441816ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ພາກແນະນໍາ.ຄໍາສັບ: ບົວ, ກົວ, ຮົ່ວ, ຮົ້ວ, ຫົວ, ຂົວ, ຖົ່ວ111ຄູແນະນໍາວ່າ: ຄໍາສັບຫຼາຍຄໍາຈະມີສຽງ xົວ ທີ່ມີຕົວສະກົດຢູ່ທ້າຍເຊັ່ນ ສວນ, ກ້ວຍ....ຈະໄດ້ຮຽນສຽງດັ່ງກ່າວ ໃນເທື່ອຕໍ່ໄປ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ຂັ້ນຕອນການສອນໃຫ້ປະຕິບັດຄືບົດທີ 3 ຊົ່ວໂມງທີ 2.ຄູນໍາໃຊ້ພະຍັນຊະນະ ແລະ ສະຫຼະທີ່ຮຽນມາ ແລະ ກໍາລັງຮຽນໃນອາທິດ (ຄູສາມາດໃຊ້ເກມອື່ນໆກໍໄດ້).ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາສັບ ໂດຍໃຊ້ບັດຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 2.ຂັ້ນສະຫຼູບ (5 ນາທີ)ຄູສະຫຼູບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນຊົ່ວໂມງທີ 5 (10 ນາທີ)ທວນຄືນ1) ຄູພານັກຮຽນຮ້ອງເພງທີເຄີຍຮຽນຜ່ານມາ.2) ຄູທວນຄືນຂໍ້ທີ 4 , 9 , 13 ທີ່ໄດ້ຮຽນຜ່ານມາ (ເລືອກທວນຂໍ້ໃດກໍໄດ້)ຂັ້ນຕອນກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີ ການສອນໃຫ້ນໍາໃຊ້ວິທີການສອນທີ 10 ຢູ່ພາກແນະນໍາ.ຄໍາສັບ: ຫຼິ້ນ, ລາວ, ຂອງ, ອີກ, ພວກເຂົາ, ຫຼາຍ, ຕົວະ, ເຫງົາ1ວະລີ: ດຽວນີ້, ຕົກລົງ1ຄູອະທິບາຍຄໍາສັບ ຫຼິ້ນ: ເຮັດເພື່ອຄວາມສະໜຸກສະໜານ, ແຂ່ງຂັນກັນ.ຫຼາຍ: ບໍ່ໜ້ອຍຕົກລົງ: ຍິນຍອມ ພ້ອມໃຈກັນຕົວະ: ການເວົ້າບໍ່ເປັນຄວາມຈິງ18ອ່ານປະໂຫຍກການສອນໃຫ້ນໍາໃຊ້ວິທີການສອນທີ 11 ຢູ່ພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (20 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ວິທີການສອນທີ 12 ຢູ່ພາກແນະນໍາ.ຄໍາຕອບ: 1. ນາງຄໍາໄຫວຕົວະພວກເຂົາ,2. ຄໍາໄຫວເຫງົາຫຼາຍ,3. ການຕົວະແມ່ນສິ່ງບໍ່ດີການວັດ ແລະ ປະເມີນຜົນຂຽນຄໍາສັບ, ວະລີປະໂຫຍກ. ໄດ້ຢ່າງ ຖືກຕ້ອງ ໂດຍໃຊ້ເກມປະເມີນຂໍ້ທີ 14ຂ.໔໔ສ ວ ສສະຫງວນລິຂະສິດ
4518ກິດຈະກໍາເສີມການຂຽນເກມຂຽນຄໍາສັບວິທີສອນຫຼິ້ນເກມໃຫ້ປະຕິບັດດັ່ງນີ້:1) ຄູເອົາບັດຄໍາຢ່າງລະ 2 ບັດ2) ຄູແບ່ງນັກຮຽນກຸ່ມລະ 8-10 ຄົນ, ໃຫ້ຜູ້ຫຼິ້ນໄປຢືນຢູ່ໜ້າຫ້ອງແລ້ວຢາຍບັດຄໍາໃຫ້ຜູ້ລະ 1 ບັດ.3) ຄູ ແລະ ນັກຮຽນພ້ອມກັນອ່ານບັດຄໍາເຫຼົ່ານັ້ນ 2-3 ຄັ້ງ ໂດຍຄູແນະນໍາໃຫ້ນັກຮຽນຈື່ບັດ. ຈາກນັ້ນ, ເວລາຄູອ່ານບັດ ໃຫ້ນັກຮຽນຜູ້ຖືບັດນີ້ຍົກຂຶ້ນໃຫ້ໝູ່ເບິ່ງ (ອ່ານທຸກບັດ).4) ຄູໃຫ້ຜູ້ຫຼິ້ນຈັບບັດຄໍາໄວ້ ແລະ ຮ້ອງເພງໃດໜຶ່ງທີ່ສາມາດຮ້ອງໄດ້ ທັງຍ່າງອ້ອມເປັນວົງມົນ.5) ຄູສັ່ງໃຫ້ຢຸດຮ້ອງເພັງ ແລ້ວແຕ່ລະຄົນຕ້ອງແລ່ນໄປຈັບຄູ່ຄໍາທີ່ຄືກັນເຊັ່ນ: ຈັບຄູ່ກັບແລ້ວອ່ານໃຫ້ໝູ່ຟັງ ພ້ອມທັງພາກັນໄປຂຽນໃສ່ກະດານ.6) ນັກຮຽນຂຽນຄໍາສັບທີ່ຕົນໄດ້ ໃສ່ກະດານນ້ອຍ ຫຼື ປຶ້ມຂຽນ.ນັກຮຽນຂຽນຄໍາສັບທີ່ຕົນໄດ້ ໃສ່ກະດານນ້ອຍ ຫຼື ປຶ້ມຂຽນ.ພາກ 2 ເລື່ອງ ນັກຮຽນແບບຢ່າງ (40 ນາທີ)ການສອນໃຫ້ນໍາໃຊ້ວິທີການສອນທີ 16 ພາກ 2 ຢູ່ພາກແນະນໍາ.ໝາຍເຫດ: ເອົາປຶ້ມນິທານພາກທີ 1 ຮຽນຢູ່ບົດທີ 17.ທວນຄືນ1) ຄູອ່ານບົດນິທານຄືນ ແລ້ວໃຫ້ນັກຮຽນອ່ານຄືນອີກ 1-2 ຄົນ.2) ນັກຮຽນເລົ່າຄືນພາກໃດໜຶ່ງຕາມການຈື່ໄດ້ໃນແຕ່ລະໜ້າ.3) ຄູໃຫ້ນັກຮຽນບອກຄໍາສັບທີ່ເຂົາເຈົ້າສົນໃຈພ້ອມທັງຄາດເດົາການສະກົດຄໍາສັບທີ່ບອກ.ຂັ້ນຈັດກິດຈະກໍາການຮຽນ1) ຄູ ແລະ ນັກຮຽນສົນທະນາກ່ຽວກັບເຫດການຂອງນິທານ ສາເຫດທີ່ພາໃຫ້ເກີດມີບັນຫາແມ່ນຫຍັງ?2) ຄູໃຫ້ນັກຮຽນບອກຖ້າມີເຫດການນີ້ເກີດຂຶ້ນກັບຕົນເອງຈະເຮັດແນວໃດ?3) ໃຫ້ນັກຮຽນແຕ້ມຮູບສົມມຸດຕົນເອງເປັນຕົວລະຄອນເອກໃນເລື່ອງ ແລ້ວໃຫ້ຂຽນກ່ຽວກັບສິ່ງທີ່ຕົນເອງຈະເຮັດໃນສະພາບການດັ່ງກ່າວ (ເພື່ອປ້ອງກັນ ຫືຼ ແກ້ບັນຫາ)4) ນັກຮຽນແຕ້ມຮູບໆໜຶ່ງ ຫຼື ຮູບຕາມລໍາດັບເຫດການຂອງນິທານ ແລ້ວຂຽນປະໂຫຍກ ຫຼື ຫົວຂໍ້ໃສ່ຮູບດັ່ງກ່າວ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ໃຫ້ປະຕິບັດຕາມຄໍາແນະນໍາຂ້າງເທິງ.ກິດຈະກໍາເສີມການຂຽນນັກຮຽນແຕ້ມຮູບອ່ານສິ່ງທີ່ເຂົາເຈົ້າໄດ້ຂຽນ ແລະ ເລົ່າກ່ຽວກັບຮູບໃຫ້ໝູ່ຟັງ.ຂັ້ນສະຫຼູບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ຄູນໍາພານັກຮຽນເວົ້າຄໍາຄ່ອງທີ່ເຄີຍຮຽນຜ່ານມາ.2) ຄູເລືອກຂຽນບາງປະໂຫຍກໃນຂໍ້ທີ 18 ໃຫ້ນັກຮຽນອ່ານ.ຕົວະເຫງົາໝູ່ລາວຫຍັງພວກເຂົາພວກເຂົາເຫງົາເຫງົາ໔໕
4618ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 10 ຢູ່ພາກແນະນໍາ.ຄໍາສັບ: ໃຫຍ່, ປາ, ຫວີ, ເຫຍື່ອ, ຫຼາຍ, ກິນ, ຫຍ້າ, ເຫງົ້າ, ງົວ121ອ່ານ, ເລືອກເອົາຄໍາສັບຢູ່ຂໍ້ທີ 20 ຕື່ມໃສ່ບ່ອນວ່າງ ແລ້ວແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13ຂ 13ຄ ຢູ່ພາກແນະນໍາ.ໃຫ້ນັກຮຽນເລືອກເອົາຄໍາສັບຢູ່ຂໍ້ 20 ຕື່ມໃສ່ບ່ອນວ່າງ ແລ້ວ ແຕ່ງປະໂຫຍກຕາມຮູບໃຫ້ປະຕິບັດຄືກັນກັບການສອນໃນບົດ ທີ 17 ຂໍ້ທີ 21.ຄໍາຕອບ: 1. ນາງບົວຄໍາມີ..ຫວີ...ໃຫຍ່.2. ທ້າວໃຫຍ່ເອົາ...ເຫຍື່ອ...ໃສ່ໄຊເພື່ອໃຫ້ໄດ້ປາຫຼາຍ.31 11111ງົວກິນຫຍ້າຢູ່ໃກ້້ຫງົ້າໄມ້111111ສໍາລັບຄໍາຕອບຂໍ້ທີ 3 ນັກຮຽນອາດຈະຕອບຕາມຄວາມເຂົ້າໃຈໃນສິ່ງທີ່ເຂົາເຈົ້າເຫັນ ຄູເປັນຜູ້ອະທິບາຍເພີ່ມເຕີມ.ຂັ້ນຝືກປະຕິບັດ ແລະ ນໍາໃຊ້ (20 ນາທີ) 22ເລືືອກ xົວະ ຫຼື xົວ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ວິທີການສອນທີ 14 ຢູ່ພາກແນະນໍາ.ຄໍາຕອບ: 1. ບົວ 2. ຫົວ 3. ຕົວະ ນັກຮຽນແຕ້ມຮູບແຕ່ລະຄໍາຕອບ ແຕ້ມແບບຂີດເສັ້ນງ່າຍດາຍ.ກິດຈະກໍາເສີມການອ່ານ ແລະ ແຕ່ງປະໂຫຍກ (10 ນາທີ)ຂັ້ນຕອນການສອນກິດຈະກໍາເສີມການອ່ານ ແລະ ແຕ່ງປະໂຫຍກໃຫ້ປະຕິບັດຄືກັນກັບການສອນໃນບົດທີ 17 ຊົ່ວໂມງທີ 7.ທວນຄືນຕົວອັກສອນ ແລະ ຄໍາສັບ (10 ນາທີ)1) ນັກຮຽນເບິ່ງ ແລະ ບອກຄໍາສັບ ແລະ ຕົວອັກສອນທີ່ຮູ້ຈັກໃນຂໍ້ທີ 23 ຂອງປຶ້ມແບບຮຽນ.2) ຄູຈັດນັກຮຽນເປັນກຸ່ມຕາມຄວາມເໜາະສົມ.3) ນັກຮຽນແຕ່ລະກຸ່ມຂຽນລາຍການຂອງຄໍາສັບໃສ່ເຈ້ຍ ຫຼື ເອົາກ້ອນຫີນວາງໃສ່ເທິງຄໍາສັບເຫຼົ່ານັ້ນ. ຈາກນັ້ນ, ໃຫ້ບອກ ຫຼື ສະເໜີສິ່ງທີ່ກຸ່ມຕົນເອງຊອກໄດ້ໃຫ້ໝູ່ຟັງ.ຕົວຢ່າງ: ມື້ນີ້, ມື້ອື່ນ, ແມ່, ໄປ, ໃສ ແລະ ອື່ນໆ4) ນັກຮຽນແຕ່ລະກຸ່ມລາຍງານ ນັກຮຽນເວົ້າຄືນຄໍາສັບທີ່ຮູ້ຈັກຄືນພ້ອມກັນໝົດຫ້ອງ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງຟັງ ແລະ ເວົ້າຕາມຄູການສອນໃຫ້ນໍາໃຊ້ວິທີການສອນທີ 15 ຢູ່ພາກແນະນໍາ.1) ຄູຖາມກ່ຽວກັບຂໍ້ທີ 23 ໂດຍການໃຊ້ຄໍາຖາມວ່າ ພວກຫຼານເຫັນຮູບຫຍັງແດ່?2) ນັກຮຽນຄາດເດົາຫົວຂໍ້ຕາມຄວາມເຂົ້າໃຈໂດຍອີງໃສ່ຄໍາສັບ ແລະ ຮູບພາບທີ່ຮູ້ຈັກທີ່ເຄີຍຮຽນມາແລ້ວ.3) ຄູອ່ານຫົວຂໍ້ບົດເລື່ອງ ແລະ ຖາມວ່າກ່ຽວກັບຫົວຂໍ້ວ່າມີຄວາມໝາຍແນວໃດ? (ມື້ວານນີ້, ມື້ນີ້ ແລະ ມື້ອື່ນ).4) ນັກຮຽນບອກຄວາມໝາຍ ແລະ ເຫດຜົນຂອງຫົວຂໍ້ດັ່ງ: ມື້ວານນີ້ ແມ່ນຜ່ານມາແລ້ວ (ອະດີດ). ມື້ນີ້ ແມ່ນກໍາລັງປະຕິບັດຢູ່ (ປັດຈຸບັນ). ມື້ອື່ນ ແມ່ນຈະເປັນໄປຂ້າງໜ້າ (ອະນາຄົດ).ການວັດ ແລະ ປະເມີນຜົນຄູປະເມີນການອ່ານປະໂຫຍກ ເພື່ອ ຈັບຄູ່ຕື່ມໃສບ່ອນວ່າງ ໂດຍໃຊ້ເກນ ການປະເມີນຂໍ້ທີ 11.໔໖ສ ວ ສສະຫງວນລິຂະສິດ
47185) ຄູແນະນໍາຢູ່ໃນບົດເລື່ອງຈະມີບ້ວງຄໍາເວົ້າຢູ່ນໍາ ແລ້ວຖາມນັກຮຽນວ່າ ແມ່ນໃຜເວົ້າ?6) ນັກຮຽນຕອບຕາມຄວາມເຂົ້າໃຈ (ນ້ອງຊາຍ ແລະ ເອື້ອຍ).7) ຄູຊ່ວຍນັກຮຽນຊອກຫາຂໍ້ມູນຈາກຮູບພາບ ແລະ ຄໍາເວົ້າໃນບ້ວງ.8) ນັກຮຽນຄິດກ່ຽວກັບຫົວຂໍ້ ເບິ່ງຄໍາສັບທີ່ເຄີຍຮູ້ ແລະ ຮູບພາບເພື່ອຄາດເດົາວ່າເລື່ອງຈະເປັນແນວໃດ?9) ຄູອ່ານປະໂຫຍກທີ 1 ແລະ ຊີ້ໃສ່ຄໍາສັບໃນເວລາອ່ານ (ແປຄໍາວ່າມື້ວານນີ້ ແມ່ນເວລາຜ່ານມາແລ້ວ).10) ຄູອ່ານຕອນຕໍ່ໄປຂອງບົດເລື່ອງ ໂດຍໃຫ້ນັກຮຽນຊີ້ໃສ່ຄໍາສັບໄປນໍາ, ສືບຕໍ່ປະຕິບັດແບບດຽວກັນຈົນຈົບເລື່ອງ. 11) ນັກຮຽນ ເລົ່າກ່ຽວກັບຕົນເອງ ອາຍຸໄດ້ຈັກປີ, ເກີດວັນທີ, ເດືອນປີໃດ?12) ຊື່ພໍ່, ຊື່ແມ່, ບ້ານຢູ່, ເມືອງ, ແຂວງ .........ຂັ້ນຝືກປະຕິບັດ ແລະ ນໍາໃຊ້ (15 ນາທີ)ແຕ່ງເລື່ອງປາກເປົ່າ1) ຄູອ່ານປະໂຫຍກສຸດທ້າຍຂອງກິດຈະກໍາທີ 23 ໃຫ້ນັກຮຽນຟັງແລ້ວຂຽນ 3 ຫົວຂໍ້ໃສ່ກະດານດັ່ງ: ມື້ວານນີ້, ມື້ນີ້, ມື້ອື່ນ.2) ນັກຮຽນແຕ່ລະຄົນຄິດກ່ຽວກັບສິ່ງທີ່ຕົນເອງເຮັດ (ຢູ່ບ້ານ ຫຼື ໂຮງຮຽນ) ໂດຍໃຊ້ຄໍາສັບມື້ວານນີ້ຢູ່ໃນປະໂຫຍກ.3) ຄູຈັດນັກຮຽນເປັນກຸ່ມ. ຄົນໃນກຸ່ມໃຫ້ປ່ຽນຜຽນກັນບອກປະໂຫຍກກ່ຽວກັບສິ່ງທີ່ໄດ້ເຮັດໃນມື້ວານນີ້ຄູຕິດຕາມ.ຕົວຢ່າງ: ມື້ວານນີ້ຂ້ອຍໄດ້ໄປຕະຫຼາດນໍາແມ່ 4) ນັກຮຽນແຕ່ລະກຸ່ມເວົ້າກ່ຽວກັບສິ່ງທີ່ໄດ້ເຮັດໃນມື້ວານນີ້ ໃຫ້ຄູ ແລະ ໝູ່ຄູ່ຟັງ.ສໍາລັບ: ມື້ນີ້, ມື້ອື່ນ ແມ່ນໃຫ້ປະຕິບັດຄືກັນກັບ “ມື້ວານນີ້” ກິດຈະກໍາເສີມການເວົ້າ 1) ຄູຂີດຫ້ອງ ແລະ ຂຽນຫົວຂໍ້ໃສ່ກະດານດັ່ງລຸ່ມນີ້:2) ຄູແຕ້ມສິ່ງທີ່ຕົນເຮັດເປັນຕົວຢ່າງໃສ່ແຕ່ລະຫ້ອງ ນັກຮຽນເບິ່ງເປັນຕົວຢ່າງ (ເກືອໄກ່, ສອນນັກຮຽນ, ອ່ານປຶ້ມ) 3) ນັກຮຽນສ້າງແຜ່ນຮູບພາບທີ່ມີ 3 ສ່ວນໃສ່ປຶ້ມຂຽນ ແລະ ແຕ້ມຮູບສິ່ງທີ່ໄດ້ເຮັດມື້ວານນີ້, ມື້ນີ້ ແລະ ມື້ອື່ນພ້ອມ ຂຽນຊື່ ຫຼື ປະໂຫຍກໃສ່ດ້ວຍຕົນເອງ4) ຄູຕິດຕາມການແຕ້ມຮູບຂອງນັກຮຽນ ແລະ ຖາມນັກຮຽນ ຢ່າງໜ້ອຍ 1 ຄໍາຖາມ (ມື້ວານນີ້ ໄດ້ເຮັດຫຍັງແດ່ ມື້ນີ້ ແລະ ມື້ອື່ນເດ)5) ນັກຮຽນແຕ່ລະຄົນສະເໜີຮູບພາບຂອງຕົນເອງ ແລະ ອານສິ່ງ ທີ່ເຂົາເຈົ້າໄດ້ເຮັດໃຫ້ຄູ ແລະ ໝູ່ຟັງ.່ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ1ການວັດ ແລະ ປະເມີນຜົນການນໍາໃຊ້ຄໍາສັບມື້ວານ, ມື້ນີ້, ມື້ອື່ນເພື່ອ ເວົ້າກ່ຽວກັບກິດຈະກໍາຂອງຕົນເອງ ໂດຍ ໃຊ້ເກມການປະເມີນຂໍ້ທີ 3.໔໗
4818ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນຄູ ແລະ ນັກຮຽນ ພ້ອມກັນຮ້ອງເພງທີ່ໄດ້ຮຽນຜ່ານມາ ພ້ອມທ່າທາງປະກອບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມຄໍາ ແລະ ແຍກຄໍາການສອນໃຫ້ປະຕິບັດຄືບົດທີ 3 ຊົ່ວໂມງທີ 9 ຫງ-xາ-ຫງາ ຫງາ-ຫງ-xາ ຫຍ-xາ¬ຫຍາ-x້-ຫຍ້າ ຫຍ້າ-x້-ຫຍາ-xາ-ຫຍ ຫວ-xາ-ຫວາ ຫວາ-ຫວ-xາ ຕ-xົວະ-ຕົວະ ຕົວະ-ຕ-xົວະ ຫ-xົວ-ຫົວ ຫົວ-ຫ-xົວ ຂ-xົວ-ຂົວ-x້-ຂົ້ວ ຂົ້ວ-x້-ຂົວ-xົວ-ຂປະເມີນການອ່ານຄໍາສັບ ແລະ ວະລີ ການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີຢູ່ບົດທີ 3 ຊົ່ວໂມງ 9. ຄໍາສັບເອົາໃນຂໍ້ທີ 17 ແລະ 20 ໃນປຶ້ມແບບຮຽນປະເມີນປະໂຫຍກການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 9. ປະໂຫຍກເລືອກເອົາຂໍ້ທີ 18 ແລະ 21 ໃນປຶ້ມແບບຮຽນ.ປະເມີນການນໍາໃຊ້1) ຄູແນະນໍານັກຮຽນເບິ່ງຂໍ້ທີ 4 ໃນປຶ້ມແບບຮຽນ ແລ້ວໃຫ້ອ່ານດ້ວຍຕົນເອງ.2) ນັກຮຽນເລືອກເອົາຄໍາສັບແຕ່ງປະໂຫຍກປາກເປົ່າ ແລະ ອ່ານໃຫ້ໝູ່ຟັງ (ຄູຕິດຕາມແລະ ຊ່ວຍເຫຼືອ).3) ນັກຮຽນຂຽນປະໂຫຍກທີ່ແຕ່ງນັ້ນໃສ່ປຶ້ມຂຽນຂອງຕົນເອງ.ປະເມີນການຂຽນຂຽນທວາຍ “ເຫງົາໃຈ, ເຫຍື້ອ, ໄຫວ້”1ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງ ທີ 9. ເລື່ອງ ໄລ່ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຟ້ອງສຽງ, ຜັນສຽງ ໂດຍໃຊ້ເກນການ ປະເມີນຂໍ້ທີ 5ກ.ການວັດ ແລະ ປະເມີນຜົນຄູສາມາດກວດຜົນງານການຂຽນ ທວາຍ ໂດຍໃຊ້ເກນການປະເມີນ ຂໍ້ທີ 13ຂ.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ ເກນການປະເມີນຂໍ້ທີ 18ຂ.໔໘ສ ວ ສສະຫງວນລິຂະສິດ
4919 ບົດທີ 19 ໜ ໝ ຫຼ ແລະ ຕົວສະກົດ ນເວລາ 10 ຊົ່ວໂມງI. ຈຸດປະສົງລວມໃຫ້ນັກຮຽນສາມາດ:1 1ບອກຊື່ ພະຍັນຊະນະປະສົມ ໜ ໝ ຫຼ ແລະ ສະຫຼະທີ່ມີຕົວສະກົດ , ຈໍາແນກ ແລະ ບອກສຽງຕົວອັກສອນ ນໜ ໝ ຫຼ ແລະ ສະຫຼະທີ່ມີຕົວສະກົດ ນ 11 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ໜ ໝ ຫຼ ແລະ ສະຫຼະທີ່ມີຕົວສະກົດ ນ 11 3ຂຽນຄໍາສັບທີ່ມີພະຍັນຊະນະ ໜ ໝ ຫຼ ແລະ ຄໍາສັບທີ່ມີສະຫຼະທີ່ມີຕົວສະກົດ ໃຫ້ຖືກຕາມຮູບແບບ.ນ1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດຄໍາສັບທີ່ນໍາໃຊ້ສະຫຼະທີ່ມີຕົວສະກົດ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ນຕົວອັກສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງປະໂຫຍກ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາເວົ້າຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 3 ຢູ່ທ້າຍຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 6 ຢູຊົ່ວໂມງທີ 2, 3 ແລະ 9.1 3ອ່ານ ແລະ ຂຽນ: ໃຊ້ເກນການປະເມີນຂໍ້ທີ 7ຂ, 9ຂ ແລະ 14ຂ ຢູ່ຊົ່ວໂມງທີ 2, 4 ແລະ 5.1 4ນິທານ: ໃຊ້ເກນການປະເມີນຂໍ້ທີ 16ຂ ຢູ່ຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1 1ພະຍັນຊະນະປະສົມ ໜ ໝ ຫຼ- ພະຍັນຊະນະ ປະກອບມີຄໍາສັບ: ໜໜຶ່ງ, ໜອງ, ໜໍ່ໄມ້, ໜາມ, ໜູ, ໜ້າ, ໜີ, ໜຽວ, ໜໍ່.- ພະຍັນຊະນະ ປະກອບມີຄໍາສັບ: ໝໝີ, ທ່ານໝໍ, ໝູ, ໝູ່, ໝອກ, ໃໝ່, ໝໍ້, ໝີ່, ໝູນ.- ພະຍັນຊະນະ ປະກອບມີຄໍາສັບ: ຫຼຫຼິ້ນ, ທາງຫຼັງ, ຫຼາ, ຫຼ້າ, ສີເຫຼືອງ, ຫຼາຍ, ເຫຼັນ, ເຫຼືອງ, ເຫຼົ່ານີ້, ຫຼື.1 2ສະຫຼະທີ່ມີຕົວສະກົດ ນ- ສະຫຼະທີ່ມີຕົວສະກົດ ປະກອບມີຄໍາສັບ: ນສັ້ນ, ກິນ, ບຸນ, ຂຶ້ນ, ບ້ານ, ຊີ້ນ, ສູນ, ຢືນ, ດັນ, ຕຸ່ນ, ຮ້ານອາຫານ, ຄັນ, ດອກຄູນ, ຜື່ນ, ຫີນແຮ່, ສິ້ນ, ພື້ນ, ປັນ, ອ່ານ, ບິນ, ຕີນ, ຝັນ, ຝຸ່ນ, ໝູນ, ມືນຕາ.1 3ພັັນລະນາກ່ຽວກັບຮູບໂດຍການໃຊ້ຄໍາສັບ ນີ້, ເຫຼົ່ານີ້, ນັ້ນ, ເຫຼົ່ານັ້ນ ໃນປຶ້ມແບບຮຽນ1 4ນິທານ ແລະ ປຶ້ມອ່ານເສີມ.IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດສໍາລັບກິດຈະກໍາຈັບຄູ່.໔໙
50191 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບຂັ້ນຕອນການສອນໃຫ້ປະຕິບັດຄືບົດຜ່ານມາ.2) ຄູນໍາພາທວນຄືນຄໍາສັບໃໝ່ໃນບົດທີ 18 ດ້ວຍການຫຼິ້ນເກມອ່ານຄໍາສັບໂດຍໃຊ້ບັດຄໍາ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 4.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ ໜ ໝ ຫຼການສອນໃຫ້ນໍາໃຊ້ວິທີການສິດສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນຟ້ອງສຽງ ໜ ໝ ຫຼ ໄດ້ຢ່າງຖືກຕ້ອງ. 2ເວົ້າຊື່ ແລະ ຂີດຕາມຮອຍຕົວ ໜ ໝ ຫຼການສອນໃຫ້ນໍາໃຊ້ວິທີການສອນທີ 2 ຢູ່ພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ການນໍາໃຊ້ (20 ນາທີ)1. ເກມຊອກຫາພະຍັນຊະນະ ໜ ໝ ແລະ ຫຼ ໃນແຜ່ນພູມຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 3 ຢູ່ໃນພາກແນະນໍາ.2. ເກມຊອກຫາພະຍັນຊະນະ ໜ ໝ ແລະ ຫຼ ໃນຊຸດບັດຕົວອັກສອນ ຂັ້ນຕອນການສອນຫຼິ້ນເກມໃຫ້ປະຕິບັດຄືກັບບົດທີ 3 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກເກມໃດໜຶ່ງສອນກໍໄດ້. 3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ໃນພາກແນະນໍາ.ນັກຮຽນເລືອກ ແລະ ແຕ້ມຮູບສິ່ງໃດໜຶ່ງທີ່ອອກສຽງ ໜ ໝ ຫຼ.ທວນຄືນການອອກສຽງ (5 ນາທີ)ນັກຮຽນເບິ່ງຮູບພາບໃນປຶ້ມແບບຮຽນຂໍ້ທີ 4 ເພື່ອໃຫ້ນັກຮຽນຮູ້ຄໍາສັບທີ່ມີສຽງ ໜ ໝ ຫຼ ເຊັ່ນ: ໝອກ, ສີເຫຼືອງ, ໜໍ່ໄມ້, ໝີ່ເຫຼືອງ, ໜາມ, ຕະຫຼາດ ໂດຍການຟ້ອງສຽງ ແລະ ຜັນສຽງ ໃຫ້ນັກຮຽນສັງເກດເບິ່ງປາກເວລາຟ້ອງສຽງ ແລະ ຜັນສຽງ.໕໐ສ ວ ສສະຫງວນລິຂະສິດ
5119 4ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນ ແລະ ບໍ່ຂຶ້ນຕົ້ນດ້ວຍສຽງ ໜ ໝ ຫຼການສອນໃຫ້ນໍາໃຊ້ວິທີການສອນທີ 4 ຢູ່ໃນພາກແນະນໍາ.5ເບິ່ງ, ບອກ, ຊີ້ ແລະ ເວົ້າອອກສຽງຕົວ ໜ ໝ ຫຼການສອນໃຫ້ນໍາໃຊ້ວິທີການສອນທີ 5 ຢູ່ໃນພາກແນະນໍາ.ຄູສົນທະນາກັບນັກຮຽນກ່ຽວກັບວິທີການຈື່ຈໍາຄໍາສັບທີ່ມີພະຍັນຊະນະປະສົມວ່າ ແລະ ມີຂະໜາດກວ້າງ, ໜໝແຕ່ຕົວອັກສອນ ບໍ່ມີຂອດຢູ່ທາງລຸ່ມ. ແມ່ນຄ້າຍຄືກັບ ຫ ຕ່າງແຕ່ ຫຼ ມີສັນຍະລັກ xຼ ຢູ່ກ້ອງ.ໜຫຼຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 6ເວົ້າຊື່ ແລະ ຂີດຕາມຮອຄໍາສັບ ໜູ ໝາ ຫຼາການສອນໃຫ້ນໍາໃຊ້ວິທີການສອນທີ 6 ຢູ່ໃນພາກແນະນໍາ.ອະທິບາຍຄວາມໝາຍຄໍາສັບ ໜູ: ສັດສີ່ຕີນຕົວນ້ອຍໆ ໃນຈໍາພວກສັດລ້ຽງລູກດ້ວຍນ້ໍານົມ.ໝາ: ສັດສີ່ຕີນແນວໜຶ່ງ ເປັນສັດຄົນລ້ຽງ ຫຼື ຢູ່ປ່າກໍມີ.ຫຼາ: ເຄື່ອງເຂັນຝ້າຍ ຫຼື ໄໝ. 7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນບັດພະຍັນຊະນະ ໜ ໝ ຫຼ ເປັນບັດອື່ນກໍໄດ້ເຊັ່ນ: ໜາ, ໜ້າ, ໝີ, ໜໍ່ໄມ້, ໝາ, ໝີ, ໝີ່ເຫຼືອງ, ໝໍ, ໝໍ້, ໃໝ່, ຫຼື, ຫຼາ, ລູກຫຼ້າ, ຫຼັງ, ຫຼົວ...ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຊຸດບັດຕົວອັກສອນ: ໜ ໝ ຫຼ ຫງ ຫວ ຫຍ xູ xາ xີ ເxົາ x້.ປະກອບເປັນຄໍາສັບ: ໜ້າ ໝີ ໝາ ຫຼາ ຫຼ້າ ຫງ່າ ເຫງົ້າ ຫວາ ຫວີ ຫຍາ ຫຍ້າ...ຈົນຄົບໝົດທຸກຄໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ (10 ນາທີ) 8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາໃດໜຶ່ງ3ການສອນໃຫ້ນໍາໃຊ້ວິທີການສອນທີ 8 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ຮູ້ຈັກ ພ້ອມທັງສະແດງທ່າທາງປະກອບ ຂັ້ນຕອນການສອນໃຫ້ປະຕິບັດຄືບົດຜ່ານມາ.9ຈັບຄູ່ຕົວອັກສອນໃສ່ກັບຮູບພານການສອນໃຫ້ນໍາໃຊ້ຄືວິທີການສອນທີ 9 ຢູ່ໃນພາກແນະນໍາ.ຄໍາສັບ: ໝີ, ເຕ້ຍ, ໝໍ, ຫວີ, ເຈຍ, ເຫງົ້າ, ຫຼ້າ, ໜ້າ, ໃຫຍ່, ແຫງນ.ໝາຍເຫດ: ສໍາລັບເນື້ອໃນໃຫ້ຄູເບິ່ງໃນປຶ້ມແບບຮຽນ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງຄໍາສັບ ໂດຍ ໃຊ້ເກນການປະເມີນຂໍ້ທີ 6.ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ໂດຍໃຊ້ເກນການ ປະເມີນຂໍ້ທີ 7ຂ.໕໑
5219ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຄໍາທີ່ມີຕົວສະກົດ ນການສອນໃຫ້ນໍາໃຊ້ຄືວິທີການສອນທີ 1 ຢູ່ໃນພາກແນະນໍາ.1) ຄູອະທິບາຍວ່າແຕ່ລະຮູບຈະມີສຽງສະຫຼະທີ່ມີຕົວສະກົດ ເຊັ່ນ: ນxັນ xິນ xຸນ xຶນ xານ xີນ xູນ xືນ12) ຄູໃຫ້ນັກຮຽນຈໍາແນກສຽງທີ່ຂຶ້ນຕົ້ນ ແລະ ສຽງທີ່ລົງທ້າຍຂອງແຕ່ລະຄໍາສັບ.ຕົວຢ່າງ: ຮູບສໍສັ້ນ (ຄູເບິ່ງໃນປຶ້ມແບບຮຽນ)3) ຄູຖາມເທື່ອລະຄໍາຖາມວ່າ: ສັ້ນ ອອກສຽງພະຍັນຊະນະຫຍັງ? ແລະ ສະຫຼະທີ່ມີຕົວສະກົດຫຍັງ?4) ນັກຮຽນເວົ້າຄໍາວ່າ ສັ້ນ ອອກສຽງພະຍັນຊະນະ ແລະ ສະຫຼະທີ່ມີຕົວສະກົດ ສ່ວນຮູບ ສນກິນ, ບຸນ, ຂຶ້ນ, ບ້ານ, ຊີ້ນ, ສູນ, ຢືນ ໃຫ້ປະຕິບັດການຮຽນການສອນຄືກັນກັບການສອນ ສັ້ນ15) ຄູໃຫ້ນັກຮຽນບອກຄໍາສັບອື່ນທີ່ມີສະຫຼະທີ່ມີຕົວສະກົດ ນ 16) ນັກຮຽນບອກຄໍາສັບ ແລະ ຄູກວດໃຫ້ຖ້າຈໍາເປັນ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນເວົ້າສະຫຼະທີ່ມີແມ່ສະກົດ ໄດ້ຢ່າງຖືກຕ້ອງ, ນມັນຕ່າງສະຫຼະສຽງອື່ນທີ່ໄດ້ຮຽນຜ່ານມາ.11ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ນ1) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ຂໍ້ທີ 11 ໃນປຶ້ມແບບຮຽນ. ຈາກນັ້ນ, ເວົ້າຄໍາ: ບ່າ, ບ້ານ, ສະຜົມ ແລະ ສັ້ນ ໃຫ້ນັກຮຽນ ຟັງກ່ອນ 1-2 ຄັ້ງ. ແລ້ວພານັກຮຽນເວົ້າຄໍາສັບ 2-3 ຄັ້ງ.2) ນັກຮຽນອ່ານ ແລະ ເວົ້າຄໍາສັບຕາມຫຼັງຄູ.3) ຄູອະທິບາຍວ່າ ການປະກອບສ້າງ xານ ໄດ້ມາຈາກ ສະຫຼະ xາ ປະສົມກັບຕົວສະກົດ ນ 14) ຄູໃຫ້ນັກຮຽນຊອກຕົວຢ່າງຂອງຄໍາທີ່ມີສຽງສະຫຼະ xານ15) ນັກຮຽນຊ່ວຍກັນຊອກຄໍາສັບທີ່ອອກສຽງສະຫຼະ xານ16) ຄູອະທິບາຍວ່າ ການປະກອບສ້າງ xັນ ໄດ້ມາຈາກ ສະຫຼະ xະ ປ່ຽນຮູບມາເປັນໄມ້ກັນ ປະສົມກັບຕົວສະກົດ xັນ ເປັນ xັນ17) ຄູໃຫ້ນັກຮຽນຊອກຄໍາສັບທີ່ມີສຽງສະຫຼະ xັນ18) ນັກຮຽນຊ່ວຍກັນຊອກຄໍາສັບທີ່ອອກສຽງສະຫຼະ xັນ112ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ນ1) ຄູບອກຊື່ຂອງສະຫຼະປ່ຽນຮູບວ່າ ນີ້ແມ່ນສະຫຼະອັນ (xັນ), ສະຫຼະອານ (xານ), ສະຫຼະອິນ (xິນ), ສະຫຼະອີນ (xີນ), ສະຫຼະອຸນ (xຸນ), ສະຫຼະອູນ (xູນ), ສະຫຼະອຶນ (xຶນ), ສະຫຼະອືນ (xືນ). ນັກຮຽນ ເວົ້າລື້ມຄືນ 2-3 ຄັ້ງ.2) ຄູອະທິບາຍວ່າ ການປະກອບສ້າງຂອງແຕ່ລະສະຫຼະທີ່ມີຕົວສະກົດຢູ່ນໍາ ຖ້າສະຫຼະທີ່ມີສຽງສັ້ນເຊັ່ນ ສະຫຼະ ອະ (xະ) ເວລາມີຕົວສະກົດຢູ່ນໍາຈະປ່ຽນຮູບຈາກ xະ ມາເປັນໄມ້ກັນ . ຍ້ອນແນວນັ້ນຈຶ່ງມີສີຕ່າງໝູ່ ແລະxັນັກຮຽນຈະໄດ້ຮຽນສະຫຼະຕົວອື່ນທີ່ປ່ຽນຮູບອີກ.3) ຄູຊີ້ໃສ່ແຕ່ລະສຽງຂອງສະຫຼະທີ່ມີຕົວສະກົດຢູ່ນໍາ ແລະ ອ່ານຟ້ອງສຽງຂອງສະຫຼະດັ່ງກ່າວ.4) ນັກຮຽນອ່ານຟ້ອງສຽງຕາມຄູ. ຈາກນັ້ນ, ເຮັດເປັນບຸກຄົນ, ເປັນຄູ່ ແລະ ເປັນກຸ່ມ.5) ຄູຕິດຕາມຊ່ວຍເຫຼືອນັກຮຽນຜູ້ທີ່ຍັງຟ້ອງສຽງບໍ່ຖືກຕ້ອງ.13ອອກສຽງສະຫຼະທີ່ມີຕົວສະກົດ ແລ້ວຈັບຄູ່ໃສ່ກັບຮູບພາບ1) ຄູໃຫ້ນັກຮຽນອອກສຽງສະຫຼະທີ່ມີຕົວສະກົດ ນ ດ້ວຍຕົນເອງ 2-3 ຄັ້ງ. ຖ້ານັກຮຽນອອກສຽງສະຫຼະບໍ່ຖືກຕ້ອງ ບໍ່ຊັດເຈນຄູຕິດຕາມຊ່ວຍເຫຼືອ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງຄໍາສັບ ໂດຍ ໃຊ້ເກນການປະເມີນຂໍ້ທີ 6.໕໒ສ ວ ສສະຫງວນລິຂະສິດ
53192) ຄູໃຫ້ນັກຮຽນຈັບຄູ່ແຕ່ລະສຽງໃສ່ກັບຮູບພາບເຊັ່ນ: ຕີນ, ຂຶ້ນ, ຝັນ, ໝູນ, ບິນ, ຝຸ່ນ, ມືນຕາ, ອ່ານ.3) ນັກຮຽນຈັບຄູ່ແຕ່ລະສຽງໃສ່ກັບຮູບພາບ.4) ຄູຕິດຕາມຊ່ວຍເຫຼືອນັກຮຽນຜູ້ທີ່ຍັງເຮັດບໍ່ຖືກຕ້ອງ. ຈາກນັ້ນ ຄູ ແລະ ນັກຮຽນ ເວົ້າຄໍາຕອບທີ່ຖືກຕ້ອງຄືນ.ຄໍາຕອບ: ຂໍ້ທີ 1. ຈັບຄູ່ກັບຮູບພາບນອນຝັນ, ຂໍ້ທີ 2. ຈັບຄູ່ກັບຮູບພາບເດັກນ້ອຍອ່ານປຶ້ມ, ຂໍ້ທີ 3. ຈັບຄູ່ກັບຮູບ ພາບນົກບິນ, ຂໍ້ທີ 4. ຈັບຄູ່ກັບຮູບພາບຕີນ, ຂໍ້ທີ 5. ຈັບຄູ່ກັບຮູບພາບຝຸ່ນ, ຂໍ້ທີ 6. ຈັບຄູ່ກັບຮູບພາບກົງລົດໝູນ, ຂໍ້ທີ 7. ຈັບຄູ່ກັບຮູບພາບຂຶ້ນຂັ້ນໄດ, ຂໍ້ທີ 8. ຈັບຄູ່ກັບຮູບພາບກາງຄືນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຄາດເດົາຄໍາສັບ1) ນັກຮຽນເປັນກຸ່ມຄາດເດົາການສະກົດຂອງແຕ່ລະຄໍາສັບ ແລະ ຂຽນຄໍານັ້ນໆ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນອອກໄປຂຽນ ການສະກົດຄໍາສັບທີ່ເຂົາເຈົ້າໄດ້ຄາດເດົາໄວ້.3) ນັກຮຽນຜູ້ອື່ນກວດວ່າຖືກ ຫຼື ບໍ່.ຄໍາສັບ: ບິນ, ຕີນ, ຂຶ້ນ, ຝັນ, ໝູນ, ຝຸ່ນ, ມືນຕາ, ອ່ານ.14ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ໃນພາກແນະນໍາ.ນັກຮຽນເລືອກ ແລະ ແຕ້ມຮູບສິ່ງໃດໜຶ່ງທີ່ມີສຽງສະຫຼະທີ່ມີຕົວສະກົດ ນ 1ທວນຄືນການອອກສຽງ (5 ນາທີ)15ຟັງ ແລະ ເວົ້າຄໍາສັບແລ້ວ ຈັບຄູ່ສະຫຼະທີ່ມີຕົວສະກົດ ນ ໃສ່ກັບຮູບພາບ1) ຄູໃຫ້ນັກຮຽນສັງເກດເບິ່ງຮູບພາບໃນປຶ້ມແບບຮຽນຂໍ້ທີ 13 ແລ້ວໃຫ້ເຂົາເຈົ້າບອກຊື່ຂອງແຕ່ລະຮູບພາບ.2) ນັກຮຽນບອກຊື່ຂອງແຕ່ລະຮູບ, ຈາກນັ້ນ ຈັບຄູ່ຮູບພາບໃສ່ ກັບສະຫຼະທີ່ມີຕົວສະກົດ ໂດຍເອົາກ້ອນຫີນ ນຢອງໃສເທິງຮູບພາບ ແລະ ເອົາກ້ອນຫີນອີກໜຶ່ງກ້ອນຢອງໃສ່ເທິງສະຫະທມຕວສະກດ ່ຼີ ່ີົົນ ທີ່ຈັບຄູ່ກັບຮູບ ພາບພ້ອມທັງ ເວົ້າອອກສຽງດັງໆໃນສິ່ງທີ່ເຂົາເຈົ້າໄດ້ເຫັນ.ຄໍາຕອບ: xຸນ ຈັບຄູ່ກັບຮູບພາບ ຕຸ່ນ xານ, ຈັບຄູ່ກັບຮູບພາບ ຮ້ານອາຫານ, xັນ ຈັບຄູ່ກັບຮູບພາບ ຄັນ xູນ , ຈັບຄູ່ ກັບຮູບພາບ ດອກຄູນ, xີນ ຈັບຄູ່ກັບຮູບພາບ ຫີນ xິນ, ຈັບຄູ່ກັບຮູບພາບ ສິ້ນ xືນ, ຈັບຄູ່ກັບຮູບພາບ ພື້ນ xຶນ, ຈັບຄູ່ກັບຮູບພາບ ຜຶ່ນ/ຜື່ນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ໃນພາກແນະນໍາ.ໝາຍເຫດ: ຖ້າເວລາພຽງພໍຄູເປັນຜູ້ເວົ້າຄໍາສັບເທື່ອລະຄໍາໃຫ ນັກຮຽນອອກໄປກະດານ ເພື່ອປະກອບຄໍາສັບດ້ວຍການໃຊ້ບັດ້ຕວອກ ສອນທີ່ເລືອກເອົາຈາກ: ອັນ, ຫັນ, ມັນ, ນໍາກັນ, ນັນ, ອານ, ົັຕົ້ນ ຕານ, ຈານ, ຈັນ, ຜ່ານ, ຂານ, ຫຼານ, ອື່ນ, ຍື່ນ, ມື່ນ, ກືນ, ຟືນ, ຕື່ນ, ປືນ, ຊື່ນ, ຂີ້ຝຸ່ນ, ປູນ, ໄດ້ຍິນ, ວິນ, ຫຼິ້ນ, ນິນ, ປີນ...ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)ເກມປະກອບຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືຂໍ້ທີ 7 ຊົ່ວໂມງທີ 2.ຊຸດຕົວອັກສອນປະກອບມີ: ດ ກ ບ ຂ ຊ ສ ຄ xັນ xິນ xຸນ xຶນ xານ xີນ xູນ xືນ x້.ຄໍາສັບ: ດັນ ດິນ ກິນ ກຸນ ບິນ ບຸນ ບືນ ບ້ານ ຂຶ້ນ ຂານ ຊານ ຊີ້ນ ສິ້ນ ສູນ ຄູນ ຄືນ...ໂດຍຄູເນັ້ນຄໍາສັບທີ່ອອກສຽງ ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ໂດຍນໍາໃຊ້ເກນ ການປະເມີນຂໍ້ທີ 9ຂ.໕໓
5419ສະຫຼະທີ່ມີຕົວສະກົດ ນ xັນ xິນ xຸນ xຶນ xານ xີນ xູນ xືນ x້ ຄູເອົາຄໍາສັບທີ່ຍັງບໍ່ທັນໄດ້ຮຽນເຊິ່ງຈະຮຽນໃນອາທິດຕໍ່ໄປເຂົ້າມາປົນນໍາເຊັ່ນ ແລ່ນ ເຢັນ ນອນ ຄົນ ຫຼື ອື່ນໆກໍໄດ້.ກິດຈະກໍາເສີມການອ່ານ (10 ນາທີ)ເກມອ່ານຄໍາສັບ ໂດຍໃຊ້ບັດຄໍາຄໍາສັບ: ໜຶ່ງ ໝີ ຫຼາ ໜອງ ໝູ ເຫຼືອງ ດັນ ຕຸ່ນ ພື້ນ...ສັບປົນກັນໄວ້ເທິງໜ້າໂຕະ.ຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ພ້ອມທັງຕົບມືເປັນຈັງຫວະ ຫຼື ສະແດງທ່າທາງປະກອບ. 2) ຄູນໍາພານັກຮຽນທວນຄືນຂໍ້ທີ 4 , 9 , 13 ທີ່ໄດ້ຮຽນຜ່ານມາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ວິທີການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ໜຶ່ງ, ໜາມ, ຕື້ນ, ຟືນ, ຂອບໃຈ, ປີນ, ທັນທີ.ວະລີ: ບໍ່ເປັນຫຍັງ, ເອົາໜາມອອກ, ພະລາດມື່ນ.ອະທິບາຍຄວາມໝາຍຄໍາສັບໜຶ່ງ: ອັນໜຶ່ງອັນດຽວ.ໜາມ: ສ່ວນແຫຼມໆທີ່ປົ່ງອອກຈາກຕົ້ນ ແລະ ງ່າຂອງໄມ້ຕ່າງໆ.ຂອບໃຈ: ກ່າວຕອບແທນບຸນຄຸນຜູ້ອື່ນ ດ້ວຍຄວາມເວົ້າທີ່ອອກມາຈາກໃຈຈິງ.18ອ່ານປະໂຫຍກການສອນໃຫ້ນໍາໃຊ້ວິທີການສອນທີ 11 ຢູ່ໃນພາກແນະນໍາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສອນໃຫ້ນໍາໃຊ້ວິທີການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຖາມ:1. ທ້າວ ພັນ ແລະ ນາງ ຫວັນ ໄປຫາຫຍັງ?2. ແມ່ນຫຍັງ ປັກຕີນ ທ້າວພັນ?3. ໃຜ ເອົາໜາມ ອອກຈາກຕີນ ທ້າວພັນ?ຄໍາຕອບ: 1. ຟືນ. 2. ໝາມ. 3. ທ່ານໝໍຫວັນ.ກິດຈະກໍາເສີມການຂຽນຫຼຼິ້ນເກມຂຽນຄໍາສັບຄູເອົາບັດຄໍາທີ່ໄດ້ຮຽນຜ່ານມາ ແລະ ສັບປົນກັນວາງໄວ້ເທິງໜ້າໂຕະ ແລ້ວໃຫ້ນັກຮຽນແຂ່ງຂັນກັນໄປຈັບບັດຄໍາແລ້ວອ່ານໃຫ້ຄູ ແລະ ໝູ່ຟັງ ຖ້າອ່ານບໍ່ຖືກໃຫ້ໝູ່ ຫຼື ຄູຊ່ວຍ (ຄໍາໃດທີ່ອ່ານແລ້ວໃຫ້ເອົາອອກ).ການວັດ ແລະ ປະເມີນຜົນຄູປະເມີນການອ່ານ ໂດຍນໍາໃຊ້ເກນ ການປະເມີນຂໍ້ທີ 14ຂ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານປະໂຫຍກ ໂດຍ ໃຊ້ເກນການປະເມີນຂໍ້ທີ 7ຂ.໕໔ສ ວ ສສະຫງວນລິຂະສິດ
5519ພາກ 1 ເລື່ອງ ຕຸກກະຕາພາມ່ວນ (40 ນາທີ)ການສອນໃຫ້ນໍາໃຊ້ວິທີການສອນທີ 16 ພາກ 1 ຢູ່ໃນພາກ ແນະນໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັບການສອນນິທານຢູ່ ບົດທີ 17.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູແນະນໍານັກຮຽນເບິ່ງຂໍ້ທີ 19 ໃນປຶ້ມແບບຮຽນຄືນ.3) ນັກຮຽນອ່ານປະໂຫຍກດ້ວຍຕົນເອງ. ຈາກນັ້ນ, ອ່ານພ້ອມກັນໝົດຫ້ອງ (ຖ້ານັກຮຽນອ່ານບໍ່ໄດ້ຄູຊ່ວຍເຫຼືອນັກ ຮຽນ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ວິທີການສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ນ້ອງ, ຖາມ, ຕອບ, ໝູ່, ແລ້ວ, ຕື່ນ, ກິນ, ຮ້ານອາຫານ.ວະລີ: ນໍາກັນ, ມືນຕາ.21ອ່ານ, ເລືອກເອົາຄໍາສັບ ຢູ່ຂໍ້ທີ 20 ຕື່ມໃສ່ບ່ອນວ່າງ ແລະ ແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13ຄ, 13ຂ ຢູ່ໃນພາກແນະນໍາ.ຄໍາຕອບ: 1. ຕື່ນ 2. ຕອບ 3. ລາວກິນເຝີ (ມີຫຼາຍຄໍາຕອບອີງໃສ່ຮູບພາບ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)22ຊອກເອົາສະຫຼະທີ່ມີຕົວສະກົດ ນ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ວິທີການສອນທີ 14 ຢູ່ໃນພາກແນະນໍາ.ຄໍາຕອບ: 1. xິນ 2. xູນ 3. xືນນັກຮຽນແຕ້ມຮູບແຕ່ລະຄໍາຕອບ (ແຕ້ມແບບຂີດເສັ້ນງ່າຍດາຍ).ກິດຈະກໍາເສີມການຂຽນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບກິດຈະກໍາເສີມການຂຽນຢູ່ບົດທີ 17 ຊົ່ວໂມງທີ 7.ທວນຄືນຕົວອັກສອນ ແລະ ຄໍາສັບ (5 ນາທີ)ນໍາໃຊ້ຄໍາສັບໃນຂໍ້ທີ 23 ເພື່ອທວນຄືນ.1) ຄູນັກຮຽນເປັນກຸ່ມ ເພື່ອເບິ່ງ ແລະ ບອກເຂົາເຈົ້າສາມາດເຫັນຄໍາທີ່ເຂົາເຈົ້າບໍ່ຮູ້ຈັກ ໂດຍເອົາກ້ອນຫີນຢອງ ໃສ່ ແລະ ຂຽນຄໍາດັ່ງກ່າວ.2) ນັກຮຽນຂຽນຄໍາສັບທີ່ເຂົາເຈົ້າບໍ່ຮູ້ໃສ່ກະດານ (ກ່າຍຈາກຄໍາສັບທີ່ກຸ່ມຕົນເອງຂຽນໄວ້).3) ນັກຮຽນກຸ່ມອື່ນສາມາດອະທິບາຍໃຫ້ຖ້າເຂົາເຈົ້າຮູ້ ຫຼື ຊ່ວຍກັນອ່ານແຕ່ລະຄໍາສັບທີ່ໄດ້ຂຽນໄວ້ຢູ່ກະດານ.ການວັດ ແລະ ປະເມີນຜົນການນໍາໃຊ້ຄໍາສັບແຕ່ງປະໂຫຍກ ໂດຍ ນໍາໃຊ້ເກນການປະເມີນຂໍ້ທີ 16ຂ.໕໕
5619ໝາຍເຫດ: ນັກຮຽນອາດມີຄວາມສາມາດອ່ານບົດອ່ານດ້ວຍຕົນເອງໄດ້ເກືອບໝົດທຸກບົດ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງຟັງ ແລະ ເວົ້າຕາມຄູການສອນໃຫ້ນໍາໃຊ້ວິທີການສອນທີ 15 ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນອ່ານ ຫຼື ຄາດເດົາຫົວຂໍ້ ໂດຍອີງໃສ່ຄໍາສັບທີ່ເຂົາເຈົ້າຮູ້ ແລະ ຮູບຂອງເລື່ອງ. 2) ຄູອ່ານຫົວຂໍ້ໃຫ້ນັກຮຽນຟັງ ພ້ອມທັງໃຫ້ເຂົາເຈົ້າບອກຄວາມໝາຍ.3) ນັກຮຽນບອກຄວາມໝາຍຂອງຄໍາສັບ ນີ້, ເຫຼົ່ານີ້, ນັ້ນ, ເຫຼົ່ານັ້ນ ຕາມຄວາມເຂົ້າໃຈ.4) ຄູຖາມວ່າ: ຫົວຂໍ້ສາມາດບອກຫຍັງແດ່ກ່ຽວກັບບົດເລື່ອງ.5) ນັກຮຽນບອກເຫດຜົນ.6) ຄູແນະນໍາວ່າ ຢູ່ໃນບົດຈະມີບ້ວງຄໍາສັບຢູ່ໝົດເລື່ອງ.7) ຄູໃຫ້ນັກຮຽນບອກວ່າ ແມ່ນໃຜເວົ້າ ແລະ ໃຫ້ນັກຮຽນອ່ານ ຖ້າເປັນໄປໄດ້ (ທ້າວພັນ ແລະ ນ້ອງ. ນັກຮຽນ ສາມາດຊອກຫາຂໍ້ມູນໄດ້ຈາກປະໂຫຍກທີ 1 ຂອງບົດອ່ານດ້ວຍຕົນເອງ).8) ຄູໃຫ້ນັກຮຽນຄາດເດົາວ່າ ເລື່ອງຈະເປັນແນວໃດ.9) ນັກຮຽນໃຫ້ເຫດຜົນ (ເຂົາເຈົ້າອາດສາມາດອ່ານບົດເລື່ອງໄດ້ ໂດຍຜ່ານການປະຕິບັດກິດຈະກໍາຕ່າງໆທີ່ຜ່ານມາ)10) ຄູໃຫ້ນັກຮຽນອ່ານບົດເລື່ອງພ້ອມກັນໝົດຫ້ອງ.11) ຄູອ່ານໄປພ້ອມນັກຮຽນ ແລະ ຊ່ວຍເຫຼືອນັກຮຽນເວລາທີ່ເຫັນວ່າມີຄວາມຈໍາເປັນ.12) ຄູໃຫ້ນັກຮຽນເລົ່າບົດເລື່ອງພ້ອມໃຫ້ຄວາມໝາຍ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ແຕ່ງເລື່ອງປາກເປົ່າ 1) ຄູອະທິບາຍວ່າ ຈະຕັ້ງຄໍາຖາມໃຫ້ນັກຮຽນຄືກັນກັບ ທ້າວພັນ ຖາມນ້ອງຂອງລາວຢູ່ໃນບົດເລື່ອງ, ແຕ່ກ່ອນຈະ ຕອບ ນັກຮຽນຕ້ອງບອກວ່າຄໍາຖາມນັ້ນຈະແມ່ນຫຍັງ.2) ຄູຂຽນຄໍາສັບ “ຄໍາຖາມ” ແລະ “ຄໍາຕອບ” ເປັນຫົວຂໍ້ໃສ່ກະດານ.3) ນັກຮຽນອ່ານພ້ອມກັນໝົດຫ້ອງ 1-2 ຄັ້ງ.4) ຄູຊີ້ໃສ່ດັງຂອງຄູ ແລະ ໃຫ້ນັກຮຽນບອກວ່າ ຄໍາຖາມຈະແມ່ນຫຍັງ.5) ນັກຮຽນຕອບ: ນີ້ແມ່ນຫຍັງ?6) ຄູຂຽນຄໍາຖາມໃສ່ກະດານຢູ່ກ້ອງຫົວຂໍ້ຂອງ “ຄໍາຖາມ”.7) ຄູຖາມຄໍາຕອບຈະແມ່ນຫຍັງ. 8) ນັກຮຽນຕອບວ່າ: “ນັ້ນແມ່ນດັງຂອງເຈົ້າ”. ຖ້າເຂົາເຈົ້າ ຕອບວ່າ: “ນີ້ແມ່ນດັງຂອງເຈົ້າ” ໃຫ້ຄູຖາມນັກຮຽນຄືນ ອີກວ່າຕອບ “ນີ້” ຖືກແລ້ວບໍ່, ເວລານັ້ນ ນັກຮຽນອາດຈະຄິດອອກວ່າເຂົາເຈົ້າຄວນຕອບວ່າ: “ນັ້ນ”.9) ຄູໃຫ້ນັກຮຽນຊີ້ໃສ່ ດັງ ຂອງຕົນເອງ ແລະ ໃຫ້ໃຊ້ຄໍາຖາມອັນດຽວກັນຖາມແລ້ວໃຫ້ຕອບ.10) ນັກຮຽນ ຕັ້ງຄໍາຖາມ “ນີ້ແມ່ນຫຍັງ?” ແລະ ຕອບວ່າ “ນີ້ແມ່ນດັງຂອງຂ້ອຍ”11) ຄູຂຽນສອງຄໍາຕອບທີ່ຕ່າງກັນໃສ່ກ້ອງຫົວຂໍ້ “ຄໍາຕອບ” ໃສ່ກະດານ. (ນັ້ນແມ່ນດັງຂອງເຈົ້າ ນີ້ແມ່ນດັງຂອງຂ້ອຍ).12) ຄູຊີ້ໃສ່ປຶ້ມຂອງນັກຮຽນຜູ້ໜຶ່ງ ແລະ ຖາມນັກຮຽນຜູ້ນັ້ນວ່າຈະຕັ້ງຄໍາຖາມແນວໃດ (ຄູບໍ່ໄດ້ຢູ່ໃກ້ກັບນັກຮຽນຜູ້ ນັ້ນ) ນັກຮຽນຜູ້ນັ້ນຕອບ: “ນັ້ນແມ່ນຫຍັງ?” ຄູຖາມນັກຮຽນຜູ້ນັ້ນອີກວ່າຄໍາຕອບຈະແມ່ນຫຍັງ. “ນີ້ແມ່ນປຶ້ມ ຂອງຂ້ອຍ”.13) ຄູຖາມນັກຮຽນຜູ້ອື່ນ “ນັ້ນແມ່ນຫຍັງ?” ນັກຮຽນຕອບ: “ນັ້ນແມ່ນປຶ້ມຂອງລາວ”.14) ຄູຂຽນຄໍາຖາມໃສ່ກ້ອງຫົວຂໍ້ “ຄໍາຖາມ” ແລະ ສອງຄໍາຕອບນັ້ນໃສ່ກ້ອງຫົວຂໍ້ “ຄໍາຕອບ” ຢູ່ກະດານ.15) ຄູຍົກນິ້ວມືໃຫ້ນັກຮຽນເບິ່ງ (ເຮັດນິ້ວມືເໜັງໄປມາ) ແລະ ໃຫ້ນັກຮຽນບອກຄໍາຖາມໃໝ່.໕໖ສ ວ ສສະຫງວນລິຂະສິດ
571916) ນັກຮຽນບອກວ່າ “ເຫຼົ່ານິີ້ແມ່ນຫຍັງ?”17) ຄູຂຽນຄໍາຖາມໃສ່ກ້ອງຄໍາຖາມອື່ນໆທີ່ຂຽນໄວ້ຢູ່ກະດານ. ແລ້ວຖາມນັກຮຽນວ່າ ຄໍາຕອບຈະແມ່ນຫຍັງ. 18) ນັກຮຽນບອກຄໍາຕອບ “ເຫຼົ່ານັ້ນແມ່ນນິ້ວມືຂອງເຈົ້າ” ຖ້າເຂົາເຈົ້າ ຕອບວ່າ: “ເຫຼົ່ານີ້ແມ່ນນິ້ວມືຂອງເຈົ້າ” ໃຫ້ ຄູຖາມອີກວ່າ: ໃຊ້ຄໍາສັບ “ເຫຼົ່ານີ້” ຖືກແລ້ວບໍ່. ນັກຮຽນອາດຈະຄິດອອກວ່າເຂົາເຈົ້າຄວນຕອບວ່າ “ເຫຼົ່ານັ້ນ”.19) ຄູໃຫ້ນັກຮຽນຍົກນິ້ວມືຂອງເຂົາເຈົ້າຂຶ້ນ ແລ້ວໃຫ້ຖາມຄໍາຖາມແບບດຽວກັນ. ຈາກນັ້ນ, ໃຫ້ຕອບຄໍາຖາມດັ່ງ ກາວ. ນັກຮຽນຕັ້ງຄໍາຖາມວ່າ “ເຫຼົ່ານິີ້ແມ່ນຫຍັງ?” ແລະ ຄໍາຕອບ “ເຫຼົ່ານີ້ແມ່ນ ນິ້ວມືຂອງຂ້ອຍ”່20) ຄູຂຽນສອງຄໍາຕອບທີ່ຕ່າງກັນໃສ່ກ້ອງຫົວຂໍ້ “ຄໍາຕອບ” ໃສ່ກະດານ (ເຫຼົ່ານັ້ນແມ່ນນິ້ວມືຂອງເຈົ້າ. ເຫຼົ່ານີ້ແມ່ນ ນິ້ວມືຂອງຂ້ອຍ).21) ຄູເລືອກເອົານັກຮຽນຜູ້ທີ່ມີປຶ້ມຫຼາຍຫົວຢູ່ໜ້າໂຕະ.22) ຄູຊີ້ໃສ່ປືຶ້ມຂອງນັກຮຽນຜູ້ນີ້ ແລະ ຖາມວ່າ ຄໍາຖາມຂອງຄູຈະແມ່ນຫຍັງ (ຄູບໍ່ໄດ້ຢູ່ໃກ້ກັບນັກຮຽນຜູ້ນີ້).23) ນັກຮຽນຜູ້ນີ້ຕອບວ່າ: “ເຫຼົ່ານັ້ນແມ່ນຫຍັງ?”24) ຄູຖາມນັກຮຽນຜູ້ນີ້ວ່າ ຄໍາຕອບຈະແມ່ນຫຍັງ: “ເຫຼົ່ານີ້ແມ່ນປຶ້ມຂອງຂ້ອຍ”.25) ຄູໃຊ້ຄໍາຖາມດຽວກັນຖາມນັກຮຽນຜູ້ອື່ນ “ເຫຼົ່ານັ້ນແມ່ນຫຍັງ?”26) ນັກຮຽນຕ້ອງຕອບວ່າ: “ເຫຼົ່ານີ້ແມ່ນປຶ້ມຂອງລາວ”.27) ຄູຂຽນຄໍາຖາມໃສ່ກ້ອງຫົວຂໍ້ “ຄໍາຖາມ” ແລະ ສອງຄໍາຕອບ ນັ້ນໃສ່ກ້ອງຫົວຂໍ້ “ຄໍາຕອບ” ຢູ່ກະດານ.28) ຄູລຶບປະໂຫຍກດັງຂອງເຈົ້າ/ຂອງຂ້ອຍ, ປຶ້ມ/ປຶ້ມຫຼາຍຫົວ ຂອງລາວ/ຂອງຂ້ອຍ ແລະ ນິ້ວມືຂອງເຈົ້າ/ຂອງຂ້ອຍຢູ່ ກະດານອອກ.29) ຄູໃຫ້ນັກຮຽນປ່ຽນຜຽນກັນຝຶກຖາມ ແລະ ຕອບກ່ຽວກັບ: ນີ້, ນັ້ນ, ເຫຼົ່ານີ້, ເຫຼົ່ານັ້ນ ເປັນກຸ່ມ.30) ຄູຍ່າງໄປຫາແຕ່ລະກຸ່ມເພື່ອຟັງ ແລະ ຊ່ວຍນັກຮຽນ.31) ນັກຮຽນແຕ່ລະກຸ່ມຜັດປ່ຽນກັນຖາມ ແລະ ຕອບກ່ຽວກັບ: ນີ້, ນັ້ນ, ເຫຼົ່ານີ້, ເຫຼົ່ານັ້ນ.ກິດຈະກໍາເສີມການເວົ້າ1) ຄູແຕ້ມຮູບເພື່ອສ້າງສະຖານະການກ່ຽວກັບການຖາມ ແລະ ຕອບໃສ່ກະດານ. ໃນນັ້ນໃຫ້ມີບ້ວງຄໍາເວົ້າ.2) ຄູຖາມນັກຮຽນວ່າ: ແມ່ນໃຜເປັນຜູ້ຖາມ? ແມ່ນໃຜເປັນຜູ້ຕອບ? ຄໍາຖາມແມ່ນຫຍັງ? ຄໍາຕອບ ຈະແມ່ນຫຍັງ?3) ຄູຂຽນຄໍາຖາມ ແລະ ຄໍາຕອບໃສ່ກະດານ.4) ຄູອະທິບາຍໃຫ້ນັກຮຽນຮູ້ວ່າເຂົາເຈົ້າຈະໄດ້ແຕ້ມຮູບ ເພື່ອສ້າງສະຖານະການກ່ຽວກັບການຖາມ ແລະ ຕອບ ແລະ ໃຫ້ຂຽນຄໍາຖາມ ແລະ ຄໍາຕອບຖ້າເຂົາເຈົ້າມີຄວາມສາມາດຂຽນໄດ້.5) ນັກຮຽນແຕ້ມຮູບ ແລະ ຂຽນຄໍາຖາມ ແລະ ຄໍາຕອບດ້ວຍຕົນເອງ. ໃນຂະນະທີ່ນັກຮຽນແຕ້ມຮູບ ຄູຍ່າງໄປມາ ຫານັກຮຽນໃຫ້ເຂົາເຈົ້າບອກວ່າຄໍາຖາມ ແລະ ຄໍາຕອບຂອງເຂົາເຈົ້າແມ່ນຫຍັງ.6) ນັກຮຽນແຕ່ລະຄົນສະເໜີຮູບຂອງຕົນເອງ, ອ່ານສິ່ງທີ່ຕົນເອງໄດ້ຂຽນ (ຖ້າເຂົາເຈົ້າຂຽນບໍ່ທັນ ແລ້ວໃຫ້ ເຂົາເຈົ້າບອກວ່າ ຄໍາຖາມ ແລະ ຄໍາຕອບຂອງເຂົາເຈົ້າມີຫຍັງແດ່).ການວັດ ແລະ ປະເມີນຜົນຄູປະເມີນການຟັງ ແລະ ການເວົ້າ ໂດຍ ໃຊ້ເກນການປະເມີນຂໍ້ທີ 3.໕໗
5819ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ທວນຄືນ 1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ພ້ອມທັງສະແດງທ່າທາງປະກອບ ຫຼື ນັກຮຽນສາມາດເລືອກເພງເອງ. ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ່ຜ່ານມາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (40 ນາທີ)ການວັດ ແລະ ປະເມີນຜົນປະເມີນການປະສົມ ແລະ ແຍກຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ບົດທີ 12 ຊົ່ວໂມງທີ 9.ບັດຕົວອັກສອນ: ໜ ໝ ຫຼ ກ ຂ ຊ ບ ຝ ຟ xະ xາ xິ xີ xຶ xື xຸ xູ xັ x້ xັນ xານ xິນ xີນ xຶນ xືນ xຸນ xູນ.ຄໍາສັບ: ໜູ, ໜ້າ, ໝາ, ໝີ, ຫຼາ, ຫຼ້າ...ປະເມີນການອ່ານຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຄໍາສັບ ແລະ ວະລີ ຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນປະໂຫຍກຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນຜົນການນໍາໃຊ້ ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການນໍາໃຊ້ ຢູ່ບົດທີ 3 ຊົ່ວໂມງທີ 9.ໃຫ້ນັກຮຽນເລືອກແຕ້ມຮູບພາບໃນຂໍ້ທີ 4 ຫຼື ຂໍ້ໃດກໍໄດ້ ໃນປຶ້ມແບບຮຽນບົດນີ້ ແລ້ວເວົ້າເປັນຄໍາສັບ, ວະລີ ຫຼື ປະ ໂຫຍກຈາກຮູບພາບ.ປະເມີນຜົນການຂຽນຂຽນທວາຍຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນຂຽນທວາຍ ຢູ່ບົດທີ 3 ຊົ່ວໂມງທີ 9.ຄໍາສັບ: ໜອງ, ຫຼ້າ, ບິນ, ຢືນ. ເລື່ອງ ມ້າກິນຫຍັງ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ ໂດຍໃຊ້ເກນ ການປະເມີນຂໍ້ທີ 6.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ເກນ ການປະເມີນຂໍ້ທີ 16ຂ.໕໘ສ ວ ສສະຫງວນລິຂະສິດ
5920ບົດທີ 20 ກວ ຂວ ຄວ ແລະ ຕົວສະກົດ ນ ເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່ພະຍັນຊະນະຄວບ ກວ ຂວ ຄວ ແລະ ສະຫຼະທີ່ມີຕົວສະກົດ ນ, ຈໍາແນກ ແລະ ບອກສຽງຕົວອັກສອນ ກວ ຂວ ຄວ ແລະ ສະຫຼະທີ່ມີຕົວສະກົດ ນ.1 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ກວ ຂວ ຄວ ແລະ ສະຫຼະທີ່ມີຕົວສະກົດ ນ.1 3ຂຽນຄໍາສັບທີ່ມີພະຍັນຊະນະຄວບ ກວ ຂວ ຄວ ແລະ ຄໍາສັບທີ່ມີຕົວສະກົດ ນ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດຄໍາສັບທີ່ນໍາໃຊ້ສະຫຼະທີ່ມີຕົວສະກົດ ນ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບພາບ, ຕົວອັກສອນ ເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາສັບຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ ແລະ ສົນທະນາຖາມຕອບ, ຄູສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນ ນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:- ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ ຢູ່ທ້າຍຊົ່ວໂມງທີ 381- ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ກ ຊົ່ວໂມງທີ 591- ອ່ານ ແລະ ຂຽນ: ໃຊ້ເກນການປະເມີນ ຂໍ້ 10 11 , ຊົ່ວໂມງທີ ແລະ ຊົ່ວໂມງທີ 571- ຂຽນທວາຍ: ໃຊ້ເກນການປະເມີນ ຂໍ້ທີ 13ຂ ຊົ່ວໂມງທີ 91- ນິທານ: ໃຊ້ເກນການປະເມີນຂໍ້ທີ 18ຂ ຊົ່ວໂມງທີ 101III. ເນື້ອໃນຕົ້ນຕໍ1. ພະຍັນຊະນະຄວບ ກວ ຂວ ຄວ- ພະຍັນຊະນະ ກວ: ກວ້າງ, ກວາດ, ກວາຍ...- ພະຍັນຊະນະ ຂວ: ຂວານ, ພາຂວັນ, ແຂວນ...- ພະຍັນຊະນະ ຄວ: ຄວາມ, ຄວັນ, ຄວາຍ, ແຄວ້ນ...2. ສະຫຼະທີ່ມີຕົວສະກົດ ນ: ເລັ່ນ, ຕົ້ນສົນ, ເພນ, ແຫວນ, ໂຈນ, ສອນ, ເຕັ້ນ, ແມ່ນ, ຕົນ, ໝອນ, ປ້ອນ, ໂກນ, ແຕນ, ສູນ, ຄວານ, ຮ້ອນ, ເຢັນ, ຂວັນ...3. ພັັນລະນາກ່ຽວກັບຮູບພາບ ການຍ່າງເປັນຂະບວນ4. ນິທານ ແລະ ປຶ້ມອ່ານເສີມ.IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດ ສໍາລັບກິດຈະກໍາຈັບຄູ່.໕໙
60201 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນຄໍາຄ່ອງ “ໂຮງຮຽນຂ້ອຍ”ໂຮງຮຽນຂ້ອຍ ເດີນກວ້າງຂວາງດີ ໃນເດີ່ນມີ ຕົ້ນໄມ້ເປັນຮົ່ມມັນສົມກັບ ໂຮງຮຽນຕົວແບບຫ້ອງບໍ່ແຄບ ຄວາມສະອາດດີຫຼາຍ1) ຄູເວົ້າຄໍາຄ່ອງໃຫ້ນັກຮຽນຟັງ 1-2 ຄັ້ງ.2) ນັກຮຽນເວົ້າຕາມຫຼັງຄູ 2-3 ຄັ້ງ. 3) ຄູແນະນໍານັກຮຽນຫຼີ້ນເກມຄໍາສັບໃໝ່ຈາກອາທິດທີ 19.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)ການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ພາກແນະນໍາ. 1ຟັງ ແລະ ເວົ້າຄໍາສັບທີ່ມີສຽງ ກວ ຂວ ຄວ ແລະ ຕົວສະກົດ ນການສອນໃຫ້ປະຕິບັດຄືວິທີການສອນທີ 1 ຢູ່ພາກແນະນໍາ.ຄູແນະນໍາຄໍາສັບທີ່ມີສຽງຂຶ້ນຕົ້ນດ້ວຍ ກ ສຽງດັ່ງກ່າວນີ້ໄດ້ປະສົມກັບສຽງພະຍັນຊະນະ ວ ຈະມີສຽງ ກໍວໍ (ກວ). ຕົວຢ່າງ: ກວຽນ, ແກວ່ງ,ໄກວ, ກວາງ....ແຕ່ລະດັບຂອງສຽງຈະອອກພະຍັນຊະນະ ຕົວທໍາອິດ (ກ) ບໍ່ແມ່ນ ວ.ສ່ວນຮູບ ຂວານ, ຄວານຊ້າງ ໃຫ້ປະຕິບັດຄືກັນກັບຮູບ ກວຽນ.ນັກຮຽນບອກຄໍາສັບອື່ນທີ່ຮູ້ ແລະ ມີສຽງຂຶ້ນຕົ້ນດ້ວຍ ກວ ຂວ ຄວ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ນັກຮຽນຟ້ອງສຽງ ກວ ຂວ ຄວ ໄດ້ຢ່າງຖືກຕ້ອງ. 2ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ກວ່າ ຂວາ ຄວ້າການສອນໃຫ້ນໍາໃຊ້ວິທີການສອນທີ 2 ຢູ່ພາກແນະນໍາ.• ຄູແນະນໍາການອອກສຽງພະຍັນຊະນະ ກວ ຕ້ອງມີ ສຽງ ອໍ ອ່ານວ່າ ກໍວໍ (ສະເພາະການອອກສຽງເທົ່ານັ້ນ ເວລາຂຽນບໍ່ໃຫ້ໃສ່ xໍ) ແລະ ເວລາປະສົມກັບສະຫຼະອື່ນໆບໍ່ໃຫ້ອອກສຽງ ກໍວໍ ໃຫ້ອອກສຽງ ກວ ດັ່ງ: ກວ່າ, ຂວາ, ຄວ້າ, ກວ້າງ, ຂວາງ....ຈາກນັ້ນ, ຂຽນຄໍາສັບ ກວ່າ ໃຫຍ່ໆໃສ່ກະດານແລ້ວເອົານິ້ວມືຂີດໄປຕາມທິດ ທາງການຂຽນ ກວ່າ ພ້ອມທັງໃຫ້ນັກຮຽນປະຕິບັດການຂີດໄປຕາມຄູ. • ຄູແນະນໍາການໃສ່ວັນນະຍຸດ ຕ້ອງໃສ່ເທິງຕົວ ວ ຕົວຢ່າງ: ກວ່າ, ຄວ້າ, ກວ້າງ, ແກວ່ງ... ການສອນ ຂວ ແລະ ຄວ ໃຫ້ປະຕິບັດຄືກັນກັບການສອນ ກວ.໖໐ສ ວ ສສະຫງວນລິຂະສິດ
6120ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຊອກຫາຕົວອັກສອນ ຊອກຫາພະຍັນຊະນະ ກວ, ຂວ, ຄວ ໃນຊຸດບັດຕົວອັກສອນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 1.ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກກຽມໃດໜຶ່ງສອນກໍໄດ້.ຄູແນະນໍາເພີ່ມຄວາມແຕກຕ່າງລະຫວ່າງຄໍາສັບທີ່ມີຕົວ ວ ເປັນສະຫຼະ ແລະ ຕົວ ວ ເປັນພະຍັນຊະນະຄວບຢູ່ທີ່ການເວົ້າອອກສຽງ ແລະ ການໃຊ້ວັນນະຍຸດຕ່າງບ່ອນກັນ.ຕົວຢ່າງ: ອັກສອນ ວ ເປັນຕົວສະກົດ ກ້າວ ຂຽວ ແຄ້ວ (ວັນນະຍຸດໃສ່ເທິງພະຍັນຊະນະຕົ້ນຂອງຄໍາ). ອັກສອນ ວ ເປັນພະຍັນຊະນະຄວບ ກວ່າ ຂວາງ ຄວ້າ (ວັນນະຍຸດໃສ່ເທິງພະຍັນຊະນະຄວບ).3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີສອນທີ 3 ຢູ່ພາກແນະນໍາ.ຄູແນະນໍາວິທີຂຽນຄໍາສັບທີ່ມີພະຍັນຊະນະຄວບໃຫ້ເອົາ ວັນນະຍຸດໃສ່ເທິງຕົວ ວ ໃນທຸກຄໍາສັບ.ທວນຄືນ (10 ນາທີ) 4ຟັງ, ເວົ້າຄໍາສັບທີ່ມີສຽງ ແລະ ບໍ່ມີສຽງ ກວ ຂວ ຄວການສອນໃຫ້ນໍາໃຊ້ວິທີສອນທີ 4 ຢູ່ພາກແນະນໍາ.ຄໍາ: ຄວັນ, ກ້ວຍ, ກວາງ, ແກວ່ງ, ຄວາຍ, ແຂວນ. 5ເບິ່ງ, ຊອກ, ຊີ້ ແລະ ເວົ້າອອກສຽງ ກວ ຂວ ຄວການສອນໃຫ້ນໍາໃຊ້ວິທີການສອນທີ 5 ຢູ່ພາກແນະນໍາ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)6ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບ ພາຂວັນ ຄວານຊ້າງການສອນໃຫ້ນໍາໃຊ້ວິທີການສອນທີ 6 ຢູ່ພາກແນະນໍາ.7ອ່ານຟ້ອງສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ພາກແນະນໍາ.ຄໍາ: ຂວານ, ຂວາ, ກວ່າ, ຄວ້າ, ຄວັນ....ໝາຍເຫດ: ຖ້າຍັງມີເວລາພຽງພໍຄູອາດປ່ຽນອັກສອນແທນເປັນ: ອັນ, ຫັນ, ມັນ, ນ້ໍາມັນ, ຂີ້ຄ້ານ, ລ້ານ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບຊຸດບັດຕົວອັກສອນປະກອບພະຍັນຊະນະ, ສະຫຼະ ແລະ ວັນນະຍຸດທຸກຕົວທີ່ໄດ້ຮຽນມາ.ຂັ້ນຕອນການສອນປະຕິບັດຄື ບົດທີ 3 ຊົ່ວໂມງທີ 2.ກິດຈະກໍາເສີມການຂຽນ8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາໃດໜຶ່ງ3ການສອນໃຫ້ນໍາໃຊ້ວິທີການສອນທີ 8 ຢູ່ພາກແນະນໍາ.ຄໍາ: ກວ່າ ຂວານ ພາຂວັນ ອັນນີ້ ມັນ ຄວາໃສ່ ຄວານມ້າ ຄວັນໄຟ ຈານ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໖໑
6220ຊົ່ວໂມງທີ 3-4 (90 ນາທີ) ຂັ້ນນໍາເຂົ້າສູ່ບົົດຮຽນ (10 ນາທີ)ທວນຄືນຄູ ແລະ ນັກຮຽນເວົ້າຄໍາຄ່ອງ “ໂຮງຮຽນຂອງຂ້ອຍ”. 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 9 ຢູ່ພາກແນະນໍາ.ຄໍາສັບ: ສິ້ນ, ຂວານ, ຟື້ນ, ຝຸ່ນ, ຄວ້າ, ອ່ານ, ຈານ, ຄວັນ, ຂວາ.ໝາຍເຫດ: ສໍາລັບເນື້ອໃນໃຫ້ຄູເບິ່ງຢູ່ປຶ້ມແບບຮຽນຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຄໍາສັບທີ່ມີສຽງຕົວສະກົດ ນການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ພາກແນະນໍາ.ຄໍາສັບ: ໝາກເລັ່ນ, ຕົ້ນສົນ, ກອງເພນ, ແຫວນ, ໂຈນ, ສອນ.11ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 19.1) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 11 ໃນປຶ້ມແບບຮຽນ.2) ຄູໃຫ້ນັກຮຽນອ່ານ ແລະ ເວົ້າຄໍາສັບດ້ວຍຕົນເອງ.3) ຄູອ່ານຄໍາສັບຕາມແຕ່ລະຮູບໃຫ້ນັກຮຽນຟັງ. ຈາກນັ້ນ, ໃຫ້ນັກຮຽນອ່ານຕາມຫຼັງຄູ 1-2 ຄັ້ງ (ເຕະ, ເຕັ້ນ, ແມ່, ແມ່ນ, ໂຕະ, ຕົນ, ໂຕ, ໝໍ, ໝອນ).4) ຄູແນະນໍາການປະກອບສ້າງຂອງແຕ່ລະສະຫຼະທີ່ເປັນຕົວແທນໃຫ້ແກ່ສຽງສະຫຼະທີ່ປ່ຽນຮູບ ແລະ ບໍ່ປ່ຽນຮູບ ເວລາມີຕົວສະກົດໄປນໍາດັ່ງນີ້:1. ເxະ + ນ: ເxັນ2. ເx + ນ: ເxນ3. ແະ + ນ: ແxັນ4. ແx + ນ: ແxນ5. ໂxະ + ນ: xົນ6. ໂx + ນ: ໂxນ7. ເxາະ + ນ: xັອນ8. xໍ + ນ: xອນ5) ຄູອອກສຽງ ແລະ ອະທິບາຍສະຫຼະ xະ ປ່ຽນຮູບເປັນ xັ, ສະຫຼະ ໂxະ ປ່ຽນຮູບ xົ. ຕົວຢ່າງ: ເຕະ ສະຫຼະ xະ ປ່ຽນຮູບເປັນ xັ ຂຽນ ເຕ ໃສ່ຕົວສະກົດ ນ ເປັນ ເຕັນ.ໂຕະ ສະຫຼະ ໂx ປ່ຽນຮູບເປັນ xົ ຂຽນ ຕ ໃສ່ຕົວສະກົດ ນ ເປັນ ຕົນ. ໝ ສະຫຼະ xໍ ປ່ຽນຮູບເປັນ xອ ຂຽນ ໝອ ໃສ່ຕົວສະກົດ ນ ເປັນ ໝອນ. ແມ່ ໃສ່ຕົວສະກົດ ນ ເປັນ ແມ່ນ.6) ຄູນໍາພານັກຮຽນອ່ານຄືນຄໍາສັບທີ່ປ່ຽນຮູບ ແລະ ບໍ່ປ່ຽນ ຮູບຂ້າງເທິງ 2-3 ຄັ້ງ.12ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 12 ບົດທີ 19.ຄູໃຫ້ນັກຮຽນສັງເກດປຶ້ມແບບຮຽນຂໍ້ທີ 12 ແລ້ວອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ນ ຕາມແຕ່ລະຮູບໃຫ້ ນັກຮຽນຟັງ 2-3 ຄັ້ງ.໖໒ສ ວ ສສະຫງວນລິຂະສິດ
6320ຄູອະທິບາຍການປະກອບສ້າງສັນຍະລັກຂອງສະຫຼະທີ່ມີຕົວສະກົດ ພ້ອມສະແດງການປ່ຽນຮູບຂອງສັນຍະລັກ ດັ່ງກ່າວເບິ່ງຂໍ້ທີ 11 ໃນຄູ່ມືຄູ ແລະ ຂໍ້ທີ 12 ໃນປຶ້ມແບບຮຽນ.ຄູໃຫ້ນັກຮຽນບອກຄໍາສັບທ່ມີສຽງຂອງສະຫຼະດ່ງກ່າວ. ຈາກນ້ນ, ຄູຂຽນຄໍາສັບທ່ນັກຮຽນບອກໃສ່ກະດານພ້ອມທງ ີັັີັໃຫ້ ນັກຮຽນສັງເກດຮູບຮ່າງ, ສັນຍະລັກຂອງສະຫຼະເຄົ້າ ແລະ ສະຫຼະດັ່ງກ່າວທີ່ມີຕົວສະກົດໄປນໍາ.13ອອກສຽງສະຫຼະທີ່ມີຕົວສະກົດ ນ ແລ້ວຈັບຄູ່ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ 13 ບົດທີ 19.ຄໍາສັບ: 1. ເຫງັນ, 2. ກອງເພນ, 3. ແຜ່ນເຈ້ຍ, 4. ແຕນ, 5. ຝົນ, 6. ໂຄ່ນ, 7. ປ້ອນ, 8. ຫອນໄກ່.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຄາດເດົາຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັບບົດທີ 19 ຊົ່ວໂມງທີ 3.ຄໍາສັບ: ຂວັນ, ຄວານ, ຄານ, ຫຼິ້ນ, ຍືນ, ສົນ, ໂຈນ.14ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ໃນພາກແນະນໍາ1) ຄູສາທິດການແຕ້ມຮູບ, ໝາກເລັ່ນ, ຕົ້ນໄມ້, ຫອນໄກ່, ໂກນ, ແຄນ, ເລກສູນ.2) ນັກຮຽນເລືອກແຕ້ມຮູບໃດຫນຶ່ງທີ່ມີສຽງຕົວສະກົດ ນ.ທວນຄືນ (10ນາທີ)15ຟັງ ແລະ ເວົ້າຄໍາສັບ ແລ້ວຈັບຄູ່ສະຫຼະທີ່ມີຕົວສະກົດ ນ ໃສ່ກັບຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13 ຢູ່ໃນພາກແນະນໍາ (ເບິ່ງບົດທີ 19).ຄໍາຕອບ: ເxັນ ເຫັນ ເສັ້ນ, xົນ ກົ້ນ ຂົນ, ແxນ ແຄນ ແດນ, xອນ ບ່ອນ ປ້ອນ ນອນ, ໂxນ ໂຄ່ນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ ວິທີການສອນທີ 7 ຢູ່ພາກແນະນໍາ.1) ຟ້ອງສຽງຄໍາສັບ: ເລັ່ນ, ຕົ້ນ, ປ້ອນ.2) ເວົ້າຄໍາສັບ ແລະ ເອີ້ນນັກຮຽນອອກໄປກະດານ ເພື່ອປະກອບຄໍາສັບດ້ວຍບັດຕົວອັກສອນ.3) ຄູເລືອກບາງຄໍາສັບໂດຍອີງໃສ່ເວລາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບວິທີສອນຫຼິ້ນເກມໃຫ້ຄູປະຕິບັດກິດຈະກໍາການຮຽນການສອນ ຄືກັນກັບການສອນເກມການນໍາໃຊ້ຢູ່ຂໍ້ທີ 7 ຊົ່ວ ໂມງທີ 2.ກິດຈະກໍາເສີມການອ່ານເກມອ່ານຄໍາສັບ ໂດຍໃຊ້ບັດຄໍາຂັ້ນຕອນການສອນໃຫ້ປະຕິບັດຄືກິດຈະກໍາເສີມຢູ່ບົດທີ 3 ຊົ່ວໂມງທີ 4.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນສອງຊົ່ວໂມງທີ່ຜ່ານມາ.໖໓
6420ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້້າສູ່ບົດຮຽນ (10 ນາທີ) ທວນຄືນ1) ຄູໃຫ້ນັກຮຽນຮ້ອງເພງ “ທາງ” ພ້ອມທັງສະແດງທ່າທາງປະກອບ.2) ເລືອກທວນຂໍ້ທີ 4 15 9 , , 1ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)17ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ວິທີສອນທີ 10 ຢູ່ພາກແນະນໍາ.ຄໍາສັບ: ດັນ, ຮ້ອນ, ເຢັນ, ຕອນແລງ, ສະນ້ໍາ, ຕົ້ນໄມ້, ຄວານຊ້າງ, ພາຍຸ.ວະລີ: ເຮັດໃຫ້.ຄູອະທິບາຍຄວາມໝາຍຄໍາສັບ ຄວານຊ້າງ: ຜູ້ຝຶກຊ້າງພາຍຸ: ລົມທີ່ພັດແຮງເຮັດໃຫ້ບ້ານເຮືອນເປ່ເພດັນ: ຍູ້ໄວ້ສະນ້ໍາ: ບ່ອນລອຍນ້ໍາ18ອ່ານປະໂຫຍກການສອນໃຫ້ນໍາໃຊ້ວິທີການສິດສອນທີ 11 ຢູ່ພາກແນະນໍາ.1) ຄູຖາມນັກຮຽນວ່າ ເຫັນເຄື່ອງໝາຍວັກຕອນຫຍັງແດ່ໃນບົດ?2) ຄູແນະນໍາໝາຍຈຸດ (,) ເວລາຮອດໝາຍຈຸດ ຕ້ອງຢຸດໜ້ອຍໜຶ່ງຈຶ່ງອ່ານຕໍ່ຮອດບ່ອນມີໝາຍຈ້ໍາ (.) ຕ້ອງຢຸດ ເຊົາຈົນກວ່າບ່ອນມີໝາຍຈຸດ. ບົດເລື່ອງນີ້ແມ່ນປະໂຫຍກທໍາມະດາບໍ່ແມ່ນບົດສົນທະນາ.3) ນັກຮຽນອ່ານເປັນຄູ່ ແລະ ອ່ານດ້ວຍຕົນເອງ.4) ຄູອ່ານເປັນແບບຢ່າງຈາກນັ້ນຄູ ແລະ ນັກຮຽນອ່ານພ້ອມກັນໝົດຫ້ອງ. ປະໂຫຍກໃຫ້ເອົາຕາມເນື້ອໃນຂໍ້ທີ 18 1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວຂຽນຄໍາຕອບການສິດສອນໃຫ້ນໍາໃຊ້ວິທີການສອນທີ 12 ຢູ່ພາກແນະນໍາ.ຄໍາຖາມ ແລະ ຄໍາຕອບ1. ມີຫຍັງເກີດຂຶ້ນຫຼັງຈາກພາຍຸຜ່ານໄປ? (ຕົ້ນໄມ້ໂຄ່ນລົ້ມຂວາງທາງ).2. ຊ້າງເຮັດຫຍັງ? (ດັນຕົ້ນໄມ້ອອກຈາກທາງ).3. ເປັນຫຍັງຄວານຊ້າງຈຶ່ງສະນ້ໍາໃສ່ຊ້າງ? (ເພື່ອເຮັດໃຫ້ຊ້າງເຢັນ)ກິດຈະກໍາເສີມການຂຽນ ເກມຂຽນຄໍາສັບ1) ຄູເອົາບັດຄໍາສັບທີ່ໄດ້ຮຽນມາແລ້ວເຊັ່ນ: ກວ່າ, ຂວາ, ຄວ້າ, ກວາງ, ຄວັນ, ຂວັນ, ຄວາຍ, ແຄວ້ນ, ກວາດ...ໃຫ້ນັກຮຽນແຕ່ລະກຸ່ມໆລະໜຶ່ງຊຸດ. 2) ນັກຮຽນແຕ່ລະກຸ່ມປ່ຽນກັນຈັບຄໍາບັດໜຶ່ງ ແລ້ວເວົ້າໃຫ້ຄູ ແລະ ໝູ່ເພື່ອນຟັງ. ແລະ ອອກໄປຂຽນຄໍານັ້ນຢູ່ ກະດານ.3) ຄູໃຫ້ນັກຮຽນເລືອກຂຽນຄໍາສັບໃດໜຶ່ງຕາມທີ່ເຂົາເວົ້າຕົວຢ່າງ: ຄວາຍ, ກວາງ, ຂວາໃສ່ກະດານນ້ອຍ ຫຼື ປຶ້ມ ຂຽນ ແລ້ວນັກຮຽນເວົ້າຄໍາສັບດັ່ງກ່າວດັງໆໃຫ້ໝູ່ ແລະ ຄູຟັງ.ການວັດ ແລະ ປະເມີນຜົນການຕອບຄໍາຖາມ ໂດຍໃຊ້ ເກນການປະເມີນຂໍ້ທີ 10.໖໔ສ ວ ສສະຫງວນລິຂະສິດ
6520ພາກ 2 ເລື່ອງ ຕຸກກະຕາພາມ່ວນ (40 ນາທີ)ການສອນໃຫ້ນໍາໃຊ້ວິທີການສອນທີ 16 ພາກ 2 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ບົດທີ 18.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນໍາພານັກຮຽນເວົ້າຄໍາຄ່ອງ “ໂຮງຮຽນຂ້ອຍ”.2) ຄູນໍາພານັກຮຽນທວນຄືນຂໍ້ທີ 18 (ອ່ານປະໂຫຍກ).ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ອ່ານຄໍາສັບຂັ້ນຕອນການສອນໃຫ້ນໍາໃຊ້ວິທີການສິດສອນທີ 10 ຢູ່ພາກແນະນໍາ.ຄໍາສັບ: ຕັດ, ມັກ, ປຶ້ມ, ອ່ອນ, ນອນ, ໝອນ, ຂວານ, ແວ່ນຕາ.ຄູອະທິບາຍຄວາມໝາຍຂອງຄໍາສັບ.ຕັດ: ເຮັດໃຫ້ຂາດຈາກກັນ.ມັກ: ຮັກ, ແພງ, ພໍໃຈ, ຢາກໄດ້.ອ່ອນ: ບໍ່ແຂງ, ນຸ່ມນວນ.ຂວານ: ເຄື່ອງມືແນວໜຶ່ງທີ່ໃຊ້ຟັນໄມ້.ແວ່ນ: ເຄື່ອງສ່ອງເບິ່ງເງົາເຮັດດ້ວຍແກ້ວສີຂາວ.ໝອນ: ເຄື່ອງສໍາລັບໝູນຫົວໃນເວລານອນ ຫຼື ຮອງສິ່ງອື່ນໆໃຫ້ສູງຂຶ້ນ.21ອ່ານ, ເລືອກຄໍາສັບຢູ່ຂໍ້ທີ 20 ຕື່ມໃສ່ບ່ອນວ່າງ ແລະ ແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13ຄ ຢູ່ພາກແນະນໍາ.ຄໍາຕອບ: 1. ໝອນ, 2. ຂວານ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)22ຊອກເອົາສະຫຼະທີ່ມີຕົວສະກົດ ນ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ວິທີສິດສອນທີ 14 ຢູ່ພາກແນະນໍາຄໍາຕອບ: 1. ເເຫວນ (ແxວນ) 2. ຕ່ອນ (xອນ) 3. ກົ້ນ (xົນ)ກິດຈະກໍາເສີມການຂຽນ1) ຄູຢາຍບັດຄໍາ ແລະ ບັດເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອແຕ່ງປະໂຫຍກຕ່າງໆກຸ່ມລະ 1 ຊຸດ (ຄູກຽມມາ)12) ນັກຮຽນແຕ່ງປະໂຫຍກກຸ່ມລະ 1 ປະໂຫຍກ ໂດຍໃຊ້ບັດທີ່ຄູຢາຍໃຫ້.3) ຄູຊຸກຍູ້ແຕ່ລະກຸ່ມໃຫ້ແຕ່ງປະໂຫຍກທີ່ຍາວ ແລະ ມີຄວາມໝາຍ.4) ນັກຮຽນແຕ່ລະກຸ່ມແຕ່ງ ແລ້ວອ່ານປະໂຫຍກທີ່ແຕ່ງໃຫ້ຄູ ແລະ ໝູ່ຄູ່ຟັງ. ຕົວຢ່າງ: 1. ພໍ່ຂອງຄໍາໄຫວ້ໃຊ້ຂວັນຕັດໄມ້. 2. ແມ່ໃສ່ແວ່ນຕາອ່ານໜັງສື. 3. ໂທ! ຊ້າງໂຕໃຫຍ່ແທ້.ການວັດ ແລະ ປະເມີນຜົນການຈັບຄູ່, ຕື່ມໃສ່ບ່ອນວ່າງ ຫຼື ຕື່ມປະໂຫຍກໃຫ້ຄົບຖ້ວນ ໂດຍໃຊ້ ເກນການປະເມີນຂໍ້ທີ 11.໖໕
6620ທວນຄືນຕົວອັກສອນ ແລະ ຄໍາສັບ (10 ນາທີ)ນໍາໃຊ້ຄໍາສັບຂໍ້ທີ 23 ເພື່ອທວນຄືນ.1) ໃຫ້ນັກຮຽນສັງເກດເບິ່ງຄໍາຢູ່ໃນບົດເລື່ອງຈາກປຶ້ມແບບຮຽນ.2) ຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ. 3) ໃຫ້ນັກຮຽນບອກຄໍາສັບທີ່ເຂົາເຈົ້າບໍ່ທັນຮູ້. ໂດຍເອົາກ້ອນຫີນຢອງໃສ່ຄໍາສັບ. ຈາກນັ້ນ, ໃຫ້ແຕ່ລະກຸ່ມຂຽນຄໍາ ສັບທີ່ເຂົາເຈົ້າບໍ່ຮູ້ໃສ່ກະດານ (ໂດຍເອົາຈາກສິ່ງທີ່ກຸ່ມຕົນຂຽນໄວ້) ໃຫ້ນັກຮຽນຈາກກຸ່ມອື່ນອະທິບາຍຊ່ວຍເຂົາເຈົ້າ ຫຼື ຊ່ວຍໃນການອ່ານແຕ່ລະຄໍາສັບທີ່ຂຽນໄວ້ກະດານໝາຍເຫດ: ນັກຮຽນອາດມີຄວາມສາມາດອ່ານບົດດ້ວຍຕົນເອງໄດ້ແລ້ວ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ, ເວົ້າຕາມຄູ ແລະ ປະຕິບັດຕົວຈິງຟັງ ແລະ ເວົ້າຕາມຫຼັງຄູການສອນໃຫ້ນໍາໃຊ້ວິທີການສິດສອນທີ 15 ຢູ່ພາກແນະນໍາ.1) ຄູໃຫ້ນັກຮຽນອ່ານແລ້ວຄາດເດົາຫົວຂໍ້. ບອກຄວາມໝາຍຂອງຄໍາສັບ ແລະ ເຫດຜົນ.2) ນັກຮຽນຕອບຕາມຄວາມເຂົ້າໃຈ ຖ້ານັກຮຽນຕອບບໍ່ຖືກຄູເປັນຜູ້ບອກຄໍາຕອບທີ່ຖືກຕ້ອງ.3) ຄູໃຫ້ນັກຮຽນຄາດເດົາວ່າຈະເປັນເລື່ອງແນວໃດ?4) ນັກຮຽນຄາດເດົາເນື້ອໃນຂອງບົດເລື່ອງ ຈາກຫົວຂໍ້ທີ່ຄູອ່ານ ໂດຍອີງໃສ່ຮູບ ແລະ ຄໍາສັບທີ່ເຂົາສາມາດອ່ານໄດ້ (ເປັນຄໍາສັ່ງ).5) ຄູອ່ານບົດເລື່ອງໃຫ້ນັກຮຽນຕິດຕາມ ພ້ອມກັບອ່ານໃນໃຈໄປນໍາ.6) ຄູອ່ານບົດຄືນອີກ ໂດຍໃຫ້ນັກຮຽນອ່ານອອກສຽງດັງໆໄປພ້ອມໆກັນ.7) ຄູໃຫ້ນັກຮຽນເວົ້າບົດເລື່ອງຄືນ ຕາມຂັ້ນຕອນດັ່ງ ແຖວຈັດ! ລຽບ! ພັກ! ກົງ...ໃຫ້ນັກຮຽນເວົ້າຄືນການອອກ ຄໍາສັ່ງຂອງທ່າການຍ່າງແຕ່ລະທ່າ ແລະ ໃຫ້ສາທິດພ້ອມເຊັ່ນ: ແຖວຈັດ! ລຽບ! ພັກ! ກົງ! ກຽມຍ່າງ! ໜ້າເດີນ ຊ້າຍ ຂວາ! ລະວັງ ຢຸດ!8) ຄູໃຫ້ນັກຮຽນບອກຕົວຢ່າງກ່ຽວກັບການອອກຄໍາສັ່ງ ຂອງທ່າການຍ່າງ, ທ່າທາງຕ່າງໆ ແລະ ສາທິດແຕ່ລະທ່າ ເຊັ່ນ: ພັກ, ຢືນກົງ, ຖອຍຫຼັງ ແລະ ອື່ນໆ ຄູສາທິດການປະຕິບັດຂັ້ນຕອນຕ່າງໆໃຫ້ນັກຮຽນເບິ່ງ 2 ຄັ້ງ.9) ຄູຈັດໃຫ້ນັກຮຽນເປັນກຸ່ມອອກປະຕິບັດຕົວຈິງຢູ່ນອກຫ້ອງ, ໂດຍໃຫ້ປ່ຽນຜຽນກັນເປັນຜູ້ອອກຄໍາສັ່ງ ສ່ວນຄົນ ໃນກຸ່ມປະຕິບັດຕົວຈິງ (ເລີ່ມປະຕິບັດລຽນແຖວ ແລະ ລົງທ້າຍດ້ວຍການບອກໃຫ້ຢຸດ ພ້ອມກັບຄໍາສັ່ງຂອງ ທ່າຍ່າງອີກ 3 ທ່າ ກ່ອນຈະປ່ຽນຫົວໜ້າຈຸ).10) ຄູຕິດຕາມການປະຕິບັດຂອງນັກຮຽນ1ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມລະ 4 ຄົນ ເພື່ອປະຕິບັດກິດຈະກໍາຢູ່ເດ່ີນໂຮງຮຽນ.2) ຄູໃຫ້ນັກຮຽນປ່ຽນຜຽນກັນອອກຄໍາສັ່ງໃຫ້ໝູ່ຄູ່ປະຕິບັດ.3) ນັກຮຽນແຕ່ລະຄົນໃຫ້ອອກຄໍາສັ່ງ ໂດຍເລີ່ມຈາກ “ລຽນແຖວ” ຕາມລໍາດັບຂັ້ນຕອນ ແລະ ລົງທ້າຍດ້ວຍຢຸດ!4) ຄູກວດໄປແຕ່ລະກຸ່ມຊ່ວຍນັກຮຽນເມື່ອເຂົາເຈົ້າຕ້ອງການ. ຫຼັງຈາກປະຕິບັດໝົດທຸກຄົນແລ້ວໃຫ້ນັກຮຽນກັບເຂົ້າຫ້ອງ.ການວັດ ແລະ ປະເມີນຜົນການຟັງ ແລະ ເວົ້າ ແລະ ປະຕິ ບັດຕົວຈິງ ໂດຍໃຊ້ເກນການປະ ເມີນຂໍ້ທີ 3.໖໖ສ ວ ສສະຫງວນລິຂະສິດ
6720ກິດຈະກໍາເສີມການຂຽນ1) ຄູຈັດໃຫ້ນັກຮຽນແຕ້ມຮູບທ່າການຍ່າງຈໍານວນໜຶ່ງ ແລະ ຂຽນຊື່ຂອງທ່າຍ່າງຕ່າງໆ ຫຼື ຂຽນຄໍາສັ່ງໃສ່ກ້ອງທ່າການຍ່າງເຫຼົ່ານັ້ນ.2) ນັກຮຽນແຕ້ມຮູບ ແລະ ຂຽນຊື່ຂອງທ່າການຍ່າງ ຫຼື ຄໍາສັ່ງໃສ່ຮູບຂອງຕົນ.3) ຄູຕິດຕາມນັກຮຽນ ແລະ ໃຫ້ນັກຮຽນບອກວ່າ ຄໍາຖາມ ແລະ ຄໍາຕອບຂອງເຂົາເຈົ້າແມ່ນຫຍັງ?4) ນັກຮຽນແຕ່ລະຄົນສະເໜີຮູບພາບຂອງຕົນເອງ. ອ່ານສິ່ງທີ່ຕົນເອງໄດ້ຂຽນ ແລະ ເລົ່າ ຫຼື ສາທິດກ່ຽວກັບທ່າ ການຍ່າງທີ່ຕົນເອງໄດ້ແຕ້ມໃຫ້ຄູ ແລະ ໝູ່ຟັງ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 9-10 (90 ນາທີ) ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູນໍາພານັກຮຽນຮ້ອງເພງ ພ້ອມທ່າທາງປະກອບ (ໃຫ້ນັກຮຽນເລືອກເພງເອງ).2) ຄູໃຊ້ບັດຄໍາ: ຂວັນ, ຄວ້າ ເພື່ອທວນຄືນການຜັນສຽງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (30 ນາທີ)ການວັດ ແລະ ປະເມີນປະເມີນການຟ້ອງສຽງ, ຜັນສຽງ, ປະສົມຄໍາ ແລະ ແຍກຄໍາ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບປະເມີນການປະສົມ ແລະ ແຍກຄໍາຢູ່ບົດທີ 3 ຊົ່ວໂມງທີ 9.ປະເມີນການອ່ານຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 9.ຄໍາສັບ ແລະ ວະລີໃຫ້ເລືອກເອົາຢູ່ຂໍ້ທີ 8 17 , ແລະ 20 ໃນປຶ້ມແບບຮຽນ.ປະເມີນປະໂຫຍກຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 9.ປະໂຫຍກໃຫ້ເລືອກເອົາຢູ່ຂໍ້ທີ 18 ແລະ 21 ໃນປຶ້ມແບບຮຽນ.ປະເມີນການນໍາໃຊ້1) ຄູໃຫ້ນັກຮຽນອ່ານຄໍາສັບໃນຂໍ້ທີ 8 ພ້ອມກັນໝົດຫ້ອງ (ທຸກຄໍາ).2) ໃຫ້ນັກຮຽນເລືອກເອົາຄໍາສັບຜູ້ລະ 1 ຄໍາສັບເພື່ອແຕ່ງປະໂຫຍກປາກເປົ່າ. ຕົວຢ່າງ: ກວ່າ: ມື້ນີ້ອາກາດເຢັນກວ່າມື້ວານ ຂວານ: ພໍ່ໃຊ້ຂວານຟັນຕົ້ນໄມ້ 3) ໃຫ້ນັກຮຽນເອົາຄໍາສັບ 1 ຄໍາ ແຕ່ງປະໂຫຍກສັ້ນໆ ແລະ ຂຽນໃສ່ກະດານນ້ອຍ ຫຼື ປຶ້ມຂຽນຂອງຕົນ. ການວັດ ແລະ ປະເມີນຜົນການຟ້ອງສຽງຮູ້ ແລະ ບອກຊື່ຕົວອັກສອນໃຊ້ເກນການປະເມີນຂໍ້ທີ 5ກ.໖໗
6820ປະເມີນການຂຽນຂຽນທວາຍຄູໃຫ້ນັກຮຽນຂຽນປະໂຫຍກ ພໍ່ເອົາພ້າໄປຕັດຟືນ.ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບບົດທີ 3 ຊົ່ວໂມງທີ 9.: ເລື່ອງ ກາໄປໃນບ້ານ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີຜ່ານມາ ແລະ ໝດບດ.ົົການວັດ ແລະ ປະເມີນຜົນການຂຽນທວາຍ ໂດຍໃຊ້ເກນປະ ເມີນຂໍ້ທີ 13ຂ.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ເກນ ການປະເມີນຂໍ້ທີ 18ຂ.໖໘ສ ວ ສສະຫງວນລິຂະສິດ
6921ບົດທີ 21 ອາທິດທວນຄືນເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່, ອອກສຽງ ແລະ ຊອກຫາຄໍາທີ່ຂຶ້ນຕົ້ນດ້ວຍສຽງພະຍັນຊະນະ ແລະ ສະຫຼະທີ່ໄດ້ຮຽນໃນບົດທີ 17-20 ຜັນສຽງທຸກສຽງທີ່ຮຽນໃນບົດທີ 17-20.1 2ອ່ານທຸກຕົວອັກສອນ ແລະ ຄໍາສັບທີ່ຮຽນໃນບົດທີ 17-20.1 3ສ້າງເປັນພະຍາງ ຫື ຄໍາສັບດ້ວຍບັດຕົວອັກສອນ ຫື ຂຽນທຸກຕົວອັກສອນ ທ່ຮຽນໃນບົດທີ 17-20 ເວລາຕ້ອງ ຼຼີການໃນການປະຕິບັດກິດຈະກໍາ.1 4ທົບທວນບົດກ່ຽວກັບການເວົ້າຈາກບົດທີ 17 (ໝາຍເຖິງຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນຕົວອັກສອນ ເຫຼົ່ານັ້ນເທື່ອ).1 5ນໍາໃຊ້ຄວາມຮັບຮູ້ກ່ຽວກັບຄໍາສັບທີ່ຄຸ້ນເຄີຍບາງຄໍາສັບຈາກບົດທີ 17-20 ເຂົ້າໃນກິດຈະກໍາການເວົ້າ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນ ຄູສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງ ເກດ ແລະ ສົນທະນາຖາມຕອບ; ຄູຍັງສາມາດປະເມີນການຟັງ, ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການ ຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ການເວົ້າ: ໃຊ້ເກນການປະເມີນຂໍ້ທີ 4ກ ຊົ່ວໂມງ 4.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 5ຂ ຊົ່ວໂມງທີ 1.1 3ການອ່ານ: ໃຊ້ເກນການປະເມີນຂໍ້ທີ 7ຂ ຊົ່ວໂມງທີ 3 ແລະ 9.1 4ຫັດຂຽນ: ໃຊ້ເກນການປະເມີນຂໍ້ທີ 14ກ ຊົ່ວໂມງທີ 8.1 5ນິທານ: ໃຊ້ເກນການປະເມີນຂໍ້ທີ 17ຂ ຊົ່ວໂມງທີ 6.1 6ການອ່ານປຶ້ມອ່ານເສີມ: ໃຊ້ເກນການປະເມີນຂໍ້ທີ 17ຂ ຊົ່ວໂມງທີ 10.III. ເນື້ອໃນຕົ້ນຕໍ1 1ຕົວອັກສອນທ່ໄດ້ຮຽນມາຈາກບົດທີ 17-20: ໜ ໝ ຫຼ ນ ກວ ຂວ ຄວ ຫງ ຫວ ຫຍ xົວະ xົວ ຖ ທ ເxັຍ ເxຍ.ີ1 2ຄໍາໃໝ່ທີ່ໄດ້ຮຽນມາຈາກບົດທີ 17-20: ທາ ຖໍ້າ ເຈຍ ເຕ້ຍ ເຫງົ້າ ໃຫຍ່ ໄຫວ້ ງົວ ຂົ້ວ ຂວັນ ຄວ້ານ...1 3ນິທານ ແລະ ປຶ້ມອ່ານເສີມ.IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ໃຊ້ບັດຄໍາທຸກຄໍາສັບທີ່ຮຽນຜ່ານມາ ຍົກເວັ້ນຄໍາສັບທີ່ນັກຮຽນຮູ້ແລ້ວ ເອົາແຕ່ບັດຄໍາທີ່ນັກຮຽນສ່ວນຫຼາຍ ຍັງບໍ່ທັນໄດ້ (ເບິ່ງຢູ່ຊົ່ວໂມງທີ 3 ທວນຄືນການປະກອບຄໍາສັບ).1 3ໃຊ້ບັດແຜ່ນນ້ອຍທີ່ປະກອບດ້ວຍພະຍັນຊະນະ, ສະຫຼະ ແລະ ວັນນະຍຸດທີ່ຮຽນຜ່ານມາ ເພື່ອຫຼິ້ນເກມປະ ກອບຄໍາສັບ (ເບິ່ງຢູ່ຊົ່ວໂມງທີ 3 ທວນຄືນການປະກອບຄໍາສັບ).1 4ເຈ້ຍທີ່ບໍ່ໄດ້ໃຊ້ໃຫ້ແຕ່ລະກຸ່ມ ເພື່ອໃຊ້ໃນການບັນທຶກກິດຈະກໍາຂອງກຸ່ມ.1 5ກ້ອນຫີນນ້ອຍ.1 6ປຶ້ມນິທານ ຫຼື ປຶ້ມອ່ານຕ່າງໆ.1 7ເຈ້ຍ, ສໍດໍາ ແລະ ສໍສີ ສໍາລັບແຕ້ມຮູບ (ກະດານນ້ອຍ ຫຼື ປຶ້ມຂຽນ).1 8ຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນຕາມບົດຜ່ານມາ.໖໙
7021V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ທວນຄືນ (10 ນາທີ)1) ຄູແນະນໍາເພງທີ່ຮູ້ຈັກ (ພ້ອມທ່າທາງປະກອບ) ໃຫ້ຮ້ອງ ຫຼື ໃຫ້ນັກຮຽນເລືອກເພງເອງ.2) ນັກຮຽນບອກວ່າອາທິດທີ່ຜ່ານມາເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່?3) ຄູນໍາພາທວນຄືນສຽງ ກວ, ຂວ, ຄວ xນ ແລະ ການໃຊ້ສຽງດັ່ງກ່າວໃນຄໍາສັບທີ່ຮຽນມາ.ທວນຄືນອ່ານພະຍັນຊະນະ (15 ນາທີ) 1ບອກຊື່, ອອກສຽງ ແລະ ຊອກຫາຄໍາສັບທີ່ຂຶ້ນຕົ້ນດ້ວຍພະຍັນຊະນະລຸ່ມນີ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 1 ບົດທີ 5.ພະຍັນຊະນະ: ຖ ທ ຫງ ຫວ ຫຍ ໜ ໝ ຫຼ ກວ ຂວ ຄວ.ທວນຄືນການອ່ານສະຫຼະ (10 ນາທີ) 2ບອກຊື່, ອອກສຽງ ແລະ ຊອກຫາຄໍາທີ່ມີສະຫຼະລຸ່ມນີ້ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 2 ບົດທີ 5.ໝາຍເຫດ: ສໍາລັບຄໍາທີ່ມີສຽງ ເxັຍ, ເxຍ, xົວະ, xົວ ໃຫ້ຄູຂຽນ xັຽ, xຽ, xົວະ ແລະ xົວ ແລະ ໃຫ້ອະທິບາຍວ່າ ສຽງດັ່ງກ່າວນີ້ອອກສຽງຄືກັນ ເວລາມີສຽງຂອງຕົວສະກົດຢູ່ທ້າຍຄໍາສັບ ຕົວຢ່າງ: ກວຽນ, ໂຮງຮຽນ, ມ່ວນ, ໝາກມ່ວງ.ຄູສັງເກດຕົວອັກສອນໃດທີ່ນັກຮຽນຮູ້ດີ ແລະ ຕົວໃດທີເຂົາເຈົ້າຍັງມີບັນຫາເພື່ອຈະໄດ້ສືບຕໍ່ຮຽນ.ທວນຄືນການອ່ານຄໍາສັບທີ່ມີວັນນະຍຸດ ແລະ ການຂຽນຕົວອັກສອນ (15 ນາທີ)1) ຄູຂຽນຄໍາສັບໃສ່ກະດານ: ມາ, ມາ, ໝາ, ໝາ, ມຸນ, ໜູນ, ໝູ, ໝູ, ນາ, ນາ, ໜາ, ໜາ, ລານ, ານ, ແລນ, ິ້ນ, ລິ້ນ, ລົນກວາ, ຂວາ, ຄວາ.2) ຄູເລືອກເອົານັກຮຽນຜັນສຽງແຕ່ລະຄູ່ຂອງຄໍາໃຫ້ຖືກຕ້ອງຕາມສຽງຂອງວັນນະຍຸດ.3ອ່ານຄໍາສັບ ແລະ ວະລີຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 3 ບົດທີ 10.ຄໍາ ແລະ ວະລີ ໃຫ້ເບິ່ງຂໍ້ທີ 3 ໃນປຶ້ມແບບຮຽນ.ຂຽນທວາຍ: ຄູບອກຊື່ຂອງພະຍັນຊະນະ ແລະ ສະຫຼະ (ທີ່ໄດ້ຮຽນໃນບົດຮຽນ 17-20) ເຊັ່ນ: ຖ ທ ເxັຍ ເxຍ ຫງ ຫວ ກວ ຂວ... ນັັກຮຽນຂຽນໃສ່ປຶ້ມຂຽນຂອງເຂົາເຈົ້າຢ່າງເປັນລະບຽບ ແລະ ສະອາດ.ທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (15 ນາທີ)1) ຄູຂຽນບົດເລື່ອງຈາກ ບົດທີ 17 ຂໍ້ທີ 23 ໃສ່ກະດານ.2) ນັກຮຽນເບິ່ງບົດເລື່ອງທີ 17 ໃນປຶ້ມແບບຮຽນ ຂໍ້ທີ 23 ແລະ ໃຫ້ເລົ່າຄືນວ່າບົດເລື່ອງແມ່ນເວົ້າກ່ຽວກັບຫຍັງ.3) ນັກຮຽນເບິ່ງບົດເລື່ອງຢູ່ກະດານ ເພື່ອຈໍາແນກຄໍາທີ່ໄດ້ຮຽນຢູ່ໃນບົດຮຽນຕ່າງໆ ຄໍາທີ່ນັກຮຽນຄຸ້ນເຄີຍແຕ່ຍັງ ບໍ່ທັນໄດ້ຮຽນ: ມານີ້, ຜູ້ຊາຍ, ເຊີນນັ່ງລໍຖ້າ, ອອກ... ແລະ ຄໍາສັບໃໝ່ທີ່ປະກອບຈາກສຽງຕ່າງໆທີ່ໄດ້ຮຽນ.(ຕົວຢ່າງ: ໂຮງຮຽນ, ກ່ອນ, ຂ້ອຍ, ນໍ້າ, ຟືນ, ແລະ ອື່ນໆ).4) ຄູອ່ານໝົດບົດ ໂດຍຊີ້ໃສ່ຄໍາສັບໃນຂະນະອ່ານ.5) ຄູອະທິບາຍວ່າຢູ່ໃນບົດເລື່ອງ ມີຄໍາສັບໜຶ່ງທີ່ເວົ້າກ່ຽວກັບເວລາ. ຄູຊ່ວຍນັກຮຽນຈໍາແນກຄໍາສັບດັ່ງກ່າວ ແລະ ຊອກຫາຄໍາສັບເຫຼົ່ານັ້ນຢູ່ໃນບົດເລື່ອງ (ຕົວຢ່າງ: ຄູອາດຈະອ່ານແຕ່ລະປະໂຫຍກ ແລະ ຖາມນັກຮຽນວ່າ ເວລາໃດນັກຮຽນປະຕິບັດກິດຈະກໍາ ແລະ ແມ່ນຄໍາສັບໃດທີ່ບອກກ່ຽວກັບເວລາ).6) ຄູຂຽນຫົວຂໍ້ “ເວລາ” ໃສ່ກະດານ ແລະ ຂຽນລາຍຊື່ຂອງຄໍາສັບກ່ຽວກັບເວລາໃສ່ກ້ອງ: ກ່ອນໄປໂຮງຮຽນ, ຫຼັງ ເລີກຮຽນ ຕໍ່ຈາກນັ້ນ, ຫຼັງຈາກກິນເຂົ້າແລງ. ການວັດ ແລະ ປະເມີນຜົນຄູປະເມີນການຟ້ອງສຽງ ແລະ ບອກ ຊື່ຕົວອັກສອນ ໂດຍໃຊ້ເກນການປະ ເມີນຂໍ້ທີ 5ຂ.໗໐ສ ວ ສສະຫງວນລິຂະສິດ
71217) ຄູອ່ານຄໍາສັບເຫຼົ່ານັ້ນກ່ອນ. ຈາກນັ້ນ ໃຫ້ນັກຮຽນອ່ານ.8) ຄູອະທິບາຍວ່າ ຢູ່ໃນບົດເລື່ອງຈະເວົ້າກ່ຽວກັບຫຼາຍ “ກິດຈະກໍາ”. ຄູຊ່ວຍນັກຮຽນຈໍາແນກຄໍາສັບ, ວະລີທີ່ເວົ້າກ່ຽວກັບກິດຈະກໍາຕ່າງໆເຫຼົ່ານັ້ນຕົວຢ່າງ: ຄູອາດຈະອ່ານແຕ່ລະປະໂຫຍກຕື່ມອີກ ແລະ ຖາມນັກຮຽນວ່າ ມີກິດຈະກໍາຫຍັງແດ່ຢູ່ໃນປະໂຫຍກເຫຼົ່ານັ້ນ ມ້ຽນບ່ອນນອນ, ຕັກນໍ້າ, ເກືອໄກ່, ອາບນໍ້າ, ກິນເຂົ້າເຊົ້າ, ຫາຟືນ, ເອົາຄວາຍໄປກິນຫຍ້າ, ຊັກຊຸດນັກຮຽນ, ອາບນໍ້າໃຫ້ນ້ອງ, ຊ່ວຍແມ່ແຕ່ງກິນ, ກິນເຂົ້າແລງ, ເຮັດວຽກບ້ານ, ເອົາຄວາຍກັບບ້ານ.9) ຄູອ່ານລາຍຊື່ຂອງກິດຈະກໍາແຖວທໍາອິດກ່ອນ. ຈາກນັ້ນ, ໃຫ້ນັກຮຽນອ່ານຈົນຮອດຄໍາສັບທີ່ເຂົາເຈົ້າອ່ານບໍ່ໄດ້, ຄູຈຶ່ງອ່ານຄໍາສັບນັ້ນໃຫ້ເຂົາເຈົ້າ. ນັກຮຽນອ່ານລຶ້ມຄືນ ແລະ ສືບຕໍ່ອ່ານ.10) ຄູເລືອກເອົານັກຮຽນໃຫ້ຕອບຄໍາຖາມ ດ້ວຍການໃຊ້ຄໍາສັບຢູ່ໃນລາຍຊື່ຂອງຄໍາສັບກ່ຽວກັບເວລາ ແລະ ກິດ ຈະກໍາ. ຄູຊີ້ໃສ່ “ກ່ອນໄປໂຮງຮຽນ” ແລະ ຖາມວ່າ “ເວລາຈັກໂມງ?” ນັກຮຽນຕອບ, ຄູຖາມ: “ນາງຈັນທີ ເຮັດ ຫຍັງເວລານີ້?” ໃຫ້ບອກກິດຈະກໍາຕ່າງໆ.11) ຄູເລືອກເອົານັກຮຽນອອກໄປກະດານ ແລະ ຊີ້ໃສ່ວະລີກ່ຽວກັບກິດຈະກໍາ ແລ້ວອ່ານ, ເວົ້າວະລີດັ່ງກ່າວ.12) ຄູຖາມຄໍາຖາມແບບດຽວກັນ ຕົວຢ່າງ: ຄູຊີ້ໃສ່ “ຫຼັງເລີກຮຽນ”, “ຕໍ່ຈາກນັ້ນ” ຫຼື “ຫຼັງຈາກກິນເຂົ້າແລງ” ແລະ ຖາມກ່ຽວກັບ ເວລາ ແລະ ກິດຈະກໍາທີ່ທ້າວບຸນທອງ ໄດ້ເຮັດໃນໄລຍະເວລາດັ່ງກ່າວ.ທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (15 ນາທີ)1) ຄູລຶບບົດເລື່ອງອອກໝົດ. ຈາກນັ້ນ, ຂຽນໂຄງສ້າງບົດເລື່ອງລຸ່ມນີ້ໃສ່ກະດານ: ກ່ອນໄປໂຮງຮຽນ ຂ້ອຍ ...., ...... ແລະ ....... ຕໍ່ຈາກນັ້ນ ຂ້ອຍ ...... ຫຼັງເລີກຮຽນ ຂ້ອຍ......., ........ ແລະ ........ ຕໍ່ຈາກນັ້ນ ຂ້ອຍ....... ຫຼັງຈາກກິນເຂົ້າແລງ ຂ້ອຍ .....2) ຄູ ແລະ ນັກຮຽນອ່ານຄໍາສັບເຫຼົ່ານັ້ນ ແລະ ເວົ້າ “ຕິກ ຕອກ”, ບ່ອນທີ່ມີບ່ອນວ່າງແຕ່ລະບ່ອນ.....ດັ່ງນັ້ນ ຢູ່ ປະໂຫຍກທໍາອິດແມ່ນ “ກ່ອນໄປໂຮງຮຽນ ຂ້ອຍ ຕິກ ຕອກ, ຕິກຕອກ ແລະ ຕິກຕອກ”.3) ຄູອະທິບາຍວ່າ ນັກຮຽນຈະໄດ້ເອົາກິດຈະກໍາທີ່ຕົນເອງປະຕິບັດກ່ອນໄປໂຮງຮຽນ ແລະ ຫຼັງເລີກຮຽນ ເຂົ້າໃນໂຄງສ້າງຂອງປະໂຫຍກແບບດຽວກັນ.4) ນັກຮຽນປ່ຽນຜຽນກັນແນະນໍາກິດຈະກໍາທີ່ເຂົາເຈົ້າປະຕິບັດ ຊຶ່ງສາມາດເອົາເຂົ້າໃນໂຄງສ້າງຂອງປະໂຫຍກໄດ້.5) ນັກຮຽນຄາດເດົາການສະກົດຄໍາສັບຂອງກິດຈະກໍາຕ່າງໆ, ຄູກວດຄໍາສັບດັ່ງກ່າວ ແລ້ວຂຽນໃສ່ໃນປະໂຫຍກ, ເມອແຕ່ລະປະໂຫຍກໄດ້ຕື່ມໃສ່ໝົດແລ້ວ ໃຫ້ນັກຮຽນອ່ານປະໂຫຍກດັ່ງກ່າວໝົດຫ້ອງ. ຫຼັງຈາກທຸກປະໂຫຍກື ່ໄດເອົາຄໍາແນະນໍາຂອງນັກຮຽນຕື່ມໃສ່ໝົດແລ້ວ, ຄູໃຫ້ນັກຮຽນບອກກິດຈະກໍາອື່ນທີ່ເຂົາເຈົ້າໄດ້ປະຕິບັດອີກ. ້ຄູຂຽນ ກິດຈະກໍາເຫຼົ່ານັ້ນໃສ່ກະດານ.ຄໍາຕອບຂອງໂຄງສ້າງເລື່ອງ- ກ່ອນໄປໂຮງຮຽນ ຂ້ອຍ ມ້ຽນບ່ອນນອນ, ຕັກນໍ້າ ແລະ ເກືອໄກ່.- ຕໍ່ຈາກນັ້ນ ຂ້ອຍ ອາບນໍ້າ ແລະ ກິນເຂົ້າເຊົ້າ.- ຫຼັງເລີກຮຽນ ຂ້ອຍ ຊັກຊຸດນັກຮຽນ ແລະ ຊ່ວຍແມ່ແຕ່ງກິນ.- ຕໍ່ຈາກນັ້ນ ຂ້ອຍ ກິນເຂົ້າແລງ.- ຫຼັງຈາກກິນເຂົ້າແລງ ຂ້ອຍເຮັດວຽກບ້ານ.ໝາຍເຫດ: ຖ້ານັກຮຽນຕອບຄໍາຕອບອື່ນທີ່ເຂົາເຮັດຕົວຈິງກໍໄດ້ບໍ່ໃຫ້ຄູຖືວ່ານັກຮຽນຕອບຜິດ.໗໑
7221ທວນຄືນສໍາລັບການຂຽນ ແລະ ອ່ານຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ (5 ນາທີ)ນັກຮຽນເປັນຄູ່ປ່ຽນຜຽນກັນຂຽນໜຶ່ງກິດຈະກໍາ ທີ່ໄດ້ຂຽນໄວ້ຢູ່ກະດານ ຫຼື ທີ່ຢູ່ໃນບົດເລື່ອງທີ່ຄູຂຽນໄວ້ຢູ່ກະດານ, ແລະ ໃຫ້ນັກຮຽນຜູ້ອື່ນພະຍາຍາມອ່ານ. ເຂົາເຈົ້າໃຫ້ຄະແນນກັນເອງດ້ວຍການເບິ່ງວ່າ ເຂົາເຈົ້າອ່ານໄດ້ຖືກຕ້ອງນັ້ນມີ ຈັກຄໍາສັບ.ທວນຄືນຄໍາທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ ເພື່ອສະຫຼຸບ (5 ນາທີ)ໃຫ້ປະຕິບັດແບບດຽວກັນກັບຂ້າງເທິງ.1) ຄູຖາມນັກຮຽນແຕ່ລະຄູ່ວ່າ ເຂົາເຈົ້າຂຽນ ແລະ ອ່ານຖືກຈັກຄໍາສັບ.2) ນັກຮຽນຜູ້ທີ່ອ່ານໄດ້ເກືອບໝົດທຸກຄໍາສະເໜີສິ່ງທີ່ລາວຂຽນ ແລະ ອ່ານແຕ່ລະຄໍາສັບ.ຊົ່ວໂມງທີ 3-4 (90 ນາທີ)ທວນຄືນ (10 ນາທີ)1) ຄູແນະນໍາເພງທີ່ຮູ້ຈັກ (ພ້ອມທ່າທາງປະກອບ) ໃຫ້ຮ້ອງ ຫຼື ໃຫ້ນັກຮຽນເລືອກເພງເອງ.2) ຄູທວນຄືນພະຍັນຊະນະ ແລະ ສະຫຼະ ທີ່ນັກຮຽນຍັງມີຄວາມຫຍຸ້ງຍາກຈາກບົດທີ່ໄດ້ຮຽນໃນມື້ຜ່ານມາ.3) ນັກຮຽນອ່ານຄໍາສັບ ແລະ ວະລີຢູ່ຂໍ້ທີ 3 ທີ່ຍັງບໍ່ທັນໄດ້ອ່ານມື້ຜ່ານມາ.4) ນັກຮຽນອ່ານແຕ່ລະຄໍາສັບ (ໃຫ້ສືບຕໍ່ອີກເຄິ່ງໜຶ່ງຂອງຄໍາສັບທີ່ບໍ່ມີເວລາໄດ້ອ່ານໃນມື້ທີ່ຜ່ານມາ).ທວນຄືນການປະກອບຄໍາ (15 ນາທີ)1) ຄູໃຊ້ບັັດຄໍາສັບກັບທຸກຄໍາທີ່ນັກຮຽນໄດ້ຮຽນຜ່ານມາແຕ່ໃຫ້ເອົາ ຄໍາສັບທີ່ນັກຮຽນຮູ້ແລ້ວນັ້ນອອກ ສ່ວນຫຼາຍຈະແມ່ນຄໍາສັບຢູ ່ກິດ ຈະກໍາການອ່ານຈາກບົດທີ 1-15 ນັກຮຽນອາດຈະຮູ້ແລ້ວ.2) ຄູເພີ່ມບັດຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນຮວມເອົາຄໍາສັບທໄດຮຽນໃນມຜານມາ (ເລອກເອາຄໍາ ສັບທີ່ນັກຮຽນໃຊ້ຫຼາຍໃນກິດຈະກໍາຕ່າງໆ).ີ່້ື້່ືົ3) ຄູຈັດຫຼິ້ນເກມແຂ່ງຂັນອ່ານຄໍາສັບ ໂດຍໃຊ້ບັດຄໍາເຫຼົ່ານັ້ນ.4) ນັກຮຽນເປັນກຸ່ມ ແຕ່ລະກຸ່ມມີບັດພະຍັນຊະນະ, ສະຫຼະ ແລະ ວັນນະຍຸດທີ່ຮຽນມາກຸ່ມລະຊຸດ. ນັກຮຽນໃຊ້ບັດ ເພື່ອປະກອບເປັນຄໍາສັບທີ່ໄດ້ຮຽນມາແລ້ວຂຽນຄໍາດັ່ງກ່າວ.5) ນັກຮຽນມີເວລາປະມານ 5-10 ນາທີ ໃນການປະກອບຄໍາສັບ. ຈາກນັ້ນ, ກຸ່ມໃດທີ່ມີຄໍາສັບທີ່ຖືກຫຼາຍກ່ວາໝູ່, ກຸ່ມນັ້ນ ໄດ້ຊະນະ.ທວນຄືນການປະກອບຄໍາສັບບົດທີ 17-20 (20 ນາທີ)1) ຄູໃຊ້ອຸປະກອນອັນດຽວກັນກັບກິດຈະກໍາທີ່ຜ່ານມາ.2) ຄູບອກຄໍາສັບທີ່ໄດ້ຮຽນໃນບົດທີ 17-20 ແຕ່ລະກຸ່ມໃຫ້ໃຊ້ບັດຕົວອັກສອນ ເພື່ອປະກອບເປັນຄໍາດັ່ງກ່າວ. ຄູກວດແລ້ວບອກຄໍາອື່ນຕໍ່ໄປ.ທວນຄືນການແຕ່ງປະໂຫຍກ (10 ນາທີ) 4ເລືອກຄໍາສັບ, ວະລີຈາກຂ້ທີ ຕື່ມໃສ່ບ່ອນວ່າງ ແລ້ວກ່າຍປະໂຫຍກ ແລະ ແຕ້ມຮູບຕາມປະໂຫຍກໃສ່ປ້ມຂຽນໍ3ຶການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 13ຄ ຢູ່ໃນພາກແນະນໍາ.1) ຄູສາທິດວິທີການແຕ່ງປະໂຫຍກທີ 1 ໃສ່ກະດານ ຄູຂຽນປະໂຫຍກທີ່ມີບ່ອນວ່າງໃສ່ກະດານ.2) ຄູຕັ້ງຄໍາຖາມເພື່ອຊ່ວຍນັກຮຽນຊອກຫາຄໍາຕອບ (ໃຫ້ເລືອກຈາກກິດຈະກໍາທີ 3).3) ນັກຮຽນຕອບ ຄູຂຽນຄໍາຕອບທີ່ນັກຮຽນແນະນໍາໃສ່ບ່ອນວ່າງຢູ່ກະດານ ແລະ ນັກຮຽນອ່ານໝົດປະໂຫຍກ.4) ຄູສາທິດວິທີຂຽນຄໍາຕອບຂໍ້ທີ 1. ຫຍ້າ5) ນັກຮຽນຂຽນຄໍາຕອບຂອງປະໂຫຍກທີ 1 ໃສ່ປຶ້ມຂຽນ. ຈາກນັ້ນ, ໃຫ້ຕື່ມບ່ອນວ່າງໃນປະໂຫຍກ 2, 3 ແລະ 4 ເມື່ອຕື່ມໃສ່ບ່ອນວ່າງ ແລ້ວໃຫ້ແຕ້ມຮູບທີ່ສື່ຄວາມໝາຍຂອງຮູບນັ້ນ.ຄໍາຕອບ: ປະໂຫຍກທີ 1. ຫຍາ, ປະໂຫຍກທີ 2. ແຂວນ, ປະໂຫຍກທີ 3. ຖ້ໍາ, ປະໂຫຍກທີ 4. ທາສີ.ການວັດ ແລະ ປະເມີນຜົນຄປະເມນການອ່ານຄໍາສັບ ໂດຍໃຊ້ ູີເກນການປະເມີນຂໍ້ທີ 7ຂ.໗໒ສ ວ ສສະຫງວນລິຂະສິດ
7321ທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ (15 ນາທີ)1) ໃຊ້ບົດຮຽນທີ 17, ກິດຈະກໍາ 23. ຄູໃຫ້ນັກຮຽນເວົ້າຄໍາສັບກ່ຽວກັບເວລາທີ່ຢູ່ໃນກິດຈະກໍາດັ່ງກ່າວຄືນອີກ2) ຄູຂຽນຄໍາສັບກ່ຽວກັບເວລາໃສ່ກະດານເຊັ່ນ: ກ່ອນ, ຫຼັງ...3) ຄູໃຫ້ຕົວຢ່າງກ່ຽວກັບວິທີການນໍາໃຊ້ຄໍາສັບເຫຼົ່ານີ້ ຢູ່ໃນບໍລິບົດ ອື່ນໆຕົວຢ່າງ: ກ່ອນກິນເຂົ້າທ່ຽງພວກເຮົາຈະຮຽນວິຊາພາສາ ລາວ. ຕໍ່ຈາກນັ້ນ, ພວກເຮົາຈະຮຽນວິຊາເລກ. ຫຼັງຈາກໄປຫ້ອງ ນໍ້າມາ, ເຈົ້າຄວນລ້າງມື. ຕໍ່ຈາກວັນອັງຄານແມ່ນວັນພຸດ, ຕໍ່ຈາກນັ້ນ ແມ່ນວັນພະຫັດ.4) ເປັນຄູ່ນັກຮຽນຄົ້ນຄິດ ແລະ ບອກຕົວຢ່າງຂອງການນໍາໃຊ້: ກ່ອນ, ຫງຈາກ, ຕຈາກນນຼັໍ ່ັ ້5) ຄູບອກໃຫ້ນັກຮຽນຮູ້ວ່າ ຍັງມີຫຼາຍໆຄໍາສັບທີ່ເວົ້າກຽ່ວກັບເວລາ. ຄູໃຫ້ຕົວຢ່າງເຊັ່ນ: ມື້ອື່ນຕອນແລງ, ຕອນກາງຄືນ.6) ຄູຂຽນຄໍາສັບເຫຼົ່ານີ້ໃສ່ກະດານ ແລະ ໃຫ້ປະໂຫຍກຕົວຢ່າງຂອງການນໍາໃຊ້ຄໍາດັ່ງກ່າວຕົວຢ່າງ: ຕອນກາງຄືນ ເຈຍ ອອກຈາກຖໍ້າ. ຕອນຄໍ່ານີ້ ຂ້ອຍຈະໄປກິນເຂົ້າກັບໝູ່ຂອງຂ້ອຍ.7) ນັກຮຽນບອກປະໂຫຍກຕົວຢ່າງກັບຄໍາສັບກ່ຽວກັບເວລາອື່ນອີກ ຕົວຢ່າງ: ເວລາກິນເຂົ້າທ່ຽງ, ອາທິດໜ້າ, ດຽວນີ້, ປັດຈຸບັນນີ້, ເທື່ອຕໍ່ໄປ/ເທື່ອໜ້າ, ຄືນແລ້ວນີ້/ຄືນຜ່ານມາ.8) ຄູຂຽນລາຍຊື່ຂອງຄໍາສັບເຫຼົ່ານີ້ໃສ່ກະດານ ແລະ ໃຫ້ນັກຮຽນບອກປະໂຫຍກຕົວຢ່າງ ດ້ວຍການໃຊ້ຄໍາສັບເຫຼົ່າ ນັ້ນຕົວຢ່າງ: ໃນຕອນເຊົ້າອາກາດສົດຊື່ນ. ອາທິດໜ້າ ຂ້ອຍຈະໄປຢາມປູ່ ແລະ ຍ່າຂອງຂ້ອຍ.9) ນັກຮຽນອ່ານລາຍຊື່ຂອງຄໍາສັບກ່ຽວກັບເວລາ (ດ້ວຍການຊ່ວຍເຫຼືອຂອງຄູ).ທວນຄືນການຂຽນຮ່ວມກັນ (10 ນາທີ)1) ຄູບອກນັກຮຽນວ່າ ເຂົາເຈົ້າຈະໄດ້ຂຽນບົດເລື່ອງກ່ຽວກັບສິ່ງທີ່ເຂົາເຈົ້າໄດ້ປະຕິບັດຢູ່ໂຮງຮຽນ ແລະ ສິ່ງທີ່ເຂົາ ເຈົ້າຈະເຮັດໃນມື້ນີ້.2) ຄູຂຽນໃສ່ກະດານ: ມື້ເຊົ້ານີ້ ພວກເຮົາມາໂຮງຮຽນ. ຕໍ່ມາ ສຽງກະແລັ໋ງໃຫ້ເຂົ້າຮຽນດັງຂຶ້ນ ແລະ ......3) ຄູ ແລະ ນັກຮຽນອ່ານປະໂຫຍກທີ່ຂຽນ. ຈາກນັ້ນ, ຄູຖາມວ່າ ຕໍ່ໄປຈະແມ່ນຫຍັງ. ນັກຮຽນຕອບ. ຕົວຢ່າງ: ພວກ ເຮົາເຂົ້າມາໃນຫ້ອງຮຽນ ແລະ ນັ່ງລົງ.4) ຄູຕັ້ງຖາມເຈາະຈີ້ມ ເພື່ອໃຫ້ໄດ້ປະໂຫຍກທີ່ເໝາະສົມ. ຈາກນັ້ນ, ຄູຂຽນປະໂຫຍກດັ່ງກ່າວໃສ່ກະດານ.5) ຄູ ແລະ ນັກຮຽນອ່ານປະໂຫຍກທີ່ຂຽນ. ຈາກນັ້ນ, ຄູຖາມວ່າຕໍ່ໄປຈະແມ່ນຫຍັງ. ນັກຮຽນຕອບຕົວຢ່າງ: ທໍາ ອິດພວກເຮົາຮຽນພາສາລາວ.6) ຄູຕັ້ງຖາມເຈາະຈີ້ມເພື່ອໃຫ້ໄດ້ປະໂຫຍກທີ່ເໝາະສົມ. ຈາກນັ້ນ, ຄູຂຽນປະໂຫຍກດັ່ງກ່າວໃສ່ກະດານ.7) ຄູ ແລະ ນັກຮຽນອ່ານປະໂຫຍກທີ່ຂຽນ. ຈາກນັ້ນ, ຄູຖາມວ່າຕໍ່ໄປພວກເຮົາເຮັດຫຍັງ (ຫຼື ຕໍ່ໄປພວກເຮົາຈະ ເຮັດຫຍັງ) .... ແລະ ເຂົາເຈົ້າສືບຕໍ່ປະຕິບັດແບບນີ້ໄປຈົນນັກຮຽນບອກສິ່ງທີ່ເຂົາເຈົ້າຈະເຮັດໝົດມື້ນັ້ນ.8) ນັກຮຽນລົງທ້າຍບົດເລື່ອງດ້ວຍປະໂຫຍກທີ່ວ່າຕົວຢ່າງ. ຕໍ່ຈາກນັ້ນ, ສຽງກະແລັ໋ງໃຫ້ເລີກຮຽນດັງຂຶ້ນ, ພວກເຮົາ ຈະກັບບ້ານ.9) ຄູ ແລະ ນັກຮຽນອ່ານໝົດບົດເລື່ອງທີ່ຢູ່ກະດານ.10) ນັກຮຽນອອກໄປກະດານ ແລະ ໃຫ້ຂີດກ້ອງຄໍາສັບກ່ຽວກັບເວລາທີ່ເຂົາເຈົ້າຊອກເຫັນຢູ່ໃນບົດ. ເຂົາເຈົ້າອ່ານ ຄໍາສັບດັ່ງກ່າວ ແລະ ຈາກນັ້ນໃຫ້ນັກຮຽນຜູ້ອື່ນອ່ານ.11) ນັກຮຽນອອກໄປກະດານຫຼາຍຄົນ ຈົນຄໍາສັບກ່ຽວກັບເວລາໄດ້ຂີດກ້ອງໝົດທຸກຄໍາ.12) ຄູຊີ້ໃສ່ແຕ່ລະຄໍາ ແລະ ໃຫ້ນັກຮຽນໝົດຫ້ອງອ່ານ.ທວນຄືນການເວົ້າ ແລະ ການອ່ານ (5 ນາທີ)ຂັ້ນຕອນການສອນທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ ແມ່ນໃຫ້ປະຕິບັດຄື ການວັດ ແລະ ປະເມີນຜົນຄູປະເມີນການການຟັງ ແລະ ການ ເວົ້າ ໂດຍໃຊ້ເກນການປະເມີນຂໍ້ ທີ 4ກ.໗໓
7421ກັນກັບຊົ່ວໂມງທີ 2 ຜ່ານມາ ແຕ່ໃຫ້ໃຊ້ຄໍາສັບກ່ຽວກັບເວລາ.ທວນຄືນຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ (5 ນາທີ)ຂັ້ນຕອນການສອນທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ ແມ່ນໃຫ້ປະຕິບັດຄື ກັນກັບຊົ່ວໂມງທີ 2 ຜ່ານມາແຕ່ໃຫ້ໃຊ້ຄໍາກ່ຽວກັບເວລາ.ຊົ່ວໂມງທີ 5-6 (90 ນາທີ)ທວນຄືນ (10 ນາທີ)1) ນັກຮຽນຮ້ອງເພງ ຫຼື ເວົ້າຄໍາຄ່ອງ ພ້ອມດ້ວຍທ່າທາງປະກອບ.2) ຄູນໍາພາທວນຄືນພະຍັນຊະນະ ແລະ ສະຫຼະ ທີ່ນັກຮຽນຍັງບໍ່ໄດ້ຈາກບົດຮຽນໃນວັນຈັນ ແລະ ວັນອັງຄານ ຜ່ານມາ.ທວນຄືນການຄໍາປະກອບຄໍາສັບ (15 ນາທີ)ຂັ້ນຕອນການສອນທວນຄືນການປະກອບຄໍາສັບ ແມ່ນໃຫ້ປະຕິບັດຄືກັນກັບວັນອັງຄານຊົ່ວໂມງທີ 3 ຜ່ານມາ.ທວນຄືນການແຕ່ງປະໂຫຍກ (10 ນາທີ) 5ແຕ່ງປະໂຫຍກຕາມຮູບພາບ ແລ້ວກ່າຍໃສ່ປຶ້ມຂຽນການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 13ຂ ຢູ່ໃນພາກແນະນໍາ.ນັກຮຽນເບິ່ງຮູບຢູ່ຂໍ້ທີ 5 ແລ້ວແຕ່ງປະໂຫຍກກ່ຽວກັບຮູບດັ່ງກ່າວດ້ວຍຕົນເອງ.ນັກຮຽນຂຽນປະໂຫຍກໃສ່ປຶ້ມຂຽນ.ທວນຄືນຕົວອັກສອນ (10 ນາທີ)1) ນັກຮຽນແຕ່ລະກຸ່ມມີກັບກ້ອນຫີນນ້ອຍ.2) ຄູໃຊ້ບັດຕົວອັກສອນທຸກຕົວທີ່ຮຽນມາໃນບົດທີ 17-20 (ໃຫ້ເບິ່ງຂໍ້ທີ 1).3) ຄູຄົນບັດແລ້ວເອົາໃສ່ກັບໄວ້.4) ນັກຮຽນຂີດຕາຕະລາງ 4 ຫ້ອງ ເພື່ອຫຼິ້ນ ບິງໂກ. ຈາກນັ້ນ, ໃຫ້ເລືອກເອົາຕົວອັກສອນຂໍ້ທີ 1 ເພື່ອຂຽນໃສ່ໃນ ຕາຕະລາງ 4 ຫ້ອງດັ່ງກ່າວ.5) ນັກຮຽນຫຼິ້ນເກມບິງໂກ.ພາກ 1 ເລື່ອງ ສູ້ບໍ່ໄດ້ (40 ນາທີ)ການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 16 ພາກທີ 1 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ທວນຄືນ (10 ນາທີ)1) ນັກຮຽນຮ້ອງເພງເວົ້າຄໍາຄ່ອງ ພ້ອມດ້ວຍທ່າທາງປະກອບຕາມທີ່ເຂົາເຈົ້າຮູ້.2) ຄູທວນຄືນ ພະຍັນຊະນະ ແລະ ສະຫຼະ ທີ່ຜ່ານມານັກຮຽນຍັງມີຄວາມຫຍຸ້ງຍາກຢູ່.3) ຄູຈັດຫຼິ້ນເກມແຂ່ງຂັນອ່ານໂດຍໃຊ້ບັດຄໍາ.ທວນຄືນການແຕ່ງປະໂຫຍກ (15 ນາທີ) 6ຈັດລຽນຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກ ແລ້ວກ່າຍໃສ່ປຶ້ມຂຽນການວັດ ແລະ ປະເມີນຜົນຄູປະເມີນນິທານ ໂດຍໃຊ້ເກນ ການປະເມີນຂໍ້ທີ 17ຂ.໗໔ສ ວ ສສະຫງວນລິຂະສິດ
7521ການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 13ງ ຢູ່ໃນພາກແນະນໍາ.ທວນຄືນອ່ານ (20 ນາທີ) 7ອ່ານຄໍາສັບ ແລະ ວະລີການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 10 ຢູ່ໃນພາກແນະນໍາ.ຄໍາສັບ: ກ່ອນ, ໂຮງຮຽນ, ຕໍ່ຈາກນັ້ນ.ວະລີ: ກິນເຂົ້າເຊົ້າ, ມ້ຽນບ່ອນນອນ, ຫົດຜັກ, ອາບນໍ້າ. 8ອ່ານຂໍ້ຄວາມການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 11 ຢູ່ໃນພາກແນະນໍາ.ເນື້ອໃນຂໍ້ຄວາມ: ບຸນຖອງ ວົ້າວ່າ: ກ່ອນ ໄປ ເໂຮງຮຽນ ຂ້ອຍ ມ້ຽນ ບ່ອນນອນ, ໄປຫົດ ຜັກ ແລະ ອາບນໍ້າ, ຕໍ່ຈາກນັ້ນ ຂ້ອຍ ກິນ ເຂົ້າເຊົ້າ.ທວນຄືນຄວາມເຂົ້າໃຈຈາກການອ່ານ (10 ນາທີ) 9ຕອບຄໍາຖາມຕາມຂໍ້ທີ 8 ແລ້ວກ່າຍໃສ່ປຶ້ມຂຽນການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 12 ຢູ່ໃນພາກແນະນໍາ. ຄໍາຕອບ: 1. ກ່ອນໄປໂຮງຮຽນ ບຸນຖອງ ມ້ຽນ ບ່ອນນອນ, ໄປຫົດ ຜັກ ແລະ ອາບ ນໍ້າ1112. ບໍ່ແມ່ນ. ບຸນຖອງກິນເຂົ້າເຊົ້າກ່ອນໄປໂຮງຮຽນ1ທວນຄືນການເວົ້າ ແລະ ການອ່ານຄໍາສັບທີ່ຄຸ້ນເຄີຍ ແຕ່ຍັງບໍ່ທັນໄດ້ຮຽນ (15 ນາທີ)1) ໃຊ້ບົດທີ 18, ຂໍ້ທີ 23 ຄູໃຫ້ນັກຮຽນສົນທະນາເປັນຄູ່: ບົດເລື່ອງເວົ້າກ່ຽວກັບຫຍັງ. ຈາກນັ້ນ, ໃຫ້ນັກຮຽນປ່ຽນຜຽນກັນເລົ່າ.2) ຄູອ່ານເລື່ອງທັງໝົດບົດຄືນໃໝ່ ນັກຮຽນສາມາດອ່ານໃນໃຈໄປພ້ອມກັບຄູໄດ້.3) ຄູຂຽນ “ມື້ວານນີ້” “ມື້ນ” “ມື້ອື່ນ” ໃສ່ກະດານ ແລະ ໃຫ້ນັກຮຽນອ່ານ. (ຄູຊ່ວຍຖ້າຈໍາເປັນ).4) ນັກຮຽນເວົ້າປະໂຫຍກຕົວຢ່າງທີ່ໃຊ້ແຕ່ລະຄໍາສັບດັ່ງກ່າວ ເປັນຄູ່ເຊັ່ນ:- ມື້ວານນີ້ແມ່ ແລະ ເອື້ອຍໄດ້ໄປບ່ອນໃດບ່ອນໜຶ່ງ.- ມື້ນີ້ ແມ່ ແລະ ເອື້ອຍຫໍ່ສິ່ງໃດສິ່ງໜຶ່ງ.- ມື້ອື່ນ ແມ່ນວັນເກີດຂອງອ້າຍຂ້ອຍ.ໝາຍເຫດ: ຖ້ານັກຮຽນເວົ້າປະໂຫຍກອື່ນນອກຈາກ 3 ປະໂຫຍກຂ້າງເທິງກໍໄດ້ ບໍ່ໃຫ້ຄູຖືວ່າ ນັກຮຽນເວົ້າຜິດ.1) ຄູເລືອກເອົານັກຮຽນໃຫ້ເວົ້າປະໂຫຍກທີ່ມີ ໜຶ່ງໃນຈໍານວນ 3 ຄໍາດັ່ງກ່າວ ໃຫ້ໝູ່ຟັງ (ຄໍາສັບໜຶ່ງໃຫ້ເອົານັກຮຽນ 3 ຄົນເວົ້າ).2) ຄູຂຽນຄໍາສັບທີ່ກ່ຽວຂ້ອງກັບສິ່ງໃດໜຶ່ງ ໃສ່ກະດານ ແລະ ໃຫ້ນັກຮຽນອ່ານ ແລະ ບອກ ຄວາມໝາຍ (ຄູຊ່ວຍຖ້າຈໍາເປັນ).3) ນັກຮຽນເວົ້າປະໂຫຍກ ຕົວຢ່າງ ໂດຍໃຊ້ແຕ່ລະຄໍາສັບທາງຂ້າງ. ຕົວຢ່າງ: ແມ່ ກໍາລັງຫໍ່ຂອງຂວັນກັບເອື້ອຍ.4) ຄູເລືອກເອົານັກຮຽນໃຫ້ເວົ້າປະໂຫຍກທີ່ມີຄໍາສັບໜຶ່ງໃນຄໍາສັບເຫຼົ່ານີ້ໃຫ້ໝູ່ຟັງ 5) ຄູຖາມນັກຮຽນວ່າ ເຂົາເຈົ້າຮູ້ຈັກສໍານວນໃດໜຶ່ງທີ່ຂຶ້ນຕົ້ນດ້ວຍ ບ່ອນ (ສະຖານທີ່) ຫຼື ສງ ິ່(ສິ່ງຂອງ) ຫຼື ບໍ່. ນັກຮຽນໃຫ້ເຫດຜົນ ຕົວຢ່າງ: ບ່ອນໄກ, ບ່ອນຮົ່ມ, ບ່ອນນີ້, ສິ່ງຂອງ.6) ຄູຂຽນລາຍຊື່ຂອງຄໍາສັບເຫຼົ່ານີ້ໃສ່ກະດານ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາ ໂດຍ ໃຊ້ເກນການປະເມີນຂໍ້ທີ 14 ກ.ກັບຫໍ່ຂອງວັນສິ່ງແມ່ເອື້ອຍແລະຂ້ອຍຢາກແຕ່໗໕
76217) ຄູເລືອກເອົານັກຮຽນໃຫ້ເວົ້າປະໂຫຍກທີ່ມີຄໍາສັບໜຶ່ງໃນຄໍາສັບເຫຼົ່ານີ້ໃຫ້ໝູ່ຟັງ.8) ຄູຖາມນັກຮຽນວ່າ: ເຂົາເຈົ້າຮູ້ຈັກສໍານວນໃດໜຶ່ງທີ່ລົງທ້າຍດ້ວຍ ໜຶ່ງ ຫຼື ບໍ່. ນັກຮຽນບອກເຫດຜົນ ຕົວຢ່າງ: ຜູ້ໜຶ່ງ, ມື້ໜຶ່ງ.9) ຄູຂຽນລາຍຊື່ຂອງຄໍາສັບເຫຼົ່ານີ້ໃສ່ກະດານ.10) ຄູເລືອກເອົານັກຮຽນໃຫ້ເວົ້າປະໂຫຍກ ທີ່ມີຄໍາສັບໜຶ່ງ ໃນຄໍາສັບເຫຼົ່ານີ້ໃຫ້ໝູ່ຟັງ.11) ຄູຂຽນບົດເລື່ອງໃສ່ກະດານ: ຄູເລືອກເອົານັກຮຽນໃຫ້ເວົ້າປະໂຫຍກທີ່ມີຄໍາໜຶ່ງໃນຄໍາສັບເຫຼົ່ານີ້ ໃຫ້ໝູ່ຟັງ.12) ຄູຂຽນບົດເລື່ອງໃສ່ກະດານ: ຂ້ອຍ ຢາກ ...... , ແຕ່ ...... 13) ຄູເວົ້າປະໂຫຍກຈາກບົດເລື່ອງທີ່ເໝາະສົມກັບໂຄງສ້າງເຊັ່ນ: ຂ້ອຍຢາກໄປນໍາ, ແຕ່ເຂົາເຈົ້າບໍ່ໃຫ້ຂ້ອຍໄປ.14) ຄູຂຽນຫົວຂໍ້ໃສ່ດານ “ຢາກ” ແລະ “ແຕ່”. ຄູເວົ້າວ່າ “ຂ້ອຍຢາກໄປນໍາ”. ຄູຂຽນໄປນໍາໃສ່ກ້ອງຫົວຂໍ້ “ຢາກ”. ຈາກນັ້ນ, ຄູເວົ້າວ່າ “ແຕ່ ເຂົາເຈົ້າບໍ່ໃຫ້ຂ້ອຍໄປ” ໃສ່ກ້ອງ “ແຕ່”.15) ນັກຮຽນເວົ້າປະໂຫຍກ ຄູຊີ້ໃສ່ຂໍ້ມູນຢູ່ກະດານ.16) ຄູປະຕິບັດແບບດຽວກັນກັບປະໂຫຍກທີ່ຢູ່ໃນບົດເລື່ອງ: “ຂ້ອຍຢາກຊ່ວຍ, ແຕ່ເຂົາເຈົ້າບໍ່ໃຫ້ຂ້ອຍຊ່ວຍ”.17) ຄູເອົາຕົວຢ່າງອື່ນທີ່ເໝາະສົມກັບໂຄງສ້າງຂອງປະໂຫຍກໃຫ້ອີກ ຕົວຢ່າງ: ຂ້ອຍຢາກອອກໄປນອກ, ແຕ່ຝົນ ຕົກ. ຂ້ອຍຢາກອ່ານ, ແຕ່ບໍ່ມີແສງສະຫວ່າງ. ຂ້ອຍຢາກຂີ່ລົດຖີບ, ແຕ່ມັນໃຫຍ່ໂພດ. ຄູຕື່ມຄໍາສັບທີ່ໃຊ້ເປັນ ເນື້ອໃນຂອງປະໂຫຍກໃສ່ລາຍຊື່ຂອງຄໍາສັບຢູ່ກະດານ. ນັກຮຽນເວົ້າປະໂຫຍກເຫຼົ່ານີ້.18) ນັກຮຽນເວົ້າປະໂຫຍກຕົວຢ່າງດ້ວຍການໃຊ້ໂຄງສ້າງຂອງປະໂຫຍກດັ່ງກ່າວ.19) ນັກຮຽນເວົ້າປະໂຫຍກຂອງຕົນໃຫ້ໝູ່ຟັງ.20) ຄູຕື່ມຄໍາສັບທີ່ແມ່ນເນື້ອໃນໃສ່ລາຍຊື່ຂອງຄໍາສັບ “ຢາກ” ແລະ “ແຕ່” ຢູ່ກະດານ.ທວນຄືນການເວົ້າ ແລະ ອ່ານຄໍາທີ່ຮູ້ແຕ່ຍັງບໍ່ທັນໄດ້ຮຽນ (10 ນາທີ)1) ຄູມີບັດຄໍາສັບເພື່ອປະກອບເປັນປະໂຫຍກ ໂດຍໃຊ້ “ຢາກ ແລະ ແຕ່” ຈາກບົດເລື່ອງ ໃນນັ້ນໃຫ້ມີ ເຄື່ອງໝາຍ ຈໍ້າເມັດນໍາ. ຄູ ຄົນບັດຄໍາສັບເຫຼົ່ານັ້ນ ແລ້ວວາງໄວ້.2) ຄູບອກນັກຮຽນວ່າ ເຂົາເຈົ້າຈະໄດ້ໃຊ້ບັດເຫຼົ່ານັ້ນ ເພື່ອສ້າງປະໂຫຍກ.3) ຄູເວົ້າວ່າ: ຂ້ອຍຢາກໄປ, ແຕ່ເຂົາເຈົ້າບໍ່ໃຫ້ຂ້ອຍໄປນໍາ. ຈາກນັ້ນ, ຄູໃຫ້ນັກຮຽນບອກຄໍາທໍາອິດຂອງປະ ໂຫຍກ, ແລະ ຊອກຫາຄໍາສັບດັ່ງກ່າວໃນບັດທີ່ປົນກັນໄວ້4) ຄູເລືອກເອົານັກຮຽນໃຫ້ຈັບເອົາບັດນັ້ນອອກມາ ແລະ ເອົາວາງໄວ້ເປັນຄໍາເລີ່ມຕົ້ນຂອງປະໂຫຍກ.5) ຄູສືບຕໍ່ແບບນີ້ໄປຈົນໝົດປະໂຫຍກ.6) ນັກຮຽນອ່ານປະໂຫຍກ.7) ຄູຖາມວ່າແມ່ນຄໍາສັບໃດທີ່ ປະໄວ້ ຫຼື ຍັງເຫຼືອ (ຊ່ວຍ).8) ຄູເວົ້າວ່າ: ຂ້ອຍຢາກຊ່ວຍ, ແຕ່ເຂົາເຈົ້າບໍ່ໃຫ້ຂ້ອຍຊ່ວຍ. ຄູໃຫ້ນັກຮຽນອອກມາກະດານ ແລະ ປ່ຽນປະໂຫຍກ ທີ່ສະແດງໄວ້ ຫຼື ແຕ່ງໄວ້. ນັກຮຽນເອົາ “ຊ່ວຍ” ໃສ່ແທນ “ໄປນໍາ”.9) ຄູມີບັດຄໍາສັບອື່ນຕື່ມ ຫຼື ເຈ້ຍ ເພື່ອໃຫ້ນັກຮຽນປະກອບເປັນຄໍາສັບໃໝ່.10) ຄູເວົ້າວ່າ: ຂ້ອຍຢາກອອກໄປນອກ, ແຕ່ຝົນຕົກ.11) ນັກຮຽນອອກມາຈັບເອົາຄໍາສັບໃດທີ່ເຂົາເຈົ້າບໍ່ຕ້ອງການຢູ່ໃນປະໂຫຍກນັ້ນອອກໄປຕົວຢ່າງ: ຈັບເອົາຄໍາສັບ ອື່ນອອກຍົກເວັ້ນ “ຂ້ອຍຢາກ ..., ແຕ່ ....”.12) ຄູຖາມນັກຮຽນວ່າ: ຍັງຕ້ອງການຄໍາສັບຫຍັງຕື່ມອີກບໍ. ນັກຮຽນບອກໃນນັ້ນມີບັດຄໍາສັບທີ່ໃຊ້ແທນ “ໄປນໍາ” ແລະ ບັດຄໍາສັບທີ່ເອົາຕື່ມໃສ່ “ອອກໄປນອກ” “ຝົນຕົກ”.13) ນັກຮຽນເລືອກເອົາຄໍາສັບຈາກລາຍຊື່ຂອງຄໍາ ສັບຕ່າງໆຢູ່ກະດານ ແລະ ຈາກປະໂຫຍກທີ່ເຂົາເຈົ້າແຕ່ງເພື່ອໃຊ້ໃນການແຕ່ງປະໂຫຍກ. ຄູສ້າງບັດຄໍາສັບ ເພື່ອໃຫ້ນັກຮຽນໃຊ້ປ່ຽນແທນຄໍາສັບຕ່າງໆໃນການແຕ່ງປະໂຫຍກຂອງເຂົາເຈົ້າ.14) ຫຼັງຈາກທີ່ນັກຮຽນແຕ່ງແຕ່ລະປະໂຫຍກແລ້ວໝົດແລ້ວ, ເຂົາເຈົ້າອ່ານປະໂຫຍກດັ່ງກ່າວນໍາກັນໝົດຫ້ອງ.໗໖ສ ວ ສສະຫງວນລິຂະສິດ
7721ໝາຍເຫດ: ສໍາລັບກິດຈະກໍາເສີມ ແລະ ພາສາລາວສໍາລັບຊົນເຜົ່າລຸ່ມນີ້ ຖ້າເວລາພໍກໍໃຫ້ຄູສອນ ແຕ່ຖ້າເວລາບໍ່ ພໍຄູບໍ່ສອນກໍໄດ້.ກິດຈະກໍາເສີມ: ຄູຊຸກຍູ້ໃຫ້ນັກຮຽນປະກອບສ່ວນເຂົ້າໃນກິດຈະກໍາ ດ້ວຍຕົນເອງຫຼາຍຂຶ້ນ.ພາສາລາວສໍາລັບຊົນເຜົ່າ:ໃນການປະກອບສ່ວນເຂົ້າໃນກິດຈະກໍາດ້ວຍຕົນເອງນັ້ນ ນັກຮຽນອາດຕ້ອງການ ຄວາມຊ່ວຍເຫຼືອຈາກຄູຫຼາຍກ່ວາ.ທວນຄືນການຂຽນ (5 ນາທີ)1) ນັກຮຽນແຕ້ມຮູບໃສ່ປຶ້ມຂຽນກ່ຽວກັບສິ່ງທີ່ເຂົາເຈົ້າຢາກເຮັດແຕ່ບໍ່ສາມາດເຮັດໄດ້.2) ຄູຊຸກຍູ້ໃຫ້ນັກຮຽນພະຍາຍາມແຕ່ງປະໂຫຍກສໍາລັບຮູບທີ່ເຂົາເຈົ້າແຕ້ມ ໂດຍການໃຊ້ຄໍາຢູ່ກະດານ ຫຼື ຄາດ ເດົາການສະກົດຄໍາສັບຕ່າງໆ.3) ນັກຮຽນແຕ້ມຮູບ ແລະ ແຕ່ງປະໂຫຍກ.ທວນຄືນການເວົ້າ ແລະ ການອ່ານ (5 ນາທີ)1) ນັກຮຽນປ່ຽນຜຽນກັນສະເໜີຮູບ ແລະ ປະໂຫຍກໃຫ້ໝູ່ເບິ່ງ ແລະ ຟັງ.2) ນັກຮຽນເວົ້າພາບ ແລະ ອ່ານຄໍາສັບຕາມທີ່ເຂົາເຈົ້າໄດ້ຂຽນຂ້າງເທິງ.ຊົ່ວໂມງທີ 9-10 (90 ນາທີ)ການວັດ ແລະ ປະເມີນຜົນ (10 ນາທີ)1) ນັກຮຽນຮ້ອງເພງ: ເວົ້າຄໍາຄ່ອງ ພ້ອມດ້ວຍທ່າທາງປະກອບຕາມເພງ ຫຼື ຄໍາຄ່ອງທີ່ໄດ້ຮຽນຜ່ານມາ2) ຄູປະເມີນຮັກຮຽນກ່ຽວກັບຄວາມຮັບຮູ້ຂອງສຽງ ແລະ ການຜັນສຽງຕົວອັກສອນ ແລະ ຄໍາສັບຕ່າງໆ ທີ່ຮຽນໄດ້ ຮຽນຜ່ານມາ.ທວນຄືນການອ່ານ (15 ນາທີ)1) ຄູສະເໜີຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ (ຈາກຊົ່ວໂມງ 8).10ອ່ານຄໍາສັບ ແລະ ວະລີການສອນໃຫ້ປະຕິບັດຄືກັນກັບວິທີສອນທີ 10 ຢູ່ໃນພາກແນະນໍາ1) ນັກຮຽນອ່ານຄໍາສັບທີ່ຄຸ້ນເຄີຍແຕ່ຍັງບໍ່ທັນໄດ້ຮຽນ ດ້ວຍຕົນເອງ.2) ຄູກ່າຍຄໍາສັບຂໍ້ທີ 10 ໃສ່ກະດານ ແລະ ຊີ້ໃຫ້ນັກຮຽນອ່ານ ດ້ວຍການຊີ້ສະຫຼັບໄປມາ 2-3 ຄັ້ງ.ຄໍາສັບ: ຕື່ນເຕັ້ນ, ຢາກ, ອ້າຍ, ຊ່ວຍ, ຂ້ອຍ, ຂອງຂວັນ, ວັນເກີດ, ພວກເພິ່ນ.ວະລີ: ຫໍ່ຫຍັງ, ບໍ່ໃຫ້.11ເລືອກວະລີ ຫຼື ປະໂຫຍກ ແລ້ວແຕ່ງຕາມໂຄງຮ່າງການສອນກິດຈະກໍານີ້ແມ່ນຄ້າຍຄືກັບຂັ້ນຕອນການສອນວິທີສອນທີ 13ຄ ແຕ່ຂັ້ນຕອນການສອນກິດຈະກໍານີ້ ອາດຍາກ ແລະ ຊັບຊ້ອນກວ່າ. ສະນັ້ນ, ຄູມີຄວາມຈໍາເປັນຕ້ອງໄດ້ແນະນໍາການແຕ່ງປະໂຫຍກໃຫ້ຈະແຈ້ງ, ລະອຽດຄູ ອາດແຕ່ງປະໂຫຍກຕົວຢ່າງ ແລະ ອະທິບາຍແຕ່ລະຄໍາສັບຕາມຮູບພາບໃຫ້ນັກຮຽນເຂົ້າໃຈແຈ້ງກ່ອນ ດັ່ງລາຍລະອຽດ ລຸ່ມນີ້:1) ຄູ ແລະ ນັກຮຽນເບິ່ງ ແລະ ສົນທະນາວ່າ ຈະເຮັດຫຍັງແດ່ໃນກິດຈະກໍານີ້: ນັກຮຽນຕ້ອງເລືອກເອົາຮູບພາບຄູ່ໜຶ່ງທີ່ມີຂໍ້ມູນເຊັ່ນ: “ຢາກ” ແລະ “ແຕ່” ແລະ ໃຫ້ເອົາຂໍ້ມູນນີ້ຕື່ມໃສ່ໃນປະໂຫຍກ.2) ຄູຕື່ມຄໍາສັບໃສ່ບ່ອນວ່າງ 1 ປະໂຫຍກ ເພື່ອເປັນແບບຢ່າງໃຫ້ນັກຮຽນເບິ່ງກ່ອນ. ຕົວຢ່າງ: ຂ້ອຍຢາກ ຂີ່ລົດຖີບ ແຕ່ ລົດຖີບໃຫຍ່ໂພດ.3) ນັກຮຽນອ່ານປະໂຫຍກດ້ວຍການເວົ້າ “ຕິກຕອກ” ເວລາຮອດບ່ອນວ່າງ.4) ກ່ອນອື່ນຄູຖາມນັກຮຽນວ່າ ເຂົາເຈົ້າສາມາດຄາດເດົາ ຫົວຂໍ້ຄໍາອະທິບາຍຮູບພາບໄດ້ ຫຼື ບໍ່.໗໗
78215) ນັກຮຽນບອກສິ່ງທີ່ເຂົາເຈົ້າອ່ານໄດ້ ຫຼື ບອກເຫດຜົນຂອງເຂົາເຈົ້າ.6) ຄູຊ່ວຍນັກຮຽນອ່ານທຸກຫົວຂໍ້ຄໍາອະທິບາຍຢູ່ຮູບພາບ.7) ນັກຮຽນແນະນໍາ 2 ຮູບພາບທີ່ໄປນໍາກັນ ແລະ ຫົວຂໍ້ ຄໍາອະທິບາຍຢູ່ຮູບທີ່ສາມາດໃຊ້ໃນປະໂຫຍກໄດ້. ຄູເລືອກ ເອົານັກຮຽນໃຫ້ບອກເຫດຜົນ. ນັກຮຽນບອກ 2 ຮູບພາບນັ້ນມີອັນໃດແດ່ ແລະ ການລຽງອັນດັບຂອງຫົວຂໍ້, ຄໍາອະ ທິບາຍ ເພື່ອໃຊ້ເຂົ້າໃນປະໂຫຍກ (ເປົ່າປູມເປົ້າ, ສະບູໝົດ ຫຼື ສະບູບໍ່ມີເຫຼືອ).8) ຄູຂຽນຄໍາສັບຕື່ມໃສ່ບ່ອນວ່າງໃນປະໂຫຍກຢູ່ກະດານ. ຈາກນັ້ນ, ຕື່ມຫົວຂໍ້/ຄໍາອະທິບາຍຂອງແຕ່ລະຮູບ ພາບໃສ່.9) ນັກຮຽນອ່່ານໝົດປະໂຫຍກດ້ວຍການຊ່ວຍເຫຼືອຂອງຄູ ຖ້າຈໍາເປັນ.10) ຄູຖາມວ່າປະໂຫຍກນັ້ນໄດ້ຄວາມໝາຍແລ້ວບໍ ຫຼື ຍັງຈະຕ້ອງເພີ່ມຄໍາສັບຫຍັງອີກຕື່ມ. ນັກຮຽນຕອບ: ຄົງຈະບໍ່ຈໍາເປັນຕ້ອງຕື່ມຄໍາສັບອື່ນອີກແລ້ວ, ແຕ່ເຄື່ອງໝາຍຈໍ້າເມັດແມ່ນມີຄວາມຈໍາເປັນ.11) ນັກຮຽນຂຽນປະໂຫຍກນັ້ນ. ຈາກນັ້ນ, ໃຫ້ຕື່ມອີກ 3 ປະໂຫຍກທີ່ເຫຼືອ. ຖ້າຍັງມີເວລາໃຫ້ນັກຮຽນແຕ້ມຮູບທີ່ ເໝາະສົມກັບປະໂຫຍກເຫຼົ່ານັ້ນ.12) ຄູຍ່າງໄປມາຫານັກຮຽນແຕ່ລະຄົນ ເພື່ອໃຫ້ເຂົາເຈົ້າອ່ານປະໂຫຍກໃຫ້ຟັງ.ຄໍາຕອບ:1 1ຂ້ອຍຢາກ ອອກໄປນອກ ແຕ່ ຝົນຕົກ.1 2ຂ້ອຍຢາກ ເຮັດປູມເປົ້າ ແຕ່ ບໍ່ມີຟອງສະບູ.1 3ຂ້ອຍຢາກ ຕື່ນນອນ ແຕ່ ຍັງມືດຢູ່.ທວນຄືນການອ່ານ (10 ນາທີ)1) ຄູຈັດຕັ້ງການຫຼິ້ນເກມ “ຄາດເດົາຄໍາສັບ” ໂດຍນໍາໃຊ້ຄໍາສັບ ທີ່ຄຸ້ນ ເຄີຍແຕ່ຍັງບໍ່ທັນໄດ້ຮຽນທີ່ຮຽນມາຢູ່ຂໍ້ທີ 7 ຜ່ານມາໃນອາທິດນີ້.2) ຄູຂຽນຄໍາສັບ: ອາບ, ຮຽນ, ຂວານ, ໝີ, ໝອນ, ທີ່ນີ້, ກວ່າ, ຂວັນ, ຕັດ, ປຶ້ມ, ມ້ຽນ, ມັກ.ໃສ່ກະດານ ແລ້ວໃຫ້ນກຮຽນອານ ັ່ຄໍາສັບທີ່ເຂົາເຈົ້າໄດ້. ຄູພານັກຮຽນອ່ານຄໍາສັບທີ່ນັກຮຽນຍັງອ່ານບໍ່ໄດ້ຊໍ້າກັນຫຼາຍຄັ້ງຈົນນັກຮຽນອານໄດ.່້3) ຄູໃຫ້ອາສາສະໝັກ 2-4 ຄົນ ຂຶ້ນໄປຢືນຢູ່ກະດານ.4) ຄູເວົ້າຄໍາສັບໜຶ່ງ.5) ນັກຮຽນແຂ່ງກັນແຕະຄໍາສັບນັ້ນ ໃຫ້ໄດ້ກ່ອນໝູ່ ແລ້ວອ່ານອອກສຽງດັງ ແລະ ບອກຄວາມໝາຍຂອງຄໍາສັບ ດັ່ງກ່າວ.6) ຄູເວົ້າຄໍາສັບອື່ນອີກ ແລະ ນັກຮຽນກໍແຂ່ງກັນອີກ.7) ຄູປະຕິບັດອີກເທື່ອລະຄໍາຈົນໝົດທຸກຄໍາ.8) ຄູເອີ້ນເອົານັກຮຽນ 4-5 ຄົນ ຊຸດໃໝ່ມາກະດານ.9) ຄູປະຕິບັດກິດຈະກໍາ ຈົນກວ່ານັກຮຽນໝົດທຸກຄົນໄດ້ຂຶ້ນມາກະດານ.ການວັດ ແລະ ປະເມີນຜົນ (10 ນາທີ)ຂຽນທວາຍ: ຄູອ່ານປະໂຫຍກສັ້ນທີ່ຮຽນໃນອາທິດທີ 20 (ບໍ່ຄວນເອົາຄໍາສັບທີ່ນັກຮຽນຄຸ້ນເຄີຍ).ຕົວຢ່າງ: ປະໂຫຍກຂຽນທວາຍ ຄວານຊ້າງ ຂີ່ຊ້າງ. ປະໂຫຍກຂຽນທວາຍ ຄວານຊ້າງ ຂີ່ຊ້າງ. ເລື່ອງ ຫຼິ້ນໝາກລີ້ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍ ໃຊ້ເກນການປະເມີນຂໍ້ທີ 7ຂ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານປ້ມອ່ານເສີມ ຶໂດຍໃຊ້ເກນການປະເມີນຂ້ທ ໍີ17ຂ.໗໘ສ ວ ສສະຫງວນລິຂະສິດ
7922ບົດທີ 22 ຕົວສະກົດ ງເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ຟັງ ແລະ ເວົ້າຄໍາສັບທີ່ມີຕົວສະກົດ ງ.1 2ບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ງ.1 3ອ່ານຟ້ອງສຽງ ແລະ ຜັນສຽງສະຫຼະ ແລະ ຄໍາສັບທີ່ມີຕົວສະກົດ ງ ໄດ້.1 4ອອກສຽງສະຫຼະທີ່ມີຕົວສະກົດ ງ ໄດ້.1 5ຈັບຄູ່ສະຫຼະໃສ່ກັບຮູບພາບ, ຈັບຄູ່ຮູບພາບໃສ່ກັບຄໍາສັບ ແລະ ປະກອບສ້າງຄໍາຕາມຮູບພາບທີ່ມີຕົວສະກົດ ງ ໄດ້.1 6ອ່ານ, ຂຽນ ແລະ ແຕ້ມຮູບຕາມຄໍາສັບທີ່ມີຕົວສະກົດ ງ ໄດ້.1 7ເລືອກເອົາສະຫຼະທີ່ມີຕົວສະກົດ ງ ຕື່ມໃສ່ບ່ອນວ່າງຕາມຮູບພາບໄດ້.1 8ເວົ້າຕາມຄູ ແລະ ແຕ່ງປະໂຫຍກປາກເປົ່າຕາມໂຄງສ້າງໄດ້.1 9ເວົ້າກ່ຽວກັບຄວາມຝັນ ແລະ ຄວາມຮູ້ສຶກກ່ຽວກັບຄວາມຝັນເມື່ອຕື່ນນອນໄດ້.1 10ຟັງນິທານ, ສົນທະນາຖາມຕອບຕາມເນື້ອໃນບົດເລື່ອງ ເລົ່າຄືນເລື່ອງ ແລະ ສະແດງບົດບາດສົມມຸດຕາມ ຕົວລະຄອນໃດໜຶ່ງໃນບົດເລື່ອງໄດ້.II. ການວັດ ແລະ ປະເມີນຜົນສໍາລັບການວັດ ແລະ ປະເມີນຜົນການຮຽນຂອງນັກຮຽນ ຄູສາມາດດໍາເນີນການວັດໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະ ສົນທະນາຖາມຕອບ; ຄູຍັງສາມາດປະເມີນການຟັງ-ເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ 2 ຢູ່ທ້າຍຊົ່ວໂມງທີ 8.1 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 6 ໃນຊົ່ວໂມງທີ 9.1 3ການອ່ານ: ໃຊ້ເກນການປະເມີນຂໍ້ທີ 9ຂ ໃນຊົ່ວໂມງທີ 5.1 4ຫັດຂຽນ: ໃຊ້ເກນການປະເມີນຂໍ້ທີ 12 ໃນຊົ່ວໂມງທີ 1 ແລະ 3.1 5ຂຽນທວາຍ: ໃຊ້ເກນການປະມີນຂໍ້ທີ 13ຂ ໃນທ້າຍຊົ່ວໂມງທີ 9.1 6ການຂຽນຄໍາສັບ, ວະລີ ແລະ ປະໂຫຍກ: ໃຊ້ເກນການປະເມີນຂໍ້ທີ 14ຂ ໃນຊົ່ວໂມງທີ 7.1 7ການອ່ານປຶ້ມອ່ານເສີມ: ໃຊ້ເກນການປະເມີນຂໍ້ທີ 18ກ ໃນຊົ່ວໂມງທີ 101III. ເນື້ອໃນຕົ້ນຕໍ1 1ສະຫຼະທີ່ມີຕົວສະກົດ ງ 11 2ເວົ້າກ່ຽວກັບຄວາມຝັນຂອງຕົນເອງ ແລະ ຄວາມຮູ້ສຶກເມື່ອຕື່ນຂຶ້ນມາ.1 3ບົດນິທານ (ຄູເລືອກມາ).IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ, ແກ່ນໝາກໄມ້ຕ່າງໆ ແລະ ອື່ນໆທີ່ຫາໄດ້.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດສໍາລັບກິດຈະກໍາຈັບຄູ່.1 4ອຸປະກອນທີ່ໃຊ້ວາງບັດຕົວອັກສອນເວລາປະກອບພະຍາງ ແລະ ແຍກພະຍາງ.໗໙
8022໘1 5ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບພາບຕ່າງໆ.1 6ຊຸດບັດຕົວອັກສອນທີ່ໄດ້ຮຽນມາຕາມຈໍານວນນັກຮຽນ.1 7ຊຸດບັດສະຫຼະເຄົ້າ ແລະ ຕົວສະກົດ ແຜ່ນນ້ອຍ ອີງຕາມຄວາມຕ້ອງການ.ງ1 8ປຶ້ມນິທານຕ່າງໆ.1 9ເຈ້ຍ, ສໍດໍາ, ກະດານນ້ອຍ ແລະ ປຶ້ມຂຽນ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນມາ (ພ້ອມທ່າທາງປະກອບ).2) ນັກຮຽນບອກວ່າເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງແດ່? ອາທິດທີ່ຜ່ານມາ.3) ຄູເລືອກເອົາຄໍາສັບໃໝ່ຈໍານວນໜຶ່ງທີ່ໄດ້ຮຽນໃນອາທິດທີ 21 ຂຽນໃສ່ກະດານເຊັ່ນ: ພາຍຸ, ດັນ, ຮ້ອນ, ເຢັນ, ສະນ້ໍາ, ອ່ອນ, ແວ່ນຕາ, ຂວານ, ໝອນ, ມັນ, ຫຼິ້ນ, ນ້ໍາຕານ, ຄວັນໄຟ ແລະ ໃຫ້ນັກຮຽນເລືອກກ່າຍ 9 ຄໍາ ໃສ່ປຶ້ມຂຽນ ຫຼື ກະດານນ້ອຍ ຄູນໍາພານັກຮຽນຫຼິ້ນເກມບິງໂກ. ສ່ວນຂັ້ນຕອນໃນການຫຼິ້ນໃຫ້ປະຕິບັດຄືກັບ ບົດຜ່ານມາ.ຂັ້ນຈັດກິດຈະກໍາ (15 ນາທີ) 1ຟັງ ແລະ ເວົ້າຄໍາສັບທີ່ມີສຽງສະຫຼະທີ່ມີຕົວສະກົດ ງການສອນໃຫ້ນໍາໃຊ້ວິທີການສອນ ທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ດັງ, ບົ້ງ, ຊ້າງ, ລີງ, ຄ້ອງ, ໂມງ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນອອກສຽງ ສະຫຼະທີ່ມີຕົວສະກົດ ງ ໄດ້ຢ່າງຖືກຕ້ອງ. 2ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ງຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 11 ບົດທີ 19.1) ຄູເວົ້າຄໍາສັບ: ສະ, ຊັ່ງ, ໂຕະ…ຈອງ ນັກຮຽນເວົ້າຕາມຄູ.2) ຄູອະທິບາຍວ່າ: ສະຫຼະ xະ ເມື່ອປະກອບໃສ່ຕົວສະກົດມັນຈະປ່ຽນຮູບ ເປັນໄມ້ກັນ xັ ແລະ ເມື່ອປະກອບ ໃສ່ຕົວສະກົດ ງ ຈະເປັນ xັງ ອ່ານວ່າ ອັງ ເຊັ່ນຄໍາສັບ ສະ ຊັ່ງ.ສະຫຼະ ໂxະ ເມື່ອປະສົມໃສ່ກັບຕົວສະກົດຈະປ່ຽນຮູບເປັນໄມ້ກົງ xົ ໃສ່ຕົວສະກົດ ງ ຈະເປັນ xົງ ອ່ານວ່າ ອົງ ເຊັ່ນຄໍາສັບ ໂຕະ ບົ້ງ.ສະຫຼະ ເxາະ ເມື່ອປະສົມໃສ່ກັບຕົວສະກົດຈະປ່ຽນຮູບເປັນ xັອ ເມື່ອປະກອບໃສ່ກັບຕົວສະກົດຈະປ່ຽນສຽງ ໄປຕາມຕົວສະກົດເຊັ່ນ: xັອງ, xັອກ, xັອບ.ຕົວຢ່າງ: ກັອງ, ປັອກ, ປັອບ…ສະຫຼະ xໍ ເມື່ອປະສົມກັບຕົວສະກົດຈະປ່ຽນຮູບເປັນ xອ ເມື່ອປະກອບໃສ່ກັບຕົວສະກົດຈະປ່ຽນສຽງໄປຕາມຕົວສະກົດເຊັ່ນ xອງ, xອນ, xອດ. ຕົວຢ່າງ ຈໍ, ຈອງ…3ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ງຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 12 ບົດທີ 19.1) ຄູແນະນໍາທຸກສຽງສະຫຼະທີ່ມີຕົວສະກົດ ງ ດ້ວຍການອ່ານທຸກຕົວເຊັ່ນ: ອະ-ງ-ອັງ, ອາ-ງ-ອາງ, ອິ-ງ-ອິງ, ອີ-ງ-ອີງ, ໂອະ-ງ-ອົງ, ໂອ-ງ-ໂອງ, ເອາະ-ງ-ອ້ອງ, ອໍ-ງ-ອອງ.2) ນັກຮຽນບອກຄໍາສັບອື່ນທີ່ມີສຽງຂອງສະຫຼະດັ່ງກ່າວ. ຄູຂຽນຄໍາສັບທີ່ນັກຮຽນບອກໃສ່ກະດານພ້ອມທັງໃຫ້ນັກ ຮຽນສັງເກດຮູບຮ່າງສະຫຼະເຄົ້າ ແລະ ສະຫຼະທີ່ປະສົມກັບຕົວສະກົດ.໘໐ສ ວ ສສະຫງວນລິຂະສິດ
81224ອອກສຽງສະຫຼະທີ່ມີຕົວສະກົດ ງ ແລ້ວຈັບຄູ່ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 13 ບົດທີ 19.ຄູແບ່ງນັກຮຽນອອກເປັນກຸ່ມ ແລະ ໃຫ້ແຕ່ລະກຸ່ມແຂ່ງຂັນກັນຈັບຄູ່ສະຫຼະແຕ່ລະສຽງໃສ່ກັບຮູບພາບ. ຄູຕິດຕາມ ແລະ ຊ່ວຍເຫຼືອນັກຮຽນແຕ່ລະກຸ່ມ.ຄໍາຕອບແມ່ນ xັງ ຮັງນົກ, xາງ-ກວາງ, xິງ-ຊິງ, xີງ-ອີງ, ໂxງ-ໂຮງຮຽນ, xອງ-ສອງ, xົງ-ຖົງ, xັອງ-ໝາຍເຫດ: ສ່ວນສະຫຼະ xັອງ ໃຫ້ຄູແນະນໍານັກຮຽນວ່າເປັນສຽງສັ້ນ ແຕ່ບໍ່ມີຮູບທີ່ມາປະກອບເປັນສຽງນີ້ໄດ້.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຄາດເດົາຄໍາສັບ1) ຄູນໍາພານັກຮຽນຫຼິ້ນເກມຄາດເດົາຄໍາສັບ.2) ຄູເວົ້າຄໍາສັບ ປ່ອງ ຄູຖາມນັກຮຽນວ່າ: ຄໍາວ່າ ປ່ອງ ປະກອບມີຕົວໃດແດ່?3) ນັກຮຽນຊ່ວຍກັນຕອບ. 4) ຄູຂຽນຄໍາຕອບທີ່ຖືກຕ້ອງໃສ່ກະດານ ແລະ ໃຫ້ນັກຮຽນກ່າຍໃສ່ປຶ້ມຂຽນ. ສ່ວນຮູບອື່ນໆກໍປະຕິບັດແບບດຽວ ກັນ.ຫຼັງຈາກກ່າຍແລ້ວ ຄູໃຫ້ນັກຮຽນແຕ່ລະຄົນປ່ຽນຜຽນກັນກວດ. 5ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ພາກແນະນໍາ.ການສອນຫັດຂຽນ ດັ່ງ ສິ່ງຂອງ...ຫຼົງທາງ.ທວນຄືນ (10 ນາທີ)6ຟັງ ແລະ ເວົ້າຄໍາສັບ ແລ້ວຈັບຄູ່ສະຫຼະທີ່ມີສຽງຕົວສະກົດ ງ ໃສ່່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 13 ບົດທີ 19.1) ຄູແນະນໍານັກຮຽນເບິ່ງຮູບຢູ່ໃນປຶ້ມແບບຮຽນຂໍ້ທີ 6.2) ນັກຮຽນເວົ້າຄໍາສັບ ແລະ ວາງກ້ອນຫີນໃສ່ຮູບພາບ ແລະ ວາງກ້ອນຫີນອີກ 1 ກ້ອນໃສ່ສະຫຼະທີ່ມີຕົວສະກົດ ງ ໃຫ້ ກົງກັບຮູບ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູອາດຈະອະທິບາຍຄວາມໝາຍຄໍາສັບ, ໃຫ້ຄໍາແນະນໍາ ແລະ ຝຶກໃນການ ຜັນສຽງ.3) ຄູບອກໃຫ້ນັກຮຽນເບິ່ງສິ່ງຂອງໃນຫ້ອງຮຽນທີ່ມີຕົວສະກົດ ງ ຕົວຢ່າງ: ຢາງລຶບ ຖົງປຶ້ມ, ຕັ່ງ...ຂັ້ນຈັດກິດຈະກໍາ (15 ນາທີ)7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ 7 ຢູ່ໃນພາກແນະນໍາ.ຄໍາສັບ: ດັງ, ຄ້ອງ,ໂສ້ງຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບ1) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ແລ້ວຢາຍບັດຕົວອັກສອນທຸກຕົວທີ່ໄດ້ຮຽນມາ ແລະ ບັດ ຕົວສະກົດ ງ.2) ຄູເວົ້າຄໍາສັບ ຫຼື ພະຍາງຈໍານວນໜຶ່ງທີ່ມີຕົວສະກົດ ງ ເຊັ່ນ: ຄູເວົ້າຄໍາວ່າ ກອງ ນັກຮຽນໃນກຸ່ມຊ່ວຍກັນປະກອບ. ຈາກນັ້ນ, ຄູເວົ້າຄໍາສັບອື່ນ ຄ້ອງ, ນ້ອງ, ກະໂປ່ງ…ທີ່ມີຕົວສະກົດ ງ.3) ນັກຮຽນຊ່ວຍກັນປະກອບຕາມທີ່ຄູເວົ້າ.ການວັດ ແລະ ປະເມີນຜົນການຂຽນ ໂດຍໃຊ້ເກນການປະ ເມີນຂໍ້ທີ 12.໘໑
8222໘ກິດຈະກໍາເສີມການຂຽນ8ອ່ານ, ເລືອກຂຽນ ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ3ການສອນໃຫ້ນໍາໃຊ້ວິທີການສອນທີ 8 ຢູ່ໃນພາກແນະນໍາ.1) ຄູໃຫ້ນັກຮຽນອ່ານຄໍາສັບດ້ວຍຕົນເອງກ່ອນ ແລ້ວຄູອ່ານໃຫ້ນັກຮຽນຟັງ 1-2 ຄັ້ງ. ຈາກນັ້ນ, ຄູໃຫ້ນັກຮຽນອ່ານ ພ້ອມກັນໝົດຫ້ອງ 1-2 ຄັ້ງ.2) ຄູໃຫ້ນັກຮຽນເລືອກ ແລະ ຂຽນຄໍາສັບ 3 ຄໍາ ຫຼື ຫຼາຍກວ່ານັ້ນກໍໄດ້.ນັກຮຽນເລືອກແຕ້ມ 1 ຮູບຕາມຄໍາສັບທີ່ຕົນເອງມັກພ້ອມທັງຂຽນຊື່ຕົນເອງ ແລະ ຊື່ຂອງຮູບທີ່ຕົນເອງແຕ້ມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູເວົ້າຄໍາຄ່ອງ “ອື່ງອ່າງ” ໃຫ້ນັກຮຽນຟັງ 2-3 ຄັ້ງ.2) ຄູໃຫ້ນັກຮຽນຕົບມື 2 ບາດເມື່ອໄດ້ຍິນຄໍາວ່າ ອື່ງ ຫຼື ຄໍາອື່ນທີ່ມີຕົວສະກົດ ງ.ອ ອື່ງອ່າງ ທ້ອງໃຫຍ່ງອຍໜອງສຽງມັນຮ້ອງ ອື່ງອ່າງອື່ງອ່າງເຕັ້ນມາຂ້າງ ອ່າງໃຫຍ່ແຄມສວນໂຕອ້ວນອ້ວນ ແທ້ນໍອື່ງອ່າງທວນຄືນຂໍ້ທີ 4 ຄູໃຫ້ນັກຮຽນເບິ່ງປຶ້ມແບບຮຽນຂໍ້ທີ 4 ແລະ ບອກຊື່ຮູບ.ນັກຮຽນເອົາກ້ອນຫີນຢອງໃສ່ຮູບພາບ ອີງ ແລະ ສະຫຼະ xີງ ສ່ວນຮູບພາບອື່ນກໍໃຫ້ປະຕິບັດການສອນຄືກັນ. 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ ຢູ່ໃນພາກແນະນໍາ.9ພະຍັນຊະນະ, ສະຫຼະ ແລະ ວັນນະຍຸດທີ່ເອົາມາສອນແມ່ນ ຊ ພ ຫ ມ ຖ ຍ xືນ xາງ xິງ xີງ xົງ ໂxງ xອງ x່ x້.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຄໍາສັບທີ່ມີຕົວສະກົດ ງການສອນໃຫ້ນໍາໃຊ້ວິທີການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ເກັ່ງ, ເບິ່ງ, ຍຸງ, ດຶງ, ຮ້ອງເພງ, ສີເຫຼືອງ, ແມງແຄງ, ຂຽງພາສາລາວສໍາລັບນັກຮຽນຊົນເຜົ່າ ຄູເອົາໃຈໃສ່ໃຫ້ນັກຮຽນເວົ້າຄໍາສັບທີ່ມີຕົວສະກົດ ງ ໄດ້ຢ່າງຖືກຕ້ອງ.11ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ງຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 11 ບົດທີ 19.1) ຄູເວົ້າຄໍາສັບ ເຕະ ເຕັງ ເຕ້ຍ ຕຽງ ນັກຮຽນເວົ້າຕາມຄູ.2) ຄູອະທິບາຍວ່າ ສະຫຼະ ເxະ ເມື່ອປະສົມໃສ່ກັບຕົວສະກົດຈະປ່ຽນຮູບເປັນ ເxັ ເມື່ອປະກອບໃສ່ກັບຕົວສະກົດ ຈະປ່ຽນສຽງໄປຕາມຕົວສະກົດເຊັ່ນ: ເxັງ, ເxັນ, ເxັມ… ຕົວຢ່າງ: ເຕັງ, ເຕັນ, ເຄັມ…ສະຫຼະ ເxຍ ເມື່ອປະສົມກັບຕົວສະກົດຈະປ່ຽນຮູບເປັນ xຽ ເມື່ອປະກອບໃສ່ກັບຕົວສະກົດຈະປ່ຽນສຽງໄປຕາມ ຕົວສະກົດເຊັ່ນ xຽງ xຽນ xຽມ…ຕົວຢ່າງ: ຕຽງ ພຽນ ກຽມ…໘໒ສ ວ ສສະຫງວນລິຂະສິດ
832212ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ງ ຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 12 ບົດທີ 19.1) ຄູແນະນໍາທຸກສຽງສະຫຼະທີ່ມີຕົວສະກົດ ງ ດ້ວຍການອ່ານທຸກຕົວເຊັ່ນ: ເອະ-ງ-ເອັງ, ເອ-ງ-ເອງ, ເອິ-ງ-ເອິງ ແອ-ງ-ແອງ, ອຸ-ງ-ອຸງ, ເອືອ-ງ-ເອືອງ, ອຶ-ງ-ອຶງ, ເອຍ-ງ-ອຽງ.2) ນັກຮຽນບອກຄໍາສັບອື່ນທີ່ມີສຽງຂອງສະຫຼະດັ່ງກ່າວ. ຄູຂຽນຄໍາສັບທີ່ນັກຮຽນບອກໃສ່ກະດານພ້ອມທັງໃຫ້ນັກ ຮຽນສັງເກດຮູບຮ່າງສະຫຼະເຄົ້າ ແລະ ສະຫຼະທີ່ປະສົມກັບຕົວສະກົດ.13ອອກສຽງສະຫຼະທີ່ມີຕົວສະກົດ ງ ແລ້ວຈັບຄູ່ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 11 ບົດທີ 19.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຄາດເດົາຄໍາສັບ1) ຄູແບ່ງນັກຮຽນອອກເປັນກຸ່ມ ຄູອອກສຽງຄໍາສັບເຊັ່ນ: ນຸ່ງ, ເຄື່ອງຂອງ, ໜຶ່ງ, ແຂງແຮງ, ຮ້ອງເພງ, ເຜິ້ງ, ຕຽງ.2) ນັກຮຽນແຕ່ລະກຸ່ມຄາດເດົາການສະກົດຄໍາເທື່ອລະຄໍາ ແລະ ຊ່ວຍກັນຂຽນຄໍາສັບເຫຼົ່ານັ້ນ.3) ຄູຂຽນຄໍາສັບທີ່ຖືກຕ້ອງໃສ່ກະດານ.4) ນັກຮຽນແຕ່ລະກຸ່ມຜັດປ່ຽນກັນກວດການຂຽນຂອງກຸ່ມ ໂດຍອີງໃສ່ຄໍາຕອບຢູ່ກະດານ.14ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 3 ຢູ່ໃນພາກແນະນໍາ.1) ຄູທົບທວນການຂຽນ ຽ ໃຫ້ນັກຮຽນເບິ່ງອີກ 1-2 ຄັ້ງ.2) ຄູໃຫ້ນັກຮຽນຂຽນງາມ ຂຽງ…ເຫຼືອງ ສ່ວນຂັ້ນຕອນການສອນຂຽນງາມແມ່ນໃຫ້ຄູປະຕິບັດຄືບົດຜ່ານມາ.3) ຄູໃຫ້ນັກຮຽນແຕ້ມຮູບໃດໜຶ່ງໃສ່ປຶ້ມຂຽນເຊັ່ນ:ຂຽງ, ແມງແຄງ…ທວນຄືນ (10 ນາທີ)15ຟັງ ແລະ ເວົ້າຄໍາສັບ ແລ້ວຈັບຄູ່ສະຫຼະທີ່ມີຕົວສະກົດ ງ ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 13 ບົດທີ 19 ຫຼື ຂໍ້ທີ 6 ໃນບົດນີ້.ຂັ້ນຈັດກິດຈະກໍາ (15 ນາທີ)16ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 7.1) ຄູມີຊຸດຕົວອັກສອນຕົວໃຫຍ່ທີ່ນັກຮຽນໄດ້ຮຽນມາແລ້ວ ແລະ ກໍາລັງຮຽນໃນບົດນີ້ກອງໄວ້ໜ້າໂຕະຄູ ຫຼື ລຽງ ປົນກັນໄວ້ໜ້າກະດານຄໍາສັບໜຶ່ງ 3-4 ຊຸດ.2) ຄູເອີ້ນເອົານັກຮຽນອອກໄປກະດານເທື່ອລະ 3-4 ຄົນເວົ້າຄໍາສັບໃດໜຶ່ງເຊັ່ນ: ພຽງ ຂຽງ ລຽງ ຮຽງ ເນື້ອເລື່ອງ ເນື່ອງຈາກ ເຊິ້ງ ໃຫ້ນັກຮຽນຊອກຫາຕົວສອນທີ່ປົນກັນໄວ້ ຜູ້ໃດໄດ້ກ່ອນຖືວ່າເປັນຜູ້ຊະນະ. ສ່ວນຄໍາສັບອື່ນ ກໍໃຫ້ປະຕິບັດການຮຽນການສອນແບບດຽວກັນ.3) ຄູເວົ້າຄໍາສັບອື່ນທີ່ມີຕົວສະກົດ ງ ຢູ່ໃນບົດອ່ານຕ່າງໆກໍໄດ້ແລ້ວໃຫ້ນັກຮຽນອອກໄປຊອກຫາຄືກັນກັບການ ສອນຂ້າງເທິງ.ການວັດ ແລະ ປະເມີນຜົນການຂຽນ ໂດຍໃຊ້ເກນການປະ ເມີນຂໍ້ທີ 12.໘໓
8422໘ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບຄູແບ່ງນັກຮຽນອອກເປັນກຸ່ມ, ຄູຢາຍຊຸດຕົວອັກສອນທີ່ນັກຮຽນໄດ້ຮຽນມາແລ້ວ ແລະ ກໍາລັງຮຽນໃນບົດນີ້, ຄູເວົ້າຄໍາສັບໃດໜຶ່ງ ແລະ ໃຫ້ນັກຮຽນແຂ່ງຂັນກັນຊອກຫາຕົວອັກສອນ ເພື່ອປະກອບເປັນພະຍາງ ຫຼື ຄໍາສັບ.ເກມບິງໂກຂັ້ນຕອນການຫຼິ້ນໃຫ້ປະຕິບັດຄືກັບບົດຜ່ານມາ.ຄູເລືອກເອົາຄໍາສັບເຊັ່ນ: ເດືອນຜ່ານມາ ຊາຍ, ອ້າຍ, ລົດຖີບ, ຕິດ, ຂ້ອຍເອງ, ຕຽງ, ເຄື່ອງ…ໃຫ້ນັກຮຽນເລືອກຂຽນ 9 ຄໍາ ແລ້ວນໍາພານັກຮຽນຫຼິ້ນເກມບິງໂກ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີຜ່ານມາ.ຊົ່ວໂມງທີ 5-6 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ 1) ຄູນໍາພານັກຮຽນທ່ອງກາບ ອື່ງ ທີ່ໄດ້ຮຽນໃນຊົ່ວໂມງຜ່ານມາ 1-2 ຄັ້ງ.2) ຄູກ່າຍກາບໃສ່ກະດານ ຫຼື ຄູອາດຈະຂຽນໃສ່ເຈ້ຍແຜ່ນໃຫຍ່ຕິດໃສ່ກະດານ 3) ຄູໃຫ້ນັກຮຽນ 1-2 ຄົນອອກໄປຂີດກ້ອງຄໍາສັບທີ່ມີຕົວສະກົດ ງ.4) ຄູພານັກຮຽນທວນຄືນຂໍ້ທີ 6 9 , ແລະ 15 ໂດຍການເອົາກ້ອນຫີນຢອງໃສ່ຮູບພາບ ແລະ ສະຫຼະກົງ ກັບຮູບພາບ ຫຼື ຢອງໃສ່ຮູບພາບ. ສະຫຼະ ແລະ ຕົວອັກສອນທີ່ສາມາດປະກອບເປັນພະຍາງກົງກັບຮູບນັ້ນໆ.ຂັ້ນຈັດກິດຈະກໍາ (15 ນາທີ)17ອ່ານຄໍາສັບການສອນໃຫ້ນໍາໃຊ້ວິທີການສອນທີ10ຢູ່ໃນພາກແນະນໍາ.ຄໍາສັບ ເດືອນຜ່ານມານ້ອງຊາຍ ເກັ່ງ: ….ຄູອະທິບາຍຄວາມໝາຍຂອງບາງຄໍາສັບທີ່ຍາກ.ອຸປະກອນ ໝາຍເຖິງເຄື່ອງມືເຄື່ອງໃຊ້ເຊັ່ນ: ອຸປະກອນໄຟຟ້າ ອຸປະກອນລົດຕ່າງໆ, .ຢາງ ໝາຍເຖິງສິ່ງຕ່າງໆທີ່ເຮັດຈາກຢາງພາລາເຊັ່ນ ຢາງລົດ, ຢາງລຶບ.: 18ອ່ານປະໂຫຍກການສອນໃຫ້ນໍາໃຊ້ວິທີການສອນທີ 11 ຢູ່ໃນພາກແນະນໍາ.ປະໂຫຍກ:1) ເດືອນຜ່ານມາລຸງແພງສອນຂ້ອຍ…2) ຕອນແລງນີ້ຢາງລົດ…3) ຂ້ອຍເອົາຢາງໃນອອກ…4) ນ້ອງຊາຍເບິ່ງຂ້ອຍ…ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)19ອ່ານຕາມຄູ ແລະ ຕອບຄໍາຖາມຕາມຂໍ້ທີ 18 ແລ້ວກ່າຍຄໍາຕອບໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ວິທີການສອນທີ 12 ຢູ່ໃນພາກແນະນໍາ.ຄໍາຕອບ: 1. ອຸປະກອນແປງລົດ. 2. ຕອນແລງນີ້. 3. ອ່ານເກັ່ງຫຼາຍ.ການວັດ ແລະ ປະເມີນຜົນການອ່ານປະໂຫຍກ ໂດຍໃຊ້ເກນ ການປະເມີນຂໍ້ທີ 9ຂ.໘໔ສ ວ ສສະຫງວນລິຂະສິດ
8522ກິດຈະກໍາເສີມການຂຽນ (10 ນາທີ)1) ຄູແບ່ງນັກຮຽນອອກເປັນກຸ່ມເພື່ອຫຼິ້ນເກມປະກອບຄໍາສັບ. 2) ຄູຢາຍບັດຕົວອັກສອນໃຫ້ນັກຮຽນແຕ່ລະກຸ່ມຕາມຈໍານວນຄໍາທີ່ຄູຈະໃຫ້ປະກອບ.3) ຄູອ່ານຄໍາສັບທີ່ໄດ້ຮຽນຜ່ານມາ, ກໍາລັງຮຽນໃນບົດນີ້ພ້ອມຄໍາສັບທີ່ຄຸ້ນເຄີຍແຕ່ບໍ່ທັນໄດ້ຮຽນໃຫ້ແຕ່ລະກຸ່ມຊ່ວຍ ກັນປະກອບ.ຫຼັງຈາກອ່ານໝົດທຸກຄໍາສັບ. ຄູກ່າຍຄໍາສັບໃສ່ກະດານ ແລະ ໃຫ້ກຸ່ມທີ 1 ກວດຜົນງານຂອງກຸ່ມ 2, ກຸ່ມ 2 ກວດ ຜົນງານຂອງກຸ່ມ 3 ກຸ່ມ 3 ກວດຜົນງານຂອງກຸ່ມ 1.ກຸ່ມໃດຖືກຫຼາຍຖືວ່າເປັນຝ່າຍຊະນະ. ຄູຕິດຕາມ ແລະ ຊ່ວຍເຫຼືອໃນເວລາແຕ່ລະກຸ່ມກວດ.ກຸ່ມໃດຖືກຫຼາຍຖືວ່າເປັນຝ່າຍຊະນະ. ຄູຕິດຕາມ ແລະ ຊ່ວຍເຫຼືອໃນເວລາແຕ່ລະກຸ່ມກວດ.ພາກ 2 ເລື່ອງ ສູ້ບໍ່ໄດ້ (40 ນາທີ) ການສອນໃຫ້ນໍາໃຊ້ວິທີການສອນທີ 16 ພາກ 2 ຢູ່ໃນພາກແນະນໍາ.ຂັ້ນຕອນການສອນນິທານໃຫ້ຄູປະຕິບັດຄືກັບບົດທີ 18. ສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 7-8 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງປະກອບທ່າທາງ ຫຼື ທ່ອງກາບກອນ ພ້ອມຕົບມືເປັນຈັງຫວະຕາມທີ່ໄດ້ຮຽນມາ.2) ຄູນໍາພານັກຮຽນອ່ານປະໂຫຍກໃນຂໍ້ທີ 18 ຄືນ 2-3 ຄັ້ງ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)20ເລືອກສະຫຼະທີ່ມີຕົວສະກົດ ງ ຕື່ມໃສ່ບ່ອນຈໍ້າເມັດການສອນໃຫ້ນໍາໃຊ້ວິທີການສອນທີ 14 ຢູ່ພາກແນະນໍາຄໍາຕອບ: 1. ເບິ່ງ, 2. ຍ່າງຢ່ອງ, 3. ໝາກເບັງ, 4. ສຽງດັງ21ອ່ານຄໍາສັບ ແລະ ວະລີການສອນໃຫ້ນໍາໃຊ້ວິທີການສອນທີ 10 ຢູ່ໃນພາກແນະນໍາຄໍາສັບ ແລະ ວະລີ: ມຸ້ງ ສີແດງ ສີເຫຼືອງ…ໃນຄູອະທິບາຍຄວາມໝາຍຂອງຄໍາສັບຍາກໃຫ້ນັກຮຽນຟັງດັ່ງນີ້:ມຸ້ງ ໝາຍເຖິງຜ້າທີ່ເຮັດໄວ້ປ້ອງກັນຍຸງໃນເວລານອນ.ເຄື່ອງ ໝາຍເຖິງສິ່ງຂອງ, ເຂົ້າຂອງຕ່າງໆສໍາສັບໃຊ້ສອຍຂອງຄົນເຊັ່ນ: ເຄື່ອງນຸ່ງ, ເຄື່ອງມື.ນຸ່ງ ໝາຍເຖິງໃຊ້ເສື້ອຜ້າປົກຫຸ້ມຮ່າງກາຍເຊັ່ນ ນຸ່ງສິ້ນ ນຸ່ງເສື້ອຂັ້ນຝຶກປະຕິບັດ ແລະ ນໍາໃຊ້ 20 ນາທີ22ອ່ານ ແລະ ເລືອກເອົາຄໍາສັບໃນຂໍ້ທີ 21 ຕື່ມໃສ່ບ່ອນວ່າງ ແລະ ແຕ່ງປະໂຫຍກຕາມຮູບພາບການສອນໃຫ້ນໍາໃຊ້ວິທີການສອນທີ 13 ຂ ແລະ ຄ ຢູ່ໃນພາກແນະນໍາ. ຄໍາຕອບ:ປະໂຫຍກທີ1. ແມ່ນ ນາງພອນນຸ່ງເສື້ອສີເຫຼືອງແຕ່ເຄື່ອງ ອື່ນເປັນສີແດງ.2. ຕອນກາງຄືນພວກເຮົາຕ້ອງນອນ.ສ່ວນປະໂຫຍກທີ 3. ແມ່ນໃຫ້ນັກຮຽນແຕ່ງເອງໂດຍອີງໃສ່ຮູບພາບ.ການວັດ ແລະ ປະເມີນຜົນຂຽນປະໂຫຍກ ໂດຍໃຊ້ເກນການ ປະເມີນຂໍ້ທີ 14ຂ ຂອງພາກຮຽນ ທີ 2.໘໕
8622໘ກິດຈະກໍາເສີມການອ່ານ ແລະ ແຕ່ງປະໂຫຍກ (10 ນາທີ) 1) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.2) ຄູຢາຍບັດຄໍາສັບ: ມຸ້ງ, ສີແດງ, ສີເຫຼືອງ…ແລະ ເຄື່ອງໝາຍວັກຕອນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອໃຊ້ເຂົ້າໃນ ການແຕ່ງປະໂຫຍກ.ຕົວຢ່າງ: ຂ້ອຍກາງມຸ້ງ, ເສື້ອສີແດງຂ້ອຍຂາດ, ແມ່ມີເສື້ອແຂນຍາວສີເຫຼືອງ.3) ຄູໃຫ້ນັກຮຽນແຕ່ງປະໂຫຍກດ້ວຍການໃຊ້ບັດເຫຼົ່ານັ້ນ ແລະ ຂຽນປະໂຫຍກດັ່ງກ່າວ.4) ຄູຊຸກຍູ້ໃຫ້ນັກຮຽນແຕ່ປະໂຫຍກໃຫ້ຍາວກວ່າກຸ່ມອື່ນ.ຫຼັງຈາກແຕ່ງແລ້ວໃຫ້ແຕ່ລະກຸ່ມອ່ານປະໂຫຍກທີ່ຕົນເອງແຕ່ງໃຫ້ກຸ່ມອື່ນຟັງ.ທວນຄືນ (10 ນາທີ)ຄູນໍາໃຊ້ຂໍ້ທີ 23 ຄູແບ່ງນັກຮຽນອອກເປັນກຸ່ມ.1) ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 23 ແລະ ບອກມີຄໍາສັບໃດແດ່ຢູ່ໃນບົດອ່ານທີ່ນັກຮຽນຮູ້ ແລະ ຍັງບໍ່ທັນຮູ້.2) ຄູໃຫ້ແຕ່ລະກຸ່ມເອົາກ້ອນຫີນຢອງໃສ່ຄໍາສັບທີ່ເຂົາເຈົ້າຍັງບໍ່ຮູ້. ຫຼັງຈາກນັ້ນ, ໃຫ້ແຕ່ລະກຸ່ມກ່າຍຄໍາສັບທີ່ຕົນ ເອງບໍ່ຮູ້ໃສ່ເຈ້ຍ.ຕົວຢ່າງ: ຮູ້ສຶກຫິວ...3) ຄູໃຫ້ແຕ່ລະກຸ່ມອອກເປັນກ່າຍຄໍາສັບທີ່ກຸ່ມຕົນເອງບໍ່ຮູ້ນັ້ນໃສ່ກະດານ. ຈາກນັ້ນ, ໃຫ້ນັກຮຽນໝົດຫ້ອງຊ່ວຍ ກັນອ່ານແຕ່ລະຄໍາສັບທີ່ແຕ່ລະກຸ່ມຂຽນໄວ້ກະດານ.ໝາຍເຫດ: ນັກຮຽນອາດມີຄວາມສາມາດອ່ານບົດອ່ານດ້ວຍຕົນເອງເກືອບໝົດທຸກຕົວແລ້ວ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)23ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງການສອນໃຫ້ນໍາໃຊ້ວິທີການສອນທີ15ຢູ່ໃນພາກແນະນໍາ.1) ນັກຮຽນອ່ານ ແລະ ຄາດເດົາຫົວຂໍ້.2) ຄູອ່ານຫົວຂໍ້ ແລະ ໃຫ້ນັກຮຽນບອກຄວາມໝາຍຂອງຄໍາສັບຖ້ານັກຮຽນມີຄວາມສາມາດ.3) ນັກຮຽນບອກເຫດຜົນ.4) ຄູໃຫ້ນັກຮຽນຄາດເດົາວ່າເລື່ອງຈະເປັນແນວໃດ. ນັກຮຽນໃຫ້ເຫດຜົນ (ອີງໃສ່ຮູບພາບ ແລະ ຄໍາຕອບທີ່ເຂົາເຈົ້າ ສາມາດອ່ານໄດ້).5) ຄູແນະນໍານັກຮຽນວ່າ: ຢູ່ໃນບົດເລື່ອງຈະເວົ້າກ່ຽວກັບຄວາມຝັນທີ່ເຮັດໃຫ້ເຮົາເກີດຄວາມຮູ້ສຶກ.ຮູ້ສັງເກດເບິ່ງວ່າ ນັກຮຽນຮູ້ຄວາມໝາຍຂອງຄວາມຮູ້ສຶກ ແລະ ຄວາມຝັນ. ຖ້ານັກຮຽນບໍ່ຮູ້ຄວາມໝາຍຄູຕ້ອງໄດ້ ອະທິບາຍໃຫ້ນັກຮຽນຮູ້ດັ່ງນີ້: ຄວາມຮູ້ສຶກ ໝາຍເຖິງ ການຕອບສະໜອງຂອງຮ່າງກາຍ ແລະ ຈິດໃຈຕໍ່ສິ່ງໃດສິ່ງໜຶ່ງ.ຄວາມຝັນ ໝາຍເຖິງ ການຮູ້ເຫັນດ້ວຍນິມິດໃນເວລານອນຫຼັບ.6) ຄູອ່ານບົດເລື່ອງໃຫ້ນັກຮຽນຟັງ. ສ່ວນນັກຮຽນໃຫ້ອ່ານຢູ່ໃນໃຈໄປພ້ອມ.7) ຄູອ່ານຄືນອີກເທື່ອໜຶ່ງໂດຍໃຫ້ນັກຮຽນອ່ານອອກສຽງດັງໄປພ້ອມ (ຖ້ານັກຮຽນມີຄວາມສາມາດ).8) ຄູໃຫ້ນັກຮຽນເວົ້າກ່ຽວກັບຄວາມໝາຍຂອງແຕ່ລະຕອນໃນບົດເລື່ອງ.9) ຄູໃຫ້ນັກຮຽນເລົ່າຄືນວ່າ: ແຕ່ລະຕອນເດັກນ້ອຍແຕ່ລະຄົນຝັນເຖິງຫຍັງແດ່. ຄູຂຽນສິ່ງທີ່ນັກຮຽນເລົ່າໃສ່ກະດານ.10) ຄູໃຫ້ນັກຮຽນເວົ້າຄືນອີກວ່າ ເດັກນ້ອຍແຕ່ລະຄົນຮູ້ສຶກແນວໃດເມື່ອເຂົາເຈົ້າຕື່ນນອນ. ຄູຂຽນສິ່ງທີ່ນັກຮຽນເລົ່າ ໃສກະດານ.11) ຄູຊີ້ໃສ່ຄໍາສັບກ່ຽວກ່ຽວຄວາມຮູ້ສຶກ “ຢ້ານ” ແລະ ຖາມນັກຮຽນວ່າ: ມີໃຜແດ່ທີ່ເຄີຍຝັນກ່ຽວກັບສິ່ງທີ່ເຮັດໃຫ້ ເຂົາເຈົ້າຢ້ານ. ຄູໃຫ້ນັກຮຽນ 2-3 ຄົນ ບອກເຫດຜົນ.12) ຄູຊີ້ໃສ່ຄໍາສັບ “ດີໃຈ” ແລະ ຖາມນັກຮຽນວ່າ ມີໃຜແດ່ທີ່ເຄີຍຝັນກ່ຽວກັບສິ່ງທີ່ເຮັດໃຫ້ເຂົາເຈົ້າດີໃຈບໍ.໘໖ສ ວ ສສະຫງວນລິຂະສິດ
872213) ຄູໃຫ້ນັກຮຽນ 2-3 ຄົນ ບອກເຫດຜົນ.ຈາກນັ້ນ, ຄູຊີ້ໃສ່ຄໍາສັບ “ຮູ້ສຶກ” ແລະ ຖາມວ່າ ມີຄໍາສັບໃດອີກແດ່ທີ່ກ່ຽວກັບຄວາມຮູ້ສຶກ. ນັກຮຽນບອກເຫດຜົນ.ຕົວຢ່າງ: ຮູ້ສຶກອີ່ມ, ຮູ້ສຶກຮ້ອນ, ຮູ້ສຶກໜາວ, ຮູ້ສຶກເມື່ອຍ, ຮູ້ສຶກໃຈຮ້າຍ... ຄູຂຽນຄໍາສັບຕ່າງໆທີ່ກ່ຽວກັບຄວາມຮູ້ສຶກທີ່ມີຢູ່ໃນກະດານ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)1) ຄູແບ່ງນັກຮຽນອອກເປັນກຸ່ມກຸ່ມລະປະມານ 4 ຄົນ ເພື່ອ ແລກປ່ຽນກັນເລົ່າປະສົບການກ່ຽວກັບຄວາມຝັນ ແລະ ຄວາມຮູ້ສຶກ.2) ຄູກວດໄປແຕ່ລະກຸ່ມ ຄູຊ່ວຍນັກຮຽນຖ້ານັກຮຽນມີຄວາມ ຕ້ອງການ.3) ຄູໃຫ້ຄົນໃນກຸ່ມເລືອກເອົາຕາງໜ້າ 1 ຄົນອອກໄປເລົ່າ ກ່ຽວກັບຄວາມຝັນ ແລະ ຄວາມຮູ້ສຶກສູ່ໝູ່ໃນຫ້ອງຟັງ.ກິດຈະກໍາເສີມການອ່ານ (10 ນາທີ)1) ຄູໃຫ້ນັກຮຽນແຕ້ມຮູບກ່ຽວກັບຄວາມຝັນຂອງຕົນເລື່ອງໜຶ່ງ ແລະ ແຕ່ງປະໂຫຍກໜຶ່ງ ຫຼື ຫຼາຍກວ່ານັ້ນກ່ຽວກັບ ຄວາມຝັນດັ່ງກ່າວວ່າ ຝັນກ່ຽວກັບຫຍັງ ແລະ ຮູ້ສຶກແນວໃດ.2) ຄູຍ່າງເລາະເບິ່ງນັກຮຽນ ແລະ ຖາມເຂົາເຈົ້າວ່າແຕ້ມ ແລະ ຂຽນກ່ຽວກັບຫຍັງ.ຫຼັງຈາກແຕ້ມແລ້ວໃຫ້ແຕ່ລະຄົນສະເໜີຮູບພາບຂອງຕົນເອງ ແລະ ອ່ານສິ່ງທີ່ຕົນເອງຂຽນ, ເວົ້າ ແລະ ອະທິບາຍ ໃຫ້ໝູ່ຟັງ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົວໂມງທີ 9-10 ການວັດ ແລະ ປະເມີນຜົນ (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ນັກຮຽນຮ້ອງເພງທີ່ເຄີຍຮຽນມາ ພ້ອມທ່າທາງປະກອບປະເມີນຄວາມຮູ້ຂອງການອ່ານຟ້ອງສຽງ ແລະ ຜັນສຽງຄູໃຫ້້ນັກຮຽນອ່ານຟ້ອງສຽງ ແລະ ຜັນສຽງຂໍ້ທີ 7 ແລະ 16 1(ດັງ ຄ້ອງ ໂສ້ງ ຕຽງ ເຄື່ອງ ເຜິ້ງ)ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (35 ນາທີ)ການວັດ ແລະ ປະເມີນຜົນ ປະເມີນການອ່ານຄໍາສັບ, ວະລີ ແລະ ປະໂຫຍກ1) ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 17 ແລະ 21 ໃນປຶ້ມແບບຮຽນ.2) ຄູບອກນັກຮຽນເອົາກ້ອນຫີນຢອງໃສ່ຄໍາສັບ ແລະ ວະລີທີ່ຕົນສາມາດອ່ານໄດ້.3) ນັກຮຽນເອົາກ້ອນຫີນຢອງໃສ່ຄໍາສັບ, ວະລີທີ່ຕົນອ່ານໄດ້ ແລະ ອ່ານອອກສຽງໄປພ້ອມ.ການແຕ່ງປະໂຫຍກ ແລະ ຂຽນ1) ຄູແນະນໍາໃຫ້ນັກຮຽນເບິ່ງຂໍ້ທີ 18 ແລະ 22 ໃນປຶ້ມແບບຮຽນ. 2) ຄູບອກນັກຮຽນເອົາກ້ອນຫີນຢອງໃສ່ປະໂຫຍກທີ່ຕົນສາມາດອ່ານໄດ້.3) ນັກຮຽນເອົາກ້ອນຫີນຢອງໃສ່ປະໂຫຍກທີ່ຕົນອ່ານໄດ້ ແລະ ອ່ານອອກສຽງໄປພ້ອມ.4) ນັກຮຽນຈັບຄູ່ກັນເລືອກເອົາຄໍາສັບ ແລະ ວະລີທີ່ໄດ້ຮຽນໃນບົດນີ້ ແຕ່ງປະໂຫຍກໃສ່ກະດານນ້ອຍ ຫຼື ປຶ້ມຂຽນ ຄູ ລະ 1-2 ປະໂຫຍກ.ການວັດ ແລະ ປະເມີນຜົນການເວ້າຂອງນັກຮຽນກ່ຽວກັບຄວາມຝັນ ົແລະ ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍໃຊ້ ເກນການປະເມີນຂໍ້ທີ 2.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຟ້ອງສຽງ ໂດຍ ໃຊ້ເກນການປະເມີນຂໍ້ທີ 6.໘໗
8822ຄູກວດ ແລະ ໃຫ້ຄໍາແນະນໍາສໍາລັບຄູ່ທີ່ຂຽນບໍ່ຖືກ.ປະເມີນຜົນການຂຽນຂຽນທວາຍ1) ຄູໃຫ້ນັກຮຽນຂຽນທວາຍ ລາວຕື່ນນອນ12) ຄູແນະນໍານັກຮຽນວ່າໃນເວລາຂຽນໝົດປະໂຫຍກໃຫ້ໃສ່ເຄື່ອງໝາຍຈໍ້າເມັດ ເພາະວ່າມັນໝົດປະໂຫຍກແລ້ວ.ສ່ວນຂັ້ນຕອນການສອນຂຽນທວາຍໃຫ້ປະຕິບັດຄືກັບບົດຜ່ານມາ.ເລື່ອງ ໄຂ່ໃຜ? (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມ ອ່ານເສີມຂັ້ນສະຫຼຸບ (5 ນາທີ)ຄູສະຫຼູບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນການຂຽນທວາຍ ໂດຍໃຊ້ເກນການປະ ເມີນຂໍ້ທີ 13 ຂ.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍໃຊ້ເກນ ການປະເມີນຂໍ້ທີ 13 ຂ.໘໘ສ ວ ສສະຫງວນລິຂະສິດ
8923ບົດທີ 23 ຕົວສະກົດ ມ ວ ຍ ແລະ ກ ດ ບເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊ່ສະຫຼະທ່ມີຕົວສະກົດ ືີມ ວ ຍ ແລະ ກ ດ ບ, ຈໍາແນກ ແລະ ບອກສຽງສະຫຼະທ່ມີຕົວສະກົດ ີມ ວ ຍ ແລະ ກ ດ ບ11 2ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງສະຫຼະທີ່ມີຕົວສະກົດ ມ ວ ຍ ແລະ ກ ດ ບ11 3ຂຽນຄໍາສັບທີ່ມີສະຫຼະທີ່ມີຕົວສະກົດ ມ ວ ຍ ແລະ ກ ດ ບ ໃຫ້ຖືກຕາມຮູບແບບ.1 4ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 5ຈໍາແນກການສະກົດຄໍາສັບທີ່ນໍາໃຊ້ສະຫຼະທີ່ມີຕົວສະກົດ ມ ວ ຍ ແລະ ກ ດ ບ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມ ຮູ້ກ່ຽວກັບຮູບ, ຕົວອັກສອນ ເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 6ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງວະລີ ແລະ ປະໂຫຍກ.1 7ນໍາໃຊ້ໂຄງສ້າງຂອງປະໂຫຍກ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາເວົ້າຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນ ແລະ ປະເມີນການຮຽນຂອງນັກຮຽນຄູສາມາດດໍາເນີນການວັດຜົນໃນໄລຍະຮຽນ ໂດຍຜ່ານ ການສັງເກດ ແລະສົນທະນາຖາມ-ຕອບ ແລະ ຄູຍັງສາມາດປະເມີນການຟັງ ແລະ ການເວົ້າ, ການອ່ານ, ການຂຽນ ແລະ ທັກສະການຮຽນນິທານຂອງນັກຮຽນ ໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ຟັງ ແລະ ເວົ້າ: ໃຊ້ເກນການປະເມີນຂໍ້ທີ 2 ຢູ່ທ້າຍຊົ່ວໂມງທີ 8.1 2ຟັງ ແລະ ເວົ້າຄໍາສັບ: ໃຊ້ເກນການປະເມີນຂໍ້ທີ 10 ໃນຊົ່ວໂມງທີ 4.1 3ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນຂໍ້ທີ 5ກ ໃນຊົ່ວໂມງທີ 9.1 4ອ່ານ: ໃຊ້ເກນການປະເມີນທີ 11 ໃນຊົ່ວໂມງທີ 5.1 5ຂຽນທວາຍ: ໃຊ້ເກນການປະເມີນຂໍ້ທີ 13ຂ ຢູ່ທ້າຍຊົ່ວໂມງທີ 9.1 6ນິທານ: ໃຊ້ເກນການປະເມີນຂໍ້ທີ 19ຂ ໃນຊົ່ວໂມງທີ 6.III. ເນື້ອໃນຕົ້ນຕໍ1. ຕົວສະກົດ ມ ວ ຍ ແລະ ກ ດ ບ1 1ຕົວສະກົດ ມ: ກຸ່ມ, ກຸ້ມ, ສາມ, ເຕັມ, ປຶ້ມງາມ, ແມງມຸມ, ຄີມ, ເຂັມ, ນ້ໍາຖ້ວນ, ກະແລັມ, ລືມ.1 2ຕົວສະກົດ ວ: ຫິວ, ສີຂາວ, ບົວ, ແມວ, ນິ້ວມື, ຫາວ, ດາວ, ໜຽວ, ທ້າວ, ແຖວ, ຍາວ, ແລ້ວ, ຄອບຄົວ. 1 3ຕົວສະກົດ ຍ: ຕຸ້ຍ, ລອຍນ້ໍາ, ຊ່ອຍ, ນາຍ, ຄວາຍ, ເມື່ອຍ, ຖ້ວຍ, ຂ້ອຍ, ຫຼາຍ, ຊ່ວຍ, ຟອຍ, ຄວາຍຝົນຝອຍ.1 4ຕົວສະກົດ ກ: ຜັກ, ໝາກໄມ້, ຈັກ, ຝຶກແອບ, ອອກ, ເຮັດວຽກ, ຊອກ, ສຸກ, ປອກ, ດອກໄມ້, ພັກຜ່ອນ.1 5ຕົວສະກົດ ດ: ເປັດ, ປັດ, ກວາດ, ມົດ, ສະອາດ, ເຮັດວຽກ, ຕັດ, ຊີມໝາກນັດ, ຢູ່ຕະຫຼາດ, ຟ້າແດດ.1 6ຕົວສະກົດ ບ ມີຄໍາ: ກົບ, ເກີບ, ກັບ, ໝາກຂຽບ, ຈັບ, ຝຶກແອບ, ຂອບ, ແບບ, ແຊບ, ດິບ, ຕອບ, ນັບ.1 7ພັັນລະນາກ່ຽວກັບອາກາດໂດຍນໍາໃຊ້ໂຄງສ້າງຂອງປະໂຫຍກ ໃນບົດເລື່ອງໃນປຶ້ມແບບຮຽນ.1 8ນິທານ.໘໙
9023໙IV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆທີ່ມີບົດເລື່ອງ ແລະ ຮູບ ພາບຕ່າງໆ.1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ ແລະ ປຶ້ມອ່ານເສີມ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ນັກຮຽນຮ້ອງເພງທີ່ໄດ້ຮຽນຜ່ານມາ ໂດຍໃຊ້ທ່າທາງປະກອບ.2) ຄູຖາມວ່າອາທິດທີ່ຜ່ານມາໄດ້ຮຽນກ່ຽວກັບຫຍັງແດ່?3) ນັກຮຽນຕອບຕາມຄວາມເຂົ້າໃຈ.4) ຄູແນະນໍານັກຮຽນຫຼິ້ນເກມຄໍາໃໝ່ຈາກອາທິດທີ 18.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຄໍາ ສັບທີ່ມີສຽງສະຫຼະທີ່ມີຕົວສະກົດ ມ ວ ຍການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ຄໍາສັບ: ກຸ່ມ, ສາມ, ຫິວ, ສີຂາວ, ຕຸ້ຍ, ລອຍນ້ໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນຟ້ອງສຽງສະຫຼະທີ່ມີຕົວສະກົດ ມ ວ ຍ ໄດ້ຢ່າງຖືກຕ້ອງ. 2ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ມ ວ ຍຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 11 ບົດທີ 19.1) ນັກຮຽນ ອ່ານ ແລະ ເວົ້າຄໍາສັບ (ຕາມຄູ). 2) ຄູອະທິບາຍ: xົວ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xວ ເຊັ່ນ: ບ່ວງ. ເxະ ເມື່ອມີຕົວສະກົດຈະປ່ຽນຮູບເປັນ ເxັ ເຊັ່ນ: ເຕະ ເxຍ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xຽ ເຊັ່ນ: ໜຽວ xໍ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xອ ເຊັ່ນ: ຊ່ອຍ 3ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ມ ວ ຍຂັ້ນຕອນການສອນໃຫ້ ປະຕິບັດຄືກັນກັບຂໍ້ທີ 12 ບົດທີ 19.1) ຄູແນະນໍາທຸກສຽງ (ສະຫຼະທີ່ມີຕົວສະກົດ) ໃໝ່ດ້ວຍການອ່ານກັບນັກຮຽນ.2) ຄູອະທິບາຍ ການປະກອບສ້າງ ສັນຍະລັກຂອງສະຫຼະທີ່ມີແມ່ສະກົດ ແລະ ສະແດງໃຫ້ເຫັນການປ່ຽນຮູບຂອງ ສັນຍະລັກດັ່ງກ່າວ.3) ຄູອະທິບາຍວິທີການປ່ຽນຮູບສັນຍະລັກຂອງສະຫຼະ ທີ່ມີຕົວສະກົດຢູ່ນໍາແມ່ນແມ່ນປ່ຽນໄປແບບດຽວກັນບໍ່ວ່າ ຈະແມ່ນສຽງຕົວອັກສອນໃດກໍ່ຕາມ. 4) ຄູໃຫ້ນັກຮຽນບອກຄໍາສັບທີ່ມີສຽງຂອງສະຫຼະດັ່ງກ່າວ. ຄູຂຽນຄໍາສັບທີ່ນັກຮຽນບອກໃສ່ກະດານ ແລະ ໃຫ້ນັກ ຮຽນສຶກສາ, ສັງເກດຮູບຮ່າງສັນຍະລັກຂອງສະຫຼະເຄົ້າ ແລະ ສະຫຼະດັ່ງກ່າວທີ່ມີຕົວສະກົດຢູ່ນໍາ.໙໐ສ ວ ສສະຫງວນລິຂະສິດ
91234ຈັບຄູ່ຮູບພ າບໃສ່ກັບສະຫຼະທີ່ມີຕົວສະກົດ ມ ວ ຍຂັ້ນຕອນການສອນໃຫ້ ປະຕິບັດຄືກັນກັບຂໍ້ທີ 13 ບົດທີ 19.ຈັບຄູ່ແຕ່ລະສຽງໃສ່ກັບຮູບພາບ: ໜຽວ, ຂາຍ, ສາຍ, ນ້ອຍ, ນ້ໍາຖ້ວມ, ເຂັມ, ຍາວ, ແຖວ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ເກມຄາດເດົາການສະກົດຄໍາສັບ1) ນັກຮຽນເປັນກຸ່ມຄາດເດົາການສະກົດແຕ່ລະຄໍາສັບ ແລະ ຂຽນຄໍາສັບເຫຼົ່ານັ້ນ.2) ແຕ່ລະກຸ່ມປ່ຽນຜຽນກັນອອກໄປຂຽນສິ່ງທີ່ເຂົາເຈົ້າໄດ້ຂຽນໃສ່ກະດານນັກຮຽນຜູ້ອື່ນກວດ. 5ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.1) ຂຽນສະຫຼະປະສົມກັບແມ່ສະກົດ xມ, xວ ແລະ xຍ ຢ່າງສະອາດ ແລະ ຮຽບຮ້ອຍ. ຈາກນັ້ນ, ອ່ານ.2) ແຕ້ມຮູບສໍາລັບຄໍາສັບເຫຼົ່ານີ້.ທວນຄືນ (10 ນາທີ)6ຟັງ ແລະ ເວົ້າຄໍາສັບ ແລ້ວຈັບຄູ່ສະຫຼະທີ່ມີຕົວສະກົດ ມ ວ ຍ ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 15 ບົດທີ 19.ສໍາລັບແຕ່ລະຮູບ ພາບ,ໃຫ້ເວົ້າຄໍາສັບ, ວາງກ້ອນຫີນໃສ່ຮູບພາບ ແລະ ວາງອີກກ້ອນໜຶ່ງໃສ່ເທິງສະຫຼະປະສົມທີ່ຈັບຄູ່ກັບຮູບພາບນັ້ນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)7ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ.1) ສອນການປະສົມຕົວອັກສອນເພື່ອປະກອບເປັນສະຫຼະປະສົມ. ຈາກນັ້ນ, ປະສົມສະຫຼະປະສົມກັບພະຍັນຊະ ນະ ແລະ ວັນນະຍຸດ ເພື່ອປະກອບໃຫ້ເປັນ: “ດາວ”, “ປຶ້ມ”, ແລະ “ຖ້ວຍ”. ສອນການແຍກຄໍາສັບອອກ ເພື່ອ ໃຫ້ເປັນສຽງ (ຄູໃຊ້ບັດຕົວອັກສອນຂະໜາດໃຫຍ່).2) ຄູເວົ້າຄໍາສັບ ແລະ ເອີ້ນນັກຮຽນອອກໄປກະດານ ເພື່ອປະກອບຄໍາດ້ວຍການໃຊ້ບັດຕົວອັກສອນ ເພື່ອປ່ຽນແທນຕົວອັກສອນພຽງຕົວໜຶ່ງເທົ່ານັ້ນ.ຕົວຢ່າງ: ອາວ, ທ້າວ, ກາວ, ຫາວ, ຂາວ, ລາວ, ໜາວ, ຍາວ, ຊາວ, ດ້ວຍ, ກ້ວຍ, ຫ້ວຍ.3) ຄູເວົ້າຄໍາສັບທີ່ລົງທ້າຍດ້ວຍສຽງຂອງສະຫຼະປະສົມດັ່ງກ່າວ ທີ່ໄດ້ຮຽນມາໃນບົດຕ່າງໆ ແລະ ເອີ້ນນັກຮຽນ ອອກໄປປະກອບເປັນຄໍາສັບດ້ວຍການໃຊ້ບັດຕົວອັກສອນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)ເກມປະກອບຄໍາສັບ4) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ແລະ ຢາຍຊຸດຕົວອັກສອນຊຶ່ງປະກອບມີ: ທຸກຕົວພະຍັນ ຊະນະ, ສະຫຼະ ແລະ ວັນນະຍຸດ ທີ່ເຂົາເຈົ້າໄດ້ຮຽນມາແລ້ວ.5) ຄູເວົ້າຄໍາສັບຈໍານວນໜຶ່ງ.6) ນັກຮຽນໃຊ້ບັດຕົວອັກສອນທີ່ເຂົາເຈົ້າໄດ້ປະກອບ ເປັນຄໍາສັບຕາມຄູເວົ້າ (ໃນນັ້ນຮວມເອົາຄໍາສັບໃໝ່ທີ່ຮຽນໃນມື້ນີ້).໙໑
9223໙ກິດຈະກໍາເສີມການຂຽນ8ອ່ານ, ເລືອກຂຽນ 3 ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 8 ຢູ່ໃນພາກແນະນໍາ.1) ນັກຮຽນອ່ານດ້ວຍຕົນເອງນັກຮຽນໝົດຫ້ອງອ່ານພ້ອມກັນ.2) ນັກຮຽນເລືອກເອົາ 3 ຄໍາສັບ ແລະ ແຕ້ມຮູບ ເພື່ອອະທິບາຍຄໍາສັບດັ່ງກ່າວດ້ວຍຕົນເອງ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ຊົ່ວໂມງທີ 3-4 (90 ນາທີ)ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູພານັກຮຽນຮ້ອງເພງທີ່ຮູ້ຈັກ ພ້ອມທ່າທາງປະກອບ ຫຼື ໃຫ້ນັກຮຽນເລືອກເພງເອງ.2) ຄູໃຫ້ນັກຮຽນບອກວ່າ ມື້ວານເຂົາເຈົ້າໄດ້ຮຽນກ່ຽວກັບຫຍັງ?3) ຄູພານັກຮຽນທວນຄືນຂໍ້ທີ່ 4 ໃນປຶ້ມແບບຮຽນ. 9ຈັບຄູ່ຕົວອັກສອນໃສ່ກັບຮູບພາບການສອນໃຫ້ນໍາໃຊ້ ເຕັກ ນິກການສອນທີ 9 ຢູ່ໃນພາກແນະນໍາ.ຄໍາສັບ: ແມວ, ຫິວ, ແມວ, ກຸ່ມ, ຕຸ້ຍ, ເມື່ອຍ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)10ຟັງ ແລະ ເວົ້າຄໍາສັບທີ່ມີສຽງສະຫຼະທີ່ມີຕົວສະກົດ ກ ດ ບການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ໃຊ້ຄໍາສັບ: ຜັກ, ໝາກໄມ້, ເປັດ, ກວາດ, ກົບ, ເກີບພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ໃຫ້ນັກຮຽນເວົ້າສະຫຼະທີ່ມີສຽງຕົວສະກົດ ມ ວ ຍ ໄດ້ຢ່າງຖືກ ຕ້ອງ, ມັນຕ່າງສະຫຼະສຽງອື່ນທີ່ໄດ້ຮຽນຜ່ານມາ.11ເວົ້າຄໍາສັບ ແລ້ວບອກສະຫຼະທີ່ປ່ຽນຮູບເມື່ອມີຕົວສະກົດ ກ ດ ບຂັ້ນຕອນການສອນໃຫ້ ປະຕິບັດຄືກັນກັບຂໍ້ທີ 11 ບົດທີ 19.1) ນັກຮຽນອ່ານ ແລະ ເວົ້າຄໍາສັບ: ກະບະ, ກັບ, ເຕະ, ເປັດ, ໂxະ, xົກ, ຊໍ, xອກ.2) ຄູອະທິບາຍວ່າ: xະ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xັ ເຊັ່ນ: ກັບເxະ ເມື່ອມີຕົວສະກົດຈະປ່ຽນຮູບເປັນ ເxັ ເຊັ່ນ: ເປັດໂxະ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xົ ເຊັ່ນ: ນົກ xໍ ເມື່ອມີຕົວສະກົດຈະປ່ຽນຮູບເປັນ xອ ເຊັ່ນ: ຮອກ12ອ່ານຟ້ອງສຽງສະຫຼະທີ່ມີຕົວສະກົດ ກ ດ ບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 12 ບົດທີ 19.13ອອກສຽງສະຫຼະທີ່ມີຕົວສະກົດ ກ ດ ບ ແລ້ວຈັບຄູ່ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 13 ບົດທີ 19.ຈັບຄູ່ແຕ່ລະສຽງໃສ່ກັບຮູບ ພາບ: ໝາກເຜັດ, ຫົກ, ກັບ, ປາກ, ເຫັດ, ໝາກຂຽບ, ນົກຈອກ, ກະຮອກ, ໜວດ໙໒ສ ວ ສສະຫງວນລິຂະສິດ
9323ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)ຫຼິ້ນເກມການນໍາໃຊ້1) ນັກຮຽນເປັນກຸ່ມຄາດເດົາການສະກົດຂອງແຕ່ລະຄໍາສັບ ແລະ ຂຽນຄໍາສັບນັ້ນໆ.2) ນັກຮຽນແຕ່ລະກຸ່ມປ່ຽນຜຽນກັນອອກໄປຂຽນ ການສະກົດຄໍາສັບທີ່ເຂົາເຈົ້າໄດ້ຄາດເດົາໄວ້.3) ນັກຮຽນຜູ້ອື່ນກວດວ່າຖືກ ຫຼື ບໍ່.ທັກສະການຂຽນ14ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 5 ຊົ່ວໂມງທີ 1-2.ທວນຄືນ (10 ນາທີ)15ຟັງ ແລະ ເວົ້າຄໍາສັບ ແລ້ວຈັບຄູ່ສະຫຼະທີ່ມີສຽງຕົວສະກົດ ກ ດ ບ ໃສ່ກັບຮູບພາບຂັ້ນຕອນການສອນໃຫ້ປະຕິບັດຄືກັນກັບຂໍ້ທີ 15 ບົດທີ 19.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)16ອ່ານຟ້ອງສຽງຄໍາສັບ1) ການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 7 ຢູ່ໃນພາກແນະນໍາ. 2) ສອນການປະສົມຕົວອັກສອນເພື່ອປະກອບເປັນສະຫຼະປະສົມ. ຈາກນັ້ນ, ປະສົມສະຫຼະປະສົມກັບພະຍັນຊະ ນະ ເພື່ອປະກອບໃຫ້ເປັນ: “ຕັດ”, “ອອກໄປ”, ແລະ “ແບບ”, ສອນການແຍກຄໍາສັບອອກເພື່ອໃຫ້ເປັນສຽງ (ຄູ ໃຊ້ບັດຕົວອັກສອນຂະໜາດໃຫຍ່).3) ຄູເວົ້າຄໍາສັບ ແລະ ເອີ້ນນັກຮຽນອອກໄປກະດານເພື່ອປະກອບຄໍາສັບດ້ວຍການໃຊ້ບັດຕົວອັກສອນ ເພື່ອປ່ຽນຕົວອັກສອນພຽງຕົວໜຶ່ງໃສ່ເທົ່ານັ້ນ.ຕົວຢ່າງ: ສັດ, ຝຶກຫັດ, ລົດພັດ, ວັດດອກໄມ້, ບອກ, ນອກ, ຊອກ, ແອບ, ແກບ, ແຫບ, ແຄບ, ແນບ, ແຊບ, ແຖບ.4) ຄູເວົ້າຄໍາສັບທີ່ລົງທ້າຍດ້ວຍສຽງຂອງສະຫຼະປະສົມດັ່ງກ່າວ ທີ່ໄດ້ຮຽນມາໃນບົດຕ່າງໆ ແລະ ເອີ້ນນັກຮຽນ ອອກໄປປະກອບເປັນຄໍາ ສັບດ້ວຍການໃຊ້ບັດຕົວອັກສອນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)1) ຄູຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ແລະ ຢາຍຊຸດຂອງຕົວອັກສອນ ຊຶ່ງປະກອບມີຕົວອັກສອນທຸກຕົວທີ່ເຂົາເຈົ້າໄດ້ຮຽນມາ.2) ຄູເວົ້າຄໍາສັບຈໍານວນໜຶ່ງ, ນັກຮຽນປະກອບເປັນຄໍາດ້ວຍບັດຕົວອັກສອນ (ໃນນັ້ນຮວມເອົາຄໍາໃໝ່ທີ່ຮຽນໃນ ອາທິດນີ້).ກິດຈະກໍາເສີມຄູໃຊ້ບັດຄໍາ (ຮວມເອົາຄໍາສັບທີ່ນັກຮຽນຄຸ້ນ) ເພື່ອຫຼິ້ນເກມການອ່ານ (ຕົວຢ່າງເກມແຂ່ງຂັນກັນຈັບເອົາບັດຄໍາ, ຄໍາສັບໃດທີ່ໄດ້ເອົາອອກ?, ທວາຍຄໍາສັບ, ບິງໂກ ແລະ ອື່ນໆ).ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.໙໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156