ຄູ່ມືຄູຄູ່ມືຄູ ວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສຶກສາ ປີທີ 2ວິທະຍາສາດແລະສິ່ງແວດລ້ອມຊັ້ນປະຖົມສຶກສາປີທີ2ກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020ຫ້າມຂາຍ
ສ ວ ສສະຫງວນລິຂະສິດ
ຄູ່ມືຄູວິທະຍາສາດ ແລະ ສິ່ງແວດລ້ອມຊັ້ນປະຖົມສຶກສາ ປີທີ 2ຮຽບຮຽງໂດຍ:ຫຸມພັນ ຂັນທະວີບຸນຜົງ ສີລາເດດແສງສຸກ ສີປະເສີດກວດແກ້ໂດຍ:ປາກຽນ ຫຼວງໄຊຊະນະເພັດສະໝອນ ສີບຸນເຮືອງແຕ້ມຮູບໂດຍ:ວົງສະຫວັນ ດໍາລົງສຸກພິມເຂົ້າໜ້າໂດຍ:ບຸນຜົງ ສີລາເດດກະຊວງສຶກສາທິການ ແລະ ກິລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ2020
ດ້ວຍການຮ່ວມມືກວດຜ່ານ ແລະ ປະກອບຄໍາເຫັນຈາກ: ຮສ. ປອ ນຽນ ສີວົງໄຊບັນຈົງ ລັດທະວັນຖາວອນ ອຸດົມສິນເພັງ ຊົ່ງໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບWith technical support from the Australian Government and the European Unionສ ວ ສສະຫງວນລິຂະສິດ
ຄໍານໍາປຶ້ມຄູ່ມືຄູວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.2 ສະບັບນີ້ໄດ້ຮຽບຮຽງຂຶ້ນຕາມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງ ປີ 2016. ປຶ້ມຄູ່ມືຄູຂອງວິຊາວິທະຍາສາດ ແລະ ສິ່ງແວດລ້ອມສະບັບນີ້ແມ່ນໄດ້ແບ່ງອອກເປັນ 2 ພາກໃຫຍ່ດັ່ງນີ້:ພາກທີ I ແນະນໍາລວມ ໄດ້ສະເໜີພາບລວມກ່ຽວກັບຫຼັກສູດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ການຮຽນການສອນ, ເຕັກນິກການຮຽນການສອນ, ສື່ການຮຽນການສອນ, ການວັດ ແລະ ປະເມີນຜົນ, ຕາຕະລາງການສອນ ປະຈຳອາທິດ ແລະ ການສອນຫ້ອງຄວບ.ພາກທີ II ແນະນໍາການສອນແຕ່ລະບົດ. ຢູ່ໃນປຶ້ມຄູ່ມືຄູແຕ່ລະບົດປະກອບມີເວລາທີ່ໃຊ້ສອນ, ຈຸດປະສົງ, ການວັດ ແລະ ປະເມີນຜົນ, ເນື້ອໃນຕົ້ນຕໍ, ສື່ການຮຽນການສອນ ແລະ ກິດຈະກໍາການຮຽນການສອນ ສໍາລັບແຕ່ລະບົດ.ປຶ້ມຄູ່ມືຄູແມ່ນເອກະສານປະກອບການສອນທີ່ສໍາຄັນຢ່າງຍິ່ງສໍາລັບຄູໃນການວາງແຜນ ແລະ ແຕ່ງບົດສອນ, ກະກຽມອຸປະກອນ, ການວັດ ແລະ ປະເມີນຜົນ ເພື່ອໃຫ້ມີຄວາມສອດຄ່ອງກັບສະມັດຖະພາບການຮຽນຂອງວິຊາຮຽນ ແລະ ແທດເໝາະກັບນັກຮຽນໃນແຕ່ລະທ້ອງຖິ່ນ.ເຖິງຢ່າງໃດກໍຕາມ, ການຮຽບຮຽງປຶ້ມຄູ່ມືຄູເຫຼັ້ມນີ້ກໍຄົງບໍ່ປາສະຈາກໄດ້ຂໍ້ຂາດຕົກບົກພ່ອງບາງປະການ. ສະນັ້ນ,ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍໃຫ້ສົ່ງຄໍາຄິດເຫັນຂອງທ່ານມາຍັງສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ. ພ້ອມດຽວກັນນີ້ ຄະນະຮັບຜິດຊອບໃນການປັບປຸງ ແລະ ຮຽບຮຽງປຶ້ມຄູ່ມືຄູສະບັບນີ້ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະຮັບເອົາທຸກຄໍາຄິດເຫັນຂອງບັນດາທ່ານເພື່ອປັບປຸງປຶ້ມດັ່ງກ່າວໃຫ້ມີຄຸນນະພາບດີຂຶ້ນ.ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະແກນບ່ອນນີ້ສຳລັບສື່ການຮຽນການສອນເພີ່ມຕື່ມ
ສາລະບານI. ແນະນໍາລວມ ..................................................................................................................................1II. ແນະນໍາການສອນແຕ່ລະບົດ .............................................................................................................5ບົດເປີດຫົວເລື່ອງ ................................................................................................................................5ບົດທີ 1 ໄພອັນຕະລາຍໃກ້ຕົວ .............................................................................................................12ບົດທີ 2 ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ ..................................................................................17ບົດທີ 3 ອຸບັດຕິເຫດຈາກສັດກັດຕອດ....................................................................................................23ບົດທີ 4 ຄວາມສໍາຄັນຂອງສິ່ງແວດລ້ອມ ................................................................................................28ບົດທີ 5 ການທໍາລາຍສິ່ງແວດລ້ອມ ......................................................................................................33ບົດທີ 6 ການພົວພັນລະຫວ່າງສິ່ງທີ່ມີຊີວິດ .............................................................................................38ບົດທີ 7 ປາກ ແລະ ດັງ ......................................................................................................................42ບົດທີ 8 ຫູ ແລະ ຕາ ..........................................................................................................................48ບົດທີ 9 ຜິວໜັງຂອງຄົນເຮົາ ................................................................................................................53ບົດທີ 10 ອາຫານ ແລະ ເຄື່ອງດື່ມ ........................................................................................................58ບົດທີ 11 ລັກສະນະພາຍນອກຂອງສັດ ..................................................................................................63ບົດທີ 12 ການເຕີບໃຫຍ່ຂອງສັດ..........................................................................................................68ບົດທີ 13 ການເກີດລູກຂອງສັດ ...........................................................................................................73ບົດທີ 14 ຮາກ, ລໍາ ແລະ ໃບ ..............................................................................................................78ບົດທີ 15 ດອກ ແລະ ໝາກ ................................................................................................................84ບົດທີ 16 ແນວພືດ ............................................................................................................................89ບົດທີ 17 ການປູກພືດ ........................................................................................................................93ບົດທີ 18 ວັດຖຸ .................................................................................................................................97ບົດທີ 19 ວັດຖຸແຂງ ........................................................................................................................102ບົດທີ 20 ວັດຖຸແຫຼວ ........................................................................................................................106ບົດທີ 21 ທາດອາຍ ........................................................................................................................111ບົດທີ 22 ດິນ ແລະ ຫີນ ...................................................................................................................117ບົດທີ 23 ດວງອາທິດ ......................................................................................................................123ບົດທີ 24 ແສງສະຫວ່າງ ...................................................................................................................129ບົດທີ 25 ການໄຫຼຂອງນໍາ້ ................................................................................................................135ບົດທີ 26 ການນໍາໃຊ້ນາຢ່າງປະຢັດໍ ້ ....................................................................................................141ບົດທີ 27 ສະພາບອາກາດໂຮງຮຽນຂອງຂ້ອຍ .......................................................................................147ບົດທີ 28 ການເກັບມ້ຽນຂີ້ເຫຍື້ອ ........................................................................................................153ບົດທີ 29 ອາກາດບໍລິສຸດ ..................................................................................................................158ສ ວ ສສະຫງວນລິຂະສິດ
1໑I. ແນະນໍາລວມ1. ຫຼັກສູດ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມຫຼັກສູດສະບັບປັບປຸງໃໝ່ ປີ 2016 ເປັນຫຼັກສູດທີ່ອີງໃສ່ສະມັດຖະພາບການຮຽນ. ສະມັດຖະພາບ ໝາຍເຖິງຄວາມ ສາມາດຂອງນັກຮຽນໃນການໝູນໃຊ້ຄວາມຮູ້ ແລະ ທັກສະໄດ້ຢ່າງກົມກຽວ. ບົດຮຽນໄດ້ພັດທະນາຂຶ້ນພາຍໃຕ້ສະມັດຖະພາບທີ່ຢູ່ໃນຫຼັກສູດໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ. ຈຸດປະສົງຂອງບົດຮຽນໄດ້ເນັ້ນໃສ່ການພັດທະນາຄວາມຮູ້ ແລະ ທັກສະໃຫ້ແກ່ນັກຮຽນ. ຫຼັກສູດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.2 ສືບຕໍ່ ພັດທະນາດ້ານຄວາມຮູ້ ແລະ ທັກສະທີ່ໄດ້ຮຽນຢູ່ ຂັ້ນ ປ. 1.ມາດຕະຖານຄວາມສໍາເລັດຂັ້ນພື້ນຖານ ສໍາລັບວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.2 ແມ່ນມີລາຍລະອຽດ ລຸ່ມນີ້. ເມື່ອຮຽນຈົບ ຂັ້ນ ປ.2 ນັກຮຽນສາມາດ: 1) ຄາດເດົາເຫດການທີ່ຈະພາໃຫ້ເກີດອຸບັດຕິເຫດຂຶ້ນ ຖ້າຢູ່ໃກ້ກັບວັດຖຸອັນຕະລາຍ ແລະ ສັດບາງຊະນິດ. 2) ການພົວພັນຂອງສິ່ງທີ່ມີຊີວິດ ແລະ ຄວາມສໍາຄັນຂອງສິ່ງແວດລ້ອມ. 3) ໃຫ້ເຫດຜົນໃນການປົກປັກຮັກສາສິ່ງແວດລ້ອມ, ຄວາມສໍາຄັນຂອງສິ່ງແວດລ້ອມຕໍ່ການສະໜອງອາຫານ ແລະ ທີ່ຢູ່ອາໄສຂອງສິ່ງມີຊີວິດ.4) ສະແດງຂັ້ນຕອນການຮັກສາອະນາໄມອະໄວຍະວະຮັບຄວາມຮູ້ສຶກໄດ້ຢ່າງຖືກຕ້ອງ ແລະ ປອດໄພ.5) ໄຈ້ແຍກອາຫານ ເພ່ອສຸຂະພາບ, ອາຫານທ່ຄວນກິນ ແລະ ບຄວນກນ.ືີໍ ່ິ6) ພັນລະນາລັກສະພາຍນອກຂອງສັດ ແລະ ການເກີດລູກຂອງສັດ.7) ແຫຼ່ງອາຫານ ແລະ ທີ່ຢູ່ອາໄສຂອງສັດ.8) ອະທິບາຍສິ່ງທີ່ຈໍາເປັນຕໍ່ການເຕີບໃຫຍ່ຂອງສັດ. 9) ປຽບທຽບຮູບຮ່າງຂອງສັດຊະນິດຕ່າງໆ ແລະ ລູກສັດໃສ່ພໍ່ແມ່ຂອງມັນ.10) ໄຈ້ແຍກສັດທ່ເກີດລູກເປັນໂຕ ແລະ ອອກເປັນໄຂ່. ີ11) ອະທິບາຍໜ້າທ່ຂອງຮາກ, ລໍາ, ໃບ, ດອກ, ໝາກ ແລະ ແກ່ນ. ີ12) ອະທິບາຍການຮັກສາແນວພືດ ແລະ ການປູກພືດ. 13) ຍົກຕົວຢ່າງພືດບາງຊະນິດທ່ກິນໄດ້ ແລະ ກິນບ່ໄດ້.ີໍ14) ອະທິບາຍຄຸນລັກສະນະຂອງວັດຖຸແຂງ, ແຫຼວ ແລະ ທາດອາຍ.15) ແນະນໍາວິທີປ້ອງກັນຈາກວັດຖຸອັນຕະລາຍ ແລະ ຫ້າມແຕະຕ້ອງສັດບາງຊະນິດ.16) ສາທິດຂ້ນຕອນການປະຖົມພະຍາບານຂ້ນພ້ນຖານ ເມ່ອຖືກສັດບາງຊະນິດກັດຕອດ.ັັືື17) ທົດລອງ ແລະ ອະທິບາຍຄວາມແຕກຕ່າງຂອງວັດຖຸແຂງ, ແຫຼວ ແລະ ທາດອາຍ.18) ທົດລອງ ແລະ ອະທິບາຍການໄຫຼຂອງນາໃນທໍາມະຊາດ.ໍ ້19) ແນະນໍາການນໍາໃຊ້ນໍ້າຢ່າງປະຢັດ.20) ສໍາຫຼວດ ແລະ ຈໍາແນກປະເພດດິນ, ຫີນ ແລະ ປະໂຫຍດຂອງສິ່ງເຫຼົ່ານັ້ນ.21) ທົດລອງການຊຶມຂອງນ້າໃນດິນ ແລະ ສັງເກດການເຕີບໃຫຍ່ຂອງພືດທ່ປູກໃນດິນປະເພດຕ່າງກັນ.ໍີ22) ອະທິບາຍຄວາມສໍາຄັນຂອງດວງອາທິດຕ່ຄົນ, ສັດ ແລະ ພືດ.ໍ23) ຄາດເດົາເວລາດ້ວຍການສັງເກດຕໍາແໜ່ງດວງອາທິດ.24) ທົດລອງການເບ່ງເຫັນວັດຖຸຕ່າງໆໃນບ່ອນທ່ມີແສງສະຫວ່າງພຽງພໍ ແລະ ບ່ພຽງພໍ.ິີໍ
2 ໒ 25) ບັນທຶກ ແລະ ພັນລະນາການປ່ຽນແປງຂອງອາກາດແຕ່ລະວັນ ໂດຍນໍາໃຊ້ສັນຍະລັກ ແລະ ຄໍາສັບທ່ຖືກຕ້ອງ.ີ26) ຄາດເດົາສ່ງທ່ຈະເກີດຂ້ນຈາກການປ່ຽນແປງສະພາບອາກາດ ເພ່ອຫາວິທີປ້ອງກັນສຸຂະພາບ.ິີຶື27) ອະທິບາຍຜົນດີຂອງການຖີ້ມຂີ້ເຫຍື້ອໃສ່ຖັງ.28) ອະທິບາຍກ່ຽວກັບອາກາດສົດມີຄວາມສໍາຄັນຫຼາຍຕໍ່ກັບສຸຂະພາບຂອງສິ່ງມີຊີວິດ. 2. ການຮຽນການສອນວິຊາວິທະຍາສາດ ແລະ ສິ່ງແວດລ້ອມນີ້ໄດ້ພັດທະນາຂຶ້ນມາແມ່ນມີຄວາມສຳຄັນຫຼາຍ ເພື່ອສົ່ງເສີມໃຫ້ນັກຮຽນໄດ້ຄົ້ນຄິດ, ຕັ້ງຄໍາຖາມ, ປະຕິບັດຕົວຈິງຢູ່ໃນຫ້ອງຮຽນ ແລະ ພັດທະນາຄວາມຢາກຮູ້ຢາກເຫັນຂອງນັກຮຽນ. ການຮຽນການສອນວິຊາວິທະຍາສາດ ແລະ ສິ່ງແວດລ້ອມນີ້ ບໍ່ແມ່ນພຽງແຕ່ໃຫ້ນັກຮຽນໄດ້ຕອບຄຳຖາມ ແລະ ຄູສອບຖາມຄວາມຮູ້ທົ່ວໄປຂອງນັກຮຽນເທົ່ານັ້ນ. ນອກນັ້ນ, ນັກຮຽນຍັງສາມາດຕອບຄຳຖາມດ້ວຍຕົວເອງ ແລະ ຊວຍ ່ໃນການຄົ້ນຄິດຫາຄຳຕອບທີ່ຫຼາກຫຼາຍ ເພື່ອເຮັດໃຫ້ເກີດຜົນປະໂຫຍດອັນສູງສຸດທາງວິທະຍາສາດ. ສໍາລັບການຮຽນ ການສອນວິຊານີ້ ປະກອບມີ 4 ຂັ້ນຕອນຄື: ຂັ້ນນຳເຂົ້າສູ່ບົດຮຽນ ຄວນໃຫ້ລົງທ້າຍດ້ວຍການຕັ້ງຄຳຖາມ ເຊິ່ງເປັນ ຄຳຖາມທີ່ພວກເຮົາຍັງບໍ່ທັນຮູ້ຄຳຕອບເທື່ອ ແລະ ອາດເປັນຂໍ້ຄິດບາງຢ່າງທີ່ນັກຮຽນຕ້ອງໄດ້ຈິນຕະນາການ, ສືບຄົ້ນຫາ ເຫດຜົນ. ຫຼັງຈາກນັ້້ນ, ຂັ້ນຈັດກິດຈະກຳການຮຽນ ແມ່ນຂັ້ນຕອນທີ່ຄູຕ້ອງໄດ້ຊ່ວຍນັກຮຽນພັດທະນາຄວາມຮູ້ ແລະ ທັກສະ ໃນການຕອບຄໍາຖາມ; ຂັ້ນຝືກປະຕິບັດ ແລະ ນຳໃຊ້ ແມ່ນໃຫ້ນັກຮຽນເລີ່ມຕົ້ນດ້ວຍການຊອກຫາຄໍາຕອບມາຕອບ ຄຳຖາມທີ່ນັກຮຽນກຳລັງປະເຊີນໜ້າຢູ່; ຂັ້ນສະຫຼຸບ, ແມ່ນຂັ້ນຕອນທີ່ຄູຈະໄດ້ກວດຄວາມຖືກຕ້ອງ, ສົ່ງເສີມຄວາມເຂົ້າໃຈ ຂອງນັກຮຽນ ເພິື່ອຊຸກຍູ້ໃຫ້ນັກຮຽນໄດ້ຮຽນເອົາຄວາມຮູ້ ແລະ ທັກສະທີ່ເໝາະສົມຈາກການຮຽນ ເພື່ອໄປນຳໃຊ້ໃນຊີວິດ ປະຈໍາວັນ. 3. ເຕັກນິກການຮຽນການສອນເຕັກນິກການຮຽນການສອນທີ່ສໍາຄັນ ສໍາລັບວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ມີຄືດັ່ງນີ້:1) ການຕັ້ງຄໍາຖາມ ໂດຍກົງຈາກຄູ: ເພື່ອຊ່ວຍໃຫ້ນັກຮຽນໄດ້ຄິດ ແລະ ສະແດງຄວາມຮູ້ທີ່ພວກເຂົາໄດ້ຮູ້ ແລະ ເຂົ້າໃຈ. ເພື່ອກະຕຸ້ນຄວາມຢາກຮູ້ຢາກເຫັນກ່ຽວກັບສິ່ງຕ່າງໆຢູ່ໃນສິ່ງແວດລ້ອມ ທີ່ໄກ ແລະ ໃກ້ຕົວນັກຮຽນ. 2) ການສົ່ງເສີມໃຫ້ນັກຮຽນໄດ້ຕອບຄໍາຖາມ: ເພື່ອໃຫ້ນັກຮຽນຮູ້ໄຈ້ແຍກຄໍາຖາມອອກມາກ່ອນທີ່ພວກເຂົາຈະໄດ້ຄາດເດົາຫາຄໍາຕອບ ແລະ ຊອກຫາຂໍ້ມູນ ຫຼື ຈິນຕະນາການດ້ວຍເຫດຜົນຂອງພວກເຂົາ. 3) ກິດຈະກໍາຝືກປະຕິບັດ: ນັກຮຽນເຮັດດ້ວຍຕົວເອງ ເພື່ອຊຸກຍູ້ການຕັ້ງຄໍາຖາມ, ຄົ້ນຄວ້າ ແລະ ການຄົ້ນຫາ ຂໍ້ມູນຕ່າງໆ. 4) ການສັງເກດ: ເພ່ອຊ່ວຍພັດທະນາຄວາມເອົາໃຈໃສ່ຂອງນັກຮຽນໃນການຊອກຮູ້ສ່ງໃດໜຶ່ງທ່ມີຄວາມລະອຽດ. ືິີ5) ການທົດສອບ/ທົດລອງ: ເພື່ອສົ່ງເສີມໃຫ້ນັກຮຽນສາມາດລົງມືປະຕິບັດຕົວຈິງ, ປະດິດສ້າງ ແລະ ທົດລອງ ເພື່ອຢັ້ງຢືນສິ່ງທີ່ນັກຮຽນໄດ້ຄາດເດົາ ສິ່ງທີ່ອາດຈະເປັນ ຫຼື ເກີດຂຶ້ນຂອງພວກເຂົາ. 6) ການບັນທຶກ: ເພີື່ອສົ່ງເສີມໃຫ້ນັກຮຽນມີວິທີການຈົດບັນທຶກຂໍ້ມູນຕ່າງໆ ແລະ ບັນທຶກສ່່ິ່ງທີ່ພວກເຂົາກໍາລັງ ຊອກຫາ ໂດຍໃຊ້ຄໍາສັບພາສາ ແລະ ທັກສະທີ່ພວກເຂົາຮູ້ (ຕົວຢ່າງ: ຂຽນຄໍາອະທິບາຍ ຫຼື ແຕ້ມເປັນ ເສັ້ນສະແດງ). 7) ການເຮັດວຽກເປັນກຸ່ມ: ເພືີ່ອເປີດໂອກາດໃຫ້ນັກຮຽນທຸກໆຄົນໄດ້ແລກປ່ຽນຄວາມຄິດ, ແລກປ່ຽນເຫດຜົນ ໃນເຫດການທີ່ເກີດຂຶ້ນຕ່າງໆ ແລະ ແລກປ່ຽນຄວາມຄິດເຫັນກັບໝູ່ໃນຫ້ອງຮຽນ. ເພືິ່ອເຮັດໃຫ້ການຮຽນການສອນວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມປະສົບຜົນສໍາເລັດໄດ້ດີນັ້ນ ບົດຮຽນແຕ່ ລະບົດຕ້ອງຮັບປະກັນວ່າ ນັກຮຽນແຕ່ລະຄົນໄດ້ມີສ່ວນຮ່ວມຢ່າງເຕັມສ່ວນຢູ່ໃນຂະບວນການສ້າງຄວາມເຂົ້າໃຈ ແລະ ຄວາມຮູ້ຕ່າງໆ ໂດຍຜ່ານການທົດລອງຕ່າງໆ ແລະ ການສະແດງຄວາມຄິດເຫັນກ່ຽວກັບປະສົບການເຫານນ. ຼ ົ ່ັ ້ສ ວ ສສະຫງວນລິຂະສິດ
3໓4. ສື່ການຮຽນການສອນນອກຈາກປຶ້ມແບບຮຽນ ແລະ ຄູ່ມືຄູແລ້ວ ຍັງມີສື່ການຮຽນຫຼາຍຢ່າງທີ່ຈຳເປັນຕ້ອງນຳມາປະກອບເຂົ້າໃນການສອນ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມຕື່ມອີກ. ນອກຈາກນັ້ນ ຄູຍັງຈະຕ້ອງກະກຽມ ຫຼື ຜະລິດ ຫຼື ຊອກຫາສິ່ງຂອງວັດຖຸຈິງ ດ້ວຍຕົນເອງ ຫຼື ອາດໃຫ້ນັກຮຽນກະກຽມມາແຕ່ບ້ານກໍໄດ້. ບົດຮຽນສ່ວນຫຼາຍແມ່ນໄດ້ອອກແບບໃຫ້ສອດຄ່ອງກັບສື່ ການຮຽນທີ່ມີຢູ່ໃນທ້ອງຖິ່ນ ເຊັ່ນ: ຮູບພາບ, ຮູບແຕ້ມໂຕສັດ ຫຼື ຮູບຜັກຕ່າງໆ, ຮູບແຕ້ມແບບງ່າຍດາຍໃສ່ເຈ້ຍແຜ່ນໃຫຍ່, ໃບໄມ້, ໝາກໄມ້, ຜັກ, ຕົ້ນພືດຕ່າງໆ, ກວດປລາສະຕິກເປົ່າ (ກວດນໍ້າດື່ມເປົ່າ), ກະປ໋ອງ ຫຼື ຖົງຢາງປູກເບ້ຍໄມ້ ແລະ ດິນ. ການນຳໃຊ້ອຸປະກອນອື່ນໆທີ່ບໍ່ມີຢູ່ໃນທ້ອງຖິ່ນ ຄູສາມາດເລືອກເອົາວິທີອື່ນໆ ເຊັ່ນ: ນຳໃຊ້ສື່ການຮຽນການສອນທີ່ມີຢູ່ໃນທ້ອງຖິ່ນມາສອນຕາມເນື້ອໃນຂອງບົດຮຽນນັ້ນ. ສື່ການຮຽນການສອນຢູ່ໃນວິຊາອື່ນ ສາມາດໃຊ້ໄດ້ໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ສະນັ້ນ, ຄວນຮັກສາ ສື່ການຮຽນການສອນທີ່ໄດ້ຜະລິດຂຶ້ນມາໄປໄວ້ບ່ອນທີ່ເໝາະສົມເຊັ່ນ: ຫ້ອງຮຽນຂອງຕົນ ຫຼື ຫ້ອງການຂອງໂຮງຮຽນ ເພື່ອສະດວກນໍາມາໃຊ້ປະກອບການສອນ. 5. ການວັດ ແລະ ປະເມີນຜົນ ເກນການໃຫ້ຄະແນນແບບຣູບຼິກໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມມີເກນການໃຫ້ຄະແນນ 4 ລະດັບຄື: 0-1-2-3. ການປະເມີນສໍາລັບວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ຄູຈະຕ້ອງໄດ້ສັງເກດນັກຮຽນຢ່າງລະອຽດໃນຂະນະທີ່ນັກຮຽນກໍາລັງຝຶກປະຕິບັດ ແລະ ນໍາໃຊ້ທັກສະໃໝ່ໃນການຊອກຫາຂໍ້ມູນຕ່າງໆ ແລະ ການຕອບຄຳຖາມ. ການທີ່ຈະປະຕິບັດໄດ້ດີແມ່ນຄູຕ້ອງກຽມລາຍຊື່ຂອງນັກຮຽນແຕ່ລະຄົນ, ອ່ານລາຍລະອຽດເກນການໃຫ້ຄະແນນ ແລະ ຈື່ໄວ້ແລ້ວ ໃຫ້ຄະແນນນັກຮຽນຕາມການຕອບຄໍາຖາມຂອງນັກຮຽນ ຫຼື ການສັງເກດຂອງຄູ. 6. ຕາຕະລາງການສອນປະຈໍາອາທິດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ສໍາລັບ ຂັ້ນ ປ.2 ແມ່ນມີ 1 ບົດຕໍ່ອາທິດ ແຕ່ລະບົດແມ່ນຈະໃຊ້ເວລາຈັດການ ຮຽນການສອນ 2 ຊົ່ວໂມງ. ບົດຮຽນທໍາອິດແມ່ນເປັນບົດເປີດຫົວເລືອງ ເພື່ອທົບທວນສິ່ງທີ່ນັກຮຽນໄດ້ຮຽນຕອນຢູ່ ຂັ້ນ ປ.1 ແລະ ຍັງເປັນການ ກຽມຄວາມພ້ອມໃຫ້ແກ່ນັກຮຽນສໍາລັບປະຕິບັດກິດຈະກໍາທີ່ຈະໄດ້ຮຽນຢູ່ ຂັ້ນ ປ.2.7. ການສອນຫ້ອງຄວບ ການສອນຫ້ອງຄວບ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມນີ້ແມ່ນຄູຈະຕ້ອງໄດ້ແບ່ງປັນເວລາເຂົ້າໃນການສອນຊົ່ວໂມງດຽວກັນ ເຊັ່ນ: (1) ຄູນໍາພານັກຮຽນ ໂດຍສຸມໃສ່ປະຕິບັດກິດຈະກໍາການຮຽນຢູ່ໃນຂັ້ນ ປ.1 ສາກ່ອນ ແລະ (2) ໃຫ້ ຂັ້ນ ປ. 2 ເຮັດກິດຈະກໍາຢ່າງອິດສະລະລໍຖ້າ. ສິ່ງທີ່ຄວນເອົາໃຈໃສ່: ບົດຮຽນການສອນຫ້ອງຄວບແມ່ນໄດ້ເຊື່ອມໂຍງກັນຈາກ ຂັ້ນ ປ.2, 3, 4 ແລະ ປ. 5 ເຊິ່ງໄດ້ສອດ ຄ່ອງກັນຢ່າງອັດຕະໂນມັດ, ຖ້າໃນຫ້ອງຮຽນຂອງທ່ານຫາກມີສອນຄວບຫ້ອງ ປ.1, ຄູຕ້ອງໄດ້ສອນປັບປ່ຽນບົດຮຽນຂັ້ນ ປ.1 ໃຫ້ສອດຄ່ອງກັບຂັ້ນ ປ.2 (ເບິ່ງຕາຕະລາງດັ່ງຕໍ່ໄປນີ້ກ່ຽວກັບການເຊືື່ອມໂຍງເນື້ອໃນ/ຫົວຂໍ້ລະຫວ່າງບົດຮຽນໃນ ຂັ້ນ ປ.1 ແລະ ປ.2 ທີ່ສາມາດຊ່ວຍຄູໄດ້).ໝາຍເຫດ: ແນະນໍາໃຫ້ຄູຜູ້ສອນຂັ້ນ ປ.2 ອ່ານພາກແນະນໍາຢູ່ໃນປຶ້ມຄູ່ມືຄູວິຊາພາສາລາວ ຂັ້ນ ປ.2 ເພີ່ມຕື່ມກ່ຽວ ກັບເຕັກນິກການສອນຕ່າງໆ, ການຮຽນການສອນແບບເນັ້ນໃຫ້ນັກຮຽນປະຕິບັດຕົວຈິງ, ການວັດ ແລະ ປະເມີນຜົນ ແລະ ເຕັກນິກການສອນຫ້ອງຄວບ.
4 ໔ ຕາຕະລາງ ສຳລັບຄູວາງແຜນຈັດການຮຽນການສອນຫ້ອງຄວບ ຂັ້ນ ປ.1ຂັ້ນ ປ.2ບົດທີຊື່ບົດບົດທີຊື່ບົດແນະນໍາເບື້ອງຕົ້ນບົດເປີດຫົວເລືອງ25ອັນຕະລາຍຈາກພາຍນອກ1ໄພອັນຕະລາຍໃກ້ຕົວ24ຄວາມປອດໄພເມື່ອຢູ່ເຮືອນ2ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ5ວັດຖຸໃກ້ຕົວ3ອຸບັດຕິເຫດຈາກສັດກັດຕອດ1ສິ່ງແວດລ້ອມອ້ອມຕົວ4ຄວາມສຳຄັນຂອງສິ່ງແວດລ້ອມ14ອາຫານຂອງສັດ5ການທຳລາຍສິ່ງແວລ້ອມ21ການຢູ່ຮ່ວມກັນຂອງຄົນ, ສັດ ແລະ ພືດ6ການພົວພັນລະຫວ່າງສິ່ງທີມີຊີວິດ8ການຮັກສາອະນາໄມແຂ້ວ7ປາກ ແລະ ດັງ2ຮ່າງກາຍຂອງເຮົາ8ຫູ ແລະ ຕາ9ການນໍາໃຊ້ຫ້ອງນໍ້າ9ຜິວໜັງຂອງຄົນເຮົາ13ອາຫານເພື່ອສຸຂະພາບ10ອາຫານ ແລະ ເຄື່ອງດື່ມ7ການອະນາໄມຮ່າງກາຍ11ລັກສະນະພາຍນອກຂອງສັດ11ການດູແລຮັກສາສັດ12ການເຕີບໃຫຍ່ຂອງສັດ3ຮ່າງກາຍຂອງສັດ13ການເກີດລູກຂອງສັດ10ສັດລ້ຽງ ແລະ ສັດປ່າ14ຮາກ, ລຳ ແລະ ໃບ18ທີ່ຢູ່ຂອງສັດ15ດອກ ແລະ ໝາກ4ພືດ16ແນວພືດ19ທີ່ຢູ່ຂອງພືດ17ການປູກພືດ12ການດູແລຮັກສາພືດ18ວັດຖຸ 15ອາຫານ ສໍາລັບພືດ19ວັດຖຸແຂງ 26ການຈົມ ແລະ ການຟູຂອງວັດຖຸ20ວັດຖຸແຫຼວ20ພືດທີ່ຄົນເຮົານໍາໃຊ້21ທາດອາຍ16ດິນໃນທ້ອງຖິ່ນ22ດິນ ແລະ ຫີນ28ດວງອາທິດ23ດວງອາທິດ27ທ້ອງຟ້າ24ແສງສະຫວ່າງ30ອາກາດ 25ການໄຫຼຂອງນໍ້າ6ການນໍາໃຊ້ນໍ້າໃນແຕ່ລະວັນ.26ການນຳໃຊ້ນໍ້າຢ່່າງປະຢັດ29ອາກາດ (ຕໍ່)27ສະພາບອາກາດໂຮງຮຽນຂອງຂ້ອຍ22ເຄື່ອງຫຼິ້ນ28ການເກັບມ້ຽນຂີ້ເຫຍື້ອ17ເຮືອນຂອງເຮົາ29ອາກາດບໍລິສຸດ23ເຄື່ອງໃຊ້ໃນຄອບຄົວສ ວ ສສະຫງວນລິຂະສິດ
5໕II. ແນະນ�ຳກຳນສອນແຕ່ລະບົດບົດເປີດຫົວເລື່ອງເວລຳ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້ຳຍບົດຮຽນ, ນັກຮຽນຈະສຳມຳດ:1. ບອກສິ່ງທີ່ໄດ້ຮຽນ ແລະ ແລກປ່ຽນບົດຮຽນ ຈາກການຮຽນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.1. 2. ເຊື່ອມໂຍງສິ່ງທີ່ໄດ້ຮຽນຜ່ານມາ ແລະ ກຽມພ້ອມທີ່ຈະຮຽນສິ່ງໃໝ່ໃນຂັ້ນ ປ.2. II. ກຳນວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄໍາຖາມ ແລະ ເຮັດກິດຈະກໍາໄດ້ສໍາເລັດ.III. ເນື້ອໃນຕົ້ນຕ�1. ຄນ, ສດ, ພດ, ວັດຖຕາງໆ (ເຄອງຫນ, ເຄອງໃຊ, ວັດຖຸຈົມ, ວັດຖຸຟູ, ວັດຖຸອັນຕະລາຍ), ດິນ, ດວງອາທິດ, ົັືຸ່ື ່ຼ ິ ້ື ່້ສະພາບອາກາດ ແລະ ຄວາມປອດໄພ.2. ຄວາມປອດໄພ, ສິ່ງແວດລ້ອມ, ການພົວພັນຂອງສິ່ງມີຊີວິດ, ອິນຊີທັງຫ້າ, ອາຫານ, ເຄື່ອງດື່ມ, ສັດ, ພືດ, ວັດຖຸແຂງ, ແຫຼວ, ທາດອາຍ, ດິນ, ຫີນ, ດວງອາທິດ, ແສງ, ນໍ້າ ແລະ ອາກາດ. IV. ສື່ກຳນຮຽນກຳນສອນ1. ປຶ້ມແບບຮຽນຂັ້ນ ປ.1 ແລະ ປ.2. 2. ອຸປະກອນສໍາລັບທົດລອງມີ: ຈານ, ເຈ້ຍ, ຈອກ, ນໍ້າ ແລະ ບິກເຝິດ. V. ກິດຈະກ�ຳກຳນຮຽນກຳນສອນຊົ່ວໂມງທີ 1ຂັ້ນນ�ຳເຂົ້ຳສູ່ບົດຮຽນ (5 ນຳທີ)1) ຄູຕັ້ງຄໍາຖາມສົນທະນາ: ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຢູ່ໃນຂັ້ນ ປ.1 ນັກຮຽນໄດ້ຮຽນຫຍັງແດ່? ມີໃຜຈື່ໄດ້? ຮຽນກ່ຽວກັບຫຍັງ? 2) ຄູຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນສົນທະນາກັນສິ່ງທີ່ໄດ້ຮຽນຜ່ານມາປະມານ 3 ນາທີ. 3) ຄູຂີດຫ້ອງຄໍາຕອບເປັນ 2 ເບື້ອງ, ເບື້ອງໜຶ່ງສໍາລັບນັກຮຽນຕອບ ແລະ ເບື້ອງໜຶ່ງຄໍາຕອບຂອງຄູ.4) ຄູກ່າວວ່າ ມື້ນີ້ພວກເຮົາມາທົບທວນຄືນສິ່ງທີ່ໄດ້ຮຽນໃນຂັ້ນ ປ.1.5) ໃຫ້ນັກຮຽນຕອບຄໍາຖາມຕາມໃຈ.6) ຄໍາຕອບສໍາລັບຄູ: ສິ່ງທີ່ໄດ້ຮຽນຢູ່ໃນຂັ້ນ ປ.1 ມີ ຄົນ, ສັດ, ພືດ, ວັດຖຸຕ່າງໆ (ເຄື່ອງຫຼິ້ນ, ເຄື່ອງໃຊ້, ວັດຖຸຈົມ, ວັດຖຸຟູ, ວັດຖຸອັນຕະລາຍ), ດິນ, ດວງອາທິດ, ອາກາດ ແລະ ຄວາມປອດໄພ.
6 ໖ ຂັ້ນຈັດກິດຈະກ�ຳກຳນຮຽນ (15 ນຳທີ)1) ຄູແນະນໍານັກຮຽນທັງໝົດຫ້ອງ ເປີດປ້ມແບບຮຽນ ປ.2 ບົດທີ 1, ຫົວຂ້ທີ 1 ໃຫ້ນັກຮຽນເລືອກຫົວຂ້ ຫື ຖາມວ່າ ຶໍໍຼນັກຮຽນຢາກຮຽນຫົວຂໍ້ໃດ ສິ່ງທີີ່ຄູຂຽນຢູ່ໃນກະດານ? 2) ສົມມຸດ ນັກຮຽນຢາກທວນຄືນກ່ຽວກັບຮ່າງກາຍຂອງ “ຄົນ” ແມ່ນໃຫ້ຄູຈັດກິດຈະກໍາການຮຽນ ດ້ວຍຕ້ງຄໍາຖາມ ັແລະ ສົນທະນາ ກັບນັກຮຽນລຸ່ມນີ້:- ຮ່າງກາຍຂອງຄົນປະກອບມີຫຍັງແດ່? (ນັກຮຽນຕອບຕາມໃຈ).- ຮ່າງກາຍຄົນເຮົາມີຈັກພາກສ່ວນ? ພາກສ່ວນໃດແດ່? (3 ພາກສ່ວນ: ພາກສ່ວນຫົວ, ເລົາຄີງ ແລະ ແຂນຂາ). - ຢາກໃຫ້ຮ່າງກາຍເຕີບໃຫຍ່ ແລະ ແຂງແຮງ ຈະເຮັດແນວໃດ? (ກິນອາຫານສຸກດີ, ສະອາດ, ສົດໃໝ່, ກິນ ອາຫານຫຼາຍຊະນິດ ເຊັ່ນ: ປະເພດຊີ້ນ, ປາ, ຜັກ, ໝາກໄມ້, ນົມ ແລະ ອອກກໍາລັງກາຍເປັນປົກກະຕິ).- ການຮັກສາອະນາໄມຮ່າງກາຍແນວໃດ? (ລ້າງມືທຸກຄັ້ງຫຼັງຈັບສິ່ງເປື້ອນ, ລ້າງມືກ່ອນ ແລະ ຫຼັງກິນອາຫານ; ອາບນໍ້າ, ຖູແຂ້ວປົກກະຕິ ແລະ ຖ່າຍໃສ່ວິດ). 3) ຄູສະເໜີວ່າ ບັນດາຫົວຂໍ້ທີ່ພວກນ້ອງໄດ້ຮຽນໃນຂັ້ນ ປ.1 ຈະສືບຕໍ່ຮຽນຢູ່ໃນຂັ້ນ ປ.2 ອີກຕື່ມ ຍັງຫຼາຍສິ່ງຫຼາຍຢ່າງ ທີ່ເຮົາຕ້ອງໄດ້ຊອກຮູ້, ຄົ້ນຫາ ເຊັ່ນ: ຕາມີໜ້າທີ່ໄວ້ເຮັດຫຍັງ? ຫູມີໜ້າທີ່ໄວ້ເຮັດຫຍັງ? ພວກເຮົາຈະດູແລຮັກສາ ອະໄວຍະວະເຫຼົ່ານັ້ນແນວໃດ? ແລະ ອະໄວຍະວະສ່ວນໃດເຮົາຄວນປົກປິດໄວ້?4) ຖ້ານັກຮຽນເລືອກຫົວຂໍ້ອື່ນ ກໍໃຫ້ຄູຕັ້ງຄໍາຖາມກ່ຽວກັບຫົວຂໍ້ນັ້ນ. 5) ຖ້ານັກຮຽນສົນໃຈ ສິ່ງທີ່ຄູສະເໜີ ກໍອະນຸຍາດໃຫ້ນັກຮຽນໄດ້ສະແດງຄວາມຄິດເຫັນໄດ້.ຂັ້ນຝຶກປະຕິບັດ ແລະ ນ�ຳໃຊ້ (15 ນຳທີ)1) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ.2) ໃຫ້ນັກຮຽນເບ່ງຢ່ໃນປ້ມແບບຮຽນບົດເປີດຫົວເລ່ອງ ຫົວຂ້ທີ 1 ອີກຕ່ມ ແລ້ວຊອກຫາຫົວຂ້ທ່ພວກເຂົາມັກ ຫ ິູຶືໍືໍີຼ ືສົນໃຈທ່ຈະຮຽນ.ີ ່ ີ3) ໃຫ້ນັກຮຽນສົນທະນາວ່າ ພວກເຂົາໄດ້ຮຽນຫຍັງມາແດ່ແລ້ວຢູ່ໃນຂັ້ນ ປ.1.4) ຫຼັງຈາກໜຶ່ງນາທີຜ່ານໄປ, ຄູໃຫ້ນັກຮຽນແລກປ່ຽນຄວາມຮູ້ນໍາກັນ ພວກເຂົາໄດ້ຮຽນຫຍັງແລ້ວ ອີງຕາມນັກຮຽນ ຈີຶ່ໄດ້.5) ມີຫົວຂໍ້ໃດແດ່ທີ່ນັກຮຽນມັກ? ພວກເຂົາຈຶື່ໄດ້ຫຍັງແດ່?6) ຄູຖາມນັກຮຽນຫຼາຍໆຄົນ ໃຫ້ອະທິບາຍຫຼາຍໆຫົວຂໍ້ທີ່ແຕກຕ່າງກັນ ຄູຕ້ອງຊຸກຍູ້ໃຫ້ນັກຮຽນສົນທະນາ. ຂັ້ນສະຫຼຸບ (10 ນຳທີ)1) ຄູໃຫ້ນັກຮຽນສະຫຼຸບສິ່ງທີ່ໄດ້ຮຽນ ແລະ ສິ່ງໃດທີ່ນັກຮຽນຢາກຈະຮຽນຕື່ມອີກ. 2) ຄູນໍາສະເໜີສິ່ງທີ່ໄດ້ຮຽນໃນຂັ້ນ ປ.1 ແລະ ສິ່ງທີ່ຈະສືບຕໍ່ຮຽນໃນ ຂັ້ນ ປ.2 ດັ່ງລຸ່ມນີ້ສິ່ງທີ່ໄດ້ຮຽນຢູ່ໃນຂັ້ນ ປ.1ສິ່ງທີ່ຈະໄດ້ຮຽນໃນຂັ້ນ ປ.2ຄົນ, ສັດ, ພືດ, ວັດຖຸຕ່າງໆ (ເຄື່ອງຫຼິ້ນ, ເຄື່ອງໃຊ້, ວັດຖຸຈົມ, ວັດຖຸຟູ, ວັດຖຸອັນຕະລາຍ), ດິນ, ດວງອາທິດ, ພົວພັນຂອງສິ່ງມີຊີວິດ, ອິນຊີທັງຫ້າ, ອາຫານ, ສະພາບອາກາດ ແລະ ຄວາມປອດໄພ. ໄພອັນຕະລາຍໃກ້ຕົວ, ສິ່ງແວດລ້ອມ, ການ ເຄື່ອງດື່ມ, ສັດ, ພືດ, ວັດຖຸແຂງ, ແຫຼວ, ທາດອາຍ, ດິນ, ຫີນ, ດວງອາທິດ, ແສງ, ນໍ້າ ແລະ ອາກາດ.ສ ວ ສສະຫງວນລິຂະສິດ
7໗ຊົ່ວໂມງທີ 2 ເນື້ອໃນສໍາລັບຄູ: ໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມພວກເຮົາຕ້ອງການສະໜັບສະໜູນ ໃຫ້ນັກຮຽນມີ ຄວາມຢາກຮູ້ ແລະ ຄົ້ນຄວ້າຄໍາຖາມ.ພວກເຮົາບໍ່ຈໍາເປັນຕ້ອງຊອກຫາຄໍາຕອບສະເໝີໄປ, ແຕ່ພວກເຮົາຈຳເປັນຕ້ອງໄດ້ຮຽນຖາມຄໍາຖາມທີ່ຫຼາກຫຼາຍ,ພະຍາຍາມຊອກຫາຄໍາຕອບ. ການທົດລອງເຫຼົ່ານີ້ ບໍ່ແມ່ນຖືກອອກແບບມາເພື່ອໃຫ້ໄດ້ຄໍາຕອບ, ແຕ່ຖືກອອກແບບ ມາເພື່ອຄວາມມ່ວນຊື່ນ ແລະ ເຮັດໃຫ້ນັກຮຽນ ມີຄວາມສົນໃຈໃນວິທະຍາສາດ. ຖ້າວ່າເຮັດການທົດລອງເຫຼົ່ານີ້ເປັນ ໄປຕາມລໍາດັບ ຈະເປັນການເລີ່ມແນະນໍາທັກສະວິທະຍາສາດທີ່ສໍາຄັນ. ຄູຄວນຝຶກຊ້ອມການທົດລອງຢູ່ເຮືອນກ່ອນມື້ສອນ ແລ້ວທ່ານອາດຈະຕ້ອງຕື່ນເຕັ້ນ!ຂັ້ນນ�ຳເຂົ້ຳສູ່ບົດຮຽນ (5 ນຳທີ)1) ຄູອະທິບາຍວ່າ ໃນຂັ້ນ ປ. 2 ເຮົາຈະໄດ້ຮຽນກ່ຽວກັບຫຼາຍໆຫົວຂໍ້, ໃນນັ້ນມີຫົວຂໍ້ກ່ຽວກັບວັດຖຸແຂງ, ວັດຖຸແຫຼວ ແລະ ທາດອາຍ. ພວກເຮົາຈະຮຽນກ່ຽວກັບຫົວຂໍ້ເຫຼົ່ານີ້ຕື່ມອີກໃນປີນີ້. 2) ມີໃຜບອກໄດ້ແດ່ວ່າ ວັດຖຸແຂງ, ວັດຖຸແຫຼວ ແລະ ທາດອາຍ ແມ່ນຫຍັງ?ຕົວຢ່ຳງ:- ວັດຖຸແຂງ: ໃຫ້ນັກຮຽນຍົກຕົວຢ່າງ, ຖ້າວ່າພວກເຂົາຍົກຕົວຢ່າງບ່ໄດ້ ແມ່ນໃຫ້ຄູຍົກໃຫ້ເບ່ງບາງຕົວຢ່າງ ໍິເຊັ່ນ: ໂຕະ, ຕັ່ງ, ກະດານ,... - ວັດຖຸແຫຼວ: ໃຫ້ເວົ້າເຖິງນໍ້າ ຫຼື ນໍ້າຝົນ, ເທົ່ານີ້ກໍພຽງພໍແລ້ວສໍາລັບບົດນີ້ - ທາດອາຍ: ໃຫ້ເວົ້າເຖິງອາກາດ ຫຼື ການຫາຍໃຈ, ເທົ່ານີ້ກໍພຽງພໍແລ້ວສໍາລັບບົດນີ້.- ຄູແນະນໍາໃຫ້ນັກຮຽນສັງເກດ ແລະ ຈໍາແນກຮູບພາບໃນຫົວຂໍ້ທີ 2 ໃນປຶ້ມແບບຮຽນວ່າ ຮູບພາບໃດແມ່ນ ວັດຖຸແຂງ, ວັດຖຸແຫຼວ ແລະ ທາດອາຍ? (ຮູບທີ 1 ແມ່ນວັດຖຸແຫຼວ, ຮູບທີ 2, 3 ແມ່ນທາດອາຍ, ຮູບພາບທີ 4 ແມ່ນວັດຖຸແຂງ).3) ຕໍ່ໄປ ເຮົາຈະເລີ່ມເຮັດກິດຈະກໍາກ່ຽວກັບວິທະຍາສາດ: ວິທະຍາສາດ ໝາຍເຖິງ ການທົດລອງວິທີການຕ່າງໆ ເພື່ອເບິ່ງວ່າ ແນວຄວາມຄິດຂອງພວກເຮົານັ້ນ ຖືກຕ້ອງ ຫຼື ບໍ່. 4) ຄູອະທິບາຍວ່າຈະເຮັດທົດລອງ 2 ຢ່າງກ່ຽວກັບນໍ້າໃຫ້ນັກຮຽນເບິ່ງ.ຂັ້ນຈັດກິດຈະກ�ຳກຳນຮຽນ (25 ນຳທີ)1. ກຳນທົດລອງທີ 1: ມຳຍຳກົນນຳ� ້1) ອຸປະກອນ: ຈອກແກ້ວ, ນໍ້າ ແລະ ເຈ້ຍແຜ່ນນ້ອຍທີ່ກ້ຽງ ແລະ ພຽງ.2) ຄູພານັກຮຽນອອກໄປນອກຫ້ອງ ແລ້ວໃຫ້ຄາດເດົາວ່າ:- ຈະເກີດຫຍັງຂຶ້ນ ຖ້າວ່າເຮົາຂວໍ້າຈອກທີ່ມີນໍ້າລົງ? - ນໍ້າຈະເຮ່ຍບໍ່? 3) ຄູສາທິດໃຫ້ນັກຮຽນເບິ່ງ ໂດຍຖອກຈອກນໍ້າລົງພື້ນ. 4) ຫຼັງຈາກນັ້ນ:- ຄູຕື່ມນໍ້າໃສ່ຈອກ ໂດຍມີຊ່ອງຫວ່າງໜ້ອຍໜຶ່ງປະມານ 2 ຂໍ້ມື.- ເອົາເຈ້ຍນ້ອຍແຜ່ນໜຶ່ງຢອງເທິງຈອກແກ້ວ ແລະ ແຕະເຈ້ຍເພື່ອໃຫ້ເຈ້ຍຕິດກັບປາກຈອກ. - ຂວໍ້າຈອກໄວໆ ແລະ ມືຍັງຈັບເຈ້ຍໃຫ້ຕິດກັບປາກຈອກຢູ່ ຫຼັງຈາກນັ້ນ ເອົາມືອອກ.
8 ໘ - ນາເຮ່ຍບໍ່? (ບໍ່)ໍ ້- ເປັນຫຍັງຈຶ່ງບໍ່?- ຕໍ່ໄປ ທົດລອງກັບຈອກນໍ້າທີ່ມີຊ່ອງຫວ່າງຫຼາຍຂຶ້ນ ຫຼື ໜ້ອຍລົງ ມີຄວາມແຕກຕ່າງຫຍັງບໍ່? - ຖາມນັກຮຽນວ່າ ເປັນຫຍັງນໍ້າຈຶ່ງບໍ່ເຫ່ຍອອກມາ. - ໃຫ້ນັກຮຽນ 2-3 ຄົນ ທົດລອງເຮັດເບິ່ງຄືນ. • ສ່ງສໍາຄັນແມ່ນ ນັກຮຽນຕ້ອງຈັບເຈ້ຍຄ່ອຍໆ ເພ່ອບ່ໃຫ້ນ້າເຮ່ຍອອກຈາກຈອກ. ຄູຕ້ອງຝຶກຊ້ອມຢ່ເຮືອນ ິືໍໍູກ່ອນເພື່ອໃຫ້ເຂົ້າໃຈວິທີເຮັດກິດຈະກໍາ.ໝຳຍເຫດສ�ຳລັບຄູ: ຄໍາຕອບແມ່ນ ຍ້ອນວ່າ ອາກາດສ້າງແຮງດູດ ເຊິ່ງດູດເຈ້ຍຂຶ້ນ, ແຕ່ວ່າຄູຊຸກຍູ້ໃຫ້ນັກຮຽນຄາດເດົາ ແລະ ອະທິບາຍວ່າ ເປັນຫຍັງຈຶ່ງຄິດແນວນັ້ນ ນີ້ແມ່ນສ່ວນໜຶ່ງຂອງວິທະຍາສາດ. ພວກເຂົາບໍ່ ຈໍາເປັນຕ້ອງ ເຂົ້າໃຈເຖິງເຫດຜົນທີ່ແທ້ຈິງ. ໃຫ້ນັກຮຽນຄາດເດົາວ່າເປັນຫຍັງ ແມ່ນມີຄວາມສໍາຄັນ, ຫຼັງຈາກນັ້ນ ທົດລອງການຄາດເດົາ ເຊັ່ນ: ເປັນຍ້ອນເຈ້ຍບໍ່ຕົກ? (ທົດລອງດ້ວຍເຈ້ຍຕ່າງໆ).ເປັນຍ້ອນຊ່ອງຫວ່າງຂອງອາກາດບໍ່? (ຕື່ມນໍ້າໃສ່ຕື່ມ ຫຼື ຖອກນໍ້າອອກໜ້ອຍໜຶ່ງ).ໃຫ້ນັກຮຽນທົດລອງຄວາມຄິດຂອງເຂົາເຈົ້າໃນຫ້ອງ ປ.2 ນັກຮຽນຈະໄດ້ທົດລອງ, ຄົ້ນຄິດ ແລະ ເຮັດກິດຈະກຳຕົວຈິງຫຼາຍຂຶ້ນ. ຂັ້ນຝຶກປະຕິບັດ ແລະ ນ�ຳໃຊ້ (15 ນຳທີ)2. ກຳນທົດລອງທີ 2: ພວກເຮົຳສຳມຳດເຮັດໃຫ້ຮູບແຕ້ມເໜັງຕີງໄດ້ ເນື້ອໃນສໍາລັບຄູ: ສາທິດການທົດລອງນີ້ໃຫ້ນັກຮຽນເບິ່ງ, ບໍ່ໃຫ້ນັກຮຽນເຮັດ, ແຕ່ຢ່າລືມໃຫ້ເຂົາເຈົ້າຄາດເດົາ ວ່າຈະເກີດຫຍັງຂຶ້ນ, ຫຼັງຈາກນັ້ນ ພະຍາຍາມອະທິບາຍວ່າ ເປັນຫຍັງຈຶ່ງເປັນແນວນັ້ນ.ການທົດລອງນີ້ ຈະໄດ້ຜົນ ຖ້າວ່າໃຊ້ຈານນ້ອຍ ແລະ ຄ່ອຍໆຖອກນໍ້າ. ຖ້າວ່າຝຶກຊ້ອມ, ຄູອາດຈະສາມາດຍົກຮູບທັງໝົດບາດດຽວໄດ້, ສິ່ງທີ່ດີທີ່ສຸດແມ່ນທົດລອງຢູ່ເຮືອນ.1) ອຸປະກອນ: ບິກເຝີດສໍາລັບຂຽນກະດານຂາວ, ຈານ ແລະ ນໍ້າ. 2) ວິທີທົດລອງ:- ຄູແຕ້ມຮູບຄົນໃສ່ຈານ ແລະ ເວົ້າວ່າ ນີ້ແມ່ນຄູ. - ຫຼັງຈາກນັ້ນ ໃຫ້ນັກຮຽນຜູ້ໜຶ່ງ ແຕ້ມຮູບຄົນນ້ອຍໃສ່ທາງກາງຂອງຈານ.ກຳນວັດ ແລະ ປະເມີນຜົນຄູຕິດຕາມຊ່ວຍເຫືອນັກຮຽນແຕ ຼ່ລະຄົນເຮັດໄດ້ຖືກຕ້ອງ ຫຼື ບໍ່ ຖ້າບໍ່ຖືກ ຄູແນະນຳເພີ່ມຕື່ມ.ສ ວ ສສະຫງວນລິຂະສິດ
9໙- ບອກນັກຮຽນໃນຫ້ອງວ່າ ນີ້ແມ່ນຮູບຂອງຂ້ອຍ “ຊື່ຂອງນັກຮຽນ” ແລ້ວໃຫ້ນັກຮຽນເດົາວ່າ ຈະເກີດຫຍັງຂຶ້ນ ຖ້າວ່າຖອກນໍ້າໃສ່ຈານ. • ໃຫ້ນັກຮຽນເດົາ• ຊຸກຍູ້ໃຫ້ມີຫຼາຍຄໍາຕອບ- ແລ້ວໃຫ້ຕັ້ງໃຈເບິ່ງ ແລະ ຄ່ອຍໆຖອກນໍ້າໃສ່ຈານ. - ອະທິບາຍສິ່ງທີ່ເກີດຂຶ້ນ.ໝຳຍເຫດ: - ໃຫ້ນັກຮຽນອະທິບາຍສິ່ງທີ່ພວກເຂົາເຫັນ- ພວກເຂົາຕົກໃຈໃນສິ່ງທີ່ເຫັນບໍ່?- ພວກເຂົາຄິດວ່າມັນຈະເກີດຫຍັງຂຶ້ນ? ຍ້ອນຫຍັງ?ຄ�ຳອະທິບຳຍ: ມັນເກີດຂຶ້ນຍ້ອນວ່າ ນໍ້າລະລາຍທາດເຄມີຢູ່ໃນນໍ້າມຶກ ເຊິ່ງເຮັດໃຫ້ສີຕິດໃສ່ກັບຈານ. ສະນັ້ນ, ເມື່ອທາດເຄມີ ນັ້ນລະລາຍ ເຮັດໃຫ້ສີລອກອອກຈາກຈານ. ສິ່ງທີ່ສໍາຄັນແມ່ນ ເຮັດໃຫ້ນັກຮຽນຕື່ນເຕັ້ນສົນໃຈກັບຜົນທີ່ໄດ້ຮັບ ແລະ ໃຫ້ພວກເຂົາຄາດເດົາວ່າ ເປັນຫຍັງຈຶ່ງເປັນແນວນັ້ນ. 3. ໃຜສຳມຳດພັບເຮືອບິນໄດ້ງຳມທີ່ສຸດ?ເນື້ອໃນສໍາລັບຄູ: ສິ່ງສໍາຄັນ ແມ່ນການທີ່ນັກຮຽນ ໄດ້ເຮັດທົດລອງດ້ວຍຕົວຂອງເຂົາເຈົ້າເອງ, ຖາມຄໍາຖາມ ແລະ ຄາດເດົາຄໍາຕອບ. ສະນັ້ນ, ໃຫ້ຄູສະໜັບສະໜູນການຕອບຄໍາຖາມຂອງນັກຮຽນ ເພື່ອນໍາໃຊ້ເຂົ້າໃນການສອນວິທະ ຍາສາດ. (ຄູຄວນຝຶກເຮັດເຮີືອບິນດ້ວຍຕົວເອງໃຫ້ໄດ້ດີສາກ່ອນ ເພື່ອໃຫ້ໝັ້ນໃຈວ່າຄູສາມາດເຮັດໄດ້ ແລະ ຄູຕ້ອງມີ ເຮືອບິນຫຼາຍໆລໍາສຳຮອງໄວ້ ເພື່ອຈະໄດ້ເອົາໃຫ້ນັກຮຽນຜູ້ທີ່ເຮັດບໍ່ເປັນ).1) ອຸປະກອນ: ເຈ້ຍ A4 (ຫຼື ເຈ້ຍຢູ່ໃນປຶ້ມຂຽນ) 2) ຄູຕ້ອງໄດ້ອະທິບາຍວ່າ “ເຮືອບິນ ຫຼື ຈະຫຼວດ” ແມ່ນຍານພາຫະນະຊະນິດໜຶ່ງ ທີ່ສາມາດບິນໄດ້ ໂດຍທີ່ມີ ອາກາດແລ່ນຜ່ານດ້ານລຸ່ມ. 3) ສາທິດ ໂດຍການວາງເຈ້ຍເທິງໜ້າໂຕະ ແລະ ເປົ່າລົມເຂົາດ້ານໃນເຈ້ຍ ແລະ ຊີ້ໃຫ້ເບິ່ງວ່າເຈ້ຍສາມາດບິນ ຫຼື ເຄື່ອນທີ່ໄດ້. 4) ພວກເຮົາຈະເບິ່ງວ່າ ແມ່ນໃຜສາມາດພັບເຮືອບິນທີ່ສາມາດບິນໄດ້ໄວທີ່ສຸດ. ຄູຊ່ວຍນັກຮຽນພັບເຈ້ຍ ໃຫ້ເປັນ ຮູບເຮືອບິນ: ພັບຄືຢູ່ໃນຮູບ. - ເລີ່ມຈາກການພັບຮູບສີ່ແຈຈະຕຸລັດ ແລ້ວພັບທາງເສັ້ນເນັ່ງຈອມ ເພື່ອເຮັດເປັນຮູບສາມແຈ.
10- ພັບຮູບສາມແຈເຄິ່ງໜຶ່ງ, ຈາກມຸມໜຶ່ງຫາອີກມຸມໜຶ່ງ ເພື່ອພັບເປັນຮູບສາມແຈນ້ອຍ.- ແບຮູບສາມແຈນ້ອຍອອກ ເພື່ອເປັນສາມແຈໃຫຍ່ ພັບທາງຂ້າງເຂົ້າ ໃຫ້ຄືຮູບວ່າວ.- ພັບຂອບທາງໃນອອກນອກ ຄືໃນຮູບ.- ຫງາຍເຈ້ຍຂຶ້ນ ແລະ ເປົ່າເບື້ອງທີ່ເປີດອອກ ເຮືອບິນຂອງເຈົ້າກໍຈະໄປ.5) ຕ່ໄປໃຫ້ນັກຮຽນທົດສອບເບ່ງວ່າ ເຮືອບິນຂອງໃຜຈະໄປໄດ້ໄວທ່ສຸດ? (ນ້ເປັນສ່ງທ່ສໍາຄັນ ນ້ແມ່ນວິທະຍາສາດ!)ໍິີີິີີ- ວິທີທົດສອບ• ເປົ່າອາກາດໃສ່ດ້ານລຸ່ມຂອງມັນ ບາດດຽວ.• ນັກຮຽນຜູ້ດຽວເປົ່າເຮືອບິນຫຼາຍໆລໍາ ເພາະວ່າ ນັກຮຽນຫຼາຍຄົນເປົ່າຕ່າງກັນ. - ໃຜສາມາດອະທິບາຍໄດ້ແດ່ວ່າ ເຮືອບິນແລ່ນໄດ້ແນວໃດ? ໑໐ສ ວ ສສະຫງວນລິຂະສິດ
11ຄູອະທິບຳຍ:- ມັນບິນໄດ້ ຍ້ອນວ່າ ເຮົາເປົ່າອາກາດໃສ່ດ້ານລຸ່ມຂອງມັນ ເຮັດໃຫ້ມັນບິນໄດ້. - ໃນປີນີ້ ພວກເຮົາຈະເຮັດທົດລອງຫຼາຍຂຶ້ນກ່ຽວກັບອາກາດ, ນໍ້າ ແລະ ຝຶກເຮັດທົດລອງ.ຂັ້ນສະຫຼຸບ (5 ນຳທີ)1) ຄູໃຫ້ນັກຮຽນສະຫຼຸບສິ່ງທີ່ໄດ້ຮຽນໃນຊົ່ວໂມງທີ 2 ມີຫຍັງແດ່? ໃຫ້ນັກຮຽນ 3-4 ຄົນເວົ້າໂດຍຫຍໍ້.2) ຄູແນະນໍາໃຫ້ນັກຮຽນອີກຕ່ມ ຖ້າເຫັນວ່າທົດລອງນ້ມັນມ່ວນ ແລະ ໜ້າສົນໃຈ ສາມາດເຮັດໄດ້ຕົນເອງຢ່ບ້ານໄດ້. ືີູ3) ຄູກ່າວວ່າ ໃນຂັ້ນ ປ. 2 ນີ້ ພວກເຮົາຈະເຮັດທົດລອງຫຼາຍຂຶ້ນ ແລະ ຝຶກເຮັດທົດລອງຕົວຈິງ.໑໑
12ບົດທີ 1 ໄພອັນຕະລາຍໃກ້ຕົວ ເວລາ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ຈ�ຳແນກສິ່ງໃກ້ຕົວຕ່ຳງໆທີ່ເປັນໄພອັນຕະລຳຍ ແລະ ບ່ເປັນໄພອັນຕະລຳຍ.�2. ບອກວິທີກຳນປ້ອງກັນໄພອັນຕະລຳຍຈຳກສິ່ງຕ່ຳງໆທີ່ຢູ່ໃກ້ຕົວເຮົຳ.3. ບອກກຳນຮັກສຳ ແລະ ກຳນຂ�ຄວຳມຊ່ວຍເຫຼືອ ເມື່ອເກີດໄພອັນຕະລຳຍກັບຕົນເອງ.II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວຳມຖືກຕ້ອງໃນເວລຳຕອບຄ�ຳຖຳມ ແລະ ເຮັດກິດຈະກ�ຳໄດ້ສ�ຳເລັດ.2. ນ�ຳໃຊ້ເກນກຳນໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນບອກວິທີການປ້ອງກັນໄພອັນຕະລາຍຈາກສິ່ງຕ່າງໆທີ່ຢູ່ໃກ້ຕົວເຮົາ.3ບອກວິທີກຳນປ້ອງກັນໄພອັນຕະລຳຍ ໄດ້ 3 ຢ່ຳງຂຶ້ນໄປ.2ບອກວິທີກຳນປ້ອງກັນໄພອັນຕະລຳຍ ໄດ້ 2 ຢ່ຳງ.1ບອກວິທີກຳນປ້ອງກັນໄພອັນຕະລຳຍ ໄດ້ 1 ຢ່ຳງ.0ບອກວິທີກຳນປ້ອງກັນໄພອັນຕະລຳຍບ�່ໄດ້ຈັກຢ່ຳງ.III. ເນື້ອໃນຕົ້ນຕໍ1. ໄພອັນຕະລຳຍມີຢ່ໃກ້ຕົວເຮົຳ ເຊ່ງເກີດຈຳກກຳນກະທ�ຳຂອງຕົນເອງ ເຊ່ນ: ເອຳສ່ງຂອງຍັດໃສ່ດັງ, ສ່ງຂອງຄຳຄ, ູິັົິິ�ຫຼິ້ນຂອງແຫຼມ ຫຼື ຍຳດສິ່ງຂອງກັນ, ປີນຕົ້ນໄມ້, ຫຼິ້ນບ່ອນສູງ, ຫຼິ້ນຕຳມແຄມທຳງ ແລະ ໄປຢູ່ບ່ອນປ່ຽວໄກຄົນ. 2. ພວກເຮົຳທຸກຄົນຕ້ອງຮູ້ປ້ອງກັນຕົນເອງ ເພື່ອຫຼີກເວັ້ນບ�່ໃຫ້ເກີດໄພອັນຕະລຳຍກັບຕົນເອງ ເຊັ່ນ: ບ�່ປີນຕົ້ນໄມ້, ບ່ເອຳວັດຖຸແຍ່ດັງ, ບ່ຢ່ສະຖຳນທ່ທ່ຄິດວ່ຳບ່ມີຄວຳມປອດໄພ, ບ່ໄປຫ້ນບ່ອນທ່ເປັນໄພອັນຕະລຳຍ ຫື ບ່ອນ �ົ�ູີີ��ຼ ິີຼຫ່ຳງໄກຜູ້ໃຫຍ່, ຕ້ອງມີສະຕິລະວັງຕົວຈຳກໄພອັນຕະລຳຍຕ່ຳງໆທີ່ອຳດຈະເກີດຂຶ້ນ.3. ຖ້ຳເກີດໄພອັນຕະລຳຍໃດໆກຕຳມຕ້ອງຮູ້ຈັກຮ້ອງຂຄວຳມຊ່ວຍເຫຼືອຈຳກຜູ້ໃຫຍ່ ແລະ ຄົນຢູ່ໃກ້. ��IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ຮູບພຳບ ຫຼື ໂປສເຕີກ່ຽວກັບໄພອັນໄພອັນຕະລຳຍຕ່ຳງໆ (ຖ້ຳສຳມຳດຊອກຫຳໄດ້) ໑໒ສ ວ ສສະຫງວນລິຂະສິດ
13V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ຖາມ-ຕອບກ່ຽວກັບໄພອັນຕະລາຍທີ່ມັກເກີດຂຶ້ນ1) ຄູຖຳມນັກຮຽນວ່ຳ: ນັກຮຽນເຄີຍເຫັນ ຫຼື ເຄີຍໄດ້ຮັບໄພອັນຕະລຳຍຫຍັງແດ່? ຍ້ອນຫຍັງ? 2) ໃຫ້ນັກຮຽນ 3-4 ຄົນຕອບ.3) ຄູສະເໜີວ່ຳ ມື້ນີ້ພວກນ້ອງຈະໄດ້ຮຽນກ່ຽວກັບໄພອັນຕະລຳຍຕ່ຳງໆທີ່ຢູ່ໃກ້ຕົວເຮົຳ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1. ສົນທະນາກ່ຽວກັບໄພອັນຕະລາຍ ແລະ ບໍ່ເປັນໄພອັນຕະລາຍຕ່າງໆ1) ຄູໃຫ້ນັກຮຽນສັງເກດຮູບພຳບໃນປ້ມແບບຮຽນຂ້ທີ 2 ແລ້ວຖຳມ ຶ�ນັກຮຽນວ່ຳ: - ນັກຮຽນສັງເກດເຫັນຮູບຫຍັງແດ່?- ຜ່ຳນມຳນັກຮຽນເຄີຍເຫັນ ຫຼື ເຄີຍເຮັດຕຳມຮູບພຳບບ່? �- ຖ້ຳນັກຮຽນເຮັດຄືແນວນັ້ນຈະເກີດໄພອັນຕະລຳຍບ່? �ຍ້ອນຫຍັງ?- ໃຫ້ນັກຮຽນປະມຳນ 4-6 ຄົນຕອບ.2) ຄູສັງລວມຄ�ຳຕອບຂອງນັກຮຽນ ແລະ ສະຫຼຸບ ພ້ອມທັງຂຽນໃສ່ກະດຳນໃຫ້ນັກຮຽນເຂົ້ຳໃຈ.ໝາຍເຫດ: ຄູອະທິບຳຍອີກຕື່ມກ່ຽວກັບຄວຳມໝຳຍຂອງຄ�ຳວ່ຳ “ໄພອັນຕະລາຍ” ໝຳຍເຖິງສິ່ງຕ່ຳງໆທີ່ພຳໃຫ້ເຮົຳໄດ້ຮັບບຳດເຈັບ ຫຼື ອຳດຈະເສຍຊີວິດ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)2. ສົນທະນາກ່ຽວກັບຮູບພາບທີ່ເປັນໄພອັນຕະລາຍ ແລະ ບໍ່ເປັນໄພອັນຕະລາຍ1) ຄູແນະນ�ຳໃຫ້ນັກຮຽນຄົ້ນຄວ້ຳເປັນຄູ່.2) ຄູແຕ້ມຕຳຕະລຳງລຸ່ມນີ້ໃສ່ກະດຳນ:ຮູບພາບທີ່ເປັນໄພອັນຕະລາຍ (ບໍ່ປອດໄພ)ຮູບພາບທີ່ບໍ່ເປັນໄພອັນຕະລາຍ (ປອດໄພ)3) ໃຫ້ນັກຮຽນສັງເກດຮູບພຳບໃນປ້ມແບບຮຽນຂ້ທີ 3 ພ້ອມຈ�ຳແນກຮູບພຳບວ່ຳ:ຶ�- ຮູບໃດເປັນໄພອັນຕະລຳຍ?- ຮູບໃດບ່ເປັນໄພອັນຕະລຳຍ?�4) ໃຫ້ນັກຮຽນແຕ່ລະຄົນພຳຍໃນຄູ່ສົນທະນຳກັນ.ການວັດ ແລະ ປະເມີນຜົນຄູຕິດຕຳມກຳນປະຕິບັດກິດຈະກຳ ຂອງນັກຮຽນ ແລະ ຊ່ວຍແນະນຳສິ່ງຕ່ຳງໆທີ່ຈະເປັນໄພອັນຕະລຳຍ. ໑໓
14 ໑໔5) ຄູຖຳມນັກຮຽນໄປແຕ່ລະຮູບຕຳມໃນປ້ມແບບຮຽນພ້ອມຂຽນຶຄ�ຳຕອບທ່ເປັນຕົວເລກຂອງຊ່ຮູບໃສ່ຕຳຕະລຳງຢ່ໃນກະດຳນ.ີືູຫັງຈຳກນ້ນຄູຖຳມນັກຮຽນວ່ຳ ແຕ່ລະຄົນຕອບຄືກັນນ້ໝົດຼັີບ�່? ຍັງມີຜູ້ໃດຕ່ຳງຈຳກນີ້? ຖ້ຳມີໃຫ້ນັກຮຽນຜູ້ທີ່ຕອບຕ່ຳງ ບອກເຫດຜົນວ່ຳ ເປັນຫຍັງຈຶ່ງຕ່ຳງ?6) ຄູສັງລວມຄ�ຳຕອບຂອງນັກຮຽນ ແລະ ອະທິບຳຍເຫດຜົນ ພ້ອມສະຫຼຸບໃສ່ຕຳຕະລຳງຢູ່ກະດຳນ ດັ່ງລຸ່ມນີ້:ຮູບພາບໄພອັນຕະລາຍ (ບໍ່ປອດໄພ)ຮູບພາບບໍ່ໄພອັນຕະລາຍ (ປອດໄພ)2. ຫຼິ້ນຢູ່ແຄມທຳງ1. ອ່ຳນໜັງສື4. ຫຼິ້ນພັດລົມ3. ຊ່ວຍວຽກຄອບຄົວ6. ຕຶກກຳລັງກ�່ສ້ຳງ5. ເກັບມ້ຽນເຄື່ອງຮຽນໃຫ້ເປັນລະບຽບ7. ຫຼິ້ນໝຳກກະໂພກ8. ຫຼິ້ນກິລຳ9. ຍຳດເຄື່ອງຫຼິ້ນກັນ7) ຫຼັງຈຳກນັ້ນຄູແນະນ�ຳໃຫ້ນັກຮຽນ ແຕ່ລະຄົນກວດເບິ່ງຄ�ຳຕອບຂອງຕົນເອງ ແລ້ວປຽບທຽບກັບຄ�ຳຕອບຢູ່ໃນ ກະດຳນຖືກຈັກຂ�້ ແລະ ຖຳມນັກຮຽນວ່ຳ:- ແຕ່ລະຄົນຖືກຈັກຂ້?�- ມີຜູ້ໃດຕອບຖືກໝົດທຸກຂ້ແດ່? �- ມີຜູ້ໃດຕອບບ່ຖືກຈັກຂ້ແດ່?��8) ໃຫ້ນັກຮຽນຜູ້ທີ່ຕອບຜິດແປງໃຫ້ຖືກຕ້ອງຕຳມຕຳຕະລຳງຢູ່ໃນກະດຳນ.ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນສະຫຼຸບ ສິ່ງທີ່ໄດ້ຮຽນ ໃນຊົ່ວໂມງນີ້ມີຫຍັງແດ່? ໃຫ້ນັກຮຽນ 3-4 ຕອບໂດຍຫຍ້.�2) ຫຼັງຈຳກນັ້ນ ຄູຈ່ງຊ່ວຍນັກຮຽນສະຫຼຸບ: ສິ່ງຕ່ຳງໆທີ່ຢູ່ໃກ້ຕົວ ຫຼື ຢູ່ໃນເຮືອນຂອງເຮົຳບຳງຢ່ຳງກເປັນໄພອັນຕະລຳຍ ຶ�ເຊັ່ນ: ເອົຳສິ່ງຂອງຍັດໃສ່ດັງ, ສິ່ງຂອງຄຳຄ�, ຫຼິ້ນຂອງແຫຼມຄົມ ຫຼື ຍຳດສິ່ງຂອງກັນ, ປີນຕົ້ນໄມ້, ຫຼິ້ນບ່ອນສູງ, ຫ້ນຕຳມແຄມທຳງ ແລະ ໄປບ່ອນປ່ຽວໄກຄົນ. ດ່ງນ້ນ, ພວກເຮົຳທຸກຄົນຕ້ອງມີຄວຳມລະມັດລະວັງຕົວຢ່ສະເໝ ຼ ິັັູີເພຳະໄພອັນຕະລຳຍມີຢູ່ໃກ້ຕົວ ສຳມຳດເກີດຂຶ້ນໄດ້ທຸກເວລຳ. ຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)ຖາມ-ຕອບກ່ຽວກັບວິທີການປ້ອງກັນບໍ່ໃຫ້ເກີດໄພອັນຕະລາຍ1) ເພື່ອບ່ໃຫ້ເກີດບຳດເຈັບ ຫຼື ໄດ້ຮັບໄພອັນຕະລຳຍ ຈະເຮັດແນວໃດ? ຖ້ຳໄດ້ຮັບບຳດເຈັບຈະເຮັດແນວໃດ?�2) ໃຫ້ນັກຮຽນ 3-4 ຄົນຕອບ. 3) ຄູສະເໜີວ່ຳ ຊົ່ວໂມງນີ້ພວກເຮົຳຈະໄດ້ຮຽນກ່ຽວກັບວິທີກຳນປ້ອງກັນໄພອັນຕະລຳຍຈຳກສິ່ງຕ່ຳງໆທີ່ຢູ່ໃກ້ຕົວເຮົຳ. ການວັດ ແລະ ປະເມີນຜົນຄູຕິດຕຳມກຳນປະຕິບັດກິດຈະກຳ ຂອງນັກຮຽນ ແລະ ກະຕຸ້ນໃຫ້ນັກຮຽນ ແຕ່ລະຄົນໄດ້ສົນທະນຳກັນ.ສ ວ ສສະຫງວນລິຂະສິດ
15ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)3. ສົນທະນາກ່ຽວກັບວິທີການປ້ອງກັນໄພອັນຕະລາຍຈາກສິ່ງຕ່າງໆທີ່ຢູ່ໃກ້ຕົວເຮົາ1) ໃຫ້ນັກຮຽນສືບຕ�່ສັງເກດຮູບພຳບໃນປຶ້ມແບບຮຽນຂ້ທີ 4 ແລະ ຖຳມນັກຮຽນວ່ຳ:�- ພວກເຮົຳຈະເຮັດແນວໃດ ເພ່ອບ�່ໃຫ້ເກີດໄພອັນຕະລຳຍ?ື- ນັກຮຽນເຄີຍຖືກ ຫື ເຄີຍເຫັນໄພອັນຕະລຳຍຈຳກສ່ງຕຳງໆ ຼິ່ຄືຢູ່ໃນຮູບນີ້ມຳກ່ອນບ່?�- ຖຳເກີດບຳດແຜ ຫື ໄດ້ຮັບໄພອັນຕະລຳຍເຮົຳຄວນເຮັດ ້ຼແນວໃດ? - ພວກເຮົຳຈະຊ່ວຍເຫຼືອຄົນອື່ນໄດແນວໃດຖ້ຳເຫັນຄົນອື່ນ ໄດ້ຮັບບຳດເຈັບ ຫຼື ຮັບໄພອັນຕະລຳຍ?້2) ໃຫ້ນັກຮຽນແຕ່ລະຄົນພຳຍໃນກ່ມສັງເກດຮູບພຳບ ແລະ ສົນທະນຳກັນພຳຍໃນກ່ມ. ຫັງຈຳກນ້ນໃຫ້ຕຳງໜ້ຳແຕ່ລະກ່ມ ຸຸຼັຸຕອບ (ຄູຕ້ອງພະຍຳຍຳມຊຸກຍ້ ໃຫ້ນັກຮຽນແຕ່ລະຄົນພຳຍໃນກ່ມສົນທະນຳກັນ ແລະ ຕອບຄ�ຳຖຳມໃຫ້ຫຳຍທ່ສຸດ).ູຸຼີ3) ຄູຊ່ວຍນັກຮຽນສະຫຼຸບ ພ້ອມທັງຂຽນໃສ່ກະດຳນ ແລ້ວໃຫ້ນັກຮຽນຈົດກ່ຳຍເອົຳ: ພວກເຮົຳທຸກຄົນຕ້ອງປ້ອງກັນ ຕົນເອງບ່ໃຫ້ເກີດໄພອັນຕະລຳຍ ເຊັ່ນ: ບ່ຢູ່ໃກ້ສະຖຳນທີ່ໆບ�່ປອດໄພ, ບ່ຫຼິ້ນວັດຖຸທີ່ແຫຼມຄົມ, ບ່ປີນຕົ້ນໄມ້, ����ບ່ໄປຫຼິ້ນບ່ອນທີ່ເປັນໄພອັນຕະລຳຍ ຫຼື ບ່ອນຫ່ຳງໄກຜູ້ໃຫຍ່.�ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)4. ແຕ້ມຮູບກ່ຽວກັບໄພອັນຕະລາຍຕ່າງໆທີ່ຢູ່ໃກ້ຕົວ1) ຄູແບ່ງນັກຮຽນອອກເປັນກຸ່ມຕຳມຄວຳມເໝຳະສົມ.2) ໃຫ້ນັກຮຽນແຕ່ລະກຸ່ມແຕ້ມຮູບກ່ຽວກັບໄພອັນຕະລຳຍຕ່ຳງໆຕຳມໃຈ ໃຫ້ໄດ້ 3 ເຫດກຳນຂຶ້ນໄປ (ພະຍຳຍຳມແນະນ�ຳນັກຮຽນບ່ໃຫ້ແຕ້ມຮູບຊຳກັນຫຼຳຍ) ພ້ອມອະທິບຳຍຕຳມຄ�ຳຖຳມລຸ່ມນີ້:�� ້- ຮູບດັ່ງກ່ຳວເປັນໄພອັນຕະລຳຍແນວໃດ?- ເຮົຳຈະມີວິທີປ້ອງກັນແນວໃດ? 3) ຫຼັງຈຳກແຕ້ມແລ້ວໆ ໃຫ້ແຕ່ຄົນໃນກຸ່ມຍົກຮູບຂຶ້ນໃຫ້ໝູ່ເບິ່ງພ້ອມອະທິບຳຍຕຳມຄ�ຳຖຳມຂຳງເທິງນ້ນ (ນັກຮຽນແຕ່ລະຄົນ້ັຕ້ອງອະທິບຳຍເຫດກຳນຢູ່ໃນຮູບພຳບທີ່ກຸ່ມຕົນເອງແຕ້ມໃຫ້ໄດ້ 3 ຢ່ຳງຂຶ້ນໄປ).4) ຄູເລືອກຮູບຜູ້ທີ່ແຕ້ມອະທິບຳຍເຫດກຳນໄດ້ດີມຳເປັນຕົວຢ່ຳງ ແລະ ອະທິບຳຍໃຫ້ນັກຮຽນຕື່ມອີກ ພ້ອມທັງ ຍ້ອງຍ.�ຂັ້ນສະຫຼຸບ (5 ນາທີ)1) ຄູຖຳມນັກຮຽນວ່ຳ: ມີຜູ້ໃດສຳມຳດບອກວິທີກຳນປ້ອງກັນບ່ໃຫ້ເກີດໄພອັນຕະລຳຍແກ່ຕົວເຮົຳໄດ້ແດ່?�2) ໃຫ້ນັກຮຽນ 4-5 ຄົນຕອບ.3) ຫັງຈຳກນ້ນຄູ ແລະ ນັກຮຽນຈຶ່ງຊ່ວຍກັນສະຫຸບ: ສ່ງຕຳງໆທ່ຢ່ໃກ້ຕົວເຮົຳບຳງຢຳງກເປັນໄພອັນຕະລຳຍເຊ່ງເກີດ ຼັຼິ່ີູ່�ິຈຳກກຳນກະທ�ຳຂອງຕົນເອງ ເຊັ່ນ: ເອົຳສິ່ງຂອງຍັດໃສ່ດັງ, ສິ່ງຂອງຄຳຄ, ຫຼິ້ນຂອງແຫຼມ ຫຼື ຍຳດສິ່ງຂອງກັນ, �ປີນຕົ້ນໄມ້, ຫຼິ້ນບ່ອນສູງ, ຫຼິ້ນຕຳມແຄມທຳງ ແລະ ຢູ່ສະຖຳນທີ່ບ່ປອດໄພ ເພຳະອຳດຈະເກີດອຸບັດຕິເຫດ ຫຼື �ຄົນແປກໜ້ຳຕົວະຍົວະຫຼອກລວງ ແລະ ກະທ�ຳໃນສິ່ງທີ່ບ່ດີແກ່ເຮົຳ.�4) ພວກເຮົຳຕ້ອງຮູ້ປ້ອງກັນຕົນເອງບ່ໃຫ້ເກີດໄພອັນຕະລຳຍ, ຕ້ອງມີສະຕິລະວັງຕົວ ແລະ ຫຼີກລ້ຽງສິ່ງທີ່ເປັນອັນ �ຕະລຳຍທີ່ອຳດຈະເກີດຂຶ້ນ.5) ຖ້ຳເກີດໄພອັນຕະລຳຍຕ້ອງຮູ້ຈັກຮ້ອງຂຄວຳມຊ່ວຍເຫຼືອຈຳກຜູ້ໃຫຍ່ ແລະ ຄົນຢູ່ໃກ້. �ການວັດ ແລະ ປະເມີນຜົນຄູໃຊ້ຄຳຖຳມກ່ຽວກັບກຳນປ້ອງກັນໄພອັນຕະລຳຍຈຳກສ່ງຕຳງໆທ່ຢ່ອ້ອມິ່ີູຕົວເຮົຳ.ການວັດ ແລະ ປະເມີນຜົນຄູຕິດຕຳມ, ຊ່ວຍແນະນຳກຳນແຕ້ມຮູບ ໃຫ້ນັກຮຽນ ແລະ ໃຊ້ເກນກຳນໃຫ້ຄະ ແນນ ເພື່ອປະເມີນນັກຮຽນ. ໑໕
16ຄວາມຮູ້ເພີ່ມເຕີມ: ກຳນຊ່ວຍເຫຼືອຄົນ ກ�ຳລັງຖືກໄຟຟ້ຳຊ໊ອດ ຫຼື ໄຟຟ້ຳດູດ ຄວນປະຕິບັດດັ່ງນີ້: - ປິດສະວິດໄຟຟ້ຳທັນທີ.- ຫ້ຳມໃຊ້ມືຈັບຜູ້ທີ່ຖືກໄຟຟ້ຳຊ໊ອດໂດຍກົງ ເພຳະຈະເຮັດໃຫ້ໄຟຟ້ຳດູດຕື່ມອີກ.- ໃຊ້ໄມ້ແຫ້ງຍູ້ຄົນຜູ້ຖືກໄຟຟ້ຳຊ໊ອດອອກ ຫຼື ເຂ່ຍເອົຳສຳຍໄຟອອກ.- ບອກຜູ້ໃຫຍ່ ຫຼື ໂທແຈ້ງເຈົ້ຳໜ້ຳທີ່ທີ່ກ່ຽວຂ້ອງ.- ສົ່ງຄົນເຈັບໄປໂຮງໝ.� ໑໖ສ ວ ສສະຫງວນລິຂະສິດ
17໑໗ບົດທີ 2 ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງ ເວລາ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ບອກທີ່ມາຂອງລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ໃນປະເທດລາວ. 2. ບອກສາເຫດ ແລະ ຜົນກະທົບຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ. 3. ບອກວິທີຫຼີກເວັ້ນອຸບັດຕິເຫດຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງ.4. ແນະນໍາຜູ້ອື່ນໆ ຫຼີກເວັ້ນອຸບັດຕິເຫດຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງ. ໝາຍເຫດ: ແຂວງ, ເມືອງໃດທີ່ມີຄວາມສ່ຽງຈາກລະເບີດທີ່ຍັງບໍ່ທັນແຕກທີ່ຕົກຄ້າງ ແມ່ນໃຫ້ເອົາໃຈໃສ່ສອນນັກຮຽນ ຂອງຕົນໃຫ້ຮູ້ເຖິງຄວາມອັນຕະລາຍ ແລະ ການຫຼີກເວັ້ນຈາກລະເບີດ.II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄໍາຖາມ ແລະ ເຮັດກິດຈະກໍາ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນວິທີຫຼີກເວັ້ນຈາກອັນຕະລາຍຂອງລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງ3ບອກວິທີຫຼີກເວັ້ນອັນຕະລາຍຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກໄດ້ 5 ຢ່າງຂຶ້ນໄປ2ບອກວິທີຫຼີກເວັ້ນອັນຕະລາຍຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກໄດ້ 3-4 ຢ່າງ 1ບອກວິທີຫຼີກເວັ້ນອັນຕະລາຍຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກໄດ້ 1-2 ຢ່າງ 0ບອກອັນຕະລາຍຈາກລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງບໍ່ໄດ້ຈັກຢ່າງIII. ເນື້ອໃນຕົ້ນຕໍ1. ລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດລາວແມ່ນມາຈາກການສູ້ຮົບທາງອາກາດ ແລະ ການສູ້ຮົບກັນຢູ່ເທິງໜ້າດິນໃນສະໄໝສົງຄາມກ່ອນປົດປ່ອຍປີ 1975. - ລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງຈາກການສູ້ຮົບທາງອາກາດມີ: ບົມບີ ແລະ ບົມໃຫຍ່.- ລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງຈາກການສູ້ຮົບເທິງໜ້າດິນມີ: ລະເບີດມື, ມິນ ແລະ ລູກປືນ ຊະນິດຕ່າງໆ.2. ລະເບີດ ແລະ ລູກປືນທ່ບ່ທັນແຕກທ່ຍັງຕົກຄ້າງຈະຢ່ໃນສະພາບໃດກໍຕາມ ຖ້າຄົນເຮົາໄປແຕະຕ້ອງ, ຈັບບາຍ, ີໍີູເຄື່ອນຍ້າຍ ແລະ ໂຍນຫຼິ້ນມັນຈະແຕກຂຶ້ນໄດ້ທຸກເວລາ ແລ້ວພາໃຫ້ບາດເຈັບ ແລະເສຍຊີວິດ. 3. ການຫີກເວັ້ນອັນຕະລາຍຈາກລະເບີດ ແລະ ລູກປືນທ່ບ່ທັນແຕກທ່ຍັງຕົກຄ້າງແມ່ນບ່ແຕະຕ້ອງ, ບ່ແກວ່ງຫ້ນ, ຼີໍີໍໍຼ ິບໍ່ແກວ່ງໝາກ ຫີນໃສ່, ເວລາອອກແຮງງານໃຫ້ລະມັດລະວັງໃນການຂຸດດິນ, ຖາງຫຍ້າ, ດັງໄຟ, ອະນາໄມ ເດີ່ນບ້ານ ແລະ ເກັບເສດໂລຫະ ເພື່ອໄປຂາຍ. IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ຮູບພາບ: ຍົນຖິ້ມລະເບີດ, ບົມບີ, ບົມໃຫຍ່, ລະເບີດມື, ມິນ, ປືນໃຫຍ່, ລູກປືນຊະນິດຕ່າງໆ, ດັງໄຟ, ຂຸດດິນ, ຖາງຫຍ້າ ແລະ ທັບມ້າງລະເບີດ. 3. ໂປສະເຕີກ່ຽວກັບລະເບີດ ແລະ ປຶ້ມນິທານ: “ເດັກນ້ອຍສະຫຼາດ”.
18 ໑໘ V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູສົນທະນາກັບນັກຮຽນວ່າ ພວກນ້ອງເຄີຍເຫັນລະເບີດ ຫຼື ລູກປືນໃຫຍ່ບໍ່? ເຫັນຢູ່ໃສ? (ຕອບຕາມຄວາມເຂົ້າໃຈ). 2) ຄູກ່າວວ່າ: ມື້ນີ້ພວກນ້ອງຈະໄດ້ສືບຕໍ່ຮຽນກ່ຽວກັບລະເບີດ ແລະ ລູກປືນທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນບ້ານ, ເມືອງຂອງພວກເຮົາ ແຕ່ສະໄໝສົງຄາມ ເພາະຍັງມີຄວາມສ່ຽງຈະເກີດອັນຕະລາຍຕໍ່ຊີວິດຂອງຄົນເຮົາ. 3) ພວກເຮົາເອ້ນສ່ງເຫ່ານ້ວ່າ: ລະເບີດ ແລະ ລູກປືນທ່ບ່ທັນແຕກ, ມັນມີຫຼາຍຮູບຮ່າງ ແລະ ຂະໜາດທ່ແຕກຕ່າງກັນ.ີິຼົີີໍີ4) ພວກເຮົາຈະຮຽນກຽ່ວກັບລະເບີດ ແລະ ລູກປືນທີ່ບໍ່ທັນແຕກແມ່ນມາຈາກໃສ?ມີຊື່ວ່າແນວໃດ? ມີຜົນກະທົບ ຫຍັງແດ່ຕໍ່ຄົນ, ສັດ, ສິ່ງແວດລ້ອມ? ວິທີການຫຼີກເວັ້ນຈາກລະເບີດທີ່ບໍ່ທັນແຕກຕົກຄ້າງ?ຂັ້ນຈັດກິດຈະກໍາການຮຽນ (25 ນາທີ)1. ສົນທະນາຖາມຕອບກ່ຽວກັບທີ່ມາ ແລະ ຊະນິດຂອງລະເບີດ ແລະ ລູກປືນທີ່ບໍ່ທັນແຕກ1) ຄໍາຖາມສົນທະນາທັງໝົດຫ້ອງ: ບັນດາຄໍາຖາມເຫຼ່ານີ້ ພວກນ້ອງຈະໄດ້ເຮັດວຽກເປັນກຸ່ມ ແລະ ຄູ່.ົ- ລະເບີດແມ່ນຫຍັງ? (ລະເບີດແມ່ນອາວຸດທີ່ອັນຕະລາຍ)- ຍ້ອນຫຍັງຈຶ່ງມີລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດລາວ?2) ຄູສົ່ງເສີມການຕອບຄໍາຖາມ, ແລກປ່ຽນຄວາມຄິດເຫັນ ແລະ ສົນທະນາກັບນັກຮຽນ.3) ຄູສະຫຼຸບໂດຍຫຍໍ້: ລະເບີດແມ່ນອາວຸດທີ່ອັນຕະລາຍ ແລະ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດລາວ ແມ່ນ ມາຈາກຍົນສູ້ຮົບ ແລະ ການສູ້ຮົບກັນຢູ່ເທິງໜ້າດິນ.4) ຄູແບ່ງນັກຮຽນອອກເປັນ 5 ກຸ່ມ, ກຸ່ມລະ 4-5 ຄົນ.5) ຄູກຽມບັດຮູບຈໍານວນ 5 ຮູບ (ບົມບີ, ບົມໃຫຍ່, ລະເບີດມື, ມິນ, ລູກປືນຊະນິດຕ່າງໆ) ຢາຍໃຫ້ນັກຮຽນແຕ່ລະກຸ່ມ (ກຸ່ມລະຊຸດ). 6) ຄູເອົາຮູບຍົນຖິ້ມລະເບີດ ແລະ ຍິງຕໍ່ສູ້ກັນຢູ່ເທິງໜ້າດິນ ຕິດໃສ່ກະດານດັ່ງລຸ່ມນີ້:ຍົນຖິ້ມລະເບີດຍິງຕໍ່ສູ້ກັນຢູ່ເທິງໜ້າດິນ7) ຄູແນະນໍາໃຫ້ນັກຮຽນແຕ່ລະກຸ່ມຈັບເອົາຮູບທີ່ຕົນເອງໄດ້ຮັບ ແລ້ວໃຫ້ອອກໄປຢືນຢູ່ຂ້າງຮູບຢູ່ກະດານ. 8) ຄູຖາມ ນັກຮຽນຕາມຄໍາຖາມລຸ່ມນີ້:- ເປັນຫຍັງນັກຮຽນຈຶ່ງອອກໄປຢືນຢ່ຂ້າງຮູບຍົນຖ້ມລະເບີດ?ູິ- ເປັນຫຍັງນັກຮຽນຈຶ່ງອອກໄປຢືນຢູ່ຂ້າງຮູບປືນໃຫຍ່?9) ນັກຮຽນຕອບ/ສະແດງເຫດຜົນຂອງຕົນເອງ ຫຼັງຈາກນັ້ນໃຫ້ນັກຮຽນກັບໄປບ່ອນນັ່ງໃນກຸ່ມ. ການວັດ ແລະ ປະເມີນຜົນຄູສັງເກດ, ຊ່ວຍແນະນໍາແຫຼ່ງທີ່ມາ ຂອງລະເບີດ ແລະ ລູກປືນທີ່ບໍ່ທັນແຕກ.ໃຫ້ນັກຮຽນຈື່ຊື່ຮູບລະເບີດ, ຮູບຮ່າງແລະ ລກສະນະຂອງມັນ.ັສ ວ ສສະຫງວນລິຂະສິດ
19໑໙10) ຄູແນະນໍາໃຫ້ນັກຮຽນເປີດປ້ມແບບຮຽນຫົວຂ້ທີ 1, 2 ກ່ຽວກັບທ່ມາຂອງລະເບີດ ແລະ ລູກປືນທ່ບ່ທັນແຕກ ຶໍີີໍພວກເຂົາເຫັນຮູບລະເບີດຊະນິດໃດແດ່? 11) ຄູຍົກບັດຮູບຂຶ້ນເທື່ອລະບັດ ພ້ອມທັງບອກຊື່ ແລະ ຮູບຮ່າງລັກສະນະຂອງລະເບີດແຕ່ລະຊະນິດ (ຕົວຢ່າງ: ບົມໃຫຍ່ມີຂະໜາດໃຫຍ່ກວ່າບົມບີ, ລະເບີດມືມີຮູບຮ່າງຄ້າຍຄືໝາກຂຽບ. ຄູອາດຈະເວົ້າຕາມຕົວຈິງສິ່ງທີ່ປາກົດເຫັນໃນຮູບ ຫຼື ໃຫ້ນັກຮຽນພັນລະນາຮູບຮ່າງລັກສະນະຂອງລະເບີດ). 12) ໃຫ້ນັກຮຽນແຕ່ລະກຸ່ມໄດ້ສົນທະນາກັນ ແລະ ຕາງໜ້າກຸ່ມຂຶ້ນລາຍງານ. 13) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ: ຄູຕິດຮູບລະເບີດ 5 ຊະນິດໃສ່ລຸ່ມຮູບສູ້ຮົບທາງອາກາດ ແລະ ຮູບການສູ້ຮົບ ເທິງໜ້າດິນ ດັ່ງນີ້: - ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງຈາກການສູ້ຮົບທາງອາກາດ (ຍົນຖິ້ມລົງມາ) ມີ 2 ຊະນິດຄື: ບົມບີ ແລະ ບົມໃຫຍ່.- ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຕົກຄ້າງມາຈາກການສູ້ຮົບເທິງໜ້າດິນມີ 3 ຊະນິດຄື: ລະເບີດມື, ມິນ ແລະ ລູກປືນ ຊະນິດຕ່າງໆ.14) ຄູອະທິບາຍອີກວ່າ: ລະເບີດ ແລະ ລູກປືນບໍ່ທັນແຕກເຫຼົ່ານີ້ແມ່ນຕົກຄ້າງຢູ່ທົ່ວທຸກບ່ອນ ສ່ວນຫຼາຍຈະເຫັນຢູ່ ເທິງໜ້າດິນ, ໃນພື້ນດິນ, ໃນນາ, ທົ່ງນາ, ໄຮ່, ສວນ, ໃນປ່າດົງ ແລະ ຫ້ວຍນາລໍາເຊ. ໍ ້ໍ ້ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (13 ນາທີ)2. ກຸ່ມຄົ້ນຄວ້າ: ສາເຫດ ແລະ ຜົນກະທົບ1) ຄູແນະນໍາໃຫ້ນັກຮຽນແຕ່ລະກ່ມ ສັງເກດຮູບພາບ ແລະ ສົນທະນາກັນກ່ຽວກັບຄວາມອັນຕະລາຍ ແລະ ຜົນກະທົບ ຸຂອງລະເບີດ ແລະ ລູກປືນບໍ່ທັນແຕກ ໃນຫົວຂໍ້ທີ 3 (ສາເຫດ ແລະ ຜົນກະທົບ) ປຶ້ມແບບຮຽນ. 2) ຄູຕ້ງຄໍາຖາມໃຫ້ນັກຮຽນຄ້ນຄວ້າ: ສາເຫດທ່ເຮັດໃຫ້ຄົນໄດ້ຮັບບາດເຈັບ, ຂາຂາດ ຫື ເສຍຊີວິດ ເກີດມາຈາກຫຍັງ? ັົີຼ3) ໃຫ້ຕາງໜ້າກຸ່ມລາຍງານ.4) ພາຍຫຼັງແຕ່ລະກຸ່ມລາຍງານ ຄູຖາມເຈາະຈິ້ມ:- ຍ້ອນຫຍັງລະເບີດຈຶ່ງແຕກ? (ຍ້ອນມີສິ່ງໄປແຕະຕ້ອງ).- ຖ້າຄົນເຮົາໄປແຕະຕ້ອງລະເບີດມັນຈະເປັນແນວໃດ? (ມັນຈະແຕກ ເຮັດໃຫ້ຄົນໄດ້ຮັບບາດເຈັບ ຫື ຕາຍ).ຼ- ຖ້າເຫັນລະເບີດຈະເຮັດແນວໃດ? (ບໍ່ເຂົ້າໃກ້, ບໍ່ແຕະຕ້ອງ, ບໍ່ຈັບບາຍ, ບໍ່ທັບມ້າງ, ບໍ່ໂຍນຫຼິ້ນ ແລະ ຕ້ອງ ບອກຜູ້ໃຫຍ່). 5) ຄູ ແລະ ນັກຮຽນສະຫຼຸບ: ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຈະຢູ່ໃນສະພາບໃດກໍຕາມ ຖ້າຄົນເຮົາໄປແຕະຕ້ອງ, ຈັບບາຍ, ເຄື່ອນຍ້າຍ ແລະ ໂຍນຫຼິ້ນມັນຈະແຕກຂຶ້ນໄດ້ທຸກເວລາ ແລ້ວພາໃຫ້ບາດເຈັບ ແລະ ເສຍຊີວິດໄດ້. ຂັ້ນສະຫຼຸບ (2 ນາທີ)1) ຄູ ໃຫ້ນັກຮຽນສະຫຼຸບ ສິ່ງທີ່ໄດ້ຮຽນມາມີຫຍັງແດ່ ໃຫ້ຕາງໜ້າກຸ່ມລາຍງານໂດຍຫຍໍ້.2) ຄູສະຫຼຸບໂດຍຫຍໍ້ ແລະ ແນະນໍາໃຫ້ນັກຮຽນຈົດບັນທຶກໃສ່ປຶ້ມຂອງເຂົາເຈົ້າເອງ.- ລະເບີດ ແລະ ລູກປືນບ່ທັນແຕກທ່ຕົກຄ້າງຈາກການສ້ຮົບທາງອາກາດ ແລະ ສ້ຮົບຢ່ເທິງໜ້າດິນມີ 5 ຊະນິດ, ໍີູູູຖິ້ມຈາກຍົນ 2 ຊະນິດຄື: ບົມບີ ແລະ ບົມໃຫຍ່; ຈາກການສູ້ຮົບເທິງໜ້າດິນ 3 ຊະນິດ ຄື: ລະເບີດມື, ມິນ ແລະ ຫົວລູກປືນໃຫຍ່.- ລະເບີດ ແລະ ລູກປືນບໍ່ທັນແຕກທີ່ຍັງຕົກຄ້າງຈະຢູ່ໃນສະພາບໃດກໍຕາມຫ້າມເຂົ້າໃກ້, ຫ້າມຈັບບາຍ ແລະ ແຕະຕ້ອງເດັດຂາດມັນຈະແຕກຂຶ້ນໄດ້ທຸກເວລາ ແລ້ວພາໃຫ້ບາດເຈັບ ຫຼື ເສຍຊີວິດ.ຖ້ານັກຮຽນຄົນໃດເຫັນ ຄົນພິການ ເຊັ່ນ: ຂາກຸດ, ແຂນກຸດ ແລະ ຕາບອດ ແມ່ນໃຫ້ຊ່ວຍເຫຼືອ ບໍ່່ວ່າຈະຢູ່ໃນ ໂຮງຮຽນ ຫຼື ສະຖານທີ່ໃດກໍຕາມ, ບໍ່ຕ້ອງຈຳແນກ, ລັງກຽດ, ເຢາະເຢີ້ຍ... ການວັດ ແລະ ປະເມີນຜົນຄູຍ່າງເລາະເບິ່ງນັກຮຽນ, ສະໜັບ ສະໜູນການຄົ້ນຄວ້າ ແລະ ແນະນໍາ ຊ່ວຍເຫຼືອເຂົາເຈົ້າຕື່ມ.
20ຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູສະເໜີວ່າ: ໃນຊີວິດປະຈໍາວັນມີການອອກແຮງງານຂຸດດິນ, ຖາງຫຍ້າ, ຈູດຂີ້ເຫຍື້ອ ຫຼື ດັງໄຟ, ອະນາໄມ ເດີ່ນບ້ານ ແລະ ອື່ນໆ ລ້ວນແຕ່ມີຄວາມສ່ຽງທີ່ຈະໄປແຕະຕ້ອງລະເບີດ. ສະນັ້ນ, ຕໍ່ໄປນີ້ພວກນ້ອງຈະໄດ້ຮຽນວິທີຫຼີກເວັ້ນຈາກລະເບີດ ແລະ ລູກປືນທີ່ຍັງບໍ່ທັນແຕກຕົກຄ້າງ. 2) ຄູຕັ້ງຄໍາຖາມ:- ເມື່ອເຫັນລະເບີດ ແລະ ລູກປືນທີ່ຍັງບໍ່ທັນແຕກ ເຮົາຄວນເຮັດແນວໃດ? (ຕ້ອງບອກຜູ້ໃຫຍ່).- ອຸປະກອນທີ່ໃຊ້ຂຸດດິນ: ຈົກ, ຊວ້ານ ແລະ ສຽມ ອັນໃດຈະປອດໄພກວ່າ? (ຊວ້ານ).- ຍ້ອນຫຍັງໃຊ້ຊວ້ານຈຶ່ງປອດໄພກວ່າ? (ຊວ້ານສົ່ງແຮງກະທົບໃສ່ວັດຖຸໄດ້ໜ້ອຍກວ່າ). 3) ຄູສະຫຸບ: ເມ່ອເຫັນລະເບີດ ແລະ ລູກປືນໃຫ້ບອກຜ້ໃຫຍ່; ລະເບີດມີຫຼາຍຊະນິດຢ່ເທິງໜ້າດິນ ແລະ ຝັງຢ່ພ້ນດິນ ຼືູູູືເຊິ່ງພວກເຮົາບໍ່ສາມາດເຫັນໄດ້. ສະນັ້ນ, ເວລາຂຸດດິນຕ້ອງລະມັດລະວັງ ເພາະມີຄວາມສ່ຽງທີ່ຈະຖືກລະເບີດ ແລະ ພາໃຫ້ເກີດອຸບັດຕິເຫດ. ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)3. ສົນທະນາ ກ່ຽວກັບການຫຼີກເວັ້ນຈາກລະເບີດທີ່ຍັງບໍ່ທັນແຕກ1) ຄູກະກຽມປ້າຍຫ້າມ 3 ຊະນິດ ດັ່ງລຸ່ມນີ້ ແລ້ວຈັບຍົກຂຶ້ນຖາມນັກຮຽນເທື່ອລະປ້າຍ.- ອັນນີ້ແມ່ນປ້າຍຫຍັງ? (ປ້າຍຫ້າມ ຫຼື ເຄື່ອງໝາຍຫ້າມ ຫຼື ຫ້າມຈັບ).- ຖ້າເຫັນປ້າຍນີ້ ພວກນ້ອງຈະເຮັດແນວໃດ? (ບໍ່ເຂົ້າໄປໃກ້).2) ຄູກ່າວວ່າ: ຖ້າເຫັນປ້າຍຫ້າມຢູ່ສະຖານທີ່ໃດກໍຕາມ ຫ້າມເຂົ້າໄປໃກ້ !3) ຄູຍົກບັດຮູບທີ ່ ມີເຄື ່ອງໝາຍຫ ້ າມ ເຊັ່ ນ:ດັງໄຟຢູ ່ ເດີ ່ນບ ້ ານໃຫ ້ ນ ັ ກຮຽນເບິ ່ງ ແລ ້ ວຄູຕັ້ ງຄ ໍ າຖາມວ ່ າ:- ເພ່ນດັງໄຟຢູ່ໃສ? (ເດີ່ນບ້ານ ຖ້າແຂວງໃດບໍ່ມີລະເບີດຕົກ ິຄ້າງກໍບໍ່ມີບັນຫາ). - ຢູ່ລຸ່ມກອງໄຟມີຫຍັງແດ່? (ອາດມີລະເບີດ).- ເພື່ອຫຼີກເວັ້ນຄວາມອັນຕະລາຍ ກ່ອນດັງໄຟຄວນເຮັດ ແນວໃດ? (ຄູນດິນຂຶ້ນ).- ຖ້າບໍ່ຄູນດິນຂຶ້ນກ ່ ອນຈະເປັນແນວໃດ? (ລະເບີດຈະແຕກໃສ ່ ເຮັດໃຫ ້ ບາດເຈັບ ຫຼື ເສຍຊີວິດ).4) ຄູເອົາບັດຮູບ “ທຸກການກະທ ໍ າເຊັ່ ນນີ້ຈ ົ ່ງລະວັງລະເບີດ” ຕິດໃສ ່ ກະດານ ແລ ້ ວໃຫ ້ ນ ັ ກຮຽນໄດ ້ ສົນທະນາກ ັ ນ ແລະ ແລກປ ່ ຽນຄວາມຄິດເຫັນຕໍ່ກ ັ ບຮູບ “ທັບມ ້ າງລະເບີດ, ຂຸດດິນໃຊ ້ ຈ ົ ກ, ຖາງຫຍ ້ າຈ ໍ າໜ ້ າດິນ”. 5) ຄູຮ່ວມກັບນັກຮຽນສະຫຼຸບວ່າ: ພວກເຮົາບໍ່ຄວນດັງໄຟຊະຊາຍ ຖ້າມີຄວາມຈໍາເປັນຕ້ອງດັງໄຟ ແມ່ນຄູນດິນໃຫ້ສູງຂຶ້ນປະມານ 20 ຊັງຕີແມັດ, ເວລາເຫັນຄົນຈູດຂີ້ເຫຍື້ອພວກເຮົາບໍ່ຄວນເຂົ້າໃກ້ ເພາະຢູ່ໃນດິນອາດມີ ລະເບີດ. ຫ້າມທັບມ້າງລະເບີດ ແລະ ຖາງຫຍ້າກໍຕັດສູງຫ່າງຈາກໜ້າດິນ.ປ້າຍຫ້າມຈັບບົມບີປ້າຍຫ້າມປ້າຍອັນຕະລາຍ ໒໐ ການວັດ ແລະ ປະເມີນຜົນສັງເກດ, ກວດສອບຄວາມເຂົ້າໃຈຂອງ ນັກຮຽນ, ຄູຕ້ອງໃຫ້ຄຳແນະນຳຊ່ວຍ ເຫຼືອ.ສ ວ ສສະຫງວນລິຂະສິດ
214. ຫຼິ້ນບົດບາດສົມມຸດກ່ຽວກັບສຽງແຕກຂອງລະເບີດ1) ຄູກະກຽມຫີບ ຫຼື ແກັດເຈ້ຍ 1 ໜ່ວຍ ໃນຫີບນັ້ນໃຫ້ມີຮູບໝາກໄມ້ 3 ຮູບ, ຮູບລະເບີດ 3 ຮູບ. 2) ຄູແນະນໍາໃຫ້ນັກຮຽນ 6 ຄົນ ອອກມາຈົກເອົາຮູບເທື່ອລະຄົນ/ຕໍ່ຮູບ - ຈົກຖືກບັດຮູບໝາກໄມ້ແມ່ນຍົກຮູບຂ້ນໃຫ້ໝ່ເຫັນທັງໝົດຫ້ອງ ແລະ ຫົວຮາ ຮາ ຮາໆ, ຂ້ອຍໂຊກດີ! ດີໃຈ! ຶູເຮັດພ້ອມກັນທັງໝົດຫ້ອງ.- ຈົກຖືກບັດຮູບລະເບີດແມ່ນຍົກຮູບຂ້ນໃຫ້ໝ່ເຫັນ ແລ້ວເຮັດສຽງແຕກ “ຕູມ” ດັງໆ ເຮັດພ້ອມກັນທັງໝົດຫ້ອງ. ຶູ3) ພາຍຫຼັງຈົບການຫຼິ້ນແລ້ວຄູຖາມວ່າ: ໃຜໄດ້ຮູບລະເບີດແມ່ນຍົກມືຂຶ້ນ ແລະ ເຮັດສຽງແຕກຂອງລະເບີດເບິ່ງ ເປັນສຽງແນວໃດ? ຖາມນັກຮຽນອີກວ່າ: ພວກຫຼານຮູ້ແລ້ວບໍ່ວ່າຈະຈັບໄດ້ອັນໃດ? (ບໍ່ຮູ້)4) ຄູກ່າວເຕືອນນັກຮຽນວ່າ: ໃນເວລາຫຼິ້ນຢູ່ຂ້າງນອກ ພວກຫຼານກໍໍບໍ່ຮູ້ຄືກັນແມ່ນບໍ່. ສະນັ້ນ, ຕ້ອງລະມັດລະວັງ ທຸກໆເວລາ.5) ຄູແນະນໍາໃຫ້ນັກຮຽນຮູ້ວ່າ ຖ້າເຫັນວັດຖຸທີ່ຮູບຮ່າງຄ້າຍຄືຮູບນີ້ (ຮູບລະເບີດ) ຫ້າມແຕະຕ້ອງ ແລະ ຈັບບາຍ ເພາະວ່າ ລະເບີດເປັນສິ່ງອັນຕະລາຍ ມັນແຕກໄດ້ທຸກເວລາ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)5. ເລົ່າຄໍາຄ່ອງ ກ່ຽວກັບວິທີຫຼີກເວັ້ນຈາກອັນຕະລາຍຂອງລະເບີດ1) ຄູຂຽນຄໍາຄ່ອງດ່ັງລຸ່ມນີ້ໃສ່ກະດານ ແລ້ວພານັກຮຽນອ່ານ 2-3 ຄັ້ງລະເບີດ ມັນອັນຕະລາຍເຫັນແລ້ວ ຢ່າຈັບບາຍໃຫ້ຟ້າວໄປ ລາຍງານຜູ້ໃຫຍ່ເອົາໃຈໃສ່ ຈື່ໄວ້ແທ້ເນີ!2) ຄູແນະນໍາໃຫ້ນັກຮຽນສຶກສາເນື້ອໃນປຶ້ມແບບຮຽນ ຫົວຂໍ້ທີ 4 ແລ້ວສືບຕໍ່ສົນທະນາ ແລະ ແລກປ່ຽນຄວາມຄິດ ເຫັນກັນພາຍໃນກຸ່ມ ດັ່ງຄໍາຖາມຕໍ່ໄປນີ້: ໃນເວລາອອກແຮງງານ ແລະ ຊອກຢູ່ຫາກິນ ເມື່ອເຫັນລະເບີດ ສິ່ງ ໃດເຮົາຄວນເຮັດ ແລະ ບໍ່ຄວນເຮັດ? ຍ້ອນຫຍັງ?3) ຄູເລີ່ມວັດ ແລະ ປະເມີນນັກຮຽນໄປພ້ອມໃນຂະນະພວກເຂົາ ກໍາລັງສົນທະນາ ໂດຍການສອບຖາມເທື່ອລະຄົນ.4) ຄູຮ່ວມນັກຮຽນສະຫຸບ: ລະເບີດ ແລະ ລູກປືນມີຢ່ທ່ວທຸກບ່ອນ.ຼູົສະນ້ນ, ເມ່ອເຫັນລະເບີດທ່ຍັງບ່ແຕກຕົກຄ້າງບ່ຄວນແຕະຕ້ອງ, ບ່ແກວ່ງໝາກຫີນໃສ່, ບ່ແກວ່ງຫ້ນ, ເວລາັືີໍໍໍໍຼ ິອອກແຮງງານ ໃຫ້ລະມັດລະວັງໃນການຂຸດດິນ, ຖາງຫຍ້າ, ດັງໄຟ, ອະນາໄມເດີ່ນບ້ານ, ເກັບເສດໂລຫະເພື່ອ ໄປຂາຍ ແລະ ເຫັນລະເບີດ ຫຼື ລູກປືນໃຫ້ຟ້າວໄປບອກຜູ້ໃຫຍ່ ຫຼື ນາຍຄູ. ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນສະຫຼຸບສິ່ງທີ່ໄດ້ຮຽນມາທັງໝົດມີຫຍັງແດ່? ຫຼັງຈາກນັ້ນ ຄູຈຶ່ງອະທິບາຍອີກຕື່ມ ໂດຍເນັ້ນໃສ່ເນື້ອໃນຕົ້ນຕໍຂອງບົດຮຽນນີ້.2) ເວລາກັບບ້ານໃຫ້ບອກໝູ່ຄູ່ວ່າ ຖ້າເຫັນລະເບີດຫ້າມແຕະຕ້ອງ, ຖ້າພວກເຮົາຈັບບາຍ, ທັບມ້າງຈະແຕກໃສ່ ເຮັດໃຫ້ບາດເຈັບ ຫຼື ຕາຍ, ຖ້າເຫັນລະເບີດໃຫ້ບອກຜູ້ໃຫຍ່.ສໍາລັບນັກຮຽນຊົນເຜ່ົາ:ໃຫ້ຄູອະທິບາຍຄໍາສັບ (ເຄື່ອງບິນຖິ້ມລະເບີດ, ບົມບີ, ບົມໃຫຍ່, ລະເບີດມື, ມິນ, ປືນໃຫຍ່, ລູກປືນຊະນິດຕ່າງໆ, ທັບມ້າງລະເບີດ, ອັນຕະລາຍ, ຫ້າມເຂົ້າໃກ້) ໃຫ້ນັກຮຽນເຂົ້າໃຈ ແລະ ເວົ້າຄືນ ຫຼາຍເທື່ອ. ການວັດ ແລະ ປະເມີນຜົນປະເມີນນັກຮຽນໂດຍນໍາໃຊ້ເກນການໃຫ້ຄະແນນ.໒໑
22ກິດຈະກຳເສີມ 1:ຮ້ອງເພງ “ລະເບີດອັນຕະລາຍ”1) ຄູເອົາເນື້ອເພງ “ລະເບີດອັນຕະລາຍ” ທີ່ກຽມມາໄປຕິດໃສ່ກະດານ.ອັນຕະລາຍ ອັນຕະລາຍ ອັນຕະລາຍລະເບີດ ມີຫຼາຍຊະນິດບໍ່ຄາດຄິດ ມັນມີຢູ່ບ່ອນໃດຫາກເຫັນແລ້ວ ໃຫ້ໜີໄປໄກ (ຊໍ້າ)ຖ້າເຂົ້າໄປໃກ້ ຈະເປັນອັນຕະລາຍອັນຕະລາຍ ອັນຕະລາຍ ອັນຕະລາຍກິດຈະກຳເສີມ 2 :ຮ້ອງເພງ “ໃຊ້ຊວ້ານ”2) ຄູເອົາເນື້ອເພງ “ໃຊ້ຊວ້ານ” ທີ່ກຽມມາໄປຕິດໃສ່ກະດານ.ໃຊ້ຊວ້ານ ໃຊ້ຊວ້ານ ໃຊ້ຊວ້ານ ໃຊ້ຈົກ ເປັນອັນຕະລາຍໃຊ້ຊວ້ານ ຈະປອດໄພຫຼາຍພວກຫຼານຈື່ໄດ້ ເຮົາຕ້ອງໃຊ້ຊວ້ານ ໃຊ້ຊວ້ານ ໃຊ້ຊວ້ານ 3) ຄູແນະນໍາໃຫ້ນັກຮຽນທຸກຄົນຮ້ອງເພງ ຕາມຄູ 2-3 ຄັ້ງ.4) ເມື່ອນັກຮຽນຈຳເນື້ອຮ້ອງ ແລະ ທໍານອງໄດ້ແລ້ວ ຄູອາດຈະຊີ້ໃສ່ເນື້ອເພງ ແລ້ວໃຫ້ນັກຮຽນຮ້ອງເອງກໍໄດ້.ກິດຈະກຳເສີມ 3: ການເລົ່າເລື່ອງ: “ເດັກນ້ອຍສະຫຼາດ” 1) ຄູຂຽນຊື່ເລື່ອງ “ເດັກນ້ອຍສະຫຼາດ” ໃສ່ກະດານ. 2) ຄູອ່ານເລື່ອງ “ເດັກນ້ອຍສະຫຼາດ” ຢ່າງຊ້າໆໃຫ້ນັກຮຽນຟັງ 1 ຫຼື 2 ຄັ້ງ. 3) ພາຍຫຼັງອ່ານຈົບ ຄູຕັ້ງຄໍາຖາມວ່າ:- ລຸງສີ ແລະ ທ້າວ ມີ ອອກໄປນາຍາມໃດ?- ເມື່ອໄປຕາມທາງ ລຸງສີ ແລະ ທ້າວມີ ເຫັນຫຍັງ?- ເປັນຫຍັງ ທ້າວ ມີ ຈຶ່ງໄດ້ຮັບຄໍາຍ້ອງຍໍ ຈາກລຸງຂອງລາວ?- ລຸງສີ ໄປແຈ້ງສິ່ງທີ່ລາວເຫັນນັ້ນຕໍ່ໃຜ?- ເຈົ້າໜ້າທີ່ໄດ້ເຮັດຫຍັງຕໍ່ລະເບີດໜ່ວຍນັ້ນ? ໝາຍເຫດ:ການເລົ່າເລື່ອງໃນກິດຈະກໍາເສີມນີ້ແມ່ນອີງໃສ່ໂຮງຮຽນໃດທີ່ມີປຶ້ມເລື່ອງກ່ຽວກັບ “ເດັກນ້ອຍສະຫຼາດ”ກໍສາມາດນໍາມາປະຕິບັດກິດຈະກໍາໄດ້. ໒໒ ສ ວ ສສະຫງວນລິຂະສິດ
23໒໓ບົດທີ 3 ອຸບັດຕິເຫດຈາກສັດກັດຕອດເວລາ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ອະທິບາຍອຸບັດຕິເຫດເກີດຂຶ້ນໄດ້ທຸກເວລາ ຖ້າໄປແຕະຕ້ອງສັດບາງຊະນິດ. 2. ບອກຊື່ສັດ ແລະ ອະທິບາຍຂັ້ນຕອນການຮັກສາເບື້ອງຕົ້ນ ເມື່ອຖືກສັດ ຫຼື ແມງໄມ້ກັດຕອດ. 3. ແຕ້ມແຜນວາດການຊ່ວຍເຫຼືອຄົນເຈັບ ກ່ອນສົ່ງໄປໂຮງໝໍ. II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄໍາຖາມ ແລະ ເຮັດກິດຈະກໍາໄດ້ສໍາເລັດ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນບອກຊື່ສັດ ແລະ ອະທິບາຍຂັ້ນຕອນການຮັກສາເບື້ອງຕົ້ນ ເມື່ອສັດ ຫຼື ແມງໄມ້ ກັດຕອດ3ບອກຊື່ສັດ ຫຼື ແມງໄມ້ທີ່ເປັນອັນຕະລາຍ ແລະ ອະທິບາຍຂັ້ນຕອນການຮັກສາເບື້ອງຕົ້ນເມອຖກສດ ື ່ືັຫຼື ແມງໄມ້ກັດໄດ້ 3 ຢ່າງຂຶ້ນໄປ.2ບອກຊື່ສັດ ຫຼື ແມງໄມ້ທີ່ເປັນອັນຕະລາຍ ແລະ ອະທິບາຍຂັ້ນຕອນການຮັກສາເບື້ອງຕົ້ນ ເມອສດ ຫ ື ່ັຼ ືແມງໄມ້ກັດຕອດໄດ້ ແຕ່ໄດ້ຮັບການຊ່ວຍເຫຼືອຈາກຄູ.1ບອກຊື່ສັດ ຫຼື ແມງໄມ້ທີ່ເປັນອັນຕະລາຍໄດ້ ແຕ່ອະທິບາຍຂັ້ນຕອນການຮັກສາບໍ່ໄດ້.0ບອກຊື່ສັດ ຫຼື ແມງໄມ້ທີ່ເປັນອັນຕະລາຍບໍ່ໄດ້ ແລະ ບໍ່ຮູ້ຈັກອະທິບາຍຂັ້ນຕອນການຮັກສາ.III. ເນື້ອໃນຕົ້ນຕໍ1. ສະພາບແວດລ້ອມທີ່ພວກເຮົາອາໄສມີສັດ, ແມງໄມ້ບາງຊະນິດເປັນອັນຕະລາຍ ແລະ ມີພິດ. 2. ຂັ້ນຕອນການຮັກສາ ແລະ ຊ່ວຍເຫຼືອຄົນອື່ນ ເບື້ອງຕົ້ນ (ການປະຖົມພະຍາບານຂັ້ນພື້ນຖານ):- ເຜ້ງ, ແຕນ, ຕ່, ມົດ ແລະ ແມງໄມ້ກັດ ຫື ຕອດ ແມ່ນໃຫ້ເອົາໄລອອກທັນທີ, ລ້າງບາດແຜໃຫ້ສະອາດ ເຊັດໃຫ້ແຫ້ງ ິໍຼແລະ ໃສ່ຢາຂ້າເຊື້ອ ຖ້າເຈັບປວດແຮງເອົາຜ້າເຢັນ ຫຼື ນໍ້າກ້ອນປົກຫຸ້ມ ເພື່ອຫຼຸດຜ່ອນອາການເຈັບປວດ. (ຖ້າຖືກເຜິ້ງ, ຕໍ່ກັດຕອດຫຼາຍໂຕແມ່ນສົ່ງຄົນເຈັບໄປໂຮງໝໍດ່ວນ). - ງູກັດພະຍາຍາມສັງເກດເບ່ງແມ່ນງູຊະນິດໃດ, ຮ້ອງຂໍຄວາມຊ່ວຍເຫືອ, ບ່ຕ້ອງເຄ່ອນຍ້າຍຄົນເຈັບເພາະວ່າ ິຼໍືນໍ້າພິດອາດຈະແຜ່ກະຈາຍໄປທົ່ວຮ່າງກາຍ, ລ້າງບາດແຜໃຫ້ສະອາດ ແລະ ສົ່ງຄົນເຈັບໄປໂຮງໝໍ. - ໝາ ຫຼື ແມວ ຫຼື ສັດປ່າກັດ ໃຫ້ລ້າງບາດແຜດ້ວຍນໍ້າສະອາດ ແລະ ສະບູ, ເຊັດບາດໃຫ້ແຫ້ງ, ໃສ່ຢາຂ້າເຊື້ອ ຖ້າບໍ່ມີຢາຂ້າເຊື້ອ ສາມາດໃຊ້ນໍ້າເຫຼົ້າ 90 ລ້າງກໍໄດ້ ແລະ ສົ່ງຄົນເຈັບໄປໂຮງໝໍ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ບັດຮູບພາບ ຫຼື ໂປສະເຕີກ່ຽວກັບສັດຊະນິດຕ່າງໆ (ຖ້າມີ ໂດຍສະເພາະແມງໄມ້ ຫຼື ສັດມີພິດ).
24 ໒໔ V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (10 ນາທີ)1) ຄູສະເໜີວ່າ ໃນຂັ້ນ ປ.1 ພວກເຮົາໄດ້ຮຽນກ່ຽວກັບສັດລ້ຽງ, ສັດປ່າ ແລະ ທຢູ່ອາໄສຂອງພວກມັນ. ມີຫຼາຍສິ່ງ ີ່ຫາຍຢ່າງທ່ໜ້າສົນໃຈກ່ຽວກັບສັດ ເຊ່ນ: ຄວາມສວຍງາມ, ຄວາມໜ້າຮັກ ແຕ່ວ່າສັດບາງຊະນິດກໍມີຄວາມອັນຕະຼີັລາຍ ແລະ ມີພິດ (ຄູຕ້ອງອະທິບາຍຄໍາສັບໃຫ້ນັກຮຽນເຂົ້າໃຈ).2) ແນະນໍາໃຫ້ນັກຮຽນບອກຊື່ສັດ ແລະ ແມງໄມ້ທີ່ພວກເຂົາຮູ້ຈັກ ຄູຈົດບັນທຶກໃສ່ກະດານ ຖ້າມີບັດຮູບສັດກໍເອົາມາຕິດໃສ່ກະດານ.ຕົວຢ່າງ: ຕາຕະລາງບັນທຶກສັດແມງໄມ້ ໝາ ແມວ ແມງປໍ ແມງກະເບື້ອ ແມງງອດ3) ຄໍາຖາມສົນທະນາກັບນັກຮຽນ: - ໃຫ້ນັກຮຽນຄາດເດົາສັດເຫຼົ່ານ້ີ ແມ່ນສັດໂຕໃດມັກກັດຕອດຄົນເຮົາ?- ສັດເຫຼົ່ານີ້ອາໄສຢູ່ໃສ?- ນັກຮຽນຄິດວ່າ ມີສັດຊະນິດໃດທີ່ເປັນອັນຕະລາຍ?- ພວກເຮົາຈະເຮັດແນວໃດ ເພື່ອຫຼີກເວັ້ນຄວາມອັນຕະລາຍຈາກສັດ?4) ຄູກ່າວວ່າ: ພວກເຮົາອາໄສຢູ່ສະພາບແວດລ້ອມທີ່ເຕັມໄປດ້ວຍສັດຫຼາຍຊະນິດ, ສັດບາງໂຕສວຍງາມ, ຄົນເຮົາເອົາມາລ້ຽງ ແຕ່ອາດເປັນອັນຕະລາຍ ຕ້ອງລະມັດລະວັງເວລາຢ່ກັບມັນ ແລະ ສັດບາງໂຕແມ່ນອັນຕະລາຍຫຼາຍ. ູພວກເຮົາຕ້້ອງຈື່ໄວ້ວ່າ ເມື່ອເຫັນສັດທີ່ເປັນອັນຕະລາຍ ພະຍາຍາມຫຼີກເວັ້ນ ຫຼື ອອກໄປໄກຈາກສັດເຫຼົ່ານັ້ນ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ແລກປ່ຽນປະສົບການ ເມື່ອຖືກສັດກັດ/ຕອດ1) ຄູແນະນໍາໃຫ້ນັກຮຽນມີສ່ວນຮ່ວມ, ອະທິບາຍ ແລະ ແລກປ່ຽນປະສົບການຂອງຕົນທ່ຖືກສັດ ຫື ແມງໄມ້ກັດຕອດ ີຼໃນໄລຍະຜ່ານມາ ແລະ ວິທີການປ້ອງກັນ. 2) ຄູຖາມນັກຮຽນວ່າ:- ສັດຊະນິດໃດທີ່ເຈົ້າຢ້ານທີ່ສຸດ? ຍ້ອນຫຍັງ?- ມີໃຜແດ່ທີ່ຖືກສັດ ຫຼື ແມງກັດຕອດ?- ໂຕຫຍັງກັດຕອດ? ເຈັບບໍ່? ເຈົ້າຮັກສາບາດແຜແນວໃດ? 3) ໃຫ້ນັກຮຽນເລົ່າສາເຫດ ແລະ ອາການເຈັບ ປະມານ 3-4 ຄົນ ແລະ ແນະນໍາໝູ່ເພື່ອນ ເມື່ອຖືກສັດກັດຕອດແມ່ນ ເຮັດແນວໃດ ເພື່ອຮັກສາອາການເຈັບປວດນັ້ນ. 4) ແບ່ງນັກຮຽນອອກເປັນກຸ່ມ, ກຸ່ມລະ 4-5 ຄົນ ຕາມຄວາມເໝາະສົມ. 5) ຄູແນະນໍາໃຫ້ນັກຮຽນແຕ່ລະກຸ່ມສັງເກດຮູບສັດ ຫຼື ແມງໄມ້ຢູ່ໃນປຶ້ມແບບຮຽນຫົວຂໍ້ທີ 1 (ປະມານ 5 ນາທີ), ນອກຈາກປຶ້ມແບບຮຽນແລ້ວ ນັກຮຽນສາມາດບອກຊື່ສັດອື່ນໆກໍໄດ້ທີ່ພວກເຂົາຮູ້ຈັກ.- ສັດທ່ເປັນອັນຕະລາຍມີສັດໃດແດ່? (ຕົວຢ່າງ: ເຜ້ງ, ຕ່, ແຕນ, ມົດ, ແມງຂ້ເຂັບ, ແມງງອດ, ແມງມຸມ ແລະ ງ).ີິໍີູສ ວ ສສະຫງວນລິຂະສິດ
25໒໕- ສັດທີ່ມີໄລ ມີສັດໃດແດ່? (ຕົວຢ່າງ: ເຜິ້ງ, ຕໍ່, ແຕນ)6) ໃຫ້ນັກຮຽນຕາງໜ້າກຸ່ມລາຍງານ. 7) ຄູແຕ້ມຮູບໂຕເຜິ້ງ ຫຼື ແຕນ ໃຫ້ນັກຮຽນສັງເກດສ່ວນຕ່າງໆດັ່ງນີ້ ໜວດ 2 ອັນປີກໄລມີ 6 ຂາການວັດ ແລະ ປະເມີນຜົນກວດສອບຄວາມເຂ້າໃຈຂອງ ົນັກຮຽນ. ຊ່ວຍເຫຼືອນັກຮຽນຜູ້ທີ່ ຍັງບໍ່ເຂົ້າໃຈກ່ຽວກັບສັດ ຫຼື ແມງ ໄມ້ທີ່ມີພິດ.8) ຄູກ່າວວ່າ ເຜິ້ງ ຫຼື ແຕນເປັນສັດມີພິດຊະນິດໜຶ່ງ, ມີປີກ, ມີ 6 ຂາ, ມີໜວດ 2 ອັນ ແລະ ມີໄລຢູ່ກົ້ນ ຖ້າໄປ ແຕະຕ້ອງຮັງ ຫຼື ໂຕຂອງມັນ ມັນຈະໄລ່ຕອດ, ຖ້າຖືກມັນຕອດແມ່ນໃຫ້ຟ້າວເອົາໄລທີ່ຕິດຢູ່ຜິວໜັງອອກ, ລ້າງ ອະນາໄມຈຸດທີ່ຖືກຕອດ ແລະ ທາຢາຂ້າເຊື້ອ ອາການເຈັບປວດກໍຈະຫຼຸດລົງ. 9) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ: ສັດ ແລະ ແມງໄມ້ ບາງຊະນິດເປັນອັນຕະລາຍ ແລະ ມີພິດ ຖ້າໄປແຕະຕ້ອງ ພວກມັນຈະກັດ ຫຼື ຕອດ ເຮັດໃຫ້ໄດ້ຮັບບາດເຈັບ ຖ້າອາການຮຸນແຮງ ແລະ ແກ້ພິດບໍ່ທັນອາດເສຍຊີວິດໄດ້.ສໍາລັບນັກຮຽນຊົນເຜົ່າ: ຄູອະທິບາຍຄໍາສັບແມງໄມ້, ໄລ, ປີກ, ຊື່ຂອງສັດ, ສັດທີ່ອັນຕະລາຍ ແລະ ອື່ນໆ ໃຫ້ນັກຮຽນ ເຂົ້າໃຈ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)2. ສົນທະນາກຸ່ມກ່ຽວກັບການຮັກສາເບື້ອງຕົ້ນ ເມື່ອຖືກແມງໄມ້ກັດ ຫຼື ຕອດ1) ຄູແນະນໍາໃຫ້ນັກຮຽນແຕ່ລະກຸ່ມ ສັງເກດ ຮູບພາບຫົວຂໍ້ທີ 2 ໃນປຶ້ມແບບຮຽນ ແລ້ວສົນທະນາຕາມຄໍາຖາມ: ຖ້າຖືກແມງໄມ້ກັດ ຫຼື ຕອດຈະເຮັດແນວໃດ?2) ໃຫ້ນັກຮຽນຕອບ ໂດຍເນັ້ນໃສ່ຈຸດສໍາຄັນດັ່ງນີ້:- ຟ້າວເອົາໄລອອກ.- ບອກຜູ້ໃຫຍ່- ລ້າງບາດແຜ ແລະ ທາຢາ.3) ນັກຮຽນແຕ້ມແຜນວາດແບບງ່າຍກ່ຽວກັບຂັ້ນຕອນການຮັກສາເບື້ອງຕົ້ນ. ແມງໄມ້ກັດ/ຕອດບອກຜູ້ໃຫຍ່ລ້າງບາດແຜໃຫ້ສະອາດທາຢາຂ້າເຊື້ອ/ຜ້າພັນໄວ້4) ຄູຮ່ວມກັບນັກຮຽນສະຫຼຸບ:- ເມື່ອຖືກເຜິ້ງ, ແຕນ ແລະ ຕໍ່ກັດ/ຕອດ ແມ່ນໃຫ້ຟ້າວເອົາໄລອອກ.- ຖ້າເຈັບໜັກ (ເຜິ້ງ, ຕໍ່ຕອດຫຼາຍໂຕ) ແມ່ນໃຫ້ພາຄົນເຈັບໄປໂຮງໝໍທີ່ຢູ່ໃກ້ທັນທີ ເພາະວ່າ ພິດຂອງມັນແຮງ ເຮັດໃຫ້ຄົນເຈັບຫາຍໃຈຝືດ ແລະ ເສຍຊີວິດໄດ້. - ຖ້າຖືກແມງໄມ້ກັດຕອດ ຫຼື ມົດກັດແມ່ນໃຫ້ປະຕິບັດຕາມຂັ້ນຕອນຂ້າງເທິງ.ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນອາສາສະໝັກສະຫຸບໂດຍຫຍ້ສ່ງທ່ໄດ້ຮຽນມີຫຍັງແດ່? ຼໍິີ2) ຄູຮ່ວມກັບນັກຮຽນສະຫຼຸບ: - ເມື່ອຖືກແມງໄມ້ກັດ ຫຼື ຕອດແມ່ນບໍ່ໃຫ້ຕົກໃຈ, ບໍ່ຢ້ານ, ສັງເກດເບິ່ງສັດແມ່ນໂຕຫຍັງ? ຮ້ອງຂໍຄວາມຊ່ວຍ ການວັດ ແລະ ປະເມີນຜົນສັງເກດ ແລະ ກວດສອບຄວາມເຂ້າໃຈຂອງນັກຮຽນ,ຊ່ວຍເຫືອ, ົຼຊຸກຍູ້ນັກຮຽນຜູ້ທີ່ບໍ່ເຂົ້າໃຈ.
26 ໒໖ ເຫຼືອ ຫຼື ບອກຜູ້ໃຫຍ່ ຖ້າບໍ່ເຈັບປວດແຮງ ສາມາດຮັກສາເອງໄດ້ ເຊັ່ນ: ລ້າງບາດແຜໃຫ້ສະອາດດ້ວຍການໃສ່ສະບູ, ເຊັດໃຫ້ແຫ້ງ, ທາຢາຂ້າເຊື້ອ ແລະ ເອົາຜ້າພັນໄວ້. - ຖ້າຖືກເຜິ້ງ, ແຕນ, ຕໍ່ຫົວເສືອ, ຕໍ່ດິນກັດ ຫຼື ຕອດ ແມ່ນໃຫ້ຟ້າວເອົາໄລອອກ, ລ້າງບາດແຜໃຫ້ສະອາດ ເຊັດໃຫ້ແຫ້ງ ທາຢາຂ້າເຊື້ອ ຖ້າມີອາການປວດແຮງກໍເອົາຜ້າເຢັນ ຫຼື ນໍ້າກ້ອນປົກຫຸ້ມ ເພື່ອຫຼຸດຜ່ອນອາການ ເຈັບປວດ, ຖ້າມົດກັດກໍທາຢາມ໋ອງໃສ່ຕຸ່ມ.- ຖ້າຖືກສັດກັດຕອດຫຼາຍໂຕແມ່ນສົ່ງຄົນເຈັບໄປໂຮງໝໍທີ່ຢູ່ໃກ້ທັນທີ.ສໍາລັບນັກຮຽນຊົນເຜົ່າ: ຄູອະທິບາຍຄໍາສັບ: ອຸບັດຕິເຫດ, ກັດ, ຕອດ, ເຜິ້ງ, ຕໍ່ຫົວເສືອ, ຕໍ່ດິນ ແລະ ອື່ນໆ .ຊົົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ໃນຊ່ວໂມງທີ 1 ໄດ້ຮຽນກ່ຽວກັບຊ່, ສັດທ່ເປັນອັນຕະລາຍ, ສັດມີພິດ ແລະ ຂ້ນຕອນການຮັກສາພ້ນຖານ ເມ່ອຖືກົືີັືືສັດກັດ/ຕອດ.2) ຄູແຕ້ມຮູບງູໃສ່ກະດານ ແລ້ວຖາມນັກຮຽນວ່າ - ມັກພົບເຫັນງູຢູ່ໃສ? (ຕອບຕາມໃຈ).- ພວກນ້ອງຮູ້ຈັກຊື່ງູຫຍັງແດ່? (ງູປາ, ງູສິງ, ງູເຫົ່າ, ງູເຫຼືອມ, ງູຂຽວ, ງູຈົງອາງ,..) - ຖ້າໄປແຕະຕ້ອງມັນຈະເປັນແນວໃດ? (ກັດ, ຕອດ).3) ຄູຮ່ວມກັບນັກຮຽນສະຫຼຸບ: ງູມີຫຼາຍຊະນິດ, ບາງຊະນິດກໍມີພິດ ແລະ ບໍ່ມີພິດ. ງູຈໍານວນໜຶ່ງມັກອາໄສຢູ່ໃກ້ຄົນ ເຊັ່ນ: ກອງຟຶນ, ກອງໄມ້, ສວນດອກໄມ້, ປ່າຫຍ້າແຄມເດີ່ນບ້ານ ແລະ ໂຮງຮຽນ. ຖ້າຖືກງູກັດ ຫຼື ຕອດແມ່ນບໍ່ໃຫ້ ຢ້ານ, ບໍ່ຕົກໃຈ, ຕັ້ງສະຕິ ສັງເກດເບິ່ງແມ່ນງູຊະນິດໃດ ແລະ ບອກຜູ້ໃຫຍ່ຮູ້ທັນທີ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)3. ສົນທະນາກ່ຽວກັບການຮັກສາຂັ້ນພື້ນຖານ ເມື່ອຖືກງູກັດ (ຫຼື ປິ່ນປົວເບື້ອງຕົ້ນ ເມື່ອຖືກງູກັດ)1) ສົນທະນາ ແລະ ແລກປ່ຽນແນວຄວາມຄິດຕາມຄໍາຖາມ:- ງູກັດ ຫຼື ຕອດຈະເຮັດແນວໃດ? - ຂັ້ນຕອນການຮັກສາຈະເຮັດແນວໃດ? 2) ແນະນໍາໃຫ້ນັກຮຽນສັງເກດແຜນວາດສະແດງ ຂ້ນຕອນການຮັກສາັໃນປ້ມແບບຮຽນຫົວຂ້ທີ 3.ຶໍ3) ໃຫ້ນັກຮຽນແຕ່ລະກ່ມລາຍງານ. ຸ4) ຄູອະທິບາຍ: ຖ້າຖືກງູກັດ ຫຼື ຕອດ ພະຍາຍາມສັງເກດເບິ່ງວ່າແມ່ນງູຊະນິດໃດ ຫຼື ຮ້ອງຂໍຄວາມຊ່ວຍເຫຼືອ, ບໍ່ຕ້ອງເຄື່ອນຍ້າຍຄົນເຈັບ ເພາະວ່າ ນໍ້າພິດອາດຈະແຜ່ກະຈາຍໄປທົ່ວຮ່າງກາຍ, ລ້າງບາດແຜທີ່ຖືກງູກັດ ແລ້ວສົ່ງຄົນເຈັບໄປໂຮງໝໍ. 4. ສົນທະນາກ່ຽວກັບການຮັກສາຂັ້ນພື້ນຖານ ເມື່ອຖືກໝາ, ແມວກັດ (ຫຼື ສັດປ່າກັດ)1) ຄູນໍາພານັກຮຽນສົນທະນາເປັນກຸ່ມ ແລະ ແລກປ່ຽນແນວຄວາມຄິດຕາມຄໍາຖາມ:- ເມື່ອຖືກໝາ ຫຼື ແມວ ຫຼື ສັດລ້ຽງ ກັດຈະເຮັດໃດ?- ຂັ້ນຕອນການຮັກສາຈະເຮັດແນວໃດ? 2) ແນະນໍາໃຫ້ນັກຮຽນສັງເກດແຜນວາດສະແດງ ຂັ້ນຕອນການຮັກສາ ໃນປຶ້ມແບບຮຽນຫົວຂໍ້ທີ 4.3) ນັກຮຽນແຕ່ລະກຸ່ມແຕ້ມແຜນວາດ ແລະ ໃຫ້ນັກຮຽນແຕ່ລະກຸ່ມລາຍງານ. 4) ຄູຕັ້ງຖາມສົນທະນາກັບນັກຮຽນອີກຕື່ມ: ຖ້າຖືກໝາກັດຈະເຮັດແນວໃດ? ໃຫ້ນັກຮຽນຕອບ ໂດຍເນັ້ນໃສ່ຈຸດ ສໍາຄັນດັ່ງນີ້:ການວັດ ແລະ ປະເມີນຜົນຄູແນະນໍາ ແລະ ອະທິບາຍແຜນ ວາດການຮັກສາຂ້ນພ້ນຖານໃຫ້ ັືນັກຮຽນເຂົ້າໃຈ. ສ ວ ສສະຫງວນລິຂະສິດ
27໒໗- ຖ້າຖືກໝາກັດ ຕ້ອງໜີອອກຈາກໝານັ້ນໃຫ້ໄວເທົ່າທີ່ເຮັດໄດ້.- ຮ້ອງຫາຄົນອື່ນມາຊ່ວຍ (ຮ້ອງຂໍຄວາມຊ່ວຍເຫຼືອ).- ພະຍາຍາມຮັກສາບໍ່ໃຫ້ເລືອດອອກ ເຊັ່ນເອົາຜ້າມາມັດເທິງບາດບໍ່ໃຫ້ເລືອດໄຫຼອອກ. - ລ້າງບາດດ້ວຍນ້ໍາສະອາດ ແລະ ທາຢາຂ້າເຊ້ືອ.- ໄປຫາທ່ານໝໍ ເພື່ອສັກຢາປ້ອງກັນ.ໝາຍເຫດ: ແມວກັດ ຫຼື ສັດປ່າກັດ ກໍພະຍາຍາມປະຕິບັດຕາມຂັ້ນຕອນໄປຕາມກໍລະນີໜັກ ຫຼື ເບົາ. ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)5. ສະແດງບົດບາດສົມມຸດ 1) ຄູກຽມອຸປະກອນມາແຕ່ບ້ານ ຫື ແນະນໍາໃຫ້ນັກຮຽນກຽມກໍໄດ້: ບັດຮູບສັດ (ແມງງອດ, ແມງບ້ງ ແລະ ງູ), ຫີບເປ່າ ຼົົ1 ອັນ, ຢາແດງ, ນ້າສະອາດ 1 ຄຸ, ສະບູໜຶ່ງກ້ອນ ແລະ ຜ້າເຊັດມື.ໍ2) ວິທີການຫຼິ້ນ:- ຄູເອົາບັດຮູບໃສ່ໃນຫີບ.- ນັກຮຽນສະແດງເປັນຜູ້ຖືກສັດກັດ ຫຼື ຕອດ ແລະ ຄູສະແດງບົດບາດເປັນຜູ້ໃຫຍ່ ຫຼື ທ່ານໝໍ. - ແນະນໍາໃຫ້ນັກຮຽນອາສາສະໝັກອອກມາຈົກບັດຮູບເທ່ອລະຄົນ ຖ້າຜ້ໃດຈັບຖືກອັນໃດ ໃຫ້ສະແດງບົດບາດ ືູແລະ ປະຕິບັດຂັ້ນຕອນການຮັກສາຕາມໃນປຶ້ມແບບຮຽນ ເຊັ່ນ:- ຈັບຖືກບົ້ງ: ຮ້ອງ ໂອຍ! ບົ້ງ ແລ້ວວາງລົງໃສ່ຫີບຄືນ ສະແດງທ່າຢ້ານຕາມສັນຊາດຕະຍານ. - ຈັບຖືກແມງງອດ: ຮ້ອງ ໂອຍ! ແມງງອດ ແລ້ວວາງລົງໃສ່ຫີບຄືນ ມັນກັດມືຂ້ອຍ ຊ່ວຍແດ່! ຊ່ວຍຂ້ອຍແດ່! ເຈັບປວດຫຼາຍ. (ປະຕິບັດຂັ້ນຕອນການຮັກສາ).- ຈັບຖືກງູ: ຮ້ອງ ໂອຍ! ງູ! ແລ້ວກະວາງລົງໃສ່ຫີບຄືນ ມັນກັດແຂນຂ້ອຍ ຊ່ວຍແດ່! ຊ່ວຍຂ້ອຍແດ່! ເຈັບປວດ (ປະຕິບັດຂັ້ນຕອນການຮັກສາ). 3) ພາຍຫຼັງຫຼິ້ນບົດບາດສົມມຸດແລ້ວ ກໍຖາມຄວາມຮູ້ສຶກຂອງນັກຮຽນກ່ຽວກັບການຫຼິ້ນ ແລະ ວິທີການຮັກສາ ເພື່ອຮັບປະກັນວ່ານັກຮຽນສາມາດເຂົ້າໃຈ ແລະ ປະຕິບັດໄດ້ບໍ່? ຖ້າຍັງບໍ່ເຂົ້າໃຈໃຫ້ແນະນໍາເຂົາເຈົ້າຕື່ມ.4) ຄູຮ່ວມກັບນັກຮຽນສະຫຸບ: ການຊ່ວຍເຫືອຜ້ຖືກບາດເຈັບ ຫື ຄົນເຈັບຼຼູຼທ່ສະຖານທ່ເກີດເຫດ ໂດຍໃຊ້ອຸປະກອນເທ່າທ່ຫາໄດ້ໃນຂະນະນ້ນ ີີົີັກ່ອນຈະສົ່ງຄົນເຈັບໄປໂຮງໝໍ ໂດຍເນັ້ນໃສ່ 3 ຈຸດສໍາຄັນດັ່ງນີ້:- ໃຫ້ໝ້ນໃຈວ່າຄົນເຈັບນ້ນຈະບ່ຖືກກັດອີກ ແລະ ຢ່ບ່ອນທ່ປອດໄພ.ັັໍູີ- ຮ້ອງຂໍຄວາມຊ່ວຍເຫຼືອ.- ລ້າງບາດແຜໃຫ້ສະອາດກ່ອນສົ່ງຄົນເຈັບໄປໂຮງໝໍ. ຂັ້ນສະຫຼຸບ (5 ນາທີ)1) ໃຫ້ນັກຮຽນອາສາສະໝັກປະມານ 1-2 ຄົນ ບອກສັດທ່ເປັນອັນຕະລາຍ ແລະ ບ່ຄວນເຂ້າໄປໃກ້.ີໍົ2) ແນະນໍານັກຮຽນ ຖ້າຖືກແມງໄມ້ ແລະ ສັດທ່ມີພິດກັດຕອດ ແມ່ນໃຫ້ປະຕິບັດຕາມຂ້ນຕອນການຮັກສາເບ້ອງຕ້ນ.ີັືົການປະຕິບັດໃນກໍລະນີສຸກເສີນ:- ຕັ້ງສະຕິໃຫ້ໄດ້ ບໍ່ຕົກໃຈ- ຂໍຄວາມຊ່ວຍເຫຼືອ- ຮັກສາບາດແຜຕາມຂັ້ນຕອນການຮັກສາເບື້ອງຕົ້ນ ກ່ອນສົ່ງໄປໂຮງໝໍ.ການວັດ ແລະ ປະເມີນຜົນ- ຄູແນະນໍາຜູ້ທີ່ຍັງບໍ່ເຂົ້າໃຈ.- ຫາເວລານໍາໃຊ້ເກນວັດ ແລະ ປະເມີນຜົນນັກຮຽນ.
28ບົດທີ 4 ຄວາມສໍາຄັນຂອງສິ່ງແວດລ້ອມເວລາ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ບອກຄວາມສ�າຄັນຂອງສິ່ງແວດລ້ອມຕ່ສິ່ງມີຊີວິດ. �2. ຈາແນກອາຫານ ແລະ ທີ່ຢູ່ອາໄສຂອງສັດ.�II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄາຖາມ ແລະ ເຮັດກິດຈະກາໄດ້ສ�າເລັດ.��2. ນ�າໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນຈໍາແນກອາຫານ ແລະ ທີ່ຢູ່ອາໄສແຕກຕ່າງກັນ.3ຈາແນກອາຫານ ແລະ ທີ່ຢູ່ຂອງສັດໄດ້ຖືກຕ້ອງ.�2ຈາແນກອາຫານ ແລະ ທີ່ຢູ່ຂອງສັດໄດ້ ແຕ່ຄູໄດ້ຊ່ວຍເຫຼືອ.�1ຈາແນກອາຫານ ແຕ່ບ່ສາມາດບອກທີ່ຢູ່ອາໄສໄດ້້.��0ຈ�າແນກອາຫານ ແລະ ທີ່ຢູ່ອາໄສຂອງສັດບ່ໄດ້.�III. ເນື້ອໃນຕົ້ນຕໍ1. ສ່ງແວດລ້ອມມີຄວາມສາຄັນຕ່ສ່ງມີຊີວິດ, ແຫ່ງອາຫານຂອງຄົນ, ສັດ ແລະ ພືດແມ່ນໄດ້ມາຈາກສ່ງແວດລ້ອມ. ິ��ິຼິສິ່ງມີຊີວິດຕ້ອງການອາຫານ, ນ�້າ, ອາກາດ ເພື່ອໃຫ້ຮ່າງກາຍເຕີບໃຫຍ່, ແຂງແຮງ ແລະ ການຢູ່ລອດຂອງຊີວິດ. 2. ສ່ງມີຊີວິດກິນອາຫານທ່ແຕກຕ່າງກັນ, ສັດບາງຊະນິດກິນພືດ, ສັດບາງຊະນິດກິນສັດ (ຊ້ນ) ແລະ ບາງຊະນິດ ິີິກິນທັງພືດ ແລະ ກິນທັງຊີ້ນ. ໃນຕົວຈິງສັດມີຫຼາຍຊະນິດສ່ວນຫຼາຍສັດອາໄສແຫຼ່ງອາຫານຕາມທ�າມະຊາດ. ສະນັ້ນ, ພວກເຮົາທຸກຄົນຕ້ອງຮັກສາສະພາບແວດລ້ອມ ແລະ ແຫຼ່ງນ້າໃຫ້ສະອາດ. �IV. ສື່ການຮຽນການສອນ1. ປຶ້ມແບບຮຽນ, ປຶ້ມບັນທຶກ (ສາລັບຄູ).�2. ວັດຖຸຕົວຈິງ (ນ້າ, ອາຫານ,...).�3. ຮູບພາບສັດຕ່າງໆໃນປຶ້ມແບບຮຽນ ຫຼື ໂປສະເຕີກ່ຽວກັບສັດ (ຖ້າມີ).4. ບັດຮູບສັດ (ໃຊ້ຫຼິ້ນເກມຢູ່ໃນຊົ່ວໂມງທີ 1) ຫຼື ອາດເອົາມາຈາກວິຊາພາສາລາວ ຫຼື ຄູສ້າງເອງ. ໒໘ ສ ວ ສສະຫງວນລິຂະສິດ
29V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1. ຄວາມສໍາຄັນຂອງສິ່ງແວດລ້ອມຕໍ່ກັບສິ່ງມີຊີວິດ1) ຄູຖາມນັກຮຽນ ຄາວ່າ “ສິ່ງແວດລ້ອມ” ນັກຮຽນມີຄວາມເຂົ້າໃຈ �ແນວໃດ? 2) ຄູໃຫ້ນັກຮຽນຕອບ 2-3 ຄົນ.3) ຖ້ານັກຮຽນບ່ສາມາດຕອບຄາຖາມໄດ້ ຄູສືບຕ່ຖາມອີກວ່າ: ນົກ���ອາໄສຢ່ໃສ? ຄວາຍອາໄສຢ່ໃສ?, ປາອາໄສຢ່ໃສ? ແລະ ແບ້ອາໄສ ູູູຢູ່ໃສ?4) ຄູສະຫຼຸບວ່າ: ພວກມັນອາໄສຢູ່ສະຖານທີ່ແຕກຕ່າງກັນ ຫຼື ສິ່ງ ຕ່າງໆທີ່ຢູ່ອ້ອມຕົວເຮົາ ພວກເຮົາ ເອີ້ນວ່າ: ສິ່ງແວດລ້ອມ.5) ຄູໃຫ້ຕົວຢ່າງກ່ຽວກັບສັດແຕກຕ່າງກັນ ແລະ ທີ່ຢູ່ອາໄສຂອງພວກມັນ, ຫຼັງຈາກນັ້ນອະທິບາຍວ່າ: ສິ່ງທັງໝົດນີ້ ແມ່ນສິ່ງແວດລ້ອມ.- ປາອາໄສຢູ່ນ�້າ, ນົກອາໄສຢູ່ຕົ້ນໄມ້, ລີງອາໄສຢູ່ຕົ້ນໄມ້ ແລະ ອື່ນໆ.- ຄູອະທິບາຍຕື່ມອີກ, ສັດທຸກຕົວ ແລະ ພືດລ້ວນແຕ່ອາໄສຢູ່ສິ່ງແວດລ້ອມທີ່ແຕກຕ່າງກັນ.- ຄູກ່າວວ່າ: ໃນຊ່ວໂມງນ້ເຮົາຈະໄດ້ຮຽນກ່ຽວກັບຄວາມສາຄັນຂອງສ່ງແວດລ້ອມຕ່ກັບສ່ງມີຊີວິດ, ແຫ່ງອາຫານ ົີ�ິ�ິຼຂອງສິ່ງມີຊີວິດແມ່ນໄດ້ມາຈາກໃສ ແລະ ທີ່ຢູ່ອາໄສຂອງສັດແຕ່ລະຊະນິດມີຄວາມແຕກຕ່າງກັນຄືແນວໃດ?ຂັ້ນກິດຈະກໍາການຮຽນ (20 ນາທີ) 2. ສັງເກດຮູບພາບ ແລະ ສົນທະນາ1) ໃຫ້ນັກຮຽນສັງເກດຮູບພາບໃນປຶ້ມແບບຮຽນ ປ. 2 ບົດທີ 4 ຫົວຂ�້ທີ 1 ແລ້ວໃຫ້ນັກຮຽນສົນທະນາຕາມຄາຖາມ: �ສັດຕ້ອງການກິນຫຍັງ ເພື່ອການຢູ່ລອດ?2) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ ເພື່ອສົນທະນາ.- ຮູບຄົນຢູ່ໃນປື້ມແບບຮຽນ ພວກເຂົາກ�າລັງເຮັດຫຍັງ? - ຄວາຍຢູ່ໃນຮູບນັ້ນແມ່ນກ�າລັງເຮັດຫຍັງ?3) ຄູ ແລະ ນັກຮຽນສົນທະນາກ່ຽວກັບສັດແຕ່ລະຊະນິດຕ້ອງການກິນຫຍັງ ເພື່ອການຢູ່ລອດ. 4) ຄູໃຫ້ນັກຮຽນຄິດກ່ຽວກັບອາຫານ ມີສິ່ງໃດແດ່ທີ່ສັດຕ້ອງການກິນ ເພືີ່ອການຢູ່ລອດ (ນ�້າ, ອາກາດ, ອາຫານ ແລະ ທີ່ຢູ່ອາໄສທີ່ມີຄວາມປອດໄພ).- ສັດເຫຼົ່ານີ້ຕ້ອງການອາຫານຄືືກັນໝົດບ່?�5) ໃຫ້ນັກຮຽນສົນທະນາກັນຕາມຮູບພາບໃນປຶ້ມແບບຮຽນຫົວຂ້ທີ 2.�6) ຄູຖາມນັກຮຽນວ່າ:- ພວກນ້ອງເຫັນຮູບສັດຫຍັງແດ່? - ສັດເຫຼົ່ານັ້ນກິນຫຍັງເປັນອາຫານ?- ນົກກິນຫຍັງເປັນອາຫານ? ປາກິນຫຍັງ? ແລະ ສັດອື່ນໆ7) ຄູສືບຕ່ຖາມໄປເລື້ອຍໆຈົນຄົບຕາມຮູບໃນຫົວຂ�້ທີ 2 ວ່າສັດເຫຼົ່ານັ້ນກິນຫຍັງເປັນອາຫານ?�8) ຄູຖາມເຈາະຈີ້ມອີກວ່າ:ການວັດ ແລະ ປະເມີນຜົນ- ຄວາມສາມາດຂອງນັກຮຽນ ໃນການຕອບຄາຖາມ ແລະ ເຫດ �ຜົນ.- ເຂົ້າໃຈວ່າສັດແຕ່ລະຊະນິດ ກິນອາຫານທີ່ແຕກຕ່າງກັນ. ໒໙
30- ສັດຕ້ອງກິນຫຍັງແດ່ ເພື່ອເຮັດໃຫ້ຮ່າງກາຍມີການເຕີບໃຫຍ່? ແຂງແຮງ?- ສັດແຕ່ລະຊະນິດກິນອາຫານຄືກັນ ແລະ ແຕກຕ່າງກັນແນວໃດ? ສັດຫຍັງກິນຊີ້ນ? (ເສິືອກິນຫຍັງ ຫຼື ໝາ ແລະ ແມວກິນຫຍັງ)- ສັດຊະນິດໃດກິນຫຍ້າ? (ຄວາຍ ຫຼື ຊ້າງ)- ສັດຊະນິດໃດກິນທັງພືດ ແລະ ຊີ້ນ? (ນົກ, ໝູ, ໄກ່) - ອາຫານຂອງສັດໄດ້ມາຈາກໃສ? (ອາຫານໄດ້ມາຈາກສິ່ງແວດລ້ອມ ເຊັ່ນ: ປາ, ໄກ່, ຄວາຍ, ລີງ).9) ຄູສົ່ງເສີມການຕອບຄ�າຖາມຂອງນັກຮຽນ ເພື່ອແລກປ່ຽນຄວາມຄິດເຫັນນາກັນພາຍໃນກຸ່ມ. �10) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບພ້ອມທັງແນະນາໃຫ້ນັກຮຽນບັນທຶກໃສ່ປຶ້ມຂອງເຂົາເຈົ້າ. �- ສິິ່ງມີຊີວິດຕ້ອງການອາຫານ, ນ�້າ, ອາກາດ, ທີ່ຢູ່ອາໄສ ແລະ ສິ່ງແວດລ້ອມທີ່ດີ ເພື່ອດ�າລົງຊີວິດທີ່ປອດໄພ ແລະ ເຕີບໃຫຍ່.- ສັດແຕ່ລະຊະນິດກິນອາຫານທີ່ແຕກຕ່າງກັນ. ສັດບາງຊະນິດກິນພືດ, ສັດບາງຊະນິດກິນຊີ້ນ ແລະ ສັດ ບາງຊະນິດກິນໄດ້ທັງພືດ ແລະ ຊີ້ນ. ສໍາລັບນັກຮຽນຊົນເຜົ່າ: ຄູອະທິບາຍຄ�າສັບ (ອາຫານ, ນາ, ອາກາດ, ທ່ຢ່ອາໄສ, ສ່ງແວດລ້ອມ) ໃຫ້ນັກຮຽນເຂ້າໃຈ ແລະ � ້ີູິົເວົ້າຄືນຫຼາຍໆເທື່ອ.ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)3. ຫຼິ້ນເກມ1) ຄູກະກຽມບັດຮູບ: ສັດຊະນິດຕ່າງໆຈ�ານວນ 10 ຮູບ ແລະ ອາຫານຂອງສັດເຫຼົ່ານັ້ນ (ຖ້າມີ); ຖ້າບ�່ມີຮູບຄູອາດຈະໝູນໃຊ້ໃຫ້ນັກຮຽນເອງເປັນສັດຊະນິດໃດໜຶ່ງ ໂດຍບ�່ໃຫ້ຊ�້າກັນ.2) ໃຫ້ນັກຮຽນເຮັດວຽກເປັນກຸ່ມນ້ອຍ ແລະ ຫຼິ້ນເກມການຈັບຄູ່ຮູບພາບລະຫວ່າງສັດ ແລະ ອາຫານ.3) ຫຼັງຈາກພວກເຂົາເຮັດຕົວຢ່າງສ�າເລັດແລ້ວໃຫ້ນັກຮຽນຖາມໝູ່ຄູ່ຂອງພວກເຂົາອີກວ່າ ນອກຈາກສັດເຫຼົ່ານີ້ ແລ້ວພວກເຂົາຍັງຮູ້ສັດໂຕໃດອີກ ແລະ ມັນກິນຫຍັງເປັນອາຫານ.4) ຈັບຄູ່ຮູບພາບໃສ່ກັນໃນການກິນອາຫານຂອງສັດແຕ່ລະຊະນິດ.5) ຫຼັງຈາກໄດ້ຮູບສັດຄູ່ກັບອາຫານ ຫຼື ນັກຮຽນຈັບຄູ່ເປັນສັດ ແລະ ອາຫານແລ້ວ ແນະນ�າໃຫ້ນັກຮຽນເຮັດວຽກ ເປັນຄູ່. ຜູ້ໜຶ່ງຊີ້້ໃສ່ຮູບ ຫຼື ນັກຮຽນທີ່ສົມມຸດເປັນສັດນັ້ນ ແລະ ຜູ້ທີສອງບອກຊື່ ແລະ ອາຫານທີ່ສັດກິນ ເຊັ່ນ: “ຄວາຍ” ກິນຫຍ້າ. “ໄກ່” ກິນທັງພືດ ແລະ ຊີ້ນ. 6) ໃຫ້ນັກຮຽນຜັນປ່ຽນກັນຊີ້ ແລະ ປ່ຽນກັນເວົ້າ. 7) ໃນໄລຍະທີ່ນັກຮຽນພວມຫຼິ້ນເກມໃຫ້ຄູເລີ່ມປະເມີນນັກຮຽນເປັນ ລາຍບຸກຄົນໄປພ້ອມ.ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນອາສະໝັກສະຫຼຸບສິ່ງທີ່ໄດ້ຮຽນໃນ 1 ຊົ່ວໂມງ ໂດຍຫຍ�້. 2) ຄູຈົດເອົາເນື້ອໃນບົດຮຽນທີ່ສ�າຄັນໃສ່ກະດານ - ສິ່ງມີຊີວິດຕ້ອງການອາຫານ, ນ�້າ, ອາກາດ ເພື່ອການເຕີບໃຫຍ່ ແລະ ການຢູ່ລອດ.- ສິ່ງແວດລ້ອມມີຄວາມສ�າຄັນຕ່ສິ່ງມີຊີວິດ, ແຫຼ່ງອາຫານຂອງຄົນ ແລະ ສັດແມ່ນໄດ້ມາຈາກສິ່ງແວດລ້ອມ. �- ສັດແຕ່ລະຊະນິດອາໄສຢູ່ໃນສິ່ງແວດລ້ອມທີ່ແຕກຕ່າງກັນ. - ສັດບາງຊະນິດກິນແຕ່ຊີ້ນ.- ສັດບາງຊະນິດກິນຫຍ້າ ຫຼື ໝາກໄມ້.- ສັດບາງຊະນິດກິນທັງຊິີ້ນ ແລະ ຫຍ້າ.ການວັດ ແລະ ປະເມີນຜົນສັງເກດ ແລະ ຕິດຕາມແນະນາ �ຊ່ວຍເຫຼືອນັກຮຽນຜູ້ທີ່ບ່ເຂົ້າໃຈ.� ໓໐ ສ ວ ສສະຫງວນລິຂະສິດ
31ຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ) 1) ຢູ່ໃນຊົ່ວໂມງທີ 1 ພວກນ້ອງໄດ້ຮຽນກ່ຽວກັບສິ່ງທີ່ມີຊີວິດຕ້ອງການອາຫານ, ນ�້າ, ອາກາດ ແລະ ທີ່ຢູ່ອາໄສ ເພື່ອການເຕີບໃຫຍ່ ແລະ ສັດແຕ່ລະຊະນິດກິນອາຫານທີ່ແຕກຕ່າງກັນ.2) ໃນຊ່ວໂມງທີ 2 ນ້ເຮົາຈະໄດ້ມາຮຽນກ່ຽວກັບການຈາແນກທ່ຢ່ອາໄສຂອງສັດ. ທ່ຢ່ອາໄສແມ່ນໝາຍເຖິງ ບ່ອນທ ົີ�ີູີູີ ່ພວກມັນຢູ່. 3) ຄູຖາມນັກຮຽນວ່າ: ພວກຫຼານ ສາມາດຍົກຕົວຢ່າງກ່ຽວກັບທີ່ຢູ່ອາໄສຂອງສັດປະມານ 3-4 ໂຕໄດ້ບ�່? ຕົວຢ່າງ: ລີງອາໄສຢູ່ຕົ້ນໄມ້, ປາຢູ່ໃນນ້າ ແລະ ໝາຢູ່ເຮືອນ.�ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)4. ຈໍາແນກທີ່ຢູ່ອາໄສຂອງສັດ1) ຄູແນະນາໃຫ້ນັກຮຽນຄິດກ່ຽວທີ່ຢູ່ອາໄສຂອງມັນ ແລະ ສົນທະນາກັນພາຍໃນກຸ່ມ. �2) ຄູ ແລະ ນັກຮຽນສົນທະນາການຈາແນກທີ່ຢູ່ອາໄສຂອງສັດ, ອາຫານພວກມັນມັກກິນ, ເປັນບ່ອນທີ່ມີຄວາມ �ປອດໄພ, ບ່ອນທີ່ມີນ້�າ ແລະ ອາກາດ.3) ຄູຖາມໃຫ້ນັກຮຽນໄດ້ຄົ້ນຄິດວ່າ:- ສັດທີ່ອາໄສຢູູ່ບົກມີສັດໃດແດ່? - ສັດທີ່ອາໄສຢູ່ນ�້າມີສັດໃດແດ່? - ສັດທີ່ອາໄສຢູ່ທັງບົກ ແລະ ນ້າມີສັດໃດແດ່?�- ຖ້າປາມາອາໄສຢູ່ບົກຈະເຮັດໃຫ້ປາເປັນແນວໃດ?- ຖ້າໄກ່ມາອາໄສຢູ່ນ�້າຈະເຮັດໃຫ້ໄກ່ເປັນແນວໃດ?4) ເບິ່ງແບບຮຽນ ຫົວຂ້ທີ 3, ຄູຖາມນັກຮຽນ ແລະ ຊ່ວຍນັກຮຽນໃນການຈັບຄູ່ຮູບພາບຂອງສັດໃສ່ກັບທີ່ຢູ່ອາໄສ�ຂອງມັນ. ຕົວຢ່າງ: ສັດລ້ຽງ “ໝູ” ຕ້ອງເຮັດຄອກໃຫ້ມັນຢ່ອາໄສ (ຢ່ບົກ) ໂດຍຄູສາທິດວິທີການຈັບຄ່ ໂດຍໃຊ້ກ້ອນຫີນ 2 ູູູກ້ອນ ຢອງໃສ່ຮູບໝູ ແລະ ຄອກສັດ. 5) ນັກຮຽນຕ້ອງເອົາກ້ອນຫີນໄປວາງໃສ່ຮູບສັດ ແລະ ທີ່ຢູ່ອາໄສຂອງມັນ, ໃຫ້ນັກຮຽນປ່ຽນກັນວາງໃສ່.(ໝາຍເຫດ: ກົບສາມາດຢູ່ໄດ້ທັງບົກ ແລະ ນ�້າໄດ້). 6) ຄູຖາມນັກຮຽນ/ຕົວຢ່າງ: - ສັດທີ່ອາໄສຢູ່ບົກມີ: ງົວ, ແມວ, ໝາ, ກະຕ່າຍ, ໄກ່, ນົກ ແລະ ສັດອື່ນໆ. - ສັດຢູ່ອາໄສຢູ່ນ້າມີ: ປູ, ປາ, ກຸ້ງ, ຫອຍ, ແຂ້ ແລະ ສັດອື່ນໆ. �- ສັດທີ່ອາໄສຢູ່ທັງບົກ ແລະ ນ້າມີ: ກົບ, ຂຽດ, ເຕົ່າ ແລະ ສັດອື່ນໆ.�- ປາອາໄສຢູ່ນ�້າ ຖ້າປາມາອາໄສຢູ່ບົກ ມັນຈະເປັນແນວໃດ? (ຕາຍ).- ໄກ່ເປັນສັດທີ່ອາໄສຢູ່ບົກ ຖ້າມັນອາໄສຢູ່ນ້າມັນຈະເປັນແນວໃດ? (ຕາຍ)�- ຄູຖາມນັກຮຽນວ່າ: ນອກຈາກນີ້ເດມີສັດຊະນິດໃດແດ່? ທີ່ນັກຮຽນຮູ້ ແລະ ມັນອາໄສຢູ່ໃສ?ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)5. ຈໍາແນກອາຫານ ແລະ ທີ່ຢູ່ອາໄສຂອງສັດ1) ຄູແນະນາໃຫ້ນັກຮຽນເບິ່ງຫົວຂ້ທີ 4 ໃນປຶ້ມແບບຮຽນ ນັກຮຽນເຫັນສັດເຫຼົ່ານີ້ອາໄສຢູ່ໃສ?��2) ຄູໃຫ້ນັກຮຽນສຶກສາຕາຕະລາງໃນປຶ້ມແບບຮຽນ ຂ້ທີ 4.�3) ສັດເຫຼົ່ານີ້ແມ່ນກິນຫຍັງເປັນອາຫານ? (ຜັກ, ຫຍ້າ, ຊີ້ນ ຫຼື ກິນໄດ້ທັງສອງຄື: ຊີ້ນ ແລະ ພືດ).4) ໃຫ້ນັກຮຽນໃຊ້ກ້ອນຫີນ ຫຼື ຝາກວດນ້າໃສ່ຫ້ອງທີ່ຢູ່ອາໄສຂອງສັດທີ່ເຫັນວ່າຖືກຕ້ອງ.�ການວັດ ແລະ ປະເມີນຜົນຄູຍ່າງເລາະເບ່ງການຈັບຄ່ຂອງ ິູສັດໃສ່ກັບທີ່ຢູ່ອາໄສ. ຊຸກຍູ້ ແລະ ຊ່ວຍເຫຼືອເທົ່າທີ່ຈຳເປັນ. ໓໑
32 ໓໒5) ຄູອະທິບາຍ: ຕົວຢ່າງ ໝາອາໄສຢູ່ບ້ານ ຫຼື ຢູ່ທົ່ງນາ ຫຼື ຢູ່ປ່າ ແຕ່ບ�່ສາມາດຢູ່ໃນນ�້າໄດ້. ໝາກິນຊີ້ນ ແລະ ຜັກ.ສັດທີ່ຢູ່ອາໄສປະເພດອາຫານບ້ານ 1ທົ່ງນາ 2ນ�້າ 3ປ່າ 4ພືດ 5ຊີ້ນ 6ໝາປາເປັດມ້າແຫຼວແບ້ຂັ້ນສະຫຼຸບ (5 ນາທີ)1) ຫຼັງຈາກນັ້ນຄູຮ່ວມກັບນັກຮຽນສະຫຼຸບພ້ອມກັນ ເພື່ອໃຫ້ນັກຮຽນເຂົ້າໃຈຖືກຕ້ອງດັ່ງຕາຕະລາງຕົວຢ່າງເທິງນີ້. 2) ສັດແຕ່ລະຊະນິດແມ່ນອາໄສຢູ່ບ່ອນແຕກຕ່າງກັນ ແລະ ກິນອາຫານແຕກຕ່າງກັນ, ສັດບາງຊະນິດກິນຊີ້ນ, ກິນຫຍ້າ ແລະ ສັດບາງຊະນິດກິນທັງຊ້ີ້ນ ແລະ ຜັກ.3) ຄູຄວນອະທິບາຍໃຫ້ນັກຮຽນເຂ້າໃຈກ່ຽວກັບສັດກິນພືດ (ຜັກຕ່າງໆ, ຫຍ້າ,...) ແລະ ສັດກິນສັດ ຫື ຊ້ນ (ແມງໄມ້, ົຼິປາ, ໄກ່, ຂີ້ກະເດືອນ...).ການວັດ ແລະ ປະເມີນຜົນຄູສັງເກດ ແລະ ນ�າໃຊ້ເກນການໃຫ້ຄະແນນ ເພື່ອປະເມີນນັກຮຽນ.ສ ວ ສສະຫງວນລິຂະສິດ
33໓໓ບົດທີ 5 ການທໍາລາຍສິ່ງແວດລ້ອມເວລາ 2 ຊົ່ວໂມງI. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ອະທິບາຍສະພາບແວດລ້ອມທີ່ອຸດົມສົມບູນເປັນບ່ອນຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດ.2. ບອກການທໍາລາຍສິ່ງແວດລ້ອມຂອງຄົນທີ່ມີຜົນກະທົບຕໍ່ສັດ ແລະ ພືດ. 3. ສະເໜີວິທີການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ.II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄໍາຖາມ ແລະ ເຮັດກິດຈະກໍາໄດ້ສໍາເລັດ.2. ນໍາໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນການທໍາລາຍສິ່ງແວດລ້ອມຂອງຄົນມີຜົນກະທົບຕໍ່ພືດ ແລະ ສັດ3ບອກການທໍາລາຍສິ່ງແວດລ້ອມຂອງຄົນມີຜົນກະທົບຕໍ່ສັດ ແລະ ພືດໄດ້ 4 ຢ່າງຂຶ້ນໄປ.2ບອກການທໍາລາຍສິ່ງແວດລ້ອມຂອງຄົນມີຜົນກະທົບຕໍ່ສັດ ແລະ ພືດໄດ້ 2 -3 ຢ່າງ.1ບອກການທໍາລາຍສິ່ງແວດລ້ອມຂອງຄົນມີຜົນກະທົບຕໍ່ສັດ ແລະ ພືດໄດ້ 1 ຢ່າງ.0ບອກການທໍາລາຍສິ່ງແວດລ້ອມບໍ່ໄດ້ຈັກຢ່າງ.III. ເນື້ອໃນຕົ້ນຕໍ1. ສັດຊະນິດຕ່າງໆ ໄດ້ອາໄສຢູ່ສະພາບແວດລ້ອມທີ່ອຸດົມສົມບູນ ເປັນບ່ອນຢູ່ອາໄສ ແລະ ແຫຼ່ງອາຫານຂອງ ສິ່ງທີ່ມີຊີວິດ: ຄົນ, ສັດ ແລະ ພືດ. 2. ການທໍາລາຍສິ່ງແວດລ້ອມ ແລະ ລ່າສັດ ເຮັດໃຫ້ສັດຂາດອາຫານ ແລະ ທີ່ຢູ່ອາໄສ 3. ເຮົາຄວນປົກປັກຮັກສາສິ່ງແວດລ້ອມຄື: ບໍ່ຈູດ, ບໍ່ຕັດໄມ້ທໍາລາຍປ່າ, ບໍ່ລ່າສັດ, ປູກຕົ້ນໄມ້, ຮັກສາແຫຼ່ງນໍ້າໃຫ້ ສະອາດໂດຍບໍ່ຖິ້ມຂີ້ເຫຍື້ອລົງແຫຼ່ງນາ.ໍ ້IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ຈານ, ເຈ້ຍ, ໝາກໄມ້ 3 ປ່ຽງ, ຕົວຢ່າງ: ໝາກໂມ.3. ສາຍເຊືອກ ຫຼື ທ່ອນໄມ້ນ້ອຍ, ກ້ອນຫີນນ້ອຍ ແລະ ຝາກະຕຸກນໍ້າດີື່ມ ເພືື່ອມາເຮັດກິດຈະກໍາຢູ່ໃນຫົວຂໍ້ທີ 4.4. ຮູບພາບ ຫຼື ໂປສເຕີ ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ (ຖ້າຄູສາມາດຫາມາໄດ້).V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ໃຫ້ນັກຮຽນເບິ່ງຢູ່ປື້ມແບບຮຽນຂໍ້ທີ 1 ແລ້ວຄູຕັ້ງຄໍາຖາມ:- ນັກຮຽນເຫັນຫຍັງແດ່ໃນຮູບພາບ ໃຜເປັນຜູ້ທໍາລາຍສິ່ງແວດລ້ອມ?- ຖ້າສິ່ງແວດລ້ອມຖືກທໍາລາຍ, ສັດທີ່ຫາກິນຕາມສິ່ງແວດລ້ອມໃນທໍາມະຊາດຈະເປັນແນວໃດ?
34 ໓໔ 2) ຄູໃຫ້ນັກຮຽນຕອບ. 3) ຄູກ່າວວ່າ: ໃນຊົ່ວໂມງນີ້ເຮົາຈະໄດ້ຮຽນກ່ຽວກັບແຫຼ່ງອາຫານຂອງສັດຕາມທໍາມະຊາດ.ຂັ້ນກິດຈະກໍາການຮຽນ (20 ນາທີ)1. ສົນທະນາລວມ1) ຄູອະທິບາຍວ່າ ຕາມທໍາມະຊາດ ຫຼື ສິ່ງແວດລ້ອມທີ່ອຸດົມສົມບູນຈະເປັນແຫຼ່ງອາຫານ ແລະ ທີ່ຢູ່ອາໄສໃຫ້ແກ່ສິ່ງທີ່ມີຊີວິດທັງຫຼາຍ.2) ຄູຖາມນັກຮຽນວ່າ: ຖ້າສ່ງແວດລ້ອມຖືກປ່ຽນແປງ ຫື ຄົນທໍາລາຍ ິຼຈະມີຫຍັງເກີດຂຶ້ນ? (ສັດຂາດແຫຼ່ງອາຫານ ແລະ ຂາດທີ່ຢູ່ ອາໄສ).3) ຄູຖາມນັກຮຽນອີກຕື່ມວ່າ ພວກເຂົາຮູ້ໂຕລີງບໍ່? ມັນເປັນໂຕ ແນວໃດ?4) ສົມມຸດນັກຮຽນທຸກໆຄົນ ເປັນໂຕລີງ ຄູເອົາໝາກໄມ້ໜຶ່ງປ່ຽງ ຫຼື 1 ໜ່ວຍໃສ່ຈານ ແລ້ວວາງໄວ້ຢູ່ທາງໜ້າໂຕະ ຂອງນັກຮຽນ. ຈາກນ້ນຄູຖາມພວກເຂົາວ່າ: ລີງໂຕໃດມັກກິນໝາກໄມ້ນ້? ໃຫ້ນັກຮຽນຜ້ໜຶ່ງກິນໜຶ່ງປ່ຽງ.ັີູ5) ຄູເອົາໝາກໄມ້ໜຶ່ງປ່ຽງ ຫຼື 1 ໜ່ວຍເອົາໃສ່ຈານຕື່ມອີກ ວາງໄວ້ຢູ່ທາງໜ້າໂຕະຂອງນັກຮຽນໃນຫ້ອງຮຽນ ແລ້ວໃຫ້ ນັກຮຽນ 2 ຄົນແບ່ງກັນກິນ.- ຄູຖາມວ່າ: ໝາກໄມ້ນັ້ນພຽງພໍໝົດທຸກຄົນທີ່ຈະກິນບໍ່? - ຖ້າລີງຫຼາຍໂຕຕ້ອງການກິນໝາກໄມ້ຈະພຽງພໍບໍ່? (ບໍ່ພຽງພໍ). 6) ຄູກ່າວຕໍ່ໄປວ່າ: ນ້ີສະແດງໃຫ້ເຫັນວ່າ ຖ້າມັນບໍ່ພຽງພໍທີ່ຈະກິນ ພວກເຮົາຕ້ອງຊອກຫາຫຼາຍໜ່ວຍ.7) ຄູອະທິບາຍ: ງົວ ແລະ ຄວາຍກິນຫຍ້າຢູ່ບ່ອນໃດໜຶ່ງ ຖ້າມີຫຼາຍໂຕໄປກິນຫຍ້າຕາມໃຈມັກ ພວກມັນຈະກິນ ຫຍ້າໝົດ ແລະ ງົວບາງໂຕບໍ່ໄດ້ກິນຫຍ້າ ມັນຈະຫິວ ແລະ ຈ່ອຍ ສຸດທ້າຍກໍຈະຕາຍ.8) ຄູສາມາດແຕ້ມແຜນວາດຂັ້ນຕອນຂອງການກິນ ແລະ ຂາດອາຫານແບບງ່າຍໆໃສ່ກະດານໃຫ້ນັກຮຽນເບິ່ງ (ແຕ້ມສະເພາະຮູບພາບ ບໍ່ແມ່ນຂຽນເປັນຄໍາສັບ) ດັ່ງຕົວຢ່າງຂໍ້ມູນຢູ່ບ໋ອກລຸ່ມນີ້. ຮູບງົວ ຮູບຫຍ້າ ຮູບງົວທີ່ຕຸ້ຍງາມ ຫຼື ກິນອີ່ມໆ.ຮູບງົວ ຮູບພາບບໍ່ມີຫຍ້າ ຮູບງົວຈ່ອຍໆ ຍ້ອນບໍ່ມີຫຍ້າໃຫ້ມັນກິນ.9) ຄູອະທິບາຍ: ເສືອກິນໝູປ່າ, ໝູປ່າກິນເຂົ້າ: ເສືອ ໝູປ່າ ເຂົ້າ.- ຖ້າມີເສີືອຫຼາຍໂຕ ແຕ່ມີໝູປ່າໂຕດຽວ. ສະນັ້ນ, ເສືອຈະ ຕ້ອງໄດ້ຕໍ່ສູ້ກັນແມ່ນບໍ່? - ຖ້າຜູ້ໃດຊະນະມັນກໍຕ້ອງໄດ້ກິນໝູໂຕນັ້ນແມ່ນບໍ່? 10) ຄູເວົ້າ: ສັດປ່າແມ່ນຕ້ອງການກິນອາຫານ, ຖ້າມີເສືອຫຼາຍໂຕອາໄສຢູ່ໃນປ່າແຫ່ງນັ້ນຈະບໍ່ມີອາຫານພຽງພໍໃຫ້ພວກມັນກິນ ພວກມັນຈະເຮັດແນວໃດ? ພວກມັນຕ້ອງໄດ້ ຍາດກັນ ຫຼື ຕໍ່ສູ້ກັນແມ່ນບໍ່. ສະນັ້ນ, ທໍາມະຊາດຈິ່ຶງເປັນບ່ອນທີ່ຍືນຍົງ ແລະ ຮັກສາຄວາມສົມດູນໃຫ້ແກ່ສັດທັງຫຼາຍ. 11) ຄູອະທິບາຍຕື່ມວ່າ ພວກເຮົາຈະຮຽນ ແລະ ເຂົ້າໃຈເຖິງຄວາມສົມດູນ ຫຼື ຄວາມຍືນຢົງຂອງສັດໃນທໍາມະຊາດ.ສໍາລັບນັກຮຽນຊົນເຜົ່າ: ຄູອະທິບາຍຄໍາສັບຕໍ່ໄປນີ້ອີກ (ບ່ອນຢູ່ອາໄສ, ອາຫານ, ສິ່ງແວດລ້ອມ, ອຸດົມສົມບູນ) ເວົ້າຄືນ ຫຼາຍຄັ້ງ ເພື່ອໃຫ້ນັກຮຽນເຂົ້າໃຈຄໍາສັບ.ການວັດ ແລະ ປະເມີນຜົນສັງເກດ ແລະ ຊຸກຍູ້ໃຫ້ນັກຮຽນແລກປ່ຽນຄວາມຄິດເຫັນ.ການວັດ ແລະ ປະເມີນຜົນຄູຊຸກຍູ້ໃຫ້ນັກຮຽນຕອບ ແລະ ແລກປ່ຽນ ແນວຄວາມຄິດ.ສ ວ ສສະຫງວນລິຂະສິດ
35໓໕ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ) 1) ໃຫ້ນັກຮຽນເຮັດວຽກເປັນຄູ່, ເອົາສາຍເຊືອກຢາຍໃຫ້ນັກຮຽນ ແລ້ວໃຫ້ພວກເຂົາຊີ້ໃສ່ສັດໜຶ່ງໂຕຢູ່ໃນແບບຮຽນຂໍ້ທີ 2 ວ່າ: ສັດໂຕນັ້ນອາໄສຢູ່ໃສ?2) ຫຼັງຈາກນັ້ນ, ຄູແນະນໍາໃຫ້ນັກຮຽນເລືອກແຕ້ມຮູູບສັດໜຶ່ງໂຕທີ່ຢູ່ໃນປື້ມແບບຮຽນຂໍ້ທີ 2 ພະຍາຍາມເລືອກແຕ້ມບໍ່ໃຫ້ຊໍາ້ກັນຫຼາຍ. - ແຕ້ມຮູບສັດໂຕນັ້ນທີ່ອາໄສຢູ່ໃນສິ່ງແວດລ້ອມທີ່ອຸດົມສົມບູນ. - ແຕ້ມຮູບເສັ້ນທາງ ແລະ ມີຂ້ີເຫຍື້ອຫຼາຍໆ.- ຫຼັງຈາກນັ້ນ, ໃຫ້ນັກຮຽນຈົດກ່າຍເອົາປະໂຫຍກດັ່ງລຸ່ມນີ້ໃສ່ຮູບພາບ: • ສັດຂອງຂ້ອຍແມ່ນ (ນົກ, ປາ, ກົບ, ເສືອ, ກະປູ).• ນົກ, ປາ, ກົບ, ເສີືອ, ກະປູ ຂອງຂ້ອຍບໍ່ມັກອາໄສຢູ່ເສັ້ນທາງ ແລະ ບ່ອນມີຂີ້ເຫຍື້ອຫຼາຍ.3) ຄູ ແລະ ນັກຮຽນຮ່ວມກັນສະຫຼຸບ: ສັດຕ້ອງການແຫຼ່ງອາຫານ ແລະ ທີ່ຢູ່ອາໄສໃນສິ່ງແວດລ້ອມທີ່ອຸດົມສົມບູນ.ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນອາສະໝັກສະຫຼຸບສິ່ງທີ່ໄດ້ຮຽນໃນ 1 ຊົ່ວໂມງ ໂດຍຫຍໍ້. 2) ຫຼັງຈາກນັ້ນ ຄູຮ່ວມກັບນັກຮຽນສະຫຼຸບ ພ້ອມແນະນໍາໃຫ້ນັກຮຽນຈົດກ່າຍໃສ່ປຶ້ມຂອງເຂົາເຈົົ້າຊົ່ວໂມງທີ 2ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູສະເໜີວ່າ ຜ່ານມານັກຮຽນໄດ້ຮຽນກ່ຽວກັບອາຫານ ແລະ ທີ່ຢູ່ອາໄສຂອງສັດ, ສັດແຕ່ລະຊະນິດຕ້ອງການ ກິນອາຫານ ແລະ ທີ່ຢູ່ອາໄສທີ່ອຸດົມສົມບູນ ຈຶ່ງຈະເຮັດໃຫ້ສັດເຫຼົ່ານັ້ນສາມາດເຕີບໃຫຍ່ ແລະ ດໍາລົງຊີວິດ ຢູ່ລອດ.2) ຄູຕັ້ງຄໍາຖາມ ສົນທະນາກັບນັກຮຽນວ່າ: ຖ້າເຮົາຄົນຕັດໄມ້ ທໍາລາຍປ່າຈະເຮັດໃຫ້ສັດ ມີທີ່ຢູ່ອາໄສບໍ່? ແລະ ມີອາຫານ ກິນບໍ່?3) ຖ້າຄົນເຮົາຖິ້ມຂີ້ເຫຍື້ອລົງໃສ່ແມ່ນໍ້າ ຈະເຮັດໃຫ້ສັດທີ່ອາໄສຢູ່ນໍ້າເປັນແນວໃດ? 4) ໃນຊົ່ວໂມງນີ້ ເຮົາຈະໄດ້ຮຽນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1) ຄູແນະນໍາໃຫ້ນັກຮຽນສັງເກດຮູບພາບຢູ່ໃນປຶ້ມແບບຮຽນ ຫົວຂໍ້ທີ 3.2) ຄູຖາມນັກຮຽນວ່າ: ນັກຮຽນມີຄວາມຄິດແນວໃດກ່ຽວກັບຮູບພາບ ເຫຼົ່ານີ້? ມັນແມ່ນບ່ອນທີ່ດີພໍແລ້ວບໍ ທີ່ສັດທັງຫຼາຍ ຈະອາໄສ ຢູ່? 3) ຄູແບ່ງນັກຮຽນອອກເປັນ 5 ກຸ່ມ ແລະ ແຕ່ລະກຸ່ມຈະໄດ້ ຄໍາຖາມ 1 ຂໍ້ ເພື່ອຄົ້ນຄວ້າ ເຊັ່ນ: - ຖ້າຄົນເຮົາຕັດໄມ້ທໍາລາຍປ່າ, ຈູດປ່າ ແລະ ສ້າງທາງຈະເຮັດໃຫ້ສັດທີ່ອາໄສຢູ່ປ່າເປັນແນວໃດ?- ຖ້າຄົນເຮົາຂຸດດິນ, ຖົມໜອງ, ຖີ້ມຂີ້ເຫຍື້ອໃສ່ແມ່ນໍ້າຈະເຮັດສັດທີ່ອາໄສຢູ່ນໍ້າເປັນແນວໃດ?- ໂຮງຈັກໂຮງງານທີ່ປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າຈະເຮັດໃຫ້ສັດທີ່ອາໄສຢູ່ນໍ້າຈະເປັນແນວໃດ?- ຖ້າມີການລ່າສັດຈະເຮັດໃຫ້ສັດເປັນແນວໃດ? (ສັດຈະໜີໄປຢູ່ບ່ອນອື່ນ).4) ຄູໃຫ້ນັກຮຽນສົນທະນາຈາກນັ້ນໃຫ້ຕາງໜ້າກຸ່ມຕອບ ແລະ ຜູ້ອື່ນປະກອບຊ່ວຍ.ການວັດ ແລະ ປະເມີນຜົນຄູຕິດຕາມ, ຊ່ວຍເຫຼືອນັກຮຽນຜູ້ທີ່ຍັງບໍ່ທັນເຂົ້າໃຈ.ການວັດ ແລະ ປະເມີນຜົນຄູຊຸກຍູ້ໃຫ້ນັກຮຽນຕອບ ແລະ ແລກ ປ່ຽນແນວຄວາມຄິດ.ການວັດ ແລະ ປະເມີນຜົນຄູຊຸກຍູ້ໃຫ້ນັກຮຽນຕອບ ແລະ ແລກ ປ່ຽນແນວຄວາມຄິດ.
36 ໓໖ 5) ຄູຖາມນັກຮຽນວ່າ: - ຮູບພາບຢູ່ໃນຂໍ້ທີ 3 ແມ່ນເປັນບ່ອນທີ່ດີ ຫຼື ບໍ່ດີ ສໍາລັບສັດທີ່ຈະໄປອາໄສຢູ່? - ຜູ້ໃດເຮັດໃຫ້ເກີດບັນຫານີ້ຂຶ້ນມາ? (ຄົນເຮົາ)ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)1) ຄູແນະນໍາໃຫ້ນັກຮຽນແຕ່ລະຄົນສັງເກດຮູບພາບຢູ່ໃນປຶ້ມແບບຮຽນ ຂໍ້ທີ 4 .2) ຄູຢາຍກ້ອນຫີນ ແລະ ຝາກະຕຸກນໍ້າດື່ມໃຫ້ນັກຮຽນເຮັດກິດຈະກໍາ ເຊັ່ນ: ໃຊ້ກ້ອນຫີນ ວາງໃສ່ຮູບທີ່ສະແດງເຖິງ ສິ່ງແວດລ້ອມທີ່ອຸດົມສົມບູນ ແລະ ໃຊ້ຝາກະຕຸກນໍ້າດື່ມວາງໃສ່ຮູບພາບທີ່ແມ່ນການທໍາລາຍສິ່ງແວດລ້ອມ.3) ໃຫ້ນັກຮຽນແຕ່ລະຄົນເຮັດກິດຈະກໍາຢ່ໃນຕາຕະລາງ ເຊ່ນ: ຮູບພາບທ່ສະແດງເຖິງສ່ງແວດລ້ອມທ່ອຸດົມສົມບູນ ູັີິີແລະ ຮູບພາບທີ່ສະແດງເຖິງສິ່ງແວດລ້ອມຖືກທໍາລາຍ.ຮູບພາບຮູບທີ່ສະແດງເຖິງສິ່ງແວດລ້ອມທີ່ອຸດົມສົມບູນຮູບທີ່ສະແດງເຖິງ ສິ່ງແວດລ້ອມຖືກທຳລາຍ ປ່າໄມ້P ຕັດໄມ້P ເກັບໝາກໄມ້P ໄຟໄໝ້ປ່າP ປູກຕົ້ນໄມ້P ຖິ້ມຂີ້ເຫຍື້ອໃສ່ນ້ຳP4) ໃນຂະນະນັກຮຽນກໍາລັງເຮັດກິດຈະກໍາຢ່, ຄູຕ້ອງຍ່າງສັງເກດ,ູກວດ ແລະ ສົນທະນາ, ຄ້ນຄວ້າຄໍາຕອບຂອງນັກຮຽນແຕ ົ່ລະຄົນໄປພ້ອມ ໂດຍໃຊ້ເກນການໃຫ້ຄະແນນ.5) ຄູໃຫ້ນັກຮຽນເຮັດວຽກເປັນກຸ່ມນ້ອຍ ແລ້ວໃຫ້ພວກເຂົາຄິດ ເອົາ 3 ວິທີກ່ຽວກັບການປົກປັກຮັກສາສ່ິງແວດລ້້ອມ, ແລກ ປ່ຽນກັບໝູ່ຂອງພວກເຂົາຢູ່ໃນຫ້້ອງ ແລະ ພ້ອມກັນສົນທະນາອີກວ່າ ວິທີໃດທີີ່ພວກເຂົາສາມາດເຮັດໄດ້ ແລະ ວິທີໃດແມ່ນດີທີ່ສຸດ.ການວັດ ແລະ ປະເມີນຜົນປະເມີນນັກຮຽນໂດຍນໍາໃຊ້ເກນການ ໃຫ້ຄະແນນ.ສ ວ ສສະຫງວນລິຂະສິດ
37ຂັ້ນສະຫຼຸບ (5 ນາທີ)1) ພວກເຮົາທຸກຄົນຄວນ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ. ເພື່ອໃຫ້ຄົນ ແລະ ສັດຈະໄດ້ມີແຫຼ່ງອາຫານ ແລະ ທ່ຢ່ອາໄສ ໃນການດໍາລົງຊີວິດຢ່ລອດ ຄື: ຊ່ວຍກັນຮັກສາແຫ່ງນ້າ, ຮັກສາປ່າໄມ້, ປູກຕ້ນໄມ້, ບ່ຕັດໄມ້ທໍາລາຍປ່າ ີູູຼໍົໍແລະ ບໍ່ລ່າສັດທີ່ເພິ່ນຫວງຫ້າມເດັດຂາດ.2) ນັກຮຽນໝົດຫ້ອງສະແດງຄວາມຄິດເຫັນ ແລະ ຕົກລົງເອົາ 3 ວິທີການປົກປັກຮັກສາສິ່ງແວດລ້ອມ ເພື່ອນໍາໄປປະຕິບັດໃຫ້ສິ່ງແວດລ້ອມດີຂຶ້ນ. 3) ຄູຂຽນວິທີການຕ່າງໆໃສ່ເຈ້ຍໜຶ່ງໃບ ແລ້ວເອົາຕິດໃສ່ຝາຫ້ອງຮຽນ ເພ່ອໃຫ້ນັກຮຽນເຫັນ ແລະ ປະຕິບັດຮ່ວມກັນ ືໃນການປົກປັກຮັກສາສ່ງແວດລ້ອມ.ິ ໓໗
38 ໓໘ບົດທີ 6 ການພົວພັນລະຫວ່າງສິ່ງມີຊີວິດເວລາ 2 ຊົ່ວໂມງI. ຈຸດປະສົງເມື່ອຮອດທ້າຍບົດຮຽນ ນັກຮຽນຈະສາມາດ: 1. ບອກການພົວພັນລະຫວ່າງສິ່ງມີຊີວິດ, ການກິນອາຫານ, ທີ່ຢູ່ອາໄສ ແລະ ການຢູ່ຮ່ວມກັນ.2. ຄາດເດົາກ່ຽວກັບສິ່ງທີ່ເກີດຂຶ້ນລະຫວ່າງສິ່ງມີຊີວິດຕ່າງໆ. II. ການວັດ ແລະ ປະເມີນຜົນ1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄໍາຖາມ ແລະ ເຮັດກິດຈະກໍາໄດ້ສໍາເລັດ.2. ນໍາໃຊ້ເກນໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ. ຄະແນນການພົວພັນລະຫວ່າງສິ່ງມີຊີວິດ.3ບອກການພົວພັນລະຫວ່າງສິ່ງມີຊີວິດໄດ້ 4 ຕົວຢ່າງ.2ບອກການພົວພັນລະຫວ່າງສິ່ງມີຊີວິດໄດ້ 2-3 ຕົວຢ່າງ.1ບອກການພົວພັນລະຫວ່າງສິ່ງມີຊີວິດໄດ້ 1 ຕົວຢ່າງ.0ບອກການພົວພັນລະຫວ່າງສິ່ງມີຊີວິດບໍ່ໄດ້ຈັກຢ່າງ.III. ເນື້ອໃນຕົ້ນຕໍ1. ສິ່ງມີຊີວິດທັງໝົດມີການພົວພັນເຊິ່ງກັນ ແລະ ກັນ ທາງດ້ານອາຫານ, ທີ່ຢູ່ອາໄສ ແລະ ການຢູ່ຮ່ວມກັນ.2. ການພົວພັນກໍເປັນລັກສະນະພື້ນຖານທາງດ້ານອາຫານ ເຊັ່ນ: ສັດໜຶ່ງກິນສັດອື່ນ (ງູກິນຂຽດ) ຫຼື ສັດໜຶ່ງເປັນ ອາຫານໃຫ້ສັດອື່ນ ຫຼື ພືດ (ເປັດກິນຜັກ, ຍຸງດູດກິນເລືອດຄົນ, ຄວາຍກິນຫຍ້າ). 3. ການພົວພັນແບບອື່ນ ເຊັ່ນ: ແມງໄມ້ເປັນຕົວຊ່ວຍປະສົມເກສອນດອກໄມ້ (ເຜິ້ງດູດເອົານໍ້າຫວານ ແລະ ເຮັດເປັນ ນໍ້າເຜິ້ງ, ແຕ່ກໍຍັງເປັນການຊ່ວຍໃຫ້ດອກໄມ້ກາຍເປັນແກ່ນ ແລະ ເປັນພືດຕົ້ນໃໝ່ໄດ້). 4. ສິ່ງມີຊີວິດມີການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມ ເພື່ອຄວາມຢູ່ລອດປອດໄພ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ.2. ຮູບພາບການພົວພັນຂອງສິ່ງມີຊີວິດ (ຖ້າມີ).V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູຖາມນັກຮຽນວ່າ ສິ່ງມີຊີວິດແມ່ນຫຍັງ? 2) ໃຫ້ນັກຮຽນອາສາສະໝັກ 3-4 ຕອບ (ພືດ ແລະ ສັດ, ລວມທັງຄົນ).3) ຄູເວົ້າວ່າ: ໃນຊ່ວໂມງນ້ ພວກເຮົາຈະຮຽນກ່ຽວກັບສ່ງມີຊີວິດ ແລະ ການພົວພັນຂອງສ່ງມີຊີວິດ.ົີິິສ ວ ສສະຫງວນລິຂະສິດ
39ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)1. ສໍາຫຼວດ1) ຄູແນະນໍາໃຫ້ນັກຮຽນອອກໄປນອກຫ້ອງຮຽນ ເພື່ອຊອກຫາຕົວຢ່າງຂອງສັດ ແລະ ພືດທີ່ມີການພົວພັນກັນ. 2) ຄູໃຫ້ນັກຮຽນສັງເກດຫົວຂໍ້ທີ 1 ໃນປຶ້ມແບບຮຽນ. - ເກີດຫຍັງຂຶ້ນຢູ່ໃນຮູບທໍາອິດ?- ເຜິ້ງຕ້ອງການດອກໄມ້ບໍ່? ຍ້ອນຫຍັງ?- ເກີດຫຍັງຂຶ້ນໃນຮູບທີ 2? - ຍຸງຕ້ອງການຄົນບໍ່? ຍ້ອນຫຍັງ?3) ຄູສະໜັບສະໜູນໃຫ້ນັກຮຽນເວົ້າກ່ຽວກັບວ່າ ເປັນຫຍັງພວກເຂົາຈຶ່ງຄິດວ່າ ເຜິ້ງ ແລະ ຍຸງຕ້ອງການສິ່ງນັ້ນ?4) ແນະນໍາໃຫ້ນັກຮຽນສັງເກດ ຫົວຂໍ້ທີ 2 ສັດ, ຄົນ, ພືດເຫຼົ່ານີ້ແມ່ນຕ້ອງການກິນຫຍັງ ເພື່ອຄວາມຢູ່ລອດ? ສິ່ງໃດຕ້ອງການເຊິ່ງກັນ ແລະ ກັນ?- ໃຫ້ນັກຮຽນບອກຊ່ຮູບແຕ່ລະຮູບ ເພ່ອໃຫ້ເຂົາເຈົ້າຄ້ນເຄີຍກັບຄໍາສັບ (ໂດຍສະເພາະແມ່ນຫ້ອງທ່ມີນັກຮຽນ ືືຸີຊົນເຜົ່າ). - ໃຫ້ນັກຮຽນເຮັດກິດຈະກໍາເປັນຄູ່ ໂດຍຊີ້ໄປໃສ່ຮູບທັງໝົດທີ່ມັນຕ້ອງການ ເພື່ອຄວາມຢູ່ລອດ. - ຫັງຈາກນ້ນ ເຮັດແບບດຽວກັນຈົນກວ່າຈະຄົບທຸກຮູບ, ຊອກຫາການພົວພັນຂອງສັດເຫ່ານ້ນທ່ນັກຮຽນສາມາດ ຼັຼ ົັີເຮັດໄດ້ ແລະ ໃຫ້ນັກຮຽນພະຍາຍາມອະທິບາຍວ່າ ເປັນຫຍັງ ສັດໂຕໜຶ່ງຈຶ່ງຕ້ອງການຫຼາຍຢ່າງ. 5) ຄູບອກນັກນຽນຮູ້ວ່າພວກເຂົາຈະໄດ້ອອກໄປເດີ່ນໂຮງຮຽນ ຈາກນັ້ນຄູອະທິບາຍກ່ຽວກັບພຶດຕິກໍາທີ່ປອດໄພ ເວລາຢູ່ນອກຫ້ອງຮຽນ. - ພວກເຮົາຢາກເບິ່ງບໍ່ວ່າ ສັດ ແລະ ແມງໄມ້ກໍາລັງເຮັດຫຍັງຢູ່ນອກຫ້ອງຮຽນຂອງພວກເຮົາ? ໃຫ້ນັກຮຽນ ຊອກຫາສັດ, ແມງໄມ້ ແລະ ພືດ ທີ່ມີການພົວພັນເຊິ່ງກັນ ແລະ ກັນ. - ໃຫ້ນັກຮຽນ 1-2 ຄົນ ທວນຄືນສິ່ງທີ່ພວກເຂົາຕ້ອງຊອກຫາ. - ເລ່ມນໍາພານັກຮຽນອອກໄປທາງນອກ ແລະ ໃຫ້ພວກເຂົາຊອກຫາ ຕົວຢ່າງ ສັດ ແລະ ແມງໄມ້ທ່ມີການພົວພັນ ີີເຊ່ງກັນ ແລະ ກັນ (ເຕ້າໂຮມນັກຮຽນທັງໝົດ ເພ່ອໄປເບ່ງຕົວຢ່າງທ່ດີ ທ່ນັກຮຽນຊອກເຫັນ; ພະຍາຍາມຊອກຫາ ິົືິີີຕົວຢ່າງຂອງເຜິ້ງ/ແມງໄມ້ ທີ່ຕອມດອກໄມ້).- ຫຼັງຈາກທີ່ນັກຮຽນຊອກຕົວຢ່າງເຫັນ ແລະ ໃຫ້ທຸກຄົນເບິ່ງແລ້ວ, ໃຫ້ພານັກຮຽນກັບເຂົ້າຫ້ອງ ພາຍຫຼັງ 5-8 ນາທີ.6) ນັກຮຽນແລກປ່ຽນສິ່ງທີ່ພວກເຂົາເຫັນສັດ ຫຼື ແມງໄມ້ຊະນິດໃດພົວພັນກັບສັດ/ແມງໄມ້/ພືດອື່ນ? 7) ຄູອະທິບາຍການພົວພັນທີ່ສໍາຄັນອັນໜຶ່ງແມ່ນເຜິ້ງ ແລະ ດອກໄມ້. ໃຜເຄີຍເຫັນແດ່? ພວກເຮົາຮູ້ບໍ່ວ່າເປັນຫຍັງ ພວກມັນຈຶ່ງເຮັດແນວນັ້ນ? ດ້ວຍເຫດຜົນ 2 ຂໍ້ດັ່ງລຸ່ມນີ້:- ເພື່ອເກັບລະອອງເກສອນກັບເຂົ້າໄປໃນຮັງ ແລະ ເຮັດເປັນນໍ້າເຜິ້ງ. - ເພາະວ່າ ເວລາເຜິ້ງບິນໄປຈັບດອກໄມ້ຕ່າງໆ, ພວກມັນຈະເອົາລະອອງເກສອນໄປນໍາ ແລ້ວໄປປະສົມພັນ ພາຍໃນດອກໄມ້ນັ້ນ ເຊິ່ງຈະຊ່ວຍໃຫ້ເກີດເປັນ ແກ່ນ ທີ່ສາມາດເກີດເປັນພືດໃໝ່ໄດ້. 8) ຕົວຢ່າງອື່ນຂອງສັດ ແລະ ພືດ ທີ່ມີການພົວພັນເຊິ່ງກັນ ແລະ ກັນ ມີ: - ຍຸງ ແລະ ຄົນ ມີການພົວພັນກັນແນວໃດ?- ຄວາຍ ແລະ ຫຍ້າ ມີການພົວພັນກັນແນວໃດ? - ນັກຮຽນສາມາດຄິດຫາຕົວຢ່າງຕື່ມອີກບໍ່?9) ຄູຮ່ວມກັບນັກຮຽນສະຫຼຸບ: ສັດຕ່າງໆ ຕ້ອງການສັດອື່ນ ຫຼື ພືດ ເພື່ອດໍາລົງຊີວິດ, ພວກເຂົາບໍ່ສາມາດຢູ່ໄດ້ດ້ວຍ ໂຕເອງ ຖ້າວ່າພວກເຮົາບໍ່ກິນສັດ ຫຼື ພືດ ພວກເຮົາອາດຈະຕາຍໄດ້. ໓໙
40ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)2. ນັກຮຽນແຕ້ມຮູບການພົວພັນກັນຂອງສັດ ແລະ ພືດ1) ນັກຮຽນກ່າຍຫົວຂໍ້ຢູ່ເທິງກະດານໃສ່ປຶ້ມຂຽນ: ສັດຕ້ອງການເຊິ່ງກັນ ແລະ ກັນ ເພື່ອຢູ່ລອດ, ແລ້ວແຕ້ມຮູບທີ່ມີ ສິ່ງມີຊີວິດ 2 ຢ່າງ ພົວພັນກັນ ເຊັ່ນ: ຍຸງ ແລະ ຄົນ, ເຜິ້ງ ແລະ ດອກໄມ້, ຄວາຍ ແລະ ຫຍ້າ ຫຼື ຕົວຢ່າງອື່ນຕາມໃຈ ຫຼື ຕາມທີ່ ນັກຮຽນໄດ້ໄປສໍາຫຼວດນອກຫ້ອງຮຽນມາ (ຖ້ານັກຮຽນສາມາດ ແຕ້ມຕົວຢ່າງໃສ່ເຈ້ຍແຕ່ລະແຜ່ນ ເພື່ອເອົາເປັນຜົນງານ ຖ້າຮູບໃດງາມແມ່ນໃຫ້ເອົາໄປຕິດຢູ່ຕາມຝາຫ້ອງຮຽນ).ຂັ້ນສະຫຼຸບ (5 ນາທີ)1) ຄູໃຫ້ນັກຮຽນສະແດງຮູບພາບຂອງຕົນເອງ ເພື່ອອະທິບາຍສິ່ງທີ່ພວກ ເຂົາໄດ້ຮຽນ (ສັດ ແລະ ພືດຕ່າງໆ ຕ້ອງການ ເຊງກນ ແລະ ກນ ິ ່ັັເພື່ອການດໍາລົງຊີວິດ). 2) ຄູ ແລະ ນັກຮຽນສະຫຸບພ້ອມກັນ. ສ່ງມີຊີວິດມີ: ຄົນ, ສັດ ແລະ ພືດ. ຼິ- ສ່ງມີຊີວິດລ້ວນແລ້ວມີການພົວພັນເຊ່ງກັນ ແລະ ກັນທາງດ້ານ ິິອາຫານ, ທ່ຢ່ອໄສ ເພ່ອຄວາມຢລອດ. ີູືູ ່ຊົ່ວໂມງທີ 2 ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ໃນໄລຍະຊົ່ວໂມງທໍາອິດ, ນັກຮຽນໄດ້ຮຽນກ່ຽວກັບ ສິ່ງມີຊີວິດຕ້ອງການພົວພັນເຊິ່ງກັນ ແລະ ກັນແນວໃດ. 2) ນັກຮຽນຍົກຕົວຢ່າງ ເພື່ອທວນຄືນໃຫ້ໝູ່ຟັງ. 3) ໃນໄລຍະຊົ່ວໂມງທີ 2, ພວກເຮົາຈະຮຽນກ່ຽວກັບພຶດຕິກໍາຂອງສັດ ເປັນຫຍັງສັດຈຶ່ງເປັນແນວນັ້ນ ເພາະວ່າ ພວກມັນສາມາດອາໄສຢູ່ໄດ້ດີກວ່າສັດອື່ນ. 4) ຖາມນັກຮຽນ:- ຖ້າວ່າມີເສືອໂຕໜຶ່ງຍ່າງເຂົ້າມາໃນຫ້ອງຮຽນ, ພວກນ້ອງຈະເຮັດແນວໃດ? (ແລ່ນ ຫຼື ລີ້)- ຖ້າວ່າພວກເຈົ້າຈະແລ່ນ ພວກເຈົ້າຕ້ອງການຫຍັງ? (ຂາທີ່ຍາວ)- ຖ້າວ່າພວກເຈົ້າຂາສັ້ນ, ເສືອສາມາດຈັບພວກເຈົ້າໄດ້ບໍ່? - ຖ້າວ່າພວກເຈົ້າຕ້ອງການໄປລີ້ ພວກເຈົ້າຈະຕ້ອງເປັນແນວໃດ? - ເຈົ້າຄວນຈະມີໂຕໃຫຍ່ ຫຼື ນ້ອຍ? - ເສືອກິນໝີບໍ່? ເປັນຫຍັງຈຶ່ງບໍ່? (ໃຫຍ່ໂພດ)- ເສືອກິນໜູບໍ່? ເປັນຫຍັງຈຶ່ງບໍ່? (ນ້ອຍໂພດ)- ເຈົ້າຄວນຈະຢູ່ກາງແຈ້ງບໍ່ ເພື່ອທີ່ຈະເຫັນໄດ້ງ່າຍ? ຫຼື ວ່າປ່ຽນສີດໍາກວ່າ ຫຼື ວ່າທໍາມະດາຈະເຫັນສີໄດ້ຍາກ.ຂັ້ນຈັດກິດຈະກໍາການຮຽນ (20 ນາທີ)3. ສຶກສາຮູບພາບ1) ຄູໃຫ້ນັກຮຽນສັງເກດຮູບພາບຫົວຂໍ້ທີ 3 ໃນປຶ້ມແບບຮຽນ ເພື່ອກະຕຸ້ນໃຫ້ນັກຮຽນຄົ້ນຄິດ. - ເປັນຫຍັງກວາງຈຶ່ງມີຂາຍາວ? - ເປັນຫຍັງເສືອຈຶ່ງມີຂາຍາວ? (ເພື່ອພວກມັນສາມາດແລ່ນໄດ້ໄວ).- ເປັນຫຍັງຕັກແຕນຈຶ່ງເປັນສີຂຽວຄືໃບໄມ້? (ເພື່ອສາມາດລີ້).ການວັດ ແລະ ປະເມີນຜົນຄູລົມນໍານັກຮຽນແຕ່ລະຄົນ ແລະ ສັງເກດເບິ່ງວ່າ ນັກຮຽນເຂ້າໃຈການເພ່ງພາອາໄສຂອງົິສັດບໍ່. ຄູສາມາດປະເມີນເກນ ການໃຫ້ຄະແນນນັກຮຽນ.ການວັດ ແລະ ປະເມີນຜົນຄູລົມນໍານັກຮຽນແຕ່ລະຄົນ ແລະ ສັງເກດເບິ່ງວ່າ ນັກຮຽນເຂົ້າໃຈ ການພົວພັນຂອງສັດບໍ່. ໔໐ສ ວ ສສະຫງວນລິຂະສິດ
41- ນັກຮຽນສາມາດຄິດຫາຕົວຢ່າງອື່ນອີກກ່ຽວກັບສັດ ແລະ ເປັນຫຍັງສັດຈຶ່ງເປັນແນວນັ້ນ? 2) ຄູໃຫ້ນັກຮຽນສັງເກດຮູບພາບໃນຫົວຂໍ້ທີ 3 ປຶ້ມແບບຮຽນໃນໜ້າຖັດໄປ.- ເປັນຫຍັງໂຕໝີຈຶ່ງໃຫຍ່ ແລະ ແຂງແຮງ (ເພື່ອທີ່ຈະເອົາຊະນະສັດອື່ນໄດ້).- ເປັນຫຍັງຍຸງຈ່ງໂຕນ້ອຍ ແລະ ເບົາ? (ເມ່ອເວລາມັນໄປຈັບຄົນ ຫື ສັດ ເຮັດໃຫ້ບ່ສາມາດຮູ້ສຶກເຖິງມັນໄດ້).ຶືຼໍຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (15 ນາທີ)4. ແຕ້ມຮູບສິ່ງທີ່ບໍ່ແມ່ນລັກສະນະຂອງສັດຊະນິດນັ້ນ1) ຄູບອກໃຫ້ນັກຮຽນແຕ້ມຮູບສັດ ແຕ່ວ່າເທ່ອນ້ ຢາກໃຫ້ແຕ້ມຮູບສັດ ທ່ບ່ແມ່ນລັກສະນະຂອງມັນ ເຊ່ນ ຍຸງໂຕໃຫຍ ືີີໍັ່ແລະ ໜັັກ ຫຼືວ່າ ໝີໂຕນ້ອຍ ແລະ ເບົາ ຫຼື ເສືອທີ່ມີຂາສັ້ນ. 2) ຢາກໃຫ້ນັກຮຽນແຕ້ມຮູບຕະຫຼົກ ເພື່ອໃຫ້ນັກຮຽນຮູ້ສຶກວ່າ ເປັນຫຍັງມັນຈຶ່ງຕະຫຼົກ, ແຕ່ວ່າທໍາມະຊາດບໍ່ເປັນ ແນວນັ້ນ. 3) ນັກຮຽນຕ້ອງເລືອກເອົາໜຶ່ງໃນ 6 ຮູບສັດຢູ່ໃນປຶ້ມແບບຮຽນ ແລະ ແຕ້ມອີກຮູບໜຶ່ງທີ່ສະແດງໃຫ້ເຫັນວ່າ ສັດໂຕ ນັ້ນກໍາລັງເຮັດສິ່ງທີ່ສັດໂຕນັ້ນຖືກອອກແບບມາໃຫ້ເຮັດ ແຕ່ວ່າ ສັດໂຕນັ້ນຖືກອອກແບບມາຢ່າງບໍ່ເໝາະສົມ ເຊັ່ນ: ຍຸງຈັບຢູ່ແຂນຂອງຄົນຜູ້ໜຶ່ງ ແລະ ດູດເລືອດ ແຕ່ວ່າຍຸງໂຕນັ້ນໃຫຍ່ ແລະ ໜັກຫຼາຍ ຫຼື ວ່າຍຸງບໍ່ມີປີກ... ຂັ້ນສະຫຼຸບ (5 ນາທີ) 1) ຫັງຈາກນັກຮຽນແຕ້ມຮູບໄດ້ 15 ນາທີ, ໃຫ້ນັກຮຽນແຕ່ລະຄົນລຸກຂ້ນ ສະແດງຮູບພາບທ່ຕົນເອງແຕ້ມໃຫ້ໝ່ເບ່ງ ຼຶີູິແລະ ອະທິບາຍວ່າ ເກີດຫຍັງຂຶ້ນ. 2) ຖ້າວ່ານັກຮຽນບໍ່ສາມາດອະທິບາຍໄດ້, ຄູຖາມນັກຮຽນຄົນອື່ນວ່າ: ມີໃຜອີກບໍ່ທີ່ສາມາດອະທິບາຍ? (ຄູໃຫ້ ນັກຮຽນເວົ້າວ່າ: ‘ສັດທີ່ຂ້ອຍແຕ້ມແມ່ນ............ ມັນ............’) ຕົວຢ່າງ ເສືອໄລ່ໝາ ແຕ່ຂາຂອງມັນສັ້ນໂພດ ຫຼື ເຜິ້ງຢູ່ໃນດອກໄມ້ ແຕ່ມັນບໍ່ມີປີກ, ມັນຕ້ອງໄດ້ໄຕ່ຂຶ້ນຕົ້ນໄມ້.3) ຄູສະຫຼຸບວ່າ - ສັດທຸກຊະນິດ ແມ່ນອາໄສຢູ່ໃນທໍາມະຊາດ. - ກິນອາຫານແຕກຕ່າງກັນ ເຊັ່ນ: ແມວກິນໜູ, ຄົນກິນຜັກ. ໔໑
42ບົດທີ 7 ປາກ ແລະ ດັງເວລາ 2 ຊົ່ວໂມງ I. ຈຸດປະສົງເມື່ອຮອດທ້າຍບົດຮຽນ, ນັກຮຽນຈະສາມາດ: 1. ບອກອະໄວຍະວະຮັບຄວາມຮູ້ສຶກຕ່າງໆຂອງຄົນເຮົາ.2. ອະທິບາຍໜ້າທີ່, ຄວາມສ�າຄັນຂອງລີ້ນ ແລະ ດັງ.3. ບອກວິທີການຮັກສາປາກ ແລະ ດັງ.II. ການວັດ ແລະ ປະເມີນຜົນ 1. ສັງເກດ, ກວດສອບຄວາມຖືກຕ້ອງໃນເວລາຕອບຄາຖາມ ແລະ ເຮັດກິດຈະກາໄດ້ສ�າເລັດ.��2. ນ�າໃຊ້ເກນການໃຫ້ຄະແນນລຸ່ມນີ້ ເພື່ອປະເມີນນັກຮຽນ.ຄະແນນບອກວິທີການຮັກສາປາກ ແລະ ດັງ3ບອກວິທີການຮັກສາປາກ, ລີ້ນ (ຖູແຂ້ວຫຼັງກິນອາຫານ, ບ່ກິນຮ້ອນ, ບ�່ກິນຂອງຫວານ) ແລະ ການ �ຮັກສາດັງ (ໃຊ້ຜ້າປົກດັງປ້ອງກັນຂີ້ຝຸ່ນ, ບ�່ສັ່ງຂີ້ມູກແຮງ, ບ່ດົມກິ່ນເໝັນ/ຂິວ) ໄດ້ 5 ຢ່າງຂຶ້ນໄປ.�2ບອກວິທີການຮັກສາປາກ, ລີ້ນ ແລະ ການຮັກສາດັງໄດ້ 3-4 ຢ່າງຂຶ້ນໄປ.1ບອກວິທີການຮັກສາປາກ ແລະ ດັງໄດ້ 1-2 ຢ່າງ.0ບອກວິທີການຮັກສາປາກ ແລະ ດັງບ�່ໄດ້.III. ເນື້ອໃນຕົ້ນຕໍ1. ອະໄວຍະວະຮັບຄວາມຮູ້ສຶກມີ: ຫູ, ຕາ, ດັງ, ຜິວໜັງ ແລະ ລີ້ນ.2. ແຂ້ວມີໜ້າທີ່ຫຍ�້າອາຫານໃຫ້ແຫຼກກ່ອນລົງສູ່ກະເພາະອາຫານ. 3. ລີ້ນມີໜ້າທີ່ຮັບລົດຊາດ, ຊ່ວຍຍູ້ອາຫານໃຫ້ໄດ້ຮັບການຫຍ�້າຢ່າງທົ່ວເຖິງ, ຊ່ວຍໃນການເວົ້າໃຫ້ຊັດເຈນ. 4. ດັງໃຊ້ໄວ້ຫາຍໃຈເອົາອາກາດເຂົ້າສູ່ຮ່າງກາຍ ແລະ ຊ່ວຍໃຫ້ເຮົາຮັບຮູ້ກິ່ນຕ່າງໆ.5. ການຮັກສາປາກແມ່ນບ່ກິນອາຫານຮ້ອນ, ບ່ກິນຂອງຫວານ ແລະ ຖູແຂ້ວຫຼັງກິນອາຫານທຸກຄັ້ງ. ��6. ການຮັກສາດັງແມ່ນບ�່ສັ່ງຂີ້ມູກແຮງ, ໃຊ້ຜ້າປົກດັງ ເພື່ອປ້ອງກັນຂີ້ຝຸ່ນ ແລະ ກິ່ນເໝັນ.IV. ສື່ການຮຽນການສອນ1. ປຶ້ມແບບຮຽນ. 2. ບັດຮູບພາບ: ປາກ, ແຂ້ວ, ລີ້ນ, ດັງ, ການຖູແຂ້ວ.3. ວັດຖຸ/ສື່ທີ່ຫາໄດ້ໃນທ້ອງຖິ່ນ: ດອກໄມ້ຫອມ/ຂິວ, ໝາກໄມ້, ເຂົ້າໝົມທີ່ມີກິ່ນຫອມ. ໔໒ສ ວ ສສະຫງວນລິຂະສິດ
43V. ກິດຈະກໍາການຮຽນການສອນຊົ່ວໂມງທີ 1ຂັ້ນນໍາເຂົ້າສູ່ບົດຮຽນ (5 ນາທີ)1) ຄູສະເໜີວ່າ ມື້ນີ້ພວກເຮົາຈະໄດ້ຮຽນກ່ຽວກັບຊື່, ໜ້າທີ່ ແລະ ການຮັກສາອະໄວຍະວະຮູ້ສຶກຂອງຮ່າງກາຍ ເຊັ່ນ: ປາກ ແລະ ດັງ.2) ຄູຕັ້ງຄ�າຖາມວ່າ: ນັກຮຽນຮູ້ບ່ຄາວ່າອະໄວຍະວະ ແລະ ອະໄວຍະວະຮັບຄວາມຮູ້ສຶກແມ່ນໝາຍເຖິງຫຍັງ? ��(ນັກຮຽນຕອບຕາມໃຈປະມານ 2-3 ຄົນ ມັນເປັນຄາສັບທີ່ຂ້ອນຂ້າງສູງ ແຕ່ພະຍາຍາມຍົກຕົວຢ່າງ ແລະ �ຄາສັບທີ່ງ່າຍ). �3) ຄູຍົກຕົວຢ່າງງ່າຍໆ ເຊັ່ນ: - ນັກຮຽນເຫັນຄູຢືນຢ່ນ້ ແມ່ນໃຊ້ຫຍັງເບ່ງ? (ຕາ). ູີິ- ຖ້າບ່ມີຕາ ຫື ເອົາຜ້າປິດຕາທັງສອງເບ້ອງ ພວກນ້ອງຈະຮູ້ສຶກແນວໃດ? (ມືດ, ບ່ເຫັນຫຍັງ).�ຼື�- ຕາແມ່ນອະໄວຍະວະຮັບຄວາມຮູ້ສຶກບ�່? (ຕາແມ່ນອະໄວຍະວະຮັບຄວາມຮູ້ສຶກ).4) ຄູກ່າວວ່າ ພວກເຮົາເຫັນສ່ງຕ່າງໆຢ່ອ້ອມຕົວເຮົາແມ່ນໃຊ້ຕາ. ຕາແມ່ນອະໄວຍະຮັບຄວາມຮູ້ສຶກໜຶ່ງຂອງຮ່າງກາຍ.ິູນອກຈາກຕາແລ້ວ ນັກຮຽນຄິດວ່າຍັງມີອະໄວຍະວະໃດທີ່ສາມາດຮັບຄວາມຮູ້ສຶກໄດ້ ເມື່ອມີຫຍັງມາກະທົບ ໃສ່ຮ່າງກາຍເຮົາ? (ຜິວໜັງ, ຫູ, ດັງ, ລີ້ນ).5) ຄູຈົດບັນທຶກ ສິ່ງທີ່ນັກຮຽນເວົ້າໃສ່ກະດານ. 6) ຄູກ່າວວ່າ ໃນບົດນີ້ພວກນ້ອງຮຽນກ່ຽວກັບປາກ ແລະ ດັງ.ຂັ້ນຈັດກິດຈະກໍາການຮຽນ (15 ນາທີ)1. ສັງເກດ ແລະ ສົນທະນາກັນກ່ຽວກັບອະໄວຍະວະຮູ້ສຶກ1) ຄູແບ່ງກຸ່ມອອກເປັນກຸ່ມ, ກຸ່ມລະ 4-5 ຄົນ ຫຼື ຈັບຄູ່ກັນກໄດ້ ຕາມຄວາມເໝາະສົມ. �2) ໃຫ້ນັກຮຽນສັງເກດໝູ່ເພື່ອນ ຫຼື ຕົນເອງ ຫຼື ຮູບແຕ້ມໃນປຶ້ມແບບຮຽນໃນຫົວຂ້ທີ 1 (ອະໄວຍະວະຮັບຄວາມຮູ້ສຶກ) �ຖາມວ່າ: - ນັກຮຽນເຫັນຫຍັງແດ່ໃນຮ່າງກາຍຄົນ ຫຼື ເຫັນມີອະໄວຍະວະ ຫຍັງແດ່? (ຫູ, ຕາ, ດັງ, ປາກ, ລີ້ນ, ແຂ້ວ, ຜິວໜັງ ແລະ ອື່ນໆ ຕາມຄວາມເຂົ້າໃຈຂອງນັກຮຽນ).- ມີອະໄວຍະວະໃດແດ່ທີ່ຄວນປົກປິດບ່ໃຫ້ຜູ້ອື່ນເຫັນ ແລະ ຈັບ �ບາຍ? (ອະໄວຍະວະເພດຍິງ ແລະ ອະໄວຍະວະເພດຊາຍ).3) ຄູຈົດບັນທຶກສິ່ງທີ່ນັກຮຽນເວົ້າອອກມານັ້ນໃສ່ກະດານ. 4) ແນະນ�າໃຫ້ນັກຮຽນໄຈ້ແຍກ, ສົນທະນາກັນ ສະເພາະອະໄວຍະວະຮັບຄວາມຮູ້ສຶກ (ຫູ, ຕາ, ດັງ, ລີ້ນ ແລະ ຜິວໜັງ ທັງໝົດເອີ້ນວ່າ ອິນຊີທັງ 5 ຫຼື ອະໄວຍະວະຮັບຄວາມຮູ້ສຶກ).5) ຄູຮ່ວມກັບນັກຮຽນສະຫຼຸບວ່າ: ອະໄວຍະວະຂອງຮ່າງກາຍຄົນມີຫຼາຍຢ່າງ ຖ້າຈະເວົ້າສະເພາະແຕ່ອະໄວຍະຮັບ ຄວາມຮູ້ສຶກນັ້ນມີ: ຫູ, ຕາ, ດັງ, ລີ້ນ ແລະ ຜິວໜັງ.2. ຊີມລົດຊາດອາຫານ ແລະ ດົມກິ່ນ1) ຄູຖາມນັກຮຽນວ່າ: ລີ້ນເພິ່ນໃຊ້ໄວ້ເຮັດຫຍັງ? ໃຫ້ນັກຮຽນຕອບປະມານ 2-3 ຄົນ. 2) ຄູກະກຽມມາ: ໝາກໄມ້ຊະນິດໃດໜຶ່ງທ່ຫາໄດ້ໃນທ້ອງຖ່ນ ເພ່ອມາທົດສອບລົດຊາດ, ກ່ນ ໂດຍນາໃຊ້ລ້ນ ແລະ ດັງ.ີິືິ�ີ3) ຄູຈັບໝາກໄມ້ຊະນິດໃດໜຶ່ງຂຶ້ນມາ ແລ້ວຖາມນັກຮຽນວ່າ: - ໃຜເຄີຍກິນແດ່? ລົດຊາດຂອງມັນເປັນແນວໃດ? ສ້ມບ່? ຫວານບ່? ຂິວບ່? ົ���ການວັດ ແລະ ປະເມີນຜົນກວດສອບຄວາມເຂ້າໃຈຂອງ ົນກຮຽນດວຍການຖາມຄວາມ ັ້ຄິດເຫັນ ແລະ ຊ່ວຍເຫຼືອ ນັກຮຽນ ຜູ້ທີ່ຍັງບ່ເຂົ້າໃຈ.� ໔໓
44- ນັກຮຽນຮູ້ລົດຊາດຂອງມັນໃຊ້ຫຍັງສາຜັດ ຫື ຊີມ? (ລ້ນ).�ຼີ- ກິ່ນຂອງໝາກໄມ້ໜ່ວຍນີ້ເປັນແນວໃດ? ຫອມ, ຂິວ ຫຼື ບ�່ມີກິ່ນຫຍັງ? 4) ຄູແບ່ງໝາກໄມ້ໃຫ້ນັກຮຽນທົດສອບດົມກິ່ນ ແລະ ຊີມລົດຊາດຂອງໝາກໄມ້ຕົວຈິງ ຖ້າມີໜ່ວຍດຽວກ�ຜ່າ ຫຼື ແບ່ງກັນຊີມ. 5) ຄູກ່າວວ່າ ຖ້າຢາກຮູ້ລົດຊາດຂອງອາຫານ, ໝາກໄມ້ແມ່ນໃຊ້ລີ້ນສ�າຜັດ ນັ້ນສະແດງວ່າ ລີ້ນມີໜ້າທີ່ຮັບລົດຊາດ ນອກຈາກນ້ນຍັງຊ່ວຍຍ້ອາຫານໃຫ້ໄດ້ຮັບການຫຍ້າຢ່າງທ່ວເຖິງ, ຊ່ວຍໃນການເວົ້າໃຫ້ຊັດເຈນ. ດັງໃຊ້ໄວ້ຫາຍໃຈ ັູ�ົແລະ ຊ່ວຍໃຫ້ເຮົາຮັບຮູ້ກິ່ນຕ່າງໆ.6) ຄູຖາມນັກຮຽນອີກຕື່ມກ່ຽວກັບອາຫານທີ່ເຂົາເຈົ້າມັກ ແລະ ບ່ມັກມີຫຍັງແດ່? ມັກອາຫານຊະນິດດຽວກັນມີ �ຈັກຄົນ?ລຳດັບຊື່ອາຫານມັກ <ບໍ່ມັກ =123ຂັ້ນຝຶກປະຕິບັດ ແລະ ນໍາໃຊ້ (20 ນາທີ)3. ທົດສອບກິ່ນ ແລະ ລົດຊາດຂອງອາຫານຊະນິດຕ່າງໆ 1) ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມຊ່ວຍກັນຄົ້ນຫາ/ທົດສອບກິ່ນ ແລະ ລົດຊາດຂອງອາຫານ ແລະ ໝາກໄມ້ທີ່ຄູໄດ້ກະກຽມມາ ໂດຍນາໃຊ້ລີ້ນ ແລະ ດັງ ເພື່ອ�ໃຫ້ນັກຮຽນເຂົ້າໃຈແຈ້ງໃນຫົວຂ້ທີ 2 (ໜ້າທີ່ຂອງປາກ ແລະ ດັງ) �ໃນປຶ້ມແບບຮຽນ.2) ສິ່ງທີ່ຄູ ແລະ ນັກຮຽນກະກຽມມາແຕ່ບ້ານ ກ່ອນເຂົ້າຮຽນບົດທີ 7 ມີ: ດອກໄມ້ທີ່ມີກິ່ນຫອມ/ຂິວ, ເຂົ້າໝົມ, ອາຫານ, ໝາກໄມ້ ແລະ ອື່ນໆທີ່ຫາໄດ້ໃນທ້ອງຖິ່ນ. ຕາຕະລາງ: ບັນທຶກຜົນການທົດສອບກິ່ນ ແລະ ລົດຊາດລຳດັບລາຍ ການ ກິ່ນ ລົດ ຊາດ1 ໝາກກ້ວຍດິບ ຂິວ =ຝາດ2 ໝາກກ້ວຍສຸກ ຫອມ <ຫວານ3 ໝາກມ່ວງດິບ4 ໝາກແຕງໂມ5 ດອກຈາປາ�ຫອມ <Ï6 ດອກດາວເຮືອງຂິວ =Ï789ໝາຍເຫດ: ຖ້າກິນບ່ໄດ້ແມ່ນໃຊ້ເຄື່ອງໝາຍ x, ຖ້າກິ່ນຫອມແມ່ນຍົກໂປ້ຂຶ້ນ , ກິ່ນຂິວ �<= . 3) ຄູຄວນແຕ້ມຮູບປະກອບໃສ່ອີກຕື່ມ.4) ຄູໃຫ້ນັກຮຽນແຕ່ລະກຸ່ມລາຍງານຜົນການດົມກິ່ນດອກໄມ້, ຊີມລົດຊາດອາຫານ ແລະ ໝາກໄມ້ເຫຼ່ານັ້ນ. ແຕ້ມ ົການວັດ ແລະ ປະເມີນຜົນສັງເກດ ແລະ ກວດສອບຄວາມເຂ້າໃຈຂອງນກຮຽນ,ຊວຍເຫືອ, ົັ່ຼຊຸກຍູ້ນັກຮຽນຜູ້ທີ່ບ�່ເຂົ້າໃຈ. ໔໔ສ ວ ສສະຫງວນລິຂະສິດ
Search
Read the Text Version
- 1
- 2
- 3
- 4
- 5
- 6
- 7
- 8
- 9
- 10
- 11
- 12
- 13
- 14
- 15
- 16
- 17
- 18
- 19
- 20
- 21
- 22
- 23
- 24
- 25
- 26
- 27
- 28
- 29
- 30
- 31
- 32
- 33
- 34
- 35
- 36
- 37
- 38
- 39
- 40
- 41
- 42
- 43
- 44
- 45
- 46
- 47
- 48
- 49
- 50
- 51
- 52
- 53
- 54
- 55
- 56
- 57
- 58
- 59
- 60
- 61
- 62
- 63
- 64
- 65
- 66
- 67
- 68
- 69
- 70
- 71
- 72
- 73
- 74
- 75
- 76
- 77
- 78
- 79
- 80
- 81
- 82
- 83
- 84
- 85
- 86
- 87
- 88
- 89
- 90
- 91
- 92
- 93
- 94
- 95
- 96
- 97
- 98
- 99
- 100
- 101
- 102
- 103
- 104
- 105
- 106
- 107
- 108
- 109
- 110
- 111
- 112
- 113
- 114
- 115
- 116
- 117
- 118
- 119
- 120
- 121
- 122
- 123
- 124
- 125
- 126
- 127
- 128
- 129
- 130
- 131
- 132
- 133
- 134
- 135
- 136
- 137
- 138
- 139
- 140
- 141
- 142
- 143
- 144
- 145
- 146
- 147
- 148
- 149
- 150
- 151
- 152
- 153
- 154
- 155
- 156
- 157
- 158
- 159
- 160
- 161
- 162
- 163
- 164
- 165
- 166
- 167
- 168
- 169