Important Announcement
PubHTML5 Scheduled Server Maintenance on (GMT) Sunday, June 26th, 2:00 am - 8:00 am.
PubHTML5 site will be inoperative during the times indicated!

Home Explore 40 ແຫ່ງການພັດທະນາການສິກສາ ແລະ ກິລາ ລາວ

40 ແຫ່ງການພັດທະນາການສິກສາ ແລະ ກິລາ ລາວ

Published by ສວສ (RIES), 2020-08-27 20:12:43

Description: 40 ແຫ່ງການພັດທະນາການສິກສາ ແລະ ກິລາ ລາວ
(1975 - 2015)

Search

Read the Text Version

25. ວຽກງານຂອງຫອ້ ງການເລຂາທກິ ານຄະນະກາໍ ມາທິການກິລາໂອແລມ ປິກແຫງ່ ຊາດ ໂດຍ: ສຸດຖະໜອມ ອນິ ທະວົງ 25.1 ສະພາບຄວາມເປນັ ມາ ຄະນະກໍາມະການໂອແລມປກິ ແຫງ່ ຊາດລາວ (ຄອລ) ແມນ່ ອົງການຈັດຕັ້ງສງັ ຄມົ ກຽ່ ວກັບກິລາ-ກາຍະກໍາ ເປັນຕົວແທນໃຫ້ແກ່ ສປປ ລາວ ໃນການເຂົ້າຮ່ວມຂະບວນການ ເຄອື່ ນໄຫວກິລາໂອແລມປິກ ທີໄ່ ດຖ້ ືກຮັບຮອງໂດຍ ຄະນະກໍາມະການໂອແລມປິກສາກົນ (ຄອສ) ທ່ນີ ະຄອນໂລຊານ, ປະເທດສະວດິ ເຊີແລນ. ຄອລ ຄຸ້ມຄອງໂດຍທາໍ ມະນູນ ແລະ ບດົ ບັນຍັດຂອງຕນົ ເອງ, ຊຶ່ງໄດສ້ ້າງຂຶ້ນໃນປີ 1977 ແລະ ຖືກຮັບຮອງໂດຍ ຄະນະກາໍ ມະ ການໂອແລມປິກສາກົນ ໃນປີ 1978. ຄອລ ໄດສ້ ້າງຕັ້ງຂນ້ຶ ໃນປີ 1977 ພອ້ ມກບັ ການປບັ ປງຸ 7 ສະຫະພັນກິລາແຫ່ງ ຊາດຄື: ແລ່ນ-ລານ, ບານບວ້ ງ, ມວຍສາກົນ, ບານເຕະ, ຍິງປືນ, ປິງປອງ ແລະ ບານສງົ່ ແຫ່ງຊາດ. ຄະນະກໍາມະການໂອແລມປກິ ແຫ່ງຊາດລາວ ເປນັ ອົງການຈັດຕ້ັງມະຫາຊົນທ່ບີ ່ໍ ຫວງັ ຜົນກໍາໄລ ແລະ ອົງການຈັດຕງັ້ ສັງຄມົ ທບ່ີ ເໍ່ ປັນຂອງລັດ ຮບັ ໃຊ້ພາລະໜາ້ ທປ່ີ ະເທດ ຊາດຮວ່ ມກັບລັດຖະບານໃນການພດັ ທະນາກລິ າຢູປ່ ະເທດລາວ ແລະ ເປັນຜູ້ປະສານງານ ໂດຍກງົ ຕາມສາຍຕງັ້ ກັບຄະນະກໍາມະການໂອແລມປິກສາກົນ (IOC), ສະພາໂອແລມປິກ ອາຊີ (ສອອ-OCA), ສະຫະພນັ ກິລາອາຊີຕາເວັນອອກສ່ຽງໃຕ້ (SEAGF). ປະທານຄນົ ທາໍ ອິດແມນ່ ທ່ານ ນາຍພົນ ສິງກະໂປ ສໂີ ຄດຈຸນນະມາລີ ໃນສະໄໝ ຂອງທ່ານແມ່ນຕອນທີ່ ຄອສ ໃຫກ້ ານຮບັ ຮອງ ຄອລ ເປັນສະມາຊິກຊົ່ວຄາວໃນເວລາໜງຶ່ ປຄີ ືປີ 1978 ແລະ ຖກື ຮັບຮອງເປນັ ສະມາຊິກຖາວອນຕ້ັງແຕປ່ ີ 1979. ສປປ ລາວ ໄດ້ມີ ໂອກາດສ່ົງນັກກິລາເຂ້ົາຮ່ວມກລິ າໂອແລມປກິ ທ່ນີ ະຄອນມົດສະກູ ໃນປີ 1980 ນບັ ແຕ່ ນນ້ັ ເປນັ ຕົ້ນມາ ຄອລ ເປັນຜ້ຮູ ັບຜິດຊອບສົ່ງຜແູ້ ທນຂອງລາວເຂ້ົາຮ່ວມໃນການແຂງ່ ຂັນ ກລິ າໂອແລມປກິ , ກລິ າເອຊຽນເກມ, ກລິ າຊເີ ກມ ກໍຄືການແຂງ່ ຂນັ ລາຍການອື່ນໆທີໄ່ ດ້ ຈດັ ຂ້ຶນພາຍໃຕກ້ ານອຸປະຖໍາ ແລະ ລະບຽບການຂອງ ຄອສ. 244

25.2 ການພດັ ທະນາກລິ າໂອແລມປກິ (1975-2015) ນບັ ແຕ່ ປີ 1979 ສປປ ລາວ ໄດ້ສ່ງົ ນກັ ກລິ າເຂ້ົາຮວ່ ມການແຂ່ງຂັນກິລາໂອແລມ ປິກ, ກລິ າເອຊຽນເກມ, ກິລາຊີເກມ ແລະ ການແຂ່ງຂນັ ລາຍການອນື່ ໆທໄ່ີ ດ້ຈັດຂຶ້ນພາຍ ໃຕ້ການອຸປະຖໍາ ແລະ ລະບຽບຂອງ ໂອແລມປິກ. 1) ຜົນສໍາເລັດໃນການເຂ້າົ ຮ່ວມໂອແລມປກິ ເກມ ຜົນສໍາເລັດໃນເຂ້ົາຮວ່ ມການແຂງ່ ຂັນຕ່າງໆ ນໍາພາໂດຍ ທາ່ ນ ນາຍພນົ ສິງກະໂປ ສໂີ ຄດຈຸນນະມາລີ, ປະທານ ຄອລ ຄນົ ທໍາອິດຂອງລາວ (ສະໄໝ ທ1ີ ແຕປ່ ີ 1979-1981, ສະໄໝທີ 2 ແຕ່ປີ 1982-1995) ເຂາົ້ ຮ່ວມການແຂ່ງຂັນກລິ າໂອແລມປິກເກມ ໃນປີ 1980 ທ່ີ ມດົ ສະກູ (Moscow) ປະເທດ ສະຫະພາບໂຊວຽດ ມີ 3 ປະເພດກິລາເຂາ້ົ ຮ່ວມຄ:ື ແລ່ນ-ລານ 7 ຄົນ, ມວຍສາກນົ 6 ຄົນ ແລະ ຍິງປືນ 8 ຄນົ , ມີນັກກິລາເຂ້ົາ ຮວ່ ມ ມີ 7 ລາຍການແຂ່ງຂັນ ແລ່ນໄລຍະສນັ້ 100 ແມັດ, 200 ແມັດ, 400 ເມດັ ແລະ 800 ແມັດ ແລະ ຍາ່ ງ 20 Km. ເຂາ້ົ ຮ່ວມການແຂ່ງຂນັ ກິລາໂອແລມປິກເກມ ໃນປີ 1988 ທີ່ ເຊອນູ (Seoul) ປະເທດ ສ.ເກົາຫຼີ ມີ 2 ປະເພດກິລາເຂົ້າຮ່ວມຄື ແລນ່ -ລານມີນັກກິລາເຂ້າົ ຮວ່ ມ 2 ຄົນ. ໃນລາຍການ ແລ່ນໄລຍະສ້ັນ 100 ແມດັ ແລະ ຍິງປນື ມີນັກ ກລິ າເຂົ້າຮ່ວມ 2 ຄົນ. ເຂົ້າຮວ່ ມການແຂ່ງຂັນກິລາໂອແລມປິກເກມ ໃນປີ 1992 ທີ່ ບາເຊໂລນາ (Barcelona) ປະເທດ ແອດສະປາຍ ມີ 2 ປະເພດກິລາເຂົາ້ ຮ່ວມຄື ແລ່ນ- ລານ 3 ຄົນ, ໃນລາຍການ ແລ່ນໄລຍະສັ້ນ 100 ແມັດ, 200 ແມດັ , ໄລຍະ ກາງ 400 ແມດັ , 800 ແມດັ ແລະ ມວຍສາກົນ 1 ຄນົ . ປະທານ ຄອລ ຄົນທີ 2 ແມນ່ ທາ່ ນ ຄໍາຜອງ ພັນວົງສາ ຊ່ງຶ ໄດ້ດາໍ ລົງຕາໍ ແໜງ່ ເປນັ ປະທານຄະນະບໍລິຫານກລິ າໂອແລມປິກ 1 ສະໄໝ (ສະໄໝທີ 3 ແຕ່ປີ 1995-1998) ເຂົາ້ ຮ່ວມການແຂ່ງຂັນກິລາໂອແລມປິກເກມ ໃນປີ 1996 ທ່ີ ເອັດເລນຕາ (Atlanta) ປະເທດ ສະຫະລັດອາເມລິກາ ມີ 1 ປະເພດກລິ າເຂົາ້ ຮ່ວມຄ:ື ແລ່ນ-ລານ ມນີ ກັ ກິລາເຂົ້າຮວ່ ມ 5 ຄນົ , ໃນລາຍການ ແລ່ນໄລຍະສັ້ນ ແລະ ແລນ່ ທນົ . 245

ປະທານ ຄອລ ຄົນທີ 3 ແມນ່ ທາ່ ນ ປອ ພູທອງ ແສງອາຄມົ ຊ່ຶງໄດດ້ ໍາລົງ ຕໍາແໜ່ງເປັນປະທານຄະນະບໍລິຫານກິລາໂອແລມປິກ 3 ສະໄໝ (ສະໄໝທີ 4 ແຕ່ປີ 1998-2003, ສະໄໝທີ 5 ແຕ່ປີ 2003-2007, ສະໄໝທີ 6 ແຕ່ປີ 2007-2011). ເຂົາ້ ຮວ່ ມການແຂ່ງຂັນກິລາໂອແລມປິກເກມ ໃນປີ 2000 ທ່ີ ຊິດນີ ປະເທດ ອົດສະຕຣາລີ ມີ 3 ປະເພດກິລາເຂົ້າຮ່ວມຄື ແລ່ນ-ລານ ແລະ ລອຍນ້ໍາ, ມນີ ັກ ກິລາເຂົ້າຮວ່ ມ 3 ຄົນ, ໃນລາຍການແລ່ນໄລຍະສັ້ນ, ແລນ່ ທົນ (Marathon) ແລະ ລອຍນ້ໍາ (50 ແມັດ freestyle) ເຂ້ົາຮ່ວມການແຂ່ງຂັນກິລາໂອແລມປິກເກມ ໃນປີ 2004 ທ່ີ ເອເທນ ປະເທດ ເກຣກັ ມີ 2 ປະເພດກິລາເຂົ້າຮ່ວມຄື: ແລ່ນ-ລານ, ຍິງທະນູ ແລະ ລອຍນ້ໍາ ມີ ນັກກລິ າເຂາ້ົ ຮ່ວມ 5 ຄົນ, ໃນລາຍການ ແລ່ນໄລຍະສ້ັນ (100 ແມດັ ) ແລະ ລອຍນ້າໍ (freestyle 50 ແມັດ). ເຂ້ົາຮ່ວມການແຂ່ງຂັນກິລາໂອແລມປິກເກມ ໃນປີ 2008 ທ່ີ ນະຄອນຫຼວງ ປັກກິ່ງ ປະເທດຈີນ ມີ 2 ປະເພດກິລາເຂາົ້ ຮ່ວມຄື ແລ່ນ-ລານ ແລະ ລອຍນໍ້າ ມນີ ັກກິລາເຂົ້າຮວ່ ມ 4 ຄນົ , ໃນລາຍການ ແລ່ນໄລຍະສ້ັນ (100 ແມດັ ) ແລະ ລອຍນາໍ້ (freestyle 50 ແມັດ). ປະທານ ຄອລ ຄົນທີ 4 ແມນ່ ທ່ານ ປອ ພນັ ຄາໍ ວພິ າວັນ ຊຶ່ງໄດ້ດໍາລົງຕໍາ ແໜງ່ ເປັນປະທານຄະນະບໍລິຫານກິລາໂອແລມປິກ 1 ສະໄໝ (ສະໄໝທີ 7 ແຕປ່ ີ 2011-2016) ເຂ້າົ ຮ່ວມການແຂ່ງຂັນກິລາໂອແລມປິກເກມ ໃນປີ 2012 ທີ່ ລອນດອນ ປະເທດ ອັງກິດ ມີ 2 ປະເພດກິລາເຂົ້າຮ່ວມຄື ແລ່ນ-ລານ ແລະ ລອຍນ້ໍາ ມີ ນັກກລິ າເຂົ້າຮວ່ ມ 3 ຄົນ, ໃນລາຍການ ແລ່ນໄລຍະສັ້ນ (100 ແມດັ ) ແລະ ລອຍນ້ໍາ (freestyle 50 ແມັດ). 2) ຜົນສໍາເລັດໃນການເຂ້ົາຮວ່ ມການແຂງຂັນກິລາມະຫາວິທະຍາໄລອາຊຽນ ເຂ້າົ ຮ່ວມການແຂ່ງຂນັ ກລິ າມະຫາວທິ ະຍາໄລອາຊຽນ ໃນປີ 1999 ທ່ີປະເທດ ໄທ ໂດຍນັກກິລາຈາກປະເທດລາວສາ້ ງຜົນງານໄດ້ 1 ຫຽຼ ນເງິນ. 246

ເຂາ້ົ ຮ່ວມການແຂ່ງຂັນກິລາມະຫາວທິ ະຍາໄລອາຊຽນ ໃນປີ 2006 ທປີ່ ະເທດ ຫວຽດນາມ ນກັ ກິລາລາວສ້າງຜົນງານໄດ້ 16 ຫຼຽນເງນິ ແລະ 15 ຫຽຼ ນທອງ ແດງລວມທງັ ໝດົ 21 ຫຽຼ ນ. ເຂ້າົ ຮ່ວມການແຂ່ງຂນັ ກິລາມະຫາວິທະຍາໄລອາຊຽນ ໃນປີ 2008 ທີ່ປະເທດ ມາເລເຊຍ, ລາວສ້າງຜົນງານໄດ້ 1 ຫຼຽນຄໍາ, 2 ຫຽຼ ນເງນິ ແລະ 3 ຫຼຽນທອງ ແດງ ລວມທັງໝດົ 6 ຫຼຽນ. ເຂົ້າຮວ່ ມການແຂ່ງຂນັ ກລິ າມະຫາວິທະຍາໄລອາຊຽນ ໃນປີ 2010 ທ່ີປະເທດ ໄທ, ນັກກິລາລາວສ້າງຜນົ ງານໄດ້ 2 ຫຼຽນຄໍາ, 9 ຫຽຼ ນເງິນ ແລະ 30 ຫຽຼ ນ ທອງແດງ ລວມທງັ ໝດົ 41 ຫຼຽນ. ເຂ້ົາຮວ່ ມການແຂ່ງຂນັ ກລິ າມະຫາວິທະຍາໄລອາຊຽນ ໃນປີ 2012 ທີ່ປະເທດ ລາວ ນກັ ກລິ າລາວສາ້ ງຜົນງານໄດ້ 32 ຫຼຽນຄາໍ , 35 ຫຽຼ ນເງິນ ແລະ 46 ຫຼຽນ ທອງແດງລວມທັງໝົດ 113 ຫຼຽນ. ເຂ້ົາຮ່ວມການແຂ່ງຂນັ ກິລາມະຫາວິທະຍາໄລອາຊຽນ ໃນປີ 2014 ທປີ່ ະເທດ ອນິ ໂດເນເຊຍ, ນັກກລິ າລາວສ້າງຜົນງານໄດ້ 7 ຫຽຼ ນຄໍາ, 6 ຫຼຽນເງິນ ແລະ 13 ຫຼຽນທອງແດງ ລວມທັງໝົດ 26 ຫຽຼ ນ. ເຂາົ້ ຮວ່ ມການແຂ່ງຂນັ ກິລາມະຫາວທິ ະຍາໄລອາຊຽນ ໃນປີ 2016 ທປ່ີ ະເທດ ສງິ ກະໂປ, ນກັ ກິລາລາວສາ້ ງຜົນງານໄດ້ 3 ຫຽຼ ນຄໍາ, 9 ຫຽຼ ນເງີນ ແລະ 9 ຫຽຼ ນ ທອງແດງ ລວມທງັ ໝົດ 21 ຫຼຽນ. 3) ຜົນສາໍ ເລັດໃນການເຂົາ້ ຮວ່ ມກິລາເອຊຽນເກມ ໄດເ້ ຂາົ້ ຮ່ວມກິລາເອຊຽນເກມ ຄັ້ງທີ 9 ທນ່ິ ະຄອນຫວຼ ງ ນວິ ແດນລີ ປະເທດ ອິນເດຍ ປີ 1982 ເຂ້າົ ຮວ່ ມການແຂ່ງຂັນ 4 ປະເພດກິລາຄື: ແລ່ນລານ, ມວຍ ສາກົນ, ຍິງປືນ ແລະ ປງິ ປອງ. ໄດເ້ ຂ້າົ ຮ່ວມກລິ າເອຊຽນເກມ ຄັງ້ ທີ 10 ທີ່ນະຄອນຫຼວງ ເຊອນູ ປະເທດ ສ. ເກົາຫີຼ ປີ 1986 ເຂົາ້ ຮວ່ ມການແຂ່ງຂັນ 4 ປະເພດກິລາຄື: ແລ່ນລານ, ມວຍ ສາກົນ, ຍິງປນື ແລະ ປິງປອງ. ໄດເ້ ຂ້າົ ຮ່ວມກິລາເອຊຽນເກມ ຄ້ງັ ທີ 11 ທນ່ິ ະຄອນຫຼວງ ປັກກ່ິງ ປະເທດ ສປ ຈີນ ປີ 1990 ເຂ້າົ ຮວ່ ມການແຂ່ງຂນັ 4 ປະເພດກິລາຄື: ແລ່ນລານ, ກະຕໍ້, 247

ມວຍສາກົນ, ແລະ ປິງປອງ ສາມາດສ້າງຜົນງານຍາດໄດ້ 1 ຫຼຽນຄໍາ ໃນກິລາ ມວຍສາກົນ ໂດຍ ທາ້ ວ ວົງກົດ ຈິນດາ. ໄດເ້ ຂົ້າຮວ່ ມກລິ າເອຊຽນເກມ ຄັ້ງທີ 12 ທີ່ນະຄອນຫຼວງ ຮໂິ ລຊີມາ ປະເທດ ຍີ່ປຸ່ນ ປີ 1994 ເຂົາ້ ຮ່ວມການແຂ່ງຂັນ 3 ປະເພດກິລາຄື: ແລ່ນລານ, ມວຍ ສາກົນ ແລະ ກະຕ.້ໍ ໄດເ້ ຂົ້າຮວ່ ມກິລາເອຊຽນເກມ ຄັງ້ ທີ 13 ທີ່ນະຄອນຫຼວງ ບາງກອກ, ປະເທດໄທ ປີ 1998 ເຂາົ້ ຮ່ວມການແຂ່ງຂັນ 8 ປະເພດກລິ າຄື: ແລ່ນລານ, ມວຍສາກົນ, ເຮອື ກາໂນ, ຢູໂດ, ຄາຣາເຕ, ມວຍເທຄວັນໂດ ແລະ ວຊູ ູ. ກລິ າເທຄວນັ ໂດ ແລະ ວູຊູໄດຫ້ ຽຼ ນຄໍາ ໂດຍ ທ້າວ ພູຂົງ ວງົ ສນູ ທອນ. ໄດເ້ ຂ້ົາຮ່ວມກລິ າເອຊຽນເກມ ຄງ້ັ ທີ 14 ທ່ິ ບູຊານ, ປະເທດ ສ. ເກົາຫີຼ ປີ 2002 ເຂາ້ົ ຮວ່ ມການແຂ່ງຂັນ 5 ປະເພດກິລາຄື: ແລ່ນລານ, ມວຍສາກົນ, ຢູໂດ, ເທຄວນັ ໂດ ແລະ ວູຊູ. ສາມາດສ້າງຜົນງານຍາດໄດ້ 2 ຫຼຽນຄໍາ ໂດຍ ທ້າວ ພູຂົງ ວົງສູນທອນ ແລະ ທາ້ ວ ວນັ ໄຊ ອຸດົມຜົນ. ໄດ້ເຂ້ົາຮ່ວມກລິ າເອຊຽນເກມ ຄັ້ງທີ 15 ທ່ີນະຄອນຫວຼ ງ ໂດຮາ, ປະເທດ ກາຕາ ປີ 2006 ເຂາ້ົ ຮ່ວມການແຂງ່ ຂັນ 7 ປະເພດກິລາຄື: ແລ່ນລານ, ລອຍນໍ້າ, ມວຍສາກນົ , ຢໂູ ດ, ຄາຣາເຕໂດ, ກະຕໍ້ ແລະ ວຊູ ູ. ສາມາດສ້າງ ຜົນງານຍາດ ໄດ້ 1 ຫຼຽນເງນິ ໂດຍ ທາ້ ວ ໂພໄຊ ອະໄພລາດ. ໄດເ້ ຂາ້ົ ຮວ່ ມກລິ າເອຊຽນເກມ ຄັ້ງທີ 16 ທີນ່ ະຄອນ ກວາງໂຈ ປະເທດ ສປ ຈີນ ປີ 2010 ເຂາົ້ ຮ່ວມການແຂ່ງຂັນ 11 ປະເພດກິລາຄື: ແລ່ນລານ, ລອຍນໍາ້ , ໂດດນໍາ້ , ມວຍສາກົນ, ໝາກເສິກ, ຢູໂດ, ຍິງປືນ, ຊອບເທນັ ນິດ, ຄາຣາເຕໂດ, ປງິ ປອງ, ເທຄວນັ ໂດ ແລະ ວຊູ ູ. ສາມາດສາ້ ງຜນົ ງານຍາດໄດ້ 2 ຫຼຽນທອງ ໂດຍ ທ້າວ ໂພໄຊ ອະໄພລາດ ແລະ ນາງ ປາລອຍ ບັດຄາໍ ໄດ້ເຂົ້າຮ່ວມກລິ າເອຊຽນເກມ ຄ້ັງທີ 17 ທີ່ ອນິ ເຈນີ , ປະເທດ ສ. ເກົາຫີຼ ປີ 2014 ເຂາົ້ ຮວ່ ມການແຂ່ງຂນັ 10 ປະເພດກິລາຄື: ແລ່ນລານ, ລອຍນ້ໍາ, ຍິງທະນູ, ຢູໂດ, ເທຄວນັ ໂດ, ບານເຕະຊາຍ, ຊອບເທນັ ນດິ , ຄາຣາເຕໂດ ໄດ້ 1 ຫຽຼ ນທອງ ໂດຍ ທ້າວ ແສງເພັດ ດວງວໄິ ລ, ວູຊູ ໄດ1້ ຫຽຼ ນທອງ ໂດຍ ທ້າວ ຄໍາຫ້ຼາ ສຸກ ຄະພົນ ແລະ ກະຕໍ້ ໄດ້ 1 ຫຽຼ ນເງິນ ລາຍການຄ່ຍູ ິງໂດຍ ນ. ມະນດີ າ ວລໍ ະບດຸ , ນ. ກ້ອຍ ໄຊຍະວົງ ແລະ ນ. ສອນສະຫວັນ ແກວ້ ສຸລຍິ າ. 248

4) ຜົນສໍາເລດັ ໃນການເຂົ້າຮ່ວມຊເີ ກມ ນັບແຕກ່ ິລາຊີເກມຄ້ັງທີ 8 ຫາ ຄັ້ງທີ 14 (ແຕປ່ ີ 1975 ຫາ ປີ 1987) ລາວບ່ໄໍ ດ້ ເຂາ້ົ ຮວ່ ມການແຂ່ງຂັນ ຈນົ ມາເຖິງປີ 1989 ເປນັ ຕົ້ນມາລາວຈ່ຶງໄດ້ເຂ້າົ ຮວ່ ມ ການແຂ່ງຂັນກິລາຊເີ ກມ ເປັນປົກກະຕິ ໂດຍມີຜົນງານດ່ັງນ້ີ: ເຂົາ້ ຮ່ວມການແຂ່ງຂັນກລິ າຊີເກມຄ້ັງທີ 15 ໃນປີ 1989 ທ່ປີ ະເທດ ມາເລ ເຊຍ, ລາວສ້າງຜົນງານໄດ້ 1 ຫຽຼ ນເງິນ ມີ 9 ປະເທດເຂ້ົາຮ່ວມ. ເຂົ້າຮວ່ ມການແຂ່ງຂັນກິລາຊີເກມຄ້ັງທີ 16 ໃນປີ 1991 ທີ່ປະເທດ ຟີລີບປີນ, ລາວສາ້ ງຜົນງານໄດ້ 1 ຫຼຽນເງນິ ມີ 9 ປະເທດເຂົ້າຮ່ວມ. ແຕປ່ ີ 1993 ຫາ ປີ 2009 ການຈັດຕັ້ງດ້ານກິລາເປັນຂອງຄະນະກໍາມະການ ກິລາ-ກາຍະກາໍ ແຫ່ງຊາດ ຄກຊ ທ່ສີ ັງກັດຢູ່ໃນສໍານັກງານຍານກົ ລັດຖະມນົ ຕີ (ສນຍ) ຊ້ີນາໍ ຄອລ ມບີ ົດບາດດີຂຶ້ນເປັນລາໍ ດັບທງັ ການເຄື່ອນໄຫວເຂ້າົ ຮວ່ ມ ແລະ ສົ່ງນັກກິລາເຂ້ົາແຂ່ງຂັນ ມີລາຍລະ ອຽດດັ່ງນ້ີ: ເຂົ້າຮວ່ ມການແຂ່ງຂັນກິລາຊີເກມຄັ້ງທີ 17 ໃນປີ 1993 ທປີ່ ະເທດ ສງິ ກະໂປ, ລາວສາມາດສາ້ ງຜົນງານຍາດຫຽຼ ນໄດ້ 1 ຫຽຼ ນເງິນ ມີ 9 ປະເທດເຂ້າົ ຮ່ວມ. ເຂາົ້ ຮ່ວມການແຂ່ງຂັນກິລາຊເີ ກມຄັ້ງທີ 18 ໃນປີ 1995 ທີປ່ ະເທດໄທ, ລາວສາມາດສ້າງຜົນງານຍາດຫຼຽນໄດ້ 1 ຫຽຼ ນເງິນ, 6 ຫຼຽນທອງແດງ ລວມທັງໝດົ 7 ຫຼຽນ ມີ 10 ປະເທດເຂົ້າຮ່ວມ. ເຂ້າົ ຮວ່ ມການແຂ່ງຂັນກິລາຊເີ ກມຄັ້ງທີ 19 ໃນປີ 1997 ທປ່ີ ະເທດອິນ ໂດເນເຊຍ, ລາວສາມາດຍາດໄດ້ 1 ຫຽຼ ນເງນິ , 7 ຫຼຽນທອງແດງ ລວມ ທັງໝດົ 8 ຫຼຽນ ມີ 10 ປະເທດເຂົ້າຮ່ວມ. ເຂົ້າຮວ່ ມການແຂ່ງຂັນກິລາຊີເກມຄັ້ງທີ 20 ໃນປີ 1999 ທ່ປີ ະ ເທດບຣູ ໄນ, ລາວສາມາດຍາດໄດ້ 1 ຫຼຽນຄໍາ ແລະ 3 ຫຽຼ ນທອງແດງ ລວມທັງ ໝົດ 4 ຫຼຽນ ມີ 10 ປະເທດເຂົ້າຮວ່ ມ. ເຂ້າົ ຮວ່ ມການແຂ່ງຂັນກລິ າຊີເກມຄ້ັງທີ 21 ໃນປີ 2001 ທປ່ີ ະເທດ ມາເລເຊຍ, ລາວສາມາດຍາດໄດ້ 1 ຫຼຽນ ຄໍາ, 3 ຫຼຽນເງິນ ແລະ 7 ຫຼຽນ ທອງແດງ ລວມທັງໝົດ 11 ຫຼຽນ ມີ 11 ປະເທດເຂົ້າຮວ່ ມ. 249

ເຂາ້ົ ຮວ່ ມການແຂ່ງຂັນກິລາຊີເກມຄັ້ງທີ 22 ໃນປີ 2003 ທປ່ີ ະເທດ ຫວຽດນາມ, ລາວສາມາດຍາດໄດ້ 1 ຫຽຼ ນຄໍາ, 5 ຫຼຽນເງນິ , 15 ຫຽຼ ນ ທອງແດງ ລວມທັງໝດົ 21 ຫຼຽນ ມີ 11 ປະເທດເຂ້ົາຮ່ວມ. ເຂົ້າຮ່ວມການແຂ່ງຂັນກິລາຊີເກມຄັ້ງທີ 23 ໃນປີ 2005 ທປີ່ ະເທດຟີລບິ ປນິ , ລາວສາມາດຍາດໄດ້ 3 ຫຼຽນຄໍາ, 4 ຫຽຼ ນເງິນ, 12 ຫຼຽນທອງແດງ ລວມທັງໝົດ 19 ຫຽຼ ນ, ມີ 11 ປະເທດເຂົາ້ ຮ່ວມ. ເຂົ້າຮວ່ ມການແຂ່ງຂັນກິລາຊີເກມຄ້ັງທີ 24 ໃນປີ 2007 ທປ່ີ ະເທດໄທ, ລາວສາມາດຍາດໄດ້ 5 ຫຽຼ ນຄໍາ, 7 ຫຼຽນເງິນ, 32 ຫຼຽນທອງແດງ ລວມ ທງັ ໝດົ 44 ຫຼຽນ ມີ 11 ປະເທດເຂ້ົາຮ່ວມ. ເຂາ້ົ ຮ່ວມການແຂ່ງຂັນກິລາຊີເກມຄັ້ງທີ 25 ໃນປີ 2009 ທ່ີ ສປປ ລາວ ໄດ້ຮັບກຽດເປັນເຈ້ົາພາບ ຊ່ຶງລາວສາມາດສາ້ ງຜົນງານຍາດຫຼຽນຄາໍ ໄດ້ 33 ຫຽຼ ນ, ຫຼຽນເງິນໄດ້ 25 ຫຼຽນ ແລະ ຫຼຽນທອງແດງໄດ້ 52 ຫຼຽນ ລວມ ທງັ ໝດົ 110 ຫຼຽນ. ເຂາ້ົ ຮ່ວມການແຂ່ງຂັນກິລາຊີເກມຄ້ັງທີ 26 ໃນປີ 2011 ທ່ີປະເທດ ອິນ ໂດເນເຊຍ, ລາວສາມາດຍາດໄດ້ 9 ຫຽຼ ນຄໍາ, 12 ຫຼຽນເງິນ, 36 ຫຼຽນ ທອງແດງ ລວມທັງໝດົ 57 ຫຼຽນ ມີ 11 ປະເທດເຂ້ົາຮ່ວມ. ເຂາົ້ ຮ່ວມການແຂ່ງຂັນກິລາຊເີ ກມຄ້ັງທີ 27 ໃນປີ 2013 ທປ່ີ ະເທດ ມຽນ ມາ, ລາວສາມາດຍາດໄດ້ 13 ຫຼຽນຄາໍ , 17 ຫຼຽນເງິນ, 49 ຫຽຼ ນ ທອງແດງ ລວມທັງໝດົ 79 ຫຽຼ ນ ມີ 11 ປະເທດເຂ້ົາຮວ່ ມ. ເຂົ້າຮວ່ ມການແຂ່ງຂັນກິລາຊເີ ກມຄ້ັງທີ 28 ໃນປີ 2007 ທີປ່ ະເທດ ສງິ ກະໂປ, ລາວສາມາດຍາດໄດ້ 4 ຫຽຼ ນເງິນ, 25 ຫຽຼ ນທອງແດງ ລວມ ທງັ ໝົດ 29 ຫຽຼ ນ ມີ 11 ປະເທດເຂ້າົ ຮ່ວມ. ສງັ ລວມຜົນງານທີພ່ ້ົນເດນ່ັ : ໄດ້ຮັບກຽດເປັນເຈາ້ົ ພາບຈັດງານກິລາກລິ າຊີເກມຄ້ັງທີ 25 ໃນປີ 2009 ທ່ີ ສປປ ລາວ ຊ່ຶງລາວສາມາດສ້າງຜົນງານຍາດຫຽຼ ນຄໍາໄດ້ 33 ຫຼຽນ, ຫຼຽນ ເງນິ ໄດ້ 25 ຫຼຽນ ແລະ ຫຼຽນທອງແດງໄດ້ 52 ຫຽຼ ນ ລວມທັງໝດົ 110 ຫຼຽນ. ໄດຮ້ ັບກຽດເປັນເຈົາ້ ພາບຈັດງານກິລາ ນັກຮຽນອາຊຽນຄັ້ງທ1ີ 6 ທ່ນິ ະຄອນ ຫຼວງວຽງຈັນ ໃນປີ 2012 ມີການແຂ່ງຂັນ 17 ປະເພດ ກລິ າ, ມີ 240 ລາຍ 250

ການແຂ່ງຂັນ, ມີ 11 ປະເທດເຂົ້າຮ່ວມ ໃນນີ້ລາວສາມາດສ້າງຜົນງານຍາດ ຫຼຽນຄໍາໄດ້ 33 ຫຽຼ ນ, ຫຼຽນເງິນໄດ້ 25 ຫຼຽນ ແລະ ຫຽຼ ນທອງແດງໄດ້ 52 ຫຼຽນ ລວມທງັ ໝົດ 110 ຫຽຼ ນ. ຜນົ ງານການພດັ ທະນາບຸກຄະລາກອນກິລາ ພາຍຫັຼງທໄີ່ ດ້ມກີ ານເຕາ້ົ ໂຮມວຽກງານກິລາ ເຂ້ົາມາຢູ່ກັບຂະແໜງການສຶກສາ ແຕປ່ ີ 2012 ເປັນຕ້ົນມາ ຄະນະກາໍ ມະການໂອແລມປິກ (ຄອລ) ແລະ ຫ້ອງການ ປະສານງານຄະນະກໍາມະການໂອແລມປິກແຫງ່ ຊາດ (ອປຊ) ທ່ີຂຶ້ນກັບກະຊວງ ສຶກສາທິການ ແລະ ກລິ າ ໃນກງົ ຈັກລັດ ກໍໄດເ້ ຄືອ່ ນໄຫວກິດຈະກາໍ ພັດທະນາ ກິລາ-ກາຍະກໍາ ແລະ ພດັ ທະນາບຸກຄະລາກອນກິລາ ໂດຍໄດ້ຮບັ ງົບປະມານໃນ ການເຄ່ືອນໄຫວຕາ່ ງໆ ຈາກພາກລດັ ແລະ ຈາກອງົ ການຈັດຕ້ັງຕາ່ ງໆດງັ່ ນ້ີ: 1. ໃນນາມຫ້ອງການປະສານງານ ຄະນະກໍາມະການໂອແລມປິກແຫ່ງຊາດກະ ຊວງສຶກສາທກິ ານ ແລະ ກິລາ ນບັ ແຕ່ປີ 2014 ເປນັ ຕນ້ົ ມາ ຫ້ອງການປະສານງານຄະນະກໍາມະການ ໂອແລມປິກແຫງ່ ຊາດ ໄດເ້ ຄ່ືອນໄຫວຈດັ ກດິ ຈະກໍາຕ່າງໆ ໃນລະດບັ ມະຫາ ພາກໃນດ້ານວິຊາການກິລາ-ກາຍະກາໍ ຕາມການມອບໝາຍຂອງກະຊວງ ເຊນັ່ : ຈດັ ກອງປະຊຸມເຜີຍແຜຜ່ ັນຂະຫຍາຍເນ້ຶືອໃນຈິດໃຈຂອງ ກດົ ໝາຍກິ ລາ-ກາຍະກໍາ ສະບບັ ປັບປຸງປີ 2012 ແລະ ແຜນຍຸດທະສາດການພດັ ທະ ນາກິລາ-ກາຍະກໍາແຕ່ນີ້ຮອດປີ 2020 ໃຫຄ້ ະນະນໍາສກຶ ສາທກິ ານ ແລະ ກລິ າເມືອງຕ່າງໆ ຂອງແຂວງຫວຼ ງນາໍ້ ທາ, ບໍແ່ ກວ້ , ອຸດົມໄຊ ແລະ ແຂວງ ຜົງ້ ສາລີ ຈດັ ຢ່ແູ ຂວງ ຫຼວງນ້າໍ ທາ (ເປັນຈດຸ I) ໃຫ້ແກ່ບັນດາເມືອງ ຂອງ ແຂວງໄຊຍະບູລ,ີ ຊຽງຂວາງ ແລະ ຫວົ ພນັ ຈດັ ຢແູ່ ຂວງຫວົ ພນັ (ຈຸດ II) ໃຫ້ ແກບ່ ນັ ດາເມອື ງຂອງແຂວງວຽງຈັນ, ບໍລິຄາໍ ໄຊ, ຄາໍ ມ່ວນ ແລະ ແຂວງສະ ຫວນັ ນະເຂດ, ຈັດຢແູ່ ຂວງຄໍາມວ່ ນ (ຈດຸ III) ໃຫ້ແກ່ບນັ ດາເມືອງຂອງແຂວງ ເຊກອງ, ສາລະວັນ ແລະ ອັດຕະປຶ ຈັດຢ່ແູ ຂວງເຊກອງ (ຈດຸ IV) ສາໍ ລບັ ແຂວງໄຊສົມບນູ ແມ່ນລວມທັງພະແນກສຶກສາທິການ ແລະ ກິລາແຂວງ ບັນດາເມືອງຈັດສະເພາະຢູ່ລອ້ ງຊານ (ຈຸດ V) ເຮັດໃຫ້ທ່ົວປະເທດທຸກແຂວງ ທຸກເມືອງໄດຮ້ ັບຮູ້ ແລະ ເຂົ້າໃຈກຽ່ ວກັບກົດໝາຍກິລາ-ກາຍະກໍາ ແລະ ແຜນ ຍຸດທະສາດການພດັ ທະນາກລິ າແຕ່ນ້ີຮອດປີ 2020 ໄດຢ້ າ່ ງທວ່ົ ເຖິງ. 251

2. ໃນນາມຄະນະກາໍ ມະການໂອແລມປກິ ລາວ (ຄອລ) ຄະນະກໍາມະການໂອແລມປກິ ແຫ່ງຊາດລາວ ໄດ້ປະສານພວົ ພັນໂດຍ ກງົ ກັບໂອແລມປິກສາກນົ , ໂອແລມປິກອາຊີ ແລະ ພາກສວ່ ນອື່ນໆຕາມ ສາຍຕ້ງັ ເພື່ອຍາດແຍງເອົາທນື ຊ່ວຍເຫອືຼ ຕາ່ ງໆ ມາພດັ ທະນາບຸກຄະລາ ກອນກິລາໃນລະດບັ ຕ່າງໆ ທັງຂນັ້ ທ້ອງຖ່ິນ (ສະຫະພັນກິລາແຂວງ) ແລະ ຂັ້ນສູນກາງ (ສະຫະພັນກິລາແຫ່ງຊາດ) ໂດຍສະເພາະແມ່ນຜູ້ບໍລິຫານ ກິລາ ແລະ ຄູຝຶກລະດບັ ທ້ອງຖ່ິນ ໂດຍໄດຮ້ ັບການສະໜບັ ສະໜູນ ຈາກໂອ ແລມປິກສາກົນ ແລະ ອ່ືນໆ ທ່ພີ ົວພັນກັບໂອແລມປິກ ຊ່ຶງມີໜາ້ ວຽກທີ່ເນນັ້ ໜກັ ໃນການພດັ ທະນາບຸກຄະລາກອນດັ່ງນ້ີ: ໃນແຕລ່ ະປີ ຄອລ ໄດຍ້ າດແຍ່ງເອົາທຶນຊ່ວຍເຫຼືອຈາກໂອແລມປິກສາກົນເພ່ອື ມາພດັ ທະນາບຸກຄະລາກອນກິລາໃນແຕ່ລະປີ ຊຶ່ງໄດເ້ ຄອ່ື ນໄຫວຕາມແຜນພັດ ທະນາບຸກຄະລາກອນກິລາຂອງ ຄອລ ເຊ່ິງມີລາຍລະອຽດດ້ານການພດັ ທະນາ ດງ່ັ ນ:ີ້ - ວຽກງານບໍລຫິ ານ, ວຽກອົບຮົມບຸກຄະລາກອນ, ວຽກຊ່ວຍພັດທະນາກິລາ, ວຽກນໍາພານກັ ກລິ າເຂ້າົ ຮ່ວມແຂງ່ ຂນັ , ວຽກກອງທນຶ ແລະ ອນ່ື ໆ. - ຍົກລະດັບຜ້ບູ ໍລິຫານບຸກຄະລາກອນກິລາລະດັບທ້ອງຖິ່ນ ລວມມີ: ແຂວງ ບໍ່ແກ້ວ, ຜ້ົງສາລີ, ສາລະວັນ, ຫົວພັນ, ຄໍາມ່ວນ, ແຂວງວຽງຈັນ, ສະຫວັນ ນະເຂດ, ບລໍ ິຄໍາໄຊ, ຫຼວງພະບາງ, ຈໍາປາສັກ, ຫຼວງນໍ້າທາ ແລະ ແຂວງເຊ ກອງ ໂດຍໄດ້ຮັບງບົ ປະມານຈາກໂອແລມປິກສາກົນ. - ຍົກລະດັບໃຫແ້ ກຄ່ ູຝຶກກິລາແຫ່ງຊາດປະເພດຕ່າງໆ ເຊ່ັນ: ຝຶກອົບຮົມຄູຝກຶ ຍິງທະນູ, ຄູຝຶກກິລາລົດຖບີ , ຄຝູ ຶກກິລາມວຍປ້ໍາ, ຄຝູ ຶກກິລາລອຍນໍ້າ, ໂດຍ ໄດຮບັ ການສະໜັບສະໜນູ ຈາກໂອແລມປກິ ສາກົນ. 5) ສ່ິງທ້າທາຍ ບນັ ຫາສ່ິງທ້າທາຍທີ່ຈະໄດ້ສືບຕໍ່ ແລະ ປັບປງຸ ແກ້ໄຂມດີ ງັ່ ນ:້ີ ການຫນັ ປ່ຽນດ້ານຈນິ ຕະນາການຂອງການພັດທະນາກິລາກາຍະກາໍ ຍັງ ຫັນປ່ຽນຊ້າ ຍັງຍຶດຕິດກັບຄວາມເຄຍີ ຊິນເກ່ົາ, ບທ່ໍ ັນຈິງໃຈບຸກທະລແຸ ທ້; ຍັງ ຖເື ບົາບາງວຽກຈຸດສຸມທ່ຕິ ້ອງນໍາມາຜັນຂະຫຍາຍຈັດຕ້ັງປະຕບິ ັດ ໃຫ້ປາກົດ ຜົນເປນັ ຈງິ ຕາມແຜນຍຸດທະສາດ ແລະ ພັດທະນາກິລາໄປສູ່ໂອແລມປກິ . 252

ເຖິງແມ່ນວ່າມກີ ົດໝາຍວ່າດ້ວຍກລິ າ-ກາຍະກໍາ, ມີແຜນຍຸດທະສາດ, ມີແຜນ ພດັ ທະນາກິລາ-ກາຍະກໍາ ແລະ ຄະນະຮບັ ຜດິ ຊອບການບລໍ ິຫານ, ແຕ່ ການຄຸ້ມຄອງຂົງເຂດກິລາກາຍະກໍາຍັງບທ່ໍ ນັ ໄດ້ດີເທົາ່ ທຄີ່ ວນ, ການສ້າງນິ ຕິກໍາລມຸ່ ກົດໝາຍຫາຼ ຍຢາ່ ງຍັງບໍທ່ ັນໄດ້ສ້າງຂຶ້ນ ແລະ ບາງນຕິ ິກາໍ ສ້າງຂນຶ້ ແລ້ວ ການຈດັ ຕັງ້ ປະຕບິ ັດຕົວຈິງບທ່ໍ ັນເຂັມ້ ງວດ ແລະ ຂາດຄວາມສັກສດິ . ປະທານ ຄະນະກາໍ ມະການໂອແລມປິກລາວ ແຕ່ລະສະໄໝ ແຕປ່ ີ 1975-2015 ທ່ານ ສງິ ກະໂປ ສໂີ ຄດຈຸນນະມາລີ ປະທານ ຄະນະກໍາມະການໂອແລມປິກລາວ ຄົນທໍາອດິ ດໍາລົງຕໍາແໜ່ງເປັນປະທານ ໄດ້ 2 ສະໄໝ ຊດຸ ທີ 1 ແຕ່ປີ 1979-1981 ຊຸດທີ 2 ແຕປ່ ີ 1982-1995 ທາ່ ນ ຄາໍ ຜອງ ພັນວງົ ສາ ປະທານ ຄະນະກໍາມະການໂອແລມປິກລາວ ຄົນທີ 2 ດາໍ ລົງຕາໍ ແໜງ່ ເປັນປະທານ ໄດ້ 1 ສະໄໝ. ຊຸດທີ 3 ແຕປ່ ີ 1995-1998 253

ທາ່ ນ ປອ ພູທອງ ແສງອາຄົມ ປະທານ ຄະນະກໍາມະການໂອແລມປິກລາວ ຄນົ ທີ 3 ດໍາລົງຕາໍ ແໜງ່ ເປັນປະທານໄດ້ 3 ສະໄໝ ຊດຸ ທີ 4 ແຕ່ປີ 1998 - 2003 ຊດຸ ທີ 5 ແຕປ່ ີ 2003 - 2007 ຊດຸ ທີ 6 ແຕປ່ ີ 2007 - 2011 ທາ່ ນ ປອ ພັນຄາໍ ວິພາວັນ ປະທານ ຄະນະກໍາມະການໂອແລມປິກລາວ ຄົນທີ 4 ດໍາລົງຕໍາແໜງ່ ເປັນປະທານໄດ້ 1 ສະໄໝ. ຊດຸ ທີ 7 ແຕ່ປີ 2011 - 2016 ເຂ້າົ ຮ່ວມແຂງ່ ຂນັ ກລິ າ ຊີເກມ 2009 25th SEA Games ທນ່ີ ະຄອນຫຼວງວຽງຈນັ , ສປປ ລາວ ຜູ້ໄດຮ້ ັບຫຼຽນຄາໍ ແລະ ຫຼຽນເງນິ ຂອງກິລາມວຍລາວ (Gold and Silver Medalist of Menís Muay Lao) 254

ຜູ້ໄດ້ຮບັ ຫຼຽນຄາໍ ເພດຍິງ ຂອງກິລາຍກົ ນ້າໍ ໜກັ (Gold Medalist of Womanís Weightlifting) ເຂ້ົາຮວ່ ມງານກລິ າເອຊຽນເກມ ຄັງ້ ທີ 17 ທເີ່ ມອື ງອນິ ເຈີນ, ສ.ເກົາຫີຼ (17th Asian Games) ຜູທ້ ີ່ໄດຮ້ ບັ ຫຽຼ ນທອງແດງ ຂອງກິລາຄາລາເຕ (Bronze Medalist of Manís Karate) 255

ພາກທີ V ການພົວພັນ ແລະ ຮ່ວມມກື ັບຕ່າງປະເທດ ໂດຍ: ຖາວອນ ອຸດົມສິນ ກົມພວົ ພັນຕາ່ ງປະເທດ ໄດ້ດໍາເນນີ ກດິ ຈະກໍາຕາມຂຕ້ໍ ົກລົງຂອງລດັ ຖະມົນຕວີ າ່ ດວ້ ຍການຈັດຕັ້ງ ແລະ ການເຄ່ືອນໄຫວຂອງກົມພົວພນັ ຕາ່ ງປະເທດ ສະບັບເລກທີ 1125/ສສກ, ລົງວັນທີ 20 ເມສາ 2012; ທີ່ໄດ້ລະບແຸ ຈ້ງເຖິງ ທີຕ່ ້ັງ ແລະ ພາລະ ບດົ ບາດ, ໜາ້ ທີ່ ແລະ ຂອບເຂດສດິ , ໂຄງປະກອບການຈັດຕ້ງັ ແລະ ລະບອບແບບ ແຜນວທິ ີເຮດັ ວຽກ ຊ່ຶງກມົ ພວົ ພັນຕ່າງປະເທດເປນັ ກງົ ຈກັ ບລໍ ິຫານໃນໂຄງປະກອບການ ຈດັ ຕັ້ງຂອງກະຊວງສກຶ ສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫແ້ ກ່ ລດັ ຖະມົນຕີ ແລະ ຄະນະພັກກະຊວງ ກ່ຽວກັບການປະຕບິ ັດວຽກງານການພວົ ພນັ ແລະ ຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ເພ່ອື ພດັ ທະນາວຽກງານການສຶກສາ ແລະ ກິລາ. ສ່ໍາລັບໂຄງປະກອບການຈັດຕັ້ງ ກຄໍ ືໂຄງປະກອບກົງຈັກປະກອບມີ 4 ພະແນກ ຄື : ພະແນກບໍລິຫານ, ພະແນກພົວພັນຮວ່ ມມືສອງຝ່າຍ, ພະແນກພວົ ພັນຮວ່ ມມືຫຼາຍຝ່າຍ, ພະແນກສົນທິສັນຍາ ແລະ ຮວ່ ມມກື ັບອົງການຈັດຕ້ັງສາກນົ . 26. ການພວົ ພັນຮ່ວມມືສອງຝ່າຍ 1) ຈດັ ຕ້ັງປະຕບິ ັດການຮ່ວມມືສອງຝາ່ ຍດ້ານການສຶກສາ ແລະ ກລິ າ ກັບປະເທດ ເພືອ່ ນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈນີ . 2) ຮວ່ ມມສື ອງຝາ່ ຍກບັ ບນັ ດາປະເທດສະມາຊິກອາຊຽນ. 3) ຮວ່ ມມກື ັບບນັ ດາປະເທດອາຊີອາຄະເນ, ອາຊໃີ ຕ້-ເໜືອ ແລະ ເອີຣບົ -ອາເມຣິກາ. 4) ຕດິ ຕາມການຮວ່ ມມືລະຫວ່າງ 4 ມະຫາວທິ ະຍາໄລຂອງລາວ ກບັ ມະຫາວິ ທະຍາໄລຕາ່ ງປະເທດຈາໍ ນວນ 221 ສະບັບ. 5) ພົວພນັ ປະສານງານກັບບັນດາສະຖານທູດຕ່າງປະເທດທຢີ່ ູ່ ສປປ ລາວ ແລະ ພາກພ້ືນ ເພອື່ ເພີ່ມທະວຄີ ວາມໄວເ້ ນອື້ ເຊ່ອື ໃຈຊຶ່ງກັນ ແລະ ກນັ ແລະ ການ ຮວ່ ມມືດ້ານວຽກງານການສຶກສາໃຫແ້ ໜນ້ ແຟ້ນ ບົນຫັຼກການຕາ່ ງຝ່າຍຕ່າງມີ ຜນົ ປະໂຫຍດ. 27. ການພົວພັນຮ່ວມມືຫຼາຍຝ່າຍ ພະແນກພົວພັນຮ່ວມມືຫລາຍຝ່າຍ ເປັນຈຸດປະສານງານໃຫ້ແກກ່ ອງເລຂາອາຊຽນ, ວຽກງານການຮວ່ ມມືໃນຂອບອາຊຕີ າເວັນອອກສ່ຽງໃຕ້ ແລະ ຂອບການຮວ່ ມມຫື ຼາຍຝາ່ ຍ 256

ທັງເປນັ ຈດຸ ປະສານງານໃຫ້ແກກ່ ະຊວງການຕາ່ ງປະເທດຂອງ ສປປ ລາວ ແລະ ບນັ ດາ ກະຊວງຕ່າງໆດັ່ງນີ:້ 1) ຂອບການຮວ່ ມມືອາຊຽນ: ມກີ ານຮວ່ ມມືດາ້ ນການສຶກສາກບັ 10 ປະເທດ ອາຊຽນ; ມີການຮ່ວມມືດ້ານການສຶກສາກັບປະເທດອາຊຽນບວກສາມ: ຈີນ, ຢີ່ປ່ນຸ ແລະ ເກົາຫີຼ; ມີການຮວມມືດາ້ ນການສຶກສາກັບ EAS: ອດົ ສະຕຣາລ,ີ ນິວຊີແລນ, ອນິ ເດຍ, ຣັດເຊຍ, ອາເມຣກິ າ. * ຂອບການຮວ່ ມມກື ັບອາຊຽນ-ອຢີ ູ: ແມນ່ ລົງເລກີ ການສງົ່ ເສມີ ດາ້ ນການສຶກ ສາຊັ້ນສູງ, ນອກຈາກນ້ີຍັງມກີ ອບການຮວ່ ມມື ອາຊຽນ-ຮງຸ ກາຣີ, ອາຊຽນ- ອັງກິດ ເພອ່ື ພັດທະນາຂະແໜງການສກຶ ສາ. 2) ຂອບການຮວ່ ມມືໃນຂອບບອາເຊມ (ASEM) (ອາຊີ-ເອີຣບົ ) ໃນຂະແໜງ ການສຶກສາ ມີ 49 ປະເທດ, ມກີ ອງປະຊຸມລະດບັ ລດັ ຖະມນົ ຕທີ ກຸ ໆ 2 ປີ, ກອງ ປະຊຸມລະດັບເຈ້ົາໜາ້ ທ່ອີ າວຸໂສທຸກໆ ປີ ແລະ ການຮວ່ ມມືດັ່ງກາ່ ວໄດຊ້ ່ວຍລງົ ເລິກວຽກງານການສຶກສາຊັ້ນສງູ ແລະ ອາຊວີ ະສຶກສາໃນການພັດທະນາວິຊາ ຊີບ. 3) ຂອບການຮ່ວມມື ວຽກງານ SEAMEO ຊ່ຶງພາລະບົດບາດຕ້ນົ ຕໍໃນຂອບການ ຮ່ວມມືກັບປະເທດພາກພ້ືນ ອາຊຕີ າເວັນອອກສຽ່ ງໃຕ້ ລວມທັງ ຕີມເໍ ລດສະເຕ ແລະ ເປົ້າໝາຍການພັດທະນາຕນ້ົ ຕໍແມນ່ : ວທິ ະຍາສາດ, ການສຶກສາ ແລະ ວັດທະນະທາໍ ; ມີ 21 ສູນ ຊີເມວ ຂອງພາກພື້ນ. ການຮວ່ ມມດື ່ັງກ່າວ ແມນ່ ໄດ້ ເຂາ້ົ ຮວ່ ມກອງປະຊຸມເຈົ້າໜ້າທ່ອີ າວໂຸ ສລະດັບສູງທຸກໆປີ ແລະ ກອງປະຊຸມ ສະພາຊີເມວທກຸ ໆ 2 ປີ ແລະ ປັດຈຸບນັ ສປປ ລາວ ແມນ່ ໄດ້ສ້າງຕັ້ງສູນຊີແມວ ຄື ສູນພັດທະນາການສຶກສາເພ່ອື ຊຸມຊົນ, ໂດຍໄດ້ຮບັ ຮອງຈາກປະທານສະພາ ລດັ ຖະມົນຕີສກຶ ສາ ອາຊີຕາເວັນອອກສ່ຽງໃຕ້ (ລງົ ນາມການອະນມຸ ັດ ສ້າງຕັ້ງ ສູນດັ່ງກ່າວ ໃນວນັ ທີ 25 ກໍລະກົດ 2017). 4) ຂອບການຮ່ວມມວື ຽກງານ GMS ແມນ່ ການຮ່ວມມໂື ດຍລົງເລິກດ້ານການ ພດັ ທະນາຊັບພະຍາກອນມະນຸດ ແລະ ລົງເລິກວຽກງານວຊິ າຊີບ ແລະ ການ ສ້າງແຮງງານ ໃນຂງົ ເຂດ 6 ປະເທດຄື: ສປ ຈີນ, ມຽນມາ, ສປປ ລາວ, ໄທ, ກາໍ ປເູ ຈຍ ແລະ ສສ ຫວຽດນາມ. 257

5) ຂອບການຮ່ວມມືປະເທດລຸ່ມແມນ່ າ້ໍ ຂອງ (LMI): ແມນ່ ການພັດທະນາປະເທດ ລມຸ່ ແມ່ນາ້ໍ ຂອງ, ໃນຂະແໜງການສຶກສາແມ່ນໄດລ້ ົງເລກິ ການຝຶກອບົ ຮົມ ແຕ່ ແມ່ນກະຊວງການຕ່າງປະເທດເປັນຜຈູ້ ັດຝຶກອົບຮົມ. ນອກຈາກນີຍ້ ັງມີຂອບ ການຮ່ວມມື Mekong-ROK, Mekong-Lanexang, Mekong-Japan. 6) ຂອບການການຮວ່ ມມື ACMECS: ແມ່ນການຮ່ວມມໃື ນຂອບຮວ່ ມມືເສດຖະ ກດິ ຍຸດທະສາດ ແມນ່ າ້ໍ ອາເຍຢາວະດີ, ແມ່ນ້ໍາເຈົາ້ ພະຍາ ແລະ ແມ່ນາໍ້ ຂອງ (Ayeya vady-ChaoPhaya-Mekong Economic cooperation Strategy); ຊ່ຶງໄດເ້ ນັ້ນໃສ່ການຝກຶ ອົບຮມົ ແລະ ທນຶ ການສຶກສາ. 7) ຂອບການຮ່ວມມື ສອງພາກພື້ນ ອາຊ-ີ ອາເມຣິກາລາຕນິ (Forum of East Asia and Latin America Cooperation ຫຼື FEALAC). ປັດຈຸບັນ FEALAC ມີປະເທດສະມາຊິກທງັ ໝດົ 36 ປະເທດຄື: ອາຊີຕາເວນັ ອອກ ມີ 16 ປະເທດ: (10 ປະເທດອາຊຽນ), ອົດສະຕຣາລ,ີ ສປ ຈີນ, ຍປ່ີ ຸນ, ສ. ເກົາຫ,ີຼ ນວິ ຊແີ ລນ, ມົງໂກລີ ແລະ ອາເມຣິກາລາຕິນ 20 ປະເທດ: ອາກຊງັ ຕນິ , ໂບລີ ວີ, ບຣາຊນິ , ຈເີ ລ, ໂກລົມເບຍ, ກົດສະຕາຣິກາ, ກູບາ, ໂດມິນກີ ັນ, ເອກົວດໍ, ແອນຊານວາດ,ໍ ກົວເຕມາລາ, ຮງົ ດູຣັດ, ເມກັ ຊິກໂກ, ນີກາຣາກົວ, ປານາມາ, ປາຣາໄກວ, ເປຣູ, ຊຣູ ິນາມ, ອູຣູໄກວ ແລະ ເວເນຊເູ ອລາ * ຂງົ ເຂດການຮວ່ ມມຂື ອງ FEALAC ປະກອບມີ 3 ຂົງເຂດໃຫຍ່ຄື: ການ ຮວ່ ມມືດ້ານການເມືອງ-ວັດທະນະທໍາ ແລະ ການສກຶ ສາ, ການຮວ່ ມມືດ້ານ ເສດຖະກິດ- ສັງຄົມ, ດາ້ ນວທິ ະຍາສາດ ແລະ ເຕັກໂນໂລຊີ. * ການເຄື່ອນໄຫວໃນຂອບ FEALAC ແມ່ນມີການເຄື່ອນໄຫວຄ້າຍຄືກບັ ຂອບການຮວ່ ມມສື າກນົ ອືນ່ ໆລວມທັງມີກອງປະຊມຸ ລະດບັ ລດັ ຖະມົນຕີ ຕາ່ ງປະເທດ (Foreign Ministers Meeting - FMM) ຈະຈັດຂຶ້ນທກຸ ໆ 2 ປີ ແລະ ກອງປະຊຸມເຈົ້າໜ້າທອີ່ າວຸໂສ (Senior Officialí Meeting - SOM) ຂອງ FEALAC ຈະຈດັ ຂຶ້ນທຸກປ,ີ ໃນປີ 2018 ສປປ ລາວ ຈະໄດ້ ເປັນເຈາ້ົ ພາບໃນການຈັດກອງປະຊຸມດັ່ງກາ່ ວ. 8) ຂອບຮວ່ ມມືວຽກງານ CLM /CLV ແມນ່ 3 ກະຊວງຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການ 258

ຕາ່ ງປະເທດ ໄດ້ຈັດຕງັ້ ປະຕິບັດຮວ່ ມກັນ. ນອກຈາກນ້ຍີ ງັ ມີຂອບການຮວ່ ມມື ຫຼາຍຝ່າຍອື່ນໆເຊນັ່ : UNICEF, EU UNESCO, UNDP ແລະ ອນ່ື ໆ. 28. ການພວົ ພັນຮວ່ ມມກື ບັ ອງົ ການຈດັ ຕງ້ັ ສາກົນ ວຽກງານສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ ເປນັ ວຽກງານໜ່ຶງຂອງກົມ ພົວພັນຕ່າງປະເທດ ຊ່ງຶ ໜ້າວຽກຕ້ົນຕມໍ ີດງັ່ ນີ້: 28.1 ວຽກງານສນົ ທສິ ັນຍາ ຄົ້ນຄວ້າແຜນຍຸດທະສາດ, ນະໂຍບາຍ ແລະ ແຜນປະຕິບັດງານທພ່ີ ວົ ພັນກັບ ສນົ ທສິ ັນຍາ ແລະ ຮ່າງບົດບັນທຶກຄວາມເຂ້ົາໃຈຮ່ວມມດື ້ານການສຶກສາ ແລະ ກລິ າຕາມດໍາລດັ , ຕາມກົດໝາຍ ແລະ ນິຕິກາໍ ທີກ່ ໍານົດໄວ້. ພບົ ປະເຈລະຈາ, ຮາ່ ງສນັ ຍາຮວ່ ມມືສອງຝ່າຍ, ຫາຼ ຍຝ່າຍ, ສັນຍາໂຄງການ, ສັນ ຍາຮ່ວມມກື ັບບັນດາອງົ ການຈັດຕັງ້ ສາກົນ ແລະ ອົງການທ່ບີ ສໍ່ ງັ ກັດລັດຖະບານ. ກວດກາ, ຢ້ັງຢນື ແລະ ປະກອບຄາໍ ເຫັນໃສ່ຮ່າງສັນຍາ, ບດົ ບັນທກຶ ຄວາມເຂົ້າໃຈ ແລະ ນາໍ ສະເໜຂີ ອໍ ະນຸມັດຮບັ ເອົາໂຄງການ, ໜັງສືອະນມຸ ັດປະຕິ ບັດງານ ຕາມ ແຜນການຮ່ວມມື, ບົດບນັ ທກຶ , ສນັ ຍາຮວ່ ມມື ຂອງຂະແໜງການສຶກສາ ແລະ ກລິ າ ນໍາຂັ້ນເທິງ. ຊ່ວຍປະສານສົມທບົ , ໃຫ້ຄາໍ ແນະນໍາຕໍ່ພາກສວ່ ນທ່ີກຽ່ ວຂອ້ ງໃນການຈັດຕັ້ງພທິ ີ ເຊັນສນັ ຍາການຮ່ວມມືດ້ານການສຶກສາ ແລະ ກລິ າ. ເກັບກາໍ ຂ້ໍມູນກຽ່ ວກັບສນັ ຍາຮວ່ ມມື ແລະ ບົດບັນທກຶ ຄວາມເຂ້າົ ໃຈຮວ່ ມມືດາ້ ນ ການສກຶ ສາ ແລະ ກລິ າ ພອ້ ມທັງເກັບຮັກສາຕົນ້ ສະບັບຂອງທຸກໆສັນຍາການ ຮ່ວມມື, ບດົ ບນັ ທຶກຄວາມເຂາົ້ ໃຈຮ່ວມມືດາ້ ນການສຶກສາ ແລະ ກິລາ. ປດັ ຈຸບນັ ຂອບການຮວ່ ມມືສອງຝ່າຍມີການຮ່ວມມືກັບ 18 ປະເທດຄ:ື ອດົ ສະຕຣາ ລີ, ເບລາຣດຸ , ກໍາປູເຈຍ, ສປ ຈນີ , ສະວິດເຊແີ ລນ, ຮງົ ກາຣ,ີ ອນິ ເດຍ, ອນິ ໂດເນເຊຍ, ຍີ່ປ່ນຸ , ລກຸ ຊາໍ ບວກ, ມາເລເຊຍ, ສປປ ເກົາຫຼີ, ສ. ເກາົ ຫີຼ, ຟລີ ິບປິນ, ເຊເີ ບຍ, ມຽນມາ, ມົງ ໂກລີ ແລະ ຫວຽດນາມ. ລະດັບມະຫາວທິ ະຍາໄລທັງ 4 ແຫ່ງມີ MoU ດາ້ ນວິຊາການ ຮ່ວມກັນທງັ ໝົດ 221 ສະບັບ ກບັ ມະຫາວິທະຍາໄລຕາ່ ງປະເທດ. ພະແນກສຶກສາທິການ ແລະ ກລິ າແຂວງກໍໄດ້ມສີ ັນຍາຮວ່ ມມດື ້ານການສຶກສາກັບ ບນັ ດາແຂວງແຮກສຽ່ ວຕ່າງໆຂອງປະເທດອ້ອມຂ້າງໂດຍສະເພາະແມ່ນ ກັບ ສສ ຫວຽດນາມ, ສປ ຈີນ. ສປປ ລາວ ຍັງໄດ້ເປັນສະມາຊິກ ແລະ ມີຂ້ໍຜກູ ພັນທາງສັນຍາກັບ ASEAN, 259

ASEM, CLV, GMS, SEAMEO, UN. ສ່ວນສນັ ຍາຮວ່ ມມກື ບັ ອົງການຈດັ ຕ້ັງສາກົນທ່ີ ບສ່ໍ ັງກດັ ລດັ ຖະບານຜ່ານມາມີບົດບັນທຶກຄວາມເຂ້ົາໃຈຮວ່ ມກບັ 42 ອງົ ການ, ຮອດປັດຈຸ ບນັ ມີ 31 ອງົ ການທມີ່ ີບົດບນັ ທຶກຄວາມເຂົ້າໃຈທ່ກີ າໍ ລງັ ຈັດຕງ້ັ ປະຕບິ ັດພາຍໃຕ້ 49 ໂຄງການ. 28.2 ວຽກງານຮວ່ ມມກື ັບອງົ ການຈດັ ຕ້ັງສາກົນ ໜາ້ ທີຮ່ ັບຜິດຊອບຫຼັກ ຂອງພະແນກພົວພັນອງົ ການຈັດຕັງ້ ສາກນົ ແມນ່ ປະສານ ສມົ ທບົ ກັບບັນດາກະຊວງ ແລະ ຂະແໜງການທ່ກີ ຽ່ ວຂ້ອງ ນັບແຕຂ່ ້ັນສູນກາງຮອດ ທອ້ ງຖ່ິນ ເພອື່ ອໍານວຍຄວາມສະດວກ ດ້ານເອກະສານນຕິ ກິ ໍາຕ່າງໆ ໃນການຍາດແຍງ່ ເອາົ ການຊ່ວຍເຫຼືອລ້າຈາກອົງການຈັດຕ້ັງສາກົນ, ອງົ ການຈດັ ຕ້ັງສາກນົ ທີ່ບສໍ່ ັງກັດລດັ ຖະບານ ແລະ ອົງການຈັດຕງັ້ ສງັ ຄົມ ໃຫໄ້ ດ້ນາໍ ສະ ເໜຂີ ໍການພຈິ າລະນາອະນຸມັດ ຈາກຂັ້ນເທິງ ຕາມລະບຽບຫັກຼ ການ ເປັນຕ້ນົ ແມນ່ : ການສະເໜຂີ ໍອະນຸມັດຮັບເອົາໂຄງການ ແລະ ກດິ ຈະກໍາໂຄງການ, ນํາເຂາົ້ -ຍົກເວ້ັນພາສີຍານພາຫະນະ ແລະ ເຄ່ືອງຊ່ວຍເຫອືຼ ລ້າ, ຮັບ ເອົາພະນັກງານ ແລະ ອາສາສະໝັກຄົນຕ່າງປະເທດເຂ້າົ ມາ ສປປ ລາວ ເພື່ອຈດັ ຕງ້ັ ປະຕບິ ັດໂຄງການ. ໃນແຕ່ລະປີໄດ້ຈັດກອງປະຊຸມຖອດຖອນບົດຮຽນ ຮວ່ ມກັບອງົ ການຈັດຕ້ັງສາກນົ ທ່ີບ່ໍສັງກັດລັດຖະບານ ແລະ ອົງການຈັດຕັ້ງສັງຄົມ ທີໃ່ ຫ້ ການຊ່ວຍເຫືຼອ ໃນຂະແໜງການສຶກສາ ແລະ ກລິ າ ຮ່ວມກບັ ພາກລດັ ແລະ ໄດລ້ ົງຕິດຕາມ ແລະ ຊກຸ ຍູ້ ການຈັດຕັ້ງປະຕິບັດກິດຈະກໍາໂຄງການຂອງອງົ ການຈດັ ຕ້ງັ ສາກົນ ທບີ່ ໍສ່ ັງກດັ ລດັ ຖະບານ ແລະ ອງົ ການຈັດຕ້ັງສັງຄົມ ຢູເ່ ຂດຫ່າງໄກສອກຫີຼກໃນຂອບເຂດທ່ວົ ປະເທດຢາ່ ງເປນັ ປກົ ກະຕິ. ຍອ້ ນການເອົາໃຈໃສ່ຊ້ີນໍາ-ນໍາພາຂອງຂ້ັນເທິງ ຈຶ່ງເຮັດໃນຂອດການພວົ ພັນ ຮວ່ ມມືກັບຕ່າງປະເທດ ໄດ້ຮັບປັບປຸງດຂີ ຶ້ນເທ່ອື ລະກ້າວ, ສະແດງອອກຄື: ຈາໍ ນວນອງົ ການຈດັ ຕັ້ງສາກົນ ທບ່ີ ່ໍສັງກດັ ລັດຖະບານທໃີ່ ຫກ້ ານຊ່ວຍເຫອືຼ ລ້າໃນຂະແໜງການສຶກສາ ແລະ ກລິ າ ມີການເພີ່ມຂ້ຶນຈາກ 27 ອົງການໃນປີ 2012 ມາເປັນ 43 ອົງການ ໃນຊຸມປີຕ່ໍມາ. ວຽກງານພົວພັນຮ່ວມມືກັບອງົ ການຈັດຕ້ັງສາກົນ ນບັ ມນ້ື ັບມີບົດບາດສໍາຄັນ ໃນ ຂະແໜງການສຶກສາ ແລະ ກລິ າ ກໍຄືຢູ່ ສປປ ລາວ. ການປະກອບສ່ວນຊວ່ ຍ ເຫຼືອລາ້ ຂອງ ອງົ ການຈັດຕັ້ງສາກນົ , ອົງການຈດັ ຕັ້ງສາກົນທີ່ບສ່ໍ ັງກັດລດັ ຖະບານ ແລະ ອົງການຈດັ ຕ້ັງ ສງັ ຄົມ ໄດຊ້ ່ວຍຫຼຸດຜ່ອນພາລະແບກຫາບການລົງທຶນຂອງລດັ ຖະບານ ເຂົ້າໃສ່ຂະແໜ ງການສຶກສາ ແລະ ກິລາ ເປນັ ຈາໍ ນວນຫວຼ ງຫາຼ ຍ ແລະ ເປນັ ການຊ່ວຍລັດຖະບານ ໃນ ການຈດັ ຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄມົ ເວາ້ົ ລວມ, ເວົາ້ ສະເພາະແມນ່ ໄດ້ ຊວ່ ຍເຫືຼອເດັກນອ້ ຍ ແລະ ນັກຮຽນຢ່ເູ ຂດຫາ່ ງໄກສອກຫກຼີ ໃຫ້ເຂ້ົາເຖິງການສຶກສາຂນ້ັ ພືນ້ຶ 260

ຖານ ແລະ ສ່ິງອໍານວຍຄວາມສະດວກຕ່າງໆເຊັ່ນ: ອາຄານຮຽນ, ນໍາ້ ສະອາດ, ຢາປວົ ພະຍາດ ແລະ ເຄື່ອງນຸ່ງຫ່ົມຕ່າງໆ. ການປະກອບສວ່ ນຊວ່ ຍເຫຼືອລ້ານີ້ໄດເ້ ຮັດໃຫຊ້ ີວດິ ການເປັນຢູ່ຂອງປະຊາຊນົ ໄດຮ້ ບັ ການປັບປຸງດີຂຶ້ນເທອ່ື ລະກາ້ ວ ພ້ອມທັງເປນັ ການ ປະຕິບດັ ບັນດາຄາດໝາຍສູ້ຊນົ ຂອງພກັ ໃນການນໍາປະເທດຊາດໃຫ້ຫດຸຼ ພົນ້ ອອກຈາກ ການເປັນປະເທດດ້ອຍພັດທະນາໃນປີ 2020 ເພ່ືອກ້າວສບູ່ າດລ້ຽວໃໝຂ່ ອງການພັດທະນາ ປະເທດຊາດ ຕາມເສ້ັນທາງກາ້ ວຂ້ຶນສູ່ຈດຸ ໝາຍສັງຄົມນິຍົມຢ່າງໜກັ ແໜ້ນ. 261

29. ວຽກງານຂອງຫອ້ ງການເລຂາທກິ ານຄະນະກໍາມະທິການແຫ່ງຊາດລາວ ເພື່ອອຸຍແນດສະໂກ (UNESCO) ໂດຍ: ສມົ ບູນ ມາສຸວນັ 29.1 ຄວາມເປນັ ມາຂອງຫ້ອງການເລຂາ ຄະນະກໍາມາທກິ ານແຫງ່ ຊາດລາວເພອ່ື ອຸຍ ແນດສະໂກ ຫ້ອງການເລຂາ ຄະນະກໍາມາທກິ ານແຫງ່ ຊາດລາວເພອື່ ອຸຍແນດສະໂກ (ຂຽນ ດວ້ ຍຕົວອັກສອນຫຍໍ້ \"ຄລອ\") ໄດ້ຮັບການສ້າງຕ້ັງຂ້ຶນໃນວນັ ທີ 16/12/1978 ເພືອ່ ສາ້ ງສນັ ຕພິ າບ ແລະ ພັດທະນາມະນຸດໃນຍຸກໂລກາພວິ ັດ ໂດຍຜາ່ ນຂະບວນການສກຶ ສາ, ວທິ ະ ຍາສາດ, ວດັ ທະນະທໍາ ແລະ ການສື່ສານ. ຫ້ອງການ ຄລອ ເປນັ ກົງຈກັ ບລໍ ິຫານໃນ ໂຄງປະກອບການຈດັ ຕັ້ງຂອງກະຊວງສຶກສາທກິ ານ ແລະ ກິລາ, ມີພາລະບດົ ບາດເປນັ ເສ ນາທິການແກ່ລດັ ຖະມົນຕີກະຊວງສຶກສາທິການ ແລະ ກລິ າ. ໜາ້ ທີ່ຕົ້ນຕໍຂອງຫອ້ ງການ ຄລອ ແມນ່ : ສກຶ ສາ ແລະ ຜັນຂະຫຍາຍແນວທາງ, ນະໂຍບາຍ, ລະບຽບກົດໝາຍ ແລະ ແຜນຍດຸ ທະສາດການພັດທະນາເສດຖະກິດ-ສງັ ຄມົ , ແຜນຍດຸ ທະສາດການ ພັດທະນາການສຶກສາ, ວັດທະນະທໍາ, ວິທະຍາສາດ ແລະ ການສສ່ື ານຂອງ ສປປລາວ ແລະ ເຜຍີ ແຜ່ນະໂຍບາຍ, ວັດຖປຸ ະສົງຂອງອົງການອຍຸ ແນດສະໂກ ແລະ ການຄ້ນົ ຄວາ້ ເອກະສານຕ່າງໆຈາກອງົ ການອຍຸ ແນດສະໂກ. ປະສານງານກບັ ບັນດາກະຊວງ, ອົງການ, ສະຖາບນັ ແລະ ກຸ່ມວຊິ າຊີບຕ່າງໆ ຄນົ້ ຄວ້າ ແລະ ຂ້ຶນແຜນຂຽນໂຄງການເພື່ອຍາດແຍ່ງການຊວ່ ຍເຫືຼອດ້ານການ ເງິນ ແລະ ວິຊາການ. ປະສານງານກບັ ອົງການອຍຸ ແນດສະໂກ, ຫອ້ ງການອຸຍແນດສະໂກປະຈໍາພາກ ພື້ນ ແລະ ຄະນະກໍາມາທິການແຫ່ງຊາດເພ່ືອອຍຸ ແນດສະໂກ ຂອງບນັ ດາປະ ເທດສະມາຊກິ ໃນການວາງແຜນການຮວ່ ມມືໃນຂົງເຂດການສຶກສາ, ວທິ ະຍາ ສາດ ແລະ ວັດທະນະທໍາ. 262

29.2 ກດິ ຈະກາໍ ຫຼັກຂອງຫ້ອງການເລຂາຄະນະກໍາມາທກິ ານແຫ່ງຊາດລາວເພ່ອື ອຸຍ ແນດສະໂກ ຕດິ ຕາມ, ຊຸກຍ້ພູ າກສວ່ ນຕ່າງໆໃນການປະຕິບດັ ໂຄງການທີໄ່ ດຮ້ ັບການສະໜັ ບສະໜູນຈາກອົງການອຸຍແນດສະໂກ. ແນະນາໍ , ໃຫຄ້ າໍ ປກຶ ສາແກ່ພາກສ່ວນຕ່າງໆໃນການຈັດຕງັ້ ປະຕິບດັ ນະໂຍບາຍ ຂອງອົງການອຸຍແນດສະໂກ. ຄ້ນົ ຄວ້າ, ເຊ່ືອມຊຶມແຜນປະຕິບັດງານ 2 ປີ ທຮ່ີ ັບຮອງເອາົ ໂດຍ ກອງປະຊຸມ ໃຫຍ່ຂອງອົງການອຸຍແນດສະໂກ. ຄ້ົນຄວາ້ ແຜນປະຕິບັດງານຍ່ອຍຂອງພາກພ້ືນອາຊີ-ປາຊີຟກິ ທ່ີຖືກຮບັ ຮອງຈາກ ກອງປະຊມຸ . ຈດັ ປະຊຸມ, ສາໍ ມະນາ ເພ່ືອເຜຍີ ແຜ່ແນວຄວາມຄດິ ທີ່ອຍຸ ແນດສະໂກມີຄວາມ ເປນັ ຫ່ວງເຊັ່ນ: ເຊື້ອພະຍາດເອດ (HIV/AIDS), ການສຶກສາເພອ່ື ການພດັ ທະ ນາແບບຍນື ຍງົ (ESD), ການປຽ່ ນແປງດິນຟ້າອາກາດ (Climate Change), ການຫຸຼດຜ່ອນຄວາມສຽ່ ງໄພພບິ ັດ (DRR), ການສຶກສາພົນລະເມືອງໂລກ (GCED). ກະກຽມເອກະສານໃຫແ້ ກ່ຄະນະຜູ້ແທນ ສປປລາວ ໃນການເຂົ້າຮ່ວມກອງປະ ຊຸມໃຫຍ່ ແລະ ກອງປະຊມຸ ພາກພື້ນຕ່າງໆຂອງອົງການ. ຈັດຕງ້ັ ກອງປະຊຸມກຽ່ ວກັບໂຄງການໂຮງຮຽນເພື່ອຄວາມເຂົາ້ ໃຈອັນດີລະຫວ່າງ ຊາດ ASPnet ແລະ ອະນຸກໍາມາທກິ ານແຫ່ງຊາດລາວເພອື່ ອຍຸ ແນດສະໂກ. 29.3 ຜນົ ສາໍ ເລດັ ອນັ ພ້ົນເດນ່ັ ຂອງຫອ້ ງການເລຂາຄະນະກໍາມາທກິ ານແຫງ່ ຊາດລາວ ເພື່ອອຍຸ ແນດສະໂກ ຫ້ອງການ ຄລອ ສາມາດຍາດແຍ່ງທຶນສະໜັບສະໜູນຈາກສໍານັກງານໃຫຍ່ອົງ ການອຸຍແນດສະໂກ ແລະ ຫ້ອງການເລຂາຄະນະກໍາມາທກິ ານແຫ່ງຊາດ ເພ່ືອອຸຍແນດ ສະໂກຂອງປະເທດຕ່າງໆ ເພືອ່ ຈດັ ຕັ້ງປະຕບິ ັດວຽກດ້ານການສຶກສາ, ວັດທະນະທາໍ ແລະ ວິທະຍາສາດ. 29.3.1 ວຽກງານສຶກສາ ແລະ ວທິ ະຍາສາດ ເຜຍີ ແຜແ່ ນວຄວາມຄິດກ່ຽວກັບການສຶກສາ ເພືອ່ ການພັດທະນາແບບຍືນ ຍົງ, ການປຽ່ ນແປງດນິ ຟາ້ ອາກາດ, ການຫຼດຸ ຜອ່ ນຄວາມສຽ່ ງໄພພິບັດໃນ 263

ໂຮງຮຽນ, ການສຶກສາພນົ ລະເມືອງໂລກ ແລະ ເປ້ົາໝາຍການພັດທະນາ ແບບຍືນຍງົ ສໍາລັບຂະແໜງການສຶກສາ ໃຫແ້ ກພ່ ະນກັ ງານຂ້ັນກົມ, ຂ້ັນພະ ແນກ ພາຍໃນກະຊວງສຶກສາທກິ ານ ແລະ ກິລາ ແລະ ຂັນ້ ພະແນກສກຶ ສາ ທກິ ານ ແລະ ກລິ າແຂວງ ແລະ ນະຄອນຫຼວງ, ບັນດາໂຮງຮຽນສະມາຊິກ ASPnet, ວທິ ະຍາໄລຄູ ແລະ ຍງັ ຈະສືບຕ່ເໍ ຜີຍແຜ່ບັນດາຫວົ ຂໍດ້ ່ັງກາ່ ວໄປ ເລື້ອຍໆ. ຂະຫຍາຍໂຮງຮຽນເພ່ອື ຄວາມເຂາ້ົ ໃຈອັນດລີ ະຫວາ່ ງຊາດ ASPnet ໄດ້ທັງ ໝດົ 33 ໂຮງຮຽນ ໃນ 5 ແຂວງ (ນະຄອນຫຼວງວຽງຈນັ , ຫວົ ພັນ, ຊຽງຂວາງ, ຫຼວງພະບາງ, ຈໍາປາສກັ ). ແປ ແລະ ເຜີຍແຜບ່ ົດລາຍງານສງັ ລວມການຕິດຕາມການສຶກສາໂລກ ຈໍາ ນວນ 8 ຫວົ 6 ສາໍ ເລດັ ໂຄງການພັດທະນາຂດີ ຄວາມສາມາດ ສໍາລັບການສກຶ ສາເພື່ອທຸກ ຄນົ (CapEFA) ແລະເລີ່ມຕົ້ນປະຕບິ ັດໂຄງການສ້າງຂີດຄວາມສາມາດ ສໍາລັບການສຶກສາ 2030 (CapEd), ໂຄງການສໍາລບັ ເດັກທ່ີບ່ໍໄດ້ເຂ້າົ ໂຮງຮຽນ (Out of School Children). ສາໍ ເລດັ ການພິມປ້ມຶ ຄມູ່ ຄື ູ ກຽ່ ວກັບຄວາມຮູ້ພື້ນຖານການປ້ອງກັນເຊອ້ື ພະ ຍາດເອດ ແລະ ເຜຍີ ແຜ່ໃຫ້ແກຄ່ ະນະອໍານວຍການ ແລະ ຄູສອນໂຮງຮຽນ ມັດທະຍົມຢູ່ 9 ແຂວງ. 29.3.2 ວຽກງານວດັ ທະນະທໍາ ແລະ ການສສ່ື ານ ຫ້ອງການ ຄລອ ໄດ້ຮ່ວມມກື ັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທອ່ ງທຽ່ ວ ເຜຍີ ແຜສ່ ົນທິສັນຍາຕ່າງໆ ແລະ ປະສານງານກ່ຽວກັບການອະນຸລັກວັດ 6 2007: ພນ້ື ຖານເຂັມ້ ແຂງ: ການເບງ່ິ ແຍງ ແລະ ການສຶກສາເດກັ ກ່ອນໄວຮຽນ 2008: ການສກຶ ສາເພ່ືອທຸກຄນົ ຈົນເຖິງປີ 2015: ພວກເຮາົ ຈະສາໍ ເລັດຫບຼື ໍ່? 2009: ການເອາົ ຊະນະຄວາມບສ່ໍ ະເໝພີ າບ-ເປັນຫຍັງການບລໍ ຫິ ານຄຸມ້ ຄອງຈຶ່ງສໍາຄນັ 2010: ການເຂົ້າເຖງິ ຜດູ້ ອ້ ຍໂອກາດ 2011: ວກິ ດິ ການເຊືອ່ ງຊ້ອນ: ຄວາມຂດັ ແຍ່ງດວ້ ຍອາວຸດ ແລະ ການສກຶ ສາ 2012: ຊາວໜມຸ່ ແລະ ທກັ ສະ: ນໍາໃຊກ້ ານສກຶ ສາເພ່ອື ປະກອບອາຊີບ 2013/14: ການຮຽນ ແລະ ການສອນ: ການບນັ ລຸຄຸນະພາບເພ່ືອທຸກຄົນ 2016: ການສກຶ ສາເພ່ອື ປວງຊົນ ແລະ ໂລກ 264

ທະນະທາໍ , ປະເພນີ ແລະ ມລໍ ະດກົ ຂອງຊາດເຊັນ່ : ສົນທສິ ນັ ຍາປີ 2003 ວ່າດວ້ ຍ ການອະນລຸ ັກມລໍ ະດົກວັດທະນະທາໍ ທບີ່ ໍເ່ ປັນວັດຖຸ, ສົນທສິ ັນຍາປີ 2005 ວາ່ ດວ້ ຍ ການປົກປ້ອງ ແລະ ການສ່ົງເສມີ ຄວາມຫຼາກຫຼາຍຂອງສງິ່ ສະແດງອອກທາງດ້ານ ວັດທະນະທາໍ , ສົນທສິ ັນຍາປີ 1970 ວາ່ ດ້ວຍການເກອື ດຫ້າມ ແລະ ປ້ອງກັນ ການ ນໍາເຂ້າົ -ສງ່ົ ອອກແບບຜິດກົດໝາຍ ແລະ ການສ່ົງຄນື ສມົ ບັດວັດທະນະທໍາ, ສນົ ທສິ ັນຍາປີ 1995 ວາ່ ດວ້ ຍການລັກລອບ ຫືຼ ການສົງ່ ອອກວັດຖຸບຮູ ານ ແບບ ຜດິ ກົດໝາຍ. ນອກນ້ັນກໍຍັງໄດເ້ ຜີຍແຜ່ກຽ່ ວກບັ ຂ້ັນຕອນການຂທໍ ນຶ ຄວາມຫາຼ ກ ຫຼາຍທາງດາ້ ນວດັ ທະນະທາໍ (IFCD)7 ໃຫແ້ ກ່ພາກສ່ວນຕາ່ ງໆ ທງັ ພາກລັດ, ເອກະຊົນ ແລະ ອົງການຈັດຕັງ້ ທີບ່ ສ່ໍ ັງກັດລັດຖະບານ. ຫອ້ ງການ ຄລອ ຍັງເປັນຈຸດໃຈກາງປະສານງານວຽກງານການສະເໜຂີ ຶ້ນ ທະບຽນສະຖານທີ່ ແລະ ສິ່ງຕາ່ ງໆເປັນມໍລະດົກໂລກ ເຊ່ັນ: ເມືອງຫຼວງພະບາງໄດ້ ຖກື ຮັບຮອງເປັນເມອື ງມໍລະດກົ ໂລກ ໃນປີ 1995 ແລະ ວດັ ພູ ຢແູ່ ຂວງຈໍາປາສັກ ໃນປີ 2001. ໃນຊຸມປີຕມໍ່ າໄດ້ສະເໜີເອົາສຽງແຄນເຊື້ອຊາດລາວ, ລໍາວົງລາວ, ທງ່ົ ໄຫຫີນ ຢູ່ແຂວງຊຽງຂວາງເຂາົ້ ໃນບັນຊມີ ໍລະດົກໂລກ ແລະ ຫີນໜາມໜໍ່ ຢແູ່ ຂວງ ຄໍາມວ່ ນເຂ້ົາໃນບນັ ຊສີ ໍາຮອງ ເປັນມໍລະດກົ ໂລກໃນຂັ້ນຕໄ່ໍ ປ. ທ່ານ ລີຕູ້ ບົວປາວ, ຮອງລັດຖະມົນຕີ ກະຊວງສຶກສາທກິ ານ ແລະ ກິລາ ພ້ອມດ້ວຍຄະນະ ເຂາົ້ ຮ່ວມກອງປະຊມຸ ໃຫຍ່ຄັງ້ ທີ 37 ຂອງອຍຸ ແນດສະໂກ ວນັ ທີ 5-20 ພະຈກິ 2013, ທີ່ປາຣີ, ປະເທດຝຣງັ່ 7 IFCD- International Fund for Cultural Diversity 265

ພາກທີ VI ການສກຶ ສາ ແລະ ກລິ າລາວມຸ່ງສູ່ຄຸນນະພາບ ໂດຍ: ສຸກສະຫວນັ ພອນເທວາ 30. ແຜນພັດທະນາຂະແໜງການສກຶ ສາ ແລະ ກິລາ ໃນປີ 2016-2020 1. ເປ້ົາໝາຍລວມ : ພາຍໃນປີ 2020, ຂະແໜງການສຶກສາ ແລະ ກລິ າ ຢູ່ໃນ ສປປ ລາວ ມໂີ ຄງສາ້ ງ ແລະ ມຊີ ັບພະຍາກອນທ່ີເໝາະສົມ ເພື່ອປະກອບສ່ວນ ໃຫປ້ ະເທດຊາດໄດ້ຮັບຜນົ ປະໂຫຍດຈາກການຂະຫຍາຍຕົວທາງດ້ານເສດຖະ ກິດ ແລະ ຫຼຸດພ້ົນອອກຈາກສະຖານະພາບຄວາມດ້ອຍພັດທະນາ. 2. ຜົນໄດ້ຮັບລວມ: ນັກຮຽນມີຄວາມຮ້ຄູ ວາມສາມາດຕາມ 3 ລກັ ສະນະ ແລະ 5 ຫຼັກມູນຂອງການສກຶ ສາແຫ່ງຊາດ ແລະ ມີທັກສະ ລວມທັງທັກສະການຮຽນ ແລະ ທັກສະໃນການເຮດັ ວຽກ ເພື່ອພັດທະນາຕົນເອງ ແລະ ປະເທດຊາດໃຫ້ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. 3. ຈດຸ ປະສງົ : ຈດຸ ປະສົງ 1: ນັກຮຽນທກຸ ຄົນມຄີ ວາມຮູ້ ແລະ ຄວາມສາມາດຂນ້ັ ພ້ືນຖານທ່ີ ຈາໍ ເປັນ ພ້ອມທງັ ມສີ ຸຂະພາບທ່ີແຂງແຮງເພືອ່ ສາມາດເຂາ້ົ ເຮດັ ວຽກ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ຫືຼ ສາມາດຮຽນຕກໍ່ ານ ສຶກສາຫງັຼ ຂັນ້ ພນື້ ຖານ. ຈດຸ ປະສງົ 2: ເພ່ືອສະໜອງການສຶກສາຫັຼງຂ້ັນພນ້ື ຖານ ໃຫ້ສອດຄ່ອງກບັ ຄວາມ ຕ້ອງການຂອງການຂະຫຍາຍຕົວຂອງເສດຖະກດິ -ສງັ ຄົມ ໃນແຕລ່ ະ ໄລຍະ ພ້ອມທງັ ສາມາດເຊ່ືອມໂຍງ ແລະ ແຂງ່ ຂັນກັບພາກພ້ືນ ແລະ ສາກົນ. ຈດຸ ປະສົງ 3: ບັນລໄຸ ດ້ຄາດໝາຍດັດສະນຊີ ັບສິນມະນຸດ ເພ່ືອໃຫ້ປະເທດຫຸດຼ ພນ້ົ ອອກຈາກສະຖານະພາບຄວາມດ້ອຍພັດທະນາ ໂດຍຫຼຸດຜ່ອນຄວາມ ແຕກໂຕນລະຫວາ່ ງຍິງ-ຊາຍ, ຄົນພິການ, ຄົນທກຸ ຍາກ, ຊົນເຜ່ົາ ແລະ ອ່ືນໆ. ຈດຸ ປະສງົ 4 ຂະແໜງການມີແຜນການ, ງບົ ປະມານ ແລະ ມີການຕິດຕາມເພື່ອ ໃຊແ້ ຫງ່ຼ ທນຶ ຢ່າງມີປະສິດທິພາບ. 266

ຈຸດປະສົງ 5 ກລິ າກາຍະກໍາລາວ ຄ່ອຍເຊ່ືອມໂຍງກັບມາດຕະຖານພາກພ້ືນ ແລະ ສາກົນ. 4. ຜົນໄດຮ້ ັບ: ຜນົ ໄດຮ້ ັບທີ 1: ຈາໍ ນວນນັກຮຽນແຕ່ການສຶກສາກ່ອນໄວຮຽນ ຈນົ ຮອດ ມ.4 ເຂາ້ົ ເຖິງການສຶກສາທີມ່ ີຄຸນນະພາບທ່ດີ ີເພ່ີມຂ້ຶນ ໂດຍເອົາໃຈໃສຜ່ ້ທູ ່ີ ດອ້ ຍໂອກາດ ພອ້ ມຮັບປະກນັ ຄວາມສະເໝພີ າບຍງິ -ຊາຍ ແລະ ຊນົ ເຜ່າົ . ຜນົ ໄດ້ຮັບທີ 2: ຈໍານວນນັກຮຽນປະຖົມທ່ີມຄີ ວາມສາມາດໃນການອ່ານ, ການ ຂຽນການຄໍານວນເລກເພີ່ມຂ້ຶນ. ຜົນໄດຮ້ ັບທີ 3: ຈາໍ ນວນຄູທ່ີມວີ ດຸ ທກິ ານສຶກສາ ແລະ ສະມັດຖະພາບເໝາະສົມ ກັບວິຊາສອນເພ່ີມຂ້ຶນ ເພື່ອຮບັ ປະກັນໃຫ້ນັກຮຽນໃນໂຮງຮຽນແຕ່ ອະນຸບານຮອດມັດທະຍມົ ໄດ້ຮຽນຕາມຈຸດປະສົງທ່ກີ າໍ ນົດໄວ້ໃນ ຫັກຼ ສູດ. ຜົນໄດຮ້ ັບທີ 4: ໂຮງຮຽນທກຸ ແຫ່ງມແີ ຫງ່ຼ ທຶນ ແລະ ຊບັ ພະຍາກອນມະນຸດພຽງພໍ ເພອື່ ປບັ ປຸງຜນົ ການຮຽນຂອງນກັ ຮຽນ. ຜົນໄດຮ້ ັບທີ 5: ຈໍານວນນັກຮຽນຜູທ້ ຮ່ີ ຽນຈບົ ການສຶກສາຂ້ນັ ພນ້ື ຖານທີ່ມີຄວາມ ສາມາດຂັ້ນພື້ນຖານ ແລະ ຄວາມຮຕູ້ າມຄວາມຕ້ອງການຂອງ ຕະຫຼາດແຮງງານ ຫຼື ເພື່ອສບື ຕ່ກໍ ານຮຽນໃນການສຶກສາຫຼງັ ຂ້ັນ ພ້ນື ຖານເພີມ່ ຂຶ້ນ ຫືຼ ກາຍເປັນຜູ້ປະກອບການ. ຜົນໄດ້ຮບັ ທີ 6: ອດັ ຕາການຮຽນຮູໜ້ ັງສືຂອງຜູໃ້ ຫຍ່ໄດ້ຮັບການປັບປຸງດີຂຶ້ນພ້ອມ ທັງຮບັ ປະກັນຄວາມສະເໝີພາບຍິງ-ຊາຍ ແລະ ຊນົ ເຜ່ົາ. ຜົນໄດ້ຮັບທີ 7: ຄຸນນະພາບ ແລະ ຈາໍ ນວນຜູ້ຮຽນຈົບການສຶກສາຫັຼງຂ້ັນພ້ືນຖານ ທັງພາກລດັ ແລະ ເອກະຊົນສອດຄ່ອງກັບການພດັ ທະນາເສດຖະ ກດິ -ສັງຄົມແຫງ່ ຊາດສະໄໝທີ VIII. ຜນົ ໄດ້ຮັບທີ 8: ຂະແໜງການສຶກສາ ແລະ ກິລາມີໂຄງສາ້ ງ, ມີຊັບພະຍາກອນ ແລະ ການຕດິ ຕາມທີ່ເໝາະສມົ ໂດຍການໃຊ້ແຜນປະຈໍາປີຂອງ ຂະແໜງການ ທມ່ີ ີການຄດິ ໄລ່ມນູ ຄ່າ ແລະ ເຊອ່ື ມໂຍງກັບແຜນ ພດັ ທະນາການສຶກສາ ແລະ ກິລາ 5 ປີ. 267

ຜົນໄດຮ້ ັບທີ 9: ມີແຜນການເງິນສໍາລັບພັດທະນາການສຶກສາ ແລະ ກິລາ ເນນ້ັ ໃສ່ ຫຸຼດຜ່ອນຄວາມແຕກໂຕນລະຫວ່າງບົດບາດຍງິ -ຊາຍ, ຊນົ ເຜົ່າ, ຄວາມທຸກຍາກ ແລະ ທ້ອງຖ່ີນ. ຜົນໄດຮ້ ັບທີ 10: ນະໂຍບາຍທສ່ີ ້າງຂນຶ້ ແມ່ນອິງໃສຂ່ ໍ້ມູນ ແລະ ສະພາບຄວາມ ເປັນຈິງ. ຜົນໄດຮ້ ັບທີ 11: ພົນລະເມືອງລາວທກຸ ຄົນ ມີສຂຸ ະພາບແຂ້ມແຂງ, ມີນັກກິລາ ສະໝັກຫຼິ້ນ ແລະ ນກັ ກລິ າອາຊີບທມ່ີ ີຄຸນນະພາບເຊື່ອມໂຍງກບັ ກິລາ-ກາຍະກໍາພາກພ້ືນ ແລະ ສາກົນ ແລະ ຮ້ຮູ ັກສາສິລະປະວັດ ທະນະທາໍ ຂອງຊາດ. 31. ການສກຶ ສາ ແລະ ກລິ າລາວໃນປີ 2025 31.1 ຈດຸ ປະສົງ ກະຊວງສກຶ ສາທິການ ແລະ ກລິ າ ໄດກ້ າໍ ນົດຈດຸ ປະສົງລວມຂອງຍຸດທະສາດການ ພັດທະນາການສຶກສາ ແລະ ກິລາຮອດປີ 2025 ດັ່ງນ້ີ: 1) ການພດັ ທະນາລະບົບການສກຶ ສາ ເພ່ອື ສ້າງຊັບພະຍາກອນມະນຸດໃຫ້ມີຄວາມ ຮ,ູ້ ມຄີ ວາມສາມາດ, ມຄີ ຸນສົມບັດສິນທໍາປະຕວິ ັດ ແລະ ມີຄ່ານຍິ ົມທີ່ຖຶກຕ້ອງ, ມີນໍ້າໃຈຮັກປະເທດຊາດ, ຊສື່ ັດບລໍ ສິ ຸດ, ມີລະບຽບວິໄນ, ມີສຂຸ ະພາບທາງດ້ານ ຮາ່ ງກາຍ ແລະ ຈດິ ໃຈ, ມຄີ ວາມສາມັກຄີພາຍໃນຊາດ, ມີຄວາມຮັກຕໍ່ການ ຮຽນຕະຫອຼ ດຊີວິດ, ມຄີ ່ານິຍົມຕໍ່ປະເພນີອັນດີງາມຂອງຊາດ, ຮັກຄວາມກ້າວ ໜາ້ ແລະ ມວີ ທິ ະຍາສາດ ເພອື່ ໃຫ້ກາຍເປນັ ກໍາລັງແຮງງານທ່ີມຄີ ຸນນະພາບ, ສອດຄ່ອງ ແລະ ສາມາດຕອບສະໜອງກັບຄວາມຮຽກຮອ້ ງຕອ້ ງການຂອງການ ຂະຫຍາຍຕວົ ທາງດ້ານເສດຖະກິດຂອງຊາດທຍ່ີ ືນຍົງ, ມຄີ ວາມພ້ອມທີ່ຈະ ຮວ່ ມມື ແລະ ແຂ່ງຂນັ ກັບບັນດາປະເທດໃນພາກພື້ນ. 2) ສາ້ ງຄວາມເຂ້ັມແຂງໃຫ້ແກ່ລະບົບບລໍ ິຫານ ແລະ ຄມຸ້ ຄອງການສກຶ ສາທກຸ ລະດັບ ເພືອ່ ຮບັ ປະກັນໃຫ້ການຄມຸ້ ຄອງ ແລະ ການນໍາໃຊຊ້ ັບພະຍາກອນທ່ີມີ ໃຫ້ມີປະສິດທິພາບ ແລະ ປະສດິ ທິຜົນ. 3) ພັດທະນານັກກລິ າ, ຄຝູ ຶກ ແລະ ກໍາມະການຕັດສິນໃຫ້ມີລະດັບສງູ ເພ່ືອການ ເປັນມອື າຊີບ ໂດຍມກີ ານຊອກຫາ ແລະ ຄັດເລືອກເອາົ ເດັກຜູທ້ ີມ່ ີພອນສະ 268

ຫວນັ ແລະ ມີຄວາມຮັກມັກໃນກລິ າ ເພອື່ ມາເຂົາ້ ຮຽນ ແລະ ຝຶກຊ້ອມໃນ ໂຮງຮຽນ ແລະ ສນູ ຝຶກຊ້ອມກລິ າ. 31.2 ຍດຸ ທະສາດການພດັ ທະນາການສກຶ ສາ ແລະ ກລິ າຮອດປີ 2025. ຍຸດທະສາດການພັດທະນາການສກຶ ສາ ແລະ ກິລາຮອດປີ 2025 ແມ່ນເນັນ້ ໜັກ ແລະ ເລ່ງັ ໃສ່ 5 ໂຂງເຂດວຽກງານດ່ັງນ້ີ: 1. ປັບປຸງຄຸນນະພາບຂອງສາມນັ ສຶກສາທັງໃນ ແລະ ນອກໂຮງຮຽນ ເພືອ່ ໃຫ້ຜູຮ້ ຽນ ທຸກຄົນມີຄນຸ ສົມບັດ, ມີຄວາມຮູ້ ແລະ ຄວາມສາມາດ ເພືອ່ ສືບຕໍຮ່ ຽນໃນສາຍ ວິຊາຊີບ ແລະ ສາຍການສຶກສາຊ້ັນສງູ . 2. ປັບປຸງຄຸນນະພາບຂອງການກໍ່ສ້າງ ແລະ ຍົກລະດັບຄູແບບຮອບດ້ານ. 3. ກ່ສໍ ້າງ ແລະ ພດັ ທະນາກາໍ ລງັ ແຮງງານ ໃຫ້ສອດຄ່ອງກບັ ຄວາມຕ້ອງການຂອງ ການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ. 4. ປັບປຸງລະບົບການບໍລິຫານ ແລະ ຄມຸ້ ຄອງການສຶກສາ ໂດຍເນນ້ັ ໃສ່ການ ພັດທະນາຂີດຄວາມສາມາດຂອງຜູ້ບລໍ ິຫານການສຶກສາ ແລະ ກິລາ ແຕລ່ ະຂ້ັນ. 5. ປັບປຸງ ແລະ ພດັ ທະນາກິລາ-ກາຍະກໍາ ເຮດັ ໃຫພ້ ນົ ລະເມອື ງລາວ ມສີ ຂຸ ະພາບ ເຂ້ັມແຂງທາງດາ້ ນຮາ່ ງກາຍ, ຈດິ ໃຈ, ມນີ າໍ້ ໃຈກິລາທີ່ຜອ່ ງໃສ, ສ້າງສະຕຊິ າດ ສາມາດປະກອບສ່ວນເຂາ້ົ ໃນການພັດທະນາຊັບພະຍາກອນມະນດຸ , ຮບັ ໃຊ້ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພມີ່ ທະວີຄວາມສາມັກຄ,ີ ມິດຕະພາບ, ສັນຕິພາບການຮວ່ ມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເພອ່ື ຍກົ ຖານະບດົ ບາດຂອງຊາດ. ຍດຸ ທະສາດທີ 1: ປບັ ປຸງຄນຸ ນະພາບຂອງສາມນັ ສກຶ ສາທງັ ໃນ ແລະ ນອກໂຮງຮຽນ ເພື່ອໃຫຜ້ ຮູ້ ຽນທຸກຄນົ ມຄີ ນຸ ສມົ ບດັ , ມີຄວາມຮູ້ ແລະ ຄວາມສາມາດ ເພ່ອື ສຶບຕ່ຮໍ ຽນ ໃນສາຍວຊິ າຊີບ ແລະ ສາຍການສກຶ ສາຊນັ້ ສງູ . 1) ຈດຸ ປະສງົ ລວມ: ເພ່ືອສ້າງເງອ່ື ນໄຂໃຫເ້ ດັກທຸກຄົນ ໄດເ້ ຂ້ົາເຖິງການສຶກສາແຕ່ຊ້ັນອະນຸບານຮອດ ຊັນ້ ມັດທະຍົມ ທີ່ມີຄຸນນະພາບຢ່າງມີຄວາມສະເໝພີ າບ ແລະ ເທ່າົ ທຽມກນັ ແລະ ຮບັ ປະກັນພັນທະປະຕິບັດການສຶກສາມັດທະຍມົ ຕນົ້ ພາກບງັ ຄບັ ສາໍ ລັບພົນລະເມືອງ ທກຸ ຄົນ ເພອ່ື ໃຫເ້ ຂົາເຈ້ົາມີຄວາມຮູ້ພື້ນຖານ ແລະ ທກັ ສະທ່ສີ າມາດນໍາໄປໃຊ້ປະ ກອບອາຊບີ ຕົວຈິງໄດ້ ແລະ ສາມາດຮຽນໃນຊັ້ນສູງຕ່ໍໄປ. 269

2) ຈດຸ ປະສົງສະເພາະ: ຂະຫຍາຍການສຶກສາ ແລະ ການດແູ ລເດັກກ່ອນໄວຮຽນໃຫ້ກວາ້ ງຂວາງ ແລະ ທວ່ົ ເຖິງ. ສະໜອງການສຶກສາຂນ້ັ ພນ້ື ຖານທີ່ມີຄຸນນະພາບ ໃຫ້ແກ່ເດັກທກຸ ຄນົ ຢາ່ ງເທາ່ົ ທຽມກນັ . ປະຕບິ ັດການສຶກສາຊັ້ນມັດທະຍມົ ຕົ້ນພາກບັງຄັບ. ສ່ົງເສີມການເປັນເຈ້າົ ຂອງຊຸມຊົນກໍຄືຄະນະພັດທະນາການສຶກສາ ແຕ່ລະຂັນ້ ເພອ່ື ຮບັ ປະກນັ ໃຫທ້ ຸກພາກສວ່ ນມີສ່ວນຮ່ວມ ໃນການພັດທະນາການສຶກສາ. ຕິດຕາມ, ກວດກາ ແລະ ທບົ ທວນຄືນຫຼກັ ສູດ ເພອື່ ປັບປງຸ ແລະ ພັດທະນາໃຫ້ ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະທອ້ ງຖ່ິນ ແລະ ພດັ ທະນາ ເສດຖະກິດ-ສງັ ຄມົ ແຫ່ງຊາດ. ສົ່ງເສີມໃຫນ້ ັກຮຽນມຄີ ວາມຮູ້ດາ້ ນພາສາຕ່າງປະເທດ, ວິທະຍາສາດ ແລະ ເຕັກ ໂນໂລຊ.ີ ສ່ົງເສີມຂີດຄວາມສາມາດ ແລະ ທກັ ສະໃນການເຮດັ ວຽກຕວົ ຈງິ ແລະ ການ ປະກອບອາຊີບໃຫຊ້ າວໜຸ່ມໃນໂຮງຮຽນ ລວມທງັ ການຝຶກອົບຮມົ ວຊິ າຊີບສໍາ ລັບຊາວໜຸ່ມທອີ່ ອກຈາກໂຮງຮຽນ. 3) ບຸລິມະສດິ ສົ່ງເສມີ ໃຫເ້ ດັກນ້ອຍໄດ້ເຂ້ົາກຽມຄວາມພອ້ ມ ກອ່ ນຈະເຂ້ົາຮຽນຊ້ນັ ປະຖົມ ໃຫ້ ຫຼາຍຂຶ້ນ. ສ້າງເງ່ືອນໄຂໃຫ້ເດກັ ທີ່ອອກໂຮງຮຽນໄດ້ເຂາົ້ ມາຮຽນຄືນ ໃນໂຮງຮຽນສາມັນທ່ວົ ໄປ ແລະ ສ້າງເງ່ືອນໄຂໃຫ້ເດກັ ໃນເຂດຫ່າງໄກສອກຫີຼກໄດ້ເຂ້ົາເຖິງການສຶກສາ. ປັບປຸງພ້ືນຖານໂຄງລ່າງຂອງສະຖານການສຶກສາ ພອ້ ມທງັ ຮບັ ປະກັນໃຫມ້ ີສະ ພາບແວດລ້ອມທີເ່ ປນັ ມິດ ແລະ ຮບັ ປະກັນໃຫມ້ ີຄວາມສຽ່ ງໜ້ອຍຕໍກ່ ັບຜົນກະ ທບົ ຈາກໄພພບິ ັດ. ປັບປຸງຄຸນນະພາບຂອງການສຶກສາໃນທຸກລະດບັ ເພ່ືອເຮັດໃຫອ້ ັດຕາຈົບຊັ້ນຂອງ ນັກຮຽນບັນລຸໄດ້ຕາມຄາດໝາຍທ່ກີ າໍ ນົດ ໂດຍສະເພາະແມນ່ ເພດຍິງ. ເນນ້ັ ໃສ່ການສດິ ສອນວຊິ າວິທະຍາສາດ, ເຕກັ ໂນໂລຊີ, ຄະນດິ ສາດ, ພາສາ ອັງກິດ ແລະ ໄອຊທີ ີ. 270

ຫດຼຸ ຜ່ອນອັດຕາການກືກໜງັ ສຂື ອງຜູ້ໃຫຍ່. ສາ້ ງເງື່ອນໄຂໃຫ້ຊາວໜມຸ່ ທ່ີອອກຈາກໂຮງຮຽນ ແລະ ຜູ້ໃຫຍ່ໄດ້ມີໂອກາດເຂ້ົາ ຝກຶ ອົບຮົມວຊິ າຊບີ ຂັ້ນພ້ືນຖານ ແລະ ບໍາລງຸ ຍກົ ລະດັບການສຶກສາ. ຍດຸ ທະສາດທີ 2: ປັບປຸງຄນຸ ນະພາບຂອງການກ່ໍສາ້ ງ ແລະ ຍກົ ລະດບັ ຄແູ ບບຮອບດາ້ ນ. 1) ຈຸດປະສງົ ລວມ: ໃຫ້ຜູ້ຮຽນທກຸ ຄົນໄດຮ້ ບັ ການສດິ ສອນຈາກຄູສອນທມີ່ ີຄຸນວດຸ ທິ ແລະ ໄດ້ຕາມມາດ ຕະຖານທາງດາ້ ນວິຊາຊບີ , ຄູໄດຮ້ ັບການພັດທະນາດ້ານວຊິ າຊີບຢາ່ ງຕ່ເໍ ນ່ືອງ. 2) ຈຸດປະສງົ ສະເພາະ ເພ່ືອປບັ ປຸງຄຸນນະພາບການຮຽນການສອນໃນສະຖາບັນສາ້ ງຄູ. ສະໜອງການຝຶກອົບຮມົ ຄູປະຈໍາການ ເພ່ືອເຮດັ ໃຫ້ຄໄູ ດ້ມີໂອກາດພັດທະນາວິຊາ ຊີບຂອງຕົນຢາ່ ງຕ່ເໍ ນ່ືອງ. ຍົກຖານະບົດບາດຂອງຄູໃຫ້ສູງຂຶ້ນໃນສັງຄົມ ໂດຍການສ້າງຄໃູ ຫ້ມີຄນຸ ນະພາບ, ມີຈນັ ຍາບັນ ແລະ ມີຄວາມເປນັ ມອື າຊິບ. 3) ບຸລິມະສດິ ປັບປຸງຫັຼກສູດສ້າງຄູໃນແຕ່ລະສາຍໃຫ້ສອດຄ່ອງກັບຫັຼກສດູ ສາຍສາມັນ ໂດຍເນັ້ນ ໃສ່ຄຜູ ູໜ້ ຶ່ງສາມາດ ສິດສອນໄດ້ຫຼາຍກວາ່ ໜຶ່ງວຊິ າ. ຄັດເລືອກເອາົ ນກັ ຮຽນທີ່ຮຽນເກງັ່ ແລະ ຮກັ ອາຊີບຄູຈາກທ້ອງຖນ່ິ ມາຮຽນຄຢູ ່າງ ມີແຜນການ ໂດຍອີງໃສ່ຄວາມຈາໍ ເປັນ ແລະ ຄວາມຕອ້ ງການຂອງໂຮງຮຽນ ເປນັ ຫຼັກ ລວມທງັ ການສະໜອງເບ້ຍລຽ້ ງໃຫນ້ ັກຮຽນຄູຕາມທີກ່ າໍ ນົດໄວໃ້ ນລະ ບຽບການ. ຍົກລະດັບຄູສອນຢໃູ ນສະຖາບັນສາ້ ງຄູ ໃຫໄ້ ດ້ມາດຕະຖານຄຸນນະພາບທກ່ີ ໍາ ນດົ ໄວ້. ສະໜອງອຸປະກອນຮັບໃຊ້ການຮຽນການສອນ ແລະ ເຄືອ່ ງທົດລອງໃຫ້ບນັ ດາ ສະຖາບັນສາ້ ງຄູ ໃຫ້ພຽງພຕໍ າມມາດຕະຖານຄຸນນະພາບທີ່ກາໍ ນົດໄວ້. ເອົາໃຈໃສບ່ ໍາລຸງ ແລະ ຍກົ ລະດັບຄູປະຈໍາການໃຫຫ້ າຼ ຍຂ້ນຶ ພອ້ ມທງັ ປັບປຸງການ ບໍາລຸງ ແລະ ຍົກລະດັບດ່ງັ ກ່າວ ໃຫເ້ ປັນລະບົບ ແລະ ຕ່ໍເນອ່ື ງ. ປບັ ປຸງລະບົບການບໍລິຫານ ແລະ ຄມຸ້ ຄອງສະຖາບນັ ສ້າງຄໃູ ຫເ້ ຂມັ້ ແຂງ. 271

ຍຸດທະສາດທີ 3: ກ່ສໍ ້າງ ແລະ ພດັ ທະນາກໍາລງັ ແຮງງານ ໃຫສ້ ອດຄອ່ ງກັບຄວາມ ຕ້ອງການຂອງການຂະຫຍາຍຕວົ ຂອງເສດຖະກດິ ແລະ ສງັ ຄມົ . 1) ຈດຸ ປະສົງລວມ: ເພ່ອື ພດັ ທະນາແຮງງານທີ່ມີຄຸນນະພາບ, ມີຄວາມຮ,ູ້ ຄຸນສມົ ບດັ ແລະ ຄວາມ ສາມາດ ທ່ີຕອບສະໜອງໄດ້ຕາມການຂະຫຍາຍຕົວຂອງເສກຖະກິດ-ສັງຄມົ ແຫງ່ ຊາດ ແລະ ການເຊອື່ ມໂຍງກັບພາກພນ້ື ແລະ ສາກນົ . 2) ຈດຸ ປະສງົ ສະເພາະ: ເພ່ີມການເຂົາ້ ຮຽນໃນສາຍວິຊາຊີບໂດຍເອົາໃຈໃສເ່ ພດຍິງ ແລະ ຜທູ້ ດ່ີ ້ອຍໂອກາດ ໂດຍສະເພາະໃນສາຂາວຊິ າທກ່ີ ່ຽວຂ້ອງ ແລະ ເໝາະສົມກບັ ກມຸ່ ເປ້ົາໝາຍດ່ັງ ກ່າວ. ທບົ ທວນ ແລະ ພດັ ທະນາຫັກຼ ສູດ ເພອື່ ໃຫສ້ າມາດພັດທະນາແຮງງານໃຫ້ມສີ ີມື ແລະ ສອດຄອງກັບຄວາມຕ້ອງການຂອງຜ້ປູ ະກອບການ ແລະ ຕະຫຼາດແຮງງານ. ປັບປຸງຄຸນນະພາບຂອງການຮຽນການສອນໃນສະຖາບັນອາຊວີ ະສຶກສາ ແລະ ການສຶກສາຊ້ັນສູງ. ປັບປຸງສ້າງຄວາມເຂ້ມັ ແຂງໃຫ້ແກກ່ ານບລໍ ິຫານ-ຄຸ້ມຄອງສະຖາບັນການສຶກສາ. ດັດສົມການເຂາົ້ ຮຽນໃນສາຍອາຊີວະສຶກສາ ແລະ ການສຶກສາຊັນ້ ສູງ ໂດຍເອົາ ໃຈໃສຜ່ ຍູ້ ິງ ແລະ ຜູ້ທີ່ດ້ວຍໂອກາດ. ປັບປຸງ ແລະ ພັດທະນາຫັຼກສດູ ໃຫ້ສອດຄ່ອງກບັ ຄວາມຕ້ອງການຂອງຕະຫາຼ ດ ແຮງງານ. 3) ບຸລິມະສິດ ພັດທະນາ ແລະ ປັບປຸງຫຼັກສູດສໍາລັບສູນ, ສະຖາບນັ ອາຊີວະສຶກສາ ແລະ ສະ ຖາບັນການສກຶ ສາຊັ້ນສູງ ໃຫສອດຄ່ອງກັບການຂະຫຍາຍຕວົ ຂອງເສດຖະກດິ - ສັງຄົມ, ສາມາດເຊ່ືອມໂຍງເຂົ້າກັບພາກພນ້ື ແລະ ສາກົນ (ໂດຍສະເພາະການ ທຽບໂອນໜ່ວຍກິດ). ຍົກລະດັບຄູສອນໃຫມ້ ີຄວາມຊາໍ ນານງານໃນສາຂາວິຊາສອນ. ຮັບປະກັນໃຫ້ສະຖາບນັ ອາຊວີ ະສກຶ ສາ ແລະ ສະຖາບັນການສກຶ ສາຊນັ້ ສູງມີ ຫ້ອງທົດລອງ, ຫ້ອງສະໝດຸ ແລະ ຫອ້ ງປະຕບິ ັດງານທ່ີມີຄຸນນະພາບ ໄດ້ມາດ ຕະຖານຮັບໃຊ້ການຮຽນການສອນໃນແຕ່ລະສາຂາວິຊາ. 272

ເພີມ່ ການຮວ່ ມມກື ັບທຸກພາກສວ່ ນທ່ກີ ່ຽວຂອ້ ງໃນສງັ ຄົມ ແລະ ສະຖາບນັ ການ ສຶກສາທງັ ພາຍໃນ ແລະ ຕາ່ ງປະເທດໃນການພັດທະນາສີມືແຮງງານ, ການເປີດ ສອນຫຼັກສດູ ສາກົນ (ພາສາອງັ ກິດ), ການສາ້ ງຕັ້ງສູນພາສາອາຊຽນ ແລະ ສູນ ຄນ້ົ ຄວ້າ ແລະ ພັດທະນາ (Research and Development Center). ເນັນ້ ໃສ່ການວໄິ ຈດ້ານແຮງງານ ແລະ ຄວາມຕ້ອງການດາ້ ນແຮງງານ. ເອົາໃຈໃສ່ວຽກງານຄ້ົນຄວາ້ ວທິ ະຍາສາດ ເພອ່ື ຕຍໍ່ ອດຜະລດິ ຕະພນັ ແລະ ສ້າງ ນະວດັ ຕະກໍາໃໝ່. ພັດທະນາ ແລະ ປັບປຸງຫຼັກສດູ ສາຍອາຊວີ ະສຶກສາ ແລະ ການສກຶ ສາຊນັ້ ສູງ ຕາມຂອບວຸດທກິ ານສຶກສາແຫງ່ ຊາດ ໃຫ້ຕອບສະໜອງກັບຄວາມຕອ້ ງການຂອງ ຕະຫຼາດແຮງງານ ເພ່ືອພັດທະນາເສດຖະກດິ -ສັງຄມົ , ການຫັນເປັນ ອຸດສາຫະກໍາ ແລະ ທັນສະໄໝ, ສາມາດເຊອ່ື ມໂຍງເຂາ້ົ ກັບພາກພນື້ ແລະ ສາກົນ. ກໍ່ສ້າງ ແລະ ພັດທະນາຄູ ດາ້ ນວຊິ າຄູ ແລະ ວິຊາສະເພາະສາຍອາຊີວະສຶກສາ ແລະ ສາຍການສຶກສາຊັນ້ ສູງ. ຮັບປະກັນໃຫສ້ ະຖານອາຊີວະສຶກສາ ແລະ ການສຶກສາຊັ້ນສູງມີພ້ືນຖານໂຄງ ລາ່ ງ ແລະ ສິງ່ ອໍານວຍຄວາມສະດວກພຽງພໍ ສໍາລັບການຮຽນການສອນ, ການ ຄ້ນົ ຄວາ້ -ວໄິ ຈ, ການທດົ ລອງ ແລະ ການຝຶກປະຕບິ ັດ. ສົງ່ ເສີ່ມການຄົ້ນຄ້ວາວິທະຍາສາດ, ເຕກັ ໂນໂລຊີ, ນະວັດຕະກໍາ, ການບົ່ມເພາະ ທຸລະກດິ ແລະ ການບໍລິການວິຊາການ. ຕິດຕາມ, ປະເມນີ ຜຮູ້ ຽນຈົບ, ຜູ້ນໍາໃຊແ້ ຮງງານ ແລະ ວິໄຈຄວາມຕ້ອງການດ້ານ ແຮງງານ. ມີການຮ່ວມມກື ບັ ອົງການຈັດຕ້ັງສງັ ຄມົ , ຫົວໜ່ວຍແຮງານ ແລະ ສະຖານການ ສກຶ ສາທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາກໍາລງັ ແຮງງານ. ຍຸດທະສາດທີ່ 4 ປບັ ປງຸ ລະບບົ ການບລໍ ຫິ ານ ແລະ ຄມຸ້ ຄອງການສຶກສາ ໂດຍພດັ ທະ ນາຂດີ ຄວາມສາມາດຂອງຜ້ບູ ລໍ ຫິ ານການສກຶ ສາ ແລະ ກລິ າ ແຕລ່ ະຂັ້ນ. 1) ຈດຸ ປະສງົ ລວມ: ເພອ່ື ສາ້ ງຂີດຄວາມສາມາດໃຫແ້ ກ່ຜູ້ບໍລຫິ ານການສກຶ ສາ ແລະ ກລິ າແຕ່ລະ ລະດັບໃນການບໍລິຫານ, ຄຸ້ມຄອງການສຶກສາ, ການວາງແຜນການ, ງົບປະມານ, 273

ຄ້ົນຄວ້າວໄິ ຈ, ການຕິດຕາມ ແລະ ປະເມີນຜົນ ເພອື່ ຮັບປະກັນໃຫ້ແກກ່ ານນໍາ ໃຊ້ຊັບພະຍາກອນທ່ມີ ີ ໃຫ້ມີປະສດິ ທິພາບ ແລະ ປະສິດທຜິ ນົ . 2) ຈດຸ ປະສງົ ສະເພາະ: ເພ່ອື ກໍານດົ ພາລະບົດບາດໃນການບໍລິຫານ ແລະ ຄຸ້ມຄອງແຕລ່ ະຂ້ັນໃຫ້ຈະແຈ້ງ ພ້ອມທງັ ສາ້ ງຄວາມເຂັ້ມແຂງໃຫແ້ ກຜ່ ບູ້ ລໍ ິຫານການສຶກສາ ແລະ ກລິ າໃນທກຸ ລະດັບ. ເພືອ່ ເຮັດໃຫ້ລະບົບການສ້າງແຜນການ ແລະ ແຜນງົບປະມານມີຄວາມສອດ ຄ່ອງກັນ. ເຮດັ ໃຫ້ການນໍາໃຊ້ງົບປະມານມີປະສິດທິພາບ ຮບັ ປະກັນໃຫ້ການຈັດສນັ ງບົ ປະມານ ສອດຄອ່ ງກັບນະໂຍບບາຍ, ມີຄວາມໂປ່ງໃສ ແລະ ຍຕຸ ິທໍາ. ເຮັດໃຫລ້ ະບບົ ການຄມຸ້ ຄອງ, ນໍາໃຊ້ຄູ ແລະ ບຸກຄະລາກອນສກຶ ສາ ແລະ ກິລາ ໃນແຕລ່ ະລະດັບມີປະສິດທພິ າບ ແລະ ປະສດິ ທິຜນົ . ສ້າງຄວາມເຂມ້ັ ແຂງກຽ່ ວກັບການຄົ້ນຄວາ້ -ວິໄຈໃນຂະແໜງການສຶກສາ ແລະ ກິລາ. ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕດິ ຕາມ ແລະ ປະເມີນຜົນຂອງຂະແໜ່ງ ການສກຶ ສາ ແລະ ກິລາ. ປັບປຸງ ແລະ ສາ້ ງຄວາມເຂ້ັມແຂງລະບົບບລໍ ິຫານ ແລະ ຄມຸ້ ຄອງໂຄງການຊວ່ ຍ ເຫອືຼ ຈາກຕ່າງປະເທດ. 3) ບລຸ ິມະສິດ: ສ້າງເຄ່ືອງມືໃນການສາ້ ງແຜນການ ແລະ ແຜນງົບປະມານພ້ອມທງັ ຍກົ ລະດບັ ໃຫ້ພະນັກງານແຜນການ ແລະ ການເງິນໃນແຕ່ລະລະດບັ . ປັບປຸງລະບົບການສ້າງແຜນປະຈໍາປີ ເພ່ືອໃຫ້ສອດຄ່ອງກັບຮອບວຽນໃນການ ຂຶ້ນແຜນງບົ ປະມານປະຈໍາປີ. ສ້າງ ແລະ ພັດທະນາຜູ້ບລໍ ິຫານການສຶກສາ ແລະ ກິລາໃນແຕ່ລະລະດັບໃຫເ້ ປັນຜູ້ ບໍລິຫານມືອາຊີບ. ປັບປຸງລະບົບການສັບຊ້ອນ ແລະ ບນັ ຈຸຄູ ພ້ອມທັງສັບຊ້ອນຄຄູ ືນໃໝ່ ເພື່ອຫຼກີ ລ້ຽງສະພາບຄູເຫຼືອ. 274

ນາໍ ໃຊລ້ ະບົບ ICT ທເ່ີ ປັນເອກະພາບເຂ້າົ ໃນການຄຸ້ມຄອງພະນັກງານ, ຄູ ແລະ ການຄຸ້ມຄອງການເງິນ. ດາໍ ເນີນການສຶກສາ ແລະ ວໄິ ຈໃນຫວົ ຂ້ທໍ ເີ່ ປັນບັນຫາໃນການພັດທະນາການສຶກ ສາ. ສ້າງຄວາມເຂ້ັມແຂງໃນການຄນົ້ ຄວາ້ -ວິໄຈ ນບັ ແຕ່ສູນກາງ, ແຂວງ, ເມອື ງ ຮອດໂຮງຮຽນ ປບັ ປຸງລະບົບການເກັບກໍາ, ວເິ ຄາະ ແລະ ການລາຍງານຂໍ້ມູນ ຢູ່ລະດັບສະຖານ ການສຶກສາໃຫ້ມີຄວາມຊັດເຈນ. ປບັ ປຸງນິຕິກໍາ ສາໍ ລບັ ສົ່ງເສີມການສກຶ ສາຂອງເພດຍງິ ແລະ ຜດູ້ ້ອຍໂອກາດ. ຍດຸ ທະສາດທ່ີ 5: ປບັ ປຸງ ແລະ ພັດທະນາກລິ າ-ກາຍະກາໍ ເຮດັ ໃຫກ້ ້າວໜ້າ ແລະ ເຂ້ມັ ແຂງ ສາມາດຮ່ວມມືເຊື່ອມໂຍງ, ແຂງ່ ຂັນກບັ ພາກພືນ້ ແລະ ສາກນົ 1) ຈຸດປະສົງລວມ: ພດັ ທະນາກິລາ-ກາຍະກໍາ ເພື່ອເຮດັ ໃຫພ້ ົນລະເມືອງລາວມສີ ຸຂະພາບເຂັ້ມແຂງ ທາງດ້ານຮ່າງກາຍ ແລະ ຈດິ ໃຈ, ມີຄວາມເສຍສະຫຼະ, ອົດທົນ ແລະ ມນີ ໍ້າໃຈ ກລິ າ-ກາຍະກໍາ ທຜ່ີ ່ອງໃສກຽມພ້ອມປົກປັກຮກັ ສາ ແລະ ພັດທະນາປະເທດຊາດ. 2) ຈຸດປະສົງສະເພາະ: ເພ່ອື ສ່ົງເສີມວຽກງານກິລາ-ກາຍະກໍາໃນຊຸມຊົນໃຫ້ກວາ້ ງຂວາງ ແລະ ເຂັ້ມແຂງ. ເພ່ອື ເຮດັ ໃຫ້ວຽກງານພະລະສຶກສາ, ສລີ ະປະສກຶ ສາ ແລະ ກິລາ-ກາຍະກາໍ ໃນ ໂຮງຮຽນ ແລະ ສະຖານການສກຶ ສາໄດ້ຮບັ ການຈັດຕັ້ງປະຕິບັດຢາ່ ງທົວ່ ເຖິງ. ສົ່ງເສມີ ກິລາ-ກາຍະກໍາ ໃນກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງບົ . ປັບປຸງຄຸນນະພາບ ກິລາ-ກາຍະກໍາ ໃຫ້ມີລະດັບສູງ ແລະ ສງ່ົ ເສີມກິລາອາຊີບ. 3) ບຸລມິ ະສິດ: ສ້າງໃຫມ້ ີສະຖານທຫ່ີ ຼ້ີນກິລາ-ກາຍະກໍາ, ສະໜອງອປຸ ະກອນອອກກໍາລງັ ກາຍໃນ ຊຸມຊົນ, ລະດັບບາ້ ນ, ລະດັບເມືອງ, ແຂວງ ແລະ ນະຄອນຫຼວງ. ສະຫງວນ ແລະ ຈັດສນັ ທີ່ດິນໄວ້ເພື່ອເປັນບ່ອນສາ້ ງສະໝາມສາທາລະນະ ຫຼື ສາ້ ງເດີ່ນກິລາ-ກາຍະກໍາ ປະເພດຕ່າງໆ ໃນການເຄ່ືອນໄຫວຮັບໃຊກ້ ານອອກ ກໍາລັງກາຍຂອງມວນຊົນ ຢູ່ທ້ອງຖິ່ນ. 275

ສ່ົງເສມີ ກິລາ-ກາຍະກໍາພ້ືນເມືອງຕາມທາ່ ແຮງຂອງຊຸມຊົນ, ຂອງບາ້ ນ, ຂອງ ເມອື ງ, ແຂວງ ແລະ ນະຄອນຫຼວງ ຕາມປະເພນີຈຸດພິເສດຂອງແຕລ່ ະທອ້ ງຖິ່ນ, ມີການອອກກໍາລັງກາຍ, ການຝຶກແອບ ແລະ ການແຂ່ງຂັນໃຫ້ຖືກຕ້ອງຕາມ ລະບຽບຫັກຼ ການ. ສ່ົງເສມີ ຊາວໜມຸ່ , ເພດຍິງ ແລະ ຜອຸ້ າຍຸສູງຫັນມາອອກກໍາລັງກາຍ ແລະ ຫິນຼ້ ກິລາ-ກາຍະກໍາໃຫ້ກວ້າງຂວາງ; ສ່ົງເສີມຄນົ ພິການໃຫອ້ ອກກໍາລງັ ກາຍ, ຫນິ້ຼ ກິ ລາປະເພດຕ່າງໆ ເພອ່ື ເຂ້ົາຮວ່ ມການແຂ່ງຂນັ ກລິ າຄົນພກິ ານຢູ່ໃນປະເທດ ແລະ ສາກົນ. ເອາົ ໃຈໃສສ່ ືບຕ່ໍຈັດຕັ້ງປະຕິບັດຫຼັກສູດວຊິ າພະລະສຶກສາ ແລະ ສລິ ະປະສຶກສາ ໃນໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ ທງັ ພາກລັດ ແລະ ເອດະຊົນໃຫ້ ທວົ່ ເຖິງ. ສ່ົງເສມີ ໃຫມ້ ີສະໂມສອນ ກລິ າ-ກາຍະກໍາ ແລະ ໃຫມ້ ີການແຂ່ງຂັນກິລາ-ກາຍ ຍະກໍາ ຕາມຄວາມສາມາດຂອງທ້ອງຖິ່ນ ໂດຍຜັດປຽ່ ນກັນເປນັ ເຈົ້າພາບໃນແຕ່ ລະປ.ີ ເພມີ່ ທະວີການເອົາໃຈໃສສ່ ້າງ ກລິ າ-ກາຍະກໍາ ຂອງກໍາລງັ ປອ້ ງກັນຊາດ, ປ້ອງ ກັນຄວາມສະຫງົບ ເພຶື່ອເຂົ້າຮວ່ ມການແຂ່ງຂັນໃນລະດັບພາຍໃນ ແລະ ຕ່າງປະ ເທດໃຫມ້ ີມາດຕະຖານສູງຂ້ຶນກວ່າເກາ່ົ . ສ້າງວິທະຍາໄລພອນສະຫວັນກລິ າ-ກາຍະກໍາຢສູ່ ູນກາງ. ສົ່ງເສມີ ບາງປະເພດ ກິລາ-ກາຍະກໍາ ທີເ່ ປັນທ່າແຮງຂອງລາວເພອື່ ພັດທະນາໄປ ເປນັ ກິລາ-ກາຍະກາໍ ອາຊີບໃນຕ່ໜໍ ້າ. ສ້າງຄວາມເຂມັ້ ແຂງໃຫແ້ ກ່ລະບົບຕິດຕາມ ແລະ ປະເມີນຜົນວຽກງານພະລະ ສຶກສາ, ສິລະປະສກຶ ສາ ແລະ ກິລາ-ກາຍະກໍາ ແຕ່ສູນກາງຮອດທອ້ ງຖິ່ນ. ຍົກລະດັບວທິ ະຍາໄລພະລະສກື ສາ ຂຶ້ນເປນັ ສະຖາບັນພະລະສຶກສາ. ຍົກລະດັບສູນຝຶກກິລາແຫ່ງຊາດ ເປັນສະຖາບນັ ກິລາ-ກາຍະກາໍ ແຫ່ງຊາດ. ເຂາ້ົ ຮ່ວມການແຂ່ງຂນັ ກລິ າ-ກາຍະກໍາ ທັງພາຍໃນ ແລະ ຕ່າງປະເທດ. (ຄັດຈາກເອກະສານວໄິ ສທັດຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພດັ ທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII (2016-2020). ນະຄອນຫຼວງວຽງຈນັ , 2015) 276

32. ການສກຶ ສາ ແລະ ກລິ າລາວໃນປີ 2030 32.1 ວໄິ ສທດັ ການພັດທະນາການສກຶ ສາ ແລະ ກລິ າຮອດປີ 2030 ລດັ ຖະບານ ສປປ ລາວ ໄດກ້ ໍານດົ ວໄິ ສທດັ ໃນການພັດທະນາວັດທະນະທາໍ -ສັງ ຄົມ ຮອດປີ 2030 ດັງ່ ນ້ີ: \"ຊັບພະຍາກອນມະນຸດໄດຮ້ ັບການພັດທະນາ ໃຫມ້ ີຄຸນນະພາບໃກຄ້ ຽງກັບພາກ ພ້ືນ ແລະ ສາກົນ, ເປນັ ກໍາລັງການຜະລິດທ່ເີ ຂ້ັມແຂງ, ຕອບສະໜອງໄດ້ຄວາມຮຽກຮ້ອງ ຕອ້ ງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫຼາຍຂຶ້ນ, ລະດັບການສຶກສາ ທ່ວົ ໄປຂອງພົນລະເມືອງລາວຈົບຊັນ້ ມັດທະຍມົ ຕອນປາຍ, ປະຊາຊົນໄດຮ້ ັບການບໍລິ ການດ້ານສາທາລະນະສຸກທີມ່ ຄີ ນຸ ນະພາບຢ່າງທ່ວົ ເຖງິ ແລະ ມີອາຍຍຸ ືນສະເລ່ຍສງູ ກວ່າ 75 ປ\"ີ . ຄຽງຄູ່ກັບວໄິ ສທດັ ຮອດປີ 2030 ທກີ່ າ່ ວມາຂ້າງເທງິ ນ,ີ້ ລັດຖະບານຍງັ ໄດ້ກໍາ ນົດທິດທາງລວມຂອງຍດຸ ທະສາດການພັດທະນາເສດຖະກິດ-ສງັ ຄມົ ຮອດປີ 2025, ຊຶ່ງ ໜ່ງຶ ໃນນ້ັນລັດຖະບານໄດ້ຖເື ອົາການພັດທະນາວດັ ທະນະທໍາ-ສັງຄົມ ເປັນບຸລິມະ ສດິ ສູງສຸດຂອງຍຸດທະສາດການພັດທະນາ ໂດຍສຸມໃສ່ການຍົກລະດັບຄຸນນະພາບຊີ ວດິ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກາ້ ວ, ແກ້ໄຂຄວາມທກຸ ຍາກ, ພັດທະນາ ຂະແໜງການສຶກສາ, ວດັ ທະນະທໍາ, ພັດທະນາສີມືແຮງານທາງດ້ານປະລິມານ ແລະ ຄນຸ ນະພາບໃຫ້ໄດ້ຫາຼ ຍຂ້ນຶ . ບົນພື້ນຖານວິໄສທດັ ແລະ ຍດຸ ທະສາດທີ່ລັດຖະບານກາໍ ນົດ. ກະຊວງສຶກສາທິ ການ ແລະ ກລິ າຈງຶ່ ໄດ້ກໍານົດວໄິ ສທດັ ດ່ັງນີ້: \"ຮອດປີ 2030 ພົນລະເມືອງລາວທຸກຄົນໄດຮ້ ບັ ການສຶກສາທມ່ີ ີຄຸນນະພາບຢ່າງ ສະເໝີພາບ ແລະ ເທ່າົ ທຽມກນັ ເພືອ່ ໃຫເ້ ຂົາເຈ້າົ ໄດພ້ ດັ ທະນາຕົນເອງກາຍເປນັ ພົນລະ ເມືອງດີຂອງຊາດ, ມີຄຸນສົມບັດ, ມີສຸຂະພາບເຂ້ັມແຂງ, ມີຄວາມຮູ້ຄວາມສາມາດສູງ, ມີ ຄວາມເປັນມອື າຊີບເພອ່ື ພັດທະນາປະເທດຊາດໃຫສ້ ີວໄິ ລຍືນຍົງ ສາມາດເຊ່ືອມໂຍງ, ແຂງ່ ຂນັ ກບັ ພາກພື້ນ ແລະ ສາກົນໄດ້\". ເພ່ອື ໃຫ້ບັນລຸໄດ້ວິໄສທັດດງັ່ ກາ່ ວ ກະຊວງສຶກສາທິການ ແລະ ກິລາຕ້ອງໄດເ້ ອົາ ໃຈໃສ່ 8 ພາລະກິດລຸ່ມນ້ີ: 1) ສຊູ້ ົນເພ່ືອບັນລຸການສກຶ ສາພາກບັງຄັບຊັ້ນປະຖົມສຶກສາ ແລະ ຂະຫຍາຍການ ສຶກສາພາກບັງຄັບໄປເຖິງຊັ້ນມດັ ທະຍມົ ສກຶ ສາຕອນຕົນ້ ໂດຍຮັບປະກັນໃຫ້ທກຸ 277

ຄົນເຂາ້ົ ເຖິງການສຶກສາ ແລະ ມີຄວາມພ້ອມປະກອບສ່ວນຕໍ່ການພັດທະນາ ເສດຖະກິດ-ສງັ ຄມົ . 2) ລົບລ້າງຄວາມບຮ່ໍ ູ້ໜັງສືຂອງປະຊາຊົນບັນດາເຜົ່າຢ່າງສ້ິນເຊີງ ພອ້ ມທັງສ່ງົ ເສມີ ການຮຽນຮູຕ້ ະຫາຼ ດຊວີ ດິ ເພອື່ ປັບປຸງຊວີ ິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ. 3) ສ່ົງເສີມການຮຽນການສອນວຊິ າຊບີ ຂນ້ັ ພນື້ ຖານຢຊູ່ ້ັນມັດທະຍົມສຶກສາ, ປັບປຸງ ລະບົບການສກຶ ສາສາຍອາຊວີ ະສກຶ ສາ ແລະ ການສຶກສາຊ້ັນສງູ ໂດຍເອົາໃຈ ໃສປ່ ັບປຸງດ້ານຄຸນນະພາບ ພອ້ ມທງັ ຮັບປະກນັ ໃຫນ້ ັກຮຽນ, ນກັ ສກຶ ສາມທີ ັກສະ ແທດເໝາະກບັ ຄວາມຕອ້ ງການຂອງຕະຫຼາດແຮງງານ ແລະ ຮັບປະກັນໃຫຜ້ ູ້ ຮຽນຈບົ ມີຄວາມສາມາດເຂ້ົາສູກ່ ໍາລັງແຮງງານໄດ້. 4) ການຝກຶ ອມົ ຮມົ ສີມືແຮງງານ, ນກັ ວິຊາການ, ພະນັກງານມືອາຊີບ ແລະ ປັນຍາ ຊນົ ທ່ີມີຄວາມຮູ້, ຄວາມສາມາດໃນການນໍາໃຊ້ວທິ ະຍາສາດ, ເຕັກໂນໂລຊີ ແລະ ຂ້ມໍ ູນຂ່າວສານທ່ທີ ັນສະໄໝເພອ່ື ຕອບສະໜອງຕ່ໍຄວາມຕ້ອງການ ດ້ານ ການພັດທະນາເສດຖະກິດ-ສັງຄົມ. 5) ປັບປຸງຄຸນນະພາບ ແລະ ຄວາມສອດຄອ່ ງຂອງການສຶກສາ ເພ່ອື ໃຫຜ້ ູ້ຮຽນຮ້ມູ ີ ຄວາມຮ້ທູ ີຈ່ ໍາເປນັ ຕ່ໍການພັດທະນາເສດທະກິດ-ສັງຄມົ , ໃນນັ້ນກແໍ ມ່ນລວມທັງ ການສະໜອງທັກສະ ແລະ ຄວາມຮຂູ້ ນ້ັ ພື້ນຖານເພື່ອໃຫ້ເຂາົ ເຈົ້າສາມາດດໍາ ເນນີ ທຸລະກິດຄອບຄົວຂອງຕົນເອງໄດ້, ໂດຍສະເພາະໃນເຂດຫ່າງໄກສອກຫຼີກ. 6) ນໍາໃຊ້ໄອຊທີ ີເປນັ ເຄອ່ື ງມືໃນການຄຸ້ມຄອງ ແລະ ບລໍ ິຫານການສຶກສາ ແລະ ກິລາ, ການຮຽນການສອນ ແລະ ປັບປຸງຄນຸ ນະພາບການສກຶ ສາ. 7) ຂະຫຍາຍວຽກງານການຄົ້ນຄວ້າວໄິ ຈ ແລະ ປະເມີນນະໂຍບາຍ ແລະ ຍດຸ ທະ ສາດ ໃຫ້ກວ້າງຂວາງແຕ່ສູນກາງລົງຮອດທອ້ ງຖນ່ິ ແລະ ນໍາໃຊຜ້ ົນຂອງການ ຄ້ົນຄວາ້ ວິໄຈ ແລະ ປະເມີນເຂ້ົາໃນການວາງແຜນພັດທະນາການສຶກສາ ແລະ ກິລາ. 8) ຂະຫຍາຍວຽກງານພະລະສຶກສາ, ສິລະປະສຶກສາ ແລະ ກິລາ-ກາຍະກາໍ ໃຫ້ ກວາ້ ງຂວາງແຕສ່ ູນກາງລົງຮອດທ້ອງຖິ່ນ ໂດຍເນ້ັນໜັກໃສ່ການກໍ່ສາ້ ງຄູພະລະ ສຶກສາ, ສລິ ະປະສຶກສາ ແລະ ກິລາກາຍະກໍາ, ການພັດທະນາກໍາມະການ ຕັດສິນ, ຄຝູ ຶກ ແລະ ນັກກິລາ, ສະໜອງອຸປະກອນກິລາໃຫ້ທ້ອງຖິນ່ . 278

32.2 ທິດທາງລວມຂອງວິໄສທດັ 1. ພດັ ທະນາຊັບພະຍາກອນມະນຸດໃຫ້ໄດຕ້ າມ 3 ລກັ ສະນະ ແລະ 5 ຫຼັກມູນ ການສຶກສາ ພ້ອມທງັ ຮັບປະກນັ ໃຫມ້ ີທກັ ສະ ແລະ ຄວາມຮູ້ຄວາມສາມາດ ນໍາໃຊ້ວິທະຍາສາດເຕັກນິກ,ເຕັກໂນໂລຊີ, ຂ້ມໍ ູນຂ່າວສານ, ການສຶ່ສານ ແລະ ພາສາຕ່າງປະເທດຢາ່ ງເປນັ ຮບູ ປະທາໍ . 2. ພດັ ທະນາການສຶກສາ ແລະ ກລິ າຕ້ອງເປັນວຽກໃຈກາງ ຂອງການພັດທະ ນາຊັບພະຍາກອນມະນຸດໃຫໄ້ ດ້ຮັບການຂະຫຍາຍຕົວຮອບດ້ານ, ມີຄຸນນະ ພາບດີຂ້ຶນ ແລະ ມີໂອກາດຮຽນຕະຫຼອດຊວີ ດິ ເພື່ອພັດທະນາເສດຖະກິດ- ສງັ ຄົມໃຫ້ຍນື ຍົງ. 3. ສຸມໃສ່ເຮດັ ໃຫ້ການພັດທະນາຊັບພະຍາກອນມະນດຸ ມີຄນຸ ນະພາບ, ມສີ ີມື ແລະ ມີຄວາມຊາໍ ນິຊໍານານ ເພື່ອສາມາດຕອບສະໜອງໄດ້ຕາມຄວາມຕ້ອງ ການຂອງຜູ້ປະກອບການໃນແຕ່ລະໄລຍະ ທາງດ້ານປະລິມານ ແລະ ຄນຸ ນະພາບ. (ຄັດຈາກເອກະສານວິໄສທັດຮອດປີ 2030, ຍດຸ ທະສາດຮອດປີ 2025 ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII (2016-2020). ນະຄອນຫວຼ ງວຽງຈັນ, 2015) 279


Like this book? You can publish your book online for free in a few minutes!
Create your own flipbook