ພາສາລາວກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຄູ່ມືຄູຊັ້ນປະຖົມສຶກສາປີທີ1ຄູ່ມືຄູ ພາສາລາວ ຊັ້ນປະຖົມສຶກສາ ປີທີ 1ເຫຼັ້ມ 1ເຫຼັ້ມ 1
ສ ວ ສສະຫງວນລິຂະສິດ
ສ ວ ສສະຫງວນລິຂະສິດ
ຄູ່ມືຄູພາສາລາວຊັ້ນປະຖົມ ປີທີ 1ເຫັ້ຼມ 1 (ສໍາລັບພາກຮຽນທີ I )ຮຽບຮຽງໂດຍ:ສົມເໝາະ ປັນຍາວົງພົມມາ ຄໍາມັງໂອທອງ ຄໍາອິນຊູຄູນວິໄລ ເຄນກິດຕິສັກໄກ່ທອງ ມະວົງສາວັນວິສາ ຄໍາມະວົງກວດແກ້ໂດຍ:ອ່ອນແກ້ວ ນວນນະວົງແສງເງິນ ໄວຍະກອນພອນສິຣິ ອຸໄທວັນແຕ້ມຮູບໂດຍ:ຈົງຄໍາ ພອນແກ້ວພິມເຂົ້າໜ້າໂດຍ:ສຸກສາຄອນ ພົງອຸດົມກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2019
ດ້ວຍການຮ່ວມມືກວດຜ່ານ ແລະ ປະກອບຄໍາເຫັນຈາກ: ສົມ ແສງ ໄຊ ຍະ ວົງ ກົງ ສີ ຈຸນ ລະ ມາ ນີ ບຸນ ເລີດ ແສງ ສຸ ລິນໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບWith technical support from the Australian Government and the European Unionສ ວ ສສະຫງວນລິຂະສິດ
ຄໍານໍາປຶ້ມຄູ່ມືຄູພາສາລາວເຫຼັ້ມນີ້ຮຽບຮຽງຂຶ້ນຕາມຫຼັກສູດຊັ້ນປະຖົມສຶກສາປີທີ 1 ສະບັບປັບປຸງໃໝ່ ເພື່ອແນະນໍາຄູ ສອນໃຫ້ເຂົ້າໃຈກ່ຽວກັບວິທີການສອນທີ່ເນັ້ນການປະຕິບັດຕົວຈິງສໍາລັບຫຼັກສູດໃໝ່.ປຶ້ມຄູ່ມືຄູສະບັບນີ້ເປັນເອກະສານສ່ວນໜຶ່ງທີ່ຈໍາເປັນສໍາລັບຄູສອນນໍາໄປໃຊ້ສ້າງແຜນການສອນ, ແຕ່ງບົດສອນ, ກະກຽມອຸປະກອນການສອນ, ກະກຽມການວັດ ແລະ ປະເມີນຜົນ ເພື່ອນໍາໃຊ້ເຂົ້າໃນການສອນຕົວຈິງໃຫ້ແທດເໝາະ ກັບຄວາມສາມາດ ແລະ ສະພາບຕົວຈິງຂອງນັກຮຽນແຕ່ລະທ້ອງຖິ່ນ.ຄູ່ມືຄູສະບັບນີ້ແບ່ງອອກເປັນ 3 ພາກໃຫຍ່ຄື:I. ພາກແນະນໍາລວມII. ພາກແນະນໍາການສອນແຕ່ລະບົດIII. ພາກຜະໜວກເຖິງຢ່າງໃດກໍຕາມການຮຽບຮຽງປຶ້ມຄູ່ມືຄູເຫັ້ມນີ້ກໍຄົງບໍ່ປາສະຈາກຂໍ້ຂາດຕົກບົກພ່ອງບາງປະການໄດ້. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍຄວາມຮ່ວມມືມາຍັງທ່ານສົ່ງຄໍາຄິດເຫັນມາຍັງສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ເພື່ອຈະໄດ້ນໍາໄປເປັນຂໍ້ມູນໃນການປັບປຸງແກ້ໄຂ ເຮັດໃຫ້ການພິມປຶ້ມໃນຄັ້ງຕໍ່ໄປມີຄຸນນະພາບ ດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະແກນບ່ອນນີ້ສຳລັບສື່ການຮຽນການສອນເພີ່ມຕື່ມ
ສາລະບານI. ແນະນໍາລວມ1ກ່ຽວກັບຫຼັກສູດ 3ກ່ຽວກັບການຮຽນການສອນວິຊາພາສາລາວ 8ກ່ຽວກັບການວັດ ແລະ ປະເມີນຜົນ 29II. ແນະນໍາການສອນແຕ່ລະບົດ39ບົດທີ 1 ປ xະ xາ 41ບົດທີ 2 ມ x່ x້ 53ບົດທີ 3 ກ ນ ໄx ໃx 61ບົດທີ 4 ບ ດ xິ xີ 70ບົດທີ 5 ທວນຄືນ 79ບົດທີ 6 ງ ຈ xຸ xູ 93ບົດທີ 7 ຕ ພ ເxະ ເx 101ບົດທີ 8 ລ ສ ແxະ ແx 110ບົດທີ 9 ອ ວ xໍາ ເxົາ 118ບົດທີ 10 ທວນຄືນ 126ບົດທີ 11 ຂ ຄ ເxາະ xໍ 137ບົດທີ 12 ຊ ຟ xຶ xື 145ບົດທີ 13 ຍ ຢ ໂxະ ໂx 153ບົດທີ 14 ຮ ຫ ຣ ເxຶອ ເxືອ 162ບົດທີ 15 ຜ ຝ ເxິ ເxີ 171ບົດທີ 16 ທວນຄືນ 179III. ພາກຜະໜວກກິດຈະກໍາການສອນສໍາລັບວິຊາພາສາລາວ ຂັ້ນ ປ.1193ສ ວ ສສະຫງວນລິຂະສິດ
I. ແນະນຳລວມ1໑
2໒ສ ວ ສສະຫງວນລິຂະສິດ
3I. ແນະນໍາລວມປຶ້ມຄູ່ມືຄູເຫຼັ້ມນີ້ໄດ້ສ້າງຂຶ້ນເພື່ອຊ່ວຍຄູໃນການປະຕິບັດການຮຽນການສອນ ວິຊາພາສາລາວ ປ.1 ຂອງຫຼັກສູດ ແຫ່ງຊາດສະບັບປັງປຸງໃໝ່.ຖ້າສົມທຽບໃສ່ຄູ່ມືຄູທິີ່ຜ່ານມາ, ຈະເຫັນໄດ້ວ່າບົດຮຽນຫຼາຍບົດໃນຄູ່ມືຄູເຫຼັ້ມນີ້ ມີລາຍລະອຽດຫຼາຍຂຶ້ນກວ່າເກົ່າ. ລາຍລະອຽດເຫຼົ່ານີ້ແມ່ນເປັນບົດຮຽນແບບຢ່າງ ຊຶ່ງຈະຊ່ວຍໃຫ້ຄູປັບປຸງວິທີການສອນຂອງຕົນ. ດັ່ງນັ້ນ, ນັກຮຽນຈະໄດ້ ຮຽນຢ່າງມີສ່ວນຮ່ວມ ແລະ ຮຽນໄດ້ດີ.ກ່ຽວກັບຫຼັກສູດຫຼັກສູດແຫ່ງຊາດ ປີ 2016 ເປັນຫຼັກສູດທີ່ອີງໃສ່ສະມັດຖະພາບການຮຽນ. ສະມັດຖະພາບ ໝາຍເຖິງຄວາມສາ ມາດຂອງນັກຮຽນໃນການໝູນໃຊ້ຄວາມຮູ້, ທັກສະ ແລະ ທັດສະນະຄະຕິໄດ້ຢ່າງກົມກຽວ. ບົດຮຽນແຕ່ລະບົດຄວນຈະ ພັດທະນາສະມັດຖະພາບທີ່ຢູ່ໃນຫຼັກສູດໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ. ຈຸດປະສົງຂອງບົດຮຽນຄວນເນັ້ນໃສ່ການ ພັດທະນາສະມັດຖະພາບໃຫ້ແກ່ນັກຮຽນ.ຂັ້ນ ປ.1ເມື່ອຈົບຂັ້ນ ປ.1 ນັກຮຽນສາມາດ:ການຟັງ ແລະ ເວົ້າ• ນໍາໃຊ້ພາສາລາວເພື່ອການສື່ສານກັບຄູ ແລະ ໝູ່ເພື່ອນຮ່ວມຫ້ອງ.- ຟັງ ແລະ ປະຕິບັດຕາມຄໍາແນະນໍາ, ຄໍາສັ່ງຂອງຄູ.- ເວົ້າອອກສຽງຈະແຈ້ງ ຄົນອື່ນສາມາດເຂົ້າໃຈໄດ້.- ຟັງ ແລະ ເຂົ້າໃຈເວລາທີ່ຄົນອື່ນເວົ້າ.• ນໍາໃຊ້ພາສາລາວເພື່ອສື່ສານໃນກິດຈະກໍາການຮຽນ.- ເວົ້າສະແດງຄວາມຄິດເຫັນ ແລະ ຄວາມຮູ້ສຶກ.- ເວົ້າສື່ສານໄດ້ຕາມຈຸດປະສົງ.- ຕອບຄໍາຖາມ ແລະ ເລົ່າຄືນເລື່ອງທີ່ໄດ້ຟັງ.• ນໍາໃຊ້ຄໍາທີ່ໄດ້ຮຽນເຂົ້າໃນການເວົ້າ. ການອ່ານ• ບອກຊື່ ແລະ ອອກສຽງພະຍັນຊະນະ, ສະຫຼະ ແລະ ຜັນສຽງວັນນະຍຸດ (ໃນຄໍາທີ່ມີໄມ້ເອກ,ໂທ).• ບອກຊື່ ແລະ ອອກສຽງສະຫຼະທີ່ມີຕົວສະກົດໃນຄໍາທີ່ໃຊ້ໃນຊີວິດປະຈໍາວັນ.• ອ່ານຄໍາທີ່ຄຸ້ນເຄີຍທີ່ໃຊ້ໃນຊີວິດປະຈໍາວັນ.• ແປຄວາມໝາຍຄໍາງ່າຍ ທີ່ບໍ່ຄຸ້ນເຄີຍ. • ອ່ານຂໍ້ຄວາມ ຫຼື ບົດທີ່ງ່າຍ, ບໍ່ຄຸ້ນເຄີຍ. - ບອກເນື້ອໃນຂອງບົດ.- ຕອບຄໍາຖາມກ່ຽວກັບເນື້ອໃນບົດ.- ອ່ານອອກສຽງ ໂດຍໃຊ້ສຽງທີ່ເໝາະສົມ.• ເຂົ້າໃຈກ່ຽວກັບເນື້ອໃນຂອງນິທານ- ເດົານິທານ (ເວົ້າເຖິງຫຍັງ) ໂດຍການສັງເກດຈາກຮູບໜ້າປົກປຶ້ມ ແລະ ຊື່ເລື່ອງ.- ຄາດຄະເນເຫດການທີ່ຈະເກີດຂຶ້ນ ໂດຍອາໄສເຫດການທີ່ມີມາກ່ອນ ແລະ ຮູບ.- ຕອບຄໍາຖາມກ່ຽວກັບນິທານ, ເລົ່າເລື່ອງຄືນ.໓
4ການຂຽນ• ຂຽນຕົວໜັງສື (ຫັດຂຽນຫຼາຍໆເທື່ອເພື່ອໃຫ້ສາມາດຈື່ໄດ້), ຫັດຂຽນງາມຕົວບັນຈົງ (ເລີ່ມຕົ້ນດ້ວຍການຂຽນຕົວ ໃຫຍ່ເຕັມແຖວ).• ນໍາໃຊ້ການຟ້ອງສຽງ ເຂົ້າໃນການຂຽນສະກົດຄໍາ.• ແຕ້ມຮູບ ແລ້ວຂຽນສື່ສານດ້ວຍຄໍາ, ວະລີ ຫຼື ປະໂຫຍກງ່າຍໆຂອງຕົນ.• ຂຽນຄໍາຕອບກ່ຽວກັບກິດຈະກໍາການຮຽນ (ຂຽນເປັນຄໍາ, ວະລີ ຫຼື ປະໂຫຍງ່າຍໆ).• ຂຽນປະໂຫຍກງ່າຍໆ ດ້ວຍການໃສ່ເຄື່ອງໝາຍວັກຕອນ ໃນຄໍາອະທິບາຍຮູບທີ່ແຕ້ມຂຶ້ນເອງ. ການຂຽນບົດປະເພດຕ່າງໆ• ຂຽນຂໍ້ຄວາມ ຫຼື ບົດສັ້ນໆຕາມແບບຢ່າງບົດທີ່ໄດ້ອ່ານເຊັ່ນ: ຄໍາແນະນໍາ, ຄໍາສັ່ງ, ການເລົ່າເລືອງ, ເລົ່າປະສົບການ ແລະ ລາຍງານ (ແຕ້ມຮູບ ແລ້ວຂຽນຄໍາອະທິບາຍ 1-3 ປະໂຫຍກ).ຫຼັກສູດພາສາລາວສະບັບນີ້ມີບາງຢ່າງທີ່ແຕກຕ່າງຈາກສະບັບທີ່ຜ່ານມາ. ເພື່ອຕອບສະໜອງໃຫ້ແກ່ຜົນຂອງການ ຄົ້ນຄວ້າກ່ຽວກັບການພັດທະນາທັກສະດ້ານພາສາຂອງເດັກນັ້ນ ທັກສະການຮຽນພາສາແບບໃໝ່ໄດ້ເພີ່ມເຂົ້າໃນຫຼັກ ສູດສະບັບນີ້ ໂດຍສະເພາະແມ່ນການພັດທະນາທັກສະຂອງການອ່ານອອກຂຽນເປັນ. ທັກສະການຮຽນພາສາແບບ ໃໝ່ນີ້ໄດ້ ອະທິບາຍຢູ່ໃນຂໍ້ກ່ຽວກັບການຮຽນການສອນພາສາລາວ.ກ່ຽວກັບວິທີສອນຫຼັກສູດສະບັບປັບປຸງໃໝ່ນີ້ສົ່ງເສີມການຮຽນທີ່ ເນັ້ນການປະຕິບັດຕົວຈິງ (Active Learning). ໃນການພັດທະ ນາສະມັດຖະພາບຂອງນັກຮຽນໃນບົດຮຽນຕ່າງໆນັ້ນ, ນັກຮຽນຕ້ອງໄດ້ເຂົ້າຮ່ວມໃນຂະບວນການຂອງການຮຽນຢ່າງ ຕັ້ງໜ້າ. ນັກຮຽນຈະໄດ້ນໍາໃຊ້ສິ່ງທີ່ເຂົາເຈົ້າຮຽນມາເຂົ້າໃນການປະຕິບັດກິດຈະກໍາຕ່າງໆຂອງການຮຽນ.ຄູຄວນນໍາໃຊ້ການຮຽນທີ່ເນັ້ນການປະຕິບັດຕົວຈິງ ເຊິ່ງມີຂັ້ນຕອນດັ່ງລຸ່ມນີ້. ຂັ້ນນໍາເຂົ້າສູ່ບົດຮຽນຂັ້ນຈັດກິດຈະກໍາການຮຽນຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຂັ້ນສະຫຼຸບການແນະນໍາການສອນແຕ່ລະບົດໃນປຶ້ມຄູ່ມືຄູ ໄດ້ປະຕິບັດຕາມ 4 ຂັ້ນຕອນດັ່ງກ່າວ ກ່ອນຈະເຂົ້າສູ່ຂັ້ນນໍາເຂົ້າສູ່ ບົດຮຽນ, ຕາມປົກກະຕິແລ້ວກໍໃຫ້ມີການທົບທວນຄືນບົດເກົ່າ ເພື່ອໃຫ້ມີການເຊື່ອມໂຍງເຂົ້າສູ່ບົດຮຽນໃໝ່.໔ສ ວ ສສະຫງວນລິຂະສິດ
5ຂັ້ນນໍາເຂົ້າສູ່ບົດຮຽນໃນຂັ້ນນໍາເຂົ້າສູ່ບົດຮຽນ ສ່ວນຫຼາຍຄູຈະເປັນຜູ້ນໍາພາການເຂົ້າສູ່ບົດຮຽນ. ຄູຄວນແນະນໍາໃຫ້ຮູ້ຈັກບົດຮຽນໃໝ່ ຢ່າງຈະແຈ້ງ, ມີຄວາມໝາຍ ແລະ ດຶງດູດຄວາມສົນໃຈເຮັດໃຫ້ນັກຮຽນຢາກຮຽນ. ເພື່ອເຮັດໃຫ້ຂັ້ນນໍາເຂົ້າສູ່ບົດຮຽນມີປະສິດທິພາບ, ຄູຄວນພິຈາລະນາເລືອກເອົາວິທີການດັ່ງລຸ່ມນີ້:- ຄູຕັ້ງຄໍາຖາມເພື່ອໃຫ້ຮູ້ຈັກກ່ຽວກັບຄວາມຮູ້ ແລະ ປະສົບການຂອງນັກຮຽນທີ່ກ່ຽວຂ້ອງກັບເນື້ອໃນຂອງບົດ ຮຽນເຊັ່ນ: ເຈົ້າຮູ້ຫຍັງແດ່ກ່ຽວກັບ …? ມີໃຜເຄີຍ ….? ມີໃຜຮູ້ກ່ຽວກັບ …? ວິທີການນີ້ເປັນການກະຕຸ້ນໃຫ້ນັກຮຽນສົນໃຈກັບບົດຮຽນໃໝ່.- ຄູນໍາໃຊ້ວັດຖຸຕົວຈິງຂອງທ້ອງຖິ່ນ ຫຼື ສະພາບການຕົວຈິງຂອງທ້ອງຖິ່ນ (ຖ້າຈໍາເປັນ, ໃຊ້ຮູບພາບທີ່ສື່ຄວາມ ໝາຍໄດ້) ເພື່ອສະເໜີຄວາມໝາຍ ແລະ ແນວຄວາມຄິດກ່ຽວກັບບົດຮຽນໃໝ່.- ຄູນໍາສະເໜີບົດຮຽນໃໝ່ໃນຮູບແບບທ່ນັກຮຽນຈະສາມາດເຂ້າໃຈເຖິງຄຸນປະໂຫຍດກ່ຽວກັບສ່ງທ່ເຂົາເຈ້າ ີົິີົຈະໄດ້ຮຽນ ເພື່ອນໍາໄປໃຊ້ໃນຊີວິດຕົວຈິງຢູ່ນອກຫ້ອງຮຽນ.- ຄູແນະນໍາຄໍາສັບທ່ພົວພັນກັບສ່ງທ່ຈະຮຽນໃນບົດຮຽນໃໝ່ທ່ຈະໃຊ້ໃນການສົນທະນາກ່ຽວກັບເລ່ອງດ່ງກ່າວ, ີິີີືັສໍາລັບນັກຮຽນຊົນເຜົ່າ ແມ່ນໃຫ້ຄູສະໜັບສະໜູນເຂົາເຈົ້າຝຶກໃຊ້ຄໍາສັບເຫຼົ່ານັ້ນຢ່າງມີຄວາມໝາຍ.- ຄູສາທິດວິທີການນໍາໃຊ້ບົດຮຽນໃໝ່ (ທີ່ເຊື່ອມໂຍງກັບບໍລິບົດຂອງທ້ອງຖິ່ນ).ຂັ້ນຈັດກິດຈະກໍາການຮຽນໃນຂັ້ນຈັດກິດຈະກໍາການຮຽນນີ້ ແມ່ນຄູຈະເປີດໂອກາດໃຫ້ນັກຮຽນໄດ້ຮຽນ ແລະ ນໍາໃຊ້ຄວາມຮູ້ ແລະ ທັກສະທີ່ຄູໄດ້ນໍາສະເໜີຕອນຢູ່ຂັ້ນນໍາເຂົ້າສູ່ບົດຮຽນ ໃນຂັ້ນຕອນນີ້ນັກຮຽນຈະປະຕິບັດໂດຍການຊ່ວຍເຫຼືອຂອງຄູ.ກິດຈະກໍາຕ່າງໆທີ່ຢູ່ໃນຂັ້ນນີ້ແມ່ນຄູຈະເປັນຜູ້ນໍາພາປະຕິບັດ, ເປັນກິດຈະກໍາໝົດຫ້ອງ ໂດຍຄູຄອຍໃຫ້ຄວາມ ຊ່ວຍເຫຼືອ ແລະ ໃຫ້ຄໍາແນະນໍານັກຮຽນຜູ້ທີ່ຍັງປະຕິບັດບໍ່ໄດ້ ຫຼື ບໍ່ເຂົ້າໃຈ. ວິທີການນີ້ເປັນການກະກຽມໃຫ້ນັກຮຽນ ເພື່ອກ້າວສູ່ການຮຽນໃນຂັ້ນຕໍ່ໄປ (ຂັ້ນຝຶກປະຕິບັດ ແລະ ນໍາໃຊ້).ໃນໄລຍະດໍາເນີນຂັ້ນຈັດກິດຈະກໍາການຮຽນນີ້ ຄູຖາມຄໍາຖາມ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈເນື້ອໃນບົດຮຽນ ແລະ ທັກສະໃໝ່. ຄູອາດຈະຕ້ອງໄດ້ຊ່ວຍເຫຼືອນັກຮຽນຊົນເຜົ່າເປັນພິເສດ ເພື່ອໃຫ້ເຂົາເຈົ້ານໍາໃຊ້ພາສາລາວເຂົ້າໃນ ການສື່ສານໄດ້.ຕົວຢ່າງ: ຖ້າຈຸດປະສົງແມ່ນ ຫຼັງຈົບບົດຮຽນ, ນັກຮຽນຈະສາມາດນໍາໃຊ້ຄໍາສັບ: “ມື້ວານນີ້”, “ມື້ນີ້” ແລະ “ມື້ອື່ນ” ຢ່າງຖືກຕ້ອງ ເພື່ອເລົ່າກ່ຽວກັບກິດຈະກໍາໃນອະດີດ ແລະ ອະນາຄົດຂອງຕົນ, ຄູອາດນໍາໃຊ້ກິດຈະກໍາດັ່ງຕໍ່ໄປນີ້:ຄູສະໜອງແບບຢ່າງໃຫ້ແກ່ນັກຮຽນ ດ້ວຍການສົນທະນາກິດຈະກໍາທີ່ນັກຮຽນເຄີຍໄດ້ປະຕິບັດຮ່ວມກັນຢູ່ໂຮງ ຮຽນ ຫຼື ກິດຈະກໍາທີ່ຈະປະຕິບັດໃນຕໍ່ໜ້າ.ຄູບອກຂໍ້ມູນຂອງຕົນເອງເປັນປະໂຫຍກດ້ວຍການນໍາໃຊ້ຄໍາສັບດັ່ງກ່າວ ແລ້ວຕັ້ງຄໍາຖາມຖາມນັກຮຽນເພື່ອເປັນ ການຊ່ວຍນັກຮຽນເວົ້າກ່ຽວກັບຂໍ້ມູນຂອງເຂົາເຈົ້າເອງ. ຕົວຢ່າງ: ມື້ວານນີ້ຂ້ອຍໄປນອນໄວ. ແລ້ວເຈົ້າເດຄໍາ? ເຈົ້າໄປ ນອນໄວບໍ່ ຫຼື ຊ້າ? ເຊົ້າມື້ນີ້ຂ້ອຍກິນເຝີ. ແລ້ວເຈົ້າເດນ້ອຍ? ເຈົ້າກິນຫຍັງເຊົ້າມື້ນີ້? ມື້ອື່ນແມ່ນວັນຫຍງ? ເຈົາຈະມາໂຮງ ັ້ຮຽນບໍ່ມື້ອື່ນ?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຢູ່ໃນຂັ້ນຕອນນີ້ແມ່ນນັກຮຽນຈະປະຕິບັດດ້ວຍຕົນເອງ ໂດຍປກກະຕແມນນກຮຽນເປນເຈາການໃນການປະຕິ ົິ່ັັົ້ບັດກິດຈະກໍາເປັນຄູ່, ກຸ່ມ ຫຼື ບາງຄັ້ງເປັນລາຍບຸກຄົນ (ນັກຮຽນເປນໃຈກາງ ແລະ ຕງໜ້າ).ັັ ້ຄູນໍາໃຊ້ກິດຈະກໍາທີ່ນັກຮຽນສາມາດປະຕິບັດດ້ວຍຕົນເອງຢ່າງເປັນອິດສະລະ. ກິດຈະກໍາການຮຽນໄດ້ອອກແບບ ເພື່ອໃຫ້ນັກຮຽນໄດ້ຝຶກປະຕິບັດດ້ວຍຕົນເອງໃນສິ່ງທີ່ໄດ້ຮຽນຜ່ານການຊ່ວຍເຫຼືອຂອງຄູໃນຂັ້ນຕອນກ່ອນ.ຕົວຢ່າງ: ຄູອາດຈັດກິດຈະກໍາດັ່ງຕໍ່ໄປນີ້ສໍາລັບກິດກະກໍາທີ່ປະຕິບັດເປັນກຸ່ມ ຫຼື ເປັນລາຍບຸກຄົນ.- ນັກຮຽນແຕ້ມ 3 ຮູບ ທີ່ເວົ້າເຖິງ 3 ເຫດການທີ່ເກີດຂຶ້ນມື້ວານນີ້, ມື້ນີ້ ແລະ ທີ່ຈະເກີດຂຶ້ນມື້ອື່ນ- ຄູຍ່າງໄປຫາແຕ່ລະກຸ່ມເພື່ອຕັ້ງຄໍາຖາມທີ່ຈະຊ່ວຍ ນັກຮຽນໃຊ້ຄໍາສັບໃນບົດຮຽນເຂົ້າໃນປະໂຫຍກ.໕
6(ຕົວຢ່າງ: ຮູບນີ້ແມ່ນສໍາລັບມື້ວານນີ້ບ່ໍ? ເລົ່າເລື່ອງກ່ຽວກັບມື້ວານໃຫ້ຄູຟັງ).- ສໍາລັບນັກຮຽນຊົນເຜ່າ: ເຂົາເຈົ້າອາດຈະໃຊ້ພາສາຕົນເອງໃນໄລຍະປະຕິບັດກິດຈະກໍາເປັນກ່ມ. ກ່ອນການ ົຸນໍາສະເໜີ ຄູອາດຈະຊ່ວຍແປຄວາມຄິດເຫັນເປັນພາສາລາວ.ນັກຮຽນເອົາຮູບແຕ້ມໃຫ້ໝູ່ເບິ່ງ ແລະ ເວົ້າກ່ຽວກັບຮູບ ໂດຍໃຊ້ຄໍາສັບ “ມື້ວານ”, “ມື້ນີ້”, “ມື້ອື່ນ”.- ການສະເໜີຄືນ (ຕໍ່ກຸ່ມຕົນເອງ, ກຸ່ມອື່ນ ຫຼື ໝົດຫ້ອງ) ນີ້ເປັນສ່ວນໜຶ່ງໃນການ ສະຫຼຸບບົດ ຮຽນ.- ສໍາລັບນັກຮຽນຊົນເຜົ່າ: ຄູຄວນຕັ້ງຄໍາຖາມ ເພື່ອຊອກຫາຈຸດສໍາຄັນໃນຮູບແຕ້ມຂອງເຂົາເຈົ້າ ແລະ ເພື່ອຊ່ວຍນັກຮຽນໃນການແຕ່ງປະໂຫຍກເປັນພາສາລາວທີ່ສະແດງເຖິງຈຸດສໍາຄັນດັ່ງກ່າວ ໂດຍນໍາໃຊ້ຄໍາສັບ: “ມື້ວານ”, “ມື້ນີ້”, “ມື້ອື່ນ”.- ຄູຕັ້ງຄໍາຖາມໂດຍກົງໃຫ້ແກ່ນັກຮຽນເປັນລາຍບຸກຄົນກ່ຽວກັບຮູບແຕ້ມຂອງເຂົາເຈົ້າ ເພື່ອປະເມີນການນໍາ ໃຊ້ຄໍາສັບ “ມື້ວານ”, “ມື້ນີ້”, “ມື້ອື່ນ” ຂອງນັກຮຽນ.ຂັ້ນສະຫຼຸບໂດຍທົ່ວໄປຢູ່ຂັ້ນຕ່ອນນີ້ ແມ່ນຄູຈະເປັນຜູ້ດໍາເນີນການ, ເປັນກິດຈະກໍາໝົດຫ້ອງ.ຄູໃຫ້ນັກຮຽນທັງໝົດກັບມາລວມຕົວກັນ. ເປົ້າໝາຍຂອງຂັ້ນສະຫຼຸບແມ່ນ ເພື່ອຢໍ້າຄືນຈຸດສໍາຄັນທີ່ນັກຮຽນຄວນ ເຂົ້າໃຈຢູ່ໃນບົດຮຽນ.ປົກກະຕິແລ້ວ ຄູຈະປະເມີນນັກຮຽນຢູ່ “ຂັ້ນຝຶກປະຕິບັດ ແລະ ນໍາໃຊ້” ຂອງບົດຮຽນ, (ເພື່ອປະເມີນວ່າ: “ນັກຮຽນ ສາມາດບັນລຸຕາມຈຸດປະສົງຂອງບົດຮຽນທີ່ວາງໄວ້ ຫຼື ບໍ່?”) ແລະ ນັກຮຽນໄດ້ຮັບການຊ່ວຍເຫຼືອເພີ່ມຕື່ມໃນເວລາທີ່ ຈໍາເປັນ ຫຼື ບໍ່?. ເຖິງຢ່າງໃດກໍຕາມ, ຢູ່ໃນຂັ້ນສະຫຼຸບຄູສາມາດໃຊ້ຄໍາຖາມ ແລະ ວິທີການອື່ນໆ ເພື່ອປະເມີນຜົນການ ຮຽນ. ປົກກະຕິແລ້ວ ຄູຈະໃຊ້ຂັ້ນຕອນນີ້ ເພື່ອປະເມີນນັກຮຽນຜູ້ທີ່ຄູຍັງບໍ່ມີໂອກາດໄດ້ສັງເກດຢ່າງໃກ້ຊິດຕອນນັກຮຽນເຮັດກິດຈະກໍາດ້ວຍຕົ້ນເອງຢູ່ຂັ້ນຝຶກປະຕິບັດ ແລະ ນໍາໃຊ້.ຄູອາດສະຫຼຸບດ້ວຍວິທີຕໍ່ໄປນີ້ເຊັ່ນ:ຄູໃຫ້ແຕ່ລະກຸ່ມທີ່ໄດ້ນໍາສະເໜີຮູບຂອງຕົນເອງ ແລ້ວນໍາເອົາໄປຕິດໄວ້ໃນຫ້ອງຮຽນ.ຄູໃຫ້ຄໍາເຫັນກ່ຽວກັບບາງຮູບດ້ວຍການນໍາໃຊ້ຄໍາສັບ: “ມື້ວານ”, “ມື້ນີ້”, “ມື້ອື່ນ” (ເປັນແບບຢ່າງ) ແລະ ຕັ້ງຄໍາ ຖາມເພີ່ມຕື່ມ ເພື່ອຊຸກຍູ້ໃຫ້ນັກຮຽນໃຊ້ຄໍາສັບເຫຼົ່ານີ້: ມື້ວານນີ້ທ້າວວັນເຕະກະຕໍ້. ມື້ນີ້ນາງຄໍາເຮັດຫຍັງ?ຄູຊົມເຊີຍນັກຮຽນຜູ້ທີ່ໄດ້ພະຍາຍາມໃຊ້ຄໍາສັບ: “ມື້ວານ”, “ມື້ນີ້”, “ມື້ອື່ນ”.ການນໍາໃຊ້ຫຼັກສູດທ້ອງຖິ່ນ“ຫຼັກສູດທ້ອງຖິ່ນ” ເປັນການເປີດໂອກາດໃຫ້ຄູໄດ້ນໍາໃຊ້ຫຼັກສູດແຫ່ງຊາດໃຫ້ມີຄວາມສົມບູນຂຶ້ນ ໂດຍການຄໍາ ນຶງ ແລະ ຕອບສະໜອງບໍລິບົດທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນນັ້ນໆ.ການ ເຊ່ອມ ໂຍງ ບົດ ຮຽນ ໃນ ຫຼັກ ສູດ ແຫ່ງ ຊາດ ກັບ ບ ລ ບົດ ຂອງ ທ້ອງ ຖ່ນ ຂອງ ນັກ ຮຽນ ຈະ ເຮັດ ໃຫ້ ືໍິິຄ ປະ ສົບ ູຜົນສໍາເລັດ ຕາມ ຈຸດ ປະ ສົງ ແລະ ບົດ ຮຽນ ຈະ ເປັນ ໜ້າ ສົນ ໃຈ ຫຼາຍ ຂ້ນ. ຄ ຄວນ ເຊ່ອມ ໂຍງ ເນ້ອ ໃນ ບົດ ຮຽນ ກັບ ສິງ ທ່ນັກ ຶູືື່ີຮຽນ ຮູ ຫ ມ ປະ ສົບ ການ ມາ ແລວ ແລະ ພດ ທະ ນາ ການ ຮຽນ ສ່ງ ໃໝ ຈາກ ປະ ສົບ ການ ເຫາ ນນ. ຄ ຄວນ ປບ ບົດ ຮຽນ ໃຫ ້ຼ ືີ້ັິ່ຼ ົ ່ັ ູ້ັ້ເໝາະ ສົມ ເພ່ອ ສ່ງ ເສີມ ການ ປົກ ປັກ ຮັກ ສາ ມ ລະ ດົກ ທາງ ດ້ານ ວັດ ທະ ນະ ທໍາ ຂອງ ນັກ ຮຽນ (ພູມ ປັນ ຍາ ທ້ອງຖ່ນ, ຮີດ ືົໍິຄອງ ປະ ເພ ນີ ແລະ ວັດ ທະ ນະ ທໍາ) ແລະ ເສີມ ຂະ ຫຍາຍ ຄວາມ ຮູ້ ແລະ ຄ່າ ນ ຍົມ ກ່ຽວ ກັບ ສະ ພາບ ແວດ ລ້ອມ ຂອງ ິທອງ ຖນ ຕນ (ລກ ສະນະຈຸດເດ່ນຂອງທໍາມະຊາດ, ລັກສະນະຈຸດເດ່ນຂອງສັງຄົມ, ເຕັກໂນໂລຊີ, ກະສິກໍາ ແລະ ້ິ ່ົັັັອຸດສາຫະກໍາຂອງທ້ອງຖິ່ນ).ບາງຕົວຢ່າງກ່ຽວກັບການນໍາໃຊ້ຄວາມຮູ້ທ້ອງຖິ່ນສໍາລັບວິຊາ ພາສາລາວ ມີຄືດັ່ງນີ້:ຕົວຢ່າງ: ນັກຮຽນພວມຮຽນສຽງ ແລະ ຕົວອັກສອນໃໝ່. ຄໍາສັບບາງຄໍາທີ່ໃຊ້ເປັນຕົວຢ່າງຂອງການອອກສຽງໃນ ບົດຮຽນ ແມ່ນຄໍາສັບທີ່ບໍ່ຖືກນໍາໃຊ້ໃນທ້ອງຖິ່ນ. ຄູນໍາເອົາວັດຖຸສິ່ງຂອງ ຫຼື ຮູບແຕ້ມກ່ຽວກັບວັດຖຸສິ່ງຂອງໃນທ້ອງຖນທ ິ ່ີ ່ເລີ່ມຕົ້ນ ຫຼື ປະກອບດ້ວຍສຽງທີ່ໄດ້ຮຽນມາ, ແລ້ວໃຊ້ສິ່ງຂອງ ຫຼື ຮູບແຕ້ມດັ່ງກ່າວແທນຮູບໃນບົດຮຽນ ເພື່ອຈໍາແນກ ແລະ ອອກສຽງຕ່າງໆ.໖ສ ວ ສສະຫງວນລິຂະສິດ
7ຄູຕອບສະໜອງຕໍ່ລະດັບຄວາມຕ້ອງການໃນການຮຽນຂອງນັກຮຽນ ໂດຍການປັບປ່ຽນວິທີການສອນ ແລະ ກິດ ຈະກໍາການສອນ ເພື່ອໃຫ້ນັກຮຽນແຕ່ລະຄົນເຂົ້າໃຈເນື້ອໃນບົດຮຽນ ແລະ ເຮັດກິດຈະກໍາທີ່ທ້າທາຍ ແຕ່ສາມາດບັນລຸ ໄດ້ອັນຈະເປັນການກະຕຸ້ນຄວາມສົນໃຈ ແລະ ຄວາມມ່ວນຊື່ນໃນການຮຽນ.ຕົວຢ່າງ: ນັກຮຽນພວມຮຽນການຕັ້ງ ແລະ ຕອບຄໍາຖາມ ເຈົ້າມັກກິນອາຫານຫຍັງ? ນັກຮຽນບາງຄົນບໍ່ຮູ້ຊື່ອາຫານ ຂອງທ້ອງຖິ່ນເປັນພາສາລາວ ແລະ ມີຄວາມຫຍຸ້ງຍາກໃນການອອກສຽງຊື່ດັ່ງກ່າວ; ແຕ່ນັກຮຽນບາງຄົນກໍຮູ້ຊື່ ແລະ ສາມາດອອກສຽງໄດ້. ສໍາລັບນັກຮຽນທີ່ຮູ້ຊື່ອາຫານເປັນພາສາລາວນັ້ນ ຄູຈະໃຫ້ເຮັດກິດຈະກໍາເພີ່ມ ແລະ ຈະໃຫ້ກິດຈະ ກໍາຝຶກຫັດພິເສດສໍາລັບນັກຮຽນທີ່ຕ້ອງການຮຽນຄໍາສັບເປັນພາສາລາວ.ໃນແຕ່ລະບົດຮຽນຈະມີການແນະນໍາບ່ອນທີ່ສາມາດປັບປ່ຽນ ຫຼື ວິທີການປັບປ່ຽນບົດຮຽນໃຫ້ເໝາະສົມກັບຫຼັກ ສູດທ້ອງຖິ່ນ.ການນໍາໃຊ້ ກິດຈະກໍາເສີມຢູ່ໃນຫຼັກສູດແຫ່ງຊາດ ແລະ ປຶ້ມຄູ່ມືຄູແຕ່ລະວິຊາໄດ້ອະທິບາຍມາດຕະຖານຂັ້ນຕໍ່າທີ່ນັກຮຽນທຸກຄົນຕ້ອງໄດ້ຮຽນ. ຄູ ສາ ມາດ ຕອບ ສະ ໜອງ ຄວາມ ຕ້ອງ ການ ຂອງ ຜູ້ ຮຽນ ໄດ້ ໂດຍ ການ ປັບ ກິດ ຈະ ກໍາ ການ ຮຽນ ການ ສອນ ຂອງ ຕົນ ເພື່ອ ໃຫ້ ນັກ ຮຽນ ແຕ່ ລະ ຄົນ ສາ ມາດ ເຂົ້າ ໃຈ ເນື້ອ ໃນ ບົດ ຮຽນ ໄດ້ ແລະ ຮູ້ ໄດ ເຖິງ ຄວາມ ທ້າ ທາຍ ແຕ່ ເປັນ ສິ່ງ ທີ່ ເຮັດ ໄດ້ ໂດຍ ການ ້ໃຊ້ ກິດ ຈະ ກໍາ ທີ່ ໜ້າ ສົນ ໃຈ ແລະ ມີ ຄວາມ ມ່ວນ ຊື່ນ.ກິດ ຈະ ກໍາ ເສີມ ສາ ມາດ ເຮັດ ໄດ້ ໃນ ຫຼາກ ຫຼາຍ ຮູບ ແບບ ດັ່ງ ນີ້:1. ກິດຈະກໍາເສີມສາມາດສ້າງຂຶ້ນ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃນການຮຽນຂອງນັກຮຽນ.ຢູ່ໃນບົດຮຽນແຕ່ລະບົດ ຈະມີວົງຂອບໄດ້ແນະນໍາການວັດ ແລະ ປະເມີນຜົນ ແລະ ຢູ່ໃນບາງວົງຂອບຈະມີຄໍາ ແນະນໍາໃຫ້ຄູວ່າຢູ່ໃນຂັ້ນຕອນໃດທີ່ຄູຄວນຕິດຕາມເບິ່ງວ່ານັກຮຽນເຂົ້າໃຈບົດຮຽນນັ້ນບໍ່ ແລະ ຈະເຮັດວິທີໃດ ຖ້າມີ ນັກຮຽນບາງຄົນ ຫຼື ທັງໝົດຍັງຕ້ອງການຄວາມຊ່ວຍເຫຼືອຕື່ມ.2. ກິດຈະກໍາເສີມສາມາດສ້າງຂຶ້ນ ເພື່ອເຮັດໃຫ້ບົດຮຽນ ຫຼື ກິດຈະກໍາຕ່າງໆມີຄວາມທ້າທາຍສູງຂຶ້ນສໍາລັບນັກຮຽນຜູ້ທີ່ເຮັດກິດຈະກໍາແລ້ວກ່ອນໝູ່.ຕົວຢ່າງ: ນັກຮຽນພວມຮຽນເລົ່າເລື່ອງອາຫານທີ່ເຂົາເຈົ້າມັກ. ນັກຮຽນບາງຄົນບໍ່ຮູ້ເອີ້ນຊື່ຂອງອາຫານທ້ອງຖິ່ນທີ່ຕົນມັກ ແລະ ອອກສຽງກໍຍາກ. ຄູໄດ້ຈັດນັກຮຽນເຫຼົ່ານີ້ເຂົ້າໃນກຸ່ມດຽວກັນ. ນັກຮຽນບາງຄົນກໍຮູ້ຊື່ອາຫານເປັນພາສາ ລາວ ແລະ ອອກສຽງໄດ້ດີ. ຄູໄດ້ຈັດນັກຮຽນເຫຼົ່ານີ້ເຂົ້າເປັນກຸ່ມດຽວກັນ.ໃນແຕ່ລະກຸ່ມນ້ອຍ ນັກຮຽນກໍຝຶກຕັ້ງຄໍາຖາມ ແລະ ຕອບເຈົ້າມັກກິນຫຍັງ? ຄູຈະຕິດຕາມຢ່າງໃກ້ຊິດກຸ່ມນັກຮຽນ ທີ່ຕ້ອງການຝຶກເວົ້າຊື່ ແລະ ຝຶກອອກສຽງຊື່ອາຫານເປັນພາສາລາວ, ພ້ອມທັງເຮັດກິດຈະກໍາຝຶກຫັດພິເສດ ເພື່ອຊ່ວຍ ເຫຼືອເຂົາເຈົ້າ.ສໍາລັບນັກຮຽນທີ່ຮູ້ຊື່ເປັນພາສາລາວ, ພາຍຫຼັງທີ່ເຂົາເຈົ້າໄດ້ບອກກ່ຽວກັບອາຫານທີ່ຕົນມັກ, ຄູຈະສອນໃຫ້ເຂົາ ເຈົ້າຖາມ ແລະ ຕອບກັນຄື: ເຈົ້າມັກ .....ບໍ່? ຕົວຢ່າງ: ໝາກເຜັດ, ກະແລັມ, ໝາກຖົ່ວລຽນ ຍ້ອນຫຍັງ? ຍ້ອນວ່າ ໝາກ ເຜັດມັນເຜັດດາດປາກຂ້ອຍ ແລະ ຍ້ອນວ່າກະແລັມຫວານ ກິນແລ້ວມີລົດຊາດແຊບຊ້ອຍ ແລະ ອື່ນໆ.ໃນບົດຮຽນແຕ່ລະບົດຈະມີການແນະນໍາ, ຊຶ່ງໝາຍເປັນ “ກິດຈະກໍາເສີມ”. ຄູສາມາດໝູນໃຊ້ ຫຼື ໃຊ້ແນວຄວາມ ຄິດຂອງຕົນເອງປະດິດສ້າງຕື່ມອີກ.ການສອນນັກຮຽນຊົນເຜົ່າຢູ່ໃນແຕ່ລະບົດຮຽນສ່ວນຫຼາຍ ຈະມີຄໍາແນະນໍາກ່ຽວກັບການປັບກິດຈະກໍາຕ່າງໆໃຫ້ມີຄວາມເໝາະສົມກບນກ ັັຮຽນຜູ້ທີ່ເວົ້າພາສາລາວບໍ່ໄດ້ດີ. ຄູຈະເຫັນຂໍ້ຄວາມທີ່ຂຽນວ່າ: “ສໍາລັບນັກຮຽນຊົນເຜົ່າ”.ບົດຮຽນໃນວິຊາພາສາລາວ ແມ່ນມີຄວາມສໍາຄັນສໍາລັບນັກຮຽນຜູ້ຮຽນເວົ້າພາສາລາວ. ນັກຮຽນມີຄວາມຈໍາເປັນ ຕ້ອງຮຽນພື້ນຖານການສົນທະນາໃນພາສາລາວ. ຕົວຢ່າງ: ນັກຮຽນຕ້ອງໄດ້ຮຽນປະໂຫຍກ, ຄໍາຖາມ ແລະ ຄໍາຕອບ ກ່ຽວກັບການໄປ, ການມາ, ການມີ, ຄວາມຕ້ອງການ, ຄວາມມັກ, ການກິນ ແລະ ອື່ນໆ ເຊັ່ນດຽວກັນກັບການບໍ່ໄປ, ການບໍ່ມາ, ການບໍ່ມີ ແລະ ອື່ນໆ. ບົດຮຽນໃນພາສາລາວໄດ້ແນະນໍາຄໍາສັບທີ່ກ່ຽວພັນກັບຫົວຂໍ້ຕ່າງໆທີ່ກ່າວມາ ແລະ ໗
8ນັກຮຽນຈະໄດ້ຝຶກການນໍາໃຊ້ຄໍາສັບເຫຼົ່ານັ້ນການອອກສຽງ, ສ້າງປະໂຫຍກ ແລະ ວິທີການນໍາໃຊ້ສິ່ງເຫຼົ່ານີ້ເຂົ້າໃນການ ສື່ສານ.ເຖິງຢ່າງໃດກໍຕາມ ນັກຮຽນຍັງຈໍາເປັນຕ້ອງຝຶກຫຼາຍກວ່າສິ່ງທີ່ມີໃນບົດຮຽນ. ຄູຄວນສ້າງໂອກາດໃຫ້ນັກຮຽນໄດ້ ຝຶກໃນໄລຍະປະຕິບັດກິດຈະກໍາການຮຽນວິຊາອື່ນໆຕື່ມອີກ.ກ່ຽວກັບການຮຽນການສອນວິຊາພາສາລາວກ. ການສອນຕາມປຶ້ມແບບຮຽນ: ບົດທີ 1-29ໝາຍເຫດ: ອາທິດທີ 1 ໃນຕາຕະລາງຮຽນຂອງ ຂັ້ນ ປ. 1 ແມ່ນອາທິດແນະນໍາເບື້ອງຕົ້ນ. ສໍາລັບບົດຮຽນແມ່ນ ເລີ່ມຕົ້ນໃນອາທິດທີ 2.ຈຸດປະສົງຂອງພາສາ ແມ່ນເພື່ອສື່ສານ. ໃນວິຊາພາສາລາວ, ນັກຮຽນຄວນຮຽນຄວາມຮູ້ ແລະ ທັກສະສໍາລັບການ ສື່ສານຢ່າງມີປະສິດທິພາບນັ້ນຄືການສື່ສານດ້ວຍການຟັງ ແລະ ການເວົ້າ, ການອ່ານ ແລະ ການຂຽນ.ການຟັງ ແລະ ການເວົ້າໃນຫຼັກສູດສະບັບປັບປຸງ ນີ້ແມ່ນໄດ້ເນັ້ນໜັກທັກສະການເວົ້າໃຫ້ຫຼາຍຂຶ້ນຍ້ອນເຫດຜົນຈໍານວນໜຶ່ງ. ເວລາທີ່ເດັກ ນ້ອຍມາໂຮງຮຽນ ໂດຍປົກກະຕິແລ້ວເຂົາເຈົ້າຈະມີຄວາມສາມາດສື່ສານຢູ່ແລ້ວ ຢູ່ໃນຄອບຄົວ ແລະ ຊຸມຊົນຂອງ ເຂົາເຈົ້າ. ແຕ່ວ່າເວລາທີ່ເຂົາເຈົ້າອາຍຸຫຼາຍຂຶ້ນ ເຂົາເຈົ້າກໍຈະຮ່ວມກິດຈະກໍາທີ່ສະຫຼັບສັບຊ້ອນກວ່າເກົ່າອັນເຮັດໃຫ້ລະດັບຄວາມສາມາດໃນການສື່ສານຂອງເຂົາເຈົ້າຕ້ອງໄດ້ສືບຕໍ່ພັດທະນາຂຶ້ນໄປເລື້ອຍໆ. ໃນເມື່ອກ່ອນ, ຄອບຄົວ ແລະ ຊຸມຊົນຈະເປັນຜູ້ສະໜັບສະໜູນການພັດທະນາເຫຼົ່ານີ້, ແຕ່ວ່າມາຮອດປັດຈຸບັນຊຸມຊົນມີຄວາມຮຽກຮ້ອງຕ້ອງການໃຫ້ ເດັກນ້ອຍມີການສຶກສາທີ່ສູງກວ່າລະດັບຄວາມຮູ້ທີ່ຖືວ່າ ພຽງພໍແລ້ວໃນເມື່ອກ່ອນ ເພື່ອວ່າໃນອະນາຄົດເຂົາເຈົ້າຈະ ເປັນບຸກຄົນທີ່ມີການສຶກສາ ແລ້ວສາມາດນໍາພາການພັດທະນາໃນຊຸມຊົນຂອງເຂົາເຈົ້າໄດ້.ນອກຈາກນັ້ນ, ການຮຽນໃນໂຮງຮຽນຮຽກຮ້ອງທັກສະການສື່ສານທີ່ແຕກຕ່າງຫຼາຍຈາກທັກສະການສື່ສານໃນຊີ ວິດປະຈໍາວັນໃນຄອບຄົວ ຫຼື ຊຸມຊົນ. ເພື່ອໃຫ້ເປັນຜູ້ຮຽນທີ່ມີປະສິດທິພາບ, ເດັກນ້ອຍຕ້ອງສືບຕໍ່ຮຽນຄໍາສັບໃໝ່ໃຫ້ຫຼາຍ ຂຶ້ນເລື້ອຍໆ ແລະ ສາມາດນໍາໃຊ້ເພື່ອໃຫ້ບັນລຸຈຸດປະສົງການຮຽນໃຫ້ໄດ້ປະສິດທິຜົນສູງສຸດ. ຜ່ານການຮຽນຄໍາສັບ ໃໝ່ໆນີ້, ເຂົາເຈົ້າບໍ່ພຽງແຕ່ພັດທະນາທັກສະດ້ານພາສາເທົ່ານັ້ນ, ແຕ່ຍັງພັດທະນາທັກສະການຄິດ (ການນໍາໃຊ້, ການ ວິເຄາະ, ການປະເມີນຄ່າ, ການປະດິດສ້າງ) ທີ່ມີຄວາມສໍາຄັນສໍາລັບການສຶກສາຕໍ່ຂັ້ນສູງຂຶ້ນໄປ.ການສຶກສາກ່ຽວກັບການພັດທະນາການຮູ້ໜັງສືຂອງເດັກນ້ອຍໄດ້ຄົ້ນພົບວ່າ ທັກສະດ້ານການປາກເວົ້າທີ່ເຂັ້ມ ແຂງເປັນພື້ນຖານສໍາຄັນ ເພື່ອການພັດທະນາທັກສະການອ່ານ ແລະ ການຂຽນໃຫ້ເຂັ້ມແຂງ. ເດັກນ້ອຍຈະບໍ່ສາມາດ ພັດທະນາທັກສະການອ່ານໄດ້ ຖ້າວ່າເຂົາເຈົ້າບໍ່ເຂົ້າໃຈຄວາມໝາຍຂອງເນື້ອໃນທີ່ຕົນອ່ານຢູ່ (ເຂົາເຈົ້າສາມາດຮຽນ ຕົວໜັງສື ແລະ ຈື່ຄໍາສັບ, ແຕ່ຈະບໍ່ສາມາດອ່ານໃຫ້ເຂົ້າໃຈຄວາມໝາຍຢ່າງເລິກເຊິ່ງໄດ້). ເດັກນ້ອຍຈະບໍ່ສາມາດພດ ັທະນາທັກສະການຂຽນໄດ້ ຖ້າວ່າເຂົາເຈົ້າບໍ່ຮູ້ວິທີການສະແດງອອກຄວາມຄິດຂອງຕົນເປັນຄໍາສັບຄໍາເວົ້າໄດ້. (ເຂົາເຈົ້າ ສາມາດຫັດກ່າຍ ແລະ ຫັດຂຽນງາມ, ແຕ່ຈະບໍ່ສາມາດຮຽງຄວາມຕາມຈຸດປະສົງຂອງການສື່ສານໄດ້).ດ້ວຍເຫດຜົນຂ້າງເທິງນັ້ນ, ການພັດທະນາທັກສະພາສາເວົ້າ ຈຶ່ງມີຄວາມສໍາຄັນສໍາລັບນັກຮຽນຮູ້ທຸກຄົນ ໂດຍ ສະເພາະແມ່ນນັກຮຽນຊົນເຜ່ົາທີ່ບໍ່ໄດ້ເວົ້າພາສາລາວຢູ່ໃນຄອບຄົວ. ກິດຈະກໍາຮຽນເວົ້າພາສາຈະເປັນໂອກາດໃຫ້ເຂົາ ເຈົ້າຮຽນພາສາລາວ ແລະ ໃຫ້ເກັ່ງໃນພາສາທີສອງ, ຜູ້ຮຽນຕ້ອງໄດ້ມີໂອກາດຮຽນຄໍາສັບ ແລະ ໄວຍາກອນໃໝ່ໆໃນ ທາງທີ່ມີຄວາມໝາຍ. ເຂົາເຈົ້າຕ້ອງການເວລາໃນການຝຶກໃຊ້ຄໍາສັບໃໝ່ເຂົ້າໃນການສື່ສານໃຫ້ຫຼາຍ.ໝາຍເຫດ: ສໍາລັບນັກຮຽນທີ່ບໍ່ເວົ້າພາສາລາວ, ຄູຕ້ອງໃຊ້ເວລາໃນກິດຈະກໍາຝຶກການເວົ້າພາສາໃຫ້ຫຼາຍກວ່າ ເວລາທີ່ໄດ້ຈັດໄວ້ໃນຫຼັກສູດພາສາລາວ. ເວລາດັ່ງກ່າວແມ່ນຕ້ອງໃຊ້ ເພື່ອໃຫ້ແບບຢ່າງໃນການເວົ້າການອອກສຽງ, ການຝຶກການອອກສຽງ ແລະ ການຝຶກໃນການນໍາໃຊ້ຄໍາສັບ. ໃນສະຖານະການນີ້, ຄູຈະຕ້ອງປັບການຮຽນການສອນ ເພື່ອໃຫ້ຕອບສະໜອງຄວາມຕ້ອງການໃນການຮຽນພາສາເວົ້າເພີ່ມເຕີມຂອງນັກຮຽນ.ໃນປຶ້ມແບບຮຽນແຕ່ລະບົດ ແມ່ນຈະມີກິດຈະກໍາສະເພາະເຈາະຈົງ ການພັດທະນາທັກສະພາສາເວົ້າ. ໃນກິດຈະ ກໍາການເວົ້າ, ຄູຈະອ່ານຕົວຢ່າງ: ອະທິບາຍ, ບັນລະບາຍ, ເລົ່າປະສົບການ, ບອກຂັ້ນຕອນ, ຂໍ້ຄວາມ ແລະ ສະໜອງ ໘ສ ວ ສສະຫງວນລິຂະສິດ
9ຂໍ້ມູນ. ຫຼັງຈາກນັ້ນ, ນັກຮຽນຈະມີກິດຈະກໍາ ຊຶ່ງເຂົາເຈົ້າຈະຕ້ອງໄດ້ແຕ່ງປະເພດປະໂຫຍກທີ່ຄ້າຍຄືຕົວຢ່າງ ດ້ວຍຕົນ ເອງ.ການອ່ານ ແລະ ການຂຽນໃນຫຼັກສູດສະບັບປັບປຸງນີ້້ ແມ່ນໄດ້ເນັ້ນໜັກ ໃຫ້ນັກຮຽນນໍາໃຊ້ທັກສະການອ່ານ ແລະ ການຂຽນຢ່າງຕັ້ງ ໜ້າ, ຢ່າງມີຄວາມໝາຍ ແລະ ມີຈຸດປະສົງ.ການ ສຶກ ສາ ກ່ຽວ ກັບ ການ ພັດ ທະ ນາ ການ ຮູ້ ໜັງ ສື ຂອງ ເດັກ ນ້ອຍ ໄດ້ ຄົ້ນ ພົບ ວ່າ ເດັກ ນ້ອຍ ຕ້ອງ ພັດ ທະ ນາ ທັກ ສະ ກ່ຽວ ກັບ ສຽງ, ຕົວ ອັກ ສອນ, ຄໍາ ສັບ, ການ ອ່ານ ແລະ ການ ຂຽນ ດ້ວຍ ຄວາມ ຄ່ອງ ແຄ້ວ ແລະ ຄວາມ ເຂົ້າ ໃຈໃນ ເມື່ອ ກ່ອນ, ນັກ ຮຽນ ກ ໄດ້ ຮຽນ ອົງ ປະ ກອບ ເຫຼົ່າ ນີ້, ແຕ່ ບໍ່ ມີ ເວ ລາ ທີ່ ພຽງ ພໍ ໃຫ້ ເຂົາ ເຈົ້າ ນໍາ ໃຊ້ ສິ່ງ ທີ່ ໄດ້ ຮຽນ ມາ. ແນວ ໃດ ກໍ ຕາມ, ໍເພື່ອ ພັດ ທະ ນາ ທັກ ສະ ການ ຮູ້ ໜັງ ສື ຢ່າງ ມີ ປະ ສິດ ທິ ພາບ, ນັກ ຮຽນ ຕ້ອງ ການ ບົດ ຮຽນ ທີ່ ຈະ ສະ ໜັບ ສະ ໜູນ ເຂົາເຈົ້າ ໃນ ການ ນໍາ ໃຊ້ ຄວາມ ຮູ້ ທີ່ ໄດ້ ຮຽນ ມາ ເພື່ອ ໃຫ້ ເຂົາ ເຈົ້າ ຮຽນ ໄດ້ ດີ.ສຽງ: ໃນເມື່ອກ່ອນ, ນັກຮຽນຈະໄດ້ຮຽນສຽງສະຫຼະ ແຕ່ຈະໄດ້ຮຽນສຽງພະຍັນຊະນະໃນພະຍາງເທົ່ານັ້ນ. ແຕ່ວ່າ ເພື່ອໃຫ້ສາມາດອ່ານ ແລະ ຂຽນໄດ້ດີ, ນັກຮຽນຕ້ອງຮູ້ສຽງຂອງສະຫຼະແຕ່ລະຕົວ. ອັນນີ້ເປັນວິທີການສອນພາສາລາວ ແບບໃໝ່ທີ່ຄູຕ້ອງຮູ້ເພື່ອນໍາໄປສອນ.ການຮຽນສຽງ ແມ່ນເລີ່ມຈາກການຮຽນຈໍາແນກສຽງທີ່ໄດ້ຍິນ. ຕົວຢ່າງ ເພື່ອຈໍາແນກຄໍາສັບທີ່ອອກສຽງດຽວກັນ (ຕົ້ນ, ກາງ ຫຼື ທ້າຍ) ແລະ ເພື່ອອອກສຽງທີ່ຄືກັນ. ເຊັ່ນດຽວກັນ ນັກຮຽນຕ້ອງຝຶກປະສົມ ແລະ ແຍກສຽງ. ການ ປະສົມແມ່ນການໄດ້ຍິນແຕ່ລະສຽງ ແລະ ປະສົມສຽງເຫຼົ່ານີ້ເຂົ້າກັນ ເພື່ອບົ່ງບອກຄໍາສັບທີ່ປະກອບດ້ວຍສຽງເຫຼົ່ານັ້ນ: ຕົວຢ່າງ: ສຽງ ຊ ແລະ xາ ແລະ ງ ແລະ x້ ປະສົມເຂົ້າກັນຈະອອກເປັນຄໍາວ່າ ຊ້າງ. ການຈໍາແນກ ແມ່ນການໄດ້ຍິນຄໍາ ສັບ ແລະ ບົ່ງບອກວ່າມັນປະກອບດ້ວຍສຽງອັນໃດ ຕົວຢ່າງ : ຄໍາວ່າ ແມວ ແມ່ນປະກອບດ້ວຍສຽງ ມ ແລະ ແx ແລະ xວ ປະສົມເຂົ້າກັນ.ໝາຍເຫດ: ເວລານັກຮຽນ ອ່ານ ແລະ ຂຽນ ເຂົາເຈົ້າຈະ ປະສົມ ແລະ ຈໍາແນກ ຕົວໜັງສືທີ່ເຂົາເຈົ້າຮູ້ ເພື່ອອ່ານ ແລະ ຂຽນຄໍາສັບທີ່ເຂົາເຈົ້າບໍ່ຄຸ້ນເຄີຍ.ນັກຮຽນຄວນພັດທະນາທັກສະການອອກສຽງຄໍາສັບໃນລະດັບໃດໜຶ່ງເສຍກ່ອນ, ກ່ອນທີ່ຈະເລີ່ມຮຽນຕົວໜັງສື ຕ່າງໆ. ໃນອາທິດແນະນຳເບື້ອງຕົ້ນຈະມີກິດຈະກໍາຈໍານວນໜຶ່ງທີ່ກ່ຽວຂ້ອງກັບປະເດັນນີ້ ໃນໄລຍະ 1 ອາທິດທໍາອິດຂອງ ພາກຮຽນທີ 1.ເວລານັກຮຽນເລີ່ມຮຽນຕົວໜັງສື, ເຂົາເຈົ້າຈະເຊື່ອມໂຍງສຽງໃສ່ກັບຕົວໜັງສືທີ່ໄດ້ຮຽນ. ຄູຄວນສອນໃຫ້ນັກຮຽນ ເຂົ້າໃຈວ່າ ຕົວໜັງສືແຕ່ລະຕົວຈະອອກສຽງແນວໃດ.ຕໍ່ໄປນີ້ແມ່ນວິທີການ ອອກສຽງ ສະຫຼະເວລາສອນ ອອກສຽງເປັນສຽງທໍາອິດໃນຄໍາສັບ: ອ ເປັນພະຍັນຊະນະງຽບ. ມີແຕ່ສະຫຼະມາປະສົມນໍາເທົ່ານັ້ນຈະອອກສຽງ. ແຕ່ວ່າ, ຄູສາມາດສາທິດວ່າ: ພວກເຮົາຈະອ້າປາກທຸກຄັ້ງທີ່ຈະອອກ ສຽງພະຍາງທີ່ຈະເລີ່ມຕົ້ນດ້ວຍຕົວ ອ.ງ, ຫງ, ນ, ໜ, ມ, ໝ, ຊ, ສ ແມ່ນອອກສຽງດ້ວຍການວາງປາກໃນທ່າທີ່ຖືກຕ້ອງ ແລະ ອອກສຽງເຫຼົ່ານີ້ໃນ ຕົ້ນຂອງຄໍາສັບ (ພະຍາງ). ຈະບໍ່ມີລົມອອກຈາກປາກເວລາອອກສຽງເຫຼົ່ານີ້. ແຕ່ວ່າລົມຈະຖືກດັນໃຫ້ອອກດັງ.ຊ, ສ, ຝ, ຟ, ວ, ຫວ ແມ່ນອອກສຽງດ້ວຍການວາງແຂ້ວໃນທ່າທີ່ຖືກຕ້ອງ ແລະ ການດັດລົມຜ່ານແຂ້ວ ເພື່ອ ອອກສຽງເຫຼົ່ານີ້ໃນເບື້ອງຕົ້ນຂອງຄໍາສັບ.ພະຍັນຊະນະອື່ນໆ ກໍຈະອອກສຽງແບບນີ້ຄືກັນ ແຕ່ອັນທີ່ຈໍາເປັນ ແມ່ນຕ້ອງດັນລົມອອກທາງປາກໃນການອອກ ສຽງ. ໝາຍວ່າ ຄູຕ້ອງປະສົມສະຫຼະສຽງສັ້ນ ເxິ ເຂົ້າກັບສຽງພະຍັນຊະນະ. ອັນນີ້ລວມທັງພະຍັນຊະນະເຄົ້າ, ພະຍັນຊະ ນະປະສົມ ແລະ ພະຍັນຊະນະຄວບ.ຕໍ່ໄປນີ້ ຈະແມ່ນວິທີອອກສຽງ ພະຍັນຊະນະ ເວລາ ສອນສຽງພະຍັນຊະນະທ້າຍໃນຄໍາສັບ: ງ, ນ, ມ, ຈະອອກສຽງຄ້າຍ ຄືກັນກັບພະຍັນຊະນະຕົ້ນພະຍາງ. ແຕ່ວ່າ ເພື່ອໃຫ້ນັກຮຽນໄດ້ຍິນສຽງຊັດເຈນ ຄູຄວນອອກສຽງສັ້ນ ຫຼື ສຽງເບົາທີ່ຄ້າຍຄື ສຽງສັ້ນ ເອິ ກ່ອນສຽງພະຍັນຊະນະ ເພື່ອໃຫ້ນັກຮຽນໄດ້ຍິນສຽງຕອນທ້າຍຂອງຄໍາສັບ.ກ, ດ, ບ ແມ່ນອອກສຽງດ້ວຍການດັນລົມອອກຈາກປາກ ແລ້ວຢຸດດ້ວຍການອອກສຽງເຫຼົ່ານີ້. ອີກຄັ້ງໜຶ່ງຄູຄວນ ໙
10ບວກສຽງສັ້ນ ຫຼື ສຽງເບົາທີ່ຄ້າຍຄືສຽງສັ້ນ ເອິ ກັບ ລົມ ເພື່ອໃຫ້ນັກຮຽນໄດ້ຍິນສຽງພະຍັນຊະນະຕອນທ້າຍຂອງຄໍາສັບ.ຍ, ວ ແມ່ນເພີ່ມສຽງສະຫຼະໃສ່ຕອນທ້າຍຂອງຄໍາສັບ. ໃນການສາທິດສຽງເຫຼົ່ານີ້ໃຫ້ເປັນສຽງທ້າຍຂອງຄໍາສັບ ແມ່ນໃຫ້ອອກສຽງສັ້ນ ຫຼື ສຽງເບົາທີ່ຄ້າຍຄືສຽງສັ້ນ ເອິ ແລະ ບວກສຽງທີ່ຄ້າຍຄືສະຫຼະ xີ ແລະ xໍ.ຕົວອັກສອນ: ນັກຮຽນຈະຮຽນຕົວອັກສອນ ຕາມລໍາດັບທີ່ຊ່ວຍໃຫ້ເຂົາເຈົ້າຮຽນ ແລະ ຂຽນຄໍາສັບທົ່ວໄປໃຫ້ໄວເທົ່າ ທີ່ໄວໄດ້. ເຂົາເຈົ້າຍັງຈະຮຽນ x ແລະ x ໃນໄລຍະຕົ້ນ ເພື່ອເພີ່ມຈໍານວນຄໍາສັບທີ່ສາມາດສ້າງໄດ້ ດ້ວຍຕົວອັກສອນທີ່ເຂົາ ເຈົ້າໄດ້ຮຽນ. ໃນຂັ້ນ ປ.1, ນັກຮຽນຈະຮຽນພະຍັນຊະນະເຄົ້າທັງໝົດ, ພະຍັນຊະນະປະສົມ ແລະ ພະຍັນຊະນະຄວບທີ່ ໃຊ້ເລື້ອຍໆ (ກວ, ຂວ, ຄວ) ແລະ ສະຫຼະໃນແມ່ອະອາທັງໝົດ.ໃນເມື່ອກ່ອນ, ນັກຮຽນໄດ້ຮຽນສະຫຼະທີ່ມີຕົວສະກົດໃນຫ້ອງ ປ.1. ແຕ່ເນື່ອງຈາກວ່າ ນັກຮຽນຕ້ອງການເວລາໃນ ການຝຶກປະຕິບັດ ແລະ ນຳໃຊ້ໃຫ້ຫຼາຍຂຶ້ນ, ການຮຽນສະຫຼະທີ່ມີຕົວສະກົດສ່ວນຫຼາຍແມ່ນຈະຍ້າຍມາສອນໃນຫ້ອງ ປ. 2. ໃນຫ້ອງ ປ.1. ນັກຮຽນຈະເລີ່ມຮຽນບາງຕົວສະກົດເທົ່ານັ້ນ. ແນວໃດກໍຕາມ, ຜ່ານການນໍາໃຊ້ຄໍາສັບໃນບົດຮຽນ, ເຂົາເຈົ້າຈະສາມາດອ່ານຄໍາສັບທົ່ວໄປທີ່ມີຕົວສະກົດ. ຈະມີຄໍາອະທິບາຍເພີ່ມຕື່ມກ່ຽວກັບບັນຫານີ້ໃນພາກກ່ຽວກັບຄໍາສັບ.ເພື່ອຊ່ວຍນັກຮຽນຄຸ້ນເຄີຍກັບຕົວອັກສອນແຕ່ລະຕົວທີ່ເຂົາເຈົ້າໄດ້ຮຽນນັ້ນ ຈະມີກິດຈະກໍາຝຶກປະຕິບັດ ແລະ ນໍາ ໃຊ້ ແລະ ເກມຕ່າງໆໃນແຕ່ລະບົດຮຽນ.ຄໍາສັບ: ນັກອ່ານທີ່ດີຈະນໍາໃຊ້ຫຼາຍທັກສະໃນການອ່ານຢ່າງມີປະສິດທິພາບ ຊຶ່ງປະຕິບັດທັງເວລາອ່ານຄໍາສັບ ແລະ ເນື້ອໃນບົດ. ການນໍາໃຊ້ຄວາມຮູ້ກ່ຽວກັບສຽງຂອງຕົວອັກສອນ ເພື່ອອອກສຽງອັກສອນແຕ່ລະຕົວໃນຄໍາສັບ (ຫຼື ຕົວອັກສອນ ແລະ ພະຍາງ) ແລ້ວປະສົມມັນເພື່ອອ່ານຄໍາສັບ ເປັນວິທີການທີ່ໄດ້ຜົນດີສໍາລັບການອ່ານຄໍາສັບໃໝ່ທີ່ບໍ່ຄຸ້ນເຄີຍ. ສະນັ້ນ, ຈຶ່ງເປັນທັກສະທີ່ສໍາຄັນທີ່ຄວນນໍາເອົາມາສອນ. ແນວໃດກໍຕາມ, ມັນເປັນວິທີການທີ່ຊ້າ ແລະ ຜູ້ອ່ານ ທີ່ດີຈະປະສົມປະສານວິທີການນີ້ກັບວິທີການອື່ນທີ່ໄວກວ່າ ເພື່ອໃຫ້ອ່ານໄດ້ໄວ ແລະ ຖືກຕ້ອງ. ຄູຄວນສອນວິທີການ ອື່ນໆເຫຼົ່ານີ້ເຊັ່ນກັນ. ການນໍາໃຊ້ “ຄໍາຄຸ້ນເຄີຍ”ແມ່ນວິທີການອ່ານແບບໜຶ່ງອີກ. ຄໍາຄຸ້ນເຄີຍເປັນຄໍາສັບທີ່ຜູ້ ອ່ານເຫັນເລື້ອຍຈົນຄຸ້ນເຄີຍ ເມື່ອເວລາອ່ານຈະອ່ານຮູບລັກສະນະຂອງຄໍາສັບແທນການອ່ານອັກສອນແຕ່ລະຕົວ (ຄູຄົງຈະອ່ານຊື່ຄູເອງດ້ວຍວິທີການນີ້). ຜູ້ອ່ານທີ່ດີຈະອ່ານຄໍາສັບທົ່ວໆໄປດ້ວຍວິທີການນີ້ຍ້ອນວ່າ ມັນເຮັດໃຫ້ເຂົາເຈົ້າ ອ່ານໄດ້ໄວຫຼາຍຂຶ້ນ. ໃນຫ້ອງ ປ.1, ນັກຮຽນຈະໄດ້ຮຽນຄໍາຄຸ້ນເຄີຍຈໍານວນໜຶ່ງເລີ່ມແຕ່ບົດທີ 5 ເປັນຕົ້ນໄປ. ຄໍາສັບເຫຼົ່ານີ້ ແມ່ນຄໍາສັບທົ່ວໄປ ແລະ ນໍາໃຊ້ໃນບົດຝຶກຫັດກ່ຽວກັບຄໍາສັບກ່ອນທີ່ນັກຮຽນຈະໄດ້ຮຽນຕົວອັກສອນເຫຼົ່າ ນີ້ມາກ່ອນອີກ (ຄໍາສັບເຫຼົ່ານີ້ຈະຖືກໝາຍເປັນສີຂຽວໃນປຶ້ມຄູ່ມືການສອນ ເພື່ອຊີ້ແຈງໃຫ້ຄູຮູ້ວ່າເຂົາເຈົ້າອາດຈະຕ້ອງ ຊ່ວຍນັກຮຽນອ່ານຄໍາສັບເຫຼົ່ານີ້). ເຖິງແມ່ນວ່ານັກຮຽນຈະຮູ້ຕົວອັກສອນແຕ່ລະຕົວໃນຄໍາສັບ, ເຂົາເຈົ້າຄວນສືບຕໍ່ເຮັດບົດຝຶກຫັດກິດຈະກໍາທີ່ຈະຊ່ວຍເຂົາເຈົ້າອ່ານຄໍາສັບທົ່ວໄປໄດ້ຢ່າງວ່ອງໄວ.ການ “ຄາດເດົາ” ເປັນວິທີການອ່ານໜຶ່ງທີ່ເຊື່ອມໂຍງຢ່າງໃກ້ຊິດກັບວິທີການອ່ານ “ຄໍາຄຸ້ນເຄີຍ”. ນັກຄົ້ນຄວ້າ ໄດ້ສະແດງໃຫ້ຮູ້ວ່າ ຜູ້ອ່ານທີ່ດີຈະອ່ານຢ່າງໄວວາ ແລະ ຖືກຕ້ອງ ດ້ວຍການເດົາວ່າຄໍາສັບແມ່ນຫຍັງພາຍຫຼັງອ່ານ ແຕ່ສ່ວນໜຶ່ງຂອງຄໍາສັບ. ດ້ວຍການກວາດຕາເບິ່ງຄໍາສັບ, ຕົວອັກສອນບາງຕົວຈະໂດດເດັ່ນອອກມາ. ຕົວຢ່າງ ຖ້າວ່າ ພວກເຮົາເຫັນຕົວອັກສອນ: ໂຮ....ຽ.. (ຕົວອັກສອນໃນລໍາດັບ ແລະ ການຈັດວາງໃນຄໍາສັບ), ພວກເຮົາຈະຄາດເດົາ ວ່າຄໍາສັບຈະແມ່ນ: ໂຮງຮຽນ. ຜູ້ອ່ານທີ່ໃຊ້ວິທີການອ່ານນີ້ ຈະອ່ານຕໍ່ຄໍາສັບຖັດໄປໂດຍບໍ່ອ່ານຊ້າລົງ ເພື່ອກວາດເບິ່ງ ຕົວອັກສອນແຕ່ລະຕົວ. ຖ້າເຂົາເຈົ້າອ່ານບົດຂຽນ, ເຂົາເຈົ້າຈະກັບມາເບິ່ງ ແລະ ກວດຄືນຕົວອັກສອນທັງໝົດເມື່ອຕົນ ອ່ານປະໂຫຍກແລ້ວບໍ່ເຂົ້າໃຈເທົ່ານັ້ນ. ສະນັ້ນ, ດ້ວຍວິທີການອ່ານນີ້, ເຂົາເຈົ້າຈະອ່ານຄໍາສັບສ່ວນໃຫຍ່ຢ່າງວ່ອງໄວ ກວ່າການອ່ານຕົວອັກສອນແຕ່ລະຕົວ.ນັກຂຽນທີ່ດີກໍຈະນໍາໃຊ້ຄວາມຮູ້ໃນການອອກສຽງ ແລະ ຕົວອັກສອນ ແລະ ຄໍາຄຸ້ນເຄີຍ ໃນການສະກົດຄໍາສັບທີ່ເຂົາເຈົ້າຕ້ອງການຂຽນ. ໃນຫ້ອງ ປ.1 ເວລານັກຮຽນຂຽນປະໂຫຍກດ້ວຍຕົນເອງ, ເຂົາເຈົ້າຈະບໍ່ສະກົດຄໍາສັບຢ່າງຖືກຕ້ອງສະເໝີໄປ ເວລາເຂົາເຈົ້າມີຄວາມຮູ້ກ່ຽວກັບການອອກສຽງ ແລະ ຄໍາຄຸ້ນເຄີຍໃນການສະກົດຄໍາສັບ, ແຕ່ຖ້າວ່າ ການສະກົດຄໍາສັບຂອງເຂົາເຈົ້າ ໂດຍລວມນັ້ນຖືກແດ່ກໍຈະສະແດງໃຫ້ເຫັນວ່າ ເຂົາເຈົ້າເຂົ້າໃຈການພົວພັນຂອງສຽງ ແລະ ຕົວອັກສອນທີ່ໄດ້ສອນໃນບົດຮຽນ. ມັນສະແດງໃຫ້ຮູ້ວ່າເຂົາເຈົ້າພວມຈະກາຍເປັນນັກຂຽນ.໑໐ສ ວ ສສະຫງວນລິຂະສິດ
11ໃນຫຼັກສູດພາສາລາວສະບັບປັບປຸງນີ້, ນັກຮຽນຂັ້ນ ປ.1 ຈະໄດ້ຮຽນຫຼາຍຄໍາສັບ ກວ່າໃນ ປຶ້ມຮຽນຜ່ານໆມາ. ຈະມີເວລາຫຼາຍຂຶ້ນສໍາລັບການຫຼິ້ນເກມຄໍາສັບ ໂດຍໃຊ້ບັດຄໍາ. ອັນນີ້ກໍແມ່ນເພື່ອສ້າງຄວາມຄຸ້ນເຄີຍກັບຄໍາສັບທົ່ວ ໄປໃຫ້ແກ່ນັກຮຽນ. ເພື່ອໃຫ້ນັກອ່ານເຂົ້າໃຈຄວາມໝາຍຂອງເນື້ອໃນທີ່ຕົນອ່ານ, ເຂົາເຈົ້າຕ້ອງສາມາດອ່ານຢ່າງວ່ອງໄວ ແລະ ໃຫ້ມີຄວາມຜິດພາດໜ້ອຍທີ່ສຸດ. ເພື່ອໃຫ້ເຮັດໄດ້ດັ່ງນີ້, ເຂົາເຈົ້າຕ້ອງອ່ານໃຫ້ໄດ້ຫຼາຍຄໍາສັບດ້ວຍການຈື່ ແລະ ການເດົາ. ພາຍຫຼັງຈົບຫ້ອງ ປ.1. ນັກຮຽນຄວນຈ່ື ຄໍາທົ່ວໄປຢ່າງໜ້ອຍ 50 ຄໍາ ໂດຍບໍ່ຕ້ອງອ່ານຕົວອັກສອນແຕ່ລະຕົວ.ການອ່ານ ແລະ ການຂຽນຄ່ອງແຄ້ວ ແລະ ເຂົ້າໃຈ: ເພື່ອໃຫ້ນັກຮຽນອ່ານ ແລະ ຂຽນໄດ້ດີ, ເຂົາເຈົ້າຕ້ອງໄດ້ເຮັດ ກິດຈະກໍາຫຼາຍຢ່າງເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ສິ່ງທີ່ໄດ້ຮຽນມາ. ຍ້ອນແນວນັ້ນນັກຮຽນໃນຂັ້ນ ປ.1 ຈຶ່ງຮຽນພະຍັນຊະນະ ແລະ ສະຫຼະໃໝ່ໆ ໃນຕົ້ນອາທິດເທົ່ານັ້ນ. ສ່ວນທີ່ເຫຼືອໃນອາທິດ ແມ່ນນັກຮຽນຕ້ອງໄດ້ນໍາໃຊ້ສິ່ງ ທີ່ເຂົາເຈົ້າໄດ້ຮຽນມາ ຈາກບົດຮຽນຂອງອາທິດ ແລະ ບົດຜ່ານມາ.ການອ່ານຄ່ອງແຄ້ວ: ແມ່ນເມື່ອນັກຮຽນໃຊ້ທັກສະໃນການອ່ານຄໍາສັບທີ່ແປກໃໝ່ຢ່າງຖືກຕ້ອງ ແລະ ໃນຈັງຫວະ ຄວາມໄວທີ່ເໝາະສົມ ແລະ ອ່ານໃຫ້ຖືກຕາມຫຼັກເຄື່ອງໝາຍວັກຕອນ ແລະ ປະເພດບົດ.ໃນເມື່ອກ່ອນ, ຄູຈະອ່ານບົດກ່ອນ ແລະ ນັກຮຽນຈະອ່ານຕາມຄູ. ຄູເລົ່າເປັນຕົວຢ່າງ ແລະ ສອນໃຫ້ນັກຮຽນ ເລົ່າຕາມ ຊຶ່ງເປັນວິທີການຈົດຈໍາ. ນັກຮຽນຫຼາຍຄົນໄດ້ຮຽນເລົ່າໝົດບົດຢ່າງຄ່ອງແຄ້ວ, ຈາກການຈື່ຈໍາ ໂດຍບໍ່ໄດ້ນໍາ ໃຊ້ທັກສະການອ່ານ. ອັນນີ້ແມ່ນຄວາມຄ່ອງແຄ້ວໃນການເລົ່າປາກເປົ່າແບບນົກແກ້ວແຕ່ບໍ່ແມ່ນຄວາມຄ່ອງແຄ້ວດ້ານ ການອ່ານ.ໃນການສອນຕາມຫຼັກສູດສະບັບປັບປຸງໃໝ່ນີ້ ບໍ່ຮຽກຮ້ອງໃຫ້ຄູອ່ານແບບນີ້. ນັກຮຽນຈະຖືກສອນໃຫ້ມີຄວາມຮູ້ ແລະ ທັກສະ ທີ່ຈໍາເປັນເພື່ອອ່ານບົດດ້ວຍຕົວເຂົາເຈົ້າເອງ. ສະນັ້ນ, ຄູບໍ່ຄວນອ່ານກ່ອນ. ການເລົ່າບົດບໍ່ແມ່ນທັກສະ ການອ່ານທີ່ເປັນປະໂຫຍດ. ນັກຮຽນຄວນຖືກສອນໃຫ້ອ່ານບົດ ໃນລະດັບສຽງທີ່ເໝາະສົມກັບຄວາມໝາຍຂອງບົດ.ໃນແຕ່ລະບົດຮຽນ, ຂັ້ນຕອນການອ່ານບົດມີດັ່ງຕໍ່ໄປນີ້:- ນັກຮຽນຈະຮຽນຄໍາສັບຕ່າງໆກ່ອນທ່ຈະອ່ານບົດໃໝ່ ເພ່ອໃຫ້ເຂົາເຈ້າຮູ້ຄໍາສັບຕ່າງໆກ່ອນທ່ຈະເຫນ ຫ ອານ ີືົີັຼ ື່ເນື້ອໃນບົດ, ແລ້ວສາມາດອ່ານບົດດ້ວຍຕົວເອງ. ນັກຮຽນຈະພະຍາຍາມອ່ານບົດດ້ວຍຕົນເອງກ່ອນ ແລ້ວຄູ ຈະອ່ານເປັນແບບຢ່າງ ແລະ ສອນການອອກສຽງ ແລະ ຄວາມໝາຍ ຖ້າເຫັນວ່າຈໍາເປັນ.- ຫຼັງຈາກນັ້ນ ແມ່ນໃຫ້ນັກຮຽນມີເວລາຫັດອ່ານບົດດ້ວຍຕົວເອງ ໂດຍບໍ່ມີຄູ. ເຂົາເຈົ້າຈະອ່ານເປັນລາຍບຸກຄົນ (ອ່ານສຽງຄ່ອຍໆ ຫຼື ອ່ານໃນໃຈ) ຫຼື ອ່ານເປັນກຸ່ມ ໂດຍປ່ຽນຜຽນກັນອ່ານສູ່ກັນຟັງ. ໃນການອ່ານ ແມ່ນເຂົາ ເຈົ້າຈະນໍາໃຊ້ທັກສະການອອກສຽງ, ຄໍາຄຸ້ນເຄີຍ ແລະ ທັກສະເດົາ.- ຄູອ່ານອອກສຽງເປັນແບບຢ່າງ, ໃນທາງທີ່ເໝາະສົມ ກັບເນື້ອໃນບົດ (ບໍ່ແມ່ນການເລົ່າ).- ນັກຮຽນໝົດທຸກຄົນໃນຫ້ອງອ່ານບົດດັງໆ. ຄູສາມາດຈັດເປັນກ່ມໃຫ້ແຕ່ລະກ່ມປ່ຽນຜຽນກັນອ່ານເປັນປະໂຫຍກ ຸຸຫຼື ວັກ.- ມື້ຕໍ່ໄປແມ່ນໃຫ້ນັກຮຽນອ່ານອອກສຽງບົດທີ່ໄດ້ຮຽນມາ ເພື່ອເປັນການທວນຄືນ. ຫຼັງຈາກນັ້ນ, ແມ່ນໃຫ້ນກ ັຮຽນອ່ານຄໍາສັບ, ປະໂຫຍກ ຫື ບົດຈາກກິດຈະກໍາການອ່ານ.ຼ- ໃນທ້າຍອາທິດຄູສາມາດຈັດກິດຈະກໍາການອ່ານ ໂດຍນໍາໃຊ້ບົດອ່ານໃນບົດຮຽນ ຫຼື ຈັດກິດຈະກໍາການອ່ານ ເພື່ອປະເມີນຜົນຄວາມຄ່ອງແຄ້ວດ້ານການອ່ານ.ການອ່ານເຂົ້າໃຈ: ແມ່ນເວລານັກຮຽນອ່ານແລ້ວ ສາມາດຄິດ ແລະ ເຂົ້າໃຈຄວາມໝາຍຂອງບົດທີ່ຕົນອ່ານ. ການອ່ານເຂົ້າໃຈ ເກີດຂຶ້ນເມື່ອຜູ້ອ່ານສາມາດອ່ານຢ່າງວ່ອງໄວ ແລະ ຖືກຕ້ອງ, ດ້ວຍຄວາມໝັ້ນໃຈ. ຖ້າຜູ້ອ່ານ ມີຄວາມຫຍຸ້ງຍາກໃນການອ່ານແຕ່ລະຄໍາສັບ, ອ່ານຜິດຫຼາຍ ຫຼື ອ່ານຊ້າຫຼາຍ ຜູ້ອ່ານກໍຈະປະຕິດປະຕໍ່ຄວາມໝາຍຂອງ ເນື້ອໃນທີ່ຕົນອ່ານໄດ້ຍາກຂຶ້ນ. ຖ້າຜູ້ອ່ານອ່ານຄໍາສັບ ຫຼື ໄວຍາກອນທີ່ບໍ່ເຄີຍເຫັນນັ້ນ ກໍຈະຍາກໃນການເຊື່ອມໂຍງ ຄວາມໝາຍເຊັ່ນດຽວກັນ.ຍ້ອນເຫດຜົນທີ່ກ່າວມານັ້ນ ຈຶ່ງມີຄວາມສໍາຄັນຍິ່ງທີ່ຕ້ອງໃຫ້ນັກຮຽນອ່ານບົດດ້ວຍຕົນເອງເສຍກ່ອນ (ບໍ່ໃຫ້ຄູອ່ານ ກ່ອນ) ເພື່ອໃຫ້ນັກຮຽນສາມາດສ້າງທັກສະດ້ານການອ່ານດ້ວຍຄວາມເຂົ້າໃຈ. ພ້ອມດຽວກັນນີ້ກໍສໍາຄັນທີ່ຕ້ອງໃຫ້ນັກ ຮຽນ ຂນ ປ. 1 ຮຽນຄໍາສັບໃໝ່ທີ່ຢູ່ໃນບົດກ່ອນທີ່ຈະເລີ່ມອ່ານບົດ. ການຄຸ້ນເຄີຍກັບຄໍາສັບ ແລະ ຄວາມໝາຍຂອງມັນຈະ ັ້໑໑
12ຊ່ວຍໃຫ້ນັກຮຽນມີຄວາມໝັ້ນໃຈ, ຊ່ວຍໃຫ້ອ່ານໄວ ແລະ ຢ່າງຖືກຕ້ອງ.ບົດອ່ານ ຂນ ປ. 1 ມີຫົວຂໍ້ທີ່ນັກຮຽນຄຸ້ນເຄີຍ ແລະ ຄຳສັບພາສາປາກເວົ້າທີ່ເຄີຍໃຊ້ ເພື່ອໃຫ້ນັກຮຽນເຂົ້າໃຈຄວາມ ັ້ໝາຍໄດ້ງ່າຍຂຶ້ນ. ຊ່ວຍສ້າງຄວາມໝັ້ນໃຈໃນຕົນເອງ ແລະ ທັກສະຂອງເຂົາເຈົ້າອີກດ້ວຍ (ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາ ສາລາວຢູ່ຄອບຄົວອາດຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ ເພື່ອໃຫ້ເຂົາເຈົ້າເຂົ້າໃຈໃນສິ່ງທີ່ອ່ານ).ການຂຽນຄ່ອງແຄ້ວ: ແມ່ນເວລານັກຮຽນໃຊ້ທັກສະຂອງຕົນ ຂຽນຢ່າງຖືກຕ້ອງກັບຄວາມໝາຍທີ່ ຕົນຢາກສະ ແດງອອກດ້ວຍການສະກົດຄໍາ ແລະ ໃຊ້ເຄື່ອງໝາຍວັກຕອນຢ່າງຖືກຕ້ອງ ແລະ ໃນຄວາມໄວທີ່ເໝາະສົມ. (ອາດເປັນ ການຕອບຄໍາຖາມ, ການຂຽນທວາຍ, ການແຕ່ງເລື່ອງ, ສະແດງຄວາມຄິດ ຫຼື ທັດສະນະຂອງຕົນເອງ).ໃນເມື່ອກ່ອນການຂຽນຢູ່ ຂນ ປ. 1 ປະກອບດ້ວຍຫັດກ່າຍ; ການຝຶກຂຽນຕົວອັກສອນ ແລະ ການຂຽນຕາມເສັ້ນ ັ້ໃນເຈ້ຍ. ການຝຶກລາຍມືມີຄວາມສໍາຄັນ, ແຕ່ນັກຮຽນຕ້ອງການຝຶກການຂຽນແບບອື່ນໆດ້ວຍ ນັກຮຽນຕ້ອງການໂອກາດ ຝຶກຂຽນຕາມຈຸດປະສົງ, ເພື່ອບັນທຶກ ແລະ ຂຽນສະແດງອອກດ້ວຍຫຼາຍວິທີທີ່ແຕກຕ່າງກັນໄປ.ໃນແຕ່ລະບົດຮຽນ, ນັກຮຽນມີປະສົບການການຂຽນທີ່ຫຼາກຫຼາຍຄື:- ການກ່າຍພະຍັນຊະນະ ແລະ ສະຫຼະໃໝ່ ແລະ ຂຽນຄໍາສັບທີ່ປະກອບດ້ວຍພະຍັນຊະນະ ແລະ ສະຫຼະເຫຼົ່ານັ້ນ (ຫັດຂຽນ, ການບັນທຶກ).- ການຂຽນຄໍາຕອບ ເພື່ອຕອບຄໍາຖາມ (ການບັນທຶກ). ໃນການຂຽນຄໍາຕອບ, ນັກຮຽນອາດຈະຕ້ອງຂຽນສະກົດຄໍາໃຫ້ຖືກ. ສະນ້ນ, ນັກຮຽນສາມາດຊອກຫາຄໍາສັບໃນປ້ມແບບຮຽນດ້ວຍຕົນເອງ ແລວຂຽນອອກມາ.ັຶ້- ກ ານຂຽນຄໍາຕອບໃນກິດຈະກໍາການອ່ານ (ການບັນທຶກ) ຫຼື ການຂຽນປະໂຫຍກໃຫ້ເຂົ້າກັບຮູບພາບ (ການ ຂຽນສະແດງຄວາມຄິດ). ນັກຮຽນອາດຈະຢາກຂຽນບາງຄໍາສັບທ່ຕົນຊອກຫາບ່ເຫັນໃນປ້ມແບບຮຽນຕ່ມ. ໃນ ີໍຶືກໍລະນີນີ້ເຂົາເຈົ້າຄວນໃຊ້ຄວາມຮູ້ກ່ຽວກັບຕົວອັກສອນ ເພື່ອເດົາການສະກົດຄໍາທີ່ຖືກຕ້ອງ. ຄູຄວນຊຸກຍູ້ໃຫ້ ນັກຮຽນລອງຂຽນ ແລະ ບໍ່ໃຫ້ຢ້ານກົວວ່າຕົນຈະຂຽນຜິດ. ຄູສາມາດກວດ ແລະ ແປງໃຫ້ຖືກຫຼັງຈາກທີ່ນັກຮຽນ ຂຽນແລ້ວ.- ການຂຽນທວາຍ, ຢ່າງຕ່ໍາໜຶ່ງຄັ້ງຕໍ່ອາທິດ.- ໃນການຫຼິ້ນເກມ ແລະ ກິດຈະກໍາຕ່າງໆນັກຮຽນກໍໃຊ້ການຂຽນ.ການຫັດຂຽນສໍາລັບນັກຮຽນ ຂນ ປ. 1 ຈະກ່ຽວຂ້ອງກັບຫັດອ່ານ. ໃນການອ່ານນັກຮຽນຈະຄຸ້ນເຄີຍກັບຄໍາສັບ ັ້ແລະ ໄວຍາກອນທີ່ຕົນຈະໃຊ້ໃນການຂຽນ. ອັນນີ້ຈະຊ່ວຍສ້າງຄວາມໝັ້ນໃຈ ແລະ ທັກສະການຂຽນໃຫ້ແກ່ນັກຮຽນ (ນັກຮຽນ ຊົນເຜົ່າທີ່ບໍ່ເວົ້າພາສາລາວຢູ່ຄອບຄົວ ອາດຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມໃນການແຕ່ງໂຄງສ້າງຂອງ ປະໂຫຍກທີ່ ເຂົາເຈົ້າຕ້ອງການຂຽນ).ຂ. ການສອນໂດຍໃຊ້ປຶ້ມນິທານ (ພາກຮຽນ 1 ແລະ 2)ໃນພາກຮຽນທີ່ໜຶ່ງ, ໃນແຕ່ລະອະທິດຈະມີສອງຊົ່ວໂມງສໍາລັບໃຊ້ປຶ້ມນິທານ. ໃນພາກຮຽນທີ ຈະມີພຽງໜຶ່ງຊົ່ວ II ໂມງຕໍ່ອາທິດ (ໜຶ່ງຊົ່ວໂມງຕໍ່ອາທິດຈະຖືກປ່ຽນແທນດ້ວຍການຝຶກອ່ານປຶ້ມອ່ານເສີມ). ໄດ້ມີການສະໜອງຊຸດປຶ້ມນິ ທານຈໍານວນ 18 ເຫຼັ້ມ ເພື່ອໃຫ້ໃຊ້ໃນເວລານີ້. ໃນໄລຍະແນະນໍາເບື້ອງຕົ້ນ, ນັກຮຽນຈະໄດ້ເຫັນປຶ້ມໝົດທຸກຫົວ (ເບິ່ງ ໃນຊົ່ວໂມງເຂົ້າຫໍສະໝຸດ). ໃນລະຫວ່າງບົດຮຽນທີ 1-16, ນັກຮຽນຈະໄດ້ໃຊ້ປຶ້ມໜຶ່ງຫົວຕໍ່ອາທິດ ຊຶ່ງເຂົາເຈົ້າຈະໃຊ້ແຕກ ຕ່າງກັນໄປໃນແຕ່ລະອາທິດ. ໃນພາກຮຽນທີ 2 ລະຫວ່າງບົດຮຽນທີ 17-29 ນັກຮຽນຈະໄດ້ໃຊ້ປຶ້ມນິທານ 1 ຫົວໃນ ທຸກໆ 2 ອາທິດ.ການສອນໂດຍໃຊ້ປຶ້ມນິທານມີຫຼາຍຈຸດປະສົງຄື:- ແນະນໍານັກຮຽນໃຫ້ມັກຮັກໃນການອ່ານປຶ້ມ: ອ່ານເພື່ອເພີ່ມຄວາມຮູ້ ແລະ ເພື່ອຄວາມບັນເທີງ.- ເ ພ່ອໃຫ້ເຫັນຄຸນປະໂຫຍດ ແລະ ຄວາມດຶງດູດຂອງປ້ມນິທານ ເພ່ອເປັນການກະຕ້ນໃຫ້ນັກຮຽນຢາກອ່ານ ືຶືຸແລະ ຂຽນ.- ເພື່ອໃຫ້ນັກຮຽນຄຸ້ນເຄີຍກັບຫຼັກການອ່ານປຶ້ມ (ອ່ານໜ້າຫາຫຼັງ, ຊ້າຍຫາຂວາ, ເທິງຫາລຸ່ມ, ການນໍາໃຊ້ໜ້າປົກ ແລະ ຊື່ເລື່ອງ, ຮູບພາບ, ການນໍາໃຊ້ໜ້າປຶ້ມ ເພື່ອແຍກນິທານເປັນຕອນຕ່າງໆ ແລະ ອື່ນໆ).- ເພື່ອພັດທະນາທັກສະການເດົາເວລາອ່ານ: ອີງຕາມຕົວອັກສອນທີ່ຮູ້, ຄໍາສັບທີ່ຮູ້, ຮູບພາບ, ການຈັດໜ້າປຶ້ມ, ໑໒ສ ວ ສສະຫງວນລິຂະສິດ
13ຄວາມຮູ້ກ່ຽວກັບໂຄງສ້າງບົດເລື່ອງ.- ເພື່ອຝຶກທັກສະທີ່ໄດ້ຮຽນໃນປຶ້ມແບບຮຽນ (ເວົ້າ, ຟັງ, ອ່ານ, ຂຽນ) ແລະ ເອົາມານໍາໃຊ້ໃນສະຖານະການໃໝ່.- ເພື່ອໃຫ້ຮູ້ຄໍາສັບໃໝ່ ແລະ ເອົາມານໍາໃຊ້ຕາມຈຸດປະສົງຂອງຕົນເອງ.- ເພື່ອໃຫ້ຮູ້ຈັກແນວຄວາມຄິດ ແລະ ຄວາມຮູ້ໃໝ່ກ່ຽວກັບໂລກ ແລະ ເອົາມານໍາໃຊ້ໃນການພັດທະນາຄວາມຮູ້ທົ່ວໄປ ແລະ ທັກສະການຄິດຂອງຕົນເອງ.ຄ. ການສອນໂດຍໃຊ້ປຶ້ມອ່ານເສີມ (ພາກຮຽນ 2 ເທົ່ານັ້ນ)ປຶ້ມອ່ານເສີມຈະສະໜອງໃຫ້ທຸກໆຫ້ອງໃນຂນ ປ.1 ເພື່ອໃຫ້ນໍາໃຊ້ ໜຶ່ງຊົ່ວໂມງຕໍ່ອາທິດໃນພາກຮຽນທີ 2. ປຶ້ມດັ່ງ ັ້ກ່າວໄດ້ປະກອບຄູ່ມືຄູສະເພາະ ເພື່ອແນະນໍາວິທີການນໍາໃຊ້ປຶ້ມອ່ານເສີມ ແລະ ວິທີການປະເມີນຜົນການອ່ານໃຫ້ແກ່ຄູ.ຈຸດປະສົງຂອງການສ້າງປຶ້ມອ່ານເສີມແມ່ນ ເພື່ອສະໜອງປຶ້ມອ່ານທີ່ເໝາະສົມກັບລະດັບຂອງນັກຮຽນ ຂັ້ນ ປ.1 ເພອ ໃຫ້ເຂົາເຈົ້າສາມາດຝຶກທັກສະການອ່ານຂອງຕົນໄດ້.ື່ປຶ້ມອ່ານເສີມຂອງ ຂນ ປ.1 ມີທັງໝົດ 12 ເຫຼັ້ມ ຊຶ່ງຈັດເປັນ 3 ລະດັບ: ແຕ່ລະດັບມີ 4 ເຫຼັ້ມ. ວິທີການນໍາໃຊ້ປຶ້ມ ັ້3 ລະ ດັບໄດ້ຈັດແບ່ງດັ່ງລຸ່ມນີ້:- ລະດັບທີ 1 ໃຊ້ໃນໄລຍະບົດທີ 18 19 20 ແລະ 21.- ລະດັບທີ 2 ໃຊ້ໃນໄລຍະບົດທີ 22 23 24 ແລະ 25.- ລະດັບທີ 3 ໃຊ້ໃນໄລຍະບົດທີ 26 27 28 ແລະ 29.ຄູ່ມືຄູສໍາລັບປຶ້ມອ່ານເສີມໄດ້ສະໜອງຄໍາແນະນໍາສໍາລັບ:- ວິທີການຈັດຕັ້ງຫ້ອງ- ການນໍາໃຊ້ກິດຈະກໍາການອ່ານ- ວິທີການປະເມີນເກນການປະເມີນແບບຣູບຣິກທີ່ໃຊ້ໃນແຕ່ລະບົດຮຽນແມ່ນໄດ້ແນະນໍາໄວ້ຢູ່ໃນປຶ້ມຄູ່ມືຄູເຫຼັ້ມນີ້.ເຕັກນິກການສອນທີ່ສໍາຄັນສໍາລັບ ຂັ້ນ ປ. 1ສໍາລັບກິດຈະກໍາທັງໝົດຄູຕ້ອງໄດ້ເອົາໃຈໃສ່ບອກນັກຮຽນ: ບໍ່ໃຫ້ຂຽນໃສ່ປື້ມແບບຮຽນ1. ຟັງ ແລະ ເວົ້າຊື່ຮູ້ບພາບທີ່ຂຶ້ນຕົ້ນດ້ວຍສຽງ (1)ບົດທີ1: ກິດຈະກໍາ 1 ແລະ 6/ ບົດທີ 2: ກິດຈະກໍາ 1 ແລະ 13/ ບົດທີ 3-4, 6-9, 11-15, 17-20, 22-23: ກິດ ຈະກໍາ 1 ແລະ 10ຈຸດປະສົງ: ເພື່ອແນະນໍາວິທີການຮຽນແບບໃໝ່ໃນການອອກສຽງຄູສະແດງຊຸດຮູບພາບ ແລະ ຍົກຮູບພາບແຕ່ລະແຜ່ນໃຫ້ນັກຮຽນເບິ່ງແລ້ວຖາມວ່າ: ນີ້ແມ່ນຮູບຫຍັງ? ນັກຮຽນຍົກ ມຂນແລວຕອບ. ຄເລອກນກຮຽນຜໜຶງໃຫຕອບຄາຖາມ. ຄູທວນຄືນຄໍາເວົ້າ. ແລ້ວນັກຮຽນ ທັງໝົດເວົ້າທວນຄືນ. (ຄູດັດືຶ ູ້້ືັູ ້່້ໍແປງວິທີການອອກສຽງຂອງແຕ່ລະຄົນໃຫ້ຖືກຕ້ອງ, ຖ້າຈໍາເປັນ).ຄູບອກນັກຮຽນເບິ່ງປາກຂອງຄູ. ຄູເວົ້າຄືນອີກຊ້າໆ ຊື່ ຮູບແຕ່ລະຮູບ 2 ຫຼື 3 ຄັ້ງ. ແລ້ວຄູບອກໃຫ້ນັກຮຽນອອກສຽງ. ຄູຖາມນັກຮຽນ ກ່ຽວກັບການອອກສຽງ. ນັກຮຽນຕອບຄໍາຖາມດ້ວຍການບອກການ ອອກສຽງ. (ສໍາລັບນັກຮຽນຊົນເຜົ່າ: ຄູຕ້ອງຮັບປະກັນວ່ານັກຮຽນຮຽນວິທີການອອກສຽງໄດ້ຢ່າງຖືກຕ້ອງ)ຄໍາຖາມ: ເຮົາຈະອອກສຽງຂຶ້ນຕົ້ນແຕ່ລະຄໍາແນວໃດ? ຫຼື ອອກ ສຽງລົງທ້າຍໃນແຕ່ລະຄໍາແນວໃດ?ຄູໃຫ້ນັກຮຽນບອກຄໍາອື່ນທີ່ເຂົາເຈົ້າຮູ້ ຊຶ່ງອອກສຽງຂຶ້ນຕົ້ນ/ລົງທ້າຍດ້ວຍສຽງຄືກັນ. ນັກຮຽນອອກ ຄວາມຄິດເຫັນ ແລະ ຄູກວດຄືນວ່າຖືກຕ້ອງບໍ່ ຖ້າຈໍາເປັນ.ການວັດ ແລະ ປະເມີນຜົນຄູ ສັງ ເກດ ນັກ ຮຽນ ສາ ມາດ ຈໍາ ແນ ກ ສຽງ ທີ່ ຂຶ້ນ ຕົ້ນ ແລະ ລົງ ທ້າຍ ໃນ ຄໍາ ສັບ ໄດ້ ບໍ່? ຖ້າ ບ ໄດ້ ຄູ ຄວນ ອອກ ສຽງ ໍ່ຄໍາ ສັບ ນັ້ນ ຊ້າໆ ດ້ວຍ ການ ເນັ້ນ ໃສ່ ສຽງ ທ ຄ ຕອງ ການໃຫ້ນັກຮຽນໄດ້ຍິນ ີ ູ່້ແລະ ຈໍາແນກ.໑໓
14(ສໍາລັບນັກຮຽນຊົນເຜົ່າ: ມີຄວາມຈໍາເປັນຄູຕ້ອງໄດ້ສະແດງຮູບພາບຕົວຢ່າງບາງອັນໃຫ້ເບິ່ງ ເພື່ອໃຫ້ເຂົາເຈົ້າເລືອກ ເອົາ ຫຼື ໃຫ້ຕົວຢ່າງອື່ນໆ)ຄູທົບທວນຄືນຂັ້ນຕອນໃນການຮຽນອອກສຽງ.ໝາຍເຫດ: ໃນເວລາເລີ່ມພາກຮຽນທີ 1 ນັກຮຽນຈະພົບຄວາມຫຍຸ້ງຍາກຫຼາຍໃນການກໍານົດການອອກສຽງ, ແຕ່ ຄູກໍຕ້ອງໄດ້ເຮັດກິດຈະກໍານີ້ ເພື່ອຊ່ວຍສ້າງທັກສະໃຫ້ເຂົາເຈົ້າທີ່ເນັ້ນໃສ່ໃນການອອກສຽງ. ຄູຕ້ອງຊອກວິທີທາງ ເພື່ອ ຊ່ວຍນັກຮຽນເພື່ອຟັງສຽງທີ່ຄືກັນໃນແຕ່ລະຄໍາສັບ.ໃນພາກຮຽນທີ 2 ໄດ້ມີຄໍາສັບຂຽນລົງກ້ອງຮູບພາບໃນປຶ້ມແບບຮຽນ ເພື່ອເຮັດໃຫ້ນັກຮຽນມີຄວາມຄຸ້ນເຄີຍກ່ຽວກັບຄໍາສັບ. ເຖິງຢ່າງໃດກໍຕາມ, ກິດຈະກໍານີ້ຄວນສືບຕໍ່ເນັ້ນໃສ່ການເວົ້າຊື່ຂອງຮູບພາບ ແລະ ການຟັງສຽງ. ບໍ່ແມ່ນກິດ ຈະກໍາການອ່ານ.2. ເວົ້າຊື່ ແລະ ຂີດຕາມຮອຍບົດທີ 1: ກິດຈະກໍາ 2 ແລະ 7/ ບົດທີ 2: ກິດຈະກໍາ 2 ແລະ 14/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາ 2 ແລະ 11/ ບົດທີ 19-20: ກິດຈະກໍາທີ 2.ຈຸດປະສົງ:- ເພື່ອແນະນໍາຮູບຂອງຕົວອັກສອນ (ແທນການຮຽນການອອກສຽງ).- ເພື່ອແນະນໍາວິທີການຂຽນຮູບຕົວອັກສອນ (ເລີ່ມຈາກການຂຽນຈຸດໃດ, ໄປສິ້ນສຸດຢູ່ຈຸດໃດ).ຄູແນະ ນໍາ ຕົວ ອັກ ສອນ ໃໝ່ ແລະ ບອກ ຊື່ ຕົວ ອັກ ສອນ. ນັກ-ຮຽນ ເວົ້າ ຊື່ ຕົວ ອັກ ສອນ ຕາມ ຄູ. ຄູ ອະ ທິ ບາຍ ວ່າ ເວ ລາ ຈະ ຂຽນ ຄໍາ ສັບ, ແມ່ນ ໃຊ້ ຕົວ ອັກ ສອນ ຕົວ ນີ້. ຄ ບອກ ນັກ ຮຽນ ເວົ້າ ຕົວ ຢ່າງ ຄໍາ ກ່ຽວກັບ ູຕົວ ອັກ ສອນ ນີ້ ຕໍ່ ໄປ ແລະ ຟັງ ການ ອອກ ສຽງ ກ່ຽວ ກັບ ມັນ. ຄ ໃຫ້ ູນັກ ຮຽນ ເບິ່ງ ຄໍາ ທີ່ ຂຽນ ໄວ້ ຢູ່ ກ້ອງ ຮູບ ພາບ ແລະ ເບິ່ງ ຕົວ ອັກສອນ ຕວ ົໃໝ່ ຢ ໃນ ຄໍາ ນັ້ນ. ຄູ ຂຽນ ຕົວ ອັກ ສອນ ອັນ ເກົ່າ ໃສ່ ກະ ດານ (ຕົວ ໜັງສື ູ່ໃຫຍ່), ຄ ຕ້ອງ ບອກ ນັກ ຮຽນ ວ່າ ເລີ່ມ ຂຽນ ຈາກ ຈຸດ ໃດ ແລະ ຄວນ ຢຸດ ູຢ ຈດ ໃດ. ຄ ສະ ແດງ ການ ຂຽນ ຕວ ອັກ ສອນ ໃຫ້ ນັກ ຮຽນເບິ່ງ ຕາມ ມື ຂອງ ູ ຸູ່ົຄ, ຄ ທງ ຂຽນ ທງ ເວາ ຊ ຕວ ອກ ສອນ. ໃຫ້ ນັກ ຮຽນ ໃຊ້ ມື ຂອງ ຕົນ ເອງ ເລີ່ມ ຂີດ ຕາມ ຮອຍ ຕົວ ອັກ ສອນ ຕາມ ແບບ ຢູ່ ໃນ ປຶ້ມ ູູັັົ້ື່ົັແບບ ຮຽນ ທັງ ຂີດ ທັງ ເວົ້າ ຊື່ ຕົວ ອັກ ສອນ ຄູ ຂຽນ ຕົວ ອັກ ສອນ ຄືນ ອີກ ເທື່ອ ໜຶ່ງ ດ້ວຍ ມື ຂອງ ຕົນ ເອງ ແລະ ເວົ້າ ຊື່ ຕົວ ອັກ ສອນ ແລະ ໃຫ ຄໍາ ສັບ ຕົວ ຢ່າງ ເຊັ່ນ: ປ ປາ ແລະ ນັກ ຮຽນ ຂຽນ ຕາມ ຄູ. ຄູ ໃຊ້ ຂັ້ນ ຕອນ ການ ສອນ ແບບ ເກົ່າ ກັບ ການ ສອນ ຂີດ ້ຕາມ ຮອຍ ຕົວ ອັກ ສອນ ອື່ນໆ.3. ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນ*ບົດທີ 1: ກິດຈະກໍາທີ 3, 8 ແລະ 13/ ບົດທີ 2: ກິດຈະກໍາທີ 3, 8 ແລະ 16/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາທີ 3 ແລະ 12/ ບົດທີ 19-20: ກິດຈະກໍາທີ 3.ຈຸດປະສົງ:ເພື່ອແນະນໍາວິທີການຂຽນຕົວອັກສອນຕົວໃໝ່ ຕາມເສັ້ນທີ່ໄດ້ກໍານົດໄວ້ ຫຼື ວິທີການຂຽນຕົວອັກສອນຕົວໃໝ່ໃນ ຄໍາສັບ.ຄູບອກວ່າ ນັກຮຽນຈະໄດ້ຮຽນຂຽນຕົວອັກສອນຕົວໃໝ່ ຫຼື ຄໍາ ສັບໃໝ່ຕາມເສັ້ນທີ່ຢູ່ໃນປື້ມແບບຮຽນ.ໃນຕອນຕົ້ນປີ: ຄູເປີດປື້ມຂຽນໃຫ້ນັກຮຽນເບິ່ງ ແລະ ອະທິບາຍ ວິທີຊອກຫາບ່ອນທີ່ເຮົາຈະຂຽນຢູ່ກ້ອງບ່ອນຂຽນຜ່ານມາ ຫຼື ໜ້າຕໍ່ໄປ ຖ້າບໍ່ມີບ່ອນວ່າງ.ຄູແຕ້ມເສັ້ນໃສ່ກະດານ ແລະ ທົບທວນວິທີການຂຽນຕົວອັກສອນຕົວໃໝ່. ຄູອະທິບາຍວ່າ ເຮົາຈະເລີ່ມຈາກຈຸດ ການວັດ ແລະ ປະເມີນຜົນຄສງເກດເວລານກຮຽນຂດຕາມ ູັັີຮອຍຕົວອັກສອນດ້ວຍນິ້ວມື. ຄູເອົາ ໃຈໃສ່ເບ່ງວ່ານັກຮຽນເລ່ມຕ້ນຂີດ ິີົຈາກຈຸດທີ່ຖືກຕ້ອງແລ້ວບໍ່.ການວັດ ແລະ ປະເມີນຜົນຄູສັງເກດ ແລະ ກວດເບິ່ງວ່ານັກຮຽນ ຮູ້ບ່ອນທີ່ຈະຂຽນ ແລະ ຮູ້ວິທີຂຽນ.໑໔ສ ວ ສສະຫງວນລິຂະສິດ
15ໃດຢູ່ພາຍໃນລາຍເສັ້ນ. ນັກຮຽນຂີດຕາມຮອຍດ້ວຍມືຂອງຕົນເອງຕາມປຶ້ມແບບຮຽນ ແລະ ຂຽນກາງອາກາດຕາມທີ່ຄູ ໄດ້ອະທິບາຍ. ຫຼັງຈາກນັ້ນ, ນັກຮຽນໃຊ້ມືຂອງຕົນເອງຂີດໃນບ່ອນທີ່ຈະຂຽນລົງໃນປຶ້ມຂຽນຂອງຕົນເອງ.ນັກຮຽນຂຽນຕົວອັກສອນຕົວໃໝ່ລົງໃນປຶ້ມປະມານ 3 ຄັ້ງ.ຄູທວນຄືນຂັ້ນຕອນສໍາລັບການຂຽນຕົວອັກສອນ ຕົວອື່ນໆໃນເວລາດຽວກັນຖ້າຍັງມີເວລາ:ຄູເຮັດເປັນຕົວຢ່າງວິທີການແຕ້ມຮູບແບບງ່າຍກ່ຽວກັບບາງສິ່ງທີ່ມີຊື່ກ່ຽວຂ້ອງກັບຕົວອັກທີ່ກໍາລັງຮຽນ.ນັກຮຽນເລືອກ ແລະ ແຕ້ມສິ່ງໜຶ່ງຢູ່ທາງລຸ່ມ ຫຼື ຂ້າງໆຂອງການຂຽນຕົວອັກສອນແຕ່ລະຕົວ.(ສຳລັບຫ້ອງຄວບ: ຄູອະທິບາຍກິດຈະກໍາທັງໝົດກ່ຽວກັບຕົວອັກສອນໃໝ່ທັງໝົດເລີ່ມການຂຽນ. ຫຼັງຈາກນັ້ນ, ປ່ອຍໃຫ້ນັກຮຽນຂຽນດ້ວຍຕົນເອງ).ໝາຍເຫດ: ສໍາລັບສະຫຼະທັງໝົດ ຄູອະທິບາຍວ່າ ບໍ່ແມ່ນຕົວອັກສອນ. ບອກເຖິງບ່ອນທີ່ພະຍັນຊະນະຖືກ XXຂຽນລົງ ເມື່ອເວລາສະຫຼະຢູ່ໃນຄໍາສັບນັ້ນ.4. ຟັງ ແລະ ເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງ (2)ບົດທີ 1: ກິດຈະກໍາ 4 ແລະ 9/ ບົດທີ 2: ກິດຈະກໍາ 4, 18 ແລະ 19/ ບົດທີ 3-4, 6-9, 11-15, 17-18: ກິດຈະກໍາ 4 ແລະ 13/ ບົດທີ 19-20: ກິດຈະກໍາ 4.ຈຸດປະສົງ:ເພື່ອຝຶກຈຳແນກການອອກສຽງຄໍາສັບໃໝ່.ຄູຈັດກ່ອງອັນໜຶ່ງ ຊຶ່ງມີກ້ອນຫີນນ້ອຍຢູ່ທາງໃນ ສໍາລັບແຕ່ລະ ກຸ່ມ (ກ້ອນຫີນທີ່ສະອາດ ແລະ ແຫ້ງດີ)ຄູຊີ້ໄປທີ່ຮູບພາບ ແລະ ຖາມວ່າ: ອັນນີ້ແມ່ນຫຍັງ? ນັກຮຽນຍົກ ມືຂຶ້ນ ແລະ ຕອບຄໍາຖາມ. ຄູເລືອກເອົານັກຮຽນໜຶ່ງຄົນ ເພື່ອຕອບຄໍາ ຖາມ. ຄູເວົ້າທວນຄືນຄໍາສັບ. ຫຼັງຈາກນັ້ນ, ນັກຮຽນເວົ້າຕາມຄູ.ສໍາລັບນັກຮຽນຊົນເຜົ່າ: ຄູເອົາໃຈໃສ່ສອນການອອກສຽງໃຫ້ຖືກ ຕ້ອງໃນແຕ່ລະຄໍາສັບຖ້າມີຄວາມຈໍາເປັນ ໃຫ້ນັກຮຽນສືບຕໍ່ອອກສຽງ ຊື່ຂອງຮູບພາບຈົນໝົດທຸກຮູບ.ຄູເວົ້າຄໍາສັບໃໝ່ໝຶ່ງຄຳ. ນັກຮຽນເລືອກຄໍາສັບດ້ວຍຕົນເອງທີ່ ອອກສຽງນັ້ນ (ເລີ່ມຕົ້ນດ້ວຍ ແລະ ລົງທ້າຍດ້ວຍ). ເຂົາເຈົ້າວາງກ້ອນ ຫີນໃສ່ສິ່ງທີ່ເຂົາເຈົ້າເລືອກ.ຄູກວດຄືນ ແລະ ບອກນັກຮຽນເວົ້າສຽງດັງໆຊື່ຂອງແຕ່ລະສິ່ງທີ່ໄດ້ເລືອກ. ຄູກໍເວົ້າຄືກັນ ໂດຍເນັ້ນໃສ່ການຮຽນ ອອກສຽງໃນແຕ່ລະຄໍາສັບ.ຄູບອກນັກຮຽນຍ້າຍກ້ອນຫີນຄູເວົ້າທວນຄືນແຕ່ລະຄໍາສັບໃນການຮຽນອອກສຽງໃໝ່.ຄູຖາມໃນຕອນທ້າຍ ຖ້າຮູບໃດໜຶ່ງຍັງບໍ່ທັນໄດ້ຮຽນການອອກສຽງໃໝ່. ນັກຮຽນເລືອກ, ຖ້າຍັງມີບາງຄໍາ. ເຂົາ ເຈົ້າເວົ້າຊື່ ເພື່ອກວດຄືນວ່າມັນຖືກຕ້ອງ.(ສຳລັບຫ້ອງຄວບ: ມີກ້ອນຫີນ ຫຼື ແກ່ນໝາກຖົ່ວ. ຄູອະທິບາຍກິດຈະກໍາທັງໝົດໃນເລີ່ມຕົ້ນ: ບອກນັກຮຽນວາງ ກ້ອນຫີນລົງໃສ່ຄໍາສັບທີ່ມີສຽງອັນໃໝ່ ແລະ ວາງແກ່ນໝາກຖົ່ວໃສ່ຄໍາສັບທີ່ອອກສຽງອັນໃໝ່ອື່ນໆ. ຄູປະໃຫ້ນັກຮຽນ ຝຶກຫັດດ້ວຍຕົນເອງ. ຄູຖາມກ່ຽວກັບເຂົາເຈົ້າໄດ້ວາງກ້ອນຫີນ ແລະ ວາງແກ່ນໝາກຖົ່ວໃສ່ບ່ອນໃດເມື່ອເວລາຄູ ກັບມາ).ການປ່ຽນແປງ: ບົດທີ 1: ກິດຈະກໍາ 14. ບົດທີ 10: ກິດຈະກໍາ 10.ຄູເລີ່ມວິທີສອນຄືເກົ່າ ແຕ່ໃຊ້ບາງສິ່ງແທນກ້ອນຫີນ, ນັກຮຽນມີບັດທີ່ມີຕົວໜັງສືນ້ອຍໆ ສໍາລັບການຮຽນວິທີອອກ ສຽງ (ຫຼື ຂຽນໃສ່ເຈ້ຍເສດ). ນັກຮຽນວາງບັດໃສ່ແຕ່ລະຮູບສິ່ງຂອງຕ່າງໆ ຊຶ່ງຊື່ຂອງມັນກ່ຽວຂ້ອງກັບການອອກສຽງ. ບາງຮູບອາດວາງບັດໄດ້ຫຼາຍກວ່າໜຶ່ງບັດ: ຕົວຢ່າງບົດຮຽນທີ 1, ປາ ສາມາດວາງໄດ້ທັງສອງບັດ ປ ແລະ ບັດ າ ວາງ Xໃສ່ຮູບນັ້ນ.ການວັດ ແລະ ປະເມີນຜົນຄູກວດເບ່ງນັກຮຽນຜ້ໃດທ່ສາມາດ ິູີແລະ ບໍ່ສາມາດອອກສຽງໄດ້. ສໍາລັບ ນັກຮຽນຜ້ທ່ຍັງບ່ສາມາດອອກສຽງ ູີໍໄດ້ນັ້ນ ຄູຕ້ອງຊ່ວຍເຂົາເຈົ້າເພີ່ມຂຶ້ນ ດ້ວຍການອະທິບາຍ ແລະ ສາທິດວິ ທີການສົມທຽບສຽງທ່ຂ້ນຕ້ນ/ລົງ ີຶົທ້າຍໃນຄໍາສັບ.໑໕
16ໝາຍເຫດ: ການເລີ່ມພາກຮຽນທີ 1 ນັກຮຽນຈະພົບກັບຄວາມຫຍຸ້ງຍາກຫຼາຍໃນການກໍານົດ ຄໍາເວົ້າ ແລະ ບໍ່ໄດ້ ຮຽນການອອກສຽງ, ແຕ່ວ່າ ຄູຈະຕ້ອງໄດ້ເຮັດກິດຈະກໍານີ້ ເພື່ອຊ່ວຍສ້າງທັກສະເພື່ອເນັ້ນໃສ່ໃນການອອກສຽງ. ຄູຕ້ອງ ໄດ້ຊອກວິທີ ເພື່ອຊ່ວຍນັກຮຽນໃນການຟັງສຽງທີ່ຄ້າຍຄືກັນໃນແຕ່ລະຄໍາສັບ. ແມ່ນວ່າຄໍາສັບໄດ້ຖືກຂຽນຢູ່ກ້ອງຮູບຢູ່ ໃນປື້ມແບບຮຽນ ສິ່ງນີ້ບໍ່ແມ່ນກິດຈະກໍາການອ່ານ. ຄໍາສັບຢູ່ທີ່ນັ້ນເພື່ອສ້າງໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບຄໍາສັບ. ຫຼັງ ຈາກນັ້ນ, ນັກຮຽນຕ້ອງຂຽນເປັນປະໂຫຍກ ເຂົາເຈົ້າສາມາດກ່າຍເອົາວິທີສະກົດຄໍາເຫຼົ່ານັ້ນ.5. ເບິ່ງ, ຊອກ, ຊີ້ ແລະ ເວົ້້າອອກສຽງ ບົດຮຽນທີ 1: ກິດຈະກໍາທີ 5 ແລະ 10/ ບົດທີ 2: ກິດຈະກໍາທີ 5 ແລະ 14/ ບົດທີ 3-4, 6-9, 11-15, 17-18: ກິດ ຈະກໍາທີ 5 ແລະ 14/ ບົດທີ 19-20: ກິດຈະກໍາທີ 5.ຈຸດປະສົງ:ເພື່ອສ້າງໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບຮູບຕົວອັກສອນທີ່ຮຽນໃໝ່. ຄູສ້າງກ່ອງບັນຈຸກ້ອນຫີນນ້ອຍໆສໍາລັບແຕ່ລະກຸ່ມ (ກ້ອນຫີນສະອາດ ແລະ ແຫ້ງດີ)ສາທິດຄູກິດຈະກໍາ ແລະ ອະທິບາຍວ່າ ນັກຮຽນຕ້ອງເບິ່ງໄປທີ່ຕົວອັກສອນຕົວທໍາອິດທີ່ເປັນສີຢູ່ເບື້ອງຊ້າຍມື. ຄູ ບອກນັກຮຽນເວົ້າຊື່ ແລະ ອອກສຽງຕົວອັກສອນນັ້ນ.ຄູອະທິບາຍວ່າ ນັກຮຽນເບິ່ງໄປທີ່ເບື້ອງຂວາມືຕາມແຖວຕົວອັກ ສອນຕົວອື່ນໆ ເພື່ອຊອກຫາຕົວອັກສອນທີ່ຄືກັນເປັນສີດໍາ. ນັກຮຽນ ວາງກ້ອນຫີນໃສ່ແຕ່ລະອັນທີ່ເຂົາເຈົ້າພົບເຫັນ.ນັກຮຽນເຮັດກິດຈະກໍາ. ຫຼັງຈາກນັ້ນ, ເຂົາເຈົ້າຕ້ອງນັບວ່າ ມີ ກ້ອນຫີນຈັກກ້ອນ. ໃຫ້ເຂົາເຈົ້າຂຽນຕົວອັກສອນຢູ່ໃນປຶ້ມຂຽນຕາມຈໍາ ນວນດັ່ງກ່າວ.ຄູບອກເຂົາເຈົ້າເບິ່ງທີ່ຕົວອັກສອນເປັນສີຕົວຕໍ່ໄປຢູ່ຊ້າຍມື ແລະ ເຂາເຈົ້າທົບທວນຄືນຂັ້ນຕອນກິດຈະກໍາ.ົໝາຍເຫດ: ໃນບົດທີ 18, 19 ແລະ 20: ກິດຈະກໍາທີ 5, ນັກຮຽນຈະຕ້ອງໄດ້ກໍານົດຄໍາເວົ້າ ຊ່ງເລ່ມດ້ວຍພະຍັນຊະນະ ຶີປະສົມ ຫຼື ກຸ່ມພະຍັນຊະນະ ແລະ ຄໍາສັບຍ່ອຍລະຫວ່າງກຸ່ມເຫຼົ່ານັ້ນ ແລະ ຄໍາເວົ້າທີ່ເລີ່ມດ້ວຍສຽງຕົວ ຫ ຫຼື ມີຕົວ ວ ທີ່ມີເຄື່ອງໝາຍເປັນຕົວແທນພາກສ່ວນຂອງສະຫຼະ.ຫ້ອງຄວບ: ຄູເລີ່ມອະທິບາຍກິດຈະກໍາທັງໝົດ. ຫຼັງຈາກນັ້ນ, ໃຫ້ນັກຮຽນເຮັດກິດຈະກໍາດ້ວຍຕົນເອງ.6. ເວົ້າຊື່ ແລະ ຂີດຕາມຮອຍຄໍາສັບບົດທີ 1: ກິດຈະກໍາທີ 11/ ບົດທີ 2: ກິດຈະກໍາທີ 6 / ບົດທີ 3-4, 6-9, 11-15, 17-18: ກິດຈະກໍາທີ 6 ແລະ 15/ ບົດທີ 19-20: ກິດຈະກໍາທີ 6.ຈຸດປະສົງ:- ເພື່ອແນະນໍາວິທີການສ້າງຄໍາສັບດ້ວຍຕົວໜັງສື.- ເ ພື່ອເຮັດໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບການອອກສຽງ ແລະ ໂຄງສ້າງຂອງຄໍາສັບທີ່ໄດ້ສະແດງການອອກ ສຽງ ແລະ ຕົວໜັງສືທີ່ເຂົາເຈົ້າກໍາລັງຮຽນ.ຄູເປີດປຶ້ມແບບຮຽນທີ່ມີກິດຈະກໍາໃຫ້ນັກຮຽນເບິ່ງ ແລະ ຊີ້ໄປທີ່ຄໍາສັບທໍາອິດ. ຄູອະທິບາຍວ່າ ການຂຽນແມ່ນເປັນ ຄໍາສັບ.ຄູໃຊ້ມືຕົນເອງປິດສະຫຼະໄວ້ ແລະ ຖາມນັກຮຽນວ່າ ພະຍັນຊະນະນີ້ອອກສຽງແນວໃດ. ນັກຮຽນຕອບ. ຫຼັງຈາກນັ້ນ, ຄູໃຊ້ມືຂອງຕົນປິດພະຍັນຊະນະໄວ້ ແລະ ຖາມນັກຮຽນວ່າ ສະຫຼະນີ້ອອກສຽງແນວໃດ?. ນັກຮຽນຕອບ. ຫຼັງຈາກນັ້ນ, ຄູບອກນັກຮຽນອອກສຽງພ້ອມກັນເພື່ອສ້າງເປັນຄໍາເວົ້າ. ນັກຮຽນບອກຄໍາສັບ. ນັກຮຽນຈະເດົາຄໍາສັບຈາກຮູບພາບແຕ່ ວ່າຄູຈະຕິດຕາມທຸກຂັ້ນຕອນ ເພື່ອໃຫ້ນັກຮຽນໄດ້ຮັບແນວຄວາມຄິດໃນການອອກສຽງ ເພື່ອອອກສຽງຄໍາສັບ ແລະ ປະກອບຕົວໜັງສືເພື່ອຂຽນເປັນຄໍາສັບ.ການວັດ ແລະ ປະເມີນຜົນຄູກວດການຂຽນຂອງນັກຮຽນ ເພື່ອ ເບ່ງວ່າເຂົາເຈົ້າສາມາດຈໍາແນກທຸກ ິຕົວອັກສອນໄດ້ ຫຼື ບໍ່ ໝາຍຄວາມວ່າ ນັກຮຽນສາມາດຂຽນທຸກຕົວອກ ັສອນຖືກຕ້ອງຕາມຈໍານວນທ່ລະບຸ ີໄວ້ໃນກິດຈະກໍາ ຫຼື ບໍ່.໑໖ສ ວ ສສະຫງວນລິຂະສິດ
17ຄູຂຽນຄໍາສັບໃສ່ກະດານ (ຂຽນເປັນຕົວໃຫຍ່). ຫຼັງຈາກນັ້ນ, ຊີ້ໄປທີ່ພະຍັນຊະນະ ແລະ ເວົ້າອອກສຽງພະຍັນຊະ ນະຊ້າໆ. ຈາກນັ້ນ, ຊີ້ໄປທີ່ສະຫຼະ ແລະ ເວົ້າອອກສຽງສະຫຼະຊ້າໆ. ຄູເວົ້າທວນຄືນຊ້າໆ 2-3 ຄັ້ງ, ເວົ້າໄວຂຶ້ນແຕ່ລະຄັ້ງ ຈົນກວ່າຈະອອກສຽງເປັນຄໍາໄດ້ປົກກະຕິ.ຄູບອກນັກຮຽນຊີ້ໄປທີ່ຕົວອັກສອນຢູ່ໃນປື້ມຂອງເຂົາເຈົ້າ ແລະ ເຮັດຄືກັນ. ຄູເວົ້າທວນຄືນຢູ່ກະດານເວົ້າການອອກສຽງພະຍັນຊະນະ ແລະ ສະຫຼະພ້ອມກັນ; ເລີ່ມເວົ້າທໍາອິດຊ້າໆ ແລະ ຄ່ອຍໆເວົ້າໄວຂຶ້ນ. ນັກ ຮຽນຕິດຕາມ.ຄູບອກນັກຮຽນໃຊ້ນິ້ວມືຂອງເຂົາເຈົ້າ ເພື່ອທໍາທ່າວ່າເຂົາເຈົ້າກໍາ ລັງຂຽນຄໍາສັບ ແລະ ຂີດເສັ້ນຕົວອັກສອນຕາມສິ່ງທີ່ເຂົາເຈົ້າອອກ ສຽງແບບຊ້າໆ.ຄູທົບທວນຄືນຂັ້ນຕອນສໍາລັບຄໍາສັບອື່ນໆຢູ່ໃນກິດຈະກໍາຄືກັນ.7. ອ່ານຟ້ອງສຽງ ແລະ ຜັນສຽງຄໍາສັບບົດທີ 1: ກິດຈະກໍາທີ 12/ ບົດທີ 2: ກິດຈະກໍາທີ 7 ແລະ 17/ ບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາທີ 7 ແລະ 16/ ບົດທີ 19-20: ກິດຈະກໍາທີ 7ຈຸດປະສົງ:- ເພື່ອຝຶກຕົວຈິງໃນການສ້າງເປັນຄໍາສັບດ້ວຍຕົວໜັງສື.- ເພື່ອພັດທະນາທັກສະໃນການອອກສຽງປະສົມສ້າງເປັນຄໍາສັບ.- ເພື່ອພັດທະນາທັກສະໃນການແຍກສຽງຢູ່ໃນຄໍາສັບອອກເປັນແຕ່ລະສຽງ.ໝາຍເຫດ: ກິດຈະກໍານີ ແມ່ນ ແນະນຳຢູ່ໃນປຶ້ມແບບຮຽນ. ເຖິງຢ່າງ ໃດກໍຕາມ, ຄູ ແລະ ນັກຮຽນຄວນເຮັດຕາມ ຂັ້ນຕອນທີ່ໄດ້ອະທິບາຍໄວ້ຢູ່ທາງລຸ່ມນີ້ ຊຶ່ງບໍ່ຈໍາເປັນໃຊ້ຢູ່ໃນປຶ້ມແບບຮຽນ, ຍົກເວັ້ນແຕ່ເວລາສະແດງໃຫ້ເຂົາເຈົ້າໄດ້ ເຫັນ ເວລາເລີ່ມກິດຈະກໍາໃນເບື້ອງຕົ້ນ.ສໍາລັບນັກຮຽນຊົນເຜົ່າ: ນັກຮຽນອາດຈະໄດ້ໃຊ້ຮູບພາບຢູ່ໃນປຶ້ມແບບຮຽນ ເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າໃຈຄວາມ ໝາຍຂອງຄໍາສັບ.ຄູໃຊ້ບັດທີ່ມີຕົວໜັງສືໃຫຍ່ໆ. ຄູນໍາເອົາບັດຕົວໜັງສືສໍາລັບຄໍາສັບທໍາອິດທີ່ໄດ້ສ້າງຂຶ້ນ, ສະແດງສິ່ງເຫຼົ່ານັ້ນໃຫ້ ນັກຮຽນໄດ້ເຫັນ.ຄູໃຫ້ນັກຮຽນເບິ່ງກິດຈະກໍາຢູ່ໃນປື້ມແບບຮຽນ. ຄູອະທິບາຍວ່າ ຮູບເຫຼົ່ານີ້ຢູ່ໃນປື້ມແບບຮຽນເປັນແນວທາງໃຫ້ ແກ່ນັກຮຽນເຮັດກິດຈະກໍານໍາກັນໃນປັດຈຸບັນ. ຄູຖືບັດທີ່ມີພະຍັນຊະນະໄວ້ໃນມືເບື້ອງຂວາ ແລະ ຖືບັດທີ່ມີສະຫຼະໄວ້ ໃນມືເບື້ອງຊ້າຍຂອງຕົນປິ່ນທາງໜ້າໄປຫານັກຮຽນ, ເລີ່ມດ້ວຍພະຍັນຊະນະແຍກກັນກ່ອນ. ຄູຖາມຄໍາສັບນີ້ອອກສຽງ ແນວໃດ? ເຮົາໄປເບິ່ງນໍາກັນ. ຄູວາງບັດພະຍັນຊະນະລຽງໄປທາງໜ້າດັ່ງທີ່ໄດ້ເວົ້າການອອກສຽງຂອງມັນ. ຫຼັງຈາກນນ, ັ ້ຄູວາງບັດສະຫຼະໃສ່ໄປທາງໜ້າດັ່ງທີ່ເວົ້າ.ປxາປາອອກສຽງສະຫຼະ, ແລ້ວລາວກໍເອົາພະຍັນຊະນະ, ສະຫຼະວາງລວມກັນ ແລະ ອ່ານເປັນຄໍາທີ່ໄດ້ສ້າງຂຶ້ນ (ຄູຮັບ ປະກັນວ່າ ເຄື່ອງໝາຍສະຫຼະໄດ້ວາງໄວ້ຖືກທີ່ຢ່າງຖືກ ເພື່ອໃຫ້ນັກຮຽນໄດ້ອ່ານຄໍາສັບ) ຄູແຍກບັດອອກຈາກກັນ ອີກເທື່ອໜຶ່ງ ແລະ ບອກໃຫ້ນັກຮຽນຍົກມືຂຶ້ນ ແລະ ທໍາທ່າວ່າເຂົາເຈົ້າມີບັດຄືກັນ. ຄູບອກວ່າມີຄໍາສັບອັນໃດທີ່ອອກສຽງ ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນຊ້ໃສ່ຕົວອັກ ິີສອນຖືກຕ້ອງຕາມຕົວທ່ເຂົາເຈ້າ ີົອອກສຽງ ຫຼື ບໍ່ໍ່.໑໗
18ເຫຼົ່ານີ້? ເຮົາມາຊອກເບິ່ງນໍາກັນ. ແລ້ວທຸກຄົນໃນຫ້ອງເຮັດຕາມຄູ, ຄູທົບທວນວິທີການຂອງຕົນໃນການໃຊ້ບັດ.ຄູບອກນັກຮຽນ: ເລີ່ມຈາກຕົວໜັງສືພ້ອມກັນ ແລະ ເວົ້າຄໍາສັບຕ່າງໆ. ຄູຖາມວ່າ: ສຽງນີ້ແມ່ນ......(ຄໍາສັບ)? ພ້ອມກັນໄປຊອກຫາ. ຫຼັງຈາກນັ້ນ, ຄູໄດ້ແຍກບັດ ແລະ ວາງໄປທາງເບື້ອງຂວາມື ແລະ ເວົ້າອອກສຽງພະຍັນຊະນະ ແລ້ວວາງໄປທາງເບື້ອງຊ້າຍມື (ແຕ່ຕ້ອງແຍກອອກທາງຂວາມື) ແລະ ເວົ້າອອກສຽງສະຫຼະ. ຄູວາງບັດໃສ່ກັນເພື່ອສ້າງ ຄໍາສັບອີກຄັ້ງໜຶ່ງ ແລະ ບອກນັກຮຽນໃຫ້ຕິດຕາມອີກເທື່ອໜຶ່ງອອກສຽງແນວໃດ.......? ທຸກຄົນໃນຫ້ອງຕິດຕາມຄູທົບ ທວນການການສອນຂອງຕົນ.ຄູສະແດງດ້ວຍການແຍກຄໍາສັບປົນກັບບັດອື່ນໆທີ່ລາວນໍາໃຊ້.ຄູບອກນັກຮຽນເບິ່ງໄປທີ່ຮູບຢູ່ໃນປຶ້ມແບບຮຽນ, ຄູບອກນັກຮຽນ ໃຫ້ອອກສຽງນໍາກັນເປັນຄໍາ ຫຼື ເຂົາເຈົ້າສາມາດແຍກຄໍາສັບອອກ ເປັນສຽງ. ຄູຊີ້ໄປໃສ່ຄໍາສັບຕໍ່ໄປຢູ່ໃນກິດຈະກໍາດຽວກັນ ແລະ ເວົ້າ ພວກເຮາພາກັນສ້າງເປັນຄໍາສັບ.ົຄູທົບທວນຄືນຂັ້ນຕອນທັງໝົດ ເພື່ອສ້າງເປັນຄໍາສັບອື່ນໆທີ່ສະ ແດງໃຫ້ເຫັນຢູ່ໃນກິດຈະກໍາ.ຫຼັງຈາກບົດທີ 2, ໄດ້ຕື່ມຂັ້ນຕອນສຸດທ້າຍ: ຄູສະແດງຄໍາສັບທີ່ໄດ້ສ້າງຂຶ້ນທີ່ພົວພັນກັບຄໍາສັບຢູ່ໃນປຶ້ມແບບຮຽນ. ຄູສະແດງໃຫ້ເຫັນຕົວໜັງສືອື່ນໆທີ່ນັກຮຽນໄດ້ຮຽນຜ່ານມາແລ້ວ ທີ່ສາມາດສ້າງເປັນຄໍາອື່ນໆໄດ້ ຖ້າສາມາດສະແດງ ໃຫ້ເຫັນຄໍາສັບອື່ນໆໄດ້.ຄູບອກນັກຮຽນໃຫ້ເບິ່ງໄປທີ່ຄໍາສັບ ແລະ ບອກວ່າຕົວໜັງສືອັນໃດສາມາດປ່ຽນໄດ້ (ແທນໄດ້) ຢູ່ໃນຄໍາສັບ ເພື່ອ ສ້າງເປັນຄໍາສັບອື່ນໆທີ່ນັກຮຽນຮູ້ວິທີການອ່ານ ຕົວຢ່າງ: ຖ້າຄໍາສັບແມ່ນ “ນ້າ”, ໄມ້ໂທ x້ ສາມາດເອົາອອກໄດ້ໃຫ້ເປັນ ຄໍາສັບ “ນາ” ຫຼື ປ່ຽນຕົວ “ນ” ເປັນຕົວ ປ ຫຼື ຕົວ ມ ເພື່ອປ່ຽນເປັນ “ປ້າ” ຫຼື “ມ້າ” (ຫຼື ເມື່ອເວລານັກຮຽນມີຄວາມໝັ້ນໃຈ ຫຼາຍຂຶ້ນ, ຄູສາມາດຖາມວ່າ: ມີຄໍາສັບອື່ນໆທີ່ນັກຮຽນຮູ້ທີ່ສາມາດສ້າງຈາກການປ່ຽນຕົວໜັງສືຈາກຄໍາສັບເຫຼົ່ານີ້? ນັກ ຮຽນສາມາດເອົາຄໍາສັບປະກອບໃສ່ທີ່ເຂົາເຈົ້າຍັງບໍ່ທັນໄດ້ຮຽນ).ກິດຈະກໍາເພີ່ມ: ແຕ່ລະກຸ່ມມີຊຸດຂອງບັດນ້ອຍໆທີ່ມີຕົວໜັງສືທີ່ເຂົາເຈົ້າໄດ້ຮຽນ. ເຂົາເຈົ້າໄດ້ເຫັນຄໍາສັບທີ່ຫຼາກຫຼາຍທີ່ເຂົາເຈົ້າໄດ້ເຮັດ ຫຼື ຄູເວົ້າຄໍາສັບດັງໆ ແລະ ກຸ່ມນໍາໃຊ້ບັດແຂ່ງຂັນກັນສ້າງຄໍາສັບ.8. ອ່ານ, ເລືອກຂຽນ 3 ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງບົດທີ 3-4, 6-9, 11-15, 17-20: ກິດຈະກໍາ 8ຈຸດປະສົງ:- ເພ່ອປະຕິບັດຕົວຈິງໃນການນໍາໃຊ້ຄວາມຮູ້ໃນການອອກສຽງ ແລະ ຕົວໜັງສື ເພ່ອອ່ານເປັນຄໍາ (ດ້ວຍການແປ ືືຄວາມໝາຍ).- ເພື່ອຝຶກຫັດຂຽນຕົວຈິງຕາມເສັ້ນແຖວຂອງການຂຽນ.- ເພື່ອອ່ານ ແລະ ຮູ້ຄວາມໝາຍ.xາປາປການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນເຂ້າໃຈສ່ງິົິທເຂາເຈາປະຕບດໃນກດຈະກາບ ີົົ ້ິັິໍໍ ່ໂດຍໃຫ້ເຂົາເຈ້າອະທິບາຍຮູບພາບ ົກ່ຽວກັບກິດຈະກໍາໃນປຶ້ມແບບຮຽນ.໑໘ສ ວ ສສະຫງວນລິຂະສິດ
19ຄູສະເໜີກິດຈະກໍາທີ່ຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຮູ້ຕົວອັກສອນຢູ່ໃນຄໍາສັບທັງໝົດ, ແຕ່ ອາດຈະຍັງບໍ່ທັນໄດ້ອ່ານຄໍາສັບເຫຼົ່ານັ້ນມາກ່ອນ. ຄູບອກນັກຮຽນນໍາໃຊ້ວິທີການໃນການເວົ້າອອກສຽງ ແຕ່ລະຄໍາສໍາລັບຕົວອັກສອນຢູ່ໃນຄໍາສັບ ແລະ ເວົ້າສຽງເຫຼົ່ານີ້ພ້ອມກັນເພື່ອອອກສຽງຄໍາສັບ.ຄູຂຽນຄໍາສັບທີ່ນັກຮຽນບໍ່ເຄີຍອ່ານມາກ່ອນໃສ່ກະດານ. ຄູນໍາ ພານັກຮຽນໃຊ້ວິທີການເວົ້າອອກສຽງພະຍັນຊະນະ ແລະ ສະຫຼະແຍກ ອອກຈາກກັນ ແລະ ເວົ້າປະສົມເຂົ້າກັນ ເພື່ອອອກສຽງເປັນຄໍາສັບ ຫຼື ເປັນພະຍາງ.ຄູອອກສຽງຄໍາສັບທີ່ຖືກຕ້ອງ ແລະ ນັກຮຽນເວົ້າທວນຄືນ.ຄູບອກນັກຮຽນຄໍາສັບທັງໝົດຢູ່ໃນເຈ້ຍດ້ວຍວິທີການດຽວກັນ. ນັກຮຽນເຮັດກິດຈະກໍາເປັນກຸ່ມ ຫຼື ເປັນຄູ່ ແລະ ເຮັດກິດຈະກໍາຮ່ວມ ກັນ. ຄູຍ່າງໄປເບິ່ງເທື່ອລະກຸ່ມເພື່ອໃຫ້ການຊ່ວຍເຫຼືອນັກຮຽນອ່ານຄໍາ ສັບອອກສຽງພ້ອມກັນ, ຖ້າຕ້ອງການ.ຫຼັງຈາກອ່ານແຕ່ລະຄໍາສັບ, ນັກຮຽນແຕ່ລະຄົນເລືອກເອົາ 3 ຄໍາສັບ ເພື່ອຂຽນເປັນຕົວບັນຈົງໃສ່ປຶ້ມຂຽນຕາມເສັ້ນ ແຖວຂອງການຂຽນ.ນັກຮຽນຖ້າມີເວລາ, ແຕ້ມຮູບແບບງ່າຍໆຢູ່ກ້ອງແຕ່ລະຄໍາສັບທີ່ເຂົາເຈົ້າໄດ້ຂຽນສະແດງໃຫ້ເຫັນກ່ຽວກັບມັນ.9. ຈັບຄູ່ຕົວອັກສອນໃສ່ກັບຮູບພາບບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາ 9.ຈຸດປະສົງ:ເພື່ອຝຶກຫັດການໃຊ້ຕົວອັກສອນເພື່ອຂຽນເປັນຄໍາ (ທົບທວນຄືນ ແລະ ນໍາໃຊ້ສິ່ງທີ່ໄດ້ຮຽນມາແລ້ວ).ຄູສ້າງເປັນກ່ອງບັນຈຸກ້ອນຫີນນ້ອຍໆໃຫ້ແຕ່ລະກຸ່ມ (ກ້ອນຫີນ ທີ່ສະອາດ ແລະ ແຫ້ງດີ).ຄູສະເໜີກິດຈະກໍາທີ່ຢູ່ໃນປຶ້ມແບບຮຽນໃຫ້ນັກຮຽນເບິ່ງ.ຄູອະທິບາຍເພື່ອໃຫ້ແນ່ໃຈວ່າ ນັກຮຽນຮູ້ຊື່ຂອງທຸກຢ່າງທີ່ຢູ່ໃນຮູບ. ຄູຊີ້ໄປແຕ່ຮູບ ແລະ ນັກຮຽນເວົ້າຄໍາສັບ (ຄູກວດຄືນ ແລະ ປັບປຸງ ການອອກສຽງ ໃຫ້ຖືກຕ້ອງ ຖ້າຫາກມີຄວາມຈໍາເປັນ).ຄູອະທິບາຍວ່າ ນັກຮຽນຮູ້ຕົວອັກສອນທັງໝົດ ທີ່ໄດ້ໃຊ້ໃນການຂຽນຊື່ຂອງສິ່ງຂອງຢູ່ຮູບພາບ. ຄູບອກນັກຮຽນ ໃຊ້ວິທີການໃນການເວົ້າຄໍາສັບ ແລະ ແຍກສຽງຂອງຄໍາສັບ ເພື່ອຮູ້ວິທີການຂຽນ (ສຽງຂຶ້ນຕົ້ນແມ່ນຫຍັງ? ສຽງລົງທ້າຍ ແມ່ນຫຍັງ? ມັນຕ້ອງການເນັ້ນສຽງບໍ່?)ຄູຊີ້ໄປທີ່ຮູບທີໜຶ່ງອີກຄັ້ງໜຶ່ງ ແລະ ບອກນັກຮຽນໃຫ້ເວົ້າຄໍາສັບ ແລະ ວາງກ້ອນຫີນໃສ່ຄໍາສັບນັ້ນ. ນັກຮຽນວາງ ກ້ອນຫີນໃສ່ຄຳສັບ.ໃນຕອນຕົ້ນຂອງສົກຮຽນ: ຄູບອກນັກຮຽນວາງກ້ອນຫີນໃສ່ຕົວອັກສອນທີ່ກ່ຽວຂ້ອງກັບສຽງຂຶ້ນຕົ້ນໃນຄໍາສັບ ແລະ ວາງກ້ອນຫີນໃສ່ສຽງລົງທ້າຍໃນຄໍາສັບ. ຄູຂຽນຕົວອັກສອນທີ່ໄດ້ກໍານົດນໍາກັນຢູ່ກະດານ ແລະ ການອອກ ສຽງ. ຄູຖາມວ່າ ຄໍາສັບຕ້ອງການໝາຍວັນນະຍຸດ ເພື່ອປ່ຽນການອອກສຽງ ຫຼື ບໍ່. ນັກຮຽນຕອບ. (ຖ້າຕອບວ່າ “ແມ່ນ” ຄູບອກນັກຮຽນວາງກ້ອນຫີນໃສ່ວັນນະຍຸດທີ່ເໝາະສົມ ແລະ ຄູຂຽນໃສ່ກະດານ) ແລ້ວຄູບອກນັກຮຽນເຮັດກິດຈະກໍາ ດ້ວຍຕົນເອງ.ຄູບອກນັກຮຽນເຮັດວຽກເປັນກຸ່ມ ຫຼື ເຮັດເປັນຄູ່ ແລະ ປ່ຽນຜຽນກັນວາງກ້ອນຫີນໃສ່ຮູບ ແລະ ຕົວໜັງສືໃນແຕ່ ລະຄໍາສັບ. ນັກຮຽນຄົນອື່ນໆກວດເບິ່ງການສະກົດຄໍາສັບ, ດ້ວຍການເວົ້າອອກສຽງທີ່ໝາຍດ້ວຍກ້ອນຫີນ. ຖ້າຖືກຕ້ອງ ການວັດ ແລະ ປະເມີນຜົນຄູຍ່າງໄປມາຫານັກຮຽນໃນເວລາທ່ ີເຂົາເຈ້າຂຽນດ້ວຍການໃຫ້ນັກຮຽນ ົອ່ານສິ່ງທີ່ເຂົາເຈົ້າຂຽນ ເພື່ອກວດ ເບງວ່ານກຮຽນບມແຕກາຍຕວອກ ິ ່ັໍ ່ີ່່ົັສອນ ຫຼື ຄໍາສັບເທົ່ານັ້ນໂດຍບໍ່ຮູ້ວ່າ ຄໍາສັບນັ້ນແມ່ນຫຍັງ. ຖ້ານັກຮຽນບໍ່ ສາມາດໃຊ້ຄວາມຮູ້ກ່ຽວກັບສຽງ ຂອງຕົວອັກສອນ ຄູຕ້ອງສາທິດການ ອອກສຽງໂດຍໃຊ້ເຕັກ ນິກການສອນ ທີ 7.ການວັດ ແລະ ປະເມີນຜົນຄູກວດເບ່ງນັກຮຽນຜ້ໃດທ່ສາມາດ ິູີແລະ ບໍ່ສາມາດປະຕິບັດກິດຈະກໍາ ໄດ້. ສໍາລັບຜູ້ທີ່ຍັງບໍ່ສາມາດປະຕິບັດ ໄດ້ ຄູຕ້ອງໄດ້ອະທິບາຍ ແລະ ສາທິດ ວິທີການຈໍາແນກສຽງຕ່າງໆ ໃນຄໍາ ສັບ ແລະ ວິທີການຈັບຄູ່ແຕ່ລະສຽງ ໃສ່ກັບຕົວອັກສອນ.໑໙
20ໃຫ້ຍ້າຍກ້ອນຫີນ ແລະ ໃຫ້ນັກຮຽນຜູ້ອື່ນໆປ່ຽນໜ້າທີ່ສ້າງຄໍາສັບໃນຮູບຕໍ່ໄປ.ຄູຍ່າງໄປເບິ່ງແຕ່ລະກຸ່ມ ເພື່ອກວດກາການສະກົດຄໍາແຕ່ລະຄໍາສັບ ແລະ ຊ່ວຍນັກຮຽນທີ່ຕ້ອງການຊ່ວຍເຫຼືອ.10. ອ່ານຄໍາສັບ ແລະ ວະລີບົດທີ 3-4, 6, 8-9, 11-15, 17-20: ກິດຈະກໍາ 17 ແລະ 20/ບົດທີ 7: ກິດຈະກໍາທີ 17/ ບົດທີ 22-23: ກິດຈະ ກໍາທີ 17 ແລະ 21/ ບົດທີ 24: ກິດຈະກໍາທີ 4 ແລະ 6/ ບົດທີ 25-28: ກິດຈະກໍາທີ 4.ຈຸດປະສົງ:- ເພື່ອກະກຽມການອ່ານດ້ວຍຕົນເອງ ໂດຍການອ່ານຄໍາສັບໃໝ່ຄັ້ງທໍາອິດຢູ່ໃນບົດຮຽນ.- ເພື່ອອ່ານຄໍາສັບທີ່ຈະນໍາໃຊ້ໃນກິດຈະກໍາ (ເຊັ່ນ: ການຕື່ມໃສ່ຊ່ອງວ່າງ).ຄູໃຫ້ນັກຮຽນເຮັດກິດຈະກໍາດ້ວຍຕົນເອງ ຫຼື ເຮັດເປັນຄູ່.ຄູນໍາສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ໃນຕອນຕົ້ນຂອງສົກຮຽນ: ຄູອະທິບາຍໃຫ້ນັກຮຽນວ່າ ເຂົາເຈົ້າ ຮູ້ຕົວອັກສອນໃນຄໍາເວົ້າທີ່ເປັນສີດໍາ. ດັ່ງນັ້ນ, ເຂົາເຈົ້າສາມາດອ່ານ, ໂດຍການເວົ້າອອກສຽງຕາມຕົວອັກສອນ ແລະ ເວົ້າອອກສຽງພ້ອມໆ ກັນ ເພື່ອເວົ້າເປັນຄໍາສັບ. ຄູອະທິບາຍວ່າ ຖ້າເປັນຄໍາສັບທີ່ທາສີໝາຍ ເຖິງຄໍາສັບທີ່ສາມາດອ່ານໃນປະໂຫຍກ ຫຼື ຂໍ້ຄວາມ, ແຕ່ວ່ານັກຮຽນ ຍັງບໍ່ທັນຮູ້ຕົວອັກສອນ (ຄໍາຄຸ້ນເຄີຍ). ຄູ ຊ່ວຍນັກຮຽນອ່ານຄໍາສັບທີ່ເປັນສີ.ຄູບອກນັກຮຽນໃຫ້ພະຍາມຍາມອ່ານຄໍາສັບທີ່ເປັນສີດໍາໃຫ້. ຖ້າເຂົາເຈົ້າອ່ານຄໍາສັບສີດໍາແລ້ວໆໃຫ້ເຂົາເຈົ້າພະຍາມຍາມອ່ານຄໍາສັບທີ່ເປັນສີ. ນັກຮຽນອ່ານທຸກຄໍາສັບ ແລະ ວະລີໃນບົດຮຽນ.ຄູບອກນັກຮຽນອ່ານຄໍາສັບນໍາກັນ (ແຕ່ເບື້ອງຊ້າຍຫາເບື້ອງຂວາ, ແຕ່ເທິງລົງລຸ່ມ). ທຸກຄົນຊີ້ໄປທີ່ຄໍາສັບທໍາອິດ.- ຖ້າຄໍາສັບເປັນສີດໍາ, ຄູເລືອກເອົານັກຮຽນຜູ້ໜຶ່ງ ເພື່ອອ່ານຄໍາສັບ. ນັກຮຽນອ່ານ. ແລ້ວຄູ ແລະ ນັກຮຽນທັງໝົດ ອ່ານຄໍາສັບດຽວກັນ.- ຖ້າຄໍາສັບເປັນສີ, ຄູຖາມວ່າແມ່ນໃຜຮູ້ຄໍາສັບນີ້? ຖ້ານັກຮຽນຮູ້, ໃຫ້ເຂົາເຈົ້າບອກຄໍາສັບນັ້ນ. ຖ້າບໍ່ຮູ້, ຄູບອກ ຄໍາສັບ ແລະ ນັກຮຽນທັງໝົດເວົ້າຕາມຫຼັງ.ຄູ ແລະ ນັກຮຽນຊີ້ໄປທີ່ຄໍາສັບຕໍ່ໄປ, ແລະ ສືບຕໍ່ໄປເລື້ອຍໆຈົນກວ່າໄດ້ອ່ານຄໍາສັບທັງໝົດ.ຄູຖາມຍັງມີຄໍາສັບໃດທີ່ເຂົາເຈົ້າຍັງບໍ່ຮູ້ຄວາມໝາຍຂອງມັນ. ນັກຮຽນບອກຄໍາສັບທີ່ເຂົາເຈົ້າຍັງບໍ່ທັນຮູ້, ຄູອະທິ ບາຍ ຫຼື ບອກຄວາມໝາຍ.11. ອ່ານປະໂຫຍກບົດທີ 2: ກິດຈະກໍາທີ 9/ ບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາ 18/ ບົດທີ 24-28: ກິດຈະກໍາ 5.ຈຸດປະສົງ:- ເພື່ອນໍາໃຊ້ການອອກສຽງ ແລະ ຄວາມຮູ້ກ່ຽວກັບຄໍາສັບອ່ານ ປະໂຫຍກ ຫຼື ຂໍ້ຄວາມທີ່ຍັງບໍ່ຄຸ້ນເຄີຍດ້ວຍຕົນເອງ.- ເພື່ອຝຶກການອ່ານຂໍ້ຄວາມ ເພື່ອໃຫ້ເຂົ້າໃຈຄວາມໝາຍ.- ເພື່ອຝຶກອ່ານອອກສຽງໃຫ້ມີປະສິດທິພາບ.ຄູຈັດນັກຮຽນເປັນກຸ່ມນ້ອຍ ແລະ ນໍາສະເໜີກິດຈະກໍາຢູ່ໃນປຶ້ມ ແບບຮຽນ. ຖ້າມີເຄື່ອງໝາຍວັກຕອນໃໝ່ຢູ່ໃນຂໍ້ຄວາມ: ຄູຖາມນັກ ຮຽນວ່າເຂົາເຈົ້າໄດ້ເຫັນເຄື່ອງໝາຍອັນໃດຢູ່ໃນຂໍ້ຄວາມທີ່ຍັງບໍ່ຮູ້ (ເຄື່ອງໝາຍຈຸດ, ຈໍ້າ, ສອງຈໍ້າ, ວົງຢືມ, ໝາຍຖາມ, ໝາຍທ້ວງ ແລະ ອື່ນໆ) ນັກຮຽນສະເໜີ ຫຼື ຄູຊີ້ໄປທີ່ເຄື່ອງໝາຍເຫຼົ່ານັ້ນ. ຄູອະທິບາຍຈຸດ ປະສົງຂອງການໃຊ້ເຄື່ອງໝາຍເຫຼົ່ານັ້ນ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນສາມາດນໍາ ິໃຊ້ຄວາມຮູ້ກ່ຽວກັບສຽງຂອງຕົວອັກສອນ ເພື່ອອ່ານຄໍາສັບທີ່ເປັນສີດໍາ. ຖ້ານັກ ຮຽນຍັງບໍ່ໄດ້ໃຫ້ຄູສາທິດຄືນໂດຍໃຊ້ເຕັກນິກການສອນທີ 7.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການປະຕິບັດກິດ ຈະກໍາບ່. ຄູ ຊ່ວຍຜ້ທ່ຍັງມີຄວາມຫຍ້ງ ໍູີຸຍາກດ້ວຍການໃຊ້ເຕັກ ນິກການສອນ ທ 7 ເພື່ອອ່ານແຕ່ລະຄໍາສັບທີ່ເປັນ ີສີດໍາ.ຖ້ານັກຮຽນລືມຄໍາສັບທ່ຄ້ນ ີຸເຄີຍແຕ່ຍັງບ່ທັນໄດ້ຮຽນຕົວອັກສອນ ໍເທື່ອ ນັ້ນໃຫ້ຄູບອກເຂົາເຈົ້າ ເພາະຄູ ກໍບໍ່ ຄາດຫວັງວ່ານັກຮຽນຈະສາມາດ ອ່ານດ້ວຍຕົນເອງໄດ້.໒໐ສ ວ ສສະຫງວນລິຂະສິດ
21ຄູອະທິບາຍວ່າ ນັກຮຽນຈະໄດ້ພະຍາຍາມອ່ານບົດຮຽນດ້ວຍຕົນເອງຢູ່ໃນກຸ່ມຂອງເຂົາເຈົ້າ.ນັກຮຽນຢູ່ໃນກຸ່ມ, ປ່ຽນຜຽນກັນອ່ານແຕ່ລະປະໂຫຍກ ຫຼື ອ່ານພ້ອມກັນໃນເວລາດຽວກັນ.ຄູຍ່າງໄປເບິ່ງແຕ່ລະກຸ່ມເພື່ອກວດກາຄືນ ແລະ ໃຫ້ການຊ່ວຍເຫຼືອເມື່ອມີຄວາມຕ້ອງການ.ໃນຕອນຕົ້ນຂອງປີຮຽນ: ຄູອະທິບາຍໃຫ້ນັກຮຽນວ່າ ເຂົາເຈົ້າຕ້ອງອ່ານປະໂຫຍກ ດ້ວຍວິທີການດຽວກັນທີ່ເຂົາ ເຈົ້າອ່ານຄໍາສັບໃນກິດຈະກໍາຜ່ານມາ.ນັກຮຽນອ່ານປະໂຫຍກຢູ່ໃນກຸ່ມຂອງຕົນ.ຄູນໍານັກຮຽນມາລວມກັນ. ຄູຖາມຄໍາຖາມ ເພື່ອກວດຄືນຄວາມເຂາໃຈກຽວກບບດທອານຕວຢາງ ແມນບດເລອງ ົ ້່ັົີ ່່ົ່່ົື່ກ່ຽວກັບໃຜ? ເຂົາເຈົ້າເຮັດຫຍັງ?.ຄູອະທິບາຍວ່າຈະອ່ານອອກສຽງ ແລະ ໃຫ້ນັກຮຽນຊີ້ຄໍາສັບຕາມທີ່ຄູອ່ານ. ນັກຮຽນສາມາດອ່ານຄ່ອຍໆໄດ້ຕາມ ທີ່ຄູອ່ານ.ຄູອ່ານອອກສຽງຊ້າໆ ແລະ ສຽງດັງຢ່າງຈະແຈ້ງ ນໍາໃຊ້ສຽງທີ່ ເໝາະສົມກັບຄວາມໝາຍຂອງປະໂຫຍກ.ຄູອະທິບາຍວ່າ ຄູຈະອ່ານອີກຄັ້ງໜຶ່ງດ້ວຍວິທີດຽວກັນ, ແຕ່ຄັ້ງນີ້ ຈະໃຫ້ນັກຮຽນອ່ານອອກສຽງພ້ອມກັນໃນເວລາດຽວກັນ. ຄູ ແລະ ນັກ ຮຽນອ່ານພ້ອມກັນ.ຖ້າມີເວລາ: ຄູຈັດນັກຮຽນເປັນລາຍກຸ່ມ ເພື່ອປ່ຽນກັນອ່ານອອກ ສຽງປະໂຫຍກ ຫຼື ຂໍ້ຄວາມວັກໜຶ່ງ.12. ອ່ານຕາມຄູ, ຕອບຄໍາຖາມຕາມຂໍ້ 18 ແລ້ວຂຽນຄໍາຕອບບົດທີ 3-4, 6-9, 11-15, 17-20, 22-23: ກິດຈະກໍາທີ 19/ ບົດທີ 26 ແລະ 28: ກິດຈະກໍາທີ 6ຈຸດປະສົງ:- ເພື່ອເນັ້ນໃສ່ ແລະ ບອກຂໍ້ມູນຈາກການອ່ານປະໂຫຍກ ຫຼື ຂໍ້ຄວາມ.- ເພື່ອຂຽນບັນທຶກຂໍ້ມູນ (ຕອບຄໍາຖາມ).- ເພື່ອຝຶກຂຽນຄໍາສັບທີ່ໄດ້ຮຽນ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ເຂົາເຈົ້າຈະອ່ານຄໍາຖາມກ່ຽວກັບເນື້ອໃນຂອງ ເລື່ອງທີ່ເຂົາເຈົ້າຫາກໍອ່ານ ແລະ ຕອບຄໍາຖາມ.ຄູສະເໜີບັດຄໍາສັບ ທີ່ເປັນສີ (ຄໍາສັບທີ່ນັກຮຽນຄນເຄຍແຕຍງບ່ ຸ້ີ່ັໍທັນໄດ້ຮຽນຕົວອັກສອນ) ຈາກຄໍາຖາມ (ຫຼື ຄູຂຽນຄາສບເຫານໃສກະ ໍັຼ ົ ່ີ້່ດານ).ຄູຊີ້ໃສ່ຄໍາສັບໃນບັດຄຳ ຫຼື ຢູ່ກະດານ ແລະ ນັກຮຽນຊີ້ໃສ່ ຄໍາສັບດຽວກັນຢູ່ໃນປຶ້ມແບບຮຽນ. ຄູອ່ານຄໍາສັບ ແລະ ຖ້າຈໍາເປັນກໍ ບອກຄວາມໝາຍ. ນັກຮຽນເວົ້າແຕ່ລະຄໍາສັບ.ຄູຊີ້ໄປ ແລະ ອ່ານຄໍາຖາມ 1. ນັກຮຽນເວົ້າຕາມຫຼັງ.ຄູບອກກຸ່ມ ຫຼື ຄູນັກຮຽນປຶກສາຫາລື ແລະ ຕອບຄໍາຖາມ. ຄູ ເລືອກເອົານັກຮຽນຜູ້ໜຶ່ງ ເພື່ອຕອບຄໍາຖາມໃຫ້ໝົດທຸກຄົນໃນຫ້ອງຮູ້.ຄູໃຫ້ຕົວຢ່າງການຂຽນຕອບຄໍາຖາມ 1. ນັກຮຽນກ່າຍຄໍາຕອບໃສ່ປຶ້ມຂຽນ. (ຕົວຢ່າງ 1. .........)- ໃນຕອນຕົ້ນຂອງປີນັກຮຽນຂຽນຄໍາຕອບພຽງແຕ່ຄໍາສັບດຽວ.- ໃນຕອນທ້າຍຂອງປີນັກຮຽນຂຽນຄໍາຕອບເປັນປະໂຫຍກ.ຄູອ່ານຄໍາຖາມ 2 ແລະ 3 ຄືດັ່ງນີ້ຢູ່ໃນກຸ່ມ, ນັກຮຽນສົນທະນາຄໍາຕອບ ແລະ ຂຽນລົງດ້ວຍຕົນເອງ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນຊ້ຄໍາສັບຖືກ ິີກັບຄໍາທີ່ຄູອ່ານບໍ່ ຫຼື ເວົ້າຈາກຄວາມ ຈື່ຈໍາເທົ່ານັ້ນ.ການວັດ ແລະ ປະເມີນຜົນຄກວດເບງວ່ານກຮຽນທກຄນໄດປະ ູິ ່ັຸົ້ກອບສ່ວນເລືອກເອົາຄໍາຕອບບ່ ໍແລະ ຮູ້ວ່າຍ້ອນຫຍັງຈຶ່ງຂຽນແຕ່ລະ ຄໍາສັບ/ປະໂຫຍກ ບໍ່ແມ່ນກ່າຍຈາກ ຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີ ຄວາມຫຍ້ງຍາກໃນການປະຕິບັດ ຸກິດຈະກໍານີ້ ໃຫ້ຄູຈັດນັກຮຽນຈໍານວນ ນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າ ໃຈ ແລະ ປະຕິບັດແຕ່ລະຂັ້ນຕອນ ອີກ.໒໑
22ຄູເລືອກກຸ່ມເພື່ອຕອບຄໍາຖາມ. ຄູຂຽນຄໍາຕອບແຕ່ລະອັນໃສ່ກະດານ. ນັກຮຽນກວດຄືນ ແລະ ເບິ່ງຄວາມຖືກ ຕ້ອງຂອງກິດຈະກໍາເຂົາເຈົ້າ.ໃນຕອນກາງສົກຮຽນ: ຄູຊ່ວຍນັກຮຽນອ່ານຄໍາຖາມເທົ່ານັ້ນ, ນັກຮຽນຕອບຄໍາຖາມດ້ວຍຕົນເອງ.ໃນຕອນທ້າຍສົກຮຽນ: ນັກຮຽນອ່ານຄໍາຖາມ ແລະ ຕອບຄໍາຖາມດ້ວຍຕົນເອງ.13 ກ. ອ່ານປະໂຫຍກ ແລ້ວຈັບຄູ່ໃສ່ກັບຮູບພາບບົດທີ 2, 3, 4, 6, 9, 14: ກິດຈະກໍາ 21ຈຸດປະສົງ:- ເພື່ອຝຶກການນໍາໃຊ້ທັກສະການອ່ານ.- ເພື່ອຝຶກການອ່ານເຂົ້າໃຈຄວາມໝາຍ.ຄູຈັດກິດຈະກໍາ ເອົາເຊືອກ 3 ເສ້ນໃຫ້ນັກຮຽນ (ເຊືອກແຕ່ລະ ັເສັ້ນ ຍາວປະມານ 5-10 ຊັງຕີແມັດ) ເພື່ອເອົາໄວ້ໃຊ້ຈັບຄູ່ປະໂຫຍກ ໃສ່ກັບ ຮູບພາບ. (ເຮົາສາມາດນໍາໃຊ້ສ່ງອ່ນໆແທນເຊືອກກໍໄດ້: ິືໃຊ້ໄມ້ດິ້ວ, ສໍ, ຫຍ້າ, ກິ່ງໄມ້ ແລະ ອື່ນໆ. ຖ້າຈໍາເປັນນັກຮຽນສາມາດ ນໍາໃຊ້ 3 ຢ່າງ ເຊັ່ນ: ແກ່ນໝາກຖົ່ວ, ກ້ອນຫີນ ຫຼື ວັດຖຸອື່ນໆ ເພື່ອສະ ແດງເຖິງ ການຈັບຄູ່ປະໂຫຍກໃສ່ກັບຮູບພາບ).ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຮູ້ວິທີການອ່ານ ຄໍາສັບສີດໍາທັງໝົດນໍາ ໃຊ້ສຽງຂອງຕົວອັກສອນ ແລະ ເຂົາເຈົ້າໄດ້ຮຽນຄໍາສັບທີ່ເປັນສີແລ້ວ (ກິດຈະກໍາຜ່ານມາ). ດັ່ງນັ້ນ, ນັກຮຽນຈະໄດ້ອ່ານ ປະໂຫຍກຕ່າງໆ.ຄູອະທິບາຍວ່າປະໂຫຍກ ໄດ້ວາງໄວ້ບໍ່ກົງກັບຮູບ ແລະ ນັກຮຽນຕ້ອງໄດ້ອ່ານປະໂຫຍກຕ່າງໆ ແລະ ຕັດສິນໃຈວ່າ ຮູບໃດມັນຖືກກັບປະໂຫຍກທີ່ໄດ້ອ່ານ.ໃນຕອນຕົ້ນຂອງປີ: ຄູເລີ່ມປະໂຫຍກທໍາອິດກັບນັກຮຽນ. ຄູບອກນັກຮຽນໃຫ້ອ່ານປະໂຫຍກ. ນັກຮຽນອານ. ່ແລ້ວຄູຖາມວ່າ ຮູບໃດມີຄວາມໝາຍຄືກັນກັບປະໂຫຍກທີ່ໄດ້ອ່ານ. ນັກຮຽນຕອບ. ຄູໃຊ້ເຊືອກວາງໃສ່ ຊຶ່ງມັນຈັບຄ ູ ່ປະໂຫຍກທໍາອິດ ກັບ ຮູບທີ່ໄດ້ສະແດງໄວ້. ນັກຮຽນປະຕິບັດຄືກັນ.ນັກຮຽນ: ອ່ານປະໂຫຍກດ້ວຍຕົນເອງ ຫຼື ອ່ານເປັນຄູ່ ແລະ ໃຊ້ເຊືອກຈັບຄູ່ປະໂຫຍກໃຫ້ຖືກກັບຮູບທີ່ສະແດງ ໄວ້. ຄູກວດຄືນກິດຈະກໍາຂອງນັກຮຽນ ແລະ ປັບປຸງໃຫ້ຖືກຕ້ອງຖ້າມີຄວາມຈໍາເປັນ.ຄູບອກນັກຮຽນກັບມາເຂົ້າເປັນກຸ່ມໃຫຍ່ໝົດຫ້ອງ. ຄູເລືອກເອົາໜຶ່ງກຸ່ມອ່ານອອກສຽງປະໂຫຍກ.ນັກຮຽນປະຕິບັດສືບຕໍ່ໄປເລື້ອຍໆຈົນຄົບທຸກປະໂຫຍກ.13 ຂ. ແຕ່ງປະໂຫຍກຕາມຮູບພາບບົດທີ 7: ກິດຈະກໍາທີ 20/ລວມທັງຢູ່ໃນບົດທວນຄືນ.ຈຸດປະສົງ:- ເພື່ອຝຶກການຂຽນແບບມີຈຸດປະສົງ ເພື່ອບັນທຶກຂໍ້ມູນ.- ເພື່ອຝຶກການສ້າງປະໂຫຍກ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຈະໄດ້ແຕ່ງປະໂຫຍກທີ່ກ່ຽວຂ້ອງກັບຮູບ ແລະ ຂຽນປະໂຫຍກ. ຄູອະທິບາຍວ່າ ນັກຮຽນຄວນເລືອກຄໍາສັບ ທ່ເຂົາເຈ້າຮູ້ແລ້ວຈາກການອ່ານ ແລະ ໃຫ້ເຂົາເຈ້າພະຍາຍາມຂຽນມັນ. ີົົຄູບອກນັກຮຽນໃຫ້ກວດຄືນການສະກົດຄໍາ ຕາມພາຍຫຼັງດ້ວຍການ ຊອກຫາມັນຈາກບົດຮຽນທີ່ຜ່ານມາຢູ່ໃນປຶ້ມແບບຮຽນ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການອ່ານ ແລະ ເລືອກເອົາຄໍາຕອບບໍ່. ບໍ່ແມ່ນກ່າຍ ຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງ ຍັງມີຄວາມຫຍ້ງຍາກໃນການປະ ຸຕິບັດກິດຈະກໍານີ້ ໃຫ້ຄູຈັດນັກຮຽນ ຈໍານວນນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາ ເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະ ຂັ້ນຕອນອີກ.ການວັດ ແລະ ປະເມີນຜົນຄູກວດເບິ່ງວ່າ ນັກຮຽນທຸກຄົນໄດ້ປະ ກອບສ່ວນໃນການເລືອກ ແລະ ຂຽນ ຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມ ຫຍ້ງຍາກໃນການປະຕິບັດກິດຈະ ຸກໍານີ້ ໃຫ້ຄູຈັດນັກຮຽນຈໍານວນນີ້ເປັນ ກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະຂັ້ນຕອນອີກ.໒໒ສ ວ ສສະຫງວນລິຂະສິດ
23ໃນຕອນຕົ້ນຂອງສົກຮຽນ, ຄູບອກນັກຮຽນໝົດຫ້ອງໃຫ້ບອກຕົວຢ່າງຂອງປະໂຫຍກທີ່ກ່ຽວຂ້ອງກັບຮູບພາບ ຕ່າງໆ. ເລືອກເອົານັກຮຽນຄົນໜຶ່ງ ເພື່ອໃຫ້ແນວຄວາມຄິດ ແລະ ຄູຊ່ວຍເຂົາເຈົ້ານໍາໃຊ້ປະໂຫຍກທີ່ມີຄໍາສັບທີ່ເຂົາເຈົ້າໄດ້ຮຽນຜ່ານມາແລ້ວ. ຄູແນະນໍານັກຮຽນວິທີການຊອກຫາຄໍາສັບຢູ່ໃນບົດຮຽນທີ່ຜ່ານມາ. ດັ່ງນັ້ນ, ເຂົາເຈົ້າຈະສາມາດກ່າຍເອົາການສະກົດຄໍາຕ່າງໆ.ນັກຮຽນແຕ່ງປະໂຫຍກເປັນລາຍບຸກຄົນຈາກສິ່ງທີ່ຕົນເອງຈື່ຈໍາ ການສະກົດຄໍາ ຫຼື ຈາກການແຍກຄໍາອອກເປັນສຽງ ແລະ ຂຽນແຍກແຕ່ລະສຽງ (ເຂົາເຈົ້າສາມາດເຮັດກິດຈະກໍາເປັນຄູ່ ຫຼື ເປັນກຸ່ມ).ນັກຮຽນພະຍາຍາມຊອກຫາຄໍາສັບໃນປະໂຫຍກຢູ່ໃນປຶ້ມແບບຮຽນ ເພື່ອກວດຄືນການສະກົດຄໍາ.ຄູຍ່າງເລາະຕິດຕາມເບິ່ງນັກຮຽນແຕ່ລະຄົນ ແລະ ຊ່ວຍນັກຮຽນປັບປຸງໃຫ້ຖືກຕ້ອງ ແລະ ຊ່ວຍເຫຼືອເຂົາເຈົ້າເມື່ອມີຄວາມຕ້ອງການ.ຄູນໍານັກຮຽນກັບມາລວມກັນ ແລະ ເລືອກນັກຮຽນອ່ານປະໂຫຍກຂອງເຂົາເຈົ້າ.13 ຄ. ອ່ານປະໂຫຍກ ແລ້ວເລືອກເອົາຄໍາສັບ ຫຼື ວະລີຈາກຂໍ້ທີ 20 ຕື່ມໃສ່ບ່ອນວ່າງບົດທີ 8, 11, 12: ກິດຈະກໍາທີ 21/ ລວມທັງບົດທວນຄືນ.ຈຸດປະສົງ:- ເພື່ອຝຶກນໍາໃຊ້ທັກສະໃນການອ່ານ, ອ່ານເຂົ້າໃຈຄວາມໝາຍ.- ເພື່ອຝຶກການຂຽນຢ່າງມີເປົ້າໝາຍ ເພື່ອບັນທຶກຄໍາຕອບ ແລະ ຂໍ້ມູນ.- ເພື່ອຝຶກການສ້າງປະໂຫຍກ.ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ.ຄູອະທິບາຍໃຫ້ນັກຮຽນໄດ້ຮູ້ ວິທີການອ່ານຄໍາສັບສີດໍາທັງໝົດທີ່ນໍາໃຊ້ການອອກສຽງຄໍາສັບ, ທີ່ເຂົາເຈົ້າໄດ້ ຮຽນແລ້ວ ກ່ຽວກັບຄໍາສັບເປັນສີ (ໃນກິດຈະກໍາຜ່ານມາ). ດັ່ງນັ້ນ, ນັກຮຽນຈະໄດ້ອ່ານປະໂຫຍກ.ຄູອະທິບາຍວ່າ ແຕ່ລະປະໂຫຍກມີຄໍາສັບທີ່ຂາດຫາຍໄປ ແລະ ນັກຮຽນຕ້ອງໄດ້ອ່ານປະໂຫຍກ ແລະ ຕັດສິນໃຈວ່າ ຈະເອົາຄໍາສັບ ອັນໃດມາຕື່ມໃສ່ ເພື່ອເຮັດໃຫ້ປະໂຫຍກນັ້ນສົມບນ (ເລອກເອາຄາສບ ູືົໍັທກຳນດຈາກກິດຈະກໍາຜ່ານມາ)ີ່ົໃນຕອນເລີ່ມຕົ້ນຂອງປີ: ຄູສ້າງປະໂຫຍກຮ່ວມກັບນັກຮຽນ. ຄູ ບອກນັກຮຽນອ່ານປະໂຫຍກ. ຄູອ່ານ ແລະ ສົ່ງ “ສຽງເຕືອນຕິກ! ຕ໋ອກ!” ເມື່ອ ເວລາເຂົາເຈົ້າເຫັນຊ່ອງວ່າງ. ຫຼັງຈາກນັ້ນ, ຄູບອກນັກຮຽນໄປເບິ່ງ ຄວາມສໍາພັນກັບຮູບພາບ ແລະ ເບິ່ງຄໍາສັບທີ່ກຳນົດວ່າ ຄາສບໃດມີ ໍັຄວາມເໝາະສົມ ເພື່ອເຮັດໃຫ້ປະໂຫຍກນັ້ນສົມບູນ ແລະ ມຄວາມກຽວີ່ຂ້ອງປະໂຫຍກກັບຮູບພາບ. ນັກຮຽນວາງສໍເຂົາເຈົ້າ (ຫຼື ສາຍເຊອກ) ືຊຶ່ງມັນຊື່ອມຕໍ່ຊ່ອງວ່າງຂອງປະໂຫຍກຫາຄໍາສັບທີ່ໄດ້ເລືອກເອົາ. ແລ້ວໃຫ້ເຂົາເຈົ້າອ່ານປະໂຫຍກຄືນ, ບອກຄໍາສັບທີ່ໄດ້ເລືອກຢູ່ໃນ ຊ່ອງວ່າງ. ຄູຂຽນຄໍາສັບທີ່ໄດ້ເລືອກເປັນຄໍາຕອບ (1......).ນັກຮຽນອ່ານປະໂຫຍກດ້ວຍຕົນເອງ ຫຼື ເປັນຄູ່, ເວົ້າ “ສຽງເຕືອນ” ສໍາລັບຊ່ອງວ່າງ. ເຂົາເຈົ້າເລືອກເອົາຄໍາສັບທີ່ ກຳນົດທີ່ມີຄວາມເໝາະສົມ ເພື່ອຕື່ມໃສ່ປະໂຫຍກໃຫ້ສົມບູນ ແລະ ກ່ຽວຂ້ອງກັບຮູບພາບ. ເຂົາເຈົ້າວາງສໍແຕ່ຊ່ອງວ່າງ ຫາຄໍາສັບ ແລະ ອ່ານປະໂຫຍກທັງໝົດ ເພື່ອກວດຄືນທາງເລືອກ. ແລ້ວຂຽນຄໍາຕອບ.ຄູບອກນັກຮຽນກັບມາລວມກັນ. ຄູບອກກຸ່ມໜຶ່ງອ່ານດັງໆແຕ່ລະປະໂຫຍກ ແລ້ວສົ່ງ “ສຽງເຕືອນຕິກ! ຕ໋ອກ!”ສໍາລັບ ບ່ອນທີ່ມີຊ່ອງວ່າງ. ແລ້ວຄູເລືອກເອົານັກຮຽນໜຶ່ງຄົນໃຫ້ບອກຄໍາສັບທີ່ເໝາະສົມເພື່ອຕື່ມໃສ່ ຊ່ອງວ່າງ. ນັກຮຽນທັງໝົດ ຊີ້ນິ້ວມືໄປທີ່ຄໍາສັບ. ນັກຮຽນທຸກຄົນໃນຫ້ອງອ່ານຄໍາສັບບອກຄໍາສັບທີ່ໄດ້ຄັດເລືອກ ເພື່ອຕື່ມໃສ່ຊ່ອງວ່າງ.ເຂົາເຈົ້າສືບຕໍ່ເຮັດແນວນີ້ໄປໃນແຕ່ລະປະໂຫຍກ.ການວັດ ແລະ ປະເມີນຜົນຄກວດເບງວ່ານກຮຽນທກຄນໄດປະ ູິ ່ັຸົ້ກອບສ່ວນໃນການເລືອກ ແລະ ຂຽນ ຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມ ຫຍ້ງຍາກໃນການປະຕິບັດກິດຈະ ຸກໍານ້ໃຫ້ຄູຈັດນັກຮຽນຈໍານວນນ້ ີີເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາເຈົ້າເຂົ້າ ໃຈ ແລະ ປະຕິບັດແຕ່ລະຂັ້ນຕອນ ອີກ.໒໓
24ການປ່ຽນແປງ: ບົດທີ 13, 15: ກິດຈະກໍາທີ 21: ຕື່ມໃສ່ບ່ອນວ່າງຫຼັງຈາກນັ້ນເຊື່ອມປະໂຫຍກກັບຮູບພາບ ບົດທີ 17, 18, 19, 20: ກິດຈະກໍາທີ 21/ ບົດທີ 22, 23: ກິດຈະກໍາທີ 22/ ບົດທີ 26, 27, 28: ກິດຈະກໍາ 2: ຕື່ມໃສ່ບ່ອນວ່າງ ເພື່ອເຮັດໃຫ້ປະໂຫຍກມີຄວາມສົມບູນ.13 ງ. ຈັດລຽງຄໍາສັບ ແລະ ວະລີ ໃຫ້ເປັນປະໂຫຍກບົດທີ 25, 26, 27, 28: ກິດຈະກໍາທີ 7/ລວມທັງບົດທວນຄືນ.ຈຸດປະສົງ:- ເພື່ອນໍາໃຊ້ທັກສະໃນການອ່ານ, ອ່ານເຂົ້າໃຈຄວາມໝາຍ.- ເພື່ອຝຶກການສ້າງປະໂຫຍກ.- ເພື່ອຝຶກການຂຽນແບບມີເປົ້າໝາຍ ເພື່ອບັນທຶກຄໍາຕອບ ແລະ ຂໍ້ມູນ.ໝາຍເຫດ: ກິດຈະກໍານີ້ແມ່ນກິດຈະກໍາທີ່ດີ ໂດຍການຂຽນຄໍາ ສັບລົງໃສ່ບັດນ້ອຍໆນັກຮຽນສາມາດເຄື່ອນຍ້າຍໄປມາ ແລະ ຈັດວາງ ໄປໃນທາງທີ່ແຕກຕ່າງກັນໄດ້. ຄູເຮັດຄືແນວນີ້, ກຽມໜຶ່ງຊຸດສໍາລັບແຕ່ ລະກຸ່ມ. ໃຫ້ແຕ່ລະກຸ່ມໜຶ່ງປະໂຫຍກໜຶ່ງບັດ.ຄູສະເໜີກິດຈະກໍາຢູ່ໃນປື້ມແບບຮຽນ.ຄູອະທິບາຍວ່າ ນັກຮຽນຕ້ອງໄດ້ຈັດລຽງຄໍາສັບ ແລະ ວາງຄໍາ ສັບໃຫ້ຖືກຕ້ອງ ເພື່ອເຮັດໃຫ້ເປັນປະໂຫຍກທີ່ມີຄວາມກ່ຽວພັນກັບຮູບ ພາບ.ຖ້າຈໍາເປັນ, ຂຽນຄໍາສັບທີ່ງ່າຍໆລົງໃນກະດານ ແລະ ສາທິດວິທີ ການເຮັດກິດຈະກໍາ ຕົວຢ່າງເບິ່ງໄປທີ່ຄໍາສັບທັງໝົດ ແລະ ເລືອກເບິ່ງ ວ່າອັນໃດແມ່ນຄໍາສັບທໍາອິດຢູ່ໃນປະໂຫຍກ. ວາງຄໍາສັບນັ້ນກ່ອນ ແລະ ເລືອກເອົາຄໍາສັບຕໍ່ໄປ ແລະ ເຮັດໄປເລື້ອຍໆ.ນັກຮຽນປະຕິບັດກິດຈະກໍາເປັນກຸ່ມ ແລ້ວອ່ານປະໂຫຍກທີ່ແຕ່ງ.14. ເລືອກຕົວອັກສອນ ຫຼື ຄໍາສັບ ຕື່ມໃສ່ບ່ອນຈໍາເມັດບົດທີ 1: ກິດຈະກໍາທີ15/ບົດທີ 2: ກິດຈະກໍາທີ 11 (ສຽງຂອງພະຍັນຊະນະ) ແລະ 20 /ບົດທີ 3-4, 6, 8, 9, 11-15, 17-20: Aກິດຈະກໍາທີ 22/ບົດທີ 7: ກິດຈະກໍາທີ 21.ຈຸດປະສົງ:ເພື່ອຝຶກກໍານົດສຽງສະຫຼະໃນຄໍາສັບ.ໝາຍເຫດ: ກິດຈະກໍານີ້ແມ່ນກິດຈະກໍາທີ່ດີ ຖ້ານັກຮຽນເຮັດວຽກເປັນກຸ່ມ, ມີບັດນ້ອຍໆກັບສະຫຼະທີ່ໄດ້ຮຽນມາຢູ່ ໃນບົດຮຽນ, ເພື່ອໃຊ້ (ການອອກສຽງສະຫຼະສອງຢ່າງທີ່ແຕກຕ່າງກັນ); ໂດຍສະເພາະແມ່ນຕົ້ນປີ. ຄູສາມາດຂຽນສະຫຼະ ສອງຕົວໃສ່ກະດານດໍາ.ຄູສະເໜີກິດຈະກໍາຢູ່ໃນປື້ມແບບຮຽນ.ໃນຕອນເລີ່ມຕົ້ນຂອງປີ: ຄູອະທິບາຍວ່າ ນັກຮຽນອາດຈະບໍ່ໄດ້ຮຽນການຂຽນໜັງສືທຸກຕົວໃນກິດຈະກໍາ, ແຕເຂາ ່ົເຈົ້າຈະໄດ້ຮູ້ການລົງທ້າຍຂອງສຽງ (ສຽງຂອງສະຫຼະ) ຢູ່ໃນຄໍາສັບ. ກິດຈະກໍານີ້ແມ່ນສໍາລັບນັກຮຽນ ເພື່ອບອກການ ອອກສຽງລົງທ້າຍທີ່ຖືກຕ້ອງໃນແຕ່ລະຄໍາສັບ.ຄູຖາມນັກຮຽນວ່າຮູບທໍາອິດແມ່ນຫຍັງ. ຖ້າຈໍາເປັນຄູຕ້ອງໄດ້ສອນວິທີການອອກສຽງ. ຄູບອກນັກຮຽນເລືອກເອົາ ການອອກສຽງຂອງສະຫຼະ (ຢູ່ໃນບັດນ້ອຍໆຂອງເຂົາເຈົ້າ ແລະ ຢູ່ກະດານ) ແມ່ນ ຄໍາສັບທີ 1. ນັກຮຽນຕອບ.ຄູບອກນັກຮຽນ, ຈັດເປັນກຸ່ມ, ເພືອຈັດວາງສະຫຼະລົງໃນບັດຂອງເຂົາເຈົ້າທີ່ຊ່ອງວ່າງຂອງຄໍາສັບ (ເພອສ້າງຄໍາສັບໃຫ້ ສົມບູນ). ຄູສອນນັກຮຽນໃຫ້ພັບບັດ. ດັ່ງນັ້ນ, ຈະບໍ່ເຫັນຕົວ x ຫຼັງຈາກນັກຮຽນເຮັດສິ່ງນີ້ ື່ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການເລືອກ ແລະ ຂຽນຄໍາຕອບບໍ່. ບໍ່ແມ່ນກ່າຍຈາກຜູ້ ອື່ນ. ຖ້ານັກຮຽນຈໍານວນໜຶ່ງຍັງມີຄວາມຫຍ້ງຍາກໃນການປະຕິບັດ ຸກິດຈະກໍານ້ໃຫ້ຄູຈັດນັກຮຽນຈໍາ ີນວນນີ້ເປັນກຸ່ມ ແລ້ວຊ່ວຍໃຫ້ເຂົາ ເຈົ້າເຂົ້າໃຈ ແລະ ປະຕິບັດແຕ່ລະຂັ້ນ ຕອນອີກ.໒໔ສ ວ ສສະຫງວນລິຂະສິດ
25ຄູບອກເຂົາເຈົ້າສ້າງຄໍາສັບ ..... (ຄໍາສັບທີ 1) ເຂົາເຈົ້າຕ້ອງຊີ້ໄປທີ່ມັນ ແລະ ເວົ້າຄໍາສັບ. ນັກຮຽນເຮັດສິ່ງນີ້.ຄູຂຽນຄໍາຕອບຕົວຢ່າງໃສ່ກະດານ: 1. ......(ເຄື່ອງໝາຍສະຫຼະ).ຄູທວນຄືນຂະບວນການຮ່ວມກັບນັກຮຽນ ສໍາລັບຮູບທີ 2 ແລະ ຮູບທີ 3 ແລະ ຄໍາສັບ.ຄູບອກນັກຮຽນຜູ້ໜຶ່ງອະທິບາຍຄໍາຕອບຂອງກຸ່ມເຂົາເຈົ້າ.ໃນທ້າຍປີ: ນັກຮຽນຮູ້ກິດຈະກໍາ ແລະ ເຮັດກິດຈະກໍາທັງໝົດ ດ້ວຍຕົນເອງ. ຄູຍ່າງເລາະເບິ່ງນັກຮຽນແຕ່ລະຄົນ ແລະ ຖາມເຂົາ ເພື່ອ ອອກສຽງຄໍາສັບ. ຄູໃຫ້ນັກຮຽນກັບມາລວມກັນໝົດຫ້ອງ ເພື່ອກໍານົດ ຄໍາຕອບທີ່ຖືກຕ້ອງ.15. ຟັງ ແລະ ເວົ້າຕາມຄູ ແລ້ວແຕ່ງປະໂຫຍກຕາມຕົວຢ່າງບົດທີ 1: ກິດຈະກໍາທີ 16/ ບົດທີ 2, 7: ກິດຈະກໍາທີ 22/ບົດທີ 3, 4, 6, 8, 9, 11-15, 17-20, 22-23: ກິດຈະກໍາທີ 23ຈຸດປະສົງ:- ເພື່ອໃຫ້້ຮູບແບບໃນການເວົ້າສື່ສານ.- ເພື່ອພັດທະນາທັກສະໃນການເວົ້າ ແລະ ການຟັງ ໂດຍໃຊ້ຕົວຢ່າງຂອງປະໂຫຍກທີ່ນັກຮຽນໄດ້ຮຽນມາ ແລະ ນໍາໃຊ້.- ເພື່ອນໍາໃຊ້ຄວາມຮູ້ກ່ຽວກັບບົດຮຽນ ແລະ ນິທານຈາກປຶ້ມນິທານ.- ເພື່ອນໍາໃຊ້ທັກສະການອອກສຽງ ແລະ ຄໍາສັບ.ໃນຕອນເລີ່ມຕົ້ນຂອງສົກຮຽນ: ຄູສະເໜີກິດຈະກໍາຢູ່ໃນປຶ້ມແບບຮຽນ ແລະ ບອກນັກຮຽນວ່າ ຄູຈະອ່ານປະໂຫຍກ ໃຫ້ນັກຮຽນຟັງ. ຫຼັງຈາກນັ້ນ, ຈະໃຫ້ນັກຮຽນເຮັດກິດຈະກໍາສົນທະນາ.ໃນຕອນທ້າຍຂອງສົກຮຽນ: ຄູບອກນັກຮຽນເບິ່ງໄປທີ່ປະໂຫຍກ ແລະ ບອກວ່າ ຖານກຮຽນເຫນບາງຄາສບທເຂາ ້ັັໍັີ ່ົເຈົ້າຮູ້ຢູ່ໃນປະໂຫຍກ ຫຼື ວາງກ້ອນຫີນໃສ່ຄໍາສັບເຫຼົ່ານັ້ນ ແລະ ບອກ ຫຼື ສະແດງໃຫ້ເຫັນຄໍາສັບອື່ນໆ. ໃນຕອນທ້າຍຂອງປີ ຄູສາມາດຖາມນັກຮຽນໃຫ້ຊອກຫາຄໍາສັບທີ່ເຂົາເຈົ້າບໍ່ຮູ້ວິທີການອ່ານ ຫຼື ບໍ່ຮູ້ຄວາມໝາຍຂອງມັນ.ຄູຊີ້ໄປທີ່ຫົວຂໍ້ບົດຮຽນ, ທົບທວນຄືນໃຫ້ນັກຮຽນກ່ຽວກັບຈຸດປະສົງຂອງຫົວຂໍ້ບົດຮຽນ, ແລະ ອ່ານມັນ. ຄູຖາມກ່ຽວ ກັບຄວາມໝາຍຂອງປະໂຫຍກນັ້ນແມ່ນຫຍັງ.ຄູຖາມນັກຮຽນກ່ຽວກັບຮູບພາບແຕ່ລະອັນ (ຄໍາຖາມແມ່ນຂຶ້ນກັບປະໂຫຍກ. ນີ້ແມ່ນບາງຕົວຢ່າງທົ່ວໆໄປ ແມ່ນ ຫຍັງຢູ່ໃນຮູບພາບນີ້? ເຈົ້າຄິດວ່າປະໂຫຍກນີ້ເວົ້າກ່ຽວກັບຫຍັງ? ເຈົ້າຄິດວ່າມັນມີຫຍັງເກີດຂຶ້ນ?).ຄູແນະນໍາ ແລະ ອະທິບາຍ ກ່ຽວກັບຈຸດປະສົງຮູບແບບຂອງປະໂຫຍກໃໝ່ໆ ຕົວຢ່າງ: ຄໍາເວົ້າຕ່າງໆ ຫົວຂໍ້, ເຄື່ອງ ໝາຍ.ຄູອ່ານປະໂຫຍກທີ 1 ຊີ້ໄປທີ່ຄໍາສັບດັ່ງທີ່ຄູໄດ້ອ່ານ ແລ້ວສະແດງຮູບພາບໃຫ້ເຫັນ (ຄູອະທິບາຍຄວາມໝາຍ ຖ້າຈໍາເປັນສໍາລັບນັກຮຽນຊົນເຜົ່າ).ຄູສືບຕໍ່ຈົນກວ່າຈະອ່ານບົດເລື່ອງທັງໝົດຈົບ.ຄູອ່ານຄືນ, ບອກນັກຮຽນເພື່ອໃຫ້ເວົ້າປະໂຫຍກ ຫຼື ເຮັດຕາມຄູ (ສໍາລັບບາງບົດອາດຈະມີຄວາມເໝາະສົມ ເພື່ອໃຫ້ນັກຮຽນສະແດງ ບົດບາດສົມມຸດຕາມຄວາມໝາຍຂອງບົດຮຽນ).ຄູອ່ານກິດຈະກໍາ ຫຼື ຄໍາຖາມ ໃນຕອນທ້າຍຂອງບົດຮຽນ (ຫຼື ໃນປຶ້ມຄູ່ມືຄູ)ຄູຈັດຕັ້ງນັກຮຽນເພື່ອຕອບຄໍາຖາມ ຫຼື ເຮັດກິດຈະກໍາ ຕົວຢ່າງ: ການປຶກສາຫາລື ຫຼື ການຕັດສິນໃຈໃນກຸ່ມ, ປຶກ ສາຫາລືໃນຫ້ອງຮຽນ ຫຼື ເຮັດກິດຈະກໍາດ້ວຍຕົນເອງ. ນັກຮຽນເຮັດກິດຈະກໍາ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນທຸກຄົນໄດ້ ິປະກອບສ່ວນໃນການເລືອກ ແລະ ຂຽນຄໍາຕອບບໍ່. ບໍ່ແມ່ນກ່າຍຈາກ ຜູ້ອື່ນ.ການວັດ ແລະ ປະເມີນຜົນຄູກວດເບ່ງວ່ານັກຮຽນສາມາດອອກ ິສຽງໄດ້ຖືກຕ້ອງບໍ່.໒໕
26ໝາຍເຫດ: ສິ່ງເຫຼົ່ານີ້ແມ່ນມີຄວາມແຕກຕ່າງກັນໄປໃນບົດຮຽນແຕ່ລະບົດ, ໃຫ້ອ່ານໃນປຶ້ມຄູ່ມືຄູຕື່ມ.ນັກຮຽນໄດ້ຖືກຄັດເລືຶອກ ເພື່ອໃຫ້ແນວຄວາມຄິດ, ຂໍ້ມູນ ຂອງຕົນເອງ ຫຼື ລາຍງານກິດຈະກໍາຂອງເຂົາເຈົ້າ. (ຄູຮັບປະກັນ ວ່ານັກຮຽນໃຊ້ຕົວຢ່າງຂອງປະໂຫຍກທີ່ໄດ້ໃຫ້ຄໍາແນະນໍາໄປ). ຖ້າເໝາະສົມ, ປຶກສາຫາລືກັບນັກຮຽນຜູ້ອື່ນໆວ່າເຂົາເຈົ້າມັກອັນໃດ ຫຼາຍທີ່ສຸດ.ນັກຮຽນຖ້າຈໍາເປັນ, ຕ້ອງຊຸກຍູ້ໃຫ້ນັກຮຽນສະແດງແນວຄວາມ ຄິດທີ່ກ່ຽວຂ້ອງກັບປະໂຫຍກ ແລ້ວສະແດງຮູບພາບໃຫ້ເຂົາເຈົ້າເບິ່ງ ແລະ ອະທິບາຍກ່ຽວກັບປະໂຫຍກນັ້ນ, ນໍາໃຊ້ ຕົວຢ່າງຂອງປະໂຫຍກທີ່ໄດ້ແນະນໍາໄປ. ໃນຕອນທ້າຍຂອງປີ ນັກຮຽນຕ້ອງຂຽນຂໍ້ມູນດ້ວຍຕົນເອງໃສ່ຮູບພາບຂອງ ເຂົາເຈົ້າ.16. ນິທານໃນການໃຊ້ປຶ້ມນິທານຈະມີ 2 ຊົ່ວໂມງ: ພາກທີ 1 ແລະ ພາກທີ 2.ໃນບົດຮຽນຂອງພາກຮຽນທີ 1: ເບິ່ງຂັ້ນຕອນການສອນລະອຽດຢູ່ບົດທີ 1 ພາກທີ 1 ໄດ້ອະທິບາຍໄວ້ຢູ່ຊົ່ວໂມງທີ 6 ແລະ ພາກທີ 2 ຢູ່ຊົ່ວໂມງທີ 10.ໃນບົດຮຽນຂອງພາກຮຽນທີ 2: ເບິ່ງຂັ້ນຕອນການສອນລະອຽດຕາມບົດຮຽນເຫຼົ່ານີ້: 1 ພາກທີ 1 ຢູ່ບົດທີ 17 ຊົ່ວ ໂມງທີ 6 ແລະ ພາກທີ 2 ຢູ່ບົດທີ 18 ຊົ່ວໂມງທີ 6.ຕາຕະລາງປະຈໍາອາທິດສໍາລັບ ວິຊາພາສາລາວແຜນການສອນວິຊາພາສາລາວສໍາລັບຫ້ອງ ປ.1 ຈະມີ 10 ຊົ່ວໂມງຕໍ່ອາທິດ. ແນະນໍາ ໃຫ້ຈັດ 2 ຊົ່ວໂມງຕໍ່ວັນສໍາ ລັບວິຊາພາສາລາວ.ການສອນວິຊາພາສາລາວ ຂັ້ນ ປ.1 ຈະມີ 3 ພາກໃຫຍ່ແຕ່ລະພາກຈະມີຈຸດປະສົງສະເພາະແຕ່ລະອາທິດ. ຄຳແນະນຳການສອນໃນປຶ້ມຄູ່ມືຄູນີ້ ຈະຊ່ວຍໃຫ້ຄູເຂົ້າໃຈ ແລະ ຈັດຕັ້ງປະຕິບັດວິທີການສອນພາສາລາວ.1: ການສອນຕາມປຶ້ມແບບຮຽນ2 ຊົ່ວໂມງຕໍ່ມື້ ໃນວັນຈັນ,ວັນອັງຄານ, ວັນພະຫັດ ແລະ 1 ຊົ່ວໂມງຕໍ່ມື້ ໃນວັນພຸດ ແລະ ວັນສຸກ.ແຜນການສອນນີ້ຈະພັດທະນາຄວາມອາດສາມາດດ້ານການອ່ານ ແລະ ການຂຽນກໍຄືຄວາມສາມາດດານການ ້ເວົ້າ ແລະ ການຟັງຈໍານວນໜຶ່ງ. ການສອນຕາມປຶ້ມແບບຮຽນປະກອບດ້ວຍແຜນຍ່ອຍຕໍ່ໄປນີ້:- ການອອກສຽງ- ການອອກສຽງ-ຕົວອັກສອນ- ຫັດຂຽນ- ຄໍາສັບ (ການອ່ານ ແລະ ການຂຽນ)- ບົດຮຽນ (ການອ່ານ ແລະ ການຂຽນ)- ການວັດ ແລະ ປະເມີນຜົນ2: ການສອນໂດຍໃຊ້ປຶ້ມນິທານ (ແລະ ປຶ້ມປະເພດອື່ນໆ)ພາກຮຽນ 1: 1 ຊົ່ວໂມງຕໍ່ມື້ ໃນວັນ ພຸດ ແລະ ສຸກ.ພາກຮຽນ 2: 1 ຊົ່ວໂມງຕໍ່ມື້ໃນວັນ ພຸດ.ການສອນໂດຍໃຊ້ປຶ້ມນິທານນີ້ ແມ່ນເພື່ອພັດທະນາຄວາມສາມາດດ້ານວັນນະຄະດີ ແລະ ທັກສະການນໍາໃຊ້ພາສາຢາງສາງສນໃນຫຼັກສູດໃຫ້ສູງຂຶ້ນ.່້ັການວັດ ແລະ ປະເມີນຜົນຄູຍ່າງໄປມາຫານກຮຽນແຕ່ລະກ່ມ ັຸເພ່ອຊ່ວຍເຂົາເຈ້າໃນການນໍາໃຊ້ໂຄງ ືົສ້າງຂອງປະໂຫຍກທີ່ໄດ້ແນະນໍາ.໒໖ສ ວ ສສະຫງວນລິຂະສິດ
273: ການສອນໂດຍໃຊ້ປຶ້ມອ່ານເສີມ ພາກຮຽນ 2: 1 ຊົ່ວໂມງຕໍ່ມື້ ໃນວັນສຸກ.ການສອນໂດຍໃຊ້ປຶ້ມອ່ານເສີມນີ້ ແມ່ນເພື່ອພັດທະນາທັກສະການອ່ານດ້ວຍຕົນເອງໃນຫຼັກສູດໃຫ້ສູງຂຶ້ນ. ສໍາລັບການສອນໂດຍໃຊ້ປຶ້ມອ່ານເສີມນີ້ຈະໄດ້ສະໜອງປຶ້ມຄູ່ມືສະເພາະໃຫ້ແກ່ຄູ.ນາທີວັນຈັນວັນອັງຄານວັນພຸດວັນພະຫັດວັນສຸກຊົ່ວໂມງທໍາອິດ 10ທວນຄືນຄັ້ງທີ 1ທວນຄືນຄັ້ງທີ 1ທວນຄືນຄັ້ງ ທີ 1 ທວນຄືນຄັ້ງທີ 1 ກິດຈະກໍາ ການວັດ ແລະ ປະເມີນຜົນ15ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ການອອກສຽງການອອກສຽງການອ່ານບົດຮຽນໃໝ່: ການອ່ານ/ການຂຽນກິດຈະກໍາ ການວັດ ແລະ ປະເມີນຜົນ10ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ກິດຈະກໍາ ວັດ ແລະ ປະເມີນຜົນ10ທັກສະຫັດ ຂຽນງານທັກສະຫັດ ຂຽນງານກິດຈະກໍາເສີມ/ການຂຽນກິດຈະກໍາເສີມ ກິດຈະກໍາ ການວັດ ແລະ ປະເມີນຜົນຊົ່ວໂມງທີ 210/15ທວນຄືນຄັ້ງທີ 2ທວນຄືນຄັ້ງທີ 2ປຶ້ມນິທານທວນຄືນຄັ້ງທີ 2ພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ15/10ບົດຮຽນໃໝ່: ສຽງ/ ບົດຮຽນໃໝ່: ອັກສອນ/ ຄໍາສັບການອ່ານປຶ້ມນິທານບົດຮຽນໃໝ່: ການເວົ້າພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ10ຫຼິ້ນເກມ: ການ ນໍາໃຊ້ຫຼິ້ນເກມ: ການ ນໍາໃຊ້ປຶ້ມນິທານຫຼິ້ນເກມ: ການ ນໍາໃຊ້ພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມ10ກິດຈະກໍາເສີມ /ການຂຽນກິດຈະກໍາເສີມປຶ້ມນິທານກິດຈະກໍາເສີມພາກຮຽນ I: ປຶ້ມນິທານ/ພາກຮຽນ II: ປຶ້ມອ່ານເສີມສື່ການຮຽນການສອນສໍາລັບ ວິຊາພາສາລາວອຸປະກອນສໍາລັບການຮຽນການສອນຕາມປຶ້ມແບບຮຽນຂອງ ວິຊາພາສາລາວການປົກປັກຮັກສາອຸປະກອນການຮຽນການສອນຂອງວິຊາພາສາລາວໃຫ້ຢູ່ໃນສະພາບດີ ຈຶ່ງຈະເຮັດໃຫ້ອຸປະ ກອນດັ່ງກ່າວໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີການນໍາໃຊ້ອຸປະກອນຢ່າງລະມັດລະວັງ ແລະ ຮັກສາໃຫ້ດີ ຈຶ່ງສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ.ແຕ່ລະຫ້ອງຈະມີປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນ:- ຄູຈະໄດ້ຮັບປຶ້ມຄູ່ມືຄູ ແລະ ແບບຮຽນຂອງ ປ.1 ແລະ ປຶ້ມເຫຼົ່ານີ້ຈະໄດ້ໃຊ້ໃນຫ້ອງຮຽນທຸກໆມື້.- ນັກຮຽນແຕ່ລະຄົນຈະມີປຶ້ມແບບຮຽນ ແລະ ເຂົາເຈົ້າຈະໄດ້ໃຊ້ໃນຫ້ອງຮຽນທຸກໆມື້.- ໃນຫ້ອງຮຽນຈະມີອຸປະກອນຮັບໃຊ້ການຮຽນພາສາຊະນິດຕ່າງໆຊຶ່ງຮວມມີ: ບັດຕົວອັກສອນ, ແຜນພູມພະຍັນ ຊະນະ, ແຜນພູມສະຫຼະ, ບັດຄໍາ ແລະ ບັດຮູບພາບສໍາລັບຈັບຄູ່ກັບຄໍາສັບ ແລະ ກິດຈະກໍາໃນປຶ້ມແບບຮຽນ.ຄູຄວນຫ້ອຍແຜນພູມໄວ້ໃນລະດັບສູງກວ່າຄວາມສູງຂອງນັກຮຽນໜ້ອຍໜຶ່ງ ເພື່ອເຂົາເຈົ້າຈະໄດ້ເຫັນຈະແຈ້ງ ແລະ ໃຊ້ສິ່ງເຫຼົ່ານັ້ນໃນກິດຈະກໍາຕ່າງໆ.ຖ້າອຸປະກອນຮັບໃຊ້ການຮຽນການສອນຈໍານວນໜຶ່ງບໍ່ມີ• ຖ້າຄູບໍ່ມີຄູ່ມືຄູ ອາດຈະຢືມຈາກໂຮງຮຽນໃກ້ຄຽງ ແລະ ຢ່າງໜ້ອຍໃຫ້ສຶກສາພາກແນະນໍາລວມ: “ເຕັກນິກການ ສອນສໍາລັບ ຂັ້ນ ປ.1” . ເພື່ອຄູຈະຮູ້ວິທີການນໍາໃຊ້ປຶ້ມແບບຮຽນ.• ຖ້ານັກຮຽນຄົນບໍ່ມີປຶ້ມແບບຮຽນທີ່ຈະໃຊ້ໃນຫ້ອງຮຽນ:- ອາດຈະໃຫ້ນັກຮຽນໃຊ້ປຶ້ມ 2 ຫຼື 3 ຄົນຕໍ່ຫົວຊົ່ວຄາວກ່ອນ ເພື່ອເຂົາເຈົ້າຈະໄດ້ເຫັນເນື້ອໃນຂອງບົດຮຽນ ແລະ ປະຕິບັດກິດຈະກໍາ. ຈາກນັ້ນ, ໃຫ້ອະທິບາຍໃຫ້ພໍ່ແມ່ຂອງນັກຮຽນຮູ້ວ່າ ປຶ້ມແບບຮຽນແມ່ນປັດໄຈສໍາຄັນຂອງ ກ ານຮຽນ ແລະ ອະທິບາຍຄວາມສໍາຄັນຂອງການເອົາປຶ້ມໄປໂຮງຮຽນທຸກໆມື້ ເພື່ອຮັບໃຊ້ເຂົ້າໃນການຮຽນ ໒໗
28ແລະ ປະຕິບັດກິດຈະກໍາຕ່າງໆ. ໃຫ້ສົມທົບກັບພໍ່ແມ່ຂອງນັກຮຽນໃນການຊອກຫາແນວທາງ ເພື່ອໃຫ້ນັກຮຽນ ມີອຸປະກອນການຮຽນທີ່ເໝາະສົມ.- ຖ້ານັກຮຽນບໍ່ມີສໍດໍາ ແລະ ປຶ້ມຂຽນທີ່ຈະໃຊ້ໃນຫ້ອງຮຽນ ອາດຈະໃຫ້ນັກຮຽນຢືມສໍດໍາທີ່ຮັກສາໄວ້ ຊົ່ວຄາວກ່ອນ ແ ລະ ເອົາເຈ້ຍໃຫ້ ຫຼື ພວກເຂົາສາມາດໃຊ້ກະດານນ້ອຍ ແລະ ສໍຂາວ (ເຈ້ຍເສດທີ່ຍັງສາມາດໃຊ້ໄດ້). ຈາກນັ້ນ, ໃຫ້ອະທິບາຍໃຫ້ພໍ່ແມ່ຂອງ ນັກຮຽນຮູ້ວ່າສໍດໍາ ແລະ ປຶ້ມຂຽນແມ່ນປັດໄຈສໍາຄັນຂອງການຮຽນ ແລະ ອະທິບາຍຄວາມສໍາຄັນຂອງການເອົາ ປຶ້ມໄປໂຮງຮຽນທຸກໆມື້ ເພື່ອຮັບໃຊ້ເຂົ້າໃນການຮຽນ ແລະ ປະຕິບັດ ກິດຈະກໍາຕ່າງໆ. ໃຫ້ສົມທົບກັບພໍ່ແມ່ ຂອງນັກຮຽນໃນການຊອກຫາແນວທາງ ເພື່ອໃຫ້ນັກຮຽນມີອຸປະກອນ ການຮຽນທີ່ເໝາະສົມ.- ຖ້າຄູບໍ່ມີບັດຕົວອັກສອນ, ແຜນພູມພະຍັນຊະນະ ແລະ ສະຫຼະ:- ອາດຈະໃຊ້ວັດຖຸທີ່ເສດເຫຼືອສ້າງອຸປະກອນດັ່ງກ່າວ.- ຊຸກຍູ້ໃຫ້ພໍ່ແມ່ຂອງນັກຮຽນ, ນັກທຸລະກິດ ແລະ ຜູ້ອື່ນໆໃຫ້ເກັບມ້ຽນວັດຖຸທີ່ເສດເຫຼືອ ເພື່ອບໍລິຈາກໃຫ້ແກ່ໂຮງ ຮຽນ ຊຶ່ງສາມາດນໍາໃຊ້ເຂົ້າໃນກິດຈະກໍາການຮຽນຕ່າງໆ.ອຸປະກອນສໍາລັບການຮຽນການສອນໂດຍໃຊ້ປຶ້ມນິທານປົກປັກຮັກສາຊຸດປຶ້ມນິທານໃຫ້ຢູ່ໃນສະພາບດີ ຈຶ່ງຈະໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີ ການນໍາໃຊ້ປຶ້ມຢ່າງລະມັດລະວັງ ປຶ້ມຈຶ່ງບໍ່ຈີກ ຫຼື ຂາດ.ແຕ່ລະຫ້ອງຈະມີຊຸດປຶ້ມນິທານ 21 ເຫຼັ້ມ.ຖ້າປຶ້ມນິທານຈໍານວນໜຶ່ງບໍ່ມີຄູຈະຕ້ອງໄດ້ໃຊ້ປຶ້ມນິທານ 21 ເຫຼັ້ມຕະຫຼອດສົກຮຽນ (ອາທິດໜຶ່ງຕໍ່ 1 ເຫຼັ້ມໃນພາກຮຽນທີໜຶ່ງ ແລະ ສອງອາທິດ ໜຶ່ງຕໍ່ 1 ເຫຼັ້ມໃນພາກຮຽນທີ 2) ເຖິງວ່າຫົວຂໍ້ຂອງເລື່ອງໄດ້ກໍານົດໃຫ້ແຕ່ລະອາທິດ ແຕ່ຄູສາມາດປັບປ່ຽນຕາມຄວາມເໝາະສົມ.ເຖິງຢ່າງໃດກໍຕາມ ປຶ້ມນິທານຈະໄດ້ສະໜອງໃຫ້ 39 ເຫຼັ້ມ. ສະນັ້ນ, ຄູສາມາດເລືອກ ເອົາເລື່ອງທີ່ເໝາະສົມທີ່ ສຸດໃຫ້ແກ່ນັກຮຽນຂອງຕົນໄດ້ຮຽນ.ຖ້າຄູບໍ່ມີປຶ້ມນິທານ 21 ເຫຼັ້ມ- ສ້າງປຶ້ມນິທານເອງ ດ້ວຍການໃຊ້ເຈ້ຍທີ່ໃຊ້ແລ້ວ ແຕ່ຍັງສາມາດໃຊ້ຕໍ່ໄດ້ ແລະ ຮູບແຕ້ມຂອງຕົນເອງ (ໂດຍທົ່ວ ໄປນັກຮຽນຈະບໍ່ສົນໃຈຕໍ່ຄຸນນະພາບຂອງຮູບແຕ້ມ).- ຊຸກຍ້ພ່ແມ່ ແລະ ສະມາຊິກໃນຊຸມຊົນຜ້ມີພອນສະຫວັນດ້ານການເລ່ານິທານໃຫ້ມີສ່ວນຮ່ວມໃນການຂຽນປ້ມ ູໍູົຶນິທານ.- ຊຸກຍູ້ໃຫ້ນັກຮຽນແຕ່ງນິທານ ແລະ ແຕ້ມຮູບປະກອບໃນເວລາຫວ່າງຂອງເຂົາເຈົ້າ ຫຼື ໃນຊົ່ວໂມງຮຽນນິທານ.ອຸປະກອນສໍາລັບການຮຽນການສອນໂດຍໃຊ້ປຶ້ມອ່ານເສີມປົກປັກຮັກສາຊຸດປຶ້ມອ່ານເສີມໃຫ້ຢູ່ໃນສະພາບດີ ຈຶ່ງຈະໃຊ້ໄດ້ເປັນເວລາດົນນານ. ຄູຄວນສອນໃຫ້ນັກຮຽນຮູ້ວິທີການນໍາໃຊ້ປຶ້ມຢ່າງລະມັດລະວັງ ປຶ້ມຈຶ່ງບໍ່ຈີກ ຫຼື ຂາດ.- ແຕລະຫອງຈະໄດ້ຮັບຊຸດປ້ມອ່ານເສີມ 12 ເລ່ອງ (ມີ 3 ລະດັບ ແລະ ແຕ່ລະໆດັບມີ 4 ເລ່ອງ).່້ຶືື- ສໍາລັບແຕ່ລະໆດັບ (4 ເລ່ອງ) ແຕ່ລະຫ້ອງຈະມີປືມອ່ານພຽງພໍ. ນັກຮຽນ 1-3 ຄົນ ຈະໃຊ້ປ້ມ 1 ເຫ້ມໃນເວລາ ືຶ ້ຶຼ ັດຽວກັນ.- ຄູຈະມີຄູ່ມືຄູສໍາລັບປຶ້ມອ່ານເສີມທີ່ມີຄໍາແນະນໍາວິທີໃຊ້ປຶ້ມດັ່ງກ່າວ.ຖ້າປຶ້ມອ່ານເສີມຈໍານວນໜຶ່ງບໍ່ມີ- ຖາຄູບ່ມີຄ່ມືຄູ ອາດຈະຢືມຈາກໂຮງຮຽນໃກ້ຄຽງ ແລະ ໃຫ້ສຶກສາວິທີການໃຊ້ປ້ມອ່ານເສີມ.້ໍູຶ໒໘ສ ວ ສສະຫງວນລິຂະສິດ
29- ຖ້າໃນຫ້ອງບ່ມີປ້ມອ່ານໝົດທຸກເລ່ອງ ແຕ່ມີຈໍານວນໜຶ່ງໃນແຕ່ລະໆດັບໃຫ້ໃຊ້ປ້ມອ່ານທ່ມີ.ໍຶືຶີ- ໃຊ້ຄໍາແນະນໍາຈາກຄ່ມືຄູສໍາລັບປ້ມອ່ານເສີມ ແຕ່ໃຫ້ປັບປ່ຽນຄໍາສ່ງໃຫ້ເໝາະສົມກັບສະພາບຂອງຕົນເອງ.ູຶັ- ຖ້າເປັນໄປໄດ້ໃຫ້ຈັດນັກຮຽນປະຕິບັດກິດຈະກໍາເປັນກ່ມໆລະ 3 ຄົນ, ແຕ່ຖ້າເປັນໄປບ່ໄດ້ໃຫ້ຂຽນບົດເລ່ອງໃສ ຸໍື່ກະດານ ແລະ ດໍາເນີນກິດຈະກໍານໍາກັນ “ໝົດຫ້ອງ”.ຖ້າປຶ້ມອ່ານເສີມບໍ່ມີ ໃຊ້ກິດຈະກໍາການເວົ້າຢູ່ ປຶ້ມແບບຮຽນໃນພາກຮຽນ 1 (ປົກກະຕິຢູ່ກິດຈະກໍາ 23) ສໍາລັບກິດຈະກໍາການອ່ານດ້ວຍ ຕົນເອງ.ກ່ຽວກັບການວັດ ແລະ ປະເມີນຜົນການວັດ ແລະ ປະເມີນຜົນຄວາມຄືບໜ້າການຮຽນຂອງນັກຮຽນແມ່ນເປັນສິ່ງທີ່ສໍາຄັນຢ່າງຍິ່ງ.ການວດ ແລະ ປະເມີນຜົນມີສອງຮູບແບບດັ່ງລຸ່ມນີ້:ັ1. ການວັດຜົນເພື່ອປັບປຸງການຮຽນການປະເມີນລັກສະນະນີ້ແມ່ນຈະໃຊ້ໃນລະຫວ່າງທີ່ກໍາລັງດໍາເນີນການຮຽນການສອນ ເພື່ອຊ່ວຍໃຫ້ຄູສາມາດຮູ້ ໄດ້ເຖິງຄວາມຫຍຸ້ງຍາກຂອງນັກຮຽນ ແລະ ຄູຈະໃຫ້ຄວາມຊ່ວຍເຫຼືອເພີ່ມຕື່ມແບບໃດ ເພື່ອຈະຊ່ວຍໃຫ້ນັກຮຽນສາ ມາດບັນລຸຕາມຈຸດປະສົງຂອງບົດຮຽນໄດ້. ວິທີການປະເມີນ ເພື່ອປັບປຸງການຮຽນສອງແບບຕົ້ນຕໍຄື: ແມ່ນການຖາມຄໍາຖາມ ເພື່ອທົດສອບຄວາມເຂົ້າໃຈ ແລະ ການສັງເກດນັກຮຽນໃນຂະນະທີ່ເຂົາເຈົ້າກໍາລັງຝຶກປະຕິບັດ ຫຼື ກໍາລັງນໍາໃຊ້ສິ່ງທີ່ໄດ້ຮຽນຜ່ານມາ.ກ່ອງ (boxes) ຂອງການວັດ ແລະ ປະເມີນຜົນ ຈະປະກອບດ້ວຍຄໍາແນະນໍາຢູ່ໃນຂອບທີ່ຂີດອ້ອມໄວ້ໃນແຕ່ລະບົດ ແລະ ມີລູກສອນຊີ້ໃສ່ພາກຕ່າງໆຂອງບົດຮຽນ ເພື່ອຊີ້ບອກວ່າ ຈຸດໃດທີ່ຄວນມີການວັດໃນຮູບແບບດັ່ງກ່າວນີ້.ເບິ່ງຕົວຢ່າງ ຂອບເຂດຂອງການວັດໃນຂະນະທີ່ຮຽນໃນບົດຮຽນຂອງວິຊາພາສາລາວ ລຸ່ມນີ້:ຕົວຢ່າງ: ການປະເມີນໃນ ເພື່ອປັບປຸງການຮຽນຂອງວິທີສອນຂໍ້ທີ 6.ເວົ້າຊື່ ແລະ ຂີດຕາມຮອຍ2. ການປະເມີນເພື່ອສະຫຼຸບຜົນການຮຽນການປະເມີນເພື່ອສະຫຼຸບຜົນການຮຽນ ແມ່ນໃຊ້ເພື່ອປະເມີນເບິ່ງວ່າເມື່ອຮອດທ້າຍບົດຮຽນນັ້ນແລ້ວ ນັກຮຽນແຕ່ ລະຄົນບັນລຸຕາມຈຸດປະສົງຂອງບົດຮຽນແລ້ວບໍ່. ການປະເມີນເພື່ອສະຫຼຸບຜົນການຮຽນສາມາດເຮັດໄດ້ໃນຫຼາຍຮູບ ແບບທແຕກຕ່າງກັນໃນແຕ່ລະວິຊາ. ປົກກະຕິແລ້ວການປະເມີນນີ້ຈະໃຊ້ຢູ່ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຂອງບົດຮຽນ. ີ່ສວນຢຂນສະຫຼຸບ ກໍຍັງເປັນໂອກາດໜຶ່ງທີ່ສາມາດໃຊ້ການປະເມີນເບິ່ງວ່າ ນັກຮຽນບັນລຸຕາມຈຸດປະສົງຂອງບົດຮຽນໄດູ່ ່ັ ້້ແທ້ບໍ່.ກ່ອງ (boxes) ການວັດ ແລະ ປະເມີນຜົນ 1 ອັນ ຈະມີຄໍາແນະນໍາຢູ່ໃນຂອບທີ່ຂີດອ້ອມໄວ້ໃນແຕ່ລະບົດ ແລະ ມີລູກສອນຊີ້ ເພື່ອຊີ້ບອກວ່າ ການປະເມີນແບບນີ້ຄວນ ປະເມີນຢູ່ໃນຂັ້ນຕອນໃດຂອງບົດຮຽນ. ໝາຍຄວາມວ່າ ການ ປະເມີນຜົນນີ້ແມ່ນໃຫ້ອີງໃສ່ເກນການໃຫ້ຄະແນນທີ່ຢູ່ໃນຂໍ້ການວັດ ແລະ ປະເມີນຜົນດ້ານໜ້າຂອງບົດຮຽນ.ຕົວຢ່າງ: ການປະເມີນເພື່ອສະຫຼຸບຜົນການຮຽນອ່ານ ແລະ ເລືອກ ຂຽນ 3 ຄໍາສັບ ແລ້ວແຕ້ມຮູບຕາມຄໍາສັບໃດໜຶ່ງ.ການວັດ ແລະ ປະເມີນຜົນຄູສັງເກດເບ່ງວ່ານັກຮຽນຊ້ໃສ່ຕົວ ິີອັກສອນຖືກຕ້ອງຕາມຕົວອັກສອນ ທີ່ເຂົາເຈົ້າອອກສຽງ ຫຼື ບໍ່.ການວັດ ແລະ ປະເມີນຜົນຄູປະເມີນການອ່ານຄໍາສັບ ໂດຍໃຊ້ ເກນການປະເມີນ 7ຂ.໒໙
303. ການໃຊ້ເກນການປະເມີນແບບຣູບຣິກເພື່ອໃຫ້ແທດເໝາະກັບວິທີການຮຽນທີ່ເນັ້ນການປະຕິບັດທີ່ໄດ້ຮັບຮອງໃຊ້ໃນຫຼັກສູດສະບັບປັບປຸງໃໝ່ຂອງຂັ້ນປະຖົມສຶກສານັ້ນ ຕ້ອງໄດ້ຊຸກຍູ້ໃຫ້ຄູນໍາໃຊ້ເກນການໃຫ້ຄະແນນແບບຣູບຣິກແທນທີ່ຈະຈັດຕັ້ງການສອບເສັງ ເພື່ອໃຫ້ ບັນລຸຈຸດປະສົງຂອງການຮຽນໃນແຕ່ລະບົດຮຽນ. ເກນການໃຫ້ຄະແນນແບບຣູບຣິກປະກອບມີຄໍາອະທິບາຍຄາດໝາຍ ຜົນສໍາເລັດຂອງລະດັບຕ່າງໆໃຫ້ແກ່ເປົ້າໝາຍຂອງການຮຽນໃນແຕ່ລະບົດຮຽນ.ເກນການໃຫ້ຄະແນນແບບຣູບຣິກສໍາລັບວິຊາພາສາລາວໄດ້ຂຽນໄວ້ດັ່ງລຸ່ມນີ້ ແລະ ຄໍາແນະນໍາຂອງການໃຊ້ແຕ່ລະເກນໃຫ້ເບິ່ງໃນຂໍ້ການວັດ ແລະ ປະເມີນຜົນໃນແຕ່ລະບົດ, ຊຶ່ງກໍານົດເກນການປະເມີນທັກສະການຟັງ ແລະ ເວົ້າ, ການອ່ານ ແລະ ການຂຽນທີ່ມີການພົວພັນກັບອົງປະກອບຕ່າງໆຂອງຫຼັກສູດ.ເກນການປະເມີນຜົນແບບຣູບຣິກ ແມ່ນວິທີທີ່ເໝາະສົມໃນການປະເມີນຄວາມສາມາດໃນການຮຽນຂອງນັກ ຮຽນຫຼາຍກວ່າການເສັງແບບເກົ່າ ຍ້ອນວ່າການປະເມີນຜົນດ້ວຍການໃຊ້ເກນການປະເມີນນີ້ສາມາດເຮັດໃຫ້ຄູໃຫ້ຄະ ແນນຕາມຄວາມສາມາດຂອງນັກຮຽນໃນການນໍາໃຊ້ຄວາມຮູ້ ແລະ ທັກສະທີ່ເຂົາເຈົ້າຮຽນ. ເກນການໃຫ້ຄະແນນຈະມີ ຄວາມຍາວທີ່ແຕກຕ່າງກັນ. ເກນດັ່ງກ່າວອາດມີຕໍ່າສຸດແຕ່ 2, 3, 4 ຫຼື 5 ຄະແນນ.ການບັນທຶກຄະແນນຈາກເກນການປະເມີນແບບຣູບຣິກວິທີການວັດ ແລະ ປະເມີນຜົນແບບຕໍ່ເນື່ອງໃນສະພາບປັດຈຸບັນ, ຄູໃຫ້ຄະແນນນັກຮຽນໃຊ້ລະບົບຄະແນນ 10 ໃນແຕ່ລະວິຊາຮຽນໃນແຕ່ລະອາທິດ. ຄະແນນຂອງແຕ່ລະວິຊາໄດ້ລວມເຂົ້າກັນ ເພື່ອສ້າງເປັນຄະແນນປະຈໍາເດືອນ ແລະ ຄະແນນສະເລ່ຍປະຈໍາພາກຮຽນຂອງນັກຮຽນແຕ່ລະວິຊາເປັນຄະແນນສະເລ່ຍຂອງປີຮຽນ.ເກນການປະເມີນແບບຣູບຣິກຈະໄດ້ນໍາໃຊ້ ເພື່ອໃຫ້ຄະແນນນັກຮຽນແຕ່ລະຄົນສໍາລັບແຕ່ລະທັກສະຕາມຫຼັກສູດ. ຄູຈະສັງລວມຄະແນນສໍາລັບນັກຮຽນແຕ່ລະຄົນ (ຈາກເກນການປະເມີນໜຶ່ງ ຫຼື ຈໍານວນໜຶ່ງ) ແລະ ຄິດໄລ່ຄະ ແນນລວມເປັນຄະແນນ 10 ຄະແນນ. ສໍາລັບແຕ່ລະອາທິດ, ຄະແນນສູງສຸດຈະແມ່ນ 20. ສະນັ້ນ, ເພື່ອໃຫ້ໄດ້ຄະແນນ ອອກຈາກຄະແນນລວມທັງໝົດເປັນ 10 ຕ້ອງຫານສອງ.ຕົວຢ່າງ: ໃນບົດທີ 4 ຄວນນໍາໃຊ້ເກນການປະເມີນດັ່ງຕໍ່ໄປນີ້:ການຟັງ ແລະ ການເວົ້າ: ເກນການປະເມີນ 1 (2 ຄະແນນ)ການອອກສຽງ ແລະ ຕົວອັກສອນ: ເກນການປະເມີນ 5ກ (4 ຄະແນນ)ການອ່ານ: ເກນການປະເມີນ 7ຂ (3 ຄະແນນ) ແລະ 9ກ (3 ຄະແນນ)ການຂຽນ: ເກນການປະເມີນ 12 (3 ຄະແນນ) ແລະ 14ກ (3 ຄະແນນ)ນິທານ: ເກນການປະເມີນ 15 (2 ຄະແນນ)ຖ້ານັກຮຽນເກັບສະສົມຄະແນນພາຍໃນອາທິດໄດ້ 17 ໃນ 20 ຄູກໍຈະບັນທຶກຄະແນນເປັນ 8 ½ (ຫຼື 8,5) ໃນ 10.ເກນການປະເມີນແບບຣູບຣິກສໍາລັບຫ້ອງ ປ. 1ການເວົ້າ ແລະ ການຟັງທີ່ກ່ຽວຂ້ອງກັບບົດຮຽນໃນປຶ້ມແບບຮຽນ1. ການຟັງ ແລະ ການເວົ້າ: ການນໍາໃຊ້ຕົວຢ່າງປະໂຫຍກທີ່ໄດ້ສອນໃນບົດຮຽນ.2ສາມາດນໍາໃຊ້ຕົວຢ່າງປະໂຫຍກ ເພື່ອແຕ່ງປະໂຫຍກພັນລະນາປາກເປົ່າຂອງຕົນເອງ.1ສາມາດເວົ້າລຶ້ມຄືນປະໂຫຍກຕາມຄູ, ແຕ່ຍັງບໍ່ສາມາດນໍາໃຊ້ ເພື່ອແຕ່ງປະໂຫຍກພັນລະນາປາກເປົ່າ ຂອງຕົນເອງ.0ບໍ່ສາມາດເວົ້າລຶ້ມຄືນປະໂຫຍກຕາມຄູ.໓໐ສ ວ ສສະຫງວນລິຂະສິດ
312. ການຟັງ ແລະ ການເວົ້າ: ສາມາດໃຫ້ຂໍ້ມູນກ່ຽວກັບຫົວຂໍ້ໃນບົດຮຽນ2ສາມາດບອກຂໍ້ມູນຂອງຕົນເອງ ທີ່ພົວພັນກັບຫົວຂໍ້ທີ່ຮຽນ.1ສາມາດສົນທະນາກ່ຽວກັບຫົວຂໍ້ໃນປຶ້ມບົດຮຽນ ແຕ່ບໍ່ສາມາດບອກຂໍ້ມູນຂອງຕົນເອງທີ່ພົວພັນກັບຫົວຂໍ້ທີ່ຮຽນ.0ບໍ່ສາມາດປະກອບສ່ວນໃນການສົນທະນາກ່ຽວກັບຫົວຂໍ້ທີ່ຮຽນ.3. ການຟັງ ແລະ ການເວົ້າ: ຄໍາສັບ ແລະ ວະລີ2ສາມາດນໍາໃຊ້ຄໍາສັບ ແລະ ວະລີ ທີ່ໄດ້ແນະນໍາ/ສອນເຂົ້າໃນການໃຫ້ຂໍ້ມູນຂອງຕົນເອງໄດ້ຢ່າງເໝາະສົມ.1ສາມາດນໍາໃຊ້ຄໍາສັບ ແລະ ວະລີໃນເວລາສົນທະນາກ່ຽວກັບບົດເລື່ອງແຕ່ບໍ່ສາມາດນໍາໃຊ້ ເພື່ອບອກ ຂໍ້ມູນກ່ຽວກັບຕົນເອງ.0ບໍ່ສາມາດນໍາໃຊ້ຄໍາສັບ ແລະ ວະລີທີ່ໄດ້ແນະນໍາ/ສອນ.4ກ. ການຟັງ ແລະ ການເວົ້າ: ການສື່ສານໃນຫ້ອງຮຽນ (ນໍາໃຊ້ເວລາທົບທວນແຕ່ລະອາທິດ)2ເຂົ້າຮ່ວມກິດຈະກໍາ ແລະ ສື່ສານກັບໝູ່ໃນຫ້ອງຮຽນຢ່າງຕັ້ງໜ້າ ແລະ ເໝາະສົມ, ໂດຍສື່ສານຄວາມເຫັນ ຂອງຕົນເອງຢ່າງຊັດເຈນ (ສໍາລັບນັກຮຽນຊົນເຜົ່າ: ເຖິງວ່າ ຄວາມຮູ້ດ້ານຄໍາສັບຍັງຈໍາກັດ ແລະ ຍັງມີ ຄວາມຜິດພາດທາງດ້ານໄວຍາກອນກໍຕາມ).1ສະແດງໃຫ້ເຫັນວ່າມີຄວາມເຂົ້າໃຈກ່ຽວກັບກິດຈະກໍາໃນຫ້ອງຮຽນ (ເຮັດຕາມຄໍາແນະນໍາ ແລະ ອື່ນໆ) ແຕວາບໍ່ສາມາດສື່ສານຂໍ້ມູນຂອງຕົນເອງໄດ້ຢ່າງຊັດເຈນ.່່0ບໍ່ເຂົ້າຮ່ວມ ຫຼື ບໍ່ສາມາດເຂົ້າຮ່ວມໃນກິດຈະກໍາ ແລະ ການພົວພັນກັບໝູ່ໃນຫ້ອງຮຽນໃນຊົ່ວໂມງຮຽນ.4ຂ. ການຟັງ ແລະ ການເວົ້າ: ການນໍາສະເໜີຄວາມຄິດເຫັນຂອງກຸ່ມໃຫ້ແກ່ໝູ່ໃນຫ້ອງ (ບົດຮຽນ 24-28)3ນໍາສະເໜີຄວາມຄິດເຫັນຂອງກຸ່ມ: ສື່ສານຄວາມໝາຍຢ່າງຊັດເຈນ ແລະ ສາມາດດຶງດູດຄວາມສົນໃຈ ຂອງຜູ້ຟັງ.2ນໍາສະເໜີຄວມຄິດເຫັນຂອງກຸ່ມ: ສື່ສານຄວາມໝາຍຢ່າງຊັດເຈນ, ແຕ່ບໍ່ຄໍານຶງ ວ່າຈະເຮັດແນວໃດໃຫ້ຜູ້ຟັງມີຄວາມສົນໃຈ.1ນໍາສະເໜີຄວາມຄິດເຫັນຂອງກຸ່ມ ແຕ່ບໍ່ສາມາດສື່ສານຄວາມໝາຍຢ່າງຊັດເຈນ.0ບໍ່ສະເໜີ ຫຼື ບໍ່ສາມາດສະເໜີຄວາມຄິດເຫັນຂອງກຸ່ມໃຫ້ໝູ່ໃນຫ້ອງຟັງ.ການອ່ານ ແລະ ການຂຽນທີ່ກ່ຽວຂ້ອງກັບບົດຮຽນໃນປຶ້ມແບບຮຽນສຽງ ແລະ ຕົວອັກສອນ5ກ. ການຟ້ອງສຽງ: ອ່ານ ແລະ ບອກຊື່ຕົວອັກສອນ 4 ຕົວທີ່ໄດ້ຮຽນໃນບົດຮຽນ (ພະຍັນຊະນະ ແລະ ສະຫຼະ) ບົດທີ 2: ເກນການປະເມີນຈະມີ ແຕ່ 0-3 ເທົ່ານັ້ນ ລວມເອົາວັນນະຍຸດນໍາ/ສໍາລັບບົດທີ 3 ຫາ 23 ເກນການປະເມີນຈະຄົບ 4.4ຮູ້ ແລະ ບອກຊື່ຕົວອັກສອນ 4 ຕົວ.3ຮູ້ ແລະ ບອກຊື່ຕົວອັກສອນ 3 ຕົວ.2ຮູ້ ແລະ ບອກຊື່ຕົວອັກສອນ 2 ຕົວ. 1ຮູ້ ແລະ ບອກຊື່ຕົວອັກສອນ 1ຕົວ.0ບໍ່ຮູ້ ແລະ ບໍ່ສາມາດບອກຊື່ຕົວອັກສອນ 4 ຕົວໄດ້.໓໑
325ຂ. ການຟ້ອງສຽງ: ອ່ານ ແລະ ບອກຊື່ຕົວອັກສອນ ທີ່ໄດ້ຮຽນໃນບໍ່ດົນມານີ້ (ພະຍັນຊະນະ ແລະ ສະຫຼະ) ການທວນຄືນ ບົດຮຽນ.4ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 10 ຕົວ.3ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 8 ຕົວ.2ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 6 ຕົວ.1ຮູ້ ແລະ ບອກຊື່ຕົວອັກສອນ ຢ່າງຕ່ໍາ 4 ຕົວ.0ບໍ່ຮູ້ ແລະ ບໍ່ສາມາດບອກຊື່ຕົວອັກສອນ ຢ່າງຕ່ໍາ 4 ຕົວ.6. ການຟ້ອງສຽງ: ຈໍາແນກ ແລະ ບອກສຽງຂອງອັກສອນທີ່ໄດ້ຮຽນໃນແຕ່ລະບົດຮຽນ (ພະຍັນຊະນະ ແລະ ສະຫຼະ) ບົດທີ 1: ເກນການປະເມີນຈະມີ ແຕ່ 0-3 ເທົ່ານັ້ນ /ສໍາລັບ ບົດ ທີ 3 ຫາ 23 ເກນການປະເມີນຈະຄົບ 4.4ສໍາລັບ ຕົວອັກສອນ 4 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.3ສໍາລັບຕົວ ອັກສອນ 3 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.2ສໍາລັບ ຕົວອັກສອນ 2 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.1ສໍາລັບຕົວອັກສອນ 1 ຕົວ ແມ່ນສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງເຫຼົ່ານັ້ນ.0ບໍ່ສາມາດບອກ ຫຼື ຈໍາແນກໄດ້ວ່າຄໍາສັບໃດທີ່ມີສຽງຕົວອັກສອນເຫຼົ່ານັ້ນ.ການອ່ານຄໍາສັບ ແລະ ບົດອ່ານທີ່ປະສົມປະສານການອ່ານ ແລະ ການຂຽນເຂົ້າກັນ7ກ. ການອ່ານ ແລະ ການຂຽນຄໍາສັບໃນບົດຮຽນ (ບົດທີ 1 ແລະ 2 ເທົ່ານັ້ນ)3ສາມາດອະທິບາຍສຽງຂອງຕົວອັກສອນທີ່ລວມເຂົ້າກັນເປັນຄໍາສັບ, ຄໍາສັບຕ່າງໆທີ່ໄດ້ຮຽນ.2ສາມາດຂຽນຄໍາສັບ ຫຼາຍຄໍາສັບທີ່ໄດ້ຮຽນ ຫຼື ປະກອບເປັນຄໍາສັບ, ຄໍາສັບຕ່າງໆ ໂດຍການໃຊ້ບັດ ຕົວອັກສອນ.1ສາມາດອ່ານຄໍາສັບ, ຄໍາສັບຕ່າງໆໃນບົດຮຽນ.0ບໍ່ຮູ້ຄໍາສັບ, ຄໍາສັບຕ່າງໆໃນບົດຮຽນ ຫຼື ສ້າງຄໍາສັບໂດຍການໃຊ້ຕົວອັກສອນ.ການແຍກ ການອ່ານ ແລະ ການຂຽນ7ຂ. ຄໍາສັບ: ການອ່ານຄໍາສັບທີ່ຮຽນໃນບົດຮຽນ3ສາມາດອ່ານໄດ້ຫຼາຍກວ່າ 6 ຄໍາສັບທີ່ຮຽນ.2ສາມາດອ່ານໄດ້ 4 -6 ຄໍາສັບທີ່ຮຽນ.1ສາມາດອ່ານໄດ້ຢ່າງຕ່ໍາ 3 ຄໍາສັບທີ່ຮຽນ.0ບໍ່ສາມາດອ່ານ ຫຼື ຮູ້ຢ່າງຕ່ໍາ 3 ຄໍາສັບທີ່ຮຽນ.໓໒ສ ວ ສສະຫງວນລິຂະສິດ
338. ຄໍາສັບ: ຮູ້ຄໍາສັບທີ່ໃຊ້ຫຼາຍໂດຍທົ່ວໄປໃນບົດຮຽນນີ້ ແລະ ບົດຮຽນທີ່ຜ່ານມາ3ສາມາດອ່ານຄໍາສັບໃຊ້ຫຼາຍໂດຍທົ່ວໄປໃນກິດຈະກໍາຝຶກອ່ານທີ່ຜ່ານມາ.2ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປ ໄດ້ 4-6 ຄໍາ ໃນກິດຈະກໍາຝຶກອ່ານ.1ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປ ຢ່າງຕ່ໍາ 3 ໃນກິດຈະກໍາຝຶກອ່ານ.0ບໍ່ຮູ້ຄໍາສັບໃຊ້ຫຼາຍໂດຍທົ່ວໄປເປັນສ່ວນຫຼາຍ.9ກ. ການອ່ານບົດໃນບົດຮຽນໃໝ່ດ້ວຍຕົນເອງ (ພາກຮຽນ 1; ຄູຈະບໍ່ອ່ານບົດເລື່ອງກ່ອນ)3ອ່ານດ້ວຍຄວາມໝັ້ນໃຈ, ດັດແກ້ຄືນເວລາອ່ານຜິດ ແລະ ສາມາດບອກຄວາມໝາຍຂອງບົດຄວາມ.2ອ່ານຢ່າງຊ້າໆ, ອ່ານຜິດເລັກໜ້ອຍ, ແຕ່ບໍ່ສາມາດດັດແກ້ຄືນເວລາອ່ານຜິດ.1ນໍາໃຊ້ຄວາມຮູ້ດ້ານການອອກສຽງ ເພື່ອພະຍາຍາມອ່ານ ແຕ່ ອ່ານຜິດຫຼາຍ.0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.9ຂ. ການອ່ານອອກສຽງບົດໃນບົດຮຽນໃໝ່ຢ່າງຖືກຕ້ອງ (ພາກຮຽນ 2; ຮອດບົດຮຽນທີ 23 ຄູຈະບໍ່ອ່ານບົດກ່ອນ)3ບໍ່ມີຄວາມຜິດພາດ ແລະ ອ່ານໄດ້ຢ່າງຄ່ອງແຄ້ວ.2ມີຄວາມຜິດພາດເລັກໜ້ອຍ ແລະ/ຫຼື ອ່ານບໍ່ຄ່ອງແຄ້ວ (ອ່ານບາງຄໍາສັບຜິດ, ຜັນສຽງບາງຄໍາບໍ່ໄດ້ດີ, ອ່ານຂ້າມບາງຄໍາສັບ, ອ່ານຊ້າຫຼາຍ).1ມີຄວາມຜິດພາດຫຼາຍ (ຕ້ອງການໃຫ້ຄູຊ່ວຍໃນການອ່ານຫຼາຍ).0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.9ຄ. ການອ່ານອອກສຽງບົດໃນບົດຮຽນໃໝ່ຢ່າງຖືກຕ້ອງ (ບົດຮຽນທີ 24-29; ຄູຈະບໍ່ອ່ານບົດກ່ອນ)5ອ່ານຢ່າງຄ່ອງແຄ້ວ ດ້ວຍນ້ໍາສຽງທີ່ເໝາະສົມກັບຄວາມໝາຍ.4ບໍ່ມີຄວາມຜິດພາດ ແລະ ອ່ານຢ່າງຄ່ອງແຄ້ວ, ແຕ່ວ່ານ້ໍາສຽງບໍ່ເໝາະສົມກັບຄວາມໝາຍ.3ບໍ່ມີຄວາມຜິດພາດ ແຕ່ອ່ານຊ້າຫຼາຍ.2ມີຄວາມຜິດພາດເລັກໜ້ອຍ (ເວົ້າບາງຄໍາສັບຜິດ, ອອກສຽງບາງຄໍາສັບບໍ່ໄດ້ດີ, ອ່ານຜ່ານບາງຄໍາ ສັບ).1ມີຄວາມຜິດພາດຫຼາຍ (ຕ້ອງໃຫ້ຄູຊ່ວຍອ່ານຫຼາຍ).0ບໍ່ສາມາດອ່ານ ຫຼື ບໍ່ພະຍາຍາມອ່ານ.໓໓
3410. ຄວາມສາມາດໃນການຕອບຄໍາຖາມຫຼັງຈາກອ່ານບົດ3ຕອບຖືກ 3 ຂໍ້.2ຕອບຖືກ 2 ຂໍ້.1ຕອບຖືກ 1 ຂໍ້.0ບໍ່ມີຄໍາຕອບ ຫຼື ຕອບຜິດໝົດ.11. ອ່ານຢ່າງຖືກຕ້ອງ ເພື່ອປະຕິບັດກິດຈະກໍາຈັບຄູ່, ຕື່ມໃສ່ບ່ອນວ່າງ ຫຼື ຕື່ມປະໂຫຍກຄົບຖ້ວນ3ຖືກ 3 ຂໍ້.2ຖືກ 2 ຂໍ້.1ຖືກ 1 ຂໍ້.0ບໍ່ມີຄໍາຕອບ ຫຼື ຕອບຜິດໝົດ.ການຂຽນຄໍາສັບ ແລະ ບົດ12. ຫັດຂຽນກ່ຽວກັບຕັວອັກສອນທີ່ຮຽນໃໝ່ (ພະຍັນຊະນະ ແລະ ສະຫຼະ) ແລະ ຄໍາສັບໃນບົດຮຽນ3ຂຽນຕົວອັກສອນ ແລະ ຄໍາສັບໃນສັດສ່ວນຂະໜາດ ແລະ ຮູບຮ່າງທີ່ຖືກຕ້ອງ, ຂຽນພາຍໃນເສັ້ນ ແລະ ຍະວ່າງລະຫວ່າງຕົວອັກສອນຢ່າງເໝາະສົມ.2ຂຽນຕົວອັກສອນ ແລະ ຄໍາສັບໃນສັດສ່ວນຂະໜາດ ແລະ ຮູບຮ່າງທີ່ຖືກຕ້ອງ, ຂຽນພາຍໃນເສັ້ນ ແຕ່ວ່າ ຍະວ່າງລະຫວ່າງຕົວອັກສອນຢ່າງບໍ່ເໝາະສົມ.1ຂຽນຕົວອັກສອນແຕ່ລະຕົວໃນຮູບຮ່າງທີ່ອ່ານອອກ ແຕ່ວ່າຂຽນອອກນອກເສັ້ນ ແລະ ມີຂະໜາດທີ່ ບໍ່ຖືກຕ້ອງ.0ບໍ່ສາມາດຂຽນຕົວອັກສອນທີ່ສາມາດອ່ານອອກໄດ້.13ກ. ການຂຽນ: ການຂຽນທວາຍ (ພາກຮຽນ 1; 3-4 ຄໍາສັບ ຫຼື ປະໂຫຍກສັ້ນໆ)3ຂຽນໄດ້ຢ່າງຖືກຕ້ອງ ຢ່າງຕ່ໍາ 3 ຄໍາສັບ.2ຂຽນໄດ້ຢ່າງຖືກຕ້ອງຢ່າງຕ່ໍາ 2 ຄໍາສັບ.1ຂຽນໄດ້ຢ່າງຖືກຕ້ອງຢ່າງຕ່ໍາ 1 ຄໍາສັບ.0ບໍ່ສາມາດຂຽນຄໍາສັບໃດໄດ້ຢ່າງຖືກຕ້ອງ.໓໔ສ ວ ສສະຫງວນລິຂະສິດ
3513ຂ. ການຂຽນ: ການຂຽນທວາຍ (ພາກຮຽນ 2; 1-2 ປະໂຫຍກສັ້ນ, ລວມທັງເຄື່ອງໝາຍວັກ, ຕອນ)3ຂຽນຖືກຕ້ອງໝົດ.2ຂຽນຄໍາສັບສ່ວນຫຼາຍໄດ້ຢ່າງຖືກຕ້ອງ ແລະ ໃສ່ເຄື່ອງໝາຍຈ້ໍາໃນຕອນທ້າຍຂອງທຸກໆປະໂຫຍກ.1ຂຽນຖືກຕ້ອງຢ່າງຕ່ໍາ 3 ຄໍາສັບ ແລະ ໃສ່ເຄື່ອງໝາຍຈ້ໍາໃນຕອນທ້າຍຂອງທຸກໆປະໂຫຍກ.0ບໍ່ສາມາດຂຽນຖືກຕ້ອງຢ່າງຕ່ໍາ 3 ຄໍາສັບ.14ກ. ຂຽນຄໍາສັບ ແລະ ວະລີ ໃນພາກປະຕິບັດກິດຈະກໍາການນໍາໃຊ້ (ພາກຮຽນ 1)3ຂຽນຄໍາສັບ ແລະ ວະລີ ທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍຄໍາສັບທີ່ບໍ່ຄຸ້ນເຄີຍປານໃດ ແລະ ຂຽນຄໍາສັບທີ່ໃຊ້ ໂດຍທົ່ວໄປຈາກຄວາມຈື່ຈໍາ.2ຂຽນຄໍາສັບ ແລະ ວະລີ ທີ່ຕອບ ພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍທຸກໆຄໍາສັບ.1ຂຽນຄໍາຕອບ ແຕ່ວ່າ ຊ້າ ແລະ ຜິດຫຼາຍ (ສ່ວນຫຼາຍແມ່ນເຮັດບໍ່ແລ້ວຕາມເວລາທີ່ກໍານົດໃຫ້).0ບໍ່ພະຍາຍາມຂຽນຄໍາຕອບ.14ຂ. ຂຽນຄໍາສັບ, ວະລີ, ແລະ ປະໂຫຍກໃນພາກປະຕິບັດກິດຈະກໍາການນໍາໃຊ້ (ພາກຮຽນ 2)3ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ຂຽນຄໍາສັບສ່ວນຫຼາຍຈາກ ຄວາມຈື່ຈໍາ.2ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍຄໍາສັບທບຄນເຄຍ ີ ່ໍ ຸ່ ້ີປານໃດໃຫ້ໜ້ອຍລົງ ແລະ ຂຽນຄໍາສັບທີ່ໃຊ້ໂດຍທົ່ວໄປຈາກຄວາມຈື່ຈໍາ.1ແຕ່ງປະໂຫຍກໄດ້ຢ່າງຖືກຕ້ອງທີ່ຕອບພາກປະຕິບັດກິດຈະກໍາການນໍາໃຊ້, ກ່າຍການສະກົດຄໍາສ່ວນ ຫຼາຍຈາກປຶ້ມແບບຮຽນ.0ຂຽນຄໍາຕອບດ້ວຍການກ່າຍການສະກົດຄໍາຈາກປຶ້ມແບບຮຽນ, ແຕ່ກໍຊ້າ, ສ່ວນຫຼາຍມີຄວາມຜິດພາດ ຫຼາຍ, (ສ່ວນຫຼາຍບໍ່ສໍາເລັດຕາມເວລາທີ່ກໍານົດ).14ຄ. ຂຽນຄໍາສັບ, ວະລີ, ແລະ ປະໂຫຍກໃນພາກປະຕິບັດກິດຈະກໍາການນໍາໃຊ້ (ແຕ່ງ ຫຼື ຕື່ມແນວຄິດໃສ່ບົດໃຫ້ຄົບ ຖ້ວນ ຫຼື ເພື່ອຂຽນຕົວຢ່າງດ້ວຍຕົນເອງ) ປະຕິບັດເປັນກຸ່ມ (ພາກຮຽນ 2; ນັບຈາກບົດຮຽນທີ 24)5ເຮັດເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງຢ່າງຖືກຕ້ອງຕາມບົດຝຶກຫັດ ໂດຍມີຂໍ້ຜິດພາດເລັກນ້ອຍ ດ້ານໄວຍາກອນ, ການໃຊ້້້ເຄື່ອງໝາຍວັກຕອນ ແລະ ການສະກົດຄໍາ.4ເຮັດເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງຢ່າງຖືກຕ້ອງຕາມບົດຝຶກຫັດ ແຕ່ວ່າປະໂຫຍກມີຂໍ້ຜິດຫຼາຍ ດ້ານໄວຍາກອນ, ການໃຊ້້້ເຄື່ອງໝາຍວັກຕອນ ແລະ ການສະກົດຄໍາ (ແຕ່ວ່າຍັງສາມາດເຂົ້າໃຈ ຄວາມໝາຍໄດ້).3ເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງໄດ້ຢ່າງຖືກຕ້ອງຕາມບົດຝຶກຫັດ, ແຕ່ບໍ່ເຂົ້າກັບປະເພດບົດທ່ ີພວມຮຽນຢູ່ (ຕົວຢ່າງ ປະໂຫຍກອາດເປັນການພັນລະນາ, ແຕ່ຄວາມຕ້ອງການແມ່ນປະໂຫຍກຄໍາສັ່ງ).2ເປັນກຸ່ມ, ຂຽນປະໂຫຍກຂອງຕົນເອງ, ແຕ່ວ່າປະໂຫຍກບໍ່ສາມາດສື່ຄວາມໝາຍໄດ້ (ສະກົດຄໍາບໍ່ ຖືກ ຫຼື ການເລືອກໃຊ້ຄໍາສັບ/ໄວຍາກອນເຮັດໃຫ້ເຂົ້າໃຈຍາກ).໓໕
361ຂຽນປະໂຫຍກດ້ວຍການຈົດກ່າຍຕົວຢ່າງປະໂຫຍກ ແລະ ການສະກົດຄໍາຈາກປຶ້ມແບບຮຽນໄດ້, ແຕ່ວ່າບໍ່ສາມາດຂຽນແນວຄິດຂອງຕົນເອງຢ່າງຊັດເຈນ ແລະ ບໍ່ພະຍາຍາມສະກົດຄໍາດ້ວຍຕົວເອງ.0ບໍ່ສາມາດ ຫຼື ບໍ່ຢາກປະກອບສ່ວນ ເພື່ອໃຫ້ກິດຈະກໍາຝຶກຂຽນຂອງກຸ່ມສໍາເລັດ.ທີ່ກ່ຽວຂ້ອງກັບກິດຈະກໍາ ປຶ້ມນິທານການຄາດເດົາ15. ທັກສະການຄາດເດົາ (ອີງຕາມລັກສະນະອື່ນທີ່ບໍ່ແມ່ນບົດ; ພາກຮຽນ 1)2ເລົ່າວ່າໃນຮູບພາບແມ່ນມີຫຍັງເກີດຂຶ້ນ ແລະ ໃຊ້ຮູບພາບ ເພື່ອເດົາວ່າແມ່ນຫຍັງຈະເກີດຂຶ້ນ/ພວມເກີດ ຂຶ້ນໃນນິທານ.1ເລົ່າວ່າໃນຮູບພາບແມ່ນມີຫຍັງເກີດຂຶ້ນ ແຕ່ບໍ່ໃຊ້ຮູບ ເພື່ອເດົາວ່າແມ່ນຫຍັງຈະເກີດຂຶ້ນ.0ບໍ່ເລົ່າວ່າມີຫຍັງເກີດຂຶ້ນໃນຮູບພາບຂອງບົດນິທານ.16ກ. ທັກສະການຄາດເດົາ (ອີງຕາມບົດ; ພາກຮຽນ 1)2ເດົາວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ ໂດຍອີງໃສ່ເຫດການທີ່ເກີດຜ່ານມາແລ້ວ.1ເດົາວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ ແຕ່ວ່າບໍ່ອີງໃສ່ເຫດການທີ່ເກີດຂຶ້ນທີ່ໃກ້ຄຽງກັບເຫດ ການທີ່ເກີດຂຶ້ນຜ່ານມາແລ້ວ.0ບໍ່ເລົ່າວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປໃນນິທານ.16ຂ. ທັກສະການຄາດເດົາ (ອີງຕາມບົດ; ພາກຮຽນ 2)2ພະຍາຍາມດ້ວຍເອງ (ໂດຍບໍ່ໃຫ້ຄູຊ່ວຍ) ເພື່ອຊອກຫາຄໍາສັບທີ່ຮູ້ໃນຫົວຂໍ້ ແລະ ບົດເລື່ອງ ເພື່ອເປັນ ຂໍ້ມູນໃນການຄາດເດົາ.1ພະຍາຍາມດ້ວຍຕົນເອງ ເພື່ອຊອກຫາຄໍາສັບໃນຫົວຂໍ້ຄໍາສັບທີ່ຮູ້ໃນຫົວຂໍ້ ແລະ ບົດເລື່ອງ ເພື່ອເປັນ ຂໍ້ມູນໃນການຄາດເດົາສະເພາະເວລາຄູຊ່ວຍບອກຂໍ້ມູນເທົ່ານັ້ນ.0ບໍ່ພະຍາຍາມອ່ານຫົວຂໍ້ ຫຼື ຄໍາສັບໃນບົດເລື່ອງ ເພື່ອຕອບຄໍາຖາມກ່ຽວກັບການຄາດເດົາຂອງຄູ.ການຕອບ17ກ. ການຕອບກ່ຽວກັບນິທານ (ການແຕ້ມ ແລະ ການເລົ່າ; ພາກຮຽນ 1)2ແຕ້ມຮູບເຫດການທີ່ກ່ຽວຂ້ອງກັບຄວາມໝາຍຂອງນິທານ, ແລ້ວເຊື່ອມໂຍງຮູບທີ່ແຕ້ມກັບນິທານ ເວລານໍາສະເໜີໃຫ້ຜູ້ອື່ນຟັງ.1ແຕ້ມຮູບເຫດການທີ່ກ່ຽວຂ້ອງກັບຄວາມໝາຍຂອງນິທານ ແຕ່ບໍ່ເຊື່ອມໂຍງຮູບທີ່ແຕ້ມກັບນິທານເວ ລານໍາສະເໜີໃຫ້ຜູ້ອື່ນຟັງ.0ແຕ້ມຮູບທີ່ບໍ່ກ່ຽວຂ້ອງກັບເຫດການໃນນິທານ.໓໖ສ ວ ສສະຫງວນລິຂະສິດ
3717ຂ. ການຕອບກ່ຽວກັບນິທານ (ທີ່ກ່ຽວຂ້ອງກັບເລື່ອງໃນຊີວິດຂອງຕົນເອງ; ພາກຮຽນ 2)2ບອກວ່າ ສາມາດຮຽນຫຍັງໄດ້ແດ່ຈາກນິທານ ແລະ ບອກຕົວຢ່າງວ່າຈະນໍາບົດຮຽນດັ່ງກ່າວໄປໃຊ້ ແນວໃດ.1ບອກທັດສະນະສ່ວນຕົວກ່ຽວກັບການກະທໍາຂອງຕົວລະຄອນໃນນິທານ ແລະ ເປັນຫຍັງເຫດການຈຶ່ງ ເກີດຂຶ້ນ ແຕ່ບໍ່ສາມາດເຊື່ອມໂຍງກັບຊີວິດສ່ວນຕົວ.0ບໍ່ບອກທັດສະນະກ່ຽວກັບເຫດການທີ່ເກີດຂຶ້ນກັບຕົວລະຄອນໃນນິທານ ຫຼື ເປັນຫຍັງເຫດການຈຶ່ງ ເກີດຂຶ້ນ.18ກ. ການຕອບກ່ຽວກັບນິທານ (ການຂຽນ; ພາກຮຽນ 1 ນັກຮຽນຈະສະກົດຄໍາທີ່ພໍໃຊ້ໄດ້ ແລະ ຜິດໄວຍາກອນບາງບ່ອນ).2ຂຽນໜຶ່ງ ຫຼື ຫຼາຍປະໂຫຍກ ເພື່ອອະທິບາຍຮູບແຕ້ມ (ເລົ່າເຫດການຕ່າາໆທີ່ເກີດຂຶ້ນໃນຮູບ ດັ່ງກ່າວ).1ຂຽນຄໍາສັບ ຫຼື ວະລີກ່ຽວກັບຮູບແຕ້ມ ເພື່ອບອກຊື່ຂອງສິ່ງຂອງ ຫຼື ເຫດການຕ່າງໆໃນຮູບແຕ້ມ.0ບໍ່ຂຽນຫຍັງໃສ່ຮູບແຕ້ມຍົກເວັ້ນຊື່ຂອງຜູ້ກ່ຽວເອງ.18ຂ. ການຕອບກ່ຽວກັບນິທານ (ການຂຽນ; ພາກຮຽນ 2 ນັກຮຽນຈະສະກົດຄໍາທີ່ພໍໃຊ້ໄດ້ ແລະ ຜິດໄວຍາກອນບາງບ່ອນ)2ຂຽນສອງ ຫຼື ຫຼາຍປະໂຫຍກກ່ຽວກັບຮູບແຕ້ມທີ່ເລົ່າກ່ຽວກັບເຫດການຕ່າງໆ ທີ່ເກີດຂຶ້ນໃນນິທານ ຕາມລໍາດັບ (ລວມທັງນິທານທີ່ນັກຮຽນແຕ່ງເອງ).1ຂຽນໜຶ່ງ ຫຼື ສອງປະໂຫຍກ ເພື່ອອະທິບາຍຮູບແຕ້ມ (ເລົ່າວ່າແມ່ນຫຍັງເກີດຂຶ້ນໃນຮູບແຕ້ມ).0ບໍ່ຂຽນປະໂຫຍກກ່ຽວກັບຮູບແຕ້ມຂອງຕົນເອງ ແຕ່ຂຽນບາງຄໍາສັບ ຫຼື ວະລີ ເພື່ອບອກຊື່ຂອງສິ່ງຂອງ ຫຼື ເຫດການຕ່າງໆໃນຮູບເທົ່ານັ້ນ.ຄໍາສັບ19ກ. ນໍາໃຊ້ຄໍາສັບໃນນິທານ ເພື່ອເລົ່າຄືນນິທານ (ສະຫຼຸບ; ພາກຮຽນ 1)2ໃຊ້ບາງຄໍາສັບຢ່າງເໝາະສົມ ເວລາເລົ່າຄືນນິທານ ຫຼື ເວລານໍາສະເໜີຮູບແຕ້ມກ່ຽວກັບນິທານ.1ເລົ່າຄືນວ່າແມ່ນຫຍັງເກີດຂຶ້ນໃນນິທານ ແຕ່ບໍ່ໃຊ້ ຄໍາສັບໃດໆໃນນິທານ.0ບໍ່ສາມາດ ຫຼື ບໍ່ເລົ່າຄືນ ວ່າແມ່ນຫຍັງເກີດຂຶ້ນໃນນິທານ.19ຂ. ການນໍາໃຊ້ຄໍາສັບ (ແຕ່ງປະໂຫຍກດ້ວຍຕົນເອງ ໂດຍໃຊ້ຄໍາສັບທີ່ຮຽນໃນນິທານ; ພາກຮຽນ 2)2ສາມາດແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ຄໍາສັບທີ່ໄດ້ຮຽນໃນນິທານຢ່າງຕ່ໍາ 3 ຄໍາ.1ສາມາດແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ ຄໍາສັບທີ່ໄດ້ຮຽນໃນນິທານ 1 ຫຼື 2 ຄໍາ.0ບໍ່ສາມາດ, ບໍ່ແຕ່ງປະໂຫຍກດ້ວຍຕົນເອງ ໂດຍການນໍາໃຊ້ຄໍາສັບທີ່ໄດ້ຮຽນໃນນິທານ.໓໗
38ທີ່ກ່ຽວຂ້ອງກັບການອ່ານປຶ້ມອ່ານເສີມ 20ກ. ການອ່ານດ້ວຍຕົນເອງ ເພື່ອຊອກຫາຄວາມໝາຍ (ຄູຈະບໍ່ອ່ານກ່ອນນັກຮຽນ)3ອ່ານດ້ວຍຄວາມເຊື່ອໝັ້ນ, ດັດແກ້ດ້ວຍຕົນເອງເວລາມີຄວາມຜິດ ແລະ ສາມາດບອກຄວາມໝາຍ ຂອງບົດ ເລື່ອງຫຼັງຈາກອ່ານໄດ້.2ອ່ານຊ້າ ແລະ ມີຄວາມຜິດເລັກນ້ອຍ ແຕ່ບໍ່ດັດແກ້ຄໍາຜິດດ້ວຍຕົນເອງ ເພື່ອເຮັດໃຫ້ເຂົ້າໃຈຄວາມໝາຍຫຼາຍຂຶ້ນ.1ນໍາໃຊ້ຄວາມຮູ້ກ່ຽວກັບສຽງໃນການພະຍາຍາມອ່ານ ແຕ່ຍັງມີຄວາມຜິດຫຼາຍ ເພື່ອໃຫ້ເຂົ້າໃຈຄວາມ ໝາຍ.0ອ່ານບໍ່ໄດ້ ຫຼື ບໍ່ມີຄວາມພະຍາຍາມອ່ານ.20ຂ. ການອ່ານປຶ້ມອ່ານເສີມດ້ວຍຕົນເອງ-ອ່ານໄດ້ຢ່າງຄ່ອງແຄ້ວຊັດເຈນ (ຄູຈະບໍ່ອ່ານກ່ອນນັກຮຽນ)3ອ່ານບໍ່ມີຄໍາຜິດ ແລະ ອ່ານດ້ວຍນໍ້າສຽງທີ່ເໝາະສົມກັບເລື່ອງ.2ອ່ານມີຄໍາຜິດສອງສາມຄໍາ ແລະ/ຫຼື ບໍ່ທັນຄ່ອງແຄ້ວ (ເວົ້າຄໍາສັບຈໍານວນໜຶ່ງບໍ່ຖືກ, ຜັນສຽງຄໍາສັບ ຈໍານວນໜຶ່ງບໍ່ໄດ້, ຂ້າມຄໍາສັບຈໍານວນໜຶ່ງ, ຊ້າຫຼາຍ.1ອ່ານມີຄວາມຜິດຫຼາຍ (ຕ້ອງການຄວາມຊ່ວຍເຫຼືອຈາກຄູຫຼາຍໃນການອ່ານ).0ອ່ານບໍ່ໄດ້ ຫຼື ບໍ່ມິຄວາມພະຍາຍາມອ່ານ.ໝາຍເຫດ: ພະ ຍັນ ຊະ ນະ ແລະ ສະ ຫຼະ ໃນ ພາ ສາ ລາວ ບາງ ຕົວ ມີ ຫາງ ເຊັ່ນ: ງ ຊ ຖ ປ ຝ ຟ ຢ ຽ ໄ ໃ ໂ ເວ ລາ ຂຽນ *ໂດຍ ສະ ເພາະ ແມ່ນ ຫັດ ຂຽນ ງາມ ໃຫ້ ຄວາມ ຍາວ ຂອງ ຫາງ ທີ່ ລື່ນ ອອກ ໄປ ຂຶ້ນ ເທິງ ຫຼື ລົງ ລຸ່ມ ເທົ່າ ກັບ ຕົວ ຂອງ ພະ ຍັນ ຊະ ນະ ຫຼື ສະ ຫຼະ. ເວ ລາ ໃຊ້ ຕົວ ພິມ ໃຫ້ ຫາງ ຍາວ ຂຶ້ນ ເທິງ ຫຼື ລົງ ລຸ່ມ ເທົ່າ ກັບ ເຄິ່ງ ໝຶ່ງ ຂອງ ຕົວ.໓໘ສ ວ ສສະຫງວນລິຂະສິດ
II. ແນະນຳການສອນແຕ່ລະບົດ39໓໙
40໔໐ສ ວ ສສະຫງວນລິຂະສິດ
411ບົດທີ ປ ະ xາ1 xເວລາ 10 ຊົ່ວໂມງI. ຈຸດປະສົງໃຫ້ນັກຮຽນສາມາດ:1 1ບອກຊື່ ພະຍັນຊະນະ ແລະ ສະຫຼະ ປxະ xາ, ຈໍາແນກຕົວອັກສອນທີ່ເປັນສັນຍະລັກໃຫ້ແກ່ສຽງ ປ xະ xາແລະ ບອກສຽງຕົວອັກສອນ ປ xະ xາ 1 2ຂຽນພະຍັນຊະນະ ແລະ ສະຫຼະ ະ າ ໃຫ້ຖືກຕາມຮູບແບບ.ປx x 1 3ອ່ານຄໍາສັບ, ວະລີ ແລະ ປະໂຫຍກ ພ້ອມທັງບອກຄວາມໝາຍໄດ້.1 4ຈໍາແນກການສະກົດຄໍາສັບທີ່ນໍາໃຊ້ສະຫຼະ x xະ າ ໃຫ້ຖືກຕ້ອງ, ນໍາໃຊ້ຄວາມຮູ້ກ່ຽວກັບຮູບ, ຕົວອັກສອນເພື່ອຄາດເດົາຄໍາສັບ, ບອກຫົວຂໍ້ ແລະ ເຫດການຂອງບົດນິທານ.1 5ຕອບຄໍາຖາມດ້ວຍການແຕ້ມຮູບຕາມເນື້ອໃນຂອງນິທານ, ນໍາໃຊ້ຄໍາສັບໃໝ່ຈາກນິທານ ເພື່ອສ້າງວະລີ ແລະ ປະໂຫຍກ.1 6ນໍາໃຊ້ໂຄງສ້າງຂອງບົດເລື່ອງ ເພື່ອແຕ່ງເລື່ອງໃຫ້ຈົບດ້ວຍຄໍາສັບຂອງຕົນເອງ.II. ການວັດ ແລະ ປະເມີນຜົນສໍາລັບການວັດຜົນການຮຽນຂອງນັກຮຽນ ຄູອາດສາມາດດໍາເນີນໃນໄລຍະຮຽນ ໂດຍຜ່ານການສັງເກດ, ສົນທະ ນາຖາມຕອບ ແລະ ຄູຍັງສາມາດປະເມີນການຮຽນໂດຍໃຊ້ເກນການປະເມີນດັ່ງລຸ່ມນີ້:1 1ການຟັງ ແລະ ເວົ້າ: ໃຊ້ເກນການປະເມີນ ຂໍ້ທີ ປະເມີນທ້າຍຊົ່ວໂມງທີ 1811 2ສຽງ ແລະ ຕົວອັກສອນ: ໃຊ້ເກນການປະເມີນ ຂໍ້ທີ 6 ຢູ່ໃນຊົ່ວໂມງທີ 9.1 3ການອ່ານ ແລະ ການຂຽນ: ໃຊ້ເກນການປະເມີນ ຂໍ້ທີ ກ ຢູ່ໃນຊົ່ວໂມງທີ 7 411 4ນິທານ: ໃຊ້ເກນການປະເມີນ ຂໍ້ທີ 15 ຢູ່ໃນຊົ່ວໂມງທີ 61III. ເນື້ອໃນຕົ້ນຕໍ1 1ພະຍັນຊະນະ ປ- ພະຍັນຊະນະ ປະກອບມີຄໍາສັບ: ປປາ, ປີງ, ເປ, ປີ, ປູ.1 2ສະຫຼະ ະ າ x x- ສະຫຼະ xະ ປະກອບມີຄໍາສັບ: ປະ, ກະບະ.- ສະຫຼະ xາ ປະກອບມີຄໍາສັບ: ປາ, ມ້າ, ຢາ, ບ່າ, ຕາ, ຂາ, ກາ, ໝາ.1 3ພັນລະນາກ່ຽວກັບຮູບສັດໃນປຶ້ມແບບຮຽນ1 4ນິທານIV. ສື່ການຮຽນການສອນ1 1ປຶ້ມແບບຮຽນ.1 2ກ້ອນຫີນນ້ອຍ ແລະ ແກ່ນໝາກໄມ້ທີ່ເປັນເມັດນ້ອຍ.1 3ເຊືອກເສັ້ນນ້ອຍ ຫຼື ໄມ້ທີ່ສະອາດສໍາລັບກິດຈະກໍາຈັບຄູ່.1 4ແຜ່ນພູມຕົວອັກສອນລາວ, ແຜ່ນພັບອື່ນໆ ທີ່ມີບົດເລື່ອງ ແລະ ຮູບ ພາບຕ່າງໆ. 1 5ຊຸດບັດພະຍັນຊະນະ, ສະຫຼະ, ວັນນະຍຸດ ຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ໃຊ້ໃນກິດຈະກໍາຕ່າງໆ.1 6ປຶ້ມນິທານ.໔໑
421V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1-2 (90 ນາທີ)ນໍາເຂົ້າສູ່ບົດຮຽນ (10 ນາທີ)ທວນຄືນ1) ຄູໃຫ້ນັກຮຽນຜູ້ທີ່ມີຊື່ພະຍັນຊະນະ ປ ອອກມາເວົ້າຊື່ຂອງສັດທີ່ເຂົາເຈົ້າຮູ້ຈັກ ຕົວຢ່າງ: ປາ, ປູ, ແມວ, ມ້າ...2) ນັກຮຽນຮ້ອງເພງທີ່ໄດ້ຮຽນມາ ໂດຍໃຊ້ທ່າທາງປະກອບ ຫຼື ຖ້າຄູບໍ່ໄດ້ທໍານອງໃຫ້ພານັກຮຽນທ່ອງເປັນຄໍາຄ່ອງກໍໄດ້.“ປາ ປາ ປາ” ປານ້ອຍ ລອຍໄປລອຍມາ (ຊໍ້າ) ຕາມພາສາ ຂອງປານ້ອຍເອີຍ (ຊ້ໍາ)ຂັ້ນຈັດກິດຈະກໍາການຮຽນ (15 ນາທີ) 1ຟັງ ແລະ ເວົ້າຊື່ ຮູບ ພາບທີ່ຂຶ້ນຕົ້ນດ້ວຍສຽງ ປການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 1 ຢູ່ໃນພາກແນະນໍາ.ພາສາລາວສໍາລັບນັກຮຽນຊົນເຜົ່າ: ເອົາໃຈໃສ່ໃຫ້ນັກຮຽນອອກສຽງ ໃຫ້ຖືກຕ້ອງ ສ່ວນຄໍາສັບຂຶ້ນດ້ວຍ ຄູ ປປອາດເອົາຮູບຕົວຢ່າງຈໍານວນໜຶ່ງໃຫ້ເລືອກ ຫຼື ຍົກຕົວຢ່າງໃຫ້ກ່ອນ1 2ເວົ້າຊື່ ແລະ ຂີດຕາມ ຮອຍຕົວ ປການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ ຢູ່ໃນພາກແນະນໍາ.2ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)1. ເກມຊອກຫາພະຍັນຊະນະ ປ ໃນແຜ່ນພູມຕົວອັກສອນ1) ນັກຮຽນເບິ່ງແຜ່ນພູມຕົວອັກສອນລາວ ພ້ອມທັງຊອກຫາພະຍັນຊະນະ ຖ້ານັກຮຽນຜູ້ໃດຊອກເຫັນໃຫ້ຍົກມືຂຶ້ນ.ປ2) ຄູເອີ້ນເອົານັກຮຽນຜູ້ໜຶ່ງອອກໄປຊີ້ໃຫ້ໝູ່ເບິ່ງ. ໃຫ້ນັກຮຽນຜູ້ອື່ນບອກວ່າລາວຊີ້ຖືກ ຫຼື ບໍ່ ຄູເອົາໃຈໃສ່ເບິ່ງວ່າ ນັກ ຮຽນຊີ້ຖືກຕົວ ບໍ່ ຖ້າຫາກນັກຮຽນ ຊີ້ໃສ່ ຄູອະທິບາຍວ່າ ແລະ ຕ່າງກັນເພາະວ່າ ແມ່ນມີຫົວພຽງກັນ ປບບປບແຕ່ຫາງສັ້ນກວ່າ ປ 12. ເກມການຊອກຫາພະຍັນຊະນະ ປ ໃນຊຸດຕົວອັກສອນ1) ຄູຢາຍຊຸດບັດຕົວອັກສອນທີ່ມີ: 3-4 ຕົວ ແລະ ຕົວອັກສອນອື່ນອີກຈໍານວນໜຶ່ງ ປໃສ່ໜ້າໂຕະ ຫຼື ໃສ່ຖົງບັດຄໍາ, ປິ່ນຕົວອັກສອນເຫຼົ່ານັ້ນຕາມທິດຕ່າງກັນເຊັ່ນ: ປິ່ນ ຫົວລົງລຸ່ມ, ປິ່ນໄປຂ້າງຊ້າຍ, ປິ່ນໄປຂ້າງຂວາຕາມຮູບ ຕົວ ອັກ ສອນ.2) ນັກຮຽນຊອກຫາຕົວອັກສອນ ຖ້ານັກຮຽນຊອກເຫັນໃຫ້ຍົກມືຂຶ້ນ ແລ້ວເວົ້າ ປປດັງໆ.3) ຄູເລືອກເອົານັກຮຽນອອກໄປຊີ້ໃສ່ບັດພະຍັນຊະນະ ປ 14) ຄູຖາມນັກຮຽນເທື່ອລະບັດວ່າ ໃນບັດຄໍານີ້ຄືກັບ ທີ່ຂຽນຢູ່ກະດານບໍ່?ປປ5) ນັກຮຽນເອົາບັດ ປ ໄປວາງແປະຕົວ ທີ່ຂຽນໄວ້ຢູ່ກະດານ ເພື່ອປຽບທຽບກັນນັກຮຽນອາດບອກວ່າ ຕ້ອງປິ່ນຫົວ ປຕົວ ໃຫ້ຄືກັນກັບຕົວປ ປ ທີ່ຂຽນຢູ່ກະດານ (ຄູອາດສາທິດເປັນຕົວຢ່າງກັບບັດໜຶ່ງກ່ອນ)1ໝາຍເຫດ: ຖ້າເວລາບໍ່ພຽງພໍຄູສາມາດເລືອກສອນເກມໃດໜຶ່ງກໍໄດ້ປ ກນ ມປປບດxະxາປ໔໒ສ ວ ສສະຫງວນລິຂະສິດ
431 3ຫັດຂຽນ ແລະ ກ່າຍໃສ່ປຶ້ມຂຽນການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 3 ຢູ່ໃນພາກແນະນໍາ.1) ຄູສາທິດວິທີການແຕ້ມຮູບ ປາ ປູ ປຶ້ມ ຫຼື ເປັດ ແບບງ່າຍດາຍ.2) ນັກຮຽນເລືອກ ແລະ ແຕ້ມຮູບໃດໜຶ່ງທີ່ມີສຽງຂຶ້ນຕົ້ນດ້ວຍສຽງ ປ.ທວນຄືນ (5 ນາທີ)ຄູນໍາພານັກຮຽນຫຼິ້ນເກມຊອກຫາຕົວອັກສອນຢູ່ໃນຊົ່ວໂມງທີ 1 ຄືນ ດ້ວຍການແນະນໍາສະຖານທີ່ໆນັກຮຽນສາ ມາດຊອກຫາຕົວອັກສອນ ຢູ່ໃນຫ້ອງຮຽນຫຼາຍຂຶ້ນ. ຄູເລືອກເອົານັກຮຽນອອກໄປທາງໜ້າຫ້ອງ ແລະ ໃຫ້ຈໍາແນກ ປແລ້ວປິ່ນບັດຕົວອັກສອນ ໃຫ້ຖືກທິດທາງ.ປຂັ້ນຈັດກິດຈະກໍາການຮຽນ (15 ນາທີ) ການອອກສຽງການສອນໃຫ້ນໍາໃຊ້ເຕັກ ນິກການສອນທີ 4 ຢູ່ໃນພາກແນະນໍາ.ຄໍາທີ່ຂຶ້ນຕົ້ນດ້ວຍສຽງ ປ: ປຽກ, ປູກ, ປ້ອນ, ປະຕູ, ເປື້ອນ, ປີກ, ເປົາ, ປືນ, ປິນ, ປາກ.ຄໍາທີ່ບໍ່ມີສຽງ ຂຶ້ນຕົ້ນປ: ພ້າ, ດອກບົວ, ຜົມ, ໂທລະສັບ, ໝາກໄມ້.ພາສາລາວສໍາລັບນັກຮຽນຊົນເຜົ່າ: ຄູອາດຈະຕ້ອງອະທິບາຍຄວາມໝາຍຄໍາສັບເຫຼົ່ານັ້ນ ຊື່ຂອງສິ່ງຂອງກໍເຊັ່ນ ດຽວກັນ ແລະ ໃຫ້ຄໍາແນະນໍາການຜັນສຽງ ແລະ ຝືກ.ໃຊ້ ຮູບ ພາບລຸ່ມນີ້ໃນການປະຕິບັດກິດຈະກໍາການວັດ ແລະ ປະເມີນຜົນຄູປະເມີນການຂຽນ ໂດຍນໍາໃຊ້ເກນການປະເມີນຂໍ້121໔໓
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156
- 157
- 158
- 159
- 160
- 161
- 162
- 163
- 164
- 165
- 166
- 167
- 168
- 169
- 170
- 171
- 172
- 173
- 174
- 175
- 176
- 177
- 178
- 179
- 180
- 181
- 182
- 183
- 184
- 185
- 186
- 187
- 188
- 189
- 190
- 191
- 192
- 193
- 194
- 195
- 196
- 197
- 198
- 199
- 200
- 201
- 202
- 203
- 204
- 205
- 206
- 207
- 208
- 209
- 210
- 211
- 212
- 213
- 214
- 215
- 216
- 217
- 218
- 219
- 220
- 221
- 222
- 223
- 224