ພາສາລາວກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຄູ່ມືຄູຊັ້ນປະຖົມສຶກສາປີທີ1ຄູ່ມືຄູ ພາສາລາວ ຊັ້ນປະຖົມສຶກສາ ປີທີ 1ເຫຼັ້ມ 2ເຫຼັ້ມ 2
ສ ວ ສສະຫງວນລິຂະສິດ
ສ ວ ສສະຫງວນລິຂະສິດ
ຄູ່ມືຄູພາສາລາວຊັ້ນປະຖົມ ປີທີ 1ເຫັ້ຼມ 2 (ສໍາລັບພາກຮຽນທີ II)ຮຽບຮຽງໂດຍ:ສົມເໝາະ ປັນຍາວົງພົມມາ ຄໍາມັງໂອທອງ ຄໍາອິນຊູຄູນວິໄລ ເຄນກິດຕິສັກໄກ່ທອງ ມະວົງສາວັນວິສາ ຄໍາມະວົງກວດແກ້ໂດຍ:ອ່ອນແກ້ວ ນວນນະວົງແສງເງິນ ໄວຍະກອນພອນສິຣິ ອຸໄທວັນແຕ້ມຮູບໂດຍ:ຈົງຄໍາ ພອນແກ້ວພິມເຂົ້າໜ້າໂດຍ:ສຸກສາຄອນ ພົງອຸດົມກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2019
ດ້ວຍການຮ່ວມມືກວດຜ່ານ ແລະ ປະກອບຄໍາເຫັນຈາກ: ສົມ ແສງ ໄຊ ຍະ ວົງ ກົງ ສີ ຈຸນ ລະ ມາ ນີ ບຸນ ເລີດ ແສງ ສຸ ລິນໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບWith technical support from the Australian Government and the European Unionສ ວ ສສະຫງວນລິຂະສິດ
ຄໍານໍາປຶ້ມຄູ່ມືຄູພາສາລາວເຫຼັ້ມນີ້ຮຽບຮຽງຂຶ້ນຕາມຫຼັກສູດຊັ້ນປະຖົມສຶກສາປີທີ 1 ສະບັບປັບປຸງໃໝ່ ເພື່ອແນະນໍາຄູ ສອນໃຫ້ເຂົ້າໃຈກ່ຽວກັບວິທີການສອນທີ່ເນັ້ນການປະຕິບັດຕົວຈິງສໍາລັບຫຼັກສູດໃໝ່.ປຶ້ມຄູ່ມືຄູສະບັບນີ້ເປັນເອກະສານສ່ວນໜຶ່ງທີ່ຈໍາເປັນສໍາລັບຄູສອນນໍາໄປໃຊ້ສ້າງແຜນການສອນ, ແຕ່ງບົດສອນ, ກະກຽມອຸປະກອນການສອນ, ກະກຽມການວັດ ແລະ ປະເມີນຜົນ ເພື່ອນໍາໃຊ້ເຂົ້າໃນການສອນຕົວຈິງໃຫ້ແທດເໝາະ ກັບຄວາມສາມາດ ແລະ ສະພາບຕົວຈິງຂອງນັກຮຽນແຕ່ລະທ້ອງຖິ່ນ.ຄູ່ມືຄູສະບັບນີ້ແບ່ງອອກເປັນ 3 ພາກໃຫຍ່ຄື:I. ພາກແນະນໍາລວມII. ພາກແນະນໍາການສອນແຕ່ລະບົດເຖິງຢ່າງໃດກໍຕາມການຮຽບຮຽງປຶ້ມຄູ່ມືຄູເຫັ້ມນີ້ກໍຄົງບໍ່ປາສະຈາກຂໍ້ຂາດຕົກບົກພ່ອງບາງປະການໄດ້. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍຄວາມຮ່ວມມືມາຍັງທ່ານສົ່ງຄໍາຄິດເຫັນມາຍັງສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ເພື່ອຈະໄດ້ນໍາໄປເປັນຂໍ້ມູນໃນການປັບປຸງແກ້ໄຂ ເຮັດໃຫ້ການພິມປຶ້ມໃນຄັ້ງຕໍ່ໄປມີຄຸນນະພາບ ດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະແກນບ່ອນນີ້ສຳລັບສື່ການຮຽນການສອນເພີ່ມຕື່ມ
ສາລະບານI. ແນະນໍາລວມ 1ເຕັກນິກການສອນທີ່ສໍາຄັນສໍາລັບຂັ້ນ ປ. 1 3ກ່ຽວກັບການວັດ ແລະ ປະເມີນຜົນ 18II. ແນະນໍາການສອນແຕ່ລະບົດ 29ບົດທີ 17 ຖ ທ ເxັຍ ເxຍ 31ບົດທີ 18 ຫງ ຫວ ຫຍ xົວະ xົວ 40ບົດທີ 19 ໜ ໝ ຫຼ ແລະ ຕົວສະກົດ ນ 49ບົດທີ 20 ກວ ຂວ ຄວ ແລະ ຕົວສະກົດ ນ 59ບົດທີ 21 ອາທິດທວນຄືນ 69ບົດທີ 22 ຕົວສະກົດ ງ 79ບົດທີ 23 ຕົວສະກົດ ມ ວ ຍ ແລະ ກ ດ ບ 89ບົດທີ 24 ບົດຝຶກຫັດ 98ບົດທີ 25 ບົດຝຶກຫັດ 106ບົດທີ 26 ບົດຝຶກຫັດ 116ບົດທີ 27 ບົດຝຶກຫັດ 125ບົດທີ 28 ບົດຝຶກຫັດ 133ບົດທີ 29 ທວນຄືນ 141ສ ວ ສສະຫງວນລິຂະສິດ
I. ແນະນຳລວມ1໑
2໒ສ ວ ສສະຫງວນລິຂະສິດ
3ເຕັກນິກການສອນທີ່ສໍາຄັນສໍາລັບ ຂັ້ນ ປ. 1ສໍາລັບກິດຈະກໍາທັງໝົດຄູຕ້ອງໄດ້ເອົາໃຈໃສ່ບອກນັກຮຽນ: ບໍ່ໃຫ້ຂຽນໃສ່ປື້ມແບບຮຽນ1. ຟັງ ແລະ ເວົ້າຊື່ຮູ້ບພາບທີ່ຂຶ້ນຕົ້ນດ້ວຍສຽງ (1)ບົດທີ1: ກິດຈະກໍາ 1 ແລະ 6/ ບົດທີ 2: ກິດຈະກໍາ 1 ແລະ 13/ ບົດທີ 3-4, 6-9, 11-15, 17-20, 22-23: ກິດ ຈະກໍາ 1 ແລະ 10ຈຸດປະສົງ: ເພື່ອແນະນໍາວິທີການຮຽນແບບໃໝ່ໃນການອອກສຽງຄູສະແດງຊຸດຮູບພາບ ແລະ ຍົກຮູບພາບແຕ່ລະແຜ່ນໃຫ້ນັກຮຽນເບິ່ງແລ້ວຖາມວ່າ: ນີ້ແມ່ນຮູບຫຍັງ? ນັກຮຽນຍົກ ມຂນແລວຕອບ. ຄເລອກນກຮຽນຜໜຶງໃຫຕອບຄາຖາມ. ຄູທວນຄືນຄໍາເວົ້າ. ແລ້ວນັກຮຽນ ທັງໝົດເວົ້າທວນຄືນ. (ຄູດັດືຶ ູ້້ືັູ ້່້ໍແປງວິທີການອອກສຽງຂອງແຕ່ລະຄົນໃຫ້ຖືກຕ້ອງ, ຖ້າຈໍາເປັນ).ຄູບອກນັກຮຽນເບິ່ງປາກຂອງຄູ. ຄູເວົ້າຄືນອີກຊ້າໆ ຊື່ ຮູບແຕ່ລະຮູບ 2 ຫຼື 3 ຄັ້ງ. ແລ້ວຄູບອກໃຫ້ນັກຮຽນອອກສຽງ. ຄູຖາມນັກຮຽນ ກ່ຽວກັບການອອກສຽງ. ນັກຮຽນຕອບຄໍາຖາມດ້ວຍການບອກການ ອອກສຽງ. (ສໍາລັບນັກຮຽນຊົນເຜົ່າ: ຄູຕ້ອງຮັບປະກັນວ່ານັກຮຽນຮຽນວິທີການອອກສຽງໄດ້ຢ່າງຖືກຕ້ອງ)ຄໍາຖາມ: ເຮົາຈະອອກສຽງຂຶ້ນຕົ້ນແຕ່ລະຄໍາແນວໃດ? ຫຼື ອອກ ສຽງລົງທ້າຍໃນແຕ່ລະຄໍາແນວໃດ?ຄູໃຫ້ນັກຮຽນບອກຄໍາອື່ນທີ່ເຂົາເຈົ້າຮູ້ ຊຶ່ງອອກສຽງຂຶ້ນຕົ້ນ/ລົງທ້າຍດ້ວຍສຽງຄືກັນ. ນັກຮຽນອອກ ຄວາມຄິດເຫັນ ແລະ ຄູກວດຄືນວ່າຖືກຕ້ອງບໍ່ ຖ້າຈໍາເປັນ.(ສໍາລັບນັກຮຽນຊົນເຜົ່າ: ມີຄວາມຈໍາເປັນຄູຕ້ອງໄດ້ສະແດງຮູບພາບຕົວຢ່າງບາງອັນໃຫ້ເບິ່ງ ເພື່ອໃຫ້ເຂົາເຈົ້າເລືອກ ເອົາ ຫຼື ໃຫ້ຕົວຢ່າງອື່ນໆ)ຄູທົບທວນຄືນຂັ້ນຕອນໃນການຮຽນອອກສຽງ.ໝາຍເຫດ: ໃນເວລາເລີ່ມພາກຮຽນທີ 1 ນັກຮຽນຈະພົບຄວາມຫຍຸ້ງຍາກຫຼາຍໃນການກໍານົດການອອກສຽງ, ແຕ່ ຄູກໍຕ້ອງໄດ້ເຮັດກິດຈະກໍານີ້ ເພື່ອຊ່ວຍສ້າງທັກສະໃຫ້ເຂົາເຈົ້າທີ່ເນັ້ນໃສ່ໃນການອອກສຽງ. ຄູຕ້ອງຊອກວິທີທາງ ເພື່ອ ຊ່ວຍນັກຮຽນເພື່ອຟັງສຽງທີ່ຄືກັນໃນແຕ່ລະຄໍາສັບ.ໃນພາກຮຽນທີ 2 ໄດ້ມີຄໍາສັບຂຽນລົງກ້ອງຮູບພາບໃນປຶ້ມແບບຮຽນ ເພື່ອເຮັດໃຫ້ນັກຮຽນມີຄວາມຄຸ້ນເຄີຍກ່ຽວກັບຄໍາສັບ. ເຖິງຢ່າງໃດກໍຕາມ, ກິດຈະກໍານີ້ຄວນສືບຕໍ່ເນັ້ນໃສ່ການເວົ້າຊື່ຂອງຮູບພາບ ແລະ ການຟັງສຽງ. ບໍ່ແມ່ນກິດ ຈະກໍາການອ່ານ.2. ເວົ້າຊື່ ແລະ ຂີດຕາມຮອຍບົດທີ 1: ກິດຈະກໍາ 2 ແລະ 7/ ບົດທີ 2: ກິດຈະກໍາ 2 ແລະ 14/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາ 2 ແລະ 11/ ບົດທີ 19-20: ກິດຈະກໍາທີ 2.ຈຸດປະສົງ:- ເພື່ອແນະນໍາຮູບຂອງຕົວອັກສອນ (ແທນການຮຽນການອອກສຽງ).- ເພື່ອແນະນໍາວິທີການຂຽນຮູບຕົວອັກສອນ (ເລີ່ມຈາກການຂຽນຈຸດໃດ, ໄປສິ້ນສຸດຢູ່ຈຸດໃດ).ຄູແນະ ນໍາ ຕົວ ອັກ ສອນ ໃໝ່ ແລະ ບອກ ຊື່ ຕົວ ອັກ ສອນ. ນັກ-ຮຽນ ເວົ້າ ຊື່ ຕົວ ອັກ ສອນ ຕາມ ຄູ. ຄູ ອະ ທິ ບາຍ ວ່າ ເວ ລາ ຈະ ຂຽນ ຄໍາ ສັບ, ແມ່ນ ໃຊ້ ຕົວ ອັກ ສອນ ຕົວ ນີ້. ຄ ບອກ ນັກ ຮຽນ ເວົ້າ ຕົວ ຢ່າງ ຄໍາ ກ່ຽວກັບ ູຕົວ ອັກ ສອນ ນີ້ ຕໍ່ ໄປ ແລະ ຟັງ ການ ອອກ ສຽງ ກ່ຽວ ກັບ ມັນ. ຄ ໃຫ້ ູນັກ ຮຽນ ເບິ່ງ ຄໍາ ທີ່ ຂຽນ ໄວ້ ຢູ່ ກ້ອງ ຮູບ ພາບ ແລະ ເບິ່ງ ຕົວ ອັກສອນ ຕວ ົການວັດ ແລະ ປະເມີນຜົນຄູ ສັງ ເກດ ນັກ ຮຽນ ສາ ມາດ ຈໍາ ແນ ກ ສຽງ ທີ່ ຂຶ້ນ ຕົ້ນ ແລະ ລົງ ທ້າຍ ໃນ ຄໍາ ສັບ ໄດ້ ບໍ່? ຖ້າ ບ ໄດ້ ຄູ ຄວນ ອອກ ສຽງ ໍ່ຄໍາ ສັບ ນັ້ນ ຊ້າໆ ດ້ວຍ ການ ເນັ້ນ ໃສ່ ສຽງ ທ ຄ ຕອງ ການໃຫ້ນັກຮຽນໄດ້ຍິນ ີ ູ່້ແລະ ຈໍາແນກ.ການວັດ ແລະ ປະເມີນຜົນຄສງເກດເວລານກຮຽນຂດຕາມ ູັັີຮອຍຕົວອັກສອນດ້ວຍນິ້ວມື. ຄູເອົາ ໃຈໃສ່ເບ່ງວ່ານັກຮຽນເລ່ມຕ້ນຂີດ ິີົຈາກຈຸດທີ່ຖືກຕ້ອງແລ້ວບໍ່.໓
4ໃໝ່ ຢ ໃນ ຄໍາ ນັ້ນ. ຄ ຂຽນ ຕົວ ອັກ ສອນ ອັນ ເກົ່າ ໃສ່ ກະ ດານ (ຕົວ ໜັງສື ໃຫຍ), ຄ ຕອງ ບອກ ນກ ຮຽນ ວາ ເລມ ຂຽນ ຈາກ ຈດ ໃດ ູູູ່່້ັ່ີ ຸ່ແລະ ຄວນ ຢດ ຢ ຈດ ໃດ. ຄ ສະ ແດງ ການ ຂຽນ ຕວ ອັກ ສອນ ໃຫ້ ນັກ ຮຽນເບິ່ງ ຕາມ ມື ຂອງ ຄູ, ຄ ທັງ ຂຽນ ທັງ ເວົ້າ ຊື່ ຕົວ ອັກ ສອນ. ຸູ ຸູ່ົູໃຫ້ ນັກ ຮຽນ ໃຊ້ ມື ຂອງ ຕົນ ເອງ ເລີ່ມ ຂີດ ຕາມ ຮອຍ ຕົວ ອັກ ສອນ ຕາມ ແບບ ຢູ່ ໃນ ປຶ້ມ ແບບ ຮຽນ ທັງ ຂີດ ທັງ ເວົ້າ ຊື່ ຕົວ ອັກ ສອນ ຄູ ຂຽນ ຕົວ ອັກ ສອນ ຄືນ ອີກ ເທື່ອ ໜຶ່ງ ດ້ວຍ ມື ຂອງ ຕົນ ເອງ ແລະ ເວົ້າ ຊື່ ຕົວ ອັກ ສອນ ແລະ ໃຫ້ ຄໍາ ສັບ ຕົວ ຢ່າງ ເຊັ່ນ: ປ ປາ ແລະ ນັກ ຮຽນ ຂຽນ ຕາມ ຄູ. ຄູ ໃຊ້ ຂັ້ນ ຕອນ ການ ສອນ ແບບ ເກົ່າ ກັບ ການ ສອນ ຂີດ ຕາມ ຮອຍ ຕົວ ອັກ ສອນ ອື່ນໆ.3. ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນ*ບົດທີ 1: ກິດຈະກໍາທີ 3, 8 ແລະ 13/ ບົດທີ 2: ກິດຈະກໍາທີ 3, 8 ແລະ 16/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາທີ 3 ແລະ 12/ ບົດທີ 19-20: ກິດຈະກໍາທີ 3.ຈຸດປະສົງ:ເພື່ອແນະນໍາວິທີການຂຽນຕົວອັກສອນຕົວໃໝ່ ຕາມເສັ້ນທີ່ໄດ້ກໍານົດໄວ້ ຫຼື ວິທີການຂຽນຕົວອັກສອນຕົວໃໝ່ໃນ ຄໍາສັບ.ຄູບອກວ່າ ນັກຮຽນຈະໄດ້ຮຽນຂຽນຕົວອັກສອນຕົວໃໝ່ ຫຼື ຄໍາ ສັບໃໝ່ຕາມເສັ້ນທີ່ຢູ່ໃນປື້ມແບບຮຽນ.ໃນຕອນຕົ້ນປີ: ຄູເປີດປື້ມຂຽນໃຫ້ນັກຮຽນເບິ່ງ ແລະ ອະທິບາຍ ວິທີຊອກຫາບ່ອນທີ່ເຮົາຈະຂຽນຢູ່ກ້ອງບ່ອນຂຽນຜ່ານມາ ຫຼື ໜ້າຕໍ່ໄປ ຖ້າບໍ່ມີບ່ອນວ່າງ.ຄູແຕ້ມເສັ້ນໃສ່ກະດານ ແລະ ທົບທວນວິທີການຂຽນຕົວອັກສອນຕົວໃໝ່. ຄູອະທິບາຍວ່າ ເຮົາຈະເລີ່ມຈາກຈຸດ ໃດຢູ່ພາຍໃນລາຍເສັ້ນ. ນັກຮຽນຂີດຕາມຮອຍດ້ວຍມືຂອງຕົນເອງຕາມປຶ້ມແບບຮຽນ ແລະ ຂຽນກາງອາກາດຕາມທີ່ຄູ ໄດ້ອະທິບາຍ. ຫຼັງຈາກນັ້ນ, ນັກຮຽນໃຊ້ມືຂອງຕົນເອງຂີດໃນບ່ອນທີ່ຈະຂຽນລົງໃນປຶ້ມຂຽນຂອງຕົນເອງ.ນັກຮຽນຂຽນຕົວອັກສອນຕົວໃໝ່ລົງໃນປຶ້ມປະມານ 3 ຄັ້ງ.ຄູທວນຄືນຂັ້ນຕອນສໍາລັບການຂຽນຕົວອັກສອນ ຕົວອື່ນໆໃນເວລາດຽວກັນຖ້າຍັງມີເວລາ:ຄູເຮັດເປັນຕົວຢ່າງວິທີການແຕ້ມຮູບແບບງ່າຍກ່ຽວກັບບາງສິ່ງທີ່ມີຊື່ກ່ຽວຂ້ອງກັບຕົວອັກທີ່ກໍາລັງຮຽນ.ນັກຮຽນເລືອກ ແລະ ແຕ້ມສິ່ງໜຶ່ງຢູ່ທາງລຸ່ມ ຫຼື ຂ້າງໆຂອງການຂຽນຕົວອັກສອນແຕ່ລະຕົວ.(ສຳລັບຫ້ອງຄວບ: ຄູອະທິບາຍກິດຈະກໍາທັງໝົດກ່ຽວກັບຕົວອັກສອນໃໝ່ທັງໝົດເລີ່ມການຂຽນ. ຫຼັງຈາກນັ້ນ, ປ່ອຍໃຫ້ນັກຮຽນຂຽນດ້ວຍຕົນເອງ).ໝາຍເຫດ: ສໍາລັບສະຫຼະທັງໝົດ ຄູອະທິບາຍວ່າ ບໍ່ແມ່ນຕົວອັກສອນ. ບອກເຖິງບ່ອນທີ່ພະຍັນຊະນະຖືກ XXຂຽນລົງ ເມື່ອເວລາສະຫຼະຢູ່ໃນຄໍາສັບນັ້ນ.4. ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ( )2ບົດທີ 1: ກິດຈະກໍາ 4 ແລະ 9/ ບົດທີ 2: ກິດຈະກໍາ 4, 18 ແລະ 19/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາ 4 ແລະ 13/ ບົດທີ 19-20: ກິດຈະກໍາ 4.ຈຸດປະສົງ:ເພື່ອຝຶກຈຳແນກການອອກສຽງຄໍາສັບໃໝ່.ຄູຈັດກ່ອງອັນໜຶ່ງ ຊຶ່ງມີກ້ອນຫີນນ້ອຍຢູ່ທາງໃນ ສໍາລັບແຕ່ລະ ກຸ່ມ (ກ້ອນຫີນທີ່ສະອາດ ແລະ ແຫ້ງດີ)ຄູຊີ້ໄປທີ່ຮູບພາບ ແລະ ຖາມວ່າ: ອັນນີ້ແມ່ນຫຍັງ? ນັກຮຽນຍົກ ມືຂຶ້ນ ແລະ ຕອບຄໍາຖາມ. ຄູເລືອກເອົານັກຮຽນໜຶ່ງຄົນ ເພື່ອຕອບຄໍາ ຖາມ. ຄູເວົ້າທວນຄືນຄໍາສັບ. ຫຼັງຈາກນັ້ນ, ນັກຮຽນເວົ້າຕາມຄູ.ສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ສອນການອອກສຽງໃຫ້ຖືກ ຕ້ອງໃນແຕ່ລະຄໍາສັບຖ້າມີຄວາມຈໍາເປັນ ໃຫ້ນັກຮຽນສືບຕໍ່ອອກສຽງ ການວັດ ແລະ ປະເມີນຜົນຄູສັງເກດ ແລະ ກວດເບິ່ງວ່ານັກຮຽນ ຮູ້ບ່ອນທີ່ຈະຂຽນ ແລະ ຮູ້ວິທີຂຽນ.ການວັດ ແລະ ປະເມີນຜົນຄູກວດເບ່ງນັກຮຽນຜ້ໃດທ່ສາມາດ ິູີແລະ ບໍ່ສາມາດອອກສຽງໄດ້. ສໍາລັບ ນັກຮຽນຜ້ທ່ຍັງບ່ສາມາດອອກສຽງ ູີໍໄດ້ນັ້ນ ຄູຕ້ອງຊ່ວຍເຂົາເຈົ້າເພີ່ມຂຶ້ນ ດ້ວຍການອະທິບາຍ ແລະ ສາທິດວິ ທີການສົມທຽບສຽງທ່ຂ້ນຕ້ນ/ລົງ ີຶົທ້າຍໃນຄໍາສັບ.໔ສ ວ ສສະຫງວນລິຂະສິດ
5ຊື່ຂອງຮູບພາບຈົນໝົດທຸກຮູບ.ຄູເວົ້າຄໍາສັບໃໝ່ໝຶ່ງຄຳ. ນັກຮຽນເລືອກຄໍາສັບດ້ວຍຕົນເອງທີ່ ອອກສຽງນັ້ນ (ເລີ່ມຕົ້ນດ້ວຍ ແລະ ລົງທ້າຍດ້ວຍ). ເຂົາເຈົ້າວາງກ້ອນ ຫີນໃສ່ສິ່ງທີ່ເຂົາເຈົ້າເລືອກ.ຄູກວດຄືນ ແລະ ບອກນັກຮຽນເວົ້າສຽງດັງໆຊື່ຂອງແຕ່ລະສິ່ງທີ່ໄດ້ເລືອກ. ຄູກໍເວົ້າຄືກັນ ໂດຍເນັ້ນໃສ່ການຮຽນ ອອກສຽງໃນແຕ່ລະຄໍາສັບ.ຄູບອກນັກຮຽນຍ້າຍກ້ອນຫີນຄູເວົ້າທວນຄືນແຕ່ລະຄໍາສັບໃນການຮຽນອອກສຽງໃໝ່.ຄູຖາມໃນຕອນທ້າຍ ຖ້າຮູບໃດໜຶ່ງຍັງບໍ່ທັນໄດ້ຮຽນການອອກສຽງໃໝ່. ນັກຮຽນເລືອກ, ຖ້າຍັງມີບາງຄໍາ. ເຂົາ ເຈົ້າເວົ້າຊື່ ເພື່ອກວດຄືນວ່າມັນຖືກຕ້ອງ.(ສຳລັບຫ້ອງຄວບ: ມີກ້ອນຫີນ ຫຼື ແກ່ນໝາກຖົ່ວ. ຄູອະທິບາຍກິດຈະກໍາທັງໝົດໃນເລີ່ມຕົ້ນ: ບອກນັກຮຽນວາງ ກ້ອນຫີນລົງໃສ່ຄໍາສັບທີ່ມີສຽງອັນໃໝ່ ແລະ ວາງແກ່ນໝາກຖົ່ວໃສ່ຄໍາສັບທີ່ອອກສຽງອັນໃໝ່ອື່ນໆ. ຄູປະໃຫ້ນັກຮຽນ ຝຶກຫັດດ້ວຍຕົນເອງ. ຄູຖາມກ່ຽວກັບເຂົາເຈົ້າໄດ້ວາງກ້ອນຫີນ ແລະ ວາງແກ່ນໝາກຖົ່ວໃສ່ບ່ອນໃດເມື່ອເວລາຄູ ກັບມາ).ການປ່ຽນແປງ: ບົດທີ 1: ກິດຈະກໍາ 14. ບົດທີ 10: ກິດຈະກໍາ 10.ຄູເລີ່ມວິທີສອນຄືເກົ່າ ແຕ່ໃຊ້ບາງສິ່ງແທນກ້ອນຫີນ, ນັກຮຽນມີບັດທີ່ມີຕົວໜັງສືນ້ອຍໆ ສໍາລັບການຮຽນວິທີອອກ ສຽງ (ຫຼື ຂຽນໃສ່ເຈ້ຍເສດ). ນັກຮຽນວາງບັດໃສ່ແຕ່ລະຮູບສິ່ງຂອງຕ່າງໆ ຊຶ່ງຊື່ຂອງມັນກ່ຽວຂ້ອງກັບການອອກສຽງ. ບາງຮູບອາດວາງບັດໄດ້ຫຼາຍກວ່າໜຶ່ງບັດ: ຕົວຢ່າງບົດຮຽນທີ 1, ປາ ສາມາດວາງໄດ້ທັງສອງບັດ ປ ແລະ ບັດ າ ວາງ Xໃສ່ຮູບນັ້ນ.ໝາຍເຫດ: ການເລີ່ມພາກຮຽນທີ 1 ນັກຮຽນຈະພົບກັບຄວາມຫຍຸ້ງຍາກຫຼາຍໃນການກໍານົດ ຄໍາເວົ້າ ແລະ ບໍ່ໄດ້ ຮຽນການອອກສຽງ, ແຕ່ວ່າ ຄູຈະຕ້ອງໄດ້ເຮັດກິດຈະກໍານີ້ ເພື່ອຊ່ວຍສ້າງທັກສະເພື່ອເນັ້ນໃສ່ໃນການອອກສຽງ. ຄູຕ້ອງ ໄດ້ຊອກວິທີ ເພື່ອຊ່ວຍນັກຮຽນໃນການຟັງສຽງທີ່ຄ້າຍຄືກັນໃນແຕ່ລະຄໍາສັບ. ແມ່ນວ່າຄໍາສັບໄດ້ຖືກຂຽນຢູ່ກ້ອງຮູບຢູ່ ໃນປື້ມແບບຮຽນ ສິ່ງນີ້ບໍ່ແມ່ນກິດຈະກໍາການອ່ານ. ຄໍາສັບຢູ່ທີ່ນັ້ນເພື່ອສ້າງໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບຄໍາສັບ. ຫຼັງ ຈາກນັ້ນ, ນັກຮຽນຕ້ອງຂຽນເປັນປະໂຫຍກ ເຂົາເຈົ້າສາມາດກ່າຍເອົາວິທີສະກົດຄໍາເຫຼົ່ານັ້ນ.5. ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງ ບົດຮຽນທີ 1: ກິດຈະກໍາທີ 5 ແລະ 10/ ບົດທີ 2: ກິດຈະກໍາທີ 5 ແລະ 14/ ບົດທີ 3-4, 6-9, 11-15, 17-18: ກິດ ຈະກໍາທີ 5 ແລະ 14/ ບົດທີ 19-20: ກິດຈະກໍາທີ 5.ຈຸດປະສົງ:ເພື່ອສ້າງໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບຮູບຕົວອັກສອນທີ່ຮຽນໃໝ່. ຄູສ້າງກ່ອງບັນຈຸກ້ອນຫີນນ້ອຍໆສໍາລັບແຕ່ລະກຸ່ມ (ກ້ອນຫີນສະອາດ ແລະ ແຫ້ງດີ)ສາທິດຄູກິດຈະກໍາ ແລະ ອະທິບາຍວ່າ ນັກຮຽນຕ້ອງເບິ່ງໄປທີ່ຕົວອັກສອນຕົວທໍາອິດທີ່ເປັນສີຢູ່ເບື້ອງຊ້າຍມື. ຄູ ບອກນັກຮຽນເວົ້າຊື່ ແລະ ອອກສຽງຕົວອັກສອນນັ້ນ.ຄູອະທິບາຍວ່າ ນັກຮຽນເບິ່ງໄປທີ່ເບື້ອງຂວາມືຕາມແຖວຕົວອັກ ສອນຕົວອື່ນໆ ເພື່ອຊອກຫາຕົວອັກສອນທີ່ຄືກັນເປັນສີດໍາ. ນັກຮຽນ ວາງກ້ອນຫີນໃສ່ແຕ່ລະອັນທີ່ເຂົາເຈົ້າພົບເຫັນ.ນັກຮຽນເຮັດກິດຈະກໍາ. ຫຼັງຈາກນັ້ນ, ເຂົາເຈົ້າຕ້ອງນັບວ່າ ມີ ກ້ອນຫີນຈັກກ້ອນ. ໃຫ້ເຂົາເຈົ້າຂຽນຕົວອັກສອນຢູ່ໃນປຶ້ມຂຽນຕາມຈໍາ ນວນດັ່ງກ່າວ.ຄູບອກເຂົາເຈົ້າເບິ່ງທີ່ຕົວອັກສອນເປັນສີຕົວຕໍ່ໄປຢູ່ຊ້າຍມື ແລະ ເຂາເຈົ້າທົບທວນຄືນຂັ້ນຕອນກິດຈະກໍາ.ົໝາຍເຫດ: ໃນບົດທີ 18, 19 ແລະ 20: ກິດຈະກໍາທີ 5, ນັກຮຽນຈະຕ້ອງໄດ້ກໍານົດຄໍາເວົ້າ ຊ່ງເລ່ມດ້ວຍພະຍັນຊະນະ ຶີປະສົມ ຫຼື ກຸ່ມພະຍັນຊະນະ ແລະ ຄໍາສັບຍ່ອຍລະຫວ່າງກຸ່ມເຫຼົ່ານັ້ນ ແລະ ຄໍາເວົ້າທີ່ເລີ່ມດ້ວຍສຽງຕົວ ຫ ຫຼື ມີຕົວ ວ ທີ່ການວັດ ແລະ ປະເມີນຜົນຄູກວດການຂຽນຂອງນັກຮຽນ ເພື່ອ ເບ່ງວ່າເຂົາເຈົ້າສາມາດຈໍາແນກທຸກ ິຕົວອັກສອນໄດ້ ຫຼື ບໍ່ ໝາຍຄວາມວ່າ ນັກຮຽນສາມາດຂຽນທຸກຕົວອັກ ສອນຖືກຕ້ອງຕາມຈໍານວນທ່ລະບຸ ີໄວ້ໃນກິດຈະກໍາ ຫຼື ບໍ່.໕
6ມີເຄື່ອງໝາຍເປັນຕົວແທນພາກສ່ວນຂອງສະຫຼະ.ຫ້ອງຄວບ: ຄູເລີ່ມອະທິບາຍກິດຈະກໍາທັງໝົດ. ຫຼັງຈາກນັ້ນ, ໃຫ້ນັກຮຽນເຮັດກິດຈະກໍາດ້ວຍຕົນເອງ.6. ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບບົດທີ 1: ກິດຈະກໍາທີ 11/ ບົດທີ 2: ກິດຈະກໍາທີ 6 / ບົດທີ 3-4, 6-9, 11-15, 17-18: ກິດຈະກໍາທີ 6 ແລະ 15/ ບົດທີ 19-20: ກິດຈະກໍາທີ 6.ຈຸດປະສົງ:- ເພື່ອແນະນໍາວິທີການສ້າງຄໍາສັບດ້ວຍຕົວໜັງສື.- ເ ພື່ອເຮັດໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບການອອກສຽງ ແລະ ໂຄງສ້າງຂອງຄໍາສັບທີ່ໄດ້ສະແດງການອອກ ສຽງ ແລະ ຕົວໜັງສືທີ່ເຂົາເຈົ້າກໍາລັງຮຽນ.ຄູເປີດປຶ້ມແບບຮຽນທີ່ມີກິດຈະກໍາໃຫ້ນັກຮຽນເບິ່ງ ແລະ ຊີ້ໄປທີ່ຄໍາສັບທໍາອິດ. ຄູອະທິບາຍວ່າ ການຂຽນແມ່ນເປັນ ຄໍາສັບ.ຄູໃຊ້ມືຕົນເອງປິດສະຫຼະໄວ້ ແລະ ຖາມນັກຮຽນວ່າ ພະຍັນຊະນະນີ້ອອກສຽງແນວໃດ. ນັກຮຽນຕອບ. ຫຼັງຈາກນັ້ນ, ຄູໃຊ້ມືຂອງຕົນປິດພະຍັນຊະນະໄວ້ ແລະ ຖາມນັກຮຽນວ່າ ສະຫຼະນີ້ອອກສຽງແນວໃດ?. ນັກຮຽນຕອບ. ຫຼັງຈາກນັ້ນ, ຄູບອກນັກຮຽນອອກສຽງພ້ອມກັນເພື່ອສ້າງເປັນຄໍາເວົ້າ. ນັກຮຽນບອກຄໍາສັບ. ນັກຮຽນຈະເດົາຄໍາສັບຈາກຮູບພາບແຕ່ ວ່າຄູຈະຕິດຕາມທຸກຂັ້ນຕອນ ເພື່ອໃຫ້ນັກຮຽນໄດ້ຮັບແນວຄວາມຄິດໃນການອອກສຽງ ເພື່ອອອກສຽງຄໍາສັບ ແລະ ປະກອບຕົວໜັງສືເພື່ອຂຽນເປັນຄໍາສັບ.ຄູຂຽນຄໍາສັບໃສ່ກະດານ (ຂຽນເປັນຕົວໃຫຍ່). ຫຼັງຈາກນັ້ນ, ຊີ້ໄປທີ່ພະຍັນຊະນະ ແລະ ເວົ້າອອກສຽງພະຍັນຊະ ນະຊ້າໆ. ຈາກນັ້ນ, ຊີ້ໄປທີ່ສະຫຼະ ແລະ ເວົ້າອອກສຽງສະຫຼະຊ້າໆ. ຄູເວົ້າທວນຄືນຊ້າໆ 2-3 ຄັ້ງ, ເວົ້າໄວຂຶ້ນແຕ່ລະຄັ້ງ ຈົນກວ່າຈະອອກສຽງເປັນຄໍາໄດ້ປົກກະຕິ.ຄູບອກນັກຮຽນຊີ້ໄປທີ່ຕົວອັກສອນຢູ່ໃນປື້ມຂອງເຂົາເຈົ້າ ແລະ ເຮັດຄືກັນ. ຄູເວົ້າທວນຄືນຢູ່ກະດານເວົ້າການອອກສຽງພະຍັນຊະນະ ແລະ ສະຫຼະພ້ອມກັນ; ເລີ່ມເວົ້າທໍາອິດຊ້າໆ ແລະ ຄ່ອຍໆເວົ້າໄວຂຶ້ນ. ນັກ ຮຽນຕິດຕາມ.ຄູບອກນັກຮຽນໃຊ້ນິ້ວມືຂອງເຂົາເຈົ້າ ເພື່ອທໍາທ່າວ່າເຂົາເຈົ້າກໍາ ລັງຂຽນຄໍາສັບ ແລະ ຂີດເສັ້ນຕົວອັກສອນຕາມສິ່ງທີ່ເຂົາເຈົ້າອອກ ສຽງແບບຊ້າໆ.ຄູທົບທວນຄືນຂັ້ນຕອນສໍາລັບຄໍາສັບອື່ນໆຢູ່ໃນກິດຈະກໍາຄືກັນ.7. ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບບົດທີ 1: ກິດຈະກໍາທີ 12/ ບົດທີ 2: ກິດຈະກໍາທີ 7 ແລະ 17/ ບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາທີ 7 ແລະ 16/ ບົດທີ 19-20: ກິດຈະກໍາທີ 7ຈຸດປະສົງ:- ເພື່ອຝຶກຕົວຈິງໃນການສ້າງເປັນຄໍາສັບດ້ວຍຕົວໜັງສື.- ເພື່ອພັດທະນາທັກສະໃນການອອກສຽງປະສົມສ້າງເປັນຄໍາສັບ.- ເພື່ອພັດທະນາທັກສະໃນການແຍກສຽງຢູ່ໃນຄໍາສັບອອກເປັນແຕ່ລະສຽງ.ໝາຍເຫດ: ກິດຈະກໍານີ ແມ່ນ ແນະນຳຢູ່ໃນປຶ້ມແບບຮຽນ. ເຖິງຢ່າງ ໃດກໍຕາມ, ຄູ ແລະ ນັກຮຽນຄວນເຮັດຕາມ ຂັ້ນຕອນທີ່ໄດ້ອະທິບາຍໄວ້ຢູ່ທາງລຸ່ມນີ້ ຊຶ່ງບໍ່ຈໍາເປັນໃຊ້ຢູ່ໃນປຶ້ມແບບຮຽນ, ຍົກເວັ້ນແຕ່ເວລາສະແດງໃຫ້ເຂົາເຈົ້າໄດ້ ເຫັນ ເວລາເລີ່ມກິດຈະກໍາໃນເບື້ອງຕົ້ນ.ສໍາລັບນັກຮຽນຊົນເຜົ່າ: ນັກຮຽນອາດຈະໄດ້ໃຊ້ຮູບພາບຢູ່ໃນປຶ້ມແບບຮຽນ ເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າໃຈຄວາມ ໝາຍຂອງຄໍາສັບ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນຊ້ໃສ່ຕົວອັກ ິີສອນຖືກຕ້ອງຕາມຕົວທ່ເຂົາເຈ້າ ີົອອກສຽງ ຫຼື ບໍ່ໍ່.໖ສ ວ ສສະຫງວນລິຂະສິດ
7ຄູໃຊ້ບັດທີ່ມີຕົວໜັງສືໃຫຍ່ໆ. ຄູນໍາເອົາບັດຕົວໜັງສືສໍາລັບຄໍາສັບທໍາອິດທີ່ໄດ້ສ້າງຂຶ້ນ, ສະແດງສິ່ງເຫຼົ່ານັ້ນໃຫ້ ນັກຮຽນໄດ້ເຫັນ.ຄູໃຫ້ນັກຮຽນເບິ່ງກິດຈະກໍາຢູ່ໃນປື້ມແບບຮຽນ. ຄູອະທິບາຍວ່າ ຮູບເຫຼົ່ານີ້ຢູ່ໃນປື້ມແບບຮຽນເປັນແນວທາງໃຫ້ ແກ່ນັກຮຽນເຮັດກິດຈະກໍານໍາກັນໃນປັດຈຸບັນ. ຄູຖືບັດທີ່ມີພະຍັນຊະນະໄວ້ໃນມືເບື້ອງຂວາ ແລະ ຖືບັດທີ່ມີສະຫຼະໄວ້ ໃນມືເບື້ອງຊ້າຍຂອງຕົນປິ່ນທາງໜ້າໄປຫານັກຮຽນ, ເລີ່ມດ້ວຍພະຍັນຊະນະແຍກກັນກ່ອນ. ຄູຖາມຄໍາສັບນີ້ອອກສຽງ ແນວໃດ? ເຮົາໄປເບິ່ງນໍາກັນ. ຄູວາງບັດພະຍັນຊະນະລຽງໄປທາງໜ້າດັ່ງທີ່ໄດ້ເວົ້າການອອກສຽງຂອງມັນ. ຫຼັງຈາກນນ, ັ ້ຄູວາງບັດສະຫຼະໃສ່ໄປທາງໜ້າດັ່ງທີ່ເວົ້າ.ປ ປxາປາອອກສຽງສະຫຼະ, ແລ້ວລາວກໍເອົາພະຍັນຊະນະ, ສະຫຼະວາງລວມກັນ ແລະ ອ່ານເປັນຄໍາທີ່ໄດ້ສ້າງຂຶ້ນ (ຄູຮັບ ປະກັນວ່າ ເຄື່ອງໝາຍສະຫຼະໄດ້ວາງໄວ້ຖືກທີ່ຢ່າງຖືກ ເພື່ອໃຫ້ນັກຮຽນໄດ້ອ່ານຄໍາສັບ) ຄູແຍກບັດອອກຈາກກັນ ອີກເທື່ອໜຶ່ງ ແລະ ບອກໃຫ້ນັກຮຽນຍົກມືຂຶ້ນ ແລະ ທໍາທ່າວ່າເຂົາເຈົ້າມີບັດຄືກັນ. ຄູບອກວ່າມີຄໍາສັບອັນໃດທີ່ອອກສຽງ ເຫຼົ່ານີ້? ເຮົາມາຊອກເບິ່ງນໍາກັນ. ແລ້ວທຸກຄົນໃນຫ້ອງເຮັດຕາມຄູ, ຄູທົບທວນວິທີການຂອງຕົນໃນການໃຊ້ບັດ.ຄູບອກນັກຮຽນ: ເລີ່ມຈາກຕົວໜັງສືພ້ອມກັນ ແລະ ເວົ້າຄໍາສັບຕ່າງໆ. ຄູຖາມວ່າ: ສຽງນີ້ແມ່ນ......(ຄໍາສັບ)? ພ້ອມກັນໄປຊອກຫາ. ຫຼັງຈາກນັ້ນ, ຄູໄດ້ແຍກບັດ ແລະ ວາງໄປທາງເບື້ອງຂວາມື ແລະ ເວົ້າອອກສຽງພະຍັນຊະນະ ແລ້ວວາງໄປທາງເບື້ອງຊ້າຍມື (ແຕ່ຕ້ອງແຍກອອກທາງຂວາມື) ແລະ ເວົ້າອອກສຽງສະຫຼະ. ຄູວາງບັດໃສ່ກັນເພື່ອສ້າງ ຄໍາສັບອີກຄັ້ງໜຶ່ງ ແລະ ບອກນັກຮຽນໃຫ້ຕິດຕາມອີກເທື່ອໜຶ່ງອອກສຽງແນວໃດ.......? ທຸກຄົນໃນຫ້ອງຕິດຕາມຄູທົບ ທວນການການສອນຂອງຕົນ.ຄູສະແດງດ້ວຍການແຍກຄໍາສັບປົນກັບບັດອື່ນໆທີ່ລາວນໍາໃຊ້.ຄູບອກນັກຮຽນເບິ່ງໄປທີ່ຮູບຢູ່ໃນປຶ້ມແບບຮຽນ, ຄູບອກນັກຮຽນ ໃຫ້ອອກສຽງນໍາກັນເປັນຄໍາ ຫຼື ເຂົາເຈົ້າສາມາດແຍກຄໍາສັບອອກ ເປັນສຽງ. ຄູຊີ້ໄປໃສ່ຄໍາສັບຕໍ່ໄປຢູ່ໃນກິດຈະກໍາດຽວກັນ ແລະ ເວົ້າ ພວກເຮາພາກັນສ້າງເປັນຄໍາສັບ.ົຄູທົບທວນຄືນຂັ້ນຕອນທັງໝົດ ເພື່ອສ້າງເປັນຄໍາສັບອື່ນໆທີ່ສະ ແດງໃຫ້ເຫັນຢູ່ໃນກິດຈະກໍາ.ຫຼັງຈາກບົດທີ 2, ໄດ້ຕື່ມຂັ້ນຕອນສຸດທ້າຍ: ຄູສະແດງຄໍາສັບທີ່ໄດ້ສ້າງຂຶ້ນທີ່ພົວພັນກັບຄໍາສັບຢູ່ໃນປຶ້ມແບບຮຽນ. ຄູສະແດງໃຫ້ເຫັນຕົວໜັງສືອື່ນໆທີ່ນັກຮຽນໄດ້ຮຽນຜ່ານມາແລ້ວ ທີ່ສາມາດສ້າງເປັນຄໍາອື່ນໆໄດ້ ຖ້າສາມາດສະແດງ ໃຫ້ເຫັນຄໍາສັບອື່ນໆໄດ້.xາປາປ ປການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນເຂ້າໃຈສ່ງິົິທເຂາເຈາປະຕບດໃນກດຈະກາບ ີົົ ້ິັິໍໍ ່ໂດຍໃຫ້ເຂົາເຈ້າອະທິບາຍຮູບພາບ ົກ່ຽວກັບກິດຈະກໍາໃນປຶ້ມແບບຮຽນ.໗
8ຄູບອກນັກຮຽນໃຫ້ເບິ່ງໄປທີ່ຄໍາສັບ ແລະ ບອກວ່າຕົວໜັງສືອັນໃດສາມາດປ່ຽນໄດ້ (ແທນໄດ້) ຢູ່ໃນຄໍາສັບ ເພື່ອ ສ້າງເປັນຄໍາສັບອື່ນໆທີ່ນັກຮຽນຮູ້ວິທີການອ່ານ ຕົວຢ່າງ: ຖ້າຄໍາສັບແມ່ນ “ນ້າ”, ໄມ້ໂທ x້ ສາມາດເອົາອອກໄດ້ໃຫ້ເປັນ ຄໍາສັບ “ນາ” ຫຼື ປ່ຽນຕົວ “ນ” ເປັນຕົວ ປ ຫຼື ຕົວ ມ ເພື່ອປ່ຽນເປັນ “ປ້າ” ຫຼື “ມ້າ” (ຫຼື ເມື່ອເວລານັກຮຽນມີຄວາມໝັ້ນໃຈ ຫຼາຍຂຶ້ນ, ຄູສາມາດຖາມວ່າ: ມີຄໍາສັບອື່ນໆທີ່ນັກຮຽນຮູ້ທີ່ສາມາດສ້າງຈາກການປ່ຽນຕົວໜັງສືຈາກຄໍາສັບເຫຼົ່ານີ້? ນັກ ຮຽນສາມາດເອົາຄໍາສັບປະກອບໃສ່ທີ່ເຂົາເຈົ້າຍັງບໍ່ທັນໄດ້ຮຽນ).ກິດຈະກໍາເພີ່ມ: ແຕ່ລະກຸ່ມມີຊຸດຂອງບັດນ້ອຍໆທີ່ມີຕົວໜັງສືທີ່ເຂົາເຈົ້າໄດ້ຮຽນ. ເຂົາເຈົ້າໄດ້ເຫັນຄໍາສັບທີ່ຫຼາກຫຼາຍທີ່ເຂົາເຈົ້າໄດ້ເຮັດ ຫຼື ຄູເວົ້າຄໍາສັບດັງໆ ແລະ ກຸ່ມນໍາໃຊ້ບັດແຂ່ງຂັນກັນສ້າງຄໍາສັບ.8. ອ່ານ, ເລືອກຂຽນ 3 ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງບົດທີ 3-4, 6-9, 11-15, 17-20: ກິດຈະກໍາ 8ຈຸດປະສົງ:- ເພື່ອປະຕິບັດຕົວຈິງໃນການນໍາໃຊ້ຄວາມຮູ້ໃນການອອກສຽງ ແລະ ຕົວໜັງສື ເພື່ອອ່ານເປັນຄໍາ (ດ້ວຍການແປ ຄວາມໝາຍ).- ເພື່ອຝຶກຫັດຂຽນຕົວຈິງຕາມເສັ້ນແຖວຂອງການຂຽນ.- ເພື່ອອ່ານ ແລະ ຮູ້ຄວາມໝາຍ.ຄູສະເໜີກິດຈະກໍາທີ່ຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຮູ້ຕົວອັກສອນຢູ່ໃນຄໍາສັບທັງໝົດ, ແຕ່ ອາດຈະຍັງບໍ່ທັນໄດ້ອ່ານຄໍາສັບເຫຼົ່ານັ້ນມາກ່ອນ. ຄູບອກນັກຮຽນນໍາໃຊ້ວິທີການໃນການເວົ້າອອກສຽງ ແຕ່ລະຄໍາສໍາລັບຕົວອັກສອນຢູ່ໃນຄໍາສັບ ແລະ ເວົ້າສຽງເຫຼົ່ານີ້ພ້ອມກັນເພື່ອອອກສຽງຄໍາສັບ.ຄູຂຽນຄໍາສັບທີ່ນັກຮຽນບໍ່ເຄີຍອ່ານມາກ່ອນໃສ່ກະດານ. ຄູນໍາ ພານັກຮຽນໃຊ້ວິທີການເວົ້າອອກສຽງພະຍັນຊະນະ ແລະ ສະຫຼະແຍກ ອອກຈາກກັນ ແລະ ເວົ້າປະສົມເຂົ້າກັນ ເພື່ອອອກສຽງເປັນຄໍາສັບ ຫຼື ເປັນພະຍາງ.ຄູອອກສຽງຄໍາສັບທີ່ຖືກຕ້ອງ ແລະ ນັກຮຽນເວົ້າທວນຄືນ.ຄູບອກນັກຮຽນຄໍາສັບທັງໝົດຢູ່ໃນເຈ້ຍດ້ວຍວິທີການດຽວກັນ. ນັກຮຽນເຮັດກິດຈະກໍາເປັນກຸ່ມ ຫຼື ເປັນຄູ່ ແລະ ເຮັດກິດຈະກໍາຮ່ວມ ກັນ. ຄູຍ່າງໄປເບິ່ງເທື່ອລະກຸ່ມເພື່ອໃຫ້ການຊ່ວຍເຫຼືອນັກຮຽນອ່ານຄໍາ ສັບອອກສຽງພ້ອມກັນ, ຖ້າຕ້ອງການ.ຫຼັງຈາກອ່ານແຕ່ລະຄໍາສັບ, ນັກຮຽນແຕ່ລະຄົນເລືອກເອົາ 3 ຄໍາສັບ ເພື່ອຂຽນເປັນຕົວບັນຈົງໃສ່ປຶ້ມຂຽນຕາມເສັ້ນ ແຖວຂອງການຂຽນ.ນັກຮຽນຖ້າມີເວລາ, ແຕ້ມຮູບແບບງ່າຍໆຢູ່ກ້ອງແຕ່ລະຄໍາສັບທີ່ເຂົາເຈົ້າໄດ້ຂຽນສະແດງໃຫ້ເຫັນກ່ຽວກັບມັນ.9. ຈັບຄູ່ຕົວອັກສອນໃສ່ກັບຮູບພາບບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາ 9.ຈຸດປະສົງ:ເພື່ອຝຶກຫັດການໃຊ້ຕົວອັກສອນເພື່ອຂຽນເປັນຄໍາ (ທົບທວນຄືນ ແລະ ນໍາໃຊ້ສິ່ງທີ່ໄດ້ຮຽນມາແລ້ວ).ຄູສ້າງເປັນກ່ອງບັນຈຸກ້ອນຫີນນ້ອຍໆໃຫ້ແຕ່ລະກຸ່ມ (ກ້ອນຫີນ ທີ່ສະອາດ ແລະ ແຫ້ງດີ).ຄູສະເໜີກິດຈະກໍາທີ່ຢູ່ໃນປຶ້ມແບບຮຽນໃຫ້ນັກຮຽນເບິ່ງ.ການວັດ ແລະ ປະເມີນຜົນຄູຍ່າງໄປມາຫານັກຮຽນໃນເວລາທ່ ີເຂົາເຈົ້າຂຽນດ້ວຍການໃຫ້ນັກຮຽນ ອ່ານສິ່ງທີ່ເຂົາເຈົ້າຂຽນ ເພື່ອກວດ ເບງວ່ານກຮຽນບມແຕກາຍຕວອກ ິ ່ັໍ ່ີ່່ົັສອນ ຫຼື ຄໍາສັບເທົ່ານັ້ນໂດຍບໍ່ຮູ້ວ່າ ຄໍາສັບນັ້ນແມ່ນຫຍັງ. ຖ້ານັກຮຽນບໍ່ ສາມາດໃຊ້ຄວາມຮູ້ກ່ຽວກັບສຽງ ຂອງຕົວອັກສອນ ຄູຕ້ອງສາທິດການ ອອກສຽງໂດຍໃຊ້ເຕັກ ນິກການສອນ ທີ 7.ການວັດ ແລະ ປະເມີນຜົນຄູກວດເບ່ງນັກຮຽນຜ້ໃດທ່ສາມາດ ິູີແລະ ບໍ່ສາມາດປະຕິບັດກິດຈະກໍາ ໄດ້. ສໍາລັບຜູ້ທີ່ຍັງບໍ່ສາມາດປະຕິບັດ ໄດ້ ຄູຕ້ອງໄດ້ອະທິບາຍ ແລະ ສາທິດ ວິທີການຈໍາແນກສຽງຕ່າງໆ ໃນຄໍາ ສັບ ແລະ ວິທີການຈັບຄູ່ແຕ່ລະສຽງ ໃສ່ກັບຕົວອັກສອນ.໘ສ ວ ສສະຫງວນລິຂະສິດ
9ຄູອະທິບາຍເພື່ອໃຫ້ແນ່ໃຈວ່າ ນັກຮຽນຮູ້ຊື່ຂອງທຸກຢ່າງທີ່ຢູ່ໃນຮູບ. ຄູຊີ້ໄປແຕ່ຮູບ ແລະ ນັກຮຽນເວົ້າຄໍາສັບ (ຄູກວດຄືນ ແລະ ປັບປຸງ ການອອກສຽງ ໃຫ້ຖືກຕ້ອງ ຖ້າຫາກມີຄວາມຈໍາເປັນ).ຄູອະທິບາຍວ່າ ນັກຮຽນຮູ້ຕົວອັກສອນທັງໝົດ ທີ່ໄດ້ໃຊ້ໃນການຂຽນຊື່ຂອງສິ່ງຂອງຢູ່ຮູບພາບ. ຄູບອກນັກຮຽນ ໃຊ້ວິທີການໃນການເວົ້າຄໍາສັບ ແລະ ແຍກສຽງຂອງຄໍາສັບ ເພື່ອຮູ້ວິທີການຂຽນ (ສຽງຂຶ້ນຕົ້ນແມ່ນຫຍັງ? ສຽງລົງທ້າຍ ແມ່ນຫຍັງ? ມັນຕ້ອງການເນັ້ນສຽງບໍ່?)ຄູຊີ້ໄປທີ່ຮູບທີໜຶ່ງອີກຄັ້ງໜຶ່ງ ແລະ ບອກນັກຮຽນໃຫ້ເວົ້າຄໍາສັບ ແລະ ວາງກ້ອນຫີນໃສ່ຄໍາສັບນັ້ນ. ນັກຮຽນວາງ ກ້ອນຫີນໃສ່ຄຳສັບ.ໃນຕອນຕົ້ນຂອງສົກຮຽນ: ຄູບອກນັກຮຽນວາງກ້ອນຫີນໃສ່ຕົວອັກສອນທີ່ກ່ຽວຂ້ອງກັບສຽງຂຶ້ນຕົ້ນໃນຄໍາສັບ ແລະ ວາງກ້ອນຫີນໃສ່ສຽງລົງທ້າຍໃນຄໍາສັບ. ຄູຂຽນຕົວອັກສອນທີ່ໄດ້ກໍານົດນໍາກັນຢູ່ກະດານ ແລະ ການອອກ ສຽງ. ຄູຖາມວ່າ ຄໍາສັບຕ້ອງການໝາຍວັນນະຍຸດ ເພື່ອປ່ຽນການອອກສຽງ ຫຼື ບໍ່. ນັກຮຽນຕອບ. (ຖ້າຕອບວ່າ “ແມ່ນ” ຄູບອກນັກຮຽນວາງກ້ອນຫີນໃສ່ວັນນະຍຸດທີ່ເໝາະສົມ ແລະ ຄູຂຽນໃສ່ກະດານ) ແລ້ວຄູບອກນັກຮຽນເຮັດກິດຈະກໍາ ດ້ວຍຕົນເອງ.ຄູບອກນັກຮຽນເຮັດວຽກເປັນກຸ່ມ ຫຼື ເຮັດເປັນຄູ່ ແລະ ປ່ຽນຜຽນກັນວາງກ້ອນຫີນໃສ່ຮູບ ແລະ ຕົວໜັງສືໃນແຕ່ ລະຄໍາສັບ. ນັກຮຽນຄົນອື່ນໆກວດເບິ່ງການສະກົດຄໍາສັບ, ດ້ວຍການເວົ້າອອກສຽງທີ່ໝາຍດ້ວຍກ້ອນຫີນ. ຖ້າຖືກຕ້ອງ ໃຫ້ຍ້າຍກ້ອນຫີນ ແລະ ໃຫ້ນັກຮຽນຜູ້ອື່ນໆປ່ຽນໜ້າທີ່ສ້າງຄໍາສັບໃນຮູບຕໍ່ໄປ.ຄູຍ່າງໄປເບິ່ງແຕ່ລະກຸ່ມ ເພື່ອກວດກາການສະກົດຄໍາແຕ່ລະຄໍາສັບ ແລະ ຊ່ວຍນັກຮຽນທີ່ຕ້ອງການຊ່ວຍເຫຼືອ.10. ອ່ານຄໍາສັບ ແລະ ວະລີບົດທີ 3-4, 6, 8-9, 11-15, 17-20: ກິດຈະກໍາ 17 ແລະ 20/ບົດທີ 7: ກິດຈະກໍາທີ 17/ ບົດທີ 22-23: ກິດຈະ ກໍາທີ 17 ແລະ 21/ ບົດທີ 24: ກິດຈະກໍາທີ 4 ແລະ 6/ ບົດທີ 25-28: ກິດຈະກໍາທີ 4.ຈຸດປະສົງ:- ເພື່ອກະກຽມການອ່ານດ້ວຍຕົນເອງ ໂດຍການອ່ານຄໍາສັບໃໝ່ຄັ້ງທໍາອິດຢູ່ໃນບົດຮຽນ.- ເພື່ອອ່ານຄໍາສັບທີ່ຈະນໍາໃຊ້ໃນກິດຈະກໍາ (ເຊັ່ນ: ການຕື່ມໃສ່ຊ່ອງວ່າງ).ຄູໃຫ້ນັກຮຽນເຮັດກິດຈະກໍາດ້ວຍຕົນເອງ ຫຼື ເຮັດເປັນຄູ່.ຄູນໍາສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ໃນຕອນຕົ້ນຂອງສົກຮຽນ: ຄູອະທິບາຍໃຫ້ນັກຮຽນວ່າ ເຂົາເຈົ້າ ຮູ້ຕົວອັກສອນໃນຄໍາເວົ້າທີ່ເປັນສີດໍາ. ດັ່ງນັ້ນ, ເຂົາເຈົ້າສາມາດອ່ານ, ໂດຍການເວົ້າອອກສຽງຕາມຕົວອັກສອນ ແລະ ເວົ້າອອກສຽງພ້ອມໆ ກັນ ເພື່ອເວົ້າເປັນຄໍາສັບ. ຄູອະທິບາຍວ່າ ຖ້າເປັນຄໍາສັບທີ່ທາສີໝາຍ ເຖິງຄໍາສັບທີ່ສາມາດອ່ານໃນປະໂຫຍກ ຫຼື ຂໍ້ຄວາມ, ແຕ່ວ່ານັກຮຽນ ຍັງບໍ່ທັນຮູ້ຕົວອັກສອນ (ຄໍາຄຸ້ນເຄີຍ). ຄູ ຊ່ວຍນັກຮຽນອ່ານຄໍາສັບທີ່ເປັນສີ.ຄູບອກນັກຮຽນໃຫ້ພະຍາມຍາມອ່ານຄໍາສັບທີ່ເປັນສີດໍາໃຫ້. ຖ້າເຂົາເຈົ້າອ່ານຄໍາສັບສີດໍາແລ້ວໆໃຫ້ເຂົາເຈົ້າພະຍາມຍາມອ່ານຄໍາສັບທີ່ເປັນສີ. ນັກຮຽນອ່ານທຸກຄໍາສັບ ແລະ ວະລີໃນບົດຮຽນ.ຄູບອກນັກຮຽນອ່ານຄໍາສັບນໍາກັນ (ແຕ່ເບື້ອງຊ້າຍຫາເບື້ອງຂວາ, ແຕ່ເທິງລົງລຸ່ມ). ທຸກຄົນຊີ້ໄປທີ່ຄໍາສັບທໍາອິດ.- ຖ້າຄໍາສັບເປັນສີດໍາ, ຄູເລືອກເອົານັກຮຽນຜູ້ໜຶ່ງ ເພື່ອອ່ານຄໍາສັບ. ນັກຮຽນອ່ານ. ແລ້ວຄູ ແລະ ນັກຮຽນທັງໝົດ ອ່ານຄໍາສັບດຽວກັນ.- ຖ້າຄໍາສັບເປັນສີ, ຄູຖາມວ່າແມ່ນໃຜຮູ້ຄໍາສັບນີ້? ຖ້ານັກຮຽນຮູ້, ໃຫ້ເຂົາເຈົ້າບອກຄໍາສັບນັ້ນ. ຖ້າບໍ່ຮູ້, ຄູບອກ ຄໍາສັບ ແລະ ນັກຮຽນທັງໝົດເວົ້າຕາມຫຼັງ.ຄູ ແລະ ນັກຮຽນຊີ້ໄປທີ່ຄໍາສັບຕໍ່ໄປ, ແລະ ສືບຕໍ່ໄປເລື້ອຍໆຈົນກວ່າໄດ້ອ່ານຄໍາສັບທັງໝົດ.ຄູຖາມຍັງມີຄໍາສັບໃດທີ່ເຂົາເຈົ້າຍັງບໍ່ຮູ້ຄວາມໝາຍຂອງມັນ. ນັກຮຽນບອກຄໍາສັບທີ່ເຂົາເຈົ້າຍັງບໍ່ທັນຮູ້, ຄູອະທິ ບາຍ ຫຼື ບອກຄວາມໝາຍ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນສາມາດນໍາ ິໃຊ້ຄວາມຮູ້ກ່ຽວກັບສຽງຂອງຕົວອັກສອນ ເພື່ອອ່ານຄໍາສັບທີ່ເປັນສີດໍາ. ຖ້ານັກ ຮຽນຍັງບໍ່ໄດ້ໃຫ້ຄູສາທິດຄືນໂດຍໃຊ້ເຕັກນິກການສອນທີ 7.໙
1011. ອ່ານປະໂຫຍກບົດທີ 2: ກິດຈະກໍາທີ 9/ ບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາ 18/ ບົດທີ 24-28: ກິດຈະກໍາ 5.ຈຸດປະສົງ:- ເພື່ອນໍາໃຊ້ການອອກສຽງ ແລະ ຄວາມຮູ້ກ່ຽວກັບຄໍາສັບອ່ານ ປະໂຫຍກ ຫຼື ຂໍ້ຄວາມທີ່ຍັງບໍ່ຄຸ້ນເຄີຍດ້ວຍຕົນເອງ.- ເພື່ອຝຶກການອ່ານຂໍ້ຄວາມ ເພື່ອໃຫ້ເຂົ້າໃຈຄວາມໝາຍ.- ເພື່ອຝຶກອ່ານອອກສຽງໃຫ້ມີປະສິດທິພາບ.ຄູຈັດນັກຮຽນເປັນກຸ່ມນ້ອຍ ແລະ ນໍາສະເໜີກິດຈະກໍາຢູ່ໃນປຶ້ມ ແບບຮຽນ. ຖ້າມີເຄື່ອງໝາຍວັກຕອນໃໝ່ຢູ່ໃນຂໍ້ຄວາມ: ຄູຖາມນັກ ຮຽນວ່າເຂົາເຈົ້າໄດ້ເຫັນເຄື່ອງໝາຍອັນໃດຢູ່ໃນຂໍ້ຄວາມທີ່ຍັງບໍ່ຮູ້ (ເຄື່ອງໝາຍຈຸດ, ຈໍ້າ, ສອງຈໍ້າ, ວົງຢືມ, ໝາຍຖາມ, ໝາຍທ້ວງ ແລະ ອື່ນໆ) ນັກຮຽນສະເໜີ ຫຼື ຄູຊີ້ໄປທີ່ເຄື່ອງໝາຍເຫຼົ່ານັ້ນ. ຄູອະທິບາຍຈຸດ ປະສົງຂອງການໃຊ້ເຄື່ອງໝາຍເຫຼົ່ານັ້ນ.ຄູອະທິບາຍວ່າ ນັກຮຽນຈະໄດ້ພະຍາຍາມອ່ານບົດຮຽນດ້ວຍຕົນເອງຢູ່ໃນກຸ່ມຂອງເຂົາເຈົ້າ.ນັກຮຽນຢູ່ໃນກຸ່ມ, ປ່ຽນຜຽນກັນອ່ານແຕ່ລະປະໂຫຍກ ຫຼື ອ່ານພ້ອມກັນໃນເວລາດຽວກັນ.ຄູຍ່າງໄປເບິ່ງແຕ່ລະກຸ່ມເພື່ອກວດກາຄືນ ແລະ ໃຫ້ການຊ່ວຍເຫຼືອເມື່ອມີຄວາມຕ້ອງການ.ໃນຕອນຕົ້ນຂອງປີຮຽນ: ຄູອະທິບາຍໃຫ້ນັກຮຽນວ່າ ເຂົາເຈົ້າຕ້ອງອ່ານປະໂຫຍກ ດ້ວຍວິທີການດຽວກັນທີ່ເຂົາ ເຈົ້າອ່ານຄໍາສັບໃນກິດຈະກໍາຜ່ານມາ.ນັກຮຽນອ່ານປະໂຫຍກຢູ່ໃນກຸ່ມຂອງຕົນ.ຄູນໍານັກຮຽນມາລວມກັນ. ຄູຖາມຄໍາຖາມ ເພື່ອກວດຄືນຄວາມເຂາໃຈກຽວກບບດທອານຕວຢາງ ແມນບດເລອງ ົ ້່ັົີ ່່ົ່່ົື ່ກ່ຽວກັບໃຜ? ເຂົາເຈົ້າເຮັດຫຍັງ?.ຄູອະທິບາຍວ່າຈະອ່ານອອກສຽງ ແລະ ໃຫ້ນັກຮຽນຊີ້ຄໍາສັບຕາມທີ່ຄູອ່ານ. ນັກຮຽນສາມາດອ່ານຄ່ອຍໆໄດ້ຕາມ ທີ່ຄູອ່ານ.ຄູອ່ານອອກສຽງຊ້າໆ ແລະ ສຽງດັງຢ່າງຈະແຈ້ງ ນໍາໃຊ້ສຽງທີ່ ເໝາະສົມກັບຄວາມໝາຍຂອງປະໂຫຍກ.ຄູອະທິບາຍວ່າ ຄູຈະອ່ານອີກຄັ້ງໜຶ່ງດ້ວຍວິທີດຽວກັນ, ແຕ່ຄັ້ງນີ້ ຈະໃຫ້ນັກຮຽນອ່ານອອກສຽງພ້ອມກັນໃນເວລາດຽວກັນ. ຄູ ແລະ ນັກ ຮຽນອ່ານພ້ອມກັນ.ຖ້າມີເວລາ: ຄູຈັດນັກຮຽນເປັນລາຍກຸ່ມ ເພື່ອປ່ຽນກັນອ່ານອອກ ສຽງປະໂຫຍກ ຫຼື ຂໍ້ຄວາມວັກໜຶ່ງ.12. ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ 18 ແລ້ວຂຽນຄໍາຕອບບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາທີ 19/ ບົດທີ 26 ແລະ 28: ກິດຈະກໍາທີ 6ຈຸດປະສົງ:- ເພື່ອເນັ້ນໃສ່ ແລະ ບອກຂໍ້ມູນຈາກການອ່ານປະໂຫຍກ ຫຼື ຂໍ້ຄວາມ.- ເພື່ອຂຽນບັນທຶກຂໍ້ມູນ (ຕອບຄໍາຖາມ).- ເພື່ອຝຶກຂຽນຄໍາສັບທີ່ໄດ້ຮຽນ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ເຂົາເຈົ້າຈະອ່ານຄໍາຖາມກ່ຽວກັບເນື້ອໃນຂອງ ເລື່ອງທີ່ເຂົາເຈົ້າຫາກໍອ່ານ ແລະ ຕອບຄໍາຖາມ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການປະຕິບັດກິດ ຈະກໍາບ່. ຄູ ຊ່ວຍຜ້ທ່ຍັງມີຄວາມຫຍ້ງ ໍູີຸຍາກດ້ວຍການໃຊ້ເຕັກ ນິກການສອນ ທ 7 ເພື່ອອ່ານແຕ່ລະຄໍາສັບທີ່ເປັນ ີສີດໍາ.ຖ້ານັກຮຽນລືມຄໍາສັບທ່ຄ້ນ ີຸເຄີຍແຕ່ຍັງບ່ທັນໄດ້ຮຽນຕົວອັກສອນ ໍເທື່ອ ນັ້ນໃຫ້ຄູບອກເຂົາເຈົ້າ ເພາະຄູ ກໍບໍ່ ຄາດຫວັງວ່ານັກຮຽນຈະສາມາດ ອ່ານດ້ວຍຕົນເອງໄດ້.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນຊ້ຄໍາສັບຖືກ ິີກັບຄໍາທີ່ຄູອ່ານບໍ່ ຫຼື ເວົ້າຈາກຄວາມ ຈື່ຈໍາເທົ່ານັ້ນ.໑໐ສ ວ ສສະຫງວນລິຂະສິດ
11ການວັດ ແລະ ປະເມີນຜົນຄກວດເບງວ່ານກຮຽນທກຄນໄດປະ ູິ ່ັຸົ້ກອບສ່ວນເລືອກເອົາຄໍາຕອບບ່ ໍແລະ ຮູ້ວ່າຍ້ອນຫຍັງຈຶ່ງຂຽນແຕ່ລະ ຄໍາສັບ/ປະໂຫຍກ ບໍ່ແມ່ນກ່າຍຈາກ ຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີ ຄວາມຫຍ້ງຍາກໃນການປະຕິບັດ ຸກິດຈະກໍານີ້ ໃຫ້ຄູຈັດນັກຮຽນຈໍານວນ ນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າ ໃຈ ແລະ ປະຕິບັດແຕ່ລະຂັ້ນຕອນ ອີກ.ຄູສະເໜີບັດຄໍາສັບ ທີ່ເປັນສີ (ຄໍາສັບທີ່ນັກຮຽນຄນເຄຍແຕຍງບ່ ຸ້ີ່ັໍທັນໄດ້ຮຽນຕົວອັກສອນ) ຈາກຄໍາຖາມ (ຫຼື ຄູຂຽນຄາສບເຫານໃສກະ ໍັຼ ົ ່ີ້່ດານ).ຄູຊີ້ໃສ່ຄໍາສັບໃນບັດຄຳ ຫຼື ຢູ່ກະດານ ແລະ ນັກຮຽນຊີ້ໃສ່ ຄໍາສັບດຽວກັນຢູ່ໃນປຶ້ມແບບຮຽນ. ຄູອ່ານຄໍາສັບ ແລະ ຖ້າຈໍາເປັນກໍ ບອກຄວາມໝາຍ. ນັກຮຽນເວົ້າແຕ່ລະຄໍາສັບ.ຄູຊີ້ໄປ ແລະ ອ່ານຄໍາຖາມ 1. ນັກຮຽນເວົ້າຕາມຫຼັງ.ຄູບອກກຸ່ມ ຫຼື ຄູນັກຮຽນປຶກສາຫາລື ແລະ ຕອບຄໍາຖາມ. ຄູ ເລືອກເອົານັກຮຽນຜູ້ໜຶ່ງ ເພື່ອຕອບຄໍາຖາມໃຫ້ໝົດທຸກຄົນໃນຫ້ອງຮູ້.ຄູໃຫ້ຕົວຢ່າງການຂຽນຕອບຄໍາຖາມ 1. ນັກຮຽນກ່າຍຄໍາຕອບ ໃສ່ປຶ້ມຂຽນ. (ຕົວຢ່າງ 1. .........)- ໃນຕອນຕົ້ນຂອງປີນັກຮຽນຂຽນຄໍາຕອບພຽງແຕ່ຄໍາສັບດຽວ.- ໃນຕອນທ້າຍຂອງປີນັກຮຽນຂຽນຄໍາຕອບເປັນປະໂຫຍກ.ຄູອ່ານຄໍາຖາມ 2 ແລະ 3 ຄືດັ່ງນີ້ຢູ່ໃນກຸ່ມ, ນັກຮຽນສົນທະນາຄໍາຕອບ ແລະ ຂຽນລົງດ້ວຍຕົນເອງ.ຄູເລືອກກຸ່ມເພື່ອຕອບຄໍາຖາມ. ຄູຂຽນຄໍາຕອບແຕ່ລະອັນໃສ່ກະດານ. ນັກຮຽນກວດຄືນ ແລະ ເບິ່ງຄວາມຖືກ ຕ້ອງຂອງກິດຈະກໍາເຂົາເຈົ້າ.ໃນຕອນກາງສົກຮຽນ: ຄູຊ່ວຍນັກຮຽນອ່ານຄໍາຖາມເທົ່ານັ້ນ, ນັກຮຽນຕອບຄໍາຖາມດ້ວຍຕົນເອງ.ໃນຕອນທ້າຍສົກຮຽນ: ນັກຮຽນອ່ານຄໍາຖາມ ແລະ ຕອບຄໍາຖາມດ້ວຍຕົນເອງ.13 ກ. ອ່ານປະໂຫຍກ ແລ້ວຈັບຄູ່ໃສ່ກັບຮູບພາບບົດທີ 2, 3, 4, 6, 9, 14: ກິດຈະກໍາ 21ຈຸດປະສົງ:- ເພື່ອຝຶກການນໍາໃຊ້ທັກສະການອ່ານ.- ເພື່ອຝຶກການອ່ານເຂົ້າໃຈຄວາມໝາຍ.ຄູຈັດກິດຈະກໍາ ເອົາເຊືອກ 3 ເສ້ນໃຫ້ນັກຮຽນ (ເຊືອກແຕ່ລະ ັເສັ້ນ ຍາວປະມານ 5-10 ຊັງຕີແມັດ) ເພື່ອເອົາໄວ້ໃຊ້ຈັບຄູ່ປະໂຫຍກ ໃສ່ກັບ ຮູບພາບ. (ເຮົາສາມາດນໍາໃຊ້ສ່ງອ່ນໆແທນເຊືອກກໍໄດ້: ິືໃຊ້ໄມ້ດິ້ວ, ສໍ, ຊິ້ນສ່ວນຫຍ້າ, ກິ່ງໄມ້ ແລະ ອື່ນໆ. ຖ້າຈໍາເປັນ ນັກຮຽນ ສາມາດນໍາໃຊ້ 3 ຢ່າງ ເຊັ່ນ: ແກ່ນໝາກຖົ່ວ, ກ້ອນຫີນ ຫຼື ວັດຖຸອື່ນໆ ເພື່ອສະແດງເຖິງ ການຈັບຄູ່ປະໂຫຍກ ໃສ່ກັບ ຮູບພາບ).ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຮູ້ວິທີການອ່ານ ຄໍາສັບສີດໍາທັງໝົດນໍາ ໃຊ້ສຽງຂອງຕົວອັກສອນ ແລະ ເຂົາເຈົ້າໄດ້ຮຽນຄໍາສັບທີ່ເປັນສີແລ້ວ (ກິດຈະກໍາຜ່ານມາ). ດັ່ງນັ້ນ, ນັກຮຽນຈະໄດ້ອ່ານ ປະໂຫຍກຕ່າງໆ.ຄູອະທິບາຍວ່າປະໂຫຍກ ໄດ້ວາງໄວ້ບໍ່ກົງກັບຮູບ ແລະ ນັກຮຽນຕ້ອງໄດ້ອ່ານປະໂຫຍກຕ່າງໆ ແລະ ຕັດສິນໃຈວ່າ ຮູບໃດມັນຖືກກັບປະໂຫຍກທີ່ໄດ້ອ່ານ.ໃນຕອນຕົ້ນຂອງປີ: ຄູເລີ່ມປະໂຫຍກທໍາອິດກັບນັກຮຽນ. ຄູບອກນັກຮຽນໃຫ້ອ່ານປະໂຫຍກ. ນັກຮຽນອານ. ່ແລ້ວຄູຖາມວ່າ ຮູບໃດມີຄວາມໝາຍຄືກັນກັບປະໂຫຍກທີ່ໄດ້ອ່ານ. ນັກຮຽນຕອບ. ຄູໃຊ້ເຊືອກວາງໃສ່ ຊຶ່ງມັນຈັບຄ ູ ່ປະໂຫຍກທໍາອິດ ກັບ ຮູບທີ່ໄດ້ສະແດງໄວ້. ນັກຮຽນປະຕິບັດຄືກັນ.ນັກຮຽນ: ອ່ານປະໂຫຍກດ້ວຍຕົນເອງ ຫຼື ອ່ານເປັນຄູ່ ແລະ ໃຊ້ເຊືອກຈັບຄູ່ປະໂຫຍກໃຫ້ຖືກກັບຮູບທີ່ສະແດງ ໄວ້. ຄູກວດຄືນກິດຈະກໍາຂອງນັກຮຽນ ແລະ ປັບປຸງໃຫ້ຖືກຕ້ອງຖ້າມີຄວາມຈໍາເປັນ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການອ່ານ ແລະ ເລືອກເອົາຄໍາຕອບບໍ່. ບໍ່ແມ່ນກ່າຍ ຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງ ຍັງມີຄວາມຫຍ້ງຍາກໃນການປະ ຸຕິບັດກິດຈະກໍານີ້ ໃຫ້ຄູຈັດນັກຮຽນ ຈໍານວນນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາ ເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະ ຂັ້ນຕອນອີກ.໑໑
12ຄູບອກນັກຮຽນກັບມາເຂົ້າເປັນກຸ່ມໃຫຍ່ໝົດຫ້ອງ. ຄູເລືອກເອົາໜຶ່ງກຸ່ມອ່ານອອກສຽງປະໂຫຍກ.ນັກຮຽນປະຕິບັດສືບຕໍ່ໄປເລື້ອຍໆຈົນຄົບທຸກປະໂຫຍກ.13 ຂ. ແຕ່ງປະໂຫຍກຕາມຮູບພາບບົດທີ 7: ກິດຈະກໍາທີ 20/ລວມທັງຢູ່ໃນບົດທວນຄືນ.ຈຸດປະສົງ:- ເພື່ອຝຶກການຂຽນແບບມີຈຸດປະສົງ ເພື່ອບັນທຶກຂໍ້ມູນ.- ເພື່ອຝຶກການສ້າງປະໂຫຍກ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຈະໄດ້ແຕ່ງປະໂຫຍກທີ່ກ່ຽວຂ້ອງກັບຮູບ ແລະ ຂຽນປະໂຫຍກ. ຄູອະທິບາຍວ່າ ນັກຮຽນຄວນເລືອກຄໍາສັບ ທ່ເຂົາເຈ້າຮູ້ແລ້ວຈາກການອ່ານ ແລະ ໃຫ້ເຂົາເຈ້າພະຍາຍາມຂຽນມັນ. ີົົຄູບອກນັກຮຽນໃຫ້ກວດຄືນການສະກົດຄໍາ ຕາມພາຍຫຼັງດ້ວຍການ ຊອກຫາມັນຈາກບົດຮຽນທີ່ຜ່ານມາຢູ່ໃນປຶ້ມແບບຮຽນ.ໃນຕອນຕົ້ນຂອງສົກຮຽນ, ຄູບອກນັກຮຽນໝົດຫ້ອງໃຫ້ບອກຕົວຢ່າງຂອງປະໂຫຍກທີ່ກ່ຽວຂ້ອງກັບຮູບພາບ ຕ່າງໆ. ເລືອກເອົານັກຮຽນຄົນໜຶ່ງ ເພື່ອໃຫ້ແນວຄວາມຄິດ ແລະ ຄູຊ່ວຍເຂົາເຈົ້ານໍາໃຊ້ປະໂຫຍກທີ່ມີຄໍາສັບທີ່ເຂົາເຈົ້າໄດ້ຮຽນຜ່ານມາແລ້ວ. ຄູແນະນໍານັກຮຽນວິທີການຊອກຫາຄໍາສັບຢູ່ໃນບົດຮຽນທີ່ຜ່ານມາ. ດັ່ງນັ້ນ, ເຂົາເຈົ້າຈະສາມາດກ່າຍເອົາການສະກົດຄໍາຕ່າງໆ.ນັກຮຽນແຕ່ງປະໂຫຍກເປັນລາຍບຸກຄົນຈາກສິ່ງທີ່ຕົນເອງຈື່ຈໍາ ການສະກົດຄໍາ ຫຼື ຈາກການແຍກຄໍາອອກເປັນສຽງ ແລະ ຂຽນແຍກແຕ່ລະສຽງ (ເຂົາເຈົ້າສາມາດເຮັດກິດຈະກໍາເປັນຄູ່ ຫຼື ເປັນກຸ່ມ).ນັກຮຽນພະຍາຍາມຊອກຫາຄໍາສັບໃນປະໂຫຍກຢູ່ໃນປຶ້ມແບບຮຽນ ເພື່ອກວດຄືນການສະກົດຄໍາ.ຄູຍ່າງເລາະຕິດຕາມເບິ່ງນັກຮຽນແຕ່ລະຄົນ ແລະ ຊ່ວຍນັກຮຽນປັບປຸງໃຫ້ຖືກຕ້ອງ ແລະ ຊ່ວຍເຫຼືອເຂົາເຈົ້າເມື່ອມີຄວາມຕ້ອງການ.ຄູນໍານັກຮຽນກັບມາລວມກັນ ແລະ ເລືອກນັກຮຽນອ່ານປະໂຫຍກຂອງເຂົາເຈົ້າ.13 ຄ. ອ່ານປະໂຫຍກ ແລ້ວເລືອກເອົາຄໍາສັບ ຫຼື ວະລີຈາກຂໍ້ທີ 20 ຕື່ມໃສ່ບ່ອນວ່າງບົດທີ 8, 11, 12: ກິດຈະກໍາທີ 21/ ລວມທັງບົດທວນຄືນ.ຈຸດປະສົງ:- ເພື່ອຝຶກນໍາໃຊ້ທັກສະໃນການອ່ານ, ອ່ານເຂົ້າໃຈຄວາມໝາຍ.- ເພື່ອຝຶກການຂຽນຢ່າງມີເປົ້າໝາຍ ເພື່ອບັນທຶກຄໍາຕອບ ແລະ ຂໍ້ມູນ.- ເພື່ອຝຶກການສ້າງປະໂຫຍກ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍໃຫ້ນັກຮຽນໄດ້ຮູ້ ວິທີການອ່ານຄໍາສັບສີດໍາທັງໝົດ ທີ່ນໍາໃຊ້ການອອກສຽງຄໍາສັບ, ທີ່ເຂົາເຈົ້າໄດ້ ຮຽນແລ້ວກ່ຽວກັບ ຄໍາສັບເປັນສີ (ໃນກິດຈະກໍາຜ່ານມາ). ດັ່ງນັ້ນ, ນັກຮຽນຈະໄດ້ ອ່ານປະໂຫຍກ.ຄູອະທິບາຍວ່າ ແຕ່ລະປະໂຫຍກມີຄໍາສັບທີ່ຂາດຫາຍໄປ ແລະ ນັກຮຽນຕ້ອງໄດ້ອ່ານປະໂຫຍກ ແລະ ຕັດສິນໃຈວ່າ ຈະເອົາຄໍາສັບ ອັນໃດມາຕື່ມໃສ່ ເພື່ອເຮັດໃຫ້ປະໂຫຍກນັ້ນສົມ ບນ (ເລອກເອາຄາສບ ູືົໍັທກຳນດຈາກກິດຈະກໍາຜ່ານມາ)ີ່ົໃນຕອນເລີ່ມຕົ້ນຂອງປີ: ຄູສ້າງປະໂຫຍກຮ່ວມກັບນັກຮຽນ. ຄູ ການວັດ ແລະ ປະເມີນຜົນຄູກວດເບິ່ງວ່າ ນັກຮຽນທຸກຄົນໄດ້ປະ ກອບສ່ວນໃນການເລືອກ ແລະ ຂຽນ ຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມ ຫຍ້ງຍາກໃນການປະຕິບັດກິດຈະ ຸກໍານີ້ ໃຫ້ຄູຈັດນັກຮຽນຈໍານວນນີ້ເປັນ ກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະຂັ້ນຕອນອີກ.ການວັດ ແລະ ປະເມີນຜົນຄກວດເບງວ່ານກຮຽນທກຄນໄດປະ ູິ ່ັຸົ້ກອບສ່ວນໃນການເລືອກ ແລະ ຂຽນ ຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມ ຫຍ້ງຍາກໃນການປະຕິບັດກິດຈະ ຸກໍານ້ໃຫ້ຄູຈັດນັກຮຽນຈໍານວນນ້ ີີເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າ ໃຈ ແລະ ປະຕິບັດແຕ່ລະຂັ້ນຕອນ ອີກ.໑໒ສ ວ ສສະຫງວນລິຂະສິດ
13ບອກນັກຮຽນອ່ານປະໂຫຍກ. ຄູອ່ານ ແລະ ສົ່ງ “ສຽງເຕືອນຕິກ! ຕ໋ອກ!” ເມື່ອ ເວລາເຂົາເຈົ້າເຫັນຊ່ອງວ່າງ. ຫຼັງຈາກນັ້ນ, ຄູບອກນັກຮຽນໄປເບິ່ງ ຄວາມສໍາພັນກັບຮູບພາບ ແລະ ເບິ່ງຄໍາສັບທີ່ກຳນົດວ່າ ຄາສບໃດມ ຄວາມເໝາະສມ ໍັີົເພື່ອເຮັດໃຫ້ປະໂຫຍກນັ້ນສົມບູນ ແລະ ມຄວາມກຽວີ່ຂອງປະໂຫຍກກບຮບພາບ. ນກຮຽນວາງສເຂາເຈາ (ຫ ສາຍເຊືອກ) ຊຶ່ງມັນຊື່ອມຕໍ່ຊ່ອງວ່າງຂອງປະໂຫຍກຫາຄໍາສັບທີ່້ັູັໍົົ້ຼືໄດ້ເລືອກເອົາ. ແລ້ວໃຫ້ເຂົາເຈົ້າອ່ານປະໂຫຍກຄືນ, ບອກຄໍາສັບທີ່ໄດ້ເລືອກຢູ່ໃນ ຊ່ອງວ່າງ. ຄູຂຽນຄໍາສັບທີ່ໄດ້ເລືອກເປັນຄໍາຕອບ (1......).ນັກຮຽນອ່ານປະໂຫຍກດ້ວຍຕົນເອງ ຫຼື ເປັນຄູ່, ເວົ້າ “ສຽງເຕືອນ” ສໍາລັບຊ່ອງວ່າງ. ເຂົາເຈົ້າເລືອກເອົາຄໍາສັບທີ່ ກຳນົດທີ່ມີຄວາມເໝາະສົມ ເພື່ອຕື່ມໃສ່ປະໂຫຍກໃຫ້ສົມບູນ ແລະ ກ່ຽວຂ້ອງກັບຮູບພາບ. ເຂົາເຈົ້າວາງສໍແຕ່ຊ່ອງວ່າງ ຫາຄໍາສັບ ແລະ ອ່ານປະໂຫຍກທັງໝົດ ເພື່ອກວດຄືນທາງເລືອກ. ແລ້ວຂຽນຄໍາຕອບ.ຄູບອກນັກຮຽນກັບມາລວມກັນ. ຄູບອກກຸ່ມໜຶ່ງອ່ານດັງໆແຕ່ລະປະໂຫຍກ ແລ້ວສົ່ງ “ສຽງເຕືອນຕິກ! ຕ໋ອກ!”ສໍາລັບ ບ່ອນທີ່ມີຊ່ອງວ່າງ. ແລ້ວຄູເລືອກເອົານັກຮຽນໜຶ່ງຄົນໃຫ້ບອກຄໍາສັບທີ່ເໝາະສົມເພື່ອຕື່ມໃສ່ ຊ່ອງວ່າງ. ນັກຮຽນທັງໝົດ ຊີ້ນິ້ວມືໄປທີ່ຄໍາສັບ. ນັກຮຽນທຸກຄົນໃນຫ້ອງອ່ານຄໍາສັບບອກຄໍາສັບທີ່ໄດ້ຄັດເລືອກ ເພື່ອຕື່ມໃສ່ຊ່ອງວ່າງ.ເຂົາເຈົ້າສືບຕໍ່ເຮັດແນວນີ້ໄປໃນແຕ່ລະປະໂຫຍກ.ການປ່ຽນແປງ: ບົດທີ 13, 15: ກິດຈະກໍາທີ 21: ຕື່ມໃສ່ບ່ອນວ່າງຫຼັງຈາກນັ້ນເຊື່ອມປະໂຫຍກກັບຮູບພາບ ບົດທີ 17, 18, 19, 20: ກິດຈະກໍາທີ 21/ ບົດທີ 22, 23: ກິດຈະກໍາທີ 22/ ບົດທີ 26, 27, 28: ກິດຈະກໍາ 2: ຕື່ມໃສ່ບ່ອນວ່າງ ເພື່ອເຮັດໃຫ້ປະໂຫຍກມີຄວາມສົມບູນ.13 ງ. ຈັດລຽງຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກບົດທີ 25, 26, 27, 28: ກິດຈະກໍາທີ 7/ລວມທັງບົດທວນຄືນ.ຈຸດປະສົງ:- ເພື່ອນໍາໃຊ້ທັກສະໃນການອ່ານ, ອ່ານເຂົ້າໃຈຄວາມໝາຍ.- ເພື່ອຝຶກການສ້າງປະໂຫຍກ.- ເພື່ອຝຶກການຂຽນແບບມີເປົ້າໝາຍ ເພື່ອບັນທຶກຄໍາຕອບ ແລະ ຂໍ້ມູນ.ໝາຍເຫດ: ກິດຈະກໍານີ້ແມ່ນກິດຈະກໍາທີ່ດີ ໂດຍການຂຽນຄໍາ ສັບລົງໃສ່ບັດນ້ອຍໆນັກຮຽນສາມາດເຄື່ອນຍ້າຍໄປມາ ແລະ ຈັດວາງ ໄປໃນທາງທີ່ແຕກຕ່າງກັນໄດ້. ຄູເຮັດຄືແນວນີ້, ກຽມໜຶ່ງຊຸດສໍາລັບແຕ່ ລະກຸ່ມ. ໃຫ້ແຕ່ລະກຸ່ມໜຶ່ງປະໂຫຍກໜຶ່ງບັດ.ຄູສະເໜີກິດຈະກໍາຢູ່ໃນປື້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຕ້ອງໄດ້ຈັດລຽງຄໍາສັບ ແລະ ວາງຄໍາ ສັບໃຫ້ຖືກຕ້ອງ ເພື່ອເຮັດໃຫ້ເປັນປະໂຫຍກທີ່ມີຄວາມກ່ຽວພັນກັບຮູບ ພາບ.ຖ້າຈໍາເປັນ, ຂຽນຄໍາສັບທີ່ງ່າຍໆລົງໃນກະດານ ແລະ ສາທິດວິທີ ການເຮັດກິດຈະກໍາ ຕົວຢ່າງເບິ່ງໄປທີ່ຄໍາສັບທັງໝົດ ແລະ ເລືອກເບິ່ງ ວ່າອັນໃດແມ່ນຄໍາສັບທໍາອິດຢູ່ໃນປະໂຫຍກ. ວາງຄໍາສັບນັ້ນກ່ອນ ແລະ ເລືອກເອົາຄໍາສັບຕໍ່ໄປ ແລະ ເຮັດໄປເລື້ອຍໆ.ນັກຮຽນປະຕິບັດກິດຈະກໍາເປັນກຸ່ມ ແລ້ວອ່ານປະໂຫຍກທີ່ແຕ່ງ.14. ເລືອກຕົວອັກສອນ ຫຼື ຄໍາສັບ ຕື່ມໃສ່ບ່ອນຈໍາເມັດບົດທີ 1: ກິດຈະກໍາທີ15/ບົດທີ 2: ກິດຈະກໍາທີ 11 (ສຽງຂອງພະຍັນຊະນະ) ແລະ 20 /ບົດທີ 3-4, 6, 8, 9, 11-ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການເລືອກ ແລະ ຂຽນຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມຫຍ້ງຍາກໃນການປະຕິບັດ ຸກິດຈະກໍານ້ໃຫ້ຄູຈັດນັກຮຽນຈໍາ ີນວນນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາ ເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະຂັ້ນ ຕອນອີກ.໑໓
1415, 17-20: Aກິດຈະກໍາທີ 22/ບົດທີ 7: ກິດຈະກໍາທີ 21.ຈຸດປະສົງ:ເພື່ອຝຶກກໍານົດສຽງສະຫຼະໃນຄໍາສັບ.ໝາຍເຫດ: ກິດຈະກໍານີ້ແມ່ນກິດຈະກໍາທີ່ດີ ຖ້ານັກຮຽນເຮັດວຽກເປັນກຸ່ມ, ມີບັດນ້ອຍໆກັບສະຫຼະທີ່ໄດ້ຮຽນມາຢູ່ ໃນບົດຮຽນ, ເພື່ອໃຊ້ (ການອອກສຽງສະຫຼະສອງຢ່າງທີ່ແຕກຕ່າງກັນ); ໂດຍສະເພາະແມ່ນຕົ້ນປີ. ຄູສາມາດຂຽນສະຫຼະ ສອງຕົວໃສ່ກະດານດໍາ.ຄູສະເໜີກິດຈະກໍາຢູ່ໃນປື້ມແບບຮຽນ.ໃນຕອນເລີ່ມຕົ້ນຂອງປີ: ຄູອະທິບາຍວ່າ ນັກຮຽນອາດຈະບໍ່ໄດ້ຮຽນການຂຽນໜັງສືທຸກຕົວໃນກິດຈະກໍາ, ແຕ່ເຂາ ົເຈົ້າຈະໄດ້ຮູ້ການລົງທ້າຍຂອງສຽງ (ສຽງຂອງສະຫຼະ) ຢູ່ໃນຄໍາສັບ. ກິດຈະກໍານີ້ແມ່ນສໍາລັບນັກຮຽນ ເພື່ອບອກການ ອອກສຽງລົງທ້າຍທີ່ຖືກຕ້ອງໃນແຕ່ລະຄໍາສັບ.ຄູຖາມນັກຮຽນວ່າຮູບທໍາອິດແມ່ນຫຍັງ. ຖ້າຈໍາເປັນຄູຕ້ອງໄດ້ສອນວິທີການອອກສຽງ. ຄູບອກນັກຮຽນເລືອກເອົາ ການອອກສຽງຂອງສະຫຼະ (ຢູ່ໃນບັດນ້ອຍໆຂອງເຂົາເຈົ້າ ແລະ ຢູ່ກະດານ) ແມ່ນ ຄໍາສັບທີ 1. ນັກຮຽນຕອບ.ຄູບອກນັກຮຽນ, ຈັດເປັນກຸ່ມ, ເພືອຈັດວາງສະຫຼະລົງໃນບັດຂອງເຂົາເຈົ້າທີ່ຊ່ອງວ່າງຂອງຄໍາສັບ (ເພອສ້າງຄໍາສັບໃຫ້ ສົມບູນ). ຄູສອນນັກຮຽນໃຫ້ພັບບັດ. ດັ່ງນັ້ນ, ຈະບໍ່ເຫັນຕົວ x ຫຼັງຈາກນັກຮຽນເຮັດສິ່ງນີ້ ື່ຄູບອກເຂົາເຈົ້າສ້າງຄໍາສັບ ..... (ຄໍາສັບທີ 1) ເຂົາເຈົ້າຕ້ອງຊີ້ໄປທີ່ມັນ ແລະ ເວົ້າຄໍາສັບ. ນັກຮຽນເຮັດສິ່ງນີ້.ຄູຂຽນຄໍາຕອບຕົວຢ່າງໃສ່ກະດານ: 1. ......(ເຄື່ອງໝາຍສະຫຼະ).ຄູທວນຄືນຂະບວນການຮ່ວມກັບນັກຮຽນ ສໍາລັບຮູບທີ 2 ແລະ ຮູບທີ 3 ແລະ ຄໍາສັບ.ຄູບອກນັກຮຽນຜູ້ໜຶ່ງອະທິບາຍຄໍາຕອບຂອງກຸ່ມເຂົາເຈົ້າ.ໃນທ້າຍປີ: ນັກຮຽນຮູ້ກິດຈະກໍາ ແລະ ເຮັດກິດຈະກໍາທັງໝົດ ດ້ວຍຕົນເອງ. ຄູຍ່າງເລາະເບິ່ງນັກຮຽນແຕ່ລະຄົນ ແລະ ຖາມເຂົາ ເພື່ອ ອອກສຽງຄໍາສັບ. ຄູໃຫ້ນັກຮຽນກັບມາລວມກັນໝົດຫ້ອງ ເພື່ອກໍານົດ ຄໍາຕອບທີ່ຖືກຕ້ອງ.15. ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງບົດທີ 1: ກິດຈະກໍາທີ 16/ ບົດທີ 2, 7: ກິດຈະກໍາທີ 22/ບົດທີ 3, 4, 6, 8, 9, 11-15, 17-20, 22-23: ກິດຈະກໍາທີ 23ຈຸດປະສົງ:- ເພື່ອໃຫ້້ຮູບແບບໃນການເວົ້າສື່ສານ.- ເພື່ອພັດທະນາທັກສະໃນການເວົ້າ ແລະ ການຟັງ ໂດຍໃຊ້ຕົວຢ່າງຂອງປະໂຫຍກທີ່ນັກຮຽນໄດ້ຮຽນມາ ແລະ ນໍາໃຊ້.- ເພື່ອນໍາໃຊ້ຄວາມຮູ້ກ່ຽວກັບບົດຮຽນ ແລະ ນິທານຈາກປຶ້ມນິທານ.- ເພື່ອນໍາໃຊ້ທັກສະການອອກສຽງ ແລະ ຄໍາສັບ.ໃນຕອນເລີ່ມຕົ້ນຂອງສົກຮຽນ: ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ ແລະ ບອກນັກຮຽນວ່າ ຄູຈະອ່ານປະໂຫຍກ ໃຫ້ນັກຮຽນຟັງ. ຫຼັງຈາກນັ້ນ, ຈະໃຫ້ນັກຮຽນເຮັດກິດຈະກໍາສົນທະນາ.ໃນຕອນທ້າຍຂອງສົກຮຽນ: ຄູບອກນັກຮຽນເບິ່ງໄປທີ່ປະໂຫຍກ ແລະ ບອກວ່າ ຖານກຮຽນເຫນບາງຄາສບທເຂາ ້ັັໍັີ ່ົເຈົ້າຮູ້ຢູ່ໃນປະໂຫຍກ ຫຼື ວາງກ້ອນຫີນໃສ່ຄໍາສັບເຫຼົ່ານັ້ນ ແລະ ບອກ ຫຼື ສະແດງໃຫ້ເຫັນຄໍາສັບອື່ນໆ. ໃນຕອນທ້າຍຂອງປີ ຄູສາມາດຖາມນັກຮຽນໃຫ້ຊອກຫາຄໍາສັບທີ່ເຂົາເຈົ້າບໍ່ຮູ້ວິທີການອ່ານ ຫຼື ບໍ່ຮູ້ຄວາມໝາຍຂອງມັນ.ຄູຊີ້ໄປທີ່ຫົວຂໍ້ບົດຮຽນ, ທົບທວນຄືນໃຫ້ນັກຮຽນກ່ຽວກັບຈຸດປະສົງຂອງຫົວຂໍ້ບົດຮຽນ, ແລະ ອ່ານມັນ. ຄູຖາມກ່ຽວ ກັບຄວາມໝາຍຂອງປະໂຫຍກນັ້ນແມ່ນຫຍັງ.ຄູຖາມນັກຮຽນກ່ຽວກັບຮູບພາບແຕ່ລະອັນ (ຄໍາຖາມແມ່ນຂຶ້ນກັບປະໂຫຍກ. ນີ້ແມ່ນບາງຕົວຢ່າງທົ່ວໆໄປ ແມ່ນ ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການເລືອກ ແລະ ຂຽນຄໍາຕອບບໍ່. ບໍ່ແມ່ນກ່າຍຈາກ ຜູ້ອື່ນ.໑໔ສ ວ ສສະຫງວນລິຂະສິດ
15ຫຍັງຢູ່ໃນຮູບພາບນີ້? ເຈົ້າຄິດວ່າປະໂຫຍກນີ້ເວົ້າກ່ຽວກັບຫຍັງ? ເຈົ້າຄິດວ່າມັນມີຫຍັງເກີດຂຶ້ນ?).ຄູແນະນໍາ ແລະ ອະທິບາຍ ກ່ຽວກັບຈຸດປະສົງຮູບແບບຂອງປະໂຫຍກໃໝ່ໆ ຕົວຢ່າງ: ຄໍາເວົ້າຕ່າງໆ ຫົວຂໍ້, ເຄື່ອງ ໝາຍ.ຄູອ່ານປະໂຫຍກທີ 1 ຊີ້ໄປທີ່ຄໍາສັບດັ່ງທີ່ຄູໄດ້ອ່ານ ແລ້ວສະແດງຮູບພາບໃຫ້ເຫັນ (ຄູອະທິບາຍຄວາມໝາຍ ຖ້າຈໍາເປັນສໍາລັບນັກຮຽນຊົນເຜົ່າ).ຄູສືບຕໍ່ຈົນກວ່າຈະອ່ານບົດເລື່ອງທັງໝົດຈົບ.ຄູອ່ານຄືນ, ບອກນັກຮຽນເພື່ອໃຫ້ເວົ້າປະໂຫຍກ ຫຼື ເຮັດຕາມຄູ (ສໍາລັບບາງບົດອາດຈະມີຄວາມເໝາະສົມ ເພື່ອໃຫ້ນັກຮຽນສະແດງ ບົດບາດສົມມຸດຕາມຄວາມໝາຍຂອງບົດຮຽນ).ຄູອ່ານກິດຈະກໍາ ຫຼື ຄໍາຖາມ ໃນຕອນທ້າຍຂອງບົດຮຽນ (ຫຼື ໃນປຶ້ມຄູ່ມືຄູ)ຄູຈັດຕັ້ງນັກຮຽນເພື່ອຕອບຄໍາຖາມ ຫຼື ເຮັດກິດຈະກໍາ ຕົວຢ່າງ: ການປຶກສາຫາລື ຫຼື ການຕັດສິນໃຈໃນກຸ່ມ, ປຶກ ສາຫາລືໃນຫ້ອງຮຽນ ຫຼື ເຮັດກິດຈະກໍາດ້ວຍຕົນເອງ. ນັກຮຽນເຮັດກິດຈະກໍາ.ໝາຍເຫດ: ສິ່ງເຫຼົ່ານີ້ແມ່ນມີຄວາມແຕກຕ່າງກັນໄປໃນບົດຮຽນແຕ່ລະບົດ, ໃຫ້ອ່ານໃນປຶ້ມຄູ່ມືຄູຕື່ມ.ນັກຮຽນໄດ້ຖືກຄັດເລືຶອກ ເພື່ອໃຫ້ແນວຄວາມຄິດ, ຂໍ້ມູນ ຂອງຕົນເອງ ຫຼື ລາຍງານກິດຈະກໍາຂອງເຂົາເຈົ້າ. (ຄູຮັບປະກັນ ວ່ານັກຮຽນໃຊ້ຕົວຢ່າງຂອງປະໂຫຍກທີ່ໄດ້ໃຫ້ຄໍາແນະນໍາໄປ). ຖ້າເໝາະສົມ, ປຶກສາຫາລືກັບນັກຮຽນຜູ້ອື່ນໆວ່າເຂົາເຈົ້າມັກອັນໃດ ຫຼາຍທີ່ສຸດ.ນັກຮຽນຖ້າຈໍາເປັນ, ຕ້ອງຊຸກຍູ້ໃຫ້ນັກຮຽນສະແດງແນວຄວາມ ຄິດທີ່ກ່ຽວຂ້ອງກັບປະໂຫຍກ ແລ້ວສະແດງຮູບພາບໃຫ້ເຂົາເຈົ້າເບິ່ງ ແລະ ອະທິບາຍກ່ຽວກັບປະໂຫຍກນັ້ນ, ນໍາໃຊ້ ຕົວຢ່າງຂອງປະໂຫຍກທີ່ໄດ້ແນະນໍາໄປ. ໃນຕອນທ້າຍຂອງປີ ນັກຮຽນຕ້ອງຂຽນຂໍ້ມູນດ້ວຍຕົນເອງໃສ່ຮູບພາບຂອງ ເຂົາເຈົ້າ.16. ນິທານໃນການໃຊ້ປຶ້ມນິທານຈະມີ 2 ຊົ່ວໂມງ: ພາກທີ 1 ແລະ ພາກທີ 2.ໃນບົດຮຽນຂອງພາກຮຽນທີ 1: ເບິ່ງຂັ້ນຕອນການສອນລະອຽດຢູ່ບົດທີ 1 ພາກທີ 1 ໄດ້ອະທິບາຍໄວ້ຢູ່ຊົ່ວໂມງທີ 6 ແລະ ພາກທີ 2 ຢູ່ຊົ່ວໂມງທີ 10.ໃນບົດຮຽນຂອງພາກຮຽນທີ 2: ເບິ່ງຂັ້ນຕອນການສອນລະອຽດຕາມບົດຮຽນເຫຼົ່ານີ້: 1 ພາກທີ 1 ຢູ່ບົດທີ 17 ຊົ່ວ ໂມງທີ 6 ແລະ ພາກທີ 2 ຢູ່ບົດທີ 18 ຊົ່ວໂມງທີ 6.ຕາຕະລາງປະຈໍາອາທິດສໍາລັບ ວິຊາພາສາລາວແຜນການສອນວິຊາພາສາລາວສໍາລັບຫ້ອງ ປ.1 ຈະມີ 10 ຊົ່ວໂມງຕໍ່ອາທິດ. ແນະນໍາ ໃຫ້ຈັດ 2 ຊົ່ວໂມງຕໍ່ວັນສໍາ ລັບວິຊາພາສາລາວ.ການສອນວິຊາພາສາລາວ ຂັ້ນ ປ.1 ຈະມີ 3 ພາກໃຫຍ່ແຕ່ລະພາກຈະມີຈຸດປະສົງສະເພາະແຕ່ລະອາທິດ. ຄຳແນະນຳການສອນໃນປຶ້ມຄູ່ມືຄູນີ້ ຈະຊ່ວຍໃຫ້ຄູເຂົ້າໃຈ ແລະ ຈັດຕັ້ງປະຕິບັດວິທີການສອນພາສາລາວ.1: ການສອນຕາມປຶ້ມແບບຮຽນ2 ຊົ່ວໂມງຕໍ່ມື້ ໃນວັນຈັນ,ວັນອັງຄານ, ວັນພະຫັດ ແລະ 1 ຊົ່ວໂມງຕໍ່ມື້ ໃນວັນພຸດ ແລະ ວັນສຸກ.ແຜນການສອນນີ້ຈະພັດທະນາຄວາມອາດສາມາດດ້ານການອ່ານ ແລະ ການຂຽນກໍຄືຄວາມສາມາດດານການ ້ເວົ້າ ແລະ ການຟັງຈໍານວນໜຶ່ງ. ການສອນຕາມປຶ້ມແບບຮຽນປະກອບດ້ວຍແຜນຍ່ອຍຕໍ່ໄປນີ້:- ການອອກສຽງ- ການອອກສຽງ-ຕົວອັກສອນ- ຫັດຂຽນການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນສາມາດອອກ ິສຽງໄດ້ຖືກຕ້ອງບໍ່.ການວັດ ແລະ ປະເມີນຜົນຄູຍ່າງໄປມາຫານກຮຽນແຕ່ລະກ່ມ ັຸເພ່ອຊ່ວຍເຂົາເຈ້າໃນການນໍາໃຊ້ໂຄງ ືົສ້າງຂອງປະໂຫຍກທີ່ໄດ້ແນະນໍາ.໑໕
16- ຄໍາສັບ (ການອ່ານ ແລະ ການຂຽນ)- ບົດຮຽນ (ການອ່ານ ແລະ ການຂຽນ)- ການວັດ ແລະ ປະເມີນຜົນ2: ການສອນໂດຍໃຊ້ປຶ້ມນິທານ (ແລະ ປຶ້ມປະເພດອື່ນໆ)ພາກຮຽນ 1: 1 ຊົ່ວໂມງຕໍ່ມື້ ໃນວັນ ພຸດ ແລະ ສຸກ.ພາກຮຽນ 2: 1 ຊົ່ວໂມງຕໍ່ມື້ໃນວັນ ພຸດ.ການສອນໂດຍໃຊ້ປຶ້ມນິທານນີ້ ແມ່ນເພື່ອພັດທະນາຄວາມສາມາດດ້ານວັນນະຄະດີ ແລະ ທັກສະການນໍາໃຊ້ພາສາຢາງສາງສນໃນຫຼັກສູດໃຫ້ສູງຂຶ້ນ.່້ັ3: ການສອນໂດຍໃຊ້ປຶ້ມອ່ານເສີມ ພາກຮຽນ 2: 1 ຊົ່ວໂມງຕໍ່ມື້ ໃນວັນສຸກ.ການສອນໂດຍໃຊ້ປຶ້ມອ່ານເສີມນີ້ ແມ່ນເພື່ອພັດທະນາທັກສະການອ່ານດ້ວຍຕົນເອງໃນຫຼັກສູດໃຫ້ສູງຂຶ້ນ. ສໍາລັບການສອນໂດຍໃຊ້ປຶ້ມອ່ານເສີມນີ້ຈະໄດ້ສະໜອງປຶ້ມຄູ່ມືສະເພາະໃຫ້ແກ່ຄູ.ນາທີວັນຈັນວັນອັງຄານວັນພຸດວັນພະຫັດວັນສຸກຊົ່ວໂມງທໍາອິດ 10ທວນຄືນຄັ້ງທີ 1ທວນຄືນຄັ້ງທີ 1ທວນຄືນຄັ້ງ ທີ 1 ທວນຄືນຄັ້ງທີ 1 ກິດຈະກໍາ ການວັດ ແລະ ປະເມີນຜົນ15ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ການອອກສຽງການອອກສຽງການອ່ານບົດຮຽນໃໝ່: ການອ່ານ/ການຂຽນກິດຈະກໍາ ການວັດ ແລະ ປະເມີນຜົນ10ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ກິດຈະກໍາ ວັດ ແລະ ປະເມີນຜົນ10ທັກສະຫັດ ຂຽນງານທັກສະຫັດ ຂຽນງານກິດຈະກໍາເສີມ/ການຂຽນກິດຈະກໍາເສີມ ກິດຈະກໍາ ການວັດ ແລະ ປະເມີນຜົນຊົ່ວໂມງທີ 210/15ທວນຄືນຄັ້ງທີ 2ທວນຄືນຄັ້ງທີ 2ປຶ້ມນິທານທວນຄືນຄັ້ງທີ 2ພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ15/10ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ອັກສອນ/ ຄໍາສັບການອ່ານປຶ້ມນິທານບົດຮຽນໃໝ່: ການເວົ້າພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ10ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ປຶ້ມນິທານຫຼິ້ນເກມ: ການ ນໍາໃຊ້ພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ10ກິດຈະກໍາເສີມ /ການຂຽນກິດຈະກໍາເສີມປຶ້ມນິທານກິດຈະກໍາເສີມພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມສື່ການຮຽນການສອນສໍາລັບ ວິຊາພາສາລາວອຸປະກອນສໍາລັບການຮຽນການສອນຕາມປຶ້ມແບບຮຽນຂອງ ວິຊາພາສາລາວການປົກປັກຮັກສາອຸປະກອນການຮຽນການສອນຂອງວິຊາພາສາລາວໃຫ້ຢູ່ໃນສະພາບດີ ຈຶ່ງຈະເຮັດໃຫ້ອຸປະ ກອນດັ່ງກ່າວໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີການນໍາໃຊ້ອຸປະກອນຢ່າງລະມັດລະວັງ ແລະ ຮັກສາໃຫ້ດີ ຈຶ່ງສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ.ແຕ່ລະຫ້ອງຈະມີປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນ:- ຄູຈະໄດ້ຮັບປຶ້ມຄູ່ມືຄູ ແລະ ແບບຮຽນຂອງ ປ.1 ແລະ ປຶ້ມເຫຼົ່ານີ້ຈະໄດ້ໃຊ້ໃນຫ້ອງຮຽນທຸກໆມື້.- ນັກຮຽນແຕ່ລະຄົນຈະມີປຶ້ມແບບຮຽນ ແລະ ເຂົາເຈົ້າຈະໄດ້ໃຊ້ໃນຫ້ອງຮຽນທຸກໆມື້.- ໃນຫ້ອງຮຽນຈະມີອຸປະກອນຮັບໃຊ້ການຮຽນພາສາຊະນິດຕ່າງໆຊຶ່ງຮວມມີ: ບັດຕົວອັກສອນ, ແຜນພູມພະຍັນ ຊະນະ, ແຜນພູມສະຫຼະ, ບັດຄໍາ ແລະ ບັດຮູບພາບສໍາລັບຈັບຄູ່ກັບຄໍາສັບ ແລະ ກິດຈະກໍາໃນປຶ້ມແບບຮຽນ.໑໖ສ ວ ສສະຫງວນລິຂະສິດ
17ຄູຄວນຫ້ອຍແຜນພູມໄວ້ໃນລະດັບສູງກວ່າຄວາມສູງຂອງນັກຮຽນໜ້ອຍໜຶ່ງ ເພື່ອເຂົາເຈົ້າຈະໄດ້ເຫັນຈະແຈ້ງ ແລະ ໃຊ້ສິ່ງເຫຼົ່ານັ້ນໃນກິດຈະກໍາຕ່າງໆ.ຖ້າອຸປະກອນຮັບໃຊ້ການຮຽນການສອນຈໍານວນໜຶ່ງບໍ່ມີ• ຖ້າຄູບໍ່ມີຄູ່ມືຄູ ອາດຈະຢືມຈາກໂຮງຮຽນໃກ້ຄຽງ ແລະ ຢ່າງໜ້ອຍໃຫ້ສຶກສາພາກແນະນໍາລວມ: “ເຕັກນິກການ ສອນສໍາລັບ ຂັ້ນ ປ.1” . ເພື່ອຄູຈະຮູ້ວິທີການນໍາໃຊ້ປຶ້ມແບບຮຽນ.• ຖ້ານັກຮຽນຄົນບໍ່ມີປຶ້ມແບບຮຽນທີ່ຈະໃຊ້ໃນຫ້ອງຮຽນ:- ອາດຈະໃຫ້ນັກຮຽນໃຊ້ປຶ້ມ 2 ຫຼື 3 ຄົນຕໍ່ຫົວຊົ່ວຄາວກ່ອນ ເພື່ອເຂົາເຈົ້າຈະໄດ້ເຫັນເນື້ອໃນຂອງບົດຮຽນ ແລະ ປະຕິບັດກິດຈະກໍາ. ຈາກນັ້ນ, ໃຫ້ອະທິບາຍໃຫ້ພໍ່ແມ່ຂອງນັກຮຽນຮູ້ວ່າ ປຶ້ມແບບຮຽນແມ່ນປັດໄຈສໍາຄັນຂອງ ກ ານຮຽນ ແລະ ອະທິບາຍຄວາມສໍາຄັນຂອງການເອົາປຶ້ມໄປໂຮງຮຽນທຸກໆມື້ ເພື່ອຮັບໃຊ້ເຂົ້າໃນການຮຽນ ແລະ ປະຕິບັດກິດຈະກໍາຕ່າງໆ. ໃຫ້ສົມທົບກັບພໍ່ແມ່ຂອງນັກຮຽນໃນການຊອກຫາແນວທາງ ເພື່ອໃຫ້ນັກຮຽນ ມີອຸປະກອນການຮຽນທີ່ເໝາະສົມ.- ຖ້ານັກຮຽນບໍ່ມີສໍດໍາ ແລະ ປຶ້ມຂຽນທີ່ຈະໃຊ້ໃນຫ້ອງຮຽນ ອາດຈະໃຫ້ນັກຮຽນຢືມສໍດໍາທີ່ຮັກສາໄວ້ ຊົ່ວຄາວກ່ອນ ແ ລະ ເອົາເຈ້ຍໃຫ້ ຫຼື ພວກເຂົາສາມາດໃຊ້ກະດານນ້ອຍ ແລະ ສໍຂາວ (ເຈ້ຍເສດທີ່ຍັງສາມາດໃຊ້ໄດ້). ຈາກນັ້ນ, ໃຫ້ອະທິບາຍໃຫ້ພໍ່ແມ່ຂອງ ນັກຮຽນຮູ້ວ່າສໍດໍາ ແລະ ປຶ້ມຂຽນແມ່ນປັດໄຈສໍາຄັນຂອງການຮຽນ ແລະ ອະທິບາຍຄວາມສໍາຄັນຂອງການເອົາ ປຶ້ມໄປໂຮງຮຽນທຸກໆມື້ ເພື່ອຮັບໃຊ້ເຂົ້າໃນການຮຽນ ແລະ ປະຕິບັດ ກິດຈະກໍາຕ່າງໆ. ໃຫ້ສົມທົບກັບພໍ່ແມ່ ຂອງນັກຮຽນໃນການຊອກຫາແນວທາງ ເພື່ອໃຫ້ນັກຮຽນມີອຸປະກອນ ການຮຽນທີ່ເໝາະສົມ.- ຖ້າຄູບໍ່ມີບັດຕົວອັກສອນ, ແຜນພູມພະຍັນຊະນະ ແລະ ສະຫຼະ:- ອາດຈະໃຊ້ວັດຖຸທີ່ເສດເຫຼືອສ້າງອຸປະກອນດັ່ງກ່າວ.- ຊຸກຍູ້ໃຫ້ພໍ່ແມ່ຂອງນັກຮຽນ, ນັກທຸລະກິດ ແລະ ຜູ້ອື່ນໆໃຫ້ເກັບມ້ຽນວັດຖຸທີ່ເສດເຫຼືອ ເພື່ອບໍລິຈາກໃຫ້ແກ່ໂຮງ ຮຽນ ຊຶ່ງສາມາດນໍາໃຊ້ເຂົ້າໃນກິດຈະກໍາການຮຽນຕ່າງໆ.ອຸປະກອນສໍາລັບການຮຽນການສອນໂດຍໃຊ້ປຶ້ມນິທານປົກປັກຮັກສາຊຸດປຶ້ມນິທານໃຫ້ຢູ່ໃນສະພາບດີ ຈຶ່ງຈະໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີ ການນໍາໃຊ້ປຶ້ມຢ່າງລະມັດລະວັງ ປຶ້ມຈຶ່ງບໍ່ຈີກ ຫຼື ຂາດ.ແຕ່ລະຫ້ອງຈະມີຊຸດປຶ້ມນິທານ 21 ເຫຼັ້ມ.ຖ້າປຶ້ມນິທານຈໍານວນໜຶ່ງບໍ່ມີຄູຈະຕ້ອງໄດ້ໃຊ້ປຶ້ມນິທານ 21 ເຫຼັ້ມຕະຫຼອດສົກຮຽນ (ອາທິດໜຶ່ງຕໍ່ 1 ເຫຼັ້ມໃນພາກຮຽນທີໜຶ່ງ ແລະ ສອງອາທິດ ໜຶ່ງຕໍ່ 1 ເຫຼັ້ມໃນພາກຮຽນທີ 2) ເຖິງວ່າຫົວຂໍ້ຂອງເລື່ອງໄດ້ກໍານົດໃຫ້ແຕ່ລະອາທິດ ແຕ່ຄູສາມາດປັບປ່ຽນຕາມຄວາມເໝາະສົມ.ເຖິງຢ່າງໃດກໍຕາມ ປຶ້ມນິທານຈະໄດ້ສະໜອງໃຫ້ 39 ເຫຼັ້ມ. ສະນັ້ນ, ຄູສາມາດເລືອກ ເອົາເລື່ອງທີ່ເໝາະສົມທີ່ ສຸດໃຫ້ແກ່ນັກຮຽນຂອງຕົນໄດ້ຮຽນ.ຖ້າຄູບໍ່ມີປຶ້ມນິທານ 21 ເຫຼັ້ມ- ສ້າງປຶ້ມນິທານເອງ ດ້ວຍການໃຊ້ເຈ້ຍທີ່ໃຊ້ແລ້ວ ແຕ່ຍັງສາມາດໃຊ້ຕໍ່ໄດ້ ແລະ ຮູບແຕ້ມຂອງຕົນເອງ (ໂດຍທົ່ວ ໄປນັກຮຽນຈະບໍ່ສົນໃຈຕໍ່ຄຸນນະພາບຂອງຮູບແຕ້ມ).- ຊຸກຍ້ພ່ແມ່ ແລະ ສະມາຊິກໃນຊຸມຊົນຜ້ມີພອນສະຫວັນດ້ານການເລ່ານິທານໃຫ້ມີສ່ວນຮ່ວມໃນການຂຽນປ້ມ ູໍູົຶນິທານ.- ຊຸກຍູ້ໃຫ້ນັກຮຽນແຕ່ງນິທານ ແລະ ແຕ້ມຮູບປະກອບໃນເວລາຫວ່າງຂອງເຂົາເຈົ້າ ຫຼື ໃນຊົ່ວໂມງຮຽນນິທານ.໑໗
18ອຸປະກອນສໍາລັບການຮຽນການສອນໂດຍໃຊ້ປຶ້ມອ່ານເສີມປົກປັກຮັກສາຊຸດປຶ້ມອ່ານເສີມໃຫ້ຢູ່ໃນສະພາບດີ ຈຶ່ງຈະໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີການນໍາໃຊ້ປຶ້ມຢ່າງລະມັດລະວັງ ປຶ້ມຈຶ່ງບໍ່ຈີກ ຫຼື ຂາດ.- ແຕລະຫອງຈະໄດ້ຮັບຊຸດປ້ມອ່ານເສີມ 12 ເລ່ອງ (ມີ 3 ລະດັບ ແລະ ແຕ່ລະໆດັບມີ 4 ເລ່ອງ).່້ຶືື- ສໍາລັບແຕ່ລະໆດັບ (4 ເລື່ອງ) ແຕ່ລະຫ້ອງຈະມີປຶືມອ່ານພຽງພໍ. ນັກຮຽນ 1-3 ຄົນ ຈະໃຊ້ປຶ້ມ 1 ເຫຼ້ມໃນເວລາ ້ັດຽວກັນ.- ຄູຈະມີຄູ່ມືຄູສໍາລັບປຶ້ມອ່ານເສີມທີ່ມີຄໍາແນະນໍາວິທີໃຊ້ປຶ້ມດັ່ງກ່າວ.ຖ້າປຶ້ມອ່ານເສີມຈໍານວນໜຶ່ງບໍ່ມີ- ຖ້າຄູບໍ່ມີຄູ່ມືຄູ ອາດຈະຢືມຈາກໂຮງຮຽນໃກ້ຄຽງ ແລະ ໃຫ້ສຶກສາວິທີການໃຊ້ປຶ້ມອ່ານເສີມ.- ຖ້າໃນຫ້ອງບໍ່ມີປຶ້ມອ່ານໝົດທຸກເລື່ອງ ແຕ່ມີຈໍານວນໜຶ່ງໃນແຕ່ລະໆດັບໃຫ້ໃຊ້ປຶ້ມອ່ານທີ່ມີ.- ໃຊ້ຄໍາແນະນໍາຈາກຄ່ມືຄູສໍາລັບປ້ມອ່ານເສີມ ແຕ່ໃຫ້ປັບປ່ຽນຄໍາສ່ງໃຫ້ເໝາະສົມກັບສະພາບຂອງຕົນເອງ.ູຶັ- ຖ້າເປັນໄປໄດ້ໃຫ້ຈັດນັກຮຽນປະຕິບັດກິດຈະກໍາເປັນກ່ມໆລະ 3 ຄົນ, ແຕ່ຖ້າເປັນໄປບ່ໄດ້ໃຫ້ຂຽນບົດເລ່ອງໃສ ຸໍື່ກະດານ ແລະ ດໍາເນີນກິດຈະກໍານໍາກັນ “ໝົດຫ້ອງ”.ຖ້າປຶ້ມອ່ານເສີມບໍ່ມີ ໃຊ້ກິດຈະກໍາການເວົ້າຢູ່ ປຶ້ມແບບຮຽນໃນພາກຮຽນ 1 (ປົກກະຕິຢູ່ກິດຈະກໍາ 23) ສໍາລັບກິດຈະກໍາການອ່ານດ້ວຍ ຕົນເອງ.ກ່ຽວກັບການວັດ ແລະ ປະເມີນຜົນການວັດ ແລະ ປະເມີນຜົນຄວາມຄືບໜ້າການຮຽນຂອງນັກຮຽນແມ່ນເປັນສິ່ງທີ່ສໍາຄັນຢ່າງຍິ່ງ.ການວດ ແລະ ປະເມີນຜົນມີສອງຮູບແບບດັ່ງລຸ່ມນີ້:ັ1. ການວັດຜົນເພື່ອປັບປຸງການຮຽນການປະເມີນລັກສະນະນີ້ແມ່ນຈະໃຊ້ໃນລະຫວ່າງທີ່ກໍາລັງດໍາເນີນການຮຽນການສອນ ເພື່ອຊ່ວຍໃຫ້ຄູສາມາດຮູ້ ໄດ້ເຖິງຄວາມຫຍຸ້ງຍາກຂອງນັກຮຽນ ແລະ ຄູຈະໃຫ້ຄວາມຊ່ວຍເຫຼືອເພີ່ມຕື່ມແບບໃດ ເພື່ອຈະຊ່ວຍໃຫ້ນັກຮຽນສາ ມາດບັນລຸຕາມຈຸດປະສົງຂອງບົດຮຽນໄດ້. ວິທີການປະເມີນ ເພື່ອປັບປຸງການຮຽນສອງແບບຕົ້ນຕໍຄື: ແມ່ນການຖາມຄໍາຖາມ ເພື່ອທົດສອບຄວາມເຂົ້າໃຈ ແລະ ການສັງເກດນັກຮຽນໃນຂະນະທີ່ເຂົາເຈົ້າກໍາລັງຝຶກປະຕິບັດ ຫຼື ກໍາລັງນໍາໃຊ້ສິ່ງທີ່ໄດ້ຮຽນຜ່ານມາ.ກ່ອງ (boxes) ຂອງການວັດ ແລະ ປະເມີນຜົນ ຈະປະກອບດ້ວຍຄໍາແນະນໍາຢູ່ໃນຂອບທີ່ຂີດອ້ອມໄວ້ໃນແຕ່ລະບົດ ແລະ ມີລູກສອນຊີ້ໃສ່ພາກຕ່າງໆຂອງບົດຮຽນ ເພື່ອຊີ້ບອກວ່າ ຈຸດໃດທີ່ຄວນມີການວັດໃນຮູບແບບດັ່ງກ່າວນີ້.ເບິ່ງຕົວຢ່າງ ຂອບເຂດຂອງການວັດໃນຂະນະທີ່ຮຽນໃນບົດຮຽນຂອງວິຊາພາສາລາວ ລຸ່ມນີ້:ຕົວຢ່າງ: ການປະເມີນໃນ ເພື່ອປັບປຸງການຮຽນຂອງວິທີສອນຂໍ້ທີ 6.ເວົ້າຊື່ ແລະ ຂີດຕາມຮອຍ2. ການປະເມີນເພື່ອສະຫຼຸບຜົນການຮຽນການປະເມີນເພື່ອສະຫຼຸບຜົນການຮຽນ ແມ່ນໃຊ້ເພື່ອປະເມີນເບິ່ງວ່າເມື່ອຮອດທ້າຍບົດຮຽນນັ້ນແລ້ວ ນັກຮຽນແຕ່ ລະຄົນບັນລຸຕາມຈຸດປະສົງຂອງບົດຮຽນແລ້ວບໍ່. ການປະເມີນເພື່ອສະຫຼຸບຜົນການຮຽນສາມາດເຮັດໄດ້ໃນຫຼາຍຮູບ ແບບທແຕກຕ່າງກັນໃນແຕ່ລະວິຊາ. ປົກກະຕິແລ້ວການປະເມີນນີ້ຈະໃຊ້ຢູ່ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຂອງບົດຮຽນ. ີ່ການວັດ ແລະ ປະເມີນຜົນຄູສັງເກດເບ່ງວ່ານັກຮຽນຊ້ໃສ່ຕົວ ິີອັກສອນຖືກຕ້ອງຕາມຕົວອັກສອນ ທີ່ເຂົາເຈົ້າອອກສຽງ ຫຼື ບໍ່.໑໘ສ ວ ສສະຫງວນລິຂະສິດ
19ສວນຢຂນສະຫຼຸບ ກໍຍັງເປັນໂອກາດໜຶ່ງທີ່ສາມາດໃຊ້ການປະເມີນເບິ່ງວ່າ ນັກຮຽນບັນລຸຕາມຈຸດປະສົງຂອງບົດຮຽນໄດູ່ ່ັ ້້ແທ້ບໍ່.ກ່ອງ (boxes) ການວັດ ແລະ ປະເມີນຜົນ 1 ອັນ ຈະມີຄໍາແນະນໍາຢູ່ໃນຂອບທີ່ຂີດອ້ອມໄວ້ໃນແຕ່ລະບົດ ແລະ ມີລູກສອນຊີ້ ເພື່ອຊີ້ບອກວ່າ ການປະເມີນແບບນີ້ຄວນ ປະເມີນຢູ່ໃນຂັ້ນຕອນໃດຂອງບົດຮຽນ. ໝາຍຄວາມວ່າ ການ ປະເມີນຜົນນີ້ແມ່ນໃຫ້ອີງໃສ່ເກນການໃຫ້ຄະແນນທີ່ຢູ່ໃນຂໍ້ການວັດ ແລະ ປະເມີນຜົນດ້ານໜ້າຂອງບົດຮຽນ.ຕົວຢ່າງ: ການປະເມີນເພື່ອສະຫຼຸບຜົນການຮຽນອ່ານ ແລະ ເລືອກ ຂຽນ 3 ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ.3. ການໃຊ້ເກນການປະເມີນແບບຣູບຣິກເພື່ອໃຫ້ແທດເໝາະກັບວິທີການຮຽນທີ່ເນັ້ນການປະຕິບັດທີ່ໄດ້ຮັບຮອງໃຊ້ໃນຫຼັກສູດສະບັບປັບປຸງໃໝ່ຂອງຂັ້ນປະຖົມສຶກສານັ້ນ ຕ້ອງໄດ້ຊຸກຍູ້ໃຫ້ຄູນໍາໃຊ້ເກນການໃຫ້ຄະແນນແບບຣູບຣິກແທນທີ່ຈະຈັດຕັ້ງການສອບເສັງ ເພື່ອໃຫ້ ບັນລຸຈຸດປະສົງຂອງການຮຽນໃນແຕ່ລະບົດຮຽນ. ເກນການໃຫ້ຄະແນນແບບຣູບຣິກປະກອບມີຄໍາອະທິບາຍຄາດໝາຍ ຜົນສໍາເລັດຂອງລະດັບຕ່າງໆໃຫ້ແກ່ເປົ້າໝາຍຂອງການຮຽນໃນແຕ່ລະບົດຮຽນ.ເກນການໃຫ້ຄະແນນແບບຣູບຣິກສໍາລັບວິຊາພາສາລາວໄດ້ຂຽນໄວ້ດັ່ງລຸ່ມນີ້ ແລະ ຄໍາແນະນໍາຂອງການໃຊ້ແຕ່ລະເກນໃຫ້ເບິ່ງໃນຂໍ້ການວັດ ແລະ ປະເມີນຜົນໃນແຕ່ລະບົດ, ຊຶ່ງກໍານົດເກນການປະເມີນທັກສະການຟັງ ແລະ ເວົ້າ, ການອ່ານ ແລະ ການຂຽນທີ່ມີການພົວພັນກັບອົງປະກອບຕ່າງໆຂອງຫຼັກສູດ.ເກນການປະເມີນຜົນແບບຣູບຣິກ ແມ່ນວິທີທີ່ເໝາະສົມໃນການປະເມີນຄວາມສາມາດໃນການຮຽນຂອງນັກ ຮຽນຫຼາຍກວ່າການເສັງແບບເກົ່າ ຍ້ອນວ່າການປະເມີນຜົນດ້ວຍການໃຊ້ເກນການປະເມີນນີ້ສາມາດເຮັດໃຫ້ຄູໃຫ້ຄະ ແນນຕາມຄວາມສາມາດຂອງນັກຮຽນໃນການນໍາໃຊ້ຄວາມຮູ້ ແລະ ທັກສະທີ່ເຂົາເຈົ້າຮຽນ. ເກນການໃຫ້ຄະແນນຈະມີ ຄວາມຍາວທີ່ແຕກຕ່າງກັນ. ເກນດັ່ງກ່າວອາດມີຕໍ່າສຸດແຕ່ 2, 3, 4 ຫຼື 5 ຄະແນນ.ການບັນທຶກຄະແນນຈາກເກນການປະເມີນແບບຣູບຣິກວິທີການວັດ ແລະ ປະເມີນຜົນແບບຕໍ່ເນື່ອງໃນສະພາບປັດຈຸບັນ, ຄູໃຫ້ຄະແນນນັກຮຽນໃຊ້ລະບົບຄະແນນ 10 ໃນແຕ່ລະວິຊາຮຽນໃນແຕ່ລະອາທິດ. ຄະແນນຂອງແຕ່ລະວິຊາໄດ້ລວມເຂົ້າກັນ ເພື່ອສ້າງເປັນຄະແນນປະຈໍາເດືອນ ແລະ ຄະແນນສະເລ່ຍປະຈໍາພາກຮຽນຂອງນັກຮຽນແຕ່ລະວິຊາເປັນຄະແນນສະເລ່ຍຂອງປີຮຽນ.ເກນການປະເມີນແບບຣູບຣິກຈະໄດ້ນໍາໃຊ້ ເພື່ອໃຫ້ຄະແນນນັກຮຽນແຕ່ລະຄົນສໍາລັບແຕ່ລະທັກສະຕາມຫຼັກສູດ. ຄູຈະສັງລວມຄະແນນສໍາລັບນັກຮຽນແຕ່ລະຄົນ (ຈາກເກນການປະເມີນໜຶ່ງ ຫຼື ຈໍານວນໜຶ່ງ) ແລະ ຄິດໄລ່ຄະ ແນນລວມເປັນຄະແນນ 10 ຄະແນນ. ສໍາລັບແຕ່ລະອາທິດ, ຄະແນນສູງສຸດຈະແມ່ນ 20. ສະນັ້ນ, ເພື່ອໃຫ້ໄດ້ຄະແນນ ອອກຈາກຄະແນນລວມທັງໝົດເປັນ 10 ຕ້ອງຫານສອງ.ຕົວຢ່າງ: ໃນບົດທີ 4 ຄວນນໍາໃຊ້ເກນການປະເມີນດັ່ງຕໍ່ໄປນີ້:ການຟັງ ແລະ ການເວົ້າ: ເກນການປະເມີນ 1 (2 ຄະແນນ)ການອອກສຽງ ແລະ ຕົວອັກສອນ: ເກນການປະເມີນ 5ກ (4 ຄະແນນ)ການອ່ານ: ເກນການປະເມີນ 7ຂ (3 ຄະແນນ) ແລະ 9ກ (3 ຄະແນນ)ການຂຽນ: ເກນການປະເມີນ 12 (3 ຄະແນນ) ແລະ 14ກ (3 ຄະແນນ)ນິທານ: ເກນການປະເມີນ 15 (2 ຄະແນນ)ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍໃຊ້ ເກນການປະເມີນ 7ຂ.໑໙
20ຖ້ານັກຮຽນເກັບສະສົມຄະແນນພາຍໃນອາທິດໄດ້ 17 ໃນ 20 ຄູກໍຈະບັນທຶກຄະແນນເປັນ 8 ½ (ຫຼື 8,5) ໃນ 10.ເກນການປະເມີນແບບຣູບຣິກສໍາລັບຫ້ອງ ປ. 1ການເວົ້າ ແລະ ການຟັງທີ່ກ່ຽວຂ້ອງກັບບົດຮຽນໃນປຶ້ມແບບຮຽນ1. ການຟັງ ແລະ ການເວົ້າ: ການນໍາໃຊ້ຕົວຢ່າງປະໂຫຍກທີ່ໄດ້ສອນໃນບົດຮຽນ.2ສາມາດນໍາໃຊ້ຕົວຢ່າງປະໂຫຍກ ເພື່ອແຕ່ງປະໂຫຍກພັນລະນາປາກເປົ່າຂອງຕົນເອງ.1ສາມາດເວົ້າລຶ້ມຄືນປະໂຫຍກຕາມຄູ, ແຕ່ຍັງບໍ່ສາມາດນໍາໃຊ້ ເພື່ອແຕ່ງປະໂຫຍກພັນລະນາປາກເປົ່າ ຂອງຕົນເອງ.0ບໍ່ສາມາດເວົ້າລຶ້ມຄືນປະໂຫຍກຕາມຄູ.2. ການຟັງ ແລະ ການເວົ້າ: ສາມາດໃຫ້ຂໍ້ມູນກ່ຽວກັບຫົວຂໍ້ໃນບົດຮຽນ2ສາມາດບອກຂໍ້ມູນຂອງຕົນເອງ ທີ່ພົວພັນກັບຫົວຂໍ້ທີ່ຮຽນ.1ສາມາດສົນທະນາກ່ຽວກັບຫົວຂໍ້ໃນປຶ້ມບົດຮຽນ ແຕ່ບໍ່ສາມາດບອກຂໍ້ມູນຂອງຕົນເອງທີ່ພົວພັນກັບຫົວຂໍ້ທີ່ຮຽນ.0ບໍ່ສາມາດປະກອບສ່ວນໃນການສົນທະນາກ່ຽວກັບຫົວຂໍ້ທີ່ຮຽນ.3. ການຟັງ ແລະ ການເວົ້າ: ຄໍາສັບ ແລະ ວະລີ2ສາມາດນໍາໃຊ້ຄໍາສັບ ແລະ ວະລີ ທີ່ໄດ້ແນະນໍາ/ສອນເຂົ້າໃນການໃຫ້ຂໍ້ມູນຂອງຕົນເອງໄດ້ຢ່າງເໝາະສົມ.1ສາມາດນໍາໃຊ້ຄໍາສັບ ແລະ ວະລີໃນເວລາສົນທະນາກ່ຽວກັບບົດເລື່ອງແຕ່ບໍ່ສາມາດນໍາໃຊ້ ເພື່ອບອກ ຂໍ້ມູນກ່ຽວກັບຕົນເອງ.0ບໍ່ສາມາດນໍາໃຊ້ຄໍາສັບ ແລະ ວະລີທີ່ໄດ້ແນະນໍາ/ສອນ.4ກ. ການຟັງ ແລະ ການເວົ້າ: ການສື່ສານໃນຫ້ອງຮຽນ (ນໍາໃຊ້ເວລາທົບທວນແຕ່ລະອາທິດ)2ເຂົ້າຮ່ວມກິດຈະກໍາ ແລະ ສື່ສານກັບໝູ່ໃນຫ້ອງຮຽນຢ່າງຕັ້ງໜ້າ ແລະ ເໝາະສົມ, ໂດຍສື່ສານຄວາມເຫັນ ຂອງຕົນເອງຢ່າງຊັດເຈນ (ສໍາລັບນັກຮຽນຊົນເຜົ່າ: ເຖິງວ່າ ຄວາມຮູ້ດ້ານຄໍາສັບຍັງຈໍາກັດ ແລະ ຍັງມີ ຄວາມຜິດພາດທາງດ້ານໄວຍາກອນກໍຕາມ).1ສະແດງໃຫ້ເຫັນວ່າມີຄວາມເຂົ້າໃຈກ່ຽວກັບກິດຈະກໍາໃນຫ້ອງຮຽນ (ເຮັດຕາມຄໍາແນະນໍາ ແລະ ອື່ນໆ) ແຕວາບໍ່ສາມາດສື່ສານຂໍ້ມູນຂອງຕົນເອງໄດ້ຢ່າງຊັດເຈນ.່່0ບໍ່ເຂົ້າຮ່ວມ ຫຼື ບໍ່ສາມາດເຂົ້າຮ່ວມໃນກິດຈະກໍາ ແລະ ການພົວພັນກັບໝູ່ໃນຫ້ອງຮຽນໃນຊົ່ວໂມງຮຽນ.໒໐ສ ວ ສສະຫງວນລິຂະສິດ
214ຂ. ການຟັງ ແລະ ການເວົ້າ: ການນໍາສະເໜີຄວາມຄິດເຫັນຂອງກຸ່ມໃຫ້ແກ່ໝູ່ໃນຫ້ອງ (ບົດຮຽນ 24-28)3ນໍາສະເໜີຄວາມຄິດເຫັນຂອງກຸ່ມ: ສື່ສານຄວາມໝາຍຢ່າງຊັດເຈນ ແລະ ສາມາດດຶງດູດຄວາມສົນໃຈ ຂອງຜູ້ຟັງ.2ນໍາສະເໜີຄວມຄິດເຫັນຂອງກຸ່ມ: ສື່ສານຄວາມໝາຍຢ່າງຊັດເຈນ, ແຕ່ບໍ່ຄໍານຶງ ວ່າຈະເຮັດແນວໃດໃຫ້ຜູ້ຟັງມີຄວາມສົນໃຈ.1ນໍາສະເໜີຄວາມຄິດເຫັນຂອງກຸ່ມ ແຕ່ບໍ່ສາມາດສື່ສານຄວາມໝາຍຢ່າງຊັດເຈນ.0ບໍ່ສະເໜີ ຫຼື ບໍ່ສາມາດສະເໜີຄວາມຄິດເຫັນຂອງກຸ່ມໃຫ້ໝູ່ໃນຫ້ອງຟັງ.ການອ່ານ ແລະ ການຂຽນທີ່ກ່ຽວຂ້ອງກັບບົດຮຽນໃນປຶ້ມແບບຮຽນສຽງ ແລະ ຕົວອັກສອນ5ກ. ການຟ້ອງສຽງ: ອ່ານ ແລະ ບອກຊື່ຕົວອັກສອນ 4 ຕົວທີ່ໄດ້ຮຽນໃນບົດຮຽນ (ພະຍັນຊະນະ ແລະ ສະຫຼະ) ບົດທີ 2: ເກນການປະເມີນຈະມີ ແຕ່ 0-3 ເທົ່ານັ້ນ ລວມເອົາວັນນະຍຸດນໍາ/ສໍາລັບບົດທີ 3 ຫາ 23 ເກນການປະເມີນຈະຄົບ 4.4ຮູ້ ແລະ ບອກຊື່ຕົວອັກສອນ 4 ຕົວ.3ຮູ້ ແລະ ບອກຊື່ຕົວອັກສອນ 3 ຕົວ.2ຮູ້ ແລະ ບອກຊື່ຕົວອັກສອນ 2 ຕົວ. 1ຮູ້ ແລະ ບອກຊື່ຕົວອັກສອນ 1ຕົວ.0ບໍ່ຮູ້ ແລະ ບໍ່ສາມາດບອກຊື່ຕົວອັກສອນ 4 ຕົວໄດ້.5ຂ. ການຟ້ອງສຽງ: ອ່ານ ແລະ ບອກຊື່ຕົວອັກສອນ ທີ່ໄດ້ຮຽນໃນບໍ່ດົນມານີ້ (ພະຍັນຊະນະ ແລະ ສະຫຼະ) ການທວນຄືນ ບົດຮຽນ.4ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 10 ຕົວ.3ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 8 ຕົວ.2ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 6 ຕົວ.1ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 4 ຕົວ.0ບໍ່ຮູ້ ແລະ ບໍ່ສາມາດບອກຊື່ຕົວອັກສອນ ຢ່າງຕ່ໍາ 4 ຕົວ.໒໑
226. ການຟ້ອງສຽງ: ຈໍາແນກ ແລະ ບອກສຽງຂອງອັກສອນທີ່ໄດ້ຮຽນໃນແຕ່ລະບົດຮຽນ (ພະຍັນຊະນະ ແລະ ສະຫຼະ) ບົດທີ 1: ເກນການປະເມີນຈະມີ ແຕ່ 0-3 ເທົ່ານັ້ນ /ສໍາລັບ ບົດ ທີ 3 ຫາ 23 ເກນການປະເມີນຈະຄົບ 4.4ສໍາລັບ ຕົວອັກສອນ 4 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.3ສໍາລັບຕົວ ອັກສອນ 3 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.2ສໍາລັບ ຕົວອັກສອນ 2 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.1ສໍາລັບຕົວອັກສອນ 1 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.0ບໍ່ສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງຕົວອັກສອນເຫຼົ່ານັ້ນ.ການອ່ານຄໍາສັບ ແລະ ບົດອ່ານທີ່ປະສົມປະສານການອ່ານ ແລະ ການຂຽນເຂົ້າກັນ7ກ. ການອ່ານ ແລະ ການຂຽນຄໍາສັບໃນບົດຮຽນ (ບົດທີ 1 ແລະ 2 ເທົ່ານັ້ນ)3ສາມາດອະທິບາຍສຽງຂອງຕົວອັກສອນທີ່ລວມເຂົ້າກັນເປັນຄໍາສັບ, ຄໍາສັບຕ່າງໆທີ່ໄດ້ຮຽນ.2ສາມາດຂຽນຄໍາສັບ ຫຼາຍຄໍາສັບທີ່ໄດ້ຮຽນ ຫຼື ປະກອບເປັນຄໍາສັບ, ຄໍາສັບຕ່າງໆ ໂດຍການໃຊ້ບັດ ຕົວອັກສອນ.1ສາມາດອ່ານຄໍາສັບ, ຄໍາສັບຕ່າງໆໃນບົດຮຽນ.0ບໍ່ຮູ້ຄໍາສັບ, ຄໍາສັບຕ່າງໆໃນບົດຮຽນ ຫຼື ສ້າງຄໍາສັບໂດຍການໃຊ້ຕົວອັກສອນ.ການແຍກ ການອ່ານ ແລະ ການຂຽນ7ຂ. ຄໍາສັບ: ການອ່ານຄໍາສັບທີ່ຮຽນໃນບົດຮຽນ3ສາມາດອ່ານໄດ້ຫຼາຍກວ່າ 6 ຄໍາສັບທີ່ຮຽນ.2ສາມາດອ່ານໄດ້ 4 -6 ຄໍາສັບທີ່ຮຽນ.1ສາມາດອ່ານໄດ້ຢ່າງຕ່ໍາ 3 ຄໍາສັບທີ່ຮຽນ.0ບໍ່ສາມາດອ່ານ ຫຼື ຮູ້ຢ່າງຕ່ໍາ 3 ຄໍາສັບທີ່ຮຽນ.8. ຄໍາສັບ: ຮູ້ຄໍາສັບທີ່ໃຊ້ຫຼາຍໂດຍທົ່ວໄປໃນບົດຮຽນນີ້ ແລະ ບົດຮຽນທີ່ຜ່ານມາ3ສາມາດອ່ານຄໍາສັບໃຊ້ຫຼາຍໂດຍທົ່ວໄປໃນກິດຈະກໍາຝຶກອ່ານທີ່ຜ່ານມາ.2ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປ ໄດ້ 4-6 ຄໍາ ໃນກິດຈະກໍາຝຶກອ່ານ.໒໒ສ ວ ສສະຫງວນລິຂະສິດ
231ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປ ຢ່າງຕ່ໍາ 3 ໃນກິດຈະກໍາຝຶກອ່ານ.0ບໍ່ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປເປັນສ່ວນຫຼາຍ.9ກ. ການອ່ານບົດໃນບົດຮຽນໃໝ່ດ້ວຍຕົນເອງ (ພາກຮຽນ 1; ຄູຈະບໍ່ອ່ານບົດເລື່ອງກ່ອນ)3ອ່ານດ້ວຍຄວາມໝັ້ນໃຈ, ດັດແກ້ຄືນເວລາອ່ານຜິດ ແລະ ສາມາດບອກຄວາມໝາຍຂອງບົດຄວາມ.2ອ່ານຢ່າງຊ້າໆ, ອ່ານຜິດເລັກໜ້ອຍ, ແຕ່ບໍ່ສາມາດດັດແກ້ຄືນເວລາອ່ານຜິດ.1ນໍາໃຊ້ຄວາມຮູ້ດ້ານການອອກສຽງ ເພື່ອພະຍາຍາມອ່ານ ແຕ່ ອ່ານຜິດຫຼາຍ.0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.9ຂ. ການອ່ານອອກສຽງບົດໃນບົດຮຽນໃໝ່ຢ່າງຖືກຕ້ອງ (ພາກຮຽນ 2; ຮອດບົດຮຽນທີ 23 ຄູຈະບໍ່ອ່ານບົດກ່ອນ)3ບໍ່ມີຄວາມຜິດພາດ ແລະ ອ່ານໄດ້ຢ່າງຄ່ອງແຄ້ວ.2ມີຄວາມຜິດພາດເລັກໜ້ອຍ ແລະ/ຫຼື ອ່ານບໍ່ຄ່ອງແຄ້ວ (ອ່ານບາງຄໍາສັບຜິດ, ຜັນສຽງບາງຄໍາບໍ່ໄດ້ດີ, ອ່ານຂ້າມບາງຄໍາສັບ, ອ່ານຊ້າຫຼາຍ).1ມີຄວາມຜິດພາດຫຼາຍ (ຕ້ອງການໃຫ້ຄູຊ່ວຍໃນການອ່ານຫຼາຍ).0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.9ຄ. ການອ່ານອອກສຽງບົດໃນບົດຮຽນໃໝ່ຢ່າງຖືກຕ້ອງ (ບົດຮຽນທີ 24-29; ຄູຈະບໍ່ອ່ານບົດກ່ອນ)5ອ່ານຢ່າງຄ່ອງແຄ້ວ ດ້ວຍນ້ໍາສຽງທີ່ເໝາະສົມກັບຄວາມໝາຍ.4ບໍ່ມີຄວາມຜິດພາດ ແລະ ອ່ານຢ່າງຄ່ອງແຄ້ວ, ແຕ່ວ່ານ້ໍາສຽງບໍ່ເໝາະສົມກັບຄວາມໝາຍ.3ບໍ່ມີຄວາມຜິດພາດ ແຕ່ອ່ານຊ້າຫຼາຍ.2ມີຄວາມຜິດພາດເລັກໜ້ອຍ (ເວົ້າບາງຄໍາສັບຜິດ, ອອກສຽງບາງຄໍາສັບບໍ່ໄດ້ດີ, ອ່ານຜ່ານບາງຄໍາ ສັບ).1ມີຄວາມຜິດພາດຫຼາຍ (ຕ້ອງໃຫ້ຄູຊ່ວຍອ່ານຫຼາຍ).0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.10. ຄວາມສາມາດໃນການຕອບຄໍາຖາມຫຼັງຈາກອ່ານບົດ3ຕອບຖືກ 3 ຂໍ້.2ຕອບຖືກ 2 ຂໍ້.1ຕອບຖືກ 1 ຂໍ້.0ບໍ່ມີຄໍາຕອບ ຫຼື ຕອບຜິດໝົດ.໒໓
2411. ອ່ານຢ່າງຖືກຕ້ອງ ເພື່ອປະຕິບັດກິດຈະກໍາຈັບຄູ່, ຕື່ມໃສ່ບ່ອນວ່າງ ຫຼື ຕື່ມປະໂຫຍກຄົບຖ້ວນ3ຖືກ 3 ຂໍ້.2ຖືກ 2 ຂໍ້.1ຖືກ 1 ຂໍ້.0ບໍ່ມີຄໍາຕອບ ຫຼື ຕອບຜິດໝົດ.ການຂຽນຄໍາສັບ ແລະ ບົດ12. ຫັດຂຽນກ່ຽວກັບຕັວອັກສອນທີ່ຮຽນໃໝ່ (ພະຍັນຊະນະ ແລະ ສະຫຼະ) ແລະ ຄໍາສັບໃນບົດຮຽນ3ຂຽນຕົວອັກສອນ ແລະ ຄໍາສັບໃນສັດສ່ວນຂະໜາດ ແລະ ຮູບຮ່າງທີ່ຖືກຕ້ອງ, ຂຽນພາຍໃນເສັ້ນ ແລະ ຍະວ່າງລະຫວ່າງຕົວອັກສອນຢ່າງເໝາະສົມ.2ຂຽນຕົວອັກສອນ ແລະ ຄໍາສັບໃນສັດສ່ວນຂະໜາດ ແລະ ຮູບຮ່າງທີ່ຖືກຕ້ອງ, ຂຽນພາຍໃນເສັ້ນ ແຕ່ວ່າ ຍະວ່າງລະຫວ່າງຕົວອັກສອນຢ່າງບໍ່ເໝາະສົມ.1ຂຽນຕົວອັກສອນແຕ່ລະຕົວໃນຮູບຮ່າງທີ່ອ່ານອອກ ແຕ່ວ່າຂຽນອອກນອກເສັ້ນ ແລະ ມີຂະໜາດທີ່ ບໍ່ຖືກຕ້ອງ.0ບໍ່ສາມາດຂຽນຕົວອັກສອນທີ່ສາມາດອ່ານອອກໄດ້.13ກ. ການຂຽນ: ການຂຽນທວາຍ (ພາກຮຽນ 1; 3-4 ຄໍາສັບ ຫຼື ປະໂຫຍກສັ້ນໆ)3ຂຽນໄດ້ຢ່າງຖືກຕ້ອງ ຢ່າງຕ່ໍາ 3 ຄໍາສັບ.2ຂຽນໄດ້ຢ່າງຖືກຕ້ອງຢ່າງຕ່ໍາ 2 ຄໍາສັບ.1ຂຽນໄດ້ຢ່າງຖືກຕ້ອງຢ່າງຕ່ໍາ 1 ຄໍາສັບ.0ບໍ່ສາມາດຂຽນຄໍາສັບໃດໄດ້ຢ່າງຖືກຕ້ອງ.13ຂ. ການຂຽນ: ການຂຽນທວາຍ (ພາກຮຽນ 2; 1-2 ປະໂຫຍກສັ້ນ, ລວມທັງເຄື່ອງໝາຍວັກ, ຕອນ)3ຂຽນຖືກຕ້ອງໝົດ.2ຂຽນຄໍາສັບສ່ວນຫຼາຍໄດ້ຢ່າງຖືກຕ້ອງ ແລະ ໃສ່ເຄື່ອງໝາຍຈ້ໍາໃນຕອນທ້າຍຂອງທຸກໆປະໂຫຍກ.1ຂຽນຖືກຕ້ອງຢ່າງຕ່ໍາ 3 ຄໍາສັບ ແລະ ໃສ່ເຄື່ອງໝາຍຈ້ໍາໃນຕອນທ້າຍຂອງທຸກໆປະໂຫຍກ.0ບໍ່ສາມາດຂຽນຖືກຕ້ອງຢ່າງຕ່ໍາ 3 ຄໍາສັບ.໒໔ສ ວ ສສະຫງວນລິຂະສິດ
2514ກ. ຂຽນຄໍາສັບ ແລະ ວະລີ ໃນພາກປະຕິບັດກິດຈະກໍາການນໍາໃຊ້ (ພາກຮຽນ 1)3ຂຽນຄໍາສັບ ແລະ ວະລີ ທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍຄໍາສັບທີ່ບໍ່ຄຸ້ນເຄີຍປານໃດ ແລະ ຂຽນຄໍາສັບທີ່ໃຊ້ ໂດຍທົ່ວໄປຈາກຄວາມຈື່ຈໍາ.2ຂຽນຄໍາສັບ ແລະ ວະລີ ທີ່ຕອບ ພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍທຸກໆຄໍາສັບ.1ຂຽນຄໍາຕອບ ແຕ່ວ່າ ຊ້າ ແລະ ຜິດຫຼາຍ (ສ່ວນຫຼາຍແມ່ນເຮັດບໍ່ແລ້ວຕາມເວລາທີ່ກໍານົດໃຫ້).0ບໍ່ພະຍາຍາມຂຽນຄໍາຕອບ.14ຂ. ຂຽນຄໍາສັບ, ວະລີ, ແລະ ປະໂຫຍກໃນພາກປະຕິບັດກິດຈະກໍາການນໍາໃຊ້ (ພາກຮຽນ 2)3ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ຂຽນຄໍາສັບສ່ວນຫຼາຍຈາກ ຄວາມຈື່ຈໍາ.2ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍຄໍາສັບທບຄນເຄຍ ີ ່ໍ ຸ່ ້ີປານໃດໃຫ້ໜ້ອຍລົງ ແລະ ຂຽນຄໍາສັບທີ່ໃຊ້ໂດຍທົ່ວໄປຈາກຄວາມຈື່ຈໍາ.1ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍການສະກົດຄໍາສ່ວນ ຫຼາຍຈາກປຶ້ມແບບຮຽນ.0ຂຽນຄໍາຕອບດ້ວຍການກ່າຍການສະກົດຄໍາຈາກປຶ້ມແບບຮຽນ, ແຕ່ກໍຊ້າ, ສ່ວນຫຼາຍມີຄວາມຜິດພາດ ຫຼາຍ, (ສ່ວນຫຼາຍບໍ່ສໍາເລັດຕາມເວລາທີ່ກໍານົດ).14ຄ. ຂຽນຄໍາສັບ, ວະລີ, ແລະ ປະໂຫຍກໃນພາກປະຕິບັດກິດຈະກໍາການນໍາໃຊ້ (ແຕ່ງ ຫຼື ຕື່ມແນວຄິດໃສ່ບົດໃຫ້ຄົບ ຖ້ວນ ຫຼື ເພື່ອຂຽນຕົວຢ່າງດ້ວຍຕົນເອງ) ປະຕິບັດເປັນກຸ່ມ (ພາກຮຽນ 2; ນັບຈາກບົດຮຽນທີ 24)5ເຮັດເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງຢ່າງຖືກຕ້ອງຕາມບົດຝຶກຫັດ ໂດຍມີຂໍ້ຜິດພາດເລັກນ້ອຍ ດ້ານໄວຍາກອນ, ການໃຊ້້້ເຄື່ອງໝາຍວັກຕອນ ແລະ ການສະກົດຄໍາ.4ເຮັດເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງຢ່າງຖືກຕ້ອງຕາມບົດຝຶກຫັດ ແຕ່ວ່າປະໂຫຍກມີຂໍ້ຜິດຫຼາຍ ດ້ານໄວຍາກອນ, ການໃຊ້້້ເຄື່ອງໝາຍວັກຕອນ ແລະ ການສະກົດຄໍາ (ແຕ່ວ່າຍັງສາມາດເຂົ້າໃຈ ຄວາມໝາຍໄດ້).3ເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງໄດ້ຢ່າງຖືກຕ້ອງຕາມບົດຝຶກຫັດ, ແຕ່ບໍ່ເຂົ້າກັບປະເພດບົດທ່ ີພວມຮຽນຢູ່ (ຕົວຢ່າງ ປະໂຫຍກອາດເປັນການພັນລະນາ, ແຕ່ຄວາມຕ້ອງການແມ່ນປະໂຫຍກຄໍາສັ່ງ).2ເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງ, ແຕ່ວ່າປະໂຫຍກບໍ່ສາມາດສື່ຄວາມໝາຍໄດ້ (ສະກົດຄໍາບໍ່ ຖືກ ຫຼື ການເລືອກໃຊ້ຄໍາສັບ/ໄວຍາກອນເຮັດໃຫ້ເຂົ້າໃຈຍາກ).1ຂຽນປະໂຫຍກດ້ວຍການຈົດກ່າຍຕົວຢ່າງປະໂຫຍກ ແລະ ການສະກົດຄໍາຈາກປຶ້ມແບບຮຽນໄດ້, ແຕ່ວ່າບໍ່ສາມາດຂຽນແນວຄິດຂອງຕົນເອງຢ່າງຊັດເຈນ ແລະ ບໍ່ພະຍາຍາມສະກົດຄໍາດ້ວຍຕົວເອງ.0ບໍ່ສາມາດ ຫຼື ບໍ່ຢາກປະກອບສ່ວນ ເພື່ອໃຫ້ກິດຈະກໍາຝຶກຂຽນຂອງກຸ່ມສໍາເລັດ.໒໕
26ທີ່ກ່ຽວຂ້ອງກັບກິດຈະກໍາ ປຶ້ມນິທານການຄາດເດົາ15. ທັກສະການຄາດເດົາ (ອີງຕາມລັກສະນະອື່ນທີ່ບໍ່ແມ່ນບົດ; ພາກຮຽນ 1)2ເລົ່າວ່າໃນຮູບພາບແມ່ນມີຫຍັງເກີດຂຶ້ນ ແລະ ໃຊ້ຮູບພາບ ເພື່ອເດົາວ່າແມ່ນຫຍັງຈະເກີດຂຶ້ນ/ພວມເກີດ ຂຶ້ນໃນນິທານ.1ເລົ່າວ່າໃນຮູບພາບແມ່ນມີຫຍັງເກີດຂຶ້ນ ແຕ່ບໍ່ໃຊ້ຮູບ ເພື່ອເດົາວ່າແມ່ນຫຍັງຈະເກີດຂຶ້ນ.0ບໍ່ເລົ່າວ່າມີຫຍັງເກີດຂຶ້ນໃນຮູບພາບຂອງບົດນິທານ.16ກ. ທັກສະການຄາດເດົາ (ອີງຕາມບົດ; ພາກຮຽນ 1)2ເດົາວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ ໂດຍອີງໃສ່ເຫດການທີ່ເກີດຜ່ານມາແລ້ວ.1ເດົາວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ ແຕ່ວ່າບໍ່ອີງໃສ່ເຫດການທີ່ເກີດຂຶ້ນທີ່ໃກ້ຄຽງກັບເຫດ ການທີ່ເກີດຂຶ້ນຜ່ານມາແລ້ວ.0ບໍ່ເລົ່າວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ.16ຂ. ທັກສະການຄາດເດົາ (ອີງຕາມບົດ; ພາກຮຽນ 2)2ພະຍາຍາມດ້ວຍເອງ (ໂດຍບໍ່ໃຫ້ຄູຊ່ວຍ) ເພື່ອຊອກຫາຄໍາສັບທີ່ຮູ້ໃນຫົວຂໍ້ ແລະ ບົດເລື່ອງ ເພື່ອເປັນ ຂໍ້ມູນໃນການຄາດເດົາ.1ພະຍາຍາມດ້ວຍຕົນເອງ ເພື່ອຊອກຫາຄໍາສັບໃນຫົວຂໍ້ຄໍາສັບທີ່ຮູ້ໃນຫົວຂໍ້ ແລະ ບົດເລື່ອງ ເພື່ອເປັນ ຂໍ້ມູນໃນການຄາດເດົາສະເພາະເວລາຄູຊ່ວຍບອກຂໍ້ມູນເທົ່ານັ້ນ.0ບໍ່ພະຍາຍາມອ່ານຫົວຂໍ້ ຫຼື ຄໍາສັບໃນບົດເລື່ອງ ເພື່ອຕອບຄໍາຖາມກ່ຽວກັບການຄາດເດົາຂອງຄູ.ການຕອບ17ກ. ການຕອບກ່ຽວກັບນິທານ (ການແຕ້ມ ແລະ ການເລົ່າ; ພາກຮຽນ 1)2ແຕ້ມຮູບເຫດການທີ່ກ່ຽວຂ້ອງກັບຄວາມໝາຍຂອງນິທານ, ແລ້ວເຊື່ອມໂຍງຮູບທີ່ແຕ້ມກັບນິທານ ເວລານໍາສະເໜີໃຫ້ຜູ້ອື່ນຟັງ.1ແຕ້ມຮູບເຫດການທີ່ກ່ຽວຂ້ອງກັບຄວາມໝາຍຂອງນິທານ ແຕ່ບໍ່ເຊື່ອມໂຍງຮູບທີ່ແຕ້ມກັບນິທານເວ ລານໍາສະເໜີໃຫ້ຜູ້ອື່ນຟັງ.0ແຕ້ມຮູບທີ່ບໍ່ກ່ຽວຂ້ອງກັບເຫດການໃນນິທານ.17ຂ. ການຕອບກ່ຽວກັບນິທານ (ທີ່ກ່ຽວຂ້ອງກັບເລື່ອງໃນຊີວິດຂອງຕົນເອງ; ພາກຮຽນ 2)2ບອກວ່າ ສາມາດຮຽນຫຍັງໄດ້ແດ່ຈາກນິທານ ແລະ ບອກຕົວຢ່າງວ່າຈະນໍາບົດຮຽນດັ່ງກ່າວໄປໃຊ້ ແນວໃດ.1ບອກທັດສະນະສ່ວນຕົວກ່ຽວກັບການກະທໍາຂອງຕົວລະຄອນໃນນິທານ ແລະ ເປັນຫຍັງເຫດການຈຶ່ງ ເກີດຂຶ້ນ ແຕ່ບໍ່ສາມາດເຊື່ອມໂຍງກັບຊີວິດສ່ວນຕົວ.0ບໍ່ບອກທັດສະນະກ່ຽວກັບເຫດການທີ່ເກີດຂຶ້ນກັບຕົວລະຄອນໃນນິທານ ຫຼື ເປັນຫຍັງເຫດການຈຶ່ງ ເກີດຂຶ້ນ.໒໖ສ ວ ສສະຫງວນລິຂະສິດ
2718ກ. ການຕອບກ່ຽວກັບນິທານ (ການຂຽນ; ພາກຮຽນ 1 ນັກຮຽນຈະສະກົດຄໍາທີ່ພໍໃຊ້ໄດ້ ແລະ ຜິດໄວຍາກອນບາງບ່ອນ).2ຂຽນໜຶ່ງ ຫຼື ຫຼາຍປະໂຫຍກ ເພື່ອອະທິບາຍຮູບແຕ້ມ (ເລົ່າເຫດການຕ່າາໆທີ່ເກີດຂຶ້ນໃນຮູບ ດັ່ງກ່າວ).1ຂຽນຄໍາສັບ ຫຼື ວະລີກ່ຽວກັບຮູບແຕ້ມ ເພື່ອບອກຊື່ຂອງສິ່ງຂອງ ຫຼື ເຫດການຕ່າງໆໃນຮູບແຕ້ມ.0ບໍ່ຂຽນຫຍັງໃສ່ຮູບແຕ້ມຍົກເວັ້ນຊື່ຂອງຜູ້ກ່ຽວເອງ.18ຂ. ການຕອບກ່ຽວກັບນິທານ (ການຂຽນ; ພາກຮຽນ 2 ນັກຮຽນຈະສະກົດຄໍາທີ່ພໍໃຊ້ໄດ້ ແລະ ຜິດໄວຍາກອນບາງບ່ອນ)2ຂຽນສອງ ຫຼື ຫຼາຍປະໂຫຍກກ່ຽວກັບຮູບແຕ້ມທີ່ເລົ່າກ່ຽວກັບເຫດການຕ່າງໆ ທີ່ເກີດຂຶ້ນໃນນິທານ ຕາມລໍາດັບ (ລວມທັງນິທານທີ່ນັກຮຽນແຕ່ງເອງ).1ຂຽນໜຶ່ງ ຫຼື ສອງປະໂຫຍກ ເພື່ອອະທິບາຍຮູບແຕ້ມ (ເລົ່າວ່າແມ່ນຫຍັງເກີດຂຶ້ນໃນຮູບແຕ້ມ).0ບໍ່ຂຽນປະໂຫຍກກ່ຽວກັບຮູບແຕ້ມຂອງຕົນເອງ ແຕ່ຂຽນບາງຄໍາສັບ ຫຼື ວະລີ ເພື່ອບອກຊື່ຂອງສິ່ງຂອງ ຫຼື ເຫດການຕ່າງໆໃນຮູບເທົ່ານັ້ນ.ຄໍາສັບ19ກ. ນໍາໃຊ້ຄໍາສັບໃນນິທານ ເພື່ອເລົ່າຄືນນິທານ (ສະຫຼຸບ; ພາກຮຽນ 1)2ໃຊ້ບາງຄໍາສັບຢ່າງເໝາະສົມ ເວລາເລົ່າຄືນນິທານ ຫຼື ເວລານໍາສະເໜີຮູບແຕ້ມກ່ຽວກັບນິທານ.1ເລົ່າຄືນວ່າແມ່ນຫຍັງເກີດຂຶ້ນໃນນິທານ ແຕ່ບໍ່ໃຊ້ ຄໍາສັບໃດໆໃນນິທານ.0ບໍ່ສາມາດ ຫຼື ບໍ່ເລົ່າຄືນ ວ່າແມ່ນຫຍັງເກີດຂຶ້ນໃນນິທານ.19ຂ. ການນໍາໃຊ້ຄໍາສັບ (ແຕ່ງປະໂຫຍກດ້ວຍຕົນເອງ ໂດຍໃຊ້ຄໍາສັບທີ່ຮຽນໃນນິທານ; ພາກຮຽນ 2)2ສາມາດແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ຄໍາສັບທີ່ໄດ້ຮຽນໃນນິທານຢ່າງຕ່ໍາ 3 ຄໍາ.1ສາມາດແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ ຄໍາສັບທີ່ໄດ້ຮຽນໃນນິທານ 1 ຫຼື 2 ຄໍາ.0ບໍ່ສາມາດ, ບໍ່ແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ຄໍາສັບທີ່ໄດ້ຮຽນໃນນິທານ.ທີ່ກ່ຽວຂ້ອງກັບການອ່ານປຶ້ມອ່ານເສີມ 20ກ. ການອ່ານດ້ວຍຕົນເອງ ເພື່ອຊອກຫາຄວາມໝາຍ (ຄູຈະບໍ່ອ່ານກ່ອນນັກຮຽນ)3ອ່ານດ້ວຍຄວາມເຊື່ອໝັ້ນ, ດັດແກ້ດ້ວຍຕົນເອງເວລາມີຄວາມຜິດ ແລະ ສາມາດບອກຄວາມໝາຍ ຂອງບົດ ເລື່ອງຫຼັງຈາກອ່ານໄດ້.2ອ່ານຊ້າ ແລະ ມີຄວາມຜິດເລັກນ້ອຍ ແຕ່ບໍ່ດັດແກ້ຄໍາຜິດດ້ວຍຕົນເອງ ເພື່ອເຮັດໃຫ້ເຂົ້າໃຈຄວາມໝາຍຫຼາຍຂຶ້ນ.1ນໍາໃຊ້ຄວາມຮູ້ກ່ຽວກັບສຽງໃນການພະຍາຍາມອ່ານ ແຕ່ຍັງມີຄວາມຜິດຫຼາຍ ເພື່ອໃຫ້ເຂົ້າໃຈຄວາມ ໝາຍ.0ອ່ານບໍ່ໄດ້ ຫຼື ບໍ່ມີຄວາມພະຍາຍາມອ່ານ.໒໗
2820ຂ. ການອ່ານປຶ້ມອ່ານເສີມດ້ວຍຕົນເອງ-ອ່ານໄດ້ຢ່າງຄ່ອງແຄ້ວຊັດເຈນ (ຄູຈະບໍ່ອ່ານກ່ອນນັກຮຽນ)3ອ່ານບໍ່ມີຄໍາຜິດ ແລະ ອ່ານດ້ວຍນໍ້າສຽງທີ່ເໝາະສົມກັບເລື່ອງ.2ອ່ານມີຄໍາຜິດສອງສາມຄໍາ ແລະ/ຫຼື ບໍ່ທັນຄ່ອງແຄ້ວ (ເວົ້າຄໍາສັບຈໍານວນໜຶ່ງບໍ່ຖືກ, ຜັນສຽງຄໍາສັບ ຈໍານວນໜຶ່ງບໍ່ໄດ້, ຂ້າມຄໍາສັບຈໍານວນໜຶ່ງ, ຊ້າຫຼາຍ.1ອ່ານມີຄວາມຜິດຫຼາຍ (ຕ້ອງການຄວາມຊ່ວຍເຫຼືອຈາກຄູຫຼາຍໃນການອ່ານ).0ອ່ານບໍ່ໄດ້ ຫຼື ບໍ່ມິຄວາມພະຍາຍາມອ່ານ.ໝາຍເຫດ: ພະ ຍັນ ຊະ ນະ ແລະ ສະ ຫຼະ ໃນ ພາ ສາ ລາວ ບາງ ຕົວ ມີ ຫາງ ເຊັ່ນ: ງ ຊ ຖ ປ ຝ ຟ ຢ ຽ ໄ ໃ ໂ ເວ ລາ ຂຽນ *ໂດຍ ສະ ເພາະ ແມ່ນ ຫັດ ຂຽນ ງາມ ໃຫ້ ຄວາມ ຍາວ ຂອງ ຫາງ ທີ່ ລື່ນ ອອກ ໄປ ຂຶ້ນ ເທິງ ຫຼື ລົງ ລຸ່ມ ເທົ່າ ກັບ ຕົວ ຂອງ ພະ ຍັນ ຊະ ນະ ຫຼື ສະ ຫຼະ. ເວ ລາ ໃຊ້ ຕົວ ພິມ ໃຫ້ ຫາງ ຍາວ ຂຶ້ນ ເທິງ ຫຼື ລົງ ລຸ່ມ ເທົ່າ ກັບ ເຄິ່ງ ໝຶ່ງ ຂອງ ຕົວ.໒໘ສ ວ ສສະຫງວນລິຂະສິດ
II. ແນະນຳການສອນແຕ່ລະບົດ29໒໙
3017໓໐ສ ວ ສສະຫງວນລິຂະສິດ
3117ບົດທີ 17 ຖ ທ ເxັຍ ເxຍເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່ ພະຍັນຊະນະ ຖ ທ ແລະ ສະຫຼະ ເxັຍ ເxຍ, ຈໍາແນກ ແລະ ບອກສຽງຕົວອັກສອນ ຖ ທ ເxັຍ ເxຍ.1 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ຖ ທ ເxັຍ ເxຍ.1 3ຂຽນພະຍັນຊະນະ ຖ ທ ແລະ ສະຫຼະ ເxັຍ ເxຍ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດພະຍາງທີ່ນໍາໃຊ້ສະຫຼະ ເxັຍ ເxຍ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກ ສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງ ວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາສັບຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະ ສົນທະນາຖາມຕອບ, ຄູສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນ ນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ 3 ຢູ່ທ້າຍຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 6 ຊົ່ວໂມງທີ 9.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ 9ຂ ຊົ່ວໂມງທີ 5.1 4ຫັດຂຽນ: ໃຊ້ເກນການປະເມີນ ຂໍ້ທີ 12 ແລະ 14ຂ ຊົ່ວໂມງທີ 1, 2, 3 ແລະ ຊົ່ວໂມງທີ 5.1 5ນິທານ: ໃຊ້ເກນການປະເມີນຂໍ້ທີ 19ຂ ຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1 1ພະຍັນຊະນະ ຖ ທ- ພະຍັນຊະນະ ປະກອບມີຄໍາ: ຖລໍຖ້າ, ໄຖ , ຖູ, ໂຖ, ແຖ, ຖື, ຖ້ໍາ.- ພະຍັນຊະນະ ປະກອບມີຄໍາ: ທທ່າ, ທາສີ, ທີ, ທີ່ນີ້, ແທ້, ທໍາ.1 2ສະຫຼະ ເxັຍ ເxຍ- ສະຫຼະ ເxັຍ ປະກອບມີຄໍາ: ເປັຍ.- ສະຫຼະ ເxຍ ປະກອບມີຄໍາ: ເລຍ, ເຂ່ຍ, ເບ້ຍ, ເຈ້ຍ, ເປຍ, ເຈຍ.1 3ພັັນລະນາກ່ຽວກັບຮູບພາບເຈົ້າຈະຂັບຫຍັງ?1 4ນິທານ ແລະ ປຶ້ມອ່ານເສີມ.IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບຕ່າງໆ.໓໑
32171 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນໍາພານັກຮຽນຮ້ອງເພງ ພ້ອມທ່າທາງປະກອບ 2-3 ຄັ້ງ 2) ຄູນໍາພານັກຮຽນຫຼິ້ນເກມ ບິ້ງໂກ ໂດຍນໍາໃຊ້ຄໍາສັບຈາກບົດທີ 16 (ວິທີຫຼິ້ນເບິ່ງຕາມບົດທີ 7)ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ຖ ທ ການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ພາກແນະນໍາພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ນັກຮຽນທີ່ອອກສຽງ ຖ ທ ແລະ ການຟ້ອງສຽງທັງສອງສຽງໄດ້ຢ່າງ ຖືກຕ້ອງ. 2ເວົ້າຊື່ ແລະ ຂີດຕາມຮອຍຕົວ ຖ ທການສອນໃຫ້ນໍາໃຊ້ວິທີການສອນ ທີ 2 ຢູ່ພາກແນະນໍາຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ) ເກມຊອກຫາຕົວອັກສອນ 1. ຊອກຫາພະຍັນຊະນະ ຖ , ທ ໃນແຜ່ນພູມຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 1 ຊົ່ວໂມງທີ 1.2. ຊອກຫາພະຍັນຊະນະ ຖ, ທ ໃນຊຸດບັດຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 1 ຊົ່ວໂມງທີ 1.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກເກມໃດໜຶ່ງສອນກໍໄດ້. 3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນ ທີ 3 ຢູ່ພາກແນະນໍາ1) ນັກຮຽນຂຽນ ຖ ແລະ ທ ໃສ່ກະດານນ້ອຍ ຫຼື ປຶ້ມຂຽນ ຕົວລະແຖວ ແລະ ຂຽນໄປຈົນສຸດແຖວທາງນອນ.2) ຄູໃຫ້ນັກຮຽນເລືອກແຕ້ມຮູບໃດໜຶ່ງທີ່ຂຶ້ນຕົ້ນດ້ວຍສຽງ ຖ ຫຼື ທ.ທວນຄືນ ການອອກສຽງ (5 ນາທີ) 4ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ຖ ທການສອນໃຫ້ນໍາໃຊ້ວິທີການສອນທີ 4 ຢູ່ພາກແນະນໍາ.5ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງຕົວ ຖ ທການສອນໃຫ້ນໍາໃຊ້ວິທີການສອນ ທີ 5 ຢູ່ພາກແນະນໍາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍນຳໃຊ້ເກນການ ປະເມີນຂໍ້ທີ 12.໓໒ສ ວ ສສະຫງວນລິຂະສິດ
3317ຄູສົນທະນາກັບນັກຮຽນກ່ຽວກັບຄວາມແຕກຕ່າງລະຫວ່າງ ແລະ ຄື: ເວລາອອກສຽງ ແລະ ຮູບປາກ ຖທຖທແມ່ນຄ້າຍຄືກັນ, ເມື່ອເອົາປະກອບກັບສະຫຼະຈະອອກສຽງຕ່າງກັນ, ສຽງ ຈະເປັນສຽງສູງ ສ່ວນສຽງ ຈະເປັນສຽງຕໍ່າ ຖທ(ຄູອາດສົມທຽບກັບຕົວອື່ນໆຕື່ມອີກກໍໄດ້).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ທາສີ ຖໍ້າການສອນໃຫ້ນໍາໃຊ້ວິທີການສອນທີ 6 ຢູ່ພາກແນະນໍາ.ຄູອະທິບາຍຄວາມໝາຍຄໍາສັບ ຖ້ໍາ ແມ່ນ: ຮູທີ່ເປັນໂຜ້ງກວ້າງຢູ່ໃນພູເຂົາ (ເປັນໂກນເລິກ).ທາ ແມ່ນ: ລູບໄລ້, ເອົາຂອງຕ່າງໆລູບໃສ່ເຮັດໃຫ້ຕິດແປດກັນເຊັ່ນ ທາສີ, ທາແປ້ງ...7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ພາກແນະນໍາ.ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະອື່ນທີ່ໄດ້ຮຽນມາເປັນຄໍາສັບຕ່າງໆດັ່ງນີ້: ຜາ, ຝາ, ຂາ, ຢາ, ນາ, ຢູ່ທີ, ພູ່, ປູ່ (ສອນປະກອບຄໍາສັບ: ລໍຖ້າ, ໄຖ, ໂຖ, ແຖ, ຖື, ຖໍ້າ, ທ່າເຮືອ, ທາຖ້ຽວ, ທີ່ນີ້, ແທ້, ທໍາ)1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ )ເກມປະກອບຄໍາສັບ1) ຊຸດບັດຕົວອັກສອນປະກອບມີພະຍັນຊະນະ, ສະຫຼະ ແລະ ວັນນະຍຸດທຸກຕົວທີ່ໄດ້ຮຽນມາ.2) ຄໍາສັບ: ໂຖ, ຖົງ, ຖີ່, ແທ້, ທໍາ, ທ່າເຮືອ... ຂັ້ນຕອນການປະຕິບັດຄື ບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ (10 ນາທີ) 8ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນ ທີ 8 ຢູ່ພາກແນະນໍາ.ຄໍາສັບ: ລໍຖ້າ, ໄຖ, ຖູ, ໂຖ, ແຖ, ຖື, ຖ້ໍາ, ທ່າ, ທາສີ, ທີ, ທີ່ນີ້, ແທ້, ທໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົົດຮຽນ (10 ນາທີ)ທວນຄືນເພງ “ທາງ”ທາງ ທາງ ທາງ ຫົນທາງນັ້ນມີຄຸນຄ່າຫົນທາງ ໃຊ້ທຽວໄປມາ ຫົນທາງ ໃຊ້ທຽວໄປມາຄິດຮອດກັນໜາ ກໍ່ໄປຫາກັນຄິດຮອດກັນໜາ ກະມາຫາກັນ.1. ຄູຮ້ອງເພງໃຫ້ນັກຮຽນຟັງ 1-2 ຄັ້ງ ແລ້ວໃຫ້ນັກຮຽນຮ້ອງຕາມຄູ 2 ຄັ້ງ (ສະແດງທ່າທ່າງປະກອບ).2. ຄູໃຫ້ນັກຮຽນບອກວ່າມື້ວານນີ້ເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງ?9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ວິທີການສອນ ທີ 9 ຢູ່ພາກແນະນໍາ.໓໓
3417ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 10ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ເxັຍ ຫຼື ເxຍການສອນໃຫ້ນໍາໃຊ້ວິທີການສອນ ທີ 1 ຢູ່ພາກແນະນໍາ ເxັຍ : ເປັຍ ເxຍ : ເຕ້ຍ, ເປຍ, ເຈຍພາສາລາວສໍາລັບນັກຮຽນຊົ່ນເຜົ່າ: ຄູພານັກຮຽນອອກສຽງ ເxັຍ ເxຍ ໃຫ້ໄດ້ຢ່າງຖືກຕ້ອງ.11ເວົ້າຊື່ ແລະ ຂີດຕາມຮອຍ ເxັຍ ເxຍການສອນໃຫ້ນໍາໃຊ້ວິທີການສອນ ທີ 2 ຢູ່ພາກແນະນໍາ.ຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາສະຫຼະ ເxັຍ ແລະ ເxຍຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບການສອນຫຼິ້ນເກມຊອກຫາພະຍັນຊະນະ ຖ ທ ໃນຂໍ້ທີ 2 ຊົ່ວໂມງທີ 1.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນ ທີ 3 ຢູ່ພາກແນະນໍາ.ທວນຄືນການອອກສຽງ (5 ນາທີ)13ຟັງ ແລະ ເວົ້າຄໍາທີ່ມີສຽງ ແລະ ບໍ່ມີສຽງ ເxັຍ ຫຼື ເxຍການສອນໃຫ້ນໍາໃຊ້ວິທີການສອນ ທີ 4 ຢູ່ພາກແນະນໍາ.14ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງ ເxັຍ ເxຍ ການສອນໃຫ້ນໍາໃຊ້ວິທີການສອນ ທີ 5 ຢູ່ພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 15ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ເຈຍ ເຕ້ຍ ການສອນໃຫ້ນໍາໃຊ້ວິທີການສອນ ທີ 6 ຢູ່ພາກແນະນໍາ.16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນ ທີ 7 ຢູ່ພາກແນະນໍາ1) ຄູໃຫ້ນັກຮຽນປະຕິບັດການຟ້ອງສຽງ ແລະ ຜັນສຽງຄໍາສັບ: ເປ້ຍ, ເຮ່ຍ, ເຈ່ຍ, ເຈ້ຍ.2) ຄູອະທິບາຍຄໍາວ່າຄໍາສັບຫຼາຍຄໍາຈະມີສຽງເຫຼົ່ານີ້ເຊັ່ນ: ປຽກ, ວຽກ, ຮຽນ ແຕ່ສ່ວນຫຼາຍຈະມີສຽງຂອງຕົວສະກົດຢູ່ນໍານັກຮຽນຈະໄດ້ຮຽນສຽງດັ່ງກ່າວເທື່ອຕໍ່ໄປ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນໃຫ້ຄປະຕິບັດ ຄືກັນກັບບົດທີ 3 ຊົ່ວໂມງທີ 2.ຄູນໍາໃຊ້ພະຍັນຊະນະ ແລະ ສະຫຼະທີ່ຮຽນມາ ແລະ ກໍາລັງຮຽນໃນອາທິດ.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາສັບ ໂດຍໃຊ້ບັດຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນງາມ ໂດຍນຳໃຊ້ເກນ ການປະເມີນຂໍ້ທີ 12.໓໔ສ ວ ສສະຫງວນລິຂະສິດ
3517ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້້າສູ່ບົດຮຽນ (10 ນາທີ) ທວນຄືນ1) ຄູໃຫ້ນັກຮຽນຮ້ອງເພງ “ທາງ”ພ້ອມທັງສະແດງທ່າທາງປະກອບ ຫຼື ເພງທີ່ເຄີຍຮ້ອງມາແລ້ວ.2) ຄູເລືອກເອົາຂໍ້ໃດໜຶ່ງໃນ 4, 9, 13 ທີ່ໄດ້ຮຽນຜ່ານມາ ເພື່ອທວນຄືນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ວິທີການສອນ ທີ 10 ຢູ່ພາກແນະນໍາ.ຄໍາສັບ: ບິນ, ຈາກ, ເຈຍ, ຖໍ້າ, ເປັຍ, ໜີ.ວະລີ: ອອກຈາກ, ທາງທົ່ງ.ອະທິບາຍຄວາມໝາຍຄໍາວ່າ: ບິນ: ໄປໃນອາກາດດ້ວຍແຮງປີກ.ອອກ: ຍ້າຍອອກຈາກພາຍໃນມານອກ, ແບ່ງອອກ, ຫຼຸດໄປ.ເຈຍ: ສັດແນວໜຶ່ງໜ້າຄືໜູ, ມີປີກເປັນແຜ່ນໜັງ.ເປັຍ: ສຽງດັງຢ່າງໜຶ່ງເຊັ່ນ: ສຽງໄມ້ດີດດັງເປັຍ.18ອ່ານປະໂຫຍກການສອນໃຫ້ນໍາໃຊ້ວິທີການສອນທີ 11 ຢູ່ພາກແນະນໍາ1) ຄູໃຫ້ນັກຮຽນສັງເກດຂໍ້ທີ 18 ໃນປຶ້ມແບບຮຽນ ແລ້ວຖາມນັກຮຽນວ່າມີເຄື່ອງໝາຍວັກຕອນຫຍັງແດ່?2) ນັກຮຽນຕອບຕາມຄວາມເຂົ້າໃຈ (ໝາຍຈ້ໍາ, ວົງຢືມ, ໝາຍທ້ວງ).3) ນັກຮຽນອ່ານຄໍາທີ່ມີເຄື່ອງໝາຍທ້ວງ ແລະ ວົງຢືມ ຢູ່ນໍາເຊັ່ນ: ເປັຍ! ເປັຍ!, “ໄປ ໄປ!” 2-3 ຄັ້ງ.4) ນັກຮຽນອ່ານທຸກປະໂຫຍກໃນບົດເປັນບຸກຄົນ, ເປັນກຸ່ມ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ວິທີການສອນທີ 12 ຢູ່ພາກແນະນໍາ.ຄໍາຕອບ: 1. ຖ້ໍາ, 2. ກິນ (ໝາກລໍາໄຍ), 3. ຕີຕົ້ນລໍາໄຍ ເພື່ອໄລ່ເຈຍອອກໄປ.ກິດຈະກໍາເສີມການຂຽນ (10 ນາທີ)ຫຼຼິ້ນເກມຂຽນຄໍາສັບ1) ຄູເອົາບັດຄໍາສັບ: ເຈຍ, ໃສ, ຍ່າ, ຫາ, ລໍາ, ແຕ່, ເຮ່ຍ, ເປັຍ ຫຼື ຄໍາອື່ນໆທີ່ໄດ້ຮຽນມາໃຫ້ນັກຮຽນແຕ່ລະກຸ່ມ ກຸ່ມລະ 1 ຊຸດ.2) ນັກຮຽນແຕ່ລະກຸ່ມຈັບບັດໃດໜຶ່ງຂຶ້ນມາອ່ານ ແລະ ອອກໄປຂຽນຄໍານັ້ນຢູ່ກະດານ ໂດຍປ່ຽນຜຽນເທື່ອລະກຸ່ມ.3) ຄູຕິດຕາມ ແລະ ໃຫ້ການຊ່ວຍເຫຼືອ.3) ຄູຕິດຕາມ ແລະ ໃຫ້ການຊ່ວຍເຫຼືອ.ພາກ 1 ເລື່ອງ ນັກຮຽນແບບຢ່າງ (40 ນາທີ)ໝາຍເຫດ: ເລືອກເອົາປຶ້ມນິທານທີ່ຄູຍັງບໍ່ທັນໄດ້ອ່ານໃຫ້ນັກຮຽນຟັງມາກ່ອນ, ເປັນໜ້າສົນໃຈສໍາລັບນັກຮຽນ ແລະ ນັກຮຽນເຂົ້າໃຈງ່າຍ.ການວັດ ແລະ ປະເມີນຜົນຄູການອ່ານບົດເລື່ອງໃໝ່ ໂດຍໃຊ້ເກນ ປະເມີນຂໍ້ທີ 9ຂ.ການວັດ ແລະ ປະເມີນຜົນການຂຽນຄຳ, ວະລີ ແລະ ປະໂຫຍກ ໂດຍໃຊ້ເກນການປະເມີນຂໍ້ທີ 14ຂ.໓໕
3617ທວນຄືນ1) ຄູນໍາພາສົນທະນາໜ້າປົກປຶ້ມ.2) ຄູຈໍາແນກຄໍາສັບທີ່ນັກຮຽນຮູ້ແລ້ວ.3) ຄູອ່ານຫົວຂໍ້ ແລະ ສົນທະນາກ່ຽວກັບຄວາມໝາຍຂອງເລື່ອງ.4) ນັກຮຽນຄາດເດົາເລື່ອງ ໂດຍອີງໃສ່ຫົວຂໍ້ ແລະ ຮູບພາບ.5) ຄູອ່ານແຕ່ລະໜ້າ ແລະ ສົນທະນາຄາດເດົາວ່າຕໍ່ໄປຈະມີຫຍັງເກີດຂຶ້ນ.6) ຄູເລົ່າເນື້ອໃນໃຈຄວາມນິທານຄືນ ແລະ ຖາມນັກຮຽນໄປແຕ່ລະຂັ້ນຕອນ.7) ໃຫ້ນັກຮຽນຕອບຕາມຄວາມຄິດຂອງເຂົາເຈົ້າເອງ.ຂັ້ນກິດຈະກໍາການຮຽນສືບຕໍ່ຮຽນປຶ້ມນິທານ1) ຄູໃຫ້ນັກຮຽນສະແດງບົດບາດສົມມຸດເປັນກຸ່ມ (ໃຫ້ບົດສົນທະນາແຕ່ລະຕົວລະຄອນ).2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນສະແດງໃຫ້ຄົບທຸກກຸ່ມ (ອີງໃສ່ເວລາ).3) ນັກຮຽນກຸ່ມໃດບໍ່ໄດ້ສະແດງໃຫ້ຕິດຕາມເບິ່ງກຸ່ມອື່ນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້1) ຄູນໍາພານັກຮຽນຈໍາແນກຄໍາສັບທີ່ເປັນໜ້າສົນໃຈ ແລະ ເປັນຄໍາສັບໃໝ່ໃນບົດນິທານ.2) ແນະນໍານັກຮຽນກ່ຽວກັບການສະກົດຄໍາສັບ ໂດຍອີງໃສ່ ການຟັງສຽງ.3) ຄູຍົກຕົວຢ່າງການນໍາໃຊ້ຄໍາສັບໃນປະໂຫຍກ ແລະ ແຕ່ງປະໂຫຍກດ້ວຍການໃຊ້ໜຶ່ງຄໍາສັບໃນຈໍານວນຄໍາສັບເຫຼົ່ານັ້ນ.ກິດຈະກໍາເສີມການຂຽນຄູໃຫ້ນັກຮຽນນໍາໃຊ້ຄໍາສັບຢູ່ກິດຈະກໍາຂ້າງເທິງຂຽນເປັນປະໂຫຍກ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ຄູນໍາພາເວົ້າຄໍາຄ່ອງທີ່ເຄີຍໄດ້ຮຽນຜ່ານມາ 2) ຂຽນປະໂຫຍກໃນຂໍ້ທີ 18 ໃສ່ກະດານ (ເລືອກບາງປະໂຫຍກ)3) ໃຫ້ນັກຮຽນອ່ານປະໂຫຍກດ້ວຍຕົນເອງເທື່ອລະໂຕະ, ອ່ານພ້ອມກັນໝົດຫ້ອງ ແລະ ອ່ານເປັນບຸກຄົນ (ຖ້າ ນັກຮຽນອ່ານບໍ່ໄດ້ຄູຊ່ວຍເຫຼືອນັກຮຽນ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 20ອ່ານຄໍາສັບ ແລະ ວະລີ ການສອນໃຫ້ນໍາໃຊ້ວິທີການສອນ ທີ 10 ຢູ່ພາກແນະນໍາຄໍາສັບ: ຜູ້ຊາຍ ລາວວະລີ: ຜູ້ໜຶ່ງລໍຖ້າມານີ້ການວັດ ແລະ ປະເມີນຜົນການນໍາໃຊ້ຄໍາແຕ່ງປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 19ຂ.໓໖ສ ວ ສສະຫງວນລິຂະສິດ
371721ອ່ານ, ເລືອກເອົາຄໍາສັບຢູ່ຂໍ້ທີ 20 ຕື່ມໃສ່ບ່ອນວ່າງ ແລ້ວແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13ຂ, 13ຄ ຢູ່ພາກແນະນໍາ1) ຄູອະທິບາຍວິທີປະຕິບັດໃຫ້ນັກຮຽນຟັງດັ່ງນີ້: ໃຫ້ອ່ານປະໂຫຍກເບື້ອງຊ້າຍມື ແລະ ເອົາຄໍາສັບຢູ່ຂໍ້ທີ 20 ມາ ຕື່ມບ່ອນວ່າງໃຫ້ຖືກຕ້ອງ.2) ນັກຮຽນອ່ານປະໂຫຍກໃນປຶ້ມແບບຮຽນຂໍ້ທີ 21 ດ້ວຍຕົນເອງ3) ຄູໃຫ້ນັກຮຽນຈັບຄູ່ກັນອ່ານຕື່ມອີກ ຄູແບ່ງນັກຮຽນເປັນກຸ່ມຕາມຄວາມເໝາະສົມ ແລ້ວໃຫ້ແຕ່ລະກຸ່ມອ່ານປະ ໂຫຍກເວລາອ່ານຮອດບ່ອນວ່າງໃຫ້ຜູ້ໜຶ່ງເວົ້າວ່າ: ຕິກຕອກ ເພື່ອໃຫ້ເວລາໝູ່ຊອກເອົາຄໍາສັບມາຕື່ມໃສ່.4) ນັກຮຽນແຕ່ລະກຸ່ມເອົາຄໍາສັບທີ່ຖືກມາຕື່ມໃສ່ບ່ອນວ່າງກຸ່ມໃດແລ້ວກ່ອນໃຫ້ຍົກມືຂຶ້ນ, ແລ້ວເວົ້າປະໂຫຍກທີ່ຕື່ມ ໃສ່, ແລ້ວອ່ານໃຫ້ຄູ ແລະ ໝູ່ຄູ່ຟັງ.5) ຄູຂຽນປະໂຫຍກທີ່ສົມບູນໃສ່ກະດານແລ້ວອ່ານໃຫ້ນັກຮຽນຟັງ 1-2 ຄັ້ງ. ຈາກນັ້ນ, ໃຫ້ນັກຮຽນອ່ານຕາມຄູ ພ້ອມກັນ 1-2 ຄັ້ງ, ໃຫ້ນັກຮຽນອ່ານຄືນເປັນກຸ່ມ ແລະ ເປັນບຸກຄົນ.6) ນັກຮຽນຂຽນປະໂຫຍກສົມບູນໃສ່ກະດານນ້ອຍ ຫຼື ປຶ້ມຂຽນຂອງຕົນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)22ເລືືອກ ເxັຍ ຫຼື ເxຍ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ວິທີການສອນ ທີ 14 ຢູ່ພາກແນະນໍາ.ຄໍາຕອບ: 1. ເxຍ (ເຈ້ຍ) 2. ເxຍ (ເຮ່ຍ) 3. ເxຍ (ເລຍ) ນັກຮຽນແຕ້ມຮູບແຕ່ລະຄໍາຕອບ (ແຕ້ມແບບຂີດເສັ້ນງ່າຍດາຍ).ກິດຈະກໍາເສີມການອ່ານ ແລະ ແຕ່ງປະໂຫຍກ 1) ຄູຢາຍບັດຄໍາສັບ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອແຕ່ງປະໂຫຍກຕ່າງໆ ກຸ່ມລະໜຶ່ງ ຊຸດ (ຄູກຽມມາ). ຈາກນັ້ນ, ຊຸກຍູ້ແຕ່ລະກຸ່ມໃຫ້ພະຍາຍາມແຕ່ງປະໂຫຍກໃຫ້ຍາວ ແລະ ມີຄວາມໝາຍ.2) ນັກຮຽນແຕ່ລະກຸ່ມແຕ່ງແລ້ວອ່ານປະໂຫຍກທີ່ແຕ່ງໃຫ້ຄູ ແລະ ໝູ່ຟັງ.ທວນຄືນຕົວອັກສອນ ແລະ ຄໍາສັບ (10 ນາທີ)1) ຄູໃຫ້ນັກຮຽນເບິ່ງ ແລະ ບອກຄໍາສັບ ແລະ ຕົວອັກສອນທີ່ພວກເຂົາຮູ້ຈັກໃນຂໍ້ທີ 23 ຂອງປຶ້ມແບບຮຽນ2) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໜາະສົມ ແລ້ວໃຫ້ແຕ່ລະກຸ່ມຂຽນລາຍການຂອງຄໍາສັບໃສ່ເຈ້ຍ ຫຼື ເອົາ ກ້ອນຫີນວາງໃສ່ເທິງຄໍາສັບເຫຼົ່ານັ້ນ. ຈາກນັ້ນ, ໃຫ້ນັກຮຽນບອກ ຫຼື ສະເໜີສິ່ງທີ່ກຸ່ມຕົນຊອກໄດ້ໃຫ້ໝູ່ຟັງ.ຕົວຢ່າງ: ແລະ, ໂຮງຮຽນ, ເຮັດ, ຂ້ອຍ, ນໍ້າ ແລະ ອື່ນໆ3) ນັກຮຽນແຕ່ລະກຸ່ມລາຍງານ ນັກຮຽນເວົ້າຄືນຄໍາສັບທີ່ຮູ້ຈັກຄືນພ້ອມກັນໝົດຫ້ອງຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງການສອນໃຫ້ນໍາໃຊ້ວິທີການສອນ ທີ 15 ຢູ່ພາກແນະນໍາ1) ຄູໃຫ້ນັກຮຽນຄາດເດົາຫົວຂໍ້ໂດຍອີງໃສ່ຄໍາສັບທີ່ເຂົາເຈົ້າຮູ້ ແລະ ຮູບພາບຂອງເລື່ອງ. 2) ຄູອ່ານຫົວຂໍ້ຂອງບົດເລື່ອງ ແລະ ຖາມນັກຮຽນວ່າ ຫົວຂໍ້ເລື່ອງມີຄວາມໝາຍເຖິງຫຍັງ?3) ນັກຮຽນຕອບຕາມຄວາມເຂົ້າໃຈ4) ຄູແນະນໍາວ່າຢູ່ໃນບົດຈະມີເຄື່ອງໝາຍຈ້ໍາສອງເມັດ ແລະ ວົງເລັບຢືມຢູ່ນໍາເກືອບທຸກປະໂຫຍກ. 5) ຄູໃຫ້ນັກຮຽນອ່ານຄໍາໃນແຕ່ລະປະໂຫຍກຕາມຄວາມສາມາດ ໂດຍຄູຕິດຕາມຊ່ວຍເຫຼືອ.6) ຄູຖາມວ່າມີເຄື່ອງໝາຍອື່ນອີກບໍ່ທີ່ເຂົາເຈົ້າເຫັນໃນບົດເລື່ອງ?7) ນັກຮຽນຕອບວ່າມີໝາຍຈ້ໍາຈຸດ (;).໓໗
38178) ຄູຖາມວ່າ ຈ້ໍາ ໃຊ້ໄວ້ເພື່ອຫຍັງ?9) ນັກຮຽນຄິດກ່ຽວກັບຫົວຂໍ້ ເບິ່ງຄໍາສັບທີ່ເຂົາເຈົ້າຮູ້ມາກ່ອນແລ້ວ ແລະ ຮູບ ເພື່ອຄາດເດົາເລື່ອງວ່າຈະເປັນແນວ ໃດ?10) ຄູອ່ານປະໂຫຍກທີ 1 ແລະ ຊີ້ໃສ່ຄໍາສັບໃນຂະນະທີ່ອ່ານ (ຄູແປຄໍາວ່າ ສົມທຽບ ແມ່ນເບິ່ງໃສ່ກັນ)11) ຄູອ່ານຕອນຕໍ່ໄປຂອງບົດເລື່ອງ ໂດຍໃຫ້ນັກຮຽນຊີ້ໃສ່ຄໍາສັບໄປນໍາ ແລະ ສືບຕໍ່ປະຕິບັດແບບດຽວກັນຈົນຈົບເລື່ອງ, ຫຼັງຈົບເລື່ອງຄູອ່ານປະໂຫຍກຄໍາຖາມ. 1. ກ່ອນໄປໂຮງຮຽນເຈົ້າເຮັດຫຍັງແດ່? 2. ຫຼັງເລີກຮຽນເຮັດຫຍັງແດ່?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ແຕ່ງເລື່ອງປາກເປົ່າ1) ຄູແນະນໍານັກຮຽນແຕ່ລະຄົນຄິດກ່ຽວກັບກິດຈະວັດທີ່ເຂົາເຈົ້າເຮັດຕັ້ງແຕ່ຕື່ນນອນ ຈົນເຖິງເວລາໄປໂຮງຮຽນ ແລະ ຄິດກ່ຽວກັບລໍາດັບຂອງແຕ່ລະກິດຈະວັດທີ່ຕົວເອງເຮັດ.2) ຄູຈັດນັກຮຽນອອກເປັນກຸ່ມ ເພື່ອໃຫ້ເຂົາເຈົ້າສົນທະນາປ່ຽນຜຽນກັນເລົ່າກິດຈະວັດທີ່ຕົນປະຕິບັດເປັນປະຈໍາ ກ່ອນໄປໂຮງຮຽນ (ໃຫ້ເລົ່າຕາມລໍາດັບທີ່ຕົນເອງປະຕິບັດ).3) ຄູຊຸກຍູ້ໃຫ້ນັກຮຽນແຕ່ລະກຸ່ມກະກຽມເລົ່າໃຫ້ໝູ່ຟັງ ດ້ວຍການໃຊ້ປະໂຫຍກ: ກ່ອນໄປໂຮງຮຽນພວກເຮົາ......4) ຄູໃຫ້ແຕ່ລະກຸ່ມສະເໜີຢ່າງໜ້ອຍ 1 ກິດຈະກໍາຕໍ່ 1 ຄົນໃນກຸ່ມທີ່ປະຕິບັດປະຈໍາເຊັ່ນ: ກ່ອນໄປໂຮງຮຽນພວກ ຂ້ອຍ......5) ຄູຂຽນໃສ່ກະດານກ່ອນໄປໂຮງຮຽນພວກເຮົາ.6) ຄູຂຽນລາຍຊື່ກິດຈະກໍາທີ່ແຕ່ລະກຸ່ມສະເໜີໃສ່ກະດານ. ຈາກນັ້ນ, ໃຫ້ນັກຮຽນບອກວ່າ ຄໍາສັບນັ້ນມີສຽງຫຍັງ ແດ່? ຕົວອັກສອນໃດທີ່ໃຊ້ສະກົດ.7) ນັກຮຽນບອກຕາມຄວາມສາມາດຖ້າບໍ່ຖືກ ຄູຊ່ວຍແນະນໍາ.ກິດຈະກໍາເສີມການຂຽນ1) ຄູຂຽນ ຫຼັງເລີກໂຮງຮຽນຂ້ອຍ....... ໃສ່ກະດານ.2) ຄູໃຫ້ນັກຮຽນແຕ້ມຮູບກ່ຽວກັບກິດຈະວັດທີ່ຕົນເອງປະຕິ ບັດຫຼັງເລີກຮຽນ.3) ໃຫ້ຂຽນຊື່ກິດຈະກໍາ ຫຼື ປະໂຫຍກໃສ່ຮູບທີ່ຕົນເອງແຕ້ມ.4) ຄູຕິດຕາມຊ່ວຍເຫຼືອນັກຮຽນໃນຂະນະທີ່ນັກຮຽນແຕ້ມ.5) ນັກຮຽນສະເໜີຮູບພາບຂອງຕົນເອງ, ອ່ານສິ່ງທີ່ຕົນຂຽນ ແລະ ເລົ່າສິ່ງທີ່ໄດ້ເຮັດຫຼັງເລີກຮຽນ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນນັກຮຽນເລົ່າຄໍາຄ່ອງທີ່ຮຽນຜ່ານມາພ້ອມກັນໝົດຫ້ອງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາສັບການສອນໃຫ້ນໍາໃຊ້ຄືກັນກັບການປະເມີນປະສົມຄໍາສັບຢູ່ບົດທີ 3 ຊົ່ວໂມງທີ 9.ການວັດ ແລະ ປະເມີນຜົນການເວົ້າແລະຟັງຄຳສັບ ແລະ ວະລີເຂົ້າ ໃນການໃຫ້ຂໍ້ມູນຂອງຕົນເອງ ໃຊ້ເກນ ການປະເມີນຂໍ້ທີ 3.໓໘ສ ວ ສສະຫງວນລິຂະສິດ
3917ຖ - ເxັຍ - ເຖັຍ ເຖັຍ - ຖ - ເxັຍທ - ເxຍ - ເທຍ ເທຍ - ທ - ເxຍປ - ເxັຍ - ເປັຍ ເປັຍ - ປ - ເxັຍຕ - ເxຍ - ເຕຍ - x້ - ເຕ້ຍເຕ້ຍ óõ x້ óõ ເxຍ óõ ຕປະເມີນການອ່ານຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ໃນບົດທີ 3 ຊົ່ວໂມງທີ 9.ຄໍາສັບຢູ່ຂໍ້ທີ 17 ແລະ 20 ໃນແບບຮຽນ.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9.ປະໂຫຍກຢູ່ໃນຂໍ້ທີ 18 ແລະ 21 ໃນປຶ້ມແບບຮຽນປະເມີນການນໍາໃຊ້1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.2) ຄູໃຫ້ນັກຮຽນເລືອກແຕ້ມຮູບໃນຂໍ້ທີ 4 ຫຼື ຂໍ້ໃດກໍໄດ້ ໃນປຶ້ມແບບຮຽນບົດນີ້ ແລ້ວເວົ້າເປັນຄໍາສັບ, ວະລີ ຫຼື ປະ ໂຫຍກຈາກຮູບພາບ.3) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນເວົ້າເປັນຄໍາສັບ, ວະລີ ຫຼື ປະໂຫຍກຕາມຮູບທີ່ຕົນແຕ້ມ.4) ຕິດຕາມເບິ່ງຄວາມສາມາດຂອງນັກຮຽນແຕ່ລະກຸ່ມ.ປະເມີນການຂຽນຂຽນທວາຍ: ເບ້ຍໄມ້, ຖ້ໍາເຈຍ, ທາສີ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຢູ່ບົດທີ 3 ຊົ່ວໂມງທີ 9.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຢູ່ບົດທີ 3 ຊົ່ວໂມງທີ 9. ເລື່ອງ ທ້າວ ສາລີ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມ ອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນການຟ້ອງສຽງ, ຜັນສຽງ ແລະ ແຍກຄຳສັບ ໃຊ້ເກນປະເມີນຂໍ້ທີ 6.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ເກນການ ປະເມີນຂໍ້ທີ 19ຂ.໓໙
4018ບົດທີ 18 ຫງ ຫວ ຫຍ xົວະ xົວ ເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່ພະຍັນຊະນະ ຫງ ຫວ ຫຍ ແລະ ສະຫຼະ xົວະ xົວ, ຈໍາແນກ ແລະ ບອກສຽງຕົວອັກສອນ ຫງ ຫວ ຫຍ xົວະ xົວ.1 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ຫງ ຫວ ຫຍ xົວະ xົວ.1 3ຂຽນຄໍາສັບທີ່ມີພະຍັນຊະນະ ຫງ ຫວ ຫຍ ແລະ ສະຫຼະ xົວະ xົວ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດຄໍາສັບທີ່ນໍາໃຊ້ສະຫຼະ xົວະ xົວ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບ, ຕົວອັກ ສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາສັບຂອງຕົນເອງ.II. ການວັດ ແລະ ປະເມີນຜົນ ສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະ ສົນທະນາຖາມຕອບ, ຄູສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນ ນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້: 1 1ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ 3 ຢູ່ທ້າຍຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 5ກ ຊົ່ວໂມງທີ 9.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ 11 ຊົ່ວໂມງທີ 7.1 4ຫັດຂຽນ: ໃຊ້ເກນການປະເມີນ ຂໍ້ທີ 14ຂ ຊົ່ວໂມງທີ 5.1 5ຫັດຂຽນທວາຍ: ໃຊ້ເກນການປະເມີນ 13ຂ ຊົ່ວໂມງທີ 9.1 6 ນິທານ: ໃຊ້ເກນການປະເມີນ 18ຂ ຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 ພະຍັນຊະນະປະສົມ ຫງ ຫວ ຫຍ1- ພະຍັນຊະນະ ຫງ ປະກອບມີຄໍາສັບ: ແຫງນ, ເຫງັນ, ເຫງົາ1- ພະຍັນຊະນະ ຫວ ປະກອບມີຄໍາສັບ: ຫວີ, ຫວ່າງ, ໄຫວ້1- ພະຍັນຊະນະ ຫຍ ປະກອບມີຄໍາສັບ: ແຫຍ່, ຫຍ້ໍາ, ຫຍິບ, ເຫຍື່ອ, ຫຍ້າ, ໃຫຍ່11 ສະຫຼະ xົວະ xົວ 2- ສະຫຼະ xົວະ ປະກອບມີຄໍາສັບ: ຕົວະ ບົວະບົວະ1- ສະຫຼະ xົວ ປະກອບມີຄໍາສັບ: ຫົວ ບົວ ຮົ້ວ ງົວ ຂົ້ວ11 ພັັນລະນາກ່ຽວກັບຮູບພາບເຈົ້າຈະຂັບຫຍັງ?31 ນິທານ14໔໐ສ ວ ສສະຫງວນລິຂະສິດ
4118IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ, ເຈ້ຍ ແລະ ກະດານນ້ອຍ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ. 1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນຄໍາຄ່ອງຄໍາຄ່ອງ“ນ້ອງນາງເຫງົ້າ”ຂ້ອຍຫວີຜົມ ໃຫ້ນ້ອງນາງເຫງົ້າລາວຕື່ນເຊົ້າ ຊ່ອຍວຽກຄອບຄົວລາວບໍ່ຕົວະ ພໍ່ແມ່ເອື້ອຍອ້າຍຄໍາຮູ້ຫຼາຍ ຮໍ່າຮຽນກໍ່ເກັ່ງ1) ຄູເວົ້າຄໍາຄ່ອງໃຫ້ນັກຮຽນຟັງ 1-2 ຄັ້ງ ແລ້ວໃຫ້ນັກຮຽນເວົ້າຕາມຫຼັງຄູ 2-3 ຄັ້ງ.2) ຄູແນະນໍານັກຮຽນຫຼິ້ນເກມຄໍາສັບໃໝ່ຈາກອາທິດທີ 17.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ຫງ ຫຍ ຫວ ການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງ (ຫງ ຫຍ ຫວ ໄດ້ຢ່າງຖືກຕ້ອງ).2ເວົ້າຊື່ ແລະ ຂີດຕາມຮອຍຕົວ ຫງ ຫວ ຫຍການສອນໃຫ້ນໍາໃຊ້ວິທີການສອນທີ 2 ຢູ່ພາກແນະນໍາ.ຂັ້ນຕອນປະຕິບັດ ແລະ ນໍາໃຊ້ (20 ນາທີ)ຫຼິ້ນເກມຊອກຫາຕົວອັກສອນ11 ຊອກຫາພະຍັນຊະນະ ຫງ ຫຍ ຫວ ໃນແຜ່ນພູມຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 1 ຢູ່ຊົ່ວໂມງ 1.21 ຊອກຫາພະຍັນຊະນະ ຫງ ຫຍ ຫວ ໃນຊຸດບັດຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 1 ຢູ່ຊົ່ວໂມງ 1.ໝາຍເຫດ: ຖ້າເວລາບໍ່ພໍຄູສາມາດເລືອກເອົາເກມໃດໜຶ່ງສອນກໍໄດ້.໔໑
42183ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນ ການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ພາກແນະນໍາ.1) ຄູຂຽນເປັນຕົວຢ່າງໃສ່ກະດານ ເຫງົາ, ເຫງົ່າ, ເຫງົ້າ. ຈາກນັ້ນ, ໃຫ້ນັກຮຽນອອກສຽງ. ພ້ອມກັນເປັນກຸ່ມໂຕະ, ໝົດຫ້ອງ, ເປັນບຸກຄົນ. ຄຳສັບ ຫຍໍ້າ ແລະ ຫວີ ແມ່ນໃຫ້ປະຕິບັດການສອນຄືກັນກັບຄໍາສັບ ເຫງົ້າ.2) ຄູໃຫ້ນັກຮຽນຂີດອ້ອມເອົາຄໍາສັບທີ່ຖືກສໍາລັບ ຫຍໍ້າ ແລະ ຫວີ.3) ນັກຮຽນແຕ້ມຮູບກ່ຽວກັບຄໍາສັບດັ່ງກ່າວ (ຫຍໍ້າ, ຫວີ). ຈາກນັ້ນ, ໃຫ້ນັກຮຽນຂຽນງາມ (ຖ້າມີເວລາພຽງພໍ).ທວນຄືນການອອກສຽງ (10 ນາທີ)4ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ຫງ ຫຍ ຫວການສອນໃຫ້ນໍາໃຊ້ວິທີການສອນ ທີ 4 ຢູ່ພາກແນະນໍາ.ຄໍາສັບ: ເຫງັນ, ຫຍິບ, ຫວີ, ຫວ່ານ, ແຫງນ, ຫຍ້ໍາ1 5ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງຕົວ ຫງ ຫວ ຫຍການສອນໃຫ້ນໍາໃຊ້ວິທີການສອນທີ 5 ຢູ່ພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ເຫງົ້າ ໃຫຍ່ ໄຫວ້ການສອນໃຫ້ນໍາໃຊ້ວິທີການສອນທີ 6 ຢູ່ພາກແນະນໍາ.ຄວາມໝາຍຄໍາສັບ ເຫງົ້າ: ກົກ, ຮາກ, ຈຸ້ມ, ຮາກບ່ອນເປັນຈຸ້ມຕໍ່ກົກ (ເຫງົ້າໄມ້).ໃຫຍ່: ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ.ໄຫວ້: ທໍາຄວາມເຄົາລົບໂດຍຍົກມືຂຶ້ນນົບ.7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ພາກແນະນໍາ.ໃຫ້ນັກຮຽນເລືອກເອົາຕົວອັກສອນອື່ນມາປະກອບໃຫ້ເປັນຄໍາສັບທີ່ຕົນເອງຮູ້.ຕົວຢ່າງ: ເວົ້້າ, ເຈົ້າ, ໃສ່, ໃຕ້, ເຮັດໄດ້, ໄມ້, ເຫງົາ, ຫຍະ, ຫຍ້າ, ແຫຍ່, ເຫຍື່ອ, ຂີ້ເຫຍື້ອ, ຫຍ້ໍາ, ໄຫວ້, ຫວີ ແລະ ອື່ນໆ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບ ຂັ້ນຕອນການສອນໃຫ້ປະຕິບັດຄືບົດທີ 3 ຊົ່ວໂມງທີ 2.ຄໍາສັບ: ເຫງົ້າໄມ້, ໄຫວ້, ແຫຍ່, ຂີ້ເຫຍື້ອ,ໃບໄມ້111ກິດຈະກໍາເສີມການຂຽນ (10 ນາທີ) 8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ3ການສອນໃຫ້ນໍາໃຊ້ວິທີການສອນທີ 8 ຢູ່ພາກແນະນໍາ.ຄູໃຫ້ນັກຮຽນເບິ່ງປຶ້ມແບບຮຽນຂໍ້ທີ 8 (ເຫງົາໃຈ, ຫຍະ, ຫຍ້າ, ແຫຍ່, ເຫຍື່ອ, ຂີ້ເຫຍື້ອ, ຫຍ້ໍາ, ໄຫວ້, ຫວີ).ຂັ້ນສະຫຼູບ (5 ນາທີ)ຄູສະຫຼູບເນື້ອໃນທີສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໔໒ສ ວ ສສະຫງວນລິຂະສິດ
4318ຊົ່ວໂມງທີ 3-4 (90 ນາທີ)ຂັ້ນຕອນເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ເວົ້າຄືນຄໍາຄ່ອງ “ນ້ອງນາງເຫງົ້າ” ໃນຊົ່ວໂມງທີ 1.2) ຄູ ແລະ ນັກຮຽນຮ່ວມກັນເວົ້າຄໍາຄ່ອງ “ນ້ອງນາງເຫງົ້ົົົົາ”. ຈາກນັ້ນ, ໃຫ້ນັກຮຽນບອກວ່າມື້ວານເຂົາເຈົ້າໄດ້ຮຽນ ກ່ຽວກັບຫຍັງ? 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 9 ຢູ່ພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຄໍາສັບທີ່ມີສຽງ xົວະ ຫຼື xົວການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ພາກແນະນໍາ.ຄູອະທິບາຍເພີ່ມເຕີມວ່າ ຄໍາສັບທີ່ມີສຽງ xົວະ ຈະມີໜ້ອຍ, ສ່ວນຄໍາວ່າ ໝວກ ແມ່ນ xົວ ປ່ຽນຮູບ xວ ມາປະສົມກັບຕົວສະກົດ ເປັນ ກxວກ (ໝວກ) ແລະ ຄໍາວ່າ ບ່ວງ ກໍເຊັ່ນດຽວກັນ xົວ ປ່ຽນຮູບ xວ - ງ - xວງ - ບ່ວງ111ເວົ້າຊື່ ແລະ ຂີດຕາມຮອຍ xົວະ xົວ ການສອນໃຫ້ນໍາໃຊ້ວິທີການສອນທີ 2 ຢູ່ພາກແນະນໍາ.ຂັ້ນຕອນປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກນຊອກຫາຕົວອັກສອນວິທີສອນຫຼິ້ນເກມໃຫ້ຄູ່ປະຕິບັດການສອນຄືກັນກັບການສອນເກມຊອກຫາພະຍັນຊະນະໃນຊົ່ວໂມງທີ 1.1. ຊອກຫາສະຫຼະ xົວະ xົວ ໃນແຜ່ນພູມຕົວອັກສອນ.2. ຊອກຫາສະຫຼະໃນຊຸດບັດຕົວອັກສອນ.12ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ພາກແນະນໍາ.ນັກຮຽນເລືອກແຕ້ມຮູບໃດໜຶ່ງເພື່ອແທນສຽງ ສະຫຼະ xົວະ xົວ ທີ່ເຂົາເຈົ້້າຮູ້ຈັກ ແລະ ມັກ.ທວນຄືນການອອກສຽງ (10 ນາທີ)13ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ xົວະ xົວການສອນໃຫ້ນໍາໃຊ້ວິທີການສອນທີ 4 ຢູ່ພາກແນະນໍາ.ຄໍາສັບ: ຮົ້ວ, ເສືອ, ກ້ວຍ, ສວນ, ໝາກມ່ວງ, ບົວະບົວະ1ຮູບທີ່ບໍ່ອອກສຽງ xົວະແລະ xົວ (ເສືອ) ແຕ່ຄໍາສັບ ກ້ວຍ, ສວນ, ມ່ວງ ແມ່ນສະຫຼະ xົວ ປ່ຽນຮູບ.14ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງ xົວະ xົວການສອນໃຫ້ນໍາໃຊ້ວິທີການສອນທີ 5 ຢູ່ພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)15ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ງົວ ຂົ້ວການສອນໃຫ້ນໍາໃຊ້ວິທີການສອນທີ 6 ຢູ່ພາກແນະນໍາ.໔໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156