Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore ພາສາລາວ ປ.1 ເຫຼັ້ມ 2 (LaoG1 Tg2)

ພາສາລາວ ປ.1 ເຫຼັ້ມ 2 (LaoG1 Tg2)

Published by ltmd7471, 2020-09-22 23:10:57

Description: Lao Language grade1 TG2

Search

Read the Text Version

14429໑໔ທວນຄືນການປະກອບຄໍາສັບ (10 ນາທີ)1) ຄູເອົາຊຸດບັດພະຍັນຊະນະ ແລະ ສະຫຼະ (ໃນນັ້ນໃຫ້ມີສະຫຼະໃນແມ່ສະກົດນໍາ) ໃຫ້ແຕ່ລະກຸ່ມ.2) ຄູເວົ້າຄໍາສັບທີ່ເຂົາເຈົ້າຮຽນ ແລະ ແຕ່ລະກຸ່ມປະກອບຄໍາສັບດັ່ງກ່າວດ້ວຍບັດຕົວອັກສອນ.3) ຄູກວດ ແລະ ເວົ້າຄໍາສັບອື່ນຕໍ່ໄປ.(ຄູສາມາດໃຊ້ກິດຈະກໍານີ້ສໍາລັບກວດກາຄວາມສາມາດໃນການອ່ານ ຂອງນັກຮຽນ. ຄູອາດຈະຕ້ອງໄດ້ຊຸກຍູ້ໃຫ້ສະມາຊິກໃນກຸ່ມປ່ຽນຜຽນກັນປະກອບແຕ່ລະຄໍາສັບ. ດັ່ງນັ້ນ, ຄູສາມາດເຫັນໄດ້ງ່າຍວ່າ ນັກຮຽນຜູ້ໃດສາມາດປະຕິບັດກິດຈະກໍາໄດ້ ແລະ ຜູ້ໃດຍັງມີບັນຫາຢູ່).ທວນຄືນການແຍກສຽງ (10 ນາທີ) 5ອ່ານຕົວຢ່າງ ແລ້ວແຍກສຽງຄໍາສັບ1) ຄູໃຫ້ນັກຮຽນອະທິບາຍສິ່ງທີ່ສະແດງໄວ້ຢູ່ໃນຕົວຢ່າງ.2) ນັກຮຽນແຍກຄໍາສັບອື່ນອອກເປັນສຽງນັກຮຽນໄດ້ຮັບອະນຸຍາດໃຫ້ໃຊ້ຕາຕະລາງຕົວອັກສອນຢູ່ທາງຫຼັງຂອງ ປຶ້ມແບບຮຽນ ເພື່ອຊ່ວຍເຂົາເຈົ້າຂຽນສະຫຼະຕົວທີ່ງ່າຍ.3) ນັກຮຽນອ່ານຄໍາສັບຢູ່ໃນກິດຈະກໍາ.(ຄູສາມາດໃຊ້ກິດຈະກໍານີ້ ເປັນການກວດກາຄວາມຮັບຮູ້ກ່ຽວກັບໂຄງສ້າງຂອງຄໍາກິລິຍາປະສົມ).ທວນຄືນການປະກອບຄໍາສັບ (15 ນາທີ)6ອ່ານຕົວຢ່າງ ແລ້ວປະກອບສຽງເປັນຄໍາສັບ1) ຄູໃຫ້ນັກຮຽນອະທິບາຍສິ່ງທີ່ສະແດງໄວ້ຢູ່ໃນຕົວຢ່າງ.2) ນັກຮຽນປະສົມຊຸດຂອງສຽງອື່ນ ເພື່ອປະກອບເປັນຄໍາສັບນັກຮຽນໄດ້ຮັບອະນຸຍາດໃຫ້ໃຊ້ຕາຕະລາງຕົວອັກ ສອນ ຢູ່ທາງຫຼັງຂອງປຶ້ມແບບຮຽນ ເພື່ອຊ່ວຍເຂົາເຈົ້າຂຽນໂຄງສ້າງຂອງສະຫຼະປະສົມ.3) ນັກຮຽນອ່ານຄໍາສັບທີ່ປະກອບໃນກິດຈະກໍາດັ່ງກ່າວ, ຄູສາມາດໃຊ້ກິດຈະກໍານີ້ ເປັນການກວດກາຄວາມຮັບ ຮູ້ຂອງໂຄງສ້າງການປະສົມຄໍາກິລິຍາ).ທວນຄືນການເວົ້າ (10 ນາທີ)1) ຄູແນະນໍານັກຮຽນເບິ່ງຂໍ້ທີ 5 ບົດທີ 25 ໃນປຶ້ມແບບຮຽນ ແລະ ເລົ່າບົດເລື່ອງຄືນວ່າແມ່ນກ່ຽວກັບຫຍັງ ແລະ ແຕ່ລະຮູບພາບແມ່ນເວົ້າກ່ຽວກັບຫຍັງ.2) ນັກຮຽນປ່ຽນຜຽນກັນເລົ່າຂັ້ນຕອນຂອງພາກ/ຕອນຂອງເລື່ອງ ຕົວຢ່າງ ອຸປະກອນແບບໃດທີ່ຕ້ອງການ, ຂັ້ນ ຕອນທີ 1 ແມ່ນຫຍັງ, ຂັ້ນຕອນທີ 2, ທີ 3 ແລະ ອື່ນໆ ຄູຖາມຄໍາຖາມເຈາະຈີ້ມເພື່ອໃຫ້ໄດ້ຂໍ້ມູນລະອຽດກ່ວາເກົ່າ.3) ຈາກນັ້ນຄູໃຫ້ນັກຮຽນເບິ່ງຂໍ້ທີ 6 ບົດທີ 25 ແລະ ໃຫ້ປະຕິບັດແບບດຽວກັນ ກ່ອນອື່ນໝົດໃຫ້ບອກວ່າຮູບນັ້ນແມ່ນກ່ຽວກັບຫຍັງ. ຈາກນັ້ນ, ລຽງປະໂຫຍກໃຫ້ຖືກຕ້ອງ ແລະ ໃຫ້ບອກກ່ຽວກັບຂັ້ນຕອນຂອງການອານໍ້າ.ທວນຄືນການເວົ້າ (10 ນາທີ)1) ຄູແນະນໍານັກຮຽນສົນທະນາກ່ຽວກັບຂັ້ນຕອນຂອງການຊັກເຄື່ອງຂອງເຂົາເຈົ້າມີຄືແນວໃດ.2) ນັກຮຽນເປັນກຸ່ມສົນທະນາ, ແຕ່ລະກຸ່ມປ່ຽນຜຽນກັນບອກຂັ້ນຕອນ. ຫຼັງຈາກນັ້ນ, ແຕ່ລະກຸ່ມບອກສິ່ງຂອງ (ອຸປະກອນທີ່ຕ້ອງການ, ຂັ້ນຕອນ 1, 2, 3, ແລະ ຕໍ່ໆໄປ) ກຸ່ມອື່ນສາມາດຕື່ມເຫດຜົນໃສ່ອີກ ຫຼື ໃຫ້ເຫດຜົນທີ່ ຕ່າງຈາກກຸ່ມຂອງເຂົາເຈົ້າ (ຄູສັງເກດນັກຮຽນຜູ້ ໃດທີ່ຍັງມີບັນຫາໃນການປະກອບສ່ວນ ແລະ ເພື່ອວາງແຜນ ວ່າຄວນຈະຊ່ວຍຫຍັງໃຫ້ເຂົາເຈົ້າ).ການວັດ ແລະ ປະເມີນຜົນຄູປະເມນການອານຄາສບ ີ່ໍັໂດຍໃຊ້ເກນການປະເມີນ ຂໍ້ທີ 7ຂ.ການວັດ ແລະ ປະເມີນຜົນຄູປະເມີນການການຟັງ ແລະ ການເວົ້າ ໂດຍໃຊ້ເກນການປະ ເມີນຂໍ້ທີ 4ກ.໑໔໔ສ ວ ສສະຫງວນລິຂະສິດ

14529ທວນຄືນການປະກອບຄໍາສັບ (10 ນາທີ)1) ຄູເອົາຊຸດພະຍັນຊະນະ ແລະ ສະຫຼະໃຫ້ແຕ່ລະກຸ່ມ (ໃນນັ້ນໃຫ້ມີສະຫຼະໃນແມ່ສະກົດນໍາ).2) ແຕ່ລະກຸ່ມແຂ່ງຂັນກັນຂຽນຄໍາສັບຫຼາຍຄໍາເທົ່າທີ່ເຂົາເຈົ້າສາມາດປະກອບໄດ້ຈາກຕົວອັກສອນ (ເມື່ອເຂົາເຈົ້າ ຂຽນຄໍາສັບແລ້ວ ຕົວອັກສອນເຫຼົ່ານັ້ນສາມາດໃຊ້ປະກອບຄໍາສັບອື່ນອີກ).3) ຫຼັງຈາກ 3-5 ນາທີ ຄູເວົ້າວ່າຢຸດ, ແລະ ນັກຮຽນແຕ່ລະກຸ່ມນັບຄໍາສັບທີ່ເຂົາເຈົ້າຂຽນໄວ້ກຸ່ມທີ່ມີຄໍາສັບຫຼາຍກວ່າໝູ່ໝົດເປັນຜູ້ອ່ານຄໍາສັບທີ່ເຂົາເຈົ້າຂຽນໄວ້ເພື່ອໃຫ້ກຸ່ມກວດ.ຊົ່ວໂມງທີ 5-6 (90 ນາທີ)ທວນຄືນ (10 ນາທີ)1) ນັກຮຽນຮ້ອງເພງ/ເວົ້າຄໍາຄ່ອງ ພ້ອມດ້ວຍທ່າທາງປະກອບ 2) ຄູນໍາພາຄືນ ພະຍັນຊະນະ, ສະຫຼະ ແລະ ຄໍາສັບທີ່ນັກຮຽນຍັງມີຄວາມຫຍຸ້ງຍາກຈາກບົດທີ່ໄດ້ຮຽນໃນ ວັນຈັນ ແລະ ວັນອັງຄານຜ່ານມາ.ທວນຄືນການແຕ່ງປະໂຫຍກ (15 ນາທີ)7ແຕ່ງປະໂຫຍກຕາມຮູບພາບການສອນໃຫ້ປະຕິບັດຄືກັນກັບເຕັກ ນິກ ການສອນທີ 13ຂ ຢູ່ໃນພາກແນະນໍາ.ທວນຄືນການອ່ານຄໍາສັບ (10 ນາທີ)8ອ່ານ ຄໍາ ສັບ1) ຄຳ ສັບທີ່ຢູ່ຂໍ້ທີ 8 ແມ່ນ ຄຳ ສັບທີ່ງ່າຍດາຍ ແລະ ໄດ້ໃຊ້ຫຼາຍ ໂດຍທົ່ວໄປ ຊຶ່ງນັກຮຽນຄວນຮູ້ດີ.2) ນັກຮຽນຝຶກຫັດອ່ານຄໍາເຫຼົ່ານີ້ດ້ວຍຕົນເອງ ໃນຂະນະທີ່ນັກຮຽນ ອ່ານ ຄູຍ່າງໄປມາອ້ອມຫ້ອງຮຽນ ເພື່ອໃຫ້ນັກຮຽນອ່ານເທື່ອລະ ຄົນໃຫ້ຟັງ (ຄູສັງເກດວ່າ ນັກຮຽນຜູ້ໃດຍັງມີຄວາມຫຍຸ້ງຍາກ ແລະ ວາງແຜນເພື່ອຕິດຕາມ ແລະ ຊຸກຍູ້ເຂົາເຈົ້າ).ທວນຄືນຄໍາສັບ (10 ນາທີ)1) ນັກຮຽນແຕ່ລະກຸ່ມມີກັບກ້ອນຫີນນ້ອຍ.2) ຄູໃຊ້ບັດມີບັດຄໍາທຸກຄໍາໃນຂໍ້ທີ 5 ແລະ 6 ປົນບັດ ແລ້ວເອົາໃສ່ກັບໄວ້.3) ຄູແນະນໍານັກຮຽນຂີດຕາຕະລາງ 4 ຫ້ອງ ເພື່ອຫຼິ້ນບິງໂກ. ຈາກນັ້ນ, ໃຫ້ເລືອກເອົາຄໍາສັບຈາກກິດຈະກໍາ 5 ແລະ 6 ເພື່ອຂຽນໃສ່ໃນຕາຕະລາງດັ່ງກ່າວນັກຮຽນຫຼິ້ນເກມບິງໂກ: ຄູຈົກເອົາບັດອອກ ແລະ ໃຫ້ນັກຮຽນເອົາກ້ອນຫີນຢອງໃສ່ ຄຳ ສັບນັ້ນຖ້າເຂົາເຈົ້າມີຢູ່ໃນຕາຕະລາງ.ໃຫ້ນັກຮຽນເອົາກ້ອນຫີນຢອງໃສ່ ຄຳ ສັບນັ້ນຖ້າເຂົາເຈົ້າມີຢູ່ໃນຕາຕະລາງ.ພາກ 1 ທວນຄືນເລື່ອງໃດໜຶ່ງທີ່ຮຽນຜ່ານມາ (40 ນາທີ)ການສອນໃຫ້ປະຕິບັດຄືກັນກັບເຕັກ ນິກ ການສອນທີ 16 ພາກທີ 1 ຢູ່ໃນພາກແນະນໍາ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍໃຊ້ເກນການປະເມີນຂໍ້ທີ 7ຂ.໑໔໕

14629໑໔ຊົ່ວໂມງທີ 7-8 (90 ນາທີ)ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)1) ນັກຮຽນຮ້ອງເພງ ຫຼື ເວົ້າຄໍາຄ່ອງພ້ອມດ້ວຍທ່າທາງປະກອບ.2) ຄູປະເມີນຄວາມຮັບຮູ້ກ່ຽວກັບການຜັນສຽງຂອງສຽງ, ຕົວອັກສອນ ແລະ ຄຳ ສັບຕ່າງໆ.ທວນຄືນການວັດ ແລະ ປະເມີນຜົນ (15 ນາທີ)ການຜັນສຽງ1) ຄູນໍາພານັກຮຽນປະເມີນຄວາມຮັບຮູ້ກ່ຽວກັບການຜັນສຽງຕົວອັກສອນ ແລະ ຄຳ ສັບຂອງສຽງຕ່າງໆ, ຈາກບົດ ຮຽນທີ່ຜ່ານມາ.ໝາຍເຫດ: ຄູສາມາດເລືອກ ຄຳ ສັບຢູ່ຂໍ້ໃດກໍໄດ້ຈາກບົດຮຽນຜ່ານມາເພື່ອມາຜັນສຽງ.ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)ຫຼິ້ນເກມອ່ານ ຄໍາ ສັບ1) ຄູຈັດຕັ້ງການຫຼິ້ນເກມ ຄຳ ສັບດ້ວຍການໃຊ້ບັດຄໍາທີ່ເລືອກຈາກບົດຮຽນທຸກບົດໃນສົກຮຽນ.2) ຄູໃຊ້ກິດຈະກໍາເພື່ອປະເມີນວ່າ ນັກຮຽນສາມາດອ່ານ ຄຳ ສັບໄດ້ ຫຼື ບໍ ສ່ວນເກມອ່ານ ຄຳ ສັບ ແລະ ຄຳ ສັບ ຄູສາມາດຫຼິ້ນເກມໃດກໍໄດ້ທີ່ເຄີຍຫຼິ້ນໃນທຸກບົດຮຽນຜ່ານມາ ໝາຍເຫດ: ນັກຮຽນອາດຈະຮູ້ ຄຳ ສັບທີ່ເອົາໃຫ້ຢູ່ໃນບົດຮຽນຂອງເຂາເຈາ.ົົ ້ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ) ການຂຽນຂຽນທວາຍ: ຄູເວົ້າ 1-3 ຄໍາ ຫຼື ປະໂຫຍກສັ້ນໆ ຈາກບົດຮຽນຕ່າງໆ. ນັກຮຽນຂຽນ ຄຳ ສັບດັ່ງກ່າວຢ່າງສະອາດ ແລະ ຮຽບຮ້ອຍຕົວຢ່າງ: ຂໍ້ຄວາມຂຽນທວາຍ “ຂ້ອຍເຫັນກວາງຍ່າງໄວຄູອາດເລືອກເອົາ ຄຳ ສັບ, ວະລີ, ປະໂຫຍກ ຫຼື ຂໍ້ຄວາມອື່ນ ເພື່ອມາຂຽນທວາຍ”. (ຄູປະເມີນການຂຽນທວາຍສະອາດ, ຖືກຕ້ອງ)ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)1) ປະເມີນຄວາມສາມາດໃນການອ່ານບົດອ່ານຕ່າງໆໃນປຶ້ມແບບຮຽນ ແລະ ການຕອບຄໍາຖາມກ່ຽວກກັບຄວາມ ເຂົ້າໃຈຂອງບົດເຫຼົ່ານັ້ນ ຄູອາດແນະນໍາໃຫ້ນັກຮຽນກັບໄປອ່ານ ແລະ ຕອບຄໍາຖາມຢູ່ບົດທີ 23 ຂໍ້ທີ 19 ຫຼື ບົດອື່ນກໍໄດ້.ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)1) ໃຫ້ປະຕິບັດຄືກັນກັບຂ້າງເທິງໝາຍເຫດ: ນັກຮຽນອາດຈະສາມາດອ່ານບົດອ່ານທີ່ຢູ່ໃນປຶ້ມແບບຮຽນເກືອບໝົດທຸກບົດໄດ້ຢ່າງຄ່ອງແຄ້ວ ບົດອ່ານຈາກບົດ 23-28 ແມ່ນບົດທີ່ມີຄວາມທ້າທາຍສໍາລັບນັກຮຽນ ເພາະວ່າບົດດັ່ງກ່າວໄດ້ແນະນໍາສະຫຼະທີ່ມີຕົວສະກົດແຕ່ເຂົາເຈົ້າຍັງບໍ່ໄດ້ຮຽນຢ່າງລະອຽດເທື່ອ.ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)1) ຄູຂຽນ 2-3 ປະໂຫຍກຢູ່ຂໍ້ທີ 4 ບົດທີ 29 ທີ່ມີວ່າງໃຫ້ຕື່ມໃສ່ກະດານ.2) ນັກຮຽນອອກໄປຕື່ມໃສ່ບ່ອນວ່າງ ແລ້ວອ່ານດັງໆ ຖ້າບໍ່ຖືກໃຫນັກຮຽນຄົນອື່ນມາແປງ ຄູຊ່ວຍເຫຼືອຈົນຖືກຕ້ອງ.3) ນັກຮຽນໝົດຫ້ອງອ່ານອອກສຽງພ້ອມກັນ, ເປັນແຖວ, ໂຕະ, ເປັນຄູ ຫຼື ບຸກຄົນ 2-3 ຄັ້ງ.ການວັດ ແລະ ປະເມີນຜົນຄູປະເມນການອານຄາສບ ີ່ໍັໂດຍໃຊ້ເກນການປະເມີນຂ້ທີ ໍ7ຂ.໑໔໖ສ ວ ສສະຫງວນລິຂະສິດ

14729(ຄູໃຊ້ກິດຈະກໍານີ້ ເພື່ອປະເມີນທັກສະການອ່ານ ແລະ ການສະກົດ ຄຳ ສັບ).ທວນຄືນການວັດ ແລະ ປະເມີນຜົນ (15 ນາທີ)ຂຽນທວາຍ:ຄູເວົ້າ 1-3 ປະໂຫຍກສັ້ນໆ ຈາກບົດຮຽນ. ນັກຮຽນຂຽນດ້ວຍຄວາມລະອຽດ, ສະອາດ ແລະ ຄືກຕ້ອງ.ຊົ່ວໂມງທີ 9-10 (90 ນາທີ)ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)1) ນັກຮຽນຮ້ອງເພງ ຫຼື ເວົ້າຄໍາຄ່ອງ ພ້ອມດ້ວຍທ່າທາງປະກອບ.2) ປະເມີນຄວາມຮັບຮູ້ ແລະ ການຜັນສຽງຂອງສຽງ, ຕົວອັກສອນ ແລະ ຄຳ ສັບຕ່າງໆຈາກບົດຮຽນຜ່ານມາ ໂດຍເລືອກເອົາຂໍ້ໃດກ່ໄດ້ທີ່ເຫັນວ່າເໜາະສົມ.ທວນຄືນການວັດ ແລະ ປະເມີນຜົນ (15 ນາທີ)1) ຄູຂຽນ 2-3 ປະໂຫຍກ ທີ່ມີວ່າງໃຫ້ຕື່ມໃສ່ກະດານຈາກ ປຶ້ມແບບຮຽນຂໍ້ທີ 22 ບົດທີ 22.2) ນັກຮຽນເບິ່ງຂໍ້ທີ 22 ບົດທີ 22 ແລ້ວອອກໄປຕື່ມໃສ່ບ່ອນວ່າງ ແລະອ່ານດັງໆ ຖ້າບໍ່ຖືກໃຫນັກຮຽນຄົນອື່ນ ມາແປງຄູຊ່ວຍເຫຼືອຈົນຖືກຕ້ອງ.3) ນັກຮຽນໝົດຫ້ອງອ່ານອອກສຽງພ້ອມກັນ, ເປັນແຖວ, ໂຕະ, ເປັນຄູ ຫຼື ບຸກຄົນ 2-3 ຄັ້ງ. (ຄູໃຊ້ກິດຈະກໍານີ້ເພື່ອປະເມີນທັກສະການອ່ານ ແລະ ການສະກົດ ຄຳ ສັບ).ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)ຄູໃຫ້ນັກຮຽນນໍາໃຊ້ ຄຳ ສັບທີ່ເອົາໃຫ້ຢູ່ຂໍ້ທີ 8 ແລະ ແຕ່ງປະໂຫຍກດ້ວຍຄຳ ສັບດັ່ງກ່າວ ໃຫ້ນັກຮຽນພະຍາຍາມໃຊ້ 2, 3 ຫຼື 4 ຄຳ ສັບຢູ່ໃນແຕ່ລະປະໂຫຍກ.ຄູໃຊ້ກິດຈະກໍານີ້ເພື່ອປະເມີນທັກສະການແຕ່ງປະໂຫຍກ.ພາສາລາວສໍາລັບຊົນເຜົ່າ: ໃນການປະກອບສ່ວນເຂົ້າໃນກິດຈະກໍາດ້ວຍຕົນເອງ. ນັກຮຽນອາດຕ້ອງການຄວາມຊ່ວຍເຫຼືອຈາກຄູໃນບາງຄັ້ງ ສະນັ້ນຄູໂດ້ໃສ່ໃຈເປັນພິເສດ.ທວນຄືນການວັດ ແລະ ປະເມີນຜົນ (10 ນາທີ)ຂຽນທວາຍ: ຄູເວົ້າ 1-3 ຄຳ ສັບ ຫຼື ປະໂຫຍກສັ້ນໆ ຈາກບົດຮຽນຕ່າງໆ (ສໍາລັບເນື້ອໃນຜ່ານມາຄູສາມາດເລືອກ ຄຳ ສັບ ຫຼື ປະໂຫຍກສັ້ນໆຈາກທຸກບົດທີ່ຮຽນຜ່ານມາ).ນັກຮຽນຂຽນ ຄຳ ສັບດັ່ງກ່າວຢ່າງລະອຽດ, ສະອາດ ແລະ ຖືກຕ້ອງ.ນັກຮຽນຂຽນ ຄຳ ສັບດັ່ງກ່າວຢ່າງລະອຽດ, ສະອາດ ແລະ ຖືກຕ້ອງ.ເລື່ອງ ທວນຄືນບົດໃດໜຶ່ງທີ່ຮຽນຜ່ານມາ (40 ນາທີ)ຂັ້ນຕອນການສອນໃຫ້ເບິ່ງຄໍາແນະນໍາຢູ່ຄູ່ມືຄູພາກປຶ້ມອ່ານເສີມ.ຂັ້ນສະຫຼຸບ (5 ນາທີ)ຄູສະຫຼຸບເນື້ອໃນສໍາຄັນຂອງບົດຮຽນໃນ 2 ຊົ່ວໂມງທີ່ຜ່ານມາ ແລະ ໝົດບົດ.ການວັດ ແລະ ປະເມີນຜົນຄູປະເມີນການຂຽນຄໍາສັບ ໂດຍໃຊ້ເກນການປະເມີນຂ້ທີ ໍ14ກ.ການວັດ ແລະ ປະເມີນຜົນການອ່ານປຶ້ມອ່ານເສີມ ໂດຍ ໃຊ້ເກນການປະເມີນ 19ຂ.໑໔໗

14829໑໔໘ສ ວ ສສະຫງວນລິຂະສິດ

ສະໜັບສະໜູນ​ການສ້າງຕົ້ນສະບັບໂດຍ​ລັດ​ຖະ​ບ​ານອົດສະຕຣາລີ,​ສະຫະພາບເອີຣົບ​ແລະ​ງົບ​ປະ​ມານ​ແຫ່ງ​ລັດສະ​ຫງວນ​ລິ​ຂະ​ສິດ(ເພື່ອຂາຍ)ພິມທີ່​ບໍ​ລິ​ສັດ​ລັດວິສາຫະກິດໂຮງພິມສຶກສາຕາມທະບຽນພິມ...............ຈຳນວນພິມ​1.000​ຫົວຂະໜາດ​21​x​29,7​​cmISBN...................ຄູ່ມືຄູ ພາສາລາວ ຊັ້ນປະຖົມສຶກສາ ປີທີ 1ເຫຼັ້ມ 2


Like this book? You can publish your book online for free in a few minutes!
Create your own flipbook