44ບົດທີ 8 ການຮັກສາອະນາໄມແຂ້ວເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ: 1. ບອກໜ້າທີ່ ແລະ ຄວາມສ�າຄັນຂອງແຂ້ວ.2. ສາທິດຂັ້ນຕອນການຖູແຂ້ວ.3. ຈ�າແນກສິ່ງທີ່ພາໃຫ້ເປັນແຂ້ວແມງ ຫຼື ເຈັບແຂ້ວ.II. ການວັດ ແລະ ປະເມີນຜົນ1. ສັງເກດການປະຕິບັດກິດຈະກາ ແລະ ການຕອບຄາຖາມ.��2. ນາໃຊ້ເກນໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.�ຄະແນນສາທິດຂັ້ນຕອນການຖູແຂ້ວ.3ສາມາດສາທິດ 5 ຂັ້ນຕອນການຖູແຂ້ວໄດ້ຢ່າງຖືກຕ້ອງ.2ສາມາດສາທິດ 3-4 ຂັ້ນຕອນການຖູແຂ້ວໄດ້ຢ່າງຖືກຕ້ອງ.1ສາມາດສາທິດ 1-2 ຂັ້ນຕອນການຖູແຂ້ວໄດ້ຢ່າງຖືກຕ້ອງ.0ບ່ສາມາດສາທິດຂັ້ນຕອນການຖູແຂ້ວ. �III. ເນື້ອໃນຕົ້ນຕໍ1. ແຂ້ວຊຸດທີ 1 ທີ່ນັກຮຽນມີດຽວນີ້ແມ່ນເອີ້ນວ່າ “ແຂ້ວນ້ານົມ” ແຂ້ວນ້ານົມເລີ່ມປົ່ງອາຍຸປະມານ 6 ເດືອນເມື່ອ ��ອາຍຸເຖິງປະມານ 2,6 ປີ (ສອງປີເຄິ່ງ) ແລະ ແຂ້ວຂອງນັກຮຽນຈະມີປະມານ 20 ເຫຼັ້ມ. ໃນລະຫວ່າງອາຍຸປະ ມານ 6-12 ປີ ແຂ້ວນ້ານົມຈະຫັກ ແລະ ອອກໝົດ ແລະ ມັນຈະເລີ່ມບົ່ງ “ແຂ້ວແທ້ ຫຼື ແຂ້ວຖາວອນຂຶ້ນມາ” �ໃນເມື່ອເປັນໜຸ່ມແຂ້ວຈະມີປະມານ 28 ເຫຼັ້ມ ແລະ ອີກ 4 ເຫຼັ້ມແມ່ນເຮົາເອີ້ນວ່າ (ແຂວຊາວ) ແລະ ແຂວທງ ້້ັໝົດມີຢູ່ 32 ເຫຼັ້ມ.2. ແຂ້ວມີໜ້າທີ່ແຕກຕ່າງກັນ ຊຶ່ງມີໜ້າທີ່ຈີກ, ກັດອາຫານ ແລະ ມັນມີໜ້າທີ່ສາຄັນຫຼາຍແມ່ນການເວົ້າ ແລະ �ການອອກສຽງອີກ. ຫາກພວກເຮົາບ�່ມີແຂ້ວ ພວກເຮົາບ່ສາມາດກັດ ຫຼື ກິນອາຫານໄດ້ພວກເຮົາຄວນຮັກສາ�ແຂ້ວໃຫ້ສະອາດ ແລະ ແຂງແຮງດີ.3. ເພື່ອຮັກສາແຂ້ວໃຫ້ແຂງແຮງ ພວກເຮົາຕ້ອງຖູແຂ້ວທຸກວັນ (ຕອນເຊົ້າ, ສວາຍ ແລະ ແລງ) ແລະ ໄປພົບໝ �ປົວແຂ້ວທຸກໆ 6 ເດືອນ ເພື່ອໃຫ້ໝກວດ ແລະ ໃນເວລາເຈັບໃຫ້ໄປພົບໝ.��IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ແປງຖູແຂ້ວ, ຢາຖູແຂ້ວ, ຈອກຢາງ ແລະ ນ�້າສະອາດ ເພື່ອສາທິດການຖູແຂ້ວ.3. ກຽມແປງຖູແຂ້ວໃຫ້ພຽງພກັບນັກຮຽນທຸກຄົນໃນເວລາຝຶກປະຕິບັດຖູແຂ້ວ. ຫາກແປງຖູແຂ້ວບ�່ພແມ່ນແນະ��ນາ ໃຫ້ນັກຮຽນໃຊ້ນິ້ວມືຂອງພວກເຂົາຖູ.�4. ເຂົ້າໜົມອົມ ຫຼື ຂອງຫວານຊະນິດໜຶ່ງເຊ່ັນ: ເຂົ້າໜົມປັງ ຫຼື ເຄືຶ່ອງດື່ມ. ໔໔ ສ ວ ສສະຫງວນລິຂະສິດ
45V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)1. ສົນທະນາກ່ຽວກັບແຂ້ວບາງຊະນິດ1) ຄູຊີ້ມືໃສ່ປາກຂອງຄູ ແລະ ຖາມນັກຮຽນວ່າ: ພວກນ້ອງຍັງຈື່ໄດ້ບ່ນີ້ແມ່ນຫຍັງ? (ນັກຮຽນໄດ້ຮຽນມາຢູ່ໃນ �ບົດທີ 2 ແລ້ວ). 2) ຄູອາປາກຂອງລາວ ແລະ ຊີ້ໃສ່ແຂ້ວຂອງລາວ ແລະ ຖາມນັກຮຽນອີກວ່າ ນັກຮຽນຜູ້ໃດຍັງຈື່ໄດ້ບ່ວ່ານີ້ເອີ້ນ�ວ່າແນວໃດ? 3) ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ແນະນາຄ�າສັບວ່າ “ແຂ້ວ” ໃຫ້ນັກຮຽນຮູ້ ແລະ ໃຫ້ນັກຮຽນເວົ້າຕາມ �6-7 ເທື່ອ. 4) ຄູໃຫ້ນັກຮຽນເຮັດວຽກເປັນຄູ່ ແລະ ຖາມແຕ່ລະຄົນໃຫ້ນັບແຂ້ວຂອງພວກເຂົາວ່າມີຈັກເຫຼັ້ມ. 5) ຄອະທບາຍ, ນກຮຽນແຕລະຄົນມີຈ�ານວນແຂ້ວທ່ແຕກຕ່າງກັນເຊ່ນວ່າ ຈະມີແຂ້ວໃໝ່ເຂ້າມາປ່ຽນແທນແຂ້ວູິັ່ີັົເກົ່າຢູ່ຕະຫຼອດ, ຄູອະທິບາຍຄາວ່າ ແຂ້ວນ້ານົມ ແລະ ແຂ້ວແທ້ໃຫ້ນັກຮຽນຟັງ (ເບິ່ງຢູ່ເນື້ອໃນຕົ້ນຕ). ຄເວົ້າ���ູວ່າມື້ນ້ີພວກເຮົາຈະມາຮຽນຮູ້ກ່ຽວກັບການອະນາໄມແຂ້ວ.ຂັ້ນຈັດກິດຈະກໍາການ ຮຽນ (15 ນາທີ)2. ສັງເກດຮູບຄວາມສໍາຄັນຂອງແຂ້ວ ແລະ ອຸປະກອນໃນການຖູແຂ້ວ.1) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ຂ້ທີ 1 ໃນປຶ້ມແບບຮຽນ ແລະ ຖາມພວກເຂົາວ່າຮູບພາບນັ້ນມີຫຍັງແດ່? (ມັນ�ສະແດງໃຫ້ເຫັນເຖິງການກິນຂອງຄົນເຮົາ). ຄູຖາມນັກຮຽນວ່າ ຍ້ອນຫຍັງແຂ້ວຈິຶ່ງມີຄວາມສ�າຄັນ? ຄູຍົກ ຍ້ອງຄ�າຕອບຂອງນັກຮຽນ ແລະ ອະທິບາຍອີກວ່າແຂ້ວແມ່ນມີຄວາມສ�າຄັນຫຼາຍ ເພາະວ່າມັນສາມາດ ຫຍ້າອາຫານ, ສາມາດຊ່ວຍເຮົາໃນເລືີ່ອງການເວົ້າ ຫຼັງຈາກນັ້ນ, ຄູອະທິບາຍເພີ່ມອີກວ່າຖ້າພວກເຮົາບ່ມີ��ແຂ້ວແລ້ວພວກເຮົາຈະບ່ສາມາດກິນ ແລະ ເວົ້າໄດ້.�2) ຄູໃຫ້ນັກຮຽນເບິ່ງຮູບພາບທີ 1 ຢູ່ໃນຂ້ທີ 1 ອີກ ແລະ ຖາມນັກຮຽນວ່າຮູບພາບນັ້ນໄດ້ສະແດງໃຫ້ເຫັນຫຍັງ�ແດ່? (ສະແດງເຖິງນັກຮຽນຖູແຂ້ວ)3) ຄູເອົາແປງຖູແຂ້ວ, ຢາຖູແຂ້ວ ແລະ ຈອກຢາງທີ່ໄດ້ກຽມມາໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນບອກຊື່ຂອງອຸປະກອນເຫຼົ່ານັ້ນ. ຖ້ານັກຮຽນບ່ສາມາດເວົ້າຄ�າສັບໄດ້ເທື່ອ, ຄູຕ້ອງເວົ້າໃຫ້ນັກຮຽນຟັງ 6-7 ເທື່ອ.�4) ຄູອະທິບາຍ: ອຸປະກອນເຫຼົ່ານີ້ແມ່ນໃຊ້ທ�າຄວາມສະອາດແຂ້ວ.5) ຄູໃຫ້ນັກຮຽນສົນທະນາ ແລະ ຄູຍ່າງສັງເກດນັກຮຽນແຕ່ລະຄົນດ້ວຍການເອົາຄ�າຖາມດ່ັງລຸ່ມນີ້ຖາມ ແລະ ໃຫ້ນັກຮຽນຍົກມືຂຶ້ນຫາກພວກເຂົາສາມາດຕອບຖາຖາມໄດ້:�- ພວກນ້ອງຄົນໃດໄດ້ອະນາໄມແຂ້ວຂອງພວກນ້ອງມາກ່ອນແລ້ວໃຫ້ຍົກມືຂຶ້ນ. - ພວກນ້ອງໄດ້ໃຊ້ແປງຖູແຂ້ວ ຖູແຂ້ວຂອງພວກນ້ອງມາກ່ອນແລ້ວໃຫ້ຍົກມືຂຶ້ນ.ຖ້ານັກຮຽນບ່ເຄີຍໃຊ້ແປງຖູແຂ້ວມາກ່ອນ ແມ່ນໃຫ້ຖາມພວກເຂົາວ່າມີອຸປະກອນອັນໃດແດ່ທີ່ພວກ�ເຂົາໃຊ້ (ເຊັ່ນວ່າ ພວກເຂົາອາດໃຊ້ມືຂອງພວກເຮົາຖູກ�ມີ).- ມື້ເຊົ້ານີ້ພວກນ້ອງໄດ້ຖູແຂ້ວແລ້ວ ໃຫ້ຍົກມືຂຶ້ນ.໔໕
46ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (10 ນາທີ)3. ຈໍາແນກຮູບພາບ1) ຄູໃຫ້ນັກຮຽນເຮັດວຽກເປັນຄູ່ ແລະ ໃຫ້ເບິ່ງຮູບພາບຢູ່ໃນຂ�້ທີ 2 ຂອງປຶ້ມແບບຮຽນ.2) ຄູເວົ້າວ່າ, ໃນນີ້ມີ 3 ປະເດັນຫຼັກທີ່ນັກຮຽນຕ້ອງໄດ້ອະນາໄມແຂ້ວຂອງພວກເຂົາ ແລະ ນັກຮຽນຕ້ອງໄດ້ຊອກເບິ່ງວ່າມີຮູບພາບໃຫ້ແດ່.3) ໃຫ້ນັກຮຽນຄົນໜຶ່ງຊີ້ໃສ່ຮູບພາບອັນໜຶ່ງ ແລ້ວອີກຄົນໜຶ່ງບອກຊ່ືວ່າແມ່ນຫຍັງ. ນັກຮຽນເຮັດແບບນີ້ປະມານ 6-7 ເທື່ອ ແລະ ໃຫ້ສັບປ່ຽນກັນເຮັດ.4) ພາຍຫຼັງສິ້ນສຸດກິດຈະກ�ານີ້, ຄູໃຫ້ນັກຮຽນຄູ່ໜຶ່ງເວົ້າໃນສິ່ງທີ່ພວກເຂົາຕ້ອງການອອກມາ ແລະ ຄູກຕ້ອງກວດເບິ່ງວ່າ ນັກຮຽນຄົນອື່ນໆເດແມ່ນມີຄືກັນບ່? ��ໝາຍເຫດ: ອາດມີນັກຮຽນບາງຄົນເລືອກເອົາຜ້າແພ ແຕ່ຄູຕ້ອງຍົກຍ້ອງການເລິືອກຂອງນັກຮຽນ ເພາະວ່າ ຜ້າແພນັ້ນຍັງຊ່ວຍເຊັດປາກ ແລະ ມືຫຼັງການຖູແຂ້ວແລ້ວ ແຕ່ຄູຕ້ອງອະທິບາຍໃຫ້ນັກຮຽນວ່າແພນັ້ນຍັງບ� ່ແມ່ນສິ່ງທີ່ຕ້ອງການເທື່ອຢູ່ໃນບົດນີິ້.5) ຄູຖາມນັກຮຽນອີກວ່າ: ຍັງມີອີກ 3 ຢ່າງທີ່ຈາເປັນຕ້ອງໃຊ້ອີກ (ໃຊ້ອະນາໄມຮ່າງກາຍ ແລະ ສະຜົມ ສິ່ງທີ່�ພວກເຂົາໄດ້ຮຽນມາແລ້ວຢູ່ໃນບົດທີ 7).ຂັ້ນຈັດກິດຈະກໍາການຮຽນ (10 ນາທີ)4. ສາເຫດທີ່ພາໃຫ້ເຈັບແຂ້ວ ຫຼື ເປັນແມງ1) ຄເອົາຮູບພາບຢ່ໃນຂ້ທີ 1 ຂອງປ້ມແບບຮຽນໃຫ້ນັກຮຽນເບ່ງອີກ ແລະ ຖາມນັກຮຽນວ່າ: ນັກຮຽນຮູ້ຊ່ອາຫານູູ�ຶິືທີ່ນັກຮຽນເຄີຍກິນເຫຼົ່ານີ້ບ່ (ໝາກແຕງ ແລະ ໝາກກ້ວຍ) ແລະ ເອົາອາຫານທີ່ເປັນຂອງຫວານທີ່ຄູກະກຽມ�ມາໃຫ້ນັກຮຽນເບິ່ງ. 2) ຄູໃຫ້ນັກຮຽນຄາດເດົາເບິ່ງວ່າອັນໃດແມ່ນສິ່ງທີ່ບ�່ດີສ�າລັບແຂ້ວ. ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ອະ ທິບາຍວ່າຂອງຫວານແມ່ນບ່ດີ ເພາະວ່າມັນມີທາດນ້າຕານຫຼາຍ. ສະນັ້ນ, ອາດເຮັດໃຫ້ນັກຮຽນເຈັບແຂ້ວ��ຫາກກິນຫຼາຍເກີນ . 3) ຄູເອົາຮູບພາບຢູ່ຂ�້ທີ 3 ໃນປຶ້ມແບບຮຽນໃຫ້ນັກຮຽນເບິ່ງ ແລະ ຖາມນັກຮຽນວ່າ: ນັກຮຽນຮູ້ບ�່ວ່າຈະມີຫຍັງເກີດຂຶ້ນ. ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າ ເດັກຊາຍຜູ້ນັ້ນລາວເຈັບແຂ້ວ.4) ຖາມນັກຮຽນອີກວ່າ: ພວກນ້ອງຮູ້ບ່ວ່າມີສາເຫດອັນໃດແດ່ທີ່ພາໃຫ້ເຈັບແຂ້ວ? ຄູຍົກຍ້ອງຄ�າຕອບຂອງນັກ �ຮຽນ ແລະ ອະທິບາຍວ່າ ໃນເມື່ອເຮົາກິນອາຫານເຂົ້າໄປຄ້າງ ຫຼື ຕິດຢູ່ແຂ້ວມັນອາດເປັນສາເຫດອັນໜຶ່ງທີ່ເຮັດໃຫ້ແຂ້ວເປັນຮູ ຫຼື ແຂ້ວຜຸ່ ຂຶ້ນມາ, ມັນຈະເຮັດໃຫ້ເຮົາເຈັບແຂ້ວ ແລະ ຫັກໄດ້. 5) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂ�້ທີ 3 ຂອງປຶ້ມແບບຮຽນ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າ: ຖ້າຫາກແຂ້ວຂອງພວກເຮົາເຈັບແມ່ນຕ້ອງໄປຫາໝປົວແຂ້ວ. ຄູອະທິບາຍເພີ່ມອີກວ່າ ຖ້ານັກຮຽນໝັ່ນຖູແຂ້ວທຸກມື້ພວກ �ນ້ອງຈະບ່ໄດ້ໄປພົບທ່ານໝ. ��6) ຄູຖາມນັກຮຽນ: ມື້ໜຶ່ງພວກນ້ອງຖູແຂ້ວຈັກເທື່ອ? ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ອະທິບາຍວ່າພວກ ເຮົາຕ້ອງຖູແຂ້ວກ່ອນເຂົ້ານອນ ແລະ ຫຼັງກິນອາຫານທຸກຄັ້ງ ໂດຍສະເພາະແລ້ວ ອະນາໄມຫຼັງກິນຂອງຫວານ.ການວັດ ແລະ ປະເມີນຜົນ ກວດຄວາມເຂົ້າໃຈຂອງນັກຮຽນ ແລະ ຊ່ວຍເຫຼືອພວກເຂົາຕາມທີ່ຕ້ອງການ. ໔໖ ສ ວ ສສະຫງວນລິຂະສິດ
47ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)5. ສົນທະນາກ່ຽວກັບຂັ້ນຕອນການາຖູແຂ້ວ1) ຄູຈັບເອົາແປງຖູແຂ້ວ, ຈອກ ແລະ ຢາຖູແຂ້ວຂຶ້ນມາ ແລະ ຖາມນັກຮຽນໃຫ້ບອກຊື່ຂອງອຸປະກອນນີ້ວ່າແມ່ນຫຍັງ? 2) ຄູຖາມນັກຮຽນວ່າ: ພວກນ້ອງຄິດວ່າອຸປະກອນເຫຼົ່ານີ້ແມ່ນໃຊ້ເຮັດຫຍັງ? ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ອະທິບາຍຈຸດປະສົງຂອງແຕ່ລະອັນໃຫ້ນັກຮຽນຟັງ. 3) ຄູຖາມ: ພວກນ້ອງຄິດວ່າການຖູແຂ້ວທີ່ຖືກຕ້ອງມີຈັກຂັ້ນຕອນ? ຄູຍົກຍ້ອງການຕອບຂອງພວກເຂົາ (ບາງເທື່ອພວກເຂົາອາດຄິດວ່າມີພຽງແຕ່ 3 ຫຼື 4 ຂັ້ນຕອນເທົ່ານັ້ນ) ແລະ ຫຼັງຈາກນັ້ນ, ໃຫ້ນັກຮຽນເບິ່ງຮູບພາບຢູ່ໃນປຶ້ມແບບຮຽນ ຂ້ທີ 4.�4) ຄູໃຫ້ນັກຮຽນອອກຝຶກປະຕິດບັດຖູແຂ້ວຢູ່ນອກຫ້ອງຮຽນຕາມແຕ່ລະຂັ້ນຕອນການຖູແຂ້ວ, ໃຫ້ນັກຮຽນພາກັນໄປຖູຢູ່ບອກສະຖານທີ່ລ້າງມື.5) ຄູສາທິດຂັ້ນຕອນການຖູແຂ້ວຕາມຄ�າແນະນາຢູ່ລຸ່ມນີ້:�6) ຄູບອກໃຫ້ນັກຮຽນແຕ່ລະຄົນສະແດງການຖູແຂ້ວພ້ອມດ້ວຍທ່າທາງປະກອບໄປພ້ອມ. ຄູເວົ້າຂັ້ນຕອນ ທີີ 1 ແລະ ໃຫ້ນັກຮຽນເວົ້າຕາມ ແລ້ວ ຄູສະແດງທ່າທາງການຖູແຂ້ວ ແລະ ໃຫ້ນັກຮຽນເຮັດຕາມ. ຄູ້ຕ້ອງພາເຮັດໄປຈົນຈົບແຕ່ລະຂັ້ນຕອນ.7) ຄູໃຫ້ນັກຮຽນແຕ່ລະຄົນບອກແຕ່ລະຂັ້ນຕອນການຖູແຂ້ວໃຫ້ຄູຟັງເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)6. ຝຶກປະຕິບັດຕົວຈິງໃນການຖູແຂ້ວ1) ຄູຢາຍອຸປະກອນຖູແຂ້ວໃຫ້ນັກຮຽນແຕ່ລະຄົນ, ລວມທັງ ແປງຖູແຂ້ວ, ຢາຖູແຂ້ວ, ຈອກຢາງ ແລະ ນ້າສະ �ອາດ.ໝາຍເຫດ: ຖ້າແປງຖູແຂ້ວບ�່ພແມ່ນໃຫ້ນັກຮຽນລ້າງມືໃຫ້ສະອາດແລ້ວໃຊ້ນິວມືຂອງພວກເຂົາມາຖູ.�ຂັ້ນຕອນການຖູແຂ້ວ.ຂັ້ນຕອນທີ 1. ປິບຢາຖູແຂ້ວໃສ່ແປງຖູແຂ້ວໃຫ້ພດີ.�ຂັ້ນຕອນທີ 2. ຖູດ້ານເທິງ, ໃຫ້ແປງຕິດກັບຂອບເຫືອກ ແລ້ວຖູຂຶ້ນ ແລະ ລົງຈົນທົ່ວແຂ້ວ ແລະ ຖູປະມານ 6 ຄັ້ງ. ຂັ້ນຕອນທີ 3. ຖູແຂ້ວດ້ານລຸ່ມ, ໃຫ້ແປງຕິດກັບຂອບເຫືອກ ແລ້ວຖູໄປມາຈາກເທິງລົງລຸ່ມຖູປະມານ 6 ຄັ້ງ ຈົນກວ່າທົ່ວທຸກບ່ອນ. ຂັ້ນຕອນທີ 4. ຖູແຂ້ວດ້ານໃນປາກ, ຖູແຂ້ວກົກດ້ານເທິງ ແລະ ລຸ່ມ ຖູດ້ານຊ້າຍຫາຂວາຈົນກວ່າທົ່ວທຸກບ່ອນ ແລະ ຖູປະມານ 6 ຄັ້ງ. ຂັ້ນຕອນທີ 5. ຫຼັງຈາກຄົບ ແລະ ສຳເລັດແລ້ວ, ເອົານ້າສະອາດໃສ່ຈອກຢາງ ເພື່ອນາມາລ້າງປາກໃຫ້ສະ ��ອາດ ລ້າງປະມານ 2 ຄັ້ງ.ການວັດ ແລະ ປະເມີນຜົນຄູກວດສອບຄວາມເຂົ້າໃຈຂອງນັກແຕ່ລະຄົນ ແລະ ຊ່ວຍເຫຼືອພວກເຂົາຕາມທີ່ນັກຮຽນຕ້ອງການ.໔໗
48ການວັດ ແລະ ປະເມີນຜົນໃຊ້ເກນໃຫ້ຄະແນນປະເມີນນັກຮຽນ.2) ຄູໃຫ້ນັນຮຽນເຮັດວຽກເປັນຄູ່. ໃຫ້ຜູ້ໜຶ່ງເວົ້າຂັ້ນຕອນທີ 1 ແລ້ວໃຫ້ຜູ້ໜຶ່ງຖູ, ເຮັດຈົນກວ່າຄົບ 5 ຂັ້ນຕອນ ແລະ ໃນເວລາຖູໄປຕາມແຕ່ລະຂັ້ນຕອນນັ້ນໃຫ້ນັກຮຽນ ນັບ 6 ຄັ້ງ ຕ່ຂັ້ນຕອນຊຶ່ງເລີ່ມຈາກຂັ້ນຕອນ 2, 3 ແລະ �4. ຫຼັງຈາກນັ້ນ, ໃຫ້ແຕ່ລະຄູ່ປ່ຽນກັນເຮັດ. ໃນເວລານີ້ ຄູສາມາດຕິດຕາມນັກຮຽນ ແລະ ໃຊ້ເກນໃຫ້ຄະແນນເພື່ອປະເມີນນັກຮຽນ.3) ຄູໃຫ້ນັກຮຽນ 1 ຫຼື 2 ຄົນສະແດງການຖູແຂ້ວໃຫ້ນັກຮຽນທັງໝົດເບິ່ງ. ຫຼັງຈາກນັ້ນ, ໃຫ້ນັກຮຽນແຕ່ລະຄົນໄປລ້າງແປງຖູແຂ້ວຂອງພວກເຂົາ.4) ຄູໃຫ້ນັກຮຽນແຕ່ລະຄົນກັບມາຫ້ອງ. ຄູໝາຍເລກ ຫຼື ຂຽນຊື່ໃສ່ທີ່ເກັບຮັກສາແປງຖູແຂ້ວຂອງໃຜລາວ ແລະ ບອກນັກຮຽນວ່າຄູຈະເກັບຮັກສາແປງຖູແຂ້ວໄວ້ບ່ອນທີ່ສະອາດ ແລະ ເພື່ອຈະໄດ້ໃຊ້ອີກໃນເທື່ອຕ່ໄປ. �ແນະນໍາເພີ່ມຕື່ມກ່ຽວກັບບ່ອນເກັບໄວ້: ໃຫ້ຮັກສາກັບເປົ່າຂອງຢາຖູແຂ້ວໄວ້ ເພື່ອຈະໄດ້ນາເອົາແປງຖູແຂ້ວ�ຂອງນັກຮຽນມາຮັກສາໄວ້ໃນແຕ່ລະກັບ.ຂັ້ນສະຫຼຸບ (5 ນາທີ)1) ຄູໃຊ້ຄ�າຖາມເຫຼົ່ານີ້ຖາມຄວາມເຂົ້າໃຈຂອງນັກຮຽນແຕ່ລະຄົນທີ່ໄດ້ຮຽນມາໃນບົດນີ້ເຊັ່ນ:- ຍ້ອນຫຍັງແຂ້ວຈຶ່ງສາຄັນ?�- ຍ້ອນຫຍັງການຖູແຂ້ວຈຶ່ງມີຄວາມສ�າຄັນ?- ສາເຫດຂອງການເຈັບແຂ້ວ ຫຼື ເປັນແຂ້ວແມງເປັນແນວໃດ ແລະ ພວກເຮົາຈະເຮັດແນວໃດເມື່ອແຂ້ວຂອງພວກເຮົາເຈັບ?- ມື້ນີ້ພວກເຮົາໄດ້ຮຽນຈັກຂັ້ນຕອນການຖູແຂ້ວ?2) ຄູບອກໃຫ້ນັກຮຽນແຕ່ລະຄົນວ່າ: ຖ້າຫາກນກຮຽນບມີແປງຖແຂ້ວຢເຮືອນແມ່ນໃຫ້ບອກພແມ່ໄປຊື້ໃຫ້ນກຮຽນັ� ູູ່່� ່ັຄົນລະອັນ. ໔໘ ສ ວ ສສະຫງວນລິຂະສິດ
49ບົດທີ 9 ການ ນໍາໃຊ້ ຫ້ອງ ນາໍ ້ເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ອະທິບາຍການນໍາໃຊ້ວິດຖ່າຍແບບຕ່າງໆຢ່າງຖືກຕ້ອງ.2. ບອກວິທີຮັກສາແລະທໍາຄວາມສະອາດວິດຖ່າຍຢ່າງຖືກຕ້ອງ.3. ຮູ້ສາເຫດທີ່ຕ້ອງຖ່າຍໃສ່ວິດເພາະມັນມີຄວາມສໍາຄັນຕໍ່ມີສຸຂະພາບ.II. ການວັດ ແລະ ປະເມີນຜົນ1. ການຕອບຄໍາຖາມ,ການສະແດງບົດບາດສົມມຸດແລະການມີສ່ວນຮ່ວມໃນລະຫວ່າງການປະຕິບັດກິດຈະກໍາຂອງນັກຮຽນ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ:ຄະແນນບອກວິ ທີ ການ ໃຊ້, ວິ ທີ ຮັກສາ ແລະ ທໍາຄວາມສະອາດວິດຖ່າຍ3ບອກຢ່າງໜ້ອຍ3ຢ່າງໃນການນໍາໃຊ້,ວິທີຮັກສາແລະທໍາຄວາມສະອາດວິດຖ່າຍ.2ບອກຢ່າງໜ້ອຍ2ຢ່າງໃນການນໍາໃຊ້,ວິທີຮັກສາແລະທໍາຄວາມສະອາດວິດຖ່າຍ.1ບອກຢ່າງໜ້ອຍ1ຢ່າງໃນການນໍາໃຊ້,ວິທີຮັກສາແລະທໍາຄວາມສະອາດວິດຖ່າຍ.0ບໍ່ສາມາດບອກແລະອະທິບາຍການນໍາໃຊ້,ວິທີຮັກສາແລະທໍາຄວາມສະອາດວິດຖ່າຍ.III. ເນື້ອໃນຕົ້ນຕໍ1. ຮ່າງກາຍຂອງຄົນເຮົາມີຄວາມຈໍາເປັນທີ່ຕ້ອງຂັບຖ່າຍເອົາຂອງເສຍທີ່ໄດ້ຈາກການກິນອາຫານອອກຈາກຮ່າງກາຍທຸກໆມື້ຊຶ່ງມັນເປັນສິ່ງທີ່ຮ່າງກາຍຂອງເຮົາບໍ່ຕ້ອງການ.ອາຈົມແມ່ນສິ່ງທີ່ຮ່າງກາຍຕ້ອງກໍາຈັດແລະຂັບຖ່າຍອອກຈາກຮ່າງກາຍ.ອາຈົມແມ່ນປົນເປື້ອນດ້ວຍໄຂ່ຂອງແມ່ພະຍາດແລະເຊື້ອພະຍາດທີ່ອາດນໍາມາສູ່ການເຈັບເປັນຕ່າງໆ.ຫ້ອງນໍ້າຫຼືວິດຖາຍເປັນບ່ອນເກັບສະສົມສິ່ງເສດເຫຼືອຂອງຄນຫຼືອາຈົມ.່ົ2. ວິດຖ່າຍມີ2ແບບຄື:ວິດແຫ້ງແລະວິດຊຶມ.ວິດແຫ້ງເປັນວິດທີ່ບໍ່ມີນາ,ເປັນວິດທີ່ມີຂຸມເລິກແລະໃຫຍ່ຢູ່ໍ ້ພື້ນດິນ.ວິດຊຶມແມ່ນວິດທີ່ມີນາແລະຕ້ອງໃຊ້ນາລ້າງອາຈົມລົງຂຸມ.ນອກຈາກນັ້ນ,ຍັງມີວິດທີ່ມີຮູບຮ່າງລັກໍ ້ໍ ້ສະນະສູງຊຶ່ງເຮົາໃຊ້ໄວ້ນັ່ງ(ຫົວວິດແບບນັ່ງເອີ້ນວ່າຊັກໂຄກ)ແລະຫົວວິດຕາທີ່ເຮົາໃຊ້ຂຶ້ນຢຽບແລະນັ່ງໍ ່ຢ່ອງຢໍ້(ຫົວວິດແບບຢຽບ).3) ການຖ່າຍໃສ່ວິດແລະນໍາໃຊ້ວິດຖ່າຍທີ່ຖືກຕ້ອງເປັນວິທີຊ່ວຍປ້ອງກັນພະຍາດບໍ່ໃຫ້ເຂົ້າສູ່ຮ່າງກາຍຄົນເຮົາແລະແຜ່ກະຈາຍໄປຫາສັດອື່ນໆ.໔໙
504) ຄວນເອົານໍ້າລ້າງຫົວວິດກ່ອນການນໍາໃຊ້ວິດຖ່າຍ,ຖ້າແບບຊະນິດຢຽບກໍໃຊ້ຕີນສອງຂ້າງຂຶ້ນຢຽບບ່ອນຢຽບ,ຖ້າເປັນຊັກໂຄກກໍເປີດຝາຂຶ້ນແລ້ວນັ່ງຝາຮອງນັ່ງ,ພາຍຫຼັງຖ່າຍແລ້ວຕ້ອງໃຊ້ນາລ້າງຫຼືກົດນໍ້າລ້າງແລະໍ ້ເຈ້ຍທີ່ເຊັດກົ້ນໃຫ້ຖິ້ມໃສ່ກະຕ່າຂີ້ເຫຍື້ອ(ການເຊັດກົ້ນແມ່ນເຊັດແຕ່ທາງໜ້າໄປທາງຫຼັງ),ກວດເບິ່ງວ່າມີຫຍັງເຫຼືອຄ້າງຢູ່ຫົວວິດບໍ່.ຄວນລ້າງມືດ້ວຍສະບູທຸກຄັ້ງຫຼັງຈາກໃຊ້ວິດຖ່າຍ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ໂປສເຕີການລ້າງມື7ຂັ້ນຕອນ(ຖ້າມີຢູ່ໂຮງຮຽນແມ່ນສາມາດນໍາໃຊ້).3. ຄຸ,ໂອຫຼືກະບວຍ,ນໍ້າສະອາດແລະສະບູ.4. ຊາມທີ່ມີນາ,ນໍ້າຢາລ້າງຖ້ວຍຫຼືສະບູແຫຼວແລະເສດໃບໄມ້ແຫ້ງ(ນໍາມາຍ່ອງມຸ່ນໆ)ທີ່ສາມາດລອຍເທິງໍ ້ໜ້ານາໄດ້ຫຼືຈະໃຊ້ເຈ້ຍແທນກໍໄດ້ແຕ່ຕ້ອງຕັດມຸ່ນໆນ້ອຍໆຫຼືໃຊ້ຂີ້ເຖົ່າແທນກໍໄດ້.ໍ ້V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູບອກນັກຮຽນວ່າມື້ນີ້ເຮົາຈະມາຮຽນກ່ຽວກັບການນໍາໃຊ້ຫ້ອງນໍາ.້ຄູຖາມນັກຮຽນດັ່ງນີ້:- ໃຫ້ນັກຮຽນຢືນຂຶ້ນຖ້າວ່າຜູ້ໃດໄດ້ເຂົ້າຫ້ອງນາຕອນເຊົ້ານີ້.ໍ ້- ຖ້ານັກຮຽນຄົນໃດໄດ້ຖ່າຍໜັກໃຫ້ໄປຢືນຢູ່ດ້ານໜ້າກະດານ.- ຖ້າວ່າຜູ້ໃດໄດ້ຖ່າຍເບົາໃຫ້ໄປຢືນຢູ່ດ້ານຫຼັງຂອງຫ້ອງ.- ຖ້າຜູ້ໃດຖ່າຍໜັກແລະຖ່າຍເບົາໃຫ້ໄປຢືນຢູ່ກາງຫ້ອງ.້2) ນັກຮຽນປະຕິບັດການຢືນຕາມຈຸດຕ່າງໆຂອງຫ້ອງ.3) ຄູອະທິບາຍໃຫ້ນັກຮຽນຟັງວ່າ:ທຸກຄົນຕ້ອງໄດ້ເຂົ້າຫ້ອງນໍາທຸກໆມື້ເພື່ອຖ່າຍໝັກແລະຖ່າຍເບົາ.ເພາະມັນ້ເປັນສິ່ງທີ່ຈໍາເປັນທີ່ສຸດທີ່ຮ່າງກາຍຕ້ອງໄດ້ຂັບຖ່າຍເອົາຂອງເສຍອອກ.ດັ່ງນັ້ນ,ພວກເຮົາຕ້ອງນໍາໃຊ້ຫ້ອງນາໍ ້ຢ່າງຖືກວິທີເພື່ອປ້ອງການຕິດເຊື້ອພະຍາດຈາກອາຈົມຂອງເຮົາ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ) 1. ສັງເກດ ແລະ ສົນທະນາ1) ນັກຮຽນສົນທະນາເປັນຄູ່ແລະຄູຕັ້ງຄໍາຖາມວ່າ:- ເປັນຫຍັງພວກເຮົາຕ້ອງຖ່າຍໝັກແລະຖ່າຍເບົາ?2) ຄູຊຸກຍູ້ໃຫ້ນັກຮຽນຫຼາຍໆຄົນລຸກຂຶ້ນຕອບ.3) ຄູແນະນໍາຕື່ມວ່າ:ການເຂົ້າຫ້ອງນໍ້າບໍ່ວ່າຈະຖ່າຍໝັກຫຼືຖ່າຍເບົາແມ່ນການຂັບຖ່າຍເອົາສິ່ງເສດເຫຼືອອອກຈາກຮ່າງກາຍ.ອາຫານທີ່ກິນເຂົ້າໄປໂດຍທາງປາກແລະເສດເຫຼືອຂອງອາຫານອອກທາງກົ້ນ.4) ຄູບອກອີກວ່າ:ການຂັບຖ່າຍໃນຫ້ອງນາກໍຄືການຖິ້ມຂີ້ເຫຍື້ອໃສ່ຖັງຂີ້ເຫຍື້ອ.ຄູຖາມນັກຮຽນເພື່ອສົນທະນາໍ ້ເປັນຄູ່ວ່າ:- ເປັນຫຍັງພວກເຮົາຕ້ອງຖ່າຍໃສ່ວິດຖ່າຍ?- ຈະເກີດຫຍັງຂຶ້ນຖ້າພວກເຮົາບໍ່ຖ່າຍໃສ່ວິດ(ຫ້ອງນໍ້າ)? ໕໐ ສ ວ ສສະຫງວນລິຂະສິດ
515) ຄູອະທິບາຍວ່າສິ່ງເສດເຫຼືອທີ່ຮ່າງກາຍເຮົາບໍ່ຕ້ອງການແມ່ນມີເຊື້ອພະຍາດປະປົນຢູ່ແລະພວກເຮົາກໍບໍ່ຢາກໃຫ້ເຊື້ອພະຍາດນັ້ນກັບເຂົ້າສູ່ຮ່າງກາຍເຮົາອີກ.ເຊື້ອພະຍາດແມ່ນສິ່ງນ້ອຍໆທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າແຕ່ມັນສາມາດເຮັດໃຫ້ເຮົາບໍ່ສະບາຍໄດ້.ວິດຖ່າຍປຽບເໝືອນກະຕ່າຂີ້ເຫຍື້ອທີ່ເປັນບ່ອນເກັບສະສົມສິ່ງເສດເຫຼືອຈາກຮ່າງກາຍຄົນເຮົາລວມທັງເຊື້ອພະຍາດຊຶ່ງເກັບໄວ້ໃນທີ່ປອດໄພຫ່າງໄກຈາກທາງຍ່າງ,ບ່ອນຫຼິ້ນແລະທີ່ຢູ່ອາໄສຂອງພວກເຮົາ.6) ຄູເຕືອນນັກຮຽນວ່າ:ຫຼັງຈາກການໃຊ້ຫ້ອງນໍ້າແລ້ວພວກເຮົາຕ້ອງລ້າງມືໃສ່ສະບູເພື່ອປ້ອງກັນການຕິດເຊື້ອພະຍາດທີ່ຕິດຢູ່ນໍາມືຊຶ່ງສາມາດແຜ່ເຊື້ອໃຫ້ຜູ້ອື່ນໄດ້.7) ຄູກະກຽມເອົາຊາມທີ່ບັນຈຸນໍາວ່າງເທິງໂຕະແລະໃຫ້ນັກຮຽນເຂົ້າມາຢືນເບິ່ງໃກ້ໆເພື່ອສັງເກດການທົດລອງ.້ຄູເອົາຜົງຝຸ່ນນ້ອຍໆຂອງໃບໄມ້ແຫ້ງຫຼືເຈ້ຍທີ່ຕັດນ້ອຍໆມຸ່ນໆຫຼືຂີ້ເຖົ່າລົງໃສ່ໜ້ານາແລ້ວໃຫ້ນັກຮຽນຈິນຕະໍ ້ນາການວ່າຜົງຝຸ່ນນ້ອຍໆນີ້ແມ່ນເຊື້ອພະຍາດ.ຜົງຝຸ່ນນ້ອຍໆຈະລອຍເທິງໜ້ານາ.ຄູຖາມນັກຮຽນວ່າຈະເກີດໍ ້ຫຍັງຂຶ້ນຖ້າຄູຖອກນາຢາລ້າງຖ້ວຍຫຼືນາສະບູລົງ.ນັກຮຽນຫຼາຍໆຄົນຕອບຕາມຄວາມຄິດຂອງຕົນ.ຫຼັງຈາກໍ ້ໍ ້ນັ້ນ,ຄູຖອກນາຢາລ້າງຖ້ວຍລົງຈຸດໃຈການຂອງຊາມແລ້ວໃຫ້ນັກຮຽນສັງເກດ(ນາຢາລ້າງຖ້ວຍຈະເປັນສິ່ງໍ ້ໍ ້ຂັບໄລ່ເຊື້ອພະຍາດອອກໄປຢູ່ຂອບຊາມ).8) ຄູບອກນັກຮຽນກັບໄປນັ່ງບ່ອນຂອງຕົນແລະຖາມວ່າ:- ນັກຮຽນຄິດວ່າມີຫຍັງເກີດຂຶ້ນ?(ໃຫ້ນັກຮຽນຫຼາຍໆຄົນຕອບ).9) ຄູສະຫຼຸບຄືນວ່າ:ດ້ວຍເຫດນີ້ພວກເຮົາຕ້ອງໄດ້ລ້າງມືດ້ວຍສະບູທຸກໆຄັ້ງຫຼັງຈາກໃຊ້ຫ້ອງນໍາເພື່ອເປັນການ້ຂັບໄລ່ເຊື້ອພະຍາດ.10)ຄູໃຫ້ນັກຮຽນສັງເກດຮູບພາບໃນປຶ້ມແບບຮຽນຫົວຂໍ້ທີ1.ຄູຊີ້ໃສ່ຮູບທີ1ແລະຖາມນັກຮຽນວ່າ:- ວິດຖ່າຍນີ້ໃຊ້ງານແນວໃດ?- ຖ້ານັກຮຽນຄິດວ່າມັນຄືວິດຖ່າຍໃນໂຮງຮຽນຂອງພວກເຮົາໃຫ້ຍົກມືຂຶ້ນ.- ຖ້ານັກຮຽນຄິດວ່າແມ່ນວິດຖ່າຍແບບດຽວກັນກັບຢູ່ເຮືອນໃຫ້ຍົກມືຂຶ້ນ.- ຜູ້ໃດເຄີຍເຫັນວິດຖ່າຍແບບນີ້ມາກ່ອນ?ເຄີຍເຫັນຢູ່ໃສ?11)ຄູແນະນໍານັກຮຽນວ່າຮູບພາບທີ1ແມ່ນຮູບວິດແຫ້ງ,ມັນບໍ່ມີນ້ໍາແຕ່ມັນເປັນຂຸມທີ່ເລິກແລະໃຫຍ່ໃຕ້ພື້ນດິນຊຶ່ງເປັນບ່ອນເກັບກັກອາຈົມຂອງຄົນເຮົາ.12)ຄູສືບຕໍ່ຕັ້ງຄໍາຖາມໃນຮູບພາບທີ2ແລະໃຫ້ນັກຮຽນຕອບຕາມຄວາມເຂົ້າໃຈ.13)ຄູແນະນໍາຕື່ມວ່າ:ນີ້ແມ່ນວິດຊຶມຊຶ່ງຈໍາເປັນຕ້ອງໄດ້ມີການລ້າງດ້ວຍນໍາເພື່ອກໍາຈັດອາຈົມໃຫ້ລົງໄປຢູ່ໃນ້ຂຸມອາຈົມທີ່ຢູ່ໃຕ້ດິນ.ພວກເຮົາຕ້ອງໄດ້ຕັກເອົານາຖອກລົງຫົວວິດ.ໍ ້14)ໃຫ້ນັກຮຽນສັງເກດຮູບພາບທີ3ແລະຄູຕັ້ງຄໍາຖາມ.15)ຄູແນະນໍາວ່າ:ນີ້ແມ່ນໂຖຊັກໂຄກຊຶ່ງເປັນຫົວວິດຖ່າຍແບບສູງ.ອາຈົມຈະຖືກນາລ້າງລົງຕາມທໍ່ໄປສູ່ຂຸມອາໍ ້ຈົມທີ່ຢູ່ພື້ນດິນດ້ວຍການກົດຊັກໂຄກ.໕໑
52ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ການນໍາໃຊ້ວິດ ຖ່າຍທີ່ຖືກຫຼັກອະນາໄມ1) ຄູໃຫ້ນັກຮຽນສັງເກດຮູບພາບຂໍ້ທີ1ອີກຄັ້ງ.ນັກຮຽນສົນທະນາເປັນຄູ່ກ່ຽວກັບການນໍາໃຊ້ວິດຖ່າຍແຕ່ລະປະເພດ.ຄູໃຫ້ນັກຮຽນຫຼາຍໆຄົນແລກປ່ຽນແນວຄວາມຄິດຂອງຕົນເອງຕາມແຕ່ລະຮູບພາບ.ຫຼັງຈາກນັ້ນ,ຄູໃຫ້ນັກຮຽນສັງເກດຮູບຫົວຂໍ້ທີ2ເພື່ອເບິ່ງວ່າຕົນເອງເວົ້າແລະສົນທະນາຖືກຕ້ອງບໍ່.2) ຄູຖາມນັກຮຽນແຕ່ລະຄົນກ່ຽວກັບການນໍາໃຊ້ວິດຖ່າຍ:- ນັກຮຽນຈະນັ່ງຖ່າຍຢູ່ບ່ອນໃດຂອງວິດຖ່າຍ?- ນັກຮຽນຈະວາງຕີນຢູ່ຈຸດໃດຂອງວິດຖ່າຍ?- ນັກຮຽນຈະນັ່ງຖ່າຍແນວໃດ?- ນັກຮຽນຈະເຊັດກົ້ນແນວໃດ?(ຕ້ອງເຊັດກົ້ນແຕ່ທາງໜ້າມາທາງຫຼັງ).3) ຄູບອກນັກຮຽນມາຢືນລຽງກັນເປັນແຖວດຽວແລ້ວນໍາພານັກຮຽນຍ່າງໄປຫ້ອງນາ.ໍ ້4) ໃຫ້ນັກຮຽນສັງເກດວິດຖ່າຍແລ້ວໃຫ້ນັກຮຽນຕອບຄໍາຖາມລຸ່ມນີ້:- ຢູ່ໂຮງຮຽນພວກເຮົາມີວິດຖ່າຍຊະນິດໃດ?- ພວກເຮົາຈະໃຊ້ວິດຖ່າຍນີ້ແນວໃດ?- ວິດຖ່າຍນີ້ສະອາດແລ້ວບໍ່?ພວກເຮົາຈະເຮັດອະນາໄມແນວໃດຕື່ມອີກ?ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (15 ນາທີ )3. ສົນທະນາ ຜົນດີຂອງການຖ່າຍໃສ່ຫ້ອງນໍ້າ ແລະ ຜົນເສຍຂອງຖ່າຍຊະຊາຍ1) ໃນຊົ່ວໂມງທີ2ພວກເຮົາຈະມາຮຽນຮູ້ຜົນດີຂອງການຖ່າຍໃສວິດແລະຜົນເສຍຂອງການຖ່າຍຊະຊາຍ.ໃນຊົ່ວໂມງທີ1ພວກເຮົາໄດ້ຮຽນຮູ້ການນໍາໃຊ້ວິດຖ່າຍແລະການອະນາໄມວິດຖ່າຍ.2) ຄູຕັ້ງຄໍາຖາມ:- ເປັນຫຍັງຈຶ່ງຕ້ອງຖ່າຍໃສ່ຫ້ອງນໍ້າ?- ຖ້າເຮົາຖ່າຍໜັກແລ້ວບໍ່ລ້າງວິດຖ່າຍຈະເປັນແນວໃດ?- ຈະເກີດຫຍັງຂຶ້ນຖ້າພວກເຮົາບໍ່ຖ່າຍໃສ່ວິດຫຼືຖ່າຍຊະຊາຍ?3) ຄູໃຫ້ນັກຮຽນສັງເກດຮູບພາບໃນຫົວຂໍ້ທີ3ແລະຖາມເຈາະຈີ້ມຕື່ມວ່າ(ໃຫ້ນັກຮຽນສົນທະນາກັນເປັນຄູ່ກ່ອນລຸກຂຶ້ນຕອບໃຫ້ໝົດຫ້ອງຟັງ):- ໃນຮູບນີ້ພວກເຂົາກໍາລັງເຮັດຫຍັງແດ່?- ເຮົາຈະຮັກສາຫ້ອງນໍ້າແນວໃດເພື່ອບໍ່ໃຫ້ວິດຕັນ?- ກ່ອນຈະນໍາໃຊ້ຫ້ອງນໍາພວກເຮົາຕ້ອງເຮັດຫຍັງກ່ອນ?້- ຈະເຮັດຫຍັງຫຼັງຈາກໃຊ້ວິດຖ່າຍແລ້ວ?- ພວກເຮົາຈະຖິ້ມເຈ້ຍອະນາໄມຫຼືເຈ້ຍທິດຊູທີ່ເຊັດກົ້ນແລ້ວຢູ່ໃສ?- ພວກເຮົາຈະຮູ້ໄດ້ແນວໃດວ່າຫ້ອງນໍາສະອາດແລ້ວຄົນອື່ນສາມາດນໍາໃຊ້ຕໍ່ໄປໄດ້?້- ພວກເຮົາຈະເຮັດແນວໃດໃນຂັ້ນຕອນສຸດທ້າຍເພື່ອປ້ອງກັນເຊື້ອພະຍາດບໍ່ໃຫ້ແຜ່ກະຈາຍ?- ຈະເກີດຫຍັງຂຶ້ນຖ້າພວກເຮົາບໍ່ລ້າງມືຫຼັງຈາກການໃຊ້ຫ້ອງນາ?ໍ ້ການວັດ ແລະ ປະເມີນຜົນໃຫ້ຄູປະເມີນນັກຮຽນຈາກການຕອບຄໍາຖາມແລະອະທິບາຍ. ໕໒ ສ ວ ສສະຫງວນລິຂະສິດ
53ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (25 ນາທີ )4. ຫຼິ້ນບົດບາດສົມມຸດເຮົາມາເຮັດກິດຈະກໍາຮຽນຮູ້ການລ້າງຫ້ອງນໍ້າ,ຜົນເສຍຂອງການຖ່າຍຊະຊາຍແລະການບໍ່ລ້າງມືພາຍຫຼັງອອກຈາກຫ້ອງນໍ້າພ້ອມກັນເລີຍ.1) ຄູກະກຽມສະຖານທີ່ແລະອຸປະກອນ:ຈັດສະຖານທີ່ເຮັດເປັນຫ້ອງນໍ້າຈໍາລອງໂດຍການແຕ້ມເສັ້ນເຮັດສົມມຸດວ່າເປນຫອງນາ,ວິດຖ່າຍເປັນວິດຢຽບ,ນ້າລ້າງມແລະຄ2ໜ່ວຍ,ໂອ2ໜ່ວຍໄປຕ້ງໄວ້ບ່ອນທ່ສົມມຸດວ່າັ້ໍ ້ໍືຸັີເປັນຫ້ອງນໍ້າທາງໃນແລະນອກ,ສະບູ(ກັບສະບູເປົ່າກໍໄດ້)ແລະຈັດໂຕະໜຶ່ງໃຫ້ມີອາຫານ(ເຂົ້າໜົມ)ວາງໄວ້.2) ຄູເລືອກນັກຮຽນຍິງຊາຍສະຫຼັບກັນມາ4ຄົນເພື່ອຫຼິ້ນບົດບາດສົມມຸດ.z ຄົນທີ1:ຍ່າງເຂົ້າຫ້ອງນໍ້າເປັນຜູ້ທໍາອິດແລະທໍາທ່າຖ່າຍໜັກແລ້ວລ້າງຫົວວິດດ້ວຍນໍ້າຢາລ້າງຫ້ອງນໍ້າແລ້ວຢືນສັງເກດເບິ່ງວ່າຫ້ອງນາສະອາດຮຽບຮ້ອຍກ່ອນອອກຈາກຫ້ອງນາ;ຫຼັງຈາກອອກຈາກຫ້ອງນໍ້າກໍລ້າງມືໃສ່ໍ ້ໍ ້ສະບູດ້ວຍ7ຂັ້ນຕອນແລະຍ່າງອອກມາຈັບເຂົ້າໜົມກິນຢ່າງແຊບຊ້ອຍ.z ຄນທ2:ຍ່າງເຂ້າຫ້ອງນ້າແລ້ວເວົ້າອອກມາວ່າໂອ!ຫ້ອງນ້າສະອາດແທມີກ່ນຫອມພ້ອມແລະນ່ງລົງຖ່າຍ;ົີົໍໍ້ິັຫຼັງຈາກຖ່າຍແລ້ວຍ່າງອອກຫ້ອງນໍ້າເລີຍໂດຍບໍ່ມີການລ້າງຫ້ອງນໍ້າແລະບໍ່ລ້າງມື.ເມື່ອຍ່າງອອກມາເຫັນເຂົ້າໜົມກໍຈັບກິນແລະນັ່ງຫຼິ້ນເສີຍແລ້ວຈັກໜ້ອຍລາວກໍສົ່ງສຽງຮ້ອງໂອຍ!ໂອຍ!ເຈັບທ້ອງເດ້!ໂອຍ!ໂອຍ!z ຄົນທີ3:ຍ່າງເຂົ້າຫ້ອງນໍ້າແລະເວົ້າວ່າເໝັນຫ້ອງນໍ້າແທ້ບໍ່ເຂົ້າດີກວ່າແລະຍ່າງໄປຖ່າຍໜັກ(ຂີ້)ໃສ່ທາງຍ່າງຢູ່ນອກແລ້ວລຸກໜີເສີຍ.z ຄົນທີ4:ຍ່າງມາຕາມທາງແລະຢຽບເອົາອາຈົມ(ຂີ້)ຂອງຄົນທີ3ແລະເວົ້າວ່າໂອຍ!ໂອຍ!ແມ່ນຜູ້ໃດມາຂີ້ໃສ່ນີ້ຈັ່ງແມ່ນບໍ່ມີມາລະຍາດເນາະ!ເປັນຫຍັງຈຶ່ງບໍ່ໄປຖ່າຍໃສ່ຫ້ອງນໍ້າພຸ້ນ!ລາວເຮັດສີໜ້າໃຈຮ້າຍຢ່າງແຮງ.3) ຄູສະຫຼຸບກິດຈະກໍາດ້ວຍຄໍາຖາມວ່າ:- ຄົນໃດເຮັດໃຫ້ຫ້ອງນໍ້າສະອາດ?- ຄົນໃດເຈັບທ້ອງ?ຍ້ອນຫຍັງລາວຈຶ່ງເຈັບທ້ອງ?- ຖ້າບໍ່ຖ່າຍໃສ່ຫ້ອງນໍ້າຈະມີຫຍັງເກີດຂຶ້ນ?- ນັກຮຽນຮູ້ສຶກແນວໃດກັບກິດຈະກໍານີ້?4) ຄູໃຫ້ນັກຮຽນສັງເກດຮູບພາບໃນຫົວຂໍ້ທີ3ແລະໃຫ້ສົນທະນາເປັນຄູ່:- ເກີດເຫດການຫຍັງຂຶ້ນໃນຮູບພາບນັ້ນ?- ເປັນຫຍັງຄືມີເຫດການແບບນີ້?- ຈະເກີດຫຍັງຂຶ້ນຖ້າມີຄົນມາຕັກເອົານາໃນແມ່ນານີ້ເພື່ອເອົາໄປປຸງແຕ່ງອາຫານ?ໍ ້ໍ ້- ຈະເກີດຫຍັງຂຶ້ນສໍາລັບຄົນທີ່ກໍາລັງອາບນາຫຼືລອຍຫຼິ້ນນາໃນແມ່ນານີ້?ໍ ້ໍ ້ໍ ້- ເດັກຊາຍຜູ້ນັ້ນຄວນເຮັດຫຍັງແທນເພື່ອໃຫ້ຖືກຫຼັກອະນາໄມ?5) ນັກຮຽນແຕ່ລະຄົນແລກປ່ຽນຄວາມຄິດນໍາກັນ.ການວັດ ແລະ ປະເມີນຜົນກ່ອນຈະສະຫຼຸບບົດຮຽນທັງໝົດຄູຕ້ອງປະເມີນນັກຮຽນທຸກຄົນໂດຍໃຊ້ເກນການໃຫ້ຄະແນນເພື່ອປະເມີນຄວາມຮັບຮູ້ຂອງນັກຮຽນ.໕໓
54ຂັ້ນສະຫຼຸບ (5 ນາທີ )ຄູໃຫ້ນັກຮຽນອະທິບາຍຄືນກ່ຽວກັບການນໍາໃຊ້ຫ້ອງນ້ຳທີ່ຖືກຕ້ອງແລະຄົບຖ້ວນຕາມທຸກຈຸດສຳຄັນ.1) ການນໍາໃຊ້ວິດຖ່າຍແລະການຂັບຖ່າຍ:ການນັ່ງ,ການຢືນນັ່ງແລະການວາງຕີນໃຫ້ຖືກຕ້ອງຕາມວິດຖ່າຍແຕ່ລະຊະນິດ,ຫຼັງຈາກຖ່າຍໜັກ/ຖ່າຍເບົາແລ້ວຕ້ອງໄດ້ລ້າງຫ້ອງນໍ້າໃຫ້ສະອາດກ່ອນຈຶ່ງອອກຈາກຫ້ອງນໍ້າແລະລ້າງຫ້ອງນໍ້າໃຫ້ສະອາດເປັນປະຈໍາ.2) ຖິ້ມເຈ້ຍອະນາໄມຫຼືເຈ້ຍທິດຊູໃສ່ກະຕ່າຂີ້ເຫຍື້ອໃນຫ້ອງນໍາໃຫ້ຖືກຕ້ອງ,ຖ້າຖິ້ມລົງຫົວວິດຈະເຮັດໃຫ້ວິດ້ຕັນ.3) ຕ້ອງລ້າງມືໃສ່ສະບູທຸກຄັ້ງຫຼັງຈາກການນໍາໃຊ້ຫ້ອງນໍາແລະລ້າງໃຫ້ຖືກຕາມ7ຂັ້ນຕອນ.ລ້າງມືດ້ວຍສະບູ້ກ່ອນກິນອາຫານ,ຫຼັງຈາກຈັບບາຍສິ່ງເປື້ອນເປິແລະຫຼັງຈາກອອກຈາກຫ້ອງນໍ້າເພື່ອປ້ອງກັນບໍ່ໃຫ້ພະຍາດເຂົ້າສູ່ຮ່າງກາຍ.4) ຕ້ອງລ້າງຫ້ອງນາໃຫ້ສະອາດທຸກຄັ້ງຫຼັງຈາກໃຊ້ຫ້ອງນາແລ້ວເພື່ອໃຫ້ຄົນຕໍ່ໄປນໍາໃຊ້ຢ່າງໝັ້ນໃຈ.ໍ ້ໍ ້5) ການຂັບຖ່າຍທີ່ຖືກຫຼັກອະນາໄມຫຼັງຈາກຖ່າຍແລ້ວຕ້ອງລ້າງກົ້ນດ້ວຍນໍ້າສະອາດຫຼືໃຊ້ເຈ້ຍທີ່ນຸ້ມເຊັດກົ້ນແຕ່ທາງໜ້າໄປທາງຫຼັງ.ສໍາລັບນັກຮຽນຊົນເຜົ່າ:ຄູອະທິບາຍຄໍາສັບໃຫ້ນັກຮຽນເຂ້າໃຈຢ່າງຈະແຈ້ງເຊ່ນ:ຖ່າຍໜັກ,ຖ່າຍເບົາ,ປວດົັຖ່າຍໜັກ,ປວດຖ່າຍເບົາ,ການຂັບຖ່າຍ,ອາຈົມ,ການຖ່າຍຊະຊາຍ,ເຈ້ຍອະນາໄມ(ເຈ້ຍທິດຊູ),ວິດຖ່າຍ,ຫ້ອງນໍ້າ,ຊັກໂຄກ,ຫ້ອງອາບນໍ້າແລະອື່ນໆ. ໕໔ ສ ວ ສສະຫງວນລິຂະສິດ
55ບົດທີ 10 ສັດລ້ຽງ ແລະ ສັດປ່າເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກຊື່ ແລະ ສະແດງລັກສະນະທ່າທາງຂອງສັດທົ່ວໄປ. 2. ຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ. 3. ອະທິບາຍການຮັກສາຄວາມປອດໄພເວລາຢູ່ໃກ້ສັດ.II. ການວັດ ແລະ ປະເມີນຜົນ1. ສັງເກດ, ນໍາໃຊ້ຄໍາຖາມ, ກວດກາ ແລະ ບັນທຶກ. 2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ3ຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ 6 ຊະນິດ.2ຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ 4-5 ຊະນິດ.1ຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ 1-3 ຊະນິດ.0ບໍ່ສາມາດຈໍາແນກສັດລ້ຽງ ແລະ ສັດປ່າໄດ້ຢ່າງຖືກຕ້ອງ.III. ເນື້ອໃນຕົ້ນຕໍ1. ສັດລ້ຽງແມ່ນສັດທີ່ຄຸ້ນເຄີຍກັບຄົນ ແລະ ອາໄສຢູ່ນໍາຄົນ ເຊັ່ນ: ຄວາຍ, ງົວ, ໝູ, ໝາ, ແມວ, ເປັດ, ໄກ່, ແບ້ ແລະ ອື່ນໆ. 2. ສັດປ່າແມ່ນສັດທີ່ບໍ່ຄຸ້ນເຄີຍກັບຄົນ ແລະ ອາໄສຢູ່ໃນປ່າຫ່າງໄກຈາກຄົນ ເມື່ອພວກມັນເຫັນຄົນກໍຈະແລ່ນໜີໄປເຊັ່ນ: ເສືອ, ຊ້າງ, ລີງ, ໝີ, ງູ, ນົກ, ເຕົ່າ, ກະຕ່າຍ ແລະ ອື່ນໆ. 3. ສັດບາງຊະນິດ ເປັນທັງສັດລ້ຽງ ແລະ ສັດປ່າໄດ້ ເຊັ່ນ: ຊ້າງ. 4. ເພື່ອຄວາມປອດໄພ ພວກເຮົາຄວນຢູ່ຫ່າງໄກຈາກສັດທີ່ເຮົາບໍ່ຄຸ້ນເຄີຍບໍ່ວ່າຈະເປັນສັດລ້ຽງ ຫຼື ສັດປ່າກໍຕາມ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ບັດຮູບພາບສັດ (ເບິ່ງຮູບພາບສັດຢູ່ໃນສື່ການຮຽນການສອນວິຊາພາສາລາວ).3. ໄມ້ຕອກ, ໄມ້ຈິ້ມແຂ້ວ ຫຼື ເຊືອກ, ຈໍານວນພຽງພໍກັບນັກຮຽນສໍາລັບກິດຈະຈັບຄູ່ຮູບພາບສັດ.4. ແກ່ນພືດນ້ອຍ ຫຼື ກ້ອນຫີນນ້ອຍ, ຈໍານວນພຽງພໍກັບນັກຮຽນສໍາລັບກິດຈະການຈໍາແນກສັດ.໕໕
56V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນທະນາກ່ຽວກັບສັດ1) ຄູໃຫ້ນັກຮຽນຄິດກ່ຽວກັບສັດ. ໃນກຸ່ມຂອງນັກຮຽນໃຫ້ນັກຮຽນສົນທະນາກ່ຽວກັບສັດທັງໝົດທີ່ນັກຮຽນສາມາດ ຄິດອອກ ແລະ ສິ່ງທີ່ນັກຮຽນຮູ້ກ່ຽວກັບສັດແຕ່ລະຊະນິດ. 2) ຄູໃຫ້ນັກຮຽນ 1-2 ຄົນ ແລກປ່ຽນຄໍາຄິດຄໍາເຫັນ, ປະສົບການສ່ວນຕົວ ແລະ ຄວາມຮູ້ທີ່ໄດ້ຮຽນມາກ່ອນ. 3) ຄູໃຫ້ນັກຮຽນເບິ່ງຮູບຢູ່ຫົວຂໍ້ທີ 1 ໃນປຶ້ມແບບຮຽນ. ຄູຖາມນັກຮຽນທັງໝົດ:- ແມ່ນຫຍັງຢູ່ໃນຮູບ? (ສັດ) ຄູຂຽນຄໍາວ່າສັດໃສ່ກະດານ ແລະ ໃຫ້ນັກຮຽນເວົ້າຕາມຄູຫຼາຍໆເທື່ອ. ຄູຖາມຄໍາ ຖາມເພີ່ມຕື່ມວ່າ:- ຄົນ ແລະ ສັດກໍາລັງເຮັດຫຍັງ? - ນັກຮຽນເຫັນສັດຊະນິດໃດແດ່? - ນອກຈາກນີ້ນັກຮຽນຮູ້ຈັກສັດຊະນິດໃດຕື່ມແດ່?4) ຄູແນະນໍາໃຫ້ຕາງໜ້ານັກຮຽນ 1-2 ຄົນຂຶ້ນຕອບແລກປ່ຽນ ຄໍາຄິດເຫັນ.5) ຄູອະທິບາຍວ່າ ພວກເຮົາເຫັນສັດຫຼາຍໆຊະນິດໃນບ່ອນທີ່ແຕກຕ່າງກັນ. ໃນບົດນີ້ນັກຮຽນຈະໄດ້ເບິ່ງກ່ຽວກັບ ສັດທີ່ຄຸ້້ນເຄີຍ ແລະ ບໍ່ຄຸ້ນເຄີຍ, ຈະໄດ້ຮຽນຮູ້ຊື່ ແລະ ລັກສະນະທ່າທາງຂອງສັດເຫຼົ່ານີ້. ໃນບົດນີ້ນັກຮຽນຈະ ໄດ້ຮຽນຮູ້ກ່ຽວກັບການຈັດກຸ່ມຂອງສັດ. ນັກຮຽນຈະໄດ້ສົນທະນາກ່ຽວກັບອັນຕະລາຍຈາກສັດ ແລະ ການຮັກ ສາຄວາມປອດໄພເວລາຢູ່ໃກ້ສັດ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ຮູ້ຊື່ຂອງສັດ1) ໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 2 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນສົນທະນາເປັນກຸ່ມຢູ່ໂຕະຂອງນັກຮຽນກ່ຽວ ກັບຊື່ຂອງສັດແຕ່ລະຊະນິດ ແລະ ສິ່ງທີ່ນັກຮຽນຮູ້ກ່ຽວກັບສັດແຕ່ລະຊະນິດ.2) ຄູຊີ້ໃສ່ຮູບຂອງສັດທີ 1 ແລະ ຖາມນັກຮຽນວ່າ:- ນີ້ແມ່ນໂຕຫຍັງ? - ນັກຮຽນຮູ້ຫຍັງແດ່ກ່ຽວກັບສັດຊະນິດນີ້?ຄູໃຫ້ນັກຮຽນ 1-2 ຄົນຕອບແລກປ່ຽນຄວາມຄິດເຫັນ. ຄູໃຫ້ນັກຮຽນຊີ້ໄປໃສ່ສັດຮູບທໍາອິດ ແລະ ເວົ້າຊື່ ຕາມຫຼັງຄູຫຼາຍໆເທື່ອ. ຄູສືບຕໍ່ຈົນກວ່າຄົບທຸກຮູບທີ່ຢູ່ໃນຫົວຂໍ້ທີ 2 ຂອງປຶ້ມແບບຮຽນ.3) ໃຫ້ນັກຮຽນເຮັດກິດຈະເປັນກຸ່ມ ແລະ ຜັດປ່ຽນກັນຊີ້ຮູບສັດ ແລະ ບອກຊື່ສັດດ້ວຍຕົນເອງ.4) ຄູຖາມ:- ນອກຈາກສັດທີ່ມີໃນຮູບນີ້ນັກຮຽນຮູ້ຈັກສັດຊະນິດໃດອີກແດ່? - ນັກຮຽນຮູ້ຫຍັງແດ່ກ່ຽວກັບສັດເຫຼົ່ານັ້ນ?ການວັດ ແລະ ປະເມີນຜົນຄູໃຫ້ການຊ່ວຍເຫຼືອນັກຮຽນໂດຍ ການຕັ້ງຄໍາຖາມເຈາະຈິ້ມ ເພື່ອໃຫ້ ນັກຮຽນສົນໃຈ ແລະ ຕັ້ງໃຈ. ໕໖ ສ ວ ສສະຫງວນລິຂະສິດ
57- ສຽງຮ້ອງຂອງພວກມັນ. - ການເຄື່ອນໄຫວຂອງພວກມັນ. - ເອກະລັກພິເສດຂອງຮ່າງກາຍຂອງສັດ ເຊັ່ນ: ເຂົາ, ງວງ, ຫາງຍາວ ແລະ ຄາງແຫຼມເປັນຕົ້ນ. 5) ຄູເອົາບັດຮູບພາບສັດໃຫ້ນັກຮຽນເບິ່ງເທື່ອລະໃບ. ຄູຖາມນັກຮຽນກ່ຽວກັບຂໍ້ມູນຂອງສັດແຕ່ລະຊະນິດ ໂດຍໃຫ້ນັກຮຽນຕອບຕາມຄໍາຖາມຕໍ່ໄປນີ້:- ສັດນີ້ຊື່ຫຍັງ? ຫຼື ນີ້ແມ່ນໂຕຫຍັງ?- ມັນຮ້ອງສຽງແນວໃດ? - ມັນເຄື່ອນໄຫວແນວໃດ? - ມັນມີເອກະລັກພິເສດຫຍັງແດ່?6) ຄູສາທິດໂດຍການສະແດງທ່າທາງຂອງສັດ ແລະ ໃຫ້ນັກ ຮຽນເຮັດຕາມ ໂດຍການເວົ້າຊື່ຂອງສັດໃດໜຶ່ງ, ຮຽນແບບ ສຽງຂອງມັນ ແລະ ການເຄື່ອນໄຫວຂອງມັນ.- ນີ້ແມ່ນງູ.- ງູເຮັດສຽງ “ຮິດ ຮິດ” - ງູເລືອໄປຕາມພື້ນ (ໃຊ້ມືທັງສອງພ້ອມກັນ ແລະ ເໜັງໂຕໄປມາເປັນຄື້ນ ເພື່ອສະແດງການເລືອ).ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)3. ຫຼິ້ນເກມທວາຍຊື່ຂອງສັດ1) ຄູຄັດເລືອກເອົານັກຮຽນ ເພື່ອຂຶ້ນມາກະດານ ແລະ ໃຫ້ປ່ຽນກັນສະແດງທ່າທາງຂອງສັດ. ໃຫ້ນັກຮຽນທີ່ເຫຼືອທວາຍເບິ່ງວ່າລັກສະນະທ່າທາງທີ່ນັກຮຽນສະແດງໃຫ້ເບິ່ງນັ້ນ ແມ່ນໂຕຫຍັງ. ໃຫ້ນັກຮຽນແຕ່ລະຄົນປະຕິບັດຕາມຂັ້ນຕອນຕໍ່ໄປນີ້:- ເລືອກບັດຮູບພາບສັດ. ໂດຍບໍ່ໃຫ້ໝູ່ເຫັນ ແລະ ຮູ້ວ່າແມ່ນຮູບສັດຫຍັງເທື່ອ. - ສະແດງພຶດຕິຂອງສັດທີ່ໄດ້ໃຫ້ໝູ່ເບິ່ງ (ສັດເຄື່ອນໄຫວແນວໃດ).- ຮຽນແບບສຽງຂອງສັດໃຫ້ໝູ່ຟັງ. - ເຮັດລັກສະນະທ່າທາງ (ເຊັ່ນ ເຮັດເຂົາສັດ ໂດຍການເອົານິ້ວມືຊີ້ຂຶ້ນເທິງຫົວທັງສອງເບື້ອງ) ຫຼື ສິ່ງອື່ນໆ.2) ໃຫ້ນັກຮຽນຄົນອື່ນໆສັງເກດ ແລະ ທວາຍຊື່ຂອງສັດ ຊະນິດນັ້ນ. ຖ້າວ່ານັກຮຽນບໍ່ສາມາດສະແດງລັກສະນະທ່າທາງໄດ້ດີ ຫຼື ບໍ່ຊັດເຈນ, ໃຫ້ຄູຊ່ວຍອະທິບາຍ ຫຼື ໃຫ້ຂໍ້ມູນເພີ່ມຕື່ມ. ຫຼັງຈາກການສະແດງຮຽນແບບທ່າທາງຂອງສັດແຕ່ລະຊະນິດ.3) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບຊື່ຂອງສັດແຕ່ລະຊະນິດຄືນ.ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)4. ຈໍາແນກສັດລ້ຽງສັດປ່າ1) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 1. ຄູຖາມນັກຮຽນ:- ນັກຮຽນເຫັນຫຍັງແດ່ຢູ່ໃນຮູບນີ້? - ນັກຮຽນເຫັນຫຍັງຕື່ມແດ່ ນອກຈາກສັດ? - ສັດເຫຼົ່ານີ້ລັງຢູ່ບ່ອນໃດ? ສະຖານທີ່ນີ້ຄ້າຍຄືກັບທີ່ຢູ່ຂອງຄົນບໍ່? ການວັດ ແລະ ປະເມີນຜົນຄູໃຫ້ການຊ່ວຍເຫຼືອນັກຮຽນໂດຍການຖາມຄໍາຖາມເຈາະຈິ້ມ ແລະ ໃຫ້ຄໍາສັບທີ່ສໍາຄັນແກ່ນັກຮຽນ.ການວັດ ແລະ ປະເມີນຜົນຄູໃຫ້ການຊ່ວຍເຫຼືອນັກຮຽນ ໂດຍການ ໃຫ້ຂໍ້ມູນເພີ່ມເຕີມ ຫຼື ຮຽນແບບທ່າທາງ ເພື່ອຊ່ວຍໃຫ້ນັກຮຽນສັງເກດ ແລະ ທວາຍຊື່ຂອງສັດໄດ້.ການວັດ ແລະ ປະເມີນຜົນນໍາໃຊ້ຕາຕະລາງເກນການໃຫ້ຄະແນນ ໃຫ້ຄູຍ່າງເລາະເບິ່ງ ແລະ ປະເມີນນັກຮຽນໃນການຈັດປະເພດຂອງສັດ.໕໗
58- ຢູ່ແຖວບ້ານຂອງນັກຮຽນມີສັດຊະນິດໃດແດ່? - ສັດເຫຼົ່ານັ້ນຖືກດູແລຮັກສາແນວໃດ?2) ຄູແນະນໍາໃຫ້ນັກຮຽນສົນທະນານໍາກັນເປັນກຸ່ມກ່ຽວກັບຮູບພາບ. ແລ້ວຄູໃຫ້ນັກຮຽນ 2-3 ຄົນຂຶ້ນມາແລກປ່ຽນ ຄວາມຄິດເຫັນກ່ຽວກັບສັດທີ່ອາໄສຢູ່ໃກ້ນັກຮຽນ. ຫຼັງຈາກນັ້ນ, ຄູໃຫ້ນັກຮຽນເບິ່ງຮູບທໍາອິດຂອງຫົວຂໍ້ທີ 3 ຄູ ຖາມຄໍາຖາມເກົ່າອີກເທື່ອໜຶ່ງ.ນັກຮຽນອາດຈະສົນທະນາກ່ຽວກັບ:- ເຮືອນ ແລະ ຮົ້ວ.- ຄອກສັດທີ່ມີຮົ້ວ ແລະ ຫຼັງຄາ.- ຄົນໃຫ້ອາຫານສັດ.- ພື້ນທີ່ສວນ.ຄູຖາມນັກຮຽນ: ເຮົາເອີ້ນສັດທີ່ອາໄສຢູ່ນໍາຄົນວ່າແນວໃດ?3) ຄູບອກນັກຮຽນວ່າ ສັດເຫຼົ່ານີ້ ແມ່ນຄົນເປັນຜູ້ລ້ຽງ ແລະ ດູແລຮັກສາ. ສັດເຫຼົ່ານີ້ມີຊື່ສະເພາະເອີ້ນວ່າ ສັດລ້ຽງ.ຄູຂຽນຄໍາວ່າ ສັດລ້ຽງ ໃສ່ກະດານ. ຄູໃຫ້ນັກຮຽນອ່ານຄໍາສັບດັ່ງກ່າວຕາມຫຼັງຄູຫຼາຍໆເທື່ອ.ສໍາລັບນັກຮຽນຊົນເຜົ່າ: ຄູອາດຈະຕ້ອງຊ່ວຍນັກຮຽນຮຽນຮູ້ກ່ຽວກັບຄໍາສັບ. ໃຫ້ນັກຮຽນເວົ້າຄໍາສັບເຫຼົ່ານັ້ນຕາມຫຼັງຄູຫຼາຍໆເທື່ອ. ສໍາລັບນັກຮຽນທີ່ມີບັນຫາທາງດ້ານພາສາສາມາດຈັບຄູ່ກັບນັກຮຽນຜູ້ທີ່ເກັ່ງພາສາ ເພື່ອໃຫ້ນັກຮຽນສາມາດຊ່ວຍກັນໄດ້.4) ຫຼັງຈາກນັ້ນຄູໃຫ້ນັກຮຽນເບິ່ງຮູບທີ 2 ໃນຫົວຂໍ້ທີ 3. ຄູຕັ້ງຄໍາຖາມຕໍ່ໄປນີ້:- ເຫັນຫຍັງແດ່ຢູ່ໃນຮູບນີ້?- ເຫັນຫຍັງຕື່ມແດ່ນອກຈາກສັດ?- ສັດເຫຼົ່ານີ້ລັງຢູ່ບ່ອນໃດ? ສະຖານທີ່ນີ້ຄ້າຍຄືກັບທີ່ຢູ່ຂອງຄົນບໍ່?- ສັດເຫຼົ່ານີ້ຖືກດູແລຮັກສາແນວໃດ?- ສັດເຫຼົ່ານີ້ຄືກັນກັບສັດທີ່ອາໄສຢູ່ໃກ້ບ້ານນັກຮຽນບໍ່? ຕ່າງກັນແນວໃດ?5) ໃຫ້ນັກຮຽນສົນທະນານໍາກັນເປັນກຸ່ມຢູ່ໂຕະຂອງນັກຮຽນກ່ຽວກັບຮູບ. ຫຼັງຈາກນັ້ນ ຄູໃຫ້ນັກຮຽນ 2-3 ຄົນຂຶ້ນມາແລກປ່ຽນຄວາມຄິດເຫັນກ່ຽວກັບສັດທີ່ອາໄສຢູ່ປ່າ ຄູຖາມ.- ເຮົາເອີ້ນສັດທີ່ອາໄສຢູ່ປ່າວ່າແນວໃດ?6) ຄູບອກນັກຮຽນວ່າ ສັດເຫຼົ່ານີ້ບໍ່ມີໃຜເປັນເຈົ້າຂອງ ແລະ ບໍ່ມີໃຜເບິ່ງແຍງ. ພວກມັນເບິ່ງແຍງໂຕເອງໄດ້ ແລະ ບໍ່ອາໄສຢູ່ໃກ້ຄົນ. ສັດເຫຼົ່ານີ້ຢູ່ໄກຈາກຄົນ. ຄູເວົ້າວ່າ ສັດເຫຼົ່ານີ້ມີຊື່ສະເພາະ, ເພິ່ນເອີ້ນວ່າ ສັດປ່າ. ຄູຂຽນຄໍາ ວ່າ ສັດປ່າໃສ່ກະດານ, ຄູໃຫ້ນັກຮຽນເວົ້າຄໍາສັດນີ້ຄືນຕາມຫຼັງຄູຫຼາຍໆເທື່ອ.7) ຄູສະຫຼຸບໂດຍເວົ້າວ່າ ສັດທີ່ອາໄສຢູ່ໃນປ່າ ເອີ້ນວ່າ ສັດປ່າ ເປັນສັດທີ່ຄົນບໍ່ຄຸ້ນເຄີຍກັບຄົນ. ສ່ວນສັດທີ່ເຮົາ ເຫັນຢູ່ຕາມເຮືອນ ເອີ້ນວ່າ ສັດລ້ຽງ. ເປັນສັດທີ່ຄົນຄຸ້ນເຄີຍກັບຄົນ ຄົນເປັນເຈົ້າຂອງ ແລະ ເປັນຜູ້ລ້ຽງດູ.8) ຄູໃຫ້ນັກຮຽນຊ່ວຍຢາຍແກ່ນພືດ 4 ແກ່ນ ຫຼື ໝາກຫີນນ້ອຍ 4 ກ້ອນໃຫ້ນັກຮຽນແຕ່ລະຄົນ. ແນະນໍານັກຮຽນ ເບິ່ງຮູບໃນຫົວຂໍ້ທີ 2 ໃນປຶ້ມແບບຮຽນ. ນັກຮຽນແຕ່ລະຄົນເຮັດກິດຈະດ້ວຍຕົນເອງດັ່ງນີ້:- ທໍາອິດວາງແກ່ນພືດ ຫຼື ໝາກຫີນນ້ອຍໃສ່ແຕ່ລະຮູບທີ່ເປັນສັດລ້ຽງ. - ເອົາແກ່ນພືດ ຫຼື ກ້ອນຫີນທັງໝົດອອກ ຈາກນັ້ນວາງ ແກ່ນພືດ ຫຼື ກ້ອນຫີນນ້ອຍລົງໃສ່ແຕ່ລະຮູບທີ່ເປັນສັດປ່າ.ການວັດ ແລະ ປະເມີນຜົນນໍາໃຊ້ຕາຕະລາງເກນການໃຫ້ຄະແນນ ໃຫ້ຄູຍ່າງເລາະເບິ່ງ ແລະ ປະເມີນນັກຮຽນໃນການຈັດປະເພດຂອງສັດ.໕໘ສ ວ ສສະຫງວນລິຂະສິດ
595. ສົນທະນາຄວາມປອດໄພເວລາຢູ່ໃກ້ສັດ1) ຄູໃຫ້ນັກຮຽນຄິດກ່ຽວກັບສັດທີ່ໄດ້ເບິ່ງມາທັງໝົດ, ນັກຮຽນຄິດແນວໃດຕໍ່ກັບສັດແຕ່ລະຊະນິດ. ໃຫ້ນັກຮຽນເບິ່ງຮູບສັດໃນປຶ້ມແບບຮຽນທັງໝົດຄືນ ແລະ ສົນທະນາໃນກຸ່ມຕາມຄໍາຖາມຕໍ່ໄປນີ້:- ສັດຊະນິດໃດທີ່ນັກຮຽນຢາກຈະເຂົ້າໃກ້? ຍ້ອນຫຍັງ? - ສັດຊະນິດໃດທີ່ນັກຮຽນຢາກຈະຈັບ? ຍ້ອນຫຍັງ? - ສັດຊະນິດໃດທີ່ບໍ່ເປັນອັນຕະລາຍເວລາຢູ່ໃກ້? ຍ້ອນຫຍັງ? - ສັດຊະນິດໃດທີ່ຈະເປັນອັນຕະລາຍເວລາຢູ່ໃກ້? ຍ້ອນຫຍັງ?2) ຄູໃຫ້ນັກຮຽນຕາງໜ້າແຕ່ລະກຸ່ມລາຍງານ ແລະ ແລກປ່ຽນຄວາມຄິດເຫັນ. ນັກຮຽນອາດຈະເວົ້າວ່າ ສັດປ່າ ແລະ ສັດທີ່ມີຂະໜາດໃຫຍ່ທີ່ຈະບໍ່ປອດໄພ. ນັກຮຽນອາດຈະເວົ້າວ່າ ສັດນ້ອຍບາງຊະນິດທີ່ອາໄສຢູ່ໃກ້ຄົນ ເຊັ່ນ: ໄກ່, ໝາ ແລະ ແມວ ປອດໄພເມື່ອເຮົາເຂົ້າໃກ້. 3) ຄູເວົ້າວ່າ ສັດປ່າ ບໍ່ຄຸ້ນເຄີຍກັບຄົນ ແລະ ບໍ່ປອດໄພທີ່ຈະເຂົ້າໃກ້. ຄູເວົ້າຕື່ມອີກວ່າ ສັດລ້ຽງຄຸ້ນເຄີຍທີ່ຈະຢູ່ໃກ້ ຄນ ໂດຍສະເພາະແມ່ນສັດຂະໜາດນ້ອຍເຊ່ນ: ໝາ ແລະ ແມວ ອາດຈະປອດໄພສໍາຫັບຜ້ເປັນເຈົ້າຂອງ. ົັຼູຄູຖາມນັກຮຽນ ໃຜເຄີຍຖືກໝາເຫົ່າແດ່? ຍົກມືຂຶ້ນ.4) ຄູໃຫ້ນັກຮຽນທີ່ຍົກມືຂຶ້ນ 1-2 ຄົນ ເລົ່າເຫດການ ແລະ ຄວາມຮູ້ສຶກສູ່ທຸກຄົນຟັງ. 5) ຄູອະທິບາຍວ່າ ສັດລ້ຽງອາໄສຢູ່ໃກ້ຄົນ, ລຶ້ງເຄີຍກັບຄົນ. ສະນັ້ນ, ຈຶ່ງບໍ່ຄ່ອຍເປັນອັນຕະລາຍ. ແຕ່ສັດລ້ຽງບາງ ຊະນິດ ເຊັ່ນ: ໝາ ແລະ ແມວ ອາດຈະເປັນອັນຕະລາຍຕໍ່ກັບຄົນອື່ນທີ່ບໍ່ແມ່ນເຈົ້າຂອງມັນ. ສັດເຫຼົ່ານີ້ຈະບໍ່ກັດ ຫຼື ທໍາຮ້າຍເຈົ້າຂອງ, ແຕ່ອາດຈະກັດ ຫຼື ຂູດ ຫຼື ທໍາຮ້າຍຜູ້ທີ່ບໍ່ແມ່ນເຈົ້າຂອງໄດ້, ແຕ່ໃຫ້ຄວາມລະມັດລະວັງ ຢ່າໄປດຶງ, ຕີສັດເຫຼົ່ານັ້ນເພື່ອຄວາມປອດໄພ.ຄູບອກໃຫ້ນັກຮຽນລະມັດລະວັງ ບໍ່ໃຫ້ເຂົ້າໃກ້ ຫຼື ຈັບສັດທີ່ຕົນເອງບໍ່ລຶ້ງເຄີຍເດັດຂາດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)6. ກິດຈະກໍາຈັບຄູ່ - ການຈັດກຸ່ມປະເພດສັດລ້ຽງ ແລະ ສັດປ່າ1) ຄູໃຫ້ນັກຮຽນຊ່ວຍຢາຍໄມ້ຕອກ ຫຼື ໄມ້ຈິ້ມແຂ້ວ ຫຼື ເຊືອກ, ໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 4. ຄູຖາມນັກຮຽນ ດັ່ງນີ້:- ໃນຮູບມີສັດທັງໝົດຈັກໂຕ? - ມີໂຕຫຍັງແດ່? - ມີສັດປ່າຈັກໂຕ? - ມີສັດລ້ຽງຈັກໂຕ?2) ເພື່ອຕອບຄໍາຖາມ, ໃຫ້ນັກຮຽນນັບພ້ອມກັນດັ່ງນີ້:- ຈໍານວນສັດທັງໝົດ ໂດຍການຊີ້ໄປຫາ ແລະ ເວົ້າຊື່ຂອງສັດເຫຼົ່ານັ້ນເທື່ອລະໂຕ.- ຈໍານວນສັດລ້ຽງໂດຍການຊີ້ໄປຫາ ແລະ ເວົ້າຊື່ຂອງສັດເຫຼົ່ານັ້ນເທື່ອລະໂຕ. - ຈໍານວນສັດປ່າ ໂດຍການຊີ້ໄປຫາ ແລະ ເວົ້າຊື່ຂອງສັດເຫຼົ່ານັ້ນເທື່ອລະໂຕ.ການວັດ ແລະ ປະເມີນຜົນນໍາໃຊ້ເກນການໃຫ້ຄະແນນ ເພື່ອປະເມີນນັກຮຽນຜູ້ທີ່ຍັງບໍ່ທັນໄດ້ຖືກປະເມີນໃນບົດກ່ອນ.໕໙
603) ຄູໃຫ້ນັກຮຽນແຕ່ລະຄົນໃຊ້ໄມ້ຕອກ ຫຼື ໄມ້ຈິ້ມແຂ້ວ ຫຼື ເຊືອກສໍາລັບເຊື່ອມຕໍ່ຮູບພາບດັ່ງນີ້.- ເຊື່ອມຕໍ່ຮູບພາບຂອງສັດລ້ຽງໃສ່ກັບຄອກສັດລ້ຽງ. - ເຊື່ອມຕໍ່ຮູບພາບຂອງສັດປ່າໃສ່ປ່າ.ຂັ້ນສະຫຼຸບ (5 ນາທີ)ຄູໃຫ້ນັກຮຽນອະທິບາຍວ່າ ສັດສາມາດຈັດເປັນປະເພດສັດລ້ຽງ ແລະ ສັດປ່າໄດ້ແນວໃດ. ໃຫ້ນັກຮຽນຍົກຕົວຢ່າງ ແລະ ບອກຄວາມຄິດເຫັນຂອງນັກຮຽນ ອີງຕາມຄວາມເຂົ້າໃຈ ແລະ ທີ່ຢູ່ອາໄສຂອງນັກຮຽນ. ຄູສະ ຫຼຸບຄໍາຕອບຂອງນັກຮຽນ ໂດຍການອະທິບາຍວ່າ ສັດລ້ຽງ ແລະ ສັດປ່າ ມີຄວາມແຕກຕ່າງກັນ ເຊັ່ນ: ສັດລ້ຽງອາ ໄສຢູ່ນໍາຄົນ, ຄົນເປັນເຈົ້າຂອງ ແລະ ເປັນຜູ້ລ້ຽງດູ. ສັດປ່າ ອາໄສຢູ່ໃນປ່າ ແລະ ຢູ່ໄກຈາກຄົນ. ສັດປ່າເບິ່ງແຍງ ໂຕເອງ ແລະ ຫາອາຫານກິນເອງ.ສໍາລັບນັກຮຽນຊົນເຜົ່າໃຫ້ຄູອະທິບາຍຄໍາສັບໃໝ່ໃຫ້ນັກຮຽນເຂົ້າໃຈ ເຊັ່ນ: ຄໍາວ່າ “ສັດ”, “ສັດລ້ຽງ”, “ສັດປ່າ” ແລະ ຊື່ຂອງສັດຕ່າງໆ ທີ່ມີຢູ່ໃນຮູບໃນປຶ້ມແບບຮຽນ. ໖໐ ສ ວ ສສະຫງວນລິຂະສິດ
61ບົດທີ 11 ການດູແລຮັກສາສັດເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ: 1. ອະທິບາຍວິທີການດູແລຮັກສາສັດລ້ຽງ. 2. ອະທິບາຍການປົກປັກຮັກສາບ່ອນຢູ່ຂອງສັດປ່າ.II. ການວັດ ແລະ ປະເມີນຜົນ1. ສັງເກດ ແລະ ການຕອບຄ�າຖາມຂອງນັກຮຽນ. 2. ນາໃຊ້ເກນໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ. �ຄະແນນອະທິບາຍວິທີການດູແລຮັກສາສັດລ້ຽງ4ອະທິບາຍວິທີການດູແລຮັກສາສັດລ້ຽງໄດ້ 4 ຢ່າງຂ້ຶນໄປ.3ອະທິບາຍວິທີການດູແລຮັກສາສັດລ້ຽງໄດ້ 3 ຢ່າງ.2ອະທິບາຍວິທີການດູແລຮັກສາສັດລ້ຽງໄດ້ 2 ຢ່າງ.1ອະທິບາຍວິທີການດູແລຮັກສາສັດລ້ຽງໄດ້ 1 ຢ່າງ.0ບ່ສາມາດອະທິບາຍວິທີການດູແລຮັກສາສັດລ້ຽງ.�III. ເນື້ອໃນຕົ້ນຕໍ1. ການທ�າຄວາມສະອາດສັດ: ແມ່ນການທ�າຄວາມສະອາດບ່ອນຢູ່, ອາບນ້າ, ຕັດຂົນ, ຫວີຂົນ ແລະ ອື່ນໆ ໃຫ້ �ສັດບາງຊະນິດ.2. ການສັກຢາເພຶ່ອປ້ອງກັນບ່ໃຫ້ສັດລ້ຽງເປັນພະຍາດຕ່າງໆ ພວກເຮົາຕ້ອງນາເອົາສັດລ້ຽງໄປສກຢາ, ເມື່ອສັດ��ັລ້ຽງບ່ສະບາຍຕ້ອງນາໄປຫາສັດຕະວະແພດ (ແພດສັດ).��3. ການໃຫ້ອາຫານ: ພວກເຮົາຕ້ອງໃຫ້ອາຫານສັດລ້ຽງຢ່າງເໝາະສົມ ເພື່ອໃຫ້ພວກມັນກິນອີ່ມ ແລະ ມີສຸຂະ ພາບແຂງແຮງດີ ປາສະຈາກພະຍາດຕ່າງໆ.4. ການດູແລ ຫຼື ການປົກປັກຮັກສາສັດປ່າ: ແມ່ນການປົກປັກຮັກສາທາມະຊາດ ໂດຍການບ່ຖິ້ມຂີ້ເຫຍື້ອ ຫຼື ສິ່ງ ��ເປິເປື້ອນຕ່າງໆລົງແມ່ນ�້າ, ບ�່ຕັດໄມ້ທ�າລາຍປ່າ, ບ່ຈູດປ່າ ແລະ ປູກຕົ້ນໄມ້ທົດແທນ.�໖໑
62IV. ສື່ການຮຽນການສອນ1. ປຶ້ມແບບຮຽນ ແລະ ຮູບພາບຢູ່ໃນບົດທີ 3.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູເອົາຮູບພາບຢູ່ຂ້�ທີ 1 ໃນປຶ້ມແບບຮຽນໃຫ້ນັກຮຽນເບິ່ງ ແລະ ຖາມນັກຮຽນວ່າ ນັກຮຽນຍັງຈືຊື່ຂອງສັດແຕ່ລະຕົວເຫຼົ່ານີ້ຢູ່ບ່?.�2) ຄູຖາມນັກຮຽນວ່າ: ມີສັດໂຕໃດແມ່ນສັດປ່າ ແລະ ສັດໂຕໃດແມ່ນສັດລ້ຽງ? ຍ້ອນຫຍັງຈຶ່ງເອີ້ນວ່າສັດປ່າ ແລະ ສັດລ້ຽງ? (ອີງຕາມບົດຮຽນທີ່ນັກຮຽນໄດ້ຮຽນມາກ່ຽວກັບສັດປ່າ ແລະ ສັດລ້ຽງຢູ່ໃນບົດທີ 10).3) ຄູຖາມນັກຮຽນຄືນກ່ຽວກັບຊື່ຂອງສັດລ້ຽງ ແລະ ສັດປ່າທີ່ພວກເຂົາໄດ້ຮຽນມາກ່ອນໜ້ານັ້ນ. 4) ຄູຸູຸຖາມນັກຮຽນວ່າ: ມີວີທີໃດແດ່ທີ່ພວກເຮົາສາມາດດູແລສັດລ້ຽງຂອງເຮົາໃຫ້ແຂງແຮງ ແລະ ບ່ເຈັບ. �5) ຄຍກຍອງຄາຕອບຂອງນັກຮຽນ ແລະ ອະທິບາຍໃຫ້ນັກຮຽນວ່າມີຫຼາຍວິທີທ່ນັກຮຽນຕ້ອງໄດ້ດູແລ ແລະ ຮັກູົ້�ີ ສາສັດລ້ຽງ. 6) ຄູອະທິບາຍເພີ່ມອີກວ່າ, ມື້ນີ້ພວກເຮົາຈະມາຮຽນຮູ້ກ່ຽວກັບການດູແລຮັກສາສັດລ້ຽງ.ຂັ້ນຈັດກິດຈະກໍາການ ຮຽນ (20 ນາທີ)1. ລະດົມສະໝອງ1) ຄູຖາມນັກຮຽນ: ນັກຮຽນດູແລຮັກສາສັດລ້ຽງຄືແນວໃດ? 2) ຄູຍົກຍ້ອງຄ�າຕອບຂອງນັກຮຽນ ແລະ ເນັ້ນໃຫ້ນັກຮຽນຮູ້ກ່ຽວກັບຄວາມສ�າຄັນຂອງການໃຫ້ອາຫານສັດ ແລະ ອາບນ້າໃຫ້ສັດ, ທ�າຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໄສຂອງສັດໃຫ້ສະອາດຢູ່ສະເໝີ, ໃຫ້ �ຄວາມຮັກແກ່ສັດ ແລະ ດູແລຮັກສາເປັນຢ່າງດີ.3) ຄູໃຫ້ນັກຮຽນ 2 ຄົນ ອອກມາກະດານ ແລ້ວໃຫ້ນັກຮຽນ ຜູ້ໜຶ່ງສະແດງເປັນໝາ ພ້ອມທັງເຮັດສຽງຮ້ອງຂອງໝາ ແລະ ໃຫ້ນັກຮຽນອີກຜູ້ໜຶ່ງເຮັດເປັນຜູ້ໃຫ້ອາຫານໝາ, ເອົານ້າໃຫ້ໝາ ແລະ ໃຫ້ຄວາມຮັກແກ່ໝາ. �4) ຄູໃຫ້ນັກຮຽນ 2 ຄົນເຮັດເປັນທ່າທາງການໃຫ້ອາຫານ ໃຫ້ສັດລ້ຽງ ແລະ ໃຫ້ນັກຮຽນຄົນອື່ນໆເວົ້າຕາມ ເຊັ່ນ: ການໃຫ້ອາຫານ, ການອາບນ້າ ແລະ ການໃຫ້ຄວາມ �ຮັກແກ່ມັນ. 5) ຄູຖາມນັກຮຽນອີກວ່າ: ຍັງມີວິທີການດູແລຮັກສາສັດລ້ຽງແບບອື່ນໆອີກບ່? �6) ຄູຍົກຍ້ອງຄາຕອບຂອງນັກຮຽນ ແລະ ແນະນາຄວາມສ�າຄັນຂອງການທາຄວາມສະອາດ ຫຼື ຫວີຂົນໃຫ້ສັດ ���ລ້ຽງ.7) ຄູໃຫ້ນັກຮຽນ 2 ຄົນອອກມາໜ້າກະດານ ແລະ ເຮັດໜ້າທີ່ເປັນຜູ້ທ�າຄວາມສະອາດໃຫ້ໝາ. ໃນເມື່ອນັກ ຮຽນອອກມາໜ້າກະດານແລ້ວ, ໃຫ້ພວກເຂົາເວົ້າຄ�າສັບວ່າ ທ�າຄວາມສະອາດໃຫ້ສັດລ້ຽງ.8) ຄູຖາມນັກຮຽນວ່າ: ພວກເຮົາຈະໝັ້ນໃຈໄດ້ແນວໃດວ່າສັດລ້ຽງຂອງເຮົາບ່ເປັນໄຂ້? ຄູຍົກຍ້ອງຄ�າຕອບຂອງ �ນັກຮຽນ ແລະ ອະທິບາຍຄວາມສ�າຄັນຂອງການສັກຢາປ້ອງກັນພະຍາດໃຫ້ແກ່ສັດລ້ຽງ. 9) ຄູໃຫ້ນັກຮຽນຜູ້ທີ່ຢູ່ທາງໜ້າສະແດງການສັກຢາປ້ອງກັນພະຍາດໃຫ້ໝາ. ສ່ວນນັນຮຽນທີ່ເຫຼືອແມ່ນໃຫ້ເວົ້າ ການວັດ ແລະ ປະເມີນຜົນກວດເບິ່ງວ່າພວກເຂົາເຂົ້າໃຈແລ້ວ ຫຼື ບ �ແລະ ສາມາດນາໃຊ້ຄວາມຮູ້ໃໝ່ນ້ີແລ້ວ �ບ, ແລະ ໃຫ້ການຊ່ວຍເຫຼືອພວກເຂົາອີກ �ເມື່ອເຫັນວ່າພວກເຂົາຍັງຕ້ອງການຂ້ມູນ�ເພີ່ມຕືມ. ໖໒ ສ ວ ສສະຫງວນລິຂະສິດ
63ຕາມ ໂດຍເວົ້າຄ�າສັບທີ່ວ່າ: ການສັກຢາປ້ອງກັນພະຍາດ. 10) ຄູອະທິບາຍເພີ່ມຕື່ມອີກ, ຖ້າຫາກສັດຂອງພວກເຂົາເປັນໄຂ້ແມ່ນໃຫ້ເອົາໄປຫາໝ� ປົວ (ໝປົວສັດ) ໝຈະ ��ເອົາຢາໃຫ້ສັດກິນ ແລະ ສັດຈະຫາຍດີ. 11) ຄູໃຫ້ນັກຮຽນເວົ້າຄືນກ່ຽວກັບວິທີການດູແລຮັກສາສັດລ້ຽງທີ່ນັກຮຽນໄດ້ຮຽນມາ 6-7ເທື່ອ. 12) ຄູໃຫ້ນັກຮຽນຄູ່ໜຶ່ງອອກມາໜ້າກະດານ ແລ້ວໃຫ້ຜູ້ໜຶ່ງສະແດງເປັນແມວ ແລະ ອີກຄົນໜື່ງເປັນຜູ້ສະແດງການດູແລຮັກສາແມວ ໃຫ້ນັກຮຽນພາຍໃນຫ້ອງຮຽນເບິ່ງ. 13) ຄູໃຫ້ນັກຮຽນຜູ້ໜຶ່ງເວົ້າວິທີການດູແລຮັກສາແມວ ແລະ ສ່ວນນັກຮຽນທີ່ຢູ່ທາງໜ້າແມ່ນໃຫ້ເຮັດທ່າທາງປະກອບ. ຄູ ແລະ ນັກຮຽນທີ່ເຫຼືອນັ້ນໃຫ້ກວດເບິ່ງວ່າ ນັກຮຽນໄດ້ເຮັດຖືກແລ້ວບ່. ໃນວິທີການເຮັດແບບນີ້ແມ່ນ�ໃຫ້ເຮັດຄືນ 6-7 ເທື່ອ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ ( 20 ນາທີ)2. ສັງເກດຮູບພາບ1) ໃຫ້ນັກຮຽນເຮັດວຽກເປັນຄູ່ ແລະ ເບິ່ງຮູບພາບຢູ່ໃນຂ້ທີ 2 ປຶ້ມແບບຮຽນ ແລະ ໃຫ້ນັກຮຽນຈາແນກວ່າ ຮູບ��ພາບນັ້ນໄດ້ສະແດງໃຫ້ເຫັນການໃຫ້ອາຫານ, ການ ອາບນ້າ ແລະ ການໃຫ້ຄວາມຮັກແກ່ສັດ, ການທ�າ �ຄວາມສະອາດ ຫຼື ການຫວີຂົນ ແລະ ການໃຫ້ຢາເມື່ອ ສັດເຈັບເປັນ ຫຼື ເປັນໄຂ້.2) ຄູໃຫ້ນັກຮຽນສົນທະນາ ແລະ ຫຼັງຈາກນັ້ນ, ກວດຄ�າຕອບຂອງພວກເຂົາອີກ.3) ຄູໃຫ້ນັກຮຽນເບິ່ງຂ�້ທີ 3 ໃນປຶ້ມແບບຮຽນ ແລະ ເອົາຊື່ສັດໃຫ້ແຕ່ລະກຸ່ມເຮັດວິທີການດູແລຮັກສາສັດແຕ່ລະ ໂຕ. ແລ້ວໃຫ້ນັກຮຽນຄິດຫາວິທີການດູແລຮັກສາສັດຂອງນັກຮຽນເອງ. ນັກຮຽນຈະໃຫ້ອາຫານສັດລ້ຽງຄື ແນວໃດ? ອາບນ້າໃຫ້ມັນບ່? ທາຄວາມສະອາດ ແລະ ໃຫ້ຄວາມຮັກໃຫ້ມັນບ່? ຖ້າມັນເປັນເຈັບ ຫື ໄຂ້ພວກ ����ຼເຂົາຈະເຮັດແນວໃດ?4) ຫຼັງຈາກນັ້ນ: ຄູໃຫ້ນັກຮຽນແຕ່ລະກຸ່ມລາຍງານແນວຄວາມຄິດນັກຮຽນໃຫ້ແຕ່ລະຄົນຟັງ. ນັກຮຽນສາມາດເວົ້າກ່ຽວກັບການດູແລຮັກສາສັດລ້ຽງດວ້ຍວິທີອີື່ນໆທີ່ໄດ້ຮຽນມານີ້ ແລະ ເຮັດທ່າທາງປະກອບໃນເວລາດູແລເບິ່ງແຍງສັດລ້ຽງຂອງນັກຮຽນ .ຊົ່ວໂມງທີ 2ຂັ້້ນເຝິກປະຕິບັດ ແລະ ນໍາໃຊ້ (20 ນາທີ)3. ການລະດົມສະໝອງ1) ຄູເອົາຮູບພາບຕົວຊ້າງໃຫ້ນັກຮຽນເບິ່ງ ແລະ ຖາມ ພວກເຂົາວ່າ ນີິ້ແມ່ນສັດລ້ຽງບ່ ຫຼື ແມ່ນສັດປ່າ.�2) ຄູໃຫ້ນັກຮຽນໃຫ້ເຫດຜົນກ່ຽວກັບຄ�າຕອບຂອງພວກເຂົາ.3) ຄູເນັ້ນໃຫ້ນັກຮຽນຮູ້ອີກວ່າ ນັ້ນແມ່ນສັດປ່າທີ່ອາໄສຢູ່ຕາມທ�າມະຊາດ ແລະ ຄູຖາມນັກຮຽນຕື່ມອີກວ່າ ຍັງມີສັດຕົວໃດອີກທີ່ອາໄສຢູ່ຕາມທ�າຊາດ.4) ຄູຍົກຍ້ອງຄ�າຕອບຂອງນັກຮຽນ(ລວມທັງມີປາ, ນົກ, ລີງ, ແມງໄມ້ ແລະ ສັດປະເພດທີິ່ອີື່ນໆອີກເຊັ່ນ: ໝີ, ກວາງ, ຊ້າງ ...).ການວັດ ແລະ ປະເມີນຜົນໃຊ້ເກນໃຫ້ຄະແນນ ຖ້າຫາກນັກຮຽນສາ ມາດຈາແນກ ແລະ ພັນລະນາວິທີການ �ຕ່າງໆໃນການດູແລຮັກສາສັດ.ການວັດ ແລະ ປະເມີນຜົນຄູກວດເບິ່ງຄວາມເຂົ້າໃຈຂອງນັກຮຽນ ແລະ ໃຫ້ການຊ່ວຍເຫຼື່ອພວກເຂົາເມື່ອຕ້ອງການ.໖໓
645) ຄູອິທີບາຍວ່າ: ສັດພວກນີ້ແມ່ນແຕກຕ່າງຈາກສັດລ້ຽງ ແລະ ທີ່ຢູ່ອາໄສຂອງພວກເຂົາກ�ຕ່າງເຊັ່ນດຽວ. 6) ສັດພວກນ້ີກ່ຢູ່ໃກ້ໆກັບກັບຄົນເຮົາເຊັ່ນດຽວກັນ. �7) ຄູຖາມນັກຮຽນວ່າ: ສັດເຫຼົ່ານີ້ຕ້ອງການຫຍັງເພື່ອດາລົງຊີວິດ.�8) ຄູຍົກຍ້ອງຄ�າຕອບ (ມີອາຫານ, ນ້າ ແລະ ບ່ອນຢູ່ອາໄສ) �9) ຄູຖາມນັກຮຽນ: ນັກຮຽນຈະເຮັດການດູແລຮັກສາສັດເຫຼົ່ານີ້ໄດ້ຄືແນວໃດ? ພວກສາມາດເຮັດການດູແລຮັກສາທີ່ຄ້າຍຄືກັນກັບສັດລ້ຽງໄດ້ບ່?�10) ຄູອະທິບາຍ, ພວກເຮົາຍັງສາມາດໃຫ້ການດູແລຮັກສາສັດເຫຼ່ົ່ານ້ີ້ໄດ້ ແຕ່ວິທີການທີພວກເຮົາຈະເຮັດແມ່ນແຕກຕ່າງກັນ.11) ຄອະທບາຍວ່າ: ວິທີການທ່ດີສາລັບການດູແລຮັກສາສັດເຫ່ານ້ແມ່ນພວກເຮົາຕ້ອງປົກປັກຮັກທ່ຢ່ອາໄສຂອງ ູີີ�ຼ ົີີູພວກມັນ. 12) ຄູຖາມນັກຮຽນ: ສັດປ່າແມ່ນອາໄສຢູ່ໃສແດ່? (ແມ່ນ້າ, ບ່ອນຢູ່ອາໄສ ແລະ ປ່າໄມ້)�13) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ຂ້ທີ 4 ໃນປຶ້ມແບບ ແລະ ຖາມນັກຮຽນວ່າ: ຮູບພາບໃດສະແດງໃຫ້ເຫັນເຖິງວິທີ�ການປົກປັກຮັກສາທີ່ຢູ່ອາໄສຂອງສັດປ່າ ແລະ ຮູບພາບໃດສະແດງເຖິງວິທີການທີ່ບ່ຄວນເຮັດ.�ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1) ຄູຈັດນັກຮຽນເປັນກຸ່ມ ແລະ ໃຫ້ແຕ່ລະກຸ່ມຄິດກ່ຽວກັບວິທີການປົກປັກຮັກສາສັດປ່າ. ໃຫ້ແຕ່ລະກຸ່ມຄົ້ນຄວ້າສັດປ່າແຕ່ລະໂຕທີ່ແຕກຕ່າງກັນ (ປາ, ລີງ, ນົກ,ໝີ).2) ຄູຖາມນັກຮຽນເຊັ່ນ:1. ສັດ ເຫຼົ່ານີ້ອາໄສຢູ່ໃສ?2. ພວກເຮົາຄວນເຮັດແນວໃດເພື່ອໃຫ້ບ່ອນຢູ່ອາໄສຂອງພວກມັນສະອາດ.3) ຄູໃຫ້ນັກຮຽນແຕ່ລະກຸ່ມແລກປ່ຽນຄວານຄິດເຫັນນາກັນ.�ຂັ້ນສະຫຼຸບ (ເວລາ 5 ນາທີ)1) ຄູສະຫຼຸບບົດຮຽນຄືນ.2) ຄູຖາມ: ໃຫ້ນັກຮຽນບອກວິທີການດູແລຮັກສາສັດລ້ຽງທີ່ແຕກຕ່າງການ 4 ຢ່າງທີິ່ພວກເຮົາໄດ້ຮຽນມາໃຫ້ຄູຟັງ.ກິດຈະກຳເສິີມໃຫ້ນັກຮຽນຈາແນກວ່າພວກເຂົາຄວນເຮັດໃນແນວໃດດີ ເພື່ອເຮັດໃຫ້ບ່ອນຢູ່ອາໄສຂອງສັດສະອາດ �ແລະ ການດູແລຮັກສາສັດລ້ຽງທີ່ຢູ່ໃກ້ຕົວພວກເຂົາໄດ້ຮັບການດູແລເປັນຢ່່າງດີ (ບ�່ຖິ້ມຂີ້ເຫຍື້ອຊະຊາຍລົງແມ່ນ້າ, ບ່ທາລາຍປ້າໄມ້ ຫຼື ຕັດໄມ້, ບ່ຖິ້ມຂີ້ເຫຍື້ອຢູ່ໃນປ່າ ແລະ ອື່ນໆ).����ການວັດ ແລະ ປະເມີນຜົນຄູກວດເບິ່ງຄວາມເຂົ້າໃຈຂອງນັກຮຽນ ແລະ ໃຫ້ການຊ່ວຍເຫຼື່ອພວກເຂົາເມື່ອຕ້ອງການ.ການວັດ ແລະ ປະເມີນຜົນໃຊ້ເກນໃຫ້ຄະແນນະປະເມີນນັກຮຽນຜູ້ທີ່ຍັງບ່ທັນປະເມີນກ່ອນໜ້ານີິ້ຂອງບົດນີ້.� ໖໔ ສ ວ ສສະຫງວນລິຂະສິດ
65ບົດທີ 12 ການ ດູແລຮັກສາ ພືດເວລາ 2 ຊົ່ວໂມງ ເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກຂັ້ນຕອນການປູກພືດ.2. ບອກສິ່ງທີ່ພືດຕ້ອງການເພື່ອຈະເລີນເຕີບໃຫຍ່.3. ສາທິດຂັ້ນຕອນທີ່ຈໍາເປັນໃນການບົວລະບັດຮັກສາສວນຄົວ.II. ການວັດ ແລະ ປະເມີນຜົນ1. ສັງເກດການມີສ່ວນຮ່ວມຂອງນັກຮຽນໃນການເຮັດກິດຈະກໍາແລະການຕອບຄໍາຖາມ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.ຄະແນນບອກ ສິ່ງ ທີ່ ພືດ ຕ້ອງການ ເພື່ອ ຈະ ເລີ ນ ເຕີບ ໃຫຍ່ (ດິນ, ແສງ, ນໍ້າ ແລະ ຝຸ່ນ)4ບອກ4ສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່.3ບອກ3ສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່.2ບອກ2ສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່.1ບອກ1ສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່.0ບໍ່ສາມາດບອກສິ່ງທີ່ພືດຕ້ອງການເພື່ອເຕີບໃຫຍ່.III. ເນື້ອໃນຕົ້ນຕໍ1. ພືດຕ້ອງການອາຫານ(ຝຸ່ນ),ນໍ້າ,ດິນແລະແສງແດດພຽງພໍເພື່ອຈະເລີນເຕີບໃຫຍ່ໄດ້ດີ.2. ຂັ້ນຕອນການປູກພືດແລະການດູແລຮັກສາພືດໃນສວນປະກອບມີ:ການກະກຽມດິນ,ການວາງເມັດພືດ,ການຫົດນໍ້າ,ການໃສ່ຝຸ່ນແລະເຮັດຮົ້ວອ້ອມເພື່ອປ້ອງກັນສັດເຂົ້າໄປທໍາລາຍພືດ.3. ຖາຫາກເຮົາບ່ບົວລະບັດຮັກສາສວນຂອງເຮົາໃຫ້ດີພືດກໍຈະບ່ເຕີບໃຫຍ່ຕາມເກນແລະໃນທ່ສຸດດົນໄປກໍຈະ້ໍໍີຕາຍ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ຜັກຫຼືພືດຈິງທີ່ມີແກ່ນ/ເມັດຂອງພືດເຊັ່ນ:ໝາກເຜັດ,ໝາກເລ່ັນ,ໝາກຫຸ່ງ.3. ແກນ,ກະຖັງ/ໂຖດອກໄມ້(ກະໂປະໝາກພ້າວທ່ຕັດເຄ່ງຫກະຕຸກນ້າຫຂວດປລາສຕິກຕັດເຄ່ງທ່ເຈາະຮູລະ່ີິຼ ືໍຼ ືິີບາຍນໍ້າ.ດິນ,ນໍ້າແຕ່ລະຢ່າງພຽງພໍສໍາລັບ3ຊຸດ.4. ກະກຽມເຈ້ຍນ້ອຍທີ່ຂຽນຕົວເລກ1-6ໃສ່(ພໍສໍາລັບນັກຮຽນ4ຄົນຕໍ່ກຸ່ມ). 5. ກະດານດໍານ້ອຍແລະສໍຂາວ.໖໕
66V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ສົນ ທະ ນາ ລວມ ກ່ຽວ ກັບ ພືດ1) ຄູທົບທວນຄືນກ່ຽວກັບພືດທີ່ໄດ້ຮຽນໃນບົດທີ4ໂດຍຖາມນັກຮຽນວ່າເຂົາເຈົ້າສາມາດຈື່ຈໍາສ່ວນປະກອບ ຕ່າງໆຂອງຕົ້ນໄມ້ໄດ້ຫຼືບໍ່?ຖາມນັກຮຽນວ່າຢູ່ເຮືອນຂອງເຂົາເຈົ້າໄດ້ປູກພືດບໍ່?ແລະແມ່ນພືດປະເພດໃດ?ເພື່ອຢາກຮູ້ເຫດຜົນວ່າເປັນຫຍັງຈຶ່ງປູກພືດຄູໃຫ້ນັກຮຽນເບິ່ງຫົວຂໍ້ທີ1ຂອງບົດທີ12ມີຫຍັງເກີດຂຶ້ນຢູ່ໃນຮູບນັ້ນ.2) ຄູອະທິບາຍວ່າເຫດຜົນໜຶ່ງທີ່ຄົນເຮົາປູກພືດແມ່ນເພື່ອເປັນອາຫານຄູສະແດງໃຫ້ນັກຮຽນເຫັນກ່ຽວກັບຜັກຫຼືໝາກໄມ້ທີ່ຄູນໍາເອົາມາໂຮງຮຽນໃຫ້ນັກຮຽນເບິ່ງແລ້ວຄູຖາມນັກຮຽນວ່າຍັງມີອາຫານປະເພດອື່ນໃດອີກທີ່ນັກຮຽນສາມາດເອົາມາຈາກສວນ?.3) ຄູບອກນັກຮຽນວ່າມື້ນີ້ພວກເຮົາຈະໄດ້ຮຽນກ່ຽວກັບການປູກພືດແລະການບົວລະບັດຮັກສາພືດ.ຂັ້ນຈັດກິດຈະກໍາການ ຮຽນ (15 ນາທີ)1. ສົນທະນາກ່ຽວກັບສິ່ງຈໍາເປັນໃນການເຕີບໃຫຍ່ຂອງພືດ.1) ຄູຕັດໝາກໄມ້ຫຼືຜັກແລະສະແດງໃຫ້ນັກຮຽນເຫັນເມັດທາງໃນ.ຄູຖາມນັກຮຽນວ່າເມັດຫຍັງ?,ໃຫ້ເວົ້າຄໍາສັບຫຼາຍໆເທື່ອ:ເມັດ/ແກ່ນຈົນກວ່ານັກຮຽນຈະຮູ້ແລະຈື່ຈໍາຄໍາສັບນັ້ນໄດ້ຖືກຕ້ອງ.2) ຄູຖາມນັກຮຽນວ່າເມັດພືດດ່ັງກ່າວຕ້ອງການຫຍັງເພື່ອເຕີບໃຫຍ່?3) ຄູຮັບເອົາຫຼາຍໆຄໍາຕອບຈາກນັກຮຽນແລະເນັ້ນໃຫ້ເຫັນຄໍາຕອບທີ່ສໍາຄັນ;ແນະນໍາແລະຝຶກຊ້ອມນໍາໃຊ້ຄໍາສັບດັ່ງກ່າວ.4) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ2ຂອງບົດຮຽນ.5) ຄູໃຫ້ນັກຮຽນຂວດສອບເບິ່ງສິ່ງທີ່ເຂົາເຈົ້າເດົາຮູບພາບຕ່າງໆວ່າໄດ້ຖືກຕ້ອງຫຼືບໍ່.6) ຄູແນະນໍາຄໍາສັບທ່ສໍາຄັນແລະຄໍາສັບໃໝ່ໃຫ້ແກ່ນັກຮຽນຮູ້ເຊ່ນ:(ແສງແດດ,ດິນ,ນ້າ,ເມັດ/ແກ່ນ)ໃຫ້ເວົ້າີັໍຄໍາສັບເຫຼົ່ານັ້ນຫຼາຍໆຄັ້ງ.ສໍາລັບ ນັກຮຽນ ຊົນ ເຜົ່າ:ໃຫ້ນັກຮຽນຝຶກຊ້ອມເວົ້າຄໍາສັບເຫຼົ່ານັ້ນຫຼາຍໆຄັ້ງຈົນກວ່າຄູຈະສາມາດໝັ້ນໃຈວ່ານັກຮຽນຮູ້ຄໍາສັບທີ່ສໍາຄັນ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ )2. ສັງເກດຮູບພາບ.1) ຄູແບ່ງນັກຮຽນເປັນກຸ່ມນ້ອຍໆແລ້ວເອົາເຈ້ຍທີ່ມີໝາຍເລກ1-6ໃຫ້ແຕ່ລະກຸ່ມ.2) ໃຫ້ນັກຮຽນສັງເກດຮູບໃນຫົວຂໍ້ທີ2ຕາມປຶ້ມແບບຮຽນອີກເທື່ອໜຶ່ງແລະໃຫ້ແຕ່ລະກຸ່ມເອົາເຈ້ຍທີ່ມີຕົວເລກ1ວາງໃສ່ທາງຂ້າງຮູບທີ່ພວກເຂົາຄິດວ່າເປັນຂັ້ນຕອນທໍາອິດໃນການປູກພືດ.ໃຫ້ນັກຮຽນສືບຕໍ່ປະຕິບັດຄືແບບດຽວກັນໂດຍເອົາຕົວເລກຂອງຂັ້ນຕອນທີ2-6ທີ່ຍັງເຫຼືອໃສ່ຂ້າງຮູບໃຫ້ຖືກຕ້ອງ.ການວັດ ແລະ ປະເມີນຜົນໃຊ້ເກນການໃຫ້ຄະແນນເພື່ອປະເມີນຄຳຕອບແລະການອະທິບາຍຂອງນັກຮຽນ. ໖໖ ສ ວ ສສະຫງວນລິຂະສິດ
673) ຫຼັງຈາກນັ້ນຄູກວດລໍາດັບຂັ້ນຕອນທັງໝົດແລະຊີ້ໃຫ້ເຫັນແຕ່ລະລໍາດັບທີ່ຖືກຕ້ອງດັ່ງຮູບຕໍ່ໄປນີ້:ຮູບຂັ້ນຕອນທີ່ຕ້ອງການປູກພືດໃນກະໂຖ.ຂັ້ນສະຫຼຸບ (5 ນາທີ)ຄູກວດສອບເບິ່ງຄໍາຕອບຂອງນັກຮຽນແລະສະຫຼຸບໂດຍການໃຫ້ນັກຮຽນອາສາສະໝັກອະທິບາຍແຕ່ລະຂັ້ນຕອນ,ລຽນລໍາດັບການສາທິດການປູກພືດແລະການບົວລະບັດຮັກສາພືດ.- ນັກຮຽນຜູ້ທີ1ເຮັດແຂນເປັນຮູບໂຖດອກໄມ້- ນັກຮຽນຜູ້ທີ2ພູນດິນ.- ນັກຮຽນຜູ້ທີ3ເມັດພືດ.- ນັກຮຽນຜູ້ທີ4ເປັນຝົນ.- ນັກຮຽນຜູ້ທີ5ເປັນແສງຕາເວັນ.- ນັກຮຽນຜູ້ທີ6ແລະຜູ້ທີ7ເປັນຮົ້ວອ້ອມພືດດັ່ງກ່າວ.ຊົ່ວໂມງທີ 2ຂັ້ນຈັດກິດ ຈະ ກໍາ ການ ຮຽນ (20 ນາທີ )3. ສົນທະນາກ່ຽວກັບສວນ.1) ຄູບອກນັກຮຽນວ່າ:ເມື່ອເຮົາປູກພືດຈໍານວນຫຼາຍໆຊະນິດໄວ້ບ່ອນດຽວກັນເພິ່ນເອີ້ນວ່າ:ສວນ.2) ໃຫ້ນັກຮຽນບອກປະເພດຂອງໝາກໄມ້,ຜັກແລະດອກໄມ້ທີ່ນັກຮຽນປູກຢູ່ໃນສວນຂອງເຂົາເຈົ້າ.3) ຄູຖາມນັກຮຽນວ່ານັກຮຽນໄດ້ຊ່ວຍພໍ່ແມ່ໃນການເຮັດວຽກສວນຄົວຢູ່ບ້ານບໍ່?ແລະຊ່ວຍແນວໃດ?ພໍ່ແມ່ເຮັດຫຍັງໃນສວນຄົວ?ການວັດ ແລະ ປະເມີນຜົນໃຊ້ຄະແນນໃນການປະເມີນນັກຮຽນທີ່ຍັງບໍ່ທັນໄດ້ຮັບການປະເມີນໃນເມື່ອກ່ອນ.12345 6໖໗
684) ຄູຮັບຟັງຄໍາຕອບຈາກນັກຮຽນແລະແນະນໍາສິ່ງສໍາຄັນທີ່ຕ້ອງປະຕິບັດລວມມີ:ການຂຸດ,ການປູກ,ໃສ່ຝຸ່ນ,ຫົດນໍ້າແລະສ້າງຮົ້ວອ້ອມເພື່ອບໍ່ໃຫ້ສັດເຂົ້າໄປທໍາລາຍ.ສໍາລັບນັກຮຽນຊົນເຜົ່າ: - ຄູເນັ້ນຄໍາສັບແລະການປະຕິບັດຕາມ.- ຄູເວົ້າຄໍາສັບຫຼາຍໆຄັ້ງແລະໃຫ້ນັກຮຽນເວົ້າຕາມ.- ໃຫນັກຮຽນອາສາສະໝັກສະແດງທ່າທາງປະກອບເຊ່ນ:ການຂຸດ,ການປູກ,ໃສ່ຝ່ນ,ຫົດນ້າແລະນັກ້ັຸໍຮຽນຄົນອື່ນໆເວົ້າຄໍາສັບທີ່ກ່ຽວຂ້ອງກັບການສະແດງຂອງນັກຮຽນຜູ້ນັ້ນ;ປະຕິບັດຫຼາຍໆຄັ້ງຈົນກວ່າຄູຈະໝັ້ນໃຈວ່ານັກຮຽນຮູ້ຄໍາສັບດັ່ງກ່າວ.5) ຄູໃຫ້ນັກຮຽນເບິ່ງຫົວຂໍ້ທີ3ໃນປຶ້ມແບບຮຽນ.6) ໃຫ້ນັກຮຽນເຮັດວຽກເປັນກຸ່ມເພື່ອສັງເກດແຕ່ລະຮູບພາບໃຫ້ເວົ້າໃນສິ່ງທີ່ພວກເຂົາເຫັນແລະອະທິບາຍ,ວ່າຄົນໃນຮູບກໍາລັງເຮັດຫຍັງ?.7) ຄສະຫຸບແຕ່ລະຮູບພາບແລະຊ່ວຍເຫືອນັກຮຽນທ່ບ່ສາມາດອະທິບາຍໄດ້ຢ່າງຖືກຕ້ອງຫຫາຄໍາສັບມາອະູຼຼີໍຼ ືທິບາຍບໍ່ໄດ້.4. ຜົນ ເສຍຂອງ ການ ບໍ່ ດູ ແລ ຫຼື ບົວລະບັດ ຮັກສາ ສວນ.1) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ4ແລະໃຫ້ນັກຮຽນອະທິບາຍສິ່ງທີ່ແຕກຕ່າງໃນຮູບ.ຮູບທີ1ແມ່ນສວນທີ່ມີພືດບໍ່ເຕີບໃຫຍ່ໃກ້ຈະຕາຍແລະຮູບທີ2ແມ່ນສວນທີ່ມີພືດແຂງແຮງຈະເລີນເຕີບໃຫຍ່ໄດ້ດີ.2) ຄູຖາມວ່າຍ້ອນຫຍັງໃນຮູບທໍາອິດພືດຈຶ່ງບໍ່ແຂງແຮງແລະພືດດັ່ງກ່າວຕ້ອງການຫຍັງເພື່ອເຕີບໃຫຍ່ແຂງແຮງ.ທົບທວນຂັ້ນຕອນການບົວລະບັດຮັກສາພືດຫຼືສວນທີ່ພວກເຂົາໄດ້ຮຽນຮູ້.5. ຫຼິ້ນບົດບາດ ສົມມຸດ ການ ປູກ ພືດ ທີ່ ແຂງ ແຮງ.1) ຄູອະທິບາຍໃນການຫຼິ້ນບົດບາດສົມມຸດວ່ານີ້ມີນັກຮຽນ3ຄົນ:ຄົນໜຶ່ງແມ່ນດວງອາທິດ,ຄົນໜຶ່ງເປັນນໍ້າແລະອີກຄົນໜຶ່ງເປັນສວນ.ໃຫ້ແຕ່ລະໂຕະສົມມຸດເປັນສວນແລະນັກຮຽນແຕ່ລະຄົນຢ່ໂຕະເປັນເມັດທ່ປູກ ູີໃນສວນນ້ນ(ໃຫ້ເຫືອໄວ້ປະມານ5-6ຄົນເພ່ອຈະເປັນຮົ້ວອ້ອມໂດຍອອກຈາກໂຕະມາຢືນຢ່ຂ້າງໆກະດານັຼືູເພອລຖ້າຈະສະແດງບົດບາດ),ໃນເວລາເລ່ມສະແດງທໍາອິດໃຫ້ນັກຮຽນທ່ເປັນເມັດພືດນ້ນເຮັດຕົນຕົວຂອງື ່ໍີ ີັຕົນງໍຫຼືມ້ວນ.2) ນກຮຽນຄົນທ່ສະແດງເປັນ“ດວງອາທິດ”ໃຫ້ຍ່າງໄປຫາແຕ່ລະໂຕະເພ່ອໃຫ້ແສງແດດແກ່ເມັດພືດໃນເວລາັີືນັ້ນໃຫ້ເມັດພືດທຸກເມັດເລີ່ມທີ່ຈະເຕີບໂຕ(ໃຫ້ຄ່ອຍໆງໍຕົວຂຶ້ນ).3) ຈາກນນນກຮຽນທເປນ“ນ້າ”ຍ່າງເຂ້າໄປຫາແຕ່ລະໂຕະເພ່ອຫົດນາໃນເວລານ້ນໃຫ້ເມັດພືດຄ່ອຍໆງໍຕົວຂ້ນັ ້ັີ ່ັໍົືໍ ້ັຶຕື່ມ.4) ນັກຮຽນທີ່ເປັນ“ຊາວສວນ”ຍ່າງໄປຫາແຕ່ລະໂຕະແລ້ວເອົາຝຸ່ນໃສ່ພືດແລະໃຫ້ເມັດພືດທັງໝົດຢືນຊື່ຂຶ້ນແລະຍົກແຂນຂຶ້ນຟ້າດ້ວຍຄວາມດີໃຈສົດຊື່ນແລະເຕີບໃຫຍ່ແຂງແຮງດີ.5) ຫຼັງຈາກນັ້ນໃຫ້ນັກຮຽນທີ່ເປັນ“ຮົ້ວອ້ອມ”ພ້ອມກັນວາແຂນທັງສອງຂ້າງອອກແລ້ວຈັບມືຕໍ່ໆກັນເພື່ອຍ່າງ ໖໘ ສ ວ ສສະຫງວນລິຂະສິດ
69ໄປອ້ອມຮອບໂຕະສະແດງໃຫ້ເຫັນຄືເປັນຮົ້ວອ້ອມຮອບສວນ.ຂັ້້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)6. ທົດ ລອງ ການປູກ ພືດ.1) ແບ່ງນັກຮຽນອອກເປັນກຸ່ມເພື່ອເລີ່ມປູກແກ່ນພືດ,ຈັດວາງອຸປະກອນທີ່ຈໍາເປັນຕ້ອງການປູກໄປໄວ້ຕາມລະບຽງນອກຫ້ອງຮຽນຫຼືນອກບ່ອນຮົ່ມຕົ້ນໄມ້.2) ເອົາເມັດພືດ1-3ເມັດແລະໂຖດອກໄມ້ຫຼືພາຊະນະໃຫ້ແຕ່ລະກຸ່ມ.3) ໃຫ້ນັກຮຽນເອົາດິນໃສ່ໂຖດອກໄມ້ພໍປະມານຕາມສັດສວ່ນ.4) ໃຊ້ນີ້ວມືປັກດິນໃນໂຖໃຫ້ເປັນຮູເພື່ອວາງເມັດໃສ່ແຕ່ລະຮູແລ້ວເອົາດິນຖົມແລະຄ່ອຍໆຫົດນາໃສ່ພືດດັ່ງໍ ້ກ່າວ.5) ຄູບອກນັກຮຽນວ່ານ້ແມ່ນສ່ວນໜຶ່ງຂອງການທົດລອງປູກແລ້ວເບ່ງວ່າພືດໃດຈະເລີນເຕີບໃຫຍ່ໄດ້ດີຄີິ.ູຖາມນັກຮຽນວ່າຄວນເອົາໂຖໄປວາງໄວ້ໃສເພື່ອເຮັດໃຫ້ພືດເຕີບໃຫຍ່ໄດ້ດີແລະເຕືອນນັກຮຽນວ່າຖ້າເປັນໄປໄດ້ໃຫ້ພືດໄດ້ຖືກແສງແດດ.6) ຄູແນະນໍານັກຮຽນໃຫ້ໝັ່ນຫົດນໍ້າທຸກໆວັນຫຼືເວັ້ນວັນຫຼືເວລາພືດແຫ້ງ.ຂັ້ນສະຫຼຸບ (5 ນາທີ)- ໃຫ້ນັກຮຽນສະຫຼຸບສິ່ງທີ່ເຂົາເຈົ້າໄດ້ຮຽນມາກ່ຽວກັບການປູກພືດແລະການດູແລບົວລະບັດຮັກສາພືດ.- ໃນເວລາທ່ນັກຮຽນອະທິບາຍແຕ່ລະຂ້ນຕອນ,ຄູແຕ້ມຮູບີັໃສ່ກະດານສ້າງເປັນແຜນວາດລໍາດັບຂ້ນຕອນການບວລະັົບັດສວ່ນນັກຮຽນໃຫ້ແຕ້ມໃສ່ກະດານຂອງເຂົາເຈົ້າເອງ.ການວັດ ແລະ ປະເມີນຜົນໃຊ້ຄະແນນປະເມີນນັກຮຽນທີ່ຍັງບໍ່ທັນໄດ້ຮັບການປະເມີນໃນເມື່ອກ່ອນ.໖໙
70ບົດທີ 13 ອາຫານເພື່ອສຸຂະພາບເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກຊື່ປະເພດຂອງອາຫານທີ່ກິນໃນແຕ່ລະວັນ.2. ຈໍາແນກປະເພດອາຫານໂດຍອີງຕາມແຫຼ່ງທີ່ມາຂອງມັນເຊັ່ນ: ອາຫານທີ່ໄດ້ມາຈາກສັດ (ຊີ້ນ ແລະ ໄຂມັນ) ແລະ ອາຫານທ່ີໄດ້ມາຈາກພືດ (ເຂົ້າ, ຜັກ ແລະ ໝາກໄມ້). 3. ອະທິບາຍຄວາມສໍາຄັນຂອງອາຫານຕໍ່ຮ່າງກາຍຂອງຄົນເຮົາ.4. ພັນລະນາພຶດຕິກໍາການກິນອາຫານທີ່ດີຕໍ່ສຸຂະພາບ.II. ການວັດ ແລະ ປະເມີນຜົນ1. ສັງເກດການມີສ່ວນຮ່ວມໃນການເຮັດກິດຈະກໍາ, ການຕອບຄໍາຖາມ ແລະ ການອະທິບາຍໃນລະຫວ່າງການ ສົນທະນາ ແລະ ຜົນງານຂອງນັກຮຽນ. 2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.ຄະແນນຈໍາແນກປະເພດອາຫານ ໂດຍອີງຕາມແຫຼ່ງທີ່ມາຂອງມັນເຊັ່ນ: ອາຫານທີ່ໄດ້ມາຈາກສັດ (ຊີ້ນ) ແລະ ອາຫານທ່ີໄດ້ມາຈາກພືດ (ໝາກໄມ້ ແລະ ຜັກ).3ສາມາດຈໍາແນກປະເພດອາຫານໄດ້ຫຼາຍກວ່າ 6 ປະເພດທີ່ແຕກຕ່າງກັນ (ປະເພດຊີ້ນ ຫຼື ໝາກໄມ້ ແລະ ຜັກ).2ສາມາດຈໍາແນກປະເພດອາຫານໄດ້ຫຼາຍກວ່າ 4 ປະເພດທີ່ແຕກຕ່າງກັນ (ປະເພດຊີ້ນ ຫຼື ໝາກໄມ້ ແລະ ຜັກ). 1ສາມາດຈໍາແນກປະເພດອາຫານໄດ້ຫຼາຍກວ່າ 2 ປະເພດທີ່ແຕກຕ່າງກັນ (ປະເພດຊີ້ນ ຫຼື ໝາກໄມ້ ແລະ ຜັກ).0ບໍ່ສາມາດຈໍາແນກປະເພດອາຫານໄດ້.III. ເນື້ອໃນຕົ້ນຕໍ1. ອາຫານມີຫຼາຍຢ່່າງທີ່ແຕກຕ່າງກັນເຊັ່ນ: ເຂົ້າ, ຊີ້ນ, ປາ, ໄຂ່, ນົມ, ຜັກ, ໝາກໄມ້, ນໍ້າດື່ມ.- ອາຫານປະເພດຊີ້ນແມ່ນໄດ້ມາຈາກສັດຕ່າງໆ.- ອາຫານປະເພດຜັກ ແລະ ໝາກໄມ້ ຊຶ່ງໄດ້ມາຈາກພືດ.- ບາງປະເພດບໍ່ໄດ້ມາຈາກທັງພືດ ແລະ ສັດເຊັ່ນ: ນໍ້າດື່ມ. ໗໐ ສ ວ ສສະຫງວນລິຂະສິດ
712. ຄົນເຮົາທຸກຄົນລ້ວນແຕ່ຕ້ອງການກິນອາຫານເພື່ອໃຫ້ຮ່າງກາຍແຂງແຮງ. ອາຫານໃຫ້ປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍຂອງເຮົາດັ່ງນີ້:- ໃຫ້ພະລັງງານໃນການເຄື່ອນໄຫວ, ເຕີບໃຫຍ່ ແລະ ການເຮັດໜ້າທີ່ຂອງທຸກພາກສ່ວນໃນຮ່າງກາຍເຊັ່ນ: ການຫາຍໃຈ ແລະ ການໃຫ້ຄວາມອົບອຸ່ນ. - ເຮັດໃຫ້ຮ່າງກາຍຂອງເຮົາແຂງແຮງ ແລະ ປ້ອງກັນບໍ່ໃຫ້ພະຍາດເຂົ້າສູ່ຮ່າງກາຍໄດ້.3. ແຕ່ລະມື້ພວກເຮົາຄວນໄດ້ກິນເຂົ້າ 3 ຄາບຄື້: ເຊົ້າ, ສວາຍ ແລະ ແລງ. ໃນແຕ່ລະຄາບເຮົາຕ້ອງໄດ້ກິນອາຫານຫຼາຍໆຢ່າງ ເພື່ອເຮັດໃຫ້ຮ່າງກາຍຮັບສານອາຫານພຽງພໍ ແລະ ມີສຸຂະພາບແຂງແຮງດີ.IV. ສື່ການຮຽນການສອນ1. ໂປສເຕີອາຫານ ແລະ ບັດຮູບອາຫານຢູ່ໃນຊຸດອຸປະກອນການຮຽນ (ຖ້າມີ). 2. ປຶ້ມແບບຮຽນ.3. ອາຫານທີ່ເຮັດຈາກຜັກຊະນິດຕ່າງໆທີ່ມີໃນທ້ອງຖິ່ນທີ່ຄູສາມາດກະກຽມໄດ້. 4. ເຈ້ຍສີຂຽວ ແລະ ສີແດງໃນຈໍານວນທີ່ພຽງພໍກັບນັກຮຽນ (ຫຼື ວັດຖຸອື່ນໆທີ່ສາມາດໃຊ້ແທນເຈ້ຍສີໄດ້).5. ສໍສີ ແລະ ເຈ້ຍຂາວ (ຕັດເປັນຮູບວົງມົນເພື່ອຈະນໍາມາສາທິດເປັນຈານ ຫຼື ຖ້ວຍ) 6. ປ້ຶມເລື່ອງ: ກິນດີມີປະໂຫຍດ (ຖ້າມີ).V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນ ທະ ນາ ລວມຄູຖາມນັກຮຽນດັ່ງຄໍາຖາມລຸ່ມນີ້.- ມືຶ້ນີ້ມີຜູ້ໃດໄດ້ກິນອາຫານ (ເຂົ້າ) ແລ້ວບໍ່? - ໄດ້ກິນຫຍັງແດ່? - ຍ້ອນຫຍັງພວກເຮົາຈຶ່ງກິນອາຫານ ຫຼື ເຂົ້າ?- ສອງມື້ຜ່ານມາພວກຫຼານໄດ້ກິນອາຫານຫຍັງເເດ່?ຊຸກຍູ້ໃຫ້ນັກຮຽນສົນທະນາ ແລະ ແລກປ່ຽນປະສົບການສ່ວນຕົວຂອງພວກເຂົາວ່າໄດ້ກິນຫຍັງເເດ່. ຄູອະທິບາຍວ່າ: ການກິນອາຫານແຕ່ລະຄາບໃນແຕ່ລະຄອບຄົວແມ່ນແຕກຕ່າງກັນ, ພວກເຮົາໄດ້ກິນອາຫານຫຼາຍຢ່າງ. ສະນັ້ນ, ມື້ນີ້ພວກເຮົາຈະມາຮຽນຮູ້ຊື່ຂອງອາຫານນໍາກັນ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)2. ກິນອາຫານນໍາກັນ.1) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 1 ຂອງປຶ້ມແບບຮຽນ.- ອາຫານທີ່ຄອບຄົວຂອງນັກຮຽນມັກກິນມີຫຍັງແດ? ນັກຮຽນອະທິບາຍໄດ້ບໍ່?- ອາຫານທີ່ກິນຄືກັນກັບຢູ່ໃນຮູບນີ້ບໍ່?- ມັນມີຫຍັງແຕກຕ່າງກັນບໍ່?2) ຊຸກຍູ້ໃຫ້ນັກຮຽນສົນທະນາ ແລະ ແລກປ່ຽນປະສົບການສ່ວນຕົວຂອງພວກເຂົາກ່ຽວກັບການຮັບປະທານອາຫານຂອງຄອບຄົວ.ການວັດ ແລະ ປະເມີນຜົນຄູສັງເກດນັກຮຽນສາມາດຈື່ ແລະ ເວົ້າ ຊື່ຂອງອາ ຫານທີ່ຕົນໄດ້ ກິນ ໃນ ແຕ່ ວັນ ໄດ້ ບໍ່ ແລະ ຊ່ວຍເຫຼືອພວກເຂົາຖ້ານັກຮຽນບໍ່ຮູ້.໗໑
723. ຊື່ປະເພດຂອງອາຫານ1) ຄູໃຫ້ນັກຮຽນເບິ່ງຮູບພາບຂໍ້ທີ 2 ໃນປຶ້ມແບບຮຽນ. ໃຫ້ນັກຮຽນເຮັດເປັນກຸ່ມຕາມໂຕະດ້ວຍການຜັດປ່ຽນກັນຖາມ ແລະ ຕອບຄໍາຖາມຜູ້ລະ 1 ຮູບ ກ່ຽວກັບຊື່ຂອງອາຫານ ໂດຍການໃຊ້ຄໍາຖາມດັ່ງນີ້:- ນັກຮຽນຜູ້ທີ 1 ຊີ້ໃສ່ຮູບອາຫານໃນປຶ້ມແບບຮຽນ ແລະ ຖາມ: ນ້ີຊື່ວ່າແນວໃດ ຫຼື ນ້ີແມ່ນຫຍັງ? ແລະ ສ່ວນນັກຮຽນຄົນອື່ນຢູ່ໃນກຸ່ມໃຫ້ຕອບຊື່ຂອງອາຫານນັ້ນນັກຮຽນຜູ້ 1 ຖາມອີກວ່າ: ໃຜເຄີຍກິນແດ່? ໝູ່ຢູ່ໃນກຸ່ມຕອບ.- ນັກຮຽນຜູ້ທີ 1 ຖາມອີກ: ເຈົ້າມັກກິນບໍ່? ຍ້ອນຫຍັງຈຶ່ງມັກ ແລະ ຍ້ອນຫຍັງຈຶ່ງບໍ່ມັກ? ໝູ່ຢູ່ໃນກຸ່ມຕອບ.2) ຫຼັງຈາກສໍາເລັດແລ້ວ ໃຫ້ນັກຮຽນຜັດປ່ຽນກັນຖາມ ແລະ ຕອບ ໂດຍເລີືອກເອົາຮູບພາບທີ່ແຕກຕ່າງກັນ. ໃຫ້ນັກຮຽນຖາມຕາມແຕ່ລະຂໍ້ຄືກັນກັບນັກຮຽນຜູ້ທີ 1 ໃນຂ້າງເທິງ. 3) ຫຼັງຈາກນັກຮຽນໄດ້ຜັດປ່ຽນກັນຖາມ ແລະ ຕອບແລ້ວ, ຄູໃຫ້ນັກຮຽນທັງໝົດຫ້ອງບອກຊື່ອາຫານທີ່ພວກເຂົາໄດຮຽນຮູມາ, ຄູໃຫ້ນັກຮຽນຜ້ທ່ຮູ້ຈັກດີກ່ຽວກັບອາຫານ ແລະ ຮູ້ລົດຊາດດີກວ່າໝ່ອະທິບາຍຕ່ມໃຫ້ນັກຮຽນຄົນູ້້ີູືອື່ນຜູ້ທີ່ຍັງບໍ່ທັນເຂົ້າໃຈຟັງ.ຄວາມຮູ້ທ້ອງຖິ່ນ: ຄູແນະນໍາອາຫານທີ່ນິຍົມກິນຢູ່ໃນທ້ອງຖິ່ນຂອງຕົນໃຫ້ນັກຮຽນຟັງ ໂດຍຍົກເອົາອາຫານ ຈິງມາເວົ້າ ຫຼື ໃຫ້ນັກຮຽນເບິ່ງຮູບພາບໃນຊຸດອຸປະກອນການສອນຂອງຄູ (ຖ້າມີ).- ໂປສເຕີອາຫານ.- ບັດຮູບອາຫານ.- ປຶ້ມເລື່ອງ: ກິນດີມີປະໂຫຍດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ການສັງເກດ ແລະ ຈັດເປັນປະເພດອາຫານ.1) ຄູທົບທວນຄວາມຮູ້ບົດຮຽນກ່ຽວກັບພືດ ແລະ ສັດທີ່ໄດ້ຮຽນຜ່ານມາແລ້ວ. ຄູອະທບາຍວ່າ: ອາຫານບາງຊະ ິນິດໄດ້ມາຈາກພືດ ຊຶ່ງອາຫານຊະນິດນີ້ເຮົາເອີ້ນວ່າຜັກລວມທັງໝາກໄມ້. ໃຫ້ນັກຮຽນເວົ້າຄໍາສັບນີິ້ 2-3 ເທື່ອ ຫຼັງຈາກນັ້ນ, ຄູອະທິບາຍໃຫ້ນັກຮຽນຮູ້ວ່າອາຫານບາງຊະນິດແມ່ນໄດ້ມາຈາກສັດ ຊຶ່ງອາຫານຊະນິດນີ້ພວກເຮົາເອີ້ນວ່າ ຊີ້ນ, ໃຫ້ນັກຮຽນເວົ້າຄໍາສັບນີິ້ 2-3 ເທື່ອ. 2) ຄູເອົາອາຫານທີີ່ໄດ້ກຽມມາໃຫ້ນັກຮຽນສັງເກດ. ຄູໃຫ້ນັກຮຽນສັງເກດວ່າ ແມ່ນອາຫານປະເພດໃດ. ຄູໃຫ້ນັກຮຽນຄິດກ່ຽວກັບການກຽມອາຫານຕ່າງໆຢູ່ໃນພາເຂົ້ານັ້ນມີຫຍັງເເດ່. ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມໂດຍໃຊ້ຄໍາຖາມດ່ັ່ງຕໍ່ໄປນີ້:- ອາຫານຢູ່ໃນພາເຂົ້ານີ້ມີຫຍັງແດ່? - ອາຫານທີ່ໄດ້ມາຈາກພືດມີຫຍັງແດ່?- ອາຫານທີ່ໄດ້ມາຈາກສັດມີຫຍັງແດ່? - ໝາກໄມ້ ຫຼື ຜັກປະເພດໃດທີ່ພວກຫຼານມັກທີ່ສຸດ?- ຊ້ີ້ນປະເພດໃດທີ່ພວກຫຼານມັກທີ່ສຸດ?3) ກະຕຸ້ນໃຫ້ນັກຮຽນສົນທະນາແລກປ່ຽນປະສົບການກິນອາຫານຂອງພວກເຂົາໃຫ້ຫຼາຍໆຕື່ມອີກ.ການວັດ ແລະ ປະເມີນຜົນຄູສັງເກດນັກຮຽນແຕ່ລະຄົນຢູ່ໃນກຸ່ມ ແລະ ໃຫ້ການຊ່ວຍເຫຼືອພວກເຂົາຖ້ານັກຮຽນບໍ່ສາມາດຕອບໄດ້.ການວັດ ແລະ ປະເມີນຜົນຄູຊ່ວຍນັກຮຽນໃນເລ່ື່ອງການຈັດໝວດ ຂອງໝາກໄມ້, ຜັກ ແລະ ຊີ້ນຕາມທີ່ນັກຮຽນຕ້ອງການ. ໗໒ ສ ວ ສສະຫງວນລິຂະສິດ
734) ຄູຢາຍເຈ້ຍນ້ອຍສີຂຽວ ແລະ ສີແດງຢ່າງລະ 5-6 ໃບໃຫ້ນັກຮຽນ. ເຈ້ຍໃບສີຂຽວ ແມ່ນເປັນສັນຍະລັກຂອງອາ ຫານປະເພດຜັກ ແລະ ໝາກໄມ້, ສີແດງເປັນສັນຍະລັກ ຂອງອາຫານປະເພດຊ້ີ້ນ.5) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນ ຂໍ້ທີ 2 ຂອງປຶ້ມແບບຮຽນກ່ຽວກັບອາຫານຄືນອີກເທື່ອໜຶ່ງ ຫຼັງຈາກນັ້ນ ໃຫ້ນັກຮຽນເອົາເຈ້ຍແຕ່ລະສີນັ້ນໄປວ່າງໃສ່ຮູບອາຫານໂດຍໃຫ້ວາງເຈ້ຍສີຂຽວໃສ່ຮູບທີ່ນັກຮຽນຄິດວ່າແມ່ນປະເພດຜັກ ແລະ ໝາກໄມ້, ສ່ວນສີແດງແມ່ນໃຫ້ເອົາໄປວາງໃສ່ຮູບທີ່ພວກເຂົາຄິດວ່າແມ່ນປະເພດຊີ້ນ. ຄູອະທິບາຍຕີື່ມອີກວ່າ ບັນດາຮູບພາບອາຫານຢູ່ໃນນັ້ນຈໍານວນໜຶ່ງບໍ່ແມ່ນນອນຢູ່ໃນກຸ່ມທີ່ພວກເຮົາຕ້ອງການ ຫຼື ປະເພດຂອງອາ ຫານ. ສະນັ້ນ, ອາຫານປະເພດນັ້້ນແມ່ນບໍ່ໃຫ້ວາງເຈ້ຍສີໃສ່ເທື່ອ.ສໍາລັບນັກຮຽນຊົນເຜົ່າ: ຫາກມີຄໍາສັບໃດທີ່ນັກຮຽນບໍ່ເຂົ້າໃຈ ໃຫ້ຄູອະທິບາຍອີກ ແລະ ຍົກຕົວຢ່າງໂດຍໃຊ້ຄໍາເວົ້າທ້ອງຖິິ່ນປ່ຽນແທນ.ຄວາມຮູຸ້້ທ້ອງຖິ່ນ: ຄູອາດເອົາໝາກໄມ້ທີ່ນັກຮຽນບໍ່ເຄີຍພົບເຫັນ ຫຼື ບໍ່ຄຸ້ນເຄີຍ ແລະ ບໍ່ເຄີຍໄດ້ກິນມາໃຫ້ ນັກຮຽນເບິ່ງ ຫຼື ອາດເປັນໝາກທີ່ມີຢູ່ໃນທ້ອງຖິ່ນຂອງພວກເຮົາມາເປັນສື່ການສອນ.ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)5. ສົນທະນາເປັນກຸ່ມກ່ຽວກັບຄວາມສໍາຄັນຂອງການກິນອາຫານ ແລະ ກິນອາຫານໃຫ້ຖືກວິທີ.1) ຄູໃຫ້ນັກຮຽນຄິດ, ສົນທະນາກ່ຽວກັບບົດຮຽນເກ່າກ່ຽວກັບການດູແລຮັກສາສັດລ້ຽງ ແລະ ສັດຕ້ອງການກິນຫຍັງ ົເພື່ອໃຫ້ມີສຸຂະພາບແຂງແຮງດ້ວຍຄໍາຖາມດັ່ງນີ້: - ພວກເຮົາຈະໃຫ້ການດູແລຮັກສາສັດລ້ຽງແນວໃດເພື່ອໃຫ້ພວກມັນມີສຸຂະພາບແຂງແຮງ?- ພວກເຮົາເອົາຫຍັງໃຫ້ມັນກິນ?ໃຫ້ນັກຮຽນ 7-8 ຄົນລຸກຂຶ້ນຕອບແລກປ່ຽນຄວາມຄິດເຫັນ.2) ຄູເວົ້າ: ຄົນເຮົາກໍຄ້າຍຄືກັນກັບສັດຄື: ມີຄວາມຕ້ອງການໃນການດໍາລົງຊີວິດ ແລະ ມີຄວາມແຂງແຮງ.ຄູຖາມອີກວ່າ:- ຢູ່ເຮືອນຂອງຜູ້ໃດມີເດັກເກີດໃໝ່ແດ່? - ແຕ່ລະມືືຶ້ເດັກນ້ອຍຂອງພວກຫຼານເຮັດຫຍັງ? (ນັກຮຽນອາດຕອບວ່າ ເດັກຄົນນັ້ນມີແຕ່ນອນ, ກິນ ແລະ ຮ້ອງ ໄຫ້).- ເປັນຫຍັງເດັກນ້ອຍຈິ່ງຮ້ອງໄຫ້? ເດັກນ້ອຍຢາກໄດ້ຫຍັງ? ຍ້ອນຫຍັງ?ພະຍາຍາມກະຕຸ້ນໃຫ້ນັກຮຽນຕອບຕາມປະສົບການຂອງພວກເຂົາ.3) ໃຫ້ນັກຮຽນເບິ່ງຮູບພາບຢູ່ຂໍ້ທີ 3 ຂອງປຶ້ມແບບຮຽນວ່າຮູບພາບນີ້ກ່ຽວກັບຫຍັງ? ແລະ ໃຫ້ນັກຮຽນ 2-3 ຄົນຕອບ ແລະ ແລກປ່ຽນຄວາມຄິດ. (ນັກຮຽນອາດຕອບວ່າພວກເຂົາກໍາລັງເຕີບໃຫ່ຍ ຫຼື ກໍາລັງສູງຂຶ້ນ ຫຼື ແຂງ ເເຮງ) ຄູໃຫ້ນັກຮຽນສົນທະນາເປັນກຸ່ມຕາມຄໍາຖາມລຸ່ມນີ້:- ສິ່ງທີ່ສັງເກດເຫັນມັນເກີດໄດ້ແນວໃດ? - ອັນໃດເຮັດໃຫ້ພວກເຮົາເຕີບໃຫຍ່?- ພວກເຮົາຕ້ອງການຫຍັງແດ່ຈຶ່ງຈະມີສຸຂະພາບດີ, ເຕີບ ໃຫຍ່ ແລະ ແຂງແຮງ?ຄູໃຫ້ຕາງໜ້າກຸ່ມຕອບເພືີ່ອແລກປ່ຽນຄວາມຄິດເຫັນ.ການວັດ ແລະ ປະເມີນຜົນໃຊເກນໃຫ້ຄະແນນເພື່ອວັດຄວາມເຂົ້າໃຈຂອງນັດຮຽນໃນເວລາພວກເຂົາຈັດອາຫານຕາມແຕ່ລະປະເພດໝາກໄມ້, ຜັກ ແລະ ຊີ້ນ.ການວັດ ແລະ ປະເມີນຜົນຄູໃຫ້ຄວາມຊ່ວຍເຫຼືອນັກຮຽນແຕ່ລະໂຕະ ເມື່ອພວກເຂົາສົນທະນາ ແລະ ຕັ້ງຄໍາຖາມຕື່ມອີກມີຄວາມຈໍາເປັນ.໗໓
744) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 4 ຂອງປຶ້ມແບບຮຽນ ແລະ ໃຫ້ແຕ່ລະກຸ່ມສົນທະນາກັນດ້ວຍຄໍາຖາມດ່ັງນີ້:- ພວກຫຼານເຫັນຫຍັງແດ່?- ຖ້າພວກຫຼານເຮັດກິດຈະກໍາການຫຼິ້ນ ຫຼື ອອກກໍາລັງກາຍດັ່ງໃນຮູບພາບນີ້ ພວກຫຼານຈະຮູ້ສຶກແນວໃດ? (ຄໍາຕອບທີ່ເປັນໄປໄດ້ຄື: ເມື່ອຍ, ຫິວນໍ້າ ...).- ຮ່າງກາຍຂອງເຮົາຕ້ອງການຫຍັງເພື່ອການດໍາລົງຊີວິດ?ໃຫ້ຕາງໜ້າແຕ່ລະກຸ່ມລາຍງານ ແລກປ່ຽນແນວຄວາມຄິດກັບກຸ່ມອື່ນໆ. ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 5 ແລະ ໃຫ້ນັກຮຽນສົນທະນາເປັນໂຕະດ້ວຍຄໍາຖາມລຸ່ມນີິ້:- ເຫັນຫຍັງແດ່ຢູ່ໃນຮູບພາບນີ້?- ອາຫານທີ່ກໍາລັງກິນມີຄາບໃດແດ່?- ແຕ່ລະຄາບກິນເວລາໃດ? (ຕອນເຊົ້າ, ຕອນສວາຍ, ຕອນແລງ)- ໃນແຕ່ລະຄາບພວກເຮົາຕ້ອງໄດ້ກິນອາຫານປະເພດໃດແດ່?ໃຫ້ຕາງໜ້ານັກຮຽນແຕ່ລະກຸ່ມລາຍງານ ແລະ ແລກປ່ຽນຄໍາຄິດເຫັນກັບກຸ່ມອື່ນໆ.ຂັ້ນຝຶກ ປະຕິບັດ ແລະ ນໍາ ໃຊ້ (20 ນາທີ )6. ແຕ້ມຮູບອາຫານທີ່ມີປະໂຫຍດຕໍ່ສຸຂະພາບ.1) ຄໃຫ້ນັກຮຽນເຮັດວຽກເປັນກ່ມ. ໃຫ້ນັກຮຽນຈັບເອົາສໍສີ ແລະ ເຈ້ຍມາຕັດເປັນວົງມົນໃຫຍ່ໆຄືກັນກັບພາເຂ້າ. ູຸົນັກຮຽນສົນທະນາກັນກ່ຽວກັບຄາບອາຫານວ່າຈະແຕ້ມພາເຂ້າທ່ມີອາຫານໃນຈານ ແລະ ຖ້ວຍໃນຄາບ ົີເຊົ້າ, ຄາບສວາຍ ຫຼື ຄາບແລງໃຫ້ນັກຮຽນເລືອກແຕ້ມພາເຂົ້າຄາບໃດຄາບໜຶ່ງພຽງຢ່າງດຽວ ແລະ ພາເຂົ້າ ຄາບນັ້ນຈະມີອາຫານຫຍັງແດ່? ໃຫ້ສົນທະນາກັນ ແລະ ແຕ້ມໃສ່, ນັກຮຽນສາມາດເບິ່ງຮູບພາບໃນປຶ້ມແບບຮຽນເພື່ອເປັນຕົວຢ່າງ ຫຼື ເປັນແບບໃນການແຕ້ມ.2) ຄູຂຽນຊື່ຄາບອາຫານທີ່ນັກຮຽນແຕ້ມໃສ່ແຈເຈ້ຍແຕ່ລະກຸ່ມຕາມທີ່ເຂົາເຈົ້າແຕ້ມເຊັ່ນ: ນັກຮຽນກຸ່ມໃດແຕ້ມພາເຂົ້າຄາບ ເຊົ້າກໍໃຫ້ຂຽນວ່າອາຫານເຊົ້າ ແລະ ຕໍ່ໆໄປ, ຄາບສວາຍ, ຄາບແລງ.3) ຄູໃຫ້ນັກຮຽນແລກປ່ຽນຄວາມຄິດເຫັນຊຶ່ງກັນ ແລະ ກັນກ່ຽວອາຫານທີ່ພວກເຂົາແຕ້ມດ້ວຍຄໍາຖາມດັ່ງນີ້:- ມີອາຫານຫຍັງແດ່ທີ່ພວກເຮົາໄດ້ກິນແຕ່ລະຄາບຊຶ່ງຈະເຮັດໃຫ້ເຮົາມີສຸຂະພາບແຂງແຮງ? ໃຫ້ນັກຮຽນ ແຕລະຄົນໄລ່ຊ່ອາຫານທ່ເຂົາເຈ້າຄິດວ່າດີທ່ສຸດມາຢ່າງໜ້ອຍສອງປະເພດຢ່ໃນພາເຂ້າທ່ພວກເຂົາແຕ້ມ.່ືີົີູົີຂັ້ນສະຫຼຸບ (5 ນາທີ)ຄູ ແລະ ນັກຮຽນຊ່ວຍຄູສະຫຸບໂດຍຖາມນັກຮຽນເທ່ອລະຄົນເພ່ອຕອບຄໍາຖາມດັງນ້. ຄູຂຽນປະໂຫຍກດງ ຼືື່ີັ ່ຕໍ່ໄປນີ້ໃສ່ເຈ້ຍ ເພື່ອທີ່ຈະເອົາເຈ້ຍເຫຼົ່ານີ້ວາງໃສ່ແຕ່ລະລາຍການອາຫານໃນຈານ “ອາຫານດີຕໍ່ສຸຂະພາບ’’ ເຊັ່ນ:- ຍ້ອນຫຍັງຄົນເຮົາຈຶ່ງຕ້ອງການກິນອາຫານ? ຄົນເຮົາຕ້ອງການກິນອາຫານ ເພື່ອເຮັດໃຫ້ມີສຸຂະພາບແຂງ ແຮງ ແລະ ມີີີຮ່າງກາຍທີ່ສົມບູນ. ຄົນເຮົາຕ້ອງການກິນອາຫານ ເພື່ອເຮັດໃຫ້ຮ່າງກາຍມີພະລັງໃນເວລາເຮັດວຽກ.- ຄົນເຮົາຕ້ອງໄດ້ກິນອາຫານມື້ໜຶ່ງຈັກຄາບ? ຄົນເຮົາຕ້ອງການກິນອາຫານ 3 ຄາບຕໍ່ມື້.- ໃນການກິນອາຫານແຕ່ລະຄາບເຮົາຄວນໄດ້ອາຫານປະເພດໃດແດ່? ຄົນເຮົາຕ້ອງການກິນອາຫານທຸກໆປະເພດທີ່ແຕກຕ່າງກັນ ເພື່ອເຮັດໃຫ້ຮ່າງກາຍມີສຸຂະພາບແຂງແຮງ ແລະ ບໍ່ເຈັບເປັນ.ການວັດ ແລະ ປະເມີນຜົນຄູໃຫ້ຄວາມຊ່ວຍເຫຼືອນັກຮຽນແຕ່ລະໂຕະໃນເວລາພວກເຂົາແຕ້ມຮູບອາຫານທີ່ພວກເຂົາມັກກິນໃນແຕ່ລະວັນ. ໗໔ ສ ວ ສສະຫງວນລິຂະສິດ
75ບົດທີ 14 ອາຫານຂອງສັດເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ບອກຊື່ອາຫານຂອງສັດຊະນິດຕ່າງໆ.2. ຈໍາແນກອາຫານທີ່ສັດແຕ່ລະຊະນິດກິນ.3. ອະທິບາຍການກິນອາຫານຂອງສັດຊະນິດຕ່າງໆ.II. ການວັດ ແລະ ປະເມີນຜົນ1. ສັງເກດການມີສ່ວນຮ່ວມໃນເຮັດກິດຈະກໍາຂອງນັກຮຽນ ແລະ ການຕອບຄໍາຖາມຂອງນັກຮຽນແຕ່ລະຄົນ. 2. ນໍາໃຊ້ເກນໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.ຄະແນນຈັບຄູ່ກັນລະຫວ່າງສັດ ແລະ ອາຫານທີ່ສັດແຕ່ລະຊະນິດກິນ4ສາມາດຈັບ 4 ຄູ່ສັດ ແລະ ອາຫານທີ່ພວກມັນກິນໄດ້ຢ່າງຖືກຕ້ອງ.3ສາມາດຈັບ 3 ຄູ່ສັດ ແລະ ອາຫານທີ່ພວກມັນກິນໄດ້ຢ່າງຖືກຕ້ອງ.2ສາມາດຈັບ 2 ຄູ່ສັດ ແລະ ອາຫານທີ່ພວກມັນກິນໄດ້ຢ່າງຖືກຕ້ອງ. 1ສາມາດຈັບ 1 ຄູ່ສັດ ແລະ ອາຫານທີ່ພວກມັນກິນໄດ້ຢ່າງຖືກຕ້ອງ.0ບໍ່ສາມາດຈັບຄູ່ສັດ ແລະ ອາຫານທີ່ພວກມັນກິນ.III. ເນື້ອໃນຕົ້ນຕໍ1. ສັດແຕ່ລະຊະນິດກິນອາຫານແຕກຕ່າງກັນໄປຕົວຢ່າງ:1) ສັດທີ່ກິນຫຍ້າມີ: ງົວ, ຄວາຍ, ກະຕ່າຍ, ຕັກແຕນ ... 2) ສັດທີ່ກິນເນື້ອ ຫຼື ຊີ້ນມີ: ງູ, ແມວ, ໝາ ແລະ ນົກບາງຊະນິດ.3) ສັດທີ່ກິນເມັດພືດມີ: ໄກ່, ນົກ ແລະ ເປັດ.2. ສັດແຕ່ລະຊະນິດມີວິທີການກິນອາຫານແຕກຕ່າງກັນຕົວຢ່າງ: ກັດກິນ, ຫຍໍ້າກິນ, ສັບກິນ, ຕອດກິນ ແລະ ອຶ່ນໆ.໗໕
76IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ໄມ້ຈິ້ມແຂ້ວ, ກິ່ງໄມ້ສັ້ນໆ ຫຼື ສາຍເຊືອກນ້ອຍ ແລະ ຕົ້ນຫຍ້າ.3. ໂຮງຮຽນຢູ່ໃນທ້ອງຖິ່ນ ຄູຕ້ອງກະກຽມ ຫຼື ຊອກຫາສະຖານທີ່ສໍາລັບການສໍາຫຼວດສາກ່ອນ ແລະ ໃຫ້ໝັ້ນໃຈ ວ່າມີສັດຢູ່ໃນນັ້ນເພີື່ອສະດວກໃນການສັງເກດ.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູນໍາພານັກຮຽນທວນຄືນບົດຮຽນເກົ່າ ໂດຍຄູໃຫ້ນັກຮຽນ 4-5 ຄົນອອກມາອະທິບາຍການດູແລຮັກສາສັດທີ່ນັກຮຽນຮຽນຮູ້ມາໃນບົດທີ 11. 2) ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 1 ຂອງປຶ້ມແບບຮຽນ ແລະ ຖາມວ່າ: ມີຫຍັງແດ່ຢູ່ໃນນັ້ນ? ຄູໃຫ້ນັກຮຽນ 1-2 ຄົນອະທິບາຍຕາມຮູບພາບວ່າມີຫຍັງເກີດຂຶ້ນຢູ່ໃນນັ້ນ. (ການໃຫ້ອາຫານສັດຊະນິດຕ່າງໆ).3) ຄູເວົ້າວ່າ ຕໍ່ໄປນີ້ພວກເຮົາຈະຮຽນຮູ້ກ່ຽວກັບອາຫານຂອງສັດແຕ່ລະຊະນິດ ແລະ ຈະໄດ້ຮຽນຮູ້ກ່ຽວກັບການກິນອາຫານຂອງສັດ ແລະ ຄວາມແຕກຕ່າງກັນໃນການກິນອາຫານຂອງສັດແຕ່ລະຊະນິດ. 4) ຄູຖາມວ່າ: “ຜູ້ໃດມີສັດຢູ່ເຮືອນ? ມັນແມ່ນສັດຫຍັງ?”. ໃນເວລານັກຮຽນຕອບ, ຄູຕ້ອງຈົດບັນທຶກ ຫຼື ແຕ້ມສິ່ງທີ່ນັກຮຽນກໍາລັງເວົ້ານັ້ນໃສ່ກະດານ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ລະດົມສະໝອງ1) ຄູເອົາຕົ້ນຫຍ້າອອກມາທີ່ໄດ້ກຽມມາໃຫ້ນັກຮຽນເບິ່ງ.- “ພວກເຮົາສາມາດເອົາຕົ້ນຫຍ້ານີ້ໃຫ້ໂຕສັດກິນໄດ້ບໍ່?”.- ລຸກຂຶ້ນຖ້າຜູ້ໃດຄິດວ່າແມ່ນ “ໄດ້” ໃຫ້ນັກຮຽນ 1-2 ຄົນອະທິບາຍເຫດຜົນວ່າຍ້ອນຫຍັງພວກເຂົາຈຶ່ງຄິດວ່າກິນໄດ້.- ບໍ່ຕ້ອງລຸກຂຶ້ນຖ້າຜູ້ໃດຄິດວ່າບໍ່ “ກິນບໍ່ໄດ້” ໃຫ້ນັກຮຽນ 1-2 ຄົນອະທິບາຍເຫດຜົນວ່າຍ້ອນຫຍັງພວກເຂົາຈຶ່ງ ຄິດວ່າກິນບໍ່ໄດ້.2) ຄູໃຫ້ນັກຮຽນເຮັດວຽກເປັນຄູ່ ຫຼື ເປັນກຸ່ມຢູ່ໃນໂຕະ. ບອກສັດໂຕໜຶ່ງທີ່ມີຢູ່ເຮືອນຂອງພວກເຂົາໃຫ້ໝູ່ຟັງ ແລະ ສັດໂຕນັ້ນກິນຫຍັງແດ່ ແລະ ໃຫ້ນັກຮຽນປ່ຽນກັນຖາມ ຫຼື ອະທິບາຍກ່ຽວກັບອາຫານປະເພດໃດທີ່ພວກເຂົາເຄີຍເອົາໃຫ້ສັດຂອງພວກເຂົາກິນ.3) ຫຼັງຈາກນັ້ນ, ຄູໃຫ້ຕາງໜ້າກຸ່ມຂຶ້ນລາຍງານຢູ່ກະດານ ແລະ ຄູຈົດບັນທຶກການລາຍງານຂອງພວກເຂົາໃສ່ກະດານ.4) ຄູໃຫ້ນັກຮຽນສັງເກດເບິ່ງຮູບພາບຂໍ້ທີ 2 ໃນປຶ້ມແບບ ຮຽນ ແລະ ໃຫ້ນັກຮຽນເຮັດວຽກເປັນຄູ່: ໃນແຕ່ລະຮູບ,ໃຫ້ນັກຮຽນແຕ່ລະຄົນເວົ້າວ່າສັດຢູ່ໃນຮູບນີ້ແມ່ນສັດຫຍັງ? ແລະ ໃຫ້ນັກຮຽນຄົນອື່ນບອກສັດໂຕນັ້ນກິນ ຫຍັງ ເປັນອາຫານ?.- ນັກຮຽນຄົນທີ 1 ເວົ້າ: ນີ້ແມ່ນໂຕງົວ.- ນັກຮຽນຄົນທີ 2 ເວົ້າ: ງົວກິນຫຍ້າ. ຫຼັງຈາກນັ້ນ, ໃຫ້ນັກຮຽນສັບປ່ຽນກັນເວົ້າ.ການວັດ ແລະ ປະ ເມີນ ຜົນຄູໃຫ້ການຊ່ວຍເຫຼືອນັກຮຽນບອກຊື່ອາຫານຂອງສັດ ໂດຍສະເພາະອາຫານທີ່ນັກຮຽນຍັງບໍ່ທັນຮູ້. ໗໖ ສ ວ ສສະຫງວນລິຂະສິດ
775) ຄູກວດເບິ່ງສັດແຕ່ລະໂຕຢູ່ໃນແບບຮຽນນໍານັກຮຽນ. ຄູຊີ້ໃສ່ຮູບທີ 1 ຢູ່ໃນປຶ້ມຂອງຄູ ແລະ ໃຫ້ນັກຮຽນຊີ້ໃສ່ຮູບ ທີ່ີຄືກັນຢູ່ໃນປຶ້ມແບບຮຽນຂອງນັກຮຽນ. ຄູຖາມນັກຮຽນ ແລະ ໃຫ້ນັກຮຽນຕອບດ່ັ່ງນີ້: - ນີ້ແມ່ນສັດຫຍັງ? (ນີ້ແມ່ນງົວ).- ມັນກິນຫຍັງ? ( ງົວກິນຫ້ຍາ).6) ສັດແຕ່ລະໂຕຢູ່ໃນແຕ່ລະຮູບພາບ ຄູຕ້ອງຖາມອີກດັ່ງນິີ້: - ສັດໂຕນັ້ນຍັງກິນຫຍັງໄດ້ອີກ?7) ຄູພະຍາຍາມຊຸກຍູ້ໃຫ້ນັກຮຽນແລກປ່ຽນຄໍາຄິດເຫັນ ແລະ ປະສົບການຂອງພວກເຂົາ. ສໍາລັບນັກຮຽນຊົນເຜົ່າ: ຄູຕ້ອງບອກຊ່ືຂອງສັດ ຫຼື ອາຫານຂອງສັດທີ່ເຫັນວ່ານັກຮຽນຍັງມີບັນຫາໃນການເວົ້າ ຫຼື ຍັງບໍ່ຮູ້ ແລະ ໃຫ້ນັກຮຽນເວົ້າຄືນ 7-8 ເທື່ອອີກ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ການຈັບຄູ່ຮູບພາບ/ການວິເຄາະຮູບ1) ຄູໃຫ້ນັກຮຽນເຮັດວຽກເປັນບຸກຄົນ. ຄູໃຫ້ນັກຮຽນເບິ່ງຮູບພາບຂໍ້ທີ 3 ໃນປຶ້ມແບບຮຽນ.2) ຄູໃຫ້ນັກຮຽນບອກຊື່ຂອງສັດຢູ່ໃນຮູບ ໃນເວລາຄູຊີ້ມືໃສ່, ຫຼັງ ຈາກນັ້ນ, ໃຫ້ນັກຮຽນຄິດຫາຄູ່ຂອງມັນ ຫຼື ຈັບຄູ່ກັນລະຫວ່າງ ສັດ ແລະ ອາຫານຂອງມັນ. ຄູໃຫ້ນັກຮຽນເບິ່ງຮູບພາບຢູ່ທາງເບື້ອງຊ້າຍມື, ຄູຊ້ີມືໃສ່ຮູບໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນຈັບຄູ່ກັນລະຫວ່າງສັດທີ່ຢູ່ທາງເບື້ອງຊ້າຍຄູ່ກັບອາຫານຂອງພວກມັນຢູ່ທາງເບື້ອງຂວາ. 3) ຄູໃຫ້ນັກຮຽນຊ່ວຍແຈກໄມ້ຈິ້ມແຂ້ວ, ກິ່ງໄມ້ນ້ອຍ ຫຼື ສາຍເຊືອກນ້ອຍໃຫ້ນັກຮຽນແຕ່ລະຄົນ.ໃຫ້ນັກຮຽນວາງ ໄມ້ຈິ້ມແຂ້ວ ຫຼື ສາຍເຊືອກດັ່ງກ່າວໃສ່ໂຕສັດ ແລະ ດຶງອອກ ຫຼື ວາງໃຫ້ຖືກກັບອາຫານຂອງມັນ. 4) ຄູ ແລະ ນັກຮຽນສະຫຼຸບບົດຮຽນນໍາກັນ ໂດຍກວດເບິ່ງຄູ່ຂອງແຕ່ລະຮູບໄປພ້ອມໆກັນ. ໃຫ້ນັກຮຽນແລກປ່ຽນຄວາມຄິດເຫັນນໍາກັນ ແລະ ຄູໃຫ້ການຊ່ວຍເຫຼືອຫາກຈໍາເປັນ.ຂັ້ນສະຫຼຸບ (5 ນາທີ)ຄູໃຫ້ນັກຮຽນ 3-4 ຄົນອາສາສະໝັກທວນຄືນບົດຮຽນ ໂດຍບອກຈໍານວນຊື່ອາຫານຂອງສັດແຕ່ລະຊະນິດ ແລະ ສັດທີ່ກິນອາຫານປະເພດນີ້.ຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູບອກນັກຮຽນວ່າ ມື້ນີ້ພວກເຂົາຈະໄດ້ຮຽນຮູ້ກ່ຽວກັບວິທີການກິນອາຫານຂອງສັດແຕ່ລະຊະນິດດ້ວຍການອອກໄປສັງເກດຢູ່ຂ້າງນອກໂຮງຮຽນ. ຖ້າຢູ່ໃນສະຖານນະການທີ່ມີສັດໜ້ອຍ (ຈໍໍໍາກັດ) ຫຼື ຢູ່ໃນເມືອງທີ່ເຮັດ ການສັງເກດຍາກ ຄູຕ້ອງເອົາຮູບພາບຢູ່ໃນຂໍ້ທີ 4 ຂອງປຶ້ມແບບຮຽນໃຫ້ນັກຮຽນເບິ່ງ. 2) ກ່ອນທີ່ຈະເອົານັກຮຽນອອກໄປສໍາຫຼວດຢູ່ນອກຫ້ອງ, ຄູຕ້ອງຕັກເຕືອນນັກຮຽນກ່ຽວກັບລະບຽບການຮັກສາຄວາມປອດໄພເຊັ່ນ:- ບໍ່ຕ້ອງຢອກກັນ.- ບໍ່ຕ້ອງແຕກແຍກກຸ່ມຂອງຕົນເອງໄປຢູ່ຜູ້ດຽວ. - ບໍ່ຕ້ອງໄປໃກ້ກັບສັດ.- ບໍ່ຕ້ອງທໍາລາຍສັດທີ່ເຫັນ. - ບໍ່ຕ້ອງໃຊ້ສຽງດັງ.- ແຕ່ລະຄົນຕ້ອງຟັງຄໍາແນະນໍາຂອງຄູ.ການວັດ ແລະ ປະເມີນຜົນຄູໃຊ້ເກນໃຫ້ຄະແນນເພື່ອປະເມີນ ການສະແດງ ຫຼື ຄວາມເຂົ້າໃຈ ຂອງນັກຮຽນ.໗໗
78ຂັ້້ນຈັດກິດຈະກໍາການຮຽນ (5 ນາທີ)1) ຖ້າຄູພານັກຮຽນອອກໄປສັງເກດແລ້ວ, ຄູຕ້ອງໃຫ້ນັກຮຽນມີການຄົ້ນຄິດ ໂດຍ ອາດຈະໃຫັຄໍາຖາມວ່າ: ນັກ ຮຽນມັກເບິ່ງສັດຫຍັງ? ບາງເທື່ອນັກຮຽນອາດຕອບວ່າ ພວກເຂົາຢາກເບິ່ງໂຕງົວ, ກະຕ່າຍ, ຕັກແຕນ, ໄກ່ ແລະ ອື່ນໆ. 2) ຖ້າຄູໃຫ້ນັກຮຽນເບິ່ງຮູບພາບຢູ່ໃນຂໍ້ທີ 4, ແລ້ວໃຫ້ນັກຮຽນບອກຊື່ຂອງສັດແຕ່ລະໂຕ ແລະ ຖາມພວກເຂົາວ່າ ຮູ້ຈັກກັບສັດປະເພດນັ້ນ ຫຼື ບໍ່?3) ຄູໃຫ້ນັກຮຽນ 1-2 ຄົນຄາດເດົາສັດແຕ່ລະໂຕວ່າພວກ ມັນກິນອາຫານດ້ວຍວິທີໃດ? (ກັດກິນ, ຕອດກິນ, ຫຍໍ້າ ກິນ, ຈີກກິນ ...). ສໍາລັບທຸກໆຄໍາຕອບ ຄູຕ້ອງເວົ້າ, ສະແດງທ່າທາງປະກອບພ້ອມ, ໃຫ້ນັກຮຽນເຮັດຕາມ ແລະ ເວົ້າຕາມຄູ.ສໍາລັບນັກຮຽນຊົນເຜົ່າ: ຄູຕ້ອງເວົ້າຄືນຄໍາສັບເຫຼົ່ານັ້ນໃຫ້ນັກຮຽນອີກຖ້າພວກເຂົາບໍ່ຈື່ ຫຼື ເວົ້າບໍ່ໄດ້, ເຮັດທ່າທາງປະກອບພ້ອມ ແລະ ໃຫ້ນັກຮຽນເວົ້າຕາມ 7-8 ເທືື່ອ.ຂັ້ນຝືກປະຕິບັດ ແລະ ນໍາໃຊ້ (30 ນາທີ)3. ການສັງເກດທີ່ຢູ່ຂອງສັດນອກຫ້ອງ.1) ສໍາລັບນັກຮຽນທີ່ຈະໄປສັງເກດຢູ່ນອກຫ້ອງ, ຄູຕ້ອງພານັກຮຽນໄປບ່ອນທີ່ຄູຄິດວ່າມັນມີສັດອາໄສຢູ່. ສໍາລັບນັກຮຽນທີ່ບໍ່ມີສະຖານທີ່ສັງເກດ, ຄູແນະນໍາໃຫ້ພວກເຂົາໃຊ້ຮູບພາບຢູ່ໃນປຶ້ມແບບຮຽນ ແລະ ໃຫ້ນັກຮຽນເຮັດວຽກເປັນກຸ່ມສົນທະນາກຽ່ວກັບວິທີການກິນອາຫານຂອງສັດແຕ່ລະຊະນິດ. 2) ນັກຮຽນທີ່ໄປສັງເກດຢູ່ນອກຫ້ອງ ຫຼື ນັກຮຽນທີ່ໃຊ້ຮູບພາບຢູ່ໃນປຶ້ມແບບຮຽນແມ່ນໃຫ້ໃຊ້ຄໍາແນະນໍາດັ່ງນີ້:- ຊື່ຂອງສັດແຕ່ລະໂຕ. - ອາຫານທີ່ພວກມັນກິນ. - ວິທີການຫາກິນ ຫຼື ການຊອກອາຫານກິນຂອງສັດແຕ່ລະໂຕ.- ລາຍລະອຽດກ່ຽວກັບວິທີການກິນຂອງສັດແຕ່ລະຊະນິດ.4. ສົນທະນາລວມກ່ຽວກັບການກິນອາຫານຂອງສັດ.1) ຫຼັງຈາກທີ່ພວກເຂົາກັບຄືນເຂົ້າມາໃນຫ້ອງຮຽນແມ່ນໃຫ້ພວກເຂົາລ້າງມືໃຫ້ສະອາດສາກ່ອນ. ຄູໃຊ້ຄໍາຖາມດັ່ງ ລຸ່ມນີ້ ຖາມນັກຮຽນ ແລະ ສົນທະນາຢູ່ໃນຫ້ອງ, ພະຍາຍາມຊຸກຍູ້ພວກເຂົາໃຫ້ແລກປ່ຽນປະສົບການທີ່ພວກເຂົາໄດ້ພົບເຫັນ ແລະ ໄດ້ສັງເກດມາ.- ນັກຮຽນໄດ້ເຫັນສັດຫຍັງແດ່ ຫຼື ມີສັດຫຍັງແດ່ຢູ່ຮູບຂໍ້ທີ 4?- ປົກກະຕິແລ້ວສັດປະເພດນີິ້ແມ່ນກິນອາຫານຫຍັງແດ່?- ສັດແຕ່ລະຊະນິດແມ່ນກິນອາຫານດ້ວຍວິທີໃດ? - ມັນໃຊ້ຫຍັງ? ນັກຮຽນສາມາດສາທິດເບິ່ງໄດ້ບໍ່?ໃນນັ້ນ, ນັກຮຽນອາດເວົ້າວ່າ:- ໄກ່ໃຊ້ສົບຂອງມັນຕອດ ຫຼື ສັບກິນ.- ຊ້າງໃຊ້ງວງຂອງມັນກ້ຽວຫຍ້າ.- ປາແມ່ນໂດດ ຫຼື ສວບກິນອາຫານ.ການວັດ ແລະ ປະເມີນຜົນຄູຊ່ວຍນັກຮຽນໃນການອ່ານ ຫຼື ເວົ້າ ຊື່ຂອງສັດ ແລະ ວິທີການກິນອາຫານ ຂອງມັນຫາກຈໍາເປັນ. ໗໘ ສ ວ ສສະຫງວນລິຂະສິດ
792) ພວກຫຼານສາມາດອະທິບາຍ ຫຼື ສາທິດວິທີການກິນອາຫານຂອງມັນໄດ້ບໍ່? ນັກຮຽນອາດຈະເວົ້າວ່າ:- ງົວແມ່ນກັດ ແລະ ຫຍໍ້າກິນ. - ແມວ ຫຼື ໝາແມ່ນໃຊ້ປາກກັດ-ຈີກອາຫານ ແລະ ກີຶນ ກິນ. - ໄກ່ແມ່ນໃຊ້ສົບຂອງມັນຕອດ ແລະ ກືນກິນ.3) ຄູຕ້ອງເວົ້າຄໍາສັບທີ່ໄດ້ຮຽນມາໃນບົດນີ້, ສໍາລັບການອະທິບາຍລາຍລະອຽດກ່ຽວກັບການກິນອາຫານຂອງສັດແຕ່ລະໂຕ, ສາທິດ ແລະ ປະກອບທ່າທາງໄປພ້ອມ ຈາກນ້ນໃຫ້ນັກຮຽນເວົ້າຄໍາສັບຄືນ ແລະ ເຮັດທ່າທາງການກິນອາັຫານຂອງສັດແຕ່ລະຕົວປະກອບອີກ.ຂັ້ນສະຫຼຸບ (5 ນາທີ)ຄູບອກຈຸດສໍາຄັນທີ່ໄດ້ຮຽນມາໃນບົດນີ້ກ່ຽວກັບສັດທີ່ພວກເຂົາມັກ ແລະ ໃຫ້ຮູ້ເຖິງສິ່ງດັ່ງຕໍ່ໄປນີ້ອີກເຊັ່ນ:- ຊື່ຂອງສັດ.- ຊື່ອາຫານຂອງສັດແຕ່ລະຊະນິດ.- ວິທີການຊອກກິນອາຫານ ຫຼື ຫາກິນຂອງສັດຊະນິດຕ່າງໆ.- ວິທີການກິນອາຫານຂອງສັດຊະນິດຕ່າງໆ.ການວັດ ແລະ ປະເມີນຜົນຄູຊ່ວຍນັກຮຽນເວົ້າຊື່ພາກສ່ວນຕ່າງໆຮ່າງກາຍຂອງສັດແຕ່ລະຕົວ ແລະ ວິທີການກິນຂອງພວກມັນ.໗໙
80ບົດທີ 15 ອາຫານສໍາລັບພືດເວລາ 2 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1. ອະທິບາຍໜ້າທີ່ຂອງຮາກ, ລ�າ, ໃບໃນການໃຫ້ອາຫານສ�າລັບພືດ.2. ບອກສິ່ງຕ່າງໆທີ່ຈ�າເປັນສ�າລັບການເຕີບໃຫຍ່ ແລະ ການໄດ້ຮັບອາຫານຂອງພືດ.3. ອະທິບາຍລັກສະນະຂອງພືດ ເມື່ອໄດ້ຮັບທາດອາຫານບ່ພຽງພ.��II. ການວັດ ແລະ ປະເມີນຜົນ1. ສັງເກດ ແລະ ພິຈາລະນາຕາມການຕອບຄາຖາມຂອງນັກຮຽນ, ການອະທິບາຍ ແລະ ການພັນລະນາໃນລະ�ຫວ່າງການປະຕິບັດກິດຈະກ�າຂອງນັກຮຽນ.2. ນາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ:�ຄະແນນອະທິບາຍໜ້າທີ່ຂອງພາກສ່ວນຕ່າງໆພາຍນອກຂອງພືດ ເຊັ່ນ ຮາກ, ລຳ, ໃບ3ອະທິບາຍໜ້າທີ່ຂອງທັງ 3 ພາກສ່ວນຂອງພືດ.2ອະທິບາຍໜ້າທີ່ຂອງ 2 ໃນ 3 ພາກສ່ວນຂອງພືດ. 1ອະທິບາຍໜ້າທີ່ຂອງ 1 ໃນ 3 ພາກສ່ວນຂອງພືດ.0ບ່ສາມາດອະທິບາຍໜ້າທີ່ຂອງພາກສ່ວນຕ່າງໆຂອງພືດ.�III. ເນື້ອໃນຕົ້ນຕໍ1. ທວນຄືນພາກໂຄງປະກອບສ້າງຕ່າງໆຂອງພືດ ລວມມີ ຮາກ, ລ�າ, ແລະ ໃບ. ມີໜ້າທີ່ສ�າຄັນໃນການໃຫ້ອາຫານສ�າລັບພືດດັ່ງນີ້:- ຮາກ ມີໜ້າທີ່ດູດນ້າ ແລະ ທາດອາຫານຈາກໃຕ້ດິນ. ຮາກຍັງມີໜ້າທີ່ຢຶດລ�າຕົ້ນໃຫ້ຕິດກັບພື້ນດິນເພື່ອບ່ໃຫ້��ລົ້ມໃນເວລາຖືກລົມພັດ. - ລ�າຕົ້ນ ມີຄວາມຈາເປັນໃນການເຮັດໃຫ້ພືດແຂງແຮງ ເພື່ອໃຫ້ສາມາດຄົງຕົວ, ຄ້າຊູໃບ ແລະ ຍັງເຮັດໜ້າທີ່��ລ�າລຽງນ້າຈາກຮາກໄປສູ່ໃບ. �- ໃບ ສະສົມພະລັງງານຈາກແສງແດດ ແລະ ເປັນບ່ອນສ້າງອາຫານສ�າລັບພືດ.2. ພດ ເປັນສ່ງທ່ມີຊີວິດ ແລະ ຕ້ອງການອາຫານ ຄືກັນກັບຄົນ ແລະ ສັດ. ແຕ່ວ່າ ພືດບ່ສາມາດເຄ່ອນຍ້າຍເພ່ອ ືິີ�ືືຊອກຫາອາຫານໄດ້. ສະນ້ນ, ພືດຈ່ງສາມາດສ້າງອາຫານເອງໄດ້ ແຕກຕ່າງຈາກ ສັດ ແລະ ຄົນ. ໝາຍ ັຶຄວາມວ່າ: ພືດໄດ້ຮັບທາດອາຫານຈາກບ່ອນທີ່ມັນເຕີບໃຫຍ່ເທົ່ານັ້ນ. 3. ນ້າທີ່ຖືກດູດຈາກດິນໂດຍຮາກ ແມ່ນຍັງບ່ພຽງພສ�າລັບພືດ, ພືດຍັງຕ້ອງການທາດອາຫານ ເຊັ່ນ: ຝຸ່ນຄອກ ���ແລະ ແຮ່ທາດ ເປັນທາດອາຫານທີ່ສ�າຄັນທີ່ພົບຢູ່ໃນດິນ ແລະ ເມື່ອປະສົມກັບນ້າ. �4. ພືດຈະບ່ສາມາດເຕີບໃຫຍ່ແຂງແຮງໄດ້ຖ້າຫາກບ່ໄດ້ຮັບທາດອາຫານທີ່ພຽງພ.��� ໘໐ ສ ວ ສສະຫງວນລິຂະສິດ
81IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ຊວ້ານນ້ອຍ ຫຼື ສຽມ.3. ແວ່ນຂະຫຍາຍຈາກຊຸດອຸປະກອນ (ຖ້າມີ). 4. ພາຊະນະ, ເປືອກໝາກພ້າວ ຫຼື ຕຸກຢາງທີ່ຕັດໄວ້ສາລັບໃສ່ຕົ້ນໄມ້ ແລະ ນ້າ. ��5. ນ້າໃສ່ຊາມໃຫຍ່ ຫຼື ທ່ນ້າ ຫຼື ກອກນ�້າ ເພື່ອລ້າງຂີ້ດິນອອກຈາກຮາກ. ���6. ທ່ດູດ ຫຼື ທ່ໄມ້ໄຜ່ເຈາະຮູບາງໆ. ��7. ນ້າຈອກໜຶ່ງ ແລະ ນ້າຕານໜຶ່ງບ່ວງກາເຟ. ��8. ພືດທີ່ໄດ້ກະກຽມໄວ້ໃນບົດທີ 12 ພ້ອມດ້ວຍຂ້ຄວາມທີ່ຂຽນຕິດໃສ່ກັບພືດ.�ກ. ພືດທີ່ມີສຸຂະພາບດີ.ຂ. ພືດທີ່ໄດ້ຮັບແສງແດດ ແຕ່ບ່ໄດ້ຮັບນ້າ.��ຄ. ພືດທີ່ໄດ້ຮັບແສງແດດ, ນ້າ ແຕ່ບ່ມີໃບ.��ງ. ພືດທີ່ໄດ້ຮັບແສງແດດ, ນ້າ, ແຕ່ບ່ມີຮາກ ຫຼື ດິນ. ��ຈ. ພືດທີ່ບ່ໄດ້ຮັບແສງແດດ.�ສ. ພືດທີ່ບ່ໄດ້ຮັບແສງແດດ ແລະ ບ່ໄດ້ຮັບນ້າ.���V. ກິດຈະການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ຄູບອກນັກຮຽນວ່າ ນັກຮຽນຈະໄດ້ສົນທະນາກ່ຽວກັບ ພືດໄດ້ຮັບອາຫານແນວໃດ. ຄູຖາມວ່າ ນັກຮຽນຍັງຈື່ຊື່ຂອງພາກສ່ວນຕ່າງໆຂອງພືດທີ່ໄດ້ຮຽນໃນບົດຮຽນຜ່ານມາ ຫຼື ບ່?�ຄູຖາມນັກຮຽນ:- ຊື່ຂອງພາກສ່ວນຕ່າງໆຂອງພືດມີຫຍັງແດ່ ທີ່ນັກຮຽນເຫັນ? - ພາກສ່ວນຂອງພືດ ທີ່ເກີດຢູ່ໃນດິນ ເອີ້ນວ່າແນວໃດ?ຄູໃຫ້ນັກຮຽນເບິ່ງຫົວຂ�້ທີ 1 ຂອງບົດທີ 15 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນເວົ້າຄືນ ຊື່ຂອງພາກສ່ວນຕ່າງໆ ຂອງພືດ ເຊັ່ນ: ຮາກ, ລາ, ໃບ, ດອກ, ໝາກ ໃນຂະນະທີ່ຄູຊີ້ໄປໃສ່ພາກສ່ວນຕ່າງໆທີ່ຢູ່ໃນຮູບ. ນັກຮຽນຕອບ �ໂດຍການເວົ້າຄາວ່າ ຮາກ, ລ�າ, ໃບ. ຖ້ານັກຮຽນຕອບວ່າ ດອກ, ແກ່ນ ແລະ ໝາກ ກ�ຖືກຄືກັນ. ຄູບອກນັກຮຽນ �ວ່າ ມື້ນີ້ພວກເຮົາຈະມາຮຽນຮູ້ວ່າເປັນຫຍັງຮາກ, ລ�າ ແລະ ໃບ ຈຶ່ງມີຄວາມສ�າຄັນ.ຂັ້ນກິດຈະການຮຽນ (20 ນາທີ)1. ການສັງເກດເບິ່ງພືດ1) ຄູບອກນັກຮຽນວ່ານັກຮຽນຈະໄດ້ອອກໄປທາງນອກ ເພື່ອສ�າຫຼວດເບິ່ງພືດຕ່າງໆ.- ນັກຮຽນຈະເຮັດກິດຈະກ�າເປັນຄູ່ ຫຼື ເປັນກຸ່ມ/ກຸ່ມລະ 3 ຄົນ. - ເຕືອນນັກຮຽນກ່ຽວກັບກົດລະບຽບເພື່ອຄວາມປອດໄພໃຫ້ປະຕິບັດຕາມຄ�າແນະນາຂອງຄູ.�ຄູບອກນັກຮຽນແຕ່ລະກຸ່ມ ເລືອກເອົາຕົ້ນໄມ້ນ້ອຍ ຫຼື ຫຍ້າ ແຕ່ຍັງບ່ໃຫ້ຈັບຈົນກວ່າຄູຈະກວດເບິ່ງວ່ານັກຮຽນ �ເລືອກຫຍັງ.- ໃຫ້ນັກຮຽນໃຊ້ມືດຶງ ຫຼື ຊວ້ານ/ສຽມ ຂຸດເອົາຕົ້ນໄມ້ຂອງຕົນຂຶ້ນ. (ລະມັດລະວັງບ່ໃຫ້ຮາກຂາດ).�- ຄູສາທິດການໃຊ້ຊວ້ານນ້ອຍເພື່ອຂຸດເອົາພືດ.໘໑
822) ນາເອົາພືດມາໃສ່ໃນຂວດຢາງ ຫຼື ເປືອກໝາກພ້າວທີ່ໄດ້ຕັດກຽມໄວ້ ແລ້ວເອົາໄປປະໄວ້ລະບຽງຂອງຫ້ອງຮຽນ �ຫຼື ເອົາປະໄວ້ກ້ອງຕົ້ນໄມ້ທີ່ມີຊາມນ�້າກະກຽມໄວ້.- ນັກຮຽນຄ່ອຍໆລ້າງດິນອອກຈາກຮາກຢ່າງລະມັດລະວັງ ໂດຍທີ່ບ່ໃຫ້ຮາກຖືກທ�າລາຍ ຫຼື ຂາດແລ້ວເອົາພືດ �ແລະ ພາຊະນະລຽນກັນເປັນແຖວ ຫຼັງຈາກນັ້ນຈຶ່ງໄປລ້າງມື.ຄູໃຫ້ນັກຮຽນສົນທະນາເປັນກຸ່ມ- ນັກຮຽນສັງເກດເຫັນຫຍັງແດ່ ຕອນທີ່ກາລັງດຶງພືດອອກຈາກດິນ?�ໃຫນັກຮຽນຫຼາຍຄົນເລົ່າປະສົບການ. (ນັກຮຽນອາດຈະເວົ້າວ່າ ດຶງອອກຍາກ, ດຶງບ�່ອອກ, ຕ້ອງໄດ້ໃຊ້ໄມຈີ້ມ້້ໃສ່ທາງລຸ່ມຂອງພືດ).- ເປັນຫຍັງນັກຮຽນຈຶ່ງຄິດວ່າດຶງອອກຍາກ? - ແມ່ນຫຍັງທີ່ເຮັດໃຫ້ພືດດຶງອອກຈາກດິນຍາກ? - ຍ້ອນຫຍັງຮາກຈຶ່ງມີຄວາມສ�າຄັນຕ່ພືດ?�3) ຄູສະຫຼຸບຈຸດທີ່ສ�າຄັນວ່າ ຮາກຊ່ວຍຢຶດພືດໄວ້ກັບດິນ ແລະ ເພື່ອບ່ໃຫ້ພືດລົ້ມໃນເວລາຖືກລົມພັດ. ຄົນເຮົາ�ຕ້ອງການຫຍັງເພື່ອໃຫ້ແຂງແຮງ? (ນັກຮຽນອາດຈະເວົ້າວ່າ ນ້າ, ອາຫານ, ອາກາດສົດ, ວິຕາມິນ ແລະ ແສງ �ແດດ).- ນັກຮຽນຄິດວ່າ ພືດຕ້ອງການຫຍັງ ເພື່ອໃຫ້ແຂງແຮງ?- ພືດຊອກຫາອາຫານ ແລະ ນ�້າແນວໃດ? ພືດສາມາດຍ່າງ ຫຼື ເຄື່ອນຍ້າຍໄປມາເພື່ອຊອກຫາອາຫານໄດ້ບ່?�4) ຄູໃຫ້ນັກຮຽນເບິ່ງຫົວຂ�້ທີ 2 ຂອງບົດທີ 15 ໃນປຶ້ມແບບຮຽນ. ຄູສະຫຼຸບ: ຕົ້ນໄມ້ບ່ສາມາດເຄື່ອນຍ້າຍໄປມາ�ໄດ ແຕ່ກຕ້ອງການອາຫານຄືກັນກັບຄົນ ແລະ ສັດ. ອາຫານທ່ຕ້ນໄມ້ຕ້ອງການມີນ້າ, ຝ່ນຄອກ, ອາກາດ ແລະ້�ີົ�ຸແສງແດດ. ຕົ້ນໄມ້ຕ້ອງການອາຫານ ແລະ ນ້າ ໂດຍໃຊ້ຮາກດູດຊຶມນ້າໄປລ້ຽງໃບ. ຄູໃຫ້ນັກຮຽນເວົ້າຕາມຫຼັງ��ຄູຄາວ່ານ�້າ, ຝຸ່ນຄອກ, ອາກາດ ແລະ ແສງແດດໃນຂະນະທີ່ຄູຊີ້ໄປໃສ່ຮູບເຫຼົ່ານັ້ນ.�ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)2. ອະທິບາຍການເຮັດວຽກຂອງພາກສ່ວນຕ່າງໆຂອງພືດ1) ຄເອາທດດ ຫ ທ່ດູດທ່ເຮັດດ້ວຍໄມ້ໄຜ່ ແລ້ວໃຫ້ນັກຮຽນຂ້ນມາໜ້າກະດານ ແລະ ນາໃຊ້ທ່ດູດເພ່ອດູດນ້າອອກູົ� ູ່ຼື�ີຶ��ື�ຈາກຈອກ. ຄູຖາມນັກຮຽນທັງໝົດ.- ມີຫຍັງເກີດຂຶ້ນກັບນ້າທີ່ຢູ່ໃນຈອກ? (ຄູຖາມນັກຮຽນທີ່ຖືກຄັດເລືອກ) �- ລາວເອົານ້າອອກຈາກຈອກແນວໃດ?�ຄຕມນາເຂາໄປໃນຈອກ ເອົານ້າຕານໃສ່ໜຶ່ງບ່ວງກາເຟ ແລ້ວຄົນ ແລະ ພານັກຮຽນໃຊ້ທ່ດູດເພ່ອດູດນ້າ ູື ່� ້ົ ້��ື�ແລະ ໃຫ້ອະທິບາຍລົດຊາດ. ຄູອະທິບາຍວ່າ ນ້າຕານທີ່ຢູ່ໃນນ້າ ປຽບເໝືອນອາຫານທີ່ສ�າຄັນທີ່ມີຢູ່ໃນດິນ ��ເອີ້ນວ່າ \"ຝຸ່ນ\" ທີ່ພືດຕ້ອງການ.ຄູໃຫ້ນັກຮຽນເວົ້າຊ້າຄ�າວ່າ \"ຝຸ່ນ\"�2) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ 3.�- ພືດມີປາກບ�່? ຖ້ານັກຮຽນຄິດວ່າ “ບ່ມີ” ໃຫ້ລຸກຂຶ້ນຢືນ. �- ພືດສາມາດກິນອາຫານຄືກັບຄົນເຮົາບ່? ຖ້ານັກຮຽນຄິດວ່າ “ບ່ມີ” ໃຫ້ລຸກຂຶ້ນຢືນ. ��- ພືດສາມາດເຄື່ອນໄຫວໄປມາ ເພື່ອຊອກຫາອາຫານໄດ້ບ່? ຖ້ານັກຮຽນຄິດວ່າ “ບ່ມີ” ໃຫ້ລຸກຂຶ້ນຢືນ. ��- ພືດໄດ້ຮັບຫາອາຫານໄດ້ແນວໃດ?ໃຫ້ນັກຮຽນຫຼາຍຄົນສະເໜີຄວາມຄິດຂອງຕົນ. ໘໒ ສ ວ ສສະຫງວນລິຂະສິດ
833) ຄູໃຫ້ນັກຮຽນຄິດກ່ຽວກັບທ່ດູດ ແລະ ທ່ ເວລານັກຮຽນຮຽນກ່ຽວກັບຮາກ, ລ�າຕົ້ນ ແລະ ໃບ. ��ຄູໃຫ້ນັກຮຽນສັງເກດເບິ່ງຮາກ, ລ�າ ແລະ ໃບຂອງຫຍ້າທີ່ນັກຮຽນດຶງຂຶ້ນມາ, ໃຊ້ແວ່ນຂະຫຍາຍຖ້າມີ. ຄູໃຫ້ນັກຮຽນຄິດກ່ຽວກັບຄ�າ ຖາມຕ່ໄປນີ້:�- ໃຫ້ນັກຮຽນອະທິບາຍວ່າຮາກໄມ້, ລ�າຕົ້ນ ແລະ ໃບ ເປັນຄືແນວໃດ? - ນັກຮຽນສາມາດເຫັນຫຍັງທີ່ຄ້າຍຄືທ�່ດູດ ຫຼື ທ່ບ່? ອະທິບາຍ ��- ພືດໄດ້ຮັບອາຫານຈາກດິນແນວໃດ?4) ຄູໃຫ້ນັກຮຽນເບິ່ງຫົວຂ�້ທີ 4 ຂອງບົດທີ 15 ໃນປຶ້ມແບບຮຽນ. ຄູໃຫ້ນັກຮຽນເອົານິ້ວມືວາງໄວ້ຮາກໄມ້ ແລະ ນາ� ຫາວ່ານ້າ ແລະ ຝ່ນ ຫື ອາຫານຂອງພືດ ທ່ມາຈາກດິນ ຖືກລາລຽງຜ່ານຮາກ, ຂ້ນໄປຫາລາ ແລະ ໃບແນວໃດ?�ຸຼີ�ຶ�5) ຄູສະຫຼຸບວ່າ ນ້າທີ່ກະຈາຍຢູ່ພື້ນດິນ ແມ່ນຖືກຮາກຂອງພືດດູດຂຶ້ນໄປສູ່ລ�າຕົ້ນ ແລະ ໄປສູ່ໃບ. ຄູຊີ້ໃຫ້ເຫັນວ່າ �ຮາກ, ລ�າຕົ້ນ ແລະ ໃບ ກຄ້າຍຄືກັນກັບທ່ດູດ ຫຼື ທ່ ທີ່ເຊື່ອມຕ່ຫາກັນ ເພື່ອລ�າລຽງນ້າ ແລະ ທາດອາຫານທີ່ສ�າ�����ຄັນໄປທົ່ວລາຕົ້ນຂອງພືດ.�ຄູຖາມ:- ຈະເກີດຫຍັງຂຶ້ນກັບພືດ ຫຼັງຈາກທີ່ຖືກດຶງອອກຈາກດິນ? - ພືດມີການປ່ຽນແປງຄືແນວໃດ?ຖ້າວ່ານັກຮຽນບ່ໄດ້ເວົ້າເຖິງຄ�າວ່າ “ຫ່ຽວແຫ້ງ”, ໃຫ້ຄູເວົ້າວ່າ ເມື່ອພືດຫ່ຽວພືດຈະຫົດ ແລະ ອ່ອນ. ຄູອະທິ �ບາຍວ່າພືດຫ່ຽວແຫ້ງຍ້ອນວ່າຂາດນ້າ.�6) ຄູ ແລະ ນັກຮຽນສະຫຼຸບຄືນພ້ອມກັນ: ພືດປະກອບດ້ວຍ 3 ພາກສ່ວນຄື: ຮາກ, ລ�າ ແລະ ໃບ (ແຕ່ຖ້າວ່ານັກ ຮຽນຕອບວ່າ ດອກ ແລະ ໝາກ, ກຖືກຄືກັນ. ສະແດງໃຫ້ເຫັນວ່າ ນັກຮຽນຍັງຈື່ ແລະ ມີການສັງເກດທີ່ດີ). �ຮາກຂອງພືດເກີດຢູ່ໃນດິນ ແລະ ເປັນຕົວການທີ່ຢຶດລ�າຕົ້ນໃຫ້ຕິດກັບພື້ນດິນເພື່ອບ່ໃຫ້ລົ້ມ ແລະ ສາມາດຢືນ �ຕົ້ນຕັ້ງຊື່. ຮາກດູດຊຶມນ້າ, ຝຸ່ນ ແລະ ທາດອາຫານຕ່າງໆ ເພື່ອໄປລ້ຽງລ�າຕົ້ນ ແລະ ໃບ.�ຊົ່ວໂມງທີ 2ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)1. ສົນທະນາກຸ່ມ (5 ນາທີ) 1) ຄູໃຫ້ນັກຮຽນທັງໝົດສົນທະນາເປັນກຸ່ມ.- ພືດເຕີບໃຫຍ່ໄດ້ແນວໃດ? - ພືດຕ້ອງການຫຍັງແດ່? - ແຕ່ລະພາກສ່ວນຂອງພືດເຮັດຫຍັງແດ່?2) ຄູເລືອກເອົານັກຮຽນຫຼາຍຄົນ ເພື່ອສະຫຼຸບສິ່ງທີ່ນັກຮຽນຮູ້ຜ່ານມາ. 3) ຄູໃຫ້ນັກຮຽນສົນທະນາກັນເປັນກຸ່ມ- ຈະມີຫຍັງເກີດຂຶ້ນກັບພືດ ຖ້າວ່າພືດບ່ໄດ້ຮັບທາດອາຫານທີ່ຕ້ອງການ? �ຄູໃຫ້ນັກຮຽນຫຼາຍຄົນຄາດເດົາ ຫຼື ອະທິບາຍກ່ຽວກັບສິ່ງທີ່ນັກຮຽນຄິດວ່າຈະເກີດຂຶ້ນ.ການວັດ ແລະ ປະເມີນຜົນຄູຍ່າງເລາະ ແລະ ສັງເກດເບິ່ງນັກຮຽນແຕ່ ລະກຸ່ມ. ຄູໃຫ້ການຊ່ວຍ ເຫຼືອ ແລະ ອະທິ ບາຍຖ້າມີນັກຮຽນຍັງບ່ເຂົ້າໃຈ.�໘໓
842. ສັງເກດ1) ຄູທວນຄືນໃຫ້ນັກຮຽນກ່ຽວກັບແກ່ນພືດ ທີ່ນັກຮຽນໄດ້ປູກໄວ້ໃນບົດທີ 12 ແລະ ກ່ຽວກັບພືດທີ່ຖືກປະໄວ້ໃນບ່ອນທີ່ກ�ານົດ ແລະ ຖືກຮັກສາແຕກຕ່າງກັນ. ຄນ�າເອົາພືດເຫຼົ່ານີ້ອອກມາໃຫນັກຮຽນເບິ່ງເທື່ອລະຕົ້ນ ແລະ ູ້ອ່ານຕາມສະຫຼາກທີ່ລະບຸໄວ້ຕາມຕົ້ນພືດ ດັ່ງນີ້:ກ. ພືດທີ່ມີສຸຂະພາບດີ.ຂ. ພືດທີ່ໄດ້ຮັບແສງແດດ ແຕ່ບ�່ໄດ້ຮັບນ້າ.�ຄ. ພືດທີ່ໄດ້ຮັບແສງແດດ, ນ້າ ແຕ່ບ່ມີໃບ.��ງ. ພືດທີ່ໄດ້ຮັບແສງແດດ, ນ້າ ແຕ່ບ�່ມີຮາກ ຫຼື ດິນ.�ຈ. ພືດທີ່ບ່ໄດ້ຮັບແສງແດດ.�ສ. ພືດທີ່ບ່ໄດ້ຮັບແສງແດດ ແລະ ບ່ໄດ້ຮັບນ້າ.���2) ຄູແບ່ງນັກຮຽນເປັນ 6 ກຸ່ມ ແລະ ເອົາພືດໜຶ່ງຕົ້ນໃຫ້ນັກຮຽນແຕ່ລະກຸ່ມ ເພື່ອສຶກສາ ແລະ ສົນທະນາກັນ.- ມີຫຍັງເກີດຂຶ້ນກັບພືດຂອງນັກຮຽນ? ພືດມີລັກສະນະ ແນວໃດ?- ພືດຂອງນັກຮຽນແຂງແຮງບ�່? ຍ້ອນຫຍັງ?- ພືດຕ້ອງໄດ້ຮັບຫຍັງເພື່ອເຮັດໃຫ້ລ�າຕົ້ນແຂງແຮງ?- ພືດຕ້ອງການຫຍັງເພື່ອໃຫ້ລ�າຕົ້ນແຂງແຮງ?3) ນັກຮຽນອະທິບາຍ ແລະ ລາຍງານ.4) ຄູໃຫ້ນັກຮຽນຄົນໜຶ່ງໃນແຕ່ລະກຸ່ມ ນາເອົາພືດຂອງກຸ່ມຕົນ �ເອງຂຶ້ນມາໜ້າກະດານ ແລະ ລາຍງານໃຫ້ໝູ່ເພື່ອນໃນຫ້ອງກ່ຽວກັບຜົນທີ່ໄດ້ຮັບ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)3. ແຕ້ມພືດຈາກຜົນການທົດລອງ1) ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ 4. ນີ້ແມ່ນພືດທີ່ແຂງແຮງ ຍ້ອນວ່າພືດມີດິນທີ່ດີ ທີ່ເຕັມໄປດ້ວຍຝຸ່ນ, ນ້າ, ອາ ��ກາດ ແລະ ໄດ້ຮັບແສງແດດ.2) ຄູໃຫ້ນັກຮຽນແຕ່ລະກຸ່ມເຮັດໂປສເຕີທີ່ສະແດງໃຫ້ເຫັນເຖິງ ສິ່ງທີ່ເກີດຂຶ້ນກັບພືດທີ່ໄດ້ທົດລອງ. ນັກຮຽນຕ້ອງສະແດງ ໃຫ້ເຫັນວ່າມີຫຍັງເກີດຂຶ້ນກັບພືດ, ພືດໄດ້ຮັບອາຫານ ແນວໃດ ແລະ ຖ້າວ່າພືດບ�່ໄດ້ຮັບທາດອາຫານຢ່າງພຽງພນັກຮຽນຕ້ອງແຕ້ມສິ່ງທີ່ນັກຮຽນພົບເຫັນໃສ່ກະດານ ຫຼື �ເຈ້ຍ, ໂດຍສະແດງສິ່ງ ຕ�່ໄປນີ້:- ພືດມີລັກສະນະແນວໃດ?- ພືດໄດ້ຮັບສິ່ງໃດ ແລະ ບ່ໄດ້ຮັບສິ່ງໃດ?�3) ຄູສາມາດຂຽນຄ�າສັບ ແລະ ແຕ້ມສັນຍະລັກ (ດັ່ງຮູບລຸ່ມນີ້) ໃສ່ກະດານ ເພື່ອໃຫ້ນັກຮຽນກ່າຍໃສ່ໂປສເຕີຂອງນັກຮຽນເພື່ອໃຫ້ກົງກັບສິ່ງທີ່ເກີດຂຶ້ນກັບພືດຂອງນັກຮຽນ.ການວັດ ແລະ ປະເມີນຜົນນາໃຊ້ເກນໃຫ້ຄະແນນເພື່ອປະເມີນ�ຄາຕອບຂອງນັກຮຽນ ແລະ ການປະ�ກອບສ່ວນຂອງນັກຮຽນໃນການສົນທະນາ.ການວັດ ແລະ ປະເມີນຜົນນາໃຊ້ເກນການໃຫ້ຄະແນນເພື່ອປະ�ເມີນນັກຮຽນທີ່ບ່ໄດ້ຖືກປະເມີນບົດນີ້�ກ່ອນໜ້ານີ້.ໄດ້ຮັບແສງແດດບ່ໄດ້ຮັບແສງ�ແດດໄດ້ຮັບນ້າ�ບ່ໄດ້ຮັບນ້າ��ມີໃບບ່ມີໃບ�ມີຝຸ່ນຄອກບ່ມີຝຸ່ນຄອກ�ຝຸ່ນຄອກຝຸ່ນຄອກ ໘໔ ສ ວ ສສະຫງວນລິຂະສິດ
854) ຄູໃຫ້ນັກຮຽນແຕ່ລະກຸ່ມສະເໜີໂປສເຕີຂອງຕົນ ແລະ ອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນ.5) ຫຼັງຈາກແຕ່ລະກຸ່ມອະທິບາຍແລ້ວ, ນັກຮຽນສາມາດວາງໂປສເຕີພ້ອມກັບພືດ ເພື່ອໃຫ້ນັກຮຽນເບິ່ງ.ຂັ້ນສະຫຼຸບ (5 ນາທີ)ຄູໃຫ້ນັກຮຽນສະຫຼຸບສິ່ງທີ່ໄດ້ຮຽນມາ ໂດຍການຕື່ມບ່ອນຫວ່າງໃສ່ປະໂຫຍກລຸ່ມນີ້. ໃຊ້ຄາສັບ: ດູດນ້າ ແລະ ��ທາດອາຫານຈາກໃຕ້ດິນ; ຮາກຍັງມີໜ້າທີ່ຢຶດລ�າຕົ້ນໃຫ້ຕິດ ກັບພື້ນດິນເພື່ອບ່ໃຫ້ລົ້ມໃນເວລາຖືກລົມພັດ; ເພື່ອໃຫ້ສາ �ມາດຄົງຕົວ, ຄ້າຊູໃບ ແລະ ຍັງເຮັດໜ້າທີ່ລ�າລຽງນ້າຈາກ��ຮາກໄປສູ່ໃບ; ສະສົມພະລັງງານຈາກແສງແດດ ແລະ ເປັນ ບ່ອນສ້າງອາຫານສ�າລັບພືດ; ນ້າ, ຝຸ່ນຄອກ, ແສງແດດ ແລະ �ອາກາດ.- ຮາກມີຄວາມສ�າຄັນຍ້ອນວ່າ …................................................................................- ລ�າຕົ້ນມີຄວາມສ�າຄັນຍ້ອນວ່າ …..............................................................................- ໃບມີຄວາມສ�າຄັນຍ້ອນວ່າ …...................................................................................- ພືດທີ່ແຂງແຮງຈະຕ້ອງການ ………… , ........…. , …....…. ແລະ ……………………..ການວັດ ແລະ ປະເມີນຜົນນາໃຊ້ເກນການໃຫ້ຄະແນນເພື່ອປະ�ເມີນນັກຮຽນທີ່ບ່ໄດ້ຖືກປະເມີນບົດນີ້�ກ່ອນໜ້ານີ້.໘໕
86ບົດທີ 16 ດິນ ໃນ ທ້ອງ ຖິ່ນເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ພັນລະນາລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.2. ທົດລອງແລະບອກຊື່ສິ່ງທີ່ເປັນສ່ວນປະກອບຂອງດິນ.II. ການວັດ ແລະ ປະເມີນຜົນ1. ສັງເກດການມີສ່ວນຮ່ວມຂອງນັກຮຽນໃນການປະຕິບັດກິດຈະກ�າແລະການຕອບຄາຖາມ.�2. ນາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.�ຄະແນນພັນ ລະ ນາລັກ ສະ ນະ ເນື້ອ ຂອງ ດິນທີ່ ເຮັດ ໃຫ້ ພືດ ເຕີບ ໃຫຍ່4ພັນລະນາຢ່າງໜ້ອຍ4ລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງເຊັ່ນ:ດາ,ນ້າຕານ,��ກ້ອນດິນນ້ອຍ,ເນື້ອດິນອ່ອນແລະງ່າຍຕ່ການຂຸດ,ຜຸຜຸ່ຍມີເສດນ້ອຍຂອງພືດແລະສັດ.�3ພັນລະນາຢ່າງໜ້ອຍ3ລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.2ພັນລະນາຢ່າງໜ້ອຍ2ລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.1ພັນລະນາຢ່າງໜ້ອຍ1ລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.0ບ່ສາມາດພັນລະນາລັກສະນະເນື້ອຂອງດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.�III. ເນື້ອໃນຕົ້ນຕໍ1. ດິນທ່ແຕກຕ່າງກັນສາມາດຈາແນກໄດ້ຕາມປະລິມານການຈະເລີນເຕີບໃຫຍ່ຂອງພືດໂດຍມີສ່ງທ່ສະໜັບສະີ�ິີໜູນຄດິນສີດາ,ສີນ້າຕານ,ສີເຫືອງຫສີສ້ມຂະໜາດຂອງເມັດອ່ອນຫແຂງແລະປະລິມານຂອງເສດື��ຼຼ ືົ,ຼ ືພືດແລະສັດທີ່ມີຢູ່ໃນດິນ.2. ສ່ວນປະກອບຂອງດິນ:ເສດຫີນ,ເສດໃບໄມ້,ຊາກສັດ,ນ�້າແລະອາກາດ. ໘໖ ສ ວ ສສະຫງວນລິຂະສິດ
87IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ກ່ອນຈະຮອດບົດຮຽນນີ້ຄູຈະຕ້ອງສ�າຫຼວດເບິ່ງດິນຢູ່ພື້ນທີ່ຕ່າງໆໃນບລິເວນໂຮງຮຽນແລະບລິເວນໃກ້ຄຽງ�� ໂດຍນາເອົາຕົວຢ່າງດິນທີ່ຫຼາກຫຼາຍລັກສະນະແຕກຕ່າງກັນຈາກແຫຼ່ງແລະສະຖານທີ່ຕ່າງກັນເຊັ່ນ:�ສະຖານທີ່ທີ1:ດິນ(ສີດາ)ອຸດົມໄປດ້ວຍຝຸ່ນແລະສານອິນຊີຈາກສວນຜັກ.�ສະຖານທີ່ທີ2:ດິນ(ສີນ້າຕານ)ຈາກພື້ນທີ່ຮອງຮັບການຈະເລີນເຕີບໃຫຍ່ຂອງພືດຫຼາຍຊະນິດ.�ສະຖານທີ່ທີ3:ດິນ(ສີສົ້ມຫຼືສີເຫຼືອງ)ຈາກບລິເວນທີ່ມີພືດກະແຈກກະຈາຍ.�ສະຖານທີ່ທີ4:ດິນ(ສີເທົາ)ບ່ມີພືດເຕີບໃຫຍ່ຫຼາຍຫຼືມີພືດພຽງເລັກໜ້ອຍ.�3. ໃຫ້ຄູນາເອົາດິນໃນສະຖານທີ່ທີ1ມາໃຫ້ຫຼາຍພຽງພ�ສາລັບຈະໃຫ້ນັກຮຽນເຮັດການທົດລອງເປັນກຸ່ມ.�� 4. ແວ່ນຂະຫຍາຍ,ຈານ,ຈອກແກ້ວຫຼືຈອກຢາງໃສ,ໄມ້ນ້ອຍສາລັບໃຊ້ຄົນນ້າໃນຈອກ.��V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1. ສົນ ທະ ນາ ລວມ1) ຄູຕັ້ງຄາຖາມທົບທວນຄືນບົດຮຽນຜ່ານມາກ່ຽວກັບການບົວລະບັດຮັກສາພືດໂດຍໃຫ້ນັກຮຽນອະທິບາຍບາງ�ສິ່ງທີ່ພືດຕ້ອງການເພື່ອຈະເລີນເຕີບໃຫຍ່ແຂງແຮງ;ນັກຮຽນອາດຈະເວົ້າວ່າພືດຕ້ອງການນ້າ,ແສງແດດ�ແລະດິນທີ່ດີ.2) ໃຫ້ນັກຮຽນຕອບຄາຖາມຕ່ໄປນີ້:��- ສະຖານທີ່ໃດມີດິນອຸດົມສົມບູນ?- ຜັກແລະໝາກໄມ້ທີ່ເຮົາກິນທຸກວັນເພິ່ນປູກຢູ່ໃສແດ່?ສິ່ງດັ່ງກ່າວມີການຈະເລີນເຕີບໃຫຍ່ໃນດິນປະເພດໃດ?- ຄູກະຕຸ້ນໃຫ້ນັກຮຽນຫຼາຍຄົນແລກປ່ຽນຂ້ມູນແລະປະສົບການຕ່າງໆຂອງພວກເຂົາຮ່ວມກັນ.�ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ສໍາ ຫຼວດ ແລະ ສັງ ເກດ ດິນ ບໍ ລິ ເວນ ໂຮງ ຮຽນ1) ໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ1ຂອງປຶ້ມແບບຮຽນແລະອະທິບາຍສິ່ງທີ່ເກີດຂຶ້ນໃນຮູບ,ໃຫ້ນັກຮຽນ2-3�ຄົນບອກສິ່ງທີ່ພວກເຂົາຄິດວ່າແມ່ນຫຍັງກ�າລັງເກີດຂຶ້ນໃນຮູບເຊັ່ນ:- ໃນຮູບທາອິດນັກຮຽນເຮັດຫຍັງ?�- ພວກເຂົາພະຍາຍາມຊອກຫາຫຍັງ?- ມີຫຍັງເກີດຂຶ້ນໃນຮູບທີ2?- ນັກຮຽນກ�າລັງເຮັດຫຍັງ?ນັກຮຽນອາດຈະບອກວ່າໃນຮູບທີ1ພວກນັກຮຽນກາລັງເບິ່ງພື້ນດິນ.ນັກຮຽນອາດຈະກ່າວໄດ້ວ່າໃນຮູບ�ທີ2ນັກຮຽນກາລັງປູກສິ່ງຕ່າງໆໃຫ້ເຕີບໃຫຍ່.�໘໗
882) ຄູເຕືອນນັກຮຽນວ່າໃນບົດຮຽນກ່ອນນັກຮຽນໄດ້ຮຽນຮູ້ການປູກພືດຈ�າເປັນຕ້ອງອາໄສດິນດີ,ຈາກນັ້ນຄູຖາມຕ�່ໄປວ່າ:- ເຮົາຮູ້ໄດ້ແນວໃດວ່າດິນນັ້ນດີຫຼືບ່?�- ດິນທີ່ດີຄືແນວໃດ?- ການຊອກຫາດິນທີ່ດີພວກເຮົາຕ້ອງຫາອັນໃດແດ່?- ຄູຕັ້ງຄາຖາມເຈາະຈີ້ມເພື່ອເຊື່ອມໂຍງລະຫວ່າງພືດທີ່ແຂງແຮງແລະດິນທີ່ດີ.�- ໃຫ້ນັກຮຽນກັບຄືນໄປເບິ່ງຮູບໃນຫົວຂ້ທີ1ຂອງປຶ້ມແບບຮຽນໃນຂະນະທີ່ຄູອ່ານຂ�້ຄວາມເນື້ອໃນ.�3) ຄູບອກນັກຮຽນວ່າພວກເຂົາກາລັງຈະອອກໄປຂ້າງນອກບລິເວນໂຮງຮຽນຫຼືສະຖານທີ່ໃກ້ຄຽງເພື່ອສາຫຼວດ���ເບິ່ງສະຖານທີ່ຕ່າງໆທີ່ພືດເຕີບໃຫຍ່ແລະເບິ່ງຊະນິດຂອງດິນທີ່ເຮັດໃຫ້ພືດຕ່າງໆເຕີບໃຫຍ່ຂຶ້ນ.ຄູແບ່ງນັກຮຽນອອກເປັນ8ກຸ່ມແລະໃຫ້ແຕ່ລະກຸ່ມເອົາອຸປະກອນທີ່ຈະໃຊ້ເຊັ່ນ:ແວ່ນຂະຫຍາຍ,ຖົງຫຼືກະປ໋ອງຕັກດິິນ,ຄູສະແດງໃຫ້ເຫັນວ່າແວ່ນຂະຫຍາຍນີ້ຕ້ອງໃຊ້ໃຫ້ຖືກຕ້ອງເພື່ອສັງເກດເບິ່ງສິ່ງຕ່າງໆໃຫ້ໃຫຍ່ຂຶ້ນ.ຄູຖືພາຊະນະ4ອັນເຮັດເຄື່ອງໝາຍ1,2,3,4ແລະບ່ວງສ�າລັບຕັກເອົາຕົວຢ່າງດິນ;ຄູແຈ້ງນັກຮຽນກ່ຽວກັບກົດລະບຽບໃນການອອກໄປສາຫຼວດຂ້າງນອກ:�- ຟັງຄາແນະນາຂອງຄູ.��- ດູແລອຸປະກອນ(ແວ່ນຂະຫຍາຍ).- ແບ່ງປັນອຸປະກອນ.- ມີສະຕິ.- ຢູ່ກັບກຸ່ມ.- ລະມັດລະວັງໃນການຍ່າງ.- ໃຊ້ສຽງຄ່ອຍໆ.- ຫ້າມທາລາຍພືດຕ່າງໆ.�ຂັ້ນຝຶກ ປະຕິບັດ ແລະ ນໍາ ໃຊ້ (20 ນາທີ )1) ຄູພານັກຮຽນໄປສະຖານທີ່ຕ່າງໆໃນບລິເວນໂຮງຮຽນແລະສະຖານທີ່ໃກ້ຄຽງທີ່ຄູໄດ້ກ�ານົດໄວ້ກ່ອນໜ້ານີ້.�ສະຖານທີ່ທີ1:ດິນ(ສີດາ)ອຸດົມໄປດ້ວຍຝຸ່ນແລະສານອິນຊີຈາກສວນຜັກ.�ສະຖານທີ່ທີ2:ດິນ(ສີນ້າຕານ)ຈາກພື້ນທີ່ທີ່ຮອງຮັບການຈະເລີນເຕີບໃຫຍ່ຂອງພືດຫຼາຍຊະນິດ.�ສະຖານທີ່ທີ3:ດິນ(ສີສົ້ມຫຼືສີເຫຼືອງ)ຈາກບລິເວນທີ່ມີພືດກະແຈກກະຈາຍ.�ສະຖານທີ່ທີ4:ດິນ(ສີເທົາ)ບ�່ມີພືດເຕີບໃຫຍ່ຫຼາຍຫຼືມີພືດພຽງເລັກໜ້ອຍ.ຄູນ�າເອົາດິນຕົວຢ່າງໃນແຕ່ລະສະຖານທີ່ໃສ່ໃນພາຊະນະທີ່ມີໝາຍເລກຢ່າງຖືກຕ້ອງແລະໃຫ້ນັກຮຽນເຮັດດັ່ງຕ່ໄປນີ້:�- ເບິ່ງຢ່າງລະອຽດໃນສິ່ງທີ່ກ�າລັງເຕີບໃຫຍ່ຢູ່ນັ້ນ.- ພັນລະນາປະເພດຂອງພືດແລະສະພາບຂອງພວກມັນ.- ຄວາມຮູ້ສຶກໃນນິ້ວມືຂອງພວກເຂົາເມື່ອສາຜັດກັບເນື້ອດິນ�.- ສັງເກດດິນດ້ວຍແວ່ນຂະຫຍາຍແລະອະທິບາຍສິ່ງທີ່ພວກເຂົາເຫັນ.2) ຄູໃຫ້ນັກຮຽນສັງເກດສີແລະລັກສະນະຂອງດິນ:ອ່ອນ,ແຂງ,ກ້ອນດິນໃຫຍ່,ກ້ອນດິນນ້ອຍ,ເສດສັດ,ແມງໄມ້,ເສດພືດຕ່າງໆເຕືອນນັກຮຽນໃຫ້ຈື່ຈ�າສິ່ງທີ່ໄດ້ສັງເກດດິນໃນແຕ່ລະສະຖານທີ່ ..ສໍາລັບ ນັກຮຽນຊົນ ເຜົ່າ:ຄູເວົ້າຄ�າສັບທີ່ສາຄັນແລະໃຫ້ນັກຮຽນເວົ້າຄືນຫຼາຍໆເທື່ອ.ຄູຍັງໃຊ້ນັກຮຽນຄົນອື່ນໆທີ່ເຂົ້າໃຈດີຊ່ວຍ�ແລະສະໜັບສະໜູນຜ້ທ່ບ່ມີທັກສະທາງດ້ານພາສາລາວທ່ຈາເປັນຈັບຄ່ນັກຮຽນເຂ້າກັນເພ່ອຊ່ວຍເຫືອແລະູີ�ີ�.ູົື ຼສະໜັບສະໜູນຊຶ່ງກັນແລະກັນ. ໘໘ ສ ວ ສສະຫງວນລິຂະສິດ
893) ຫຼັງຈາກລ້າງມືແລ້ວຄູແລະນັກຮຽນກັບໄປຫ້ອງຮຽນພ້ອມກັນສະຫຼຸບສິ່ງທີ່ພວກເຂົາສັງເກດແລະຄົ້ນພົບ.ໂດຍໃຫ້ແຕ່ລະກ່ມພັນລະນາຊະນິດ/ປະເພດຂອງດິນໃນສະຖານທ່ສະເພາະເຈາະຈົງ.ຄູສະໜັບສະໜູນນັກຸີຮຽນໃນການພັນລະນາລັກສະນະຂອງດິນໃນແຕ່ລະສະຖານທີ່ດ້ວຍການຕັ້ງຄ�າຖາມດັ່ງຕ່ໄປນີ້:�- ດິນໃນສະຖານທີ່ໝາຍເລກຫຍັງ?- ພືດຊະນິດໃດມີການເຕີບໃຫຍ່ຢູ່ທີ່ນັ້ນ?- ມີຈານວນຫຼາຍຫຼືໜ້ອຍ?�- ດິນດີຫຼືບ່ດີ?�- ດິນມີສີຫຍັງ? ດິນແຂງຫຼືອ່ອນ?ເຈົ້າຕ້ອງການຈະຂຸດຫຼືບ່?�- ມັນແຂງຫຼືຮ່ວນ?- ດິນຂະໜາດກ້ອນໃຫຍ່ຫຼືກ້ອນນ້ອຍ?- ຮູ້ສຶກແນວໃດດິນຊຸ່ມຫຼືແຫ້ງ?- ດິນດີຫຼືບ່ດີຍ້ອນຫຍັງ?�- ດິນປະເພດນີ້ຈະຊ່ວຍໃຫ້ພືດເຕີບໃຫຍ່ຫຼືບ� ່ຂັ້ນສະຫຼຸບ (5 ນາທີ)ຄູໃຫ້ນັກຮຽນນຶກເຖິງຂ້ມູນທີ່ພວກເຂົາເຄີຍໄດ້ຍິນແລະສົນທະນາໃນກຸ່ມກ່ຽວກັບດິນທີ່ດີທີ່ສຸດສາລັບ��ການປູກພືດໃຫ້ເຕີບໃຫຍ່ແລະຍ້ອນຫຍັງ?ຄູໃຫ້ນັກຮຽນຍົກນິ້ວມືຂຶ້ນແລະບອກວ່າດິນໃນສະຖານທີ່ນ້າ�ເບີໃດທີ່ຖືກຕ້ອງຕາມແຕ່ລະຄາຖາມດັ່ງຕ່ໄປນີ້:��- ດິນທີ່ດີທີ່ສຸດເຮັດໃຫ້ປູກພືດເຕີບໃຫຍ່ແຂງແຮງ- ດິນບ່ດີແມ່ນດິນທີ່ບ່ມີຜົນຕ�່ການປູກພືດ ��- ໃຫ້ນັກຮຽນ2-3ຄົນບອກເຫດຜົນ.ຊົ່ວໂມງທີ 2ຂັ້ນກິດຈະ ກໍາ ການ ຮຽນ (15 ນາທີ)1. ສົນທະນາ ປຽບທຽບ ດິນທ້ອງ ຖິ່ນ ກັບຮູບ ພາບຂອງ ດິນ1) ຄູສະແດງໃຫ້ນັກຮຽນເຫັນດິນທີ່ເປັນຕົວຢ່າງທັງ4ຊະນິດ1,2,3,4ທີ່ນາມາຈາກດ້ານນອກແລະເຕືອນ�ໃຫ້ນັກຮຽນຮູ້ວ່າມີການຈະເລີນເຕີບໃຫຍ່ໃນດິນແຕ່ລະຢ່າງ.ສະຖານທີ່ທີ1:ສວນຜັກທີ່ມີຜັກເຕີບໃຫຍ່ແຂງແຮງ.ສະຖານທີ່ທີ2:ການເຕີບໃຫຍ່ແຂງແຮງຂອງພືດຫຼາຍຊະນິດ.ສະຖານທີ່ທີ3:ພືດແລະວັດສະພືດກະແຈກກະຈາຍ.ສະຖານທີ່ທີ4:ມີພືດເຕີບໃຫຍ່ບ່ຫຼາຍແລະເບິ່ງເຫັນພືດບາງໆ.�2) ນັກຮຽນເຮັດວຽກເປັນຄູ່ ຫຼື ເຮັດເປັນໂຕະເພື່ອສັງເກດ ແລະ ສົນທະນາກ່ຽວກັບຮູບໃນຫົວຂ້ທີ 2 ຂອງປຶ້ມ�ແບບຮຽນ. ໃຫ້ນັກຮຽນຄິດເຖິງຮູບພາບໃນແງ່ທີ່ພວກເຂົາຄົ້ນພົບກ່ຽວກັບດິນທີ່ໄດ້ສັງເກດໃນບ�ລິເວນໂຮງຮຽນແລະສະຖານທີ່ໃກ້ຄຽງ.ການວັດ ແລະ ປະເມີນຜົນຄູນາໃຊ້ເກນການໃຫ້ຄະແນນປະ�ເມີນການປະຕິບັດກິດຈະກາຂອງ�ນັກຮຽນແຕ່ລະຄົນໂດຍໃຫ້ອະທິບາຍກ່ຽວກັບດິນ,ການໃຫ້ຂ້ມູນອະ�ທິບາຍແລະການຕອບຄາຖາມ.�໘໙
903) ໃຫ້ຕົວແທນແຕ່ລະກຸ່ມພັນລະນາດິນໃນຮູບພາບບອກກ່ຽວກັບສີຂະໜາດຂອງເມັດດິນ,ເສດໃບໄມ້...,ວ່າ,,ຈະເໝາະສົມສ�າລັບການປູກພືດຫຼືບ່?�4) ຄູຖາມແຕ່ລະກຸ່ມກ່ຽວກັບຕ�າແໜ່ງຂອງດິນໃນຮູບວ່າແມ່ນຮູບໃດໜຶ່ງຄ້າຍຄືກັບດິນໃນສະຖານທີ່ທີ1,2,3,4ຫຼືບ� ່ໂດຍໃຫ້ແຕ່ລະກຸ່ມມີໂອກາດຈັບຄູ່ດິນໃນຮູບພາບກັບຕົວຢ່າງດິນທີ່ໄດ້ຈາກຂ້າງນອກ.2. ສົນທະນາຜົນ ເສຍ ຈາກດິນ ທີ່ ບໍ່ ດີຕໍ່ການ ເຕີບ ໃຫຍ່ ຂອງພືດ1) ຄູອາດຈະເລືອກເຮັດກິດຈະກ�ານອກຫ້ອງຮຽນເຊັ່ນ:ຢູ່ກ້ອງຮົ່ມຕົ້ນໄມ້ຫຼືລະບຽງໜ້າຫ້ອງຮຽນເພື່ອບ່ໃຫ້ຫ້ອງ�ເປິເປື້ອນແລະສະດວກສາລັບລ້າງມືແລະອຸປະກອນບາງຢ່າງ�.2) ໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ3ຂອງປຶ້ມແບບຮຽນແລ້ວສົນທະນາແລກປ່ຽນຄວາມຄິດເຫັນນ�າກັນເປັນກຸ່ມ�ຕາມໂຕະນັ່ງເພື່ອຕອບຄ�າຖາມ:- ເປັນຫຍັງພືດໃນສວນຜັກຈຶ່ງງາມແລະແຂງແຮງດີ?- ເປັນຫຍັງຕົ້ນສາລີຈຶ່ງເບິ່ງບ�່ແຂງແຮງແລະໃກ້ຈະຕາຍ?ສິ່ງດັ່ງກ່າວນີ້ມີສວ່ນກ່ຽວຂ້ອງກັບດິນແນວໃດ?3. ສຶກສາ ຮູບ ພາບສວ່ນປະກອບ ຂອງ ດິນ1) ຄູບອກນັກຮຽນວ່າພວກເຂົາຈະໄດ້ເຮັດການທົດລອງກ່ຽວກັບດິນທີ່ໄດ້ມາຈາກສະຖານທີ່ທີ1ທີ່ນາມາຈາກ�ຂ້າງນອກ.ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂ້ທີ4ໃນປຶ້ມແບບຮຽນ,ຄູບອກນັກຮຽນວ່າພວກເຂົາຈະເຮັດກິດຈະ�ກາການທົດລອງກ່ຽວກັບຕົວຢ່າງຂອງດິນດັ່ງກ່າວເພື່ອຄົ້ນຫາເບິ່ງສິ່ງຕ່າງໆທີ່ມີຢູ່ໃນດິນ.�2) ຄູເຕືອນນັກຮຽນວ່າເວລາສັງເກດດິນທີ່ທົດລອງນັ້ນໃຫ້ນັກຮຽນພັນລະນາຂະໜາດຂອງເມັດດິນໃຫຍ່ຫຼືນ້ອຍ,ລັກສະນະດິນອອ່ນ,ແຂງ,...ຄູອະທິບາຍນັ້ນຄືການທົດລອງທີ່ຈະຊ່ວຍໃຫ້ພວກເຂົາຫາຂ້ມູນເພີ່ມຕື່ມກ່ຽວ�ກັບສິ່ງຕ່າງໆໃນດິນທີ່ດີໄດ້.- ຟັງແລະປະຕິບັດຢ່າງລະມັດລະວັງ.- ຢ່າໃຊ້ມືຂອງພວກເຂົາຈັບບາຍໜ້າຕາແລະປາກເນື່ອງຈາກອາດຈະພາໃຫ້ຕິດເຊື້ອພະຍາດໃນດິນ.- ລະມັດລະວັງການໃຊ້ອຸປະກອນ,ດິນ,ນ້າເພື່ອຫຼີກເວັ້ນຄວາມສັບສົນແລະເປິເປື້ອນ.�- ຫຼັງຈາກນັ້ນເຮັດກິດຈະກ�າແລ້ວໃຫ້ລ້າງມື.ຂັ້ນຝຶກ ປະຕິບັດ ແລະ ນໍາ ໃຊ້ (25 ນາທີ)4. ທົດ ລອງ ກ່ຽວ ກັບດິນ1) ຄູແຈກຢາຍອຸປະກອນທີ່ຈາເປັນໃຫ້ແຕ່ລະກຸ່ມດັ່ງນີ້:�- ຈານ2ໃບ.- ຈອກແກ້ວຫຼືຈອກຢາງ2ໜ່ວຍ.- ແວ່ນຂະຫຍາຍ.- ນ້າໃນກວດປລາສຕິກ.�- ສະກອັດຕິດ.- ຕົວຢ່າງດິນໃນສະຖານທີ່ທີ1ທີ່ໄດ້ມາຈາກຂ້າງນອກ.2) ຄູອະທິບາຍວິທີດາເນີນການທົດລອງຕາມຂ້ນຕອນທ1,ຂ້ນຕອນທ2,ຂ້ນຕອນທ3ແລະກະກຽມອຸປະກອນເພ່ອ�ັ ີັ ີັີືທົດລອງ.3) ນັກຮຽນແຕ່ລະກຸ່ມເຮັດການທົດລອງແຕ່ລະຂັ້ນຕອນຄູຕິດຕາມຊ່ວຍເຫຼືອການປະຕິບັດດັ່ງນີ້:,ການວັດ ແລະ ປະເມີນຜົນຄູນາໃຊເກນການໃຫຄະແນນເພ່ອປະ�້້ືເມີນການປະຕິບັດກິດຈະກາຂອງນັກ�ຮຽນຄົນອື່ນໆທີ່ຍັງບ່ໄດ້ຮັບການປະ�ເມີນ. ໙໐ ສ ວ ສສະຫງວນລິຂະສິດ
91ຂັ້ນ ຕອນ ທີ 1z ເອົາດິນກ້ອນທີ1ໃສ່ນ້າໃນຈານ.�z ນ�າແກ້ວເປົ່າມາງວມກ້ອນດິນໄວ້.z ນ�າຈານໄປວາງໄວ້ກາງແດດປະມານ10-20ນາທີ(ໃນໄລຍະນີ້ໃຫ້ຄູນ�າພານັກຮຽນເຮັດກິດຈະກ�າຂັ້ນຕອນທີ2ແລະຂັ້ນຕອນທີ3ຕ່ໄປເລີຍເພື່ອບ່ໃຫ້ເສຍເວລາ).��z ເອົາກັບຄືນມາເບິ່ງຫຼັງຈາກຜ່ານໄປ20ນາທີສັງເກດສິ່ງທີ່ເກີດຂຶ້ນພາຍໃນຈອກ.z ຈື່ຈ�າແລະບອກສິ່ງທີ່ເຫັນ.ຂັ້ນ ຕອນ ທີ 2z ເອົາດິນກ້ອນທີ2ໃສ່ຈານໃຊ້ໄມ້ເຂ່ຍດິນ.z ສັງເກດສິ່ງທີ່ຢູ່ໃນດິນໂດຍໃຊ້ແວ່ນຂະ ຫຍາຍສ່ອງເບິ່ງ.z ຈື່ຈ�າສິ່ງທີ່ເຫັນ.ຂັ້ນຕອນ ທີ 3z ໃສ່ນ້າໃນຈອກປະມານເຄິ່ງຈອກ.ເອົາດິນ�ກ້ອນທີ3ໃສ່ລົງໄປໃນຈອກນ�້າ.z ສັງເກດໃນໄລຍະທີ່ດິນຈົມລົງນ�້າວ່າເຫັນຫຍັງແດ່?.z ຈື່ຈ�າແລະບອກສິ່ງທີ່ເຫັນ.4) ນັກຮຽນແຕ່ລະກຸ່ມລາຍງານຜົນການທົດລອງ,ພັນລະນາສິ່ງທີ່ໄດ້ຈາກການສັງເກດ.5) ຄູແລະນັກຮຽນພ້ອມກັນສະຫຼຸບຜົນການທົດລອງຄວາມແຕກຕ່າງຂອງດິນທີ່ໄດ້ຄົ້ນພົບວ່າໃນດິນປະກອບດ້ວຍ:- ນ້າແລະຄວາມຊື້ນ(ການທົດລອງທີ1).�- ເມັດດິນໄດ້ແກ່,ຫີນ,ຊາຍ,ເສດເລັກນ້ອຍຂອງພືດ(ການທົດລອງທີ2).- ເສດຊາກໄດ້ແກ່ເມັດດິນລວມທັງຫີນແລະຊາຍ(ການທົດລອງທີ3).- ການລອຍຕົວລວມຕົວເສດພືດແລະສັດນ້ອຍໆ(ການທົດລອງທີ3).ສໍາລັບນັກຮຽນຊົນເຜົ່າ:ຄອະທິບາຍຄາສັບແລະຄວາມໝາຍຂອງຄາສັບເຫ່ານ້ນ.ເພ່ອໃຫ້ນັກຮຽນເຂ້າໃຈເຊ່ນ:ຫີນ,ເມັດ/ກ້ອນູ��ຼ ົັືົັດິນ,ເມັດຊາຍ,ເສດໃບໄມ້ແລະສັດ.6) ຄູໃຫ້ນັກຮຽນລ້າງແລະມ້ຽນອຸປະກອນຢູ່ໂຕະບ່ອນເຮັດທົດລອງແລ້ວລ້າງມື.ຂັ້ນສະຫຼຸບ (5 ນາທີ)ຄູໃຫ້ນັກຮຽນບອກຊື່ສິ່ງຕ່າງໆທັງໝົດທີ່ໄດ້ຄົ້ນພົບໃນດິນ.ຄູອະທິບາຍວ່າສັດແລະພືດທີ່ແມ່ນສິ່ງທີ່ມີຊີວິດເມ່ອສ່ງເຫ່ານ້ຕາຍນອກຈາກນ້ຍັງໃຫ້ຄວາມຊ່ມຊ້ນແລ້ວໃນດິນຍັງມີນ້າຈາກປະລິມານນ້າຝົນທ່ຊຶມຜ່ານືິຼ ົີີຸື��ີແລະອາກາດຢູ່ໃນຊ່ອງວ່າງລະຫວ່າງເມັດດິນ.ຄູຕັ້ງ ຄໍາ ຖາມ:- ເປັນຫຍັງດິນທີ່ດີຈຶ່ງສາຄັນສາລັບພືດເຕີບໃຫຍ່?��- ໃຫ້ນັກຮຽນ2-3ຄົນແລກປ່ຽນຄວາມຄິດເຫັນ,ຫຼັງຈາກນັ້ນຄູອ່ານເນື້ອໃນສຸດທ້າຍຂອງຂ້ທີ4ໃນປຶ້ມແບບ�ຮຽນໃຫ້ນັກຮຽນຟັງ.ການວັດ ແລະ ປະເມີນຜົນຄູໃຫ້ການສະໜັບສະໜູນນັກຮຽນຕາມຄວາມຈາ�ເປັນໂດຍການໂດຍການເຮັດຄືນຕາມຄາແນະ�ນາແລະຄາສັບທີ່ສາຄັນກ່ຽວກັບເງື່ອນໄຂຄາ����ອະທິບາຍຂອງດິນທີ່ແຕກຕ່າງກັນ,ຄູຍັງຕ້ອງຕັ້ງຄາຖາມເພື່ອຊ່ວຍໃຫ້ນັກຮຽນມີຄວາມສົນໃຈກັບ�ຂ້ສັງເກດຕ່າງໆ.�໙໑
92ບົດທີ 17 ເຮືອນຂອງເຮົາເວລາ 2 ຊົ່ວໂມງ I. ຈຸດປະສົງໃຫ້ນັກຮຽນສາມາດ:1. ອະທິບາຍເຮືອນເປັນສະຖານທີ່ທີ່ຄົນຢູ່ອາໄສ.2. ພັນລະນາຄວາມແຕກຕ່າງລະຫວ່າງເຮືີອນແຕ່ລະຊະນິດ. 3. ຂຽນລາຍການວັດສະດຸທີ່ໃຊ້ເພື່ອກໍ່ສ້າງເຮືອນແຕ່ລະຊະນິດ.4. ສ້າງເຮືອນແບບນໍາໃຊ້ວັດສະດຸຈາກທໍາມະຊາດ.II. ການວັດ ແລະ ປະເມີນຜົນ1. ສັງເກດ ແລະ ປະເມີນນັກຮຽນຈາກການຕອບຄໍາຖາມຂອງນັກຮຽນ ແລະ ການເຮັດກິດຈະກໍາຕ່າງໆ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ເພື່ອປະເມີນນັກຮຽນ.ຄະແນນບອກລາຍການວັດສະດຸທີ່ນໍາໃຊ້ເພື່ອກໍ່ສ້າງເຮືອນຫຼັງໜຶ່ງ3ບອກລາຍການວັດສະດຸ 3 ຢ່າງເພື່ອໃຊ້ໃນການກໍ່ສ້າງເຮືອນຫຼັງໜຶ່ງ.2ບອກລາຍການວັດສະດຸ 2 ຢ່າງເພື່ອໃຊ້ໃນການກໍ່ສ້າງເຮືອນຫຼັງໜຶ່ງ.1ບອກລາຍການວັດສະດຸ 1 ຢ່າງເພື່ອໃຊ້ໃນການກໍ່ສ້າງເຮືອນຫຼັງໜຶ່ງ.0ບໍ່ສາມາດບອກລາຍການວັດສະດຸຈັກຢ່າງ ເພື່ອໃຊ້ໃນການກໍ່ສ້າງເຮືອນຫຼັງໜຶ່ງ.III. ເນື້ອໃນຕົ້ນຕໍ1. ເຮືອນແມ່ນທີ່ຢູ່ອາໄສຂອງຄົນ, ເປັນບ່ອນກໍາບັງ ແລະ ປົກປ້ອງຈາກສິ່ງອັນຕະລາຍ. 2. ເຮືອນໄດ້ຖືກສ້າງຈາກວັດສະດຸຫຼາຍຊະນິດປົນກັນ ເຊັ່ນ: ດິນ, ຫີນ, ຊາຍ, ຊີມັງ ແລະ ນໍາ ເພື່ອສ້າງຝາ ຫຼື ້ພື້ນ, ຫຼັງຄາ, ວັດສະດຸອື່ນໆ ລວມມີຕົ້ນໄມ້, ຫຍ້າ, ເຫຼັກ ແລະ ດິນຈີ່.3. ເຮືອນມີຫຼາຍຊະນິດທີ່ແຕກຕ່າງກັນ ເຊັ່ນ: ເຮືອນຊັ້ນດຽວ ຫຼືື ຫຼາຍຊັ້ນ, ເຄິ່ງໜຶ່ງເປັນຊີມັງ ເຄ່ິງ ໜຶ່ງເປັນໄມ້, ເຮືອນໄມ້, ເຮືອນລາວດ່ັງເດີມ, ຕູບ ແລະ ອື່ນໆ.4. ທີ່ຕ້ັງຂອງເຮືອນແມ່ນອີງຕາມຄວາມຕ້ອງການເຈົ້າຂອງເຮືອນ ແລະ ຄວາມສາມາດໃນການກໍ່ສ້າງເຮືອນ.5. ການກໍ່ສ້າງເຮືອນແມ່ນເຮັດຕາມຄວາມເປັນເອກະລັກຂອງແຕ່ລະກຸ່ມຊົນເຜ່ົາ. ໙໒ ສ ວ ສສະຫງວນລິຂະສິດ
93IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ກາວລາເຕກ ຫ ກາວທ່ຜະລິດຢ່ທ້ອງຖ່ນ ທ່ໜຽວພໍທ່ຈະຕິດໄມ້ໃສ່ບັດເຈ້ຍ (ຄູສາມາດຕ້ມເຂ້າໜຽວແທນກາວ ັຼ ືີູິີີົົໄດ້).3. ເຈ້ຍ A4 ຫຼື ເຈ້ຍອື່ນໆທີ່ມີຂະໜາດເທົ່າ ເຈ້ຍ A4 ແລະ ສໍສີ.4. ເຈ້ຍຮູບເຮືອນອາດຈະແຕ້ມ ຫຼື ກອບປີ້ນໍາປຶ້ມແບບຮຽນກໍໄດ້.5. ເຈ້ຍແຂງເຮັດຈາກແກັດເຈ້ຍ A4 ຫຼື ແກັດເຈ້ຍນໍ້າດື່ມ ຫຼື ແກັດເຈ້ຍແຂງອື່ນໆ.6. ກ່າງໃບໝາກພ້າວ (ແນະນໍານັກຮຽນແຕ່ລະຄົນຖື ໃບພ້າວ 10-15 ໃບ) ຫຼື ໄມ້ຕອກ. 7. ຜ້າຢາງເພື່ອປົກໂຕະຂອງນັກຮຽນ (ຖ້າບໍ່ມີໃຊ້ເຈ້ຍແຜ່ນໃຫຍ່ປົກແທນ).8. ກອນເລ່ມບົດຮຽນຄູກະກຽມແຜ່ນເຈ້ຍແຂງ ແລະ ແຜ່ນຮູບເຮືອນທ່ຈະຕິດກາວ, ຄູຄວນໝາຍບ່ອນທ່ເປັນປ່ອງ ່ີີີຢ້ຽມ ແລະ ປະຕູ ເພື່ອບໍ່ໃຫ້ນັກຮຽນຕິດກາວໃສ່.V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູບອກນັກຮຽນວ່າ ມື້ນີ້ພວກເຮົາຈະຮຽນຮູ້ກ່ຽວກັບເຮືອນຊະນິດຕ່າງໆ ແລະ ເຮືອນຂອງຄົນເຮົາ. 2) ຄູຖາມນັກຮຽນວ່າz ແມ່ນໃຜອາໄສຢູ່ໃນເຮືອນ?z ເປັນຫຍັງພວກເຮົາຈຶ່ງອາໄສຢູ່ໃນເຮືອນ?z ເຮືອນແມ່ນຫຍັງ?z ປຸກເຮືອນເພື່ອຫຍັງ?3) ຄູໃຫ້ນັກຮຽນແຕ່ລະຄົນແບ່ງປັນຄວາມຄິດຄວາມເຫັນ. ຄູໃຫ້ນັກຮຽນສົນທະນາໃນກຸ່ມຢູ່ໂຕະຕາມຄໍາຖາມດັ່ງລຸ່ມນີ້:z ເຮືອນຂອງພວກນ້ອງຕັ້ງຢູ່ໃສ? ບ້ານໃດ? ເມືອງໃດ? z ເປັນຫຍັງພວກນ້ອງຈຶ່ງຕັ້ງຖິ່ນຖານຢູ່ທີ່ນັ້ນ? z ນັກຮຽນທັງໜົດມາຈາກບ້ານດຽວກັນບໍ່? z ມີໃຜມາຈາກບ້ານອື່ນໆບໍ່? ຢູ່ໃສ?4) ກະຕຸກຊຸກຍູ້ໃຫ້ນັກຮຽນ 2-3 ຄົນ ອາສາສະໝັກຕອບ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ລະດົມສະໝອງ1) ຄູໃຫ້ນັກຮຽນຄິດກ່ຽວກັບເຮືອນຂອງຕົນເອງ ແລະ ບ່ອນເຮືອນຕັ້ງຢູ່. ຄູໃຫ້ນັກຮຽນເບິ່ງຮູບໃນຫົວຂໍ້ທີ 1 ໃນ ປຶ້ມແບບຮຽນ ແລະ ຖາມວ່າ:z ນັກຮຽນເຫັນຫຍັງໃນຮູບນີ້?z ມັນຄືກັບບ່ອນທີ່ນັກຮຽນຢູູ່ບໍ່? ອະທິບາຍເປັນຫຍັງຄື? ເປັນຫຍັງບໍ່ຄື?z ມີຕຶກອາຄານສູງຢູ່ໃກ້ເຮືອນນັກຮຽນບໍ່?2) ຄຊກຍນກຮຽນໃຫມໂອກາດແລກປ່ຽນປະສົບການສ່ວນຕົວຂອງຕົນເອງກັບໝ່ເພ່ອນ, ພັນລະນາສະພາບແວດູຸູ ້ັ້ີູືລ້ອມອ້ອມຂ້າງເຮືອນທີ່ຕົນອາໄສຢູ່.3) ຄູຖາມນັກຮຽນ ເຮືອນຂອງນັກຮຽນຕັ້ງຢູ່ສະຖານທີ່ທີ່ດີແລ້ວບໍ່? ໃຫ້ອະທິບາຍ? ຄູໃຫ້ນັກຮຽນສົນທະນາຢູ່ໂຕະຂອງເຂົາເຈົ້າ. ເພື່ອໃຫ້ນັກຮຽນມີຄວາມຄິດໃນການສົນທະນາ, ຄູຖາມຄໍາຖາມຕໍ່ໄປອີກ.໙໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156
- 157
- 158
- 159
- 160
- 161
- 162
- 163
- 164
- 165
- 166
- 167
- 168
- 169
- 170
- 171
- 172
- 173
- 174
- 175
- 176
- 177
- 178
- 179
- 180