກັບພໍ່ວ່າ: ໃຫ້ກັບບ້ານເວລາ 5 ໂມງ. ເພາະລຸງຈະມາຫາ ແລະ ຈະບອກຂ່າວດີໃຫ້ພໍ່ຮູ້.2. ພໍ່ຖາມວ່າ: “ຂ່າວດີຈາກລຸງແມ່ນຫຍັງ ?”3. ພໍ່ບອກ ສົມໃຈ ໃຫ້ໄປເວົ້າກັບແມ່ວ່າ: ພໍ່ຈະເມືອຮອດເຮືອນປະມານ 4 ໂມງເດີ.ກິດຈະກໍາເສີມການອ່ານເກມອ່ານຄໍາສັບ ໂດຍໃຊ້ບັດຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4. ນອກຈາກນີ້, ຄູສາມາດເລືອກຫຼິ້ນເກມ ທວາຍຄໍາສັບ, ບິງໂກ, ແລະ ອື່ນໆກໍໄດ້.ທວາຍຄໍາສັບ, ບິງໂກ, ແລະ ອື່ນໆກໍໄດ້.ພາກ 2 ເລື່ອງ ຍາດຕິພີນ້ອງຂອງຂ້ອຍ (40 ນາທີ)ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 16 ພາກ 2 ຢູ່ໃນພາກແນະນໍາ.ໝາຍເຫດ: ເລືອກເອົາປຶ້ມນິທານທີ່ ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນ ຟັງມາກ່ອນ, ເປັນໜ້າສົນໃຈສໍາລັບນັກຮຽນ ແລະ ນັກຮຽນເຂົ້າໃຈງ່າຍ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍນໍາໃຊ້ ເກນການປະເມີນຂໍ້ທີ 14ຄ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍໃຊ້ເກນ ການປະເມີນຂໍ້ທີ 18ຂ.໑໓໗
13828໑໓ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ4) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ພ້ອມທັງຕົບມືເປັນຈັງຫວະ ຫຼື ສະແດງທ່າທາງປະກອບ. 5) ຄູນໍາພານັກຮຽນທວນຄືນຂໍ້ທີ 5 ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 7ຈັດລຽງຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 13ງ ຢູ່ໃນພາກແນະນໍາ.ຄູໃຫ້ນັກຮຽນຈັດລຽງຄໍາສັບ ແລະ ວະລີເປັນປະໂຫຍກທີ່ຖືກຕ້ອງ ແລະ ແນະນໍາເຂົາເຈົ້າວ່າ 2 ປະໂຫຍກແມ່ນມາຈາກບົດເລື່ອງແຕ່ອີກ 2 ປະໂຫຍກແມ່ນປະໂຫຍກໃໝ່.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນອ່ານປະໂຫຍກທີ່ຈັດລຽງຖືກຕ້ອງແລ້ວ.2) ຄູຂຽນສິ່ງທີ່ນັກຮຽນເວົ້າໃສ່ກະດານ ແລະ ຖາມນັກຮຽນກຸ່ມອື່ນວ່າປະໂຫຍກນັ້ນຖືກ ຫຼື ບໍ່. ຖ້າກຸ່ມອື່ນບໍ່ເຫັນດີ ນໍາໃຫ້ພວກເຂົາອ່ານຄໍາຕອບຂອງເຂົາເຈົ້າ. 3) ຄູຂຽນຄໍາຕອບໃສ່ກະດານເຊັ່ນດຽວກັນ. 4) ນັກຮຽນສົນທະນາ ແລະ ເລືອກເອົາຄໍາຕອບທີ່ເໝາະສົມທີ່ສຸດ. 5) ຄູລຶບຄໍາຕອບທີ່ບໍ່ຖືກອອກ.6) ນັກຮຽນອ່ານ 4 ປະໂຫຍກທີ່ຢູ່ກະດານ ພ້ອມກັນໝົດຫ້ອງ.ຄໍາຕອບ: 1. ເມື່ອເຫັນພໍ່ແລ້ວ ລາວບອກຂໍ້ຄວາມໃຫ້ເພິ່ນຮູ້. 2. ລຸງຈະບອກຂ່າວດີ.3. ຂ່າວດີຈາກລຸງແມ່ນລາວມີລົດໃໝ່. 4. ລາວເອົາທຸກຄົນໄປຂີ່ລົດຫຼິ້ນ.ກິດຈະກໍາເສີມການເວົ້າ1) ຄູອະທິບາຍວ່າ 4 ປະໂຫຍກດັ່ງກ່າວນັ້ນ ແມ່ນເວົ້າກ່ຽວກັບສະພາບການຂອງການສົ່ງຂໍ້ຄວາມ.2) ຄູໃຫ້ນັກຮຽນເວົ້າປະສົບການກ່ຽວກັບສະພາບການອື່ນໆຂອງການສົ່ງຂໍ້ຄວາມ.ຕົວຢ່າງ: ແມ່ສັ່ງຂ້ອຍໄປບອກເວລາອາຫານທ່ຽງກຽມພ້ອມແລ້ວ. ຂ້ອຍເອົາຂໍ້ຄວາມໄປໃຫ້ແມ່ເຖົ້າໃນວັນເສົາ ຂ້ອຍບອກລາວວ່າ ພວກຂ້ອຍຈະໄປຮັບລາວເວລາ 4 ໂມງ. ໝູ່ຂອງແມ່ ມາເຮືອນຂອງພວກເຮົາ ເວລາພວກຂ້ອຍບໍ່ຢູ່. ລາວໄດ້ຂຽນຂໍ້ຄວາມປະໄວ້ຢູ່ທີ່ປະຕູ.3) ນັກຮຽນໃຫ້ເຫດຜົນເປັນປະໂຫຍກ.4) ຄູຂຽນແຕ່ລະປະໂຫຍກໃສ່ກະດານ ແລະ ຖາມນັກຮຽນກ່ຽວກັບການສະກົດຄໍາຈໍານວນໜຶ່ງຕົວຢ່າງ: ກຽມພ້ອມ, ວັນເສົາ, ຢ້ຽມຢາມ.5) ນັກຮຽນອ່ານແຕ່ລະປະໂຫຍກ.ທວນຄືນ (10 ນາທີ)1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ພ້ອມທ່າທາງປະກອບ.2) ຄູນໍາພານັກຮຽນທວນຄືນບົດທີ່ໄດ້ຮຽນຜ່ານມາ. 8ຈັດລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ ແລ້ວເລົ່າເຫດການທີ່ເກີດຂຶ້ນຢູ່ໃນບົດເລື່ອງ1) ຄູໃຫ້ນັກຮຽນສັງເກດຮູບ ພາຂໍ້ທີ 8 ໃນປຶ້ມແບບຮຽນ ພ້ອມທັງແນະນໍາວ່າ ຮູບ ພາບນັ້ນແມ່ນເວົ້າເຖິງການບອກຂໍ້ຄວາມ ແລະ ຮູບນັ້ນຍັງບໍ່ໄດ້ລຽງຕາມລໍາດັບ.2) ຄູຈັດນັກຮຽນເປັນກຸ່ມສົນທະນາກັນ ກຸ່ມລະ 4 ຄົນ ແລະ ລຽງຮູບພາບໃຫ້ຖືກຕ້ອງຕາມລໍາດັບ.໑໓໘ສ ວ ສສະຫງວນລິຂະສິດ
139283) ນັກຮຽນຂຽນນໍ້າເບີຂອງຮູບພາບຕາມລໍາດັບໃສ່ປຶ້ມຂຽນ.4) ນັກຮຽນແຕ່ລະກຸ່ມຕອບການລຽງລໍາດັບຂອງຮູບ ພາບທີ່ເຂົາ ເຈົ້າໄດ້ຂຽນໄວ້. ຖ້າກຸ່ມອື່ນບໍ່ເຫັນດີນໍາໃຫ້ເຂົາເຈົ້າສົນທະນາ ແລະ ເລືອກເອົາລໍາດັບທີ່ຖືກຕ້ອງນໍາກັນ. ຄໍາຕອບ: ຮູບພາບທີ່ລຽງຕາມລໍາດັບທີ່ຖືກຕ້ອງ 4, 3, 1, 2.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1) ນັກຮຽນເປັນກຸ່ມສົນທະນາ ແລະ ເລືຶອກເອົາວິທີເລົ່າເລື່ອງກ່ຽວກັບແຕ່ລະຮູບ ພາບ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເລົ່າເລື່ອງກ່ຽວກັບແຕ່ລະຮູບ ພາບ. ຈາກນັ້ນ, ກຸ່ມອື່ນໃຫ້ຄໍາເຫັນ ຫຼື ບອກປະ ໂຫຍກທີ່ແຕກຕ່າງ.3) ນັກຮຽນສົນທະນາ ແລະ ເລືອກເອົາການເວົ້າກ່ຽວກັບເລື່ອງທີ່ເໝາະສົມທີ່ສຸດ.4) ຄູເວົ້າປະໂຫຍກທີ່ນັກຮຽນເລືອກ ແລະ ນັກຮຽນໝົດທຸກຄົນເວົ້າຕາມຫຼັງ.5) ຄູຂຽນຄໍາສັບໃໝ່ໃສ່ກະດານ ເພື່ອໃຫ້ນັກຮຽນໄດ້ຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມ ອ່ານ ຄໍາ ສັບຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4 ນອກຈາກນີ້ ຄູສາມາດເລືອກຫຼິ້ນເກມ ທວາຍຄໍາ, ບິງໂກ, ແລະ ອື່ນໆກໍໄດ້.ກິດຈະກໍາເສີມການຂຽນ1) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອເຂົາເຈົ້າສາມາດໃຊ້ໃນການແຕ່ງ ປະໂຫຍກຕ່າງໆໄດ້.2) ນັກຮຽນແຕ່ງໜຶ່ງປະໂຫຍກດ້ວຍການໃຊ້ບັດເຫຼົ່ານັ້ນ. ຈາກນັ້ນ, ຂຽນປະໂຫຍກດັ່ງກ່າວ.3) ຄູຊຸກຍູ້ໃຫ້ນັກຮຽນແຕ່ລະກຸ່ມພະຍາຍາມແຕ່ງປະໂຫຍກໃຫ້ຍາວ.4) ນັກຮຽນແຕ່ລະກຸ່ມອ່ານປະໂຫຍກທີ່ຕົນເອງແຕ່ງ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ່ຜ່ານມາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ບົດທີ 12 ຊົ່ວໂມງທີ 9.ບັດຕົວອັກສອນ: ບ ວ ລ ຖ ຕ ຜ ພ ຍ xອກ ເxົາ xາມ xອບ xານ xໍ xາ x່ x້.ຄໍາສັບ: ບອກ, ເວົ້າ, ເລົ່າ, ຖາມ, ຕອບ, ຜ່ານ, ພໍ່, ຍ່າ...ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າ ໂດຍໃຊ້ເກນການປະເມີນຂໍ້ 2.໑໓໙
14028ປະເມີນການອ່ານຄໍາສັບ ແລະ ວະລີໃຫ້ຄູປະເມີນຂໍ້ທີ 1 ແລະ 4 ໃນປຶ້ມແບບຮຽນບົດນີ້.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ຢູ່ບົດທີ 3 ຊົ່ວໂມງທີ 9.ປະໂຫຍກໃຫ້ຄູປະເມີນຂໍ້ທີ 3 ແລະ 7 ໃນປຶ້ມແບຮຽນບົດນີ້.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນຜົນການນໍາໃຊ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການນໍາໃຊ້ຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນຜົນການຂຽນຂຽນທວາຍຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຂຽນທວາຍຢູ່ບົດທີ 3 ຊົ່ວໂມງທີ 9.ຄໍາສັບ: ບອກ, ຂໍ້ຄວາມ, ຂ່າວດີ. ເລື່ອງ ຕື່ນສວາຍ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (10 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.໑໔໐ສ ວ ສສະຫງວນລິຂະສິດ
14129ບົດທີ 29 ທວນຄືນເວລາ 10 ຊົ່ວໂມງI. ຈຸດປະສົງນັກຮຽນສາມາດ:1 1ສາທິດການອອກສຽງພະຍັນຊະນະ ແລະ ສະຫຼະຜັນສຽງທຸກສຽງທີ່ຮຽນໃນບົດທີ່ໄດ້ຮຽນຜ່ານມາ.1 2ອ່ານທຸກຕົວອັກສອນ ແລະ ຄໍາສັບທີ່ຮຽນໃນບົດທີ່ໄດ້ຮຽນຜ່ານມາ.1 3ສ້າງເປັນພະຍາງ ຫຼື ຄໍາສັບດ້ວຍບັດຕົວອັກສອນ ຫຼື ຂຽນທຸກຕົວອັກສອນທີ່ຮຽນໃນບົດທີ່ໄດ້ຮຽນຜ່ານມາ.1 4ທົບທວນບົດກ່ຽວກັບການເວົ້າ ແລະ ສົນທະນາຄໍາສັບ ແລະ ບົດເລື່ອງທີ່ໄດ້ຮຽນຜ່ານ II. ການວັດ ແລະ ປະເມີນຜົນບົດຮຽນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງ ເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກ ສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 4ກ ຊົ່ວໂມງ 4.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 5ຂ ຊົ່ວໂມງທີ 1. 1 3ການອ່ານ: ໃຊ້ເກນການປະເມີນຂໍ້ທີ 7ຂ ຊົ່ວໂມງທີ 3 ແລະ 9.1 4ການຂຽນ: ໃຊ້ເກນການປະເມີນຂໍ້ທີ 14ກ ຊົ່ວໂມງທີ 81 5ນິທານ: ໃຊ້ເກນການປະເມີນຂໍ້ທີ 19ຂ ຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 1ຕົວອັກສອນທີ່ໄດ້ຮຽນຜ່ານມາ: ດ ນ ຈ ພ ອ ຜ ຍ ຮ ຖ ຫງ ຫຍ ໝ ໜ ກວ ຄວ xິນ ແxນ xຶນ xານ ເxັນ xອງ xີງ xັງ ເxິງ xຸງ xາວ xຶມ xາຍ xົບ xອກ ເxັດ xຽກ xອຍ.1 2ຄໍາສັບທີ່ໄດ້ຮຽນບົດຜ່ານມາ: ໄດ້, ເຈົ້າ, ມື້ນີ້, ເພາະວ່າ, ອ່ານ, ກວາງ, ຄວາມ, ໝາກ, ໜຶ່ງ, ຮຽນ...1 3ນິທານ ແລະ ປຶ້ມອ່ານເສີມ.IV. ສື່ການຮຽນການສອນ 1 1ປຶ້ມແບບຮຽນ.1 2ບັດຄໍາສັບທີ່ຮຽນໃນບົດຜ່ານມາ.1 3ຊຸດບັດແຜ່ນນ້ອຍທີ່ປະກອບດ້ວຍພະຍັນຊະນະ, ສະຫຼະ ແລະ ວັນນະຍຸດ (ກຸ່ມລະຊຸດບັດດັ່ງກ່າວ ສາມາດເຮັດດ້ວຍເຈ້ຍທີ່ບໍ່ໄດ້ໃຊ້).1 4ເຈ້ຍທີ່ບໍ່ໄດ້ໃຊ້ໃຫ້ແຕ່ລະກຸ່ມ ເພື່ອໃຊ້ໃນການບັນທຶກກິດຈະກໍາຂອງກຸ່ມ.1 5ບັດຕົວພະຍັນຊະນະທຸກຕົວ ທີ່ໄດ້ຮຽນມາແລ້ວ.1 6ກ້ອນຫີນນ້ອຍ.1 7ປຶ້ມນິທານ ຫຼື ປຶ້ມອ່ານຕ່າງໆ.1 8ເຈ້ຍ, ສໍດໍາ ແລະ ສໍສີ ສໍາລັບແຕ້ມຮູບ (ຫຼື ກະດານນ້ອຍ ຫຼື ປຶ້ມຂຽນ).໑໔໑
14229໑໔V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)1) ຄູທັກທາຍນັກຮຽນ.2) ຄູນໍາພານັກຮຽນຮ້ອງເພງປະກອບທ່າທາງໃນບົດເພງທີ່ໄດ້ຮຽນຜ່ານມາ.3) ຄູຂຽນຄໍາສັບຈາກບົດທີ 28 ເຊັ່ນ: ເວົ້າ, ບອກ, ຖາມ, ຕອບ ໃສ່ກະດານໃຫ້ນັກຮຽນອ່ານພ້ອມກັນໝົດຫ້ອງ, ອ່ານເປັນແຖວ, ເປັນໂຕະ.ທວນຄືນເວົ້າ ແລະ ອອກສຽງອັກສອນ (15 ນາທີ) 1ບອກ ແລະ ອອກສຽງພະຍັນຊະນະພະຍັນຊະນະ: ດ ນ ຈ ພ ອ ຜ ຍ ຮ ຖ ຫງ ຫຍ ໜ ໝ ຫຼ ກວ ຄວຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 1 ບົດທີ 5.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງ ພະຍັນຊະນະຄູ່ ສຽງພະຍັນຊະນະປະສົມ ແລະ ຄວບຄູນໍາພາອອກສຽງຊໍ້າ ຫຼາຍເທື່ອຈົນນັກຮຽນອອກສຽງໃຫ້ຖືກຕ້ອງ).ກິດຈະກໍາເສີມຂຽນ: ສໍາລັບນັກຮຽນເກັ່ງສາມາດຂຽນຄໍາສັບດ້ວຍຕົນເອງ.ທວນຄືນການອ່ານສະຫຼະ (10 ນາທີ) 2ບອກຊື່ ແລະ ອອກສຽງສະຫຼະທີ່ມີຕົວສະກົດຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 2 ບົດທີ 5.ສະຫຼະ: ເບິ່ງຢູ່ ຂໍ້ທີ 2 ບົດທີ 29.1) ຄູສະຫຼຸບຄືນ: ຄໍາທີ່ມີສຽງສະຫຼະ xິນ ມີຄື: ກິນ, ສິນຄ້າ, ສິ້ນສຸດ, … ສ່ວນສະຫຼະ ແxນ xຶນ ...xຽກ xອຍ ໃຫ້ປະ ຕິບັດການຮຽນການສອນຄືກັນກັບການສອນສະຫຼະ xິນ.ພາສາລາວສໍາລັບຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງສະຫຼະໄດ້ຢ່າງຖືກຕ້ອງທວນຄືນການອ່ານວັນນະຍຸດ ແລະ ການຂຽນຕົວອັກສອນ (10 ນາທີ)2) ຄູຂຽນຄໍາສັບດັ່ງຕໍ່ໄປນີ້ໃສ່ກະດານ: ຂວາ, ຄວາ; ບໍ, ບໍ່; ໝູ, ໝູ່; ໝາ, ໝາ, ມາ,.ມ້າ; ໝີ, ມີ; ໝໍ, ໝໍ້; ສີ, ສີ່, ຊີ້, ຊີ; ຫວານ, ຫວານ; ເຂົາ, ເຂົ່າ, ເຂົ້າ, ເຄົາ; ຖີ່, ທີ່, ທີ; ໂຕ, ໂຕ່.3) ຄູເລືອກເອົານັກຮຽນໃຫ້ຜັນສຽງຄໍາສັບແຕ່ລະຊຸດໃຫ້ຖືກຕ້ອງຕາມສຽງຂອງວັນນະຍຸດ.4) ຄູສັງເກດວ່ານັກຮຽນຮູ້ວິທີການຜັນສຽງເວລາອ່ານຄໍາສັບທີ່ມີວັນນະຍຸດ ຫຼື ບໍ່ ແລະ ການຕິດຕາມຊຸກຍູ້ແນວ ໃດທີ່ມີຄວາມຈໍາເປັນ.3ອ່ານຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 3 ບົດທີ 10.ຄໍາສັບ: ຖໍ້າ, ຖູ, ໂຖ, ແຖ, ຖື, ທາ, ແທ, ທໍາ, ເຮ່ຍ, ເລຍ, ເຈຍ, ເຕຍ, ເຫງົ້າ, ຫຍໍ້າ, ຫິວ, ໄຫວ, ໃຫຍ, ື, ໝີ, ເຫຍອ, ໝາ, ໃໝ, ໝໍ, ໝູ, ໝູ່, ໜູ, ງົວ, ໜໍ່, ໜາ, ຫຍະ, ໝັ່ນ, ແຫຍ, ຕົວະ, ຂົ້ວ, ຫົວ, ຖົ່ວ, ເປັນ, ານ, ບິນ, ວັນ, ອານ, ຂຶ້ນ, ຊີ້ນ, ຫຍາ, ແມນ, ຝົນ, ຮອນ, ເຢັນ, ຮານອາຫານ, ບອນນອນ, ກວຽນ, ແຂວນ, ຟືນ, ຄວັນໄຟ, ລໍຖາ.ວະລີ: ທີ່ນີ້, ເຫງົາໃຈ, ທາສີ.ຂຽນທວາຍ: ຄູເລືອກບອກຊື່ ພະຍັນຊະນະ ແລະ ສະຫຼະ ທີ່ຮຽນຊົ່ວໂມງຜ່ານມາ ເພື່ອໃຫ້ນັກຮຽນຂຽນສິ່ງທີ່ຄູ ບອກໃສ່ປຶ້ມຂຽນຢ່າງສະອາດ ແລະ ຮຽບຮ້ອຍ.ທວນຄືນການອ່ານບົດເລື່ອງ ແລະ ການເວົ້າ (10 ນາທີ)1) ຄູຂຽນບົດເລື່ອງຈາກບົດທີ 24, ຂໍ້ທີ 5 ໃສ່ກະດານ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ ແລະ ບອກຊີ່ຕົວອັກສອນ ໂດຍໃຊ້ ເກນການປະເມີນຂໍ້ທີ 5ຂ.໑໔໒ສ ວ ສສະຫງວນລິຂະສິດ
143292) ນັກຮຽນເບິ່ງບົດເລື່ອງຢູ່ຈາກບົດທີ 24, ຂໍ້ທີ 5 ແລະ ເລົ່າຄືນວ່າ ບົດເລື່ອງແມ່ນເວົ້າກ່ຽວກັບຫຍັງ.3) ນັກຮຽນເບິ່ງບົດເລື່ອງຢູ່ກະດານ ເພື່ອຈໍາແນກ 10 ຄໍາສັບ. ຄູຂຽນຄໍາສັບເຫຼົ່ານັ້ນໃສ່ກະດານ.4) ນັກຮຽນອ່ານຄໍາສັບທີ່ຄູຂຽນຢູ່ກະດານ.5) ນັກຮຽນມີເວລາປະມານ 5 ນາທີ ເພື່ອອ່ານບົດເລື່ອງດ້ວຍຕົນເອງ.6) ເປັນກຸ່ມນັກຮຽນປ່ຽນຜຽນກັນອ່ານແຕ່ລະວັກ.7) ຈາກນັ້ນ ແຕ່ລະກຸ່ມມີເວລາ 2-3 ນາທີ ເພື່ອສົນທະນາ ແລະ ປ່ຽນຜຽນກັນບອກວ່າ 2 ຮູບສຸດທ້າຍຈະເປັນແນວໃດ (ຄູສັງເກດວ່າ ຢູ່ພາກໃດຂອງເລື່ອງທີ່ນັກຮຽນຍັງມີບັນຫາ ເພື່ອວາງແຜນສືບຕໍ່ຮຽນ).ທວນຄືນການຂຽນ (15 ນາທີ)1) ນັກຮຽນແຕ່ງຢ່າງໜ້ອຍ 3 ປະໂຫຍກຈາກບົດເລື່ອງໃນບົດທີ 24, ຂໍ້ທີ 5 ເພື່ອເຮັດໃຫ້ບົດເລື່ອງສົມບູູນ.2) ນັກຮຽນອ່ານປະໂຫຍກທີ່ຕົນເອງແຕ່ງ ກວດຄືນ ແລະ ກວດແກ້ຄວາມຜິດ.3) ນັກຮຽນອ່ານປະໂຫຍກຂອງຕົນເອງແຕ່ງໃຫ້ໝູ່ຟັງ.(ຄູສັງເກດການຂຽນແບບໃດທີ່ນັກຮຽນຍັງມີບັນຫາ ເພື່ອວາງແຜນສືບຕໍ່ຮຽນ).ທວນຄືນເກມຄໍາສັບ (10 ນາທີ)1) ຄູເລືອກ ແລະ ໃຊ້ບັດຄໍາກັບຄໍາສັບທີ່ເຫັນວ່ານັກຮຽນເວົ້າ ຫຼື ອ່ານຍາກທີ່ສຸດທີຮຽນໃນພາກຮຽນທີ 2.2) ຄູຈັດຕັ້ງການຫຼິ້ນເກມຄໍາສັບ ວິທີຫຼິ້ນເກມແມ່ນປະຕິບັດຄືກັບການຫຼິ້ນເກມຢູ່ບົດທີ 24 ຊົ່ວໂມງທີ 1.(ຄູສັງເກດຄໍາສັບໃດທີ່ນັກຮຽນຍັງມີບັນຫາ ເພື່ອວາງແຜນສືບຕໍ່ຕິດຕາມ ແລະ ຮຽນ).ທວນຄືນການປະກອບຄໍາສັບ (10 ນາທີ)1) ຄູເອົາຊຸດພະຍັນຊະນະ ແລະ ສະຫຼະໃຫ້ແຕ່ລະກຸ່ມ (ໃນນັ້ນໃຫ້ມີສະຫຼະໃນແມ່ສະກົດນໍາ)2) ນັກຮຽນແຕ່ລະກຸ່ມແຂ່ງຂັນກັນຂຽນຄໍາສັບຫຼາຍຄໍາເທົ່າທີ່ເຂົາເຈົ້າສາມາດປະກອບໄດ້ຈາກຕົວອັກສອນ.(ເມື່ອເຂົາເຈົ້າຂຽນຄໍາສັບແລ້ວ ຕົວອັກສອນເຫຼົ່ານັ້ນສາມາດໃຊ້ປະກອບເປັນຄໍາອື່ນອີກ).3) ຫຼັງຈາກ 3-5 ນາທີ ຄູເວົ້າວ່າ ຢຸດ ແລະ ນັກຮຽນແຕ່ລະກຸ່ມນັບຄໍາສັບທີ່ເຂົາເຈົ້າຂຽນໄວ້. ກຸ່ມທີ່ມີຄໍາສັບຫຼາຍກວ່າໝູ່ໝົດ ເປັນຜູ້ອ່ານຄໍາສັບທີ່ເຂົາເຈົ້າຂຽນໄວ້ເພື່ອໃຫ້ກຸ່ມກວດ.ຊົ່ວໂມງທີ 3-4 (90 ນາທີ)ທວນຄືນ (10 ນາທີ)1) ນັກຮຽນຮ້ອງເພງ, ເວົ້າຄໍາຄ່ອງພ້ອມດ້ວຍທ່າທາງປະກອບທີ່ໄດ້ຮຽນຜ່ານມາ.2) ຄູນໍາພາຄືນ ພະຍັນຊະນະ, ສະຫຼະ ແລະ ຄໍາສັບທີ່ນັກຮຽນຍັງມີຄວາມຫຍຸ້ງຍາກຈາກບົດທີ່ໄດ້ຮຽນໃນມື້ ຜ່ານມາ.3) ນັກຮຽນຫຼິ້ນເກມ “ແຂ່ງຂັນແຕະຄໍາສັບ”.4) ທີ່ເຫັນຢູ່ກະດານ ຫຼື ຢູ່ຕາມຂໍ້ຄວາມຕ່າງໆໃນຫ້ອງຮຽນ.ທວນຄືນການຕື່ມຄໍາສັບໃສ່ບ່ອນວ່າງ (15 ນາທີ) 4ເລືອກເອົາຄໍາ ສັບຈາກຂໍ້ທີ ຕື່ມໃສ່ບ່ອນວ່າງ3ການສອນໃຫ້ ນຳ ໃຊ້ ເຕັກ ນິກການສອນທີ 13ຄ ຢູ່ໃນພາກແນະນໍາ.ຄໍາຕອບ:1. ແມ່ຖາມວ່າ ມື້ນີ້ ລູກຢາກໄປນໍາແມ່ບໍ່?2. ມື້ນີ້ພໍ່ຕື່ນແຕ່ເຊົ້າ ເພາະວ່າ ລາວຈະໄປຕະຫຼາດ?3. ດຽວນີ້ຂ້ອຍສາມາດອ່ານ ແລະ ຂຽນໄດ້ແລ້ວ?໑໔໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156