144ຂັ້ນຝຶກປະຕິບັດແລະນໍາໃຊ້(20ນາທີ)1) ໃຫ້ນັກຮຽນຢູ່ໃນກຸ່ມຂອງຕົນເອງຄືເກົ່າ ແລະ ໃຫ້ນັກຮຽນຜູ້ທີ່ເປັນຜູ້ຊ່ວຍຄູຢາຍກະດານດໍານ້ອຍອີກສອງອັນໃຫ້ແຕ່ລະກຸ່ມ ຊຶ່ງໄດ້ໝາຍຄໍາວ່າ “ຟູ” ແລະ “ຈົມ”. ແຕ່ລະກຸ່ມຈະໄດ້ຮັບຊາມໜຶ່ງອັນທີ່ໃສ່ນໍ້າໄວ້. ຊາມໜ່ວຍ ນີ້ຕ້ອງເລິກພໍສໍາລັບການທົດລອງ ເພື່ອໃຫ້ວັດຖຸທີ່ຈົມນໍ້າລົງຮອດພື້ນຊາມ. (ພາກສ່ວນນີ້ຂອງບົດຮຽນສາມາດດໍາເນີນກິດຈະກໍາຢູ່ນອກຫ້ອງຮຽນໄດ້ເຊັ່ນຢູ່ລະບຽງ ຫຼື ຢູ່ກ້ອງຕົ້ນໄມ້ ເພື່ອຫຼຸດຜ່ອນບັນຫາການເຮັດນໍ້າເຮ່ຍໃສ່ພື້ນຫ້ອງຮຽນ).2) ຄູບອກນັກຮຽນໃຫ້ຄໍານຶງເຖິງຄວາມປອດໄພ ດັ່ງນີ້:- ລະວັງວັດຖຸແຫຼມຄົມ.- ວາງວັດຖຸລົງນໍ້າຢ່າງລະມັດລະວັງ ເພື່ອບໍ່ໃຫ້ນໍ້າຟົ້ງອອກ.- ແບ່ງປັນ ແລະ ປ່ຽນກັນທົດລອງ.- ມ້ຽນສະຖານທີ່ໃຫ້ສະອາດຫຼັງຈາກສໍາເລັດການເຮັດກິດຈະກໍາ.3) ໃຫ້ນັກຮຽນທຸກຄົນເຮັດການທົດລອງໃນກຸ່ມຂອງຕົນ ໂດຍການວາງວັດຖຸເທື່ອລະອັນຢ່າງລະມັດລະວັງລົງໃສ່ນໍ້າ ແລະ ສັງເກດເບິ່ງວ່າວັດຖຸນັ້ນຟູ ຫຼື ຈົມ. ແຕ່ລະຄັ້ງເມື່ອວັດຖຸນັ້ນຟູ ໃຫ້ນັກຮຽນນໍາມັນໄປວາງໃສ່ກະດານ ດໍາທີ່ໝາຍຄໍາວ່າ “ຟູ” ຖ້າວັດຖຸນັ້ນຈົມລົງພື້ນຊາມ ໃຫ້ນັກຮຽນນໍາມັນໄປວາງໃສ່ກະດານດໍາທີ່ໝາຍຄໍາວ່າ “ຈົມ”.4) ຫງຈາກວັດຖຸທຸກອັນໄດ້ຜ່ານການທົດລອງແລ້ວ, ຄູຖາມນັກຮຽນແຕ່ລະກ່ມກ່ຽວກັບຜົນການທົດລອງແລ້ວປ່ຽນຼ ັຸກັນດັ່ງລຸ່ມນີ້:- ວັດຖຸເບີ 1 ໃບໄມ້ເປັນແນວໃດ?- ນັກຮຽນຈາກກຸ່ມ 1 ຕອບ “ໃບໄມ້ຟູ”.- ຜູ້ໃດເຫັນດີນໍາໃຫ້ຍົກມືຂຶ້ນ.- “ວັດຖຸເບີ 2 ຝາຂວດເຫຼັກເປັນແນວໃດ?- ນັກຮຽນຈາກກຸ່ມ 2 ຕອບ, “ຝາຂວດເຫຼັກ…”5) ຫຼັງຈາກນັ້ນໃຫ້ຄູບັນທຶກຄໍາຕອບເທິງຕາຕະລາງທີ່ໄດ້ເຮັດໄວ້ຢູ່ກະດານດໍາຕາມແຖວຕັ້ງທີ່ມີຫົວຂໍ້ “ການທົດ ລອງ” ດັ່ງລຸ່ມນີ້.ການວັດແລະປະເມີນຜົນນໍາໃຊ້ຕາຕະລາງຣູບິກ ເພື່ອປະເມີນນັກຮຽນຜູ້ທີ່ຍັງບໍ່ທັນໄດ້ຖືກປະເມີນກ່ອນໜ້ານີ້.ຟູຈົມ໑໔໔ສ ວ ສສະຫງວນລິຂະສິດ
145ການວັດແລະປະເມີນຜົນນໍາໃຊ້ຣູບິກເພື່ອປະເມີນນັກຮຽນຜູ້ທີ່ຍັງບໍ່ທັນໄດ້ຖືກປະ ເມີນກ່ອນໜ້ານີ້.໑໔໕ລ/ດຊື່ວັດຖຸຮູບພາບວັດຖຸຄາດເດົາກວດສອບຟູຈົມຟູຈົມ1ໃບໄມ້ 2ຝາຂວດເຫຼັກ3ຂົນໄກ່ 4ລູກກະແຈ5ໄມ້ແຫ້ງ6ກ້ອນຫີນ7ເຫຼັກຄັດເຈ້ຍ8ສໍດໍາ9ຝານໍ້າດື່ມ10ຫວີ11ສໍສີ 12ບ່ວງ6) ຫຼັງຈາກຜົນການທົດລອງການຟູ ແລະ ການຈົມໄດ້ຖືກບັນທຶກລົງແລ້ວ, ຄູໃຫ້ນັກຮຽນກວດຄືນການຄາດເດົາຂອງຕົນຄືນ. ຄູຖາມນັກຮຽນແຕ່ລະກຸ່ມເອົາກະດານດໍານ້ອຍສອງອັນທີ່ໄດ້ບັນທຶກການຄາດເດົາຂອງແຕ່ລະວັດຖຸອອກມາ. ຫຼັງຈາກນັ້ນຄູນໍາພາກວດຜົນການທົດລອງຂອງແຕ່ລະວັດຖຸຕາມຄໍາແນະນໍາດັ່ງລຸ່ມນີ້.- ໃຫ້ຊອກວັດຖຸທີ 1, ໃບໄມ້ເທິງກະດານຂອງນັກຮຽນ.- ໃຊ້ນິ້ວມືຊີ້ໃສ່ໃບໄມ້ໃນກະດານນາ.ໍ ້- ຖ້າວ່າຢູ່ເທິງກະດານໝາຍຄໍາວ່າ “ຟູ” ໃຫ້ໝາຍຕິກ ໃສ່ໃບໄມ້.- ຖ້າວ່າຢູ່ເທິງກະດານໝາຍຄໍາວ່າ “ຈົມ” ໃຫ້ໝາຍຄູນ x ໃສ່ໃບໄມ້.- ໃຫ້ຊອກວັດຖຸທີ 2, ຝາຂວດເຫຼັກເທິງກະດານຂອງນັກຮຽນ.- ໃຊ້ນິ້ວມືຊີ້ເທິງຝາຂວດເຫຼັກ.- ຖ້າວ່າຢູ່ເທິງກະດານໝາຍຄໍາວ່າ “ຟູ” ໃຫ້ໝາຍຕິກ ໃສ່ຝາເຫຼັກ.- ຖ້າວ່າຢູ່ເທິງກະດານໝາຍຄໍາວ່າ “ຈົມ” ໃຫ້ໝາຍຄູນ x ໃສ່ຝາເຫຼັກ.ໃຫ້ຄູສືບຕໍ່ການກວດຜົນໄປຕາມວັດຖຸແຕ່ລະອັນ ແລະ ກວດກາຜົນຂອງແຕ່ລະກຸ່ມ.
146ຂັ້ນສະຫຼຸບ(5ນາທີ)1) ຄູໃຫ້ນັກຮຽນອາສາສະໝັກຈາກແຕ່ລະກຸ່ມສະຫຼຸບ:- ນັກຮຽນໄດ້ຮຽນຮູ້ຫຍັງແດ່?- ບອກຊື່ຂອງວັດຖຸທີ່ຈົມ.- ບອກຊື່ຂອງວັດຖຸທີ່ຟູ.2) ຄູ ແລະ ນັກຮຽນສະຫຼຸບນໍາກັນ:ວັດຖຸທີ່ຈົມ ມີ:ເຫຼັກ, ກ້ອນຫີນ, ບ່ວງເຫຼັກ, ເຫຼັກຄັດເຈ້ຍ, ...ວັດຖຸທີ່ຟູມີ: ໃບໄມ້, ຂົນໄກ່, ກິ່ງໄມ້ແຫ້ງ, ໄມ້ໄຜ່, ຝາປລາສຕິກ, ...ຊົ່ວໂມງທີ2ຂັ້ນນໍາເຂົ້າສູ່ບົດຮຽນ(5ນາທີ)1) ຄູທວນຄືນບົດຮຽນກ່ຽວກັບການຈົມ ແລະ ການຟູໃນບົດຮຽນທີ່ຜ່ານມາ. ຄູເອົາວັດຖຸຫຼາຍຢ່າງໃຫ້ນັກຮຽນເບິ່ງ ແລະ ຖາມນັກຮຽນແຕ່ລະຄົນວ່າ:- ວັດຖຸນີ້ຈະຈົມ ຫຼື ຟູ? - ຖ້ານັກຮຽນຄິດວ່າຈະຟູ, ໃຫ້ຍົກໂປ້ຂຶ້ນ.- ຖ້ານັກຮຽນຄິດວ່າຈະຈົມ, ໃຫ້ຍົກໂປ້ລົງ.ສໍາລັບວັດຖຸແຕ່ລະຢ່າງ, ຄູໃຫ້ນັກຮຽນ 1-2 ຄົນອະທິບາຍເຫດຜົນຂອງນັກຮຽນ.2) ຄູອະທິບາຍໃຫ້ນັກຮຽນຟັງວ່າ ໃນຊົ່ວໂມງທໍາອິດ ນັກຮຽນໄດ້ເຮັດທົດລອງກ່ຽວກັບການຈົມ ແລະ ການຟູຂອງ ວັດຖຸ ໂດຍນໍາໃຊ້ວັດຖຸຈິງ. ໃນຕໍ່ໄປນີ້ຈະໃຫ້ນັກຮຽນປະດິດສ້າງວັດຖຸທີ່ຈົມໃຫ້ສາມາດຟູໄດ້ດ້ວຍຕົວເອງ.ຂັ້ນຈັດກິດຈະກໍາການຮຽນ(10ນາທີ)1) ຄູໃຫ້ນັກຮຽນຊ່ວຍຢາຍອຸປະກອນ: ດິນໜຽວ ຫຼື ດິນນໍ້າມັນ (ຖ້າບໍ່ມີໃຫ້ນໍາໃຊ້ວັດຖຸທີ່ຫາໄດ້ຢູ່ຕາມທ້ອງຖິ່ນ ເຊັ່ນ ໃບໄມ້ດິບ). ແຕ່ລະກຸ່ມຈະໃຊ້ຊາມທີ່ມີນໍ້າທີ່ນັກຮຽນໃຊ້ໃນຕອນຕົ້ນຂອງບົດຮຽນ.2) ຄູໃຫ້ນັກຮຽນເບິ່ງຮູບ ແລະ ເຮັດຕາມຄໍາແນະນໍາຢູ່ໃນຫົວຂໍ້ທີ 3 ໃນປຶ້ມແບບຮຽນ ດັ່ງນີ້:- ກ່ອນອື່ນໝົດ ໃຫ້ນັກຮຽນໃນກຸ່ມປັ້ນດິນເປັນຮູບກົມຄືໝາກບານ.- ຄູຖາມນັກຮຽນຫຼາຍຄົນວ່າໝາກບານນັ້ນຈະຈົມ ຫຼື ຟູ?- ຄູໃຫ້ນັກຮຽນຍົກໂປ້ມືຂຶ້ນຖ້ານັກຮຽນຄິດວ່າໝາກບານຈະຟູ.- ຄູໃຫ້ນັກຮຽນຍົກໂປ້ມືລົງຖ້ານັກຮຽນຄິດວ່າໝາກບານຈະຈົມ.- ແລ້ວໃຫ້ແຕ່ລະກຸ່ມທົດລອງເອົາໝາກບານທີ່ປັ້ນດ້ວຍດິນໜຽວ ຫຼື ດິນນໍ້າມັນຂອງແຕ່ລະກຸ່ມຈຸ່ມລົງໃນຊາມນໍ້າແລ້ວເບິ່ງວ່າເກີດຫຍັງຂຶ້ນ.- ນັກຮຽນຈະສັງເກດເຫັນວ່າໝາກບານທີ່ປັ້ນດ້ວຍດິນໜຽວ ຫຼື ດິນນໍ້າມັນຈະຈົມລົງກົ້ນຊາມ.3) ຫຼັງຈາກນັ້ນ ຄູໃຫ້ນັກຮຽນແຕ່ລະກຸ່ມຄິດ ແລະ ສົນທະນາກ່ຽວກັບສິ່ງທີ່ຈະເກີດຂຶ້ນ ຖ້າວ່າປັ້ນດິນນໍ້າມັນ ຫຼື ດິນ ໜຽວ ເປັນຮູບເຮືອ, ຄືໃນຫົວຂໍ້ທີ 3. ຄູໃຫ້ນັກຮຽນເດົາວ່າເຮືອຈະຈົມ ຫຼື ຟູ?- ຄູໃຫ້ນັກຮຽນຍົກໂປ້ມືຂຶ້ນຖ້ານັກຮຽນຄິດວ່າເຮືອຈະຟູ.- ຄູໃຫ້ນັກຮຽນຍົກໂປ້ມືລົງຖ້ານັກຮຽນຄິດວ່າເຮືອຈະຈົມ.໑໔໖ສ ວ ສສະຫງວນລິຂະສິດ
1474) ໃຫ້ແຕ່ລະກຸ່ມລອງປັ້ນດິນໜຽວ ຫຼື ດິນນໍ້າມັນເປັນຮູບເຮືອ ແລະ ທົດລອງໃນຊາມນໍ້າ. ນັກຮຽນສາມາດປັບປ່ຽນຮູບຮ່າງໄດ້ຕາມຄວາມຕ້ອງການ.5) ຄູໃຫ້ນັກຮຽນຫຼາຍຄົນລອງອະທິບາຍວ່າເກີດຫຍັງຂຶ້ນກັບດິນນໍ້າມັນ ຫຼື ດິນໜຽວ. ເປັນຫຍັງໝາກບານທີ່ເປັນຮູບກົມ ຈົມ ແລະ ເປັນຫຍັງ ເມື່ອປ່ຽນເປັນຮູບເຮືອແລ້ວບໍ່ຈົມ.ຂັ້ນຝຶກປະຕິບັດແລະນໍາໃຊ້(25ນາທີ)1) ຄູແນະນໍາໃຫ້ນັກຮຽນວ່າ ນັກຮຽນຈະມາຫຼິ້ນເກມ “ການປະດິດເຮືອ”. ແຕ່ລະກຸ່ມຈະມີວັດຖຸນ້ອຍໆ, ເຫຼັກຄັດ ເຈ້ຍ ຫຼື ແກ່ນໝາກໄມ້ ຫຼື ກ້ອນຫີນນ້ອຍໆທີ່ມີຂະໜາດເທົ່າກັນ. ວັດຖຸເຫຼົ່ານີ້ສະແດງເຖິງ “ສິນຄ້າ” ທີ່ເຮືອຈະ ຕ້ອງບັນທຸກ.2) ແຕ່ລະກຸ່ມຈະຕ້ອງໄດ້ປັ້ນດິນໜຽວ ຫຼື ດິນນໍ້າມັນ ເປັນຮູບເຮືອໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້. ແຕ່ວ່າເຮືອຕອງ້ສາມາດຂົນສົ່ງສິນຄ້າໄດ້ຫຼາຍທີ່ສຸດ, ເພື່ອເປັນການແຂ່ງຂັນ. ທີມໃດທີ່ສາມາດອອກແບບເຮືອທີ່ສາມາດຂົນສິນຄ້າໄດ້ຫຼາຍທີ່ສຸດຈະເປັນທີມທີ່ຊະນະ.3) ຖ້າວ່າມີເວລາເຫຼືອ, ແຕ່ລະກຸ່ມສາມາດທົດລອງປະດິດສ້າງເຮືອທີ່ມີຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ເພື່ອເບິ່ງວ່າ ການອອກແບບເຮືອແບບໃດ ທີ່ຈະສາມາດບັນທຸກວັດຖຸຂະໜາດນ້ອຍໄດ້ຫຼາຍທີ່ສຸດ. ຄູແນະນໍາ ນກຮຽນວ່າ ການປ້ນຮູບເຮືອແຕ່ລະຄ້ງນັກຮຽນຄວນວາງວັດຖຸຂະໜາດນ້ອຍໃສ່ໃນເຮືອເທ່ອລະອັນຢ່າງລະມັດ ັັັືລະວັງຈົນກວ່າເຮືອຈົມ ແລ້ວນັບຈໍານວນວັດຖຸທີ່ໃສ່ລົງໄປກ່ອນທີ່ເຮືອຈະຈົມ.4) ໃຫນກຮຽນສັງເກດເບ່ງວ່າ ເຮືອແບບໃດສາມາດບັນຈຸວັດຖຸໄດ້ຫຼາຍກວ່າກັນ? ໃຫ້ນັກຮຽນແຕ່ລະກ່ມຕັດສິນໃຈ ້ັິຸເບິ່ງວ່າ ເຮືອແບບໃດເປັນເຮືອທີ່ຖືກອອກແບບໄດ້ດີທີ່ສຸດ.ເກນການໃຫ້ຄະແນນ- ຜູ້ຊະນະ: ເຮືອທີ່ສາມາດບັນທຸກສິນຄ້າໄດ້ຫຼາຍ ແລະ ບໍ່ຈົມ. - ສາລັບແຕ່ລະກ່ມ ໃຫ້ຄູນັບເບ່ງຈໍານວນວັດຖຸນ້ອຍໆ ທ່ເຮືອສາມາດບັນຈຸ ແລະ ບັນທຶກລົງໃນກະດານດໍານ້ອຍ ໍຸິີຂອງແຕ່ລະກຸ່ມ (ເບິ່ງຫົວຂໍ້ທີ 4). - ໃຫ້ຕົວແທນຂອງແຕ່ລະກຸ່ມຂຶ້ນມາໜ້າກະດານ ແລະ ຖືກະດານດໍານ້ອຍທີ່ມີຄະແນນຂອງກຸ່ມຕົນເອງ. ທີມທີ່ ຊະນະຈະຖືກປະກາດ ແລະ ຊົມເຊີຍ. ຄູຊົມເຊີຍທຸກທີມໃນຄວາມພະຍາຍາມຂອງພວກເຂົາ. - ໃຫ້ທີມທີ່ຊະນະສະແດງຄໍາຄິດເຫັນກ່ຽວກັບຜົນໄດ້ຮັບລວມທັງ: ລັກສະນະຂອງເຮືອ ແລະ ຂັ້ນຕອນການປະ ດິດ.ຂັ້ນສະຫຼຸບ(5ນາທີ)1) ຄູໃຫ້ນັກຮຽນອາສາສະໝັກສະຫຼຸບບົດຮຽນ ໂດຍຖາມຄໍາຖາມ: - ນັກຮຽນໄດ້ຮຽນຮູ້ຫຍັງແດ່ກ່ຽວກັບການຈົມ ແລະ ການຟູ? - ນັກຮຽນສາມາດນໍາໃຊ້ເຂົ້າໃນຊີວິດຕົວຈິງແນວໃດ? ແລະ ຍ້ອນຫຍັງ?2) ຄູສະຫຼຸບວ່າ ບົດຮຽນນີ້ມີຄວາມສໍາຄັນຫຼາຍໃນຊີວິດຕົວຈິງໂດຍເວົ້າວ່າ:- ປະຊາຊົນຫຼາຍຄົນອາໄສຢູ່ໃກ້ແມ່ນໍ້າ ແລະ ຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍ.- ຈໍາເປັນຈະຕ້ອງໄດ້ເຂົ້າໃຈເຖິງຄວາມສໍາຄັນຂອງການຮຽນລອຍນໍ້າ.- ບາງວັດຖຸສາມາດໃຊ້ ເພື່ອຊ່ວຍເຫຼືອບໍ່ໃຫ້ຄົນຈົມນໍ້າໃນເມື່ອຕົກນໍ້າ.- ເຮືອເປັນສ່ວນໜຶ່ງທີ່ສໍາຄັນໃນການດໍາລົງຊີວິດຂອງຄົນລາວການເດີນທາງທາງນາ.ໍ ້ການວັດແລະປະເມີນຜົນຄູສັງເກດ ແລະ ກວດເບິ່ງວ່ານັກຮຽນ ເຂົ້າໃຈບໍ່ ແລະ ແນະນໍາແຕ່ລະກຸ່ມ ຖ້າຈໍາເປັນ.໑໔໗
148ບົດທີ 27 ທ້ອງຟ້າເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກສິ່ງພົບເຫັນໃນທ້ອງຟ້າໄດ້ ເຊັ່ນ: ດວງອາທິດ, ດວງຈັນ ແລະ ດວງດາວຕ່າງໆ.2. ບອກກ່ຽວກັບສັດ ແລະ ສິ່ງຕ່າງໆຢູ່ເທິງທ້ອງຟ້າ ເຊັ່ນ: ນົກ, ແມງໄມ້, ກ້ອນເມກ, ຂີ້ຝຸ່ນ ແລະໃບໄມ້. 3. ສັງເກດ ແລະ ພັນລະນາການປ່ຽນແປງຂອງທ້ອງຟ້າໃນຊ່ວງເວລາກາງເວັນ ແລະ ກາງຄືນ. 4. ບອກການເຄື່ອນໄຫວຂອງສິ່ງທີ່ມີຊີວິດໃນຊ່ວງເວລາກາງເວັນ ແລະ ກາງຄືນ.5. ແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງໃຫ້ເຫັນສ່ວນປະກອບທີ່ສໍາຄັນຕ່າງໆ.II. ການວັດ ແລະ ປະເມີນຜົນ1. ວິທີການ: ການສັງເກດ, ການຕອບຄໍາຖາມ ແລະ ການລາຍງານ. 2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນ.4ແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນຢ່າງນ້ອຍ 4 ຢ່າງ ທີ່ສໍາຄັນ.3ແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນ 3 ຢ່າງ.2ແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນ 2 ຢ່າງ.1ແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນ 1 ຢ່າງ.0ບໍ່ສາມາດແຕ້ມຮູບພາບຂອງທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນສະແດງສິ່ງທີ່ພົບເຫັນໄດ້ຈັກ ຢ່າງ.III. ເນື້ອໃນຕົ້ນຕໍ1. ທ້ອງຟ້າມີດວງອາທິດ, ດວງຈັນ ແລະ ດວງດາວຕ່າງໆທີ່ກໍາລັງເຄື່ອນທີ່ເມື່ອທຽບໃສ່ຈຸດສັງເກດ.2. ເມື່ອເຫັນດວງອາທິດຢູ່ເທິງທ້ອງຟ້າເອີ້ນວ່າ ກາງເວັນ. ດວງອາທິດສ່ອງແສງສົດໃສ ແລະ ໃຫ້ແສງສະຫວ່າງ ແກ່ພວກເຮົາເບິ່ງເຫັນສິ່ງຕ່າງໆ. ຊ່ວງເວລາກາງເວັນດວງອາທິດສ່ອງແສງ ຊຶ່ງເປັນເວລາທີ່ຄົນ ແລະ ສັດທັງ ຫຼາຍຕື່ນນອນ (ລະອຽດເຕີ່ມກ່ຽວກັບດວງອາທິດຢູ່ໃນບົດທີ 28).3. ເມື່ອດວງອາທິດບໍ່ຢູ່ເທິງທ້ອງຟ້າ ເອີ້ນວ່າ ກາງຄືນ. ຊ່ວງເວລາກາງຄືນດວງອາທິດບໍ່ເຫັນຢູ່ເທິງທ້ອງຟ້າ ຊຶ່ງ ເປັນເວລາທີ່ຄົນ ແລະ ສັດທັງຫຼາຍນອນພັກຜ່ອນ ແຕ່ກໍມີສັດປ່າຈໍານວນໜຶ່ງອອກຫາກິນກາງຄືນ.໑໔໘ສ ວ ສສະຫງວນລິຂະສິດ
1494. ດວງຈັນແມ່ນເບ່ງເຫັນຢ່ໃນທ້ອງຟ້າ ແຕ່ວ່າມັນເຫັນບ່ຈະແຈ້ງຄືກັບດວງອາທິດ. ສ່ວນຫຼາຍພວກເຮົາເຫັນດວງິູໍຈນແມ່ນຕອນກາງຄືນ, ຖ້າວັນໃດດວງຈັນເຕັມດວງແມ່ນມີແສງແຈ້ງພຽງພໍທ່ຄົນສາມາດແນມເຫັນແສງສະັີຫວ່າງຂອງມັນໃນຍາມກາງຄືນ. 5. ສິ່ງທີ່ມີຊີວິດມີການເຄື່ອນໄຫວທີ່ແຕກຕ່າງກັນໃນຊ່ວງເວລາກາງເວັນ ແລະ ກາງຄືນ. 6. ວັດຖຸ ແລະ ສິ່ງຕ່າງໆແມ່ນຖືກແນມເຫັນເລື້ອຍໆຢູ່ໃນທ້ອງຟ້າ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ໄຟສາຍ ແລະ ຜ້າຫົ່ມ ຫຼື ຜ້າໜາໆຜືນໃຫຍ່ໆທີ່ບໍ່ໃຫ້ແສງສະຫວ່າງລອດເຂົ້າໄດ້. 3. ເຈ້ຍ A4 ແລະ ສໍສີ. 4. ກະດານດໍານ້ອຍ, ສໍຂາວ ເຈ້ຍ ແລະ ສໍດໍາ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມຕາມຄໍາຖາມດັ່ງຕໍ່ໄປນີ້: - ນັກຮຽນເຂົ້ານອນຕອນຈັກໂມງ? ຍ້ອນຫຍັງ?- ນັກຮຽນຕື່ນນອນຕອນຈັກໂມງ? ຍ້ອນຫຍັງ?- ນັກຮຽນຮູ້ໄດ້ແນວໃດວ່າ ເມື່ອໃດແມ່ນເວລາຕື່ນນອນ ແລະ ມາໂຮງຮຽນ?- ມັນເກີດຫຍັງຂຶ້ນໃນເຮືອນຂອງນັກຮຽນ?ຄູເອີ້ນນັກຮຽນ 2-3 ຄົນ ຕອບຄໍາຖາມອີງຕາມປະສົບການສ່ວນຕົວຂອງພວກເຂົາເອງ.2) ຄູນໍາສະເໜີນັກຮຽນວ່າພວກເຮົາຈະຮຽນຮູ້ກ່ຽວກັບທ້ອງຟ້າ. ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມ, - ທ້ອງຟ້າແມ່ນຫຍັງ?- ທ້ອງຟ້າຢູ່ໃສ?- ທ້ອງຟ້າເບິ່ງຄືກັບຫຍັງ?- ນັກຮຽນສາມາດບອກກ່ຽວກັບທ້ອງຟ້າໄດ້ແນວໃດ?3) ຄູອະທິບາຍວ່າໃນບົດຮຽນນີ້ພວກເຮົາຈະຮຽນຮູ້ເພີ່ມຕື່ມກ່ຽວກັບທ້ອງຟ້າ, ສິ່ງຕ່າງໆຢູ່ໃນທ້ອງຟ້າ ແລະ ເປັນຫຍັງຈຶ່ງສໍາຄັນຕໍ່ກັບຊີວິດການຢູ່ຂອງພວກເຮົາ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1) ຄູແນະນໍາ ຄໍາສັບ “ກາງເວັນ” ແລະ “ກາງຄືນ” ຄູຂຽນສອງຄໍາສັບເຫຼົ່ານີ້ໃສ່ກະດານ, ສອງຄໍາຢູ່ຂ້າງກັນ. ຄູເວົ້າ ຄາສັບ ໂດຍການຊ້ໃສ່ມັນ ແລະ ໃຫ້ນັກຮຽນເວົ້າຕາມຫຼາຍໆຄ້ງ. ຄູໃຫ້ນັກຮຽນເປັນຜ້ຊ່ວຍຢາຍກະດານດໍາ ແລະ ໍີັູສຂາວສອງອັນຕ່ກ່ມ ຫື ຄ່. ຄູໃຫ້ນັກຮຽນກ່າຍຄໍາສັບກາງເວັນໃສ່ກະດານອັນໜຶ່ງ ແລະ ຂຽນຄໍາສັບກາງຄືນໃສໍໍຸຼູ່ອີກກະດານອັນໜຶ່ງ.2) ຄູເອົາໄຟສາຍ ແລະ ຜ້າໜາໆອອກມາ. ຄູວາງຜ້ານັ້ນປົກຕັ່ງ ແລະ ໃຫ້ນັກຮຽນອາສາສະໝັກ. ຄູໃຫ້ນັກຮຽນນັ່ງ ເທິງຕັ່ງຢູ່ໃນຜ້າປົກ. ຄູຖາມນັກຮຽນວ່າ: - ມັນເປັນແນວໃດຢູ່ໃນຜ້າ?໑໔໙
150ຄູເວົ້າວ່າ “ນີ້ແມ່ນເວລາກາງຄືນ!” ຈາກນັ້ນ ຄູເປີດໄຟສາຍຢື່ນໃຫ້ນັກຮຽນຢູ່ໃນຜ້າ ແລະ ຖາມວ່າ: - ມັນເປັນແນວໃດຕອນນີ້ຢູ່ໃນຜ້າ?ຄູເວົ້າວ່າ, “ນີ້ແມ່ນເວລາກາງເວັນ!”ກິດຈະກໍາເພີ່ມຕື່ມ: ນັກຮຽນຄົນອື່ນສາມາດລອງນັ່ງຢູ່ກ້ອງຜ້າກັບເປີດໄຟສາຍ ແລະ ປິດໄຟສາຍໄດ້ຖ້າພວກເຂົາແຕ້ມຮູບແລ້ວ.3) ຄູເຕືອນນັກຮຽນວ່າ ພວກເຂົາຖືກບອກກ່ອນມ້ໜຶ່ງກ່ອນອອກໄປຂ້າງນອກເບ່ງທ້ອງຟ້າກ່ອນພວກເຂົາເຂ້ານອນ. ື່ິົຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມ: - ພວກນ້ອງເຫັນຫຍັງແດ່ຢູ່ໃນທ້ອງຟ້າມື້ຄືນນີ້ຕອນທີ່ມັນເປັນເວລາກາງຄືນ? ຄູໃຫ້ແຕ່ລະກຸ່ມແຕ້ມສອງ ສິ່ງທີ່ພວກເຂົາໄດ້ເຫັນໃນທ້ອງຟ້າເວລາກາງຄືນ ແລະ ຈາກນັ້ນຖືກະດານດໍາຂອງພວກເຂົາໄວ້. ຄູແຕ້ມ ສິ່ງທີ່ນັກຮຽນໄດ້ເວົ້າວ່າ ພວກເຂົາໄດ້ເຫັນຫຍັງ ໝາຍຄວາມວ່າ ຄູແຕ້ມບາງສິ່ງຈາກຄວາມຄິດຂອງນັກ ຮຽນຢູ່ກ້ອງຫົວຂໍ້ “ກາງຄືນ” ຢູ່ເທິງກະດານດໍາໃຫຍ່. ຕົວຢ່າງ: ດວງຈັນ, ດວງດາວຕ່າງໆ ແລະ ໃສ່ປ້າຍ ໃກ້ກັບຮູບເຫຼົ່ານີ້.4) ຄຖາມນັກຮຽນ “ຕອນນ້ເວລາຈັກໂມງແລ້ວ? ມັນເປັນເວລາກາງເວັນບ່? ຫື ກາງຄືນ? ຄູໃຫ້ນັກຮຽນຊ້ໃສ່ຄໍາສັບູີໍຼີທີ່ຖືກຕ້ອງຢູ່ເທິງກະດານດໍາໃຫຍ່. ຄູໃຫ້ນັກຮຽນຄິດ ແລະ ສົນທະນາກ່ຽວກັບ.- ພວກເຮົາຮູ້ເວລາກາງເວັນໄດ້ແນວໃດ?- ມັນແຕກຕ່າງກັນແນວໃດລະຫວ່າງເວລາກາງເວັນ ແລະ ເວລາກາງຄືນ?5) ຄູອະທິບາຍວ່າ ພວກເຮົາຈະອອກໄປຂ້າງນອກ ແລະ ໄປເບິ່ງທ້ອງຟ້າໃນເວລາກາງເວັນນ້ອຍໜຶ່ງ. ແຕ່ລະກຸ່ມຕ້ອງເບິ່ງທ້ອງຟ້າຢ່າງລະມັດລະວັງ ແລະ ເວລາກັບຄືນເຂົ້າຫ້ອງຮຽນ, ແຕ້ມຮູບຢ່າງນ້ອຍສອງສິ່ງທີ່ພວກເຂົາໄດເຫນໃນທອງຟາໃສກະດານດານອຍ ໃສ່ຊ່ປ້າຍວ່າ “ກາງເວັນ” ກ່ອນອອກໄປ ຄູເຕືອນນັກຮຽນບ່ໃຫ້ນັກຮຽນ ້ັ້້່ໍ້ືໍເບິ່ງໂດຍກົງໄປທີ່ດວງອາທິດ ຍ້ອນວ່າ ມັນສາມາດເປັນອັນຕະລາຍຕໍ່ດວງຕາຂອງພວກເຂົາໄດ້.6) ເມື່ອກັບເຂົ້າຫ້ອງຮຽນແລ້ວ, ຄູໃຫ້ນັກຮຽນຈັບກະດານດໍານ້ອຍໄວ້ ແລະ ໃຫ້ນັກຮຽນ 2-3 ຄົນແບ່ງປັນຄວາມຄິດເຫັນຂອງເຂົາເຈົ້າ. ຄູແຕ້ມບາງສິ່ງຈາກຄວາມຄິດຂອງນັກຮຽນຢູ່ກ້ອງຫົວຂໍ້ “ກາງເວັນ” ຢູ່ເທິງກະດານດໍາ ໃຫຍ່ ຕົວຢ່າງ: ດວງອາທິດ, ກ້ອນເມກ, ນົກ, ຍົນ ແລະ ຂຽນປ້າຍໃກ້ກັບຮູບເຫຼົ່ານີ້.7) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 1 ໃນປຶ້ມແບບຮຽນ ແລະ ສົນທະນາເປັນກຸ່ມຕາມຄໍາຖາມດັ່ງຕໍ່ໄປນີ້:- ທ້ອງຟ້າເບິ່ງເປັນແນວໃດໃນເວລາກາງເວັນ? - ເຫັນຫຍັງແດ່ໃນເວລາກາງເວັນ?- ທ້ອງຟ້າເບິ່ງເປັນແນວໃດໃນເວລາກາງຄືນ?- ເຫັນຫຍັງແດ່ໃນເວລາກາງຄືນ?- ພວກມັນຄືກັນແນວໃດ?- ພວກມັນຕ່າງກັນແນວໃດ?- ມີບາງສິ່ງບາງຢ່າງທີ່ຢູ່ໃນທ້ອງຟ້າທັງກາງເວັນ ແລະ ກາງຄືນ? ສິ່ງໃດ?- ເປັນຫຍັງພວກເຮົາຈຶ່ງສາມາດເບິ່ງເຫັນສິ່ງຕ່າງໆໄດ້ຫຼາຍກວ່າໃນເວລາກາງເວັນ? (ຍ້ອນມີແສງສະຫວ່າງ).- ແສງສະຫວ່າງມາຈາກໃສ? (ແສງສະຫວ່າງມາຈາກດວງອາທິດ) ຄູໃຫ້ນັກຮຽນ 2-3 ຄົນ ສະຫຼຸບຄໍາຕອບ ຂອງພວກເຂົາ.ສໍາລັບນັກຮຽນຊົນເຜ່ົາ: ຄູຊີ້ໃສ່ແຕ່ລະຮູບໃນເວລາກາງເວັນຢູ່ເທິງກະດານ, ເວົ້າຊື່ຂອງວັດຖຸ ແລະ ໃຫ້ ນັກຮຽນເວົ້າຄືນ ຕົວຢ່າງ: ດວງອາທິດ, ກ້ອນເມກ, ນົກ, ຍົນ. ຄູເຮັດແບບນີ້ຫຼາຍໆຄັ້ງ. ຈາກນັ້ນຄູຊີ້ໃສ່ ຮູບ ແລະ ໃຫ້ນັກຮຽນເວົ້າຊື່ປ້າຍດ້ວຍຕົນເອງ.໑໕໐ສ ວ ສສະຫງວນລິຂະສິດ
151ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1. ແຕ້ມຮູບທ້ອງຟ້າໃນເວລາກາງເວັນ ແລະ ກາງຄືນ1) ຄູໃຫ້ນັກຮຽນເປັນຜູ້ຊ່ວຍແຈກເຈ້ຍຂາວ ແລະ ສໍສີຈໍານວນໜຶ່ງ. ຄູບອກນັກຮຽນວ່າພວກເຂົາຕ້ອງແຕ້ມຮູບກາງ ເວັນ ແລະ ກາງຄືນ. ກ່ອນອື່ນໝົດ ນັກຮຽນຈະໄດ້ເຫັນວິທີການພັບແຜ່ນເຈ້ຍຂອງພວກເຂົາເປັນເຄິ່ງດັ່ງລຸ່ມນີ້ ແລະ ໃສ່ຊືີ່ປ້າຍກາງເວັນຢູ່ຂ້າງໜຶ່ງ ແລະ ກາງຄືນອີກຂ້າງໜຶ່ງ.ກາງເວັນກາງຄືນ2) ຈາກນນ ຄູບອກນັກຮຽນວ່າ ພວກເຂົາຈໍາເປັນຕ້ອງແຕ້ມຮູບທ້ອງຟ້າເວລາກາງເວັນ ແລະ ທ້ອງຟ້າເວລາກາງຄືນ ັ ້ຢູ່ກ້ອງຫົວຂໍ້ທີ່ຖືກຕ້ອງ. ພວກມັນຕ້ອງລວມມີສິ່ງຕ່າງໆທັງໝົດທີ່ໄດ້ເວົ້າເຖິງ ແລະ ສະແດງໃຫ້ເຫັນທ້ອງຟ້າຄື ກບເວລາກາງເວັນ ແລະ ມັນຈະເບ່ງຄືແນວໃດໃນເວລາກາງຄືນ. ນັກຮຽນໄດ້ຖືກເຕືອນຄືຕ້ອງຂຽນຊຂອງພວກັິື ີ ່ເຂົາໃສ່ທາງຫຼັງຮູບແຕ້ມ.ກິດຈະກໍາເພີ່ມຕື່ມ. ນັກຮຽນຜູ້ທີ່ສາມາດໃສ່ຊື່ປ້າຍສິ່ງຂອງສໍາຄັນໃນຮູບຂອງພວກເຂົາ ເຊັ່ນ ດວງດາວຕ່າງໆ, ດວງຈັນ, ດວງອາທິດ, ກ້ອນເມກ, ນົກ ແລະ ອື່ນໆ ໂດຍການກ່າຍຊືີ່ປ້າຍຈາກກະດານ.3) ນັກຮຽນສະເໜີຮູບແຕ້ມຂອງພວກເຂົາຕ່ໜ້າຫ້ອງໃຫໍ້ໝູ່ເບິ່ງ ແລະ ເວົ້າບາງສິ່ງຢູ່ໃນແຕ່ລະສ່ວນຂອງຮູບ ຄູເກັບຮູບແຕ້ມເຫຼົ່ານີ້ ແລະ ປະເມີນພວກມັນຫຼັງຈາກຮຽນຈົບບົດຮຽນ. 4) ຮູບແຕ້ມເຫຼົ່ານີ້ສາມາດຖືກນໍາໃຊ້ເປັນສ່ວນໜຶ່ງຂອງການສະແດງຢູ່ໃນຫ້ອງຮຽນ.5) ຄູເວົ້າວ່າ ບາງເທ່ອທ້ອງຟ້າສາມາດກາຍເປັນພະຍຸລົມແດງໄດ້. ຄູຖາມວ່າຄວນຈະເຮັດແນວໃດຖ້າທ້ອງຟ້າເບ່ງືິເປັນແນວນ້? ທ້ອງຟ້າກໍາລັງບອກຫຍັງພວກເຮົາ? ໃຫ້ນັກຮຽນ 1-2 ຄົນສະແດງຄໍາຄິດຄໍາເຫັນ.ີຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1) ຄູແນະນໍາວ່າ ຊົ່ວໂມງຕໍ່ໄປ, ນັກຮຽນຈະເຮັດການສົນທະນາ, ເຮັດວຽກເປັນກຸ່ມ ແລະ ຄິດກ່ຽວກັບ “ກິດຈະກໍາ ຂອງສິ່ງທີ່ມີຊີວິດໃນໄລຍະເວລາກາງເວັນ ແລະ ກາງຄືນ”.2) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 2 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນສົນທະນາເປັນກຸ່ມ.- ມັນເກີດຫຍັງຂຶ້ນໃນຮູບ?- ເດັກນ້ອຍກໍາລັງເຮັດຫຍັງ?- ຄິດວ່າເດັກນ້ອຍຮູ້ສຶກແນວໃດ? - ພວກສັດກໍາລັງເຮັດຫຍັງ?- ເຫັນຫຍັງຢູ່ໃນທ້ອງຟ້າ?- ທ້ອງຟ້າເບິ່ງເປັນແນວໃດ? ພັນລະນາມັນມາເບິ່ງ.ການວັດ ແລະ ປະເມີນຜົນນໍາໃຊ້ຕາຕະລາງຣູບິກ, ຄູຟັງຄໍາຕອບຂອງນັກຮຽນຜູ້ທີ່ບໍ່ໄດ້ຖືກປະເມີນໃນຕົ້ນບົດຮຽນ.ການວັດ ແລະ ປະເມີນຜົນຄູຍ້າຍຈາກກຸ່ມໜຶ່ງໄປຫາອີກກຸ່ມເພື່ອ ສະໜັບສະໜູນການສົນທະນາຂອງນັກ ຮຽນໂດຍຖາມຄໍາຖາມເພີ່ມຕື່ມ ແລະ ໃຫ້ຄໍາສັບເພີ່ມຕື່ມຕາມຄວາມຈໍາເປັນ.໑໕໑
152ຄູໃຫ້ຕົວແທນຂອງກຸ່ມ 2-3 ກຸ່ມອອກມາລາຍງານໃນການສົນທະນາຂອງກຸ່ມ.3) ຈາກນັ້ນຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 4 ໃນປຶ້ມແບບຮຽນ. ອີກເທື່ອໜຶ່ງນັກຮຽນສົນທະນາເປັນກຸ່ມຕາມຄໍາຖາມດັ່ງຕໍ່ໄປນີ້:- ມັນເກີດຫຍັງຂຶ້ນໃນຮູບ?- ພວກສັດກໍາລັງເຮັດຫຍັງ? - ສັດໃດ ແລະ ຍ້ອນຫຍັງພວກມັນຈຶ່ງອອກມາໃນເວລາກາງຄືນ? - ນັກຮຽນເຫັນຫຍັງຢູ່ໃນທ້ອງຟ້າ?- ທ້ອງຟ້າເບິ່ງເປັນແນວໃດ? ພັນລະນາມັນມາເບິ່ງ. ຄູໃຫ້ຕົວແທນຂອງກຸ່ມ 2-3 ກຸ່ມອອກມາລາຍງານໃນການສົນທະນາຂອງກຸ່ມ.4) ຄູໃຫ້ນັກຮຽນຄິດ ແລະ ສົນທະນາກັນເປັນກຸ່ມກ່ຽວກັບກິດຈະກໍາໃນເວລາກາງເວັນໂດຍການຖາມດັ່ງຕໍ່ໄປນີ້:- ປົກກະຕິຄົນເຮັດຫຍັງໃນເວລາກາງເວັນ?- ປົກກະຕິຜູ້ໃຫຍ່ເຮັດຫຍັງໃນເວລາກາງເວັນ?- ປົກກະຕິເດັກນ້ອຍເຮັດຫຍັງໃນເວລາກາງເວັນ?- ປົກກະຕິພວກສັດເຮັດຫຍັງໃນເວລາກາງເວັນ? ສັດໃດ?ຄູໃຫ້ຕົວແທນຂອງກຸ່ມ 2-3 ກຸ່ມອອກມາລາຍງານໃນການສົນທະນາຂອງກຸ່ມ.5) ຈາກນັ້ນຄູໃຫ້ນັກຮຽນຄິດ ແລະ ສົນທະນາກັນເປັນກຸ່ມກ່ຽວກັບກິດຈະກໍາໃນເວລາກາງຄືນໂດຍການຖາມດັ່ງຕໍ່ໄປນີ້:- ປົກກະຕິຄົນເຮັດຫຍັງໃນເວລາກາງຄືນ?- ປົກກະຕິຜູ້ໃຫຍ່ເຮັດຫຍັງໃນເວລາກາງຄືນ?- ປົກກະຕິເດັກນ້ອຍເຮັດຫຍັງໃນເວລາກາງຄືນ?- ປົກກະຕິພວກສັດເຮັດຫຍັງໃນເວລາກາງຄືນ? ສັດໃດ?ຄູໃຫ້ຕົວແທນຂອງກຸ່ມ 2-3 ກຸ່ມອອກມາລາຍງານໃນການສົນທະນາຂອງກຸ່ມ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ບົດບາດສົມມຸດ ແລະ ສະແດງທ່າທາງປະກອບ1) ຄູບອກນັກຮຽນແຕ່ລະກຸ່ມວ່າລົບກະດານນ້ອຍຂອງພວກເຂົາ. ອນທີ່ພວກເຂົາໄດ້ຂຽນຄາວ່າກາງເວັນໃສ່ ແລະັໍ ອີກອັນທີ່ຂຽນຄໍາວ່າກາງຄືນໃສ່. ຊື່ປ້້າຍເຫຼົ່ານີ້ສາມາດຖືຶກກ່າຍຈາກກະດານໃຫຍ່ໃນຫ້ອງຮຽນໄດ້. 2) ຄູໃຫ້ນັກຮຽນເຮັດວຽກເປັນກຸ່ມ. ແຕ່ລະກຸ່ມຕັດສິນໃຈວ່າຈະເຮັດກິດຈະກໍາໃນເວລາກາງເວັນ ຫຼື ກິດຈະກໍາເວ ລາກາງຄນສາລບຜໃຫຍ ຫ ເດັກນ້ອຍ ຫື ສັດ, ຂ້ນຢ່ກັບການສົນທະນາກັນມາກ່ອນ. ແຕ່ລະກ່ມວາງແຜນການ ືໍັູ ້່ຼ ືຼຶູຸຫຼິ້ນບົດບາດສົມມຸດ. ບໍ່ອະນຸຍາດໃຫ້ບອກໝູ່ກ່ຽວກັບການນໍາໃຊ້ສໍາສັບ ແລະ ບໍ່ອະນຸຍາດໃຫ້ບອກກຸ່ມອື່ນວ່າຈະສະແດງບົດບາດສົມມຸດກ່ຽວກັບຫຍັງ.3) ແຕ່ລະກຸ່ມປ່ຽນກັນສະແດງທ່າທາງປະກອບໃນການສະແດງບົດບາດສົມມຸດຕໍ່ໜ້າໝູ່ໃນຫ້ອງ. ໃນແຕ່ລະຄັ້ງຫຼັງຈາກສະແດງບົດບາດສົມມຸດແລ້ວ, ກຸ່ມອື່ນທີ່ສັງເກດເບິ່ງຕັດສິນວ່າມັນໄດ້ເປັນກິດຈະກໍາກາງເວັນ ຫຼື ກາງ ຄືນ. ຖ້າກຸ່ມຄິດວ່າມັນເປັນກິດຈະກໍາໃນເວລາກາງເວັນ, ພວກເຂົາຍົກກະດານທີ່ເວົ້າວ່າ “ກາງເວັນ”. ຖ້າກຸ່ມຄິດວ່າມັນເປັນກິດຈະກໍາໃນເວລາກາງຄືນ, ພວກເຂົາຍົກກະດານທີ່ເວົ້າວ່າ “ກາງຄືນ”.ການວັດ ແລະ ປະເມີນຜົນຄູຍ້າຍຈາກກຸ່ມໜຶ່ງໄປຫາອີກກຸ່ມ ເພື່ອ ສະໜັບສະໜູນການສົນທະນາຂອງນັກຮຽນໂດຍຖາມຄໍາຖາມເພີ່ມຕື່ມ ແລະ ໃຫ້ຄໍາສັບເພີ່ມຕື່ມຕາມຄວາມຈໍາເປັນ.ການວັດ ແລະ ປະເມີນຜົນຄູຍ້າຍຈາກກຸ່ມໜຶ່ງໄປຫາອີກກຸ່ມເພື່ອສະໜັບສະໜູນການສົນທະນາຂອງນັກຮຽນໂດຍຖາມຄໍາຖາມ ແລະ ໃຫ້ຄໍາສັບເພີ່ມຕື່ມຕາມຄວາມຈໍາເປັນ.໑໕໒ສ ວ ສສະຫງວນລິຂະສິດ
1534) ຈາກນ້ນ ຄູໃຫ້ນັກຮຽນ 1-2 ກຸ່ມ ອະທິບາຍຄວາມຄິດຂອງພວກເຂົາ. ຄູຍັງໃຫ້ກຸ່ມເຮັດບົດບາດສົມມຸດເພ່ອອະັືທິບາຍວ່າພວກເຂົາກໍາລັງເຮັດຫຍັງ ແລະ ມັນເປັນກິດຈະກໍາໃນເວລາກາງເວັນ ຫຼື ກິດຈະກໍາໃນເວລາກາງຄືນ ແລະ ຍ້ອນຫຍັງ.ຂັ້ນສະຫຼຸບ (5 ນາທີ)3. ບົດບາດສົມມຸດ1) ຄູໃຫ້ກຸ່ມອາສາສະໝັກ ຫຼື ໃຫ້ນັກຮຽນ 2-3 ຄົນ ສະຫຼຸບວ່າພວກເຂົາໄດ້ຮຽນຮູ້ຫຍັງແດ່? - ສາມາດເບິ່ງເຫັນຫຍັງແດ່ໃນທ້ອງຟ້າໃນເວລາກາງເວັນ?- ສາມາດເບິ່ງເຫັນຫຍັງແດ່ໃນທ້ອງຟ້າໃນເວລາກາງຄືນ?2) ຄູ ແລະ ນັກຮຽນສະຫຼຸບ: ຢູ່ໃນທ້ອງຟ້າໃນເວລາກາງເວັນພວກເຮົາສາມາດເບິ່ງເຫັນດວງອາທິດ, ກ້ອນເມກທີ່ ກໍາລັງເຄ່ອນຍ້າຍ, ບາງເທ່ອກ່ສາມາດເບ່ງເຫັນນົກ, ແມງກະເບ້ອ, ຍົນ. ດວງອາທິດສ່ອງແສງສົດໃສ ແລະ ໃຫືືໍິື້ ແສງສະຫວ່າງໄດ້ເຮັດຫຼາຍໆສິ່ງ. ບາງເທື່ອດວງຈັນສາມາດເບິ່ງເຫັນໄດ້ໃນທ້ອງຟ້າເວລາກາງເວັນ. ໃນເວລາ ກາງຄືນພວກເຮົາສາມາດເບິ່ງເຫັນດວງຈັນ ແລະ ດວງດາວທີ່ຫຼວງຫຼາຍທີ່ກໍາລັງເຄອນຍ້າຍໄປມາຕະຫຼອດເວື່ລາ, ແສງສະຫວ່າງຈາກດວງຈັນບໍ່ແຈ້ງເທົ່າກັບດວງອາທິດ ແຕ່ເຮົາກໍຍັງສາມາດເຫັນເມກໄດ້ຢູ່, ເຖິງວ່າຈະບໍ່ ເຫັນຈະແຈ້ງຄືກັນກັບເວລາກາງເວັນກໍຕາມ. ພວກເຮົາສາມາດເບິ່ງດວງອາທິດໃນຕອນເຊົ້າໆ ຫຼື ຕອນແລງຄ້ອຍຄາ, ພວກເຮົາ ໍ ່ບຄວນ ເບງດວງອາທິດໂດຍກົງໃນຕອນທ່ຽງ ເພາະອາດຈະເປັນອັນຕະລາຍຕ່ຕາ. ດວງອາທດ, ດວງຈນ, ດວງ ໍ ່ິ ່ໍິັດາວຕ່າງໆ ແລະ ກ້ອນເມກເຄື່ອນຍ້າຍຢູ່ທ້ອງຟ້າໃນທິດທາງເດີມເປັນປະຈໍາ. ທ້ອງຟ້າມີຄວາມແຕກຕ່າງກັນ ໃນແຕ່ລະມື້ ແລະ ບາງເທື່ອທ້ອງຟ້າເບິ່ງຄືມີພະຍຸລົມແດງ.໑໕໓
154ບົດທີ 28 ດວງອາທິດເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກວ່າຢູ່ທ້ອງຟ້າມີດວງອາທິດ, ດວງຈັນ ແລະ ດວງດາວຕ່າງໆ.2. ອະທິບາຍວ່າ ດວງອາທິດເຄື່ອນຍ້າຍຂ້າມທ້ອງຟ້າທຸກມື້ເປັນປົກກະຕິ.3. ອະທິບາຍຜົນປະໂຫຍດຂອງດວງອາທິດທີ່ມີຕໍ່ຄົນ, ສັດ ແລະ ພືຶດ.4. ພັນລະນາວິທີປ້ອງກັນຕົນເອງຈາກແສງແດດ.(ໝາຍເຫດ: ບົດນີ້ສອນໄດ້ຜົນດີທີ່ສຸດແມ່ນໃນວັນທີ່ມີແດດອອກ).II. ການວັດ ແລະ ປະເມີນຜົນ1. ສັງເກດເບິ່ງນັກຮຽນຜ່ານການຕອບຄໍາຖາມ, ການສົນທະນາ ແລະ ການໃຫ້ຄໍາຄິດຄໍາເຫັນຕ່າງໆ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນອະທິບາຍຜົນປະໂຫຍດຂອງດວງອາທິດ3ນັກຮຽນສາມາດອະທິບາຍຢ່າງໜ້ອຍ 3 ຜົນປະໂຫຍດຈາກດວງອາທິດທີ່ມີຕໍ່ຄົນ, ສັດ ແລະ ພືດ.2ນັກຮຽນສາມາດອະທິບາຍ 2 ຜົນປະໂຫຍດຈາກດວງອາທິດ. 1ນັກຮຽນສາມາດອະທິບາຍ 1 ຜົນປະໂຫຍດຈາກດວງອາທິດ.0ນັກຮຽນບໍ່ສາມາດອະທິບາຍຜົນໂຫຍດຫຍັງໝົດຈາກດວງອາທິດ.ນັກຮຽນຄວນເຮັດລາຍການຜົນປະໂຫຍດດັ່ງຕໍ່ໄປນີ້:- ໃຫ້ແສງສະຫວ່າງເພື່ອໃຫ້ຄົນ ແລະ ສັດ ເບິ່ງເຫັນສິ່ງຕ່າງໆ. - ໃຫ້ຄວາມອົບອຸ່ນ.- ສໍາຄັນສໍາລັບການເຕີບໂຫຍ່ຂອງພືດ.- ໃຫ້ຮູ້ເວລາລະຫວ່າງໜຶ່ງວັນຂອງການດໍາລົງຊີວິດປະຈໍາວັນເຊັ່ນວ່າ ເວລາກິນອາຫານ.- ຊ່ວຍໃຫ້ພວກເຮົາຫາທິດທາງອ້ອມຂ້າງຂອງພວກເຮົາ.໑໕໔ສ ວ ສສະຫງວນລິຂະສິດ
155III. ເນື້ອໃນຕົ້ນຕໍ1. ໃນທ້ອງຟ້າມີດວງອາທິດ, ດວງຈັນ ແລະ ດວງດາວຕ່າງໆ. ດວງອາທິດມີແສງສະຫວ່າງຂອງມັນເອງ, ດວງ ອາທິດ (ຕາເວັນ ຫຼື ດວງຕາເວັນ) ມີການເຄື່ອນຍ້າຍ ແລະ ປ່ຽນແປງຕໍາແໜ່ງ ຈຶ່ງເຮັດໃຫ້ມີເວລາກາງເວັນ ແລະ ເວລາກາງຄືນ. ດັ່ງນັ້ນ, ໃນຕອນເຊົ້າ ພວກເຮົາຈະເຫັນດວງອາທິດ (ຕາເວັນ) ຂຶ້ນຈາກຂອບຟ້າ, ຈາກນັ້ນກໍຈະເຄື່ອນໄປອີກຟາກໜຶ່ງໃນຕອນແລງ. 2. ແສງສະຫວ່າງຂອງດວງອາທິດແມ່ນມີຜົນປະໂຫຍດຕ່ຄົນ, ສັດ ແລະ ພືດ, ຖ້າບ່ມີແສງສະຫວ່າງຈາກດວງອາ ໍໍທິດໂລກທີ່ພວກເຮົາອາໄສຢູ່ຈະໜາວ ແລະ ມືດ. ຄົນ, ສັດ ແລະ ພືດ ຈໍາເປັນຕ້ອງມີແສງແດດເພື່ອດໍາລົງຊີວິດ.3. ແສງແດດກ້າ ສາມາດທໍາລາຍຜິວໜັງໄດ້, ພວກເຮົາຄວນປົກປ້ອງຕົນເອງຈາກແສງແດດດ້ວຍການໃຊ້ຄັນຮົ່ມ, ໃສ່ໝວກ ແລະ ໃສ່ແວ່ນຕາດໍາກັນແດດ.4. ການແນມເບິ່ງດວງອາທິດໂດຍກົງ ໂດຍບໍ່ມີຫຍັງປ້ອງກັນຈະເຮັດໃຫ້ເສຍແສງຕາໄດ້.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ໜັງສືພິມ 2 ແຜ່ນ ຫຼື ຜ້າ 2 ຜືນນ້ອຍ, ທຽນ 2 ເຫຼັ້ມ, ຂວດແກ້ວ ຫຼື ກະປ໋ອງ 2 ຂວດ, ຈານໂລຫະ 2 ໃບ, ສະ ຖານທີ່ມີແສງແດດຊ່ອງ ແລະ ສະຖານທີ່ທີ່ມີີີຮົ່ມ.3. ແກ່ນຜັກນ້ອຍໆ ຫຼື ກ້ອນຫີນນ້ອຍໆ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູຖາມນັກຮຽນໃຫ້ພັນລະນາວ່າພວກເຂົາເຫັນຫຍັງເລື້ອຍໆຢູ່ໃນທ້ອງຟ້າ. ຄູຖາມຄໍາຖາມຕໍ່ໄປເພື່ອແນະນໍາຄວາມສົນໃຈຂອງນັກຮຽນ. ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມຢູ່ໂຕະຂອງພວກເຂົາຕາມຄໍາຖາມດັ່ງນີ້:- ແມ່ນຫຍັງຢູ່ເທິງທ້ອງຟ້າທີ່ເຮັດໃຫ້ພວກເຮົາອົບອຸ່ນ ແລະ ຮ້ອນໃນບາງເທ່ືອ?- ແມ່ນຫຍັງເຄື່ອນຍ້າຍຈາກຟາກໜຶ່ງຂອງທ້ອງຟ້າໄປອີກຟາກໜຶ່ງທຸກໆມື້?- ເວລາກາງເວັນ ແລະ ເວລາກາງຄືນແມ່ນແຕກຕ່າງກັນແນວໃດ?ຄູໃຫ້ນັກຮຽນ 2-3 ຄົນອອກມາແບ່ງປັນຄວາມຄິດຄວາມເຫັນ.2) ຄູໃຫ້ນັກຮຽນເບ່ງຮູບທີ 1 ຢ່ໃນຫົວຂ້ທີ 1. ຄູໃຫ້ນັກຮຽນສົນທະນາກັນເປັນກ່ມຢ່ໃນໂຕະຂອງພວກເຂົາຕາມຄໍາິູໍຸູຖາມດ່ັງລຸ່ມນີ້:- ນັກຮຽນເຫັນຫຍັງຢູ່ໃນຮູບທີ 1?- ມັນເກີດຫຍັງຂຶ້ນ?- ມັນເບິ່ງຄືຮ້ອນ ຫຼື ເຢັນຢູ່ໃນຮູບ? ເປັນຫຍັງຈຶ່ງວ່າແນວນັ້ນ?ຄູໃຫ້ນັກຮຽນ 2-3 ຄົນອອກມາແບ່ງປັນຄວາມຄິດຄວາມເຫັນ.3) ຄູໃຫ້ນັກຮຽນເບິ່ງຮູບທີ 2 ໃນຫົວຂໍ້ທີ 1. ໃຫ້ນັກຮຽນສົນທະນາກັນເປັນກຸ່ມຢູ່ໃນໂຕະຂອງພວກເຂົາຕາມຄໍາຖາມດ່ັງລຸ່ມນີ້:- ນັກຮຽນເຫັນຫຍັງຢູ່ໃນຮູບ?- ມັນເກີດຫຍັງຂຶ້ນ?- ນັກຮຽນນັ່ງຢູ່ໃສ? - ເປັນຫຍັງພວກເຂົາຈຶ່ງນັ່ງຢູ່ກ້ອງຕົ້ນໄມ້?- ເມື່ອນັ່ງຢູ່ກ້ອງຕົ້ນໄມ້ຮູ້ສຶກແນວໃດ?໑໕໕
156ຄູໃຫ້ນັກຮຽນ 2-3 ຄົນອອກມາແບ່ງປັນຄວາມຄິດຄວາມເຫັນ.4) ຄູອະທິບາຍໃຫ້ນັກຮຽນວ່າ ມື້ນີ້ພວກເຮົາຈະຮຽນຮູ້ກ່ຽວກັບດວງອາທິດ ແລະ ມັນເຄື່ອນຍ້າຍຂ້າມທ້ອງຟ້າໄດ້ແນວໃດ. ພ້ອມທັງພວກເຮົາຈະໂອ້ລົມກັນກ່ຽວກັບວ່າເປັນຫຍັງດວງອາທິດຈຶ່ງສໍາຄັນຕໍ່ກັບຄົນ, ສັດ ແລະ ພືດ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ການສັງເກດດວງອາທິດ1) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 2 ແລະ ໃຫ້ນັກຮຽນສົນທະນາກັນເປັນກຸ່ມ ວ່າຮູບ 3 ໃບນັ້ນໄດ້ສະແດງເຖິງຫຍັງແດ່? ຄູໃຫ້ນັກຮຽນ 2-3 ຄົນອອກມາແບ່ງປັນຄວາມຄິດຄວາມເຫັນ.2) ຄູແນະນໍາຄໍາວ່າ “ຕາເວັນຂຶ້ນ” ແລະ “ຕອນເຊົ້າ” ແລະ ຖາມນັກຮຽນວ່າ:- ຄໍາສັບເຫຼົ່ານີ້ໝາຍເຖິງຫຍັງ?ຄູອະທິບາຍວ່າ ຮູບທີ 1 ສະແດງເຖິງ ຕາເວັນຂຶ້ນ. ຄູອະທິບາຍວ່າ ນີ້ແມ່ນເວລາຕາເວັນຂຶ້ນມາເປັນສິ່ງທໍາ ອິດໃນຕອນເຊົ້າ ແລະ ມັນເລີ່ມໃຫ້ແສງສະຫວ່າງອໍາທິດ. ໃຫ້ນັກຮຽນເວົ້າຄືນຄໍາວ່າ“ຕາເວັນຂຶ້ນ” ຫຼາຍຄັ້ງ ຈາກນັ້ນ, ຄູເຮັດຄືກັນກັບຄໍາວ່າ “ຕອນເຊົ້າ”. ຄູຖາມວ່າ:- ມັນເກີດຫຍັງຂຶ້ນໃນຕອນເຊົ້າ?- ນັກຮຽນເຮັດຫຍັງໃນຕອນເຊົ້າ?ຄູຊຸກຍູ້ນັກຮຽນຫຼາຍຄົນແບ່ງປັນປະສົບການສ່ວນຕົວ. ນັກຮຽນອາດຈະເວົ້າວ່າ ພວກເຂົາຕື່ນນອນ, ລຸກ ຂຶ້ນ ແລະ ກິນອາຫານເຊົ້າ, ພວກເຂົາກຽມພ້ອມໄປໂຮງຮຽນ, ພວກເຂົາອອກໄປເກືອສັດ.3) ຄູຢາຄືນຄໍາຖາມຊຸດນີ້ ແລະ ຝຶກຄໍາເວົ້າກັບຮູບທີ 2 ແລະ 3. ຄູແນະນໍາຄໍາສັບທີ່ວ່າ “ຕອນທ່ຽງ”, “ຕາເວັນ ໍ ້ຕົກ” ແລະ “ຕອນແລງ” ຄູອະທິບາຍວ່າ ສິ່ງເຫຼົ່ານີ້ແມ່ນເປັນພາກສ່ວນໜຶ່ງຂອງ “ເວລາກາງເວັນ” ເມື່ອຕາເວັນຍັງຊ່ອງແສງຢູ່ເທິງທ້ອງຟ້າ.4) ຄູແນະນໍານັກຮຽນທັງໝົດອອກໄປຂ້າງນອກຫ້ອງ ແລະ ຢືນເປັນ 2-3 ແຖວຕາມຄວາມເໝາະສົມ. ຄູເຕືອນນັກຮຽນກ່ຽວກັບຄວາມອັນຕະລາຍຂອງການເບິ່ງດວງອາທິດໂດຍກົງ. ຄູໃຫ້ນັກຮຽນເຮັດຕາມດັ່ງນີ້:- ປີ່ນຕົວຂອງນັກຮຽນ ແລະ ຊີ້ໃສ່ບ່ອນຕາເວັນຂຶ້ນມາໃນຕອນເຊົ້າ.- ເວົ້າຊືີ່ຄໍາສັບອັນນີ້ “ຕາເວັນຂຶ້ນ”.5) ຄູກວດກາເບິ່ງວ່າ ນັກຮຽນທັງໝົດກໍາລັງຊີ້ໃສ່ທິດທາງທີ່ຖືກຕ້ອງ ແລະ ສະແດງໃຫ້ເຫັນຕາມຄວາມຈໍາເປັນແລ້ວບໍ່. ຈາກນັ້ນ ຄູໃຫ້ນັັກຮຽນ. ຄົ້ນຫາທີ່ຕັ້ງດວງອາທິດໃນທ້ອງຟ້າ ແລະ ຊີ້ໃສ່ມັນ.6) ຄູກວດກາອີກເທື່ອໜຶ່ງວ່ານັກຮຽນທັງໝົດກໍາລັງຊີ້ໃສ່ທິດທາງທີ່ຖືກຕ້ອງ ແລະ ສະແດງໃຫ້ເຫັນຕາມຄວາມຈໍາເປັນແລ້ວບໍ່. ຈາກນັ້ນ ຄູໃຫ້ນັັກຮຽນ.- ປີ່ນຕົວຂອງນັກຮຽນ ແລະ ຊີ້ໃສ່ບ່ອນຕາເວັນຕົກໃນຕອນແລງ.- ເວົ້າຊືີ່ສໍາສັບອັນນີ້ “ຕາເວັນຕົກ”.7) ຄູກວດກາອີກເທື່ອໜຶ່ງວ່ານັກຮຽນທັງໝົດກໍາລັງຊີ້ໃສ່ທິດທາງທີ່ຖືກຕ້ອງ ແລະ ສະແດງໃຫ້ເຫັນຕາມຄວາມຈໍາເປັນແລ້ວບໍ່. 8) ຕໍ່ມາ ຄູໃຫ້ນັກຮຽນສະແດງເສັ້ນທາງຂອງດວງອາທິດ ຂະນະທີ່ມັນກໍາລັງເຄື່ອນຍ້າຍຂ້າມທ້ອງຟ້າ. ຄູບອກນັກຮຽນເຮັດຕາມຂັ້ນຕອນເຫຼົ່ານີ້:- ເລີ່ມຈາກ ຊີ້ໃສ່ສະຖານທີ່ບ່ອນ “ຕາເວັນຂຶ້ນ” ເກີດຂຶ້ນ. - ຈາກນັ້ນ ເຄື່ອນຍ້າຍນິ້ວມືໃນເສັ້ນຊື່, ຊີ້ຂຶ້ນໃສ່ບ່ອນຕາເວັນຢູ່ຕອນນີ້.- ຈາກນັ້ນ ເຄື່ອນຍ້າຍນີ້ວມືຂອງພວກເຂົາຊີ້ຜ່ານຂ້າມທ້ອງຟ້າຈາກບ່ອນຕາເວັນຢູ່ຕອນນີ້ໄປບ່ອນທີ່ “ຕາເວັນ ຕົກ”.໑໕໖ສ ວ ສສະຫງວນລິຂະສິດ
1579) ຄູອະທິບາຍວ່າ ຕາເວັນເຄື່ອນຍ້າຍໄປຕາມເສັ້ນທາງເກົ່າທຸກໆມື້. ຖ້າພວກເຮົາຮູ້ຕາເວັນເຄືື່ອນຍ້າຍແນວໃດແລະ ມັນໄປຕາມເສ້ນທາງເກ່າທຸກໆມ້. ຈາກນ້ນ, ຈາກເຮົາກໍຈະສາມາດນໍາໃຊ້ດວງຕາວັນຊ່ວຍພວກເຮົາຊອກັົືັຫາທິດທາງໄດ້. ຕົວຢ່າງ: ນັກຮຽນບາງຄົນຍ່າງໄປທາງ “ຕາເວັນຕົກ” ກັບບ້ານຫຼັງເລີກໂຮງຮຽນ, ຈາກ ໝູ່ບ້ານໄປຫາແມ່ນານັກຮຽນຕ້ອງຍ່າງໄປສະຖານທີ່ທາງຕາເວັນຂຶ້ນ.ໍ ້10) ຄູອະທິບາຍວ່າ ເວລາລະຫວ່າງຕາເວັນຂຶ້ນ ແລະ ຕາເວັນຕົກພວກເຮົາສາມາດເບິ່ງເຫັນຢໃນທ້ອງຟ້າແມ່ນູ່ເອີ້ນວ່າ “ຍາມກາງເວັນ” ຄູໃຫ້ນັກຮຽນເວົ້າຄືນຄໍາສັບນີ້ຫຼາຍໆຄັ້ງ. ຄູອະທິບາຍອີກວ່າເວລາກາງເວັນພວກເຮົາສາມາດເບ່ງເຫັນ ແລະ ເຮັດວຽກງານຕ່າງໆດ້ວຍການໃຊ້ແສງສະຫວ່າງຈາກດວງອາທິດ, ເຖິງແມ່ນວ່າບາງຄ້ງ ິັຈະມີກ້ອນເມກບັງດວງອາທິດ ຫື ບ່ເຫັນແສງສະຫວ່າງຂອງດວງອາທິດແຕ່ມັນກໍມີຄວາມຮຸ່ງພຽງພໍທ່ຜ່ານກ້ອນຼໍີເມກເພື່ອໃຫ້ແສງສະຫວ່າງແກ່ພວກເຮົາ.ດວງອາທິດໃຫ້ແສງສະຫວ່າງແກ່ພວກເຮົາເພື່ອເຮັດວຽກງານຕ່າງໆ ແລະ ເຮັດໃຫ້ວຽກຂອງພວກເຮົາສໍາເລັດໃນເວລາແຕ່ລະວັນ ແລະ ດວງອາທິດຊ່ວຍພວກເຮົາຊອກຫາທາງອ້ອມຂ້າງ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ)2. ການທົດລອງ1) ຄູພານັກຮຽນຍ່າງໄປບ່ອນຮົ່ມກ້ອງຕົ້ນໄມ້ ຫຼື ລຸ່ມລະບຽງຂອງຫ້ອງຮຽນແລ້ວຄູຖາມນັກຮຽນວ່າ.- ຮູ້ສຶກແນວໃດ ເມື່ອນັກຮຽນຢືນຢູ່ໃນແສງແດດ?- ຮູ້ສຶກແນວໃດຕອນນີ້ທີ່ນັກຮຽນຢູ່ກ້ອງຕົ້ນໄມ້?- ມັນແຕກຕ່າງກັນແນວໃດ? ມັນຮ້ອນກວ່າ ຫຼື ມັນເຢັນກວ່າຢູ່ນອກທີ່ມີແສງແດດ?- ມັນເກີດຂຶ້ນໄດ້ຍ້ອນຫຍັງ?- ຕົ້ນໄມ້ນີ້ໃຫ້ຫຍັງແກ່ເຮົາ?2) ຄູອະທິບາຍວ່າຕໍ່ໄປຈະເຮັດການທົດລອງ ເພື່ອເບິ່ງວ່າແສງແດດ ຫຼື ດວງອາທິດຊ່ວຍຄົນ, ສັດ ແລະ ພືດ ແນວໃດ?3) ຄູແບ່ງນັກຮຽນອອກເປັນກຸ່ມ ແລະ ອະທິບາຍແຕ່ລະກຸ່ມຕ້ອງເຮັດຫຍັງແດ່.ກຸ່ມທີ 1: ເອົາຜ້ານ້ອຍ 2 ຜືນ ຫື ເຈ້ຍຈຸ່ມລົງນາ. ເອົາ 1 ຜືນອອກຕາກແດດ ແລະ ອີກ 1 ຜືນຕາກໄວ້ຢ່ບ່ອນຮົ່ມ. ຼໍ ູ້ຈາກນັ້ນກັບເຂົ້າໄປໃນຫ້ອງຮຽນ.ກຸ່ມທີ 2: ເອົາແກ້ວທ່ມີຝາອັດ 2 ຂວດ ຫື ກະປ໋ອງ. ເອົາ 1 ຂວດອອກຕາກແດດ ແລະ ອີກ 1 ຂວດຢ່ບ່ອນຮົ່ມ. ີຼູຈາກນັ້ນກັບເຂົ້າໄປໃນຫ້ອງຮຽນ.ກຸ່ມທີ 3: ວາງທຽນໄຂໃສ່ເທິງ 2 ຈານ. ເອົາ 1 ຈານໄປຕາກແດດ ແລະ ອີກ 1 ຈານເອົາໄປໄວ້ຢູ່ບ່ອນຮົ່ມຈາກນັ້ນກັບເຂົ້າໄປໃນຫ້ອງຮຽນ.4) ແຕ່ລະກຸ່ມໄດ້ຖືກໃຫ້ສົນທະນາຮ່ວມກັນ ພວກເຂົາຈະຄິດວ່າເກີດຫຍັງຂຶ້ນກັບສິ່ງທີ່ພວກເຂົາວາງໄວ້ຕາກແດດ ກັບຢູ່ໃນຮົ່ມ. ໃຫ້ຕົວແທນຂອງແຕ່ລະກຸ່ມ.- ອະທິບາຍພວກເຂົາໄດ້ເຮັດຫຍັງແດ່?- ພວກເຂົາຄິດວ່າມັນອາດຈະເກີດຫຍັງຂຶ້ນ?ແຕລະກມໄດຖກຖາມ ແລະ ໃຫ້ສ່ງຕົວແທນກ່ມອອກໄປເກັບເອົາສ່ງຂອງທ່ພວກເຂົາເອົາໄປຕາກແດດ ຸ່ ່້ືົຸິີແລະ ຢູ່ໃນຮົ່ມກັບຄືນມາ. ແຕ່ລະກຸ່ມສົມທຽບສິ່ງຕ່າງໆ ແລະ ສົນທະນາຄວາມແຕກຕ່າງລະຫວ່າງສິ່ງຂອງທີ່ວາງໄວ້ບ່ອນມີແສງແດດ ແລະ ສິ່ງຂອງດຽວກັນທີ່ວາງໄວ້ຢູ່ບ່ອນຮົ່ມ. ຕົວແທນຂອງແຕ່ລະກຸ່ມພັນລະນາດ່ັງນີ້:໑໕໗
158- ພັນລະນາການທົດລອງ.- ມັນເກີດຫຍັງຂຶ້ນ?- ມັນມີຄວາມແຕກຕ່າງຫຍັງລະຫວ່າງສິ່ງທີ່ວາງໄວ້ຢູ່ແສງແດດ ແລະ ສິ່ງທີ່ວາງໄວ້ບ່ອນຮົ່ມ?5) ຄູໃຫ້ຫົວໜ້າກຸ່ມສະຫຼຸບໂດຍອີງຕາມການທົດລອງ ແລະ ການສົນທະນາ. ຈາກການຮຽນໃນບົດຮຽນທີ່ຜ່ານມາ ຄູສະຫຼຸບວ່າດວງອາທິດໃຫ້ຜົນປະໂຫຍດຫຼາຍຢ່າງລວມມີຄວາມຮ້ອນ, ແສງສະຫວ່າງ, ທິດທາງ, ເວລາກາງ ເວັນ, ເວລາກາງຄືນ ແລະ ຊ່ວຍໃຫ້ຕົ້ນໄມ້ເຕີບໂຕ.3. ການສົນທະນາກ່ຽວກັບການນໍາໃຊ້1) ຄູໃຫ້ນັກຮຽນເບິ່ງຮູບຢູ່ໃນຫົວຂໍ້ທີ 3 ຢູ່ໃນປຶ້ມແບບຮຽນ ແລະ ໂອ້ລົມກ່ຽວກັບ \"ຜົນປະໂຫຍດຂອງດວງອາທິດທີ່ມີຕໍ່ຄົນ, ສັດ ແລະ ພືດ\". 2) ຄູໃຫ້ນັກຮຽນເຮັດຕາມຄໍາຖາມດັ່ງນີ້:- ເປັນຫຍັງຕົ້ນໄມ້ ແລະ ດອກໄມ້ຈໍາເປັນຕ້ອງໄດ້ແສງສະຫວ່າງພຽງພໍ?(ດອກໄມ້ງາມ, ໃບຂຽວງາມ, ການເຕີບໃຫຍ່).- ເປັນຫຍັງຄົນຈຶ່ງຕ້ອງການຕາກເສື້ອຜ້າໃນແສງແດດ? (ແຫ້ງໄວ້, ແສງແດດຂ້າເຊື້ອໂລກ). - ເປັນຫຍັງຄົນຈຶ່ງມັກອາບແດດໃນຕອນເຊົ້າ? (ໃຫ້ຮ່າງກາຍອົບອຸ່ນ).- ເປັນຫຍັງ ຄົນຈຶ່ງເອົາປາ ຫຼື ຊີ້ນຕາກແດດ? (ເພື່ອເກັບປາ ແລະ ຊີ້ນໄວ້ໄດ້ດົນບໍ່ເນົ່າ, ຂ້າເຊື້ອໂລກ, ບໍ່ເໝັນ).3) ນັກຮຽນສົນທະນາຫົວຂໍ້ຕ່າງໆໃນກຸ່ມ. ຈາກນັ້ນຕົວແທນຂອງແຕ່ລະກຸ່ມລາຍງານຄືນ.ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)4. ສັງເກດ ແລະ ສົນທະນາ1) ຄູໃຫ້ນັກຮຽນຄິດກ່ຽວກັບພວກເຂົາຮູ້ສຶກແນວໃດ ເມື່ອພວກເຂົາຢືນຢູ່ໃນແສງແດດທີ່ຮ້ອນ.2) ໃຫ້ນັກຮຽນສົນທະນາໃນໂຕະກຸ່ມຂອງພວກເຂົາກ່ຽວກັບແສງແດດທີ່ຮ້ອນ ຫຼື ແສງແດດກ້າ ແລະ ມັນມີຜົນກະ ທົບຕໍ່ຄົນ, ສັດ ແລະ ພືດແນວໃດ? ຄູຖາມນັກຮຽນວ່າ:- ໃຜເຄີຍໃສ່ເສື້ອຜ້າ, ໝວກ ແລະ ເກີບ ໃນຂະນະທີ່ກໍາລັງຍ່າງຜ່ານສະຖານທີ່/ຂ້າງນອກທີ່ມີແສງແດດກ້າ? - ເປັນຫຍັງນັກຮຽນຈຶ່ງໄດ້ເຮັດແນວນີ້?- ມັນໄດ້ປົກປ້ອງນັກຮຽນແນວໃດ? - ພວກເຮົາສາມາດປົກປ້ອງຕົວເຮົາເອງຈາກຜົນກະທົບຂອງແສງແດດແນວໃດ?3) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 4 ໃນປຶ້ມແບບຮຽນ ແລະ ສົນທະນາໃນກຸ່ມຂອງພວກເຂົາເຈົ້າ.- ຮູບຕ່າງໆໄດ້ສະແດງເຖິງຫຍັງ?- ພວກມັນກໍາລັງບອກຫຍັງເຮົາກ່ຽວກັບການປ້ອງກັນຈາກແສງແດດ?- ເວລາໃດຂອງມື້ທີ່ຮ້ອນທີ່ສຸດ?- ເວລາໃດເຮົາຄວນຫຼີກເວັ້ນຈາກແສງແດດກ້າ? (ເວລາຕອນເຊົ້າເມື່ອມາເຂົ້າຮຽນຢູ່ໂຮງຮຽນຈົນຮອດເວລາກັບບ້ານຍ້ອນວ່ານີ້ແມ່ນເວລາຕາເວັນມີຄວາມຮ້ອນຫຼາຍ). ການວັດ ແລະ ປະເມີນຜົນນໍາໃຊ້ຣູບິກ ຄູຍ້າຍຈາກກຸ່ມໜຶ່ງໄປຫາອີກກຸ່ມ ເພື່ອປະເມີນນັກຮຽນແຕ່ລະຄົນທີ່ມີສ່ວນຮ່ວມໃນການສົນທະນາ.ການວັດ ແລະ ປະເມີນຜົນຄູຖາມຄໍາຖາມເພີ່ມຕື່ມ ແລະ ໃຫ້ຄໍາ ສັບພິເສດຕາມຄວາມຈໍາເປັນ ເພື່ອສະໜັບສະໜູນການສົນທະນາເປັນກຸ່ມ.໑໕໘ສ ວ ສສະຫງວນລິຂະສິດ
159- ເມື່ອຢູ່ຂ້າງນອກ ຫຼື ເຮັດກິດຈະກໍາຢູ່ສະໜາມຫຼິ້ນ ຫຼື ເດີ່ນຂ້າງນອກ, ພວກເຮົາຄວນເຮັດຫຍັງ? (ໃຊ້ຄັນຮົ່ມ, ໃສໝວກ ແລະ ໃສ່ເສ້ອແຂນຍາວເພ່ອປ້ອງກັນຜິວໜັງຈາກແສງແດດ). ຄູໃຫ້ນັກຮຽນ 2-3 ຄົນອອກມາສະ່ືືແດງຄວາມຄິດເຫັນຕ່ໝ່ໃນຫ້ອງ.ໍູສໍາລັບນັກຮຽນຊົນເຜົ່າ: ຄູຄວນອະທິບາຍເປັນພາສາທ້ອງຖິ່ນຄວາມໝາຍຂອງຄໍາສັບດັ່ງຕໍ່ໄປນີ້: ດວງອາທິດ, ດວງຈັນ, ດວງດາວ, ຕາເວັນຂຶ້ນ, ຕາວັນຕົກ, ຕອນທ່ຽງ, ຄັນຮົ່ມ, ແສງແດດ, ແດດໄໝ້, ມະເຮັງຜິວ ໜັງ, ຜິວກະຕຸດກະຕິດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)5. ການສົນທະນາເປັນກຸ່ມ1) ຄູໃຫ້ນັກຮຽນເປັນຜູ້ຊ່ວຍແຈກຢາຍກ້ອນຫີນນ້້ອຍໆໃຫ້ແຕ່ລະກຸ່ມ. ຈາກນັ້ນຄູໃຫ້ນັກຮຽນເບິ່ງຮູບຕ່າງໆໃນຫົວຂໍ້ທີ 5 ໃນປຶ້ມແບບຮຽນ. ແຕ່ລະກຸ່ມຈະສົນທະນາ ແລະ ຈາກນັ້ນເລືອກເອົາ 5 ຮູບຂອງເຄື່ອງໃຊ້ທີ່ຈະປ້ອງກັນ ຜິວໜັງຂອງພວກເຂົາໃນເວລາເຮັດວຽກຢ່ສະໝາມ (ຂ້າງນອກ) ແລະ ບ່ອນກາງແຈ້ງທ່ມີແສງແດດກ້າ. ໃຫ້ນັກູີຮຽນເອົາກ້ອນຫີນນ້ອຍໆວາງໃສ່ເທິງຮູບຈໍານວນ 5 ຮູບ ສິ່ງທີ່ໄດ້ເລືອກໃຊ້.2) ຕົວແທນຂອງແຕ່ລະກຸ່ມອອກມາລາຍງານ ໃຫ້ເຫດຜົນວ່າເປັນຫຍັງພວກເຂົາຈຶ່ງໄດ້ເລືອກອຸປະກອນ ຫຼື ເຄື່ອງ ໃຊ້ເຫຼົ່ານັ້ນ ເພື່ອປ້ອງກັນຜິວໜັງ?3) ຄູຖາມ ຄໍາຖາມລາຍລະອຽດອີກຕື່ມວ່າ:- ເປັນຫຍັງຈຶ່ງໄດ້ເລືອກເອົາຄັນຮົ່ມ? - ນັກຮຽນໃຊ້ມັນແນວໃດ?- ມັນປ້ອງກັນຜິວໜັງນັກຮຽນໄດ້ແນວໃດ?- ມັນງ່າຍທີ່ຈະໃຊ້ຄັນຮົ່ມໃນເວລາເຮັດວຽກບໍ່? ເປັນຫຍັງ? - ມັນສະດວກທີ່ຈະໃຊ້ຄັນຮົ່ມໃນເວລາເດີນທາງໄປໂຮງຮຽນບໍ່? - ນັກຮຽນຄວນຈະໃຊ້ຫຍັງແທນຄັນຮົ່ມ? ຢ້ໍາຄືນຄໍາຖາມເຫຼົ່ານີ້ກັບສິ່ງຂອງອື່ນໆ.ຂັ້ນສະຫຼຸບ (5 ນາທີ)1) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ ພວກເຂົາໄດ້ຮຽນຮູ້ຫຍັງແດ່? ຄູຖາມວ່າ.- ນັກຮຽນໄດ້ຮຽນຮູ້ຫຍັງແດ່ກ່ຽວກັບດວງອາທິດ? - ເປັນຫຍັງດວງອາທິດຈຶ່ງມີຜົນປະໂຫຍດຕໍ່ຄົນ, ສັດ ແລະ ພືດ? - ພວກເຮົາສາມາດປ້ອງກັນຕົວເອງຈາກແສງແດດກ້າທີ່ຈະມາທໍາລາຍຜິວໜັງເຮົາແນວໃດ?2) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ: ແສງແດດໃຫ້ຜົນປະໂຫຍດຫຼາຍຢ່າງຕໍ່ຄົນ, ສັດ ແລະ ພຶດ ເຊັ່ນ:- ດວງອາທິດໃຫ້ແສງສະຫວ່າງ. ດັ່ງນັ້ນ, ຄົນ ແລະ ສັດ ສາມາດເບິ່ງເຫັນວັດຖຸຕ່າງໆ.- ດວງອາທິດເຮັດໃຫ້ຮ່າງກາຍອົບອຸ່ນ.- ດວງອາທິດແມ່ນຈໍາເປັນສໍາລັບພືດອອກດອກ ແລະ ເຕີບໃຫຍ່ໃບຂຽວງາມ.- ດວງອາທິດແມ່ນຈໍາເປັນໃຫ້ຕົ້ນເຂົ້າເຕີບໃຫຍ່, ຮວງເຂົ້າແຫ້ງ ແລະ ອາຫານອື່ນໆ.- ດວງອາທິດໃຫ້ຄວາມຮ້ອນ ເພື່ອຕາກເສື້ອຜ້າ ແລະ ປາ/ຊີ້ນ.- ດວງອາທິດຊ່ວຍຄົນຫາທິດທາງ.- ດວງອາທິດໃຫ້ພວກເຮົາວາງແຜນປະຈໍາວັນ ຫຼື ຕາຕະລາງເພ່ືອເຮັດກິດຈະກໍາຕ່າງໆ.໑໕໙
160ບົດທີ 29 ອາກາດເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ.2. ອະທິບາຍຄວາມໝາຍຂອງສັນຍະລັກເຫຼົ່ານັ້ນເປັນຄໍາສັບ ແລະ ສະແດງທ່າທາງ.3. ອະທິບາຍວ່າ ການກຽມຮັບມືນໍາສະພາບຝົນຕົກໜັກ, ລົມແຮງ ແລະ ອາກາດຮ້ອນ.II. ການວັດ ແລະ ປະເມີນຜົນ1. ປະເມີນນັກຮຽນໂດຍອີງໃສ່ການຕອບຄໍາຖາມ ແລະ ການມີສ່ວນຮ່ວມໃນການເຮັດກິດຈະກໍາຕ່າງໆຂອງນັກຮຽນ. 2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.ຄະແນນແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ.4ແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ 8 ຢ່າງ.3ແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ 6-7 ຢ່າງ.2ແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ 4-5 ຢ່າງ1ແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນ 1-3 ຢ່າງ.0ບໍ່ສາມາດແຕ້ມສັນຍະລັກຂອງສະພາບອາກາດທ້ອງຖິ່ນໄດ້.III. ເນື້ອໃນຕົ້ນຕໍ1. ຄໍາສັບທ່ກ່ຽວກັບອາກາດເຊ່ນ: ມີກ້ອນເມກ, ຝົນຕົກ, ດວງອາທິດ, ຫິມະຕົກ, ລົມແຮງ, ຟ້າຮ້ອງຟ້າຜ່າ, ຮ້ອນ, ີັອົບອຸ່ນ ແລະ ໜາວ. 2. ອາກາດປ່ຽນແປງໄປທຸກໆມື້.3. ມີສັນຍານ ຫຼື ປາກົດການກ່ຽວກັບສະພາບແວດລ້ອມ ແລະ ສິ່ງທີ່ປາກົດເທິງທ້ອງຟ້າທີ່ເຮົາສາມາດເຫັນ ເຊິ່ງ ຊ່ວຍບອກວ່າ ອາກາດຈະເປັນແນວໃດ. 4. ພວກເຮົາຕ້ອງສາມາດຮູ້ປາກົດການຂອງສະພາບອາກາດ ແລະ ກຽມຄວາມພ້ອມຮັບມືກັບພາບດິນຟ້າອາກາດຕ່າງໆເຊັ່ນ: ເມື່ອໃດທີ່ຈະມີຝົນຕົກໜັກ, ລົມແຮງ, ອາກາດຮ້ອນອົບເອົ້າ ແລະ ອາກາດໜາວ.໑໖໐ສ ວ ສສະຫງວນລິຂະສິດ
161IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ກະດານດໍານ້ອຍ ແລະ ສໍຂາວ ຫຼື ເຈ້ຍເອ 4 ແລະ ສໍສີ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູຖາມນັກຮຽນ, “ອາກາດມື້ນີ້ເປັນແນວໃດ?” ຄູຊຸກຍູ້ໃຫ້ນັກຮຽນສົນທະນາກັນເປັນກຸ່ມຢູ່ໂຕະຂອງນັກຮຽນ ຫຼັງຈາກນັ້ນໃຫ້ນັກຮຽນ 2-3 ຂຶ້ນຕອບ. 2) ຄູຖາມນັກຮຽນ “ນັກຮຽນມັກອາກາດແບບໃດ? (ຮ້ອນ, ໜາວ, ເຢັນ, ອົບອຸ່ນ) ເປັນຫຍັງ?” ຄູໃຫ້ນັກຮຽນແລກປ່ຽນຄວາມຄິດເຫັນນໍາໝູ່ຢູ່ໂຕະຂອງນັກຮຽນ. ຄູໃຫ້ນັກຮຽນ 1-2 ຄົນຂຶ້ນຕອບ.3) ຄູຂຽນຄໍາວ່າ “ອາກາດ” ໃສ່ກະດານ. ຄູໃຫ້ນັກຮຽນເວົ້າຄໍາສັບດັ່ງກ່າວຊໍ້າຄືນຫຼາຍໆເທື່ອ. 4) ຄູບອກນັກຮຽນວ່າ ໃນບົດນີ້ ພວກເຮົາຈະຮຽນກ່ຽວກັບອາກາດ, ປະເພດຂອງອາກາດ, ການເບິ່ງສັນຍານຂອງ ສະພາບອາກາດ ແລະ ການກຽມພ້ອມເພື່ອຮັບມືກັບສະພາບອາກາດຕ່າງໆ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1. ການສັງເກດຢູ່ນອກຫ້ອງຮຽນ1) ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມຢູ່ໂຕະຂອງນັກຮຽນ ກ່ຽວກັບຄໍາຖາມຕໍ່ໄປນີ້.- ອາກາດແມ່ນຫຍັງ?- ເຮົາສໍາພັດໄດ້ບໍ່?- ເຮົາເບິ່ງເຫັນບໍ່?- ເຮົາຮູ້ສຶກໄດ້ບໍ່? - ເຮົາດົມໄດ້ບໍ່? - ເຮົາຮູ້ໄດ້ແນວໃດວ່າອາກາດມື້ນີ້ເປັນແນວໃດ? - ເຮົາຮູ້ໄດ້ແນວໃດ?2) ຄູອະທິບາຍວ່າ ພວກເຮົາບໍ່ສາມາດເບິ່ງເຫັນອາກາດທີ່ຢູ່ອ້ອມຕົວເຮົາ, ແຕ່ເຮົາສາມາດຮູ້ສຶກໄດ້ ແລະ ເຮົາສາມາດສັງເກດເບິ່ງສັນຍານຕ່າງໆຂອງສະພາບອາກາດ. ສັນຍານເຫຼົ່ານີ້ ເຕືອນໃຫ້ເຮົາຮູ້ ແລະ ຊ່ວຍໃຫ້ເຮົາຮູ້ວ່າ ສະພາບອາກາດເປັນແນວໃດ. ສະນັ້ນ, ເຮົາຕ້ອງເບິ່ງສັນຍານຫຍັງແດ່ ແລະ ເປັນຫຍັງຈຶ່ງສໍາຄັນ?3) ຄູອະທິບາຍໃຫ້ນັກຮຽນວ່າ ນັກຮຽນທັງໝົດຈະໄດ້ອອກໄປນອກຫ້ອງ ເພື່ອສັງເກດສະພາບດິນຟ້າອາກາດເປັນໄລຍະເວລາສັ້ນໆ. ຄູໃຫ້ນັກຮຽນເຮັດກິດຈະກໍາເປັນກຸ່ມ ກຸ່ມລະ 3 ຄົນໃນການສັງເກດເບິ່ງ.- ສະພາບອາກາດມື້ນີ້ເປັນແນວໃດ? ຄູບອກໃຫ້ນັກຮຽນແຕ່ລະກຸ່ມບອກສັນຍານ 3 ຢ່າງ ທີ່ບົ່ງບອກກ່ຽວກັບສະພາບອາກາດ. ແຕ່ວ່າ “ເຮົາຈະເບິ່ງຢູ່ ບ່ອນໃດ?” ຄູເຕືອນໃຫ້ນັກຮຽນເບິ່ງຢູ່ອ້ອມໂຕຂອງນັກຮຽນ ເພື່ອຊອກຫາສັນຍານ- ຢູ່ເທິງອາກາດບໍ່?- ຢູ່ເທິງພື້ນດິນບໍ່?- ຢູ່ເທິງຕົ້ນໄມ້ບໍ່?4) ຫຼັງຈາກ 5 ນາທີ ຄູພານັກຮຽນກັບເຂົ້າຫ້ອງ. ຄູໃຫ້ນັກຮຽນອະທິບາຍສິ່ງທີ່ນັກຮຽນສັງເກດເຫັນຢູ່ທາງນອກ. ຄູໃຫ້ຕົວແທນຈາກແຕ່ລະກຸ່ມຂຶ້ນມາລາຍງານກ່ຽວກັບສັນຍານຕ່າງໆທີ່ນັກຮຽນສັງເກດເຫັນ. ນັກຮຽນອາດຈະ ເວົ້າວ່າ:ການວັດ ແລະ ປະເມີນຜົນຄູຊ່ວຍໃຫ້ນັກຮຽນເຂົ້າໃຈ ໂດຍ ການຖາມຄໍາຖາມເຈາະຈິ້ມກ່ຽວ ກັບຄໍາຄິດເຫັນ ແລະ ເຫດຜົນ ຂອງນັກຮຽນ ຖ້າຈໍາເປັນ.໑໖໑
162- ມີເມກ.- ອາກາດຮ້ອນ.- ມີແດດ.5) ຄູຖາມຄໍາຖາມເພື່ອຊ່ວຍນັກຮຽນອະທິບາຍ ແລະ ເວົ້າກ່ຽວກັບຄໍາສັບ ຫຼື ພາສາຂອງສະພາບອາກາດຕໍ່ໄປນີ້:- ເມກມີລັກສະນະເປັນແບບໃດ? - ໃຜຄິດວ່າເມກເບົາ ແລະ ນຸ້ມ? ຍົກມືຂຶ້ນ.- ໃຜຄິດວ່າເມກເປັນສີມືດໆ ແລະ ໜັກ? ຍົກມືຂຶ້ນ. - ເມກເປັນສີຫຍັງ? - ໃຜຄິດວ່າມີເມກຫຼາຍ? ຍົກມື້ຂຶ້ນ. - ໃຜວ່າມີເມກໜ້ອຍໜຶ່ງ? ຍົກມືຂຶ້ນ.ຄູສືບຕໍ່ຖາມຄໍາຖາມ, ໃຫ້ໂອກາດນັກຮຽນສະແດງຄວາມຄິດເຫັນແຕ່ລະເທື່ອ - ເມກເຄື່ອນທີ່ບໍ່?- ເມກເຄື່ອນທີ່ຊ້າ ຫຼື ໄວ?- ທ້ອງຟ້າມືດບໍ່? ຫຼື ແຈ້ງ? ຫຼື ທ້ອງຟ້າສົດໃສ? - ມີໃບໄມ້ ຫຼື ເຈ້ຍ ຖືກລົມພັດປິວໄປມາຢູ່ຕາມເດີ່ນບໍ່? - ຕົ້ນໄມ້ເໜັງບໍ່? - ນັກຮຽນຮູ້ສຶກມີລົມພັດມາໃສ່ໜ້າບໍ່? - ຮ້ອນບໍ່? ອົບອຸ່ນບໍ່? ໜາວບໍ່?6) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ຫົວຂໍ້ທີ 1ໃນປຶ້ມແບບຮຽນ ແລະ ສົນທະນາເປັນກຸ່ມຢູ່ໂຕະຂອງນັກຮຽນ,“ ມີສັນ ຍານອັນໃດແດ່ຢູ່ໃນຮູບ ທີ່ບົ່ງບອກວ່າສະພາບອາກາດເປັນແນວໃດ? ຄູໃຫ້ນັກຮຽນ 2-3 ຄົນສະແດງຄໍາຄິດ ເຫັນ ແລະ ອະທິບາຍສະພາບອາກາດຢູ່ໃນຮູບພາບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ການລະບຸ ແລະ ແຕ້ມສັນຍະລັກຂອງສະພາບອາກາດ1) ຄູໃຫ້ຜູ້ຊ່ວຍນັກຮຽນຢາຍກະດານດໍານ້ອຍ ແລະ ສໍຂາວ ຫຼື ເຈ້ຍ ໃຫ້ນັກຮຽນຜູ້ລະໜຶ່ງຢ່າງ. ຄູອະທິບາຍວ່າ ພວກເຮົາຈະຮຽນກ່ຽວກັບຄໍາສັບ ແລະ ສັນຍະລັກທີ່ສໍາຄັນກ່ຽວກັບສະພາບອາກາດ. ຄູຖາມວ່າ “ມີຄໍາສັບໃດແດ່ທີ່ໃຊ້ເພື່ອພັນລະນາສະພາບອາກາດທາງນອກ ແລະ ໃນຮູບພາບຢູ່ຫົວຂໍ້ທີ 1 ຂອງປຶ້ມແບບຮຽນ?” 2) ຄູໃຫ້ຂຽນຄໍາສັບຕ່າງໆທີ່ນັກຮຽນເວົ້າໃສ່ກະດານດໍາໃຫຍ່. ຄໍາສັບທີ່ນັກຮຽນເວົ້າອາດຈະມີ:- ຕາເວັນ ຫຼື ແດດ.- ລົມ ຫຼື ລົມພັດ.- ກ້ອນເມກ ຫຼື ມີເມກຫຼາຍ.- ຮ້ອນ.- ໜາວ.3) ຄູຊີ້ໃສ່ແຕ່ລະຄໍາ ແລະ ໃຫ້ນັກຮຽນເວົ້າຄືນຫຼາຍໆເທື່ອ, ແລ້ວຊີ້ໃສ່ຄໍາສັບ ແລະ ໃຫ້ນັກຮຽນອ່ານເອົາເອງ. ຄູໃຫ້ນັກຮຽນແນະນໍາທ່າທາງເພື່ອສະແດງສະພາບຂອງອາກາດ ຕົວຢ່າງ: - ແດດ: ໃຫ້ເຮັດແຂນເປັນວົງມົນໃຫຍ່. - ຝົນຕົນ: ກະດິກນີ້ວມືຂຶ້ນລົງຄືຝົນຕົກ. - ລົມ: ໃຫ້ຍ້າຍແຂນຈາກຟາກໜຶ່ງໄປຫາອີກຟາກໜຶ່ງໄວໆ. - ຮ້ອນ: ໃຫ້ເອົາຝ່າມືວີໃບໜ້າ. ໑໖໒ສ ວ ສສະຫງວນລິຂະສິດ
163ຄູເວົ້າຄືນຄໍາສັບທີ່ຢູ່ເທິງກະດານອີກບາດໜຶ່ງ. ໃນຂະນະທີ່ຄູຊີ້ໃສ່ຄໍາສັບ ໃຫ້ຄູ ແລະ ນັກຮຽນເວົ້າຄໍາສັບນັ້ນ ແລະ ສະແດງທ່າທາງປະກອບໄປພ້ອມ.4) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຫົວຂໍ້ທີ 2 ໃນປຶ້ມແບບຮຽນ. ໃຫ້ນັກຮຽນເຮັດກິດຈະກໍາເປັນກຸ່ມຢູ່ໂຕະຂອງນັກຮຽນ, ສົນທະນາແຕ່ລະຮູບ ແລະ ຕັດສິນໃຈວ່າແຕ່ລະຮູບໝາຍເຖິງຫຍັງ. ຫຼັງຈາກນັ້ນ ຄູຊີ້ໃສ່ແຕ່ລະຮູບ ແລະ ໃຫ້ນັກຮຽນຊີ້ໃສ່ຮູບດຽວກັນຢູ່ໃນປຶ້ມຂອງນັກຮຽນ ແລະ ໃຫ້ນັກຮຽນອະທິບາຍວ່າ ຮູບນັ້ນກ່ຽວກັບຫຍັງ. “ຮູບນັ້ນສະແດງໃຫ້ເຫັນເຖິງສະພາບອາກາດແນວໃດ?” ຄູຂຽນຄໍາສັບໃໝ່ໃສ່ກະດານ. 5) ຄູຊີ້ໃສ່ຄໍາສັບແຕ່ລະຄໍາອີກເທື່ອໜຶ່ງ, ເວົ້າຄໍາສັບ ແລ້ວສະແດງທ່າທາງ ຫຼື ສັນຍານດ້ວຍມືໄປນໍາ ແລະ ໃຫ້ນັກຮຽນເວົ້າຄືນນໍາຫຼັງຄູແຕ່ລະເທື່ອ.6) ຄໍາສັບໃໝ່ບາງຄໍາຕ້ອງໄດ້ສົນທະນາເພີ່ມຕື່ມ ເຊິ່ງຂຶ້ນກັບທີ່ຕັ້ງຂອງໂຮງຮຽນ ເຊັ່ນ: ຫິມະຕົກ, ຖ້າວ່ານັກຮຽນບໍ່ ເຄີຍເຫັນຫິມະ. ພ້ອມກັນນັ້ນ ກໍຕ້ອງໄດ້ສະເໜີທ່າທາງ ຫຼື ສັນຍານດ້ວຍມືສໍາລັບຄໍາສັບໃໝ່ພ້ອມ.7) ຄູຊີ້ໃສ່ຄໍາສັບແຕ່ລະຄໍາອີກເທື່ອໜຶ່ງ, ແຕ່ລະເທື່ອທີ່ຄູເວົ້າຄໍາສັບ, ໃຫ້ນັກຮຽນແຕ້ມສັນຍະລັກທີ່ຖືກຕ້ອງໃສ່ເທິງກະດານນ້ອຍຂອງນັກຮຽນ ແລ້ວຍົກກະດານຂຶ້ນ ເພື່ອໃຫ້ຄູກວດ. ຄູຊີ້ໃສ່ສັນຍະລັກແຕ່ລະຮູບ ແລ້ວໃຫ້ນັກຮຽນແຕ້ມສັນຍະລັກໃຫ້ຖືກຕ້ອງ.ສໍາລັບນັກຮຽນເຜົ່າ: ຕ້ອງໄດ້ອະທິບາຍເພີ່ມຕື່ມເພື່ອໃຫ້ນັກຮຽນສາມາດເຂົ້າໃຈຄໍາສັບທີ່ໃຊ້ອະທິບາຍສະພາບອາກາດໄດ້ ໂດຍສະເພາະຄໍາສັບທີ່ກ່ຽວຂ້ອງກັບສະພາບອາກາດໃນທ້ອງຖິ່ນຂອງເຂົາເຈົ້າ.ສະພາບທ້ອງຖິ່ນ ແລະ ສະພາບອາກາດທ້ອງຖິ່ນ ຕ້ອງໄດ້ເນັ້ນໜັກ ເຊັ່ນ ຫິມະ ເຊິ່ງນັກຮຽນອາດຈະບໍ່ຄຸ້ນເຄີຍ ແລະ ຕ້ອງໄດ້ອະທິບາຍເພີ່ມຕື່ມ. ຕົວຢ່າງ: ໃນວັນທີ 23-27 ມັງກອນ ປີ 2016 ມີຫິມະຕົກ ຫຼື ອາກາດໜາວຮຸນ ແຮງຢູ່ແຂວງຫົວພັນ ເຮັດໃຫ້ຜູ້ເຖົ້າ, ເດັກນ້ອຍໄດ້ຮັບຜົນກະທົບ ແລະ ງົວ/ຄວາຍໜາວຕາຍຈໍານວນໜຶ່ງ.ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)3. ການຄາດຄະເນສະພາບອາກາດ1) ຄູເວົ້າວ່າ ໃນຊົ່ວໂມງທໍາອິດຂອງບົດນີ້ ພວກເຮົາໄດ້ຮຽນຮູ້ກ່ຽວກັບສະພາບອາກາດ ໂດຍການສັງເກດເບິ່ງໃບໄມ້ທີ່ຖືກລົມພັດ, ກ້ອນເມກມີການເຄື່ອນທີ່. ອາກາດມີການປ່ຽນແປງ ໂດຍການເຄື່ອນທີ່ຂອງກ້ອນເມກຢູ່ເທິງຟ້າບາງເທື່ອໄວ, ບາງເທື່ອຊ້າ. ພວກເຮົາສາມາດສັງເກດສະພາບຂອງອາກາດໄດ້ງ່າຍ ເຊັ່ນລົມ ແຮງ, ມີເມກ ຫຼາຍ ແລະ ຝົນຕົກ. ເຮົາສາມາດຮູ້ສຶກເຖິງສະພາບຂອງກາດໄດ້ໂດຍການສໍາພັດ ເຊັ່ນ ການໃຊ້ສາຍຕາ, ສຽງ, ການຈບ ແລະ ດມ. ເຮົາຮູ້ສຶກເຖິງອາກາດໄດ້ດ້ວຍໂຕເຮົາເອງ ເຊ່ນ: ສາມາດຫາຍໃຈໄດ້ດີ, ຮູ້ສຶກ ສົດຊ່ນ, ນ່ງັົັືຸເສື້ອຜ້າທີ່ບາງເວລາອາກາດຮ້ອນ, ນຸ່່ງເສື້ອຜ້າທີ່ໜາເວລາອາກາດ ໜາວ.2) ໃນຊົ່ວໂມງທີ 2 ຂອງບົດຮຽນນີ້, ເຮົາຈະຮຽນຮູ້ກ່ຽວກັບ ການປ່ຽນແປງຂອງສະພາບອາກາດມີຜົນກະທົບ ຕໍ່ຄົນເຮົາແນວໃດ?3) ຄູທວນຄືນວ່າ ພວກເຮົາໄດ້ອອກໄປນອກຫ້ອງຮຽນເມື່ອກີ້ນີ້ ເພື່ອເບິ່ງສະພາບອາກາດ ແລະ ໄດ້ເວົ້າກ່ຽວກັບສະພາບອາກາດມື້ນີ້ເປັນແນວໃດ? ຄູໃຫ້ນັກຮຽນຄິດ ແລະ ສົນທະນາເປັນກຸ່ມຢູ່ໂຕະຂອງນັກຮຽນ ກ່ຽວກັບຄໍາຖາມຕໍ່ໄປນີ້:ການວັດ ແລະ ປະເມີນຜົນຄູນໍາໃຊ້ຕາຕະລາງເກນການໃຫ້ຄະແນນເພື່ອປະເມີນນັກຮຽນແຕ່ລະຄົນ.ການວັດ ແລະ ປະເມີນຜົນຄູຊຸກຍູ້ນັກຮຽນໃນການສົນທະນາ ໂດຍ ການຕັ້ງຄໍາຖາມຖາມນັກຮຽນ.໑໖໓
164- ອາກາດມື້ວານນີ້ເປັນແນວໃດ? - ອາກາດມື້ວານ ກັບມື້ນີ້ຄືກັນແນວໃດ? - ອາກາດມື້ວານ ກັບມື້ນີ້ຕ່າງກັນແນວໃດ?ຄູໃຫ້ຕົວແທນຈາກ 2-3 ກຸ່ມຂຶ້ນມາແລກປ່ຽນຄໍາຄິດເຫັນ.4) ຄູໃຫ້ນັກຮຽນສົນທະນາກັນໃນກຸ່ມຂອງຕົນເອງຕື່ມກ່ຽວກັບຄໍາຖາມຕໍ່ໄປນີ້:- ເຮົາຈະຮູ້ໄດ້ແນວໃດວ່າອາກາດມື້ອື່ນຈະເປັນແນວໃດ? - ເປັນຫຍັງຈຶ່ງສໍາຄັນ? - ຕົວຢ່າງ, ອາກາດມີຜົນກະທົບຕໍ່ໜ້າວຽກທີ່ເຮົາຈະເຮັດບໍ່? (ເຊັ່ນ ບໍ່ສາມາດອອກໄປຫຼິ້ນທາງນອກໄດ້ ຖ້າວ່າຝົນຕົກ).ຄູໃຫ້ຕົວແທນຈາກ 2-3 ກຸ່ມ ຂຶ້ນມາແລກປ່ຽນຄໍາຄິດເຫັນ.5) ຄູບອກນັກຮຽນວ່າ ພວກເຮົາຈະອອກໄປທາງນອກອີກເທ່ອໜຶ່ງ ເພ່ອສັງເກດເບ່ງສະພາບອາກາດ. ເທ່ອນ້ ພວກ ືືິືີເຮົາຈະມາເບງວ່າ ມີການປ່ຽນແປງຫຍັງແດ່ຈາກການທ່ເຮົາອອກມານອກກ່ອນໜ້ານ້. ຄູໃຫ້ນັກຮຽນເຮັດກິດຈະ ິ ່ີີກໍາເປັນກຸ່ມ ແລະ ເນັ້ນໃສ່ຂໍ້ມູນຕໍ່ໄປນີ້:- ສະພາບອາກາດແຕກຕ່າງຈາກກ່ອນໜ້ານີ້ບໍ່?- ມີຫຍັງປ່ຽນແປງແດ່?- ປ່ຽນແປງແນວໃດ?- ເມກມີການປ່ຽນແປງບໍ່? ປ່ຽນແປງແນວໃດ? - ລົມແຮງກວ່າເກົ່າບໍ່ ຫຼືວ່າຄ່ອຍກວ່າເກົ່າ? ນັກຮຽນຮູ້ໄດ້ແນວໃດ? - ຮ້ອນຂຶ້ນ ຫຼື ເຢັນລົງ? - ຝົນຈະຕົກບໍ່? ຍ້ອນຫຍັງ?6) ຄູນໍາພານັກຮຽນກັບເຂົ້າມາຫ້ອງຮຽນ, ຄູໃຫ້ຕົວແທນຈາກ 2-3 ກຸ່ມຂຶ້ນມາລາຍງານກ່ຽວກັບການສັງເກດຂອງ ພວກເຂົາ. ນັກຮຽນແຕ່ລະຄົນຕ້ອງພະຍາກອນອາກາດ ໂດຍອີງໃສ່ການສົນທະນາກຸ່ມ ແລະ ສາມາດຄາດ ເດົາໄດ້ວ່າ ສະພາບອາກາດຈະເປັນແນວໃດເວລາຕໍ່ໄປ ຫຼື ມື້ອື່ນ ແລະ ຍ້ອນຫຍັງ? ຫຼັງຈາກແຕ່ລະຄົນລາຍ ງານ, ຄູໃຫ້ນັກຮຽນທີ່ເຫຼືອອອກຄໍາເຫັນວ່າ ເຫັນດີ ຫຼື ບໍ່ເຫັນດີນໍາການພະຍາກອນອາກາດຂອງໝູ່ ໂດຍການ ຍົກໂປ້ຂຶ້ນ ຫຼື ລົງ.- ຖ້ານັກຮຽນເຫັນດີ (ໃຫ້ຍົກໂປ້ຂຶ້ນ).- ຖ້າບໍ່ເຫັນດີ (ໃຫ້ຍົກໂປ້ລົງ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 4. ສົນທະນາເປັນຄູ່1) ຄູໃຫ້ນັກຮຽນເບິ່ງຮູບພາບໃນຫົວຂໍ້ທີ 3 ແລະ 4 ໃນປຶ້ມແບບຮຽນ ແລະ ສົນທະນາຄໍາຖາມຕໍ່ໄປນີ້ເປັນກຸ່ມຢູ່ໂຕະຂອງນັກຮຽນ:- ເກີດຫຍັງຂຶ້ນຢູ່ໃນຮູບພາບ? - ນັກຮຽນສາມາດສັງເກດເຫັນຫຍັງແດ່ກ່ຽວກັບສະພາບອາກາດໃນທັງສອງຮູບ? - ນັກຮຽນຈະຮູ້ສຶກແນວໃດ ຖ້າວ່າຢູ່ໃນສະພາບອາກາດແບບນັ້ນ? - ມີອັນຕະລາຍຫຍັງແດ່? ຫຼື ຕ້ອງລະມັດລະວັງຫຍັງໃດແດ່?ຄູເຊີນຕົວແທນຈາກແຕ່ລະກຸ່ມຂຶ້ນມາລາຍງານກ່ຽວກັບຮູບໃນຫົວຂໍ້ທີ 3 ຫຼື ຮູບໃນຫົວຂໍ້ທີ 4.໑໖໔ສ ວ ສສະຫງວນລິຂະສິດ
1652) ຄູໃຫ້ຄໍາຄິດເຫັນວ່າ ການທ່ເຮົາສາມາດຄາດຄະເນ ຫື ພະຍາກອນອາກາດທ່ຈະເກີດຂ້ນນ້ນ ເຮັດໃຫ້ພວກເຮົາ ີຼີຶັສາມາດປ້ອງກັນຕົນເອງຈາກໄພອັນຕະລາຍຕ່າງໆ. ນອກຈາກນ້ນ ຍັງເຮັດໃຫ້ເຮົາສາມາດວາງແຜນວ່າ ເປັນມ ັື ້ທຕອງໄປຍ່າງບ່ ຫື ຕ້ອງໄດ້ຖືຄັນຮົ່ມໄປນໍາບ່ ແລະ ອ່ນໆ. ຄູໃຫ້ນັກຮຽນສົນທະນາຕ່ມ.ີ ່້ໍຼໍືື- ໃນຂະນະທີ່ຝົນຕົກ, ລົມແຮງ, ພວກເຮົາຄວນເຮັດແນວໃດ? ຍ້ອນຫຍັງ? - ເມື່ອຝົນຕົກ ແລະ ມີຟ້າເຫຼື້ອມ/ຟ້າຮ້ອງ/ຟ້າຜ່າ, ພວກເຮົາຄວນເຮັດແນວໃດ? ຍ້ອນຫຍັງ? - ອາກາດປະເພດໃດທີ່ນັກຮຽນມັກລະຫວ່າງອາກາດຮ້ອນ ແລະ ອາກາດໜາວ? ຍ້ອນຫຍັງ?3) ຄູ ແລະ ນັກຮຽນສະຫຼຸບຄືນພ້ອມກັນ:- ຝົນຕົກ: ພວກເຮົາຕ້ອງຢູ່ບ່ອນຮົ່ມທີ່ມີແນວບັງຝົນ, ຢູ່ໃນເຮືອນ ແລະ ປິດປະຕູ, ເກັບມ້ຽນສິ່ງຂອງໄວ້ທີ່ ສູງ, ປິດໂທລະທັດ ແລະ ເຄື່ອງສື່ສານຕ່າງໆ ແລະ ບໍ່ຄວນແລ່ນຫຼິ້ນເວລາຝົນຕົກ. - ລົມແຮງ: ຢູ່ໃນເຮືອນ ແລະ ປິດປະຕູ, ເກັບມ້ຽນເຄື່ອງໃນບ່ອນທີ່ປອດໄພ, ຖ້າວ່າເດີນທາງ, ເຮົາຕ້ອງຊອກຫາບ່ອນທີ່ປອດໄພເພື່ອພັກເຊົາ ແລະ ບໍ່ຄວນຢູ່ກ້ອງຕົ້ນໄມ້ໃຫຍ່. - ສະພາບອາກາດຮ້ອນ: ຢ່ໃນເຮືອນ, ຫ້ນຢ່ກ້ອງຕ້ນໄມ້, ໃສ່ໝວກ, ກ້ງຄັນຮົ່ມ, ນ່ງເສ້ອແຂນຍາວ ເພ່ອປ້ອງ ູຼ ິູົັຸືືກັນຜິວໜັງຈາກແສງແດດ ແລະ ບໍ່ຫຼິ້ນໄຟ. - ສະພາບອາກາດທີ່ໜາວ: ນຸ່ງເສື້ອຜ້າທີ່ໜາ (ເສື້ອຄຸມ), ໂສ້ງຂາຍາວ,ໃສ່ຖົງຕີນ, ເກີບຜ້າ, ຜ້າພັນຄໍ, ໝວກ, ດື່ມນໍ້າອຸ່ນ, ບໍ່ອອກໄປຫຼິ້ນທາງນອກເວລາມີໝອກ. ຂັ້ນສະຫຼຸບ (5 ນາທີ)1) ໃຫ້ນັກຮຽນ 1-2 ຄົນຂຶ້ນມາລາຍງານໃຫ້ໝູ່ຟັງກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຮູ້. 2) ຄູ ແລະ ນັກຮຽນສະຫຼຸບພ້ອມກັນ:- ອາກາດປ່ຽນແປງຕະຫຼອດເວລາ.- ບາງມື້ຝົນຕົກ, ບາງມື້ຮ້ອນຫຼາຍ.- ເຮົາສາມາດຮູ້ໄດ້ວ່າເກີດຫຍັງຂຶ້ນກັບສະພາບອາກາດ ໂດຍການສໍາພັດຂອງເຮົາ. - ມີຄໍາສັບຫຼາຍຄໍາ ແລະ ສັນຍະລັກຫຼາຍຢ່າງ ທີ່ສາມາດໃຊ້ເພື່ອພັນລະນາສະພາບອາກາດ. - ການຄາດຄະເນສະພາບອາກາດ ແມ່ນມີປະໂຫຍດ ເພື່ອວ່າເຮົາສາມາດເບິ່ງແຍງຕົນເອງໄດ້ດີຂຶ້ນ.໑໖໕
166ບົດທີ 30 ອາກາດ (ຕໍ່)ເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ສັງເກດ ແລະ ບັນທຶກສະພາບອາກາດປະຈ�າວັນໂດຍນາໃຊ້ອຸປະກອນວັດເທກແບບງ່າຍດາຍ.�2. ພັນລະນາປັດໄຈພື້ນຖານໃນການລາຍງານອາກາດຮ້ອນ, ໜາວ, ຝົກຕົກ, ແດດອອກ ແລະ ມີລົມແແຮງ. 3. ອະທິບາຍເຄື່ອງໝາຍສັນຍະລັກຂອງການປ່ຽນແປງສະພາບດິນຟ້າອາກາດ.4. ຈັດປະເພດສິ່ງຂອງຕ່າງໆຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ອາກາດໜາວ.�II. ການວັດ ແລະ ປະເມີນຜົນ1. ປະເມີນນັກຮຽນອີງຕາມການຕອບຄາຖາມ ແລະ ການມີສ່ວນຮ່ວມໃນການປະຕິບັດກິດຈະກ�າຕ່າງໆ. �2. ນາໃຊ້ເກນການໃຫ້ຄະແນນລຸ້ມນີ້ເພື່ອປະເມີນນັກຮຽນ.�ຄະແນນຈັດປະເພດສິ່ງຂອງຕ່າງໆຕາມຄວາມເໝາະສົມສໍາລັບອາກາດຮ້ອນ ແລະ ໜາວ.4ຈັດປະເພດສິ່ງຂອງຕ່າງໆ 8 ຢ່່າງ ຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ໜາວ.�3ຈັດປະເພດສິ່ງຂອງຕ່າງໆ 6-7 ຢ່່າງ ຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ໜາວ.�2ຈັດປະເພດສິ່ງຂອງຕ່າງໆ 4-5 ຢ່່າງ ຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ໜາວ.�1ຈັດປະເພດສິ່ງຂອງຕ່າງໆ 1-3 ຢ່່າງ ຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ໜາວ.�0ບ່ສາມາດຈັດປະເພດສິ່ງຂອງຕ່າງໆຕາມຄວາມເໝາະສົມສາລັບອາກາດຮ້ອນ ແລະ ໜາວໄດ້.��III. ເນື້ອໃນຕົ້ນຕໍ1. ອາກາດມີຄວາມສາຄັນຕ�່ການດ�າລົງຊີວິດຂອງຄົນເຮົາ.�2. ອາກາດສາມາດປ່ຽນແປງໄດ້ໃນທຸກໆມ້. ອາກາດຍັງມີຄວາມແຕກຕ່າງກັນໃນແຕ່ລະສະຖານທ່ ເມອສະພາບືີື ່ດນຟ້າອາກາດມີການປ່ຽນແປງຄົນເຮົາຈ�າເປັນຕ້ອງໄດ້ກະກຽມ ຫື ກຽມຄວາມພ້ອມເພ່ອຮັບມືກັບສະພາບອາ ິຼືກາດດງກາວ. ການພະຍາກອນອາກາດຊ່ວຍໃຫ້ເຮົາສາມາດຕັດສິນໃຈໄດ້ ແລະ ຊ່ວຍໃຫ້ພວກເຮົາປອດຈາກ ັ ່່ອັນຕະລາຍ.3. ຄົນເຮົາຈ�າເປັນຕ້ອງສັງເກດ ແລະ ຈ�າແນກປາກົດການຂອງການປ່ຽນແປງຂອງອາກາດ ເພື່ອໃຫ້ເຮົາສາມາດກຽມຄວາມພ້ອມຕ່ການປ່ຽນແປງເຫຼົ່ານັ້ນ. ການພະຍາກອນອາກາດທີ່ແນ່ນອນແມ່ນສາຄັນຕ່ການວາງແຜນ���ໃນການເຮັດກິດຈະກ�າແຕ່ລະວັນຂອງພວກເຮົາ.4. ມີຄາສັບທີ່ພັນລະນາ ແລະ ພະຍາກອນອາກາດ: ຮ້ອນ, ໜາວ, ແຈ້ງ, ເມກ, ເຢັນ, ລົມພັດ, ຝົນຕົກ, ນ�້າແຂງ �(ຫິມະ).໑໖໖ສ ວ ສສະຫງວນລິຂະສິດ
1675. ສະພາບອາກາດທີ່ມີຝົນຕົກ ແລະ ລົມ ສາມາດວັດແທກໄດ້ໂດຍການນາໃຊ້ອຸປະກອນງ່າຍດາຍ, ເຮັດຕາຕະ�ລາງອາກາດ ຊຶ່ງຈະສະແດງໃຫ້ເຫັນວ່າອາກາດປ່ຽນແປງໃນແຕ່ລະມື້ເປັນແນວໃດ.6. ການປ່ຽນແປງອຸນຫະພູມ. ຄວນນງເສື້ອຜ້າຕາມອນຫະພູມທີ່ພວກເຂົາຮູ້ສຶກ. ຕ້ອງຮູ້ຈັກປາກົດການກ່ອນທີຸຸ່່ຝົນຈະຕົກ ຊຶ່ງພວກເຮົາຈະໄດ້ກຽມຄວາມພ້ອມຮັບມືເພື່ອບ່ໃຫ້ປຽກຝົນ.�IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ກະດານດ�ານ້ອຍ, ສ�ຂາວ ເຈ້ຍ ແລະ ສດາ.��3. ເຄື່ອງນຸ່ງຕົວຢ່າງສາລັບອາກາດຮ້ອນ, ໜາວ ແລະ ອາກາດທີ່ກ່ຽວກັບເຄື່ອງໃຊ້ໃນເຮືອນ ເຊັ່ນ: ພັດລົມ, ວີ �ແລະ ອື່ນໆ. ອາກາດໜາວ ເຊັ່ນ: ເສື້ອກັນໜາວ, ໝວກແລນ, ຜ້າພັນຄ, ເກີບຜ້າ, ຖົງຕີນ, ຜ້າຫົ່ມ. ອາກາດ �ຮ້ອນ ເຊັ່ນ: ເສື້ອກ້າມ, ໂສ້ງຂາສັ້ນ, ໝວກແກບ, ກະໂປ່ງສັັ້ນ, ເສື້ອ, ຄັນຮົ່ມ, ແວ່ນຕາກັນແດດ ແລະ ເກີບ ແຕະ.4. ກ້ອນຫີນນ້ອຍໆ ຫຼື ເຈ້ຍສີນ້ອຍໆ ຫຼື ແກ່ນພືດ ຫຼື ຝາຂວດນ້າສາລັບ 10 ອັນຕ່ນັກຮຽນຜູ້ໜຶ່ງ. ���5. ສາລັບເຄື່ອງມືທີ່ຈະວັດແທກລົມພັດ: ຂວດນ້າດື່ມ 1 ອັນ, ເຊືອກຟາງ, ມີດຕັດຫຼາຍອັນ. ��6. ສາລັບເຄື່ອງມືທີ່ຈະວັດແທກຝົນຕົກ: ຂວດນ້າດື່ມ ແລະ ກ້ອນຫີນຈ�ານວນໜຶ່ງ, ບິກເຝີດ. ��7. ກົງລ້ອາກາດທີ່ໄດ້ກຽມໄວ້ກ່ອນເລີ່ມບົດຮຽນ: ເຈ້ຍແຂງ, ບິກເຝີດ ແລະ ເຂັມໝຸດ. (ລາຍລະອຽດວິທີເຮັດ�ເຄອງມືອາກາດແຕ່ລະອັນຈະໄດ້ເຫັນຢ່ຕອນທ້າຍຂອງບົດຮຽນ. ຄູສາທິດວິທີເຮັດແຕ່ລະອັນໃຫ້ນັກຮຽນເບ່ງ).ື ູ່ິV. ກິດຈະກໍາການຮຽນການສອນຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູຂຽນຄາສັບ “ອາກາດ” ຢູ່ກະດານດ�າ ແລະ ໃຫ້ນັກຮຽນສົນທະນາກັນເປັນກຸ່ມ.�- ນັກຮຽນສາມາດບອກຫຍັງໄດ້ແດ່ກ່ຽວກັບອາກາດ? - ນັກຮຽນຈື່ຫຍັງໄດ້ແດ່ໃນບົດຮຽນທີ່ຜ່ານມາ?2) ຄູໃຫ້ນັກຮຽນ 2-3 ປະກອບຄາຄິດເຫັນ.�3) ຄແຕ້ມຮູບສັນຍະລັກຂອງສະພາບອາກາດໃສ່ກະດານຈາກບົດທີ 29 ທ່ຮຽນຜ່ານມາ ໃຫ້ນັກຮຽນແຕ່ລະຄົນອະູີທິບາຍວ່າພວກມັນໝາຍຄວາມວ່າແນວໃດ?4) ຄອະທິບາຍໃຫ້ນັກຮຽນຟັງວ່າ ອາທິດນ້ພວກເຂົາຈະໄດ້ຮຽນກ່ຽວກັບອາກາດອີກ. ອາທິດນ້ພວກເຮົາຈະໄດ້ວັດູີີແທກການປ່ຽນແປງຂອງອາກາດ ໂດຍຈະສັງເກດລົມ ແລະ ອຸນຫະພູມ. ຄູໃຫ້ນັກຮຽນສົນທະນາກ່ຽວກັບຜົນກະທົບຂອງອາກາດໃນແຕ່ລະວັນຕ່ກັບຕົນເອງ ແລະ ຄອບຄົວແນວໃດ. ນອກຈາກນັ້ນ, ເຮົາຄວນຕິດຕາມການ�ລາຍງານພະຍາກອນອາກາດເພື່ອກະກຽມຕົນເອງກ່ຽວກັບການນຸ່ງຖືແນວໃດໃຫ້ເໝາະສົມກັບການປ່ຽນແປງຂອງອາກາດ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1. ການສົນທະນາ1) ຄູໃຫ້ນັກຮຽນຊ່ວຍແຈກຢາຍກະດານດ�ານ້ອຍ ແລະ ສຂາວ, ອັນໜຶ່ງຕ່ນັກຮຽນໜຶ່ງຄົນ. ຄູຖາມວ່າ “ອາກາດມື້ ��ນີ້ເປັນແນວໃດ?” ຄູໃຫ້ນັກຮຽນແຕ້ມເຄື່ອງໝາຍສັນຍະລັກຂອງສະພາບອາກາດໃສ່ກະດານດ�ານ້ອຍຂອງເຂົາເຈົ້າເອງ. ຄູບອກໃຫ້ນັກຮຽນເອົາປຶ້ມແບບຮຽນອອກມາ ແລະ ກວດກາເບິ່ງຄືນເຄື່ອງໝາຍຂອງບົດທີ 29.໑໖໗
1682) ຄູໃຫ້ນັກຮຽນຍົກກະດານດ�ານ້ອຍໃຫ້ໝູ່ໃນຫ້ອງເບິ່ງ ຖ້າຜູ້ໃດ ມີຄືກັນໃຫ້ເອົາລົງ ແລະ ຈົ່ງໄວ້ແຕ່ອັນດຽວ ໂດຍແຕ່ລະຄົນໃຫ້ຍົກກະດານດ�ານ້ອຍທີ່ມີຮູບແຕກຕ່າງກັນ.- ນັກຮຽນໄດ້ພັນລະນາອາກາດມື້ນີ້ເປັນແນວໃດ? ແລະ ຍ້ອນຫຍັງ?3) ຄູອະທິບາຍວ່າ ເຖິງວ່ານັກຮຽນທຸກໆຄົນໃນຫ້ອງມາໂຮງຮຽນດຽວກັນ ແລະ ໄດ້ສາພັດອາກາດຄືກັນ, ແຕ່ລະ�ຄົນພັນລະນາອາກາດອາດແຕກຕ່າງກັນ. ຍ້ອນຫຍັງ?4) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ 1 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມດັ່ງນີ້:�- ນັກຮຽນສອງຄົນນີ້ໄດ້ຄາດເດົາກ່ຽວກັບພະຍາກອນອາກາດຜິດ ແລະ ມັນເກີດຫຍັງຂຶ້ນກັບພວກເຂົາ?- ສັນຍະລັກຂອງສະພາບອາກາດໃນຮູບນີ້ທີ່ມັນຊ່ວຍໃຫ້ນັກຮຽນສອງຄົນນີ້ຄາດເດົາອາກາດແນວໃດ? - ມັນມີລົມພັດບ່? ຍ້ອນຫຍັງ? ຍ້ອນຫຍັງຈຶ່ງບ�່? ສັນຍະລັກສະພາບອາກາດໃດແດ່ທີ່ນັກຮຽນໄດ້ສັງເກດເ�ຫັນ?- ມັນມີເມກ ແລະ ພະຍຸບ່? ນັກຮຽນຈະບອກແນວໃດ?�- ຝົນກ�າລັງຈະຕົກບ່?�5) ຄູໃຫ້ຕົວແທນແຕ່ລະກຸ່ມອອກມາປະກອບຄ�າຄິດຄາເຫັນຂອງພວກເຂົາ.�6) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ 2 ໃນປຶ້ມແບບຮຽນ ແລະ ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມ.�- ອາກາດແບບໃດເໝາະດີສາລັບແຕ່ລະກິດຈະກ�າເຫຼົ່ານີ້?�- ມັນເປັນມື້ທີ່ດີທີ່ຈະຕາກເຄື່ອງບ່? �- ອາກາດແບບໃດເໝາະສົມສາລັບຕາກເຄື່ອງ? ຍ້ອນ �ຫຍັງ?- ມັນເປັນມື້ດີທີ່ຈະກວາດໃບໄມ້ບ່? �- ອາກາດແບບໃດທີ່ເໝາະສົມສ�າລັບກວາດໃບໄມ້? ຍ້ອນຫຍັງ?- ມັນເປັນມື້ທີ່ດີທີ່ຈະອອກໄປທ່ຽວນອກບ້ານກັບຄອບຄົວບ່? �- ມັນເປັນມື້ທີ່ດີແລ້ວບ�່ທີ່ຈະປຶກສາຫາລືກັນຢູ່ກາງແຈ້ງ? 7) ຄູໃຫ້ຕົວແທນຂອງກຸ່ມອອກມາປະກອບຄາຄິດຄ�າເຫັນຂອງພວກເຂົາ.�8) ຄູເວົ້າວ່າ, ການຮັບຮູ້ວ່າອາກາດຈະເປັນແນວໃດນັ້ນມັນຈະຊ່ວຍໃຫ້ພວກເຮົາຕັດສິນໃຈ ແລະ ວາງແຜນກ່່ຽວກບກິດຈະກາຂອງທຸກໆມ້ໄດ້ດີ. ຄູໃຫ້ນັກຮຽນ 2-3 ຄົນອອກມາແລກປ່ຽນຄວາມຄິດຂອງພວກເຂົາກ່ຽວກິດຈະັ�ືກ�າໃດທີ່ຂຶ້ນກັບອາກາດ. ຄູສະຫຼຸບການຕອບຂອງນັກຮຽນ ຕົວຢ່າງ:- ມັນເປັນມື້ທີ່ດີແລ້ວບ�່ທີ່ຈະໄປຍ່າງຊື້ເຄື່ອງຢູ່ຕະຫຼາດມື້ນີ້?- ພວກເຮົາຕ້ອງເອົາຄັນຮົ່ມໄປນາບ�່?�- ມັນເປັນມື້ດີທີ່ຈະໄປຕຶກປາບ່?�- ເຮົາຈະນຸ່ງເຄື່ອງບາງ ຫຼື ເຄື່ອງໜາ ຫຼື ແຂນສັ້ນ ຫຼື ແຂນຍາວ?9) ຄູສະຫຼຸບດ້ວຍການເວົ້າວ່າ ເມື່ອມີການວາງແຜນກິດຈະກ�າຢູ່ບ້ານ ຫຼື ຢູ່ໂຮງຮຽນກ່ຽວກັບສະພາບອາກາດມັນເປັນຄວາມຄິດທີ່ດີໃນການກຽມຕວທີີ່ຈະອອກໄປຂາງນອກ ແລະ ສາມາດຕັດສິນໃຈໄດ້.ົ້ການວັດ ແລະ ປະເມີນຜົນຄູສະໜັບສະໜູນນັກຮຽນດ້ວຍການ ໃຫຄາຖາມເພີ່ມຕື່ມ ແລະ ໃຫຄາສັບ ��ເພີ່ມຕື່ມ.ການວັດ ແລະ ປະເມີນຜົນຄູສະຫນັບສະໝູນນັກຮຽນດ້ວຍການ ໃຫຄາຖາມເພີ່ມເຕີມ ແລະ ໃຫ້ຄາສັບ ��ເພີ່ມເຕີມ.໑໖໘ສ ວ ສສະຫງວນລິຂະສິດ
169ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ການຈັດປະເພດ1) ຄູເອົາເຄື່ອງນຸ່ງ ແລະ ວັດຖຸເຄື່ອງໃຊ້ອອກມາຈາກຖົງ ແລະ ຖາມແຕ່ລະອັນວ່າ “ນີ້ເອີ້ນວ່າຫຍັງ?” ຄູເວົ້າຊື່ເສື້ອ ຜ້າ ແລະ ເຄື່ອງໃຊ້ອັນອື່ນໆ ແລະ ໃຫ້ນັກຮຽນເວົ້າຕາມຫຼັງ. (ເຄື່ອງຕ່າງໆອາດລວມມີເຄື່ອງເພື່ອກະກຽມສາ�ລັບອາກາດໜາວ ເຊັ່ນ: ເສື້ອກັນໜາວ, ໝວກແລນ, ຜ້າພັນຄ, ເກີບຜ້າ ຫຼື ເກີບສຸບ ຫຼື ເກີບແຕະ, ຖົງຕີນ, ຜ້າ� ຫົ່ມ. ສິ່ງຂອງຕ່າງໆອາດລວມໃນຢູ່ອາກາດຮ້ອນ ເຊັ່ນ: ເສື້ອກ້າມ, ໂສ້ງຂາສັ້ນ, ໝວກ. ນອກຈາກເຄື່ອງໃນ ທ້ອງຖິ່ນແລ້ວຍັງມີກະໂປ່ງສັັ້ນ, ເສື້ອ, ແວ່ນຕາກັນແດດ, ພັດລົມ, ວີ, ເກີບແຕະ ແລະ ເກີບສຸບ).ໝາຍເຫດ: ຄູນາໃຊ້ເຄ່ອງນ່ງທ່ວໄປ ແລະ ວັດຖຸເຄ່ອງໃຊ້ຈາກຊຸມຊົນທ້ອງຖ່ນທ່ກ່ຽວຂ້ອງກັບສະພາບການປ່ຽນ�ືຸົືິີແປງຂອງອາກາດ.ສໍາລັບນັກຮຽນຊົນເຜ່ົາ: ຄູອາດຈະຕ້ອງໃຊ້ເວລາເພີ່ມຕື່ມໃນການເອີ້ນຊື່ເຄື່ອງນຸ່ງແຕ່ລະປະເພດ ແລະ ວັດຖຸ ເຄື່ອງໃຊ້ທີ່ເໝາະສົມ, ເພື່ອແນ່ໃຈວ່ານັກຮຽນເຂົ້າໃຈຈະແຈ້ງກ່ຽວກັບຄາສັບ ແລະ ການອອກສຽງ.�2) ຄູຫ້ອຍເຄ່ອງນ່ງແຕ່ລະຢ່າງໄວ້ຂ້າງໜ້າຫ້ອງຮຽນ. ເມ່ອເຄ່ອງຕ່າງໆຄູໄດ້ນາພາເອ້ນຊ່ແລ້ວ, ຄູຊ້ໃສ່ແຕ່ລະຢ່າງ ືຸືື�ີືີແລະ ໃຫ້ນັກຮຽນເວົ້າວ່າມັນແມ່ນຫຍັງ?. ຄູບອກນັກຮຽນວ່າ ໃຫ້ອະທິບາຍວ່າເຄື່ອງທີ່ຄູຊີ້ໄປນີ້ແມ່ນໃຊ້ສາລັບ�ສະພາບອາກາດແນວໃດ? (ຮ້ອນ ຫຼື ໜາວ).3) ຄູໃຫ້ນັກຮຽນຊ່ວຍແຈກຢາຍເຈ້ຍສີນ້ອຍໆ ຫຼື ກ້ອນຫີນນ້ອຍໆ (ຄູສາມາດນາໃຊ້ວັດຖຸຈິງທີ່ມີຕາມທ້ອງຖິ່ນ), �ຊຸດໜຶ່ງ 10 ເມັດໃຫ້ນັກຮຽນແຕ່ລະຄົນ. ຄູໃຫ້ນັກຮຽນເບິ່ງຮູບ ໃນຫົວຂ້ທີ 3 ໃນປຶ້ມແບບຮຽນ. ຄູເຕືອນນັກຮຽນວ່າໃນບົດ�ຮຽນກ່ຽວກັບດວງຕາເວັນ, ມີການສົນທະນາກ່ຽວກັບການນຸ່ງເຄື່ອງເພື່ອປົກປ້ອງພວກເຮົາຈາກແສງແດດ. ເວລານີ້ພວກເຮົາເນັ້ນໃສ່ເຄື່ອງທີ່ກ່ຽວກັບອາກາດໜາວ ແລະ ຮ້ອນ. ຄູໃຫ້ນັກຮຽນເຮັດວຽກເປັນລາຍບຸກຄົນ. ໃຫ້ນັກຮຽນໄດ້ຄິດ ແລະ ແຍກປະເພດເຄື່ອງດັ່ງນີ້:- ເຄື່ອງປະເພດໃດເໝາະສົມທີ່ຈະນຸ່ງຍາມອາກາດຮ້ອນ?- ເຄື່ອງປະເພດໃດເໝາະສົມທີ່ຈະນຸ່ງໃນຍາມອາກາດໜາວ?4) ຄູແນະນານັກຮຽນໃຫ້ຢາຍເຈ້ຍສີ ຫຼື ກ້ອນຫີນໃສ່ຮູບແຕ່ລະຮູບທີ່ກ່ຽວຂ້ອງກັບອາກາດໜາວ.�5) ເມື່ອນັກຮຽນທັງໝົດໄດ້ເຮັດສາເລັດແລ້ວ, ຄູໃຫ້ນັກຮຽນທັງໝົດອະທິບາຍເຫດຜົນທີ່ເລືອກຢາຍເຈ້ຍໃສ່ໃນຮູບ�ແຕ່ລະຢ່າງນັ້ນມາ.ຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູບອກນັກຮຽນວ່າ ພວກເຮົາຈະອອກໄປຂ້າງນອກ ແລະ ເບິ່ງສະພາບອາກາດ ຫຼື ສັນຍານອາກາດ. ຄູໃຫ້ນັກຮຽນແຕ່ລະຄົນຕັດສິນໃຈເອງວ່າຈະພັນລະນາອາກາດແນວໃດ ໂດຍບ່ໃຫ້ລົມກັນໃນກຸ່ມ.�2) ຫງຈາກ 2 ນາທີ, ໃຫ້ນັກຮຽນກັບເຂ້າມາໃນຫ້ອງຮຽນ ແລະ ໃຫ້ນັກຮຽນແຕ້ມເຄ່ອງໝາຍສັນຍະລັກສະພາບອາຼ ັົືກາດຢ່າງໜ້ອຍ 2 ເຄ່ອງໝາຍ ແລະ ພັນລະນາເຖິງສະພາບອາກາດໃນກະດານດານ້ອຍຂອງພວກເຂົາ. ຄູບອກື�ນັກຮຽນຖ້າຜູ້ໃດເຮັດແລ້ວໃຫ້ຂວ້າໜ້າກະດານລົງ.�3) ຄູໃຫ້ສັນຍານເມື່ອນັກຮຽນສ�າເລັດທັງໝົດແລ້ວ ແລະ ໃຫ້ຍົກກະດານດາຂຶ້ນ ຄູຄັດເລືອກເອົາແຕ່ຜູ້ທີ່ແຕ້ມສັນ�ຍະລັກແຕກຕ່າງກັນເທົ່ານັ້ນ ເພື່ອໃຫ້ນັກຮຽນອະທິບາຍຄວາມຄິດຂອງເຂົາ.ການວັດ ແລະ ປະເມີນຜົນນາໃຊ້ຕາຕະລາງຣູບິກ, ຄູປະເມີນ �ຄວາມສາມາດໃນການແຍກປະ ເພດຮູບໃນຫົວຂ້ທີ 3 ຂອງນັກຮຽນ �ແຕ່ລະຄົນ.໑໖໙
170ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)3. ການແກ້ໄຂບັນຫາ1) ຄູໃຫ້ນັກຮຽນຄົ້ນຄິດກ່ຽວກັບຄາຖາມດັ່ງຕ່ໄປນີ້:��- ທຸກຄົນໄດ້ອອກໄປຂ້າງນອກນາກັນ ແລະ ເບິ່ງສັນຍານອາກາດທີ່ປ່ຽນແປງໃນຂ້າງໜ້ານັ້ນຈະຄືກັບສະ�ພາບອາກາດຕອນນີ້ບ່? ຢືນຂຶ້ນຖ້າຄິດວ່າແມ່ນ. �- ທຸກຄົນໄດ້ເລືອກເຄື່ອງໝາຍສັນຍະລັກສະພາບອາກາດທີ່ຄືກັນບ�່? ຢືນຂຶ້ນ ຖ້າວ່າຄິດວ່າແມ່ນ.- ມີນັກຮຽນຄົນອື່ນພັນລະນາສະພາບອາກາດທີ່ແຕກຕ່າງບ�່? ຢືນຂຶ້ນຖ້າຄິດວ່າແມ່ນ.2) ຄູໃຫ້ນັກຮຽນສົນທະນາເປັນກຸ່ມດັ່ງຕ່ໄປ: �- ມັນສາມາດເກີດຫຍັງຂຶ້ນ ຖ້າວ່າພວກເຮົາບ່ສັງເກດສັນຍານຂອງສະພາບອາກາດ?�- ມັນສາມາດເກີດຫຍັງຂຶ້ນ ຖ້າວ່າພວກເຮົາສັງເກດສັນຍານສະພາບອາກາດທີ່ຜິດພາດ?- ຍ້ອນຫຍັງຄົນຈຶ່ງມີແນວຄິດທີ່ແຕກຕ່າງກັນກ່ຽວກັບການປ່ຽນແປງສະພາບອາກາດ?3) ຄູໃຫ້ຕົວແທນກຸ່ມອອກມາແລກປ່ຽນປະສົບການຊຶ່ງກັນ ແລະ ກັນ.4) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ 4 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມຕາມຄ�າຖາມດັ່ງຕ່ໄປ ��ນີ້: - ແມ່ນຫຍັງຈະເກີດຂຶ້ນຖ້າວ່ານັກຮຽນຢູ່ຂ້າງນອກຕອນທີ່ມີພາຍຸລົມແຮງ?- ແມ່ນຫຍັງຈະເກີດຂຶ້ນຖ້າວ່ານັກຮຽນຢູ່ຂ້າງນອກຕອນທີ່ມີຝົນຕົກແຮງ? - ແມ່ນຫຍັງຈະເກີດຂຶ້ນຖ້າວ່ານັກຮຽນຢູ່ຂ້າງນອກຕອນທີ່ມີອາກາດຮ້ອນແຮງ?5) ຄູໃຫ້ຕົວແທນກຸ່ມອອກມາລາຍງານໃຫ້ໝູ່ໃນຫ້ອງຟັງ.- ພວກເຮົາຈະເຮັດແນວໃດເພື່ອກະກຽມຄວາມພ້ອມບ່ໃຫ້ຢູ່ເຫດການທີ່ອາກາດມີການປ່ຽນແປງຮຸນແຮງ �ແລະ ສ່ຽງອັນຕະລາຍ?6) ຄູອ່ານເນື້ອໃນຢູ່ກ້ອງຫົວຂ�້ທີ 4 ເພື່ອສະຫຼຸບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ການວັດແທກ ແລະ ບັນທຶກອາກາດ1) ຄູບອກນັກຮຽນວ່າພວກເຮົາຈະເຮັດອຸປະກອນພິເສດບາງຢ່າງເພື່ອວັດແທກ ແລະ ບັນທຶກກ່ຽວກັບສະພາບອາກາດ. ຄູສະແດງໃຫ້ນັກຮຽນເຫັນເຄື່ອງມືທີ່ປະດິດທີ່ເຮັດກະກຽມມາກ່ອນໜ້າ.2) ຄູອະທິບາຍວ່າ ເຄື່ອງມືທີ່ປະດິດມານີ້ໄດ້ນາໃຊ້ເຄື່ອງໝາຍສັນຍະລັກສະພາບອາ�ກາດທີ່ໄດ້ຮຽນມາຢູ່ໃນບົດທີ 29 ອາກາດ. ຄູຊີ້ໃສ່ລູກສອນທີ່ຊີ້ໃສ່ເຄື່ອງໝາຍສັນຍະລັກສະພາບອາກາດແຕ່ລະອັນ ແລະ ໃຫ້ນັກຮຽນເວົ້າວ່າມັນແມ່ນຫຍັງພ້ອມກັນ. ຄູອະທິບາຍວ່າ ແຕ່ລະມື້ ນັກຮຽນແຕ່ລະກຸ່ມຈະອອກໄປຂ້າງນອກ, ສັງເກດສະພາບອາກາດອາກາດ ແລະ ການເຄື່ອນຍ້າຍຂອງລູກສອນຕາມລ�າດັບ.3) ຈາກນັັ້ນ, ຄູອະທິບາຍວ່າ ອຸປະກອນຕ່ໄປຈະເປັນເຄື່ອງມືສາລັບການວັດແທກປະລິມານ��ນ�້າຝົນທີ່ໄດ້ຮັບ ຊຶ່ງສະແດງໃຫ້ເຫັນໃນຮູບ (ຄູເອົາມາໃຫ້ນັກຮຽນສັງເກດຕົວຈິງ). ຄູບອກ ນັກຮຽນກະກຽມກະຕຸກຢາງ, ມີດຕັດ ແລະ ກ້ອນຫີນກ້ອນໃຫຍ່ຈ�ານວນໜຶ່ງເພື່ອບ່ໃຫ້ເຄື່ອງ�ມືວັດແທກປິວເວລາລົມພັດແຮງ. ຄູເຕືອນນັກຮຽນວ່າຕ້ອງເບິ່ງແຕ່ລະຂັ້ນຕອນຢ່າງຕັ້ງໃຈເພື່ອສາມາດເຮັດຄືແບບນີ້ໃນເວລາຢູ່ເຮືອນຖ້ານັກຮຽນຕ້ອງການເຮັດ. ຄູເຕືອນນັກຮຽນວ່າໃຫ້ພ�່ແມ່ຊ່ວຍຕັດຂວດນ້າດື່ມ.�໑໗໐ສ ວ ສສະຫງວນລິຂະສິດ
1714) ຄູຖາມນັກຮຽນວ່າ: - ນັກຮຽນຄິດວ່າຈະວາງມັນຢູ່ໃສ?- ມັນຈະໃຊ້ງານແນວໃດ?5) ຄູໃຫ້ນັກຮຽນສົນທະນາກັນສັ້ນໆໃນກຸ່ມ ແລະ ລາຍງານ.6) ນກຮຽນອອກໄປຂ້າງນອກຫ້ອງກັບຄູ ແລະ ຫາສະຖານທ່ວາງເຄ່ອງວັດແທກນາຝົນໃນບ່ອນທ່ເໝາະສົມທ່ມັນ ັີື� ້ີີສາມາດໄດ້ຮັບນ�້າຝົນທີ່ຕົກລົງມາ. ຄູອະທິບາຍວ່າຝົນຕົກແຮງເທົ່າໃດ, ລະດັບນ�້າໃນຂວດຈະສູງຂຶ້ນໄວໂດຍ ນາໃຊ້ບິກເຝີດໝາຍລະດັບນາໃສ່ຂ້າງຂອງຂວດ ຊ່ງຈະເປັນຝົນຄ່ອຍໆ, ຝົນປານກາງ ຫື ຝົນຕົກແຮງແມ່ນຂນ �� ້ຶຼຶ ້ກັບລະດັບນ້າຝົນໃນຂວດ.�7) ເມື່ອກັບເຂົ້າຫ້ອງແລ້ວ, ຄູອະທິບາຍວ່າ ອຸປະກອນອັນຕ່ໄປນີ້ຈະເຮັດເຄື່ອງ �ສາລັບວັດແທກຄວາມແຮງ ແລະ ທິດທາງຂອງລົມ (ຄູເອົາມາໃຫ້ນັກຮຽນ �ສັງເກດຕົວຈິງ). ຄູເວົ້າວ່າ ນັກຮຽນຈະຕ້ອງມີຂວດຢາງ, ມີິດຕັດ, ເຊືອກ ຟາງ ແລະ ຖົງຢາງຈ�ານວນໜຶ່ງ. ຄູເຕືອນນັກຮຽນຕ້ອງເບິ່ງແຕ່ລະຂັ້ນຕ່ອນຢ່າງຕັ້ງໃຈເພື່ອສາມາດເຮັດສິ່ງຄືແບບນີ້ຢູ່ເຮືອນ. ຄູເຕືອນນັກຮຽນວ່າໃຫ້ພ�່ແມ່ຊ່ວຍຕັດເຊືອກຟາງ ແລະ ຖົງຢາງ.- ຈະວາງເຄື່ອງມືວັດແທກລົມຢູ່ບ່ອນໃດ?- ມັນຈະໃຊ້ງານແນວໃດ?8) ນັກຮຽນສົນທະນາກັນສັ້ນໆ ແລະ ລາຍງານ. 9) ຄພານັກຮຽນອອກໄປຂ້າງນອກ ແລະ ຊອກຫາບ່ອນສູງ, ເສົາຫັກຮົ້ວ, ບ່ອນທ່ສາມາດຄັດຕິດເຄ່ອງມືວັດແທກູຼີືລົມໄດ້. ຄູອະທິບາຍວ່າ ລົມພັດແຮງເທົ່າໃດ ເຄື່ອງມືກຈະປິວໄປດ້ານຂ້າງແຮງຂຶ້ນ ຍ້ອນວ່າລົມພັດເຂົ້າໃນວົງ �ກມ. ວົງກົມຈະປ່ນຫາບ່ອນທ່ລົມພັດມາສະເໝີ ແລະ ເສ້ນເຊືອກຟາງພັດໄປມານ້ນສະແດງໃຫ້ເຫັນທິດທາງ ົິີັັທີ່ລົມ.ຂັ້ນສະຫຼຸບ (5 ນາທີ)1) ສະຫຼຸບບົດຮຽນຄູຖາມນັກຮຽນວ່າ: - ຍ້ອນຫຍັງມັນຈຶ່ງສາຄັນທີີ່ຈະຮັບຮູ້ການປ່ຽນແປງໃນອາກາດ?�2) ນັກຮຽນອະທິບາຍວ່າ ການເຂົ້າໃຈສະພາບອາກາດຊ່ວຍໃຫ້ຄົນເຮົາຕັດສິນໃຈ ແລະ ວາງແຜນທີ່ຈະກະກຽມ ຕົນເອງ ເພື່ອຮັບມືກັບການປ່ຽນແປງສະພາບອາກາດທີ່ເຮົາຈະເຮັດກິດຈະກ�າປະຈ�າວັນ. ຄູສະຫຼຸບໃຫ້ເຫັນວ່າ ອາກາດມີຜົນກະທົບບ�່ພຽງແຕ່ການດ�າລົງຊີວິດປະຈ�າວັນຂອງຄົນເທົ່ານັ້ນ ແຕ່ອາກາດຍັງສາຄັນຫຼາຍຕ່ພືດ, ��ການເຕີບໃຫຍ່ຂອງພືດ ແລະ ການດ�າລົງຊີວິດຂອງສັດອີກດ້ວຍ.ຄໍາແນະນໍາສໍາລັບການເຮັດເຄື່ອງມື້ວັດແທກລົມ1. ຕັດຂວດນ້າດື່ມໃຫ້ເປັນວົງມົນຕາມຮູບລຸ່ມນີ້:�(ໝາຍເຫດ: ຂອບຂອງມັນອາດຈະຄົມ ຄວນນາໃຊ້ຢ່າງລະມັດລະວັງ) �ເຈາະ 4 ຮູ ໃຫ້ສະໝ່າສະເໝີກັນອ້ອມຢູ່ເທິງວົງມົນສາລັບມັດເຊືອກ ��- ຕັດຖົງຢາງຕາມທາງຍາວ: ຖ້າມີຖົງສີ, ສາມາດນາໃຊ້ຫຼາຍອັນເພື່ອເຮັດເປັນຖົງລົມຫຼາຍສີ.�2. ຮ້ອຍເຊືອກໃສ່ຮູ ແລະ ມັດໃຫ້ແໜ້ນ.3. ພັບເຄິ່ງກາງຂອງເຊືອກແຕ່ລະເສັ້ນ ແລະ ຮ້ອຍສົ້ນໃສ່ຮູທີ່ເຈາະຢູ່ກະຕຸກຢາງທີ່ຕັດໄວ້. ຄວນກ້ຽວສົ້ນເຊືອກສົ້ນໜຶ່ງໃສ່ໃນກະຕຸກວົງມົນ ແລະ ມັດອີກສົ້ນໜຶ່ງໃສ່ຫາງ.4. ຮ້ອຍຖົງຢາງທີ່ຕັດແລ້ວໃສ່ຂວດທີ່ຕັດ ແລະ ເອົາສົ້ນຖົງຢາງມາສອດໃສ່ຖົງອີກຄ່ອຍໆດຶງ. ເຮັດຊ�້າແບບເກົ່າອີກຈົນກວ່າຖົງຢາງຈະເຕັມຂວດ.໑໗໑
17214523ການແນະນໍາສໍາລັບການເຮັດເຄື່ອງມືວັດແທກນໍ້າຝົນ1. ຕັດຂວດນ້າດື່ມດັ່ງທີ່ເຫັນຕາມຮູບ.�2. ເອົາຝາອອກ.3. ໃສ່ກ້ອນຫີນລົງໄປໃນຂວດ.4. ສຸບປາກຂວດລົງມາໃສ່ຂວດ.5. ພາກສ່ວນກົ້ນຂອງຂວດຕັ້ງໄວ້.6. ສ້າງຊ່ອງທາງຮັບນ�້າຝົນ.ການແນະນໍາສໍາລັບການເຮັດເຄື່ອງມືກົງລໍ້ອາກາດ1. ຕັດເຈ້ຍແຂງເຮັດເປັນວົງມົນ ຫຼື ສາມາດໃຊ້ຈານເຈ້ຍແທນໄດ້.2. ບິກເຝີດ ແລະ ເຂັມໝຸດ.3. ຂີດເສັ້ນຜ່າເຄິ່ງໃສ່ເຈ້ຍວົງມົນ ແລະ ຂີດແບ່ງສ່ວນເທົ່າກັນດັ່ງຮູບ ເພື່ອແບ່ງແຕ່ລະຫ້ອງໃຫ້ໄດ້ 6 ຫ້ອງສະ ເໝີກັນ.4. ແຕ້ມເຄື່ອງໝາຍສັນຍະລັກສະພາບອາກາດໃສ່ແຕ່ລະຫ້ອງ ຫຼື ຄູສາມາດກອບປີ້ຮູບເຄື່ອງໝາຍສັນຍະລັກຢູ່ໃນປຶ້ມແບບຮຽນບົດທີ 29 ມາຕັດແລ້ວຕິດໃສ່ເຈ້ຍວົງມົນກ�ໄດ້.5. ເຮັດລູກສອນຄວາມກວ້າງປະມານ 1 ຊມ ແລະ ຂຽນຄາວ່າ: “ອາ �ກາດມື້ນີ້ແມ່ນ” ໃສ່ໃນລູກສອນ.6. ເອົາເຂັມໝຸດມາປັກສົ້ນລູກສອນໃສ່ກາງເຈ້ຍວົງມົນບ່ອນທີ່ເປັນເສັ້ນຈຸດຕັດກັນຢູ່ເຄິ່ງກາງ.21໑໗໒ສ ວ ສສະຫງວນລິຂະສິດ
ຄູ່ມືຄູ ວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສຶກສາ ປີທີ1ສະໜັບສະໜູນການສ້າງຕົ້ນສະບັບໂດຍລັດຖະບານອົດສະຕຣາລີ,ສະຫະພາບເອີຣົບແລະງົບປະມານແຫ່ງລັດສະຫງວນລິຂະສິດ(ເພື່ອຂາຍ)ພິມທີ່ບໍລິສັດລັດວິສາຫະກິດໂຮງພິມສຶກສາຕາມທະບຽນພິມ...............ຈຳນວນພິມ1.000ຫົວຂະໜາດ21x29,7cmISBN...................
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156
- 157
- 158
- 159
- 160
- 161
- 162
- 163
- 164
- 165
- 166
- 167
- 168
- 169
- 170
- 171
- 172
- 173
- 174
- 175
- 176
- 177
- 178
- 179
- 180